url
stringlengths
22
63
context
stringlengths
4
47.2k
title
stringlengths
4
4.16k
https://www.moj.gov.la/lo/node/770
ໃນລະຫວ່າງວັນທີ 9-10 ກຸມພາ 2017 ຜ່ານມາ ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ ລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວວຽກງານຢູ່ແຂວງຫົວພັນ ຊຶ່ງກ່ອນອື່ນທ່ານໄດ້ເຂົ້າຢ້ຽມຢາມ ແລະ ພົບປະໂລ້ລົມກັບ ທ່ານ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ ເຈົ້າແຂວງແຂວງຫົວພັນ ຢູ່ທີ່ຫ້ອງວ່າການແຂວງ ກ່ຽວກັບວຽກງານການຮຽນການ-ສອນກົດໝາຍ ລະຍະສັ້ນ 45 ວັນ ແລະ ວຽກງານການຮຽນ-ການສອນກົດໝາຍຊັ້ນຕົ້ນ ລະຍະ 3 ເດືອນ.      ໃນເວລາຕໍ່ມາ ທ່ານລັດຖະມົນຕີ ພ້ອມດ້ວຍຄະນະ ກໍໄດ້ພົບປະ, ຢ້ຽມຢາມ ແລະ ຊີ້ນຳການຈັດຕັ້ງປະຕິບັດວຽກງານຂອງພະແນກຍຸຕິທຳແຂວງຫົວພັນ ຊຶ່ງໄດ້ຮັບການຕ້ອນຮັບຈາກ ທ່ານ ສົມພອນ ອິນຄະວິໄລ ຫົວ ໜ້າພະແນກຍຸຕິທຳແຂວງຫົວພັນ, ມີທ່ານຮອງຫົວໜ້າພະແນກ, ຫົວໜ້າຫ້ອງການ ແລະ ລັດຖະກອນວິຊາການພາຍໃນພະແນກເຂົ້າຮ່ວມ, ໃນນັ້ນທ່ານລັດຖະມົນຕີ ກໍໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິ ບັດວຽກງານຂອງພະແນກຍຸຕິທຳ ເປັນຕົ້ນແມ່ນ ວຽກງານຈັດຕັ້ງ-ພະນັກງານ, ການຄຸ້ມຄອງລະບົບຍຸຕິທຳ, ການຮຽນການສອນກົດໝາຍ ລະຍະສັ້ນ 45 ວັນ ແລະ ວຽກງານໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ.      ໃນຕອນບ່າຍຂອງວັນດຽວກັນ ທ່ານ ລັດຖະມົນຕີ ພ້ອມດ້ວຍຄະນະ ກໍໄດ້ເດີນທາງໄປເມືອງແອດ ແຂວງຫົວພັນ ເພື່ອພົບປະໂອ້ລົມ ແລະ ຊີ້ນຳການຈັດຕັ້ງປະຕິບັດວຽກງານຂອງຫ້ອງການຍຸຕິທຳເມືອງແອດ ແລະ ມອບ ເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນທີ່ທຸກຍາກຂາດເຂີນ ແລະ ປະສົບໄພໜາວ ຈຳນວນ 11 ບ້ານ ເປັນກຽດເຂົ້າຮ່ວມຂອງ ທ່ານ ຕົງລີເຕັ່ງ ເລຂາພັກເມືອງ ເຈົ້າເມືອງເມືອງແອດ, ມີທ່ານ ຫົວໜ້າພະແນກຍຸຕິທຳແຂວງ, ຫົວໜ້າ, ຮອງຫົວໜ້າ ແລະ ລັດຖະກອນວິຊາການຂອງຫ້ອງການຍຸຕິທຳເມືອງແອດ ພ້ອມດ້ວຍຄະນະບ້ານ 11 ບ້ານເຂົ້າຮ່ວມ ຊຶ່ງເຄື່ອງທີ່ນໍາໄປມອບໃນຄັ້ງນີ້ ປະກອບມີຜ້າຮົ່ມ ແລະ ຖົງເຄື່ອງບໍລິຈາກທີ່ໄດ້ຮັບຈາກອົງ ການກາແດງລາວ ລວມມູນຄ່າ 4,600,000 ກີບ.      ໃນຕອນເຊົ້າຂອງວັນທີ 10 ກຸມພາ 2017 ພະແນກຍຸຕິທຳແຂວງຫົວພັນ ໄດ້ຈັດພິທີປິດການຮຽນ-ການສອນກົດໝາຍ ລະຍະສັ້ນ 45 ວັນ ຊຸດທີ 4 ປະຈຳສົກປີ 2016-2017  ຢູ່ທີ່ ສະໂມສອນແຂວງ ຫົວພັນ ໂດຍການ ເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ ລັດຖະມົນຕີກະຊວງຍຸຕິທຳ ເປັນກຽດເຂົ້າຮ່ວມຂອງ ທ່ານ ນ. ແພງ ກັນຍາພີມ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆຫົວພັນ. ໃນພິທີ ທ່ານ ສົມພອນ ອິນຄະ ວິໄລ ຫົວໜ້າພະແນກຍຸຕິທຳແຂວງຫົວພັນ ກໍໄດ້ຜ່ານບົດລາຍງານການຮຽນ-ການສອນກົດໝາຍ ລະຍະສັ້ນ 45 ວັນ. ຫຼັງຈາກນັ້ນທ່ານ ລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ມອບໃບຢັ້ງຢືນ ແລະ ໂອ້ລົມຜູ້ທີ່ສຳເລັດການສຶກສາ ຈົ່ງພ້ອມກັນນຳເອົາຄວາມຮູ້, ຄວາມສາມາດ ທີ່ໄດ້ຮັບຈາກການຮຽນ-ການສອນໃນຄັ້ງນີ້ໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານ, ປະກອບສ່ວນໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ ເພື່ອໃຫ້ເກີດຜົນປະ ໂຫຍດສູງສຸດແກ່ສັງຄົມອີກດ້ວຍ ແລະ  ເພື່ອເປັນການຊຸກຍູ້ການຈັດຕັ້ງປະຕິບັດວຽກງານການຮຽນການສອນກົດໝາຍ ລະຍະສັ້ນ 45 ວັນ, ກະຊວງຍຸຕິທຳ ໄດ້ມອບເງິນຊຸກຍູ້ໃຫ້ແກ່ພະແນກຍຸຕິທຳ ແຂວງ ບໍລິຄຳໄຊ ແລະ ແຂວງ ຊຽງຂວາງ ແຂວງລະ 95,000,000 ກີບ. ຂ່າວ: ສີປະໄພ   ພາບ: ສົມຫວັງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ທ່ານ ລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍຄະນະ ລົງເຄື່ອນໄຫວວຽກງານ ຢູ່ແຂວງຫົວພັນ
ທ່ານ ລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍຄະນະ ລົງເຄື່ອນໄຫວວຽກງານ ຢູ່ແຂວງຫົວພັນ
https://www.moj.gov.la/lo/node/771
ກອງປະຊຸມທົບທວນ ປະຈຳປີ 2016 ແລະ ກອງປະຊຸມສະພາບໍລິຫານຂອງໂຄງການຈັດຕັ້ງປະຕິບັດແຜນແມ່ບົດພັດທະນາລັດແຫ່ງກົດໝາຍ ໄດ້ຈັດຂຶ້ນ ໃນຕອນເຊົ້າຂອງວັນທີ 14 ກຸມພາ 2017 ຢູ່ສະໂມສອນກະຊວງຍຸຕິທຳ ໂດຍການ ເປັນປະທານຮ່ວມຂອງ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ, ທ່ານ ຄຳພາ ແສງດາລາ ຮອງປະທານສານປະຊາຊົນສູງສຸດ ແລະ ທ່ານ ບາລາຊຸບຣາມານຽມ ມູຣາລີ ຮອງຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດ ທະນາ, ມີບັນດາທ່ານ ຄູ່ຮ່ວມພັດທະນາ, ຫົວໜ້າແຜນງານ ແລະ ຜູ້ຕາງໜ້າຈາກຂະແໜງການຕ່າງໆເຂົ້າຮ່ວມ.      ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອທົບທວນຜົນໄດ້ຮັບຂອງການຈັດຕັ້ງປະຕິບັດກິດຈະກຳໃນປີ 2016 ແລະ ກຳນົດທິດທາງແຜນວຽກສຳລັບປີ 2017. ໃນກອງປະຊຸມ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ກ່າວ ເປີດກອງປະຊຸມ. ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມກໍໄດ້ຮັບຟັງການນຳສະເໜີບົດລາຍງານປະຈຳປີ 2016 ເປັນຕົ້ນແມ່ນ ຜົນສຳເລັດໃນການຈັດຕັ້ງປະຕິບັດກິດຈະກຳຂອງຫົກແຜນງານ, ພ້ອມກັນນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳເຫັນໃສ່ທິດທາງ ແຜນການໃນຕໍ່ໜ້າ ແລະ ຮ່ວມກັນຮັບຮອງເອົາບັນດາກິດຈະກຳຂອງຫົກແຜນງານທີ່ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດ ແຕ່ນີ້ຮອດເດືອນມິຖຸນາ 2017. ຂ່າວ: ສີປະໄພ  ພາບ: ສົມຫັວງ  ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມທົບທວນປະຈຳປີ 2016 ແລະ ກອງປະຊຸມສະພາບໍລິຫານຂອງໂຄງການຈັດຕັ້ງປະຕິບັດແຜນແມ່ບົດພັດທະນາລັດແຫ່ງກົດໝາຍ
ກອງປະຊຸມທົບທວນປະຈຳປີ 2016 ແລະ ກອງປະຊຸມສະພາບໍລິຫານຂອງໂຄງການຈັດຕັ້ງປະຕິບັດແຜນແມ່ບົດພັດທະນາລັດປົກຄອງດ້ວຍກົດໝາຍ
https://www.moj.gov.la/lo/node/772
ເພື່ອບຳລຸງຍົກລະດັບຄວາມຮູ້ດ້ານກົດໝາຍໃຫ້ແກ່ເລຂາພັກບ້ານ, ນາຍບ້ານ ແລະ ພະນັກງານຫຼັກແຫຼ່ງພາຍໃນເມືອງໄຊທານີ, ຫ້ອງການຍຸຕິທຳເມືອງ ໄດ້ຈັດພິທີເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນຂຶ້ນ ໃນວັນທີ 15 ກຸມພາ 2017  ໂດຍການເປັນປະທານ ຂອງ ທ່ານ ສີວິໄລ ທະວີສິນ ຮອງຫົວໜ້າພະແນກຍຸຕິທໍານະຄອນຫວຼງວຽງຈັນ, ເປັນກຽດເຂົ້າຮ່ວມຂອງ ທ່ານ ຈັນທະລາ ອິນທະລັງສີ  ຄະນະພັກນະຄອນຫຼວງວຽງຈັນ ເຈົ້າເມືອງໆ ໄຊທານີ, ມີບັນດາຫົວໜ້າ, ຮອງຫົວໜ້າຫ້ອງ ການ, ເລຂາພັກບ້ານ, ນາຍບ້ານ ພະນັກງານ-ລັດຖະກອນພາຍໃນເມືອງເຂົ້າຮ່ວມ ຈໍານວນ 50 ທ່ານ, ຍິງ 10 ທ່ານ.      ໃນພິທີ ທ່ານ ອຸ່ນເຮືອນ ແດງວຽງຄໍາ ຫົວໜ້າຫ້ອງການຍຸຕິທໍາເມືອງໄຊທານີ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງເຈົ້າເມືອງໆໄຊທານີ ວ່າດ້ວຍການອະນຸມັດໃຫ້ເປີດການຮຽນກົດໝາຍຊັ້ນຕົ້ນ ຊຸດທີ VI ໃຫ້ແກ່ເລຂາພັກບ້ານ, ນາຍ ບ້ານ ແລະ ພະນັກງານຫຼັກແຫຼ່ງພາຍໃນເມືອງໄຊທານີ ຊຶ່ງຈຸດປະສົງຂອງການເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນ ກໍເພື່ອເປັນການຜັນຂະຫຍາຍເນື້ອໃນຄໍາແນະນໍາຂອງລັດຖະມົນຕີກະຊວງຍຸຕິທໍາວ່າດ້ວຍ ການຈັດ ຕັ້ງປະຕິບັດວຽກງານຍຸຕິທໍາຮາກຖານ ແລະ ເພື່ອເຮັດໃຫ້ອົງການປົກຄອງບ້ານ ໄດ້ເຄື່ອນໄຫວວຽກງານຖືກຕ້ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ບໍລິຫານບ້ານເຂົ້າສູ່ລະບຽບກົດໝາຍເທື່ອລະກ້າວ, ເຮັດໃຫ້ກຸ່ມ ບ້ານ ແລະ ຮາກຖານບ້ານມີການພັດທະນາ, ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ສໍາລັບວິຊາທີ່ນໍາມາສິດສອນໃນຄັ້ງນີ້ ແມ່ນໄດ້ຮວບຮວມເອົາບັນດາກົດໝາຍໃນສີ່ຂົງເຂດ ໂດຍແບ່ງອອກເປັນ 37 ວິຊາ, 30 ໜ່ວຍກິດ, ມີລະຍະເວລາການສິດສອນທັງໝົດ 450 ຊົ່ວໂມງ.      ໃນຕອນທ້າຍຂອງພິທີ ທ່ານ  ຈັນທະລາ ອິນທະລັງສີ  ຄະນະພັກນະຄອນຫຼວງວຽງຈັນ ເຈົ້າເມືອງໆໄຊທານີ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີໂດຍທ່ານໄດ້ເນັ້ນໜັກເຂົ້າໃຫ້ຜູ້ຮ່ວມການຮຽນກົົດໝາຍຊັ້ນຕົ້ນໃນຊຸດນີ້ ຈົ່ງພ້ອມກັນ ຕັ້ງໃຈສຶກສາຄົ້ນຄ້ວາຮໍ່າຮຽນ, ແລກປ່ຽນຄໍາຄິດຄໍາເຫັນ ແລະ ຍາດແຍ່ງເອົາຄວາມຮູ້ຄວາມສາມາດນໍາຄູອາຈານ ເພື່ອຈະໄດ້ເອົາໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ເກີດຜົນປະໂຫຍດຫຼາຍທີ່ສຸດ. ຂ່າວ: ໄຊຍະສິດ       ພາບ: ສຸກສາຄອນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ຫ້ອງການຍຸຕິທໍາເມືອງໄຊທານີ ຈັດພິທີເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ VI ປະຈໍາສົກປີ 2017
ຫ້ອງການຍຸຕິທໍາເມືອງໄຊທານີ ຈັດພິທີເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ VI ປະຈໍາສົກປີ 2017
https://www.moj.gov.la/lo/node/773
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 20-ກຸມພາ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 19/2/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 19/2/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 19/2/2017
https://www.moj.gov.la/lo/node/774
ວັນທີ 17 ກຸມພາ 2017 ທີ່ເດີ່ນເຕະບານສູນການຄ້າລາວໄອເຕັກ, ກົມຄຸ້ມຄອງການປະຕິບັດຄໍາຕັດສີນຂອງສານ ໄດ້ສ້າງຂະບວນການບານເຕະມິດຕະພາບ ກັບກົມສົ່ງເສີມລະບົບຍຸຕິທຳ. ຈຸດປະສົງ ເພື່ອເປັນການຮັດ ແໜ້ນຄວາມສາມັກຄີພາຍໃນ ລະຫວ່າງ ສອງກົມ.      ນໍາພາການແຂ່ງຂັນໃນຄັ້ງນີ້ ແມ່ນ ທ່ານ ກອງສີ ສາຍສຸດທາ ຫົວໜ້າກົມຄຸ້ມຄອງການປະຕິບັດຄໍາຕັດສີນຂອງສານ, ຝ່າຍກົມສົ່ງເສີມລະບົບຍຸຕິທຳ ນໍາພາໂດຍ ທ່ານ ປອ. ຈອມຄຳ ບຸບຜາລີວັນ ພ້ອມດ້ວຍບັນດາຄະນະກົມ, ຄະນະພະແນກ, ພະນັກງານວິຊາການ ອ້າຍ, ເອື້ອຍ, ນ້ອງ ທັງສອງ ຝ່າຍເຂົ້າຮ່ວມຢ່າງເປັນຂະບວນ.      ການແຂ່ງກິລາບານເຕະລະຫວ່າງສອງກົມ ແມ່ນເຕັມໄປດ້ວຍບັນຍາກາດມິດຕະພາບ, ຟົດຟື້ນມ່ວນຊື່ນ ຊຶ່ງຜົນການແຂ່ງຂັນປາກົດວ່າສະເໝີກັນ 5 ປະຕູຕໍ່ 5. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ການແຂ່ງຂັນກິລາມິດຕະພາບ
ການແຂ່ງຂັນກິລາມິດຕະພາບ
https://www.moj.gov.la/lo/node/775
ໃນວັນທີ 20-21 ກຸມພາ 2017 ຢູ່ທີ່ສະໂມສອນຫ້ອງວ່າການປົກຄອງເມືອງລະມາມ ແຂວງເຊກອງ ໄດ້ຈັດຊຸດຝຶກອົບຮົມກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຍຸຕິທຳທາງອາຍາ ເພື່ອສະກັດກັ້ນ ແລະ ຕ້ານ ການຄ້າມະນຸດຂຶ້ນ ໂດຍການເປັນປະທານຂອງ ທ່ານ ແພງສີ ສີລາວີ ກຳມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງໆລະມາມ, ມີ ທ່ານ ສົມບູນ ວົງພະຈັນ ຮອງຫົວໜ້າກົມກົດໝາຍ ກະຊວງຍຸຕິທຳ, ທ່ານ ບຸນລ້ອມ ດວງ ມາລາ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ, ວິຊາການຈາກກົມໂຄສະນາເຜີຍແຜ່ກົດໝາຍກະຊວງຍຸຕິທຳ ແລະ ບັນດາສໍາມະນາກອນຈາກຂະແໜງການຕ່າງໆອ້ອມຂ້າງເມືອງລະມາມ ແຂວງເຊກອງ ເຂົ້າຮ່ວມທັງໝົດ 37 ທ່ານ, ຍິງ 9 ທ່ານ.      ຈຸດປະສົງຂອງຊຸດຝຶກອົບຮົມ ແມ່ນເພື່ອເຮັດໃຫ້ພະນັກງານທີ່ເຮັດໜ້າທີ່ປົກປ້ອງກົດໝາຍ ໂດຍສະເພາະແມ່ນພະນັກງານຂະແໜງການຕ່າງໆອ້ອມຂ້າງເມືອງລະມາມ ແຂວງເຊກອງ ໄດ້ຮັບຮູ້, ເຂົ້າໃຈ ແລະ ສ້າງຄວາມ ເຂັ້ມແຂງໃຫ້ແກ່ລະບົບຍຸຕິທຳທາງອາຍາ ແນໃສ່ຫຼຸດຜ່ອນການຄ້າມະນຸດ ໂດຍການສ້າງຄວາມເຂັ້ມແຂງພາຍໃນປະເທດໃນການປົກປ້ອງ, ການສືບສວນ-ສອບສວນ ແລະ ການດຳເນີນຄະດີກ່ຽວກັບການຄ້າມະນຸດ ພ້ອມທັງ ປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ.      ຊຸດຝຶກອົບຮົມໃນຄັ້ງນີ້ຜູ້ເຂົ້າຮ່ວມ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ສົນທິສັນຍາ ແລະ ອະນຸສັນຍາກ່ຽວກັບການຄ້າບຸກຄົນ, ບັນດານິຕິກຳຂອງ ສປປ ລາວ ກ່ຽວກັບການຄ້າມະນຸດ, ຄວາມສໍາຄັນຂອງການລະບຸຕົວບຸກຄົນ ທີ່ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ການຮ່ວມມືລະຫວ່າງຊາດ ເພື່ອປ້ອງກັນການຄ້າມະນຸດ. ພ້ອມດຽວກັນນັ້ນ, ຍັງໄດ້ຍົກໃຫ້ເຫັນແຕ່ລະກໍລະນີສຶກສາ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າ ແລະ ສະແດງຄວາມຄິດ ເຫັນຕໍ່ກັບການຕ້ານການຄ້າມະນຸດ.        ໃນຕອນທ້າຍຂອງຊຸດຝຶກອົບຮົມ ຕາງໜ້າຄະນະຮັບຜິດຊອບຊຸດຝຶກອົບຮົມ ໄດ້ມອບປືຶ້ມກົດໝາຍ 4 ຂົງເຂດ ຈຳນວນ 10 ຊຸດ ລວມທັງໝົດ 40 ຫົວ ແລະ ສື່ໂຄສະນາຈຳນວນໜຶ່ງ ໃຫ້ແກ່ຫ້ອງການຍຸຕິທຳເມືອງລະມາມ ແຂວງເຊກອງ ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານອີກດ້ວຍ.   ຂ່າວ: ສີປະໄພ,   ພາບ: ຊາຍພິມພອນ, ສຸກສາຄອນ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ຊຸດຝຶກອົບຮົມກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຍຸຕິທຳທາງອາຍາ ເພື່ອສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຢູ່ທີ່ ເມືອງ ລະມາມແຂວງ ເຊກອງ
ຊຸດຝຶກອົບຮົມກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຍຸຕິທຳທາງອາຍາ ເພື່ອສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຢູ່ທີ່ ເມືອງ ລະມາມ, ແຂວງ ເຊກອງ
https://www.moj.gov.la/lo/node/793
ກົມສົ່ງເສີມລະບົບຍຸຕິທຳ ກະຊວງຍຸຕິທຳ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາເວທີພາກພື້ນ ວ່າດ້ວຍການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ລະຍະກາງ ຫາ ລະຍະຍາວ ຈັດຂຶ້ນທີ່ ປະເທດຟິລິບປິນ ໃນຕົ້ນເດືອນ ກຸມພາ 2017 ຜ່ານມານີ້.      ໂດຍການເປັນເຈົ້າພາບຂອງປະເທດ ຟິລິປິນ ແລະ ສະຫະລັດອາເມລິກາ, ຈຸດປະສົງຂອງການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ຖອດຖອນບົດຮຽນກັບບັນດາປະເທດ ທີ່ມີປະສົບການໃນການຊ່ວຍເຫຼືອຜູ້ ຖືກເຄາະຮ້າຍ ຈາກການກໍ່ການຮ້າຍ ເປັນຕົ້ນແມ່ນການຊ່ວຍເຫຼືອການແພດ, ການເງິນ ແລະ ການເຂົ້າເຖິງຂະບວນການຍຸຕິທຳ ເຊັ່ນ ສິດຂອງຜູ້ຖືກເຄາະຮ້າຍຈາກການກໍ່ການຮ້າຍຢູ່ພາກພື້ນ ແລະ ສາກົນ ມີອັນໃດແດ່, ການຟຶ້ນຟູທາງດ້ານການແພດ ແລະ ທາງດ້ານຈິດໃຈ ມີຄືແນວໃດ, ຜູ້ຖືກເຄາະຮ້າຍສາມາດຮຽກຮ້ອງຄ່າຊົດເຊີຍໄດ້ບໍ ເຊັ່ນ ຄ່າປິ່ນປົວສຸຂະພາບ, ຄວາມເສຍຫາຍທາງດ້ານຊັບສິນ, ການເດີນທາງ ຫຼື ພາຫະນະ ແລະ ການເຂົ້າ ເຖິງຂະບວນການຍຸຕິທຳມີຂັ້ນຕອນແນວໃດ ຊຶ່ງປະເທດຝຣັ່ງ ແມ່ນມີບົດຮຽນທີ່ໜ້າສົນໃຈ ຍ້ອນວ່າລັດຖະບານປະເທດດັ່ງກ່າວ ໃຫ້ສິດ ແລະ ໃຫ້ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການກໍ່ການຮ້າຍ  ທີ່ເກີດຂຶ້ນຢູ່ພາຍໃນປະ ເທດຝຣັ່ງ ບໍ່ວ່າຜູ້ຖືກເຄາະຮ້າຍນັ້ນເປັນຄົນສັນຊາດຝຣັ່ງ ຫຼື ສັນຊາດອື່ນກໍຕາມ. ນອກນັ້ນ, ສຳລັບບາງປະເທດ ເປັນຕົ້ນແມ່ນປະເທດ ອິນໂດເນເຊຍ, ມາເລເຊຍ ແລະ ປະເທດ ອາເມລິກາ ເຂົາເຈົ້າມີສູນບັນໃຫ້ການຊ່ວຍເຫຼືອ ຜູ້ຖືກເຄາະຮ້າຍສະເພາະ.      ກອງປະຊຸມຍັງໄດ້ຮັບຟັງ ແລະ ແລກປ່ຽນບົດຮຽນ ຕໍ່ກັບບັນຫາການເຂົ້າເຖິງຂະບວນການຍຸຕິທຳ ຂອງຜູ້ຖືກເຄາະຮ້າຍຈາກການກໍ່ການຮ້າຍ, ການຮັບຮູ້, ຂັ້ນຕອນຮຽກຮ້ອງຄວາມຍຸຕິທຳໃຫ້ຕົນເອງ ຢູ່ບາງປະເທດ; ການ ປະຕິບັດສົນທິສັນຍາຂອງລັດຖະບານ ຂອງບັນດາປະເທດຢູ່ພາກພື້ນ ແລະ ສາກົນ ກ່ຽວກັບການກໍ່ການຮ້າຍ.      ກອງປະຊຸມຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ 61 ທ່ານ ທີ່ມາຈາກ ຫົກ ປະເທດສະມາຊິກອາຊຽນ ເຊັ່ນ ປະເທດປາກິສະຖານ, ປາປົວນິວກີນີ, ສີລັງກາ, ລັດເຊຍ, ສະຫະລັດອາເມລິກາ ແລະ ບັນດາຄູ່ຮ່ວມງານ. ກອງປະຊຸມດຳເນີນ ໄປເປັນເວລາ ສອງວັນເຕັມ ແລະ ອັດລົງດ້ວຍຜົນສຳເລັດອັນຈົບງາມ.   ຂ່າວໂດຍ: ສ. ບຸນຄ້ຳ (ນັກຂ່າວກົມສົ່ງເສີມລະບົບຍຸຕິທຳ) ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມສຳມະນາເວທີພາກພື້ນວ່າດ້ວຍ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການກໍ່ການຮ້າຍ ລະຍະກາງ ຫາ ລະຍະຍາວ
ກອງປະຊຸມສຳມະນາເວທີພາກພື້ນວ່າດ້ວຍ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການກໍ່ການຮ້າຍ ລະຍະກາງ ຫາ ລະຍະຍາວ
https://www.moj.gov.la/lo/node/796
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 27-ກຸມພາ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 26/2/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 26/2/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 26/2/2017
https://www.moj.gov.la/lo/node/797
ໃນວັນທີ 23-24 ກຸມພາ 2017 ຢູ່ທີ່ ສະໂມສອນຫ້ອງວ່າການປົກຄອງເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ຈັດຊຸດຝຶກອົບຮົມກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຍຸຕິທຳທາງອາຍາ ເພື່ອສະກັດກັ້ນ ແລະ ຕ້ານ ການຄ້າມະນຸດຂຶ້ນ ໂດຍການເປັນປະທານຂອງທ່ານ ນາງ ພຸດມະໄລພອນ ແກ້ວວົງສາ ກຳມະການພັກເມືອງ ຮອງເຈົ້າເມືອງສາມັກຄີໄຊ; ມີທ່ານ ບຸນລ້ອມ ດວງມາລາ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸ ຕິທຳ, ທ່ານ ສົມບູນ ວົງພະຈັນ ຮອງຫົວໜ້າກົມກົດໝາຍກະຊວງຍຸຕິທຳ, ວິຊາການຈາກກົມໂຄສະນາເຜີຍແຜ່ກົດໝາຍກະຊວງຍຸຕິທຳ ແລະ ບັນດາສໍາມະນາກອນຈາກຂະແໜງການຕ່າງໆອ້ອມຂ້າງເມືອງສາມັກຄີໄຊ ແຂວງ ອັດຕະປື ເຂົ້າຮ່ວມທັງໝົດ 35 ທ່ານ, ຍິງ 17 ທ່ານ.      ຈຸດປະສົງຂອງຊຸດຝຶກອົບຮົມແມ່ນເພື່ອເຮັດໃຫ້ພະນັກງານທີ່ເຮັດໜ້າທີ່ປົກປ້ອງກົດໝາຍໂດຍສະເພາະແມ່ນພະນັກງານຂະແໜງການຕ່າງໆອ້ອມຂ້າງເມືອງສາມັກຄີໄຊ ໄດ້ຮັບຮູ້, ເຂົ້າໃຈ ແລະ ສ້າງຄວາມເຂັ້ມແຂງໃຫ້ ແກ່ລະບົບຍຸຕິທຳທາງອາຍາ ແນໃສ່ຫຼຸດຜ່ອນການຄ້າມະນຸດ ໂດຍການສ້າງຄວາມເຂັ້ມແຂງພາຍໃນປະເທດໃນການປົກປ້ອງ, ການສືບສວນ-ສອບສວນ ແລະ ການດຳເນີນຄະດີກ່ຽວກັບການຄ້າມະນຸດ ພ້ອມທັງປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ.      ຊຸດຝຶກອົບຮົມໃນຄັ້ງນີ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ສົນທິສັນຍາ ແລະ ອະນຸສັນຍາກ່ຽວກັບການຄ້າບຸກຄົນ, ບັນດານິຕິກຳລາວກ່ຽວກັບການຄ້າມະນຸດ, ຄວາມສໍາຄັນຂອງການລະບຸຕົວບຸກຄົນທີ່ຖືກເຄາະຮ້າຍ ຈາກການຄ້າມະນຸດ ແລະ ການຮ່ວມມືລະຫວ່າງຊາດເພື່ອປ້ອງກັນການຄ້າມະນຸດ ພ້ອມດຽວກັນນັ້ນຍັງໄດ້ມີການຍົກກໍລະນີສຶກສາຂຶ້ນ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າ ແລະ ສະແດງຄວາມຄິດເຫັນ.      ໃນຕອນທ້າຍຂອງຊຸດຝຶກອົບຮົມ ຕາງໜ້າຄະນະຮັບຜິດຊອບຊຸດຝຶກອົບຮົມໄດ້ມອບປື້ມກົດໝາຍ 4 ຂົງເຂດຈຳນວນ 10 ຊຸດ ລວມທັງໝົດ 40 ຫົວ ພ້ອມດ້ວຍສື່ໂຄສະນາຈຳນວນໜຶ່ງໃຫ້ແກ່ຂະແໜງການຕ່າງໆອ້ອມ ຂ້າງເມືອງສາມັກຄີໄຊ, ແຂວງອັດຕະປື ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານຂອງຕົນ; ນອກນັ້ນ, ຍັງໄດ້ມອບເຄື່ອງກິລາຈຳນວນ 13 ຊຸດ ລວມເປັນເງິນ 585.000 ກີບ (ຫ້າແສນແປດໝື່ນຫ້າພັນກີບ) ໃຫ້ແກ່ ຫ້ອງການຍຸຕິທໍາເມືອງສາມັກຄີໄຊ, ແຂວງອັດຕະປື ເພື່ອນຳໃຊ້ເຂົ້າໃນຂະບວນການແຂ່ງຂັນຂະແໜງການຍຸຕິທຳ 4 ແຂວງພາກໃຕ້ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 3 ຫາ 7 ມີນາ 2017 ທີ່ແຂວງອັດຕະປື. ຂ່າວ: ສີປະໄພ,   ພາບ: ຊາຍພິມພອນ, ສຸກສາຄອນ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ເມືອງສາມັກຄີໄຊແຂວງອັດຕະປື ຍົກລະດັບຄວາມຮັບຮູ້ຄວາມເຂົ້າໃຈ ກ່ຽວກັບ ການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຍຸຕິທຳທາງອາຍາ ແນໃສ່ຫຼຸດຜ່ອນການຄ້າມະນຸດ
ເມືອງສາມັກຄີໄຊ, ແຂວງອັດຕະປື ຍົກລະດັບຄວາມຮັບຮູ້, ຄວາມເຂົ້າໃຈ ກ່ຽວກັບ ການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຍຸຕິທຳທາງອາຍາ ແນໃສ່ຫຼຸດຜ່ອນການຄ້າມະນຸດ
https://www.moj.gov.la/lo/node/800
ໂດຍປະຕິບັດຕາມຂໍ້ຕົກລົງຂອງ ລັດຖະມົນຕີກະຊວງຍຸຕິທຳ ສະບັບເລກທີ 181/ກຍ, ລົງວັນທີ 22 ກຸມພາ 2017 ວ່າດ້ວຍການອະນຸມັດເປີດຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ, ໃນວັນທີ 27 ກຸມພາ 2017 ກະ ຊວງຍຸຕິທຳ ຕາງໜ້າໂດຍກົມສົ່ງເສີມລະບົບຍຸຕິທຳ ຮ່ວມກັບມູນນິທິເອເຊຍ ປະຈຳລາວ (The Asia Foundation) ໄດ້ມີພິທີເປີດຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ ຢູ່ທີ່ສະໂມສອນເມືອງແກ່ນທ້າວ ແຂວງ ໄຊຍະບູລີ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ປອ. ເສີມສຸກ ສິມພະວົງ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທຳ ມີແຂກຖືກເຊີນ, ນັກສຶກສາກົດໝາຍຝຶກງານ ເຂົ້າຮ່ວມທັງໝົດທັງໝົດ 221 ຄົນ, ​ຍິງ 45 ຄົນ.      ຈຸດປະສົງຂອງການເປີດຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ ຢູ່ຂັ້ນເມືອງໃນເທື່ອນີ້ ແມ່ນເພື່ອໃຫ້ເປັນໜ່ວຍງານໜຶ່ງໃນການຊ່ວຍເຫຼືອບໍລິການດ້ານກົດໝາຍ ຊ່ວຍຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ ຂັ້ນ ແຂວງໃຫ້ແກ່ປະຊາຊົນທີ່ຢູ່ເຂດຫ່າງໄກສອກຫຼີກ ທີ່ບໍ່ສາມາດໄປໃຊ້ບໍລິການທາງດ້ານກົດໝາຍຢູ່ຂັ້ນແຂວງໄດ້. ນອກຈາກນັ້ນ ການເປີດຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ ຢູ່ຂັ້ນເມືອງ ຍັງສ້າງຄວາມສະດວກສະບາຍ ໃຫ້ແກ່ປະຊາຊົນຢູ່ເຂດເມືອງໃກ້ຄຽງ ທີ່ມີຄວາມສົນໃຈທາງດ້ານກົດໝາຍ ຫຼື ຜູ້ທີ່ມີຄະດີ ສາມາດເຂົ້າໄປຮັບການບໍລິການປຶກສາດ້ານກົດໝາຍໄດ້ງ່າຍຂຶ້ນ, ຫຼຸດຜ່ອນເວລາ ແລະ ຄ່າໃຊ້ຈ່າຍ.      ການເປີດຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ ຢູ່ຫ້ອງການຍຸຕິທຳເມືອງ ແກ່ນທ້າວ ຄັ້ງນີ້ ຖືວ່າເປັນແຫ່ງທໍາອິດທີ່ໄດ້ເປີດຢູ່ຂັ້ນເມືອງ, ຜ່ານມາກະຊວງຍຸຕິທຳ ໄດ້ເປີດຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍແລ້ວ ຢູ່ຂັ້ນແຂວງໄດ້ 5 ແຂວງ ຄື ແຂວງ ໄຊຍະບູລີ, ອຸດົມໄຊ, ຊຽງຂວາງ, ນະຄອນຫຼວງວຽງຈັນ ແລະ  ແຂວງ ສະຫວັນນະເຂດ. ໃນອາທິດດຽວກັນ ກໍໄດ້ເປີດຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ ຕຶ່ມອີກໜຶ່ງແຫ່ງ ຄືຢູ່ເມືອງ ຊຽງຮ່ອນ ແຂວງ ໄຊຍະບູລີ. ຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ ທັງສອງແຫ່ງນີ້ ຕັ້ງຢູ່ຫ້ອງການຍຸຕິທຳເມືອງ ແກ່ນທ້າວ ແລະ ເມືອງ ຊຽງຮ່ອນ ແຂວງ ໄຊຍະບູລີ.      ພ້ອມດຽວກັນນີ້, ມູນນິທິເອເຊຍ ປະຈຳລາວ, ໃນນາມຄູ່ຮ່ວມງານຂອງກະຊວງຍຸຕິທຳ ຍັງໄດ້ມອບເຄື່ອງອຸປະກອນເຄື່ອງໃຊ້ປະກອບໃສ່ຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ ທັງສອງແຫ່ງ ລວມມີ ກ້ອງຖ່າຍຮູບ 02 ໜ່ວຍ, ຄອມພິວເຕີໂນດບຸກ 02  ໜ່ວຍ, ຈັກປິ່ນເອກະສານຕິດສະແນນເນີ 02 ໜ່ວຍ, ຕູ້ລຳໂພງເຄື່ອນທີ່ 02 ໜ່ວຍ ລວມມູນຄ່າທັງໝົດ ສອງພັນກວ່າ ໂດລາສະຫະລັດ.      ໂອກາດດັ່ງກ່າວ ທ່ານປະທານກອງປະຊຸມ ໄດ້ມີຄຳເຫັນ ກ່ຽວກັບຄວາມໝາຍສຳຄັນຂອງການເປີດຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ. ພ້ອມດຽວກັນນັ້ນ, ທ່ານກໍໄດ້ເນັ້ນໜັກໃຫ້ການນຳຂອງພະແນກຍຸຕິທຳ ແຂວງ ແລະ ເມືອງທີ່ຮັບຜິດຊອບ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາຢ່າໃກ້ຊິດຕິດແທດ, ຮຽກຮ້ອງໃຫ້ພະນັກງານທີ່ຮັບຜິດຊອບວຽກງານດັ່ງກ່າວ ຈົ່ງເພີ່ມຄວາມເອົາໃຈໃສ່ໃຫ້ຫຼາຍໃນການສຶກສາ, ຄົ້ນຄວ້າທາງດ້ານວິຊາການກົດ ໝາຍ ເພື່ອໃຫ້ຄຳປຶກສາ ແລະ ຮັບໃຊ້ພໍ່ແມ່ປະຊາຊົນດ້ວຍຄວາມບໍລິສຸດ, ຈິງໃຈ. ພ້ອມທັງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ທີ່ມີຄວາມສົນໃຈດ້ານກົດໝາຍ ຫຼື ຜູ້ທີ່ມີຄະດີ ເຂົ້າໄປນຳໃຊ້ບໍລິການຢູ່ຫ້ອງການດັ່ງກ່າວໃຫ້ ນັບມື້ນັບກວ້າງຂວາງ.   ຂ່າວ ແລະ ພາບໂດຍ: ສ. ບຸນຄ້ຳ (ນັກຂ່າວກົມສົ່ງເສີມລະບົບຍຸຕິທຳ) ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ທີ່ຫ້ອງການຍຸຕິທຳເມືອງແກ່ນທ້າວ ແລະ ເມືອງຊຽງຮ່ອນ
ເປີດຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ ຢູ່ເມືອງແກ່ນທ້າວ ແລະ ເມືອງຊຽງຮ່ອນ ແຂວງໄຊຍະບູລີ
https://www.moj.gov.la/lo/node/801
ໃນຕອນບ່າຍຂອງວັນທີ 24 ກຸມພາ 2017 ທີ່ກະຊວງຍຸຕິທຳ ທ່ານ ນາງ ສີ​ສຸດາ ​ໂສພາ​ວັນ​ດີ ຮອງ​ຫົວໜ້າກົມ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ ກະຊວງ​ຍຸຕິ​ທຳ ພ້ອມ​ດ້ວຍ​ຄະນະ,  ໄດ້ຕ້ອນຮັບການພົບ​ປະ​ ແລກປຽ່ນບົດ​ຮຽນ ວຽກງານ​ສື່ສິ່ງພິມ ນຳພາໂດຍ ທ່ານ ດ້າວ ວັນ ​ໂຮ້ຍ ຫົວໜ້າບັນນາທິການ​ໜັງສື​ພິມ​ກົດໝາຍ ​ແຫ່ງ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ ​ເນື່ອງ​​ໂອກາດທີ່​ເດີນທາງ​ມາ​ຢຽ້ມຢາມ ​ແລະ ​ເຮັດ​ວຽກ ຢູ່ ສປປ ລາວ.      ພ້ອມດຽວກັນນັ້ນ ທ່ານ ນາງ ສີ​ສຸດາ ​ໂສພາ​ວັນ​ດີ ພ້ອມດ້ວຍຄະນະ ກໍໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການພົບ​ປະ​ແລກປຽ່ນ ​ແລະ ​ເຮັດ​ວຽກ​ຂອງ ທ່ານ ດ້າວ ວັນ ໂຮ້ຍ ​ໃນ​ຄັ້ງ​ນີ້ ຊຶ່ງເປັນການປະ ກອບສ່ວນທີ່ສຳຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ກົມ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ​ແລະ ຄະນະ​ບັນນາທິການໜັງສື​ພິມ​ກົດໝາຍ ​ແຫ່ງ ສສ ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນເລື້ອຍໆ.      ຈາກນັ້ນ ທັງສອງຝ່າຍ ກໍໄດ້ລາຍງານສະພາບຈຸດພິເສດ ແລະ ການເຄື່ອນໄຫວວຽກງານ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ ​ໃຫ້​ກັນ​ໄດ້​ຮັບ​ຊາບ​ເປັນ​ຕົ້ນ​ ສະພາບ​ລວມວຽກງານໂຄສະນາ​ເຜີຍ​ແຜ່​ກົດໝາຍ​ໂດຍ​ຜ່ານ​ສື່​ມວນ​ຊົນ​ເປັນ​ຕົ້ນ​ແມ່ນ ທາງ​ໂທລະພາບ, ວິທະຍຸ, ວາລະສານ, ໜັງສື​ພິມ ​ເວັ​ບ​ໄຊ ​ແລະ ​ແອັບ​ພິ​ເຄຊັນ​ກົດໝາຍ, ພ້ອມ​ດຽວກັນ​ນັ້ນ ທັງ​ສອງ​ຝ່າຍ​ຍັງ​ໄດ້​ປຶກສາ​ຫາລື​ກັນ​ກຽ່ວກັບ​ທິດ​ທາງແຜນການ​ຮ່ວມມື​ໃນ​ຕໍ່ໜ້າຕໍ່​ກັບ​ວຽກງານ​ດັ່ງ ກ່າວ.         ທ່ານ ດ້າວ ວັນ ໂຮ້ຍ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ທ່ານ ຮອງ​ຫົວໜ້າກົມ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ ກະຊວງ​ຍຸຕິ​ທຳ ລາວ  ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ອຳນວຍຄວາມສະດວກໃຫ້ທຸກດ້ານໃນ ການເຄື່ອນໄຫວພົບ​ປະ​ແລກປຽ່ນ ​ແລະ ເຮັດວຽກຢູ່ ສປປ ລາວ ​ໃນ​ຄັ້ງ​ນີ້​​​. ຂ່າວ ແລະ ພາບໂດຍ ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ຕ້ອນຮັບການພົບປະ ແລກປຽ່ນບົດຮຽນວຽກງານສື່ສິ່ງພິມ ກັບຄະນະບັນນາທິການໜັງສືພິມກົດໝາຍ ແຫ່ງ ສສ ຫວຽດນາມ
ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ຕ້ອນຮັບການພົບປະ ແລກປຽ່ນບົດຮຽນວຽກງານສື່ສິ່ງພິມ ກັບຄະນະບັນນາທິການໜັງສືພິມກົດໝາຍ ແຫ່ງ ສສ ຫວຽດນາມ
https://www.moj.gov.la/lo/node/802
