url
stringlengths
22
63
context
stringlengths
4
47.2k
title
stringlengths
4
4.16k
https://www.moj.gov.la/lo/node/1180
ໃນຕອນເຊົ້າຂອງວັນທີ 03 ພຶດສະພາ 2018 ຢູ່ທີ່ ຫ້ອງປະຊຸມພະແນກແຜນການ ແລະ ການລົງທືນ ແຂວງ ບໍລິຄຳໄຊ ໄດ້ຈັດກອງປະຊຸມທາບທາມຄຳຄິດຄຳເຫັນໃສ່ (ຮ່າງ) ກົດໝາຍວ່າດ້ວຍ ຄົນພິການ ຂື້ນ ພາຍໃຕ້ການເປັນປະທານ ຂອງ ທ່ານ ຄຳປິງ  ແສງຕານນະລາດ ຫົວໜ້າກົມນະໂຍບາຍຕໍ່ຜູ້ມີຜົນງານ, ພິການ ແລະ ຜູ້ອາຍຸສູງ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ປອ. ດວງຕາ ມໍຣະຄາສຸກ ກໍາມະການພັກແຂວງ, ຫົວໜ້າຫ້ອງວ່າການແຂວງ ບໍລິຄຳໄຊ, ມີບັນດາຫົວໜ້າ, ຮອງພະແນກແຮງງານ ແລະ ສະຫັວດດີການສັງຄົມ 05 ແຂວງ ເຂົ້າຮ່ວມຄື: ແຂວງ ຫົວພັນ, ຊຽງຂວາງ, ໄຊສົມບູນ, ຄໍາມ່ວນ ແລະ ບໍລິຄຳໄຊ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງພາຍໃນແຂວງເຂົ້າຮ່ວມຢ່າງພ້ອມພຽງ.      ທ່ານ ຄຳປິງ ແສງຕານນະລາດ ໄດ້ລາຍງານວ່າ: ການສ້າງ(ຮ່າງ) ກົດໝາຍວ່າດ້ວຍຄົນພິການແມ່ນເພື່ອຜັນຂະຫຍາຍແນວທາງນະໂຍບາຍຂອງພັກໂດຍສະເພາະມະຕິກອງປະຊຸມໃຫ່ຍຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວກ່ຽວກັບການບໍລິການທາງດ້ານສະຫັວດດີການສັງຄົມ ໃຫ້ໄດ້ຮັບການຍົກລະດັບ ແລະ ເຮັດໃຫ້ທຸກຄົນ ສາມາດເຂົ້າເຖິງການບໍລິການນັ້ນໄດ້ ເພື່ອຈັດຕັ້ງປະຕິບັດການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ, ເວົ້າສະເພາະແມ່ນການຄຸ້ມຄອງຄົນພິການ ແລະ ວຽກງານຄົນພິການ ໃຫ້ນັບມື້ຫັນໄປສູ່ການຄຸ້ມຄອງດ້ວຍກົດໝາຍ ແລະ ລະບຽບການ ເທື່ອລະກ້າວ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ແລະ ສະພາບການຕົວຈິງຂອງຄົນພິການຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ. ສະນັ້ນ, ສປປລາວໃນນາມລັດພາຄີ ມີຄວາມຈຳເປັນຈະຕ້ອງສ້າງກົດໝາຍທີ່ສອດຄ່ອງກັບຈຸດພິເສດ ແລະ ລະດັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຂອງປະເທດເຮົາເພື່ອເປັນສິ່ງຄ້ຳປະກັນໃຫ້ແກ່ການປະຕິບັດສິດທິຂອງຄົນພິການຢູ່ສປປ ລາວ.      ພາຍຫຼັງທີ່ໄດ້ຮັບຟັງຄຳເຫັນຂອງທ່ານປະທານແລ້ວບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ກໍໄດ້ພັດປ່ຽນກັນປະກອບຄຳເຫັນໃສ່(ຮ່າງ) ກົດໝາຍວ່າດ້ວຍຄົນພິການຢ່າງກົງໄປກົງມາ.       ກອງປະຊຸມ ໄດ້ດຳເນີນໄປເປັນເວລາ2ວັນ ແລະ ຈະປິດລົງຢ່າງເປັນທາງການ ໃນວັນທີ 4 ພຶດສະພາ ນີ້. ຂຽນຂ່າວ ແລະ ຖ່າຍພາບ: ບູນເລີດ ນັກຂ່າວ ພະແນກຍຸຕິທຳແຂວງ ບໍລິຄຳໄຊ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ກອງປະຊຸມທາບທາມປະກອບຄຳເຫັນໃສ່ (ຮ່າງ)ກົດໝາຍວ່າດ້ວຍຄົນພິການຢູ່ ແຂວງບໍລິຄໍາໄຊ
ກອງປະຊຸມທາບທາມປະກອບຄຳເຫັນໃສ່ (ຮ່າງ)ກົດໝາຍວ່າດ້ວຍຄົນພິການຢູ່ ແຂວງບໍລິຄໍາໄຊ
https://www.moj.gov.la/lo/node/1181
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 10-ພຶດສະພາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 7/5/2018
ລາຍການຄວາມຮູ້ທາງກົດໝາຍ 7/5/2018
https://www.moj.gov.la/lo/node/1182
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 10-ພຶດສະພາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 9/5/2018
ລາຍການຄວາມຮູ້ທາງກົດໝາຍ 9/5/2018
https://www.moj.gov.la/lo/node/1183
ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 4 ພຶດສະພາ 2018 ທີ່​ຜ່ານ​ມາ ທ່ານ ​ໄພ​ວີ ສີ​ບົວ​ລິ​ພາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ  ​ໄດ້​ລົງ​ໄປ​ພົບ​ປະການ​ນຳ​ເມືອງຫາດ​ຊາຍຟອງ ​ໂດຍ​ການ​ຕ້ອນຮັບ​ຂອງ ​ທ່ານ ​ແກ່ນ ວໍລະ​ສານ ​ເລຂາ​ພັກ​ເມືອງ, ຮັກສາ​ການ​ເຈົ້າ​ເມືອງຫາດ​ຊາຍ​ຟອງ, ​ເຂົ້າ​ຮ່ວມມີ​ທ່ານ ບຸນ​ເພັງ​ ສີ​ນະ​ວົງ​ພອນ ຫົວໜ້າພະ​ແນ​ກຍຸຕິ​ທຳ​ນະຄອນຫຼວງວຽງຈັນ, ຜູ້ຕາງໜ້າຈາກ​ບັນດາ​ກົມ​ຂຶ້ນ​ກັບ​ກະຊວງ​ຍຸຕິ​ທຳ, ປະທານ​ແນວ​ລາວ​ສ້າງ​ຊາດ​ເມືອງ, ຫົວໜ້າຫ້ອງ​ວ່າການ​ປົກຄອງ​ເມືອງພ້ອມດ້ວຍຫົວໜ້າ ຫ້ອງການ​ຍຸຕິ​ທຳ​​ເມືອງ​ເຂົ້າ​ຮ່ວມ.      ​ໃນ​ການ​ລົງ​ເຮັດ​ວຽກ ​ແລະ ພົບ​ປະການ​ນຳ​ເມືອງ ​ໃນ​ຄັ້ງ​ນີ້ ທ່ານ​ຮອງ​ລັດຖະມົນຕີ ກໍ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ສະພາບ​ການ​ພັດທະນາ​ເສດຖະກິດ-ສັງຄົມຂອງ​ເມືອງ, ການ​ເຄື່ອນ​ໄຫວ​ວຽກງານ​ຍຸຕິ​ທຳ ​ໂດຍ​ສະ​ເພາະ ​ແມ່ນ​ການຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດ​ສີນ​ຂອງ​ສານພາຍ​ໃນ​ເມືອງ ພ້ອມ​ທັງ​ຍົກ​ໃຫ້​ເຫັນ ດ້ານ​ດີ, ດ້ານອ່ອນ ​ແລະ ຂໍ້ຄົງຄ້າງຈຳນວນໜຶ່ງ ​ໃນ​ວຽກງານ​ດັ່ງກ່າວ  ຫຼັງຈາກ​ນັ້ນ ທ່ານ​ຮອງ​ລັດຖະມົນຕີ​ກໍ​ໄດ້​ມີ​ຄຳ​ເຫັນ ກ່ອນ​ອື່ນ​ທ່ານກໍ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ​ແລະ ຂອບ​ໃຈ ຕໍ່​ການ​ຕ້ອນຮັບອັນ​ອົບ​ອຸ່ນ ​ໃນ​ການ​ລົງ​ເຮັດ​ວຽກ​ໃນ​ຄັ້ງ​ນີ້.      ຈຸດປະສົງ​ຂອງ​ການ​ລົງ​ເຄື່ອນ​ໄຫວ​ວຽກງານ​ໃນ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ກະຕຸກ​ຊຸກຍູ້ ການ​ເຄື່ອນ​ໄຫວ​ວຽກງານຍຸຕິ​ທຳ​ຢູ່​ເມືອງ​ດັ່ງກ່າວ ​ໃຫ້​ດຳ​ເນີນ​ໄປ​ຢ່າງ​ປົກກະຕິ​ຕໍ່​ເນື່ອງສາມາດ​ຈັດ​ຕັ້ງ​ປະຕິບັດ​ໄດ້ ​ແລະ ມີ​ຜົນ​ສຳ​ເລັດອັນ​ຍິ່ງ​ໃຫຍ່​ກວ່າ​ເກົ່າ, ​ໃນ​ວັນ​ດຽວກັນ​ທ່ານ​ທ່ານ​ຮອງ​ລັດຖະມົນຕີ ກໍ​ໄດ້​ລົງ​ພົບ​ປະ​ພະນັກງານ-ລັດຖະກອນ​ຂອງ​ຫ້ອງການ​ຍຸຕິ​ທຳ​ເມືອງ​ຫາດ​ຊາຍ​ຟອງ ​ໂດຍ​ທ່ານ​ໄດ້​ເນັ້ນໜັກ​ໃຫ້​ພະນັກງານ-ລັດຖະກອນ ພ້ອມ​ກັນສືບ​ຕໍ່​​ເພີ່ມ​ທະວີ​ຄວາມ​ເອົາ​ໃຈ​ໃສ່ ​ໃນ​ການ​ປະຕິບັດໜ້າທີ່ ທີ່​ໄດ້​ຮັບ​ມອບໝາຍ​ໃຫ້​ປະສົບ​ຜົນສຳ​ເລັດ ​ແລະ ມີ​ປະສິດທິພາບ​ສູງ. ຂຽນ​ໂດຍ: ທ່ານ ບຸນ​ລ້ອມ ດວງ​ມາລາ ຮອງ​ຫົວໜ້າກົມ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ  ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ຄະນະ​ນຳ​ກະຊວງ​ຍຸຕິ​ທຳ ລົງ​ຊຸກຍູ້​ວຽກງານ​ຍຸຕິ​ທຳ ຢູ່​ເມືອງ​ຫາດ​ຊາຍ​ຟອງ
ຄະນະນຳກະຊວງຍຸຕິທຳ ລົງຊຸກຍູ້ວຽກງານຍຸຕິທຳ ຢູ່ເມືອງຫາດຊາຍຟອງ
https://www.moj.gov.la/lo/node/1184
ໃນຕອນເຊົ້າຂອງວັນທີ 08 ພຶດສະພາ 2018 ເວລາ 08 ໂມງ 00 ນາທີ ທ່ານ ສີໄລ ສີສະແຫວງສຸກ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ ທັງເປັນສະມາຊິກສະພາປະຊາຊົນຂັ້ນແຂວງ ປະຈຳເຂດເລືອກຕັ້ງເມືອງຊານໄຊ ພ້ອມດ້ວຍຄະນະພັກ ຄະນະນຳຂອງພະແນກຍຸຕິທຳ ໄດ້ຕ້ອນຮັບທ່ານ ເລ ວັນ ຮ່າ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງແທ່ງຮ່ວາ ພ້ອມດ້ວຍຄະນະມາຈາກ ສ ສ ຫວຽດນາມ  ທີ່ໄດ້ມາຢ້ຽມຢາມ ແລະ ແລກປ່ຽນຖອດຖອນບົດຮຽນຢູ່ ແຂວງອັດຕະປື. ໃນເວລາດຽວກັນ ກໍໄດ້ເປີດກອງປະຊຸມແລກປ່ຽນຖອດຖອນບົດຮຽນຂື້ນ ໂດຍພາຍໃຕ້ການເປັນປະທານຮ່ວມລະຫວ່າງ ທ່ານ ສີໄລ ສີສະແຫວງສຸກ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ ທັງເປັນສະມາຊິກສະພາປະຊາຊົນຂັ້ນແຂວງ ປະຈຳເຂດເລືອກຕັ້ງເມືອງຊານໄຊ ແລະ ທ່ານ ເລ ວັນ ຮ່າ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງແທ່ງຮ່ວາ ຊຶ່ງມີຜູ້ແທນທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຍຸຕິທຳ ແລະ ການພັດທະນາວຽກງານຍຸຕິທຳໃນໄລຍະຜ່ານມາ ກໍຄືສະເພາະໜ້າ ພ້ອມການປະສານສົມທົບວຽກງານການຮ່ວມມືລະຫວ່າງ ແຂວງອັດຕະປື ສປປ ລາວ ແລະ ແຂວງແທ່ງຮ່ວາ ສ ສ ຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນ ພະແນກຍຸຕິທຳແຂວງອັດຕະປື ແລະ ພະແນກຍຸຕິທຳແຂວງແທ່ງຮ່ວາ ເຊິ່ງເວລາໃດກໍໄດ້ພົວພັນຮ່ວມມືຊ່ວຍເຫຼືອຢ່າງຮອບດ້ານໃນຂົງເຂດຍຸຕິທຳຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງມາໂດຍຕະຫຼອດ.      ໃນໄລຍະຜ່ານມາ ພະແນກຍຸຕິທຳແຂວງແທ່ງຮ່ວາ ໄດ້ໃຫ້ການຊ່ວຍເຫຼືອເຄື່ອງເອເລັກໂຕຣນິກເຂົ້າໃນການປະກອບສ່ວນວຽກງານອັນສຳຄັນຂອງພັກ-ລັດ. ນອກນັ້ນ,​ ຍັງໄດ້ເສີມຂະຫຍາຍການພົວພັນຮ່ວມມືເຊິ່ງກັນ ແລະ ກັນຢ່າງເລິກເຊິ່ງເຖິງຖອງ-ກ້ວາງຂວາງຂື້ນກ່ວາເກົ່າ; ສືບຕໍ່ໃຫ້ການຊ່ວຍເຫຼືອໃນວຽກງານຕ່າງໆທີ່ນອນຢູ່ໃນໜ້າທີ່ຂອງພະແນກຍຸຕິທຳແຂວງ.      ໃນໂອກາດນີ້ ທ່ານ ສີໄລ ສີສະແຫວງສຸກ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ການມາຢ້ຽມຢາມ ແລະ ແລກປ່ຽນບົດຮຽນຮ່ວມກັນໃນຄັ້ງນີ້. ພ້ອມທັງ ອວຍພອນໃຫ້ ທ່ານ ເລ ວັນ ຮ່າ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງແທ່ງ   ຮ່ວາ ພ້ອມດ້ວຍຄະນະ ທີ່ມາມາຈາກ ສ ສ ຫວຽດນາມ  ຈົ່ງປະສົບຜົນສໍາເລັດ ແລະ ຈົ່ງສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຂະແໜງການໃຫ້ໝັ້ນຄົງທະນົງແກ່ນ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ຫົວໜ້າພະແນກຍຸຕິທຳແຂວງອັດຕະປື ຕ້ອນຮັບຄະນະຜູ້ແທນຈາກ ພະແນກຍຸຕິທຳແຂວງແຄ໋ງຮ່ວາ ສສ ຫວຽດນາມ
ຫົວໜ້າພະແນກຍຸຕິທຳແຂວງອັດຕະປື ຕ້ອນຮັບຄະນະຜູ້ແທນຈາກ ພະແນກຍຸຕິທຳແຂວງແທ່ງຮ່ວາ ສສ ຫວຽດນາມ
https://www.moj.gov.la/lo/node/1185
ໃນລະຫວ່າງວັນ​ທີ 27​ເມສາ - ​3 ພຶດສະພາ 2018 ​ຜ່ານ​ມານີ້ ພະ​ແນ​ກຍຸຕິ​ທຳແຂວງຫຼວງພະ​ບາງ ສົມ​ທົບ​ກັບ ຫ້ອງການ​ຍຸຕິ​ທຳ​ເມືອງ​ໂພນ​ທອງ ໄດ້​ລົງເຄື່ອນໄຫວໂຄສະນາ​ເຜີຍ​ແຜ່​ກົດໝາຍ ​ໃຫ້​ແກ່​ນາຍບ້ານ ​ແລະ ປະຊາຊົນ ຢູ່ 2 ກຸ່ມ​ບ້ານ ຂອງ​ເມືອງ​ໂພນ​ທອງ, ​ນຳພາຄະນະ​ໂດຍທ່ານ ສຸລິ​ພັດ ​ໄຊ​ລັດ​ສີ ຮອງ​ຫົວໜ້າຂະ​ແໜງກົດໝາຍ ​ແລະ ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ ພະ​ແນ​ກຍຸຕິ​ທໍາ​ແຂວງຫຼວງພະ​ບາງ, ​ສົມທົບ​ກັບ​  ທ່ານ ນາງ ວິ​ນຸດ ວົງ​ໄຊ​ຍາ ຮອງຫົວໜ້າພະແນກວິທະຍຸ ​ແລະ ​ໂທ​ລະ​ພາບ ກົມ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ, ​ມີນາ​ຍບ້ານ ຕະຫຼອດພໍ່​ແມ່​ປະຊາຊົນ ຂອງ 2 ກຸ່ມ​ບ້ານ​ເຂົ້າ​ຮ່ວມ​ທັງໝົດ ​1.110 ຄົນ, ຍິງ 427 ຄົນ.     ຈຸດປະສົງ​ຂອງ​ການ​ລົງ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ​ໃນ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ຈັດຕັ້ງ​ຜັນ​ຂະຫຍາຍແນວທາງ​ນະ​ໂຍບາຍ​ຂອງ​ພັກ, ລັດຖະທຳ​ມະນູນ ​ແລະ ກົດໝາຍຂອງ​ລັດ ​ແລະ ຄຳສັ່ງຂອງ​ນາຍົກລັດຖະມົນຕີ ສະບັບເລກທີ 38/ນຍ, ລົງວັນທີ 17 ຕຸລາ 2007 ກ່ຽວກັບການເອົາໃຈໃສ່ໂຄສະນາເຜີຍແຜ່, ສຶກສາອົບຮົມສ້າງສະຕິເຄົາລົບກົດໝາຍ, ​​ກົດໝາຍທີ່​ນຳ​ມາ​ໂຄສະນາ​ເຜີຍ​ແຜ່​ໃນ​ຄັ້ງ​ນີ້​ ປະກອບ​ດ້ວຍ ​ ກົດໝາຍວ່າດ້ວຍ ຢາເສບຕິດ, ກົດໝາຍວ່າ​ດ້ວຍ​ ກຳມະສິດ, ກົດໝາຍວ່າ​ດ້ວຍ ຄອບຄົວ, ກົດໝາຍວ່າ​ດ້ວຍ​ຂໍ້​ຜູກ​ພັນ​ໃນ​ສັນຍາ ​ແລະ ນອກ​ສັນຍາ, ກົດໝາຍວ່າ​ດ້ວຍ ການ​ພັດທະນາ ​ແລະ ປົກ​ປ້ອງ​ແມ່ຍິງ ​ແລະ ກົດໝາຍອື່ນໆທີ່​ກ່ຽວຂ້ອງຕື່ມ​ອີກ​ ​ ​ແນ່​ໃສ່​ເຮັດ​ໃຫ້​ປະຊາຊົນ​ພາຍ​ໃນ 2 ກຸ່ມ​ບ້ານ ຂອງ​ເມືອງ​ໂພນ​ທອງ ​ ​ໄດ້​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ແຈ້ງ​ກ່ຽວກັບ​​​ເນື້ອ​ໃນ​ແຕ່​ລະ​ມາດຕາ​ ທີ່​ໄດ້​ກຳນົດ​ໄວ້​ໃນ​ກົດໝາຍ​ເຫຼົ່ານັ້ນ, ພ້ອມ​ທັງ​ສ້າງສະຕິ​ເຄົາລົບ ​ແລະ ປະຕິບັດ​ກົດໝາຍ​ໃຫ້​ທົ່ວ​ສັງຄົມຢ່າງ     ກ້ວາງ​ຂວາງ.      ນອກນັ້ນ​ຄະນະ​ດັ່ງກ່າວ ​ຍັງ​ໄດ້​ລົງ​ຕິດຕາມ ​ແລະ ຊຸກຍູ້ ​​ການຈັດ​ຕັ້ງ​ປະຕິບັດວຽກງານ​ຂອງ​ຄະນະ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ຂັ້ນ​ບ້ານ, ບ້ານ​ແບບຢ່າງ​ໃນ​ການ​ປະຕິບັດ​ກົດໝາຍ ​ແລະ ວຽກງານ​ທີ່​ສຳຄັນ.​        ໃນ​ຕອນ​ທ້າຍ ຕາງໜ້າ​ອຳນາດ​ການ​ປົກຄອງ​ບ້ານ  2 ກຸ່ມ​ບ້ານ ຂອງ​ເມືອງ​ໂພນ​ທອງ  ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ຄະນະ​ທີ່​ມາ​ຈາກພະ​ແນ​ກຍຸຕິ​ທຳ​ແຂວງ ຫຼວງພະ​ບາງ  ​ທີ່​​ໄດ້​ລົງ​ມາ​ໃກ້​ຊິດຕິດ​ແທດ​ຕະຫຼອດມາ ​ແລະ ຍັງໄດ້​​ນຳ​ເອົາ​ຄວາມ​ຮູ້​ທາງ​ດ້ານ​ກົດໝາຍລົງ​ມາ​ໂຄສະນາ​ເຜີຍ​ແຜ່​ໃຫ້​ແກ່​ພໍ່​ແມ່​ປະຊາຊົນ ​ໄດ້​ເຂົ້າ​ໃຈກ່ຽວກັບ​ບັນດາ​ກົດໝາຍ​ຕ່າງໆໃນ​ຄັ້ງ​ນີ້​. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂວງຫຼວງພະບາງ ເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍຢູ່ 2 ກຸ່ມບ້ານ ຂອງເມືອງໂພນທອງ
ພະແນກຍຸຕິທຳແຂວງຫຼວງພະບາງ ເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍຢູ່ 2 ກຸ່ມບ້ານ ຂອງເມືອງໂພນທອງ
https://www.moj.gov.la/lo/node/1186
ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງ, ພະນັກງານ-ລັດຖະກອນ ແລະ ພະນັກງານນັກຮົບຂອງແຂວງ ແລະ ເມືອງ ພາຍ​ໃນ​ແຂວງ​ອຸດົມ​ໄຊ ໄດ້ຮັບຮູ້ ​ແລະ  ເຂົ້າໃຈຕໍ່ກັບລັດຖະທຳມະນູນ ແລະ ກົດໝາຍ, ພ້ອມນັ້ນ​ກໍເປັນການຍົກສູງບົດບາດການນໍາພາ ແລະ ການຈັດຕັ້ງປະຕິບັດວຽກງານໃຫ້ສອດ ຄ່ອງກັບແນວທາງນະໂຍບາຍຂອງພັກ, ກົດໝາຍ ​ແລະ ລະບຽບການຂອງລັດ.             ໃນຕອນເຊົ້າຂອງວັນທີ 30 ເມສາ 2018 ຜ່ານ​ມາ​ນີ້ ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳ ແຂວງອຸດົມໄຊ ໄດ້ຈັດພິທີເປິດຊຸດຝຶກອົບຮົມກົດໝາຍໄລຍະ 45 ວັນ ຊຸດທີ 4 ປະຈຳປີ 2018 ຂຶ້ນ ໂດຍການເປັນປະທານຂອງ ທ່ານ ຄຳແສນ ຊາວມົ້ງວື້ ຫົວໜ້າພະແນກຍຸຕິທຳແຂວງ, ມີຄະນະຮັບຜິດຊອບຊຸດຝຶກອົບຮົມ, ຄູ-ອາຈານ ຕະຫຼອດຮອດນັກສຳມະນາກອນ ​ແລະ ​ແຂກ​ຖືກ​ເຊີນເຂົ້າຮ່ວມຢ່າງພ້ອມພຽງ.       ຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ແມ່ນເລີ່ມຮຽນຢ່າງເປັນທາງການໃນວັນທີ 2 ພຶດສະພາ 2018 ຜ່ານ​ມາ ຄູ-ອາຈານທີ່​ມາ​ສິດສອນ​ໃນ​ຄັ້ງ​ນີ້ ມີຈຳນວນ​ທັງໝົດ 18 ທ່ານ, ຍິງ 3 ທ່ານ ແລະ ນັກສຳມະນາກອນ ທີ່ມາຈາກພະແນກການອ້ອມ​ຂ້າງ​ແຂວງ ແລະ ສອງກອງບັນຊາການທະຫານ, ຕໍາຫຼວດແຂວງ ​ເຂົ້າ​ຮ່ວມ​ຝຶກ​ອົບຮົມທັງໝົດ 48 ທ່ານ, ຍິງ 3 ທ່ານ, ຊຶ່ງຊຸດຝຶກອົບຮົມຄັ້ງນີ້ ​ແມ່ນ​ຈະ​ໄດ້​ນຳ​ເອົາຫຼັກສູດ​ການ​ຮຽນກໍ​ຄືພາກທິດສະດີ ແລະ ພາກກົດໝາຍ ປະກອບມີ 28 ວິຊາ, 21 ໜ່ວຍກິດ, 315 ຊົ່ວໂມງ, ໃຊ້ເວລາຮຽນທັງໝົດ 45 ວັນ ຈຶ່ງຈະສຳເລັດ. ຂ່າວ ພະ​ແນ​ກຍຸຕິ​ທຳ​ແຂວງ​ອຸດົມ​ໄຊ ປັບປຸງ​ຂ່າວ ອ່ອນ​ຄຳ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂວງອຸດົມໄຊ ເປິດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ 4 ປະຈຳປີ 2018
ພະແນກຍຸຕິທຳແຂວງອຸດົມໄຊ ເປິດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ 4 ປະຈຳປີ 2018
https://www.moj.gov.la/lo/node/1187
ໃນວັນທີ 7 ພຶດສະພາ 2018 ຜ່ານ​ມານີ້,ຢູ່ທີຫ້ອງປະຊຸມຂອງພະແນກຍຸຕິທຳແຂວງ ອຸດົມໄຊ, ຄະນະ​ນຳ​ຂອງ​ກະຊວງ​ຍຸຕິ​ທໍາ​ໄດ້​ລົງ​ເຄື່ອນ​ໄຫວ​ພົບ​ປະ ​ແລະ ​ເຮັດ​ວຽກຮ່ວມ​ກັບ​ພະ​ແນ​ກຍຸຕິ​ທຳ​ແຂວງ ອຸດົມ​ໄຊ ຊຶ່ງ​ນຳພາ​ໂດຍ ທ່ານ ​ໄພ​ວີ ສີ​ບົວ​ລິ​ພາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທໍາ ​ໂດຍ​ການ​ຕ້ອນຮັບ​ຂອງ​ທ່ານ ຄຳ​ແສນ ຊາວ​ມົ້ງວື ຫົວໜ້າ ພະ​ແນ​ກຍຸຕິ​ທໍາ​ແຂວງ ອຸດົມ​ໄຊ, ມີ​ຜູ້ຕາງໜ້າຈາກ​ບັນດາ​ກົມ​ທີ່​ກຽ່ວຂ້ອງ​ຂອງ​ກະຊວງ​ຍຸຕິ​ທຳ ຕະຫຼອດຮອດພະນັກງານ-ລັດຖະກອນ​ຂອງ​ພະ​ແນ​ກຍຸຕິ​ທຳ​ແຂວງ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.       ໃນພິທີ ທ່ານ ຄຳແສນ ຊາວມົ້ງວື ເລຂາຄະນະພັກຮາກຖານ ຫົວໜ້າພະແນກຍຸຕິທຳແຂວງ ອຸດົມ​ໄຊ ​ໄດ້ລາຍງານສະພາບກາ​ນຈັດ​ຕັ້ງ​ປະຕິບັດ​ວຽກງານ​ຍຸຕິ​ທຳ​ຮາກ​ຖານ ​ໃນ​ໄລຍະ​ຜ່ານ​ມາ ພ້ອມ​ທັງ​ຍົກ​ໃຫ້​ເຫັນດ້ານດີ ແລະ ດ້ານອ່ອນ, ຂໍ້ຄົງຄ້າງ ຈຳນວນໜຶ່ງທີ່​ຈະ​ຕ້ອງ​ໄດ້​ສືບ​ຕໍ່​ແກ້​ໄຂໃນ​ຕໍ່ໜ້າ, ພ້ອມ​ດຽວກັນ​ນີ້ ຜູ້ຕາງໜ້າກົມທະບຽນສານ, ກົມຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ, ກົມສົ່ງເສີມລະບົບຍຸຕິທຳ ແລະ ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຂອງ​ກະຊວງ​ຍຸຕິ​ທໍາ ກໍໄດ້ຂຶ້ນອະທິບາຍຊີ້ແຈງ, ແກ້ຂໍ້ຂ້ອງໃຈບາງບັນຫາ, ວິທີການ, ມາດຕະການທີ່ເໝາະສົມຖືກຕ້ອງ, ສອດຄ່ອງ ແລະ ແທດເໝາະກັບການຈັດຕັ້ງປະຕິບັດໜ້າທີ່​ວຽກງານ​ວິຊາ​ສະ​ເພາະ ​ໃຫ້​ແກ່​ພະນັກງານ-ລັດຖະກອນ​ຂອງ​ພະ​ແນ​ກຍຸຕິ​ທຳ​ແຂວງ ອຸດົມ​ໄຊ ​ເພື່ອ​ແນ່​ໃສ່​ເຮັດ​ໃຫ້ການ​ຈັດ​ຕັ້ງ​ປະຕິບັດ​ວຽກງານ​ຍຸຕິ​ທຳ​ຮາກ​ຖານ ​ໄດ້​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິພາບ ​ແລະ ປະສົບ​ຜົນສຳ​ເລັດ​ຕາມ​ແຜນການ​ທີ່​ວາງ​ໄວ້.        ຕອນທ້າຍທິພີ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທໍາ ກໍ່ໄດ້ໃຫ້ກຽດໂອ້ລົມ ​ແລະ ເນັ້ນໜັກບາງບັນຫາ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່​ຜົນສຳ​ເລັດ​ໃນ​ການ​ເຄື່ອນ​ໄຫວ​ວຽກງານ​ຍຸຕິ​ທຳ​ຮາກ​ຖານ​ໃນ​ໄລຍະ​ຜ່ານ​ມາ​ຂອງຄະນະ​ພັກ-ຄະນະ​ນຳ​ແລະ ພະນັກງານ-ລັດຖະກອນຂອງ​ພະ​ແນ​ກຍຸຕິ​ທຳ​ແຂວງ​ອຸດົມ​ໄຊ ພ້ອມນັ້ນ ທ່ານຍັງເນັ້ນໃຫ້ຄະນະພັກ ແລະ ພະນັກງານ-ລັດຖະກອນ​ຂອງ​ພະ​ແນ​ກຍຸຕິ​ທຳ​ແຂວງ ຕ້ອງ​ໄດ້ເພີ່ມທະວີຄວາມສາມັກຄີທັງພາຍໃນ ​ແລະ ພາຍ​ນອກ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ມີຄວາມໜັກແໜ້ນຕໍ່ເນື່ອງ ແລະ ຖືເປັນບັນຫາສຳຄັນ, ໂຄສະນາເຜີຍແຜ່ບັນດານິຕິກຳ ກົດໝາຍ ​ແລະ ລະບຽບການ​ຕ່າງໆໃຫ້ຕໍ່ເນື່ອງ, ກວ້າງຂວາງ ແລະ ທົ່ວເຖິງ, ສືບຕໍ່ປັບປຸງແບບແຜນວິທີການນຳພາ-ເຮັດວຽກໃຫ້ມີບາດກ້າວໃໝ່ ແລະ ທັນສະໄໝ ຕິດພັນກັບການບຳລຸງກໍ່ສ້າງພະນັກງານສືບທອດປຽ່ນແທນ, ພະນັກງານວິຊາການທີ່​ມີ​ຄວາມ​ຊຳນານ​ງານ, ສາມາດຕອບສະໜອງ ແລະ ບໍລິການດ້ານກົດໝາຍ ຕາມທິດສາມສ້າງທີ່ພັກ-ລັດວາງອອກໃຫ້ປະກົດຜົນເປັນຈິງ.  ຂ່າວ ພະ​ແນ​ກຍຸຕິ​ທຳ​ແຂວງ​ອຸດົມ​ໄຊ ປັບປຸງ ອ່ອນ​ຄຳ ​ໄຊ​ຍະ​ວົງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ຄະນະນຳຂອງກະຊວງຍຸຕິທຳ ໄດ້ລົງເຄື່ອນໄຫວພົບປະ ແລະ ເຮັດວຽກຮ່ວມກັບ ພະແນກຍຸຕິທຳແຂວງອຸດົມໄຊ
ຄະນະນຳຂອງກະຊວງຍຸຕິທຳ ໄດ້ລົງເຄື່ອນໄຫວພົບປະ ແລະ ເຮັດວຽກຮ່ວມກັບ ພະແນກຍຸຕິທຳແຂວງອຸດົມໄຊ
https://www.moj.gov.la/lo/node/1188
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 14-ພຶດສະພາ-2018ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 13/5/2018
ລາຍການເພື່ອສັງຄົມຍຸຕິທຳ 13/5/2018
https://www.moj.gov.la/lo/node/1189
ເພື່ອປະຕິບັດຕາມແຜນຍຸດທະສາດການສ້າງລັດທີ່ປົກຄອງດ້ວຍກົດໝາຍ ກໍຄືແຜນການວຽກງານຍຸຕິທຳຮາກຖານ ທີ່ທາງກະຊວງຍຸຕິທຳວາງອອກ ພະແນກຍຸຕິທຳແຂວງສະຫວັນນະເຂດ ສົມທົບກັບການນຳຂອງເມືອງ ພະລານໄຊ ແລະ ຫ້ອງການຍຸຕິທຳເມືອງ ໄດ້ກຳນົດແຜນການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ໂດຍສະເພາະວຽກງານການຮຽນ-ສອນ ກົດໝາຍຊັ້ນຕົ້ນ ປະຈຳປີ 2018 ຊຶ່ງໄດ້ກຳນົດເອົາ ກຸ່ມບ້ານ ບຶງທະເລ (ກຸ່ມທີ 3) ຂອງເມືອງ ພະລານໄຊ ເປັນຈຸດເປີດການຮຽນ-ການສອນກົດໝາຍ ຊັ້ນຕົ້ນ. ມາໃນວັນທີ 11 ພຶດສະພາ 2018 ເມືອງພະລານໄຊ ໄດ້ເປີດການຮຽນ-ການສອນ ກົດໝາຍຊັ້ນຕົ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ທ່ານ ກົງແກ້ວ ມີວໍລະຈັກ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ພະລານໄຊ ພ້ອມດ້ວຍ ທ່ານ ມະນີວັນ ແກ້ວພິກຸນ ຮອງເລາຂາໜ່ວຍພັກ, ຮອງຫົວໜ້າພະແນກຍຸຕິທຳແຂວງ, ເຂົ້າຮ່ວມຄັ້ງນີ້ ປະກອບດ້ວຍບັນດາແຂກທີ່ມາຈາກຫ້ອງການອ້ອມຂ້າງເມືອງ, ຫ້ອງການຍຸຕິທຳເມືອງ ແລະ ຄູ-ອາຈານ ພ້ອມດ້ວຍນັກສຳມະນາກອນກົດໝາຍຊັ້ນຕົ້ນ ທີ່ມາຈາກບ້ານ, ກຸ່ມບ້ານ ແລະ ພະນັກງານຫຼັກແຫຼ່ງຂອງຫ້ອງການພາຍໃນເມືອງ ພະລານໄຊ. ທ່ານ ນິນທາ ອິນທະສອນ, ຫົວໜ້າຫ້ອງການຍຸຕິທຳເມືອງ ພະລານໄຊ ໄດ້ຜ່ານບົດສະຫຼຸບລາຍງານການກະກຽມຄວາມພ້ອມໃນເປີດຮຽນ-ສອນ ກົດໝາຍຊັ້ນຕົ້ນ ລະບົບ 3 ເດືອນປະຈຳປີ 2018 ແລ້ວ, ຊຶ່ງໃນຄັ້ງນີ້ມີຈຳນວນຜູ່ເຂົ້າຮຽນຕົວຈິງ 31 ຄົນ, ຍິງ 8 ຄົນ ໃນນີ້ມີພະນັກງານອ້ອມຂ້າງເມືອງ ຈຳນວນ 5 ຄົນ, ຍິງ 3 ຄົນ. ພາຍຫຼັງທີ່ທ່ານຫົວໜ້າຫ້ອງການຍຸຕິທຳເມືອງ ຜ່ານບົດສະຫຼຸບລາຍງານສຳເລັດແລ້ວ, ທ່ານຮອງຫົວໜ້າພະແນກຍຸຕິທຳແຂວງ ສະຫວັນນະເຂດ ແລະ ທ່ານເຈົ້າເມືອງ ພະລານໄຊ ກໍໄດ້ໃຫ້ກຽດເປີດການຮຽນ-ການສອນ ຢ່າງເປັນທາງການ ພ້ອມທັງປະກອບຄຳເຫັນໂອ້ລົມ ຊຶ່ງໄດ້ເນັ້ນໜັກໃຫ້ບັນດາຄູອາຈານ ແລະ ນັກສຳມະນາກອນກົດໝາຍຊັ້ນຕົ້ນຈົ່ງໄດ້ພ້ອມກັນເອົາໃຈໃສ່ປະຕິບັດໂມງເວລາຢ່າງເປັນເຈົ້າການ, ຕັ້ງໜ້າຄົ້ນຄ້ວາຮໍ່າຮຽນດ້ວຍຄວາມຮັບຜິດຊອບສູງ, ເອົາໃຈໃສ່ແລກປ່ຽນບົດຮຽນຈາກບັນດາຄູ-ອາຈານດ້ວຍຄວາມຫ້າວຫັນ, ອົດທົນຜ່ານທຸກຄວາມຫຍຸ້ງຍາກນາໆປະການ ເພື່ອເຮັດສຳເລັດໜ້າທີ່ວຽກງານທີ່ພັກ-ລັດມອບໝາຍໃຫ້ ໃນຊຸດຮຽນ-ສອນກົດໝາຍຊັ້ນຕົ້ນໄດ້ເປັນຢ່າງດີ. ປະເພດຂ່າວ: ກອງປະຊຸມ-ສຳມະນາ
ເມືອງ ພະລານໄຊ ເປີດການຮຽນ - ການສອນກົດໝາຍຊັ້ນຕົ້ນ ຊຸດທີ IV ປີ 2018
https://www.moj.gov.la/lo/node/1190
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 16-ພຶດສະພາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 11/5/2018
ລາຍການຄວາມຮູ້ທາງກົດໝາຍ 11/5/2018
https://www.moj.gov.la/lo/node/1191
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 16-ພຶດສະພາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 14/5/2018
ລາຍການຄວາມຮູ້ທາງກົດໝາຍ 14/5/2018
https://www.moj.gov.la/lo/node/1192
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 16-ພຶດສະພາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 16/5/2018
ລາຍການຄວາມຮູ້ທາງກົດໝາຍ 16/5/2018
https://www.moj.gov.la/lo/node/1193
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 18-ພຶດສະພາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 18/5/2018
ລາຍການຄວາມຮູ້ທາງກົດໝາຍ 18/5/2018
https://www.moj.gov.la/lo/node/1194
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 21-ພຶດສະພາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 21/5/2018
ລາຍການຄວາມຮູ້ທາງກົດໝາຍ 21/5/2018
https://www.moj.gov.la/lo/node/1195
ເພື່ອຈັດຕັ້ງຜັນຂະຫຍາຍມະຕິກົມການເມືອງສູນກາງພັກ ສະບັບເລກທີ 032/ກມສພ, ລົງວັນທີ 3 ມັງກອນ 2018 ແລະ ບົດແນະນຳຂອງຄະນະສູນກາງພັກ ສະບັບເລກທີ 292/ຄຈສພ, ລົງວັນທີ 26 ເມສາ 2018 ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານ ນຳພາ-ຄຸ້ມຄອງ. ໃນຕອນເຊົ້າຂອງວັນທີ 21 ພຶດສະພາ 2018 ຢູ່ທີ່ສະໂມສອນກະຊວງຍຸຕິທຳ ໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານ ນຳພາ-ຄຸ້ມຄອງ ຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາສະຫາຍກຳມະການຄະນະພັກກະຊວງ, ຮອງລັດຖະມົນຕີ, ເລຂາ, ຮອງເລຂາໜ່ວຍພັກ ພ້ອມດ້ວຍສະມາຊິກພັກ, ພະນັກງານທີ່ຢູ່ໃນການຄຸ້ມຄອງຂອງໜ່ວຍພັກ, ພະນັກງານບຳນານອະດີດຮອງລັດຖະມົນຕີ ທີ່ຂຶ້ນກັບກະຊວງຍຸຕິທຳ ແລະ ທ່ານຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ເຂົ້າຮ່ວມທັງໝົດ 121 ສະຫາຍ. ຈຸດປະສົງກອງປະຊຸມໃນຄັ້ງນີ້ ເພື່ອເປັນການສ້າງແຜນກຳນົດພະນັກງານ ນຳພາ-ຄຸ້ມຄອງ ຂອງກະຊວງຍຸຕິທຳ ຊຶ່ງເປັນວຽກງານໜຶ່ງ ທີ່ມີຄວາມໝາຍສຳຄັນ ເປັນພື້ນຖານຂອງວຽກງານກໍ່ສ້າງພະນັກງານ, ຮັບປະກັນການຫັນວຽກດັ່ງກ່າວໃຫ້ດຳເນີນຕາມລະບຽບແບບແຜນ ເພື່ອຕອບສະໜອງໜ້າທີ່ການເມືອງຂອງພັກ-ລັດ ໃນສະເພາະໜ້າ ແລະ ຍາວນານ, ເປັນການຫັນຍຸດທະສາດ ກ່ຽວກັບວຽກງານພະນັກງານ, ການສ້າງໂຄງການສັງລວມພື້ນຖານໃຫ້ແກ່ການສ້າງແຜນກໍ່ສ້າງ-ບຳລຸງພະນັກງານ ໃຫ້ມີຄວາມຮູ້, ຄວາມສາມາດທາງດ້ານວິຊາການກົດໝາຍ ແລະ ມີຄວາມໜັກແໜ້ນທາງດ້ານແນວຄິດການເມືອງ ສາມາດຄາດຄະເນສັບຊ້ອນ ແລະ ຈັດວາງພະນັກງານ ຢ່າງສົມເຫດສົມຜົນ ແລະ ຮັບປະກັນຕາມທິດຫັນເປັນໝຸ່ມເທື່ອລະກ້າວ. ໃນກອງປະຊຸມ ສະຫາຍ ໄຊສີ ສັນຕິວົງ ປະທານກອງປະຊຸມ ໄດ້ໃຫ້ກຽດເຜີຍແຜ່ ມະຕິກົມການເມືອງສູນກາງພັກ ສະບັບເລກທີ 032/ກມສພ ວ່າດ້ວຍ ວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແລະ ມະຕິສະບັບເລກທີ 030/ກມສພ ວ່າດ້ວຍ ມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ. ພາຍຫຼັງທີ່ໄດ້ຮັບຟັງການເຜີຍແຜ່ແລ້ວ ຄະນະຮັບຜິດຊອບ ກໍໄດ້ດຳເນີນການທາບທາມ ຊຶ່ງການທາບທາມ ປະກອບດ້ວຍ III ຮອບ ຄື: ການທາບທາມຮອບທີ I ແມ່ນຂັ້ນຫົວໜ້າພະແນກຂຶ້ນໄປ ມີສິດປ່ອນບັດທາບທາມ; ຮອບທີ II ແມ່ນຂັ້ນຄະນະໜ່ວຍພັກຂຶ້ນໄປ ມີສິດປ່ອນບັດທາບທາມ ແລະ ຮອບທີ III ແມ່ນຂັ້ນຄະນະພັກກະຊວງ. ຫຼັງຈາກນັ້ນ, ຈະໄດ້ສັງລວມຄະແນນ ແລະ ເຜີຍແຜ່ຜົນຂອງການທາບທາມ ຄັ້ງທີ III ໃຫ້ຄະນະປະຈຳ ແລະ ຄະນະນໍາກະຊວງຊາບ ເພື່ອກຳນົດຈຳນວນພະນັກງານນຳພາ-ຄຸ້ມຄອງ ເຂົ້າໃນແຜນການກໍ່ສ້າງພະນັກງານ ຂອງກະຊວງຍຸຕິທຳ ໃນຂັ້ນຕໍ່ໄປ. ກອງປະຊຸມ ຈະໄດ້ດຳເນີນເປັນເວລາ 2 ວັນ ແລະ ຈະປິດລົງ ໃນວັນທີ 22 ພຶດສະພາ 2018. ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມສ້າງແຜນກຳນົດພະນັກງານ ນຳພາ-ຄຸ້ມຄອງ ຂອງກະຊວງຍຸຕິທຳ
ກອງປະຊຸມສ້າງແຜນກຳນົດພະນັກງານ ນຳພາ-ຄຸ້ມຄອງ ຂອງກະຊວງຍຸຕິທຳ
https://www.moj.gov.la/lo/node/1197
ໃນວັນທີ 25 ພຶດສະພາ 2018 ກຸ່ມແພ່ງ ແລະ ເສດຖະກິດ ຮ່ວມກັບໂຄງການພັດທະນາຊັບພະກອນມະນຸດ ໃນຂົງເຂດຍຸຕິທຳ ແຫ່ງ ສປປ ລາວ ໄລຍະ II (ອົງການ ໄຈກາ) ໄດ້ຈັດກອງປະຊຸມເຜີຍແຜ່ ປຶ້ມອະທິບາຍກົດໝາຍວ່າດ້ວຍ ແຮງງານ ຂຶ້ນທີ່ໂຮງແຮມ ແລນມາກ, ໂດຍການເຂົ້າຮ່ວມ ແລະ ເປັນປະທານຮ່ວມ ລະຫວ່າງ ທ່ານ ສົມສັກ ໄຕບຸນລັກ ປະທານສານປະຊາຊົນພາກກາງ ແລະ ທ່ານ ຄະຊຶໂນຣິ ອິຣິເອ ຜູ້ຊ່ຽວຊານດ້ານກົດໝາຍ ປະຈຳໂຄງການ ໄຈກາ, ມີຜູ້ເຂົ້າຮ່ວມຈາກ ບັນດາກະຊວງ, ອົງການລັດທຽບເທົ່າ, ຂະແໜງການທີ່ກ່ຽວຂ້ອງ ໃນຂົງເຂດ ແຮງງານ, ບັນດາສະມາຊິກກຸ່ມແພ່ງ ແລະ ເສດຖະກິດ (ຈາກພາກສ່ວນ ກະຊວງຍຸຕິທຳ, ອົງການ ໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ, ນອກຈາກນີ້ ຍັງມີຂະແໜງການທີ່ຮັບຜິດຊອບໃນການປະຕິບັດຕົວຈິງ ຄື: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ສູນກາງກຳມະບານລາວ) ພ້ອມດ້ວຍ ກອງເລຂາໂຄງການ ໄຈກາ ເຂົ້າຮ່ວມທັງໝົດ 50 ທ່ານ.      ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອເຜີຍແຜ່ເນື້ອໃນປຶ້ມອະທິບາຍກົດໝາຍວ່າດ້ວຍ ແຮງງານ ແລະ ສ້າງຄວາມເຂົ້າໃຈເປັນເອກະພາບກັນໃນການຈັດຕັ້ງປະຕິບັດ ໃຫ້ແກ່ບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ເພື່ອປົກປ້ອງສິດ ຜົນປະໂຫຍດອັນຊອບທຳ ຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ຢູ່ ສປປ ລາວ.      ປຶ້ມອະທິບາຍກົດໝາຍວ່າດ້ວຍ ແຮງງານ ປະກອບມີ 7 ບົດ ຄື: ບົດທີ 1 ແມ່ນຄວາມຮູ້ທົ່ວໄປ ກ່ຽວກັບກົດໝາຍວ່າດ້ວຍແຮງງານ; ບົດທີ 2: ສັນຍາແຮງງານ; ບົດທີ 3: ເວລາເຮັດວຽກ, ການພັກ ຜ່ອນ, ການພັກວຽກ ແລະ ການລາພັກ; ບົດທີ 4: ເງິນເດືອນ ຫຼື ຄ່າແຮງງານ; ບົດທີ 5: ຄວາມປອດໄພ ແລະ ສຸຂະພາບແຮງງານ; ບົດທີ 6: ການແກ້ໄຂຂໍ້ຂັດແຍ່ງທາງດ້ານແຮງງານ ແລະ ບົດທີ 7: ແຮງງານລາວ ຢູ່ຕ່າງປະເທດ ແລະ ແຮງານຕ່າງປະເທດ ຢູ່ ສປປ ລາວ. ປຶ້ມຄູ່ມືນີ້ ແມ່ນໝາກຜົນຂອງການຮວບໂຮມດ້ານທິດສະດີກົດໝາຍ, ລະບຽບການທີ່ກ່ຽວຂ້ອງຂອງອົງການແຮງງານ, ລະ ບຽບການຂອງສາກົນ ແລະ ການປະຕິບັດຕົວຈິງ ທີ່ເກີດຂຶ້ນໃນຂົງເຂດແຮງງານ ໂດຍກຸ່ມແພ່ງ ແລະ ເສດຖະກິດ ໄດ້ໃຊ້ຄວາມພະ ຍາຍາມ, ສະຕິປັນຍາເຂົ້າໃນການຄົ້ນຄ້ວາ, ວິເຄາະບັນຫາແຮງງານ ດ້ວຍການແບ່ງເປັນກຸ່ມຍ່ອຍ ແລະ ໄດ້ຈັດກອງປະຊຸມພາຍໃນ ແລະ ນອກສະຖານທີ່ຮ່ວມກັນຫຼາຍຄັ້ງ, ລວມທັງການປັບປຸງ ແລະ ກວດແກ້ຈາກຄະນະຊີ້ນໍາລວມ ແລະ ຄະນະບໍລິຫານໂຄງການ ຈຶ່ງສາມາດບັນລຸເນື້ອໃນທີ່ເປັນເອກະພາບກັນ ແລະ ນໍາມາໂຮມໄວ້ໃນປຶ້ມຄູ່ມືເຫຼັ້ມດັ່ງກ່າວ. ພາຍຫຼັງທີ່ເຜີຍແຜ່ເນື້ອໃນແລ້ວ ສະມາຊິກກຸ່ມແພ່ງ ແລະ ບັນດາສຳມະນາກອນ ກໍໄດ້ຮ່ວມກັນສົນທະນາ, ຖາມ-ຕອບ ທີ່ກ່ຽວຂ້ອງກັບບັນຫາແຮງງານ ຢ່າງກົງໄປກົງໄປ ດ້ວຍບັນຍາກາດຟົດຟື້ນ.      ປຶ້ມຄູ່ມືນີ້ ຈະເປັນປະໂຫຍດສຳຄັນ ທີ່ນໍາໃຊ້ສຳລັບຜູ້ອອກແຮງງານ, ຜູ້ໃຊ້ແຮງງານ, ອົງການຜູ້ຕາງໜ້າຜູ້ໃຊ້ແຮງງານ ແລະ ອົງການຜູ້ຕາງໜ້າຜູ້ອອກແຮງງານ, ພະນັກງານຂະແໜງການແຮງງານ ແລະ ສະຫວັດດີການສັງຄົມ ລວມທັງຂະແໜງການຍຸຕິທຳ ເພື່ອນໍາໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານ ແລະ ສ້າງຄວາມເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດ. ຂຽນຂ່າວ-ຖ່າຍພາບ: ກົມໂຄສະນາເຜີຍແຜ່ກົດໝາຍ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມເຜີຍແຜ່ ປື້ມຄູ່ມືອະທິບາຍກົດໝາຍວ່າດ້ວຍ ແຮງງານ ຄັ້ງທີ 1
ກອງປະຊຸມເຜີຍແຜ່ ປື້ມຄູ່ມືອະທິບາຍກົດໝາຍວ່າດ້ວຍ ແຮງງານ ຄັ້ງທີ 1
https://www.moj.gov.la/lo/node/1200
ໃນວັນທີ 25 ພຶດສະພາ 2018 ຜ່ານມາ ນຳພາໂດຍ ທ່ານ ຄຳສອນ  ສີຫາລາດ ວ່າການຫົວຫນ້າຫ້ອງການຍຸຕິທຳເມືອງ ໄຊຈຳພອນ, ມີຮອງຫົວໜ້າໜ່ວຍງານ, ວິຊາການຫ້ອງການ ແລະ ນັກຮຽນກົດໝາຍຊັ້ນຕົ້ນຂອງບ້ານ, ພ້ອມດ້ວຍຄະນະບ້ານ, ຄະນະໜ່ວຍແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ, ຈຳນວນພົນເຂົ້າຮ່ວມຮັບຟັງທັງໝົດມີ  30 ທ່ານ, ເປັນຍິງ 5 ທ່ານ. ຈຸດປະສົງ ການລົງເຄື່ອນໄຫວໃນຄັ້ງນີ້ ແມ່ນເພື່ອລົງໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນໄດ້ຮັບຮູ້, ເຂົ້າໃຈ ເນື້ອໃນກົດໝາຍ ສົມທົບກັບການຈັດຕັ້ງປະຕິບັດຕົວຈິງ ຊຶ່ງກົດໝາຍທີ່ນໍາມາເຜີຍແຜ່ໃນຄັ້ງນີ້ ມີ 3 ກົດໝາຍຄື: ກົດໝາຍວ່າດ້ວຍ ຄອບຄົວ, ກົດໝາຍວ່າດ້ວຍ ຢາເສບຕິດ ແລະ ກົດໝາຍ ອາຍາ ຫຼັງຈາກທີ່ພໍ່ແມ່ປະຊາຊົນພາຍໃນບ້ານ ໄດ້ຮັບຟັງການເຜີຍແຜ່ກົດໝາຍແລ້ວ, ຄະນະຮັບຜິດຊອບ ກໍໄດ້ປະກາດຜົນຂອງການແຕ່ງຕັ້ງຄະນະແກ້ໄຂຂໍ້ຂັດແຍ່ງຂອງບ້ານໂພນຄຳ ຊຸດໃໝ່ ພ້ອມທັງ ໄດ້ບຳລຸງ ພາລະບົດບາດ, ສິດ ແລະ ໜ້າທີ່ໃຫ້ຄະນະດັ່ງກ່າວ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດວຽກງານໃຫ້ຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການ. ພ້ອມທັງ ໄດ້ມອບຮ່າງສະຖິຕິຄອບຄົວ ແລະ ບ້ານແບບຢ່າງໃນການປະຕິບັດກົດໝາຍ, ຮ່າງເກັບກຳຂໍ້ຂັດແຍ່ງຂັ້ນບ້ານ, ຮ່າງສະຖິຕິການເອົາເດັກມາເປັນລູກລ້ຽງໃຫ້ເກັບກຳແລ້ວ ສົ່ງໃຫ້ການຍຸຕິທຳເມືອງໃຫ້ທັນຕາມກຳນົດເວລາ. ນອກນັ້ນ ຄະນະຫ້ອງການຍຸຕິທຳເມືອງ ຍັງໄດ້ມອບປື້ມກົດໝາຍຈຳນວນໜຶ່ງໃຫ້ຄະນະບ້ານ, ຄະນະໜ່ວຍແກ້ໄຂຂໍ້ຂັດແຍ່ງ ເພື່ອເປັນຄູ່ມືໃນປະຕິບັດໜ້າທີ່ວຽກງານດັ່ງກ່າວ. ຂຽນຂ່າວ-ຖ່າຍພາບ: ສົມໃຈ ຫວ່າງ ຈາກຫ້ອງການຍຸຕິທຳເມືອງ ໄຊຈຳພອນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ລົງໂຄສະນາເຜີຍແຜ່ກົດໝາຍ ແລະ ຊຸກຍູ້ວຽກ ງານຍຸຕິທຳຮາກຖານ ຢູ່ບ້ານໂພນຄຳ.
