url
stringlengths
22
63
context
stringlengths
4
47.2k
title
stringlengths
4
4.16k
https://v2.vientianemai.net/archives/58550
ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີແລະ ອົງການ USAID ໂດຍຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສໍາລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ໄດ້ເປີດກອງປະຊຸມເຝິກອົບຮົມຄູເຝິກຫຼັກແຫຼ່ງສໍາລັບໂຄງການເຝິກເວົ້າພາສາລາວ ໃນວັນທີ 3 ກໍລະກົດ 2023 ທີ່ໂຮງແຮມ ເອພີເອັສ (APS) ເມືອງວັງວຽງ ແຂວງວຽງຈັນ ໂດຍມີທ່ານທ່ານ ຄໍາຈັນ ລັດທະຍອດ ຮອງຜູ້ອໍານວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ແລະ ທ່ານ ບອັບ ແມັກລາລິນ ຫົວໜ້າຮັບຜິດຊອບວຽກງານນະໂຍບາຍ ຍຸດທະສາດ ແລະ ການບໍລິຫານ ຂອງແຜນງານ ແຜນງານບີຄວາ ໄດ້ເປີດກອງປະຊຸມຝຶກອົບຮົມຄູຝຶກຫຼັກແຫຼ່ງ ຈໍານວນ  14 ທ່ານ ສໍາລັບໂຄງການຝຶກເວົ້າພາສາລາວ ພ້ອມຄູເຝິກຫຼັກແຫຼ່ງຈາກ ສວສ ວິທະຍາໄລຄູດົງຄໍາຊ້າງ ໂຮງຮຽນປະຖົມສົມບູນສາທິດດົງຄໍາຊ້າງ ແລະ ໂຮງຮຽນປະຖົມທົ່ງກາງ ຈຳນວນ 14 ທ່ານ ເຊິ່ງກອງປະຊຸມຈະດໍາເນີນເປັນເວລາ 1 ອາທິດ.       ປະເທດລາວເປັນປະເທດທີ່ອຸດົມສົມບູນທາງດ້ານວັດທະນະທໍາ ແລະ ພາສາຊົນເຜົ່າ ມີ4 ກຸ່ມໝວດພາສາຫຼັກ ແລະ ມີຫຼາຍກວ່າ 50 ພາສາເວົ້າ ເມື່ອເດັກເລີ່ມເຂົ້າໂຮງຮຽນ ເຂົາເຈົ້າເວົ້າພາສາຊົນເຜົ່າຂອງເຂົາເຈົ້າໄດ້ຢ່າງຄ່ອງແຄ້ວ ແຕ່ຍັງເຫັນວ່າ ມີເຖິງ 40% ຂອງນັກຮຽນຂັ້ນ ປ1 ທີ່ຍັງບໍ່ທັນມີຄວາມໝັ້ນໃຈໃນການເວົ້າພາສາລາວ ສິ່ງດັ່ງກ່າວສ້າງຄວາມທ້າທາຍໃຫ້ແກ່ນັກຮຽນ ແລະ ຄູ ສອນ ເນື່ອງຈາກເດັກນ້ອຍຕ້ອງຮຽນຮູ້ການອ່ານ ແລະ ຂຽນເປັນພາສາລາວ ແລະ ຍັງຕ້ອງຮຽນຮູ້ເນື້ອໃນຫຼັກສູດຂອງວິຊາຕ່າງໆ ເປັນພາສາລາວ.     ການເຝິກອົບຮົມຈະເນັ້ນໃສ່ເນື້ອໃນຂອງເອກະສານເຝິກອົບຮົມ ຂອງໂຄງການເຝິກເວົ້າພາສາລາວສະບັບປັບປຸງ ແລະ ເຕັກນິກທີ່ມີປະສິດທິພາບໃນການພັດທະນາທັກສະການເວົ້າພາສາລາວ ຂອງນັກຮຽນ ຜູ້ເຂົ້າຮ່ວມຍັງຈະໄດ້ກະກຽມການເຝິກອົບຮົມຄູກ່ຽວກັບການປັບຕົວ ໃຫ້ກຽມພ້ອມສໍາລັບກິດຈະກໍາຕ່າງໆທີ່ແທດເໝາະກັບລະດັບພາສາຂອງນັກຮຽນ ນໍາໃຊ້ເກມເພື່ອສ້າງບັນຍາກາດການຮຽນໃຫ້ມ່ວນຊື່ນ ໃນການຮຽນພາສາ ແລະ ນໍາໃຊ້ພາສາແມ່ຂອງນັກຮຽນ ເພື່ອສະໜັບສະໜູນການຮຽນພາສາລາວ ການປະຕິບັດ ໄລຍະໃໝ່ຂອງໂຄງການເຝິກເວົ້າພາສາລາວນີ້ ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການ USAID ຜ່ານແຜນງານບີຄວາ.     ທ່ານ ຄໍາຈັນ ໄດ້ໃຫ້ຄໍາເຫັນວ່າ: ຈຸດປະສົງຂອງການເຝິກອົບຮົມໃນຄັ້ງນີ້ ເພື່ອໃຫ້ຄູເຝິກຫຼັກແຫຼ່ງມີຄວາມເຂົ້າໃຈດີກ່ຽວກັບປຶ້ມແບບຮຽນ ແລະ ຄູ່ມືຄູ ສະບັບປັບປຸງໃໝ່ ແລະ ມີຄວາມໝັ້ນໃຈໃນການຖ່າຍທອດຄວາມຮູ້ໃຫ້ແກ່ຄູສອນຂັ້ນ ປ1 ທີ່ຈະຈັດຕັ້ງປະຕິບັດໂຄງການເຝິກເວົ້າພາສາລາວ ຕັ້ງແຕ່ເດືອນກັນຍາ 2023 ພວກເຮົາຂໍຂອບໃຈມາຍັງລັດຖະບານອົດສະຕຣາລີ ແລະ ລັດຖະບານສະຫະລັດອາເມຣິກາ ທີ່ໃຫ້ການຊ່ວຍເຫຼືອກະຊວງສຶກສາທິການ ແລະ ກີລາ ເພື່ອບັນລຸເປົ້າໝາຍການມອບການສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍທຸກຄົນໃນລາວ.     ທ່ານ ບອັບ ແມັກລາລິນ ໄດ້ກ່າວວ່າ: ຖ້ານັກຮຽນຫາກຍັງບໍ່ເກ່ງດ້ານພາສາ ໂດຍສະເພາະພາສາທີ່ນໍາໃຊ້ໃນການຮຽນ-ການສອນ  ມັນຈະເປັນສິ່ງທີ່ທ້າທາຍທີ່ສຸດສໍາລັບພວກເຂົາທີ່ເຂົ້າໃຈຄໍາເວົ້າຂອງຄູ ການຮ່ວມກິດຈະກໍາ ແລະ ການຮຽນໃຫ້ໄດ້ຜົນການຮຽນ ຕາມຄາດໝາຍ ລັດຖະບານອົດສະຕຣາລີ ແລະ ອົງການ USAID ໂດຍຜ່ານແຜນງານບີຄວາ ແມ່ນຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ ໃຫ້ການຊ່ວຍເຫຼືອຊຸກຍູ້ຄວາມພະຍາຍາມຂອງຂອງກະຊວງ ສສກ ເພື່ອນໍາສະເໜີການປັບປຸງຊ່ວຍເຫຼືອໃຫ້ແກ່ນັກຮຽນເມື່ອເລີ່ມເຂົ້າຮຽນແຕ່ຍັງບໍ່ທັນເກ່ງເວົ້າພາສາລາວ ພວກເຮົາຈົ່ງມືຮ່ວມກັນ ໃຫ້ສາມາດຍາດມາໄດ້ຜົນສໍາເລັດການມີ ລະບົບການສຶກສາຮຽນຮ່ວມໃນ ສປປ ລາວ ທີ່ດີຂຶ້ນ ແລະ ເໝາະສົມສໍາລັບເດັກທຸກຄົນ.     ນາງ ພອນສິຣິ ອຸໄທວັນ ສູນຄົ້ນຄ້ວາພາສາລາວ ສະຖາບັນຄົ້ນຄ້ວາວິທະຍາສາດການສຶກສາ ໄດ້ອະທິບາຍວ່າ: ໃນປີ 2019 ສສກ ໂຄງການເຝິກເວົ້າພາສາລາວໄລຍະທົດລອງ ໄດ້ເພີ່ມຊົ່ວໂມງຮຽນວິຊາພາສາລາວຕື່ມຈາກຊົ່ວໂມງຮຽນປົກກະຕິອີກ 5 ຊົ່ວໂມງໃນແຕ່ລະອາທິດ ເພື່ອປັບປຸງທັກສະການເວົ້າ ແລະ ການຟັງຂອງນັກຮຽນຂັ້ນ ປ1 ຜ່ານມາໄດ້ທົດລອງປະຕິບັດຢູ່ໃນ 7 ເມືອງເປົ້າໝາຍ ທີ່ມີນັກຮຽນຊົນເຜົ່າທີ່ບໍ່ເວົ້າພາສາລາວເປັນພາສາຫຼັກໃນຄອບຄົວຈໍານວນຫຼາຍ ໃນແຂວງຜົ້ງສາລີ ບໍລິຄໍາໄຊ ຄໍາມ່ວນ ແລະ ແຂວງສາລະວັນ ໃນລະຫວ່າງ 2019 ຫາ 2021.     ຜົນໄດ້ຮັບຈາກການຖອດຖອນບົດຮຽນ ແລະ ການປະກອບຄໍາຄິດຄໍາເຫັນຈາກຄູສອນທີ່ໄດ້ເຂົ້າຮ່ວມໂຄງການເຝິກເວົ້າພາສາລາວ ໄດ້ໃຫ້ຮູ້ວ່າ ບັນດາສື່ການຮຽນ-ການສອນ ແລະ ວິທີການສອນ ຂອງໂຄງການດັ່ງກ່າວ ໄດ້ຮັບການປັບປຸງ ແລະ ຄູໄດ້ນໍາໃຊ້ເຕັກນິກຕ່າງໆເພີ່ມຂຶ້ນໂດຍການສອນໃນຫ້ອງຮຽນຂອງເຂົາເຈົ້າ ພະແນກຄົ້ນຄວ້າພາສາລາວຂອງພວກເຮົາໄດ້ຖືກ ສ້າງຕັ້ງຂຶ້ນເພື່ອນໍາພາການພັດທະນາວຽກງານນີ້ ແລະ ໂຄງການທົດລອງໃນມື້ນີ້ແມ່ນໄດ້ຖືກຍົກລະດັບເປັນໂຄງການສົມບູນ  ເອກະສານສະບັບປັບ ປຸງ ໄດ້ຖືກອະນຸມັດຢ່າງເປັນທາງການໃນເດືອນ ເມສາ 2023 ໂດຍຄະນະກໍາມະການອະນຸມັດຫຼັກສູດ ແລະ ສື່ການຮຽນ-ການສອນ ການຂະຫຍາຍການທົດລອງນໍາໃຊ້ອຸປະກອນສື່ການຮຽນ-ການສອນໃໝ່ຂອງໂຄງການເຝິກເວົ້າພາສາລາວ ຈະດໍາເນີນຢູ່ 21 ເມືອງ ໃນ 10 ແຂວງໃນສົກຮຽນ 2023–2024.     ໃນເດືອນກໍລະກົດນີ້ ຄູເຝິກຫຼັກແຫຼ່ງຈະດໍາເນີນການເຝິກອົບຮົມເນື້ອໃນບົດຮຽນ ແລະ ວິທີການສອນຂອງໂຄງການເຝຶກເວົ້າພາສາລາວໃຫ້ແກ່ຄູ ແລະ ຜູ້ເຮັດວຽກສຶກສານິເທດຢູ່ 10 ແຂວງໃນລາວ ຄູຈະໄດ້ເຝິກປະຕິບັດຕົວຈິງ ເພື່ອໃຫ້ຮູ້ວ່າຈະສອນດ້ວຍຫຼັກສູດໃໝ່ ເພື່ອໃຫ້ໄດ້ປະສິດທິພາບ ແລະ ຈະສາມາດຊ່ວຍເຫຼືອນັກຮຽນ ເພື່ອຍົກລະດັບພາສາລາວໃຫ້ດີຂຶ້ນ ການເຝິກອົບຮົມຍັງເປັນໂອກາດອັນດີສໍາລັບຄູ ແລະ ຜູ້ເຮັດວຽກສຶກສານິເທດຢູ່ໃນແຕ່ລະແຂວງ ເພື່ອມີການປະສານງານ ບອກເລົ່າ ປະສົບການ ແລະ ສ້າງໃຫ້ມີການຊ່ວຍເຫຼືອດ້ານວິຊາການເຖິງຊຸມຊົນໄດ້ຢ່າງຕໍ່ເນື່ອງ.      ປັດຈຸບັນ ນອກຈາກໂຄງການເຝິກເວົ້າພາສາລາວແລ້ວ ສສກ ກໍາລັງສ້າງສາລະຄະດີຄູຕົວແບບຕອນໃໝ່ ທີ່ຄູສອນແມ່ນເປັນຄູສອນທີ່ຢູ່ເຂດຫ່າງໄກທີ່ແຂວງຜົ້ງສາລີ ເຊິ່ງຄູທ່ານນີ້ໄດ້ບອກເລົ່າປະສົບ ການຂອງລາວກ່ຽວກັບການສອນນັກຮຽນຊົນເຜົ່າຜູ້ທີ່ບໍ່ໄດ້ເວົ້າສາລາວເປັນພາສາຫຼັກຢູ່ໃນເຮືອນ ສາລະຄະ ດີຕອນນີ້ຈະຖືກອອກອາກາດໄວໆນີ້ ຄູສາມາດຮັບຊົມວິດີໂອເພື່ອເບິ່ງເຕັກນິກການຊ່ວຍເຫຼືອນັກຮຽນຊົນ ເຜົ່າ ໄດ້ທາງຊ່ອງຢູທູບ ວິດີໂອສໍາລັບການ ພັດທະນາຄູ Development Videos. Share:FacebookTwitter
ເຝິກອົບຮົມຄູເຝິກຫຼັກແຫຼ່ງສໍາລັບໂຄງການເຝິກເວົ້າພາສາລາວ
https://v2.vientianemai.net/archives/58579
ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຂຶ້ນລາຍງານກ່ຽວກັບການປະເມີນການປະຕິ ບັດກົດໝາຍຂົງເຂດຍຸຕິທຳ 2 ສະບັບຄື: ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ແລະ ກົດໝາຍວ່າດ້ວຍການ ດຳ ເນີນຄະດີອາຍາ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 4 ກໍລະກົດ 2023 ເຊິ່ງ​ທ່ານ ວ່າ: ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ແລະ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາສະບັບທໍາອິດ ໄດ້ຖືກ ຮອບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນສູງສຸດຊຸດທີ II ຕາມມະຕິຂອງສະພາປະຊາຊົນ ສູງສຸດ ສະບັບເລກທີ 30/ສປສ ແລະ ສະບັບເລກທີ 31/ສປສ ລົງ ແລະ ຖືກປະກາດໃຊ້ໂດຍລັດຖະດໍາລັດຂອງປະທານປະ ເທດ ສະ ບັບເລກທີ 05 ແລະ ສະບັບເລກທີ 07/ປປທ ລົງວັນທີ 9 ມັງກອນ 1990 ກົດໝາຍດັ່ງກ່າວສະບັບທໍາອິດ ປະກອບມີ VI ພາກ 27 ມາດຕາ ເຊິ່ງເປັນພື້ນຖານໃຫ້ແກ່ການສ້າງຕັ້ງອົງການໄອຍະການປະຊາຊົນຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຜ່ານມາກົດ ໝາຍດັ່ງກ່າວ ໄດ້ຮັບການປັບປຸງມາແລ້ວ 3 ຄັ້ງຄື: ປັບປຸງປີ 2003 2009 ແລະ ປີ 2017. ສ່ວນກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ສະບັບທໍາອິດ ປະກອບມີ VIII ພາກ 10 ໝວດ ແລະ 96 ມາດຕາ ເຊິ່ງກົດ ໝາຍດັ່ງກ່າວໄດ້ກໍານົດຫຼັກການພື້ນຖານໃນການດໍາເນີນຄະດີອາຍາ ສິດ ແລະ ໜ້າທີ່ຂອງອົງການດໍາເນີນຄະດີ ສິດ ແລະ ພັນທະ ຂອງຜູ້ເຂົ້າຮ່ວມໃນການດໍາເນີນຄະດີອາຍາ ບັນດາມາດຕະການສືບສວນ-ສອບສວນ ມາດຕະການສະກັດກັ້ນ ຂັ້ນ ຕອນການດໍາເນີນຄະດີອາຍາ ກໍານົດສິດໃນການຕິດຕາມກວດກາຂອງອົງການໄອຍະການປະຊາຊົນ ແລະ ອື່ນໆ ຜ່ານມາ ກົດໝາຍດັ່ງກ່າວກໍໄດ້ຮັບການປັບປຸງມາແລ້ວ 3 ຄັ້ງຄື: ປັບປຸງປີ 2004, 2012 ແລະ ປີ 2017. ຜ່ານການປະເມີນການຈັດຕັ້ງປະຕິບັດກົດໝາຍທັງ 2 ສະ​ບັບນີ້ ເປັນນິຕິກໍາສໍາຄັນຮັບປະກັນໃຫ້ແກ່ການຈັດ ຕັ້ງ ແລະ ການ ເຄື່ອນໄຫວຂອງອົງການໄອຍະການປະຊາຊົນ ແລະ ອົງການດໍາເນີນຄະດີອາຍາອື່ນ ແນໃສ່ເຮັດໃຫ້ການຄຸ້ມຄອງລັດ-ຄຸ້ມຄອງ ສັງຄົມ ການສະກັດກັ້ນການກະທໍາຜິດ ປົກປ້ອງຜົນປະໂຫຍດຂອງລັດ ລວມໝູ່ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນ ລະເມືອງ ສຶກສາອົບຮົມພົນລະເມືອງໃຫ້ເຄົາລົບ ແລະ ປະຕິ ບັດກົດໝາຍ ປະກອບສ່ວນໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ສ້າງເງື່ອນໄຂເອື້ອອໍານວຍໃຫ້ປະຊາຊົນລາວບັນດາເຜົ່າປະກອບສ່ວນເຂົ້າໃນການປົກປັກ ຮັກສາ ແລະ ສ້າງສາພັດທະນາປະເທດຊາດ ບັນດາພະນັກງານວິຊາການຂອງອົງການດໍາເນີນຄະດີອາຍາໄດ້ນໍາໃຊ້ກົດໝາຍ ດັ່ງກ່າວ ເຂົ້າໃນການປະຕິບັດພາລະບົດບາດ ສິດ ແລະ ໜ້າທີ່ ຂອງຕົນຢ່າງມີປະສິດທິຜົນດ້ວຍການສ້າງກົນໄກປະສານງານ ເພື່ອເພີ່ມທະວີການປະຕິບັດພາລະບົດບາດ ສິດ ແລະ ໜ້າທີ່ ໃນການດໍາເນີນຄະດີຕາມຂະບວນຍຸຕິທໍາເປັນພື້ນຖານໃຫ້ແກ່ ການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍຫລາຍສະບັບ ເພື່ອເປັນບ່ອນອີງໃຫ້ແກ່ອົງການດໍາເນີນຄະດີອາຍາໄດ້ຈັດຕັ້ງປະຕິ ບັດຢ່າງຖືກຕ້ອງ ໂປ່ງໃສ ຍຸຕິທໍາ ເຮັດໃຫ້ສັງຄົມມີຄວາມເຊື່ອໝັ້ນຕໍ່ຂະບວນຍຸຕິທໍານັບມື້ນັບຫຼາຍຂຶ້ນ. ແຕ່ເຖິງຢ່າງໃດກໍຕາມການໂຄສະນາເຜີຍແຜ່ກົດໝາຍຍັງບໍ່ສາມາດລົງສູ່ຮາກຖານໄດ້ຢ່າງທົ່ວເຖິງ ປະຊາຊົນ ຈໍານວນຫຼາຍບໍ່ ທັນຮູ້ ແລະ ເຂົ້າໃຈກ່ຽວກັບພາລະບົດບາດສິດ ແລະ ໜ້າທີ່ຂອງອົງການໄອຍະການປະຊາຊົນ ອົງການດໍາເນີນຄະດີອາຍາ ແລະ ການສະໜອງຂໍ້ມູນຂ່າວສານທາງດ້ານກົດໝາຍໃຫ້ພໍ່ແມ່ປະຊາຊົນ ຍັງບໍ່ທັນທົ່ວເຖິງເປັນຕົ້ນເຂດທີ່ຫ່າງໄກສອກຫຼີກ ຍັງບໍ່ທັນເຂົ້າໃຈກ່ຽວກັບຂັ້ນຕອນການດໍາເນີນຄະດີອາຍາ ການສ້າງນິຕິກໍາໃຕ້ກົດໝາຍ ເພື່ອເປັນບ່ອນອີງໃນການຈັດຕັ້ງປະ ຕິບັດໜ້າທີ່ວຽກງານຍັງມີບາງອັນເຮັດບໍ່ໄດ້ເປັນຕົ້ນ ຍັງມີບາງມາດຕາຂອງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາບໍ່ທັນ ໄດ້ຜັນຂະຫຍາຍເປັນນິຕິກໍາອັນລະອຽດ ການຍົກສູງສະຕິເຄົາລົບ ແລະ ປະຕິບັດກົດໝາຍຂອງພະນັກງານໄອຍະການ ແລະ ພະນັກງານປົກປ້ອງກົດໝາຍ ລວມທັງກົນໄກການປະສານສົມທົບກັບພາກສ່ວນກ່ຽວຂ້ອງຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ. ສຳລັບທິດທາງໃນຕໍ່ໜ້າ ຈະສືບຕໍ່ໂຄສະນາເຜີຍແຜ່ກົດໝາຍ ເພື່ອໃຫ້ອົງການຈັດຕັ້ງພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ຮູ້ພາລະບົດບາດ ສິດ ແລະ ໜ້າທີ່ ຂອງອົງການດໍາເນີນຄະດີອາຍາ ແລະ ຂັ້ນຕອນການດໍາເນີນຄະດີອາຍາຢ່າງທົ່ວເຖິງ ທົບທວນ ແລະ ປະເມີນຜົນການຈັດຕັ້ງປະຕິບັດກົດໝາຍສອງສະບັບນີ້ເປັນແຕ່ລະໄລຍະ ເພື່ອແກ້ໄຂບັນຫາໃຫ້ທັນກັບ ສະພາບການ ແລະ ແທດເໝາະກັບສະພາບເປັນຈິງ ສ້າງກົນໄກປະສານງານລະຫວ່າງ ອົງການໄອຍະການປະຊາຊົນກັບອົງ ການດໍາເນີນຄະດີອາຍາອື່ນ ອົງການປົກຄອງ ແລະ ອົງການກ່ຽວຂ້ອງໃຫ້ມີຄວາມກົມກຽວ ເພີ່ມທະວີຄວາມ ເຂັ້ມງວດໃນ ການປະຕິບັດກົດໝາຍ ແລະ ລະບຽບການຕ່າງໆ ເພື່ອຮັບປະກັນປະສິດທິຜົນໃນການປະຕິບັດໜ້າທີ່ ຮັບຜິດຊອບ ສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ໂດຍສະເພາະບັນດາມາດຕາທີ່ໄດ້ກໍານົດໃຫ້ຜັນຂະຫຍາຍໃຫ້ສໍາເລັດ. Share:FacebookTwitter
ໄອຍະການປະຊາຊົນສູງສຸດ ປະເມີນການປະຕິບັດກົດໝາຍ ຂົງເຂດຍຸຕິທຳ 2 ສະບັບ
https://v2.vientianemai.net/archives/58582
ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍສານປະຊາຊົນ ແລະ ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງມີຫຼາຍມາດຕາມີ ຄວາມຫຍຸ້ງຍາກ ເຫັນວ່າມີການຈັດຕັ້ງປະຕິບັດຕົວຈິງມີຫຼາຍມາດຕາທີ່ມີຄວາມຫຍຸ້ງຍາກໃນ ການ ຈັດຕັ້ງ ປະຕິບັດ ຜູ້ພິພາກ ສາບໍ່ເຂົ້າໃຈຈະແຈ້ງ ແລະ ບໍ່ປະຕິບັດເປັນເອກະພາບ ເນື່ອງຈາກວ່າມີບາງເນື້ອໃນກໍານົດບໍ່ລະອຽດ ຄຸມເຄືອ ແລະ ບາງມາດຕາບໍ່ສອດ ຄ່ອງກັບສະພາບຄວາມເປັນຈິງຂອງການພັດທະນາເສດຖະກິດ-ສັງຄົມຂອງທ້ອງ ຖິ່ນ ແລະ ຮາກຖານ ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດໄດ້ສະເໜີບົດລາຍງານຂອງສານປະຊາຊົນສູງສຸດກ່ຽວກັບ ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທໍາ 2 ສະບັບຄື: ກົດໝາຍວ່າດ້ວຍສານປະຊາຊົນ ແລະ ກົດ ໝາຍວ່າດ້ວຍການດໍາເນີນຄະດີແພ່ງ ໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 4 ກໍລະກົດ ໃຫ້ຮູ້ວ່າ: ກົດໝາຍວ່າດ້ວຍສານປະຊາຊົນສະບັບທໍາອິດໄດ້ຖືກຮັບຮອງໃນກອງປະຊຸມສະໄໝສາມັນຄົບຄະ ນະເທື່ອທີ 2 ຂອງສະພາປະຊາຊົນສູງສຸດຊຸດທີ II ໃນປີ 1989 ແລະ ໄດ້ປະກາດໃຊ້ຢ່າງເປັນທາງການຕາມດໍາລັດຂອງ ປະທານປະເທດສະບັບເລກທີ 06 ເດືອນ ມັງກອນ 1990 ປະກອບມີ 6 ພາກ 38 ມາດຕາ ແລະ ໄດ້ມີການປັບປຸງມາແລ້ວ 5 ຄັ້ງ ສະເພາະການປັບປຸງຄັ້ງທີ 4 ປີ 2017 ເຮັດໃຫ້ກົດໝາຍສະບັບນີ້ ປະກອບມີ 9 ພາກ 5 ໝວດ ແລະ 69 ມາດຕາ ແລະ ປັບປຸງຄັ້ງທີ 5 ໃນປີ 2022 ໂດຍໄດ້ປັບປຸງບາງມາດຕາຄື ມາດຕາ 2, 3, 21, 37 ແລະ ມາດຕາ 38 ທີ່ພົວພັນເຖິງສິດອໍານາດ ຂອງສານປະຊາຊົນສູງສຸດ. ສ່ວນກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງສະບັບທໍາອິດໄດ້ຖືກຮັບຮອງ ແລະ ປະກາດໃຊ້ໃນປີ 1990 ປະກອບມີ 6 ພາກ 14 ໝວດ 88 ມາດຕາ ໄດ້ມີການປັບປຸງ 2 ຄັ້ງ ເຊິ່ງປັບປຸງຄັ້ງທີ 2 ໃນປີ 2012 ປະກອບມີ 18 ພາກ 32 ໝວດ 370 ມາດຕາ. ຜ່ານການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍທັງສອງສະບັບດັ່ງກ່າວເຫັນວ່າມີການຈັດຕັ້ງປະຕິບັດຕົວຈິງມີຫຼາຍມາດຕາທີ່ມີຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ຜູ້ພິພາກ ສາບໍ່ເຂົ້າໃຈຈະແຈ້ງ ແລະ ບໍ່ປະຕິບັດເປັນເອກະພາບ ເນື່ອງຈາກ ວ່າມີບາງເນື້ອໃນກໍານົດບໍ່ລະອຽດ ຄຸມເຄືອ ແລະ ບາງມາດຕາບໍ່ສອດ ຄ່ອງກັບສະພາບຄວາມເປັນຈິງຂອງການພັດທະນາ ເສດຖະກິດ-ສັງຄົມຂອງທ້ອງ ຖິ່ນ ແລະ ຮາກຖານ ພ້ອມນັ້ນຍັງມີບາງມາດຕາທີ່ບໍ່ສາມາດປະຕິບັດໄດ້ ແລະ ບາງມາດຕາມີ ຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ຍັງເຫັນວ່າໃນພາກຕົວຈິງມີເຫດການ ຫຼື ຂໍ້ຂັດແຍ່ງເກີດຂຶ້ນຕົວຈິງແຕ່ ຍັງບໍ່ມີ ກົດ ໝາຍກໍານົດໄວ້ແຕ່ກໍານົດໄວ້ເປັນຫຼັກການລວມໆ ເຮັດໃຫ້ການນໍາໃຊ້ ແລະ ປະຕິບັດຕົວຈິງບໍ່ເປັນເອກະພາບຢູ່ສານ ແຕ່ລະ ແຫ່ງ ໃນບາງກໍລະນີກົດໝາຍກໍານົດໄວ້ຢ່າງລະອຽດຈະແຈ້ງແຕ່ຕົວຈິງ ໃນບາງກໍລະນີບໍ່ປະຕິບັດຕາມກົດໝາຍກໍານົດ ໄວ້ຢ່າງ ຄົບຖ້ວນ ແລະ ຄົບຖ້ວນ. Share:FacebookTwitter
ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍສານປະຊາຊົນ ແລະ ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ ຍັງມີຄວາມຫຍຸ້ງຍາກ
https://v2.vientianemai.net/archives/58588
ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2023 ໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນທີ 4 ກໍລະກົດ 2023 ທີ່ຫໍປະຊຸມແຫ່ງ ຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ມີບັນດາທ່ານ ຮອງນາຍົກລັດຖະມົນຕີ ສະມາຊິກລັດຖະບານ ທ່ານເຈົ້າແຂວງ ເຈົ້າຄອງນະຄອນຫຼວງວຽງຈັນ ຜູ້ຕາງໜ້າອົງການຈັດຕັ້ງພັກ -ລັດ ທຽບເທົ່າກະຊວງ ສູນກາງແນວລາວສ້າງຊາດ ອົງການນິຕິບັນຍັດ ອົງການຕຸລາການ ສະຫະພັນນັກຮົບເກົ່າແຫ່ງຊາດ ລາວ ບັນດາອົງການຈັດຕັ້ງມະຫາຊົນ ອົງການກວດກາແຫ່ງລັດ ອົງການກວດສອບແຫ່ງລັດ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ທ່ານເຈົ້າແຂວງຈຳນວນໜຶ່ງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ. ກອງປະຊຸມຄັ້ງນີ້ ດໍາເນີນໄປໃນທ່າມກາງບັນຍາກາດທີ່ສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສະຫຼັບ ຊັບ ຊ້ອນ ແລະ ທ້າທາຍຫຼາຍດ້ານ ໂດຍສະເພາະ ຄວາມຂັດແຍ່ງທາງດ້ານການເມືອງ ການທະຫານ ບັນຫາຄວາມຫຍຸ້ງ ຍາກ ດ້ານເສດຖະກິດ-ການເງິນ ການທະນາຄານ ສິ່ງທ້າທາຍກ່ຽວກັບດິນຟ້າອາກາດ ໄພທຳມະຊາດ ການລະບາດຂອງພະຍາດ ແລະ ອື່ນໆ ເຮັດໃຫ້ເສດຖະກິດໂລກມີການຂະຫຍາຍຕົວຊ້າລົງ ເມື່ອທຽບໃສ່ປີຜ່ານມາ ຫຼຸດລົງຈາກ 3,4% ໃນປີ 2022 ມາ ຢູ່ໃນລະດັບ 2,8% ໃນປີ 2023. ສໍາລັບປະເທດລາວເຮົາ ກໍບໍ່ສາມາດຫຼີກລ່ຽງຜົນກະທົບຈາກສະພາບດັ່ງກ່າວ ເຊິ່ງໄດ້ກະທົບຕໍ່ສະຖຽນລະພາບເສດຖະກິດ ມະຫາພາກ ບັນຫາດ້ານເສດຖະກິດ-ການເງິນ ເປັນຕົ້ນ ການຂາດດຸນງົບປະມານ ແລະ ເງິນຕາ ຄວາມຕ້ອງການນໍ້າມັນ ເຊື້ອໄຟ ແລະ ສິນຄ້າຕ່າງໆເພີ່ມຂຶ້ນ ເຮັດໃຫ້ຂາດເຂີນເງິນຕາຕ່າງປະເທດ ເງິນກີບອ່ອນຄ່າ ອັດຕາເງິນເຟີ້ເພີ່ມສູງຂຶ້ນ ເຖິງ ແມ່ນວ່າມາຮອດປັດຈຸບັນ ການຜະລິດ ການບໍລິການຕ່າງໆ ໄດ້ມີທ່າອ່ຽງທີ່ດີຂຶ້ນ ສິ່ງທີ່ສໍາຄັນຈໍາເປັນ ແລະ ຮີບດ່ວນທີ່ສຸດ ໃນໄລຍະນີ້ ແມ່ນຕ້ອງໄດ້ສຸມກໍາລັງແຮງ ຂອງທຸກພາກສ່ວນໃນສັງຄົມ ເພື່ອແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະ ກິດ-ສັງຄົມ ເພື່ອຟື້ນຟູເສດຖະກິດຂອງປະເທດ ໃຫ້ຄືນສູ່ສະພາບປົກກະຕິໂດຍໄວ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ໄປ ຄຽງຄູ່ກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບ 2 ວາລະແຫ່ງຊາດ ໃຫ້ເປັນຮູບປະທໍາ. ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2023 ຈະດຳເນີນໄປເປັນເວລາ 2 ວັນເຄິ່ງ ເຊິ່ງເນື້ອໃນ ຈະໄດ້ພ້ອມກັນປຶກສາ ຫາລື ຄົ້ນຄວ້າ 15 ຫົວຂໍ້ ທີ່ສໍາຄັນ ແລະ ເຄັ່ງຮ້ອນ ໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ຕິດ ພັນກັບແຜນວຽກຈຸດສຸມຂອງ 2 ວາລະແຫ່ງຊາດ ກໍຄື ການແກ້ໄຂບັນຫາລວມຂອງຊາດ ດັ່ງນີ້: 1. ສະຫຼຸບຕີລາຄາ ສະພາບພົ້ນເດັ່ນ ໃນ 6 ເດືອນຕົ້ນປີ ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023 ຂອງລັດຖະ ບານ. 2. ສະຫຼຸບລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ສະເໜີແຜນແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023. 3. ສະຫຼຸບລາຍງານ ຄວາມຄືບໜ້າໃນການປັບປຸງສະພາບແວດລ້ອມການລົງທຶນ 6 ເດືອນຕົ້ນປີ ຕາມການແບ່ງຄວາມ ຮັບຜິດຊອບ ໃນດຳລັດ ສະບັບເລກທີ 90/ນຍ ແລະ ສະເໜີແຜນວຽກໃນ 6 ເດືອນທ້າຍປີ 2023 ການແກ້ໄຂໜີ້ສິນ ການລົງທຶນຂອງລັດ. 4. ສະຫຼຸບລາຍງານ ຄວາມຄືບໜ້າໃນການແກ້ໄຂຜົນການກວດສອບ ຕາມການແບ່ງຄວາມຮັບຜິດຊອບ ໃນ ດຳລັດ ສະບັບ ເລກທີ 90/ນຍ ແລະ ທິດທາງແກ້ໄຂໃນຕໍ່ໜ້າ. 5. ສະຫຼຸບລາຍງານ ຄວາມຄືບໜ້າໃນການຈັດຕັ້ງ ການເກັບລາຍຮັບເປັນທັນສະໄໝ 6 ເດືອນຕົ້ນປີ ຕາມການແບ່ງຄວາມຮັບ ຜິດຊອບ ໃນດຳລັດ ສະບັບເລກທີ 90/ນຍ ແລະ ສະເໜີແຜນວຽກການຫັນເປັນທັນສະໄໝໃນ 6 ທ້າຍປີ 2023. 6. ລາຍງານການແກ້ໄຂບັນຫາເງິນເຟີ້ ແລະ ການຄຸ້ມຄອງອັດຕາແລກປ່ຽນ. 7. ລາຍງານການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການທີ່ແພງຂຶ້ນ ແລະ ມາດຕະການແກ້ໄຂໃນ 6 ເດືອນທ້າຍປີ 2023. 8. ລາຍງານສະພາບການຜະລິດລະດູແລ້ງຜ່ານມາ ແລະ ການຜະລິດລະດູຝົນ 2023 ຕິດພັນກັບມາດຕະການຮັບມືກັບໄພ ແລ້ງ ການແກ້ໄຂການບຸກລຸກປ່າໄມ້ ແລະ ໄຟໄໝ້ປ່າ. 9. ສະຫຼຸບລາຍງານ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ມະຕິຕົກລົງ ເລກທີ 14/ລບ ລົງວັນທີ 26 ທັນວາ 2022 ວ່າດ້ວຍ ການກໍານົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ ໃຫ້ບັນດາກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ໃນການຈັດຕັ້ງປະ ຕິບັດມະຕິຕົກລົງ ຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 26/ຄບສພ ລົງວັນທີ 03 ສິງຫາ 2017 ກ່ຽວກັບການ ເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນ ໃນໄລຍະໃໝ່. 10. ລາຍງານມາດຕະການແກ້ໄຂ ບັນຫາການຮຽນ-ການສອນ ນັກຮຽນຂາດຮຽນ ຮຽນບໍ່ຈົບ ຂາດຄູສອນ ແລະ ອື່ນໆ. 11. ລາຍງານການແກ້ໄຂບັນຫາແຮງງານ ແລະ ການຄົ້ນຄວ້າປັບປຸງອັດຕາຄ່າແຮງງານຕ່ຳສຸດ ການຄຸ້ມຄອງແຮງງານລາວ ໄປອອກແຮງງານຢູ່ຕ່າງປະເທດ ແລະ ແຮງງານຕ່າງປະເທດ ມາອອກແຮງງານຢູ່ລາວ. 12. ສະຫຼຸບລາຍງານ ສະເໜີນະໂຍບາຍ ແຜນວຽກຕົ້ນຕໍ ແລະ ແຜນແບ່ງຄວາມຮັບຜິດຊອບ ໃນການກະກຽມໃຫ້ແກ່ການ ເປີດປີທ່ອງທ່ຽວລາວ ປີ 2024. 13. ລາຍງານຄວາມຄືບໜ້າ ແລະ ແຜນການກະກຽມເປັນປະທານອາຊຽນ 2024. 14. ສະຫຼຸບຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ສະເໜີແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023. 15. ສະຫຼຸບຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕິດພັນກັບການແກ້ໄຂບັນ ຫາອາວຸດເຖື່ອນ ແລະ ສະເໜີແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023. ໃນໂອກາດກ່າວເປີດກອງປະຊຸມ ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງບັນດາ ທ່ານ ສະມາຊິກລັດຖະບານ ເຈົ້າແຂວງ ເຈົ້າ ຄອງນະຄອນຫຼວງວຽງຈັນ ຫົວໜ້າອົງການຈັດຕັ້ງພັກ ອົງການທຽບເທົ່າຂັ້ນສູນກາງ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນ ຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ ກະທັດຮັດ ມີຈຸດສຸມ ແລະ ມີທາງອອກທີ່ ຈະ ແຈ້ງ ເພື່ອໃຫ້ກອງປະຊຸມໃນຄັ້ງນີ້ ມີປະສິດທິຜົນສູງ ແລະ ບັນລຸຕາມຄາດໝາຍ ທີ່ໄດ້ກໍານົດໄວ້. Share:FacebookTwitter