​        ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 24 ກຸມພາ 2017 ຢູ່​ທີ່​ພະ​ແນ​ກຍຸຕິ​ທໍາ​ນະຄອນຫຼວງວຽງຈັນ ​ໄດ້​ຈັດ​ກອງ​ປະຊຸມ​ພົບ​ປະ​ໂອ້​ລົມ ​ແລະ ​ແລກປຽ່ນບົດຮຽນດ້ານ​ວຽກງານ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ​ກັບພະນັກງານ​ຫ້ອງ ການ ​ແລະ ໜວ່ຍງານ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ​ແຕ່ລະ​ເມືອງ ​ທົ່ວ​ນະຄອນຫຼວງວຽງຈັນ ​ໂດຍ​ການ​ເປັນ​ປະທານ​ຂອງ​ ທ່ານ ​ໄພ​ວີ ສີ​ບົວ​ລິ​ພາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ທັງ​ເປັນ​ຜູ້​ຊີ້​ນຳ​ວຽກງານ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ, ມີຄະນະ​ນຳ​ຂອງ​ກົມ​ຄຸ້ມ​ຄອງ​ການຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ, ພະ​ແນ​ກຍຸຕິ​ທຳ​ນະຄອນຫຼວງວຽງຈັນ, ໜວ່ຍງານ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ​ຂອງ​ເມືອງ ​​ຕະຫຼອດຮອດພະນັກງານ-ລັດຖະ ກອນ​ ທີ່​ເຮັດ​ວຽກງານ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ​ເຂົ້າ​ຮວ່ມ ຈຳນວນ 110 ຄົນ,​ຍິງ 52 ຄົນ.           ​ໃນ​ກອງປະຊຸມ​ ທ່ານ ສີວິ​ໄລ ທະວີ​ສິນ ຫົວໜ້າຫ້ອງການ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ ​ນະຄອນຫຼວງວຽງຈັນ ​ໄດ້​ຂຶ້ນ​ລາຍ​ງານກຽ່ວກັບ​ສະພາບ​ການ​ເຄື່ອນ​ໄຫວ​ວຽກງານ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ ຊຶ່​ງ​ໄດ້​ຍົກ​ໃຫ້ເຫັນຜົນງານ​ທີ່​ຍາດ​ມາ​ໄດ້​ໃນ​ລະຍະ 1 ປີ​ຜ່ານ​ມາ​, ມີ​ທັງ​ຂໍ້ສະດວກ ​ແລະ ຂໍ້ຄົງຄ້າງ ​ພ້ອມ​ທັງກຳນົດ​ທິດ​ທາງ​​ແຜນການ​ວຽກງານຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ​ ໃນ​ຕໍ່ໜ້າ. ຫຼັງຈາກ​ນັ້ນ, ບັນດາ​ຫົວໜ້າໜວ່ຍງານ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານຂອງ​ແຕ່ລະ​ເມືອງ ​ກໍ​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນຢ່າງ​ກົງ​ໄປ​ກົງ​ມາ ໂດຍ​ສະ​ເພາະ​ລົງ​ເລິກ​ບັນຫາຄົງ​ຄ້າງ​ໃນ​ການ​ປະຕິບັດໜ້າທີ່​ວິຊາ​ສະ​ເພາະ​ໃນ​ລະຍະ​ຜ່ານ​ມາ  ​ເພື່ອ​ຮັບປະກັນໃຫ້ຄຳ​ຕັດສີນ​ຂອງ​ສານ​​ ໄດ້ຮັບ​ການຈັດ​ຕັ້ງ​ປະຕິບັດ​ຢ່າງຖືກຕ້ອງ, ວ່ອງ​ໄວ ​ແລະ ມີ​ປະສິດທິພາບ, ຫຼຸດຜ່ອນ​ຫາງ​ສຽງຂອງ​ສັງຄົມ​ຕໍ່​ອົງການ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ ກໍ​ຄື ຫ້ອງການ ​ແລະ ໜວ່ຍງານ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ​ທົ່ວ​ນະຄອນຫຼວງວຽງຈັນ.           ​ໃນ​ຕອນ​ທ້າຍ​ຂອງກອງປະຊຸມ ທ່ານ ​ໄພວີ ສີ​ບົວ​ລິ​ພາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ກໍ​ໄດ້​ໃຫ້ກຽດ​ໂອ້​ລົມ ຊຶ່ງກ່ອນ​ອື່ນ​ທ່ານ​​ໄດ້​ກ່າວ​ຍ້ອງຍໍ​ຊົມ​ເຊີຍ​ຜົນສຳ​ເລັດ​ໃນການ​ປະຕິບັດໜ້າທີ່​ວຽກງານ​ຈັດ​ຕັ້ງ​ປະຕິບັດ​ຄຳຕັດ ສີນ​ຂອງ​ສານ ​ໃນ​ລະຍະ​ຜ່ານ​ມາ. ພ້ອມ​ດຽວກັນ​ນັ້ນ, ​ທ່ານ​ຍັງ​ໄດ້​ເນັ້ນໜັກ​ໃຫ້​ຄະນະ​ນຳ​ ກໍ​ຄື​ ພະນັກງານ-ລັດຖະກອນ​ ທີ່​ເຮັດ​ວຽກຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ​ ຈົ່ງ​ພ້ອມ​ກັນ​ເອົາ​ໃຈ​ໃສ່ປະຕິບັດໜ້າທີ່​ດ້ວຍ​ຄວາມ​ຮັບຜິດ ຊອບ​ສູງ,​ ເພີ່ມ​ທະວີ​ການ​ປະສານ​ສົມທົບ​ກັບ​ພາກ​ສ່ວນທີ່​ກຽ່ວຂ້ອງ ​ເພື່ອ​ເຮັດ​ໃຫ້​ຄຳ​ຕັດສີນ​ຂອງ​ສານ ​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ​ຢ່າງ​ຖືກຕ້ອງ, ມີ​ປະສິດທິພາບ ​ແລະ ມີ​ຄວາມ​ຍຸຕິ​ທຳ. ຂ່າວ ແລະ ຮູບພາບໂດຍ ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ທ່ານຮອງລັດຖະມົນກະຊວງຍຸຕິທຳ ລົງພົບປະໂອ້ລົມພະນັກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານນະຄອນຫຼວງວຽງຈັນ
ທ່ານຮອງລັດຖະມົນກະຊວງຍຸຕິທຳ ລົງພົບປະໂອ້ລົມພະນັກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານນະຄອນຫຼວງວຽງຈັນ
https://www.moj.gov.la/lo/node/803
ເນື່ອງໃນໂອກາດວັນແມ່ຍິງສາກົນ ຄົບຮອບ 107 ປີ ຮາກຖານສະຫະພັນແມ່ຍິງ ສະຖາບັນຍຸຕິທຳແຫ່ງຊາດ ໄດ້ຈັດຂະບວນການແຂ່ງຂັນກິລາ ແລະ ປາຖະກະຖາມູນເຊື້ອວັນແມ່ຍິງສາກົນຂຶ້ນ ໃນລະຫວ່າງວັນທີ 5-7 ມີນາ 2017 ຢູ່ທີ່ສະໂມສອນສະຖາບັນຍຸຕິທຳແຫ່ງຊາດ ໂດຍການເປັນປະທານຂອງທ່ານ ບຸນຕາ ສ.ຜາບມີໄຊ ຄະນະພັກກະຊວງ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ມີທ່ານ ນ. ປາດຖະໜາ ບຸນເພັງ ຄະນະສະຫະພັນແມ່ຍິງກະຊວງຍຸຕິທຳ, ບັນດາແຂກຖືກເຊີນ, ຄູ-ອາຈານ ແລະ ນັກສຶກສາສະຖາບັນຍຸຕິທຳແຫ່ງຊາດເຂົ້າຮ່ວມ.      ຈຸດປະສົງແມ່ນເພື່ອສ້າງຂະບວນການຄໍານັບຮັບຕ້ອນວັນແມ່ຍິງສາກົນທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ພ້ອມທັງເປັນການສ້າງຄວາມສາມັກຄີໃຫ້ແກ່ບັນດາຄູ-ອາຈານ ແລະ ນັກສຶກສາສະຖາບັນຍຸຕິ ທຳແຫ່ງຊາດ ສຳລັບກິລາທີ່ນຳມາແຂ່ງຂັນໃນຄັ້ງນີ້ປະກອບມີ ກິລາບານສົ່ງ ແລະ ກິລາມວນຊົນ. ພາຍຫຼັງແຂ່ງຂັນກິລາສຳເລັດແລ້ວ ຜູ້ເຂົ້າຮ່ວມກໍໄດ້ຮັບຟັງການຜ່ານບົດສະຫຼຸບຜົນງານການເຄື່ອນໄຫວວຽກງານປະຈຳປີ 2016 ແລະ ທິດທາງແຜນການປະຈຳປີ 2017 ຂອງຮາກຖານສະຫະພັນແມ່ຍິງສະຖາບັນຍຸຕິທຳແຫ່ງຊາດ, ພ້ອມທັງຮັບຟັງການເລົ່າມູນເຊື້ອວັນແມ່ຍິງສາກົນ ເປັນຕົ້ນກ່ຽວກັບຕົ້ນກຳເນີດ ແລະ ຄວາມໝາຍຄວາມສຳຄັນ ຂອງວັນແມ່ຍິງສາກົນ ຊຶ່ງວັນທີ 8 ມີນາ ແມ່ນເຫດການທາງການເມືອງທີ່ສຳຄັນ, ເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານຂອງແມ່ຍິງສາກົນໃນການຕໍ່ສູ້ທວງເອົາສິດ ແລະ ຜົນປະໂຫຍດອັນຊອບທຳໃຫ້ແກ່ແມ່ຍິງໃນທົ່ວ ໂລກ ທວງໃຫ້ມີສິດສະເໝີພາບປະຊາທິປະໄຕ ແລະ ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ ແລະ ໃນຕອນທ້າຍຂອງພິທີ ກໍໄດ້ມີການມອບລາງວັນໃຫ້ແກ່ທີມນັກກິລາທີ່ຊະນະໃນການແຂ່ງຂັນອີກດ້ວຍ. ຂ່າວ: ສີປະໄພ  ພາບ: ສົມຫວັງ, ອ່ອນຄຳ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ຮາກຖານສະຫະພັນແມ່ຍິງ ສະຖາບັນຍຸຕິທຳແຫ່ງຊາດ ຈັດປາຖະກະຖາມູນເຊື້ອວັນແມ່ຍິງສາກົນ ຄົບຮອບ 107 ປີ
ຮາກຖານສະຫະພັນແມ່ຍິງ ສະຖາບັນຍຸຕິທຳແຫ່ງຊາດ ຈັດປາຖະກະຖາມູນເຊື້ອວັນແມ່ຍິງສາກົນ ຄົບຮອບ 107 ປີ
https://www.moj.gov.la/lo/node/804
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 06-ມີນາ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 5/3/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 5/3/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 5/3/2017
https://www.moj.gov.la/lo/node/805
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 15-ມີນາ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 12/3/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 12/3/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 12/3/2017
https://www.moj.gov.la/lo/node/809
ເພື່ອປະຕິບັດຕາມຂັ້ນຕອນຂອງການສ້າງກົດໝາຍ ຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍການສ້າງນິຕິກຳ ໃນລະຫວ່າງວັນທີ 14-17 ມີນາ 2017 ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບຮ່າງປະມວນກົດ ໝາຍແພ່ງ ຮ່ວມກັບສະມາຊິກ ສະພາແຫ່ງຊາດ ຄັ້ງທີ 2 ຂຶ້ນ ຢູ່ທີ່ໂຮງແຮມປາກເຊ, ແຂວງຈຳປາສັກ ໂດຍການສະໜັງສະໜູນຂອງໂຄງການພັດທະນາຊັບພະຍາກອນມະນຸດໃນຂົງເຂດຍຸຕິທຳ (Jica) ພາຍໃຕ້ການເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທຳ, ທ່ານ ສຈ. ເກດ ກຽດຕິສັກ ຮອງລັດຖະມົນຕີກະຊວງຍຸຕິທຳ ຫົວໜ້າຄະນະສ້າງຮ່າງປະມວນກົດໝາຍແພ່ງ ປະທານຮ່ວມ, ມີບັນດາທ່ານ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ທີ 12 ຫາ ເຂດເລືອກຕັ້ງ ທີ 17  ແລະ ຄະນະຮັບຜິດຊອບສ້າງປະມວນກົດໝາຍແພ່ງເຂົ້າຮ່ວມ ຈຳນວນທັງໝົດ 60 ທ່ານ.          ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອແລກປ່ຽນຄຳຄິດເຫັນຮ່ວມກັບສະມາຊິກສະພາແຫ່ງຊາດກ່ອນນຳຮ່າງປະມວນກົດໝາຍແພ່ງເຂົ້າທາບທາມຄຳເຫັນຢູ່ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດ ທີ 8 ຂອງທ້າຍເດືອນເມສາ 2017 ນີ້. ສຳລັບເນື້ອໃນທີ່ນຳເຂົ້າໃນກອງປະຊຸມສຳມະນາເທື່ອນີ້ ປະກອບມີ ພາກບົດບັນຍັດທົ່ວໄປ; ບຸກຄົນ ແລະ ນິຕິບຸກຄົນ; ຄອບຄົວ; ຊັບ, ກຳມະສິດ ແລະ ສິດຕໍ່ຊັບອື່ນ; ຂໍ້ຜູກພັນໃນສັນຍາ, ການຄ້ຳປະກັນ; ຂໍ້ຜູກພັນນອກສັນຍາ ແລະ ມູນມໍຣະດົກ ຊຶ່ງຜູ້ເຂົ້າຮ່ວມກໍໄດ້ພ້ອມກັນປຶກສາຫາລືຄົ້ນຄວ້າ ແລະ ປະກອບຄຳເຫັນໃສ່ຮ່າງປະມວນກົດໝາຍແພ່ງດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ຮ່າງປະມວນກົດ   ໝາຍສະບັບດັ່ງກ່າວຄົບຖ້ວນ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ໃນພາກຕົວຈິງ ໃນເງື່ອນໄຂເສດຖະກິດຕະຫຼາດທີ່ມີການແກ້ງແຍ່ງແຂ່ງຂັນຢູ່ປະເທດເຮົາ ແລະ ການເຊື່ອມໂຍງກັບສາກົນ.   ຂ່າວ: ສີປະໄພ   ພາບ: ຈັນທະວີສຸກ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມສຳມະນາກ່ຽວກັບຮ່າງປະມວນກົດໝາຍແພ່ງ ທີ່ແຂວງຈຳປາສັກ
ກອງປະຊຸມສຳມະນາກ່ຽວກັບຮ່າງປະມວນກົດໝາຍແພ່ງ ທີ່ແຂວງຈຳປາສັກ
https://www.moj.gov.la/lo/node/812
ເພື່ອ​ເປັນ​ການ​ເສີມສ້າງ​ຄວາມ​ສາມັກ​ຄີ, ຮັກ​ແພງ ​ແລະ ກາ​ນຮ່ວມ​ມື​ຂອງ​ບັນ​ດາ​ປະ​ເທດ​ພາກ​ພື້ນ​ແມ່​ນ້ຳຂອງ​ເວົ້າ​ລວມ ​ເວົ້າ​ສະ​ເພາະ​ ແມ່ນ​​ເພື່ອ​ເປັນ​ການ​ສົ່ງ​ເສີມ ​ແລະ ​ແລກປ່ຽນ​ບົດຮຽນ​ວຽກງານ​ວັດທະນະ​ທຳ​ຮີດຄອງ​ປະ​ເພນີ, ​ເສດຖະກິດ​ສັງຄົມ ລະຫວ່າງ​ຊາວ​ໜຸ່ມ​ລາວ ກັບ​ຊາວ​ໜຸ່ມ​ຂອງ​ບັນດາ​ປະ​ເທດ​ລຸ່ມ​ແມ່​ນ້ຳຂອງ ​ໃຫ້​ນັບ​ມື້​ນັບ​ກວ້າງຂວາງ​ຂຶ້ນ ​ແລະ ມີ​ການ​ພົວພັນ​ທີ່​ແໜ້ນ​ແຟ້ນ, ສະຫາຍ ສົມບູນ ຄຸນ​ນະ​ວົງ ຫົວໜ້າ​ພະ​ແນ​ກສົ່ງ​ເສີມ​ວຽກ​​ເຮັດ​ງານ​ທຳ, ກົມ​ພັດ​ທະ​ນາ​ວິຊາ​ຊີບ, ສູນ​ກາງ​ຊາ​ວໜຸ່ມ ​ປະຊາຊົນ​ປະຕິ​ວັດ​ລາວ ​ໄດ້​ນຳພາ​ຄະນະ​ຊາວ​ໜຸ່ມ​ລາວ ​ໄປ​ເຂົ້າຮ່ວມ​ໂຄງການ​ຊາວ​ໜຸ່ມ​​ເດີນ​​ແມ່​ນ້ຳລ້ານ​ຊ້າງ-​ແມ່​ນ້ຳຂອງ ຈັດ​ຂຶ້ນ​ທີ່​ ຣາຊະ​ອານາຈັກ​ໄທ ​ແລະ ປະ​ເທດ ສາທາລະນະ​ລັດ ປະຊາ​ຊົນ​ຈີນ ໃນ​ລະຫວ່າງ​ວັນ​ທີ 11-19 ມີນາ 2017 ມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 55 ສະຫາຍ ທີ່​ມາ​ຈາກ ປະ​ເທດ ສປປ ລາວ, ສສ ຫວຽດນາມ, ຣາຊະ​ອານາ​ຈັກ​ໄທ, ກຳປູ​ເຈຍ ​ແລະ ສປ ຈີນ.      ການ​ເຄື່ອນ​ໄຫ​ວກິດ​ຈະ​ກຳ​ໃນ​ຄັ້ງ​ນີ້ ບັນດາ​ຊາ​ວໜຸ່ມ ​ໄດ້​ທັດສະນະ​ສຶກສາ​ເບິ່ງ​ໂຄງການລີ່​​ເລີມການ​ພັດ​ທະນາ​ເຂດ​ສູງ ດອຍ​ຕຸ​ງ ​ຂອງ​​ແມ່​ຟ້າ​ຫຼວງ, ທັດສະນະ​ສຶກສາ ​ແລະ ຮັບ​ຟັງ​ຄວາມ​ເປັນ​ມາ​ຂອງ​ຝິ່ນທີ່​ຫໍ​ຝິ່ນ (Hall of Opium), ທັດສະນະ​ສຶກສາ​ມະຫາວິທະຍາ​ໄລ ​ແມ່​ຟ້າ​ຫຼວງ ​ແຂວງ ຊຽງລາຍ, ພົບ​ປະ​ແລກປ່ຽນກັບ​ນັກ​ສຶກສາ ​ແລະ ​ເຮັດ​ກິດຈະກຳ​ຮ່ວມ​ກັນ, ທັດສະນະ​ສຶກສາ ຮັບ​ຟັງ​ຄວາມ​ເປັນ​ມາ​​ຂອງ​ຊົນ​ເຜົ່າຕ່າງໆ ທີ່​ສູນ​ພັດ​ທະນາ​ລາດ​ຊະ​ດອນ ​ເຂດ​ສູງ (Tribes of Museum), ທັດສະນະ​ສຶກສາ ​ແລະ ​ເຮັດ​ກິດ​ຈະ​ກຳ​ທີ່​ສູນ​ພັດ​ທະນາເສດຖະກິດ​ພໍ​ພຽງ ຫ້ວຍຮ່ອງ​ໄຄຣ້ ຊຶ່ງ​ເປັນ​ໂຄງການ​ລິ​ເລີ່​ມຂອງກະສັດ ພູມີ​ພົນ ​ອະດຸນ​ຍະ​ເດ​ດ, ຢ້ຽມ​ຊົມ​ສະຖານ​ທາງ​ດ້ານ​ວັດ​ທະນະ​ທຳ ພະທາດ​ດອຍ​ສຸ​ເທບ ​ແຂວງ ຊຽງ​ໃໝ່; ທັດສະນະ​ສຶກສາມະຫາວິທະຍາ​ໄລ ຢຸນນານ (Yunnan University), ສູນ​ຄົ້ນ​ນະ​ວັດຕະ​ກຳວິທະຍາສາດ​ທັດສະ​ເປສ (TusKspace), ປູກ​ຕົ້ນ​​ໄມ້​ທີ່​ສວນ​ມິດຕະພາບ ​ແລະ ມີ​ການ​ແລກປ່ຽນ ບົດຮຽນ​ກັບ​ນັກ​ສຶກສາລາ​ວ ຢູ່​ທີ່​ມະຫາວິທະຍາ​ໄລ​ດັ່ງກ່າວ, ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ຂອງກຸ່ມ​ບໍລິສັດ ຢູນນານ ສະ​ເຕດ ຟາມ ຈຳກັດ (Yunnan State Farms Group Company Limited) ທີ່​ດຳ​ເນີນ​ກິດ​ຈະ​ກໍາການ​ປູກ​ຢາງ​ພາລາຢູ່​ບັນດາ​ປະ​ເທດ​ລຸ່ມ​ແມ່​ນ້ຳຂອງເວົ້າ​ລວມ​ ເວົ້າ​ສະ​ເພາະ​ແມ່ນ​ຢູ່​ບັນດາ​ແຂວງ ​ຂອງ ​ສປປ ລາວ, ​ພົບ​ປະແລກປ່ຽນ​ບົດຮຽນກັບ​ນັກທຸລະກິດ​ໜຸ່ມ​ຈີນ, ຮັບ​ຟັງ​ການ​ລາຍ​ງານ​ການພັດທະນາ​ວຽກ​ງານ​ຊາວ​ໜຸ່ມ​ ສປ ຈີນ, ສຽງ​ຂອງຊາວ​ໜຸ່ມ ສປ ຈີນ (Voice of Youth) ​ແລະ ຢ້ຽມ​ຊົມ​ສະຖານ​ທຳ​ມະ​ຊາດມໍຣະດົກ​ໂລກ ປ່າ​ຫີນ (Stone Forest).​     ໂຄງການ​ຊາວ​ໜຸ່ມ​ເດີນ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳ​ຂອງ ຄັ້ງ​ນີ້​ຈັດ​ຂຶ້ນ​ເປັນ​ຄັ້ງທີ 12 ​ແລະ ຕາງໜ້າ​ໃຫ້​ຄະນະ​ບໍລິຫານ​ງານ​ຊາ​ວໜຸ່ມ​ກະຊວງ​ຍຸຕິ​ທຳ ກໍ​ໄດ້​ເຂົ້າ​ຮ່ວມ​ໂຄງການຄັ້ງ​ນີ້​ເຊັ່ນ​ກັນ.      ຂ່າວ: ສ. ບຸນຄ້ຳ (ນັກ​ຂ່າວ​ກົມ​ສົ່ງ​ເສີມ​ລະບົບ​ຍຸຕິ​ທຳ), ພາບ: ຊາວ​ໜຸ່ມ ສປ ຈີນ   ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ເຄື່ອນໄຫວວຽກງານທີ່ ຣາຊະອານາຈັກໄທ ແລະ ສປ ຈີນ
ຊາວໜຸ່ມລາວເຂົ້າຮ່ວມໂຄງການຊາວໜຸ່ມເດີນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄັ້ງທີ 12
https://www.moj.gov.la/lo/node/814
ກົມໂຄສະນາອົມຮົມກົດໝາຍ, ກະຊວງຍຸຕິທຳໄດ້ເປີດບັ້ນຝຶກອົບຮົມກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຍຸຕິທຳທາງອາຍາ ແລະ ຕ້ານການຄ້າມະນຸດ ຢູ່ທີ່ສະໂມສອນປົກຄອງເມືອງ ເມືອງສັງທອງ, ນະຄອນຫຼວງ ວຽງຈັນ ໃນລະຫວ່າງວັນທີ 20-22 ມີນາ 2017 ຜ່ານມານີ້ ໂດຍເປັນປະທານ ຂອງ ທ່ານ ສຈ ເກດ ກຽດຕິສັກ, ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄຳມູນ ຕຽງທາລາດ, ຄະນະພັກນະຄອນຫຼວງ, ເລຂາພັກເມືອງ, ເຈົ້າເມືອງເມືອງສັງທອງ, ຫ້ອງການຍຸຕິທຳເມືອງ, ປກຊ, ຫ້ອງວ່າການປົກຄອງເມືອງ, ຫ້ອງການສຶກສາເມືອງ, ກວດກາພັກ-ລັດ, ຫ້ອງການ ແລະ ສະຫວັດດີການສັງຄົມ, ສະຫະພັນແມ່ຍິງ, ຊາວໜຸ່ມ ແລະ ພະນັກງານອ້ອມຂ້າງເມືອງ ຈຳນວນ 53 ຍິງ 12 ຄົນ.      ຈຸດປະສົງໃນການຝຶກອົບຮົມຄັ້ງນີ້ ແມ່ນເພື່ຶອຍົກສູງຄວາມເຂົ້າໃຈ, ຄວາມຮູ້ໃຫ້ແກ່ພະນັກງານຂະແໜງການທີ່ກ່ຽວຂ້ອງເມືອງໄດ້ຮັບຮູ້ກ່ຽວກັບວິທີການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ເພື່ອເຮັດໜ້າທີ່ປົກປ້ອງສິດ ຂອງພົນລະເມືອງຜູ້ທີ່ມີຄວາມສ່ຽງຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດຈາກວິທີການຕ່າງໆ; ການຊ່ວຍເຫຼືອຜູ້ທີ່ຖືກເຄາະຮ້າຍອອກຈາກສະຖານທີ່ຂອງການຄ້າມະນຸດ, ພ້ອມທັງສຶກສາອົບຮົມ, ປຸກລະດົມແກ່ປະຊາຊົນ ລາວບັນດາເຜົ່າໃຫ້ເຂົ້າໃຈຕໍ່ຜົນຮ້າຍຈາກຂະບວນການຂອງການຄ້າມະນຸດດ້ວຍວິທີການຕ່າງໆ ໂດຍສະເພາະ ແມ່ນການໂຄສະນາຂົນຂວຍ, ຊັກຊວນ, ຫຼອກລວງເອົາປະຊາຊົນລາວໃຫ້ຕົກໃນຂະບວນການຄ້າມະນຸດ, ການຮູ້ຈັກ ຊອກຫາວີທີທາງອອກ ຫຼື ແຈ້ງຕໍ່ເຈົ້າໜ້າທີ່ເມື່ອຮູ້ວ່າຕົນໄດ້ຕົກຢູ່ໃນສະພາບຂອງການຄ້າມະນຸດ, ການຝຶກອົບຮົມຄັ້ງນີ້, ບັນດານັກສຳມະນາກອນໄດ້ຮັບການຝຶກອົບຮົມ 5 ເນື້ອໃນຕົ້ນຕໍ ຄື: ການຮ່ວມມືທາງດ້ານຍຸຕິທຳກັບສາ ກົນ, ນິຕິກຳຂອງ ສປປ ລາວ ກ່ຽວກັບວຽກງານຕ້ານການຄ້າມະນຸດ, ການປົກປ້ອງ, ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ສິ່ງທີ່ຄວນເອົາໃຈໃສ່ເປັນພິເສດສຳລັບເດັກຜູ້ທີ່ຖືກເຄາະຮ້າຍ, ຄວາມສຳຄັນຂອງການລະ ບຸຕົວ ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ ແລະ ກໍລະນີສຶກສາຈຳນວນໜຶ່ງ. ຂຽນຂ່າວ ແລະ ຖ່າຍພາບ ໂດຍ ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມຝຶກອົບຮົມກ່ຽວກັບການສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບຍຸຕິທຳທາງອາຍາ ແລະ ຕ້ານການຄ້າມະນຸດ
ກອງປະຊຸມຝຶກອົບຮົມກ່ຽວກັບການສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບຍຸຕິທຳທາງອາຍາ ແລະ ຕ້ານການຄ້າມະນຸດ
https://www.moj.gov.la/lo/node/815
ພາຍຫຼັງທີ່ນັກສຳມະນາກອນ ກໍຄືຜູ້ປະສານງານທ້ອງຖິ່ນທີ່ມາຈາກພະແນກຍຸຕິທຳບັນດາແຂວງພາກກາງ ໄດ້ສຳເລັດການເຂົ້າຮ່ວມຝຶກອົບຮົມຕາໜ່າງໂຄສະນາກົດໝາຍ ແລະ ເວັບໄຊກະຊວງຍຸຕິທຳ ໃນວັນທີ 23 ມີນາ ທີ່ ຜ່ານມາ, ຊຶ່ງຜູ້ເຂົ້າຮ່ວມໄດ້ຮັບການຍົກລະດັບຄວາມຮູ້-ຄວາມສາມາດທາງດ້ານເຕັກນິກການໂຄສະນາກົດໝາຍ, ວິທີການຂຽນຂ່າວປະເພດຕ່າງໆ ແລະ ວິທີການລຳລຽງ ຫຼື ປ້ອນຂໍ້ມູນຂ່າວສານມາສູ່ສູນກາງ ກໍຄືກະຊວງຍຸຕິທຳ ໃຫ້ຫຼາຍຂຶ້ນ.      ຊຸດຝຶກອົບຮົມດັ່ງກ່າວຈັດຂຶ້ນໂດຍກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ຊຶ່ງດຳເນີນເປັນເວລາ 3 ວັນ (ວັນທີ 21-23 ມີນາ 2017); ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທ່ານຂອງ ທ່ານ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ທັງເປັນຜູ້ຊີ້ນຳກົມໂຄສະນາເຜີຍແຜ່ກົດໝາຍ. ໃນນີ້, ມີບັນດາຜູ້ປະສານງານທີ່ມາຈາກພະແນກຍຸຕິທຳທ້ອງຖິ່ນ ຊຶ່ງປະກອບມີ ນະຄອນຫຼວງວຽງຈັນ, ແຂວງ ວຽງຈັນ, ຄຳມ່ວນ, ສະຫວັນນະເຂດ, ບໍລິຄໍາໄຊ ແລະ ແຂວງໄຊສົມບູນ ຈຳນວນທັງໝົດ 12 ທ່ານ ຍິງ 2 ທ່ານ; ການຝຶກອົບຮົມຄັ້ງນີ້ໄດ້ສະເໜີບົດຮຽນ  ແລະ ແລກປ່ຽນຖອດຖອນບົດຮຽນລະຫວ່າງຄູ, ອາຈານ ແລະ ນັກສຳມະນາກອນ ເຮັດໃຫ້ຜູ້ເຂົ້າຮ່ວມສາມາດຍົກລະດັບຄວາມຮູ້-ຄວາມສາມາດຂອງຕົນກ່ຽວກັບວຽກງານດັ່ງກ່າວ ໃນນັ້ນລວມມີພາກທິດສະດີ ແລະ ປະຕິບັດຕົວຈິງ ຄື ເຕັກນິກການໂຄສະນາກົດໝາຍ, ຄວາມຮູ້ພື້ນຖານກ່ຽວກັບການຂຽນຂ່າວ, ຈັນຍາບັນ-ຈັນຍາທຳຂອງນັກໂຄສະນາກົດໝາຍ ແລະ ນັກຂ່າວ, ວິທີ-ຂັ້ນຕອນການຂຽນຂ່າວ ແລະ ວິທີຮັບ-ສົ່ງຂໍ້ມູນຂ່າວສານດ້ານກົດໝາຍ ແລະ ວິທີການປ້ອນບົດຂ່າວການເຄື່ອນໄຫວວຽກງານໃນຂະແໜງການຍຸຕິທໍາ ລົງ ເວັບໄຊກະຊວງຍຸຕິທຳ (www.moj.gov.la) ຊຶ່ງເປັນສູນລວມແຫຼ່ງຂ່າວສານໃນການໂຄສະນາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ເຜີຍແຜ່ການເຄື່ອນໄຫວວຽກງານຂອງຂະແໜງການຍຸຕິທໍາໄດ້ຢ່າງ ກວ້າງຂວາງ, ຖືກຕ້ອງ ແລະ ຢ່າງວ່ອງໄວທັນການຂຶ້ນກວ່າເກົ່າ.      ໃນພິທີປິດຊຸດຝຶກອົບຮົມ, ທ່ານ ນາງ ສີສຸດາ ໂສພາວັນດີ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ໄດ້ເນັ້ນໜັກໃຫ້ຜູ້ປະສານງານທີ່ຜ່ານການຝຶກອົບຮົມໃນຊຸດນີ້ ຈົ່ງນຳເອົາຜົນສຳເລັດຂອງການຝຶກອົບຮົມລາຍ ງານຕໍ່ຄະນະພັກ-ຄະນະນຳພະແນກຂອງແຕ່ລະແຂວງໃຫ້ຮັບຮູ້ ເພື່ອໃຫ້ຂັ້ນເທິງເຫັນໄດ້ຄວາມໝາຍສຳຄັນຂອງວຽກງານດັ່ງກ່າວ ແລ້ວອຳນວຍຄວາມສະດວກໃຫ້ການເຄື່ອນໄຫວວຽກງານໂຄສະນາກົດໝາຍ ໃຫ້ກວ້າງຂວາງ ແລະ ວ່ອງໄວຂຶ້ນກວ່າເກົ່າ; ພ້ອມທັງຫວັງວ່າບັນດາທ່ານຜູ້ປະສານງານຈະນຳເອົາບົດຮຽນຄວາມຮູ້ທີ່ໄດ້ຮັບຈາກການຝຶກອົບຮົມໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ເກີດປະໂຫຍດສູງສຸດ. ຂຽນຂ່າວ ແລະ ຖ່າຍພາບ ໂດຍ ຊາຍພິມພອນ ສິຣິວົງໄຊ ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ຜູ້ປະສານງານຂອງພະແນກຍຸຕິທຳທ້ອງຖິ່ນ ໄດ້ຮັບການຍົກລະດັບຄວາມຮູ້ກ່ຽວກັບ ເຕັກນິກການໂຄສະນາກົດໝາຍ ແລະ ວຽກງານເວັບໄຊກະຊວງຍຸຕິທຳ
ຜູ້ປະສານງານຂອງພະແນກຍຸຕິທຳທ້ອງຖິ່ນ ໄດ້ຮັບການຍົກລະດັບຄວາມຮູ້ກ່ຽວກັບ ເຕັກນິກການໂຄສະນາກົດໝາຍ ແລະ ວຽກງານເວັບໄຊກະຊວງຍຸຕິທຳ
https://www.moj.gov.la/lo/node/818
ກອງປະຊຸມແລກປ່ຽນບົດຮຽນລະຫວ່າງ ພະແນກຍຸຕຳທຳແຂວງບໍລິຄຳໄຊ ແລະ ແຂວງຮ່າຕິ່ງ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 03 ເມສາ 2017 ຢູ່ທີ່ຫ້ອງປະຊຸມຊັ້ນ 3, ຕາງໜ້າຝ່າຍແຂວງບໍລິຄຳໄຊ ໂດຍແມ່ນທ່ານ ຄຳຜັນ ສິດໄຊຍະສານ ວ່າການຫົວໜ້າພະແນກຍຸຕິທຳແຂວງ, ຕ່າງໜ້າແຂວງຮ່າຕິ່ງ ໂດຍແມ່ນທ່ານ ເລຫວຽດຮົ່ງ ຫົວໜ້າພະແນກຍຸຕິທຳ ແຂວງຮ່າຕິ່ງ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.      ກອງປະຊຸມໄດ້ຮັບຟັງຫົວໜ້າພະແນກທັງສອງຝ່າຍ ລາຍງານການທົບທວນຄືນຜົນຂອງການເຄືອນໄຫວຈັດຕັ້ງປະຕິບັດຕາມເນື້ອໃນບົດບັນທຶກໃນລະຍະຜ່ານມາ ພ້ອມກັນນັ້ນກໍໄດ້ຄົ້ນຄວ້າພິຈາລະນາແລກປ່ຽນເນື້ອໃນ ຮ່ວມກັນ ດ້ວຍບັນຍາກາດອັນດີ ບົນພື້ນຖານຄວາມຖືກຕ້ອງ ແລະ ສອດຄ່ອງຕາມນະໂຍບາຍຂອງສອງພັກ ກໍຄືສອງລັດຖະບານ ເພື່ອແນໃສ່ເພີ່ມທະວີ ແລະ ສົ່ງເສີມການພົວພັນຮ່ວມມືດ້ານກົດໝາຍ ແລະ ວຽກງານຍຸຕິທຳ ລະຫວ່າງສອງພະແນກຍຸຕິທຳແຂວງບໍລິຄຳໄຊ-ແຂວງຮ່າຕິ່ງ ສສ ຫວຽດນາມ ໃຫ້ແໜ້ນແຟ້ນ ແລະ ຮັດແໜ້ນຄວາມສາມັກຄີ, ມິດຕະພາບແບບພິເສດ ແລະ ການຮ່ວມມືກັນ ຕອບສະໜອງໄດ້ຜົນປະໂຫຍດຂອງປະຊາຊົນທັງ ສອງຝ່າຍ. ຈາກນັ້ນ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ຊຶ່ງສອງຝ່າຍເຫັນດີຕົກລົງເປັນເອກະພາບກັນກຳນົດບາງເນື້ອໃນລົງໃນບົດບັນທຶກຊ່ວຍຈຳ ເຊັ່ນ ການຖອດຖອນແລກປ່ຽນບົດຮຽນກ່ຽວກັບ ການແກ້ໄຂບັນຫາທາງດ້ານກົດໝາຍ, ວຽກງານຍຸຕິທຳ, ການແກ້ໄຂບັນຫາການແຕ່ງດອງທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ຢູ່ລຽບຕາມຊາຍແດນ, ກໍ່ສ້າງບໍາລຸງພະນັກງານກົດໝາຍ, ຮັກສາມູນເຊື້ອ ແລະ ເສີມຂະຫຍາຍ ຄວາມສາມັກຄີ ມິດຕະພາບແບບພິເສດຢ່າງຮອບດ້ານ ຈາກນັ້ນປະທານທັງສອງຝ່າຍ ກໍໄດ້ລົງນາມເຊັນບົດບັນທຶກຮ່ວມກັນ ໂດຍຊ້ອງໜ້າການເຂົ້າຮ່ວມຂອງຄະນະຈາກທັງສອງຝ່າຍ ເພື່ອເປັນສັກຂີພິຍານນຳ. ຂ່າວ: ບຸນເລີດ ລັດທະພອນ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ສອງພະແນກຍຸຕິທຳແຂວງບໍລິຄຳໄຊ-ແຂວງຮ່າຕິ່ງ ສສ ຫວຽດນາມ ເສີມຂະຫຍາຍການຮ່ວມມືທາງດ້ານກົດໝາຍ
ສອງພະແນກຍຸຕິທຳແຂວງບໍລິຄຳໄຊ-ແຂວງຮ່າຕິ່ງ ສສ ຫວຽດນາມ ເສີມຂະຫຍາຍການຮ່ວມມືທາງດ້ານກົດໝາຍ
https://www.moj.gov.la/lo/node/819
ໃນອາທິດຜ່ານມາ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າພົບປະຂອງທ່ານ ນາງ ໂອເດຣ ເມເຢິດ (Audred MILLOT) ຜູ້ຕາງ ໜ້າສະຫະພາບເອີຣົບ ປະຈໍາລາວ ພ້ອມດ້ວຍຄະນະ ຢູ່ທີ່ກົມໂຄສະນາເຜີຍແຜ່ກົດໝາຍ.      ການພົບປະຄັ້ງນີ້ ທັງສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນ ເພື່ອການຮ່ວມມື ແລະ ເຄື່ອນໄຫວວຽກງານໃນຂະແໜງການຍຸຕິທຳ ໂດຍສະເພາະວຽກງານໂຄສະນາເຜີຍແຜ່ສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍໃຫ້ແກ່ປະຊາຊົນ ໂດຍຜ່ານພາຫະນະສື່ມວນຊົນ ເຊັ່ນ ວິທະຍຸ, ໂທລະພາບ ແລະ ສື່ເອເລັກໂຕຣນິກຕ່າງໆ ເພື່ອຍົກສູງຄວາມຮັບຮູ້ ແລະ ເຂົ້າໃຈເຖິງສິດ ແລະ ພັນທະພື້ນຖານຂອງພົນລະເມືອງລາວ ລວມເຖິງ ການອໍານວຍຄວາມສະດວກໃຫ້ແກ່ປະຊາຊົນບັນດາເຜົ່າໄດ້ເຂົ້າເຖິງຂໍ້ມູນຂ່າວສານທາງດ້ານກົດໝາຍໄດ້ງ່າຍຂຶ້ນ. ຊຶ່ງລະຍະຜ່ານມາ ສະຫະພາບເອີຣົບ ກໍໄດ້ໃຫ້ການຊ່ວຍເຫຼືອໃນວຽກງານດັ່ງກ່າວ ໂດຍຜ່ານອົງການສະຫະປະຊາ ຊາດເພື່ອການພັດທະນາ (UNDP).      ທ່ານຫົວໜ້າກົມ ໄດ້ສະເໜີຕໍ່ຜູ້ຕາງໜ້າສະຫະພາບເອີຣົບ ຮັບຊາບກ່ຽວກັບການຈັດຕັ້ງປະຕິບັດວຽກງານໂຄສະນາເຜີຍແຜ່ກົດໝາຍໃນລະຍະຜ່ານມາ ລວມທັງຂໍ້ສະດວກ ແລະ ຂໍ້ຄົງຄ້າງໃນການປະຕິບັດວຽກງານຕົວຈິງ. ນອກຈາກນັ້ນ,​ ຍັງໄດ້ສະເໜີຕໍ່ສະຫະພາບເອີຣົບ ໃນການສືບຕໍ່ໃຫ້ການຊ່ວຍເຫຼືອຂະແໜງການຍຸຕິທໍາ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີປະສິດທິພາບສູງຍິ່ງຂຶ້ນ; ໂດຍສະເພາະ ການໂຄສະນາເຜີຍແຜ່ກົດ ໝາຍຢູ່ຂັ້ນທ້ອງຖິ່ນ, ການຈັດພິມເຜີຍແຜ່ປື້ມກົດໝາຍ 4 ຂົງເຂດ, ການພິມຈົດໝາຍເຫດທາງລັດຖະການເພື່ອແຈກຢາຍໃຫ້ແກ່ທ້ອງຖິ່ນໃນຂອບເຂດທົ່ວປະເທດ ແລະ ການຝຶກອົບຮົມຕາໜ່າງໂຄສະນາກົດໝາຍ ເພື່ອຊຸກ ຍູ້ໃຫ້ໃຫ້ແກ່ແຕ່ລະຂະແໜງການ ແລະ ທ້ອງຖິ່ນ ຂອບເຂດທົ່ວປະເທດ ໄດ້ລໍາລຽງຂໍ້ມູນຂ່າວສານຂອງຂະແໜງການຕົນສະໜອງໃຫ້ແກ່ສູນກາງ (ກະຊວງຍຸຕິທຳ) ໃຫ້ທັນການ ແລະ ມີປະສິດທິພາບ; ລວມທັງຄວາມຕ້ອງການອຸ ປະກອນຮັບໃຊ້ເຂົ້າໃນວຽກງານຈຳນວນໜຶ່ງ ເປັນຕົ້ນແມ່ນ ເຄື່ອງຄອມພິວເຕີ, ກ້ອງຖ່າຍຮູບ, ກ້ອງວີດີໂອ ແລະ ລະບົບສັນຍານອິນເຕີເນັດ. ພາຍຫຼັງທີ່ໄດ້ຮັບຟັງການລາຍງານ, ທ່ານຜູ້ຕາງໜ້າສະຫະພາບເອີຣົບ ເຫັນໄດ້ເຖິງ ຄວາມສຳຄັນໃນວຽກງານໂຄສະນາເຜີຍແຜ່ກົດໝາຍ ແລະ ໄດ້ຮັບເອົາຂໍ້ສະເໜີດັ່ງກ່າວນັ້ນໄປປຶກສາຫາລືກັບຄະນະ ເພື່ອວາງທິດທາງ ແລະ ກຳນົດກິດຈະກຳໃຫ້ການຊ່ວຍເຫຼືອໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນຕໍ່ໜ້າ.   ຂຽນຂ່າວ ແລະ ຮູບພາບ ໂດຍ: ຊາຍພິມພອນ ສິຣິວົງໄຊ ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ  ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກົມໂຄສະນາເຜີຍແຜ່ກົດໝາຍກະຊວງຍຸຕິທຳ ຕ້ອນຮັບ ທ່ານຜູ້ຕາງໜ້າ ສະຫະພາບ ເອີຣົບ ປະຈຳລາວ
ກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ຕ້ອນຮັບ ທ່ານຜູ້ຕາງໜ້າ ສະຫະພາບ ເອີຣົບ ປະຈຳລາວ
https://www.moj.gov.la/lo/node/820
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 21-ເມສາ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 19/3/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 19/3/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 19/3/2017
https://www.moj.gov.la/lo/node/821
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 22-ເມສາ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 26/3/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 26/3/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 26/3/2017
https://www.moj.gov.la/lo/node/822
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 23-ເມສາ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 2/4/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 2/4/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 2/4/2017
https://www.moj.gov.la/lo/node/823
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 24-ເມສາ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 7/4/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 7/4/2017
ລາຍການເພື່ອສັງຄົມຍຸຕິທຳ 7/4/2017
https://www.moj.gov.la/lo/node/824
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 25-ເມສາ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 16/4/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 16/4/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 16/4/2017
https://www.moj.gov.la/lo/node/825
ໃນວັນທີ 24 ເມສາ ຜ່ານມາ ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ ບໍລິຄຳໄຊ ໄດ້ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ສະພັງທອງ ພົມມະຈັກ ວ່າການເລຂາ ໜ່ວຍພັກ ພະແນກຍຸຕິທຳແຂວງ ມີຄະນະພັກ,  ບັນດາສະຫາຍສະມາຊິກພັກ ແລະ ບັນດາແຂກ ເຂົ້າຮ່ວມ 32 ສະຫາຍ, ຍິງ 7 ສະຫາຍ. ໃນພິທີ ສະຫາຍ ບຸນເລີດ ລັດທະພອນ ໃຫ້ກຽດຜ່ານມະຕິຕົກລົງຂອງຄະນະປະຈຳພັກ ແຂວງ ບໍລິຄຳໄຊ ສະບັບເລກທີ 646 ຫາ 649 / ຄປພ.ຂບຊ , ລົງວັນທີ 30 ມີນາ 2017 ວ່າດ້ວຍການອະນຸມັດຮັບມະຫາຊົນ ເຂົ້າເປັນສະມາຊິກພັກສຳຮອງ ຈຳນວນ 4 ສະຫາຍ, ຍິງ 01 ສະຫາຍ. ໃຫ້ກຽດມອບໃບອະນຸມັດເຂົ້າພັກ ໂດຍສະຫາຍ ຄຳຜັນ ສິດໄຊຍະສານ ຄະນະພັກ, ວ່າການຫົວໜ້າພະແນກຍຸຕິທຳແຂວງ ບໍລິຄຳໄຊ, ຕອນທ້າຍຂອງພິທີ ຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ປະທານກອງປະຊຸມ ທ່ານໄດ້ຍ້ອງຍໍຊົມເຊີຍຜົນງານທີ່ສະມາຊິກພັກສຳ ຮອງທັງ 4 ສະຫາຍ ຍາດມາໄດ້ ທັງນີ້ ສະມາຊິກພັກສະໄໝສຳຮອງທຸກສະຫາຍ ຕ້ອງໄດ້ເອົາໃຈໃສ່ໃນການຝຶກຝົນຫຼໍ່ຫຼອມຕົນເອງຮອບດ້ານ ພ້ອມທັງ ບຸກໜ້າບືນຕົວປະຕິບັດຕາມກົດລະບຽບພັກທີ່ວາງອອກໃຫ້ເຂັ້ມງວດ ແລະ ສືບຕໍ່ວຽກງານວິຊາສະເພາະຂອງໃຜລາວໃຫ້ດີຂຶ້ນເປັນກ້າວໆ. ຂຽນຂ່າວ ແລະ ຖ່າຍພາບໂດຍ: ບຸນເລີດ ລັດທະພອນ ຜູ້ຜະສານງານແຂວງ ບໍລິຄຳໄຊ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ພະແນກຍຸຕິທໍາແຂວງ ບໍລິຄໍາໄຊ ຈັດພິທີຮັບສະມາຊິກພັກສຳຮອງ
ພະແນກຍຸຕິທໍາແຂວງ ບໍລິຄໍາໄຊ ຈັດພິທີຮັບສະມາຊິກພັກສຳຮອງ
https://www.moj.gov.la/lo/node/826
