url
stringlengths
22
63
context
stringlengths
4
47.2k
title
stringlengths
4
4.16k
https://www.moj.gov.la/lo/node/492
ຮູບພາບປະກອບ :: ຄຳນຳໜ້າ :: ທ່ານ ນາງຕຳແໜ່ງງານ:: ວິຊາການສັງກັດຢູ່ພາກສ່ວນ ຫຼື ກົມ :: ກົມໂຄສະນາເຜີຍແຜ່ກົດໝາຍ
ອັດສະນີ
https://www.moj.gov.la/lo/node/493
ຮູບພາບປະກອບ :: ຄຳນຳໜ້າ :: ທ່ານ ນາງຕຳແໜ່ງງານ:: ວິຊາການສັງກັດຢູ່ພາກສ່ວນ ຫຼື ກົມ :: ກົມໂຄສະນາເຜີຍແຜ່ກົດໝາຍ
ບົວຂາວ
https://www.moj.gov.la/lo/node/494
ຮູບພາບປະກອບ :: ຄຳນຳໜ້າ :: ທ່ານ ນາງຕຳແໜ່ງງານ:: ຫົວໜ້າພະແນກສັງກັດຢູ່ພາກສ່ວນ ຫຼື ກົມ :: ກົມໂຄສະນາເຜີຍແຜ່ກົດໝາຍ
ສຸກວາລີ
https://www.moj.gov.la/lo/node/495
ຮູບພາບປະກອບ :: ຄຳນຳໜ້າ :: ທ່ານ ນາງຕຳແໜ່ງງານ:: ຮອງຫົວໜ້າພະແນກສັງກັດຢູ່ພາກສ່ວນ ຫຼື ກົມ :: ກົມໂຄສະນາເຜີຍແຜ່ກົດໝາຍ
ເຂັມພອນ
https://www.moj.gov.la/lo/node/498
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 20-ກັນຍາ-2016ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 18/09/2016 EP1 ລາຍການເພື່ອສັງຄົມຍຸຕິທຳ 18/09/2016 EP2
ລາຍການເພື່ອສັງຄົມຍຸຕິທຳ 18/09/2016
https://www.moj.gov.la/lo/node/500
ໃນຕອນເຊົ້າຂອງວັນທີ 15 ກັນຍາ 2016 ທີ່ ສະຖາບັນຍຸຕິທໍາພາກໃຕ້ ແຂວງຈໍາປາສັກ ໄດ້ມີພິທີເປີດສະຖາບັນຍຸຕິທໍາພາກໃຕ້ ແຂວງຈໍາປາສັກຂຶ້ນ ໂດຍການເປັນທານຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ເຂົ້າຮ່ວມ ເປັນກຽດໂດຍ ທ່ານ ນິພອນ ວຽງປະເສີດ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆຈໍາສັກ, ທ່ານ ບຸນເລີດ ວໍລະຈິດ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງ ຈໍາປາສັກ, ມີບັນດາຫົວໜ້າພະແນກ, ຫົວໜ້າຫ້ອງການອ້ອມຂ້າງແຂວງ, ຜູ້ອໍາ ນວຍການ, ວິທະຍາໄລທັງພາກລັດ ແລະ ເອກະຊົນ ພ້ອມດ້ວຍພະນັກງານ, ຄູ-ອາຈານ ເຂົ້າຮ່ວມທັງໝົດ 59 ທ່ານ.      ໃນພິທີທ່ານ ບຸນທາ ຊົ່ງເຢີທ່າວ ຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງຍຸຕິທຳ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງຍຸຕິທຳ ສະບັບເລກທີ 732/ກຍ, ລົງວັນທີ 18 ສິງຫາ 2016 ວ່າດ້ວຍ ການແຕ່ງຕັ້ງ ທ່ານ ໄຊຍາ ຈົນທະນາໄລ ຮອງຫົວ ໜ້າສະຖາບັນຍຸຕິທຳພາກກາງ ເປັນຜູ້ຮັກສາການຫົວໜ້າສະຖາບັນຍຸຕິທໍາພາກໃຕ້, ທ່ານ ສົມປະເສີດ ຍືນພອນສະຫວັດ ຫົວໜ້າຫ້ອງການສະພາວິທະຍາສາດ ສະຖາບັນຍຸຕິທຳພາກກາງ ເປັນຮອງຫົວໜ້າສະຖາບັນຍຸຕິທໍາພາກໃຕ້ ທັງນີ້ກໍເພື່ອເປັນ ການປະກອບໃສ່ໂຄງຮ່າງບຸກຄະລາກອນ ກໍຄືກົງຈັກການຈັດຕັ້ງຂອງສະຖາບັນຍຸຕິທຳພາກໃຕ້ ແຂວງຈຳປາສັກ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ການເມືອງໃນໄລຍະໃໝ່.      ໃນຕອນທ້າຍພິທີ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ໃຫ້ຄຳໂອ້ລົມ ແລະ ສະແດງຄວາມຍິນດີນໍາຜູ້ທີ່ຖືກແຕ່ງຕັ້ງເປັນຄະນະສະຖາບັນຍຸຕິທໍາພາກໃຕ້ ແຂວງຈໍາສັກ ໃຫ້ເຄື່ອນໄຫວວຽກງານຕາມພາລະບົດ ບາດ, ຂອບເຂດສິດ ແລະ ໜ້າທີ່ຂອງຕົນ. ພ້ອມກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ທີ່ຖືກການແຕ່ງຕັ້ງຄັ້ງນີ້ ໃຫ້ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງໃຫ້ໜັກແໜ້ນ ແລະ ເຮັດສໍາເລັດໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້ໃຫ້ໄດ້ຮັບຜົນ ສຳເລັດດີ.  ຂ່າວ: ໄຊຍະສິດ;    ພາບ: ວຽງໄຊ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ພິທີເປີດສະຖາບັນຍຸຕິທໍາພາກໃຕ້ ແຂວງຈໍາປາສັກ
ພິທີເປີດສະຖາບັນຍຸຕິທໍາພາກໃຕ້ ແຂວງຈໍາປາສັກ
https://www.moj.gov.la/lo/node/501
​ພິທີ​ປະກາດ​ການຈັດ​ຕັ້ງຂອງສະ​ຖາ​ບັນ​ຍຸຕິ​ທຳ​ພາກ​ກາງ​ແຂວງ​ສະຫັວນນະ​ເຂດ ໃນໄຂຂຶ້ນໃນຕອນເຊົ້າຂອງວັນທີ 16 ກັນຍາ 2016 ​ໂດຍການ​ເປັນ​ປະທານ​ຂອງ​ ທ່ານ ປອ. ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ,ມີ​ບັນດາ​ຫົວໜ້າພະ​​ແນ​ກ, ຫົວໜ້າຫ້ອງການ​ອອ້ມຂ້າງ​ແຂວງ, ຜູ້ອຳນວຍການ, ຮອງ​ຜູ້ອຳນວຍການ​ວິທະຍາ​ໄລ​ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ ພ້ອມ​ທັງ​ພະນັກງານ​, ຄູ​-ອາຈານ ​ເຂົ້າ​ຮ່ວມທັງໝົດ 83 ທ່ານ.      ​ໃນ​ພິທີ ​ທ່ານ ບຸນທາ ຊົ່ງ​ເຢີ​ທ່າວ ຫົວໜ້າກົມ​ຈັດ​ຕັ້ງພະນັກງານ, ກະຊວງ​ຍຸຕິ​ທຳ ​ໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກລົງ​ຂອງ​​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ສະບັບ​ເລກທີ 527/ກຍ, ລົງ​ວັນ​ທີ 13 ມິຖຸນາ 2016 ວ່າ​ດ້ວຍ ​ການ​ອະນຸມັດ​ໃຫ້ ທ່ານ ປອ. ບຸນ​ເສີດ​ ທຳ​ມະ​ວົງ ຫົວໜ້າສະ​ຖາ​ບັນ​ຍຸຕິ​ທຳ​ພາກ​ກາງ​ ແຂວງ​ສະຫັວນນະ​ເຂດ ອອກ​ພັກຜ່ອນ-ຮັບ​ເບ້ຍ​ບຳນານ ​ແລະ ຜ່ານ​ຂໍ້​ຕົກລົງ​ຂອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ສະບັບ​ເລກທີ 820/ກຍ, ລົງວັນ​ທີ 12 ກັນຍາ 2016 ວ່າ​ດ້ວຍ ​ການ​ແຕ່ງ​ຕັ້ງ ທ່ານ ສົມ​ສະໜິດ ດອນ​ປະ​ເສີດ ຮອງ​ຫົວໜ້າສະ​ຖາ​ບັນ​ຍຸຕິ​ທຳ​ພາກ​ກາງ ເປັນ​ຜູ້​ວ່າການຫົວໜ້າສະ​ຖາ​ບັນ​ຍຸຕິ​ທຳ​ພາກ​ກາງ​ ແຂວງ​ສະຫວັນ​ນະ​ເຂດ ທັງນີ້​ກໍ​ເພື່ອ​ເປັນ​ການ​ປັບປຸງ​ກົງຈັກ​ການຈັດ​ຕັ້ງຂອງ​ສະ​ຖາ​ບັນ​ຍຸຕິ​ທຳ​ພາກ​ກາງ​ ໃຫ້​ມີ​ຄວາມໜັກ​ແໜ້ນທາງ​ດ້ານ​ເມືອງ-​ແນວ​ຄິດ, ​ເຂັ້ມ​ແຂງ​ທາງ​ດ້ານ​ການຈັດ​ຕັ້ງ ​ແລະ ສາມາດ​ຕອບ​ສະໜອງຄວາມ​ຮຽກຮ້ອງ​ຕ້ອງການຂອງໜ້າທີ່​ການ​ເມືອງ​ໃນ​ໄລຍະ​ໃໝ່, ໂດຍ​ສະ​ເພາະວຽກງານ​ກໍ່ສ້າງ​ບຸກຄະ​ລາກ​ອນທີ່​ມີ​ຄວາມ​ຮູ້​ທາງ​ດ້ານ​ກົດໝາຍ​ໃຫ້​ແກ່​ສັງຄົມ.      ໃນ​ຕອນ​ທ້າຍ​ພິທີ​ໄດ້​ຮັບ​ຟັງ​ການ​ໂອ້​ລົມ​ຂອງ ​ທ່ານ ປອ. ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ຊື່​ງທ່ານ​ກໍໄດ້​ກ່າວ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່​ຜົນສຳ​ເລັດ​ທີ່​ທາງສະ​ຖາ​ບັນ​ຍຸຕິ​ທຳ​ພາກ​ກາງ ຍາດ​ມາ​ໄດ້​ໃນ​​ໄລຍະ​ຜ່ານ​ມາ. ພ້ອມ​ກັນນັ້ນ, ຍັງ​ໄດ້​ຮຽກຮ້ອງ​ໃຫ້​ຜູ້​ທີ່​ໄດ້​ຮັບການ​ແຕ່ງ​ຕັ້ງ​​ໃນຄັ້ງ​ນີ້ ​ຈົ່ງ​ໄດ້ເອົາ​ໃຈ​ໃສ່​ຍົກ​ສູງ​ຄວາມ​ຮັບຜິດຊອບຕໍ່ໜ້າທີ່​ການ​ເມືອງ​ຂອງ​ຕົນ​ ​ແລະ ຕັ້ງໜ້າ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ສະ​ຖາ​ບັນ ​ແລະ ​ເຮັດ​ສຳ​ເລັດໜ້າທີ່ ທີ່​ການຈັດ​ຕັ້ງ​ມອບໝາຍ​ໃຫ້​ໄດ້​ຮັບ​ຜົນສຳ​ເລັດ.        ຂຽນຂ່າວ: ອອ່ນຄຳ ​ໄຊ​ຍະ​ວົງ;    ພາບ: ​ວຽງ​ໄຊ  ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ພິທີປະກາດການຈັດຕັ້ງຜູ້ວ່າການຫົວໜ້າສະຖາບັນຍຸຕິທຳພາກກາງ ແຂວງສະຫັວນນະເຂດ
ພິທີປະກາດການຈັດຕັ້ງຜູ້ວ່າການຫົວໜ້າສະຖາບັນຍຸຕິທຳພາກກາງ ແຂວງສະຫັວນນະເຂດ
https://www.moj.gov.la/lo/node/502
ໃນຕອນບ່າຍຂອງວັນທີ 16 ກັນຍາ 2016 ຢູ່ທີ່ພະແນກຍຸຕິທໍາແຂວງສະຫວັນນະເຂດ ໄດ້ຈັດພິທີປິດການຮຽນ-ການສອນ ໂຄງການບໍາລຸງກົດໝາຍ ໄລຍະສັ້ນ 45 ວັນ ຂອງພະແນກຍຸຕິທໍາແຂວງສະຫວັນນະເຂດ, ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ, ມີຫົວໜ້າພະແນກ, ຮອງພະແນກຍຸຕິທໍາ, ນັກວິທະຍາກອນ, ນັກສໍາມະນາກອນ ແລະ ພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.     ໃນພິທີ ທ່ານ ອຸໄພວັນ ໄຊຍະວົງ ຫົວໜ້າພະແນກຍຸຕິທໍາແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານວຽກງານການຈັດຕັ້ງປະຕິບັດໂຄງການບໍາລຸງກົດໝາຍ ໄລຍະສັ້ນ 45 ວັນ ໃຫ້ແກ່ພະນັກງານຫຼັກແຫຼ່ງ ຂັ້ນແຂວງ-ຂັ້ນເມືອງ ຊຸດທີ 4 ປະຈໍາສົກປີ 2015-2016 ໂດຍປະຕິບັດຕາມຄໍາແນະນໍາຂອງລັດຖະມົນຕີ ກະຊວງຍຸຕິທໍາ ສະບັບເລກທີ 1039/ກຍ, ລົງວັນທີ 04 ທັນວາ 2015 ວ່າດ້ວຍ ການຈັດຕັ້ງປະຕິບັດວຽກງານສາມສ້າງ ແລະ ວຽກງານຍຸຕິທໍາຮາກຖານ, ອີງຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງໆສະ ຫວັນນະເຂດ ສະບັບເລກທີ 973/ຈຂ.ສຂ, ລົງວັນທີ 05 ກໍລະກົດ 2016 ວ່າດ້ວຍການອະນຸມັດເປີດໂຄງການຫຼັກສູດ ບໍາລຸງກົດໝາຍໄລຍະສັ້ນ 45 ວັນຂອງແຂວງສະຫວັນນະເຂດ, ຊຶ່ງຫຼັກສູດການຮຽນ-ການສອນຄັ້ງນີ້ ປະກອບມີ 28 ວິ ຊາ, 21 ໜ່ວຍກິດ, 315 ຊົ່ວໂມງ, ມີຈໍານວນຜູ້ເຂົ້າຝຶກອົບຮົມຈໍານວນ 54 ທ່ານ, ຍິງ 16 ທ່ານ. ຊຶ່ງມາຈາກພະແນກການອ້ອມຂ້າງແຂວງເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້. ຜ່ານການຝຶກອົບຮົມສາມາດຕີລາຄາ ແລະ ຈັດປະເພດໄດ້ ດັ່ງນີ້: 1. ປະເພດດີເລີດ 42 ທ່ານ, ຍິງ 09 ທ່ານ, 2. ປະເພດດີ 12 ທ່ານ, ຍິງ 07 ທ່ານ.      ຕອນທ້າຍຂອງພິທີ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນສໍາເລັດທີ່ຄະນະພັກ-ຄະນະນໍາ ແຂວງສະຫວັນນະເຂດ ຕະຫຼອດຮອດນັກວິທະຍາກອນ ແລະ ນັກສໍາມະນາກອນ ທີ່ໄດ້ສໍາເລັດ ການຝຶກອົບຮົມກົດໝາຍ ໄລຍະສັ້ນ 45 ວັນ ແລະ ໄດ້ເນັ້ນໜັກໃຫ້ນັກສໍາມະນາກອນ ຈົ່ງພ້ອມກັນນໍາເອົາຄວາມຮູ້, ຄວາມສາມາດ, ເນື້ອໃນຈິດໃຈກົດໝາຍທີ່ຕົນໄດ້ຝຶກອົບຮົມມານັ້ນ ໄດ້ຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານໃນຂອບເຂດທີ່ຕົນເອງຮັບ ຜິດຊອບໃຫ້ປະກົດຜົນເປັນຈິງ. ຂ່າວ: ໄຊຍະສິດ;    ພາບ: ວຽງໄຊ  ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ພິທີປິດການຮຽນ-ການສອນຫຼັກສູດບໍາລຸງກົດໝາຍ 45 ວັນ ໃຫ້ແກ່ພະນັກງານຫຼັກ ແຫຼ່ງຂັ້ນແຂວງ-ຂັ້ນເມືອງຊຸດທີ 4 ປະຈໍາສົກປີ 2015-2016 ຂອງແຂວງສະຫວັນນະເຂດ
ພິທີປິດການຮຽນ-ການສອນຫຼັກສູດບໍາລຸງກົດໝາຍ 45 ວັນ ໃຫ້ແກ່ພະນັກງານຫຼັກ ແຫຼ່ງຂັ້ນແຂວງ-ຂັ້ນເມືອງ ຊຸດທີ 4 ປະຈໍາສົກປີ 2015-2016 ຂອງແຂວງສະຫວັນນະເຂດ
https://www.moj.gov.la/lo/node/503
ພິທີ​ມອບ​ປະກາສະນີຍະບັດ ​ໃຫ້​ຜູ້​ສຳ​ເລັດ​ການ​ສຶກສາ​ກົດໝາຍຊັ້ນ​ສູງ ຮຸ່ນ​ທີ 1 ​ແລະ ປະລິນຍາ​ຕີ ຮຸ່ນ​ທີ 6 ປະ​ຈຳ​ສົກ​ປີ 2015-2016 ຂອງ​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ​, ກະຊວງ​ຍຸຕິ​ທຳ ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 16 ກັນຍາ 2016 ທີ່​ສູນ​ການ​ຄ້າ​ລາວ​ໄອ​ເຕັກ ​ພາຍ​ໃຕ້ການ​ເປັນ​ປະທານ​ຂອງ ​ທ່ານ ​ໄຊ​ສີ​ ສັນຕິ​ວົງ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ,  ມີບັນດາ​ຫົວໜ້າກົມ, ຫົວໜ້າສະ​ຖາ​ບັນອອ້ມຂ້າງກະຊວງ​ຍຸຕິ​ທຳ ​ແລະ ​ແຂກ​ຖືກ​ເຊີນ​, ​​ພ້ອມ​ດ້ວຍຄູ​ອາຈານ ຕະຫຼອດພໍ່​ແມ່​ຜູ້​ປົກຄອງ ​ແລະ ນັກ​ສຶກກົດ ໝາຍຜູ້​ສຳ​ເລັດ​ການ​ສຶກສາ​ເຂົ້າ​ຮວ່ມ.       ໃນ​ພິທີ ທ່ານ ປອ ຈອມ​ຄຳ ບຸບຜາ​ລີ​ວັນ ​ໄດ້​ຂຶ້ນ​ຜ່ານ​ບົດ​ສະຫຼຸບ​ໃນ​ການ​ກໍ່ສ້າງ​ນັກ​ສຶກສາ​ກົດໝາຍລະບົບ​ຊັ້ນ​ສູງ ຮຸ່ນ​ທີ 1 ​ແລະ ປະລິນຍາ​ຕີ ຮຸ່ນ 6 ຊື່​ງ​ທ່ານ​ໄດ້​ກ່າວ​ວ່າ ​ໃນ​ສົກ​ປີ 2015-2016 ມີ​ຜູ້​ສຳ​ເລັດ​ການ​ສຶກສາ​ທັງໝົດ 1.558 ຄົນ, ຍິງ 462 ຄົນ ​ໃນ​ນີ້​ແບ່ງ​ເປັນ​ລະບົບ​ຊັ້ນ​ສູງ 842 ຄົນ ຍິງ 260 ​ແລະ ລະບົບ​ປະລິນຍາ​ຕີ 716 ຄົນ ຍິງ 202 ຄົນ. ​ຜ່ານ​ການ​ສອບ​ເສັງ​ສາມາດ​ຈັດ​ອັນ​ດັບ​ໄດ້​ ດັ່ງ​ນີ້: ​ລະບົບ​ຊັ້ນ​ສູງ ​ໄດ້ລະດັບ​ດີ​ເລີດມີ ​ 90 ຄົນ, ລະດັບ​ດີຫຼາຍມີ ​ 200 ຄົນ, ລະດັບ​ດີມີ ​ 450 ຄົນ, ລະດັບ​ປານກາງມີ 101 ຄົນ  ​ແລະ ສຳລັບລະບົບປະລິນຍາ​ຕີ ລະດັບ​ດີ​ເລີດມີ 71 ຄົນ, ລະດັບ​ດີຫຼາຍ ​ ມີ143 ຄົນ, ລະດັບ​ດີ ​ 394 ຄົນ, ລະດັບ​ປານກາງ 108 ຄົນ  ​ສັງ​ລວມ​ແລ້ວຜົນສຳເລັດ​ໃນ​ຄັ້ງ​ນີ້​ ກໍຍ້ອນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ຄູ​-ອາຈານ​ທີ່​ເປັນ​ເຈົ້າ​ການ​ໃນ​ການ​ສິດສອນ ​ແລະ ນັກ​ສຶກສາ​ແຕ່ລະຄົນ ​ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ຕັ້ງໜ້າສຶກສາ​ຄົ້ນຄວ້າຮ່ຳຮຽນ, ອົດທົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຫຍາ​ກນາໆປະການ​​ໃນ​ໄລຍະ​ຝຶກ​ງານ ຈຶ່ງ​ສາມາດ​ສອບ​ເສັງ​ສຳ​ເລັດ​ຕາມຫຼັກສູດທີ່​ກະຊວງ​ສຶກສາ​ທິການ ​ແລະ ກິລາ​ ວາງ​ອອກ​ຢ່າງ​ຄົບ​ຖ້ວນ.      ໃນ​ຕອນ​ທ້າຍ​ຂອງ​ພິທີ ທ່ານ ​ໄຊ​ສີ ສັນຕິ​ວົງ ​ລັດຖະມົນຕີກະຊວງຍຸຕິທຳ ກໍໄດ້​ໃຫ້ກຽດມອບ​ໃບ​ປະກາສະ​ນິຍະ​ບັດ​ໃຫ້​ນັກ​ສຶກສາ​ກົດໝາຍ ​ແລະ ​ໂອ້​ລົມຜູ້​ທີ່ເລັດ​ການສຶກສາ​​ໃນສົກປີ​ນີ້ ​ຈົ່ງ​ພ້ອມ​ກັນ​ນຳ​ເອົາ​ຄວາມ​ຮູ້, ຄວາມ​ສາມາດ​ທີ່​ໄດ້​ຮຽນມາ​ໄປ​ນຳ​ໃຊ້​ເຂົ້າ​ໃນ​ວຽກງານ ​ເພື່ອ​ໃຫ້​ເກີດ​ຜົນ​ປະ​ໂຫຍ​ດສູງ​ສຸດ​ແກ່​ສັງຄົມ. ຂ່າວ: ອອ່ນຄຳ ​ໄຊ​ຍະ​ວົງ;      ພາບ: ຈັນທະ​ວີ​ສຸກ ​ແລະ ສຸດ​ສາຄອນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ສະຖາບັນຍຸຕິທຳແຫ່ງຊາດ ຈັດພິທີມອບປະກາສະນີຍະບັດໃຫ້ ຜູ້ສຳເລັດການສຶກສາກົດໝາຍຊັ້ນສູງ ຮຸ່ນທີ 1 ແລະ ປະລິນຍາຕີ ຮຸ່ນທີ 6 ປະຈຳສົກປີ 2015-2016
ສະຖາບັນຍຸຕິທຳແຫ່ງຊາດ ຈັດພິທີມອບປະກາສະນີຍະບັດໃຫ້ ຜູ້ສຳເລັດການສຶກສາກົດໝາຍຊັ້ນສູງ ຮຸ່ນທີ 1 ແລະ ປະລິນຍາຕີ ຮຸ່ນທີ 6 ປະຈຳສົກປີ 2015-2016
https://www.moj.gov.la/lo/node/507
ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 16 ກັນຍາ 2016 ຢູ່​ທີ່​ກະຊວງ​ຍຸຕິ​ທຳ ​ໄດ້​ຈັດ​ພິທີມອບ-ຮັບ​ຫ້ອງ​ອັດສຽງ ​ໃຫ້​ແກ່ກະຊວງ​ຍຸຕິ​ທຳ​ຂຶ້ນ ​ພາຍ​ໃຕ້​ການ​ເປັນ​ປະທານຮ່ວມ​ຂອງ ທ່ານ ບຸນ​ສະຫວາດ ບຸບຜາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ແລະ ທ່ານ ມູຣາລີ ບາ​ນິບຣາ ມານິຢຳ ຮອງຫົວໜ້າອົງການສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາ, ມີຜູ້ຕາງໜ້າຈາກ​ອົງການ​ໄອ​ຍະ​ການປະຊາຊົນສູງສຸດ, ສານ​ປະຊາຊົນ​ສູງ​ສຸດ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ບັນດາ​ຜູ້ຕາງໜ້າກົມ​ພາຍ​ໃນ​ກະຊວງ​ຍຸຕິ​ທຳ​ເຂົ້າ​ຮ່ວມ.       ໃນ​ພິທີ ທ່ານ ບຸນຊ່ວງ ທະວີ​ສັກ ວ່າການ​ຫົວໜ້າກົມ​ໂຄສະນາ​ອົບຮົມ​ກົດໝາຍ ​ໄດ້​ລາຍ​ງານ​ກ່ຽວກັບ​ສະພາບ ​ແລະ ຄວາມ​ຈຳ​ເປັນໃນ​ການ​ສ້າງ​ຫ້ອງ​ອັດ​ສຽງ ​ຊຶ່ງ​ໄດ້​ຮັບ​ທຶນ​ຈາກ​ໂຄງການ​ສະໜັບສະໜູນການຈັດ​ຕັ້ງ​ປະຕິບັດ​ແຜນ​ແມ່​ບົດ​ການ​ພັດທະນາ​ລັດ​ທີ​ປົກຄອງ​ດ້ວຍກົດໝາຍ ​​ແຜນ​ການ​ສ້າງ​ຫ້ອງ​ອັດສຽງ ​ແມ່ນ​ມີ​ມາແຕ່​ປີ 2015 ​ແລະ ​ໄດ້​ຮັບ​ອະນຸມັດ​ງົບປະມານ ​ໃນ​ຕົ້ນ​ປີ 2016 ຈຶ່ງ​ໄດ້​ມີ​ການປະມູນ​ເພື່ອ​ຄັດ​ເລືອກ​ເອົາ​ບໍລິສັດທີ່​ຈະ​ກໍ່ສ້າງ, ການກໍ່ສ້າງ​​ໄດ້​ແບ່ງ​ເປັນ​ສອງ​ວຽກ ຄື: 1. ສ້ອມ​ແປງ​ຫ້ອງ​ອັດສຽງທີ່​ໄດ້​ມາດຕະຖານ; 2. ຕິດ​ຕັ້ງ​ອຸປະກອນ​ອັດສຽງທີ່​ທັນ​ສະ​ໄໝ ​ພ້ອມ​ທັງ​ໄດ້​ເຮັດ​ສັນຍາ​ກັບ​ບໍລິສັດ ​ແລ້ວ​​ເລີ່​ມການກໍ່ສ້າງ​ມາ​ແຕ່​ວັນ​ທີ 24 ມິຖຸນາ ຫາ ວັນ​ທີ 24 ກໍລະກົດ 2016 ​ແລະ ​ຈຶ່ງ​ສຳ​ເລັດ​ການກໍ່ສ້າງ​ ລວມທັງ​ການສະໜອງຕິດ​ຕັ້ງ​ອຸປະກອນ​ຕ່າງໆ​ໃນ​ຫ້ອງ​ອັດ​ສຽງ ລວມມູນ​ຄ່າ​ການກໍ່ສ້າງ​ທັງໝົດ 13.700 ໂດ​ລາ​ສະຫະລັດ ຫຼື ​ເທົ່າ​ກັບ  109.600.000 ກີບ.        ຕອນ​ທ້າຍ​ຂອງ​ພິທີ ທ່ານ ບຸນ​ສະຫວາດ ບຸບຜາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ​ແລະ ຂໍ​ຊົມ​ເຊີຍ​ມາ​ຍັງ​ທ່ານ ຜຸ້​ໃຫ້​ທຶນ​ສະໜູນສະໜູນ​ໂດຍ​ສະ​ເພາະ​ໂຄງການ​ຈັດ​ຕັ້ງ​ປະຕິບັດ​ແຜນ​ແມ່​ບົດ​ການ​ພັດທະນາ​ລັດ​ທີ່​ປົກຄ​ອງດ້ວຍ​ກົດໝາຍ ທີ່​ໄດ້​​ໃຫ້ການ​ຊ່ວຍ​ເຫຼືອ​ໃນ​ການກໍ່ສ້າງ. 1 ການ​ສ້າງ​ຫ້ອງ​ອັດສຽງດັ່ງກ່າວ​​ ແມ່ນ​ມີ​ຄວາມໝາຍຄວາມ​ສຳຄັນຫຼາຍຕໍ່ວຽກງານ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ ​ເວົ້າ​ລວມ ​ເວົ້າສະ​ເພາະ ​ແມ່ນ​ການ​ນຳ​ເອົາ​ຂໍ້​ມູນ​ຂ່າວສານ​ທາງ​ດ້ານ​ກົດໝາຍ​ໄປ​ສູ່​ສັງຄົມ​ໂດຍ​ຜ່ານ​ວິທະຍຸ​ກະຈາຍສຽງ, ການ​ບັນທຶກ​ຂໍ້​ມູນ​ກ່ຽວກັບ​ລັດຖະທຳ​ມະນູນ ​ແລະ ກົດໝາຍລົງ​ໃນ​ແຜນ​ຊີ​ດີ​ ເພື່ອ​ນຳ​ໄປ​ແຈກ​ຢາຍ​​ໃຫ້ຕາໜ່າງ​ໂຄສະນາ​ເຜີຍ​​ແຜ່​ກົດໝາຍທີ່ຢູ່ທ້ອງ​ຖິ່ນ​ຮາກ​ຖານ ​ເປັນ​ຕົ້ນ​ແມ່ນຢູ່​ບ້ານ​, ຊຸມ​ຊົນ​ ​ແລະ ກຸ່ມ​ບ້ານ​ຕ່າງໆ ​ໄດ້​ນຳ​ໃຊ້​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ.      ຫຼັງຈາກ​ນັ້ນ ທ່ານ ບຸນ​ສະຫວາດ ບຸບຜາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ແລະ ທ່ານ ຮອງຫົວໜ້າ​ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາ ​ກໍ​ໄດ້​ຮ່ວມ​ກັນ​ຕັດ​ແຄບ​ຜ້າ ​ເພື່ອ​ເປັນ​ການ​ມອບ-ຮັບຫ້ອງ​ອັດ​ສຽງດັ່ງກ່າວ ​ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ສັກ​ຂີ​ພະຍານ​ຂອງ​ຜູ້​ຕ່າງໜ້າບັນດາ​ກົມ ​ແລະ ​ແຂກ​ເຂົ້າ​ຮ່ວມ. ຂຽນຂ່າວ: ປາ​ວີ​ຄຳ ​ເພັດ​ທະລາ​ກຸນ; ພາບ: ຄຳ​ພອນ ​ທ່າວເຈີ​ວາງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ພິທີມອບ-ຮັບຫ້ອງອັດສຽງ ໃຫ້ກະຊວງຍຸຕິທຳ
ພິທີມອບ-ຮັບຫ້ອງອັດສຽງ ໃຫ້ກະຊວງຍຸຕິທຳ
https://www.moj.gov.la/lo/node/508
ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ກະຊວງຍຸຕິທຳ ໄດ້ເປີດຝຶກອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຂຶ້ນຢ່າງເປັນທາງການ ໃນວັນທີ 09 ກໍລະກົດ 2015, ເວລາ 8:30 ໂມງ ທີ່ຫ້ອງປະຊຸມຂອງແຂວງຊຽງຂວາງ ພາຍໃນການເປັນປະທານ ຂອງທ່ານ ອໍານວຍພອນ ປັນຍາສະຫວັດ ຮອງຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ. ຈຸດປະສົງ ເພື່ອຝຶກອົບຮົມກ່ຽວກັບວຽກງານການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃຫ້ແກ່ພະນັກງານຂອງຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ພະນັກງານທີ່ມາຈາກສໍານັກງານ, ອົງການ, ຫົວໜ່ວຍທຸລະກິດ ທັງພາກລັດ ແລະ ເອກະຊົນ ຂອງແຂວງຊຽງຂວາງ ໃຫ້ເປັນຜູ້ໄກ່ເກັ່ຍ ແລະ ກໍາມະການຕັດສິນ ພ້ອມທັງຍົກລະດັບຄວາມສາມາດໃນການເຄື່ອນໄຫວ ແລະ ປະຕິບັດໜ້າທີ່ວຽກງານການແກ້ໄຂຂໍ້ຂັດແຍາງທາງດ້ານເສດຖະກິດ ຢ່າງຖືກຕ້ອງຕາມພາລະບົດບາດ ແລະ ກົດໝາຍ ຂອງ ສປປ ລາວ. ມີນັກສຳມະນາກອນທີ່ມາຈາກພາກສ່ວນຕ່າງໆອ້ອມຂ້າງແຂວງຊຽງຂວາງ ເຂົ້າຮ່ວມທັງໝົດ ຈຳນວນ 14 ຄົນ, ຍິງ 3 ຄົນ, ຊຶ່ງມາຈາກ 09 ​ພາກສ່ວນຄື: ຫ້ອງວ່າການປົກຄອງແຂວງ; ພະແນກໂຍທາທິການ ແລະ ຂົນສົ່ງແຂວງ; ພະແນກການເງິນແຂວງ; ພະແນກພະລັງງານ-ບໍ່ແຮ່ແຂວງ; ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ; ພະແນກຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວແຂວງ; ພະແນກອຸສາຫະກຳ-ການຄ້າແຂວງ; ພະແນກຍຸຕິທຳແຂວງ; ທະນາຄານພັດທະນາລາວ ແລະ ລັດວິສາຫະກິດການຄ້າແຂວງ. ການຝຶກອົບຮົມໄດ້ດຳເນີນໄປເປັນໄລຍະເວລາ 2 ວັນ, ໃນນັ້ນ ຫົວຂໍ້ການຝຶກອົບຮົມທີ່ສຳຄັນມີ ດັ່ງນີ້: ຄວາມສຳຄັນຂອງວຽກງານການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ວຽກງານຄຸ້ມຄອງ-ບໍລິຫານ, ວຽກງານຄຸ້ມຄອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ວຽກງານຕິດຕາມຊຸກຍູ້ການປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖິດ, ວຽກງານນິຕິກໍາ ຂອງ ສກສ ແລະ ຫກສ, ຂັ້ນຕອນການ ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ເຕັກນິກ, ທັກສະຂອງການໄກ່ເກັ່ຍ, ຈັນຍາທຳຂອງຜູ້ໄກ່ເກັ່ຍ ແລະ ກຳມະການຕັດສິນ ຕໍ່ກັບຄູ່ກໍລະນີທີ່ເຂົ້າມາໄກ່ເກັ່ຍ, ການຈຳລອງການໄກ່ເກັ່ຍ ແລະ ການເຜີຍແຜ່ບົດແນະນໍາຂອງລັດຖະມົນຕີກະຊວງຍຸຕິທຳ ກ່ຽວກັບການຈັດຕັ້ງປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ. ຕະຫຼອດໄລຍະການຝຶກອົບຮົມເຫັນວ່າມີບັນຍາກາດຟົດຟື້ນດີ, ນັກສໍານາກອນທຸກທ່ານມີຄວາມເອົາໃຈໃສ່, ມີຄວາມຫ້າວຫັນໃນການຄົ້ນຄວ້າ, ສົນທະນາ ແລະ ມີການແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ຕໍ່ກັບບັນຫາຕ່າງໆທີ່ກ່ຽວຂ້ອງກັບການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຊຶ່ງຖືໄດ້ວ່າພວກກ່ຽວມີຄວາມຮັບຮູ້ ແລະ ເຂົ້າໃຈກໍ່ກັບວຽກງານດັ່ງກ່າວນັ້ນ ໂດຍພື້ນຖານ. ຂ່າວໂດຍ: ເພັງສະຫວັນ ສີສົມສຸກ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ການເຄື່ອນໄຫວວຽງານຂອງສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຢູ່ແຂວງຊຽງຂວາງ
ການເຄື່ອນໄຫວວຽງານຂອງສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຢູ່ແຂວງຊຽງຂວາງ
https://www.moj.gov.la/lo/node/509
ລັດ ສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ. ສະນັ້ນ, ການຝຶກອົບຮົມຈາກຊ່ຽວຊານຕ່າງປະທດ ຈຶ່ງຖືໄດ້ວ່າມີຄວາມຈຳເປັນໃນການປັບປຸງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເພື່ອໃຫ້ມີປະສິດທິພາບ ແລະ ສອດຄ່ອງກັບພາກພື້ນ ແລະ ສາກົນ. ການຝຶກອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໄດ້ຈັດຂຶ້ນໃນວັນທີ 16–17 ພະຈິກ 2015 ທີ່ສູນຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC), ນະຄອນຫຼວງວຽງຈັນ. ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບຸນສະຫວາດ ບຸບຜາ, ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ໂດມີນິກໂກ ເອກອັກຄະລັດຖະທູດ ສາທາລະນະລັດ ສິງກະໂປ ປະຈຳ ສປປ ລາວ ຊຶ່ງມີທ່ານຮອງຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຮອງຫົວໜ້າພະແນກຍຸຕິທຳແຂວງ, ຫົວໜ້າຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ 09 ແຂວງ, ພະນັກງານວິຊາການ ຂອງສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຜູ້ໄກ່ເກັ່ຍ, ກຳມະການຕັດສິນຜູ້ບໍ່ປະຈຳການ, ຕາງໜ້າກະຊວງຍຸຕິທຳ, ສານປະຊາຊົນສູງສຸດ, ສານປະຊາຊົນພາກກາງ, ສານປະຊາຊົນນະຄອນຫຼວງ, ຕຳຫຼວດເສດຖະກິດ, ຫ້ອງວ່າການສູນກາງພັກ, ສະພາແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ, ກະຊວງອຸດສາຫະກຳ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ສຳນັກງານຄຸ້ມຄອງຕະຫຼາດຫຼັກຊັບ, ສະພາທະນາຍຄວາມ, ທະນາຄານພາກລັດ ແລະ ເອກະຊົນ, ຫ້ອງການທີ່ປຶກສາທາງດ້ານກົດໝາຍ, ອົງການສະຫະປະຊາຊາດເພື່ອການພັດທະນາປະຈຳ ສປປ ລາວ ແລະ ມູນິທິເອເຊຍ ເຂົ້າຮ່ວມທັງໝົດ 78 ທ່ານ, ຍິງ 20 ທ່ານ.      ຈຸດປະສົງຂອງການຝຶກອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເພື່ອເຮັດໃຫ້ເປັນຜູ້ໄກ່ເກັ່ຍ ແລະ ກຳມະການຕັດສິນ ສາມາດເຄື່ອນໄຫວ ແລະ ປະຕິບັດໜ້າທີ່ວຽກງານການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ດຳເນີນໄປຢ່າງຖືກຕ້ອງຕາມພາລະບົດບາດ ແລະ ກົດໝາຍຂອງ ສປປ ລາວ. ໃນນີ້ ຫົວຂໍ້ສຳມະນາທີ່ສຳຄັນປະກອຍດ້ວຍ: ການດຳເນີນການໄກ່ເກັ່ຍ ແລະ ການດຳເນີນການຕັດສີນໂດຍຄະນະກຳມະການ ແລະ ເອກະສານຝຶກອົບຮົມປະກອບມີຄື: ຂັ້ນຕອນການດຳເນີນຄະດີຢູ່ ສປປ ລາວ, ຮູບການໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຄວາມແຕກຕ່າງລະຫວ່າງການຕັດສີນຂໍ້ຂັດແຍ່ງຢູ່ສານ ແລະ ການຕັດສີນໂດຍຄະນະກຳມະການນອກສານ ແລະ ການຕັດສີນຂໍ້ຂັດແຍ່ງຕາມສົນທິສັນຍາລົງທຶນ. ຕະຫຼອດໄລຍະການຝຶກອົບຮົມເຫັນວ່າ ນັກສຳມະນາກອນທຸກທ່ານ ໄດ້ມີຄວາມເອົາໃຈໃສ່, ມີຄວາມຫ້າວຫັນໃນການຄົ້ນຄວ້າ, ສົນທະນາ ແລະ ແລກປ່ຽນບົດຮຽນຕໍ່ກັບບັນຫາຕ່າງໆທີ່ກ່ຽວຂ້ອງກັບການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຊຶ່ງຖືໄດ້ວ່າຜູ້ເຂົ້າຮ່ວມມີຄວາມຮູ້ ແລະ ເຂົ້າໃຈຕໍ່ກັບວຽກງານດັ່ງກ່າວໄດ້ດີໂດຍພື້ນຖານ.          ການຝຶກອົບຮົມໃນຄັ້ງນີ້ໄດ້ຮັບຜົນສຳເລັດຕາມແຜນການ ແລະ ໄດ້ປິດລົງໃນວັນ 19 ພະຈິກ 2015 ເວລາ 16:30 ໂມງ. ຂຽນຂ່າວ: ຄຳຫຼ້າ ພິມມະສານ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ການຝຶກອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ
ການຝຶກອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ
https://www.moj.gov.la/lo/node/510
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 26-ກັນຍາ-2016ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 25/09/2016 EP1 ລາຍການເພື່ອສັງຄົມຍຸຕິທຳ 25/09/2016 EP2
ລາຍການເພື່ອສັງຄົມຍຸຕິທຳ 25/09/2016
https://www.moj.gov.la/lo/node/511
ພິທີປະກາດການຈັດຕັ້ງທ່ານຮອງລັດຖະມົນຕີກະຊວງຍຸຕິທໍາຄົນໃໝ່ ໄດ້ຈັດຂຶ້ນໃນວັນທີ 23 ກັນຍາ 2016 ຜ່ານມານີ້ ທີ່ກະຊວງຍຸຕິທໍາ ໂດຍ ເປັນກຽດເຂົ້າຮ່ວມຂອງ ທ່ານ ໄຊສີ ສັນຕິວົງ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທໍາ; ມີບັນດາທ່ານຮອງລັດຖະມົນຕີ, ທ່ານຫົວໜ້າຫ້ອງການ, ບັນດາຫົວໜ້າກົມ, ຫົວໜ້າສະຖາບັນ, ຫົວໜ້າສູນ ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມຢ່າງພ້ອມພຽງ.      ໃນພິທີ ທ່ານ ທອງວັນ ທໍາມະວົງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 277/ນຍ, ລົງວັນທີ 16 ສິງຫາ 2016 ວ່າດ້ວຍການແຕ່ງຕັ້ງ ທ່ານ ໄພວີ ສີບົວລິພາ ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເປັນຮອງລັດຖະມົນຕີກະຊວງຍຸຕິທໍາ, ທັງນີ້ຍ້ອນຄວາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຢູ່ກະຊວງຍຸຕິທໍາ ເພື່ອຮັບປະກັນໃນການເຄື່ອນໄຫວປະຕິບັດຕາມພາລະບົດບາດໜ້າທີ່ ທີ່ພັກ-ລັດມອບໝາຍໃຫ້ ໂດຍສະເພາະແມ່ນການປັບປຸງກໍ່ສ້າງຂະແໜງຍຸຕິທໍາ ແຕ່ສູນກາງຮອດທ້ອງຖິ່ນ.        ຈາກນັ້ນ, ທ່ານ ລັດຖະມົນຕີ ກະຊວງຍຸຕິທໍາ ໄດ້ໃຫ້ຄຳໂອ້ລົມ ແລະ ເນັ້ນໜັກໃຫ້ ທ່ານ ຮອງລັດຖະມົນຕີ ຄົນໃໝ່ ເອົາໃສ່ໃຈວຽກງານການເມືອງ-ແນວຄິດ, ຄົ້ນຄ້ວາທິດສະດີມາກ-ເລນິນ, ແນວທາງນະໂຍບາຍຂອງພັກ ເປັນຕົ້ນ ແມ່ນເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງຍຸຕິທໍາ ກໍຄືແຜນງານໂຄງການຂອງກະຊວງຍຸຕິທໍາ ເພື່ອຫັນໃຫ້ເປັນໂຄງການວຽກງານອັນລະອຽດໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ຕັ້ງໜ້າຄົ້ນຄ້ວາ ແລະ ຈັດຕັ້ງປະຕິບັດທິດຊີ້ນໍາຍຸດທະສາດຂອງພັກ ໃນການປັບປຸງກໍ່ສ້າງຂະແໜງຍຸຕິທໍາ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ ແລະ ເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄວາມຈົງຮັກພັກດີຕໍ່ພັກ-ຕໍ່ປະເທດຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ ຜູ້ໃໝ່ ຂ່າວ: ໄຊຍະສິດ      ພາບ: ວຽງໄຊ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກະຊວງຍຸຕິທໍາ ຈັດພິທີປະກາດການຈັດຕັ້ງທ່ານຮອງລັດຖະມົນຕີຜູ້ໃໝ່
ກະຊວງຍຸຕິທໍາ ຈັດພິທີປະກາດການຈັດຕັ້ງທ່ານຮອງລັດຖະມົນຕີຜູ້ໃໝ່
https://www.moj.gov.la/lo/node/524
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 04-ຕຸລາ-2016ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 2/10/2016 EP1 ລາຍການເພື່ອສັງຄົມຍຸຕິທຳ 2/10/2016 EP2
ລາຍການເພື່ອສັງຄົມຍຸຕິທຳ 2/10/2016
https://www.moj.gov.la/lo/node/527
ຮູບພາບປະກອບ :: ຄຳນຳໜ້າ :: ທ່ານຕຳແໜ່ງງານ:: ວິຊາການສັງກັດຢູ່ພາກສ່ວນ ຫຼື ກົມ :: ກົມໂຄສະນາເຜີຍແຜ່ກົດໝາຍ
ສຸກສາຄອນ
https://www.moj.gov.la/lo/node/528
ຮູບພາບປະກອບ :: ຄຳນຳໜ້າ :: ທ່ານ ນາງຕຳແໜ່ງງານ:: ວິຊາການສັງກັດຢູ່ພາກສ່ວນ ຫຼື ກົມ :: ກົມໂຄສະນາເຜີຍແຜ່ກົດໝາຍ
ສີປະໄພ
https://www.moj.gov.la/lo/node/529
ຮູບພາບປະກອບ :: ຄຳນຳໜ້າ :: ທ່ານ ນາງຕຳແໜ່ງງານ:: ວິຊາການສັງກັດຢູ່ພາກສ່ວນ ຫຼື ກົມ :: ກົມໂຄສະນາເຜີຍແຜ່ກົດໝາຍ
ປາວີຄຳ
https://www.moj.gov.la/lo/node/530
ໃນວັນທີ 23 ກັນຍາ 2016 ຜ່ານມາ ກົມກວດກາ ກະຊວງຍຸຕິທໍາ ແລະ ກົມຕ້ານການສໍ້ລາດບັງຫຼວງ ອົງການກວດກາລັດຖະບານ ໄດ້ລົງມາເຮັດວຽກຢູ່ທີ່ກົມຄຸ້ມຄອງການປະຕິບັດຄໍາຕັດສີນຂອງສານ. ການລົງມາເຮັດວຽກໃນຄັ້ງນີ້ນໍາພາໂດຍ ທ່ານ ບຸນເມກ ບັນນາວົງ, ຄະນະປະຈໍາຄະນະບໍລິຫານງານພັກ, ປະທານກວດກາຄະນະບໍລິຫານງານພັກກະຊວງຍຸຕິທໍາ, ເລຂາໜ່ວຍພັກ, ຫົວໜ້າກົມກວດກາ, ທ່ານ ເທບພະໄທ ພັນກ້າ ຮອງຫົວໜ້າກົມຕ້ານການສໍ້ລາດບັງຫຼວງ, ອົງການກວດກາລັດຖະບານ. ຜ່ານການລົງມາເຮັດວຽກໃນຄັ້ງນີ້ ທ່ານ ຄໍາພອນ ສີປະເສີດ ກໍາມະການຄະນະບໍລິຫານງານພັກກະຊວງຍຸຕິທໍາ, ເລຂາໜ່ວຍພັກ, ຫົວໜ້າກົມຄຸ້ມຄອງການປະຕິບັດຄໍາຕັດສີນຂອງສານ ໄດ້ລາຍງານສະພາບຈຸດພິເສດຂອງກົມ ຕາມຂໍ້ຕົກລົງ ສະບັບເລກທີ 03/ກຍ, ລົງວັນທີ 13 ມັງກອນ 2009 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມຄຸ້ມຄອງການປະຕິບັດຄໍາຕັດສີນຂອງສານ. ນອກຈາກນີ້, ທາງຄະນະກໍໄດ້ມີການຊັກຖາມເຖິງຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການປະຕິບັດໜ້າທີ່ວຽກງານຄວາມເອົາໃຈໃສ່, ຄວາມເປັນແບບຢ່າງຈຸດສຸມໃນການຕ້ານແນວຄິດສໍ້ລາດບັງ ຫຼວງ, ທ່ານ ຮອງຫົວໜ້າກົມ ແລະ ວິຊາການຂອງກົມກໍໄດ້ປະກອບຄໍາຄິດເຫັນຕໍ່ຄໍາຖາມເຫຼົ່ານັ້ນຢ່າງກົງໄປກົງມາ.      ຕອນທ້າຍຂອງກອງປະຊຸມ ທ່ານ ບຸນເມກ ບັນນາວົງ ຫົວໜ້າກົມກວດກາ, ກະຊວງຍຸຕິທໍາ ກໍໄດ້ມີຄໍາເຫັນຕໍ່ກອງປະຊຸມ ເພື່ອນໍາເອົາເນື້ອໃນຂອງກອງປະຊຸມໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.     ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມວຽກງານຕ້ານການສໍ້ລາດບັງຫຼວງ
ກອງປະຊຸມວຽກງານຕ້ານການສໍ້ລາດບັງຫຼວງ
https://www.moj.gov.la/lo/node/531
ໃນຕອນ​ເຊົ້າຂອງວັນທີ 5 ຕຸລາ 2016 ຢູ່ທີ່​ຫ້ອງ​ຮັບ​ແຂກກະຊວງຍຸຕິທຳ, ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ໄດ້​ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ​ ທ່ານ ປີ​ແອຣິກ ​ເລີ​ເຊີນ​ ຫົວໜ້າຄະນະບໍລິຫານ​ສະ​ຖາ​ບັນ​ກຽມການ​ປົກຄອງ​ທົ່ວ​ໄປຂອງ​ປະ​ເທດ​ຝຣັ່ງ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ທ່ານ​ໄດ້​ເດີນທາງ​ມາ​ຢ້ຽມຢາມ​ ​ແລະ ​ເຮັດ​ວຽກຢ່າງ​ເປັນທາງ​ການ​ຢູ່ ສປປ ລາວ ​ໃນ​ລະຫວ່າງ​ ວັນ​ທີ 4-6 ຕຸລາ 2016.         ​ພ້ອມ​ດຽວກັນ​ນີ້ ທ່ານ ລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ກໍໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການເຂົ້າຢ້ຽມຂໍ່ານັບ ​ແລະ ການ​ມາ​ເຮັດ​ວຽກຂອງ ທ່ານ ປີ​ແອຣິກ ​ເລີ​ເຊີນ ພ້ອມດ້ວຍຄະນະ​ໃນ​ຄັ້ງ​ນີ້ ຊຶ່ງເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງລາວ-ຝຣັ່ງ ​​ໃນ​ຂະ​ແໜງຍຸຕິ​ທຳ ໃຫ້​ມີ​ບາດກ້າວ​ຂະຫຍາຍ​ຕົວຂື້ນ​ໄປ​ເລື້ອຍໆ.         ຈາກ​ນັ້ນທັງສອງຝ່າຍ ກໍໄດ້ລາຍງານສະພາບຈຸດພິເສດ ແລະ ສະພາບການເຄື່ອນໄຫວວຽກງານຍຸຕິທຳຂອງ​ແຕ່ລະ​ຝ່າຍໃຫ້ກັນ ແລະ ກັນໄດ້ຮັບຊາບ  ​ ພ້ອມ​ທັງປຶກສາ​ຫາລື​ກ່ຽວກັບການ​ພົວພັນ​ຮວ່ມມື​ຊ່ວຍ​ເຫຼືອ​ເຊີ່ງ​ກັນ ​​ແລ​ະ ກັນ ດ້ານ​ວຽກງານຍຸຕິ​ທຳ​ໃນ​ຕໍ່ໜ້າ ໃຫ້​ນັບ​ມື້​ເຕີບ​ໃຫ່ຍ​​ເຂັ້ມ​ແຂງ ​​ແລະ ກວ້າງຂວາງ​ກວ່າ​ເກົ່າ .         ​​ໃນໂອກາດ​ດັ່ງ​ກ່າວ ທ່ານ ປີ​ແອຣິກ ​ເລີ​ເຊີນ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ທ່ານ ລັດຖະມົນຕີ ກະຊວງຍຸຕິທຳ ​ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ​ໄດ້ອຳນວຍຄວາມສະດວກທຸກດ້ານ​ໃຫ້​ແກ່​ການເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ແລະ ພ້ອມ​ຈະຮ່ວມມືທາງ​ດ້ານກົດໝາຍ​ໃຫ້​ກ້າວ​ເຂົ້າສູ່​ລວງ​ເລິກ .           ຂ່າວ: ອອ່ນຄຳ; ພາບ ວຽງ​ໄຊ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ທ່ານ ລັດຖະມົນຕີກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນຈາກສະຖາບັນກຽມການປົກຄອງທົ່ວໄປ ຂອງປະເທດຝຣັ່ງງ
ທ່ານ ລັດຖະມົນຕີກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນຈາກສະຖາບັນກຽມການປົກຄອງທົ່ວໄປ ຂອງປະເທດຝຣັ່ງງ
https://www.moj.gov.la/lo/node/532
ຄຳນຳໜ້າ :: ທ່ານຕຳແໜ່ງງານ:: ວິຊາການສັງກັດຢູ່ພາກສ່ວນ ຫຼື ກົມ :: ກົມໂຄສະນາເຜີຍແຜ່ກົດໝາຍ
ຈັນທະວີສຸກ
https://www.moj.gov.la/lo/node/534
ທ້າຍເດືອນກັນຍາທີ່ຜ່ານມາ ຢູ່ທີ່ສະຖາບັນຍຸຕິທຳແຫ່ງຊາດ ໄດ້ຈັດກອງປະຊຸມປຶກສາຫາລື ຜ່ານຮ່າງຫຼັກສູດວິຊາຊີບຍຸຕິທຳ ໂດຍການເປັນປະທານຂອງ ທ່ານ ປອ ເສີມສຸກ ສິມພະວົງ ຮອງເລຂາຄະນະພັກກະ ຊວງ, ຮອງລັດຖະມົນຕີກະຊວງຍຸຕິທຳ, ມີຜູ້ຕາງໜ້າຈາກອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ກະຊວງສຶກສາທິການ ແລະ ກິລາ, ປະທານສານປະຊາຊົນພາກກາງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ 30 ກວ່າທ່ານ.    ໃນກອງປະຊຸມ ທ່ານ ປອ ຈອມຄຳ ບຸບຜາລີວັນ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ໄດ້ກ່າວຈຸດປະສົງຂອງກອງປະຊຸມປຶກສາຫາລື ວ່າ: ຕາມມາດຖານຫຼັກສູດແຫ່ງຊາດທີ່ກະຊວງສຶກສາທິການ ແລະ ກິລາ ໄດ້ວາງອອກນັ້ນ ຍັງມີບາງຈຸດທີ່ສະຖາບັນຍຸຕິທຳຈະຕ້ອງໄດ້ປັບປຸງຫຼັກສູດ ເພື່ອໃຫ້ສອດຄ່ອງກັບມາດຖານຫຼັກສູດຂອງກະຊວງສຶກສາທິການ ແລະ ກິລາ ທີ່ໄດ້ວາງອອກ. ລະຍະຜ່ານມາ ແມ່ນປະຕິບັດຕາມຫຼັກສູດ 6 4 2 ຄື ຮຽນທິດສະດີ 6 ເດືອນ, ພາກປະຕິບັດຕົວຈິງ 4 ເດືອນ ແລະ ຂຽນບົດລາຍງານ, ບົດໂຄງການຈົບຊັ້ນ 2 ເດືອນ ຖືວ່າສໍາເລັດ; ແຕ່ຕາມຫຼັກສູດຂອງກະຊວງສຶກສາ ແມ່ນເນັ້ນໃສ່ພາກປະຕິບັດຕົວຈິງ ແລະ ຂຽນບົດລາຍງານເປັນຕົ້ນຕໍ ເພື່ອສ້າງຄວາມຊຳນານງານ, ຄວາມເປັນມືອາຊີບ ແລະ ຄວາມກ້າວໜ້າທາງດ້ານວິຊາການ ຊຶ່ງຮຽນທິດສະດີ 2 ເດືອນ, ພາກປະຕິບັດຕົວຈິງ 8 ຫາ 1 ປີ. ສະນັ້ນ, ຈຶ່ງມີຄວາມຈຳເປັນຕ້ອງປັບປຸງ ຄື: 1) ແຍກຫຼັກສູດຜູ້ພິພາກສາ, ໄອຍະການ ແລະ ທະນາຍຄວາມ ອອກເປັນແຕ່ລະຫຼັກສູດຢ່າງລະອຽດ; 2) ຮັກສາໄວ້ຫຼັດສູດວິຊາຊີບຍຸຕິທຳໄວ້ລວມກັນຄືເກົ່າ; 3) ແຍກເປັນແຕ່ລະຫຼັກສູດ ແຕ່ໃຫ້ຮຽນລວມກັນ ເພື່ອສ້າງຄວາມເຂົ້າໃຈ ແລະ ຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບກັນ.      ຈາກນັ້ນ, ທ່ານ ວິລະຊົນ ວັນສີລາລົມ ກໍໄດ້ສະເໜີຮ່າງຫຼັກສູດຍຸຕິທຳສະບັບປຸງ ຊຶ່ງໃຊ້ເວລາຮຽນທັງໝົດ 18 ເດືອນ, ຮຽນທິດສະດີ 6 ເດືອນ, ຝຶກງານຕົວຈິງ 8 ເດືອນ, ທວນຄືນ, ຂຽນບົດລາຍງານ  ແລະ ບົດໂຄງ ການຈົບຊັ້ນ 2 ເດືອນ, ມີ 4 ວິຊາຮຽນຄື: ວິຊາທັກສະພື້ນຖານ, ວິຊາທັກສະ ສະເພາະວຽກງານຜູ່ພິພາກສາ, ວິຊາທັກສະ ສະເພາະວຽກງານໄອຍະການ, ວິຊາທັກສະ ສະເພາະວຽກງານທະນາຍຄວາມ. ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມ ກໍໄດ້ປະກອບຄຳເຫັນຢ່າງກົງໄປກົງມາຕໍ່ກັບຮ່າງຫຼັກສູດຍຸຕິທຳ ເພື່ອເຮັດໃຫ້ຫຼັກສູດວິຊາຊີບຍຸຕິທຳຖືກ ແລະ ສອດຄ່ອງຕາມສະພາບຂອງວຽກງານໃນພາກຕົວຈິງ ແລະ ຕາມຫຼັກສູດຂອງກະຊວງສຶກສາ ທີ່ໄດ້ວາງອອກ.    ປະທານກອງປະຊຸມ ໄດ້ເນັ້ນໜັກໃຫ້ບັນດາຜູ້ເຂົ້າຮ່ວມ ຈົ່ງໄດ້ເອົາໃຈໃສ່ສະແດງຄວາມຄິດເຫັນ ແລະ ໃຫ້ທັດສະນະຢ່າງກົງໄປກົງມາ ເພື່ອປະກອບສ່ວນເຮັດໃຫ້ກອງປະຊຸມປຶກສາຫາລືໃສ່ຮ່າງຫຼັກສູດໃນຂະແໜງວິຊາ ຊີບຍຸຕິທຳ ມີເນື້ອໃນຄົບຖ້ວນ, ສົມບູນ, ຖືກຕ້ອງຕາມເງື່ອນໄຂຂອງຂະແໜງຍຸຕິທຳ ເພື່ອແນ່ໃສ່ສ້າງນັກກົດໝາຍໃຫ້ມີຄວາມຮູ້, ມີຄວາມເຂົ້າໃຈທີ່ເປັນເອກະພາບກັນ.   ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມປຶກສາຫາລື ຜ່ານຮ່າງຫຼັກສູດວິຊາຊີບຍຸຕິທຳ
ກອງປະຊຸມປຶກສາຫາລື ຜ່ານຮ່າງຫຼັກສູດວິຊາຊີບຍຸຕິທຳ
https://www.moj.gov.la/lo/node/535
ກອງປະຊຸມ ປຶກສາຫາລືກ່ຽວກັບການກຳນົດມາດຕະການທາງເລືອກ ສຳລັບເດັກກະທຳຜິດ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 16-18 ສິງຫາ 2016 ທີ່ ບາງກອກ, ຣາຊະອານາຈັກໄທ ມີຜູ້ເຂົ້າຮ່ວມຈາກບັນດາປະເທດຄູ່ຮ່ວມງານໂຄງການຂອງອົງການ ອຸຍນິເຊບ (UNICEF) 12 ປະເທດ ເຊັ່ນ ສປປ ລາວ ຕາງໜ້າໂດຍ ກົມຄຸ້ມຄອງລະບົບຍຸຕິທຳ ກະຊວງຍຸຕິທຳ, ກຳປູເຈຍ, ອິນໂດເນເຊຍ, ສສ ຫວຽດນາມ, ມາເລເຊຍ, ມຽນມາ, ຟີລິບປິນ, ຕີມໍເລສເຕ, ປາປົວນິວກິນີ, ມົງໂກເລຍ, ສປ ຈີນ, ຜູ້ປະສານງານພ້ອມດ້ວຍຜູ້ຕາງໜ້າອົງການ ອຸຍນິເຊບ (UNICEF) ປະຈໍາແຕ່ລະປະເທດ ລວມທັງໝົດ 76 ທ່ານ.        ກອງປະຊຸມ ໄດ້ຮັບຟັງການສະເໜີພາບລວມກ່ຽວກັບການແບ່ງ ແລະ ມາດຕະການທາງເລືອກສຳລັບເດັກ ໃນຂໍ້ຂັດແຍ່ງທາງກົດໝາຍ, ຂະບວນການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາກ່ຽວຂ້ອງ. ຈາກນັ້ນ ຜູ້ຕາງໜ້າຈາກບັນດາປະເທດທີ່ຖືກເຊີນ ກໍໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານເດັກ ເປັນຕົ້ນແມ່ນມາດຕະຖານສັງຄົມ, ກົດໝາຍ, ນະໂຍບາຍ,  ການເຂົ້າເຖິງການບໍລິການ, ວັດທະນະທຳ-ສັງຄົມ, ການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ແລະ ບັນດາສິ່ງທ້າທາຍອື່ນໆ ຊຶ່ງແຕ່ລະປະເທດ ແມ່ນມີຂະບວນການທາງດ້ານກົດໝາຍ ແລະ ວິທີການການຈັດຕັ້ງປະຕິບັດແຕກຕ່າງກັນ ເຊັ່ນ ການກຳນົດອາຍຸຂອງເດັກ ທີ່ມີຄວາມຮັບຜິດຊອບທາງອາຍາ, ການແກ້ໄຂຂໍ້ຂັດແຍ່ງ, ການກຳນົດໂທດ, ການພາກໂທດ, ການເກັບກຳ ແລະ ສົ່ງຂໍ້ມູນ ໂດຍນຳໃຊ້ລະບົບ SMS, ອົງການທີ່ເປັນເຈົ້າການກ່ຽວກັບການກຳຜິດຂອງເດັກ ລວມເຖິງຂະບວນການຜີກເດັກອອກຈາກຂະບວນການຍຸຕິທຳ. ກອງປະຊຸມຍັງໄດ້ພ້ອມກັນຄົ້ນຄວ້າ ແລະ ຮັບຮອງເອົາແຜນການໃນ 3 ປີຕໍ່ໜ້າ ກ່ຽວກັບວຽກງານການຜີກເດັກອອກຈາກຂະບວນການຍຸຕິທຳຕື່ມອີກ. ຂ່າວໂດຍ: ສ. ບຸນຄໍ້າ (ນັກຂ່າວກົມຄຸ້ມຄອງລະບົບຍຸຕິທຳ) ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ເຄື່ອນໄຫວວຽກງານທາງລັດຖະການ ຢູ່ ຣາຊະອານາຈັກໄທ
ກອງປະຊຸມ ການກຳນົດມາດຕະການທາງເລືອກ ສຳລັບເດັກກະທຳຜິດ
https://www.moj.gov.la/lo/node/536
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 10-ຕຸລາ-2016ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 9/10/2016 EP1 ລາຍການເພື່ອສັງຄົມຍຸຕິທຳ 9/10/2016 EP1
ລາຍການເພື່ອສັງຄົມຍຸຕິທຳ 9/10/2016
https://www.moj.gov.la/lo/node/537
ພະແນກຍຸຕິທຳ ແຂວງວຽງຈັນ ໄດ້ເປີດຝຶກອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຂຶ້ນ ໃນວັນທີ 26 ມັງກອນ 2016, ເວລາ 8:30 ໂມງ ພາຍໃຕ້ການເປັນທານຂອງ ທ່ານ ກອງສີ ອຸດົມ ກຳມະການພັກແຂວງ, ເລຂາ ໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງວຽງຈັນ ແລະ ທ່ານ ອຳນວຍພອນ ປັນຍາສະຫວັດ ຮອງຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ. ຈຸດປະສົງ ເພື່ອຝຶກອົບຮົມກ່ຽວກັບວຽກງານການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ  ໃຫ້ແກ່ພະນັກງານຂອງຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ພະນັກງານທີ່ມາຈາກສໍານັກງານ, ອົງການ, ຫົວໜ່ວຍທຸລະກິດ ທັງພາກລັດ ແລະ ເອກະຊົນ ໃຫ້ເປັນຜູ້ໄກ່ເກັ່ຍ ແລະ ກໍາມະການຕັດສີນ ຢູ່ ຫ້ອງການແກ້ໄຂຂໍ້ຂັດ ແຍ່ງທາງດ້ານເສດຖະກິດ ຫຼື (ຫກສ) ໃຫ້ຮັບຮູ້ ແລະ ເຂົ້າໃຈວິທີ, ຂັ້ນຕອນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃຫ້ຖືກຕ້ອງຕາມພາລະບົດບາດ ແລະ ກົດໝາຍວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຂອງ ສປປ ລາວ.       ການຝຶກອົບຮົມຄັ້ງນີ້ ມີບັນດານັກສຳມະນາກອນທີ່ມາຈາກພາກສ່ວນຕ່າງໆອ້ອມຂ້າງແຂວງ ວຽງຈັນ  ເຂົ້່າຮ່ວມລວມທັງໝົດ ຈຳນວນ 29 ທ່ານ, ຍິງ 4 ທ່ານ ຊຶ່ງມາຈາກ 18 ພາກສ່ວນ ຄື: ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ; ພະແນກການເງິນແຂວງ; ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ; ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ; ພະແນກແຜນການ ແລະ ການລົງທືນແຂວງ; ພະແນກກະສິກຳ ແລະ ປ່າໄມ້ ແຂວງ; ພະແນກພະລັງງານ - ບໍ່ແຮ່ແຂວງ; ພະແນກຖະແຫຼງຂ່າວ, ວັດຖະນະທຳ ແລະ ທ່ອງທ່ຽວ; ໄອຍະການປະຊາຊົນແຂວງ; ໄອຍາການປະຊາຊົນເຂດ; ສານປະຊາຊົນແຂວງ; ປກສ ແຂວງ; ສະພາການຄ້າແຂວງ; ທະນາຍຄວາມ; ພະແນກຍຸຕິທຳແຂວງ; ທະນາຄານພັດທະນາລາວ ສາຂາແຂວງ; ທະນາຄານການຄ້າ ສາຂາແຂວງ.      ການຝຶກອົບຮົມໄດ້ດຳເນີນໄປເປັນໄລຍະເວລາ 02 ວັນ, ນັບແຕ່ວັນທີ 26​-​​27 ມັງກອນ 2016 ຊຶ່ງມີຫົວຂໍ້ການຝຶກອົບຮົມທີ່ສຳຄັນ ດັ່ງນີ້: ຄວາມສຳຄັນຂອງວຽກງານການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ວຽກງານຄຸ້ມຄອງ-ບໍລິຫານ, ວຽກງານຄຸ້ມຄອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ວຽກງານຕິດຕາມຊຸກຍູ້ການປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖິດ, ວຽກງານນິຕິກໍາ ຂອງ ສກສ ແລະ ຫກສ, ຂັ້ນຕອນການແກ້ໄຂຂໍ້ຂັດແຍ່ງທາງ ດ້ານເສດຖະກິດ, ເທັກນິກ, ທັກສະຂອງການໄກ່ເກັ່ຍ, ຈັນຍາທຳຂອງຜູ້ໄກ່ເກັ່ຍ ແລະ ກຳມະການຕັດສີນ ຕໍ່ກັບຄູ່ກໍລະນີທີ່ເຂົ້າມາໄກ່ເກັ່ຍ, ການຈຳລອງການໄກ່ເກັ່ຍ ແລະ ການເຜີຍແຜ່ບົດແນະນໍາຂອງລັດຖະມົນຕີກະຊວງຍຸຕິທຳ ກ່ຽວກັບ ການຈັດຕັ້ງປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ. ນອກຈາກການດຳເນີນຕາມແຜນການຝຶກອົບຮົມແລ້ວ, ຄະນະວິຊາການຍັງໄດ້ເຮັດວຽກຕົວຈິງຮ່ວມກັບ ຫກສ ແລ້ວ ຍັງໄດ້ເນັ້ນໃຫ້ ຫກສ ຖືເອົາວຽກງານໄກ່ເກັ່ຍ ເປັນສຳຄັນ. ສ່ວນການຕັດສີນ ແມ່ນຖືເປັນສຳຮອງ ເນື່ອງຈາກເປັນຫ້ອງການທີ່ສ້າງຕັ້ງໃໝ່, ຕະຫຼອດໄລຍະ 2 ວັນໃນການຝຶກອົບຮົມ ເຫັນໄດ້ວ່າ: ມີບັນຍາກາດຟົດຟື້ນ, ນັກສໍານາກອນທຸກທ່ານມີຄວາມເອົາໃຈໃສ່, ມີຄວາມຫ້າວຫັນໃນ ການຄົ້ນຄວ້າ, ສົນທະນາ ແລະ ມີການແລກປ່ຽນບົດຮຽນຕໍ່ກັບບັນຫາຕ່າງໆ ທີ່ກ່ຽວຂ້ອງກັບການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຊຶ່ງຖືໄດ້ວ່າ ນັກສຳມະນາກອນ ມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ກັບວຽກງານດັ່ງກ່າວໄດ້ດີພໍສົມຄວນ.                                                                                                                                                                                                                                                            ຂ່າວໂດຍ: ເພັງສະຫວັນ ສີສົມສຸກ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ຝຶກອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຢູ່ພະແນກຍຸຕິທຳ ແຂວງວຽງຈັນ
ຝຶກອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຢູ່ ພະແນກຍຸຕິທຳ ແຂວງວຽງຈັນ
https://www.moj.gov.la/lo/node/538
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 11-ຕຸລາ-2016ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 7/09/2016
ລາຍການຄວາມຮູ້ທາງກົດໝາຍ 7/09/2016
https://www.moj.gov.la/lo/node/539
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 11-ຕຸລາ-2016ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ9/09/2016
ລາຍການຄວາມຮູ້ທາງກົດໝາຍ9/09/2016
https://www.moj.gov.la/lo/node/540
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 11-ຕຸລາ-2016ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 12/09/2016
ລາຍການຄວາມຮູ້ທາງກົດໝາຍ 12/09/2016
https://www.moj.gov.la/lo/node/541
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 11-ຕຸລາ-2016ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 26/09/2016
ລາຍການຄວາມຮູ້ທາງກົດໝາຍ 26/09/2016
https://www.moj.gov.la/lo/node/545
ທ້າຍເດືອນກັນຍາທີ່ຜ່ານມາ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ໄດ້ຈັດກອງປະຊຸມເປີດກວ້າງວຽກງານຍຸຕິທຳ ຂອງບັນດາແຂວງຊາຍແດນລາວ-ຫວຽດນາມ ຂຶ້ນຢູ່ທີ່ແຂວງແທງຮ່ວາ ປະເທດ ຫວຽດນາມ ໂດຍການເປັນປະທານຮ່ວມຂອງ ທ່ານ ໄຊສີ ສັນຕິວົງ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ທ່ານ ເລແທງ ລອງ ກໍາມະການສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີວ່າການກະ ຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ແລະ ເປັນກຽດເຂົ້າຮ່ວມຂອງ ທ່ານ ຮ່າຮຸ່ງເກືອງ ອະດິດລັດຖະມົນຕີກະຊວງຍຸຕິທຳ ສສ ຫວຽດນາມ, ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ມີບັນດາທ່ານ ຮອງລັດຖະມົນຕີ, ບັນດາທ່ານຫົວໜ້າກົມ, ຫົວໜ້າພະແນກຍຸຕິທຳແຂວງທີ່ມີຊາຍແດນຕິດຈອດ ແລະ ບໍ່ຕິດຈອດຂອງສອງປະເທດເຂົ້າຮ່ວມ 130 ກວ່າທ່ານ.      ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງການລາຍງານ, ແລກປ່ຽນ ແລະ ປຶກສາຫາລືກ່ຽວກັບການພົວພັນຮ່ວມມືວຽກງານໃນແຕ່ລະດ້ານຂອງຂະແໜງຍຸຕິທຳລະຫວ່າງສອງປະເທດ ເປັນຕົ້ນ ແມ່ນການຕີລາຄາຄືນກ່ຽວກັບການຈັດຕັ້ງປະຕິ ບັດຜົນຂອງກອງປະຊຸມວຽກງານຍຸຕິທຳຂອງບັນດາແຂວງທີ່ມີຊາຍແດນຕິດຈອດກັນລະຫວ່າງລາວ-ຫວຽດນາມ ໃນຄັ້ງທີ II ທີ່ຜ່ານມາ ເປັນຕົ້ນ ວຽກງານການຄຸ້ມຄອງການຍົກຍ້າຍຖິ່ນຖານແບບເສລີຂອງພົນລະ​ເມືອງ​ທີ່​ດຳລົງຊີວິດຢູ່ ແລບຕາມຊາຍແດນ, ການແຕ່ງດອງທີ່ບໍ່ຖືກຕ້ອງຕາມກົດໝາຍຂອງພົນລະເມືອງ ສອງຊາດ ລາວ-ຫວຽດນາມ, ການຈົດທະບຽນການແຕ່ງດອງ, ວຽກງານສັນຊາດ, ວຽກງານການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ, ວຽກງານການກໍ່ສ້າງ ພະນັກງານ ແລະ ນັກສຶກສາກົດໝາຍຂອງສອງປະເທດ.      ໃນກອງປະຊຸມທັງສອງຝ່າຍ ໄດ້ຕົກລົງເຫັນດີເປັນເອກະພາບກັນໃນການຮ່ວມມືຈັດຕັ້ງປະຕິບັດບັນດາຂໍ້ສະເໜີທີ່ສອງກະຊວງໄດ້ຍົກມາແລກປ່ຽນໃຫ້ມີປະສິດທິພາບ​ ສາມາດແກ້ໄຂການຍົກຍ້າຍຖິ່ນຖານ, ການແຕ່ງດອງທີ່ບໍ່ຖືກຕ້ອງ ຕາມກົດໝາຍຂອງພົນລະເມືອງ ສອງຊາດລາວ-ຫວຽດນາມ; ການຈັດຕັ້ງປະຕິບັດຄຳຕັດສີນຂອງສານໃຫ້ວ່ອງໄວ ແລະ ຖືກຕ້ອງຕາມຕົວຈິງ, ຍູ້ແຮງການຊີ້ນຳ-ນຳພາຂອງອຳນາດການປົກຄອງທ້ອງຖິ່ນ, ບັນດາພະແນກຍຸຕິທໍາແຂວງ, ຫ້ອງການຍຸຕິທໍາເມືອງ ໃຫ້ເພີ່ມທະວີແກ້ໄຂບັນຫາດັ່ງກ່າວແກ່ພົນລະເມືອງຢ່າງຖືກຕ້ອງບົນພື້ນຖານກົດໝາຍ. ພ້ອມກັນນັ້ນ, ກໍຕ້ອງເອົາໃຈໃສ່ໂຄສະນາເຜີຍແຜ່ບັນດາກົດໝາຍໃຫ້ແກ່ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ຢູ່ແລບຕາມ ຊາຍແດນໃຫ້ມີຄວາມຮັບຮູ້, ເຂົ້າໃຈ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມກົດໝາຍໃຫ້ຖືກຕ້ອງ.      ປະທານ​ກອງ​ປະຊຸມທັງສອງຝ່າຍ ໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງກອງປະຊຸມທີ່ເຕັມໄປດ້ວຍບັນຍາກາດອັນດີ, ມິດຕະພາບ, ຄວາມສາມັກຄີອ້າຍນ້ອງດ້ວຍຈິດໃຈຄວາມຮັບຜິດຊອບສູງ ສາມາດຈັດຕັ້ງກອງປະຊຸມເປີດກວ້າງວຽກງານ ຍຸຕິທຳຂອງບັນດາແຂວງຊາຍແດນ ລາວ-ຫວຽດນາມ ​ໄດ້ສໍາເລັດຕາມລະດັບຄາດໝາຍ; ພາຍຫຼັງສຳເລັດກອງປະຊຸມ ກໍໄດ້ມີພິທີເຊັນບົດບັນທຶກການຮ່ວມມືືລະຫວ່າງກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ  ກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ກ່ຽວກັບການຊ່ວຍເຫຼືອກໍ່ສ້າງພື້ນຖານໂຄງລ່າງໃຫ້ແກ່ສະຖາບັນຍຸຕິທຳແຫ່ງຊາດລາວ, ບົດບັນທຶກການຮ່ວມມືໃນປີ 2017 ກ່ຽວກັັບວຽກງານຍຸຕິທຳຂອງສອງກະຊວງຍຸຕິທຳ ລາວ-ຫວຽດນາມ ແລະ ບົດບັນທຶກການຮ່ວມມືລະ ຫວ່າງ ມະຫາວິທະຍາໄລກົດໝາຍຂອງ​ ສສ ຫວຽດນາມ ແລະ ສະຖາບັນຍຸຕິທຳແຫ່ງຊາດລາວ ແຕ່ປີ 2016 ຫາ ປີ 2020.   ພາບ: ຄຳ​ພອນ+ ວຽງ​ໄຊ, ຂ່າວ: ຄຳ​ພອນ ທ່າວ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມເປີດກວ້າງວຽກງານຍຸຕິທຳຂອງບັນດາແຂວງຊາຍແດນລາວ-ຫວຽດນາມ ຄັ້ງທີ III
