url
stringlengths
22
63
context
stringlengths
4
47.2k
title
stringlengths
4
4.16k
https://www.moj.gov.la/lo/node/957
ກະຊວງຍຸຕິທໍາ ໄດ້ເປີດກອງປະຊຸມຄົ້ນຄ້ວາປຶກສາຫາລື ປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍການກວດກາລັດ ສະບັບປັບປຸງ ໃນຕອນເຊົ້າຂອງວັນທີ 14 ກໍລະກົດ 2017 ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະ ທານຂອງ ທ່ານ ຄໍາສຸກ ບຸນຍາວົງ ຮອງປະທານກວດກາລັດຖະບານ ມີທ່ານຜູ້ຕ່າງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ບັນດາຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານວິຊາການກົດໝາຍຂອງສອງພາກສ່ວນເຂົ້າຮ່ວມ.      ໃນປະຊຸມ ຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄ້ວາປຶກສາຫາລືແລກປ່ຽນບົດຮຽນ ແລະ ປະກອບຄໍາຄິດຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍ ການກວດກາລັດ ຢ່າງມີຄວາມຮັບຜິດຊອບສູງ ແລະ ມີບັນຍາກາດຟົດຟື້ນ ເປັນຕົ້ນ ແມ່ນໄດ້ເລືອກເຟັ້ນເອົາຄໍາຄິດຄໍາເຫັນທີ່ດີມີເຫດຜົນເຂົ້າໃສ່ຮ່າງກົດໝາຍດັ່ງກ່າວ ຊຶ່ງຮ່າງກົດໝາຍສະບັບປັບປຸງປະກອບມີ  10 ພາກ 6 ໝວດ 96 ມາດຕາ ໃນນັ້ນໄດ້ຮັກສາເນື້ອໃນເດີີມຂອງກົດໝາຍສະບັບເກົ່າໄວ້ 24 ມາດຕາ, ປັບປຸງ 54 ມາດຕາ ແລະ ສ້າງຂຶ້ນໃໝ່ 18 ມາດຕາ.      ຈຸດປະສົງຂອງການປັບປຸງໃນຄັ້ງນີ້ ກໍເພື່ອເຮັດໃຫ້ຮ່າງກົດໝາຍວ່າດ້ວຍ ການກວດກາລັດ ມີຄວາມສົມບູນຂຶ້ນກວ່າເກົ່າ ແລະ ສອດຄ່ອງກັບສະພາບຕົວຈິງຂອງສັງຄົມ ຊຶ່ງຮ່າງກົດໝາຍວ່າດ້ວຍ ການກວດກາລັດ ໄດ້ກໍາ ນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການກວດກາລັດ ເພື່ອເຮັດໃຫ້ອໍານາດລັດເຂັ້ມແຂງ ເພີ່ມທະວີຄວາມສັກສິດຂອງການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ, ປົກປ້ອງຜົນປະໂຫຍດຂອງລັດ, ລວມໝູ່ ລວມທັງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ. ແນ່ໃສ່ເຮັດໃຫ້ວຽກງານກວດກາມີຄວາມເຂັ້ມແຂງ, ສາມາດດໍາເນີນການຕິດຕາມ, ກວດກາ ຢ່າງມີປະສິດທິ ພາບ, ຊອກໃຫ້ເຫັນດ້ານດີ, ດ້ານຕັ້ງໜ້າ ເພື່ອຊຸກຍູ້ສົ່ງເສີມ; ຊອກໃຫ້ເຫັນດ້ານອ່ອນ, ດ້ານຫຍໍ້ທໍ້, ປາກົດການລະເມີດກົດໝາຍ ແລະ ລະບຽບການຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ເພື່ອມີມາດຕະການສະກັດກັ້ນ, ຕ້ານ ແລະ ແກ້ໄຂ, ປະກອບສ່ວນເຮັດໃຫ້ການບໍລິຫານຂອງລັດ ມີຄວາມໂປ່ງໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຍຸຕິທໍາ. ຂຽນຂ່າວ: ໄຊຍະສິດ       ຖ່າຍພາບໂດຍ: ສົມຫັວງ ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມຄົ້ນຄ້ວາປຶກສາຫາລືປະກອບ ຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍການກວດກາລັດ ສະບັບປັບປຸງ
ກອງປະຊຸມຄົ້ນຄ້ວາປຶກສາຫາລືປະກອບ ຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍການກວດກາລັດ ສະບັບປັບປຸງ
https://www.moj.gov.la/lo/node/958
ໃນຕອນບ່າຍຂອງວັນທີ 17 ກໍລະກົດ 2017 ທີ່ກະຊວງຍຸຕິທຳ ທ່ານ ບຸນ​ສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ​ແຫ່ງ ສປປ ລາວ  ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເລວັນ​ຕິງ ຮອງ​ຫົວໜ້າພະ ​ແນ​ກຍຸຕິ​ທຳ ​ນະຄອນຫຼວງຮ່າ​ໂນ້ຍ ​ແຫ່ງ ສສ ຫວຽດນາມ   ພ້ອ​ມດ້ວຍ​ຄະນະ. ​ເນື່ອງ​​ໂອກາດທີ່​ເດີນທາງ​ມາ​ຢຽ້ມຢາມ ​ແລະ ​ເຮັດ​ວຽກຮ່ວມ​ກັບ​ພະ​ແນ​ກຍຸຕິ​ທຳ​ຍຸຕິ​ທຳ ນະຄອນຫຼວງວຽງຈັນ.      ພ້ອມດຽວກັນນັ້ນ ທ່ານ ບຸນ​ສະຫວາດ ບຸບຜາ  ຮອງລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ກໍໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ​ເລ​ວັນ​ຕິງ ພ້ອມ​ດ້ວຍ​ຄະນະ ຊຶ່ງເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ, ຄວາມ​ສາມັກ​ຄີ​ແບບ​ພິ​ເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ​ສອງ​ຊາດ​ລາວ​ຫວຽດນາມ ​ໃຫ້ໝັ້ນຄົງ​ທະນົງ​ແກ່ນ ຕະຫຼອດກາລະ​ນານ.      ຈາກນັ້ນ ທັງສອງຝ່າຍ ກໍໄດ້ລາຍງານສະພາບຈຸດພິເສດ ແລະ ການເຄື່ອນໄຫວວຽກງານຍຸຕິທຳໃຫ້ກັນ ແລະ ກັນຮັບຊາບ ໂດຍສະເພາະ ປຶກສາ​ຫາລື​ກ່ຽວກັບການ​ພົວພັນ​ຮວ່ມມື​ຊວ່ຍ​ເຫຼືອ​ເຊິ່ງກັນ ​ແລະ ​ກັນ ​ລະຫວ່າງ​ພະ​ແນ​ກຍຸຕິ​ທຳ ​ນະຄອນຫຼວງຮ່າ​ໂນ້ຍ ​ແຫ່ງ ສສ ຫວຽດນາມ ກັບ​ພະ​ແນ​ກຍຸຕິ​ທຳ​ນະຄອນ  ຫຼວງວຽງຈັນ ສປປ ລາວ ໃຫ້​ນັບ​ມື້​ນັບ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ.      ຈາກ​ນັ້ນ ທ່ານ ​ເລ​ວັນ​ຕິງ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ທ່ານ ຮອງລັດຖະມົນຕີກະຊວງຍຸຕິທຳ ສ ປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ອຳນວຍຄວາມສະດວກໃຫ້ທຸກດ້ານໃນການເຄື່ອນໄຫວ ເຮັດວຽກຢູ່ ສປປ ລາວ ​ໃນ​ຄັ້ງ​ນີ້​​​. ຂຽນຂ່າວ: ອອ່ນຄຳ, ຖ່າຍພາບໂດຍ: ສົມ​ຫວັງ ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ທ່ານ ຮອງລັດຖະມົນຕີ ກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ເລວັນຕິງ ຮອງຫົວໜ້າພະແນກຍຸຕິທຳນະຄອນຫຼວງຮ່າໂນ້ຍ
ທ່ານ ຮອງລັດຖະມົນຕີ ກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ເລວັນຕິງ ຮອງຫົວໜ້າພະແນກຍຸຕິທຳນະຄອນຫຼວງຮ່າໂນ້ຍ
https://www.moj.gov.la/lo/node/959
ໃນຕອນເຊົ້າ ຂອງວັນທີ 19 ກໍລະກົດ 2017 ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ໄດ້ມອບປຶ້ມກົດໝາຍໃຫ້ແກ່ ວິທະຍາຄານເຕັກນິກການທະຫານ ກະຊວງປ້ອງກັນປະເທດ ເພື່ອນຳໃຊ້ເປັນບ່ອນອີງ ແລະ ປະ ກອບເຂົ້າໃນການຄົ້ນຄວ້າ ແລະ ສຶກສາຮ່ຳຮຽນ. ໂດຍການກ່າວມອບຂອງ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ແລະ ກ່າວຮັບໂດຍ ທ່ານ ພັທ. ສອນທອງ ມຽງເຮືອງທອງ ຫົວ ໜ້າພະແນກສັງລວມ-ບໍລິຫານ ວິທະຍາຄານເຕັກນິກການທະຫານ ກະຊວງປ້ອງກັນປະເທດ, ມີບັນດາຄະນະພະແນກ ແລະ ວິຊາການ ຂອງສອງພາກສ່ວນເຂົ້າຮ່ວມ.      ສຳລັບປຶ້ມທີ່ມອບໃນຄັ້ງນີ້ປະກອບມີ ປື້ມກົດໝາຍ 4 ຂົງເຂດ ຈຳນວນ 20 ຊຸດ, ປຶ້ມກົດໝາຍສະບັບປັບປຸງ ແລະ ສ້າງໃໝ່ ຈຳນວນ 10 ຫົວ ລວມມູນຄ່າທັງໝົດ 8,600,000 ກີບ. ຈາກນັ້ນ ທ່ານ ພັທ. ສອນທອງ ມຽງເຮືອງທອງ ກໍໄດ້ກ່າວຂອບໃຈ ແລະ ຈະພ້ອມກັນນຳໃຊ້ປຶ້ມຈຳນວນດັ່ງກ່າວໃຫ້ເກີດຜົນປະໂຫຍດສູງສຸດ. ຂຽນຂ່າວ: ສີປະໄພ, ຖ່າຍພາບໂດຍ: ຊາຍພິມພອນ ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ມອບປຶ້ມກົດໝາຍໃຫ້ແກ່ວິທະຍາຄານເຕັກນິກການທະຫານ ກະຊວງປ້ອງກັນປະເທດ
ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ມອບປຶ້ມກົດໝາຍໃຫ້ແກ່ວິທະຍາຄານເຕັກນິກການທະຫານ ກະຊວງປ້ອງກັນປະເທດ
https://www.moj.gov.la/lo/node/960
ລາຍລະອຽດປະເພດຂອງເອກະສານ: ແບບຟອມເອກະສານລົງວັນທີ: 24-ກໍລະກົດ-2017ເລກທີຂອງເອກະສານ: 1 Online Viewinghttps://www.moj.gov.la/sites/default/files/%E0%BA%AA%E0%BA%B9%E0%BA%99%E0%BB%81%E0%BA%81%E0%BB%89%E0%BB%84%E0%BA%82%E0%BA%82%E0%BB%8D%E0%BB%89%E0%BA%82%E0%BA%B1%E0%BA%94%E0%BB%81%E0%BA%8D%E0%BB%88%E0%BA%87%E0%BA%97%E0%BA%B2%E0%BA%87%E0%BA%94%E0%BB%89%E0%BA%B2%E0%BA%99%E0%BB%80%E0%BA%AA%E0%BA%94%E0%BA%96%E0%BA%B0%E0%BA%81%E0%BA%B4%E0%BA%94/documents/%E0%BB%81%E0%BA%9A%E0%BA%9A%E0%BA%9F%E0%BA%AD%E0%BA%A1/960/1.%20%E0%BA%9B%E0%BA%B7%E0%BB%89%E0%BA%A1%E0%BA%9A%E0%BA%B1%E0%BA%99%E0%BA%8A%E0%BA%B5%E0%BA%A5%E0%BA%B2%E0%BA%8D%E0%BA%8A%E0%BA%B7%E0%BB%88%E0%BA%9C%E0%BA%B9%E0%BB%89%E0%BB%84%E0%BA%81%E0%BB%88%E0%BB%80%E0%BA%81%E0%BB%88%E0%BB%88%E0%BA%8D%20New%20Updated%202019.pdf
ປື້ມບັນຊີລາຍຊື່ຜູ້ໄກ່ເກ່່ຍ ຂອງອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ສະບັບປັບປຸງ 2019
https://www.moj.gov.la/lo/node/961
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 16-ກໍລະກົດ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 16/7/2017 ລາຍການເພື່ອສັງຄົມຍຸຕິທຳ 16/7/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 16/7/2017
https://www.moj.gov.la/lo/node/962
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 23-ກໍລະກົດ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 23/7/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 23/7/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 23/7/2017
https://www.moj.gov.la/lo/node/963
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 31-ກໍລະກົດ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 30/7/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 30/7/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 30/7/2017
https://www.moj.gov.la/lo/node/964
ທີ່ສະໂມສອນກະຊວງຍຸຕິທໍາ ໄດ້ເປີດກອງປະຊຸມເຜີຍແຜ່ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ນອກລະບົບສານ ໃນຕອນເຊົ້າຂອງວັນທີ 16 ມິຖຸນາ 2017 ໂດຍການເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີ ກະຊວງຍຸຕິທໍາ, ມີຜູ້ເຂົ້າຮ່ວມທັງໝົດຈໍານວນ 100 ທ່ານ ຊຶ່ງມາຈາກຫຼາຍພາກສ່ວນຄື: ບັນດາວິສາຫະກິດ-ທຸລະກິດພາກລັດ ແລະ ເອກະຊົນພາຍໃນ ແລະ ຕ່າງປະເທດ, ບັນດາຂະແໜງການຈັດຕັ້ງຂອງ ລັດຂັ້ນເມືອງ ພາຍໃນ ນະຄອນຫຼວງວຽງຈັນ ຄື: ເມືອງຈັນທະບູລີ, ເມືອງ ສີສັດຕະນາກ ແລະ ເມືອງ ໄຊເສດຖາ.      ຈຸດປະສົງ ແມ່ນເພື່ອເຜີຍແຜ່ວຽກງານການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ນອກລະບົບສານ ໃຫ້ບັນດາຫົວໜ່ວຍທຸລະກິດ ທັງພາກລັດ ແລະ ເອກະຊົນ ຮັບຮູ້ເຂົ້າໃຈເຖິງພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ການແກ້ໄຂຂໍ້ພິພາດທາງດ້ານຜົນປະໂຫຍດ ລະຫວ່າງນິຕິບຸກຄົນດ້ວຍກັນ, ນິຕິບຸກຄົນກັບບຸກຄົນ, ບຸກຄົນກັບບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ເກີດຂຶ້ນຈາກການລະ ເມີດສັນຍາ, ການດຳເນີນທຸລະກິດ ດ້ວຍການໄກ່ເກ່ຍ ແລະ ການຕັດສີນໂດຍຄະນະກຳມະການ ຊຶ່ງເປັນການສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ປະກອບການທາງດ້ານເສດຖະກິດຢູ່ ສປປ ລາວ.      ເນື້ອໃນທີ່ນຳເຜີຍແຜ່ໃນກອງປະຊຸມ ຄັ້ງນີ້ ປະກອບດ້ວຍ ການເຄື່ອນໄຫວວຽກງານຂອງສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ກົດໝາຍວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຄວາມສຳຄັນ ແລະ ຄວາມແຕກຕ່າງ ລະຫວ່າງການ ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຂອງອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ສານປະຊາຊົນ, ສົນທິສັນຍາ ນິວຢອກ ປີ 1958 ວ່າດ້ວຍການຮັບຮູ້ ແລະ ການຈັດຕັ້ງປະຕິ ບັດຄຳຕັດສີນ ຂອງອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຕ່າງປະເທດ ແລະ ການຈັດຕັ້ງປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຂອງ ສປປ ລາວ.                                                                                                                                                                                                                 ຂຽນຂ່າວ ສຸກສົມບູນ ຄິນສະໝອນ  ຖ່າຍພາບໂດຍ ຄຳຫຼ້າ ພິມມະສານ ຜູ້ປະສານງານ ສກສ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມເຜີຍແຜ່ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ນອກລະບົບສານ
ກອງປະຊຸມເຜີຍແຜ່ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ນອກລະບົບສານ
https://www.moj.gov.la/lo/node/965
ກອງປະຊຸມບັ້ນດຳເນີນຊີວິດການເມືອງປັບປຸງ ປົວແປງ ພາຍໃນພັກຂອງໜ່ວຍພັກພະແນກຍຸຕິທຳໄດ້ດຳເນີນຂຶ້ນ ໃນລະຫວ່າງວັນທີ່ 24 ຫາ 28 ກໍລະກົດ 2017 ພາຍໃຕ້ການເປັນປະທານຂອງ ສະຫາຍ ຈັນທາ ພົມມະສອນ ກຳມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າພະແນກນຸຕິທຳແຂວງຄຳມ່ວນ ໂດຍການເປັນກຽດເຂົ້າຮ່ວມເປັນປະທານ ຂອງສະຫາຍ ສົມໃຈ ເພັດສີນວນ ຮອງເລຂາພັກແຂວງ ປະທານສະພາເຂດເລືອກຕັ້ງ ທີ 12,  ສະຫາຍ ບຸນມາ ສຸສະດາວອນ  ກຳມະການປະຈຳພັກແຂວງ, ເລຂາໜ່ວຍພັກຫົວໜ້າອົງ ການໄອຍະການປະຊາຊົນແຂວງຄຳມ່ວນ ແລະ  ສະຫາຍ ຄຳຜົງ ວົງພະຈັນ ຄະນະປະຈຳພັກແຂວງ ປະທານກວດກາພັກລັດແຂວງຄຳມ່ວນ ໃນນັ້ນມີ ຄະນະພັກ, ສະມາຊິກພັກ ເຂົ້າຮ່ວມທັງໝົດ ຈຳນວນ  24  ສະຫາຍ, ຍິງ  10   ສະຫາຍ.       ໃນກອງປະຊຸມບັນດາສະມາຊິກພັກໄດ້ເຊື່ອມຊຶມຄຳສັ່ງກົມການເມືອງສູນກາງພັກ ແລະ ໄດ້ຜ່ານບົດສະຫຼຸບຕີລາຄາການຊີ້ນຳໆພາວຽກງານຮອບດ້ານ ຂອງໜ່ວຍພັກພະແນກ ພ້ອມທັງໃຫ້ຜູ້ແທນກອງປະຊຸມປະກອບຄຳເຫັນໃສ່ບົດສະຫຼຸບ ແລະ ດຳເນີນການສຳຫຼວດ ກວດກາເພື່ອປົວແປງພາຍໃນພັກ ດ້ວຍຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຕາມເນື້ອໃນເອກະສານເດັດດ່ຽວ ປັບປຸງ ປົວແປງພັກໃຫ້ປອດ ເຂັ້ມແຂງ ແລະ ໜັກແໜ້ນ ໂດຍສະເພາະ 6 ຄຸນທາດການເມືອງ 7 ຄຸນສົມບັດສິນທຳປະຕິວັດ ແລະ 4 ແບບແຜນວິທີ ນຳພາ ແລະ ເຮັດວຽກ, ສະກັດກັ້ນພະຍາດອາຍາສິດ, ຕ້ານການສໍ້ລາດບັງ ຫຼວງ ແລະ ການເຄື່ອນໄຫວວຽກງານໃນລະຍະຜ່ານມາ ລວມທັງຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງຂອງແຕ່ລະສະຫາຍ ພ້ອມທັງຕີລາຄາຈັດປະເພດສຳມະຊິກພັກ.      ກອງປະຊຸມບັ້ນດຳເນີນຊີວິດການເມືອງປັບປຸງ ປົວແປງໜ່ວຍພັກຄັ້ງນີ້ ສະມາຊິກແຕ່ລະສະຫາຍ ຍັງໄດ້ນຳໃຊ້ສິດປະຊາທິປະໄຕ ບົນພື້ນຖານຄວາມເປັນຈິງເພື່ອຕຳນິ ກໍ່ສ້າງ ເຊີ່ງກັນ ແລະ ກັນ ພ້ອມທັງລົງຄະແນນສຽງຄວາມເຊື່ອໝັ້ນໄວ້ວາງໃຈ ຕໍ່ຄະນະພັກ, ຄະນະພະແນກຕາມວາລະລະບຽບຂອງກອງ ປະຊຸມ ໃນຄັ້ງນີ້ທີ່ໄດ້ກຳນົດໄວ້      ກອງປະຊຸມປັບປຸງປົວແປງໜ່ວຍພັກໃນຄັ້ງນີ້ ໄດ້ກຳນົດທິດທາງຕໍ່ໜ້າຂອງໜ່ວຍພັກ ຊຶ່ງມີດັ່ງນີ້: ຄະນະໜ່ວຍພັກ ຈະສືບຕໍ່ເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ ວ່າດ້ວຍການດຳເນີນຊີວິດ ການເມືອງປັບປຸງປົວແປງທົ່ວໜ່ວຍພັກຂັ້ນຂອງຕົນ, ສືບຕໍ່ເອົາໃຈໃສ່ຜົນດຳເນີນຊີວິດການເມືອງ ປັບປຸງ ປົວແປງພັກຄັ້ງນີ້ ສົມທົບກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ສືບຕໍ່ປັບປຸງ ປົວແປງແບບແຜນການນຳພາ ແລະ ວິທີເຮັດວຽກຂອງຄະນະໜ່ວຍ ພັກ, ປ່ຽນແປງທັດສະນະຄະຕິ, ແນວຄິດ ແລະ ການປະພຶດທີ່ບໍ່ສອດຄ່ອງກັບທຸກຂົງເຂດວຽກງານ ເປັນຕົ້ນ ແມ່ນການຄຸ້ມຄອງ, ການບໍລິຫານລັດ, ການແກ້ໄຂພະຍາດອາດຍາສິດ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃຫ້ຂາດຕົວ ຢູ່ໃນຂັ້ນຂອງຕົນ ແລະ ພະນັກງານສະມາຊິກພັກຂັ້ນນຳພາຄຸ້ມຄອງໃຫ້ເຂັ້ມແຂງກວ່າເກົ່າ.              ກອງປະຊຸມໄດ້ສະຫຼູບ ແລະ ປິດລົງ ໃນວັນທີ 28 ກໍລະກົດ 2017 ດ້ວຍຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍ.            ຂຽນຂ່າວ ແລະ ຖ່າຍພາບໂດຍ ຄຳມ່ວນ ຜູ້ປະສານງານແຂວງຄຳມ່ວນ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ສຳເລັັດກອງປະຊຸມບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກ ຢູ່ພະແນກຍຸຕິທຳແຂວງຄຳມ່ວນ
ສຳເລັັດກອງປະຊຸມບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກ ຢູ່ພະແນກຍຸຕິທຳແຂວງຄຳມ່ວນ
https://www.moj.gov.la/lo/node/966
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 07-ສິງຫາ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 6/8/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 6/8/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 6 /8 /2017
https://www.moj.gov.la/lo/node/967
ໜ່ວຍພັກພະແນກຍຸຕິທຳ ແຂວງວຽງຈັນ ໄດ້ເປີດກອງປະຊຸມບັ້ນດໍາເນີນຊີວິດການເມືອງ ເພື່ອປັບປຸງ, ປົວແປງພາຍໃນໜ່ວຍພັກ ໃນລະຫວ່າງວັນທີ 24 ຫາ 25 ກໍລະກົດ 2017, ພາຍໃຕ້ການເປັນປະທານຂອງສະ ຫາຍ ນາງ ສິງ​ຄຳ ຄົງ​ສະຫວັນ ຮອງເລຂາພັກ​ແຂວງ, ຮອງ​ເຈົ້າ​ແຂວງໆ ວຽງຈັນ, ຄະນະ​ຮັບຜິດຊອບ​ດຳ​ເນີນ​ຊີວິດ​ການ​ເມືອງ​ປັບປຸງ​ປົວ​ແປງ​ພັກ​ຂັ້ນ​ແຂວງ, ​ມີ​ຜູ້​ເຂົ້າ​ຮ່ວມ​ທັງໝົດ  26 ສະຫາຍ, ຍິງ 11 ສະຫາຍ, ​ໃນ​ນີ້​ມີ​ສະມະ​ຊິກ​ພັກ​ສຳຮອງ 3 ສະຫາຍ, ຍິງ 2 ສະຫາຍ.      ໃນກອງປະຊຸມບັນດາສະມາຊິກພັກ ໄດ້ເຊື່ອມຊືມເອກກະສານຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ, ລົງວັນທີ 1 ກຸມພາ 2017 ວ່າດ້ວຍ ການດຳເນີນຊີວິດການເມືອງປັບປຸງ, ປົວແປງທົ່ວພັກ ປີ 2017 ແລະ ເອກະສານເດັດດ່ຽວ, ປັບປຸງ, ປົວແປງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ. ພາຍຫຼັງທີ່ສະມາຊິກພັກ ໄດ້ເຊື່ອມຊືມເອກະສານດັ່ງກ່າວສຳເລັດແລ້ວ, ສະຫາຍເລຂາໜ່ວຍພັກພະແນກຍຸຕິທຳແຂວງ ກໍໄດ້ ຜ່ານບົດສະຫຼຸບຕີລາຄາການຊີ້ນຳ-ນຳພາຂອງວຽກງານຮອບດ້ານຂອງຄະນະໜ່ວຍພັກ ແລະ ໃຫ້ຜູ້ແທນປະກອບຄຳເຫັນຕໍ່ບົດສະຫຼຸບ. ພ້ອມກັນນັ້ນ, ບັນດາສະມາຊິກພັກ ໄດ້ຜ່ານບົດສຳຫຼວດກວດກາຕີລາຄາຄວາມຮັບ ຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ຕາມເນື້ອໃນເອກະສານເດັດດ່ຽວ, ປັບປຸງ, ປົວແປງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໂດຍສະເພາະ ໄດ້ເນັ້ນໜັກ 6 ຄຸນທາດການເມືອງ, 7 ຄຸນສົມບັດສິນທຳປະຕິວັດ, 4 ແບບແຜນການນຳພາ ແລະ ວິທີເຮັດວຽກ, ສະກັດກັ້ນ ແລະ ຕ້ານພະຍາດອາດຍາສິດ, ການສໍ້ລາດບັງຫຼວງ ແລະ ການເຄື່ອນໄຫວວຽກງານໃນລະຍະຜ່ານມາ ລວມທັງຍົກໃຫ້ເຫັນດ້ານດີ, ດ້ານອ່ນ ແລະ ຂໍ້ຄົງຄ້າງຂອງແຕ່ລະ ສະຫາຍ ແລະ ຕີລາຄາຈັດປະເພດສະມາຊິກພັກແຂງ.     ບັ້ນ​ຍາ​ກາດ​ໃນບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພັກຄັ້ງນີ້ ​ເຫັນ​ວ່າ​ມີບັນຍາກາດຟົດ​ຟື້ນ​ ແລະ ສ້າງສັນ. ສະມາຊິກແຕ່ລະສະຫາຍ ມີ​ຄວາມ​ຈິງ​ໃຈ​ປະກອບ​ຄຳ​ເຫັນ​ຕໍາ​ນິສົ່ງ​ຂ່າວ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ ແລະ ໄດ້ນຳໃຊ້ສິດປະຊາທິປະໄຕ ບົນພື້ນຖານຄວາມເປັນຈິງ ເພື່ອສົ່ງຂ່າວແບບປິດລັບ ໃນການກໍ່ສ້າງເຊິ່ງກັນ ແລະ ກັນ, ພ້ອມທັງລົງຄະແນນສຽງຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ຄະນະພັກຢ່າງ​ເປັນ​ເອກະ​ພາບ ​ເພື່ອ​​ປັບປຸງ ປົວ​ແປງ​ໃນຕໍ່ໜ້າ .      ກອງປະຊຸມ​ໃນ​ຄັ້ງ​ນີ້​ ສະຫາຍ​ ນາງ ສິງ​ຄຳ ຄົງ​ສະຫວັນ ຮອງເລຂາ​ພັກ​ແຂວງ ຮອງ​ເຈົ້າ​ແຂວງໆວຽງຈັນ ​​ໄດ້​ກ່າວ​ຄຳ​ເຫັນ ​ແລະ ໃຫ້​ທິດ​ຊີ້​ນຳຕໍ່ ໜ່ວຍພັກ ພະ​ແນ​ກຍຸຕິ​ທຳ​ແຂວງ​ວຽງຈັນ  ດັ່ງນີ້: ໃຫ້ຄະນະໜ່ວຍພັກພະແນກ ຍຸຕິທຳແຂວງວຽງຈັນ ຈົ່ງ​ພ້ອມ​ກັນສືບຕໍ່ເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍ ຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ ວ່າດ້ວຍການດຳເນີນຊີ ວິດການເມືອງ ປັບປຸງ, ປົວແປງທົ່ວໜ່ວຍພັກ ຂັ້ນຂອງຕົນ, ສືບຕໍ່ເອົາໃຈໃສ່ຜົນຂອງການດຳເນີນຊີວິດການເມືອງ, ປັບປຸງ, ປົວແປງພັກຄັ້ງນີ້ ສົມທົບກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ສືບຕໍ່ປັບປຸງປ່ຽນແປງແບບແຜນການນຳພາ ແລະ ວິທີເຮັດວຽກ ຂອງຄະນະໜ່ວຍພັກ ປ່ຽນແປງທັດສະນະແນວຄິດ ແລະ ການປະພຶດທີ່ບໍ່ຖືກຕ້ອງຂອງຄະນະໜ່ວຍພັກຂອງຕົນ ແລະ ສະມາຊິກພັກແຕ່ລະສະຫາຍ, ເພີ່ມທະວີ ແລະ ຊຸກຍູ້ວຽກງານຕິດຕາມ, ກວດກາສະມາຊິກ ​ແລະ ກໍ່ສ້າງ​ເອົາ, ຄັດ​ເລືອ​ກ​ເອົາມະຫາຊົນ​ກ້າວໜ້າ​ເຂົ້າ​ເປັນ​ສະມາຊິກ​ພັກ​ສຳຮອງ ​ແລະ ສົມບູນ ​ແຕ່​ລະສະ​ຫາຍ​ຕ້ອງ​ໄດ້​ຖຶກຕິດ​ມາ ​ແລະ ປະກອບ​ສ່ວນ​ໃນ​ອົງການ​ຈັດ​ຕັ້ງຊາວໜຸ່ມ ​ແມ່ຍິງ ​ແລະ ກຳມະບານ ໃຫ້ສອດຄ່ອງກັບທຸກຂົງ ເຂດວຽກງານ. ພ້ອມ​ດຽວກັນ​ນັ້ນ ​ຕ້ອງ​ເອົາ​ໃຈ​ໃສ່​ໃນການຄຸ້ມຄອງການບໍລິຫານລັດ, ການແກ້ໄຂພະຍາດອາດຍາສິດ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃຫ້ຂາດຕົວ ຢູ່ໃນຂັ້ນພະນັກງານນຳພາ-ຄູ້ມຄອງ, ສະມາ ຊິກພັກ, ພະນັກງານວິຊາການຕາມສິດຄຸ້ມຄອງຂອງຕົນໃຫ້ເຂັ້ມແຂງກ່ວາເກົ່າ. ກອງປະຊຸມໄດ້ສະຫຼຸບ ແລະ ປິດລົງໃນວັນທີ 25/7/2017 ດ້ວຍຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍ. ຂຽນຂ່າວ ແລະ ຖ່າຍພາບໂດຍ: ຜູ້ປະສານງານແຂວງ ວຽງຈັນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ສຳເລັດບັ້ນດຳເນີນຊີວິດການເມືອງ ປັບປຸງປົວແປງພາຍໃນໜ່ວຍພັກພະແນກຍຸຕິທຳ ແຂວງວຽງຈັນ ປີ 2017
ສຳເລັດບັ້ນດຳເນີນຊີວິດການເມືອງ ປັບປຸງປົວແປງພາຍໃນໜ່ວຍພັກພະແນກຍຸຕິທຳ ແຂວງວຽງຈັນ ປີ 2017
https://www.moj.gov.la/lo/node/968
ເພື່ອສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານການເອົາເດັກໄປເປັນລູກລ້ຽງ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບພິຈາລະນາການເອົາເດັກໄປ ເປັນລູກລ້ຽງຂັ້ນເມືອງ ໃນຂອບເຂດທົ່ວປະເທດ ໃນລະຫວ່າງວັນທີ 24-28 ກໍລະກົດ  2017 ຜ່ານມານີ້, ກົມສົ່ງເສີມລະບົບຍຸຕິທໍາ ໄດ້ຈັດຝຶກອົບຮົມວຽກງານການເອົາເດັກໄປເປັນລ້ຽງ ໃຫ້ແກ່ຄະນະຮັບຜິດຊອບພິຈາລະນາ ການເອົາເດັກໄປເປັນລູກລ້ຽງຂັ້ນເມືອງ ຈັດຂຶ້ນທີ່ ເມືອງວັງວຽງ, ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນຊ່ວງ ທະວີສັກ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທຳ ມີຜູ້ເຂົ້າຮ່ວມທີ່ມາຈາກຂະແໜງການທີ່ກ່ຽວ ຂ້ອງຂອງບັນດາເມືອງໃນນະຄອນຫຼວງວຽງຈັນ ແລະ ແຂວງ ຊຽງຂວາງ ທັງໝົດ 07 ເມືອງ ລວມທັງໝົດ 31 ທ່ານ, ຍິງ 5 ທ່ານ.            ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈດຳລັດຂອງລັດຖະບານ ສະບັບເລກທີ 194/ລບ, ລົງວັນທີ 12 ມິຖຸນາ 2014 ວ່າດ້ວຍການເອົາເດັກໄປເປັນລູກລ້ຽງ ເປັນຕົ້ນ ແມ່ນ ການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຂະແໜງການທີ່ກ່ຽວຂ້ອງ ທີ່ກຳນົດໄວໃນດຳລັດດັ່ງກ່າວ. ຕະຫຼອດລະຍະການຝຶກອົບຮົມ ບັນດາວິທະຍາກອນ ກໍໄດ້ຜັດປ່ຽນກັນຂຶ້ນນຳສະເໜີເອກະສານຕ່າງໆ ແລະ ປະສົບການເຮັດວຽກຕົວຈິງຂອງຄະນະຜິດຊອບ, ມີການແລກປ່ຽນຄວາມຄິດຄວາມເຫັນລະຫວ່າງວິທະຍາກອນກັບນັກສຳມະນາກອນ ເຮັດໃຫ້ການຝຶກອົບຮົມມີບັນຍາກາດຟົດຟື້ນ. ນອກຈາກ ການສະເໜີທິດສະດີ ແລະ ເອກະສານແລ້ວ ບັນດານັກວິທະຍາກອນກໍໄດ້ນຳພານັກສຳມະນາກອນເຮັດທົດລອງ ຕົວຢ່າງ ການເອົາເດັກໄປລູກລ້ຽງ ເຊັ່ນ ຂັ້ນຕອນການພິຈາລະນາການເອົາເດັກໄປເປັນລູກລ້ຽງ, ການປະເມີນຄອບຄົວທີ່ຈະເອົາເດັກໄປ ເປັນລູກລ້ຽງ, ການປະເມີນເດັກ, ການປະເມີນຄອບຄົວເດັກ, ຜົນປະໂຫຍດສູງສຸດຂອງເດັກ, ທາງເລືອກໃນການເບິ່ງແຍງລ້ຽງດູເດັກ, ຄວາມປອດໄພຂອງເດັກ, ການຄຸ້ມຄອງ ແລະ ຕິດຕາມກວດກາ, ການປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດເຖິງຂັ້ນຕອນຕ່າງໆທີ່ສຳຄັນ. ໃນວັນທີ 31 ກໍລະກົດ-4 ສິງຫາ 2017 ກໍໄດ້ສືບຕໍ່ຈັດຝຶກອົບຮົມວຽກງານດັ່ງກ່າວ ຢູ່ແຂວງ ບໍລິຄໍາໄຊ ມີຜູ້ເຂົ້າຮ່ວມທີ່ຈາກຂະແໜງການທີ່ກ່ຽວຂ້ອງຂອງ ບັນດາເມືອງ ໃນແຂວງ ຫົວພັນ ແລະ ບໍລິຄຳໄຊ ທັງໝົດ 12 ເມືອງ ລວມທັງໝົດ 41 ທ່ານ, ຍິງ 7 ທ່ານ. ການຝຶກອົບຮົມທັງສອງຊຸດນີ້ ແມ່ນໄດ້ຮັບການ ສະໜັບສະໜຸນຈາກອົງການ UNICEF ປະຈຳ ສປປ ລາວ.      ໃນມື້ສຸດທ້າຍຂອງການຈັດຝຶກອົບຮົມ ໄດ້ມີພິທີມອບໃບຢັ້ງຢືນໃຫ້ແກ່ຜູ້ສຳເລັດການຝຶກອົບຮົມ ໃຫ້ກຽດມອບໂດຍ ທ່ານ ບຸນສະຫວາດ ບຸບຜາ, ຮອງລັດຖະມົນຕີກະຊວງຍຸຕິທຳ. ຂຽນຂ່າວ: ສ. ບຸນຄ້ຳ, ຖ່າຍພາບ: ພຸດດາວັນ ຫລວງອາມາດ ຜູ້ປະສານງານ ກົມສົ່ງເສີມລະບົບຍຸຕິທຳ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ເຄື່ອນໄຫວວຽກງານທີ່ ແຂວງ ວຽງຈັນ ແລະ ແຂວງ ບໍລິຄຳໄຊ
ຈັດຝຶກອົບຮົມວຽກງານການເອົາເດັກໄປເປັນລູກລ້ຽງ ໃຫ້ແກ່ຄະນະຮັບຜິດຊອບຂັ້ນເມືອງ
https://www.moj.gov.la/lo/node/969