ໃນເດືອນມີນາ 2017 ກະຊວງຍຸຕິທຳ ຮ່ວມກັບ ກະຊວງພາຍໃນ ໄດ້ຈັດກອງປະຊຸມຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງດຳລັດວ່າດ້ວຍ ລະບົບກົງຈັກການຈັດຕັ້ງຂອງອົງການບໍລິຫານລັດ ແລະ ຮ່າງດຳລັດວ່າ ດ້ວຍ ການຄຸ້ມຄອງ ແລະ ການນຳໃຊ້ຕາປະທັບຂຶ້ນ ຢູ່ທີ່ຫ້ອງປະຊຸມຂອງກະຊວງຍຸຕິທຳ ໂດຍການເປັນປະທານຂອງ ທ່ານ ສຈ. ເກດ ກຽດຕິສັກ ຮອງລັດຖະມົນຕີກະຊວງຍຸຕິທຳ, ເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳມູນ ວິພົງໄຊ ຮອງລັດຖະມົນຕີກະຊວງພາຍໃນ, ມີບັນດາທ່ານຄະນະກົມ, ຄະນະພະແນກ ແລະ ວິຊາການ ກະຊວງຍຸຕິທຳ, ກະຊວງພາຍໃນ ແລະ ຜູ້ຕາງໜ້າຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີເຂົ້າຮ່ວມ.       ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອກວດກາຄວາມສອດຄ່ອງຂອງຮ່າງດຳລັດຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍ ການສ້າງນິຕິກຳ ສະບັບປີ 2012 ກ່ອນທີ່ຈະສະເໜີຮ່າງດຳລັດດັ່ງກ່າວໄປຍັງລັດຖະບານ. ສຳລັບຮ່າງ ດຳລັດວ່າດ້ວຍ ກົງຈັກການຈັດຕັ້ງ ຂອງອົງການບໍລິຫານແຫ່ງລັດ ປະກອບມີ 7 ໝວດ ແລະ 41 ມາດຕາ ຊຶ່ງໄດ້ກຳນົດຫຼັກການ ແລະ ຂັ້ນຕອນກ່ຽວກັບການປັບປຸງກົງຈັກການຈັດຕັ້ງຂອງອົງການບໍລິຫານແຫ່ງລັດ ເພື່ອເປັນ ບ່ອນອີງໃຫ້ແກ່ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ໃນການປັບປຸງກົງຈັກການຈັດຕັ້ງຂອງຕົນ ແນໃສ່ເຮັດໃຫ້ກົງຈັກການຈັດຕັ້ງມີຄວາມເຂັ້ມແຂງ, ເປັນເອກະພາບ ແລະ ຮັບປະກັນໃຫ້ມີ ຄວາມສອດຄ່ອງກັບສະພາບຕົວຈິງຂອງສັງຄົມໃນແຕ່ລະ ລະຍະ. ສ່ວນຮ່າງດຳລັດວ່າດ້ວຍ ການຄຸ້ມຄອງ ແລະ ການນຳໃຊ້ຕາປະທັບ ປະກອບມີ 7 ໝວດ ແລະ 30 ມາດຕາ ຊຶ່ງໄດ້ກຳນົດຫຼັກການກ່ຽວກັບ ການຄຸ້ມຄອງ ແລະ ການ ນຳໃຊ້ຕາປະທັບ ເປັນຕົ້ນ ຮູບແບບ, ຂະໜາດ, ເນື້ອໃນ ແລະ ສີນ້ຳມຶກຂອງຕາປະທັບ ແນໃສ່ເຮັດໃຫ້ການເຄື່ອນໄຫວວຽກງານກ່ຽວກັບຕາປະທັບໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ເປັນເອ ກະພາບໃນຂອບເຂດທົ່ວ ປະເທດ. ຂຽນຂ່າວ: ສີປະໄພ  ຖ່າຍພາບ: ສົມຫວັງ ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ  ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມປຶກສາຫາລືຮ່າງດຳລັດວ່າດ້ວຍ ລະບົບກົງຈັກການຈັດຕັ້ງຂອງອົງການບໍລິຫານລັດ ແລະ ຮ່າງດຳລັດວ່າດ້ວຍ ການຄຸ້ມຄອງ ແລະ ການນຳໃຊ້ຕາປະທັບ
ກອງປະຊຸມປຶກສາຫາລືຮ່າງດຳລັດວ່າດ້ວຍ ລະບົບກົງຈັກການຈັດຕັ້ງຂອງອົງການບໍລິຫານລັດ ແລະ ຮ່າງດຳລັດວ່າດ້ວຍ ການຄຸ້ມຄອງ ແລະ ການນຳໃຊ້ຕາປະທັບ
https://www.moj.gov.la/lo/node/827
ໂດຍປະຕິບັດຕາມມະຕິຂອງກອງປະຊຸມໃຫຍ່ທະນາຍຄວາມທົ່ວປະເທດ ປະຈຳປີ 2016 ສະພາທະນາຍຄວາມ ແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມສະໄໝວິສາມັນຂຶ້ນ ເພື່ອຜ່ານ ແລະ ຮັບຮອງເອົາກົດລະບຽບພາຍໃນຂອງ​ຕົນ ພ້ອມ​ກັນ​ນັ້ນ​ກໍ​ເພື່ອ​ເປັນ​ການສະເຫຼີມສະຫຼອງວັນສ້າງຕັ້ງສະພາທະນາຍຄວາມ ແຫ່ງ ສ​ປ​ປ ລາວ ຄົບຮອບ 28 ປີ ​ໃນ​ປີ 2017 ຊຶ່ງກອງ​ປະ​ຊຸມ​ດັ່ງ​ກ່າວ​ໄດ້ຈັດຂຶ້ນໃນທ້າຍເດືອນ ມີນາ 2017 ຢູ່ທີ່ກະຊວງຍຸຕິທຳ ພາຍ​ໃຕ້ການ ເປັນປະທານຂອງ ທ່ານ ຄຳໃສ ສຸລິນທອນ ປະທານສະພາທະນາຍຄວາມ ແຫ່ງ ສປປ ລາວ. ໂດຍ​ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາທ່ານ ຮອງລັດຖະມົນຕີ, ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ພາ​ທະ​ນາຍ​ຄວາມ, ຜູ້ຕາງໜ້າຈາກສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ກົມໃຫຍ່ຕຳຫຼວດ, ບັນດາກົມອ້ອມຂ້າງກະຊວງ ແລະ ສະມາຊິກທະນາຍຄວາມ ພ້ອມດ້ວຍ ແຂກຖືກເຊີນເຂົ້າຮ່ວມ.      ໃນກອງປະຊຸມຜູ້ເຂົ້າຮ່ວມກໍໄດ້ຮັບຟັງການຜ່ານບົດສະເໜີ ກ່ຽວ​ກັບ​ຄວາມ​ສຳ​ຄັນ, ເຫດຜົນ ແລະ ຄວາມຈຳເປັນທີ່ຕ້ອງສ້າງກົດລະບຽບພາຍໃນຂອງ​ສະ​ພາ​ທະ​ນາຍ​ຄວາມ ເນື້ອ​ແທ້​ການ​ສ້າງ​ກົດ​ລະ​ບຽບ​ດັ່ງ​ກ່າວ ກໍເພື່ອເປັນ ການຜັນຂະຫຍາຍກົດໝາຍວ່າດ້ວຍທະນາຍຄວາມ ສະບັບປັບປຸງປີ 2016 ມາເປັນອັນລະອຽດເພື່ອເຮັດໃຫ້ການຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດວຽກງານຂອງສະພາທະນາຍຄວາມລາວ ໃຫ້ເປັນລະບົບ, ມີປະສິດທິພາບ ແລະ ປະສິດທິຜົນ. ເພື່ອເຮັດໃຫ້ຮ່າງກົດລະບຽບພາຍໃນມີຄວາມລະອຽດ, ຄົບຖ້ວນ ແລະ ສາມາດຈັດຕັ້ງປະຕິບັດໄດ້ ຜູ້ເຂົ້າຮ່ວມກໍໄດ້ປະກອບຄຳເຫັນໃສ່ຮ່າງກົດລະບຽບສະບັບດັ່ງກ່າວດ້ວຍຄວາມຮັບຜິດຊອບສູງ. ຈາກນັ້ນ ສະມາຊິກ ທະນາຍຄວາມ ກໍໄດ້ລົງມະຕິຮັບຮອງເອົາດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ. ພ້ອມດຽວກັນນັ້ນ ຄະນະຈັດຕັ້ງພິທີກໍໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງຍຸຕິທຳ ກ່ຽວກັບການແຕ່ງຕັ້ງທະນາຍຄວາມໃໝ່, ຂໍ້ຕົກລົງ ຂອງປະທານສະພາທະນາຍຄວາມ ກ່ຽວກັບການຍົກເວັ້ນ ແລະ ກຳນົດເວລາໃນການຖອກເງິນບຳລຸງ, ການນຳໃຊ້ເຄື່ອງແບບຂອງທະນາຍຄວາມ ແລະ ບັດທະນາຍຄວາມໃນເວລາວ່າຄວາມ ຢູ່ທີ່ປະຊຸມສານ.       ໃນຕອນທ້າຍຂອງພິທີ ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ ລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ເຂົ້າຮ່ວມໃນກອງປະຊຸມ ຊຶ່ງກ່ອນອື່ນໝົດ ທ່ານກໍໄດ້ຍ້ອງຍໍຊົມເຊີຍຄະນະບໍລິຫານງານສະພາທະ ນາຍຄວາມ ກໍຄືທະນາຍຄວາມລາວທົ່ວປະເທດ ທີ່ມີຄວາມຮັບຜິດຊອບສູງໃນການປະຕິບັດໜ້າທີ່ວຽກງານຕາມ​ຂະ​ບວນ​ການ​ຍຸ​ຕິ​ທຳ ເພື່ອ​ປົກ​ປ້ອງ​ສິດ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ພົນ​ລະ​ເມືອງ ເວົ້າ​ລວມ ເວົ້າ​ສະ​ເພາະ​ ອັນພົ້ນເດັ່ນ ແມ່ນສາ​ມາດ​ສ້າງກົດລະບຽບພາຍໃນຂອງ​ຕົນຂຶ້ນມາ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ເນັ້ນໃຫ້ຄະນະບໍລິຫານງານສະພາທະນາຍຄວາມ ຈົ່ງພ້ອມກັນສຶກສາອົບຮົມການເມືອງ-ແນວຄິດໃຫ້​ແກ່ສະມາຊິກທະນາຍ ຄວາມ​ຢ່າງ​ເປັນ​ປົກ​ກະ​ຕິ, ຕໍ່​ເນື່ອງ, ຮັກ​ສາມູນເຊື້ອອັນດີງາມ ແລະ ເອົາ​ໃຈ​ໃສ່ຜັນຂະຫຍາຍເນື້ອໃນ​ຈິດ​ໃຈກົດລະບຽບພາຍໃນຂອງສະພາທະນາຍຄວາມ ແລະ ອຳນວຍຄວາມສະດວກໃຫ້ແກ່​ຜູ້​ທີ່​ເຂົ້າມານຳ​ໃຊ້​ການ​ບໍ​ລິ​ການ​ຂອງ​ທະ​ນາຍ​ຄວາມ, ການໃຫ້ຄວາມ​ຊ່ວຍ​ເຫຼືອ ແລະ ໃຫ້​ຄຳ​ປຶກ​ສາ​ທາງ​ດ້ານ​ກົດ​ໝາຍ​ແກ່​ຜູ້​ທີ່​ມີ​ບັນ​ຫາ ໃຫ້ກວ້າງຂວາງກວ່າເກົ່າ. ຂຽນຂ່າວ: ສີປະໄພ, ຖ່າຍພາບ: ຈັນທະວີສຸກ ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມສະໄໝວິສາມັນຂອງທະນາຍຄວາມທົ່ວປະເທດ
ກອງປະຊຸມສະໄໝວິສາມັນຂອງທະນາຍຄວາມທົ່ວປະເທດ
https://www.moj.gov.la/lo/node/828
​ເນື່ອງ​ໃນ​​ໂອກາດວັນສ້າງ​ຕັ້ງ​ກຳລັງ​ປ້ອງ​ກັນ​ຄວາມ​ສະ​ຫົງ​ບ ຄົບຮອບ 56 ປີ (5 ​ເມສາ 1961-5​ ເມສາ2017) ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 3 ​ເມສາ 2017 ທີ່​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ທ່ານ ບຸນ​ສະຫວາດ ບຸບຜາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ພ້ອມ​ດ້ວຍ​ຄະນະ​ ໄດ້​ນຳ​ກະຕ່າ​ດອກ​ໄມ້ເຂົ້າ​ອວຍພອນ ຄະນະ​ນຳ​ຂອງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ໃຫ້ກຽດຕ້ອນຮັບ​ຂອງ ທ່ານ ພົນ​ຕີ ກົງ​ທອງ ພົງ​ວິຈິດ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ພ້ອມ​ດ້ວຍ​ຄະນະ.      ​ໂອກາດ​ດັ່ງກ່າວ ທ່ານ ບຸນ​ສະຫວາດ ບຸບຜາ  ຕາງໜ້າ​ໃຫ້​ຄະນະ​ພັກ-ຄະນະນຳ ກະຊວງ​ຍຸຕິ​ທຳ ​ໄດ້​ມີ​ຄຳ​ເຫັນ ​ແລະ ຄຳ​ອວຍພອນ​ອັນ​ປະ​ເສີດ​ມາ​ຍັງຄະນະ​ພັກ-ຄະນະ​ນຳ ​ຂອງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ ກໍ​ຄື​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ຈົ່ງ​ມີ​ສຸ​ຂະ​ພາບ​ແຂງ​​ແຮງ ສືບ​ຕໍ່​ຊີ້​ນຳ-ນຳພາ​ວຽກງານ​ວຽກງານ​ປ້ອງ​ກັນ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບຮຽບຮ້ອຍ​ໃນ​ສັງຄົມ ໃຫ້​ປະສົບຜົນສຳ​ເລັດ​ໃໝ່​ໃຫຍ່ຫຼວງກວ່າ​ເກົ່າ. ຂຽນຂ່າວ ອ່ອນ​ຄຳ ​ໄຊ​ຍະ​ວົງ ຖ່າຍພາບ: ສົມ​ຫັວງ ສີ​ປະ​ໄພ ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ຄະນະນຳຂອງກະຊວງຍຸຕິທຳ ໄດ້ເຂົ້າອວຍພອນ ຄະນະນຳຂອງກະຊວງປ້ອງກັນຄວາມສະຫງົບ
ຄະນະນຳຂອງກະຊວງຍຸຕິທຳ ໄດ້ເຂົ້າອວຍພອນ ຄະນະນຳຂອງກະຊວງປ້ອງກັນຄວາມສະຫງົບ
https://www.moj.gov.la/lo/node/829
ກອງ​ປະຊຸມ​ເປີດ​ກວ້າງ​ຂອງ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ​ຍຸຕິ​ທຳ ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ ​10 ​ເມສາ 2017 ຢູ່​ທີ່​ຫ້ອງປະຊຸມ ກະຊວງ​ຍຸຕິ​ທໍາ ພາຍ​​ໃຕ້​ການ​ເປັນ​ປະທານ​ຂອງ​ ສະຫາຍ ​ໄຊ​ສີ ສັນຕິ​ວົງ ກຳມະການ​ສູນ​ກາງ​ພັກ ​​ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ​ຍຸຕິ​ທຳ, ເຂົ້າ​ຮ່ວມມີຮອງ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ, ບັນດາ​ເລຂາ-ຮອງ​ເລຂາໜວ່ຍພັກ ​ແລະ ຕາງໜ້າ​ຈາກ​ສາມ​ອົງການ​ຈັດ​ຕັ້ງ​ມະຫາຊົນ​ກະຊວງ​ຍຸຕິ​ທຳ ​ເຂົ້າ​ຮວ່ມທັງໝົດ 40 ສະ ຫາຍຍິງ 6 ສະຫາຍ.      ໃນກອງປະຊຸມ ສະຫາຍ ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ ໄດ້​ຂຶ້ນ​ຜ່ານ​ຮ່າງ​ບົດ​ສະຫຼຸບການ​ນຳພາ​ຂອງ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ​ຍຸຕິ​ທໍາ ​ແຕ່​ເດືອ​ນ ມັງກອນ ຫາ ມີນາ ແລະ ທິດ​ທາງແຜນ ການ​ຕໍ່ໜ້າແຕ່​ເດືອນ ເມສາ ຫາ ມິຖຸນາ 2017 ​ໃນ​ບົດ​ສະຫຼຸບ​​ໄດ້​ຍົກ​ໃຫ້​ເຫັນ​ວ່າ​ຕະຫຼອດ​ລະ​ຍະ 3 ເດືອນ​ຜ່ານ​ມາ ຄະນະ​ພັກ-ຄະນະ​ນຳ​ ກະຊວງ​ໄດ້​ເອົາ​ໃຈ​ໃສ່​​ວຽກງານສື​ກສາ​ອົບຮົມ​ການ​ເມືອງ, ນຳພາ​ແນວ​ຄິ​ດພະ​ນັກ​ງານ, ສະ​ມາ​ຊິກ​ພັກ​ຢ່າງ​ເປັນ​ປົກກະຕິ ເຮັດ​ໃຫ້ສະມາຊິກ​ພັກ, ພະນັກງານ-ລັດຖະກອນ ມີ​ຄວາມ​ອຸ່ນ​ອຽ່ນ, ທຸ່ນ​ທຽ່ງ​ເຊື່ອໝັ້ນຕໍ່​ການ​ຊີ້​ນຳໆພາ​ຂອງ​ອົງຄະ​ນະ​ພັກ​ກະຊວງ​ຍຸຕິ​ທຳ, ​ເຮັດ​ໃຫ້ສະ​ພາບ​ໂດຍ​ລວມມີ​ຄວາມ​ສະຫງົບ ​ແລະ ມີ​ຄວາມ​ເອກະ​ພາບ​ສູງ, ມີ​ຄວາມ​ເບີກບານ​ມ່ວນຊື່ນ​ ແລະ ຫ້າວ​ຫັນໃນ​ການຈັດ​ຕັ້ງ​ປະຕິບັດໜ້າທີ່​ວຽກງານ​ຂອງ​ຕົນ ຊຶ່​ງສາມາດ​ຍາດ​ໄດ້ຜົນ​ງານ​ພົ້ນ​ເດັ່ນ​ໃນຫຼາຍດ້ານ ​ເປັນ​ຕົ້ນ ​ເປັນເຈົ້າ​ການ​ໃນ​ການ​ເຕົ້າ​ໂຮມ​ສາມັກຄີ​ພາຍ​ໃນ,​ ເອົາ​ໃຈ​ໃສ່​ຊີ້​ນຳ​ການຈັດ​ຕັ້ງ​ປະຕິບັດ​ດຳລັດ 411/ນຍ ວ່າ​ດ້ວຍ​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ກະຊວງ​ຍຸຕິ​ທຳ, ນຳພາ​ຄົ້ນຄວ້າ​ປັບປຸງ​ພາລະ​ບົດບາດ​ຂອງ​ຫ້ອງການ, ບັນດາ​ກົມ, ສູນ ​ແລະ ສະ​ຖາ​ບັນ, ຫຼັງຈາກນັ້ນ​, ບັນດາ​ສະຫາຍ​ທີ່​ເຂົ້າ​ຮວ່ມກອງ​ປະຊຸມ​ກໍ​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃສ່​ຮ່າງ​ບົດ​ສະຫຼຸບດັ່ງ​ກ່າວຢ່າງ​ມີບັນຍາກາດ​ຟົດ​ຟື້ນ ​ແລະ ມີ​ຄວາມ​ເປັນ​ເອກະ​ພາບກັນ ​ແນ່​ໃສ່​​ເຮັດ​ໃຫ້​ຮ່າງ​ບົດ​ສະຫຼຸບດັ່ງກ່າວ​ມີ​ເນື້ອ​ໃນ​ຄົບ​ຖ້ວນ​ສົມບູນຂຶ້ນ. ພ້ອມ​ດຽວກັນ​ນັ້ນ ກອງ​ປະຊຸມ​ຍັງ​ໄດ້​​ເຊື່ອມ​ຊຶມ​ມະຕິ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ ວ່າ​ດ້ວຍ​ການຈັດ​ຕັ້ງ​ດຳ​ເນີນ​ຊີວິດ​ການ​ເມືອງປັບປຸງ​ປົວ​ແປງ​ພາຍ​ໃນ​ພັກ  ​ແລະ ​ເອກະສານ​ສຳຄັນ​ຂອງ​ພັກ​ຈຳນວນໜຶ່ງ​.      ໃນຕອນທ້າຍ ສະຫາຍ​ ໄຊ​ສີ ສັນຕິ​ວົງ ກຳມະການ​ສູນ​ກາງ​ພັກ ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ​ຍຸຕິ​ທຳ ກໍໄດ້​ຮຽກຮ້ອງ​ມາ​ຍັງ​ສະມາຊິກ​ພັກ​, ພະນັກງານ​-ລັດຖະກອນ ຈົ່ງ​ຍົກ​ສູງ​ຄວາມ​ຮັບຜິດຊອ​ບໃນໜ້າທີ່​ການ​ເມືອງ​ຂອງ​ຕົນ ​ແລະ ​ເພີ່​ມທະວີຄວາມ​ສາມັກ​ຄີ​ເປັນ​​ຈິດ​ໜຶ່ງ​ໃຈ​ດຽວກັນສຸມ​ສະຕິ​ປັນຍາ ​ແລະ ຫົວຄິດ​ປະດິດ​ສ້າງ​ເຂົ້າ​ໃນ​ວຽກງານທີ່​ຕົນ​ຮັບຜິດຊອບໃຫ້ມີຜົນສໍາເລັດ​ຕາມ​ທິດ​ທາງ​ແຜນ​ການ​ທີ່​ໄດ້​ກຳ​ນົດ​ໄວ້​ໃນ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ ຄັ້ງ​ທີ IV ຂອງ​ອົງ​ຄະ​ນະ​ພັກ​ກະ​ຊວງ​ຍຸ​ຕິ​ທຳ​ວາງ​ອອກ. ຂຽນຂ່າວ: ​ອ່ອນ​ຄຳ    ຖ່າຍພາບ: ສຸກ​ສາຄອນ ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມເປີດກວ້າງຂອງຄະນະບໍລິຫານງານພັກກະຊວງຍຸຕິທຳ
ກອງປະຊຸມເປີດກວ້າງຂອງຄະນະບໍລິຫານງານພັກກະຊວງຍຸຕິທຳ
https://www.moj.gov.la/lo/node/846
ແຂວງສະຫວັນນະເຂດ ໄດ້ຈັດຕັ້ງການຮຽນ-ການສອນກົດໝາຍຊັ້ນຕົ້ນ ເລີ່ມແຕ່ຕົ້ນເດືອນ ມັງກອນ ຫາ ທ້າຍເດືອນ ມີນາ ປີ 2017 ທີ່ຜ່ານມາ ໂດຍການຮ່ວມມື ແລະ ປະສານສົມທົບກັນລະຫວ່າງ ກະຊວງຍຸຕິທຳ, ພະແນກຍຸຕິທຳແຂວງ ແລະ ສະຖາບັນຍຸຕິທຳພາກກາງ ແຂວງສະຫວັນນເຂດ ແລະ ບັນດາ 4 ເມືອງເປົ້າໝາຍຂອງແຂວງ ໄດ້ເປີດການຮຽນການ-ການສອນກົດໝາຍຊັ້ນຕົ້ນ ໃຫ້ແກ່ພະ ນັກງານຫຼັກແຫຼ່ງ ພາຍໃຕ້ການເປັນປະທ່ານ ຂອງຄະນະນຳຂັ້ນເມືອງ ໃນ 4 ບ້ານ ຄື: ເປີດທີ່ ບ້ານ ຂອນແກ່ນ ໃຫ້ກຽດເປັນປະທານກ່າວເປີດໂດຍ ທ່ານ ບຸນຍູ້ ທຳມະວົງ ຄະນະກຳມະການພັກແຂວງ, ເຈົ້າ ເມືອງໆເມືອງ ໄກສອນພົມວິຫານ; ເປີດທີ່ບ້ານ ດົງຄັນຍູ ໃຫ້ກຽດເປັນປະທານກ່າວເປີດໂດຍ ທ່ານ ນາງ ເຮືອງ ເພັດຊົມພູ ຄະນະປະຈຳພັກເມືອງ ຈຳພອນ; ເປີດທີ່ບ້ານ ໄຊຍະເພັດ ໃຫ້ກຽດເປັນປະທ່ານ ໂດຍ ທ່ານ ຈິນດາວັນ ບຸດລາສີ ຄະນະກຳມະການພັກເມືອງ ຮອງເຈົ້າເມືອງໆ ອຸທຸມພອນ ແລະ ເປີດທີ່ບ້ານ ແກ້ງໂພສີ ໃຫ້ກຽດເປັນປະທານໂດຍ ທ່ານ ບຸນຍົງ ຈັນນິຍະວົງ ຄະນະກຳມະການພັກແຂວງ, ເຈົ້າເມືອງໆ ໄຊບູລີ.         ໃນການຈັດຕັ້ງຮ່ຳຮຽນກົດໝາຍຊັ້ນຕົ້ນ ແມ່ນກຳນົດເອົາ 3 ເດືອນ ແລະ ນຳໃຊ້ຫຼັກສູດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຶ່ງປະກອບດ້ວຍ 4 ກຸ່ມວິຊາ ຄື: ກຸ່ມວິຊາທິດສະດີການເມືອງ-ການປົກ ຄອງ, ກຸ່ມວິຊາກົດໝາຍ, ກຸ່ມວິຊາວຽກງານຍຸຕິທຳຮາກຖານ ແລະ ກຸ່ມວິຊາເຕັກນິກການແຕ່ງເອກະສານທາງລັດຖະການ ຊຶ່ງມີທັງໝົດ 37 ວິຊາ, 30 ໜ່ວຍກິດ ແລະ 450 ຊົວໂມງ. ໃນການຈັດຕັ້ງປະຕິ ບັດຕົວຈິງພະແນກຍຸຕິທຳແຂວງ ໄດ້ຈັດສົ່ງພະນັກງານລົງຊຸກຍູ້ຕິດຕາມ ຈຳນວນ 04 ທ່ານ ພ້ອມດ້ວຍນັກສຶກສາຈາກສະຖາບັນຍຸຕິທຳພາກກາງ ຈຳນວນ 147 ຄົນ, ຍິງ 70 ຄົນ, ມີຜູ້ຂົ້າຮຽນທັງໝົດ 235 ຄົນ, ຍິງ 32 ຄົນ. ໃນນີ້ ບັນດາຜູ້ເຂົ້າຮຽນ ແມ່ນມາຈາກຂອງອົງການຈັດຕັ້ງບ້ານ ເປັນຕົ້ນ ເລຂາໜ່ວຍພັກ, ນາຍບ້ານ, ຮອງນາຍບ້ານ, ຄະນະກຳມະການໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ, ປກສ ບ້ານ, ປກຊ ບ້ານ, ສະຫະພັນແມ່ຍິງ ບ້ານ, ຊາວໜຸ່ມ ແລະ ປະຊາຊົນພາຍໃນບ້ານ.     ຜ່ານການເປີດການຮຽນ-ການສອນຫຼັກສູດກົດໝາຍຊັ້ນຕົ້ນ ແມ່ນສຳເລັດຕາມຄາດໝາຍ ແລະ ໄດ້ຈັດຕັ້ງພິທີປິດ ແລະ ມອບ-ຮັບໃບປະກາສະນິຍະບັດກົດໝາຍຊັ້ນຕົ້ນ ໃຫ້ແກ່ຜູ່ສຳເລັດການຮຽນ ຈຳນວນ 235 ຄົນ, ຍິງ 32 ຄົນ, ໃນຕອນທ້າຍຂອງພິທີ ຄະນະປະທານ ໄດ້ໃຫ້ກຽດໂອ້ລົມ ຕໍ່ຜົນສຳເລັດໃນການຈັດຕັ້ງການຮຽນ-ການສອນກົດໝາຍຊັ້ນຕົ້ນໃນຄັ້ງນີ້ວ່າ ຖືເປັນຂີດໝາຍສຳຄັນໃຫ້ແກ່ອົງ ການປົກຄອງບ້ານ, ເປັນພື້ນຖານອັນໃໝ່ໃນການຮັບຮູ້ເພີ່ມເຕີມ ກ່ຽວກັບລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳຈຳນວນໜຶ່ງ ເພື່ອໝູນໃຊ້ເຂົ້າໃນ ການປະຕິບັດໜ້າທີ່ວຽກງານຂອງອົງການປົກຄອງ ບ້ານ, ກຸ່ມບ້ານ, ທັງເປັນການປັບປຸງລະບຽບ ແລະ ແບບແຜນວິທີເຮັດວຽກຂອງອົງການປົກຄອງຂັ້ນຮາກຖານ ໃຫ້ເຂົ້າສູ່ລະບຽບກົດໝາຍເທື່ອລະກ້າວ ເພື່ອເປັນການສ້າງລັດແຫ່ງ ສປປ ລາວ ເຮົາ ໃຫ້ກາຍເປັນລັດທີ່ປົກຄອງດ້ວຍກົດໝາຍ ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ພາຍໃຕ້ການນຳພາຂອງພັກໃຫ້ປາກົດຜົນເປັນຈິງ. ສຳລັບທິດທາງໃນຕໍ່ໜ້າ ແມ່ນຈະຕ້ອງສຸມໃສ່ຈັດຕັ້ງ ປະຕິບັດຫຼັກສູດການຮຽນ-ການສອນກົດໝາຍຊັ້ນຕົ້ນ ໃຫ້ແກ່ບັນດາກຸ່ມບ້ານ ທີ່ຍັງບໍ່ທັນໄດ້ຈັດຕັ້ງການຮຽນ-ການສອນໃຫ້ທົ່ວເຖິງເທື່ອ. ຂຽນຂ່າວ ແລະ ຖ່າຍພາບ ໂດຍ: ຜູ້ປະສານງານ ແຂວງສະຫວັນນະເຂດ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ສະຫວັນນະເຂດ ສຳເລັດການຈັດຕັ້ງການຮຽນ-ການສອນກົດໝາຍຊັ້ນຕົ້ນ
ສະຫວັນນະເຂດ ສຳເລັດການຈັດຕັ້ງການຮຽນ-ການສອນກົດໝາຍຊັ້ນຕົ້ນ
https://www.moj.gov.la/lo/node/859
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 02-ພຶດສະພາ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 23/4/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 23/4/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 23/4/2017
https://www.moj.gov.la/lo/node/860
ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດວຽກງານຊ່ວຍເຫຼືອລ້າທາງດ້ານກົດໝາຍ ຂອງບັນດາຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ ທີ່ໄດ້ເປີດຢ່າງເປັນທາງການ ຢູ່ບັນດາແຂວງ ແລະ ເມືອງ ໃຫ້ມີປະສິດທິຜົນ ແລະ ຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍ, ກົມສົ່ງເສີມລະບົບຍຸຕິທຳ ໃນນາມຄະນະຮັບຜິດຊອບ ໄດ້ຈັດກອງປະຊຸມທາບທາມຮ່າງດຳລັດວ່າດ້ວຍ ການຊ່ວຍເຫຼືອລ້າທາງດ້ານກົດໝາຍ ແລະ ດຳລັດວ່າດ້ວຍ ກອງທຶນຊ່ວຍ ເຫຼືອທາງດ້ານກົດໝາຍ ຂຶ້ນທີ່ແຂວງ ຈຳປາສັກ ໃນລະຫວ່າງວັນທີ 24-25 ເມສາ 2017 ໂດຍການເປັນປະທານ ຂອງ ທ່ານ ວິກອນ ບຸນວິໄລ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທຳ ມີແຂກຖືກເຊີນທີ່ມາຈາກແຂວງ ສາລະວັນ, ເຊກອງ ແລະ ແຂວງ ອັດຕະປື ເຂົ້າຮ່ວມທັງໝົດ  37 ຄົນ, ຍິງ 10 ຄົນ.      ຈຸດປະສົງ ແມ່ນເພື່ອທາບທາມຄວາມຄິດຄວາມເຫັນຕໍ່ຮ່າງດຳລັດດ້ວຍ ການຊ່ວຍເຫຼືອລ້າທາງດ້ານກົດໝາຍ ແລະ ດຳລັດວ່າດ້ວຍ ກອງທຶນຊ່ວຍເຫຼືອທາງດ້ານກົດໝາຍ ຈາກບັນດາແຂກຖືກເຊີນ ຊຶ່ງເປັນຜູ້ຈັດຕັ້ງປະຕິ ບັດວຽກງານດັ່ງກ່າວລະຍະຜ່ານ ແນໃສ່ເຮັດໃຫ້ເນື້ອໃນຂອງດຳລັດມີຄວາມສົມບູນ, ຖືກຕ້ອງຕາມກົດໝາຍ ແລະ ສາມາດນຳໄປຈັດຕັ້ງປະຕິບັດໃນສະພາບເງື່ອນໄຂໃໝ່ໄດ້. ຜ່ານການຈັດຕັ້ງທາບທາມຄວາມຄິດຄວາມເຫັນ ຕະຫຼອດລະຍະສອງວັນ ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການປະກອບຄຳຄິດຄຳເຫັນ, ສະເໜີເຫດຜົນ ແລະ ຄວາມຈຳເປັນຕ່າງໆໃສ່ສອງຮ່າງດຳລັດ ຊຶ່ງຄະນະຮັບຜິດຊອບສ້າງຮ່າງດຳລັດ ກໍໄດ້ສັງລວມຄຳຄິດເຫັນດັ່ງກ່າວ    ເພື່ອລາຍງານຕໍ່ຄະນະພັກ-ຄະນະນຳກະຊວງຍຸຕິທຳ ມີທິດຊີ້ນຳໃນການປັບປຸງ ກ່ອນຈະນຳເຂົ້າຜ່ານກອງປະຊຸມລັດຖະບານ.      ໃນອາທິດດຽວກັນ ທີ່ແຂວງ ສະຫວັນນະເຂດ ກໍໄດ້ຈັດກອງປະຊຸມທາບທາມຮ່າງດຳລັດວ່າດ້ວຍ ການຊ່ວຍເຫຼືອລ້າທາງດ້ານກົດໝາຍ ແລະ ດຳລັດວ່າດ້ວຍ ກອງທຶນຊ່ວຍເຫຼືອທາງດ້ານກົດໝາຍ ມີແຂກຖືກເຊີນ ທີ່ມາຈາກ ແຂວງ ບໍລິຄຳໄຊ ແລະ ແຂວງ ຄຳມ່ວນ ເຂົ້າຮ່ວມທັງໝົດ  33 ຄົນ, ຍິງ 8 ຄົນ. ນອກຈາກນີ້ ກອງປະຊຸມທາບທາມຮ່າງດໍາລັດດັ່ງກ່າວ ຍັງໄດ້ຈັດຂຶ້ນທີ່ ແຂວງຫຼວງພະບາງ ໃນລະຫວ່າງວັນທີ 5-8 ເມສາ 2017 ມີແຂກຖືກເຊີນທີ່ມາຈາກ ແຂວງ ໄຊຍະບຸລີ, ອຸດົມໄຊ ແລະ ແຂວງ ຊຽງຂວາງ ເຂົ້າຮ່ວມທັງໝົດ 33 ຄົນ, ຍິງ 10 ຄົນ.      ກອງປະຊຸມທັງສາມພາກນີ້ ແມ່ນໄດ້ຮັບການສະໜັບສະໜຸນ ຈາກໂຄງການສະໜັບສະໜູນແຜນແມ່ບົດພັດທະນາລັດທີ່ປົກຄອງດ້ວຍກົດໝາຍ (SPLSMP) ແລະ ອົງການ ມູນນິທິເອເຊຍ ປະຈໍາລາວ (The Asia Foundation).   ຂຽນຂ່າວ ແລະ ຖ່າຍພາບໂດຍ: ສ. ບຸນຄ້ຳ (ນັກຂ່າວ ກົມສົ່ງເສີມລະບົບຍຸຕິທຳ) ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມທາບທາມ ຮ່າງດຳລັດວ່າດ້ວຍການຊ່ວຍເຫຼືອລ້າທາງດ້ານກົດໝາຍ ແລະ ດຳລັດວ່າດ້ວຍກອງທຶນຊ່ວຍເຫຼືອທາງດ້ານກົດໝາຍ
ກອງປະຊຸມທາບທາມ ຮ່າງດຳລັດວ່າດ້ວຍການຊ່ວຍເຫຼືອລ້າທາງດ້ານກົດໝາຍ ແລະ ດຳລັດວ່າດ້ວຍກອງທຶນຊ່ວຍເຫຼືອທາງດ້ານກົດໝາຍ
https://www.moj.gov.la/lo/node/862
Website Link: http://www.peoplecourt.gov.laLink Category: ພາກສ່ວນ ລັດຖະບານ
ສານປະຊາຊົນສູງສຸດ
https://www.moj.gov.la/lo/node/866
ກອງປະຊຸມໃຫຍ່ຄັ້ງທີ V ຂອງໜ່ວຍສະຫະພັນແມ່ຍິງພະແນກຍຸຕິທຳແຂວງ ຫົວພັນ ໄດ້ໄຂຂຶ້ນໃນທ້າຍເດືອນ ເມສາ 2017 ທີ່ຜ່ານມາ, ຢູ່ທີ່ຫ້ອງປະຊຸມຊັ້ນ II ຂອງພະແນກຍຸຕິທຳແຂວງຫົວພັນ ພາຍໃຕ້ການເປັນປະທານ ຂອງ ທ່ານ ນາງ ແພງວັນ ເສີມຄຳຫຼ້າ ຮອງປະທານສະຫະພັນແມ່ຍິງແຂວງ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ສົມພອນ ອິນຄະວິໄລ ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງ, ມີຜູ້ຕາງໜ້າຈາກໜ່ວຍສະຫະພັນແມ່ຍິງ ສະພາປະຊາຊົນແຂວງ, ສານປະຊາຊົນ, ອົງການໄອຍະການປະຊາຊົນ, ໜ່ວຍກຳມະບານ, ໜ່ວຍຊາວໜຸ່ມ ປປ ລາວ ແລະ ສະມາຊິກແມ່ຍິງຂອງພະແນກຍຸຕິທຳ ເຂົ້າຮ່ວມທັງໝົດ  22 ທ່ານ.      ໃນກອງປະຊຸມ ທ່ານ ນາງ ຕາ ບຸດຊະວົງ ຮອງປະທານໜ່ວຍສະຫະພັນແມ່ຍິງພະແນກຍຸຕິທຳ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ຊຶ່ງໜ່ວຍສະຫະພັນແມ່ຍິງພະແນກຍຸຕິທຳ ປະກອບມີ 13 ທ່ານ ແລະ ຕະຫຼອດລະຍະ 3 ປີ ຜ່ານມາ ຄະນະໜ່ວຍສະຫະພັນແມ່ຍິງ ໄດ້ເພີ່ມທະວີການຊີ້ນຳ-ນຳພາ, ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ເອື້ອຍນ້ອງແມ່ຍິງ ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຊຸກຍູ້ສົ່ງເສີມໃຫ້ສະ ມາຊິກສ້າງສາພັດທະນາເສດຖະກິດຄອບຄົວ, ແກ້ໄຂຄວາມທຸກຍາກຢ່າງຕໍ່ເນື່ອງ ຕິດພັນກັບການປັບປຸງກົງຈັກການຈັດຕັ້ງ, ສ້າງເອື້ອຍນ້ອງແມ່ຍິງໃຫ້ມີຄວາມເຂັ້ມແຂງທຸກດ້ານ ໂດຍຖືເອົາຂໍ້ແຂ່ງຂັນ 3 ດີ ທີ່ສູນກາງສະຫະ ພັນແມ່ຍິງລາວວາງອອກ.      ຈາກນັ້ນ ກອງປະຊຸມຍັງໄດ້ຮັບຮອງເອົາທິດທາງແຜນການ ເພື່ອສືບຕໍ່ພັດທະນາແມ່ຍິງ, ເພີ່ມທະວີຄວາມເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ແນວຄິດ ໂດຍຕິດພັນກັບແນວທາງນະໂຍບາຍຂອງພັກ, ກົດໝາຍ ຂອງລັດ ກໍຄືກົດລະບຽບທີ່ສະຫະພັນແມ່ຍິງລາວວາງອອກ, ຕັ້ງໜ້າປັບປຸງ ແລະ ສ້າງເອື້ອຍນ້ອງແມ່ຍິງໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນດ້ານຄຸນທາດການເມືອງ ແລະ  ເສີມຂະຫຍາຍມູນເຊື້ອອັນດີງາມ, ສາມັກຄີປອງດອງ. ຫຼັງຈາກນັ້ນ ສະມາຊິກໜ່ວຍແມ່ຍິງພະແນກຍຸຕິທຳແຂວງຫົວພັນ ກໍໄດ້ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍແມ່ຍິງຊຸດໃໝ່ ເພື່ອສືບຕໍ່ຊີ້ນຳ-ນຳພາວຽກງານຕໍ່ໄປ. ຂຽນຂ່າວ ແລະ ຖ່າຍພາບ ໂດຍ: ພວງເພັດ ເພັດຍາວົງ ພະແນກຍຸຕິທຳແຂວງຫົວພັ­­ນ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມໃຫຍ່ ຄັ້ງທີ V ຂອງໜ່ວຍສະຫະພັນແມ່ຍິງພະແນກຍຸຕິທຳແຂວງຫົວພັນ
ກອງປະຊຸມໃຫຍ່ ຄັ້ງທີ V ຂອງໜ່ວຍສະຫະພັນແມ່ຍິງພະແນກຍຸຕິທຳແຂວງຫົວພັນ
https://www.moj.gov.la/lo/node/872
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 04-ພຶດສະພາ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 30/4/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 30/4/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 30/4/2017
https://www.moj.gov.la/lo/node/873
ພະແນກຍຸຕິທໍາແຂວງ ບໍລິຄໍາໄຊ ໄດ້ ຈັດພິທີມອບ-ຮັບ ຮັບໃບຢັ້ງຢືນເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ຄັ້ງທີ 4 ປະຈໍາ  ປີ2016  ຂຶ້ນ ໃນວັນທີ 3 ພືດສະພາ 2017 ຜ່ານມານີ້ ຢູ່ຫ້ອງປະຊຸມພະແນກຍຸຕິທຳ ແຂວງ ຊຶ່ງໃຫ້ກຽດມອບໃບຢັ້ງຢືນໃນຄັ້ງນີ້ ໂດຍ ທ່ານ ຈວງຈັນ ລາດສະວົງ ຄະນະປະຈຳ ພັກແຂວງ  ຫົວໜ້າ ກອງບັນຊາການທະຫານແຂວງ. ໜ່ວຍພັກພະແນກຍຸຕິທຳ ແຂວງບໍລິຄຳໄຊ   ເປັນໜ່ວຍພັກໜຶ່ງ ທີ່ຂຶ້ນກັບອົງ ຄະນະພັກແຂວງ ນັບແຕ່ ປີ 2002 ເປັນຕົ້ນມາໜ່ວຍພັກພະແນກຍຸຕິທຳ ແຂວງບໍລິຄຳໄຊ ໄດ້ສູ້ຊົນຈັດຕັ້ງປະຕິບັດນຳພາສະມາຊິກພັກ, ພະນັກງານ ໃນການປະຕິບັດໜ້າທີ່ວຽກງານແຕ່ລະດ້ານຕາມພາລະບົດບາດໜ້າທີ່ຮັບ ຜິດຊອບຂອງຕົນຢ່າງຮອບດ້ານ ຈົນໄດ້ຮັບຜົນສຳເລັດ ແລະ ມີຜົນງານອັນພົ້ນເດັ່ນເປັນກ້າວໆມາ ເຮັດໃຫ້ ໜ່ວຍພັກ ພະແນກຍຸຕິທຳແຂວງ ມີຄວາມເຕີບໃຫ່ຍເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ. ສະນັ້ນ, ໜ່ວຍ ພັກ ຈຶ່ງໄດ້ຮັບນາມມະຍົດເປັນໜ່ວຍພັກເຂັ້ມ ແຂງ-ຮູ້ນຳພາຮອບດ້ານ  4 ສະໄໜຕິດຕໍ່ກັນ.       ໃນພິທີ ສະຫາຍ ສະພັງທອງ ພົມມະຈັກ ວ່າການເລຂາໜ່ວຍພັກພະແນກຍຸຕິທໍາແຂວງ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກແຂງ-ຮູ້ນຳພາຮອບດ້ານ ຂອງໜ່ວຍ ປະຈຳປີ 2016 ແລະ ທິດທາງແຜນການ ການກໍ່ສ້າງເປັນໜ່ວຍພັກແຂງ-ຮູ້ນຳພາຮອບດ້ານປະຈຳປີ 2017ໄດ້ກ່າວວ່າ ປີຜ່ານມາ ໜ່ວຍພັກພະແນກຍຸຕິທຳ ແຂວງ ບໍລິຄຳໄຊ ໄດ້ສູ້ຊົນຮັກສາມູນເຊື້ອການເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບ ດ້ານ ໂດຍໄດ້ເອົາໃຈໃສ່ຊີ້ນຳ-ນຳພາດ້ານແນວຄິດການເມືອງໃຫ້ແກ່ສະມາຊິກພັກ-ພະນັກງານພາຍໃນພະແນກຍຸຕິທຳ ກຳແໜ້ນມູນເຊື້ອອັນດີງາມຂອງພັກ, ມີນ້ຳໃຈຮັກຊາດຮັກບ້ານເກີດເມືອງນອນ, ເປັນເຈົ້າຕົນເອງເສີມຂະ ຫຍາຍຫົວຄິດປະດິດສ້າງ, ຝຶກຝົນຫຼໍ່ຫຼອມໃຫ້ມີຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດທີ່ໜັກແໜ້ນ, ມີທັດສະນະຊົນຊັ້ນກຳມະກອນຢ່າງເລີກເຊີ່ງ, ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ປະ ຕິບັດລະບຽບພັກຢ່າງເຂັ້ມງວດ.   ຂຽນຂ່າວ ແລະ ຖ່າຍພາບໂດຍ: ບຸນເລີດ ລັດທະພອນ ຜູ້ປະສານງານແຂວງ ບໍລິຄຳໄຊ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທໍາແຂວງບໍລິຄໍາໄຊຮັບໃບຢັ້ງຢືນເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ
ພະແນກຍຸຕິທໍາ ແຂວງບໍລິຄໍາໄຊ ຮັບໃບຢັ້ງຢືນເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ
https://www.moj.gov.la/lo/node/874
​ໃນ​ລະຫວ່າງວັນ​ທີ 24-26 ​ເມສາ 2017ທີ່​ຜ່ານ​ມາ ກົມ​ໂຄສະນາ​ເຜີຍແຜ່​ກົດໝາຍ ກະຊວງ​ຍຸຕິ​ທຳ ຮ່ວມກັບ​ໂຄງການ​ຈັດ​ຕັ້ງ​ປະຕິບັດ​ແຜນ​ແມ່​ບົດ​ພັດທະນາ​ລັດ​ທີ່ປົກຄອງດ້ວຍກົດໝາຍ​ ໄດ້​​ລົງ​ເຄື່ອນ​ໄຫວໂຄສະນາເຜີຍ​ແຜ່​ກົດໝາຍ​  ​ຢູ່ 3 ​ເມືອງ​ຂ​ອງ​ແຂວງ​ຫົວພັນ ​ຄື: ​ເມືອງ​ວຽງ​ໄຊ, ​ເມືອງ​ຊຽງຄໍ້, ​ເມືອງ​​ແອດ ໂດຍ​ການນຳພາ​ຂອງ​ທ່ານ ພູທອນ ​ແກ້ວ​ດວງ​ມະນີ ຫົວໜ້າກົມ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ ​​ເຂົ້າ​ຮ່ວມ​ມີ​ທ່ານ ສົມ​ພອນ ອິນ​ຄະ​ວິ​ໄລ ຫົວ ໜ້າພະ​ແນ​ກຍຸຕິ​ທຳ​ແຂວງ​ຫົວພັນ ຮອງ​ຫົວໜ້າພະ​ແນ​ກ, ພະນັກງານ-ລັດຖະກອນ ຕະຫຼອດຮອດ​ພໍ່​ແມ່​ປະຊາຊົນພາຍ​ໃນ​ເມືອງຂອງ​ແຂວງ​ຫົວພັນ​ເຂົ້າ​ຮວ່ມຮັບ​ຟັງຢ່າງ​ພ້ອມພຽງ.      ໃນ​ພິທີ​ຜູ້​ເຂົ້າ​ຮວ່ມໄດ້​ຮັບ​ຊົມ​ການ​ສາຍຮູບ​ເງົາ​ທີ່​ມີ​ເນື້ອ​ຫາ​ສ່ອງ​​ແສງ​ເຖິງບາງ​ມາດຕາ​ຂອງ​ກົດໝາຍທີ່​ຕິດ​ພັນ​ກັບ​ການ​ດຳລົງ​ຊີວິດຂອງ​ປະຊາຊົນ ຫຼັງຈາກ​ນັ້ນ​ໃນ​ພິທີ​ກໍ​ໄດ້​ເປີດ​ໂອກາດ​ໃຫ້​ພໍ່​ແມ່​ປະຊາຊົນ ​ໄດ້​ສົນທະນາ​​ແບບ​ຖາມ-​ຕອບກຽ່ວກັບ​ກົດໝາຍ ​ແລະ ຂັ້ນ​ຕອນການ​ເຂົ້າ​ເຖິງ​ຂະ​ບວນການ​ຍຸຕິ​ທຳ ​ແລະ ຂໍ້​ມູນ​ຂ່າວສານ​ທາງ​ດ້ານ​ກົດໝາຍ ພ້ອມ​ດຽວກັນ​ນັ້ນ ​ກໍ​ມີ​ການ​ແຈກ​ປື້​ມກົດໝາຍ, ​ແຜ່ນ​ຊີ​ດີ,​ ແຜ່ນ​ພັບ ​ແລະ ​ເສື້ອ​ທີ່​ລະນຶກ​ຈຳນວນໜຶ່ງ​ໃຫ້ ແກ່​ພໍ່​ແມ່​ປະຊາຊົນ​ອີກ​ດ້ວຍ.      ຈຸດປະສົງຂອງ​ການ​ເຜີຍ​ແຜ່​ໂຄສະນາ​ກົດໝາຍ​ໃນ​ຄັ້ງ​ນີ້ ​ກໍ​ເພື່ອ​​ເປັນ​ການ​ສ້າງ​ສະຕິ​ເຄົາລົບ ​ແລະ ປະຕິບັດ​ກົດໝາຍ​ໃຫ້​ແກ່ປະຊາຊົນ​ 3 ເມືອງ​ຂອງ​ແຂວງ​ຫົວພັນ ​ໃຫ້ມີ​ຄວາມ​ຕື່ນ​ຕົວ​ຫັນ​ເອົາ​ແນວທາງ​ຂອງ​ພັກ, ລັດຖະທຳ​ມະນູນ ແລະ ກົດໝາຍ ​ເປັນ​ບ່ອນ​ອີງ​ໃນ​ການ​ປະພຶດ​ປະຕິບັດ ​ເພື່ອເຮັດ​ໃຫ້ການ​​ເຄື່ອນ​ໄຫວ​ດຳລົງ​ຊີວິດຂອງປະຊາຊົນບັນດາເຜົ່າ​ ສອດຄ່ອງ​ຕາມ​ແນວທາງນະ​ໂຍບາຍ​ຂອງ​ພັກ, ​ກົດໝາຍ ແລະ ລະບຽບການ ​ເຮັດ​ໃຫ້​ສັງຄົມ​ມີ​ຄວາມ​ສະຫງົບ, ສີວິ​ໄລ ​ແລະ ຍຸຕິ​ທຳ.      ​ໃນ​ຕອນ​ທ້າຍ ທ່ານ ພູ​ທອນ ​ແກ້ວ​ດວງ​ມະນີ ຫົວໜ້າກົມ​ໂສະນາ​ເຜີຍ​ແຜ່​ກົດໝາຍ ກໍ​ໄດ້​ສະ​ແດງ​ຄວາມຂອບ​ໃຈ​ຕໍ່​ຄະນະ​ພັກ-ຄະນະນຳ​ ​ແລະ ພໍ່​ແມ່​ປະຊາຊົນ​ ທີ່​​ໃຫ້​ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ​ແລະ ​​ເຂົ້າ​ຮວ່ມຮັບ​ຟັງ​ການ​ເຜີຍ​ແຜ່​ກົດໝາຍດ້ວຍ​ຄວາມ​ເອົາ​ໃຈ​ໃສ່. ໃນ​ໂອກາດ​ດຽວກັນ​ ທ່ານ ສົມ​ພອນ ອິນ​ຄະ​ວິ​ໄລ ຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງຫົວພັນ ກໍ​​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​​ຄະນະ​ພັກ-ຄະນະນຳກະຊວງຍຸຕິທຳ ທີ່​ໄດ້​ລົງ​ມາ​ເຜີຍ​ແຜ່​ກົດໝາຍ​​ໃຫ້​ປະຊາຊົນ​ຢູ່ທີ່​ແຂວງ​ຫົວພັນໃນ​ຄັ້ງ​ນີ້.   ຂຽນຂ່າວ: ອ່ອນ​ຄຳ ​ໄຊ​ຍະ​ວົງ  ຖ່າຍພາບ: ວິກກີ້ ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກົມໂຄສະນາເຜີຍແຜ່ກົດໝາຍ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ປະຊາຊົນ ຢູ່ແຂວງຫົວພັນ