ຫ້ອງການຍຸຕິທຳເມືອງ ໄຊຈຳພອນ ແຂວງບໍລິຄຳໄຊ ລົງໂຄສະນາເຜີຍແຜ່ກົດໝາຍ ແລະ ຊຸກຍູ້ວຽກ ງານຍຸຕິທຳຮາກຖານ ຢູ່ບ້ານໂພນຄຳ.
https://www.moj.gov.la/lo/node/1201
ໃນລະຫວ່າງວັນທີ 23-26 ພຶດສະພາ 2018 ຜ່ານມາ. ກົມສົ່ງເສີມລະບົບຍຸຕິທຳ ກະຊວງຍຸຕິທຳ ໄດ້ປະສານສົມທົບກັບຄະນະຮັບຜິດຊອບຈາກແຂວງບໍລິຄຳໄຊ ໄດ້ລົງເຄື່ອນໄຫວຈັດຕັ້ງປະຕິບັດແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລຳເນົາ ຕາມລຳພັງໃຈ ແລະ ສ້າງຄອບຄົວບໍ່ຖືກຕ້ອງຕາມກົດໝາຍ ຢູ່ຕາມບໍລິເວນຊາຍແດນ ລາວ-ຫວຽດນາມ  ຢູ່ ບ້ານນໍ້າມືດ ແລະ ບ້ານ ໂພນໂຮມ, ເມືອງວຽງທອງ ໂດຍການເຂົ້າຮ່ວມຂອງ ທ່ານ ອາລຸນສັກ ປະທຳມະວົງ ຮອງເຈົ້າເມືອງ ວຽງທອງ, ມີພະນັກງານຈາກກະຊວງຍຸຕິທຳ, ພະແນກຍຸຕິທຳແຂວງ ແລະ ຫ້ອງການຍຸຕິທຳເມືອງ ເຂົ້າຮ່ວມ ຈຳນວນ 25 ທ່ານ, ຍິງ 3 ທ່ານ. ການລົງເຄື່ອນໄຫວຄັ້ງນີ້ ແມ່ນເພື່ອຈົດທະບຽນສັນຊາດໃຫ້ປະຊາຊົນຜູ້ທີ່ຕັ້ງພູມລຳເນົາບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ໃນເຂດບ້ານນ້ຳມືດ ຈຳນວນ 9 ຄອບຄົວ ແລະ ບ້ານ ໂພນໂຮມ ຈຳນວນ 27 ຄອບຄົວ. ຫຼັງຈາກນັ້ນ, ທ່ານ ອາລຸນສັກ ປະທຳມະວົງ ຮອງເຈົ້າເມືອງ ວຽງທອງ ໄດ້ມີຄຳເຫັນໂອ້ລົມຕໍ່ພໍ່ແມ່ປະຊາຊົນຈາກສອງບ້ານ ເພື່ອເປັນກຳລັງໃຈ ແລະ ພ້ອມທັງແນະນຳການດຳລົງຊີວິດພາຍໃນບ້ານ ໃຫ້ມີຄວາມສະຫົງບສຸກ ແລະ ປາສະຈາກຫ່າງໄກຈາກສິ່ງທີ່ຜິດກົດໝາຍ.  ຂຽນຂ່າວ-ຖ່າຍພາບ: ບຸນເລີດ ຈາກພະແນກຍຸຕິທຳແຂວງ ບໍລິຄຳໄຊ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ລົງເຄື່ອນໄຫວຈົດທະບຽນສັນຊາດ ຢູ່ ເມືອງວຽງທອງ
ໜ່ວຍງານວິຊາການ ແຂວງບໍລິຄຳໄຊ ລົງເຄື່ອນໄຫວຈົດທະບຽນສັນຊາດ ຢູ່ ເມືອງວຽງທອງ
https://www.moj.gov.la/lo/node/1202
ຕອນເຊົ້າຂອງວັນທີ 21 ພຶດສະພາ 2018 ຜ່ານມາ, ຢູ່ທີ່ຫໍປະຊຸມກຸ່ມບ້ານຫາດໝວກ, ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຈັດພິທີປິດ ຊຸດຝຶກອົບຮົມກົດໝາຍຊັ້ນຕົ້ນ 3 ເດືອນໃຫ້ແກ່ຄະນະພັກຮາກຖານກຸ່ມຫາດໝວກ ຊຸດທີ VIII ຂອງເມືອງ, ໂດຍການເປັນປະທານຂອງ ທ່ານ ໄຊປະເສີດ ໄພສານ ກຳມະການພັກເມືອງ, ຫົວໜ້າຫ້ອງການຍຸຕິທໍາເມືອງ ເປັນກຽດເຂົ້າຮ່ວມໂດຍທ່ານ ທອງວັນ ຮັກພາສິດ ຄະນະປະຈຳພັກເມືອງ, ຫົວໜ້າຫ້ອງວ່າການປົກຄອງເມືອງ, ມີທ່ານ ນາງ ຂັນຄຳ ແກ້ວໄກສອນ ຮອງຫົວໜ້າພະແນກຍຸຕິທຳແຂວງ ບໍ່ແກ້ວ, ມີບັນດາຄະນະພັກຮາກຖານ, ອຳນາດການປົກຄອງບ້ານ, ສຳມະນາກອນເຂົ້າຮ່ວມຈຳນວນ 100 ຄົນ. ໃນພິທີ ທ່ານ ໄຊປະເສີດ ໄພສານ ກຳມະການພັກເມືອງ, ຫົວໜ້າຫ້ອງການຍຸຕິທໍາເມືອງ ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດຫຼັກສູດໂຄງການ, ການຮຽນ-ການສອນກົດໝາຍຊັ້ນຕົ້ນໄລຍະ 3 ເດືອນ ຊຶ່ງໄດ້ດຳເນີນມາແຕ່ວັນທີ 27 ກຸມພາ 2018 ແລະ ໄດ້ສຳເລັດຕາມແຜນການທີ່ວາງໄວ້. ໃນນີ້ ເປົ້າໝາຍຜູ້ເຂົ້າຮຽນ ແມ່ນໄດ້ຄະນະພັກຮາກຖານ, ພະນັກງານປະຈຳກຸ່ມບ້ານ, ເລຂາ-ຮອງເລຂາໜ່ວຍພັກຮາກຖານ, ອົງການຈັດຕັ້ງຂອງບ້ານທີ່ນອນຢູ່ໃນ 5 ໜ່ວຍງານຫຼັກຂອງບ້ານ ເຂົ້າຝຶກອົບຮົມທັງໝົດ 42 ຄົນ, ຍິງ 5 ຄົນ. ການຮຽນ-ການສອນ ແມ່ນປະຕິບັດຕາມຫຼັກສູດກົດໝາຍຊັ້ນຕົ້ນ ຊຶ່ງຄະນະຮັບຜິດຊອບ ແລະ ສຳມະນາກອນ ໄດ້ພ້ອມກັນເອົາໃຈໃສ່ຄົ້ນຄ້ວາ, ຍົກເອົາບັນຫາຕ່າງໆມາແລກປ່ຽນສົນທະນານຳກັນ ໂດຍສົມທຽບ ລະຫ່ວາງ ດ້ານທິດສະດີ ແລະ ການຈັດຕັ້ງປະຕິບັດຕົວຈິງ. ເນື້ອໃນເອກະສານ ປະກອບມີ 4 ພາກ, ມີ 37 ວິຊາຮຽນ 30 ໜ່ວຍກິດ, 450 ຊົ່ວໂມງ ຄື: ພາກວິຊາຄວາມຮູ້ທົ່ວໄປ ມີ 6 ວິຊາ, ພາກຄວາມຮູ້ກ່ຽວກັບກົດໝາຍ ມີ 29 ວິຊາ, ພາກຄວາມຮູ້ກ່ຽວກັບວຽກງານຍຸຕິທຳຮາກຖານ ມີ 1 ວິຊາ ແລະ ພາກຄວາມຮູ້ກ່ຽວກັບ ການແຕ່ງເອກະສານ ມີ 1 ວິຊາ. ໂອກາດດຽວກັນນີ້ ທ່ານ ທອງວັນ ຮັກພາສິດ ຄະນະປະຈຳພັກເມືອງ ຫົວໜ້າຫ້ອງວ່າການປົກຄອງເມືອງ ໄດ້ມີຄຳເຫັນຊີ້ນຳໃນໂອກາດເຂົ້າຮ່ວມພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ ໃນຄັ້ງນີ້ວ່າ: ເນື້ອແທ້ກໍແມ່ນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ, ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 46/ນຍ ວ່າດ້ວຍການເພີ່ມທະວີເອົາໃຈໃສ່ຕໍ່ວຽກງານຍຸຕິທຳຮາກຖານ ໃນການຈັດຕັ້ງປະຕິບັດ 4 ເນື້ອໃນ 4 ຄາດໝາຍ 4 ບຸກທະລຸ ຕິດພັນກັບວຽກງານ 3 ສ້າງ ຕາມພາລະບົດບາດຂອງຂະແໜງຍຸຕິທຳ, ເປັນຂີດໝາຍໃຫ້ແກ່ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ໂດຍແມ່ນປະຊາຊົນ ແລະ ເພື່ອປະຊາຊົນ ຫັນການບໍລິຫານການປົກຄອງໄປສູ່ກົດໝາຍ ແລະ ລະບຽບການເທື່ອລະກ້າວ. ພ້ອມກັນນັ້ນ ທ່ານຍັງໄດ້ເນັ້ນໜັກ ແລະ  ຮຽກຮ້ອງໃຫ້ນັກສຳມະນາກອນທຸກພາກສ່ວນ ຈົ່ງພ້ອມກັນສືບຕໍ່ຄົ້ນຄ້ວາ, ຜັນຂະຫຍາຍຜົນຂອງການຮຽນໃນຄັ້ງນີ້ ເພື່ອນຳໄປໜູນໃຊ້ຢູ່ທ້ອງຖີ່ນຂອງຕົນ. ໂດຍສະເພາະ ແມ່ນໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ, ໄປຄຽງຄູ່ກັບການສຶກສາອົບຮົມການເມືອງແນວຄິດ, ຮີດຄອງປະເພນີ, ກົດໝາຍ, ລະບຽບການ ກ່ຽວກັບການແກ້ໄຂຂໍ້ຂັດແຍ່ງຕ່າງໆຢູ່ຂັ້ນຮາກຖານບ້ານຂອງຕົນ ໃຫ້ຕົກແຕກລົງລອຍກັນ ໂດຍສັນຕິວິທີ, ຮັກສາໄດ້ຄວາມຮັກແພງສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າ. ໂອກາດດຽວກັນນີ້ ທ່ານ ຍັງໄດ້ໃຫ້ກຽດມອບໃບປະກາສະນີຍະບັດໃຫ້ແກ່ສຳມະນາກອນທີ່ຈົບກົດໝາຍຊັ້ນຕົ້ນຊຸດນີ້ ເພື່ອເປັນການຢັ້ງຢືນເຖິງຜົນສຳເລັດໃນການຝຶກອົບຮົມຕາມໂຄງການຫຼັກສູດກົດໝາຍຊັ້ນຕົ້ນ ຊຸດທີ VIII ຂອງເມືອງ. ຂຽນຂ່າວ-ຖ່າຍະພາບ: ອານົນ ໄພຍະສານ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພິທີ ປິດຊຸດຝຶກອົບຮົມກົດໝາຍ ຊັ້ນຕົ້ນ ໄລຍະ 3 ເດືອນ ຊຸດທີ VIII ຢູ່ກຸ່ມບ້ານຫາດໝວກ
ພິທີປິດ ຊຸດຝຶກອົບຮົມກົດໝາຍ ຊັ້ນຕົ້ນ ໄລຍະ 3 ເດືອນ ຊຸດທີ VIII ຢູ່ກຸ່ມບ້ານຫາດໝວກ ເມືອງ ຜາອຸດົມ ແຂວງ ບໍ່ແກ້ວ.
https://www.moj.gov.la/lo/node/1203
ຕອນເຊົ້າຂອງວັນທີ 28 ພຶດສະພາ 2018 ນີ້ ເວລາ 8 ໂມງ 00 ນາທີ ທ່ານ ສີໄລ ສີສະແຫວງສຸກ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງອັດຕະປື ໄດ້ຕ້ອນຮັບທ່ານ ສີສຸພັນ ທອງສາຍທາລາ ຮອງກົມສົ່ງເສີມລະບົບຍຸຕິທຳ ພ້ອມດ້ວຍຄະນະ ທີ່ມາຈາກກະຊວງຍຸຕິທຳ.ໃນໂອກາດການລົງມາຕິດຕາມການເຄື່ອນໄຫວວຽກງານຍຸຕິທຳຮາກຖານຂອງກົມສົ່ງເສີມລະບົບຍຸຕິທຳຄັ້ງນີ້  ໃນນາມຕາງໜ້າໃຫ້ຄະນະພັກ ຄະນະນຳຂອງພະແນກຍຸຕິທຳແຂວງອັດຕະປື ທ່ານ ສີໄລ ສີສະແຫວງສຸກ ກໍໄດ້ຂື້ນຜ່ານບົດລາຍງານກ່ຽວກັບການເຄື່ອນໄຫວວຽກງານຍຸຕິທຳຮາກຖານປະຈຳປີ 2018 ເຊິ່ງບົດສະຫຼຸບວຽກງານດັ່ງກ່າວນັ້ນ ກໍໄດ້ຍົກໃຫ້ເຫັນໄດ້ເຖິງຜົນສຳເລັດອັນຫຍິ່ງໃຫ່ຍຂອງວຽກງານໃນແຕ່ລະດ້ານເປັນຕົ້ນແມ່ນ ວຽກງານການຮຽນກົດໝາຍຊັ້ນຕົ້ນໄລຍະສັ້ນ 03 ເດືອນໃຫ້ແກ່ພະນັກງານຮາກຖານບ້ານ ໂດຍມີນັກຮຽນເຂົ້າຮຽນທັງໝົດ 178 ຄົນ,​ຍິງ 58 ຄົນ; ວຽກງານໂຄສະນາເຜີຍແຜ່ ແລະ ສຶກສາອົບຮົມສ້າງສະຕິເຄົາລົບກົດໝາຍ ໄດ້ເຄື່ອນໄຫວວຽກງານໄດ້ທັງໝົດ 138 ຄັ້ງ ໃນ 139 ບ້ານ ແລະ 30 ໝວດໂຮງຮຽນ ມີຜູ່ເຂົ້າຮ່ວມທັງໝົດ 62.441 ຄົນ,​ ຍິງ 31.762 ຄົນ, ໂຄສະນາທາງວິທະຍຸກະຈາຍສຽງຂອງແຂວງ 32 ຄັ້ງ, ​ໂທລະໂຄ່ງເມືອງ ແລະ ບ້ານ 31 ຄັ້ງ; ເຜີຍແຜ່ກົດໝາຍຢູ່ຕາມໂຮງຮຽນໄດ້ 30 ໂຮງຮຽນ ມີຜູ້ເຂົ້າຮ່ວມທັງໝົດ 8.312 ຄົນ, ຍິງ 40.54 ຄົນ; ສຳເລັດການປັບປຸງຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານໄດ້ 55 ບ້ານ ແລະ ຝຶກອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານໄດ້ 132 ບ້ານ; ສຳເລັດການປະເມີນຄອບຄົວແບບຢ່າງປະຕິບັດກົດໝາຍໃນຈຳນວນ 26.822 ຄອບຄົວ ແລະ ຮັກສາຄອບຄົວແບບຢ່າງປະຕິບັດກົດໝາຍໄວ້ໄດ້ 25.824 ຄອບຄົວ, ສ້າງ ແລະ ປະເມີນຄອບຄົວແບບຢ່າງປະຕິບັດກົດໝາຍໃຫມ່ໄດ້ 1.644 ຄອບຄົວ ແລະ ຮັບຮອງຄອບຄົວແບບຢ່າງປະຕິບັດກົດໝາຍໄດ້ 27.254 ຄອບຄົວ. ສຳເລັດການປະເມີນຄືນບ້ານແບບຢ່າງປະຕິບັດກົດໝາຍໃນຈຳນວນ 119 ບ້ານ ສາມາດຮັບຮອງໄດ້ 110 ບ້ານ ແລະ ໄດ້ສ້າງບ້ານແບບຢ່າງປະຕິບັດກົດໝາຍໃຫມ່ໄດ້ 11 ບ້ານ ລວມບ້ານແບບຢ່າງປະຕິບັດກົດໝາຍທັງໝົດ 121 ບ້ານ ທຽບເປັນສ່ວນຮ້ອຍແມ່ນເທົ່າກັບ 82,8 %(ສ່ວນຮ້ອຍ) ຂອງບ້ານທັງໝົດພາຍໃນແຂວງ; ຜ່ານມາມີຕູ້ກົດໝາຍປະຈຳບ້ານພາຍໃນແຂວງ 10 ໜ່ວຍ ແລະ ປັດຈຸບັນໄດ້ປະກອບຕູ້ກົດໝາຍປະຈຳບ້ານໄດ້ 09 ໜ່ວຍ ລວມທັງໝົດ 19 ໜ່ວຍໆລະບ້ານ. ໃນຕໍ່ມາ ທ່ານ ສີສຸພັນ ທອງສາຍທາລາ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ມີຄຳເຫັນຕໍ່ຄະນະພັກ ຄະນະນຳຂອງພະແນກຍຸຕິທຳແຂວງ ຕະຫຼອດຮອດຄະນະພັກ-ຄະນະນຳຂອງເມືອງ ແລະ ຫ້ອງການຍຸຕິທຳເມືອງ ໂດຍຜ່ານໄປຍັງພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນແຂວງທີ່ໄດ້ສຸມທຸກກຳລັງແຮງ, ຄວາມຮູ້-ຄວາມສາມາດ ແລະ ຍາດແຍ່ງເອົາຜົນງານອັນດີເດັ່ນດັ່ງກ່າວນັ້ນມາໄດ້. ອີກຢ່າງໜຶ່ງ, ແມ່ນຍ້ອນຄະນະພັກ-ຄະນະນຳແຕ່ລະຂັ້ນຂອງແຂວງ, ເມືອງ ແລະ ບ້ານໄດ້ເປັນເຈົ້າການໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕ່າງໆທີ່ທາງພັກ-ລັດຂັ້ນເທິງມອບໝາຍໃຫ້ ເຊິ່ງມັນສະແດງອອກຢູ່ບ່ອນວ່າພະນັກງານ-ລັດຖະກອນ ແລະ ພໍ່ແມ່ປະຊາຊົນຕ່າງກໍບໍ່ທໍ້ຖອຍຕໍ່ກັບວຽກງານດັ່ງກ່າວ ແລະ ຍັງເພີ່ມທະວີໃຫ້ຄວາມສຳຄັນ,​ ຍົກສູງສະຕິເຄົາລົບໃນການການຈັດຕັ້ງປະຕິບັດລະບຽບກົດໝາຍເປັນຢ່າງດີ. ນອກຈາກທີ່ກ່າວມາຂ້າງເທິງນັ້ນ, ທ່ານ ສີສຸພັນ ທອງສາຍທາລາ ກໍໄດ້ເນັ້ນໃຫ້ພະແນກຍຸຕິທຳ ກໍຄືຂະແໜງສົ່ງເສີມລະບົບຍຸຕິທຳຈົ່ງພ້ອມກັນຈັດຕັ້ງປະຕິບັດໜ້າທີ່ວຽກງານໃນປັດຈຸບັນ ກໍຄືອະນາຄົດໃຫ້ໄດ້ຮັບຜົນດີຂື້ນກ່ວາເກົ່າ.                                                 ພາບ-ບົດຂ່າວ: ໂດຍ ໂພທະສິນ ສະເຫຼີມສັກ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ກົມຄຸ້ມຄອງລະບົບຍຸຕິທຳ ລົງເຄື່ອນໄຫວວຽກງານຍຸຕິທຳຮາກຖານປີ 2018 ທີ່ແຂວງອັດຕະປື
ກົມຄຸ້ມຄອງລະບົບຍຸຕິທຳ ລົງເຄື່ອນໄຫວວຽກງານຍຸຕິທຳຮາກຖານປີ 2018 ທີ່ແຂວງອັດຕະປື.