ລາຍລະອຽດປະເພດຂອງເອກະສານ: ຂໍ້ຕົກລົງ ຂອງນາຍົກລັດຖະມົນຕີເອກະສານລົງວັນທີ: 09-ສິງຫາ-2017ເລກທີຂອງເອກະສານ: 1 Online Viewinghttps://www.moj.gov.la/sites/default/files/%E0%BA%81%E0%BA%B0%E0%BA%8A%E0%BA%A7%E0%BA%87/documents/%E0%BA%99%E0%BA%B4%E0%BA%95%E0%BA%B4%E0%BA%81%E0%BA%B3/%E0%BA%82%E0%BB%8D%E0%BB%89%E0%BA%95%E0%BA%BB%E0%BA%81%E0%BA%A5%E0%BA%BB%E0%BA%87-%E0%BA%82%E0%BA%AD%E0%BA%87%E0%BA%99%E0%BA%B2%E0%BA%8D%E0%BA%BB%E0%BA%81%E0%BA%A5%E0%BA%B1%E0%BA%94%E0%BA%96%E0%BA%B0%E0%BA%A1%E0%BA%BB%E0%BA%99%E0%BA%95%E0%BA%B5/969/00.pdf
ມະຕິຂອງຄະນະບໍລິຫານງານພັກກະຊວງວ່າດ້ວຍການຫັນມະຕິກອງປະຊຸມໃຫຍ່ຄັ້ງທີ x ຂອງພັກ ແລະ ຄັ້ງທີ່ IV ຂອງອົງຄະນະພັກກະຊວງຍຸຕິທຳ ເປັນແຜນງານ ແລະ ໂຄງການ
https://www.moj.gov.la/lo/node/970
ເພື່ອເປັນການສ້າງຂະບວນການຕ້ອນຮັບວັນສໍາຄັນຕ່າງໆ ຂອງຊາດ ໂດຍສະເພາະ ວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 26 ປີ ປະຈໍາປີ 2017 ໃຫ້ດໍາເນີນໄປຢ່າງມີບັນຍາກາດຟົດຟື້ນ ແລະ ມີຄວາມໝາຍສໍາຄັນ ທັງເປັນການສ້າງຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ, ໃນຕອນບ່າຍຂອງວັນທີ 4 ສິງຫາ 2017 ທີ່ເດີ່ນເຕະບານໄອເຕັກ ທີມນັກກິລາເຕະບານກະຊວງ​ຍຸຕິ​ທຳ ໄດ້ສ້າງຂະບວນການແຂ່ງຂັນກິລາມິດຕະພາບ ​ກັບທີມນັກກິລາເຕະບານ ຂອງຫ້ອງວ່າການປົກຄອງເມືອງ ໄຊເສດຖາ ນໍາພາໂດຍ ທ່ານ ຄໍາພອນ ສີປະເສີດ ຫົວໜ້າຫ້ອງການກະຊວງຍຸຕິທໍາ  ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ, ທ່ານ ຖະໜອມ ຖໍາທອງ ເຈົ້າເມືອງໆໄຊເສດຖາ, ມີທ່ານຮອງລັດຖະມົນຕີ, ທ່ານຮອງເຈົ້າເມືອງ ພ້ອມດ້ວຍພະນັກງານ, ນັກກິລາ ແລະ ບັນດາກອງເຊຍ 2 ຝ່າຍ ເຂົ້າ​ຮ່ວມຢ່າງພ້ອມພຽງ.   ການ​ສ້າງຂະບວນການແຂ່ງຂັນກິລາໃນ​ຄັ້ງ​ນີ້ ​ແມ່ນໄດ້ແຂ່ງຂັນກິລາເຕະບານຊາຍ ແລະ ກິລາເຕະບານຍິງ. ສໍາລັບຜົນການແຂ່ງຂັນ ກິລາເຕະບານຊາຍ ແມ່ນທີມກະຊວງຍຸຕິທໍາ ສະເໝີ ທີມຫ້ອງວ່າການປົກຄອງເມືອງໄຊເສດຖາ 5 ປະຕູຕໍ່ 5. ສ່ວນຜົນການແຂ່ງຂັນ ກິລາເຕະບານຍິງ ແມ່ນທີມກະຊວງຍຸຕິທໍາ ເອົາຊະນະ ທີມຫ້ອງວ່າການປົກຄອງເມືອງໄຊເສດຖາໄດ້ 4 ປະຕູຕໍ່ 0. ຂຽນຂ່າວ: ໄຊຍະສິດ       ຖ່າຍພາບໂດຍ: ຈັນທະວີສຸກ, ວຽງໄຊ ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກະຊວງຍຸຕິທໍາ ກັບ ຫ້ອງວ່າການປົກຄອງເມືອງ ໄຊເສດຖາ ສ້າງຂະບວນການ ແຂ່ງຂັນກິລາມິດຕະພາບເພື່ອຕ້ອນຮັບ ວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 26 ປີ
ກະຊວງຍຸຕິທໍາ ກັບ ຫ້ອງວ່າການປົກຄອງເມືອງ ໄຊເສດຖາ ສ້າງຂະບວນການ ແຂ່ງຂັນກິລາມິດຕະພາບເພື່ອຕ້ອນຮັບ ວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 26 ປີ
https://www.moj.gov.la/lo/node/971
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 14-ສິງຫາ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 13/8/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 13/8/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 13/8/2017
https://www.moj.gov.la/lo/node/972
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 22-ສິງຫາ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 20/8/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 20/8/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 20/8/2017
https://www.moj.gov.la/lo/node/973
ເວ​ລາ 16:30 ໂມງຂອງວັນ​ທີ 23 ສິງ​ຫາ 2017 ຢູ່​ທີ່​ສຳ​ນັກ​ງານ​ກະ​ຊວງ​ຍຸ​ຕິ​ທຳຫຼັງ​ໃໝ່, ບ້ານ​ໂນນ​ສະ​ອາດ, ເມືອງ​ໄຊ​ທາ​ນີ, ນະ​ຄອນຫຼວງວຽງ​ຈັນ ໄດ້​ມີ​ພິ​ທີ​ເຊັນບົດ​ບັນ​ທຶກ​ມອບ - ຮັບ​ໂຄງ​ການກໍ່​ສ້າງ​ຕາ​ຂ່າຍ​ໄຟ​ຟ້າ ​ແລະ ຕິດ​ຕັ້ງ​ໝໍ້​ແປງເຂົ້າ​ຕຶກ​ກະ​ຊວງ​ຍຸ​ຕິ​ທຳຫຼັງ​ໃໝ່ ລະ​ຫວ່າງ ​ກະ​ຊວງ​ຍຸ​ຕິ​ທຳ (ເຈົ້າ​ຂອງ​ໂຄງ​ການ) ແລະ ​ລັດ​ວິ​ສາ​ຫະ​ກິດ​ກໍ່​ສ້າງຂົວ​ - ທາງ ແລະ ຕິດ​ຕັ້ງ​ໄຟ​ຟ້າ​ຄົບ​ວົງ​ຈອນ ​ໄຊ​ສົມ​ບູນ.     ໃນ​ພິ​ທີ​​ດັ່ງ​ກ່າວເປັນ​ກຽດ​ເຂົ້າ​ຮ່ວມ​ໂດຍ ​ທ່ານ ໄຊ​ສີສັນ​ຕິ​ວົງ, ກຳ​ມະ​ການ​ສູນ​ກາງ​ພັກ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ, ພ້ອມ​ດ້ວຍ​ບັນ​ດາ​ທ່ານຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ, ທ່ານ ດາວ​ເຮືອງ ທິບ​ພະ​ອາດ, ຮອງ​ອຳ​ນວຍ​ການ​ລັດ​ວິ​ສາ​ຫະ​ກິດ​ກໍ່​ສ້າງຂົວ - ທາງ ແລະ ຕິດ​ຕັ້ງ​ໄຟ​ຟ້າ​ຄົບ​ວົງ​ຈອນ ​ໄຊ​ສົມ​ບູນ, ບັນ​ດາ​ຫົວ​ໜ້າ, ຮອງ​ຫົວ​ໜ້າ​ຫ້ອງ​ການ, ບັນ​ດາ​ກົມ, ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ, ສູນ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດ​ຖະ​ກິດ, ແລະ ​ເແຂກ​ຖືກ​ເຊີນ​ຈາກ​ກະ​ຊວງ​ການ​ເງິນ, ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ, ຕ່າງ​ໜ້າ​ລັດ​ວິ​ສາ​ຫະ​ກິດ​ໄຟ​ຟ້າ​ລາວ ຝ່າຍ​ປະ​ຕິ​ບັດ​ການ​ໄຟ​ຟ້າ​ນະ​ຄອນຫຼວງ, ສາ​ຂາ​ເມືອງ​ໄຊ​ທາ​ນີ​ ພ້ອມ​ດ້ວຍ​ພະ​ນັກ​ງານ - ລັດ​ຖະ​ກອນ​ຂອງສອງ​ຝ່າຍ ​ເຂົ້າ​ຮ່ວມ.​     ຕາງ​ໜ້າ​​ເຊັນ​ມອບໂດຍ ທ່ານ ດາວ​ເຮືອງ ທິບ​ພະ​ອາດ, ຮອງ​ອຳ​ນວຍ​ການ​ລັດ​ວິ​ສາ​ຫະ​ກິດ​ກໍ່​ສ້າງຂົວ - ທາງ ແລະ ຕິດ​ຕັ້ງ​ໄຟ​ຟ້າ​ຄົບ​ວົງ​ຈອນ ​ໄຊ​ສົມ​ບູນ, ຕາງ​ໜ້າ​ເຈົ້າ​ຂອງ​ໂຄງ​ການ​ໂດຍ​ ທ່ານ ຄຳ​ພອນ ສີ​ປະ​ເສີດ, ຫົວ​ໜ້າ​ຫ້ອງ​ການ​ກະ​ຊວງ​ຍຸ​ຕິ​ທຳ ເປັນ​ຜູ້​ເຊັນ​ຮັບ ໂດຍ​ຊ້ອງ​ໜ້າ​ການ​ນຳ​​ຂອງກະ​ຊວງ​ຍຸ​ຕິ​ທຳ ແລະ ແຂກ​ຖືກ​ເຊີນ​ຈາກ​ພາກ​ສ່ວນທີ່​ກ່ຽວ​ຂ້ອງເຂົ້າ​ຮ່ວມ​ເປັນ​ສັກ​ຂີ​ພິ​ຍານ.    ໂຄງ​​ການກໍ່​ສ້າງ​ຕາ​ຂ່າຍ​ໄຟ​ຟ້າ ແລະ ຕິດ​ຕັ້ງ​ໝໍ້​ແປງ​ເຂົ້າ​ຕຶກ​ກະ​ຊວງ​ຍຸ​ຕິ​ທຳຫຼັງ​ໃໝ່ ເປັນໂຄງ​ການ​ໃຊ້​ງົບ​ປະ​ມານ​ການ​ລົງ​ທຶນ​ຂອງ​ລັດ 100% ຊຶ່ງໄດ້​​ລົງ​ມື​ຈັດ​ຕັ້ງ​ປະ​ຕິ​ບັດໂຄງ​ການ ເລີ້ມ​ແຕ່​ວັນ​ທີ 25 ກໍ​ລະ​ກົດ 2016 ເປັນ​ຕົ້ນ​ມາ ມີມູນ​ຄ່າທັງ​ໝົດ 2,499,306,000 ກີບ ( ສອງ​ຕື້​ ສີ່​ຮ້ອຍ​ເກົ້າ​ສິບ​ເກົ້າ​ລ້ານ ສາມ​ແສນ​ຫົກ​ພັນ​ ກີບ ) ມາ​ເຖິງ​ປັດ​ຈຸ​ບັນ​ນີ້ ​ໂຄງ​ການ​ດັ່ງ​ກ່າວ​ ໄດ້​ສຳ​ເລັດ​ການກໍ່​ສ້າງ​ທຸກໆ​ໜ້າ​ວຽກ 100% ຕາມ​ສັນ​ຍາ ແລະ ໃບ​ສະ​ເໜີ​ລາ​ຄາ​ຂອງ​ໂຄງ​ການທີ່​ຄະ​ນະ​ກຳ​ມະ​ການ​ໄດ້​ກວດ​ກາ​ຄຸນ​ນະ​ພາບ, ເຕັກ​ນິກ​ການກໍ່​ສ້າງ ແລະ ໜ້າ​ວຽກ​ຂອງ​ໂຄງ​ການ​ທີ່​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງ​ຢູ່​ພາກ​ສະ​ໜາມ ​​ໄດ້​ສຳ​ເລັດ​ເປັນ​ຢ່າງ​ດີຕາມ​ໜ້າ​ວຽກ​ຂອງ​ໂຄງ​ການ​ ເຊັ່ນ ໄດ້​ປຸກ​ເສົາ ແລະ ປະ​ກອບ​ອຸ​ປະ​ກອນ​ຫົວ​ເສົາ​ຄົບ​ຊຸດ, ໄດ້​ດຶງ​ຕາ​ຂ່າຍ​ໄຟ​ຟ້າ 22KV, ໄດ້​ຕິດ​ຕັ້ງ​ໝໍ້​ແປງ​ໄຟ​ຟ້າ 1,600KVA, ໄດ້​ຕິດ​ຕັ້ງ​ໜ່ວຍ​ຕັດ​ໄຟ 22KV, ໄດ້​ຕິດ​ຕັ້ງ​ໜ່ວຍ​ກັນ​ຟ້າ​ຜ່າ 22KV, ໄດ້​ຕິດ​ຕັ້ງ​ໝໍ້​ແປງ​ກະ​ແສ​ໄຟ​ຟ້າ 22KV, ໄດ້​ຕິດ​ຕັ້ງ​ໝໍ້​ແປງ​ແຮງ​ດັນ​ໄຟ​ຟ້າ 22KV ພ້ອມ​ທັງໄດ້​ກວດ​ກາ​ເຕັກ​ນິກ ແລະ ເຊື່ອມ​ຕໍ່​ເຂົ້າ​ລະ​ບົບ​ຕາ​ຂ່າຍ​ໄຟ​ຟ້າ​ແຮງ​ກາງຈາກ​ລັດ​ວິ​ສາ​ຫະ​ກິດ​ໄຟ​ຟ້າ​ລາວ ຝ່າຍ​ປະ​ຕິ​ບັດ​ການ​ໄຟ​ຟ້າ​ນະ​ຄອນຫຼວງດ ສາ​ຂາ​ເມືອງ​ໄຊ​ທານີ​ສາ​ມາດ​ຕອບ​ສະ​ໜອງ​ກະ​ແສ​ໄຟ​ຟ້າ​ໃຫ້​ແກ່​ກະ​ຊວງ​ຍຸ​ຕິ​ທຳ ຕາມ​ການ​ທົດ​ລອງ​ຂອງ​ລັດ​ວິ​ສາ​ຫະ​ກິດ​ໄຟ​ຟ້າ​ລາວ ຮ່ວມ​ກັບ​ຄະ​ນະ​ຄຸ້ມ​ຄອງ​ໂຄງ​ການ ແລະ ບໍ​ລິ​ສັດ​ຮັບ​ເໝົາ​ກໍ່​ສ້າງ​ໄດ້​ເປັນ​ຢ່າງ​ດີ. ສະ​ນັ້ນ, ບໍ​ລິ​ສັດຮັບ​ກໍ່​ສ້າງ ​ຈຶ່ງໄດ້​ມອບ​ໂຄງ​ການ​ດັ່ງ​ກ່າວ​ໃຫ້​ກະ​ຊວງ​ຍຸ​ຕິ​ທຳ​ ໃນ​ນາມ​ເຈົ້າ​ຂອງ​ໂຄງ​ການ ​ເປັນ​ຜູ້​ນຳ​ໃຊ້ ແລະ ບຳ​ລຸງ​ຮັກ​ສາໃຫ້​ເກີ​ດ​ຜົນ​ປະ​ໂຫຍດ​ສູງ​ສຸດ​ຕໍ່​ໄປ.   ຂຽນຂ່າວ ແລະ ຖ່າຍພາບໂດຍ: ບຸນ​ເຈືອ ພົມ​ມະ​ຈັນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ພິທີມອບ - ຮັບໂຄງການກໍ່ສ້າງຕາຂ່າຍໄຟຟ້າ ແລະຕິດຕັ້ງໝໍ້ແປງເຂົ້າຕຶກກະຊວງຍຸຕິທຳຫຼັງໃໝ່
ພິທີມອບ - ຮັບໂຄງການກໍ່ສ້າງຕາຂ່າຍໄຟຟ້າ ແລະຕິດຕັ້ງໝໍ້ແປງເຂົ້າຕຶກກະຊວງຍຸຕິທຳຫຼັງໃໝ່
https://www.moj.gov.la/lo/node/974
​ໜ່ວຍ​ຮາກ​ຖານ​ສະ​ຫະ​ພັນ​ຍິງ​ ພະ​ແນກ​ຍຸ​ຕິ​ທຳ​ແຂວງ​ຄຳ​ມ່ວ​ນ ໄດ້​ເປີດກອງ​ປະ​ຊຸມ​ບັ້ນຂໍ້​ແຂ່ງ​ຂັນ 3 ດີ ຂື້ນ​ຢ່າງ​ເປັນ​ທາງ​ການ  ໃນ​ວັນ​ທີ​ 28 ສິງ​ຫາ2017 ໂດຍ​ການ​ໃຫ້ກຽດ​ເຂົ້າ​ຮ່ວມ​ເປັນ​ປະ​ທານກອງ​ປະ​ຊຸມຂອງ ທ່ານ ນາງ ບຸນ​ຖອນ ພະ​ຈັນ​ທອນ ຮອງ​ປະ​ທານ​ສະ​ຫະ​ພັນ​ຍິງ ​ແຂວງ​ຄຳ​ມ່ວນ ພ້ອມນັ້ນ​ ຍັງ​ມີ​ບັນ​ດາ​ປະ​ທານ​ສະ​ຫະ​ພັນ​ຍິງ​ພະ​ແນກ​ການ​ອ້ອມ​ຂ້າງ​ ​ແລະ ສະມາຊິກສະຫະພັນແມ່ຍິງ​ພາຍ​ໃນ​ພະ​ແນກ​ເຂົ້​າ​ຮ່ວມ​ ຢ່າງ​ພ້ອມ​ພຽງ.      ທ່ານ ນາງ ພອນ​ປະ​ສຸກ ຈະ​ເລີນ​ສຸກ ປະ​ທານ ຮາກ​ຖານ​ສະ​ຫະ​ພັນ​ຍິງ​ພະ​ແນກ​ຍຸ​ຕິ​ທຳ​ແຂວງ​ຄຳ​ມ່ວນ ໄດ້​ຂຶ້ນ​ຜ່ານບົດ​ສະຫຼຸບ​ປະ​ເມີນ​ຜົນການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ແຂ່ງ​ຂັນ 3 ດີ ​ໃນໄລ​ຍະ1 ປີ 2015–2017 ​​ຂອງຮາກຖານສະ​ຫະ​ພັນ​ຍິງ​ ພ້ອມ​ທັງ ທິດ​ທາງ​ແຜນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ແຂ່ງ​ຂັນ 3 ດີ ​ໃນ​ຕໍ່​ໜ້າ.      ແມ່​ຍິງ​ລາວ​ໃນ​ຖາ​ນະ​ເປັນ​ອົງ​ການ​ມະ​ຫາ​ຊົນ​ຂອງ​ພັກ ​ມີ​ບົດ​ບາດ​ປຸກ​ລະ​ດົມເຕົ້າ​ໂຮມຄວາມ​ສາ​ມັກ​ຄີ​ຂອງ​ແມ່​ຍິງ​ລາວ​ບັນ​ດາ​ເຜົ່າ ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ​ ແລະ ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ ເອົາ​ໃຈ​ໃສ່​ຜັນ​ຂະ​ຫຍາຍມະ​ຕິກອງ​ປະ​ຊຸມໃຫຍ່​ຄັ້ງ​ທີ່ VII, ມະ​ຕິ​ຄັ້ງທີ່ IX ຂອງ​ອົງ​​ຄະ​ນະ​ພັກ​ແຂວງ, ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ່ IX  ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ຫະ​ພັນ​ແມ່​ຍິງ​ແຂວງຄຳ​ມ່ວນ, ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່ I ຂອງ​ຮາກ​ຖານ​ໜ່ວຍ​ສະ​ຫະ​ພັນ​ຍິງ ພະ​ແນກ​ຍຸ​ຕິ​ທຳ​ແຂວງ      ຈາກນັ້ນ ທ່ານ​ນາງ ບຸນ​ຖອນ ພະ​ຈັນ​ທອນ ໄດ້​ມີ​ຄຳ​ເຫັນ​ກ່ຽວ​ກັບ​ຄວາມ​ໝາຍ​ຄວາມ​ສຳ​ຄັນ​ຂອງ​ສະ​ຫະ​ພັນ​ຍິງ​ລາວ​ຕໍ່​ກອງ​ປະ​ຊຸມຂໍ້​ແຂ່ງ​ຂັນ 3 ດີ​ ຄັ້ງ​ທີ 1 ​ໃຫ້​ເອື້ອຍ​ນ້ອງ​ແມ່​ຍິງ​ທີ່ເປັນສະມາຊິກສະ​ຫະ​ພັນ​ຍິງທຸກ​ພາກ​ສ່ວນ ໃຫ້​ເອົາ​ໃຈ​ໃສ່​ພັດ​ທະ​ນາ, ຝຶກ​ຝົນຫຼໍ່ຫຼອມ​ຕົນ​ເອງ​ໃຫ້ມີ​ຄວາມກ້າວ​ໜ້າຢ່າງ​ບໍ່​ຢຸດຢັ້ງ, ​ປົກ​ປ້ອງ​ສິດ​ທິຂອງ​ແມ່​ຍິງ ​ແລະ ​ເດັກ​ນ້ອຍ, ​ຕ້ານ ແລະ ສະກັດກັ້ນ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ ​ແລະ ​ເດັກ, ຕັ້ງໜ້າບຸກ​ບືນຊອກ​ຮູ້​ຮ່ຳ​ຮຽນໃຫ້​ທັນ​ກັບ​ພາ​ວະ​ກະ​ແສ​ໂລ​ກາພິວັດ ​ໃນ​ປັດ​ຈຸ​ບັນ  ເພື່ອເປັນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ ດ້ານ​ຕ່າງໆ​ໃຫ້​ແກ່​​ອົງ​​ການສະ​ຫະ​ພັນ​ແມ່​ຍິງ​ລາວ.     ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ຮາກ​ຖານ​ສະ​ຫະ​ພັນ​ຍິງ ພະ​ແນກ​ຍຸ​ຕິ​ທຳ​ແຂວງ​ຄຳ​ມ່ວນ ໄລຍະ1 (2015 2017)
ຮາກຖານສະຫະພັນຍິງ ພະແນກຍຸຕິທຳແຂວງຄຳມ່ວນ ໄດ້ເປີດກອງປະຊຸມຂໍ້ແຂ່ງຂັນ3 ດີ ໄລຍະ 1 (2015 - 2017)
https://www.moj.gov.la/lo/node/976
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 31-ສິງຫາ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 27/8/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 27/8/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 27/8/2017
https://www.moj.gov.la/lo/node/977
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 04-ກັນຍາ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 3/9/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 3/9/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 3/9/2017
https://www.moj.gov.la/lo/node/978
​ທີ່​ຫ້ອງ​ປະຊຸມ​ພະ​ແນ​ກຍຸຕິ​ທຳ​ແຂວງ​ວຽງຈັນ​ ໃນວັນ​ທີ 28 ຫາ 31 ສິງຫາ 2017 ​ໄດ້​ຈັດ​ກອງ​ປະຊຸມ​​ແລກປ່ຽນບົດຮຽນ ​ແລະ ປະສົບ​ການ​ກ່ຽວ​ກັບ​ວຽກງານ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ຂັ້ນ​ບ້ານ ສຳລັບພະ​ແນ​ກຍຸຕິ​ທຳ 3 ​ແຂວງ ​ແລະ ຫ້ອງການ​ຍຸຕິ​ທຳ​ເມືອງ 9 ຕົວ​ເມືອງ ທົ່ວ​ປະ​ເທດ.  ​ໃຫ້ກຽດ​​ເປັນປະທານ​ໂດຍ ​ທ່ານ ກອງ​ສີ ອຸດົມ ກຳມະການ​ພັກ​ແຂວງ​ ຫົວໜ້າພະ​ແນ​ກຍຸຕິ​ທຳ ​ແຂວງ​ວຽງຈັນ, ​ມີ​ທ່ານ ວິ​ກອນ ບຸນ​ວິ​ໄລ ຮອງ​ກົມ​ສົ່ງ​ເສີມ​ລະ​ບົບຍຸຕິ​ທຳ ​ແລະ ທະບຽນຄອບຄົວ, ທ່ານ ພອນ​ສິນ ​ທິລະ​ກຸນ ຫົວໜ້າຫ້ອງການ​ຄຸ້ມ​ຄອງ​ລະບົບ​ຍຸຕິ ​ແລະ ທະບຽນຄອບຄົວ, ນອກຈາກ​ນີ້ ຍັງມີສຳມະນາກອນເຂົ້າຮ່ວມຈາກ ແຂວງ ​ວຽງຈັນ, ​ແຂວງ ​ຊຽງຂວາງ, ​ແຂວງ ຫົວພັນ ແລະ ຜູ້ຕາງ ໜ້າ​ອົງການ​ມິດຕະພາບເມັນ​ໂນ​ນາຍ ຈຳນວນ 30 ທ່ານ.         ໃນກອງປະຊູມ ທ່ານ ວິກອນ ບຸນວິໄລ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທຳ ແລະ ທະບຽນຄອບຄົວ ໄດ້ສະເໜີແຜນຍຸດທະສາດ ແລະ ການປະຕິບັດວຽກງານຍຸຕິທຳຮາກຖານ ເປັນຕົ້ນ ວຽກງານການແກ້ໄຂຂໍ້ຂັດແຍ່ງ ຂັ້ນບ້ານໃນລະຍະຜ່ານມາ ພ້ອມທັງໃຫ້ແຕ່ລະແຂວງລາຍງານດ້ານດີ, ດ້ານອ່ອນ, ຂໍ້ຫຍຸ້ງຍາກ ແລະ ປະສົບການໃນການຈັດຕັ້ງໃນລະຍະຜ່ານມາ. ຫຼັງຈາກນັ້ນ, ອົງການມິດຕະພາບເມັນໂນນາຍ ກໍໄດ້ແລກປ່ຽນຄໍາເຫັນໃສ່ ໂຄງການສ້າງຄວາມເຂັ້ມແຂງໃຫ້ກັບຄະນະແກ້ໄຂຂໍ້ດແຍ່ງຂັ້ນບ້ານ. ຈຸດປະສົງເປົ້າໝາຍ ແມ່ນສ້າງພະນັກງານຂັ້ນແຂວງ, ຂັ້ນເມືອງໃຫ້ເປັນນັກໄກ່ເກ່ຍ ແລະ ສາມາດໄປຝຶກອົບຮົບໃຫ້ຄະນະຂໍ້ຂັດແຍ່ງຂັ້ນບ້ານທີ່ຕົນຮັບ ຜິດຊອບ ເປັນຕົ້ນ ບົດບາດ, ໜ້າທີ່ຂອງຄະນະໄກ່ເກ່ຍ, ທັກສະຂອງນັກໄກ່ເກ່ຍ ແລະ ແນວທາງການໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ໃນອະນາຄົດ.      ຕອນທ້າຍ ທ່ານ ກອງສີ ອຸດົມ ກຳມະການພັກແຂວງ, ຫົວໜ້າພະແນກຍຸຕິທຳ ແຂວງວຽງຈັນ ໄດ້ໃຫ້ຄຳແນະນຳຕໍ່ຜູ້ເຂົ້າຮ່ວມປະຊຸມໃນຄັ້ງນີ້ ຈົ່ງນຳເອົາເນື້ອໃນການຝຶກອົບຮົມ ເປັນຕົ້ນ ການຄົ້ນຄ້ວາ, ສົນທະນາ ແລະ ປະກອບຄຳເຫັນແລກປ່ຽນເຊິ່ງກັນ ແລະ ກັນ ບວກກັບຄວາມຮູ້ຄວາມສາມາດຂອງພວກທ່ານ ໄປນຳໃຊ້ຢູ່ພະແນກການທ້ອງຖິ່ນຕົນ ແລະ ນຳເອົາບົດຮຽນດັ່ງກ່າວລົງໄປສູ່ຄະນະໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານໃຫ້ໄດ້ຮັບຜົນດີ ໂດຍສະເພາະ ແມ່ນການນຳເອົາວຽກງານການໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານໄປເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້ຢ່າງກ້ວາງຂວາງ ແນໃສ່ສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍ, ຫຼີກລ່ຽງການລະເມີດກົດໝາຍ ຊຶ່ງພາໃຫ້ເກີດຂໍ້ຂັດ ແຍ່ງ, ຖ້າມີຂໍ້ຂັດແຍ່ງເກີດຂຶ້ນ ກໍສາມາດແກ້ໄຂກັນໄດ້ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບສຸກໂດຍພື້ນຖານ.       ກອງປະຊຸມໄດ້ປິດລົງໃນວັນທີ 31 ສິງຫາ 2017. ຂຽນຂ່າວ ແລະ ຖ່າຍພາບໂດຍ: ຜູ້ປະສານງານແຂວງວຽງຈັນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ກອງປະຊຸມແລກປ່ຽນບົດຮຽນ ແລະ ປະສົບການ ກ່ຽວກັບວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ
ກອງປະຊຸມແລກປ່ຽນບົດຮຽນ ແລະ ປະສົບການ ກ່ຽວກັບວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ
https://www.moj.gov.la/lo/node/979
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 15-ກັນຍາ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 10/9/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 10/9/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 10/9/2017
https://www.moj.gov.la/lo/node/980
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 18-ກັນຍາ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 17/9/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 17/9/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 17/9/2017
https://www.moj.gov.la/lo/node/981
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 26-ກັນຍາ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 24/09/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 24/09/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 24/09/2017
https://www.moj.gov.la/lo/node/982
ລາຍລະອຽດປະເພດຂອງເອກະສານ: Videosເອກະສານລົງວັນທີ: 26-ກັນຍາ-2017ເລກທີຂອງເອກະສານ: 1 Video Link ສະປອດໂຄສະນາເລື່ອງ:"ຫ້າມເຜີຍແຜ່ສິ່ງລາມົກ"
ສະປອດໂຄສະນາເລື່ອງ:"ຫ້າມເຜີຍແຜ່ສິ່ງລາມົກ"
https://www.moj.gov.la/lo/node/983
ລາຍລະອຽດປະເພດຂອງເອກະສານ: Videosເອກະສານລົງວັນທີ: 26-ກັນຍາ-2017ເລກທີຂອງເອກະສານ: 1 Video Link ສະປອດໂຄສະນາເລື່ອງ:"ຫ້າມໂອນລອຍ"
ສະປອດໂຄສະນາເລື່ອງ:"ຫ້າມໂອນລອຍ"
https://www.moj.gov.la/lo/node/984
ການຈັດຕັ້ງປະຕິບັດໂຄງການບຳລຸງກົດໝາຍ ລະຍະສັ້ນ 45 ວັນ ໄດ້ດຳເນີນດ້ວຍບັນຍາກາດອັນເຄັ່ງຮ້ອນ ທີ່ເຕັມໄປດ້ວຍຄວາມຮັບຜິດຊອບສູງ ແລະ ຄວາມເອົາໃຈໃສ່ຢ່າງຕັ້ງໜ້າຂອງຄະນະຈັດຕັ້ງ, ຄູ, ອາຈານ ແລະ  ນັກຝຶກອົບ ຮົມຈາກຂະແໜງການຕ່າງໆອ້ອມຂ້າງ ເຮັດໃຫ້ຊຸດບຳລຸງເທື່ອນີ້ ສຳເລັດຕາມແຜນການ ແລະ ຈຸດປະສົງທີ່ກຳນົດໄວ້.      ພະແນກຍຸຕິທຳແຂວງ ສະຫວັນນະເຂດ ໄດ້ຈັດຕັ້ງພິທີປິດຊຸດບຳລຸງກົດໝາຍ ລະຍະສັ້ນ 45 ວັນຂຶ້ນ ໃນວັນທີ 26 ກັນຍາ 2017  ໂດຍກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ເລ ຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງຍຸຕິທຳ, ມີຄະນະພັກກະຊວງ, ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ຫົວໜ້າສະຖາບັນຍຸຕິທຳພາກກາງຄະນະພັກ, ຄະນະພະແນກ, ຫົວໜ້າຫ້ອງການພາຍ ໃນພະແນກຍຸຕິທຳ, ຄູ, ອາ ຈານ ແລະ ແຂກຖືກເຊີນ ພ້ອມດ້ວຍນັກສຳມະນາກອນທັງໝົດເຂົ້າຮ່ວມ. ໃນພິທີ ທ່ານ ອຸໄພວັນ ໄຊຍະວົງ ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳ ແຂວງສະຫວັນນະເຂດ ໄດ້ຜ່ານບົດສະຫຼຸບລາຍງານການຈັດຕັ້ງປະຕິບັດໂຄງການ ຫຼັກສູດກົດໝາຍ ລະຍະສັ້ນ 45 ວັນ ຊຸດທີ V ປີ 2017 ຊຶ່ງໄດ້ເລີ່ມເປີດຮຽນແຕ່ວັນທີ 11/7/2017–19/9/2017 ຈຶ່ງສຳເລັດລົງ. ພາຍຫຼັງທີ່ ທ່ານລັດຖະມົນຕີກະຊວງຍຸຕິທຳ ໄດ້ມອບໃບຢັ້ງຢືນໃຫ້ແກ່ສຳມະນາກອນທີ່ສຳເລັດ ການຮຽນຊຸດນີ້ ຈຳນວນ 47 ຄົນ, ຍິງ 14 ຄົນ. ທ່ານກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳ ດັ່ງນີ້: 1). ໃຫ້ຄະນະຮັບຜິດຊອບຈັດຝຶກອົບຮົມສືບຕໍ່ປະຕິບັດ ແຜນການໃນປີຕໍ່ໄປ ກໍຄື ການເປີດຮຽນກົດໝາຍ ລະຍະສັ້ນ 45 ວັນ ຊຸດທີ VI ໃຫ້ໄດ້ຕາມແຜນການທີ່ວາງໄວ້; 2). ຂໍທິດຊີ້ນຳຢ່າງເປັນປະຈຳຈາກຂັ້ນເທິງ ກໍຄືສາຍຕັ້ງ ແລະ ສາຍຂວາງ ພ້ອມທັງສືບຕໍ່ສູ້ຊົນຈັດຕັ້ງປະຕິບັດບັນດາກິດຈະກຳ ເປັນຕົ້ນ ການເປີດຮຽນ-ສອນຫຼັກສູດກົດໝາຍລະບົບເລັ່ງລັດ 3 ເດືອນ ໃຫ້ບ້ານ ແລະ ກຸ່ມບ້ານເປົ້າໝາຍຂອງເມືອງທີ່ມີເງື່ອນໄຂ ແລະ ຈັດຕັ້ງປະຕິບັດບັນດາວຽກງານອື່ນໆພາຍໃນພະແນກຍຸຕິທຳ ໃຫ້ມີຄວາມວອງໄວ, ໂປ່ງໃສ ແລະ ຮັບປະກັນຄວາມຍຸຕິທຳ. 3). ສຳລັບ ຜູ້ເຂົ້າຮ່ວມການຝືກອົບຮົມຕ້ອງນຳ ເອົາບົດຮຽນ, ກົດໝາຍທີ່ໄດ້ຮຽນມາ ໄປຜັນຂະຫຍາຍໃຫ້ຕໍ່ເນື່ອງ ເປັນຕົ້ນ ແມ່ນການໝູນໃຊ້ຄວາມຮູ້ເຂົ້າໃນວຽກງານທີ່ຕົນຮັບ ຜິດຊອບ ພ້ອມທັງ ໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ຫ້ອງການ, ບ້ານ, ກຸ່ມບ້ານ ແລະ ຂະແໜງການ ຕ່າງໆໃຫ້ກວ້າງຂວາງກວ່າເກົ່າ  ຕາມເງື່ອນໄຂຕົວຈິງ. ຂຽນຂ່າວ ແລະ ຖ່າຍພາບໂດຍ: ຜູ້ປະສານງານແຂວງ ສະຫວັນນະເຂດ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ພິທີປິດຊຸດບຳລຸງກົດໝາຍ ລະຍະສັ້ນ 45 ຢູ່ແຂວງສະຫວັນນະເຂດ
ພິທີປິດຊຸດບຳລຸງກົດໝາຍ ລະຍະສັ້ນ 45 ຢູ່ແຂວງສະຫວັນນະເຂດ
https://www.moj.gov.la/lo/node/985
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 03-ຕຸລາ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 1/10/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 1/10/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 1/10/2017
https://www.moj.gov.la/lo/node/986
ທີ່ຫ້ອງປະຊຸມຊັ້ນສອງຂອງກະຊວງຍຸຕິທຳ ໄດ້ຈັດກອງປະຊຸມພົບປະກັນ ລະຫວ່າງ ກົມໂຄສະນາເຜີຍແຜ່ກົດໝາຍ ກັບ ໂຄງການລູນາ II ໃນຕອນບ່າຍຂອງວັນທີ 2 ຕຸລາ 2017 ເວລາ 14:00 ໂມງ, ມີຜູ້ເຂົ້າຮ່ວມທັງໝົດ 9 ທ່ານ, ຍິງ 4 ທ່ານ.      ກອງປະຊຸມໃນຄັ້ງນີ້ ນຳພາໂດຍ ທ່ານ ນ. ຄອນສະຫວັນ ສາວະລີ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ພ້ອມດ້ວຍວິຊາການ ແລະ ໂຄງການລູນາ II ນໍຳໂດຍ ທ່ານ ແດນຽວ ຟິດສ໌ແພັດທຼິກ ຜູ້ອຳນວຍການໂຄງ ການ Luna II , ພ້ອມດ້ວຍ ທ່ານ ພໍ ມໍ ຮອງຜູ້ອຳນວຍການໃຫຍ່ USAID-Luna II ແລະ ຄະນະ.      ຈຸດປະສົງໃນການພົບປະກັນຄັ້ງນີ້ ແມ່ນເພື່ອລາຍງານການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການໃນ 6 ເດືອນຜ່ານມາ ພ້ອມທັງປຶກສາຫາລືວຽກງານ 6 ເດືອນທ້າຍປີ ແລະ ກຳນົດແຜນການຕໍ່ໜ້າ ພາຍໃຕ້ການສະໜັບສະໜູນຂອງໂຄງການລູນາ II ແຕ່ນີ້ຮອດປີ 2018 ຈຶ່ງສິ້ນສຸດລົງ.  ເຖິງຢ່າງໃດກໍຕາມ ວຽກງານຈົດໝາຍເຫດທາງລັດຖະການລະບົບເອເລັກໂຕຣນິກ ແມ່ນວຽກງານໜຶ່ງທີ່ລັດຖະບານ ແຫ່ງ ສປປ ລາວ ໄດ້ໃຫ້ຄວາມເອົາໃຈໃສ່ເປັນພິເສດ ເພາະເປັນວຽກບຸລິມະສິດໜຶ່ງທີ່ສຳຄັນ ຊຶ່ງຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ແລະ ຮັບປະກັນຄວາມຍືນຍົງ.      ການພົບປະກັນໃນຄັ້ງນີ້ ທັງສອງຝ່າຍໄດ້ໂອ້ລົມ, ແລກປ່ຽນຄຳຄິດເຫັນ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ ເພື່ອສືບຕໍ່ການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການ ລະບົບ ເອເລັກໂຕຣນິກ ໃຫ້ປະສົບຜົນສຳເລັດຕາມຄາດໝາຍໃນຕໍ່ໜ້າ. ຂຽນຂ່າວ ແລະ ຖ່າຍພາບໂດຍ: ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມພົບປະ ລະຫວ່າງ ກົມໂຄສະນາເຜີຍແຜ່ກົດໝາຍ ແລະ ໂຄງການລູນາ II
ກອງປະຊຸມພົບປະ ລະຫວ່າງ ກົມໂຄສະນາເຜີຍແຜ່ກົດໝາຍ ແລະ ໂຄງການລູນາ II
https://www.moj.gov.la/lo/node/987
ພິທີປິດການຝຶກອົບຮົມກົດໝາຍ ລະຍະສັ້ນ 45 ວັນ ໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງອັດຕະປື  ໂດຍການເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທຳ, ເປັນ ກຽດເຂົ້າຮ່ວມໃນພິທີຂອງ ທ່ານ ເລັດ ໄຊຍະພອນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີທ່ານຫົວໜ້າຫ້ອງການ, ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ຄະນະພະແນກຍຸຕິທຳແຂວງ, ຄູ, ອາຈານ, ສຳມະນາ ກອນ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.      ໃນພິທີປິດ ທ່ານ ສີໄລ ສີສະແຫວງສຸກ ຫົວໜ້າພະແນກຍຸຕິທຳແຂວງອັດຕະປື ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດການຝຶກອົບຮົມກົດໝາຍ ລະຍະສັ້ນ 45 ວັນ. ຊຸດຝຶກອົບຮົມໃນຄັ້ງນີ້ໄດ້ດຳເນີນມາແຕ່ວັນທີ 1 ສິງ ຫາ 2017 ແລະ ປິດລົງໃນວັນທີ 3 ຕຸລາ 2017 ຕາມໂຄງການຫຼັກສູດວິຊາຮຽນ ປະກອບມີ 28 ວິຊາ, 21 ໜ່ວຍກິດ, 315 ຊົ່ວໂມງ ຊຶ່ງສຳມະນາກອນ ແມ່ນມາຈາກບັນດາພະແນກການ, ກົມກອງອ້ອມຂ້າງແຂວງ ແລະ ບັນ ດາຫ້ອງການຈາກ 5 ຕົວເມືອງ ລວມທັງໝົດ 47 ທ່ານ, ຍິງ 9 ທ່ານ.      ໃນຕອນທ້າຍຂອງພິທີ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ໄດ້ໃຫ້ກຽດມອບໃບຢັ້ງຢືນ ແລະ ໂອ້ລົມຕໍ່ຜູ້ເຂົ້າຮ່ວມໃນພິທີ ຊຶ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍ ແລະ ສະແດງຄວາມຍິນດີຕໍ່ສຳມະນາກອນ ທຸກທ່ານ ທີ່ໄດ້ເອົາໃຈໃສ່, ຕັ້ງໃຈສຶກສາຮ່ຳຮຽນຈົນຍາດໄດ້ຜົນສຳເລັດຕາມລະດັບຄາດໝາຍ. ພ້ອມດຽວກັນນັ້ນທ່ານຍັງຮຽກຮ້ອງໃຫ້ສຳມະນາກອນທຸກທ່ານ ຈົ່ງສືບຕໍ່ເອົາໃຈໃສ່ຄົ້ນຄວ້າບັນດາເນື້ອໃນກົດໝາຍທີ່ໄດ້ຮ່ຳຮຽນ ແລ້ວນັ້ນ ເພື່ອນຳໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ເກີດຜົນປະໂຫຍດສູງສຸດ. ຂຽນຂ່າວ:  ສີປະໄພ  ຖ່າຍພາບໂດຍ: ສຸກສາຄອນ ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ພິທີປິດຊຸດຝຶກອົບຮົມກົດໝາຍ ລະຍະສັ້ນ 45 ວັນ ຊຸດທີ V ໃຫ້ແກ່ພະນັກງານຫຼັກແຫຼ່ງຂັ້ນແຂວງ ແລະ ຂັ້ນເມືອງຂອງແຂວງອັດຕະປື