ລັດຖະບານ ຈັດກອງປະຊຸມເປີດກວ້າງ ຄັ້ງທີ I ຫາລືເພື່ອແກ້ໄຂບັນຫາສຳຄັນຂອງຊາດ
https://v2.vientianemai.net/archives/58593
ກົມຕໍາຫຼວດລົດໄຟ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ສະຫຼຸບການເຄື່ອນໄຫວຈັດ ຕັ້ງປະຕິບັດວຽກງານປ້ອງກັນຄວາມສະ ຫງົບປອດໄພ ທາງລົດໄຟ ລາວ-ຈີນ 6 ເດືອນຕົ້ນປີ ແລະ ໜ້າທີ່ ວຽກງານສືບຕໍ່ 6 ເດືອນທ້າຍປີ 2023 ເພື່ອ​ເປັນ​ການ​ຕີ​ລາ​ຄາ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ໃນ​ໄລ​ຍະ​ຜ່ານ​ມາ ພ້ອມນັ້ນ​ກໍ​ເພື່ອ​ຊອກ​ຫາ​ວິ​ທີ​ທາງ​ເພື່ອ​ເຮັດ​ໃຫ້​ວຽກງານປ້ອງກັນຄວາມສະ ຫງົບປອດໄພ ທາງລົດໄຟ ລາວ-ຈີນ ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່​າງ​ມີ​ປະ​ສິ​ດ​ທິ​ຜົນ. ກອງ​ປະ​ຊຸມ​ດັ່ງ​ກ່າວ​ຈັດ​ຂຶ້ນໃນວັນທີ 30 ມິຖຸ ນາ 2023 ເປັນປະທານໂດຍ ທ່ານ ພັອ ໄກສອນ ແກ້ວມະນີ ຫົວໜ້າກົມຕໍາ ຫຼວດລົດໄຟ ມີຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແຂກຮັບເຊີນຈາກກົມສູ້ຮົບກົມໃຫຍ່ເສນາທິການກອງ ທັບ ກົມທາງລົດໄຟ ກະຊວງໂຍ ທາທິການ ແລະ ຂົນສົ່ງ ບໍລິສັດ ທາງລົດໄຟ ລາວ-ຈີນ ຈໍາກັດ ບໍລິສັດຮັກສາຄວາມປອດ ໄພລະຫວ່າງປະ ເທດ ບໍລິສັດຮັກສາຄວາມປອດໄພ ພະແນກຕໍາຫຼວດລົດໄຟ ປກສ ນະຄອນຫຼວງ ເຂົ້່າຮ່ວມ. ທ່ານ ພັທ ສຸລີຈັນ ສີສະຫວັດ ຮອງຫົວໜ້າກົມຕໍາຫຼວດລົດໄຟ ກ່າວວ່າ: 6 ເດືອນຕົ້ນປີ ມີສະພາບປະກົດການຫຍໍ້ທໍ້ເກີດ ຂຶ້ນຢູ່ທາງລົດ ໄຟ ລາວ-ຈີນ ຫຼາຍເລື່ອງ ເປັນຕົ້ນກວດພົບຜູ້ໂດຍສານມີຢາເສບຕິດ ຖືອາວຸດ ແລະ ລູກກະສູນບໍ່ມີເອ ກະສານ ຖືກຕ້ອງ ດື່ມສິ່ງມືນເມົາ ແລະ ວາງໄມ້ຄ້ອນ ກ້ອນຫີນໃສ່ລາງລົດໄຟ ໄຟໄໝ້ປ່າລາມໃສ່ຮົ້ວ ແລວທາງລົດໄຟ ລົດໄຟຕຳສັດ ລົດໄຟຕຳຄົນຍ່າງຕາມທາງລົດໄຟເສຍຊີວິດ ໃຊ້ປີ້ລົດໄຟບໍ່ຖືກຕ້ອງ ການຊື້-ຂາຍປີ້ລົດໄຟມີຄວາມແອອັດສັບສົນ ມີກຸ່ມຄົນຈຳ ນວນໜຶ່ງກັກຕຸນປີ້ໄວ້ ເພື່ອເອົາຄ່ານາຍໜ້າ ແລະ ບັນຫາອື່ນໆ ທີ່ຕຳຫຼວດລົດໄຟ ສາມາດເກັບກຳໄດ້ທັງໝົດມີ 39 ເລື່ອງ ແກ້ໄຂໄດ້ 18 ເລື່ອງ ກັກຜູ້ກະທຳຜິດໄດ້ 6 ຄົນ. ນອກນັ້ນ ຄະນະນໍາ-ຄະນະບັນຊາແຕ່ລະພາກສ່ວນແຕ່ລະຂັ້ນໄດ້ມີຄວາມເອົາໃຈໃສ່ໃນການນຳພາ ຊີ້ນຳ-ບັນຊາກຳລັງຂອງ ຕົນໃນການປະຕິບັດໜ້າທີ່ປ້ອງກັນຄວາມສະຫງົບປອດໄພ ທາງລົດໄຟ ສາມາດຮັບປະກັນຄວາມປອດໄພໃຫ້ແກ່ການເດີນ ລົດ ໄຟໄດ້ເປັນຢ່າງດີ ລະບົບການປ້ອງກັນດ້ວຍສິ່ງກີດຂວາງ ກໍສາມາດປ້ອງກັນສະກັດກັ້ນຄົນ ສັດບໍ່ໃຫ້ເຂົ້າໄປໃນແລວທາງ ລົດໄຟໄດ້ໂດຍພື້ນຖານ ລະບົບເຄື່ອງເອັກ ສະເລ ກ້ອງວົງ ຈອນປິດຕາມຂະບວນລົດ ສະຖານີ ແລະ ແລວທາງລົດໄຟກໍມີຈຳ ນວນໜຶ່ງສາມາດບັນທຶກຂໍ້ມູນຫຼັກຖານໃຫ້ເຈົ້າໜ້າທີ່ກ່ຽວຂ້ອງໄປດໍາເນີນຄະດີຕໍ່ຜູ້ກະທຳຜິດ ແຕ່ລະພາກສ່ວນກໍມີກຳລັງ ຂອງຕົນ ໃນການປະຕິບັດໜ້າທີ່ຕົວຈິງ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານສາມາດປ້ອງກັນ ສະກັດກັ້ນ ແລະ ແກ້ໄຂສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໄດ້ຢ່າງທັນການ ລະບົບກົນໄກປະສານງານລະຫວ່າງພາກສ່ວນທີ່ກ່ຽວຂ້ອງ ນຳກັນ ກໍເຮັດໄດ້ດີ ມີການຈັດກອງປະຊຸມປຶກສາຫາລືແລກປ່ຽນຖອດຖອນບົດຮຽນກ່ຽວກັບວຽກງານຮັກສາຄວາມປອດ ໄພທາງລົດໄຟ ໃນໄລຍະຜ່ານມາ ພ້ອມທັງລາຍງານສະພາບເຫດການທີ່ເກີດຂຶ້ນ ແລະ ໄດ້ປະສານສົມທົບກັນແກ້ໄຂໄດ້ຢ່າງ ທັນການ ເຮັດໃຫ້ສະພາບປະກົດການຫຍໍ້ທໍ້ຢູ່ຕາມຂະບວນ ສະຖານີ ແລະ ແລວທາງລົດໄຟ ໄດ້ຫຼຸດລົງ ຖ້າທຽບໃສ່ໃນປີ 2022 ຜ່ານມາ ແຕ່ລະພາກສ່ວນກ່ຽວຂ້ອງນໍາກັນໄດ້ມີຄວາມສາມັກຄີເຂົ້າອົກເຂົ້າໃຈກັນດີ ມີການຊຸກຍູ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການປະຕິບັດໜ້າທີ່ວຽກງານ ກໍຄື ການດຳລົງຊີວິດ ແລະ ບັນຫາອື່ນໆເຫັນວ່າເຮັດໄດ້ເປັນຢ່າງດີ. ໃນຕໍ່ໜ້າ ແຕ່ລະພາກສ່ວນຕ້ອງປັບປຸງແບບແຜນການນຳພາ-ບັນຊາ ແລະ ວິທີເຮັດວຽກຢ່າງວິທະຍາສາດ ຍົກສູງຄວາມຮັບ ຜິດຊອບໃນການປະຕິບັດໜ້າທີ່ວຽກ ງານຂອງຕົນ ແຕ່ລະພາກສ່ວນຕ້ອງປັບປຸງກຳລັງຂອງຕົນໃຫ້ພຽງພໍ ແລະ ເຂັ້ມແຂງ ຕິດຕາມ ກວດກາ ຄຸ້ມຄອງ ສຶກສາອົບຮົມການເມືອງ-ແນວຄິດໃຫ້ເປັນປົກກະຕິ ແລະ ແກ້ໄຂດ້ານຫຍໍ້ທໍ້ເກີດຂຶ້ນຢ່າງທັນ ການ. ພາບ-ຂ່າວ ຄວາມສະຫງົບ Lao Security News Share:FacebookTwitter
ສະຫຼຸບວຽກງານປ້ອງກັນຄວາມສະຫງົບປອດໄພທາງລົດໄຟ ລາວ-ຈີນ
https://v2.vientianemai.net/archives/58597
ໃນວັນທີ 4 ກໍລະກົດ 2023 ຜ່ານມານີ້ ທີ່ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ມີພີທີເຊັນສັນຍາການຮ່ວມມືພັດທະນາ ນຳໃຊ້ລາຍເຊັນເອເລັກໂຕຣນິກ (Certificate Authority/Digital Signature) ເຂົ້າໃນລະບົບຄຸ້ມຄອງງົບປະມານແຫ່ງລັດ (ລາຍຮັບ-ລາຍຈ່າຍ) ລະຫວ່າງສູນອິນເຕີເນັດແຫ່ງຊາດ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ກົມເຕັກໂນໂລຊີຂໍ້ມູນ ຂ່າວສານການເງິນ ກະຊວງການເງິນ. ການເຊັນສັນຍາຮ່ວມມືຄັ້ງນີ້ ເພື່ອຮ່ວມກັນສຶກສາ ພັດທະນາ ຕິດຕັ້ງ ແລະ ນໍາໃຊ້ລາຍເຊັນເອເລັກໂຕຣນິກ (Certificate Authority/Digital Signature) ຂອງສູນອິນເຕີເນັດແຫ່ງຊາດ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າໃນລະບົບຄຸ້ມ ຄອງງົບປະມານແຫ່ງລັດ (ລາຍຮັບ-ລາຍຈ່າຍ) ຂອງກະຊວງການເງິນເປັນຕົ້ນ: ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (ASYCUDA, NSWA+) ຂອງກົມພາສີ ລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບບົດສະຫຼຸບລາຍງານການເງິນ-ບັນຊີຂອງບໍ ລິສັດ/ຫົວໜ່ວຍທຸລະກິດ ແລະ ໃບແຈ້ງມອບອາກອນຂອງກົມສ່ວຍສາອາກອນ (TaxRIS) ລະບົບຄຸ້ມຄອງຄັງເງິນແຫ່ງ ຊາດໃນການອອກໃບອະນຸມັດລາຍຈ່າຍງົບປະມານໃບຄໍາສັ່ງຈ່າຍເງິນ ໃບຖອນເງິນຂອງກົມງົບປະມານແຫ່ງລັດ (RTIS, GFIS+) ແລະ ລະບົບຄຸ້ມຄອງເອກະສານແບບເອເລັກໂຕຣນິກ (i-Office) ເພື່ອຫຼຸດຜ່ອນຂັ້ນຕອນໃນການດຳເນີນເອກະສານ ແບບເຈ້ຍ ສົ່ງເສີມການສົ່ງຮັບເອກະສານແບບເອເລັກໂຕຣນິກຜ່ານທາງອອນລາຍໃຫ້ຮັບປະກັນຄວາມຖືກຕ້ອງ ປອດໄພ ແລະ ວ່ອງໄວ ເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນວຽກງານການຫັນເປັນທັນສະ ໄໝຂອງຂະແໜງການເງິນ ທັງເປັນ ການຊຸກຍູ້ສົ່ງເສີມການຈັດເກັບລາຍຮັບເພີ່ມ ແລະ ຄຸ້ມຄອງການຮົ່ວໄຫຼຂອງລາຍຈ່າຍຕາມວາລະແຫ່ງຊາດວ່າດ້ວຍ ການແກ້ ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ນໍາອີກດ້ວຍ. ທ່ານ ປອ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ ໄດ້ກ່າວໃນພິທີວ່າ: ການ ຮ່ວມມືພັດທະນານຳໃຊ້ລາຍເຊັນເອເລັກໂຕຣນິກ (CA) ເຂົ້າໃນລະບົບຄຸ້ມຄອງງົບປະມານແຫ່ງລັດ ຂອງກະຊວງການເງິນລະ ຫວ່າງກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ແລະ ສູນອິນເຕີເນັດແຫ່ງຊາດ ໃນທາມກາງທີ່ແຕ່ລະຂະແໜງການກຳລັງ ຂຸ້ນຂ້ຽວຈັດຕັ້ງປະຕິບັດວາລະແຫ່ງຊາດ ເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໃຫ້ປະກົດຜົນເປັນຈິງ ກະຊວງການເງິນໄດ້ສຸມໃສ່ພັດທະນາຍົກລະດັບລະບົບຄຸ້ມຄອງງົບປະມານແຫ່ງລັດ (ລາຍຮັບ-ລາຍຈ່າຍ)ໃຫ້ເປັນດິຈິຕ໋ອນ ເທື່ອລະກ້າວໂດຍສະເພາະລວມສູນການຊຳລະພາສີ-ອາກອນ ຄ່າທຳນຽມ ຄ່າບໍລິການ ແລະ ເບີກຈ່າຍຜ່ານລະບົບທະນາ ຄານ ເຊື່ອມຕໍ່ລະບົບພາຍໃນກະຊວງການເງິນ ແລະ ຂະແໜງການທີ່ກ່ຽວຂ້ອງໃນການຄຸ້ມຄອງ ວິເຄາະ ແລະ ວິໄຈຂໍ້ມູນ ລາຍຮັບໄປຄຽງຄູ່ກັບການຫຼຸດຜ່ອນຂັ້ນຕອນ ປັບປຸງກົນໄກການຈັດຕັ້ງປະຕິບັດວຽກງານໃຫ້ກະທັດຮັດ ມີຄວາມສະດວກ ວ່ອງໄວ ແລະ ມີຄວາມໂປ່ງໃສ່. ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດແຫ່ງຊາດ ໄດ້ສະເໜີໃຫ້ຮູ້ກ່ຽວກັບຄວາມໝາຍສຳຄັນ ແລະ ຄວາມຈຳເປັນໃນ ການນຳໃຊ້ລາຍເຊັນເອເລັກໂຕຣນິກໃນຍຸກການພັດທະນາເສດຖະກິດດິຈິຕ໋ອນ ພ້ອມທັງຊີ້ໃຫ້ເຫັນເຖິງການພັດທະ ນາດັ່ງ ກ່າວແມ່ນສອດຄ່ອງກັບວິໄສທັດການພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດໄລຍະ 20 ປີ (2021-2040) ຍຸດທະສາດ ການພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດ ໄລຍະ 10 ປີ (2021-2030) ແຜນພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດ ໄລຍະ 5  ປີ (2021-2025) ທີ່ສະພາແຫ່ງຊາດໄດ້ຮັບຮອງ ແລະ ລັດຖະບານ ໄດ້ປະກາດນໍາໃຊ້. ການລົງນາມຄັ້ງ​ນີ້​ມີ​ຂຶ້ນ​ລະ​ຫ​ວ່າງ ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດແຫ່ງຊາດ ກະຊວງເຕັກໂນໂລຊີ ແລະ ການ ສື່ສານ ກັບ ທ່ານ ປອ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ ໃຫ້ກຽດເຂົ້າ ຮ່ວມຂອງ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ບຸນປອນ ວັນນະ ຈິດ ຮອງລັດຖະມົນຕີກະຊວງການເງິນ ມີຫົວໜ້າຫ້ອງການ ຄະນະກົມ ຄະນະພະແນກທັງສອງກະຊວງ ແລະ ແຂກຖືກເຊີນ ເຂົ້າຮ່ວມ. Share:FacebookTwitter
ຮ່ວມມືພັດທະນານຳໃຊ້ລາຍເຊັນ ເອເລັກໂຕຣນິກເຂົ້າໃນລະບົບຄຸ້ມຄອງງົບປະມານ
https://v2.vientianemai.net/archives/58598
ອາຄານສະໂມສອນອະເນກປະສົງ ໂຮງຮຽນ ສາມັນມິດຕະພາບ ລາວ-ຫວຽດນາມ ທີ່ແຂວງສະຫວັນນະເຂດ ເປີດນໍາໃຊ້ອາຄານອະເນກປະສົງຫຼັງໃໝ່ ໂດຍທຶນຊ່ວຍເຫຼືອຈາກນະຄອນດານັງ ສສ ຫວຽດນາມ ປີ 2022 ມູນຄ່າ 4,8 ຕື້ດົງ ຫຼື ປະມານ 4,4 ຕື້ກີບ ເພື່ອເປັນບ່ອນເຕົ້າໂຮມ ຫຼິ້ນກີລາ ແລະ ອື່ນໆ.     ພິທີເປີດການນໍາໃຊ້ອາຄານສະໂມສອນອະເນກປະສົງດັ່ງກ່າວ ມີຂຶ້ນໃນວັນທີ 3 ກໍລະກົດ 2023 ທີ່ໂຮງຮຽນດັ່ງກ່າວ ໂດຍມີທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທ່ານ ນາງ ດັ້ງ ທິ ຫາຍ ເຕິມ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາແຂວງສະຫວັນນະເຂດ ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.     ທ່ານ ເລືອງໄຊ ບຸນໂຊກວັນ  ປະທານສະມາຄົມຊາວຫວຽດນາມ ປະຈໍາແຂວງສະຫວັນນະເຂດ ໄດ້ກ່າວລາຍງານການກໍ່ສ້າງອາຄານສະໂມສອນອະເນກປະສົງ ໂຮງຮຽນມິດຕະພາບ ລາວ-ຫວຽດນາມ ແຂວງສະຫວັນນະເຂດ ຍົກໃຫ້ເຫັນວ່າ: ໂດຍເຫັນໄດ້ນໍ້າໃຈມິດຕະພາບ ອັນເປັນມູນເຊື້ອຄວາມສາມັກຄີແບບພິເສດ ລະຫວ່າງ 2 ປະເທດ ລາວ-ຫວຽດນາມ ເວົ້າສະເພາະ ລະຫວ່າງ ນະຄອນດາໜັງ ແລະ ແຂວງສະຫວັນນະເຂດ ໃນໄລຍະຜ່ານມາ ມີການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂົງເຂດຖະແຫຼງຂ່າວ ວັດທະນະທໍາ ແລະ ສາທາລະນະສຸກ ພິເສດ ອັນທີ່ເປັນຜົນງານແຫ່ງການຮ່ວມມືອັນໃໝ່ ແມ່ນຂົງເຂດການສຶກສາ ມີການບໍາລຸງສ້າງໃນເຂດທ້ອງຖິ່ນ ອັນເປັນການປະກອບສ່ວນຍົກສູງລະດັບການສຶກສາ ຮັກສາວັດທະນະທໍາ ດ້ວຍການເພີ່ມຫຼັກສູດການຮຽນພາສາຫວຽດນາມ ໃຫ້ແກ່ລູກຫຼານຊາວຫວຽດນາມຢູ່ແຂວງສະຫວັນນະເຂດ ໃນຜ່ານມາ ການນໍານະຄອນດາໜັງ ໄດ້ມອບທຶນການສຶກສາ  2 ທຶນຕໍ່ປີ ເພື່ອໃຫ້ລູກຫຼານຊາວຫວຽດກຽວ ທີ່ແຂວງສະຫວັນນະເຂດ ໄປສຶກສາທີ່ມະຫາວິທະຍາໄລສ້າງຄູດານັງ ເພື່ອກັບມາສິດສອນທີ່ແຂວງສະຫວັນນະເຂດ ການທີ່ໄດ້ອາຄານ ສະໂມສອນອະເນກປະສົງຫຼັງນີ້ ເກີດຂຶ້ນໄດ້ຍ້ອນວ່າ: ໃນໄລຍະເດືອນກໍລະກົດ 2022 ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ລາວ-ຫວຽດນາມ ຄົບຮອບ 45 ປີ ຄະນະຜູ້ແທນຂັ້ນສູງ ນະຄອນດານັງ ໄດ້ຢ້ຽມຢາມ ແລະ ເຮັດວຽກຮ່ວມກັບການນໍາແຂວງສະຫວັນນະເຂດ ຫຼັງຈາກນັ້ນ ໄດ້ຢ້ຽມຢາມໂຮງຮຽນມິດຕະພາບ ລາວ-ຫວຽດນາມ ແລະ ໄດ້ຕັດສິນໃຈສະໜັບສະ  ໜູນ ສະມາຄົມຊາວຫວຽດນາມ ດ້ວຍງົບປະມານ 4,8 ຕື້ດົງ ຫຼື ປະມານ 4,4 ຕື້ກີບ ເພື່ອກໍ່ສ້າງອາຄານອະເນກປະສົງດັ່ງກ່າວ     ໂອກາດດຽວກັນ ທ່ານ ນາງ ຫຼິງທອງ ແສງຕາວັນ ໄດ້ຕີລາຄາສູງຕໍ່ຜົນງານການຮ່ວມມືຂອງສອງປະເທດ ລາວ ແລະ ຫວຽດນາມ ພ້ອມກັນນີ້ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນ ແລະ ການປະສານວຽກທຸກພາກສ່ວນ ທີ່ໃຫ້ອາຄານໄດ້ລົງມືກໍ່ສ້າງຜ່ານມາ ສະແດງຄວາມຂອບໃຈຕໍ່ການນໍາ ນະຄອນດານັງ ແລະ ແຂວງສະຫວັນນະເຂດ ທີ່ເຮັດໃຫ້ການກໍ່ສ້າງສໍາເລັດຕາມແຜນ ເພື່ອໃຫ້ໄດ້ນໍາໃຊ້ອາຄານດັ່ງກ່າວໄດ້ຫຼາຍກິດຈະກໍາ ໂດຍສະເພາະ ກີລາ ສິລະປະ ແລະ ກິດຈະກໍາອື່ນໆ ເພື່ອໃຫ້ນັກຮຽນ ໄດ້ປະຕິບັດຕາມ 5 ຫຼັກມູນ ແລະ 3 ລັກສະນະຂອງການສຶກສາ ອັນໄດ້ກວມເອົາ ສິລະປະສຶກສາ ພະລະສຶກສາ ແລະ ລວມໄປເຖິງຄຸນສົມບັດສຶກສາ. Share:FacebookTwitter
ໂຮງຮຽນມິດຕະພາບ ລາວ-ຫວຽດນາມ ແຂວງສະຫວັນນະເຂດ ໄດ້ຮັບການຊ່ວຍເຫຼືອຢ່າງຕໍ່ເນື່ອງ
https://v2.vientianemai.net/archives/58614
ວັນທີ 5 ກໍລະກົດ 2023 ທີ່ ກະຊວງການຕ່າງປະເທດ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການຢ້ຽມອໍາລາຂອງທ່ານ ນາງ ຊາຣາ ເຊເກັນເນສ (Ms. Sara Sekkenes) ຜູ້ປະ ສານງານຂອງອົງການສະຫະປະຊາຊາດ ປະຈຳ ລາວ ໃນໂອກາດສຳເລັດການປະຕິບັດໜ້າທີ່ຢູ່ ສປປ ລາວD ໂອກາດດັ່ງກ່າວ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕີລາຄາສູງຕໍ່ກັບການປະຕິບັດໜ້າ ທີ່ຂອງຜູ້ປະສານ ງານຂອງອົງການ ສປຊ ຜູ້ທຳອິດ (RC) ພາຍຫຼັງມີການປັບປຸງລະບົບການພັດທະນາຂອງ ສປຊ (UNDS) ພ້ອມນັ້ນໄດ້ສະ ແດງຄວາມຊົມເຊີຍຕໍ່ຜົນງານຂອງທ່ານຜູ້ປະສານງານ ໃນການເສີມຂະຫຍາຍການຮ່ວມມື ການສະໜັບ ສະໜູນຊ່ວຍເຫຼືອ ອັນໄດ້ເປັນການປະກອບສ່ວນສຳຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຂອງ ສປປ ລາວ ໃນໄລະຍະຜ່ານມາ. ພາຍຫຼັງການເຂົ້າຢ້ຽມຄໍານັບອຳລາກໍ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າລັດຖະບານລາວ ມອບຫຼຽນກາມິດຕະພາບ ໃຫ້ແກ່ ທ່ານ ນາງ ຊາຣາ ເຊເກັນເນສ ທີ່ມີຜົນງານໃນການຈັດຕັ້ງປະຕິບັດວຽກງານຂອງຜູ້ກ່ຽວແຕ່ປີ 2019 ເປັນຕົ້ນມາ ໂດຍມີພະນັກງານຂັ້ນສູງຈາກບັນດາກະຊວງຂະແໜງການກ່ຽວຂ້ອງ ແລະ ຜູ້ຕາງໜ້າຈາກອົງການເຄືອຂ່າຍ ສປຊ ປະຈຳ ສປປ ລາວ ເຂົ້າຮ່ວມເປັນສັກຂີພະຍານ. ໃນພິທີການມອບຫຼຽນ ທ່ານ ນາງ ຊາຣາ ເຊເກັນເນສ ໄດ້ກ່າວສະແດງຄວາມ ຂອບໃຈຢ່າງສູງ ຕໍ່ລັດຖະບານ ແຫ່ງ ສປປ ລາວ ກໍຄືກະຊວງການຕ່າງປະເທດ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ທີ່ໄດ້ ໃຫ້ການຮ່ວມມື ສະໜັບສະໜູນການຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກຕະຫຼອດໄລຍະການປະຕິບັດໜ້າທີ່ວຽກງານ ຢູ່ ສປປ ລາວ ຈົນປະສົບຜົນສໍາເລັດເປັນຢ່າງດີ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຫ້ອງການຜູ້ປະສານງານຂອງອົງການ ສປຊ ປະຈຳ ສປປ ລາວ (UNRCO) ຈະສືບຕໍ່ໃຫ້ການຮ່ວມມື ແລະ ສະຫນັບສະຫນູນ ສປປ ລາວ ໃນຕໍ່ໜ້າ. Share:FacebookTwitter
ມອບຫຼຽນກາມິດຕະພາບໃຫ້ແກ່ ຜູ້ປະສານງານຂອງອົງການ ສປຊ ປະຈຳ ສປປ ລາວ
https://v2.vientianemai.net/archives/58624
ທ້າຍເດືອນມິຖຸນາ 2023 ຜ່ານມາ ແນວລາວສ້າງຊາດແຂວງ ບໍ່ແກ້ວ ນໍາໂດຍ ທ່ານ ດາລີວັນ ພູສະຫວັນ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ແລະ ຕາງໜ້າໃຫ້ຄະນະກຳມະການແນວໂຮມແຫ່ງຊາດຫວຽດນາມ ແຂວງດຽນບຽນ ນຳໂດຍທ່ານ ລໍວັນມຶງ ຄະນະປະຈຳພັກແຂວງ ຫົວໜ້າຄະນະຂົນຂວາຍ ປະທານຄະນະກໍາມະການແນວໂຮມແຫ່ງຊາດຫວຽດນາມ ແຂວງ ດຽນບຽນ ສສ ຫວຽດ ນາມ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມຄອບຄົວ ທ່ານ ນາງ ປິ່ນແກ້ວ ທຳມະວົງ ຄະນະກຳມະການແນວລາວສ້າງຊາດແຂວງ ທີ່ເປັນຄອບຄົວຕົວແບບທາງດ້ານການປູກ-ການລ້ຽງ ຢູ່ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ.     ທ່ານ ນາງ ປິ່ນແກ້ວ ທຳມະວົງ ໄດ້ລາຍງານສະພາບຄວາມເປັນມາຂອງຄອບຄົວກ່ອນທີ່ຈະໄດ້ມາເປັນຄອບຄົວຕົວແບບທາງດ້ານ ການປູກ-ການລ້ຽງ ວ່າ: ຄອບຄົວຂອງຂ້າພະເຈົ້າ ແມ່ນຄອບຄົວໜຶ່ງ ທີ່ດຳລົງຊີວິດ ຢູ່ບ້ານຮົ່ມເຢັນ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ພາຍໃນຄອບຄົວມີຈຳນວນທັງໝົດ 11 ຄົນ ຍິງ 5 ຄົນ ມີແຮງງານ ຕົ້ນຕໍ 6 ແຮງງານ ໃນເມື່ອກ່ອນຄອບຄົວແມ່ນເຮັດນາ ແລະ ສວນສາລີເປັນຕົ້ນຕໍ ແລະ ຖືເອົາການລ້ຽງເປັນອາຊີບເສີມ ມີເນື້ອທີ່ນາທັງໝົດ 3,3 ເຮັກຕາ ເນື້ອທີ່ສວນ 5 ເຮັກຕາ ມີລາຍຮັບພໍແຕ່ກຸ້ມຢູ່ກຸ້ມກິນ ເພື່ອຫັນ ແລະ ປັບປຸງ ເຮັດໃຫ້ຄອບຄົວມີລາຍຮັບຫຼາຍຂື້ນ ໄດ້ຫັນປ່ຽນມາສົ່ງເສີມການປູກສາລີເຂົ້າໂພດໃຫ້ພີ່ນ້ອງ ອ້າຍ ເອື້ອຍຂອງຕົນ ໃນປີ 1990 ມີເນື້ອທີ່ທັງໝົດ 25 ເຮັກຕາ ເຮັດໃຫ້ຄອບຄົວ ມີລາຍຮັບທັງໝົດ 30 ລ້ານກີບຕໍ່ປີ.     ໃນປີ 2000 ມີແນວຄວາມຄິດລິເລີ່ມຈາກການປູກສາລີ ເຂົ້້າ ເພື່ອມີວຽກເຮັດ ງານທຳ ສ້າງລາຍຮັບເຂົ້າຄອບຄົວ ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ ຈຶ່ງໄດ້ເພີ່ມທຶນຂະຫຍາຍເນື້ອທີ່ເພີ່ມຂຶ້ນ ມີເນື້ອທີ່ທັງໝົດ 37,5 ເຮັກຕາ ມີລາຍຮັບເຂົ້າໃນຄອບຄົວທັງໝົດ 1 ຕື້ກວ່າກີບ ມາຮອດປີ 2003 ໄດ້ສະ ເໜີຂຶ້ນເປັນລັດວິສາຫະກິດສົ່ງເສີມການປູກ-ການລ້ຽງ  ແລະ ໄດ້ລ້ຽງງົວເປັນຄອກ ເປັນຟາມ ໃນເບື້ອງຕົ້ນມີງົວ 11 ໂຕ ມາຮອດປີ 2007 ມີງົວທັງໝົດ 70 ໂຕ ແລະ ປູກຢາງພາລາອີກ 2.000 ຕົ້ນ.     ມາຮອດປີ 2020-2021 ການລ້ຽງສັດໃນຟາມກໍ່ພົບກັບບັນຫາຕ່າງໆ ທີ່ເກີດຈາກການແພ່ລະບາດຂອງພະຍາດໂຄວິດ-19 ເຊິ່ງເຮັດໃຫ້ລາຍຮັບຫຼຸດລົງ ເນື່ອງຈາກການນຳເຂົ້າ ແລະ ສົ່ງອອກເປັນສິນຄ້າພົບຄວາມຫຍຸ້ງຍາກ ແລະ ສັດໃນຟາມກໍ່ມີຈຳນວນຫຼຸດລົງ ຍ້ອນບໍ່ມີບ່ອນຈຳໜ່າຍ ຫຼື ຕະຫຼາດຮອງຮັບ.     ໃນປີ 2022-2023 ຂ້າພະເຈົ້າຈຶ່ງໄດ້ຫັນປ່ຽນ ມາລ້ຽງເປັດ ໄກ່ ຫ່ານ ໃນເນື້ອທີ່ດິນທັງໝົດ 39,5 ເຮັກຕາ ປູກຂິງ 10 ໄລ່ ປັດຈຸບັນໃນຟາມມີເປັດ 5.700 ໂຕ ໄກ່ 7.200 ໂຕ ຫ່ານ 700 ໂຕ ມີໜອງປາ 8 ໜອງ ( ປ່ອຍປາ 40.000 ໂຕ ) ຄວາຍ 35 ໂຕ ງົວ 100 ໂຕ ໂຮງງານນ້ຳດື່ມ 1 ໂຮງ ໂຮງນ້ຳກ້ອນ 1 ໂຮງ ສະເລ່ຍລາຍຮັບເຂົ້າຄອບຄົວຕໍ່ປີ ໄດ້ຈາກການຂາຍນ້ຳດື່ມ ແລະ ນ້ຳກ້ອນ 105 ລ້ານກີບຕໍ່ປີ ຂາຍນໍ້າຢາງພາລາ 250 ລ້ານກີບຕໍ່ປີ ເຄື່ອງປູກ ແລະ ສັດລ້ຽງຕ່າງໆໃນຟາມ 1,5 ຕື້ກີບ.     ສັງລວມແລ້ວໃນ 1 ປີ ຄອບຄົວຂອງຂ້າພະເຈົ້າ ໄດ້ຈາກການຂາຍນໍ້່າດື່ມ ນໍ້າຢາງພາລາ ສັດລ້ຽງຕ່າງໆ ປະມານ 1,8 ຕື້ກວ່າກີບຕໍ່ປີ. Share:FacebookTwitter
ແນວລາວສ້າງຊາດແຂວງບໍ່ແກ້ວ ລົງຢ້ຽມຢາມ ຄອບຄົວຕົວແບບທາງດ້ານການປູກ-ການລ້ຽງ
https://v2.vientianemai.net/archives/58632
ຕາມ​ແຫຼ່ງ​ຂ່າວ​ຂອງ VOVWORLD ໃຫ້​ຮູ້​ວ່າ: ຕອນເຊົ້າວັນທີ 5 ກໍລະກົດ ຢູ່ນະ​ຄອນຫຼວງຮ່າໂນ້ຍ ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ສົມທົບກັບຄະນະເລຂາອາຊຽນ ຈັດກອງປະຊຸມຄັ້ງທີ 8 ກຸ່ມປະຕິບັດງານອາຊຽນ ກ່ຽວ ກັບທາດເຄມີ ແລະ ສິ່ງເສດເຫຼືອ (ກອງປະຊຸມ AWGCW-8). ກອງ​ປະ​ຊຸມ​ດັ່ງ​ກ່າວໄດ້ດຳເນີນໃນລະຫວ່າງວັນທີ 5-7 ກໍລະກົດ ດ້ວຍການເຂົ້າຮ່ວມຂອງສະມາຊິກຄະນະເລຂາອາຊຽນ ບັນດາປະເທດ ໃນກຸ່ມອາຊຽນ ແລະ ອົງການຈັດຕັ້ງຄູ່ຮ່ວມມື ສະມາຊິກຂອງບັນດາກຸ່ມປະຕິບັດງານຂຶ້ນກັບ ASOEN ຫວຽດນາມ ຜູ້ຕາງໜ້າບັນດາກະຊວງ ຂະແໜງການທີ່ກ່ຽວຂ້ອງ ນັກຊ່ຽວຊານ ນັກວິທະຍາສາດ ມາຈາກບັນດາສະຖາ ບັນຄົ້ນຄ້ວາ ມະຫາວິທະຍາໄລ ແລະ ອົງການຈັດຕັ້ງສາກົນ. ກອງປະຊຸມແມ່ນ​ເປັນໂອກາດ​ເພື່ອໃຫ້ແຕ່​ລະຝ່າຍຕີລາຄາຄືນການເຄື່ອນໄຫວຮ່ວມມືຂອງບັນດາປະເທດ ສະມາຊິກອາ ຊຽນກ່ຽວກັບທາດເຄມີ ສິ່ງເສດເຫຼືອໃນປີຜ່ານມາ ປຶກສາຫາລື ແລະ ກຳນົດທິດເພື່ອແນໃສ່ເປັນເອກະພາບກ່ຽວກັບຫຼັກການ ບັນດາເນື້ອໃນຮ່ວມມືລະຫວ່າງບັນດາປະເທດໃນພາກພື້ນໃນໄລຍະຈະມາເຖິງ ກອງປະຊຸມໄດ້ປະກອບສ່ວນເພີ່ມທະວີການ ຮ່ວມມືລະຫວ່າງບັນດາປະເທດອາຊຽນ ແລະ ສ້າງອາຊຽນຂຽວສະອາດກ່ວາເກົ່າ. Share:FacebookTwitter
ກອງປະຊຸມຄັ້ງທີ 8 ກຸ່ມປະຕິບັດງານ ອາຊຽນ ກ່ຽວກັບທາດເຄມີ ແລະ ສິ່ງເສດເຫຼືອ
https://v2.vientianemai.net/archives/58635
(VOVWORLD) – ວົງເງິນສົ່ງອອກສິນຄ້າຂອງ ສ​ສ​ ຫວຽດ​ນາມໃນ ເດືອນມິຖຸນາບັນລຸ 29,3 ຕື້ USD ເພີ່ມຂຶ້ນ 4,5% ເມື່ອ ທຽບໃສ່ເດືອນກ່ອນ ຕາມຕົວເລກຫຼ້າສຸດຂອງກົມໃຫຍ່ພາສີ ຫວຽດນາມ ແລ້ວ ວົງເງິນສົ່ງອອກ ແລະ ນຳເຂົ້າສິນຄ້າຂອງ ຫວຽດນາມ ໄດ້ລື່ນກາຍຕົວເລກ 316 ຕື້ USD ໃນ 6 ເດືອນຜ່ານມາ. ສຳ​ລັບລະອຽດແມ່ນ ວົງເງິນສົ່ງອອກສິນຄ້າໃນ ເດືອນ ມິຖຸນາ ບັນລຸ 29,3 ຕື້ USD ເພີ່ມຂຶ້ນ 4,5% ເມື່ອທຽບໃສ່ເດືອນກ່ອນ ສະນັ້ນ ຍ້ອນການເອົາ​ໃຈ​ໃສ່ໃນການເຄື່ອນໄຫວສົ່ງເສີມ ການຄ້າໄດ້ຮັບການຍູ້ແຮງ ນີ້ແມ່ນເດືອນທີ 2 ທີ່ວົງເງິນສົ່ງອອກສິນ ຄ້າມີທ່າອ່ຽງເຕີບໂຕ ພາຍຫຼັງຖືກຫຼຸດລົງແຮງເປັນໄລຍະຍາວ. ເຖິງຢ່າງໃດກໍຕາມ ໄລ່ລວມແລ້ວ ໃນໄລຍະ 6 ເດືອນຕົ້ນປີ 2023 ວົງເງິນສົ່ງອອກສິນຄ້າ ຄາດວ່າບັນລຸ 164,45 ຕື້ USD ຫຼຸດ ລົງ 12,1% ເມື່ອທຽບໃສ່ປີ 2022 ໃນຂະນະນັ້ນ ວົງເງິນນຳເຂົ້າສິນຄ້າ ຄາດວ່າບັນລຸກວ່າ 152 ຕື້ USD ຫຼຸດລົງກວ່າ 18% ເມື່ອທຽບໃສ່ໄລຍະດຽວກັບຂອງປີ 2022 ດຸນການຄ້າຂາຍສິນຄ້າໃນ 6 ເດືອນຕົ້ນປີ ຄາດວ່າການສົ່ງອອກເກີນດຸນກວ່າ 12 ຕື້ USD (ການສົ່ງອອກເກີນດຸນໄລຍະດຽວກັນຂອງປີ 2022 ແມ່ນ 1,2 ຕື້ USD). Share:FacebookTwitter