ກອງປະຊຸມເປີດກວ້າງວຽກງານຍຸຕິທຳຂອງບັນດາແຂວງຊາຍແດນລາວ-ຫວຽດນາມ ຄັ້ງທີ III
https://www.moj.gov.la/lo/node/546
ໃນ​ວັນ​ທີ 29 ກັນ​ຍາ 2016 ຢູ່​ທີ່​ຫ້ອງ​ປະ​ຊຸມ​ຂອງ​ກະ​ຊວງ​ຍຸ​ຕິ​ທຳ ໄດ້​ຈັດ​ກອງ​ປະ​ຊຸມ​ຜ່ານ​ຮ່າງ​ດຳ​ລັດ​ວ່າ​ດ້ວຍກອງ​ທຶນ​​ສ້າງ ແລະ ພັດ​ທະ​ນາ​ສີ​ມື​ແຮງ​ງານ ໂດຍ​ການ​ເປັນ​ປະ​ທານ​ຂອງ ​ທ່ານ ອິນ​ທະ​ປັນ​ຍາ ຂຽວ​ວົງ​ພະ​ຈັນ ຫົວ​ໜ້າ​ກົມ​ກົດ​ໝາຍ​, ກະ​ຊວງ​ຍຸຕ​ິ​ທຳ ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ ທ່ານ ພູ​ວັນ​ ຈັນ​ທະ​ວົງ ຫົວ​ໜ້າ​ກົມ​ພັດ​ທະ​ນາ​ສີ​ມື​ແຮງ​ງານ ແລະ ຈັດຫາ​ງານ, ກະ​ຊວງແຮງ​ງານ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ, ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ​ທ່ານຮອງ​ຫົວ​ໜ້າ​ກົມ, ຫົວ​ໜ້າ​ພະ​ແນກ, ຮອງ​ຫົ​ວ​ໜ້າພະ​ແນກ ພ້ອມ​ດ້ວຍ​ພະ​ນັກ​ງານ​ວິ​ຊາ​ການ ຂອງກະ​ຊວງ​ຍຸ​ຕິ​ທຳ ແລະ ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.       ​ຜູ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​​ໄດ້​ພ້ອມ​ກັນຄົ້ນ​ຄວ້າ, ປຶກ​ສາ​ຫາ​ລື ແລະ ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ດຳ​ລັດ​ວ່າ​ດ້ວຍກອງ​ທຶນ​ສ້າງ ແລະ ພັດ​ທະ​ນາ​ສີ​ມື​ແຮງ​ງານ ຊຶ່ງຮ່າງ​ດຳ​ລັດ​ສະ​ບັບ​ດັ່ງ​ກ່າວ ປະ​ກອບ​ມີ 6 ໝວດ 23 ມາດ​ຕາ ຊຶ່ງໄດ້​ກຳ​ນົດຫຼັກ​ການ, ລະ​ບຽບ​ການ ແລະ ມາດ​ຕະ​ການ​ ກ່ຽວ​ກັບ​ການ​ສ້າງ​ຕັ້ງ, ການ​ຄຸ້ມ​ຄອງ, ການ​ນຳ​ໃຊ້ ແລະ ຕິດ​ຕາມກວດ​ກາ ກອງ​ທຶນ​ສ້າງ ແລະ ພັດ​ທະ​ນາ​ສີ​ມື​ແຮງ​ງານ ເພື່ອ​ເປັນ​ການ​ລະ​ດົມ, ສະ​ສົມ​ທຶນ, ສ້າງ ແລະ ເພີ່ມ​ທະ​ວີ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເງິນ ແນ​ໃສ່ໃນ​ການສ້າງ ແລະ ພັດ​ທະ​ນາ​ສີ​ມື​ແຮງ​ງານ​ໃຫ້​ມີ​ຄຸນ​ນະ​ພາບຕາມ​ທິດ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ຊາດ. ຂ່າວ: ນ. ສີ​ປະ​ໄພ ເພັດ​ປະ​ທຸມ​ມາ;     ພາບ: ນ. ປາ​ວີ​ຄຳ ເພັດ​ທະ​ລາ​ກຸນ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກົມກົດໝາຍ ກະຊວງຍຸຕິທຳ ຈັດກອງປະຊຸມຜ່ານຮ່າງດຳລັດວ່າດ້ວຍກອງທຶນສ້າງ ແລະ ພັດທະນາສີມືແຮງງານ
ກົມກົດໝາຍ ກະຊວງຍຸຕິທຳ ຈັດກອງປະຊຸມຜ່ານຮ່າງດຳລັດວ່າດ້ວຍກອງທຶນສ້າງ ແລະ ພັດທະນາສີມືແຮງງານ
https://www.moj.gov.la/lo/node/547
ໃນ​ຕອນເຊົ້າ​ຂອງວັນ​ທີ 10 ຕຸ​ລາ 2016, ກະ​ຊວງ​ຍຸ​ຕິ​ທຳ​ ຮ່ວມ​ກັບ ກະ​ຊວງ​ຊັບ​ພະ​ຍາ​ກອນທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ໄດ້​ຈັດ​ກອງ​ປະ​ຊຸມ​ຄົ້ນ​ຄວ້າ​, ປຶກ​ສາ​ຫາ​ລື ແລະ ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ດຳ​ລັດ​ວ່າ​ດ້ວຍ ການ​ປະ​ເມີນ​ສິ່ງ​ແວດ​ລ້ອມ​ແບບ​ຍຸດ​ທະ​ສາດ ຢູ່​ທີ່ຫ້ອງ​ປະ​ຊຸມ​​ກະ​ຊວງ​ຍຸ​ຕິ​ທຳ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ ​ທ່ານ ສ​ຈ. ເກດ ກຽດ​ຕິ​ສັກ ຮອງ​ລັດ​ຖະ​ມົນ​​ຕີ​ກະ​ຊວງ​ຍຸ​ຕິ​ທຳ, ມີ​ບັນ​ດາ​ທ່ານຫົວ​ໜ້າ​ກົມ, ຮອງ​ຫົວ​ໜ້າ​ກົມ, ຫົວ​ໜ້າ​ພະ​ແນກ, ຮອງ​ຫົວ​ໜ້າ​ພະ​ແນກ ແລະ ພະ​ນັກ​ງານ​ວິ​ຊາ​ການ​ຂອງ​ສອງ​ກະ​ຊວງ​ເຂົ້າ​ຮ່ວມ.     ໃນ​ກອງ​ປະ​ຊຸມ​ຜູ້​ເຂົ້າ​ຮ່ວມ​ໄດ້​ພ້ອມ​ກັນຄົ້ນ​ຄວ້າ, ປຶກ​ສາ​ຫາ​ລື ແລະ ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ດຳ​ລັດ​ວ່າ​ດ້ວຍ ການ​ປະ​ເມີນ​ສິ່ງ​ແວດ​ລ້ອມ​ແບບ​ຍຸດ​ທະ​ສາດ ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ສູງ. ຮ່າງ​ດຳ​ລັດ​ສະ​ບັບ​ດັ່ງ​ກ່າວ ປະ​ກອບ​ມີ 6 ໝວດ 38 ມາດ​ຕາ ຊຶ່ງເປັນການຜັນ​ຂະ​ຫ​ຍາຍ ມາດ​ຕາ 19 ຂອງ​ກົດ​ໝາຍ​ວ່າ​ດ້ວຍ ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ​ສະ​ບັບ​ເລກ​ທີ 29/ສ​ພ​ຊ, ລົງ​ວັນ​ທີ 18 ທັນ​ວາ 2016 ກ່ຽວ​ກັບ​ການ​ປະ​ເມີນ​ສິ່ງ​ແວດ​ລ້ອມ​ແບບ​ຍຸດ​ທະ​ສາດ ມາເປັນອັນລະອຽດ ເພື່ອເປັນ​ບ່ອນ​ອີງ​ໃຫ້​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໂດຍສະເພາະ​ເວ​ລາ​ສ້າງ ແລະ ທົບ​ທວນ​ນະ​ໂຍ​ບາຍ, ຍຸດ​ທະ​ສາດ ແລະ ແຜນ​ການ ແນ​ໃສ່ຫຼີກ​ເວັ້ນ ແລະ ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້​ອມ, ສັງ​ຄົມ ແລະ ທຳ​ມະ​ຊາດ ປະ​ກອບ​ສ່ວນ​ເຮັດ​ໃຫ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ ດຳ​ເນີນ​ຕາມ​ທິດ​ສີ​ຂຽວ ແລະ ຍືນ​ຍົງ ຂ່າວ: ສີປະໄພ; ພາບ: ສຸກສາຄອນ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກະຊວງຍຸຕິທຳ ຈັດກອງປະຊຸມຄົ້ນຄວ້າປຶກສາຫາລື ແລະ ປະກອບຄຳເຫັນໃສ່ ຮ່າງດຳລັດວ່າດ້ວຍ ການປະເມີນສິ່ງແວດລ້ອມແບບຍຸດທະສາດ
ກະຊວງຍຸຕິທຳ ຈັດກອງປະຊຸມຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ ຮ່າງດຳລັດວ່າດ້ວຍ ການປະເມີນສິ່ງແວດລ້ອມແບບຍຸດທະສາດ
https://www.moj.gov.la/lo/node/548
ໃນລະຫວ່າງ ວັນທີ 21-22 ກັນຍາ 2016 ຜ່ານມານີ້ ກົມຄຸ້ມຄອງລະບົບຍຸຕິທຳ ກະຊວງຍຸຕິທຳ ໄດ້ເຂົ້າຮ່ວມກອງປະຊຸມພາກພື້ນ ເພື່ອປະເມີນຜົນກິດຈະກຳກ່ຽວກັບສິດໃນການມີສັນຊາດຂອງແມ່ຍິງ ແລະ ເດັກນ້ອຍ ໃນອາຊຽນ ຈັດຂຶ້ນທີ່ ດາລາດ, ປະເທດ ສສ ຫວຽດນາມ ມີຜູ້ເຂົ້າຮ່ວມຈາກ 10 ປະເທດອາຊຽນ ໄດ້ຮັບການສະໜັບຈາກອົງການສະຫະປະຊາຊາດ ເພື່ອຜູ້ອົບພະຍົບ (UNHCR) ປະຈຳອາຊີ-ປາຊີຟິກ.        ກອງປະຊຸມ ໄດ້ຮັບຟັງການນຳເໜີຂອງຊ່ຽວຂານ ຈາກອົງການສະຫະປະຊາຊາດ ເພື່ອຜູ້ອົບພະຍົບ (UNHCR) ກ່ຽວກັບບັນຫາດ້ານກົດໝາຍສາກົນ, ທັດສະນະຂອງສາກົນ ແລະ ພາກພື້ນ ຕໍ່ກັບບັນຫາສິດໃນການມີສັນຊາດຂອງແມ່ ຍິງ ແລະ ເດັກນ້ອຍ, ມາດຕະຖານຂອງສາກົນ ແລະ ຂອບກົດໝາຍພາຍໃນຂອງປະເທດອາຊຽນ ກ່ຽວກັບການປົກປ້ອງການບໍ່ມີສັນຊາດໃນເວລາເກີດລູກ, ບັນຫາສັນຊາດຂອງຜູ້ອົບພະຍົບ ລວມເຖິງການສົ່ງເສີມ ແລະ ການປົກປ້ອງສິດທິ ຂອງແມ່ຍິງ ແລະ ເດັກນ້ອຍ ໃນບັນດາປະເທດອາຊຽນ. ຈາກນັ້ນ ຜູ້ຕາງໜ້າຈາກບັນດາປະເທດອາຊຽນ ກໍໄດ້ປະກອບຄຳຄິດຄຳເຫັນ ແລະ ນຳສະເໜີສະພາບການຈັດຕັ້ງປະບັດວຽກງານສັນຊາດຂອງປະເທດຕົນ ໂດຍສະເພາະບັນດາຂໍ້ຫຍຸ້ງ ຍາກ, ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ. ສຳລັບ ສປປ ລາວ ແມ່ນໄດ້ນຳສະເໜີບັນດາກົດໝາຍທີ່ກ່ຽວຂ້ອງໂດຍສະເພາະແມ່ນ ວຽກງານການຂໍເອົາສັນຊາດລາວ, ຂໍເອົາສັນຊາດລາວຄືນ ແລະ ການຂໍປະສັນຊາດລາວ ລວມ ທັງບັນຫາຕ່າງໆທີ່ພົວພັນກັບວຽກງານສັນຊາດ. ພ້ອມກັນນັ້ນ, ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ ແລະ ຮັບຮອງເອົາແຜນການເຄື່ອນໄຫວວຽກງານບໍລິມະສິດ, ກອບແຜນພັດທະນາແມ່ຍິງ ແລະ ເດັກນ້ອຍແບບຍືນຍົງ ແລະ ໜ່ວຍງານຮັບ ຜິດຊອບກ່ຽວບັນຫາການມີສັນຊາດຂອງແມ່ຍິງ ແລະ ເດັກນ້ອຍ ໃນ 10 ປະເທດອາຊຽນ.        ກອງປະຊຸມດຳເນີນໄປເປັນເວລາ 2 ວັນເຕັມ ແລະ ອັດລົງດ້ວຍຜົນສຳເລັດອັນຈົບງາມ. ຂ່າວ: ສ. ບຸນຄ້ຳ (ນັກຂ່າວກົມຄຸ້ມຄອງລະບົບຍຸຕິທຳ) ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມພາກພື້ນກ່ຽວກັບການມີສັນຊາດຂອງແມ່ຍິງ ແລະ ເດັກນ້ອຍ ໃນອາຊຽນ
ກອງປະຊຸມພາກພື້ນກ່ຽວກັບການມີສັນຊາດຂອງແມ່ຍິງ ແລະ ເດັກນ້ອຍ ໃນອາຊຽນ
https://www.moj.gov.la/lo/node/549
ກະຊວງ​ຍຸຕິ​ທຳ ​ໄດ້​​ເປີດ​ກອງ​ປະຊຸມ​ວຽກງານ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ​ທົ່ວ​ປະ​ເທດ ປະຈຳ​ປີ 2016  ​​ຂຶ້ນ​ໃນ​ລະຫວ່າງວັນ​ທີ່ 11-12 ຕຸລາ 2016 ທີ່​ໂຮງ​ແຮມ​ນະຄອນ​ສັກ ນະຄອນຫຼວງວຽງຈັນ ​​​ໂດຍພາຍ​ໃຕ້​ການ​ເປັນ​ປະທານຂອງ​ທ່ານ  ​​ໄຊ​ສີ ສັນຕິ​ວົງ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ, ມີທ່ານຮອງ​ລັດຖະມົນຕີ, ບັນດາທ່ານ​ຫົວໜ້າກົມ, ຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງ​ທົ່ວ​ປະ​ເທດ ​ແລະ ​ແຂກ​ຖືກ​ເຊີນ​ຈາກ​ກະຊວງ​ທີ່​ກຽ່ວຂ້ອງ ພ້ອມ​ດ້ວຍ​ພະນັກງານ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ ​ເຂົ້າ​ຮວ່ມທັງໝົດ 150 ທ່ານ.      ໃນ​ກອງປະຊຸມ ທ່ານ ຄຳ​ພອນ ສີ​ປະ​ເສີດ ຫົວໜ້າກົ​ມຄຸ້ມ​ຄອງ​ການ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ ​ໄດ້​ຂຶ້ນ​ຜ່ານ​ຮ່າງ​ບົດ​ລາຍ​ງານ​ການ​ເຄື່ອນ​ໄຫວວຽກງານ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ ປະຈຳ​ສົກ​ປີ 2015-2016 ​ແລະ ທິດ​ທາງ​ແຜນການ ສຳລັບ​ປີ 2017 ​ຊຶ່​ງທ່ານ​ໄດ້​ກ່າວ​ວ່າ ວຽກງານ​ຈັດ​ຕັ້ງ​ປະຕິບັດຄຳ​ຕັດສີນ​ຂອງ​ສານ ​ແມ່ນ​ວຽກງານໜຶ່ງທີ່​ສຳຄັນ​ຢູ່​ໃນ​ລະບົບ​ຍຸຕິ​ທຳ ​ໂດຍ​ການ​ນຳ​ເອົາ​ຄຳ​ສັ່ງ, ຄຳ​ຊີ້​ຂາດ, ຄຳ​ຕັດສີນ, ຄຳ​ພິພາກສາຂອງ​ສານ​ທີ່​ໃຊ້​ໄດ້​ຢ່າງ​ເດັດຂາດ ມາ​ຈັດ​ຕັ້ງ​ປະຕິບັດ​ໃຫ້​ຖືກຕ້ອງ ​ແລະ ປາກົດ​ຜົນ​ເປັນ​ຈິງ​ ເພື່ອ​ຟື້ນ​ຟູ​ສິດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ລັດ, ລວມໝູ່ ​ແລະ ພົນລະ​ເມືອງ​ທີ່​ຖືກ​ລະ​ເມີດ ຫຼື ສູນ​ເສຍ​ໄປກັບ​ຄືນ​ມາ.      ໃນ​ໄລຍະ​ຜ່ານ​ມາ ກົມ​ຄຸ້ມ​ຄອງ​ການ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ ​ກໍໄດ້​ປະສານ​ສົມທົບ​ກັບ​ອົງການ​ປົກຄອງ​ແຂວງ, ກົມ​ຈັດ​ຕັ້ງ ​ແລະ ​ພະນັກງານ ປັບປຸງ​ກົງຈັກ​ການຈັດ​ຕັ້ງ​ຂອງ​ຕົນຢູ່​ຂັ້ນ​ທ້ອງ​ຖິ່ນ ​ໃຫ້​ມີ​ຄວາມໜັກ​ແໜ້ນທາງ​ດ້ານ​ການ​ເມືອງ ​ແລະ ວຽກງານ​ວິຊາ​ສະ​ເພາະ, ​ໃນ​ສົກ​ປີ 2015-2016 ສາມາດ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ​ໃນ​ທົ່ວ​ປະ​ເທດ​ໄດ້ 1,684 ​ເລື່ອງ ​ແບ່ງ​ເປັນ​ຄະດີ​ແພ່ງ 800 ​ເລື່ອງ, ຄະດີອາຍາ 884 ​ເລື່ອງ ສາມາດ​ມອບເງິນຄືນ​ໃຫ້​ຄູ່​ຄວາມ​ໃນ​ຄະດີ​ແພ່ງ ​ແລະ ອາຍາ​​ ໄດ້​ທັງໝົດ 28,172,729,265 ກີບ; ​ເງິນ​ບາດ​ໄທ​ ຈຳນວນ 45,421,982 ບາດ; ​ເງິນ​ຢວນ ຈຳນວນ 33,790 ຢວນ ​ແລະ ​ເງິນ​ໂດ​ລາ​ສະຫະລັດ 1,198,876 ​ໂດ​ລາ. ​ໄດ້ມອບ​ເງິນ​ອາກອນ, ​ເງິນ​ປັບ​ໃໝ ​ແລະ ​ເງິນ​ຮິບ​​ເຂົ້າ​ລັດ​ໄດ້ 5,983,865,931 ກີບ. ຫຼັງຈາກ​ນັ້ນ ​ຜູ້​ເຂົ້າ​ຮ່ວມກອງ​ປະຊຸມ​ກໍ​ໄດ້​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາຕໍ່​ກັບ​ຮ່າງ​ບົດ​ລາຍ​ງານ​ ດ້ວຍ​ບັນຍາກາດ​ຟົດ​ຟື້ນ​ ​ແລະ ​ເຕັມ​ໄປ​ດ້ວຍ​ຄວາມໝາຍຄວາມ​ສຳຄັນ ເພື່ອ​ພ້ອມ​ກັນ​ປຶກສາ​ຫາລື​, ຊອກ​ຫາ​ວິທີ​ການ​ແກ້​​ໄຂ ​ແນ່​ໃສ່​ຮັບປະກັນ​ໃຫ້​ຈຳນວນຄຳ​ຕັດສີນ​ຂອງ​ສານ​ທີ່​ໃຊ້​ຢ່າງ​ເດັດຂາດນັ້ນ ​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ​ຢ່າງ​ວ່ອງ​ໄວ, ຖື​ກຕ້ອງ ​ແລະ ​ເຂັ້ມ​ງວດ, ​ແກ້​ໄຂ​ຫາງ​ສຽງຈົ່ມ​ວ່າ​ຂອງ​ສັງຄົມ​ໃຫ້ຫຼຸດຜ່ອນ​ລົງ​ເທື່ອ​ລະ​ກ້າວ. ພ້ອມ​ດຽວກັນ​ນັ້ນ ​ກອງ​ປະຊຸມ​ ໄດ້​ພ້ອມ​ກັນ​ກຳນົດທິດ​ທາງ​ແຜນການ​​ໃນ​ການ​ເຄື່ອນ​ໄຫວ​ວຽກງານປີ 2017 ​​ແມ່ນ​ບົນ​ພື້ນຖານ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ X ຂອງ​ພັກ ​ແລະ ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ IV ​ຂອງ​ອົງຄະ​ນະ​ພັກ​ກະຊວງ​ຍຸຕິ​ທຳ ​ໃຫ້​ປາກົດ​ຜົນ​ເປັນ​ຈິງ. ​ພ້ອມ​ກັນ​ນັ້ນ, ​ກໍ​ຈະ​ສືບ​ຕໍ່​ປັບປຸງ​ກົງຈັກ​ການຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດ​ສີນ​ຂອງ​ສານ​ໃຫ້​ເປັນ​ລະບົບ​ຄົບ​ຊຸດຕິດ​ພັນ​ກັບ​ການ​ເພີ່ມ​ຈຳນວນ ​ແລະ ພັດທະນາ​ຄຸນ​ນະພາ​ບຂອງ​ບຸກຄະ​ລາກ​ອນຜູ້ທີ່​ເຮັດ​ວຽກງານ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ ຮັບປະກັນ​ໃຫ້​ອົງການ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ ສາມາດ​ປະຕິບັດພາລະ​ບົດບາດ​ໃນ​ການ​ເຄື່ອນ​ໄຫວ​ວຽກງານ​ຂອງ​ຂະ​ແໜງຍຸຕິ​ທຳ​ໃນ​ໄລຍະ​ໃໝ່. ຂ່າວໂດຍ: ອອ່ນຄຳ ໄຊຍະວົງ; ພາບໂດຍ: ຄຳພອນ, ຈັນທະວີສຸກ, ສີ​ປະ​ໄພ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກະຊວງຍຸຕິທຳ ເປີດກອງປະຊຸມວຽກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານທົ່ວປະເທດ ປະຈຳປີ 2016
ກະຊວງຍຸຕິທຳ ເປີດກອງປະຊຸມວຽກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານທົ່ວປະເທດ ປະຈຳປີ 2016
https://www.moj.gov.la/lo/node/550
ກອງປະຊຸມປຶກສາຫາລື ກ່ຽວກັບວຽກງານການເອົາເດັກໄປເປັນລູກລ້ຽງ ໄດ້ຈັດຂຶ້ນວັນທີ 7 ຕຸລາ 2016 ຢູ່ທີ່ຫ້ອງປະຊຸມຂອງກົມຄຸ້ມຄອງລະບົບຍຸຕິທຳ ກະຊວງຍຸຕິທຳ ພາຍໃຕ້ການເປັນປະທານຂອງ ທ່ານ ວິກອນ ບຸນວິໄລ ຮອງຫົວ ໜ້າກົມຄຸ້ມຄອງລະບົບຍຸຕິທຳ ໂດຍມີຄະນະຮັບຜິດຊອບພິຈາລະນາການເອົາເດັກໄປເປັນລູກລ້ຽງຂັ້ນສູນກາງ ທີ່ມາຈາກກະຊວງຍຸຕິທຳ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງການຕ່າງປະເທດ ແລະ ກະຊວງສາທາລະນະສຸກ ທັງໝົດ 10 ທ່ານ.      ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າກ່ຽວກັບສຳນວນຄຳຮ້ອງຂໍເອົາເດັກໄປເປັນລູກລ້ຽງ ຂອງຄົນຕ່າງປະເທດ ຈຳນວນ 4 ສຳນວນ ທີ່ໄດ້ຍື່ນຕໍ່ຂະແໜງການກ່ຽວຂ້ອງແລ້ວສົ່ງມາຍັງກະຊວງຍຸຕິທຳ ຊຶ່ງເປັນຄະນະຮັບຜິດຊອບລວມຂັ້ນສູງ ກາງກ່ຽວກັບວຽກງານການເອົາເດັກໄປເປັນລູກລ້ຽງ. ກອງປະຊຸມໄດ້ຕົກລົງເຫັນດີເປັນເອກະພາບພິຈາລະນາແກ້ໄຂສຳນວນດັ່ງກ່າວທັງ 4 ສຳນວນ ແຕ່ຕ້ອງປະຕິບັດຕາມມາດຕາ 38 ຂອງດຳລັດວ່າດ້ວຍວ່າດ້ວຍການເອົາເດັກໄປເປັນລູກ ລ້ຽງ ສະບັບເລກທີ 194/ລບ, ລົງວັນທີ 12 ມິຖຸນາ 2014. ພ້ອມກັນນັ້ນ ຄະນະຮັບຜິດຊອບພິຈາລະນາການເອົາເດັກໄປເປັນລູກລ້ຽງຕ້ອງລົງເກັບກຳຂໍ້ມູນຄືນບ່ອນທີ່ເດັກອາໄສຢູ່ ແລ້ວປະກອບໃສ່ສຳນວນເພື່ອລາຍງານ ທ່ານລັດຖະມົນຕີ ກະຊວງຍຸຕິທຳ ມີທິດຊີ້ນຳ.        ນອກຈາກນັ້ນ, ກອງປະຊຸມຍັງໄດ້ພ້ອມກັນຜ່ານຮ່າງແບບຟອມຄຳຮ້ອງຂໍເອົາເດັກໄປເປັນລູກລ້ຽງ ແລະ ແບບຟອມປະເມີນຜົນ ເພື່ອຄວາມເປັນເອກະພາບໃນການນຳໃຊ້ ໃນຂອບເຂດທົ່ວປະເທດ.    ຂ່າວ ແລະ ພາບ: ສ. ບຸນຄ້ຳ (ນັກຂ່າວກົມຄຸ້ມຄອງລະບົບຍຸຕິທຳ) ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມວຽກງານການເອົາເດັກໄປເປັນລູກລ້ຽງ
ກອງປະຊຸມປຶກສາຫາລືກ່ຽວກັບວຽກງານການເອົາເດັກໄປເປັນລູກລ້ຽງ
https://www.moj.gov.la/lo/node/551
ກະຊວງຍຸຕິທຳ, ກົມໂຄສະນາອົບຮົມກົດໝາຍ,​ ໜ່ວຍງານຈົດໝາຍເຫດທາງລັດຖະການ ໄດ້ຈັດຊຸດຝຶກອົບຮົມໃຫ້ຜູ່ປະສານງານ ວຽກງານຈົດໝາຍເຫດທາງລັດຖະການໃນລະບົບເອເລັກໂຕຣນິກ 4 ແຂວງພາກກາງ ​ແລະ ນະຄອນຫຼວງ​ວຽງ​ຈັນ ໃນລະຫວ່າງ ວັນທີ 13-14 ຕຸລາ 2016 ທີ່ໂຮງ​​ແຮມທະວີ​ສຸກ, ເມືອງວັງ​ວຽງ, ແຂວງວຽງ​ຈັນ ໂດຍການເປັນປະທານຂອງ ທ່ານ ສຸ​ວຽງ​ທອງ ວົງ​ຈຳປາ ກຳມະການປະຈຳພັກ​ເມືອງ, ຮອງເຈົ້າ​ເມືອງໆ​ວັງ​ວຽງ ຊຶ່ງມີນັກສໍາມະນາກອນມາ ຈາກຫ້ອງວ່າການປົກຄອງແຂວງ ແລະ ພະແນກຍຸຕິທຳ ແຂວງ ວຽຈັນ, ຄຳມ່ວນ, ບໍລິຄຳໄຊ, ໄຊສົມບູນ ​ແລະ ນະຄອນ​ຫຼວງ​ວຽງ​ຈັນ, ມີຜູ້ເຂົ້າຮ່ວມທັງໝົດ 30 ທ່ານ, ຍິງ 10 ທ່ານ.      ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອໃຫ້ຜູ້ປະສານງານເຫັນໄດ້ບົດບາດຄວາມໝາຍຄວາມສຳຄັນຂອງການຈັດຕັ້ງປະຕິບັດຈົດໝາຍເຫດທາງລັດຖະການໃນລະບົບເອເລັກໂຕຣນິກ. ຊຸດຝຶກອົບຮົມໃນຄັ້ງນີ້ໄດ້ເນັ້ນໃຫ້ຜູ້ປະ ສານງານຕ້ອງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການ ໃຫ້ມີປະສິດທິຜົນ, ຜູ້ປະສານງານຕ້ອງກຳໄດ້ ແລະ ຮັບຮູ້ສິດ ແລະພາລະບົດບາດຂອງຕົນໃນການສັງລວມ, ການເກັບໂຮມ, ການໄຈ້ແຍກ ແລະ ການນຳສົ່ງ ນິຕິກຳ ລວມເຖິງວິທີການນຳໃຊ້ເວັບໄຊຈົດໝາຍເຫດທາງລັດຖະການ. ໃນລະຫວ່າງການຝຶກອົບຮົມໄດ້ດຳເນີນໄປດ້ວຍບັນຍາກາດອັນດີ, ຟົດຟື້ນ ແລະ ເປັນກັນເອງ ແລະ ໄດ້ມີການແລກປ່ຽນຄຳຄິດຄຳເຫັນ ແລະ ຖອດຖອນບົດຮຽນລະ ຫວ່າງ ນັກສຳມະນາກອນ ແລະ ຜູ້ບັນຍາຍ ເຫັນວ່າບັນຫາໃດຍັງບໍ່ຈະແຈ້ງ ກໍໄດ້ຮັບການແກ້ໄຂ ແລະ ເປັນເອກະພາບກັນ ແລະ ເຮັດໃຫ້ມີຄວາມເຂົ້າໃຈແຈ້ງຂຶ້ນຕື່ມ.                                                                                                                                                                                                                ຂ່າວ ແລະ ພາບໂດຍ: ກົມໂຄສະນາອົບຮົມກົດໝາຍ     ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ຊຸດຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃນລະບົບເອເລັກໂຕຣນິກ 4 ແຂວງພາກກາງ ແລະ ນະຄອນຫຼວງວຽງຈັນ
ຊຸດຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃນລະບົບເອເລັກໂຕຣນິກ 4 ແຂວງພາກກາງ ແລະ ນະຄອນຫຼວງວຽງຈັນ
https://www.moj.gov.la/lo/node/552
ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ່ 14 ຕຸລາ 2016 ຢູ່​ທີ່​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ກະຊວງ​ຍຸຕິ​ທຳ ​ໄດ້​ຈັດ​ພິທີ​ຮັບ​ມະຫາຊົນ​ຜູ້​ກ້າວໜ້າ​ເຂົ້າ​ເປັນ​ສະມາຊິກ​ຊາວໜຸ່ມປະຊາຊົນ​ປະຕິ​ວັດ​ລາວ ​ໂດຍ​ການ​ເປັນ​ປະ​ທານ​ຂອງ​ ທ່ານ ​ໄກ​ທິບ​ພະຈັນ ພວງ​ພະຈັນ ຮອງ​ຫົວໜ້າສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ, ມີ​ຄະນະຊາວໜຸ່ມຮາກ​ຖານ​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ​, ຄູ​ອາຈານ​ ຕະຫຼອດ​ຮອດ​ນັກ​ສຶກສາ​ກົດໝາຍທີ່​ເປັນ​ສະມາຊິກ​ຊາວໜຸ່ມ​ໃໝ່ ​ແລະ ​ແຂກ​ຖືກ​ເຊີນ​ເຂົ້າ​ຮວ່ມ.      ໃນ​ພິທີ ທ່ານ ຄຳ​ພູ ສໍ​ຜາບ​ມີ​ໄຊ ​ຈັດ​ຕັ້ງ​ພິທີກໍ​ໄດ້​ຂຶ້ນ​ຜ່ານ​ມະຕິ​ຕົກລົງ​ຂອງ​ຄະນະ​ຊາວໜຸ່ມຮາກ​ຖານ​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ​ ວ່າ​ດ້ວຍ​ການ​ອະນຸມັດ​ຮັບ​​ເອົາ​ນັກ​ສຶກສາ​ກົດໝາຍຜູ້​ທີ່​ເປັນມະຫາຊົນ​​ກ້າວໜ້າ​ເຂົ້າ​ເປັນ​ສະມາຊິກ​ຊາວໜຸ່​ມ ປະຊາຊົນ​ປະຕິວັດ​ລາວ ທັງໝົດ ຈຳນວນ 85 ທ່ານ ຍິງ 18 ທ່ານ ​ເພື່ອ​ປະ​ກອບ​ສ່ວນ​​ເປັນ​ກຳລັງ​ແຮງ​ໃຫ້​ແກ່ວຽກງານ​ຊາວໜຸ່ມຂອງ​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ​​ໃນ​ການ​ປະຕິບັດພາລະ​ບົດບາດ​ສິດ ​ແລະ ໜ້າທີ່ ທີ່​ໄດ້​ຮັບມອບໝາຍ​ໃຫ້​ມີ​ປະສິດທິ​ຜົນ ​​ໂ​​ດຍສະ​ເພາະ​ການ​ຈັດ​ຕັ້ງ​ປະຕິບັດ​ຂໍ້​ແຂ່ງຂັນ 4 ບຸກ ຂອງ​ສູນ​ກາງຊາວໜຸ່ມ ປະຊາຊົນ​ປະຕິວັດ​ລາວ​ວາງ​ອອກ​ໃຫ້​ປາກົດ​ຜົນ​ເປັນ​ຈິງ.        ໃນ​ຕອນ​ທ້າຍ​ຂອງ​ພິທີ ທ່ານ ​ໄກ​ທິບ​ພະຈັນ ພວງ​ພະຈັນ ຮອງ​ຫົວໜ້າສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ກໍ​ໄດ້​ກຽດ​ໂອ້​ລົມ ​ແລະ ​ໃຫ້​ຄຳ​ໂອວາດ​ຕໍ່​ຜູ້​ທີ່​ໄດ້​ຮັບ​ເຂົ້າ​ເປັນ​ສະມາຊິກ​ຊາວໜຸ່ມ​ປະຊາຊົນປະຕິວັດ​ລາວໃນ​ຄັ້ງ​ນີ້ ​ຈົ່ງ​ໄດ້ເອົາ​ໃຈ​ໃສ່ປະຕິບັດ​ກົດ​ລະບຽບຊາວໜຸ່ມວາງ​ອອກ​ຢ່າງ​ເຂັ້ມ​ງວດ. ​ ພ້ອມ​ດຽວກັນ​ນັ້ນ ​ກໍ​ຕັ້ງໜ້າດຸໝັ່ນຄົ້ນຄ້ວາຮ່ຳຮຽນ​ໃຫ້​​ເປັນ​ຊາວໜຸ່ມ ທີ່​ຮຽນດີ, ຮຽນ​ເກັ່ງ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ ​ແລະ ປະສົບ​ຜົນສຳ​ເລັດ​ໃນ​ການ​ສຶກສາ.      ຫຼັງຈາກ​ນັ້ນ ຕົວ​ແທນ​ຈາກ​ສະມາ​ຊິກ​ຊາວໜຸ່ມ​ໃໝ່ກໍ​ໄດ້​ຂຶ້ນ​ຮັບ​ຄຳ​ໂອວາດ ​ແລະ ​ໃຫ້​ຄຳປະຕິຍານວ່າ ຈະພ້ອມ​ກັນ​ປະຕິບັດ​ຕາມ​ກົດ​ລະບຽບຂອງ​ຊາວໜຸ່ມວາງ​ອອກ ​​ພ້ອມເປັນ​ກຳລັງ​ແຮງ​ໃນ​ການ​ສືບ​ທອດ​ພາລະກິດ​ປະຕິວັດ ກໍ​ຄື ສອງ ໜ້າທີ່​ຍຸດ​ທະ​ສາດ ຄື ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ​ຕາມ​ຄຳ​ຂັວນຂອງ​ຊາວໜຸ່ມທີ່​ວ່າ ບ່ອນ​ໃດ​ຍາກ​ຊາວໜຸ່ມບຸກ ບ່ອນ​ໃດ​ທຸກ​ຊາວໜຸ່ມຜ່ານ​ຜ່າ ​ເມື່ອ​ໃດ​ຊາດ​ຕ້ອງການ ຊາວໜຸ່ມຂານ​ອາສາ. ຂຽນຂ່າວ: ອ່ອນ​ຄຳ; ພາບ: ສຸກ​ສາຄອນ, ປາ​ວີ​ຄຳ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ສະຖາບັນຍຸຕິທຳແຫ່ງຊາດ ກະຊວງຍຸຕິທຳ ຈັດພິທີຮັບມະຫາຊົນຜູ້ກ້າວເຂົ້າເປັນສະມາຊິກຊາວໜຸ່ມ
ສະຖາບັນຍຸຕິທຳແຫ່ງຊາດ ກະຊວງຍຸຕິທຳ ຈັດພິທີຮັບມະຫາຊົນຜູ້ກ້າວເຂົ້າເປັນສະມາຊິກຊາວໜຸ່ມ
https://www.moj.gov.la/lo/node/554
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 21-ຕຸລາ-2016ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 16/10/2016 EP1 ລາຍການເພື່ອສັງຄົມຍຸຕິທຳ 16/10/2016 EP2
ລາຍການເພື່ອສັງຄົມຍຸຕິທຳ 16/10/2016
https://www.moj.gov.la/lo/node/555
ໃນ​ຕອນ​ບ່າຍ ຂອງ​ວັນ​ທີ 18 ຕຸລາ 2016 ຢູ່​ທີ່​ກະຊວງ​ຍຸຕິ​ທຳ ທ່ານ ​ໄຊ​ສີ ສັນຕິ​ວົງ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ໄດ້​ຕ້ອນຮັບ​ການ​ເຂົ້າຢ້ຽ​ມຂ່ຳ​ນັບຂອງ​ ທ່ານ ພົນ​ຈັດ​ຕະວາ ຫງຽວນ ວັນ ​ແຮ້ງ, ກຳ​ມະ​ການ​ສູນ​ກາງ​ພັກ, ຮອງ​ປະທານ​ສານ​ປະຊາຊົນ​ສູງ​ສຸດ, ຫົວໜ້າສານ​ທະຫານ​ຂັ້ນ​ສູນ​ກາງ​ແຫ່ງ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ​ໃນ​ໂອກາດ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ວຽກງານ​ຢູ່​ ສປປ ລາວ.      ໃນ​ໂອກາດ​ນີ້, ທ່ານ ​ໄຊ​ສີ ສັນຕິ​ວົງ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ  ​ແຫ່ງ ສປປ ລາວ ​ໄດ້​ກ່າວ​ສະ​ແດງ​ຄວາມ​ຍິນ​ດີຕ້ອນຮັບຢ່າງ​ອົບ​ອຸ່ນ​ ​ແລະ ​ຕີ​ລາຄາ​ສູງຕໍ່ ທ່ານ ພົນ​ຈັດ​ຕະວາ ຫງຽວນ ວັນ ​ແຮ້ງ ກຳມະການ​ສູນ​ກາງ​ພັກ, ຮອງ​ປະທານ​ສານ​ປະຊາຊົນ​ສູງ​ສຸດ, ຫົວໜ້າສານ​ທະຫານ​ຂັ້ນ​ສູນ​ກາງ​ແຫ່ງ ສສ ຫວຽດນາມພ້ອມ​ດ້ວຍ​ຄະນະທີ່ເດີນທາງ​ມາ​ຢ້ຽມຢາມ ​ແລະ ວຽກງານ​ຢູ່​ ສປປ ລາວ ​ໃນ​ຄັ້ງ​ນີ້.      ຫຼັງຈາກ​ນັ້ນ ທັງ​ສອງ​ຝ່າຍ​ກໍ​ໄດ້​ລາຍ​ງາ​ນສະພາບ​ຈຸດ​ພິ​ເສດ ​ແລະ ການ​ເຄື່ອນ​ໄຫວ​ວຽກງານ​ໃນ​ໄລຍະ​ຜ່ານ​ມາ​ໃຫ້​ກັນຊາ​ບ, ​ພ້ອມ​ທັງ​ສົນທະນາ​ວຽກງານ​ຍຸຕິ​ທຳ ​ແລະ ຮ່ວມ​ກັນ​ປຶກສາ​ຫາລືການ​ພົວພັນ​ຮ່ວມ​ມື​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ດ້ານ​ວຽກງານຍຸຕິ​ທຳ​ໃນຕໍ່ໜ້າ.     ໂອກາດ​ດຽວກັນນີ້, ທ່ານ ພົນ​ຈັດ​ຕະວາ ຫງຽວນ ວັນ ​ແຮ້ງ ກຳມະການ​ສູນ​ກາງ​ພັກ, ຮອງ​ປະທານ​ສານ​ປະຊາຊົນ​ສູງ​ສຸດ, ຫົວໜ້າສານ​ທະຫານ​ຂັ້ນ​ສູນ​ກາງ​ແຫ່ງ ສສ ຫວຽດນາມ ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈຕໍ່ ທ່ານ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ແຫ່ງ ສປປ ລາວ ທີ່​ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນພ້ອມ​ທັງ​ລາຍ​ງານ​ການ​ເຄື່ອນ​ໄຫວ​ວຽກງານ​ທ່ານ​ພ້ອມ​ດ້ວຍ​ຄະນະໃນ​ຄັ້ງ​ນີ້. ຂຽນຂ່າວ: ປາ​ວີ​ຄຳ ​ເພັດ​ທະລາ​ກຸນ ພາບ: ສຸກ​ສາຄອນ ຈັນທະ​ວຸດ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ທ່ານລັດຖະມົນຕີກະຊວງຍຸຕິທຳ ຕ້ອນຮັບຄະນະຜູ້ແທນຫວຽດນາມ
ທ່ານລັດຖະມົນຕີກະຊວງຍຸຕິທຳ ຕ້ອນຮັບຄະນະຜູ້ແທນຫວຽດນາມ
https://www.moj.gov.la/lo/node/556
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 24-ຕຸລາ-2016ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 23/10/2016 EP1 ລາຍການເພື່ອສັງຄົມຍຸຕິທຳ 23/10/2016 EP2
ລາຍການເພື່ອສັງຄົມຍຸຕິທຳ 23/10/2016
https://www.moj.gov.la/lo/node/557
