url
stringlengths
22
63
context
stringlengths
4
47.2k
title
stringlengths
4
4.16k
https://www.moj.gov.la/lo/node/173
ໃນວັນທີ 4 ທັນວາ 2015 ຜ່ານມານີ້, ພະແນກຍຸຕິທຳແຂວງຫົວພັນ ໄດ້ຈັດກອງປະຊຸມປະເມີນຜົນການ ຈັດຕັ້ງປະຕິບັດວຽກງານຂອງພະນັກງານລັດຖະກອນ ປະຈຳປີ 2015 ຢູ່ທ່ີຫ້ອງປະຊຸມຂອງພະແນກດັ່ງກ່າວ; ໂດຍການເປັນ ປະທານຂອງ ທ່ານ ສົມພອນ ອິນຄະວິໄລ ຮອງຫົວໜ້າພະແນກຍຸຕິທຳແຂວງ, ມີຜູ່ຕາງໜ້າມາຈາກຄະນະກວດກາ ພັກ-ລັດແຂວງ, ພະແນກພາຍໃນແຂວງ, ມີບັນດາຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ ແລະ ພະນັກງານວິຊາການເຂົ້າ ຮ່ວມທັງໝົດ 33 ສະຫາຍ, ຍິງ 13 ສະຫາຍ. ຜູ່ເຂົ້າຮ່ວມກອງ​ປະ​ຊຸ່ມໄດ້ຮັບຟັງການລາຍງານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຍຸຕິທຳ ປະຈຳປີ 2014-2015, ຊຶ່ງສະແດງໃຫ້ເຫັນດ້ານດີ, ຜົນງານ ແລະ ດ້ານອ່ອນຄົງຄ້າງທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃນຕໍ່ໜ້າ. ໃນໄລຍະ 1 ປີຜ່ານມາ ໄດ້ເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກ-ພະນັກງານລັດຖະກອນ ມີຄວາມ ອຸ່ນອ່ຽງທຸ່ນທ່ຽງ, ເຊື່ອໜັ້ນຕໍ່ການຊີ້ນຳ-ນຳພາຂອງພັກ ກໍຄືຄະນະນຳພະແນກ; ເອົາໃຈໃສ່ໃນການປະຕິບັດວຽກງານສະ ເພາະໃຫ້ໄດ້ຮັບຜົນສຳເລັດ ຊຶ່ງສະແດງອອກໃນການລົງໂຄສະນາເຜີຍແຜ່ກົ​ດໝາຍໃຫ້ກັບພໍ່​ແມ່ປະຊາຊົນບັນດາເຜົ່າ ແລະ ອ້າຍນ້ອງທະຫານຢູ່ແຕ່ລະກົມກອງທະຫານ ໄດ້ຈຳນວນ 251 ຄັ້ງ, ມີ 13 ກົມກອງ, ມີ 242 ບ້ານ, ມີ​ຜູ່​ເຂົ້າ​ຮ່ວມ​ທັງໝົດ 20.471 ຄົນ, ຍິງ 8.036 ຄົນ; ​ໄດ້ນຳເອົາບົດຄວາມກົດໝາຍລົງໂຄສະນາເຜີຍແຜ່ໃຫ້ກັບນັກຮຽນຢູ່ຕາມ ແຕ່ລະໂຮງຮຽນ ໄດ້ 23 ຄັ້ງ, ມີຜູ່ເຂົ້າຮ່ວມຮັບຟັງທັງໝົດ 3.976 ຄົນ, ຍິງ 1.594 ຄົນ; ​ໄດ້ສະໜອງຂໍ້ມູນທາງດ້ານກົດໝາຍໃຫ້ ກັບປະຊາຊົນໄດ້ 17 ຄັ້ງ, ນຳເອົາບົດຄວາມ ແລະ ບົດຂ່າວສົ່ງອອກໜັງສືພິມກົດໝາຍກະຊວງຍຸຕິທຳ ໄດ້ 9 ສະບັບ, ນຳເອົາບົດຄວາມກົດ ໝາຍອອກໂຄສະນາເຜີຍແຜ່ທາງວິທະຍຸກະຈາຍສຽງ ແຂວງຫົວພັນ ໄດ້ 60 ຄັ້ງ; ​ໄດ້​ໂຄສະນາ​ເຜີຍ​ແຜ່ການເຄື່ອນໄຫວ ຂອງພະແນກຍຸຕິທຳແຂວງທາງໂທລະພາບແຂວງ ໄດ້ 10 ຄັ້ງ; ເປີດຮຽນກົດໝາຍຊັ້ນຕົ້ນໄລຍະ 3 ເດືອນໄດ້ 1 ຊຸດ, ມີ 3 ຈຸດ ມີນັກຮຽນ 135 ຄົນ, ຍິງ 16 ຄົນ; ສ້າງຕັ້ງໜ່ວຍ ແລະ ປັບປຸງ, ຝຶກອົບຮົມໜ່ວຍໄກ່ເກັ່ຍຂໍ້ຂັ້ນແຍ່ງຂັ້ນບ້ານໄດ້ 115 ໜ່ວຍ, ມີຄະນະໜ່ວຍ 805 ຄົນ, ຍິງ 115 ຄົນ; ສ້າງບ້ານປອດຄະດີໄດ້ 49 ບ້ານ ແລະ ຄອບຄົວປອດຄະດີໄດ້ 3.214 ຄອບຄົວ; ນຳເອົາກົດໝາຍວ່າດ້ວຍ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ຢູ່ຕາມໝວດໂຮງຮຽນຕ່າງໆໄດ້ 59 ໝວດໂຮງຮຽນ, ມີຜູ່ເຂົ້າຮ່ວມຮັບຟັງທັງໝົດ 7.125 ຄົນ, ຍິງ 2.967 ຄົນ ແລະ ໃຫ້ຄຳປຶກສາທາງດ້ານກົດໝາຍໂດຍ ບໍ່ເສຍຄ່າໄດ້ 114 ຄັ້ງ, ມີ 115 ຄົນ, ຍິງ 19 ຄົນ, ໄດ້ຮັບຄຳຕັດສີນທັງໝົດ 672 ເລື່ອງ; ໃນນີ້ຄະດີແພ່ງ 141 ເລື່ອງ, ຄະດີອາຍາ 531 ເລື່ອງ, ປະຕິບັດຄຳຕັດສີນສຳເລັດ 100 % ໄດ້ 189 ເລື່ອງ, ຄະດີແພ່ງ 76 ເລື່ອງ, ຄະດີອາຍາ 113 ເລື່ອງ, ໄດ້ຮັບການສຳລະທາງແພ່ງເປັນເງິນທັງໝົດ 3.246.074.180 ກີບ. ນອກຈາກນີ້, ຍັງມີເງິນ 6.076.000 ດົງ, 26.357,62 ໂດດາສາຫະລັດ, 2.420 ບາດ; ພວມຈັດຕັ້ງປະຕິບັດຄຳຕັດສີນ 360 ເລື່ອງ, ຄະດີແພ່ງ 56 ເລື່ອງ, ຄະດີອາຍາ 304 ເລື່ອງ, ປະຕິບັດຄຳຕັດສີນບໍ່ໄດ້ 116 ເລື່ອງ, ຄະດີແພ່ງ 9 ເລື່ອງ, ອາຍາ 107 ເລື່ອງ; ໄດ້ຮັບເອກະສານ ແລະ ສັນຍາປະເພດຕ່າງໆເຂົ້າມາຄົ້ນຄວ້າ ເພື່ອຢັ້ງຢືນຄວາມຖືກຕ້ອງໄດ້ທັງໝົດ 396 ສະບັບ. ເກັບຄ່າທຳນຽມ, ຄ່າບໍລິການໄດ້ 71.908.000 ກີບ (ເຈັດສິບເອັດລ້ານເກົ້າແສນແປດພັນກີບ). ຈາກຜົນງານດັ່ງກ່າວສາມາດປະເມີນຜົນພະນັກງານລັດຖະ ກອນໄດ້ຮັບໃບຍ້ອງຍໍ 28 ສະຫາຍ, ຍິງ 13 ສະຫາຍ, ຊົມເຊີຍ 4 ສະຫາຍ. ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂວງຫົວພັນ ປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານລັດຖະກອນ ປະຈຳປີ 2015
ພະແນກຍຸຕິທຳແຂວງຫົວພັນ ປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານລັດຖະກອນ ປະຈຳປີ 2015
https://www.moj.gov.la/lo/node/174
ໃນ​ວັນ​ທີ 16  ທັນວາ 2015 ນີ້, ຢູ່ທ່ີ​ຫ້ອງ​ປະຊຸມ​ຊັ້ນ II ຂອງ​ພະ​ແນ​ກຍຸຕິ​ທຳ​ແຂວງ ຫົວ​ພັນ, ໄດ້​ຈັດ​ພິທີ​ມອບ​ບັດ​ສະມາຊິກ​ພັກ​ສົມບູນ​ໃຫ້ແກ່​ສະ​ຊິກ​ພັກ​ພະ​ແນ​ກຍຸຕິ​ທຳແຂວງ ໂດຍ​ເປັນກຽດ​ເຂົ້າຮ່ວມຂອງ ​ສະຫາຍ ນາງ ​ແພງ ກັນຍາ​ພິມ ຮອງ​ເລຂາ​ພັກ​ແຂວງ, ​ເຈົ້າເມືອງໆ​ຊຳ​ເໜືອ; ສະຫາຍ​ ສົມ​ພອນ ອິນ​ຄະ​ວິ​ໄລ ເລຂາ​ໜ່ວຍ​ພັກ, ຮອງຫົວໜ້າ​ພະ​ແນກຍຸຕິ​ທຳ​ແຂວງ;  ມີ​ຜູ່​ຕາງໜ້າ​ມາ​ຈາກ​ຄະນະກວດກາ​ພັກ​-ລັດ​ແຂວງ, ຄະ​ນະ​ຈັດຕັ້ງ​ແຂວງ ​ແລະ ສະມາຊິກ​ພັກ​ທັງ​ໝົດເຂົ້າຮ່ວມ 15 ສະຫາຍ, ຍິງ 4 ສະຫາຍ. ໃນພິທີ​ດັ່ງກ່າວ ​ສະຫາຍ ວຽງທອງ ​ແພງ​ມະນີ ຮ​ອງເລຂາ​ໜ່ວຍພັກ, ຫົວໜ້າຫ້ອງການ​ຄຸ້ມ​ຄອງ​ຍຸຕິ​ທຳ​ຮາກ​ຖານ ​ໄດ້​ຂຶ້ນຜ່ານ​ມະຕິ​ຕົກລົງ​ຂອງ​ຄະນະ​ປະຈຳ​ພັກ​ແຂ​ວງ ສະບັບ​ເລກທີ 165/ຄປຈຂ ​ແລະ ສະບັບ​ເລກ​ທີ 373/ຄປຈຂ ວ່າ​ດ້ວຍ​ ການ​ອອກ​ບັດ ​ແລະ ມອບ​ບັດ​ໃຫ້​ສະມາຊິກ​ພັກ​ສົມບູນ, ​ຊຶ່ງມີ​ສະມາຊິກ​ພັກ​ໄດ້ຮັບບັດ​ທັງ​ໝົດ 4 ສະຫາຍ, ຍິງ 1 ສະຫາຍ, ​ໃນ​ການ​ມອບ​ບັດ​ສະມາຊິກ​ພັກ​ສົມບູນ​ຄັ້ງນີ້ ​ເປັນກຽດຂຶ້ນມອບ​ບັດ​ໂດຍ ສະຫາຍ ນາງ ​ແພງ ກັນຍາ​ພິມ ຮອງ​ເລຂາ​ພັກ​​ແຂວງ, ​ເຈົ້າ​ເມືອງໆຊຳ​ເໜືອ. ການ​ມອບ​ບັດ​ສະມາຊິກ​ພັກ​ສົມບູນ ກໍເພື່ອ​ເປັນ​ການ​ຢັ້ງຢືນ​ເຖິງ​ຖານະ​ຂອງ​ສະມາຊິກ​ພັກ​ສົມບູນ​ທີ່​ມີ​ມາດຖານ​ຄົບ​ຖ້ວນ, ​ເປັນ​ຜູ່​ທີ່​ເຮັດຫຼ້ອນໜ້າ​ທີ່, ມີ​ຄຸນງາມຄວາມດີ, ມີ​ຄວາມ​ບໍລິສຸດ​ສັດ​ຊື່​ຕໍ່ຊາດ ຕໍ່ປະຊາຊົນ ແລະ ຈົງຮັກພັກດີ​ຕໍ່ອຸດົມ​ການ​ຂອງ​ພັກ, ​ເປັນ​ແບບຢ່າງ​ທີ່​ດີ, ​ເຄົາລົບ ​ແລະ ປະຕິບັດ​ກົດ​ລະບຽບຂອງ​ພ​ັກ, ກົດໝາຍ ຂອງ​ລັດ. ​ໃນ​ຕອນ​ທ້າຍຂອງ​ພິທີ ສະຫາຍ ນາງ​ ແພງ ກັນຍາ​ພິມ ຮອງ​ເລຂາ​ພັກ​ແຂວງ, ​ເຈົ້າ​ເມືອງໆຊຳ​ເໜືອ ​ໄດ້​ໃຫ້ກຽດ​ໂອ້​ລົມ​ຕໍ່ສະມາຊິກ​ພາຍ​ໃນໜ່ວຍ​ພັກ​ພະ​ແນ​ກຍຸຕິ​ທຳ​ແຂວງ, ຊຶ່ງສະຫາຍ​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍຊົມ​ເຊີຍ​ຕໍ່ກັບ​ຜົນງານ​ທີ່​ຍາດ​ມາ​ໄດ້​ໃນ​ໄລຍະ​ຜ່ານ​ມາ ​ແລະ ສະມາຊິກ​ພັກ​ທຸກ​ສະຫາຍ​ຕ້ອງ​ມີ​ຄວາມ​ຮັບຜິດຊອບ ບໍ່​ໃຫ້​ບັດ​ຕົກ​ເຮ່ຍ​ເສັຍ​ຫາຍ, ມີ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ວຽກງານ ແລະ ສືບຕໍ່ຮັກສາ​ມູນ​ເຊື້ອຄວາມ​ສາມັກຄີ, ຄວາມບຸກໜ້າ​ບືນ​ຕົວ​​ໃນວຽກງານ​ວິຊາ​ສະ​ເພາະໃຫ້​ສຳ​​ເລັດ​ຜົນ. ສະມາຊິກ​ທຸກ​ສະຫາຍຕ້ອງ​ມີ​ຄວາມ​ສາມັກຄີ​ກັນ​, ມີຄວາມ​ຈິງ​ໃຈ​​ໃຫ້​ກັນ ເອົາ​ການ​ຕຳ​ນິສົ່ງ​ຂ່າວກໍ່ສ້າງ​ເຊິ່ງກັນ ແລະ ກັນ ພ້ອມ​ກັນ​ກ້າວໜ້າ. ພ້ອມ​ກັນ​ເປັນ​ເຈົ້າ​ການເປັນ​ເຈົ້າການ​ໃນ​ການ​ປະກອບສ່ວນ​ເຂົ້າ​ວຽກ​ງານ​ວິຊາ​ສະ​ເພາະ​ໃຫ້​ເຂັ້ມ​ແຂງ ​ແລະ ໜັກ​ແໜ້ນ​ເປັນ​ແບບຢ່າງ​ທີ່​ດີ​ໃຫ້​ແກ່​ສະມາ​ພັກ​ ​ແລະ ມະຫາຊົນ. ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ໜ່ວຍພັກພະແນກຍຸຕິທຳແຂວງ ຫົວພັນ ຈັດພິທີມອບບັດສະມາຊິກພັກສົມບູນ ຊຸດທີ II
ໜ່ວຍພັກພະແນກຍຸຕິທຳແຂວງ ຫົວພັນ ຈັດພິທີມອບບັດສະມາຊິກພັກສົມບູນ ຊຸດທີ II
https://www.moj.gov.la/lo/node/175
ໃນຕອນເຊົ້າ ເວລາ 8:30-10:30 ຂອງວັນທີ 14 ທັນວາ 2015 ນີ້, ທີ່ຫ້ອງຮັບແຂກຂອງກະຊວງຍຸຕິທຳ ທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີ ວ່າການກະຊວງຍຸຕິທຳແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ທ່ານ ມາຊາຮິໂຕະ ໂມຣິຢາມະ (H.E Mr. MASAHITO MORIYAMA),  ລັດຖະມົນຕີຊ່ວຍວ່າການ ກະຊວງຍຸຕິທຳຍີ່ປຸ່ນ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.      ຈຸດປະສົງໃນການເຂົ້າຢ້ຽມຄຳນັບຂອງທ່ານໃນຄັ້ງນີ້ ເພື່ອເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນ ສາຍພົວພັນຮ່ວມມືລະຫວ່າງສອງກະຊວງຍຸຕິທຳແຫ່ງ ສປປ ລາວ ແລະ ຍີ່ປຸ່ນ ໃຫ້ມີບາດກ້າວເຕີບໃຫຍ່ ແລະ ຂະຫຍາຍຕົວຂຶ້ນເລື່ອຍໆ. ໃນໂອກາດດັ່ງກ່າວ ທ່ານ ບຸນເກີດ ສັງສົມສັກ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ພ້ອມທັງຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຂອງທ່ານ  ມາຊາຮິໂຕະ ໂມຣິຢາມະ ພ້ອມດ້ວຍຄະນະ ຢູ່ທີ່ກະຊວງຍຸຕິທຳແຫ່ງ ສປປ ລາວ ຢ່າງເປັນທາງການ.      ໃນໂອກາດດຽວກັນນີ້ ທ່ານ ມາຊາຮິໂຕະ ໂມຣິຢາມະ ຕາງໜ້າຄະນະກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີວ່າການ ກະຊວງຍຸຕິທຳແຫ່ງ ສປປ ລາວ ໃນຄັ້ງນີ້.      ການພົບປະລະຫວ່າງແຂກ ແລະ ເຈົ້າພາບ ໄດ້ດຳເນີນໄປດ້ວຍບັນຍາກາດໄມຕີຈິດມິດຕະພາບ ຊຶ່ງທັງສອງຝ່າຍໄດ້ລາຍງານ ສະພາບຈຸດພິເສດ ແລະ ການເຄື່ອນໄຫວວຽກງານໃຫ້ກັນຊາບ, ພ້ອມທັງໄດ້ສົນທະນາແລກປ່ຽນບົດຮຽນວຽກງານຍຸຕິທຳ, ທົບທວນຄືນການພົວພັນຮ່ວມມື ໃນໄລຍະຜ່ານມາ ແລະ ຮ່ວມກັນປຶກສາຫາລືການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຕໍ່ໜ້າໃຫ້ນັບມືນັບເຕີບໃຫຍ່ຂະຫຍາຍຕົວຍິ່ງຂຶ້ນ. ຕໍ່ມາໃນວັນດຽວກັນທ່ານ ມາຊາຮິໂຕະ ໂມຣິຢາມະ ພ້ອມດ້ວຍຄະນະ ກໍໄດ້ໄປຢ້ຽມຢາມ ສະຖາບັນຍຸຕິທຳແຫ່ງຊາດ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ດຣ. ຈອມຄຳ ບຸບຜາລີວັນ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ຊຶ່ງທັງສອງຝ່າຍ ໄດ້ແຈ້ງສະພາບໂດຍຫຍໍ້ ກ່ຽວກັບວຽກງານຂອງແຕ່ລະຝ່າຍໃຫ້ກັນຊາບ ລວມທັງແຜນການຮ່ວມມືກັນໃນອະນາຄົດອີກດ້ວຍ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ທ່ານ ບຸນເກີດ ສັງສົມສັກ ຕ້ອນຮັບການເຂົ້າຢ້ຽມຄຳນັບ ຂອງລັດຖະມົນຕີຊ່ວຍກະຊວງຍຸຕິທຳ ຍີ່ປຸ່ນ
ທ່ານ ບຸນເກີດ ສັງສົມສັກ ຕ້ອນຮັບການເຂົ້າຢ້ຽມຄຳນັບ ຂອງລັດຖະມົນຕີຊ່ວຍກະຊວງຍຸຕິທຳ ຍີ່ປຸ່ນ
https://www.moj.gov.la/lo/node/176
ໃນວັນ​ທີ 16 ທັນວາ 2015 ຜ່ານ​ມານີ້ ໜ່ວຍ​ກຳມະບານ​ພະ​ແນ​ກຍຸຕິ​ທຳ​ແຂວງ ຫົວພັນ ໄດ້​ສຳ​ເລັດກອງ​ປະຊຸມ​ໃຫຍ່ ​ຄັ້ງທີ II ໂດຍ​ພາຍ​ໃຕ້​ການການ​ເປັນ​ປະທານ​ຂອງ ​ສະຫາຍ ດອນ​ສະຫວັນ ດວງ​ສິດ ຮອງ​ປະທານ​ສະຫະພັນ​ກຳມະບານແຂວງ, ມີ​ສະຫາຍ ສົມ​ພອນ ອິນ​ຄະ​ວິ​ໄລ ຮອງ​ຫົວໜ້າ​ພະ​ແນ​ກຍຸຕິ​ທຳ​ແຂວງ; ມີ​ຜູ່ຕາງໜ້າ​ມາ​ຈາກອົງການ​ພາຄີ​ສານ​ປະຊາຊົນ​ແຂວງ, ​ອົງການໄອ​ຍະ​ການ​ປະຊາຊົນ​ແຂວງ, ສະພາ​ເຂດ​ເລືອກຕັ້ງທີ 8 ແຂວງຫົວພັນ​ ​ແລະ ສະມາຊິກ​ກຳມະບານ​ຂອງ​ພະ​ແນ​ກ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ. ​ໃນ​ກອງ​ປະຊຸມ​ດັ່ງກ່າວ​ ທ່ານ ຄຳ​ມີ ວັນນະ​ຄະ​ມີ​ໄຊ ຮອງ​ຫົວໜ້າ​ຫ້ອງການ​ຈັດຕັ້ງ, ກວດກາ-ພະນັກງານ ໄດ້​ຂຶ້ນຜ່ານ​ບົດ​ລາຍ​ງານ​ການ​ເມືອງ​ທັງ​ສອງ II ພາກ ຊຶ່ງ​ຍົກ​ໃຫ້​ເຫັນ​ດ້ານ​ດີ, ຜົນງານ​ທີ່​ຍາດ​ມາ​ໄດ້​ໃນ​ໄລຍະ 1 ປີ ຜ່ານມາ ​ແລະ ດ້ານ​ອ່ອນ​ຄົງ​ຄ້າງ​ທີ່​ຈະ​ຕ້ອງ​ໄດ້​ປັບປຸງ​ແກ້​ໄຂ​ໃນຕໍ່ໜ້າ. ຕະຫຼອດ​ໄລຍະ 1 ປີຜ່ານມາ ​ໜ່ວຍ​ກຳມະບານ​ພະ​ແນ​ກຍຸຕິ​ທຳ​ແຂວງ​ໄດ້​ເອົາ​ໃຈ​ໃສ່​ສຶກສາ​ອົບຮົມການ​ເມືອງ​-ແນວ​ຄິດ​ໃຫ້​ແກ່​ສະມາຊິກ ​ຕະຫຼອດຮອດ​ພະນັກງານ-ລັດຖະກອນ​ພາຍ​ໃນ​ກົມ​ກອງ​ຂອງ​ຕົນ ​ໃຫ້​ເຂົ້າ​ໃຈ​ຕໍ່​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ລະບຽບກົດໝາຍຂອງ​ລັດ, ປະຕິບັດ​ແບບ​ແຜນ​ວິທີ​ເຮັດ​ວຽກຂອງ​ອົງການ​ຈັດຕັ້ງພັກ ​ກໍຄື​ອົງການ​ຈັດຕັ້ງຂອງ​ລັດ​ທີ່​ຕົນ​ຂຶ້ນກັບ ​ແລະ ຄົ້ນຄວ້າ​ເຊື່ອມ​ຊືມ​ເອກະສານຕ່າງໆຂອງ​ກຳ​ມະ​ບານ ແລະ ກົດໝາຍວ່າດ້ວຍ ກຳມະບານລາວ. ເຮັດໃຫ້ສະມາຊິກແຕ່ລະສະຫາຍອຸ່ນອ່ຽນທຸ່ນທ່ຽງຫ້າວຫັນຕໍ່ໜ້າທີ່ວຽກງານ ຊຶ່ງສະແດງ ອອກ​ໃນ​ການຫັນສະມາຊິກລົງກໍ່ສ້າງຮາກຖານຕາມການມອບໝາຍຂອງຄະນຳພະແນກ, ເຖິງແມ່ນວ່າຈະມີຄວາມຫຍຸ້ງ ຍາກກໍຕາມກໍ ສາມາດຜ່ານຜ່າສຳເລັດໜ້າທີ່ຕາມລະດັບຄາດໝາຍ. ປັດຈຸບັນນີ້ ໜ່ວຍກຳມະບານຂອງພະແນກຍຸຕິທຳ​ແຂວງ​ຫົວພັນ ມີສະມາຊິກທັງໝົດ 39 ສະຫາຍ, ຍິງ 13 ສະຫາຍ, ສະມາຊິກທຸກສະຫາຍໄດ້ເອົາໃສ່ປະຕິບັດເນື້ອໃນຂໍ້ແຂ່ງ ຂັ້ນ 2 ດີ 5 ເປັນເຈົ້າຢ່າງຕັ້ງໜ້າ ຊຶ່ງ​ເຮັດ​ໃຫ້ສະມາຊິກກຳມະບານ ໄດ້ຮັບໃບຍ້ອງຍໍຈາກສະຫະພັນກຳມະບານແຂວງ 32 ສະຫາຍ ແລະ ໄດ້ຮັບໃບຢັ້ງຢືນເປັນໜ່ວຍກຳມະບານ 2 ດີ 5 ເປັນເຈົ້າ ປະຈຳປີ 2014  ແລະ ສືບຕໍ່ສູ້ຊົນເພື່ອຮັກສາມູນ ເຊື້ອ. ເຄື່ອນໄຫວເຂົ້າຮ່ວມກິລາປະເພດຕ່າງໆ ທີ່ທາງແຂວງຈັດຂຶ້ນ ລວມທັງໝົດ 47 ຄັ້ງ, ມີຜູ່ເຂົ້າຮ່ວມ 260 ສະຫາຍ, ປະກອບສ່ວນ​ໃນ​ການສະແດງສິນລະປະວັນນະຄະດີໃນງານຕ່າງໆໄດ້ 3 ຄັ້ງ. ນອກຈາກສະມາຊິກກຳມະບານໄດ້ເຄື່ອນ ໄຫວວຽກງານວິຊາສະເພາະແລ້ວ ຍັງເຄື່ອນໄຫວໃນການສ້າງເສດຖະກິດຄອບຄົວດ້ວຍການບໍລິການ, ການປູກຟັງ-ລ້ຽງສັດ ແລະ ອື່ນໆ. ເດັ່ນກວ່າໝູ່ແມ່ນຄອບຄອບຂອງສະຫາຍ ສີທອນ ອິນມະນີ, ຄອບຄົວສະຫາຍ ສົມພອນ ອິນຄະວິໄລ, ຄອບຄົວ ສະຫາຍ ບົວລຽນ ພອນຄຳມາ, ຄອບຄົວສະຫາຍ ນາງ ແນະ ເຮືອງຄຳແພງ, ຄອບຄົວ ນາງ ພູເຮືອງ ພົມມະວັນ ແລະ ຄອບຄົວອື່ນໆ ສາມາດສ້າງລາຍຮັບເພີ່ມນອກຈາກເງິນເດືອນ​ເຮັດ​ໃຫ້ແຕ່ລະຄອບຄົວມີຢູ່ມີກິນ, ມີເຮືອນຢູ່ຖາວອນ ແລະ ສົ່ງລູກຫຼານໄປ ຮຽນຕໍ່ທັງຢູ່ພາຍໃນ ແລະ ຕ່າງປະເທດ. ສະມາຊິກກຳມະບານພາຍໃນໜ່ວຍສາມາດຫຼຸດພົ້ນອອກຈາກ ຄວາມທຸກຍາກ ສະເລ່ຍລາຍຮັບສາມາດບັນລຸໄດ້ 20 ລ້ານກີບຕໍ່ຄົນຕໍ່ປີ. ປັດຈຸ​ບັນໜ່ວຍກຳມະບານສາມາດເກັບທ້ອນເງິນ ກອງທຶນຊ່ວຍເຫຼືອ​ເຊິງກັນ ແລະ ກັນໄດ້ 3.996.000 ກີບ. ໃນກອງປະຊຸມ ຜູ່ເຂົ້າຮ່ວມ​ໄດ້ປະກອບຄຳເຫັນໃສ່ບົດລາຍການ ເມືອງທັງສອງພາກເພື່ອໃຫ້ມີເນື້ອໃນຄົບຖ້ວນ ພ້ອມກັນນັ້ນຜູ່ເຂົ້າຮ່ວມຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດ ຄັດເລືອກເອົາຄະນະປະທານໜ່ວຍກຳມະບານຊຸດໃໝ່ຂອງພະແນກຍຸຕິທຳແຂວງຫົວພັນຕື່ມອີກ.  ຕອນທ້າຍຂອງກອງປະ ຊຸມ ຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ດອນສະຫວັນ ດວງສິດ ຮອງປະທານກຳມະບານແຂວງ ເພື່ອເປັນການຊີ້ທິດ ເຍືອງທາງໃຫ້ຄະນະກຳມະບານຊຸດໃໝ່ ໃນການສືບຕໍ່ຈັດຕັ້ງປະຕິບັດໃນໜ້າທີ່ວຽກງານກຳມະບານໃຫ້ດີຂຶ້ນເທື່ອລະກ້າວ. ປະເພດຂ່າວ: ບົດຄວາມ ແລະ ຂ່າວອື່ນໆປ້າຍ Tags ຕິດຕາມ: ໜ່ວຍກຳມະບານພະແນກຍຸຕິທຳສຳເລັດກອງປະຊຸມໃຫຍ່ຄັ້ງ II
ໜ່ວຍກຳມະບານພະແນກຍຸຕິທຳສຳເລັດກອງປະຊຸມໃຫຍ່ຄັ້ງ II