ການສົ່ງອອກ ແລະ ນຳເຂົ້າຂອງ ຫວຽດນາມ ບັນລຸ 316 ຕື້ USD ໃນ 6 ເດືອນຕົ້ນປີ 2023
https://v2.vientianemai.net/archives/58638
ສະ​ຖາ​ບັນຈົງ​ຢາງ ແຫ່ງ ສ​ປ ຈ​ີນ ແລະ ສະ​ຖາ​ບັນ​ອຸດ​ສາ​ຫະ​ກຳ​-ການ​ຄ້າ ແຫ່ງ ສ​ປ​ປ ລາວ ຈັດ​ສຳ​ມະ​ນາ​ວິ​ຊາ​ການ ສະ​ເຫຼີ​ມ​ສະ ຫຼອງ 10 ປີ ແນວ​ຄວາມ​ຄິດລິ​ເລີ່​ມ ໜຶ່ງ​ແລວ​ໜຶ່​ງ​ເສັ້ນ​ທາງ ແລະ ການ​ຮ່ວມ​ມື​ລາວ-ຈີນ ແນ​ໃສ່​ນຳ​ສະ​ເໜີ​ບົດ​ຄົ້ນ​ຄວ້າ​ກ່ຽວ​ກັບ​ແນວ​ຄວາມ​ຄິດລິ​ເລີ່ມ​ດັ່ງ​ກ່າວ ແລະ ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ຜົນ​ປະ​ໂຫຍດ​ຈາກ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ. ​ສຳ​ມະ​ນາ​ດັ່ງ​ກ່າວ​ຈັດ​ຂຶ້ນ​ໃນວັນ​ທີ 5 ກໍ​ລະ​ກົດ 2023 ທີ່​ໂຮງ​ແຮມ​ແລນ​ມາກ ຣີ​ເວີ​ໄຊ ນະ​ຄອນຫຼວງວຽງ​ຈັນ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ທ່ານ ສົມ​ສ​ະ​ຫວາດ ເລັງ​ສະ​ຫວັດ ອ​ະ​ດີ​ດ​ຮອງ​ນາ​ຍົກ​ລ​ັດ​ຖະ​ມົນ​ຕີ ມີ​ຕາງ​ໜ້າ​ສອງ​ສະ​ຖາ​ບັນ ຜູ້​ຊ່ຽວ​ຊານ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ. ທ່ານ ວຽງ​ສະ​ຫວ່າງ ທິບ​ພະ​ວົງ ຮອງຫົ​ວ​ໜ້າ​ສະ​ຖາ​ບັນອຸດ​ສາ​ຫະ​ກຳ​-ການ​ຄ້າ ໃຫ້​ສຳ​ພາດ​ວ່າ: ການ​ຈັດ​ສຳ​ມະ​ນາ​ຄັ້ງ​ນີ້​ຈັດ​ຂຶ້ນ​ໂດຍ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ສະ​ຖ​າ​ບັນ ຈຸດ​ປະ​ສົງຫຼັກ​ເພື່ອ​ເປັນ​ການ​ສະ​ເຫຼີ​ມ​ສະຫຼອງ​ແນວ​ຄວາມ​ຄິດ​ລິ​ເລີ່ມ ໜຶ່ງ​ແລວໜຶ່ງ​ເສັ້ນ​ທາງ ຂອງ​ປະ​ທານ ສີ​ຈິ້ນ​ຜິງ ຄົບຮອບ 10 ປີ ໂດຍ​ຜ່ານ​ການ​ສະ​ເໜີ​ບົດ​ຄົ້ນ​ຄວ້າຕໍ່​ກັບ​ແນວ​ຄວາມ​ຄິດ​ດັ່ງ​ກ່າວ ເຊິ່ງ​ໃນ​ບົດ​ສະ​ເໜີ​ດັ່ງ​ກ່າວນັ້ນ​​ໄດ້​ມຸ່ງ​ໃສ່​ການ​ພັດ​ທະ​ນາ​ທີ່​ບໍ່​ສົ່ງ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້​ອມ ແລະ ຊຸມ​ຊົ​ນ ພ້ອມນັ້ນ​ກໍ​ຍັງ​ໄດ້​ຮັບ​ຟັງ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ຜົນ​ປະ​ໂຫຍດ​ທີ່​ໄດ້​ຮັບ​ຈາກ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ ທີ່​ຕິດ​ພັນ​ກັບ​ຂໍ້​ລິ​ເລີ່ມ​ດັ່ງ​ກ່າວ ຈາກ​ນັກ​ວິ​ຊາ​ການ​ຈາກ​ພາກ​ສ່ວນ​ກ່ຽວ​ຂ້ອງ. ທ່ານ ສົມ​ສະ​ຫວາດ ເລັງ​ສະ​ຫ​ວັດ ໄດ້​ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ໃນ​ຕອນ​ທ້າຍ​ຂອງ​​ສຳ​ມະ​ນາ​ຄັ້ງນີ້​ວ່າ: ການ​ພັດ​ທະ​ນາ​ເສັ້​ນ​ທາງ​ລົດ​ໄຟ​ໃນ ສ​ປ​ປ ລາວ ເຮົາ​ກ່ອນ​ໜ້າ​ນີີ້ ແມ່ນ​ມີ​ໄລ​ຍະ​ພຽງ 3,5 ກິ​ໂລ​ແມັດ ນັບ​ຈາກ​ສົ້ນ​ຂົວ​ມິດ​ຕະ​ພາບ​ລາວ-ໄທ 1 ມາ​ຫາ​ທ່າ​ນາ​ແລ້ງເທົ້າ​ນັ້​ນ ເຮັດ​ໃຫ້​ຈັດ​ຢູ່​ໃນ​ອັນ​ດັບ​ທ້າຍໆ​ຂອງ​ປະ​ເທດ​ທີ່​ມີ​ການ​ພັດ​ທະ​ນາ​ເສັ້ນ​ທາງ​ລົດ​ໄຟ ແຕ່​ພາຍຫຼັງ​ທີ່ກໍ່​ສ້າງ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ ສຳ​ເລັດ ເຮັດ​ໃຫ້ການ​ພັດ​ທະ​ນາ​ເສັ້​ນ​ທາງ​ລົດ​ໄຟ​ໃນ ສ​ປ​ປ ລາວ ​ພົ້​ນ​ເດັ່ນ​ຂຶ້ນ​ມາຫຼາຍ​ອັນ​ດັບ ຂ້າ​ພະ​ເຈົ້າ​ໄດ້​ຖືກມອບໝາຍ​ຈາກ​ລັດ​ຖະ​ບານ​ລາວ​ໃນ​ການ​ເຈ​ລະ​ຈາ​ການກໍ່​ສ້າງ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ ແຕ່​ເບືຶຶ້ອງ​ຕົ້ນ ຈຶ່ງ​ເຫັນ​ໄດ້​ແຈ້ງວ່າ​ຜູ້​ນຳ​ຂອງ​ຈີນ ມີ​ຄວາມມຸ່ງ​ຫວັງ​ໃນ​ການ​ຊ່ວຍ​ເຫຼືອ ສ​ປ​ປ ລາວ ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການຫຼຸ​ດ​ພົ້​ນ​ອອກ​ຈາກ​ປະ​ເທດ​ ດ້ອຍ​ພັດ​ທະ​ນາ. ທ່ານ​ ສົມ​ສ​ະ​ຫວາດ ເລັງ​ສະ​ຫວັດ ກ່າວ​ຕື່ມ​ວ່າ: ສຳ​ລັບ​ແນວ​ຄວາມ​ຄິດ​ລິ​ເລີ່​ມ ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ ຂອງ​ສ​ະ​ຫາຍ ສີ​ຈິ້ນ​ຜິງ ແມ່ນ​ປະ​ກອບ​ສ່ວນ​ສ້າງ​ຜົນ​ປະ​ໂຫຍດ​ດ້ານ​ຕ່າງໆເຂົ້າ​ມາ​ໃນ ສ​ປ​ປ ລາວ ອັນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ແມ່ນ​ເຮັດ​ໃຫ້​ການ​ຮ່ວ​ມ​ມື​ ລາວ-ຈີນ ຮອບ​ດ້ານ ກ້າວ​ໄປ​ສູ່​ຄຸນ​ນະ​ພາບ ຈົນ​ສາ​ມາດ​ເວົ້າ​ໄດ້​ວ່າ ການ​ຮ່ວມ​ມື​ລາວ-ຈີນ ໃນ​ປັດ​ຈຸ​ບັນ ດີ​ກວ່າ​ທຸກ​ສະ​ໄໝ​ຜ່ານ​ມາ ມີ​ຄວາມ​ເຊື້ອ​ໝັ້ນ​ຢ່າງ​ຮອບ​ດ້ານ ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ຂະ​ຫຍາຍ​ຕົວ ບົນຫຼັກ​ການ​ຮ່ວມ​ມື​ກັນ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົ​ນ​ປະ​ໂຫຍດ. Share:FacebookTwitter
ຈັດສຳມະນາວິຊາການ ສະເຫຼີມສະຫຼອງ 10 ປີ ແນວຄວາມຄິດລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ແລະ ການຮ່ວມມື ລາວ-ຈີນ
https://v2.vientianemai.net/archives/58657
……………………………………………………………….ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ລາຍງານໃຫ້ຮູ້ວ່າ: ໃນເດືອນມິຖຸນານີ້ທົ່ວປະເທດມີອຸບັດເຫດເກີດຂຶ້ນທັງໝົດ 459 ລາຍ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ 23 ລາຍ ພາຫະນະເປ່ເພ 809 ຄັນ ຫຼຸດລົງ 37 ລາຍ ຄົນໄດ້ຮັບບາດເຈັບ 678 ຄົນ ຍິງ 260 ຄົນ ຫຼຸດລົງ 29 ຄົນ ເສຍຊີວິດ 55 ຄົນ ຍິງ 17 ຄົນ ຫຼຸດລົງ 8 ຄົນ. ສະເພາະນະຄອນຫຼວງວຽງຈັນ ມີອຸບັດເຫດເກີດຂຶ້ນ 93 ລາຍ ເພີ່ມຂຶ້ນ 5 ລາຍ ພາຫະນະເປ່ເພ 189 ຄັນ ເພີ່ມຂຶ້ນ 20 ຄັນ ຄົນໄດ້ຮັບບາດເຈັບ 117 ຄົນ ເພີ່ມຂຶ້ນ 14 ຄົນ ຄົນເສຍຊີວິດ 9 ຄົນ ຫຼຸດລົງ 4 ຄົນ ສາເຫດຂອງການເກີດອຸບັດເຫດ: ດື່ມສິ່ງມືນເມົາ ໃຊ້ຄວາມໄວເກີນ ບໍ່ປ່ອຍສິດ ປ່ຽນທິດທາງເດີນ ແລະ ອື່ນໆ ແຂວງທີ່ເກີດອຸບັດເຫດຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ ແຂວງຈຳປາສັກ ແຂວງວຽງຈັນ ແຂວງສະຫວັນນະເຂດ ແຂວງຫຼວງພະບາງ ແລະ ແຂວງຫຼວງນໍ້າທາ.ແຂວງທີ່ມີຄົນເສຍຊີວິດຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ ແລະ ແຂວງສະຫວັນນະເຂດ.ຂ່າວ-ພາບ: ກົມຕຳຫຼວດຈະລາຈອນ Share:FacebookTwitter
ເດືອນມິຖຸນາ 2023 ທົ່ວປະເທດມີອຸບັດເຫດເກີດຂຶ້ນ 459 ລາຍ
https://v2.vientianemai.net/archives/58672
ໂອກາດເຂົ້າຮ່ວມກອງປະຊຸມ ຄົບຄະນະກາງສະໄໝຂອງ ຄະນະບໍລິຫານງານພັກ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໃນວັນທີ 7 ກໍລະກົດ 2023 ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານປົກຄອງ ວັດທະນະທຳ-ສັງຄົມ ໄດ້ໂອ້ລົມຕໍ່ກອງປະຊຸມ ໂດຍສະຫາຍໄດ້ເນັ້ນວຽກງານຈຸດສຸມຈໍານວນໜຶ່ງ ແຕ່ນີ້ຫາໄລຍະທ້າຍສະໄໝ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ກໍຄືໄລຍະທ້າຍສະໄໝຂອງກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ຖວທ ເພື່ອສ້າງການຫັນປ່ຽນຢ່າງແຂງ ແຮງເລິກເຊິ່ງ ຮອບດ້ານ ກາຍເປັນຂະບວນການຟົດຟື້ນ ແລະ ເຂົ້າສູ່ຊີວິດການເມືອງຕົວຈິງໃນທົ່ວຂະແໜງ ຖວທ.     ສະຫາຍ ກິແກ້ວ ໄຂຄໍາພິທູນ ໄດ້ເນັ້ນວ່າ:  ຜົນຂອງການດໍາເນີນຊີວິດການເມືອງເທື່ອນີ້ ຖືເປັນຜົນສໍາເລັດເບື້ອງຕົ້ນ ເປັນຂໍ້ມູນພື້ນຖານ ທີ່ຕ້ອງໄດ້ສືບຕໍ່ຄົ້ນຄວ້າ ສຳຫຼວດກວດກາຄືນຕົນເອງ ອັນໃດມີຈິງ ອັນໃດບໍ່ມີ ເພື່ອເປັນເຈົ້າການປັບປຸງແກ້ໄຂໃຫ້ຕົກໄປ ໂດຍມີການໄຈ້ແຍກໃຫ້ຈະແຈ້ງວ່າ ອັນໃດເປັນຄວາມຮັບຜິດຊອບລວມຂອງໝູ່ຄະນະ ຈຸດສຸມແກ້ໄຂແນວໃດ ອັນໃດເປັນຄວາມຮັບຜິດຊອບການເມືອງ ແລະ ບັນຫາສ່ວນຕົວຂອງແຕ່ລະສະຫາຍ ຕ້ອງປັບປຸງແກ້ໄຂ (ປ່ຽນແປງ) ໃຫ້ໄດ້ ພ້ອມກັນນີ້ ໃຫ້ມີຄວາມເຂົ້າໃຈຖືກຕ້ອງ ແລະ ເປັນເອກະພາບ ຕໍ່ຜົນຂອງການທາບທາມ ກໍຄືການປະກອບຄຳຄິດເຫັນ ຕຳນິສົ່ງຂ່າວ ຈາກພະນັກງານຫຼັກແຫຼ່ງ ທີ່ເຂົ້າຮ່ວມທາບທາມນັ້ນ ຖືວ່າອັນນັ້ນ ແມ່ນການສະແດງເຖິງຄວາມເປັນຫ່ວງເປັນໄຍ ຕໍ່ການນຳພາລວມຂອງຄະນະພັກ ແລະ ແຕ່ລະສະຫາຍໃນຄະນະພັກ ທັງແມ່ນການປະຕິບັດຫຼັກການໃຫ້ຂັ້ນລຸ່ມຕຳນິ ປະກອບຄຳເຫັນຕໍ່ຂັ້ນເທິງ ແລະ ຫຼັກ ການໃຫ້ມະຫາຊົນເຂົ້າຮ່ວມການປັບປຸງກໍ່ສ້າງພັກ ທັງເປັນການປັບປຸງກໍ່ສ້າງລວມໝູ່ຄະນະພັກ ແລະ ບຸກ ຄົນໃນຄະນະພັກ ໃຫ້ບັນດາສະຫາຍນຳເອົາຄຳຄິດເຫັນ ທີ່ໝູ່ຄະນະ ແລະ ພະນັກງານຫຼັກແຫຼ່ງ ທີ່ເຂົ້າຮ່ວມການທາບທາມຄວາມໄວ້ວາງໃຈ ໄດ້ປະກອບຄຳຄິດເຫັນຕໍ່ການນຳພາລວມ ແລະ ຕໍ່ແຕ່ລະສະຫາຍນັ້ນ ໄປຄົ້ນຄ້ວາປັບປຸງບົດນຳພາລວມຂອງຄະນະພັກໃຫ້ເລິກເຊິ່ງຕື່ມ ສຳລັບການປະກອບຄຳເຫັນຕໍ່ແຕ່ລະສະຫາຍນັ້ນ ກໍໃຫ້ບັນດາສະຫາຍເອົາໄປປັບປຸງແກ້ໄຂອັນໃດບໍ່ຖືກ ຫຼື ບໍ່ມີຄວາມຈິງ ກໍເອົາເປັນບົດຮຽນ ເປັນການເຕືອນໃຫ້ມີສະຕິ ເພື່ອຫຼີກເວັ້ນບໍ່ໃຫ້ເກີດຂຶ້ນກັບຕົນເອງ ໃນຕໍ່ໜ້າ ໃຫ້ບັນດາສະຫາຍສືບຕໍ່ປັບປຸງການນໍາພາ ຂອງຄະນະພັກໃຫ້ມີວິທະຍາສາດ ແທດເຖິງກັບຕົວຈິງຫຼາຍກວ່າເກົ່າ ນຳພາຢ່າງມີຈຸດສຸມ ແກ້ໄຂບັນຫາຕ່າງໆໃຫ້ໄວ ທັນການ ເຖິງລະດັບ ແລະ ມີຜົນສຳເລັດຢ່າງຂາດຕົວ ປັບປຸງແບບ ແຜນນຳພາ ແລະ ວິທີເຮັດວຽກ ໃຫ້ຖືກຕ້ອງຕາມຫຼັກການນຳພາຂອງພັກ ທຸກບັນຫາທີ່ໄດ້ວາງອອກ ແລະ ຈັດຕັ້ງນໍາພາປະຕິບັດ ຕ້ອງມີການຕິດຕາມ ກວດກາ ຊຸກຍູ້ ແລະ ປະເມີນຜົນເປັນປົກກະຕິ ເພື່ອເຫັນໄດ້ອັນທີ່ສຳເລັດ ແລະ ຄົງຄ້າງ ເພື່ອປັບປຸງແກ້ໄຂ ໃຫ້ທັນເວລາ ພ້ອມນີ້ ຕ້ອງປັບປຸງ ແລະ ເພີ່ມທະວີຄວາມສາມັກຄີພາຍໃນຄະນະພັກ ຄະນະປະຈຳພັກ ໃຫ້ໜັກແໜ້ນ ແລະ ມີຄວາມເປັນເອກະພາບສູງ ເປັນໃຈກາງນຳພາ ເຕົ້າໂຮມຄວາມສາມັກຄີໃນຖັນແຖວສະມາຊິກພັກ ພະນັກງານ ໃຫ້ເປັນປຶກແຜ່ນແໜ້ນໜາຍິ່ງຂຶ້ນ ຄະນະປະຈຳພັກ ຕ້ອງເປັນແບບຢ່າງນໍາໜ້າກວ່າໝູ່ ເປັນຫຼັກແຫຼ່ງທີ່ແຂງແກ່ນ ເພື່ອນຳພາທົ່ວອົງຄະນະພັກ ສູ້ຊົນປະຕິບັດບັນດາຄາດໝາຍທີ່ກຳນົດໄວ້ ໃນມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ສືບຕໍ່ຕິດຕາມ ເກັບກຳສະພາບການເມືອງແນວຄິດຂອງສະມາຊິກພັກ ພະນັກງານ ທັງສຸມໃສ່ການຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກກະຊວງ ໃນນັ້ນ ໃຫ້ຖືເອົາວຽກງານການເມືອງແນວຄິດ “ເປັນຄືສະໜາມຮົບໜຶ່ງ” ໂດຍເລີ່ມຈາກຫັນປ່ຽນດ້ານທັດສະນະ ແນວຄິດ ດ້ວຍການຫັນວິທີຄິດແບບເກົ່າ ໄປສູ່ການປະດິດສ້າງໃໝ່ ແຂ່ງຂັນກັນພັດທະນາຢູ່ໃນຕົວບຸກຄົນ ແລະ ໝູ່ຄະນະ ສ້າງແນວຄິດຕໍ່ສູ້ປົກປ້ອງແນວທາງຂອງພັກ ເປັນເຈົ້າການຕອບໂຕ້ຕໍ່ບັນດາຖ້ອຍທໍານອງບິດເບືອນ ການໂຄສະນາທັບຖົມໂຈມຕີຂອງ ອິດທິກຳລັງປໍລະປັກ ໂດຍສະເພາະ ແມ່ນທາງສື່ສັງຄົມອອນລາຍ ຕ້ານແນວຄິດເອື່ອຍອີງແນວຄິດຄອງຄອຍ ຮັກສາເດີມ ອາດຍາສິດ ທັງໃຫ້ຮູ້ແກ້ໄຂຈຸດອ່ອນ ຂໍ້ບົກຜ່ອງ ຂໍ້ຄົງຄ້າງຕ່າງໆໃຫ້ທັນການ.     ນອກຈາກນີ້ ສະຫາຍ ກິແກ້ວ ໄຂຄຳພິທູນ ຍັງເນັ້ນໃຫ້ ສືບຕໍ່ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງ ໂດຍກໍານົດພາລະບົດບາດ ຕຳແໜ່ງງານ ແຜນກໍ່ສ້າງພະນັກງານຂອງການຈັດຕັ້ງແຕ່ລະຂັ້ນໃຫ້ຈະແຈ້ງຊັດເຈນ ແລະ ແທດຕົວຈິງ ທັງຮັບປະກັນໂຄງປະກອບດ້ານອາຍຸ ເພດ ເຜົ່າ ຕາມທິດກະທັດຮັດ ແລະ ມີປະສິດທິພາບ ກົງຈັກແຕ່ລະຂັ້ນຕ້ອງຮັບຜິດຊອບຫຼາຍວຽກງານ ແລະ ບຸກຄົນ ຕ້ອງເຮັດວຽກຫຼາຍໜ້າທີ່ ທັງຮັບປະກັນບໍ່ໃຫ້ມີການຊໍ້າຊ້ອນ ມີການຕິດຕາມກວດກາການປະຕິບັດໜ້າທີ່ວິຊາສະເພາະຂອງພະນັກ ງານ ເປັນປົກກະຕິ ຕັ້ງໜ້າບຸກບືນເຮັດແທ້ທໍາຈິງ ລົງເຖິງກົມກອງຮາກຖານ ເພື່ອນຳພາ ແນະນໍາໃຫ້ບັນດາການຈັດຕັ້ງຢູ່ຮາກຖານ ມີການພັດທະນາຕົນເອງດີຂຶ້ນ. Share:FacebookTwitter
ຮອງນາຍົກລັດຖະມົນຕີ ເນັ້ນບາງວຽກຈຸດສຸມສ້າງການຫັນປ່ຽນຢ່າງແຂງແຮງໃນຂະແໜງ ຖວທ
https://v2.vientianemai.net/archives/58712
ເຫຼົ້າ, ເບຍແມ່ນເຄື່ອງດື່ມທີ່ຂາດບໍ່ໄດ້ຂອງຊາວລາວ, ແຕ່ມັນກໍເປັນສາເຫດພາໃຫ້ເປັນມະເຮັງຕັບ ແລະ ພະຍາດຮ້າຍ ແຮງອື່ນໆ. ໝາກແຄ້ງຂົມ ອານຊວນ ຖືວ່າເປັນສະໝຸນໄພທີ່​ມີ​ສັບ​ພະ​ຄຸນ, ຊ່ວຍໃນຂະບວນການປິ່ນປົວມະເຮັງຕັບຢ່າງມີປະສິດ ທິຜົນ. ດັ່ງນັ້ນ ມາ​ຮູ້​ນຳ​ກັນ​ວ່າ ໝາກແຄ້ງຂົມອານຊວນແມ່ນຫຍັງ? ໝາກແຄ້ງຂົມ ອານຊວນ ​ຜະ​ລິດ​ໂດຍ​ບໍ​ລິ​ສັດ​ຢາ​ອິນຊີ ອານຊວນ ຈຳກັດ (An Xuan Organic Pharmaceutical Company Limited) ​ຢູ່​ເມືອງ ກຳໂລ ແຂວງກວາງຈິ ສ​ສ​ ຫວຽດ​ນາມ ມີ​ສັບພະຄຸນ​​ໃນ​ການ​ລ້າງ​ພິດ​ຕັບ ຊ່ວຍ​ປິ່ນ​ປົວ​ພະ​ຍາດ​ຕັບ, ຊ່ວຍ​ໃຫ້​ສົດຊື່ນ ​ແລະ ​ບໍ່​ມີ​ອາ​ການ​ເຈັບ​ຫົວ ຫຼັງຈາກດື່ມເຫຼົ້າ. ຜູ້ບໍລິໂພກທີ່ດື່ມ ໝາກແຄ້ງຂົມ ອານຊວນກ່ອນ, ໃນລະຫວ່າງ ຫຼື ຫຼັງຈາກດື່ມເຫຼົ້າແມ່ນໄດ້ຜົນ, ຫຼືທຸກຄັ້ງທີ່ຮູ້ ສຶກເມື່ອຍ ແລະ ເຈັບຫົວ, ທ່ານສາມາດໃຊ້ຜະລິດຕະພັນນີ້ໄດ້. ທ່ານ​ຄວນ​ດື່ມ ໝາກແຄ້ງຂົມອານຊວນ ​ໃນ​ໄລຍະ​ປິ່ນປົວ​ພະຍາດ​ຕັບ, ​ເພື່ອ​ຊ່ວຍໃຫ້ຂະບວນການປິ່ນປົວພະຍາດຕັບຄຽງຄູ່ກັບຢາຂອງທ່ານໝໍຈັດໃຫ້. ຊົງຜົງຝຸ່ນລະລາຍໝາກແຄ້ງຂົມອານຊວນ ໃຊ້ເວລາບໍ່ເກີນ 30 ວິນາທີ, ທ່ານພຽງແຕ່ຊົງໝາກແຄ້ງຂົມອານຊວນ ໃສ່ໃນຈອກນ້ຳອຸນຫະພູມປົກກະຕິ ຫຼື ນ້ໍາອຸ່ນ, ຕື່ມນ້ຳຜື້ງເລັກນ້ອຍເພື່ອຊ່ວຍໃຫ້ລົດຊາຍຫວານຂຶ້ນ, ຫຼັງຈາກນັ້ນຄົນໃຫ້ເຂົ້າກັນ ແລະ ດື່ມທັນທີ.  ນອກຈາກນັ້ນ, ທ່ານສາມາດຊົງ ໝາກແຄ້ງຂົມອານຊວນໃສ່ເບຍ-ເຫຼົ້າ ແລະ ຈະເຮັດໃຫ້ທ່ານດື່ມເບຍ-ເຫຼົ້າໄດ້ດົນ ແລະ ຫຼຸດຜ່ອນອາການເຈັບຫົວຈາກເຫຼົ້າ ແລະ ເບຍ. ປະຈຸບັນ, ໝາກແຄ້ງຂົມອານຊວນ ໄດ້ມີຈຳໜ່າຍຢູ່ໃນປະເທດລາວ ແລະ ຢູ່ຊັ້ນວາງໃນຮ້ານສັບພະສິນຄ້າ ລວມ 100 ຈຸດ, ຮ້ານຂາຍຢາ ແລະ ໂຮງໝໍໃຫຍ່ໃນນະຄອນຫຼວງວຽງຈັນ. ນອກນັ້ນ, ຜະລິດຕະພັນ ໝາກແຄ້ງຂົມອານຊວນ ໄດ້ມີທະບຽນຢູ່ລາວຢ່າງເປັນທາງການໃນວັນທີ 22 ມິຖຸນາ 2023 ແລະ ໄດ້ຮັບການອະນຸຍາດໃຫ້ຈຳໜ່າຍໃນລາວຢ່າງຖືກຕ້ອງຕາມກົດໝາຍ.  ທ່ານ ຄຳແກ້ວ ສີປະເສີດ (ພະນັກງານ Unitel) ກ່າວວ່າ: “ຂ້າພະເຈົ້າມັກໄປງານລ້ຽງ ແລະ ດື່ມເຫຼົ້າ-ເບຍເລື້ອຍໆ, ຂ້າພະ ເຈົ້າເຈັບຫົວຍ້ອນເມົາເຫຼົ້າ ແລະ ຍັງກັງວົນວ່າຕັບຂອງຂ້າພະເຈົ້າຈະຄ່ອຍໆຖືກທຳລາຍ ເຊິ່ງສົ່ງຜົນກະທົບຕໍ່ຈິດໃຈ ແລະ ປະສິດທິພາບຕໍ່ການເຮັດວຽກຂອງຂ້າພະເຈົ້າ. ໃນເດືອນແລ້ວນີ້, ບໍລິສັດຂອງຂ້ອຍໄດ້ຈັດຕັ້ງການກວດສຸຂະພາບ ໃຫ້ແກ່ພະນັກງານຢູ່ໂຮງໝໍຮ່າໂນ້ຍ – ວຽງຈັນ, 100% ພະນັກງານ ມີໄຂມັນຫຸ້ມຕັບຍ້ອນເຫຼົ້າ ແລະ cholesterol, ທ່ານໝໍໄດ້ແນະນຳໃຫ້ເຊົາດື່ມເຫຼົ້າ-ເບຍ. ຢ່າງໃດກໍຕາມ, ມັນເປັນສິ່ງທີ່ຍາກເພາະວ່າສັງຄົມການເຮັດວຽກຂອງຂ້າພະເຈົ້າ, ຂ້າພະເຈົ້າຈຳເປັນຕ້ອງດື່ມເຫຼົ້າເບຍດ້ວຍຄວາມກັງ ວົນ. ​ແຕ່​ຍ້ອນ​ມີໝາກແຄ້ງຂົມອານຊວນ ​ເມື່ອ​ຂ້າພະ​ເຈົ້າ​ເຫັນ​ການ​ໂຄສະນາ​ໃນ​ໜັງສືພິມ Pasaxon, ກ່ອນ​ ແລະ ​ຫຼັງ​ງານ​ລ້ຽງ, ຂ້າພະ​ເຈົ້າ​ໄດ້​ດື່ມໝາກແຄ້ງຂົມອານຊວນ 1 ຊອງ, ຊ່ວຍ​ໃຫ້​ຂ້າພະ​ເຈົ້າ​ດື່ມ​ໄດ​້​ດົນ​, ບໍ່​ຢ້ານ​ເຈັບ​ຫົວ​ຫຼັງ​ດື່ມ​ໃນງານ​ລ້ຽງ​, ແລະ ຫາກຍັງ​ຊ່ວຍປົກປ້ອງຕັບຂອງຂ້ອຍ.” ນາງ ເລວານິລາ (ຜູ້ອຳນວຍການຮ້ານອາຫານ Fastfood Hamsg) ຮູ້ສຶກດັ່ງນີ້: “ແນ່ນອນອາຫານຈານດ່ວນມີໄຂມັນ ແລະ ໄຂມັນສູງ, ແຕ່ມັນກະຕຸ້ນລົດຊາດໄດ້ເປັນຢ່າງດີ, ສະນັ້ນ ຫຼາຍຄົນຍັງກິນເລື້ອຍໆ ເຖິງຮູ້ດີວ່າມີຜົນກະທົບຕໍ່ຕັບ. ຂ້າພະເຈົ້າໄດ້ຍິນໂຄສະນາຂອງ ໝາກແຄ້ງຂົມອານຊວນຢູ່ LATV ແລະ ໜັງສືພິມ VientianeMai, ຂ້າພະເຈົ້າຈຶ່ງຊື້ຜົງຝຸ່ນລະລາຍມາຊົງດື່ມ, ແລ້ວຂ້ອຍຍັງໄດ້ເພີ່ມ ຜະລິດຕະພັນຂັບລ້າງສານພິດຕັບນີ້ໃສ່ໃນລາຍ​ການ​ອາ​ຫານເພື່ອໃຫ້ລູກຄ້າສັ່ງ ຫຼັງຈາກກິນດື່ມງານລ້ຽງ. ໜ້າອັດ ສະຈັນຫຼາຍ.” ລຸງ Thun Yona (ຄົນຂັບລົດຂອງບໍລິສັດ DKSH) ໃຫ້ຮູ້ວ່າ: “ຂ້າພະເຈົ້າໄດ້ຮັບຄຳແນະນຳຈາກເພື່ອນຮ່ວມ ງານກ່ຽວກັບຜະລິດຕະພັນ ໝາກແຄ້ງຂົມອານຊວນ, ຍ້ອນສັງຄົມການເຮັດວຽກຂອງຂ້າພະເຈົ້າ, ຂ້າພະເຈົ້າຕ້ອງຕື່ນ ຕົວຕະຫຼອດເວລາໃນຂະນະຂັບລົດ, ສະນັ້ນ ປົກກະຕິແລ້ວ ຂ້າພະເຈົ້າຈະຊື້ຜົງຝຸ່ນລະລາຍໝາກແຄ້ງຂົມອານຊວນ ໃຊ້ທຸກຄັ້ງທີ່ສະດວກ, ຊ່ວຍໃຫ້ຂ້ອຍຕື່ນຕົວດີໃນການເຮັດວຽກ.” ທ່ານ ດັນດະ ສາຍບຸນມີ (ຜູ້ຊ່ຽວຊານດ້ານການຕະຫຼາດຂອງ NNC Consumer) ກ່າວວ່າ: “ຂ້າພະເຈົ້າຕ້ອງ ເດີນທາງຫຼາຍຄັ້ງຍ້ອນໄປສຳຫຼວດຕະຫຼາດ. ເນື່ອງຈາກວ່າຕ້ອງນອນເດີກ ເຮັດໃຫ້ຜິວຂອງຂ້າພະເຈົ້າມີສີເຫຼືອງ, ຈືດໆ ແລະ ບວມຫຼືຊາ. ຂ້າ​ພະ​ເຈົ້າ​ໄດ້​ໄປ​ປິ່ນ​ປົວ​ຫຼາຍ​ແຫ່ງ​ແຕ່​ບໍ່​ດີຂຶ້ນ. ເມື່ອໄດ້ຍິນກ່ຽວກັບໝາກແຄ້ງຂົມອານຊວນ, ໂດຍສະເພາະແຄບຊູນ ຂັບລ້າງສານພິດຕັບ, ຂ້າພະເຈົ້າໄດ້ຊື້ມາກິນ ແລະ ກິນທຸກໆມື້, ຂ້າພະເຈົ້າຮູ້ສຶກວ່າສີຜິວມີ ຄວາມສະຫວ່າງ ແລະ ແປ້ວສິວກໍ່ຈາງຫາຍໄປ 80% ຫຼັງຈາກການທົດລອງໃຊ້ 1 ເດືອນ.” ດ້ວຍ 200% ສຸມໃສ່ຜະລິດຕະພັນດີພິດຕັບອັນດັບ 1 ຂອງຫວຽດນາມ, ມາຮອດປະຈຸບັນ ໝາກແຄ້ງຂົມອານຊວນ ໄດ້ຮັບການຢັ້ງຢືນ ISO2200, GMP, GACP, CFS, OCOP. ດ້ວຍ​ຄຸນ​ນະພາ​ບທີ່​ດີ​ເດັ່ນ​ນັ້ນ, ​ແຂວງ ກວ໋າງ​ເຊີນ ​ໄດ້​ຮັບ​ລາງວັນ “ທອງຄຳ​ພິ​ເສດ​ດ້ານ​ສາທາລະນະ​ສຸກ” ​ໂດຍ​ສະມາຄົມ​ອາຫານ​ທຳ​ມະ​ດາ​ຫວຽດນາມ ​ແລະ ​ໄດ້​ຮັບ​ລາງວັນ “ຜະລິດ​ຕະພັນ​ອຸດສາຫະກຳ​ຊົນນະບົດ​ແບບ​ດັ້ງ​ເດີມ” ຂອງ​ແຂວງ ກວ໋າງຈີ ​ແຕ່​ປີ 2019. ແບຣນ ອານຊວນ ກໍໄດ້ຮັບກຽດເຂົ້າເປັນ 100 ຍີ່ຫໍ້ທີ່ແຂງແກ່ນທີ່ສຸດຢູ່ ຫວຽດນາມ ນັບແຕ່ປີ 2018 ເປັນຕົ້ນມາ. ຂໍ້ມູນທີ່ໜ​້​າປະຫຼາດໃຈທີ່ສຸດແມ່ນຫຼາຍກວ່າ 99,9% ຂອງລູກຄ້າທີ່ໃຊ້ໝາກແຄ້ງຂົມອານຊວນ ໃຫ້ຄໍາຄິດເຫັນໃນ ທາງບວກເຊັ່ນ: “ໝາກແຄ້ງຂົມອານຊວນມີຜົນດີຫຼາຍ, ຊ່ວຍຫຼຸດຜ່ອນເອນໄຊຕັບ ແລະ ໄວຣັດຕັບອັກເສບ”, “ເປັນສະໝຸນແກ້ເຫຼົ້າ,ເບຍ ສາມາດອາກາແກ້ອາການນເຈັບຫົວທີ່ເກີດຈາກເຫຼົ້າ,ເບຍ”. ປະຈຸບັນ, ຜະລິດຕະພັນໝາກແຄ້ງຂົມອານຊວນ ລາຄາເລີ່ມຕົ້ນ 89,000 ກີບ ຂຶ້ນກັບຜະລິດຕະພັນ. ລູກຄ້າສາມາດຊື້ ອານຊວນ ໄດ້ທີ່ຈຸດຂາຍ 100 ຈຸດທົ່ວນະຄອນຫຼວງວຽງຈັນ: – ໂຮງໝໍຮ່າໂນ້ຍ-ວຽງຈັນ (Ha Noi – Vientiane hospital) – ຮ້ານຂາຍຢາ Saysaath – ຮ້ານສັບພະສິນຄ້າ Xokthavy –  ຮ້ານສັບພະສິນຄ້າ  Sokxay – ຮ້ານສັບພະສິນຄ້າ Dmart – ຮ້ານສັບພະສິນຄ້າ JMart – ຮ້ານສັບພະສິນຄ້າ Vimart – ຮ້ານສັບພະສິນຄ້າ Sky Itecc – ຮ້ານສັບພະສິນຄ້າ Mini BigC – ຮ້ານສັບພະສິນຄ້າ Kok Kok ຖ້າທ່ານຕ້ອງການຂໍ້ມູນເພີ່ມເຕີມກ່ຽວກັບຜະລິດຕະພັນ, ຕິດຕໍ່: – Fanpage: https://www.facebook.com/profile.php?id=100089029302133 – Hotline: +856 20 78 686 982 / +856 20 55 296 977 Share:FacebookTwitter
ໄດ້ຄົ້ນພົບສະໝຸນໄພຊ່ວຍໃນຂະບວນການປິ່ນປົວມະເຮັງ
https://v2.vientianemai.net/archives/58736
ພິທີປ້ອງກັນ ບົດຈົບວິຊາຊີບ ຊົ້ນກາງ ຂະແໜງ ຊ່າງໄມ້-ເຄື່ອງເຮືອນ ໂຮງຮຽນ ເຕັກນິກວິຊາຊີບ ເວດສະພົງ ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 7 ກໍລະກົດ 2023 ທີ່ໂຮງຮຽນດັ່ງກ່າວ ໂດຍມີ ທ່ານ ໂຍທິນ ເວດສະພົງ ປະທານສະພາບໍລິຫານ ໂຮງຮຽນ ເຕັກນິກວິຊາຊີບ ເວດສະພົງ ທ່ານ ຈັນທະຈອນ ພັນທະວົງ ຕາງໜ້າສະຖາບັນ ພັດທະນາອາຊີວະສຶກສາ ພ້ອມດ້ວຍທ່ານຜູ້ອຳນວຍການໂຮງຮຽນເຕັກນິກວິຊາຊີບ ເວດສະພົງ ພະນັກງານຄູ-ອາຈານ ນັກຮຽນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.     ທ່ານ ຄຳພຽງ ແກ້ວລັງສີ ຜູ້ອຳນວຍການໂຮງຮຽນ ເຕັກນິກວິຊາຊີບ ເວດສະພົງ ໃຫ້ສຳພາດວ່າ: ໂຮງຮຽນແຫ່ງນີ້ສ້າງຕັ້ງຂຶ້ນໃນປີ 2019 ປັດຈຸບັນ ມີນັກຮຽນທັງໝົດ 135 ຄົນ ຍິງ 14 ຄົນ ໃນນັ້ນ ເພດ ຍິງ ແມ່ນສຳເລັດການຮຽນໄປແລ້ວ ຊຸດທີ 1 ສ່ວນປັດຈຸບັນຍັງເຫຼືອພຽງຊ່າງໄມ້-ເຄື່ອງເຮືອນ ຈຳນວນ 48 ຄົນ ເປັນຊາຍລ້ວນ.     ສຳລັບນັກຮຽນ ຊ່າງໄມ້-ເຄື່ອງເຮືອນ ຈຳນວນ 16 ຄົນ ທີ່ກຳລັງປ້ອງກັນບົດ ຈົບການຮຽນຂອງຕົນ ວັນນີ້ ໄດ້ເລີ່ມຈັດຕັ້ງການຮຽນ-ການສອນມາແຕ່ 2020 ເຊິ່ງໄດ້ຮຽນທັງພາກທິດສະດີ 1 ປີ ຢູ່ໂຮງຮຽນ ແລະ ລົງພາກປະຕິບັດຕົວຈິງ ຢູ່ໂຮງງານ ເຊິ່ງທາງໂຮງຮຽນພວກເຮົາມີເຄຶອຂ່າຍຢູ່ 5 ແຂວງ ພາກເໜືອ 2 ແຂວງ ຄື: ຫຼວງພະບາງ ແລະ ຜົ້ງສາລີ ພາກໃຕ້ ມີ 3 ແຂວງ ຄື: ແຂວງ ສະຫວັນນະເຂດ ເຊກອງ ແລະ ແຂວງ ສາລະວັນ ເຊິ່ງການລົງເຝິກງານ ນັກຮຽນຈະແບ່ງເປັນ 2 ຊຸດ ສະລັບກັນ ລະຫວ່າງໂຮງງານ ພາກເໜືອ ແລະ ພາກໃຕ້ ເຊິ່ງນັກຮຽນ ທັງໝົດແມ່ນໄດ້ເກັບກ່ຽວປະສົບປະການ ທາງດ້ານພາກທິດສະດີ ແລະ ພາກປະຕິບັດຕົວຈິງ ຄົບຕາມຫຼັກສູດ 2 ປີ ແລະ ມື້ນີ້ ຈຶ່ງເປັນການເປີດພິທີປ້ອງກັນ ບົດຈົບວິຊາຊີບຊັ້ນນກາງ ຂະແໜງ ຊ່າງໄມ້-ເຄື່ອງເຮືອນ ເຊິ່ງນັກຮຽນຈະໄດ້ນຳເອົາບົດຮຽນປະສົບປະການທັງໝົດ ເພື່ອນຳມາປ້ອງກັນບົດຂອງຕົນ ເພື່ອຈົບການສຶກສາໃນຊຸດຮຽນນີ້. Share:FacebookTwitter
ນັກຮຽນຊ່າງໄມ້-ເຄື່ອງເຮືອນ 16 ຄົນ ກຽມອອກຮັບໃຊ້ສັງຄົມ
https://v2.vientianemai.net/archives/58766