ພິທີປິດຊຸດຝຶກອົບຮົມກົດໝາຍ ລະຍະສັ້ນ 45 ວັນ ຊຸດທີ V ໃຫ້ແກ່ພະນັກງານຫຼັກແຫຼ່ງຂັ້ນແຂວງ ແລະ ຂັ້ນເມືອງຂອງແຂວງອັດຕະປື
https://www.moj.gov.la/lo/node/988
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 12-ຕຸລາ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 08/10/2016 EP1 ລາຍການເພື່ອສັງຄົມຍຸຕິທຳ 08/10/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 08/10/2016
https://www.moj.gov.la/lo/node/989
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 16-ຕຸລາ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 15/10/2016 EP1 ລາຍການເພື່ອສັງຄົມຍຸຕິທຳ 15/10/2016 EP2
ລາຍການເພື່ອສັງຄົມຍຸຕິທຳ 15/10/2016
https://www.moj.gov.la/lo/node/990
ໃນຕອນເຊົ້າຂອງວັນທີ່ 17 ກັນຍາ 2017 ຢູ່ທີ່ພະແນກຍຸຕິທຳແຂວງຄຳມ່ວນ, ຫ້ອງການກາແດງແຂວງ ໄດ້ລົງເຄື່ອນໄຫວເພື່ອປຸກລະດົມພະນັກງານ-ລັດຖະກອນຂອງພະແນກຍຸຕິທຳແຂວງ ຮ່ວມໃຈກັນບໍລິຈາກ ເລືອດ ເພື່ອຊ່ວຍເຫຼືອສັງຄົມ, ໂດຍການເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ດຣ ຄຳພູມີ ພຸດທະວົງ ຫົວໜ້າຫ້ອງການກາແດງ, ທ່ານ ວິໄຊ ແກ້ວດວງດີ  ຮອງຫົວໜ້າພະແນກຍຸຕິທຳແຂວງຄຳມ່ວນ ພ້ອມດ້ວຍບັນ ດາພະນັກງານ-ລັດຖະກອນພາຍໃນພະແນກ ກໍໄດ້ເຂົ້າຮ່ວມ.      ໃນໂອກາດດັ່ງກ່າວ ທ່ານ ວິໃຊ ແກ້ວດວງດີ ແລະ ທ່ານ ຄຳພູມີ ພຸດທະວົງ ໄດ້ກ່າວມີຄຳເຫັນ ແລະ ຍົກໃຫ້ເຫັນຄວາມສຳຄັນຂອງເລືອດ ທີ່ບໍລິຈາກໄປນັ້ນ ແມ່ນໄດ້ສ້າງປະໂຫຍດອັນອັນໃຫຍ່ຫຼວງ ແລະ ມີຄວາມຈຳເປັນ ທີ່ສຸດຕໍ່ທຸກຊີວິດຢູ່ໃນສັງຄົມ, ເວົ້າສະເພາະ ແມ່ນບັນດາໂຮງໝໍ ແລະ ສຸກສາລາ ຢູ່ທ້ອງຖິ່ນ ທີ່ມີຄວາມຕ້ອງການເລືອດໃຫ້ແກ່ຄົນເຈັບໃນແຕ່ລະວັນ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ພະນັກງານ-ລັດຖະກອນຂອງພະແນກຍຸຕິທຳ ແຂວງ ຈົ່ງພ້ອມໃຈກັນເຂົ້າຮ່ວມບໍລິຈາກເລືອດໃນຄັ້ງນີ້. ຂຽນຂ່າວ ແລະ ຖ່າຍພາບໂດຍ: ຜູ້ປະສານງານແຂວງ ຄຳມ່ວນ     ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະນັກງານພະແນກຍຸຕິທຳແຂວງຄຳມ່ວນ ບໍລິຈາກເລືອດໃຫ້ແກ່ຫ້ອງການກາແດງລາວ
ພະນັກງານພະແນກຍຸຕິທຳແຂວງຄຳມ່ວນ ບໍລິຈາກເລືອດໃຫ້ແກ່ຫ້ອງການກາແດງລາວ
https://www.moj.gov.la/lo/node/991
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 25-ຕຸລາ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 22/10/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 22/10/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 22/10/2017
https://www.moj.gov.la/lo/node/992
ເພື່ອເປັນການຈັດຕັ້ງຜັນຂະຫຍາຍ ຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 10/ນຍ, ລົງວັນທີ 1 ເມສາ 2016 ວ່າດ້ວຍ ການເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານທະບຽນສານ, ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງສະ ຫວັນນະເຂດ ໄດ້ເປີດກອງປະຊຸມ ປຶກສາຫາລືກ່ຽວກັບວຽກງານທະບຽນສານ ແຂວງສະຫວັນນະເຂດ ແລະ ການຜັນຂະຫຍາຍ ຄຳສັ່ງ ເລກທີ 10 /ນຍ ວ່າດ້ວຍ ການເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານທະບຽນສານ ໃນວັນທີ 17 ຕຸລາ 2017, ພາຍໃຕ້ການເປັນປະທານຂອງ ທ່ານ ປອ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ, ຮອງເລຂາພັກແຂວງ, ຮອງເຈົ້າແຂວງສະຫວັນນະເຂດ, ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີຄະນະພັກ, ຄະນະ ພະແນກ, ຫົວໜ້າຫ້ອງການທະບຽນສານ ແຂວງສະຫວັນນະເຂດ ແລະ ຕາງໜ້າບັນດາຂະແໜງການອ້ອມຂ້າງແຂວງ ທັງໝົດ 24 ພະແນກການ.      ໃນກອງປະຊຸມ ທ່ານ ມະນີວັນ ແກ້ວພິກຸນ ຮອງຫົວໜ້າພະແນກຍຸຕິທຳ, ຫົວໜ້າຫ້ອງການທະບຽນສານແຂວງ ສະວັນນະເຂດ ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານທະບຽນສານ ໃນລະຍະຜ່ານ ມາໂດຍສັງເຂບ ແລະ ຜັນຂະຫຍາຍຄຳສັ່ງ ເລກທີ 10/ນຍ ວ່າດ້ວຍການເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານທະບຽນສານ. ກອງປະຊຸມຄັ້ງນີ້ ບັນດາຜູ້ແທນກອງປະຊຸມໄດ້ປະກອບຄຳເຫັນແລກປ່ຽນກັນໃນການຈັດຕັ້ງປະຕິ ບັດວຽກງານດັ່ງກ່າວ ແລະ ຕົກລົງເປັນເອກະພາບກັນໃນການຈັດຕັ້ງປະຕິບັດ ດັ່ງນີ້: ກອງປະຊຸມເຫັນດີນຳເອົາສັນຍາຊື້-ຂາຍ, ມອບ-ໂອນກຳມະສິດທີ່ດິນຂອງບຸກຄົນ, ນິຕິບຸກຄົນ ຕ້ອງນຳມາຜ່ານການຢັ້ງຢືນຄວາມຖືກ ຕ້ອງຈາກຫ້ອງການທະບຽນສານ, ເຫັນດີໃຫ້ຖືເອົາພະແນກໂຍທາທິການ ແລະ ຂົນສົ່ງແຂວງ ເປັນຈຸດທົດລອງ ໃນການຈັດຕັ້ງປະຕິບັດການຢັ້ງຢືນຄວາມຖືກຕ້ອງຂອງສັນຍາຊື້-ຂາຍລົດທຸກປະເພດ, ໂດຍໃຫ້ພະແນກຍຸຕິທຳ ແຂວງ ປະສານສົມທົບກັບພະແນກໂຍທາທິການ ແລະ ຂົນສົ່ງແຂວງ ທາງດ້ານເອກະສານ ແລະ ເນື້ອໃນຂອງສັນຍາໃຫ້ລະອຽດ ແລະ ກອງປະຊຸມເຫັນດີ ໃຫ້ຢັ້ງຢືນການສຳເນົາເອກະສານທຸກປະເພດ ທີ່ພົວພັນກັບພະແນກ ການຕ່າງໆ ຕ້ອງນຳມາຜ່ານການຢັ້ງຢືນຄວາມຖືກຕ້ອງຈາກຫ້ອງການທະບຽນສານ.       ໃນຕອນທ້າຍ ທ່ານປະທານກອງປະຊຸມ ໄດ້ກ່າວມີຄຳເຫັນຊີ້ນຳບັນດາພະແນກການອ້ອມຂ້າງແຂວງ ຕ້ອງເອົາໃຈໃສ່ໃນການຮ່ວມມືຕໍ່ວຽກງານທະບຽນສານ ເພາະເປັນວຽກງານໜຶ່ງທີ່ມີບົດບາດສຳຄັນຂອງຂະແໜງຍຸຕິ ທຳ ໃນການຢັ້ງຢືນຄວາມຖືກຕ້ອງຕາມຄວາມຈິງ ແລະ ຕາມກົດໝາຍ ຂອງສັນຍາ ແລະ ເອກະສານອື່ນໆ ແນໃສ່ເພີ່ມທະວີນິຕິທຳ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ປະກອບສ່ວນເຂົ້າໃນການຮັກການພັດທະນາເສດຖະກິດ-ສັງຄົມ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ. ກອງປະຊຸມໄດ້ປິດລົງໃນຕອນບ່າຍຂອງວັນດຽວກັນ ດ້ວຍຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍ.   ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ພະແນກຍຸຕິທຳ ແຂວງສະຫວັນນະເຂດ ເປີດກອງປະຊຸມຜັນຂະຫຍາຍ ຄຳສັ່ງເລກທີ 10/ນຍ ວ່າດ້ວຍ ການເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານທະບຽນສານ
ພະແນກຍຸຕິທຳ ແຂວງສະຫວັນນະເຂດ ເປີດກອງປະຊຸມຜັນຂະຫຍາຍ ຄຳສັ່ງເລກທີ 10/ນຍ ວ່າດ້ວຍ ການເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານທະບຽນສານ
https://www.moj.gov.la/lo/node/993
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 01-ພະຈິກ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 29/10/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 29/10/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 29/10/2017
https://www.moj.gov.la/lo/node/994
ກອງປະຊຸມປະເມີນຜົນຂອງການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ປປ ລາວ ຂອງພະແນກຍຸຕິທຳ ໄດ້ໄຂຂື້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ່ 31 ຕຸລາ 2017 ທີ່ຫ້ອງປະຊຸມພະແນກຍຸຕິທຳ ແຂວງ ຄຳມ່ວນ ໂດຍການເປັນປະທານຂອງ ສະຫາຍ ນວນຕາ ສີທະວີວົງ ເລຂາໜ່ວຍຊາວໜຸ່ມພະແນກຍຸຕິທຳແຂວງຄຳມ່ວນ ແລະ ເປັນກຽດຮ່ວມເປັນປະທານໂດຍ ສະຫາຍ ວິໄຊ ແກ້ວດວງດີ ຮອງເລຂາໜ່ວຍພັກ ຮອງຫົວໜ້າພະແນກຍຸຕິທຳແຂວງຄຳມ່ວນ, ສະຫາຍ ວົງພະຈັນ ສີບຸນເຮືອງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ປະທານຄະນະກວດກາປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ, ມີຫົວ ໜ້າ, ຮອງຫົວໜ້າຫ້ອງການ ແລະ ຄະນະໜ່ວຍຊາວໜຸ່ມຈາກສານປະຊາຊົນແຂວງ, ໄອຍະການປະຊາຊົນແຂວງຄຳມ່ວນ ແລະ ບັນດາແຂກທີ່ຖືກເຊີນ ພ້ອມດ້ວຍສະມາຊິກຊາວໜຸ່ມ ຈຳນວນ 37 ຄົນ,  ຍິງ 17 ຄົນ      ໃນກອງປະຊຸມ ສະຫາຍ ນາງ ວົງພະຈັນ ສີບຸນເຮືອງ ຕາງໜ້າໃຫ້ຄະນະບໍລິຫານຊາວໜຸ່ມແຂວງ ໃນນາມຫົວໜ້າອະນຸປະເມີນຜົນຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ປປ ລາວ ກໍໄດ້ສະແດງຄວາມຍ້ອງຍໍໍຊົມເຊີຍຕໍ່ຜົນງານ ທີ່ຊາວໜຸ່ມພະແນກຍຸຕິທຳແຂວງຄຳມ່ວນຍາດມາໄດ້  ແລະ  ສະຫາຍໄດ້ມີຄຳເຫັນໂອ້ລົມໃຫ້ທິດຊີ້ນຳບາງບັນຫາ ໂດຍສະເພາະ ແມ່ນຄວາມເປັນເຈົ້າການໃນການແກ້ໄຂປາກົດການຫຍໍ້ທໍ້ຕ່າງໆຕໍ່ໝູ່ຊາວໜຸ່ມ-ເຍົາວະຊົນ ທີ່ ເປັນແຂນຂວາຂອງພັກ ປປ ລາວ, ເປັນອະນາຄົດຂອງຊາດ. ສະນັ້ນ, ຊາວໜຸ່ມ ປປລາວ ຕ້ອງໄດ້ເອົາໃຈໃສ່ຕ້ານກັບປາກົດການຫຍໍ້ທໍ້ດັ່ງກ່າວ. ຈາກນັ້ນ ຊາວໜຸ່ມຕົວແບບກໍໄດ້ ຂຶ້ນກ່າວມີຄຳເຫັນ ກ່ຽວກັບການສ້າງວິຊາຊີບ ແລະ ການມີວຽກເຮັດງານທຳ ເພື່ອສ້າງເສດຖະກິດເສດຖະກິດຄອບຄົວ ໃຫ້ເຂັ້ມແຂງ.      ກອງປະຊຸມໄດ້ປະເມີນຜົນການຈັດຕັ້ງປະຕິບັດຕາມຂໍ້ແຂ່ງຂັນ 4 ບຸກ ຂອງຄະນະບໍລິຫານງານສູນກາງຊາວໜຸ່ມ ປປ ລາວ  ວາງອອກ, ພ້ອມທັງມອບໃບຢັ້ງຢືນ 4 ບຸກ ໃຫ້ສະມາຊິກຊາວໜຸ່ມ ແລະ ໜ່ວຍ 4 ບຸກ ສະໃໝ ທີ 2, 3 ສົກປີ 2014 – 2016 ຢ່າງເປັນຂະບວນຟົດຟື້ນ. ຂຽນຂ່າວ ແລະ ຖ່າຍພາບໂດຍ: ຜູ້ປະສານງານ ແຂວງຄຳມ່ວນ      ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ການປະຊຸມປະເມີນຜົນຂອງການຈັດຕັ້ງຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ພະແນກຍຸຕິທຳແຂວງຄຳມ່ວນ
ການປະຊຸມປະເມີນຜົນຂອງການຈັດຕັ້ງຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ພະແນກຍຸຕິທຳແຂວງຄຳມ່ວນ
https://www.moj.gov.la/lo/node/996
ກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມຖອດຖອນບົດຮຽນກ່ຽວກັບວຽກງານໂທລະພາບ ປະຈຳປີ 2017 ຂຶ້ນໃນວັນທີ 9 ພະຈິກ 2017 ທີ່ກະຊວງຍຸຕິທຳ ​ພາຍ​ໃຕ້​ການເຂົ້າຮ່ວມ ແລະ ​ເປັນ​ປະທານ​ຂອງ​ ທ່ານ ປອ. ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ, ​ເຂົ້າ​ຮ່ວມໂດຍ ​ທ່ານ ພູທອນ ​ແກ້ວ​ດວງ​ມະນີ ຫົວໜ້າກົມ​ໂຄສະນາ​ເຜີຍ​ກົດໝາຍ, ມີ​ບັນດາ​ຫົວໜ້າ, ຮອງ​ກົມ, ທ່ານ ຜູ້ຕາງໜ້າຫ້ອງການ, ສະ​ຖາ​ບັນ, ສູນ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງດ້ານ​ເສດຖະກິດ, ບັນດາ​ແຂກ​ຖຶກ​ເຊີນ​ຈາກສະຖານີ​ໂທລະພາບ​ແຫ່ງ​ຊາດ​ລາວ, ສະຖາ​ນີໂທລະພາບ​ປ້ອງ​ກັນ​ຄວາມ​ສະຫງົບ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ບັນດາ​ພະນັກງານ​ວິຊາ​ການ​ເຂົ້າ​ຮ່ວມ.      ໃນກອງ​ປະຊຸມ ທ່ານ ປອ ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ກໍ​ໄດ້​ກຽດກ່າວ​ເປີດ​ກອງ​ປະຊຸມ​ຢ່າງ​ເປັນ​ທາງການ. ຈຸດປະສົງ​ຂອງ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້ ແມ່ນ​ເພື່ອສະຫຼຸູບຕີ​ລາຄາ​ການ​ເຄື່ອນ​ໄຫວ​ວຽກງານ​ໂທລະພາບ​ຂອງ​ກະຊວງ​ຍຸຕິ​ທຳ​ໃນ​ໄລຍະ 1 ປີຜ່ານມາ, ຈາກ​ນັ້ນ, ທ່ານ ບຸນ​ລ້ອມ ດວງ​ມາລາ ຮອງ​ຫົວໜ້າກົມ​ໂຄສະນາ​ເຜີຍ​ແຜ່​ກົ​ດໝາຍ ກໍໄດ້​ຂຶ້ນຜ່ານ​ບົດ​ສະຫຼຸບ​​ການຈັດ​ຕັ້ງ​ປະຕິບັດ​ວຽກງານ​​​ໂທລະພາບໃນ​ລະຍະ 1 ປີ​ຜ່ານ​ມາ ຊຶ່ງສາມາດ​ສະຫຼຸບ​ໄດ້ ດັ່ງນີ້: ການ​ຜະລິດ​ລາຍການ​ອອກ​ອາກາດ​ໄດ້​ທັງໝົດ 65 ​ເທບ, ​ມີ 318 ຫົວ​ຂໍ້ຂ່າວ ​ແລະ ສຳພາດ​ກ່ຽວກັບບັນຫາກົດໝາຍ 54 ຄັ້ງ, ​ເກັບ​ກຳ​ຂ່າວ​ຢູ່​ທ້ອງ​ຖິ່ນ​ໄດ້ 61 ຄັ້ງ, ສຳ​ພາດ​ການ​ນຳຫຼັກ​ແຫຼ່ງໃນ​ການຈັດ​ຕັ້ງ​ປະຕິບັດ​ລັດຖະທຳ​ມະນູນ ​ແລະ ກົດໝາຍ​ໃນ​ຂົງ​ເຂດຄວາມ​ຮັບຜິດຊອບ​ຂອງ​ຕົນ​ໄດ້ 45 ຄັ້ງ, ໃນນີ້ ​ຂະ​ແໜງຍຸຕິ​ທຳ 37 ຄັ້ງ ​ແລະ ຂະ​ແໜງການ​ອື່ນ 8 ຄັ້ງ, ໄດ້​ເຄື່ອນ​ໄຫວຖ່າຍທຳ, ຕັດ​ຕໍ່ລາຍການ​ໄດ້ 318 ຄັ້ງ, ​ໄດ້​ຕິດຕາມ​ການ​ນຳ​ຂອງ​ກະຊວງ​ຍຸຕິ​ທຳ ​ໄປ​ເຄື່ອນ​ໄຫວ​ຊຸກຍູ້​ຊີ້ນຳ​ວຽກງານ​ຍຸຕິ​ທຳ​ໃນ​ຂອບ​​ເຂດ​ທົ່ວ​ປະ​ເທດ​ 205 ຄັ້ງ. ນອກຈາກ​ນັ້ນ​, ທ່ານຍັງ​ໄດ້​ຍົກ​ໃຫ້ເຫັນ​ດ້ານດີ, ດ້ານ​ອ່ອນ ​ແລະ ຂໍ້​ຄົງ​ຄ້າງຈຳນວນໜຶ່ງ​​ໃນການ​ຈັດ​ຕັ້ງ​ປະຕິບັດວຽກງານທີ່ຕ້ອງໄດ້ເອົາໃຈໃສ່ແກ້ໄຂໃນລະຍະຜ່ານມາ, ພາຍຫຼັງທີ່ໄດ້ຮັບຟັງການລະຫຼຸບລາຍງານແລ້ວ ​ຜູ້​ເຂົ້າ​ຮ່ວມ​ກໍ​ໄດ້​ພ້ອມ​ກັນ​ປະກອບ​ຄຳ​​ເຫັນຕໍ່ກັບວຽກງານດັ່ງກ່າວ​ຢ່າງ​ກົງ​ໄປ​ກົງ​ມາ ດ້ວຍບັນຍາກາດ​ຟົດຟື້ນ.     ໃນ​ຕອນ​ທ້າຍຂອງກອງປະຊຸມ ທ່ານ ປອ. ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ກໍ​ໄດ້ກ່າວ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່ຜົນສຳ​ເລັດ​ທີ່​ຍາດມາໄດ້​ໃນ​ລະຍະ​ຜ່ານ​ມາ ​ພ້ອມກັນນີ້ ທ່ານ​ຍັງ​ໄດ້​ເນັ້ນ​ໜັກ​ໃຫ້​ຄະນະ​ຮັບຜິດຊອບ​ກໍ​ຄື​ກົມ​ໂຄສະນາ​ອົບຮົມ​ກົດໝາຍ ຈົ່ງ​ພ້ອມ​ກັນ​ສືບຕໍ່ຈັດ​ຕັ້ງ​ປະຕິບັດ​ວຽກງານດັ່ງກ່າວ​ນີ້​ໃຫ້​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂຶ້ນ​ໄປ​ເລື້ອຍໆ ​ແລະ ນຳ​ເອົາ​ບົດຮຽນທີ່​ໄດ້​ຈາກ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້​ໄປ​ປັບປຸງ​ໃຫ້​ລາຍການ ​ເພື່ອ​ສັງຄົມ​ຍຸຕິ​ທຳ​ໄດ້ຫັນປ່ຽນໄປສູ່ຄຸນນະພາບໃໝ່ ເພື່ອເຮັດຫຼ້ອນໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້ຫຼາຍຂຶ້ນກວ່າ​ເກົ່າ. ຂຽນຂ່າວ ແລະ ຖ່າຍພາບ ໂດຍ: ຊາຍພິມພອນ ສິຣິວົງໄຊ ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ . ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມສະຫຼຸບຖອດຖອນບົດຮຽນກ່ຽວກັບໂທລະພາບ ເພື່ອສັງຄົມຍຸຕິທຳ ປະຈຳປີ 2017
ກອງປະຊຸມສະຫຼຸບຖອດຖອນບົດຮຽນກ່ຽວກັບໂທລະພາບ ເພື່ອສັງຄົມຍຸຕິທຳ ປະຈຳປີ 2017
https://www.moj.gov.la/lo/node/998
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 05-ພະຈິກ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 05/11/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 05/11/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 05/11/2017
https://www.moj.gov.la/lo/node/999
ໃນຕອນບ່າຍຂອງວັນທີ່15ພະຈິກ2017 ທີ່ສະໂມສອນໃຫຍ່ຫຼັກ 4 ແຂວງຄຳມ່ວນ ໄດ້ໄຂພິທີມອບທຸງໄຊນຳໜ້າຂະບວນແຂ່ງຂັນ 4 ບຸກ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໂດຍການເປັນປະທານຂອງ ສະຫາຍ ແກ້ວອຸດອນ ບຸດສິງຂອນ ກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຄະນະກຳມະການພັກແຂວງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຄຳມ່ວນ, ໃຫ້ກຽດເຂົ້າຮ່ວມໃນພິທີໂດຍ ສະຫາຍ ພົມມາ ພັນທະລັງສີ ຮອງເລຂາພັກແຂວງ ຫົວໜ້າຈັດຕັ້ງແຂວງ ຄຳມ່ວນ , ພ້ອມທັງຄະນະພັກພະແນກອ້ອມຂ້າງ, ເລຂາ, ຮອງເລຂາ ຕະຫຼອດຮອດສະມາຊິກຊາວໜຸ່ມຂອງບັນດາຮາກຖານ ແລະ ໜ່ວຍຊາວ ໜຸ່ມ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ           ໃນພິທີ່ດັ່ງກ່າວ ສະຫາຍ ແກ້ວອຸດອນ ບຸດສິງຂອນ ຄະນະບໍລິຫານງານສູນກາງ ຊປປລ ໃຫ້ກຽດເປັນຜູ້ມອບທຸງໄຊນຳໜ້າຂະບວນແຂ່ງຂັນ 4 ບຸກຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ແກ່ບັນດາຮາກຖານ ແລະ ໜ່ວຍຊາວໜຸ່ມ ຈຳນວນ 17 ພະແນກການຢ່າງສົມກຽດ. ໃນນັ້ນ, ລວມມີໜ່ວຍຮາກຖານຊາວໜູ່ມຂອງພະແນກຍຸຕິທຳແຂວງ ຄຳມ່ວນ.          ພາຍຫຼັງທີ່ໄດ້ມອບ-ຮັທຸງໄຊແລ້ວ ສະຫາຍ ພົມມາ ພັນທະລັງສີ ຮອງເລຂາພັກແຂວງ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີວ່າ ຊາວໜຸ່ມປຽບເໝືອນນົກອິນຊີແຫ່ງຍຸກສະໄໝ ໂດຍບໍ່ຫວັ່ນກົວຕໍ່ພະຍຸລົມແດງ, ເປັນສິນໄຊແຫ່ງ ຍຸກສະໄໝ, ຊາວໜຸມ ປຽບເໝືອນແຂນຂວາຂອງພັກ ແລະ ເປັນກະດູກສັນຫຼັງຂອງຊາດ. ສະນັ້ນ, ຊາວໜຸ່ມແຕ່ລະສະຫາຍ ຕ້ອງເອົາໃຈໃສ່ຕໍ່ການສຶກສາຮຽນຮູ້ ແລະ ພັດທະນາຕົນເອງທາງດ້ານຕ່າງໆໃຫ້ທັນກັບຍຸກສະໄໝ ປະຈຸບັນ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີນ້ຳໃຈຮັກຊາດອັນສູງສົ່ງ, ມີຄວາມເສຍສະຫຼະເພື່ອປະເທດຊາດ, ມີນ້ຳໃຈຊື່ສັດສຸຈະລິດ ປະຫຍັດມັດທະຍັດ, ພ້ອມກັນ ຕ້ານ ແລະ ສະກັດກັ້ນ ປາກົດການຫຍໍ້ທໍ້ຕ່າງໆທີ່ເກີດຂື້ນ ໃນສັງຄົມ. ພິທີດັ່ງກ່າວ ໄດ້ປິດລົງໃນຕອນເວລາ 16:00 ໂມງ ຂອງວັນດຽວກັນ.           ຂຽນຂ່າວ ແລະ ຖ່າບພາບ ໂດຍ: ຄຳມ່ວນ ຜູ້ປະສານງານ ແຂວງຄຳມ່ວນ     ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພິທີມອບທຸງໄຊນຳໜ້າຂະບວນແຂ່ງຂັນ 4 ບຸກ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ
ພິທີມອບທຸງໄຊນຳໜ້າຂະບວນແຂ່ງຂັນ 4 ບຸກ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ
https://www.moj.gov.la/lo/node/1000
ກອງ​ປະຊຸມ​ສະ​ໄໝ​ສາມັນ ​ເທື່ອ​ທີ 4 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ໄດ້​ດຳ​ເນີນ​ໃນ​ລະຫວ່າງ 16 ຕຸລາ ຫາ ວັນ​ທີ 17 ພະຈິກ 2017 ຊຶ່ງ​ກອງ​ປະຊຸມ​ໄດ້​ຄົ້ນຄວ້າພິຈາລະນາ ​ແລະ ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ ສັນຊາດ​ລາວ ສະບັບ​ປັບປຸງ ​ໃນ​ວັນ​ທີ 1 ພະຈິກ 2017. ສະ​ເໜີໂດຍ ​ທ່ານ ​ໄຊ​ສີ ສັນຕິ​ວົງ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ໂດຍ​ການ​ເປັນ​ປະທານ​ ຂອງ ທ່ານ ​ນາງ ສີ​ໃສ ລື​ເດດ​ມູນ​ສອນ ຮອງ​ປະທານ​ສະພາ​ແຫ່ງ​ຊາດ.      ​​ໃນ​ວາລະ​ຂອງ​ກອງ​ປະຊຸມ ທ່ານ ​ໄຊ​ສີ ສັນຕິ​ວົງ ​ໄດ້​​ສະ​ເໜີຕໍ່​ສະມາຊິກ​ສະພາ​ແຫ່ງ​ຊາດ ກ່ຽວກັບ​ເຫດຜົນ, ຄວາມ​ຈຳ​ເປັນ ​ແລະ ຄາດ​ຄະ​ເນ​ຜົນ​ໄດ້​ຮັບ ຂອງ​ການ​ປັບປຸງ​ກົດໝາຍ​ສະບັບ​ດັ່ງກ່າວ, ​ຊຶ່ງການ​ປັບປຸງ​ໃນ​ຄັ້ງ​ນີ້ ​ແນ​ໃສ່​ໃຫ້​ສອດຄ່ອງ​ກັບ​ລັດຖະທຳ​ມະນູນ ສະບັບ​ເລ​ກທີ 63/ສພຊ, ລົງ​ວັນ​ທີ 8 ທັນວາ 2015  ​ແລະ ກົດໝາຍ​ວ່າ​ດ້ວຍ ​ລັດຖະບານ ສະບັບ​ເລກທີ 69/ສພຊ, ລົງ​ວັນ​ທີ 15 ທັນວາ 2015 ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ວຽກ​ງານ​ສັນຊາດ​ໃຫ້​ເປັນ​ເອກະ​ພາບ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ​ເຮັດ​ໃຫ້​ຂອດ​ການ​ປະສານ​ສົບ​ທົບລະຫວ່າງຂະ​ແໜງການ​ທີ່​ກ່ຽວ ຂ້ອງ​ ໄດ້​ສະດວກ​ ​ແລະ ມີ​ປະສິດທິພາບ​ຍິ່ງ​ຂຶ້ນ,   ພ້ອມ​ທັງຂະຫຍາຍ​ຕາໜ່າງບໍລິການ​ທາງ​ດ້ານ​ກົດໝາຍ​ກ່ຽວ​ກັບ​ວຽກ​ງານ​ສັນຊາດ ລົງ​ສູ່​ຮາກ​ຖານ. ກົດໝາຍ​ວ່າ​ດ້ວຍ​ ສັນຊາດ​ລາວ ສະບັບ​ປັບປຸງ ກຳ​ນົດຫຼັກການ, ລະບຽບ​ການ ​ແລະ ມາດ​ຕະການ ກ່ຽວກັບ​ການ​ຄຸ້ມ​ຄອງ, ຕິດຕາມ​ກວດກາ​ວຽກ​ງານການ​ໃຫ້​ສັນຊາດ, ຖອນ​ສັນຊາດ​ຄືນ, ​ໃຫ້​ປະ​ສັນຊາດ,  ​ແລະ ​ໃຫ້​ສັນຊາດ​ລາວ​ຄືນ, ຊຶ່ງປະກອບ​ມີ 10 ໝວດ 52 ມາດຕາ, ​​​​ໃນ​ນັ້ນ​ໄດ້​ເພີ່ມໃໝ່ ຈຳ​ນວນ 4 ໝວດ ຄື ​ໝວດ​ທີ 6 ຫາ ໝວດ​ທີ 9 ​ເພື່ອ​ໃຫ້​ສອດຄ່ອງ​ກັບ​ເຕັກນິກ​ຂອງ​ການ​ສ້າງ​ນິຕິ​ກຳ ​ແລະ ​ໂຄງ​ປະກອບ​ກົດໝາຍ ທີ່​ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ໃນ​ລະ​ຍະ​ຜ່ານ​ມາ, ​ໄດ້​ປັບປຸງ​ເນື້ອ​ໃນ 11 ມາດຕາ, ​ແຕ່​ໂດຍ​ລວມ ​ແມ່ນຍັງ​ຮັກ​ສາ​ເນື້ອ​ໃນ​ເກົ່າ​ໄວ້ ​ແລະ  ​ໄດ້​ເພີ່ມ​ມາດຕາ​ໃໝ່ ຈຳນວນ 23 ມາດຕາ ​ເພື່ອ​ໃຫ້​ສອດຄ່ອງກັບ​ສະພາບ​ຄວາມ​ເປັນ​ຈິງ ​ແລະ  ສອດຄ່ອງ​ກັບລັດຖະທຳ​ມະນູນ ​ແລະ ກົດໝາຍ​ອື່ນໆ.      ຫຼັງ​ຈາກ​ນັ້ນ, ທ່ານ ​ນາງ ສີ​​ໃສ ລື​ເດດ​ມູນ​ສອນ ປະທານ​ກອງ​ປະຊຸມ ກໍ​ໄດ້​ມີ​ຄຳ​ຖາມເຈາະ​ຈີ້ມບາງ​ໝວດ, ບາງ​ມາດຕາ ​ແລະ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ ແຕ່ລະ​ເຂດ ​ໄດ້​ພ້ອມ​ກັນ​ສຸມ​ໃສ່​ປະກອບ​ຄຳ​ຄິດ​ຄຳ​ເຫັນຢ່າງ​ກົງ​ໄປ​ກົງ​ມາ ​ແລະ ດ້ວຍ​ຄວາມ​ຮັບຜິດຊອບ​ຕໍ່​ຮ່າງ​ກົດໝາຍ​ດັ່ງ​ກ່າວ, ຊຶ່ງໂດຍ​ລວມ​ແລ້ວ ​ແມ່ນ​ເຫັນ​ດີ​ເປັນ​ເອກະ​ພາບ​ເປັນ​ພື້ນຖານ​ທາງ​ດ້ານ​ໂຄງ​ສ້າງ, ​ເນື້ອ​ໃນ ​ແລະ ​ໄດ້​ເຫັນ​ດີ​ເປັນ​ເອກ​ພາບ​ກັນ ຮັບຮອງ​ເອົາ​ກົດໝາຍວ່າ​ດ້ວຍ ​ສັນຊາດ​ລາວ ສະບັບ​ປັບປຸງ ດ້ວຍ​ຄະ​ແນນ​ສຽງ​ເຫັນ​ດີເປັນ​ສ່ວນ​ຫຼາຍ.      ກົດໝາຍ​ວ່າ​ດ້ວຍ ​ສັນຊາດລາວ ສະ​ບັບປັບປຸງ ພາຍ​ຫຼັງຖືກ​ພິຈາລະນາ, ຮັບຮອງ ​ແລະ ປະກາດ​ໃຊ້​ຢ່າງ​ເປັນ​ທາງ​ການ ​ຈະ​ສາມາດ​ຮັບປະກັນ​ຄວາມ​ສອດຄ່ອງ​ກັບແນ​ວທາງ​ນະ​ໂຍບາຍ, ລັດຖະທຳ​ມະນູນ, ກົດໝາຍ, ແຜນ​ຍຸດ​ທະ​ສາດ, ​ແຜນ​ພັດທະນາເສດຖະກິດ​-ສັງຄົມ ຂອງ​ຊາດ; ສາມາດ​ຮັບປະກັນ​ຄວາມ​ໝັ້ນຄົງ​ຂອງ​ຊາດ, ຄວາມ​ສະຫງົບ, ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ສັງຄົມ, ວັດທະນະ​ທຳ ​ແລະ ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ຊາດ​ລາວ, ສາມາດ​ປົກ​ປ້ອງສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບທຳ​ຂອງ​ພົນລະ​ເມືອງ​ລາວ, ພົນລະ​ເມືອງຕ່າງປະ​ເທດ ​ແລະ ຄົນ​ບໍ່​ມີ​ສັນຊາດ.      ນອກຈາກນັ້ນ, ກອງປະຊຸມ ໄດ້ຄົ້ນຄວ້າ ແລະ ພິຈາລະນາຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ, ຄາດຄະເນ ໝົດ ປີ 2017 ແລະ ແຜນການ 2018, ພິຈາລະນາຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານທ່ອງທ່ຽວໃນຊຸມປີຜ່ານມາ ແລະ ທິດທາງແຜນການ ປີ 2018; ພິຈາລະນາຮັບຮອງເອົາບົດ ລາຍງານ ກ່ຽວກັບຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ສົກປີ 2015-2016, ບົດສະຫຼຸບການ ເຄື່ອນໄຫວວຽກງານ ປະຈໍາປີ 2017 ແລະ ທິດທາງການເຄື່ອນໄຫວປີ 2018 ຂອງ ອົງການກວດສອບແຫ່ງລັດ, ບົດລາຍງານຂອງອົງການກວດກາລັດຖະບານ ກ່ຽວກັບການກວດກາຕາມຜົນການກວດສອບ ບົດສະຫຼຸບຂາດຕົວ ສົກປີ 2013-2014 ແລະ ສົກປີ 2014-2015; ຮັບຮອງເອົາບົດລາຍງານການ ເຄື່ອນໄຫວວຽກງານປະຈໍາປີ 2017 ແລະ ທິດທາງແຜນການປະຈໍາປີ 2018 ຂອງອົງການໄອຍະການ, ສານປະຊາຊົນສູງສຸດ ແລະ ບົດລາຍງານຂອງກະຊວງຍຸຕິທໍາ ກ່ຽວກັບການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ; ຮັບຮອງ ເອົາບົດລາຍງານ ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2017 ແລະ ທິດທາງແຜນການ ປະຈໍາປີ 2018 ຂອງສະພາແຫ່ງຊາດ. ໂດຍຮັບຮອງເອົາເນື້ອໃນການຕິດຕາມກວດກາ ປະຈໍາປີ 2018 ຂອງສະພາແຫ່ງຊາດ.      ກອງ​ປະຊຸມ​ຍັງ​ໄດ້ຮັບຮອງເອົາແຜນການສ້າງ ແລະ ປັບປຸງກົດໝາຍ ປະຈໍາປີ 2018 ໃນນັ້ນ ກອງປະຊຸມ ໄດ້ພິຈາລະນາ ແລະ ຮັບຮອງເອົາກົດໝາຍສ້າງໃໝ່ ຈໍານວນ 8 ສະບັບ ຄື ກົດໝາຍວ່າດ້ວຍ ການປົກປ້ອງຜົນກະ ທົບຈາກນໍາເຂົ້າສິນຄ້າ, ກົດໝາຍວ່າດ້ວຍ ການຖ່າຍທອດເຕັກໂນໂລຊີ, ກົດໝາຍດ້ວຍ ອຸຕຸນິຍົມ ແລະ ອຸທົກກະສາດ, ກົດໝາຍວ່າດ້ວຍ ລະບົບການຊໍາລະ, ກົດໝາຍວ່າດ້ວຍ ການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ກົດໝາຍ ວ່າດ້ວຍ ຜູ້ພິພາກສາ, ກົດໝາຍວ່າດ້ວຍ ການກັນ ແລະ ຄວບຄຸມພະຍາດຕິດຕໍ່ ແລະ ກົດໝາຍວ່າດ້ວຍ ວຽກງານກາແດງ ແລະ ກົດໝາຍປັບປຸງ 7 ສະບັບ ຄື ກົດໝາຍວ່າດ້ວຍ ແຮ່ທາດ, ກົດໝາຍວ່າດ້ວຍ ຊັບສິນທາງ ປັນຍາ, ກົດໝາຍວ່າດ້ວຍ ຜັງເມືອງ, ກົດໝາຍວ່າດ້ວຍ ການກວດກາລັດ, ກົດໝາຍວ່າດ້ວຍ ການດໍາເນີນຄະດີອາຍາ, ກົດໝາຍວ່າດ້ວຍ ສັນຊາດ ແລະ ກົດໝາຍວ່າດ້ວຍ ອົງການກໍາມະບານລາວ. .      ກອງປະຊຸມຍັງຕົກລົງເລື່ອນ ຮ່າງກົດໝາຍວ່າດ້ວຍ ໜີ້ສາທາລະນະ ໄປພິຈາລະນາ ໃນກອງປະຊຸມສະໄໝສາມັນ ເທື່ອຕໍ່ໄປ ເພື່ອຮັບປະກັນດ້ານເນື້ອໃນ ໃຫ້ມີຄຸນນະພາບ ແລະ ສາມາດຈັດຕັ້ງປະຕິບັດໃຫ້ມີຜົນສັກສິດ. ຊຶ່ງກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ອັດລົງ ດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 17 ພະຈິກ 2017. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ສະມາຊິກສະພາແຫ່ງຊາດ ພິຈາລະນາຮັບຮອງເອົາ ກົດໝາຍວ່າດ້ວຍ ສັນຊາດລາວ ສະບັບປັບປຸງ
ສະມາຊິກສະພາແຫ່ງຊາດ ພິຈາລະນາຮັບຮອງເອົາ ກົດໝາຍວ່າດ້ວຍ ສັນຊາດລາວ ສະບັບປັບປຸງ
https://www.moj.gov.la/lo/node/1002