ກົມໂຄສະນາເຜີຍແຜ່ກົດໝາຍ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ປະຊາຊົນ ຢູ່ແຂວງຫົວພັນ
https://www.moj.gov.la/lo/node/875
ຕອນເຊົ້າຂອງວັນທີ 3 ພຶດສະພາ 2017  ຢູ່ທີ່​ກະຊວງ​ຍຸຕິ​ທໍາ ໄດ້ຈັດປາຖະກະຖາຫວນຄືນມູນເຊື້ອ ວັນສ້າງຕັ້ງກຳມະກອນ ສາກົນ ຄົບຮອບ 131 ປີ ໃຫ້ກຽດ​ເປັນ​ປະທານ ​ແລະ ປາຖະກະຖາ​ໂດຍ ​ທ່ານ ປອ ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ມີ​ບັນດາ​ຄະນະ​ພັກ-ຄະນະ​ນຳ ຕະຫຼອດຮອດ​ພະນັກງານ-ລັດຖະກອນ​ຂອງ​ກະຊວງ​ຍຸຕິ​ທຳ​ເຂົ້າ​ຮ່ວມ.​      ໃນ​ພິທີ​ ທ່ານ ປອ ​ເສີມ​ສຸກ ສິມ​ພະ​ວົງ ໄດ້ຍົກໃຫ້ເຫັນມູນເຊື້ອປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ, ຜົນງານການເຄື່ອນໄຫວຂອງກຳມະກອນລາວ ໃນພາລະກິດປະຕິວັດ ຕໍ່ສູ້ປົດປ່ອຍຊາດ ກໍຄືການປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດຊາດ ຊຶ່ງຊົນຊັ້ນກຳມະກອນ ໄດ້ຜ່ານຂະບວນວິວັດແຫ່ງການຕໍ່ສູ້ກັບການກົດຂີ່ຂູດຮີດແຮງງານ ຂອງຊົນຊັ້ນນາຍທຶນ ຢ່າງໜັກໜ່ວງ ໂດຍພາຍໃຕ້ແອກການປົກຄອງຂອງລະບອບນາຍທຶນ, ກຳມະກອນຖືກບັງຄັບ ໃຫ້ເຮັດວຽກມື້ໜຶ່ງ 12-15 ຊົ່ວໂມງ ໃນເງື່ອນໄຂການອອກແຮງງານສຸດທີ່ລຳບາກຍາກເຂັນ ແລະ ມີຄວາມສ່ຽງສູງຕໍ່ຊີວິດ. ມາໃນວັນທີ 1 ພຶດສະພາ 1886 ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ໄດ້ລຸກຂຶ້ນຕໍ່ສູ້ປະທ້ວງ ໃຫ້ພວກນາຍທຶນ ຫຼຸດຊົ່ວໂມງເຮັດວຽກໃຫ້ກຳມະກອນ ເຮັດວຽກ 8 ຊົ່ວໂມງຕໍ່ມື້ ຄື: 8 ຊົ່ວ ​ໂມງ​​​ເຮັດວຽກ, 8ຊົ່ວ​ໂມງພັກຜ່ອນ ​ແລະ 8 ຊົ່ວ​ໂມງສຶກສາ​ຮ່ຳຮຽນ.      ໃນ​ຕອນ​ທ້າຍ​ຂອງ​ພິທີ​ ທ່ານ ປອ ​ເສີມ​ສຸກ ສິມ​ພະ​ວົງ ຍັງ​ໄດ້​ຮຽກຮ້ອງ​ມາ​ຍັງບັນດາພະນັກງານ-ລັດຖະກອນກະຊວງ​ຍຸຕິ​ທຳ ຈົ່ງເຊີດຊູມູນເຊື້ອອັນດີງາມຂອງວັນທີ 1 ພຶດສະພາ  ​ແລະ ​ເໜັ້ນ​ໃຫ້​ພະນັກງານ​ລັດ-ຖະກອນ​ກໍ​ຄື​ສະມາຊິກ​ກຳມະບານ​ທຸກ​ຄົນ​ພາຍ​ໃນ ​ກະຊວງ​ຍຸທຳ ຈົ່ງ​ເອົາ​ໃຈ​ໃສ່​ປະ​ກອບ​ສວ່ນ​ເຄື່ອນ​ໄຫວ​ວຽກງານ​ກຳມະບານ ​ແລະ ສ້າງ​ຂະ​ບວນການ​ແຂ່ງຂັນ​ໃນ​ການ​ປະຕິບັດໜ້າທີ່​ວິຊາ​ສະ​ເພາະ, ມີ​ລະບຽບວິ​ໄນ ​ແລະ ປະຕິບັດ​ຂໍ້​​ແຂ່ງຂັນ 5 ​ເປັນ​ເຈົ້າ​ຂອງ​ສະຫະພັນ​ກຳມະບານ​ລາວ ​ວາງ​ອອກຕິດ​ພັນ​ກັບ​ຂໍ້​ແຂ່ງຂັນ​ຮັກ​ຊາດ ​ແລະ ພັດທະນາ ​ໃຫ້​ປາກົດ​ຜົນ​ເປັນ​ຈິງ. ຂຽນຂ່າວ ອ່ອນ​ຄຳ     ຖ່າຍພາບ ສົມ​ຫັວງ, ສຸກ​ສາຄອນ ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກະຊວງຍຸຕິທຳ ຈັດພິທີປາຖະກະຖາວັນກຳມະກອນສາກົນ ຄົບຮອບ 131 ປີ
ກະຊວງຍຸຕິທຳ ຈັດພິທີປາຖະກະຖາວັນກຳມະກອນສາກົນ ຄົບຮອບ 131 ປີ
https://www.moj.gov.la/lo/node/876
ໃນຕອນເຊົ້າຂອງວັນທີ 4 ພຶດສະພາ 2017 ຢູ່ທີ່ກະຊວງຍຸຕິທໍາ ທ່ານ ໄຊສີ ສັນຕິວົງ ລັດຖະ ມົນຕີກະຊວງຍຸຕິທໍາ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂຕຊິໂລະ ອິໂນະ (Toshiro INO) ຮອງລັດຖະມົນຕີກະ ຊວງຍຸຕິທໍາແຫ່ງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ທ່ານໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 3 - 6 ພຶດສະພາ 2017.      ​ໃນ​ໂອກາດ​ດັ່ງກ່າວ​ ທ່ານລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ພ້ອມ​ທັງ​ຕີ​ລາຄາ​ສູງ​ຕໍ່​ການ​ເຂົ້າ​ຢ້ຽມຄຳນັບ​ຂອງ ​ທ່ານ ​ໂຕ​ຊິ​ໂລະ ອິ​​ໂນະ ພ້ອມ​ດ້ວຍ​ຄະນະ​ໃນ​ຄັ້ງ​ນີ້ ຊຶ່ງ​ເປັນ​ການ​ປະກອບສ່ວນ​ທີ່​ສຳຄັນ​ເຂົ້າ​ໃນ​ການ​​ເສີມ​ສ້າງສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ຍຸຕິ​ທຳ ​ແຫ່ງ ສປປ ລາວ ກັບ​ກະຊວງ​ຍຸຕິ​ທຳ​ແຫ່ງ​ປະ​ເທດ​ຍີ​ປຸ່ນ ​ໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນຂຶ້ນ​ກວ່າ​ເກົ່າ. ຈາກ​ນັ້ນ​ທັງ​ສອງ​ຝ່າຍ​ກໍ​ໄດ້​ລາຍ​ງານສະພາບ​ການ​ເຄື່ອນ​ໄຫວ​ວຽກງານ​ໃຫ້​ກັນຊາ​ບ ​ໂດຍ​ສະ​ເພາະ​ແມ່ນ​ການ​ຊ່ວຍ​​ເຫລືອ​ທາງ​ດ້ານ​ເຕັກນິກ, ວິຊາ​ການ ​ແລະ ທຶນ​ຊ່ວຍ​ເຫຼືອ​ໃນ​ການ​ຮ່າງ​ປະມວນ​ກົດໝາຍ​ແພ່ງ​ໃຫ້​ໄດ້​ຮັບ​ການ​ຮັບຮອງ​ຈາກ​ສະພາ​ແຫ່ງ​ຊາດ ​ໃນ​ທ້າຍ​ປີ 2017 ນີ້. ນອກຈາກນັ້ນ ທັງ​ສອງ​ຝ່າຍຍັງໄດ້ປຶກສາຫາລືຮ່ວມກັນ ໃນການວາງແຜນການສະໜັບສະໜູນທາງດ້ານການພັດທະນາບຸກຄະລາກອນ ໃຫ້ແກ່ກະຊວງຍຸຕິທໍາ ສປປ ລາວ.      ໃນຕອນທ້າຍຂອງການພົບປະທ່ານ  ໂຕຊິໂລະ ອິໂນະ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ທ່ານ ລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ອໍານວຍຄວາມສະດວກທຸກດ້ານ ແກ່ການເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ແລະ ພ້ອມທີ່ຈະໃຫ້ການຮ່ວມມື ແລະ ຊ່ວຍເຫຼືອດ້ານຕ່າງໆໃນຂົງເຂດວຽກງານຍຸຕິທໍາໃນຕໍ່ໜ້າ. ຂຽນຂ່າວ: ​ໄຊ​ຍະ​ສິດ   ຖ່າຍພາບ: ຈັນທະ​ວີ​ສຸກ ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ທ່ານ ລັດຖະມົນຕີ ກະຊວງຍຸຕິທໍາ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ຮອງລັດຖະມົນຕີ ກະຊວງຍຸຕິທໍາ ແຫ່ງປະເທດຍີ່ປຸ່ນ
ທ່ານ ລັດຖະມົນຕີ ກະຊວງຍຸຕິທໍາ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ຮອງລັດຖະມົນຕີ ກະຊວງຍຸຕິທໍາ ແຫ່ງປະເທດຍີ່ປຸ່ນ
https://www.moj.gov.la/lo/node/878
ໃນຕອນບ່າຍຂອງວັນທີ 26 ເມສາ 2017 ທີ່ຜ່ານມາ ສະພາທະນາຍຄວາມໄດ້ຈັດພິທີຮັບທະນາຍຄວາມ ຊຸດທີ 12 ຂຶ້ນ ຢູ່ທີ່ຫ້ອງປະຊຸມຂອງສະພາທະນາຍຄວາມ ໂດຍການເປັນປະທານຂອງ ທ່ານ ຄຳໃສ ສຸລິນທອນ ປະທານ ສະພາທະນາຍຄວາມ, ເປັນກຽດເຂົ້າຮ່ວມຂອງ ທ່ານ ປອ. ຈອມຄຳ ບຸບຜາລີວັນ ຫົວໜ້າກົມສົ່ງເສີມລະບົບຍຸຕິທຳ ກະຊວງຍຸຕິທຳ, ມີບັນດາທ່ານຄະນະປະຈຳສະພາທະນາຍຄວາມ ແລະ ທະນາຍຄວາມໃໝ່ເຂົ້າຮ່ວມ.        ຈຸດປະສົງ ແມ່ນເພື່ອຮັບທະນາຍຄວາມໃໝ່ທີ່ໄດ້ຜ່ານການອົບຮົມທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ ທີ່ຄົບຕາມເງື່ອນໄຂທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍທະນາຍຄວາມ ແລະ ກົດລະບຽບພາຍໃນຂອງສະພາທະ ນາຍຄວາມ. ໃນພິທີ ທ່ານ ນິວັນ ສົມແສງດີ ຄະນະປະຈຳສະພາທະນາຍຄວາມ ກໍໄດ້ສະຫຼຸບລາຍງານ ແລະ ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງຍຸຕິທຳ ວ່າດ້ວຍການແຕ່ງຕັ້ງທະນາຍຄວາມ ຊຶ່ງທະນາຍຄວາມທີ່ໄດ້ຮັບການແຕ່ງ ຕັ້ງໃນຄັ້ງນີ້ ມີຈຳນວນທັງໝົດ 30 ທ່ານ, ຍິງ 10 ທ່ານ. ຈາກນັ້ນທ່ານ ຄໍາໃສ ສຸລິນທອນ ປະທານສະພາທະນາຍຄວາມ ໄດ້ໃຫ້ກຽດມອບໃບແຕ່ງຕັ້ງທະນາຍຄວາມໃຫ້ແກ່ທະນາຍຄວາມໃໝ່. ຫຼັງຈາກນັ້ນທະນາຍຄວາມໃໝ່ກໍໄດ້ ພ້ອມກັນປະຕິຍານຕົນ ຊຶ່ງໄດ້ປະຕິຍານວ່າ ຈະຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນທະນາຍຄວາມທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ສື່ສັດຕໍ່ວິຊາຊີບ, ເຄົາລົບ ແລະ ປະຕິບັດຕາມແນວ ທາງນະໂຍບາຍ ຂອງພັກ, ກົດໝາຍຂອງລັດ ແລະ ກົດລະບຽບຂອງທະນາຍຄວາມ .         ໃນຕອນທ້າຍຂອງພິທີ ທ່ານ ຄຳໃສ ສຸລິນທອນ ປະທານສະພາທະນາຍຄວາມ ກໍໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ເຂົ້າຮ່ວມໃນພິທີ ຊຶ່ງກ່ອນອື່ນທ່ານກໍໄດ້ສະແດງຄວາມຍິນດີ ແລະ ຍ້ອງຍໍຊົມເຊີຍທະນາຍຄວາມ ຊຸດທີ 12 ທີ່ໄດ້ຕັ້ງໃຈ ຄົ້ນຄວ້າຮ່ຳຮຽນຈົນຍາດໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ ແລະ ໄດ້ເນັ້ນໜັກໃຫ້ທະນາຍຄວາມທັງ 30 ທ່ານ ຈົ່ງພ້ອມກັນຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນທະນາຍຄວາມທີ່ມີຄວາມຮູ້, ຄວາມສາມາດ, ມີຄຸນທາດການ ເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ປະຕິບັດໜ້າທີ່ດ້ວຍຄວາມຊື່ສັດບໍລິສຸດ, ຍຸຕິທຳ, ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ເພື່ອປະກອບສ່ວນເຮັດໃຫ້ສັງຄົມນັບມື້ນັບມີຄວາມສະຫງົບ ແລະ ສີວິໄລ. ຂຽນຂ່າວ: ສີປະໄພ  ພາບ: ຈັນທະວີສຸກ  ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ສະພາທະນາຍຄວາມຈັດພິທີຮັບທະນາຍຄວາມ ຊຸດທີ 12
ສະພາທະນາຍຄວາມຈັດພິທີຮັບທະນາຍຄວາມ ຊຸດທີ 12
https://www.moj.gov.la/lo/node/881
ລາຍລະອຽດປະເພດຂອງເອກະສານ: ຂໍ້ຕົກລົງ ຂອງນາຍົກລັດຖະມົນຕີເອກະສານລົງວັນທີ: 05-ພຶດສະພາ-2017ເລກທີຂອງເອກະສານ: 1 Online Viewinghttps://www.moj.gov.la/sites/default/files/%E0%BA%AA%E0%BA%B9%E0%BA%99%E0%BB%81%E0%BA%81%E0%BB%89%E0%BB%84%E0%BA%82%E0%BA%82%E0%BB%8D%E0%BB%89%E0%BA%82%E0%BA%B1%E0%BA%94%E0%BB%81%E0%BA%8D%E0%BB%88%E0%BA%87%E0%BA%97%E0%BA%B2%E0%BA%87%E0%BA%94%E0%BB%89%E0%BA%B2%E0%BA%99%E0%BB%80%E0%BA%AA%E0%BA%94%E0%BA%96%E0%BA%B0%E0%BA%81%E0%BA%B4%E0%BA%94/documents/%E0%BA%99%E0%BA%B4%E0%BA%95%E0%BA%B4%E0%BA%81%E0%BA%B3/%E0%BA%82%E0%BB%8D%E0%BB%89%E0%BA%95%E0%BA%BB%E0%BA%81%E0%BA%A5%E0%BA%BB%E0%BA%87-%E0%BA%82%E0%BA%AD%E0%BA%87%E0%BA%99%E0%BA%B2%E0%BA%8D%E0%BA%BB%E0%BA%81%E0%BA%A5%E0%BA%B1%E0%BA%94%E0%BA%96%E0%BA%B0%E0%BA%A1%E0%BA%BB%E0%BA%99%E0%BA%95%E0%BA%B5/881/compressed.pdf
ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງຍຸຕິທຳວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ
https://www.moj.gov.la/lo/node/883
ພະແນກຍຸຕິທຳແຂວງຫົວພັນ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດວຽກງານທະບຽນສານ ແລະ ວຽກງານການຈັດຕັ້ງປະຕິບັດຄຳຕັດສີນຂອງສານຂື້ນ ໃນວັນທີ 4 ພຶດສະພາ 2017 ຢູ່ທີຫ້ອງປະຊຸມ ຊັ້ນ II ຂອງຫ້ອງການປົກຄອງແຂວງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພັນທອງ ເພັດໄຊສົມພັນ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງ, ຜູ້ຊີ້ນຳຂົງເຂດເສດຖະກິດ. ມີຜູ້ຕາງໜ້າມາຈາກສະພາປະຊາຊົນແຂວງ, ພະ ແນກການເງິນ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກແຜນການ ແລະ ການລົງທຶນ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ພະນັກງານຂອງຫ້ອງທີ່ກ່ຽວຂ້ອງ ຂອງພະແນກຍຸຕິທຳເຂົ້າຮ່ວມນຳ.        ໃນກອງປະຊຸມ ທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທຳ ກໍໄດ້ລາຍງານສະພາບຂອງການຈັດຕັ້ງປະຕິບັດວຽກງານທະບຽນສານ ແລະ ວຽກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານໃນລະຍະຜ່ານມາ ຊື່ງໄດ້ຍົກ ໃຫ້ເຫັນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານທະບຽນສານ ເປັນຕົ້ນ ການຢັ້ງຢືນຄວາມຖືກຕ້ອງຂອງເອກະສານສັນຍາປະເພດຕ່າງໆ ແລະ ມີບາງສັນຍາຍັງບໍ່ໄດ້ຮັບການຢັ້ງຢືນ ແລະ ກວດກາຈາກນາຍ ທະບຽນສານ. ສະນັ້ນ, ເພື່ອເຮັດໃຫ້ສັນຍາປະເພດຕ່າງໆ ໄດ້ຮັບການຢັ້ງຢືນຢ່າງຖືກຕ້ອງາມກົດໝາຍ ພາກສ່ວນທີ່ກ່ຽວຂ້ອງຕ້ອງເປັນເຈົ້າການແນະນຳໃຫ້ຄູ່ສັນຍານຳເອົາສັນຍານັ້ນ ມາຢັ້ງຢືນນຳອົງການທະບຽນສານສາກ່ອນ ຈື່ງເຮັດໃຫ້ສັນຍາມີຜົນທາງດ້ານກົດໝາຍ. ໃນກອງປະຊຸມຜູ້ເຂົ້າຮ່ວມກໍໄດ້ພ້ອມກັນປະກອບຄຳເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ວຽກງານທະບຽນສານ ແລະ ວຽກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານ ໄດ້ຮັບການຈັດຕັ້ງ ປະຕິບັດຢ່າງຖືກຕ້ອງຕາມຫຼັກການຂອງກົດໝາຍ, ຮັບປະກັນໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຄູ່ສັນຍາ, ທັງເປັນການສ້າງຄວາມຍຸຕິທຳຢູ່ໃນສັງຄົມ. ຂຽນຂ່າວ ແລະ ຖ່າຍພາບ ໂດຍ: ນັກຂ່າວ ພະແນກຍຸຕິທຳແຂວງຫົວພັນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂວງ ຫົວພັນ ຈັດກອງປະຊຸມປຶກສາຫາລືກ່ຽວກັບວຽກງານທະບຽນສານ ແລະ ວຽກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ
ພະແນກຍຸຕິທຳແຂວງ ຫົວພັນ ຈັດກອງປະຊຸມປຶກສາຫາລືກ່ຽວກັບວຽກງານທະບຽນສານ ແລະ ວຽກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ
https://www.moj.gov.la/lo/node/884
ໃນຕອນເຊົ້າຂອງ ວັນທີ່ 04 ພຶດສະພາ 2017 ເວລາ 8:30 ທີ່ບ້ານຖ້ຳພວງ, ເມືອງຍົມມະລາດ ໄດ້ປິດບັ້ນການສອນ-ການຮຽນກົດໝາຍ ຊັ້ນຕົ້ນ ລະຍະ 03 ເດືອນ ສົກປີ 2017  ໂດຍການເປັນປະທານຂອງ ທ່ານ ມະນີວົງ ຈັນ ທະວົງ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆຍົມມະລາດ. ຕາງໜ້າພະແນກຍຸຕິທຳແຂວງ ທ່ານ ວິໄຊ ແກ້ວດວງດີ ຮອງຫົວໜ້າພະແນກຍຸຕິທຳແຂວງຄຳມ່ວນ ພ້ອມຄະນະ, ທ່ານ ພັທ ຄຳແສງ ສຸລິຍະວົງ ຄະນະປະຈຳ ພັກເມືອງ, ຫົວໜ້າກອງບັນຊາການ ປກສ ເມືອງຍົມມະລາດ. ນອກນັ້ນ ຍັງມີການນຳຂັ້ນເມືອງ , ຫົວໜ້າເຂດ  ແລະ ການຈັດຕັ້ງຂັ້ນບ້ານ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.       ໃນພິທີ ທ່ານ ວິໄຊ ແກ້ວດວງດີ ໄດ້ໃຫ້ກຽດມອບໃບປະກາສະນີຍະບັດໃຫ້ແກ່ນັກສຳມະນາກອນທີ່ຈົບກົດໝາຍຊັ້ນຕົ້ນ ໃນສົກ2017 ຈຳນວນ 53 ຄົນ ຍິງ 10 ຄົນ ຊຶ່ງໃນນັ້ນມີຄະນະໜ່ວຍໄກ່ເກ່ຍຂັ້ນບ້ານ, ຮອງນາຍບ້ານ,ການຈັດຕັ້ງຕ່າງໆ ຕະຫຼອດຮອດພໍ່ແມ່ປະຊາຊົນ, ພາຍຫຼັງທີ່ມອບປະກາສະນີຍະບັດແລ້ວ ທ່ານ ມະນີວົງ ຈັນທະວົງ ເຈົ້າເມືອງໆຍົມມະລາດ ໄດ້ໃຫ້ກຽດຂຶ້ນມອບໃບຍ້ອງຍໍແກ່ບັນດາຜູ້ທີ່ມີຜົນງານ ປະກອບສ່ວນເຂົ້າໃນການສອນ-ການຮຽນຄັ້ງນີ້.                ທ່ານ ມະນີວົງ ຈັນທະວົງ ເຈົ້າເມືອງໆຍົມມະລາດ ໄດ້ໃຫ້ກຽດໂອ້ລົມຕໍ່ນັກຮຽນທີ່ຈົບກົດໝາຍຊັ້ນຕົ້ນ ຊຸດທີ່ IV ວ່າ: ການຮຽນ-ການສອນກົດໝາຍຊັ້ນຕົ້ນຊຸດນີ້ ແມ່ນໄດ້ຮັບຜົນສຳເລັດດີ ເຮັດໃຫ້ອຳນາດການປົກຄອງ, ຄະນະພັກນຳພາກຸ່ມບ້ານ, ພະນັກງານຫຼັກແຫຼ່ງຂອງເມືອງຈຳນວນໜຶ່ງ ຕະຫຼອດຮດອຊາວໜຸ່ມ ປປ ລາວບ້ານ ທີ່ໄດ້ເຂົ້າຮ່ຳຮຽນ ມີຄວາມເຂົ້າໃຈຕໍ່ບັນຫາກົດໝາຍຕ່າງໆ ທີ່ຈຳເປັນໃນຊີວິດປະຈຳວັນ ແລະ ວຽກງານຢູ່ຮາກຖານ ໂດຍສະເພາະແມ່ນ ສະຕິຕື່ນຕົວໃນການເຄົາລົບ ແລະ ປະຕິບັດຕໍ່ລະບຽບກົດໝາຍຂອງປະຊາຊົນໄດ້ເພີ່ມຂຶ້ນ ເຮັດໃຫ້ສັງຄົມມີຄວາມສະຫງົບຢູ່ຂັ້ນຮາກຖານບ້ານ, ປະຊາຊົນດຳລົງຊີວິດດ້ວຍຄວາມປອດໃສຂາວສະອາດ ແລະ ມີຄວາມຜາສຸກ, ສັງຄົມມີຄວາມທ່ຽງທຳ ແລະ ຍຸຕິທຳເທື່ອລະກ້າວ. ພ້ອມນີ້ ທ່ານເຈົ້າເມືອງ ຍັງໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງພະແນກຍຸຕິທຳແຂວງທີ່ໄດ້ເອົາໃຈໃສ່ຊຸກຍູ້, ສ້າງບຸກຄະລາກອນກົດໝາຍ ໃຫ້ແກ່ຮາກຖານບ້ານ ແລະ ອຳນາດການປົກຄອງເມືອງຍົມມະລາດ ໄດ້ເຂົ້າໃຈເຖິງຄວາມສຳຄັນຂອງກົດໝາຍ ແລະ ລະບຽບການທີ່ພັກລັດເພີ່ນວາງອອກ ລວມທັງການສະໜອງປຶ້ມແບບຮຽນກົດໝາຍຊັ້ນຕົ້ນ ທີ່ທາງກະຊວງ ໄດ້ອຳນວຍຊ່ວຍເຫຼືອຕອບສະໜອງໃຫ້ຢ່າງພຽງພໍ. ນອກນັ້ນ ທ່ານຍັງໄດ້ສະແດງຄວາມຂອບໃຈຕໍ່ກຳລັງ ປກຊ-ປກສ ທີ່ໄດ້ອຳນວຍຄວາມສະດວກ ເປັນຕົ້ນ ແມ່ນສະຖານທີ່ດຳເນີນການຮຽນ-ການສອນ  ລວມໄປ ເຖິງບັນດາຜູ້ ທີ່ໄດ້ອຸປະຖຳ ແລະ ປະກອບສ່ວນດ້ານວັດຖຸ ແລະ ປັດໄຈຕ່າງໆ ໃຫ້ແກ່ການຮຽນການ-ສອນ ຊູດນີ້ ປາສົບຜົນສຳເລັດຕາມລະດັບຄາດໝາຍ. ຂຽນຂ່າວ ແລະ ຖ່າຍພາບໂດຍ: ຜູ້ປະສານງານແຂວງ ຄຳມ່ວນ             ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ສຳເລັດການຮຽນ-ການສອນ ກົດໝາຍ ຊັ້ນຕົ້ນ ທີ່ເມືອງຍົມມະລາດແຂວງຄຳມ່ວນ
ສຳເລັດການຮຽນ-ການສອນກົດໝາຍ ຊັ້ນຕົ້ນ ທີ່ເມືອງຍົມມະລາດ, ແຂວງຄຳມ່ວນ
https://www.moj.gov.la/lo/node/887
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 08-ພຶດສະພາ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 7/5/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 7/5/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 7/5/2017
https://www.moj.gov.la/lo/node/888
ໃນວັນທີ 28 ເມສາ 2017 ທີ່ຜ່ານມາ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ 6 ຂຶ້ນ ຢູ່ທີ່ຫ້ອງວ່າການປົກຄອງເມືອງຫາດຊາຍຟອງ ພາຍໃຕ້ການເປັນປະ ທານຂອງ ທ່ານ ບຸນທາມ ພຸດທະວົງສາ ຄະນະພັກນະຄອນຫຼວງວຽງຈັນ, ເລຂາພັກເມືອງ, ເຈົ້າເມືອງໆຫາດຊາຍຟອງ, ມີບັນດາຄະນະປະຈຳພັກເມືອງ, ຄະນະພັກເມືອງ, ຮອງຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ, ຫົວໜ້າຫ້ອງການອ້ອມຂ້າງເມືອງ ພ້ອມດ້ວຍເລຂາພັກບ້ານ, ນາຍບ້ານ, ຄູ, ອາຈານ ແລະ ສຳມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.      ໃນພິທີ ທ່ານ ບຸນເພັງ ກ້ານແກ້ວ ຫົວໜ້າຫ້ອງການຍຸຕິທຳເມືອງຫາດຊາຍຟອງ ໄດ້ຂຶ້ນຜ່ານບົດລາຍງານການປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ. ຜ່ານການຮຽນ-ການສອນເປັນເວລາ 3 ເດືອນຜ່ານມາສັງເກດຕີ ລາຄາໄດ້ວ່າ: ສຳມະນາກອນ ມີຄວາມຕື່ນຕົວ, ຫ້າວຫັນ ແລະ ຕັ້ງໃຈສຶກສາຮ່ຳຮຽນຈົນຍາດໄດ້ຜົນສຳເລັດຕາມລະດັບຄາດໝາຍ. ຈາກນັ້ນ ທ່ານ ບຸນທາມ ພຸດທະວົງສາ ຄະນະພັກນະຄອນຫຼວງວຽງຈັນ, ເລຂາພັກເມືອງ, ເຈົ້າ ເມືອງໆຫາດຊາຍຟອງ ກໍໄດ້ມອບປະກາສະນີຍະບັດໃຫ້ແກ່ສຳມະນາກອນທີ່ສຳເລັດການຮຽນ. ຫຼັງຈາກນັ້ນ ທ່ານ ທອງສັນ ແກ້ວປະເສີດ ຮອງຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ ກໍໄດ້ມອບໃບຍ້ອງຍໍໃຫ້ແກ່ສຳມະນາ ກອນຜູ້ທີ່ຮຽນດີ-ຮຽນເກັ່ງ ແລະ ຜູ້ທີ່ປະກອບສ່ວນເຂົ້າໃນການຮຽນການສອນໃນຄັ້ງນີ້ອີກດ້ວຍ. ໃນຕອນທ້າຍຂອງພິທີ ທ່ານ ປະທານ ກໍໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ເຂົ້າຮ່ວມ ຊຶ່ງກ່ອນອື່ນທ່ານກໍໄດ້ຍ້ອງຍໍຊົມເຊີຍສຳມະນາກອນທຸກ ທ່ານທີ່ໄດ້ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນຈົນສຳເລັດການສຶກສາ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ສຳມະນາກອນທຸກທ່ານ ຈົ່ງພ້ອມກັນນຳເອົາຄວາມຮູ້, ຄວາມສາມາດທີ່ໄດ້ຮັບຈາກການສຶກສາໃນຄັ້ງນີ້ ໄປໝູນໃຊ້ເຂົ້າໃນການປະຕິບັດ ໜ້າທີ່ວຽກງານໃຫ້ສຳເລັດຜົນໃນຕໍ່ໜ້າ. ຂຽນຂ່າວ: ສີປະໄພ   ຖ່າຍພາບ: ຈັນທະວີສຸກ   ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ  ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ 6 ຂອງເມືອງຫາດຊາຍຟອງ
ພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ 6 ຂອງເມືອງຫາດຊາຍຟອງ
https://www.moj.gov.la/lo/node/889
ພະແນກຍຸຕິທຳແຂວງສະຫວັນນະເຂດ ໄດ້ຈັດພິທີປາຖະກະຖາວັນ ກຳມະກອນສາກົນຄົບຮອບ 131 ປີ ຂຶ້ນໃນວັນທີ 3 ພຶດສະພາ 2017, ໃຫ້ກຽດເຂົ້າຮ່ວມ ແລະ ປະຖະກະຖາຄັ້ງນີ້ໂດຍ ທ່ານ ຄຳສິງ ເພັດໄຊຍະພອນ ຮອງຫົວໜ້າພະແນກຍຸຕິທຳແຂວງ ສະຫວັນນະເຂດ, ມີບັນດາຄະນະພັກ-ຄະນະນຳ ແລະ ພະນັກງານ-ລັດຖະກອນ ພະແນກຍຸຕິທຳແຂວງ ຈຳນວນ 52 ທ່ານ, ຍິງ 21 ທ່ານ ເຂົ້າຮ່ວມຢ່າງ ພ້ອມພຽງ.      ໃນພິທີ ທ່ານຄຳສິງ ເພັດໄຊຍະພອນ ໄດ້ຍົກໃຫ້ເຫັນເງື່ອນໄຂທີ່ພາໃຫ້ເກີດມີວັນກຳມະກອນສາກົນ, ໃນວັນທີ 1 ພຶດສະພາ ປີ 1886 ເປັນເທື່ອທຳອິດໃນປະເທດອາເມລິກາ ຢູ່ຕົວເມືອງຊິກກາໂກ ຊົນຊັ້ນ ກຳມະກອນ ແລະ ຊາວຜູ້ອອກແຮງງານໄດ້ມີການຕໍ່ສູ້ ແລະ ຮຽກຮ້ອງໃຫ້ພວກນາຍທຶນປະຕິບັດຕາມການສະເໜີ ຂອງກຳມະ ກອນວ່າ: “ແຕ່ນີ້ຕໍ່ໄປບໍ່ໃຫ້ກຳມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງ ຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງ ຮ່ຳຮຽນ’’ ຕໍ່ມາໃນວັນທີ 14 ກໍລະກົດ ປີ 1889 ກອງປະຊຸມພັກກອມມູນິດສາກົນຄັ້ງທີ II ໄດ້ໄຂຂຶ້ນ ທີ່ນະຄອນ ຫຼວງປາຣີ (ປະເທດຝະຣັ່ງ) ມີຜູ້ແທນເຂົ້າ ຮ່ວມກອງປະຊຸມທັງໝົດ 393 ຄົນ ຊຶ່ງແມ່ນຜູ້ແທນຈາກ 22 ປະເທດ ເອີຮົບ, ອາເມລິກາ ແລະ ອັກຊັງຕິນ ທີ່ປະຊຸມໄດ້ຜ່ານໂຄງການດຳເນີນງານທີ່ສຳຄັນ ຄື: ຊັ້ນຊັ້ນກຳມະກອນສາມັກ ຄີຕໍ່ສູ້ເພື່ອປະ ຕິບັດຄຳຂັວນ “ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກຳນົດເອົາວັນທີ 1 ພຶດສະພາ 1886 ເປັນວັນກຳມະກອນສາກົນ” ແຕ່ນັ້ນມາ “ວັນທີ 1 ພຶດສະພາ ຂອງທຸກໆປີ ຈຶ່ງໄດ້ກາຍເປັນວັນ ບຸນໃຫຍ່ຂອງຊົນຊັ້ນກຳມະກອນ ໃນທົ່ວໂລກ”. ສະເພາະຢູ່ ສປປ ລາວ ທ່ານຍັງໄດ້ຍົກໃຫ້ເຫັນ ການຕໍ່ສູ້ຂອງກຳມະກອນລາວ 131 ປີ ທີ່ຜ່ານມາ ຊຶ່ງປະກອບມີ 3 ລະຍະ “ລະຍະການຕໍ່ສູ້ຕ້ານລັດທິລ່າ ເມືອງຂື້ນແບບເກົ່າ, ລະຍະແຫ່ງການຕໍ່ສູ້ຕ້ານລັດທິລ່າ ເມືອງຂື້ນແບບໃໝ່ຂອງຈັກກະພັດອາເມລິກາ ແລະ ລະຍະການປະກອບສ່ວນປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງຊົ້ນຊັ້ນກຳມະກອນ ລາວ”.      ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງຍັງໄດ້ຮັບຟັງການເຜີຍແຜ່ບົດແນະນຳ ເລກທີ 46/ອກລ, ລົງວັນທີ 20 ກຸມພາ 2017 ກ່ຽວກັບການຈັດຕັ້ງປະຕິບັດດຳລັດ ວ່າດ້ວຍການແຈ້ງຊັບສິນ (ສະບັບປັບ ປຸງ) ຊຶ່ງປ່ຽນແທນບົດແນະນຳ ສະບັບເລກທີ 224/ອກລ, ລົງວັນທີ 12/12/2013 ຊຶ່ງທ່ານໄດ້ຍົກໃຫ້ເຫັນຈຸດປະສົງ, ຄາດໝາຍ, ບາງເນື້ອໃນຂອງດຳລັດວ່າດ້ວຍການແຈ້ງຊັບສິນ ແລະ ການຈັດຕັ້ງປະຕິ ບັດ ເພື່ອໃຫ້ພະນັກງານ-ລັດຖະກອນພາຍໃນພະແນກຍຸຕິທຳໄດ້ຮັບຮູ້ ແລະ ເຂົ້າໃຈ ພ້ອມທັງຈັດຕັ້ງປະຕິບັດ ບົດແນະນຳດັ່ງກ່າວ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະນັກງານ-ລັດຖະກອນ ພະແນກຍຸຕິທຳແຂວງສະຫວັນນະເຂດ ຮັບຟັງການປາຖະກະຖາວັນກຳມະກອນສາກົນ ຄົບຮອບ 131 ປີ ແລະ ເອກະສານສຳຄັນຈຳນວນໜຶ່ງ
ພະນັກງານ-ລັດຖະກອນ ພະແນກຍຸຕິທຳແຂວງສະຫວັນນະເຂດ ຮັບຟັງການປາຖະກະຖາວັນກຳມະກອນສາກົນ ຄົບຮອບ 131 ປີ ແລະ ເອກະສານສຳຄັນຈຳນວນໜຶ່ງ
https://www.moj.gov.la/lo/node/890
ກອງ​ປະ​ຊຸມ​ປະກອບຄຳເຫັນໃສ່ຮ່າງຂໍ້ຕົກລົງວ່າ​ດ້​ວຍ ​ການ​ຄຸ້ມ​ຄອງ​ອົງ​ການ​ທະ​ບຽນ​ສານ ໄດ້ໄຂ​ຂຶ້ນໃນ​ຕອນ​ເຊົ້າ​ວັນ​ທີ 8 ພຶດ​ສ​ະ​ພາ 2017 ທີ່​ຫ້ອງ​ປະ​ຊຸມ​ຊັ້ນຂອງກະ​ຊວງ​ຍຸ​ຕິ​ທຳ ​ໂດຍ​ການ​ເປັນ​ປະ​ທານ​ຂອງ ​ທ່ານ ໄພ​ວີ ສີ​ບົວ​ລິ​ພາ ຮອງ​ລັດ​ຖະ​ມົນ​ຕີກະ​ຊວງ​ຍຸ​ຕິ​ທຳ ຜູ້​ຊີ້​ນຳ​ກົມ​ທະ​ບຽນ​ສານ​ ຊຶ່ງ​ມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 15 ທ່ານ, ຍິງ 6 ຄົນ.      ກອງ​ປະ​ຊຸມ​ດັ່ງ​ກ່າວ ​​ໄດ້ປືກ​ສາ​ຫາ​ລື​ເພື່ອ​ຜ່ານຮ່າງ ​“​ຂໍ້​ຕົກ​ລົງ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ອົງ​ການ​ທະ​ບຽນ​ສານ” ໂດຍ ທ່ານ ໄທ​ ລໍ​ເບຼັຍ​ຢາວ ຫົວ​ໜ້າ​ກົມ​ທະ​ບຽນ​ສານ ໄດ້​ລາຍ​ງານ​ກ່ຽວ​ກັບ ຈຸດ​ປະ​ສົງ​ຂອງ​ການ​ສ້າງ​ຂໍ້​ຕົກ​ລົງ​ດັ່ງ​ກ່າວນີ້ຂຶ້​ນ​ມາ ​ກໍ​ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ຄຸ້ມ​ຄອງ​ອົງ​ການ​ທະ​ບຽນ​ສານ ​​ເຮັດ​ໃຫ້​ວຽກ​ງານ​ທະ​ບຽນ​ສານ​ມີ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ປ້ອງ​ກັນ​ປະ​ກົດ​ການ​ຫ​ຍໍ້​ທໍ້​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອາ​ນາ​ຄົດ ແລະ ເຮັດ​ໃຫ້​ວຽກ​ງານ​ທະ​ບຽນ​ສານ​ຂະ​ຫ​ຍາຍ​ຕົວ​ ເຮັດ​ໃຫ້​ສັງ​ຄົມ​ຮັບ​ຮູ້ຢ່າງກວ້າງ​ຂວາງ ແລະ ເຫັນໄດ້ຄຸນ​ຄ່າທາງກົດໝາຍ​ໃນການຢັ້ງ​ຢືນ​ເອ​ກະ​ສານ. ຈາກນັ້ນ​ ທ່ານ ນຽມ ສຸ​ພັນ​ຄ້ຳ​ມະ​ວົງ ຮອງ​ຫົວ​ໜ້າ​ກົມ​ທະ​ບຽນ​ສານ ຫົວ​ໜ້າ​ຄະ​ນະ​ຮັບ​ຜິດ​ຊອບຮ່າງ​ຂໍ້​ຕົກ​ລົງ ​ໄດ້​​​ຊີ້​ແຈ້ງ​ຕໍ່​ກອງ​ປະ​ຊຸມກ່ຽວ​ກັບເປົ້າ​ໝາຍ​ສຳ​ຄັນ​ໃນ​ການ​ສ້າງ​ຂໍ້​ຕົກ​ລົງ​​ນີ້ຂຶ້ນ​ ເພື່ອເຮັດ​ໃຫ້​ການ​ຄຸ້ມ​ຄອງ​ອົງ​ການ​ທະ​ບຽນ​ສານ ​ໃນ​ແຕ່​ລະ​ຂັ້ນ ນັບ​ແຕ່​ສູນ​ກາງ​ຮອດ​ທ້ອງ​ຖິ່ນ ເປັນ​ລະ​ບົບ​ແບບ​ແຜນ​ອັນ​ດຽວ​ກັນ, ການແຕ່ງ​ຕັ້ງ​ສັບ​ຊ້ອນ​ຍົກ​ຍ້າຍ​ພະ​ນັກ​ງານ​ໃຫ້​ເປັນ​ລະ​ບົບ​, ຂໍ້​ຫ້າມ​ເພີ່ມ​ເຕີມ​ໃຫ້​ມີ​ການ​ລາຍ​ງານ​ເຫັນ​ດີ​ຕາມ​ແຕ່​ລະ​ຂັ້ນ​ຕອນ​ທີ່​ກົດ​ໝາຍ​ທະ​ບຽນ​ສານ​ກຳ​ນົດ​, ການ​ຝືກ​ອົບ​ຮົມ, ການ​ກຳ​ນົດ​ເຄື່ອງ​ແບບ ​(ເຄື່ອງ​ນຸ່ງຂອງ​ພະ​ນັກ​ງານ), ​ກາ​ໝາຍ, ປ້າຍ​ເສື້ອ​ຂອງ​​ນາຍ​ທະ​ບຽນ​ສານ ແລະ ພະ​ນັກ​ງານທະ​ບຽນ​ສານທົ່ວ​ໄປ.      ຜ່ານ​ການ​ປື​ກສາ​ຫາລື ປະ​ກອບ​ຄຳ​ຄິດ​ຄຳ​ເຫັນຈາກ​ບັນ​ດາ​ທ່ານ​ທີ່​ເຂົ້າ​ຮ່ວມ ໄດ້​ຕົກ​ລົງ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ກັນ ແລະ ໄດ້​ປັບ​ປຸງ​ ຈາກ 10 ໝວດ ໃຫ້​ມາ​ເປັນ 5 ໝວດ. ​ຈາກນັ້ນ ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ກໍໄດ້ໃຫ້​ຄຳເຫັນ ແລະ ທິດ​ຊີ້​ນຳ​ ​ໂດຍມອບ​ໃຫ້​ກົມ​ທະ​ບຽນ​ສານ​ ກໍ​ຄື​ຄະ​ນະ​ຮັບ​ຜິດ​ຊອບ​ຮ່າງ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ ນຳເອົາຄຳຄິດເຫັນຂອງຜູ້ເຂົ້າຮ່ວມປັບປຸງເຂົ້າໃສ່ເນື້ອໃນຮ່າງຂໍ້ຕົກລົງດັັ່ງກ່າວ ແລ້ວ​ນຳ​ສະ​ເໜີ​ຂັ້ນ​ເທິງ​ຕາມ​ຂັ້ນ​ຕອນ​ຕໍ່​ໄປ.   ພາບ ແລະ ບົດ: ທອງ​ບາງ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງ​ປະ​ຊຸມ​ຜ່ານ​ຮ່າງ​ຂໍ້​ຕົກ​ລົງ ວ່າ​ດ້​ວຍ​ການ​ຄຸ້ມ​ຄອງ​ອົງ​ການ​ທະ​ບຽນ​ສານ
ກອງປະຊຸມຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງອົງການທະບຽນສານ
https://www.moj.gov.la/lo/node/891
ໃນຕອນບ່າຍຂອງວັນທີ 10 ພຶດສະພາ 2017 ຢູ່ທີ່ກະຊວງຍຸຕິທໍາ ທ່ານ ໄຊສີ ສັນຕິວົງ ລັດຖະ ມົນຕີກະຊວງຍຸຕິທໍາ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂຢຊິຮາລຸ ໂຢເນຢາມາ (yoshiharu YONEYAMA) ຜູ້ຕ່າງໜ້າຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນປະຈໍາລາວຄົນໃໝ່ ພ້ອມດ້ວຍຄະນະ. ຈຸດປະສົງຂອງການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ແມ່ນໃນໂອກາດທີ່ ທ່ານ ໂຢຊິຮາລຸ ໂຢເນຢາມາ ໄດ້ມາດໍາ ລົງຕໍາແໜ່ງເປັນຜູ້ຕ່າງໜ້າຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ ປະຈໍາລາວຄົນໃໝ່ ແລະ ປຶກສາຫາລືທົບທວນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດການຮ່ວມມື ລະຫວ່າງ ກະຊວງຍຸຕິທໍາ ແຫ່ງ ສປ ປ ລາວ ແລະ ອົງການຮ່ວມມືສາກົນ ໄຈກາ ປະຈໍາລາວ ໃນລະຍະຜ່ານມາ.         ພ້ອມດຽວກັນນັ້ນ, ທັງສອງຝ່າຍກໍໄດ້ສົນທະນາກ່ຽວກັບວຽກງານຍຸຕິທໍາ ແລະ ຮ່ວມກັນປຶກສາຫາລື ການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ ເປັນຕົ້ນ ແມ່ນສືບຕໍ່ຄົ້ນຄ້ວາປັບປຸງຮ່າງປະມວນກົດໝາຍແພ່ງໃຫ້ສໍາເລັດຕາມຂັ້ນຕອນ ພ້ອມທັງສືບຕໍ່ການຈັດກອງປະຊຸມສໍາມະນາກ່ຽວກັບເຕັກນິກໃນການສ້າງ ແລະ ປັບປຸງກົດໝາຍ ເພື່ອເປັນບົດຮຽນແກ່ ສປປ ລາວ ໃນອະນາຄົດ. ໃນໂອກາດນີ້ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂຢຊິຮາລຸ ໂຢເນຢາມາ ຜູ້ຕ່າງໜ້າຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ ປະຈໍາລາວ ຄົນໃໝ່ ໃນໂອກາດດຽວກັນ ທ່ານ  ທ່ານ ໂຢຊິຮາລຸ ໂຢເນຢາມາ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ຫວັງຢ່າງຍິ່ງວ່າຈະໄດ້ມີການສືບຕໍ່ພົວພັນຮ່ວມມືວຽກງານນໍາກັນໃນຕໍ່ໜ້າ. ຂ່າວ: ໄຊຍະສິດ       ພາບ: ຈັນທະວີສຸກ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ທ່ານ ລັດຖະມົນຕີ ກະຊວງຍຸຕິທໍາ ຕ້ອນຮັບ ທ່ານຜູ້ຕ່າງໜ້າຫົວໜ້າອົງການຮ່ວມມືສ
ທ່ານ ລັດຖະມົນຕີ ກະຊວງຍຸຕິທໍາ ຕ້ອນຮັບ ທ່ານຜູ້ຕ່າງໜ້າຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ ປະຈໍຳລາວ ຄົນໃໝ່
https://www.moj.gov.la/lo/node/892