ສຳລັບປະທານ ສຸພານຸວົງ ກັບເສັ້ນທາງຕໍ່ສູ້ປະຕິວັດເພື່ອປົດປ່ອຍຊາດ ບໍ່ແມ່ນເສັ້ນທາງທຳມະດາ ເພາະວ່າເພິ່ນມີຕົ້ນກຳເນີດ ມາຈາກຄອບຄົວໃນລາດຊະວົງ ຕົ້ນກຳເນີດສົມທົບກັບຄວາມຮູ້ ຄວາມສາມາດ ແລະ ຄວາມສະຫຼາດຫຼັກແຫຼມ ໂດຍເພິ່ນໄດ້ສຳເລັດການສຶກສາ ຢູ່ໃນລະດັບສູງທັງຈາກ ພາຍໃນ ແລະ ຈາກຕ່າງປະເທດ ເພິ່ນມີເງື່ອນໄຂຄົບຖ້ວນທີ່ຈະໃຊ້ຊີວິດ ແບບອຸດົມສົມບູນໃນການສ້າງຖານະທີ່ດີງາມ ໃຫ້ແກ່ຕົນເອງ ແຕ່ເພິ່ນພັດເລືອກເອົາວິຖີຊີວິດ ຂອງນັກກອມມູນິດ ແລະ ຂອງນັກຕໍ່ສູ້ປົດປ່ອຍຊາດ ເພິ່ນບໍ່ພຽງແຕ່ ເສຍສະລະຕັດຂາດຈາກຊົນຊັ້ນ ຂອງຕົນເອງເທົ່ານັ້ນ ແຕ່ຍັງກາຍເປັນຜູ້ທີ່ເດັດດ່ຽວໜຽວແໜ້ນ ຕໍ່ສູ້ກັບ ຊົນຊັ້ນນັ້ນເອງອີກດ້ວຍ ການຕັດສິນໃຈດັ່ງກ່າວ ແມ່ນບາດລ້ຽວທີ່ຍິ່ງໃຫຍ່ ແລະ ສູງສົ່ງທີ່ສຸດ ໃນຊີວິດການເມືອງຂອງເພິ່ນ ເຊິ່ງໄດ້ສ່ອງແສງເຖິງຄຸນທາດປະຕິວັດຂອງນັກຮັກຊາດທີ່ດູດດື່ມ.     ໃນທຸກການເຄື່ອນໄຫວປະຕິວັດອັນລະອິດລະອ້ຽວ ທັງເຕັມໄປດ້ວຍການທົດສອບນາໆປະການໃນແປວໄຟ ແຫ່ງການຕໍ່ສູ້ປະຕິວັດປົດປ່ອຍຊາດ ເສັ້ນທາງການປະຕິວັດຂອງປະທານ ສຸພານຸວົງ ທີ່ໄດ້ສະແດງອອກ ໃຫ້ເຫັນເປັນພຶດຕິກຳຕົວຈິງ ນັ້ນແມ່ນໄດ້ຮັບການ ເຝິກຝົນຫຼໍ່ຫຼອມ ການເສຍສະລະໃນສະໜາມຮົບ ຕໍ່ສູ້ປ້ອງກັນຕົວເມືອງທ່າແຂກ ໃນເວລານັ້ນ ເພິ່ນໄດ້ກ່າວໄວ້ວ່າ: “ເຖິງຕາຍກໍ່ບໍ່ກິນແໜງເພາະຕາຍ ເພື່ອປະເທດ ຊາດ ຈະຕ້ອງສູ້ໄປເຖິງ ທີ່ສຸດ” ເຖິງວ່າການຕໍ່ສູ້ ເພື່ອປ້ອງກັນຮັກສາຕົວເມືອງທ່າແຂກ ບໍ່ສຳເລັດຜົນກໍ່ຕາມ ແຕ່ວິລະກຳອັນຍິ່ງໃຫຍ່ ແລະ ແບບຢ່າງການເສຍສະລະອັນ ໂດດເດັ່ນຂອງປະທານ ສຸພານຸວົງ ໃນວັນທີ 21 ມີນາ 1946 ປະຫວັດສາດນັ້ນຍັງຄົງຝັງເລິກ ຢູ່ໃນຄວາມຊົງຈຳ ຂອງປະຊາຊົນເມືອງທ່າແຂກ ແລະ ປະຊາຊົນລາວໃນທົ່ວປະເທດ ມາຈົນເຖິງທຸກວັນນີ້ ໃນວັນທີ 29 ຕຸລາ 1949 ແມ່ນໄລຍະທີ່ປະທານ ສຸພານຸວົງ ໄປລີ້ໄພຢູ່ ປະເທດໄທ ແລະ ເພິ່ນໄດ້ປະກາດຕໍ່ສື່ມວນຊົນວ່າ: “ພວກຂ້າພະເຈົ້າ ຂໍຢ້ຳຄືນອີກເທື່ອໜຶ່ງ ເຖິງຄວາມເຊື່ອໝັ້ນໃນໄຊຊະນະ ແລະ ພວກຂ້າພະເຈົ້າ ຈະບໍ່ຢູ່ໂດດດ່ຽວບົນເສັ້ນທາງ ອັນເປັນທຳນີ້ແຕ່ປະການໃດ ເພື່ອນມິດ ອິນໂດເນເຊຍ ຫວຽດນາມ ກຳປູເຈຍ ກໍ່ພວມ ກ້າວເດີນບົນເສັ້ນທາງ ອັນດຽວກັນນີ້ ແລະ ພວກຂ້າພະເຈົ້າກໍ່ໄດ້ຮັບ ການສະໜັບສະໜູນອູ້ມຊູ ຈາກປະຊາຊົນຜູ້ຮັກຫອມ ອິດສະຫລະພາບທັງປວງ ໂດຍສະເພາະແມ່ນບັນ ດາປະເທດເພື່ອນບ້ານທີ່ຍິ່ງໃຫຍ່ ຊຶ່ງເປັນກຳລັງໃຈ ໃຫ້ແກ່ພວກຂ້າພະເຈົ້າສະເໝີ” ຄຳປະກາດດັ່ງກ່າວຢືນຢັນໄດ້ ເຖິງຄວາມເຊື່ອໝັ້ນ ໃນກຳລັງແຮງຂອງມະຫາຊົນ ແລະ ທັງເປັນການປຸກລະດົມກຳລັງໃຈ ໃຫ້ປະຊາຊົນລຸກ ຂຶ້ນຕໍ່ສູ້ປົດປ່ອຍ ປະເທດຊາດ. ນັບແຕ່ນັ້ນເປັນຕົ້ນມາ, ຂະບວນການຕໍ່ສູ້ປົດປ່ອຍຊາດ ຂອງປະຊາຊົນລາວ ໄດ້ມີການນໍາພາ ແລະ ມີການເຄື່ອນໄຫວເປັນເອກະພາບ ໃນທົ່ວປະເທດ. ປະທານ ສຸພານຸວົງ ໄດ້ກາຍເປັນຄັນ ທຸງເຕົ້າໂຮມ ປະຊາຊົນລາວບັນດາເຜົ່າ ນັກສຶກສາ ປັນຍາຊົນ ແລະ ຊັ້ນຄົນຕ່າງໆ ນັບທັງວົງເຊື້ອເຈົ້າເຂົ້າຢູ່ໃນແນວໂຮມ ແຫ່ງຊາດ ຕໍ່ສູ້ປົດປ່ອຍຊາດພາຍ ໃຕ້ການນຳພາຂອງພັກ.     ຈາກນັ້ນ ຂະບວນການຕໍ່ສູ້ປະຕິວັດໄດ້ຂະຫຍາຍຕົວໄປໃນຫລາຍຮູບຫຼາຍສີ ດ້ວຍກຳລັງປະກອບອາວຸດ ການເມືອງຖືກກົດໝາຍ ແລະ ເຄິ່ງ ຖືກກົດໝາຍ ໄດ້ແຜ່ລາມໄປໃນ ທົ່ວປະເທດ ບຸກຕີສັດຕູຢ່າງຕໍ່ເນື່ອງ ໃນເວລາທີ່ ປະທານ ສຸພານຸວົງ ແລະ ບັນດາຜູ້ຂອງແນວລາວຮັກຊາດ ຖືກຈັບກຸມຄຸມຂັງຢູ່ທີ່ຄຸກໂພນເຄັງ ຕໍ່ສະພາບການດັ່ງກ່າວນັ້ນ ປະທານ ສຸພານຸວົງ ກໍ່ມີຄວາມທຸ່ນທ່ຽງ ແລະ ມີຄວາມເຊື່ອໝັ້ນຕໍ່ການນຳພາ ຂອງພັກ ເພີ່ນໄດ້ກ່າວໄວ້ວ່າ: “ຖ້າກໍລະນີມີການຍິງເປົ້າເຮົາເອງ ຈະເປັນຜູ້ອອກໜ້າກ່ອນໝູ່ເພາະເຮົາ ໄດ້ຢູ່ໃນນາມຜູ້ເປັນຫົວໜ້າ”.     ນ້ຳໃຈເດັດດ່ຽວຕໍ່ສູ້ປົດປ່ອຍຊາດ ແລະ ຄວາມເສຍສະຫຼະ ຕໍ່ການປະຕິວັດຂອງ ປະທານ ສຸພານຸວົງ ໄດ້ສ່ອງແສງເຖິງຄຸນທາດການປະຕິວັດ ຂອງນັກກອມມູນິດ ແລະ ນັກຕໍ່ສູ້ປະຕິວັດທີ່ກ້າແກ່ນ ເປັນບົດຮຽນ ແລະ ເປັນແບບຢ່າງທີ່ດີເດັ່ນໃຫ້ພວກເຮົາ ແລະ ໃຫ້ແກ່ຄົນຮຸ້ນສືບທອດ ໄດ້ຄົ້ນຄວ້າຮ່ຳຮຽນ ຕະຫຼອດໄປ ປະທານ ສຸພານຸວົງ ສົມແລ້ວທີ່ປະຊາຊົນລາວ ບັນດາເຜົ່າ ແລະ ປະຊາຊົນຜູ້ຮັກຫອມສັນຕິພາບຍົກຍ້ອງ ແລະ ພ້ອມທັງໃຫ້ນາມມະຍົດ ວ່າເພີ່ນເປັນ: “ວິລະບູລຸດແຫ່ງຊາດ ແລະ ເປັນເຈົ້າຊາຍແດງ ຂອງ ຊາດລາວ”. (ຂໍ້ມູນຈາກຂ່າວສານປະເທດລາວ) Share:FacebookTwitter
ຄຸນທາດປະຕິວັດຂອງປະທານສຸພານຸວົງ
https://v2.vientianemai.net/archives/58774
ວັນທີ 12 ກໍລະກົດ 2023 ທີ່ ນະ​ຄອນຫຼວງຈາກາຕາ ​ປະ​ເທດອິນໂດເນເຊຍ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດ ຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ຄັ້ງທີ 56 ແບບວົງແຄບ ໂດຍການເປັນປະທານຂອງ ທ່ານ ນາງ ເຣັດໂນ ມາຊູດີ ລັດຖະມົນຕີຕ່າງປະ ເທດ ອິນໂດເນເຊຍ. ກອງປະຊຸມ ໄດ້ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດຄໍາຕົກລົງ 5 ຂໍ້ຂອງຜູ້ນໍາອາຊຽນ ກ່ຽວກັບ ມຽນມາ ບັນດາວຽກ ງານພາຍໃຕ້ຂອບການຮ່ວມມືກອງປະຊຸມສຸດຍອດອາຊີຕາເວັນອອກ ໃນປີ 2023 ການຈັດຕັ້ງປະຕິບັດແນວ ຄວາມຄິດຂອງ ອາຊຽນກ່ຽວກັບ ອິນໂດ-ປາຊີຟິກ ແລະ ທິດທາງຕໍ່ໜ້າຂອງເວທີພາກພື້ນອາຊຽນ ໃນນີ້ ບັນດາລັດ ຖະມົນຕີຕ່າງປະເທດ ໄດ້ ຢໍ້າຄືນບົດບາດຄວາມເປັນແກນການຂອງອາຊຽນ ໃນເວທີພາກພື້ນອາຊຽນ ແນໃສ່ສົ່ງເສີມການປຶກສາຫາລື ແລະ ການຮ່ວມ ມື ເພື່ອຮັບມືກັບສິ່ງທ້າທາຍ ກໍຄື ການປົກປັກຮັກສາສັນຕິພາບ ແລະ ສະຖຽນ ລະພາບໃນພາກພື້ນ. ໃນຕອນບ່າຍຂອງວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ເຂົ້າຮ່ວມພິທີລົງນາມເຂົ້າເປັນພາຄີ ສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ ຫຼື TAC ຂອງ ອາຣັບບີ ຊາອູດິດ ເຊິ່ງເປັນປະເທດທີ 51 ເຂົ້າເປັນພາຄີຂອງ TAC. ນອກນັ້ນ ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ກໍໄດ້ມີການພົບປະກັບ ເລຂາທິການໃຫຍ່ອາຊຽນ ເພື່ອປຶກສາຫາ ລື ກ່ຽວກັບ ການກະກຽມເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ແລະ ໄດ້ພົບປະສອງຝ່າຍກັບ ລັດຖະມົນຕີຕ່າງ ປະເທດ ຕີມໍແລັດສະເຕ ອົດສະຕຣາລີ ນິວຊີແລນ ຣັດເຊຍ ແລະ ອິນເດຍ ເພື່ອປຶກສາຫາລືການພົວພັນຮ່ວມມືສອງຝ່າຍ ນໍາກັນ. Share:FacebookTwitter
ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 56 ແບບວົງແຄບ
https://v2.vientianemai.net/archives/58778
ຫ້ອງການສຶກສາທິການ ແລະ ກີລາ ເມືອງສີສັດຕະນາກ ສ້າງຂະບວນການແຂ່ງຂັນກີລາເປຕັງ ພາຍໃນເມືອງສີສັດຕະນາກ ເພື່ອເປັນການສະເຫຼີມສະຫຼອງ ວັນສ້າງຕັ້ງກີລາ-ກາຍຍະກຳແຫ່ງຊາດລາວ ຄົບ ຮອບ 57 ປີ (13 ກໍລະກົດ 1966-13 ກໍລະ ກົດ 2023) ແລະ ວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ທີ່ເຄົາລົບຮັກຂອງປວງຊົນລາວທັງຊາດ ຄົບຮອບ 114 ປີ ແລະ ຍັງເປັນການຄໍານັບຮັບຕ້ອນວັນສ້າງຕັ້ງສະຫະພັນແມ່ຍິງລາວ (20 ກໍລະກົດ 1955-20 ກໍລະກົດ 2023 ) ຄົບຮອບ 68 ປີ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ. ການແຂ່ງຂັນຄັ້ງນີ້ ມີທີມນັກກີລາມາຈາກບັນດາໂຮງຮຽນອ້ອມຂ້າງເມືອງ ແລະ 1 ທີມພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ເຂົ້າຮ່ວມທັງໝົດ 29 ທີມ ເຊິ່ງການແຂ່ງຂັນແມ່ນຈົກສະຫຼາກປະກົບຄູ່ ເສຍຄັດອອກ ຜ່ານການ ແຂ່ງຂັນຕະຫຼອດວັນ ຜົນປາກົດວ່າ: ຊະນະເລີດ ໄດ້ແກ່ທີມພະແນກສຶກສາທິການ ແລະ ກີລາ ໄດ້ຮັບຂັນໂລ້ 1 ໜ່ວຍ ພ້ອມເງິນລາງວັນ 500.000 ກີບ ຮອງຊະນະເລີດ ທີມໂຮງຮຽນສະຖາພອນ B ໄດ້ຮັບຂັນໂລ້ 1 ໜ່ວຍ ພ້ອມເງິນລາງວັນ 300.000 ກີບ ແລະ ອັນດັບທີ 3 ທີມໂຮງຮຽນ ມ ຕົ້ນ ຈອມເພັດ ໄດ້ຮັບຂັນໂລ້ 1 ໜ່ວຍ ພ້ອມເງິນລາງວັນ 200.000 ກີບ. ສໍາລັບກິດຈະກຳແຂ່ງຂັນກີລາເປຕັງ ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງກີລາ-ກາຍຍະກຳແຫ່ງຊາດລາວ ຄັ້ງນີ້ ໄດ້ ຈັດຂຶ້ນວັນທີ 12 ກໍລະກົດ 2023 ຢູ່ເດີ່ນເປຕັງບຶງຂະຫຍອງ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນ ຂອງທ່ານ ຄໍາສິງ ດວງດາລາ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງສີສັດຕະນາກ ທ່ານນາງ ຄໍາຜົງ ພິລາວັນ ຫົວໜ້າໜ່ວຍ ງານໂຮງຮຽນນອກລະບົບ ພ້ອມດ້ວຍບັນດາຄະນະຮັບຜິດຊອບຈັດແຂ່ງຂັນ ຄູເຝິກ ແລະ ນັກກີລາ ອ້ອມຂ້າງເມືອງ. Share:FacebookTwitter
ແຂ່ງຂັນເປຕັງ ສະຫຼອງວັນສ້າງຕັ້ງກີລາ-ກາຍຍະກໍາແຫ່ງຊາດ ຄົບຮອບ 57 ປີ
https://v2.vientianemai.net/archives/58790
ກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກກະຊວງໂຍທທິການ ແລະ ຂົນສົ່ງ (ຍທຂ) ສະໄໝທີ V ໄຂຂຶ້ນ ຢ່າງເປັນທາງການວັນທີ 13 ກໍລະກົດ 2023 ທີ່ກະຊວງດັ່ງກ່າວ ເປັນປະທານຂອງສະຫາຍ ງາມປະສົງ ເມືອງມະນີ ເລຂາຄະ ນະບໍລິຫານງານພັກກະຊວງ ຍທຂ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງ ພັກ ຮອງປະທານປະເທດ ພ້ອມດ້ວຍຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ຄະນະກວດກາສູນກາງພັກ ຫ້ອງວ່າການສູນ ກາງພັກ ຄະນະໂຄສະນາອົບຮົມສູນກາງພັກ ຄະນະບໍລິຫານງານພັກກະຊວງ ເລຂາຄະນະໜ່ວຍພັກບັນດາຮາກຖານ ເລຂາ ແລະ ປະທານອົງການຈັດຕັ້ງມະຫາຊົນຂັ້ນກະຊວງ ຮອງຫົວໜ້າຫ້ອງການກົມ ສະຖາບັນ ກອງວິຊາການ ແລະ ຮອງຜູ້ອໍາ ນວຍການລັດວິສາຫະກິດ. ສະຫາຍ ງາມປະສົງ ເມືອງມະນີກ່າວວ່າ: ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກກະຊວງ ຍທຂ ສະ ໄໝທີ V ຈະດໍາເນີນໄປຮອດວັນທີ 15 ກໍລະກົດ 2023 ເຊິ່ງກອງປະຊຸມຈະໄດ້ດໍາເນີນການທາບທາມຄວາມໄວ້ວາງໃຈຕໍ່ ການນໍາພາລວມ ແລະ ບຸກຄົນຄະນະບໍລິຫານງານພັກກະຊວງ ພ້ອມກັນດໍາເນີນກອງປະຊຸມເປີດກວ້າງຄົ້ນຄວ້າປະກອບຄໍາ ເຫັນຕໍ່ການ ສະຫຼຸບຕີລາຄາການນໍາພາຂອງຄະນະບໍລິຫານງານພັກກະຊວງໃນໄລຍະກາງສະໄໝ ແລະ ຈະໄດ້ ດໍາເນີນຊີວິດ ການເມືອງພາຍໃນຄະນະບໍລິຫານງານພັກກະຊວງ ພ້ອມນັ້ນຈະໄດ້ພ້ອມກັນຮັບຟັງການເຜີຍແຜ່ເຊື່ອມຊຶມ ຄໍາສັ່ງຂອງຄະ ນະເລຂາທິການສູນກາງພັກ ເລກທີ 268/ຄລສພ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 25/ຄຈສພ ມະຕິຂອງ ກົມການເມືອງສູນກາງພັກ ສະບັບເລກທີ 030/ກມສພ ວ່າດ້ວຍມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງ ມາດຕະ ຖານສະມາຊິກພັກ ຂໍ້ຫ້າມສໍາລັບສະມາຊິກພັກ ສິດ ແລະ ໜ້າທີ່ຂອງຄະນະບໍລິຫານງານພັກກະຊວງ ທີ່ໄດ້ກໍານົດໄວ້ໃນກົດ ລະບຽບພັກ ສະໄໝທີ XI ແລະ ເປັນການເປີດກວ້າງປະຊາທິປະໄຕພາຍໃນພັກ ແລະ ໃຫ້ບັນດາສະຫາຍທີ່ເຂົ້າຮ່ວມການ ທາບທາມ ພ້ອມກັນເບິ່ງ ແລະ ມີຄວາມເຫັນຕີລາຄາບັນຫາຕ່າງໆ ທີ່ພົວພັນເຖິງການນໍາພາລວມ ແລະ ບຸກຄົນໃນຄະນະບໍ ລິຫານງານພັກກະຊວງ ສະໄໝທີ V ການປະກອບຄໍາເຫັນ ທາບທາມຄວາມໄວ້ວາງໃຈຕໍ່ການນໍາພາລວມ ແລະ ບຸກ ຄົນຄະ ນະບໍລິຫານງານພັກກະຊວງ ເປັນເນື້ອໃນສໍາຄັນໃຫ້ແກ່ການດໍາເນີນຊີວິດການເມືອງສໍາຫຼວດກາງສະ ໄໝພາຍໃນຄະນະບໍ ລິຫານງານພັກກະຊວງ ໃຫ້ມີເນື້ອໃນກວ້າງຂວາງເລິກເຊິ່ງ ເພື່ອປັບປຸງຄຸນທາດການເມືອງ ຄຸນສົມບັດສິນທໍາປະຕິວັດ ແບບ ແຜນການດໍາລົງຊີວິດ ຄວາມຮັບຜິດຊອບໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ແບບແຜນນໍາພາ ແລະ ວິທີເຮັດວຽກຂອງ ແຕ່ລະສະຫາຍ ໃນຄະນະບໍລິຫານງານພັກກະຊວງ ໃຫ້ຖືກຕ້ອງ ໜັກແໜ້ນ ຮັບປະກັນຄວາມເປັນ ແບບຢ່າງຂອງຄະນະບໍ ລິຫານງານພັກກະຊວງ ສ້າງຄວາມເຊື່ອໝັ້ນ ຄວາມເຫຼື້ອມໃສສັດທາຂອງສະມາຊິກພັກ ພະນັກງານ ແລະ ປະຊາຊົນບັນດາ ເຜົ່າຕໍ່ການນໍາພາລວມຂອງຄະນະບໍລິຫານງານພັກກະຊວງ. ນອກນີ້ກອງປະຊຸມ ຈະໄດ້ພ້ອມກັນຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສະຫຼຸບ ຕີລາຄາການຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ຍທຂ ຄັ້ງທີ V ກາງສະໄໝ ແລະ ກໍານົດທິດທາງແຜນການໃນຕໍ່ໜ້າ ຮ່າງບົດສະ ຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາ 5 ປີ (2021-2025) ຂອງກະຊວງ ຍທຂ ໄລຍະຜ່ານມາ ແລະ ກໍານົດທິດ ທາງແຜນການໃນຕໍ່ໜ້າ ພ້ອມນັ້ນກອງປະຊຸມໄດ້ດໍາເນີນຊີວິດການເມືອງພາຍໃນຄະນະບໍລິຫານງານພັກກະຊວງ ສໍາຫຼວດ ການ ນໍາພາລວມ ຂອງຄະນະບໍລິຫານງານພັກກະຊວງໃນໄລຍະກາງສະໄໝ ແລະ ສໍາຫຼວດບຸກຄົນຄະນະພັກກະຊວງ ພິເສດ ຈະໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຂອງສະຫາຍ ນາງ ປານີ ຢາທໍ່ຕູ້ ເພື່ອເປັນເຂັມຊີ້ທິດເຍືອງທາງ ໃຫ້ຄະນະບໍລິ ຫານງານພັກກະຊວງ ຍທຂ ໃນການນໍາພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ໃຫ້ປະກົດຜົນເປັນຈິງ. Share:FacebookTwitter
ໄຂກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກກະຊວງ ຍທຂ ສະໄໝທີ V
https://v2.vientianemai.net/archives/58810
ກອງ​ປະ­ຊຸມ​ປະ​ຊາ​ສໍາ​ພັນ​ການ​ລົງ­ທຶນ ແລະ ພິ­ທີ​ເຊັນ​ບົດບັນທຶກການຮ່ວມມື​ລົງ­ທຶນ ຢູ່​ນິ­ຄົມ​ອຸດ​ສາ​ຫະ​ກໍາ ​ອັດ​ສະ​ລິ​ຍະ ອາ​ຊີ​-​ໂປ​ຕາສ ສາ­ກົນ ແຂວງ​ຄໍາ​ມ່ວນ ສປປ ລາວ ​ຈັດ​ຂຶ້ນວັນ​ທີ 3-6 ກໍ­ລະ­ກົດ 2023 ທີ່ນະ­ຄອນ​ກວາງ​ໂຈວ ແຂວງກວາງຕົງ ສປ.ຈີນ ເຊິ່ງເປັນ​ເຈົ້າ­ພາບ​ໂດຍກະ­ຊວງອຸດ​ສາ​ຫະ​ກໍາ ແລະ ການ​ຄ້າ ແລະ ອໍາ​ນາດ​ການ​ປົກ­ຄອງ​ແຂວງ​ຄໍາ​ມ່ວນ ແຫ່ງ ສປປ ລາວ.      ກອງ​ປະ­ຊຸມ​ປະ​ຊາ​ສໍາ​ພັນ​ການ​ລົງ­ທຶນ​ຄັ້ງ​ນີ້ ແມ່ນ​ກອງ​ປະ­ຊຸມ​ປະ​ຊາ​ສໍາ​ພັນ​ດຶງ​ດູດ​ການ​ລົງ­ທຶນ​ໃນຂະແໜງອຸດສາ ­ຫະ­ກຳ​ຂະ­ໜາດ​ໃຫຍ່​ຄັ້ງ​ທໍາ​ອິດ ​ທີ່​ລັດ­ຖະ­ບານ​ລາວ​ຈັດ​ຂຶ້ນ​ຢູ່​ຕ່າງ­ປະ­ເທດ ເຊິ່ງ​ແຕກ​ຕ່າງ​ຈາກ​ກອງ​ປະ­ຊຸມ​ປະ​ຊາ​ສໍາ​ພັນ​ການ​ລົງທຶນ​ກໍ່ສ້າງ​ພື້ນ­ຖານ​ໂຄງ​ລ່າງ ​ທີ່​ລັດ­ຖະ­ບານ​ລາວ​ຈັດ​ຂຶ້ນ​ໃນ​ຄັ້ງ​ກ່ອນ ກອງ​ປະ­ຊຸມໄດ້​ແບ່ງ​ອອກ​ເປັນ 3 ວາ­ລະຄື:ວາ­ລະ​ປະຊຸມ​ເຈ­ລະ­ຈາ​ລະ­ດັບ​ສູງ ​ລະ­ຫວ່າງ ລັດ­ຖະ­ບານ ແລະ ວິສາຫະ­ກິດ ວາ­ລະ​ປຶກ­ສາ​ຫາ­ລື​ປະ­ຊາ­ສຳ­ພັນ​ການ​ລົງ­ທຶນ​ຂອງ​ບໍ­ລິ­ສັດ ແລະ ວາ­ລະ​ພິ­ທີ​ເຊັນ​ບົດບັນ ທຶກການຮ່ວມມື​ລົງ­ທຶນ ໂດຍ​ລັດ­ຖະ­ບານ​ໄດ້​ຖື​ເອົາ​ນິ­ຄົມ​ອຸດ​ສາ​ຫະ​ກໍາ​ອັດ​ສະ​ລິ​ຍະ ອາ​ຊີ​-​ໂປ​ຕາສ ສາກົນ ເປັນ​ເຂດ​ພັດ­ທະ­ນາ​ລະ ­ດັບ​ສູງ​ໃໝ່ ບັນ­ດາ​ຜູ້​ເຂົ້າ​ຮ່ວມ​ໃນ​ງານ​ປະ­ກອບ​ມີ:ຫຼາຍ​ກ່​ວາ​ໜຶ່ງ​ຮ້ອຍ​ບໍ­ລິ­ສັດ ນັກ​ລົງທຶນ ແລະ ອົງ­ການ​ການ​ເງິນ​ຕ່າງໆ​ທີ່​ມີ​ຊື່​ສຽງ​ໃນ ສປ.ຈີນ ເຂົ້າ​ຮ່ວມ ເຊິ່ງ​ໄດ້​ສະ­ແດງ​ໃຫ້​ທົ່ວ​ໂລກເຫັນ​ເຖິງ​ທ່າ­ແຮງ​ການ​ພັດ­ທະ­ນາ​ຂອງສປປ ລາວ ການ​ຈັດ​ກອງ​ປະ­ຊຸມ​ໃນ​ຄັ້ງ​ນີ້ ໄດ້​ຮັບ​ຜົນ­ສຳ­ເລັດ​ຢ່າງ​ມີ​ປະ­ສິດ­ທິ­ພາບ ແລະ ມີ​ປະ­ສິດ​ທິ​ຜົນ​ສູງ ໄດ້​ສໍາ​ເລັດ​ການ​ລົງ​ນາມຈໍາ​ນວນ 10 ໂຄງ­ການ ລວມ​ຍອດ​ມູນ​ຄ່າ​ການ​ລົງ­ທຶນ 835 ລ້ານໂດ​ລາ ຫຼື ປະມານ 15.100 ຕື້ ກີບ ໃນ​ນັ້ນ ລວມ​ມີ​ບັນ­ດາ​ໂຄງ­ການ​ທີ່​ກ່ຽວ­ຂ້ອງ​ກັບ​ຕ່ອງ​ໂສ້​ອຸດ­ສາ­ຫະ­ກຳ​ເຊັ່ນ:ໂຄງ­ການ ຄ​ລໍ​-​ອັນ​ຄາ​ໄລ (chlor-alkali) ໂຄງ­ການ​ປຸງ​ແຕ່ງໂບຣມິນ ໂຄງ ການແບດເຕີຣີກະແສ ວາເນດຽມ/ສັງກະສີ-ໂບຣມິນ Vanadium/zinc-bromine ແລະ ໂຄງ­ການ​ອຸດ​ສາ​ຫະ​ກໍາ​ທີ່​ພົ້ນ​ເດັ່ນ​ເຊັ່ນ:ວິ­ທະ­ຍາ­ສາດ​ຊີ­ວະ​ພາບ​ວິ­ທະ­ຍາ ແລະ ການ​ຜະ­ລິດ​ອັດ​ສະ​ລິ​ຍະ ເຊິ່ງ​ຄາດ​ວ່າເມື່ອ​ບັນ­ດາ​ໂຄງ­ການ​ທັງ​ໝົດ​ສຳ­ເລັດ ລວມ​ຍອດ​ມູນ​ຄ່າ​ຜົນ​ຜະ ­ລິດ​ຂອງ​ໂຄງ­ການຈະ​ສູງ​ເກີນ 2 ຕື້ໂດ​ລາ ຫຼື ປະມານ 36.200 ຕື້ກີບ ໂດຍ​ອີງ​ຕາມ​ທິດ​ຊີ້​ນໍາ​ຂອງ​ພັກ ລັດ­ຖະ­ບານ ແລະ ສະ­ພາ​ແຫ່ງ​ຊາດ ກ່ຽວ​ກັບການ​ຮັກ­ສາ​ສະ­ຖຽນ​ລະ​ພາບ​ຂອງ​ເສດ­ຖະ­ກິດ ດຶງ​ດູດ​ການ​ລົງ­ ທຶນ​ຈາກ​ຕ່າງ­ປະ­ເທດ ສ້າງ​ລາຍ​ຮັບ​ເງິນຕາ​ຕ່າງ­ປະ­ເທດ ທົດ​ແທນ​ການ​ນຳ​ເຂົ້າ ນີ້​ເປັນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ແລະ ເປັນ​ອີກ​ບາດ­ກ້າວ​ໜຶ່ງ​ແຫ່ງ​ການ​ພັດ­ທະນາ​ເສດ­ຖະ­ກິດ​ຂອງ​ປະ­ເທດ​ລາວ.    ການ​ແກ້​ໄຂ​ຄວາມ​ຫຍຸ້ງ­ຍາກ​ດ້ານ​ເສດ­ຖະ­ກິດ ເປີດ​ປະ­ຕູ​ສູ່​ພາຍ​ນອກ ແລະ ການ​ພັດ­ທະ­ນາ ແມ່ນ​ເປົ້າ​ໝາຍ​ສຳ​ຄັນ.     ເພື່ອ​ແນ­ໃສ່​ແກ້​ໄຂ​ບັນ­ຫາ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ຂອງ​ປະ­ເທດ​ລາວ​ ໃນ​ປັດຈຸ​ບັນ​ຢ່າງ​ມີ​ປະ­ສິດ​ທິ​ຜົນ ເຊັ່ນ:ໄພ​ເງິນ​ເຟີ້ ເງິນ​ກີບ​ອ່ອນ​ຄ່າ ແລະ ຄັງ​ສຳ­ຮອງ​ເງິນ­ຕາ​ຕ່າງ­ປະ­ເທດ​ບໍ່​ພຽງ​ພໍ ໃນ​ກອງ​ປະ­ຊຸມ ທ່ານ ມະ​ໄລ​ທອງ ກົມ​ມະ​ສິດ ລັດ­ຖະ­ມົນ­ຕີກະ­ຊວງ​ອຸດ​ສາ​ຫະ​ກໍາ ແລະ ການ​ຄ້າ ທ່ານ ວັນ​ໄຊ ພອງ​ສະ­ຫວັນ ເຈົ້າ­ແຂວງ​ຄໍາ​ມ່ວນ ທ່ານ Guo Baichun ປະ­ທານບໍ­ລິ­ສັດ ອາ​ຊີ​-​ໂປ​ຕາສ ສາ­ກົນ ຈໍາ​ກັດ ພ້ອມ​ດ້ວຍ ກຸ່ມ​ຜູ້​ບໍ­ລິ­ຫານ​ລະ­ດັບ​ສູງ ໄດ້​ລົງ​ເລິກ​ປຶກ­ສາ​ຫາ­ລືກ່ຽວ​ກັບການ​ລົງ­ທຶນ ແລະ ການ​ພັດ­ທະ­ນາເສດຖະກິດ ໂດຍສະເພາະແມ່ນການພັດທະນາອຸດສາຫະກຳ​ຢູ່​ປະ­ເທດ​ລາວ.    ທ່ານ Guo Baichun ກ່າວ​ວ່າ: ຄວາມ​ຫຍຸ້ງ­ຍາກ​ດ້ານ​ເສດ­ຖະ­ກິດ ທີ່ ສປປ ລາວ ກຳ­ລັງ​ປະ​ເຊີນ​ໜ້າ​ໃນ​ປັດ­ຈຸ​ບັນ ​ເປັນ​ພຽງ​ຊົ່ວ​ຂະ­ນະ​ເທົ່າ​ນັ້ນ ການ​ພັດ­ທະ­ນາ​ເປັນ​ວິ­ທີ​ທາງ​ແກ້​ໄຂ​ທີ່​ດີ​ທີ່​ສຸດ ພຽງ​ແຕ່​ຕ້ອງ​ຮັກ ­ສາ​ນະ­ໂຍ­ບາຍ​ເປີດ​ປະ­ຕູ​ສູ່​ພາຍ​ນອກ​ຢ່າງ​ມີ​ສະ­ຖຽນ​ລະ​ພາບ ຂໍ້​ໄດ້​ປຽບ​ຂອງ​ປະ­ເທດ​ລາວ ຈະ​ດຶງ​ດູດ​ການ​ລົງ­ທຶນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ ທຸກ​ບັນ­ຫາ​ສາ­ມາດ​ແກ້​ໄຂ​ໄດ້ ແລະ ບໍ­ລິ­ສັດ ອາ​ຊີ​-​ໂປ​ຕາສ ສາ­ກົນ ມີ​ຄວາມ​ຍິນ ­ດີ​ເປັນ​ຢ່າງ​ສູງ​ໃນ​ການ​ຮ່ວມ​ມື​ຊ່ວຍ​ເຫຼືອ ປະ­ເທດ​ລາວ​ມີ​ທ່າ​ໄດ້​ປຽບ​ຂອງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ພະ­ລັງ ­ງານ​ໄຟ­ຟ້າ ແຮງ​ງານ ແລະ ຕະ­ຫຼາດ ໂດຍ​ລັດ­ຖະ­ບານ​ລາວ ຖື​ເອົາ​ນິ­ຄົມ​ອຸດ​ສາ​ຫະ​ກໍາ​ອັດ​ສະ​ລິ​ຍະ ອາ​ຊີ​-​ໂປ​ຕາສ ສາ­ກົນ ເປັນ​ເວ­ທີ ໃນ​ການ​ປະ​ຊາ​ສໍາ​ພັນ​ດຶງ​ດູດ​ການ​ລົງ­ທຶນ​ຕ່າງ­ປະ­ເທດ ເຊິ່ງ​ໄດ້​ຮັບ​ຄວາມ​ສົນ­ໃຈ​ຢ່າງ​ຫຼວງ­ຫຼາຍ ຈາກ​ບັນ­ດາ​ນັກ­ທຸ­ລະ­ກິດ​ຈີນ ນັກ​ລົງ­ທຶນ​ຈີນ ແລະ ອົງ­ການ​ການ​ເງິນ ຂ້າ­ພະ­ເຈົ້າ ສະ­ເໜີ​ໃຫ້​ລັດ­ຖະ­ບານ​ລາວ ຖື​ເອົາ​ກາ­ລະ​ໂອ­ກາດ​ນີ້​ເພື່ອ​ຊຸກ­ຍູ້​ໃຫ້​ນັກ​ລົງ­ທຶນ​ຈີນ ໄປ​ລົງທຶນ​ຢູ່​ປະ­ເທດ​ລາວ ນຳ​ໃຊ້​ທ່າ​ໄດ້​ປຽບ​ຂອງ​ລາວ​ເພື່ອ​ເຊື່ອມ​ໂຍງ​ກັບ​ຕະ­ຫຼາດ​ໂລກ ແລະ ຊຸກ­ຍູ້​ການ​ພັດ­ທະ­ນາ​ເສດຖະກິດ​ຂອງ​ລາວ​ໃຫ້​ມີ​ຄວາມ​ເຂັ້ມ­ແຂງ ແລະ ໝັ້ນ­ຄົງ ປັດຈຸ​ບັນ ບັນ­ດາ​ວິ​ສາ​ຫະ​ກິດ​ຈີນ​ຫຼາຍ​ແຫ່ງ​ມີ​ຄວາມ​ເຕັມ​ໃຈ​ຮ່ວມ​ມື​ລົງ­ທຶນ ໃນ​ຂົງ­ເຂດ​ອຸດ­ສາ­ຫະ­ກຳອະ​ໂປ​ຕາສ ຂອງນິ­ຄົມ​ອຸດ​ສາ​ຫະ​ກໍາ​ອັດ​ສະ​ລິ​ຍະ ອາ​ຊີ​-​ໂປ​ຕາສ ສາ­ກົນ ເຊິ່ງ​ເປັນ​ການ​ທົດ​ແທນ​ການ​ນໍາ​ເຂົ້າ ແລະ ສ້າງ​ລາຍ​ຮັບ​ເງິນ­ຕາ​ຕ່າງ­ປະ­ເທດ​ໂດຍ​ການ​ສົ່ງ​ອອກ ເປັນ​ການ​ເພີ່ມ​ຄັງ​ສຳ­ຮອງ​ເງິນ­ຕາ​ຕ່າງ­ປະ­ເທດ ສ້າງ​ລາຍ​ຮັບ​ໃຫ້​ປະ­ຊາ­ຊົນ ແກ້​ໄຂ​ບັນ­ຫາ​ທີ່​ຜະ­ເຊີນ​ໃນ​ປັດ­ຈຸ​ບັນ ເພື່ອ​ການ​ພັດ­ທະ­ນາ​ໃນ​ອະນາ­ຄົດ​ຂອງ ສປປ ລາວ.     ທ່ານ ມະ​ໄລ​ທອງ ກົມ​ມະ​ສິດ ເຫັນ​ດີ​ຕໍ່​ກັບ​ຂໍ້​ສະ­ເໜີ​ຂອງ​ທ່ານ Guo Baichun ແລະ ທ່ານ ມະ​ໄລ​ທອງ ກົມ​ມະ​ສິດ ກ່າວ​ວ່າ:ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ­ຍາກ​ດ້ານ​ເສດ­ຖະ­ກິດ​ໃນ​ປັດ­ຈຸ​ບັນ​ຢູ່​ປະເທດ​ລາວ ຕ້ອງ​ພັດ­ທະ­ນາ​ເສດ­ຖະ­ກິດ ແລະ ເຮັດ​ໃຫ້​ເສດ­ຖະ­ກິດ​ມີ​ການ​ແຂ່ງ­ຂັນ​ໄດ້ ຂ້າ­ພະ­ເຈົ້າສະ­ໜັບ­ສະ­ໜູນ​ແນວ​ຄວາມ​ຄິດ​ທີ່​ວ່າ:“ບໍ່​ມີ​ກະ­ສິ­ກຳ ບໍ່​ມີ​ສະ­ຖຽນ​ລະ​ພາບ ບໍ່​ມີ​ອຸດ­ສາ­ຫະ­ກຳ ບໍ່​ມີ​ຄວາມ​ເຂັ້ມ­ແຂງ ບໍ່​ມີ​ການ​ຄ້າ ບໍ່​ມີ​ຄວາມ​ຮັ່ງ­ມີ” ຈຶ່ງ​ຈຳ­ເປັນ​ຕ້ອງ​ຊຸກ­ຍູ້​ອຸດ­ສາ­ຫະ­ກຳ​ໃຫ້​ເປັນ​ເສົາ​ຫຼັກ​ສຳ­ຄັນ​ໃນ​ການ​ພັດ­ທະ­ນາ ສົ່ງເສີມການຜະລິດອຸດ ສາຫະກຳປຸງແຕ່ງ ທົດ​ແທນ​ການ​ນໍາ​ເຂົ້າ ແລະ ສ້າງ​ລາຍ​ຮັບ​ເງິນ­ຕາ​ຕ່າງ­ປະ­ເທດ​ໂດຍ​ການ​ສົ່ງ​ອອກ ລັດ ­ຖະ­ບານ​ລາວຈະ​ສ້າງ​ສະ­ພາບ​ແວດ​ລ້ອມ​ການ​ລົງ­ທຶນ​ໃຫ້​ຢ່າງ​ເປີດ​ກ້​ວາງ ແລະ ຮອບ­ດ້ານ ເພື່ອ​ດຶງ​ດູດ​ວິ​ສາ​ຫະ​ກິດ​ຈາກ​ຕ່າງ­ປະ­ເທດ​ເຂົ້າ​ມາ​ລົງ­ທຶນ​ຢູ່​ລາວ​ໃຫ້​ຫຼາຍ​ຂຶ້ນ ແລະ ສະໜັບ­ສະ­ໜູນ​ໃຫ້­ການ​ພັດ­ທະ­ນາ​ວິ​ສາ​ຫະ​ກິດ​ຂອງ​ພວກ​ເຂົາ​ມີ​ຄວາມ​ເຂັ້ມ​ແຂງ ຄ່ຽງຄູ່ກັບການພັດທະນາເສດຖະກິດຂອງລາວ ໃຫ້ມີຄວາມເຂັ້ມແຂງ.     ຕີ​ລາ­ຄາ​ຕໍ່​ກັບ​ນະ­ໂຍ­ບາຍ​ສົ່ງ­ເສີມ​ການ​ລົງ­ທຶນ ​ເພື່ອ​ເພີ່ມ​ທະ­ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ການ​ລົງ­ທຶນ​ຕ່າງ​ປະ​ເທດ. ເພື່ອ​ໃຫ້​ນັກ​ລົງ­ທຶນ​ມີ​ຄວາມ​ເຂົ້າ­ໃຈ​ປະ­ເທດ​ລາວ​ຫຼາຍ​ຂຶ້ນ ທ່ານ ມະ​ໄລ​ທອງ ກົມ​ມະ​ສິດ ທ່ານ ວັນ​ໄຊ ພອງ​ສະ­ຫວັນ ແລະ ບໍ­ລິ­ສັດ ອາ​ຊີ​-​ໂປ​ຕາສ ສາ­ກົນ ໄດ້​ເຊື້ອ​ເຊີນ​ບັນ­ດາ​ບໍ­ລິ­ສັດ​ລົງ­ທຶນ​ຂອງ​ຈີນ ແລະ ອົງ ­ການ​ການ​ເງິນ​ສາ­ກົນ ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ພົບ​ປະ​ສົນ­ທະ­ນາ​ໃນ​ຄັ້ງ​ນີ້ ໂດຍ​ປິ່ນ​ອ້ອມ​ການ​ເລັ່ງ​ຊຸດ​ຍູ້​ການ​ກໍ່­ສ້າງ​ໂຄງ­ການ ເລັ່ງ​ປັບ​ຕົວ​ເຂົ້າ​ກັບ​ການ​ພັດ­ທະ­ນາ​ຂອງ​ລາວ ສະ­ໜອງ​ນະ­ໂຍ­ບາຍ​ສະ­ໜັບ­ສະ­ໜູນ ແລະ ແນວ­ທາງ​ຕ່າງໆ ສຶກ­ສາ​ຄົ້ນ​ຄ້​ວາ​ຄວາມ​ຕ້ອງ­ການ​ຂອງ​ວິ​ສາ​ຫະ​ກິດ ​ທີ່​ຈະ​ເຂົ້າມາລົງໃນ​ນິ­ຄົມ​ອຸດ​ສາ​ຫະ​ກໍາ ໃຫ້​ຄໍາ​ຕອບ​ລະ­ອຽດ​ກ່ຽວ​ກັບ​ບັນ​ຫາ​ສໍາ​ຄັນ​ຕ່າງໆ​ດ້ານ​ແນວ­ທາງ​ນະ­ໂຍ­ບາຍ  ທ່າ​ໄດ້​ປຽບ​ຂອງ​ຊັບ­ພະ­ຍາ­ ກອນ​ທຳ​ມະ​ຊາດ ການ​ພັດ­ທະ­ນາ​ອຸດ​ສາ​ຫະ​ກໍາ ແລະ ບັນ­ຫາ​ທີ່​ສົນ­ໃຈ​ຕ່າງໆ ກອງ​ປະ­ຊຸມໄດ້​ຮັບ​ການ​ຕີ​ລາ­ ຄາ​ສູງ​ຈາກ​ບັນດາ​ແຂກ​ເຂົ້າ​ຮ່ວມ ແລະ ໄດ້​ເພີ່ມ​ທະ­ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ແກ່​ບັນ­ດາ​ວິ​ສາ​ຫະ​ກິດ​ຈີນ ເພື່ອ​ເຂົ້າ​ມາ​ລົງ­ທຶນ​ຢູ່ ສປປ ລາວ.     ທ່ານ ມະ​ໄລ​ທອງ ກົມ​ມະ​ສິດ ກ່າວ​ໃນ​ກອງ​ປະ­ຊຸມ​ວ່າ: ເຖິງ​ວ່າ​ປັດ­ຈຸ­ບັນ​ ເສດ­ຖະ­ກິດ​ໂລກ​ຈະ​ຕົກ​ຢູ່​ໃນ​ສະພາບ​ຖົດ​ຖອຍ​ກໍ່​ຕາມ ແຕ່​ອັດ­ຕາ​ການ​ເຕີບ​ໂຕ​ເສດ­ຖະ­ກິດ​ຂອງ ສປປ ລາວ ຍັງ​ຢູ່​ທີ່ 4,8% ພາຍ​ໃຕ້ຂໍ້​ລິ​ເລີ່ມ“ໜຶ່ງ​ແລວ​ທາງ ໜຶ່ງ​ເສັ້ນ­ທາງ” ແລະ ຂອບ​ການ​ຮ່ວມ​ມື “ແມ່­ນ້ຳ​ລ້ານ​ຊ້າງ​-​ແມ່­ນ້ຳ​ຂອງ” ການ​ນໍາ​ຂອງ​ສອງ​ປະ­ເທດ ເອົາ­ໃຈໃສ່​ຢ່າງ​ຕັ້ງ­ໜ້າ ຮ່ວມ​ກັນ​ປັບ­ປຸງ​ກົນ​ໄກ​ການ​ຮ່ວມ​ມື​ຢ່າງ­ຮອບ­ດ້ານ ສະ­ໜັບ­ສະ­ໜູນ​ນັກ​ລົງ­ທຶນ​ຈີນ​ເຂົ້າ​ມາ​ລົງ­ທຶນ​ໃນ​ຂົງ­ເຂດ​ຕ່າງໆເປັນ­ຕົ້ນ:ບໍ່​ແຮ່ ອຸດ​ສາ​ຫະ​ກໍາ ກະ​ສິ​ກໍາ ການ­ທ່ອງ­ທ່ຽວ ການ​ຂົນ­ສົ່ງ ແລະ ​ອື່ນໆ ຫວັງ​ວ່າ ໂດຍ​ຜ່ານ​ເວ­ທີນິ­ຄົມ​ອຸດ​ສາ​ຫະ​ກໍາ​ອັດ​ສະ​ລິ​ຍະ ອາ​ຊີ​-​ໂປ​ຕາສ ສາ­ກົນ ນີ້ ຈະ​ສາ­ມາດ​ດຶງ​ດູດ​ນັກ​ລົງ­ທຶນ​ໄດ້​ຫຼາຍ​ຂຶ້ນ.      