ໃນ​ທ້າຍ​ອາທິດ​ທີ່​ຜ່ານ​ມາ  ບໍລິສັດ​​ ​ເບຍລາວ ຈຳກັດ ​ໄດ້​ນຳ​ເອົາເຄື່ອງ​ກິລາມາ​ມອບແກ່​ກົມ​ໂຄສະນາ​ອົບຮົມກົດໝາຍ ກະຊວງ​ຍຸຕິ​ທຳ ຈຳນວນ 20 ຊຸດ ​ໂດຍການ​ມອບ​ຂອງ ​ທ່ານ ບຸນ​ກັນ ກຸລະ​ບຸດ  ຜູ້ອຳນວຍການ​ຝ່າຍ​ປະຊາສຳພັນ ​ແລະ ກິດຈະກຳ​ເພື່ອ​ສັງຄົມ  ​ໂດຍ​ການ​ກ່າວ​ຮັບຂອງ ທ່ານ ບຸນ​ລ້ອມ ດວງ​ມາລາ ຮອງຫົວໜ້າກົມ​ໂຄສະນາ​ອົບຮົມກົດໝາຍ, ມີ​ພະນັກງານ​ທັງ​ສອງ​ຝ່າຍ​​ເຂົ້າ​ຮວ່ມ​ເປັນ​ສັກຂີ​ພິຍານ.       ໃນ​ໂອກາດ​ດັ່ງກ່າວ ທ່ານ ບຸນ​ລ້ອມ ດວງ​ມາລາ ຮອງ​ຫົວໜ້າກົມ​ໂຄສະນາ​ອົບຮົມ​ກົດໝາຍ ກໍ​ໄດ້​ສະ​ແດງຂອບ​ໃຈ​ພ້ອມ​ທັງມອບປຶ້ມກົດໝາຍ ​ໃຫ້​ບໍລິສັດ​ເບຍ​ລາວ ​​ເພື່ອ​ນຳ​ໄປ​ຮັບ​ໃຊ້​ໃນ​ວຽກງານ​ຂອງຕົນ​ຄັ້ງ​ນີ້,        ຫຼັງຈາກ​ນັ້ນ ​ທັງ​ສອງ​ຝ່າຍ​​ໄດ້​ຮວ່ມກັນ​​ສ້າງ​ຂະ​ບວນການ​ກິລາ​ບານ​ເຕະ​ມິດຕະພາບ​ ຊຶ່​ງຜ່ານ​ການ​ແຂ່ງ​ທີ​ມບໍລິສັດ​ເບຍ​ລາວ ສາມາດ​​ເອົາຊະນະ ທີ​ມກົມ​ໂຄສະນາ​ອົບຮົມ​ກົດໝາຍ​ໄປ​ 8 ປະຕູ​ຕໍ່ 5                                                                                                                                                                                                                                              ຂ່າວ: ອ່ອນ​ຄຳ; ພາບ: ສຸກ​ສາຄອນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ບໍລິສັດ ເບຍລາວ ຈຳກັດ ມອບເຄື່ອງກິລາ ໃຫ້ແກ່ກົມໂຄສະນາອົບຮົມກົດໝາຍ ກະຊວງຍຸຕິທຳ
ບໍລິສັດ ເບຍລາວ ຈຳກັດ ມອບເຄື່ອງກິລາ ໃຫ້ແກ່ກົມໂຄສະນາອົບຮົມກົດໝາຍ ກະຊວງຍຸຕິທຳ
https://www.moj.gov.la/lo/node/584
ໃນລະຫວ່າງວັນທີ 25 ຕຸລາ ຫາ ວັນທີ 5 ພະຈິກ 2016 ໂດຍປະຕິບັດຕາມຂໍ້ຕົກລົງສະບັບເລກທີ 529/ກຍ, ລົງວັນທີ 14 ມິຖຸນາ 2016 ວ່າດ້ວຍການແຕ່ງຕັ້ງຄະນະຮັດຜິດຊອບປັບປຸງກົດໝາຍ ວ່າດ້ວຍການຈັດຕັ້ງປະຕິບັດຄໍາຕັດສີນ ຂອງສານ, ຄະນະຮັບຜິດຊອບປັບປຸງກົດໝາຍວ່າດ້ວຍ ການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ຊຶ່ງນໍາໂດຍທ່ານ ຄໍາພອນ ສີປະເສີດ ຫົວໜ້າກົມຄຸ້ມຄອງການປະຕິບັດຄໍາຕັດສີນຂອງສານ ໄດ້ລົງເຮັດວຽກຢູ່ ຫົກແຂວງ ຄື:   ແຂວງຫຼວງ ພະບາງ, ແຂວງໄຊຍະບູລີ, ແຂວງສະຫວັນນະເຂດ, ແຂວງຄໍາມ່ວນ, ຂວງຈໍາປາສັກ ແລະ ແຂວງສາລະວັນ.      ຈຸດປະສົງຂອງການລົງເຮັດວຽກໃນຄັ້ງນີ້ ເພື່ອເກັບຂໍ້ມູນໃນການປັບປຸງກົດໝາຍວ່າດ້ວຍ ການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ, ຜ່ານການລົງເຮັດວຽກເຫັນວ່າ ພາກສ່ວນທີ່ກ່ຽວຂ້ອງກໍໄດ້ມີການປະກອບຄໍາຄິດຄໍາເຫັນຕໍ່ກັບຄໍາຖາມ ເຈາະຈິ້ມຢ່າງກົງໄປກົງມາ ແລະ ເປັນຂໍ້ມູນພື້ນຖານໃຫ້ແກ່ຄະນະຮັບຜິດຊອບປັບປຸງກົດໝາຍວ່າດ້ວຍ ການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ຊຶ່ງຄາດວ່າຈະສໍາເລັດການລົງເກັບກຳຂໍ້ມູນເບື້ອງຕົ້ນໃນເດືອນ ທັນວາ 2016 ແລະ ຈະໄດ້ລົງ ໄປທາບທາມຄຳເຫັນກັບພາກສ່ວນທີ່ກ່ຽວຂ້ອງ. ການລົງເກັບກໍາຂໍ້ມູນໃນຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກໂຄງການສະໜັບສະໜູນການຈັດຕັ້ງປະຕິບັດແຜນແມ່ບົດພັດທະນາລັດປົກຄອງດ້ວຍກົດໝາຍ (SPLSMP).   ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ການລົງເກັບກຳຂໍ້ມູນປັບປຸງກົດໝາຍວ່າດ້ວຍ ການຈັດຕັ້ງປະຕິບັດຄຳຕັດສີນຂອງສານ
ການລົງເກັບກຳຂໍ້ມູນປັບປຸງກົດໝາຍວ່າດ້ວຍ ການຈັດຕັ້ງປະຕິບັດຄຳຕັດສີນຂອງສານ
https://www.moj.gov.la/lo/node/585
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 01-ພະຈິກ-2016ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 30/10/2016 EP1 ລາຍການເພື່ອສັງຄົມຍຸຕິທຳ 30/10/2016 EP2
ລາຍການເພື່ອສັງຄົມຍຸຕິທຳ 30/10/2016
https://www.moj.gov.la/lo/node/586
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 08-ພະຈິກ-2016ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 6/11/2016 EP1 ລາຍການເພື່ອສັງຄົມຍຸຕິທຳ 6/11/2016 EP2
ລາຍການເພື່ອສັງຄົມຍຸຕິທຳ 6/11/2016
https://www.moj.gov.la/lo/node/587
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 14-ພະຈິກ-2016ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 13/11/2016 EP1 ລາຍການເພື່ອສັງຄົມຍຸຕິທຳ 13/11/2016 EP2
ລາຍການເພື່ອສັງຄົມຍຸຕິທຳ 13/11/2016
https://www.moj.gov.la/lo/node/588
ໃນຕອນເຊົ້າຂອງວັນທີ 11 ພະຈິກ 2016 ທີ່ຜ່ານມາ ຢູ່ທີ່ສະໂມສອນຫ້ອງວ່າການປົົົົົົົກເມືອງນາຊາຍທອງ ນະຄອນຫວງວຽງຈັນ ໄດ້ເປີດຊຸດຝຶກອົບຮົມຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານຂຶ້ນ ໂດຍການເປັນປະທານຂອງ ທ່ານ ວິລະສັກ ນາມ ມົນຕີ ຄະນະພັກນະຄອນຫຼວງວຽງຈັນ ເຈົ້າເມືອງໆນາຊາຍທອງ ມີບັນດາຫົວໜ້າຫ້ອງການຈາກພະແນກຍຸຕິທໍານະຄອນຫຼວງວຽຈັນ, ຄະນະຫ້ອງການຍຸຕິທໍາເມືອງນາຊາຍທອງ ແລະ ບັນດາຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ຈໍານວນ 112 ຄົນ, ຍິງ 13 ຄົນ ທີ່ມາຈາກ 54 ບ້ານພາຍໃນເມືອງນາຊາຍທອງເຂົ້າຮ່ວມ.      ໃນການຝຶກອົບຮົມໃນຄັ້ງນີ້ ທ່ານ ໄຊຍະສິດ ພົມມະໄຊສີ ຫົວໜ້າຫ້ອງການຍຸຕິທໍາເມືອງນາຊາຍທອງ ໄດ້ກ່າວຈຸດປະສົງ ແລະ ກ່າວເປີດການຝຶກອົບຮົມໃຫ້ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານໃນຄັ້ງນີ້ ເພື່ອບໍາລຸງຍົກລະດັບໃຫ້ອົງການປົກຄອງ ບ້ານມີຄວາມໜັກແໜ້ນ ແລະ ເຂັ້ມແຂງຂຶ້ນກວ່າເກົ່າ. ພ້ອມນັ້ນ ກໍໄດ້ແນະນໍາກ່ຽວກັັບຂັ້ນຕອນ, ວິທີການແກ້ໄຂຂໍ້ຂັດແຍ່ງ ແລະ ເຜີຍແຜ່ກົດໝາຍທີ່ຕິດພັນກັບການດໍາລົງຊີວິດຂອງພົນລະເມືອງ ເປັນຕົ້ນແມ່ນ ກົດໝາຍວ່າດ້ວຍ ມູນມໍ ຣະດົກ, ກົດໝາຍວ່າດ້ວຍ ຄອບຄົວ, ກົດໝາຍວ່າດ້ວຍ ຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ, ກົດໝາຍວ່າດ້ວຍ ທະບຽນສານ ພ້ອມທັງແລກປ່ຽນບົດຮຽນ, ປະສົບການທີ່ເຄີຍແກ້ໄຂໃນລະຍະຜ່ານມາ ຂອງບັນດາຄະນະແກ້ໄຂຂໍ້ຂັດແຍ່ງ ຂັ້ນບ້ານທີ່ມາຈາກແຕ່ລະບ້ານມານໍາສະເໜີໃຫ້ບັນດາຄະນະໄກ່ເກັ່ຍໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ເປັນເອກະພາບກັນ.        ໃນຕອນທ້າຍຂອງພິທີ ທ່ານປະທານ ກໍໄດ້ເນັ້ນໜັກໃຫ້ບັນດາຄະນະໄກ່ເກ່ຍ ຈົ່ງໄດ້ເອົາໃຈໃສ່ຕໍ່ການຝຶກອົບຮົມໃຫ້ໄດ້ຮັບຜົນສໍາເລັດ ແລະ ມີປະສິດທິຜົນສູງ, ສາມາດນໍາໄປສຶກສາອົບຮົມໃຫ້ປະຊາຊົນບັນດາເຜົ່າ ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງຶກຕ້ອງ, ເລິກເຊິ່ງ. ພ້ອມກັນແກ້ໄຂຂໍ້ຂັດແຍ່ງທີ່ເກີດຂຶ້ນພາຍໃນບ້ານໃຫ້ຖືກຕ້ອງ ແລະ ສອດຄ່ອງກັບລະບຽບກົດໝາຍ, ຮັບປະກັນໃຫ້ມີຄວາມເປັນເອກະພາບ, ມີຄວາມສະຫງົບ ແລະ ຄູ່ກໍລະນີໄດ້ຮັບຄວາມຍຸຕິທໍາ. ຂ່າວ: ໄຊຍະສິດ     ພາບ: ສຸກສາຄອນ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ເມືອງນາຊາຍທອງຈັດຝຶກອົບຮົມຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ
ເມືອງນາຊາຍທອງຈັດຝຶກອົບຮົມຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ
https://www.moj.gov.la/lo/node/589
ການຝຶກອົບຮົມວຽກງານຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານໄດ້ໄຂຂຶ້ນ ໃນວັນທີ 13 ຕຸລາ 2016  ຢູ່ທີ່ບ້ານສົມຫວັງເໜືອ ເມືອງຫາດຊາຍຟອງ ນະຄອນຫວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ຄໍາແກ່ງ ດວງພະຈັນ ຮອງເຈົ້າເມືອງໆຫາດຊາຍຟອງ ມີບັນດາຄະນະພະແນກຍຸຕິທໍານະຄອນຫຼວງ, ຄະນະຫ້ອງການຍຸຕິທໍາເມືອງ ພ້ອມດ້ວຍຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານກຸ່ມ 4 ທີ່ມາຈາກ 14 ບ້ານເຂົ້າຮ່ວມ.      ພາຍຫຼັງທີ່ ທ່ານຮອງເຈົ້າເມືອງໆຫາດຊາຍຟອງ ໄດ້ກ່າວເປີດພິທີ ແລະ ກ່າວຈຸດປະສົງໃນການຝຶກອົບຮົມໃຫ້ຄະນະແກ້ໄຂຂໍ້ໍັດແຍ່ງຂັ້ນບ້ານແລ້ວ ທ່ານກໍເນັ້ນໜັກໃຫ້ນັກຝຶກອົບຮົມທຸກຄົນໄດ້ເອົາໃຈໃສ່ສຶກສາຄົ້ນຄ້ວາຮໍ່າຮຽນ, ປະກອບຄໍາຄິດຄໍາເຫັນ ແລະ ແລກ ປ່ຽນບົດຮຽນຕົວ ແລະ ປະສົບການຮ່ວມກັນ ພ້ອມທັງໃຫ້ຜູ້ໄກ່ເກ່ຍ ເອົາໃຈໃສ່ເຮັດທົດລອງໄກ່ເກ່ຍຕົວຈິງ ເພື່ອຍົກລະດັບຄວາມຮູ້, ຄວາມເຂົ້າໃຈຂອງນັກຝຶກອົບຮົມຕໍ່ກັບວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ.      ຫຼັງຈາກນັ້ນ ທ່ານ ສັກດາ ອາດວາລີ ຫົວໜ້າຫ້ອງການຄຸ້ມຄອງຍຸຕິທໍາຮາກຖານ ພະແນກຍຸຕິທໍານະຄອນຫຼວງວຽງຈັນ ກໍໄດ້ແນະນໍາຂັ້ນຕອນ, ວິທີການໃນການໄກ່ເກ່ຍ ລວມທັງການຍື່ນຄໍາຮ້ອງ, ການຮັບຄໍາຮ້ອງ, ການຄົ້ນຄ້ວາ ແລະ ການແກ້ໄຂຄໍາຮ້ອງ, ການກະກຽມ, ການດໍາເນີນ, ການໂຈະ ຫຼື ເລື່ອນ, ການຂຽນບົດບັນທຶກ ແລະ ການຈັດຕັ້ງປະຕິບັດບົດບັນທຶກ. ພ້ອມກັນນັ້ນ ທ່ານກໍໄດ້ເນັ້ນໜັກໃຫ້ນັກຝຶກອົບຮົມທຸກຄົນ ຈົ່ງພ້ອມກັນນໍາເອົາຄວາມຮູ້ ທີ່ໄດ້ຮັບຈາກການຝຶກອົບຮົມໃນຄັ້ງນີ້ ໄປຈັດຕັ້ງປະຕິບັດເຂົ້າໃນ ໜ້າທີ່ວຽກງານໃນຂອບເຂດບ້ານທີ່ຕົນຮັບຜິດຊອບໃຫ້ປະກົດຜົນເປັນຈິງ. ຂ່າວ: ໄຊຍະສິດ     ພາບ: ຈັນທະວີສຸກ+ຄໍາພອນ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ເມືອງຫາດຊາຍຟອງຈັດຝຶກອົບຮົມຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ
ເມືອງຫາດຊາຍຟອງຈັດຝຶກອົບຮົມຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ
https://www.moj.gov.la/lo/node/599
ໃນຕອນບ່າຍຂອງວັນທີ 7 ພະຈິກ 2016 ຢູ່ທີ່ກະຊວງຍຸຕິທໍາ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ແອັດສະແຕລ ແອນກຼີແອັບ (Esther ELKRIEFE) ທະນາຍຄວາມ ແລະ ທັງເປັນທີ່ປຶກສາຂອງໂຄງການກອງທຶນບູລິມະສິດເພື່ອຄວາມສາມັກຄີ (FSP) ພ້ອມດ້ວຍຄະນະ ຈາກປະເທດຝຣັ່ງ ເນື່ອງໃນໂອກາດທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 7-18 ພະຈິກ 2016.      ໃນໂອກາດດັ່ງກ່າວ ທ່ານ ລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ແອັດສະແຕລ ແອນກຼີແອັບ ພ້ອມດ້ວຍຄະນະໃນຄັ້ງນີ້ ຊຶ່ງເປັນການປະ ກອບສ່ວນທີ່ສໍາຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ກະຊວງຍຸຕິທໍາ ແຫ່ງ ສປປ ລາວ ກັບ ປະເທດຝຣັ່ງ ທີ່ມີມາແລ້ວນັ້ນໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນເລື້ອຍໆ. ພ້ອມກັນນັ້ນທັງສອງຝ່າຍກໍ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານໃຫ້ກັນ ແລະ ກັນຊາບ ໂດຍສະເພາະວຽກງານການຝຶກອົົບຮົມວິຊາຊີບຍຸຕິທໍາ ຢູ່ສະຖາບັນຍຸຕິທໍາແຫ່ງຊາດ, ການສ້າງຄວາມເຂັ້ມແຂງໃນວຽກງານສະພາທະນາຍຄວາມ ແຫ່ງ ສປປ ລາວ ແລະ ວຽກງານອື່ນໆທີ່ລັດຖະບານຝຣັ່ງໄດ້ໃຫ້ການສະໜັບສະໜູນ.      ໃນຕອນທ້າຍຂອງການພົບປະ ທ່ານ ນາງ ແອັດສະແຕລ ແອນກຼີແອັບ  ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ທ່ານ ລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ອໍານວຍຄວາມສະດວກທຸກ ດ້ານແກ່ການເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ແລະ ພ້ອມທີ່ຈະໃຫ້ການຮ່ວມມື ແລະ ຊ່ວຍເຫຼືອໃນຂົງເຂດວຽກງານຍຸຕິທໍາໃນຕໍ່ໜ້າ. ຂ່າວ: ໄຊຍະສິດ       ພາບ: ສຸກສາຄອນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ທ່ານ ລັດຖະມົນຕີກະຊວງຍຸຕິທໍາ ຕ້ອນຮັບທີ່ປຶກສາໂຄງການກອງທຶນບູລິມະສິດເພື່ອຄວາມສາມັກຄີ (FSP) ຈາກປະເທດຝຣັ່ງ
ທ່ານ ລັດຖະມົນຕີກະຊວງຍຸຕິທໍາ ຕ້ອນຮັບທີ່ປຶກສາໂຄງການກອງທຶນບູລິມະສິດເພື່ອຄວາມສາມັກຄີ (FSP) ຈາກປະເທດຝຣັ່ງ
https://www.moj.gov.la/lo/node/600
ໃນຕອນບ່າຍຂອງວັນທີ 8 ພະຈິກ 2016 ຢູ່ທີ່ກະຊວງຍຸຕິທໍາ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ຊາມີລາ ລາໂຊ (Sharmeela Rassool) ຫົວໜ້າທີ່ປຶກສາທາງດ້ານ ວິຊາການ (CTA) ປະຈໍາໂຄງການສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາການສ້າງລັດແຫ່ງກົດໝາຍ (SPLSMP) ປະຈໍາກະຊວງຍຸຕິທໍາ ແຫ່ງ ສປປ ລາວ .      ຈຸດປະສົງຂອງການເຂົ້າຢ້ຽມອໍາລາໃນຄັ້ງນີ້ ແມ່ນເພື່ອສະແດງຄວາມຂອບໃຈຕໍ່ທ່ານ ໄຊສີ ສັນຕິວົງ ແລະ ທຸກພາກສ່ວນຂອງຂະແໜງຍຸຕິທໍາ ທີ່ໄດ້ໃຫ້ການຮ່ວມມືອໍານວຍຄວາມສະດວກທຸກປະການ ໃນລະຍະການປະຕິບັດໜ້າທີ່ເປັນ ເວລາ 2 ປີ 6 ເດືອນ. ໃນຖານະເປັນຫົວໜ້າທີ່ປຶກສາທາງດ້ານວິຊາການປະຈໍາໂຄງການທີ່ກະຊວງຍຸຕິທໍາ ແຫ່ງ ສປປ ລາວ ໃນລະຍະຜ່ານມາ ໂດຍສະເພາະການຈັດຕັ້ງປະຕິບັດວຽກງານການສ້າງລັດທີ່ປົກຄອງດ້ວຍກົດໝາຍ ໃຫ້ໄດ້ຮັບການ ພັດທະນາແຕ່ນີ້ຮອດປີ 2020.      ໃນໂອກາດນີ້ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ຜົນງານຂອງ ທ່ານ ນາງ ຊາມີລາ ລາໂຊ ຫົວໜ້າທີ່ປຶກສາທາງດ້ານວິຊາການ (CTA) SPLSMP ປະຈໍາກະຊວງຍຸ ຕິທໍາ ແຫ່ງ ສປປ ລາວ ທີ່ຍາດມາໄດ້ຕະຫຼອດລະຍະຜ່ານມາ ແລະ ຫວັງຢ່າງຍິ່ງວ່າຈະໄດ້ສືບຕໍ່ພົວພັນຮ່ວມມືວຽກງານນໍາກັນໃນຕໍ່ໜ້າ. ຂ່າວ: ໄຊຍະສິດ       ພາບ: ສຸກສາຄອນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ທ່ານລັດຖະມົນຕີກະຊວງຍຸຕິທໍາ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງຫົວໜ້າທີ່ປຶກສາທາງດ້ານວິຊາການປະຈໍາໂຄງການ
ທ່ານລັດຖະມົນຕີກະຊວງຍຸຕິທໍາ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງຫົວໜ້າທີ່ປຶກສາທາງດ້ານວິຊາການປະຈໍາໂຄງການ
https://www.moj.gov.la/lo/node/601
​ທີ່ຫ້ອງຮັບແຂກ​ກະຊວງ​ຍຸຕິ​ທຳ ທ່ານ ບຸນ​ສະຫວາດ ​ບຸບຜາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມຂໍ່ານັບ​ຂອງ ທ່ານ ນາງ ​ແອັດສະ​ແຕຣ ​ແອນ​ກຼີ​ແອັບ ທະນາຍຄວາມ, ທັງ​ເປັນ​ທີ່​ປຶກສາ​ຂອງ​ໂຄງການ​ກອງ​ທຶນ​ບູລິ​ມະ​ສິດ​ ເພື່ອຄວາມ​ສາມັກຄີ ພ້ອມ​ດ້ວຍ​ຄະນະ​ຈາ​ກປະ​ເທດ​ຝຣັ່ງ  ​ເນື່ອງ​​ໃນ​ໂອກາດ​ທີ່​ໄດ້​​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ນະຄອນຫຼວງວຽງຈັນ ໃນຕອນບ່າຍຂອງ​​ວັນ​ທີ 9 ພະຈິກ 2016 ​.      ໃນ​ໂອກາດ​ດັ່ງກ່າວ ທ່ານ​ຮອງ​​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ແຫ່ງ ​ສປປ ລາວ ​ໄດ້​​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ ພ້ອມ​ທັງ​ຕີ​ລາຄາ​ສູງ​ຕໍ່ການ​ເຂົ້າ​ຢ້ຽມຂໍ່ານັບ​ຂອງ​ທ່ານ ນາງ ແອັດສະ​ແຕຣ ​ແອນ​ກຼີ​ແອັບ ພ້ອມ​ດ້ວຍ​ຄະນະ​ໃນ​ຄັ້ງ​ນີ້ ​ຊຶ່ງ​ເປັນ​ການ​ປະກອບສ່ວນ​ທີ່​ສຳຄັນ​ເຂົ້າ​​ໃນ​ການ​ເສີມ​ສ້າງສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ຍຸຕິ​ທຳ ສປປ ລາວ ກັບ ປະ​ເທດ​ຝຣັ່ງ ທີ່​ມີ​ມາ​​ແລ້ວ​ນັ້ນ​ໃຫ້​ນັບ​ມື້ນັບ​ແໜ້ນ​ແຟ້ນຂຶ້ນ​ເລື້ອຍໆ.  ພ້ອມ​ກັນ​ນັ້ນ​ທັງ​ສອງ​ຝ່າຍ​ກໍ​ໄດ້​ລາຍ​ງານ​ສະພາບ​ການ​ເຄື່ອນ​ໄຫວ​ວຽກງານ​ໃຫ້​ກັນ ​ແລະ ກັນ​ໄດ້​ຮັບ​ຊາບ ​ໂດຍ​ສະ​ເພາະວຽກງານ​ການ​ຝຶກ​ອົບຮົມ​ວິຊາ​ຊີບ​ຍຸຕິ​ທຳ​ແຫ່ງ​ຊາດ, ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃນ​ວຽກງານ​ສະພາທະນາຍຄວາມ ​ແຫ່ງ ສປປ ລາວ ​ແລະ ວຽກງານ​ອື່ນໆທີ່​ລັດຖະບານ​ຝຣັ່ງ​ໄດ້​ໃຫ້ການ​ສະໜັບສະໜູນ.      ຕອນ​ທ້າຍ​ຂອງ​ການ​ພົບ​ປະ ທ່ານ ນາງ ແອັດສະ​ແຕຣ ​ແອນ​ກຼີ​ແອັບ ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ເປັນ​ຢ່າງ​ສູງ​ຕໍ່ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ແຫ່ງ ສປປ ລາວ ທີ່​ໄດ້​ຮັບ​ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ​ແລະ ອຳນວຍ​ຄວາມ​ສະດວກ​ທຸກ​ດ້ານ​ແກ່​ການ​ເຄື່ອນ​ໄຫວ​ເຮັດ​ວຽກຢູ່ ສປປ ລາວ ແລະ ພ້ອມ​ທີ່​ຈະ​ໃຫ້ການ​ຮ່ວມ​ມື ແລະ ຊ່ວຍ​ເຫຼືອ​ໃນ​ຂົງ​ເຂດ​ວຽກງານ​ຍຸຕິ​ທຳ​ໃນຕໍ່ໜ້າ.                                                                                                                             ຂຽນຂ່າວ ປາ​ວີ​ຄຳ ​ເພັດ​ທະລາ​ກຸນ     ພາບ: ສຸກ​ສາຄອນ ຈັນທະ​ວຸດ               ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ຕ້ອນຮັບທີ່ປຶກສາຂອງໂຄງການກອງທຶນບູລິມະສິດເພື່ອຄວາມສາມັກຄີ (FSP) ຈາກປະເທດຝຣັ່ງ
ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ຕ້ອນຮັບທີ່ປຶກສາຂອງໂຄງການກອງທຶນບູລິມະສິດເພື່ອຄວາມສາມັກຄີ (FSP) ຈາກປະເທດຝຣັ່ງ
https://www.moj.gov.la/lo/node/602
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 21-ພະຈິກ-2016ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 20/11/2016 EP1 ລາຍການເພື່ອສັງຄົມຍຸຕິທຳ 20/11/2016 EP2
ລາຍການເພື່ອສັງຄົມຍຸຕິທຳ 20/11/2016
https://www.moj.gov.la/lo/node/654
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 29-ພະຈິກ-2016ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 27/11/2016 EP1 ລາຍການເພື່ອສັງຄົມຍຸຕິທຳ 27/11/2016 EP2
ລາຍການເພື່ອສັງຄົມຍຸຕິທຳ 27/11/2016
https://www.moj.gov.la/lo/node/670
ພະແນກຍຸຕິທຳແຂວງສະຫວັນນະເຂດ ໄດ້ເປີດຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ ໃນຕອນບ່າຍ ຂອງວັນທີ 28 ພະຈິກ 2016 ໂດຍການເປັນປະທານຮ່ວມຂອງ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ, ທ່ານ ພູຂົງ ນາມມະຈັກ ຄະນະປະຈຳພັກແຂວງ ຫົວໜ້າຫ້ອງວ່າການປົກຄອງແຂວງ ສະຫວັນນະເຂດ ແລະ ທ່ານ  ບາລາຊຸບຣາມານຽມ ມູຣາລີ ຮອງຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາ ປະຈໍາລາວ ມີແຂກຖືກເຊີນທີ່ມາຈາກຫ້ອງ ການກະຊວງຍຸຕິທຳ, ກົມຈັດຕັ້ງ ແລະ ພະນັກງານ, ກົມສົ່ງເສີມລະບົບຍຸຕິທຳ, ກົມແຜນການ ແລະ ການຮ່ວມມື, ກະຊວງການຕ່າງປະເທດ, ສະພາທະນາຍຄວາມ, ສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ, ສະຫະພັນແມ່ຍິງ ແຂວງ, ສະພາທະນາຍຄວາມແຂວງ, ໂຄງການສະໜັບສະໜູນການຈັດຕັ້ງປະຕິບັດແຜນແມ່ບົດລັດປົກຄອງດ້ວຍກົດໝາຍ (SPLSMP) ແລະ ພະນັກງານ-ລັັດຖະກອນ ພາຍໃນພະແນກຍຸຕິທຳ ເຂົ້າຮ່ວມທັງໝົດ 48 ຄົນ, ຍິງ 17 ຄົນ.      ທ່ານ ອຸໄພວັນ ໄຊຍະວົງ ຫົວໜ້າພະແນກຍຸຕິທຳແຂວງສະຫວັນນະເຂດ ໄດ້ຂຶ້ນຜ່ານບົດລາຍງານສະພາບລວມຂອງການຈັດຕັ້ງປະຕິບັດວຽກງານການເຂົ້າເຖິງລະບົບຍຸຕິທຳ ຂອງປະຊາຊົນແຂວງສະຫວັນນະເຂດ ໂດຍທ່ານໄດ້ຍົກໃຫ້ ເຫັນສະພາບການຈັດຕັ້ງປະຕິບັດກົດໝາຍ, ການສ້າງສະຕິເຄົາລົບກົດໝາຍ, ການໃຫ້ຄຳປຶກສາທາງດ້ານກົດໝາຍແກ່ປະຊາຊົນບັນດາເຜົ່າທີ່ທຸກຍາກ ດ້ອຍໂອກາດ ຫຼື ຜູ້ຖືກສານຕັດສິນລົງໂທດປະຫານຊີວິດ ໄດ້ມີໂອກາດເຂົ້າເຖິງຂະບວນ ການຍຸຕິທຳ. ລັດຖະມົນຕີກະຊວງຍຸຕິທຳ ຈຶ່ງຕົກລົງເຫັນດີມອບໃຫ້ ພະແນກຍຸຕິທຳແຂວງສະຫວັນນະເຂດ ສົມທົບກັບພາກສ່ວນກ່ຽວຂ້ອງເປີດຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍຂຶ້ນຫ້ອງການດັ່ງກ່າວແມ່ນຕັ້ງຢູ່ພະແນກຍຸຕິທໍາ ແຂວງສະຫວັນນະເຂດ ໂດຍແມ່ນກົມສົ່ງເສີມລະບົບຍຸຕິທຳ ກະຊວງຍຸຕິທຳ ເປັນຜູ້ຄຸ້ມຄອງມະຫາພາກໃນການຊີ້ນຳຈັດຕັ້ງປະຕິບັດທາງດ້ານວິຊາການ. ຫ້ອງການດັ່ງກ່າວປະກອບມີສອງຫ້ອງເຮັດວຽກມີອຸປະກອບຮັບໃຊ້ວຽກງານ ຊຶ່ງໄດ້ຮັບ ການສະໜັບສະໜຸນຊ່ວຍເຫຼືອຈາກໂຄງການແຜນແມ່ສ້າງລັດທີ່ປົກຄອງດ້ວຍກົດໝາຍ (SPLSMP) ປະກອບມີ: ຄອມພິວເຕີ້ຕັ້ງໂຕະສອງຊຸດ, ຄອມພິວເຕີ້ໂນດບຸກ ໜຶ່ງໜ່ວຍ, ໝໍ້ເກັບໄຟສອງໜ່ວຍ, ເຄື່ອງສາຍ LCD Projector ພ້ອມຜ້າສາຍໜຶ່ງຊຸດ, ເຄື່ອງປິນເຕີ ໜຶ່ງໜ່ວຍ, ເຄື່ອງກະຈາຍສັນຍານວາຍຟາຍ (WIFI) ໜຶ່ງໜ່ວຍ, ລຳໂພງພ້ອມໄມໂຄໂຟນໜຶ່ງຊຸດ, ແຜນປ້ອງກັນໄວຣັສໜຶ່ງແຜ່ນ ພ້ອມທັງໂຕະຕັ່ງ ແລະ ອຸປະກອນຮັບໃຊ້ວຽກງານຈຳນວນໜຶ່ງ ລວມ ມູນຄ່າທັງໝົດ 80.989.500 ກີບ. ປັດຈຸບັນ ກະຊວງຍຸຕິທໍາມີຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ ແລ້ວ 5 ແຂວງ ຄື: ຢູ່ພະແນກຍຸຕິທຳແຂວງອຸດົມໄຊ, ໄຊຍະບູລີ, ຊຽງຂວາງ,ນະຄອນຫຼວງວຽງຈັນ ແລະ ຈໍາປາສັກ ບວກໃສ່ຫ້ອງການ ເປີດໃໝ່ຢູ່ພະແນກຍຸຕິທໍາແຂວງສະຫວັນນະເຂດແມ່ນ 6 ແຫ່ງ.      ໂອກາດດັ່ງກ່າວ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ຕາງໜ້າໃຫ້ພະນັກງານ-ລັດຖະກອນຂອງຂະແໜງຍຸຕິທຳ ແລະ ພະແນກຍຸຕິທຳແຂວງສະຫວັນນະເຂດ ກ່າວສະແດງຄວາມຂອບໃຈຕໍ່ໂຄງການສະໜັບ ສະໜູນການຈັດຕັ້ງປະຕິບັດແຜນແມ່ບົດພັດທະນາລັດປົກຄອງດ້ວຍກົດໝາຍ (SPLSMP) ຕໍ່ການສະໜັບສະໜູບທາງດ້ານວັດຖຸອຸປະກອນປະກອບໃຫ້ຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ ຊຶ່ງໂຄງການດັ່ງກ່າວແມ່ນຄູ່ຮ່ວມພັດ ທະນາຫຼັກຂອງກະຊວງຍຸຕິທຳ ຕະຫຼອດຫຼາຍປີຜ່ານມາ ແລະ ທ່ານຍັງໄດ້ເນັ້ນໃຫ້ພະແນກຍຸຕິທຳ ກໍຄືຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ ຈົ່ງນຳໃຊ້ອຸປະກອນເຫຼົ່ານັ້ນເຂົ້າໃນການຈັດຕັ້ງປະບັດວຽກງານໃຫ້ເກີດຜົນປະໂຫຍດສູງສຸດ. ຂຽນຂ່າວ ແລະ ພາບໂດຍ: ສ. ບຸນຄ້ຳ (ນັກຂ່າວກົມສົ່ງເສີມລະບົບຍຸຕິທຳ) ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ເປີດຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ ຢູ່ແຂວງສະຫວັນນະເຂດ
ເປີດຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ
https://www.moj.gov.la/lo/node/671
ທີ່ໂຮງແຮມເສດຖາປາລາສ໌ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມທາບທາມປະກອບຄໍາເຫັນຕໍ່ຮ່າງປະມວນກົດໝາຍແພ່ງກັບພາກເອກະຊົນຂຶ້ນ ໃນຕອນເຊົ້າຂອງວັນທີ 16 ພະຈິກ 2016 ໂດຍການເປັນປະທານຂອງ ທ່ານ ສຈ ດາວອນ ຫວ່າງວິຈິດ ອະດີດປະ ທານກໍາມາທິການກົດໝາຍ ທ່ານ ແດ ນຽວ ຟີດສ໌ແພັດທຼິກ (Daniel Fitzpatrcik) ຫົວໜ້າໂຄງການລູນາ (USAID LUNA II Proje ct) ມີບັນດາຄະນະຮັບຜິດຊອບຮ່າງປະມວນກົດໝາຍແພ່ງ, ຜູ້ຕ່າງໜ້າຈາກພາກລັດ ແລະ ຫົວໜ່ວຍທຸລະກິດຈາກພາກເອກະ ຊົນເຂົ້າຮ່ວມ ຈໍານວນ 52 ທ່ານ, ຍິງ 19 ທ່ານ.      ໃນທີ່ປະຊຸມຜູ້ເຂົ້າຮ່ວມກໍໄດ້ພ້ອມກັນຄົ້ນຄ້ວາປຶກສາຫາລືແລກປ່ຽນບົດຮຽນ ແລະ ປະກອບຄໍາຄິດຄໍາເຫັນໃສ່ຮ່າງປະມວນກົດໝາຍແພ່ງດັ່ງກ່າວຢ່າງກົງໄປກົງມາ ແລະ ມີບັນຍາກາດຟົດຟື້ນ. ຈຸດປະສົງຂອງກອງປະຊຸມທາບທາມປະກອບຄໍາເຫັນຕໍ່ຮ່າງປະມວນກົດ ໝາຍແພ່ງກັບພາກເອກະຊົນໃນຄັ້ງນີ້ ແມ່ນເພື່ອຍົກສູງຄຸນນະພາບ ແລະ ປະສິດທິພາບຂອງນິຕິກໍາກໍຄືຫຼັກນິຕິທໍາ ຢູ່ ສປປ ລາວ ໃນການການປະຕິບັດຕາມສັນຍາການຄ້າສາກົນ ແລະ ພາກພື້ນຕ່າງໆໃນລະຍະຜ່ານມາ. ໂດຍສະເພາະແມ່ນເພື່ອເປັນບ່ອນອີງໃນ ການແກ້ໄຂຂໍ້ຂັດແຍ່ງ ແລະ ເປັນພື້ນຖານໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ, ສ່ວນລວມ ແລະ ບຸກຄົນ. ໃນການຈັດຕັ້ງປະຕິບັດວຽກງານການສ້າງລັດທີ່ປົກຄອງດ້ວຍກົດໝາຍໃຫ້ໄດ້ຮັບການພັດທະນາແຕ່ນີ້ຮອດປີ 2020.      ໃນໂອກາດນີ້ ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມກໍໄດ້ຮັບຟັງການສະເໜີວິທີການປະກອບຄໍາເຫັນໃສ່ຮ່າງກົດໝາຍສາກົນ ຈາກຫົວໜ້າໂຄງການດັ່ງກ່າວ ກໍຄືຄວາມສໍາຄັນຂອງພາກເອກະຊົນໃນສົນທະນາ ແລະ ປະກອບຄໍາເຫັນໃສ່ຮ່າງກົດໝາຍ ເປັນຕົ້ນແມ່ນ ການນໍາສະເໜີສັນຍາເຊົ່າຊື້, ສັນຍາກູ້ຢືມ, ການຈໍານໍາ, ການຈໍານອງ ພ້ອມນັ້ນກໍໄດ້ອະທິບາຍໂດຍຫຍໍ້ກ່ຽວກັບການສົ່ງຄໍາເຫັນຜ່ານທາງເວັບໄຊຂອງໜ່ວຍງານຈົດໝາຍເຫດທາງລັດຖະການ ກໍເພື່ອບັນລຸເປົ້າໝາຍດ້ານນະໂຍບາຍໃຫ້ມີປະສິດທິຜົນ, ເຮັດໃຫ້ບັນດານິຕິ ກໍາມີຄວາມສອດຄ່ອງກັນຫາຍຂຶ້ນ ແລະ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນເອກະພາບ ໃນຂອບເຂດທົ່ວປະເທດ. ຂ່າວ: ໄຊຍະສິດ       ພາບ: ວຽງໄຊ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກະຊວງຍຸຕິທໍາໄດ້ຈັດກອງປະຊຸມທາບທາມປະກອບຄໍາເຫັນຕໍ່ຮ່າງປະມວນກົດໝາຍແພ່ງກັບພາກເອກະຊົນ
ກະຊວງຍຸຕິທໍາໄດ້ຈັດກອງປະຊຸມທາບທາມປະກອບຄໍາເຫັນຕໍ່ຮ່າງປະມວນກົດໝາຍແພ່ງກັບພາກເອກະຊົນ
https://www.moj.gov.la/lo/node/672