ຮາກຖານຊາວໜຸ່ມພະແນກຍຸຕິທຳແຂວງ ສະຫວັນນະເຂດ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນຂຶ້ນ ໃນວັນທີ 10 ພຶດສະພາ 2017 ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ, ໃຫ້ກຽດເຂົ້າຮ່ວມ ເປັນປະທານ ຂອງທ່ານ ຄຳຜຸຍ ສີບຸນເຮືອງ ກຳມະການພັກແຂວງ, ກຳມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ສະຫວັນນະເຂດ, ທ່ານ ອຸໄພວັນ ໄຊຍະວົງ ເລຂາໜ່ວຍພັກ, ຫົວໜ້າພະ ແນກຍຸຕິທຳ ແຂວງສະຫວັນນະເຂດ, ມີບັນດາແຂກຈາກພະແນກການອ້ອມຂ້າງ ແລະ ຜູ້ແທນກອງປະຊຸມ ເຂົ້າຮ່ວມລວມທັງໝົດ 46 ສະຫາຍ, ຍິງ 18 ສະຫາຍ.      ພາຍຫຼັງທີ່ກອງປະຊຸມໄດ້ໄຂຂື້ນຢ່າງເປັນທາງການແລ້ວ ສະຫາຍ ອານຸວົງ ວຽງມະນີ ເລຂາຮາກຖານຊາວໜຸ່ມພະແນກຍຸຕິທຳແຂວງ ໄດ້ຜ່ານບົດລາຍງານການເມືອງ ພ້ອມທັງຜ່ານບົດສະຫຼຸບຊາວ ໜຸ່ມ 4 ບຸກ ແລະ ທິດທາງແຜນການ 5 ປີຕໍ່ໜ້າ, ໄດ້ມອບໃບຍ້ອງຍໍ ແລະ ໃບຢັ້ງຢືນນາມມະຍົດເປັນຮາກຖານຊາວໜຸ່ມ 4 ບຸກ ສະໄໝທີ II ແລະ ໜ່ວຍຊາວໜຸ່ມ 4 ບຸກ, ຊຶ່ງຮາກຖານຊາວໜຸ່ມພະແນກຍຸຕິທຳແຂວງ ແມ່ນມີ 2 ໜ່ວຍຂື້ນກັບ ຄື: ໜ່ວຍຊາວໜຸ່ມຫ້ອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ແລະ ໜ່ວຍຊາວໜຸ່ມຫ້ອງການທະບຽນສານ.     ພ້ອມກັນນັ້ນ ກອງປະຊຸມໄດ້ຈັດຕັ້ງປ່ອນບັດເລືອກຕັ້ງເອົາຄະນະຊາວໜຸ່ມຊຸດໃໝ່ ຊຶ່ງມີຜູ້ສະໝັກ ຈຳນວນ 5 ສະຫາຍ, ຍິງ 1 ສະຫາຍ ແມ່ນເລືອກເອົາ 3 ສະຫາຍເຂົ້າເປັນຄະນະຊຸດໃໝ່ ຊຶ່ງມີຜູ້ແທນກອງປະຊຸມປ່ອນ ບັດຄັດເລື່ອກ ຈຳນວນ 31 ສະຫາຍ, ຍິງ 14 ສະຫາຍ, ການປ່ອນບັດຄັດເລືອກເອົາຄະນະຊາວໜຸ່ມຊຸດໄໝ່ ດຳເນີນໄປດ້ວຍຄວາມໂປ່ງໃສ ແລະ ຍຸຕິທຳ ຊຶ່ງຜົນການປ່ອນບັດໄດ້ຄະນະຊຸດໃໝ່ 3 ສະຫາຍ, ຍິງ 1 ສະຫາຍ ປະ ກອບດ້ວຍ ສະຫາຍ ອານຸວົງ ວຽງມະນີ ເປັນເລຂາ, ສະຫາຍ ທິບທຸລັກ ແກ້ວວົງສາ ເປັນຮອງເລຂາ, ສະຫາຍ ນາງ ວິໄຊພອນ ວົງປັນຍາ ເປັນຄະນະພ້ອມທັງເປັນປະທານກວດກາ ແລະ ສະຫາຍ ດາລາວັນ ປັດຕິວົງ ເປັນ ຮອງປະທານກວດກາ.      ໃນຕອນທ້າຍຂອງກອງປະຊຸມ ທ່ານ ຄຳຜຸຍ ສີບຸນເຮືອງ ກຳມະການພັກແຂວງ, ກຳມະການສູກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງສະຫວັນນະເຂດ ກໍໄດ້ໂອ້ລົມພ້ອມທັງສະ ແດງຄວາມຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ຂອງຮາກຖານຊາວໜຸ່ມພະແນກຍຸຕິທຳແຂວງ ພ້ອມທັງ ໃຫ້ທິດຊີ້ນຳບາງບັນຫາດັ່ງນີ້: (1) ຕ້ອງເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານສະມາຊິກ ຊາວໜຸ່ມໃຫ້ມີຫຼັກໝັ້ນການເມືອງ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດນັບມື້ໜັກແໜ້ນກ່ວາເກົ່າ, (2) ເພີ່ມທະວີຄວາມຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ປັບປຸງກໍ່ສ້າງການຈັດຕັ້ງຊາວໜຸ່ມໃຫ້ມີຄວາມເຂັ້ມແຂງ ໂດຍປະຕິບັດຫຼັກການພື້ນຖານຂອງພັກໃຫ້ເຂັ້ມງວດ ເປັນຕົ້ນ ແມ່ນຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຈະແຈ້ງ, ກ້າຕຳນິຕົນເອງ ແລະ ຕິຊົມກັນ, (3) ເອົາ ໃຈໃສ່ວຽກງານກວດກາ ເປັນຕົ້ນ ວຽກງານກວດກາຂອງຊາວໜຸ່ມ, ກວດກາການປະຕິບັດໜ້າທີ່ຂອງສະມາຊິກຊາວໜູ່ມໃຫ້ເຂັ້ມແຂງ ແລະ ຮັກສາໄດ້ມູນເຊື້ອຮາກຖານ ແລະ ໜ່ວຍຊາວໜຸ່ມ 4 ບຸກ, (4) ເອົາໃຈໃສ່ຄົ້ນ ຄ້ວາກຳແໜ້ນທິດທາງແຜນການຂອງຂັ້ນເທິງໃນແຕ່ລະ ລະຍະ, ຮູ້ຜັນຂະຫຍາຍໃຫ້ເປັນແບບແຜນອັນລະອຽດຂອງຕົນ ໂດຍສະເພາະການເປັນເສນາທິການໃຫ້ພະແນກຍຸຕິທຳແຂວງ ໃນການຄົ້ນຄ້ວາສັງລວມເນື້ອໃນ ຢ່າງຮອບດ້ານ, ສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວວຽກງານຂອງພະແນກຍຸຕິທຳແຂວງ.      ກອງປະຊຸມໄດ້ສຳເລັດຕາມຈຸດປະສົງ, ຄາດໝາຍ ແລະ ໄດ້ປິດລົງໃນເວລາ 11 ໂມງ 30 ນາທີ ຂອງວັນດຽວກັນ. ຂຽນຂ່າວ ແລະ ຖ່າຍພາບ ໂດຍ: ຜູ້ປະສານງານ ພະແນກຍຸຕິທຳແຂວງ ສະຫວັນນະເຂດ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ຮາກຖານຊາວໜຸ່ມພະແນກຍຸຕິທຳແຂວງສະຫວັນນະເຂດ ເປີດກອງປະຊຸມໃຫຍ່ ຄັ້ງທີ III ແລະ ມອບໃບຢັ້ງຢືນນາມມະຍົດຊາວໜຸ່ມ 4 ບຸກ ສະໄໝທີ II
ຮາກຖານຊາວໜຸ່ມພະແນກຍຸຕິທຳແຂວງສະຫວັນນະເຂດ ເປີດກອງປະຊຸມໃຫຍ່ ຄັ້ງທີ III ແລະ ມອບໃບຢັ້ງຢືນນາມມະຍົດຊາວໜຸ່ມ 4 ບຸກ ສະໄໝທີ II
https://www.moj.gov.la/lo/node/894
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 16-ພຶດສະພາ-2017ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 01/05/2017
ລາຍການຄວາມຮູ້ທາງກົດໝາຍ 01/05/2017
https://www.moj.gov.la/lo/node/895
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 16-ພຶດສະພາ-2017ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 08/05/2017
ລາຍການຄວາມຮູ້ທາງກົດໝາຍ 08/05/2017
https://www.moj.gov.la/lo/node/896
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 16-ພຶດສະພາ-2017ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 12/05/2017
ລາຍການຄວາມຮູ້ທາງກົດໝາຍ 12/05/2017
https://www.moj.gov.la/lo/node/897
ໂດຍປະຕິບັດຕາມຄໍາແນະນຳຂອງລັດຖະມົນຕີ ກະຊວງຍຸຕິທຳ ສະບັບເລກທີ 1123/ ກຍ, ລົງວັນທີ 5 ທັນວາ 2016 ວ່າດ້ວຍການຈັດຕັ້ງປະຕິບັດວຽກງານ 3 ສ້າງ ແລະ ວຽກງານຍຸຕິທຳຮາກຖານ; ອີງຕາມ ຂໍ້ຕົກລົງຂອງທ່ານເຈົ້າແຂວງໆ ບໍລິຄຳໄຊ ສະບັບເລກທີ 356/ຂບຊ, ລົງວັນທີ 12 ພຶດສະພາ 2017 ວ່າດ້ວຍອະນຸມັດເປີດຫຼັກສູດບຳລຸງກົດໝາຍ ໄລຍະສັ້ນ 45 ວັນ ຂອງແຂວງບໍລິຄຳໄຊ.          ທີ່ໂຮງຮຽນການເມືອງ-ການປົກຄອງ ແຂວງບໍລິຄຳໄຊ,  ພະແນກຍຸຕິທຳແຂວງ ໄດ້ເປີດການຮຽນ-ການສອນກົດໝາຍ ໄລຍະສັ້ນ 45 ວັນ ຂຶ້ນໃນວັນທີ 16 ພຶດສະພາ 2017  ໂດຍພາຍໃຕ້ການເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ບຸນຄຳ ໄຊເຍ່ຍລໍ່ວື່ ຄະນະປະຈຳພັກແຂວງ,  ປະທານຄະນະກວດກາພັກ-ລັດແຂວງ, ມີຫົວໜ້າພະແນກ, ຮອງພະແນກ, ລັດວິສາຫະກິດ ແລະ ນັກສຳມະນາກອນມາຈາກ ພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 55 ທ່ານ, ຍິງ 12  ທ່ານ. ໃນພິທີ ທ່ານ  ບົວພັນ ຈັນທະວິລຸນ ຮອງຫົວໜ້າພະແນກຍຸຕິທໍາແຂວງ ໄດ້ຂຶ້ນລາຍງານວຽກງານການຈັດຕັ້ງປະຕິບັດໂຄງການບຳລຸງ ກົດໝາຍ ໄລຍະສັ້ນ 45 ວັນ ໃຫ້ແກ່ພະນັກງານຫຼັກແຫຼ່ງຂັ້ນແຂວງ  ຊຸດທີ 4 ປີ 2017 ວ່າຫຼັກສູດການຮຽນກົດໝາຍ ແມ່ນປະກອບດ້ວຍ 28 ວິຊາ, 21 ໝ່ວຍ, 315 ຊົ່ວໂມງ. ໃນລະຍະຜ່ານມາ ພະແນກຍຸຕິທຳ ແຂວງບໍລິຄຳໄຊ ໄດ້ສຳເລັດການຝຶກອົບຮົມກົດໝາຍ 45 ວັນ ໃຫ້ແກ່ພະນັກງານການນຳມາແລ້ວ 3 ຊຸດ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ  155 ທ່ານ, ຍິງ 13 ທ່ານ.      ຈຸດປະສົງ ແມ່ນເພື່ອບໍາລຸງຍົກລະດັບຄວາມຮູ້ດ້ານກົດໝາຍ ໃຫ້ແກ່ພະນັກງານຫຼັກແຫຼ່ງຂອງແຂວງ ຊຶ່ງເປັນຜູ້ທີ່ມີບົດບາດສຳຄັນໃນນຳພາການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ ແລະ ລະບຽບການ ເຮັດໃຫ້ການຈັດຕັ້ງປະຕິບັດກົດໝາຍ ມີຄວາມເປັນເອກະພາບ, ກົມກຽວກັນ ແລະ ທັງໝົດນັ້ນເພື່ອປະກອບສ່ວນເຂົ້າໃນການສ້າງລັດ ສປປ ລາວ ໃຫ້ກາຍເປັນລັດທີ່ປົກຄອງດ້ວຍກົດໝາຍ ເທື່ອລະກ້າວ.      ຕອນທ້າຍຂອງພິທີ ທ່ານ ບຸນຄໍາ ໄຊເຍ່ຍລໍ່ວື່ ຄະນະປະຈໍາພັກແຂວງ ປະທານກວດກາພັກ-ລັດແຂວງ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍ ຕໍ່ພະແນກຍຸຕິທຳແຂວງບໍລິຄຳໄຊ ທີ່ໄດ້ກະກຽມທາງດ້ານພິທີການ, ເນື້ອໃນ ແລະ ສະຖານທີ່ໃນການຈັດຝຶກອົບຮົມ. ພ້ອມກັນນີ້ ທ່ານຍັງໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮຽນທັງໝົດ ຈົ່ງພ້ອມກັນເອົາໃຈໃສ່ເຂົ້າໃນການຄົ້ນຄ້ວາ, ຮໍ່າຮຽນກົດໝາຍ ໃຫ້ເລິກເຊີ່ງ ແລະ ສາມາດນຳເອົາຄວາມຮູ້ ທີ່ໄດ້ຮັບການຍົກລະດັບຂູດນີ້ໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານໃນຂອບເຂດຄວາມຮັບຜິດຊອບຂອງຕົນ. ຂຽນຂ່າວ ແລະ ຖ່າຍພາບໂດຍ: ບຸນເລີດ ລັດທະພອນ ຜູ້ປະສານງານແຂວງ ບໍລິຄຳໄຊ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພິທີເປີດການຮຽນ-ການສອນກົດໝາຍ 45 ວັນ ໃຫ້ພະນັກງານຫຼັກແຫຼ່ງຂັ້ນແຂວງ
ພິທີເປີດການຮຽນ-ການສອນກົດໝາຍ 45 ວັນ ໃຫ້ພະນັກງານຫຼັກແຫຼ່ງຂັ້ນແຂວງ
https://www.moj.gov.la/lo/node/903
ໂດຍອີງຕາມວາລະຂອງກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 15 ພຶດສະພາ 2017 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມສະພາແຫ່ງຊາດ ໄດ້ມີການທາບທາມຄຳເຫັນຂອງສະ ມາຊິກສະພາແຫ່ງຊາດຕໍ່ຮ່າງປະມວນກົດໝາຍແພ່ງ ສະບັບທຳອິດຂອງ ສປປ ລາວ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ. ສຳລັບຮ່າງປະມວນກົດໝາຍແພ່ງ ສະບັບນີ້ ແມ່ນຢູ່ໃນຄວາມຮັບຜິດຊອບຂອງກະຊວງຍຸຕິທໍາ ຊຶ່ງເນື້ອໃນຂອງຮ່າງປະມວນປະກອບມີ 9 ພາກ, 52 ໝວດ ແລະ 615 ມາດຕາ.      ໃນກອງປະຊຸມ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຂຶ້ນຜ່ານບົດສະເໜີຮ່າງປະມວນກົດໝາຍແພ່ງ ຊຶ່ງທ່ານໄດ້ຍົກໃຫ້ເຫັນເຫດຜົນ, ຄວາມຈຳເປັນ, ການກະກຽມ, ໂຄງປະກອບ, ເນື້ອໃນ ແລະ ຄາດຄະເນຜົນໄດ້ຮັບຈາກການສ້າງຮ່າງປະມວນກົດໝາຍແພ່ງ ແມ່ນຈະເປັນຜົນງານ ແລະ ໝາກຜົນຂອງຂະບວນວິວັດແຫ່ງການຂະຫຍາຍຕົວຂອງກົດໝາຍ ແລະ ຍຸຕິທຳຂອງ ສປປ ລາວ ຢ່າງແທ້ຈິງ, ປະຊາ ຊົນລາວບັນດາເຜົ່າຈະໄດ້ຮັບຜົນປະໂຫຍດຈາກການຈັດຕັ້ງປະຕິບັດກົດໝາຍທີ່ເປັນລະບົບ, ສອດຄ່ອງ ແລະ ເປັນເອກະພາບສູງຂຶ້ນ ພ້ອມທັງເປັນການສ້າງຄວາມໝັ້ນໃຈໃຫ້ແກ່ລະບົບກົດໝາຍ ແລະ ຍົກ ສູງບົດບາດການຊີ້ນຳ-ນຳພາຂອງພັກຕໍ່ວຽກງານກົດໝາຍ ແລະ ຍຸຕິທຳ ຊຶ່ງຈະເຮັດໃຫ້ ສປປ ລາວ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກບັນດາປະເທດໃນພາກພື້ນ ແລະ ສາກົນຫຼາຍຂຶ້ນ.     ເພື່ອເຮັດໃຫ້ການປະກອບຄຳເຫັນຂອງສະມາຊິກສະພາແຫ່ງຊາດມີຈຸດສຸມ ທ່ານປະທານກອງປະຊຸມກໍໄດ້ມີບາງຄຳເຫັນເຈາະຈີ້ມຕໍ່ສະມາຊິກສະພາແຫ່ງຊາດ ໂດຍສະເພາະ ທາງດ້ານໂຄງສ້າງຂອງຮ່າງປະມວນ ກົດໝາຍແພ່ງເຫັນວ່າ   ເໝາະສົມແລ້ວບໍ,  ການກຳນົດຈຸດປະສົງ, ຂອບເຂດການນຳໃຊ້, ຫຼັກການພື້ນຖານ, ອາຍຸຄວາມ, ຄວາມສາມາດທາງດ້ານການປະພຶດ, ຮູບກຳມະສິດ, ການກຳນົດກ່ຽວກັບຂໍ້ຜູກພັນໃນ ສັນຍາ ແລະ ບັນຫາອື່ນໆເຫັນວ່າຊັດເຈນ, ຮັດກຸມ ແລະ ສອດຄ່ອງແລ້ວບໍ. ຫຼັງຈາກນັ້ນສະມາຊິກສະພາແຫ່ງຊາດ ກໍໄດ້ພ້ອມກັນປະກອບຄຳເຫັນໃສ່ຮ່າງປະມວນກົດໝາຍແພ່ງ ຢ່າງກົງໄປກົງມາດ້ວຍຄວາມຮັບ ຜິດຊອບສູງ ຊຶ່ງການປະກອບຄຳເຫັນຕໍ່ຮ່າງປະມວນກົດໝາຍແພ່ງ ໄດ້ດຳເນີນມາຈົນເຖິງຕອນເຊົ້າຂອງວັນທີ 16 ພຶດສະພາ 2017.      ພາຍຫຼັງທີ່ສະມາຊິກສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ຮ່າງປະມວນກົດໝາຍສະບັບດັ່ງກ່າວແລ້ວ ທ່ານ ສຈ. ເກດ ກຽດຕິສັກ ຮອງລັດຖະມົນຕີກະຊວງຍຸຕິທຳ ຫົວໜ້າຄະນະຮັບຜິດຊອບສ້າງປະມວນ ກົດໝາຍແພ່ງ ກໍໄດ້ຊີ້ແຈງ ແລະ ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ.      ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານກໍໄດ້ສະຫຼຸບຜົນຂອງການທາບທາມຄຳເຫັນຂອງສະມາຊິກສະພາແຫ່ງຊາດ ແລະ ສະເໜີໃຫ້ຄະນະຮັບຜິດຊອບສ້າງປະມວນກົດໝາຍແພ່ງນຳເອົາຄຳຄິດເຫັນຂອງ ສະມາຊິກສະພາແຫ່ງຊາດໄປຄົ້ນຄວ້າ ແລະ ປັບປຸງຄືນ ເພື່ອເຮັດໃຫ້ຮ່າງປະມວນກົດໝາຍສະບັບດັ່ງກ່າວຄົບຖ້ວນ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້. ຂຽນຂ່າວ: ສີປະໄພ  ຖ່າຍພາບໂດຍ ຈັນທະວີສຸກ ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ການທາບທາມຄຳເຫັນຂອງສະມາຊິກສະພາແຫ່ງຊາດຕໍ່ຮ່າງປະມວນກົດໝາຍແພ່ງ ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII
ການທາບທາມຄຳເຫັນຂອງສະມາຊິກສະພາແຫ່ງຊາດຕໍ່ຮ່າງປະມວນກົດໝາຍແພ່ງ ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII
https://www.moj.gov.la/lo/node/904
ຫ້ອງວ່າການເມືອງໆມະຫາໄຊ ໄດ້ໄຂພິທີສະຫຼຸບຜົນສຳເລັດໃນການຮຽນ-ການສອນກົດໝາຍຊັ້ນຕົ້ນ ລະຍະ 3 ເດືອນຂື້ນ ໃນວັນທີ 17 ພຶດສະພາ 2017 ໂດຍການເປັນປະທານຂອງ ທ່ານ ທອງລາ ແສງທອງ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆມະຫາໄຊ, ຕາງໜ້າພະແນກຍຸຕິທຳ ທ່ານ ຈັນທາ ພົມມະສອນ ກຳມະການພັກແຂວງ, ເລຂາໜ່ວຍພັກພະແນກຍຸຕິທຳ ຫົວໜ້າພະແນກຍຸຕິທຳແຂວງຄຳ ມ່ວນພ້ອມຄະນະ ແລະ ບັນດາພະນັກງານຂັ້ນເມືອງແຕ່ລະພາກສ່ວນ ກໍໄດ້ເຂົ້າຮ່ວມພິທີປິດໃນຄັ້ງນີ້. ໃນພິທີ ທ່ານ ຈັນທາ ພົມມະສອນ ຫົວໜ້າພະແນກຍຸຕິທຳ ໄດ້ໃຫ້ກຽດຂື້ນມອບໃບປະກາສະນີຍະບັດໃຫ້ແກ່ ນັກຮຽນກົດໝາຍຊັ້ນຕົ້ນຈຳນວນທັງໝົດ 62 ທ່ານ, ຍິງ 26 ທ່ານ ຊຶ່ງໃນນັ້ນ ແມ່ນພະນັກງານ-ລັດຖະກອນ, ອຳນາດການປົກຄອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ. ພາຍຫຼັງພິທີມອບໃບປະກາດແລ້ວ ທ່ານ ບົວພັນ ຮອງເຈົ້າເມືອງໆມະຫາໄຊ ກໍໃດ້ໃຫ້ກຽດຂຶ້ນມອບໃບຍ້ອງຍໍບັນດາພະນັກງານຂັ້ນເມືອງ ຜູ້ທີ່ໃດ້ສຸມເຫື່ອແຮງສະຕິປັນຍາ ປະກອບສ່ວນເຂົ້າໃນການສອນ-ການຮຽນກົດໝາຍ ຊັ້ນຕົ້ນໃນຄັ້ງນີ້ຈົນສຳເລັດ. ໃນເວລາດຽວກັນ ທ່ານເຈົ້າເມືອງ ກໍໄດ້ໂອ້ລົມຕໍ່ນັກສຳມະນາກອນວ່າ ບໍ່ວ່າຈະເປັນພະນັກງານ-ລັດຖະກອນ, ອົງການຈັດຕັ້ງຕ່າງໆ ຕະຫຼອດຈົນພໍ່ແມ່ປະຊາຊົນ ພາຍຫຼັງທີ່ໄດ້ຮໍ່າຮຽນສຳເລັດແລ້ວ ແມ່ນໃຫ້ບັນດາ ທ່ານນຳເອົາບົດຮຽນທີ່ຕົນໄດ້ຮ່ຳຮຽນມານັ້ນ ໄປຈັດຕັ້ງຜັນຂະຫຍາຍ ແລະ ເຜີຍແຜ່ລົງສູ່ຂົງເຂດວຽກງານຂອງຕົນ ໃຫ້ເກີດປະໂຫຍດສູງສຸດ.      ໃນຕອນທ້າຍຂອງພິທີ ທ່ານ ທອງລາ ແສງທອງ ເຈົ້າເມືອງໆ ມະຫາໄຊ ຍັງໄດ້ກ່າວສະແດງຄວາມຂອບໃຈມາຍັງຄະນະພັກ, ຄະນະນຳກະຊວງຍຸຕິທຳ (ເວົ້າລວມ) ເວົ້າສະເພາະ ກໍຄືພະແນກຍຸຕິທຳແຂວງຄຳ ມ່ວນທີ່ໄດ້ເອົາໃຈໃສ່ໃນການຊຸກຍູ້, ເສີມສ້າງບຸກຄະລາກອນກົດໝາຍໃຫ້ແກ່ຮາກຖານ ຕາມຫຼັກສູດກົດໝາຍຊັ້ນຕົ້ນລະຍະ 3 ເດືອນ ແລະ ທາງຄະນະປະຈຳ ທີ່ໄດ້ເອື້ອອຳນວຍສະຖານທີ່ການຮຽນ ກໍຄື ສະໂມ ສອນຫ້ອງວ່າເມືອງມະ ຫາໄຊ ຕະຫຼອດຮອດພໍ່ແມ່ປະຊາຊົນ, ພໍ່ຄ້າ, ຊາວຂາຍ ເມືອງມະຫາໄຊ ທີ່ໄດ້ຊຸກຍູ້ອຸປະຖຳການຮຽນ-ການສອນຊຸດນີ້ ຈົນສຳເລັດ.       ຂຽນຂ່າວ ແລະ ຖ່າຍພາບໂດຍ: ຜູ້ປະສານງານແຂວງ ຄຳມ່ວນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ເມືອງມະຫາໄຊ ສຳເລັດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ 6
ເມືອງມະຫາໄຊ ສຳເລັດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ 6
https://www.moj.gov.la/lo/node/905
ຢູ່ທີ່ສະຖາບັນຍຸຕິທຳພາກກາງ ແລະ ພາກໃຕ້ ໄດ້ຈັດພິທີເຜີຍ​ແຜ່​ພາລະ​ບົດບາດ​ຂອງ​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ​ແລະ ລົງຕິດຕາມການຈັດຕັ້ງປະຕິບັດວຽກງານບໍລິຫານ, ແຜນການ ແລະ ງົບປະມານ ໃນ​ລະຫວ່າງ​ວັນ​ທີ 10-11 ພຶດສະພາ 2017 ທີ່​ຜ່ານ​ມາ ໂດຍ ທ່ານ ​ບຸນ​ຕາ ສ.ຜາບ​ມີ​ໄຊ ຫົວໜ້າສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ແລະ ທ່ານ ​ຄຳ​ພອນ​ ສີ​ປະ​ເສີດ ຫົວໜ້າຫ້ອງການ ກະຊວງ​ຍຸຕິ​ທຳ ພ້ອມ​ດ້ວຍ​ຄະນະ​ໄດ້​ລົງ​ເຄື່ອນ​ໄຫວເຜີຍແຜ່ວຽງການດັ່ງກ່າວ​  ແລະ ໂດຍການຕ້ອນຮັບຂອງທ່ານ ສົມ​ສະນິດ ດອນ​ປະ​ເສີດ ຫົວໜ້າສະຖາບັນຍຸຕິທຳພາກກາງ ແລະ ທ່ານ ໄຊຍາ ຈັນທະນາໄລ ຫົວໜ້າສະຖາບັນຸຕິທຳພາກໃຕ້, ມີບັນດາຄູ ອາຈານ, ນັກສຶກສາ ຂອງສະຖາບັນຍຸຕິທຳ ແລະ ພາກສວ່ນທີ່ກຽ່ວຂ້ອງ ເຂົ້າຮວ່ມຢ່າງພ້ອມພຽງ.      ໃນ​ພິທີ​​ຜູ້​ເຂົ້າ​ຮວ່ມ​ໄດ້​ຮັບ​ຟັງ​ການຂຶ້ນ​​ເຜີຍ​ແຜ່​ຂໍ້​ຕົກລົງ​ຂອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ເລກທີ 459/ກຍ ລົງ​ວັນ​ທີ  8 ພຶດສະພາ 2017 ວ່າ​ດ້ວຍ​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ  ຊຶ່ງ​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ​ຂຽນຫຍໍ້​ວ່າ “ສຍຊ” ​ມີ​ພາລະ​ບົດບາດ​ເປັນ​ເສນາ​ທິການ​ໃຫ້​ຄະນະ​ພັກ​-ຄະນະ​ນຳກະຊວງ, ໃນ​ການ​ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ສະ​ຖາ​ບັນ​ຍຸຕິ​ທຳ​ພາກ, ກໍ່ສ້າງ​ນັກ​ກົດ ໝາຍຊັ້ນ​ຕ່າງໆ, ກໍ່ສ້າງ​ນັກວິຊາ​ຊີບ​ຜູ້​ພິພາ​ກສາ, ​ໄອ​ຍະ​ການ, ທະນາຍຄວາມ ​ແລະ ວິຊາ​ຊີບ​ຍຸຕິ​ທຳ​ອື່ນ. ຫຼັງຈາກ​ນັ້ນ​ ຜູ້ເຂົ້າຮ່ວມ​ຍັງ​ໄດ້​ຮັບ​ຟັງກຽ່ວກັບຈັດຕັ້ງປະຕິບັດວຽກງານບໍລິຫານ, ແຜນການ ແລະ ງົບປະ ມານ ຢູ່ສະຖາບັນຍຸຕິທຳພາກກາງ ແລະ ພາກໃຕ້ .      ຊຶ່ງ​ຈຸດປະສົງ​ຂອງ​ການ​ລົງ​ເຜີຍ​ແຜ່​ພາລະ​ບົດບາດ​ໃນ​ຄັ້ງ​ນີ້​ ກໍ​ເພື່ອ​ສ້າງ​ຄວາມ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ໃຫ້​ພະນັກງານ, ຄູ​ອາຈານ​ຂອງ​ສະ​ຖາ​ບັນ​ຍຸຕິ​ທຳພາກ​ກາງ ​ແລະ ພາກ​ໃຕ້ ກຽ່ວກັບ​ພາລະ​ບົດບາດ​ໃໝ່ ຂອງ​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ​ແລະ ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດຢ່າງ​ເຂັ້ມ​ງວດ. ຂຽນຂ່າວ: ໄຊຍະສິດ       ຖ່າຍພາບ: ສົມຫວັງ ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ສະຖາບັນຍຸຕິທໍາແຫ່ງຊາດ ລົງເຄື່ອນໄຫວເຜີຍແຜ່ ພາລະບົດບາດຂອງຕົນ ຢູ່ສະຖາບັນຍຸຕິທໍາພາກກາງ ແລະ ພາກໃຕ້
ສະຖາບັນຍຸຕິທໍາແຫ່ງຊາດ ລົງເຄື່ອນໄຫວເຜີຍແຜ່ ພາລະບົດບາດຂອງຕົນ ຢູ່ສະຖາບັນຍຸຕິທໍາພາກກາງ ແລະ ພາກໃຕ້
https://www.moj.gov.la/lo/node/906
ໃນຕອນບ່າຍຂອງວັນທີ 11 ພຶດສະພາ 2017 ຢູ່ທີ່ພະແນກຍຸຕິທໍາຂອງແຂວງຈໍາປາສັກ ໄດ້ປິດການຮຽນ-ການສອນໂຄງການຝຶກອົບຮົມຍົກລະດັບກົດໝາຍ ລະຍະສັ້ນ 45 ວັນຂອງພະແນກຍຸຕິທໍາແຂວງ ຈໍາປາສັກ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ກໍາມະການສູນກາງພັກ ເລ ຂາຄະນະພັກ ລັດຖະມົນຕີກະຊວງຍຸຕິທໍາ, ມີທ່ານ ບຸນເລີດ ວໍລະຈິດ ກໍາມະການພັກແຂວງ ຫົວໜ້າພະແນກຍຸ ຕິທໍາແຂວງຈໍາປາສັກ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າພະແນກ-ຮອງພະແນກ, ວິທະຍາກອນ ແລະ ສໍາມະນາກອນ, ພະແນກການອ້ອມຂ້າງແຂວງທັງໝົດ 59 ທ່ານ, ຍິງ 7 ທ່ານ.      ໃນພິທີ ທ່ານ ບຸນເລີດ ວໍລະຈິດ ຫົວໜ້າພະແນກຍຸຕິທໍາແຂວງຈໍາປາສັກ ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານວຽກງານການຈັດຕັ້ງປະຕິບັດໂຄງການຝຶກອົບຮົມຍົກລະດັບກົດໝາຍ ລະຍະສັ້ນ 45 ວັນ ໃຫ້ແກ່ພະ ນັກງານຫັກແຫຼ່ງຂັ້ນແຂວງ-ຂັ້ນເມືອງ ຊຸດທີ 6 ປະຈໍາປີ 2017 ໂດຍປະຕິບັດຕາມຄໍແນະນໍາຂອງລັດຖະມົນຕີກະຊວງຍຸຕິທໍາ ສະບັບເລກທີ 1123/ກຍ, ລົງວັນທີ 05 ທັນວາ 2017 ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານຍຸຕິທໍາຮາກຖານ ແລະ ວຽກງານສາມສ້າງ ປະຈໍາປີ 2017, ອີງຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງໆຈໍາປາສັກ ເລກທີ 060/ຈຂ.ຈສ, ລົງວັນທີ 20 ມັງກອນ 2017 ວ່າດ້ວຍການແຕ່ງຕັ້ງນັກສໍາມະນາ ກອນເຂົ້າບໍາລຸງກົດໝາຍ ລະຍະສັ້ນ ຊຸດທີ 6 ແຂວງ ຈໍາປາສັກ ຊຶ່ງຫຼັກສູດການຮຽນ-ການສອນຄັ້ງນີ້ ປະກອບມີ 28 ວິຊາ, 21 ໜ່ວຍກິດ, 315 ຊົ່ວໂມງ, ມີຜູ້ເຂົ້າຮ່ວມຈໍານວນ 59 ທ່ານ, ຍິງ 7 ທ່ານ ຊຶ່ງມາຈາກ ພະແນກການອ້ອມຂ້າງແຂວງເຂົ້າຮ່ວມໃນຄັ້ງນີ້. ຜ່ານການຝຶກອົບຮົມສາມາດຕີລາຄາ ແລະ ຈັດປະເພດໄດ້ ດັ່ງນີ້: 1. ປະເພດດີເລີດ 54, ຍິງ 7 ທ່ານ, 2. ປະເພດດີ 5 ທ່ານ.      ຕອນທ້າຍຂອງພິທີ ທ່ານ ໄຊສີ ສັນຕິວົງ ກໍາມະການສູນກາງພັກ ເລຂາຄະນະພັກກະຊວງ, ລັດຖະມົນ ຕີກະຊວງຍຸຕິທໍາ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນສໍາເລັດທີ່ຄະນະພັກ-ຄະນະນໍາແຂວງຈໍາປາສັກ ຕະຫຼອດຮອດວິທະຍາກອນ ແລະ ສໍາມະນາກອນ ທີ່ໄດ້ສໍາເລັດການຝຶກອົບຮົມກົດໝາຍ ລະຍະສັ້ນ 45 ວັນ ແລະ ໄດ້ເນັ້ນໜັກໃຫ້ສໍາມະນາກອນ ຈົ່ງພ້ອມກັນນໍາເອົາຄວາມຮູ້-ຄວາມສາມາດ, ເນື້ອໃນຈິດໃຈຂອງ ກົດໝາຍທີ່ຕົນໄດ້ຝຶກອົບຮົມມານັ້ນ ໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວກງານໃນຂອບເຂດທີ່ຕົນເອງຮັບຜິດຊອບໃຫ້ປາກົດຜົນເປັນຈິງ. ຂຽນຂ່າວ: ໄຊຍະສິດ       ຖ່າຍພາບ: ສົມຫວັງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ພິທີປິດການຮຽນ-ການສອນຫຼັກສູດບໍາລຸງກົດໝາຍ 45 ວັນ ໃຫ້ແກ່ພະນັກງານຫຼັກແຫຼ່ງຂັ້ນແຂວງຈໍາປາສັກ-ຂັ້ນເມືອງ ຊຸດທີ VI ປະຈໍາປີ 2017
ພິທີປິດການຮຽນ-ການສອນຫຼັກສູດບໍາລຸງກົດໝາຍ 45 ວັນ ໃຫ້ແກ່ພະນັກງານຫຼັກແຫຼ່ງຂັ້ນແຂວງຈໍາປາສັກ-ຂັ້ນເມືອງ ຊຸດທີ VI ປະຈໍາປີ 2017
https://www.moj.gov.la/lo/node/907
ທ່ານ ປອ. ເສີມສຸກ ສິມພະວົງ  ຮອງລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກງານຢູ່ພະແນກຍຸຕິທຳ ແຂວງ ໄຊສົມບູນ ໃນວັນທີ 15 ພຶດສະພາ 2017 ຜ່ານ ມາ ໂດຍ​ການ​ຕ້ອນຮັບຂອງ​ ທ່ານ ອຸດອນ ສິງດາລາ ຫົວໜ້າພະແນກຍຸຕິທຳແຂວງໄຊສົມບູນ, ມີ​ບັນດາຮອງ​ຫົວໜ້າພະ​ແນ​ກ, ພ້ອມ​ດ້ວຍພະນັກງານ​-ລັດຖະກອນ​ຂອງ​ພະ​ແນ​ກຍຸຕິ​ທຳ ​ແຂວງ​ໄຊ​ສົມບູນ​ເຂົ້າ​ຮວ່ມຢ່າງ​ພ້ອມພຽງ.      ​ໃນ​ພິທີ​ຜູ້​ເຂົ້າ​ຮວ່ມ ​ໄດ້ຮັບ​ຟັງ​ການລາຍງານສະພາບການເຄື່ອນ​ໄຫວ​ຈັດ​ຕັ້ງ​ປະຕິບັດວຽກງານ​ຂອງ​ພະ​ແນ​ກຍຸຕິ​ທຳ ​ແຂວງ​ໄຊ​ສົມບູນ ໃນ​ລະຍະ​ຜ່ານ​ມາ ​ແລະ ທິດ​ທາງ​ແຜນການ​ໃນ​ຕໍ່ໜ້າ ຈາກ​ທ່ານ ອຸດອນ ​ສິງ​ດາລາ ຫົວໜ້າພະ​ແນ​ກ ຍຸຕິ​ທຳ​ແຂວງ​ໄຊ​ສົມບູນ  ຊຶ່ງພະ​ແນ​ກຍຸຕິ​ທຳ​ແຂວງ​ໄຊ​ສົມບູນ, ມີພະນັກງານທັງໝົດ 48 ຄົນ ຍິງ 7 ຄົນ; ດ້ານ​ວຽກງານວິຊາສະເພາະ ສາມາດປະຕິບັດສຳເລັດຫຼາຍດ້ານ ເປັນຕົ້ນ ແມ່ນວຽກງານໂຄສະນາເຜີຍແຜ່ກົດໝາຍ ຢູ່ອົງການປົກຄແງບ້ານໄດ້ 89 ຄັ້ງ ມີຜູ້ເຂົ້າຮ່ວມຟັງ 8,640ຄົນ ຍີງ 3,842 ຄົນ, ໂຄສະນາຜ່ານໂທລະໂຄ່ງໄດ້ 133 ຄັ້ງ; ວຽກງານປະຕິບັດຄຳຕັດສີນຂອງສານ ປະຕິບັດໄດ້ 7 ເລື່ອງ, ມອບເງີນໃຫ້ບຸກຄົນ 23.670.000 ກີບ, ມອບເຂົ້າລັດ 2.500.000 ກີບ, ວຽກງານທະບຽນສານ ໄດ້ຢັ້ນຢືນຄວາມຖືກຕ້ອງຂອງເອກະສານ 18 ເລື່ອງ ເກັບຄ່າບໍລິການໄດ້ 5.560.000 ກີບ; ວຽກງານຍຸຕິທຳຮາກຖານ ແມ່ນໄດ້ນຳພານັກສຶກສາຈຳນວນ 71 ຄົນ, ຍິງ 18 ຄົນ ລົງຢູ່ບັນດາບ້ານ​ໃນ 5 ເມືອງ ຈົນໄດ້ຮັບຜົນສຳເລັດເປັນຢ່າງດີ ​.​      ໃນ​ການລົງເຮັດວຽກຄັ້ງນີ້ ທ່ານ  ປອ ​ເສີມ​ສຸກ ສິມ​ພະ​ວົງ ຮອງລັດຖະມົນຕີ ກະຊວງຍຸຕິທຳ ກໍໄດ້ສະແດງຄວາມຍ້ອງຍໍ, ຊົມເຊີຍຕໍ່ການຊີ້ນຳ-ນຳພາຂອງຄະນະພະແນກ ​ໃນ​ການຕັ້ງປະຕິບັດໜ້າທີ່ວຽກງານ ການເມືອງແນວຄິດ ແລະ ວຽກງານວິຊາສະເພາະທີ່ພັກ-ລັດໄດ້ມອບໝາຍໃຫ້ຈົນປະສົບຜົນສຳເລັດຫຼາຍດ້ານ ພ້ອມນັ້ນ​ທ່ານ​ຍັງ​ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະນຳຂອງພະແນກ ໄດ້ສືບຕໍ່ສຶກສາອົບຮົມ-ນຳພາ ແນວຄິດພະນັກງານໃຫ້ມີຄວາມທຸ່ງທຽ່ງ, ເຊື້ອໝັ້ນຕໍ່ການນຳພາຂອງພັກ-ລັດ, ປັບປຸງແບບແຜນວິທີການເຮັດວຽກ, ຍາດແຍ່ງ​ເອົາການຊ່ວຍເຫຼືອ ແລະ ​ປະຕິບັດວຽກງານ​ຕາມທິດນຳຂອງຄະນະພັກສາຍຕັ້ງ ແລະ ສາຍຂວາງຢ່າງໃກ້ສິດຕິດແທດ, ສ້າງສະມາຊິກພັກ-ພະນັກງານ ພ້ອມທັງເບິ່ງແຍງຊີວິດການເປັນຢູ່ຂອງພະນັກງານ-ລັດຖະກອນ ແລະ ບໍາລຸງຮັກສາວັດຖຸອຸບປະກອນໃຫ້ເປັນປົກກະຕິ. ຂຽນຂ່າວ ແລະ ຖ່າຍພາບ​ໂດຍ ຄຳ​ພອນ ທ່າວເຈີວ່າງ ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ຢ້ຽມ
ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ຢ້ຽມຢາມ ແລະ ເຄື່ອນໄຫວວຽກງານ ຢູ່ພະແນກຍຸຕິທຳ ແຂວງ ໄຊສົມບູນ
https://www.moj.gov.la/lo/node/908
ຢູ່ທີ່ຫ້ອງຮັບແຂກກະຊວງຍຸຕິທໍາ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທໍາ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ບາລາຊູບຣາມານຽມ ມູຣາລີ (Balasubramaniam Murali) ຮັກສາການ ຜູ້ຕ່າງໜ້າ ອົງການສະຫະປະຊາຊາດເພື່ອການພັດທະນາ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ໃນຕອນບ່າຍຂອງວັນທີ 19 ພຶດສະພາ 2017 .      ຈຸດປະສົງຂອງການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ແມ່ນເພື່ອປຶກສາຫາລືກ່ຽວກັບວຽກງານການຊ່ວຍເຫຼືອ ແລະ ການຮ່ວມມືກັນ ລະຫວ່າງ UNDP ແລະ ກະຊວງຍຸຕິທໍາ ໂດຍສະເພາະການສະໜັບສະໜູນໂຄງ ການຈັດຕັ້ງປະຕິບັດແຜນແມ່ບົດພັດທະນາລັດທີ່ປົກຄອງດ້ວຍກົດໝາຍ ແຕ່ນີ້ຮອດປີ 2020 ທີ່ຈະສິ້ນສຸດໂຄງການໃນເດືອນ ມີຖຸນາ 2017.      ພ້ອມດຽວກັນນັ້ນ, ທັງສອງຝ່າຍກໍໄດ້ລາຍງານສະພາບຈຸດພິເສດ, ຂໍ້ຄົງຄ້າງຂອງວຽກງານໃຫ້ກັນຊາບ ພ້ອມກັນປຶກສາຫາລືກ່ຽວກັບການຂຽນໂຄງການໄລຍະ II ໃຫ້ສໍາເລັດ, ຮ່ວມກັນປຶກສາຫາລືການພົວພັນ ຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຕໍ່ໜ້າໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຍິ່ງຂຶ້ນ.      ໃນໂອກາດນີ້ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທໍາ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ກັບການພົວພັນຮ່ວມມືດ້ານການຈັດຕັ້ງປະຕິບັດແຜນແມ່ບົດພັດທະ ນາລັດທີ່ປົກຄອງດ້ວຍກົດໝາຍ ລະຫວ່າງ ກະຊວງຍຸຕິທຳ ແລະ ອົງການ UNDP. ຂຽນຂ່າວ: ໄຊຍະສິດ       ຖ່າຍພາບ: ສົມຫວັງ ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ທ່ານຮອງລັດຖະມົນຕີ ກະຊວງຍຸຕິທໍາ ຕ້ອນຮັບ ທ່ານຜູ້ຕ່າງໜ້າອົງການ ສປຊ ປະຈໍາ ສປປ ລາວ
ທ່ານຮອງລັດຖະມົນຕີ ກະຊວງຍຸຕິທໍາ ຕ້ອນຮັບ ທ່ານຜູ້ຕ່າງໜ້າອົງການ ສປຊ ປະຈໍາ ສປປ ລາວ
https://www.moj.gov.la/lo/node/909
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 22-ພຶດສະພາ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 14/5/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 14/5/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 14/5/2017
https://www.moj.gov.la/lo/node/911
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 24-ພຶດສະພາ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 21/5/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 21/5/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 21/5/2017
https://www.moj.gov.la/lo/node/912
ເພື່ອເຮັດໃຫ້ພະນັກງານ, ລັດຖະກອນ, ນັກຮຽນ, ນັກສຶກສາ ໂດຍສະເພາະ ຜູ້ທີ່ເຮັດໜ້າທີ່ໃນການໂຄສະນາເຜີຍແຜ່ກົດໝາຍ ແລະ ລະບຽບການຕ່າງໆ ໄດ້ມີບ່ອນອີງໃນການສຶກສາ, ຄົ້ນຄວ້າ ແລະ ອຳນວຍ ຄວາມສະດວກໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານນັ້ນ ໃນວັນທີ 23 ພຶດສະພາ 2017 ຢູ່ທີ່ກະຊວງຍຸຕິທຳ ກົມໂຄສະນາເຜີຍແຜ່ກົດໝາຍ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການສ້າງປື້ມຄູ່ມືເຕັກນິກ ການໂຄສະນາກົດໝາຍ ແລະ ຂຽນປື້ມຄູ່ມືບາງຂະແໜງກົດໝາຍ ແລະ ວຽກງານຍຸຕິທຳ ສຳລັບການໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ປະຊາຊົນ ເຫຼັ້ມ III ຂຶ້ນ ພາຍໃຕ້ການສະໜັບສະໜູນຂອງໂຄງການມູນນິ ທິເອເຊຍ ໂດຍການເປັນປະທານຂອງ ທ່ານ ບຸນລ້ອມ ດວງມາລາ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ມີບັນດາທ່ານ ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ລັດຖະກອນວິຊາການ ຂອງກົມໂຄສະນາເຜີຍແຜ່ກົດໝາຍ ແລະ ທ່ານຜູ້ຕາງໜ້າຈາກມູນນິທິເອເຊຍ ເຂົ້າຮ່ວມ ທັງໝົດ 17 ຄົນ, ຍິງ 7 ຄົນ.      ໃນກອງປະຊຸມ ທ່ານ ປະທານ ກໍໄດ້ນຳສະເໜີກ່ຽວກັບ ການປະເມີນຄຳຄິດເຫັນໃນການນຳໃຊ້ປຶ້ມເຕັກນິກການໂຄສະນາກົດໝາຍ ລະຍະຜ່ານມາ, ນຳສະເໜີເນື້ອໃນການສ້າງ ແລະ ປັບປຸງເນຶື້ອໃນປຶ້ມຄູ່ມື ເຕັກນິກການໂຄສະນາກົດໝາຍ, ປຶ້ມຄູ່ມືບາງຂະແໜງກົດໝາຍ ແລະ ວຽກງານຍຸຕິທຳ ສຳລັບໂຄສະນາເຜີຍແຜ່ໃຫ້ແກ່ປະຊາຊົນ ເຫຼັ້ມ III. ຫຼັງຈາກນັ້ນຜູ້ເຂົ້າຮ່ວມ ກໍໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບ ຄຳເຫັນຢ່າງກົງໄປກົງມາ ແລະ ເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນ ໂດຍສະເພາະ ກ່ຽວກັບການກຳນົດຫົວຂໍ້, ວິທີການ, ຮູບແບບ ແລະ ຂັ້ນຕອນຂອງການຂຽນປຶ້ມຄູ່ມື ເພື່ອເຮັດໃຫ້ການປັບປຸງ ແລະ ການຂຽນ ປຶ້ມຄູ່ມືດັ່ງກ່າວມີເນື້ອໃນ ແລະ ການນຳໃຊ້ທີ່ເປັນເອກະພາບກັນ ແລະ  ສອດຄ່ອງກັບສະພາບຄວາມເປັນຈິງຂອງສັງຄົມ. ຂຽນຂ່າວ: ສີປະໄພ,  ຖ່າຍພາບໂດຍ ສຸກສາຄອນ, ສົມຫວັງ ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ      ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມປຶກສາຫາລືກ່ຽວກັບການສ້າງປື້ມເຕັກນິກການໂຄສະນາກົດໝາຍ ແລະ ປື້ມຄູ່ມືບາງຂະແໜງກົດໝາຍ ແລະ ວຽກງານຍຸຕິທຳ ເຫຼັ້ມ III