ທ່ານ ວັນ​ໄຊ ພອງ​ສະ­ຫວັນ ​ໄດ້​ແນະ​ນໍາກ່ຽວ​ກັບທ່າ­ແຮງ​ຂອງ​ແຂວງ​ຄໍາ​ມ່ວນ ໂດຍ​ມີ 3 ທ່າ­ແຮງ​ຫຼັກຄື:ພະ­ລັງ​ງານ​-​ບໍ່​ແຮ່ ກະ​ສິ​ກໍາ-​ປ່າ­ໄມ້ ແລະ ການ​ບໍ­ລິ­ການ​-​ທ່ອງ​ທ່ຽວ ທ່ານ​ກ່າວ​ວ່າ: ບໍ­ລິ­ສັດ ອາ​ຊີ​-​ໂປ​ຕາສ ສາ­ກົນ ເປັນ​ບໍ­ລິ­ສັດທີ່​ມີ​ການ​ພັດ­ທະ­ນາ​ຢ່າງ​ວ່ອງ­ໄວ ແລະ ມີ​ຄຸນ​ນະ​ພາບ ເຊິ່ງ​ກວມ​ເອົາ​ອັດ­ຕາ​ສ່ວນ​ການ​ລົງ­ທຶນ​ຕ່າງ­ປະ­ເທດ​ຫຼາຍ​ທີ່​ສຸດ​ຢູ່​ແຂວງ​ຄຳ​ມ່ວນ ເຂດ​ນິ­ຄົມ​ອຸດ­ສາ­ຫະ­ກຳ​ອາ​ຊີ​-​ໂປ​ຕາສ ສາ­ກົນ ມີ​ແນວ​ໂນ້ມ​ການ​ພັດທະ­ນາ​ຢ່າງ​ກ້​ວາງ​ໄກ ແຂວງ​ຄຳ​ມ່ວນຍິນ­ດີ​ຕ້ອນ­ຮັບ​ບັນ­ດາ​ວິ​ສາ​ຫະ​ກິດ​ຈີນ ເຂົ້າ​ມາ​ລົງ­ທຶນ ແລະ ຍິນ­ດີ​ໃຫ້­ການ​ສະ­ໜັບ­ສະ­ໜູນ​ອຳ­ນວຍ​ຄວາມ​ສະ­ດວກ​ຢ່າງ​ເຕັມ​ສ່ວນ.    ຮູບ​ແບບ​ຂອງ​ນິ­ຄົມ​ອຸດ­ສາ­ຫະ­ກຳ​ຊ່ວຍ​ດຶງ​ດູດ​ການ​ລົງ­ທຶນ​ໄດ້​ຢ່າງ​ຊັດ​ເຈນ ແລະ ເຊື່ອມ​ໂຍງ​ລະ­ບົບ​ຕ່ອງ​ໂສ້​ອຸດ­ສາ­ຫະ­ກຳ​ໂລກ.      ກອງ​ປະ­ຊຸມ​ປະ​ຊາ​ສໍາ​ພັນ​ການ​ລົງ­ທຶນ ແລະ ພິ­ທີ​ເຊັນ​ບົດ​ບັນ­ທຶກ​​ການ​ຮ່ວມ​ມື​ລົງ­ທຶນຢູ່​ນິ­ຄົມ​ອຸດ​ສາ​ຫະ​ກໍາ​ອັດ​ສະ​ລິ​ຍະ ອາ​ຊີ​-​ໂປ​ຕາສ ສາ­ກົນ ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ເຂົ້າ​ຮ່ວມ​ເປັນ​ສັກ­ຂີ​ພະ­ຍານ​ໃນ​ການ​ເຊັນ​ບົດ​ບັນ­ທຶກ​​ການ​ຮ່ວມ​ມືລົງທຶນ​ຄັ້ງ​ນີ້​ມີທ່ານ ມະ​ໄລ​ທອງ ກົມ​ມະ​ສິດ ລັດ­ຖະ­ມົນ­ຕີກະຊວງ​ອຸດ​ສາ​ຫະ​ກໍາ ແລະ ການ​ຄ້າ ທ່ານ ວັນ​ໄຊ ພອງ​ສະ­ຫວັນ ເຈົ້າ­ແຂວງ​ຄໍາ​ມ່ວນ ທ່ານ​ ໄຊ­ຊະ­ນະ ສິດ­ທິ​ພອນ ຮອງ​ປະ­ທານຄະ​ນະ​ກໍາ​ມະ​ການ​ຮ່ວມ​ມື​ລາວ​-​ຈີນ ທ່ານ ສົມ​ຈິດ ອິນ​ທະ​ມິດ ທີ່​ປຶກ­ສາ​ສະ­ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກໍາ​ແຫ່ງ​ຊາດ​ລາວ ທ່ານ Guo Baichun ປະ­ທານບໍ­ລິ­ສັດ ອາ​ຊີ​-​ໂປ​ຕາສ ສາ­ກົນ ຈໍາ​ກັດ ທ່ານ Chen Jing ຮອງ​ເຈົ້າ​ນະ­ຄອນຮ່ວຍ​ຮວາ ສປ.ຈີນ ທ່ານ Wang Xiaokang ປະ­ທານສະ­ມາ­ຄົມ​ອຸດ​ສາ​ຫະ​ກໍາ​ປະ­ຢັດ​ພະ ­ລັງ­ງານ ແລະ ການ​ຜະ­ລິດ​ສະ­ອາດ ສປ.ຈີນ ແລະ ແຂກທີ່ຖືກເຊີນ 300 ກວ່າທ່ານເຂົ້າຮ່ວມ.    ໃນພິທີລົງນາມ ທ່ານ ມະໄລທອງ ກົມມະສິດ ໄດ້ເຊື້ອເຊີນໄປຍັງບັນດານັກທຸລະກິດ ແລະ ນັກລົງ ທຶນສປ.ຈີນ ໂດຍທ່ານກ່າວວ່າ: ປັດຈຸບັນ ສປ.ຈີນ ໄດ້ກາຍເປັນປະເທດທີ່ລົງທຶນໃຫຍ່ທີ່ສຸດຂອງລາວ ທັງສອງຝ່າຍມີທ່າແຮງພັດທະນາອຸດສາຫະກໍາ ແລະ ກະສິກໍາທັນສະໄໝ ໂດຍບົນພື້ນຖານຫຼັກການຮ່ວມປະດິດສ້າງ ຮ່ວມແບ່ງປັນ ແລະ ຮ່ວມຜົນປະໂຫຍດ ອຸດສາຫະກໍາແຮ່ທາດ ແລະ ເຄມີ ຖືກກໍານົດເປັນ 1 ໃນ 8 ອຸດສາຫະກໍາບູລິມະສິດ ໃນແຜນພັດທະນາອຸດສາຫະກໍາປຸງແຕ່ງປີ 2021-2025 ຂອງສປປ ລາວ ແຂວງຄໍາມ່ວນຖືກກໍານົດເປັນ 1 ໃນ 5 ຈຸດສູນກາງພັດທະນາເສດຖະກິດຂອງປະເທດ ເຊິ່ງທັງໝົດນີ້ ລ້ວນແຕ່ເປັນການສະໜັບສະໜູນທີ່ແຂງແກ່ນ ໃນການກໍ່ສ້າງນິຄົມອຸດສາຫະກໍາໝູນວຽນອັດສະລິຍະ ອາຊີ-ໂປຕາສ ສາກົນ ລັດຖະບານລາວຈະໃຫ້ການສະໜັບສະໜູນຢ່າງເຕັມສ່ວນ ຕໍ່ການພັດທະນານິຄົມອຸດສາຫະກໍາ ຫວັງຢ່າງຍິ່ງວ່າ ພາຍໃຕ້ການເຂົ້າຮ່ວມກໍ່ສ້າງຂອງທຸກຝ່າຍ ນິຄົມອຸດສາຫະກໍາຈະກາຍເປັນໜຶ່ງໃນຕົວແບບທີ່ດີ ໃນການພັດທະນາອຸດສາຫະກໍາປຸງແຕ່ງແຮ່ທາດແບບຄົບວົງຈອນ ປະກອບສ່ວນເຂົ້າສ້າງລາຍຮັບແກ່ງົບປະມານແຫ່ງຊາດ ພັດທະນາທ້ອງຖິ່ນ ແລະ ສ້າງຊື່ສຽງໃຫ້ແກ່ອຸດສາຫະກໍາບໍ່ແຮ່ລາວ.    ທ່ານ ວັນໄຊ ພອງສະຫວັນ ໄດ້ຢືນຢັນໃນລະດັບສູງຕໍ່ຄວາມສໍາຄັນຍິ່ງ ຂອງນິຄົມອຸດສາຫະກໍາໝູນ ວຽນອັດສະລິຍະ ອາຊີ-ໂປຕາສ ສາກົນ ທ່ານກ່າວວ່າ: ນິຄົມອຸດສາຫະກໍາດັ່ງກ່າວ ເປັນການພັດທະນາຊັບພະຍາກອນແບບນະວັດຕະກໍາໃໝ່ ຈະຊ່ວຍທ້ອງຖິ່ນສ້າງລະບົບອຸດສາຫະກໍາທີ່ສົມບູນ ເຊິ່ງມີບົດບາດສໍາຄັນທີ່ສຸດຕໍ່ການພັດທະນາເສດຖະກິດຂອງແຂວງຄໍາມ່ວນ ກໍຄືຂອງສປປ ລາວ ແຂວງຄໍາມ່ວນຈະອີງໃສ່ 3 ທ່າແຮງໄດ້ປຽບ ໂດຍຖືເອົານິຄົມອຸດສາຫະກໍາໝູນວຽນອັດສະລິຍະ ອາຊີ-ໂປຕາສ ສາກົນ ເປັນໃຈກາງພັດທະນາ ປັບປຸງການເຊື່ອມໂຍງບັນດາວິສາຫະກິດຈີນທີ່ມີຄຸນນະພາບ ບົນພື້ນຖານການເຄົາ ລົບຂໍ້ກໍານົດກົດໝາຍ ແລະ ລະບຽບການຂອງລາວ ຊຸກຍູ້ການລົງທຶນທີ່ອໍານວຍຄວາມສະດວກ ວ່ອງໄວ ໂປ່ງໃສ ແລະ ຍຸດຕິທໍາ ສ້າງສະພາບແວດລ້ອມການລົງທຶນທີ່ປອດໄພ ແລະ ເຊື່ອໝັ້ນໄດ້ ຍິນດີຕ້ອນຮັບບັນດາວິສາຫະກິດລົງທຶນເຂົ້າມາຮ່ວມກັນພັດທະນາ ແລະ ເສີມຂະຫຍາຍຕະຫຼາດຢູ່ແຂວງຄໍາມ່ວນ ສືບຕໍ່ສ້າງຕ່ອງໂສ້ອຸດສາຫະກໍາຂະໜາດໃຫຍ່ ແລະ ເຂັ້ມແຂງ ສ້າງຕົວແບບການຮ່ວມມືເສດຖະກິດລາວ-ຈີນ ບັນລຸຮູບແບບໃໝ່ຂອງການພັດທະນາແບບຫຼາຍຝ່າຍແລະຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ.    ທ່ານ Ma Yingjun ອໍານວຍການບໍລິສັດ ອາຊີ-ໂປຕາສ ສາກົນ ຈໍາກັດ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ລັດຖະບານລາວ ທ່ານກ່າວວ່າ:ອາຊີ-ໂປຕາສ ສາກົນ ໄດ້ກາຍເປັນວິສາຫະກິດຝຸ່ນໂປຕາສລະດັບສາກົນ ທີ່ມີຊັບພະຍາກອນເກືອໂປຕາສຫຼາຍທີ່ສຸດໃນອາຊີ ມີຂະໜາດໃຫຍ່ທີ່ສຸດໃນອາຊີອາຄະເນ ແລະ ມີການຜະລິດທີ່ໄວທີ່ສຸດໃນໂລກ ເຊິ່ງເບື້ອງຫຼັງຂອງຄວາມສໍາເລັດ “ຄວາມໄວຂອງອາຊີ-ໂປຕາສ” ແລະ “ຕໍານານຂອງລາວ” ແມ່ນມາຈາກການສະໜັບສະໜູນອັນແຮງກ້າ ແລະ ການຊີ້ນໍາຢ່າງໄກ້ຊິດຂອງລັດຖະບານລາວ ໃນນາມເປັນໂຄງການສັນຍາລັກຂອງການຮ່ວມມື ລະຫວ່າງພາກລັດ ແລະ ວິສາຫະກິດຈີນ ນິຄົມອຸດສາຫະກໍາ ໄດ້ລວມເອົາການກໍ່ສ້າງຫັນເປັນອຸດສາຫະກໍາ ຫັນເປັນຕົວເມືອງ ແລະ ຫັນກະສິກໍາເປັນທັນສະໄໝ ພ້ອມທັງຊຸກຍູ້ຂະແໜງການບໍລິການ ເລັ່ງການພັດທະນາ ຄຽງຄູ່ກັບການເພີ່ມທະວີຢ່າງແຮງຄວາມອາດສາມາດພັດທະນາຕົນເອງແບບຍືນຍົງຂອງບັນດາວິສາຫະກິດ ຊຸກຍູ້ ສປປ ລາວ ໃນການປະກອບສ້າງອຸດສາຫະກໍາທົດແທນການນໍາເຂົ້າ ແລະ ການສົ່ງອອກເພື່ອສ້າງລາຍຮັບເງິນຕາຕ່າງປະເທດ ຢູ່ໃນດິນແດນທີ່ອຸດົມສໍາລັບການລົງທຶນທີ່ມີການພັດທະນາຢ່າງວ່ອງໄວຂອງລາວນີ້  ພວກຂ້າພະເຈົ້າມີຄວາມໝັ້ນໃຈໃນການເຕີມກໍາລັງວັງຊາໃໝ່ຢ່າງບໍ່ຂາດເຂົ້າໃນການຮ່ວມມືລາວ-ຈີນ.     ທ່ານ Tong Yongheng ຮອງອໍານວຍການບໍລິສັດ ອາຊີ-ໂປຕາສ ສາກົນ ແລະ ຜູ້ຮັບຜິດຊອບຖານການຜະລິດຝຸ່ນໂປຕາສຢູ່ລາວ ໄດ້ເນັ້ນໜັກແນະນໍາສະພາບການພັດທະນາໃນນິຄົມອຸດສາຫະກໍາ ທ່ານກ່າວວ່າ:ນິຄົມອຸດສາຫະກໍາໝູນວຽນອັດສະລິຍະອາຊີ-ໂປຕາສ ສາກົນ ໄດ້ປັກຫຼັກຢູ່ແຂວງຄໍາມ່ວນ ສປປ ລາວ ອີງໃສ່ທ່າແຮງທີ່ເປັນເອກະລັກດ້ານຊັບພະຍາກອນ  ພະລັງງານ ຕະຫຼາດ ຕົ້ນທຶນ ແລະອື່ນໆ ເປີດກວ້າງເຕົ້າໂຮມບັນດາວິສາຫະກິດຊັ້ນຍອດຈາກທົ່ວໂລກ ເຂົ້າມາປະຈໍານິຄົມ ຮູບແບບການພັດທະນາເປັນກຸ່ມອຸດສາຫະກໍາ ຈະສົ່ງຜົນສະທ້ອນທາງການຮ່ວມມືອຸດສາຫະກໍາທີ່ເຂັ້ມແຂງ ນິຄົມອຸດສາຫະກໍາແບ່ງເປັນ 3 ພາກສ່ວນໃຫຍ່ຄື:ເຂດອຸດສາຫະກໍາຝຸ່ນໂປຕາສ ເຂດອຸດສາຫະກໍາອະໂປຕາສ ແລະ ເຂດຕົວເມືອງອາຊີ-ໂປຕາສ ເຊິ່ງກວມເນື້ອທີ່ດິນທັງໝົດ 2.000 ເຮັກຕາ ຄາດຄະເນການລົງທຶນທັງໝົດຈະບັນລຸເຖິງ 4,31 ຕື້ໂດລາ ປັດຈຸບັນຍັງຢູ່ໃນໄລຍະສົ່ງເສີມ ແລະ ດຶງດູດການລົງທຶນ ຄາດຄະ ເນໃນທ້າຍປີ 2026 ຈະສໍາເລັດວຽກງານກໍ່ສ້າງໂຄງການໄລຍະກາງ ເຊິ່ງລວມມີການກໍ່ສ້າງເຂດອຸດສາຫະກໍາເຄມີເກືອທີ່ຕິດພັນກັບຂະໜາດໂຄງການຝຸ່ນໂປຕາສ 5 ລ້ານໂຕນ ທ້າຍປີ 2028 ຈະສໍາເລັດວຽກງານກໍ່ສ້າງໂຄງການທັງໝົດ ໃນອະນາຄົດ ຈະສືບຕໍ່ດຶງດູດນັກລົງທຶນ ເພີ່ມທະວີການໝູນໃຊ້ຊັບພະຍາກອນແບບໝູນວຽນຂອງອຸດສາຫະກໍາຕົ້ນນໍ້າ ແລະ ປາຍນໍ້າ ສ້າງລະບົບນິເວດຕ່ອງໂສ້ອຸດສາຫະກໍາຢ່າງຮອບ ດ້ານ ຮ່ວມກັນກັບລັດຖະບານລາວ ເພື່ອຊຸກຍູ້ການພັດທະນາການຫັນອຸດສາຫະກໍາທັນສະໄໝ ການຫັນກະສິກໍາທັນສະໄໝ ແລະ ການຫັນເປັນຕົວເມືອງ.      ໂຄງການທີ່ເຊັນສັນຍາຄັ້ງນີ້ ມີທ່າອ່ຽງອຸດສາຫະກໍາທີ່ຊັດເຈນ ເຊິ່ງລວມມີໂຄງການອຸດສາຫະກໍາທັນສະໄໝທີ່ເປັນອຸດສາຫະກໍາຕົ້ນນໍ້າ ແລະ ປາຍນໍ້າ ເປັນຕົ້ນ:ໂຄງການໂບຣມິນ (Bromine) ໂຊດຽມ ຄລໍເຣດ ຄລໍ-ອັນຄາໄລ ອາຊິດ ນິຕຣິກ ເກືອອຸດສາຫະກໍາ ແຄນຊຽມ ຄາໄບ/PVC ແລະ ອື່ນໆ ພ້ອມທັງໂຄງການກະສິກໍາທັນສະໄໝ ເປັນຕົ້ນໂຄງການປູກເຂົ້າ ແລະ ອື່ນໆ ໂຄງການທີ່ກ່ຽວຂ້ອງກັບການພັດ ທະນາໝູນໃຊ້ຊັບພະຍາກອນ ແລະ ການຜະລິດອັດສະລິຍະ ການເຊັນສັນຍາຢ່າງເປັນທາງການທີ່ຕິດພັນຂອງວິສາຫະກິດ ເປັນຄວາມສໍາເລັດບາດກ້າວໜຶ່ງຂອງຕ່ອງໂສ້ອຸດສາຫະກໍາ ແລະ ເປັນກໍາລັງວັງຊາໃໝ່ໃຫ້ແກ່ການສ້າງ ສປປ ລາວ ເປັນບ່ອນຮອງຮັບການຍົກຍ້າຍຕ່ອງໂສ້ອຸດສາຫະກໍາຈາກທົ່ວໂລກ.     ພາຍໃຕ້ການເອົາໃຈໃສ່ຊີ້ນຳນຳພາຢ່າງຕັ້ງໜ້າຂອງພັກ ແລະ ລັດຖະບານລາວ ໃນການສ້າງສະ ພາບແວດລ້ອມການລົງທຶນທີ່ປອດໄພ ແລະ ເຊື່ອໝັ້ນໄດ້ ໂດຍຖືຮູບແບບນິຄົມອຸດສາຫະກໍາທີ່ຕາງໜ້າໂດຍນິຄົມອຸດສາຫະກໍາໝູນວຽນອັດສະລິຍະ ອາຊີ-ໂປຕາສ ສາກົນ ຈະກາຍເປັນເຂດພັດທະນາລະດັບສູງໃໝ່ ທີ່ຊຸກຍູ້ການພັດທະນາອຸດສາຫະກໍາຂອງລາວ ໃນນາມເປັນເວທີພົ້ນເດັ່ນຂອງການລວບລວມຊັບ ພະຍາກອນຊັ້ນນໍາ ພາຍໃຕ້ການຮ່ວມຊຸກຍູ້ລະຫວ່າງລັດຖະບານລາວ ແລະ ອາຊີ-ໂປຕາສ ສາກົນ ນິຄົມອຸດສາຫະກໍາຈະສືບຕໍ່ດຶງດູດການລົງທຶນ ເສີມຂະຫຍາຍຂະໜາດ ຖືເອົາວິສາຫະກິດທີ່ດີເປັນເຄື່ອງຈັກໃນການພັດທະນາ ນໍາໃຊ້ການປະຊາສໍາພັນການລົງທຶນທີ່ຊັດເຈນຂອງຕ່ອງໂສ້ອຸດສາຫະກໍາ ເພື່ອສົ່ງເສີມໃຫ້ ສປປ ລາວ ພັດທະນາເສດຖະກິດຢ່າງມີຄຸນນະພາບສູງ. Share:FacebookTwitter
ລັດຖະບານດຶງດູດການລົງ­ທຶນຢູ່ນິ­ຄົມອຸດສາຫະກໍາອັດສະລິຍະ ອາຊີ-ໂປຕາສ ສາ­ກົນ ມູນຄ່າ 835 ລ້ານໂດລາສະຫະລັດ.
https://v2.vientianemai.net/archives/58817
ພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2022 ຕິດພັນກັບການຍ້ອງຍໍຜົນງານ 5 ປີ ໃນຂະບວນ ການແຂ່ງຂັນຮັກຊາດ ແລະ ພັດທະນາ ປີ 2016-2020 ຂອງຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ໄດ້ ຈັດຂຶ້ນວັນທີ  13 ກໍລະກົດ 2023 ຢູ່ຫ້ອງການດັ່ງກ່າວ ໂດຍມີ ສະຫາຍ ພູຂົງ ບັນນະວົງ ຄະນະປະຈໍາພັກ ຮອງເຈົ້າຄອງນະ ຄອນຫຼວງວຽງຈັນ ມີສະຫາຍ ສົມບູນ ອາຄະວົງສາ ຄະນະພັກຮາກຖານ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງ ວຽງຈັນ ມີບັນດາພະນັກງານອາວຸໂສບໍານານ ສະມາຊິກພັກ ພະນັກງານ-ລັດຖະກອນ ແລະ ແຂກຖືກເຊີນເຂົ້າຮ່ວມ. ໂອກາດນີ້ ສະຫາຍ ສົມບູນ ອາຄະວົງສາ ໄດ້ຂຶ້ນລາຍງານການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກ ແໜ້ນ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023 ໂດຍສະເພາະວຽກງານຄຸ້ມຄອງຄວາມສະອາດໃນຕົວເມືອງ ໄດ້ລົງຕິດຕາມກວດກາຕາມ ສາຍທາງ ທີ່ຫ້ອງການ ຄບຕ ຮັບຜິດຊອບ ຕາມແຜນປະຈຳເດືອນ ກວມເອົາ ເມືອງສີໂຄດຕະບອງ ຈັນທະບູລີ ໄຊເສດຖາ ສີ ສັດຕະນາກ ແລະ ໄຊທານີ ​ພ້ອມນັ້​ໜ​ກໍ​ໄດ້​ເອົາ​ໃຈ​ໃສ່​ວຽກ​ງານ​ຮັກ​ສາ​ຄວາມ​ສະ​ອາດ​ຕາມ​ເສັ້​ນ​ທາງ​ຕ່າງໆ ເອົາ​ໃຈ​ໃສ່​ຂົນ​ສົ່ງ​ຂີ້​ເຫຍື້ອໄດ້ທັງໝົດ 352 ບ້ານ ກວມເອົາ 73,1% ຂອງຈຳນວນບ້ານທັງໝົດໃນ ນວ 481 ບ້ານ ມີປະລິມານທັງໝົດ 158.403 ໂຕນ ທີ່​ລວມ​ເອົາຂີ້ເຫຍື້ອຕິດເຊື້ອ ​ພ້ອມນັ້ນ​ຍັງ​ໄດ້ບໍລິການຖິ້ມນ້ຳຂີ້ເບຍ ແລະ ນໍ້າເປື້ອນທົ່ວໄປໄດ້ 993 ຖ້ຽວ. ສ່ວນທິດທາງແຜນການໃນຕໍ່ໜ້າ ສືບຕໍ່ເປັນເຈົ້າການຄົ້າຄວ້າຮໍ່າຮຽນ ເຊື່ອມຊືມ ກໍາແໜ້ນແນວທາງນະໂຍບາຍ ມະຕິຄໍາສັ່ງ ກົດລະບຽບຂອງພັກ ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ ໄປ​ພ້ອມໆ​ກັບ​ການ​ສືບ​ຕໍ່​ຊີ້​ນຳ​ວຽກ​ງານ​ວິ​ຊາ​ສະ​ເພາະ​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ໄດ້​ຮັບ​ປະ​ສິດ​ທິ​ພາບ ແລະ ປະ​ສິດ​ທິ​ຜົນ​ສູງ​ຂຶ້ນ. ສຳ​ລັບ​ການ​ຍ້ອງ​ຍໍ​ຜົນ​ງານ​ຄັ້ງ​ນີ້ ໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2022 ໃຫ້ແກ່ ຫ້ອງ ການ ຄບຕ ພ້ອມທັງປະດັບຫຼຽນໄຊແຮງງານ ຊັ້ນ III ໃຫ້ກົມກອງດີເດັ່ນ ປະດັບຫຼຽນໄຊແຮງງານ ຊັ້ນ I ໃຫ້ບຸກຄົນດີເດັ່ນ ຈໍານວນ 2 ທ່ານ ປະດັບຫຼຽນໄຊແຮງງານ ຊັ້ນ II ໃຫ້ບຸກຄົນດີເດັ່ນ ຈໍານວນ 13 ທ່ານ ປະດັບຫຼຽນໄຊແຮງງານ ຊັ້ນ III ໃຫ້ ບຸກຄົນດີເດັ່ນ ຈໍານວນ 10 ທ່ານ ມອບຫຼຽນກາແຮງງານ ໃຫ້ບຸກຄົນດີເດັ່ນ ຈໍານວນ 14 ທ່ານ ມອບໃບຍ້ອງຍໍຂັ້ນລັດຖະບານ ໃຫ້ບຸກຄົນດີເດັ່ນ ຈໍານວນ 16 ທ່ານ ແລະ ມອບໃບຍ້ອງຍໍຂັ້ນ ນວ ໃຫ້ບຸກຄົດດີເດັ່ນ ຈໍານວນ 16 ທ່ານ.   Share:FacebookTwitter
ຫ້ອງການ ຄບຕ ຈັດພິທີຍ້ອງຍໍຜົນງານ 5 ປີ
https://v2.vientianemai.net/archives/58825
ປັດຈຸບັນຊາວກະສິກອນນະຄອນຫຼວງວຽງຈັນກຳລັງຂຸນຂ້ຽວປັກດໍາເຂົ້ານາປີ ຢ່າງເປັນຂະບວນຟົດຟື້ນ ໂດຍພື້ນຖານສ່ວນການຜະລິດພືດຜັກ ພືດອຸສາຫະກຳ ແລະ ປູກໄມ້ໃຫ້ໝາກເພື່ອສະໜອງຕະຫຼາດພາຍໃນ ແລະ ສົ່ງອອກ. ທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ ການຈັດຕັ້ງປະຕິບັດການຜະລິດລະດູຝົນ 2023 ໂດຍໄດ້ສຸມໃສ່ການປູກເຂົ້ານາປີ ເນື້ອທີ່ແຜນການທັງໝົດ 51.691 ເຮັກຕາ ໃນນັ້ນເນື້ອທີ່ປູກເຂົ້າອິນຊີ 450 ເຮັກຕາຢູ່ເມືອງ ສັງທອງ ແລະ ເມືອງ ປາກງື່ມ ຜະລິດເຂົ້າ (GAP) 1.047 ເຮັກຕາ ເຂົ້າຈ້າວເປັນສິນຄ້າປ້ອນໂຮງງານອຸດສາຫະກຳ 3.68 ເຮັກຕາ ແນວພັນເຂົ້າລຸ້ນ 3 ເນື້ອທີ 100 ເຮັກຕາ ມາຮອດປັດຈຸບັນສາມາດປະຕິບັດໄດ້ປະມານ 36.049 ເຮັກຕາ ເທົ່າກັບ 69,74 % ໃນນີ້ປັກດໍາເຂົ້າທົ່ວໄປ 11.806 ເຮັກຕາ ດໍາດ້ວຍກົນຈັກ 22 ເຮັກຕາ ນາຫວ່ານ 24.221 ເຮັກຕາ.       ນອກຈາກນີ້ໄດ້ສຸມໃສ່ການປູກເຂົ້າຕາມທິດຫັນເປັນອຸດສາຫະກໍາທັນສະໄໝ 4 ເມືອງເປົ້າໝາຍເຊັ່ນ ນາຊາຍທອງ ໄຊທານີ ຫາດຊາຍຟອງ ແລະ ເມືອງປາກງື່ມ ໂດຍການສາທິດການຕົກກ້າ ການດໍານາດ້ວຍກົນຈັກຮ່ວມກັບບໍລິສັດອິນຊີທອງ ບໍລິສັດພັນເພັດ ແລະ ບໍລິສັດໄກອາວີຕ້າການຜະລິດຝຸ່ນ ແລະ ສາທິດການໃສ່ຝຸ່ນ ກະກຽມແນວພັນເຂົ້າລຸ້ນ 3 ເຊັ່ນ ພັນເຂົ້າທ່າດອກຄໍາ8 ຫອມທ່າດອກຄໍາ 15 16 17 ທ່າດອກຄໍາ 11 ວຽງຈັນ 450 1-2 XVF 2.4,ML 501 ແລະ ຫອມສະຫວັນຈໍານວນ 351 ໂຕນຢູ່ບັນດາສູນ ກຸ່ມການຜະລິດທີ່ໄດ້ຮັບການຢັ້ງຢືນຄຸນນະພາບຈາກພາກລັດ ເພື່ອສະໜອງໃຫ້ຊາວກະສິກອນຢູ່ໃນນະຄອນຫຼວງວຽງຈັນ ກະກຽມຝຸ່ນອິນຊີ 55.270 ໂຕນຢູ່ໂຮງງານ 9 ແຫ່ງ ແລະ ຟາມລ້ຽງສັດຂອງປະຊາຊົນ ແລະ ຜູ້ປະກອບການ ຝຸ່ນວິທະຍາສາດ 16912 ໂຕນເພື່ອສະໜອງໃຫ້ຊາວກະສິກອນຮັບໃຊ້ການຜະລິດໂດຍສະເພາະຝຸ່ນວິທະຍາສາດທີ່ໄດ້ຂຶ້ນທະບຽນຈາກກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ໄປຄຽງຄູ່ກັບເຂົ້າແລ້ວຍັງຜະລິດພືດຜັກລະດູຝົນ ໃນປີນີ້ໄດ້ສຸມໃສ່ການປູກພືດຜັກລະດູຝົນເນື້ອທີ່ແຜນການ 3.922 ເຮັກຕາ ຄາດຄະເນຜະລິດຕະພາບ 10.29 ໂຕນ ໃນນັ້ນຜັກອິນຊີ 169 ເຮັກຕາ ຜັກ GAP 275 ເຮັກຕາ ສຸມໃສ່ການປູກຜັກທົດແທນການນໍາເຂົ້າເຊິ່ງປັດຈຸບັນໄດ້ກຽມໂຮງເຮືອນປູກພືດລະດູຝົນ 1.113 ຫຼັງ ວາງແຜນຮ່ວມກັບພະແນກອຸດສາຫະກໍາ ແລະ ການຄ້າ ເພື່ອຜະລິດ 8 ພືດຮ່ວມກັບເມືອງເປົ້າໝາຍເຊັ່ນ ເຂົ້າ ຜັກບົ່ວ ຫອມປ້ອມ ຫອມລາບ ຜັກບົ້ງ ໝາກແຕງ ໝາກເຂືອ ແລະ ໝາກເຜັດ ປະຈຸບັນປະຕິບັດໄດ້ 368 ເຮັກຕາ ເທົ່າກັບ 9,38 %. ໃນນັ້ນພືດຜັກອິນຊີ 15 ເຮັກຕາ ເທົ່າກັບ 8% ຜັກກະສິກຳທີ່ດີ (GAP) 24 ເຮັກຕາ ເທົ່າກັບ 8,72% ນອກຈາກນັ້ນໄດ້ສຸມໃສ່ການປູກພືດອຸດສາຫະກຳເປັນສິນຄ້າເພື່ອປ້ອນໂຮງງານອຸດສາຫະກໍາປຸງແຕ່ງ ແລະ ສົ່ງອອກຕ່າງປະເທດໃນເນື້ອທີ່ແຜນການ 3.430 ເຮັກຕາ ປັດຈຸບັນປະຕິບັດໄດ້ຈໍານວນ 1.113 ເຮັກຕາ ທຽບໃສ່ແຜນການເທົ່າກັບ 32,45% ໃນນັ້ນການປູກມັນຕົ້ນເນື້ອທີ່ແຜນການ 2.026 ເຮັກຕາ ປັດຈຸບັນປະຕິບັດໄດ້ 782 ເຮັກຕາ ທຽບໃສ່ແຜນການເທົ່າກັບ 39% ການປູກສາລີອາຫານສັດເນື້ອທີ່ແຜນການ 670 ເຮັກຕາ ປັດຈຸບັນປະຕິບັດໄດ້ຈໍານວນ 133 ເຮັກຕາ ທຽບໃສ່ແຜນການເທົ່າກັບ 19,85% ພ້ອມກັນນັ້ນໄດ້ສຸມໃສ່ປູກໄມ້ໃຫ້ໝາກເນື້ອທີ່ແຜນການ 3.640 ເຮັກຕາເປັນຕົ້ນ ປູກກ້ວຍ ໝາກມີ້ ມັງກອນ ປູກຖົ່ວລຽນ ໝາກພ້າວນ້ຳຫອມ ໝາກນອດ ແລະ ອື່ນໆທີ່ມີຕະຫຼາດສົ່ງອອກໄປ ສປ ຈີນ ແລະ ຈຳໜ່າຍພາຍໃນ. Share:FacebookTwitter
ປີນີ້ນະຄອນຫຼວງວຽງຈັນຈະປູກເຂົ້ານາປີໃນເນື້ອທີ່ແຜນການ 51.691 ເຮັກຕາ
https://v2.vientianemai.net/archives/58831
ໃນວັນທີ 16 ກໍລະກົດ 2023 ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຈະນໍາພາຄະນະຜູ້ແທນລາວ ເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ ນ້ໍາຂອງ-ແມ່ນ້ໍາ ຂອງ-ແມ່ນໍ້າຄົງຄາ ຄັ້ງທີ 12 ທີ່ ບາງກອກ ປະເທດໄທ ພາຍໃຕ້ການເປັນປະທານຮ່ວມຂອງ ສປປ ລາວ ແລະ ອິນເດຍ. ກອງປະຊຸມຄັ້ງນີ້ຈະໄດ້ທົບທວນຄືນໝາກຜົນຂອງການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ໃນໄລຍະຜ່ານມາ ແລະ ວາງທິດ ທາງ ການຮ່ວມມືໃນຕໍ່ໜ້າ ເພີ່ມທະວີການເຊື່ອມໂຍງ ແລະ ເຊື່ອມຈອດພາກພື້ນໃນດ້ານການພັດທະນາເສດຖະກິດ-ສັງຄົມ ໂດຍແນ່ໃສ່ການພັດທະນາແບບຍືນຍົງ ຕາມທິດສີຂຽວ ສ້າງວຽກເຮັດງານທຳ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາ ຊົນໃນພາກພື້ນແມ່ນໍ້າຂອງ. Share:FacebookTwitter
ທ່ານຮອງນາຍົກລັດຖະມົນຕີ ຈະເດີນທາງເຂົ້າຮ່ວມ ກອງປະ ຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ -ແມ່ນໍ້າຄົງຄາ ຄັ້ງທີ 12
https://v2.vientianemai.net/archives/58835
ພິທີປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ລະບົບ 45 ວັນ ຂອງທະນາຄານແຫ່ງ ສປປ ລາວ ຮຸ່ນທີ XII ຈັດຂຶ້ນໃນວັນທີ 14 ກໍລະກົດ 2023 ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນ ຫຼວງວຽງຈັນ (ນວ) ໂດຍມີທ່ານ ຊົງເລົ່າ ຢົງນູ ຫົວໜ້າຄະນະໂຄສະນາອົບຮົມ ນວ ຜູ້ຊີ້ນໍາວຽກງານໂຮງຮຽນການເມືອງ ແລະ ການປົກຄອງ ນວ ທ່ານນາງ ວຽງພອນ ແກ້ວຄູນສີ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ນວ ທ່ານ ສົມໝຸດ ແກ້ວມະນີ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍຄະນະນໍາໂຮງຮຽນ ຄະນະຮັບຜິດຊອບ ຄູອາຈານ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.      ທ່ານນາງ ແກ້ວ ພົມມະລາດ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ນວ ກ່າວວ່າ:ຊຸດຮຽນນີ້ ແມ່ນການສືບຕໍ່ຮ່ວມມື ລະຫວ່າງ ໂຮງຮຽນການເມືອງ ແລະການປົກຄອງ ນວ ແລະ ທະນາຄານແຫ່ງ ສປປ ລາວ ໄດ້ເປີດຮຽນມາແຕ່ວັນທີ 9 ພຶດສະພາ 2023 ເຖິງວັນທີ 13 ກໍລະກົດ 2023 ເຊິ່ງຊຸດຮຽນນີ້ ໄດ້ຮຽນສໍາເລັດຕາມໂຄງການຫຼັກສູດທິດສະດີການເມືອງ-ການປົກຄອງບໍາລຸງ 45 ວັນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມີຜູ້ເຂົ້າຮຽນທັງໝົດ 48 ທ່ານ ຍິງ 24 ທ່ານ ໃນນັ້ນ ເປັນສະມາຊິກພັກສົມບູນ 29 ທ່ານ ຍິງ 13 ທ່ານ ສໍາຮອງ 18 ທ່ານ ຍິງ 11 ທ່ານ ມະຫາຊົນກ້າວໜ້າ 1 ທ່ານ ນັກເຝິກອົບຮົມທັງໝົດບໍ່ເຄີຍຜ່ານການຮຽນທິດສະດີການເມືອງ-ການປົກຄອງ ຢ່າງເປັນລະບົບມາກ່ອນ ໂດຍນັກສຶກສາມາຈາກແຕ່ລະພາກສ່ວນ ຄື: ທະນາຄານແຫ່ງ ສປປ ລາວ  ທະນາຄານການຄ້າຕ່າງປະເທດລາວ ທະນາຄານນະໂຍບາຍ ທະນາຄານຮ່ວມທຸລະກິດລາວ-ຫວຽດ ແລະ ຕະຫຼາດຫຼັກຊັບລາວ.     ຕະຫຼອດຊຸດຮຽນ ພະນັກງານ ຄູ-ອາຈານ ແລະ ນັກເຝິກກອົບຮົມທັງໝົດ ມີຄວາມອຸ່ນອ່ຽນທຸ່ນທ່ຽງປະຕິບັດໜ້າທີ່ການເມືອງທີ່ພັກ-ລັດ ການຈັດຕັ້ງມອບ-ໝາຍໃຫ້ ມີຄວາມເປັນເອກະພາບຕໍ່ການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກ ຄະນະໂຮງຮຽນ ແລະ ຄະນະຮັບຜິດຊອບຊຸດຮຽນ ພ້ອມກັນປະຕິບັດໜ້າທີ່ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ ສະແດງອອກການເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ ແລກປ່ຽນສົນທະນາປະກອບຄວາມຄິດຄວາມເຫັນນໍາຄູ-ອາຈານ ແລະ ຮ່ວມກັບໝູ່ເພື່ອນໃນຫ້ອງຮຽນໄດ້ດີຫຼາຍ.     ສໍາລັບຫຼັກສູດທິດສະດີກການເມືອງ-ການປົກຄອງ ລະບົບບໍາລຸງ 45 ວັນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວາງອອກ 5 ວິຊາ ຈໍານວນ 273 ຊົ່ວໂມງ ໃນນັ້ນ ຂຶ້ນຫ້ອງຟັງບັນຍາຍ 208 ຊົ່ວໂມງ ເທົ່າກັບ 99,51% ທວນເສັງ ແລະ ແກ້ຂໍ້ຂ້ອງໃຈ 20 ຊົ່ວໂມງ ເທົ່າກັບ 100% ປະເມີນຜົນ 35 ຊົ່ວໂມງ ເທົ່າກັບ 100% ໂດຍປະຕິບັດຕາມມະຕິຊີ້ນໍາ ແລະ ຄວາມຮຽກຮ້ອງຕ້ອງການ ໃນໄລຍະໃໝ່ໂຮງຮຽນໄດ້ເພີ່ມພາກແນວທາງ ແລະ ມະຕິເຂົ້າເພີ່ມ 1 ບົດ ຄື:ມະຕິ 107/ກມສມ 4 ຊົ່ວໂມງ ເທົ່າກັບ 1,92% ແລະ ພາກສ່ວນທະນາຄານ ໄດ້ເພີ່ມເຕີມ 3 ຫົວຂໍ້: ແຜນພັດທະນາ 5 ປີ ຂອງທະນາຄານແຫ່ງ ສປປ ລາວ ວຽກງານຄຸ້ມຄອງເງິນຕາຕ່າງປະເທດ ແລະ ວຽກງານລະບົບຊໍາລະສະສາງ ຈໍານວນ 7 ຊົ່ວໂມງ ເທົ່າກັບ 3,36%.      ແນວໃດກໍຕາມ ຜ່ານການຄົ້ນຄວ້າຮໍ່າຮຽນຊຸດນີ້ ມີນັກເຝິກອົບຮົມສອບເສັງໄດ້ຄະແນນຄະແນນດີເລີດ (Grade A) ທັງ 5 ວິຊາ ຈໍານວນ 14 ທ່ານ ຍິງ 8 ທ່ານ ເທົ່າກັບ 29,16% ທຽບໃສ່ຊຸດທີ XI ເພີ່ມຂຶ້ນ 0,9% ພິເສດ ເພື່ອປະກອບສ່ວນພັດທະນາໂຮງຮຽນ ຕະຫຼອດໄລຍະເຄື່ອນໄຫວຄົ້ນຄວ້າຮໍ່າຮຽນ ຫ້ອງຮຽນຊຸດນີ້ ຍັງໄດ້ມອບເງິນມູນຄ່າ 20 ລ້ານກີບ ພ້ອມນີ້ ກໍມີນັກສຶກສາ ທ່ານ ມະໂນພາບ ຫົງສາທິລາດ ໄດ້ປະກອບສ່ວນຊ້ອມແປງອຸປະກອນເຊື່ອມ ແລະ ແອວຊີດີ ເພື່ອສະດວກໃນການຮັບໃຂ້ການຮຽນ-ການສອນ Share:FacebookTwitter
ສໍາເລັດການຍົກລະດັບທິດສະດີການເມືອງ-ການປົກຄອງ ລະບົບ 45 ວັນ
https://v2.vientianemai.net/archives/58845