https://www.moj.gov.la/lo/node/177
ກອງປະຊຸມໃຫຍ່ ຄັ້ງທີ VII ຂອງທະນາຍຄວາມທົ່ວປະເທດ ໄດ້ຈັດຂຶ້ນໃນວັນທີ 15-16 ທັນວານີ້ ທີ່ຫ້ອງປະຊຸມສູນການຄ້າລາວໄອເຕັກ ຊັ້ນທີ 2 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນເກີດ ສັງສົມສັກ ເລຂາຄະນະພັກ, ລັດຖະມົນຕີວ່າການກະຊວງຍຸຕິທໍາ, ມີລັດຖະມົນຕີຊ່ວຍວ່າການ, ບັນດາແຂກຖືກເຊີນ ພ້ອມດ້ວຍບັນດາປະທານ-ຮອງປະທານ ຕະຫຼອດຮອດສະມາຊິກທະນາຍຄວາມທີ່ມາຈາກທົ່ວປະເທດ ເຂົ້າຮ່ວມຈຳນວນ 200 ກວ່າທ່ານ. ກອງປະຊຸມທະນາຍຄວາມທົ່ວປະເທດ ໄດ້ດຳເນີນເປັນເວລາສອງວັນ ໃນງກອງປະຊຸມໄດ້ຜ່ານບົດລາຍງານການເຄື່ອນໄຫວວຽກງານຂອງທະນາຍຄວາມຊຸດທີ VI (2013-2015) ແລະ ທິດທາງແຜນການ 2015-2019; ກອງປະຊຸມໄດ້ມີການປ່ອນບັດຄັດເລືອກເອົາຄະນະບໍລິຫານສະພາທະນາຍຄວາມ ແຫ່ງ ສປປ ລາວ ຊຸດທີ VII.  ກອງປະຊຸມຄັ້ງປະຖົມມະລືກຂອງສະພາທະນາຍຄວາມ ຊຸດທີ VII ໄດ້ຄັດເລືອກເອົາ ທ່ານ ຄຳໃສ ສຸລິນທອນ ເປັນປະທານສະພາທະນາຍຄວາມ ແຫ່ງ ສປປ ລາວ; ທ່ານ ວໍລັດສະໝີ ສຸລິປະພັນ, ທ່ານ ອຸ່ນເຮືອນ ແກ່ນປະເສີດ ແລະ ທ່ານ ນາງ ລຳເງິນ ຄັດສະຫວ່າງ ເປັນຮອງປະທານ, ຄັດເລືອກເອົາ ທ່ານ ອຸ່ນເຮືອນ ແກ່ນປະເສີດ ເປັນປະທານກວດກາ, ທ່ານ ບຸນເລັດ ເທບພິທັກ ເປັນຮອງປະທານກວດກາ ແລະ ທ່ານ ນາງ ກອງສີ ວິໄລວັນ ເປັນຄະນະ. ໃນໂອກາດນີ້, ທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີວ່າການກະຊວງຍຸຕິທຳ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ຊຶ່ງກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ສະພາທະນາຍຄວາມ ຊຸດທີ VI ຍາດມາໄດ້ໃນໄລຍະທີ່ຜ່ານມາ (2013-2015). ພ້ອມກັນນີ້, ທ່ານຍັງໄດ້ເນັ້ນບາງບັນຫາທີ່ສໍາຄັນທີ່ຈະຕ້ອງໄດ້ເອົາໃຈໃສ່ ຄື: ຕ້ອງໄດ້ເພີ່ມທະວີການສຶກສາອົບຮົມການເມືອງແນວຄິດ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ໃຫ້ແກ່ບັນດາສະມາຊິກທະນາຍຄວາມຢ່າງເປັນປົກກະຕິ; ເພີ່ມທະວີ ແລະ ເອົາໃຈໃສ່ປັບປຸງແບບແຜນວິທີນຳພາ, ແບບແຜນວິທີເຮັດວຽກ ແລະ ແບບແຜນວິທີຄຸ້ມຄອງຂອງຄະນະສະພາທະນາຍຄວາມ; ຊຸກຍູ້ປຸກລະດົມຂົນຂວາຍໃຫ້ບັນດາສະມາຊິກທະນາຍຄວາມເຄື່ອນໄຫວປະຕິບັດພັນທະ ແລະ ໜ້າທີ່ວຽກງານຂອງຕົນບົນພື້ນຖານເຄົາລົບ ແລະ ປະຕິບັດຕາມລັດຖະທຳມະນູນ ແລະ ກົດໝາຍຢ່າງເຂັ້ມງວດ ແລະ ສິ່ງທີ່ສຳຄັນຈຳເປັນ ແລະ ຮີບດ່ວນພາຍຫຼັງທີ່ສຳເລັດກອງປະຊຸມໃນຄັ້ງນີ້ ແມ່ນຕ້ອງຮີບຮ້ອນ ແລະ ເອົາໃຈໃສ່ຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍ ທະນາຍຄວາມ ແນໃສ່ຮັບປະກັນ ເນື້ອໃນທີ່ມີຄວາມສອດຄ່ອງກັບສະພາບຈຸດພິເສດ ແລະ ຄວາມເປັນຈິງຂອງສັງຄົມໃນໄລຍະໃໝ່ໄປພ້ອມ; ພ້ອມດຽວກັນນັ້ນ, ຕ້ອງຮີບຮ້ອນ ແລະ ເອົາໃຈໃສ່ຄົ້ນຄວ້າປັບປຸງກົດລະບຽບພາຍໃນຂອງທະນາຍຄວາມ ໃຫ້ສາມາດຮັບປະກັນໄດ້ການເຄື່ອນໄຫວປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນ. ປະເພດຂ່າວ: ບົດຄວາມ ແລະ ຂ່າວອື່ນໆປ້າຍ Tags ຕິດຕາມ: ກອງປະຊຸມໃຫຍ່ ຄັ້ງທີ VII ຂອງທະນາຍຄວາມທົ່ວປະເທດ
ກອງປະຊຸມໃຫຍ່ ຄັ້ງທີ VII ຂອງທະນາຍຄວາມທົ່ວປະເທດ
https://www.moj.gov.la/lo/node/178
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບ ກະຊວງປ້ອງກັນຄວາມສະຫງົບ ຈະດຳເນີນການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໄລຍະສາມເດືອນໃຫ້ຄົນຕ່າງ ປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງ ຢູ່ ສປປ ລາວ ການ​ຂຶ້ນທະບຽນ ແລະ ອອກ​ບັດອະນຸຍາດ​ດັ່ງກ່າວ​ຈະ​ຈັດຕັ້ງປະຕິບັດໃນລະຫວ່າງວັນທີ 16 ທັນວາ 2015 ຫາ 16 ມີນາ 2016 ຈຶ່ງ​ຈະ​ສຳ​ເລັດ; ພາຍຫຼັງໝົດເວລາທີ່ກຳນົດແລ້ວ ແຕ່ຫາກຍັງມີຜູ່ທີ່ເຄື່ອນໄຫວບໍ່ຖືກຕ້ອງ ຫຼື ຍັງມີຜູ່ໃຫ້ຄວາມສະດວກ ແກ່ບຸກ ຄົນດັ່ງກ່າວໂດຍບໍ່ມີເຫດຜົນ ເຈົ້າໜ້າທີ່ກ່ຽວຂ້ອງຈະໄດ້ດຳເນີນຕາມມາດຕະການທາງກົດໝາຍ.       ພິທີ​ຖະ​ແຫຼ​ງຂ່າວ​ດັ່ງກ່າວ ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 15 ທັນວາ 2015, ທີ່​ໂຮງ​ແຮມ​ແລນ​ມາກ ນະຄອນຫຼວງ​ວຽງ​ຈັນ; ​ໂດຍ​ການ​ເປັນ​ປະທານ​ຮ່ວມ​ຂອງ ທ່ານ ພົງ​ໄຊ​ສັກ ອິນ​ຖາ​ລາດ ຫົວໜ້າ​ກົມ​ຄຸ້ມ​ຄອງ​ແຮງ​ງານ, ກະຊວງ​ແຮງ​ງານ ແລະ ສະຫວັດດີ​ການ​ສັງຄົມ ​ແລະ ທ່ານ ພັນ​​ໂທ ສາຍ​ສະໝິງ ສີວິ​ໄລ ຮັກສາ​ການ​ຫົວໜ້າ​ກົມ​ຕຳຫຼວດ​ກວດ​ຄົນ​ເຂົ້າ​ເມືອງ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ໃນ​ນາມ​ຫົວໜ້າ ​ແລະ ຮອງ​ຫົວໜ້າຄະນະວິຊາການຮ່ວມສອງກະຊວງ; ມີຜູ່ຕາງໜ້າຈາກສະຖານເອກອັກຄະລັດຖະທູດ ປະຈຳລາວ, ຜູ່ຕາງໜ້າອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສັງຄົມ, ສື່ມວນຊົນ ຈາກພາກສ່ວນຕ່າງ ແລະ ຄະນະວິຊາການຂອງສອງກະຊວງເຂົ້າຮ່ວມ.       ໃນພິທີດັ່ງກ່າວ, ທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວວ່າ: ຈຸດປະສົງແມ່ນເພື່ອຂຶ້ນທະບຽນ ແລະ ອອກບັດອະນຸຍາດຊົ່ວ ຄາວໃຫ້ແກ່ຄົນຕ່າງປະເທດທຸກຄົນ ທີ່ທຳມາຫາກິນ, ຄ້າຂາຍ, ລົງທຶນ, ເຮັດວຽກ ຫຼື ເຄື່ອນໄຫວ ຍັງບໍ່ ທັນຖືກຕ້ອງຕາມກົດໝາຍ ແລະ ລະບຽບການຢູ່ ສປປ ລາວ ເພື່ອໃຫ້ກຸ່ມຄົນດັ່ງກ່າວໄດ້ປັບສະຖານະ ພາບຕົນເອງເປັນຜູ່ທີ່ເຄື່ອນໄຫວຖືກຕ້ອງ ຫຼື ສຳລັບຜູ່ທີ່ບໍ່ຢູ່ໃນເງື່ອນໄຂທີ່ຈະອະນຸຍາດໃຫ້ປັບສະຖານະ ເປັນຜູ່ເຄື່ອນໄຫວທີ່ຖືກຕ້ອງໄດ້ ກໍຈະໃຫ້ເວລາໃນການດຳເນີນການຊຳລະສະສາງບັນຫາຕ່າງໆທາງ ທຸລະກິດ, ການຄ້າຂາຍ ຫຼື ການມີສັນຍາເຊົ່ານຳກັນ ແລະ ອື່ນໆ ແລ້ວຢຸດຕິການເຄື່ອນໄຫວດັ່ງກ່າວຢ່າງ ເດັດຂາດ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ພິທີຖະແຫຼງຂ່າວ ກ່ຽວກັບການດຳເນີນການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງ ຢູ່ ສປປ ລາວ
ພິທີຖະແຫຼງຂ່າວ ກ່ຽວກັບການດຳເນີນການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງ ຢູ່ ສປປ ລາວ
https://www.moj.gov.la/lo/node/179
ຂປລ. ກອງປະຊຸມໃຫຍ່ຜູ່ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ, ໄດ້ດຳເນີນແຕ່ວັນທີ 18-22 ມັງກອນ 2016 ທີ່ນະຄອນຫລວງວຽງຈັນ, ພາຍໃຕ້ຄຳຂວັນ “ ຍົກສູງຄວາມສາມາດນຳພາ ແລະ ລັກສະ ນະນຳໜ້າຂອງພັກ, ເພີ່ມທະວີຄວາມສາມັກຄີທົ່ວປວງຊົນທັງຊາດ, ຢຶດໝັ້ນແນວທາງປ່ຽນແປງໃໝ່ຮອບ ດ້ານ ແລະ ຫຼັກການ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕາມທິດຍືນຍົງ ສູ່ຈຸດໝາຍສັງຄົມນິຍົມຢ່າງໜັກ ແໜ້ນ” ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້ ມີຜູ່ແທນສົມບູນ 685 ສະຫາຍ, ໃນນັ້ນ ມີຜູ່ແທນບົ່ງຕົວ 1 ສະຫາຍ. ບັນດາຜູ່ແທນກອງປະຊຸມໃຫຍ່ ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ ໃນທົ່ວປະເທດ 252.879 ສະຫາຍ. ກອງປະຊຸມໃຫຍ່ ໄດ້ຄົ້ນຄວ້າຕົກລົງບັນຫາສຳຄັນຂອງພັກ ແລະ ຂອງຊາດ ພາຍໃຕ້ບັນຍາກາດອັນສ້າງສັນ, ມີຄວາມຮັບຜິດຊອບ, ທັງມີຄວາມສາມັກຄີ ເປັນເອກະພາບສູງ ແລະ ໄດ້ສິ້ນສຸດລົງດ້ວຍຜົນສຳເລັດອັນຈົບງາມ ເຊິ່ງສະແດງອອກ ດັ່ງນີ້: ກອງ​ປະຊຸມ​ໃຫຍ່ ​ໄດ້​ຄົ້ນຄວ້າ​ຢ່າງ​ເລິກ​ເຊິ່ງ ​ແລະ ​ໄດ້​ຮັບຮອງ​ເອົາ​ຢ່າງ​ເປັນ​ເອກະ​ສັນ​ລາຍ​ງານ​ການ​ເມືອງ ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ IX ສ​ະ​ເໜີ​ຕໍ່​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ X ​ໂດຍ​ໄດ້​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ນຳ​ການ​ສະຫຼຸບ​ຕີ​ລາຄາ​ຜົນ​ແຫ່ງ​ການຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ IX ຂອງ​ພັກ ​ເປັນຕົ້ນ​ແມ່ນ​ບັນດາ​ຜົນງານ​ອັນ​ພົ້ນ​ເດັ່ນ​ທີ່​ຍາດ​ມາ​ໄດ້​ໃນ​ຂົງ​ເຂດ​ວຽກ​ງານ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ, ການ​ພັດທະນາ​ເສດຖ​ະກິດ-ສັງຄົມ, ການ​ປັບປຸງ​ບູລະນະ​ລະບົບ​ອຳນາດ​ແຫ່ງ​ລັດ, ວຽກ​ງານ​ແນວ​ໂຮມ ​ແລະ ວຽກ​ງານ​ມະຫາຊົນ​ຂອງ​ພັກ, ວຽກ​ງານ​ການ​ຕ່າງປະ​ເທດ ​ແລະ ການ​ເຊື່ອມ​ໂຍງ​ສາກົນ, ວຽກ​ງານ​ກໍ່ສ້າງ​ພະນັກງານ, ບັນດາ​ຜົນສຳ​ເລັດ​ທີ່​ບັນລຸ​ໄດ້​ໃນ 5 ປີ ຜ່ານມາ, ​ໄດ້​ສ້າງ​ພື້ນຖານ ​ແລະ ທ່ວງທ່າ​ໃໝ່ ​ໃຫ້​ແກ່​ການ​ສືບ​ຕໍ່​ຂະຫຍາຍຕົວ​ຂອງ​ປະ​ເທດ​ຊາດ​ພວກ​ເຮົາ​ໄປ​ຕາມ​ທິດ​ທາງ ​ແລະ ຈຸດໝາຍ​ທີ່​ວາງ​ໄວ້. ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກ ປະຊາຊົນປະຕິວັດລາວ ໄດ້ສິ້ນສຸດລົງດ້ວຍຜົນສຳເລັດອັນຈົບງາມ
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກ ປະຊາຊົນປະຕິວັດລາວ ໄດ້ສິ້ນສຸດລົງດ້ວຍຜົນສຳເລັດອັນຈົບງາມ
https://www.moj.gov.la/lo/node/180
ກະຊວງ​ຍຸຕິ​ທຳ  ​ໄດ້​ຈັດຕັ້ງເຜີຍ​ແຜ່​ຜົນສຳ​ເລັດກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ​ປະຊາຊົນ ​ປະຕິວັດ​ລາວ ຂຶ້ນ​ໃນ​ວັນ​ທີ 25 ມັງກອນ​ 2016 ນີ້ ທີ່​ສະໂມສອນໃຫຍ່ກະຊວງ​ດັ່ງກ່າວ ​ໂດຍ​ການ​​ເປັນ​ປະທານຂອງ​ ສະຫາຍ ບຸນ​ເກີດ ສັງ​ສົມ​ສັກ ​ເລຂາ​ຄະນະ​ພັກ, ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ, ມີ​ຮອງ​ເລຂາ​ຄະນະ​ພັກ, ບັນດາ​ຄະນະ​ປະຈຳ​ພັກ, ຄະນະພັກ, ​ເລຂາ, ຮອງ​ເລຂາໜ່ວຍພັກ,  ສະມາຊິກພັກ, ພະນັກງານ​ລັດຖະກອນເຂົ້າຮ່ວມຮັບຟັງ ຈຳ ນວນ 200 ສະຫາຍ​.       ການ​ເຜີຍ​​ແຜ່​ຄັ້ງ​ນີ້​ ບັນ​ດາ​ຜູ່​ເຂົ້າ​ຮ່ວມ​ໄດ້​ຮັບ​​ຟັງ​ການ​ເຜີຍ​​ແຜ່ບົດ​ລາຍ​ງານການ​ເມືອງ, ກົດ​ລະບຽບພັກ, ​ເຜີຍແຜ່ແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ VIII, ເຜີຍ​ແຜ່ຜົນການ​ເລືອກ​ຕັ້ງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ຊຶ່ງ​ກອງ​ປະ​ຊຸມ​ໄດ້​ເປັນ​ເອກະ​ພາບ​ກັນ​ໃນ​ລະດັບ​ສູງ​ເລືອກ​ເອົາ​ຄະນະ​ບໍລິຫານ​ງານ​ພັກ​ສົມບູນ​ສະ​ໄໝທີ X ຈຳນວນ 69 ສະຫາຍ, ກຳມະການ​ສຳຮອງ​ສູນ​ກາງ​ພັກ 8 ສະຫາຍ, ກົມ​ການ​ເມືອງ 11 ສະຫາຍ  ​ແລະ ຄະນະ​ເລຂາ​ທີ​ການ​ສູນ​ກາງ​ພັກ 9  ສະ​ຫາຍ ​ແລະ ​ໄດ້​ເອກະສັນ​ເລືອກ​ຕັ້ງ​ເອົາ ​ສະຫາຍ ບຸນ​ຍັງ  ວໍລະ​ຈິດ ເປັນ​ເລຂາ​ທີ​ການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ. ການ​ຈັດ​ຕັ້ງ​ເຜີຍ​ແຜ່ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ ຄັ້ງທີ X ຂອງ​ພັກ​ນຄັ້ງ​ນີ້ ເພື່ອ​ແນ່​ໃສ່​ເຮັດ​ໃຫ້​ບັນດາ​ສະມາຊິກ​ພັກ ແລະ ພະນັກງານ​ລັດຖະກອນ​ໃນ​ຂົງ​ເຂດ​ຍຸຕິ​ທຳ​ໄດ້​ຮັບ​ຮູ້ ​ແລະ ນຳ​ເອົາ​ເນື້ອ​ໃນ​ຈິດ​ໃຈ​ກໍ​ຄື​ຜົນສຳເລັດຂອງກອງປະຊຸມ​ໃຫຍ່​ຄັ້ງ​ທີ X​ ຂອງພັກໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​​ໃນ​ຂົງ​ເຂດ​ທີ່​ຕົນຮັບ​ຜິດ​ຊອບ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ.       ໃນຕອນທ້າຍຂອງກອງປະຊຸມທ່ານລັດຖະມົນຕີວ່າການກະຊວງຍຸຕິທຳ ກໍໄດ້ເນັ່ນໜັກບາງບັນຫາທີພະນັກງານສະ ມາຊິກພັກໃນຂະແໜງຍຸຕິທຳ ຈະຕ້ອງໄດ້ເອົາໃຈໃສ່ສືບຕໍ່ແກ້ໄຂຂໍ້ຄົງຄ້າງໃນໄລຍະຜ່ານມາເປັນຕົ້ນວຽກງານໂຄສະນອົບຮົມກົດໝາຍ, ວຽກງານປະຕິບັດຄຳຕັດສິນຂອງສານໃຫ້ມີປະສິດຕິພາບ ແລະ ປະສິດທິຜົນສູງຂຶ້ນ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກະຊວງຍຸຕິທຳ ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ
ກະຊວງຍຸຕິທຳ ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ
https://www.moj.gov.la/lo/node/181
ໃນ​ວັນ​ທີ 12 ມັງກອນ 2016 ນີ້ ທ່ານ ບຸນ​ເກີດ​ ສັງ​ສົ​ມສັກ ລັດຖະມົນຕີ​ວ່າ​ການ​ກະຊວງ​ຍຸຕິ​ທຳ, ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກນຳຄະນະພັກ, ຄະນະນຳຂອງ​ຫ້ອງ​ການ​ປົກຄອງ​ເມືອງ​ພຽງ, ​ແຂວງ​ໄຊ​ຍະ​ບຸລີ ​ໂດຍ​ໃຫ້ກຽດຕ້ອນຮັບ​ຂອງ​ ທ່ານ ສົມ​ຫວັງ ກຳມະການພັກແຂວງ, ​ເລຂາ​ພັກເມືອງ​​, ​ເຈົ້າ​ເມືອງ​ໆພຽງ ໃນໂອກາດດັ່ງກ່າວ ທ່ານສົມຫວັງ ແກ້ວວິໄລສັກ ໄດ້ລາຍງານສະພາບຈຸດເສດໂດຍຫຍໍ້ກ່ຽວກັບການພັດທະນາເສດຖະກິດ ແລະ ການຈັດຕັ້ງປະ ຕິບັດວຽກງານຍຸຕິທຳໃນໄລຍະຜ່ານມາ ໂດຍສະເພາະແມ່ນໂຄສະນາເຜີຍແຜ່ກົດໝາຍ, ຊູ້ຍູ້ການແກ້ໄຂຂໍ້ຂັດແຍ່ງ, ການປະຕິບັດຄຳຕັດສິນຂອງສານ, ສ້າງຕັ້ງໜ່ວຍໄກ່ເກັ່ຍຂໍ້ຂັດແຍ່ງຂັ້ນບ້ານເພື່ອແກ້ໄຂຂໍຂັດແຍ້ງຂັ້ນບ້ານ ແລະ ໄດ້ສ້າງຕັ້ງບ້ານປອດຄະດີ 49 ບ້ານ.ໃນໂອກາດລົງເຄື່ອນໄຫວເຮັດວຽກ ແລະ ພົບປະກັບຄະນະພັກ, ຄະນະນຳຂອງເມືອງ ທ່ານ ລັດຖະມົນຕີວ່າການກະຊວງຍຸຕິທຳກໍໄດ້ສະແດງຄວາມຂອບອົກຂອບໃຈການຕ້ອນຮັບອັນອົບອຸ່ນ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ຊຶ່ງເຮັດໃຫ້ພື້ນຖານໂຄງລ່າງໄດ້ຮັບການພັດຖະນາຢາງບໍ່ຢຸດຢັ້ງ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນືອງ ປະຊາຊົນມີຊີວິດທີດີຂຶ້ນ ເວົ້າລວມ ເວົ້າສະເພາະ ວຽກງານຂົງເຂດຍຸຕິທຳກໍໄດ້ຮັບການຈັດຕັ້ງປະຕິບັດຢ່າງຈິງຈັງ ແລະ ມີໝາກຜົນ, ພ້ອມກັນນີ້ ທ່ານ ຍັງໄດ້ຮຽກຮອງໃຫ້ຄະນະພັກ ຄະນະນຳ ຂອງເມືອງຈົງສືບຕໍ່ເອົາໃຈໃສ່ຊີ້ນຳ ນຳພາວຽກງານຍຸຕິທຳເມືອງໃນການເຄື່ອນໄຫວປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ເພື່ອປະກອບສ່ວນເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍລັດຖະທຳມະໜູນ ແລະ ກົດໝາຍເທື່ອລະກ້າວ.      ໃນວັນດຽວກັນ ຢູ່ຫ້ອງປະຊຸມໃຫຍ່ຂອງເມືອງພຽງ, ແຂວງໄຊຍະບຸລີ ໄດ້ເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນຊຸດ VI ຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ສົມຫວັງ ແກ້ວວິໄລສັກ, ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆພຽງໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີວ່າການກະຊວງຍຸຕິທຳ,  ມີຫົວໜ້າຫ້ອງການກະຊວງຍຸຕິທຳ, ຫົວໜ້າກົມ, ຮອງກົມ, ຮອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ຫົວໜ້າພະແນກຍຸຕິທຳແຂວງໄຊຍະບຸລີ, ຫົວໜ້າຫ້ອງການຍຸຕຳເມືອງໄຊຍະບຸລີ, ຄະນະພັກເມືອງ, ນັກຮຽນທີ່ມາຈາກຂະແໜງການຕ່າງໆຂອງເມືອງ ແລະ ນັກສຶກສາກົດໝາຍສະຖາບັນຍຸຕິທຳສາຍພາກເໜືອແຂວງຫຼວງພະບາງ,ພະນັກງານຫຼັກແຫຼງອ້ອມຂ້າງເມືອງເຂົ້າຮ່ວມຈຳນວນ 137 ທ່ານ, ຍິງ 70 ທ່ານ, ຊຶ່ງການຮຽນ ການສອນກົດໝາຍຊັ້ນຕົ້ນຄັ້ງນີ້ຈະດຳເນີນໄປເປັນເວລາ 45 ວັນຈຶ່ງຈະສຳເລັດ.       ຈຸດປະສົງໃນການເປີດການຮຽນ ການສອນກົດໝາຍຊັ້ນຕົ້ນໃນຄັ້ງນີ້ ແມ່ນເພື່ອເປີດໂອກາດໃຫ້ພະນັກງານ, ທະຫານ, ຕຳຫຼວດ, ນັກທຸລະກິດ, ແມ່ຄ້າຊາວຂາຍຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນເມືອງດັ່ງກ່າວໄດ້ຮຽນຮູ້ບັນດາກົດໝາຍຕ່າງໆເພື່ອນຳໃຊ້ເຂົ້າໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຕົນທີ່ໄດ້ກຳນົດໄຫວ້ໃນລັດຖະທຳມະນູນ ແລະ ກົດໝາຍຂອງ ສປປ ລາວ.       ໃນໂອກາດດັ່ງກ່າວ ທ່ານ ລັດຖະມົນຕີວ່າການກະຊວງຍຸຕິທຳ ໄດ້ຍົກໃຫ້ເຫັນຄວາມໝາຍ ແລະ ຄວາມສຳຄັນຂອງກົດໝາຍ. ພ້ອມທັງເນັ້ນໜັກໃຫ້ນັກວິທະຍາກອນ ຫຼື ຄູ່ອາຈານທີ່ມາສິດສອນຕ້ອງຍົກສູງຄວາມຮັບຜິດຊອບຂອງຕົນຕໍ່ຊຸດຝຶກອົບຮົມຈັດຕາຕະລາງ ແລະ ເອົາໃຈໃສ່ໃນການສິດສອນຢ່າງເປັນປົກກະຕິ ນອກນັ້ນຍັງໄດ້ຮຽກຮ້ອງມາຍັງຜູ່ເຂົ້າຮ່ວມແຕ່ຄົນ ຄົ້ນຄ້ວາຮ່ຳຮຽນ, ຈົງເອົາໃສ່ໃນການສຶກສາຮ່ຳຮຽນ ແລະ ຂຶ້ນຫ້ອງໃຫ້ຄົບຕາມຫຼັກສູດ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ລັດຖະມົນຕີວ່າການກະຊວງຍຸຕິທຳເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ເມືອງພຽງ ແຂວງໄຊຍະບູລີ