ກອງປະຊຸມປຶກສາຫາລືກ່ຽວກັບການສ້າງປື້ມເຕັກນິກການໂຄສະນາກົດໝາຍ ແລະ ປື້ມຄູ່ມືບາງຂະແໜງກົດໝາຍ ແລະ ວຽກງານຍຸຕິທຳ ເຫຼັ້ມ III
https://www.moj.gov.la/lo/node/913
ໃນຕອນເຊົ້າຂອງວັນທີ 24 ພຶດສະພາ 2017 ທີ່ກະຊວງຍຸຕິທຳ ທ່ານ ບຸນ​ສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ​ແຫ່ງ ສປປ ລາວ  ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອາ​ເລັກ​ຊານ​ເດີ ອາ​ວີ​ຊູ ຮອງ​ຜູ້​ຊວ່ຍລັດຖະມົນຕີ​ ຫ້ອງການ​ຕ້ານ​ຢາ​ເສບ​ຕິດ ​ແລະ ປະຕິບັດ​ກົດໝາຍສາກົນ ກະຊວງ​ການ​ຕ່າງປະ​ເທດ ສະຫະລັດ​ອາ​ເມ​ລິ​ກາ ພ້ອ​ມດ້ວຍ​ຄະນະ ​ເນື່ອງ​​ໂອກາດທີ່​ເດີນທາງ​ມາ​ຢຽ້ມຢາມ ​ແລະ ​ເຮັດ​ວຽກ ຢ່າງ​ເປັນ​ທາງ​ການ ຢູ່ ສ ປປ ລາວ ລະຫວ່າງ​ວັນ​ທີ່ 24-25 ພຶດສະພາ 2017 ທີ່​ຜ່ານ​ມາ.      ພ້ອມດຽວກັນນັ້ນ ທ່ານ ບຸນ​ສະຫວາດ ບຸບຜາ  ຮອງລັດຖະມົນຕີກະຊວງຍຸຕິທໍາແຫ່ງ ສປປ ລາວ ພ້ອມດ້ວຍຄະນະກໍໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການເຂົ້າຢ້ຽມຂໍ່ານັບຂອງທ່ານ ອາ​ເລັກ​ຊານ​ເດີ ອາ​ວີ​ຊູ ຊຶ່ງເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ​ແລະ ກະຊວງ​ການ​ຕ່າງປະ​ເທດ ສະຫະລັດ​ອາ​ເມ​ລິ​ກາ ໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນເລື້ອຍໆ.      ຈາກນັ້ນ ທັງສອງຝ່າຍ ກໍໄດ້ລາຍງານສະພາບຈຸດພິເສດ ແລະ ການເຄື່ອນໄຫວວຽກງານຍຸຕິທຳ ໃຫ້ກັນ ແລະ ກັນໄດ້ຮັບຊາບ ໂດຍສະເພາະ ໄດ້ທົບ​ທວນຄືນ​ການ​ພົວພັນ​ຮວ່ມມື​​ໃນ​ລະຍະ​ຜ່ານ​ມາ ​ແລະ ປຶກສາ​ຫາລື​ການ​ພົວພັນ​ຮວ່ມມື​ຊວ່ຍ​ເຫຼືອ​ເຊິ່ງກັນ​ ແລະ​ ກັນ​ໃນ​ຕໍ່ໜ້າ​ໃຫ້​ນັບ​ມື້​ນັບ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ.      ທ່ານ ອາ​ເລັກ​ຊານ​ເດີ ອາ​ວີ​ຊູ ກໍ່ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ທ່ານ ຮອງລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ອຳນວຍຄວາມສະດວກໃຫ້ທຸກດ້ານ ໃນການເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ​ໃນ​ຄັ້ງ​ນີ້​​​. ຂຽນຂ່າວ ອອ່ນຄຳ, ຖ່າຍພາບ: ສຸກ​ສາຄອນ ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ທ່ານ ຮອງລັດຖະມົນຕີ ກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ອາເລັກຊານເດີ ອາວີຊູ ຮອງຜູ້ຊວ່ຍລັດຖະມົນຕີກະຊວງກະຕ່າງປະເທດ ສະຫະລັດອາເມລິກາ
ທ່ານ ຮອງລັດຖະມົນຕີ ກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ອາເລັກຊານເດີ ອາວີຊູ ຮອງຜູ້ຊວ່ຍລັດຖະມົນຕີກະຊວງກະຕ່າງປະເທດ ສະຫະລັດອາເມລິກາ
https://www.moj.gov.la/lo/node/914
ທີ່ຫ້ອງຮັບແຂກກະຊວງຍຸຕິທຳ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ໂດນິກາ ປ໋ອດຕີ່ (Donica Pottie) ເອກອັກຄະລັດຖະທູດ ການາດາ  ພ້ອມດ້ວຍຄະນະ ໃນຕອນບ່າຍຂອງວັນທີ 24 ພຶດສະພາ 2017      ເນື່ອງໃນໂອກາດທີ່ທ່ານໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 23-24 ພຶດສະພາ 2017.      ​ໃນ​ໂອກາດ​ດັ່ງກ່າວ​ ທ່ານລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ພ້ອມ​ທັງ​ຕີ​ລາຄາ​ສູງ​ຕໍ່​ການ​ເຂົ້າ​ຢ້ຽມຂໍ່ານັບ​ຂອງ​ ທ່ານ ​ໂດນິກາ ປ໋ອດຕີ່ ພ້ອມ​ດ້ວຍ​ຄະນະ​ໃນ​ຄັ້ງ​ນີ້ ຊຶ່ງ​ເປັນ​ການ​ປະກອບ ສ່ວນ​ທີ່​ສຳຄັນ​ເຂົ້າ​ໃນ​ການ​​ເສີມ​ສ້າງສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ຍຸຕິ​ທຳ ​ແຫ່ງ ສປປ ລາວ ກັບ​ ການາດາ ​ໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນຂຶ້ນ​ກວ່າ​ເກົ່າ. ຈາກ​ນັ້ນ​ທັງ​ສອງ​ຝ່າຍ​ກໍ​ໄດ້​ລາຍ​ງານສະພາບ​ຈຸດພິເສດ ແລະ ການ​ເຄື່ອນ​ໄຫວ​ວຽກງານ​ໃຫ້​ກັນຊາ​ບ ​ໂດຍ​ສະ​ເພາະ ​ການສົນທະນາແລກປ່ຽນບົດຮຽນ ພ້ອມທັງທົບທວນຄືນການພົວພັນຮ່ວມມືໃນລະຍະຜ່ານມາ ກ່ຽວກັບວຽກງານທາງດ້ານ ຍຸຕິທໍາ ແລະ ກົດໝາຍ​. ພ້ອມດຽວກັນຍັງໄດ້ຮ່ວມກັນປຶກສາຫາລືການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຕໍ່ໜ້າ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງຂຶ້ນ.      ໃນຕອນທ້າຍຂອງການພົບປະ ທ່ານ ນາງ ໂດນິກາ ປ໋ອດຕີ່  ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ທ່ານລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ອໍານວຍ ຄວາມສະດວກທຸກດ້ານແກ່ການເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ແລະ ພ້ອມທີ່ຈະໃຫ້ການຮ່ວມມື ແລະ ຊ່ວຍເຫຼືອດ້ານຕ່າງໆໃນຂົງເຂດວຽກງານຍຸຕິທໍາໃນຕໍ່ໜ້າ. ຂຽນຂ່າວ: ໄຊຍະສິດ     ຖ່າຍພາບໂດຍ: ສົມຫວັງ ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ທ່ານ ລັດຖະມົນຕີ ກະຊວງຍຸຕິທໍາ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງເອກອັກຄະລັດຖະທູດການາດາ
ທ່ານ ລັດຖະມົນຕີ ກະຊວງຍຸຕິທໍາ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງເອກອັກຄະລັດຖະທູດການາດາ
https://www.moj.gov.la/lo/node/915
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 31-ພຶດສະພາ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 28/5/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 28/5/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 28/5/2017
https://www.moj.gov.la/lo/node/916
ເພື່ອເຮັດໃຫ້ການສ້າງ ແລະ ປັບປຸງນິຕິກຳ ມີຄວາມເປັນເອກະພາບ ແລະ ຖືກຕ້ອງຕາມຫຼັກການທີ່ກຳນົດໄວ້ໃນການສ້າງນິຕິກຳ. ໃນວັນທີ 31 ພຶດສະພາ 2017 ຢູ່ທີ່ກະຊວງຍຸຕິທຳ, ກົມກົດໝາຍ ໄດ້ຈັດ ການຝຶກອົບຮົມເຕັກນິກການສ້າງນິຕິກຳ ແລະ ການປະເມີນຜົນກະທົບຂອງຮ່າງນິຕິກຳ ໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນກະຊວງຍຸຕິທຳຂຶ້ນ ໂດຍການເປັນປະທານຂອງ ທ່ານ ອິນທະປັນຍາ ຂຽວວົງພະ ຈັນ ຫົວໜ້າກົມກົດໝາຍ ກະຊວງຍຸຕິທຳ, ມີວິທະຍາກອນຈາກກົມກົດໝາຍ ແລະ ສຳມະນາກອນ ຕາງໜ້າຈາກບັນດາກົມ, ຫ້ອງການ, ສະຖາບັນຍຸຕິທຳແຫ່ງຊາດ ແລະ ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະ ກິດ ພາກສ່ວນລະສອງທ່ານເຂົ້າຮ່ວມ.      ໃນພິທີຜູ້ເຂົ້າຮ່ວມ ກໍໄດ້ຮັບຟັງການນຳສະເໜີກ່ຽວກັບເຕັກນິກການຮ່າງນິຕິກຳ ເປັນຕົ້ນ ການສ້າງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ; ການສ້າງ, ການກວດກາ ແລະ ໃຫ້ຄຳເຫັນຕໍ່ບົດປະເມີນຜົນກະທົບ ຂອງຮ່າງນິຕິກຳ ແລະ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຈະແຈ້ງໃນການສ້າງນິຕິກຳ ແລະ ການປະເມີນຜົນກະທົບຂອງຮ່າງນິຕິກຳນັ້ນ. ຈາກນັ້ນ, ຜູ້ເຂົ້າຮ່ວມ ໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ຢ່າງກົງໄປກົງມາ ແລະ ເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນ. ການຝຶກອົບຮົມ ໄດ້ດຳເນີນເປັນເວລາໜຶ່ງວັນ ແລະ ອັດລົງດ້ວຍຜົນສຳເລັດອັນຈົບງາມ. ຂຽນຂ່າວ: ສີປະໄພ, ຖ່າຍພາບ: ສົມຫວັງ ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ການຝຶກອົບຮົມກ່ຽວກັບການສ້າງນິຕິກຳ ແລະ ການປະເມີນຜົນກະທົບຂອງຮ່າງນິຕິກຳ
ການຝຶກອົບຮົມກ່ຽວກັບການສ້າງນິຕິກຳ ແລະ ການປະເມີນຜົນກະທົບຂອງຮ່າງນິຕິກຳ
https://www.moj.gov.la/lo/node/917
8    ທີ່ພະແນກຍຸຕິທຳ ແຂວງຄຳມ່ວນ, ຄະນະພະແນກ ໄດ້ຈັດກິດຈະກຳເພື່ອສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ໃນຕອນເຊົ້າຂອງວັນທີ 01 ມີຖຸນາ 2017 ໂດຍການນຳພາຂອງ ທ່ານ ວິໄຊ ແກ້ວດວງດີ ຮອງຫົວໜ້າພະແນກຍຸຕິທຳແຂວງຄຳມ່ວນ ພ້ອມດ້ວຍອ້າຍນ້ອງພະນັກງານ-ລັດຖະກອນ ພ້ອມກັນປູກຕົ້ນໄມ້ຢູ່ພະແນກຍຸຕິທຳແຂວງ ແລະ ຈັດກິດຈະກຳຕ່າງໆ ເພື່ອສົ່ງເສີມຄວາມສາມາດ ແລະ ພອນສະຫວັນຂອງເດັກ ຫຼັງຈາກນັ້ນ ຄະນະພະແນກຍຸຕິທຳ ກໍໄດ້ມອບຂອງຂັວນ ແລະ ລາງວັນໃຫ້ເດັກ.             ປະເພດຂ່າວ: ບົດຄວາມ ແລະ ຂ່າວອື່ນໆປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂວງຄຳມ່ວນ ຈັດກິດຈະກຳວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ
ພະແນກຍຸຕິທຳແຂວງຄຳມ່ວນ ຈັດກິດຈະກຳວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ
https://www.moj.gov.la/lo/node/920
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 06-ມິຖຸນາ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 4/6/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 4/6/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 4/6/2017
https://www.moj.gov.la/lo/node/921
ໃນ​ລະຍະ 6 ​ເດືອນ​ຕົ້ນປີ 2017 ​ຫ້ອງການ​ກົດໝາຍ ແລະ ​ໂຄສະນາ​ອົບຮົມ​ກົດໝາຍຂອງ​ພະ​ແນ​ກຍຸຕິ​ທຳແຂວງ​ວຽງຈັນ​ ແລະ​ ຫ້ອງການ​ຍຸຕິ​ທຳ 11 ​ເມືອງ​ທົ່ວ​ແຂວງ​ວຽງຈັນ ​ໄດ້​ເຄື່ອ​ນ​ໄຫວ​ໂຄສະນາ​ເຜີຍ​ແຜ່​ກົດໝາຍດ້ວຍຫຼາຍວິທີ​ ເປັນຕົ້ນ ​ລົງ​ໂຄສະນາ​ທາງ​ປາກ​ເປົ່າ​ຢູ່​ຕາ​ມບ້ານ​ ຈຳນວນ 156 ບ້ານ ​ຢູ່​ຕາມ​ໂຮງຮຽນ ມສ ​ໄດ້​ທັງໝົດ 18 ​ແຫ່ງ, ໃນ​ນັ້ນ ມີ​ຈຳນວນ​ຜູ້​ເຂົ້າຮ່ວມ​ຮັບ​ຟັງ​ ທັງໝົດ23.272 ຍິງ12.272 ຄົນ​ນອກຈາກ​ໂຄສະນາ​ທາງ​ປາກ​​ເປົ່າ​ແລ້ວ, ຍັງ​ໄດ້​ໂຄສະນາ​ຜ່ານ​ທາງ​ໜັງສືພີ​ມຂອງ​ແຂວງ​ວຽງຈັນ ​ເດືອນ​ລະ​ສອງ​ສະບັບ ​ແລະ​ ພິ​ເສດ​ໄປ​ກ່າວ​ນັ້ນ ຍັງ​ໄດ້​ເຜີຍ​ແຜ່​ກົດໝາຍທາງ​ວິທະຍຸກະຈາຍສຽງ FM 100 MZອາທິດ​ລະຄັ້ງ.      ສຳ​ລັບ​ເນື້ອໃນ​ກົດໝາຍທີ່​ນຳ​ໄປ​ເຜີ່​ຍ​ແຜ່​ແຕ່ລະຄັ້ງ​ ແມ່ນ​ອີງ​ໃສ່​ສະພາບ​ເຫດການ​ທີ່​ມັກ​ເກີດ​ຂຶ້ນຕົວ​ຈິງ​ຢູ່​ແຕ່​ລະ​ບ້ານ ​ແລະ ​ແຕ່ລະ​ທ້ອງ​ຖິ່ນ ​ເປັນ​ຕົ້ນ​ ແມ່ນ​ກົດໝາຍວ່າດ້ວຍ ການດຳເນີນຄະດີ​ແພ່ງ, ກົດ ໝາຍວ່າດ້ວຍຂໍ້​ຜູກ​ພັນ​ໃນ​ສັນຍາ​ ແລະ ນອກ​ສັນຍາ, ກົດໝາຍວ່າ​ດ້ວຍ ​ການ​ສຶບທອດ​ມູນ​ມໍຣະດົກ, ກົດໝາຍວ່າດ້ວຍ ຄອບຄົວ, ກົດໝາຍອາຍາ​ບາງ​ມາດຕາ​ ເຊັນ ການ​ລັກ​ຊັບ​, ການປຸນ​ຊັບ, ການທຳຮ້າຍ​ຮ່າງກາຍ, ການ​ຂົ່ມ​ຂື່ນທຳຊໍາເລົາ, ​ກົດໝາຍວ່າ​ດ້າຍ​ ຢາ​ເສບ​ຕິດ​ ແລະ​ ກົດໝາຍອື່ນ. ສຳລັບ​ວິທີ​ການ​ເຜີຍ​ແຜ່ ​ແມ່ນ​ໄດ້​ອະທິບາຍ​ແຕ່​ລະ​ຫົວ​ຂໍ້ ​ແລະ​ ຍົກ​ເອົາ​ບັນຫາ​ທີ່​ມັກ​ເກີດ​ຂຶ້ນພ້ອມ​ດ້ວຍ​ຍົກ​ຕົວຢ່າງ​ທີ່​ເຂົ້າ​​ໃຈ​ງ່າຍ. ພ້ອມ​ກັນນັ້ນ ຍັງ​ຮັບຟັງ ແລະ ສົນທະນາຖາມຕອບ, ແລກປ່ຽນຄຳເຫັນຮ່ວມກັບ​ຜູ້​ເຂົ້າຮ່ວມ ​ເຮັດ​ໃຫ້ການໂຄສະນາເຜີຍແຜ່ກົດໝາຍ ມີບັນຍາກາດ​ຟົດຟື້ນດີ. ທັງໝົດນັ້ນ ​ເພື່ອສ້າງຄວາມຮັບຮູ້ ແລະ ຍົກສູງການສ້າງ​ສະຕິ​​ເຄົາລົບ​ກົດໝາຍ ແກ່ປະຊາຊົນ,​ ທັງ​ເປັນ​ການ​ຕ້ານ​ ແລະ ​ສະກັດ​ກັ້ນ ການກໍ່ອາ​ຊະ​ຍາ​ກຳ​ ແລະ​ ການລະ​ເມີດ​ກົດໝາຍ ​ທີ່ຈະເກີດຂຶ້ນແຕ່ຫົວທີ.        ໃນເຄື່ອນໄຫວລົງໂຄສະນາເຜີຍແຜ່ກົດໝາຍ ຕະຫຼອດລະຍະ 6 ເດືອນ ຕົ້ນປີ 2017 ນີ້ ຍ້ອນຄວາມເອົາໃຈໃສ່ ແລະ ມີການຊີ້ນຳໆພາຈາກຄະນະພັກ, ຄະນະນຳ ກະຊວງຍຸຕິທຳ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ຄວາມເອົາໃຈໃສ່ຂອງພະນັກງານ, ນັກສຶກສາລົງຟຶກງານ, ອົງການຈັດຕັ້ງທຸກພາກສວນ ແລະ ການຮ່ວມມືຈາກອຳນາດການປົກຄອງບ້ານ ເຮັດໃຫ້ການລົງເຄື່ອນໄຫວວຽກງານໂຄສະນາກົດໝາຍ ໄດ້ຮັບ ຜົນສຳເລັດເປັນຢ່າງດີ,  ເຮັດໃຫ້ພໍ່ແມ່ປະຊາຊົນຢູ່ແຕ່ລະບ້ານ ໄດ້ຮຽນຮູ້ ແລະ  ເຂົ້າໃຈເນື້ອໃນກົດໝາຍ ເພື່ອຍົກສູງສະຕິຕື່ນຕົວໃນການເຄົາລົບ ແລະ ປະຕິບັດກົດໝາຍ ໃນສັງຄົມ ປະກອບສວນສ້າງໃນການ ສ້າງລັດ ສປປ ລາວ ເປັນລັດທີ່ປົກຄອງດ້ວຍກົດໝາຍ ທີ່ມາຈາກປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ.   ຂຽນຂ່າວ ແລະ ຖ່າຍພາບໂດຍ: ວົງສາ ແກ້ວປັນຍາວົງ ຜູ້ປະສານງານແຂວງ ວຽງຈັນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ສຳເລັດການໂຄສະນາເຜີຍແຜ່ກົດໝາຍຂອງຂະແໜງຍຸຕິທຳ ລະຍະ 6 ເດືອນຕົ້ນປີ 2017
ສຳເລັດການໂຄສະນາເຜີຍແຜ່ກົດໝາຍຂອງຂະແໜງຍຸຕິທຳ ລະຍະ 6 ເດືອນຕົ້ນປີ 2017
https://www.moj.gov.la/lo/node/922
ທີ່ແຂວງວຽງຈັນ ໄດ້ຈັດພິທີປີດຊຸດຝຶກອົບຮົມກົດໝາຍ ລະຍະສັ້ນ 45 ວັນ ຊຸດທີ VII ປະຈຳປີ 2017 ຂຶ້ນໃນວັນທີ 31 ພຶດສະພາ 2017ຢູ່ທີ່ສະໂມສອນເຮືອນພັກແຫຼວຄຳ ໂດຍການເປັນກຽດເຂົ້າຮ່ວມ ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ລັດຖະມົນຕິກະຊວງຍຸຕິທຳ; ທ່ານ ວິດົງ ໄຊຍະສອນ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆ ວຽງຈັນ; ທ່ານ ກອງສີ ອຸດົມ ກຳມະການພັກແຂວງ, ຫົວໜ້າ ພະແນກຍຸຕິທຳແຂວງວຽງຈັນ, ມີຄະນະພະແນກຍຸຕິທຳແຂວງ, ແຂກທີ່ຖືກເຊີນ, ຄະນະຮັບຜິດຊອບ, ຄູອາຈານ ພ້ອມດ້ວຍນັກສໍາມະນາກອນພາຍໃນແຂວງວຽງຈັນ ເຂົ້າຮ່ວມຢ່າງພ້ອມພຽງ.     ທ່ານ ກອງສີ ອຸດົມ ກຳມະການພັກແຂວງ, ຫົວໜ້າພະແນກຍຸຕິທຳແຂວງວຽງຈັນ ໄດ້ຂຶ້ນຜ່ານບົດສະຫຼຸບຊຸດຝຶກອົບຮົມກົດໝາຍ ລະຍະສັ້ນ 45 ວັນ ຊຸດທີ VII ປະຈຳປີ 2017ຊຶ່ງທ່ານໄດ້ຍົກໃຫ້ເຫັນ ສະພາບ ການສອນ-ການຮຽນຂອງຄູ, ອາຈານ ແລະ ນັກຝຶກອົບຮົມ ລະຍະ 45 ວັນຜ່ານມາ, ພ້ອມທັງສັງເກດຕີລາຄາດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ຈາກການຝຶກອົບຮົມກົດໝາຍ ເພື່ອຍົກ ລະດັບຄວາມຮູ້, ຄວາມສາມາດທາງດ້ານກົດໝາຍໃຫ້ແກ່ພະນັກງານຫຼັກແຫຼ່ງຢູ່ບັນດາພະແນກການ, ກົມກອງ, ຫ້ອງການກ່ຽວຂ້ອງທົ່ວແຂວງວຽງຈັນ ຈຳນວນ 51 ທ່ານ, ຍິງ 9 ທ່ານ ຊຶ່ງຫຼັກສູດການສອນ-ການຮຽນ ທັງໝົດ 28 ວິຊາ, 21 ໜ່ວຍກິດ, 315 ຊົ່ວໂມງ. ຜ່ານການຮຽນ-ການສອນ ສາມາດປະເມີນໄດ້ ດັ່ງນີ້: ຄວາມຫ້າວຫັນຂອງຄູອາຈານດີຫຼາຍກວມເອົາ 70,36%, ລະດັບດີ ກວມ 29,12%, ປານກາງ 0,51%, ສຳນຽງສຽງເວົ້າຂອງຄູ ດີຫຼາຍ 66,43%, ດີ 32,45%, ປານກາງ 1,10% , ການປະຕິບັດໂມງເວລາຂອງຄູອາຈານ ດີຫຼາຍ 75,32%, ດີ 24,67%, ການຍົກຕົວຢ່າງປະກອບການສອນຂອງຄູດີຫຼາຍ 58,21%, ດີ 38,95%, ປານກາງ 2,83%, ການມີສ່ວນຮ່ວມຂອງຄູ ແລະ ນັກຮຽນ ດີຫຼາຍ 58,19, ດີ 40,32%, ປານກາງ 1,47%, ການນຳໃຊ້ອຸປະກອນສິດສອນຂອງຄູ ດີຫຼາຍ 51,49%, ດີ 44,66 %, ປານກາງ 3,84%, ການມີມະນຸດສຳພັນຂອງຄູ-ອາຈານ ດີຫຼາຍ 66,69%, ດີ 32,69%, ປານກາງ 0,60%, ການໃຊ້ວິທີສິດສອນຫຼາຍຮູບແບບດີຫຼາຍ 56,63%, ດີ 40,58%, ປານກາງ 0,14%.     ໃນພິທີປິດຊຸດຝຶກອົບຮົມ ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ລັດຖະມົນຕິກະຊວງຍຸຕິທຳ ໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນຈຳນວນ 51 ທ່ານ, ຍິງ 9 ທ່ານ ທີ່ສຳເລັດການຝຶກອົບ ຮົມກົດໝາຍ ພ້ອມທັງກ່າວຄຳໂອ້ລົມວ່າ:  ກ່ອນອື່ນຂໍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຄະນະຮັບຜິດຊອບ, ຄູ-ອາຈານ ທີ່ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ, ຄົ້ນຄວ້າປຶກສາຫາລື, ແຕ່ງບົດສອນ, ອະທິບາຍແກ້ຂໍ້ຂໍ້ຂ້ອງ ໃຈ ທັງຖ່າຍຖອດຄວາມຮູ້ດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ, ສຳລັບນັກສຳມະນາກອນ ກໍໄດ້ເອົາໃຈໃສ່ຄວ້າຮໍ່າຮຽນເພື່ອຍາດແຍ່ງເອົາຄວາມຮູ້, ຄວາມສາມາດດ້ານກົດໝາຍ, ມີຄວາມເຂົ້າໃຈຕໍ່ກັບກົດ ໝາຍຢ່າງເລິກເຊິ່ງ ເຮັດໃຫ້ການຝຶກອົບຮົມໃນຄັ້ງນີ້ ມີຄຸນະພາບດີ ແລະ ໄດ້ຮັບຜົນສຳເລັດຢ່າງຈົບງາມ. ພາຍຫຼັງກັບຄືນສູ່ພະແນກການ, ກົມກອງ, ຫ້ອງການຂອງຕົນແລ້ວ ຕ້ອງນຳເອົາບົດຮຽນທີ່ໄດ້ຮຽນຜ່ານ ມາໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຢູ່ພາຍໃນກົມກອງ, ທ້ອງຖີ່ນຂອງຕົນ ໃຫ້ໄດ້ຮັບຜົນດີ ແລະ ມີປະສິດທິຜົນສູງຂື້ນກວ່າເກົ່າ .  ຂຽນຂ່າວ ແລະ ຖ່າຍພາຍ ໂດຍ: ຜູ້​ປະສານ​ງານ ແຂວງວຽງຈັນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ປິດຊຸດຝຶກອົບຮົມກົດໝາຍ ລະຍະສັ້ນ 45 ວັນ ຊຸດທີ VII
ປິດຊຸດຝຶກອົບຮົມກົດໝາຍ ລະຍະສັ້ນ 45 ວັນ ຊຸດທີ VII
https://www.moj.gov.la/lo/node/923
ຢູ່ທີ່ສະຖາບັນຍຸຕິທໍາພາກເໜືອ ໄດ້ຈັດພິທີຮັບສະມາຊີກພັກສໍາຮອງເລື່ອນຂຶ້ນເປັນສະມາຊິກພັກສົມບູນ ໃນຕອນເຊົ້າຂອງວັນທີ 24 ພຶດສະພາ 2017 ພາຍໃຕ້ການເປັນປະທານ ຂອງສະຫາຍ ແສງອາລຸນ ພັນນະລັດ ເລຂາໜ່ວຍພັກ, ຫົວໜ້າສະຖາບັນຍຸຕິທໍາພາກເໜືອ ແລະ ສະຫາຍ ນາງ ອຸບົນ ແກ້ວວິໄລ ຮອງເລຂາໜ່ວຍພັກ, ຮອງຫົວໜ້າສະຖາບັນຍຸຕິທຳພາກເໜືອ, ມີຄະນະໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສໍາຮອງຂອງສະຖາບັນຍຸຕິທຳພາກເໜືອເຂົ້າຮ່ວມ.      ໃນພິທີຄະນະຮັບຜິດຊອບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການຮັບເອົາສະມາຊິກພັກສໍາຮອງເລື່ອນຂຶ້ນເປັນສະມາຊິກພັກສົມບູນ ຈໍານວນ​ 5 ສະຫາຍ, ຍິງ 2 ສະຫາຍ, ຈາກນັ້ນ ສະຫາຍ ແສງອາລຸນ ພັນນະລັດ ເລຂາໜ່ວຍພັກ, ຫົວໜ້າສະຖາບັນຍຸຕິທຳພາກເໜືອ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ຜູ້ທີ່ໄດ້ຮັບເຂົ້າເປັນສະມາຊີກພັກປະຊາຊົນປະຕິວັດລາວ ໃຫ້ຢຶດຖືເອົາ 5 ຫຼັກການ ແລະ 3 ທິດນໍາ ຂອງພັກປະຊາຊົນປະຕິວັດລາວ, ພ້ອມທັງສືບຕໍ່ຝຶກຝົນຫຼໍ່ຫຼອມດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ເຮັດສຳເລັດໜ້າທີ່ທີ່ການຈັດຕັ້ງມອບໝາຍໃຫ້. ຫຼັງຈາກນັ້ນ ຕາງໜ້າສະມາ ຊິກພັັກສົມບູນໃໝ່ ກໍໄດ້ຂຶ້ນຮັບຄຳໂອວາດ ພ້ອມທັງປະຕິຍານວ່າຈະປະຕິບັດກົດລະບຽບພັກວາງອອກຢ່າງເຂັ້ມງວດ ແລະ ຈະພ້ອມກັນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ຈົນສຸດຄວາມສາມາດ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ສະຖາບັນຍຸຕິທຳພາກເໜືອ ຈັດພິທີຮັບສະມາຊິກພັກສໍາຮອງເລື່່ອນຂຶ້ນເປັນສົມບູນ
ສະຖາບັນຍຸຕິທຳພາກເໜືອ ຈັດພິທີຮັບສະມາຊິກພັກສໍາຮອງເລື່່ອນຂຶ້ນເປັນສົມບູນ
https://www.moj.gov.la/lo/node/924
ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງຫົວພັນ ໄດ້ຈັດພິທີຮັບການຢັ້ງຢືນເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ຄັ້ງທີ 5 ປະຈໍາປີ 2015 ໃນວັນທີ 31 ພຶດສະພາ 2017 ຊຶ່ງໃຫ້ກຽດມອບໃບຢັ້ງຢືນ ໂດຍສະຫາຍ ຄຳສອນ ເທບວົງຊຳ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງ. ມີຜູ້ຕາງໜ້າຈາກຄະນະໂຄສະນາອົບຮົມ, ຄະນະຈັດຕັ້ງແຂວງ, ອົງການຈັດຕັ້ງມະຫາຊົນຂອງພະແນກ ແລະ ສະມາຊິກ ພັກເຂົ້າຮ່ວມ.      ໃນພິທີ ສະຫາຍ ສົມພອນ ອິນຄະວິໄລ ເລຂາໜ່ວຍພັກພະແນກຍຸຕິທໍາແຂວງ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການກ່ຽວກັນການກໍ່ສ້າງໜ່ວຍພັກແຂງ-ຮູ້ນຳພາຮອບດ້ານ ປະຈຳປີ 2015 ແລະ ທິດທາງແຜນການປະຈຳປີ 2016 ຊຶ່ງໜ່ວຍພັກພະແນກຍຸຕິທຳ ແຂວງຫົວພັນ   ເປັນໜ່ວຍພັກໜຶ່ງທີ່ຂຶ້ນກັບອົງຄະນະພັກແຂວງ. ຕະຫຼອດລະຍະຜ່ານມາ ໜ່ວຍພັກພະແນກຍຸຕິທຳແຂວງຫົວພັນ ໄດ້ສູ້ ຊົນຮັກສາມູນເຊື້ອການເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ໂດຍໄດ້ເອົາໃຈໃສ່ຊີ້ນຳ-ນຳພາດ້ານແນວຄິດການເມືອງໃຫ້ແກ່ສະມາຊິກພັກ-ພະນັກງານພາຍໃນພະແນກ ກຳແໜ້ນມູນເຊື້ອອັນດີງາມຂອງ ພັກ, ມີນ້ຳໃຈຮັກຊາດຮັກບ້ານເກີດເມືອງນອນ ພ້ອມທັງຊີ້ນຳ-ນຳພາສະມາຊິກພັກ, ພະນັກງານ-ລັດຖະກອນ ຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຕາມພາລະບົດບາດ, ສິດ, ໜ້າທີ່ ແລະ ຄວາມຮັບຜິດ ຊອບຂອງຕົນຢ່າງຮອບດ້ານ ຈົນໄດ້ຮັບຜົນສຳເລັດ ແລະ ມີຜົນງານອັນພົ້ນເດັ່ນເປັນກ້າວໆມາ. ສະນັ້ນ, ໜ່ວຍພັກພະແນກຍຸຕິທຳແຂວງຫົວພັນ ຈຶ່ງໄດ້ຮັບນາມມະຍົດເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບ ດ້ານສະໄໝທີ 5 ຕິດຕໍ່ກັນ.   ຂຽນຂ່າວ ແລະ ຖ່າຍພາບໂດຍ: ພວງເພັດ ເພັດຍາວົງ ຜູ້ປະສານງານແຂວງ ຫົວພັນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທໍາແຂວງ ຫົວພັນ ໄດ້ຮັບການຢັ້ງຢືນເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ
ພະແນກຍຸຕິທໍາແຂວງ ຫົວພັນ ໄດ້ຮັບການຢັ້ງຢືນເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ
https://www.moj.gov.la/lo/node/925
ເພື່ອເປັນການສະເຫຼີມສະຫອງວັນເດັກນ້ອຍສາກົນ ແລະ ເຕົ້າໂຮມຄວາມສາມັກຄີລະຫວ່າງພໍ່ແມ່, ລູກ, ຫຼານນ້ອຍ ກໍຄືພະນັກງານທັງໝົດຢູ່ກະຊວງຍຸຕິທໍາ ໃຫ້ເປັນຂະບວນການຟົດຟື້ນ  ແລະ ຍົກໃຫ້ເຫັນ ເຖິງຄວາມໝາຍຄວາມສໍາຄັນຂອງວັນດັ່ງກ່າວ ໃນຕອນ​ເຊົ້າຂອງວັນທີ 31 ພຶດສະພາ 2017  ຢູ່ທີ່ກະຊວງ​ຍຸຕິ​ທຳ​ ໄດ້​ຈັດ​ພິທີສະເຫຼີມສະຫອງວັນທີ 1 ມີຖຸນາ (ວັນເດັກ ນ້ອຍສາກົນ) ປະຈໍາປີ 2017 ຄົບຮອບ 69 ປີ ຂຶ້ນໂດຍໃຫ້ກຽດເຂົ້າຮ່ວມ​ຂອງ ​ທ່ານ ​ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງ​ຍຸຕິ​ທຳ, ມີບັນດາ​ຄະນະ​ພັກ, ​ຄະນະ​ນຳ, ພະນັກງານ-ລັດຖະກອນຂອງ​ກະຊວງ​ຍຸຕິ​ທຳ​ ຕະຫຼອດຮອດພໍ່ແມ່ຜູ້ປົກຄອງ ພ້ອມດ້ວຍລູກຫຼານ ເຂົ້າ​ຮ່ວມ​ຢ່າງ​​ເປັນ​ຂະ​ບວນການ​ຟົດ​ຟື້ນ.      ໃນພິທີ ທ່ານ ນາງ ດວງມະນີ ລາວມາວ ປະທານສະຫະພັນແມ່ຍິງກະຊວງຍຸຕິທໍາ ໄດ້ກ່າວເຖິງປະຫວັດຄວາມເປັນມາຂອງວັນເດັກນ້ອຍສາກົນ ຊຶ່ງທ່ານໄດ້ຍົກໃຫ້ເຫັນສິດ ແລະ ຜົນປະໂຫຍດຂອງເດັກໃນ ດ້ານຕ່າງໆ ແນ່ໃສ່ເຮັດໃຫ້ເດັກ ມີຄວາມສົມບູນທາງດ້ານຮ່າງກາຍ, ຈິດໃຈ ແລະ ມັນສະໝອງ ກາຍເປັນຜູ້ສືບທອດທີ່ດີຂອງຊາດ.      ການຈັດກິດຈະກຳສະເຫຼີມສະຫອງວັນເດັກນ້ອຍສາກົນ ໃນຄັ້ງນີ້ ປະກອບດ້ວຍກິດຈະກໍາຫຼາຍຢ່າງ ເພື່ອສົ່ງເສີມພອນສະຫວັນຂອງເດັກ, ຄວາມສາມາດ ແລະ ຄວາມກ້າຫານຂອງເດັກ  ເປັນຕົ້ນ ການຕອບ ຄຳຖາມ, ການຮ້ອງເພັງ ສະແດງສິລະປະ ເພື່ອແລກເອົາຂອງຂັວນ ຫື ລາງວັນ.  ຂຽນຂ່າວ: ໄຊຍະສິດ      ຖ່າຍພາບໂດຍ: ສົມຫັວງ ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກະຊວງຍຸຕິທຳ ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ປະຈໍາປີ 2017 ຄົບຮອບ 69 ປີ
ກະຊວງຍຸຕິທຳ ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ປະຈໍາປີ 2017 ຄົບຮອບ 69 ປີ
https://www.moj.gov.la/lo/node/926
ເພື່ອເປັນການສະເຫຼີມສະຫອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ໃນຕອນ​ເຊົ້າຂອງວັນທີ 1 ມິຖຸນາ 2017  ກະຊວງ​ຍຸຕິ​ທຳ​ ໄດ້​ຈັດກິດຈະກຳ​ປູກ​ຕົ້ນໄມ້​ຂຶ້ນ ທີ່ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ໂດຍ ການນຳພາ​ຂອງ ​ທ່ານ ​ໄຊ​ສີ ສັນຕິ​ວົງ ລັດຖະມົນຕີກະຊວງ​ຍຸຕິ​ທຳ, ມີບັນດາ​ຄະນະ​ພັກ, ​ຄະນະ​ນຳ ຕະຫຼອດຮອດພະນັກງານ, ຄູອາຈານ ແລະ ນັກສຶກສາ ເຂົ້າ​ຮ່ວມ​ຢ່າງ​​ເປັນ​ຂະ​ບວນການ​ຟົດ​ຟື້ນ.      ໃນພິທີ ທ່ານ ບຸນຕາ ສ.ຜາບມີໄຊ ຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດ ໄດ້ກ່າວຈຸດປະສົງຂອງວັນປູກຕົ້ນໄມ້ແຫ່ງຊາດ ໃນເທື່ອນີ້ ເພື່ອເປັນການປະກອບສ່ວນໃນການຈັດຕັ້ງປະຕິບັດຄາດໝາຍດ້ານສິ່ງແວດ ລ້ອມ ແລະ ຍຸດທະສາດປ່າໄມ້ ແຕ່ນີ້ ຮອດປີ 2020 ທັງເປັນການປົກປັກຮັກສາຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມ ແລະ ການນຳໃຊ້ຢ່າງມີປະສິດທິພາບຕາມທິດສີຂຽວ ແລະ ຍືນຍົງ​ ຕາມ​ຄຳ​ຂັວນ​ທີ່​ວ່າ ຊ່ວຍກັນ​ປູກ, ຊວ່ຍກັນ​ຮັກສາ ​ແລະ ຟື້ນ​ຟູ​ປ່າ​ໄມ້ ​ໃຫ້​ອຸດົມສົມບູນ​ໃນ​ວັນ​ນີ້ ຊີວິດ​ຈະ​ສົດ​ໃສ​ດີ​ໃນ​ວັນໜ້າ ​ແລະ ຍັງ​ເປັນ​ການປະຕິບັດນະໂຍບາຍ ສ ສີຂຽວ ຂອງນະຄອນຫຼວງວຽງຈັນວາງ​ອອກ​ໃຫ້​ປາກົດ​ຜົນ​ເປັນ​ຈິງ ​. ສຳລັບຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້ ມີຕົ້ນໄມ້ທີ່ເປັນຮົ່ມ ແລະ ຕົ້ນໄມ້ປະດັບ. ຂຽນຂ່າວ ແລະ ຖ່າຍພາບໂດຍ: ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກະຊວງຍຸຕິທຳຈັດກິດຈະກຳ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ
ກະຊວງຍຸຕິທຳ ຈັດກິດຈະກຳເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ
https://www.moj.gov.la/lo/node/927
​ໃນ​ວັນ​ທີ 2 ມີຖຸນາ 2017 ນີ້ ກະຊວງຍຸຕິທໍາ  ​​ໄດ້​ຈັດກອງປະຊຸມດໍາເນີນຊີວິດການເມືອງ​ປັບປຸງປົວ​ແປງ​ພັກ ທົ່ວອົງຄະນະພັກກະຊວງຍຸຕິທໍາ ປະຈໍາປີ 2017 ໂດຍ​ການ​ໃຫ້ກຽດເຂົ້າຮ່ວມເປັນປະທານ​ຂອງ ສະ ຫາຍ ພົນໂທ ແສງນວນ ໄຊຍະລາດ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີສະຫາຍເລຂາ, ຮອງເລຂາ, ຄະນະບໍລິຫານງານພັກກະຊວງຍຸຕິທໍາ, ຕາງໜ້າຄະນະ​ຈັດ​ຕັ້ງ​ສູນກາງ, ຄະນະກວດກາ ສູນກາງພັກ ແລະ ມີສະມາ​ຊິກ​ພັກທີ່ຂຶ້ນກັບອົງຄະນະພັກກະຊວງຍຸຕິທໍາ ​ເຂົ້າ​ຮວ່ມຢ່າງພ້ອມພຽງ.      ​ໃນ​ພິທີ​ ສະຫາຍ ໄຊສີ ສັນຕິວົງ ເລຂາຄະນະບໍລິຫານງານພັກກະຊວງຍຸຕິທໍາ ໄດ້​ເຜີຍ​ແຜ່​ເອກະສານ​ ຄຳ​ສັ່ງ​ເລກທີ 01 ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ວ່າ​ດ້ວຍ​ການ​ດຳ​ເນີນ​ຊີວິດ​ການ​ເມືອງ ປີ 2017, ຂໍ້​ກຳ ນົດ​ເລກທີ 04 ຂອງ​ກົມການ​ເມືອງ ສູນ​ກາງ​ພັກ​ວ່າ​ດ້ວຍ​ ມາດຕະຖານ​ຂອງ​ພະນັກງານ, ​ເອກະສານ​ເດັດດ່ຽວປົວ​ແປງ​ພັກ​ໃຫ້​ປອດ​ໃສ,​ ເຂັ້ມ​ແຂງ ​ແລະ ໜັກ​ແໜ້ນ.      ຈຸດ​ປະສົງ​ຂອງ​ການຈັດ​ຕັ້ງ​ເຊື່ອມຊຶມ​​ໃນ​ຄັ້ງ​ນີ້​ ກໍ​ເພື່ອ​ເຮັດໃຫ້​ສະມາຊິກ​ພັກ​ທຸກສະຫາຍ,​ ກຳ​ແໜ້ນ​ແນວທາງ​ນະ​ໂຍບາຍ​ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອອັນ​ດີ​ງານ​ຂອງ​ພັກ ​ໃນ​ໄລຍະ​ຜ່ານ​ມາ ​ໂດຍ​ສະ​ເພາະ​ຄຸນທາດ​ການ​ເມືອງ ​ແລະ ຄຸນສົມບັດ​ສິນ​ທຳ​ປະຕິວັດ, ແບບແຜນວິທີເຮັດວຽກ, ນ້ຳ​ໃຈ​ຮັບໃຊ້​ປະຊາຊົນ  ​ແລະ ຄວາມເສຍສະຫຼະເພື່ອສ່ວນລວມ, ຄວາມ​ຮັບຜິດຊອບ​ຕໍ່ໜ້າທີ່​ການເມືອງ ​ທີ່​ໄດ້​ຮັບ​ມອບໝາຍຈາກ​ຄະນະ​ພັກ​​ຂັ້ນເທິງ.             ຫຼັງຈາກນັ້ນ ສະຫາຍ ປອ ເສີມສຸກ ສິມພະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງຍຸຕິທໍາ ໄດ້ຜ່ານບົດສະຫຼຸບການນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງມີ IV ຂອງອົງຄະນະພັກກະຊວງຍຸຕິທໍາ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ຕໍ່ບັ້ນດໍາເນີນຊີວິດການເມືອງປັງປຸງປົວແປງທົ່ວພັກ ປີ 2017 ຂອງກະຊວງຍຸຕິທໍາ.      ໃນຕອນທ້າຍພິທີ ສະຫາຍ ພົນໂທ ແສງນວນ ໄຊຍະລາດ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ກໍໄດ້ມີຄໍາເຫັນຊີ້ນໍາ ໃຫ້ກໍາແໜ້ນເນື້ອໃນຈິດໃຈຂອງຄໍາສັ່ງເລກທີ 01/ກມສພ, ລົງວັນທີ 1/2/2017 ວ່າດ້ວຍ ການດໍາເນີນຊີວິດການເມືອງປັບປຸງປົວແປງທົ່ວພັກປີ 2017 ເພື່ອເຮັດໃຫ້ບັ້ນດໍາເນີນຊີວິດການເມືອງປັບປຸງປົວແປງທົ່ວອົງຄະນະພັກກະຊວງຍຸຕິທໍາ ໃນຄັ້ງນີ້ ຕ້ອງມີການຫັນປ່ຽນໄປສູ່ ອັນໃໝ່ຢ່າງແທ້ຈິງ ແລະ ເປັນແບບຢ່າງໃນການຈັດຕັ້ງປະຕິບັດກົດລະບຽບຂອງພັກ ແລະ ກົດໝາຍຂອງລັດໃຫ້ແກ່ສັງຄົມ. ຂຽນຂ່າວ: ໄຊຍະສິດ      ຖ່າຍພາບໂດຍ: ສົມຫັວງ ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ອົງຄະນະພັກກະຊວງຍຸຕິທໍາ ດໍາເນີນຊີວິດການເມືອງ ປັບປຸງປົວແປງພັກ ປະຈໍາປີ 2017
ອົງຄະນະພັກກະຊວງຍຸຕິທໍາ ດໍາເນີນຊີວິດການເມືອງປັບປຸງປົວແປງພັກ ປະຈໍາປີ 2017
https://www.moj.gov.la/lo/node/928
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 13-ມິຖຸນາ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 11/6/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 11/6/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 11/6/2017
https://www.moj.gov.la/lo/node/929