ກອງປະຊຸມດັ່ງກ່າວ ໄດ້​ໄຂຂຶ້ນໃນວັນທີ 16 ພະຈິກ 2017 ໂດຍການເປັນກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ໄຊສີສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ມີແຂກຖືກເຊີນທີ່ມາຈາກຫຼາຍພາກສ່ວນເຂົ້າຮ່ວມ ເປັນຕົ້ນ ບັນດາກະຊວງ, ອົງການທຽບເທົ່າ, ພະແນກຍຸຕິທໍາທ້ອງຖິ່ນ, ຜູ້ໄກ່ເກ່ຍ-ກໍາມະການຕັດສີນ, ບັນດາວິສາຫະກິດ-ທຸລະກິດ ພາກລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ ທັງໝົດ 152 ທ່ານ.      ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອປະກອບຄໍາຄິດຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ    ສະບັບປັບປຸງ ທີ່ຄະນະຮັບຜິດຊອບປັບປຸງກົດໝາຍ ໄດ້ຮ່າງສໍາເລັດມາແລ້ວນັ້ນ ເພື່ອໃຫ້ທັນນໍາສະເໜີຜ່ານກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນມັງກອນ ປີ 2018 ແລະ ຈະສະເໜີປ້ອງກັນຮ່າງກົດໝາຍສະບັບປັບປຸງນີ້ ຕໍ່ກອງປະຊຸມສະພາແຫ່ງຊາດໃນເດືອນ 4 ປີ 2018.      ໃນກອງປະຊຸມ ທ່ານ ນາງ ດວງມະນີ ລາວມາວ ໄດ້ສະເໜີ​ໃຫ້ຮູ້ກ່ຽວກັບສະພາບການຈັດຕັ້ງວຽກງານໃນລະຍະຜ່ານມາ ແລະ ສະເໜີຮ່າງກົດໝາຍວ່າ​ດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ສະບັບປັບປຸງ ຕໍ່​ກອງ​ປະຊຸມ ​ເພື່ອ​ໃຫ້ບັນດາຜູ້ເຂົ້າຮ່ວມພິຈາລະນາປະກອບຄໍາເຫັນ ໃສ່ຮ່າງກົດໝາຍດັ່ງກ່າວ ໂດຍສະເພາະ ເຫດຜົນ ​ແລະ ຄວາມ​ຈຳ​ເປັນ​​ໃນ​ການສະ​ເໜີ​ປັບປຸງກົດໝາຍ; ສະພາບ​ການ​ປັບປຸງກົດໝາຍ; ໂຄງ​ປະກອບ ​ແລະ ​ເນື້​ອໃນສຳຄັນຂອງ​ຮ່າງ​ກົດໝາຍສະບັບປັບປຸງ; ຄາດ​ຄະ​ເນ​ຜົນ​ໄດ້​ຮັບ​ພາຍຫຼັງ​ການປັບປຸງກົດໝາຍ. ຫຼັງຈາກນັ້ນ, ບັນຜູ້ເຂົ້າຮ່ວມກໍ​ໄດ້​ມີ​ຄຳ​ຖາມເຈາະ​ຈີ້ມບາງ​ໝວດ, ບາງ​ມາດຕາ ​ແລະ ໄດ້​ພ້ອມ​ກັນ​ສຸມ​ໃສ່​ປະກອບ​ຄຳ​ຄິດ​ຄຳ​ເຫັນຢ່າງ​ກົງ​ໄປ​ກົງ​ມາ ​ແລະ ດ້ວຍ​ຄວາມ​ຮັບຜິດຊອບສູງ​ຕໍ່​ຮ່າງ​ກົດໝາຍ​ດັ່ງ​ກ່າວ. ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກະຊວງຍຸຕິທຳ ຈັດກອງປະຊຸມເປີດກວ້າງທາບທາມຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ສະບັບປັບປຸງ ຄັ້ງທີ I
ກະຊວງຍຸຕິທຳ ຈັດກອງປະຊຸມເປີດກວ້າງທາບທາມຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ສະບັບປັບປຸງ ຄັ້ງທີ I
https://www.moj.gov.la/lo/node/1003
ໃນວັນທີ 15 ພະຈິກ 2017 ທີ່ກະຊວງຍຸຕິທຳ, ທ່ານ ໄຊສີ ສັນຕິວົງ, ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າພົບປະຂອງ ທ່ານ ໂລແມນ ຊິນໄນເດີ (Mr. Romain Schneider), ລັດຖະມົນຕີກະຊວງການຮ່ວມມືດ້ານການພັດທະນາ ແລະ ມະນຸດສະທຳ ຂອງ ລຸກຊຳບວກ ພ້ອມ​ດ້ວຄະນະ. ໃນໂອກາດນີ້ ທ່ານ ໄຊສີ ສັນຕິວົງ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ການພົບປະຢ້ຽມຢາມໃນຄັ້ງນີ້.      ໃນໂອກາດດຽວກັນ, ທ່ານ ໂລແມນ ຊິນໄນເດີ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານ ໄຊສີ ສັນຕິວົງ ທີ່ໄດ້ໃຫ້ການຕ້ອນຮັບ ແລະ ໃຫ້ການຮ່ວມມືພົວພັນວຽກງານ ລະຫວ່າງ ສອງພາກສ່ວນ ຢ່າງອົບອຸ່ນ. ທັງສອງຝ່າຍໄດ້ລາຍງານສະພາບຈຸດພິເສດ ແລະ ການເຄື່ອນໄຫວວຽກງານຍຸຕິທຳໃຫ້ກັນຊາບ, ໄດ້ສົນທະນາແລກປ່ຽນບົດຮຽນໃນຂະແໜງການຍຸຕິທຳ ເປັນຕົ້ນ ການສະໜອງທຶນຊ່ວຍເຫຼືອ ຈຳນວນ 5,000,000 ເອີໂລ ໃນນາມໂຄງການ LAO/031 (ໂຄງການສະໜັງສະໜູນ ການຝຶກອົບຮົມ ແລະ ການສອນກົດໝາຍ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການປົກຄອງລັດດ້ວຍກົດໝາຍ ລະຍະ II), ຊຶ່ງໂຄງການດັ່ງກ່າວ ແມ່ນເປັນຂີດໝາຍສໍາຄັນໃນການໃຫ້ຄວາມຊ່ວຍເຫຼືອລາວ ໃນລະຍະຍາວຂອງຂະແໜງຍຸຕິທຳ ເວົ້າລວມ, ເວົ້າສະເພາະ ກໍແມ່ນການສ້າງຄວາມເຂັ້ມແຂງໃຫ້ແກ່ການປົກຄອງລັດດ້ວຍກົດໝາຍ.      ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ຮ່ວມກັນປຶກສາຫາລືໃນການພົວພັນຮ່ວມມື ເຊິ່ງກັນ ແລະ ກັນ ໃນຕໍ່ໜ້າ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ທ່ານລັດຖະມົນຕີກະຊວງຍຸຕິທຳ ຕ້ອນຮັບ ທ່ານລັດຖະມົນຕີກະຊວງການຮ່ວມມືດ້ານການພັດທະນາ ແລະ ມະນຸດສະທຳ ຂອງ ລຸກຊຳບວກ
ທ່ານລັດຖະມົນຕີກະຊວງຍຸຕິທຳ ຕ້ອນຮັບ ທ່ານລັດຖະມົນຕີກະຊວງການຮ່ວມມືດ້ານການພັດທະນາ ແລະ ມະນຸດສະທຳ ຂອງ ລຸກຊຳບວກ
https://www.moj.gov.la/lo/node/1004
ຕອນເຊົ້າຂອງວັນທີ 9 ພະຈິກ 2017ເວລາ 10 ໂມງ 00 ນາທີຢູ່ທີ່ຫ້ອງທະບຽນສານພະແນກຍຸຕິທຳແຂວງຫຼວງພະບາງ ໄດ້ມີພີທີປິດບັ້ນຝຶກອົບຮົມວຽກງານທະບຽນສານ ພາຍໃຕ້ການເປັນປະທານຂອງ ທ່ານ ມີໄຊ ໄຊ ເກີ່ຢ່າຈົ່ງຕົວ, ຫົວໜ້າພະແນກຍຸຕິທຳແຂວງ ຫຼວງພະບາງ ໂດຍມີຄະນະພະແນກ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ນັກສຳມະນາກອນ 9 ເມືອງ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໝົດ 21 ທ່ານ, ຍິງ 7 ທ່ານ.     ທ່ານ ນາງ ບຸນມີ ທິລະສັກ ຫົວໜ້າຫ້ອງການທະບຽນສານ ໄດ້ຂຶ້ນຜ່ານບົດສະຫຼຸບການຝຶກອົບຮົມກ່ຽວກັບວຽກງານທະບຽນສານ ແລະ ໄດ້ຍົກໃຫ້ເຫັນດ້ານດີ ແລະ ຂໍ້ຄົງຄ້າງໃນລະຍະຝຶກອົບຮົມ ກໍຄື ພາກທິດສະດີ ສາມາດປະຕິບັດໄດ້ 80% ແລະ ພາກປະຕິບັດຕົວຈິງ ແມ່ນປະຕິບັດໄດ້ 70% ຕາມລະດັບຄາດໝາຍທີ່ໄດ້ວາງໄວ້. ການຝຶກອົບຮົມໃນຄັ້ງນີ້ ໄດ້ມີການທວນຄືນຖອດຖອນແລກປ່ຽນບົດຮຽນນຳກັນ ລະຫວ່າງ ຄູ-ອາຈານ ແລະ ນັກສຳມະນາກອນ ຊຶ່ງການຝຶກອົບຮົມ ແມ່ນໄດ້ເລີ່ມແຕ່ວັນທີ 30 ຕຸລາ 2017 ຮອດວັນທີ 9 ພະຈິກ 2017 ເປັນລະຍະເວລາ 10 ວັນ.      ໃນພິທີດັ່ງກ່າວ ທ່ານ ມີໄຊ ໄຊເກີ່ຢ່າຈົ່ງຕົວ ຫົວໜ້າພະແນກຍຸຕິທຳແຂວງ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີປິດດັ່ງກ່າວ  ຊຶ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍ-ຊົມເຊີຍບັນດານັກສຳມະນາກອນ ທີ່ໄດ້ເອົາໃຈໃສ່ດ້ວຍຄວາມ ຮັບຜິດຊອບສູງໃນລະຍະການຝຶກອົບຮົມ. ຫຼັງຈາກກັບໄປສູ້ທ້ອງຖິ່ນແລ້ວ ໃຫ້ບັນດານັກສຳມະນາກອນ ຕ້ອງລາຍງານຜົນຂອງການຝຶກອົບຮົມໃຫ້ກົມກອງຕົນຊາບ ແລະ ສະເໜີໃຫ້ຂັ້ນເທິງສ້າງເງື່ອນໄຂ ເພື່ອສ້າງຕັ້ງໜ່ວຍ ງານທະບຽນສານໃນຕໍ່ໜ້າ, ພ້ອມທັງສືບຕໍ່ໃນການຄົ້ນຄວ້າແກ້ໄຂບັນຫາຕ່າງໆ ແລະ ຂໍທິດຊີ້ນຳ ນຳສາຍການຈັດຕັ້ງທີ່ກ່ຽວຂ້ອງ, ນັກທະບຽນສານທີ່ດີ ຕ້ອງຖືເອົາຈັນຍາບັນ-ຈັນຍາທຳຂອງນັກກົດໝາຍເປັນກົກ, ແມ່ນ ຜູ້ຮັບໃຊ້ປະຊາຊົນ ດ້ວຍຄວາມບໍລິສຸດ ແລະ ຈິງໃຈ, ມີແບບແຜນວິທີເຮັດວຽກ, ເຄັ່ງຄັດຕໍ່ລະບຽບວິໄນ ແລະ ຮູ້ໜູນໃຊ້ເຂົ້າໃນວຽກງານວິຊາສະເພາະຂອງຕົນໃຫ້ເກີດຜົນປະໂຫຍດສູງຕໍ່ສ່ວນລວມ, ພ້ອມກັນນັ້ນ ຕ້ອງເອົາ ໃຈໃສ່ໃນການພັດທະນາຕົນເອງ ໃຫ້ກາຍເປັນພະນັກງານທີ່ມີຄວາມຮູ້, ຄວາມສາມາດໃນການບໍລິຫານຮັບໃຊ້ປະຊາຊົນ ດ້ວຍຄວາມບໍລິສຸດ ແລະ ປະກອບສ່ວນໃນການສ້າງສາພັດທະນາປະເທດຊາດ. ຂຽນຂ່າວ ແລະ ຖ່າບພາບ ໂດຍ: ນັກຂ່າວ ຫ້ອງການໂຄສະນາກົດໝາຍ   ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພິທີປິດຝຶກອົບຮົມວຽກງານທະບຽນສານ ຊຸດທີ I ປີ 2017
ພິທີປິດຝຶກອົບຮົມວຽກງານທະບຽນສານ ຊຸດທີ I ປີ 2017
https://www.moj.gov.la/lo/node/1005
ໃນຕອນບ່າຍຂອງວັນທີ 6 ພະຈິກ 2017 ຢູ່ທີ່ພະແນກຍຸຕິທຳແຂວງຫຼວງພະບາງ ໄດ້ມີພິທີເປີດຝຶກອົບຮົມກົດໝາຍລະຍະສັ້ນ 45 ວັນ, ໃຫ້ແກ່ພະນັກງານຫຼັກແຫຼ່ງແຂວງຫຼວງພະບາງ, ພາຍໃຕ້ການເປັນປະທານຂອງ ສະຫາຍ ວົງສະຫວັນ ເທບພະຈັນ ຄະນະປະຈໍາພັກແຂວງຮອງເຈົ້າແຂວງຫຼວງພະບາງ, ມີ ສະຫາຍ ມີໄຊ ໄຊເກີ່ຢ່າຈົ່ງຕົວ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງຫຼວງພະບາງ, ມີຄະນະປະຈຳພັກແຂວງ, ກຳມະ ການພັກແຂວງ, ຫົວໜ້າພະແນກ, ຮອງພະແນກຄູ-ອາຈານ ຈາກພະແນກການອ້ອມຂ້າງແຂວງ ແລະ ນັກສຳມະນາກອນ ເຂົ້າຮ່ວມທັງໝົດ 38 ສະຫາຍ, ຍິງທ່ານ 12 ສະຫາຍ.     ພິທີດັ່ງກ່າວ ສະຫາຍ ບຸນລັດ ສີລິສົມບັດ ຫົວໜ້າຫ້ອງການແຜນການ ແລະ ການເງິນ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງຫຼວງພະບາງ, ສະບັບເລກທີ 604/ຈຂ.ຫຼບ, ລົງວັນທີ 02 ພະຈິກ 2017ວ່າດ້ວຍ ການອະນຸ ມັດໃຫ້ພະນັກງານ ເຂົ້າຮ່ວມຝຶກອົບຮົມກົດໝາຍລະຍະສັ້ນ 45 ວັນ ຊຸດທີ V ປະຈຳສົກປີ 2017.     ໃນພິທີດັ່ງກ່າວ ສະຫາຍ ວົງສະຫວັນ ເທບພະຈັນ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງຫຼວງພະບາງ ໄດ້ໃຫ້ກຽດໂອ້ລົມຕໍ່ຄູ-ອາຈານ ແລະ ສຳມະນາກອນ ເຫັນໄດ້ຄວາມໝາຍສຳຄັນຂອງການຝຶກອົບຮົມກົດໝາຍ ຊຶ່ງໄດ້ຈັດຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ພາຍໃນແຂວງຫຼວງພະບາງ ພວມອອກແຮງແຂ່ງຂັນໃນການຈັດຕັ້ງຜັນຂະຫຍາຍມະຕິ ຄັ້ງທີ X ຂອງພັກ, ການຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງຫຼວງພະບາງ, ເວົ້າສະເພາະແມ່ນການເສີມຂະຫຍາຍການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ ແລະ ລະບຽບການ. ການຝຶກອົບຮົມກົດ ໝາຍຄັ້ງນີ້ ຈຸດປະສົງແນໃສ່ຍົກລະດັບຄວາມຮູ້ດ້ານກົດໝາຍໃຫ້ແກ່ພະນັກງານຫຼັກແຫຼ່ງໃນພະແນກການ ແລະ ອົງການຈັດຕັ້ງຕ່າງໆອ້ອມຂ້າງແຂວງ ເພື່ອນຳໄປຈັດຕັ້ງປະຕິບັດ ໃນຂົງເຂດວຽກງານຕົວຈິງໃຫ້ສຳເລັດຜົນ.     ນອກຈາກນີ້ ສະຫາຍ ວົງສະຫວັນ ເທບພະຈັນ ກໍ່ໄດ້ມີຄຳເຫັນເໜັ້ນໜັກເຖິງຄູ-ອາຈານ ຈົ່ງໄດ້ເພີ່ມທະວີຄວາມເອົາໃຈໃສ່ໃນການສິດສອນ ຕາມຕຳລາທີ່ກະຊວງຍຸຕິທຳວາງອອກ, ເອົາໃຈໃສ່ແຕ່ງບົດສອນ, ນຳໃຊ້ວິທີການ ສິດສອນໃຫ້ເໝາະສົມກັບກຳນົດເວລາ, ມີການສົນທະນາ, ອະທິບາຍເນື້ອໃນແຕ່ລະບົດໃຫ້ຈະແຈ້ງ ໂດຍສົມທຽບກັບພຶດຕິກຳຕົວຈິງທີ່ເກີດຂຶ້ນໃນສັງຄົມ ເພື່ອເຮັດໃຫ້ນັກຝຶກອົບຮົມຮັບຮູ້ ແລະ ເຂົ້າໃຈງ່າຍ, ຈື່ໄດ້ດີ ແລະ ສະມາດນຳເອົາຄວາມຮູ້ດັ່ງກ່າວໄປນຳໃຊ້ຢ່າງມີປະສິດທິຜົນ. ສຳລັບ ນັກຝຶກອົບຮົມ ຕ້ອງເພີ່ມທະວີຄວາມເປັນເຈົ້າການໃນການປະຕິບັດໂມງເວລາ, ຮູ້ຍາດແຍ່ງເອົາຄວາມຮູ້ຈາກຄູອາຈານ ພ້ອມທັງຮຽນຮູ້ແລກປ່ຽນ ແລະ ຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນ.          ຂຽນຂ່າວ ແລະ ຖ່າຍພາບ ໂດຍ: ນັກຂ່າວ ຫ້ອງການໂຄສະນາກົດໝາຍ   ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ເປີດຝຶກອົບຮົມກົດໝາຍະລຍະສັ້ນ 45 ວັນ ໃຫ້ແກ່ພະນັກງານຫຼັກແຫຼ່ງຂັ້ນແຂວງ
ເປີດຝຶກອົບຮົມກົດໝາຍລະຍະສັ້ນ 45 ວັນ ໃຫ້ແກ່ພະນັກງານຫຼັກແຫຼ່ງຂັ້ນແຂວງຊຸດທີ V ປະຈຳປີ 2017
https://www.moj.gov.la/lo/node/1007
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 12-ພະຈິກ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 12/11/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 12/11/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 12/11/2017
https://www.moj.gov.la/lo/node/1008
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 23-ພະຈິກ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 19/11/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 19/11/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 19/11/2017
https://www.moj.gov.la/lo/node/1009
ໃນວັນທີ 24 ພະຈິກ 2017, ເວລາ 13 ໂມງ 30 ນາທີ ທີ່ຫ້ອງປະຊຸມ ພະແນກຍຸຕິທຳແຂວງ ສະຫວັນນະເຂດ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານກົດໝາຍ ແລະ ຍຸຕິທຳ ລະຫວ່າງ ພະແນກຍຸຕິທຳແຂວງ ສະຫວັນນະເຂດ ແລະ ພະແນກຍຸຕິທຳແຂວງ ຈຳປາສັກ ໂດຍການເປັນປະທານຮ່ວມຂອງທ່ານ ອຸໄພວັນ ໄຊຍະວົງ ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງ ສະຫວັນນະເຂດ ແລະ ທ່ານ ບຸນເລີດ ວໍລະຈິດ ກຳມະການພັກແຂວງ, ຫົວໜ້າພະແນກຍຸຕິທຳແຂວງຈຳປາສັກ ເຂົ້າຮ່ວມກອງປະຊຸມຄັ້ງນີ້ປະກອບດ້ວຍ ຮອງຫົວໜ້າພະແນກ, ຫົວໜ້າ, ຮອງຫົວໜ້າຫ້ອງການ ຂອງພະແນກຍຸຕິທຳ ທັງ 2 ແຂວງ ຊຶ່ງມີຈຳນວນຜູ້ເຂົ້າຮ່ວມທັງໝົດ 20 ທ່ານ, ຍິງ 2 ທ່ານ. ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ທ່ານຫົວໜ້າພະແນກຍຸຕິທຳ ທັງ 2 ແຂວງ ກໍໄດ້ຜັດປ່ຽນກັນລາຍງານສະພາບການເຄື່ອນໄຫວວຽກງານທີ່ພົນເດັ່ນ ເປັນຕົ້ນ ບົດຮຽນໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານ, ບົດຮຽນການຈັດຕັ້ງປະຕິບັດວຽກງານທະບຽນສານ, ບົດຮຽນການເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ແລະ ວຽກງານຍຸຕິທຳຮາກຖານ, ທະບຽນຄອບຄົວ ແລະ ສັນຊາດ, ບົດຮຽນການສ້າງນິຕິກຳໃຕ້ກົດໝາຍ ແລະ ບັນດາວຽກງານອື່ນໆ. ໃນຕອນທ້າຍຂອງກອງປະຊຸມ ທ່ານຫົວໜ້າພະແນກຍຸຕິທຳ ທັງ 2 ແຂວງ ກໍໄດ້ມີການຕົກລົງເຫັນດີເປັນເອກະພາບກັນ ໃນການສຶບຕໍ່ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໂດຍຜັດປ່ຽນກັນເປັນເຈົ້າພາບໃນການແລກປ່ຽນບົດຮຽນຂອງແຕ່ລະປີ. ພາຍຫຼັງສຳເລັດກອງປະຊຸມແລ້ວ ກໍໄດ້ຈັດກິດຈະກຳແຂ່ງຂັນກິລາ ບານເຕະ ແລະ ເປຕັງ ເພື່ອເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງ ພະແນກຍຸຕິທຳທັງສອງແຂວງ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂື້ນ, ພ້ອມທັງເປັນການສ້າງຂະບວນການຕ້ອນຮັບ ແລະ ສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 42 ປີ ທີ່ຈະມາເຖິງ.   ປະເພດຂ່າວ: ກອງປະຊຸມ-ສຳມະນາ
ກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານກົດໝາຍ ແລະ ຍຸຕິທຳ ລະຫວ່າງ ພະແນກຍຸຕິທຳ ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ
https://www.moj.gov.la/lo/node/1010
ໃນຕອນເຊົ້າຂອງວັນທີ 27 ພະຈິກ 2017 ທີ່ ໂຮງແຮມເມື່ອງແທງ ນະຄອນຫຼວງວຽງຈັນ ກອງປະຊຸມພົບປະສອງຝ່າຍລະຫວ່າງກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ໄດ້ຈັດຂືຶ້ນ ໂດຍການເຂົ້າຮ່ວມທັງສອງຝ່າຍ, ຝ່າຍລາວນຳໂດຍ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິ ແຫ່ງ ສປປ ລາວ ແລະ ຝ່າຍຫວຽດນາມນຳໂດຍ ທ່ານ ເລ ແທ່ງລອງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍບັນດາຄະນະຜູ້ແທນຈາກຝ່າຍລາວ ແລະ ຫວຽດນາມເຂົ້າຮ່ວມຢ່າງພ້ອມພຽງ.     ໃນກອງປະຊຸມ ທ່ານ ໄຊສີ ສັນຕິວົງ ກໍໄດ້ສະແດງຄວາມປິຕິຊົມຊື່ນ, ເປັນກຽດຢ່າງຍິ່ງ ແລະ ຂຳນັບຊົມເຊີຍການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນຂັ້ນສູງຂອງກະຊວງຍຸຕິທຳຫວຽດນາມໃນຄັ້ງນີ້ ເພື່ອເປັນການເສີມຂະຫຍາຍມູນເຊື້ອຄວາມສາມັກຄີຮັກແພງແບບພິເສດ ແລະ ການຮ່ວມມືຮອບດ້ານຂອງສອງຊາດ     ລາວ-ຫວຽດນາມອ້າຍນ້ອງ, ເວົ້າລວມ, ເວົ້າສະເພາະກໍຄືສອງກະຊວງຍຸຕິທຳ, ພ້ອມດຽວກັນນັ້ນ ທ່ານຍັງໄດ້ລາຍງານກ່ຽວກັບສະພາບເສດຖະກິດ-ສັງຄົມ ແລະ ການເຄື່ອນໄຫວວຽກງານຍຸຕິທຳຂອງລາວທີ່ພົ້ນເດັ່ນ ຂອງປີ 2017, ຊຶ່ງກະຊວງຍຸຕິທຳໄດ້ສົມທົບກັບພາກສ່ວນຕ່າງໆໃນການສ້າງ ແລະ ປັບປຸງກົດໝາຍ ໄດ້ທັງໝົດ 28 ສະບັບ, ໃນນີ້ກົດໝາຍປັບປຸງໃໝ່ 13 ສະບັບ, ສະເພາະກົດໝາຍຂອງກະຊວງຍຸຕິທຳແມ່ນມີ 3 ກົດໝາຍ ຄື: ປະມວນກົດໝາຍອາຍາ, ປະມວນກົດໝາຍແພ່ງ ແລະ ກົດໝາຍວ່າດ້ວຍ ສັນຊາດ, ວຽກງານໂຄສະນາເຜີຍແຜ່ກົດໝາຍໄດ້ມີການເຜີຍແຜ່ຫຼາຍຊ່ອງທາງ, ວຽກງານສົ່ງເສີມລະບົບຄວາມຍຸຕິທຳກໍໄດ້ເອົາໃຈໃສ່ລົງເຜີຍແຜ່ໃຫ້ຂັ້ນທ້ອງຖິ່ນເພີ່ມຂຶ້ນ, ວຽກງານຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ໃນປີ 2017 ສາມາດຈັດຕັ້ງປະຕິບັດຄຳຕັດສິນຂອງສານໃນທົ່ວປະເທດໄດ້ຈຳນວນ 1.555 ເລື່ອງ, ພວມຈັດຕັ້ງປະຕິບັດຈຳນວນ 18.465 ເລື່ອງ ແລະ ບໍ່ສາມາດປະຕິບັດໄດ້ 2.423 ເລື່ອງ. ນອກຈາກນັ້ນ, ທ່ານ ໄດ້ຕີລາຄາການຈັດຕັ້ງປະຕິບັດແຜນການຮ່ວມມືກັນລະຫວ່າງສອງກະຊວງຍຸຕິທຳລາວ-ຫວຽດນາມ ໃນໄລຍະປີ 2017 ແມ່ນໄດ້ມີການພັວພັນກັນຢູ່ຂັ້ນສູນກາງ ຕະຫຼອດຮອດຂັ້ນທ້ອງຖິ່ນ ທີ່ໄດ້ມີການພົວພັນຮ່ວມມືກັນຢ່າງຕໍ່ເນື່ອງລຽນຕິດ, ດຳເນີນໄປດ້ວຍບັນຍາກາດດີ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນເປັນຢ່າງດີ.        ຫຼັງຈາກນັ້ນ, ທ່ານ ເລ ແທ່ງລອງ ກໍໄດ້ສະແດງຄວາມຂອບໃຈຕໍ່ຄະນະຜູ້ແທນກະຊວງຍຸຕິທຳລາວ ທີ່ໄດ້ເຊຶ້ອເຊີນຄະນະຜູ້ແທນກະຊວງຍຸຕິທຳຫວຽດນາມ ມາຢ້ຽມຢາມ ແລະ ເຂົ້າຮ່ວມໃນການຜັດປ່ຽນການເປັນເຈົ້າພາບພິທີສະເຫຼີມສະຫຼອງຄົບຮອບ 35 ປີ ການຮ່ວມມືຍຸຕິທຳຫວຽດນາມ-ລາວ ແລະ ການຕ້ອນຮັບຢ່າງອົບອຸ່ນດ້ວຍໄມຕຣີຈິດແບບອ້າຍນ້ອງ. ພ້ອມດຽວກັນນັ້ນທ່ານຍັງໄດ້ລາຍການກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ໃນໄລຍະຜ່ານມາ ກ່ຽວກັບວຽກງານກໍ່ສ້າງກົດໝາຍ ລະບົບກົນໄກນັບມື້ນັບໄດ້ຮັບການປັບປຸງ ໃນ 9 ເດືອນຕົ້ນປີ ລັດຖະບານໄດ້ນຳສະເໜີສະພາແຫ່ງຊາດຜ່ານໂຄງການກົດໝາຍ 12 ໂຄງການ; ສະພາຄົ້ນຄວ້າ ແລະ ມີຄຳເຫັນຕໍ່ໂຄງການກົດໝາຍ 5 ໂຄງການ, ປັດຈຸບັນຫວຽດນາມພວມສືບຕໍ່ຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດການປະຕິຮູບທີ່ວາງອອກ ຊຶ່ງໄດ້ຮຽກຮ້ອງຫຼາຍໆດ້ານຕໍ່ກະຊວງຍຸຕິທຳ ໃນຖານນະເປັນສະມາຊິກຂອງຄະນະຊີ້ນຳໃນການປະຕິຮູບຍຸຕິທຳຂັ້ນສູນກາງ, ສະມາຊິກຂອງລັດຖະບານ ມີບົດບາດຫຼາຍດ້ານທີ່ກ່ຽວ ຂ້ອງກັບການເຄື່ອນໄຫວຂອງອົງການນິຕິບັນຍັດ (ສ້າງກົດໝາຍ) ແລະ ຍຸຕິທຳຂອງຊາດ; ນອກຈາກນັ້ນ, ທ່ານຍັງຕີລາຄາກ່ຽວກັບສະພາບການຮ່ວມມືລະຫວ່າງ ສອງກະຊວງຍຸຕິທຳປີ 2017 ແລະ ບັນດາແຂວງທີ່ມີຊາຍແດນຕິດຈອດກັນຂອງສອງປະເທດ ກໍໄດ້ມີການປະສານສົມທົບ ແລະ ຜັນຂະຫຍາຍການເຄື່ອນໄຫວຮ່ວມມືໃນຫຼາຍດ້ານ, ຢູ່ຂັ້ນທ້ອງຖິ່ນ ບັນດາພະແນກຍຸຕິທຳກໍໄດ້ຮັບຄວາມເອົາໃຈໃສ່ຊີ້ນຳ ນໍາພາຂອງຄະນະນໍາກະຊວງ,  ຊຶ່ງເວລາໃດ ກໍມີຄວາມພະຍາຍາມ, ຄວາມເອົາໃຈໃສ່ ແລະ ຮ່ວມໃຈກັນ ໃນການຮ່ວມມືທາງດ້ານກົດໝາຍ ແລະ ຍຸຕິທຳຂອງບັນດາພະນັກງານ-ລັດຖະກອນສອງກະຊວງຍຸຕິທຳ.     ໃນກອງປະຊຸມທັງສອງຝ່າຍໄດ້ປືກສາຫາລືກ່ຽວກັບທິດທາງສືບຕໍ່ການພົວພັນຮ່ວມມືໃນຕໍ່ໜ້າ ຊຶ່ງໃນປີ 2018 ກະຊວງຍຸຕິທຳລາວຈະເປັນເຈົ້າພາບຈັດກອງປະຊຸມວຽກງານຍຸຕິທຳຂອງບັນດາແຂວງທີ່ມີຊາຍແດນ ລະຫວ່າງລາວ-ຫວຽດນາມ ຄັ້ງທີ 4, ກອງປະຊຸມເຈົ້າໜ້າທີອາວຸໂສກົດໝາຍອາຊຽນ ແລະ ກອງປະຊຸມລັດຖະມົນຕີກົດໝາຍອາຊຽນ, ດັ່ງນັ້ນ, ຈຶ່ງສະເໜີໃຫ້ກະຊວງຍຸຕິທຳ ສສ ຫວຽດນາມ ຖ່າຍທອດບົດຮຽນທີ່ດີ ເພື່ອກະກຽມໃສ່ບັນດາກອງປະຊຸມດັ່ງກ່າວ. ໃນຕອນທ້າຍຂອງກອງປະຊຸມຄະນະຜູ້ແທນທັງສອງຝ່າຍລາວ-ຫວຽດນາມກໍໄດ້ພ້ອມກັນ ອວຍພອນໃຫ້ຄວາມສາມັກຄີແບບພິເສດ ແລະ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວຈົ່ງໝັ້ນຄົງທະນົງແກ່ນ ແລະ ສວຍສົດງົດງາມຕະຫຼອດການລະນານ, ໃນຕອນທ້າຍຂອງກອງປະຊຸມທັງສອງຝ່າຍຍັງໄດ້ລົງນາມຮ່ວມມືກັນຕື່ມອີກ. ຂຽນຂ່າວ ໂດຍ: ປາວີຄຳ ເພັດທະລາກຸນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມພົບປະສອງຝ່າຍລະຫວ່າງ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ກະຊວງຍຸຕິທຳ ແຫ່ງ ສສ ຫວຽດ
ກອງປະຊຸມພົບປະສອງຝ່າຍລະຫວ່າງ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ
https://www.moj.gov.la/lo/node/1011
ໃນຕອນເຊົ້າຂອງວັນທີ 28 ພະຈິກ 2017 ທີ່ຫໍວັດທະນາທຳແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ມີພິທີໂຮມຊຸມນຸມສະເຫຼີມສະຫຼອງສາມວັນປະຫວັດສາດຄວາມສາມັກຄີມິດຕະພາບ ລາວ-ຫວຽດນາມ ເຊັ່ນ ວັນສ້າງຕັ້ງສາຍພົວພັນ ການທູດຄົບຮອບ 55 ປີ, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຄົບຮອບ 40 ປີ ແລະ ການຮ່ວມມືມິດຕະພາບລະຫວ່າງກະຊວງຍຸຕິທຳລາວ ແລະ ກະຊວງຍຸຕິທຳຫວຽດນາມຄົບຮອບ 35 ປີ.  ໃຫ້ກຽດເຂົ້າຮ່ວມໂດຍ    ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ, ທ່ານ ເລ ແທ່ງລອງ ລັດຖະມົນຕີກະຊວງຍຸຕິທຳ ສສ ຫວຽດນາມ, ມີຜູ້ຕ່າງໜ້າຈາກ ກະຊວງພາຍໃນ, ກະຊວງການຕ່າງປະເທດ, ທ່ານ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ສສ ຫວຽດນາມປະຈຳລາວ, ມີບັນດາຄະນະຜູ້ແທນຈາກຝ່າຍລາວ ແລະ ຫວຽດນາມ, ພະນັກງານ-ລັດຖະກອນ ຕະຫຼອດຮອດບັນດານັກສຶກສາ ຈາກສະຖາບັນຍຸຕິທຳແຫ່ງຊາດ ເຂົ້າຮ່ວມຢ່າງພ້ອມພຽງ.     ໃນພິທີ ທ່ານ ບຸນຕາ ສ.ຜາບມີໄຊ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ກໍໄດ້ຂຶ້ນກ່າວຈຸດປະສົງຂອງການຈັດພິທີສະເຫຼີມສະຫຼອງໃນຄັ້ງນີ້ ກໍເພື່ອເພີ່ມທະວີມູນເຊື້ອການຮ່ວມມືຂອງຂະແໜງຍຸຕິທຳສອງຊາດລາວ-ຫວຽດນາມ ໃຫ້ເຂົ້າສູ່ງລ່ວງເລິກ, ຖືກທິດທາງນະໂຍບາຍ ແລະ ແຜນການຂອງຂະແໜງຍຸຕິທຳຂອງສອງຊາດຢ່າງມີປະສິດທິຜົນສູງ; ທົບທວນຄືນປະຫວັດແຫ່ງການພົວພັນອັນຍາວນານ ຊຶ່ງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ພວກເຮົາຍິ່ງຈົດຈຳລຳລຶກ ແລະ ຮູ້ບຸນຄຸນຢ່າງສຸດຊື່ງ ຕໍ່ຜູ້ນຳທັງສອງປະເທດ ເປັນຜູ້ໃຫ້ກຳເນີດ ແລະ ເປັນແບບຢ່າງອັນຈະແຈ້ງແຫ່ງການຖະນຸຖະໜອມ, ເພີ່ມພູນຄູນສ້າງມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄິພິເສດ ຂອງສອງຊາດຢ່າງສະເໝີຕົ້ນສະເໝີປາຍ; ເຜີຍແຜ່ການຮ່ວມມືທາງດ້ານວຽກງານກົດໝາຍ ແລະ ຍຸຕິທຳ ລະຫວ່າງ ກະຊວງຍຸຕິທຳລາວ-ຫວຽດນາມ ໄດ້ມີການເຊັນສັນຍາຮ່ວມມືນຳກັນເລີ່ມຕົ້ນແຕ່ປີ 1982 ເປັນຕົ້ນມາ ຊຶ່ງນັບແຕ່ປີນັ້ນມາ ກະຊວງຍຸຕິທຳສສ ຫວຽດນາມ ໄດ້ມີການຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນທາງດ້ານວິຊາການກົດໝາຍ ແລະຍຸຕິທຳ.     ຫຼັງຈາກນັ້ນ, ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ສປປ ລາວ ໄດ້ຂຶ້ນກ່າວຄຳເຫັນໃນພິທີ ຊຶ່ງທ່ານໄດ້ກ່າວເຖິງການຮ່ວມມືຮອບດ້ານຂອງສອງພັກ-ສອງລັດໄດ້ພົວພັນໃນທຸກຂົງເຂດ ເຊັ່ນ: ຂົງເຂດການເມືອງ, ເສດຖະກິດ-ສັງຄົມ-ວັດທະນາທຳສັງຄົມ ແລະ ເຕັກໂນໂລຊີ, ການຮ່ວມມືໃນຂະແໜງຍຸຕິທຳຂອງສອງປະເທດ ກໍໄດ້ຮັບການສ້າງຕັ້ງ ແລະ ຮ່ວມມືກັນຂຶ້ນ ຊຶ່ງໄດ້ຮັບໝາກຜົນ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ໄດ້ສະແດງອອກໃນຕົວຈິງຄື: ສສ ຫວຽດນາມໄດ້ສົ່ງຊ່ຽວຊານມາຊ່ວຍສ້າງຫຼັກສູດ ການຮຽນ-ການສອນກົດໝາຍຊັ້ນກາງໃຫ້ກະຊວງຍຸຕິທຳ, ໄດ້ສົ່ງຊ່ຽວຊານ, ນັກວິຊາການທີ່ມີຄວາມຊຳນານທາງດ້ານກົດໝາຍ ມາຊ່ວຍສ້າງ ລັດຖະທຳມະນູນ ສະບັບທຳອິດຂອງ ສປປ ລາວ ຊຶ່ງປະກາດໃຊ້ໃນວັນທີ ເດືອນ 15 ສິງຫາ ປີ1991;  ນອກນັ້ນ, ກະຊວງຍຸຕິທຳຫວຽດນາມ ໄດ້ເອົາໃຈໃສ່ຊີ້ນຳບັນດາສະຖາບັນການສຶກສາວິຊາສະເພາະກົດໝາຍທີ່ຂຶ້ນກັບຕົນ ໃນການຊ່ວຍສ້າງຊັບພະຍາກອນມະນຸດໃນຂົງເຂດກົດໝາຍ ແລະ ຍຸຕິທຳ ໃຫ້ແກ່ ສປປ ລາວ. 35 ປີຜ່ານມາ ສອງກະຊວງຍຸຕິທຳລາວ-ຫວຽດນາມ ໄດ້ຮ່ວມກັນປຶກສາຫາລືແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນຂົງເຂດວຽກງານ ກົດໝາຍ ແລະ ຍຸຕິທຳ ເຮັດໃຫ້ວຽກງານຍຸຕິທຳສອງປະເທດໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ໂອກາດດັ່ງກ່າວ ທ່ານ ໄຊສີ ສັນຕິວົງ ກໍສະແດງຄວາມຮູ້ບຸນຄຸນຕໍ່ຜົນງານ ແລະ ຄຸນງາມຄວາມດີ ທີ່ກະຊວງຍຸຕິທຳ ສສ ຫວຽດນາມທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດພັດທະນາຂະແໜງຍຸຕິທຳ ສປປ ລາວນັ້ນ, ລັດຖະບານ ແຫ່ງ ສປປ ລາວ ໄດ້ຕົກລົງມອບຫຼຽນໄຊ, ຫຼຽນກາ ໃຫ້ແກ່ກົມກອງລວມໜູ່ ແລະ ບຸກຄົນຂອງກະຊວງຍຸຕິທຳ ສສ ຫວຽດນາມ ທີ່ມີຜົນງານອັນໃຫຍ່ຫຼວງເຂົ້າໃນການພັດທະນາຂະແໜງຍຸຕິທຳ ສປປ ລາວໄລຍະ 35 ປີ ຜ່ານມາ.    ຈາກນັ້ນ ທ່ານ ເລ ແທ່ງລອງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ໄດ້ມີຄຳເຫັນຕໍ່ພິທີສະເຫຼີມສະຫຼອງ, ພາຍຫຼັງ 35 ປີ ແຫ່ງການສ້າງ ແລະ ໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ຢ່າງເປັນພິເສດຂອງການນຳ ແລະ ພະນັກງານຂະແໜງຍຸຕິທຳແຕ່ລະລຸ້ນ, ການພົວພັນດດັ່ງກ່າວນີ້ພວມນັບມື້ພັດທະນາກ້າວເຂົ້າສູ່ລ່ວງເລິກ, ທາດແທ້ ແລະ ປະສິດທິຜົນ ດ້ວຍເນື້ອໃນການຮ່ວມມືຫຼາກຫຼາຍນັບແຕ່ສູນກາງລົງຮອດທ້ອງຖິ່ນ, ຜ່ານການເຊັນ ສົນທິສັນຍາ ແລະ ຜັນຂະຫຍາຍຈັດຕັ້ງປະຕິບັດບັນດາບົດບັນທຶກການຮ່ວມມື ລະຫວ່າງ ສອງກະຊວງຍຸຕິທຳ ຫວຽດນາມ-ລາວ ໄດ້ມີການແລກປ່ຽນຄະນະວິຊາການ, ຄະນະຊ່ຽວຊານ,ຈັດຕັ້ງບັນດາກອງປະຊຸມແບ່ງປັນປະສົບການ, ແລກປ່ຽນບັນດານິຕິກຳ ກົດໝາຍ, ຂໍ້ມູນ ຂ່າວສານ, ປຶ້ມກົດໝາຍ ເປັນຕົ້ນ. ພ້ອມດຽວກັນນີ້, ໃນພິທີມີຄວາມໝາຍຄວາມສຳຄັນນີ້ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ເລິກເຊິ່ງຕໍ່ກັບພັກ, ລັດຖະບານ, ປະຊາຊົນ ບັນດາບັນເຜົ່າຂອງລາວ ແລະ ຂະແໜງຍຸຕິທຳລາວອ້າຍນ້ອງ ທີ່ໄດ້ສະໜັບສະໜູນຢ່າງເຂັ້ມແຂງ ແລະ ເວລາໃດກໍຄ່ຽງບ່າຄ່ຽງໄລ່ ພ້ອມກັນກັບຂະແໜງຍຸຕິທຳຫວຽດນາມ. ເພື່ອຮັບຮອງບັນດາຜົນງານທີ່ປະກອບສ່ວນຂອງກະຊວງ ແລະ ຂະແໜງຍຸຕິທຳລາວ, ລັດຖະບານຫວຽດນາມໄດ້ຕົກລົງມອບຫຼຽນໄຊ, ຫຼຽນກາມິດຕະພາບໃຫ້ແກ່ກົມກອງລວມໝູ່ ໃຫ້ກະຊວງຍຸຕິທຳ ສປປ ລາວ ແລະ ບັນດາສະຫາຍການນຳກະຊວງຍຸຕິທຳລາວ; ນອກນີ້ທາງກະຊວງຍຸຕິທຳ ສສ ຫວຽດນາມ ກໍໄດ້ມອບຫຼຽນລະນຶກ ເພື່ອພາລະກິດຍຸຕິທຳ ແລະ ໃບຍ້ອງຍໍຂອງລັດຖະມົນຕີກະຊວງຍຸຕິທຳໃຫ້ແກ່ກົມກອງລວມໝູ່ ແລະ ບຸກຄົນທີ່ຂຶ້ນກັບກະຊວງຍຸຕິທຳລາວ.       ໃນໂອກາດດຽວກັນນີ້ ທ່ານ ບຸນທາ ຊົງເຢີທ່າວ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນອ່ານ ລັດຖະດຳລັດຂອງປະທານປະເທດ ແຫ່ງ ສປປ ລາວ ວ່າດ້ວຍການປະດັບຫຼຽນໄຊອິດສະຫຼະຊັ້ນ 1 ໃຫ້ແກ່ກະຊວງຍຸຕິທຳ ສສ ຫວຽດນາມ; ປະດັບຫຼຽນໄຊອິດສະຫຼະ ຊັ້ນ 2 ໃຫ້ແກ່ ທ່ານ ເລ ແທ່ງລອງ ລັດຖະມົນຕີກະຊວງຍຸຕິທຳ ສສ ຫວຽດນາມ, ໃຫ້ກຽດມອບໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຂືຶ້ນຮັບໂດຍ ທ່ານ ເລ ແທ່ງລອງ ລັດຖະມົນຕີກະຊວງຍຸຕິທຳ ສສ ຫວຽດນາມ; ການປະດັບຫຼຽນໄຊອິດສະຫຼະ ຊັ້ນ 3 ໃຫ້ແກ່ພະນັກງານກະຊວງຍຸຕິທຳ ສສ ຫວຽດນາມ ຈຳນວນ 4 ສະຫາຍ; ມອບຫຼຽນໄຊແຮງງານ ຊັ້ນ 2 ໃຫ້ແກ່ ກົມກອງລວມໜູ່ ກະຊວງຍຸຕິທໍາ ສສ ຫວຽດນາມ ຈໍານວນ 2 ກົມກອງ; ມອບຫຼຽນໄຊແຮງງານ ຊັ້ນ 3 ໃຫ້ແກ່ກົມກອງລວມໝູ່ ກະຊວງຍຸຕິທໍາຫວຽດນາມ ຈໍານວນ 4 ກົມກອງ; ພ້ອມດຽວກັນນັ້ນຍັງໄດ້ອ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການປະດັບຫຼຽນກາ ແຮງງານ ໃຫ້ວິທະຍາໄລກົດໝາຍດົ້ງເຫີຍ; ປະດັບຫຼຽນກາມິດຕະພາບ ໃຫ້ ຈຳນວນ 11 ສະຫາຍ.     ພ້ອມດຽວກັນນີ້ກະຊວງຍຸຕິທຳ ສປປ ລາວ ໄດ້ຮັບການປະດັບຫຼຽນ ແລະ ໄດ້ຮັບການຍ້ອງຍໍ ຈາກລັດຖະບານ ສສ ຫວຽດນາມ, ຊຶ່ງໄດ້ມີຂໍ້ຕົກລົງ ວ່າດ້ວຍການມອບຫຼຽນໄຊເອກະລາດຂອງປະທານປະເທດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຕົກລົງ ມອບຫຼຽນໄຊເອກະລາດ ຊັ້ນ 1  ໃຫ້ແກ່ ກະຊວງຍຸຕິທໍາ ແຫ່ງ ສປປ ລາວ; ມອບຫຼຽນໄຊເອກະລາດ ຊັ້ນ 2 ໃຫ້ແກ່ ສະຫາຍ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໂດຍການໃຫ້ກຽດມອບໂດຍ ທ່ານ ເລ ແທ່ງລອງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ; ຂຶ້ນຮັບໂດຍ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ; ມອບຫຼຽນໄຊເອກະລາດ ຊັ້ນ 3 ໃຫ້ແກ່ ສະຫາຍ ປອ. ເສີມສຸກ ສິມພະວົງ, ສະຫາຍ ບຸນສະຫວາດ ບຸບຜາ, ສະຫາຍ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳລາວ; ມອບຫຼຽນກາລະນຶກ ເພື່ອພາລະກິດຍຸຕິທຳ ໃຫ້ແກ່ 11 ສະຫາຍ ທີ່ຂຶ້ນກັບກະຊວງຍຸຕິທຳລາວ; ມອບໃບຍ້ອງຍໍໃຫ້ແກ່ກົມກອງລວມໝູ່ ຈຳນວນ 2 ກົມກອງ; ພິທີສະເຫຼີມສະຫຼອງການຮ່ວມມື ລະຫວ່າງ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ໄດ້ດຳເນີນຢ່າງມີບັນຍາກາດຟົດຟຶ້ນໄປຈົນເຖິງ 11 ໂມງຂອງວັນດຽວກັນຈຶ່ງໄດ້ອັດລົງຢ່າງເປັນທາງການ. ຂຽນຂ່າວ ໂດຍ: ປາວີຄຳ ເພັດທະລາກຸນ ພາບໂດຍ: ສຸກສາຄອນ ຈັນທະວຸດ; ສົມຫວັງ ບົວລະພັນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ພິທີໂຮມຊຸມນຸມສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ແຫ່ງການສ້າງການຮ່ວມມືຂະແໜງຍຸຕິທຳ ລາວ-ຫວຽດນາມ ຄົບຮອບ 35 ປີ 28 ພະຈິກ 2017 ຫໍວັດທະນາທຳແຫ່ງຊາດ
ພິທີໂຮມຊຸມນຸມສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ແຫ່ງການຮ່ວມມືຂະແໜງຍຸຕິທຳ ລາວ-ຫວຽດນາມ ຄົບຮອບ 35 ປີ
https://www.moj.gov.la/lo/node/1012
ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 29 ພະຈິກ 2017 ທີ່ ກະຊວງຍູຕິທຳ ພາຍໃຕ້ການເປັນປະທານຂອງ ທ່ານ ພູທອນ ແກ້ວດວງມະນີ ຄະນະບໍລິຫານງານພັກກະຊວງຍຸຕິທໍາ, ຫົວໜ້າກົມໂຄສະນາເຜີຍແຜ່ກົດ ໝາຍ, ເຂົ້າຮ່ວມມີຜູ້ຕາງໜ້າຈາກ ກົມສົ່ງເສີມລະບົບຍຸຕິທຳ, ສະພາແຫ່ງຊາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ອົງການໄອຍະການປະຊາຊົນສູງສຸດ, ສູນກາງສະຫະພັນກຳມະບານລາວ, ກົມສືບສວນ-ສອບສວນ ກະຊວງປ້ອງກັນຄວາມສະຫງົບ, LIFE Project, ຮອງຫົວໜ້າກົມ ຕະຫຼອດຮອດຫົວໜ້າພະແນກ-ຮອງພະແນກ ແລະ  ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.     ໃນກອງປະຊຸມ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ໄດ້ສະເໜີຈຸດປະສົງ ແລະ ເນື້ອໃນຂອງກອງປະຊຸມ ຊຶ່ງທ່ານໄດ້ກ່າວວ່າ ກອງປະຊຸມໃນຄັ້ງນີ້ແມ່ນເພື່ອແລກປ່ຽນບົດຮຽນ ແລະ ການປະກອບ ຄຳຄິດຄຳເຫັນໃສ່ປຶ້ມຄູ່ມື ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ຖືກຕ້ອງຕາມຈຸດປະສົງ ແລະ ລະດັບຄາດໝາຍ ທີ່ທາງກົມ ແລະ ໂຄງການໄດ້ກໍານົດໄວ້. ຈາກນັ້ນ, ທ່ານ ນາງ ທິບພະສອນ ຫຼວງອາໄພ ຄູຝຶກດ້ານກົດໝາຍປະຈຳໂຄງການໄລຟ ຂອງອົງການບ້ານຈຸດສຸມສາກົນ ໄດ້ນຳສະເໜີຄື:ຈຸດປະສົງຫຼັກຂອງການສ້າງປຶ້ມຄູ່ມື ເພື່ອເປັນຄູ່ມືປະກອບເຂົ້າໃນການຝຶກອົບຮົມໃຫ້ພະນັກງານຂັ້ນທ້ອງຖິ່ນ ທີ່ເຮັດວຽກກ່ຽວກັບການແກ້ໄຂຂໍ້ຂັດແຍ່ງຕ່າງໆ; ເປັນຄູ່ມືທົດລອງໃນ ການຝຶກອົບຮົມແບບນຳໃຊ້ທັກສະທີ່ຫຼາກຫຼາຍ; ເປັນຄູ່ມືແນະນຳໃຫ້ກັບຜູ້ທີ່ຈະເປັນຄູຝຶກ ຫຼື ນັກໂຄສະນາເຜີຍແຜ່ກ່ຽວກັບການເຂົ້າເຖິງຂະບວນການຍຸຕິທຳໃນ ສປປ ລາວ. ຫຼັງຈາກນັ້ນ ກໍໄດ້ນຳສະເໜີເນື້ອໃນຂອງປຶ້ມຄູ່ມື ເພື່ອໃຫ້ ຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດຄຳເຫັນໃສ່, ຊຶ່ງປຶ້ມຄູ່ມືດັ່ງກ່າວປະກອບມີ 4 ພາກ ຄື: ພາກທີ 1 ພາກສະເໜີ; ພາກທີ 2 ອົງການທີ່ມີສິດ ແລະ ໜ້າທີ່ຮັບຜິດຊອບວຽກງານການເຂົ້າເຖິງລະບົບຍຸຕິທຳ; ພາກທີ 3 ຂັ້ນຕອນ ແລະ ການ ກຳນົດເວລາໃນການແກ້ໄຂຄຳຮ້ອງທຸກ ແລະ ພາກທີ 4 ອົງການຈັດຕັ້ງອື່ນທີ່ປະຊາຊົນສາມາດຮ້ອງຟ້ອງຂໍຄວາມຊ່ວຍເຫຼືອ, ນອກຈາກນັ້ນ, ຍັງນຳສະເໜີພາບລວມເຄື່ອງມືສື່ສານທີ່ຈຳເປັນ ເພື່ອຮັບໃຊ້ເຂົ້າໃນການຝຶກອົບຮົມ, ພາຍຫຼັງຮັບຟັງ ການສະເໜີເນື້ອໃນແລ້ວ ຜູ້ເຂົ້າຮ່ວມກໍໄດ້ພ້ອມກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ມີບັນຍາກາດຟົດຟຶ້ນ.  ຕອນທ້າຍ ທ່ານ ປະທານກອງປະຊຸມກໍໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຄວາມເອົາໃຈໃສ່ໃນການຕິດຕາມ ແລະ ປະກອບຄຳຄິດຄຳເຫັນຂອງຜູ້ເຂົ້າຮ່ວມ ເຮັດໃຫ້ເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ ໄດ້ຮັບໝາກຜົນຕາມ ລະດັບຄາດໝາຍທີ່ວາງໄວ້. ຂຽນຂ່າວໂດຍ: ປາວີຄຳ ເພັດທະລາກຸນ ພາບໂດຍ: ສົມຫວັງ ບົວລະພັນ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມແລກປ່ຽນຄຳຄິດເຫັນໃສ່ປຶ້ມຄູ່ມືສຳລັບ ການຝຶກອົບຮົມ ວຽກງານໂຄສະນາເຜີຍແຜ່ກ່ຽວກັບ ການສົ່ງເສີມໃຫ້ປະຊາຊົນເຂົ້າເຖິງຂະບວນກາຍນຍຸຕິທຳ ໃນ ສປປ ລາວ
ກອງປະຊຸມແລກປ່ຽນຄຳຄິດເຫັນໃສ່ປຶ້ມຄູ່ມືສຳລັບ ການຝຶກອົບຮົມ ວຽກງານໂຄສະນາ ເຜີຍແຜ່ກ່ຽວກັບການສົ່ງເສີມໃຫ້ປະຊາຊົນເຂົ້າເຖິງຂະບວນກາຍນຍຸຕິທຳ ໃນ ສປປ ລາວ
https://www.moj.gov.la/lo/node/1013
ວັນທີ 29 ພະຈິກ 2017 ຜ່ານມານີ້ ພະແນກຍຸຕິທຳແຂວງບໍລິຄຳໄຊ ຮ່ວມກັບ ທະນາຄານການຄ້າຕ່າງປະເທດລາວສາຂາປາກຊັນ  ແລະ ສານປະຊາຊົນແຂວງ ຈັດການແຂ່ງກິລາຂື້ນ ເພື່ອສ້າງຂະບວນການຕ້ອນຮັບວັນສຳຄັນຕ່າງໆ ຂອງຊາດ ໂດຍສະເພາະວັນຊາດທີ 2 ທັນວາທີ່ຈະເຖິງນີ້, ເປັນກຽດເຂົ້າຮ່ວມມີພະນັກງານການນຳພາຍໃນທະນາຄານການຄ້າຕ່າງປະເທດລາວ ແລະ ສານປະຊາຊົນແຂວງ ຕະຫຼອດຮອດພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງ.    ທ່ານ ຄຳ​ຜັນ ສິດ​ໄຊ​ຍະ​ສານ ວ່າການ​ຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງ ກ່າວວ່າ ຈຸດປະສົງ​ຂອງ​ການສ້າງຂະບວນການໃນເທື່ອ​ນີ້​ ກໍ່​ເພື່ອ​ເປັນ​ການສະ​ເຫຼີມສະຫຼອງວັນຊາດທີ 2 ທັນວາທີ່ຈະມາເຖິງນີ້ ​ທັງເປັນການເຕົ້າໂຮມ, ຜູກແໜ້ນຄວາມສາມັກຄີ ຮັກແພງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫ່ວາງ ພະແນກຍຸຕິທຳແຂວງ, ສານປະຊາຊົນແຂວງ ແລະ ທະນາຄານການຄ້າຕ່າງປະເທດລາວ ສາຂາປາກຊັນ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນກ່ວາເກົ່າ.    ການແຂ່ງຂັນຄັ້ງນີ້  ປະກອບມີ 02 ປະເພດ ຄື ເຕະບານຟຸດຊໍຊາຍ ແລະ ເປຕັງ ຍິງ-ຊາຍ ຊຶ່ງຜົນຂອງການແຂ່ງຂັນ ເຕະບານ ທີມທະນາຄານການຄ້າຕ່າງປະເທດລາວ ເອົາຊະນະ ທີມພະແນກຍຸຕິທຳແຂວງ. ກິລາເປຕັງ ທີມສານປະຊາຊົນແຂວງ ຊະນະ ທີມພະແນກຍຸຕິທຳແຂວງ ທັງຍິງ ແລະ ຊາຍ. ໃນໂອກາດນີ້ ທາງທະນາຄານການຄ້າຕ່າງປະເທດລາວສາຂາປາກຊັນໄດ້ນຳເອົາເຄື່ອງກິລາຈຳນວນ 38 ຊຸດມອບໃຫ້ພະແນກຍຸຕິທຳແຂວງ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂ່ງຂັນກິລາຕ້ອນຮັບວັນສຳຄັນຂອງຊາດ
ພະແນກຍຸຕິທຳແຂວງບໍລິຄໍາໄຊແຂ່ງຂັນກິລາຕ້ອນຮັບວັນສຳຄັນຂອງຊາດ
https://www.moj.gov.la/lo/node/1014
ໃນຕອນບ່າຍຂອງວັນທີ່ 28 ພະຈິກ 2017 ເວລາ 14:30 ໂມງ, ທີ່ພະແນກຍຸຕິທຳແຂວງຄຳມ່ວນ ໄດ້ຈັດພິທີປະກາດການຈັດຕັ້ງຄະນະໄກ່ເກ່ຍ-ກຳມະການຕັດສິນຂໍ້ຂັດແຍ່ງທາງດ້ານເສດຖະກິດຂື້ນ ໂດຍການເປັນປະທານ ຂອງ ທ່ານ ຄຳສີ ອຸດທິວົງ ຮອງເລຂາພັັກແຂວງ ຮອງເຈົ້າແຂວງໆຄຳມ່ວນ, ໂດຍມີຄະນະພະແນກການອ້ອມຂ້າງ, ຫົວໜ້າ ແລະ ຮອງຫົວໜ້າ ສາຂາຂອງທະນາຄານອ້ອມຂ້າງແຂວງ, ຄະນະໄກ່ເກ່ຍ-ກຳມະການຕັດສິນທາງດ້ານເສດຖະກິດ, ຫົວໜ້າ ແລະ ຮອງຫົວໜ້າຫ້ອງການ ພ້ອມດ້ວຍພະນັກງານຫຼັກແຫຼ່ງກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ ຊື່ງມີຈຳນວນທັງໝົດ 42 ທ່ານ, ຍິງ 7 ທ່ານ. ໃນພິທີ ທ່ານ ລຳພອນ ສີອັກສອນ ຮອງຫົວໜ້າພະແນກຍຸຕິທຳແຂວງຄຳມ່ວນ ກໍ່ໄດ້ຂື້ນລາຍງານກ່ຽວກັບການກະກຽມສ້າງຕັ້ງຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ພ້ອມທັງໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງຍຸຕິທຳ ສະບັບເລກທີ່ 944/ກຍ, ລົງວັນທີ່ 27 ຕຸລາ 2014 ວ່າດ້ວຍການອານຸມັດສ້າງຕັ້ງຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ພະແນກຍຸຕິທຳແຂວງຄຳມ່ວນ, ຂໍ້ຕົກລົງຂອງລັດຖະມົນຕີກະຊວງຍຸຕິທຳ ສະບັບເລກທີ 917/ກຍ, ລົງວັນທີ່ 07 ຕຸລາ 2016 ວ່າດ້ວຍການແຕ່ງຕັ້ງຄະນະໄກ່ເກ່ຍຂໍ້ຂັດແຍ່ງທາງດ້ານເສດຖະກິດຂອງຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແຂວງຄຳມ່ວນ ຊື່ງປະກອບມີບັນດາທ່ານຕາມລາຍຊື່ ດັ່ງນີ້: 1. ທ່ານ ນວນຕາ ສີທະວີວົງ ຫົວໜ້າຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແຂວງຄຳມ່ວນ; 2. ທ່ານ ນາງ ໄກສອນ ໄຄ້ຍະວົງ ວິຊາການຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແຂວງຄຳມ່ວນ; 3. ທ່ານ ນາງ ສຸກສະໝອນ ທຳມະວົງ  ວິຊາການຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແຂວງຄຳມ່ວນ; 4. ທ່ານ ສີນວນ ວອງປະດິດ ຫົວໜ້າໜ່ວຍງານພະແນກການເງິນ ແຂວງຄຳມ່ວນ; 5. ທ່ານ ລຳເງິນ ເພັດພູທອນ ຫົວໜ້າຂະແໜງພັດທະນາສີມືແຮງງານ ພະແນກແຮງງານ ແລະ  ສະຫວັດດີການສັງຄົມ ແຂວງຄຳມ່ວນ; 6. ທ່ານ ແສງສະຫວັດ ອິນທະພານິດ ຫົວໜ້າສາຂາຊີ້ນຳລວມ ທະນາຄານສົ່ງເສີມກະສິກຳ ແຂວງຄຳມ່ວນ; 7. ທ່ານ ອານຸວັນ ຫຼວງສີວິໄລ ຮອງຫົວໜ້າສາຂາ ທະນາຄານການຄ້າຕ່າງປະເທດລາວ ແຂວງຄຳມ່ວນ 8. ທ່ານ ສີສະຫວັນ ພົມມະຈັນ ຮອງຫົວໜ້າຂະແໜງທະບຽນ ແລະ ຄຸ້ມຄອງວິສາຫະກິດ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນ; 9. ທ່ານ ຈັນທະບູລຸດ ສົມວົງ ຮອງຫົວໜ້າຂະແໜງກວດກາ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຄຳມ່ວນ; 10. ທ່ານ ມະນີວົງ ສີລິສົມບັດ ຮອງຫົວໜ້າຂະແໜງສິນເຊື່ອ ທະນາຄານພັດທະນາລາວ ແຂວງຄຳມ່ວນ; 11. ທ່ານ ຄຳພູມີ ສຸວັນນະລາດ ຫົວໜ້າພະແນກໜີ້ສິນ-ເກັບເງິນ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຄຳມ່ວນ.   ຈາກນັ້ນ ທ່ານ ຄຳສີ ອຸດທິວົງ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆຄຳມ່ວນ ໄດ້ໃຫ້ກຽດມີຄຳຄິດຄຳເຫັນ ແລະ ກ່າວໂອ້ລົມ ເພື່ອເປັນເຂັມທິດເຍືອງທາງ ຊຶ່ງທ່ານໄດ້ກ່າວວ່າ ຄະນະກຳມະການດັ່ງກ່າວຕ້ອງມີຄຸນທາດການເມືອງທີ່ໜັກແໜ້ນ, ຕ້ອງມີຈັນຍາບັນຈັນຍາທຳ, ກຳແໜ້ນທາງດ້ານກົດໝາຍ ແລະ ລະບຽບການຕ່າງໆຂອງລັດວາງອອກ, ເອົາໃຈໃສ່ໂຄສະນາເຜີຍແຜ່ພາລະບົດບາດຂອງຕົນ, ແກ້ໄຂບັນຫາໃຫ້ຖືກຕ້ອງ ສອດຄ່ອງກັບກົດໝາຍ ແລະ  ລະບຽບການ ເຮັດໃຫ້ຄູ່ກໍລະນີ ໄດ້ຮັບຄວາມເປັນທຳທັງສອງຝ່າຍ. ຈາກນັ້ນ, ທ່ານ ນວນຕາ ສີທະວີວົງ ໃນນາມຕາງໜ້າຄະນະໄກ່ເກ່ຍ-ກຳມະການຕັດສິນຂໍ້ຂັດແຍ່ງທາງດ້ານເສດຖະກິດ ໄດ້ຂື້ນມີທັດສະນະຕໍ່ຄຳເຫັນ ແລະ ຄຳໂອ້ລົມ ຂອງທ່ານຮອງເຈົ້າແຂວງ, ນອກຈາກນີ້, ທ່ານກໍໄດ້ເນັ້ນຕື່ມອີກວ່າ ຄະນະໄກ່ເກ່ຍ ກຳມະການຕັດສິນ ຕ້ອງເຄື່ອນໄຫວວຽກງານໃຫ້ຖືກຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ມີຄວາມຖືກຕ້ອງ ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ລັດວາງອອກ. ພິທີດັ່ງກ່າວໄດ້ປິດລົງໃນເວລາ 15:50 ໂມງ ຂອງວັນດຽວກັນ.   ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພິທີປະກາດການຈັດຕັ້ງຄະນະໄກ່ເກັ່ຍ-ກຳມະການຕັດສິນຂໍ້ຂັດແຍ່ງທາງດ້ານເສດຖະກິດແຂວງຄຳມ່ວນ
ພິທີປະກາດການຈັດຕັ້ງຄະນະໄກ່ເກ່ຍ-ກຳມະການຕັດສິນຂໍ້ຂັດແຍ່ງທາງດ້ານເສດຖະກິດແຂວງຄຳມ່ວນ
https://www.moj.gov.la/lo/node/1016
ລາຍລະອຽດປະເພດຂອງເອກະສານ: ຂໍ້ຕົກລົງ ຂອງລັດຖະມົນຕີເອກະສານລົງວັນທີ: 05-ທັນວາ-2017ເລກທີຂອງເອກະສານ: 1 Online Viewinghttps://www.moj.gov.la/sites/default/files/%E0%BA%81%E0%BA%BB%E0%BA%A1%E0%BB%82%E0%BA%84%E0%BA%AA%E0%BA%B0%E0%BA%99%E0%BA%B2%E0%BB%80%E0%BA%9C%E0%BA%B5%E0%BA%8D%E0%BB%81%E0%BA%9C%E0%BB%88%E0%BA%81%E0%BA%BB%E0%BA%94%E0%BB%9D%E0%BA%B2%E0%BA%8D/documents/%E0%BA%99%E0%BA%B4%E0%BA%95%E0%BA%B4%E0%BA%81%E0%BA%B3/%E0%BA%82%E0%BB%8D%E0%BB%89%E0%BA%95%E0%BA%BB%E0%BA%81%E0%BA%A5%E0%BA%BB%E0%BA%87-%E0%BA%82%E0%BA%AD%E0%BA%87%E0%BA%A5%E0%BA%B1%E0%BA%94%E0%BA%96%E0%BA%B0%E0%BA%A1%E0%BA%BB%E0%BA%99%E0%BA%95%E0%BA%B5-0/1016/%E0%BA%82%E0%BB%8D%E0%BA%95%E0%BA%BB%E0%BA%81%E0%BA%A5%E0%BA%BB%E0%BA%87%20%E0%BA%88%E0%BB%9D%E0%BA%AB%20%28%20%E0%BB%83%E0%BB%9D%E0%BB%88%29.pdf
ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງຍຸຕິທໍາ ວ່າດ້ວຍການຄຸ້ມຄອງຈົດໝາຍເຫດທາງລັດຖະການ
https://www.moj.gov.la/lo/node/1017
ກະຊວງ​ຍຸຕິ​ທຳ ຈັດ​ພິທີ​ປະຖະກາຖາ​ວັນ​ມະຫາ​ປະຕິວັດ​ເດືອນ​ຕຸລາ ລັດ​ເຊຍ ຄົບຮອບ 100 ປີ (7 ພະຈິກ 1917-7 ພະຈິກ 2017) ຂຶ້ນໃນວັນທີ 30 ພະຈິກ 2017, ​ໂດຍ​ໃຫ້​ກຽດ​ປະຖະກາຖາ​ໃນວັນສຳຄັນດັ່ງກ່າວນີ້ ໂດຍ ທ່ານ ບຸນ​ສະຫວາດ ບຸບຜາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ; ມີ​ບັນດາພະນັກງານ​ຫຼັກ​ແຫຼ່ງອ້ອມ​ຂ້າງ​ກະຊວງ​ເຂົ້າ​ຮ່ວມຮັບຟັງ​ຢ່າງ​ພ້ອມພຽງ.      ໃນພິທີ ທ່ານ ບຸນ​ສະຫວາດ ບຸບຜາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ໄດ້ປາຖະກາຖາໃຫ້ຮູ້ວ່າ: ກ່ອນ​ໜ້າ​ນີ້ 100 ປີ ຄື ວັນ​ທີ 7 ພະຈິກ 1917 ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ໂບນ​ເຊ​ວິກ ທີ່​ມີ​ທ່ານ ​ເລ​ນິນ ​ເປັນ​ຜູ້ນຳ​ໜ້າ​ນັ້ນ ຊົນ​ຊັ້ນ​ກຳມະກອນ ​ແລະ ຊາວ​ຜູ້​ອອກ​ແຮງ​ງານ​ລັດ​ເຊຍ ​ໄດ້​ລຸກ​ຮື້​ຂຶ້ນ​ຢຶດອຳນາດ ​ແລະ ສ້າງ​ຕັ້ງ ລັດ​ເຊຍ (ສະຫະພາບ​ໂຊ​ວຽດ) ຊຶ່ງ​ເປັນ​ລັດຂອງ​ຊົນ​ຊັ້ນ​ກຳມະກອນ ​ແລະ ຊາວ​ຜູ້​ອອກ​ແຮງ​ງານ ລັດ​ທຳ​ອິດ​ຂອງໂລກ. ການ​ປະຕິວັດ​ເດືອນ​ຕຸລາ​ ລັດ​ເຊຍ ປີ 1917 ​ເກີດ​ຂຶ້ນ ບໍ່​ແມ່ນ​ເລື່ອງ​ບັງ​ເອີນ ​ແຕ່​ແມ່ນ​ກົດ​ເກນ​ທີ່​ຕ້ອງ​ເປັນ​ໄປ​ຂອງ​ສັງຄົມ​ມະນຸດ. ການ​ປະ​ຕິ​ວັດ​ເດືອນ​ຕຸລາ​ລັດ​ເຊຍ ມັນ​ໄດ້​ບົ່ມ​ເພາະ ​ແລະ ​ເຄື່ອນ​ໄຫວ​ມາ​ຕັ້ງ​ແຕ່ ປີ 1905 ຍ້ອນ​ການ​ສູ້​ຢັນ​ເຊິ່ງກັນ ​ແລະ ກັນ ​ລະຫວ່າງ​ຊົນ​ຊັ້ນ​ສັກ​ດີ​ນາ, ນາຍທຶນ ກັບ ​ກຳລັງ​ປະຕິວັດ ​ໄດ້​ແກ່ຍາວ​ຫຼາຍ​ປີ ຈົນ​ຮອດ​ວັນ​ທີ 25 ​ເດືອນ ຕຸລາ (ຕາມ​ປະຕິທິນ ລັດ​ເຊຍ) ​ເປັນ​ເວ​ລາ 7 ​ໂມງ ຂອງ​ວັນ​ທີ 7 ພະຈິກ 1917 (ຕາມ​ປະຕິທິນ​ສາກົນ) ການ​ລຸກ​ຮື້​ຂຶ້ນ​ຢ່າງ​ແຂງ​ແຮງ​ຂອງ​ຊົນ​ຊັ້ນ​ກຳມະກອນ, ປະຊາຊົນ​ຊາວ​ຜູ້​ອອກ​ແຮງ​ງານ ​ແລະ ຖັນ​ແຖວ​ກອງທັບ​ທີ່​ກ້າວໜ້າ ​ໄດ້​ແຜ່​ລາມ​ໄປ​ທົ່ວ​ປະ​ເທດ. ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 7 ພະຈິກ 1917 ກໍ່າ​ປັ່ນ​ຮົບ “ອາວາ​ໂຣຣາ” (ຮຸ່ງ​ອາ​ລຸນ) ​ໄດ້​ຍິງ​ປືນ​ໃຫຍ່​ໃສ່​ພະລາດ​ຊະ​ວັງ​ລະດູ​ໜາວ ທີ່ ​ເປ​ໂຕກຣາດ ຊຶ່ງ​ເປັນ​ເຮືອນ​ຫຼັງ​ສຸດ​ທ້າຍຂອງ​ລັດຖະບານ​ນາຍທຶນ, ຈາກ​ນັ້ນ ປະຊາຊົນ ​ແລະ ທະຫານ ກໍ​ບຸກ​ເຂົ້າ​ມ້າງ​ປະຕູ​ເຫຼັກ ​ໂຄ່ນ​ລົ້ມ​ລັດຖະບານ​ນາຍທຶນ​ຢ່າງ​ສິ້ນ​​ເຊີງ.      ພ້ອມ​ດຽວກັນ​ນີ້ ທ່ານ​ກໍ​ໄດ້​ຍົກ​ໃຫ້​ເຫັນ​ເຖິງຄວາມໝາຍຄວາມ​ສຳຄັນ​ຂອງ​ການ​ປະຕິວັດ​ເດືອນ​ຕຸລາ​ລັດ​ເຊຍ ຊຶ່ງ​ໄດ້​ມີ​ຄວາມ​ໝາຍ​ອັນ​ຍິ່ງ​ໃຫຍ່​ໃນ​ປະຫວັດສາດ,  ມັນ​ເປັນ​ການ​ໄຂ​ສັງກາດ​ໃໝ່​ໃຫ້​ແກ່ມ​ວນມະນຸດ ​ໃນ​ການ​ຂ້າມ​ຜ່ານ​ໄປ​ສູ່​ລະບອບ​ໃໝ່, ລະບອບ​ສັງຄົມ​ນິຍົມ, ​ເຮັດ​ໃຫ້​ໂລກ​ທີ່​ປົກ​ຄຸມ​ດ້ວຍ​ລະບອບ​ນາຍທຶນ ຖືກ​ແຕກ​ອອກ​ເປັນ​ປ່ຽງ ການ​ເປັນ​ລະບົບ​ສັງຄົມ​ນິຍົມ​ໃນ​ຂອບ​ເຂດ​ທົ່ວ​ໂລກ, ​ໂລກ​ໄດ້​ມີ​ 2 ລະບອບສັງຄົມ​ທີ່​ຕໍ່ສູ້​ກັນ, ທັງ​ແຂ່ງຂັນ ​ແລະ ຮ່ວມ​ມື​ກັນ; ການ​ປະຕິວັດ​ເດືອນ​ຕຸລາ​ລັດ​ເຊຍ​ສຳ​ເລັດ​ຜົນ ​ໄດ້​​ເກີດ​ມີ​ລັດ​ຂອງ​ຊົນ​ຊັ້ນ​ກຳມະກອນ ​ແລະ ຊາວນາ ​ເປັນ​ຄັ້ງ​ທຳ​ອິດ​ໃນ​ໂລກ, ​ແມ່ນ​ລັດ​ຂອງ​ປະຊາຊົນ ​ໂດຍ​ປະຊາຊົນ ​ແລະ ​ເພື່ອຜົນປະໂຫຍດຂອງ​ປະຊາຊົນ​ຢ່າງ​ແທ້​ຈິງ, ລະບອບ​ຄົນ​ກົດ​ຂີ່​ຂູດ​ຮີດ​ຄົນ​ໄດ້​ຖືກ​ລົບ​ລ້າງ​ຢ່າງ​ເປັນ​ທາງ​ການ, ປະຊາຊົນ​ທຸກ​ຊັ້ນ​ຄົນ​ ​ໄດ້​ມີ​ສິດ​ເສລີພາບ ປະຊາທິປະ​ໄຕ​ຢ່າງ​ເຕັມ​ປ່ຽມ, ປະຊາຊົນ​ໄດ້​ມີ​ສ່ວນ​ຮ່ວມ​ເປັນ​ເຈົ້າ​ການ​ ໃນ​ການສ້າງສາ​ພັດທະນາ​ປະ​ເທດ​ຊາດ​ຂອງ​ຕົນ; ການ​ປະຕິວັດ​ເດືອນ​ຕຸລາ​ລັດ​ເຊຍ ​ແມ່ນ​ໄຊຊະນະ​ຂອງ​ລັດທິ ມາກ-​ເລ​ນິນ ຈາກ​ທິດ​ສະ​ດີ ​ໄດ້​ກາຍ​ເປັນ​ພຶດຕິ​ກຳ​ຕົວ​ຈິງ, ພັກ​ກອມ​ມູນິດ​ໄດ້​ກາຍເປັນ​ພັກ​ກຳ​ອຳນາດ ນຳພາ​ທົ່ວ​ປະ​ເທດ​ເປັນ​ຄັ້ງ​ທຳ​ອິດ, ພັກ​ໄດ້​ກາຍ​ເປັນ​ແກນ​ນຳ​ລະບົບ​ການ​ເມືອງ ຂອງ​ລະບອບ​ສັງຄົມ​ນິຍົມ, ​ເປັນ​ຫຼັກ​ແຫຼ່ງ​ໃນ​ການ​ຮັດ​ແໜ້ນ​ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ​ພາຍ​ໃນ, ສຶກສາ​ອົບຮົມ ​ແລະ ປຸກລະດົມ​ປະຊາຊົນ​ຕໍ່ສູ້​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ.      ນອກ​ຈາກ​ນັ້ນ, ທ່ານ​ຍັງ​ໄດ້​ໃຫ້​ຮູ້​ອີກ​ວ່າ ພາຍຫຼັງ​ປະ​ເທດ​ຊາດ​ເຮົາ​ໄດ້​ຮັບ​ການ​ປົດ​ປ່ອຍ​ຢ່າງ​ສົມບູນ, ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ, ສະຫະພາບ​ໂຊ​ວຽດ ​ໄດ້​ຕັ້ງໜ້າ​ໃຫ້ການ​ສະໜັບສະ​ໜູນ​ ຊ່ວຍ​ເຫຼືອ​ຕໍ່​ປະ​ເທດ​ເຮົາ​ຢ່າງ​ໃຫຍ່​ຫຼວງ ​ແລະ ຮອບດ້ານ ເປັນຕົ້ນແມ່ນ ດ້ານ​ການ​ເມື​ອງ, ​ດ້ານເສດຖະກິດ, ດ້ານການ​ສຶກສາ, ດ້ານສາທາລະນະ​ສຸກ, ດ້ານວັດທະນະທຳ-ສັງຄົມ, ດ້ານວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ດ້ານການ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ, ດ້ານ​ການ​ຕ່າງປະ​ເທດ ​ແລະ ການ​ກໍ່ສ້າງ​ພັກ-ພະນັກງານ. ການ​ຮ່ວມ​ມື ​ແລະ ການ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ ມີ​ຫຼາຍ​ກິດຈະການ​ທີ່​ເປັນ​ພື້ນຖານ​ໃຫ້​ແກ່​ລາວ ​ເປັນ​ຕົ້ນ​ແມ່ນ ທາງ​ໝາຍ​ເລກ 9, ຂົວ​ປາກ​ກະດິງ, ​ໂຮງຮຽນ​ພັກ-ລັດ ຊັ້ນ​ສູງ (ທ່າ​ງອນ), ​ໂຮງໝໍ 150 ຕຽງ (ມິດຕະພາບ), ​ໂຮງ​ກາຍຍະ​ສິນ​ສູນ​ກາງ, ສະຖານີ​ດາວ​ທຽ​ມ (ສະ​ປຸດ​ນິກ) ຫຼັກ 52, ອຸປະກອນ​ພາຫະນະ​ການ​ທະຫານ ລົດ, ຍົນ, ອາວຸດ​ປະ​ເພດ​ຕ່າງໆ​ນັບ​ບໍ່​ຖ້ວນ, ​ແຕ່ລະ​ປີ ນັກ​ສຶກສາລາ​ວ ​ໄດ້​ໄປ​ຮຽນ​ຢູ່​ສະຫະພາບ​ໂຊ​ວຽດ ​ຈຳນວນຫຼາຍຮ້ອຍຄົນ ​ໃນ​ທຸກ​ລະດັບ ​ແລະ ທຸກຂະ​ແໜງ​ການ ອັນ​ເປັນ​ການ​ຊ່ວຍ​ໃຫ້​ປະ​ເທດ​ເຮົາ ສາມາດ​ຮໍາບາດ​ແຜ​ສົງຄາມ, ຟື້ນ​ຟູ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລະ ຮັບປະກັນ​ສະຖຽນ​ລະ​ພາບ​ຂອງ​ປະ​ເທດ​ຊາດ. ຂຽນຂ່າວ ແລະ ຖ່າຍພາບໂດຍ: ຊາຍພິມພອນ ສີຣິວົງໄຊ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ພິທີປະຖະກາຖາວັນມະຫາປະຕິວັດເດືອນຕຸລາ ລັດເຊຍ ຄົບຮອບ 100 ປີ
ພິທີປະຖະກາຖາວັນມະຫາປະຕິວັດເດືອນຕຸລາ ລັດເຊຍ ຄົບຮອບ 100 ປີ
https://www.moj.gov.la/lo/node/1018
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 26-ພະຈິກ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 26/11/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 26/11/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 26/11/2017
https://www.moj.gov.la/lo/node/1019
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 05-ທັນວາ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 3/12/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 3/12/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 3/12/2017
https://www.moj.gov.la/lo/node/1020
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 12-ທັນວາ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 10/12/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 10/12/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 10/12/2017
https://www.moj.gov.la/lo/node/1021
ເພື່ອ​ປະຕິບັດ​ຕາມ​ຂໍ້​ຕົກລົງ​ຂອງ​ທ່ານ ລັດຖະມົນ​ຕີ​ກະຊວງ​ຍຸຕິ​ທຳ ສະບັບ​ເລກທີ 1422/ກຍ, ລົງ​ວັນ​ທີ 08 ທັນວາ 2017 ວ່າ​ດ້ວຍ​ການ​ອະນຸມັດ​ເປີດ​ສຳ​ມະ​ນາ​ກົດໝາຍວ່າ​ດ້ວຍ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດຖະກິດ​ຮ່ວມ​ກັບ ກະຊວງ​ຍຸຕິ​ທຳ ສາທາລະນະ​ລັດ ​ເກົາ​ຫຼີ. ສຳ​ມະ​ນາ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ຂອງ​ວັນ 14 ທັນວາ 2017 ຢູ່​ທີ່ ​ໂຮງ​ແຮມ ​ແກຣນວຽງຈັນ, ​ໂດຍ​ພາຍ​​ໃຕ້​ການ​ເປັນ​ປະທານ​ຂອງ ທ່ານ ປອ. ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ, ​ເຂົ້າ​ຮ່ວມມີ ທ່ານ ຊາງ​ຮຸນ ຄິມ ຮອງ​ຫົວໜ້າພະ​ແນ​ກກົດໝາຍສາກົນ ​ແລະ ​ໄອ​ຍະ​ການ​ປະຊາຊົນ​ ກະຊວງ​ຍຸຕິ​ທຳສາທາລະນະລັດ ​ເກົາຫຼີ, ມີ​ຜູ້ຕາງໜ້າຈາກ​ສະພາ​ແຫ່ງ​ຊາດ, ສຳນັກງານ​ນາຍົກ​ລັດຖະມົນຕີ, ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ຍຸຕິ​ທຳ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ສານ​ປະຊາຊົນ​ສູງ​ສຸດ, ສຳນັກງານ​ຄະນະ​ກຳມະການ​ຄຸ້ມ​ຄອງຫຼັກຊັບ, ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ແຫ່ງ​ຊາດ, ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ ນະຄອນຫຼວງ ​ແລະ ຄະນະ​ນິຕິສາດ-ລັດຖະສາດ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ​ເຂົ້າ​ຮ່ວມ​ທັງໝົດ 37 ທ່ານ ,ຍິງ 17 ທ່ານ.     ທ່ານ ປອ. ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ໄດ້​ໃຫ້ກຽດກ່າວ​ເປີດ​ສຳ​ມະ​ນາພ້ອມ​ທັງ​ກ່າວ​ຈຸດປະສົງ​ຂອງ​ການ​ສຳ​ມະ​ນາ​​ໃນ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ທົບ​ທວນ​ຄືນ​ເນື້ອ​ໃນ​ຂອງ​ກົດໝາຍວ່າ​ດ້ວຍ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດຖະກິດ ສະບັບ​ປັບປຸງປີ 2010 ຂອງ​ ສປປ ລາວ, ຮັບ​ຟັງ​ການ​ບັນ​ລະ​ຍາຍ​ບົດຮຽນກ່ຽວກັບ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດຖະກິດ​ຈາກ​ບັນດາ​ຊ່ຽວຊານ​ທີ່​ມາ​ຈາກ ກະຊວງ​ຍຸຕິ​ທຳ ສາທາລະນະ​ລັດ​ ເກົາ​ຫຼີ, ສູນ​ພາກພື້ນອາຊີ ​ແລະ ປາ​ຊີຟິກ, ຄະນະ​ກຳ​ມະ​ທິການ​ກົດໝາຍການ​ຄ້າ​ສາກົນ ສະຫະ​ປະຊາ​ຊາດ ​ແລະ ຄະນະ​ບໍລິຫານ​ການ​ຕັດສິນ​ຂໍ້​ຂັດ​ແຍ່ງ​ການ​ຄ້າ ສາທາລະນະ​ລັດ ​ເກົາ​ຫຼີ ​ແລະ ຈະ​ໄດ້​ສົນທະນາ​ແລກປ່ຽນບົດຮຽນ, ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຮ່ວມ​ກັນ​ເພື່ອ​ເປັນ​ຂໍ້​ມູນ​ໃຫ້​ແກ່​ການ​ກະກຽມປັບ​ປຸງ​ກົດໝາຍສະບັບ​ດັ່ງກ່າວ ​ໃຫ້​ມີ​ເນື້ອ​ໃນ​ອຸດົມສົມບູນ, ສອດຄ່ອງ​ກັບ​ການ​ຂະຫຍາຍຕົວ​ຂອງ​ສັງຄົມ​ໃນ​ປັດຈຸ​ບັນ ​ແລະ ສະ​ເພາະໜ້າ, ອີກ​ດ້ານໜຶ່ງ ກໍ​ເພື່ອ​ເຮັດ​ໃຫ້​ເນື້ອ​ໃນ​ກົດໝາຍສອດຄ່ອງ​ກັບ​ບັນດາ​ກົດໝາຍ ​ແລະ ສົນທິສັນຍາ​ສາກົນ ກໍ​ຄື​ພາກພຶ້ນທີ່ ສປປ ລາວ ​ໄດ້​ເຂົ້າຮ່ວມ​ເປັນ​ພາຄີ.    ຕອນ​ທ້າຍ ທ່ານ​ປະທານ ຍັງ​ໄດ້​ເນັ້ນໜັກ​ໃຫ້​ຜູ້​ເຂົ້າຮ່ວມ​ຈົ່ງ​ພ້ອມ​ກັນ ຄົ້ນຄວ້າ​ປຶກສາ​ຫາລື​ແລກປ່ຽນບົດຮຽນ ​ແລະ ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຢ່າງ​ມີ​ຄວາມ​ຮັບຜິດຊອບ​ສູງ ​ແລະ ມີ​ບັນຍາກາດ​ຟົດຟື້ນ.   ຂ່າວໂດຍ: ປາ​ວີ​ຄຳ ​ເພັດ​ທະລາ​ກຸນ ພາບໂດຍ: ສຸກສາຄອນ ຈັນທະ​ວຸດ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກະຊວງຍຸຕິທຳ ຈັດສຳມະນາກ່ຽວກັບກົດໝາຍວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ສປປ ລາວ