ໃນຕອນບ່າຍຂອງວັນທີ 18 ພະຈິກ 2016 ຢູ່ທີ່ຫ້ອງປະຊຸມຂອງກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມສະຫຼຸບວຽກງານການປະເມີນຜົນໂຄງການກອງທຶນບູລິມະສິດເພື່ອຄວາມສາມັກຄີ (FSP) “ໂຄງການສະໜັບສະໜູນການຈັດຕັ້ງ ປະຕິບັດແຜນແມ່ບົດພັດທະນາລັດປົກຄແງດ້ວຍກົດໝາຍ (LSMP)” ທີ່ເປັນໂຄງການຊ່ວຍເຫຼືອສອງຝ່າຍລາວ-ຝຣັ່ງ ພາຍໃຕ້ການການເປັນປະທານຂອງ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທໍາ, ທ່ານ ນາງ ໂກດິນ ເລີດູ (Claudine LEDOUX) ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ, ມີຜູ້ຕ່າງໜ້າຈາກກະຊວງຍຸຕິທໍາ, ສະຖາບັນຍຸຕິທໍາແຫ່ງຊາດ, ສະພາທະນາຍຄວາມແຫ່ງສປປລາວ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ສະ ຖານທູດຝຣັ່ງປະຈໍາ ສປປ ລາວ, ອົງການ ສປຊ, ສະຖານທູດສະຫະພາບເອີຮົບ ແລະ ອົງການAFD.              ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສະຫຼຸບວຽກງານການປະເມີນຜົນໂຄງການສະໜັບສະໜູນການຈັດຕັ້ງປະຕິບັດແຜນແມ່ບົດພັດທະນາລັດ ປົົກຄອງດ້ວຍກົດໝາຍ (LSMP) ໂດຍສະເພາະແມ່ນການສ້າງຄວາມເຂັ້ມແຂງ ໃຫ້ແກ່ສະຖາບັນຍຸຕິທໍາແຫ່ງຊາດ ໃນການພັດທະນາວິຊາຊີບທາງດ້ານກົດໝາຍ ເຊັ່ນ ການຝຶກອົບຮົມຜູ້ພິພາກສາ, ໄອຍະການ ແລະ ພະນັກງານຍຸຕິທໍາ ແລະ ຍົກສູງຄວາມສາມາດຂອງທະນາຍຄວາມ ຢູ່ ສປປ ລາວ.      ໃນໂອກາດນີ້ ທ່ານ ບຸນສະຫວາດ ບຸບຜາ ກໍໄດ້ກ່າວສະແດງຄວາມຊົມເຊີຍ ພ້ອມທັງຕີລາຄາສູງຕໍ່ທ່ານ ນາງ ໂກດິນ ເລີດູ ທີ່ໄດ້ນໍາພາຄະນະເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈມາຍັງທ່ານ ເອກອັກຄະ ລັດຖະທູດກໍຄືລັດຖະບານ ແລະ ປະຊາຊົນຝຣັ່ງ ທີ່ໄດ້ໃຫ້ການສະໜັບສະໜູນທາງດ້ານທຶນຮອນ ແລະ ວິຊາການໃຫ້ແກ່ການພັດທະນາຂະແໜງການຂອງກົດໝາຍ ແລະ ວຽກງານຍຸຕິທໍາຂອງ ສປປ ລາວ ໃນລະຍະຜ່ານມາ ແລະ ຫວັງວ່າຈະສືບຕໍ່ໃຫ້ການຊ່ວຍເຫຼືອສະໜັບສະໜູນຂະແໜງການກົດໝາຍ ແລະ ວຽກງານຍຸຕິທໍາຂອງ ສປປ ລາວ ໃຫ້ມີບາດກ້າວຂະຫຍາຍຕົວເປັນຮູບປະທໍາ ຍິ່ງຂຶ້ນ. ຂ່າວ: ໄຊຍະສິດ       ພາບ: ຈັນທະວີສຸກ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມສະຫຸບວຽກງານການປະເມີນຜົນໂຄງການກອງທຶນບູລິມະສິດເພື່ອຄວາມສາມັກຄີ (FSP)
ກອງປະຊຸມສະຫຸບວຽກງານການປະເມີນຜົນໂຄງການກອງທຶນບູລິມະສິດເພື່ອຄວາມສາມັກຄີ (FSP)
https://www.moj.gov.la/lo/node/673
ໃນຕອນບ່າຍຂອງວັນທີ 23 ພະຈິກ 2016 ຢູ່ທີ່ຫ້ອງຮັບແຂກ ກະຊວງຍຸຕິທໍາ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢຽ້ມຂ່ຳນັບຂອງ   ທ່ານ ທາຊຶຢະ ຊາກູມະ (Tatsuya SAKUMA) ຫົວໜ້າ ສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມ ກະຊວງຍຸຕິທໍາຍີ່ປຸ່ນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 23-25 ພະຈິກ 2016       ໃນການເຂົ້າຢ້ຽມຂໍ່ານັບຄັ້ງນີ້ ທ່ານໄຊສີີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ກໍໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມ ຂໍ່ານັບຂອງ ທ່ານ ທາຊຶຍາ ຊາກູມະ ພ້ອມດ້ວຍຄະນະ, ພ້ອມກັນນີ້ຍັງໄດ້ ສະແດງ ຄວາມຂອບໃຈ ແລະ ຊົມເຊີຍຕໍ່ການຮ່ວມມື, ການສະໜັບສະໜູນທຸກວຽກງານອັນມີໝາກມີຜົນຢ່າງຫຼວງຫຼາຍໃນຂົງເຂດກົດໝາຍຂອງ ສປປ ລາວ ໂດຍສະເພາະການຊ່ວຍເຫຼືອ ສປປ ລາວ ໃນການສ້າງປະມວນກົດດໝາຍແພ່ງ, ປຶ້ມຄູ່ມື ຕ່າງໆຂອງສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນຍຸຕິທໍາແຫ່ງຊາດ.      ທ່ານ ທາຊຶຢະ ຊາກູມະ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບໃນຄັ້ງນີ້ ແລະ ຂໍຊົມເຊີຍຕໍ່ການພົວພັນອັນດີງາມລະຫວ່າງລາວ-ຍີ່ປຸ່ນ, ຍີ່ປຸ່ນ-ລາວ ໃນຂົງເຂດກົດໝາຍ ແລະ ຍຸຕິທໍາຂອງແຕ່ລະປະເທດ ໂດຍສະເພາະ ໂຄງການພັດທະ ນາຊັບພະຍາກອນມະນຸດໃນຂົງເຂດຍຸຕິທໍາ ແລະ ຍັງໄດ້ແລກປ່ຽນກ່ຽວກັບທິດທາງການສືບຕໍ່ແຜນການຮ່ວມມືໃນຕໍ່ໜ້າ.        ໃນຕອນທ້າຍ ທ່ານໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ການຊ່ວຍເຫືອຂອງລັດຖະບານຍີ່ປຸ່ນ ກໍຄືປະຊາຊົນຍີ່ປຸ່ນທີ່ເປັນມິດທີ່ດີ ແລະ ໄດ້ໃຫ້ການຊຸກຍູ້ຊ່ວຍເຫຼືອ ສປປ ລາວ ໃນດ້ານຕ່າງໆຢ່າງມີ ໝາກຜົນຕະຫຼອດມາ, ພ້ອມກັນນີ້ກໍຍັງໄດ້ອວຍພອນທ່ານ ທາຊຶຢະ ຊາກູມະ ຫົວໜ້າສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມ ກະຊວງຍຸຕິທໍາຍີ່ປຸ່ນ ພ້ອມດ້ວຍຄະນະ ຈົ່ງເດີີນທາງກັບປະເທດດ້ວຍຄວາມສະຫວັດດີພາບ ແລະ ພ້ອມດຽວ ກັນນັ້ນກໍຫວັງວ່າທ່ານ ທາຊູຍະ ຊາກູມະ ພ້ອມດ້ວຍຄະນະ ຈົ່ງມີຄວາມສໍາເລັດກັບການປະຕິບັດໜ້າທີ່ຢູ່ ສປປ ລາວ ໃນຄັ້ງນີ້ ແລະ ຫວັງຢ່າງຍິ່ງວ່າສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດລາວ-ຍີ່ປຸ່ນ, ຍີ່ປຸ່ນ-ລາວ ຈະໄດ້ຮັບ ການເສີມຂະຫຍາຍຍິ່ງໆຂຶ້ນ. ຂ່າວ: ໄຊຍະສິດ       ພາບ: ສຸກສາຄອນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ທ່ານ ລັດຖະມົນຕີ ກະຊວງຍຸຕິທໍາ ຕ້ອນຮັບ ທ່ານຫົວໜ້າສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມປະເທດຍີ່ປຸ່ນ
ທ່ານ ລັດຖະມົນຕີ ກະຊວງຍຸຕິທໍາ ຕ້ອນຮັບ ທ່ານຫົວໜ້າສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມປະເທດຍີ່ປຸ່ນ
https://www.moj.gov.la/lo/node/681
ກະຊວງ​ຍຸຕິ​ທຳ​ ໄດ້​ເປີດ​ພິທີ​ນຳ​ໃຊ້​ແອັບ​ກົດໝາຍລາວ ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 5 ທັນວາ 2016 ທີ່​ໂຮງ​ແຮມ​ລ້ານ​ຊ້າງ ​​ໂດຍການ​ເປັນ​ປະທານ​ຂອງ​ທ່ານ ​ໄຊ​ສີ ສັນຕິ​ວົງ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ, ມີບັນດາ​ຮອງ​ລັດຖະມົນຕີ, ບັນດາ​ຫົວໜ້າກົມ, ຫົວໜ້າສູນ, ຫົວໜ້າສະຖາ​ບັນ, ຜູ້ຕາງໜ້າຈາກ​ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາ ​ແລະ ຄູ່​ຮ່ວມພັດທະນາ ແລະ ພາກ​ສວ່ນສື່​ມວນ​ຊົນ​ເຂົ້າ​ຮວ່ມ.      ​ໃນ​ພິທີ ​ທ່ານ ບຸນ​ຊວ່ງ ທະວີ​ສັກ​ ຮັກ​ສາ​ການ​ຫົວໜ້າກົມ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ​ ໄດ້​ຂຶ້ນ​ລາຍງານກ່ຽວກັບການສ້າງ ແລະ ພັດທະນາແອັບກົດໝາຍລາວ ໂດຍການສະໜັບສະໜູນຈາກອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໂດຍສະເພາະ ໂຄງການສະໜັບສະໜູນການຈັດຕັ້ງປະຕິບັດແຜນແມ່ບົດພັດທະນາລັດປົກຄອງດ້ວຍກົດໝາຍ ​(SPLSMP).      ໃນ​ຕອນ​ທ້າຍ ທ່ານ​ໄຊ​ສີ ສັນຕິ​ວົງ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ກໍ​ໄດ້​ໃຫ້ກຽດ​ໂອ້​ລົມ​ຕໍ່​ພິທີ ຊື່​ງກ່ອນ​ອື່ນ ທ່ານ​ໄດ້​ກ່າວ​ຍ້ອງຍໍ​ຊົມ​ເຊີຍ​ມາ​ຍັງຄະນະຮັບຜິດຊອບໃນການ​ຄົ້ນຄວ້າ ​ແລະ ສ້າງ​ແອັບ​ກົດໝາຍລາວ ທີ່ໄດ້ເອົາໃຈໃສ່ສຸມສະຕິ​ປັນຍາ ​ແລະ  ຄວາມຮັບຜິດຊອບສູງໃນການສ້າງແອັບກົດໝາຍລາວ ຊື່​ງ​ແອັບ​ດັ່ງກ່າວ ​​ແມ່ນ​ແຫຼ່ງ​ເກັບ​ໂຮມ​ຂໍ້​ມູນ​ທາງ​ດ້ານ​ກົດໝາຍ ທີ່​ສາມາດ​ຕອບ​ສະໜອງຂໍ້​ມູນ​ຂ່າວສານ​ທາງ​ດ້ານ​ກົດໝາຍ​ໃຫ້​ແກ່​ສັງຄົມ ​ໂດຍ​ຜ່ານ​ໂທລະສັບ​ມື​ຖື ​ເຮັດ​ໃຫ້​ຜູ້​ຊົມ​ໃຊ້​ສາມາດ​ຮູ້​ເຖິງ​ການ​ເຄື່ອນ​ໄຫວ ​ແລະ ​ແຈ້ງ​ເຕືອນ​ເມື່ອ​ມີ​ກົດໝາຍສ້າງ​ໃໝ່ ຫຼື ກົດໝາຍປັບປຸງ​ໃໝ່ ​ໄດ້​ຈາກ​ທຸກ​ບ່ອນ ​ທຸກ​ເວລາ ​ເຮັດ​ໃຫ້​ປະຊາຊົນ​ລາວ​ບັນດາ​ເຜົ່າ​ມີ​ຄວາມໝັ້ນ​ໃຈ​ຕໍ່​ກັບ​ຂໍ້​ມູນ​ທີ່​ຕົນ​ໄດ້​ຮັບ​ຊາບ​ເປັນ​ທາງ​ການ ນອກຈາກ​ນັ້ນ ຍັງ​ມີ​ຄວາມ​ສະດວກ​ໃນ​ການ​ຄົ້ນ​ຫາ​ຄວາມໝາຍຂອງ​ຄຳ​ສັບ​ກົດໝາຍ​ໄດ້​ຢ່າງ​ຖືກຕ້ອງ ​ແລະ ບໍ່​ຕີ​ຄວາມໝາຍຜິດພ້ຽນ​ໄປ​ຢ່າງ​ອື່ນ. ພ້ອມກັນນີ້, ການນຳໃຊ້ແອັບກົດໝາຍລາວ ແລະ ແອັບຄຳສັບກົດໝາຍລາວ ຈະ​ສ້າງ​ຜົນ​ປະ​ໂຫຍ​ດຢ່າງ ຫຼວງຫຼາຍ​​ໃຫ້​ແກ່​ປະຊາຊົນ​ລາວ​ບັນດາ​ເຜົ່າ​​ໃນ​ການ​​ເຂົ້າ​ເຖິງ​ແຫຼ່ງຂໍ້​ມູນ​, ຂ່າວສານ​ທາງ​ດ້ານ​ກົດໝາຍ ​ໂດຍ​ທາງຜ່ານ​ໂທລະສັບ​ມື​ຖື. ຫຼັງຈາກ​ນັ້ນ ທ່ານ ​ໄຊ​ສີ ສັນຕິ​ວົງ ກໍ​ໄດ້ກ່າວເປີດການນຳໃຊ້ແອັບກົດໝາຍລາວ ແລະ ແອັບຄຳສັບກົດໝາຍ ລາວຢ່າງເປັນທາງການ. ຂຽນຂ່າວ: ອອ່ນຄຳ   ພາບ: ສຸກ​ສາຄອນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກະຊວງຍຸຕິທຳ ຈັດພິທີເປີດນຳໃຊ້ແອັບກົດໝາຍລາວ ຢ່າງເປັນທາງການ
ກະຊວງຍຸຕິທຳ ຈັດພິທີເປີດນຳໃຊ້ແອັບກົດໝາຍລາວ ຢ່າງເປັນທາງການ
https://www.moj.gov.la/lo/node/682
ໃນຕອນບາຍຂອງວັນທີ 8 ທັນວາ 2016 ຢູ່ທີ່ສະໂມສອນໃຫຍ່ຫ້ອງວ່າການປົກຄອງແຂວງໆຜົ້ງສາລີ ໄດ້ປິດການຮຽນ-ການສອນໂຄງການບຳລຸງກົດໝາຍໄລຍະສັ້ນ 45 ວັນຂອງພະແນກຍຸຕິທຳແຂວງຜົ້ງສາລີ, ໂດຍພາຍໃຕ້ການເປັນ ທານຂອງ ທ່ານ ໄຊສີ ສັນຕິວົງ, ກຳມະການສູນພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງຍຸຕິທຳ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ແພງ ລີລາວົງ, ຮອງເລຂາຄະນະພັກ, ຮອງເຈົ້າແຂວງໆຜົ້ງສາລີ, ມີຄະນະປະຈຳພັກແຂວງ, ກຳມະການພັກ ແຂວງ, ຫົວໜ້າພະແນກ, ຮອງພະແນກ, ວິທະຍາກອນ ແລະ ສຳມະນາກອນ, ພະແນກການອ້ອມຂ້າງແຂວງເຂົ້າຮ່ວມທັງໝົດ 50 ທ່ານ, ຍິງ 19 ທ່ານ.      ໃນພິທີ ທ່ານ ພອນໄຊ ອ່ອນສາ ຫົວໜ້າພະແນກຍຸຕິທຳແຂວງໄດ້ຂຶ້ນກ້າວບົດສະຫຼຸບລາຍງານວຽກງານການຈັດຕັ້ງປະຕິບັດໂຄງການບຳບຸງກົດໝາຍໄລຍະສັ້ນ 45 ວັນ ໃຫ້ແກ້ພະນັກງານຫຼັກແຫຼ່ງຂັ້ນແຂວງ-ຂັ້ນເມືອງ ຊຸດທີ 5 ປະຈຳ ສົກປິ 2015-2016  ໂດຍປະຕິບັດຕາມຄຳແນະນໍາຂອງລັດຖະມົນຕີກະຊວງຍຸຕິທຳ, ສະບັບເລກທີ 1039 / ກຍ ລົງວັນທີ 04 ທັນວາ 2015  ວ່າດ້ວຍການຈັ້ງຕັ້ງປະຕິບັດວຽກງານ 3 ສ້າງ  ແລະ ຍຸຕິທຳຫາກຖານ, ອີງຕາມຂໍ້ຕົກລົງຂອງທ່ານ ເຈົ້າແຂວໆຜົ້ງສາລີ ສະບັບເລກທີ 1212/ຈຂ,ຜລ, ລົງວັນທີ 16 ກັນຍາ 2016 ວ່າດ້ວຍການແຕ່ງຕັ້ງນັກສຳມະນາກອນເຂົ້່າບຳລຸງກົດໝາຍ ໄລຍະສັ້ນ 45 ວັນ ຊຸດທີ 5 ຂອງແຂວງຜົ້ງສາລີ, ຊຶ່ງຫຼັກສູດການຮຽນ-ການສອນຄັ້ງນີ້ປະກອບມີ 28 ວິຊາ, 21 ໜ່ວຍກິດ, 315 ຊົວໂມງ, ມີຜູ້ເຂົ້າຮ່ວມຈຳນວນ 50 ຄົນ, ຍິງ 19 ຄົນ ຊຶ່ມາຈາກພະແນກການອ້ອມຂ້າງເຂົ້າຮ່ວມໃນຄັ້ງນີ້.  ຜ່ານການຝຶກອົບຮົບສາມາດຕີລາຄາ ແລະ ຈັດປະເພດໄດ້ ດັ່ງນີ້ : 1. ປະເພດດີເລີດ 45 ສະຫາຍ, ຍິງ 17 ສະຫາຍ, 2. ປະເພດດີ 5 ສະຫາຍ, ຍິງ 2 ສະຫາຍ.      ຕອນທ້າຍຂອງພິທີ ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນສຳເລັດທີ່ຄະນະພັກ-ຄະນະນຳແຂວງຜົ້ງສາລີ ຕະຫຼອດຮອດນັກວິທະຍາກອນ ແລະ ນັກສຳມະນາກອນ ທີ່ໄດ້ສຳເລັດການຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ  ແລະ ໄດ້ເນັ້ນໜັກໃຫ້ນັກສຳມະນາກອນຈົງພ້ອມກັນນຳເອົາຄວາມຮູ້, ຄວາມສາມາດ, ເນື້ອໃນຈິດໃຈຂອງກົດໝາຍທີ່ຕົນໄດ້ຝຶກອົບຮົມມານັ້ນໄປຈັດຕັ້ງປະຕິບັດ ເຂົ້າໃນໜ້າທີ່ວຽກງານໃນຂອບເຂດທີ່ຕົນເອງຮັບຜິດຊອບໃຫ້ປາກົດຜົນເປັນຈິງ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ພິທີປິດການຮຽນ-ການສອນຫຼັກສູດບຳລຸງກົດໝາຍ 45 ວັນ ໃຫ້ແກ້ພະນັກງານຫຼັກແຫຼ່ງແຂວງຜົ້ງສາລີ-ຂັ້ນເມືອງຊຸດທີ 5 ປະຈຳສົກປີ 2015-2016 ຂອງແຂວງຜົ້ງສາລີ
ພິທີປິດການຮຽນ-ການສອນຫຼັກສູດບຳລຸງກົດໝາຍ 45 ວັນ ໃຫ້ແກ້ພະນັກງານຫຼັກແຫຼ່ງແຂວງຜົ້ງສາລີ-ຂັ້ນເມືອງຊຸດທີ 5 ປະຈຳສົກປີ 2015-2016 ຂອງແຂວງຜົ້ງສາລີ
https://www.moj.gov.la/lo/node/683
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 12-ທັນວາ-2016ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 4/12/2016 EP1 ລາຍການເພື່ອສັງຄົມຍຸຕິທຳ 4/12/2016 EP2
ລາຍການເພື່ອສັງຄົມຍຸຕິທຳ 4/12/2016
https://www.moj.gov.la/lo/node/684
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 15-ທັນວາ-2016ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 11/12/2016 EP1 ລາຍການເພື່ອສັງຄົມຍຸຕິທຳ 11/12/2016 EP2
ລາຍການເພື່ອສັງຄົມຍຸຕິທຳ 11/12/2016
https://www.moj.gov.la/lo/node/685
ພະແນກຍຸຕິທຳນະຄອນຫຼວງວຽງຈັນ ສົມທົບກັບຫ້ອງການຍຸຕິທຳເມືອງຫາດຊາຍຟອງ ເພີ່ມທະວົງເອົາໃຈໃສ່ວຽກງານຍຸຕິທຳຮາກຖານ ໂດຍໄດ້ລົງເຄື່ອນໄຫວຈັດຕັ້ງພິທີໂຄສະນາເຜີຍແຜ່ກົດໝາຍ ໃຫ້ແກ່ບ້ານ ແລະ ໂຮງຮຽນ      ໃນການລົງເຄື່ອນໄຫວຈັດຕັ້ງພິທີໂຄສະນາເຜີຍແຜ່ກົດໝາຍ ຂອງຫ້ອງການຍຸຕິທຳເມືອງຫາດຊາຍຟອງ ແມ່ນໄດ້ປະຕິບັດຕາມຂໍ້ຕົກລົງ ເລກທີ 01/ນຍ, ລົງວັນທີ 6 ມັງກອນ 2016 ຂອງນາຍົກລັດຖະມົນຕີ ວ່າດ້ວຍການສ້າງຕັ້ງ ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ, ຂໍ້ຕົກລົງ ເລກທີ 404/ກຍ, ລົງວັນທີ 28 ເມສາ 2016 ຂອງກະຊວງຍຸຕິທຳ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ແລະ ຄຳແນະນຳ ເລກທີ 552/ກຍ, ລົງວັນທີ 20 ມິຖຸ ນາ 2016 ຂໍ້ຕົກລົງ ເລກທີ 720/ຈມ. ຫຊຟ, ລົງວັນທີ 4 ຕຸລາ 2016 ຂອງເມືອງຫາດຊາຍຟອງ ວ່າດ້ວຍການແຕ່ງຕັ້ງຄະນະໂຄສະນາເຜີຍແຜ່ກົດໝາຍຂັ້ນເມືອງ.      ຕົ້ນເດືອນທັນວາ 2016 ໄດ້ມີພິທີຈັດຕັ້ງໂຄສະນາເຜີຍແຜ່ກົດໝາຍຂຶ້ນ ທີ່ວັດດົງຄຳຊ້າງ, ບ້ານດົງຄຳຊ້າ ແລະ ທີ່ຫ້ອງການບ້ານຫາດຊາຍຂາວ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນເພັງ ກ້ານແກ້ວ ຫົວໜ້າຫ້ອງການຍຸຕິທຳເມືອງຫາດຊາຍຟອງ, ທ່ານ ເພັດມຸກດາວົງສະຫວັດ ຮອງຫົວໜ້າຫ້ອງການກົດໝາຍ ແລະ ໂຄສະນາອົບອົບຮົມກົດໝາຍ ພະແນກຍຸຕິທຳນະຄອນຫຼວງວຽງຈັນ, ທ່ານ ເພັດສະໝອນ ຕຽມຕິສັກ ຮອງຫົວໜ້າຫ້ອງການໂຍທາທິການ ຜູ້ຊີ້ນຳວຽກງານຜັງເມືອງຫາດຊາຍຟອງ ແລະ ທ່ານ ວິລະເດດ ວົງສະຫງ່າ ຮອງຫົວໜ້າຊັບພະຍາກອນ ແລະ ສິ່ງແວດລ້ອມ ເມືອງຫາດຊາຍຟອງ ມີປະຊາຊົນພາຍໃນບ້ານເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.     ພາຍໃນພິທີໄດ້ນຳເອົາກົດໝາຍຕ້ານຍາເສບຕິດ, ກົດໝາຍຄອບຄົວ, ກົດໝາຍວ່າດ້ວຍການສືບທອດມູນມໍຣະດົກ, ກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ, ກົດໝາຍວ່າດ້ວຍທີ່ດິນ ແລະ ກົດໝາຍວ່າດ້ວຍ ຜັງເມືອງ ມາດຜີຍແຜ່ໃຫ້ພໍ່ແມ່ປະຊາຊົນ, ຊາວໜຸ່ມ, ໄວໜຸ່ມ, ນັກສຶກສາພາຍໃນບ້ານໃຫ້ຮັບຮູ້ກົດໝາຍ ແລະ ເຂົ້າໃຈໃນການສ້າງຄອບຄົວ, ການໝັ້ນໝາຍ-ແຕ່ງດອງ, ໃຊ້ຊີວິດຢູ່ຮ່ວມກັນຂອງຄອບຄົວຄູ່ຜົວເມຍ, ຮັບຮູ້ຊັບເດີມກ່ອນ ການແຕ່ງດອງ, ສິນສົມສ້າງ ແລະ ການຂໍເອົາເດັກນ້ອຍມາເປັນລູກລ້ຽງ ແມ່ນມີສິດເທົ່າທຽບກັນກັບລູກຄີງ, ຮັບຮູ້ຜົນຮ້າຍຈາກໄພຢາເສບຕິດ ແລະ ເຮັດໃຫ້ປາກົດການຫຍໍ້ທໍ້ໃນສັງຄົມຫຼຸດໜ້ອຍຖອຍລົງ.          ທ່ານ ບຸນເພັງ ກ້ານແກ້ວ ຫົວໜ້າຫ້ອງການຍຸຕິທຳເມືອງຫາດຊາຍຟອງ ກ່າວວ່າ: ຫ້ອງການຍຸຕິທຳເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເປັນຫ້ອງການໜຶ່ງທີ່ມີສາຍຕັ້ງຂຶ້ນກັບ ພະແນກຍຸຕິທຳນະຄອນຫຼວງວຽງຈັນ ມີ ສາຍຂວາງຂຶ້ນກັບຫ້ອງວ່າການປົກຄອງເມືອງຫາດຊາຍຟອງ, ເມືອງຫາດຊາຍຟອງ ປະກອບມີ 60 ບ້ານ, ໂຮງຮຽນມີ 17 ແຫ່ງ. ຫ້ອງການຍຸຕິທຳເມືອງຫາດຊາຍຟອງ ເປັນຫ້ອງການໜຶ່ງ ຊຶ່ງເປັນເສນາທິການໃຫ້ເມືອງຫາດຊາຍຟອງ ແລະ ໄດ້ເພີ່ມທະວີຄວາມເອົາໃຈໃສ່ໃນວຽກງານຍຸຕິທຳຮາກຖານ ຊຶ່ງປະກອບມີ 5 ວຽກໃຫຍ່ ຄື: 1. ວຽກງານສຶກສາອົບຮົມ, ໂຄສະນາເຜີຍແຜ່ສ້າງສະຕິເຄົາລົບກົດໝາຍ. 2. ​ວຽກງານສ້າງບ້ານປອດຄະດີ. ​3. ວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນ ບ້ານ. 4. ວຽກງານຍຸຕິທຳເດັກ ແລະ 5.​ ວຽກງານສ້າງບຸກຄະລາກອນກົດໝາຍໃຫ້ຮາກຖານບ້ານ.     ໃນນັ້ນ,  ຫ້ອງການຍຸຕິທຳ ຂອງພວກເຮົາປະຈຸບັນໄດ້ສຸມໃສ່ວຽກງານສຶກສາອົບຮົມ ໂຄສະນາເຜີຍແຜ່ກົດໝາຍ ເພື່ອສ້າງສະຕິເຄົາລົບກົດໝາຍໃຫ້ແກ່ນັກຮຽນ, ນັກສຶກສາ ແລະ ປະຊາຊົນພາຍໃນເມືອງຫາດຊາຍຟອງ ຄາດໝາຍໃຫ້ໄດ້ 10 ໂຮງຮຽນ ແລະ 15 ບ້ານ ທີ່ຢູ່ໃນແຜນຂອງປີ 2016 ໃນໄລຍະສົກງົບປະມານຂ້າມຜ່ານ ແລະ ສົກງົບປະມານ 2017 ຄາດໝາຍໃຫ້ສຳເລັດພາຍໃນເດືອນມີນາ 2017.      ໃນການລົງເຄື່ອນໄຫວວຽກງານໂຄສະນາເຜີຍແຜ່ກົດໝາຍຄັ້ງນີ້ ເພື່ອສຶກສາອົບຮົມສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍຢ່າງເຂັ້ມງວດ ໃຫ້ແກ່ປະຊາຊົນເມືອງຫາດຊາຍຟອງ ໃຫ້ມີສະຕິເຄົາລົບກົດໝາຍ ໃຫ້ນັບມື້ນັບສູງຂຶ້ນ ໂດຍກ້າວໄປສູ່ຄອບຄົວປອດຄະດີ ແລະ ກາຍເປັນເມືອງປອດຄະດີຢ່າງແທ້ຈິງ.  ຂ່າວໂດຍ: ສຸວັນ ສີມະນີວົງ.   ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ຄະນະຄອນຫຼວງວຽງຈັນ ເພີ່ມທະວີເອົາໃຈໃສ່ຕໍ່ວຽກງານຍຸຕິທຳຮາກຖານ
ນະຄອນຫຼວງວຽງຈັນ ເພີ່ມທະວີເອົາໃຈໃສ່ຕໍ່ວຽກງານຍຸຕິທຳຮາກຖານ
https://www.moj.gov.la/lo/node/713
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 21-ທັນວາ-2016ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 18/12/2016 EP1 ລາຍການເພື່ອສັງຄົມຍຸຕິທຳ 18/12/2016 EP2
ລາຍການເພື່ອສັງຄົມຍຸຕິທຳ 18/12/2016
https://www.moj.gov.la/lo/node/718
ໂດຍປະຕິບັດຕາມຂໍ້ຕົກລົງ ສະບັບເລກທີ 529/ກຍ, ລົງວັນທີ 14 ມີຖຸນາ 2016 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບປັບປຸງກົດໝາຍ ວ່າດ້ວຍການຈັດຕັ້ງປະຕິບັດຄຳຕັດສີນຂອງສານ. ຄະນະດັ່ງກ່າວໄດ້ເປີດກອງປະຊຸມຂຶ້ນໃນລະ ຫວ່າງວັນທີ 14 ຫາ 16 ທັນວາ 2016 ຢູ່ທີ່ໂຮງແຮມ ວັນຊະນະ, ເມືອວັງວຽງ, ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ສຈ. ເກດ ກຽດຕິສັກ ຮອງລັດຖະມົນຕີກະຊວງຍຸຕິທຳ.      ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອກວດກາຄືນແຕ່ລະພາກ, ໝວດ ແລະ ມາດຕາ ຂອງກົດໝາຍວ່າດ້ວຍການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍການສ້າງນິຕິກຳ. ພ້ອມກັນນັ້ນ, ກໍໄດ້ມີການ ປະກອບຄຳຄິດຄຳເຫັນໃສ່ພາກທີ 3 ວ່າດ້ວຍການຈັດຕັ້ງປະຕິບັດຄະດີແພ່ງ ແລະ ຄະດີອາຍາ ໂດຍສະເພາະຂັ້ນຕອນຂອງການປະກາດຂາຍຫຼັກຊັບຂອງລູກໜີ້ ໃນການໃຊ້ແທນໜີ້ສີນ ແລະ ຄ່າເສັຍຫາຍທາງແພ່ງ ພ້ອມທັງຍົກເອົາບົດຮຽນ ຂອງຕ່າງປະເທດມາປຽບທຽບ ເພື່ອເຮັດໃຫ້ກົດໝາຍສະບັບປັບປຸງສະບັບນີ້ ມີຄວາມສົມບູນໃນດ້ານການຈັດຕັ້ງປະຕິບັດແທດເໝາະກັບການຂະຫຍາຍຕົວຂອງສັງຄົມ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ.   ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມປັບປຸງຮ່າງກົດໝາຍ ວ່າດ້ວຍການຈັດຕັ້ງປະຕິບັດຄຳຕັດສີນຂອງສານ
ກອງປະຊຸມປັບປຸງຮ່າງກົດໝາຍ ວ່າດ້ວຍການຈັດຕັ້ງປະຕິບັດຄຳຕັດສີນຂອງສານ
https://www.moj.gov.la/lo/node/730
ພິທີຫວນຄືນມູນເຊື້ອວັນສໍາຄັນຂອງຊາດ ໄດ້ຈັດຂຶ້ນໃນວັນທີ 1 ທັນວາ 2016 ຜ່ານມານີ້. ທີ່ກະຊວງຍຸຕິທໍາ ໄດ້ເຊື່ອມຊຶມເສີມຂະຫຍາຍມູນເຊື້ອວັນຊາດທີ 2 ທັນວາຄົບຮອບ 41 ປີ (2/12/1975-2/12/2016) ລະນຶຶກວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຜູ້ນໍໍາທີ່ແສນເຄົາລົບຮັກຂອງປວງຊົນລາວ ຄົບຮອບ 96 ປີ (13/12/1920-19/12/2016) ແລະ  ຜົນສໍາເລັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28, 29. ໃຫ້ກຽດເປັນປະທານ-ບັນຍາຍຂອງທ່ານ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ ມີບັນດາຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າຫ້ອງການ, ຫົວໜ້າສູນ, ຫົວໜ້າສະຖາບັນ ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມຢ່າງພ້ອມພຽງ.      ໃນພິທີທ່ານ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ ໄດ້ເລົ່າຄືນມູນເຊື້ອປະຫວັດຄວາມເປັນມາຂອງວັນຊາດທີ 2 ທັນວາ 1975 ເຊິ່ງໄດ້ຍົກໃຫ້ເຫັນໝາກຜົນແຫ່ງການຕໍ່ສູ້ກູ້ຊາດອັນຍືດເຍື້ອຍາວນານພິລະອາດ ຫານຂອງປະຊາຊົນບັນດາເຜົ່າ ກໍຄືບັນດານັັກຮົບປະຕິວັດທີ່ໄດ້ເສຍສະຫຼະຊີວິດເລືອດເນື້ອ ແລະ ສະຕິປັນຍາເຂົ້າໃນການຕໍ່ສູ້ເພື່ອຍາດເອົາເອກະລາດມາສູ່ປວງຊົນລາວທັງຊາດ ລວມທັງວິລະກໍາ ແລະ ການເຄື່ອນໄຫວຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາອັນແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ ເຊິ່ງ ປະທານ ໄກສອນ ພົມວິຫານ ຍາມໃດເພິ່ນກໍໄດ້ອຸທິດທຸກກໍາລັງເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນຂະບວນການຕໍ່ສູ້ກູ້ຊາດ ເພື່ອຍາດເອົາອິດສະຫຼະພາບ ເອກະລາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນມາສູ່ປວງຊົນລາວທັງຊາດມາເຖິງປັດຈຸບັນ. ພ້ອມຈາກນີ້ ເພິ່ນຍັງໄດ້ບັນລະຍາຍຜົນງານການສ້າງສາພັດທະນາປະເທດຊາດ ສືບຕໍ່ເສີມຂະຫຍາຍມູນເຊື້ອ 2 ທັນວາ ເຂົ້າໃນການສ້າງສາພັດທະນາປະ ເທດຊາດ ທັງນີ້ກໍເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນກະຊວງຍຸຕິທໍາ ໄດ້ຮັບຮູ້ກ່ຽວກັບຄວາມໝາຍຄວາມສໍໍາຄັນຂອງຊາດ ແລະ ເຫດການປະຫວັດສາດອັນສໍາຄັນຂອງວັນດັ່ງກ່າວ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກະຊວງຍຸຕິທໍາ ຫວນຄືນມູນເຊື້ອວັນສໍາຄັນຂອງຊາດ
ກະຊວງຍຸຕິທໍາ ຫວນຄືນມູນເຊື້ອວັນສໍາຄັນຂອງຊາດ
https://www.moj.gov.la/lo/node/731
ກອງປະຊຸມວຽກງານຍຸຕິທຳທົ່ວປະເທດ ປະຈຳປີ 2015-2016 ໄດ້ຈັດຂຶ້ນໃນວັນທີ 19-20 ທັນວາ  ທີ່ສູນຝຶກອົບຮົມລາວ-ຍີ່ປຸ່ນ (ICTC) ນະຄອນຫຼວງວຽງຈັນ ​ໂດຍ​ການ​ເປັນ​ປະທານ​ຂອງ ​ທ່ານ ​ໄຊ​ສີ ສັນຕິ​ວົງ ກຳມະການ​ສູນ​ກາງ​ພັກ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ  ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ, ມີບັນດາຜູ້ຊີ້ນຳວຽກງານຍຸຕິທຳຂັ້ນແຂວງ, ນະຄອນຫຼວງວຽງຈັນ. ບັນດາຫົວໜ້າພະແນກຍຸ ຕິທຳໃນທົ່ວປະເທດ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.      ​​​​ໃນ​ພິທີຜູ້​​ແທນ​ກອງ​ປະຊຸມ​ກໍ​ໄດ້​ພ້ອມ​ກັນຮັບ​ຟັງ​ບົດສະຫຼຸຸບການຈັດຕັ້ງປະຕິ​ບັດ​ວຽກງານຍຸຕິທຳ ປະຈຳປີ 2015-2016 ທີ່ຜ່ານມາ ແລະ ທິດທາງ​ແຜນການຈຸດສຸມວຽກງານ​ຍຸຕິ​ທໍາ​ປະຈຳປີ 2017 ຊື່​ງສະ​ເໜີ​ໂດຍ ​ທ່ານ ປອ ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ. ພ້ອມດຽວກັນນັ້ນ, ກອງ​ປະຊຸມ​ກໍໄດ້ດຳເນີນການກວດກາຕີລາຄາການຊີ້ນຳ-ນຳພາຂອງຄະນະນຳຂະແໜງຍຸຕິທຳໃນຂອບເຂດທົ່ວປະເທດ ແລະ ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໂດຍສະເພາະແມ່ນວຽກງານກົດໝາຍ ແລະ ຍຸຕິທຳ. ຫຼັງຈາກ​ນັ້ນ ທ່ານນາຍົກລັດຖະມົນຕີໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳທີ່ສຳຄັນຕໍ່ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ຊຶ່ງກ່ອນ​ອື່ນທ່ານໄດ້ ກ່າວຍ້ອງຍໍຊົມເຊີຍຜົນງານທີ່ຄະນະພັກ-ຄະນະນຳ ຕະຫຼອດຮອດພະນັກງານລັດຖະກອນຂອງຂະແໜງວຽກງານຍຸຕິທຳທົ່ວປະເທດ ຍາດ​ມາ​ໄດ້​ໃນ​ລະຍະ​ຜ່ານ​ມາ ກໍ​ຄື​ການຕັ້ງໜ້າຈັດຕັ້ງປະຕິບັດພາລະບົດບາດໜ້າທີ່ຂອງຂະແໜງຍຸຕິທຳ ໃນ ການເປັນເສນາທິການຊ່ວຍລັດຖະບານ ໃນການຄຸ້ມຄອງລັດທາງດ້ານກົດໝາຍ ແລະ ວຽກງານຍຸຕິທຳໄດ້ເປັນຢ່າງດີ ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ພ້ອມດຽວກັນນັ້ນ ທ່ານ ນາຍົກລັດຖະມົນຕີ ຍັງໄດ້ເນັ້ນບາງບັນຫາທີ່ສຳຄັນ ຊຶ່ງມີເນື້ອໃນບາງຕອນວ່າ: ສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງ, ນຳພາແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນທຸກຄົນ ມີຄຸນທາດການເມືອງໜັກແໜ້ນ, ເຊື່ອ ໝັ້ນຕໍ່ການນຳພາຂອງພັກ ແລະ ລັດ, ມີຄຸນສົມບັດສິນ​ທຳ​ປະຕິວັດ, ຮັບໃຊ້ປະຊາຊົນດ້ວຍຄວາມຊື່ສັດບໍລິສຸດ ແລະ ຍຸຕິທຳ.  ສືບຕໍ່ໂຄສະນາເຜີຍແຜ່ກົດໝາຍ​ໃຫ້ກວ້າງຂວາງ ​ແລະ ​ເລິກ​ເຊີ່ງ​ ໂດຍນຳໃຊ້ພາຫະນະສື່ມວນຊົນ, ໜັງສືພິມ, ວາລະສານ, ວິທະຍຸ, ໂທລະພາບ, ອິນເຕີເນັດ, ແອບພີລີເຄຊັນຜ່ານເຄືອຂ່າຍມືຖື ເພື່ອສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍຢູ່ໃນສັງຄົມໃຫ້ດີຂຶ້ນເປັນກ້າວໆ. ພ້ອມ​ດຽວກັນ​ນັ້ນ​ ກອງ​ປະຊຸມ​ຍັງ​ໄດ້​ຮຽກຮ້ອງ​ມາ​ຍັງ​ສະມາຊິກ​ພັກ, ພະນັກງານ​ລັດຖະກອນ, ນັກ​ກົດໝາຍ ​ແລະ ພົນລະ​ເມືອງ ຈົ່ງ​ສືບ​ຕໍ່​ເພີ່ມ​ທະວີ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ພາຍ​ໃນ ​ເພີ່ມ​ທະວີ​ສະຕິ​ເຄົາລົບ​ກົດໝາຍ, ດຳລົງ​ຊີວິດ ​ແລະ ​ເຄື່ອນ​ໄຫວ​ປະຕິບັດໜ້າທີ່​ວຽກງານ​ໃຫ້​ຖືກຕ້ອງ​ຕາມ​ກົດໝາຍ ​ເພື່ອ​ເຮັດ​ໃຫ້​ສັງຄົມ​ມີ​ຄວາມ​ສະຫງົບ ​ແລະ ຍຸຕິ​ທຳ ​ແລະ ​ເປັນ​ການ​ປະກອບ​ສວ່ນ​ເຂົ້າ​ໃນ​ການຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸ​ມ​ໃຫຍ່ ຄັ້ງ​ທີ x ຂອງ​ພັກ ​ແລະ ​ແຜນ​ພັດທະນາ​ເສດຖະກິດ-​ສັງຄົມ​​ແຫ່ງ​ລັດ 5 ປີ ຄັ້ງ​ທີ 8 ​ໃຫ້​ປາກົດ​ຜົນ​ເປັນ​ຈິງ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກະຊວງຍຸຕິທຳ ຈັດກອງປະຊຸມວຽກງານຍຸຕິທຳທົ່ວປະເທດ ປະຈຳປີ 2015-2016