https://www.moj.gov.la/lo/node/1204
ວຽກງານຍຸຕິທຳຮາກຖານ ແມ່ນໜຶ່ງໃນວຽກທີ່ສຳຄັນທີ່ປະກອບສ່ວນຈັດຕັ້ງຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ລັດຖະທຳມະນູນ ເວົ້າລວມ, ເວົ້າສະເພາະກໍຄື ວຽກງານກໍ່ສ້າງຮາກຖານການເມືອງ ແລະ ການສ້າງສະຕິເຄົາລົບລັດຖະທຳມະນູນ ແລະ ກົດໝາຍໃຫ້ແກ່ພົນລະເມືອງ ໃນຂອບເຂດທົ່ວປະເທດ ກໍຄື ປະຊາຊົນ ເມືອງ ແບງ ແຂວງ ອຸດົມໄຊ. ເນື້ອໃນສຳຄັນຂອງວຽກງານດັ່ງກ່າວ ທີ່ເຄື່ອນໄຫວຢູ່ໃນຂອບເຂດທົ່ວປະເທດມີຄື: ໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ພົນລະເມືອງບັນດາເຜົ່າ; ປະກອບຕູ້ປຶ້ມກົດໝາຍປະຈຳບ້ານ; ສ້າງຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍ; ສ້າງ, ປັບປຸງ ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ; ວຽກງານຍຸຕິທຳເດັກ; ຝຶກອົບຮົມກົດໝາຍ 45 ວັນ, ສ້າງບຸກຄະລາກອນກົດໝາຍໃຫ້ບ້ານ ແລະ ກຸ່ມບ້ານ. ໃນ 7 ເນື້ອໃນນີ້ ສະເພາະ ປີ 2018 ເມືອງແບງ ແຂວງ ອຸດົມໄຊ ໄດ້ເຄື່ອນໄຫວ ດັ່ງນີ້: ໂຄສະນາເຜີຍແຜ່ກົດໝາຍ ໃຫ້ປະຊາຊົນຢູ່ຮາກຖານບ້ານ ຢູ່ເຂດພູດອຍໄດ້ 18 ບ້ານ ມີຜູ້ເຂົ້າຮ່ວມຮັບຟັງ 1,340 ຄົນ; ໄດ້ປະກອບຕູ້ປື້ມກົດໝາຍ ໄດ້ 2 ບ້ານ; ສ້າງຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍໄດ້ 5 ບ້ານ ຄື: ບ້ານນາງົວ, ບ້ານໂຮມ, ບ້ານນ້ຳຕຸ້ຍ, ບ້ານ ຂ້ອນ; ສ້າງ, ປັບປຸງ, ຝຶກອົບຮົມຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ໄດ້ 20 ບ້ານ, ມີ 100 ທ່ານ, ຍິງ 2 ທ່ານ; ວຽກງານຍຸຕິທຳເດັກ ໄດ້ເຜີຍແຜ່ກົດໝາຍທີ່ພົວພັນກັບເດັກ ຢູ່ 4 ໝວດໂຮງຮຽນ ມີ ຄູ-ອາຈານ, ນ້ອງນັກຮຽນ ເຂົ້າຮ່ວມ 1,160 ຄົນ; ສ້າງບຸກຄະລາກອນກົດໝາຍໃຫ້ພະນັກງານ ອ້ອມຂ້າງເມືອງ ໄດ້ 35 ທ່ານ. ໃນນີ້ ທ່ານ ໜານທັນ ພັນທະວົງ ຫົວໜ້າຫ້ອງການຍຸຕິທຳເມືອງ ໄດ້ສະຫຼຸບວຽກງານວ່າ: ການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ໃນສົກປີນີ້ ມີຂໍ້ດີຫຼາຍຢ່າງ ເຊັ່ນ: ສາມາດລະດົມພະນັກງານ, ທະຫານ, ຕຳຫຼວດທີ່ມີຕຳແໜ່ງບໍລິຫານ ຂັ້ນຮອງຫົວໜ້າຫ້ອງການ ລົງຮອດວິຊາການຢູ່ທົ່ວຂະແໜງການອ້ອມຂ້າງເມືອງເຂົ້າຮຽນກົດໝາຍຊັ້ນຕົ້ນ ເຮັດໃຫ້ການຮຽນມີຄຸນນະພາບສູງກວ່າທຸກໆປີ ຜ່ານມາ, ສາມາດນຳເອົາກົດໝາຍໄປເຖິງປະຊາຊົນຢູ່ເຂດຫ່າງໄກໄດ້ບັນລຸຕາມແຜນທີ່ວາງໄວ້ ຜົນສຳເລັດທີ່ໄດ້ມາ ແມ່ນຍ້ອນການຊີ້ນຳ-ນຳພາ ຂອງຄະນະພັກ-ຄະນະນຳ ກະຊວງຍຸຕິທຳ ແລະ ການນຳພາຢ່າງໃກ້ສິດຂອງ ພະແນກ ຍຸຕິທຳແຂວງ ອຸດົມໄຊ, ການນຳຂັ້ນເມືອງ, ຫ້ອງການຍຸຕິທຳເມືອງ ແລະ ຂະແໜງການອ້ອມຂ້າງໃຫ້ການຮ່ວມມືເປັນຢ່າງດີ ຄຽງຄູ່ກັບດ້ານດີ ຍັງມີຂໍ້ຄົງຄ້າງຈຳນວນໜຶ່ງ ເປັນຕົ້ນ ການສ້າງສະຕິເຄົາລົບ ແລະ ຈັດຕັ້ງປະຕິບັດກົດໝາຍ ໃຫ້ແກ່ພົນລະເມືອງ ເຮັດໄດ້ບໍ່ທັນມີຫຼາຍຮູບ, ຫຼາຍສີ; ເສັ້ນທາງໄປສູ່ປະຊາຊົນເຂດພູດອຍຫ່າງໄກສອກຫຼີກ ແມ່ນມີຄວາມຫຍຸ້ງຍາກ ແລະ ພະນັກງານວິຊາການກົດໝາຍ ມີຈຳນວນຈຳກັດ ແລະ ບໍ່ທັນໄດ້ຜ່ານການຝຶກອົບຮົມ. ເຖິງຢ່າງໃດກໍຕາມ ທ່ານ ກາງ ປາວຢາງ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ແບງ ໄດ້ຕີລາຄາຕໍ່ກອງປະຊຸມ ສະຫຼຸບວຽກງານຍຸຕິທຳຮາກຢູ່ເມືອງແບງ ບາງຕອນວ່າ: ວຽກງານນີ້ມີຄວາມສຳຄັນໂດຍກົງຕໍ່ການພັດທະນາ ເມືອງແບງ ມີຄວາມຈຳເປັນຕ້ອງໄດ້ສືບຕໍ່ເຮັດໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ ຊຶ່ງເນື້ອແທ້ຂອງວຽກງານດັ່ງກ່າວ ແມ່ນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການ ຂອງລັດ ເຂົ້າສູ່ການດຳລົງຊີວິດຕົວຈິງຂອງປະຊາຊົນ ເຮັດໃຫ້ປະຊົນບັນດາເຜົ່າຮັບຮູ້, ເຂົ້າໃຈ ແລະ ເພີ່ມທະວີການສ້າງສະຕິຕໍ່ກົດໝາຍ ປະຕິບັດສິດ ແລະ ພັນທະຂອງຕົນຕໍ່ປະເທດຊາດ ຢ່າງເຕັມສ່ວນ. ຂຽນຂ່າວ-ຖ່າຍພາບ: ເພັງພາວັນ ອິນທະວົງ ກົມໂຄສະນາເຜີຍແຜ່ກົດໝາຍ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ຜົນສຳເລັດການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ຢູ່ເມືອງແບງ ແຂວງອຸດົມໄຊ
ຜົນສຳເລັດການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ຢູ່ເມືອງແບງ ແຂວງອຸດົມໄຊ
https://www.moj.gov.la/lo/node/1205
ໃນ​ໜຶ່ງ​ອາ​ທິດ​ທີ່​ຜ່ານ​ມາ ພະ​ແນກ​ຍຸ​ຕິ​ທຳແຂວງ ອຸດົມໄຊ ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ປິດ​ການ​ຮຽນ-ການ​ສອນ​ກົດ​ໝາຍ​ຊັ້ນ​ຕົ້ນ ໄລ​ຍະ​ສັ້ນ 3 ເດືອນ ປະ​ຈຳ​ປີ 2018 ຂຶ້ນ​ທີ່​ບ້ານ ​ພູ​ເຄືອ ເມືອງ​ນາ​ໝໍ້ ແຂວງ ອຸດົມໄຊ ພ​າຍ​ໃຕ້​ການ​ເປັນ​ປ​ະ​ທານ​ຂອງ ​ທ່ານ ໃຈ​ເພັດ ຄຳ​ມະ​ລີ ກຳ​ມະ​ການ​ພັກ​ແຂວງ, ເລ​ຂາ​ພັກ​ເມືອງ, ເຈົ້າ​ເມືອງ ນາ​ໝໍ້, ມີ​ທ່ານ ສີ​ຖານ ມະ​ນີ​ໄຊ ຮອງ​ຫົວ​ໜ້າ​ພະ​ແນກ​ຍຸ​ຕິ​ທຳແຂວງ ພ້ອມ​ດ້ວຍ​ທີມ​ງານ​ຂັ້ນ​ເມືອງ ແລະ ນັກ​ສຳ​ມະ​ກອນ​ເຂົ້າ​ຮ່ວມຈຳນວນ 73 ທ່ານ, ຍິງ 12 ທ່ານ.           ໃນ​ພິ​ທີ​ປິດ​ການ​ຮຽນ-ການ​ສອນ​ໃນ​ຄັ້ງ​ນີ້ ໄດ້​ພິ​ຈາ​ລະ​ນາ​ຮັບ​ຮອງ ແລະ ມອບ​ໃບ​ປ​ະກາດ​ສະ​ນີ​ຍະ​ບັດ ໃຫ້​ແກ່​ນັກ​ສຳ​ມະ​ນາ​ກອນ​ທັງ​ໝົດ 55 ທ່ານ, ຍິງ 7 ທ່ານ ເພື່ອ​ເປັນ​ການ​ຜັນ​ຂະ​ຫຍາຍ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ຕໍ່​ວຽກ​ງານ​ການ​ຮຽນ-ກາ​ນ​ສອນ​ກົດ​ໝາຍ​ຊັ້ນ​ຕົ້ນ​ໃນ​ຊຸມ​ປິ​ຕໍ່​ໜ້​າ ເວົ້າ​ລວມ ເວົ້າ​ສະ​ເພາະ ແມ່ນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ຍຸ​ຕິ​ທຳ​ຮາກ​ຖານ​ໃຫ້​ເຂົ້າ​ສູ່​ລວງ​ເລິກ​ຢູ່​ທ້ອງ​ຖິ່ນ​ຮາກ​ຖານ ກໍ​ຄື​ອຳ​ນາດ​ການ​ປົກ​ຄອງ​ຂັ້ນ​ບ້ານ.           ໃນ​ຕອນ​ທ້າຍ ທ່ານ ໃຈ​ເພັດ ຄຳ​ມະ​ລີ ກຳ​ມະ​ການ​ພັກ​ແຂວງ, ເລ​ຂາ​ພັກ​ເມືອງ ເຈົ້າ​ເມືອງ ນາ​ໝໍ້ ກໍ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ອົງ​ການ​ການ​ປົກ​ຄອງ​ຂັ້ນ​ບ້ານ ແລະ ປະ​ຊາ​ຊົນ​ພາຍ​ໃນ​ບ້ານ ໃຫ້​ມີຄວາມ​ຫ້າວ​ຫັນ​ເຂົ້າ​ມາ​ສຶກ​ສາ-​ຮ່ຳ​ຮຽນ​ເອົາ​ບັນ​ດາ​ກົດ​ໝາຍ ແລະ ລະ​ບຽບ​ການ​ຕ່າງໆ​ທີ່​ພັກ-ລັດ ໄດ້​ວາງ​ອອກ ແລະ ປ​ະ​ກາດ​ໃຊ້​ໃນ​ແຕ່​ລະ​ໄລ​ຍະ​ນັ້ນ​ນຳ​ໄປ​ໝູນ​ໃຊ້​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ວຽກ​ງານ​ຕົວ​ຈິງ.           ພ້ອມ​ດຽວ​ກັນ​ນັ້ນ ພະ​ແນກ​ຍຸ​ຕິ​ທຳ​ແຂວງ ຍັງ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ປະ​ກາດ​ການ​ສ້າງ​ຕັ້ງ​ໜ່ວຍ​ງານທະ​ບຽນ​ສານ ຢູ່​ທີ່​ເມືອງ​ ປາກ​ແບງ ໂດຍ​ການ​ເປັນ​ປະ​ທານ​ຂອງ​ທ່ານ ບຸນ​ມີ ຈັນ​ສະ​ຫວັດ ຮອງ​ເລ​ຂາ​ພັກ​ເມືອງ, ຮອງ​ເຈົ້າ​ເມືອງ ປາກ​ແບງ ມີ​ທ່ານ ສີ​ຖານ ມະ​ນີ​ໄຊ ຮອງ​ຫົ​ວ​ໜ້າ​ພະ​ແນກ​ຍຸ​ຕິ​ທຳ​ແຂວງ, ມີ​ບັນ​ດາ​ພະ​ນັກ​ງານ​ອ້ອມ​ຂ້​າງ​ເມືອງ, ບັນ​ດາ​ພະ​ນັກ​ງານ​ທະ​ນາ​ຄານ, ນັກ​ທຸ​ລະ​ກິດ ແລະ ພໍ່​ຄ້າ​ຊາວ​ຂາຍ ເຂົ້າ​ຮ່ວມ 67 ທ່ານ, ຍິງ 27 ທ່ານ. ໃນ​ກອງ​ປະ​ຊຸ​ມ​ຍັງ​ໄດ້​ຮັບ​ຟັງ ການ​ຜ່ານ​ຂໍ້​ຕົກ​ລົງ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ວ່າ​ດ້ວຍ ການ​ສ້າງ​ຕັ້​ງ​ໜ່ວຍ​ງານ​ທະ​ບຽນ​ສານ ແລະ ຂໍ້​ຕົກ​ລົງ​ຂອງ​ທ່ານ​ເຈົ້າ​ເມືອງ ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ​ຫົວ​ໜ້າ​ໜ່ວຍ​ງານ​ທະ​ບຽນ​ສານ.           ຕອນ​ທ້າຍ ທ່ານ ບຸນ​ມີ ຈັນ​ສະ​ຫວັດ ຮອງ​ເລ​ຂາ​ພັກ​ເມືອງ, ຮອງ​ເຈົ້າ​ເມືອງ ປາກ​ແບງ ໄດ້​ໂອ້​ລົ​ມ ແລະ ໃຫ້​ຄວາມ​ສຳ​ຄັນ​ຕໍ່​ພິ​ທີ​ເປີດ​ໜ່ວຍ​ງານ​ທະ​ບຽນ​ສານ ຊຶ່ງ​ທ່ານ​ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ໜ້າ​ທີ່ ແລະ ພາ​ລະ​ບົດ​ບາດ​ອັນ​ສຳ​ຄັນ​ຂອງວຽກ​ງານ​ທະ​ບຽນ​ສານ​ຕໍ່​ສັງ​ຄົມ​ປັດ​ຈຸ​ບັນ ເປັນ​ຕົ້ນ​ແມ່​ນ​ການ​ຈົດ​ທະ​ບຽນ​ຢັ້ງ​ຢືນ​ຄວາມ​ຖືກ​ຕ້ອງ​ທາງ​ດ້ານ​ກົດ​ໝາຍ​ຂອງ​ສັນ​ຍາ, ເອ​ກະ​ສານ​ປະ​ເພດ​ຕ່າງໆ ແລະ ທ່ານ​ຍັງ​ຮຽກ​ຮ້ອງ​ມາ​ຍັງ​ນັກ​ທຸ​ລະ​ກິດ, ພໍ່​ຄ້າ​ຊາວ​ຂາຍ, ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ເຂົ້າ​ມາ​ໃຊ້​ບໍ​ລິ​ການ​ຢູ່​ໜ່ວຍ​ງານ​ທະ​ບຽນ​ສານ ຊຶ່ງ​ຕັ້ງ​ຢູ່​ຫ້ອງ​ການ​ຍຸ​ຕິ​ທຳ​ເມືອງ ປາກ​ແບງ ແຂວງ​ອຸ​ດົມ​ໄຊ.   ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ຂ່າວ​ການ​ເຄື່ອນ​ໄຫວ​ຂອງ​ພະ​ແນກ​ຍຸ​ຕິ​ທຳ​ແຂວງ ອຸ​ດົມ​ໄຊ
ເມືອງ ນາໝໍ້ ປິດການຮຽນ-ການສອນກົດໝາຍຊັ້ນຕົ້ນໄລຍະສັ້ນ 3 ເດືອນ ແລະ ປະກາດການສ້າງຕັ້ງໜ່ວຍງານທະບຽນສານ ຢູ່ທີ່ເມືອງ ປາກແບງ ແຂວງອຸດົມໄຊ
https://www.moj.gov.la/lo/node/1206
ເພື່ອ​ເປັນ​ການສະ​ເຫຼີມສະຫຼອງວັນ​ເດັກນ້ອຍ​ສາກົນວັນ​ທີ 1 ມິຖຸນາ ​ແລະ ວັນ​ສ​າກົນ​ຕ້ານ​ການ​ໃຊ້​ແຮງ​ງານ​ເດັກ ວັນ​ທີ 12 ມິຖຸນາ  ດັ່ງ​ນັ້ນ​ ໃນ​ຕອນ​ເຊົ້າ​ຂອງວັນ​ທີ 30 ພຶດສະພາ 2018 ກະຊວງ​ຍຸຕິ​ທຳ ​ໄດ້​ຈັດ​ພິທີ​ສະ​ເຫຼີມສະຫຼອງ ສອງ​ວັນ​ດັ່ງກ່າວຂຶ້ນ ​ໂດຍ​ການ​ເປັນ​ປະທານ​ຂອງ ​ທ່ານ ບຸນ​ສະຫວາດ ບຸບຜາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ, ມີ​ທ່ານ​ຮອງ​ລັດຖະມົນຕີ, ບັນດາ​ຫົວໜ້າ-ຮອງຫົວໜ້າກົມ​, ຫົວໜ້າ-ຮອງ​ຫົວໜ້າພະ​ແນ​ກ ຕະຫຼອດພະນັກງານ​ລັດຖະກອນ ພ້ອມ​ດ້ວຍຫຼານນ້ອຍ ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.         ​ໃນ​ພິທີ ທ່ານ ບຸນ​ສະຫວາດ​ ບຸບຜາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ກໍ​ໄດ້​ໃຫ້ກຽດອ່ານ​ສານ​ອວຍພອນ​ວັນ​ເດັກ​ຂອງ​ພະນະ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ​ແຫ່ງ ສປປ ລາວ ພ້ອມ​ດຽວກັນ​ນີ້​ ຜູ້​ເຂົ້າ​ຮ່ວມ​ຍັງ​ໄດ້​ຮັບ​ຟັງ​ການປາຖະກະຖາ​ຫວນ​ຄືນ​ມູນ​ເຊື້ອ ວັນ​ເດັກນ້ອຍສາກົນ ວັນ​ທີ 1 ມິຖຸນາ ​ແລະ ວັນສາກົນຕ້ານ​ການ​ໃຊ້​ແຮງ​ງານ​ເດັກ ວັນ​ທີ 12 ມິຖຸນາ ຊຶ່ງ​ເປັນ​ວັນ​ທີ່​ມີ​ຄວາມໝາຍຄວາມ​ສຳຄັນ​ທາງ​ດ້ານ​ປະຫວັດສາດກ່ຽວກັບ​ສິດທິຂອງ​ເດັກ, ​ໂດຍ​ສະ​ເພາະ​ແມ່ນ​ການ​ປ້ອງ​ກັນ ​ແລະ ລຶບລ້າງ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ເດັກ, ການ​ໃຊ້​ແຮງ​ງານ​ ​ແລະ ການ​ຄ້າປະ​ເວ​ນີ​ເດັກ ​ເພື່ອ​ແນ່​ໃສ່​ເຮັດ​ໃຫ້​ເດັກນ້ອຍ​ໄດ້​ຮັບ​ຄວາມ​ຮັກ​ທີ່​ອົບ​ອຸ່ນ​ ​ແລະ ການ​ເບິ່ງ​ແຍງ​ເອົາ​ໃຈ​ໃສ່​ເປັນ​ຢ່າງ​ດີ​ຈາກ​ຄອບຄົວ, ຊຸມ​ຊົນ ​ແລະ ສັງຄົມ ​ເຮັດ​ໃຫ້​ເຂົາ​ເຈົ້າ​ເຕີບ​ໃຫຍ່​ກາຍ​ເປັນ​ຄົນ​ດີ​ຂອງ​ສົງ​ຄົມ ​ຊຶ່ງ​ຢູ່​ໃນ​ບັນດາປະ​ເທດ ກໍ​ໄດ້​ມີ​ການສະ​ເຫຼີມສະຫຼອງ ​ເຫັນ​ໄດ້​ຄວາມໝາຍ ​ແລະ ​ຄວາ​ມສຳຄັນ​ໃນວັນ​ດັ່ງກ່າວ ຕາມ​ເງື່ອນ​ໄຂ​ຕົວ​ຈິງ​ຂອງ​ແຕ່ລະ​ປະ​ເທດ ສຳລັບ ສປປ ລາວ ພັກ ​ແລະ ລັດຖະບານ ກໍ​ໄດ້​​ເອົາ​ໃຈ​ໃສ່ ​ແລະ ​ໃຫ້​ຄວາມ​ສຳຄັນ​ໃນ​ວຽກງານ​ການ​ສົ່ງ​ເສີມ, ການ​ປົກ​ປ້ອງ ​ແລະ ພັດທະນາ​ເດັກ ​ໂດຍ​ມອບ​ໝາຍໃຫ້ອົງການ​ທີ່​ກ່ຽວຂ້ອງ ຈັດ​ກິດຈະກຳ​ຕ່າງໆ ​ເພື່ອ​ສະ​ເຫຼີມສະຫຼອງວັນ​ດັ່ງກ່າວ​ນີ້​ໃຫ້​ເປັນ​ຂະ​ບວນ​ຟົດ​ຟື້ນ.         ຫຼັງຈາກ​ນັ້ນຜູ້​ເຂົ້າ​ຮ່ວມ ກໍ​ໄດ້​ຮັບ​ຊົມ​ການສະ​ແດງ​ສິລະ​ປະ​ຈາກຫຼານນ້ອຍ​ໂຮງ​ຮຽນອະນຸບານ ກະຊວງ​ສຶກສາ​ທິການ ​ແລະ ກິລາ  ​ແລະ ການ​ຈັດ​ກິດຈະກຳ​ຖາມ​-ຕອບ​ເພື່ອ​ຮັບ​ຂອງ​ລາງວັນ ​ເຊິ່ງບັນຍາກາດ​ເຕັມ​ໄປ​ດ້ວຍ​ຄວາມ​ເບີກບານ​ມວ່ນຊື່ນ.  ຂຽນຂ່າວ ອ່ອນ​ຄຳ ​ໄຊ​ຍະ​ວົງ ພາບ ສົມ​ຫັວງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກະຊວງຍຸຕິທຳ ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ
ກະຊວງຍຸຕິທຳ ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ແລະ ວັນສາກົນຕ້ານການໃຊ້ແຮງງານເດັກ ວັນທີ 12 ມິຖຸນາ
https://www.moj.gov.la/lo/node/1207
ໃນຕອນ​ເຊົ້າ​ຂອງ​ວັນ​ທີ 17 ພຶດສະພາ 2018 ຜ່ານ​ມາ​ນີ້ ພະ​ແນ​ກຍຸຕິ​ທໍາ​ແຂວງ ຈຳປາ​ສັກ ໄດ້​ຈັດ​ພິທີປິດຊຸດ​ຝຶກ​ອົບຮົມ​ກົດໝາຍ ​ໄລຍະສັ້ນ 45 ວັນ ຊຸດ​ທີ ​VII ປະຈຳ​ປີ 2018 ໂດຍ​ການ​​ເປັນ​ປະທານຂອງທ່ານ ​ເມກ​ສະຫັວນ ພົມ​ພິທັກ ຄະນະ​ປະຈຳ​ພັກ​ແຂວງ ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຂວງ ຈຳປາ​ສັກ, ມີ​ບັນດາ​ຄະນະ​ພະ​ແນ​ກຍຸຕິ​ທຳ​ແຂວງ, ​ແຂກ​ຖືກ​ເຊີນ ຕະຫຼອດຮອດ​ຄູ-ອາຈານ ​ແລະ ນັກ​ຝຶກ​ອົບຮົມ​ເຂົ້າ​ຮ່ວມ​ທັງໝົດ 77 ທ່ານ, ຍິງ 12 ທ່ານ. ​          ໃນ​ພິທີທ່ານ ບົວສອນ ວົງຫາຈັກ ຮອງຫົວໜ້າພະແນກຍຸຕິທຳ​ແຂວງ ຈຳປາ​ສັກ ທັງເປັນຄະນະຮັບຜິດຊອບຈັດຊຸດຝຶກອົບຮົມດັ່ງກ່າວ ​ກໍໄດ້ຂຶ້ນຜ່ານສະຫຼຸບລາຍ​ງານຜົນສຳ​ເລັດ​ການຈັດ​ຕັ້ງ​ປະຕິບັດຊຸດ​ຝຶກ​ອົບຮົມ​ກົດໝາຍ ​ໄລຍະ 45 ວັນ, ຊຸດ​ທີ ​VII ປະຈຳ​ປີ 2018 ຊຶ່ງ​ຈຸດປະສົງ​ຂອງ​ການ​ຝຶກ​ອົບຮົມ​ກົດໝາຍ​ໃນ​ຄັ້ງ​ນີ້​ ກໍ​ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງພາຍ​ໃນ​ແຂວງ​ຈຳປາ​ສັກ ໄດ້ຮັບຮູ້ ​ແລະ  ເຂົ້າໃຈຕໍ່ກັບລັດຖະທຳມະນູນ ແລະ ກົດໝາຍ, ພ້ອມນັ້ນ​ກໍເປັນການຍົກສູງບົດບາດການນໍາພາ ແລະ ການຈັດຕັ້ງປະຕິບັດວຽກງານໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ກົດໝາຍ ​ແລະ ລະບຽບການຂອງລັດ, ຫຼັງຈາກ​ນັ້ນ​ກໍ​ໄດ້​ມີ​ການ​ມອບ​ໃບ​ຢັ້ງຢືນ​ໃຫ້​ແກ່​ຜູ້​ທີ່​ສຳ​ເລັດ​ການ​ຝຶກ​ອົບຮົມ​ດັ່ງກ່າວ ຈຳນວນ 57 ທ່ານ, ຍິງ 12 ທ່ານ, ມອບ​ໂດຍ ທ່ານ ​ເມກ​ສະຫັວນ ພົມ​ພິທັກ ຄະນະ​ປະຈຳ​ພັກ​ແຂວງ ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຂວງ ຈຳປາ​ສັກ.  ໃນ​ຕອນ​ທ້າຍ​ຂອງ​ພິທີ ​ທ່ານ ​ເມກ​ສະຫັວນ ພົມ​ພິທັກ ຄະນະ​ປະຈຳ​ພັກ​ແຂວງ ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຂວງ ຈຳປາ​ສັກ, ​ກໍ​ໄດ້​ໃຫ້ກຽດ​ໂອ້​ລົ​ມຕໍ່​ພິທີ​ ຊຶ່ງທ່ານ​ໄດ້​ກ່າວ​ຍ້ອງຍໍ​ຊົມ​ເຊີຍ ຄະນະ​ຮັບຜິດຊອບ, ຄູ-ອາຈານ ​ແລະ ນັກຝຶກ​ອົບຮົມ ທີ່​ໄດ້​ເອົາ​ໃຈ​ໃສ່​​ໃນ​ການສິດສອນ ​ແລະ ຄົ້ນຄວ້າຮ່ຳຮຽນຈົນ​ສຳ​ເລັດ ​ແລະ ທ່ານ​ຍັງ​ໄດ້​ເນັ້ນໜັກ​ໃຫ້​ນັກຝຶກອົບ​ຮົມ ຈົ່ງ​ນຳ​ເອົາ​ຄວາມ​ຮູ້, ຄວາມ​ສາມາດທີ່​ໄດ້​ຮຽນມາໄປ​ຜັນ​ຂະຫຍາຍ​​ເຂົ້າ​ໃນໜ້າທີ່​ວຽກງານ​ໃນ​ຂອບ​ເຂດ​ທີ່​ຕົນ​ເອງ​ຮັບຜິດຊອບ​ໃຫ້​​ເກີດ​ຜົນ​ປະ​ໂຫຍ​ດສູງ​ສຸດ. ຂ່າວ: ນັກ​ຂ່າວ​ ແຂວງ​ຈຳປາ​ສັກ ປັບປຸງຂ່າວ​: ອ່ອນ​ຄຳ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂວງຈຳປາສັກ ໄດ້ຈັດພິທີປິດຊຸດຝຶກອົບຮົມກົ ວັນ
ພະແນກຍຸຕິທຳແຂວງຈຳປາສັກ ໄດ້ຈັດພິທີປິດຊຸດຝຶກອົບຮົມກົ ວັນ, ຊຸດທີ VII ປະຈຳປີ 20ດໝາຍ ໄລຍະ 4518
https://www.moj.gov.la/lo/node/1208
ພິທີ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ໃນວັນທີ 18 ພຶດສະພາ 2018 ຜ່ານ​ມາ, ທີ່ສະໂມສອນເມືອງ ວຽງໄຊ ແຂວງ ຫົວພັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ເພີດ ມາປັນຍາ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຫົວພັນ, ທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທຳແຂວງ, ມີ​ບັນດາ​ຄະນະ​ນຳ​ຂອງ​ເມືອງ ວຽງ​ໄຊ, ມີທ່ານຜູ້ຕາງໜ້າຈາກຫ້ອງການອ້ອມຂ້າງເມືອງ, ຄູ-ອາຈານສອນ ແລະ ນັກສຳ​ມະ​ນາກ​ອນ ເຂົ້າຮ່ວມຢ່າງພ້ອມພຽງ.  ໃນພິທີ ທ່ານ ພັນສີ ທິບມະນີ ຫົວໜ້າຫ້ອງການຍຸຕິທໍາ​ ເມືອງ ວຽງ​ໄຊ ກໍໄດ້ຂຶ້ນຜ່ານບົດສະຫຼຸບການຮຽນ-ການສອນ, ການເມືອງ-ການປົກຄອງ ແລະ ການ​ຮຽນກົດໝາຍຊັ້ນຕົ້ນ ປະຈຳ​ປີ 2018 ຊຶ່ງການຮຽນ-ການສອນດັ່ງກ່າວ​ໄດ້ດຳ​ເນີນ​ມາ​​ເລີ່​ມ​ແຕ່ວັນທີ 12 ກຸມພາ ຫາ​ ວັນ​ທີ 18 ພຶດສະພາ 2018 ມີສຳມະນາກອນ​ເຂົ້າຮໍ່າຮຽນທັງໝົດ 52 ຄົນ, ຍິງ 14 ຄົນ, ໃນນີ້ ຮຽນທິດສະດີການເມືອງ-ການປົກຄອງຈຳນວນ 32 ຄົນ, ຍິງ 9 ຄົນ ຫຼັກສູດ​ການ​ຮຽນປະກອບມີ 9 ວິຊາຮຽນ, ໃຊ້ເວລາຮຽນທັງໝົດ 393 ຊົ່ວໂມງ ແລະ ນັກຮຽນກົດໝາຍຊັ້ນຕົ້ນຈຳນວນ 20 ຄົນ, ຍິງ 5 ຄົນ ປະກອບມີ 37 ວິຊາຮຽນ, ໃຊ້ເວລາຮຽນທັງໝົດ 450 ຊົ່ວໂມງ, ຊຶ່ງຕະຫຼອດໄລຍະ 3 ເດືອນ ນັກສຳ​ມະ​ນາກ​ອນທັງສອງລະບົບ ໄດ້ເອົາໃຈໃສ່ໃນການຄົ້ນຄວ້າຮ່ຳຮຽນ ແລະ ກຳໄດ້ບັນດາຫຼັກມູນພື້ນຖານທິດສະດີມາກ-ເລນິນ, ການນຳເອົາກໍລະນີ​ສຶກສາທີ່ເກີດຂຶ້ນຕົວ​ຈິງ ມາຄົ້ນຄວ້າ ​ແລະ ຮ່ວມ​ກັນແກ້ໄຂ, ເຮັດໃຫ້ນັກສຳ​ມະ​ນາ  ກ​ອນໄດ້ຮັບຮູ້ ແລະ ເຂົ້້າ​ໃຈ ຕໍ່ກັບການແກ້ໄຂຂໍ້​ຂັດ​ແຍ່ງຕ່າງໆ​ທີ່​ເກີດ​ຂຶ້ນຢ່າງຖືກຕ້ອງ, ສອດຄ່ອງຕາມກົດໝາຍ ແລະ ກຳໄດ້ບັນດາຫຼັກມູນພື້ນຖານທິດສະດີມາກ-ເລນິນ, ຜ່ານການຮຽນ-ການສອນທິດສະດີການ​ເມືອງ ແລະ ກົດໝາຍຊັ້ນ​ຕົ້ນ​ໃນຄັ້ງນີ້ ສາມາດຈັດ​ລະດັບ​ນັກສຳມະນາກອນ ໄດ້ດັ່ງ​ນີ້: ລະດັບເກດ  A ມີຈຳນວນ 34 ຄົນ, ຍິງ 13 ຄົນ ແລະ ລະດັບເກດ B ມີຈຳນວນ 18 ຄົນ, ຍິງ 1 ຄົນ. ໃນຕອນທ້າຍຂອງພິທີ ທ່ານ ເພີດ ມາປັນຍາ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຫົວພັນ, ກໍ່​ໄດ້ມີ​ຄຳ​ເຫັນໂອ້ລົມຕໍ່​ພິທີ ຊຶ່ງທ່ານ​ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຄະນະຮັບຜິດຊອບ, ຄູ-ອາຈານ ​ແລະ ນັກ​ສຳ​ມະ​ນາກ​ອນ ທີ່​ໄດ້​ເອົາ​ໃຈ​ໃສ່, ສິດສອນ ​ແລະ ຮ່ຳ​ຮຽນ ຕະຫຼອດໄລຍະ 3 ເດືອນ. ພ້ອມ​ກັນນັ້ນ​ທ່ານ​ ຍັງ​ໄດ້​ເນັ້ນໜັກ​ໃຫ້​ນັກ​ສຳ​ມະ​ນາກ​ອນນຳເອົາຄວາມ​ຮູ້​​ທາງດ້ານທິດສະດີການ​ເມືອງ ແລະ ກົດໝາຍ ທີ່​ໄດ້​ຮ່ຳຮຽນມາ​ນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານທີ່​ຕົນ​​ຮັບຜິດຊອບ​ໃຫ້​ປະສົບ​ຜົນສຳ​ເລັດ ຕາມ​ຄາດໝາຍ. ຂ່າວ  ​ແລະ ພາບ: ພວງ​ເພັດ ພະ​ແນ​ກຍຸຕິ​ທຳ​ແຂວງ​ຫົວພັນ ປັບປຸງ​ຂ່າວ: ອ່ອນ​ຄຳ ​ໄຊ​ຍະ​ວົງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພິທີ ປິດການຮຽນ-ການສອນທິດສະດີການເມືອງ-ການປົກຄອງ
ພິທີ ປິດການຮຽນ-ການສອນທິດສະດີການເມືອງ-ການປົກຄອງ ຊຸດທີ I ແລະ ການຮຽນ-ການສອນກົດໝາຍຊັ້ນຕົ້ນໄລຍະ 3 ເດືອນຊຸດທີ VII
https://www.moj.gov.la/lo/node/1209
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 04-ມິຖຸນາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 01/6/2018
ລາຍການຄວາມຮູ້ທາງກົດໝາຍ 01/6/2018
https://www.moj.gov.la/lo/node/1210
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 04-ມິຖຸນາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 23/5/2018
ລາຍການຄວາມຮູ້ທາງກົດໝາຍ 23/5/2018
https://www.moj.gov.la/lo/node/1211
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 04-ມິຖຸນາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 25/5/2018
ລາຍການຄວາມຮູ້ທາງກົດໝາຍ 25/5/2018
https://www.moj.gov.la/lo/node/1212
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 04-ມິຖຸນາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 28/5/2018
ລາຍການຄວາມຮູ້ທາງກົດໝາຍ 28/5/2018
https://www.moj.gov.la/lo/node/1213
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 04-ມິຖຸນາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 30/5/2018
ລາຍການຄວາມຮູ້ທາງກົດໝາຍ 30/5/2018
https://www.moj.gov.la/lo/node/1215
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 06-ພຶດສະພາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 6/5/2018
ລາຍການຄວາມຮູ້ທາງກົດໝາຍ 6/5/2018
https://www.moj.gov.la/lo/node/1216
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 27-ພຶດສະພາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 27/5/2018
ລາຍການຄວາມຮູ້ທາງກົດໝາຍ 27/5/2018
https://www.moj.gov.la/lo/node/1217
ຜ່ານການດຳເນີນ ແລະ ຈັດຕັ້ງປະຕິບັດໂຄງການກົດໝາຍຊັ້ນຕົ້ນ ລະບົບ 3 ເດືອນ ໃນເວລາອັນເຄັ່ງຮ້ອນ ແລະ ເຕັມໄປດ້ວຍຄວາມຮັບຜິດຊອບສູງ ຂອງຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກຮຽນກົດໝາຍຊັ້ນຕົ້ນ ຊຶ່ງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ, ເຮັດໃຫ້ຊຸດຮຽນໃນເທື່ອນີ້ໄດ້ດຳເນີນໄປຕາມແຜນການ ແລະ ສຳເລັດຕາມຈຸດປະສົງ ແລະ ເປົ້າໝາຍທີ່ກຳນົດໄວ້. ມາໃນຄັ້ງວັນທີ 31 ພຶດສະພາ 2018 ພະແນກຍຸຕິທຳແຂວງ ສະຫວັນນະເຂດ, ສະຖາບັນຍຸຕິທຳພາກກາງ ໄດ້ສົບທົມກັບຄະນະນຳຂອງເມືອງ ແລະ ຫ້ອງການຍຸຕິທຳເມືອງ ສອງຄອນ ໄດ້ຈັດຕັ້ງພິທີປິດຊຸດຮຽນ ກົດໝາຍຊົ້ນຕົ້ນລະບົບ 3 ເດືອນ ໃຫ້ແກ່ນັກຮຽນກົດໝາຍຊັ້ນຕົ້ນ ໂດຍໃຫ້ກຽດຮ່ວມເປັນ ຄະນະປະທານໃນພິທີປິດ ແລະ ມອບໃບຢັ້ງຢືນ ຂອງ ທ່ານ ສິລິ ບົວພັນ ຄະນະປະຈຳພັກເມືອງ, ປະທານກວດກາພັກ-ລັດເມືອງ, ທ່ານ ອຸໄພວັນ ໄຊຍະວົງ ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງ ພ້ອມ ທ່ານ ສົມສະໜິດ ດອນປະເສີດ ຫົວໜ້າສະຖາບັນຍຸຕິທຳພາກກາງ, ເຂົ້າຮ່ວມຄັ້ງນີ້ມີຄະນະພັກເມືອງ, ຫົວໜ້າ ແລະ ພະນັກງານຂອງຫ້ອງການຍຸຕິທຳເມືອງ, ຕາງໜ້າຫ້ອງການອ້ອມຂ້າງເມືອງ, ຄູ-ອາຈານ ແລະ ນັກຮຽນກົດໝາຍຊັ້ນຕົ້ນທັງໝົດ, ໃນພິທີທ່ານ ຫົວໜ້າຫ້ອງການຍຸຕິທຳເມືອງ ໄດ້ຜ່ານບົດສະຫຼຸບ ລາຍງານຜົນສຳເລັດຂອງຊຸດການຮຽນ-ສອນກົດໝາຍຊັ້ນຕົ້ນ ພ້ອມທັງ ຜ່ານບັນດາຂໍ້ຕົກລົງມອບໃບປະກາດ ແລະ ຂໍ້ຕົກລົງຍ້ອງຍໍຄູ-ອາຈານ  ແລະ ນັກຮຽນກົດໝາຍຊັ້ນຕົ້ນ ຊຶ່ງໃນຊຸດຮຽນນີ້ ມີຜູ່ທີ່ໄດ້ຮັບໃບປະກາດສະນີຍະບັດກົດໝາຍຊັ້ນຕົ້ນທັງໝົດ 30 ຄົນ, ຍິງ 06 ຄົນ. ໃນຕອຍທ້າຍຂອງພິທີ ທ່ານຄະນະປະທານ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການປະຕິບັດໂຄງການຫຼັກສູດການຮຽນ-ການສອນກົດໝາຍຊັ້ນຕົ້ນລະບົບ 3 ເດືອນຊຸດນີ້ ແລະ ທ່ານຍັງມີຄຳເຫັນແນະນຳບາງດ້ານດັ່ງນີ້: ຕ້ອງສືບຕໍ່ປະຕິບັດໂຄງການຫຼັກສູດການຮຽນ-ສອນ ກົດໝາຍຊັ້ນຕົ້ນນີ້ ໃຫ້ໄດ້ທຸກໆປີ ໂດຍມີແຜນການ, ແຜນງານ, ແຜນງົບປະມານ, ແຜນຄົນ ພ້ອມທັງກຳນົດກຸ່ມບ້ານທີ່ຈະເປີດຮຽນຢ່າງຊັດເຈນ ແລະ ມີການຂໍທິດຊີ້ນຳ ແລະ ມີການປະສານສົມທົບກັບສາຍຕັ້ງ ແລະ ສາຍຂວາງ ຢ່າງເປັນປະຈຳໃນການຈັດຕັ້ງປະຕິບັດ, ສໍາລັບຜູ່ເຂົ້າຮຽນເມື່ອສຳເລັດແລ້ວ ຕ້ອງນຳເອົາບົດຮຽນ, ກົດໝາຍ ທີ່ໄດ້ຮຽນມານັ້ນ ໄປຜັນຂະຫຍາຍຕໍ່ໃຫ້ກວ້າງຂວາງ ເປັນຕົ້ນການໝູນໃຊ້ຄວາມຮູ້ເຂົ້າໃນວຽກງານທີ່ຕົນຮັບຜິດຊອບ ພ້ອມທັງເຜີຍແຜ່ພາຍໃນຫ້ອງການຂອງຕົນ, ພາຍໃນກຸມບ້ານ, ບ້ານ ແລະ ຄອບຄົວ ຕາມເງື່ອນໄຂຕົວຈິງ ແລະ ຖືກຕ້ອງຕາມກົດໝາຍ.   ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳ
ປີ 2018 ເມືອງ ສອງຄອນ ແຂວງ ສະຫວັນນະເຂດ ສຳເລັດການຮຽນ-ການສອນ ກົດໝາຍຊັ້ນຕົ້ນ ລະບົບ 3 ເດືອນ
https://www.moj.gov.la/lo/node/1218
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 06-ມິຖຸນາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 04/6/2018
ລາຍການຄວາມຮູ້ທາງກົດໝາຍ 04/6/2018
https://www.moj.gov.la/lo/node/1219
ໃນ​ຕອນ​ເຊົ້າ​ຂອງ ​ວັນ​ທີ 23 ​ພຶດສະພາ ​ປີ 2018​ ທີ່​ຜ່ານ​ມາ​ນີ້​ຄະນະໜ່ວຍຮາກ​ຖານ​ຊາວໜຸ່ມພະ​ແນ​ກຍຸຕິ​ທຳ ​ແຂວງ ​ວຽງຈັນ​ໄດ້​ຈັດ​ກອງ​ປະຊຸມ​ໃຫ່ຍຊາວໜຸ່ມໜ່ວຍຮາກ​ຖານ​ພະ​ແນ​ກຍຸ​ຕິ​ທຳ​ແຂວງ​ ວຽງຈັນໃນ​ຄັ້ງ​ທີ IV ​ເຊິ່ງ​ໃນ​ກອງ​ປະຊຸມ​ແມ່ນໄດ້ເລີ່ມຕັ້ງແຕ່ເວລາ 8:30-11:30 ນາທີ ຢູ່ທີ່ຫ້ອງປະຊຸມສານປະຊາຊົນແຂວງ ວຽງຈັນ ໂດຍເປັນ​ປະທານ​​ຂອງສະຫາຍ ນາງ ເຄືອຄຳ ຫຼວງລາດ ເລຂາໜ່ວຍຊາວໜຸ່ມ ພະແນກຍຸຕິທໍາ ແຂວງວຽງຈັນ ເປັນກຽດເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ມີ ສະຫາຍ ນາງ ຈັນທະຄອນ ສີອຳພອນ ກຳມະການພັກແຂວງ, ກຳມະການສູນກາງຊາວໜຸ່ມ, ເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງ ວຽງຈັນ ແລະ ສະຫາຍ ຄຳພັນ ຊະນະໄພ ຄະນະພັກ, ຮອງຫົວໜ້າ ພະແນກຍຸຕິທຳແຂວງ ວຽງຈັນ ພ້ອມນີ້ຍັງ ມີບັນດາແຂກທີ່ຖືກເຊີນຈາກຊາວໜຸ່ມແຂວງ ແລະ ພະແນກການອ້ອມຂ້າງ ແຂວງ ວຽງຈັນ ໂດຍອົງການໄອຍະການແຂວງ, ສະພາປະຊາຊົນແຂວງ, ສານປະຊາຊົນແຂວງ ແລະ ສະມາຊິກຊາວໜຸ່ມຈາກພະແນກຍຸຕິທຳແຂວງ ວຽງຈັນ ເຂົ້າຮ່ວມທັງໝົດ ມີ 32 ສະຫາຍ, ຍິງ 11 ສະຫາຍ ກອງປະຊຸມຍັງໄດ້ຮັບຟັງການລາຍງານການເມືອງຈາກສະຫາຍນາງ ເຄືອຄຳ ຫຼວງລາດ ເລຂາໜ່ວຍຊາວໜຸ່ມພະແນກຍຸຕິທຳ ເຊິ່ງການລາຍງານຄັ້ງນີ້ ແມ່ນໄດ້ຍົກເປັນສອງ ພາກກໍ່ຄືທິດທາງລວມ ແລະ ຄາດໝາຍສູ້ຊົນ ບໍ່ພຽງແຕ່ເທົ່ານັ້ນຍັງໄດ້ຍົກໃຫ້ເຫັນຜົນງານໃນໄລ່ຍະ 5 ປີ ຜ່ານມາພ້ອມທັງໄດ້ຕີລາຄາ ຈຸດອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ພ້ອມທັງກຳນົດທິດທາງ ແຜນການເຄື່ອນໄຫວໃນຊຸມປີຕໍ່ໜ້າເຊິ່ງທິດທາງລວມແມ່ນໄດ້ເພີ່ມທະວີຄວາມເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກຊາວໜຸ່ມໃຫ້ມີຫຼາຍຮູບ ຫຼາຍເນື້ອໃນ ແລະ ສອດຄ່ອງກັບແຕ່ ລະໄລຍະພ້ອມທັງປັບປຸງແບບແຜນວິທີນຳພາ, ວິທີເຮັດວຽກໃຫ້ມີຄວາມສອດຄ່ອງຂຶ້ນກວ່າເກົ່າ, ປັບປຸງຄືນກົງຈັກການຈັດຕັ້ງຊາວໜຸ່ມໃຫ້ມີຄວາມເຂັ້ມແຂງ ໃນທຸກດ້ານບຸກລະດົມຊຸກຍູ້ສະມາຊິກໃຫ້ ຍົກລະດັບຄວາມຮູ້ຄວາມສາມາດໃນດ້ານຕ່າງໆເພື່ອໃຫ້ສົມກັບໜ້າທີ່ການເມືອງທີ່ພັກລັດມອບ ໝາຍໃຫ້ໃນນັ້ນຄາດໝາຍສູ້ຊົນແມ່ນໄດ້ເພີ່ມທະວີການສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກຊາວໜຸ່ມ ແລະ ຈັດຕັ້ງເຊື່ອມຊຶມບັນດາແນວທາງນະໂຍບາຍ ມະຕິຄຳສັ່ງຕ່າງໆຂອງຂັ້ນເທິງ ໃຫ້ສະມາຊິກໄດ້ຮັບຮູ້ ແລະ ເລິກເຊິ່ງກວ່າເກົ່າເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງຫັນເອົາ ບັນດາມະຕິກອງປະຊຸມໃຫ່ຍຂອງໜ່ວຍພັກ, ຂອງຄະນະຊາວໜຸ່ມຂັ້ນເທິງຖັດຕົນ ມາເປັນແຜນການເຄື່ອນໄຫວໃນແຕ່ລະໄລຍະໃຫ້ເປັນປົກກະຕິເພື່ອເຮັດໃຫ້ກົງຈັກການຈັດຕັ້ງຊາວໜຸ່ມມີ ຄວາມເຂັ້ມແຂງໃນທຸກດ້ານບໍ່ພຽງແຕ່ເທົ່ານັ້ນຍັງໄດ້ຊຸກຍູ້ສົ່ງເສີມໃຫ້ສະມາຊິກໄດ້ຍົກລະດັບຄວາມຮູ້ ຄວາມສາມາດດ້ານວິຊາການ, ວິຊາສະເພາະດ້ານທິດສະດີທາງພາຍໃນ ແລະ ຕ່າງປະເທດໃຫ້ໄດ້ 5 ສະຫາຍ, ບຳລຸງສ້າງມະຫາຊົນຜູ້ກ່າວໜ້າເຂົ້າເປັນສະມາຊິກພັກໃຫ້ໄດ້ 3 ສະຫາຍ ແລະ ຍັງໄດ້ປຸກລະດົມສະມາຊິກຊາວໜຸ່ມເຂົ້າຮ່ວມຂະບວນການລວມຕ່າງໆຂອງຊາດຍູ້ແຮງຂະບວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມຕິດກັບປະຕິບັດວຽກງານວິຊາສະເພາະຜ່ານຂະບວນການ ດັ່ງກ່າວ ສ້າງໃຫ້ໄດ້ສະມາຊິກດີເດັ່ນຈຳນວນ 32 ສະຫາຍ, ຄອບຄົວແບບໃນດ້ານຕ່າງໆ 2 ຄອບຄົວ ພ້ອມດຽວກັນນີ້ຕ້ອງສ້າງໃຫ້ໄດ້ກອງທຶນພັດທະນາຊາວໜຸ່ມ-ເຍົາວະຊົນ ແລະ ກອງອາສາສະມັກຊາວໜຸ່ມຕະລຸມບອນ ນອກນັ້ນກອງປະຊຸມຍັງໄດ້ດຳເນີນການປ່ອນບັດການເລືອກຕັ້ງເອົາຄະນະໜ່ວຍຮາກຖານການເລືອກຕັ້ງຄະນະໜ່ວຍຮາກຖານຊາວໜຸ່ມສະໄໝທີ 4 ເຊິ່ງປະກອບມີ3ສະຫາຍຊຶ່ງມີລາຍຊື່ດັ່ງນີ້:1.ສະຫາຍນາງ ເຄືອຄຳ ຫຼວງລາດ 2.ສະຫາຍ ລັດ ສຸຂະວົງ 3.ສະຫາຍ ນາງພູທອນ ໄຊຍະສານ ເຊິ່ງກອງ ປະຊຸມຄັ້ງປະຖົມມະລຶກໄດ້ມີຄວາມເປັນເອກະພາບກັນເລືອກເອົາ ສະຫາຍ ນາງ ເຄືອຄຳ ຫຼວງລາດ ເປັນເລຂາ, ສະຫາຍ ລັດ ສຸຂະວົງ ເປັນຮອງເລຂາ, ສະຫາຍ ພູທອນ ໄຊຍະສານ ເປັນຄະນະ, ສະຫາຍ ບຸນທຳ ສີສະເກດ ເປັນຜູ້ຊ່ວຍວຽກກວດກາ ແລະ ໄດ້ເລືອກເອົາສະຫາຍ ນາງ ເຄືອຄໍາ ຫຼວງລາດ   ເປັນຜູ້ແທນສົມບູນ ສະຫາຍ ລັດ ສຸຂະວົງ ເປັນຜູ້ແທນສຳຮອງເພື່ອເຂົ້າຮ່ວມກອງປະຊຸມໃຫ່ຍ ຜູ້ແທນ ຊາວໜຸ່ມແຂວງວຽງຈັນຄັ້ງທີVIIIໃນຕອນທ້າຍກອງປະຊຸມຍັງໄດ້ຮັບການໃຫ້ກຽດຢ່າງສູງໄດ້ຮັບຟັງການໂອ້ລົມຂອງສະຫາຍ ຄຳພັນ ຊະນະໄພຄະນະພັກ, ຮອງຫົວໜ້າພະແນກຍຸຕິທໍາ ແຂວງວຽງຈັນ ແລະ ສະຫາຍ ນາງ ຈັນທະຄອນ ສີອຳພອນ ກຳມະການພັກແຂວງ, ກຳມະການສູນກາງຊາວໜຸ່ມ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງວຽງຈັນ ເພື່ອເປັນບ່ອນອີງໃນການນຳພາ ເຄື່ອນໄຫວວຽກງານຊາວໜຸ່ມໃນຊຸມປີຕໍ່ໜ້າກອງປະຊຸມຍັງໄດ້ຮຽກຮ້ອງເຖິງຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມຕ້ອງເພີ່ມທະວີຄວາມສາມັກຄີ ຄວາມເປັນເອກະພາບ ພາຍໃນຄະນະພ້ອມກັນບຸກ ບືນຫ້າວຫັນດ້ານສະຕິປັນຍາເຫື່ອແຮງຫົວຄິດປະດິດສ້າງ ໃສ່ໜ້າທີ່ວຽກງານຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້ເອົາໃຈໃສ່ປັບປຸງ ແລະ ແກ້ໄຂແບບແຜນວິທີນຳພາ, ວິທີເຮັດວຽກໃຫ້ສອດຄ່ອງ ແລະ ຫັດກຸມຕັ້ງໜ້າປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງນີ້ໃຫ້ເປັນຮູບປະທຳເທື່ອລະກ້າວ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ຜົນສຳເລັດກອງປະຊຸມໃຫ່ຍຄັ້ງທີ 4 ຂອງໜ່ວຍຮາກຖານຊາວໜຸ່ມພະແນກຍຸຕິທຳແຂວງວຽງຈັນ