ກະຊວງຍຸຕິທຳ ຈັດສຳມະນາກ່ຽວກັບກົດໝາຍວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ສປປ ລາວ
https://www.moj.gov.la/lo/node/1022
ໂດຍປະຕິບັດຕາມດຳລັດຂອງນາຍົກລັດຖະມົນຕີສະບັບເລກທີ 272/ລບ, ລົງວັນທີ 16 ກັນຍາ 2015 ວ່າດ້ວຍການປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດຮັບໃຊ້ການປະຕິວັດຊາດປະຊາທິປະໄຕ, ເພື່ອລະນຶກເຖິງຄຸນງາມຄວາມດີໃນການປະກອບສ່ວນພາລະກິດຮັບໃຊ້ຊາດ, ຮັບໃຊ້ພໍ່ແມ່ປະຊາຊົນ ຂອງຜຸ້ເຂົ້າການປະຕິວັດນັບແຕ່ປີ 1972 ເປັນຕົ້ນມາ.     ຕອນເຊົ້າຂອງວັນທີ 20 ທັນວາ 2017 ຢູ່ທີ່ກົມຈັດຕັ້ງ-ພະນັກງານກະຊວງຍຸຕິທຳໄດ້ຈັດພິທີມອບເງິນສົມທົບປຸກສ້າງສ້ອມແປງເຮືອນ ໃຫ້ທ່ານ ຈັນພອນ ຫງຽມຈະເລີນ ພະນັກງານບຳນານປະຈຳປີ 2017, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ຄຳເສີດ ວິລະພັນ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງຍຸຕິທຳ, ມີຜູ້ຕາງໜ້າຈາກ ພະແນກນະໂຍບາຍ ແລະ ຍ້ອງຍໍ, ຫ້ອງການ ແລະ ກົມກວດກາເຂົ້າຮ່ວມເປັນສັກຂີພະຍານ.        ໃນພິທີ ທ່ານ ຄຳເສີດ ວິລະພັນ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານກະຊວງຍຸຕິທຳ ກໍໄດ້ຜ່ານ ຂໍ້ຕົກລົງຂອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສະບັບເລກທີ 4197/ຮສສ, ລົງວັນທີ 15 ພະຈິກ 2017 ວ່າດ້ວຍການປະຕິບັດນະໂຍບາຍເງິນສົມທົບປຸກສ້າງສ້ອມແປງເຮືອນປະຈຳປີ 2017 ໃຫ້ທ່ານ ຈັນພອນ ຫງຽມຈະເລີນ ພະນັກງານບຳນານເປັນຈຳນວນເງິນທັງໝົດ 30.000.000 ກີບ (ສາມສິບລ້ານກີບ) ຈາກນັ້ນທ່ານ ຈັນພອນ ຫງຽມຈະເລີນ ກໍໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການນຳກະຊວງຍຸຕິທຳກໍຄືພັກ-ລັດທີ່ໄດ້ມອບເງິນສົມທົບປຸກສ້າງສ້ອມແປງເຮືອນໃຫ້ແກ່ຜູ້ກ່ຽວຊຶ່ງມັນສະແດງເຖິງຄວາມເປັນຫ່ວງເປັນໄຍຂອງພັກ, ຂອງລັດຕໍ່ພະນັກງານບຳນານຈຳນວນດັ່ງກ່າວທີ່ມີຜົນງານໃນການຮັບໃຊ້ຊາດຮັບໃຊ້ປະຊາຊົນ.      ຕອນທ້າຍຂອງພິທີທ່ານ ຄຳເສີດ ວິລະພັນ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານກໍໄດ້ມອບເງິນໃຫ້  ທ່ານຈັນພອນ ຫງຽມຈະເລີນພ້ອມທັງມີການເຊັນບົດບັນທຶກການມອບ-ຮັບ. ຂ່າວໂດຍ: ສີປະໄພ ເພັດປະທຸມມາ  ພາບໂດຍ: ສົມຫວັງບົວລະພັນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກະຊວງຍຸຕິທຳ ມອບເງິນນະໂຍບາຍສົມທົບປຸກສ້າງສ້ອມແປງເຮືອນໃຫ້ພະນັກງານບຳນານ
ກະຊວງຍຸຕິທຳ ມອບເງິນນະໂຍບາຍສົມທົບປຸກສ້າງສ້ອມແປງເຮືອນໃຫ້ພະນັກງານບຳນານ
https://www.moj.gov.la/lo/node/1023
ໃນລະຫວ່າງວັນທີ 7-8 ທັນວາ 2017 ທີ່ຜ່ານມາ ພະແນກຍຸຕິທໍາແຂວງຜົ້ງສາລີ ໄດ້ຈັດກອງປະຊຸມທາບທາມການຂຶ້ນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງແຕ່ນີ້ຮອດປີ 2020 ຂອງພະແນກຍຸຕິທໍາແຂວງຂຶ້ນ ທີ່ຫ້ອງປະຊຸມຂອງຄະນະເລຂາທິການສະພາປະຊາຊົນແຂວງຜົ້ງສາລີ. ໂດຍການເປັນປະທານຂອງທ່ານ ພອນໄຊ ອ່ອນສາ ຫົວໜ້າພະແນກຍຸຕິທໍາແຂວງຜົ້ງສາລີ, ເປັນກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ຈັນມະນີ ນາມວົງ ກໍາມະການພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ຄໍາເສີດ ວິລະພັນ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງຍຸຕິທຳ, ມີບັນດາຄະນະພະແນກ,ຫົວໜ້າ ແລະ ຮອງຫົວໜ້າຫ້ອງການ ພ້ອມດ້ວຍພະນັກງານວິຊາການພາຍໃນພະແນກຍຸຕິທໍາແຂວງເຂົ້າຮ່ວມທັງໝົດ 31 ທ່ານ, ຍິງ 15 ທ່ານ.     ໃນກອງປະຊຸມຜູ້ເຂົ້າຮ່ວມກໍໄດ້ຮັບຟັງ ການຜ່ານຄໍາສັ່ງຂອງກົມການເມືອງສູນກາງພັກສະບັບເລກທີ 08/ກມສພ, ລົງວັນທີ 21 ສິງຫາ 2007 ວ່າດ້ວຍການຂຶ້ນແຜນກໍານົດພະນັກງານ-ນໍາພາຄຸ້ມຄອງໃນທົ່ວປະເທດ, ບົດແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 198/ຄຈສພ, ລົງວັນທີ 13 ຕຸລາ 2007 ວ່າດ້ວຍການຂຶ້ນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງໃນທົ່ວປະເທດ ແລະ ມະຕິຂອງຄະນະບໍລິຫານງານພັກກະຊວງຍຸຕິທໍາ ສະບັບເລກທີ 175/ຄບພ.ກຍ, ລົງວັນທີ 20 ກັນຍາ2017 ວ່າດ້ວຍການກໍານົດມາດຕະຖານຂອງພະນັກງານຂະແໜງຍຸຕິທໍາ ເປັນຕົ້ນການກຳນົດມາດຕະຖານ ຂອງພະນັກງານນໍາພາ-ຄຸ້ມຄອງຂັ້ນເລຂາໜ່ວຍພັກ,ຮອງເລຂາໜ່ວຍພັກ; ຫົວໜ້າສະຖາບັນຍຸຕິທໍາພາກ; ຫົວໜ້າພະແນກຍຸຕິທໍາແຂວງ, ນະຄອນຫຼວງ; ຮອງຫົວໜ້າສະຖາບັນຍຸຕິທໍາພາກ; ຮອງຫົວໜ້າພະແນກຍຸຕິທໍາແຂວງ, ນະຄອນຫຼວງ ແລະ ມາດຕະຖານຂັ້ນຕ່າງໆຕາມທີ່ກຳນົດໄວ້ໃນມະຕິຂອງຄະນະບໍລິຫານງານພັກກະຊວງຍຸຕິທຳ. ຫຼັງຈາກນັ້ນ ພະນັກງານ-ລັດຖະກອນ ຂອງພະແນກຍຸຕິທຳແຂວງ ກໍ່ໄດ້ລົງມະຕິກຳນົດເອົາພະນັກງານນຳພາ-ຄຸ້ມຄອງ ແຕ່ນີ້ຮອດປີ 2020 ຕາມລະບຽບການທີ່ໄດ້ກໍານົດໄວ້. ຂ່າວໂດຍ: ຄໍາສຸກ ພົມວັນລາວລີ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທໍາແຂວງຜົ້ງສາລີ ຈັດກອງປະຊຸມທາບທາມການຂຶ້ນແຜນກໍານົດພະນັກງານ ນໍາພາ-ຄຸ້ມຄອງແຕ່ນີ້ຮອດປີ 2020
ພະແນກຍຸຕິທໍາແຂວງຜົ້ງສາລີ ຈັດກອງປະຊຸມທາບທາມການຂຶ້ນແຜນກໍານົດພະນັກງານ ນໍາພາ-ຄຸ້ມຄອງແຕ່ນີ້ຮອດປີ 2020
https://www.moj.gov.la/lo/node/1024
ໃນຕອນເຊົ້າຂອງວັນທີ 6 ທັນວາ 2017 ທີ່ຜ່ານມາຢູ່ທີ່ພະແນກຍຸຕິທຳແຂວງຜົ້ງສາລີ ໄດ້ຈັດກອງປະຊຸມເຊື່ອມຊຶມຂໍ້ຕົກລົງຂອງລັດຖະມົນຕີກະຊວງຍຸຕິທໍາ ສະບັບເລກທີ 1268/ກຍ, ລົງວັນທີ 16 ພະຈິກ 2017 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກຍຸຕິທຳແຂວງໃຫ້ແກ່ພະນັກງານ-ລັດຖະກອນຂອງພະແນກຍຸຕິທໍາແຂວງຜົ້ງສາລີຂຶ້ນ. ໂດຍການເປັນປະທານຂອງທ່ານ ທອງຄໍາ ລີລາວົງ ຮອງຫົວໜ້າພະແນກຍຸຕິທໍາແຂວງ, ມີພະນັກງານ-ລັດຖະກອນ ຂອງພະແນກຍຸຕິທຳ ເຂົ້າຮ່ວມຈໍານວນທັງໝົດ 28 ທ່ານ, ຍິງ 15 ທ່ານ.     ໃນກອງປະຊຸມ ທ່ານ ທອງຄຳ ລີລາວົງ ໄດ້ຂຶ້ນຜ່ານ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກຍຸຕິທຳແຂວງ ຊຶ່ງພະແນກຍຸຕິທໍາແຂວງ ແມ່ນໂຄງປະກອບກົງຈັກທີ່ຂຶ້ນກັບການຄຸ້ມຄອງຂອງອົງການປົກຄອງແຂວງ, ນະຄອນຫຼວງ ທາງດ້ານການເມືອງ-ແນວຄິດ ແລະ ການຊີ້ນໍາທາງດ້ານວິຊາການແມ່ນຂຶ້ນກັບກະຊວງຍຸຕິທໍາ. ພະແນກຍຸຕິທໍາແຂວງມີໜ້າທີ່ຄົ້ນຄວ້າ, ເຊື່ອມຊຶມ ແລະ ຫັນແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ມາເປັນແຜນງານ, ແຜນການ, ໂຄງການລະອຽດ, ເຮັດໜ້າທີ່ຈັດຕັ້ງການໂຄສະນາເຜີຍແຜ່ກົດໝາຍ ເພື່ອສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍໃຫ້ການຈັດຕັ້ງ ແລະ ພົນລະເມືອງ ພ້ອມທັງປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.     ພາຍຫຼັງຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກຍຸຕິທຳແຂວງສຳເລັດແລ້ວ ທ່ານ ທອງຄໍາ ລີລາວົງ ກໍໄດ້ໃຫ້ກຽດປາຖະກະຖາຫວນຄືນມູນເຊື້ອວັນຄ້າຍວັນເກີດ ຂອງທ່ານ ປະທານ ໄກສອນ ພົມວິຫານ ຄົບຮອບ 97 ປີຊຶ່ງທ່ານໄດ້ກ່າວໃນບາງຕອນວ່າ: ທ່ານ ປະທານ ໄກສອນ ພົມວິຫານແມ່ນລູກຮັກຫຼານແພງຂອງປະຊາຊົນລາວບັນດາເຜົ່າ, ແມ່ນຜູ້ຮັກຊາດ, ນັກປະຕິວັດຍິ່ງໃຫຍ່ຂອງຊາດ, ເປັນວິລະບູລຸດ, ຜູ້ນໍາຂອງພັກ-ລັດ ທີ່ປີຊາສາມາດ, ສະຫຼາດສ່ອງໃສ,ແມ່ນນັກເຄື່ອນໄຫວສາກົນຜູ້ດີເດັ່ນ, ທັງເປັນຜູ້ວາງແຜນແນວທາງ ແລະ ເປັນແບບຢ່າງປະຕິບັດແນວທາງການຕ່າງປະເທດຢ່າງຖືກຕ້ອງເຮັດໃຫ້ ສປປ ລາວມີບົດບາດໃນເວທີສາກົນນັບມື້ນັບສູງຂຶ້ນ. ຂ່າວໂດຍ: ຄໍາສຸກ ພົມວັນລາວລີ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທໍາແຂວງຜົ້ງສາລີ ຈັດກອງປະຊຸມເຊື່ອມຊຶມຂໍ້ຕົກລົງ ຂອງລັດຖະມົນຕີກະຊວງຍຸຕິທໍາ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກຍຸຕິທໍາແຂວງ ໃຫ້ແກ່ພະນັກງານ-ລັດຖະກອນ
ພະແນກຍຸຕິທໍາແຂວງຜົ້ງສາລີ ຈັດກອງປະຊຸມເຊື່ອມຊຶມ ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງຍຸຕິທໍາ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກຍຸຕິທໍາແຂວງ ໃຫ້ແກ່ພະນັກງານ-ລັດຖະກອນ
https://www.moj.gov.la/lo/node/1025
ໂດຍປະຕິບັດຕາມຂໍ້ຕົກລົງ ສະບັບເລກທີ 1268/ກຍ, ລົງວັນທີ 16 ພະຈິກ 2017 ຂອງ ລັດຖະມົນຕີກະຊວງຍຸຕິທຳ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກຍຸຕິທຳ ແຂວງ/ນະຄອນຫຼວງ ແລະ ແຜນການເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍຂອງພະແນກຍຸຕິທຳ ແຂວງ ປະຈຳສົກປີ 2016 - 2017.     ໃນຕອນບ່າຍຂອງວັນທີ 8 ພະຈິກ 2017 ແລະ 12 ທັນວາ 2017 ທີ່ຜ່ານມານີ້ ພະແນກ ຍຸຕິທຳແຂວງຈຳປາສັກ ນຳໂດຍ ທ່ານ ນ. ທອງດຳ ອ່ອນຈັນ ຮອງຫົວໜ້າພະແນກຍຸຕິທຳແຂວງ ພ້ອມຄະນະໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍໃຫ້ບັນດາພະນັກງານ, ຄູ, ອາຈານ, ນັກຮຽນຮູ້ປັນຍາຊົນ ແລະ ນັກສຶກສາ ຢູ່ທີ່ວິທະຍາໄລເຕັກນິກວິຊາຊີບ - ການຊ່າງ ແລະ ມະຫາວິທະຍາໄລ ແຂວງຈໍາປາສັກ, ມີຈຳນວນພົນເຂົ້າຮ່ວມທັງໝົດ 620 ຄົນ; ຍິງ 274 ຄົນ. ຈຸດປະສົງ ເພື່ອລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ອາຍາ ແລະ ກົດໝາຍ ວ່າດ້ວຍການດຳເນີນຄະດີອາຍາ, ກົດໝາຍ ວ່າດ້ວຍຢາເສບຕິດ ແລະ ກົດໝາຍ ວ່າດ້ວຍຂໍ້ຜູກພັນໃນສັນຍາ ແລະ ຂໍ້ຜູກພັນນອກສັນຍາ ທັງນີ້ກໍເພື່ອສ້າງສະຕິເຄົາລົບກົດໝາຍ, ເຮັດໃຫ້ການປະຕິບັດວຽກງານຂອງ ພະນັກງານ, ຄູ, ອາຈານ ນັກຮຽນຮູ້ປັນຍາຊົນ, ນັກສຶກສາ ຊຶ່ງເປັນກຳລັງແຮງອັນສຳຄັນຂອງຊາດໄດ້ຮັບຮູ້, ເຂົ້າໃຈລະບຽບ, ກົດໝາຍທີ່ຈຳເປັນຢ່າງເລີກເຊີ່ງ, ຮູ້ຈັກປະຕິບັດສິດ ແລະ ພັນທະຂອງຕົນຢ່າງເຕັມສ່ວນ, ເປັນການຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ທີ່ເກີດຂີ້ນໃນສັງຄົມ. ຂ່າວໂດຍ: ພູໂຂງ ພົມມະວົງ; ປັບປຸງ: ປາວີຄຳ ເພັດທະລາກຸນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂວງ ຈຳປາສັກ ໄດ້ລົງເຄື່ອນໄຫວໂຄສະນາອົບຮົມເຜີຍແຜ່ ກົດໝາຍຢູ່ ສະຖາບັນການສຶກສາຕ່າງໆ
ພະແນກຍຸຕິທຳແຂວງ ຈຳປາສັກ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍຢູ່ ສະຖາບັນການສຶກສາຕ່າງໆ
https://www.moj.gov.la/lo/node/1026
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 21-ທັນວາ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 17/12/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 17/12/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 17/12/2017
https://www.moj.gov.la/lo/node/1027
ລາຍລະອຽດປະເພດຂອງເອກະສານ: ຄ​ຳ​ແນະ​ນຳ ຂອງ​ລັດ​ຖະ​ມົນ​ຕີ​ເອກະສານລົງວັນທີ: 21-ທັນວາ-2017ເລກທີຂອງເອກະສານ: 1ເລກສະບັບປີຂອງເອກະສານ: 2017 Online Viewinghttps://www.moj.gov.la/sites/default/files/%E0%BA%81%E0%BA%B0%E0%BA%8A%E0%BA%A7%E0%BA%87/documents/%E0%BA%84%E2%80%8B%E0%BA%B3%E2%80%8B%E0%BB%81%E0%BA%99%E0%BA%B0%E2%80%8B%E0%BA%99%E0%BA%B3-%E0%BA%82%E0%BA%AD%E0%BA%87%E2%80%8B%E0%BA%A5%E0%BA%B1%E0%BA%94%E2%80%8B%E0%BA%96%E0%BA%B0%E2%80%8B%E0%BA%A1%E0%BA%BB%E0%BA%99%E2%80%8B%E0%BA%95%E0%BA%B5%E2%80%8B/1027/scan0004.pdf
ຄຳແນະນຳ ຂອງລັດຖະມົນຕີກະຊວງຍຸຕິທຳ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ປະຈຳປີ 2018
https://www.moj.gov.la/lo/node/1028
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 28-ທັນວາ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 24/12/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 24/12/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 24/12/2017 EP1
https://www.moj.gov.la/lo/node/1029
ກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນໃນຕອນເຊົ້າ ເວລາ 8:30 ໂມງ ຂອງວັນທີ 8 ທັນວາ 2017 ຢູ່ທີ່ຫ້ອງປະຊຸມສະໂມສອນປົກຄອງແຂວງ ຈຳປາສັກ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ເສີມສຸກ ສິມພະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທຳ, ຊຶ່ງມີຜູ້ເຂົ້າຮ່ວມມາຈາກຫຼາຍພາກສ່ວນ ເປັນຕົ້ນແມ່ນບັນດາພະແນກການພາຍໃນແຂວງ, ບັນດາພະແນກທີ່ຢູ່ອ້ອມຂ້າງແຂວງ ແລະ ຂະແໜງແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ອ້ອມຂ້າງແຂວງ, ບັນດາວິສາຫະກິດ-ທຸລະກິດ ພາຍໃນ ແລະ ຕ່າງປະເທດ ໄດ້ມີໜ້າເຂົ້າຮ່ວມຢ່າງພ້ອມພຽງລວມທັງໝົດຈຳນວນ 104 ທ່ານ, ເປັນຍິງ 35 ທ່ານ.     ພາຍຫຼັງທີ່ປະກາດໃຊ້ກົດໝາຍ ວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ສະບັບເລກທີ 06/ສພຊ, ລົງວັນທີ 17 ທັນວາ 2010 ເປັນຕົ້ນມາ ເຫັນວ່າກົດໝາຍສະບັບດັ່ງກ່າວນີ້ ໄດ້ເປັນບ່ອນອີງອັນສຳຄັນໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃຫ້ຄູ່ກໍລະນີທັງພາຍໃນ ແລະ ຕ່າງປະເທດ ດ້ວຍຮູບການໄກ່ເກ່ຍ ແລະ ຮູບການຕັດສີນ, ຊຶ່ງເປັນກົນໄກແກ້ໄຂຂໍ້ຂັດແຍ່ງທີ່ນຳເອົາສິດ ແລະ ຜົນປະໂຫຍດອັນຊອບທຳຂອງຄູ່ກໍລະນີ ທີ່ຖືກລະເມີດໄປນັ້ນ. ແຕ່ຖ້າທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງສັງຄົມ ກໍຄືການຂະຫຍາຍຕົວທາງດ້ານເສດຖະກິດໃນປັດຈຸບັນ ໂດຍສະເພາະແມ່ນການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ເຫັນວ່າບັນດານະໂຍບາຍ ແລະ ຂັ້ນຕອນການດຳເນີນການແກ້ໄຂທີ່ກຳນົດໃນກົດໝາຍສະບັບນີ້ ຕ້ອງໄດ້ຮັບການປັບປຸງ ແລະ ກຳນົດຄືນໃໝ່ ເພື່ອໃຫ້ສອດຄ່ອງ ຕາມກົນໄກເສດຖະກິດຕະຫຼາດຂອງ ສປປ ລາວ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ໃນກອງປະຊຸມດັ່ງກ່າວ ປະທານກອງປະຊຸມໄດ້ເນັ້ນໜັກໃຫ້ບັນດາຜູ້ແທນກອງປະຊຸມ ເພີ່ມທະວີຄວາມເອົາໃຈໃສ່ໃນການປະກອບຄຳເຫັນ ບາງເນື້ອໃນເຊັ່ນ: ກ່ຽວກັບດ້ານນະໂຍບາຍທີ່ກຳນົດໃສ່ຮ່າງກົດໝາຍສະບັບປັບປຸງ ແລະ ດ້ານການຈັດຕັ້ງປະຕິບັດວຽກງານຕົວຈິງ ເປັນຕົ້ນແມ່ນຂອດການດຳເນີນການໄກ່ເກ່ຍ ແລະ ການດຳເນີນການຕັດສີນ ລວມທັງຂອດການຈັດຕັ້ງປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ. ຈາກນັ້ນຜູ້ແທນກອງປະຊຸມກໍໄດ້ພ້ອມກັນປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບດັ່ງກ່າວ ເພື່ອໃຫ້ມີຄວາມສອດຄ່ອງກັບເສດຖະກິດ-ສັງຄົມ ໃນປັດຈຸບັນຢ່າງມີບັນຍາກາດຟົດຟື້ນ, ກອງປະຊຸມດັ່ງກ່າວກໍໄດ້ປິດລົງໃນເວລາ 16:00 ໂມງ ຂອງວັນດຽວກັນນັ້ນ. ຂ່າວໂດຍ: ຄຳຫຼ້າ ພິມມະສານ                  ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມເປີດກວ້າງທາບທາມຄຳເຫັນໃສ່ ຮ່າງກົດໝາຍວ່າດ້ວຍການແ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ສະບັບປັບປຸງ ທີ່ແຂວງ ຈຳປາສັກ
ກອງປະຊຸມເປີດກວ້າງທາບທາມຄຳເຫັນໃສ່ ຮ່າງກົດໝາຍວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ສະບັບປັບປຸງ ທີ່ແຂວງ ຈຳປາສັກ
https://www.moj.gov.la/lo/node/1030
ໃນວັນທີ 21 ທັນວາ 2017 ຜ່ານມານີ້ ຫ້ອງການຊ່ວຍເຫຼືອລ້າດ້ານກົດໝາຍ ພະແນກຍຸຕິທຳແຂວງຈຳປາສັກ ໄດ້ເຄີ່ອນໄຫວໂຄສະນາເຜີຍແຜ່ກົດໝາຍ, ລວມທັງພາລະບົດບາດຫ້ອງການຊ່ວຍເຫຼືອລ້າດ້ານກົດໝາຍ ແລະ ການໃຫ້ຄຳປຶກສາດ້ານກົດໝາຍໂດຍບໍ່ເສຍຄ່າຂື້ນ ທີ່ ບ້ານຈຸດສຸມ ໂນນຍາງ ເມືອງ ສຸຂຸມາ ແຂວງຈຳປາສັກ. ນຳທີມໂດຍທ່ານ ນາງ ທອງດຳ ອ່ອນຈັນ ຮອງຫົວໜ້າພະແນກຍຸຕິທຳແຂວງ, ພ້ອມດ້ວຍຄະນະຕາງໜ້າຈາກສູນກາງໂດຍສົມທົບກັບຄະນະພັກຮາກຖານກຸ່ມບ້ານ, ເລຂາພັກບ້ານ, ນາຍບ້ານ, ຕາງໜ້າອົງການຈັດຕັ້ງພາຍໃນບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ 146 ຄົນ,ຍິງ 62 ຄົນ.     ໃນການລົງໂຄສະນາເຜີຍແຜ່ໃນຄັ້ງນີ້ແມ່ນໄດ້ນໍາເອົາ ລັດຖະທໍາມະນູນ ແຫ່ງ ສປປ ລາວ  ແລະ ບັນດາກົດໝາຍ ທີ່ຕິດພັນກັບບັນຫາທີ່ເກິດຂື້ນໃນທ້ອງຖິ່ນ ເຊັ່ນ ກົດໝາຍວ່າດ້ວຍ ຢາເສບຕິດ, ກົດໝາຍວ່າດ້ວຍ ຄອບຄົວ, ກົດໝາຍວ່າດ້ວຍ ການສືບທອດມູນມໍຣະດົກ ພ້ອມດຽວກັນນັ້ນ ຄະນະໃຫ້ຄຳປຶກສາດ້ານກົດໝາຍໂດຍບໍ່ເສຍຄ່າ ຍັງໄດ້ໃຫ້ຄຳປຶກສາກ່ຽວກັບຂໍ້ຂັດແຍ່ງທີ່ເກີດຂຶ້ນ ເປັນຕົ້ນ ຂໍ້ຂັດແຍ່ງກ່ຽວກັບທີ່ດິນ 3 ເລື່ອງ, ສາຍພົວພັນຄອບຄົວ 1 ເລື່ອງ ທັງນີ້ກໍເພື່ອເປັນການປະກອບສ່ວນໃນການຊ່ວຍເຫຼືອລ້າທາງດ້ານກົດໝາຍ ແລະ ເຮັດໃຫ້ພໍ່ແມ່ປະຊາຊົນສາມາດຮັບຮູ້ ແລະ ເຂົ້າໃຈໄດ້ກ່ຽວກັບບັນຫາກົດໝາຍ  ແລະ ວຽກງານການຊ່ວຍເຫຼືອດ້ານກົດໝາຍ ເພື່ອເຮັດໃຫ້ປະຊາຊົນເຂົ້າເຖິງຂະບວນການຍຸຕິທໍາ ໄດ້ຢ່າງສະດວກ ແລະ ທັນການ. ຂຽນຂ່າວໂດຍ: ພູໂຂງພົມມະວົງນັກຂ່າວພະແນກຍຸຕິທຳແຂວງ ຈຳປາສັກ. ປັບປຸງໂດຍ: ສີປະໄພ ເພັດປະທຸມມາ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂວງຈຳປາສັກ ລົງໂຄສະນາເຜີຍແຜ່ກົດໝາຍ ແລະ ພາລະບົດບາດຂອງຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ ຢູ່ບ້ານຕ່າງໆ ພາຍໃນແຂວງ
ພະແນກຍຸຕິທຳແຂວງຈຳປາສັກ ລົງໂຄສະນາເຜີຍແຜ່ກົດໝາຍ ແລະ ພາລະບົດບາດຂອງຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ ຢູ່ບ້ານຕ່າງໆ ພາຍໃນແຂວງ
https://www.moj.gov.la/lo/node/1031
​​ໂດຍ​ອີງ​ຕາມ​ແຈ້ງ​ການ ສະບັບ​​ເລກ 73/ກຍ.ສພບ, ລົງ​ວັນ​ທີ 11 ທັນວາ 2017 ວ່າ​ດ້ວຍ​ການ​ອຸປະຖຳ​ເປັນ​ວັດຖຸ ​ແລະ ​ປັດ​ໃຈ ​ເພື່ອ​ອວຍພອນ ​ແລະ ມອບ​ຂອງ​ຂວັນ ​ໃຫ້​ນາຍ-ພົນທະຫານ ທີ່​ພວມ​ປະຕິບັດໜ້າທີ່ ຢຸ່​ເຂດ​ຫ່າງ​ໄກ​ສອກຫຼີກ ​ໃນ​ໂອກາດ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 69 ​ປີ ​ແລະ ອີງ​ຕາມ​ແຈ້ງ​ການ​ສະບັບ​ເລກທີ 75/ກຍ.ສພບ, ລົງ​ວັນ​ທີ 20 ທັນວາ 2017 ວ່າ​ດ້ວຍ ການ​ຂໍ​ລະດົມ​ທຶນ​ເພື່ອ​ຊ່ວຍ​ເຫຼືອ​ໄພ​ນ້ຳ​ຖ້ວມ ຢູ່ ສສ ຫວຽດນາມ. ​     ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 27 ທັນວາ 2017 ທີ່​ຜ່ານ​ມານີ້ ໜ່ວຍກຳມະບານຮາກຖານ ກົມ​ສົ່ງ​ເສີມ​ລະບົບ​ຍຸຕິ​ທຳ ໄດ້​ຈັດ​ພິທີ​ມອບ​ວັ​ດຖຸ ​ແລະ ປັດ​ໃຈ ​ໃຫ້​ນາຍ-ພົນທະຫານ ທີ່​ພວມ​ປະຕິບັດໜ້າທີ່ ຢຸ່​ເຂດ​ຫ່າງ​ໄກ​ສອກຫຼີກ ​ໃນ​ໂອກາດ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 69 ​ປີ (20 ມັງກອນ 1949- 20 ມັງກອນ 2018) ​ແລະ ວັນ​ສຳຄັນ​ຕ່າງໆຂອງ​ຊາດ ພ້ອມ​ກັນ​ນັ້ນ​ກໍ​ຍັງ​ໄດ້​ມອບ​ທຶນ​ເພື່ອ​ຊ່ວຍ​ເຫຼືອ​ໄພ​ນ້ຳ​ຖ້ວມ​ຢູ່ ສສ ຫວຽດນາມ ພິທີ​ດັ່ງ​ກ່າວ​ໄດ້​ຈັດ​ຂຶ້ນຢູ່​ທີ່ ກົມ​ສົ່ງ​ເສີມ​ລະບົບ​ຍຸຕິ​ທຳ ກະຊວງ​ຍຸຕິ​ທຳ ​ ​ໂດຍ​ການມອບ​ຂອງ ທ່ານ ສີສຸພັນ ທອງ​ສາຍ​ທະລາ ຮອງ​ຫົວໜ້າກົມ​ສົ່ງ​ເສີມ​ລະບົບ​ຍຸຕິ​ທຳ ແລະ ຮັບ​ໂດຍ​ທ່ານ ບຸນ​ລຽບ ​ໄຊ​ຍະ​ແສງ ຮອງ​ຫົວໜ້າກົມ​ຈັດ​ຕັ້ງ-ພະນັກງານ ​ແລະ ມີ​ສະມາຊິກໜ່ວຍ ກຳມະ ບານທັງ​ສອງ​ກົມ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ, ຊຶ່ງ​ເຄື່ອງ​ທີ່​ນຳ​ມາ​ມອບ​ໃນ​ຄັ້ງ​ນີ້ມີ ໝີ່ສຳ​ເລັດ​ຮູບ​ຈຳນວນ 10 ​ແກັດ ​ແລະ ​ເງິນຈຳນວນ 122.000 ກີບ.                   ຂ່າວ: ປາ​ວີ​ຄຳ ​ເພັດ​ທະລາ​ກຸ​ນ ພາບ: ສຸກ​ສາຄອນ ຈັນ​ທະ​ວຸດ       ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ໜ່ວຍກຳມະບານ ກົມສົ່ງເສີມລະບົບຍຸຕິທຳ ກະຊວງຍຸຕິທຳ ລະດົມທຶນ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ຢູ່ຫ່າງໄກສອກຫຼີກ ແລະ ປະສົບໄພນຳຖ້ວມ
ໜ່ວຍກຳມະບານ ກົມສົ່ງເສີມລະບົບຍຸຕິທຳ ກະຊວງຍຸຕິທຳ ລະດົມທຶນ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ຢູ່ຫ່າງໄກສອກຫຼີກ ແລະ ປະສົບໄພນຳຖ້ວມ
https://www.moj.gov.la/lo/node/1032
​ເພື່ອ​ສ້າງ​ຄວາມ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​​ຢ່າງເລິກ​ເຊິ່ງໃຫ້​ແກ່​ຄະນະ​ພັ​ກ, ຄະນະ​ນຳ, ພະນັກງານ-ລັດຖະກອນ, ອົງການ​ປົກຄອງ​ບ້ານ ຕະຫຼອດຮອດ​ພໍ່​ແມ່​ປະຊາຊົນ​ພາຍ​ໃນ ​ເມືອງ​ໄຊ​ເສດ​ຖາ ​ໃຫ້​ມີ​ຄວາມຮັບ​ຮູ້​ເຂົ້າ​ໃຈ ​ແລະ ​ເອົາ​ໃຈ​ໃສ່​ຈັດ​ຕັ້ງ​ປະຕິບັດ​ວຽກງານ​ທະບຽນສານ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​ແມ່ນ​ວຽກງານ​ທະບຽນສານ ໃນຕໍ່ໜ້າ​ໃຫ້​ມີ​ຄວາມ​ເຂັ້ມ​ງວດ, ​​​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 19 ທັນວາ 2017 ທີ່​ຜ່ານ​ມາ ຫ້ອງການ​ຍຸຕິ​ທຳ​ເມ​ືອງ​ໄຊ​​ເສດ​ຖາ​​ສົມທົບ​ກັບ​ຄະນະ​ພັກ, ຄະນະ​ນຳ​ເມືອງ​ໄຊ​ເສດ​ຖາ ​ໄດ້ຈັດ​ຕັ້ງ​ເຜີຍ​ແຜ່​ກົດໝາຍວ່າ​ ດ້ວຍ​ທະບຽນສານ ​ແລະ ຄຳ​ສັ່ງ​ເລກທີ 10/ນຍ, ລົງ​ວັນ​ທີ 01 ​ເມສາ 2016 ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ຄວາມ​ເອົາ​​ໃຈ​ໃສ່​ຕໍ່ກັບ​ວຽກງານ​ທະບຽນສານ ຊຶ່ງ​ໄດ້​ຈັດຂຶ້ນຢູ່ທີ່​ສະ​ໂມ​ສອນຂອງ​ຫ້ອງວ່າການ​ປົກຄອງ ​ເມືອງ​ໄຊ​ເສດ​ຖາ ​ໂດຍ​ມີ ທ່ານ ນຽມ ສຸພັນ​ຄ້ຳ​ມະ​ວົງ ຮອງ​ຫົວໜ້າກົມ​ທະບຽນສານ ກະຊວງ​ຍຸຕິ​ທຳ, ​ເຂົ້າ​ຮ່ວມ ມີ​ທ່ານ ບຸນປິ່ງ ປັນຍາ​ຈິດ ຮອງ​ເຈົ້າ​ເມືອງ​ໄຊ​ເສດ​ຖາ, ບັນດາ​ຫ້ອງການ, ຫົວໜ່ວຍທຸລະ​ກິດ, ບັນດາ​ນາຍບ້ານ ​ແລະ ປະຊາຊົນ ພາຍ​ໃນ​ເມືອງ​ເຂົ້າ​ຮ່ວມ.      ໂອກາດ​ດັ່ງກ່າວນີ້ ທ່ານ ນຽມ ສຳພັນ​ຄ້ຳ​ມະ​ວົງ ຮອງ​ຫົວໜ້າກົມ​ທະບຽນສານ ກະຊວງ​ຍຸຕິ​ທຳ ​ໄດ້​ເຜີຍ​ແຜ່​ເນື້ອ​ໃນ​ຈິດ​ໃຈ​ຂອງ​ກົດໝາຍວ່າ​ດ້ວຍ ​ທະບຽນສານ ​ແລະ ຄຳ​ສັ່ງ ເລກທີ 10/ນຍ, ລົງ​ວັນ​ທີ 01 ​ເມສາ 2016 ກ່ຽວກັບ​ການ​ເພີ່ມທະວີ​ຄວາມ​ເອົາ​ໃຈ​ໃສ່ຕໍ່ວຽກທະບຽນສານ ຊຶ່ງທ່ານ​ໄດ້​ຍົກ​ໃຫ້​ເຫັນ​​ພາລະ​ບົດບາດ, ​ສິດ ​ແລະ ໜ້າທີ່​ຂອງ​ອົງການ​ທະບຽນສານ, ຄວາມໝາຍ, ຄວາມ​ສຳຄັນ, ຈຸດປະສົງ ​ແລະ ຄຸນຄ່າ​ຂອງ ວຽກງານ​ທະບຽນສານ​ ​ໂດຍ​ສະ​ເພາະ​ແມ່ນ​ການ​ຢັ້ງຢືນ​ຄວາມ​ຖືກຕ້ອງ​ຂອງ​​ເອກ​ສານ​ຂອງອົງ​ການ​ທະບຽນສານ ​ໂດຍ​ສະ​ເພາະ​ແມ່ນຕໍ່ກັບ​ສັນຍາ ​ແລະ ​ເອກະສານ​ປະ​ເພດ​ຕ່າງໆ ກ່ອນ​ທີ່​ບຸກຄົນ ​ແລະ ນິຕິບຸກຄົນຈະ​ນຳ​ໄປ​ປະຕິບັດ ຫຼື ​ເປັນ​ເອກະສານອ້າງ​ອີງ, ​ຄວນ​ໃຫ້​ມີ​ການ​ຢັ້ງຢືນ​ຖືກຕ້ອງ​ກັບ​ຄວາມ​ເປັນ​ຈິງ ​ແລະ ​ໃຫ້ສອດຄ່ອງ​ກັບ​ກົດໝາຍ ​ເຮັດ​ແນວ​ນີ້ກໍ​ເພື່ອ​ເປັນ​ການຫຼີກລ້ຽງຂໍ້​ຂັດ​ແຍ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນຕໍ່ໜ້າ.   ຂ່າວ: ປາ​ວີ​ຄຳ ​ເພັດ​ທະລາ​ກຸນ ພາບ: ສຸກ​ສາຄອນ ຈັນທະ​ວຸດ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກົມທະບຽນສານ ກະຊວງຍຸຕິທຳ ລົງເຄື່ອນໄຫວວຽກງານຢູ່ ເມືອງໄຊເສດຖາ
ກົມທະບຽນສານ ກະຊວງຍຸຕິທຳ ລົງເຄື່ອນໄຫວວຽກງານຢູ່ ເມືອງໄຊເສດຖາ
https://www.moj.gov.la/lo/node/1033
ໂດຍອີງຕາມຂໍ້ກຳນົດ ສະບັບເລກທີ 02/ກມສພ, ລົງວັນທີ 20 ເມສາ 2004 ວ່າດ້ວຍລະບອບການກວດກາຕີລາຄາແບ່ງປະເພດຄຸນນະພາບການຈັດຕັ້ງຮາກຖານພັກ ແລະ ສະມາຊິກພັກ. ໃນຕອນເຊົ້າຂອງວັນທີ 21 ທັນວາ 2017 ໄດ້ຈັດກອງປະຊຸມປຶກສາຫາລືວຽກງານສຳຄັນຕ່າງໆຂອງກະຊວງຂຶ້ນ ທີ່ຫ້ອງປະຊຸມຂອງກະຊວງຍຸຕິທໍາ. ພາຍໃຕ້ການ ເປັນປະທານ ຂອງສະຫາຍ ໄຊສີ ສັນຕິວົງ ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງຍຸຕິທຳ, ເຂົ້າຮ່ວມກອງປະຊຸມມີ ສະຫາຍຮອງເລຂາຄະນະພັກ, ບັນດາສະ ຫາຍເລຂາ, ຮອງເລຂາໜ່ວຍພັກຂອງ ຫ້ອງການ, ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທຳແຫ່ງຊາດ ແລະ ສະພາທະນາຍຄວາມ ທີ່ຂຶ້ນກັບອົງ ຄະນະພັກກະຊວງຍຸຕິທຳເຂົ້າຮ່ວມ.  ໃນກອງປະຊຸມໄດ້ມີການປຶກສາຫາລື 2 ວຽກງານທີ່ສໍາຄັນຄື: ປຶກສາຫາລືຜົນຂອງການຕີລາຄາແບ່ງປະເພດສະມາຊິກພັກ, ໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ປະຈຳປີ 2017 ແລະ ຄັດເລືອກຜົນງານປະຈຳປີ 2017 ຂອງພະນັກງານ-ລັດຖະກອນຂອງກະຊວງຍຸຕິທຳ ເພື່ອເຮັດໃຫ້ການຕີລາຄາແບ່ງປະເພດສະມາຊິກພັກ, ໜ່ວຍພັກເຂັ້ມແຂງ-ຮູ້ ນຳພາຮອບດ້ານ ປະຈຳປີ 2017 ຂອງກະຊວງຍຸຕິທຳ ຮັບປະກັນໄດ້ຄຸນນະພາບ ແລະ ມີຄວາມເປັນເອກະພາບ ພ້ອມທັງເປັນການປະຕິບັດນະໂຍບາຍການຍ້ອງຍໍສັນລະເສີນ ຜົນງານຂອງພະນັກງານ-ລັດຖະ ກອນກະຊວງຍຸຕິທຳອີກດ້ວຍ. ຂ່າວ: ສີປະໄພ ພາບ: ສຸກສາຄອນ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກະຊວງຍຸຕິທຳ ຈັດກອງປະຊຸມປຶກສາຫາລືວຽກງານສຳຄຳຕ່າງໆ
ກະຊວງຍຸຕິທຳ ຈັດກອງປະຊຸມປຶກສາຫາລືວຽກງານສຳຄຳຕ່າງໆ
https://www.moj.gov.la/lo/node/1034