ລັດຖະມົນຕີວ່າການກະຊວງຍຸຕິທຳເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ເມືອງພຽງ ແຂວງໄຊຍະບູລີ
https://www.moj.gov.la/lo/node/182
ກະຊວງ​ຍຸຕິ​ທຳ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ກົດໝາຍ ກ່ຽວກັບ​ການ​ສ້າງ​ລັດ​ທີ່​ປົກຄອງ​ດ້ວຍ​ກົດໝາຍ ​ແລະ ສັງຄົມ​ຍຸຕິ​ທຳ​ໃນ ສປປ ລາວ ຄັ້ງ​ທີ II ​ຂຶ້ນ​ໃນ​ວັນ​ທີ 26 ມັງກອນ​ນີ້ ທີ່​​ໂຮງ​ແຮມດອນ​ຈັນ​ພາ​ເລດ ໂດຍ​ການ​ເປັນ​ປະທານຮ່ວມຂອງ ​ທ່ານ ບຸນ​ເກີດ ສັງ​ສົມ​ສັກ ລັດຖະມົນຕີ​ວ່າການ​ກະຊວງ​ຍຸ​ຕິ​ທຳ ​ແລະ ທ່ານ ນາງ ອາ​ຊູ​ຊາ ຄູ​ໂບ​ໂຕ, ຮອງ​ຜູ່​ຕາງ​ໜ້າອົງການ​ສະຫະ​ປະຊາ​ຊາດ ປະ​ຈຳ​ຢູ່ ສປປ ລາວ, ມີ​ວິທະຍາກອນ​ຈາກ​ກະຊວງ​ຍຸຕິ​ທຳ​ແຫ່ງຣາຊາ​ອານາຈັກ​ໄທ ​ແລະ ກະຊວງ​ພາຍ​ໃນ, ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ​ແລະ ກະຊວງ​ຍຸຕິ​ທຳ​ຂອງ ສປປ ​ລາວ ແລະ ຜູ່ເຂົ້າຮ່ວມຊຶ່ງມາຈາກກະຊວງ, ບັນດາ​ອົງ​ການທຽບ​ເທົ່າ​ກະຊວງອ້ອມ​ຂາງ​ສູນ​ກາງ, ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາ​ປະຈຳ​ລາວ, ສະຖານ​ທູ​ດ ​ແລະ ຜູ່​ໃຫ້​ທຶນ​ເຂົ້າ​ຮ່ວມ​ຮັບ​ຟັງຈຳນວນ 200 ຄົນ.       ໃນກອງປະຊຸມສຳມະນາທ່ານລັດຖະມົນຕີ​ວ່າການ​ກະຊວງ​ຍຕິ​ທຳ ໄດ້ກ່າວໄວ້ວ່າ: ການ​ພັດທະນາ​ປະ​ເທດ​ຕາມ​ທິດ​ການ​ການ​ສ້າງ​ລັດ​​ປົກຄອງດ້ວຍ​ກົດໝາຍ​ແມ່ນ​ທ່າ​ອ່ຽງຂອງພາກ​ພື້ນ ​ແລະ ຂອງ​ໂລກ​ ຊຶ່ງ​ປະ​ເທດ​ໃດ​ກໍ​ລ້ວນ​ແລ້ວ​ຖື​ສຳຄັນ​ຕໍ່​ບັນ​ຫາ​ດັ່ງກ່າວ​ຍ້ອນ​ວ່າ​ກົດໝາຍ​ເປັນເຄື່ອງ​ມື​ອັນ​ສຳຄັນ​ຂອງ​ລັດ​ໃນ​ກາ​ນດັດປັບສາຍ​ພົວພັນ​ສັງຄົມ ໃນ​ເງື່ອນ​ໄຂ​ເສດຖະກິດ​ຕະຫຼາດ ​ແລະ ການ​ເຊື່ອມ​ໂຍງ​ພາກ​ພື້ນ ​ແລະ ສາກົນ. ດັ່ງ​ນັ້ນ, ​ການ​ປົກຄອງ​ລັດ​ດ້ວຍ​ກົດໝາຍ​ເປັນ​ການ​ປົກຄອງ​ລັດ​ທີ່​ກ້າວໜ້າຂອງ​ທຸກໆ ລະບອບ​ທີ່​ມີ​ປະຊາ​ທິປະ​ໄຕ ປະທານ ​ໄກສອນ​ ພົມວິຫານ ຜູ່​ນຳ​ທີ່​ເຄົາລົບ​ຮັກ​ກໍ​ໄດ້​ກ່າວ​ວ່າ: ການ​ສ້າງ​ລັດ​​ແຫ່ງອຳນາດ​ກົດໝາຍ ​ແລະ ​ໄດ້​ຖື​ເອົາ​ບັນຫາ​ນີ້​ເປັນໜຶ່ງ​ໃນ​ຈຸດໝາຍຍາວ​ນານ​ໃນ​ການ​ພັດທະນາ​ປະ​ເທດ​ຊາດ; ນອກ​ນັ້ນ, ເພີ່ນ​ຍັງ​ຢືນຢັນ​ວ່າ: ລັດ​ແຫ່ງ​ອຳນາດ​ກົດໝາຍ​ເປັນລັດ​ທີ່​ຖື​ເອົາ​ລັດຖະທຳ​ມະນູນ ​ແລະ ກົດໝາຍ​ເປັນ​ສິ່ງ​ສູງ​ສູດ. ລັດ​ໄດ້​ປະຕິບັດ​ສິດ ​ແລະ ພັນທະ​ຢ່າງ​ຄົບ​ຖ້ວນ​ຕໍ່​ພົນລະ​ເມືອງ ​ແລະ ພົນລະ​ເມືອງ​ກໍ​ປະຕິບັດ​ສິດ ​ແລະ ພັນທະຢ່າ​ງຄົບ​ຖ້ວນ​​ຕໍ່​ລັດ.       ພ້ອມ​ກັນ​ນັ້ນ ກໍດຳ​ເນີນ​ການ​ສ້າງ​ລັດ​​ປົກຄອງ​ດ້ວຍ​ກົດໝາ​ຍເທ່ືອ​ລ​​ະກ້າວ ຢູ່ໃນມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VII  ແລະ ກອງ​ປະຊຸມ​ໃຫຍ່​ຜູ່​ແທນ​ທົ່ວ​ປະ​ເທ​ດຄັ້ງທີ IX ຂອງ​ພັກ​ປີ 2011 ຈຶ່ງ​ໄດ້​ກຳນົດ​ວ່າ: ການບຸລະນະລັດ​ເຮົາ​ໃຫ້​ເປັນ​ລັດ​ປົກຄອງ​ດ້ວຍ​ກົດໝາຍຂອງ​ປະຊາຊົນ, ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ ທັດສະນະ​ດັ່ງກ່າວ​ນີ້ ​ໄດ້​ຮັບ​ການ​ຜັນຂະຫຍາຍ​ມາ​ເປັນ​ຍຸດ​ທະ​ສາດ​ໃນ​ມະຕິ​ກອງ​ປະຊຸມ​ໃຫຍ່​ຜູ່​ແທນ​ທົ່ວ​ປະ​ເທດຄັ້ງທີ X ຂອງ​ພັກ​ ຊຶ່ງ​ເປົ້າໝາຍຕົ້ນຕໍ ແຕ່​ນີ້​ຮອດ 2020 ຕ້ອງ​ສ້າງ​ລັດ​ປົກຄອງ​ດ້ວຍ​ກົດໝາຍ ລັດ​ທີ່​ມາ​ຈາກ​ປະຊາຊົນ, ໂດຍປະຊາຊົນ ​ແລະ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ຢ່າງ​ແທ້​ຈິງ. ໃນຕອນທ້າຍຢູ່ໃນກອງປະຊຸມສຳມະນາຄັ້ງນີ້  ທ່ານລັດຖະມົນຕີວ່າການຍັງໃຫ້ໂອກາດຜູ່ເຂົ້າຮ່ວມ ກໍຄືນັກສຳມະນາກອນມີສ່ວນຮ່ວມໃນການປະກອບຄຳຄິດຄຳເຫັນກັບວິທະຍາ ກອນສຳມະນາ  ແລະ  ຊັກຖາມຂໍ້ຂ້ອງໃຈໃນບາງບັນຫາທີ່ເຫັນວ່າຍັງບໍ່ທັນເຂົ້າໃຈຢ່າງຈະແຈ້ງ ແລະ ກອງປະຊຸມອັດລົງດ້ວຍຜົນສຳເລັດ. ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມສຳມະນາວິທະຍາສາດກ່ຽວກັບການສ້າງລັດທີ່ປົກຄອງດ້ວຍກົດໝາຍ ແລະ ສັງຄົມຍຸຕິທຳຢູ່ ສປປ ລາວ ຄັ້ງທີ II
ກອງປະຊຸມສຳມະນາວິທະຍາສາດກ່ຽວກັບການສ້າງລັດທີ່ປົກຄອງດ້ວຍກົດໝາຍ ແລະ ສັງຄົມຍຸຕິທຳຢູ່ ສປປ ລາວ ຄັ້ງທີ II
https://www.moj.gov.la/lo/node/184
ໃນຕອນບາຍຂອງວັນທີ 13 ມັງກອນ 2016 ເມືອງປາກແບງ, ແຂວງອຸດົມໄຊ ໄດ້ເປີດການຮຽນ ການສອນກົດໝາຍຊັ້ນຕົ້ນຂຶ້ນ ທີ່ສະໂມສອນບ້ານສາມກາງຮຸ້ນພາຍໃຕ້ການເປັນປະທານ ຂອງ ທ່ານ ພັນໂທ ບຸນທຳ ໄຊຍະລວງ, ຄະນະປະຈຳພັກເມືອງ, ຫົວໜ້າກອງບັນຊາການທະຫານເມືອງໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນເກີດ ສັງສົມສັກລັດຖະມົນຕີວ່າການກະຊວງຍຸຕິທຳ, ມີຫົວໜ້າຫ້ອງການກະຊວງຍຸຕິທຳ, ຫົວໜ້າກົມ, ຮອງກົມ, ຮອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ຫົວໜ້າພະແນກຍຸຕິທຳແຂວງອຸດົມໄຊ, ຫົວໜ້າຫ້ອງການຍຸຕິທຳເມືອງ, ພະນັກງານອ້ອມຂ້າງເມືອງ, ນັກສຶກກົດໝາຍສະຖາບັນຍຸຕິທຳສາຍພາກເໜືອ ແລະ ນັກວິທະຍາກອນ, ນັກຮຽນກົດໝາຍຊັ້ນຕົ້ນເຂົ້າຮ່ວມຈຳນວນ 50 ຄົນ, ຍິງ 23 ທ່ານ. ຊຶ່ງການການຮຽນ ການສອນຄັ້ງນີ້ຈະດຳເນີນໄປເປັນເວລາ 45 ວັນ. ຈຶ່ງຈະສໍາເລັດ.       ໃນໂອກາດດັ່ງກ່າວ ທ່ານ ໜານພັນ ນັນທະວົງ, ຫົວໜ້າຫ້ອງການຍຸຕິທຳເມືອງປາກແບງກໍໄດ້ລາຍງານສະພາບຈຸດພິເສດຂອງບ້ານ ແລະ ການຈັ້ດຕັ້ງປະຕິບັດວຽກງານຂົງຍຸຕິທຳໃນໄລຍະຜ່ານມາໃຫ້ຜູ່ເຂົ້າຮ່ວມຊາບ ຫຼັງຈາກນັ້ນ ທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີວ່າການກະຊວງຍຸຕິທຳກໍໄດ້ໃຫ້ກຽດໂອລົມ ແລະ ມີຄຳເຫັນຕໍ່ການເປີດຊຸດຮຽນກົດໝາຍຊັ້ນຕົ້ນໃນຄັ້ງນີ້ໂດຍສະເພາະໄດ້ຍົກໃຫ້ເຫັນຄວາມໝາຍ ແລະ ຄວາມສຳຄັນຂອງກົດໝາຍ.ໃນໄລຍະໃໝ່ໂດຍສະເພາະແມ່ນໄລຍະທີ່ພວກເຮົາຈະສ້າງລັດແຫ່ງ ສປປ ລາວ ໃຫ້ເປັນລັດທີ່ປົກຄອງໂດຍກົດໝາຍເທື່ອລະກ້າວ.       ຈຸດປະສົງໃນການເປີດການຮຽນ ການສອນກົດໝາຍຊັ້ນຕົ້ນແມ່ນເພື່ອເປີດໂອກາດໃຫ້ແກ່ພະນັກງານ, ທະຫານ, ຕຳຫຼວດ, ນັກທຸລະກິດ, ແມ່ຄ້າຊາວຂາຍ, ປະຊາຊົນໄດ້ຄົ້ນຄ້ວາຮຳຮຽນ ແລະ ເຂົ້າໃຈກົດໝາຍຂະ ແໜງການຕ່າງໆເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຕົນຕາມກົດໝາຍ.       ໃນຕອນທ້າຍຂອງພິທີ ທ່ານລັດຖະມົນຕີວ່າການຍັງໄດ້ເນັ່ນໜັກໃຫ້ວິທະກອນໂດຍສະເພາະຄະນະຮັບຜິດຊອບຊຸດຮຽນຕ້ອງຈັດຕາຕະລາງການຮຽນ-ການສອນນຳໃຊ້ໃຫ້ຄົບຕາມຫຼັກສູດ, ຕ້ອງກະກຽມບົດສອນຢ່າງຄັກແນ ແລະ ເນື້ອໃນຕ້ອງມີຄຸນນະພາບພ້ອມທັງຮຽກຮອງໃຫ້ນັກຮຽນແຕ່ລະຄົນຕັ້ງໃຈຮຳຮຽນ ແລະ ປະຕິບັດໃຫ້ຄົບຕາມຫຼັກສູດທີ່ສະຖາບັນຍຸຕິທຳແຫ່ງຊາດວາງອອກ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ເມືອງປາກແບງ ແຂວງອຸດົມໄຊ ຍົກສູງສະຕິເຄົາລົບກົດໝາຍ ໃຫ້ແກ່ພະນັກງານຫຼັກແຫຼ່ງ
ເມືອງປາກແບງ ແຂວງອຸດົມໄຊ ຍົກສູງສະຕິເຄົາລົບກົດໝາຍ ໃຫ້ແກ່ພະນັກງານຫຼັກແຫຼ່ງ
https://www.moj.gov.la/lo/node/185
ລາຍລະອຽດປະເພດຂອງເອກະສານ: ແຜ່ນພັບ ແລະ ໂປດສເຕີເອກະສານລົງວັນທີ: 16-ກຸມພາ-2016ເລກທີຂອງເອກະສານ: 1 Online Viewinghttps://www.moj.gov.la/sites/default/files/%E0%BA%81%E0%BA%BB%E0%BA%A1%E0%BB%82%E0%BA%84%E0%BA%AA%E0%BA%B0%E0%BA%99%E0%BA%B2%E0%BA%AD%E0%BA%BB%E0%BA%9A%E0%BA%AE%E0%BA%BB%E0%BA%A1%E0%BA%81%E0%BA%BB%E0%BA%94%E0%BB%9D%E0%BA%B2%E0%BA%8D/documents/%E0%BA%AA%E0%BA%B7%E0%BB%88%E0%BA%AA%E0%BA%B4%E0%BB%88%E0%BA%87%E0%BA%9E%E0%BA%B5%E0%BA%A1/%E0%BA%AA%E0%BA%B7%E0%BB%88%E0%BB%82%E0%BA%84%E0%BA%AA%E0%BA%B0%E0%BA%99%E0%BA%B2/%E0%BB%81%E0%BA%9C%E0%BB%88%E0%BA%99%E0%BA%9E%E0%BA%B1%E0%BA%9A-%E0%BB%81%E0%BA%A5%E0%BA%B0-%E0%BB%82%E0%BA%9B%E0%BA%94%E0%BA%AA%E0%BB%80%E0%BA%95%E0%BA%B5/185/khosana.pdf
ສິ່ງທີ່ຄວນຮູ້ທາງດ້ານກົດຫມາຍ
https://www.moj.gov.la/lo/node/186
ລາຍລະອຽດປະເພດຂອງເອກະສານ: ແຜ່ນພັບ ແລະ ໂປດສເຕີເອກະສານລົງວັນທີ: 16-ກຸມພາ-2016ເລກທີຂອງເອກະສານ: 1 Online Viewinghttps://www.moj.gov.la/sites/default/files/%E0%BA%81%E0%BA%BB%E0%BA%A1%E0%BB%82%E0%BA%84%E0%BA%AA%E0%BA%B0%E0%BA%99%E0%BA%B2%E0%BA%AD%E0%BA%BB%E0%BA%9A%E0%BA%AE%E0%BA%BB%E0%BA%A1%E0%BA%81%E0%BA%BB%E0%BA%94%E0%BB%9D%E0%BA%B2%E0%BA%8D/documents/%E0%BA%AA%E0%BA%B7%E0%BB%88%E0%BA%AA%E0%BA%B4%E0%BB%88%E0%BA%87%E0%BA%9E%E0%BA%B5%E0%BA%A1/%E0%BA%AA%E0%BA%B7%E0%BB%88%E0%BB%82%E0%BA%84%E0%BA%AA%E0%BA%B0%E0%BA%99%E0%BA%B2/%E0%BB%81%E0%BA%9C%E0%BB%88%E0%BA%99%E0%BA%9E%E0%BA%B1%E0%BA%9A-%E0%BB%81%E0%BA%A5%E0%BA%B0-%E0%BB%82%E0%BA%9B%E0%BA%94%E0%BA%AA%E0%BB%80%E0%BA%95%E0%BA%B5/186/2.pdf
ສິ່ງທີ່ຄວນຮູ້ທາງດ້ານກົດຫມາຍ2
https://www.moj.gov.la/lo/node/187
ລາຍລະອຽດປະເພດຂອງເອກະສານ: ແຜ່ນພັບ ແລະ ໂປດສເຕີເອກະສານລົງວັນທີ: 16-ກຸມພາ-2016ເລກທີຂອງເອກະສານ: 1 Online Viewinghttps://www.moj.gov.la/sites/default/files/%E0%BA%81%E0%BA%BB%E0%BA%A1%E0%BB%82%E0%BA%84%E0%BA%AA%E0%BA%B0%E0%BA%99%E0%BA%B2%E0%BA%AD%E0%BA%BB%E0%BA%9A%E0%BA%AE%E0%BA%BB%E0%BA%A1%E0%BA%81%E0%BA%BB%E0%BA%94%E0%BB%9D%E0%BA%B2%E0%BA%8D/documents/%E0%BA%AA%E0%BA%B7%E0%BB%88%E0%BA%AA%E0%BA%B4%E0%BB%88%E0%BA%87%E0%BA%9E%E0%BA%B5%E0%BA%A1/%E0%BA%AA%E0%BA%B7%E0%BB%88%E0%BB%82%E0%BA%84%E0%BA%AA%E0%BA%B0%E0%BA%99%E0%BA%B2/%E0%BB%81%E0%BA%9C%E0%BB%88%E0%BA%99%E0%BA%9E%E0%BA%B1%E0%BA%9A-%E0%BB%81%E0%BA%A5%E0%BA%B0-%E0%BB%82%E0%BA%9B%E0%BA%94%E0%BA%AA%E0%BB%80%E0%BA%95%E0%BA%B5/187/Doc3.pdf
ສິ່ງທີ່ຄວນຮູ້ທາງດ້ານກົດຫມາຍ 3
https://www.moj.gov.la/lo/node/189
ໃນລະຫວ່າງ​ວັນ​ທີ 26-29 ມັງກອນ 2016 ຢູ່ທີ່​ໂຮງ​ແຮມ​ດອນ​ຈັນ​ພາ​​ເຣດ ​ກຸ່ມຂຽນປຶ້ມຄູ່ມືການແກ້ໄຂຂໍ້ຂັດ ແຍ່ງທາງດ້ານເສດຖະກິດ (ກຸ່ມແພ່ງ ​ແລະ ​ເສດ​ຖະກິດ)​ ຊຶ່ງປະກອບມີສະມາຊິກຈາກສີ່ພາກສ່ວນຄື: ກະຊວງຍຸຕິທຳ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ມະຫາວິທະຍາໄລແຫ່ງຊາດ ຄະນະນິຕິສາດ- ລັດຖະສາດ ໄດ້ຈັດກອງປະຊຸມສຳມະນາການສ້າງປຶ້ມຄູ່ມືການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ມີການເຂົ້າຮ່ວມຂອງບັນດາທ່ານ ສາດສະດາຈານຍີ່ປຸ່ນ, ທ່ານ ຮອງຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ (ສກສ), ທ່ານ ຫົວໜ້າ ແລະ ຮອງຫົວໜ້າຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ (ຫກສ) ແຂວງ ຈໍາປາສັກ, ແຂວງ ສະຫວັນນະເຂດ, ທ່ານ ຜູ່ພິພາກສາຄະນະສານການຄ້າ ຈາກສານປະຊາຊົນນະຄອນຫຼວງວຽງຈັນ, ທ່ານ ຮອງຫົວໜ້າພະແນກຍຸຕິທຳນະຄອນຫຼວງ (ຜູ່ຊີ້ນຳວຽກງານປະຕິບັດຄຳຕັດສີນຂອງສານ), ບັນດາສະມາຊິກຂຽນປຶ້ມ ກຸ່ມແພ່ງ ແລະ ເສດຖະກິດ, ທ່ານຜູ່ຊ່ຽວຊານກົດໝາຍ ປະຈຳອົງການໄຈກາ ພ້ອມດ້ວຍ ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໝົດ 32 ທ່ານ, ຍິງ 5 ທ່ານ ໂດຍການສະໜັບສະໜູນຂອງໂຄງການ​ພັດທະນາ​ຊັບພະຍາກອນ​ມະນຸດ ໃນຂົງເຂດຍຸຕິທຳ (ອົງການໄຈກາ) ປະຈຳ​ ສປປ ລາວ. ຈຸ​ດປະສົງຂອງກອງປະຊຸມສຳ​ມະ​ນາ​ຄັ້ງນີ້ ​ເພື່ອຮ່ວມ​ກັນຄົ້ນ​ຄ້ວາ, ປະກອບ​ຄຳ​ເຫັນ ​ແລະ ​ກວດກາ​ຄືນຄວາມຖືກ ຕ້ອງຂອງບັນດາ​ແຜນ​ວາດ ​ແລະ ຮ່າງ​​ເນື້ອ​ໃນປຶ້ມ​ຄູ່​ມື​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດ​ຖະກິດ ຊຶ່ງສະມາຊິກກຸ່ມແພ່ງ ແລະ ເສດຖະກິດ ໄດ້ເລີ່ມຕົ້ນຂຽນ ແຕ່ເດືອນ ຕຸລາ 2015 ເປັນຕົ້ນມາ. ປຶ້ມຄູ່ມືເຫຼັ້ມນີ້ ປະກອບດ້ວຍ 7 ບົດຄື: ບົດທີ 1 ເປັນບົດທີ່ເວົ້າເຖິງວິວັດທະນາການຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; ບົດທີ 2 ແມ່ນຄວາມຮູ້ທົ່ວໄປກ່ຽວກັບ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; ບົດທີ 3 ຄ່າໃຊ້ຈ່າຍໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; ບົດທີ 4 ການຍື່ນຄຳຮ້ອງ, ການພິຈາລະນາ ແລະ ການເລືອກຮູບການ; ບົດທີ 5 ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດດ້ວຍ ການໄກ່ເກັ່ຽ; ບົດທີ 6 ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດດ້ວຍການຕັດສີນ ແລະ ບົດທີ 7 ການຈັດຕັ້ງປະຕິບັດ ຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ. ພາຍຫຼັງທີ່ໄດ້ສະເໜີແຜນວາດ ແລະ ເນື້ອໃນຮ່າງປຶ້ມຄູ່ມືແລ້ວ ບັນດາຜູ່ເຂົ້າຮ່ວມກໍໄດ້ຮ່ວມກັນປະກອບຄໍາເຫັນ ຢ່າງຟົດຟື້ນ ແລະ ກົງໄປກົງມາ ໂດຍອີງໃສ່ທິດສະດີກົດໝາຍ, ຫຼັກການຂອງສົນທິສັນຍາສາກົນທີ່ ສປປ ລາວ ໄດ້ເຂົ້າຮ່ວມ ເປັນພາຄີ ແລະ ການຈັດຕັ້ງປະຕິບັດຕົວຈິງຂອງສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ມາປະກອບໃສ່ເພື່ອເຮັດໃຫ້ປຶ້ມຄູ່ ມືມີເນື້ອໃນທີ່ສົມບູນ, ສອດຄ່ອງກັບທິດສະດີກົດໝາຍ ແລະ ການຈັດຕັ້ງປະຕິບັດຕົວຈິງ. ການສ້າງປຶ້ມຄູ່ມືການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໄດ້ຈັດລຽງເປັນບົດ ຕາມເນື້ອໃນ ແລະ ຂັ້ນຕອນຂອງ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເພື່ອຄວາມສະດວກ ແລະ ເຂົ້າໃຈງ່າຍໃຫ້ແກ່ຜູ່ນຳໃຊ້ຕົວຈິງ, ຊຶ່ງໄດ້ຜັນຂະ ຫຍາຍເນື້ອໃນແຕ່ລະບົດອອກອີງໃສ່ຜົນຂອງການຄົ້ນຄ້ວາ ແລະ ການວິໄຈສາຍພົວພັນລະຫວ່າງທິດສະດີ ແລະ ການຈັດຕັ້ງ ປະຕິບັດຕົວຈິງ ແລະ ໄດ້ລວບລວມໝາກຜົນຂອງການຄົ້ນຄ້ວາຂຽນເປັນເນື້ອໃນບາງສ່ວນຂອງປຶ້ມຄູ່ມືການແກ້ໄຂຂໍ້ຂັດ ແຍ່ງທາງດ້ານເສດຖະກິດ. ປຶ້ມຄູ່ມືເຫຼັ້ມນີ້ ຄາດວ່າຈະສຳເລັດການປັບປຸງເນື້ອໃນ,ກວດແກ້ ແລະ ຈັດພິມໃນທ້າຍມີນາ 2016. ຫຼັງຈາກນັ້ນ ໄດ້ຈັດຕັ້ງເຜີຍແຜ່ປຶ້ມຄູ່ມື ແລະ ແຈກຢາຍໃຫ້ພະນັກງານທີ່ກ່ຽວຂ້ອງ ເພື່ອນຳໃຊ້ເປັນປຶ້ມຄູ່ມືໃນການ ປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ.ສຳລັບແຜນການຂອງກຸ່ມແພ່ງ ແລະ ເສດຖະກິດໃນຕໍ່ໜ້າ ແມ່ນຈະໄດ້​ກະກຽມ​ການ​ສ້າງ​​ປຶ້ມ​ຄູ່​ມື​ເຫຼັ້ມໃໝ່ ​ໂດຍ​ເນັ້ນ​ໃສ່ ກົດໝາຍວ່າດ້ວຍ ​ແຮງ​ງານ, ກົດໝາຍ​ວ່າ​ດ້ວຍ ຊັບ​ສິນ​ທາງ​ປັນຍາ ​ໃນ​ຂັ້ນ​ຕໍ່​ໄປ./. ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມສຳມະນາການສ້າງປື້ມຄູ່ມືການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ
ກອງປະຊຸມສຳມະນາການສ້າງປື້ມຄູ່ມືການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ
https://www.moj.gov.la/lo/node/190
ໃນວັນທີ 23 ກຸມພາ 2016  ຢູ່ທີ່ຫ້ອງຮັບແຂກກະຊວງຍຸຕິທຳ ທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີວ່າການກະຊວງຍຸຕິທຳ ໄດ້ຕ້ອນຮັບການຢ້ຽມຢາມຂອງ ທ່ານ ນາງ ຊາຊອນ ຟິລິບ,ຫົວໜ້າຝ່າຍບໍ ຜູ່ຕ່າງໜ້າມູນນິທິເອເຊຍ.           ຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ ເພື່ອປຶກສາຫາລື ແລະ ຕີລາຄາການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆຢູ່ຂັ້ນທ້ອງຖິ່ນ ແລະ ສູນກາງໂດຍສະເພາະແມ່ນວຽກງານແກ່ໄຂຂອງໜ່ວຍໄກ່ເກັ່ຍຂໍ້ຂັດແຍ້ງຂັ້ນບ້ານ, ວຽກງານຊ່ວຍເຫຼືອລ້າທາງດ້ານກົດໝາຍ, ວຽກງານໂຄສະນາເຜີຍແຜ່ກົດໝາຍ ລວມທັງວຽກງານທະນາຍຄວາມ; ພ້ອມກັນນັ້ນ, ອົງການມູນນິທິເອເຊຍ ຍັງໄດ້ໃຫ້ການສະໜັບໜູນແກ່ກະຊວງຍຸຕິທຳ ແຫ່ງ ສປປ ລາວ ກ່ຽວກັບການແລກປ່ຽນບົດຮຽນກັບບັນດາພາກສ່ວນທີ່ກ່ຽວຂ້ອງ ຊຶ່ງປະກອບມີ: ກະຊວງຍຸຕິທຳ, ໄອຍະການ, ສານ ແລະ ສູນແກ້ໄຂຂໍ້ຂັດແຍ່ງສາກົນຢູ່ ສິງກະໂປ.           ໃນໂອກາດດັ່ງກ່າວ ທັງສອງຝ່າຍກໍໄດ້ລາຍງານສະພາບຈຸດພິເສດ ແລະ ການເຄື່ອນໄຫວວຽກງານຂົງເຂດຍຸຕິໃຫ້ກັນຊາບ, ພ້ອມທັງສະຫຼຸບຕີລາຄາສູງຕໍ່ການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ຈະສືບຕໍ່ການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຕໍ່ໜ້າໃຫ້ກວ້າງຂວາງກວ່າເກົ່າ ແລະ ພ້ອມທັງໄດ້ຫາລືກ່ຽວກັບຂໍ້ຫຍຸງຍາກໃນປີ ຜ່ານມາ ແລະ ສິ່ງທ້າທາຍ ແລະ ເງື່ນໄຂທີ່ ສປປ ລາວ ເຂົ້າເປັນສະມາຊິກປະຊາຄົມເສດຖະກິດອາຊຽນ.           ໃນຕອນທ້າຍທ່ານຜູ່ຕ່າງໜ້າອົງການມູນິທິເອເຊຍ ໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີວ່າການກະຊວງຍຸຕິທຳ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນຕໍ່ການເຂົ້າມາຢ້ຽມຢາມໃນຄັ້ງນີ້ ແລະ ທ່ານ ລັດ ຖະມົນຕີວ່າການກະຊວງຍຸຕິທຳ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານຜູ່ຕ່າງໜ້າອົງການມູນນິທິເອເຊຍເຊັ່ນດຽວກັນ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ລັດຖະມົນຕີວ່າການກະຊວງຍຸຕິທຳ ຕ້ອນຮັບການຢ້ຽມຢາມຂອງທ່ານ ນາງ ຊາຊອນ ຟີລີບ ຜູ່ຕ່າງໜ້າມູນນິທິເອເຊຍ
ລັດຖະມົນຕີວ່າການກະຊວງຍຸຕິທຳ ຕ້ອນຮັບການຢ້ຽມຢາມຂອງທ່ານ ນາງ ຊາຊອນ ຟີລີບ ຜູ່ຕ່າງໜ້າມູນນິທິເອເຊຍ
https://www.moj.gov.la/lo/node/191
ໃນລະຫວ່າງວັນທີ 1-5/2/2016 ທີ່ຜ່ານມາ, ທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີວ່າການກະຊວງຍຸຕິທຳ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສາທາລະນະລັດຝຣັ່ງ ຢ່າງເປັນທາງການ. ຈຸດປະສົງໃນການໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ສາທາລະນະລັດຝຣັ່ງໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບການປົກຄອງດ້ວຍກົດໝາຍ, ການຄຸ້ມຄອງສານ ແລະ ລະບົບຍຸຕິທຳ, ການກໍ່ສ້າງບຳລຸງວິຊາຊີບຍຸຕິທຳ ແລະ ການຊ່ວຍເຫຼືອໃນຂົງເຂດຍຸຕິທຳ. ການໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ສາທາລະນະລັດຝຣັ່ງ ຂອງ ທ່ານ ລັດຖະມົນຕີວ່າການ ພ້ອມດ້ວຍຄະນະ ໃນຄັ້ງນີ້ ໄດ້ພົບປະ ແລະ ປຶກສາຫາລືກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງຂອງຝຣັ່ງ ເປັນຕົ້ນ ກະຊວງຍຸຕິທຳ, ກະຊວງການຕ່າງປະເທດ, ເລຂາທິການລັດຖະບານ ແລະ ຮອງປະທານລັດຖະສະພາ (ສະພາສູງ).           ຈາກນັ້ນ, ໃນວັນທີ 5/2/2015 ທ່ານ ລັດຖະມົນຕີວ່າການກະຊວງຍຸຕິທຳ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເມືອງ Bordeaux ເພື່ອຢ້ຽມຢາມໂຮງຮຽນຜູ່ພິພາກສາ, ທັດສະນະສຶກສາເບິ່ງສານຂັ້ນຕົ້ນ ແລະ ເຂົ້າຮ່ວມພິທີສາບານຕົວຂອງນັກສຶກສາທີ່ຮຽນຈົບຈາກໂຮງຮຽນຜູ່ພິພາກສາ ໃນປີ 2016 ພ້ອມທັງຮັບຟັງການໂອ້ລົມຈາກທ່ານປະທານາທິບໍດີຝຣັ່ງຕໍ່ກັບນັກສຶກສາທີ່ຮຽນຈົບຈາກໂຮງຮຽນດັ່ງກ່າວ. ໃນພິທີອັນມີຄວາມໝາຍສຳຄັນດັ່ງກ່າວນີ້, ທ່ານລັດຖະມົນຕີວ່າການກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ພົບກັບ ທ່ານ ປະທານາທິບໍດີຂອງຝຣັ່ງ, ຊຶ່ງການພົບປະນັ້ນເຕັມໄປດ້ວຍໄມຕີຈິດມິດຕະພາບອັນສະໜິດສະໜົມ; ທ່ານ ປະທານາທິບໍດີຝຣັ່ງ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນຕໍ່ທ່ານລັດຖະມົນຕີວ່າການກະຊວງຍຸຕິທຳ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ແລະ ທ່ານ ລັດຖະມົນຕີວ່າການກະຊວງຍຸຕິທຳ ແຫ່ງ ສປປ ລາວ ກໍໄດ້ແຈ້ງຈຸດປະສົງຂອງການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສາທາລະນະລັດຝຣັ່ງ ໃນຄັ້ງນີ້ ໃຫ້ທ່ານປະທານາທິບໍດີຝຣັ່ງ ໄດ້ຮັບຊາບ. ໃນຕອນທ້າຍ, ທ່ານປະທານາທິບໍດີຝຣັ່ງ ກໍໄດ້ອວຍພອນແກ່ທ່ານລັດຖະມົນຕີວ່າການກະຊວງຍຸຕິທຳ ພ້ອມດ້ວຍຄະນະ ຈົ່ງປະສົບຜົນສຳເລັດໃນການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຕາມລະດັບຄາດໝາຍທີ່ວາງໄວ້.           ຜ່ານການໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ສາທາລະນະລັດຝຣັ່ງໃນຄັ້ງນີ້ ເຫັນວ່າໄດ້ຮັບໝາກຜົນສູງສົມຄວນ ເປັນຕົ້ນ ແມ່ນບົດຮຽນໃນການປົກຄອງລັດດ້ວຍກົດໝາຍ, ການຄຸ້ມຄອງສານ, ທະນາຍຄວາມ, ຈ່າສານ, ທະບຽນສານ, ການກໍ່ສ້າງຜູ່ພິພາກສາ ແລະ ວິຊາຊີບຍຸຕິທຳ. ນອກຈາກນັ້ນ, ຍັງສາມາດຍາດແຍ່ງເອົາການຊ່ວຍເຫຼືອທາງດ້ານວິຊາການໂດຍສະເພາະການຈັດຝຶກອົບຮົມຍົກລະດັບພະນັກງານທັງຢູ່ພາຍໃນ ແລະ ຕ່າງປະເທດ; ການຈັດສົ່ງຊ່ຽວຊານ, ຄູອາຈານມາບັນຍາຍກ່ຽວກັບວຽກງານກົດໝາຍ ແລະ ຍຸຕິທຳຢູ່ ສປປ ລາວ./. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ສາທາລະນະລັດຝຣັ່ງ ຂອງທ່ານລັດຖະມັນຕີວ່າການ ພ້ອມດ້ວຍຄະນະ
ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ສາທາລະນະລັດຝຣັ່ງ ຂອງທ່ານລັດຖະມັນຕີວ່າການ ພ້ອມດ້ວຍຄະນະ
https://www.moj.gov.la/lo/node/195
ພິທີິມອບ-ຮັບລົດຈັກຈຳນວນ 140 ຄັນໃຫ້ແກ່ຫ້ອງການຍຸຕິທຳເມືອງທົ່ວປະເທດ ໄດ້ຈັດຂຶ້ນໃນວັນທີ 25 ມີນາ 2016 ທີ່ກະຊວງຍຸຕິທຳ ຊຶ່ງກ່າວມອບໂດຍທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີວ່າການກະຊວງຍຸຕິທຳ ແລະ ກ່າວຮັບໂດຍບັນດາ ທ່ານຫົວໜ້າຫ້ອງການຍຸຕິທຳທົ່ວປະເທດ ໂດຍມີ ທ່ານ ນາງ ແອມ ສາເລັງ ເອກອັກຄະລັດຖະທູດບູຣໄນດາລູຊາລາມ ປະຈຳ ສປປ ລາວ, ມີທ່ານຫົວໜ້າຫ້ອງການ, ຫົວໜ້າກົມ, ສກສ,  ສະຖາບັນຍຸຕິທຳແຫ່ງຊາດ ແລະ ຫົວໜ້າຍຸຕິທຳເມືອງທົ່ວປະເທດເຂົ້າຮ່ວມ.             ໃນພິທີດັ່ງກ່າວ ທ່ານ ລັດຖະມົນຕີ ວ່າການກະຊວງຍຸຕິທຳ ໄດ້ເນັ້ນໜັກເຖິງການພັດທະນາ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍຂອງ ສປປ ລາວ ແມ່ນເປັນວຽກງານໜຶ່ງທີ່ມີຄວາມສຳຄັນ ແລະ ມີຄວາມຫຍຸ້ງຍາກຫຼາຍພໍສົມຄວນ, ການສ້າງໃຫ້ ສປປ ລາວ ໃຫ້ເປັນລັດທີ່ຜາສຸກ, ຮັ່ງມີ, ສີວິໄລ ແລະ ສັງຄົມມີຄວາມຍຸຕິທຳນັ້ນ ຖືເປັນພາລະກິດອັນໜັກໜ່ວງສຳລັບລັດຖະບານ ແຫ່ງ ສປປ ລາວ ກໍຄື ກະຊວງຍຸຕິທຳ ໃນຖານະທີ່ເປັນເສນາທິການໃຫ້ແກ່ລັດຖະບານ ຊຶ່ງມີພາລະບົດບາດໃນການໂຄສະນາສ້າງສະຕິເຄົາລົບກົດໝາຍທົ່ວສັງຄົມ. ການຜັນຂະຫຍາຍເອົາເນື້ອໃນຈິດໃຈຂອງກົດໝາຍເຂົ້າສູ່ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ ມັນຮຽກຮ້ອງເຖິງວັດຖຸ​ອຸປະກອນເຄ່ືອງມືຮັບໃຊ້, ພາຫະນະ ແລະ ນະໂຍບາຍຕ່າງໆ ເພື່ອຊຸກຍູ້ໃຫ້ໃຫ້ພະນັກ ງານທີ່ກ່ຽວຂ້ອງຢູ່ທ້ອງຖິ່ນ ແລະ ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກໃຫ້ປະຊາຊົນບັນດາເຜົ່າ ໃນຕົວເມືອງ ແລະ ເຂດຊົນນະບົດຫ່າງໄກສອກຫຼີກ ໄດ້ເຂົ້າເຖິງຄວາມຍຸຕິທຳໃນສັງຄົມຢ່າງສະເໝີພາບກັນ.             ຍ້ອນເຫັນໄດ້ຄວາມຈຳເປັນຂອງວຽກງານຍຸຕິທຳຢູ່ທ້ອງຖິ່ນທຳຮາກຖານ ລັດຖະບານ ແຫ່ງ ບູຣໄນ ດາລູຊາລາມ ຈຶ່ງໄດ້ຕອບສະໜອງຕາມການສະເໜີຂອງກະຊວງຍຸຕິທຳ ປະກອບສວນດ້ານທຶນຮອນຈຳນວນ 200.000 ໂດລາສະຫະລັດ (1,6 ຕ້ືກີບ) ເພື່ອສະໜອງລົດຈັກໃຫ້ແກ່ບັນດາຫ້ອງການຍຸຕິທຳເມືອງໄດ້ນຳໃຊ້ເຂົ້າປະຕິບັດໃນໜ້າທີ່ວຽກງານຂອງຕົນ ຊຶ່ງການຊ່ວຍເຫຼືອໃນຄັ້ງນີ້ຂອງລັດຖະບານບູຣໄນ ໄດ້ສະແດງເຖິງສາຍ ພົວພັນມິດຕະພາບທີ່ບັບມື້ນັບເພີ່ມທະວີ ແລະ ກ້າວສູ້ລວງເລິກ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ພິທີມອບລົດຈັກ 140 ຄັນໃຫ້ແກ່ບັນດາຫ້ອງການຍຸຕິທຳເມືອງທົ່ວປະເທດ
ພິທີມອບລົດຈັກ 140 ຄັນໃຫ້ແກ່ບັນດາຫ້ອງການຍຸຕິທຳເມືອງທົ່ວປະເທດ
https://www.moj.gov.la/lo/node/196
ໂດຍ: ພວງເພັດ ເພັດຍາວົງ -     ໃນລະຫວ່າງວັນທີ 26-28 ມັງກອນ 2016 ພະແນກຍຸຕິທຳແຂວງ ຫົວພັນ ສົມທົບກັບພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ຫົວພັນ ໄດ້ຈັດກອງປະຊຸມທາບທາມຄວາມພ້ອມດ້ານບຸກຄະລາກອນ ແລະ ຝຶກອົບຮົມວິທີການຂຽນຂ່າວ ແລະ ຈັດລາຍການໂຄສະນາກົດໝາຍທາງໂທລະໂຄ່ງຢູ່ຂັ້ນເມືອງ ແລະ ຂັ້ນບ້ານ ພາຍໃຕ້ໂຄງການປັບປຸງກົນຈັກການປົກຄອງແຫ່ງຊາດ ໂດຍການສະໜັບສະໜູນທຶນປັບປຸງບູລະນະການປົກຄອງເພື່ອການພັດທະນາ ຂີດຄວາມສາມາດ ແລະ ຫັນເປັນທັນສະໄໝ ຫຼື GPAR. ການຝຶກອົບຮົມດັ່ງກ່າວຢູ່ຂັ້ນເມືອງ ແລະ ບັນດາບ້ານ 3 ສ້າງ ຂອງເມືອງ ວຽງໄຊ ຄື: ຫ້ອງການທີ່ກ່ຽວຂ້ອງຂອງເມືອງ, ບ້ານ ລ້ອງກູ້ ແລະ ບ້ານ ເມືອງປົວ ພາຍໃຕ້ການເປັນປະທານຂອງ ທ່ານ ສົມພອນ ອິນຄະວິໄລ ຮອງຫົວໜ້າພະແນກຍຸຕິທຳແຂວງ ຫົວພັນ, ມີທ່ານ ຄອນສີ ຈັນມະນີ ຄະນະປະຈຳພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ຜູ່ຕາງໜ້າຈາກຫ້ອງການອ້ອມຂ້າງເມືອງ, ເລຂາຄະນະພັກກຸ່ມ, ຄະນະພັກອຳນາດການປົກຄອງບ້ານ ແລະ ຜູ່ຕາງໜ້າມາຈາກອົງການຈັດຕັ້ງຂອງບັນດາບ້ານ 3 ສ້າງເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມແຕ່ລະບ່ອນຜູ່ເຂົ້າຮ່ວມກໍໄດ້ຄົ້ນຄວ້າປຶກສາຫາລືແຕ່ງຕັ້ງຄະນະຮັບຜິດຊອບ ແລະ ຜູ່ຮັບຜິດຊອບໂດຍກົງກ່ຽວກັບວຽກງານໂຄສະນາກົດໝາຍທາງໂທລະໂຄ່ງຂອງເມືອງ ແລະ ບັນດາບ້ານ 3 ສ້າງ ພ້ອມທັງຈັດຝຶກອົບຮົມວິທີການຂຽນຂ່າວ, ການຈັດລາຍການ ໃຫ້ແກ່ພະນັກງານວິຊາການຂັ້ນເມືອງ ແລະ ຂັ້ນບ້ານຂອງບ້ານ 3 ສ້າງ ເພື່ອເຮັດໃຫ້ຜູ່ຮັບຜິດຊອບຂັ້ນເມືອງ ແລະ ຂັ້ນບ້ານ ໄດ້ຮູ້ເຕັກນິກຂອງການຂຽນຂ່າວ, ວຽກງານຂອງນັກຂ່າວ, ຄຸນສົມບັດຂອງໂຄສົກ ແລະ ນັກຈັດລາຍການ.  ນອກຈາກນີ້, ຜູ່ເຂົ້າຮ່ວມກອງປະຊຸມຍັງໄດ້ຝຶກທົດລອງອັດສຽງອອກອາກາດຕົວຈິງ ເພື່ອເປັນການທົດສອບຄວາມຮູ້ໃນການຈັດຕັ້ງປະຕິບັດຕົວຈິງ ໃຫ້ແກ່ບັນດາສຳມະນາກອນໄດ້ນຳໄປໝູນໃຊ້ໃນຕໍ່ໜ້າ. ປະເພດຂ່າວ: ແຈ້ງການ ແລະ ເອກະສານອື່ນໆປ້າຍ Tags ຕິດຕາມ: ຝຶກອົບຮົມວິທີການຂຽນຂ່າວ ແລະ ຈັດລາຍການກົດໝາຍທາງໂທລະໂຄ່ງໃຫ້ເມືອງ ວຽງໄຊ
ຝຶກອົບຮົມວິທີການຂຽນຂ່າວ ແລະ ຈັດລາຍການກົດໝາຍທາງໂທລະໂຄ່ງ ໃຫ້ເມືອງວຽງໄຊ
https://www.moj.gov.la/lo/node/198
ໃນຕອນບ່າຍຂອງວັນທີ 10 ມີນາ 2016 ທີ່ຫ້ອງຮັບແຂກກະຊວງຍຸຕິທຳ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອໂດຍການມອບຂອງ ທ່ານ ພອນປະເສີດ ອິນທະສອນ ປະທານບໍລິສັດ 3S ພັດທະນາແລະ ກ່າວຮັບໂດຍ ທ່ານ ດຣ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີທ່ານຫົວໜ້າຫ້ອງການ, ບັນດາ​ທ່ານຫົວໜ້າກົມ, ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະເສດ ແລະ ພະນັກ ງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ. ເຄື່ອງທີ່ທາງບໍລິສັດ 3S ພັດທະນານຳມາມອບໃນຄັ້ງນີ້ປະກອບມີ ກ້ອງວິດີໂອ ຈຳນວນ 1 ເຄື່ອງ ແລະ ຄອມພິວເຕີ ຈຳນວນ 1 ຊຸດລວມມູນຄ່າ 53.000.000 ກີບ. ໃນໂອກາດນີ້ ທ່ານ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ທ່ານ ປະທານບໍລິສັດ 3S ພັດທະນາ ທີ່ເຫັນໄດ້ຄວາມຈຳເປັນ ແລະ ຄວາມສຳຄັນຂອງໜ້າທີ່ວຽກງານໃນຂະແໜງຍຸຕິທຳ ໂດຍສະເພາະວຽກງານໂຄສະນາເຜີຍແຜ່ກົດໝາຍ. ການປະກອບສ່ວນໃນຄັ້ງນີ້ຈະເປັນການຊຸກຍູ້ໃຫ້ແກ່ການເຄື່ອນໄຫວວຽກງານໂຄສະນາ ໂດຍສະເພາະແມ່ນການເກັບກຳຂ່າວ, ຮູບພາບການເຄື່ອນໄຫວວຽກງານຂອງຄະນະພັກ, ຄະນະນຳ, ບັນດາກົມ, ຂະ​ແໜງ​ຍຸຕິ​ທຳ ​ແລະ ທ້ອງ​ຖິ່ນ ໃຫ້ມີຄວາມວ່ອງໄວ, ທັນກັບສະພາບການ ແລະ ຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນການສະ   ໜອງຂໍ້ມູນຂ່າວສານທາງດ້ານກົດໝາຍ./. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ບໍລິສັດ 3s ພັດທະນາ ມອບອຸປະກອບຮັບໃຊ້ໃຫ້ແກ່ກະຊວງຍຸຕິທຳ
ບໍລິສັດ 3s ພັດທະນາ ມອບອຸປະກອບຮັບໃຊ້ໃຫ້ແກ່ກະຊວງຍຸຕິທຳ
https://www.moj.gov.la/lo/node/199