ໃນວັນທີ 16 ກໍລະກົດ 2023 ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ -ແມ່ນໍ້າຄົງຄາ ຄັ້ງທີ 12 ທີ່ ບາງກອກ ປະເທດໄທ ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ​ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ Subrahmanyam Jaishankar ລັດຖະມົນຕີກະຊວງການຕ່າງປະເທດ ອິນເດຍ ແລະ ບັນດາປະເທດແມ່ນໍ້າຂອງ ກໍໄດ້ເຂົ້າ ຮ່ວມກອງປະຊຸມຢ່າງພ້ອມພຽງ. ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 12 ໄດ້ຮ່ວມກັນທົບທວນຄືນການ ຮ່ວມມື ລະຫວ່າງບັນດາປະເທດແມ່ນໍ້າຂອງ ແລະ ອິນເດຍ ໃນໄລຍະຜ່ານມາ ໂດຍສະເພາະ ການຈັດຕັ້ງປະຕິບັດຖະແຫຼງ ການຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງຜ່ານມາ ແລະ ແຜນປະຕິ ບັດງານແມ່ນໍ້າຂອງ-ແມ່ນໍ້າຄົງຄາ ໄລຍະປີ 2019-2022 ເຊິ່ງໃນນັ້ນ ເຫັນວ່າໄດ້ມີຫຼາຍໂຄງການຮ່ວມມືໄດ້ຖືກຈັດຕັ້ງປະ ຕິບັດໃຫ້ເປັນຮູບປະທຳ ແລະ ຊ່ວຍປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນແມ່ນໍ້າຂອງ ລວມທັງ ສປປ ລາວພວກເຮົາກໍໄດ້ມີໂຄງການພັດທະນາພື້ນຖານໂຄງລ່າງຂະໜາດນ້ອຍ ທີ່ຕິດພັນກັບການແກ້ໄຂຄວາມ ທຸກຍາກທີ່ຖືກອະນຸມັດໃຫ້ຈັດຕັ້ງປະຕິບັດຢູ່ລາວ ຈຳນວນຫຼາຍກວ່າ 11 ໂຄງການ ມູນຄ່າ 500.000 ກວ່າໂດລາສະຫະລັດ. ​ ພ້ອມດຽວກັນນັ້ນ ກອງປະຊຸມ ຍັງໄດ້ຮ່ວມກັນວາງທິດທາງແຜນການໃນຕໍ່ໜ້າ ໂດຍເນັ້ນໃສ່ການຮ່ວມມືເພື່ອຟື້ນຟູສະ ພາບເສດຖະກິດໃນພາກພື້ນແມ່ນໍ້າຂອງ ໂດຍສະເພາະ ພັດທະນານະວັດຕະກຳ ແລະ ເຕັກໂນໂລຊີທັນສະໄໝເຂົ້າໃນທຸກຂົງ ເຂດ ​ສົ່ງເສີມບັນດາຈຸນລະວິສາຫະກິດ ວິສາຫະກິດຂະນ້ອຍ ແລະ ກາງ (MSMEs) ແລະ ວິສາຫະກິດຂະນ້ອຍ ແລະ ກາງ (SMEs) ຮັດແໜ້ນການຮ່ວມມືໃນການເຊື່ອມໂຍງ ແລະ ເຊື່ອມຈອດພາກພື້ນ ເພື່ອການພັດທະນາເສດຖະກິດ-ສັງຄົມ ໂດຍ ສະເພາະການຈັດຕັ້ງຜັນຂະຫຍາຍບັນດາຂົງເຂດບູລິມະສິດຂອງຂອບການຮ່ວມມື ຄື: ການທ່ອງທ່ຽວ ວັດທະນະທຳ ສຶກສາ ສາທາລະນະສຸກ ຄົມມະນາຄົມ-ຂົນສົ່ງ ຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີການສື່ສານ (ICT) ຈຸນລະວິສາຫະກິດ ວິສາຫະກິດ ຂະໜາດ ນ້ອຍ ແລະ ຂະໜາດກາງ ກະສິກຳ. ກອງປະຊຸມ ຄັ້ງນີ້ ໄດ້ຮັບຮອງເອົາຖະແຫຼງການຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 12 ແລະ ເອກະສານຊ້ອນທ້າຍ ຈໍານວນ 2 ສະບັບ: ເອກະສານແນວຄວາມຄິດຕໍ່ປະເທດຮັບຜິດຊອບກົນໄກການຮ່ວມມື ແລະ ເອກະສານແນວຄວາມຄິດການຮ່ວມມືສະພາທຸລະກິດແມ່ນໍ້າຂອງ-ແມ່ນໍາ້ຄົງຄາ ໃນໂອກາດດຽວກັນນີ້ ສປປ ລາວ ກໍໄດ້ ມອບ-ຮັບ ການເປັນປະເທດປະທານຮ່ວມ ໃຫ້ແກ່ ສສ ມຽນມາ ສືບຕໍ່ເປັນປະທານໝູນວຽນຮ່ວມກັບ ອິນເດຍ ຕໍ່ໄປ. ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ໄດ້ຖືກສ້າງຕັ້ງຂຶ້ນໃນປີ 2000 ໂດຍມີອິນເດຍເປັນຄູ່ຮ່ວມພັດທະນາ ກົນໄກການ ຮ່ວມມືລະດັບສູງສຸດແມ່ນກອງປະຊຸມລັດຖະມົນຕີຕ່າງປະເທດ ໂດຍຈະຖືກຈັດຂຶ້ນໃນໄລຍະດຽວກັນກັບກອງປະຊຸມລັດຖະ ມົນຕີຕ່າງປະເທດອາຊຽນ ໃນທຸກໆປີ ເຊິ່ງກອງປະຊຸມລັດຖະມົນຕີແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງປະຖົມມະເລີກ ໄດ້ຖືກຈັດ ຂຶ້ນ ໃນວັນທີ 10 ພະຈິກ 2000 ທີ່ ນະຄອນຫຼວງວຽງຈັນ ຈຸດປະສົງຂອງການຮ່ວມມືແມ່ນເພື່ອເສີມສ້າງ ແລະ ເຊື່ອມໂຍງ ການຮ່ວມມືກັນໃນດ້ານ: ວຽກງານການທ່ອງທ່ຽວ ວັດທະນະທຳ ສຶກສາ ສາທາລະນະສຸກ ຄົມມະນາຄົມ-ຂົນສົ່ງ ຂໍ້ມູນຂ່າວ ສານ ແລະ ເຕັກໂນໂລຊີການສື່ສານ (ICT) ຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ກະສິກຳ ລວມ ທັງ ໂຄງການເຫັນຜົນໄວ (Quick Impact Project-QIP) ເຊິ່ງ ອິນເດຍ ສະໜັບສະໜູນທຶນຮອນຈຳນວນ 1 ລ້ານ ໂດລາສະ ຫະລັດ ໃຫ້ແກ່ປະເທດແມ່ນໍ້າຂອງທັງໝົດ. Share:FacebookTwitter
ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 12
https://v2.vientianemai.net/archives/58852
ກອງປະຊຸມ ຄະນະບໍລິຫານງານສະຫະພັນກີລາໝາກແລ້ແຫງຊາດ ຄັ້ງທີ III ຈັດຂຶ້ນວັນທີ 14 ມິຖຸນາ 2023 ທີ່ສະໂມສອນຂອງຄະນະກຳມະການໂອລິປິກແຫ່ງຊາດ ໂດຍການເປັນປະທານຂອງທ່ານນາງ ຄຳພອນ ພົມມະວັນ ປະທານສະຫະພັນກີລາໝາກແລ້ແຫ່ງຊາດລາວ ມີທ່ານ ອຳພາວັນ ມະນີວັນ ຮອງໜ້າກົມກີລາມວນຊົນພາລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍຄະນະຮອງປະທານ ພະແນກແນກການກ່ຽວຂ້ອງ ຕະຫຼອດເຖິງພະນັກງານ ນັກກີລາ ບໍລິສັດ ນັກທຸລະກີດ ເຂົ້າຮ່ວມ.       ທ່ານ ນາງ ຄໍາຕາ ສີອໍາພອນ ຮອງປະທານສະຫະພັນໝາກແລ້ແຫ່ງຊາດ ໄດ້ຜ່ານບົດສະຫຼຸບຜົນງານການເຄື່ອນໄຫວວຽກງານຂອງສະຫະພັນກີລາໝາກແລ້ແຫ່ງຊາດວ່າ: ໃນໄລຍະຜ່ານມາ ໄດ້ເຕົ້າໂຮມຄະນະບໍລິຫານງານ ຄູເຝິກ ແລະ ນັກກີລາ ພ້ອມກັນມາເຝິກແອບ ເຝິກຊ້ອມທຸກວັນອາທິດ ໄລຍະ  3 ເດືອນ ໃຫ້ຈັດການ ແຂ່ງຂັນກີລາໝາກແລ້ຢູ່ພາຍໃນ 1 ຄັ້ງ ເພື່ອສ້າງຂະບວນການ ຈາກຜົນສຳເລັດການແຂ່ງຂັນກີລາໝາກແລ້ລະດັບຊາດ ໂດຍອີງໃສ່ເນື້ອໃນຂອງຄູ່ມື ລະບຽບ-ກະຕິກາ ກີລາໝາກແລ້ ແລະ ເອົາເນື້ອໃນຂອງຄູ່ມື ມາເປັນພື້ນຖານ ແລະ ຍັງໄດ້ຟື້ນຟູກີລາມາກແລ້ພື້ນເມືອງລາວ (ພາກເໜືອ ພາກກາງ ແລະ ພາກໃຕ້) ມາປັບປຸງແກ້ໄຂ ໄດ້ນຳເຕັກນິກ ກົດກະຕິກາການຫຼິ້ນ ພັດທະນາດ້ານລະບຽບ, ກົດກະຕິກາການຫຼິ້ນ ການແຂ່ງຂັນກີລາໝາກແລ້ ໃນທຸກແບບ ແລະ ເປັນເອກະພາບກັນໃນທົ່ວປະເທດ. ການສ້າງຄູ່ມື ລະບຽບ ແລະ ກົດກະຕິກາ ການແຂ່ງຂັນ.     ນອກຈາກນັ້ນ ສະຫະພັນກີລາກາຍແລ້ແຫ່ງຊາດຍັງໄດ້ເປີດການເຝິກອົບຮົມເພື່ອສ້າງ ແລະ ປັບປຸງຄະນະກໍາມະການຕັດສິນ ການແຂ່ງຂັນຂັ້ນສູນກາງ 2 ຄັ້ງຄື: ຄັ້ງທີ 1 ໃນວັນທີ 15-16/02/2020 ແລະ ຄັ້ງທີ 2 ໃນວັນທີ 26/11/2022 ຢູ່ທີ່ສະໂມສອນຂອງຄະນະກຳມະການໂອແລັມປິກແຫ່ງຊາດທີ່ວຽງຈັນ ສົ່ງບັນດາຄູເຝິກໄປຊ່ວຍບັນດາແຂວງຕ່າງໆເຊັນ: ເດືອນ 6/2017 ໄດ້ສົ່ງຄູເຝິກ 3 ຄົນ ໄປຊ່ວຍຄະນະນຳຄູຝຶກກີລາໝາກແລ້ຢູ່ ແຂວງຜົ້ງສາລີ ເດືອນ 7/2017 ໄດ້ສົ່ງຄູເຝິກ 2 ຄົນ ໄປຊ່ວຍຄະນະນຳຄູຝຶກກີລາໝາກແລ້ຢູ່ ແຂວງເຊກອງ ເດືອນ 3/2018 ໄດ້ສົ່ງຄູເຝິກ 4 ຄົນ ໄປຊ່ວຍຄະນະນຳຄູຝຶກກີລາໝາກແລ້ຢູ່ ແຂວງຊຽງຂວາງ ເດືອນ 8/2018 ໄດ້ສົ່ງຄູເຝິກ 2 ຄົນ ໄປຊ່ວຍຄະນະນຳຮູ້ເຝິກກີລາໝາກແລ້ຢູ່ ແຂວງຫຼວງພະບາງ ເດືອນ 8/2019 ໄດ້ສົ່ງຄູເຝິກ 4 ຄົນ ໄປຊ່ວຍຄະນະນຳ ຝຶກກີລາໝາກແລ້ຢູ່ ແຂວງຊຽງຂວາງ ເປັນຄັ້ງທີ II ເດືອນ 9/2019 ໄດ້ສົ່ງຄູເຝິກ 4 ຄົນ ໄປຊ່ວຍຄະນະນຳຄູຝຶກກີລາໝາກແລ້ຢູ່ 4 ແຂວງພາກໃຕ້ຄື : ແຂວງສະຫວັນນະເຂດ ແຂວງຈຳປາສັກ ແຂວງຄຳມ່ວນ ແລະ ແຂວງຫຼວງພະບາງ.     ເພື່ອໃຫ້ຄະນະກຳມະການຮູ້ເຕັກນິກຈັດການແຂ່ງຂັນຢ່າງເລິກເຊິ່ງກ່ຽວກັບລະບຽບ ແລະ ກົດກະຕິກາ ເພື່ອໃຫ້ຄະນະກຳມະການທຸກຄົນຕ້ອງມີຄຸນສົມບັດ ຊື່ສັດ, ມີວິໄນ ມີຄວາມຮັບຜິດຊອບສູງຕໍ່ພາລະຫນ້າທີ່ຂອງຕົນ ສຳລັບຄູ່ຝຶກຜູ້ມີປະສົບການໄປຊ່ວຍຄະນະນຳ ຝຶກເຝິກສອນຢູ່ຕ່າງແຂວງ ເພື່ອປັບປຸງ ປຸກລະດົມຊຸກຍູ້ ແລະ ໃຫ້ນັກກີລາໝາກແລ້ ໃຫ້ເອົາໃຈໃສ່ໃນການຝຶກແອບ ຝຶກຊ້ອມຢ່າງເຕັມທີ່ຕໍ່ເນື່ອງ ເພື່ອເລັ່ງໃສ່ພັດທະນານັກກີລາໃຫ້ມີຄວາມຊຳນິຊຳນານ ມີທັກສະມີຄວາມສາມາດໄປແຂ່ງຂັນກີລາ ໝາກແລ້ ຮ່ວມງານມະຫາກຳ ກີລາແຫ່ງຊາດໃນອານາຄົດ.     ກອງປະຊຸມຍັງໄດ້ມອບໃບຍ້ອງຍໍໃຫ້ບຸກຄົນທີ່ມີຜົນງານດີເດັ່ນ ມອບໃບຍ້ອງຍໍໃຫ້ບັນດາບໍລິສັດ ລັດວິສາຫະກີດ ແລະ ນັກທຸລະກີດ ທີ່ໃຫ້ການສະໜັບສະໜູນ ແລະ ອຸປະຖຳ ໂອກາດດຽວກັນ ກອງປະຊຸມຍັງໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານຊຸດໃໝ່ ເຊິ່ງມີຜູ້ລົງສະໝັກ 11 ທ່ານ ໃນນີ້ກອງປະຊຸມເຫັນດີເປັນເອກະພາບເລືອກເອົາທ່ານນາງ ບົວຄຳ ທິບພະວົງ ເປັນປະທານ ທ່ານນາງ ພິມວັນ ຄຳສິງທອງ ທ່ານ ອຳພອນ ດີຢ່າງຫວາຍ ເປັນຮອງ ແລະ ອີກ 8 ທ່ານເປັນຄະນະ. Share:FacebookTwitter
ສະຫະພັນກີລາໝາກແລ້ແຫ່ງຊາດຈັດກອງປະຊຸມຄະນະບໍລິຫານ ຄັ້ງທີ III
https://v2.vientianemai.net/archives/58866
ອາທິດຜ່ານມາ ສະມາຄົມແລກປ່ຽນການສຶກສາສາກົນຈີນ ຮ່ວມກັບສະຖາບັນພັດທະນາອາຊີອະຊີວະສຶກສາ (ສພອ) ກະຊວງສຶກສາທິການ ແລະ ກີລາ ສປປ ລາວ ແລະ ວິທະຍາໄລພົນລະເຮືອນຊາງຊາ ຈັດສໍາມະນາການຮ່ວມມືດ້ານອາຊີວະສຶກສາລາວ-ຈີນ 2023 ທີ່ໂຮງແຮມແລກມາກ ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງ ທ່ານ ບຸນເສັງ ຄໍາມູນຕີ ຜູ້ອໍານວຍການສະຖາບັນພັດທະນາອາຊີວະສຶກສາ ທ່ານ ທອງສາ ອິນທະວົງ ຮອງຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກີລາ ແລະ ທ່ານ AN YAN ຮອງເລຂາທິການສະມາຄົມແລກປ່ຽນການສຶກສາສາກົນຈີນ. ໃນການສຳມະນາຄະນະປະທານໄດ້ກ່າວຄໍາປາໄສປະກາດໜັງສືເຊີນໃຫ້ເຂົ້າຮ່ວມເຄື່ອຂ່າຍ ການຮ່ວມມືໃນການພັດທະນາອາຊີວະສຶກສາລາວ-ຈີນ ນອກນັ້ນທ່ານ ວຽງສະຫວັນ ພັດທະວົງ ຜູ້ອໍານວຍການວິທະຍາໄລເຕັກນິກວິຊາຊີບແຂວງຄໍາມ່ວນ ທ່ານ ໂຍທິນ ເວດສະພົງ  ຜູ້ອໍານວຍການໂຮງຮຽນເຕັກນິກ-ວິຊາຊີບ ເວດສະພົງ ທ່ານນາງ LIU YA QIN ຮອງຜູ້ອໍານວຍການວິທະຍາໄລພົນລະເຮືອນຊາງຊາ ທ່ານ QIN HAI BO ຜູ້ອໍານວຍການວິທະຍາໄລເຕັກນິກວິຊາຊີບທາງລົດໄຟຫຼິວໂຈ່ວ ໄດ້ແບ່ງປັນບົດຮຽນໃນການຮ່ວມມືດ້ານອະຂີວະສຶກສາລະຫວ່າງລາວ-ຈີນ ພາຍໃຕ້ການເປັນສັກຂີພິຍານຂອງພາກສ່ວນຕ່າງໆເຊັ່ນ: ກົມການຮ່ວມມືກັບຕ່າງປະເທດ ກົມການສຶກສາຊັ້ນສູງ ກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກີລາ ລວມທັງບັນດາຜູ້ອໍານວຍການຂອງວິທະຍາໄລ 11 ແຫ່ງໃນລາວ ແລະ ວິທະຍາໄລ 17 ແຫ່ງໃນຈີນ. ການສໍາມະນາຄັ້ງນີ້ສະຖາບັນພັດທະນາອາຊີວະສຶກສາ ກະຊວງສຶກສາທິການ ແລະ ກີລາ ສປປ ລາວ ແລະ ວິທະຍາໄລພົນລະເຮືອນຊາງຊາ ໄດ້ເຊັນສັນຍາຮ່ວມມືເພື່ອຮ່ວມກັນກໍ່ສ້າງເຄືອຂ່າຍໃນການພັດທະນາອາຊີວະສຶກສາ ວິທະຍາໄລເຕັກນິກລາວ-ເຢຍລະມັນ ແລະ ວິທະຍາໄລເຕັກນິກວິຊາຊີບເວີ່ນໂຈ່ວ ໄດ້ເຊັນແຜນການປະຕິບັດກ່ຽວກັບການຮ່ວມມືລະຫວ່າງສອງວິທະຍາ ໄລ ນອກນີ້ຍັງໄດ້ສະຫຼຸບບົດຮຽນການຮ່ວມມືອາຊີວະສຶກສາລະຫວ່າງລາວ-ຈີນ ພ້ອມທັງໄດ້ຕັ້ງໜ້າຄົ້ນຫາຮູບແບບໃໝ່ຂອງການຮ່ວມມືພາຍຫຼັງສະຖານະການໃໝ່ຂອງການແຜ່ລະບາດພະຍາດ ຜ່ານກົນໄກການຮ່ວມມືແບບໝັ້ນຄົງ ປະກອບສ່ວນດ້ານພູມປັນຍາ ແລະ ກໍາລັງເຫື່ອແຮງດ້ານອາຊີວະສຶກສາ ເພື່ອກໍ່ສ້າງບຸກຄະລາກອນຮອງຮັບຄວາມຕ້ອງການໃນການກໍ່ສ້າງຄູຮ່ວມຊະຕາກໍາລາວ-ຈີນ. Share:FacebookTwitter
ສຳມະນາການຮ່ວມມືດ້ານອາຊີວະສຶກສາ ລາວ-ຈີນ 2023
https://v2.vientianemai.net/archives/58877
ກອງປະຊຸມສະໄໝສາມັນ ຄັ້ງທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາປະກອບຄວາມເຫັນໃສ່ເນື້ອໃນແຕ່ລະຮ່າງ ກົດໝາຍ ຈໍານວນ 10 ສະບັບ ຍັງຈະໄດ້ສືບຕໍ່ ສົມທົບກັບບັນດາກໍາມາທິການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ ຄະນະຮັບ ຜິດຊອບແຕ່ລະກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ປັບປຸງ ຮຽບຮຽງໃຫ້ສໍາເລັດສົມບູນ ກ່ອນ​ນຳ​ສະ​ເໜີ​ປະ​ທານ​ປະ​ເທດ ເພື່ອ​ອອກ​ລັດ​ຖະດຳ​ລັດ​ນຳ​ໃຊ້​ຢ່າ​ງເປັນ​ທາງ​ການ. ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ປະທານກໍາມາທິການກົດໝາຍຂອງສະພາແຫ່ງຊາດ ຊຸດທີ IX ໄດ້ ຖະແຫຼ່ງຂ່າວກ່ຽວກັບຜົນການພິຈາລະນາ ແລະ ຮັບຮອງເອົາກົດໝາຍ ໃນກອງປະຊຸມສະໄໝສາມັນ ຄັ້ງທີ 5 ຂອງສະພາ ແຫ່ງຊາດ ຊຸດທີ IX ໃນຕອນແລງວັນທີ 17 ກໍລະກົດນີ້ ວ່າ: ເລີ່ມແຕ່ວັນທີ 6-14 ກໍລະກົດ 2023 ນີ້ ກອງປະຊຸມໄດ້ສຸມໃສ່ ພິຈາລະນາປະກອບຄວາມເຫັນໃສ່ເນື້ອໃນແຕ່ລະຮ່າງກົດໝາຍ ຈໍານວນ 10 ສະບັບ ຢ່າງລະອຽດຖີ່ຖ້ວນ ຫຼັງຈາກນັ້ນ ຄະນະ ຮັບຜິດ ຊອບແຕ່ລະຮ່າງກົດໝາຍ ໄດ້ປັບປຸງຮ່າງກົດໝາຍ ຕາມຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ແລ້ວ ໃນວັນທີ 17 ກໍລະກົດ 2023 ນີ້ ບັນດາທ່ານ ສສຊ ກໍໄດ້ພ້ອມກັນລົງຄະແນນສຽງຮັບຮອງເອົາແຕ່ລະກົດໝາຍ ດ້ວຍ ການເຫັນດີເປັນສຽງສ່ວນຫຼາຍ ເຊິ່ງໃນນີ້ ມີກົດໝາຍສ້າງໃໝ່ 4 ສະບັບ ແລະ ປັບປຸງ 6 ສະບັບ. ສໍ​າລັບກົດໝາຍສ້າງໃໝ່ປະ​ກອບ​ມີ: ກົດໝາຍວ່າດ້ວຍອາກອນທີ່ດິນ ເຊິ່ງແມ່ນກະຊວງການເງິນ ເປັນຜູ້ສະເໜີ ກົດໝາຍວ່າ ດ້ວຍເຍົາວະຊົນລາວ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເປັນຜູ້ສະເໜີ ກົດໝາຍວ່າດ້ວຍການຈັດຫາງານ ກະ ຊວງ ແຮງງານ ແລະ ສະຫວັດດີການສັງຄົມ ເປັນຜູ້ສະເໜີ ແລະ ກົດໝາຍວ່າດ້ວຍສາທາລະນະສຸກ ເຊິ່ງແມ່ນກະຊວງສາທາລະ ນະສຸກ ເປັນຜູ້ສະເໜີ ​ທັງ​ໝົດ​ນັ້ນ ໄດ້​ຮັບ​ສຽງ​ເຫັນ​ດີ​ເປັນ​ສຽງ​ສ່ວນຫຼາຍ. ສ່ວນກົດໝາຍສະບັບປັບປຸງປະ​ກອບ​ມີ: ກົດໝາຍວ່າດ້ວຍທະນາຄານທຸລະກິດ ສະເໜີໂດຍທະນະຄານແຫ່ງ ສປປ ລາວ ເປັນຜູ້ສະເໜີ ກົດໝາຍວ່າດ້ວຍສານທະຫານ ແມ່ນກະຊວງປ້ອງກັນປະເທດ ເປັນຜູ້ສະເໜີ ກົດໝາຍວ່າດ້ວຍສັດນໍ້າ ແລະ ການປະມົງ ກະຊວງກະສິກໍາ ແລະ ປ່າໄມ້ ເປັນຜູ້ສະເໜີ ກົດໝາຍວ່າດ້ວຍສັດປ່າ ກະຊວງກະສິກໍາ ແລະ ປ່າໄມ້ ເປັນຜູ້ສະ​ເໜີ ກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ກະຊວງຍຸຕິທໍາ ເປັນຜູ້ສະເໜີ ແລະ ກົດໝາຍວ່າດ້ວຍ ການພິມຈໍາໜ່າຍ ແມ່ນກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ​ເປັນຜູ້ສະເໜີ. ທ່ານ ຮອງປະທານສະພາແຫ່ງຊາດ ຍັງກ່າວວ່າ: ການພິຈາລະນາ ແລະ ຮັບຮອງເອົາກົດໝາຍ ຈໍານວນ 10 ສະບັບນີ້ ແມ່ນ ຜົນສໍາເລັດທີ່ສໍາຄັນໃນການ ຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 2023-2025 ທັງເປັນການປະກອບ ສ່ວນສໍາຄັນໃນການປັບປຸງ ແລະ ເພີ່ມທະວີພາຫະນະໃນການຄຸ້ມຄອງລັດ ຄຸ້ມຄອງເສດຖະກິດ-ສັງຄົມຂອງປະເທດເຮົາ ໃຫ້ເປັນລະບົບຄົບຊຸດຂຶ້ນຕື່ມ ເພື່ອຮັບປະກັນປົກປ້ອງສິດ ແລະ ຜົນປະໂຫຍດຂອງຊາດ ຂອງລັດ ລວມໝູ່ ບຸກຄົນ ນິຕິບຸກ ຄົນ ແລະ ປະຊາຊົນລາວບັນດາເຜົ່າ ສະກັດກັ້ນ ແລະ ຕ້ານບັນດາປະກົດການຫຍໍ້ທໍ້ ທີ່ເປັນພຶດຕິກໍາລະເມີດກົດໝາຍ ຢູ່ໃນ ສັງຄົມ ປະກອບສ່ວນໃນການສ້າງລັດເຮົາໃຫ້ເປັນລັດປະຊາທິປະໄຕ ທີ່ປົກຄອງດ້ວຍກົດໝາຍໃຫ້ເຂັ້ມງວດຂຶ້ນ. ບັນດາກົດໝາຍເຫຼົ່ານັ້ນ ເຖິງວ່າໄດ້ຮັບຮອງເອົາແລ້ວກໍຕາມ ກໍາມາທິການກົດໝາຍ ຍັງຈະໄດ້ສືບຕໍ່ ສົມທົບກັບບັນດາກໍາມາ ທິການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ ຄະນະຮັບຜິດຊອບແຕ່ລະກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ປັບປຸງ ຮຽບຮຽງ ໃຫ້ສໍາເລັດສົມບູນ ເພື່ອລາຍງານຄະນະປະຈໍາສະພາແຫ່ງຊາດ ກ່ອນສະເໜີທ່ານປະທານປະເທດ ພິຈາລະນາ ອອກລັດຖະ ດໍາລັດປະກາດໃຊ້ ຢ່າງເປັນທາງການ ຕາມລະບຽບການທີ່ກໍານົດໄວ້. ຮຽບ​ຮຽງ​ຈາກ ນ​ສ​ພ ປະ​ຊາ​ຊົນ Share:FacebookTwitter
ສະພາແຫ່ງຊາດ ພິຈາລະນາ ແລະ ຮັບຮອງເອົາ ຮ່າງກົດໝາຍ 10 ສະບັບ
https://v2.vientianemai.net/archives/58892
ໃນ​ໄລ​ຍະ 6 ເດືອນ​ຕົ້ນ​ປີ 2023 ດ່ານພາສີສາກົນນາເພົ້າ ແຂວງຄຳມ່ວນ ຈັດ​ເກັບ​ລາຍ​ຮັບ​ໄດ​້ 68,38 ຕື້ກີບ ເທົ່າກັບ 42,11% ຂອງແຜນການປີ ​ຂະ​ນະ​ທີ່​ຕ້ອງ​ໄດ້​ສືບ​ຕໍ່​ເອົາ​ໃຈ​ໃສ່​ປະ​ຕິ​ບັດ​ວຽດ​ງານ​ຕ່າງ​ໆ ເພື່ອ​ຮັບ​ປະ​ກັນ​ເຮັດ​ໃຫ້​ການ​ຈັດ​ເກັບ​ລາຍ​ຮັບ​ໃນ​ໄລ​ຍະ 6 ເດືອນ​ທ້າຍ​ປີ​ໃຫ້​ບັນ​ລຸ​ຕາມ​ແຜນ​ການ. ທ່ານ ວັດຖາວົງ ຈະເລີນສັກ ຮອງຫົວໜ້າດ່ານພາສີສາກົນນາເພົ້າ ແຂວງຄຳມ່ວນ ໄດ້ໃຫ້ສຳພາດກ່ຽວກັບການຈັດເກັບລາຍ ຮັບໃນ 6 ເດືອນຕົ້ນປີ 2023 ເມື່ອບໍ່ດົນມານີ້ວ່າ: ປີ 2023 ດ່ານພາສີສາກົນນາເພົ້າໄດ້ຮັບໂຕເລກມອບໝາຍໃນການຈັດເກັບ ລາຍຮັບທັງໝົດ 162,40 ຕື້ກີບ ຜ່ານການຈັດຕັ້ງປະຕິບັດໃນໄລຍະ 6 ເດືອນຕົ້ນປີສາມາດປະຕິບັດໄດ້ 68,38 ຕື້ກີບ ເທົ່າກັບ 42,11% ຂອງແຜນການປີ (ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 38,51 ຕື້ກີບ) ສິນຄ້າສ່ວນຫຼາຍແມ່ນ ໄດ້ມາຈາກ ການນໍາເຂົ້ານໍ້າມັນເຊື້ອໄຟ ເຄື່ອງອຸປະໂພກ-ບໍລິໂພກ ແລະ ຄ່າທຳນຽມຕ່າງໆ. ສ່ວນສາເຫດທີ່ພາໃຫ້ການຈັດເກັບລາຍຮັບ 6 ເດືອນຕົ້ນປີ ບໍ່ບັນລຸຕາມແຜນທີ່ວາງໄວ້ ບໍ່ໄດ້ເຖິງ 50% ຂອງແຜນການປີ ຍ້ອນພື້ນຖານໂຄງລ່າງຂອງດ່ານຍັງບໍ່ທັນສະດວກ ໂດຍສະເພາະສາງກວດກາສິນຄ້າຍັງເປັນສາງ ກາງແປນ (ຍັງບໍ່ມີສາງໃນ ຮົ່ມ) ເຊິ່ງເຮັດໃຫ້ມີຄວາມຫຍຸ້ງຍາກໃນການກວດກາ ແລະ ເກັບມ້ຽນສິນຄ້າ ລະບົບໄຟຟ້າຢູ່ດ່ານຍັງບໍ່ທັນສົມບູນ ພາໃຫ້ ລະບົບສັນຍານຕິດຄັດ ເຮັດໃຫ້ການບໍລິການມີຄວາມຊັກຊ້າ ແລະ ລະບົບເສັ້ນທາງຄົມມະນາຄົມຍັງບໍ່ທັນສະດວກເປ່ເພ ໂດຍສະເພາະໄລຍະທາງຈາກດ່ານລົງມາຫາສາງສິນຄ້າ. ທ່ານກ່າວອີກວ່າ: ເພື່ອສູ້ຊົນເຮັດໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ໃນ 6 ເດືອນທ້າຍປີ 2023 ດ່ານພາສີສາກົນນາເພົ້າຈະ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານເພີ່ມທະວີ ຄວາມສາມັກຄີພາຍໃນໃຫ້ມີຄວາມໜັກ ແໜ້ນ ເຂັ້ມແຂງ ເອົາໃຈໃສ່ກວດກາເອກະສານເປັນຕົ້ນ: ຫົວໜ່ວຍ ຈຳນວນ ນໍ້າໜັກ ລາຄາ ລະຫັດ ແຫຼ່ງກຳເນີດສິນຄ້າ ແລະ ສິນ ຄ້ານຳເຂົ້າຕາມນະໂຍບາຍສົ່ງເສີມການລົງທຶນໃຫ້ມີຄວາມຮັດກຸມ ຖືກຕ້ອງຕາມລະບຽບກົດໝາຍ ຄຸ້ມຄອງສິນຄ້າຜ່ານດ່ານ ສາກົນ ໃຫ້ໄປຕາມລະບົບ ແລະ ມາດຕະຖານການຂົນສົ່ງສາກົນ ເພື່ອຫຼີກລ່ຽງຊ່ອງວ່າງສວຍໂອກາດ ແລະ ບໍ່ໃຫ້ມາຈຳໜ່າຍ ຢູ່ພາຍໃນປະເທດ ປັບປຸງຂອດບໍລິການໃຫ້ສະດວກ ວ່ອງໄວ ຕັດຮອນຂັ້ນຕອນທີ່ບໍ່ຈຳ ເປັນ ປະສານສົມທົບຢ່າງກົມກຽວ ກັບອຳນາດການປົກຄອງຂັ້ນທ້ອງຖິ່ນ ແລະ ບັນດາຂະແໜງການພາຍ ໃນດ່ານໃຫ້ມີຄວາມກົມກຽວກັນ ສ້າງຄວາມເຊື່ອໝັ້ນ ໃຫ້ຜູ້ປະກອບການ ແລະ ບັນດາບໍລິສັດໃຫ້ມາເຄື່ອນ ໄຫວຜ່ານດ່ານພາສີສາກົນນາເພົ້າຫຼາຍຂຶ້ນ ເພີ່ມທະວີວຽກງານກວດ ກາສິນຄ້າໃຫ້ມີຄວາມເຂັ້ມແຂງຂຶ້ນ ເພື່ອຕ້ານການຮົ່ວໄຫຼລາຍຮັບທາງດ້ານງົບປະມານ. Share:FacebookTwitter
6 ເດືອນຕົ້ນປີ ດ່ານພາສີສາກົນນາເພົ້າເກັບລາຍຮັບໄດ້ 68,38 ຕື້ກີບ
https://v2.vientianemai.net/archives/58898
ໃນວັນທີ 7 ກໍລະກົດ 2023 ທ່ານ ໄມບົວ ໄຊຍະວົງ ເອກອັກຄະລັດຖະທູດລາວ ປະຈໍາ ເຢຍລະມັນ ໄດ້ຕ້ອນ ຮັບ ການມາ ຢ້ຽມຢາມພົບປະ ຂອງທ່ານ Ludwig Neuber ປະທານສະມາຄົມມິດຕະພາບ ເຢຍລະມັນ-ລາວ ແລະ ທ່ານ ນາງ Elisabeth Winkelmeier-Becker ສະມາຊິກລັດຖະສະພາເຢຍ​ລະ​ມັນ ປະທານກໍາມາທິການກົດໝາຍ ທີ່ ສະຖານ ທູດລາວ ທີ່ ແບກແລງ ແລະ ໃນວັນທີ 11 ກໍລະກົດ 2023 ເອກອັກຄະລັດຖະທູດລາວ ໄດ້ໄປພົບປະ ທ່ານ ນາງ Gisela HAMMERSCHMIDT ຫົວໜ້າກົມອາຊີ ກະຊວງຮ່ວມມືເສດຖະກິດ ແລະ ການພັດທະນາ (BMZ) ທີ່ ແບກແລງ ເຊິ່ງ ເປັນກະຊວງ ທີ່ຮັບຜິດຊອບບັນດາໂຄງການຊ່ວຍເຫຼືອຕ່າງປະເທດຂອງເຢຍລະມັນ. ໃນໂອກາດນີ້ ທັງສອງຝ່າຍ ໄດ້ທົບທວນການພົວພັນຮ່ວມມື ແລະ ການຊ່ວຍເຫລືອຕະຫຼອດໄລຍະຜ່ານມາ ພ້ອມທັງ ຕີລາ ຄາສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ສສ ເຢຍລະມັນ ນັບຕັ້ງ ແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນປີ 1958 ການຮ່ວມມື ລາວ-ເຢຍລະມັນ ໃນປີ 1964 ແລະ ສ້າງ ຕັ້ງສອງສະ ມາຄົມມິດຕະພາບ ໃນປີ 2007 ພິເສດໃນປີ 2023 ນີ້ເປັນປີຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍ ພົວພັນການທູດ ແລະ ປີໜ້າກໍ່ຈະຄົບຮອບ 60 ປີ ການຮ່ວມມື ລາວ-ເຢຍລະມັນ ຝ່າຍລາວ ໄດ້ຕີລາຄາສູງຕໍ່ການ ຊ່ວຍເຫຼືອອັນລໍ້າຄ່າ ຂອງລັດຖະ ບານ ແລະ ປະຊາຊົນ ເຢຍລະມັນ ໃຫ້ແກ່ ສປປ ລາວ. ພ້ອມກັນນັ້ນ ກໍໄດ້ຕາງ​ໜ້າ​ໃຫ້ ລັດ​ຖະ​ບານ​ ສະ​ແດງ​ຄວາມ​ຂອບ​ໃຈ ເຢຍລະມັນ ທີ່ໄດ້ໃຫ້ການຊ່ວຍເຫຼືອທີ່ມີໝາກຜົນ ຕະ ຫຼອດໄລຍະຜ່ານມາ ທັງໃນ ຂອບສອງຝ່າຍ ຫຼາຍຝ່າຍ ລວມທັງຜ່ານຂອບການຮ່ວມມື ສອງສະມາຄົມມິດຕະພາບ ເຊິ່ງປັດຈຸ ບັນ ມີມູນຄ່າຫຼາຍກວ່າ 571 ລ້ານເອີໂຣ ເຢຍລະມັນ ເປັນ​ຄູ່​ຮວມ​​ພັດ​ທະ​ນາທີ່​ສຳ​ຄັນ​ ​ເປັນ​ປະ​ເທດ​ທີ່ໃຫ້​ການ​ຊ່ວຍ​ເຫຼືອ ​ສປ ປ ລາວ ຫຼາຍກວ່າໝູ່ ໃນ​ການ​ຊ່ວຍເຫຼືອສອງຝ່າຍ ໃນບັນດາປະເທດເອີຣົບ ລວມມີຂະແໜງການພັດ​ທະ​ນາ​ຊົນ​ນະ​ບົດ ກໍ່ ສ້າງໂຄງ​ລ່າງ​ພື້ນ​ຖານ ອະນຸລັກສິ່ງແວດລ້ອມ ພັດທະນາເສດຖະກິດແບບຍືນຍົງ ສົ່ງເສີມ​ພາກທຸລະກິດ-ເອກະຊົນ ແລະ ອັນ ພົ້ນເດັ່ນກວ່າໝູ່ ແມ່ນຂະແໜງອາຊີວະສຶກສາ (ໂຮງຮຽນເຕັກນິກ ລາວ-ເຢຍລະມັນ) ໄດ້ສ້າງທັກ ສະວິຊາຊີບ ແລະ ວຽກເຮັດ ງານທໍາໃຫ້ຄົນລາວລຸ້ນໝຸ່ມ ນັບມື້ນັບຫລາຍຂຶ້ນ ແລະ ທັງເປັນການປະກອບສ່ວນ ອັນສໍາຄັນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ ກໍຄື ການພັດທະນາຊັບພະຍາກອນມະນຸດ ຂອງ ສປປ ລາວ ແລະ ໃນໂອກາດພົບປະດັ່ງກ່າວ ສອງຝ່າຍ ຍືນຍັນ ສືບຕໍ່ປະສານງານກັນຢ່າງໃກ້ສິດ ເພື່ອຊຸກຍູ້​ການ​ພົວພັນຮ່ວມ​ມື​ສອງຝ່າຍ ໃຫ້ນັບມື້ນັບດີຂື້ນ ແລະ ມີປະສິດທິ ພາບ ແລະ ປະສິດທິຜົນກວ່າເກົ່າ. ນອກຈາກນັ້ນ ຍັງໄດ້ທົບທວນ ແລະ ຕີລາຄາສູງຕໍ່ການແລກປ່ຽນການຢ້ຽມຢາມ ຂອງການນໍາຂັ້ນສູງຂອງສອງ ປະເທດ ໂດຍ ສະເພາະການຢ້ຽມຢາມທາງການ ທີ່ ປະເທດເຢຍລະມັນ ຂອງພະນະທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໃນປີ 2019 ການເດີນທາງຢ້ຽມຢາມລາວ ຂອງທ່ານ Jochen Flasbarth ຮອງ ລັດຖະມົນ ຕີກະຊວງ BMZ ໃນປີ 2022 ແລະ ການຢ້ຽມຢາມ ພ້ອມທັງຈັດກອງປະຊຸມປຶກສາຫາລື ລະຫວ່າງ ສອງ ສະມາຄົມ ມິດຕະພາບ ແລະ ເຊັນ MOU ວ່າດ້ວຍການຮ່ວມມື ໂດຍ ທ່ານ ປອ. ຄຳລຽນ ພົນເສນາ ປະທານສະມາຄົມ ມິດຕະ ພາບ ລາວ-ເຢຍລະມັນ ໃນເດືອນພຶດ ສະພາ 2023 ທີ່ຜ່ານມາ. ຝ່າຍເຢຍລະມັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດການສ້າງສາພັດທະນາ ຂອງ ສປປ ລາວ ຕະຫຼອດ ໄລຍະ ຜ່ານມາ ແລະ ມີຄວາມຍິນດີ ທີ່ເຫັນວ່າ ບັນດາໂຄງການຊ່ວຍເຫຼືອຂອງເຢຍລະມັນ ທີ່ດໍາເນີນຢູ່ ສປປ ລາວ ແມ່ນມີປະ ສິດທິພາບ ແລະ ປະສິດທິຜົນ ນອກນັ້ນ ສອງຝ່າຍ ຍືນຍັນສືບຕໍ່ປະສານງານກັນ ເພື່ອຊຸກຍູ້​ສົ່ງເສີ່ມການ ພົວພັນ​ຮ່ວມ​ມື​ໃນວຽກງານອາຊີວະສຶກສາ ເປັນຕົ້ນ ດ້ານສີມືແຮງງານການແພດຂັ້ນຕົ້ນ ເຊິ່ງເຢຍລະມັນ ມີຄວາມຕ້ອງ ການສູງ ແລະ ລວມທັງຊຸກຍູ້ ຂະແໜງການຄ້າ-ການລົງທຶນ ການທ່ອງທ່ຽວ ແລະ ການແລກປ່ຽນເຜີຍແຜ່ວັດທະນາທໍາ  ໃຫ້ນັບມື້ນັບ ຂະຫຍາຍຕົວຍິ່ງໆຂື້ນ. Share:FacebookTwitter