ຜົນສຳເລັດກອງປະຊຸມໃຫ່ຍຄັ້ງທີ 4 ຂອງໜ່ວຍຮາກຖານຊາວໜຸ່ມພະແນກຍຸຕິທຳແຂວງວຽງຈັນ
https://www.moj.gov.la/lo/node/1220
ໃນຕອນບ່າຍຂອງວັນທີ 23 ພຶດສະພາ 2018 ທີ່ຜ່ານມານີ້ ຄະນະໜ່ວຍຮາກຖານຊາວໜຸ່ມພະ​ແນ​ກຍຸຕິ​ທຳ​ ແຂວງ ວຽງຈັນ ໄດ້ຈັດຕັ້ງພິທີປະກາດຮັບຮອງເປັນໜ່ວຍຊາວໜຸ່ມ 4 ບຸກຮອບ III ຢ່າງເປັນທາງການ ຢູ່ທີ່ຫ້ອງ​ປະຊຸມ​ສານ​ປະຊາຊົນ​ແຂວງ​ວຽງຈັນໂດຍພາຍໃຕ້ການເປັນປະທານຮ່ວມ ທ່ານ​ ນາງ ພິມ​ມະ​ສອນ ສຸ​ທຳ​ມະ​ວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ວຽງຈັນ, ທ່ານ ຄຳ​ພັນ ຊະນະ​ໄພ ຄະນະ​ພັກ​     ຮອງ​ຫົວໜ້າພະ​ແນ​ກຍຸຕິ​ທໍາ​ແຂວງ​ວຽງຈັນ, ທ່ານ ນາງ​ ເຄືອ​ຄຳ ຫຼວງລາດ ​ເລຂາໜ່ວຍຮາກ​ຖານ​ຊາວໜຸ່ມພະ​ແນ​ກຍຸຕິ​ທໍາ ມີບັນດາສະຫາຍຕາງໜ້າຈາກ​​ໄອ​ຍະ​ການ​ປະ​ຊົນ​ແຂວງ, ສານ​ປະຊາຊົນ​ແຂວງ , ສະພາ​ປະຊາຊົນ​ແຂວງ ​ແລະ ສະມາຊິກ​ຊາວໜຸ່ມພະ​ແນ​ກຍຸຕິ​ທຳ​ແຂວງເຂົ້າຮ່ວມທັງໝົດ 29 ສະຫາຍ, ຍິງ 12 ສະຫາຍ. ໃນພິທີ ສະຫາຍ ນາງ ​ເຄືອ​ຄຳ ຫຼວງລາດ ເລຂາໜ່ວຍຮາກຖານຊາວໜຸ່ມ ພະ​ແນ​ກຍຸຕິ​ທໍາ ໄດ້ຂື້ນ​ຜ່ານບົດ​ສະຫຼຸບການຈັດ​ຕັ້ງ​ປະຕິບັດ​ຂໍ້​ແຂ່ງຂັນ 4 ບຸກ ​ແລະ​ ແຜນການຈັດ​ຕັ້ງ​ປະຕິບັດ​ຂໍ້​ແຂ່ງຂັນ 4 ບຸກຂອງໜ່ວຍຊາວໜຸ່ມພະ​ແນ​ກຍຸຕິ​ທຳ​ແຂວງ ​ວຽງຈັນ​ສົກ​ປີ 2017 ໄລຍະ 1 ປີຜ່ານມາຄະນະໜ່ວຍຮາກຖານຊາວໜຸ່ມຂອງພວກເຮົາໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ - ແນວຄິດໃຫ້ແກ່ສະມາຊິກຊາວໜຸ່ມໂດຍການນຳເອົາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບ ແລະ ຂໍ້ແຂ່ງຂັນຂອງຊາວໜຸ່ມມາເຜີຍແຜ່ເຊື່ອມຊຶມໃຫ້ແກ່ສະມາຊິກຊາວໜຸ່ມພາຍໃນໜ່ວຍ ເຮັດໃຫ້ເຂົາເຈົ້າມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມຈົ່ງຮັກພັກດີຕໍ່ພັກ-ລັດ, ຕໍ່ອຸດົມການຂອງຕົນໂດຍຜ່ານການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມເຫັນວ່າບັນລຸໄດ້ຕາມທິດທາງແຜນການ ແລະ ຄາດໝາຍສູ້ຊົນ, ເນື້ອໃນຂໍ້ແຂ່ງຂັນ 4 ບຸກໃນແຕ່ລະດ້ານສາມາດປະເມີນໄດ້ 85% ຂຶ້ນໄປ, ສະມາຊິກຊາວໜຸ່ມພາຍໃນໜ່ວຍໄດ້ຮັບການຢັ້ງຢືນ 100% ໃນພິທີຍັງໄດ້ມອບ-ຮັບໃບຢັ້ງຢືນ 4 ບຸກ ໃຫ້ແກ່ຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມຜູ້ທີ່ມີຜົນງານດີເດັ່ນ​ໃນ 1 ປີຜ່ານມາ ​ແລະ ພ້ອມ​ກັນ​ຈັບ​ມື​ແຂ່ງຂັນ. ໃນ​ຕອນ​ທ້າ​ຍ ທ່ານ​ ນາງ ພິມ​ມະ​ສອນ​ ສຸທຳ​ມະ​ວົງ ​ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ວຽງຈັນ​ໄດ້​ໃຫ້ກຽດ​ໂອ້​ລົມ​ຕໍ່ ຄະນະຊາວໜຸ່ມ ​ແລະ ສະມາຊິກ​ຊາວໜຸ່ມວ່າ ຈົ່ງເປັນ​ເຈົ້າ​ການ ​ແລະ ​ເຜີຍ​ແຜ່ມະຕິ, ຄຳ​ສັ່ງ, ຂໍ້​ກຳ​ນັດ, ກົດ​ລະບຽບ, ກົດໝາຍ, ຂໍ້​ແຂ່ງຂັນ 4 ບຸກ ​ແລະ ບັນດາ​ເອກະສານ​ຕ່າງໆ ທີ່ຕິດ​ພັນ​ກັບ​ວຽກງານ​ຊາວໜຸ່ມພວກ​ເຮົາ. ​ສຶບຕໍ່ຈັດ​ຕັ້ງ​ປະຕິບັດ ຂໍ້​ແຂ່ງ​ຂັນ 4 ບຸກ​ໃຫ້ເປັນ​ປົກກະຕິ ສຶບຕໍ່ສ້າງ​ສະມະ​ຊິກ​ຊາວໜຸ່ມ​ເຂົ້າ​ເປັນ​ສະມະ​ຊິກ​ພັກ ສຶກສາ​ອົບຮົມ​ສ້າງ​ອາຊີບ​ເສີມ​ໃຫ້​ແກ່​ສະມາຊິກ​ໃຫ້​ກາຍ​ເປັນ​ຄອບຄົວ​ຕົນ​ແບບ ​ແລະ ຍາດ​ໃຫ້​ໄດ້​ທຸງ​ໄຊ​ນາມມະຍົດ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພິທີປະກາດ 4 ບຸກ ຮອບ III ຂອງໜ່ວຍຮາກຖານຊາວໜຸ່ມ ພະແນກຍຸຕິທຳແຂວງວຽງຈັນ
ພິທີປະກາດ 4 ບຸກ ຮອບ III ຂອງໜ່ວຍຮາກຖານຊາວໜຸ່ມ ພະແນກຍຸຕິທຳແຂວງ ວຽງຈັນ
https://www.moj.gov.la/lo/node/1221
ຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VI ປີ 2018 ໄດ້ໄຂຂື້ນຢ່າງເປັນທາງການໃນເວລາ 13 ໂມງ 30 ນາທີ ຂອງວັນທີ 05 ມິຖຸນາ 2018 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ບຸນຮຽນ ແກ້ວບົວພາດ ຄະນະປະຈຳພັກແຂວງ, ປະທານກວດກາພັກ, ຫົວໜ້າພະແນກກວດກາລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ, ຜູ້ຊີ້ນຳວຽກງານຍຸຕິທຳ ພ້ອມດ້ວຍຄະນະຮັບຜິດຊອບ, ອາຈານສອນ ແລະ ນັກສຳມະນາກອນທີ່ມາຈາກຄະນະພະແນກ, ອົງການທຽບເທົ່າ, ກຳລັງປກສ, ປກຊ ແລະ ບັນດາ 05 ຕົວເມືອງຂອງແຂວງອັດຕະປືເຂົ້າຮ່ວມ. ທ່ານ ສີໄລ ສີສະແຫວງສຸກ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ ສະມາຊິກສະພາປະຊາຊົນແຂວງໄດ້ຜ່ານແຜນການຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ໃຫ້ພະນັກງານຫຼັກແຫຼ່ງຂັ້ນແຂວງ ແລະ ເມືອງ ຊຸດທີ VI ປີ 2018  ຕໍ່ກອງປະຊຸມວ່າ: ການເປີດຝຶກອົບຮົມການຮຽນ-ການສອນກົດໝາຍໄລຍະສັ້ນ ຊຸດທີ VI ຂອງແຂວງ ອັດຕະປືໃນຄັ້ງນີ້ແມ່ນເພື່ອສືບຕໍ່ປະຕິບັດຕາມຫຼັກສູດການຝຶກອົບຮົມກົດໝາຍຂັ້ນພື້ນຖານຂອງກະຊວງຍຸຕິທຳ. ພ້ອມກັນນັ້ນ,​ ຍັງເປັນການປະກອບສ່ວນອັນສໍຳຄັນໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວກ່ຽວກັບການສ້າງລັດແຫ່ງກົດໝາຍແຕ່ນີ້ຮອດປີ 2020, ມະຕິກອງປະຊຸມໃຫ່ຍຄັ້ງທີ X ຂອງອົງຄະນະພັກແຂວງອັດຕະປື, ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 03/ກມສພ ວ່າດ້ວຍການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ. ການຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ແມ່ນໄດ້ເລັ່ງໃສ່ພະນັກງານນຳພາຫຼັກແຫຼ່ງຂອງບັນດາອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ສະຫະ​ພັນ​ນັກຮົບ​ເກົ່າ, ກຳມະການ​ພັກ​ແຂວງ, ຄະນະ​ປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າພະ​ແນ​ກ, ຄະນະກອງບັນຊາ​ການ ປກຊ-ປກສ ​​ແລະ ຄະນະກອງບັນຊາ​ການປກຊ-ປກສ ​ເມືອງ ໂດຍທັງໝົດປະກອບມີ 50 ທ່ານ, ຍິງ 10  ທ່ານ; ຊຶ່ງຜູ້ເຂົ້າຝຶກອົບຮົມທັງໝົດ​ແມ່ນ​ຖືກຄັດ​ເລືອກຈາກ​ຄະນະ​ພັກ, ຄະນະ​ນໍາ​ແຕ່ລະ​ຂັ້ນ ​ແລະ ຄວາມ​ເປັນ​ເອກະ​ພາບ​ຂອງຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ແລະ ຄະນະ​ຮັບຜິດຊອບການ​ຝຶກ​ອົບຮົມ​ ​ໂດຍ​ມີ​ຂໍ້​ຕົກລົງ​ແຕ່ງ​ຕັ້ງ​ຈາກ​ທ່ານ​ເຈົ້າ​ແຂວງ. ສຳລັບເນື້ອໃນຂອງການຝຶກອົບຮົມກົດໝາຍໃນຄັ້ງນີ້ແມ່ນໄດ້ຄັດເລືອກເອົາຈຳນວນ 28 ກົດໝາຍ, 21 ໜ່ວຍກິດ, 315 ຊົ່ວໂມງ ໃຊ້ເວລາຮຽນທັງໝົດ 45 ວັນ ໂດຍບໍ່ນັບວັນພັກທາງລັດຖະການ ແລະ ວັນພັກທາງສາສະໜາ. ຊຶ່ງກົດໝາຍທີ່ໄດ້ຄັດເລືອກມານີ້ແມ່ນລ້ວນແຕ່ມີຄວາມສຳຄັນທີ່ຕິດພັນກັບການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງພະນັກງານການນຳ , ຕິດພັນກັບການດຳລົງຊີວິດປະຈຳວັນຂອງປະຊາຊົນບັນດາເຜົ່າພາຍໃນແຂວງ. ໃນໂອກາດອັນສະຫງ່າລາສີນີ້, ທ່ານ ບຸນຮຽນ ແກ້ວບົວພາດ ຄະນະປະຈຳພັກແຂວງ, ປະທານກວດກາພັກ, ຫົວໜ້າພະແນກກວດກາລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ, ຜູ້ຊີ້ນຳວຽກງານຍຸຕິທຳ ໄດ້ໃຫ້ກຽດຊີ້ນຳ ແລະ ໂອ້ລົມຕໍ່ພະນັກງານນຳພາຫຼັກແຫຼ່ງຂັ້ນເມືອງ ແລະ ແຂວງ ພາຍໃຕ້ກອງປະຊຸມໃນຄັ້ງນີ້ວ່າ: ເພື່ອ​ເຮັດ​ໃຫ້ການ​ຊີ້​ນຳ, ນຳພາ​ການ​ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ​ເສດຖະກິດ-ສັງຄົມມີ​ຄວາມ​ສອດຄ່ອງ, ກົມກຽວ​ເປັນ​ໄປ​ຕາມ​ລັດຖະທຳ​ມະນູນ ​ແລະ ກົດໝາຍ ໂດຍແນໃສ່ບັນຫາ​ພື້ນຖານ​ສຳຄັນ​ໃນການ​ສ້າງ​ລັດ​ແຫ່ງ​ກົດໝາຍ ທີ່​ກຳນົດ​ໄວ້​ໃນ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ, ແຜນ​ແມ່​ບົດ​ພັດທະນາ​ລັດ​ແຫ່ງ​ກົດໝາຍ​ຮອດ​ປີ 2020, ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ອົງຄະ​ນະ​ພັກ​ແຂວງ​ອັດ​ຕະປື, ມະຕິ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ສະບັບ​ເລກທີ 03/ກມສພ ​ວ່າ​ດ້ວຍ​ການ​ສ້າງ​ແຂວງ​ເປັນ​ຫົວໜ່ວຍ​ຍຸດ​ທະ​ສາດ ສ້າງ​ເມືອງ​ເປັນ​ຫົວໜ່ວຍ​ເຂັ້ມ​ແຂງ​ຮອບດ້ານ ​ແລະ ສ້າງ​ບ້ານ​ເປັນ​ຫົວໜ່ວຍ​ພັດທະນາ ຫຼື ​ເອີ້ນ​ຫຍໍ້​ວ່າ ມະຕິ 3 ສ້າງ ​ໃຫ້​ເຂົ້າ​ສູ່​ຊິວິດ​ຕົວ​ຈິງ​ນັ້ນ; ​ເຫັນ​ວ່າ ພະນັກງານ​ນຳພາ, ຄຸ້ມ​ຄອງ​ຫຼັກ​ແຫຼ່ງຂອງ​ອົງການ​ຈັດ​ຕັ້ງ​ຕ່າງໆ​ໃນ​ລະບົບ​ການ​ເມືອງ​ຢູ່​ຂັ້ນ​ແຂວງ ​ແລະ ​ເມືອງ ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ຢ່າງ​ຍິ່ງ​ທີ່​ຈະ​ຕ້ອງ​ໄດ້​ມີ​ຄວາມ​ຮູ້​ພື້ນຖານ​ດ້ານ​ກົດໝາຍ ຊຶ່ງ​ເປັນອັນ​ລະອຽດ​ຂອງ​ແນວທາງນະ​ໂຍບາຍຂອງລັດ​ແຕ່​ລະ​ດ້ານທີ່​ພັກ​ກຳ​ອຳນາດ​ວາງ​ອອກ ​ແລະ ທັງ​ເປັນ​ການ​ຍົກ​ລະດັບ​​ໃຫ້​ພະນັກງານ​ຫຼັກ​ແຫຼ່ງມີ​ຄວາມ​ຮູ້​ພື້ນຖານທາງ​ດ້ານ​ກົດໝາຍ​, ມີ​ຄວາມ​ສາມາດ​ໃນ​ການ​ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ​ເສດຖະກິດ-ສັງຄົມດ້ວຍ​ລະບຽບ​ກົດໝາຍ, ເພື່ອເພີ່ມທະວີ​​ໃຫ້ການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ ​ແລະ ການ​ມອບ​ຄວາມ​ຮັບຜິດຊອບ​ທາງ​ດ້ານ​ວິ​ຊາ​ການຂອງ​ແຕ່ລະ​ຂະ​ແໜງ​ການຢ່າງລະອຽດ​ຈະ​ແຈ້ງ, ຖືກຕ້ອງຕາ​ມທິດ​ທາງ​ທີ່​ວ່າ: ສ້າງ​ແຂວງ​ເປັນ​ຫົວໜ່ວຍ​ຍຸດ​ທະ​ສາດໃນ​ການ​ຄຸ້ມ​ຄອງ​ລັດ​ດ້ວຍ​ກົດໝາຍ, ສ້າງ​ເມືອງ​ເປັນ​ຫົວໜ່ວຍ​ເຂັ້ມ​ແຂງ​ທາງ​ດ້ານ​ກົດໝາຍ ​ແລະ ສ້າງ​ບ້ານ​ເປັນ​ຫົວໜ່ວຍ​ພັດທະນາ​ສະຕິ​ເຄົາລົບ​ກົດໝາຍໃຫ້​ສູງ​ຂຶ້ນ. ດັ່ງນັ້ນ, ພະນັກງານການຳຫຼັກແຫຼ່ງທຸກທ່ານ ຈົ່ງ​​ພ້ອມ​ກັນ​ເຊີດ​ຊູ​ຄວາມ​ຮັບຜິດຊອບ​ຂອງ​ຕົນ, ພ້ອມ​ກັນ​ຕັ້ງໜ້າ​ສຸມ​ສະຕິ​ປັນຍາ, ເຫື່ອ​ແຮງ​ເຂົ້າ​ໃສ່​ການ​ຄົ້ນ​ຄ້ວາ ແລະ ຮ່ຳຮຽນ ​​ເພື່ອ​ກຳ​ແໜ້ນ​ເນື້ອ​ໃນ​ພື້ນຖານ​ຂອງ​ກົດໝາຍເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນໃຫ້ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ໃຫ້ປະກົດຜົນເປັນຈິງ.                                                                    ພາບ ແລະ ຂ່າວໂດຍ ພ.ສະເຫຼີມສັກ   ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ແຂວງອັດຕະປື ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VI ປີ 2018
ແຂວງອັດຕະປື ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VI ປີ 2018
https://www.moj.gov.la/lo/node/1222
ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ໃນວັນທີ 1 ມິຖຸນາ  2018 ທີ່ຜ່ານມາ ພະແນກຍຸຕິທໍາແຂວງເຊກອງ, ໄດ້ຈັດງານສະເຫຼີມສະຫຼອງວັນເດັກນ້ອຍສາກົນຂຶ້ນ, ໃຫ້ກຽດເປັນປະທານໂດຍ ທ່ານ ທອງຄຳ  ທຳມະວົງ ຮອງເລຂາໜ່ວຍພັກ, ຮອງຫົວໜ້າພະແນກຍຸຕິທຳແຂວງ, ທັງເປັນຄະນະກຳມະທິການເພື່ອຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກຂອງແຂວງ, ທ່ານ ນາງ ມະນີວອນ  ສາຍນໍ້າລິນ ຮອງປະທານຄະນະກຳມະທິການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກຂອງແຂວງ ເຊກອງ, ພ້ອມດ້ວຍບໍລິສັດລາວໂທລະຄົມສາຂາແຂວງ ເຊກອງ, ມີຄອບຄົວຂອງ ທ່ານ ຫົວໜ້າພະແນກຍຸຕິທຳແຂວງ, ບັນດາພະນັກງານພາຍໃນພະແນກ ພ້ອມດ້ວຍຄອບຄົວ ເຂົ້າຮ່ວມ ທັງໝົດ 143 ຄົນ, ໃນນັ້ນ ມີຫຼານນ້ອຍເຂົ້າຮ່ວມ 57 ຄົນ. ກິດຈະກຳສະເຫຼີມສະຫຼອງວັນເດັກ ມີການຫຼີ້ນເກມ ແລະ ແຂ່ງຂັນກິລາຂອງຫຼານນ້ອຍ ປະເພດຕ່າງໆ ເຊັ່ນ: ເກມແຂ່ງຂັນຢຽບປູມເປົ້າໃຫ້ແຕກ, ເກມກິນໝາກກ້ວຍ ພາຍຫຼັງສິ້ນສຸດຫຼີ້ນເກມແລ້ວ ຄະນະນຳພະແນກຍຸຕິທຳແຂວງ ໄດ້ແຈກຢາຍຂະໜົມ, ຂອງຂັວນລາງວັນ ເພື່ອໃຫ້ແກ່ຫຼານນ້ອຍ. ໃນວັນດຽວກັນນັ້ນເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ມີຄະນະປະຈຳພັກແຂວງ, ກໍາມະການພັກແຂວງ, ບັນດາຫົວໜ້າພະແນກການ ພ້ອມດ້ວຍ ທ່ານ ຄຳບາງ  ພະສະແຫວງ ເລຂາໜ່ວຍພັກຫົວໜ້າພະແນກຍຸຕິທຳແຂວງ ແລະ ພະນັກງານພະແນກຍຸຕິທຳແຂວງ ໄດ້ເຂົ້າຮ່ວມພິທີປູກຕົ້ນໄມ້ຢູ່ໂຮງຮຽນ ມສ ບ້ານຊຽງຫຼວງ ເມືອງດາກຈຶງ ແຂວງ ເຊກອງ ເພື່ອຕ້ອນຮັບວັນດັ່ງກ່າວ ຢ່າງເປັນຂະບວນການຟົດຟື້ນ. ຂຽນຂ່າວ-ຖ່າຍພາບ: ພູພຽງໃຈ  ພິມມະວົງສາ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຢູ່ພະແນກຍຸຕິທຳ ແຂວງ ເຊກອງ
ການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຢູ່ພະແນກຍຸຕິທຳ ແຂວງ ເຊກອງ
https://www.moj.gov.la/lo/node/1223
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 08-ມິຖຸນາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 06/06/2018
ລາຍການຄວາມຮູ້ທາງກົດໝາຍ 06/6/2018
https://www.moj.gov.la/lo/node/1224
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 08-ມິຖຸນາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 08/6/2018
ລາຍການຄວາມຮູ້ທາງກົດໝາຍ 08/6/2018
https://www.moj.gov.la/lo/node/1225
​ເພື່ອ​ເຮັດ​ໃຫ້​ນັກ​ສຶກສາ​ກົດໝາຍ ຂອງ​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ​ໄດ້​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ກ່ຽວກັບ​ຄວາມໝາຍຄວາມ​ສຳຄັນ ​ແລະ ຂັ້ນ​ຕອນ​ໃນ​ການ​ສ້າງ​ສຳນວນ​ຄະດີ​ຈຳລອງ, ດັ່ງ​ນັ້ນ​ ໃນ​ຕອນ​ບ່າຍຂອງ​ວັນ​ທີ 6 ມິຖຸນາ 2018 ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ຮ່ວມ​ກັບ​ອົງການ​ຮ່ວມມື​ສາກົນ​ຍີ່ປຸ່ນ (JICA) ​ໄດ້​ເປີດການ​ສິດສອນ​ທົດ​ລອງ​ການ​ນຳ​ໃຊ້​ສຳນວນ​ຄະດີ​ຈຳລອງຂຶ້ນ​ຢູ່​ທີ່​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ​ເພື່ອ​ນຳ​ເຂົ້າ​​​ໃນ​ການ​ຮຽນ-ການ​ສອນ ​ໂດຍ​ການ​ເປັນ​ປະທານຂອງ​ທ່ານ ບຸນ​ຕາ ສ.ຜາບ​ມີ​ໄຊ ຫົວໜ້າສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ, ​ເຂົ້າ​ຮ່ວມ​ມີ​ທ່ານ ອາຈານ ຮາ​ໂຕ​ໂກະ ມາ​ຊະ​ໂນຣິ ທີ່​ປຶກສາ​ກິ​ຕິ​ມະ​ສັກ​ ຊ່ຽວຊານ​ຄະດີ​ອາຍາ ຈາກ​ປະ​ເທດ​ຍີ່ປຸ່ນ, ມີ​ບັນດາ​ຄູ-ອາຈານ ຈາກ​ຄະນະ​: ນິຕິ​ສາດ-ລັດຖະສາດ ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ, ທີ​ມງານ​ຈາກ​ອົງການ​ຮ່ວມ​ມື​ສາກົນ​ຍີ່ປຸ່ນ (JICA) ຕະຫຼອດຮອດ​ຄູ-ອາຈານ ​ແລະ ນັກ​ສຶກສາ​ຂອງ​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.         ຈຸດປະສົງ​ຂອງ​ການ​ເປີດການ​ສິດສອນ​ທົດ​ລອງ​ການ​ນຳ​ໃຊ້​ສຳນວນ​ຄະດີ​ຈຳລອງ​ເຂົ້າ​ໃນ​ການ​ຮຽນ-ການ​ສອນ​ໃນ​ຄັ້ງ​ນີ້ ​ແມ່ນ​​ເນັ້ນໜັກ​ໃສ່​ການສອນ​ທົດ​ລອງ​ດ້ວຍ​ການ​ນຳ​ໃຊ້ສຳນວນ​ຄະດີອາຍາ ​ແລະ ສຳນວນ​ຄະດີ​ແພ່ງ​ຈຳລອງ ​ໂດຍ​ອາຈານ​ທີ່​ມີ​ຄວາມ​ຮູ້​ ຄວາມ​ສາມາດ ​ແລະ ມີ​ປະສົບ​ການສະ​ເພາະ​ດ້ານ ຈາກ ສປປ ລາວ ​ແລະ ປະ​ເທດ​ຍີ່ປຸ່ນ ຊຶ່ງ​ໃນ​ການ​ສິດສອນ​ຕົວ​ຈິງ​ຈະ​ໄດ້​ມີ​ການ​ຈັດ​ກິດຈະກຳ ​ໂດຍ​ເອົາ​ນັກ​ສຶກສາ​ເປັນ​ໃຈ​ກາງ ​ໂດຍ​ມີ​ການ​ຖາມ-ຕອບ ​ແລະ ​ແລກປ່ຽນຄຳ​ຄິດ​ຄຳ​ເຫັນ ພ້ອມ​ທັງ​ອະທິບາຍລະອຽດກ່ຽວກັບຂັ້ນ​ຕອນ​ໃນ​ການ​ສ້າງ​ສຳນວນ​ຄະດີ​ອາຍາ ​ແລະ ສຳນວນ​ຄະດີ​ແພ່ງ ​ແນ່​ໃສ່​ເຮັດ​ໃຫ້​ນັກ​ສຶກສາ​ກົດໝາຍຂອງ​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ​ໄດ້​ຄົ້ນຄວ້າ ​ແລະ ສົມທຽບລະຫວ່າງ​ທິດ​ສະ​ດີ ​ແລະ ພາກ​ປະຕິບັດ​ຕົວ​ຈິງ ຊຶ່ງ​ຈະ​ສ້າງ​ຄວາມ​ຮັບ​ຮູ້​ອັນ​ໃໝ່ໃຫ້​ແກ່​ນັກ​ສຶກສາ​ທີ່​ສາມາດ​ນຳ​ໄປໝູນ​ໃຊ້​ເຂົ້າ​ໃນ​ການ​ສຶກສາ​ຄົ້ນຄວ້າ​-ຮໍ່າຮຽນ​ໃຫ້​ປະສົບ​ຜົນສຳ​ເລັດ.         ຊຶ່ງ​ການ​ສິດສອນ​ດັ່ງກ່າວ​​ໄດ້​ດຳ​ເນີນ​ມາ​ຮອດ​ວັນ​ທີ 8 ມິຖຸນາ 2018 ຈຶ່ງ​ປິດ​ລົງ​ດ້ວຍ​ຜົນສຳ​ເລັດ​ອັນ​ຈົບງາມ.  ຂ່າວ: ​ອ່ອນ​ຄຳ, ພາບ: ສົມ​ຫັວງ    ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ສະຖາບັນຍຸຕິທຳແຫ່ງຊາດ ຮ່ວມກັບອົງການຮ່ມມືສາກົນຍີ່ປຸ່ນ (JICA)
ສະຖາບັນຍຸຕິທຳແຫ່ງຊາດ ຮ່ວມກັບອົງການຮ່ວມມືສາກົນຍີ່ປຸ່ນ (JICA) ເປີດການສິດສອນທົດລອງການນຳໃຊ້ສຳນວນຄະດີຈຳລອງເຂົ້າໃນການຮຽນ-ການສອນ
https://www.moj.gov.la/lo/node/1226
ໂດຍອີງຕາມວາລະຂອງກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ໃນຕອນ​ເຊົ້າ​ຂອງວັນທີ 7 ມິຖຸນາ 2018 ທີ່ຜ່ານມາ ຢູ່ທີ່ສະພາແຫ່ງຊາດ ​ໄດ້​ມີ​ການສະ​ເໜີບົດ​ລາຍ​ງານ​ຂອງ​ລັດຖະບານ ກ່ຽວກັບ​ການ​ປະຕິບັດ​ມະຕິ ​ຂອງກອງ​ປະຊຸມ​ສະພາ​ແຫ່ງ​ຊາດ ສະບັບ​ເລກທີ 018/ສພຊ, ລົງ​ວັນ​ທີ 28 ພະຈິກ 2016 ວ່າ​ດ້ວຍ​ການ​ອອກ​ນິຕິ​ກຳ​ໃຕ້​ກົດໝາຍ, ຊຶ່ງ​ຢູ່​ໃນ​ຄວາມ​ຮັບຜິດຊອບ​ຂອງ​ກະຊວງ​ຍຸຕິ​ທຳ ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ.        ໃນກອງປະຊຸມ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຂຶ້ນຜ່ານ​ບົດ​ລາຍ​ງານ​ກ່ຽວກັບ ການຈັດ​ຕັ້ງ​ຜັນ​ຂະຫຍາຍ​ກົດໝາຍ​ເປັນ​ນິຕິ​ກຳ​ໃຕ້​ກົດໝາຍ​ໃນ​ໄລຍະ​ຜ່ານ​ມາ ​ເພື່ອ​ຜັນ​ຂະຫຍາຍບັນດາ​ກົດໝາຍທີ່​ໄດ້​ຮັບຮອງ ​ແລະ ປະກາດ​ໃຊ້ ​ໃຫ້​ເປັນອັນ​ລະອຽດ ​ແລະ ການຈັດ​ຕັ້ງ​ປະຕິບັດ​ຕົວ​ຈິງ​ໃຫ້​ຖືກຕ້ອງ​ຕາມ​ກົດໝາຍນັ້ນ, ​ໄດ້​ມີ​ບັນດາ​ມາດຕາ​ຂອງກົດໝາຍຈຳນວນໜຶ່ງ ກຳນົດ​ວ່າ ຈະ​ມີ​ລະບຽບການສະ​ເພາະ​ຕ່າງຫາກ ຊຶ່ງ​ຈະ​ຕ້ອງ​ໄດ້​ຜັນ​ຂະຫຍາຍ ບັນດາ​ມາດຕາ​ເຫຼົ່ານັ້ນ ​ໃຫ້​ເປັນ​ນິຕິ​ກຳ​ໃຕ້​ກົດໝາຍ,  ຊຶ່ງຜ່ານ​ມາກະຊວງ​ຍຸຕິ​ທຳ ກໍ​ໄດ້​ພະຍາຍາມ​ປະສານ​ສົມທົບ ກັບ​ຫ້ອງ​ວ່າການ​ສຳນັກງານ​ນາຍົກລັດຖະມົນຕີ ​ແລະ ບັນດາ​ກະຊວງ-ອົງການ​ລັດທຽບ​ເທົ່າ​ກະຊວງ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ແຜນການ​ສ້າງ ​ແລະ ປັບປຸງ​ກົດໝາຍ ປະຈຳ​ປີ, ​ໂດຍ​ເປັນ​ເຈົ້າ​ການ ຈັດ​ກອງ​ປະຊຸມ​ຮ່ວມ ກັບ​ບັນດາ​ກະຊວງ-ອົງການ​ລັດທຽບ​ເທົ່າ​ກະຊວງ ປຶກສາ​ຫາລື ​ແລະ ທົບ​ທວນ​ແຜນການ​ສ້າງ ​ແລະ ປັບປຸງ​ກົດໝາຍຂອງ​ຕົນ ​ແລະ ຢັ້ງຢືນ​ຄວາມ​ພ້ອມ​ຂອງ​ຮ່າງ​ກົດໝາຍ ​ແລະ ນິຕິ​ກຳ​ໃຕ້​ກົດໝາຍ ຂອງ​ແຕ່ລະ​ຂະ​ແໜງການ​ກ່ອນ​ຈະ​ນຳ​ສະ​ເໜີຜ່ານ​ກອງ​ປະຊຸມ​ລັດຖະບານ.         ຊຶ່ງ​ຜ່ານ​ການຈັດ​ຕັ້ງ​ປະຕິບັດມະຕິ​ ຂອງ​ສະພາ​ແຫ່ງ​ຊາດ ສະບັບ​ເລກທີ 018/ສພຊ, ລົງ​ວັນ​ທີ 28 ພະ ຈິກ 2016 ວ່າ​ດ້ວຍ​ການ​ອອກ​ນິຕິ​ກຳ​ໃຕ້​ກົດໝາຍ ​ແລະ ຜັນ​ຂະຫຍາຍ​ເປັນ​ມາດຕາ​ຂອງ​ກົດໝາຍ ທີ່​ສະພາ​ແຫ່ງ​ຊາດ ​ໄດ້​ຮັບຮອງ ​ໃນ​ກອງ​ປະຊຸມ​ສະ​​ໄໝສາມັນ ​ເທືອ​ທີ 2 ​ແລະ ​​ເທື່ອ 3 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ຊຶ່ງ​ລວມມີ​ທັງໝົດ 321 ມາດຕາ ​ໃນ​ນີ້​ຜັນ​ຂະຫຍາຍ​ເປັນ​ນິຕິ​ກຳ​ໃຕ້​ກົດໝາຍ ​ແລະ ປະກາດ​ໃຊ້​ແລ້ວ ມີ 217 ມາດຕາ, ​ໄດ້​ຮ່າງ​ເປັນ​ນິຕິ​ກຳ​ໃຕ້​ກົດໝາຍ ​ແຕ່​ບໍ່​ທັນ​ໄດ້​ຮັບຮອງ ​ແລະ ປະກາດ​ໃຊ້ ມີ 57 ມາດຕາ ​ແລະ ຍັງ​ອີກ 49 ມາດຕາ ທີ່​ບໍ່​ທັນ​ໄດ້​ຜັນ​ຂະຫຍາຍ. ຫຼັງຈາກ​ນັ້ນ ທ່ານ ສາຍທອງ ​ແກ້ວ​ດວງ​ດີ​ ກໍ​ໄດ້​ຂຶ້ນ​ປະກອບ​ຄຳ​ເຫັນ​ຕໍ່​ກັບ​ບົດ​ລາຍ​ງານ​ດັ່ງກ່າວ ພ້ອມ​ດຽວກັນ​ນີ້ ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ​ກໍ​ໄດ້​ ປະກອບ​ຄຳ​ຄິດ​ຄຳ​ເຫັນ ​ແລະ ມີ​ຄຳ​ຖາມ​ເຈາະ​ຈີ້ມ​ຈຳນວນໜຶ່ງຕໍ່​ບົດ​ລາຍ​ງານ​ດັ່ງກ່າວ. ​ໃນຕ​ອນທ້າຍ ທ່ານນາງ ປານີ ຢ່າ​ທໍ່​ຕູ້ ​ປະທານ​ສະພາ​ແຫ່ງ​ຊາດ ກໍ​ໄດ້​ມີ​ການ​ສັງ​ລວມບັນດາ​ຄຳ​ຄິດ​ເຫັນ​ຕ່າງໆຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ ພ້ອມ​ທັງ​ເນັ້ນໜັກ​ໃຫ້​ມີ​ການ​ສືບ​ຕໍ່​ກວດກາ​ການ​ສ້າງ​ແຜນ ​ແລະ ປັບປຸງບັນດາ​ນິຕິ​ກຳຂອງ​ບັນດາ​ກະຊວງ-ອົງການ​ລັດທຽບ​ເທົ່າ​ຄືນ​ໃໝ່ ​ເພື່ອ​ໃຫ້​​ແທດ​ເໝາະກັບ​ສະພາບ​ຕົວ​ຈິງ ​ແນ່​ໃສ່​ໃຫ້​ກົດໝາຍ​ໃດ​ທີ່​ສະພາ​ແຫ່ງ​ຊາດ​ຮັບຮອງ ​ປະທານ​ປະ​ເທດປະກາດ​ໃຊ້​ແລ້ວ​​ ​ແລະ ພາຍຫຼັງລົງ​ຈົດໝາຍ​ເຫດ​ທາງ​ລັດຖະການ​ແລ້ວ​ນັ້ນ ​ໃຫ້​ສາມາດ​ນຳ​ໄປ​ຈັດ​ຕັ້ງ​ປະຕິບັດ​ໄດ້​ເລີຍ ​ເພື່ອ​ຮັບປະກັນ​ໃນ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ​ແນວທາງນະ​ໂຍບາຍ​ຂອງ​ພັກ ​ແລະ ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ​ແຫ່ງ​ຊາດ ​ໃນ​ແຕ່ລະ​ໄລຍະ ​​ໃຫ້ວ່ອງ​ໄວ ​ແລະ ປາກົດ​ຜົນ​ເປັນ​ຈິງ.        ຂ່າວ: ອ່ອນ​ຄຳ ​ໄຊ​ຍະ​ວົງ   ພາບ: ສົມ​ຫັວງ    ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກະຊວງຍຸຕິທຳ ຜ່ານບົດລາຍງານຂອງລັດຖະບານ ກ່ຽວກັບການປະຕິບັດມະຕິ
ກະຊວງຍຸຕິທຳ ຜ່ານບົດລາຍງານຂອງລັດຖະບານ ກ່ຽວກັບການປະຕິບັດມະຕິ ຂອງກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 018/ສພຊ, ລົງວັນທີ 28 ພະຈິກ 2016 ວ່າດ້ວຍການອອກນິຕິກຳໃຕ້ກົດໝາຍ
https://www.moj.gov.la/lo/node/1227
ເພື່ອເປັນການສະເຫຼີມສະຫອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ໃນຕອນ​ເຊົ້າຂອງວັນທີ 1 ມິຖຸນາ 2018  ກະຊວງ​ຍຸຕິ​ທຳ​ ໄດ້​ຈັດ​ກິດຈະກຳ​ປູກ​ຕົ້ນ​​ໄມ້ຂຶ້ນ ທີ່ບໍລິ​ເວນຕຶກ​ກະຊວງຍຸຕິ​ທຳຫຼັງ​ໃໝ່ ໂດຍການນໍາພາ​ຂອງ​ທ່ານ ​ໄຊ​ສີ ສັນຕິ​ວົງ ລັດຖະມົນຕີກະຊວງ​ຍຸຕິ​ທຳ, ມີບັນດາ​ຮອງ​ລັດຖະມົນຕີ, ບັນດາ​ຄະນະ​ພັກ​-ຄະນະ​ນຳກະຊວງ, ຕະຫຼອດພະນັກງານ-ລັດຖະກອນ ເຂົ້າ​ຮ່ວມ​ຢ່າງພ້ອມພຽງ ​ແລະ ​​ເປັນ​ຂະ​ບວນການ​ຟົດ​ຟື້ນ. ​ການຈັດກິດຈະກຳປູກຕົ້ນໄມ້ໃນຄັ້ງ​ນີ້ ກໍ​ເພື່ອ​ເປັນ​ການ​ປູກ​ຈິດ​ສຳນຶກ​ໃນ​ການ​ຮັກ, ຫວງ​ແຫນ​ປ່າ​ໄມ້ ​ແລະ ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ ​ໃຫ້​ແກ່​ພະນັກງານ-ລັດຖະກອນ​ຂອງ​ກະຊວງ​ຍຸຕິ​ທຳ  ​ພ້ອມ​ທັງປະກອບສ່ວນໃນການຈັດຕັ້ງປະຕິບັດຄາດໝາຍດ້ານສິ່ງແວດລ້ອມ ແລະ ຍຸດທະສາດປ່າໄມ້ແຕ່ນີ້ ຮອດປີ 2020 ຂອງລັດຖະບານ ໃຫ້​ປະກົດ​ຜົນ​ເປັນ​ຈິງ ນອກຈາກ​ນັ້ນ ກໍເພື່ອປົກປັກຮັກສາຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມ ແລະ ການນຳໃຊ້ຢ່າງມີປະສິດທິພາບຕາມ ທິດສີຂຽວ ແລະ ຍືນຍົງ​ ຕາມ​ຄຳ​ຂວັນ​ທີ່​ວ່າ ຊວ່ຍກັນ​ປູກ ຊວ່ຍກັນ​ຮັກສາ ​ແລະ ຟື້ນ​ຟູ​ປ່າ​ໄມ້ ​ໃຫ້​ອຸດົມສົມບູນ​ໃນ​ວັນ​ນີ້ ຊີວິດ​ຈະ​ສົດ​ໃສ​ດີ​ໃນ​ວັນໜ້າ. ​ແລະ ຍັງ​ເປັນ​ການປະຕິບັດນະໂຍບາຍ ສ ສີຂຽວ ຂອງນະຄອນຫຼວງວຽງຈັນວາງ​ອອກ​ໃຫ້​ປະກົດ​ຜົນ​ເປັນ​ຈິງ  ​. ສຳລັບຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້ ແມ່ນຕົ້ນໄມ້ທີ່ເປັນຮົ່ມ, ຕົ້ນໄມ້ປະດັບ ​ແລະ ຕົ້ນ​ໄມ້​ກິນໝາກ ຊຶ່ງ​ບັນຍາກາດ​​ໃນ​ວັນ​ດັ່ງກ່າວ​ເຕັມ​ໄປ​ດ້ວຍບັນຍາກາດ​ຝົດ​ຟື້ນ ​ແລະ ມ່ວນ​ຊື່ນ.   ຂ່າວ ອ່ອນ​ຄຳ , ພາບ ສົມ​ຫັວງ, ສຸກ​ສາຄອນ   ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກະຊວງຍຸຕິທຳ ຈັດກິດຈະກຳປູກຕົ້ນໄມ້ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ
ກະຊວງຍຸຕິທຳ ຈັດກິດຈະກຳປູກຕົ້ນໄມ້ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ
https://www.moj.gov.la/lo/node/1228