ໃນຕອນເຊົ້າຂອງວັນທີ 27 ທັນວາ 2017 ສະຖາບັນຍຸຕິທຳແຫ່ງຊາດ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບວຽກງານປະກັນຄຸນນະພາບການສຶກສາຂຶ້ນ. ໂດຍການເປັນປະທານຂອງທ່ານ ບຸນຕາ ສ.ຜາບມີໄຊ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ໂດຍການເປັນກຽດເຂົ້າຮ່ວມຂອງ ອາຈານ ພູເຂົາຄຳ ສຸບັນ ຮອງຜູ້ອຳນວຍການສູນປະກັນຄຸນນະພາບການສຶກສາ, ມີບັນດາພະນັກງານ ແລະ ຄູ-ອາຈານ ຂອງ ສະຖາບັນຍຸຕິທຳແຫ່ງຊາດເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອເຮັດໃຫ້ ພະນັກງານ ແລະ ຄູ-ອາຈານ ຂອງສະຖາບັນຍຸຕິທຳແຫ່ງຊາດ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງເຖິງ ຄວາມໝາຍ ແລະ ຄວາມສຳຄັນຂອງການປະກັນຄຸນນະພາບການສຶກສາ, ບັນດາມາດຖານ ແລະ ຕົວຊີ້ວັດຕ່າງໆ ພ້ອມທັງວິທີການຂຽນບົດປະເມີນຄຸນນະພາບການສຶກສາ ຢ່າງລະອຽດຈະແຈ້ງເພື່ອນຳໄປຈັດຕັ້ງປະຕິບັດຕົວຈິງໃຫ້ເກີດດອກອອກຜົນ ພ້ອມດຽວກັນນັ້ນກໍເພື່ອເປັນການຮັດແໜ້ນຄວາມສາມັກຄີມິດຕະພາບລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ກັບ ກະຊວງຍຸຕິທຳ ເວົ້າລວມ, ເວົ້າສະເພາະກໍຄືສະຖາບັນຍຸຕິທຳແຫ່ງຊາດ ແລະ ສູນປະກັນຄຸນນະພາບການສຶກສາໃຫ້ນັບມື້ນັບແໜ້ນແຟ້ນ. ຂ່າວ: ສີປະໄພ ພາບ: ສົມຫວັງ, ວິນຸດ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ສະຖາບັນຍຸຕິທໍາແຫ່ງຊາດ ຈັດກອງປະຊຸມສໍາມະນາກ່ຽວກັບວຽກງານປະກັນຄຸນນະພາບການສຶກສາ
ສະຖາບັນຍຸຕິທໍາແຫ່ງຊາດ ຈັດກອງປະຊຸມສໍາມະນາກ່ຽວກັບວຽກງານປະກັນຄຸນນະພາບການສຶກສາ
https://www.moj.gov.la/lo/node/1035
ເພື່ອເປັນການສ້າງຂະບວນການ ສົ່ງທ້າຍປີເກົ່າ ຄສ 2017 ແລະ ຕ້ອນຮັບປີໃໝ່ ຄສ 2018 ແລະ ເປັນການສ້າງຄວາມສາມັກຄີມິດຕະພາບ ລະຫວ່າງ ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ກັບໂຮງພິມໜຸ່ມລາວ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງ ຂຶ້ນ. ໃນຕອນແລງຂອງວັນທີ 22 ທັນວາ 2017 ທີ່ຜ່ານມາ ທັງສອງພາກສ່ວນ ໄດ້ສ້າງຂະບວນການແຂ່ງຂັນກິລາບານເຕະຮ່ວມກັນ ທີ່ເດີ່ນກິລາກະເເລ. ໂດຍການນຳພາຂອງທ່ານ ນ. ສີສຸດາ ໂສພາວັນດີ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ແລະ ທ່ານ ໄພບູນ ລິດທິສັກ ຮອງອຳນວຍການໂຮງພິມໜຸ່ມລາວ , ມີບັນດາພະນັກງານຂອງສອງພາກສ່ວນເຂົ້າຮ່ວມ.      ໃນການສ້າງຂະບວນການຄັ້ງນີ້ ທາງໂຮງພິມໜຸ່ມລາວກໍໄດ້ມອບເຄື່ອງກິລາໃຫ້ແກ່ ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ຈຳນວນ 35 ຊຸດ. ຫຼັງຈາກນັ້ນທັງສອງພາກສ່ວນກໍໄດ້ມີການແຂ່ງຂັນກິລາເຕະບານຂຶ້ນ ແລະ ຜ່ານການແຂ່ງຂັນທັງສອງ ຝ່າຍແມ່ນສະເໜີກັນ 6-6 ປະຕູ.   ຂ່າວ: ສີປະໄພ ພາບ: ສຸກສາຄອນ ປະເພດຂ່າວ: ບົດຄວາມ ແລະ ຂ່າວອື່ນໆປ້າຍ Tags ຕິດຕາມ: ການສ້າງຂະບວນການແຂ່ງຂັນກິລາເຕະບານມິດຕະພາບ ລະຫວ່າງ ກົມໂຄສະນາເຜີຍແຜ່ກົດໝາຍ ແລະ ໂຮງພິມໜຸ່ມລາວ
ການສ້າງຂະບວນການແຂ່ງຂັນກິລາເຕະບານມິດຕະພາບ ລະຫວ່າງ ກົມໂຄສະນາເຜີຍແຜ່ກົດໝາຍ ແລະ ໂຮງພິມໜຸ່ມລາວ
https://www.moj.gov.la/lo/node/1036
ໃນຕອນເຊົ້າຂອງວັນທີ 5 ມັງກອນ 2018 ທີ່ຫ້ອງປະຊຸມຂອງກະຊວງຍຸຕິທຳ ໄດ້ຈັດກອງປະຊຸມຄົບຄະນະ ສະໄໝສາມັນຄັ້ງທີ 7 ສະໄໝທີ 4 ຂອງຄະນະບໍລິຫານງານພັກກະຊວງຍຸຕິທຳຂຶ້ນ. ພາຍໃຕ້ການເປັນປະທານຂອງ ສະຫາຍ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານ ພັກກະຊວງ, ລັດຖະມົນຕີກະຊວງຍຸຕິທຳ, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ປອ. ສົມບັດ ເຢຍລີເຮີ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ມີ ສະຫາຍຮອງເລຂາຄະນະພັກ, ຄະນະພັກ-ຄະນະນຳກະຊວງ, ສະຫາຍເລຂາໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກກະຊວງຍຸຕິທຳ ແລະ ປະທານສາມອົງການຈັດຕັ້ງ ມະຫາຊົນເຂົ້າຮ່ວມ.      ສະຫາຍ ປອ. ເສີມສຸກ ສິມພະວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ຜ່ານບົດສະຫຼຸບຕີລາຄາການນຳພາຂອງຄະນະບໍລິຫານງານພັກ ແຕ່ເດືອນ ຕຸລາ-ທັນວາ 2017 ແລະ ທິດທາງແຜນການແຕ່ເດືອນ ມັງກອນ-ມີນາ 2018 ຊຶ່ງລະຍະ 3 ເດືອນຜ່ານມາ ຄະນະພັກກະຊວງ ເວລາໃດກໍໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ ແລະ ດຳເນີນຢ່າງເປັນປົກກະຕິ, ເອົາໃຈໃສ່ຊີ້ນຳການຈັດຕັ້ງ ປະຕິບັດວຽກງານວິຊາສະເພາະ ຕາມແຜນການ, ຕາມພາລະບົດບາດຂອງແຕ່ລະກົມ, ຊີ້ນຳ-ນຳພາອົງການຈັດຕັ້ງມະຫາຊົນໃຫ້ໄດ້ເຄື່ອນໄຫວຕາມພາລະບົດບາດ, ໜ້າທີ່, ເອົາໃຈໃສ່ວຽກງານປ້ອງກັນຄວາມສະຫງົບພາຍໃນ, ວຽກງານກໍ່ສ້າງພັກ, ພະນັກງານ ແລະ ການປັບປຸງແບບແຜນນຳພາ ແລະ ວິທີເຮັດວຽກ.  ພ້ອມນັ້ນຄາດໝາຍສູ້ຊົນຂອງກະຊວງຍຸຕິທຳ ແຕ່ເດືອນ ມັງກອນ-ມີນາ 2018 ແມ່ນຈະໄດ້ສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມທາງດ້ານ ການເມືອງແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ສືບຕໍ່ປັບປຸງພາລະບົດບາດຂອງຫ້ອງການຍຸຕິທຳເມືອງໃຫ້ສຳເລັດ, ຊີ້ນຳການຈັດຕັ້ງປະຕິບັັັດ 6 ແຜນການ, 23 ໂຄງການ ຕາມພາລະບົດບາດຂອງບັນດາກົມ, ຊີ້ນຳວຽກງານສ້າງ ແລະ ປັບປຸງກົດໝາຍ ໃຫ້ສຳເລັດຕາມແຜນການ ຂອງລັດຖະບານ ແລະ ສະພາແຫ່ງຊາດ, ໂຄສະນາເຜີຍແຜ່ກົດໝາຍດ້ວຍຫຼາຍຮູບການ, ປັບປຸງຂອດການບໍລິການກົດໝາຍໃຫ້ນັບມື້ນັບວ່ອງໄວຂຶ້ນເລື່ອຍໆ. ຂ່າວ: ສີປະໄພ  ພາບ: ສົມຫວັງ   ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມຄົບຄະນະສະໄໝສາມັນ ຄັ້ງທີ 7 ສະໄໝທີ 4 ຂອງຄະນະບໍລິຫານງານພັກກະຊວງຍຸຕິທຳ
ກອງປະຊຸມຄົບຄະນະສະໄໝສາມັນ ຄັ້ງທີ 7 ສະໄໝທີ 4 ຂອງຄະນະບໍລິຫານງານພັກກະຊວງຍຸຕິທຳ
https://www.moj.gov.la/lo/node/1037
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 31-ທັນວາ-2017ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 31/12/2017 EP1 ລາຍການເພື່ອສັງຄົມຍຸຕິທຳ 31/12/2017 EP2
ລາຍການເພື່ອສັງຄົມຍຸຕິທຳ 31/12/2017
https://www.moj.gov.la/lo/node/1038
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 10-ມັງກອນ-2018ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 7/1/2018 EP1 ລາຍການເພື່ອສັງຄົມຍຸຕິທຳ 7/1/2018 EP2
ລາຍການເພື່ອສັງຄົມຍຸຕິທຳ 7/1/2018
https://www.moj.gov.la/lo/node/1039
ພະແນກຍຸຕິທຳແຂວງບໍລິຄຳໄຊໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ IIIໃນລະຍະ 3 ປີຜ່ານມາແລະວາງທິດທາງແຜນການ 2 ປີຕໍ່ໜ້າຂຶ້ນ, ໃນຕອນເຊົ້າຂອງວັນທີ 5 ມັງກອນ 2018 ຜ່ານມາ ຢູ່ທີ່ຫ້ອງປະຊຸມສານປະຊາຊົນແຂວງ ບໍລິຄຳໄຊ. ໂດຍການເປັນປະທານຂອງ ທ່ານ ສະພັງທອງ ພົມມະຈັກ ຮັກສາການເລຂາໜ່ວຍພັກພະແນກຍຸຕິທຳແຂວງ,  ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງບໍລິຄຳໄຊ ແລະ ທ່ານ ຄຳຜັນ ສິດໄຊຍະສານ ວ່າການຫົວໜ້າພະແນກຍຸຕິທຳແຂວງ, ມີຫົວໜ້າ, ຮອງຫົວໜ້າ ຫ້ອງການພ້ອມດ້ວຍພະນັກງານ-ລັດຖະກອນຂອງພະແນກຍຸຕິທຳແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.     ໃນກອງປະຊຸມ ທ່ານ  ສະພັງທອງ ພົມມະຈັກ ຮັກສາການເລຂາໜ່ວຍພັກພະແນກຍຸຕິທໍາແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາຜົນຂອງການເຄື່ອນໄຫວຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ III ໃນລະຍະ 3 ປີຜ່ານມາ ພ້ອມນັ້ນກອງປະຊຸມຍັງໄດ້ຜ່ານມະຕິຕົກລົງຂອງຄະນະພັກແຂວງສະບັບເລກທີ 816/ ຄປພ.ຂບຊ ລົງວັນທີ 17 ພະຈິກ 2017 ວ່າດ້ວຍປະກາດບົ່ງຕົວແຕ່ງຕັ້ງ ເລຂາ ແລະ ຜູ້ກວດກາໜ່ວຍພັກ ຊຶ່ງແມ່ນ ສະຫາຍ  ຄຳຜັນ ສິດໄຊຍະສານ ວ່າການຫົວໜ້າພະແນກຍຸຕິທຳແຂວງ ເປັນ ເລຂາໜ່ວຍພັກ ແລະ ສະຫາຍ ບົວພັນ ຈັນທະວິລຸນ ເປັນຜູ້ກວດກາໜ່ວຍພັກ.     ຈາກນັ້ນທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງບໍລິຄຳໄຊ ກໍໄດ້ມີຄຳເຫັນຕໍ່ກອງປະຊຸມ  ກ່ອນອື່ນທ່ານກໍໄດ້ຍ້ອງຍໍຊົມເຊີຍພະນັກງານ-ລັດຖະກອນ ຂອງພະແນກຍຸຕິທຳແຂວງ ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງຂອງຕົນ ແລະ ໄດ້ສ້າງຜົນງານໃນລະຍະ 3 ປີ ຜ່ານມາພ້ອມກັນນັ້ນທ່ານຍັງເນັ້ນໜັກໃຫ້ພະນັກງານ-ລັດຖະກອນ ທຸກໜ່ວຍງານພາຍໃນພະແນກຍຸຕິທຳແຂວງ ຈົ່ງພ້ອມກັນສືບຕໍ່ປະຕິບັດໜ້າທີ່ຂອງຕົນໃຫ້ສຳເລັດຜົນຕາມທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້. ພາບ, ຂ່າວ: ທ່ານ ບຸນເລີດ ລັດທະພອນ, ພະແນກຍຸຕິທຳແຂວງ ບໍລິຄຳໄຊ ປັບປຸງໂດຍ: ສີປະໄພ. ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ IIIໃນລະຍະ 3 ປີຜ່ານມາແລະ ວາງທິດທາງແຜນການ 2ປີ ຕໍ່ໜ້າຂອງພະແນກຍຸຕິທຳແຂວງບໍລິຄຳໄຊ
ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ IIIໃນລະຍະ 3 ປີຜ່ານມາ ແລະ ວາງທິດທາງແຜນການ 2 ປີ ຕໍ່ໜ້າຂອງພະແນກຍຸຕິທຳແຂວງບໍລິຄຳໄຊ
https://www.moj.gov.la/lo/node/1040
ໃນລະຫວ່າງວັນທີ 9-10 ມັງກອນ 2018 ທີ່ຫ້ອງປະຊຸມຂອງກະຊວງຍຸຕິທໍາ, ກະຊວງຍຸຕິທຳ ຮ່ວມກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດກອງປະຊຸມກວດກາຄວາມສອດຄ່ອງຂອງຮ່າງກົດໝາຍວ່າດ້ວຍ ການປະກັນສັງຄົມ (ສະບັບປັບປຸງ) ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ຄັ້ງວັນທີ 25 ກໍລະກົດ 2017 ຢູ່ໃນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນ ກໍລະກົດ 2017. ໂດຍການເປັນປະທານຮ່ວມຂອງທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ປອ. ຄຳແກ້ວ ສານບຸນຄູນໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີຄະນະຮັບຜິດຊອບຮ່າງກົດໝາຍວ່າດ້ວຍ ການປະກັນສັງຄົມ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກງານວິຊາການກົດໝາຍຂອງກະຊວງຍຸຕິທໍາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.     ໃນກອງປະຊຸມຜູ້ເຂົ້າຮ່ວມກໍໄດ້ພ້ອມກັນຄົ້ນຄວ້າລົງເລິກເນື້ອໃນຂອງຮ່າງກົດໝາຍ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ, ກົດໝາຍດັ່ງກ່າວແບ່ງອອກເປັນ 3 ພາກຄື: ພາກພະນັກງານ-ລັດຖະກອນ, ພາກພະນັກງານລັດວິສາຫະກິດ ແລະ ພາກປະກັນສຸຂະພາບ ໂດຍເຍືອງໃສ່ບັນດານະໂຍບາຍຂອງພັກ-ລັດ ກໍຄືນິຕິກຳທີ່ກ່ຽວຂ້ອງ ແລະ ບົດຮຽນຂອງປະເທດໃກ້ຄຽງໃນການກຳນົດນະໂຍບາຍຕ່າງໆ ເພື່ອກຳນົດເນື້ອໃນຂອງຮ່າງກົດໝາຍວ່າດ້ວຍ ການປະກັນສັງຄົມ ໃຫ້ມີຄວາມລະອຽດຈະແຈ້ງ ເຮັດໃຫ້ກົດໝາຍສະບັບດັ່ງກ່າວ ຄົບຖ້ວນສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ໃນພາກປະຕິບັດຕົວຈິງ.   ຂ່າວໂດຍ: ສີປະໄພ ພາບໂດຍ: ສົມຫວັງ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກະຊວງຍຸຕິທຳ ຮ່ວມກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈັດກອງປະຊຸມ ກວດກາຄວາມສອດຄ່ອງຂອງຮ່າງກົດໝາຍວ່າດ້ວຍ ການປະກັນສັງຄົມ (ສະບັບປັບປຸງ)
ກະຊວງຍຸຕິທຳ ຮ່ວມກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈັດກອງປະຊຸມ ກວດກາຄວາມສອດຄ່ອງຂອງຮ່າງກົດໝາຍວ່າດ້ວຍ ການປະກັນສັງຄົມ (ສະບັບປັບປຸງ)
https://www.moj.gov.la/lo/node/1041
ອີງ​ຕາມຜົນການ​ພົບ​ປະ​ຢ້ຽມຢາມຂອງ ຄະນະ​ບັນນາທິການ ໜັງສື​ພິມ​ກົດໝາຍ ​ແຫ່ງ ສສ ຫວຽດນາມ, ຄັ້ງ​ວັນ​ທີ 24 ກຸມພາ ​2017 ທີ່​ຜ່ານມາ ຊຶ່ງ​ຄະນະ​ບັນນາທິການໜັງສື​ພິມ​ກົດໝາຍ​ແຫ່ງ ສສ ຫວຽດນາມ ​ໄດ້​​ເຫັນ​ດີໃຫ້ການ​ຊ່ວຍ​ເຫຼືອອຸປະກອນ​ຮັບ​ໃຊ້ຈຳນວນໜຶ່ງ ແກ່ວຽກງານໜັງສື​ພິມຂອງ​ກະຊວງ​ຍຸຕິ​ທຳ ​ແຫ່ງ ສປປ ລາວ. ສະນັ້ນ, ​ໃນ​ຕອນບ່າຍຂອງ​ວັນ​ທີ 09 ມັງກອນ 2018 ທີ່ກົມ​ໂຄສະນາ​ເຜີຍ​ກົດໝາຍ ກະຊວງ​ຍຸຕິ​ທຳ ​ໄດ້​ຈັດພິທີ​ມອບ​-ຮັບ ​ອຸປະກອນ​ທີ່​ໄດ້​ຈາກ​ການ​ຊ່ວຍ​ເຫຼືອຂອງຄະນະ​ບັນນາທິການ ໜັງສື​ພິມ​ກົດໝາຍ ​ແຫ່ງ ສສ ຫວຽດນາມຂຶ້ນ ​ໂດຍ​​ໃຫ້ກຽ​ດ​ເຂົ້າ​ຮ່ວມ​​ໃນ​ພິທີຂອງ ທ່ານ ປອ. ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ, ມີ​ ທ່ານ ຄຳ​ພອນ ສີ​ປະ​ເສີດ ຫົວໜ້າຫ້ອງ​ກະຊວງ​ຍຸຕິ​ທຳ, ທ່ານ ພູທອນ ​ແກ້ວ​ດວງ​ມະນີ ຫົວໜ້າກົມ​ໂຄສະນາ​ເຜີຍ​ກົດໝາຍ, ມີ​ບັນດາ​ທ່ານຮອງ​ຫົວ​ໜ້າກົມ, ຫົວໜ້າພະ​ແນ​ກ, ​ຜູ້​ຕາງໜ້າຈາກ​ກົມ​ຮ່ວມ​ມື​ສາກົນ, ຜູ້ຕາງໜ້າຈາກ​ພະ​ແນ​ກການ​ເງິນ ​ແລະ ສາມ​ອົງການ​ຈັດ​ຕັ້ງ​ມະ​ຊາ​ຊົນ​ຂອງ​ກົມ​​ໂຄສະນາ​ເຜີຍ​ກົດໝາຍເຂົ້າ​ຮ່ວມ.     ໃນ​ພິທີ ທ່ານ ຄຳ​ພອນ ສີ​ປະ​ເສີດ ຫົວໜ້າຫ້ອງການ ​ໄດ້​ຂຶ້ນມອບ​ອຸປະກອນ​ດັ່ງກ່າວຕາງໜ້າ​ໃຫ້​ແກ່ ​ຄະນະ​ບັນນາທິການ ໜັງສື​ພິມ​ກົດໝາຍ ​ແຫ່ງ ສສ ຫວຽດນາມ ​ແລະ ຕາງໜ້າຮັບ​ໂດຍ ທ່ານ ພູທອນ ​ແກ້ວ​ດວງ​ມະນີ ຫົວໜ້າກົມ​​ໂຄສະນາ​ເຜີຍ​ກົດໝາຍ, ຊຶ່ງ​ເຄື່ອງ​ທີ່​​ໄດ້​ຮັບ​ການຊ່ວຍ​ເຫຼືອ​ໃນ​ຄັ້ງນີ້ປະກອບ​ມີ: ຄອມ​ພິວ​ເຕີຕັ້ງ​ໂຕະ 03 ​ເຄື່ອງ; ຄອມ​ພິວ​ເຕີ​ໂນ​ດບຸກ 02 ​ເຄື່ອງ; ປຼິນ​ເຕີ 01 ໜ່ວຍ; ຮາດ​ດິດ 02 ອັນ; ໝໍ້​ເກັບ​ໄຟ 02 ໜ່ວຍ; ​ໄມ​ໄວ​ເລດ 01 ອັນ; ຂາ​ກ້ອງ​ວີ​ດີ​ໂອ 02 ອັນ; ມຶກ​ປຼິນ​ເຕີ 1 ອັນ ​ແລະ ​ແອນ​ຕີ​ໄວຣັສ 03 ອັນ ລວມມູນ​ຄ່າ​ທັງໝົດ​ເປັນ​ເງິນ 40.500.000 ກີບ. ຫຼັງຈາກ​ນັ້ນ ທ່ານ ປອ. ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ກໍ​ໄດ້​ກ່າວ​ຄຳ​ເຫັນ​ຕໍ່ພິທີ ຊຶ່ງ​ທ່ານ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ ຄະນະ​ບັນນາທິການ ໜັງສື​ພິມ​ກົດໝາຍ  ສສ ຫວຽດນາມ ທີ່​ໄດ້​ການ​ຊ່ວຍ​ເຫຼືອ​ໃນ​ຄັ້ງ​ນີ້ ​ແລະ ທ່ານ ຍັງ​ເນັ້ນໜັກ​ໃຫ້​ກົມ​ໂຄສະນາ​ເຜີຍ​ກົດໝາຍ ຈົ່ງ​ພ້ອມ​ກັນນຳ​ເອົາ​ເຄື່ອງ​ທີ່​ໄດ້​ຮັບ​ການຊ່ວຍ​ເຫຼື​ອ​ໃນ​ຄັ້ງ​ນີ້ ​ໄປນຳ​ໃຊ້​ເຂົ້າ​ໃນ​ການ​ເຄື່ອນ​ໄຫວວຽກງານ​ໃຫ້​​ເກີດ​ປະສິດທິ​ຜົນ​ສູງ​ສຸດ ​ແລະ ​ເອົາ​ໃຈ​ໃສ່ປົກ​ປັກ​ຮັກສາ​ເພື່ອ​​ໃຫ້​ສາມາດນຳ​ໃຊ້​ໄດ້​ຢ່າງ​ຍາວ​ນານ.                 ຂ່າວ: ປາ​ວີ​ຄຳ ​ເພັດ​ທະລາ​ກຸນ ພາບ: ສົມ​ຫວັງ ບົວລະ​ພັນ ປະເພດຂ່າວ: ບົດຄວາມ ແລະ ຂ່າວອື່ນໆປ້າຍ Tags ຕິດຕາມ: ຄະນະບັນນາທິການ ໜັງສືພິມກົດໝາຍ ແຫ່ງ ສສ ຫວຽດນາມ ໄດ້ຊ່ວຍເຫຼືອອຸປະກອນຮັບໃຊ້ວຽກງານໜັງສືພິມ ຂອງກະຊວງຍຸຕິທຳ ແຫ່ງ ສປປ ລາວ
ຄະນະບັນນາທິການ ໜັງສືພິມກົດໝາຍ ແຫ່ງ ສສ ຫວຽດນາມ ໄດ້ຊ່ວຍເຫຼືອອຸປະກອນຮັບໃຊ້ວຽກງານໜັງສືພິມ ຂອງກະຊວງຍຸຕິທຳ ແຫ່ງ ສປປ ລາວ
https://www.moj.gov.la/lo/node/1042
​ເພື່ອ​ເປັນ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ​ບົດບາດ​ໃນ​ການ​ຄຸ້ມ​ຄອງ​ລັດ ​ແລະ ຄຸ້ມ​ຄອງ​ສັງ​ຄົມ​ໃຫ້​ໄປ​ຕາມ​ທິດ​​ສ້າງ​ໃຫ້​ເປັນ​ລັດ​ ສປປ ລາວ ກາຍ​ເປັນ​ລັດທີ່​ປົກຄອງ​ດ້ວຍ​ກົດໝາຍ ​​ແລະ ​ເພື່ອ​ແນ່​ໃສ່​ປົກ​ປັກ​ຮັກສາ​ສິດຜົນປະ​ໂຫຍ​ດຂອງ​ປະຊາຊົນລາວ​ບັນດາ​ເຜົາ, ການ​ໂຄສະນາ​ເຜີຍ​ແຜ່​ກົດໝາຍຜ່ານ​ສື່​ມວນ​ຊົນ ​ແມ່ນຮູບ​ການໜຶ່ງທີ່​ຈະ​ເຮັດ​ໃຫ້​ປະຊາຊົນ​ມີ​ຄວາມ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ໄດ້​ໄວ ​ແລະ ລະອຽດກວ່າ ​​ໂດຍ​ສະ​ເພາະ​ແມ່ນ​ການສະ​ແດງ​ລະຄອນ​ສັ້ນ​ທີ່​ກ່ຽວພັນ​ກັບ​ກົດໝາຍ ສະ​ນັ້ນ, ກົມ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ ກະຊວງ​ຍຸຕິ​ທຳ ຈຶ່ງໄດ້​ລົງ​ເຄື່ອນ​ໄຫວ ​ແລະ ຈັດກິດຈະກຳ​ຄັດ​ເລືອກ​ເອົາ​ນັກ​ສະ​ແດງ​ອາສາ​ສະໝັກຂຶ້ນໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 05 ມັງກອນ 2018 ຢູ່​ສະ​ຖາ​ບັນ​ຍຸຕິ​ທຳ​​ແຫ່ງຊາດ ​ໂດຍການ​ເຂົ້າ​ຮ່ວມ​ຂອງ​ ທ່ານ ບຸນ​ລ້ອມ ດວງ​ມາລາ ຮອງ​ຫົວໜ້າກົມ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ, ທ່ານ ສີວິ​ໄຊ ສານ​ພອນ ຮອງ​ຫົວໜ້າສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງຊາດ ພ້ອມ​ດ້ວຍ​ຄະນະ, ມີ​ບັນດາ​ຫົວໜ້າພະ​ແນ​ກ-ຮອງ​ພະ​ແນ​ກ, ວິຊາ​ການ ​ແລະ ນັກ​ສຶກສາ​ຂອງ​ສະ​ຖາ​ບັນ​ຍຸຕິ​ທຳ​ເຂົ້າ​ຮ່ວມຢ່າງ​ພ້ອມພຽງ.     ທ່ານ ບຸນ​ລ້ອມ ດວງ​ມາລາ ຮອງ​ຫົວໜ້າກົມ​ໂຄສະນາ​ເຜີຍ​ກົດໝາຍ ​ໄດ້​ຂຶ້ນກ່າວ​ເປີດ​ງານ ພ້ອມ​ທັງ​ກ່າວ​ຈຸດປະສົງ​ຂອງ​ການ​ລົງ​ຄັດ​ເລືອ​ກ​ໃນ​ຄັ້ງ​ນີ້ ກໍ​​ແມ່ນເພື່ອ​ຊອກ​ຫາ​ນັກ​ສຶກສາ​ກົດໝາຍຂອງ​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ​ຜູ້​ທີ່​ມີ​ໃຈ​ມັກ, ຮັກ ​ແລະ ມີ​ພອນ​ສະຫວັນ​ໃນ​ການສະ​ແດງ​ ​ເປັນ​ຕົ້ນ ດ້ານ​ການ​ເວົ້າ, ການສະ​ແດງ​ລະຄອນ, ການສະ​ແດງ​ທັກ​ສະ​ດ້ານ​ຕ່າງໆ ​ເພື່ອ​ຈະປະກອບສ່ວນ​​ໃນ​ການສະ​ແດງ​ລະຄອນ​ສັ້ນ ​ແລະ ສະປອດ​ໂຄສະນາ​ກ່ຽວກັບ​ກົດໝາຍ ​ໃຫ້​ແກ່​ກະຊວງ​ຍຸຕິ​ທຳ ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ວຽກງານ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ ​​ໂດຍ​ສະ​ເພາະ​ການ​ໂຄສະນາ​ຜ່ານ​ຊື່​ມວນ​ຊົນ.     ກິດຈະກຳ​ໃນ​ຄັ້ງ​ນີ້ ມີ​ນັກ​ສຶກສາ​ກົດໝາຍ​ເຂົ້າ​ຮ່ວມ​​ຄັດ​ເລືອກທັງໝົດ 92 ຄົນ, ຍິງ 43 ຄົນ, ຜ່ານ​ການ​ສະ​ແດງ​ຂອງ​ນັກ​ສຶກສາ ​ບໍ່ວ່າ​ຈະ​ເປັນ​ການສະ​ແດງ​ລະຄອນ​ສັ້ນ, ຮ້ອງ​ເພັງ ສາມາດ​ຄັດ​ເລືອກ​ນັກສະ​ແດງ​ອາສາ​ສະໝັກ​ໄດ້ 32 ຄົນ, ຍິງ 19 ຄົນ, ກາ​ນຄັດ​ເລືອກນັກສະ​ແດງ​ໃນ​ຄັ້ງ​ນີ້​ແມ່ນ​ດຳ​ເນີນ​ໄປ​ຢ່າງ​ມີ​ບັນຍາກາດ​ຟົດຟຶ້ນ ​ແລະ ປະສົບ​ຜົນສຳ​ເລັດຢ່າງ​ຈົບງາມ.   ຂ່າວ: ປາ​ວີ​ຄຳ ​ເພັດ​ທະລາ​ກຸນ ພາບ: ສົມ​ຫວັງ ບົວລະ​ພັນ ປະເພດຂ່າວ: ບົດຄວາມ ແລະ ຂ່າວອື່ນໆປ້າຍ Tags ຕິດຕາມ: ກົມໂຄສະນາເຜິີຍແຜ່ກົດໝາຍ ກະຊວງຍຸຕິທຳ ລົງເຄື່ອນໄຫວກິດຈະກຳຄັດເລືອກນັກສະແດງອາສາສະໝັກ ຢູ່ສະຖາບັນຍຸຕິທຳແຫ່ງຊາດ
ກົມໂຄສະນາເຜິີຍແຜ່ກົດໝາຍ ກະຊວງຍຸຕິທຳ ລົງເຄື່ອນໄຫວກິດຈະກຳຄັດເລືອກນັກສະແດງອາສາສະໝັກ ຢູ່ສະຖາບັນຍຸຕິທຳແຫ່ງຊາດ
https://www.moj.gov.la/lo/node/1043
ໂດຍ​ອີງ​ຕາມ​ແຈ້ງ​ການ ສະບັບ​​ເລກ 74/ກຍ.ຄຊປປລ, ລົງ​ວັນ​ທີ 08 ທັນວາ 2017 ວ່າ​ດ້ວຍ​ການ​ປຸກລະດົມ​ວັດຖຸ​ປັດ​ໄຈ​ເພື່ອ​ຊ່ວຍ​ເຫຼືອຜູ້​ປະສົບ​ໄພ​ນ້ຳ​ຖ້ວມ​ຢູ່ ສສ ຫວຽດນາມ ​ແລະ ຕ້ານ​ໄພ​ໜາວຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ ຢູ່ ສປປ ລາວ ​ແລະ ອີງ​ຕາມ​ແຈ້ງ​ການ​​ກ່ຽວກັບ ການ​ຮ່ວມ​ປະກອບສ່ວນ​ບໍລິຈາກ​ເຄື່ອງນຸ່ງຫົ່ມ ​ແລະ ອຸປະກອນ​ຮັບ​ໃຊ້ ​ເພື່ອ​ຊ່ວຍ​ເຫຼືອສັງຄົມ.     ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 10 ມັງກອນ 2018 ໜ່ວຍຊາວໜຸ່ມ ກົມ​ສົ່ງ​ເສີມ​ລະບົບ​ຍຸຕິ​ທຳ ໄດ້​ຈັດ​ພິທີ​ມອບ​​​ເຄື່ອງ​ຊ່ວຍ​ເຫຼືອ ​ແລະ ​ປັດ​ໄຈຈຳນວນໜຶ່ງ​ເພື່ອ​ຊ່ວຍ​ເຫຼືອ​ຜູ້​ປະສົບໄພ​ນ້ຳ​ຖ້ວມ​ຢູ່ ສສ ຫວຽດນາມ ​ແລະ ຕ້ານ​ໄພ​ໜາວຢູ່​ເຂດ​ຫ່າງ​ໄກ​ສອກຫຼີກຂອງ ສປປ ລາວ. ພິທີ​ດັ່ງ​ກ່າວ​ໄດ້​ຈັດ​ຂຶ້ນ​ທີ່ ກົມ​ສົ່ງ​ເສີມ​ລະບົບ​ຍຸຕິ​ທຳ ກະຊວງ​ຍຸຕິ​ທຳ; ​ໃຫ້ກຽດມອບ​ເຄື່ອງ ​ແລະ ວັດຖຸ​ປັດ​ໃຈ​ໃນ​ຄັ້ງ​ນີ້​ ​ໂດຍ​ ທ່ານ ປອ ຈອມ​ຄຳ ບຸບຜາ​ລີ​ວັນ ​ຫົວໜ້າກົມ​ສົ່ງ​ເສີມ​ລະບົບ​ຍຸຕິ​ທຳ ແລະ ຮັບ​ໂດຍ ທ່ານ ຄຳ​ເສີດ ​ວິລະ​ພັນ ຮອງຫົວໜ້າກົມ​ຈັດ​ຕັ້ງ-ພະນັກງານ, ມີ​ສະມາຊິກໜ່ວຍຊາວໜຸ່ມຂອງທັງ​ສອງ​ກົມ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ, ຊຶ່ງ​ເຄື່ອງ​ທີ່​ນຳ​ມາ​ມອບ​ໃນ​ຄັ້ງ​ນີ້ປະກອບ​ມີ​ເຄື່ອງນຸ່ງ​ຫົ່ມຈຳນວນໜຶ່ງ ​ແລະ ​ເງິນ​ຈຳນວນ 300.000 ກີບ ​ເພື່ອ​ປະກອບສ່ວນ​ຊ່ວຍ​ເຫຼືອສັງ​ຄົມ ກໍ​ຄືຊ່ວຍ​ເຫຼືອ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ​ທັງ ຢູ່ ສສ ຫວຽດນາມ ​ແລະ ສປປ ລາວ.   ຂ່າວ: ປາ​ວີ​ຄຳ ​ເພັດ​ທະລາ​ກຸ​ນ ພາບ: ສຸກ​ສາຄອນ ຈັນ​ທະ​ວຸດ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ໜ່ວຍຊາວໜຸ່ມ ກົມສົ່ງເສີມລະບົບຍຸຕິທຳ ກະຊວງຍຸຕິທຳ ລະດົມທຶນ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນ້ຳຖ້ວມ ແລະ ຊ່ວຍເຫຼືອສັງຄົມ
ໜ່ວຍຊາວໜຸ່ມ ກົມສົ່ງເສີມລະບົບຍຸຕິທຳ ກະຊວງຍຸຕິທຳ ລະດົມທຶນ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນ້ຳຖ້ວມ ແລະ ຊ່ວຍເຫຼືອສັງຄົມ
https://www.moj.gov.la/lo/node/1044
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 15-ມັງກອນ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 12/01/2018
ລາຍການຄວາມຮູ້ທາງກົດໝາຍ 12/01/2018
https://www.moj.gov.la/lo/node/1045
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 15-ມັງກອນ-2018ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 14/1/2018
ລາຍການເພື່ອສັງຄົມຍຸຕິທຳ 14/1/2018
https://www.moj.gov.la/lo/node/1047
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 22-ມັງກອນ-2018ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 21/1/2018
ລາຍການເພື່ອສັງຄົມຍຸຕິທຳ 21/1/2018
https://www.moj.gov.la/lo/node/1048
ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງ, ພະນັກງານການນຳຂອງແຂວງ ແລະ ເມືອງ ໄດ້ຮັບຮູ້, ເຂົ້າໃຈຕໍ່ກັບລັດຖະທຳມະນູນ ແລະ ກົດໝາຍ, ພ້ອມທັງເປັນການຍົກສູງບົດບາດການນໍາພາ ແລະ ການຈັດຕັ້ງປະຕິບັດວຽກງານໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ. ໃນວັນທີ 16 ມັງກອນ 2018 ຜ່ານມານີ້. ພະແນກຍຸຕິທຳແຂວງ  ຫົວພັນ ໄດ້ຈັດພິທີເປີດຊຸດຝຶກອົບຮົມກົດໝາຍລະຍະສັ້ນ 45 ວັນ ຊຸດທີ V ປະຈຳປີ 2018 ຂຶ້ນ, ຢູ່ທີ່ຫ້ອງປະຊຸມຊັ້ນ 5 ຂອງຫ້ອງວ່າການປົກຄອງແຂວງ ໂດຍການເປັນປະທານຂອງທ່ານ ພູໂຊນ ທຳມະວິໄຊ ຄະນະປະຈຳພັກແຂວງ,  ຮອງເຈົ້າແຂວງໆ ຫົວພັນ, ມີບັນດາຄະນະຮັບຜິດຊອບຊຸດຝຶກອົບຮົມ, ຄູ-ອາຈານຮັບເຊີນ, ບັນດາທ່ານຫົວໜ້າ, ຮອງຫົວໜ້າພະແນກອ້ອມຂ້າງແຂວງ ແລະ ນັກສຳມະນາກອນເຂົ້າຮ່ວມຢ່າງພ້ອມພ້ອມພຽງ.      ໃນພິທີທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທຳແຂວງ ໄດ້ລາຍງານການກະກຽມກ່ຽວກັບການເປີດຊຸດຝຶກອົບຮົມກົດໝາຍລະຍະສັ້ນ 45 ວັນ, ຊຶ່ງຊຸດຝຶກອົບຮົມໃນຄັ້ງນີ້ ແມ່ນເລີ່ມເປີດຢ່າງເປັນທາງການໃນວັນທີ 16 ມັງກອນ 2018  ແລະ ຈະປິດລົງໃນວັນທີ 30 ມີນາ 2018. ມີນັກສຳມະນາກອນ ເຂົ້າຝຶກອົບຮົມທັງໝົດ 46 ທ່ານ, ຍິງ 16 ທ່ານ, ປະກອບມີ 28 ວິຊາ, 21 ໜ່ວຍກິດ, 315 ຊົ່ວໂມງ, ໃຊ້ເວລາທັງໝົດ 45 ວັນ ຈຶ່ງຈະສຳເລັດ.   ພາບ, ຂ່າວໂດຍ:  ພວງເພັດ ເພັດຍາວົງ ພະແນກຍຸຕິທໍາແຂວງຫົວພັນ ປັບປຸງໂດຍ: ສີປະໄພ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພິທີເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ V ຂອງແຂວງ ຫົວພັນ
ພິທີເປີດຊຸດຝຶກອົບຮົມກົດໝາຍລະຍະສັ້ນ 45 ວັນ ຊຸດທີ V ຂອງແຂວງ ຫົວພັນ
https://www.moj.gov.la/lo/node/1049
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 23-ມັງກອນ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 22/01/2018
ລາຍການຄວາມຮູ້ທາງກົດໝາຍ 22/01/2018
https://www.moj.gov.la/lo/node/1051
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 24-ມັງກອນ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 24/01/2018
ລາຍການຄວາມຮູ້ທາງກົດໝາຍ 24/01/2018
https://www.moj.gov.la/lo/node/1052
ໃນ​ຕອນ​ເຊົ້າ​ຂອງວັນ​ທີ 25 ມັງກອນ 2018 ທີ່​ກະຊວງ​ຍຸຕິ​ທຳ ​ໄດ້​ເປີດ​ກອງ​ປະຊຸມ​ຄົ້ນຄວ້າປຶກສາ​ຫາລື ​ແລະ  ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ ວ່າ​ດ້ວຍ​ປ້າຍ ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ເປັນກຽດ​ເຂົ້າ​ຮວ່ມຂອງ​ທ່ານ ບົວ​ເງິນ ຊາ​ພູ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຖະ​ແຫຼງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທຽ່ວ, ມີ​ບັນດາທ່ານ​ຫົວໜ້າກົມ​-ຮອງຫົວໜ້າ​ກົມ, ຫົວໜ້າພະ​ແນ​ກ-ຮອງ​ພະ​ແນ​ກ ​ແລະ ພະນັກງານວິຊາ​ການ​ກົດໝາຍຂອງ​ສອງ​ພາກ​ສວ່ນ​ເຂົ້າ​ຮວ່ມ.     ​ໃນ​ກອງ​ປະຊຸມ​ຜູ້​ເຂົ້າ​ຮວ່ມກໍ​ໄດ້​ພ້ອມ​ກັນ​ຄົ້ນຄວ້າ​ປຶກສາ​ຫາລື​ແລກປຽ່ນບົດຮຽນ ​ແລະ ປະກອບ​ຄຳ​ຄິດ​ຄຳ​ເຫັນ​​ໃສ່​ຮ່າງ​ກົດໝາຍ ວ່າ​ດ້ວຍປ້າຍ​ ຢ່າງມີ​ຄວາມ​ຮັບຜິດຊອບ​ສູງ ​ແລະ ມີບັນຍາກາດ​ຟົດ​ຟື້ນ​​ແນໃສ່​ເຮັດ​ໃຫ້ຮ່າງກົດໝາຍດັ່ງກ່າວ​ມີ​ເນື້ອ​ໃນ​ຄົບ​ຖ້ວນ​ສົມບູນຂື້ນ.     ຮ່າງ​ກົດໝາຍວ່າ​ດ້ວຍ​ປ້າຍ​ ປະກອບ​ມີ 12 ພາກ, 9 ໝວດ, 59 ມາດຕາ ​ໃນ​ກົດໝາຍສະບັບ​ນີ້ ​ໄດ້​ກຳນົດຫຼັກ​ການ, ລະບຽບການ ​ແລະ ມາດ​ຕະການ​​ໃນ​ການ​ຄຸ້ມ​ຄອງ, ຕິດຕາມ ກວດກາ ການ​ດຳ​ເນີນ​ກິດຈະການ ກ່ຽວກັບ​ປ້າຍ ​ເພື່ອ​ໃຫ້​ສອດຄ່ອງ​ກັບ​ມູນ​ເຊື້ອ​ວັດທະນະທຳ​ອັນ​ດີງາມ​ຂອງ​ຊາດ, ໂດຍ​ສະ​ເພາ​ະແມ່ນການ​ຄຸ້ມ​ຄອງ, ການ​ຕິດຕາມ ​ແລະ ການກວດກາ​ປ້າຍ​ໃຫ້ມີ​ຄວາມ​ເປັນ​ລະບຽບຮຽບຮ້ອຍ ​ແລະ ​ເປັນເອກະ​ພາບ​ກັນ​ໃນ​ຂອບ​ເຂດທົ່ວ​ປະ​ເທດ ​ເພື່ອປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ ​ໃຫ້​ນັບ​ມື້​ນັບ​ເຕີບ​ໃຫຍ່​ຂະຫຍາຍຕົວຢ່າງ​ບໍ່​ຢຸດ​ຢັ້ງ.                                                                                     ຂ່າວ: ອ່ອນ​ຄຳ ​ໄຊ​ຍະ​ວົງ                                                                              ພາບ: ​ສຸກ​ສາຄອນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມຄົ້ນຄວ້າ ປຶກສາຫາລື ປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບໃໝ່ວ່າດ້ວຍປ້າຍ