ກະຊວງຍຸຕິທຳ ຈັດກອງປະຊຸມວຽກງານຍຸຕິທຳທົ່ວປະເທດ ປະຈຳປີ 2015-2016
https://www.moj.gov.la/lo/node/732
ກົມທະບຽນສານ ໄດ້ລົງເຄື່ອນໄຫວວຽກງານ ຢູ່ ແຂວງ ບໍ່​ແກ້ວ ​ແລະ ​ແຂວງ​ ຫຼວງ​ນໍ້າ​ທາ ເພື່ອປະສານສົມທົບກັບພະແນກຍຸຕິທໍາແຂວງ, ຫ້ອງການຍຸຕິທໍາເມືອງ ແລະ ພົບ​ປະທ່ານ​ເຈົ້າເມືອງ ​ເພື່ອເກັບກໍາຂໍ້ມູນ​​ເປົ້າ​ໝາຍ​ໃນ​ການສ້າງຕັ້ງໜ່ວຍງານທະບຽນສານຂຶ້ນ​ໃນແຕ່ລະເມືອງ.   ​     ໃນ​ວັນ​ທີ 26 ຕຸລາ ຫາ 5 ພະ​ຈິກ​ 2016 ​ຜ່ານ​ມາ ຄະນະ​ກົມ​ທະບຽນ​ສານ ​ໄດ້​ລົງ​ໄປ​​ເຄື່ອນ​ໄຫວວຽກ​ງານຢູ່ ​ແຂວງ ບໍ່​ແກ້ວ ມີ 6 ​ເມືອງ ຄື: ​ເມືອງ ຫ້ວຍ​ຊາຍ, ​ ຕົ້ນ​ເຜີ້ງ, ​​ຜາ​ອຸດ​ົມ, ປາກ​ທາ, ວຽງ​ພູ​ຄາ ​ແລະ ​ເມືອງ​ ເມີງ ​ແລະ ​ແຂວງ ຫຼວງ​ນໍ້າ​ທາ 3 ​ເມືອງ ​ຄື: ເມືອງ ຫຼວງ​ນໍ້າ​ທາ, ​ເມືອງ ສິງ ​ແລະ ​ເມືອງ ​ເມືອງລອງ. ​​ໃນ​ການລົງ​ເຄື່ອນ​ໄຫວ​ວຽກ​ງານ​ໃນ​ຄັ້ງ​ນີ້​​ນໍາພາ​ໂດຍ ທ່ານ ກອງ​ສີ ສາຍ​ສຸດທາ ຮອງ​ຫົວໜ້າ​ກົມ​ທະບຽນ​ສານ ກະຊວງ​ຍຸຕິ​ທໍາ ​​​ເປັນ​ກຽດ​ຕ້ອນຮັບ​ຂອງ ​ທ່ານ ຄໍາ​ຫຼ້າ ອຸດ​ທະ​ຍອດ ຫົວໜ້າ​ພະ​ແນ​ກຍຸຕິ​ທໍາ ​ແຂວງບໍ່​ແກ້ວ ​ແລະ ທ່ານ ຄໍາ​ໝັ້ນ ວັນ​ຄໍາ ຫົວໜ້າ​ພະ​ແນ​ກ ​ແຂວງຫຼວງ​ນໍ້າ​ທາ. ​ ທັງ​ສອງ​ແຂວງ ​ໄດ້​ລາຍ​ງານ​ສະພາບ​ການ​ເຄື່ອນ​ໄຫວວຽກງານ​ຂອງ​ຕົນທີ່​ຜ່ານ​ມາ ​ໂດຍ​ສະ​ເພາະ​ແມ່ນ​ວຽກ​ງານ​ທະບຽສານ​ໃຫ້​ທ່ານ​ຮອງ​ຫົວໜ້າ​ກົມຮັບ​ຊາບ. ຫຼັງ​ຈາກ​ນັ້ນ​ຄະນະກໍ​ໄດ້​ເຮັດ​ວຽກ​ງຮ່ວມ​ກັບທ່ານ​​ເຈົ້າ​ເມືອງ ​ແລະ ທ່ານຫົວໜ້າ​ຫ້ອງການ​ຍຸຕິ​ທໍາ​ເມືອງ ​ເພື່ອ​ປືກສາ​ຫາລື​ເປັນ​ເອກະ​ພາບ​ກັນ ​ໂດຍ​ມອບ​ໃຫ້​ຄະນະ​ພັກ​​, ອໍານາດ​ການ​ປົກຄອງແຕ່ລະເມືອງ​, ​ເປັນ​ຜູ້​ຊີ້​ນໍາ​ຫ້ອງການ​ຍຸຕິ​ທໍາ​ເມືອງຄົ້ນຄວ້າ ແລ້ວນໍາສະ​ເໜີ​ຕໍ່ພະ​ແນ​ກຍຸຕິ​ທໍາ​ແຂວງ ​ເພື່ອ​ສະ​ເໜີ​ຕໍ່​ໃຫ້​ລັດຖະມົນຕີກະຊວງ​ຍຸຕິ​ທໍາ ​ສ້າງ​ຕັ້ງ​ໜ່ວຍ​ງານ​ທະບຽນ​ສານ ​ແລະ ​ແຕ່ງ​ຕັ້ງບຸກຄະລາ​ກອນ ມາ​ຮັບຜິດຊອບ​ວຽກ​ງານ​ດັ່ງກ່າວ ສ່ວນ​ດ້ານ​ວິຊາ​ການ ​ແມ່​ນກະຊວງ​ຍຸຕິ​ທໍາ​ເປັນ​ຜູ້​ຈັດຝືກອົບຮົມ​ໃຫ້​ໃນ​ຂັ້ນ​ຕອນ​ຕໍ່​ໄປ. ​     ພ​້ອມກັນ​ນັ້ນ ຄະນະກໍໄດ້​ເຜີ​ຍແຜ່ຄໍາ​ສັ່ງ​ຂອງ​ນາຍົກ ສະບັບ​ເລກທີ 10/ນຍ, ລົງ​ວັນ​ທີ 1/4/2016 ວ່າ​ດ້ວຍ​ການ​ເອົາ​ໃຈ​ໃສ່​ຕໍ່​ວຽກ​ງານ​ທະບຽນ​ສານ ​ແລ​ະ ກົດໝາຍ​ວ່າ​ດ້ວຍ​ ທະບຽນ​ສານ ໃຫ້​ແກ່​ພໍ່​ແມ່ປະ​ຊາ​ຊົນ, ພະນັກງານ, ນັກທຸລະກິດ ​ແລະ ພໍ່ຄ້າ​ຊາວ​ຄ້າ ​​ໃຫ້​​ເຂົ້າ​ໃຈ​ເຖິງ​ຄວາມ​ໝາຍ​, ຄວາມ​ສໍາຄັນ​ຂອງ​ວຽກ​ງານ​ທະບຽນ​ສານ​ ​ເພື່ອ​ເຮັດ​ໃຫ້ຜູ້ເຂົ້າຮ່ວມຮັບ​ຮູ້​ເຖິງ​ຜົນ​ຂອງ​ການ​ຢັ້ງຢືນ​ສັນຍາ ​ແລະ ​ເອກະສານ​ອື່ນໆ ຂອງອົງການ​ທະບຽນ​ສານ, ຊີ້​ແຈ້ງ​ເຖິງ​ຄຸນຄ່າ​ຄວາມ​ແຕກ​ຕ່າງ​ລະຫວ່າງ​ສັນຍາ ​ແລະ ​ເອກະ​ສານ​ອື່ນ ທີ່​ໄດ້ຜ່ານ​ການ​ຢັ້ງຢືນ​ທະບຽນ​ສານ ແມ່ນຜູ້ຮ້ອງຂໍການຢັ້ງຢືນຈະ​ໄດ້​ຮັບ​ການ​ປົກ​ປ້ອງ​ສິດ ແລະ ຜົນ​ປະ​ໂຫຍ​ດທາງ​ດ້ານ​ກົດໝາຍ. ການ​ເຜີຍ​ແຜ່​ວຽກງານ​ໃນ​ຄັ້ງ​ນີ້ ມີ​ຜູ້​ເຂົ້າ​ຮ່ວມ​ຮັບ​ຟັງ​ທັງ​ໝົດ 678 ຄົນ, ຍິງ 186 ຄົນ.   ບົດ​ຂ່າວ ແລະ ພາບ: ສູນ​ທະລາ   ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ວຽກງານໂຄສະນາເຜີຍແຜ່ຄຳສັ່ງຂອງນາຍົກລັດຖະມົນຕີ ຢູ່ແຂວງບໍ່ແກ້ວ ແລະ ຫຼວງນໍ້າທາ
ວຽກງານໂຄສະນາເຜີຍແຜ່ຄໍາສັ່ງຂອງນາຍົກ ຢູ່ແຂວງບໍ່ແກ້ວ ແລະ ຫຼວງນໍ້າທາ
https://www.moj.gov.la/lo/node/735
ລາຍລະອຽດປະເພດຂອງເອກະສານ: ດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງຍຸຕິທຳເອກະສານລົງວັນທີ: 10-ພະຈິກ-2016ເລກທີຂອງເອກະສານ: 411ເລກສະບັບປີຂອງເອກະສານ: 2016 Online Viewinghttps://www.moj.gov.la/sites/default/files/%E0%BA%81%E0%BA%B0%E0%BA%8A%E0%BA%A7%E0%BA%87/documents/%E0%BA%94%E0%BA%B3%E0%BA%A5%E0%BA%B1%E0%BA%94-%E0%BA%A7%E0%BB%88%E0%BA%B2%E0%BA%94%E0%BB%89%E0%BA%A7%E0%BA%8D%E0%BA%81%E0%BA%B2%E0%BA%99%E0%BA%88%E0%BA%B1%E0%BA%94%E0%BA%95%E0%BA%B1%E0%BB%89%E0%BA%87-%E0%BB%81%E0%BA%A5%E0%BA%B0-%E0%BA%81%E0%BA%B2%E0%BA%99%E0%BB%80%E0%BA%84%E0%BA%B7%E0%BB%88%E0%BA%AD%E0%BA%99%E0%BB%84%E0%BA%AB%E0%BA%A7-%E0%BA%82%E0%BA%AD%E0%BA%87%E0%BA%81%E0%BA%B0%E0%BA%8A%E0%BA%A7%E0%BA%87%E0%BA%8D%E0%BA%B8%E0%BA%95%E0%BA%B4%E0%BA%97%E0%BA%B3/735/compressed_186733504.pdf
ດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງຍຸຕິທຳ ເລກທີ 411 /ນຍ
https://www.moj.gov.la/lo/node/736
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 02-ມັງກອນ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 1/1/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 1/1/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 1/1/2017
https://www.moj.gov.la/lo/node/737
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 23-ທັນວາ-2016ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 25/12/2016 EP21 ລາຍການເພື່ອສັງຄົມຍຸຕິທຳ 25/12/2016 EP2
ລາຍການເພື່ອສັງຄົມຍຸຕິທຳ 25/12/2016
https://www.moj.gov.la/lo/node/738
ລາຍລະອຽດປະເພດຂອງເອກະສານ: ດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງຍຸຕິທຳເອກະສານລົງວັນທີ: 23-ພະຈິກ-2007ເລກທີຂອງເອກະສານ: 404 Online Viewinghttps://www.moj.gov.la/sites/default/files/%E0%BA%81%E0%BA%B0%E0%BA%8A%E0%BA%A7%E0%BA%87/documents/%E0%BA%94%E0%BA%B3%E0%BA%A5%E0%BA%B1%E0%BA%94-%E0%BA%A7%E0%BB%88%E0%BA%B2%E0%BA%94%E0%BB%89%E0%BA%A7%E0%BA%8D%E0%BA%81%E0%BA%B2%E0%BA%99%E0%BA%88%E0%BA%B1%E0%BA%94%E0%BA%95%E0%BA%B1%E0%BB%89%E0%BA%87-%E0%BB%81%E0%BA%A5%E0%BA%B0-%E0%BA%81%E0%BA%B2%E0%BA%99%E0%BB%80%E0%BA%84%E0%BA%B7%E0%BB%88%E0%BA%AD%E0%BA%99%E0%BB%84%E0%BA%AB%E0%BA%A7-%E0%BA%82%E0%BA%AD%E0%BA%87%E0%BA%81%E0%BA%B0%E0%BA%8A%E0%BA%A7%E0%BA%87%E0%BA%8D%E0%BA%B8%E0%BA%95%E0%BA%B4%E0%BA%97%E0%BA%B3/738/01.pdf
ດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງຍຸຕິທຳ ເລກທີ 404 /ນຍ
https://www.moj.gov.la/lo/node/739
ໃນຕອນເຊົ້າຂອງວັນທີ 21 ທັນວາ 2016 ຢູ່ທີ່ຫ້ອງປະຊຸມຂອງກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມໄຕມາດທີສາມ ແລະ ສີ່ ຂອງໂຄງການຈັດຕັ້ງແຜນແມ່ບົດພັດທະນາລັດປົກຄອງດ້ວຍກົດໝາຍ ເພື່ອສະຫຼຸບວຽກງານກິດຈະກໍາຕ່າງໆ ແລະ ປຶກສາຫາລືທິດທາງແຜນການຕໍ່ໜ້າຂອງໂຄງການ ພາຍໃຕ້ການການເປັນປະທານຂອງ ທ່ານ ນະລົງລິດ ນໍລະສິງ ວ່າການຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ພ້ອມທັງເປັນຜູ້ຮັບຜິດຊອບຈັດຕັ້ງແຜນແມ່ບົດພັດທະນາ ລັດປົກຄອງດ້ວຍກົດໝາຍ ກະຊວງຍຸຕິທໍາ, ມີຜູ້ຕ່າງໜ້າຈາກບັນດາກົມ, ສະຖາບັນຍຸຕິທໍາແຫ່ງຊາດ, ສະພາທະນາຍຄວາມ ແຫ່ງ ສປປ ລາວ, ກະຊວງການຕ່າງປະເທດ, ສະພາແຫ່ງຊາດ, ຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ ລາວ, ຫົວໜ້າໜ່ວຍງານປົກຄອງອົງການສະຫະປະຊາຊາດເພື່ອການພັດທະນາ ປະຈໍາ ສປປ ລາວ,  ສະຖານທູດຝຣັ່ງປະຈໍາ ສປປ ລາວ ແລະ ຮັກສາການຫົວໜ້າໜ່ວຍງານຢາເສບຕິດ ແລະ ປະຕິບັດກົດໝາຍ, ສະຖານທູດສະຫະ ລັດອາເມຣິກາ ປະຈໍາ ສປປ ລາວ.      ໃນກອງປະຊຸມ ທ່ານ ພຸດທະບັນດິດ ວາຣິນທຣະສັກ ຜູ້ປະສານງານໂຄງການແຜນແມ່ບົດພັດທະນາລັດປົກຄອງດ້ວຍກົດໝາຍ ໄດ້ສະຫຼຸບລາຍງານການຈັດຕັ້ງປະຕິບັດກິດຈະກຳ ໃນໄຕມາດທີສາມ ແລະ ສີ່  ໂດຍສະເພາະ ການຈັດຕັ້ງ ປະຕິບັດກິດຈະກໍາທີ່ພົ້ນເດັ່ນຂອງແຕ່ລະແຜນງານ ເປັນຕົ້ນ ການທາບທາມຮ່າງປະມວນກົດໝາຍອາຍາ ສະບັບທໍາອິດຂອງ ສ ປປລາວ, ວຽກງານໂຄສະນາ ແລະ ເຜີຍແຜ່ຂໍ້ມູນຂ່າວສານທາງດ້ານກົດໝາຍ, ວຽກງານຍຸຕິທໍາຮາກ ຖານ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ. ຈາກນັ້ນຜູ້ເຂົ້າຮ່ວມກໍໄດ້ພ້ອມກັນຄົ້ນຄ້ວາ, ປຶກສາຫາລື, ປະກອບຄໍາຄິດຄໍາເຫັນໃສ່ທິດທາງແຜນການຕໍ່ໜ້າຂອງໂຄງການໂດຍສະເພາະຈະສຸມໃສ່ຈັດຕັ້ງປະຕິບັດບັນດາກິດຈະກໍາທີ່ຍັງຄົງຄ້າງ ຫຼື ມີລັກສະນະ ສືບຕໍ່ຈັດຕັ້ງປະຕິບັດຂອງແຜນງານຕ່າງໆ.      ໃນໂອກາດນີ້ ທ່ານ ນະລົງລິດ ນໍລະສິງ ຜູ້ຮັບຜິດຊອບຈັດຕັ້ງແຜນແມ່ບົດພັດທະນາລັດແຫ່ງກົດໝາຍ ກໍໄດ້ກ່າວສະແດງຄວາມຊົມເຊີຍ ພ້ອມທັງຕີລາຄາສູງຕໍ່ການສະໜັບສະໜູນໂຄງການຈັດຕັ້ງປະຕິບັດແຜນແມ່ບົດພັດທະນາລັດ ປົກຄອງດ້ວຍກົດໝາຍ ໂດຍສະເພາະແມ່ນຜູ້ໃຫ້ການຊ່ວຍເຫຼືອຕົ້ນຕໍແມ່ນສະຫະພາບເອີຣົບ, ອົງການສະຫະປະຊາຊາດເພື່ອການພັດທະນາ, ລັດຖະບານສະຫະລັດອາເມຣິກາ ແລະ ລັດຖະບານຝຣັ່ງ ທີ່ໄດ້ໃຫ້ການສະໜັບສະໜູນທາງດ້ານທຶນ ຮອນ ແລະ ວິຊາການໃຫ້ແກ່ການພັດທະນາຂະແໜງການຂອງກົດໝາຍ ແລະ ວຽກງານຍຸຕິທໍາຂອງ ສປປ ລາວ ໃນລະຍະຜ່ານມາ ແລະ ຫວັງວ່າຈະສືບຕໍ່ໃຫ້ການຊ່ວຍເຫຼືອສະໜັບສະໜູນຂະແໜງການກົດໝາຍ ແລະ ວຽກງານຍຸຕິທໍາຂອງ ສປປ ລາວ ໃຫ້ມີບາດກ້າວຂະຫຍາຍຕົວເປັນຮູບປະທໍາຍິ່ງໆຂຶ້ນ. ຂ່າວ: ໄຊຍະສິດ  ພາບ: ສົມຫວັງ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມໄຕມາດສາມ ແລະ ສີ່ ຂອງໂຄງການຈັດຕັ້ງແຜນແມ່ບົດພັດທະນາລັດປົກຄອງດ້ວຍກົດໝາຍ
ກອງປະຊຸມໄຕມາດສາມ ແລະ ສີ່ ຂອງໂຄງການຈັດຕັ້ງແຜນແມ່ບົດພັດທະນາລັດປົກຄອງດ້ວຍກົດໝາຍ
https://www.moj.gov.la/lo/node/740
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 10-ມັງກອນ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 8/1/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 8/1/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 8/1/2017
https://www.moj.gov.la/lo/node/741
ກົມກວດກາກະຊວງຍຸຕິທຳ ໄດ້ລົງເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງ ຫົວພັນ ໃນລະຫວ່າງວັນທີ 26 ຫາ 30 ທັນວາ 2016 ໂດຍການນຳພາຂອງ ທ່ານ ຄຳເພັດ ອຸ່ນເຮືອນ ຮອງຫົວໜ້າກົມກວດກາ ພ້ອມດ້ວຍ ຄະນະ. ການລົງເຄື່ອນໄຫວ ແລະ ເຮັດວຽກໃນຄັ້ງນີ້ ໄດ້ຮັບຟັງການລາຍງານສະພາບຂອງການຈັດຕັ້ງປະຕິບັດວຽກງານ ຂອງແຕ່ລະຂະແໜງການພາຍໃນພະແນກຍຸຕິທຳ ແຂວງ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ, ຜົນງານທີ່ຍາດມາໄດ້ໃນລະຍະ ຜ່ານມາ ແລະ ພ້ອມກັນປະກອບຄຳຄິດເຫັນເພື່ອປັບປຸງແກ້ໄຂດ້ານອ່ອນ ຂໍ້ຄົງຄ້າງໃຫ້ດີຂຶ້ນໃນຕໍ່ໜ້າ. ນອກຈາກນັ້ນ, ຄະນະດັ່ງກ່າວຍັງໄດ້ລົງເຄຶ່ອນໄຫວ ແລະ ເຮັດວຽກງານນຳຫ້ອງການຍຸຕິທຳເມືອງຊຽງຄໍ້ ເພື່ອກວດກາ ເບິ່ງທຶນສົມທົບຂອງກະຊວງຍຸຕິທຳ ແລະ ແຂວງ ກ່ຽວກັບໂຄງການກໍ່ສ້າງຫ້ອງການຍຸຕິທຳ ເມືອງຊຽງຄໍ້ຕຶ່ມອີກ.      ການລົງເຄຶ່ອນໄຫວເຮັດວຽກຂອງຄະນະໃນຄັ້ງນີ້ ແມ່ນເພື່ອລົງຊຸກຍູ້ ແລະ ຕິດຕາມກວດກາການປະຕິບັດໜ້າທີ່ວຽກງານຮອບດ້ານຂອງພະແນກຍຸຕິທຳແຂວງຫົວພັນ ໃນແຕ່ລະລະຍະ ແລະ ແກ້ໄຂດ້ານອ່ອນຄົງຄ້າງ, ປາ ກົດການຫຍໍ້ທໍ້ຕ່າງໆໃຫ້ທັນການ, ຮັບປະກັນໃຫ້ລະບົບກົງຈັກການຈັດຕັ້ງ ແລະ ການປະຕິບັດໜ້າທີ່ວຽກງານຂອງພະແນກ ໄດ້ເຄື່ອນໄຫວຕາມສິດ, ໜ້າທີ່ ແລະ ພາລະບົດບາດ ທີ່ໄດ້ກຳນົດໄວ້ຕາມຂໍ້ຕົກລົງຂອງ ລັດຖະມົນຕີກະ ຊວງຍຸຕິທຳ ສະບັບເລກທີ 094, ລົງວັນທີ 28 ກໍລະກົດ 2008 ວ່າດ້ວຍການຈັດຕັ້ງ ແລະ ການເຄຶ່ອນໄຫວຂອງພະແນກຍຸຕິທຳແຂວງ, ນະຄອນຫຼວງ ເປັນຕົ້ນແມ່ນ ການຊີ້ນຳ-ນຳພາ, ຄຸ້ມຄອງບໍລິຫານ, ການແບ່ງງານ, ການແບ່ງຄວາມຮັບຜິດຊອບ ແລະ ການແກ້ໄຂວຽກງານຕ່າງໆ, ລວມທັງແບບແຜນວິທີເຮັດວຽກໃນລະຍະໃໝ່.    ໂດຍ: ພວງເພັດ ເພັດຍາວົງ, ນັກຂ່າວພະແນກຍຸຕິທຳແຂວງຫົວພັນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກົມກວດກາ ກະຊວງຍຸຕິທຳ ເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງ ຫົວພັນ
ກົມກວດກາ ກະຊວງຍຸຕິທຳ ເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງ ຫົວພັນ
https://www.moj.gov.la/lo/node/742
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 17-ມັງກອນ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 15/1/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 15/1/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 15/1/2017
https://www.moj.gov.la/lo/node/743
ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມຄົ້ນຄວ້າ, ປຶກສາຫາລືຮ່າງກົດໝາຍວ່າດ້ວຍອົງການກາແດງລາວ ໃນວັນທີ 9 ມັງກອນ 2017 ໂດຍການເປັນປະທານຂອງ ທ່ານ ສຈ. ເກດ ກຽດຕິສັກ ຮອງລັດຖະມົນຕີກະຊວງຍຸຕິທຳ ເປັນກຽດເຂົ້າຮ່ວມຂອງ ທ່ານ ທອງພະຈັນ ສອນນະສິນ ຮອງປະທານອົງການກາແດງລາວ, ມີບັນດາທ່ານຫົວໜ້າ, ຮອງຫົວໜ້າກົມ, ພະແນກ ແລະ ພະນັກງານວິຊາການຂອງກົມກົດໝາຍ ກະຊວງຍຸຕິທຳ, ອົງການກາແດງ ລາວ, ຜູ້ຕາງໜ້າຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ສະພາແຫ່ງຊາດ ເຂົ້າຮ່ວມ.        ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍອົງການກາແດງລາວ ຊຶ່ງເປັນຮ່າງກົດໝາຍທີ່ສ້າງໃໝ່ ໃຫ້ມີເນື້ອໃນຄົບຖ້ວນຂຶ້ນຕື່ມ. ໃນກອງປະຊຸມ ຜູ້ເຂົ້າຮ່ວມຈາກພາກສ່ວນຕ່າງໆ ກໍໄດ້ພ້ອມກັນປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບດັ່ງກ່າວດ້ວຍຄວາມຮັບຜິດຊອບສູງ. ເນື້ອໃນກົດໝາຍ ປະກອບມີ 12 ພາກ, 7 ໝວດ ແລະ 74 ມາດຕາ ຊຶ່ງໄດ້ກຳນົດຫຼັກການ, ລະບຽບ ການ ແລະ ມາດຕະການກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ ແລະ ການຕິດຕາມກວດກາວຽກງານກາແດງ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີຄວາມໜັກແໜ້ນເຂັ້ມແຂງ, ມີປະສິດທິພາບ ແລະ ປະສິດທິຜົນ ແນ ໃສ່ໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳ ແກ່ສັງຄົມ ໃຫ້ທີຄວາມວ່ອງໄວ ແລະ ທົ່ວເຖິງຍິ່ງຂຶ້ນ. ຂ່າວ: ສີປະໄພ        ພາບ: ສົມຫວັງ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກະຊວງຍຸຕິທຳ ຈັດກອງປະຊຸມຄົ້ນຄວ້າປຶກສາຫາລືຮ່າງກົດໝາຍວ່າດ້ວຍອົງການກາແດງລາວ
ກະຊວງຍຸຕິທຳ ຈັດກອງປະຊຸມຄົ້ນຄວ້າ, ປຶກສາຫາລືຮ່າງກົດໝາຍວ່າດ້ວຍອົງການກາແດງລາວ
https://www.moj.gov.la/lo/node/744
ຫ້ອງການຍຸຕິທຳເມືອງຈັນທະບູລີ ໄດ້ຈັດພິທີເປີດການຮຽນ-ການສອນ ຫຼັກສູດກົດໝາຍຊັ້ນຕົ້ນ ລະບົບ 3 ເດືອນ ຊຸດທີ VII ສົກປີ 2017 ໃຫ້ແກ່ບຸກຄະລາກອນຢູ່ກຸ່ມບ້ານ, ບັນດາບ້ານຕ່າງໆ ແລະ ຫ້ອງການອ້ອມຂ້າງເມືອງ ໃນວັນທີ 13 ມັງກອນ 2017 ຢູ່ທີ່ສະໂມສອນຫ້ອງວ່າການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ເພັດສະໝອນ ສົງຄຳຈັນ ຫົວໜ້າຫ້ອງການຍຸຕິທຳເມືອງຈັນທະບູລີ ນະຄອນຫຼວງວຽງ ຈັນ, ເປັນກຽດເຂົ້າຮ່ວມໂດຍທ່ານ ຄຳພິທູນ ຈັນທະກູນ ຮອງເລຂາພັກເມືອງ, ຮອງເຈົ້າເມືອງໆຈັນທະບູລີ ຜູ້ຊີ້ນຳວຽກງານຍຸຕິທຳ, ມີທ່ານ ທອງສັນ ແກ້ວປະເສີດ ຮອງຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ, ບັນດາອຳ ນາດການປົກຄອງບ້ານ, ສະຫະພັນແມ່ຍິງບ້ານ, ຊາວໜຸ່ມບ້ານ ແລະ ພະນັກງານອ້ອມຂ້າງເມືອງຈັນທະບູລີເຂົ້າຮ່ວມ. ການຮຽນການສອນຄັ້ງນີ້ແມ່ນໃຊ້ເວລາ 3 ເດືອນ ຊຶ່ງເລີ່ມແຕ່ກາງເດືອນມັງກອນ ຫາ ກາງເດືອນ ເມສາ ປີ 2017.      ໃນພິທີ ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງວ່າດ້ວຍການອະນຸມັດເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ VII ສົກປີ 2017, ຂໍ້ຕົກລົງຂອງທ່ານເຈົ້າເມືອງວ່າດ້ວຍການແຕ່ງຕັ້ງຄະນະຮັບ ຜິດຊອບການຮຽນ-ການສອນ, ແຜນການຮຽນ-ການສອນຫຼັກສູດກົດໝາຍຊັ້ນຕົ້ນ ຊຸດທີ VII ສົກປີ 2017.      ຈຸດປະສົງຂອງການຮຽນ-ການສອນກົດໝາຍຊັ້ນຕົ້ນໃນເທື່ອນີ້ແມ່ນເພື່ອຈັດຕັ້ງຜັນຂະຫຍາຍຄຳແນະນຳຂອງລັດຖະມົນຕີກະຊວງຍຸຕິທຳ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານປີ 2017 ແລະ ເພື່ອເຮັດ ໃຫ້ອົງການປົກຄອງບ້ານ ແລະ ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານໄດ້ເຄື່ອນໄຫວວຽກງານຖືກຕ້ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ແນໃສ່ໃຫ້ການບໍລິຫານບ້ານເຂົ້າສູ່ລະບຽບກົດໝາຍເທື່ອລະກ້າວ ເຮັດໃຫ້ກຸ່ມບ້ານ ແລະ ຮາກຖານບ້ານມີການພັດທະນາ, ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ ແລະ ກາຍເປັນບ້ານປອດຄະດີ. ສະນັ້ນ, ຈຶ່ງໄດ້ມີການຮວບຮວມເອົາແນວທາງການເມືອງ ແລະ ບັນດາກົດໝາຍຕ່າງໆມາເປັນ ບ່ອນອີງ. ການຮຽນການສອນໃນຄັ້ງນີ້ ປະກອບມີ: ພາກທົ່ວໄປ ມີ 6 ວິຊາ, ພາກລົງເລິກບາງກົດໝາຍມີ 27 ວິຊາ, ພາກວຽກງານຍຸຕິທຳຮາກຖານ ມີ 3 ວິຊາ ແລະ ພາກເຕັກນິກການແຕ່ງເອກະສານ ລວມທັງໝົດມີ 30 ໜ່ວຍກິດ.      ໃນຕອນທ້າຍຂອງພິທີ ທ່ານ ຄຳພິທູນ ຈັນທະກູນ ຮອງເລຂາພັກເມືອງ, ຮອງເຈົ້າເມືອງໆຈັນທະບູລີ ໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ເຂົ້າຮ່ວມການຮຽນ-ການສອນໃນຄັ້ງນີ້ ຈົ່ງພ້ອມກັນຕັ້ງໃຈສຶກສາຮ່ຳຮຽນ, ແລກປ່ຽນປະສົບການ ແລະ ຍາດແຍ່ງເອົາຄວາມຮູ້ຄວາມສາມາດຈາກຄູ, ອາຈານ ເພື່ອນຳເອົາຄວາມຮູ້ຄວາມສາມາດທີ່ໄດ້ຮັບຈາກການຮຽນ-ການສອນນີ້ໄປນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານໃຫ້ເກີດຜົນປະໂຫຍດສູງສຸດ. ຂ່າວ: ສີປະໄພ     ພາບ: ສຸກສາຄອນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ພິທີເປີດການຮຽນ-ການສອນ ຫຼັກສູດກົດໝາຍຊັ້ນຕົ້ນ ລະບົບ 3 ເດືອນ ຊຸດທີ VII ສົກປີ 2017 ຂອງຫ້ອງການຍຸຕິທຳເມືອງຈັນທະບູລີ
ພິທີເປີດການຮຽນ-ການສອນ ຫຼັກສູດກົດໝາຍຊັ້ນຕົ້ນ ລະບົບ 3 ເດືອນ ຊຸດທີ VII ສົກປີ 2017 ຂອງຫ້ອງການຍຸຕິທຳເມືອງຈັນທະບູລີ
https://www.moj.gov.la/lo/node/745
ໃນຕອນເຊົ້າຂອງວັນທີ 16 ມັງກອນ 2017 ຢູ່ທີ່ຫ້ອງປະຊຸມຂອງກະຊວງຍຸຕິທຳ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ ຜູ້ຊີ້ນຳວຽກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານ ໄດ້ລົງເຮັດວຽກ ແລະ ປະຊຸມຮ່ວມ ກັບກົມຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ, ໂດຍມີບັນດາທ່ານຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການຂອງກົມຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ກະຊວງຍຸຕິທຳເຂົ້າຮ່ວມ.      ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອທົບທວນຄືນກ່ຽວກັບການເຄື່ອນໄຫວວຽກງານ ເປັນຕົ້ນແມ່ນການຊີ້ນຳ-ນຳພາ ກໍຄືການປະຕິບັດໜ້າທີ່ວິຊາສະເພາະຂອງຄະນະນຳ ແລະ ພະນັກງານ-ລັດຖະກອນ ຂອງກົມຄຸ້ມຄອງການ ຈັດຕັ້ງປະຕິບັດຄຳຕັດສີນຂອງສານ ແລະ ປຶກສາຫາລືກ່ຽວກັບແຜນການໃນຕໍ່ໜ້າ. ໃນກອງປະຊຸມ ທ່ານ ຄຳພອນ ສີປະເສີດ ຫົວໜ້າກົມຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ກໍໄດ້ລາຍງານສະພາບການເຄື່ອນໄຫວ ວຽກງານຂອງອົງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ເວົ້າລວມ ເວົ້າສະເພາະກໍແມ່ນຂອງກົມໃນໄລຍະຜ່ານມາ, ຈາກນັ້ນບັນດາທ່ານຄະນະກົມ, ຄະນະພະແນກ ຕະຫຼອດຮອດ ພະນັກງານ-ລັດຖະກອນ ກໍໄດ້ພ້ອມກັນປະກອບ ຄຳເຫັນໂດຍເນັ້ນໃສ່ບັນຫາຫຍຸ້ງຍາກ ແລະ ຂໍ້ຄົງຄ້າງຂອງການປະຕິບັດໜ້າທີ່ວຽກງານໃນລະຍະຜ່ານມາ.      ໃນຕອນທ້າຍຂອງກອງປະຊຸມ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ  ກໍໄດ້ມີຄຳເຫັນໂອ້ລົມ ຊຶ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍບັນດາຄະນະນຳ ກໍຄືພະນັກງານ-ລັດຖະກອນຂອງກົມ ທີ່ໄດ້ເອົາໃຈໃສ່ປະຕິບັດ ໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ ຊຶ່ງເຮັດໃຫ້ຄຳຕັດສີນຂອງສານໃນຂອບເຂດທົ່ວປະເທດສ່ວນໃຫຍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງ, ສິ່ງສຳຄັນພາຍໃນກົມມີຄວາມສະຫງົບ ແລະ ສາມັກຄີດີ ແລະ ເພື່ອເຮັດໃຫ້ວຽກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານໃນຕໍ່ໜ້າໄດ້ເຄື່ອນໄຫວຢ່າງມີປະສິດທິຜົນນັ້ນ ທ່ານຍັງໄດ້ເນັ້ນໃຫ້ກົມຕ້ອງເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ, ເພີ່ມທະວີການລົງ ຊຸກຍູ້ ແລະ ຕິດຕາມການປະຕິບັດໜ້າທີ່ວຽກງານຂອງພະນັກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານຢູ່ທ້ອງຖິ່ນ. ຄົ້ນຄວ້າ, ເກັບກຳຂໍ້ມູນ ແລະ ລາຍງານຂັ້ນເທິງໃຫ້ວ່ອງໄວ ແລະ ຖືກຕ້ອງ ເພື່ອແກ້ໄຂໃຫ້ຖືກຕ້ອງ ແລະ ທັນ ຕາມກຳນົດເວລາ. ສິ່ງສຳຄັນທ່ານໄດ້ເນັ້ນໜັກໃຫ້ຄະນະນຳກໍຄືພະນັກງານ-ລັດຖະກອນຂອງກົມ ຕ້ອງປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ມີຫົວຄິດປະດິດສ້າງ, ມີຄຸນນະທຳ, ຈັນຍາທຳສູງ ເຄື່ອນໄຫວວຽກງານຕ້ອງຢູ່ ບົນພື້ນຖານລະບຽບ-ກົດໝາຍ, ບໍ່ສວຍໃຊ້ໜ້າທີ່ເພື່ອຫາຜົນປະໂຫຍດແກ່ຕົນເອງ, ເພີ່ມທະວີການປະສານສົມທົບ ແລະ ການລາຍງານຂໍທິດຊີ້ນຳຈາກຂັ້ນເທິງໃຫ້ເປັນປົກກະຕິ, ບໍລິການປະຊາຊົນໃຫ້ວ່ອງໄວ, ມີປະສິດທິພາບ ແລະ ມີຄວາມຍຸຕິທຳ, ພ້ອມກັນກຳນົດທິດທາງແຜນການໃນການຈັດຕັ້ງປະຕິບັດຄຳຕັດສີນຂອງສານໃນຕໍ່ໜ້າ ທັງໝົດກໍເພື່ອຮັບປະກັນໃຫ້ຄຳຕັດສີນຂອງສານຈຳນວນຫຼວງຫຼາຍທີ່ຍັງຄ້າງໃນຂອບເຂດທົ່ວປະເທດ ສາມາດນຳ ມາຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ຫຼຸດຜ່ອນຫາງສຽງໃນແງ່ລົບຂອງສັງຄົມຕໍ່ອົງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ. ຂ່າວ: ສີປະໄພ     ພາບ: ສົມຫວັງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ພົບປະໂອ້ລົມພະນັກງານກົມຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ
ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ພົບປະໂອ້ລົມພະນັກງານກົມຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ
https://www.moj.gov.la/lo/node/746