ໃນ​ວັນ​ທີ 23 ມີນາ 2016, ​ເວລາ 11: 00​ໂມງ  ທີ່​ຫ້ອງ​ແຂກ​ກະຊວງ​ຍຸຕິ​ທຳ, ທ່ານ ບຸນ​ເກີດ​ ສັງ​ສົມ​ສັກ ລັດຖະມົນຕີ​​ກະຊວງ​ຍຸຕິ​ທຳ​ ແຫ່ງ ສປປ ລາວ ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມຢາມ​ຂອງ​ ທ່ານ ນາງ ​ໂກ​ດີ​ນ ​ເລີ​ດູ  ( Clau dineLEDOUX ) ​ເອກອັກຄະ​ລັດຖະທູດ​ຝຣັ່ງ ປະຈຳ​ ສປປ ລາວ ພ້ອມ​ດ້ວຍ​ຄະນະ.​ ຈຸດປະສົງຂອງການຢ້ຽມຢາມໃນຄັ້ງນີ້​ ແມ່ນ​ເພື່ອ​ປຶກສາ​ຫາລື​ກ່ຽວການ​ຈັດ​ກອງ​ປະຊຸມ​ວ່າ​ດ້ວຍ​ບົດບາດ​ຂອງ​ທະນາຍຄວາມ ແລະ ທ່ານ ລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ສະເໜີຂໍທຶນການສຶກສາລະດັບປະລີນຍາເອກໃຫ້ແກ່ພະນັກງານກະຊວງຍຸຕິທຳ ແຫ່ງ ສປປ ລາວ.           ​ໃນ​ໂອກາດ​ດັ່ງກ່າວ ທ່ານ ບຸນ​ເກີດ ສັງ​ສົມສັກ ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ກໍ​ໄດ້​ຕ້ອນຮັບ ​​ທ່ານ ນາງ​​ໂກລດີ​ນ ​ເລີດູ ​ຢ່າງ​ອົບ​ອຸ່ນ​ ຊຶ່ງ​ການ​ມາຢ້ຽມຢາມ​​ໃນ​ຄັ້ງ​ນີ້ເປັນການ​ປະກອບສ່ວນ​ອັນ​ສຳຄັນ​ໃນ​ການ​ຮັດ​ແໜ້ນສາຍ​ພົວພັນ​ຮ່ວມ​ມື​ ລະ​ຫ່ວາງ ​ກະຊວງ​ຍຸຕິ​ທຳ​ ​ແຫ່ງ ສປປ ລາວ ​ແລະ ​ສະຖານ​ທູດ​ຝຣັ່ງ ​ໃຫ້​ມີ​ບາດ​ກ້າວ​ຂະຫຍາຍຕົວ​ຂຶ້ນ​ໄປ​ ເລື້ອ​ຍໆ ​ແລະ ທ່ານ ນາງ ໂກລດີນ ເລີດູ ກໍໄດ້ສະ​ແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປລາວ.          ໃນຕອນບ່າຍເວລາ 14 : 00​ ໂມງ   ຂອງວັນດຽວກັນ ທີ່​ຫ້ອງ​ຮັບ​ແຂກ​ກະຊວງ​ຍຸຕິ​ທຳ ທ່ານ ​ເກດ​ ກຽດຕິ​ສັກ ຮອງລັດຖະມົນຕີກະຊວງຍຸຕິ​ທຳ ​ແຫ່ງ ສປປ ລາວ ​ກໍໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມຢາມ​ຂອງ​ ທ່ານ  ນາງ ​ໂກລດີນ ​ເລີ​ດູ  ​ເອກ​ອັກຄະ​ລັດຖະທູດ​ຝຣັ່ງ ປະຈຳ ສປປ ລາວ ​ເພື່ອ​ມາ​ປຶກ​ສາ​ຫາລື​ກ່ຽວກັບການ​ຮັບ​ເອົາ​ເດັກ​ນ້ອຍ​ມາ​ເປັນ​ລູກລ້ຽງ.           ​ໃນ​ໂອກາດ​ດັ່ງກ່າວ ທ່ານ ຮອງລັດຖະມົນຕີ​ກະຊວງ​ຍຸຕິທຳ ແຫ່ງ ສປປ ລາວ ​ກໍ​ໄດ້​ຕ້ອນຮັບຢ່າງ​ອົບ​ອຸ່ນ​ຕໍ່​ການ​ເຂົ້າຢ້ຽມຢາມຂອງ ​ທ່ານ ນາງ ​ໂກລດີນ ​ເລີ​ດູ  ​ແລະ ທ່ານ ນາງ​ໂກລ ​ເລີ​ດູ ກໍ​ໄດ້​ກ່າວສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ ​ການ​ຕ້ອນຮັບ​ດັ່ງກ່າວ./. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ທ່ານ ລັດຖະມົນຕີກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຢາມຂອງ ທ່ານ ນາງ ໂກລດີນ ເລດູ ( Clau dine LEDOUX )
ທ່ານ ລັດຖະມົນຕີກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຢາມຂອງ ທ່ານ ນາງ ໂກລດີນ ເລດູ ( Clau dine LEDOUX )
https://www.moj.gov.la/lo/node/200
ໃນຕອນເຊົ້າຂອງວັນທີ 23 ມີນາ 2016, ເວລາ 09: 00 ໂມງ ຢູ່ທີ່ຫ້ອງຮັບແຂກກະຊວງຍຸຕິທຳ, ທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຢາມຂອງ   ທ່ານ ມີແຊນ ກອບແຟງ ອຸປະທູດປະຈຳຫ້ອງການຜູ່ຕ່າງໜ້າສະຫະພາບເອີຣົບ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ເພື່ຶອປຶກສາຫາລືກ່ຽວການຮ່ວມມືໃນຕໍ່ໜ້າ ລະຫວ່າງ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ຫ້ອງການຜູ່ຕ່າງໜ້າຂອງສະຫະພາບເອີຣົບ ປະຈຳລາວ.           ໃນໂອກາດດັ່ງກ່າວ ທ່ານ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ກໍໄດ້ຕ້ອນຮັບ ແລະ ຊົມເຊີຍ, ພ້ອມທັງຕີລາຄາສູງຕໍ່ ທ່ານ ມີແຊນ ກອບແຟງ ທີ່ໄດ້ມາຢ້ຽມຢາມ ຊຶ່ງເປັນຂີດໝາຍອັນສຳຄັນ ແລະ ເປັນການປະກອບສ່ວນໃນການສ້າງສາພັດທະນາປະເທດຊາດເວົ້າລວມ, ເວົ້າສະເພາະ ແມ່ນວຽກງານຂົງເຂດຍຸຕິທຳ. ນອກນັ້ນ ຍັງເປັນການເພີ່ມທະວີ, ຮັດແໜ້ນສາຍພົວພັນຮ່ວມມືທີ່ດີ ລະຫວ່າງ ກະຊວງຍຸຕິທຳ ແລະ ຜູ່ຕ່າງໜ້າສະຫະພັນເອີຣົບ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ຍືນຍົງຄົງຕົວຕະຫຼອດໄປ.           ໃນເວລາດຽວກັນ, ທ່ານ ຜູ່ຕ່າງໜ້າຫ້ອງການສະຫະພັນເອີຣົບ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຂອງ ທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີກະຊວງຍຸຕິທຳ ແລະ ​ໃນຕ້ອນທ້າຍທັງສອງຝ່າຍກໍໄດ້ລາຍງານສະພາບຈຸດພິເສດ​ ແລະ ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານໃຫ້ກັນຊາບ ພ້ອມ​ທັງສົນທະນາແລກປ່ຽນກ່ຽວກັບວຽກງານໃນຂົງເຂດຍຸຕິທຳ ແລະ ປຶກສາຫາລືການພົວພັນຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນໃນຕໍ່ໜ້າ./. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ທ່ານ ລັດຖະມົນຕີກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຢາມຂອງ ທ່ານ ມີແຊນ ກອບແຟງ (MiChel GOFFIN)
ທ່ານ ລັດຖະມົນຕີກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຢາມຂອງ ທ່ານ ມີແຊນ ກອບແຟງ (MiChel GOFFIN)
https://www.moj.gov.la/lo/node/201
ໃນຕອນເຊົ້າຂອງວັນທີ 18 ມີນາ 2016, ເວລາ 08: 00 ໂມງ ທີ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ ໄດ້ມີການຈັດກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ນຳພາໂດຍ ທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີກະຊວງຍຸຕິທຳ ແລະ ກະຊວງກົດ  ໝາຍ ແຫ່ງ ສາທາລະນະລັດ ເກົາຫຼີ ຊຶ່ງນຳພາໂດຍ ທ່ານ JE JEONG BOO, ຮອງລັດຖະມົນຕີກະຊວງກົດໝາຍ ແຫ່ງ ສາທາລະນະລັດ ເກົາຫຼີ.       ໃນກອງປະຊຸມພົບປະຄັ້ງນີ້ ທ່ານ ບຸນເກີດ ສັງສົມສັກ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ພ້ອມທັງຕີລາຄາສູງຕໍ່ ທ່ານ JE JEONG BOO ທີ່ໄດ້ນຳພາຄະນະ ເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຮ່ວມກັບກະຊວງຍຸຕິທຳ ແຫ່ງ ສປປ ລາວ ຢ່າງເປັນທາງການ ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສາທາ ລະນະລັດ ເກົາຫຼີ ໃຫ້ມີບາດກ້າວຂະຫຍາຍຕົວຂື້ນໄປເລື້ອຍໆ. ໃນໂອກາດດຽວກັນ ທ່ານ JE JEONG BOO ຕາງໜ້າຄະນະ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ບຸນເກີດ ສັງສົມສັກ ໃນໂອກາດທີ່ໄດ້ມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້. ພ້ອມກັນນັ້ນ, ທັງສອງຝ່າຍໄດ້ລາຍງານຈຸດພິເສດ, ການເຄື່ອນໄຫວວຽກງານ, ບົດຮຽນ ແລະ ປະສົບການໃນການພັດທະນາຂົງ ເຂດກົດໝາຍ ແລະ ວຽກງານຍຸຕິທຳ ໃນໄລຍະຜ່ານມາໃຫ້ກັນຊາບ ເພື່ອເປັນຂໍ້ມູນພື້ນຖານໃນການສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກໃຫ້ແກ່ການພົວພັນຮ່ວມມື ລະຫວ່າງ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ກະຊວງກົດໝາຍ ແຫ່ງ ສາທາລະນະລັດ ເກົາຫຼີ ໃນຕໍ່ໜ້າ. ຫຼັງຈາກນັ້ນ, ທັງສອງຝ່າຍໄດ້ຮ່ວມກັນລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການຮ່ວມ ມື, ການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນຂັ້ນກົມ, ສະຖາບັນ ແລະ ຫ້ອງການ ກ່ຽວກັບການສ້າງກົດໝາຍ, ການໂຄສະນາເຜີຍແຜ່ກົດໝາຍ, ການຝຶກອົບຮົມທາງດ້ານວິຊາການກົດໝາຍ. ການເຊັນບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ໄດ້ເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຂົງເຂດກົດໝາຍ ແລະ ວຽກງານຍຸຕິທຳ ຂອງທັງສອງຝ່າຍ ກໍຄືການຮ່ວມມືຂອງ ສປປ ລາວ ແລະ ສາທາລະນະລັດ ເກົາຫຼີ ໃຫ້ນັບມື້ນັບເຕີມໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍ./. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມພົບປະ ລະຫວ່າງ ກະຊວງຍຸຕິທຳ ແຫ່ງ ສ ປປ ລາວ ແລະ ກະຊວງກົດໝາຍ ແຫ່ງ ສາທາລະນະລັດ ເກົາຫຼີ
ກອງປະຊຸມພົບປະ ລະຫວ່າງ ກະຊວງຍຸຕິທຳ ແຫ່ງ ສ ປປ ລາວ ແລະ ກະຊວງກົດໝາຍ ແຫ່ງ ສາທາລະນະລັດ ເກົາຫຼີ
https://www.moj.gov.la/lo/node/210
ວັນທີ 29-31/3/2016 ວັນທີ 29/3/2016 ທີ່ຜ່ານມາ ຢູ່ທີ່ໂຮງຮຽນບ້ານສະຄຶນ, ເມືອງ ຈຳພອນ ແຂວງ ສະຫັວນນະເຂດ ໄດ້ມີພິທີປິດຊຸດຮຽນກົດໝາຍຊັ້ນຕົ້ນ ຊຸດທີ VI ໂດຍການເປັນປະທານຂອງ ທ່ານ ສີສຸວັນ ສຸວັນນະສານ ກຳມະການປະຈຳພັກເມືອງ ປະທານກວດກາພັກ-ລັດເມືອງ ພ້ອມທັງເປັນຜູ່ຊີ້ນຳການຮຽນ-ການສອນ. ເຂົ້າຮ່ວມເປັນກຽດໃນພິທີປິດຊຸດຮຽນກົດໝາຍຊັ້ນຕົ້ນໃນຄັ້ງນີ້ ມີ ທ່ານ ປອ. ເສີມສຸກ ສີມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ຮັກສາການຫົວໜ້າພະແນກຍຸຕິທຳແຂວງ, ຮອງຫົວໜ້າກົມ, ຮອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ຕາງໜ້າຫ້ອງການຕ່າງໆອ້ອມຂ້າງເມືອງ ແລະ ນັກຮຽນກົດໝາຍຊັ້ນຕົ້ນເຂົ້າຮ່ວມ ຈຳນວນ 150 ຄົນ ຍິງ 35 ຄົນ. ໃນພິທີຄະນະຈັດຕັ້ງ ໄດ້ຜ່ານຂໍ້ຕົກລົງຂອງ ທ່ານ ເຈົ້າເມືອງໆ ຈຳພອນ ວ່າດ້ວຍການອະນຸມັດປິດການຮຽນການສອນກົດໝາຍຊັ້ນຕົ້ນສົກປີ 2015-2016, ຫລັງຈາກນັ້ນ, ຫົວໜ້າຫ້ອງການຍຸຕິທຳເມືອງ ກໍໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານການຮຽນ-ການສອນ ແລະ ທິດທາງ ໃນການເຄື່ອນໄຫວວຽກງານດັ່ງກ່າວໃນ ຕໍ່ໜ້າ ແລະ ຜ່ານຂໍ້ຕົກລົງຂອງ ສະຖາບັນຍຸຕິທຳແຫ່ງຊາດ ວ່າດ້ວຍ ການອອກປະກາສະນີຍະບັດໃຫ້ແກ່ນັກຮຽນກົດໝາຍຊັ້ນຕົ້ນ ຈຳນວນ 106 ຄົນ, ຍິງ 8 ຄົນ. ພາຍຫຼັງສຳເລັດການມອບປະກາສະນີຍະບັດໃຫ້ແກ່ຜູ່ສຳເລັດການຮຽນແລ້ວ ຍັງມີການມອບໃບຍ້ອງຍໍໃຫ້ແກ່ນັກຮຽນທີ່ຮຽນດີ-ຮຽນເກັ່ງ ແລະ ປະຕິບັດລະບຽບວິໃນຢ່າງເຂັ້ມງວດ. ຕອນທ້າຍຂອງພິທີ ທ່ານ ປອ. ເສີມສຸກ ສີມພະວົງ ຮອງລັດຖະມົນຕີ ກະຊວງຍຸຕິທຳ ກໍໄດ້ໂອ້ລົມນັກຮຽນທີ່ໄດ້ສຳເລັດການຮຽນກົດໝາຍຊັ້ນຕົ້ນ ແລະ ເນັ້ນໜັກໃຫ້ນັກຮຽນແຕ່ລະຄົນ ນຳເອົາຄວາມຮູ້ທີ່ໄດ້ຮັບຈາກການຮຽນໃນຄັ້ງນີ້ໄປໜູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ສືບຕໍ່ ເຮັດໜ້າທີ່ໂຄສະນາເຜີຍແຜ່ເນື້ອໃນຈິດໃຈຂອງກົດໝາຍໃຫ້ແກ່ສະມາຊີກພາຍໃນຄອບຄົວ ແລະ ບຸກຄົນອື່ນໆໄດ້ຮັບຮູ້ ເຂົ້າໃຈ ແລະ ພ້ອມກັນເປັນແບບຢ່າງໃນການເຄົາລົບ ແລະ ປະຕິບັດກົດໝາຍ ຢ່າງເຂັ້ມງວດ; ຫຼັງຈາກສຳເລັດພິທີປິດຊຸດຮຽນແລ້ວ ຍັງມີພິທີຈັດພາເຂົ້າສາມັກຄີ ເພື່ອສະເຫຼີມສະ ຫຼອງພິທີປິດຊຸດຮຽນ ພ້ອມທັງ ບາສີສູ່ຂວັນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ພສ 2559. ຕໍ່ມາວັນທີ 30 ມີນາ 2016 ທ່ານ ປອ. ເສີມສຸກ ສີມພະວົງ ຮອງລັດຖະມົນຕີ ກະຊວງຍຸຕິທຳ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີປິດຊຸດຮຽນກົດໝາຍຊັ້ນຕົ້ນ ຢູ່ທີ່ ເມືອງ ປາກເຊ ແຂວງ ຈຳປາສັກຕີ່ມອີກ.   ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງ
ທ່ານ ຮອງລັດຖະມົນຕີ ກະຊວງຍຸຕິທຳ ເຂົ້າຮ່ວມປິດຊຸດຮຽນກົດໝາຍຊັ້ນຕົ້ນ ຢູ່ແຂວງສະຫວັນນະເຂດ ແລະ ຈຳປາສັກ
https://www.moj.gov.la/lo/node/212
ໃນວັນທີ 07 ເມສາ 2016 ຜ່ານມານີ້ ຢູ່ທີ່ກຸ່ມບ້ານນາກຸນ, ເມືອງບໍລິຄັນ, ແຂວງບໍລິຄຳໄຊ ໄດ້ມີພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນຊຸດທີ VI ໂດຍເປັນປະທານຂອງ ທ່ານ ບຸນສອນ ຄຸນໄຊລິດດາ, ຮອງເລຂາພັກເມືອງ, ຮອງເຈົ້າເມືອງໆບໍລິຄັນ, ທ່ານ ຄຳພັນ ໃຊຍະສານ, ຮອງຫົວໜ້າພະ ແນກ ຍຸຕິທຳ ແຂວງບໍລິຄຳໄຊ ແລະ ຜູ່ຕ່າງກົມໂຄສະນາອົບຮົມກົດໝາຍ, ສາຖາບັນຍຸຕິທຳແຫ່ງຊາດ, ກົມຄຸ້ມຄອງລະບົບ ຍຸຕິທຳ, ພ້ອມທັງນັກຮຽນກົດ ໝາຍຊັ້ນຕົ້ນທີ່ຈົບການຮຽນໃນຄັ້ງນີ້ເຂົ້າຮ່ວມ ຈຳນວນ 62 ຄົນ, ຍິງ 7 ຄົນ. ເຂົ້າຮ່ວມເປັນກຽດໃນການປິດຊຸດຮຽນກົດໝາຍຊັ້ນຕົ້ນ ໃນຄັ້ງນີ້ມີຄະ ນະກົມກະຊວງຍຸຕິທຳພ້ອມດ້ວຍຄະນະ; ໃນໂອກາດດັ່ງກ່າວ ທ່ານ ຫົວໜ້າຫ້ອງການຍຸຕິທຳເມືອງ ກໍໄດ້ຂຶ້ນລາຍງານສະພາບການຮຽນ-ການສອນກົດ ໝາຍຊັ້ນຕົ້ນໃນໄລຍະສາມເດືອນຜ່ານມາ. ພ້ອມທັງມອບໃບປະກາສະນິຍະບັດ, ໃບຍ້ອງຍໍໃຫ້ແກ່ຄະນະຮັບຜິດຊອບການຮຽນຂອງເມືອງ, ນັກສຶກສາ ຈາກສະຖາບັນຍຸຕິທຳແຫ່ງຊາດ ແລະ ນັກຮຽນກົດໝາຍກົດໝາຍຊັ້ນຕົ້ນ ຜູ່ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນວຽກງານການຮຽນ-ການສອນ, ຫຼັງຈາກນັ້ນ ທ່ານ ຮອງເຈົ້າເມືອງ ກໍໄດ້ມີຄໍາເຫັນຕໍ່ຄະນະຮັບຜິດຊອບການຮຽນການສອນ, ນັກສຶກສາ ແລະ ນັກຮຽນກົດໝາຍຊັ້ນຕົ້ນ, ບາງບັນຫາທີ່ ຈະຕ້ອງໄດ້ແກ້ໄຂ ແລະ ສືບຕໍ່ເອົາໃຈໃສ່ໃນຕໍ່ໜ້າຕື່ມອີກ. ໃນຕອນທ້າຍກໍໄດ້ມີພິທີ ບາສີສູ່ຂວັນໃຫ້ແກ່ການນຳເມືອງ, ຕ່າງໜ້າບັນດາກົມ, ພະແນກຍຸ ຕິທຳແຂວງ ແລະ ນັກຮຽນ-ນັກສຶກສາ ອອຍພອນເຊິ່ງກັນ ແລະ ກັນໃນໂອກາດປິໃໝ່ລາວ.      ປະເພດຂ່າວ: ກອງປະຊຸມ-ສຳມະນາ
ເມືອງບໍລິຄັນແຂວງບໍລິຄຳໄຊປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ
https://www.moj.gov.la/lo/node/214
ໃນວັນທີ 06 ເມສາ 2016 ຜ່ານມານີ້ ທີ່ສະໂມສອນຫ້ອງວ່າການປົກຄອງເມືອງໜອງບົກ, ແຂວງຄຳມ່ວນ ໄດ້ມີພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນຊຸດທີ VI ໂດຍການເປັນປະທານຂອງ ທ່ານ ສະເຫຼີມສັກ ຈັນທະລາ ຮອງເຈົ້າເມືອງໜອງບົກ, ຜູ່ຕ່າງໜ້າກົມໂຄສະນາອົບຮົມກົດໝາຍ, ສະຖາບັນຍຸຕິທຳແຫ່ງຊາດ, ກົມຄຸ້ມຄອງລະບົບຍຸຕິທຳ, ມີຮອງຫົວໜ້າພະແນກຍຸທຳ ແຂວງຄຳມ່ວນ, ຫົວໜ້າຫ້ອງການຍຸຕິທຳເມືອງ, ຄະນະນຳຂອງເມືອງ, ພະນັກງານອ້ອມຂ້າງເມືອງ, ນັກສຶກສາ ແລະ ນັກຮຽນກົດໝາຍຊັ້ນຕົ້ນ ທີ່ຈົບການຮຽນຄັ້ງນີ້ເຂົ້າຮ່ວມ ຈຳນວນ 62, ຄົນຍິງ 17 ຄົນ. ເຂົ້າຮ່ວມເປັນກຽດໃນພິທີປີດຊຸດຮຽນກົດໝາຍຊັ້ນຕົ້ນໃນຄັ້ງນີ້ ມີຄະນະກົມຂອງກະຊວງຍຸຕິທຳພ້ອມດ້ວຍຄະນະ; ໃນໂອກາດດັ່ງກ່າວ ທ່ານ ຫົວໜ້າຫ້ອງການຍຸຕິທຳເມືອງ ກໍໄດ້ຂຶ້ນລາຍງານສະພາບການຮຽນ-ການສອນກົດໝາຍຊັ້ນຕົ້ນ ໃນໄລຍະສາມເດືອນຜ່ານມາ. ພ້ອມທັງມອບໃບປະກາສະນິຍະບັດ, ໃບຍ້ອງ ຍໍໃຫ້ແກ່ຄະນະຮັບຜິດຊອບການຮຽນຂອງເມືອງ, ນັກສຶກສາຂອງສະຖາບັນຍຸຕິທຳແຫ່ງຊາດ ແລະ ນັກຮຽນກົດໝາຍຊັ້ນຕົ້ນ ຜູ່ທີ່ມີຜົນງານດີເດັ່ນໃນການປະກອບສ່ວນວຽກງານການຮຽນ-ການສອນ. ຫຼັງຈາກນັ້ນ ທ່ານ ຮອງເຈົ້າເມືອງ ກໍໄດ້ມີຄຳເຫັນຕໍ່ຄະນະຮັບຜິດຊອບການຮຽນ-ການສອນ, ນັກສຶກສາ ແລະ ນັກ ຮຽນກົດໝາຍຊັ້ນຕົ້ນ. ບາງບັນຫາທີ່ຈະຕ້ອງໄດ້ແກ້ໄຂ ແລະ ສືບຕໍ່ເອົາໃຈໃສ່ໃນຕໍ່ໜ້າຕື່ມອີກ, ໃນຕອນທ້າຍກໍໄດ້ພິທີບາສີໃຫ້ແກ່ການນຳເມືອງ, ຕ່າງໜ້າບັນດາກົມ, ພະແນກຍຸຕິທຳແຂວງ ແລະ ອອຍພອນຊຶ່ງກັນ ແລະ ກັນ ໃນໂອກາດປິໃໝ່ລາວ.   ປະເພດຂ່າວ: ກອງປະຊຸມ-ສຳມະນາ
ເມືອງໜອງບົກ, ແຂວງຄຳມ່ວນ ປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ
https://www.moj.gov.la/lo/node/215
ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 26 ເມສາ 2016 ທີ່ສະໂມສອນກະຊວງຍຸຕິທຳ; ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ປອ. ເສີມສຸກ ສີມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ; ມີທ່ານຫົວໜ້າຫ້ອງການ, ບັນດາຄະນະກົມ, ສະຖາບັນຍຸຕິທຳແຫ່ງຊາດ, ສກສ, ສະພາ​ທະນາຍຄວາມ, ຜູ່ຕາງໜ້າຈາກບັນດາກົມກອງອ້ອມຂ້າງກະຊວງ, ພະນັກງານອາວຸ​ໂສ​ບຳນານ, ພະນັກງານວິຊາການທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມທັງໝົດ 34 ທ່ານ, ຍິງ 9 ທ່ານ.           ຈຸດປະສົງໃນການຈັດກອງປະຊຸມຄັ້ງນີ້ ເພື່ອສະຫຼຸບ, ຕີລາຄາການຈັດຕັ້ງປະຕິບັດວຽກງານສື່ສິ່ງ​ພິມ ໂດຍສະເພາະວຽກ​ງານວາລະສານກົດໝາຍ ແລະ ຍຸຕິທຳ ແລະ ໜັງສືພິມກົດໝາຍ ໃນໄລຍະຜ່ານມາ; ໃນກອງປະຊຸມ ໄດ້ຮັບຟັງການລາຍງານກ່ຽວກັບການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຜ່ານ​ມາ ພ້ອມ​ທັງ​ຕີ​ລາຄາ, ຈຸດດີ, ຈຸດ​ອ່ອນ, ຂໍ້ຄົງຄ້າງ, ຂໍ້​ສະ​ເໜີ ແລະ ທິດທາງ​ແກ້​ໄຂໃນຕໍ່ໜ້າ ຂອງວາລະສານກົດໝາຍ ແລະ ຍຸຕິທຳ ແລະ ໜັງສື ພິມກົດໝາຍ. ຫຼັງຈາກໄດ້ຮັບຟັງການລາຍງານແລ້ວ ຜູ່ເຂົ້າຮ່ວມກອງປະຊຸມ ກໍໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາກ່ຽວກັບການ​ປັບປຸງວຽກ ງານວາລະສານກົດໝາຍ ແລະ ຍຸຕິທຳ ແລະ ໜັງສືພິມກົດໝາຍ​ໃນ​ຕໍ່ໜ້າ; ນອກນັ້ນ, ກໍຍັງໄດ້ປຶກສາຫາລືກ່ຽວກັບການສ້າງລາຍການໂທລະພາບຂອງ ກະຊວງຍຸຕິທຳອີກດ້ວຍ.       ໃນຕອນທ້າຍຂອງກອງປະຊຸມ ທ່ານ ປະທານກອງ​ປະຊຸມ ​ໄດ້​ມີ​ຄຳ​ເຫັນ ​ແລະ ​ໃຫ້​ທິດຊີ້ນຳ ເພື່ອປັບປຸງ ແລະ ພັດທະນາວຽກງານສື່ມວນຊົນຂອງກະ ຊວງຍຸຕິທຳໃຫ້ມີຄຸນະພາບທີ່ດີຂຶ້ນ ດັ່ງ​ນີ້:​ (1). ຕ້ອງໄດ້ປັບປຸງບຸກຄະລາກອນ ແລະ ການຈັດຕັ້ງຂອງ​ວາລະສານ, ໜັງສືພິມ​ຄືນ​ໃໝ່ ໂດຍສະເພາະ ແມ່ນຄະນະບັນນາທິການ ແລະ ປະກອບພະນັກງານຜູ່ທີ່ມີພອນສະຫວັນ ເພື່ອຮັບຜິດຊອບວຽກງານສື່ມວນຊົນແຕ່ລະປະເພດ; (2). ຕ້ອງປັບປຸງຕາ ໜ່າງຂໍ້​ມູນ​ຂ່າວຂ່າວສານ ​ໂດຍ​ໃຫ້ແຕ່ລະກົມກອງອ້ອມຂ້າງກະຊວງ ແລະ ບັນດາພະແນກຍຸຕິທຳຂັ້ນແຂວງ ​ໄດ້​ແຕ່ງ​ຕັ້ງ​ພະນັກງານ​ຂອງ​ຕົນ 1 ທ່ານ ​ເພື່ອ​ຮັບຜິ​ດຊອບ​ວຽກ​ງານ​ສື່​່ມວນ​ຊົນ; (3). ກົມ​ກອງ​ທີ່​ກ່ຽວຂ້ອງຕ້ອງຄົ້ນຄວ້າຂຶ້ນແຜນໃຫ້ລະອຽດກ່ຽວກັບງົບປະມານທີ່ນຳໃຊ້ເຂົ້າໃນວຽກງານສື່ມວນ ຊົນໂດຍສະເພາະ ເພື່ອຕອບສະໜອງໃຫ້ທ່ວງທັນກັບເວລາ, ຊອກຫາງົບປະມານຈາກສັງຄົມພາຍນອກດ້ວຍການຈຳໜ່າຍ ແລະ ຊອກຫາແຫຼ່ງທຶນສະ ໜັບສະໜູນດ້ວຍການລົງໂຄສະນາໃນໜ້າວາລະສານ ແລະ ໜັງສືພິມ; (4). ຕອບສະໜອງພາຫະນະອຸປະກອນອັນຈຳເປັນ ເພື່ອປະກອບເຂົ້າໃນວຽກ ງານສື່ມວນຊົນແຕ່ລະປະເພດ; (5).​ ເພີ່ມທະວີການປະສານສົມທົບຍາດແຍ່ງເອົາການຊ່ວຍເຫຼືອ, ການສະໜັບສະໜູນຈາກພາກສ່ວນຕ່າງໆ ໂດຍສະ ເພາະບັນດາສື່ມວນຊົນຕ່າງໆທີ່ມີປະສົບການມາແລ້ວ ແລະ ການຊ່ວຍເຫຼືອຈາກສັງຄົມທັງພາຍໃນ ແລະ ຕ່າງປະເທດທີ່ສາມາດເຮັດໄດ້; (6). ຄົ້ນ ຄວ້າຮູບແບບ, ທຶນຮອນໃນການສ້າງໂຮງພິມ; (7). ຄະນະພັກ-ຄະນະນຳແຕ່​ລະ​ກົມ ຕ້ອງເພີ່ມທະວີຄວາມຮັບຜິດຊອບ​ໃນ​ການ ຊີ້ນຳ-ນຳພາ ວຽກ​ງານ​ຂອງ​ຕົນ​ຕິດ​ພັນ​ກັບວຽກງານສື່ມວນຊົນ​ໃຫ້​ຖື​ເປັນ​ວຽກ​ງານ​ລວມຂອງກະຊວງຍຸຕິທຳ, ​ແຕ່​ລະ​ກົມຕ້ອງເປັນຫົວຈັກຫຼັກແຫຼ່ງໃນການຊີ້ນຳວຽກງານສື່ ມວນຊົນໃນກົມກອງຂອງຕົນ./.        ປະເພດຂ່າວ: ກອງປະຊຸມ-ສຳມະນາ
ກອງປະຊຸມສະຫຼຸບ, ຖອດຖອນບົດຮຽນວຽກງານວາລະສານກົດໝາຍ ແລະ ຍຸຕິທຳ ແລະ ໜັງສືພິມກົດໝາຍ
https://www.moj.gov.la/lo/node/217
ອີງຕາມການຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ແລະ ສັບຊ້ອນພະນັກງານຂັ້ນນຳ ປະກອບເຂົ້າໃນໂຄງປະກອບຂອງການຈັດຕັ້ງລັດຖະບານ ເພື່ອເປັນການປັບປຸງອົງການຈັດຕັ້ງໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ ເຮັດໃຫ້ການປະຕິບັດໜ້າທີ່ວຽກງານເດີນແມ່ນແລ່ນສະດວກ. ດັ່ງນັ້ນ, ໃນວັນທີ 28 ເມສາ 2016, ກະຊວງຍຸຕິທຳ ຈຶ່ງໄດ້ຈັດພິທີ ມອບ-ຮັບ ໜ້າທີ່ ລັດຖະມົນຕີ ລະຫວ່າງ ທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີ ກະຊວງຍຸຕິທຳ ຜູ່ເກົ່າ ແລະ ທ່ານ ໄຊສີ ສັນຕິວົງ ມາຮັບໜ້າທີ່ເປັນລັດຖະມົນຕີກະຊວງຍຸຕິທຳ ຜູ່ໃໝ່ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ປອ. ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັກນັກງານອ້ອມຂ້າງກະຊວງຍຸຕິທຳ ເຂົ້າຮ່ວມຢ່າງພ້ອມພຽງ.       ໃນໂອກາດດັ່ງກ່າວ ທ່ານ ປອ. ສອນໄຊ ສີພັນດອນ ກໍໄດ້ໃຫ້ກຽດໂອ້ລົມ ແລະ ຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ລັດຖະມົນຕີຜູ່ເກົ່າສາມາດຍາດມາໄດ້ຈະຫຼອດໄລຍະຂອງການປະຕິບັດໜ້າທີ່ໃນໄລຍະຜ່ານມາ; ພ້ອມດຽວກັນນັ້ນ, ທ່ານຍັງໄດ້ເນັ້ນໃຫ້ລັດຖະມົນຕີຜູ່ໃໝ່ ພ້ອມດ້ວຍຄະນະ ແລະ ພະນັກງານລັດຖະກອນທຸກຄົນໃນກະຊວງ ຈົ່ງສາມັກຄີກັນສູ້ຊົນ, ບຸກບືນ, ຜ່ານຜ່າ ໃນການປະຕິບັດວຽກງານ ເອົາໃຈໃສ່ສືບຕໍ່ມູນເຊື້ອ ແລະ ຜົນງານທີ່ລັດຖະມົນຕີຜູ່ເກົ່າຍາດມາໄດ້ ໃຫ້ໃຫຍ່ຫຼວງກວ່າເກົ່າ./. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ພິທີມອບ-ຮັບ ໜ້າທີ່ ລັດຖະມົນຕີ ກະວງຍຸຕິທຳ
ພິທີມອບ-ຮັບ ໜ້າທີ່ ລັດຖະມົນຕີ ກະຊວງຍຸຕິທຳ
https://www.moj.gov.la/lo/node/218
ໃນ​ຕອນ​ແລງ​ຂອງ​ວັນ​ທີ 06 ພຶດສະພາ 2016 ​ເວລາ 15 : 45 ​ໂມງ  ຢູ່ທີ່ຫ້ອງຮັບແຂກ​ກະຊວງ​ຍຸຕິ​ທຳ ທ່ານ ໄຊ​ສີ ສັນຕິ​ວົງ, ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມຂ່ຳນັບ​ຂອງ  ທ່ານ  ອູ​ໂກ ອາສຕູ​ໂຕ ( UGO AStuto) ຫົວໜ້າກົມ​ພົວພັນ​ຕ່າງປະ​ເທດ​ເອີຣົບ,    ຮອງ​ຜູ່​ຈັດການ​ວຽກງານ​ອາຊຽນ ​ແລະ ປາ​ຊີຟິກຂອງ​ສະຫະ​ພາບ​ເອີຣົບ, ພ້ອມ​ດ້ວຍ​ຄະນະ​ໃນ​ໂອກາດ​ທີ່​ທ່ານ​ມາ​ຮັບ​ຕຳ​ແໜ່ງລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ຄົນ​ໃໝ່. ​​          ໃນ​ການ​ພົບ​ປະ​ຄັ້ງ​ນີ້ ທັງ​ສອງ​ຝ່າຍ​ກໍ​ໄດ້​ລາຍ​ງານ​ສະພາບ​ຈຸດ​ພິ​ເສດ ​ແລະ ການ​ເຄື່ອ​ນ​ໄຫວ​ວຽກງານ​ໃນ​ຂົງ​ເຂດຍຸຕິ​ທຳ​ໃຫ້​ກັນຊາ​ບ ​ແລະ ພ້ອມ​ຈະສືບຕໍ່ໃຫ້ການຮ່ວມມື ແລະ ​ຊ່ວຍ​ເຫຼືອຊຶ່ງ​ກັນ ​ແລະ​ ກັນໃນຂັ້ນຕໍ່ໜ້າ.           ຈຸດປະສົງ​ຂອງ​ການ​ເຂົ້າ​ຢ້ຽມຢາມ ແລະ ເຮັດວຽກໃນຄັງ​ນີ້ ​ແມ່ນ​ເພື່ອ​ປຶກສາຫາລື​ກ່ຽວກັບການ​ພົວພັນ ແລະ ຮ່ວມ​ມື​ສອງ​ຝ່າຍ​ລະ​ຫວ່າງລາວ -  ອີ​ຢູ  ​ພ້ອມທັ້ງຈະ​ສືບ​ຕ່ໍຮ່ວມກັນຊຸກ ຍູ້ໃນການຈັດຕັ້ງປະຕິບັດວຽກງານ​ດັ່ງ​ກ້າວໃນໄລະຍະ 4 ປີ​ນັບ​ແຕ່ປີ 2016- 2020 ​​ໃຫ້​ປະສົບ​ຜົນສຳ​ ເລັດຕາມກອບການຮ່ວມມື.           ໃນ​ຕອນ​ທ້າຍ ທ່ານ ​ໄຊ​ສີ ສັນຕິ​ວົງ​, ລັດຖະມົນ​ຕີກະຊວງ​ຍຸຕິ​ທຳ ​ແຫ່ງ ສປປ ລາວ ກໍ​ໄດ້ສະແດງຄວາມຂອບ​ໃຈ​ຕໍ່ການ​ມາຢ້ຽມຢາມ  ແລະ ເຮັດວຽກຂອງ​ ທ່ານ ອູ​ໂກ ອາສຕູ​​ໂຕ​ ​ແລະ ​ອວຍ ພອນໃຫ້​ທ່ານ​ພ້ອມ​ດ້ວຍ​ຄະນະ​ຈົ່ງ​ປະສົບ​ຜົນສຳເລັດໃນ​ການ​ມາ​ເຄື່ອນ​ໄຫວ​ເຮັດ​ວຽກ​ໃນ​ຄັ້ງ​ນີ້ ​ແລະ ໃນໂອກາດດຽວກັນນີ້ ທ່ານ ອູ​ໂກ ອາສຕູ​ໂກ ກໍ​ໄດ້​ກ່າວສະ​ແດງ​ຄວາມຂອບ​ໃຈ​ມາ​ຍັງ​ ທ່ານ ລັດຖະ ມົນຕີ​ທີ່​ໄດ້​ໃຫ້ການ​ຕ້ອນຮັບ​ອັນອົບອຸ່ນ ແລະ ຫວັງວ່າການຮ່ວມມືທາງດ້ານວຽກງານຍຸຕິທຳ ຈະນັບ ມື້ນັບກ້ວາງຂວາງກ່ວາເກົ່າ ແລະ ເລີກເຊິ່ງ.   ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງ
ລັດຖະມົນຕີກະຊວງຍຸຕິທຳ ຕ້ອນຮັບຫົວໜ້າກົມພົວພັນຕ່າງປະເທດ ເອີຣົບ
https://www.moj.gov.la/lo/node/219
ລາຍລະອຽດປະເພດຂອງເອກະສານ: ແບບຟອມເອກະສານລົງວັນທີ: 10-ພຶດສະພາ-2016 Online Viewinghttps://www.moj.gov.la/sites/default/files/%E0%BA%AA%E0%BA%B9%E0%BA%99%E0%BB%81%E0%BA%81%E0%BB%89%E0%BB%84%E0%BA%82%E0%BA%82%E0%BB%8D%E0%BB%89%E0%BA%82%E0%BA%B1%E0%BA%94%E0%BB%81%E0%BA%8D%E0%BB%88%E0%BA%87%E0%BA%97%E0%BA%B2%E0%BA%87%E0%BA%94%E0%BB%89%E0%BA%B2%E0%BA%99%E0%BB%80%E0%BA%AA%E0%BA%94%E0%BA%96%E0%BA%B0%E0%BA%81%E0%BA%B4%E0%BA%94/documents/%E0%BB%81%E0%BA%9A%E0%BA%9A%E0%BA%9F%E0%BA%AD%E0%BA%A1/219/1.%20%E0%BA%84%E0%BA%B3%E0%BA%AE%E0%BB%89%E0%BA%AD%E0%BA%87%201%20%E0%BA%84%E0%BA%BB%E0%BA%99.pdf
ຄຳຮ້ອງ
https://www.moj.gov.la/lo/node/220
ລາຍລະອຽດປະເພດຂອງເອກະສານ: ແບບຟອມເອກະສານລົງວັນທີ: 10-ພຶດສະພາ-2016 Online Viewinghttps://www.moj.gov.la/sites/default/files/%E0%BA%AA%E0%BA%B9%E0%BA%99%E0%BB%81%E0%BA%81%E0%BB%89%E0%BB%84%E0%BA%82%E0%BA%82%E0%BB%8D%E0%BB%89%E0%BA%82%E0%BA%B1%E0%BA%94%E0%BB%81%E0%BA%8D%E0%BB%88%E0%BA%87%E0%BA%97%E0%BA%B2%E0%BA%87%E0%BA%94%E0%BB%89%E0%BA%B2%E0%BA%99%E0%BB%80%E0%BA%AA%E0%BA%94%E0%BA%96%E0%BA%B0%E0%BA%81%E0%BA%B4%E0%BA%94/documents/%E0%BB%81%E0%BA%9A%E0%BA%9A%E0%BA%9F%E0%BA%AD%E0%BA%A1/220/2.%20%E0%BA%84%E0%BA%B3%E0%BA%AE%E0%BB%89%E0%BA%AD%E0%BA%87%202%20%E0%BA%84%E0%BA%BB%E0%BA%99.pdf
ຄຳຮ້ອງ 2
https://www.moj.gov.la/lo/node/221
ລາຍລະອຽດປະເພດຂອງເອກະສານ: ແບບຟອມເອກະສານລົງວັນທີ: 10-ພຶດສະພາ-2016 Online Viewinghttps://www.moj.gov.la/sites/default/files/%E0%BA%AA%E0%BA%B9%E0%BA%99%E0%BB%81%E0%BA%81%E0%BB%89%E0%BB%84%E0%BA%82%E0%BA%82%E0%BB%8D%E0%BB%89%E0%BA%82%E0%BA%B1%E0%BA%94%E0%BB%81%E0%BA%8D%E0%BB%88%E0%BA%87%E0%BA%97%E0%BA%B2%E0%BA%87%E0%BA%94%E0%BB%89%E0%BA%B2%E0%BA%99%E0%BB%80%E0%BA%AA%E0%BA%94%E0%BA%96%E0%BA%B0%E0%BA%81%E0%BA%B4%E0%BA%94/documents/%E0%BB%81%E0%BA%9A%E0%BA%9A%E0%BA%9F%E0%BA%AD%E0%BA%A1/221/3.%20%E0%BB%9D%E0%BA%B2%E0%BA%8D%E0%BB%80%E0%BA%8A%E0%BA%B5%E0%BA%B5%E0%BA%99-%E0%BA%81%E0%BB%8D%E0%BA%A5%E0%BA%B0%E0%BA%99%E0%BA%B5%E0%BB%80%E0%BA%9B%E0%BA%B1%E0%BA%99%E0%BA%AA%E0%BA%B3%E0%BA%99%E0%BA%A7%E0%BA%99%E0%BA%84%E0%BA%B3%E0%BA%AE%E0%BB%89%E0%BA%AD%E0%BA%87.pdf
ໝາຍເຊີນ ກໍລະນີເປັນສຳນວນຄຳຮ້ອງ
https://www.moj.gov.la/lo/node/222
ລາຍລະອຽດປະເພດຂອງເອກະສານ: ແບບຟອມເອກະສານລົງວັນທີ: 10-ພຶດສະພາ-2016 Online Viewinghttps://www.moj.gov.la/sites/default/files/%E0%BA%AA%E0%BA%B9%E0%BA%99%E0%BB%81%E0%BA%81%E0%BB%89%E0%BB%84%E0%BA%82%E0%BA%82%E0%BB%8D%E0%BB%89%E0%BA%82%E0%BA%B1%E0%BA%94%E0%BB%81%E0%BA%8D%E0%BB%88%E0%BA%87%E0%BA%97%E0%BA%B2%E0%BA%87%E0%BA%94%E0%BB%89%E0%BA%B2%E0%BA%99%E0%BB%80%E0%BA%AA%E0%BA%94%E0%BA%96%E0%BA%B0%E0%BA%81%E0%BA%B4%E0%BA%94/documents/%E0%BB%81%E0%BA%9A%E0%BA%9A%E0%BA%9F%E0%BA%AD%E0%BA%A1/222/4.%20%E0%BB%9D%E0%BA%B2%E0%BA%8D%E0%BB%80%E0%BA%8A%E0%BA%B5%E0%BA%B5%E0%BA%99%20%E0%BB%80%E0%BA%9B%E0%BA%B1%E0%BA%99%E0%BA%AA%E0%BA%B3%E0%BA%99%E0%BA%A7%E0%BA%99%20%E0%BA%82.%E0%BA%8D1.pdf
ໝາຍເຊີນ ເປັນສຳນວນ ຂ.ຍ 1
https://www.moj.gov.la/lo/node/223
ລາຍລະອຽດປະເພດຂອງເອກະສານ: ແບບຟອມເອກະສານລົງວັນທີ: 10-ພຶດສະພາ-2016 Online Viewinghttps://www.moj.gov.la/sites/default/files/%E0%BA%AA%E0%BA%B9%E0%BA%99%E0%BB%81%E0%BA%81%E0%BB%89%E0%BB%84%E0%BA%82%E0%BA%82%E0%BB%8D%E0%BB%89%E0%BA%82%E0%BA%B1%E0%BA%94%E0%BB%81%E0%BA%8D%E0%BB%88%E0%BA%87%E0%BA%97%E0%BA%B2%E0%BA%87%E0%BA%94%E0%BB%89%E0%BA%B2%E0%BA%99%E0%BB%80%E0%BA%AA%E0%BA%94%E0%BA%96%E0%BA%B0%E0%BA%81%E0%BA%B4%E0%BA%94/documents/%E0%BB%81%E0%BA%9A%E0%BA%9A%E0%BA%9F%E0%BA%AD%E0%BA%A1/223/5.%20%E0%BA%84%E0%BA%B3%E0%BB%81%E0%BA%81%E0%BB%89%E0%BA%84%E0%BA%B3%E0%BA%AE%E0%BB%89%E0%BA%AD%E0%BA%87%20%E0%BB%81%E0%BA%A5%E0%BA%B0%20%E0%BA%84%E0%BA%B3%E0%BA%AE%E0%BB%89%E0%BA%AD%E0%BA%87%E0%BA%82%E0%BB%8D%E0%BB%81%E0%BA%8D%E0%BB%88%E0%BA%87%201%20%E0%BA%84%E0%BA%BB%E0%BA%99.pdf
ຄຳແກ້ຄຳຮ້ອງ ແລະ ຄຳຮ້ອງຂໍແຍ່ງ 1 ຄົນ
https://www.moj.gov.la/lo/node/224
ລາຍລະອຽດປະເພດຂອງເອກະສານ: ແບບຟອມເອກະສານລົງວັນທີ: 10-ພຶດສະພາ-2016 Online Viewinghttps://www.moj.gov.la/sites/default/files/%E0%BA%AA%E0%BA%B9%E0%BA%99%E0%BB%81%E0%BA%81%E0%BB%89%E0%BB%84%E0%BA%82%E0%BA%82%E0%BB%8D%E0%BB%89%E0%BA%82%E0%BA%B1%E0%BA%94%E0%BB%81%E0%BA%8D%E0%BB%88%E0%BA%87%E0%BA%97%E0%BA%B2%E0%BA%87%E0%BA%94%E0%BB%89%E0%BA%B2%E0%BA%99%E0%BB%80%E0%BA%AA%E0%BA%94%E0%BA%96%E0%BA%B0%E0%BA%81%E0%BA%B4%E0%BA%94/documents/%E0%BB%81%E0%BA%9A%E0%BA%9A%E0%BA%9F%E0%BA%AD%E0%BA%A1/224/6.%20%E0%BA%84%E0%BA%B3%E0%BB%81%E0%BA%81%E0%BB%89%E0%BA%84%E0%BA%B3%E0%BA%AE%E0%BB%89%E0%BA%AD%E0%BA%87%20%E0%BB%81%E0%BA%A5%E0%BA%B0%20%E0%BA%84%E0%BA%B3%E0%BA%AE%E0%BB%89%E0%BA%AD%E0%BA%87%E0%BB%81%E0%BA%8D%E0%BB%88%E0%BA%87%20%202%20%E0%BA%84%E0%BA%BB%E0%BA%99.pdf
ຄຳແກ້ຄຳຮ້ອງ ແລະ ຄຳຮ້ອງແຍ່ງ 2 ຄົນ
https://www.moj.gov.la/lo/node/225
ລາຍລະອຽດປະເພດຂອງເອກະສານ: ແບບຟອມເອກະສານລົງວັນທີ: 10-ພຶດສະພາ-2016 Online Viewinghttps://www.moj.gov.la/sites/default/files/%E0%BA%AA%E0%BA%B9%E0%BA%99%E0%BB%81%E0%BA%81%E0%BB%89%E0%BB%84%E0%BA%82%E0%BA%82%E0%BB%8D%E0%BB%89%E0%BA%82%E0%BA%B1%E0%BA%94%E0%BB%81%E0%BA%8D%E0%BB%88%E0%BA%87%E0%BA%97%E0%BA%B2%E0%BA%87%E0%BA%94%E0%BB%89%E0%BA%B2%E0%BA%99%E0%BB%80%E0%BA%AA%E0%BA%94%E0%BA%96%E0%BA%B0%E0%BA%81%E0%BA%B4%E0%BA%94/documents/%E0%BB%81%E0%BA%9A%E0%BA%9A%E0%BA%9F%E0%BA%AD%E0%BA%A1/225/7.%20%E0%BA%84%E0%BA%B3%E0%BB%81%E0%BA%81%E0%BB%89%E0%BA%84%E0%BA%B3%E0%BA%AE%E0%BB%89%E0%BA%AD%E0%BA%87%201%20%E0%BA%84%E0%BA%BB%E0%BA%99.pdf
ຄຳແກ້ຄຳຮ້ອງ 1 ຄົນ
https://www.moj.gov.la/lo/node/226