ກົມກົດໝາຍ ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມກວດກາຄວາມສອດຄ່ອງ (ຮ່າງ) ກົດໝາຍວ່າດ້ວຍ ການກັນ ແລະ ຄວບຄຸມພະຍາດຕິດຕໍ່ຂຶ້ນ ໃນວັນທີ 15 ມິຖຸນາ 2017 ຢູ່ທີ່ກະຊວງຍຕິທຳ ໂດຍມີທ່ານຫົວໜ້າກົມ,  ຮອງຫົວໜ້າກົມ ພ້ອມດ້ວຍລັດຖະກອນວິຊາການຂອງກົມກົດໝາຍ ກະຊວງຍຸຕິທຳ ແລະ ຄະນະຮັບຜິດຊອບຮ່າງກົດໝາຍສະບັບດັ່ງກ່າວ, ມີທ່ານຜູ້ຕາງໜ້າຈາກກົມກົດໝາຍ ແລະ ກົມທີ່ກ່ຽວຂອງຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ແລະ ສະພາແຫ່ງຊາດ ເຂົ້າຮ່ວມ.      ກອງປະຊຸມຄັ້ງນີ້ ໄດ້ຄົ້ນຄວ້າ, ພິຈາລະນາກວດກາຄວາມສອດຄ່ອງ ຂອງຮ່າງກົດໝາຍວ່າດ້ວຍ ການກັນ ແລະ ຄວບຄຸມພະຍາດຕິດຕໍ່ ເພື່ອຮັບປະກັນຄວາມສອດຄ່ອງກັບລັດຖະທຳມະນູນ, ກົດໝາຍ, ບັນດາສົນທິ ສັນຍາ ແລະ ສັນຍາສາກົນທີ່ກ່ຽວຂ້ອງ ທີ່ ສປປ ລາວ ເປັນພາຄີ, ພ້ອມດຽວກັນນັ້ນ ຈະໄດ້ກວດກາທາງດ້ານເຕັກນິກການຈັດວາງພາກ, ໝວດ, ມາດຕາ ເພື່ອໃຫ້ຖືກຕ້ອງ ແລະ ສອດຄ່ອງກັບເຕັກນິກຂອງການສ້າງນິຕິ ກຳ ກ່ອນນຳສົ່ງ(ຮ່າງ) ກົດໝາຍສະບັບດັ່ງກ່າວ ໃຫ້ລັດຖະບານພິຈາລະນາ ຕາມຂັ້ນຕອນຂອງການສ້າງນິຕິກຳ. ກອງປະຊຸມ ໄດ້ດຳເນີນເປັນເວລາສອງວັນ ແລະ ປິດລົງໃນວັນທີ 16 ມິຖຸນາ 2017.                                                                                                                                                                                                                                                                                                      ຂຽນຂ່າວໂດຍ: ກັນຫາ ມີໄຊບົວ, ຖ່າຍພາບໂດຍ: ສືເຊັ່ງ ເຍຍປາວເຮີ ຜູ້ປະສານງານ ກົມກົດໝາຍ   ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມກວດກາຄວາມສອດຄ່ອງຂອງ (ຮ່າງ) ກົດໝາຍວ່າດ້ວຍ ການກັນ ແລະ ຄວບຄຸມພະຍາດຕິດຕໍ່
ກອງປະຊຸມກວດກາຄວາມສອດຄ່ອງຂອງ (ຮ່າງ) ກົດໝາຍວ່າດ້ວຍ ການກັນ ແລະ ຄວບຄຸມພະຍາດຕິດຕໍ່
https://www.moj.gov.la/lo/node/930
ພະແນກຍຸຕິທຳແຂວງສະຫວັນນະເຂດ ໄດ້ເປີດກອງປະ ຊຸມພົບປະກັບ ຊ່ຽວຊານຈາກສະຫະພາບເອີລົບ ແລະ ອົງການ GIZ (ເຢຍລະມັນ) ໃນວັນທີ 12-14 ມິຖຸນາ 2017 ໂດຍການເຂົ້າຮ່ວມຂອງທ່ານ ອຸໄພວັນ ໄຊຍະ ວົງ ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງສະຫວັນນະເຂດ, ທ່ານ ມາຄຸດ ບາລເຊີ ຊຽວຊານກົດໝາຍ ແລະ ທີ່ປືກສາໃຫ້ໂຄງການ, ທ່ານ ນາງ ພາເມລາ ຈາຫວັດ ຜູ້ອຳນວນການໂຄງການເຊກາ ປະຈຳ ສປປ ລາວ ແລະ ທ່ານ ໂລທາ ຈານ ຜູ້ຕາງໜ້າຫ້ອງການສຳນັກງານໃຫຍ່ GIZ ຈາກປະເທດເຢຍລະມັນ, ບັນດາທ່ານຮອງຫົວໜ້າພະແນກ, ຫົວໜ້າ, ຮອງຫົວໜ້າຫ້ອງການ ພ້ອມດ້ວຍພະນັກງານວິຊາການທັງໝົດ ພາຍໃນພະແນກ ຍຸຕິທຳແຂວງ ສະຫວັນນະເຂດ ກໍເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງໃນການພົບປະກັນໃນຄັ້ງນີ້ ເພື່ອເກັບກຳຂໍ້ມູນ, ສັງລວມຂໍ້ສະເໜີ ແລະ ຄວາມຕ້ອງການຈັດຕັ້ງກິດຈະກຳຂອງພາກສ່ວນກ່ຽວຂ້ອງນຳໄປຂຽນບົດໂຄງ ການຊ່ວຍເຫຼືອເພີ່ມເຕີມໃນຂັ້ນສູນກາງ ແລະ ທ້ອງຖິ່ນ, ຊຶ່ງໃນປະຈຸບັນສະຫະພາບເອີລົບສົມທົບກັບລັດຖະບານເຍລະມັນ ແລະ ສະວິດສະແລນ ກຳລັງໃຫ້ການຊ່ວຍເຫຼືອກະຊວງຍຸຕິທຳ,ກະຊວງພາຍໃນ, ກະຊວງການຕ່າງປະ ເທດ ແລະ ສະພາແຫ່ງຊາດ ໂດຍພາຍໃຕ້ໂຄງການ ‘‘ການມີສ່ວນຮ່ວມຂອງປະຊາຊົນໃນການປົກຄອງທີ່ດີ ແລະ ປົກຄອງລັດດ້ວຍກົດໝາຍ’’ ຫຼື ເອີ້ນວ່າ: ໂຄງການເຊກາ (CEGGA).       ພາຍຫຼັງທ່ານຫົວໜ້າພະແນກຍຸຕິທຳແຂວງສະຫວັນນະເຂດ ໄດ້ລາຍງານສະພາບລວມຂອງການປະຕິບັດວຽກງານຂອງພະແນກຍຸຕິທຳແຂວງໃນປະຈຸບັນ, ຂໍ້ສະເໜີ ແລະ ຄວາມຕ້ອງການຂອງການຈັດຕັ້ງປະຕິບັດ ກິດຈະກຳຕ່າງໆ ເປັນຕົ້ນ ໂຄງການໂຄສະນາສຶກສາອົບຮົມກົດໝາຍ, ໂຄງການປັບປຸງໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ, ການສ້າງຄອບຄົວ ແລະ ບ້ານປອດຄະດີ, ໂຄງການຝຶກອົບຮົມກົດໝາຍລະຍະສັ້ນ 45 ວັນ ໃຫ້ທ່ານຜູ້ ຕາງໜ້າໂຄງການຊາບແລ້ວ. ຫຼັງຈາກນັ້ນ ກໍໄດ້ລົງຢຽມຢາມຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ ແຂວງສະຫວັນນະເຂດ ແລະ ໄດ້ສົນທະນາກ່ຽວກັບວິທີການ, ຂັ້ນຕອນການໃຫ້ຄຳປຶກສາລ້າທາງດ້ານກົດໝາຍ, ພ້ອມທັງລົງຢ້ຽມຢາມຫ້ອງການຍຸຕິທຳເມືອງ ໄກສອນພົມວິຫານ ແລະ ຄະນະໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ບ້ານຜັກຂະ.      ພາຍຫຼັງທີ່ສຳເລັດການພົບປະ ແລະ ເຮັດວຽກຮ່ວມກັບພະແນກຍຸຕິທຳແຂວງແລ້ວ ຄະນະໂຄງການດັ່ງກ່າວຍັງໄດ້ພົບປະ ແລະ ເຮັດວຽກກັບສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ, ພະແນກພາຍໃນ ແຂວງ ແລະ ສະພາປະຊາຊົນແຂວງອີກດ້ວຍ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ກອງປະຊຸມພົບປະລະຫວ່າງ ພະແນກຍຸຕິທຳແຂວງສະຫວັນນະເຂດ ກັບ ຄະນະຊ່ຽວຊານຈາກໂຄງການເຊກາ (CEGGA
ກອງປະຊຸມພົບປະລະຫວ່າງ ພະແນກຍຸຕິທຳແຂວງສະຫວັນນະເຂດ ກັບ ຄະນະຊ່ຽວຊານຈາກໂຄງການເຊກາ (CEGGA)
https://www.moj.gov.la/lo/node/931
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 20-ມິຖຸນາ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 18/6/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 18/6/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 18/6/2017
https://www.moj.gov.la/lo/node/933
ໃນ​ວັນ​ທີ 20-21 ມິຖຸນາ 2017 ຢູ່ທີ່ ທ່າ​ລາດ, ແຂວງວຽງຈັນ ກະຊວງ​ແຮງ​ງານ ​ແລະ ​ສະຫວັດດີ​ການ​ສັງຄົມ ໄດ້ຈັດຝຶກອົບຮົມກ່ຽວກັບວຽກງງານ ການສ້າງນິຕິກຳ ແລະ ການປະເມີນຜົນກະທົບຂອງຮ່າງນິຕິກໍາ ໃຫ້ແກ່ ພະນັກງານ-ລັດຖະກອນ ຫຼັກ​ແຫຼ່ງຂອງ​ກະຊວງ​ແຮງ​ງານ ​ແລະ ​ສະຫວັດດີ​ການ​ສັງຄົມ ໂດຍການເຂົ້າຮ່ວມ ແລະ ບັນລະຍາຍຂອງ ທ່ານ ຫົວໜ້າກົມກົດໝາຍ ພ້ອມດ້ວຍລັດຖະກອນວິຊາການ ກະຊວງຍຸຕິທຳ, ມີນັກສຳມະ ນາກອນ ຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເຂົ້າຮ່ວມທັງໝົດ 25 ທ່ານ. ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ ແລະ ເຕັກນິກໃນການສ້າງກົດໝາຍໃຫ້ແກ່ພະນັກງານ ຂອງກະ ຊວງ​ແຮງ​ງານ ​ແລະ ​ສະຫວັດດີ​ການ​ສັງຄົມ ໃນວຽກງານການສ້າງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ວ່າດ້ວຍການສ້າງນິຕິກຳ.     ຕະຫຼອດລະຍະຂອງການຝຶກອົບຮົມ ນັກສຳມະນາກອນ ໄດ້ຮັບຟັງການບັນລະຍາຍກ່ຽວກັບເຕັກນິກການຮ່າງນິຕິກຳ ເປັນຕົ້ນ ການສ້າງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ, ການກວດການິຕິກຳ ແລະ ໃຫ້ຄຳເຫັນຕໍ່ບົດ ປະເມີນຜົນກະທົບຂອງຮ່າງນິຕິກຳ ພ້ອມທັງໄດ້ແລກປ່ຽນ, ສົນທະນາ ແລະ ຕອບຄຳຖາມຕໍ່ກັບບັນຫາຕ່າງໆກ່ຽວກັການສ້າງນິຕິກກຳ ດ້ວຍບັນຍາກາດຝົດຝຶ້ນດີ.                                                                                                                                                                                            ຂຽນຂ່າວ: ກັນຫາ ມີໄຊບົວ, ຖ່າຍພາບ: ໄຂ່ທອງ ເພຍແກ້ວ                                                                                                                                                                                                                              ຜູ້ປະສານງານ ກົມກົດໝາຍ     ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ຝຶກອົບຮົມກ່ຽວກັບວຽກງງານ ການສ້າງນິຕິກຳ ແລະ ການປະເມີນຜົນກະທົບຂອງຮ່າງນິຕິກໍາ ໃຫ້ແກ່ພະນັກງານ-ລັດຖະກອນຫຼັກແຫຼ່ງ ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ
ຝຶກອົບຮົມກ່ຽວກັບວຽກງງານ ການສ້າງນິຕິກຳ ແລະ ການປະເມີນຜົນກະທົບຂອງຮ່າງນິຕິກໍາ ໃຫ້ແກ່ພະນັກງານ-ລັດຖະກອນຫຼັກແຫຼ່ງ ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ
https://www.moj.gov.la/lo/node/934
ທີ່ສະ​ຖາ​ບັນ​ຍຸຕິ​ທຳ​ພາກ​ເໜືອ ​ແຂວງ ຫຼວງພະ​ບາງ ​ໄດ້​ມີ​ພິທີ​ປະກາດ​ການຈັດ​ຕັ້ງຂອງສະ​ຖາ​ບັນຍຸຕິ​ທຳ​ພາກ​ເໜືອຂືຶ້ນ ໃນ​ຕອນ​ເຊົ້າ​ຂອງ​​ວັນ​ທີ 13 ມິຖຸນາ 2017 ​ໂດຍການ​ເປັນ​ປະທານ​ຂອງ​ ທ່ານ ປອ ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ, ມີ​​ທ່ານຫົວໜ້າກົມ​ຈັດ​ຕັ້ງ​ ແລະ ພະນັກງານ ກະຊວງ​ຍຸຕິ​ທຳ, ຫົວໜ້າ, ຮອງ​ຫົວໜ້າສະ​ຖາ​ບັນ​ຍຸຕິ​ທຳພາກ​ເໜືອ, ບັນດາຫົວໜ້າພະ​​ແນ​ກ, ຫົວໜ້າຫ້ອງການ​ອອ້ມຂ້າງ​ແຂວງ, ພ້ອມ​ທັງ​ພະນັກງານ​, ຄູ​ອາຈານຂອງ​ສະ​ຖາ​ບັນ​ຍຸຕິ​ທຳ​ພາກ​ເໜືອ ​ເຂົ້າ​ຮວ່ມ.      ​ໃນ​ພິທີ ​ທ່ານ ບຸນທາ ຊົ່ງ​ເຢີ​ທ່າວ ຫົວໜ້າກົມ​ຈັດ​ຕັ້ງ​ ແລະ ພະນັກງານ ກະຊວງ​ຍຸຕິ​ທຳ ​ໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກລົງ​ຂອງ​ທ່ານ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ສະບັບ​ເລກທີ 261/ກຍ, ລົງ​ວັນ​ທີ 6 ມິຖຸນາ 2017 ວ່າ​ດ້ວຍ​ ການ​ແຕ່ງ​ຕັ້ງ ທ່າ​ນ ​ແສງ​ອາ​ລຸນ ພັນ​ນະ​ລັດ​ ຮັກສາ​ການຫົວໜ້າສະ​ຖາ​ບັນຍຸຕິ​ທຳ​ພາກ​ເໜືອ ​ເປັນ​ຫົວໜ້າສະ​ຖາ​ບັນ​ຍຸຕິ​ທຳ​ພາກ​ເໜືອ ​ແລະ ຂໍ້​ຕົກລົງ​ຂອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ ທ່ານ ​ແສງ​ເພັດ ​ແກ້ວ​ພົມມາ, ທ່ານ ​ເພັດ​ປະ​ເສີດ ວັນນະ​ພາ ​ແລະ ທ່ານ ອະນຸ​ສິດ ລາສີ ຂຶ້ນ​ເປັນ​ຮອງ​ຫົວໜ້າສະ​ຖາ​ບັນ​ຍຸຕິ​ທຳ​ພາກ​ເໜືອ ​ແຂວງຫຼວງພະ​ບາງ  ທັງນີ້​ກໍ​ເພື່ອ​ເປັນ​ການ​ປັບປຸງ​ກົງຈັກ​ການຈັດ​ຕັ້ງຂອງ​ສະ​ຖາ​ບັນ​ຍຸຕິ​ທຳ​ພາກ​​ເໜືອ ໃຫ້​ມີ​ຄວາມໜັກ​ແໜ້ນທາງ​ດ້ານ​ເມືອງ​-ແນວ​ຄິດ, ​ເຂັ້ມ​ແຂງ​ທາງ​ດ້ານ​ການຈັດ​ຕັ້ງ ​ແລະ ສາມາດ​ຕອບ​ສະໜອງຄວາມ​ຮຽກຮ້ອງ​ຕ້ອງການຂອງໜ້າທີ່​ການ​ເມືອງ​ໃນ​ໄລຍະ​ໃໝ່, ໂດຍ​ສະ​ເພາະ ວຽກງານ​ກໍ່ສ້າງ​ບຸກຄະ​ລາກ​ອນທີ່​ມີ​ຄວາມ​ຮູ້​ທາງ​ດ້ານ​ກົດໝາຍ​ໃຫ້​ແກ່​ສັງຄົມ.      ໃນ​ຕອນ​ທ້າຍ​ພິທີ​ ​ທ່ານ ປອ ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ໄດ້​ໃຫ້ກຽດໂອ້​ລົມຕໍ່ພະນັກງານ-ລັດຖະກອນຂອງສະຖາບັນຍຸຕິທຳ ພາກເໜືອ​ ຊຶ່ງກ່ອນ​ອື່ນທ່ານ​ກໍໄດ້​ກ່າວ​ຍ້ອງຍໍ​, ຊົມ​ເຊີຍ​ຕໍ່​ຜົນສຳ​ເລັດ​ທີ່​ທາງສະ​ຖາ​ບັນ​ຍຸຕິ​ທຳ​ພາກ​​ເໜືອ ຍາດ​ມາ​ໄດ້​ໃນ​​ລະຍະ​ຜ່ານ​ມາ ພ້ອມ​ນັ້ນ ຍັງ​ໄດ້​ຮຽກຮ້ອງ​ໃຫ້​ຜູ້​ທີ່​ໄດ້​ຮັບການ​ແຕ່ງ​ຕັ້ງ​​ໃນຄັ້ງ​ນີ້ ​ຈົ່ງ​ໄດ້ເອົາ​ໃຈ​ໃສ່​ຍົກ​ສູງ​ຄວາມ​ຮັບຜິດຊອບຕໍ່ໜ້າທີ່​ການ​ເມືອງ​ຂອງ​ຕົນ​ ​ແລະ ຕັ້ງໜ້າ​ເສີມ​ຂະ ຫຍາຍ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ສະ​ຖາ​ບັນ ​ແລະ ​ເຮັດ​ສຳ​ເລັດໜ້າທີ່ ທີ່​ການຈັດ​ຕັ້ງ​ມອບໝາຍ​ໃຫ້​ໄດ້​ຮັບ​ຜົນສຳ​ເລັດ. ຂຽນຂ່າວ: ອອ່ນຄຳ ​ໄຊ​ຍະ​ວົງ    ຖ່າຍພາບ: ​ສົມ​ຫວັງ  ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ພິທີປະກາດການຈັດຕັ້ງຫົວໜ້າ ແລະ ຮອງຫົວໜ້າສະຖາບັນຍຸຕິທຳພາກເໜືອ ແຂວງຫຼວງພະບາງ
ພິທີປະກາດການຈັດຕັ້ງຫົວໜ້າ ແລະ ຮອງຫົວໜ້າສະຖາບັນຍຸຕິທຳ ພາກເໜືອ ແຂວງຫຼວງພະບາງ
https://www.moj.gov.la/lo/node/937
ເພື່ອເປັນການປັບປຸງ, ປົວແປງພາຍໃນພັກ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ໃນລະຫວ່າງວັນທີ 19 ຫາ 23 ມິຖຸນາ 2017ນີ້ ໜ່ວຍພັກພະແນກຍຸຕິທຳ ແຂວງສະຫວັນນະເຂດ ໄດ້ເປີດກອງປະຊຸມບັ້ນດຳເນີນຊີວິດ ການເມືອງ ເພື່ອປັບປຸງ, ປົວແປງພາຍໃນພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ອຸໄພວັນ ໄຊຍະວົງ ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງ, ໂດຍການເຂົ້າຮ່ວມຂອງ ສະຫາຍ ປອ ຄຳເຜີຍ ຜັນທະຈອນ ຮອງ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 13, ປະທານສະພາປະຊາຊົນ ແຂວງສະຫວັນນະເຂດ, ມີຄະນະພັກ, ສະມາຊິກພັກ ເຂົ້າຮ່ວມທັງໝົດ 20 ສະຫາຍ, ຍິງ 7 ສະຫາຍ.      ໃນກອງປະຊຸມບັນດາສະມາຊິກພັກ ໄດ້ເຊື່ອມຊືມເອກກະສານຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ, ລົງວັນທີ 1 ກຸມພາ 2017 ວ່າດ້ວຍ ການດຳເນີນຊີວິດການເມືອງປັບປຸງ, ປົວແປງທົ່ວ ພັກ ປີ 2017 ແລະ ເອກະສານເດັດດ່ຽວ, ປັບປຸງ, ປົວແປງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ. ພາຍຫຼັງທີ່ສະມາຊິກພັກໄດ້ເຊື່ອມຊືມເອກະສານດັ່ງກ່າວສຳເລັດແລ້ວ ສະຫາຍເລຂາໜ່ວຍພັກພະແນກຍຸຕິທຳແຂວງ ກໍໄດ້ຜ່ານບົດສະຫຼຸບຕີລາຄາ ການຊີ້ນຳ-ນຳພາຂອງວຽກງານຮອບດ້ານຂອງຄະນະໜ່ວຍພັກ ແລະ ໃຫ້ຜູ່ແທນປະກອບຄຳເຫັນຕໍ່ບົດສະຫຼຸບ. ໃນກອງປະຊຸມບັນດາສະມາຊິກພັກ ມີການສຳຫຼວດຕົນເອງດ້ວຍການຕີລາຄາ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ຕາມເນື້ອໃນເອກະສານເດັດດ່ຽວ, ປັບປຸງ, ປົວແປງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໂດຍສະເພາະ 6 ຄຸນທາດການເມືອງ, 7 ຄຸນສົມບັດສິນທຳປະຕິວັດ, 4 ແບບແຜນ ການນຳພາ ແລະ ວິທີເຮັດວຽກ, ສະກັດກັ້ນ ແລະ ຕ້ານພະຍາດອາດຍາສິດ, ການສໍ້ລາດບັງຫຼວງ ແລະ ການເຄື່ອນໄຫວວຽກງານໃນລະຍະຜ່ານມາ ລວມທັງຍົກໃຫ້ເຫັນດ້ານດີ, ດ້ານອ່ນ ແລະ ຂໍ້ຄົງຄ້າງຂອງແຕ່ລະສະຫາຍ. ພ້ອມທັງຕີລາຄາຈັດປະເພດສະມາຊິກພັກແຂງ.      ໃນກອງປະຊຸມບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພັກຄັ້ງນີ້ ສະມາຊິກແຕ່ລະສະຫາຍຍັ້ງໄດ້ໃຊ້ສິດ ປະຊາທິປະໄຕ ບົນພື້ນຖານຄວາມເປັນຈິງ ເພື່ອສົ່ງຂ່າວແບບປິດລັບ ໃນການກໍ່ສ້າງເຊິ່ງກັນ ແລະ ກັນ, ພ້ອມ ທັງລົງ ຄະແນນສຽງຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ຄະນະພັກ ຄະນະພະແນກ ຕາມວາລະ ແລະ ລະບຽບຂອງກອງປະຊຸມຄັ້ງນີ້ໄດ້ກຳນົດໄວ້.      ກອງປະຊຸມໄດ້ວ່າງຈຸດສຸມໃນຕໍ່ໜ້າຂອງໜ່ວຍພັກ ຊຶ່ງມີດັ່ງນີ້: ຄະນະໜ່ວຍພັກຈະໄດ້ສືບຕໍ່ເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍ ຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ ວ່າດ້ວຍການດຳເນີນຊີ ວິດການເມືອງ ປັບປຸງ, ປົວແປງທົ່ວໜ່ວຍພັກຂັ້ນຂອງຕົນ, ສືບຕໍ່ເອົາໃຈໃສ່ຜົນຂອງການດຳເນີນຊີວິດການເມືອງ, ປັບປຸງ, ປົວແປງພັກຄັ້ງນີ້ ສົມທົບກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ສືບຕໍ່ປັບປຸງປ່ຽນແປງ ແບບແຜນການນຳພາ ແລະ ວິທີເຮັດວຽກຂອງຄະນະໜ່ວຍພັກ ປ່ຽນແປງທັດສະນະແນວຄິດ ແລະ ການປະພຶດທີ່ບໍ່ຖືກຕ້ອງຂອງຄະນະໜ່ວຍພັກຂອງຕົນ ແລະ ສະມາຊິກພັກແຕ່ລະສະຫາຍ, ເພີ່ມທະວີ ແລະ ຊຸກຍູ້ວຽກ ງານຕິດຕາມ, ກວດກາ ໃຫ້ສອດຄ່ອງກັບທຸກຂົງເຂດວຽກງານ ເປັນຕົ້ນແມ່ນ ການຄຸ້ມຄອງການບໍລິຫານລັດ, ການແກ້ໄຂພະຍາດອາດຍາສິດ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃຫ້ຂາດຕົວ ຢູ່ໃນຂັ້ນພະນັກ ງານນຳພາ-ຄູ້ມຄອງ, ສະມາຊິກພັກ, ພະນັກງານວິຊາການຕາມສິດຄຸ້ມຄອງຂອງຕົນໃຫ້ເຂັ້ມແຂງກ່ວາເກົ່າ. ກອງປະຊຸມໄດ້ສະຫຼຸບ ແລະ ປິດລົງໃນວັນທີ 23/6/2017 ດ້ວຍຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດ ໝາຍ.   ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ໜ່ວຍພັກ ພະແນກຍຸຕິທຳ ແຂວງສະຫວັນນະເຂດ ເປີດບັນດຳເນີນຊີວິດການເມືອງປັບປຸງປົວແປງພັກ
ໜ່ວຍພັກ ພະແນກຍຸຕິທຳ ແຂວງສະຫວັນນະເຂດ ເປີດບັນດຳເນີນຊີວິດການເມືອງ, ປັບປຸງ, ປົວແປງພັກ
https://www.moj.gov.la/lo/node/938
ຢູ່ທີ່ກະຊວງຍຸຕິທຳ, ກົມກົດໝາຍ ໄດ້ຈັດກອງ​ປະຊຸ​ມ​​ໃຫ້​ຄຳ​ເຫັນ​ແນະນຳກ່ຽວ​ກັບ​ການ​ຂຽນ​ບົດ​ປະ​ເມີນຜົນ​ກະທົບ​ຂອງ​ຮ່າງ​ນິຕິ​ກຳ ​ໃຫ້​ແກ່ຄະນະ​ຮັບຜິດຊອບ​ສ້າງ ແລະ ປັບປຸງ​ນິຕິ​ກຳ​ຂອງກະ ຊວງ​ຍຸ​ຕິ​ທຳຂຶ້ນ ໃນວັນທີ 27 ມິຖຸນາ 2017 ໂດຍການເປັນປະທານ ຂອງ ທ່ານ ອິນທະ​ປັນຍາ ຂຽວ​ວົງ​ພະ​ຈັນ ຫົວໜ້າ​ກກົມ​ກົດໝາຍ ກະ​ຊວງຍຸ​ຕິ​ທຳ ​ພ້ອມດ້ວຍພະນັກງານ​ ກົມ​ກົດໝາຍ (ສູນ​ປະ​ເມີນຜົນ​ກະທົບ​ຂອງ​ຮ່າງ​ນິຕິ​ກຳ)  ກະຊວງຍຸຕິທຳ ​ຊຶ່ງ​ມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 20 ທ່ານ.      ຈຸດປະສົງຂອງການຈັດ​ກອງ​ຊຸມໃຫ້​ຄຳ​ເຫັນ​ແນະນຳກ່ຽວ​ກັບ​ການ​ຂຽນ​ບົດ​ປະ​ເມີນຜົນ​ກະທົບ​ຂອງ​ຮ່າງ​ນິຕິ​ກຳ​ໃນຄັ້ງນີ້ ​ແມ່ນ​ເພື່ອໃຫ້​ຄໍາ​ແນະ​ນໍາ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ການ​ຂຽນ​ບົດ​ປະ​ເມີນ​ຜົນ​ກະທົບ​ຂອງ​ຮ່າງ​ນິຕິ​ກຳ ທີ່​ຈະ​ສ້າງ ຫຼື ປັບປຸງ​ໃຫ້​ຖືກ​ຕ້ອງ, ຄົບ​ຖ້ວນ​ຕາມ​​ແບບ​ພິ​ມ (IA Note From) ​ແລະ​ ຖືກຕ້ອງ​ຕາມຂັ້ນ​ຕອນ, ຂະ​ບວນການ, ​ຕາມທີ່​ໄດ້​ກຳນົດ​ໄວ້​ໃນ​ກົດໝາຍ, ​ລະບຽບ​ການ ​ແລະ ​ໃຫ້ສຳ​ເລັດ​ຕາມ​ແຜນການ​ທີ​ກຳນົດ​ໄວ້ ຊຶ່ງກະ ຊວງຍຸຕິທຳ ໄດ້ສຸມໃສ່ການໃຫ້ຄຳແນະນຳ​ແນະນຳ ກ່ຽວ​ກັບ​ການ​ຂຽນ​ບົດ​ປະ​ເມີນຜົນ​ກະທົບ​ຂອງ​ຮ່າງ​ນິຕິ​ກຳ ​ແກ່​ຄະນະ​ຮັບຜິດຊອບສ້າງ ແລະ ປັບປຸງ​ຮ່າງ​ກົດໝາຍ​ ໂດຍສະເພາະແມ່ນ ກົດໝາຍວ່າ​ດ້ວຍ ​ການ​ແກ້​ໄຂ​ຂໍ້​ຂັດ​ແຍງ​ທາງ​ດ້ານ​ເສ​ດຖະກິດ, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປະຕິບັດ​ຄຳ​ຕັນ​ສິນ​ຂອງ​ສານ, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສັນຊາ​ດ, ​​ຮ່າງ​ດຳລັດ​ວ່າດ້ວຍ​ການ​ຊ່ວຍ​ເຫຼືອ​ລ້າ​ທາງ​ດ້ານ​ກົດໝາຍ ​ແລະ​ ​ຮ່າງດຳລັດ​ວ່າ​ດ້ວຍ​ກອງ​ທຶນ​ຊ່ວຍ​ເຫຼືອລ້າ​ທາງ​ດ້ານ​ກົດໝາຍ.                                                                                                                                          ຂຽນຂ່າວ: ສື່ເຊັ່ງ ເຍຍປາວເຮີ, ຖ່າຍພາບ: ໄຂ່ທອງ ເພຍແກ້ວ                                                                                                                                                                               ຜູ້ປະສານງານ ກົມກົດໝາຍ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມຝຶກອົບຮົມກ່ຽວກັບການຂຽນບົດປະເມີນຜົນກະທົບຂອງຮ່າງນິຕິກຳ
ກອງປະຊຸມຝຶກອົບຮົມກ່ຽວກັບການຂຽນບົດປະເມີນຜົນກະທົບຂອງຮ່າງນິຕິກຳ
https://www.moj.gov.la/lo/node/939
ວຽກງານສ້າງບຸກຄະລາກອນກົດໝາຍໃຫ້ທ້ອງຖິ່ນຮາກຖານຢູ່ຂັ້ນບ້ານ, ກຸ່ມບ້ານ ແລະ  ຫ້ອງການອ້ອມຂ້າງເມືອງ ແມ່ນໜຶ່ງໃນວຽກງານຍຸຕິທຳຮາກຖານ ແລະ ຕິດພັນກັບວຽກງານ 3 ສ້າງ.      ໃນຕົ້ນເດືອນມັງກອນ 2017 ທີ່ຜ່ານມາ ໄດ້ມີພິທີເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນໃນ 9 ຕົວເມືອງຂອງນະຄອນຫຼວງວຽງຈັນຂຶ້ນ ໂດຍແມ່ນເມືອງສີສັດຕະນາກເປີດເປັນເມືອງທຳອິດ, ມີຜູ້ເຂົ້າຮຽນທັງໝົດ ຈຳນວນ 30 ຄົນ, ຍິງ 12 ຄົນ, ເມືອງຫາດຊາຍຟອງ ຈຳນວນ 52 ຄົນ, ຍິງ 16 ຄົນ, ເມືອງຈັນທະບູລີ ມີຈຳນວນ 36 ຄົນ, 16 ຄົນ, ເມືອງສີໂຄດຕະບອງ 29 ຄົນ, ຍິງ 12 ຄົນ, ເມືອງໄຊທານີ ມີຈຳນວນ 43 ຄົນ, ຍິງ 15 ຄົນ, ເມືອງສັງທອງ ຈຳນວນ 51 ຄົນ, ຍິງ 15 ຄົນ, ໄຊເສດຖາ ຈຳນວນ 39 ຄົນ, ຍິງ 13 ຄົນ, ເມືອງປາກງື່ມ ຈຳນວນ 43 ຄົນ, ຍິງ 13 ຄົນ, ແລະ ເມືອງນາຊາຍທອງ ຈຳນວນ 48  ຄົນ, ຍິງ 12 ຄົນ ລວມທັງໝົດຈຳນວນ   407 ຄົນ, ຍິງ 124 ຄົນ.      ມາເຖິງປະຈຸບັນການດຳເນີນການຮຽນ-ການສອນກົດໝາຍຊັ້ນຕົ້ນຫຼັກສູດ 3 ເດືອນ ສົກປີ 2017 ໃນ 9 ຕົວເມືອງ ຂອງນະຄອນຫຼວງວຽງຈັນ ໄດ້ມີພິທີປິດ ແລະ ມອບ-ຮັບໃບປະກາດສະນີຍະບັດຢ່າງເປັນທາງການ ດ້ວຍຜົນສຳເລັດອັນຈົບງາມ ໃນທ້າຍເດືອນ ພຶດສະພາ 2017 ພາຍຫຼັງທີ່ສຳເລັດການສຶກສາ ແມ່ນໄດ້ນຳສົ່ງກັບຄືນກົມກອງທ້ອງຖິ່ນຂອງໃຜລາວ ເພື່ອສືບຕໍ່ປະຕິບັດໜ້າທີ່ຮັບໃຊ້ຊາດ, ຮັບໃຊ້ສັງຄົມຕາມເງື່ອນໄຂສະພາບ ຕົວຈິງຂອງວຽກງານຢູ່ຮາກຖານບ້ານ ແລະ ຫ້ອງການອ້ອມຂ້າງເມືອງ, ຮັບປະກັນການປະຕິບັດຄວາມສະເໝີພາບ ບົນພື້ນຖານຂອງກົດໝາຍ ແລະ ສ້າງເງື່ອນໄຂໃຫ້ກັບປະຊາຊົນ ໄດ້ມີໂອກາດຮຽນຮູ້ລະບຽບກົດໝາຍຢ່າງ ທົ່ວເຖິງ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ໄດ້ເຂົ້າຮ່ວມພັດທະນາຄອບຄົວ ແລະ ບ້ານ, ສະກັດກັ້ນປະກົດການຫຍໍ້ທໍ້,  ແກ້ໄຂຂໍ້ຂັດແຍ່ງຕ່າງໆ ເພີ່ມທະວີຄວາມສາມັກຄີພາຍໃນຄອບຄົວ ພາຍໃນບ້ານໃຫ້ແໜ້ນ ແຟ້ນຍິ່ງໆຂຶ້ນ, ສ້າງສະຕິເຄົາລົບກົດໝາຍ ແລະ ປະຕິບັດກົດໝາຍໃຫ້ແກ່ພະນັກງານຮາກຖານ ແລະ ປະຊາຊົນບັນດາເຜົ່າຢູ່ຮາກຖານບ້ານໃຫ້ສູງຂຶ້ນ, ສາມາດເປັນເຈົ້າການສະກັດກັ້ນ ແລະ ແກ້ໄຂຂໍ້ຂັດແຍ່ງຕ່າງໆ ໂດຍ ສັນຕິວິທີ, ສ້າງເງື່ອນໄຂໃຫ້ປະຊາຊົນສາມາດເຂົ້າເຖິງການບໍລິການດ້ານກົດໝາຍ, ຮູ້ໃຊ້ສິດຕົນເອງຕາມກົດໝາຍທີ່ໄດ້ກຳນົດໄວ້ ເຮັດໃຫ້ວຽກງານຍຸຕິທຳຮາກຖານ ກາຍເປັນຂະບວນການຂອງມະຫາຊົນ ບົນພື້ນຖານດັ່ງ ກ່າວ ເພື່ອສືບຕໍ່ເພີ່ມທະວີຄວາມສາມັກຄີ ເປັນເອກະພາບ ລະຫວ່າງ ປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆໃນສັງຄົມ.      ອີງຕາມເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ກ່ຽວກັບການສ້າງລັດທີ່ປົກຄອງດ້ວຍກົດໝາຍ ມາແຕ່ຮາກຖານບ້ານ ແນໃສ່ວຽກງານສ້າງບຸກຄະລາກອນກົດໝາຍໃຫ້ຮາກຖານ ແມ່ນມີຄວາມສຳຄັນຍິ່ງ ຕໍ່ກັບການສ້າງລັດທີ່ປົກຄອງດ້ວຍກົດໝາຍ ແລະ ຮັບກັນການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ໃຫ້ມີຜົນສຳເລັດໃນແຕ່ລະ ລະຍະ ທັງຮັບປະກັນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານການກໍ່ສ້າງ ຮາກຖານການເມືອງຮອບດ້ານ, ການສ້າງບ້ານ ແລະ ກຸ່ມບ້ານພັດທະນາ, ເຮັດໃຫ້ການສ້າງນັກກົດໝາຍ ຕິດພັນກັບຂະບວນການ ຕົວຈິງຂອງທ້ອງຖິ່ນ ແລະ ຮາກຖານຕາມທິດທັງຮຽນທັງເຮັດ ຫຼື ຮຽນທິດສະດີຕິດ ພັນກັບຕົວຈິງ ເພື່ອເປັນການຫຼໍ່ຫຼອມທັດສະນະ ແລະ ຈິດໃຈ ຮັບໃຊ້ປະຊາຊົນຢ່າງແທ້ຈິງແຕ່ຫົວທີ ແລະ ສ້າງໃຫ້ເປັນນັກກົດໝາຍສືບທອດ ປະຈຳຢູ່ຮາກຖານ ຫຼື ເມືອງ ໃນອະນາຄົດ. ຂຽນຂ່າວ ແລະ ຖ່າຍພາບ: ສຸວັນ ສີມະນີວົງ ຜູ້ປະສານງານພະແນກຍຸຕິທຳ ນະຄອນຫຼວງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທຳນະຄອນຫຼວງວຽງຈັນ ສ້າງບຸກຄະລາກອນກົດໝາຍ ໃຫ້ 9 ຕົວເມືອງ
ພະແນກຍຸຕິທຳນະຄອນຫຼວງວຽງຈັນ ສ້າງບຸກຄະລາກອນກົດໝາຍ ໃຫ້ 9 ຕົວເມືອງ
https://www.moj.gov.la/lo/node/940
ທີ່ເມືອງປາກອູ ແຂວງຫຼວງພະບາງ ​ໄດ້​ຈັດ​ພິທີ​ມອບ-ຮັບ​ຫ້ອງການຍຸຕິທໍາ​ຫຼັງໃໝ່ຂຶ້ນ ​ໃນ​ຕອນ​ເຊົ້າ​ຂອງວັນ​ທີ 14 ມິຖຸນາ 2017 ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ​ປອ ເສີມສຸກ ສີມພະວົງ ຮອງລັດຖະມົນຕີ​ກະຊວງ​ຍຸຕິ​ທຳ, ມີ ທ່ານ ອູຕິງ ບັນດາລັກ ຮອງເຈົ້າເມືອງເມືອງປາກອູ, ທ່ານ ຄອນສີ ຄອນຈະເລີນ ຮອງຫົວໜ້າພະແນກຍຸຕິທໍາແຂວງຫຼວງພະບາງ, ມີຄະນະປະຈໍາ, ກໍາມະການພັກເມືອງ, ຄະນະພະແນກການຂັ້ນແຂວງ, ບັນດາຫົວໜ້າ ຫ້ອງການຂັ້ນເມືອງ, ຫົວໜ້າບໍລິສັດ ແລະ ແຂກຖືກເຊີນ​ເຂົ້າ​ຮວ່ມຢ່າງ​ພ້ອມພຽງ.      ໃນ​ພິທີ ຫົວໜ້າບໍລິສັດວັດທະນາກໍ່ສ້າງເຄຫາສະຖານ ແລະ ສ້ອມແປງຈໍາກັດຜູ້ດຽວ ກໍໄດ້ຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດການກໍ່ສ້າງຫ້ອງການຍຸຕິທໍາເມືອງປາກອູ ນັບແຕ່ມື້ອອກໃບສັ່ງວຽກຈົນເຖິງມື້ກວດກາ ໜ້າວຽກຖືວ່າສໍາເລັດ 100%. ຫັງຈາກນັ້ນ ກໍໄດ້ເຊັນບົດບັນທຶກມອບ-ຮັບຫ້ອງການຍຸຕິທໍາເມືອງປາກອູຫຼັງໃໝ່, ກ່າວມອບໂດຍ ຫົວໜ້າບໍລິສັດວັດທະນາກໍ່ສ້າງເຄຫາສະຖານ ແລະ ສ້ອມແປງຈໍາກັດຜູ້ດຽວ ແລະ ກ່າວ ຮັບໂດຍ ທ່ານ ອູຕິງ ບັນດາລັກ ຮອງເຈົ້າເມືອງໆປາກອູ ລວມມູນ​ຄ່າ​ກໍ່ສ້າງທັງໝົດ 1 ຕື້ 300 ກວ່າລ້ານກີບ.      ຕອນ​ທ້າຍ​ຂອງ​ພິທີ ທ່ານ ປອ ເສີມສຸກ ສີມພະວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ​ແລະ ຊົມ​ເຊີຍ​ມາ​ຍັງ​ບໍລິສັດຜູ້ຮັບເໝົາກໍ່ສ້າງ ທີ່ໄດ້ສ້າງສໍາເລັດຕາມແຜນການ ພ້ອມ​ດ້ວຍ​ດຽວກັນ​ນັ້ນ ທ່ານ ​ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ກໍໄດ້ມອບປຶ້ມກົດໝາຍ 4 ຂົງເຂດ ຈໍານວນ 10 ຊຸດ ໃຫ້ແກ່ຫ້ອງການຍຸຕິທໍາເມືອງປາກອູ ເພື່ອນຳໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນ. ຂຽນຂ່າວ: ໄຊຍະສິດ     ຖ່າຍພາບ ໂດຍ: ສົມຫັວງ ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພິທີມອບ-ຮັບຫ້ອງການຫຼັງໃໝ່ ຢູ່ແຂວງຫຼວງພະບາງ
ພິທີມອບ-ຮັບຫ້ອງການຫຼັງໃໝ່ ຢູ່ແຂວງຫຼວງພະບາງ
https://www.moj.gov.la/lo/node/942
ກອງປະຊຸມເປີດກວ້າງປະກອບຄຳເຫັນໃສ່ຮ່າງດຳລັດວ່າດ້ວຍ ການຊ່ວຍເຫຼືອລ້າທາງດ້ານກົດໝາຍ ໄດ້ຈັດຂຶ້ນຢູ່ທີ່ ກະຊວງຍຸຕິທຳ ໃນລະຫວ່າງວັນທີ 26-27 ມິຖຸນາ 2017 ໂດຍການເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະ ຊວງຍຸຕິທຳ, ມີ ທ່ານ ປອ. ເສີມສຸກ ສີມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ບັນດາທ່ານຄະນະກົມ, ຄະນະພະແນກ ແລະ ວິຊາການຂອງກະຊວງຍຸຕິທຳ ແລະ ບັນດາທ່ານຜູ້ຕາງໜ້າຈາກພາກສ່ວນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດເຂົ້າ ຮ່ວມ.      ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອປະກອບຄຳເຫັນໃສ່ຮ່າງດຳລັດວ່າດ້ວຍການຊ່ວຍເຫຼືອລ້າທາງດ້ານກົດໝາຍ ຊຶ່ງເປັນການເປີດໂອກາດໃຫ້ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໄດ້ມີສ່ວນຮ່ວມໃນການປະກອບຄຳຄິດຄຳເຫັນໃສ່ຮ່າງດຳລັດສະ ບັບດັ່ງກ່າວ ຊຶ່ງການສ້າງຮ່າງດຳລັດວ່າດ້ວຍ ການຊ່ວຍເຫຼືອລ້າທາງດ້ານກົດໝາຍສະບັບນີ້ ແມ່ນເປັນການຜັນຂະຫຍາຍເນື້ອໃນຈິດໃຈຂອງກົດໝາຍວ່າ ດ້ວຍທະນາຍຄວາມ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງກັບການຊ່ວຍເຫຼືອລ້າທາງດ້ານກົດ ໝາຍ ແນໃສ່ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກໃຫ້ແກ່ປະຊາຊົນຜູ້ທຸກຍາກ, ດ້ອຍໂອກາດ, ຜູ້ເສຍອົງຄະ ແລະ ບຸກຄົນ ທີ່ບໍ່ມີຄວາມສາມາດຊ່ວຍເຫຼືອຕົນເອງທາງດ້ານກົດໝາຍ ແລະ ທາງລະບົບຍຸຕິທຳ ໄດ້ເຂົ້າເຖິງກົດໝາຍ ແລະ ຄວາມຍຸຕິທຳ ຢ່າງສະເໜີພາບ ແລະ ເທົ່າທຽມກັບທຸກໆດ້ານຕໍ່ໜ້າ.      ໃນກອງປະຊຸມ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ມີຄຳເຫັນເຈາະຈີ້ມຕໍ່ກອງປະຊຸມ ເປັນຕົ້ນ ການກຳນົດປະເພດການຊ່ວຍເຫຼືອລ້າທາງດ້ານກົດໝາຍ, ຜູ້ໄດ້ຮັບການຊ່ວຍເຫຼືອລ້າທາງດ້ານກົດໝາຍ, ຂັ້ນຕອນ ຫຼື ວິທີ ການຂໍຄວາມຊ່ວຍເຫຼືອລ້າທາງດ້ານກົດໝາຍ ແລະ ບັນຫາອື່ນໆ ເຫັນວ່າຄົບຖ້ວນ, ເໝາະສົມແລ້ວ ຫຼື ບໍ່?. ຈາກນັ້ນ ທ່ານ ປອ. ຈອມຄຳ ບຸບຜາລີວັນ ຫົວໜ້າກົມສົ່ງເສີມລະບົບຍຸຕິທຳ ກະຊວງຍຸຕິທຳ ໄດ້ລາຍງານສະພາບການເຄື່ອນໄຫວສ້າງ ຮ່າງດຳລັດ ແລະ ການທາບທາມຄຳເຫັນໃນໄລຍະຜ່ານມາ. ຫຼັງຈາກນັ້ນຜູ້ເຂົ້າຮ່ວມໃນກອງປະຊຸມກໍໄດ້ພ້ອມກັນປະກອບຄຳເຫັນໃສ່ຮ່າງດຳລັດສະບັບດັ່ງກ່າວດ້ວຍຄວາມເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ຮ່າງດຳລັດວ່າ ດ້ວຍ ການຊ່ວຍເຫຼືອລ້າທາງດ້ານກົດໝາຍ ມີຄວາມລະອຽດຄົບຖ້ວນ, ສົມບູນ ແລະ ສອດຄ່ອງກັບສະພາບຄວາມເປັນຈິງຂອງສັງຄົມ. ຂຽນຂ່າວ: ສີປະໄພ, ຖ່າຍພາບ ໂດຍ: ສຸກສາຄອນ, ອ່ອນຄຳ ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມເປີດກວ້າງປະກອບຄຳເຫັນໃສ່ (ຮ່າງ) ດຳລັດວ່າດ້ວຍການຊ່ວຍເຫຼືອລ້າທາງດ້ານກົດໝາຍ
ກອງປະຊຸມເປີດກວ້າງປະກອບຄຳເຫັນໃສ່ (ຮ່າງ) ດຳລັດວ່າດ້ວຍການຊ່ວຍເຫຼືອລ້າທາງດ້ານກົດໝາຍ
https://www.moj.gov.la/lo/node/943