ໃນຕອນບ່າຍຂອງວັນທີ 25 ພຶດສະພາ 2018 ຜ່ານມານີ້ ພະແນກຍຸຕິທໍາແຂວງ ຜົ້ງສາລີໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ແລະ ແນະນໍາວິທີການໂຄສະນາເຜີຍແຜ່ກົດໝາຍໃຫ້ສໍານັກງານ, ອົງການອ້ອມຂ້າງແຂວງຂຶ້ນ ທີ່ສະໂມສອນ ກອງບັນຊາການ ປກສ ແຂວງ ໂດຍການເປັນປະທານຂອງທ່ານ ພອນໄຊ ອ່ອນສາ ຫົວໜ້າພະແນກຍຸຕິທໍາແຂວງ, ໃນນັ້ນມີບັນດາພະນັກງານໂຄສະນາເຜີຍແຜ່ກົດໝາຍປະຈໍາສໍານັກງານ, ອົງການອ້ອມຂ້າງແຂວງ, ມີບັນດາທ່ານຫົວໜ້າ, ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານ-ລັດຖະກອນພະແນກຍຸຕິທໍາແຂວງເຂົ້າຮ່ວມທັງໝົດ 42 ຄົນ, ຍິງ 12 ຄົນ. ໃນກອງປະຊຸມ ທ່ານ ພອນໄຊ ອ່ອນສາ ຫົວໜ້າພະແນກຍຸຕິທໍາແຂວງ ກໍໄດ້ຂຶ້ນຜ່ານບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານໂຄສະນາເຜີຍແຜ່ກົດໝາຍຢູ່ສໍານັກງານ, ອົງການອ້ອມຂ້າງແຂວງໃນໄລຍະທີ່ຜ່ານມາ ສາມາດເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍໄດ້ ທັງໝົດ 37 ຄັ້ງ, ມີຜູ້ເຂົ້າຮ່ວມຮັບຟັງ 404 ຄົນ, ຍິງ 96 ຄົນ, ໂຄສະນາເຜີຍແຜ່ກົດໝາຍ ທາງວິທະຍຸ-ໂທລະໂຄ່ງຂອງແຂວງໄດ້ 37 ຄັ້ງ ແລະ ອອກບົດຄວາມ ຄວາມຮູ້ທາງດ້ານກົດໝາຍໄດ້ 9 ບົດ, ສອນເປັນຊົ່ວໂມງໄດ້ 3 ຊົ່ວໂມງ, ແຈກຢາຍວາລະສານກົດໝາຍ ແລະ ຍຸຕິທໍາ ຈໍານວນ 41 ຫົວ, ແຈກຢາຍໜັງສືພິມກົດໝາຍ 123 ສະບັບ. ຈາກນັ້ນ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການແນະນໍາກ່ຽວກັບເຕັກນິກ ແລະ ວິທີການໂຄສະນາເຜີຍແຜ່ກົດໝາຍທາງປາກເປົ່າ ຈາກທ່ານ ພວງສັກ ແສງແກ້ວປະເສີດ ຮອງຫົວໜ້າພະແນກຍຸຕິທໍາແຂວງ ແລະ ທ່ານ ນາງ ພອນສະຫວັນ ສັກຕິຄູນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ. ຕອນທ້າຍຂອງກອງປະຊຸມ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການໂອ້ລົມຈາກທ່ານ ພອນໄຊ ອ່ອນສາ ຫົວໜ້າພະແນກຍຸຕິທໍາແຂວງ ກ່ອນອື່ນທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ກັບພະນັກງານໂຄສະນາເຜີຍແຜ່ກົດໝາຍ ປະຈໍາສໍານັກງານ, ອົງການອ້ອມຂ້າງແຂວງ ທີ່ເຫັນໄດ້ເຖິງຄວາມໝາຍ, ຄວາມສໍາຄັນຂອງວຽກງານໂຄສະນາເຜີຍແຜ່ກົດໝາຍ ແລະ ມີຄວາມເອົາໃຈໃສ່ໃນການໂຄສະນາເຜີຍແຜ່ບັນດາກົດໝາຍທີ່ກ່ຽວຂ້ອງກັບຂະແໜງການຕົນດ້ວຍຄວາມຮັບຜິດຊອບສູງ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ບັນດາພະແນກການອ້ອມຂ້າງ ຈົ່ງສືບຕໍ່ນໍາເອົາບັນດາກົດໝາຍທີ່ກ່ຽວຂ້ອງກັບຂະແໜງການຂອງຕົນໄປຜັນຂະຫຍາຍໂຄສະນາເຜີຍແຜ່ໃຫ້ຖັນແຖວພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ ເພື່ອໃຫ້ຮັບຮູ້ ເຂົ້າໃຈຢ່າງເລິກເຊິ່ງ ແລະ ກວ້າງຂວາງ. ຂ່າວ: ຄໍາສຸກ ພົມວັນລາວລີ. ປັບປຸງຂ່າວ ອ່ອນຄໍາ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທໍາຂວງຜົ້ງສາລີ ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ
ພະແນກຍຸຕິທໍາແຂວງຜົ້ງສາລີ ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ແລະ ແນະນໍາວິທີການໂຄສະນາເຜີຍແຜ່ກົດໝາຍໃຫ້ສໍານັກງານ, ອົງການອ້ອມຂ້າງແຂວງ ຜົ້ງສາລີ
https://www.moj.gov.la/lo/node/1229
​ເພື່ອ​ເປັນ​ການຈັດ​ຕັ້ງ​​ຜັນ​ຂະຫຍາຍ​ກອງ​ປະຊຸມ ສີ່​ພາກສ່ວນ​ຂັ້ນ​ສູນ​ກາງ ລະຫວ່າງ ກະຊວງ​ ຍຸຕິ​ທຳ, ສານ​ປະຊາຊົນ​ສູງ​ສຸດ, ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ​ແລະ ກະຊວງ ປ້ອງ​ກັນ​ຄວາມ​ສະຫງົບ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ.  ​     ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 30 ພຶດສະພາ 2018 ຜ່ານມານີ້ ຫ້ອງການ​ຍຸຕິ​ທຳ​ເມືອງ ຈັນທະ​ບູລີ ສົມທົບ​ກັບ ສານ​ປະຊາຊົນ ເຂດ III ຈັດ​ກອງ​ປະຊຸມ ສີ່​ພາກສ່ວນ ກ່ຽວກັບ​ການ​ດຳ​ເນີນ​ຄະດີ​ຂອງ​ແຕ່​ລະ​ພາກສ່ວນ​ໃຫ້​ເຂົ້າ​ສູ່​ຂະ​ບວນຍຸຕິ​ທຳ ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ຄຳ​ພິທູນ ຈັນທະ​ກຸນ ຮອງ​ເລຂາ​ພັກ​ເມືອງ, ຮອງ​ເຈົ້າ​ເມືອງ ​ເມືອງ​ຈັນທະ​ບູລີ, ມີ​​ບັນດາ ຫົວໜ້າ-ຮອງ​ຫົວໜ້າ ຫ້ອງການ​ຍຸຕິ​ທຳ​ເມືອງ, ສານ​ປະຊາຊົນ​ເຂດ​ III, ອົງການ​ໄອ​ຍະ​ການ​ປະຊາຊົນ​ເຂດ III ​ແລະ ກອງ​ບັນຊາ​ການ ປກສ ​ເມືອງ​ ຈັນທະ​ບູລີ ຕະຫຼອດ ຮອດ​ຂະ​ແໜງການ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ​ທັງໝົດ 20 ທ່ານ, ຍິງ 9 ທ່ານ​.         ​ໃນ​ກອງ​ປະຊຸມຜູ້​ເຂົ້າ​ຮ່ວມ ກໍ​ໄດ້​ພ້ອມ​ກັນ​ປຶກສາ​ຫາລື ​ແລະ  ປະກອບ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວກັບ​ການ​ດຳ​ເນີນ​ຄະດີ​ແພ່ງ ​ແລະ ການ​ດຳ​ເນີນ​ຄະດີ​ອາຍາ ທີ່​ເຫັນ​ວ່າ​ຍັງ​ມີ​ຂໍ້ຫຍຸ້ງຍາກ ​ແລະ ຂໍ້ຄົງຄ້າງ​ຈຳນວນໜຶ່ງທີ່​ຈະ​ຕ້ອງ​ສືບ​ຕໍ່​ປະສານ​ສົມທົບ​ກັນ​ແກ້​ໄຂ​ ​ແລະ ພ້ອມ​ດຽວກັນນັ້ນ ​ກໍ​ໄດ້​ພ້ອມ​ກັນ​ວາງ​ທິດ​ທາງ​ແຜນການ​ຕໍ່ໜ້າກ່ຽວກັບການ​ແກ້​ໄຂ​ຄະດີ​ຕ່າງໆ ​ໃຫ້​ເຂົ້າ​ສູ່​ຂະບວນການ​ຍຸຕິ​ທຳນັບ​ມື້​ນັບຫຼາຍຂຶ້ນ.         ພ້ອມ​ທັງ​ເປັນ​ການ​ແລກປ່ຽນ ​ແລະ ຖອດ​ຖອນ​ບົດຮຽນ ກ່ຽວກັບ​ການ​ດຳ​ເນີນ​ຄະດີ​ຂອງ​ແຕ່​ລະ​ພາກສ່ວນ​ໃຫ້​ເຂົ້າ​ສູ່​ຂະ​ບວນການ​ຍຸຕິ​ທຳ ​ໂດຍ​ສະ​ເພາະ​ກໍ​​ແມ່ນ​ການ​ປະສານ​ສົມທົບ​ກັນ​ຂອງ​ທັງ​ສີ່​ພາກສ່ວນ​​ໃນ​ການ​ດຳ​ເນີນ​ຄະດີ​ແພ່ງ ​ແລະ ການ​ດຳ​ເນີນ​ຄະດີ​ອາຍາ​​ໃຫ້ດຳ​ເນີນ​ໄປ​ຢ່າງ​ມີ​ປະສິດທິພາບ ​ແລະ ປະສິດທິ​ຜົນ​ສູງ ​ຖືກຕ້ອງ ​ແລະ ສອດຄ່ອງ​ຕາມ​ກົດໝາຍ.  ຂ່າວ ອ່ອນ​ຄຳ ​ໄຊ​ຍະ​ວົງ ພາບ ສົມ​ຫວັງ   ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ຫ້ອງການຍຸຕິທຳເມືອງ ຈັນທະບູລີ ສົມທົບກັບ ສານປະຊາຊົນເຂດ III
ຫ້ອງການຍຸຕິທຳເມືອງ ຈັນທະບູລີ ສົມທົບກັບ ສານປະຊາຊົນເຂດ III ຈັດກອງປະຊຸມ ສີ່ພາກສ່ວນ ກ່ຽວກັບການດຳເນີນຄະດີໃນຂະບວນຍຸຕິທຳ
https://www.moj.gov.la/lo/node/1230
ທີ່ຫ້ອງປະຊຸມຊັ້ນສອງຂອງກະຊວງຍຸຕິທໍາ ໄດ້ເປີດກອງປະຊຸມປືກສາຫາລື ກ່ຽວກັບ (ຮ່າງ) ກົດໝາຍວ່າດ້ວຍ ສໍານັກງານຜູ້ຕາງໜ້າ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາຢູ່ຕ່າງປະເທດຂຶ້ນ ໃນຕອນເຊົ້າຂອງວັນທີ 11 ມິຖຸນາ 2018 ຊຶ່ງກອງປະຊຸມຈະດໍາເນີນເປັນເວລາ ສອງວັນ  ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີ ກະຊວງຍຸຕິທໍາ ແລະ ທ່ານ ນາງ ຄໍາເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ວິຊາການກົດໝາຍ ຂອງສອງກະຊວງເຂົ້າຮ່ວມ ຈໍານວນ 16 ທ່ານ, ຍິງ 3 ທ່ານ.  ຈຸດປະສົງຂອງການປະຊຸມ ແມ່ນເພື່ອກວດກາຄືນກ່ຽວກັບການ (ຮ່າງ) ກົດໝາຍວ່າດ້ວຍ ສໍານັກງານຜູ້ຕາງໜ້າ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາຢູ່ຕ່າງປະເທດ ເປັນຕົ້ນ ແມ່ນການກໍານົດຫຼັກການ, ລະບຽບການ, ມາດຕະຖານ ກ່ຽວກັບການຄຸ້ມຄອງ, ຕິດຕາມ ແລະ ກວດກາ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສໍານັກງານຜູ້ຕາງໜ້າ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາຢູ່ຕ່າງປະເທດ ເພື່ອຮັບປະກັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສໍານັກງານຜູ້ຕາງໜ້າ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາຢູ່ຕ່າງປະເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ແນໃສ່ປະຕິບັດນະໂຍບາຍການຕ່າງປະເທດຂອງ ສປປ ລາວ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.  ຮ່າງກົດໝາຍ ສະບັບດັ່ງກ່າວປະກອບດ້ວຍ  8 ພາກ, 62 ມາດຕາ ຄື: ພາກທີ l ບົດບັນຍັດທົ່ວໄປ ( ມີ 7 ມາດຕາ, ມ 1-7), ພາກທີ ll ສໍານັກງານຜູ້ຕາງໜ້າ (ມີ 3 ໝວດ, ມີ 15 ມາດຕາ, ມ 8-22), ພາກທີ lll ສະມະຊິກຂອງສໍານັກງານຜູ້ຕາງໜ້າ (ມີ 7 ໝວດ, ມີ 24 ມາດຕາ, ມ 23-46), ພາກທີ lV ລະບອບວິທີການເຮັດວຽກຂອງສໍານັກງານຜູ້ຕາງໜ້າ (ມີ 5 ມາດຕາ, ມ 47-51), ພາກທີ V ຂໍ້ຫ້າມ (ມີ 2 ມາດຕາ, ມີ 52-53), ພາທີ Vl ການຄຸ້ມຄອງ ແລະ ກວດກາ (ມີ 2 ໝວດ, ມີ 5 ມາດຕາ, ມ 54-58), ພາກທີ Vll ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ (ມີ 2 ມາດຕາ, ມ 59-60), ພາກທີ Vlll ບົດບັນຍັດສຸດທ້າຍ (ມີ 2 ມາດຕາ, ມ 61-62). ພາຍຫຼັງທີ່ສໍາເລັດກອງປະຊຸມໃນຄັ້ງນີ້ ຄະນະຮັບຜິດຊອບ (ຮ່າງ) ກົດໝາຍສະບັບນີ້ ຈະໄດ້ສືບຕໍ່ເຮັດວຽກຮ່ວມກັນ ເພື່ອນໍາເອົາຄໍາຄິດເຫັນ ຂອງຜູ້ເຂົ້າຮ່ວມ ມາປັບປຸງດ້ານເນື້ອໃນ ເຮັດໃຫ້ (ຮ່າງ) ກົດໝາຍ  ມີເນື້ອໃນຄວາມອຸດົມສົມບູນ, ຄົບຖ້ວນຍິ່ງຂຶ້ນ. ຂຽນຂ່າວ-ຖ່າຍພາບ: ຂົນ ບຸນທິສານ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມປຶກສາຫາລືກ່ຽວກັບ (ຮ່າງ) ກົດໝາຍວ່າດ້ວຍ ສໍານັກງານຜູ້ຕາງໜ້າ
ກອງປະຊຸມປຶກສາຫາລືກ່ຽວກັບ (ຮ່າງ) ກົດໝາຍວ່າດ້ວຍ ສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ
https://www.moj.gov.la/lo/node/1231
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 11-ມິຖຸນາ-2018ເລກທີຂອງເອກະສານ: 1 Video Link
ລາຍການຄວາມຮູ້ທາງກົດໝາຍ 11/6/2018
https://www.moj.gov.la/lo/node/1232
ໃນຕອນເຊົ້າຂອງວັນທີ 13 ມີຖຸນາ 2018 ຢູ່ທີ່ສະໂມສອນກະຊວງຍຸຕິທຳ ໄດ້ຈັດກອງປະຊຸມເຊື່ອມຊຶມເອກະສານການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ບຸນທາ ຊົງເຢີທ່າວ ກຳມະການພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ມີບັນດາທ່ານ ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມຢ່າງພ້ອມພຽງ. ໂດຍປະຕິບັດຕາມ ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 032/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍ ວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຂອງກະຊວງຍຸຕິທຳ ຮັບຮູ້, ເຂົ້າໃຈຢ່າງລະອຽດ, ເລິກເຊິ່ງ ກ່ຽວກັບຈຸດປະສົງ, ຄວາມໝາຍສຳຄັນ, ຫຼັກການ ແລະ ມາດຕະຖານຂອງແຕ່ລະຕຳແໜ່ງນຳພາ-ຄຸ້ມຄອງແຕ່ລະຂັ້ນ ຢ່າງຖືກຕ້ອງ. ດັ່ງນັ້ນ, ຄະນະບໍລິຫານງານພັກກະຊວງ ຈຶ່ງອອກມະຕິ ວ່າດ້ວຍ ການກຳນົດມາດຕະຖານຂອງພະນັກງານຂະແໜງຍຸຕິທຳ ສະບັບເລກທີ 175/ຄບພ.ກຍ, ລົງວັນທີ 20 ກັນຍາ 2017  ເພື່ອເປັນບ່ອນອີງໃຫ້ແກ່ການເລືອກເຟັ້ນ, ພະນັກງານ-ລັດຖະກອນ ເຂົ້າໃນຕຳແໜ່ງນຳພາ-ຄຸ້ມຄອງ ແຕ່ລະຂັ້ນ ແນ່ໃສ່ເພີ່ມທະວີປັບປຸງການຈັດຕັ້ງຂອງຂະແໜງຍຸຕິທຳ ໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ. ຫຼັງຈາກນັ້ນ, ທ່ານ ບຸນທາ ຊົງເຢີທ່າວ ກຳມະການພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກໍໄດ້ເຜີຍແຜ່ ມະຕິ ສະບັບເລກທີ 032/ກມສພ, ວ່າດ້ວຍ ວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ, ເຜີຍແຜ່ມະຕິ ສະບັບເລກທີ 030/ກມສພ, ວ່າດ້ວຍ ມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ. ຈຸດປະສົງ ແລະ ຄາດໝາຍ ມະຕິວ່າດ້ວຍ ວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແມ່ນການສ້າງແຜນກຳນົດພະນັກງານ, ການຄາດຄະເນເປົ້າໝາຍພະນັກງານທີ່ຈະຈັດວາງເຂົ້າຕຳແໜງ ນຳພາ-ຄຸ້ມຄອງ ແຕ່ລະຂັ້ນ, ແຕ່ລະຂະແໜ່ງການ ແນ່ໃສ່ຮັບປະກັນລັກສະນະສືບທອດປ່ຽນແທນຢ່າງຕໍ່ເນື່ອງໃນສະເພາະໜ້າ ແລະ ຍາວນານ. ກະກຽມບຸກຄະລາກອນໃນລັກສະນະເປີດກວ້າງ ເພື່ອໃຫ້ມີແຫຼ່ງເລືອກເຟັ້ນພະນັກງານນຳພາ-ຄຸ້ມຄອງ ຕອບສະໜອງທາງດ້ານຈຳນວນ, ຄຸນນະພາບ, ໂຄງປະກອບບຸກຄະລາກອນໃຫ້ຄົບຊຸດຕາມຄວາມຮຽກຮ້ອງຕ້ອງການຕາມຕຳແໜງ ນຳພາ-ຄຸ້ມຄອງ ແຕ່ລະຂັ້ນ ແລະ ແຕ່ລະຂະແໜ່ງໃນລະບົບການເມືອງ, ເພື່ອຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ການຫັນປະເທດເປັນອຸດສະຫະກຳ ແລະ ທັນສະໄໝ ເທື່ອລະກ້າວ, ແນ່ໃສ່ປົກປັກຮັກສາ ແລະ ສ້າງສາປະເທດຊາດຕາມຈຸດໝາຍສັງຄົມນິຍົມ. ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມເຊື່ອມຊຶມເອກະສານການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ  ຂອງກະຊວງຍຸຕິທຳ
ກອງປະຊຸມເຊື່ອມຊຶມເອກະສານການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງກະຊວງຍຸຕິທຳ
https://www.moj.gov.la/lo/node/1233
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 13-ມິຖຸນາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 10/6/2018
ລາຍການຄວາມຮູ້ທາງກົດໝາຍ 10/6/2018
https://www.moj.gov.la/lo/node/1234
ໃນວັນທີ 08 ມີຖຸນາ 2018 ຜ່ານມານີ້ຢູ່ທີ່ສະໂມສອນໃຫຍ່ ເມືອງ ແກ້ວອຸດົມ ແຂວງ ວຽງຈັນ ໄດ້ຈັດພິທີປິດການຮຽນ - ການສອນກົດໝາຍຊັ້ນຕົ້ນຊຸດທີ IV ຢ່າງເປັນທາງການໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ກອງສີ ອຸດົມ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງ ວຽງຈັນ ທ່ານ ຄຳສະເຫວີຍ ພົມມະຈັນ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງແກ້ວອຸດົມ, ຄະນະປະຈຳພັກເມືອງ, ຫົວໜ້າຫ້ອງການ , ຄູອາຈານ ແລະ ນັກຝຶກ​ອົບຮົມກົດໝາຍຊັ້ນຕົ້ນເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີທ່ານ ທອງພັນ ເພັດວິໄຊ ກຳມະການພັກເມືອງຫົວໜ້າຫ້ອງການຍຸຕິທຳໄດ້ຜ່ານບົດ​ລາຍ​ງານຜົນສຳເລັດຂອງວຽກງານຍຸຕິທຳຮາກຖານການຈັດຕັ້ງປະຕິບັດການຮຽນ-ການສອນກົດໝາຍຊັ້ນຕົ້ນຊຸດທີ IV ເຊິ່ງໄດ້ເລີມເປີດແຕ່ວັນທີ 05 ມີນາ 2018 ເປັນຕົ້ນມາ ໂດຍສະເພາະຫຼັກສູດການຮຽນ-ການສອນແມ່ນມີວິຊາຮຽນທັງໝົດ 36 ວິຊາ , ມີ 30 ໜ່ວຍກິດ, ມີ 450 ຊົ່ວໂມງຮຽນ, ມີນັກຮຽນທັງໝົດ 51 ຄົນຍິງ 16 ຄົນ ແລະ ມີຄູອາຈານທັງໝົດ 21 ຄົນ, ຍິງ 04 ຄົນ, ໃນນັ້ນຄູສອນມາຈາກສານເຂດ ແລະ ​ໄອຍະການເຂດ 03 ທ່ານ ນອກນັ້ນແມ່ນຄູມາຈາກການນຳຂອງເມືອງ, ຫົວໜ້າຫ້ອງການຮອງຫົວໜ້າຫ້ອງຢູ່ພາຍໃນເມືອງແກ້ວອຸດົມ ສ່ວນຜົນການຮຽນແມ່ນເສັ້ງໄດ້ 100 %. ໃນພິທີຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານຫົວໜ້າສະຖາບັນຍຸຕິທຳແຫ່ງຊາດວ່າດ້ວຍການມອບໃບປະກາດສະນີຍະບັດ ຜູ້ສຳເລັດການຝຶກ​ອົບຮົມ​ກົດໝາຍຊັ້ນຕົ້ນຊຸດທີ IV ພ້ອມນີ້ ທ່ານ ກອງສີ ອຸດົມກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງ ວຽງຈັນ ກໍ່ໃຫ້ກຽດຂື້ນມອບໃບປະກາດສະນີຍະບັດໃຫ້ແກ່ນັກຝຶກ​ອົບຮົມກົດໝາຍຊັ້ນຕົ້ນຢ່າງສົມກຽດ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພິທີປິດການຮຽນ - ການສອນກົດໝາຍຊັ້ນຕົ້ນຊຸດທີ IV ຢູ່ເມືອງ ແກ້ວອຸດົມ
ພິທີປິດການຮຽນ - ການສອນກົດໝາຍຊັ້ນຕົ້ນຊຸດທີ IV ຢູ່ເມືອງ ແກ້ວອຸດົມ ແຂວງ ວຽງຈັນ
https://www.moj.gov.la/lo/node/1236
ຕອນເຊົ້າຂອງວັນທີ 7 ມິຖຸນາ 2018 ນີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ ຂອງເມືອງ ຊະນະຄາມ ແຂວງ ວຽງຈັນ ໄດ້ຈັດພິທີປິດການຮຽນ – ການສອນ ກົດໝາຍ ຊັ້ນຕົ້ນ ຊຸດທີ IV ຂື້ນຢ່າງເປັນທາງການໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ກອງສີ ອຸດົມ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງວຽງຈັນ, ມີທ່ານ ສະໝານ ວິເສດຍະພົງ ເລຂາພັກເມືອງ ເຈົ້າເມືອງ ຊະນະຄາມ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫ້ອງການ ຄູອາຈານ ແລະ ນັກຮຽນກົດໝາຍຊັ້ນຕົ້ນກໍ່ເປັນກຽດເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີດັ່ງກ່າວ ທ່ານ ທອງ ຫຼວງໄຊ ກໍາມະການພັກເມືອງ ຫົວໜ້າຫ້ອງການຍຸຕິທຳເມືອງ ຊະນະຄາມ ໄດ້ຜ່ານຜົນສຳເລັດຂອງວຽກງານຍຸຕິທຳຮາກຖານ ກໍ່ຄື ການຈັດຕັ້ງປະຕິບັດການຮຽນ - ການສອນກົດໝາຍຊັ້ນຕົ້ນ ຊຸດທີ IV ເຊິ່ງໄດ້ເປີດແຕ່ ວັນທີ 20 ມີນາ 2018 ເປັນຕົ້ນມາ ໂດຍສະເພາະຫຼັກສູດການຮຽນ - ການສອນ ແມ່ນນຳໃຊ້ຫຼັກສູດຂອງກະຊວງຍຸຕິທຳກຳນົດໃຫ້ ເຊິ່ງປະກອບມີ 4 ພາກ , ມີຈຳນວນ 37 ວິຊາ, ມີ 31 ໜ່ວຍກິດ, ມີ 465 ຊົ່ວໂມງມີຄູ-ອາຈານທັງໜົດ 30 ຄົນ, ຍິງ 4 ຄົນ ໃນນັ້ນມາຈາກການນຳຂອງເມືອງ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ ຢູ່ພາຍໃນເມືອງ ຊະນະຄາມ ແລະ ປະກອບມີນັກຮຽນທັງໜົດ 56 ຄົນ, ຍິງ 5 ຄົນ, ພະ 3 ອົງ ສ່ວນຜົນການຮຽນແມ່ນເສັງໄດ້ 100% . ນອກຈາກນີ້ໃນພິທີຍັງໄດ້ຜ່ານຂໍ້ຕົກລົງ ຂອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ວ່າດ້ວຍ: ການມອບໃບປະກາສະນິຍະບັດໃຫ້ແກ່ຜູ້ສຳເລັດການສຶກສາ ກົດໝາຍຊັ້ນຕົ້ນ ຢູ່ເມືອງ ຊະນະຄາມ ແຂວງ ວຽງຈັນ ແລະ ທາງເມືອງ ຊະນະຄາມກໍ່ໄດ້ຈັດພິທີມອບ – ຮັບໃບປະກາດສະນິຍະບັດໃຫ້ນັກຮຽນກົດໝາຍ ຊັ້ນຕົ້ນ ຊຸດທີ IV ຢ່າງສົມກຽດ ​ແລະ​ ໄດ້​ປິດຢ່າງເປັນທາງການ.   ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ເມືອງຊະນະຄາມ ແຂວງວຽງຈັນ ຈັດພິທີປິດ ການຮຽນ – ການສອນ
ເມືອງ ຊະນະຄາມ ແຂວງ ວຽງຈັນ ຈັດພິທີປິດ ການຮຽນ – ການສອນ ກົດໝາຍຊັ້ນຕົ້ນ ຊຸດທີ IV
https://www.moj.gov.la/lo/node/1237
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 15-ມິຖຸນາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 15/6/2018
ລາຍການຄວາມຮູ້ທາງກົດໝາຍ 15/6/2018
https://www.moj.gov.la/lo/node/1238
ຕອນເຊົ້າຂອງວັນທີ 07 ມິຖຸນາ 2018 ທີ່ຫ້ອງຮັບແຂກກະຊວງຍຸຕິທຳ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ມັດເຈີ ໂບມມີເຢ Matthieu BOMMIER ຫົວໜ້າອົງການຝຣັ່ງເພື່ອການພັດທະນາປະຈຳລາວ ຫຼື AFD ພ້ອມດ້ວຍຄະນະໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.         ໃນໂອກາດນີ້, ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັັບ ແລະ ຕີລາຄາສູງຕໍ່ ທ່ານ ມັດເຈີ ໂບມມີເຢ Matthieu BOMMIER ຫົວໜ້າອົງການຝຣັ່ງເພື່ອການພັດທະນາປະຈຳລາວ ຫຼື AFD ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບກະຊວງຍຸຕິທຳ.         ຫຼັງຈາກນັ້ນ, ທ່ານ ມັດເຈີ ໂບມມີເຢ Matthieu BOMMIER ກໍໄດ້ກ່າວຈຸດປະສົງຂອງການເຂົ້າຢ້ຽມຂ່ຳນັບ ແລະ ເຮັດວຽກຮ່ວມກັບກະຊວງຍຸຕິທຳເພື່ອສຶກສາຄວາມເປັນໄປໄດ້ຂອງອົງການ AFD ຕໍ່ກັບການຊ່ວຍເຫຼືອວຽກງານຍຸຕິທໍາໃນ ສປປ ລາວ ເວົ້າລວມ, ເວົ້າສະເພາະ ການຊ່ວຍເຫຼືອ ແລະ ເຮັດວຽກຮ່ວມນຳກົມກົດໝາຍ, ກົມຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ແລະ ສະຖາບັນຍຸຕິທຳແຫ່ງຊາດ ໂດຍອີງຕາມບົດບັນທຶກການຊ່ວຍເຫຼືອກ່ຽວກັບການກຳນົດແຫຼ່ງທຶນຊ່ວຍເຫຼືອຂະແໜງຍຸຕິທຳ ຂອງໂຄງການຝຣັ່ງ ເພື່ອການພັດທະນາໃນ ສປປ ລາວ. ພ້ອມກັນນັ້ນ ທ່ານ ຍັງໄດ້ສະແດງຄວາມຂອບໃຈຕໍ່     ທ່ານ ບຸນສະຫວາດ ບຸບຜາ  ຮອງລັດຖະມົນຕີກະຊວງຍຸຕິທຳ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ດ້ວຍ. ຂຽນຂ່າວ: ປາວີຄຳ ເພັດທະລາກຸນ;    ພາບ: ສຸກສາຄອນ ຈັນທະວຸດ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ທ່ານຮອງລັດຖະມົນຕີກະຊວງຍຸຕິທຳຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ
ທ່ານຮອງລັດຖະມົນຕີກະຊວງຍຸຕິທຳຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງອົງການຝຣັ່ງເພື່ອການພັດທະນາ (AFD)
https://www.moj.gov.la/lo/node/1239
ໃນຕອນ​ເຊົ້າ​ຂອງ​ວັນ​ທີ 13 ມິຖຸນາ 2018 ຢູ່ທີ່ຫ້ອງການ​ຍຸຕິ​ທຳ ​ເມືອງ​ ຈັນທະ​ບູລີ ​ໄດ້​ຈັດ​ພິທີປິດການ​ຮຽນ-ການ​ສອນກົດໝາຍຊັ້ນຕົ້ນ ຊຸດ​ທີ VIII ປະຈຳ​ປີ 2018 ແລະ ມອບ​ໃບ​ຍ້ອງຍໍ​ໃຫ້​ແກ່​ຄະນະ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ຂັ້ນ​ບ້ານ​​ ໂດຍ​ການ​​ເປັນ​ປະທານຂອງທ່ານ ບຸນ​ເພັງ ສີ​ນະ​ວົງ​ພອນ ຫົວໜ້າພະແນກຍຸຕິ​ທຳ​ນະຄອນຫຼວງວຽງຈັນ, ​ເປັນກຽດ​ເຂົ້າ​ຮ່ວມ​​ໂດຍ​ທ່ານ ຄຳ​ພິທູນ ຈັນທະ​ກຸນ ຮອງ​ເລຂາ​ພັກ​ເມືອງ ຮອງ​ເຈົ້າ​ເມືອງ​ຈັນທະ​ບູລີ,​ ມີຜູ້ຕາງໜ້າຈາກ​ຫ້ອງ​ການ​ອ້ອມ​ຂ້າງ​ເມືອງ ຕະຫຼອດຮອດ​ນັກ​ສຳ​ມະ​ນາກ​ອນ ເຂົ້າຮ່ວມທັງໝົດ 55 ຄົນ, ຍິງ 21 ຄົນ. ​          ໃນ​ພິທີ​ທ່ານ ​ເພັດ​ສະໝອນ ສົງ​ຄຳ​ຈັນ ຫົວໜ້າຫ້ອງການ​ຍຸຕິ​ທຳ​ເມືອງ​ ຈັນທະ​ບູລີ ກໍ​ໄດ້​ຂຶ້ນ​ລາຍ​ງານຜົນສຳ​ເລັດ​ການຈັດ​ຕັ້ງ​ປະຕິບັດຫຼັກສູດການຮຽນ-ການ​ສອນກົດໝາຍຊັ້ນຕົ້ນ ຊຸດ​ທີ VIII ປະຈຳ​ປີ 2018 ຊຶ່ງມີນັກ​ສຳ​ມະ​ນາກ​ອນ​ເຂົ້າຮຽນທັງໝົດຈຳນວນ 35 ຄົນ, ຍິງ 21 ຄົນ, ມາຈາກອົງການ​ປົກຄອງ​ບ້ານ 16 ຄົນ, ຍິງ 9 ຄົນ, ພະນັກງານອ້ອມຂ້າງເມືອງ 18 ຄົນ, ຍິງ 12 ຄົນ ຊຶ່ງການ​ຮຽນ-ການ​ສອນດັ່ງກ່າວ​ແມ່ນ​ໄດ້​ນຳ​ເອົາ​ບາງກົດໝາຍ​ໃນ​ 4 ຂົງ​ເຂດ​ມາ​ສິດສອນ ຜ່ານ​ການ​ຮຽນກົດໝາຍຊັ້ນ​ຕົ້ນ​ເຮັດ​ໃຫ້​ພະນັກງານຫຼັກ​ແຫຼ່ງ, ​ເລ​ຂາ​ພັກ​ບ້ານ, ນາຍບ້ານ ພາຍ​ໃນ​ເມືອງ ​ໄດ້​ຮັບ​ຮູ້​ເຂົ້າ​ໃຈ ​ແລະ ເຄື່ອນ​ໄຫວ​ວຽກງານ​​ໃຫ້ຖືກຕ້ອງ​ຕາມ​ພາລະ​ບົດບາດ, ສິດ ​ແລະ ໜ້າທີ່​ຂອງ​ຕົນ, ​ເປັນ​ຕົ້ນ ການບໍລິຫານ​ບ້ານ​ເຂົ້າ​ສູ່​ລະບຽບກົດໝາຍ​ເທື່ອ​ລະ​ກ້າວ,​ ເຮັດ​ໃຫ້​ກຸ່ມ​ບ້ານ ​ແລະ ຮາກ​ຖານ​ບ້ານກໍ​ຄື​ປະຊາຊົນມີ​ການ​ພັດທະນາ, ມີ​ຄວາມ​ສະຫງົບ ມີຄວາມ​ເປັນ​ລະບຽບຮຽບຮ້ອຍ​​ໂດຍພື້ນຖານ ​ແລະ ກາຍ​ເປັນ​ບ້ານ​ແບບຢ່າງ​ໃນ​ການ​ປະຕິບັດ​ກົດໝາຍ.         ຫຼັງຈາກ​ນັ້ນ​ ໃນ​ພິທີ​ກໍ​ໄດ້​ມີ​ການ​ມອບ​ໃບ​ຍ້ອງຍໍ​ຂອງ​ຫົວໜ້າພະ​ແນ​ກຍຸຕິ​ທຳ​ນະຄອນຫຼວງວຽງ ຈັນ ​ໃຫ້​ແກ່​ຄະນະ​ຮັບຜິດຊອບ, ຄູ-ອາຈານ, ນັກຮຽນກົດໝາຍຊັ້ນ​ຕົ້ນ ​ແລະ ຄະນະ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ ຂັ້ນບ້ານ ພາຍ​ໃນ​ເມືອງ ທີ່ມີ​ຜົນງານ​ໃນ​ການ​ເຄື່ອນ​ໄຫວ​ວຽກງານ ​ໃນ​ໄລຍະ 1 ປີຜ່ານມາ ຊຶ່ງ​ໃຫ້ກຽດ ມອບໂດຍ​ທ່ານ ບຸນ​ເພັງ ສີ​ນະ​ວົງ​ພອນ ຫົວໜ້າພະ​ແນ​ກຍຸຕິ​ທຳ​ນະຄອນຫຼວງວຽງຈັນ. ກອງ​ປະຊຸມ​ດັ່ງກ່າວ​ໄດ້​ດຳ​ເນີນມາ​ເປັນ​ເວລາ​ເຄິ່ງວັນ​ຈຶ່ງ​ສຳ​ເລັດ​ລົງ​ດ້ວຍ​ຜົນສຳ​ເລັດ​ອັນ​ຈົບງາມ. ຂ່າວ​: ອ່ອນ​ຄຳ, ພາບ ສຸກ​ສາຄອນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ຫ້ອງການຍຸຕິທຳ ເມືອງຈັນທະບູລີໄດ້ຈັດພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ VIII
ຫ້ອງການຍຸຕິທຳ ເມືອງ ຈັນທະບູລີໄດ້ຈັດພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ VIII ປະຈຳປີ 2018 ແລະ ມອບໃບຍ້ອງຍໍໃຫ້ແກ່ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ
https://www.moj.gov.la/lo/node/1240
ກອງປະຊຸມກວດກາຄວາມສອດຄ່ອງຂອງຮ່າງກົດໝາຍວ່າດ້ວຍ ປ່າໄມ້ ສະບັບປັບປຸງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 07 ມິຖຸນາ 2018. ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີ ກະຊວງຍຸຕິທຳ ແລະ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ມີບັນດາທ່ານຄະນະກົມ-ຮອງກົມ, ຜູ້ຕ່າງຈາກສະພາແຫ່ງຊາດ, ສຳນັກງານນາຍົກລັດຖະມົນຕີ, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມ.          ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອເປັນການກວດກາຄືນການດໍາເນີນການປັບປຸງຂອງຮ່າງກົດໝາຍສະບັບດັ່ງກ່າວເຊັ່ນ ການກວດກາໂຄງສ້າງຂອງຮ່າງກົດໝາຍ, ບັນຫາທີ່ເຫັນວ່າຍັງບໍ່ສອດຄ່ອງກັບສະພາບຕົວຈິງ, ເພື່ອເຮັດໃຫ້ຮ່າງກົດໝາຍສະບັບນີ້ມີຄວາມສົມບູນ, ຄົບຖ້ວນ ແລະ ສອດຄ່ອງກັບລະບຽບກົດໝາຍ ແນໃສ່ຮັບປະກັນການປົກປັກຮັກສາຄຸນນະພາບຂອງດິນ, ແຫຼ່ງນ້ໍາ, ຊີວະນາໆພັນ, ສິ່ງແວດລ້ອມຕາມທິດສີຂຽວ ແລະ ຍືນຍົງ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ທັງນີ້ກໍເພື່ອເປັນການກະກຽມຄວາມພ້ອມກ່ອນຈະນຳເອົາຮ່າງກົດໝາຍສະບັບດັ່ງກ່າວເຂົ້າໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ VIII, ຊຶ່ງ​ຮ່າງ​ກົດໝາຍສະບັບ​ປັບປຸງ​ນີ້ປະກອບ​ມີ, XIII ພາກ ແລະ 160 ມາດຕາ. ​ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍ ວ່າ​ດ້ວຍ​ປ່າໄມ້ ສະບັບ​ປັບປຸງ ຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ. ຂຽນຂ່າວ: ປາວີຄຳ ເພັດທະລາກຸນ, ພາບ: ສຸກສາຄອນ ຈັນທະວຸດ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມກວດກາຄວາມສອດຄ່ອງຂອງຮ່າງກົດໝາຍວ່າດ້ວຍ ປ່າໄມ້ (ສະບັບປັບປຸງ)
ກອງປະຊຸມກວດກາຄວາມສອດຄ່ອງຂອງຮ່າງກົດໝາຍ ວ່າດ້ວຍປ່າໄມ້ (ສະບັບປັບປຸງ).
https://www.moj.gov.la/lo/node/1241
ໃນ​ລະຫວ່າງວັນ​ທີ 11-12 ມິຖຸນາ 2018 ທີ່​ກະຊວງ​ຍຸຕິ​ທຳ ​ໄດ້​ເປີດ​ກອງ​ປະຊຸມ​​ຄົ້ນຄວ້າ ກວດກາ ດ້ານ​ເຕັກນິກ ​ແລະ ຄວາມ​ສອດຄ່ອງ​ທາງ​ດ້ານ​ກົດໝາຍ ຕໍ່​ກັບຮ່າງ​ກົດໝາຍ ວ່າ​ດ້ວຍ​ ສຳນັກງານຜູ້ຕາງໜ້າ​ແຫ່ງ ສປປ ລາວ ປະຈຳ​ຢູ່​ຕ່າງປະ​ເທດ ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ປອ. ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ເປັນກຽດ​ເຂົ້າ​ຮວ່ມຂອງ​ທ່ານ ນາງ ຄຳ​ເພົາ ​ເອິນ​ທະ​ວັນ ຮອງ​ລັດຖະ ມົນຕີ​ກະຊວງການ​ຕ່າງປະ​ເທດ, ມີ​ບັນດາທ່ານ​ຫົວໜ້າກົມ​-ຮອງຫົວໜ້າ​ກົມ, ຫົວໜ້າພະ​ແນ​ກ-ຮອງ​ພະ​ແນ​ກ, ​ແຂກ​ຖືກ​ເຊີນ ​ແລະ ພະນັກງານວິຊາ​ການ​ກົດໝາຍຂອງ​ສອງ​ພາກ​ສ່ວນ​ເຂົ້າ​ຮວ່ມຈຳນວນ 16 ທ່ານ, ຍິງ 3 ທ່ານ. ຈຸດປະສົງ​ຂອງ​ກອງ​ປະຊຸມ ​ແມ່ນ​ເພື່ອ​ກວດກາ​ຄືນ​ກ່ຽວກັບ​ຮ່າງກົດໝາຍ ວ່າ​ດ້ວຍ ສຳນັກງານ​ຜູ້ຕາງໜ້າ​ແຫ່ງ ສປປ ລາວ ປະຈຳ​ຢູ່​ຕ່າງປະ​ເທດ ​ ຊຶ່ງປະກອບ​ມີ 8 ພາກ, 17 ໝວດ, 62 ມາດຕາ ​ໃນ​ຮ່າງກົດໝາຍສະບັບ​ດັ່ງກ່າວ ​ໄດ້​ກຳນົດຫຼັກ​ການ, ລະບຽບການ ​ແລະ ມາດ​ຕະການ​​ໃນ​ການ​ຄຸ້ມ​ຄອງ, ຕິດຕາມກວດກາ ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ສຳນັກງານ​ຜູ້ຕາງໜ້າ​ແຫ່ງ ສປປ ລາວ ປະຈຳ​ຢູ່​ຕ່າງ​ປະ​ເທດ ​ເພື່ອ​ຮັບປະກັນ​ການ​ປະຕິບັດ​ພາລະ​ບົດບາດ, ສິດ ​ແລະ ໜ້າທີ່ ຂອງ​ສຳນັກງານ​ຜູ້ຕາງໜ້າ​ແຫ່ງ ສປປ ລາວ ປະຈຳ​ຢູ່​ຕ່າງ​ປະ​ເທດ ​ໃຫ້​ມີ​ປະສິດທິພາບ ​ແລະ ປະ ສິດທິ​ຜົນ​ສູງ ​ແນ່​ໃສ່​ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ ສປປ ລາວ ​ແລະ ການ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ​ແລະ ສາກົນ ປະກອບສ່ວນ​ເຂົ້າ​ໃນ​ພາລະ​ກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ. ​ໃນ​ກອງ​ປະຊຸມ​ຜູ້​ເຂົ້າ​ຮວ່ມໄດ້​ສຸມ​ໃສ່ຄົ້ນຄວ້າ​ປຶກສາ​ຫາລື​ແລກປຽ່ນບົດຮຽນ ​ແລະ ປະກອບ​ຄຳ ຄິດ​ຄຳ​ເຫັນ​​ໃສ່​ຮ່າງ​ກົດໝາຍດັ່ງກ່າວ ​ໂດຍ​ສະ​ເພາະ ​ທາງ​ດ້ານ​ເຕັກນິກ ​ແລະ ຄວາມ​ສອດຄ່ອງ​ຂອງກົດໝາຍ ສະບັບ​ດັ່ງກ່າວ​ຢ່າງ​ມີ​ຄວາມ​ຮັບຜິດຊອບ​ສູງ ​ແລະ ມີ​ບັນຍາກາດ​ອັນ​ດີ ​ແນ່​ໃສ່​ເຮັດ​ໃຫ້​ຮ່າງ​ກົດໝາຍດັ່ງກ່າວ​ມີ​ເນື້ອ​ໃນ​ຄົບ​ຖ້ວນ​ສົມບູນ​ຂຶ້ນ.                                                                                     ຂ່າວ: ອ່ອນ​ຄຳ ​ໄຊ​ຍະ​ວົງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມຄົ້ນຄວ້າ ກວດກາດ້ານເຕັກນິກ ແລະ ຄວາມສອດຄ່ອງທາງດ້ານກົດໝາຍ ຕໍ່ກັບຮ່າງກົດໝາຍ ວ່າດ້ວຍ ສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ
ກອງປະຊຸມຄົ້ນຄວ້າ ກວດກາດ້ານເຕັກນິກ ແລະ ຄວາມສອດຄ່ອງທາງດ້ານກົດໝາຍ ຕໍ່ກັບຮ່າງກົດໝາຍ ວ່າດ້ວຍສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ.