ລາຍລະອຽດປະເພດຂອງເອກະສານ: ແບບຟອມເອກະສານລົງວັນທີ: 10-ພຶດສະພາ-2016 Online Viewinghttps://www.moj.gov.la/sites/default/files/%E0%BA%AA%E0%BA%B9%E0%BA%99%E0%BB%81%E0%BA%81%E0%BB%89%E0%BB%84%E0%BA%82%E0%BA%82%E0%BB%8D%E0%BB%89%E0%BA%82%E0%BA%B1%E0%BA%94%E0%BB%81%E0%BA%8D%E0%BB%88%E0%BA%87%E0%BA%97%E0%BA%B2%E0%BA%87%E0%BA%94%E0%BB%89%E0%BA%B2%E0%BA%99%E0%BB%80%E0%BA%AA%E0%BA%94%E0%BA%96%E0%BA%B0%E0%BA%81%E0%BA%B4%E0%BA%94/documents/%E0%BB%81%E0%BA%9A%E0%BA%9A%E0%BA%9F%E0%BA%AD%E0%BA%A1/226/8.%20%E0%BA%84%E0%BA%B3%E0%BB%81%E0%BA%81%E0%BB%89%E0%BA%84%E0%BA%B3%E0%BA%AE%E0%BB%89%E0%BA%AD%E0%BA%87%20%202%20%E0%BA%84%E0%BA%BB%E0%BA%99.pdf
ຄຳແກ້ຄຳຮ້ອງ 2 ຄົນ
https://www.moj.gov.la/lo/node/227
ລາຍລະອຽດປະເພດຂອງເອກະສານ: ແບບຟອມເອກະສານລົງວັນທີ: 10-ພຶດສະພາ-2016 Online Viewinghttps://www.moj.gov.la/sites/default/files/%E0%BA%AA%E0%BA%B9%E0%BA%99%E0%BB%81%E0%BA%81%E0%BB%89%E0%BB%84%E0%BA%82%E0%BA%82%E0%BB%8D%E0%BB%89%E0%BA%82%E0%BA%B1%E0%BA%94%E0%BB%81%E0%BA%8D%E0%BB%88%E0%BA%87%E0%BA%97%E0%BA%B2%E0%BA%87%E0%BA%94%E0%BB%89%E0%BA%B2%E0%BA%99%E0%BB%80%E0%BA%AA%E0%BA%94%E0%BA%96%E0%BA%B0%E0%BA%81%E0%BA%B4%E0%BA%94/documents/%E0%BB%81%E0%BA%9A%E0%BA%9A%E0%BA%9F%E0%BA%AD%E0%BA%A1/227/9.%20%E0%BA%9A%E0%BA%BB%E0%BA%94%E0%BA%9A%E0%BA%B1%E0%BA%99%E0%BA%97%E0%BA%B6%E0%BA%81%E0%BA%84%E0%BA%B3%E0%BA%95%E0%BA%BB%E0%BA%81%E0%BA%A5%E0%BA%BB%E0%BA%87%E0%BA%82%E0%BA%AD%E0%BA%87%E0%BA%84%E0%BA%B9%E0%BB%88%E0%BA%81%E0%BB%8D%E0%BA%A5%E0%BA%B0%E0%BA%99%E0%BA%B5.pdf
ບົດບັນທຶກຕົກລົງຂອງຄູ່ກໍລະນີ
https://www.moj.gov.la/lo/node/228
ລາຍລະອຽດປະເພດຂອງເອກະສານ: ແບບຟອມເອກະສານລົງວັນທີ: 10-ພຶດສະພາ-2016 Online Viewinghttps://www.moj.gov.la/sites/default/files/%E0%BA%AA%E0%BA%B9%E0%BA%99%E0%BB%81%E0%BA%81%E0%BB%89%E0%BB%84%E0%BA%82%E0%BA%82%E0%BB%8D%E0%BB%89%E0%BA%82%E0%BA%B1%E0%BA%94%E0%BB%81%E0%BA%8D%E0%BB%88%E0%BA%87%E0%BA%97%E0%BA%B2%E0%BA%87%E0%BA%94%E0%BB%89%E0%BA%B2%E0%BA%99%E0%BB%80%E0%BA%AA%E0%BA%94%E0%BA%96%E0%BA%B0%E0%BA%81%E0%BA%B4%E0%BA%94/documents/%E0%BB%81%E0%BA%9A%E0%BA%9A%E0%BA%9F%E0%BA%AD%E0%BA%A1/228/10.%20%E0%BA%82%E0%BB%8D%E0%BB%89%E0%BA%95%E0%BA%BB%E0%BA%81%E0%BA%A5%E0%BA%BB%E0%BA%87%20%E0%BA%AE%E0%BA%B1%E0%BA%9A%E0%BA%84%E0%BA%B3%E0%BA%AE%E0%BB%89%E0%BA%AD%E0%BA%87%E0%BA%A1%E0%BA%B2%E0%BA%9E%E0%BA%B4%E0%BA%88%E0%BA%B2%E0%BA%A5%E0%BA%B0%E0%BA%99%E0%BA%B2.pdf
ຂໍ້ຕົກລົງຮັບຄຳຮ້ອງມາພິຈາລະນາ
https://www.moj.gov.la/lo/node/229
ລາຍລະອຽດປະເພດຂອງເອກະສານ: ແບບຟອມເອກະສານລົງວັນທີ: 10-ພຶດສະພາ-2016 Online Viewinghttps://www.moj.gov.la/sites/default/files/%E0%BA%AA%E0%BA%B9%E0%BA%99%E0%BB%81%E0%BA%81%E0%BB%89%E0%BB%84%E0%BA%82%E0%BA%82%E0%BB%8D%E0%BB%89%E0%BA%82%E0%BA%B1%E0%BA%94%E0%BB%81%E0%BA%8D%E0%BB%88%E0%BA%87%E0%BA%97%E0%BA%B2%E0%BA%87%E0%BA%94%E0%BB%89%E0%BA%B2%E0%BA%99%E0%BB%80%E0%BA%AA%E0%BA%94%E0%BA%96%E0%BA%B0%E0%BA%81%E0%BA%B4%E0%BA%94/documents/%E0%BB%81%E0%BA%9A%E0%BA%9A%E0%BA%9F%E0%BA%AD%E0%BA%A1/229/10.2%20%E0%BA%82%E0%BB%8D%E0%BB%89%E0%BA%95%E0%BA%BB%E0%BA%81%E0%BA%A5%E0%BA%BB%E0%BA%87%E0%BA%AE%E0%BA%B1%E0%BA%9A%E0%BB%80%E0%BA%AD%E0%BA%BB%E0%BA%B2%E0%BA%84%E0%BA%B3%E0%BA%AE%E0%BB%89%E0%BA%AD%E0%BA%87%E0%BA%82%E0%BB%8D%E0%BA%A1%E0%BA%B2%E0%BA%9E%E0%BA%B4%E0%BA%88%E0%BA%B2%E0%BA%A5%E0%BA%B0%E0%BA%99%E0%BA%B2.pdf
ຂໍ້ຕົກລົງຮັບຄຳຮ້ອງມາພິຈາລະນາ 2
https://www.moj.gov.la/lo/node/230
ລາຍລະອຽດປະເພດຂອງເອກະສານ: ແບບຟອມເອກະສານລົງວັນທີ: 10-ພຶດສະພາ-2016 Online Viewinghttps://www.moj.gov.la/sites/default/files/%E0%BA%AA%E0%BA%B9%E0%BA%99%E0%BB%81%E0%BA%81%E0%BB%89%E0%BB%84%E0%BA%82%E0%BA%82%E0%BB%8D%E0%BB%89%E0%BA%82%E0%BA%B1%E0%BA%94%E0%BB%81%E0%BA%8D%E0%BB%88%E0%BA%87%E0%BA%97%E0%BA%B2%E0%BA%87%E0%BA%94%E0%BB%89%E0%BA%B2%E0%BA%99%E0%BB%80%E0%BA%AA%E0%BA%94%E0%BA%96%E0%BA%B0%E0%BA%81%E0%BA%B4%E0%BA%94/documents/%E0%BB%81%E0%BA%9A%E0%BA%9A%E0%BA%9F%E0%BA%AD%E0%BA%A1/230/11.%20%E0%BA%9A%E0%BA%BB%E0%BA%94%E0%BA%9A%E0%BA%B1%E0%BA%99%E0%BA%97%E0%BA%B6%E0%BA%81%E0%BA%A1%E0%BA%AD%E0%BA%9A%E0%BA%AA%E0%BA%B3%E0%BA%99%E0%BA%A7%E0%BA%99%20%E0%BB%83%E0%BA%AB%E0%BB%89%E0%BA%9C%E0%BA%B9%E0%BB%88%E0%BB%84%E0%BA%81%E0%BB%88%E0%BB%80%E0%BA%81%E0%BA%B1%E0%BB%88%E0%BA%8D.pdf
ບົດບັນທຶກສຳນວນ ໃຫ້ຜູ່ໄກ່ເກັ່ຍ
https://www.moj.gov.la/lo/node/231
ລາຍລະອຽດປະເພດຂອງເອກະສານ: ແບບຟອມເອກະສານລົງວັນທີ: 10-ພຶດສະພາ-2016 Online Viewinghttps://www.moj.gov.la/sites/default/files/%E0%BA%AA%E0%BA%B9%E0%BA%99%E0%BB%81%E0%BA%81%E0%BB%89%E0%BB%84%E0%BA%82%E0%BA%82%E0%BB%8D%E0%BB%89%E0%BA%82%E0%BA%B1%E0%BA%94%E0%BB%81%E0%BA%8D%E0%BB%88%E0%BA%87/documents/%E0%BB%81%E0%BA%9A%E0%BA%9A%E0%BA%9F%E0%BA%AD%E0%BA%A1/231/14.%20%E0%BA%9A%E0%BA%BB%E0%BA%94%E0%BA%9A%E0%BA%B1%E0%BA%99%E0%BA%97%E0%BA%B6%E0%BA%81%E0%BA%AE%E0%BA%B1%E0%BA%9A%E0%BA%AA%E0%BA%B3%E0%BA%99%E0%BA%A7%E0%BA%99%20%E0%BA%88%E0%BA%B2%E0%BA%81%E0%BA%84%E0%BA%B0%E0%BA%99%E0%BA%B0%E0%BA%81%E0%BA%B3%E0%BA%A1%E0%BA%B0%E0%BA%81%E0%BA%B2%E0%BA%99%E0%BA%95%E0%BA%B1%E0%BA%AA%E0%BA%B4%E0%BA%99.pdf
ບົດບັນທຶກສຳນວນ ໃຫ້ຄະນະກຳມະການຕັດສີນ
https://www.moj.gov.la/lo/node/232
ລາຍລະອຽດປະເພດຂອງເອກະສານ: ແບບຟອມເອກະສານລົງວັນທີ: 10-ພຶດສະພາ-2016 Online Viewinghttps://www.moj.gov.la/sites/default/files/%E0%BA%AA%E0%BA%B9%E0%BA%99%E0%BB%81%E0%BA%81%E0%BB%89%E0%BB%84%E0%BA%82%E0%BA%82%E0%BB%8D%E0%BB%89%E0%BA%82%E0%BA%B1%E0%BA%94%E0%BB%81%E0%BA%8D%E0%BB%88%E0%BA%87/documents/%E0%BB%81%E0%BA%9A%E0%BA%9A%E0%BA%9F%E0%BA%AD%E0%BA%A1/232/15.%20%E0%BB%83%E0%BA%9A%E0%BA%AE%E0%BA%B1%E0%BA%9A%E0%BB%80%E0%BA%87%E0%BA%B4%E0%BA%99.pdf
ໃບຮັບເງິນ
https://www.moj.gov.la/lo/node/233
ລາຍລະອຽດປະເພດຂອງເອກະສານ: ແບບຟອມເອກະສານລົງວັນທີ: 10-ພຶດສະພາ-2016 Online Viewinghttps://www.moj.gov.la/sites/default/files/%E0%BA%AA%E0%BA%B9%E0%BA%99%E0%BB%81%E0%BA%81%E0%BB%89%E0%BB%84%E0%BA%82%E0%BA%82%E0%BB%8D%E0%BB%89%E0%BA%82%E0%BA%B1%E0%BA%94%E0%BB%81%E0%BA%8D%E0%BB%88%E0%BA%87/documents/%E0%BB%81%E0%BA%9A%E0%BA%9A%E0%BA%9F%E0%BA%AD%E0%BA%A1/233/16.%E0%BB%83%E0%BA%9A%E0%BA%AE%E0%BA%B1%E0%BA%9A%E0%BA%8A%E0%BA%B2%E0%BA%9A%E0%BA%84%E0%BA%B3%E0%BA%AE%E0%BB%89%E0%BA%AD%E0%BA%87.pdf
ໃບຮັບຊາບຄຳຮ້ອງ
https://www.moj.gov.la/lo/node/234
ລາຍລະອຽດປະເພດຂອງເອກະສານ: ແບບຟອມເອກະສານລົງວັນທີ: 10-ພຶດສະພາ-2016 Online Viewinghttps://www.moj.gov.la/sites/default/files/%E0%BA%AA%E0%BA%B9%E0%BA%99%E0%BB%81%E0%BA%81%E0%BB%89%E0%BB%84%E0%BA%82%E0%BA%82%E0%BB%8D%E0%BB%89%E0%BA%82%E0%BA%B1%E0%BA%94%E0%BB%81%E0%BA%8D%E0%BB%88%E0%BA%87/documents/%E0%BB%81%E0%BA%9A%E0%BA%9A%E0%BA%9F%E0%BA%AD%E0%BA%A1/234/2DBBF~1.pdf
ໃບສະເໜີ ແຕ່ງຕັ້ງຄະນະໄກ່ເກັ່ຍ ຫຼື ຄະນະກຳມະການຕັດສີນ
https://www.moj.gov.la/lo/node/235
ລາຍລະອຽດປະເພດຂອງເອກະສານ: ແບບຟອມເອກະສານລົງວັນທີ: 10-ພຶດສະພາ-2016 Online Viewinghttps://www.moj.gov.la/sites/default/files/%E0%BA%AA%E0%BA%B9%E0%BA%99%E0%BB%81%E0%BA%81%E0%BB%89%E0%BB%84%E0%BA%82%E0%BA%82%E0%BB%8D%E0%BB%89%E0%BA%82%E0%BA%B1%E0%BA%94%E0%BB%81%E0%BA%8D%E0%BB%88%E0%BA%87/documents/%E0%BB%81%E0%BA%9A%E0%BA%9A%E0%BA%9F%E0%BA%AD%E0%BA%A1/235/3-9EE9~1.pdf
ໜັງສືຄ້ານຕົວ
https://www.moj.gov.la/lo/node/236
ລາຍລະອຽດປະເພດຂອງເອກະສານ: ແບບຟອມເອກະສານລົງວັນທີ: 10-ພຶດສະພາ-2016 Online Viewinghttps://www.moj.gov.la/sites/default/files/%E0%BA%AA%E0%BA%B9%E0%BA%99%E0%BB%81%E0%BA%81%E0%BB%89%E0%BB%84%E0%BA%82%E0%BA%82%E0%BB%8D%E0%BB%89%E0%BA%82%E0%BA%B1%E0%BA%94%E0%BB%81%E0%BA%8D%E0%BB%88%E0%BA%87/documents/%E0%BB%81%E0%BA%9A%E0%BA%9A%E0%BA%9F%E0%BA%AD%E0%BA%A1/236/101~1.pdf
ໃບສະເໜີແຕ່ງຕັ້ງຜູ່ໄກ່ເກັ່ຍ ຫຼື ກຳມະການຕັດສີນ
https://www.moj.gov.la/lo/node/237
ລາຍລະອຽດປະເພດຂອງເອກະສານ: ແບບຟອມເອກະສານລົງວັນທີ: 10-ພຶດສະພາ-2016 Online Viewinghttps://www.moj.gov.la/sites/default/files/%E0%BA%AA%E0%BA%B9%E0%BA%99%E0%BB%81%E0%BA%81%E0%BB%89%E0%BB%84%E0%BA%82%E0%BA%82%E0%BB%8D%E0%BB%89%E0%BA%82%E0%BA%B1%E0%BA%94%E0%BB%81%E0%BA%8D%E0%BB%88%E0%BA%87/documents/%E0%BB%81%E0%BA%9A%E0%BA%9A%E0%BA%9F%E0%BA%AD%E0%BA%A1/237/1.%20%E0%BA%82%E0%BB%8D%E0%BB%89%E0%BA%95%E0%BA%BB%E0%BA%81%E0%BA%A5%E0%BA%BB%E0%BA%87%E0%BB%81%E0%BA%95%E0%BB%88%E0%BA%87%E0%BA%95%E0%BA%B1%E0%BB%89%E0%BA%87%20%E0%BA%9C%E0%BA%B9%E0%BB%88%E0%BB%84%E0%BA%81%E0%BB%88%E0%BB%80%E0%BA%81%E0%BA%B1%E0%BB%88%E0%BA%8D1.pdf
ຂໍ້ຕົກລົງວ່າດ້ວຍ ການແຕ່ງຕັ້ງຜູ່ໄກ່ເກັ່ຍ 1 ຄົນ
https://www.moj.gov.la/lo/node/238
ລາຍລະອຽດປະເພດຂອງເອກະສານ: ແບບຟອມເອກະສານລົງວັນທີ: 10-ພຶດສະພາ-2016 Online Viewinghttps://www.moj.gov.la/sites/default/files/%E0%BA%AA%E0%BA%B9%E0%BA%99%E0%BB%81%E0%BA%81%E0%BB%89%E0%BB%84%E0%BA%82%E0%BA%82%E0%BB%8D%E0%BB%89%E0%BA%82%E0%BA%B1%E0%BA%94%E0%BB%81%E0%BA%8D%E0%BB%88%E0%BA%87/documents/%E0%BB%81%E0%BA%9A%E0%BA%9A%E0%BA%9F%E0%BA%AD%E0%BA%A1/238/2.%20%E0%BA%82%E0%BB%8D%E0%BB%89%E0%BA%95%E0%BA%BB%E0%BA%81%E0%BA%A5%E0%BA%BB%E0%BA%87%E0%BB%81%E0%BA%95%E0%BB%88%E0%BA%87%E0%BA%95%E0%BA%B1%E0%BB%89%E0%BA%87%20%E0%BA%84%E0%BA%B0%E0%BA%99%E0%BA%B0%E0%BB%84%E0%BA%81%E0%BB%88%E0%BB%80%E0%BA%81%E0%BA%B1%E0%BB%88%E0%BA%8D1.pdf
ຂໍ້ຕົກລົງວ່າດ້ວຍ ການແຕ່ງຕັ້ງຄະນະໄກ່ເກັ່ຍ
https://www.moj.gov.la/lo/node/239
ລາຍລະອຽດປະເພດຂອງເອກະສານ: ແບບຟອມເອກະສານລົງວັນທີ: 10-ພຶດສະພາ-2016 Online Viewinghttps://www.moj.gov.la/sites/default/files/%E0%BA%AA%E0%BA%B9%E0%BA%99%E0%BB%81%E0%BA%81%E0%BB%89%E0%BB%84%E0%BA%82%E0%BA%82%E0%BB%8D%E0%BB%89%E0%BA%82%E0%BA%B1%E0%BA%94%E0%BB%81%E0%BA%8D%E0%BB%88%E0%BA%87/documents/%E0%BB%81%E0%BA%9A%E0%BA%9A%E0%BA%9F%E0%BA%AD%E0%BA%A1/239/3.%20%E0%BA%9A%E0%BA%BB%E0%BA%94%E0%BA%9A%E0%BA%B1%E0%BA%99%E0%BA%97%E0%BA%B6%E0%BA%81%E0%BB%84%E0%BA%81%E0%BB%88%E0%BB%80%E0%BA%81%E0%BA%B1%E0%BB%88%E0%BA%8D%201%20%E0%BA%84%E0%BA%BB%E0%BA%991.pdf
ບົດບັນທຶກການໄກ່ຍເກັ່ຍ
https://www.moj.gov.la/lo/node/240
ລາຍລະອຽດປະເພດຂອງເອກະສານ: ແບບຟອມເອກະສານລົງວັນທີ: 10-ພຶດສະພາ-2016 Online Viewinghttps://www.moj.gov.la/sites/default/files/%E0%BA%AA%E0%BA%B9%E0%BA%99%E0%BB%81%E0%BA%81%E0%BB%89%E0%BB%84%E0%BA%82%E0%BA%82%E0%BB%8D%E0%BB%89%E0%BA%82%E0%BA%B1%E0%BA%94%E0%BB%81%E0%BA%8D%E0%BB%88%E0%BA%87/documents/%E0%BB%81%E0%BA%9A%E0%BA%9A%E0%BA%9F%E0%BA%AD%E0%BA%A1/240/4.%20%E0%BA%9A%E0%BA%BB%E0%BA%94%E0%BA%9A%E0%BA%B1%E0%BA%99%E0%BA%97%E0%BA%B6%E0%BA%81%E0%BA%84%E0%BA%B0%E0%BA%99%E0%BA%B0%E0%BB%84%E0%BA%81%E0%BB%88%E0%BB%80%E0%BA%81%E0%BA%B1%E0%BB%88%E0%BA%8D%203%20%E0%BA%84%E0%BA%BB%E0%BA%99.pdf
ບົດບັນທຶກຄະນະໄກ່ເກັ່ຍ
https://www.moj.gov.la/lo/node/241