​ເພື່ອ​ເຮັດ​ໃຫ້​ກົດໝາຍວ່າ​ດ້ວຍ​ການຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດ​ສີນ​ຂອງ​ສານ ​ໄດ້​ຮັບ​ການ​ປັບປຸງໃຫ້ ​ແທດ​ເໝາະກັບ​ສະພາບ​ຕົວ​ຈິງຂອງ​ສັງຄົມ​ ໃນ​ແຕ່ລະ​ລະຍະ ​ໃນ​ວັນ​ທີ່ 28 ມິຖຸນາ 2017 ທີ່​ກະຊວງ​ຍຸຕິ​ທຳ ​ໄດ້​ຈັດ​ກອງ​ປະຊຸມ​ທາ​ບທາມ​ຄຳ​ເຫັນ​ກ່ຽວກັບ​ການປັບປຸງກົດໝາຍວ່າ​ດ້ວຍ​ ການຈັດ​ຕັ້ງ​ປະຕິບັດຄຳ​ຕັດ​ສີນ​ຂອງ​ສານຂື້ນ, ​ໂດຍ​ການ​ເປັນ​ປະທານ​ຂອງ ​ທ່ານ ​ໄພ​ວີ ສີ​ບົວ​ລິ​ພາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ, ມີ​ຫົວໜ້າ, ຮອງ​ຫົວໜ້າກົມ​ຄຸ້ມ​ຄອງ​ການຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດ​ສີນ​ຂອງ​ສານ, ຫົວໜ້າຫ້ອງການ​ປະຕິບັດ​ຄຳ​ຕັດ​ສີນ​ຂອງ​ສານ​​ນະຄອນຫຼວງວຽງຈັນ, ​ແຂວງ​ວຽງຈັນ ​ແລະ ​ແຂວງ​ບໍລິ​ຄຳ​ໄຊ ຕະຫຼອດຮອດ​ພະນັກງານ​ປະຕິບັດ​ຄຳ​ຕັດ​ສີນ​ຂອງ​ສານ​​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.      ​ໃນ​ກອງ​ປະຊຸມ ​ທ່ານ ກອງ​ສີ ສາຍ​ສຸດທາ ຫົວໜ້າກົມ​ຄຸ້ມ​ຄອງ​ການຈັດ​ຕັ້ງປະຕິບັດຄຳ​ຕັດ​ສີນ​ຂອງ​ສານ ​ໄດ້​ຂື້ນ​ລາຍ​ງານ​ສະພາບ​ການຈັດ​ຕັ້ງ​ປະຕິບັດ​ກົດໝາຍວ່າ​ດ້ວຍ​ການຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດ​ສີນ​ຂອງ​ສານ​ໃນ​ລະຍະ​ຜ່ານ​ມາ ຊື່​ງທ່ານ​ໄດ້​ຍົກ​ໃຫ້​ເຫັນ​ຂໍ້​ສະ​ດວກ ​ແລະ ຂໍ້​ຫຍຸ້ງຍາກ​ໃນ​ຈັດ​ຕັ້ງ​ປະຕິບັດ​ກົດໝາຍສະບັບ​ດັ່ງກ່າວ, ຫຼັງຈາກ​ນັ້ນ​ ຜູ້​ເຂົ້າ​ຮ່ວມ​ກໍ​ໄດ້​ພ້ອມ​ກັນ​ປະກອບ​ຄຳ​ຄິດ​ຄຳ​ເຫັນຢ່າງ​ກົງ​ໄປ​ກົງ​ມາ ​ໂດຍ​ສະ​ເພາະ ​ແມ່ນ​ລົງ​ເລິກສະພາບ ການຈັດ​ຕັ້ງ​ປະຕິບັດ​ກົດໝາຍ​ຢູ່ໃນ​ທ້ອງ​ຖິ່ນ​ຂອງ​ຕົນ.      ​ຈຸດປະສົງ​ຂອງ​ການ​ທາ​ບທາມ​ຄຳ​ເຫັນ​ ກ່ຽວກັບ​ການປັບປຸງ​ກົດໝາຍວ່າ​ດ້ວຍ​ ການຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດ​ສີນ​ຂອງ​ສານ​ໃນ​ຄັ້ງ​ນີ້ ກໍ​ເພື່ອ​ເຮັດ​ໃຫ້ອົງການ​ຈັດ​ຕັ້ງ​​ແຕ່ລະ​ຂັ້ນ​ທີ່​ກ່ຽວຂ້ອງສາມາດ​ຮັບປະກັນ​ການຈັດ​ຕັ້ງ​ປະ ຕິບັດ​ຢ່າງ​ຖືກຕ້ອງ​, ​​ເພື່ອ​ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ບຸກຄົນ, ນິຕິບຸກຄົນ ຫຼື ອົງການ​ຈັດ​ຕັ້ງ​ທີ່​ຖືກ​ລະ​ເມີດ ປົກ​ປັກ​ຮັກສາ​ຄວາມ​ສະຫງົບ ​ແລະ ຄວາມ​ເປັນ​ລະບຽບຮຽບຮ້ອຍຢູ່​ໃນ​ສັງຄົມ.  ຂຽນຂ່າວ ອ່ອນ​ຄຳ ​ໄຊ​ຍະ​ວົງ, ຖ່າຍພາບໂດຍ: ສຸກ​ສາຄອນ ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມທາບທາມຄຳເຫັນ ກ່ຽວກັບການປັບປຸງກົດໝາຍວ່າດ້ວຍ ການຈັດຕັ້ງປະຕິບັດຄຳຕັດສີນຂອງສານ
ກອງປະຊຸມທາບທາມຄຳເຫັນ ກ່ຽວກັບການປັບປຸງກົດໝາຍວ່າດ້ວຍ ການຈັດຕັ້ງປະຕິບັດຄຳຕັດສີນຂອງສານ
https://www.moj.gov.la/lo/node/944
ໃນ​​ວັນ​ທີ 29-30 ມິຖຸນາ 2017 ກົມກົດໝາຍ ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມປັບປຸງ, ຮຽບຮຽງ ກວດກາຄວາມສອດຄ່ອງຂອງ ຮ່າງດຳລັດ​ວ່າ​ດ້ວຍລະບົບຊຳລະແຫ່ງຊາດ ໂດຍການ​​ເປັນ​ປະທາ​ນຂອງ ທ່ານ ສຈ ​ເກດ ​ກຽດຕິ​ສັກ ຮອງ​ລັດຖະມົນ​ຕີ ກະຊວງ​ຍຸຕິ​ທຳ ພ້ອມ​ດ້ວຍຫົວໜ້າກົມ, ຮອງຫົວໜ້າກົມ ​ແລະ ລັດຖະກອນວິຊາການ ຂອງກົມກົດໝາຍ ກະຊວງຍຸທຳ  ມີຜູ້ຕາງໜ້າຈາກກົມກົດໝາຍສະພາ​ແຫ່ງຊາດ ແລະ ກົມກົດໝາຍ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ພ້ອມ​ຄະນະຮັບຜິດຊອບຮ່າງດຳລັດສະບັບດັ່ງກ່າວ, ມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 16 ທ່ານ.      ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອຄົ້ນຄວ້າປັບປຸງ, ຮຽບຮຽງຮ່າງດໍາລັດ​ວ່າ​ດ້ວຍ ​ລະບົບ​ຊໍາລະ​​ແຫ່ງ​ຊາດ ເພື່ອຮັບປະກັນຄວາມສອດຄ່ອງທາງດ້ານເຕັກນິກການຈັດວາງພາກ, ໝວດ, ມາດຕາ ໃຫ້ຖືກຕ້ອງຕາມເຕັກ ນິກຂອງການສ້າງນິຕິກຳ. ພາຍຫຼັງທີ່ປັບປຸງສຳເລັດແລ້ວ ຈະໄດ້ສົ່ງ (ຮ່າງ) ດຳລັດສະບັບດັ່ງກ່າວ ​ເຂົ້າ​​ກອງ​ປະຊຸມ​ລັດຖະບານ​ ເພື່ອພິຈາລະນາ​ຕາມ​ຂັ້ນ​ຕອນ​ຂອງ​ການ​ສ້າງ​ນິຕິ​ກຳ.   ຂຽນຂ່າວ: ສືເຊັ່ງ ເຍຍປາວເຮີ , ຖ່າຍພາບ ໂດຍ: ໄຂ່ທອງ ເພຍແກ້ວ ຜູ້ປະສານງານ ກົມກົດໝາຍ ປະເພດຂ່າວ: ກອງປະຊຸມ-ສຳມະນາ
ກອງປະຊຸມປັບປຸງ, ຮຽບຮຽງ ກວດກາຄວາມສອດຄ່ອງຂອງ ຮ່າງດຳລັດວ່າດ້ວຍລະບົບຊຳລະແຫ່ງຊາດ
https://www.moj.gov.la/lo/node/945
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 04-ກໍລະກົດ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 25/6/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 25/6/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 25/6/2017
https://www.moj.gov.la/lo/node/946
ໃນລະຫວ່າງທ້າຍເດືອນມີຖຸນາ 2017 ຜ່ານມານີ້, ພະແນກຍຸຕິທຳ ແຂວງຄຳມ່ວນ ນຳໂດຍທ່ານ ຈັນທາ ພົມມະສອນ  ຫົວໜ້າພະແນກຍຸຕິທຳ ແຂວງຄຳມ່ວນ ໄດ້ພົບປະສອງຝ່າຍກັບ ທ່ານ ເຈີນວັນເລ ຮອງຫົວ ໜ້າພະແນກຍຸຕິທຳ ແຂວງ ກວງບິ່ງ ສສ ຫວຽດນາມ ພ້ອມຄະນະ ເພື່ອຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານພົວພັນຮ່ວມມືຂອງທັງສອງພະແນກ ຕາມເນື້ອໃນບົດບັນທຶກທີ່ໄດ້ເຊັນກັນໃນປີທີ່ຜ່ານມາ ໃນນັ້ນ, ການປະສານສົມທົບລະຫວ່າງສອງພະແນກ  ແມ່ນຍັງຮັກສາໄດ້ການພົວພັນຮ່ວມມືທີ່ດີ, ສ່ວນຂົງເຂດວຽກງານວິຊາສະເພາະ ແມ່ນຍັງບໍ່ທັນໄດ້ລົງເລິກເທົ່າທີ່ຄວນ, ແຕ່ເຖິງຢ່າງໃດກໍຕາມທັງສອງຝ່າຍ ຍັງສືບຕໍ່ການວຽກ ງານການພົວພັນຮ່ວມມືຕາມເນື້ອໃນບົດບັນທຶກໃຫ້ໄດ້ຮັບໝາກຜົນ ໂດຍສະເພາະ ແມ່ນການແລກປ່ຽນບົດຮຽນໃນການປັບປຸງບໍລິຫານ, ບໍລິການ, ກວດກາ, ໂຄສະນາ, ສຶກສາກົດໝາຍ, ຈົດທະບຽນຄຸ້ມຄອງ,ທະບຽນ ຄອບຄົວ ແລະ ຊີວະປະວັດຂອງບຸກຄົນ.      ໃນໂອກາດດຽວກັນ ທ່ານເຈີນວັນເລ ພ້ອມຄະນະກໍໄດ້ເຂົ້າພົບຢ້ຽມຢາມ ທ່ານ ໂອໃດ ສຸດາພອນ ເຈົ້າແຂວງໆ ຄຳມ່ວນ ເພື່ອແຈ້ງຈຸດປະສົງຕໍ່ທ່ານເຈົ້າແຂວງ ກ່ຽວກັບການເຄື່ອນໄຫວພົບປະ ແລະ ແລກປ່ຽນບົດຮຽນ ຢູແຂວງ ຄຳມ່ວນໃນຄັ້ງນີ້. ຂຽນຂ່າວ ແລະ ຖ່າຍພາບ ໂດຍ: ຜູ້ປະສານງານແຂວງ ຄຳມ່ວນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ຄະນະພະແນກຍຸຕິທຳແຂວງກວາງບິ່ງ ສສ ຫວຽດນາມ ຢ້ຽມຢາມພະແນກຍຸຕິທຳແຂວງຄຳມ່ວນ
ຄະນະພະແນກຍຸຕິທຳແຂວງກວາງບິ່ງ ສສ ຫວຽດນາມ ຢ້ຽມຢາມພະແນກຍຸຕິທຳແຂວງຄຳມ່ວນ
https://www.moj.gov.la/lo/node/947
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 07-ກໍລະກົດ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 2/7/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 2/7/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 2/7/2017
https://www.moj.gov.la/lo/node/948
ເພື່ອເປັນການຈັດຕັ້ງຜັນຂະຫຍາຍມະຕິ, ຄຳສັ່ງຂອງພັກ ແລະ ລັດ ເຮົາເຂົ້າສູ່ລວງເລິກຕາມທິດທາງ, ເປົ້າໝາຍ ແລະ ມາດຕະການທີ່ກຳນົດໄວ້ໃນມະຕິ ສະບັບເລກທີ 25/ກມສພ ແລະ ຄຳສັ່ງ ສະບັບເລກທີ 34/ນຍ ກໍຄື ຄຳແນະນຳຂອງລັດຖະມົນຕີ ກະຊວງຍຸຕິທຳ ສະບັບເລກທີ 1123/ກຍ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ 3 ສ້າງ ແລະ ວຽກງານຍຸຕິທຳຮາກຖານ ປີ 2017.      ພະແນກຍຸຕິທຳ ແຂວງສະຫວັນນເຂດ ໄດ້ເປີດຊຸດບຳລຸງກົດໝາຍໄລຍະສັ້ນ 45 ວັນ  ຊຸດທີ V ຂຶ້ນຢ່າງເປັນທາງການ ໃນວັນທີ 10 ກໍລະກົດ 2017  ໃຫ້ແກ່ພະນັກງານຫຼັກແຫຼ່ງຂັ້ນແຂວງ ແລະ ເມືອງໄກສອນພົມວິຫານ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ, ຮອງເລຂາພັກແຂວງ, ຮອງເຈົ້າແຂວງສະຫວັນນະເຂດ, ເຂົ້າຮ່ວມຊຸດບໍາລຸງຄັ້ງນີ້ ມີຄະນະພັກ, ຄະນະພະແນກ, ຫົວໜ້າ ຫ້ອງການພາຍໃນພະແນກ, ຄູອາຈານ ພ້ອມດ້ວຍນັກສຳມະນາກອນ ຈາກບັນດາພະແນກການອ້ອມຂ້າງແຂວງ ແລະ ຫ້ອງການອ້ມຂ້າງເມືອງ. ໃນຊຸດຝຶກອົບຮົມ ທ່ານ ອຸໄພວັນ ໄຊຍະວົງ ເລຂາໜ່ວຍພັກ, ຫົວໜ້າພະ ແນກຍຸຕິທຳແຂວງ ສະຫວັນນະເຂດ ກໍໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດໂຄງການຫຼັກສູດກົດໝາຍ ໄລຍະສັ້ນ 45 ວັນ ຊຸດທີ V ປີ 2017, ຊຶ່ງຈະໄດ້ດຳເນີນເປັນເວລາ 45 ວັນ ໂດຍບໍ່ນັບວັນພັກທາງລັດຖະ ການ, ຫຼັກສູດປະກອບມີ 28 ວິຊາຮຽນ, 21 ໜ່ວຍກິດ ເທົ່າກັບ 315 ຊົວໂມງ, ນັກວິທະຍາກອນ ປະກອບມີ 25 ທ່ານ ທີ່ໄດ້ຮັບເຊີນຈາກບັນດາພະແນກການອ້ອມຂ້າງແຂວງ, ສະຖາບັນຍຸຕິທຳພາກກາງ, ສານປະຊາຊົນ ແຂວງ, ອົງການໄອຍະການປະຊາຊົນແຂວງ ແລະ ພະແນກຍຸຕິທຳແຂວງ  ແລະ ນັກສຳມະນາກອນເຂົ້າຮ່ວມຝຶກອົບຮົມຄັ້ງນີ້ມີ 50 ທ່ານ, ຍິງ 12 ທ່ານ ທີ່ເປັນພະນັກງານຫຼັກແຫຼ່ງຂັ້ນແຂວງ ແລະ ຂັ້ນເມືອງຂອງເມືອງ ໄກ ສອນ ພົມວິຫານ.      ຕອນທ້າຍຂອງພິທີ ທ່ານ ປອ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ, ຮອງເລຂາພັກແຂວງ ຮອງເຈົ້າແຂວງສະຫວັນນະເຂດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການກະກຽມຄວາມພ້ອມ ໃນການປະຕິບັດ ໂຄງການຫຼັກສູດກົດໝາຍໄລຍະສັ້ນ 45 ວັນຊຸດນີ້ ແລະ ທ່ານຍັງມີຄຳເຫັນແນະນຳບາງດ້ານດັ່ງນີ້: ຕໍ່ກັບຄູ-ອາຈານທີ່ມາສິດສອນ ຕ້ອງຄົ້ນຄ້ວາແຕ່ງບົດສອນໃຫ້ລະອຽດ ພ້ອມທັງຍົກເອົາເຫດການຕົວຈິງທີ່ເກີດຂຶ້ນ ໃນແຕ່ ລະຍຸກແຕ່ລະສະໄໝ ມາສົມທຽບ ທັງຍົກຕົວຢ່າງ ວິທີແກ້ໄຂໃນແຕ່ລະລะຍະ, ແຕ່ລະເຫດການມາອະທິບາຍໃຫ້ລະອຽດ. ສະລັບຜ้ູເຂົ້າຮ່ວມການຝືກອົບຮົມ ຕ້ອງເອົາໃຈໃສ່ຄົ້ນຄ້ວາບັນດາບົດຮຽນຕ່າງໆກ່ອນຂື້ນຫ້ອງຮຽນ ແລະ ເອົາໃຈໃສ່ຊັກຖາມແລກປ່ຽນບົດຮຽນນຳຄູ-ອາຈານປະຈຳແຕ່ລະວິຊາດ້ວຍຄວາມເອົາໃຈໃສ່ ແລະ ຮັບຜິດຊອບສູງ. ເມື່ອຈົບຫຼັກສູດແລ້ວ ຕ້ອງມີການປະເມີນຄືນ ແລະ ຂຽນບົດເກັບກ່ຽວຂອງຕົນເອງຕໍ່ຄວາມເຂົ້າໃນ ແຕ່ລະວິຊາທີ່ໄດ້ຮຽນມາ ແລະ ນຳໄປເຜີຍແຜ່ຄວາມຮູ້ນີ້ໃຫ້ກວ້າງຂວາງ ແລະ ຖືກຕ້ອງ. ຂຽນຂ່າວ ແລະ ຖ່າຍພາບ ໂດຍ: ຜູ້ປະສານງານ ແຂວງສະຫວັນນະເຂດ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ພະແນກຍຸຕິທຳ ແຂວງສະຫວັນນະເຂດ ເປີດຊຸດບຳລຸງກົດໝາຍໄລຍະສັ້ນ 45 ວັນ ຊຸດທີ V ໃຫ້ແກ່ພະນັກງານຫຼັກແຫຼ່ງຂັ້ນແຂວງ ແລະ ຂັ້ນເມືອງ
ພະແນກຍຸຕິທຳ ແຂວງສະຫວັນນະເຂດ ເປີດຊຸດບຳລຸງກົດໝາຍໄລຍະສັ້ນ 45 ວັນ ຊຸດທີ V ໃຫ້ແກ່ພະນັກງານຫຼັກແຫຼ່ງຂັ້ນແຂວງ ແລະ ຂັ້ນເມືອງ
https://www.moj.gov.la/lo/node/950
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 17-ກໍລະກົດ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 9/7/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 9/7/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 9/7/2017
https://www.moj.gov.la/lo/node/952
ກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2017ຂຶ້ນໃນວັນທີ 7 ກໍລະກົດ 2017. ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ  ກໍາມະການສູນກາງພັກ ລັດຖະມົນຕີກະຊວງຍຸຕິທໍາ, ມີບັນດາຮອງລັດຖະມົນຕີ, ມີຫົວໜ້າຫ້ອງການ, ບັນດາຄະນະກົມ, ຫົວໜ້າສະຖາບັນ ແລະ ສູນ ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມຢ່າງພ້ອມພຽງ.      ໃນ​ພິທີ​ ທ່ານ ລີຊົງ ລີໄຊຕູ້ ຮອງຫົວໜ້າຫ້ອງການ​ກະຊວງຍຸຕິທໍາ ​ໄດ້​ຂຶ້ນ​ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ 2017 ແລະ ທິດທາງແຜນການວຽກງານຈຸດສຸມ 6 ເດືອນທ້າຍປີ 2017 ຊຶ່​ງ​ໄດ້​ຍົກ​ໃຫ້ເຫັນຜົນງານ​ທີ່​ຍາດ​ມາ​ໄດ້​ໃນ​ລະຍະ 6 ເດືອນຜ່ານ​ມາ​, ມີ​ທັງ​ຈຸດ​ດີ ​ແລະ ຂໍ້ຄົງຄ້າງ ​ພ້ອມ​ທັງກຳນົດ​ທິດ​ທາງ​​ແຜນການ​ວຽກງານໃນ​ຕໍ່ໜ້າ. ກະຊວງຍຸຕິທໍາໃນຖານະເປັນເສນາທິການໃຫ້ແກ່ລັດຖະບານ ແລະ ຄຸ້ມຄອງມະຫາ ພາກໃນລະຍະ 6 ເດືອນຕົ້ນປີ 2017 ໄດ້ຈັດຕັ້ງປະຕິບັດສໍາເລັດ 5 ວຽກງານໃຫຍ່ຄື: ການສ້າງ ແລະ ປັບປຸງກົດໝາຍ, ການໂຄສະນາເຜີຍແຜ່ກົົດໝາຍ, ການສ້າງບຸກຄະລາກອນກົດໝາຍ, ການບໍລິການວຽກງານຍຸຕິທໍາ, ການພົວພັນຮ່ວມມືກັບສາກົນທາງດ້ານກົດໝາຍ ແລະ ວຽກງານຍຸຕິທໍາ. ສະເພາະວຽກງານສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາ ແມ່ນໄດ້ຄົ້ນຄ້ວາ ແລະ ສໍາເລັດການກວດກາຄວາມສອດຄ່ອງທາງດ້ານກົດໝາຍຂອງຮ່າງ ນິຕິກໍາ ຈໍານວນທັງໝົດ 31 ສະບັບ, ໃນນີ້ ກົດໝາຍສ້າງໃໝ່ມີ 10 ສະບັບ, ກົດໝາຍປັບປຸງມີ 8 ສະບັບ ແລະ ດໍາລັດ 13 ສະບັບ.      ສໍາລັບວຽກງານໂຄສະນາເຜີຍແຜ່ກົດໝາຍ ໃນ 6 ເດືອນຜ່ານມາ ສາມາດຈັດຕັ້ງໂຄສະນາເຜີຍແຜ່ກົດໝາຍທາງໂທລະພາບ, ວິທະຍຸກະຈາຍສຽງ ແລະ ໂທລະພາບ ເປັນພາສາລາວ ແລະ ພາສາມົ້ງ (ຜ່ານລາຍການຄວາມ ຮູ້ທາງດ້ານກົດໝາຍ) ໄດ້ທັງໝົດ 125 ຄັ້ງ ແລະ ຂຽນບົດລົງໜັງສືພິມໄດ້ 135 ບົດ; ນອກຈາກນີ້ ຍັງໄດ້ເອົາກົດໝາຍ ແລະ ນິຕິກໍາລົງໃນເວັບໄຊຈົດໝາຍເຫດທາງລັດຖະການ; ສໍາເລັດການຈັດພິມ ແລະ ແຈກຢາຍປະຕິ ທິນປະຈໍາປີ 2017 ອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ; ໄດ້ສໍາເລັດການຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການໃຫ້ຜູ້ປະສານງານຂັ້ນສູນກາງໄດ້ 4 ຄັ້ງ; ໄດ້ສໍາເລັດການກວດແກ້ ແລະ ຮຽບຮຽງບັນດາກົດໝາຍ ຂົງເຂດຕ່າງໆທັງກົດໝາຍສ້າງໃໝ່ ແລະ ກົດໝາຍປັບປຸງໄດ້ຫຼາຍສະບັບ ພ້ອມທັງກະກຽມເພື່ອຈັດພິມເປັນປຶ້ມກົດໝາຍຫົວນ້ອຍ, ໄດ້ອັດລາຍການ “ເພື່ອສັງຄົມຍຸຕິທໍາ” ຜ່ານລາຍການໂທລະພາບ ປກສ ຊຶ່ງອອກອາ ກາດທຸກໆ ວັນອາທິດ ເວລາ 20:00 ໂມງ ຫາ 20:30 ໂມງ ແລະ ທຸກໆ ວັນຈັນເວລາ 10:30 ຫາ 11:00 ໂມງໄດ້ 24 ເທັບ, ໄດ້ເອົາບົດຂ່າວເຜີຍແຜ່ກົດໝາຍລົງເວັບໄຊ 84 ຄັ້ງ ແລະ ໄດ້ເອົາກົດໝາຍລົງໃນແອັບກົດໝາຍ ລາວທາງໂທລະສັບມືຖື ເພື່ອໃຫ້ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນ ສາມາດເຂົ້າເຖິງການບໍລິການດ້ານກົດໝາຍ.      ໄດ້ແຈກຢາຍໜັງສືພິມ ສະບັບທີ 36,37,38,39,40,41 ຈໍານວນ 7,800 ສະບັບ, ແຈກຢາຍປຶ້ມກົດໝາຍ 4 ຂົງເຂດ ຈໍານວນ 1,503 ຫົວ ແລະ ປຶ້ມຄູ່ມືເຕັກນິກການໂຄສະນາເຜີຍແຜ່ກົດໝາຍ ເຫຼັ້ມ I,II ຈໍານວນ 4,757 ຫົວ. ຢູ່ຂັ້ນທ້ອງຖິ່ນ ສາມາດຈັດຕັ້ງໂຄສະນາເຜີຍແຜ່ກົດໝາຍທາງໂທລະພາບ, ທາງວິທະຍຸກະຈາຍສຽງ, ໂທລະໂຄ່ງເປັນພາສາລາວ ແລະ ພາສາມົ້ງໄດ້ 1,003 ຄັ້ງ, ໂຄສະນາເຜີຍແຜ່ກົດໝາຍທາງປາກເປົ່າຢູ່ບ້ານໄດ້ 993 ຄັ້ງ, ຢູ່ກຸ່ມບ້ານໄດ້ 168 ກຸ່ມ, ສະຖານທີ່ອື່ນ 4 ຄັ້ງ ແລະ ໂຮງຮຽນໄດ 63 ຄັ້ງ ມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 94,507 ຄົນ, ຍິງ 49,252 ຄົນ, ຂຽນບົດລົງໜັງສືພິມໄດ້ 173 ບົດ, ໃຫ້ຄໍາປຶກສາທາງດ້ານກົດໝາຍ ໂດຍບໍ່ ເສຍຄ່າໃຫ້ແກ່ປະຊາຊົນໄດ້ 363 ຄັ້ງ ແລະ ຂຶ້ນຫ້ອງສອນໄດ້ 305 ຊົ່ວໂມງ. ຫຼັງຈາກ​ນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ​ກໍ​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນຢ່າງ​ກົງ​ໄປ​ກົງ​ມາ ໂດຍ​ສະ​ເພາະ​ລົງ​ເລິກ​ບັນຫາຄົງ​ຄ້າງ​ໃນ​ການ​ປະຕິບັດໜ້າທີ່​ວິຊາ​ສະ​ເພາະ​ໃນ​ລະຍະ​ຜ່ານ​ມາ  ​ເພື່ອ​ຮັບປະກັນໃຫ້ແກ່ວຽກງານ​​ໄດ້ຮັບ​ການຈັດ​ຕັ້ງ​ປະຕິບັດ​ຢ່າງຖືກຕ້ອງ, ວ່ອງ​ໄວ ​ແລະ ມີ​ປະສິດທິພາບ.      ຕອນທ້າຍຂອງພິທີ ທ່ານ ໄຊສີ ສັນຕິວົງ ກໍາມະການສູນກາງພັກ  ລັດຖະມົນຕີກະຊວງຍຸຕິທໍາ ກໍໄດ້ໃຫ້ກຽດມອບໃບຍ້ອງຍໍຜົນງານປະຈໍາປີ 2016  ແລະ ໂອ້ລົມຕໍ່ພິທີ ຊຶ່ງກ່ອນອື່ນທ່ານໄດ້ສະແດງຄວາມຊົມເຊີຍຕໍ່ ຜົນສໍາເລັດທີ່ຄະນະພັກ-ຄະນະນໍາ ກໍຄືພະນັກງານ-ລັດຖະກອນທີ່ຍາດມາໄດ້  ແລະ ໄດ້ເນັ້ນໜັກໃຫ້ພະນັກງານ-ລັດຖະກອນຈົ່ງພ້ອມກັນຄົ້ນຄ້ວາ, ເຊື່ອມຊຶມ, ກໍາແໜ້ນແນວທາງ, ນະໂຍບາຍຂອງພັກ ແລະ ກົດໝາຍຂອງ ລັດທີ່ວາງອອກໃນແຕ່ລະລະຍະ ໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານໃນຂອບເຂດທີ່ຕົນເອງຮັບຜິດຊອບໃຫ້ປາກົດຜົນເປັນຈິງ. ຂຽນຂ່າວ: ໄຊຍະສິດ    ຖ່າຍພາບໂດຍ: ສຸກສາຄອນ, ສົມຫວັງ ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2017 ຂອງ ກະຊວງຍຸຕິທໍາ
ກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2017 ຂອງ ກະຊວງຍຸຕິທໍາ
https://www.moj.gov.la/lo/node/953
ກົມສົ່ງເສີມລະບົບຍຸຕິທໍາ, ກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມປຶກສາຫາລືເພື່ອສ້າງກົນໄກ ແລະ ຖອດຖອນບົດຮຽນກ່ຽວກັບວຽກງານການເອົາເດັກໄປເປັນລູກລ້ຽງ ໃນວັນທີ 10 -11  ກໍລະກົດ 2017 ທີ່ໂຮງແຮມເມີກຽວ ໃຫ້ກຽດເປັນປະທານຂອງ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທໍາ, ມີບັນດາທ່ານຜູ້ຕ່າງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ອົງການ UNICEF ເຂົ້າຮ່ວມ.      ໃນພິທີ ທ່ານ ບຸນຊ່ວງ ທະວີສັກ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທໍາ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດການເອົາເດັກໄປເປັນລູກລ້ຽງ ຊຶ່​ງ​ໄດ້​ຍົກ​ໃຫ້ເຫັນສະພາບລວມ ກໍຄືການຈັດຕັ້ງປະຕິບັດວຽກງານໄດ້​ໃນ​ລະຍະ ຜ່ານ​ມາ​, ມີ​ທັງ​ຈຸດ​ດີ ​ແລະ ຂໍ້ຄົງຄ້າງ ​ພ້ອມ​ທັງກຳນົດ​ທິດ​ທາງ​​ແຜນການ​ວຽກງານ​ໃນ​ຕໍ່ໜ້າ ຫຼັງຈາກ​ນັ້ນ, ບັນດາທ່ານຜູ້ຕ່າງໜ້າກໍໄດ້ລາຍງານການເຄື່ອນໄຫວວຽກງານດັ່ງກ່າວທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ, ພ້ອມທັງ ສົນທະນາ ​ແລະ ປະກອບ​ຄຳ​ເຫັນຢ່າງ​ກົງ​ໄປ​ກົງ​ມາ ໂດຍ​ສະ​ເພາະ​ ລົງ​ເລິກ​ບັນຫາຄົງ​ຄ້າງ​ໃນ​ການ​ປະຕິບັດໜ້າທີ່​ວິຊາ​ສະ​ເພາະ​ໃນ​ລະຍະ​ຜ່ານ​ມາ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິ ບັດວຽກງານການເອົາເດັກໄປເປັນລູກລ້ຽງ ມີຄວາມສອດຄ່ອງກັບສະພາບຂອງສາກົນ ແລະ ພາກພື້ນ ໂດຍສະເພາະ ໃນສະພາບເງື່ອນໄຂຂອງ ສປປ ລາວ, ເພີ່ມປະສິດທິພາບໃນການເຄື່ອນໄຫວວຽກໃຫ້ມີຄວາມໂປງໃສ, ສອດຄ່ອງ, ຖືກຕ້ອງຕາມແຕ່ລະຂັ້ນຕອນໃນການຄົ້ນຄ້ວາພິຈາລະນາການເອົາເດັກໄປເປັນລູກລ້ຽງ ໂດຍການຈັດຕັ້ງປະຕິບັດໜ້າທີ່ວຽກງານດັ່ງກ່າວ ຂອງຄະນະຮັບຜິດຊອບພິຈາລະນາການເອົາເດັກໄປເປັນລູກລ້ຽງຂັ້ນສູນ ກາງ, ຂັ້ນແຂວງ ແລະ ຂັ້ນເມືອງ ໃຫ້ມີຄວາມເປັນເອກະພາບກັນໃນຂອບເຂດທົ່ວປະເທດ.      ໃນໂອກາດດັ່ງກ່າວ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທໍາ ກໍໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການປະກອບສ່ວນດ້ານວິຊາການ ແລະ ທຶນຮອນຈາກອົງການ UNICEF ປະຈໍາ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນຢ່າງຕັ້ງໜ້າໃນວຽກງານການເອົາເດັກໄປເປັນລູກລ້ຽງ. ຂຽນຂ່າວ: ໄຊຍະສິດ   ຖ່າຍພາບໂດຍ: ສຸກສາຄອນ, ປາວີຄໍຳ ນັກຂ່າວກກົມໂຄສະນາເຜີຍແຜ່ກົດໝາຍ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມປຶກສາຫາລື ເພື່ອສ້າງກົນໄກ ແລະ ຖອດຖອນບົດຮຽນກ່ຽວກັບວຽກງານການເອົາເດັກໄປເປັນລູກລ້ຽງ
ກອງປະຊຸມປຶກສາຫາລື ເພື່ອສ້າງກົນໄກ ແລະ ຖອດຖອນບົດຮຽນກ່ຽວກັບວຽກງານການເອົາເດັກໄປເປັນລູກລ້ຽງ
https://www.moj.gov.la/lo/node/954
ກະຊວງຍຸຕິທໍາ ໄດ້ເປີດກອງປະຊຸມຄົ້ນຄ້ວາປຶກສາຫາລື ແລະ ປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍ ຊັບສິນທາງປັນຍາ ສະບັບປັບປຸງ ໃນຕອນເຊົ້າຂອງວັນທີ 11 ກໍລະກົດ 2017 ໂດຍການເປັນປະທານຂອງ ທ່ານ ສຈ ເກດ ກຽດຕິສັກ ອະດີດຮອງລັດຖະມົນຕີກະຊວງຍຸຕິທໍາ ເປັນກຽດເຂົ້າຮ່ວມຂອງ ທ່ານ ຫຸມພັນ ອິນທະຣາດ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີທ່ານຜູ້ຕ່າງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າ ການສໍານັກງານນາຍົກລັດຖະມົນຕີ, ບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ພ້ອມດ້ວຍພະນັກງານວິຊາການກົດໝາຍຂອງສອງພາກສ່ວນເຂົ້າຮ່ວມ.      ໃນກອງປະຊຸມ ຜູ້ເຂົ້າຮ່ວມກໍໄດ້ພ້ອມກັນຄົ້ນຄ້ວາປຶກສາຫາລືແລກປ່ຽນບົດຮຽນ ແລະ ປະກອບຄໍາຄິດຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍ ຊັບສິນທາງປັນຍາ ຢ່າງມີຄວາມຮັບຜິດຊອບສູງ ແລະ ມີບັນຍາກາດຟົດຟື້ນ ເປັນຕົ້ນ ແມ່ນໄດ້ເລືອກເຟັ້ນເອົາຄໍາຄິດຄໍາເຫັນທີ່ດີມີເຫດຜົນເຂົ້າໃສ່ຮ່າງກົດໝາຍດັ່ງກ່າວ ຊຶ່ງຮ່າງກົດໝາຍສະບັບປັບປຸງດັ່ງກ່າວປະກອບມີ  10 ພາກ, 26 ໝວດ, 172 ມາດຕາ ໃນນັ້ນໄດ້ຮັກສາເນື້ອໃນເດີີມ ຂອງກົດໝາຍສະບັບເກົ່າໄວ້ 87 ມາດຕາ, ປັບປຸງ 78 ມາດຕາ ແລະ ສ້າງຂຶ້ນໃໝ່ 7 ມາດຕາ.      ຈຸດປະສົງຂອງການປັບປຸງກົດໝາຍໃນຄັ້ງນີ້ ກໍເພື່ອເຮັດໃຫ້ຮ່າງກົດໝາຍວ່າດ້ວຍ ຊັບສິນທາງປັນຍາ ມີຄວາມສົມບູນຂຶ້ນກວ່າເກົ່າ ແລະ ສອດຄ່ອງກັບສະພາບຕົວຈິງຂອງສັງຄົມ ຊຶ່ງຮ່າງກົດໝາຍວ່າດ້ວຍ ຊັບສິນທາງ ປັນຍາ ໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການສົ່ງເສີມຫົວຄິດປະດິດສ້າງ, ການປະດິດຄິດແຕ່ງ, ເສດຖະກິດພູມປັນຍາ, ການຄຸ້ມຄອງ ແລະ ການປົກປ້ອງສິດທາງດ້ານຊັບສິນທາງປັນຍາ ເພື່ອຮັບ ປະກັນຜົນປະໂຫຍດອັນຊອບທໍາ ຂອງເຈົ້າຂອງຊັບສິນທາງປັນຍາ, ແນ່ໃສ່ສົ່ງເສີມການຄ້າ, ການລົງທຶນ ແລະ ຄວາມອາດສາມາດແຂ່ງຂັນສ້າງເສດຖະກິດແຫ່ງຊາດ. ຂຽນຂ່າວ: ໄຊຍະສິດ     ຖ່າຍພາບໂດຍ: ສຸກສາຄອນ ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມຄົ້ນຄ້ວາປຶກສາຫາລືປະກອບ ຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍຊັບສິນທາງປັນຍາ ສະບັບປັບປຸງ
ກອງປະຊຸມຄົ້ນຄ້ວາປຶກສາຫາລືປະກອບ ຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍຊັບສິນທາງປັນຍາ ສະບັບປັບປຸງ
https://www.moj.gov.la/lo/node/955
ກອງ​ປະຊຸມ​ເປີດ​ກວ້າງ​ຂອງ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ​ຍຸຕິ​ທຳ ຄັ້ງທີ 5 ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ ​11 ​ກໍລະກົດ 2017 ຢູ່​ທີ່ກະຊວງ​ຍຸຕິ​ທໍາ ພາຍ​​ໃຕ້​ການ​ເປັນ​ປະທານ​ຂອງ ​ສະຫາຍ ​ໄຊ​ສີ ສັນຕິ​ວົງ ກຳມະການ​ສູນ​ກາງ​ພັກ ​​ເລຂາ​ຄະນະ​ບໍລິຫານ​ງານ​ພັກ ​ກະຊວງ​ຍຸຕິ​ທຳ, ມີ​ຮອງ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ, ບັນດາ​ເລຂາ, ຮອງ​ເລຂາໜວ່ຍພັກ ​ແລະ ຜູ້ຕາງ​ໜ້າຈາກ​ສາມ​ອົງການ​ຈັດ​ຕັ້ງ​ມະຫາຊົນ ​ກະຊວງ​ຍຸຕິ​ທຳ ​ເຂົ້າ​ຮວ່ມທັງໝົດ 34 ສະຫາຍ, ຍິງ 7 ສະຫາຍ.      ໃນກອງປະຊຸມ ສະຫາຍ ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ, ໄດ້​ຂຶ້ນ​ຜ່ານ​ຮ່າງ​ບົດ​ສະຫຼຸບການ​ນຳພາ​ຂອງ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ​ຍຸຕິ​ທໍາ ປະຈໍາໄຕມາດ 2 (ແຕ່​ເດືອ​ນ 4-6)   ​ແລະ ກຳນົດ​ທິດທາງແຜນການ​ຂອງໄຕມາດ 3 (ແຕ່​ເດືອນ 7-9 ປີ 2017) ໃນລະຍະ​ຜ່ານ​ມາຄະນະ​ພັກ-ຄະນະ​ນຳ​ ກະຊວງ​ກໍໄດ້​ເອົາ​ໃຈ​ໃສ່​ເຮັດວຽກງານ​ສຶກສາ​ອົບຮົມ​ການ​ເມືອງ ນຳພາ​ແນວ​ຄິ​ດ​ຢ່າງ​ເປັນ​ປົກກະຕິ ເຫັນ​ວ່າ​ໃນ​ລະຍະ 3 ​ເດືອນຜ່ານ​ມາ ສະມາຊິກ​ພັກ, ພະນັກງານ-ລັດຖະກອນ ກະຊວງ​ຍຸຕິ​ທໍາ ມີ​ຄວາມ​ອຸ່ນ​ອຽ່ນ, ທຸ່ນ​ທຽ່ງ, ​ເຊື່ອໝັ້ນຕໍ່​ການ​ຊີ້​ນຳໆພາ​ຂອງ​ອົງຄະ​ນະ​ພັກ​, ​ພາຍໃນມີ​ຄວາມ​ສະຫງົບ,  ​ແລະ ມີ​ຄວາມ​ເອກະ​ພາບ​ສູງ, ມີ​ຄວາມ​ຫ້າວຫັນ ໃນ​ການປະຕິບັດໜ້າທີ່​ວຽກງານຂອງຕົນຍາດ​ໄດ້, ຜົນ​ງານ​ພົ້ນ​ເດັ່ນ​ໃນຫຼາຍດ້ານ ​ເປັນ​ຕົ້ນ ​ການເປີດບັ້ນດໍາເນີນຊີວິດການເມືອງປັບປຸງປົວແປງພັກ ປະຈໍາປີ 2017 ທັນຕາມກໍານົດເວລາ, ເປັນເຈົ້າ​ການ​ໃນ​ການ​ເຕົ້າ​ໂຮມ​ສາມັກຄີ​ພາຍ​ໃນ, ​ເອົາ​ໃຈ​ໃສ່​ຊີ້​ນຳ​ການຈັດ​ຕັ້ງ​ປະຕິບັດ​ດຳລັດ ສະບັບເລກທີ 411/ນຍ ວ່າ​ດ້ວຍ​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ກະຊວງ​ຍຸຕິ​ທຳ, ນຳພາ​ຄົ້ນຄວ້າ​ປັບປຸງ​ພາລະ​ບົດບາດ​ຂອງ​ຫ້ອງການ, ບັນດາ​ກົມ, ສູນ ​ແລະ ສະ​ຖາ​ບັນຍຸຕິທໍາ, ພະແນກຍຸຕິທໍາທ້ອງຖິ່ນ, ຫ້ອງການຍຸຕິທໍາເມືອງໃນຂອບເຂດທົ່ວປະເທດ. ຫຼັງຈາກນັ້ນ​ ບັນດາ​ສະຫາຍ​ທີ່​ເຂົ້າ​ຮ່ວມກອງ​ປະຊຸມ​ກໍ​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃສ່​ຮ່າງ​ບົດ​ສະຫຼຸບດັ່ງ​ກ່າວ ຢ່າງ​ມີບັນຍາກາດ​ຟົດ​ຟື້ນ ​ແລະ ມີ​ຄວາມ​ເປັນ​ເອກະ​ພາບກັນ ​ແນ່​ໃສ່​​ເຮັດ​ໃຫ້​ຮ່າງ​ບົດ​ສະຫຼຸບດັ່ງກ່າວ ​ມີ​ເນື້ອ​ໃນ​ຄົບ​ຖ້ວນ​ສົມບູນຂຶ້ນ.      ພ້ອມ​ດຽວກັນ​ນັ້ນ ກອງ​ປະຊຸມ​ຍັງ​ໄດ້​​ຜ່ານເນື້ອໃນ ແລະ ປະກອບຄໍາເຫັນໃສ່ຮ່າງມະຕິ​ຂອງຄະນະບໍລິຫານງານພັກກະຊວງຍຸຕິທໍາ ວ່າດ້ວຍການກໍານົດມາດຕະຖານພະນັກງານນໍາພາ-ຄຸ້ມຄອງ ຂອງຂະແໜງຍຸຕິທໍາ ແລະ ສືບຕໍ່ປັບປຸງຮ່າງມະຕິວ່າດ້ວຍການຮັບຮອງເອົາແຜນງານການເຄື່ອນໄຫວຂອງກະຊວງຍຸຕິທໍາ ຊຶ່ງມະຕິດັ່ງກ່າວໄດ້ກໍານົດມີ 6 ແຜນງານ ແລະ 22 ໂຄງການຂອງຂະແໜງຍຸຕິທໍາ ແຕ່ນີ້ຮອດປີ 2020 ແລະ ​ເອກະສານ​ສຳຄັນ​ຂອງ​ພັກ​ຈຳນວນໜຶ່ງ​.      ໃນຕອນທ້າຍ ສະຫາຍ ​ໄຊ​ສີ ສັນຕິ​ວົງ ກຳມະການ​ສູນ​ກາງ​ພັກ ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ​ຍຸຕິ​ທຳ ກໍໄດ້​ຮຽກຮ້ອງ​ມາ​ຍັງ​ສະມາຊິກ​ພັກ​, ພະນັກງານ​-ລັດຖະກອນ ຈົ່ງ​ຍົກ​ສູງ​ຄວາມ​ຮັບຜິດຊອ​ບ ໃນໜ້າທີ່​ການ​ເມືອງ​ຂອງ​ຕົນ  ​ແລະ ​ເພີ່​ມທະວີຄວາມ​ສາມັກ​ຄີ​ເປັນ​​ຈິດ​ໜຶ່ງ​ໃຈ​ດຽວກັນ, ສຸມ​ສະຕິ​ປັນຍາ ​ແລະ ຫົວຄິດ​ປະດິດ​ສ້າງ​ເຂົ້າ​ໃນ​ວຽກງານທີ່​ຕົນ​ຮັບຜິດຊອບໃຫ້ມີຜົນສໍາເລັດ. ຂຽນຂ່າວ: ​ໄຊຍະສິດ,   ຖ່າຍພາບໂດຍ: ສຸກ​ສາຄອນ ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມເປີດກວ້າງຂອງຄະນະບໍລິຫານງານພັກກະຊວງຍຸຕິທຳ
ກອງປະຊຸມເປີດກວ້າງຂອງຄະນະບໍລິຫານງານພັກກະຊວງຍຸຕິທຳ
https://www.moj.gov.la/lo/node/956
ໃນວັນທີ 13 ກໍລະກົດ 2017 ທີ່ກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມເປີດບັ້ນແຂ່ງຂັນ 4 ບຸກ ຂອງຄະນະຊາວໜຸ່ມກະຊວງຍຸຕິທໍາ ປະຈໍາປີ 2017. ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ປອ ເສີມສຸກ ສິມພະວົງ  ຮອງລັດ ຖະມົນຕີກະຊວງຍຸຕິທໍາ ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ, ມີຄະນະຊາວໜຸ່ມກະຊວງຍຸຕິທໍາ, ເລຂາໜ່ວຍ ແລະ ຮາກຖານ ພ້ອມດ້ວຍສະມາຊິກຊາວໜຸ່ມ ເຂົ້າຮ່ວມຢ່າງພ້ອມພຽງ.      ໃນ​ພິທີ​ ທ່ານ ສຸລິຍາ ສີດາວົງ ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທໍາ ​ໄດ້​ຂຶ້ນ​ຜ່ານບົດສະ ຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2016 ແລະ ທິດທາງແຜນການປະຈໍາປີ 2017 ຊຶ່​ງ​ໄດ້​ຍົກ​ໃຫ້ເຫັນຜົນງານ​ທີ່​ຍາດ​ມາ​ໄດ້​ໃນ​ລະຍະ 1 ປີຜ່ານ​ມາ​, ມີ​ທັງ​ຈຸດ​ດີ ​ແລະ ຂໍ້ຄົງຄ້າງ ​ພ້ອມ​ທັງກຳນົດ​ທິດ​ທາງ​​ແຜນການ​ວຽກງານໃນ​ຕໍ່ໜ້າ. ຄະນະຊາວໜຸ່ມກະຊວງຍຸຕິທໍາ ແມ່ນອົງການຈັດຕັ້ງມະຫາຊົນ ເຄື່ອນໄຫວພາຍໃຕ້ການຊີ້ນໍາ-ນໍາພາໂດຍກົງ ແລະ ຮອບດ້ານຈາກອົງຄະນະພັກກະຊວງຍຸຕິທໍາ. ຄະນະບໍລິຫານງານຊາວໜຸ່ມ ປປ ລາວ ກະຊວງຍຸຕິທໍາ ປະກອບມີ 9 ສະຫາຍ, ຍິງ 1 ສະຫາຍ, ມີຄະນະປະຈໍາ 5 ສະ ຫາຍ. ມີ 11 ໜ່ວຍຊາວໜຸ່ມ ແລະ 1 ໜ່ວຍຊາວ ໜຸ່ມຮາກຖານຂຶ້ນກັບ, ນອກນັ້ນ ຍັງມີ 1 ຫ້ອງການຊ່ວຍວຽກ, ມີສະມາຊິກຊາວໜຸ່ມ ທັງໝົດ 338 ສະຫາຍ, ຍິງ 131 ສະຫາຍ. ໃນນັ້ນ, ເປັນສະມາຊິກພັກ 125 ສະຫາຍ, ຍິງ 53 ສະຫາຍ, ເປັນສະມາຊິກແມ່ຍິງ 118 ສະ ຫາຍ, ເປັນສະມາຊິກກໍາມະບານ 338 ສະຫາຍ.      ລະຍະ 1 ປີຜ່ານມາ ໄດ້ຈັດຕັ້ງປະຕິບັດສໍາເລັດ 6 ວຽກງານໃຫຍ່ຄື: ວຽກງານສຶກສາອົບຮົມການເມືອງແນວຄິດ, ການເຄື່ອນໄຫວວຽກງານວິຊາສະເພາະ, ວຽກງານຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ປປ ລາວ ວຽກງານປັບປຸງການຈັດຕັ້ງ ແລະ ກໍ່ສ້າງສະມາຊິກ, ວຽກງານຂະບວນການ ແລະ ສະຫວັດດີການສັງຄົມ, ວຽກງານປ້ອງກັນຄວາມສະຫງົບ. ສະເພາະວຽກງານວິຊາສະເພາະ ໃນນີ້ທີ່ພົ້ນເດັ່ນ ກໍແມ່ນການຄັດເລືອກຜົນງານ ປະຈໍາປີ 2016 ໃນວັນທີ 7/7/2017 ນີ້ ສະມາຊິກຊາວໜຸ່ມ ໄດ້ຮັບໃບຍ້ອງຍໍ ຈໍານວນ 131 ສະຫາຍ, ຍິງ 48 ສະຫາຍ, ໄດ້ຮັບໃບຊົມເຊີຍ 206 ສະຫາຍ, ຍິງ 83 ສະຫາຍ.      ຕອນທ້າຍຂອງພິທີ ທ່ານ ປອ ເສີມສຸກ ສິມພະວົງ  ຮອງລັດຖະມົນຕີກະຊວງຍຸຕິທໍາ ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ຊຶ່ງກ່ອນອື່ນກໍໄດ້ສະແດງຄວາມຊົມ ເຊີຍຜົນສໍາເລັດທີ່ຄະ ນະບໍລິຫານງານຊາວໜຸ່ມ ປປ ລາວ ກະຊວງຍຸຕິທໍາທີ່ຍາດມາໄດ້  ແລະ ໄດ້ເນັ້ນໜັກໃຫ້ສະມາຊິກຊາວໜຸ່ມ ຈົ່ງພ້ອມກັນຝຶກຝົນຫຼໍ່ຫຼອມທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຍົກສູງນໍ້າໃຈຮັກຊາດ, ຮັກ ລະບອບໃໝ່ ແລະ ມີແບບແຜນການດໍາລົງຊີວິດທີ່ສອດຄ່ອງກັບລະບຽບກົດໝາຍຂອງບ້ານເມືອງ. ຂຽນຂ່າວ: ໄຊຍະສິດ    ຖ່າຍພາບໂດຍ: ສົມຫວັງ ນັກຂ່າວກົົມໂຄສະນາເຜີຍແຜ່ກົດໝາຍ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມເປີດບັ້ນແຂ່ງຂັນ 4 ບຸກ ຂອງຄະນະຊາວໜຸ່ມກະຊວງຍຸຕິທໍາ ປະຈໍາປີ 2017
ກອງປະຊຸມເປີດບັ້ນແຂ່ງຂັນ 4 ບຸກ ຂອງຄະນະຊາວໜຸ່ມກະຊວງຍຸຕິທໍາ ປະຈໍາປີ 2017