https://www.moj.gov.la/lo/node/1242
ໃນ​ຕອນ​ບ່າຍ ຂອງ​ວັນ​ທີ 11 ມິຖຸນາ 2018 ຢູ່​ທີ່​ກະຊວງ​ຍຸຕິ​ທຳ ທ່ານ ​ໄຊ​ສີ ສັນຕິ​ວົງ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ໄດ້​ຕ້ອນຮັບ​ການ​ເຂົ້າຢ້ຽ​ມຂ່ຳ​ນັບຂອງ​ ທ່ານ ນາງ ຫວູທິລານແອັງ, ຮອງອຳນວຍການມະຫາວິທະຍາໄລກົດໝາຍ ຮ່າໂນ້ຍ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ ໃນ​ໂອກາດ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດວຽກຮ່ວມກັບກະຊວງຍຸຕິທຳ.         ​ ໃນ​ໂອກາດ​ນີ້, ທ່ານ ​ໄຊ​ສີ ສັນຕິ​ວົງ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ  ​ແຫ່ງ ສປປ ລາວ ​ໄດ້​ກ່າວ​ສະ​ແດງ​ຄວາມ​ຍິນ​ດີຕ້ອນຮັບຢ່າງ​ອົບ​ອຸ່ນ​ ​ແລະ ​ຕີ​ລາຄາ​ສູງຕໍ່ ທ່ານ ນາງ ຫວູທິລານແອັງ ພ້ອມ​ດ້ວຍ​ຄະນະໃນ​ໂອກາດ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດວຽກຮ່ວມກັບກະຊວງຍຸຕິທຳໃນ​ຄັ້ງ​ນີ້ ຫຼັງຈາກ​ນັ້ນ, ທ່ານ ນາງ ຫວູທິລານແອັງ ກ່າວຈຸດປະສົງຂອງການເຂົ້າຢ້ຽມຂ່ຳນັບໃນຄັ້ງນີ້ ກໍເພື່ອລາຍງານກ່ຽວກັບການຮ່ວມມືລະຫວ່າງສະຖາບັນຍຸຕິທຳແຫ່ງຊາດ ສປປ ລາວ ແລະ ມະຫາວິທະຍາໄລກົດໝາຍ ຮ່າໂນ້ຍ ສສ ຫວຽດນາມ ໃນໄລຍະຜ່ານມາ ຊຶ່ງທັງ​ສອງ​ຝ່າຍ​ຈະໄດ້ສືບຕໍ່ປະຕິບັດຕາມບົດບັນທຶກ ແລະ ແຜນການຮ່ວມມືປະຈຳປີ 2018 ໃຫ້ປະກົດຜົນເປັນຈິງ ພ້ອມ​ທັງແຜນການ​ພົວພັນ​ຮ່ວມ​ມື​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ ​ໃນຕໍ່ໜ້າ​ໃຫ້​ນັບ​ມື້ນັບ​​ເຕີບ​ໃຫຍ່ຂະຫຍາຍຕົວ​ຂຶ້ນ​ເລື້ອຍໆ. ໂອກາດ​ດຽວກັນນີ້, ທ່ານ ນາງ ຫວູທິລານແອັງ, ກໍ​ໄດ້​ສະແດງ​ຄວາມ​ຂອບ​ໃຈຕໍ່ ທ່ານ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ແຫ່ງ ສປປ ລາວ ທີ່​ໄດ້​ໃຫ້ກຽດການ​ຕ້ອນຮັບການ​ເຂົ້າ​ຢ້ຽມຂ່ຳນັບ​ຂອງ​ຄະນະ​ຢ່າງ​ອົບ​ອຸ່ນ​ໃນຄັ້ງ​ນີ້. ແລະ ໃນວັນດຽວກັນ ຄະນະຜູ້ແທນຈາກມະຫາວິທະຍາໄລກົດໝາຍ ຮ່າໂນ້ຍ ສສ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສະຖາບັນຍຸຕິທຳແຫ່ງຊາດ ສປປ ລາວ ແລະ ມະຫາວິທະຍາໄລກົດໝາຍ ຮ່າໂນ້ຍ ສສ ຫວຽດນາມ ຢູ່ທີ່ ສະຖາບັນຍຸຕິທຳແຫ່ງຊາດ ກະຊວງຍຸຕິທຳ ສປປ ລາວ ຝ່າຍລາວນຳພາໂດຍທ່ານ ບຸນຕາ ສ.ຜາບມີໄຊ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ສປປ ລາວ, ຝ່າຍຫວຽດນາມນຳພາໂດຍ ທ່ານ ນາງ ຫວູທິລານແອັງ, ຮອງອຳນວຍການມະຫາວິທະຍາໄລກົດໝາຍ ຮ່າໂນ້ຍ ສສ ຫວຽດນາມ ພ້ອມດ້ວຍຄະນະ, ມີຮອງຫົວໜ້າສະຖາບັນ, ຫົວໜ້າ-ຮອງຫົວໜ້າພະແນກ, ຄູ-ອາຈານ ແລະ ນັກສຶກສາຂອງສະຖາບັນຍຸຕິທຳແຫ່ງຊາດເຂົ້າຮ່ວມ. ໃນກອງປະຊຸມທັງສອງຝ່າຍກໍໄດ້ລາຍງານສະພາບການເຄື່ອນໄຫວວຽກງານທີ່ຜ່ານມາ ພ້ອມນັ້ນກໍຍັງໄດ້ແລກປ່ຽນບົດຮຽນກ່ຽວກັບພາລະບົດບາດຂອງແຕ່ລະຝ່າຍ, ການຄຸ້ມຄອງການບໍລິຫານການສຶກສາດ້ານກົດໝາຍ ແລະ ປຶກສາຫາລືຄວາມເປັນໄປໄດ້ໃນການສ້າງສູນຄົ້ນຄວ້າກົດໝາຍ ລາວ-ຫວຽດນາມຮ່ວມກັນ ພ້ອມທັງໄດ້ປຶກສາຫາລືແຜນການ​ພົວພັນ​ຮ່ວມ​ມື​ຊ່ວຍ​ເຫຼືອ​ຊຶ່ງກັນ ​ແລະ ກັນ ​ໃນຕໍ່ໜ້າ​ໃຫ້​ນັບ​ມື້ນັບ​​ເຕີບ​ໃຫຍ່ຂະຫຍາຍຕົວ​ຂຶ້ນ​ເລື້ອຍໆ. ຂ່າວ: ປາ​ວີ​ຄຳ ​ເພັດ​ທະລາ​ກຸນ;       ພາບ: ສຸກ​ສາຄອນ ຈັນທະວຸດ, ສົມຫວັງ ບົວລະພັນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ຄະນະຜູ້ແທນຈາກມະຫາວິທະຍາໄລກົດໝາຍ ຮ່າໂນ້ຍ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ທ່ານລັດຖະມົນຕີກະຊວງຍຸຕິທຳ ແລະ ເຮັດວຽກຮ່ວມກັບສະຖາບັນຍຸຕິທຳແຫ່ງຊາດ ກະຊວງຍຸຕິທຳ ສປປ ລາວ
ຄະນະຜູ້ແທນຈາກມະຫາວິທະຍາໄລກົດໝາຍ ຮ່າໂນ້ຍ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ທ່ານລັດຖະມົນຕີກະຊວງຍຸຕິທຳ ແລະ ເຮັດວຽກຮ່ວມກັບສະຖາບັນຍຸຕິທຳແຫ່ງຊາດ ກະຊວງຍຸຕິທຳ ສປປ ລາວ
https://www.moj.gov.la/lo/node/1244
ເພື່ອເປັນການຈັດຕັ້ງປະຕິບັດຜັນຂະຫຍາຍຄຳແນະນຳ ເລກທີ 1387/ກຍ, ລົງວັນທີ 5 ທັນວາ ປີ 2017 ຂອງທ່ານລັດຖະມົນຕີກະຊວງຍຸຕິທຳ ແລະ ທິດທາງແຜນການຂອງພະແນກຍຸຕິທຳແຂວງກ່ຽວກັບການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ແລະ ວຽກງານສາມສ້າງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ບັນລຸຕາມຈຸດປະສົງລະດັບຄາດໝາຍທີ່ໄດ້ກຳນົດໄວ້ ແລະ ທັງເປັນການຜູກແໜ້ນຄວາມສາມັກຄີ ລະຫວ່າງ ພະນັກງານຂອງພະແນກຍຸຕິທຳແຂວງ ກັບ ນັກສຳມະນາກອນກົດໝາຍ 45 ວັນ ສະນັ້ນລະຫວ່າງວັນທີ່ 14-15 ຂອງເດືອນ ມິຖຸນາ 2018 ພະແນກຍຸຕິທຳໄດ້ຈັດພິທີສ້າງຂະບວນການແຂ່ງຂັນກິລາເປຕັງ ເພື່ອຊິງຂັນທ່ານຫົວໜ້າພະແນກຍຸຕິທຳແຂວງ ໂດຍເປັນປະທານຂອງທ່ານ ຄຳແສນ ຊາວມົ້ງວື້ ຫົວໜ້າພະແນກຍຸຕິທຳແຂວງ, ຊຶ່ງມີນັກກິລາຈາກ ສະພາທະນາຍຄວາມປະຈຳແຂວງອຸດົມໄຊ, ມີນັກສຳມະນາກອນກົດໝາຍ 45 ວັນ ແລະ ພະນັກງານພະແນກຍຸຕິທຳເຂົ້າຮ່ວມແຂງຂັນທັງໝົດ 22 ທີມ, ຍິງ 7 ທີມ. ຜົນການແຂ່ງຂັນສະຫຼຸບໄດ້ດັ່ງນີ້: ທີມຊາຍ - ຊະນະເລີດໄດ້ແກ່ ທີມສະພາທະນາຍຄວາມປະຈຳແຂວງ ອຸດົມໄຊ - ຮອງຊະນະເລີດໄດ້ແກ່ ທີມຊາວໜຸ່ມພະແນກຍຸຕິທຳແຂວງ - ອັນດັບ 3 ໄດ້ແກ່ ທີມນັກສຳມະນາກອນກົດໝາຍ 45 ວັນ 2. ທີມຍິງ  - ຊະນະເລີດໄດ້ແກ່ ທີມໜວ່ຍແມ່ຍິງພະແນກຍຸຕິທຳແຂວງ - ຮອງຊະນະເລີດໄດ້ແກ່ ທີມອາຈານສອນກົດໝາຍ 45 ວັນ - ອັນດັບ 3 ໄດ້ແກ່ ທີມນັກສຳມະນາກອນກົດໝາຍ 45 ວັນ ໃນຕອນທ້າຍ ທ່ານ ສອນສຸວັນ ປັນຍາວົງ ຮອງຫົວໜ້າພະແນກຍຸຕິທຳແຂວງໄດ້ໃຫ້ກຽດຂຶ້ນມອບຂັນ ແລະ ເງິນລາງວັນໃຫ້ແຕ່ລະທີມ. ຂຽນໂດຍ ນາງພູຄຳ ຫັດສະດີ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ການເຄື່ອນໄຫວຂອງພະແນກຍຸຕິທຳແຂວງ ອຸດົມໄຊ
ສ້າງຂະບວນການກິລາກັບຊຸດການຮຽນ-ການສອນ 45 ວັນ ທີ່ພະແນກຍຸຕິທຳແຂວງ ອຸດົມໄຊ
https://www.moj.gov.la/lo/node/1245
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 20-ມິຖຸນາ-2018ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 17/6/2018
ລາຍການເພື່ອສັງຄົມຍຸຕິທຳ 17/6/2018
https://www.moj.gov.la/lo/node/1246
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 21-ມິຖຸນາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 20/6/2018
ລາຍການຄວາມຮູ້ທາງກົດໝາຍ 20/6/2018
https://www.moj.gov.la/lo/node/1247
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 25-ມິຖຸນາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 22/6/2018
ລາຍການຄວາມຮູ້ທາງກົດໝາຍ 22/6/2018
https://www.moj.gov.la/lo/node/1248
ໃນ​ວັນ​ທີ 22 ມິ​ຖຸ​ນາ 2018 ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 5 ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ VIII ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ໄດ້ຂຶ້ນສະເໜີກ່ຽວກັບການປັບປຸງກົດໝາຍວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໂດຍການເປັນປະທານຂອງ ທ່ານ ສົມພັນ ແສງຄໍາມີ ຮອງປະທານສະພາແຫ່ງຊາດ, ມີສະມາຊິກສະພາແຫ່ງຊາດເຂົ້າຮ່ວມທັງໝົດ 116 ທ່ານ. ຊຶ່ງທ່ານໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງກົດໝາຍສະບັບດັ່ງກ່າວ ເພື່ອໃຫ້ສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມໃນປັດຈຸບັນ, ເຮັດໃຫ້ເນື້ອໃນກົດໝາຍມີຄວາມຊັດເຈນ ແລະ ຮັດກຸ່ມຂຶ້ນກວ່າເກົ່າ. ໃນກອງປະຊຸມ ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ໄດ້​​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ ໃສ່​ຮ່າງ​ກົດ​ໝາຍວ່າ​ດ້ວຍ ​​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດ​ຖະ​ກິດ (ສະ​ບັບ​ປັບ​ປຸງ)  ຊຶ່ງ​ປະ​ກອບ​ມີ XI ພາກ, 7 ໝວດ, ແຕ່​ໄດ້​ສັບ​ຊ້ອນ​ພາກ​ທີ IV ແລະ ພາກ​ທີ V ​ມາ​ເປັນ​ພາກ​ທີ III, ສັບ​ຊ້ອນ ​ພາກທີ IV ແລະ ພາກ​ທີ III ​ມາ​ເປັນ​ພາກ​ທີ V. ໃນ​ຮ່າງ​ກົດ​ໝາຍ​ສະ​ບັບ​ປັບ​ປຸງ. ປະກອບມີ 89 ມາດຕາ, ໃນນີ້ໄດ້ປັບປຸງໃໝ່ 55 ມາດຕາ , ສ້າງໃໝ່ 17 ມາດຕາ ແລະ ຮັກ​ສາ​ໄວ້ 17 ມາດ​ຕາ. ກົດໝາຍວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ ແລະ ການກວດກາວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການແກ້ໄຂຢ່າງສັນຕິວິທີ, ເປັນທໍາ ແລະ ວ່ອງໄວ ແນໃສ່ຊຸກຍູ້ການດໍາເນີນການຜະລິດ-ທຸລະກິດໃຫ້ຂະຫຍາຍຕົວ ແລະ ເຊື່ອມໂຍງເຂົ້າສາກົນ, ສ້າງສະພາບແວດລ້ອມເອື້ອອໍານວຍໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງຊາດ. ຕອນບ່າຍຂອງວັນດຽວກັນພາຍຫຼັງທີ່ ສະມາຊິກສະພາແຫ່ງຊາດ ໄດ້ຜັດປ່ຽນກັນປະກອບຄໍາເຫັນໃສ່ (ຮ່າງ) ກົດໝາຍວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດແລ້ວ ກໍໄດ້ຮັບຮອງກົດໝາຍສະບັບດັ່ງກ່າວ ດ້ວຍຄະແນນສຽງສ່ວນຫຼາຍ. ຂ່າວ-ພາບ: ຂົນ ບຸນທິສານ   ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ສະມາຊິກສະພາແຫ່ງຊາດ ປະກອບຄຳເຫັນ
ສະມາຊິກສະພາແຫ່ງຊາດ ປະກອບຄຳເຫັນ ແລະ ຮັບຮອງເອົາກົດໝາຍ ວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ (ສະບັບປັບປຸງ).
https://www.moj.gov.la/lo/node/1249
ໃນຕອນ​ເຊົ້າ​ຂອງ​ວັນ​ທີ 7 ມິຖຸນາ 2018 ພະ​ແນ​ກຍຸຕິ​ທໍາ​ແຂວງ ໄດ້ຈັດພິທີປິດການຮຽນ - ການສອນກົດໝາຍຊັ້ນຕົ້ນ ຊຸດ​ທີ VII ປະຈຳ​ປີ 2018 ຢູ່ທີ່​ບ້ານ ​ປາກ​ອູ, ເມືອງ ປາກ​ອູ, ແຂວງ ຫຼວງພະ​ບາງ ​​ໂດຍ​ການ​​ເປັນ​ປະທານຂອງທ່ານ ອຸ​ຕິ່ງ ພັນ​ດາ​ລັກ​ ຮອງ​ເລຂາ​ພັກ​ເມືອງ ຮອງ​ເຈົ້າ​ເມືອງ ​ເມືອງ ປາກ​ອູ ​ເຂົ້າ​ຮ່ວມ ມີ​ທ່ານ ຄອນ​ສີ ຄອນ​ຈະ​ເລີ​ນ ຮອງຫົວໜ້າພະແນກຍຸຕິທໍາແຂວງ ​ຫຼວງພະ​ບາງ, ​​ມີຫົວໜ້າຫ້ອງການ​ຍຸຕິ​ທຳ​ເມືອງ,​ ທ່ານຜູ້ຕາງໜ້າຈາກ​ຫ້ອງ​ການ​ອ້ອມ​ຂ້າງ​ເມືອງ ​ແລະ ​ນັກ​ສຳ​ມະ​ນາກ​ອນ ເຂົ້າຮ່ວມທັງໝົດ 106 ຄົນ, ຍິງ 26 ຄົນ. ​          ໃນ​ພິທີທ່ານ ບຸນ​ທ່ຽງ ປະສິດທິ ຫົວໜ້າຫ້ອງການ​ຍຸຕິ​ທຳ​ເມືອງ ​ປາກ​ອູ  ໄດ້ສະຫຼຸບລາຍ​ງານຜົນສຳ​ເລັດ​ການຈັດ​ຕັ້ງ​ປະຕິບັດຫຼັກສູດການຮຽນກົດໝາຍຊັ້ນຕົ້ນ 3 ເດືອນ ຊຸດ​ທີ VII ປະຈຳ​ປີ 2018   ຊຶ່ງ​​ການ​ຮຽນ-ການ​ສອນກົດໝາຍຊັ້ນ​ຕົ້ນ​ແມ່ນ​ຈັດ​ໃຫ້​ສະ​ເພາະພະນັກງານຫຼັກ​ແຫຼ່ງຂອງ​ຂະ​ແໜງການ​ອ້ອມ​ຂ້າງ​ເມືອງ, ​ເລຂາ​ພັກ​ບ້ານ, ນາຍບ້ານ ຂອງ​​ ​ເມືອງ​​ປາກ​ອູ, ການ​ຮຽນ-ການ​ສອນດັ່ງກ່າວ​ ແມ່ນ​ໄດ້​ນຳ​ເອົາ​ບາງກົດໝາຍ​ໃນ​ 4 ຂົງ​ເຂດ​ມາ​ສິດສອນ ຜ່ານ​ການ​ຮຽນກົດໝາຍຊັ້ນ​ຕົ້ນ​ເຮັດ​​ໃຫ້​ນັກສຳ​ມະ​ນາກ​ອນຮັບ​ຮູ້​, ເຂົ້າ​ໃຈ ​ແລະ ເຄື່ອນ​ໄຫວ​ວຽກງານ​​ໃຫ້ຖືກຕ້ອງ​ຕາມ​ພາລະ​ບົດບາດ, ສິດ ​ແລະ ໜ້າທີ່​ຂອງ​ຕົນ, ​ເປັນ​ຕົ້ນ ການບໍລິຫານ​ບ້ານ​ເຂົ້າ​​ສູ່ກົດໝາຍ ​ແລະ ລະບຽບການ​ເທື່ອ​ລະ​ກ້າວ,​ ​ແນ່​ໃສ່ເຮັດ​ໃຫ້​ກຸ່ມ​ບ້ານ ​ແລະ ຮາກ​ຖານ​ບ້ານມີ​ການ​ພັດທະນາ, ມີ​ຄວາມ​ສະຫງົບ ມີຄວາມ​ເປັນ​ລະບຽບຮຽບຮ້ອຍ​​ໂດຍພື້ນຖານ ​ແລະ ສາມາດກາຍ​ເປັນ​ບ້ານ​ແບບຢ່າງ​ໃນ​ການ​ປະຕິບັດ​ກົດໝາຍ.         ພ້ອມ​ດຽວກັນ​ນັ້ນ​ໃນ​ພິທີ ກໍ​ໄດ້​ມີ​ການ​ມອບ​ໃບ​ປະກາສະ​ນິຍະ​ບັດ​ໃຫ້​ແກ່​ຜູ້​ສຳ​ເລັດ​ການ​ຮຽນກົດໝາຍຊັ້ນ​ຕົ້ນ ຈຳນວນ 42 ຄົນ, ຍິງ 7 ຄົນ ມອບ​ໂດຍ​ທ່ານ ອຸ​ຕິ່ງ ພັນ​ດາ​ລັກ​ ຮອງ​ເລຂາ​ພັກ​ເມືອງ ຮອງ​ເຈົ້າ​ເມືອງ ​ເມືອງ ປາກ​ອູ. ໃນ​ຕອນ​ທ້າຍ​ຂອງ​ພິທີ ​ທ່ານ ອຸ​ຕິ່ງ ພັນ​ດາ​ລັກ​ ຮອງ​ເລຂາ​ພັກ​ເມືອງ ຮອງ​ເຈົ້າ​ເມືອງ ​ເມືອງ ປາກ​ອູ ​ກໍ​ໄດ້​ໃຫ້ກຽດ​ໂອ້​ລົ​ມຕໍ່​ພິທີ​ ຊຶ່ງທ່ານ​ໄດ້​ກ່າວ​ຍ້ອງຍໍ​ຊົມ​ເຊີຍ ຄະນະ​ຮັບຜິດຊອບ, ຄູ-ອາຈານ ​ແລະ ນັກ​ສຳ​ມະ​ນາກ​ອນ ທີ່​ໄດ້​ເອົາ​ໃຈ​ໃສ່​​ໃນ​ການສິດສອນ ​ແລະ ຄົ້ນຄວ້າຮ່ຳຮຽນຈົນ​ສຳ​ເລັດ ​ແລະ ທ່ານ​ຍັງ​ໄດ້​ເນັ້ນໜັກ​ໃຫ້​ນັກ​ສຳ​ມະ​ນາກ​ອນ ຈົ່ງ​ນຳ​ເອົາ​ຄວາມ​ຮູ້, ຄວາມ​ສາມາດທີ່​ໄດ້​ຮຽນມາໄປ​ຜັນ​ຂະຫຍາຍ​​ເຂົ້າ​ໃນໜ້າທີ່​ວຽກງານ​ໃນ​ຂອບ​ເຂດ​ທີ່​ຕົນ​ເອງ​ຮັບຜິດຊອບ​ໃຫ້​​ເກີດ​ຜົນ​ປະ​ໂຫຍ​ດສູງ​ສຸດ. ຂຽນຂ່າວ: ວິລະ​ກອນ ສີ​ພົມມະຈັນ ປັບປຸງຂ່າວ​: ອ່ອນ​ຄຳ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂວງ ຫຼວງພະບາງ ໄດ້ຈັດພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຢູ່ເມືອງ ປາກອູ ແຂວງ ຫຼວງພະບາງ
ພະແນກຍຸຕິທຳແຂວງ ໄດ້ຈັດພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຢູ່ເມືອງ ປາກອູ ແຂວງ ຫຼວງພະບາງ
https://www.moj.gov.la/lo/node/1250
ໂດຍ​ອີງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງໜ້າທີ່​ວຽກງານ​ໃນ​ໄລຍະ​ໃໝ່ ໃນ​ຕອນ​ເຊົ້າ​ຂອງ​​ວັນ​ທີ 19 ມິ​ຖຸນາ 2018 ຢູ່ທີ ພະ​ແນ​ກຍຸຕິ​ທຳ ​ແຂວງ ​ຄຳ​ມ່ວນ ​ໄດ້​ມີ​ພິທີມອບ-ຮັບ​ຕຳ​ແໜ່ງຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງ​ ຄຳ​ມວ່ນ ລະຫວ່າງ ຜູ້​ເກົ່າ ​ແລະ ຜູ້​ໃໝ່ຂຶ້ນ ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ​ໄຊ​ສີ ສັນຕິ​ວົງ , ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ເປັນກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ​ໂອ​ໄດ ສຸດາ​ພອນ ​ເຈົ້າ​ແຂວງ ຄຳ​ມ່ວນ, ມີ​ຫົວໜ້າຫ້ອງການ, ຫົວໜ້າກົມ​ຈັດ​ຕັ້ງ ​ແລະ ພະນັກງານຂອງ​ກະຊວງ​ຍຸຕິ​ທຳ, ບັນດາພະ​ແນ​ກການ​ອ້ອມ​ຂ້າງ​ແຂວງ ​ຕະຫຼອດຮອດ​ພະນັກງານ​ພາຍ​ໃນ​ພະ​ແນ​ກຍຸຕິ​ທຳ​ແຂວງ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.         ​ໃນ​ພິທີ​ທ່ານ ລຳ​ພອນ ສີ​ອັກສອນ ຮອງ​ຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງ​ ຄຳ​ມ່ວນ ​ໄດ້​ຂຶ້ນ​ຜ່ານ​ບົດ​ບັນທຶກ​ມອບ​ຮັບໜ້າທີ່​ຕຳ​ແໜ່ງ ລະຫວ່າງ ທ່ານ ຈັນທາ ພົມມະ​ສອນ ຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງ​ ຄຳ​ມວ່ນ ຜູ້​ເກົ່າ ກັບ ທ່ານ ຄຳ​ເພົ້າ ທອງ​ເທພາ​ຮັກ ຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງ ຄຳ​ມ່ວນ ​ຜູ້​ໃໝ່ ຫຼັງຈາກ​ນັ້ນ ກໍ​ໄດ້​ມີ​ການ​ເຊັນ​ບົດ​ບັນທຶກ​ມອບ-ຮັບໜ້າທີ່ ​ໂດຍ​ຊ້ອງໜ້າຂອງ​ຄະ​ນະພັກ-​ຄະນະ​ນຳ​ຂອງ​ ກະຊວງ​ຍຸຕິ​ທຳ, ຄະນະພັກ-ຄະນະນຳ​ຂອງແຂວງ​ ຄຳ​ມວ່ນ  ທັງນີ້​​ເພື່ອ​ເປັນ​ການຍົກ​ສູງ ບົດບາດ​ຂອງ​ຫົວໜ້າພະ​ແນ​ກຜູ້​ໃໝ່ ​ໃນ​ການ​ຊີ້​ນຳ-ນຳພາ ວຽກງານ​ໃຫ້​ມີ​ຄວາມໜັກ​ແໜ້ນ ​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເມືອງ-​ແນວ​ຄິດ​ ​ເຂັ້ມ​ແຂງ​ທາງ​ດ້ານ​ການຈັດ​ຕັ້ງ ​ແລະ ສາມາດ​ຕອບ​ສະໜອງຄວາມ​ຮຽກຮ້ອງ​ຕ້ອງການຂອງໜ້າທີ່​ການ​ເມືອງ​ໃນ​ໄລຍະ​ໃໝ່.         ​ໃນ​ຕອນ​ທ້າຍ​ພິທີ​ກໍ​ໄດ້​ຮັບ​ຟັງ​ການ​ໂອ້​ລົມ​ຂອງ​ທ່ານ ​ໄຊ​ສີ ສັນຕິ​ວົງ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ກ່ອນ​ອື່ນທ່ານ​ກໍໄດ້​ກ່າວ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່​ຜົນສຳ​ເລັດ​ທີ່​ພະ​ແນ​ກຍຸຕິ​ທຳ​ແຂວງ ຄຳ​ມ່ວນ ຍາດ​ມາ​ໄດ້​ໃນ​​ໄລຍະ​ຜ່ານ​ມາ ພ້ອມ​ນັ້ນ ຍັງ​ໄດ້​ຮຽກຮ້ອງ​ໃຫ້​ຜູ້​ທີ່​ໄດ້​ຮັບການ​ແຕ່ງ​ຕັ້ງ​​ໃນຄັ້ງ​ນີ້ ​ຈົ່ງ​ໄດ້ເອົາ​ໃຈ​ໃສ່​ຍົກ​ສູງ​ຄວາມ​ຮັບຜິດຊອບຕໍ່ໜ້າທີ່​ການ​ເມືອງ​ຂອງ​ຕົນ​ ​ແລະ ຕັ້ງໜ້າ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ພະ​ແນ​ກຍຸຕິ​ທຳ​ແຂວງ ​ແລະ ​ເຮັດ​ສຳ​ເລັດໜ້າທີ່ ທີ່​ການຈັດ​ຕັ້ງ​ມອບໝາຍ​ໃຫ້​ໄດ້​ຮັບ​ຜົນສຳ​ເລັດ.        ຂຽນຂ່າວ: ອອ່ນຄຳ ​ໄຊ​ຍະ​ວົງ    ພາບ: ​ສົມ​ຫັວງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພິທີມອບ-ຮັບຕຳແໜ່ງຫົວໜ້າພະແນກຍຸຕິທຳແຂວງຄຳມວ່ນ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່
ພິທີມອບ-ຮັບຕຳແໜ່ງຫົວໜ້າພະແນກຍຸຕິທຳແຂວງຄຳມວ່ນ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່
https://www.moj.gov.la/lo/node/1251
ໃນຕອນ​ເຊົ້າ ວັນ​ທີ 22 ​ມິຖຸນາ 2018 ຜ່ານມານີ້ ພະແນກຍຸຕິທໍາແຂວງ ວຽງຈັນ ໄດ້ປິດຊຸດຝຶກອົບຮົມກົດໝາຍ​ໄລຍະສັ້ນ 45 ວັນ ຊຸດທີ VIII ປະຈໍາປີ 2018 ຂຶ້ນ ຢູ່ຫ້ອງ​ປະຊຸມ ສະພາ​ປະຊາຊົນ​ແຂວງ​ວຽງຈັນ. ໃຫ້ກຽດເປັນປະທານຂອງ ທ່ານ ບຸນ​ສະຫວາດ ບຸ​ບຜາ ຮອງລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ ​, ມີຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງ ວຽງຈັນ, ຮອງ​ຫົວໜ້າພະ​ແນ​ກ, ມີຄະນະຮັບຜິດຊອບຊຸດຝຶກອົບຮົມ, ແຂກຖືກເຊີນ ພ້ອມດ້ວຍ ຄູ - ອາຈານ ແລະ ນັກຝຶກອົບຮົມ ເຂົ້າຮ່ວມທັງໝົດ 78 ທ່ານ, ຍິງ 16 ທ່ານ. ທ່ານ ກອງ​ສີ ອຸດົມ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງ ວຽງຈັນ ກໍໄດ້ຂຶ້ນຜ່ານບົດ​ສະຫຼຸບຜົນສຳ​ເລັດຊຸດຝຶກອົບຮົມກົດໝາຍ​ໄລຍະ​ສັ້ນ 45 ວັນ, ຊຸດ​ທີ VIII ​ໃຫ້​ແກ່​ພະນັກງານການ​ນຳ, ພະນັກງານຫຼັກ​ແຫຼ່ງຂັ້ນ​ແຂວງ ​ແລະ ຂັ້ນ​ເມືອງ​ຂອງ​ແຂວງ​ ວຽງຈັນ ຊຶ່ງຊຸດຝຶກອົບຮົມ ​ແມ່ນ​ເລິ່ມ ​ເປິ​ດຮຽນໃນວັນທີ 23 ​ເມສາ 2018 ແລະ ດຳເນີນໄປຈົົນເຖິງວັນທີ 22 ມີ​ຖຸນາ 2018 ຈຶ່ງສໍາເລັດ,  ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ແກ່ນັກຝຶກອົບຮົມທັງໝົດ 50 ທ່ານ, ຍິງ 09 ທ່ານ. ຈຸດປະສົງ​ຂອງ​ການ​ຝຶກ​ອົບຮົມ​ກົດໝາຍ​ໃນ​ຄັ້ງ​ນີ້​ ກໍ​ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງພາຍ​ໃນ​ແຂວງ​ ວຽງຈັນ ໄດ້ຮັບຮູ້  ເຂົ້າໃຈ ລັດຖະທຳມະນູນ ແລະ ກົດໝາຍ, ພ້ອມນັ້ນ​ກໍເປັນການຍົກສູງບົດບາດການນໍາພາ ແລະ ການຈັດຕັ້ງປະຕິບັດວຽກງານໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ກົດໝາຍ. ໃນຕອນທ້າຍຂອງພິທີ ທ່ານ ບຸນ​ສະຫວາດ ບຸ​ບຜາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທໍາ ກໍ​ໄດ້​ໃຫ້ກຽດ​ໂອ້​ລົ​ມຕໍ່​ພິທີ​ ຊຶ່ງທ່ານ​ໄດ້​ກ່າວ​ຍ້ອງຍໍ​ຊົມ​ເຊີຍ ຄະນະ​ຮັບຜິດຊອບ, ຄູ- ອາຈານ ​ແລະ ນັກຝຶກ​ອົບຮົມ ທີ່​ໄດ້​ເອົາ​ໃຈ​ໃສ່​​ໃນ​ການສິດສອນ ​ແລະ ຄົ້ນຄວ້າຮ່ຳຮຽນຈົນ​ສຳ​ເລັດ ​ແລະ ທ່ານ​ຍັງ​ໄດ້​ເນັ້ນໜັກ​ໃຫ້​ນັກຝຶກອົບ​ຮົມ ຈົ່ງ​ນຳ​ເອົາ​ຄວາມ​ຮູ້, ຄວາມ​ສາມາດທີ່​ໄດ້​ຮຽນມາໄປ​ຜັນ​ຂະຫຍາຍ​​ເຂົ້າ​ໃນໜ້າທີ່​ວຽກງານ​ໃນ​ຂອບ​ເຂດ​ທີ່​ຕົນ​ເອງ​ຮັບຜິດຊອບ​ໃຫ້​​ເກີດ​ຜົນ​ປະ​ໂຫຍ​ດສູງ​ສຸດ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂວງ ວຽງຈັນ ປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VIII ປະຈໍາປີ 2018
ພະແນກຍຸຕິທຳແຂວງ ວຽງຈັນ ປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VIII ປະຈໍາປີ 2018
https://www.moj.gov.la/lo/node/1252
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 26-ມິຖຸນາ-2018ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 24/6/2018
ລາຍການເພື່ອສັງຄົມຍຸຕິທຳ 24/6/2018
https://www.moj.gov.la/lo/node/1253
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 29-ມິຖຸນາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 25/6/2018
ລາຍການຄວາມຮູ້ທາງກົດໝາຍ 25/6/2018
https://www.moj.gov.la/lo/node/1254
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 29-ມິຖຸນາ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 27/6/2018
ລາຍການຄວາມຮູ້ທາງກົດໝາຍ 27/6/2018
https://www.moj.gov.la/lo/node/1255
ໃນເຊົ້າຂອງວັນທີ 26 ມີຖຸນາ 2018 ທ່ານ ພູທອນ ແກ້ວດວງມະນີ ຄະນະບໍລິຫານງານພັກ ກະຊວງຍຸຕິທຳ, ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ໄດ້ຕ້ອນຮັບ ທ່ານ ກິຄຳ ວົງໄຊ ຫົວໜ້າຫ້ອງວ່າການປົກຄອງເມືອງ ທຸລະຄົມ ພ້ອມດ້ວຍຄະນະທີ່ມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບກົມໂຄສະນາເຜີຍແຜ່ກົດໝາຍ. ຈຸດປະສົງຂອງການພົບປະໃນຄັ້ງນີ້ ແມ່ນເພື່ອແລກປ່ຽນຖອດຖອນບົດຮຽນວຽກງານໂຄສະນາເຜີຍແຜ່ກົດໝາຍຢູ່ທ້ອງຖິ່ນ ໂດຍສະເພາະ ແມ່ນຢູ່ເມືອງ ທຸລະຄົມ ແຂວງ ວຽງຈັນ. ທັງສອງຝ່າຍກໍໄດ້ລາຍງານການເຄື່ອນໄຫວວຽກງານຂອງຕົນໂດຍຫຍໍ້ໃຫ້ກັນຊາບ. ຈາກນັ້ນ, ກໍໄດ້ແລກປ່ຽນບົດ ຮຽນກ່ຽວກັບວຽກງານການໂຄສະນາເຜີຍແຜ່ກົດໝາຍ ເຮັດແນວໃດເພື່ອໃຫ້ພະນັກງານ-ລັດຖະກອນ ແລະ ປະຊາຊົນຢູ່ພາຍໃນເມືອງທຸລະຄົມ ແຂວງ ວຽງຈັນ ໄດ້ຮັບຮູ້, ເຂົ້າໃຈ, ມີສະຕິເຄົາລົບ, ປະຕິບັດລັດຖະທຳມະນູນ ແລະ ກົດໝາຍໃຫ້ຫຼາຍຂຶ້ນ. ຕອນທ້າຍ ທ່ານ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກໍໄດ້ມອບປຶ້ມກົດໝາຍ 4 ຂົງເຂດ ຈຳນວນ 20 ຊຸດ ແລະ ວາລະສານກົດໝາຍ ແລະ ຍຸຕິທຳ ຈຳນວນ 50 ຫົວ, ລວມເປັນມູນຄ່າທັງໝົດ 10.550.000 ລ້ານກີບ, ເພື່ອນຳໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານໃຫ້ເກີດດອກອອກຜົນ ແລະ ປະກົດຜົນເປັນຈິງ. ຫຼັງຈາກນັ້ນ, ທ່ານ ກິຄຳ ວົງໄຊ ຫົວໜ້າຫ້ອງວ່າການປົກຄອງເມືອງທຸລະຄົມ ກໍໄດ້ກ່າວສະແດງຄວາມຂອບໃຈມາຍັງຄະນະພັກ-ຄະນະນໍາກະຊວງຍຸຕິທໍາ, ໂດຍສະເພາະກໍແມ່ນກົມໂຄສະນາເຜີຍແຜ່ກົດໝາຍ ແລະ ໄດ້ມອບໃບກຽດຕິຄຸນຈາກເຈົ້າເມືອງ ທຸລະຄົມແຂວງ ວຽງຈັນ ໃຫ້ແກ່ກົມໂຄສະນາເຜີຍແຜ່ກົດໝາຍທັງໃຫ້ຄຳໝັ້ນສັນຍາວ່າຈະນຳໃຊ້ປຶ້ມກົດໝາຍດັ່ງກ່າວລົງໂຄສະນາເຜີຍແຜ່ໃຫ້ພະນັກງານ-ລັດຖະກອນ, ປະຊາຊົນພາຍໃນເມືອງໃຫ້ມີຄວາມຮັບຮູ້, ເຂົ້າໃຈ ແລະ ມີສະຕິເຄົາລົບລັດຖະທຳມະນູນ ແລະ ກົດໝາຍຫຼາຍຂຶ້ນກ່ວາເກົ່າ.   ຂຽນຂ່າວ: ປາວີຄຳ ເພັດທະລາກຸນ;   ພາບ: ສຸກສາຄອນ ຈັນທະວຸດ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ຕ້ອນຮັບ ທ່ານຫົວໜ້າຫ້ອງວ່າການປົກຄອງເມືອງທຸລະຄົມ
ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ຕ້ອນຮັບ ທ່ານຫົວໜ້າຫ້ອງວ່າການປົກຄອງເມືອງທຸລະຄົມ ແຂວງ ວຽງຈັນ
https://www.moj.gov.la/lo/node/1256
ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 22 ມິຖຸນາ 2018 ທີ່​ຜ່ານ​ມາ ຢູ່ໂຮງຮຽນປະຖົມສົມບູນເກົ້າຍອດ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນຄຳ ວິຈິດລາສີ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ສີສັດຕະນາກ, ເປັນກຽດເຂົ້າຮ່ວມຂອງທ່ານ ບຸນເພັງ ສີນະວົງພອນ ຫົວໜ້າພະແນກຍຸຕິທໍານະຄອນຫຼວງວຽງຈັນ, ມີຕາງໜ້າມາຈາກອົງການປົກຄອງບ້ານ, ຄະນະຮັບຜິດຊອບ, ຄູ-ອາຈານ, ແຂກຖືກເຊີນ ຕະຫຼອດຮອດນັກສໍາມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.       ໃນພິທີ​ໄດ້ຮັບຟັງການລາຍງານສະພາບການຮຽນ-ການສອນກົດໝາຍຊັ້ນຕົ້ນໄລຍະ 3 ເດືອນ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານ​ອ່ອນ ແລະ ຂໍ້ຫຍຸ້ງຍາກໃນ​ການ​ຮຽນ-ການ​ສອນ​ກົດໝາຍຊັ້ນ​ຕົ້ນ​ໃນ​ໄລຍະ​ຜ່ານ​ມາ. ຊຶ່ງ​​ມີນັກສໍາມະນາກອນສຳ​ເລັ​ດການຮຽນກົດໝາຍຊັ້ນ​ຕົ້ນທັງໝົດຈຳນວນ  43 ຄົນ, ຍິງ14 ຄົນ, ສາມາດຈັດປະເພດ​ໄດ້​ດັ່ງ​ນີ້ ດີເດັ່ນ 20 ທ່ານ, ຍິງ 10 ທ່ານ, ດີ 15 ທ່ານ, ຍິງ 04 ທ່ານ.      ຕອນທ້າຍຂອງພິທີ ທ່ານ ບຸນຄໍາ ວິຈິດລາສີ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ສີສັດຕະນາກກໍໄດ້ໃຫ້ກຽດມອບ​​ໃບ​ຢັ້ງຢືນໃຫ້ນັກສຳມະນາກອນ ​ແລະ ​ໃບ​ຍ້ອງຍໍ​ໃຫ້​ຄູ-ອາຈານ ພ້ອມນັ້ນ ທ່ານຍັງໄດ້​ໂອ້​ລົມຕໍ່ຜູ້​ສຳ​ເລັດ​ການ​ຮຽນກົດໝາຍຊັ້ນ​ຕົ້ນໃນ​ຄັ້ງ​ນີ້​ຈົ່ງ​ພ້ອມ​ກັນ​ນຳ​ເອົາ​ຄວາມ​ຮູ້, ຄວາມ​ສາມາດ​ທີ່​ໄດ້​ຮຽນມາ​ໄປ​ນຳ​ໃຊ້​ເຂົ້າ​ໃນ​ວຽກງານ ເພື່ອ​ໃຫ້​ເກີດ​ຜົນ​ປະ​ໂຫຍ​ດສູງ​ສຸດ​ແກ່​ສັງຄົມ.                 ຂຽນຂ່າວ, ພາບ: ປາວີຄຳ ເພັດທະລາກຸນ   ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ຫ້ອງການຍຸຕິທຳເມືອງ ສີສັດຕະນາກ ຈັດພິທີປິດການຮຽນ-ສອນກົດໝາຍຊັ້ນຕົ້ນ
ຫ້ອງການຍຸຕິທຳເມືອງ ສີສັດຕະນາກ ຈັດພິທີປິດການຮຽນ-ສອນກົດໝາຍຊັ້ນຕົ້ນ ປະຈຳປີ 2018
https://www.moj.gov.la/lo/node/1257
ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 22 ມິຖຸນາ 2018 ທີ່​ຜ່ານ​ມາ ຢູ່ສະໂມສອນ ເມືອງ ນາຊາຍທອງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນຊູ ພະວິເສດ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ນາຊາຍທອງ, ມີບັນດາຄະນະພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ເລຂາພັກບ້ານ, ນາຍບ້ານ, ຄະນະຮັບຜິດຊອບ, ຄູອາຈານ, ແຂກຖືກເຊີນ ຕະຫຼອດຮອດນັກສໍາມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.       ໃນພິທີ​ໄດ້ຮັບຟັງການລາຍງານສະພາບການຮຽນ-ການສອນກົດໝາຍຊັ້ນຕົ້ນໄລຍະ 3 ເດືອນ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານ​ອ່ອນ ແລະ ຂໍ້ຫຍຸ້ງຍາກໃນ​ການ​ຮຽນ-ການ​ສອນ​ກົດໝາຍຊັ້ນ​ຕົ້ນ​ໃນ​ໄລຍະ​ຜ່ານ​ມາ. ຊຶ່ງ​​ມີນັກສໍາມະນາກອນສຳ​ເລັ​ດການຮຽນກົດໝາຍຊັ້ນ​ຕົ້ນຊຸດທີ VII ປະຈຳປີ 2018 ທັງໝົດຈຳນວນ  31 ທ່ານ, ຍິງ12 ທ່ານ.      ຕອນທ້າຍຂອງພິທີ ທ່ານ ບຸນຊູ ພະວິເສດ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ນາຊາຍທອງ ກໍໄດ້ໃຫ້ກຽດມອບ​​ໃບ​ຢັ້ງຢືນໃຫ້ນັກສຳມະນາກອນ ​ແລະ ​ໃບ​ຍ້ອງຍໍ​ໃຫ້​ຄູ-ອາຈານ ພ້ອມນັ້ນ ທ່ານຍັງໄດ້​ໂອ້​ລົມຕໍ່ຜູ້​ສຳ​ເລັດ​ການ​ຮຽນກົດໝາຍຊັ້ນ​ຕົ້ນໃນ​ຄັ້ງ​ນີ້​ຈົ່ງ​ພ້ອມ​ກັນ​ນຳ​ເອົາ​ຄວາມ​ຮູ້, ຄວາມ​ສາມາດ​ທີ່​ໄດ້​ຮຽນມາ​ໄປ​ນຳ​ໃຊ້​ເຂົ້າ​ໃນ​ວຽກງານ ເພື່ອ​ໃຫ້​ເກີດ​ຜົນ​ປະ​ໂຫຍ​ດສູງ​ສຸດ​ແກ່​ສັງຄົມ.                 ຂຽນຂ່າວ: ປາວີຄໍາ ເພັດທະລາກຸນ;   ພາບ: ສຸກສາຄອນ ຈັນທະວຸດ     ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ຫ້ອງການຍຸຕິທຳເມືອງ ນາຊາຍທອງຈັດພິທີປິດການຮຽນ-ສອນກົດໝາຍຊັ້ນຕົ້ນ
ຫ້ອງການຍຸຕິທຳເມືອງ ນາຊາຍທອງຈັດພິທີປິດການຮຽນ-ສອນກົດໝາຍຊັ້ນຕົ້ນ ຊຸດທີ VII ປະຈໍາປີ 2018
https://www.moj.gov.la/lo/node/1258
ໃນຕອນບ່າຍຂອງວັນທີ 20 ມິຖຸນາ 2018 ຜ່ານມານີ້ ຢູ່ທີ່ກອງບັນຊາການທະຫານເມືອງແປກ ແຂວງຊຽງຂວາງ ພະແນກຍຸຕິທຳໄດ້ລົງໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ນາຍ ແລະ ພົນທະຫານ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ມົນຕີ ສີອຸດົມ ຄະນະພັກ, ຮອງຫົວໜ້າພະແນກຍຸຕິທຳແຂວງຊຽງຂວາງ, ມີຄະນະພັກ, ຄະນະກອງບັນຊາການ, ນາຍ ແລະ ພົນທະຫານກອງບັນຊາການທະຫານເມືອງ ແປກ ເຂົ້າຮ່ວມທັງໝົດ 69 ທ່ານ, ຍິງ 13 ທ່ານ. ຈຸດປະສົງຂອງການລົງໂຄສະນາເຜີຍແຜ່ກົດໝາຍໃນຄັ້ງນີ້ ກໍເພື່ອເປັນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ ແລະ ກົດໝາຍຂອງລັດ, ໂດຍສະເພາະແມ່ນພາລະບົດບາດຂອງອົງການປົກປ້ອງກົດໝາຍຂັ້ນແຂວງ  ແລະ ບາງມາດຕາຂອງກົດໝາຍທີ່ຕິດພັນກັບການເຄື່ອນໄຫວ, ດຳລົງຊີວິດຂອງພົນລະເມືອງໃນສັງຄົມປັດຈຸບັນເປັນຕົ້ນ ກົດໝາຍວ່າດ້ວຍຢາເສບຕິດ, ກົດໝາຍອາຍາ, ກົດໝາຍວ່າດ້ວຍຂໍ້ຜຸກພັນໃນ ແລະ ນອກສັນຍາ, ກົດໝາຍຄອບຄົວ ແລະ ກົດໝາຍວ່າດ້ວຍການຄ້າມະນຸດ; ພ້ອມກັນນັ້ນ ກໍໄດ້ມອບປຶ້ມກົດໝາຍ 4 ໂຂງເຂດຈໍານວນ 1 ຊຸດ; ວາລະສານກົດໝາຍ ແລະ ຍຸຕິທຳ ຈຳນວນ 10 ຫົວ; ໃຫ້ຄະນະພັກ, ຄະນະກອງບັນຊາການທະຫານເມືອງດັ່ງກ່າວ ໄດ້ຄົ້ນຄວ້າສຶກສາຮໍ່າຮຽນຕື່ມອີກ. ຫຼັງຈາກນັ້ນ, ທ່ານ ພັທ ພີມພອນ ດວງບຸນມີ ເລຂາຄະນະພັກຮາກຖານ, ຫົວໜ້າກອງບັນຊາການທະຫານເມືອງ ແປກ ກໍໄດ້ສະແດງຄວາມຂອບໃຈຕໍ່ພະແນກຍຸຕິທຳແຂວງ ຊຽງຂວາງທີ່ໄດ້ລົງມາໂຄສະນາເຜີຍແຜ່ບັນດາກົດໝາຍ ແລະ ມອບປຶ້ມກົດໝາຍ ແລະ ວາລະສານກົດໝາຍຈຳນວນດັ່ງກ່າວ ຊຶ່ງຈະເປັນບ່ອນອີງໃນການເຄື່ອນໄຫວວຽກງານ ແລະ ໃຫ້ເຂົ້າໃຈບັນດາເນື້ອໃນຂອງກົດໝາຍແຕ່ລະຂົງເຂດໃຫ້ນັບມື້ນັບເລິກເຊິງ ແລະ ກວ້າງຂວາງ. ຂຽນຂ່າວ: ທ້ອງຖິ່ນ; ປັບປຸງ: ປາວີຄຳ ເພັດທະລາກຸນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂວງ ຊຽງຂວາງ ລົງໂຄສະນາເຜີຍແຜ່ກົດໝາຍ ຢູ່ກອງບັນຊາການທະຫານ