ຢູ່ສະໂມສອນກະຊວງຍຸຕິທຳ ໄດ້ຈັດກອງປະຊຸມຄົ້ນຄວ້າ, ປຶກສາຫາລືຮ່າງກົດໝາຍວ່າດ້ວຍການປົກປ້ອງຜູ້ຜະລິດພາຍໃນຂຶ້ນ ໃນວັນທີ 16 ມັງກອນ 2017 ໂດຍການເປັນປະທານຂອງ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະ ມົນຕີກະຊວງຍຸຕິທຳ, ເປັນກຽດເຂົ້າຮ່ວມຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີບັນດາທ່ານຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການ ກົມກົດໝາຍກະຊວງຍຸຕິທຳ, ກະຊວງອຸດສາຫະກຳ ແລະ ການຄ້າ, ສະພາແຫ່ງຊາດ ແລະ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເຂົ້າຮ່ວມ.      ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການປົກປ້ອງຜູ້ຜະລິດພາຍໃນ ຊຶ່ງຮ່າງກົດໝາຍສະບັບນີ້ ປະກອບມີ 9 ພາກ, 6 ໝວດ ແລະ 55 ມາດຕາ. ເນື້ອໃນຮ່າງກົດໝາຍ ໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະ ການກ່ຽວກັບການຄຸ້ມຄອງ, ຕິດຕາມກວດກາສິນຄ້ານຳເຂົ້າທີ່ສົ່ງຜົນກະທົບຕໍ່ຜູ້ຜະລິດພາຍໃນເພື່ອປົກປ້ອງຜູ້ຜະລິດພາຍໃນ ພາຍໃຕ້ເງື່ອນໄຂການເຊື່ອມ ໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ແນໃສ່ສ້າງເງື່ອນໄຂໃຫ້ຜູ້ ຜະລິດພາຍໃນໄດ້ປັບປຸງຕົນເອງໃຫ້ມີຄວາມເຂັ້ມແຂງ, ແຂ່ງຂັນກັບສິນຄ້ານຳເຂົ້າ ແລະ ເຕີບໃຫຍ່ຂະຫຍາຍຕົວ ພ້ອມທັງປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງຊາດອີກດ້ວຍ.     ຂ່າວ: ສີປະໄພ      ພາບ: ສົມຫວັງ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມປຶກສາຫາລືຮ່າງກົດໝາຍວ່າດ້ວຍ ການປົກປ້ອງຜູ້ຜະລິດພາຍໃນ
ກອງປະຊຸມປຶກສາຫາລືຮ່າງກົດໝາຍວ່າດ້ວຍ ການປົກປ້ອງຜູ້ຜະລິດພາຍໃນ
https://www.moj.gov.la/lo/node/747
ຕອນ​ບ່າຍ​ຂອງ​ວັນ​ທີ 16 ມັງກອນ 2017 ທ່ານ ​ໄພ​ວີ ສີ​ບົວ​ລິ​ພາ ​ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທໍາ ​​ໄດ້​ໃຫ້ການ​ໂອ້​ລົມ ​ແລະ ຊີ້​ນໍາ​ພະນັກງານກ​ົມທະບຽນ​ສານ ຊຶ່ງ​​ໃນ​ໂອກາດ​ດັ່ງກ່າວ ທ່ານ ກອງ​ສີ ສາຍ​ສຸດທາ ຮອງ​ຫົວໜ້າ​ກົມ​ທະບຽນ​ສານ​ກໍ​ໄດ້​ລາຍ​ງານການ​​ເຄື່ອນ​ໄຫວປະຕິບັດວຽກ​ງານ​ທະບຽນ​ສານ ​ໃນ​ໄລຍະ 1 ປີຜ່ານມາ​ໃຫ້​ທ່ານ​ຊາບ.      ກົມ​ທະບຽນ​ສານ ​ເປັນ​ກົມ​ໜຶ່ງ​ທີ່​ຂຶ້ນ​ກັບ​ກະຊວງ​ຍຸຕິ​ທໍາ ປະກອບ​ມີ 3 ພະ​ແນ​ກຄື: ພະ​ແນ​ກຄຸ້ມ​ຄອງ​ບໍລິຫານ, ພະ​ແນ​ກຄຸ້ມ​ຄອງ​ທະບຽນ​ສານ​ທ້ອງ​ຖິ່ນ ​ແລະ ພະ​ແນ​ກສັນຍາ-​ເອະ​ສານ​ທົ່ວ​ໄປ. ມີ​ພະນັກງານ​ທັງ​ໝົດ 23 ຄົນ ຍິງ 9 ຄົນ, ມີຫ້ອງການປະ​ຈໍາ​ຢູ່​ແຂວງ/ນະຄອນຫຼວງ 18 ຫ້ອງການ, ມີ​ໜ່ວຍ​ງານ​ປະ​ຈໍາ​ຢູ່​ແຕ່ລະ​ເມືອງ​ທົ່ວ​ປະ​ເທດ​ 87 ໜ່ວຍ​ງານ (​ແຕ່​ຍັງ​ບໍ່​ທັນ​ໄດ້​ເຄື່ອນ​ໄຫວ​ມີ 28 ​ໜ່ວຍ​ງານ ຍ້ອນ​ບໍ່​ທັນ​ມີ​ກາ​ປະ​ທັບ ​ແລະ ພະນັງານ​ຮັບຜິດຊອບ). ​     ໃນ​ສົກ​ປີ 2015-2016 ​ແລະ 3ເດືອນ​ຂ້າມ​ຜ່ານ ກົມ​ທະບຽນ​ສານ ​ໄດ້​ຄົ້ນຄວ້າ​ຢັ້ງຢືນ​ເອກະສານສັນຍາ ​ແລະ ​ເອກະສານອື່ນໆ​ທັງ​ໝົດ 10.783 ສະບັບ, ​ເກັບ​ຄ່າ​ທໍານຽມ ​ແລະ ຄ່າ​ບໍລິການ​ໄດ້ 550.942.000 ກີບ, ລົງ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ, ຄໍາ​ສັ່ງ​ຂອງ​ນາຍົກ ​ແລະ ນິຕິ​ກໍາ​ຕ່າງໆ​ ກ່ຽວ​ກັບ​ວຽກ​ງານ​ທະບຽນ​ສານຢູ່​ພາກ​ເໜືອ​​ໄດ້ 7 ​ແຂວງ​ ​​ແລະ 37 ​ເມືອງ​ ມີ​ຜູ້​ເຂົ້າ​ຮ່ວມ​ຮັບ​ຟັງ​ທັງ​ໝົດ 2.984 ຄົນ, ຍິງ 679 ຄົນ. ​ເກັບກໍາ​ຂໍ້​ມູນ​ໃນ​ການ​ສ້າງ​ຕັ້ງ​ໜ່ວຍ​ງານ​ທະບຽນ​ສານ​ຂັ້ນ​ເມືອງ ​ໄດ້ 29 ​ເມືອງ. ນອກຈາກ​ນີ້​, ຍັງ​ໄດ້​ສໍາ​ເລັດການ​ສ້າງ​ປື້​ມຄູ່​ມື​ໂຄສະ​ນາ​, ຂຽນຕໍາລາ​ຝືກອົບຮົມວຽກ​ງານ​ທະບຽນ​ສານ ​ແລະ ນິຕິ​ກໍາ​ອື່ນໆ​ຈໍານວນ​ໜຶ່ງ. ​     ເພື່ອ​ເຮັດ​ໃຫ້ການ​ປະຕິບັດ​ວຽກ​ງານ​ມີ​ຄວາມ​ຖືກຕ້ອງ, ວ່ອງ​ໄວ, ສອດຄ່ອງ​ກັບກົດໝາຍ ​ແລະ ​ຕາມ​ຄວາມ​ເປັນ​ຈິງ​ຂອງ​ສັນຍາ ທ່ານຮອງ​ລັດຖະມົນ​ ໄດ້​​ໃຫ້​ທິດ​ຊີ​້ນໍາ​ແກ່ພະນັກກົມ​ທະບຽນ​ສານ ໄດ້ເອົາ​ໃຈ​ໃສ່ປະຕິບັດໜ້າທີ່ວຽກ​ງານຂອງຕົນຕາມພາລະບົດບາດ ເປັນຕົ້ນແມ່ນ ວຽກ​ຄຸ້ມ​ຄອງ​ມະຫາ​ພາກ, ວຽກງານວິຊາສະເພາະໃນການຄົ້ນຄວ້າສັນຍາ, ເອກະສານອື່ນ ໃຫ້ຮັບປະກັນຄຸນນະພາບ ແລະ ສາມາດເຊື່ອຖືໄດ້ໃນສັງຄົມ. ພ້ອມທັງ​​ໃຫ້ສືບ​ຕໍ່ລົງ​ເກັບ​ກໍາ​ຂໍ້​ມູນ​ເພື່ອ​ສ້າງ​ຕັ້ງ​ໜ່ວຍ​ງານ​ຢູ່​​ແຕ່ລະ​ເມືອງ​ໃຫ້​ຄົບ​ຖ້ວນ, ສ້າງ​ແບບ​ແຜນ​ວິທີ​ເຮັດ​ວຽກ​ໃຫ້​ເປັນ​ລະບົບ ແລ ເປັນເອກະພາບກັນ​ລະ​ຫວ່າງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​​, ​ສ້າງເງື່ອນໄຂຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດໃຫ້ແກ່ພະນັກງານ ທະບຽນສານ ຊຶ່ງພະນັກງານທຸກຄົນຕ້ອງໄດ້ຜ່ານຝືກອົບຮົມເປັນລະບົບ ແລະ ຕໍ່ເນື່ອງ, ພ້ອມທັງສືບ​ຕໍ່​ໂຄສະນາ​ວຽກງານດັ່ງກ່າວ ເພື່ອ​​ເຮັດໃຫ້​ສັງຄົມ​ໄດ້ຮັບ​ຮູ້​ ​ແລະ ​ເຂົ້າ​ໃຈວຽກ​ງານ​ທະບຽນ​ສານ​ຫຼາຍ​ຂຶ້ນ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ທ່ານຮອງລັດຖະມົນຕີ ພົບປະໂອ້ລົມພະນັກງານ ກົມທະບຽນສານ
ທ່ານຮອງລັດຖະມົນຕີ ພົບປະໂອ້ລົມພະນັກງານ ກົມທະບຽນສານ
https://www.moj.gov.la/lo/node/749
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 23-ມັງກອນ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 22/1/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 22/1/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 22/1/2017
https://www.moj.gov.la/lo/node/750
ລາຍລະອຽດປະເພດຂອງເອກະສານ: ບົດສະຫຼຸບເອກະສານລົງວັນທີ: 26-ມັງກອນ-2017ເລກທີຂອງເອກະສານ: 24ເລກສະບັບປີຂອງເອກະສານ: 2017 Online Viewinghttps://www.moj.gov.la/sites/default/files/%E0%BA%81%E0%BA%B0%E0%BA%8A%E0%BA%A7%E0%BA%87/documents/%E0%BA%A7%E0%BA%BD%E0%BA%81%E0%BA%8D%E0%BA%B8%E0%BA%95%E0%BA%B4%E0%BA%97%E0%BA%B3%E0%BA%AE%E0%BA%B2%E0%BA%81%E0%BA%96%E0%BA%B2%E0%BA%99/%E0%BA%9A%E0%BA%BB%E0%BA%94%E0%BA%AA%E0%BA%B0%E0%BA%AB%E0%BA%BC%E0%BA%B8%E0%BA%9A/750/test.pdf
ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຍຸຕິທຳ ສົກປີ 2015-2016 ແລະ ທິດທາງ, ແຜນຈຸດສຸມຽກງານຍຸຕິທຳປະຈຳປີ 2017
https://www.moj.gov.la/lo/node/751
ໃນຕອນບ່າຍຂອງວັນທີ 16 ມັງກອນ 2017 ຢູ່ທີ່ກະຊວງຍຸຕິທໍາ ທ່ານ ໄຊສີ ສັນຕິວົງ ລັດຖະ ມົນຕີກະຊວງຍຸຕິທໍາ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈູແມ໋ງຫຸງ (CHU MANH HUNG) ຮອງອໍານວຍການມະ ຫາວິທະຍາໄລກົດໝາຍຮ່າໂນ່ຍ ພ້ອມດ້ວຍຄະນະ.      ຈຸດປະສົງຂອງການເຂົ້າຢ້ຽມຂໍ່ນັບໃນຄັ້ງນີ້ ແມ່ນເພື່ອລາຍງານສະພາບການຮ່ວມມືລະຫວ່າງ ສະຖາບັນຍຸຕິທໍາແຫ່ງຊາດຂອງ ສປປ ລາວ ແລະ ມະຫາວິທະຍາໄລກົດໝາຍຮ່າໂນ່ຍ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍບົດບັນ ທຶກການຮ່ວມມື ທີ່ໄດ້ເຊັນກັນໃນວັນທີ 27 ກັນຍາ 2016 ທີ່ຜ່ານມາໃຫ້ປາກົດຜົນເປັນຈິງ.      ໃນໂອກາດດັ່ງກ່າວ ທ່ານລັດຖະມົນຕີກະຊວງຍຸຕິທໍາແຫ່ງ ສປປ ລາວ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນພ້ອມທັງຕີລາຄາສູງຕໍ່ການເຂົ້າຢ້ຽມຂໍ່ານັບຂອງທ່ານ ຈູແມ໋ງຫຸງ ພ້ອມດ້ວຍຄະນະໃນຄັ້ງນີ້ ຊຶ່ງເປັນການປະກອບ ສ່ວນທີ່ສໍາຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບພິເສດຂອງສອງຊາດລາວ-ຫວຽດນາມ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ນັບມືແໜ້ນແຟ້ນຂຶ້ນໄປເລື້ອຍໆ ເປັນຕົ້ນແມ່ນການປະກອບ ສ່ວນຂອງມະຫາວິທະຍາໄລກົດໝາຍຮ່າໂນ່ຍ ທີ່ໃຫ້ການຊ່ວຍເຫຼືອກະຊວງຍຸຕິທໍາ ກໍຄືສະຖາບັນຍຸຕິທໍາແຫ່ງຊາດຂອງ ສປປ ລາວ ໃນລະຍະຜ່ານມາ ນອກນັ້ນທັງສອງຝ່າຍກໍໄດ້ລາຍງານສະພາບຈຸດພິເສດ ພ້ອມທັງລາຍງານ ແຜນການເຄື່ອນໄຫວວຽກງານຍຸຕິທໍາໃນຂົງເຂດການສຶກສາ ແລະ ກໍ່ສ້າງບຸກຄະລາກອນນັກກົດໝາຍລະຫວ່າງສອງກະຊວງຍຸຕິທໍາລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະກໍຄືສະຖາບັນຍຸຕິທໍາແຫ່ງຊາດ ກະຊວງຍຸຕິທໍາ ແຫ່ງ ສປປ ລາວ ກັບ ມະຫາວິທະຍາໄລກົດໝາຍຮ່າໂນ່ຍ ກະຊວງຍຸຕິທໍາແຫ່ງ ສສ ຫວຽດນາມ ໃນລະຍະຜ່ານມາ ພ້ອມທັງຮ່ວມກັນປຶກສາຫາລືການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນທີ່ຈະເກີດຂຶ້ນຕໍ່ໜ້າໃຫ້ນັບ ມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ.      ໃນຕອນທ້າຍຂອງການພົບປະ ທ່ານ  ຈູແມ໋ງຫຸງ  ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ທ່ານ ລັດຖະມົນຕີກະຊວງຍຸຕິທໍາແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ອໍານວຍຄວາມສະດວກໃນ ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກໃນເທື່ອນີ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ. ຂ່າວ: ໄຊຍະສິດ       ພາບ: ຈັນທະວີສຸກ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ທ່ານ ລັດຖະມົນຕີກະຊວງຍຸຕິທໍາ ຕ້ອນຮັບທ່ານຮອງອໍານວຍການມະຫາວິທະຍາໄລກົດໝາຍຮ່າໂນ່ຍ
ທ່ານ ລັດຖະມົນຕີກະຊວງຍຸຕິທໍາ ຕ້ອນຮັບທ່ານຮອງອໍານວຍການມະຫາວິທະຍາໄລກົດໝາຍຮ່າໂນ່ຍ
https://www.moj.gov.la/lo/node/752
ໃນ​ຕອນ​ເຊົ້າ​ຂອງວັນ​ທີ 17 ມັງກອນ 2017 ທີ່​ກະຊວງ​ຍຸຕິ​ທຳ ​ໄດ້​ເປີດ​ກອງ​ປະຊຸມ​ຄົ້ນຄວ້າ, ປຶກສາ​ຫາລື ແລະ ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ດຳລັດ​ວ່າ​ດ້ວຍ​ ກອງ​ທຶນ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ບຸນ​ສະຫວາດ ບຸບຜາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ເປັນກຽດ​ເຂົ້າ​ຮວ່ມຂອງ​ ທ່ານ ນາງ ບຸນ​ພາ​ມາ ​ໂພທິ​ສານ ຮອງ​ຜູ້ອຳນວຍການ​ກອງ​ທຶນ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ກະຊວງຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ, ມີ​ບັນດາ​ຫົວໜ້າກົມ, ​ຮອງ​ກົມ, ຫົວໜ້າພະ​ແນ​ກ, ຮອງ​ພະ​ແນ​ກ ພ້ອມດ້ວຍພະນັກງານ​ວິຊາ​ການ​ກົດໝາຍ ​ແລະ ພາກ​ສວ່ນກຽ່ວຂ້ອງເຂົ້າ​ຮວ່ມ.      ​​ໃນ​ກອງ​ປະຊຸມ​​​ຜູ້​ເຂົ້າ​ຮ່ວມກໍ​ໄດ້​ພ້ອມ​ກັນ​ຄົ້ນຄວ້າ​ປຶກສາ​ຫາລື​ແລກປຽ່ນບົດຮຽນ ​ແລະ ປະກອບ​ຄຳ​ຄິດ​ຄຳ​ເຫັນ​​ໃສ່​ຮ່າງ​ດຳລັດວ່າ​ດ້ວຍ​ ກອງ​ທຶນການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ຢ່າງ​ມີ​ບັນຍາກາດ​ຟົດ​ຟື້ນ​​ ແນ່​ໃສ່​ເຮັດ​ໃຫ້​ຮ່າງ​ດຳລັດ​ດັ່ງ​ກ່າວ ມີ​ເນື້ອ​ໃນ​ຄົບ​ຖ້ວນ​ສົມບູນ​ ​ແລະ ສາມາດ​ຈັດ​ຕັ້ງ​ປະຕິບັດ​ໄດ້​ຢ່າງ​ມີ​ປະສິດທິພາບ ​ແລະ ປະສິດທິ​ຜົນ​ສູງ,      ຮ່າງດຳລັດ​ດັ່ງກ່າວ​ປະກອບ​ມີ 5 ໝວດ 27 ມາດຕາ ຊື່​ງໄດ້​ກຳນົດ​ບັນດາຫຼັການ, ລະບຽບການ ການຈັດ​ຕັ້ງ​ການ​ເຄື່ອນ​ໄຫວ, ການ​ຄຸ້ມ​ຄອງ ​ແລະ ການ​ຕິດຕາມ​ກວດກາ​ກອງ​ທຶນ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ເພື່ອ​ລະດົມ​ຂົນຂວາຍ​ທຶນຈາກ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ແນ່​ໃສ່​ສະ​ສົມ​ທຶນເພື່ອຕອບ​ສະໜອງ​ໃຫ້​ແກ່ວຽກງານ​ຄຸ້ມ​ຄອງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ປົກປັກ​ຮັກສາ​ສິ່ງ​ແວດ​ລ້ອມ​​ແບບ​ຍືນ​ຍົງ ປະກອບ​ສ່ວນ​​ເຮັດ​ໃຫ້​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ​ແຫ່ງ​ຊາດ ບັນລຸ​ຕາມ​ທິດສີຂຽວ ​ແລະ ຍືນ​ຍົງ. ຂ່າວ ອ່ອນ​ຄຳ ​ໄຊ​ຍະ​ວົງ, ພາບ ສົມ​ຫັວງ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມຄົ້ນຄວ້າປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງດຳລັດວ່າດ້ວຍ ກອງທຶນປົກປັກຮັກສາສິ່ງແວດລ້ອມ
ກອງປະຊຸມຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງດຳລັດວ່າດ້ວຍ ກອງທຶນປົກປັກຮັກສາສິ່ງແວດລ້ອມ
https://www.moj.gov.la/lo/node/753
ໃນຕອນເຊົ້າຂອງວັນທີ 18 ມັງກອນ 2017 ຢູ່ທີ່ກະຊວງຍຸຕິທໍາ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທໍາ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສາສະດາຈານ ອາເຟດສ໌ ໂອເລີ  (Alfred Oehlers) ຜູ້ປະຈໍາການສູນຄົ້ນຄ້ວາດ້ານຄວາມໝັ້ນຄົງຂົງເຂດອາຊີ-ປາຊີຟິກ ຂອງສະຫະລັດອາເມຣິກາ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 16-20 ມັງກອນ 2017.      ໃນໂອກາດດັ່ງກ່າວ ທ່ານຮອງລັດຖະມົນຕີກະຊວງຍຸຕິທໍາແຫ່ງ ສປປ ລາວ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສາສະດາຈານ ອາເຟດສ໌ ໂອເລີ ພ້ອມດ້ວຍຄະນະໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງກະຊວງຍຸຕິທໍາແຫ່ງ ສປປ ລາວ ກັບ ສູນຄົ້ນຄ້ວາດ້ານຄວາມໝັ້ນຄົງປະຈໍາຂົງເຂດອາຊີ-ປາຊີຟິກຂອງສະຫະ ລັດອາເມຣິກາ ໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນກວ່າເກົ່າ ພ້ອມກັນນັ້ນ ທັງສອງຝ່າຍກໍໄດ້ລາຍງານສະພາບຈຸດພິເສດ ແລະ ການເຄື່ອນໄຫວວຽກງານໃຫ້ກັນຊາບ ໂດຍສະເພາະແມ່ນການປຶກສາຫາລືໃນວຽກງານການເຂົ້າຮ່ວມ ກອງປະຊຸມ ແລະ ຝຶກອົບຮົມຂອງສູນຄົ້ນຄ້ວາດ້ານຄວາມໝັ້ນຄົງປະຈໍາຂົງເຂດອາຊີ-ປາຊີຟິກຂອງສະຫະລັດອາເມຣິກາ ເປັນຕົ້ນແມ່ນກອງປະ ຊຸມກ່ຽວກັບວຽກຕ້ານການໃຊ້ຄວາມຮຸນແຮງໃນພາກພື້ນອາຊີຕາເວັນອອກ ສ່ຽງໃຕ້ ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ຊຶ່ງມີຄວາມສໍາຄັນຕໍ່ຂົງເຂດຍຸຕິທໍາຂອງສປປລາວເວົ້າລວມ, ເວົ້າສະເພາະຕໍ່ວຽກງານຂອງກະຊວງຍຸຕິທໍາ ທີ່ຈໍາເປັນຈະຕ້ອງມີການຮ່ວມມືກັບສູນຄົ້ນຄ້ວາດັ່ງກ່າວ ເພື່ອສົ່ງເສີມ ແລະ ພັດທະນາວຽກງານຂອງກະຊວງຍຸຕິທໍາໃຫ້ດີຂຶ້ນກວ່າເກົ່າ.      ໃນຕອນທ້າຍຂອງການພົບປະ ທ່ານ ສາສະດາຈານ ອາເຟດສ໌ ໂອເລີ   ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ທ່ານຮອງລັດຖະມົນຕີກະຊວງຍຸຕິທໍາແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ອໍານວຍ ຄວາມສະດວກທຸກດ້ານແກ່ການເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ແລະ ພ້ອມທີ່ຈະໃຫ້ການຮ່ວມມື ແລະ ຊ່ວຍເຫຼືອດ້ານຕ່າງໆໃນຂົງເຂດວຽກງານຍຸຕິທໍາໃນຕໍ່ໜ້າ. ຂ່າວ: ໄຊຍະສິດ       ພາບ: ຈັນທະວີສຸກ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ທ່ານຮອງລັດຖະມົນຕີກະຊວງຍຸຕິທໍາ ຕ້ອນຮັບ ສາສະດາຈານປະຈໍາສູນຄົ້ນຄ້ວາດ້ານຄວາມໝັ້ນຄົງປະຈໍາຂົງເຂດອາຊີ-ປາຊີຟິກ
ທ່ານຮອງລັດຖະມົນຕີກະຊວງຍຸຕິທໍາ ຕ້ອນຮັບ ສາສະດາຈານປະຈໍາສູນຄົ້ນຄ້ວາດ້ານຄວາມໝັ້ນຄົງປະຈໍາຂົງເຂດອາຊີ-ປາຊີຟິກ
https://www.moj.gov.la/lo/node/754
ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 19 ມັງກອນ 2017 ກະຊວງ​ຍຸຕິ​ທຳ​ ໄດ້​ຈັດ​ພິທີ​ປະກາດ​ກາ​ນຈັດ​ຕັ້ງ​ ແລະ ມອບຮັບໜ້າທີ່ຂອງ​ກະຊວງ​ຍຸຕິ​ທຳ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ​ໂດຍພາຍ​ໃຕ້​ການ​​ເປັນ​ປະທານ​ຂອງ​ ທ່ານ ​ໄຊ​ສີ ສັນຕິ​ວົງ ກຳມະການ​ສູນ​ກາງ​ພັກ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ, ມີ​ບັນດາ​ຮອງ​ລັດຖະມົນຕີ, ຫົວໜ້າຫ້ອງການ,​ ບັນດາຫົວໜ້າກົມ, ຫົວໜ້າສູນ, ຫົວໜ້າສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ, ຮອງ​ຫົວໜ້າຫ້ອງການ, ຮອງ​ຫົວໜ້າກົມ, ຮອງ​ຫົວໜ້າສູນ, ຮອງ​ຫົວໜ້າສະ​ຖາ​ບັນ​, ຫົວໜ້າພະ​ແນ​ກຮອງ​ພະ​ແນ​ກ ຕະຫຼອດຮອດ​ພະນັກງານ​-ລັດຖະກອນຂອງ​ກະຊວງ​ຍຸຕິ​ທຳ ​ເຂົ້າ​ຮວ່ມ ຈຳນວນ 299 ທ່ານ.      ໃນ​ພິທີ​ດັ່ງກ່າວ ທ່ານ ບຸນທາ ຊົງ​ເຢີ​ທ່າວ ກຳມະການ​ພັກ​ກະຊວງ, ຫົວໜ້າກົມ​ຈັດ​ຕັ້ງ ​ແລະ ພະນັກງານ ​ໄດ້​ຂຶ້ນ​ຜ່ານ​ດຳລັດຂອງ​ນາຍົກລັດຖະມົນຕີ​ວ່າ​ດ້ວຍ​ການ​ສັບ​ຊ້ອນ ​ແລະ ​ແຕ່ງ​ຕັ້ງ ຫົວໜ້າ, ຮອງ​ຫົວໜ້າຫ້ອງການ,ບັນດາ​ກົມ​, ສູນ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດຖະກິດ ​ແລະ ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ, ພ້ອມ​ທັງ ຜ່ານ​ມະຕິ​ຕົກລົງ​ຂອງ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ​ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ​ເລຂາໜວ່ຍພັກ​ຫ້ອງການ, ບັນດາ​ກົມ ແລະ ສະ​ຖາ​ບັນ ​ດັ່ງ​ມີ​ລາຍ​ຊື່​ ລຸ່ມ​ນີ້: 1. ສັບ​ຊ້ອນ ​ທ່ານ ພູທອນ ​ແກ້ວ​ດວງ​ມະນີ ກຳມະການ​ຄະນະ​ພັກ​ກະຊວງ, ຫົວໜ້າຫ້ອງການ​ກະຊວງ ​ເປັນ​ຫົວໜ້າກົ​ມ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ, 2. ສັບ​ຊ້ອນ​ທ່ານ ຄຳ​ພອນ ສີ​ປະ​ເສີດ ກຳມະການ​ຄະນະ​ພັກ​ກະຊວງ ຫົວໜ້າກົມ​ຄຸ້ມ​ຄອງ​ການຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ ​ເປັນ​ຫົວໜ້າຫ້ອງການ​ກະຊວງ,3. ສັບ​ຊ້ອນ ​ທ່ານ ບຸນ​ຕາ ສ.ຜາບ​ມີ​ໄຊ ກຳມະການ​ຄະນະ​ພັກ​ກະຊວງ ຫົວໜ້າກົມ​ສົ່ງ​ເສີມ​ລະບົບ​ຍຸຕິ​ທຳ ​ເປັນ​ຫົວໜ້າສະ​ຖາ​ບັນ​ຍຸຕິ​ທຳ​ແຫ່​ງຊາດ, 4. ສັບ​ຊ້ອນ ​ທ່ານ ປອ ຈອມ​ຄຳ ບຸບຜາ​ລີ​ວັນ ຫົວໜ້າສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ​ເປັນ​ຫົວໜ້າກົມ​ສົ່ງ​ເສີມ​ລະບົບ​ຍຸຕິ​ທຳ, 5. ສັບຊ້ອນ​ ທ່ານ ​ເກດສະໜາ ພົມມະຈັນ ກຳມະການ​ຄະນະ​ພັກ​ກະຊວງ, ຫົວໜ້າກົມ​ກວດກາ ​ແລະ ປະ​ເມີນ​ຜົນນິຕິ​ກຳ ​ເປັນ​ຫົວໜ້າກົມ​ຮວ່ມມື​ສາກົນ, 6. ສັບ​ຊ້ອນ​ ​ແລະ ​ແຕ່ງ​ຕັ້ງ ທ່າ​ນ ນະ​ລົງລິດ ນໍລະ​ສິງ ວ່າການ​ຫົວໜ້າກົມ​ຮວ່ມມື​ສາກົນ ​ເປັນ​ຫົວໜ້າກົມ​ກວດກາ ​ແລະ ປະ​ເມີນ​ຜົນ​ນິຕິ​ກຳ, 7. ​ແຕ່ງ​ຕັ້ງ ທ່ານ ກອງ​ສີ ສາຍ​ສຸດທາ ຮອງ​ຫົວໜ້າກົມ​ທະບຽນສານ ​ໄປ​ເປັນຫົວໜ້າກົມ​ຄຸ້ມ​ຄອງ​ການຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ, 8.​ ແຕ່ງ​ຕັ້ງ ທ່າ​ນ ສີ​ສຸພັນ ທອງ​ສາຍ​ທາລາ ຫົວໜ້ພະ​ແນ​ກສັນຊາດ ກົມ​ສົ່ງ​ເສີມ​ລະບົບ​ຍຸຕິ​ທຳ ຂຶ້ນ​ເປັນ​ຮອງຫົວໜ້າກົມສົ່ງ​ເສີມ​ລະບົບ​ຍຸຕິ​ທຳ, 9. ​ແຕ່ງ​ຕັ້ງ ທ່ານ ນາງ ​ເພັດ​ສະ​ໃໝ ​ໄຊ​ມົງຄຸນ ຫົວໜ້າພະ​ແນ​ກຄຸ້ມ​ຄອງ​ບໍລິຫານ ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ​ຂຶ້ນ​ເປັນ​ຮອງ​ຫົວໜ້າສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ; ​ການ​ປັບປຸງ​ກົງ​ຈັກ​ການຈັດ​ຕັ້ງ​ຄັ້ງ​ນີ້ ກໍ​ເພື່ອ​ເຮັດ​ໃຫ້ການຈັດ​ຕັ້ງ​ມີ​ຄວາມ​ໜັກ​ແໜ້ນ ​ແລະ ​​ເຂັ້ມ​ແຂງ, ສາມາດ​ປະຕິບັ​ດພາລະ​ບົດບາດ​ຂອງ​ກະຊວງ​ຍຸຕິ​ທຳ​ຢ່າງ​ມີ​ປະສິດທິພາບ ​ແລະ ປະສິດທິ​ຜົນ. ມອບ-ຮັບ ຫົວໜ້າຫ້ອງການກະຊວງ ລະຫວ່າງ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າຫ້ອງການກະຊວງຜູ້ເກົ່າ (ຊ້າຍມື) ແລະ ທ່ານ ຄຳພອນ ສີປະເສີດ ຫົວໜ້າຫ້ອງການກະຊວງຜູ້ໃໝ່ (ຂວາມື) ມອບ-ຮັບ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ລະຫວ່າງ ທ່ານ ບຸນຊ່ວງ ທະວີສັກ ວ່າການຫົວໜ້າກົມຜູ້ເກົ່າ (ຊ້າຍມື) ແລະ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມຜູ້ໃໝ່ (ຂວາມື) ມອບ-ຮັບ ຫົວໜ້າກົມການຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ລະຫວ່າງ ທ່ານ ຄຳພອນ ສີປະເສີດ ຫົວໜ້າກົມຜູ້ເກົ່າ (ຊ້າຍມື) ແລະ ທ່ານ ກອງສີ ສາຍສຸດທາ ຫົວໜ້າກົມຜູ້ໃໝ່ (ຂວາມື) ມອບ-ຮັບ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ແລະ ຫົວໜ້າກົມສົ່ງເສີມລະບົບຍຸຕິທຳ ລະຫວ່າງ ທ່ານ ປອ. ຈອມຄຳ ບຸບຜາລີວັນ (ຊ້າຍມື) ແລະ ທ່ານ ບຸນຕາ ສ. ພາບມີໄຊ (ຂວາມື) ມອບ-ຮັບ ຫົວໜ້າກົມກວດກາ ແລະ ປະເມີນຜົນນິຕິກຳ ແລະ ກົມຮ່ວມມືສາກົນ ລະຫວ່າງ ທ່ານ ນະລົງລິດ ນໍລະສິງ (ຊ້າຍມື) ແລະ ທ່ານ ເກດສະໜາ ພົມມະຈັນ (ຂວາມື)        ໃນ​ຕອນ​ທ້າຍ​ຂອງ​ພິທີ ທ່ານ ​ໄຊ​ສີ ສັນ​ຕິ​ວົງ ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ກໍ​ໄດ້​ໃຫ້ກຽດ​ໂອ້​ລົມ​ຕໍ່​ພິທີ ຊື່​ງກ່ອນ​ອື່ນທ່ານ​ກໍໄດ້​ກ່າວ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່​ຜົນສຳ​ເລັດ​ທີ່​ທາງ​ຫ້ອງການ, ບັນດາ​ກົມ, ສູນ ​ແລະ ສະ​ຖາ​ບັນ ຍາດ​ມາ​ໄດ້​ໃນ​​ລະຍະ​ຜ່ານ​ມາ. ພ້ອມ​ນັ້ນ, ຍັງ​ໄດ້​ຮຽກຮ້ອງ​ໃຫ້​ຜູ້​ທີ່​ໄດ້​ຮັບການ​ສັບ​ຊ້ອນ ​ແລະ ແຕ່ງ​ຕັ້ງ​​ໃນຄັ້ງ​ນີ້ ​ຈົ່ງ​ໄດ້ເອົາ​ໃຈ​ໃສ່​ຍົກ​ສູງ​ຄວາມ​ຮັບຜິດຊອບຕໍ່ໜ້າທີ່​ການ​ເມືອງ​ຂອງ​ຕົນ​ ​ແລະ ຕັ້ງໜ້າ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ຫ້ອງການ, ບັນດາ​ກົມ, ສູນ ​ແລະ ສະ​ຖາ​ບັນ ​ແລະ ​ເຮັດ​ສຳ​ເລັດໜ້າທີ່ ທີ່​ການຈັດ​ຕັ້ງ​ມອບໝາຍ​ໃຫ້​ໄດ້​ຮັບ​ຜົນສຳ​ເລັດ. ຂຽນຂ່າວ: ອ່ອນຄຳ ​ໄຊ​ຍະ​ວົງ    ພາບ: ​ສົມ​ຫວັງ, ສຸກ​ສາຄອນ   ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກະຊວງຍຸຕິທຳ ຈັດພິທີການປະກາດການຈັດຕັ້ງ ແລະ ມອບຮັບໜ້າທີ່
ກະຊວງຍຸຕິທຳ ຈັດພິທີການປະກາດການຈັດຕັ້ງ ແລະ ມອບຮັບໜ້າທີ່
https://www.moj.gov.la/lo/node/755
ໃນວັນທີ 20 ມັງກອນ 2017 ທີ່ຜ່ານມາ ຄະນະພັກ-ຄະນະນຳກະຊວງຍຸຕິທຳ ໄດ້ລົງຊຸກຍູ້ວຽກງານກໍ່ສ້າງຕຶກກະຊວງຍຸຕິທຳຫຼັງໃໝ່ ຕັ້ງຢູ່ບ້ານໂນນສະອາດ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ນຳໂດຍທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງຍຸຕິທຳ ມີບັນດາທ່ານຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ, ຕາງໜ້າສາມອົງການຈັດຕັ້ງມະຫາຊົນ ກະຊວງຍຸຕິທຳ ແລະ ຜູ້ອຳນວຍການ ພ້ອມດ້ວຍວິຊາການ ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າຄົບວົງຈອນໄຊສົມບູນ ເຂົ້າຮ່ວມ.      ໃນການລົງຊຸກຍູ້ວຽກງານກໍ່ສ້າງຕຶກກະຊວງຍຸຕິທຳຫຼັງໃໝ່ໃນຄັ້ງນີ້ ທ່ານລັດຖະມົນຕີພ້ອມດ້ວຍຄະນະ ກໍໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງການກໍ່ສ້າງຕຶກກະຊວງຍຸຕິທຳຫຼັງໃໝ່ ຊຶ່ງໄດ້ເລີ່ມກໍ່ສ້າງໃນກາງເດືອນ ສິງຫາ ປີ 2013 ເປັນຕົ້ນມາ ແລະ ມາຮອດປັດຈຸບັນສາມາດສ້າງໄດ້ ເກົ້າສິບກວ່າສ່ວນຮ້ອຍ.      ຫຼັງຈາກນັ້ນ ທ່ານລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ກ່າວມີຄຳເຫັນ ກ່ອນອື່ນທ່ານກໍໄດ້ຍ້ອງຍໍລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າຄົບວົງຈອນໄຊສົມບູນ ທີ່ໄດ້ກໍ່ສ້າງຕຶກກະຊວງຍຸຕິທຳຫຼັງໃໝ່ທີ່ໃກ້ຈະສຳເລັດແລ້ວ ພ້ອມກັນນັ້ນ ທ່ານກໍໄດ້ໃຫ້ທິດຊີ້ນຳ ແລະ ຊຸກຍູ້ການກໍ່ສ້າງເສັ້ນທາງເຂົ້າ, ເດີ່ນຈອດລົດ, ກຳແພງຂອງກະຊວງ, ຫໍພັກຕຳຫຼວດ ແລະ ປ້ອມຍາມ ຊຶ່ງທ່ານໄດ້ເນັ້ນວ່າ ຈະຕ້ອງໄດ້ມີການປຶກສາຫາລື ແລະ ປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງເປັນຕົ້ນແມ່ນ ສະພາແຫ່ງຊາດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ກະຊວງໂຍທາທິການ ແລະ ຂົນສົ່ງ, ອົງການກວດສອບແຫ່ງລັດ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການຂຶ້ນແຜນງົບປະມານກໍ່ສ້າງເສັ້ນທາງເຂົ້າ, ເດີ່ນຈອດລົດ , ກຳແພງຂອງກະຊວງ, ຫໍພັກຕຳຫຼວດ ແລະ ປ້ອມຍາມ ໃຫ້ສຳເລັດອີກດ້ວຍ. ຂ່າວ: ສີປະໄພ    ພາບ: ສົມຫວັງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ຄະນະພັກ-ຄະນະນຳ ກະຊວງຍຸຕິທຳລົງຊຸກຍູ້ວຽກງານກໍ່ສ້າງຕຶກກະຊວງຍຸຕິທຳຫຼັງໃໝ່
ຄະນະພັກ-ຄະນະນຳ ກະຊວງຍຸຕິທຳລົງຊຸກຍູ້ວຽກງານກໍ່ສ້າງຕຶກກະຊວງຍຸຕິທຳຫຼັງໃໝ່
https://www.moj.gov.la/lo/node/756
ໃນວັນທີ່ 23 ມັງກອນ 2017 ນີ້; ພະແນກການຕ່າງປະເທດສົມທົບກັບພະແນກຍຸຕິທຳແຂວງຫົວພັນ ແລະ ອົງການປົກຄອງເມືອງຊຳເໜືອ ໄດ້ນຳເອົາເສື້ອກັນໜາວຈຳນວນ 62 ຜືນ ລວມມູນຄ່າ 3.720.000 ກີບ ມາມອບໃຫ້ໂຮງ ຮຽນມັດຖະຍົມສົມບູນຜາຖີ່ ເພື່ອປະກອບໃນການຕ້ານໄພໜາວ ໃຫ້ແກ່ນ້ອງນ້ອຍນັກຮຽນຜູ້ທຸກຍາກຂາດເຂີນ ແລະ ຜູ້ດ້ອຍໂອກາດທີ່ຢູ່ໂຮງຮຽນມັດທະຍົມສົມບູນຜາຖີ່, ພິທີມອບຮັບໄດ້ຈັດຂຶ້ນຢູ່ທີ່ໂຮງຮຽນມັດທະຍົມສົມບູນຜາຖີ່. ໂດຍມີ ທ່ານ ວົງໄຊ ຍະສີງທອນ ຫົວໜ້າພະແນກການຕ່າງປະເທດແຂວງ, ທ່ານ ສົມພອນ ອີນຄະວິໄລ ຫົວໜ້າພະແນກຍຸຕິທຳແຂວງ ແລະ ທ່ານ ກິໂກໂນວັນ ບຸນສົງຄາມ ຮອງເລຂາພັກເມືອງ,  ຮອງເຈົ້າເມືອງຊຳເໜືອ ເປັນຜູ້ມອບ  ແລະ  ຕາງໜ້າຮັບໂດຍ  ທ່ານ ບຸນມີ ທິບພະວົງ ອຳນວຍການໂຮງຮຽນມັດທະຍົມສົມບູນຜາຖີ່, ຊື່ງເຄື່ອງທີ່ນຳມາມອບໃນຄັ້ງນີ້ ແມ່ນໄດ້ມາຈາກການຊ່ວຍເຫຼືອຂອງສະຖານກົງສູນ ສປ ຈີນ ປະຈຳພາກເໜືອຂອງລາວ, ແຂວງຫຼວງພະບາງ. ໂດຍ: ພວງເພັດ ເພັດຍາວົງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ພະແນກການຕ່າງປະເທດສົມທົບກັບພະແນກຍຸຕິທຳແຂວງ ແລະ ອົງການປົກຄອງເມືອງຊຳເໜືອ ມອບເຄື່ອງຕ້ານໄພໜາວໃຫ້ແກ່ໂຮງຮຽນມັດທະຍົມສົມບູນຜາຖີ່