ກອງປະຊຸມຄົ້ນຄວ້າ ປຶກສາຫາລື ປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບໃໝ່ວ່າດ້ວຍປ້າຍ
https://www.moj.gov.la/lo/node/1053
ໃນ​ຕອນ​ເຊົ້າຂອງ​ວັນ​ທີ 22 ມັງກອນ 2018 ທີ່​​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ກະຊວງ​ຍຸຕິ​ທຳ ​ໄດ້​ເປີດ​ຊຸດຝຶກ​ອົບຮົມ​ວຽກງານທະບຽນສານໃຫ້​ແກ່​ພະນັກງານ​ທີ່​ກ່ຽວຂ້ອງ​ຂອງ​ຂະ​ແໜງຍຸຕິ​ທຳ​ທົ່ວ​ປະ​ເທດ ປະຈຳ​ປີ 2018 ຂື້ນ ​ເປັນ​ຊຸດ​ທີ 1 ​ໂດຍ​ການ​ເປັນ​ປະ​ທານ​ຂອງ​ທ່ານ ​ໄພ​ວີ ສີ​ບົວ​ລິ​ພາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ, ມີ​ບັນດາຫົວໜ້າ-​ຮອງ​ຫົວໜ້າຫ້ອງການ, ກົມ, ສູນ, ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ, ຕະຫຼອດຮອດຜູ້​ເຂົ້າ​ຮ່ວມ​ຝຶກ​ອົບຮົມ​ຈາກ​ບັນດາ​ພະ​ແນ​ກຍຸຕິ​ທຳ​ແຂວງ, ນະຄອນຫຼວງ ​ແລະ ບັນດາ​ກົມ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ 63 ທ່ານ, ຍິງ 17  ທ່ານ.      ໃນ​ພິທີ ທ່ານ ບຸນ​ຕາ ສ.ຜາບ​ມີ​ໄຊ ຫົວໜ້າສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ​ໄດ້​ຂື້ນ​ກ່າວ​ຈຸດປະສົງ​ຂອງ​ການ​ຝຶກ​ອົບຮົມ​ໃນ​ຄັ້ງນີ້​​ແມ່ນເພື່ອ​ຍົກ​ລະດັບ​ໃຫ້​ພະນັກງານ​ທະບຽນສານ ​​ໄດ້​ມີ​ຄວາມ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ກ່ຽວກັບ​ວຽກງານ​ດັ່ງກ່າວ​ຕາມພາລະ​ບົດບາດ-ໜ້າທີ່​ຂອງ​ຕົນ ​ໃຫ້​ກາຍ​ເປັນ​ພະນັກງານ​ທະບຽນສານ​ທີ່​ມີ​ຄວາມໜັກ​ແໜ້ນທາງ​ດ້ານການ​ເມືອງ-​ແນວ​ຄິດ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ ,ມີທັກ​ສະ​ໃນ​ການ​ຄົ້ນ​ຄ້ວາ ​ແລະ ກວດກາ​ເອກະສານ​ຕ່າງໆ​ໃຫ້​ມີ​ຄວາມ​ຖືກຕ້ອງ​ຕາມ​ຄວາມ​ເປັນ​ຈິງ ​ແລະ ສອດຄ່ອງ​ກັບ​ກົດໝາຍ ​ແລະ ສາມາດ​ໃຫ້​ຄຳ​ປຶກສາ​ທາງ​ດ້ານ​ກົດໝາຍກ່ຽວກັບ​ວຽກງານ​ທະບຽນສານ​ໃຫ້​ແກ່​ຜູ້​ມາ​ໃຊ້​ບໍລິການ​ໄດ້​ໃນ​ລະດັບ​ທີ່​ແນ່ນອນ.      ​ໃນ​ຕອນ​ທ້າຍ​ຂອງ​ພິທີ ທ່ານ​ໄພວີ ສີ​ບົວ​ລິ​ພາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ກໍໄດ້​ໃຫ້ກຽດ​ໂອ້​ລົມ​ຕໍ່ຜູ້​ເຂົ້າ​ຮ່ວມ​ໃນ​​ພິທີ ​ໂດຍ​ທ່ານ​ໄດ້​​ເນັ້ນໜັກ​ໃຫ້​ນັກ​ຝຶກ​ອົບຮົມ​ທຸກ​ຄົນ​ຈົ່ງ​ເຊີດ​ຊູ​ຄວາມ​ຮັບຜິດຊອບ, ​ເປັນ​ເຈົ້າ​ການ​ໃນ​ການ​ຄົ້ນຄວ້າ​ຮ່ຳຮຽນ ພ້ອມ​ທັງ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ ​ແລະ ເອົາ​ໃຈ​ໃສ່​ຕິດຕາມການ​ບັນ​ລະ​ຍາຍ​ຂອງ​ຄູ​-ອາຈານ​ເພື່ອ​ຍາດ​ແຍ່ງ​ເອົາ​ຄວາມ​ຮູ້ ​ແລະ ​ແລກປ່ຽນບົດຮຽນ​ເຊີ່ງ​ກັນ ​ແລະ ກັນ​ໃນ​ເວລາ​ໄປ​ຈັດ​ຕັ້ງ​ຜັນ​ຂະຫຍາ​ຍ​ເຂົ້າ​ສູ່​ວຽກງານ​ຕົວ​ຈິງ ເຮັດ​ໃຫ້​ຊຸດ​ຝຶກ​ອົບຮົມ​ຄັ້ງ​ນີ້​ມີ​ອັນ​ຫັນປ່ຽນ​ໃໝ່​ໃນ​ວຽກງານ​ດັ່ງກ່າວ ​ແລະ​ ໄດ້​ຮັບ​ຜົນ​ສູງ​ສຸດ         ຊຸດຝຶກ​ອົບຮົມ​ດັ່ງກ່າວ​ຈະ​ດຳ​ເນີນ​​​ຮອດ​​ວັນ​ທີ 26 ມັງກອນ 2018 ຈຶ່ງ​​ໄດ້​ປິດ​ລົງ. ຂ່າວ: ອອ່ນຄຳ ພາບ: ສົມ​ຫວັງ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກະຊວງຍຸຕິທຳ ໄດ້ເປີດຊຸດຝຶກອົບຮົມວຽກງານທະບຽນສານ ໃຫ້ແກ່ພະນັກງານທີ່ກ່ຽວຂ້ອງຂອງຂະແໜງຍຸຕິທຳທົ່ວປະເທດ ປະຈຳປີ 2018
ກະຊວງຍຸຕິທຳ ໄດ້ເປີດຊຸດຝຶກອົບຮົມວຽກງານທະບຽນສານ ໃຫ້ແກ່ພະນັກງານທີ່ກ່ຽວຂ້ອງຂອງຂະແໜງຍຸຕິທຳທົ່ວປະເທດ ປະຈຳປີ 2018
https://www.moj.gov.la/lo/node/1054
ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 17 ມັງກອນ 2018 ທີ່​ກະ​ຊວງ​ຍຸຕິ​ທຳ ​ໄດ້ຈັດ​ກອງ​ປະຊຸມ​ສະຫຼຸບຜົນ​ການຈັດ​ຕັ້ງ​ປະຕິບັດ ​ໂຄງການ​ສະໜັບສະໜູນການຈັດ​ຕັ້ງ​ປະຕິບັດ​ແຜນ​ແມ່​ບົດ​ສ້າງ​ລັດ​ທີ່​ປົກຄອງ​ດ້ວຍ​ກົດໝາຍຂື້ນ ​ໂດຍ​ການ​ເປັນ​ປະທານ ຂອງ​ທ່ານ ບຸນ​ສະຫວາດ ບຸບຜາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ , ມີ​ທ່ານ ນາງ ຄາຣີນ່າ ອີ​ໂມ​ເນັ້ນ ຜູ້ຕາງໜ້າຈາກ​ອົງການ ສະຫະ​ປະຊາ​ຊາດ ​ເພື່ອ​ການ​ພັດທະນາ, ມີ​ບັນດາຫົວໜ້າ-​ຮອງຫົວໜ້າຫ້ອງການ, ກົມ, ສູນ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດຖະກິດ, ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ​ແລະ ພະນັກງານ​ທີ່​ກ່ຽວຂ້ອງ​ຂອງ​ໂຄງການ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.      ​ໃນ​ພິທີ ທ່ານ ນະ​ລົງ​ລິດ ນໍລະ​ສິງ ຫົວໜ້າກົມ​ກວດກາ ​ແລະ ປະ​ເມີນ​ຜົນ​ນິຕິ​ກຳ, ທັງ​ເປັນ​ຫົວໜ້າກອງ​ເລຂາ ​ໂຄງການສະໜັບສະໜູນການຈັດ​ຕັ້ງ​ປະຕິບັດ​ແຜນ​​ແມ່​ບົດ​ສ້າງ​ລັດ​ທີ່​ປົກຄອງ​ດ້ວຍ​ກົດໝາຍ (SPLSMP) ​ໄດ້​ຂື້ນ​ຜ່ານ​ບົດ​ລາຍ​ງານໂຄງການ​ສະໜັບສະໜູນ ການຈັດ​ຕັ້ງ​ປະຕິບັດ​ແຜນ​ແມ່​ບົດ​ສ້າງ​ລັດ​ທີ່​ປົກຄອງ​ດ້ວຍ​ກົດໝາຍ ຊື່​ງ​ໂຄງການ​ດັ່ງກ່າວ​​​ແມ່ນ​ໄດ້​ຖືກ​ຮັບຮອງ ​ແລະ ​ເລີ່​ມຈັດ​ຕັ້ງ​ປະຕິບັດ​ໃນ​ຕົ້ນ​ເດືອນ​ ມັງກອນ ປີ 2014 - ​ເດືອນ​ ມິຖຸນາ ປີ 2017 ຕະຫຼອດ​ລະຍະ​ດັ່ງກ່າວໂຄງການ ​ໄດ້​ປະກອບສ່ວນ​​ເຂົ້າ​ໃນ​ການຈັດ​ຕັ້ງ​ປະຕິບັດ​ວຽກງານ​ຂອງ​ຂະ​ແໜງກົດໝາຍ ​ແລະ ຍຸຕິ​ທຳ ຂອງ ສປປ ລາວ​ ຢ່າງຫຼວງຫຼາຍ​ໂດຍ​ຜ່ານການ​ເຄື່ອນ​ໄຫວ​ບັນດາ​ກິດຈະກຳຕ່າງໆຂອງ​ໂຄງການ.      ພ້ອມ​ດຽວກັນ​ນັ້ນ​​ໃນ​ກອງປະຊຸມຍັງ​ໄດ້ຕົກລົງ​ສືບ​ຕໍ່ ​ໂຄງການ​​ເປັນລະຍະ​ທີ​ສອງ ​ໂດຍ​ໃສ່​ຊື່​ວ່າ ​ໂຄງການ​ສະໜັບສະໜູນທາງ​ດ້ານ​ຍຸ​ດທະ​ສາດ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ການ​ປົກຄອງ​ລັດ​ດ້ວຍ​ກົດໝາຍຢູ່ ສປປ ລາວ ( 3S-RO) ຊື່​ງ​ໄດ້​ເລີ່​ມຈັດ​ຕັ້ງ​ປະຕິບັດມາ​ແຕ່​ເດືອນ​ສິງ​ຫາ ປີ 2017  ​ແລະ ຈະສີ້​ນສຸດ​ ໃນ​ເດືອນ ​ສິງຫາ ປີ 2021 ​ໃນ​ນັ້ນມີ​ຫ້າ​ແຜນ​ງານ​ໃຫຍ່ ​​ເປັນ​ຕົ້ນ: ການ​ຍົກ​ລະດັບ​ການ​ເຂົ້າ​ເຖິງ​ຂະ​ບວນການ​ຍຸຕິ​ທຳ ​ແລະ ການ​ບໍລິການ​ທາງ​ດ້ານ​ກົດໝາຍຂອງ​ປະຊາຊົນ, ສົ່ງ​ເສີມ​ຄວາມ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ ​ກ່ຽວກັບ ​ສິດ ​ແລະ ພັນທະ​ຕໍ່ໜ້າກົດໝາຍຂອງ​ປະຊາຊົນ ​ແລະ ​ເຮັດ​ໃຫ້ ສປປ ລາວ ກາຍ​ເປັນ​ລັດ​ທີ່​ມີ​ລະບົບ​ກົດໝາຍຄົບ​ຊຸດ ​ເພື່ອ​ປະກອບສ່ວນ​ໃນ​ການ​ສ້າງ​ຄວາມ​ສະຫງົບ ​ແລະ ຄວາມ​ເປັນ​ລະບຽບຮຽບຮ້ອຍ ພ້ອມນຳ​ເອົາ​ຄວາມ​ຍຸຕິ​ທຳ​ມາສູ່​ສັງຄົມ. ຂ່າວ: ອອ່ນຄຳ ພາບ ສົມ​ຫວັງ ປະເພດຂ່າວ: ກອງປະຊຸມ-ສຳມະນາ
ກະຊວງຍຸຕິທຳ ຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດ ໂຄງການສະໜັບສະໜູນ ການຈັດຕັ້ງປະຕິບັດແຜນແມ່ບົດສ້າງລັດທີ່ປົກຄອງດ້ວຍກົດໝາຍ
https://www.moj.gov.la/lo/node/1055
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 29-ມັງກອນ-2018ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 28/1/2018
ລາຍການເພື່ອສັງຄົມຍຸຕິທຳ 28/1/2018
https://www.moj.gov.la/lo/node/1056
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 29-ມັງກອນ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 26/01/2018
ລາຍການຄວາມຮູ້ທາງກົດໝາຍ 26/01/2018
https://www.moj.gov.la/lo/node/1057
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 30-ມັງກອນ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 29/01/2018
ລາຍການຄວາມຮູ້ທາງກົດໝາຍ 29/01/2018
https://www.moj.gov.la/lo/node/1058
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 31-ມັງກອນ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 31/01/2018
ລາຍການຄວາມຮູ້ທາງກົດໝາຍ 31/01/2018
https://www.moj.gov.la/lo/node/1060
ເພື່ອເປັນການສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານປະຈຳປີ 2017 ແລະ ວາງທິດທາງແຜນການປີ 2018 ໃນຂົງເຂດວຽກງານຍຸຕິທຳ ໃນລະຫວ່າງວັນທີ 18-19 ມັງກອນ 2018 ກະຊວງຍຸຕິທຳ ໄດ້ ຈັດກອງປະຊຸມວຽກງານຍຸຕິທຳທົ່ວປະເທດ ປະຈຳປີ 2017 ຂຶ້ນ ທີ່ສູນຝຶກອົບຮົມ ແລະ ຮ່ວມມືສາກົນ (ICTC) ນະຄອນຫຼວງວຽງຈັນ ​ໂດຍ​ການ​ເປັນ​ປະທານ​ຂອງ ​ທ່ານ ​ໄຊ​ສີ ສັນຕິ​ວົງ ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ;  ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ປານີ ຢາທໍຕູ້ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ; ມີບັນດາຜູ້ຊີ້ນຳວຽກງານຍຸຕິທຳຂັ້ນແຂວງ, ນະຄອນຫຼວງວຽງຈັນ, ບັນດາຫົວໜ້າພະແນກຍຸຕິທຳທົ່ວປະເທດ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.      ໃນ​ພິທີ ຜູ້​​ແທນ​ກອງ​ປະຊຸມ​ກໍ​ໄດ້​ພ້ອມ​ກັນຮັບ​ຟັງ​ບົດສະຫຼຸຸບການຈັດຕັ້ງປະຕິ​ບັດ​ວຽກງານຍຸຕິທຳ ປະຈຳປີ 2017 ທີ່ຜ່ານມາ ແລະ ທິດທາງ​ແຜນການຈຸດສຸມວຽກງານ​ຍຸຕິ​ທໍາ​ປະຈຳປີ 2018 ຊື່​ງສະ​ເໜີ​ໂດຍ ​ທ່ານ ປອ ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ຊຶ່ງໃນລະຍະຜ່ານມາ ຂະແໜງຍຸຕິທຳໄດ້ຕັ້ງໜ້າປະຕິບັດໜ້າທີ່ຕາມພາລະບົດບາດຢ່າງມີຜົນສຳເລັດ. ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ຮັບຟັງການລາຍງານວຽກງານໃນຂົງເຂດຍຸຕິທຳໃນລະຍະຜ່ານມາ ໂດຍສະເພາະວຽກງານການເປັນເສນາທິການໃຫ້ແກ່ລັດຖະບານເພື່ອຄົ້ນຄວ້າ ແລະ ກວດກາຄວາມສອດຄ່ອງຂອງຮ່າງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ, ວຽກງານການໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ສັງຄົມ, ການສົ່ງເສີມລະບົບຍຸຕິທຳ, ການກວດກາ ແລະ ການປະເມີນຜົນນິຕິກຳ, ການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ, ການບໍລິການກົດໝາຍ ແລະ ຍຸຕິທຳ, ການຍົກລະດັບຄວາມຮູ້ຄວາມສາມາດຂອງບຸກຄະລາກອນ ແລະ ການຮ່ວມມືກັບພາກພື້ນ ແລະ ສາກົນ. ຫຼັງຈາກ​ນັ້ນ ທ່ານ ນາງ ປານີ ຢາທໍຕູ້ ປະທານສະພາແຫ່ງຊາດ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳທີ່ສຳຄັນຕໍ່ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ຊຶ່ງກ່ອນ​ອື່ນທ່ານໄດ້ກ່າວຍ້ອງຍໍຊົມເຊີຍຜົນງານທີ່ຄະນະພັກ-ຄະນະນຳ ຕະຫຼອດຮອດພະນັກງານ-ລັດຖະກອນຂອງຂະແໜງວຽກງານຍຸຕິທຳທົ່ວປະເທດທີ່ຍາດ​ມາ​ໄດ້​ໃນ​ລະຍະ​ຜ່ານ​ມາ ກໍ​ຄື​ການຕັ້ງໜ້າຈັດຕັ້ງປະຕິບັດພາລະບົດບາດໜ້າທີ່ຂອງຂະແໜງຍຸຕິທຳ ໃນການເປັນເສນາທິການຊ່ວຍລັດຖະບານ ໃນການຄຸ້ມຄອງລັດທາງດ້ານກົດໝາຍ ແລະ ວຽກງານຍຸຕິທຳໄດ້ເປັນຢ່າງດີ ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ພ້ອມດຽວກັນນັ້ນ ທ່ານປະທານສະພາແຫ່ງຊາດ ຍັງໄດ້ເນັ້ນບາງບັນຫາທີ່ສຳຄັນ ຊຶ່ງມີເນື້ອໃນບາງຕອນວ່າ: ໃຫ້ຄະນະພັກ, ຄະນະນຳ ສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ແກ່ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນຢ່າງເລີກເຊີ່ງ ໃນທຸກວຽກງານຂອງຂະແໜງການຍຸຕິທຳ, ສ້າງໃຫ້ພະນັກງານ-ລັດຖະກອນທຸກຄົນກາຍເປັນມືອາຊີບ, ເປັນຜູ້ຊຳນານງານ ແລະ ເປັນຜູ້ຊ່ຽວຊານສະເພາະດ້ານ, ມີຄຸນທາດການເມືອງໜັກແໜ້ນ, ເຊື່ອໜັ້ນຕໍ່ການນຳພາຂອງພັກ-ລັດ, ມີຄຸນສົມບັດສິນທຳປະຕິວັດ, ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນດ້ວຍຄວາມສັດຊື່ບໍລິສຸດ ແລະ ຍຸຕິທຳ, ເຮັດໃຫ້ນັກກົດໝາຍເປັນນັກກົດໝາຍທີ່ຍ່າງຢູ່ບົນໜ້າດີນຮ່ວມກັບປະຊາຊົນ ບໍ່ແມ່ນນັກກົດໝາຍທີ່ລອຍຢູ່ບົນອາກາດຫ່າງເຫີນຈາກປະຊາຊົນ. ສຶກສາອົບຮົມໃຫ້ທຸກຄົນມີຄວາມອຸ່ນອ່ຽນ, ທຸ່ນທ່ຽງ ຕັ້ງໜ້າປະຕິບັດໜ້າທີ່ວຽກງານທີ່ຖືກມອບໝາຍດ້ວຍຄວາມຮັບຜິດຊອບ ແລະ ໃຫ້ມີຜົນສຳເລັດເປັນຢ່າງດີ; ສືບຕໍ່ຍູ້ແຮງວຽກງານໂຄສະນາເຜີຍແຜ່ກົດໝາຍຢ່າງກ້ວາງຂວາງ ແລະ ທົ່ວເຖິງ. ທັງນໍາໃຊ້ພາຫະນະສື່ມວນຊົນຕ່າງໆ ນຳໃຊ້ໃນການໂຄສະນາເຜີຍແຜ່ໂດຍກົງຢູ່ຕາມໂຮງຮຽນ, ໂຮງໝໍ, ສຳນັກງານ-ອົງການ, ກົມກອງກຳລັງປະກອບອາວຸດ, ຮາກຖານບ້ານປະຊາຊົນ, ຕະຫຼອດຮອດຫົວໜ່ວຍທຸລະກິດຕ່າງໆ ໂດຍເອົາວຽກງານນີ້ຕິດພັນກັບວຽກງານສ້າງບ້ານ ແລະ ກຸ່ມບ້ານພັດທະນາ ຕາມ 04 ເນື້ອໃນ 04 ຄາດໝາຍ ທີ່ກົມການເມືອງສູນກາງພັກວາງອອກ, ປັບປຸງວຽກງານຍຸຕິທຳຮາກຖານ ເພື່ອສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍຢູ່ໃນສັງຄົມໃຫ້ດີຂຶ້ນເປັນກ້າວໆ; ຈົ່ງ​ສືບ​ຕໍ່​ຮັດແໜ້ນ​​ຄວາມ​ສາ​ມັກ​ຄີ​ເປັນ​ປຶກ​ແຜ່ນ ແລະ​ ບົນ​ຈິດ​ໃຈບຸກ​ທະ​ລຸ: ​ກ້າ​ຄິດ, ກ້າ​ເຮັດ, ກ້າ​ຮັບ​ຜິດ​ຊອບ; ບັນ​ດາ​ສະ​ຫາຍ​ຈະ​ສຳ​ເລັດ​ໜ້າ​ທີ່, ທີ່​ພັກ ແລະ ​ປະ​ຊາ​ຊົນ​ມອບ​ໝາຍໃຫ້​ໄດ້ເປັນ​ຢ່າງ​ດີ, ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ​ສາ ແລະ​ ພັດ​ທະ​ນາ​ປະ​ເທດ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ​, ຕາມ​ທິດປະ​ຊາ​ຊົນ​ມີ​ຄວາມ​ຮັ່ງ​ມີ​ຜາ​ສຸກ, ປະ​ເທດ​ຊາດ​ມີ​ຄວາມ​ມັ່ງ​ຄັ່ງ​ເຂັ້ມ​ແຂງ, ສັງ​ຄົມ​ມີ​ຄວາມ​ສາ​ມັກ​ຄີ​ປອງດອງ, ປະ​ຊາ​ທິ​ປະ​ໄຕ, ຍຸ​ຕິ​ທຳ ແລະ​ສີ​ວິ​ໄລ.   ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ທ່ານປະທານສະພາແຫ່ງຊາດ ໂອ້ລົມ ແລະ ໃຫ້ທິດຊີ້ນຳ ຂົງເຂດວຽກງານຍຸຕິທຳທົ່ວປະເທດ
ທ່ານປະທານສະພາແຫ່ງຊາດ ໂອ້ລົມ ແລະ ໃຫ້ທິດຊີ້ນຳ ຂົງເຂດວຽກງານຍຸຕິທຳທົ່ວປະເທດ
https://www.moj.gov.la/lo/node/1061
ຢູ່ທີ່​ຫ້ອງ​ປະຊຸມຊັ້ນ 2 ​ຂອງ​ກະຊວງ​ຍຸຕິ​ທຳ ​ໄດ້​ຈັດ​ກອງ​ປະຊຸມປຶກສາ​ຫາລື ຮ່າງກົດໝາຍວ່າ​ດ້ວຍ ອາກອນ​ມູນ​ຄ່າ​ເພີ່ມ ຂຶ້ນ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 31 ມັງກອນ 2018. ​ໃຫ້​ກຽດ​ເຂົ້າ​ຮ່ວມ​ເປັນ​ປະທານ​ຂອງ ທ່ານ ປອ ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ແລະ ທ່ານ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ວິຊາການກົດໝາຍ ຂອງ 2 ກະຊວງ ພ້ອມດ້ວຍແຂກຖືກເຊີນຈາກພາກສ່ວນອື່ນ ເຂົ້າຮ່ວມຢ່າງພ້ອມພຽງ.    ໃນກອງປະຊຸມ ທ່ານ ປອ ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ກໍໄດ້ກ່າວຈຸດປະສົງຂອງກອງປະຊຸມ ແມ່ນເພື່ອປະຕິບັດຕາມຂັ້ນຕອນຂອງການສ້າງ ແລະ ປັບປຸງກົດໝາຍ ທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ ສະບັບເລກທີ 52/ສພຊ, ລົງວັນທີ 23 ກໍລະກົດ 2014 ຊຶ່ງກະຊວງຍຸຕິທໍາຈະໄດ້ຄົ້ນຄວ້າ ແລະ ກວດກາຄວາມສອດຄ່ອງທາງດ້ານກົດໝາຍ ຢ່າງລະອຽດຮອບດ້ານ ແລະ ເປັນເອກະພາບກັນກ່ອນຈະສົ່ງຮ່າງກົດໝາຍໄປຍັງລັດຖະບານເພື່ອພິຈາລະນາ ແລະ ນໍາເຂົ້າກອງປະຊຸມສະພາແຫ່ງຊາດພິຈາລະນາຮັບຮອງ.       ຫຼັງຈາກນັ້ນຄະນະຮັບຜິດຊອບຮ່າງກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ ກໍໄດ້ນຳສະເໜີຮ່າງກົດໝາຍສະບັບດັ່ງກ່າວເປັນຕົ້ນ ເນື້ອໃນ ກຳນົດຫຼັກການ, ລະບຽບການ, ວິທີການ ແລະ ມາດຕາການກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາວຽກງານອາກອນມູນຄ່າເພີ່ມ ເພື່ອໃຫ້ວຽກງານດັ່ງກ່າວມີປະສິດທິຜົນ ແລະ ປະສິດຕິພາບ ຮັບປະກັນການສົ່ງເສີມການຜະລິດ, ການດຳເນີນທຸລະກິດ, ການລົງທຶນ, ການສົ່ງອອກ, ການສະໜອງສິນຄ້າ ແລະ ການບໍລິການ ແນ່ໃສເພີ່ມລາຍຮັບເຂົ້າງົບປະມານແຫ່ງລັດ ສ້າງເງື່ອນໄຂໃຫ້ແກ່ການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ປະກອບເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.   ປະເພດຂ່າວ: ກອງປະຊຸມ-ສຳມະນາ
ກອງປະຊຸມປຶກສາຫາລື ຮ່າງກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ
https://www.moj.gov.la/lo/node/1064
ກອງປະຊຸມດັ່ງກ່າວໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 30 ມັງກອນ 2018 ທີ່ພະແນກຍຸຕິທຳນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ບຸນເພັງ ສີນະວົງພອນ ຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ, ທ່ານ ຄຳເສີດ ວິລະພັນ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງຍຸຕິທຳ ແລະ ທ່ານ ຄຳມາ ແສງວິໄຊ ຮອງຫົວໜ້າຄະນະຈັດຕັ້ງນະຄອນຫຼວງວຽງຈັນ, ມີບັນດາຫົວໜ້າຫ້ອງການຍຸຕິທຳເມືອງ ຕະຫຼອດຮອດພະນັກງານຂອງພະແນກຍຸຕິທຳນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງພ້ອມພຽງ.      ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງມະຕິຂອງກົມການເມືອງສູນກາງພັກ ພັກປະຊາຊົນປະຕິວັດລາວ ສະບັບເລກທີ 30 ແລະ 32 /ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍມາດຖານຂອງພະນັກງານນຳພາ-ຄຸ້ມຄອງ ແລະ ວ່າດ້ວຍການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ພ້ອມທັງເຊື່ອມຊືມມະຕິຂອງຄະນະບໍລິຫານງານພັກກະຊວງຍຸຕິທຳ ສະບັບເລກທີ 175/ຄບພ.ກຍ, ລົງວັນທີ 20 ກັນຍາ 2017 ວ່າດ້ວຍ ການກຳນົດມາດຕະຖານຂອງພະນັກງານຂອງຂະແໜງຍຸຕິທຳ.      ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍເພື່ອເປັນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ເພື່ອຕອບສະໜອງທາງດ້ານຈຳນວນ, ຄຸນນະພາບ ໃຫ້ແກ່ໜ້າທີ່ການເມືອງຂອງພັກ-ລັດ ໃນສະເພາະໜ້າ ແລະ ຍາວນານ, ແນ່ໃສ່ຮັບປະກັນລັກສະນະສືບທອດປ່ຽນແທນຢ່າງຕໍ່ເນື່ອງ , ເປັນການຫັນຍຸດທະສາດກ່ຽວກັບວຽກງານພະນັກງານເປັນອັນລະອຽດ, ສ້າງໂຄງການສັງລວມພື້ນຖານໃຫ້ແກ່ການສ້າງແຜນການກໍ່ສ້າງ-ບຳລຸງ, ຄາດຄະເນສັບຊ້ອນ ແລະ ຈັດວາງພະນັກງານຢ່າງສົມເຫດສົມຜົນ.       ກອງປະຊຸມ ໄດ້ດຳເນີນມາຮອດວັນທີ່ 31  ມັງກອນ 2018 ຈຶ່ງປິດລົງດ້ວຍຜົນສຳເລັດອັນຈົບງາມ. ຂ່າວ : ອ່ອນຄຳ ໄຊຍະວົງ   ພາບ ສົມຫວັງ    ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ກອງປະຊຸມຂື້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂອງພະແນກຍຸຕິທຳ ນະຄອນຫຼວງວຽງຈັນ
ກອງປະຊຸມຂື້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂອງພະແນກຍຸຕິທຳ ນະຄອນຫຼວງວຽງຈັນ
https://www.moj.gov.la/lo/node/1065
ກອງປະຊຸມກວດກາຄວາມສອດຄ່ອງຂອງຮ່າງກົດໝາຍວ່າດ້ວຍ ທະນາຄານ ແຫ່ງ ສປປ ລາວ ສະບັບປັບປຸງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 29 ມັງກອນ 2018. ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງຍຸຕິທຳ ແລະ ທ່ານ ນ. ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານ ແຫ່ງ ສປປລາວ, ມີບັນດາທ່ານຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການກົດໝາຍ ຂອງກະຊວງຍຸຕິທຳ ແລະ ທະນາຄານ ແຫ່ງ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.       ກົດໝາຍວ່າດ້ວຍທະນາຄານ ແຫ່ງ ສປປ ລາວ ສະບັບທຳອິດໄດ້ຮັບຮັບຮອງ ແລະ ປະກາດໃຊ້ໃນປີ 1995 ແລະ ໄດ້ມີການປັບປຸງບາງມາດຕາໃນປີ 1999. ສຳລັບເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງຮ່າງກົດໝາຍສະບັບດັ່ງກ່າວໃນເທື່ອນີ້ ເນື່ອງຈາກວ່າໄດ້ຖືກນຳໃຊ້ມາເປັນເວລາດົນພໍສົມຄວນ, ມີຫຼາຍບົດບັນຍັດບໍ່ແທດເໝາະ ແລະ ຫຼາຍວຽກງານຍັງບໍ່ໄດ້ຮັບການກຳນົດໄວ້ໃນກົດໝາຍ. ສະນັ້ນ, ຈຶ່ງມີຄວາມຈຳເປັນໃນການປັບປຸງ ໃຫ້ມີຄວາມລະອຽດ, ຊັດເຈນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ໃນພາກປະຕິບັດຕົວຈິງ.      ຮ່າງກົດໝາຍວ່າດ້ວຍ ທະນາຄານແຫ່ງ ສປປລາວ ມີທັງໝົດ 11 ພາກ, 10 ໝວດ ແລະ 83 ມາດຕາ ໄດ້ກໍານົດຫຼັກການ ແລະ ລະບຽບການກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງທະນາຄານ ແຫ່ງ ສປປ ລາວ ເພື່ອຮັບປະກັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ແນໃສ່ຮັກສາສະຖຽນລະພາບທາງດ້ານເງິນຕາ, ຄວາມໝັ້ນຄົງຂອງສະຖາບັນການເງິນ, ຮັບປະກັນລະບົບການຊຳລະໃຫ້ມີຄວາມສະດວກ, ວ່ອງໄວ ແລະ ປອດໄພ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດໃຫ້ນັບມື້ນັບຈະເລີນກ້າວໜ້າອີກດ້ວຍ. ຂ່າວ: ສີປະໄພ, ພາບ: ສຸກສາຄອນ, ວັນທີ 29 ມັງກອນ 2018. ປະເພດຂ່າວ: ກອງປະຊຸມ-ສຳມະນາ
ກອງປະຊຸມກວດກາຄວາມສອດຄ່ອງຂອງຮ່າງກົດໝາຍວ່າດ້ວຍ ທະນາຄານ ແຫ່ງ ສປປ ລາວ ສະບັບປັບປຸງ
https://www.moj.gov.la/lo/node/1066
ໃນຕອນເຊົ້າຂອງວັນທີ 26 ມັງກອນ 2018 ຢູ່ທີ່ຫ້ອງປະຊຸມຂອງກະຊວງຍຸຕິທຳ, ກະຊວງຍຸຕິທຳ ຮ່ວມກັບ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມເພື່ອປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍ ການບິນພົນລະເຮືອນ ສະບັບປັບປຸງ. ໂດຍການເປັນປະທານຮ່ວມຂອງທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ທ່ານ ປອ. ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີຄະນະຮັບຜິດຊອບສ້າງຮ່າງກົດໝາຍ, ບັນດາທ່ານຄະນະກົມ, ຄະນະພະແນກ ຂອງກົມກົດໝາຍກະຊວງຍຸຕິທຳ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.      ສຳລັບຮ່າງກົດໝາຍວ່າດ້ວຍ ການບິນພົນລະເຮືອນ ສະບັບປັບປຸງນີ້ ປະກອບມີ 15 ພາກ, 31 ໝວດ, 180 ມາດຕາ ໃນນີ້ເພີ່ມເຂົ້າໃໝ່ຈຳນວນ 106 ມາດຕາ ແລະ ປັບປຸງຈຳນວນ 63 ມາດຕາ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອກວດກາຄວາມສອດຄ່ອງຂອງຮ່າງກົດໝາຍສະບັບດັ່ງກ່າວໃຫ້ແທດເໝາະກັບສະພາບຕົວຈິງຂອງເສດຖະກິດ ແລະ ສັງຄົມໃນປັດຈຸບັນ ໃນການອຳນວຍຄວບຄຸມການຂົນສົ່ງທາງອາກາດ ໃຫ້ມີຄວາມສະດວກປອດໄພ, ວ່ອງໄວທັນສະໄໝ, ໄດ້ຕາມມາດຕະຖານສາກົນ, ເປັນມິດກັບສິ່ງແວດລ້ອມ, ມີປະສິດທິຜົນ ແລະ ຍຶນຍົງ.  ຂ່າວ: ສີປະໄພ, ພາບ: ສຸກສາຄອນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍ ການບິນພົນລະເຮືອນ (ສະບັບປັບປຸງ)
ກອງປະຊຸມປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍ ການບິນພົນລະເຮືອນ (ສະບັບປັບປຸງ)
https://www.moj.gov.la/lo/node/1067
ກອງປະຊຸມກວດກາຄວາມສອດຄ່ອງຂອງຮ່າງກົດໝາຍວ່າດ້ວຍ ການຄຸ້ມຄອງໜີ້ສິນສາທາລະນະ ໄດ້ຈັດຂຶ້ນທີ່ຫ້ອງປະຊຸຸມຂອງກະຊວງຍຸຕິທຳ ໃນຕອນເຊົ້າຂອງວັນທີ 30 ມັງກອນ 2018. ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ນ. ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ, ມີຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານວິຊາການກົດໝາຍຂອງສອງກະຊວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.     ການຄຸ້ມຄອງໜີ້ສິນສາທາລະນະ ແມ່ນການຈັດຕັ້ງປະຕິບັດມາດຕະການກ່ຽວກັບວຽກງານໜີ້ສິນສາທາລະນະ ແລະ ການນຳໃຊ້ແຫຼ່ງທຶນໃຫ້ຖືກຕ້ອງຕາມກົດໝາຍ, ລະບຽບການ ແລະ ສັນຍາ ເພື່ອຮັບປະກັນສະຖຽນລະພາບທາງດ້ານການເງິນ ແລະ ເສດຖະກິດແຫ່ງຊາດ. ສຳລັບຮ່າງກົດໝາຍວ່າດ້ວຍ ການຄຸ້ມຄອງໜີ້ສິນສາທາລະນະ ແມ່ນໄດ້ນຳເຂົ້າທາບທາມຄຳເຫັນຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ 8 ທີ່ຜ່ານມາ ແລະ ຈະນຳເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ 8 ທີ່ຈະເປີດຂຶ້ນໃນທ້າຍເດືອນ ເມສາ ຫາ ພຶດສະພາ ທີ່ຈະມາເຖິງນີ້,ຊຶ່ງໄດ້ປັບປຸງຮ່າງກົດໝາຍຈາກ 14 ພາກ, 4 ໝວດ, 70 ມາດຕາ ມາເປັນ 12 ພາກ, 7 ໝວດ, 74 ມາດຕາ ແລະ ໄດ້ຄົ້ນຄວ້າຕັດອອກ, ກຳນົດເພີ່ມ ແລະ ສັບຊ້ອນເນື້ອໃນຂອງບາງມາດຕາ ມາເປັນມາດຕະການສະເພາະຕື່ມ ເພື່ອໃຫ້ເນື້ອໃນຂອງຮ່າງກົດໝາຍສະບັບດັ່ງກ່າວນີ້ ມີຄວາມຄົບຖ້ວນ, ສົມບູນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ໃນພາກປະຕິບັດຕົວຈິງ. ຂ່າວ: ສີປະໄພ, ພາບ: ສຸກສາຄອນ   ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກະຊວງຍຸຕິທຳຮ່ວມກັບກະຊວງການເງິນ ຈັດກອງປະຊຸມກວດກາຄວາມສອດຄ່ອງຂອງຮ່າງກົດໝາຍວ່າດ້ວຍ ການຄຸ້ມຄອງໜີ້ສິນສາທາລະນະ
ກະຊວງຍຸຕິທຳ ຮ່ວມກັບ ກະຊວງການເງິນ ຈັດກອງປະຊຸມກວດກາຄວາມສອດຄ່ອງຂອງຮ່າງກົດໝາຍວ່າດ້ວຍ ການຄຸ້ມຄອງໜີ້ສິນສາທາລະນະ