ພະແນກຍຸຕິທຳແຂວງ ຊຽງຂວາງ ລົງໂຄສະນາເຜີຍແຜ່ກົດໝາຍ ຢູ່ກອງບັນຊາການທະຫານ ເມືອງແປກ ແຂວງຊຽງຂວາງ
https://www.moj.gov.la/lo/node/1259
ໃນວັນທີ 22 ມິຖຸນາ 2018 ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ 8 ໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງກົດໝາຍ ວ່າ​ດ້ວຍ​ການ​ແກ້​ໄຂ​ຂໍ້​ແຍ່ງ​ທາງ​ດ້ານ​ເສດຖະກິດ (ສະບັບ​ປັບປຸງ) ພາຍໃຕ້ການເປັນປະທານຂອງ ທ່ານ ສົມພັນ ແພງຄໍາມີ ຮອງປະທານສະພາແຫ່ງຊາດ. ສຳລັບຮ່າງກົດໝາຍ ວ່າ​ດ້ວຍ​ ການ​ແກ້​ໄຂຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດຖະກິດ (ສະບັບ​ປັບປຸງ) ​ປະກອບ​ມີ 11 ພາກ, 7 ໝວດ, 89 ມາດຕາ ​ ຊຶ່ງຢູ່ໃນຄວາມຮັບຜິດຊອບຂອງກະຊວງຍຸຕິທຳ. ໃນກອງປະຊຸມ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຂຶ້ນສະ​ເໜີກ່ຽວກັບການປັບປຸງຮ່າງກົດໝາຍວ່າ​ດ້ວຍ ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດຖະກິດ ຊຶ່ງ​ທ່ານ​ໄດ້​ຍົກ​ໃຫ້​ເຫັນ​ເຫດຜົນ ​ແລະ ຄວາມ​ຈຳ​ເປັນ, ການ​ກະກຽມ ​​ທາງ​ດ້ານ​ໂຄງ​ປະກອບ​ຂອງ​ຮ່າງ​ກົດໝາຍ ສະບັບ​ປັບປຸງ​ນີ້ ​ໂດຍ​ລວມ​ແລ້ວ ​ແມ່ນ​ຍັງ​ຮັກສາ​ໂຄງ​ປະກອບ​ຂອງ​ກົດໝາຍສະບັບ​ປັດຈຸບັນ ທີ່​ມີ 11 ພາກ, 7 ໝວດ, 72 ມາດຕາ ​ແຕ່​ສັບ​ຊ້ອນ ພາກ​ທີ IV ​ແລະ ພາກ​ທີ V ຂຶ້ນ​ມາ​ເປັນ​ພາກທີ III, ພາກ​ທີ IV​ ແລະ ພາກ​ທີ III ມາ​ເປັນ​ພາກ​ທີ V  ສຳລັບ​ມາດຕາ ​ແມ່ນ​ໄດ້​ເພີ່ມ​ມາດຕາ​ຈຳນວນໜຶ່ງຈາກ 72 ມາດຕາ ມາ​ເປັນ 89 ມາດຕາ, ​ໃນ​ນີ້ ​ໄດ້​ປັບປຸງ 55 ມາດຕາ, ສ້າງ​ໃໝ່ 17 ມາດຕາ ​ແລະ ອີກ 17 ມາດຕາ ຮັກສາ​ໄວ້​ຄື​ເກົ່າ ສຳລັບການຄາດ​ຄະ​ເນ​ຜົນ​ໄດ້​ຮັບ​ຈາກ​ການ​ປັບປຸງ​ກົດໝາຍ ສະບັບດັ່ງກ່າວນີ້ ຈະ​ເຮັດ​ໃຫ້​ຂັ້ນ​ຕອນ​ຂອງ​ການ​ພິຈາລະນາ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດຖະກິດ​ມີ​ຄວາມ​ວ່ອງ​ໄວ, ພ້ອມ​ທັງສອດ ຄ່ອງ​ກັບ​ສະພາບ​ຄວາມ​ເປັນ​ຈິງ​ຂອງ​ການ​ຂະຫຍາຍຕົວ​ທາງ​ດ້ານ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ​ເຮົາ ​ໃນ​ເງື່ອນ​ໄຂ​ເສດຖະກິດ​ຕະຫຼາດ ​ແລະ ສາມາດ​ເຊື່ອມ​ໂຍງ​ກັບ​ສາກົນ, ທັງ​ສອດຄ່ອງ​ກັບຫຼັກການ​ຂອງ ສົນທິສັນຍາ ທີ່ ສປປ ລາວ ​​ເປັນ​ພາຄີ ພ້ອມທັງເປັນການສ້າງຄວາມໝັ້ນໃຈໃຫ້ນັກທຸລະກິດ​ຕໍ່ລະບົບກົດໝາຍ ແລະ ຍົກສູງບົດບາດການຊີ້ນຳ-ນຳພາຂອງພັກຕໍ່ວຽກງານກົດໝາຍ ແລະ ຍຸຕິທຳ ຊຶ່ງຈະເຮັດໃຫ້ ສປປ ລາວ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກບັນດາປະເທດໃນພາກພື້ນ ແລະ ສາກົນຫຼາຍຂຶ້ນ.  ຈາກນັ້ນທ່ານປະທານກອງປະຊຸມ ກໍໄດ້ມີຄຳຖາມເຈາະຈີ້ມ ເພື່ອໃຫ້ບັນດາທ່ານສະມາຊິກສະພາແຫ່ງຊາດປະກອບຄຳເຫັນຢ່າງມີຈຸດສຸມ ໂດຍສະເພາະ​ ​ແມ່ນຄະນະ​ໄກ່​ເກ່ຍ ຕາມ​ທີ່​ກຳນົດ​ໄວ້​ໃນ​ມາດຕາ 3 ຂໍ້ 4 ນັ້ນ ​​ເຫັນ​ວ່າ​ເໝາະສົມ​ແລ້ວ​ບໍ່? ການ​ເລືອກ ​ແລະ ການ​ແຕ່ງ​ຕັ້ງ​ຜູ້​ຕັດ​ສີນ ​ຫຼື ຄະນະ​ກຳມະການ​ຕັດ​ສີນ ຕາມ​ທີ່​ກຳນົດ​ໄວ້​ໃນ​ມາດຕາ 35 ນັ້ນ​​ໄດ້​ກຳນົດ​ໃຫ້​ມີ​ການ​ເລືອກ​ຜູ້​ຕັດ​ສີນ 1-3 ຄົນ​ເຫັນ​ວ່າ​ສອດຄ່ອງ ​ແລະ ​ແທດ​ເໝາະ​ແລ້ວ​ບໍ່? ​ເພາະວ່າ​ກົດໝາຍສະບັບ ​ປັດຈຸບັນ ​ແມ່ນ​ກຳນົດ​ໃຫ້​ມີ​ຜູ້​ຕັດສິນ​ແຕ່​ສາມ​ຄົນ​ຂຶ້ນ​ໄປ ພ້ອມ​ດຽວກັນ​ນັ້ນ ທ່ານ​ປະ​ທ່ານ​ກອງ​ປະຊຸມ​ກໍ​ໄດ້​ໃຫ້​ຄວາມ​ສົນ​ໃຈຕໍ່​ມາດຕາ 52, 63, 67 ​ແລະ ມາດຕາ​ອື່ນ​ຕື່ມ​ອີກ.  ຫຼັງຈາກນັ້ນບັນດາທ່ານສະມາຊິກແຫ່ງຊາດກໍໄດ້ພ້ອມກັນປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບ​ປັບປຸງ​ດັ່ງກ່າວ ໂດຍໄດ້ລົງເລິກໃສ່ມາດຕາຕາມຄຳຖາມເຈາະຈີ້ມຂອງປະທານກອງປະຊຸມ ແລະ ມາດຕາທີ່ເຫັນວ່າຍັງບໍ່ທັນຈະແຈ້ງຊັດເຈນ. ພາຍຫຼັງທີ່ສະມາຊິກສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍ ວ່າ​ດ້ວຍ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດຖະກິດ ສະບັບ​ປັບປຸງ ແລ້ວ ທ່ານ ປອ. ​ເສີມ​ສຸກ ສິມ​ພະ​ວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ຫົວໜ້າຄະນະຮັບຜິດຊອບຮ່າງກົດໝາຍ ວ່າ​ດ້ວຍ ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດຖະກິດ (ສະບັບ​ປັບປຸງ) ກໍໄດ້ຊີ້ແຈງ ແລະ ຕອບຂໍ້​ຊັກຖາມຂອງສະມາຊິກສະພາແຫ່ງຊາດ. ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານ ກໍໄດ້ສັງລວມໂດຍຫຍໍ້ກ່ຽວກັບຄຳເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ. ຫຼັງຈາກນັ້ນສະມາຊິກສະພາແຫ່ງຊາດກໍໄດ້ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍ ວ່າ​ດ້ວຍ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດຖະກິດ (ສະບັບ​ປັບປຸງ)  ຊຶ່ງໄດ້ຮັບການຮັບຮອງດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ.   ຂ່າວ: ອ່ອນ​ຄໍາ   ພາບ: ສົມ​ຫັວງ     ສະພາແຫ່ງຊາດ, ວັນທີ 22 ມິຖຸນາ 2018 ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ 8
ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ 8 ພິຈາລະນາ ແລະ ຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ( ສະບັບປັບປຸງ)
https://www.moj.gov.la/lo/node/1260
ກອງປະຊຸມປຶກສາຫາລືແຜນການເຄື່ອນໄຫວວຽກງານໂຄງການໄລຍະໃໝ່ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 27 ມິຖຸນາ 2018 ຢູ່ທີສະໂມສອນກະຊວງຍຸຕິທຳ ໂດຍພາຍໃຕ້ການເປັນປະທານຂອງທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີຜູ້ຕ່າງໜ້າຈາກສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ຄະນະນິຕິສາດ-ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ຫົວໜ້າ-ຮອງຫົວໜ້າກົມແຕ່ລະພາກສ່ວນ, ຊ່ຽວຊານປະຈຳໂຄງການ, ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 24 ທ່ານ, ຍິງ 07 ທ່ານ. ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລືເຖິງຈຸດປະສົງ, ຄາດຄະເນ ແລະ ໝາກຜົນຂອງໂຄງການໄລຍະໃໝ່, ຈຸດພິເສດການຈັດຕັ້ງປະຕິບັດໂຄງການໄລຍະໃໝ່ ແລະ ເປົ້າໝາຍບຸກຄະລາກອນແຕ່ລະກຸ່ມເພື່ອໃຫ້ແຕ່ລະພາກສ່ວນໄດ້ເຂົ້າໃຈ, ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານໂຄງການໃນໄລຍະໃໝ່ນີ້ດຳເນີນໄປຢ່າງມີແບບແຜນ ແລະ ເປົ້າໝາຍທີ່ຊັດເຈນ ແລະ ສອດຄ່ອງກັບພາລະບົດບາດ.   ຂຽນຂ່າວ: ປາວີຄຳ ເພັດທະລາກຸນ;   ພາບ: ສຸກສາຄອນ ຈັນທະວຸດ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມປຶກສາຫາລືແຜນການເຄື່ອນໄຫວວຽກງານໂຄງການໄລຍະໃໝ່
ກອງປະຊຸມປຶກສາຫາລືແຜນການເຄື່ອນໄຫວວຽກງານໂຄງການໄລຍະໃໝ່
https://www.moj.gov.la/lo/node/1261
ໃນຕອນ​ບ່າຍຂອງວັນທີ 21 ມິຖຸນາ 2018 ທີ່ຫ້ອງ​ຮັບ​ແຂກ​ ຂອງກະຊວງຍຸຕິທຳ ທ່ານ ໄຊ​ສີ ສັນຕິ​ວົງ ລັດຖະມົນຕີກະຊວງຍຸຕິທຳ ​ແຫ່ງ ສປປ ລາວ  ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ກຽດຕິ​ຄຸນ ຊາດ​ປະ​ເສີນ ​ເອກ​ອັກຄະ​ລັດຖະທູດຣາຊະ​ອານາຈັກ​ໄທ​ ພ້ອມ​ດ້ວຍ​ຄະນະ ​ເນື່ອງ​ໃນ​ໂອກາດ​ທີ່​ທ່ານໄດ້​ມາ​ດຳລົງ​ຕຳ​ແໜ່ງ​ເປັນ​ເອກ​ອັກຄະ​ລັດຖະທູດ​​​ໄທ ຄົນ​ໃໝ່ ປະຈຳ ສປປ ລາວ.     ທັງສອງຝ່າຍ ກໍ່ໄດ້ລາຍງານສະພາບຈຸດພິເສດ ແລະ ການເຄື່ອນໄຫວວຽກງານຍຸຕິທຳໃຫ້ກັນ  ໄດ້ຮັບຊາບ  ​ພ້ອມ​ທັງປຶກສາ​ຫາລື​ວຽກງານ​ການ​ປະສານ​ສົມທົບ ​ແລະ ການ​ພົວພັນ​ຮວ່ມມື​ຊວ່ຍ​ເຫຼືອ​ເຊິ່ງກັນ ​ແລະ ​ກັນ​ ​​ໃນ​​ຕໍ່ໜ້າ. ​ແລະ ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວກັນ​ ທ່ານ ​ໄຊ​ສີ ສັນ​ຕິ​ວົງ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ແຫ່ງ ສປປ ລາວ ກໍໄດ້​​ໃຫ້ການຕ້ອນຮັບ​ການ​ເຂົ້າ​ຢ້ຽມຂ່ຳນັບ​ຂອງ​ທ່ານ  ​ເອກ​ອັກຄະ​ລັດຖະທູດ​ສາທາລະນະ​ລັດ​ອິນ​ໂດ​ເນ​ເຊຍ ພ້ອມ​ດ້ວຍ​ຄະນະ, ​ເນື່ອງ​ໃນ​ໂອກາດ​ທີ່​ທ່ານໄດ້​ມາ​ດຳລົງ​ຕຳ​ແໜ່ງ​ເປັນ​ເອກ​ອັກຄະ​ລັດຖະທູດ​​​ອິນ​ໂດ​ເນ​ເຊຍ ຄົນ​ໃໝ່ ປະຈຳ ສປປ ລາວ, ​ໃນ​ໂອກາດ​ດັ່ງກ່າວ ທ່ານ ​ໄຊ​ສີ ສັນ​ຕິ​ວົງ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ກໍ​ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ເຂົ້າ​ຢ້ຽມຢາມ​ໃນ​ຄັ້ງ​ນີ້  ຊຶ່ງ​​ໃນ​ໄລຍະ​ຜ່ານ​ມາ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຍຸຕິ​ທໍາ ​ແລະ ກົດໝາຍ ​ເຫັນ​ວ່າທັງ​ສອງ​ປະ​ເທດ​ຍັງ​ບໍ່​ທັນມີ​ການ​ເຄື່ອນ​ໄຫວ ​ແລະ ຈັດ​ຕັ້ງ​ປະຕິບັດ​ຮ່ວມ​ກັນ​ໃນ​ກອບ​ສອງ​ຝ່າຍ ​ແຕ່​ຈະ​ມີ​ໃນ​ກອບ​ການ​ຮ່ວມ​ມື​ອາຊຽນທີ່​ກະຊວງ​ຍຸຕິ​ທຳ ຂອງ ສປປ ລາວ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເຈົ້າໜ້າທີ່​ອາວຸດ​ໂສ​ກົດໝາຍອາຊຽນ ຄັ້ງທີ 16 ​ແລະ ກອງ​ປະຊຸມ​ລັດຖະມົນຕີ​ກົດໝາຍອາຊຽນ ຄັ້ງ​ທີ 9 ທີ່​ປະ​ເທດ​ອິນ​ໂດ​ເນ​ເຊຍ​ເປັນ​ເຈົ້າພາບ ​ພ້ອມ​ນັ້ນທັງ​ສອງ​ຝ່າຍ​ໄດ້ປຶ​ກສາ​ຫາລື​ການ​ພົວພັນ​ຮ່ວມ​ມື​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນຕໍ່ໜ້າ​​ ​ໂດຍ​ສະ​ເພາະໃນ​ຂົງ​ເຂດ​ຍຸຕິ​ທຳ ​ແລະ ກົດໝາຍ ໃຫ້​ນັບ​ມື້​ນັບ​ກວ້າງຂວາງຂຶ້ນ​ຕື່ມ.    ຂ່າວ: ອອ່ນຄຳ ພາບ: ສົມ​ຫວັງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ທ່ານ ລັດຖະມົນຕີ ກະຊວງຍຸຕິທຳ ຕ້ອນຮັບ ເອກອັກຄະລັດຖະທູດ ຣາຊະອານາຈັກໄທ
ທ່ານ ລັດຖະມົນຕີ ກະຊວງຍຸຕິທຳ ຕ້ອນຮັບ ເອກອັກຄະລັດຖະທູດ ຣາຊະອານາຈັກໄທ ແລະ ເອກອັກຄະລັດຖະທູດ ສາທາລະນະລັດ ອິນໂດເນເຊຍ ຄົນໃໝ່ ປະຈຳ ສປປ ລາວ
https://www.moj.gov.la/lo/node/1262
ຜ່ານການຈັດຕັ້ງປະຕິບັດຊຸດບຳລຸງກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VI ປີ 2018 ໃນເວລາອັນເຄັ່ງຮ້ອນ ແລະ ເຕັມໄປດ້ວຍຄວາມຮັບຜິດຊອບສູງ ຂອງຄະນະຮັບຜິດຊອບ ແລະ ຄູ-ອາຈານ ນັກສຳມະນາກອນຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງ ຊຶ່ງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ, ເຮັດໃຫ້ຊຸດບຳລຸງໃນຄັ້ງນີ້ໄດ້ດຳເນີນໄປຕາມແຜນການ ແລະ ສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ກຳນົດໄວ້. ໃນຄັ້ງວັນທີ 29 ມິຖຸນາ 2018 ພະແນກຍຸຕິທຳແຂວງ ສະຫວັນນະເຂດ ໄດ້ຈັດຕັ້ງພິທີສະຫຼຸບປິດຊຸດບຳລຸງກົດໝາຍໄລຍະສັ້ນ 45 ວັນ ແລະ ມອບ-ຮັບໃບຢັ້ງຢືນ ໃຫ້ແກ່ນັກສຳມະນາກອນ ໂດຍໃຫ້ກຽດເປັນປະທານ ໃນພິທີປິດ ແລະ ມອບໃບຢັ້ງຢືນ ໂດຍ ທ່ານ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ, ຮອງເລຂາພັກແຂວງ, ຮອງເຈົ້າແຂວງສະຫວັນນະເຂດ, ເຂົ້າຮ່ວມຄັ້ງນີ້ມີ ຫົວໜ້າ ສະຖາບັນຍຸຕິທຳພາກກາງ, ຄະນະພັກ, ຄະນະພະແນກຍຸຕິທຳ, ຫົວໜ້າຫ້ອງການພະແນກຍຸຕິທຳ, ຄູ-ອາຈານ ແລະ ແຂກ ພ້ອມດ້ວຍນັກສຳມະນາກອນທັງໝົດ. ໃນພິທີ ທ່ານ ອຸໄພວັນ ໄຊຍະວົງ ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງ ສະຫວັນນະເຂດ ກໍໄດ້ຜ່ານບົດສະຫຼຸບລາຍງານຜົນສຳເລັດຂອງການຈັດຕັ້ງປະຕິບັດໂຄງການ ຫຼັກສູດກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VI ປີ 2018 ຊຶ່ງເລີ່ມເປີດຮຽນແຕ່ ວັນທີ 18 / 4 / 2017 – 19 / 6 / 2017 ຈຶ່ງສຳເລັດລົງ. ມີນັກສຳມະນາກອນທີ່ໄດ້ຮັບໃບຢັ້ງຢືນກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VI ປີ 2018 ຈຳນວນ 51 ທ່ານ, ຍິງ 11 ທ່ານ. ໃນຕອນທ້າຍຂອງພິທີ ທ່ານ ໂພໄຊ ໄຊຍະສອນ ປະທານໃນພິທີ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການປະຕິບັດໂຄງການຫຼັກສູດກົດໝາຍໄລຍະສັ້ນ 45 ວັນຊຸດນີ້ ແລະ ທ່ານຍັງມີຄຳເຫັນແນະນຳບາງດ້ານດັ່ງນີ້: ຕ້ອງສືບຕໍ່ແຜນການເປີດຮຽນກົດໝາຍໄລຍະສັ້ນ 45 ວັນ ໃຫ້ໄດ້ 1 ຫາ 2 ຄັ້ງຕໍ່ປີ ຕາມແຜນການທີ່ວາງໄວ້ ແລະ ຂໍທິດຊີ້ນຳຢ່າງເປັນປະຈຳຈາກຂັ້ນເທິງ ກໍ່ຄືສາຍຕັ້ງ ແລະ ສາຍຂວາງ ພ້ອມທັງສືບຕໍ່ສູ້ຊົນຈັດຕັ້ງປະຕິ ບັດບັນດາກິດຈະກຳ ເປັນຕົ້ນ ການເປີດຮຽນ-ສອນ ຫຼັກສູດກົດໝາຍລະບົບເລັ່ງລັດ 3 ເດືອນ ໃຫ້ບ້ານ ແລະ ກຸ່ມບ້ານ ຂອງເມືອງທີ່ມີເງື່ອນໄຂ ແລະ ບັນດາວຽກງານອື່ນໆພາຍໃນ ພະແນກຍຸຕິທຳໃຫ້ມີຄວາມວ່ອງໄວ, ໂປ່ງໃສ່ ແລະ ຮັບປະ ກັນຄວາມຍຸຕິທຳ. ສະລັບຜູ່ເຂົ້າຮ່ວມການຝືກອົບຮົມເມື່ອສຳເລັດແລ້ວ ຕ້ອງນຳເອົາບົດຮຽນ, ກົດໝາຍ ທີ່ໄດ້ຮຽນມາໄປຜັນຂະຫຍາຍຕໍ່ເປັນຕົ້ນ ການໝູນໃຊ້ຄວາມຮູ້ຄວາມເຂົ້າໃຈໃນວຽກງານທີ່ຕົນຮັບຜິດຊອບ ພ້ອມທັງເຜີຍແຜ່ ພາຍໃນຫ້ອງການຂອງຕົ້ນ, ພາຍໃນບ້ານ ແລະ ຄອບຄົວ ຕາມເງື່ອນໄຂຕົວຈິງ ແລະ ຖືກຕ້ອງສອດຄ່ອງຕາມກົດໝາຍ.   ປະເພດຂ່າວ: ກອງປະຊຸມ-ສຳມະນາ
ປິດຊຸດບຳລຸງກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VI ປີ 2018 ແລະ ມອບ-ຮັບໃບຢັ້ງຢືນ ໃຫ້ແກ່ພະນັກງານຫຼັກແຫຼ່ງ, ພະແນກການ, ອົງການທຽບເທົ່າຂັ້ນແຂວງ ແລະ ຂັ້ນເມືອງ
https://www.moj.gov.la/lo/node/1264
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 04-ກໍລະກົດ-2018ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 1/7/2018
ລາຍການເພື່ອສັງຄົມຍຸຕິທຳ 1/7/2018
https://www.moj.gov.la/lo/node/1265
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 05-ກໍລະກົດ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 2/7/2018
ລາຍການຄວາມຮູ້ທາງກົດໝາຍ 2/7/2018
https://www.moj.gov.la/lo/node/1266
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 05-ກໍລະກົດ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 4/7/2018
ລາຍການຄວາມຮູ້ທາງກົດໝາຍ 4/7/2018
https://www.moj.gov.la/lo/node/1267
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 09-ກໍລະກົດ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 6/7/2018
ລາຍການຄວາມຮູ້ທາງກົດໝາຍ 6/7/2018
https://www.moj.gov.la/lo/node/1268
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 09-ກໍລະກົດ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 9/7/2018
ລາຍການຄວາມຮູ້ທາງກົດໝາຍ 9/7/2018
https://www.moj.gov.la/lo/node/1269
ໃນວັນທີ 22 ມີຖຸນາ 2018 ຜ່ານມາ ຫ້ອງການຍຸຕິທຳເມືອງ ໄຊຈຳພອນ ແຂວງ ບໍລິຄຳໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານຮາກຖານ ຂຶ້ນຢູ່ທີ່ສະໂມສອນຂອງເມືອງ ໄຊຈຳພອນ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ຄຳພັດ ສຸລິຂັນ ວ່າການເລຂາ ພັກເມືອງ, ເຈົ້າເມືອງ ໄຊຈຳພອນ, ມີບັນດາຫົວໜ້າຫ້ອງການ, ພະນັກງານອ້ອມຂ້າງເມືອງ ພ້ອມດ້ວຍນັກສຶກສາກົດໝາຍຊັ້ນຕົ້ນເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມ ທ່ານ ຄຳສອນ ສີຫາລາດ ຫົວໝ້າຫ້ອງການຍຸຕິທຳເມືອງ ຂຶ້ນສະຫຼຸບລາຍງານການຈັດຕັ້ງປະຕິບັດການຮຽນ-ການສອນ ພ້ອມທັງຕີລາຄາຜົນສຳເລັດ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ທິດທາງແຜນການໃນຕໍ່ໜ້າ. ການຮຽນກົດໝາຍຊັ້ນຕົ້ນຊຸດນີ້ ມີນັກກົດໝາຍສຳເລັດການຮຽນຈຳນວນທັງໝົດ 28 ທ່ານ, ຍິງ 5 ທ່ານ. ຕອນທ້າຍ ທ່ານ ຄຳພັດ ສຸລິຂັນ ວ່າການ ເລຂາພັກເມືອງ, ເຈົ້າເມືອງ ໄຊຈຳພອນ ໄດ້ໃຫ້ກຽດມອບໃບປະກາສະນີຍະບັດ ໃຫ້ແກ່ນັກຮຽນກົດໝາຍຊັ້ນຕົ້ນ ທີ່ສຳເລັດການຮຽນໃນຊຸດນີ້ ພ້ອມທັງມີຄຳເຫັນໂອ້ລົມຕໍ່ຜູ້ເຂົ້າຮ່ວມຈົ່ງໄດ້ນໍາເອົາຄວາມຮູ້ທີ່ໄດ້ຮັບຈາກການຮຽນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍໃນທ້ອງຖິ່ນຕົນໃຫ້ສຳເລັດຜົນ.   ຂຽນຂ່າວ-ຖ່າຍພາບ: ບຸນເລີດ ລັດທະພອນ ຈາກພະແນກຍຸຕິທຳແຂວງ ບໍລິຄຳໄຊ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ກອງປະຊຸມສະຫຼຸບວຽກງານຍຸຕິທຳຮາກຖານ ປະຈຳປີ 2018 ຢູ່ຫ້ອງການຍຸຕິທຳເມືອງ
ກອງປະຊຸມສະຫຼຸບວຽກງານຍຸຕິທຳຮາກຖານ ປະຈຳປີ 2018 ຢູ່ຫ້ອງການຍຸຕິທຳເມືອງ ໄຊຈຳພອນ ແຂວງ ບໍລິຄຳໄຊ
https://www.moj.gov.la/lo/node/1270
ໃນຕອນ​ເຊົ້າ​ຂອງ​ວັນ​ທີ 29 ມິຖຸນາ 2018 ພະ​ແນ​ກຍຸຕິ​ທໍາ​ແຂວງ ຫຼວງພະ​ບາງ ໄດ້ຈັດພິທີປິດການຮຽນ - ການສອນກົດໝາຍຊັ້ນຕົ້ນ ຊຸດ​ທີ VII ປະຈຳ​ປີ 2018 ຢູ່ທີ່​ຫ້ອງປະຊຸມ​ໃຫຍ່​ເທດສະບານ​ເມືອງ ງອຍ ແຂວງ ຫຼວງພະ​ບາງ ​​ໂດຍ​ການ​​ເປັນ​ປະທານຂອງທ່ານ ຄຳ​ດີ ຈິດຕະປັນຍາ​ ຮອງ​ເລຂາ​ພັກ​ເມືອງ ປະທານ​ແນວ​ລາວ​ສ້າງ​ຊາດ​ເມືອງ, ​ເຂົ້າ​ຮ່ວມ ມີ​ທ່ານ ມີ​ໄຊ ​ໄຊ​ເກີ​ຢ່າ​ຈົ່ງ​ຕົວ ຫົວໜ້າພະແນກຍຸຕິທໍາແຂວງ ​ຫຼວງພະ​ບາງ, ​​ມີຫົວໜ້າຫ້ອງການ​ຍຸຕິ​ທຳ​ເມືອງ,​ ທ່ານຜູ້ຕາງໜ້າຈາກ​ຫ້ອງ​ການ​ອ້ອມ​ຂ້າງ​ເມືອງ ​ແລະ ​ນັກ​ສຳ​ມະ​ນາກ​ອນ ເຂົ້າຮຽນທັງໝົດ 64 ຄົນ, ຍິງ 17 ຄົນ. ​          ໃນ​ພິທີທ່ານ ສຸລິ​ພອນ ​ໂສ​ຕາ​ປະ​ເສີດ ຫົວໜ້າຫ້ອງການ​ຍຸຕິ​ທຳ​ເມືອງ ​ງອຍ  ໄດ້ສະຫຼຸບລາຍ​ງານຜົນສຳ​ເລັດ​ການຈັດ​ຕັ້ງ​ປະຕິບັດຫຼັກສູດການຮຽນກົດໝາຍຊັ້ນຕົ້ນ 3 ເດືອນ ຊຸດ​ທີ VII ປະຈຳ​ປີ 2018 ຊຶ່ງ​​ການ​ຮຽນ-ການ​ສອນກົດໝາຍຊັ້ນ​ຕົ້ນ​ ແມ່ນ​ຈັດ​ໃຫ້​ສະ​ເພາະພະນັກງານຫຼັກ​ແຫຼ່ງຂອງ​ຂະແໜງການ​ອ້ອມ​ຂ້າງ​ເມືອງ, ​ເລຂາ​ພັກ​ບ້ານ, ນາຍບ້ານ ຂອງ​​​ເມືອງ​​ງອຍ, ການ​ຮຽນ-ການ​ສອນດັ່ງກ່າວ​ ແມ່ນ​ໄດ້​ນຳ​ເອົາ​ບາງກົດໝາຍ​ໃນ​ 4 ຂົງ​ເຂດ​ມາ​ສິດສອນ ຜ່ານ​ການ​ຮຽນກົດໝາຍຊັ້ນ​ຕົ້ນ​ເຮັດ​​ໃຫ້​ສຳ​ມະ​ນາກ​ອນຮັບ​ຮູ້​, ເຂົ້າ​ໃຈ ​ແລະ ເຄື່ອນ​ໄຫວ​ວຽກງານ​​ໃຫ້ຖືກຕ້ອງ​ຕາມ​ພາລະ​ບົດບາດ, ສິດ ​ແລະ ໜ້າທີ່​ຂອງ​ຕົນ, ​​ແນ່​ໃສ່ເຮັດ​ໃຫ້​ກຸ່ມ​ບ້ານ ​ແລະ ຮາກ​ຖານ​ບ້ານມີ​ການ​ພັດທະນາ, ມີ​ຄວາມ​ສະຫງົບ ມີຄວາມ​ເປັນ​ລະບຽບຮຽບຮ້ອຍ​​ໂດຍພື້ນຖານ ​ແລະ ສາມາດກາຍ​ເປັນ​ບ້ານ​ແບບຢ່າງ​ໃນ​ການ​ປະຕິບັດ​ກົດໝາຍ.         ຫຼັງຈາກ​ນັ້ນ ໃນ​ພິທີ ກໍ​ໄດ້​ມີ​ການ​ມອບ​ໃບ​ປະກາສະ​ນິຍະ​ບັດ​ໃຫ້​ແກ່​ຜູ້​ສຳ​ເລັດ​ການ​ຮຽນກົດໝາຍຊັ້ນ​ຕົ້ນ ຈຳນວນ 31 ຄົນ, ຍິງ 13 ຄົນ ​ໂດຍ​ທ່ານ ມີ​ໄຊ ​ໄຊ​ເກີ​ຢ່າ​ຈົ່ງ​ຕົວ ຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງ ຫຼວງພະ​ບາງ ພ້ອມ​ດຽວກັນ​ນັ້ນ ກໍ​ໄດ້​ມີ​ການ​ມອບ​ໃບ​ຍ້ອງຍໍ​ໃຫ້​ແກ່​ຄະນະ​ຊີ້​ນຳ​, ຄະນະ​ຮັບຜິດຊອບ, ຄູ-ອາຈານ ​ແລະ ນັກ​ສຳ​ມະ​ນາກ​ອນຜູ້​ທີ່​ຮຽນດີ-​ຮຽນ​ເກັ່ງ ຈຳນວນ​ທັງໝົດ 23 ທ່ານ, ຍິງ 6 ທ່ານ ໃຫ້ກຽດມອບ​ໂດຍ​ທ່ານ ຄຳ​ດີ ຈິດຕະປັນຍາ​ ຮອງ​ເລຂາ​ພັກ​ເມືອງ ປະທານ​ແນວ​ລາວ​ສ້າງ​ຊາດ​ເມືອງ.       ໃນ​ຕອນ​ທ້າຍ​ຂອງ​ພິທີທ່ານ ​ຄຳ​ດີ ຈິດຕະປັນຍາ​ ຮອງ​ເລຂາ​ພັກ​ເມືອງ ປະທານ​ແນວ​ລາວ​ສ້າງ​ຊາດ​ເມືອງ ​ກໍ​ໄດ້​ໃຫ້ກຽດ​ໂອ້​ລົ​ມຕໍ່​ພິທີ​ ຊຶ່ງທ່ານ​ໄດ້​ກ່າວ​ຍ້ອງຍໍ​ຊົມ​ເຊີຍ ຄະນະ​ຮັບຜິດຊອບ, ຄູ-ອາຈານ ​ແລະ ນັກ​ສຳ​ມະ​ນາກ​ອນ ທີ່​ໄດ້​ເອົາ​ໃຈ​ໃສ່​​ໃນ​ການສິດສອນ ​ແລະ ຄົ້ນຄວ້າຮ່ຳຮຽນຈົນ​ສຳ​ເລັດ ​ແລະ ທ່ານ​ຍັງ​ໄດ້​ເນັ້ນໜັກ​ໃຫ້​ນັກ​ສຳ​ມະ​ນາກ​ອນ ຈົ່ງ​ນຳ​ເອົາ​ຄວາມ​ຮູ້, ຄວາມ​ສາມາດທີ່​ໄດ້​ຮຽນມາໄປ​ຜັນ​ຂະຫຍາຍ​​ເຂົ້າ​ໃນໜ້າທີ່​ວຽກງານ​ໃນ​ຂອບ​ເຂດ​ທີ່​ຕົນ​ເອງ​ຮັບຜິດຊອບ​ໃຫ້​​ເກີດ​ຜົນ​ປະ​ໂຫຍ​ດສູງ​ສຸດ. ຂຽນຂ່າວ: ນາງ ມະ​ໄລ​ກອນ ທໍ່ ປັບປຸງຂ່າວ​: ອ່ອນ​ຄຳ   ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂວງ ຫຼວງພະບາງ ໄດ້ຈັດພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຢູ່ເມືອງ ງອຍ ແຂວງ ຫຼວງພະບາງ
ພະແນກຍຸຕິທຳແຂວງ ຫຼວງພະບາງ ໄດ້ຈັດພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຢູ່ເມືອງ ງອຍ ແຂວງ ຫຼວງພະບາງ
https://www.moj.gov.la/lo/node/1271
ໃນ​ຕອນ​ເຊົ້າ​ຂອງວັນ​ທີ 2 ກໍລະກົດ 2018 ທີ່ ກະຊວງ​ຍຸຕິ​ທຳ ​ໄດ້​ເປີດ​ກອງ​ປະຊຸມ​ຄົ້ນຄວ້າ ປຶກສາ​ຫາລື ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ ວ່າ​ດ້ວຍ​​ ຄວາມ​ປອດ​ໄພ​ດ້ານ​ລັງສີ ​ແລະ ນິວ​ເຄຼຍ  ໂດຍ​ການ​ເປັນ​ປະທານ​ຮ່ວມຂອງ ທ່ານ ປອ. ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີກະຊວງ​ຍຸຕິທຳ, ​ເປັນກຽດ​ເຂົ້າ​ຮ່ວມ​ມີ​ທ່ານ ປອ. ສຸລິ​ອຸ​ດົງ ສຸນ​ດາລາ ຮອງ​ລັດຖະມົນຕີ​ກະຊວງ ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ມີ​ບັນດາ​ຫົວໜ້າກົມ-ຮອງ​ຫົວໜ້າກົມ, ​ຫົວໜ້າພະ​ແນ​ກ-ຮອງ​ພະ​ແນ​ກ ​ແລະ ພະນັກງານວິຊາ​ການ​ກົດໝາຍຂອງ​ສອງ​ພາກສ່ວນເຂົ້າ​ຮວ່ມ. ​ໃນ​ທີ່​ປະຊຸມ​ຜູ້​ເຂົ້າ​ຮວ່ມກໍ​ໄດ້​ພ້ອມ​ກັນ​ຄົ້ນຄວ້າ​ປຶກສາ​ຫາລື ​ແລກປຽ່ນບົດຮຽນ ​ແລະ ປະກອບ​ຄຳ​ຄິດ​ຄຳ​ເຫັນ​​ໃສ່​ຮ່າງ​ກົດໝາຍ ວ່າ​ດ້ວຍ ຄວາມ​ປອດ​ໄພ​ດ້ານ​ລັງສີ ​ແລະ ນິວ​ເຄຼຍ​​, ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ​ແລະ ມີບັນຍາກາດ​ດີ ຊຶ່ງຮ່າງ​ກົດໝາຍ ວ່າ​ດ້ວຍ ຄວາມ​ປອດ​ໄພ​ດ້ານ​ລັງສີ ​ແລະ ນິວ​ເຄຼຍປະກອບ​ມີ 13 ພາກ 5 ໝວດ 77 ມາດຕາ. ຈຸດປະສົງ​ຂອງ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້ ກໍ​ເພື່ອ​ເປັນ​ການ ກຳນົດຫຼັກການ, ລະບຽບການ ​ແລະ ມາດ​ຕະການ ກ່ຽວກັບ​ການ​ຄຸ້ມ​ຄອງ, ການ​ຕິດຕາມ​ກວດກາ ການຈັດ​ຕັ້ງ ​ແລະ ​ເຄື່ອນ​ໄຫວ​ວຽກງານ​ຄວາມ​ປອດ​ໄພ​ດ້ານ​ລັງສີ ​ແລະ ນິວ​ເຄຼຍ ​ເພື່ອ​ຊຸກຍູ້​ສົ່ງ​ເສີມ​ວຽກງານ​ດັ່ງກ່າວ ​ໃຫ້​ຖືກຕ້ອງ​ຕາມ​ມາດຕະຖານ​ດ້ານ​ເຕັກນິກ, ຮັບປະກັນ​ໃຫ້​ມີ​ຄວາມ​ປອດ​ໄພ​ໃນ​ການ​ນຳ​ໃຊ້, ການ​ຂົນ​ສົ່ງ​ການ​ກະກຽມ ພ້ອມ​ຮັບ​ມື​ກັບ​ກໍລະນີ​ເກີດ​ເຫດ​ສຸກ​ເສີນ ​ແລະ ມີ​ຄວາມໝັ້ນຄົງ​ໃນ​ການ​ຮັກສາ​ແຫຼ່ງກຳ​ມະຕະ​ພາບ​ລັງສີ ​ແນ່​ໃສ່​ປ້ອງ​ກັນ ​ແລະ ຫຼຸດຜ່ອນ​ຜົນ​ກະທົບ​ຕໍ່ ສຸຂະພາບ​ຂອງ​ຄົນ, ສັດ, ພືດ ​ແລະ ສິ່ງ​ແວດ​ລ້ອມ ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ພ້ອມສາມາດ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ​ແລະ ສາກົນ.                                                                      ຂ່າວ: ອ່ອນ​ຄຳ ​ໄຊ​ຍະ​ວົງ  ພາບ: ​ ສຸກ​ສາຄອນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມຄົ້ນຄວ້າປະກອບຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍ ຄວາມປອດໄພດ້ານລັງສີ ແລະ ນິວເຄຼຍ
ກອງປະຊຸມຄົ້ນຄວ້າປະກອບຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍ ຄວາມປອດໄພດ້ານລັງສີ ແລະ ນິວເຄຼຍ ທີ່ ກະຊວງຍຸຕິທຳ
https://www.moj.gov.la/lo/node/1272
ໃນວັນທີ່ 03 ກໍລະກົດ 2018 ຫ້ອງການຍຸຕິທຳເມືອງ ຄູນຄຳ ໄດ້ສະຫລຸບ ວຽກງານຍຸຕິທຳຮາກຖານ ແລະ ມອບ-ຮັບ ໃບປະກາສະນີຍະບັດ ໃຫ້ແກ່ນັກຮຽນກົດໝາຍຊັ້ນຕົ້ນຊຸດທີ VI ຂື້ນທີ່ ຈຸດສຸມ ບ້ານ ຄູນເພັດ ກຸ່ມທ່ານາ ເມືອງ ຄູນຄຳ ແຂວງ ຄຳມ່ວນ ໂດຍການໃຫ້ກຽດເປັນປະທານຂອງທ່ານ ແກ້ວລັນດອນ ຈັນທະປານີ ເລຂາພັກເມືອງ ເຈົ້າເມືອງ ​ຄູນຄຳ ພ້ອມນັ້ນ ກໍ່ຍັງມີຄະນະພະແນກຍຸຕິທຳແຂວງ ຄຳມ່ວນ ເຂົ້າຮ່ວມ ໂດຍມີ ທ່ານ ວິໄລສອນ ທຳມະຈັກ ຫົວໜ້າຫ້ອງການຈັດຕັ້ງພະນັກງານ, ທ່ານ ຄູນຕາ ມະນີວົງ ຫົວໜ້າຫ້ອງບໍລິຫານການເງິນ ພ້ອມຄະນະ, ໃນນັ້ນກໍຍັງມີ ຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ຄະນະພັກຮາກຖານ, ເລຂາກຸ່ມບ້ານທ່ານາ, ອົງການຈັດຕັ້ງຂັ້ນບ້ານ, ຄະນະນາຍບ້ານ, ຮອງນາຍບ້ານ, ປ້ອງກັນຊາດ-ປ້ອງກັນສະຫງົບສຸກ, ກອງຫຼອນບ້ານ, ລວມໄປຮອດນັກຮຽນ-ນັກສຶກສາ ກໍ່ໃຫ້ກຽດ ເຂົ້າຮ່ວມພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນໃນຄັ້ງນີ້.           ໃນພິທີ ທ່ານ ສາຍສະໝອນ ພົມມະລີ ຫົວໜ້າຫ້ອງການຍຸຕິທຳເມືອງ ຄູນຄຳ ກໍ່ໄດ້ຂື້ນຜ່ານບົດສະຫລຸບຂອງວຽກງານທັງໝົດຕໍ່ກັບການກໍ່ສ້າງນັກກົດໝາຍຊັ້ນຕົ້ນໃຫ້ແກ່ຮາກຖານ ຊຸດທີ່ VI ປີ 2018 ຊື່ງມີຈຳນວນທັງໝົດ 36 ທ່ານ ໃນນັ້ນ ທ່ານກໍ່ຍັງຊີ້ໃຫ້ເຫັນ ເຖິງ ຈຸດດີ, ຈຸດອ່ອນ ຂໍ້ສະດວກ, ຂໍ້ຄົງຄ້າງຕ່າງໆ ໃນການຈັດຕັ້ງປະຕິບັດ ວຽກງານຍຸຕິທຳຮາກຖານ ແລະ ການຮຽນ-ການສອນກົດໝາຍຊັ້ນຕົ້ນ.           ຈາກນັ້ນ ທ່ານ ແກ້ວລັນດອນ ຈັນທະປານີ ເຈົ້າເມືອງ ຄູນຄຳ ກໍ່ໄດ້ໃຫ້ກຽດມອບໃບປະກາສະນີຍະບັດ ໃຫ້ແກ່ນັກຮຽນກົດໝາຍຊັ້ນຕົ້ນ ຈຳນວນ 36 ທ່ານ ຊື່ງໃນຈຳນວນດັ່ງກ່າວ ລັວນແຕ່ແມ່ນ ນາຍບ້ານ, ຮອງນາຍບ້ານ, ອຳນາດການປົກຄອງແຕ່ລະຂັ້ນ ແລະ ພໍ່ແມ່ປະຊາຊົນທີ່ຢູ່ໃນຂົງເຂດນັ້ນ.  ໃນໂອກາດດຽວກັນນີ້ທ່ານ ເຈົ້າເມືອງ ກໍໄດ້ມີຄຳຄິດຄຳເຫັນ ຕໍ່ກັບໝາກຜົນ ຂອງວຽກງານຍຸຕິທຳຮາກຖານ ທີ່ສຳເລັດລົງ, ໃນນາມຕາງໜ້າອົງການຈັດຕັ້ງພັກ-ລັດ ຂັ້ນເມືອງ ຂໍຍ້ອງຍໍຊົມເຊີຍ ແລະ ຂອບໃຈ ມາຍັງຂົງເຂດຍຸຕິທຳເວົ້າລວມ, ເວົ້າສະເພາະ ກໍ່ຄື ອຳນາດການປົກຄອງຂັ້ນທ້ອງຖິ່ນ  ທີ່ໄດ້ເອົາໃຈໃສ່ ແລະ ເຫັນຄວາມສຳຄັນຂອງວຽກງານຍຸຕິທຳຮາກຖານ ກໍ່ສ້າງບຸກຄະລາກອນກົດໝາຍໃຫ້ແກ່ທ້ອງຖິ່ນ ຊື່ງວຽກງານດັ່ງກ່າວແມ່ນນອນຢູ່ໃນແຜນແມ່ບົດຂອງວຽກງານທິດນຳ 03 ສ້າງ ທີ່ ທາງຂົງເຂດຍຸຕິທຳໄດ້ເນັ້ນໃສ່ກໍ່ສ້າງຊັບພະຍາກອນມະນຸດ ເພື່ອໃຫ້  ພໍ່, ແມ່ປະຊາຊົນ ໄດ້ຮຽນຮູ້, ໄດ້ເຂົ້າໃຈ ເຖິງຄວາມສຳຄັນຂອງລະບຽບກົດໝາຍທີ່ມີການນຳໃຊ້ ຢູ່ໃນ ສປປ ລາວ ເຊີ່ງ ພົວພັນເຖິງສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງລາວ, ແນໃສ່ການສ້າງລັດທີ່ຄຸ້ມຄອງດ້ວຍກົດໝາຍເທື່ອລະກ້າວ. ທ່ານຍັງໄດ້ກ່າວຕື່ມອີກວ່າ : ອຳນາດການປົກຄອງບ້ານ, ນາຍບ້ານ ຕ້ອງເປັນຜູ້ທີ່ຮູ້ ແລະ ໄດ້ຜ່ານການຮຽນກົດໝາຍຊັ້ນຕົ້ນ ຈິ່ງສາມາດ ຊີ້ນຳ-ນຳພາ, ຄຸ້ມຄອງບ້ານໃຫ້ເດີນຕາມແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ ຢ່າງຖືກຕ້ອງ ເປັນທຳ ໂດຍອີງໃສ່ກົດໝາຍເປັນເຄື່ອງມືໃນການຈັດຕັ້ງປະຕິບັດວຽກງານທຸກໆດ້ານ ໃຫ້ປະກົດຜົນເປັນຈິງ.           ພິທີມອບໃບປະກາສະນີຍະບັດ ກົດໝາຍຊັ້ນຕົ້ນ ຊຸດທີ່ VI ປີ 2018 ໄດ້ອັດລົງໃນຕອນບ່າຍຂອງວັນດຽວກັນ.                 ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ພິທີປິດການຮຽນກົດໝາຍຊັ້ນຕົ້ນ2018ຂອງເມືອງຄູນຄຳ
ພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນຊຸດທີ VI ປີ 2018 ທີ່ກຸ່ມບ້ານ ທ່ານາ, ເມືອງ ຄູນຄຳ, ແຂວງ ຄຳມ່ວນ.