ພະແນກການຕ່າງປະເທດສົມທົບກັບພະແນກຍຸຕິທຳແຂວງ ແລະ ອົງການປົກຄອງເມືອງຊຳເໜືອ ມອບເຄື່ອງຕ້ານໄພໜາວໃຫ້ແກ່ໂຮງຮຽນມັດທະຍົມສົມບູນຜາຖີ່
https://www.moj.gov.la/lo/node/757
ພະແນກຍຸຕິທຳແຂວງຫົວພັນ ໄດ້ລົງເຄື່ອນໄຫວ ແລະ ເຮັດວຽກຢູ່ເມືອງຊ່ອນ ໃນວັນທີ 24 ມັງກອນ 2017 ໂດຍການນຳພາຂອງ ທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທຳແຂວງ ພ້ອມດ້ວຍຄະນະ. ໃນ ການເຄື່ອນໄຫວ ແລະ ລົງເຮັດວຽກໃນຄັ້ງນີ້ ຄະນະໄດ້ຮັບຟັງການລາຍງານສະພາບຂອງການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຫ້ອງການຍຸຕິທຳເມືອງ ຊື່ງໄດ້ຍົກໃຫ້ເຫັນຜົນງານດ້ານດີທີ່ຍາດມາໄດ້ໃນລະຍະຜ່ານມາ ແລະ ດ້ານອ່ອນທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃນຕໍ່ໜ້າ. ຕະຫຼອດລະຍະຜ່ານມາ ຫ້ອງການຍຸຕິທຳເມືອງຊ່ອນ ໄດ້ສຸມໃສ່ໃນການສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ພະນັກງານມີຄວາມອຸນອຽນທຸ່ນທ່ຽງ, ສຸມທຸກສະຕິປັນຍາເຂົ້າ ໃນການຈັດຕັ້ງປະຕິບັດວຽກງານໃຫ້ໄດ້ຮັບຜົນສຳເລັດ ແລະ ມີປະສິດທິພາບສູງ. ໂດຍສະເພາະ ກໍແມ່ນວຽກງານຍຸຕິທຳຮາກຖານທີ່ເປັນວຽກງານບູລິມະສິດສຳຄັນຂອງຂະແໜງຍຸຕິທຳ ໃນນັ້ນລວມມີວຽກງານການຮຽນ-ການສອນກົດໝາຍ ຊັ້ນຕົ້ນ ລະຍະ 3 ເດືອນ, ວຽກງານການສ້າງບ້ານ ແລະ ຄອບຄົວປອດຄະດີ, ວຽກງານການໂຄສະນາເຜີຍແຜ່ກົດໝາຍ ແລະ ວຽກງານອື່ນໆ.      ໃນໂອກາດນີ້; ທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທຳແຂວງ ໄດ້ໃຫ້ກຽດໂອ້ລົມ ກ່ອນອື່ນໝົດເພິ່ນໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຄະນະນຳຂອງຫ້ອງການ ແລະ ພະນັກງານວິຊາການ ທີ່ໄດ້ສຸມໃສ່ ການຈັດຕັ້ງປະຕິບັດວຽກງານໃນລະຍະຜ່ານມາ, ໂດຍສະເພາະການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານໃຫ້ໄດ້ຮັບຜົນສຳເລັດ. ໃນຕອນທ້າຍຂອງກອງປະຊຸມ ພະແນກຍຸຕິທຳແຂວງ ກໍໄດ້ມອບປື້ມກົດໝາຍຈຳນວນ 100 ກ່ວາຫົວໃຫ້ແກ່ຫ້ອງການຍຸຕິທຳເມືອງຊ່ອນ ເພື່ອນຳໄປແຈກຢາຍໃຫ້ແກ່ບັນດາການນຳເມືອງ, ຫ້ອງການ ແລະ ກຸ່ມບ້ານຂອງເມືອງຊ່ອນ ໂດຍແມ່ນ ທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທຳແຂວງເປັນ ຜູ່ກ່າວມອບ, ຕາງໜ້າຮັບໂດຍ ທ່ານ ຈັນພອນ ເລືອງຄຳດີ ຫົວໜ້າຫ້ອງການຍຸຕິທຳເມືອງຊ່ອນ ຊື່ງປຶ້ມກົດໝາຍທີ່ນຳມາມອບໃນຄັ້ງນີ້ ປະກອບມີປຶ້ມກົດໝາຍຂົງເຂດປົກຄອງ, ກົດໝາຍຂົງເຂດແຮງງານ ແລະ ຊັບພະຍາກອນທຳມະຊາດ, ກົດໝາຍຂົງເຂດວັດທະນາທຳ-ສັງຄົມ, ປຶ້ມແບບຮຽນກົດໝາຍຊັ້ນຕົ້ນ, ປຶ້ມສັງລວມກົດໝາຍ 2010 – 2012 ແລະ ເອກະສານຄູ່ມືໃນການໂຄສະນາສຶກສາອົບຮົມກົດໝາຍຈຳນວນໜຶ່ງ. ໂດຍ: ພວງເພັດ ເພັດຍາວົງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ພະແນກຍຸຕິທຳເຄື່ອນໄຫວ ແລະ ເຮັດວຽກຢູ່ເມືອງຊ່ອນ
ພະແນກຍຸຕິທຳເຄື່ອນໄຫວ ແລະ ເຮັດວຽກຢູ່ເມືອງຊ່ອນ
https://www.moj.gov.la/lo/node/758
ໃນອາທິດທີ່ຜ່ານມາ ຢູ່ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມກວດກາຄວາມສອດຄ່ອງຂອງຮ່າງກົດໝາຍວ່າດ້ວຍ ຊັບພະຍາກອນນ້ຳ ສະບັບປັບປຸງຂຶ້ນ ໂດຍການເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະ ຊວງຍຸຕິທຳ, ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ມອນມະນີ ຍອຍບົວກ່ອງ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີບັນດາ ຄະນະກົມ, ຄະນະພະແນກ, ພະນັກງານວິຊາການກົມກົດໝາຍ ກະຊວງຍຸຕິທຳ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.      ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຄົ້ນຄວ້າປຶກສາຫາລື ແລະ ປັບປຸງຮ່າງກົດໝາຍວ່າດ້ວຍ ຊັບພະຍາກອນນ້ຳ. ໃນກອງປະຊຸມ ຄະນະຮັບຜິດຊອບໄດ້ສະເໜີກ່ຽວກັບໂຄງຮ່າງຂອງຮ່າງກົດໝາຍສະບັບດັ່ງກ່າວ ຊຶ່ງຮ່າງກົດໝາຍວ່າດ້ວຍ ຊັບພະຍາກອນນ້ຳສະບັບທຳອິດ ໄດ້ຮັບການຮັບຮອງ ແລະ ປະກາດໃຊ້ໃນປີ 1996 ປະກອບມີ 10 ໝວດ, 49 ມາດຕາ. ສຳລັບຮ່າງກົດໝາຍສະບັບປັບປຸງນີ້ປະກອບມີ 13 ພາກ, 6 ໝວດ, 86 ມາດ ຕາ ຊຶ່ງໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ປົກປັກຮັກສາ, ນຳໃຊ້, ພັດທະນາ ແລະ ຂຸດຄົ້ນຊັບພະຍາກອນນ້ຳ ລວມທັງການສະກັດກັ້ນ ແລະ ຕ້ານຜົນເສຍຫາຍ ພ້ອມທັງບູລະນະຟື້ນ ຟູເຂດທີ່ໄດ້ຮັບຜົນກະທົບຈາກນ້ຳ ເພື່ອຮັບປະກັນຄຸນນະພາບ ແລະ ປະລິມານຊັບພະຍາກອນນ້ຳໃຫ້ຍືນຍົງ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ຄວາມໝັ້ນຄົງຂອງຊາດ ໂດຍບໍ່ກໍ່ຄວາມເສຍຫາຍຕໍ່ສິ່ງ ແວດລ້ອມອີກດ້ວຍ.      ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມກໍໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍ ຊັບພະຍາກອນນ້ຳ ດ້ວຍຄວາມຮັບຜິດຊອບສູງ ແລະ ເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນ ເພື່ອເຮັດໃຫ້ຮ່າງກົດໝາຍວ່າ ດ້ວຍຊັບພະຍາກອນນ້ຳສະບັບປັບປຸງ ມີຄວາມຄົບຖ້ວນ ແລະ ສົມບູນຂຶ້ນກວ່າເກົ່າ. ຂ່າວ: ສີປະໄພ   ພາບ: ສຸກສາຄອນ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມກວດກາຄວາມສອດຄ່ອງຂອງຮ່າງກົດໝາຍວ່າດ້ວຍ ຊັບພະຍາກອນນ້ຳ ສະບັບປັບປຸງ
ກອງປະຊຸມກວດກາຄວາມສອດຄ່ອງຂອງຮ່າງກົດໝາຍວ່າດ້ວຍ ຊັບພະຍາກອນນ້ຳ ສະບັບປັບປຸງ
https://www.moj.gov.la/lo/node/759
ໃນ​ວັນ​ທີ 25 ມັງກອນ 2017 ຫ້ອງການ​ຍຸຕິ​ທຳ​ເມືອງ​ຫາດ​ຊາຍ​ຟອງ ​ໄດ້​ຈັດ​ພິທີ​ເປີດ​ການ​ຮຽນ-ການ​ສອນກົດໝາຍຊັ້ນ​ຕົ້ນ ຊຸດ​ທີ VI ​ ຢູ່ທີ່​ສະມສອນ​ເມືອງ​ຫາດ​ຊາຍ​ຟອງ ໃຫ້​ແກ່​ເລຂາ​ພັກ​ບ້ານ, ນາຍບ້ານ ​ແລະ ພະນັກ ງານຫຼັກ​ແຫຼ່ງພາຍ​ໃນ​ເມືອງ ​ໂດຍການ​ເປັນ​ປະທານ​ຂອງ​ ທ່ານ ທອງ​ສັນ ​ແກ້ວ​ປະ​ເສີດ ຮອງ​ຫົວໜ້າພະ​ແນ​ກຍຸຕິ​ທຳ​ນະຄອນຫຼວງວຽງຈັນ, ​ເປັນກຽດ​ເຂົ້າ​ຮວ່ມຂອງ​ ທ່ານ ຄຳ​ແກ່ງ ດວງ​ພະຈັນ ຄະນະ​ປະຈຳ​ພັກ​​ເມືອງ, ຮອງ​ເຈົ້າ​ເມືອງ​ຫາດ​ຊາຍ​ຟອງ, ມີ​ບັນດາ​ຫົວໜ້າ, ຮອງ​ຫົວໜ້າຫ້ອງການ, ​ເລຂາ​ພັກ​ບ້ານ, ນາຍບ້ານ ​ຕະຫຼອດພະນັກງານ-ລັດຖະກອນ​ພາຍ​ໃນ​ເມືອງ ​ເຂົ້າ​ຮວ່ມຢ່າງ​ພ້ອມພຽງ.        ​ໃນ​ພິທີ​ທ່ານ ບຸນ​ເພັງ ກ້ານ​ແກ້ວ ຫົວໜ້າຫ້ອງການ​ຍຸຕິ​ທຳ​ເມືອງ​ຫາດ​ຊາຍ​ຟອງ​ໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກລົງ​ຂອງ​ເຈົ້າ​ເມືອງ ເມືອງຫາດ​ຊາຍ​ຟອງ ວ່າ​ດ້ວຍ​ການ​ອະນຸມັດ​ໃຫ້​ເປີດ​ການ​ຮຽນກົດໝາຍຊັ້ນ​ຕົ້ນ ຊຸດ​ທີ VI ​ໃຫ້​ແກ່​ເລຂາ​ພັກ​ບ້ານ, ນາຍບ້ານ ​ແລະ ພະນັກງານຫຼັກ​ແຫຼ່ງພາຍ​ໃນ​ເມືອງ​ຫາດ​ຊາຍ​ຟອງ. ຈຸດປະສົງ ຂອງ​ການ​ເປີດ​ການ​ຮຽນ-ການ​ສອນກົດໝາຍຊັ້ນ​ຕົ້ນ​ ເພື່ອ​ເປັນ​ການ​ຜັນ​ຂະຫຍາຍ​ເນື້ອ​ໃນ​ຈິດໃຈ ຄຳ​ແນະນຳ​ຂອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ວ່າ​ດ້ວຍ​ການຈັດ​ຕັ້ງ​ປະຕິບັດ​ວຽກງານ​ຍຸຕິ​ທຳ​ຮາກ​ຖານ ​ແລະ ​ເພື່ອ​ເຮັດ​ໃຫ້​ອົງການ​ປົກຄອງ​ບ້ານ ​ໄດ້​ເຄື່ອນ​ໄຫວ​ວຽກງານ​ຖືກຕ້ອງ​ຕາມ​ພາລະ​ບົດບາດ, ສິດ ​ແລະ ໜ້າທີ່​ຂອງ​ຕົນ, ບໍລິຫານ​ບ້ານ​ເຂົ້າ​ສູ່​ລະບຽບກົດໝາຍ​ເທື່ອ​ລະ​ກ້າວ,​ ເຮັດ​ໃຫ້​ກຸ່ມ​ບ້ານ ​ແລະ ຮາກ​ຖານ​ບ້ານມີ​ການ​ພັດທະນາ, ມີ​ຄວາມ​ສະຫງົບ ​ແລະ ​ເປັນ​ລະບຽບຮຽບຮ້ອຍ​​ໂດຍພື້ນຖານ. ສຳລັບວິຊາ​ສິດສອນ​ໃນ​ຄັ້ງ​ນີ້ ໄດ້ແບ່ງ​ອອກ​ເປັນ 37 ວິຊາ, 31 ໜວ່ຍກິດ ​ລະຍະ​​ເວລາ​ການ​ສິດສອນ ​ທັງໝົດ 465 ຊົ່ວ​ໂມງ.      ​ໃນ​ຕອນ​ທ້າຍ​ຂອງ​ພິທີ ​ທ່ານ ​ຄຳ​ແກ່ງ ດວງ​ພະຈັນ ຮອງ​ເຈົ້າ​ເມືອງ​ຫາດ​ຊາຍ​ຟອງ ກໍ​ໄດ້​ໃຫ້ກຽດ​ໂອ້​ລົ​ມຕໍ່​ພິທີ​ໂດຍທ່ານ​ໄດ້​ເໜັ້ນໜັກ​ເຂົ້າ​ຮ່ວມການ​ຮຽນກົດໝາຍຊັ້ນ​ຕົ້ນ​ໃນ​ຄັ້ງ​ນີ້ ຈົ່ງ​ພ້ອມ​ກັນ​ຕັ້ງ​ໃຈ​ສຶກສາ​ຄົ້ນຄວ້າ​ຮໍ່າຮຽນ,​ແລກປຽ່ນຄຳ​ຄິດ​ຄຳ​ເຫັນ ​ແລະ ຍາດ​ແຍ່ງ​ຄວາມ​ຮູ້, ​ຄວາມ​ສາມາດ​ນຳ​ຄູ​ອາຈານ ​ເພື່ອນຳ​ເອົາ​ຄວາມ​ຮູ້, ຄວາມ​ສາມາດທີ່ໄດ້ຮັບການຝຶກອົບຮົມໄປ​ຈັດ​ຕັ້ງ​ປະຕິບັດ​​ເຂົ້າ​ໃນໜ້າທີ່​ວຽກງານ​ໃນ​ຂອບ​ເຂດ​ທີ່​ຕົນ​ເອງ​ຮັບຜິດຊອບ​ໃຫ້​​ເກີດ​ຜົນ​ປະ​ໂຫຍ​ດສູງ​ສຸດ. ຂຽນຂ່າວ: ອ່ອນຄຳ ​ໄຊ​ຍະ​ວົງ    ພາບ: ​ສົມ​ຫວັງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ຫ້ອງການຍຸຕິທຳເມືອງຫາດຊາຍຟອງຈັດພິທີເປີດ ການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ VI ປະຈຳສົກປີ 2017
ຫ້ອງການຍຸຕິທຳເມືອງຫາດຊາຍຟອງຈັດພິທີເປີດ ການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ VI ປະຈຳສົກປີ 2017
https://www.moj.gov.la/lo/node/760
ໃນ​ວັນ​ທີ 27 ມັງກອນ 2017 ໜ່ວຍ​ກຳມະບານ​ຮາກ​ຖານ ກົມ​ໂຄສະນາ​ເຜີ​ຍແຜ່ກົດໝາຍ, ກະຊວງ​ຍຸຕິ​ທຳ ຮ່ວມ​ກັບ ໜ່ວຍ​ກຳມະບານ​ຮາກ​ຖານ ກົມ​ຄົ້ນຄວ້າ​ວິທະຍາສາດ ​ແລະ ປະຫວັດສາດ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ໄດ້​ຈັດ​ກິດຈະກຳ​ກິລາບານ​ເຕະ​ສາມັກຄີ​ຂຶ້ນ ຢູ່​ທີ່​ເດີນ​ບານ​ເຕະ​ໃນ​ຮົ່ມ​ກະ​ແລ ໂດຍ​ມີ​ສະມາຊິກ​ກຳມະບານຮາກ​ຖານ ​ແລະ ພະນັກງານ​ຈາກ​ທັງ​ສອງ​ພາກສ່ວນ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.      ຈຸດປະສົງ​ໃນ​ການ​ຈັດ​ກິດຈະກຳ​ຄັ້ງ​ນີ້ ເພື່ອ​ເປັນ​ການ​ສ້າງ​ຂະ​ບວນການ​ຕ້ອນຮັບ​ວັນ​ສ້າງ​ຕັ້ງ​ກຳມະບານ​ລາວ ຄົບຮອບ 61 ປີ ( 1 ກຸມພາ 1956-1 ກຸ​ມພາ 2017) ​ໃຫ້ມີ​ຄວາມ​ຄຶກຄື້ນ ​ແລະ ​ເປັນ​ການ​ສ້າງ​ຄວາມ​ສາມັກຄີ​ລະຫວ່າງ​ສອງ​ພາກສ່ວນ​ໃຫ້​ມີ​ຄວາມ​ແໜ້ນ​​ແຟ້ນຍິ່ງ​ຂຶ້ນ; ໃນ​ໂອ​ກາດ​ດັ່ງກ່າວ ໜ່ວຍ​ກຳມະບານ​ຮາກ​ຖານ ກົມ​ໂຄສະນາ​​ເຜີຍ​ແຜ່​ກົດໝາຍ, ກະຊວງ​ຍຸຕິ​ທຳ ກໍ​ໄດ້​ນຳ​ເອົາ​ປື້​ມກົດໝາຍສີ່​ຂົງ​ເຂດ ຈຳນວນ 2 ຊຸດ ລວມທັງ​ໝົດ​ຈຳນວນ 8 ຫົວ ​ແລະ ປະຕິທິນ ປີ 2017 ຈຳນວນ 10 ອັນ ມອບ​ໃຫ້​ ໜ່ວຍ​ກຳມະບານ​ຮາກ​ຖານ​ ກົມຄົ້ນຄວ້າ​ວິທະຍາສາດ ​ແລະ ປະຫວັດ​ສາດ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ວິຊາ​ສະ​ເພາະ​ຂອງ​ກົມ​ກອງ​ໃຫ້​ມີ​ປະ​ສິດທິ​ຜົນ​ຍິ່ງ​ຂຶ້ນ.      ການ​ຈັດ​ກິດຈະກຳ​ຄັ້ງ​ນີ້ ​ແມ່ນ​ເຕັມ​ໄປ​ດ້ວຍ​ບັນຍາກາດ​ທີ່​ຟົດ​ຟື້ນ​ເບີກບານ​ມ່ວນ​ຊື່ນຕັ້ງ​ແຕ່​ຕົ້ນ​ຈົນ​ຈົບ; ຊຶ່ງ​ຜົນ​ຂອງ​ການ​ແຂ່ງຂັນ ​ແມ່ນໜ່ວຍ​ກຳມະບານ​ຮາກ​ຖານ ກົມ​ຄົ້ນຄວ້າ​ວິທະຍາສາດ ​ແລະ ປະຫວັດສາດ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ເປັນ​​ຝ່າຍ​ເອົາ​ຊະນະ ໜ່ວຍ​ກຳມະບານ​ຮາກ​ຖານ ກົມ​ໂຄສະນາ​ເຜີ​ຍແຜ່ກົດໝາຍ, ກະຊວງ​ຍຸຕິ​ທຳ ​ໄປ​ໄດ້ 7 ປະຕູ​ຕໍ່ 6. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ສ້າງຂະບວນການກິລາບານເຕະສາມັກຄີ ເພື່ອຕ້ອນຮັບວັນສ້າງຕັ້ງກຳມະບານລາວ ຄົບຮອບ 61 ປີ ( 1 ກຸມພາ 1956-1 ກຸມພາ 2017)
ສ້າງຂະບວນການກິລາບານເຕະສາມັກຄີ ເພື່ອຕ້ອນຮັບວັນສ້າງຕັ້ງກຳມະບານລາວ ຄົບຮອບ 61 ປີ ( 1 ກຸມພາ 1956-1 ກຸມພາ 2017)
https://www.moj.gov.la/lo/node/761
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 30-ມັງກອນ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 29/1/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 29/1/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 29/1/2017
https://www.moj.gov.la/lo/node/762
ໃນທ້າຍອາທິດຜ່ານມາ ຢູ່ທີ່ພະແນກຍຸຕິທຳແຂວງອຸດົມໄຊ ໄດ້ຈັດພິທີປະຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງສະຫະພັນກຳມະບານລາວ ວັນທີ 1 ກຸມພາ 1956-1 ກຸມພາ 2017 ຄົບຮອບ 61 ປີຂຶ້ນ. ໂດຍການເປັນປະທານ ຂອງ ທ່ານ ຄຳແສນ ຊາວມົ້ງວື ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງອຸດົມໄຊ, ເປັນກຽດເລົ່າມູນເຊື້ອຂອງ ທ່ານ ລໍຂຸນລໍ ຮອງປະທານສະຫະພັນກຳມະບານແຂວງ, ມີຄະນະກຳມະບານຮາກຖານສານປະຊາຊົນແຂວງ ພ້ອມດ້ວຍສະມາຊິກກຳມະບານພາຍໃນພະແນກ ແລະ ຮາກຖານ ແຕ່ລະອົງການເຂົ້າຮ່ວມ.      ໃນພິທີທ່ານຮອງປະທານສະຫະພັນກຳມະບານແຂວງ ໄດ້ຍົກໃຫ້ເຫັນເຫດການສຳຄັນທາງປະຫວັດສາດຂອງຊາດລາວ, ການກຳເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວ, ມູນເຊື້້ອ ແລະ ຜົນງານອັນພົ້ນເດັ່ນໃນລະຍະ 61 ປີ ຂອງການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງສະຫະພັນກຳມະບານລາວ ຊຶ່ງກຳມະບານລາວ ແມ່ນໂຕແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງກຳມະກອນ ກໍຄື ຊາວຜູ້ອອກແຮງງານລາວບັນ ດາເຜົ່າ, ໄດ້ປະກອບສ່ວນເຂົ້າໃນພາລະກິດປະຕິວັດ ແລະ ປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ ປະເທດຊາດມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງກຳມະກອນ ກໍຄື ຊາວຜູ້ອອກແຮງງານໄດ້ຮັບການພັດທະນາດີຂຶ້ນເທື່ອລະກ້າວ. ວທ ອຸ່ນເຮືອນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂວງອຸດົມໄຊ ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 61 ປີ
ພະແນກຍຸຕິທຳແຂວງອຸດົມໄຊ ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 61 ປີ
https://www.moj.gov.la/lo/node/763
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 06-ກຸມພາ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 5/2/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 5/2/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 5/2/2017
https://www.moj.gov.la/lo/node/764
ລາຍລະອຽດປະເພດຂອງເອກະສານ: ຂໍ້ຕົກລົງ ຂອງນາຍົກລັດຖະມົນຕີເອກະສານລົງວັນທີ: 06-ມັງກອນ-2016ເລກທີຂອງເອກະສານ: 1ເລກສະບັບປີຂອງເອກະສານ: 1 Online Viewinghttps://www.moj.gov.la/sites/default/files/%E0%BA%81%E0%BA%BB%E0%BA%A1%E0%BA%AA%E0%BA%BB%E0%BB%88%E0%BA%87%E0%BB%80%E0%BA%AA%E0%BA%B5%E0%BA%A1%E0%BA%A5%E0%BA%B0%E0%BA%9A%E0%BA%BB%E0%BA%9A%E0%BA%8D%E0%BA%B8%E0%BA%95%E0%BA%B4%E0%BA%97%E0%BA%B3/documents/%E0%BA%99%E0%BA%B4%E0%BA%95%E0%BA%B4%E0%BA%81%E0%BA%B3/%E0%BA%82%E0%BB%8D%E0%BB%89%E0%BA%95%E0%BA%BB%E0%BA%81%E0%BA%A5%E0%BA%BB%E0%BA%87-%E0%BA%82%E0%BA%AD%E0%BA%87%E0%BA%99%E0%BA%B2%E0%BA%8D%E0%BA%BB%E0%BA%81%E0%BA%A5%E0%BA%B1%E0%BA%94%E0%BA%96%E0%BA%B0%E0%BA%A1%E0%BA%BB%E0%BA%99%E0%BA%95%E0%BA%B5/764/1-2.pdf
ຂໍ້ຕົກລົງຂອງນາຍົກລັດຖະມົນຕີວ່າດ້ວຍການສ້າງຕັ້ງຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ
https://www.moj.gov.la/lo/node/765
ໃນ​ວັນ​ທີ 8 ກ​ຸມພາ 2017 ກະຊວງ​ຍຸຕິ​ທຳ ​ໄດ້​ຈັດ​ກອງ​ປະຊຸມ​ປັບປຸງຮ່າງ​ຂໍ້​ຕົກລົງ​ວ່າ​ດ້ວຍ ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຈົດໝາຍ​ເຫດ​ທາງ​ລັດຖະການ​ຂຶ້ນ ຢູ່​ທີ່​ໂຮງແຮມພູນ​ຊັບ ທ່າ​ລາດ, ​ແຂວງ​ວຽງ​ຈັນ ​ໂດຍ​ການ​ເປັນ​ປະທານ​ຂອງ​ ທ່ານ ພູທອນ ​ແກ້ວ​ດວງ​ມະນີ ຄະນະ​ພັກ​ກະຊວງ, ຫົວໜ້າ​ກົມ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ ກະຊວງ​ຍຸຕິ​ທຳ, ມີ​ທ່ານ ຮອງ​ຫົວໜ້າ​ກົມ, ຮອງ​ຫົວໜ້າ​ຫ້ອງ​ວ່າການປົກຄອງ​ແຂວງ ​ແລະ ພະ​ແນ​ກຍຸຕິ​ທຳ​ແຂວງຈາກ 5 ​ແຂວງ, ຜູ້ຕາງໜ້າ​ຈາກ 4 ກະຊວງ ​ແລະ 2 ອົງການ​ລັດ​ເຂົ້າ​ຮ່ວມທັງ​ໝົດ 22 ທ່ານ ຍິງ 6 ທ່ານ ຊຶ່ງກອງ​ປະຊຸ​ມຈະ​ດຳ​ເນີນ​ໄປ​ຈົນ​ເຖິງ​ວັນ​ທີ 10 ​ກຸມພາ 2017.      ໃນ​ກອງ​ປະຊຸມ​ທ່ານ​ປະທານ​ ​ໄດ້​ກ່າວຈຸດປະສົງ ​ແລະ ​ເປີດ​ກອງ​ປະຊຸມ ເພື່ອ​ຄົ້ນຄວ້າ, ປຶກສາ​ຫາລື​ ​ແລະ ປະກອບ​ຄຳ​ເຫັນ​ໃສ່ຮ່າງ​ຂໍ້​ຕົກລົງວ່າ​ດ້ວຍ ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຈົດໝາຍ​ເຫດ​ທາງ​ລັດຖະການ ​ໂດຍ​ສະ​ເພາະ​ ແມ່ນ​ການ​ກຳນົດ​ກ່ຽວ​ກັບ​ນິຕິ​ກຳ ​ແລະ ຮ່າງ​ນິຕິ​ກຳ​ທີ່​ຈະ​ລົງ​ໃນ​ຈົດໝາຍ​ເຫດ​ທາງ​ລັດຖະການ, ການ​ກຳນົດ​ໜ່ວຍ​ງານ​ປະສານ​ງານ​ວຽກ​ງານ​ຈົດໝາຍ​ເຫດ​ທາງ​ລັດຖະການ ​ແລະ ອື່ນໆ ​ເພື່ອ​ເຮັດ​ໃຫ້ການ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ດັ່ງກ່າວ​ມີ​ຄວາມ​ສະດວກ​ຂຶ້ນ​ກວ່າ​ເກົ່າ.      ຈາກນັ້ນຄະນະ​ຮັບຜິດຊອບ ​ໄດ້​ສະ​ເໜີ​ກ່ຽວ​ກັບພາບ​ລວມຂອງ​ຂໍ້​ຕົກລົງ​​ໂດຍ​ສົມ​ທຽບ​ກັບ​ພາກ​ປະຕິ​ບັກ​ຕົວ​ຈິງ, ​ໂຄງ​ປະກອບ​ຂອງ​ຮ່າງ​ຂໍ້​ຕົກລົງ. ພາຍຫຼັງ​ທີ່ໄດ້ສະເໜີແລ້ວ​ ບັນດາຜູ້​ເຂົ້າ​ຮ່ວມ​ກໍ​ໄດ້​ພ້ອມ​ກັນ​ຄົ້ນຄວ້າ, ປຶກສາ​ຫາລື ​ແລະ ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ຂໍ້​ຕົກລົງວ່າ​ດ້ວຍ​ ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຈົດໝາຍ​ເຫດ​ທາງ​ລັດ​ຖະການ ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ເພື່ອ​ເຮັດ​ໃຫ້​ຮ່າງຂໍ້​ຕົກລົງ​ສະບັບ​ດັ່ງກ່າວມີ​ເນື້ອໃນລະອຽດ, ​ຄົບ​ຖ້ວນ, ສົມບູນ​ ​ແລະ ສາມາດ​ຈັດ​ຕັ້ງ​ປະຕິບັດ​ໄດ້. ຂ່າວ: ສີ​ປະ​ໄພ, ພາບ: ຊາຍ​ພິມ​ພອນ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກະຊວງຍຸຕິທຳ ຈັດກອງປະຊຸມປັບປຸງຮ່າງຂໍ້ຕົກລົງວ່າດ້ວຍ ການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການ
ກະຊວງຍຸຕິທຳ ຈັດກອງປະຊຸມປັບປຸງຮ່າງຂໍ້ຕົກລົງວ່າດ້ວຍ ການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການ
https://www.moj.gov.la/lo/node/766
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 13-ກຸມພາ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 12/2/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 12/2/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 12/2/2017
https://www.moj.gov.la/lo/node/767
ລາຍລະອຽດປະເພດຂອງເອກະສານ: Videosເອກະສານລົງວັນທີ: 14-ກຸມພາ-2017ເລກທີຂອງເອກະສານ: 1 Video Link ຢຸດເສບຢາເສບຕິດບໍ່ແມ່ນເລື່ອງຍາກ ຕອນທີ່ EP1 ຢຸດເສບຢາເສບຕິດບໍ່ແມ່ນເລື່ອງຍາກ ຕອນທີ່ EP2 ຢຸດເສບຢາເສບຕິດບໍ່ແມ່ນເລື່ອງຍາກ ຕອນທີ່ EP3
ຢຸດເສບຢາເສບຕິດບໍ່ແມ່ນເລື່ອງຍາກ
https://www.moj.gov.la/lo/node/768
ກະຊວງ​ຍຸຕິ​ທໍາ ຈັດປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງກໍາມະບານລາວ ຄົບຮອບ 61 ປີ (1/2/1956-1/2/2017) ຂຶ້ນໃນວັນທີ 9 ກຸມພາ 2017 ​ໃຫ້ກຽດປາຖະກະຖາໂດຍ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະ ມົນຕີກະຊວງຍຸຕິທໍາ ມີປະທານ, ຮອງປະທານກໍາມະບານ ກະຊວງຍຸຕິທໍາ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າຫ້ອງການ, ຫົວໜ້າສູນ, ຫົວໜ້າສະຖາບັນ ແລະ ສະມາຊິກກໍາມະບານເຂົ້າຮ່ວມຢ່າງພ້ອມພຽງ.      ໂອກາດນີ້ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ ໄດ້ເລົ່າຄືນມູນເຊື້ອປະຫວັດຄວາມເປັນມາຂອງວັນສໍາຄັນ​ດັ່ງກ່າວ ​ແລະ ຍົກ​ໃຫ້​ເຫັນ​ບາງ​ຕອນ​ສໍາຄັນ​ວ່າ ພາຍ​ຫຼັງ​ທີ່​ປະ​ເທດ​ຊາດ​ໄດ້​ຮັບ​ການ​ປົດ​ປ່ອຍ ​ແລະ ສະຖາປະນາ ສປປ ລາວ ​ໃນ​ວັນ​ທີ 2 ທັນວາ 1975 ​ເປັນ​ຕົ້ນ​ມາ ສະຫະພັນ​ກໍາມະບານ​ລາວ​ ທີ່​ເປັນ​ອົງການ​ຕາງໜ້າ​ໃຫ້​ແກ່ຊົນ​ຊັ້ນ​ກໍາມະກອນ ​ແລະ ຊາວ​ຜູ້​ອອກ​ແຮງ​ງານ​ ໄດ້​ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ ​ໂດຍ​ສະ​ເພາະ ​ແມ່ນ​ລະຍະ​ປ່ຽນ​ແປງ​ໃໝ່​ຮອບດ້ານ​ຢ່າງ​ມີ​ຫຼັກການ​ຂອງ​ພັກ, ສະຫະພັນ​ກໍາມະບານ ​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ຕັ້ງໜ້າ​ໃນ​ການ​ສຶກສາ​ອົບຮົມ​ການ​ເມືອງ​-ແນວ​ຄິດ​ໃຫ້​ແກ່​ສະມາຊິກ​ກໍາມະບານ, ກໍາມະກອນ ​ແລະ ຊາວ​ຜູ້​ອອກ​ແຮງ​ງານ​ບັນດາ​ເຜົ່າ​ທຸກ​ຊັ້ນ​ຄົນ​ໃນ​ສັງຄົມ.      ທັງ​ນີ້​ ເພື່​ອ​ເຮັດ​ໃຫ້​ສະມາຊິກກໍາມະບານ ​ເຫັນ​ໄດ້​ມູນ​ເຊື້ອ​ປະຫວັດ​ຄວາມ​ເປັນ​ມາ​ແຫ່ງ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂອງ​ວັນ​ສ້າງ​ຕັ້ງ​ກໍາມະບານ​ລາວ​ ຕະຫຼອດ​ລະຍະ 61 ປີຜ່ານມາ ແລະ ເປັນການປູກຈິດສໍານຶກໃຫ້ແກ່ສະມາ ຊິກກໍາມະບານ ໄດ້ຮັບຮູ້ ແລະ ເຂົ້າໃຈເນື້ອໃນວັນສໍາຄັນດັ່ງກ່າວຢ່າງເລິກເຊິ່ງ ເພື່ອນໍາໄປຜັນຂະຫຍາຍເຂົ້າໃນວຽກງານ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ມີຜົນສໍາເລັດ. ຂ່າວ: ໄຊຍະສິດ     ພາບ: ສຸກສາຄອນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ປາຖະກະຖາວັນສ້າງຕັ້ງກໍາມະບານລາວ ຄົບຮອບ 61 ປີ
ປາຖະກະຖາວັນສ້າງຕັ້ງກໍາມະບານລາວ ຄົບຮອບ 61 ປີ
https://www.moj.gov.la/lo/node/769
ໃນວັນທີ 10 ກຸມພາ 2017 ທີ່ຜ່ານມາ ຢູ່ທີ່ສະໂມສອນເມືອງໄຊເສດຖາ ໄດ້ຈັດພິທີເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນ ໃຫ້ແກ່ເລຂາພັກບ້ານ, ນາຍບ້ານ ແລະ ພະນັກງານຫຼັກແຫຼ່ງພາຍໃນເມືອງ ໂດຍການເປັນປະ ທານຂອງ ທ່ານ ບຸນເພັງ ສີນະວົງພອນ ຄະນະພັກນະຄອນຫຼວງວຽງຈັນ ຫົວໜ້າພະແນກຍຸຕິທໍານະຄອນຫວງວຽງຈັນ, ເປັນກຽດເຂົ້າຮ່ວມຂອງ ທ່ານ ຖະໜອມ ທໍາທອງ ເລຂາພັກເມືອງ ເຈົ້າເມືອງໆໄຊເສດຖາ, ມີບັນດາຫົວ ໜ້າ, ຮອງຫົວໜ້າຫ້ອງການ, ເລຂາພັກບ້ານ, ນາຍບ້ານ ຕະຫຼອດພະນັກງານ-ລັດຖະກອນພາຍໃນເມືອງເຂົ້າຮ່ວມ ຈໍານວນ 53 ທ່ານ, ຍິງ 12 ທ່ານ.      ໃນພິທີ ທ່ານ ວັນນະລາ ລືນາມມະຈັກ ວ່າການຫົວໜ້າຫ້ອງການຍຸຕິທໍາເມືອງໄຊເສດຖາ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງເຈົ້າເມືອງໄຊເສດຖາ ວ່າດ້ວຍການອະນຸມັດໃຫ້ເປີດການຮຽນກົດໝາຍຊັ້ນຕົ້ນ ຊຸດທີ VI ໃຫ້ແກ່ເລຂາ ພັກບ້ານ, ນາຍບ້ານ ແລະ ພະນັກງານຫຼັກແຫຼ່ງພາຍໃນເມືອງໄຊເສດຖາ. ຈຸດປະສົງຂອງການເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນ ກໍເພື່ອເປັນການຜັນຂະຫຍາຍເນື້ອໃນຄໍາແນະນໍາຂອງລັດຖະມົນຕີກະຊວງຍຸຕິທໍາ ວ່າດ້ວຍການຈັດຕັ້ງປະຕິບັດວຽກງານຍຸຕິທໍາຮາກຖານ ແລະ ເພື່ອເຮັດໃຫ້ອົງການປົກຄອງບ້ານ ໄດ້ເຄື່ອນໄຫວວຽກງານຖືກຕ້ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ບໍລິຫານບ້ານເຂົ້າສູ່ລະບຽບກົດໝາຍເທື່ອ ລະກ້າວ, ເຮັດໃຫ້ກຸ່ມບ້ານ ແລະ ຮາກຖານບ້ານ ມີການພັດທະນາ, ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ສໍາລັບວິຊາທີ່ນໍາມາສິດສອນໃນຄັ້ງນີ້ ແມ່ນໄດ້ຮວບຮວມເອົາບັນດາກົດໝາຍໃນສີ່ຂົງເຂດ ໂດຍແບ່ງອອກເປັນ 37 ວິຊາ, 30 ໜ່ວຍກິດ. ມີລະຍະເວລາການສິດສອນ ທັງໝົດ 450 ຊົ່ວໂມງ.      ໃນຕອນທ້າຍພິທີ ທ່ານ  ຖະໜອມ ທໍາທອງ ເລຂາພັກເມືອງ ເຈົ້າເມືອງໆໄຊເສດຖາ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີໂດຍທ່ານໄດ້ເນັ້ນໜັກເຂົ້າໃຫ້ຜູ້ຮ່ວມການຮຽນກົົດໝາຍຊັ້ນຕົ້ນໃນຄັ້ງນີ້ ຈົ່ງພ້ອມກັນຕັ້ງໃຈສຶກສາຄົ້ນຄວ້າຮໍ່າ ຮຽນ, ແລກປ່ຽນຄໍາຄິດຄໍາເຫັນ ແລະ ຍາດແຍ່ງເອົາຄວາມຮູ້ຄວາມສາມາດນໍາຄູອາຈານ ເພື່ອຈະໄດ້ເອົາໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ເກີດຜົນປະໂຫຍດຫຼາຍທີ່ສຸດ. ຂ່າວ: ໄຊຍະສິດ     ພາບ: ສຸກສາຄອນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ຫ້ອງການຍຸຕິທໍາເມືອງໄຊເສດຖາ ຈັດພິທີເປີດ ການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ VII ປະຈໍາສົກປີ 2017
ຫ້ອງການຍຸຕິທໍາເມືອງໄຊເສດຖາ ຈັດພິທີເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ VII ປະຈໍາສົກປີ 2017