ຊຸດຝຶກອົບຮົມຜູ່ປະສານງານ ວຽກງານຈົດໝາຍເຫດທາງລັດຖະການໃນລະບົບເອເລັກໂຕຣນິກ 8 ແຂວງພາກເໜືອ ໄດ້ຈັດຂຶ້ນ ລະຫວ່າງ ວັນທີ 3-5 ພຶດສະພາ 2016 ທີ່ໂຮງແຮມວັງທອງ ແຂວງຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ແຂວງຫຼວງພະບາງ, ມີຜູ່ເຂົ້າຮ່ວມທັງໝົດ 43 ທ່ານ, ຍິງ 8 ທ່ານ ຊຶ່ງມາຈາກ ຫ້ອງວ່າການປົກຄອງແຂວງ ແລະ ພະແນກຍຸຕິທຳແຂວງ ຫຼວງພະບາງ, ຜົ້ງສາລີ, ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫົວພັນ, ຊຽງຂວາງ ແລະ ໄຊຍະບູລີ.           ຈຸດປະສົງ​ຂອງການຝຶກອົບຮົມໃນຄັ້ງນີ້ ​ເພື່ອ​ຍົກ​ສູງຄວາມສຳຄັນຂອງຈົດໝາຍເຫດທາງລັດຖະການ ໃຫ້​ແກ່ຜູ່ປະສານງານທີ່ມາຈາກ 8 ແຂວງ ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບຜົນສັກສິດຂອງນິຕິກຳ, ວິທີການສົ່ງ ແລະ ​ໄຈ້ແຍກນິຕິກຳ ແລະ ຂັ້ນຕອນການເຂົ້າຊົມໃຊ້ເວບໄຊຈົດໝາຍເຫດທາງລັດຖະການການ, ການ​ເກັບ​ໂຮມ​ເອົາກົດໝາຍ, ​ນິຕິ​ກຳຕ່າງໆ​ລົງ​ໃນ​ເວ​ບ​ໄຊລວມສູນ​ໄວ້​ບ່ອນ​ດຽວ ແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ໃຫ້ມີຜົນສັກສິດ. ທັງ​ເປັນ​ການ​ສ້າງ​ເງື່ອນ​ໄຂ ​ແລະ ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່ຜູ່​ມີ​ຄວາມ​ສົນ​ໃຈ​, ບັນດາ​ສາທາລະນະ​ຊົນ, ລວມທັງ​ນັກທຸລະກິດໄດ້ຮັບ​ຮູ້, ​ເຂົ້າ​ໃຈ ບັນດາ​ກົດໝາຍ ​ແລະ ນິຕິ​ກຳ​ຕ່າງໆ ທັງສາມາດ​ເຂົ້າ​ເຖິງຂໍ້​ມູນ​ຂ່າວສານ​ທາງ​ກົດໝາຍ​ໄດ້ງ່າຍຂຶ້ນ. ​           ຊຸດຝຶກອົບຮົມໃນຄັ້ງນີ້ ໄດ້ເນັ້ນໃຫ້ຜູ່ປະສານງານຂັ້ນແຂວງ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການ ໃຫ້ມີປະສິດທິຜົນ. ນອກຈາກນັ້ນ, ຍັງເຮັດໃຫ້ຜູ່ປະສານງານ ຮັບຮູ້ສິດ ແລະ ພາລະບົດບາດຂອງຕົນ, ໃນການເປັນເຈົ້າການເກັບໂຮມນິຕິກຳທີ່ຢູ່ໃນຄວາມຮັບຜິດຊອບຂອງອົງການຕົນ ນຳມາຈັດພິມລົງໃນຈົດໝາຍເຫດທາງລັດຖະການ, ເຮັດໃຫ້ບັນດານິຕິກຳເຫຼົ່ານັ້ນ ມີຜົນສັກສິດຕາມກົດໝາຍ. ຊຸດຝຶກອົບຮົມ ໄດ້ດຳ​ເນີນໄປເປັນ ເວລາ ສາມ ວັນ ໃນນັ້ນ ຜູ່ຮັບຜິດຊອບວຽກງານຕົວຈິງໄດ້ຂຶ້ນບັນລະຍາຍ ເອກະສານຕ່າງໆ ທີ່ມີຄວາມສຳຄັນ ແລະ ຕິດພັນໂດຍກົງກັບການ​ຄຸ້ມ​ຄອງ​ບໍລິຫານວຽກງານຈົດໝາຍ​ເຫດ​ທາງ​ລັດຖະການ. ໃນ​ນັ້ນ, ໄດ້ມີການ​ແລກປ່ຽນ​ບົດຮຽນ ​ແລະ ຖາມ-ຕອບ​ບັນຫາຕ່າງໆ​ທີ່​ເຫັນ​ວ່າ​ຜູ່​ເຂົ້າ​ຮ່ວມຍັງ​ບໍ່​ທັນ​ເຂົ້າ​ໃຈ​ແຈ້ງ ເພື່ອ​ຄວາມ​ເປັນ​ເອກະ​ພາບ​ໃນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ດັ່ງກ່າວ. ພ້ອມ​ກັນ​ນັ້ນ, ຍັງເຮັດໃຫ້ບັນດາທ່ານ ຜູ່ທີ່ໄດ້ຮັບການແຕ່ງຕັ້ງ ເປັນຜູ່ປະສານງານກັບໜ່ວຍງານຈົດໝາຍເຫດທາງລັດຖະການນັ້ນ ໄດ້ຮັບຮູ້ ແລະ ມີຄວາມເຂົ້າໃຈເປັນເອກະພາບກັນ ກ່ຽວ​ກັບວິທີການຮີບ​ໂຮມ, ການ​ໄຈ້ແຍກນິຕິກຳທີ່ມີຜົນບັງຄັບທົ່ວໄປ ແລະ ນິຕິກຳທີ່ມີຜົນບັງຄັບສະເພາະ, ວິທີສົ່ງບັນດານິຕິກຳຂອງແຂວງ ​ມາໃຫ້​ໜ່ວຍ​ງານ​ຈົດໝາຍ​ເຫດ​ທາງ​ລັດຖະການ.           ໃນຕອນທ້າຍຂອງການຝຶກອົບຮົມ ທ່ານ ປອ. ເສີມສຸກ ສີມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ເນັ້ນຕື່ມອີກ ເຖິງຜູ່ປະສານງານທີ່ມາຈາກ 8 ແຂວງພາກເໜືອ ບໍ່ວ່າວຽກງານດັ່ງກ່າວຈະມີຄວາມຫຍຸ້ງຍາກພຽງໃດກໍຕາມ ຂໍໃຫ້ບັນດາທ່ານພ້ອມກັນຜ່ານຜ່າຂໍ້ຫຍຸ້ງຍາກເຫຼົ່ານັ້ນໄປໃຫ້ໄດ້. ພ້ອມກັນນຳເອົາເນື້ອໃນຈິດໃຈຂອງຊຸດຝຶກອົບຮົມໃນຄັ້ງນີ້ກັບໄປຈັດຕັ້ງປະຕິບັດໃນແຂວງຂອງຕົນໃຫ້ໄດ້ຮັບປະສິດທິຜົນສູງຂຶ້ນເລື້ອຍໆ./.   ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ຝຶກອົບຮົມຜູ່ປະສານງານຈົດໝາຍເຫດທາງລັດຖະການ 8 ແຂວງພາກເໜືອ
ຝຶກອົບຮົມຜູ່ປະສານງານຈົດໝາຍເຫດທາງລັດຖະການ 8 ແຂວງພາກເໜືອ
https://www.moj.gov.la/lo/node/242
ລາຍລະອຽດປະເພດຂອງເອກະສານ: ໜັງສືພີມເອກະສານລົງວັນທີ: 01-ມັງກອນ-2015ເລກທີຂອງເອກະສານ: 1ເລກສະບັບປີຂອງເອກະສານ: 2015 Online Viewinghttps://www.moj.gov.la/sites/default/files/%E0%BA%81%E0%BA%B0%E0%BA%8A%E0%BA%A7%E0%BA%87/documents/%E0%BA%AA%E0%BA%B7%E0%BB%88%E0%BA%AA%E0%BA%B4%E0%BB%88%E0%BA%87%E0%BA%9E%E0%BA%B5%E0%BA%A1/%E0%BB%9C%E0%BA%B1%E0%BA%87%E0%BA%AA%E0%BA%B7%E0%BA%9E%E0%BA%B5%E0%BA%A1/242/%E0%BA%A1%E0%BA%B1%E0%BA%87%E0%BA%81%E0%BA%AD%E0%BA%99%202015.compressed.pdf
ໜັງສືພິມກົດໝາຍ ເດືອນມັງກອນ 2015
https://www.moj.gov.la/lo/node/243
​ເພື່ອ​​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ລັດ​ຂອງ​ ສປປ ລາວ ​ໃຫ້​ກາຍ​ເປັນ​ລັດທີ່​ປົກຄອງ​ດ້ວຍ​ກົດໝາຍ, ການ​ພັດທະນາ​ແຫຼ່ງຂໍ້​ມູນ​ຂ່າວສານ​ທາງ​ດ້ານ​ກົດໝາຍໃຫ້ນັບມື້ນັບກ້ວາງຂວາງ, ວ່ອງໄວ ແລະ ທັນສະໄໝ ແມ່ນວຽກງານໜຶ່ງທີ່ກຳ ນົດໄວ້ໃນແຜນພັດທະນາວຽກງານຂະແໜງຍຸຕິທຳ ແຕ່ນີ້ຮອດປີ 2020. ໃນຕອນເຊົ້າຂອງວັນທີ 13 ພຶດສະພາ 2016 ເວລາ 8 : 00 ໂມງ ກົມໂຄສະນາອົບຮົມກົດໝາຍ, ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມຄົ້ນ​ຄ້ວາ ​ແລະ ປະກອບ​ຄຳ​ເຫັນ​ໃສ່ຮ່າງຂໍ້ຕົກ ລົງວ່າດ້ວຍ ການສົ່ງຂໍ້ມູນ ຂ່າວສານ  ແລະ ເອກະສານທາງລັດຖະການ ລົງໃນເວບ ໄຊກະຊວງຍຸຕິທຳ ໂດຍການເປັນປະທານຂອງ ທ່ານ ບຸນຊ່ວງ ທະວິສັກ ວ່າການຫົວໜ້າກົມໂຄສະນາອົບຮົບກົດໝາຍ, ມີຮອງຫົວໜ້າຫ້ອງການ, ບັນດາຮອງກົມ, ສກສ, ສະຖາບັນຍຸຕິທຳແຫ່ງຊາດ  ເຂົ້າຮ່ວມຈຳນວນ 20 ທ່ານ, ຍິງ 3 ທ່ານ.           ຈຸດປະສົງຂອງກອງຊຸມໃນຄັ້ງນີ້ ແມ່ນເພື່ອຄົ້ນຄ້ວາ ແລະ ປະກອບຄຳເຫັນໃສ່ຮ່າງຂໍ້ຕົກລົງດັ່ງກ່າວ ໂດຍສະເພາະແມ່ນຄວາມເໝາະສົມຂອງຊື່ນິຕິກຳ, ຈຳນວນ ມາດຕາ ແລະ ເນື້ອໃນຕົ້ນຕໍຂອງຮ່າງຂໍ້ຕົກລົງກ່ຽວກັບການຄຸ້ມຄອງ ແລະ ການສົ່ງ ຂໍ້ມູນ ຂ່າວສານ, ເອກະສານທາງລັດຖະການ ຂອງຂະແໜງການຍຸຕິທຳ ລົງໃນເວບໄຊຂອງກະຊວງຍຸຕິທຳ. ການສ້າງແຫຼ່ງຂໍ້ມູນຂ່າວສານທາງດ້ານກົດໝາຍທີ່ທັນສະໄໝ ຫຼື ເວບໄຊ ກະຊວງຍຸຕິທຳ  ແມ່ນແນ່ໃສ່ສ້າງເງື່ອນໄຂ ແລະ ອຳນວຍຄວາມສະ ດວກໃຫ້ແກ່ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ຕະຫຼອດຮອດປະຊາຊົນບັນດາເຜົ່າ ສາມາດເຂົ້າເຖິງ ແລະ ຮັບຮູ້ຂໍ້ມູນ ຂ່າວສານ ແລະ ເອກກະສານທາງລັດຖະການການ ທີ່ກ່ຽວຂ້ອງກັບຂະແໜ່ງການຍຸຕິທຳ ທັງເປັນການໂຄສະນາເຜີຍແຜ່ ຂໍ້ມູນ ຂ່າວສານ ແລະ ເອກະສານເຫຼົ່ານັ້ນໃຫ້ກ້ວາງຂວາງ, ວ່ອງໄວ ແລະ ທັນສະໄໝ.           ໃນກອງປະຊຸມ ຜູ່ເຂົ້າຮ່ວມ ໄດ້ມີການສົນທະນາ, ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ຮ່າງຂໍ້ຕົກລົງດັ່ງກ່າວມີເນື້ອໃນຄົບຖ້ວນສົມບູນ ແລະ ສາມາດຈັດຕັ້ງປະຕິບັດໃນພາກຕົວຈິງ ແລະ ກອງປະຊຸມດັ່ງກ່າວໄດ້ດຳ ເນີນເປັນເວລາເຄິງວັນ ແລະ ປິດລົງໃນຕອນເຊົ້າຂອງວັນດຽວກັນ. ຂ່າວໂດຍ: ວຽງໄຊ ແກ້ວວິໄລໃສສະຫງ່າ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມປະກອບຄຳເຫັນໃສ່ຮ່າງຂໍ້ຕົກລົງວ່າດ້ວຍ ການສົ່ງຂໍ້ມູນ ຂ່າວສານ ແລະ ເອກະສານທາງລັດຖະການ ລົງເວບໄຊ ກະຊວງຍຸຕິທຳ
ກອງປະຊຸມປະກອບຄຳເຫັນໃສ່ຮ່າງຂໍ້ຕົກລົງວ່າດ້ວຍ ການສົ່ງຂໍ້ມູນ ຂ່າວສານ ແລະ ເອກະສານທາງລັດຖະການ ລົງເວບໄຊ ກະຊວງຍຸຕິທຳ
https://www.moj.gov.la/lo/node/244
ໃນລະຫວ່າງວັນທີ 16-18 ພຶດສະພາ 2016 ຢູ່ທີ່ສະໂມສອນ ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມເຊື່ອມຊຶມມະຕິ X ຂອງພັກປະຊາຊົນປະຕິວັດລາວ ຊຸດທີ່ 1 ຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ໄຊສີ ສັນຕິວົງ ກຳມະການສູນ ກາງພັກ, ເລຂາຄະນະພັກ ກະຊວງຍຸຕິທຳ, ລັດຖະມົນຕີກະຊວງຍຸຕິທຳ ມີພະນັັກງານຫຼັກແຫຼ່ງນຳພາ ຂັ້ນຮອງຫົວໜ້າກົມ, ຂັ້ນພະແນກ ແລະ ພະນັກງານອາວຸດໂສ, ບຳນານ ເຂົ້າຮ່ວມຈຳນວນ 120 ສະຫາຍ.            ຈຸດປະສົງຂອງການເຊື່ອມຊືມໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ ຮັບຮູ້ ແລະ ກຳແໜ້ນແນວທາງນະໂຍບາຍ, ທິດທາງການສ້າງສາພັດທະນາປະເທດຊາດ ພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດ ລາວ ກອງປະຊຸມໄດ້ນຳເອົາບັນດາເອກະສານສຳຄັນຂອງພັກມາເຜີຍແຜ່ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ເຂົ້າໃຈຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດມະຕິ IX ຂອງພັກ ປປ ລາວ ໃນໄລຍະ 5 ປີຜ່ານມາ ຊຶ່ງຜົນສຳເລັດອັນສໍາຄັນ ແລະ ເປັນພື້ນ ຖານ ແມ່ນສາມາດປົກປັກຮັກສາຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດີນອັນຄົບຖ້ວນຂອງຊາດໄດ້ຢ່າງໝັ້ນຄົງ, ລະບອບປະຊາທິປະໄຕປະຊາຊົນມີສະຖຽນລະພາບອັນໜັ້ນແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບໂດຍພື້ນຖານ, ຜົນສຳເລັດອັນພົ້ນເດັ່ນທີ່ໜ້າພາກພູມໃຈເສດຖະກິດເຕີບໂຕ ສະເລັ່ຍ 7,9%, ຂົງເຂດວັດທະນະທຳ-ສັງຄົມ ໄດ້ມີຜົນສຳເລັດເປັນສ່ວນໃຫຍ່ ແລະ ມີການຫັນປ່ຽນຢ່າງຈະແຈ້ງໃນການປະຕິບັດ ເປົ້າໝາຍສະຫັດສະຫວັດການພັດທະນາ, ລະບົບການເມືອງ ໄດ້ຮັບການປັບປຸງບູລະນະໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ໄດ້ເປັນເຈົ້າການຊີ້ນຳການເຄື່ອນໄຫວວຽກງານຕ່າງປະເທດຢ່າງຕັ້ງໜ້າ ເພື່ອເສີມສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ຶອພັດທະນາຖານະບົດບາດ ແລະ ອິດທິພົນຂອງ ສປປ ລາວ ເຮັດໃຫ້ໄດ້ຮັບການເຊີດຊູສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ, ສືບຕໍ່ວາງບັນດາທິດທາງຄາດໝາຍໃຫຍ່ ສຳລັບໄລຍະ 2016 ຮອດ 2020, 2025 ແລະ 2030 ເພື່ອນຳພາປະເທດຊາດກ້າວສູ່ຈຸດໝາຍທີ່ວາງໄວ້ ແລະ ທິດທາງຈຸດສຸມ, ສຳລັບທິດທາງແຕ່ປີ2016-2020 ແມ່ນເລັ່ງໃສ່ສ້າງປະເທດຊາດໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ວຍພັດທະນາໃຫ້ປາກົດຜົນເປັນຈິງ; ພ້ອມກັນ ນັ້ນ, ສະຫາຍ ໄຊສີ  ສັນຕິວົງ ປະທານກອງປະຊຸມ ຍັງໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນໃນການຈັດຕັ້ງປະຕິບັດມະຕິ IX ຂອງຂະແໜງຍຸຕິທຳ ໂດຍສະເພາະແມ່ນວຽກງານຍຸຕິທຳຮາກຖານຕິດພັນກັບວຽກງານສາມສ້າງ ຊຶ່ງໄດ້ນຳເອົາ ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ລົງສູ່ພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນຮູ້ ແລະ ພໍ່ແມ່ນປະຊາຊົນບັນດາເຜົ່າ. ເພື່ອຜັນຂະຫຍາຍທິດທາງຄາດໝາຍໃຫຍ່ຂອງຂັ້ນເທິງໃຫ້ປາກົດຜົນເປັນຈິງ ກະຊວງຍຸຕິທຳ ຈະຕ້ອງໄດ້ເອົາໃຈໃສ່ໃນການສ້າງລັດປົກຄອງດ້ວຍກົດໝາຍ ເຮັດໃຫ້ສັງຄົມຍຸຕິທຳ ແລະ ສີວິໄລ.   ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກະຊວງຍຸຕິທຳ ຈັດກອງປະຊຸມເຊື່ອມຊຶມມະຕິ X ຂອງພັກປະຊາຊົນປະຕິວັດລາວ
ກະຊວງຍຸຕິທຳ ຈັດກອງປະຊຸມເຊື່ອມຊຶມມະຕິ X ຂອງພັກປະຊາຊົນປະຕິວັດລາວ
https://www.moj.gov.la/lo/node/245
ລາຍລະອຽດປະເພດຂອງເອກະສານ: ໜັງສືພີມເອກະສານລົງວັນທີ: 02-ກຸມພາ-2015ເລກທີຂອງເອກະສານ: 2ເລກສະບັບປີຂອງເອກະສານ: 2015 Online Viewinghttps://www.moj.gov.la/sites/default/files/%E0%BA%81%E0%BA%B0%E0%BA%8A%E0%BA%A7%E0%BA%87/documents/%E0%BA%AA%E0%BA%B7%E0%BB%88%E0%BA%AA%E0%BA%B4%E0%BB%88%E0%BA%87%E0%BA%9E%E0%BA%B5%E0%BA%A1/%E0%BB%9C%E0%BA%B1%E0%BA%87%E0%BA%AA%E0%BA%B7%E0%BA%9E%E0%BA%B5%E0%BA%A1/245/%E0%BA%81%E0%BA%B8%E0%BA%A1%E0%BA%9E%E0%BA%B2%202015.compressed.pdf
ໜັງສືພິມກົດໝາຍ ປະຈຳເດືອນກຸມພາ 2015
https://www.moj.gov.la/lo/node/246
ຕອນບ່າຍຂອງວັນທີ 13 ພຶດສະພາ 2016 ຢູ່ທີ່ຫ້ອງປະຊຸມຂອງກະຊວງຍຸຕິທຳ ໄດ້ມີພິທີມອບ-ຮັບ ໜ້າທີຫົວໜ້າກົມກົດໝາຍ, ກະຊວງຍຸຕິທຳ ລະຫວ່າງ ທ່ານ ນາງ ບຸນພອນ ເຮືອງມະນີ ຫົວໜ້າກົມກົດໝາຍ (ຜູ້ເກົ່າ) ແລະ ທ່ານ ອິນທະປັນຍາ ຂຽວວົງພະຈັນ ຮັກສາການຫົວໜ້າກົມກົດໝາຍ (ຜູ້ໃໝ່); ໃຫ້ກຽດເປັນປະທານໂດຍ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ມີທ່ານ ຮອງລັດຖະມົນຕີ,  ທ່ານ ຫົວໜ້າຫ້ອງການ, ບັນດາຫົວໜ້າກົມ, ຫົວໜ້າສູນແກ້ໄຂຂໍ້ແຍ່ງທາງດ້ານເສດ ຖະກິດ, ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ພ້ອມດ້ວຍພະນັກງານວິຊາການກົມກົດໝາຍເຂົ້າຮ່ວມເປັນສັກຂີພິຍານ.      ໃນໂອກາດດັ່ງກ່າວ ທ່ານ ນາງ ບຸນພອນ ເຮືອງມະນີ ໄດ້ສະຫຼຸບຕີລາຄາຄືນໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະທີ່ຕົນຮັບຜິດຊອບໃນໄລຍະ 6 ປີຜ່ານມາ ຊຶ່ງໄດ້ຍົກໃຫ້ເຫັນພາລະບົດບາດ, ສິດ ແລະ ໜ້າທີ່, ຜົນງານທີ່ພົ້ນເດັ່ນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມທັງກ່າວອຳລາໜ້າທີ່.      ຕອນທ້າຍຂອງພິທີ ທ່ານ ລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາຂອງທ່ານຫົວໜ້າກົມກົດໝາຍຜູ້ເກົ່າ ຊຶ່ງໄດ້ເຮັດໃຫ້ວຽກງານມີຜົນງານອັນພົ້ນເດັ່ນ ແລະ ສໍາເລັດຕາມ ລະດັບຄາດໝາຍ; ຈາກນັ້ນ, ທ່ານ ໄດ້ໃຫ້ທິດຊີ້ນຳໃຫ້ແກ່ຜູ້ຮັກສາການຫົວໜ້າກົມກົດໝາຍ, ກະຊວງຍຸຕິທຳ ຜູ້ໃໝ່ ຈົ່ງສືບຕໍ່ຮັກສາມູນເຊື້ອທີ່ດີ ແລະ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ຂອງຕົນທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້. ຂ່າວໂດຍ: ວຽງໄຊ ແກ້ວວິໄລໃສສະຫງ່າ   ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ພິທີມອບ-ຮັບ ໜ້າທີຫົວໜ້າກົມກົດ ໝາຍກະຊວງຍຸຕິທຳ
ພິທີມອບ-ຮັບ ໜ້າທີຫົວໜ້າກົມກົດໝາຍ ກະຊວງຍຸຕິທຳ
https://www.moj.gov.la/lo/node/247
ວັນທີ 19 ພຶດສະພາ 2016 ທີ່ຫ້ອງຮັບແຂກກະຊວງຍຸຕິທຳ, ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ  ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຢາມຂອງ ທ່ານ ເລເວ ກວກ ຫົວໜ້າອຳນວຍ​ການ​​ໂຮງຮຽນກົດໝາຍຊັ້ນ​ກາງດົ້ງເຮີຍ, ແຂວງ ກວາງບິ້ງ, ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາເຮັດວຽກເພື່ອຄັດເລືອກເອົານັກຮຽນ-ນັກສຶກສາລາວ ຢູ່ແຂວງ ຄຳມ່ວນ, ແຂວງ ສະຫວັນນະເຂດ ແລະ ແຂວງ ຈຳປາສັກ ໄປຮຽນຕໍ່ຢູ່​ໂຮງຮຽນກົດໝາຍຊັ້ນ​ກາງດົ້ງເຮີຍ.         ໂອກາດນີ້ ທ່ານ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຕ້ອນຮັບຄະນະຜູ້ແທນຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້​ແທນ​​ໂຮງຮຽນກົດໝາຍຊັ້ນ​ກາງ​ດົ້ງເຮີຍຄັ້ງນີ້ ເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ- ຫຽດນາມ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ສອງກະຊວງຍຸຕິທຳ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ນັບ ມືແໜ້ນແຟ້ນຍິ່ງຂຶ້ນ ພ້ອມທັງສະແດງຄວາມຂອບໃຈມາຍັງພັກ-ລັດຖະບານຫວຽດນາມ ທີ່ໃຫ້ທຶນການຊ່ວຍເຫຼືອທາງດ້ານການສຶກສາແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ.         ຕອນທ້າຍ ທ່ານ ເລເວ ກວກ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ລາຍງານຜົນສຳເລັດຂອງການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ໃຫ້ ທ່ານ ລັດຖະມົນຕີກະຊວງຍຸຕິທຳ ຊາບຕື່ມອີກ.   ຂ່າວໂດຍ: ວຽງໄຊ ແກ້ວວິໄລໃສສະຫງ່າ         ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ລັດຖະມົນຕີກະຊວງຍຸຕິທຳ ຕ້ອນຮັບຄະນະຜູ້ແທນຫວຽດນາມ
ລັດຖະມົນຕີກະຊວງຍຸຕິທຳ ຕ້ອນຮັບຄະນະຜູ້ແທນຫວຽດນາມ

WebLao Corpus

This datasets collect Lao website. It want to create Lao corpus.

license: odc-by

Downloads last month
0
Edit dataset card

Collection including laonlp/weblao-corpus