https://www.moj.gov.la/lo/node/1273
ໃນຕອນເຊົ້າຂອງວັນທີ 11 ກໍລະກົດ 2018 ຢູ່ທີ່ຫ້ອງການອົງການບ້ານຈຸດສຸມສາກົນ ໄດ້ຈັດພິທີເປີດຝຶກອົບຮົມທັກສະການເປັນຄູຝຶກທີ່ຫຼາກຫຼາຍສຳລັບຄູຝຶກວຽກງານໂຄສະນາເຜີຍແຜ່ກົດໝາຍກ່ຽວກັບການສົ່ງເສີມໃຫ້ປະຊາຊົນເຂົ້າເຖິງກົດໝາຍ ແລະ ຂະບວນການຍຸຕິທຳ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມຂອງ ທ່ານ ພູທອນ ແກ້ວດວງມະນີ ຄະນະບໍລິຫານງານພັກກະຊວງຍຸຕິທຳ, ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ແລະ ທ່ານ ນາງ ເຈນ ບຼາເຕໂຣ ຜູ້ບໍລິຫານໂຄງການໄລຟ໌, ມີບັນດານັກສຳມະນາກອນ ທີ່ມາຈາກກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ຈຳນວນ 14 ທ່ານ, ຍິງ 4 ທ່ານ.        ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສ້າງຄວາມເຂົ້າໃຈໃຫ້ກັບພະນັກງານກົດໝາຍທີ່ເຮັດວຽກໂຄສະນາເຜີຍແຜ່ກົດໝາຍ ກ່ຽວກັບການນຳໃຊ້ຄູ່ມື, ເຄື່ອງມືຮັບໃຊ້ໃນການຝຶກອົບຮົມໃຫ້ແກ່ການຝຶກອົບຮົມໃຫ້ກັບພະນັກງານຂັ້ນທ້ອງຖິ່ນ ເພື່ອສົ່ງເສີມໃຫ້ປະຊາຊົນສາມາດເຂົ້າເຖິງກົດໝາຍ ແລະ ຂະບວນການຍຸຕິທຳ ທັງເປັນການຂະຫຍາຍຄູຝຶກຢູ່ຂັ້ນສູນກາງໃຫ້ສາມາດປ່ຽນແທນກັນໄດ້ ຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດແຜນຊຸດຝຶກອົບຮົມໃຫ້ໄດ້ຮັບຜົນສຳເລັດຕາມເປົ້າໝາຍ.        ພາຍຫຼັງຄະນະປະທານກໍໄດ້ມີຄຳເຫັນກ່າວເປີດກອງປະຊຸມ ຢ່າງເປັນທາງການແລ້ວ ກໍໄດ້ຮັບຟັງການສະເໜີຈາກຄະນະຮັບຜິດຊອບຊຸດຝຶກອົບຮົມ ກ່ຽວກັບຫຼັກສູດຝຶກອົບຮົມ ເປັນຕົ້ນ ການສ້າງກິດຈະກຳ, ການວັດລະດັບຕົນເອງກ່ອນຝຶກອົບຮົມ, ທັກສະການສ້າງພື້ນທີ່ການຮຽນຮູ້ ແລະ ການສ້າງວັດທະນະທຳໃນການຮຽນຮູ້ຮ່ວມກັນ, ທິດສະດີຄວາມຫຼາກຫຼາຍທາງດ້ານປັນຍາຂອງກາສເນີ້, ການຈຳແນກການຮຽນຮູ້ຕາມທິດສະດີບຣູ້ມ, ວົງຈອນຄວາມຄິດສ້າງສັນ, ການນຳໃຊ້ເຕັກນິກການສ້າງແຜນວາດແນວຄວາມຄິດ, ການຂຽນບົດບັນທຶກສ່ວນຕົວ ແລະ ການຂຽນແບບຟອມບັນທຶກ, ການປະເມີນຜົນປະຈຳວັນ, ເຄື່ອງມືວິເຄາະດ້ານບວກ ແລະ ສິ່ງທີ່ໜ້າສົນໃຈ, ການນຳໃຊ້ເຄື່ອງມື ແລະ ຄັດເລືອກ ເພື່ອນຳໃຊ້ເຂົ້າໃນການຝຶກອົບຮົມ ແລະ ໂຄສະນາ ເຊັ່ນ: ການຄົ້ນຄວ້າເອກະສານຮ່າງຄູ່ມືປະກອບການຝຶກອົບຮົມ ແລະ ອື່ນໆ.        ໃນຕອນທ້າຍ ທ່ານປະທານກອງປະຊຸມ ກໍມີຄຳເຫັນຕໍ່ນັກສຳມະນາກອນທີ່ເຂົ້າຮ່ວມຊຸດຝຶກອົບຮົມໃນຄັ້ງນີ້ ຈົ່ງຕັ້ງໜ້າເອົາໃຈໃສ່ໃນການຄົ້ນຄວ້າຮ່ຳຮຽນໃຫ້ປະສົບຜົນສຳເລັດ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້  ນັກຝຶກອົບຮົມ ຈົ່ງນຳເອົາຄວາມຮູ້, ຄວາມສາມາດທີ່ໄດ້ຮຽນມາໄປຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານໃນຂອບເຂດທີ່ຕົນເອງຮັບຜິດຊອບໃຫ້ເກີດຜົນປະໂຫຍດສູງສຸດ.        ການຝຶກອົບຮົມໃນຄັ້ງນີ້ໄດ້ດຳເນີນເປັນເວລາ 3 ວັນ ແລະ ຈະໄດ້ປິດລົງໃນວັນທີ 13 ກໍລະກົດ 2018. ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ເປີດຝຶກອົບຮົມທັກສະການເປັນຄູຝຶກສຳລັບວຽກງານໂຄສະນາເຜີຍແຜ່ກົດ ໝາຍ ເພື່ອສົ່ງເສີມໃຫ້ປະຊາຊົນເຂົ້າເຖິງກົດໝາຍ ແລະ ຂະບວນການຍຸຕິທຳ
ເປີດຝຶກອົບຮົມທັກສະການເປັນຄູຝຶກສຳລັບວຽກງານໂຄສະນາເຜີຍແຜ່ກົດໝາຍ ເພື່ອສົ່ງເສີມໃຫ້ປະຊາຊົນເຂົ້າເຖິງກົດໝາຍ ແລະ ຂະບວນການຍຸຕິທຳ
https://www.moj.gov.la/lo/node/1274
ເພື່ອ​​ໃຫ້​ການ​ສ້າງ​ແຜນ​ກຳນົດ​ພະນັກງານນຳພາ-ຄຸ້ມ​ຄອງ​ສາມາດຕອບ​ສະໜອງທາງ​ດ້ານ​ປະລິມານ ​ແລະ ຄຸນ​ນະພາ​ບ,  ​​​ເພື່ອ​ປະກອບ​ເຂົ້າ​ໃສ່​ຕຳ​ແໜ່ງງານ​ໃຫ້​ຖືກຕ້ອງ ສອດຄ່ອງ​ກັບໜ້າວຽກຕົວ​ຈິງ​ໃນ​ການ​ປະຕິບັດໜ້າທີ່​ການ​ເມືອງ​ຂອງ​ພັກ-ລັດ ​ໃນ​ສະ​ເພາະໜ້າ ​ແລະ ຍາວ​ນານ, ​ແນ່​ໃສ່​ຮັບປະກັນ​ລັກສະນະ​ສືບ​ທອດ​ປ່ຽນ​ແທນ​ຢ່າງ​ຕໍ່​ເນື່ອງ, ​ເປັນ​ການ​ຫັນ​ຍຸດ​ທະ​ສາດ​ກ່ຽວກັບ​ວຽກງານ​ພະນັກງານ​​ໃຫ້ເປັນອັນ​ລະອຽດ, ສ້າງ​​​ໂຄງການ​ສັງ​ລວມພື້ນຖານ​ໃຫ້​ແກ່​ການ​ສ້າງ​ແຜນການ​ກໍ່ສ້າງ-ບຳລຸງຄາດ​ຄະ​ເນ​ສັບ​ຊ້ອນ ​ແລະ ຈັດ​ວາງ​ພະນັກງານ​​ໃຫ້​​ເໝາະສົມ​ກັບໜ້າທີ່​ວຽກງານ ​ແລະ ສະພາບ​ເງື່ອນ​ໄຂ​ຕົວ​ຈິງຢ່າງ​ສົມ​ເຫດ​ສົມ​ຜົນ. ກອງ​ປະຊຸມ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ໃນລະຫວ່າງ​ວັນ​ທີ 10-11 ກໍລະກົດ 2018 ທີ່​ສະ​ໂມ​ສອນສະ​ຖາ​ບັນ​ຍຸຕິ​ທຳ ພາກ​ກາງ ​ແຂວງ​ ສະຫວັນນະ​ເຂດ, ​ໂດຍ​ການ​ເປັນ​ປະ​ທານຂອງ​ທ່ານ ​ສົມ​ສະ​ນິດ ດອນ​ປະ​ເສີດ ຫົວໜ້າສະ​ຖາ​ບັນ​ຍຸຕິ​ທຳ ພາກ​ກາງ , ​ເປັນກຽດ​ເຂົ້າ​ຮ່ວມ​ມີ​ທ່ານ ຄຳ​ເສີດ ວິລະ​ພັນ ຮອງ​ຫົວໜ້າ ກົມ​ຈັດ​ຕັ້ງ ​ແລະ ພະນັກງານ ກະຊວງ​ຍຸຕິ​ທຳ, ມີ​ຜູ້ຕາງໜ້າຈາກ​ຄະນະ​ຈັດ​ຕັ້ງ​ແຂວງ ຕະຫຼອດຮອດພະນັກງານ, ຄູ-ອາຈານ ຂອງ​ສະ​ຖາ​ບັນ​ຍຸຕິ​ທຳ​ ພາກ​ກາງ ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.  ​  ໃນ​ກອງ​ປະຊຸມ​ຜູ້​ເຂົ້າ​ຮ່ວມ​ກໍ​ຍັງໄດ້​ຮັບ​ຟັງການ​ເຜີຍ​ແຜ່​ເອກະສານ​ມະຕິ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກປະຊາຊົນ​ປະຕິວັດ​ລາວ ສະບັບ​ເລກທີ 30 /ກມສພ, ລົງ​ວັນ​ທີ 3 ມັງກອນ 2018 ວ່າ​ດ້ວຍ​ມາດຖານ​ຂອງ​ພະນັກງານ​ນຳພາ-ຄຸ້ມ​ຄອງ, ມະຕິ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ສະບັບ​ເລກທີ 32/ ກມສພ, ລົງ​ວັນ​ທີ 3 ມັງກອນ 2018 ວ່າ​ດ້ວຍ​ວຽກງານ​ສ້າງ​ແຜນ​ກຳນົດ​ພະນັກງານ​ນຳພາ-ຄຸ້ມ​ຄອງ ​ແລະ ມະຕິ​ຂອງ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ​ຍຸຕິ​ທຳ ສະບັບ​ເລກທີ 175/ຄພບ.ກຍ  ວ່າ​ດ້ວຍ ມາດຖານ​ພະນັກງານ​ຂອງ​ຂະ​ແໜງຍຸຕິ​ທຳ. ​ຊຶ່ງ​ໃຫ້ກຽດ​ໃນ​ການ​ເຜີຍ​ແຜ່​ໂດຍ​ທ່ານ ​ຄຳ​ເສີດ ວິລະ​ພັນ ຮອງ​ຫົວໜ້າກົມ​ຈັດ​ຕັ້ງ ​ແລະ ​ພະນັກງານ ກະຊວງ​ຍຸຕິ​ທຳ ພ້ອມ​ດຽວກັນ​ນີ້, ​ກອງ​ປະຊຸມ ກໍ​ໄດ້​​ດຳ​ເນີນ​ການ​ທາ​ບທາມ​​ແຜນ​ກຳນົດ​ພະນັກງານ​ນຳພາ​ຄຸ້ມ​ຄອງ​ຂອງ​ສະ​ຖາ​ບັນ​ຍຸຕິ​ທຳພາກ​ກາງຕື່ມ​ອີກ.       ​ກອງ​ປະຊຸມ​ດັ່ງກ່າວ ​ໄດ້​ດຳ​ເນີນ​ມາ​ຮອດ​ວັນ​ທີ 11 ກໍລະກົດ 2018 ຈຶ່ງ​ປິດ​ລົງ​ດ້ວຍ​ຜົນສຳ​ເລັດ​ອັນ​ຈົບງາມ. ຂ່າວ : ອ່ອນ​ຄຳ ​ໄຊ​ຍະ​ວົງ   ພາບ ສຸກ​ສາຄອນ     ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ສະຖາບັນຍຸຕິທຳ ພາກກາງ ແຂວງສະຫວັນນະເຂດ ຈັດກອງປະຊຸມສ້າງແຜນກຳ
ສະຖາບັນຍຸຕິທຳ ພາກກາງ ແຂວງສະຫວັນນະເຂດ ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ
https://www.moj.gov.la/lo/node/1275
ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງ, ພະນັກງານ-ລັດຖະກອນ ແລະ ພະນັກງານນັກຮົບຂອງແຂວງ ແລະ ເມືອງ ພາຍ​ໃນ​ແຂວງຫຼວງພະບາງ ໄດ້ຮັບຮູ້ ​ແລະ  ເຂົ້າໃຈຕໍ່ກັບລັດຖະທຳມະນູນ ແລະ ກົດໝາຍ, ພ້ອມນັ້ນ​ກໍເປັນການຍົກສູງບົດບາດການນໍາພາ ແລະ ການຈັດຕັ້ງປະຕິບັດວຽກງານໃຫ້ສອດ ຄ່ອງກັບແນວທາງນະໂຍບາຍຂອງພັກ, ກົດໝາຍ ​ແລະ ລະບຽບການຂອງລັດ.        ໃນຕອນເຊົ້າຂອງວັນທີ 10 ກໍລະກົດ 2018 ຜ່ານ​ມາ​ນີ້ ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳເມືອງ ຊຽງເງິນ ແຂວງຫຼວງພະບາງ ໄດ້ຈັດພິທີເປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VI ປະຈຳສົກປີ 2018 ຂຶ້ນ ໂດຍການເປັນປະທານຂອງ ທ່ານ ສາຍສະໝອນ ທິດາກອນ  ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ຊຽງເງິນ, ມີຮອງຫົວໜ້າພະແນກຍຸຕິທຳແຂວງ, ຄະນະຮັບຜິດຊອບຊຸດຝຶກອົບຮົມ, ຄູ-ອາຈານ ຕະຫຼອດຮອດນັກສຳມະນາກອນ ​ແລະ ​ແຂກ​ຖືກ​ເຊີນເຂົ້າຮ່ວມຢ່າງພ້ອມພຽງ.  ຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ມີນັກສຳມະນາກອນ​ເຂົ້າ​ຮ່ວມ​ຝຶກ​ອົບຮົມທັງໝົດ 51 ທ່ານ, ຍິງ 11 ທ່ານ, ຊຶ່ງຊຸດຝຶກອົບຮົມຄັ້ງນີ້ ​ແມ່ນ​ຈະ​ໄດ້​ນຳ​ເອົາຫຼັກສູດ​ການ​ຮຽນກໍ​ຄືພາກທິດສະດີ ແລະ ພາກກົດໝາຍ ປະກອບມີ 37 ວິຊາ, 30 ໜ່ວຍກິດ, 450 ຊົ່ວໂມງ, ໃຊ້ເວລາຮຽນທັງໝົດ 45 ວັນ ຈຶ່ງຈະສຳເລັດ. ຂ່າວ ພະ​ແນ​ກຍຸຕິ​ທຳ​ແຂວງ​ຫຼວງພະບາງ ປັບປຸງ​ຂ່າວ ປາວີຄຳ ເພັດທະລາກຸນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳ
ເມືອງ ຊຽງເງິນ ແຂວງຫຼວງພະບາງ ຈັດພິທີເປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VI ປະຈຳສົກປີ 2018
https://www.moj.gov.la/lo/node/1276
ໃນ​ຕອນ​ເຊົ້າ​ຂອງວັນ​ທີ 12 ກໍລະກົດ 2018 ທີ່ກະຊວງ​ຍຸຕິ​ທຳ ​ໄດ້​ເປີດ​ກອງ​ປະຊຸມ​ຄົ້ນຄວ້າ ປຶກສາ​ຫາລື ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ດຳລັດ​ວ່າ​ດ້ວຍ ຈັນ​ຍາ​ບັນ ຂອງ​ພະນັກງານ-ລັດຖະກອນ ໂດຍ​ການ​ເປັນ​ປະທານ​ຂອງທ່ານ ປອ. ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີກະຊວງ​ຍຸຕິທຳ, ​ເຂົ້າ​ຮ່ວມ​ມີ​ທ່ານ ນາງ ຄຳ​ພູນ ​ແກ້ວ​ສະຫັວນ ຫົວໜ້າກົມ​ປະ​ເມີນ​ຜົນ ​ແລະ ພັດທະນາ​ລັດຖະກອນ ກະຊວງ ​ພາຍ​ໃນ ມີ​ບັນດາ​ຫົວໜ້າກົມ - ຮອງ​ຫົວໜ້າກົມ, ​ຫົວໜ້າພະ​ແນ​ກ-ຮອງ​ພະ​ແນ​ກ ​ແລະ ພະນັກງານວິຊາ​ການ​ກົດໝາຍຂອງ​ສອງ​ພາກສ່ວນເຂົ້າ​ຮວ່ມ. ​ໃນ​ທີ່​ປະຊຸມ​ຜູ້​ເຂົ້າ​ຮວ່ມກໍ​ໄດ້​ພ້ອມ​ກັນ​ຄົ້ນຄວ້າ​ປຶກສາ​ຫາລື ​ແລກປຽ່ນບົດຮຽນ ​ແລະ ປະກອບ​ຄຳ​ຄິດ​ຄຳ​ເຫັນ​​ໃສ່​ຮ່າງ​ດຳລັດ ວ່າ​ດ້ວຍ ຈັນ​ຍາ​ບັນ​ຂອງ​ພະນັກງານ-ລັດຖະກອນ ​​​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ​ແລະ ມີບັນຍາກາດ​ດີ ຊຶ່ງຮ່າງ​ດຳລັດ ວ່າ​ດ້ວຍ ຈັນ​ຍາ​ບັນ​ຂອງ​ພະນັກງານ-ລັດຖະກອນ ປະກອບ​ມີ 4 ໝວດ 15 ມາດຕາ. ຈຸດປະສົງ​ຂອງ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້ ກໍ​ເພື່ອ​ເປັນ​ການ ກຳນົດຫຼັກການ, ລະບຽບການ ​ແລະ ມາດ​ຕະການ ການ​ປະຕິບັດ​ຈັນ​ຍາ​ບັນ ຂອງ​ພະນັກງານ​-ລັດຖະກອນ ​ເພື່ອ​ເປັນ​ບ່ອນ​ອີງ​ໃຫ້ການ​ຈັດ​ຕັ້ງ​  ພັກ-ລັດ, ​ແນວ​ລາວ​ສ້າງ​ຊາດ, ອົງການ​ຈັດ​ຕັ້ງ​ມະຫາຊົນ ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ, ​ແນ່​ໃສ່​ຝຶກ​ຝົນຫຼໍ່ຫຼອມພະນັກງານ-ລັດຖະກອນ​ໃຫ້​ມີ​ຄຸນ​ທາດ​ການ​ເມືອງ, ຄຸນສົມບັດ​ສິນ​ທຳ​ປະຕິວັດ, ມີ​ຄວາມ​ຮັບຜິດຊອບ​ຕໍ່ໜ້າທີ່​ວຽກງານ​ຂອງ​ຕົນ,​ ມີ​ຄວາມ​ຕື່ນ​ຕົວ​ເຄົາລົບ ​ແລະ ປະຕິບັດ​ກົດໝາຍ, ລະບຽບການຕ່າງໆທີ່​ພັກ-ລັດ​ໄດ້​ວາງ​ອອກ​ໃຫ້ມີປະສິດທິພາບສູງ.                                                                      ຂ່າວ: ອ່ອນ​ຄຳ ​ໄຊ​ຍະ​ວົງ                                                                      ພາບ: ​ ສຸກ​ສາຄອນ   ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມຄົ້ນຄວ້າປະກອບຄຳເຫັນ ໃສ່ຮ່າງດຳລັດ ວ່າດ້ວຍຈັນຍາບັນ
ກອງປະຊຸມຄົ້ນຄວ້າປະກອບຄຳເຫັນ ໃສ່ຮ່າງດຳລັດ ວ່າດ້ວຍຈັນຍາບັນ ຂອງພະນັກງານ-ລັດຖະກອນ
https://www.moj.gov.la/lo/node/1277
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 17-ກໍລະກົດ-2018ເລກທີຂອງເອກະສານ: 1 Video Link กลับไปยังการแก้ไขລາຍການເພື່ອສັງຄົມຍຸຕິທຳ 15/7/2018
ລາຍການເພື່ອສັງຄົມຍຸຕິທຳ 15/7/2018
https://www.moj.gov.la/lo/node/1278
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 18-ກໍລະກົດ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 11/7/2018
ລາຍການຄວາມຮູ້ທາງກົດໝາຍ 11/7/2018
https://www.moj.gov.la/lo/node/1279
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 24-ກໍລະກົດ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 16/7/2018
ລາຍການຄວາມຮູ້ທາງກົດໝາຍ 16/7/2018
https://www.moj.gov.la/lo/node/1280
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 24-ກໍລະກົດ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 20/7/2018
ລາຍການຄວາມຮູ້ທາງກົດໝາຍ 20/7/2018
https://www.moj.gov.la/lo/node/1281
ໃນ​ຕອນ​ບ່າຍ ຂອງ​ວັນ​ທີ 13 ກໍລະກົດ 2018  ຢູ່​ທີ່​ກະຊວງ​ຍຸຕິ​ທຳ ທ່ານ ​ໄຊ​ສີ ສັນຕິ​ວົງ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ແຫ່ງ ສປປ ລາວ ໄດ້​ຕ້ອນຮັບ​ການ​ເຂົ້າຢ້ຽ​ມຂ່ຳ​ນັບຂອງ​ ທ່ານ ຫງ່ວຽນ ວັນ ທູ ຮອງຫົວໜ້າສະຖາບັນຍຸຕິທຳ ແຫ່ງ ສສ ຫວຽດນາມ, ພ້ອມ​ດ້ວຍ​ຄະນະ​ໃນ​ໂອກາດ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ເຮັດວຽກຢູ່ ສປປລາວ.         ​ ໃນ​ໂອກາດ​ນີ້, ທ່ານ ​ໄຊ​ສີ ສັນຕິ​ວົງ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ  ​ແຫ່ງ ສປປ ລາວ ​ໄດ້​ກ່າວ​ສະ​ແດງ​ຄວາມ​ຍິນ​ດີຕ້ອນຮັບຢ່າງ​ອົບ​ອຸ່ນ​ ​ແລະ ​ຕີ​ລາຄາ​ສູງຕໍ່ ທ່ານ ຫງ່ວຽນ ວັນ ທູ ຮອງຫົວໜ້າສະຖາບັນຍຸຕິທຳ ແຫ່ງ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ ທີ່ໄດ້ເດີນທາງ​ມາ​ຢ້ຽມຢາມ, ພ້ອມທັງການປະຕິບັດໜ້າທີ່ ​ແລະ ເຮັດວຽກ​ຢູ່​ ສປປ ລາວ ​ໃນ​ຄັ້ງ​ນີ້. ທ່ານ ຫງ່ວຽນ ວັນ ທູ ຮອງຫົວໜ້າສະຖາບັນຍຸຕິທຳ ແຫ່ງ ສສ ຫວຽດນາມໄດ້ກ່າວຈຸດປະສົງຂອງການຢ້ຽມຢາມໃນຄັ້ງນີ້ ແມ່ນເພື່ອລາຍງານຜົນຂອງການສຳຫຼວດໂຄງການຊ່ວຍໜູນສະຖາບັນຍຸຕິທຳ ແຫ່ງ ສປປ ລາວ, ພ້ອມ​ທັງ​ສົນທະນາ​ວຽກງານ​ຍຸຕິ​ທຳ ​ແລະ ຮ່ວມ​ກັນ​ປຶກສາ​ຫາລືການ​ພົວພັນ​ຮ່ວມ​ມື​ຊ່ວຍ​ເຫຼືອ​ຊຶ່ງກັນ ​ແລະ ກັນ ​ດ້ານ​ວຽກງານຍຸຕິ​ທຳ​ໃນຕໍ່ໜ້າ. ຫຼັງຈາກນັ້ນ, ທ່ານກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈຕໍ່ ທ່ານ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ແຫ່ງ ສປປ ລາວ ທີ່​ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ, ພ້ອມທັງຮັບຟັງການ​​ລາຍ​ງານ​ການ​ເຄື່ອນ​ໄຫວ​ວຽກງານຂອງທ່ານ​ພ້ອມ​ດ້ວຍ​ຄະນະໃນ​ຄັ້ງ​ນີ້.              ຂຽນຂ່າວ: ປາ​ວີ​ຄຳ ​ເພັດ​ທະລາ​ກຸນ ພາບ: ສົມຫວັງ ບົວລະພັນ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ທ່ານລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ
ທ່ານລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ ຕ້ອນຮັບຄະນະຜູ້ແທນຈາກສະຖາບັນຍຸຕິທຳ ແຫ່ງ ສສ ຫວຽດນາມ
https://www.moj.gov.la/lo/node/1282
ໃນຕອນ​ເຊົ້າຂອງວັນທີ 17 ກໍລະກົດ 2018 ທີ່ກະຊວງຍຸຕິທຳ ທ່ານ ໄຊ​ສີ ສັນຕິ​ວົງ ລັດຖະມົນຕີກະຊວງຍຸຕິທຳ ​ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານຜູ້​ຊ່ວຍ ສຈ ອັດສະ​ຖາຍຸດ ຜົນລະ​ພາກ ຮອງ​ຄະນະ​ບໍດີ ຝ່າຍ​ບໍລິຫານ ຄະນະ​ນິຕິສາດ ມະຫາ​ວິທະຍາ​ໄລ​ຊຽງ​ໃໝ່ ຣາຊະ​ອານາຈັກ​ໄທ ພ້ອມ​ດ້ວຍ​ຄະນະ ​ເນື່ອງ​ໃນ​ໂອກາດ​ທີ່​ທ່ານ​ໄດ້​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຮ່ວມ​ກັບ​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ​ຂອງ ສປປ ລາວ. ​        ໃນ​ໂອກາດ​ດັ່ງກ່າວ ທ່ານ ​ໄຊ​ສີ ສັນຕິ​ວົງ ລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ ກໍໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການມາ​ຢ້ຽມຢາມ ​ຂອງທ່ານ ຜູ້​ຊ່ວຍ ສຈ ອັດສະ​ຖາຍຸດ ຜົນ​ລະ​ພາກ ພ້ອມ​ດ້ວຍ​ຄະນະໃນຄັ້ງ​ນີ້ ຊຶ່ງ​ເປັນ​ການ​ປະກອບສ່ວນ​ທີ່​ສຳຄັນ​ເຂົ້າ​ໃນ​ການ​ເສີມສ້າງ  ສາ​ຍພົວພັນ​ມິດຕະພາບ ​ແລະ ການ​ພົວພັນ​ຮ່ວມ​ມື​ກັນລະຫວ່າງ​ຂະ​ແໜງຍຸຕິ​ທຳ​ຂອງ ສປປ ລາວ ​ແລະ ຣາຊະ​ອາ​ຈັກ​ໄທ​ໃຫ້​ແໜ້ນ​ແຟ້ນຂຶ້ນ​ໄປ​ເລື້ອຍໆ.         ພ້ອມ​ດຽວກັນ​ນັ້ນ ​ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວກັນ​ທີ່​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ກໍ​ໄດ້​ມີ​ພິທີ​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈວ່າ​ດ້ວຍ​ການ​ຮ່ວມ​ມື ລະຫວ່າງ​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ຂອງ ສປປ ລາວ  ​ແລະ ຄະນະ ​ນິຕິສາດ ມະຫາວິທະຍາ​ໄລ​ຊຽງ​ໃໝ່ ຣາຊະ​ອານາຈັກ​ໄທ ຊຶ່ງ​​ໃຫ້ກຽດ​ເຂົ້າ​ຮ່ວມ​​ໃນ​ພິທີ​ໃນ​ຄັ້ງ​ນີ້ ມີ​ທ່ານ ​ໄພ​ວີ ສີ​ບົວ​ລິ​ພາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ແລະ ທ່ານ ຜູ້​ຊ່ວຍ ສຈ ອັດສະ​ຖາ​ຍຸດ ຜົນ​ລະ​ພາກ ຮອງ​ຄະນະ​ບໍດີ ຝ່າຍ​ບໍລິຫານ ຄະນະ ​ນິຕິສາດ ມະຫາ​ວິທະຍາ​ໄລ​ຊຽງ​ໃໝ່ ໃນ​ພິທີ​​ທັງ​ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ການ​ພົວພັນ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ຍຸຕິ​ທຳ ​ແລະ ກົດໝາຍ ໂດຍ​ສະ​ເພາະ​ແມ່ນດ້ານ​ການ​ສຶກສາ ​ແລະ ຄົ້ນຄວ້າ​ວິທະຍາສາດ​ກົດໝາຍຮ່ວມ​ກັນ ຫຼັງຈາກ​ນັ້ນ ​ໃນ​ພິທີ​ທັງ​ສອງ​ຝ່າຍກໍ​ໄດ້​ມີ​ການ​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ດ້ານ​ການ​ຮ່ວມ​ມືກັນ ຊຶ່ງ​ມີ​ຄະນະ​ນຳ​ທັງ​ສອງ​ຝ່າຍ​ເຂົ້າຮ່ວມ​ເປັນ​ສັກຂີ​ພະຍານ.         ​ໃນ​ຕອນ​ທ້າຍ​ຂອງ​ພິທີ ທ່ານ​ ໄພ​ວີ ສີ​ບົວ​ລິ​ພາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ກໍ​ໄດ້​ມີ​ຄຳ​ເຫັນ​​ໂອ້​ລົມຕໍ່​ພິທີ ຊຶ່ງ​ທ່ານ​ໄດ້​ເນັ້ນໜັກ​ໃຫ້ທັງ​ສອງ​ຝ່າຍຍຶດຖື ​ແລະ ​ເຄົາລົບ​ຕໍ່​ບົດ​ບັນທຶກ​ດັ່ງ​ກ່າວ ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ກັນ ​ໃນ​ການຈັດ​ຕັ້ງ​ປະຕິບັດວຽກງານຕ່າງໆທີ່​ໄດ້​ເຊັນ​ຮ່ວມ​ກັນ ​ໃຫ້​ປາກົດ​ຜົນ​ເປັນ​ຈິງ ​ແລະ ດຳ​ເນີນ​ໄປ​ຢ່າງ​ມີ​ປະສິດທິພາບ ​ແລະ ປະສິດທິ​ຜົນ​ສູງ. ຂຽນຂ່າວ: ອ່ອນ​ຄຳ ພາບ​: ສົມ​ຫັວງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ທ່ານ ລັດຖະມົນຕີ ກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຜູ້ຊ່ວຍ ສຈ
ທ່ານ ລັດຖະມົນຕີ ກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຜູ້ຊ່ວຍ ສຈ ອັດສະຖາຍຸດ ຜົນລະພາກ ຮອງຄະນະບໍດີ ຝ່າຍບໍລິຫານ ຄະນະນິຕິສາດ ມະຫາວິທະຍາໄລຊຽງໃໝ່ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ
https://www.moj.gov.la/lo/node/1283
ໃນຕອນ​ເຊົ້າ​ຂອງ​ວັນ​ທີ 18 ກໍລະກົດ 2018 ຫ້ອງການ​ຍຸຕິ​ທຳ ​ເມືອງ​ ປາກງື່ມ ໄດ້​ຈັດ​ພິທີປິດການ​ຮຽນ-ການ​ສອນກົດໝາຍຊັ້ນຕົ້ນ ຊຸດ​ທີ VII ປະຈຳ​ປີ 2018 ​​ໂດຍ​ການ​​ເປັນ​ປະທານຂອງທ່ານ ກອງ​ມີ ສີສະໝຸດ ຮອງ​ເລຂາ​ພັກ​ເມືອງ, ຮອງ​ເຈົ້າ​ເມືອງ​ ປາກງື່ມ, ມີ​ຜູ້ຕາງໜ້າ​ຈາກພະແນກຍຸຕິ​ທຳ​ນະຄອນ ຫຼວງວຽງຈັນ, ​ບັນດາ​ຂະ​ແໜງການ​ອ້ອມ​ຂ້າງ​ເມືອງ, ຕະຫຼອດຮອດຄູ-ອາຈານ ​ແລະ ​ນັກ​ສຳ​ມະ​ນາກ​ອນ ເຂົ້າຮ່ວມຢ່າງ​ພ້ອມພຽງ. ​          ໃນ​ພິທີ​ທ່ານ ​ບູນ ຄຳ​ສຸກ​ຖາ​ວົງ ຫົວໜ້າຫ້ອງການ​ຍຸຕິ​ທຳ​ເມືອງ​ ປາກງື່ມ ກໍ​ໄດ້​ຂຶ້ນ​ລາຍ​ງານຜົນສຳ​ເລັດຂອງ​ການຈັດ​ຕັ້ງ​ປະຕິບັດຫຼັກສູດການຮຽນ-ການ​ສອນກົດໝາຍຊັ້ນຕົ້ນ ຊຸດ​ທີ VII ປະຈຳ​ປີ 2018 ຊຶ່ງ​​ການ​ຮຽນ-ການ​ສອນກົດໝາຍຊັ້ນ​ຕົ້ນ​ ແມ່ນ​ຈັດ​​ໄດ້​ສະ​ເພາະ​ໃຫ້​ບັນດາພະນັກງານຫຼັກ​ແຫຼ່ງຂອງ​ຂະແໜງການ​ອ້ອມ​ຂ້າງ​ເມືອງ, ​ເລຂາ​ພັກ​ບ້ານ, ບັນດານາຍບ້ານຂອງ​​​ເມືອງ​​ ປາກງື່ມ. ການ​ຮຽນ-ການ​ສອນກົດໝາຍຊັ້ນ​ຕົ້ນ​ຊຸດ​ນີ້ ​ ແມ່ນ​ໄດ້​ນຳ​ເອົາ​ບາງກົດໝາຍ​ໃນ​ 4 ຂົງ​ເຂດ​ມາ​ສິດສອນ ຊຶ່ງຜ່ານ​ການ​ຮຽນກົດໝາຍຊັ້ນ​ຕົ້ນ​​ເຫັນ​ວ່າ ​ນັກສຳ​ມະ​ນາກ​ອນ​ໄດ້ຮັບ​ຮູ້ ​ເຂົ້າ​ໃຈ​ເປັນ​ເອກະ​ພາບ​ກັນ​ທັງ​ດ້ານ​ທິດ​ສະ​ດີ​ກົດໝາຍ ​ແລະ ການຈັດ​ຕັ້ງ​ປະຕິບັດ​ຕົວ​ຈິງ ​ພ້ອມ​ທັງ​ຖອດ​ຖອນ​ເອົາ​ບົດຮຽນດັ່ງກ່າວ ​ເພື່ອ​ນຳ​ໄປຈັດ​ຕັ້ງ​ຜັນ​ຂະຫຍາຍເຂົ້າ​ໃນ​ການເຄື່ອນ​ໄຫວ​ວຽກງານ​​ໃຫ້ຖືກຕ້ອງສອດຄ່ອງ​ຕາມ​ພາລະ​ບົດບາດ, ສິດ ​ແລະ ໜ້າທີ່​ຂອງ​ຕົນ, ​​ແນ່​ໃສ່ເຮັດ​ໃຫ້​ກຸ່ມ​ບ້ານ ​ແລະ ຮາກ​ຖານ​ບ້ານມີ​ການ​ພັດທະນາ, ມີ​ຄວາມ​ສະຫງົບ ມີຄວາມ​ເປັນ​ລະບຽບຮຽບຮ້ອຍ​​ໂດຍພື້ນຖານ ​ແລະ ສາມາດກາຍ​ເປັນ​ບ້ານ​ແບບຢ່າງ​ໃນ​ການ​ປະຕິບັດ​ກົດໝາຍ.      ຫຼັງຈາກ​ນັ້ນ​ ໃນ​ພິທີ​ກໍ​ໄດ້​ມີ​ການ​ມອບ​ໃບປະກາສະ​ນິຍະ​ບັດ​ໃຫ້​ແກ່​ນັກ​ກົດໝາຍທີ່​ສຳ​ເລັດ​ການ​ຮຽນກົດໝາຍຊັ້ນ​ຕົ້ນ ຈຳນວນ 44 ທ່ານ, ຍິງ 9 ທ່ານ ​ແລະ ​ມອບໃບຍ້ອງຍໍ​ຂອງ​​ເຈົ້າ​ເມືອງ ​ປາກງື່ມ ​ໃຫ້​ແກ່​ຄະນະ​ຮັບຜິດຊອບ, ຄູ-ອາຈານ, ​ຊຶ່ງ​ໃຫ້ກຽດມອບໂດຍ​ທ່ານ ກອງ​ມີ ສີສະໝຸດ ຮອງ​ເລຂາ​ພັກ​ເມືອງ, ຮອງ​ເຈົ້າ​ເມືອງປາກງື່ມ. ພິທີ​ດັ່ງກ່າວ​ໄດ້​ດຳ​ເນີນມາ​ເປັນ​ເວລາ​ເຄິ່ງວັນ​ ​ແລະ ​ສຳ​ເລັດ​ລົງ​ດ້ວຍ​ຜົນສຳ​ເລັດ​ອັນ​ຈົບງາມ. ຂ່າວ​: ອ່ອນ​ຄຳ, ພາບ ສົມ​ຫັວງ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳປ້າຍ Tags ຕິດຕາມ: ຫ້ອງການຍຸຕິທຳ ເມືອງ ປາກງື່ມ ໄດ້ຈັດພິທີ ປິດການຮຽນ
ຫ້ອງການຍຸຕິທຳ ເມືອງ ປາກງື່ມ ໄດ້ຈັດພິທີ ປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ VII ປະຈຳປີ 2018
https://www.moj.gov.la/lo/node/1284
ໃນຕອນເຊົ້າ ວັນທີ 24 ມີຖຸນາ 2018 ທີ່ພະແນກຍຸຕິທຳ ແຂວງ ສະຫວັນນະເຂດ ໄດ້ຈັດຕັ້ງເຜີຍແຜ່ ຄຳສັ່ງ ຂອງນາຍຍົກລັດຖະມົນຕີ ສະບັບເລກທີ 03/ນຍ, ລົງວັນທີ 09 / ກຸມພາ / 2018. ໃຫ້ກຽດເຜີຍແຜ່ໂດຍທ່ານ ມະນີວັນ ແກ້ວພິກຸນ ຮອງຫົວໜ້າພະແນກຍຸຕິທຳແຂວງ ສະຫວັນນະເຂດ ມີບັນດາຄະນະພັກ-ຄະນະນຳ ແລະ ພະນັກງານ-ລັດຖະ ກອນ ພະແນກຍຸຕິທຳແຂວງ ຈຳນວນ 49 ທ່ານ, ຍິງ 20 ທ່ານ ເຂົ້າຮ່ວມຢ່າງພ້ອມພຽງ.   ໃນພິທີ ປະທານກອງປະຊຸມ ໄດ້ຍົກໃຫ້ເຫັນການວິເຄາະ ແລະ ການກຳນົດຕຳແໜ່ງງານແມ່ນມີຄວາມສຳຄັນ ແລະ ມີຄຸນປະໂຫຍດຫຼາຍ, ຖ້າກຳນົດໃຫ້ຖືກຕ້ອງ, ຊັດເຈນ ແລະ ແທດເໝາະກັບຕົວຈິງ ກໍຈະເຮັດໃຫ້ການສອບເສັງຄັດເລືອກລັດຖະກອນໃໝ່ ແລະ ການບັນຈຸຊັບຊ້ອນພະນັກງານ-ລັດຖະກອນ ໃສ່ຕຳແໜ່ງງານນັ້ນໆ ໄດ້ຢ່າງຖືກຕ້ອງຕາມວິຊາສະເພາະ ແລະ ຄວາມຮູ້ຄວາມສາມາດຕົວຈິງ ຈຶ່ງສາມາດແກ້ໄຂບັນຫາພະນັກງານເຫຼືອບໍ່ພໍ ໃນກົງຈັກການຈັດຕັ້ງທົ່ວລະບົບການເມືອງຂັ້ນຕ່າງໆ.             ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ ເອກະສານຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນ ລາວ-ກຳປູເຈຍ ຊຶ່ງໃຫ້ກຽດເຜີຍແຜ່ໂດຍທ່ານ ຄຳສິງ ເພັດໄຊຍະພອນ ຮອງຫົວໜ້າພະແນກຍຸຕິທຳແຂວງ ໂດຍຍົກໃຫ້ເຫັນເຖິງ:  ການພົວພັນລະຫວ່າງລາວ-ກຳປູເຈຍ, ສະພາບຊາຍແດນ, ການປັກຫຼັກໝາຍ ແລະ ເຫດການທີ່ເກີດຂື້ນ ພ້ອມທັງການຊີ້ນຳ ແລະ ທິດທາງໃນການແກ້ໄຂບັນຫາທີ່ເກີດຂື້ນ ເພື່ອໃຫ້ພະນັກງານ-ລັດຖະກອນພາຍໃນພະແນກຍຸຕິທຳໄດ້ຮັບຮູ້ ແລະ ເຂົ້າໃຈ.   ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງພະແນກຍຸຕິທຳ
ພະແນກຍຸຕິທຳ ແຂວງ ສະຫວັນນະເຂດ ຈັດຕັ້ງເຜີຍແຜ່ ຄຳສັ່ງຂອງ ນາຍົກລັດຖະມົນຕີ ສະບັບເລກທີ 03/ນຍ ແລະ ເອກະສານຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນ ລາວ-ກຳປູເຈຍ
https://www.moj.gov.la/lo/node/1285
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 26-ກໍລະກົດ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 23/7/2018
ລາຍການຄວາມຮູ້ທາງກົດໝາຍ 23/7/2018
https://www.moj.gov.la/lo/node/1286
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 26-ກໍລະກົດ-2018ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 25/7/2018
ລາຍການຄວາມຮູ້ທາງກົດໝາຍ 25/7/2018