ເອກອັກຄະລັດຖະທູດລາວ ປະຈໍາ ເຢຍລະມັນ ຕ້ອນຮັບ ປະທານສະມາຄົມມິດຕະພາບ ແລະ ສະມາຊິກລັດຖະສະພາເຢຍລະມັນ
https://v2.vientianemai.net/archives/58902
ໂຄງການປັບປຸງເສັ້ນທາງ ແລະ ສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວຢູ່ ບ້ານນາກະສັງ ບ້ານດອນເດດ ແລະ ບ້ານ ດອນຄອນ ເມືອງໂຂງ ແຂວງຈໍາປາສັກ ໄດ້​ເປີດ​ນຳ​ໃຊ້​ເປັນ​ທາງ​ການ​ພາຍຫຼັງ​ທີ່​ໃຊ້​ເວ​ລາ​ໃນ​ການກໍ່​ສ້າງ​ກວ່າ 2 ປີ ​ດ້ວຍ​ມູນ​ຄ່າ​ການກໍ່​ສ້າງເກືອຍ 4 ລ້ານ​ໂດ​ລາ​ສະ​ຫະ​ລັດ ໂດຍ​ແມ່ນ​ທຶນ​ຊ່ວຍ​ເຫຼືອ​ລ້າ​ຈາກ​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ ຫຼື ADB. ໂຄງການໜຶ່ງທີ່ໄດ້ຮັບທຶນຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ ເຊິ່ງໄດ້ເຊັນສັນຍາກໍ່ສ້າງໃນວັນທີ 30 ທັນວາ 2019 ລະຫວ່າງກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ເຈົ້າຂອງໂຄງການ) ແລະ ບໍລິສັດພູໂຂງ ກໍ່ສ້າງຈໍາກັດຜູ້ດຽວ (ຜູ້ຮັບເໝົາກໍ່ສ້າງ) ມູນຄ່າການກໍ່ສ້າງລວມທັງໝົດ 3.964.308,36 ໂດລາສະຫະລັດ ມີໄລຍະການກໍ່ສ້າງແມ່ນແຕ່ວັນທີ 26 ພຶດສະພາ 2020 ຫາ 30 ມິຖຸນາ 2023 ມາຮອດປັດຈຸບັນ ການກໍ່ສ້າງແມ່ນສໍາເລັດແລ້ວ 100%. ໂຄງ​ການກໍ່​ສ້າງ​ດັ່ງ​ກ່າວ​ປະກອບດ້ວຍບັນດາໜ້າວຽກຫຼັກ ດັ່ງນີ້: ບ້ານນາກະສັງ: ກໍ່ສ້າງເສັ້ນທາງປູເບຕົງເສີມເຫຼັກຍາວ 2,9 ກິໂລແມັດ ໜ້າທາງກ້ວາງ 6 ແມັດ ປະກອບດ້ວຍທໍ່ລອດທາງຮ່ອງລະບາຍນໍ້າສອງຝາກທາງ ຫຼັກເຕືອນໄພກັນຕົກ ຫຼັກກິໂລແມັດ ປູກຫຍ້າບ່າທາງ ແລະ ອື່ນໆ. ປູທາງຮ່ອມດ້ວຍເບຕົງ ເຂົ້າຫາບ່ອນຈອດລົດນາກະສັງ ຍາວ 60 ແມັດ. ປັບປຸງທ່າເຮືອໂດຍສານ ແລະ ນັກທ່ອງທ່ຽວຊຶ່ງປະກອບມີ: ຂັ້ນໄດຂຶ້ນ-ລົງ ຫາບ່ອນຈອດເຮືອ ປູເບຕົງເສີມເຫຼັກທາງ ຍ່າງຕາມແຄມແມ່ນໍ້າຂອງ ຍາວ 123 ແມັດ ກວ້າງ 3,4 ແມັດ ເທເບຕົງເສີມເຫຼັກກັນເຈື່ອນຍາວ 98 ແມັດ ຕິດຕັ້ງ ຮາວກັນຕົກຕາມແຄມຂອງຍາວ 100 ແມັດ ປັບປຸງຂົວເກົ່າຂາງເຫຼັກທີ່ເຄີຍປູດ້ວຍໄມ້ ມາເປັນຂົວເບຕົງເສີມເຫຼັກ 1 ແຫ່ງ ຍາວ 9 ແມັດ ກ້ວາງ 3,4 ແມັດ ປະກອບໄຟເຍືອງທາງແສງຕາເວັນ ປັບປຸງຫ້ອງຂາຍປີ້ເຮືອ ປັບປຸງບ່ອນລໍຖ້າລົງ ເຮືອ ແລະ ລານຈອດລົດ. ວາງທໍ່ລະບາຍນໍ້າຕໍ່ຈາກປາກທໍ່ເດີມລົງໄປນໍ້າຂອງ ອີກ 40 ແມັດ ຂະໜາດຟີ 100 ຊັງຕີແມັດ. ບ້ານດອນເດດ ສໍາເລັດການກໍ່ສ້າງເສັ້ນທາງປູເບຕົງເສີມເຫຼັກ 3 ເສັ້ນ ລວມຄວາມຍາວ 5,91 ກິໂລແມັດ ປະກອບມີ: ເສັ້ນທາງ IRL – 01 ຈາກຫົວດອນເດດ ຫາບ່ອນຄ່ຽນຖ່າຍສິນຄ້າ ທ່າກໍາປັ່ນເກົ່າ ຍາວ 1.346 ແມັດ ກ້ວາງ 3 ແມັດ. ເສັ້ນທາງ IRL – 02 ຈາກບ່ອນຄ່ຽນຖ່າຍສິນຄ້າທ່າກໍາປັ່ນເກົ່າ ຜ່ານທົ່ງນາ ຫາ ຂົວຂ້າມນໍ້າຂອງ ດອນເດດ-ດອນຄອນ ຍາວ 2.072 ແມັດ ກວ້າງ 3,50 ແມັດ; ເສັ້ນທາງ IRL – 03 ຈາກບ່ອນຄ່ຽນຖ່າຍສິນຄ້າທ່າກໍາປັ່ນເກົ່າລຽບຕາມແຄມແມ່ນໍ້າຂອງ ຝັ່ງຕາເວັນອອກຂອງດອນເດດ ຫາ ຂົວຂ້າມນໍ້າຂອງດອນເດດ-ດອນຄອນ ຍາວ 2.489 ແມັດ ກວ້າງ 3 ແມັດ ປັບປຸງລານຈອດລົດ 2 ແຫ່ງ (ຢູ່ຫົວດອນເດດ ແລະ ທ່າກໍາປັ່ນເກົ່າ) ພ້ອມທັງສ້າງຈຸດຊົມວິວ. ບ້ານດອນຄອນ ກໍ່ສ້າງເສັ້ນທາງປູເບຕົງເສີມເຫຼັກ ຈໍານວນ 5 ເສັ້ນທາງ ລວມຄວາມຍາວ 12,3 ກິໂລແມັດ ປະກອບມີ: ເສັ້ນທາງ IRL – 04 ຈາກຂົວຂ້າມນໍ້າຂອງ ດອນເດດ-ດອນຄອນ ຫາ ຫາງຄອນ ຄວາມຍາວ 4.620 ແມັດ ກວ້າງ 3,50 ແມັດ. ເສັ້ນທາງ IRL – 05 ຈາກຂົວຂ້າມນໍ້າຂອງດອນເດດ-ດອນຄອນຜ່ານຫົວດອນຄອນ ລຽບຕາມແຄມແມ່ນໍ້າຂອງ ຝັ່ງຕາເວັນອອກຂອງດອນຄອນຫາ 3 ແຍກຫາງຄອນ ຄວາມຍາວ 5.648 ແມັດ ກວ້າງ 2,50 – 3,50 ແມັດ. ເສັ້ນທາງ IRL – 06 ຈາກຂົວຂ້າມນໍ້າຂອງດອນເດດ-ດອນຄອນ ຫາ 3 ແຍກທາງເຂົ້ານໍ້າຕົກຕາດຫຼີ່ຜີ ຄວາມຍາວ 1.335 ແມັດ ກວ້າງ 3,50 ແມັດ. ເສັ້ນທາງ IRL – 07 ຈາກຂົວຂ້າມນໍ້າຂອງດອນເດດ-ດອນຄອນ ຫາ 3 ແຍກວາງສະແດງຫົວລົດໄຟເກົ່າ ຄວາມຍາວ 104,3 ແມັດ ກວ້າງ 3,50 ແມັດ. ເສັ້ນທາງ IRL – 08 ຈາກນໍ້າຕົກຕາດຫຼີ່ຜີ ຫາ ເສັ້ນທາງ IRL – 06 ຄວາມຍາວ 594 ແມັດ ກວ້າງ 3,50 ແມັດ. ໄດ້ກໍ່ສ້າງຂົວເບເລ່ 3 ແຫ່ງ ຕາມເສັ້ນທາງ IRL – 05 ຄວາມກວ້າງ 3,96 ແມັດ ແຫ່ງທີ 1 ຍາວ 21 ແມັດ ແຫ່ງທີ 2 ຍາວ 24 ແມັດ ແລະ ແຫ່ງທີ 3 ຍາວ 27 ແມັດ. ປັບປຸງບ່ອນວາງສະແດງຫົວລົດໄຟເກົ່າ ເພື່ອໃຫ້ນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດ ໄດ້ມາທ່ຽວຊົມ ແລະ ຮຽນຮູ້ ປະຫວັດຄວາມເປັນມາ. ປັບປຸງລານຈອດລົດ ຢູ່ບ້ານຫາງຄອນ ເພື່ອຊົມທິວທັດທໍາມະຊາດຕາມລໍາແມ່ນໍ້າຂອງ ເຂດຊາຍແດນ ລາວ-ກໍາປູເຈຍ. ພາຍຫຼັງໂຄງການກໍ່ສ້າງເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆສຳເລັດແລ້ວ ຈະເປັນການປະກອບ ສ່ວນອັນສຳຄັນ ເຂົ້າໃນການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວຂອງແຂວງຈໍາປາສັກ ເພື່ອເຊື່ອມໂຍງກັບປະເທດໃກ້ຄຽງ. ນອກຈາກນີ້ ກໍຍັງເປັນການຊ່ວຍ ຊຸກຍູ້-ສົ່ງເສີມການຜະລິດ ການຂົນສົ່ງສິນຄ້າ ກໍຄື ຜົນຜະລິດຂອງປະຊາຊົນ ແລະ ການໄປ ມາຫາສູ່ກັນຂອງປະຊາຊົນໃຫ້ມີຄວາມສະດວກສະບາຍ ແລະ ມີຄວາມປອດໄພຍິ່ງຂຶ້ນ ອັນເປັນການປະກອບ ສ່ວນພັດທະ ນາເສດຖະກິດ-ສັງຄົມ ຂອງທ້ອງຖິ່ນ ແລະ ຂອງຊາດ ນອກຈາກນັ້ນ ຍັງເປັນການກະກຽມຄວາມພ້ອມໃຫ້ແກ່ການເປີດປີ ທ່ອງທ່ຽວລາວ ປີ 2024 ທີ່ຈະມາເຖິງນີ້. ເຂົ້າ​ຮ່ວມ​ໃນ​ພິ​ທີມ​ອບ-ຮັບ ແລະ ເປີດ​ນຳ​ໃຊ້​ເປັນ​ທາງ​ການ​ໂຄງ​ການ​ດັ່ງ​ກ່າວ ຈັດ​ຂຶ້ນ​ເມື່ອບໍ່​ດົນ​ຜ່ານ​ມາ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ ທ່ານ ວິ​ໄລ​ວົງ ບຸດ​ດາ​ຄຳ ເຈົ້າ​ແຂວງ​ຈຳ​ປາ​ສັກ ທ່ານ ອຸ່ນ​ທວງ ຂາວ​ພັນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ມີ​ຕາງ​ໜ້າ​ຈາກ​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊ​ີ ແລະ ແຂກ​ຖືກ​ເຊີ​ນ​. Share:FacebookTwitter
ເປີດນໍາໃຊ້ຢ່າງເປັນທາງການ ເສັ້ນທາງ-ສິ່ງອໍານວຍຄວາມ ສະດວກ ນາກະສັງ ດອນເດດ ດອນຄອນ
https://v2.vientianemai.net/archives/58911
ໃນລະຫວ່າງວັນທີ 10-19 ກໍລະກົດ 2023 ທີ່ ສໍານັກງານໃຫຍ່ ອົງການສະຫະປະຊາຊາດ ທີ່ ນິວຢອກ ສ. ອາເມລິກາ ຄະນະ ຜູ້ແທນ ສປປ ລາວ ທີ່ປະກອບດ້ວຍ ກະຊວງການຕ່າງປະເທດ ແລະ ກະຊວງແຜນການ ແລະ ການລົງທຶນ ໄດ້ເຂົ້າ ຮ່ວມກອງ ປະຊຸມເວທີປຶກສາຫາລືການເມືອງລະດັບສູງ ວ່າດ້ວຍການພັດທະນາແບບຍືນຍົງ ປະຈໍາປີ 2023 ເຊິ່ງໄດ້ຈັດຂຶ້ນ ໃນຂອບ ສະ ພາເສດຖະກິດ-ສັງຄົມ ອົງການ ສປຊ ພາຍໃຕ້ຫົວຂໍ້: “ການເລັ່ງລັດເພື່ອຟື້ນຟູຈາກ ຜົນກະທົບຂອງພະຍາດໂຄວິດ-19 ແລະ ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງຢ່າງເຕັມສ່ວນໃນທຸກລະດັບ”. ກອງປະຊຸມ ໄດ້ພ້ອມກັນພິຈາລະນາ ແລະ ທົບທວນຄືນການຈັດຕັ້ງປະຕິບັດວາລະ ປີ 2030 ເພື່ອການພັດທະນາແບບຍືນ ຍົງ ກໍຄື ບັນດາ 17 ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ ຫຼື SDGs) ເຊິ່ງໃນປີນີ້ ແມ່ນສຸມໃສ່ 5 ປພຍ ຄື: ປພຍ 6 ວ່າ ດ້ວຍ ນໍ້າສະອາດ ແລະ ສຸຂະອະນາໄມ​ ປພຍ 7 ວ່າດ້ວຍ ພະລັງງານທີ່ສະອາດ ແລະ ທຸກຄົນເຂົ້າເຖິງໄດ້ ປພຍ 9 ວ່າດ້ວຍ ການສົ່ງເສີມການຫັນເປັນອຸດສາຫະກໍາ ການປະດິດສ້າງ ແລະ ສ້າງພື້ນຖານໂຄງລ່າງໃຫ້ເຂັ້ມແຂງ ປພຍ 11 ວ່າດ້ວຍ ການ ສ້າງຕົວເມືອງ ແລະ ຊຸມຊົນໃຫ້ມີຄວາມຍືນຍົງ ແລະ ປພຍ 17 ວ່າດ້ວຍ ການເປັນຄູ່ຮ່ວມມືເພື່ອຈັດຕັ້ງປະຕິບັດ ປພຍ ໃນປີນີ້ ໄດ້ມີ 39 ປະເທດສະມາຊິກ ສປຊ ຜັດປ່ຽນຫມູນວຽນກັນນໍາສະເໜີ ບົດລາຍງານແຫ່ງຊາດແບບສະໝັກໃຈ ກ່ຽວກັບ ການ ຈັດຕັ້ງປະຕິບັດ ປພຍ ໃນລະດັບປະເທດຂອງຕົນ. ສໍາລັບກອງປະຊຸມລະດັບລັດຖະມົນຕີ ແມ່ນຈັດຂຶ້ນໃນລະຫວ່າງວັນທີ 17 – 19 ກໍລະກົດ 2023 ພາຍໃຕ້ຫົວຂໍ້: “ການສ້າງ ທ່າແຮງໃຫ້ແກ່ ກອງປະຊຸມສຸດຍອດ ວ່າດ້ວຍ ປພຍ” ເຊິ່ງໃນພິທີເປີດ ທ່ານເລຂາທິການໃຫຍ່ ອົງການ ສປຊ ໄດ້ສະແດງ ຄວາມເປັນຫ່ວງຕໍ່ກັບການຈັດຕັ້ງປະຕິບັດ ປພຍ ໃນທົ່ວໂລກ ທີ່ບໍ່ມີຄວາມຄືບໜ້າເທົ່າທີ່ຄວນ ເນື່ອງຈາກສິ່ງທ້າທາຍ ຫຼາຍ ດ້ານ ໂດຍສະເພາະແມ່ນການຂາດທຶນຮອນທີ່ເພີ່ມຂຶ້ນຈາກ 2.500 ຕື້ໂດລາສະຫະລັດຕໍ່ປີ ກ່ອນການລະບາດຂອງ ພະຍາດ ໂຄວິດ-19 ມາເປັນ 4.200 ຕື້ໂດລາສະຫະລັດຕໍ່ປີໃນປະຈຸບັນ ແລະ ລັດຖະບານຂອງຫລາຍປະເທດກໍາລັງພັດທະນາ ກຳລັງ ປະເຊີນກັບບັນຫາໜີ້ສິນທີ່ເພີ່ມສູງຂຶ້ນ. ສ່ວນປະທານສະມັດຊາໃຫຍ່ ສປຊ ສະໄໝທີ 77 ກໍໄດ້ມີຂໍ້ສະເໜີແນະ 7 ຂໍ້ ເພື່ອຊ່ວຍໃນການບັນລຸ ປພຍ ເຊິ່ງຕິດພັນກັບ ການສ້າງຍຸດທະສາດ ແລະ ລະບຽບການ ທີ່ສະໜັບສະໜູນການຈັດຕັ້ງປະຕິບັດ ປພຍ ການກໍານົດ ແລະ ສຸມໃສ່ວຽກງານ ບຸລິມະສິດ ໃຫ້ສອດຄ່ອງກັບຫຼັກການຂອງ ປພຍ ການສ້າງແຜນດໍາເນີນງານທີ່ໂປ່ງໃສ ສໍາລັບ ປພຍ ແລະ ທີ່ສໍາຄັນ ແມ່ນ ການສ້າງກົນໄກຕິດຕາມການຈັດຕັ້ງປະຕິບັດ ປພຍ ທີ່ມີລັກສະນະວິທະຍາສາດ. ໃນກອງປະຊຸມລະດັບລັດຖະມົນຕີ ມື້ທໍາອິດ ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫົວ ໜ້າຄະນະຜູ້ແທນ ສປປ ລາວ ກໍໄດ້ກ່າວປາໄສໃນພາກອະພິປາຍທົ່ວໄປ ເຊິ່ງໃນນັ້ນໄດ້ສະແດງຄວາມເປັນຫ່ວງຕໍ່ກັບ ບັນ ຫາວິກິດການ ແລະ ສິ່ງທ້າທາຍໃນດ້ານຕ່າງໆ ທີ່ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດ ປພຍ ໃນລະດັບປະເທດ ພ້ອມໄດ້ ເນັ້ນຄວາມສຳຄັນຂອງ ກອງປະຊຸມ HLPF ແລະ ກອງປະຊຸມສຸດຍອດ ວ່າດ້ວຍ ປພຍ (SDG Summit) ທີ່ຈະມາເຖິງ ສຳ ລັບການທົບທວນຄວາມຄືບຫນ້າ ກໍຄື ການວາງແນວທາງ ເພື່ອເລັ່ງລັດການຈັດຕັ້ງປະຕິບັດ ປພຍ ໃຫ້ສາມາດບັນລຸໄດ້ ໃນພາຍປີ 2030. ນອກຈາກນີ້ ສປປ ລາວ ໄດ້ແລກປ່ຽນໃຫ້ສາກົນໄດ້ຮັບຊາບ ກ່ຽວກັບ ຄວາມພະຍາຍາມໃນການແກ້ໄຂບັນຫາເສດຖະກິດ ແລະ ການເງິນ ກໍຄື ການສ້າງຍຸດທະສາດ ວ່າດ້ວຍ ການສະໜອງທຶນຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 9 ພ້ອມນັ້ນ ສປປ ລາວ ກໍຖືໂອກາດແຈ້ງ ກ່ຽວກັບ ແຜນການສ້າງ ບົດລາຍງານແຫ່ງຊາດແບບສະ  ໝັກໃຈ ສະບັບທີ 3 ທີ່ຈະນໍາສະເໜີຕໍ່ສາກົນ ໃນປີ 2024 ພາຍຫຼັງທີ່ ສປປ ລາວ ໄດ້ສົ່ງບົດລາຍງານມາແລ້ວ 2 ສະບັບ ໃນປີ 2018 ແລະ 2021 ຜ່ານມາ. Share:FacebookTwitter
ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມ ກອງປະຊຸມເວທີ ປຶກສາຫາລືການເມືອງລະດັບສູງ ວ່າດ້ວຍ ການພັດທະ ນາແບບຍືນຍົງ
https://v2.vientianemai.net/archives/58916
ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ກະຊວງຍຸຕິທຳຈັດກອງປະຊຸມຖອດຖອນ ແລະ ແລກປ່ຽນບົດຮຽນກ່ຽວກັບການປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຈັດຂຶ້ນວັນທີ 19 ກໍລະກົດ 2023 ທີ່ ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງ ທ່ານ ບຸນທາ ຊົງເຢີທ່າວ ຮອງລັດຖະມົນຕີກະຊວງຍຸຕິທຳ ມີ ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ ແລະ ຜູ້ຕາງໜ້າຈາກ ສານປະຊາຊົນສູງສຸດ ສານປະຊາຊົນ ນວ ສານປະຊາຊົນພາກກາງ ອົງການໄອຍະການປະຊາຊົນສູງສຸດ ອົງການໄອຍະການປະຊາຊົນພາກກາງ ຫ້ອງການປະຕິບັດຄຳຕັດສິນຂອງສານ ນວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ບຸນທາ ຊົງເຢີທ່າວໄດ້ກ່າວວ່າ: ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນ ຕິດພັນກັບການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ປະກອບການທາງດ້ານທຸລະກິດ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດແມ່ນນະໂຍບາຍໜຶ່ງທີ່ພັກ ແລະ ລັດຖະບານ ໄດ້ວາງອອກໃນປີ 1989 ໂດຍສ້າງຕັ້ງເປັນອົງການໄກ່ເກ່ຍເສດຖະກິດ ຂຶ້ນກັບກະຊວງເສດຖະກິດ ແຜນການ ແລະ ການເງິນໃນເວລານັ້ນ ໂດຍແມ່ນແນວຄິດຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງພວກເຮົາເປັນຜູ້ລິເລີ່ມໃຫ້ສ້າງຕັ້ງຂຶ້ນຮອດປັດຈຸບັນ ເພື່ອຈຸດປະສົງ ຄື: ຖອດຖອນ ແລະ ແລກປ່ຽນບົດຮຽນ ຂອງສອງພາກສ່ວນ ຮອດປັດຈຸບັນ ແມ່ນໄດ້ 34 ປີ ແລ້ວ ແລະ ກອງປະຊຸມຄັ້ງນີ້ເປັນຄັ້ງທໍາອິດ. ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໄດ້ສ້າງຕັ້ງຂຶ້ນກັບກະຊວງຍຸຕິທໍາ ແລະ ຢູ່ທ້ອງຖິ່ນ ແມ່ນຂຶ້ນກັບ ພະແນກຍຸຕິທໍາ ມີຄວາມຮັບຜິດຊອບແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ດ້ວຍຮູບການໄກ່ເກ່ຍ ແລະ ຕັດສິນ ຂໍ້ຂັດແຍ່ງທາງດ້ານເສດຖະກິດຂອງນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃຫ້ມີຄວາມວ່ອງໄວ ອໍານວຍຄວາມສະດວກໃຫ້ແກ່ການລົງທຶນຂອງນັກລົງທຶນ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ. ໂດຍປະຕິບັດຕາມພາລະບົດບາດ ແລະ ກົດໝາຍທີ່ກ່ຽວຂ້ອງຂອງວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຜ່ານການເຄື່ອນໄຫວວຽກງານດັ່ງກ່າວ ເຫັນວ່າ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດແມ່ນຕິດພັນກັບສອງພາກສ່ວນ ກໍຄື ກະຊວງຍຸຕິທໍາ ແລະ ສານປະຊາຊົນໂດຍສະເພາະແມ່ນການອອກຄໍາຊີ້ຂາດຕໍ່ຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ການອອກມາດຕະການປົກປ້ອງສິດ ແລະ ຜົນປະໂຫຍດຂອງຄູ່ກໍລະນີ ໃນເວລາດໍາເນີນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ການອອກຄໍາຊີ້ຂາດຂອງສານປະຊາຊົນແຂວງ ນະຄອນຫຼວງວຽງຈັນ ໂດຍສະເພາະແມ່ນຄະນະສານການຄ້າ ທີ່ມີສິດອໍານາດໃນການອອກຄໍາຊີ້ຂາດຕາມກົດໝາຍ ຜ່ານມາສານປະຊາຊົນສູງສຸດ ກໍໄດ້ສ້າງຄໍາແນະນໍາ ວ່າດ້ວຍການພິຈາລະນາຂອງສານປະຊາຊົນ ຕໍ່ຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ສະບັບເລກທີ 62/ສປສສ ລົງວັນທີ 7 ກຸມພາ 2019 ພາຍໃຕ້ຄວາມຮັບຜິດຊອບຂອງສານປະຊາຊົນສູງສຸດ ແຕ່ໃນການປະຕິບັດຕົວຈິງ ເຫັນວ່າ ມີຄວາມຈໍາເປັນທີ່ຈະຕ້ອງໄດ້ຈັດກອງປະຊຸມນີ້ຂຶ້ນມາ ເພື່ອເປັນການຖອດຖອນ ແລະ ແລກປ່ຽນບົດຮຽນ ໃນການປະຕິບັດໃຫ້ຖືກຕ້ອງ ມີຄວາມ ເປັນເອກະພາບກັນ ແລະ ສອດຄອງກັນຕາມລະບຽບການ ແລະ ກົດໝາຍຢ່າງເຂັ້ມງວດ.       ການຈັດກອງປະຊຸມໃນຄັ້ງນີ້ມີຄວາມໝາຍ ຄວາມສໍາຄັນເປັນຢ່າງຍິ່ງ ໃນການພັດທະນາ ແລະ ຄວາມເຂັ້ມແຂງໃຫ້ບຸກຄະລາກອນ ແລະ ແລກປ່ຽນບົດຮຽນຮ່ວມກັນ ລະຫ່ວາງ ກະຊວງຍຸຕິທໍາ ໂດຍສະເພາະແມ່ນສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ສານປະຊາຊົນ (ຄະນະສານການຄ້າ) ໃຫ້ມີຄວາມເຂົ້າໃຈ ແລະ ສອດຄ່ອງຕາມກົດໝາຍທີ່ກ່ຽວຂ້ອງໃຫ້ເປັນໄປໃນທິດທາງດຽວກັນ.       ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ສ້າງຕັ້ງຂຶ້ນເພື່ອເປັນທາງເລືອກໜຶ່ງດ້ວຍຄວາມສະໝັກໃຈຂອງຜູ້ທີ່ດໍາເນີນທຸລະກິດ ແລະ ເປັນການເອື້ອອໍານວຍຄວາມສະດວກໃຫ້ແກ່ນັກທຸລະກິດ ໃນການແກ້ໄຂຂໍ້ຂັດແຍ່ງຂອງຕົນໃຫ້ມີຄວາມວ່ອງໄວໂປ່ງໃສ ສະນັ້ນ ຈຶ່ງບໍ່ມີການອຸທອນຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ     ກອງປະຊຸມໃນຄັ້ງນີ້ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການສ້າງສະພາບແວດລ້ອມທີ່ເອື້ອຍອຳນວຍຕໍ່ທຸລະກິດລາວ. Share:FacebookTwitter
ແລກປ່ຽນການຈັດຕັ້ງປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ
https://v2.vientianemai.net/archives/58926
ສະຫະພັນແມ່ຍິງຮາກຖານ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ (ຮສສ ນວ) ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ (20 ກໍລະກົດ 1955 ຫາ 202 ກໍລະກົດ 2023) ຂຶ້ນໃນວັນທີ 19 ກໍລະກົດ 2023 ຢູ່ພະແນກດັ່ງກ່າວ ໂດຍມີທ່ານນາງ ໂຄຕະມິນ ພົງຍາລັກ ຮອງປະທານສະຫະພັນແມ່ຍິງ ນະຄອນຫຼວງວຽງຈັນ ທ່ານນາງ ສົມປອງ ພະລະກຸນ ປະທານສະຫະພັນແມ່ຍິງ ພະແນກ ຮສສ ນວ ຕະຫຼອດຮອດເອື້ອຍນ້ອງສະມາຊິກແມ່ຍິງ ພາຍໃນພະແນກ ແລະ ແຂກຖືກເຊີນ ເຂົ້າຮ່ວມ.        ທ່ານນາງ ສົມປອງ ພະລະກຸນ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ຂອງຫຼາຍໜ້າວຽກທີ່ສາມາດຈັດຕັ້ງປະຕິບັດໄດ້ ໂດຍສະເພາະວຽກງານດ້ານວິຊາສະເພາະ ເອື້ອຍນ້ອງແມ່ຍິງ ກໍຄືສະມາຊິກສະຫະຍັນແມ່ຍິງ ຮາກຖານພະແນກ ຮສສ ນວ ໄດ້ປະກອບສ່ວນເຂົ້າໃນວຽກງານວິຊາສະເພາະຂັ້ນຂອງຕົນ ຕິດພັນກັບຄາດໝາຍສູ້ຊົນໃຫ້ບັນລຸຕາມເປົ້າໝາຍ.     ນອກຈາກນີ້ ຍັງໄດ້ເຂົ້າຮ່ວມໃນການຈັດອົບຮົມດ້ານຕ່າງໆ ຢູ່ສູນພັດທະນາສີມືແຮງງານ ແລະ ນອກສະຖານທີ່ ໄດ້ທັງໝົດ ຈຳນວນ 338 ທຽບໃສ່ແຜນການປີ (ໃຫ້ໄດ້ 450 ຄົນ) ເທົ່າກັບ 75,11% ສົ່ງເສີມການຈັດຫາວຽກເຮັດງານທຳ ໃຫ້ແຮງງານທີ່ຕ້ອງການມີວຽກເຮັດງານທໍາເຂົ້າສູ່ຕະຫຼາດແຮງງານ ໄດ້ 2.868 ຄົນ (ທຽບໃສ່ແຜນການປີໃຫ້ໄດ້ 4.500 ຄົນ ເທົ່າກັບ 63,73%) ແລະ ບັນຈຸເຂົ້າໃນຂະແໜງຕ່າງໆ ເຊັ່ນ:ຂະແໜງອຸດສາຫະກຳ 2.560 ຄົນ ຂະແໜງບໍລິການ 308 ຄົນ ຕັ້ງຈຸດຮັບສະໜັກງງານຢູ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ໄດ້ 9 ເມືອງ (ທຽບໃສ່ແຜນການປີເທົ່າກັບ 100%).     ສໍາລັບທິດທາງແຜນການຕໍ່ໜ້າ ສືບຕໍ່ເອົາໃຈໃສ່ນຳພາສະມາຊິກ ກໍຄືເອື້ອຍນ້ອງແມ່ຍິງເຂົ້າຮ່ວມເຊື່ອມຊຶມບັນດາມະຕິຕ້າສັ່ງ ແຈ້ງການ ແລະ ເອກະສານສຳຄັນຂອງພັກ-ຂອງຊາດ ນຳຄະນະພັກ ຄະນະນຳ ເພື່ອຍົກລະດັບຄວາມຮູ້ ຄວາມສາມາດໃຫ້ແກ່ເອື້ອຍນ້ອງແມ່ຍິງ ປະຕິບັດ 2 ວາລະແຫ່ງຊາດ ສືບຕໍ່ເຜີຍແຜ່ນິຕິກຳທີ່ຕິພັນກັບການພັດທະນາແມ່ຍິງ ໃຫ້ຫຼາຍຂຶ້ນກວ່າເກົ່າ ເອົາໃຈໃສ່ບຳລຸງກໍ່ສ້າງສະມາຊິກແມ່ ຍິງ ປະສານສົມທົບກັບຄະນະພັກອົງການປົກຄອງ ເພື່ອຊຸກຍູ້ສົ່ງເສີມໃຫ້ສະມາຊິກສະຫະພັນແມ່ຍິງ ໄດ້ຍົກລະດັບການສຶກສາໃນຂັ້ນຕ່າງໆ ສືບຕໍ່ຊຸກຍູ້ໃຫ້ສະມາຊິກຄົ້ນຄ້ວານິຕິກຳຕ່າງໆ ທີ່ພົວພັນເຖິງການປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ ກົດໝາຍທີ່ພົວພັນເຖິງຄວາມສະເໝີພາບຍິງ-ຊາຍ ໃຫ້ຫຼາຍຂຶ້ນກວ່າເກົ່າ ສືບຕໍ່ປຸກລະດົມສະມາຊິກເອື້ອຍນ້ອງແມ່ຍິງ ໃຫ້ເອົາໃຈໃສ່ສ້າງເສດຖະກິດ ເພື່ອເພີ່ມລາຍໄດ້ໃຫ້ແກ່ຄອບຄົວ ປູກຝັງ-ລ້ຽງສັດ ເພື່ອກຸ້ມຕົນເອງ ແລະ ຂາຍເປັນສິນຄ້າ ສືບຕໍ່ຊຸກຍູ້ ຕິດຕາມ ກວດກາ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໃຫ້ເປັນຂະບວນຟົດຟື້ນຕໍ່ເນື່ອງ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ-ພັດທະນາ ແລະ ໃຫ້ສໍາເລັດຕາມກໍານົດເວລາທີ່ວາງໄວ້.    ໂອກາດນີ້ ທ່ານນາງ ໂຄຕະມິນ ພົງຍາລັກ ຍັງໄດ້ເລົ່າຄືນມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມໝາຍ-ຄວາມສຳຄັນການກຳເນີດຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ເຊິ່ງໄດ້ກຳເນີດຂຶ້ນໃນໄລຍະຕົ້ນສະໄໝຕໍ່ຕ້ານຈັກກະພັດລ່າເມືອງຂຶ້ນເປັນຕົ້ນມາ ໃນວັນທີ 22 ມີນາ 1955 ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອຮັບຜິດຊອບໂດຍກົງຕໍ່ພາລະກຳປະຫວັດສາດຂອງການປະຕິວັດ ພັກໄດ້ເອົາໃຈໃສ່ຈົດຈໍ່ຕໍ່ການປຸກລະດົມຂົນຂວາຍກໍ່ສ້າງແມ່ຍິງ ໃຫ້ມີຄວາມຕື່ນຕົວປະກອບສ່ວນໃນພາລະກິດປະຕິວັດ ຖືແມ່ຍິງເປັນພາກສ່ວນໜຶ່ງໃນກຳລັງແຮງທີ່ສຳຄັນຂອງພັກ ໜ້າທີ່ຂອງການຈັດຕັ້ງແມ່ຍິງໃນໄລຍະ ເບື້ອງຕົ້ນແມ່ນ: ລ້ຽງດູເບິ່ງແຍງ ຊຸກເຊື່ອງ ຕິດຕໍ່ ສົ່ງຂ່າວພະນັກງານທະຫານປະຕິວັດ ສົ່ງເອກະສານຕ່າງໆ ໃຫ້ພະນັກງານທະຫານທີ່ປະຕິບັດໜ້າທີ່ຢູ່ແນວໜ້າ ໃນເຂດຄວບຄຸມຂອງສັດຕູດ້ວຍຫຼາຍຮູບແບບ ແລະ ຫຼາຍວິທີການ.      ໃນພິທີ ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນ ຂອງເອື້ອນນ້ອງແມ່ຍິງ ຮາກຖານພະແນກ ຮສສ ນວ ໃນການປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2021-2022 ອີກດ້ວຍ. Share:FacebookTwitter
ພະແນກ ຮສສ ສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ
https://v2.vientianemai.net/archives/58936
ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບສະຖາບັນເລືອດແຫ່ງຊາດ ອົງການກາແດງຫ່ງຊາດລາວ ຈັດກິດຈະກຳຮັບບໍລິຈາກເລືອດຂຶ້ນ ໃນວັນທີ 21 ກໍລະກົດ 2023 ທີ່ສູນການຄ້າ ລາວ-ໄອເຕັກ ນະຄອນ ຫຼວງວຽງຈັນ ໂດຍມີ ທ່ານ ຮສ ດຣ ສິງ ເມໂນລາດ ຮອງປະທານອົງການກາແດງແຫ່ງຊາດລາວ ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານສູນກາງ ສະຫະພັນແມ່ຍິງລາວ ພ້ອມດ້ວຍຫົວໜ້າສະຖາບັນເລືອດແຫ່ງ ຊາດ ເອື້ອຍນ້ອງແມ່ຍິງ ຈາກສຳນັກງານ ອົງການ ທັງພາກລັດ ແລະ ເອກະຊົນ ມວນຊົນ ຈາກພາກສ່ວນ ຕ່າງ ເຂົ້າຮ່ວມ ບໍລິຈາກເລືອດ.     ໂອກາດນີ້ ທ່ານ ນາງ ສິລິກິດ ບຸບຜາ ໄດ້ກ່າວວ່າ: ໃນນາມໜ້າໃຫ້ແກ່ ຄະນະນໍາຂອງສູນກາງສະຫະພັນແມ່ຍິງລາວ ໃນການນໍາພາ ເອື້ອຍນ້ອງຍິງ ແລະ ບັນດາທ່ານຈາກການຈັດຕັ້ງຂອງລັດອ້ອມຂ້າງສູນກາງ ແລະ ມວນຊົນທົ່ວໄປ ໃນນະຄອນຫຼວງວຽງຈັນ ຮ່ວມກັນສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍີງລາວ ຄົບຮອບ 68 ປີ ເຊີ່ງສູນກາງສະຫະພັນແມ່ຍິງລາວໄດ້ຮ່ວມກັບ ອົງການກາແດງແຫ່ງຊາດລາວ ພາຍໃຕ້ການຮ່ວມສະໜັບສະໜູນ ຈາກອົງການສາກົນ ຈັດຂະບວນການ ຮັບບໍລິຈາກເລືອດຂຶ້ນ ເພື່ອຊ່ວຍເຫຼືອຊີວີດຂອງຄົນເຈັບທີ່ຕ້ອງການເລືອດຢູ່ໂຮງພະຍາບານຕ່າງໆ.     ໂອກາດທີ່ມີຄວາມໝາຍສຳຄັນນີ້ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຍ້ອງຍໍຊົມເຊີຍມາຍັງການນຳຂອງຄະນະສະຫະພັນແມ່ຍີງລາວທຸກຂັ້ນ ພ້ອມດ້ວຍອົງການຈັດຕັ້ງມະຫາຊົນ ທີ່ໄດ້ມີແນວຄວາມຄິດສ້າງກິດຈະກຳນີ້ຂຶ້ນ ໃນໄລຍະຫຼາຍປີ ຜ່ານມາຢ່າງຕໍ່ເນື່ອງ ເພື່ອເປັນການປູກຈິດສຳນຶກໃຫ້ແກ່ແມ່ຍິງລາວຮຸ້ນປັດຈຸບັນ ສືບຕໍ່ມູນເຊື້້ອອັນດີງາມ ໃນຄວາມຮັກຊາດ ຮັກບ້ານເກີດເມືອງນອນ ແລະ ຍອມເສຍສະຫຼະສິດຜົນປະໂຫຍດສ່ວນຕົວຂອງຕົນ ເພື່ອປະເທດຊາດ ແລະ ຖືໂອກາດນີ້ ກໍ່ຂໍສະແດງຄວາມຂອບໃຈ ແລະ ຊົມເຊີຍ ມາຍັງການຈັດຕັ້ງພາກລັດ-ເອກະຊົນ ແລະ ອົງການສາກົນ   ທີ່ໄດ້ຮ່ວມສະໜັບສະໜູນໃນກິດຈໍະກໍາອັນສໍາຄັນນີ້ ດັ່ງຄໍາຂັວນທີ່ໄດ້ລະບຸໄວ້ໃນກິດຈະກຳມື້ນີ້ : “ 68 ປີ ມີໄຊ ໃຫ້ເລືອດ ໃຫ້ຊີວິດ “.      ໂອກາດດຽວກັນ ທ່ານ ຮສ ດຣ ສິງ ເມໂນລາດ ໄດ້ກ່າວວ່າ: ໃນນາມ ອົງການກາແດງແຫ່ງຊາດລາວ ໃນນາມຜູ້ຈັດຕັ້ງປະຕິບັດວຽກງານປຸກລະດົມການບໍລິຈາກເລືອດ ແລະ ຕອບສະຫນອງເລືອດທີ່ປອດໄພໃນທົ່ວປະເທດ ຕາງໜ້າໃຫ້ຜູ້ທີ່ໄດ້ຮັບເລືອດ ແລະ ໃນນາມສ່ວນຕົວ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງ ມາຍັງ ຄະນະນໍາຊອງສູນກາງສະຫະພັນແມ່ຍິງລາວ ແລະ ຄະນະສະຫະພັນແມ່ຍີງລາວ ຂັ້ນທ້ອງຖີ່ນ ສະມາຊິກແມ່ຍິງລາວ ແລະ ຜູ້ທີ່ໄດ້ບໍລິຈາກເລືອດທຸກໆທ່ານ ແລະ ຜູ້ທີ່ກຳລັງຈະບໍລິຈາກເລືອດໃນມື້ນີ້ ຫຼືມື້ຕໍ່ໆໄປ ຂໍະແດງຄວາມຮູ້ບຸນຄຸນ ຕໍ່ການຈັດຕັ້ງ ແລະ ບຸກຄົນ-ນິຕິບຸກຄົນ ພາຍໃນ ແລະຕ່າງປະເທດ ທີ່ໄດ້ໃຫ້ການສະໜັບສະໜູນໃຫ້ແກ່ວຽກງານເລືອດຢູ່ ສປປ ລາວ ແລະ ຫວັງຢ່າງຍິ່ງວ່າຈະ ໄດ້ຮັບການຮ່ວມມືສະໜັບສະໜູນ ຈາກບັນດາທ່ານ ໃນໂອກາດຕໍ່ໄປ. Share:FacebookTwitter
“ 68 ປີ ມີໄຊ ໃຫ້ເລືອດ ໃຫ້ຊີວິດ “
https://v2.vientianemai.net/archives/58950
ອີງຕາມບົດລາຍງານຂອງຫ້ອງການ ການກະສິກຳ ແລະ ປ່າໄມ້ເມືອງຫົງສາ ແຂວງໄຊຍະບູລີ ກ່ຽວກັບ ການຈັດຕັ້ງປະຕິບັດໂຄງການຄຸ້ມຄອງປ່າໄມ້ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ໃຫ້ປະຊາຊົນ ປະຈຸບັນໄດ້ຕິດຕາມຊຸກຍູ້ສົ່ງເສີມສຳເລັດແລ້ວ 11 ບ້ານເປົ້າໝາຍ ທ່ານ ພູວົງ ກອງຊັບ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຄະນະຊີ້ນຳໂຄງການ ໄດ້ລາຍງານຫຍໍ້ການຈັດຕັ້ງປະຕິບັດ ບັນດາກິດຈະກຳສົ່ງເສີມກະສິກຳແບບຍືນຍົງໂດຍບໍ່ທຳລາຍປ່າໄມ້ ເມື່ອບໍ່ດົນຜ່ານມາວ່າ:     ຫຼັງຈາກເຄື່ອນໄຫວຈັດຕັ້ງປະຕິບັດຕາມແຜນຂອງໂຄງການ ເລີ່ມແຕ່ຕົ້ນເດືອນ ກັນຍາ ປີ 2022 ຫາ ກາງເດືອນກໍລະກົດ 2023 ນີ້ ຄະນະຮັບຜິດຊອບຂັ້ນແຂວງ-ຂັ້ນເມືອງ ໄດ້ລົງເຄື່ອນໄຫວຕິດຕາມຊຸກຍູ້ສົ່ງເສີມຢ່າງໃກ້ສິດຕິດແທດ ສໍາລັບໂຄງການຄຸ້ມຄອງປ່າໄມ້ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ໃຫ້ປະຊາຊົນ ຢູ່ເມືອງຫົງສາ ແມ່ນກຳນົດເອົາ 13 ບ້ານເປົ້າໝາຍຄື: ບ້ານປາກຫ້ວຍຍາງ ບ້ານ ພູດອກໄມ້ ບ້ານຫ້ວຍຈ້ວງ ບ້ານພູແລ້ງກາງ ບ້ານໜອງຫຼວງ ບ້ານນໍ້າສິບ ບ້ານກິ່ວສາລາ ບ້ານຫ້ວຍໄລ່ ບ້ານນໍ້າຕັບ ບ້ານທ່ານຸ່ນ ບ້ານທ່າຊ່ວງ ບ້ານແກ້ງແອນ ແລະ ບ້ານປາກງຶ່ມ ປະກອບມີ 298 ຄອບຄົວທີ່ທຳການຜະລິດ ໂດຍຈັດຕັ້ງປະຕິບັດ 8 ກິດຈະກໍາຄື: ກິດຈະກໍາຂະຫຍາຍເນື້ອທີ່ນາ ກິດຈະກໍາປູກຫຍ້າລ້ຽງສັດ ກິດຈະກໍາປູກແຂມ ກິດຈະກໍາຂຸດໜອງລ້ຽງປາ ກິດຈະກໍາປູກຢາງພາລາ ກິດຈະກໍາປູກໄມ້ໃຫ້  ໝາກ ກິດຈະກໍາປູກກາເຟ ແລະ ກິດຈະກໍາປັບປຸງນາເກົ່າ ລວມມູນຄ່າການລົງທຶນທັງໝົດ 2 ຕື້ 270 ລ້ານກວ່າກີບ ເພື່ອຈັດຕັ້ງກິດຈະກຳສົ່ງເສີມກະສິກຳແບບຍືນຍົງໂດຍບໍ່ທຳລາຍປ່າໄມ້.     ມາຮອດປັດຈຸບັນ ການຈັດຊື້ອຸປະກອນ ແລະ ແນວພັນ (ຕາມລະດູການຜະລິດ) ໄດ້ມອບໃຫ້ຄອບຄົວເປົ້າໝາຍແລ້ວຢູ່ 11 ບ້ານຄື: ບ້ານຫ້ວຍຈ້ວງ ມີຈໍານວນ 5 ກິດຈະກຳ ມີ 27 ຄອບຄົວ ບ້ານພູແລ້ງກາງ: ມີ 5 ກິດຈະກຳ ມີຈຳນວນ 24 ຄອບຄົວ ບ້ານໜອງຫຼວງ ມີ 5 ກິດຈະກຳ ມີຈຳນວນ 23 ຄອບຄົວ ບ້ານກິ່ວສາລາ: ມີ 6 ກິດຈະກໍາ ມີຈໍານວນ 27 ຄອບຄົວ ບ້ານນໍ້າສິບ ມີ 6 ກິດຈະກໍາ ມີຈໍານວນ 27 ຄອບຄົວ ບ້ານ ນໍ້າຕັບ: ມີ 4 ກິດຈະກໍາ ມີຈໍານວນ 29 ຄອບຄົວ ບ້ານ ຫ້ວຍໄລ່: ມີ 4 ກິດຈະກໍາ ມີຈໍານວນ 29 ຄອບຄົວ ບ້ານພູດອກໄມ້ ມີ 4 ກິດຈະກໍາ ມີ 28 ຄອບຄົວ ບ້ານປາກງື່ມ: ມີ 3 ກິດຈະກໍາ ມີຈໍານວນ 27 ຄອບຄົວ ບ້ານແກ້ງແອນ ມີ 4 ກິດຈະກໍາ ມີຈໍານວນ 30 ຄອບຄົວ ແລະ ບ້ານ ປາກຫ້ວຍຍາງ ມີ 5 ກິດຈະກໍາ ມີຈໍານວນ 27 ຄອບຄົວ ລວມມູນຄ່າການລົງທຶນທັງໝົດ 1 ຕື້ 878 ລ້ານກວ່າກີບ.     ທ່ານຍັງກ່າວອີກວ່າ: ໂຄງການນີ້ ໂດຍເລັ່ງໃສ່ຕອບສະໜອງປັດໃຈການຜະລິດກະສິກຳ ເປັນຕົ້ນແມ່ນ: ແນວພັນຫຍ້າທີ່ເປັນອາຫານສັດ ແນວພັນສາລີ ເບ້ຍຢາງພາລາເບ້ຍກາເຟ່ ເບ້ຍໄມ້ໃຫ້ໝາກ ແລະ ອຸປະກອນລ້ອມຮົ້ວ-ສວນ ເຊິ່ງທຶນດັ່ງກ່າວນີ້ ແມ່ນທຶນສົ່ງເສີມການຜະລິດກະສິກຳແບບຍືງຍົງ ຂອງໂຄງການຄຸ້ມຄອງປ່າໄມ້ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນ ເປົ້າໝາຍແມ່ນຄົວເຮືອນທຸກຍາກ ຄົວເຮືອນຊາວໜຸ່ມ ຫຼື ລົງເຮືອນໃໝ່ ຄົວເຮືອນທີ່ແມ່ຍິງເປັນຫົວໜ້າຄອບຄົວ ແລະ ຄົວເຮືອນທີ່ຖືກຜົນກະທົບຈາກການວາງແຜນຄຸ້ມຄອງທີ່ດີນ-ປ່າໄມ້ບ້ານ ແລະ ຈະສືບຕໍ່ຕິດຕາມຊຸກຍູ້ສົ່ງເສີມບ້ານທີ່ຍັງບໍ່ທັນຈັດຕັ້ງໃຫ້ສຳເລັດຕາມແຜນ. Share:FacebookTwitter
11 ບ້ານເປົ້າໝາຍຂອງໂຄງການຄຸ້ມຄອງປ່າໄມ້ແບບພູມີທັດໄດ້ຮັບສົ່ງເສີມຊີວິດການເປັນຢູ່
https://v2.vientianemai.net/archives/58963
ລັ​ດ​ຖະ​ບານ ອະນຸມັດໃຫ້ບໍລິສັດ ຍອດງື່ມພາວເວີ ມະຫາຊົນ ສຳປະທານກິດຈະການຈໍາໜ່າຍພາຍໃນຂອງລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ (ລນລ) ສາຂາແຂວງຊຽງຂວາງ ເປັນ​ເວ​ລາ 10 ປີ ເພື່ອສົ່ງເສີມພັດທະນາ ແລະ ຍົກລະດັບການໃຫ້ບໍລິ ການຂອງລັດວິສາຫະກິດນໍ້າມັນເຊື້ອໄຟລາວໃຫ້ມີຄວາມທັນສະໄໝຄົບວົງຈອນ ແລະ ສາມາດແຂ່ງຂັນກັບປໍ້າເອກະຊົນໄດ້. ພິທີເຊັນສັນຍາສໍາປະທານກິດຈະການຈໍາໜ່າຍພາຍໃນຂອງ ລນລ ສາຂາແຂວງຊຽງຂວາງລະຫວ່າງລັດວິສາຫະກິດນໍ້າມັນ ເຊື້ອໄຟລາວ ກັບ ບໍລິສັດ ຍອດງື່ມພາວເວີ ມະຫາຊົນ ຈັດ​ຂຶ້ນໃນວັນທີ 21 ກໍລະກົດ 2023 ຜ່ານມາ ໂດຍ​ການ​ລົງ​ນາມ​ລະ​ຫວ່າງ ທ່ານ ສີສັງຄົມ ໂຄດໂຍທາ ຜູ້ອໍານວຍການ ລນລ ແລະ ທ່ານ ສົມຫວັງ ຄຸຣຸລັດ ຜູ້ອຳນວຍການ ບໍລິສັດ ຍອດງື່ມພາວເວີ ມະຫາຊົນ ເຊິ່ງມີທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ຫົວໜ້າຄະນະປະຕິຮູບ ລນລ ແລະ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຮອງຫົວໜ້າຄະນະປະຕິຮູບ ລນລ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ​ເປັນ​ສັກ​ຂີ​ພິ​ຍານ. ການ​ລົງ​ນາມດັ່ງ​ກ່າວ​ແມ່ນປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1220/ຫສນຍ ລົງວັນທີ 3 ກໍລະກົດ 2023 ທີ່ໄດ້ຕົກລົງອະນຸມັດໃຫ້ບໍລິສັດ ຍອດງື່ມພາວເວີ ມະຫາຊົນ ສຳປະທານກິດຈະການຈໍາ ໜ່າຍພາຍໃນຂອງລັດວິສາຫະກິດນໍ້າມັນເຊື້ອໄຟລາວ (ລນລ) ສາຂາແຂວງຊຽງຂວາງກຳນົດ 10 ປີ ແລະ ປະຕິບັດຕາມຂໍ້ຕົກ ລົງຂອງທ່ານລັດຖະມົນຕີກະຊວງການເງິນ ສະບັບເລກທີ 2170/ກງ ລົງວັນທີ 20 ກໍລະກົດ 2023 ທີ່ອະນຸມັດໃຫ້ລັດວິສາ ຫະກິດນໍ້າມັນເຊື້ອໄຟລາວ ເຊັນສັນຍາສຳປະທານຮ່ວມກັບບໍລິສັດ ຍອດງື່ມພາວເວີ ມະຫາຊົນ. ທ່ານ ສົມຫວັງ ຄຸຣຸລັດ ໄດ້ມີຄໍາເຫັນວ່າ: ຂອບໃຈທີ່ໄດ້ເປັນສ່ວນໜຶ່ງໃນການປັບປຸງ ລນລ ທີ່ມີຢູ່ແລ້ວໃຫ້ທັນສະໄໝຍິ່ງຂຶ້ນ ພວກເຮົາໄດ້ມີແຜນການດຳເນີນທຸລະກິດດັ່ງນີ້: ແຜນການທີ1: ຈະເຂົ້າມາປັບປຸງປໍ້ານໍ້າມັນຕົວແບບ (ປໍ້າໂພນງາມ) ຢູ່ເມືອງ ແປກ ແຂວງຊຽງຂວາງໃຫ້ມີຄວາມທັນສະໄໝ ຄົບວົງຈອນຈະເລີ່ມລົງມືຈັດຕັ້ງປະຕິບັດໃນເດືອນຕຸລາ 2023 ເປັນຕົ້ນໄປ ຄາດວ່າປໍ້ານ້ຳມັນໂພນງາມຈະເປັນປໍ້າ 1 ໃນ 3 ປໍ້າທີ່ງາມທີ່ສຸດໃນປະເທດລາວ. ແຜນການທີ 2: ຈະສືບຕໍ່ປັບປຸງປໍ້ານໍ້າມັນຕົວແທນໃນແຂວງຊຽງຂວາງ ແລະ ແຂວງຫົວພັນໃຫ້ມີຄວາມທັນສະໄໝ ເປັນຕົ້ນແມ່ນ: ການປັບປຸງພື້ນຖານໂຄງລ່າງ ສ້າງສິ່ງອໍານວຍຄວາມສະດວກ ລັກສະນະສີສັນຂອງປໍ້າ ອຸປະກອນ ແລະ ເຄື່ອງມືທັນສະໄໝ ລວມເຖິງລະບົບການບໍລິການຕ່າງໆໃຫ້ມີຄຸນນະພາບ. ແຜນການທີ 3: ສ່ວນການເຂົ້າມາບໍລິຫານໃນຄັ້ງນີ້ ແມ່ນຈະເລິ່ມຈາກການເພີ່ມເງິນເດືອນພື້ນຖານຂອງພະນັກງານທີ່ມີຢູ່ ຈະເພີ່ມຈາກເກົ່າ 10% ເລີ່ມຈາກເດືອນຕຸລາ 2023 ເປັນຕົ້ນໄປ ນອກນັ້ນ ຍັງມີສະຫວັດດີການທີ່ດີ ເຊັ່ນ ຄ່າອາຫານ ປະ ກັນສັງຄົມ ແລະ ເງີນຊ່ວຍເຫຼືອຕ່າງໆພ້ອມ. ສໍາລັບໂຄງການດັ່ງກ່າວຖືເປັນໂຄງການຕົ້ນແບບທໍາອິດ ທີ່ໄດ້ທົດລອງມອບໃຫ້ເອກະຊົນເຂົ້າມາສໍາປະທານກິດຈະການໃນ ກໍານົດ 10 ປີ ໂດຍຈະມີການຕິດຕາມ ແລະ ປະເມີນຜົນຕົວຈິງຢ່າງໃກ້ຊິດ ເຊິ່ງນອກຈາກການໄດ້ຮັບຄ່າສໍາປະທານດັ່ງທີ່ກ່າວ ມາແລ້ວນັ້ນຈຸດປະສົງຫຼັກຂອງໂຄງການດັ່ງກ່າວກໍແມ່ນເພື່ອສົ່ງເສີມພັດທະນາ ແລະ ຍົກລະດັບການໃຫ້ບໍລິການຂອງລັດວິ ສາຫະກິດນໍ້າມັນເຊື້ອໄຟລາວໃຫ້ມີຄວາມທັນສະໄໝຄົບວົງຈອນ ແລະ ສາມາດແຂ່ງຂັນກັບປໍ້າເອກະຊົນອື່ນໄດ້ໃນອານາຄົດ ແລະ ທີ່ສໍາຄັນທີ່ສຸດແມ່ນເພື່ອເປັນການປັບປຸງກົນໄກການບໍລິຫານໃຫ້ມີຄວາມໂປ່ງໃສເຂັ້ມງວດ ເພື່ອສ້າງການປ່ຽນແປງ ແລະ ປ່ຽນຖ່າຍວັດທະນະທຳອົງກອນໃຫ້ໄປສູ່ຄວາມເປັນມືອາຊີບໃນອານາຄົດຕໍ່ໜ້າ. Share:FacebookTwitter
ຍອດງື່ມພາວເວີ ມະຫາຊົນ ສໍາປະທານກິດຈະການ ຈໍາໜ່າຍພາຍໃນຂອງ ລນລ ສາຂາແຂວງຊຽງຂວາງ
https://v2.vientianemai.net/archives/58966
ພິທີເປີດການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 13 ຈັດຂຶ້ນວັນທີ 22 ກໍລະກົດ 2023 ທີ່ສູນການສະແດງສິນຄ້າສິງກະໂປ (Singapore EXPO) ໃຫ້ກຽດເຂົ້າຮ່ວມໂດຍທ່ານນາງ Mdm Halimah Yacob ປະທານປະເທດແຫ່ງ ສາທາລະນະລັດ ສິງກະໂປ ມີບັນດາທູດ ທູຕານຸທູດ ຄະນະຜູ້ແທນ ຜູ້ຊ່ຽວຊານ ຄູເຝິກ ແລະ ຄະນະນັກແຂ່ງຂັນຈາກບັນດາປະເທດສະມາຊິກ ອາຊຽນ ພາກສ່ວນໃຫ້ການສະໜັບສະໜູນ ອົງການຈັດຕັ້ງສາກົນ ແລະ ບັນດາພາກສ່ວນຕ່າງທີ່ກ່ຽວຂ້ອງເຂົ້າຮ່ວມ. ສໍາລັບ ສປປ ລາວ ນໍາພາຄະນະຜູ້ແທນ ແລະ ຄະນະນັກແຂ່ງຂັນເຂົ້າຮ່ວມການແຂ່ງຂັນສີມືແຮງງານ ອາຊຽນ ຄັ້ງນີ້ ໂດຍ ທ່ານ ບຸນມາ ສິດທິໂສມ ຫົວໜ້າສະຖາບັນພັດທະນາສີມືແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານ ຄອນສີ ມະຫາວົງ ຮອງຫົວໜ້າສະຖາບັນພັດທະນາສີມືແຮງງານ ຜູ້ຊີ້ນໍາວຽກງານແຂ່ງຂັນສີມືແຮງງານ ທ່ານ ແສງແກ້ວ ປວງປະດິດ ເອກອັກຄະລັດຖະທູດ ສປປ ລາວ ປະຈຳສິງກະໂປ. ການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 13 (13th WorldSkills ASEAN ) ຈັດຂຶ້ນທີ່ສູນວາງສະແດງສິນຄ້າຊັນເທັກ (Suntec Singapore Convention & Exhibition Centre) ທີ່ປະເທດ ສິງກະໂປ ໃນລະຫວ່າງວັນທີ 22-27 ກໍລະກົດ 2023 ມີທັງໝົດ 22 ສາຂາຊ່າງ ມີນັກແຂ່ງຂັນສີມືແຮງງານທີ່ມາຈາກບັນດາປະເທດສະມາຊິກອາຊຽນ 187 ທ່ານ ໃນນັ້ນ ສປປ ລາວໄດ້ສົ່ງເຂົ້າ 5 ສາຂາຊ່າງ ຄື ສາຂາກຣາບຟິກດີຊາຍ (Graphics Design) ເວັບເຕັກໂນໂລຊີ (Web Technology) ອອກແບບ ແລະ ຕັດຫຍິບເຄື່ອງນຸ່ງ (Fashion Technology) ຕິດຕັ້ງໄຟຟ້າ (Electrical Installation) ແລະ ສາຂາປຸງແຕ່ງ ອາຫານ (Cooking) ມີນັກເເຂ່ງຂັນເຂົ້າຮ່ວມ 10 ທ່ານ ຜູ້ຊ່ຽວຊານ 11 ທ່ານ ຄູເຝິກ 5 ທ່ານ ແປພາສາ 5 ທ່ານ ຄະນະນໍາ ພາ 7 ທ່ານ. ໄລຍະຜ່ານມາ ສປປ ລາວ ໄດ້ເຂົ້າຮວ່ມການແຂ່ງຂັນສີມືແຮງງານລະດັບອາຊຽນ 10 ຄັ້ງ ໃນນີ້ເປັນຜູ້ສັງເກດ ການ 1 ຄັ້ງ ເຂົ້າຮ່ວມແຂ່ງຂັນ 9 ຄັ້ງ ແລະ ສາມາດຍາດມາໄດ້ 1 ຫຼຽນເງິນຈາກສາຂາຊ່າງຕິດຕັ້ງໄຟຟ້າໃນການແຂ່ງຂັນສີມື ແຮງງານ ອາຊຽນຄັ້ງທີ 10 (2014) ທີ່ປະເທດ ສສ ຫວຽດນາມ ເປັນເຈົ້າພາບ ແລະ ໄດ້ຮັບໃບຢັ້ງຢືນມາດຕະຖານສີມືແຮງ ງານໃນ ການແຂ່ງຂັນສີມືແຮງງານອາຊຽນ 24 ໃບ. ການແຂ່ງຂັນສີມືແຮງງານອາຊຽນເປັນກິດຈະກຳໜື່ງທີ່ຖືກຈັດຂຶ້ນທຸກໆ 2 ປີ ເຊິ່ງບັນດາປະເທດສະມາຊິກອາຊຽນໄດ້ຜັນປ່ຽນກັນເປັນເຈົ້າພາບ ແລະ ເຂົ້າຮ່ວມຕາມພັນທະຂອງປະເທດສະມາຊິກ ອາ ຊຽນ ທັງນີ້ກໍເພື່ອສົ່ງເສີມການພັດທະນາສີມືແຮງງານໃຫ້ແກ່ບັນດາຊາວໜຸ່ມ ນັກຮຽນ ນັກສຶກສາທີ່ເປັນກຳລັງແຮງຂອງ ຊາດໃນບັນດາປະເທດພາກພື້ນອາຊຽນ ໂດຍມີການຄັດເລືອກ ແລະ ມອບຫຼຽນລາງວັນໃຫ້ນັກແຂ່ງຂັນສີມືແຮງງານຜູ້ທີ່ຊະ ນະເລີດອັນດັບ 1 2 ແລະ 3 ພ້ອມກັນນັ້ນການແຂ່ງຂັນສີມືແຮງງານຍັງເປັນເວທີແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນ ລະກັນທາງດ້ານບົດຮຽນອັນພົ້ນເດັ່ນ ນະວັດຕະກຳ ແລະ ເຕັກໂນໂລຊີຕ່າງໆທີ່ມີການປ່ຽນແປງໄປຕາມຍຸກການຫັນເປັນ ອຸດສາຫະກຳ 4.0 ຄາດວ່າການແຂ່ງຂັນຄັ້ງນີ້ຈະສາມາດຍາດໄດ້ຢ່າງໜ້ອຍ 1 ຫຼຽນ. Share:FacebookTwitter
ລາວເຂົ້າຮ່ວມແຂ່ງຂັນສີມືແຮງງານອາຊຽນຄັ້ງທີ 13
https://v2.vientianemai.net/archives/58974
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາລັດຖະມົນຕີ ຮອງລັດຖະມົນຕີ ກະຊວງ-ອົງການທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ນະຄອນຫຼວງວຽງຈັນ (ນວ) ວັນທີ 23 ກໍລະກົດ 2023 ໃຫ້ການຕ້ອນຮັບ ແລະ ເຄື່ອນໄຫວວຽກຮ່ວມຂອງທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນວ ພ້ອມດ້ວຍຄະນະນຳຂອງ ນວ ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ.     ການເຄື່ອນໄຫວຄັ້ງນີ້ທ່ານ ສອນໄຊ ສີພັນດອນ ໄດ້ຢ້ຽມຢາມ ແລະ ຊຸກຍູ້ການຜະລິດ ຂອງບໍລິສັດ ພັນເພັດ ພັດທະນາກະສິກຳຈຳກັດຜູ້ດຽວ ຢູ່ບ້ານໜອງແຫ້ວ ເມືອງຫາດຊາຍຟອງ ນວ ເຊິ່ງທ່ານ ທອງສະຫວັນ ມີບຸນ ປະທານບໍລິສັດດັ່ງກ່າວລາຍງານໃຫ້ຮູ້ວ່າ: ເມື່ອກ່ອນຕົນໄດ້ປະກອບອາຊີບໂຮງສີເຂົ້າຂະໜາດນ້ອຍ ເພື່ອບໍລິການຮັບໃຊ້ສີເຂົ້າໃຫ້ປະຊາຊົນອ້ອມຂ້າງເມືອງ ຜ່ານການຈັດຕັ້ງປະຕິບັດໄລຍະໜຶ່ງແມ່ນມີຜົນສໍາເລັດດີພໍສົມຄວນ ຈຶ່ງໄດ້ມີສ້າງຕັ້ງເປັນບໍລິສັດ ພັນເພັດ ພັດທະນາກະສິກຳ ຈຳກັດຜູ້ດຽວ ໃນປີ 2008 ເປົ້າໝາຍແມ່ນສົ່ງເສີມການຜະລິດກະສິກໍາເປັນສິນຄ້າໃນຮູບແບບ 2+3 ປະຊາຊົນມີສ່ວນຮ່ວມ ພ້ອມນັ້ນພື່ອຕອບສະໜອງຕາມແນວທາງນະຟຍບາຍຂອພັກ ແລະ ລັດ ຫັນເປັນອຸດສາຫະກໍາທັນສະໄໝດ້ວຍການນໍາໃຊ້ກົນຈັກ ການຜະລິດແບບຄົບວົງຈອນ  ໂດຍນໍາໃຊ້ເນື້ອທີ່ດິນຂອງຕົນເອງ 30 ເຮັກຕາ ເພື່ອຂະຫຍາຍແນວພັນເຂົ້າລຸ້ນ 3 ແລະ ສະຖານທີ່ທົດລອງການນໍາໃຊ້ກົນຈັກເຂົ້າໃນການຜະລິດໃຫ້ແກ່ປະຊາຊົນ ມາຮອດປັດຈຸບັນບໍລິສັດສາມາດສະໜອງ ແລະ ບໍລິການກົນຈັກເຂົ້າສູ່ການຜະລິດໄດ້ 100% ພ້ອມຂະຫຍາຍແນວພັນເຂົ້າລຸ້ນ 3 ພາຍໃນ ແລະ ຕອບສະໜອງໃຫ້ແກ່ກຸ່ມຜະລິດບໍ່ຕໍ່າກວ່າ 1.000 ເຮັກຕາ ໄດ້ຊຸກຍູ້ການນໍາໃຊ້ຝຸ່ນຊີວະພາບທີ່ຜະລິດໃນລາວເປັນຈໍານວນຫຼາຍສົມຄວນ ນອກນີ້ບໍລິສັດຍັງມີຫ້ອງການບໍລິຫານລະບົບສາງ ໂຮງອົບເຂົ້າ ຊີງຊັ່ງຂະໜາດໃຫຍ່ທີ່ມີມາດຕະຖານ ແຕ່ຍັງບໍ່ພຽງພໍໃນການຮອງຮັບຜົນຜະລິດປະຊາຊົນ ສະເພາະປີ 2022 ສາມາດສົ່ງເຂົ້າໜຽວໄປ ສສ ຫວຽດນາມ 7.500 ໂຕນ ແລະ ຈໍາໜ່າຍພາຍໃນ 8.000 ກວ່າໂຕນ ແລະ ປ້ອນໂຮງງານອຸດສາຫະກໍາໄດ້ 5.000 ໂຕນ.     ຕໍ່ບັນຫາດັ່ງກ່າວ ບໍລິສັດໄດ້ສະເໜີໃຫ້ນາຍົກລັດຖະມົນຕີກໍ່ຄືຂະແໜງການກ່ຽວຂ້ອງຊ່ວຍຊຸກຍູ້ແຫຼງທຶນສໍາລັບປັບປຸງ ແລະ ຂະຫຍາຍໂຮງສີເຂົ້າໃຫ້ໄດ້ມາດຕະຖານ ສົ່ງອອກ ເພື່ອຮອງຮັບການຂາຍເຂົ້າໄປປະເທດບຣູໄນ ທີ່ບໍລິສັດໄດ້ເຊັນສັນຍາກັບກະຊວງກະສິກໍາ ແລະ ປ່າໄມ້ແລ້ວ ແລະ ຕະຫຼາດອື່ນໆ ທີ່ຕ້ອງການ ຊ່ວຍຊຸກຍູ້ສືບຕໍ່ທຶນທີ່ລັດຖະບານໄດ້ອະນຸມັດໄປໃນໂຄງການຜະລິດເປັນສິນຄ້າ ຊຸກຍູ້ການຮ່ວມມືຊື້-ຂາຍ ແລະ ແລກປ່ຽນສິນຄ້າກັບ ສ.ກູບາ ພ້ອມທັງເພີ່ມວົງເງິນສິນເຊື່ອ SME ໃຫ້ຫຼາຍຊຶ້ນ ແລະ ຢາກໄດ້ນັກວິຊາການຈາກພາກສ່ວນກ່ຽວຂ້ອງມາໃກ້ສິດຕິດແທດ ແລະ ຕິດຕາມໂຄງການຂອງບໍລິສັດ.     ໂອກາດນີ້ທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ບໍລິສັດທີ່ໄດ້ສືບທອດມູນເຊື້ອຈາກພໍ່ແມ່ ເພື່ອທໍາການຜະລິດເປັນສິນຄ້າ ແລະ ມີການຮ່ວມມືກັບ ສ.ກູບາ ພ້ອມນັ້ນເຫັນໄດ້ວ່າບໍລິສັດໄດ້ມີການປັບປຸງພັດທະນາຍົກສະມັດຕະພາບການຜະລິດຢ່າງຕໍ່ເນື່ອງ ຈົນກາຍເປັນຕົວແບບໃນການພັດທະນາກຸ່ມຊາວກະສິກອນ ກໍ່ຄືສະຫະກອນໄດ້ສຶກສາຮຽນຮູ້ການຜະລິດດ້ວຍກົນຈັກທີ່ທັນສະໄໝ ສ່ວນຂໍ້ຫຍຸ້ງຍາກທີ່ທາງບໍລິສັດສະເໜີ ເຫັນດີສ້າງພື້ນຖານໂຄງລ່າງການຜະລິດໃຫ່ວາມາດຮັບຮອງໄປຕາມແຕ່ລະຂອດຂັ້ນ ເພື່ອການສົ່ງອອກ ພ້ອມທັງ ຄົ້ນຄວ້າ ການລະດົມທຶນດ້ວຍຫຼາຍຮູບການ     ນອກນີ້ທ່ານນາຍົກລັດຖະມົນຕີພ້ອມຄະນະ ຍັງໄດ້ສືບຕໍ່ຢ້ຽມຢາມໂຮງງານອຸດສາຫະກຳໂຕໂຢລາວ ຈຳກັດຜູ້ດຽວ ຂອງກຸ່ມບໍລິສັດໄຊຍະວົງກຣຸບ ຢູ່ບ້ານ ໂພຄຳ ແລະ ບໍລິສັດມິດຕະພາບ ກະສິກຳ ຈຳກັດ ຢູ່ບ້ານ ສາມສະອາດ ເມືອງໄຊທານີ ນວ ຕື່ມອີກ. Share:FacebookTwitter
ນາຍົກລັດຖະມົນຕີຊຸກຍູ້ການຜະລິດຢູ່ ນວ
https://v2.vientianemai.net/archives/58983
ພິທີ ມອບ-ຮັບ ຂອງກາງປະເພດ ຢາເສບຕິດ ລະຫວ່າງ ກົມພາສີ ກະຊວງການເງິນ ແລະ ກົມຕຳຫຼວດ ສະກັດກັ້ນ ແລະ ຕ້ານຢາເສບຕິດ ກະຊວງປ້ອງກັນຄວາມສະຫງົບ ຈັດຂຶ້ນວັນທີ 20 ກໍລະກົດ 2023 ທີ່ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ ເປັນປະທານ ຂອງ ທ່ານ ພູເຂົາຄຳ ວັນນະວົງໄຊ ຫົວໜ້າກົມພາສີ ກະຊວງການເງິນ ມີທ່ານ ພັທ ຈັນເພັງ ປັນຍາວົງ ຮອງຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກະຊວງປ້ອງກັນຄວາມສະຫງົບ ຕາງໜ້າຈາກຫ້ອງການກະຊວງການເງິນ ພາສີປະຈໍານະຄອນຫຼວງ ຫົວໜ້າດ່ານພາສີສາກົນສະໝາມບິນວັດໄຕ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ I ພະແນກອ້ອມຂ້າງກົມພາສີ ແລະ ເຈົ້າໜ້າທີ່ກ່ຽວຂ້ອງເຂົ້າຮ່ວມ.  ທ່ານ ພູເຂົາຄຳ ວັນນະວົງໄຊ ຫົວໜ້າກົມພາສີ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຂອງເຈົ້າໜ້າທີ່ ພະແນກ ສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ ແລະ ເຈົ້າໜ້າທີ່ດ່ານພາສີສາກົນສະໝາມບິນວັດໄຕ ທີ່ໄດ້ຮ່ວມມືປະສານສົມທົບ ຢຶດຢາເສບຕິດທີ່ຈະສົ່ງອອກໄປຕ່າງປະເທດ ປະກອບມີ: ເຮໂຣອິນ ຢາໄອສ໌ ຢາບ້າ ຢາຝິ່ນ ກັນຊາອັດແທ່ງ ຈຳນວນ 29 ຄະດີ ນ້ຳໜັກ ລວມທັງໝົດ 96,77 ກິໂລ ແລະ ຜູ້ຖືກຫາ ໄດ້ມອບໃຫ້ເຈົ້າໜ້າທີ່ຕໍາຫຼວດ ດຳເນີນຄະດີຕາມກົດໝາຍ. ນອກຈາກນີ້ ກົມພາສີ ກະຊວງການເງິນ ໄດ້ລົງເລິກໃນການນຳພາ-ຊີ້ນຳ ຕໍ່ວຽກງານສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ ໃນຂອບເຂດທົ່ວປະເທດ ຢ່າງເປັນປົກກະຕິ ເຮັດໃຫ້ວຽກງານສາມາດເຄື່ອນໄຫວຕາມໜ້າທີ່ ຂອບເຂດສິດທີ່ໄດ້ຮັບມອບໝາຍ ຢ່າງມີປະສິດທິຜົນສູງ ເວົ້າລວມ ເວົ້າສະເພາະ ແມ່ນໄດ້ນຳພາ-ຊີ້ນຳ ຕໍ່ວຽກງານສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ ຢ່າງໄກ້ສິດ ແລະ ເປັນປະຈຳ ການຫັນເອົາວຽກງານດັ່ງກ່າວມາລວມສູນຕາມສາຍຕັ້ງ ແມ່ນສອດຄ່ອງກັບສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ແລະ ເງື່ອນໄຂຕົວຈິງໃນປັດຈຸບັນ. ພ້ອມກັນນັ້ນ ກໍໄດ້ດໍາເນີນການແກ້ໄຂຄະດີທາງພາສີ ແລະ ປະກອບສໍານວນຄະດີສົ່ງໃຫ້ໄອຍະການປະຊາຊົນ ສົ່ງຟ້ອງຂຶ້ນສານຕັດສິນ ຕາມຂະບວນການຍຸດຕິທໍາໄດ້ຫຼາຍຄະດີ ບັງຄັບໃຊ້ກົດ ໝາຍຕໍ່ບຸກຄົນ ນິຕິບຸກຄົນ ແລະ ການຈັດຕັ້ງທີ່ລະເມີດຕໍ່ກົດໝາຍວ່າດ້ວຍພາສີ ລວມທັງຜູ້ສົມຮູ້ຮ່ວມຄິດໃນການກະທໍາຜິດ ແນໃສ່ເຮັດໃຫ້ການລັກລອບຫຼົບຫຼີກພາສີຫຼຸດໜ້ອຍຖອຍລົງເທື່ອລະກ້າວ. Share:FacebookTwitter
ສອງພາກສ່ວນ ມອບ-ຮັບ ຂອງກາງຢາເສບຕິດຈຳນວນ 29 ຄະດີ ນໍ້າໜັກ 96,77 ກິໂລ
https://v2.vientianemai.net/archives/58990
ຫຼາຍຄົນໜ້າຈະຮູ້ວ່າ ຕອນນີ້  ສ ປປ ລາວ ກຳລັງເຮັດຫຍັງຢູ່ ແລະ ມີການພັດທະນາໄປໃນທິດທາງໃດ? ມີຫຼາຍສື່ຂ່າວທີ່ບໍ່ເປັນທາງການໄດ້ລາຍງານຂ່າວໄປໃນຫຼາຍທິດທາງວ່າລາວມີການຂາດດຸນການຄ້າມາໂດຍຕະຫຼອດແຕ່ແທ້ຈິງແລ້ວ ນັບຈາກໄຕມາດ 3 ຂອງປີ 2020 ລາວປ່ຽນສະຖານະຈາກຂາດດຸນບັນຊີການຄ້າ (Trade Deficit) ມາເປັນການ ເກີນດຸນບັນຊີການຄ້າ (Trade Surplus) ແລ້ວເວົ້າງ່າຍໆວ່າ: ລາວມີມູນຄ່າການສົ່ງອອກສິນຄ້າ ຫຼາຍກວ່າມູນຄ່ານຳເຂົ້ານັ້ນ ເອງ ຖ້າຫາກສັງເກດມູນຄ່າການສົ່ງອອກຂອງລາວທີ່ຜ່ານມາ. –  ໃນປີ 2021 ມູນຄ່າການສົ່ງອອກ 7.695 ລ້ານໂດລາສະຫະລັດ – ໃນປີ 2022 ມູນຄ່າການສົ່ງອອກ 8.198 ລ້ານໂດລາສະຫະລັດ ຈະເຫັນໄດ້ວ່າ ມູນຄ່າການສົ່ງອອກຂອງລາວມີການເຕີບໃຫຍ່ຂຶ້ນຈາກປີຜ່ານມາ ເຊິ່ງປັດໄຈສຳຄັນທີ່ເຮັດໃຫ້ການສົ່ງອອກ ເພີ່ມຂຶ້ນ ສ່ວນໃຫຍ່ກໍມາຈາກການສົ່ງອອກ ໄຟຟ້າ ແຮ່ທາດ ຜະລິດຜົນຈາກໄມ້ ເຍື້ອໄມ້ ແລະ ເຈ້ຍ ສິນຄ້າກະເສດ ໄປຍັງ ປະເທດປາຍທາງຕ່າງໆເຊັ່ນ : ປະເທດໄທ ຈີນ ຫວຽດນາມ ອອດສະເຕເລຍ ແລະ ສິງກະໂປ. ນອກຈາກນີ້ ສປປ ລາວຍັງມີໂຄງສ້າງພື້ນຖານ ແລະ ໂຄງການຂະໜາດໃຫຍ່ທີ່ກຳລັງສ້າງສຳເລັດ ເປັນຕົ້ນແມ່ນ ໂຄງການ ໄຟຟ້າພະລັງງານນ້ຳ ໂຄງການລົດໄຟຟ້າລາວ-ຈີນ ໂຄງການກໍ່ສ້າງເຂດເສດຖະກິດພິເສດໃໝ່ ສູນໂລຈິດສະຕິກວຽງຈັນ (Vientiane Logistics park) ໂດຍສະເພາະ 2 ໂຄງການຫຼັງຈາກທີ່ເອື້ອປະໂຫຍດຢ່າງຫຼວງຫຼາຍຕໍ່ການສົ່ງອອກຂອງ ສປປ ລາວ ຊ່ວຍຫຼຸດຕົ້ນທຶນ ແລະ ປະຫຍັດເວລາໃນການຂົນສົ່ງສິນຄ້າ ແລະ ສະດວກສະບາຍຫຼາຍຂຶ້ນ. ສີ່ງທີ່ເປັນຈຸດເດັ່ນທີ່ສຸດຂອງ ສປປ ລາວ ກໍຄື ການໄດ້ປຽບຂອງພູມສັນຖານຂອງປະເທດ ເຊິ່ງສົ່ງຜົນດີຕໍ່ເສດຖະກິດລາວ ໃນຫຼາຍໆດ້ານ ຂໍ້ທຳອິດ ກໍຄື ການເປັນຜູ້ພັດທະນາໂຮງໄຟຟ້າພະລັງງານນ້ຳລາຍໃຫຍ່ຂອງອາຊຽນ ຈົນໄດ້ຮັບສາຍານາມວ່າ “ແບັດເຕຣີແຮງອາຊຽນ” ສັງເກດໄດ້ຈາກສິນຄ້າສົ່ງອອກສໍາຄັນໃນອັນດັບ 1 ຂອງ ສປປ ລາວ ນັ້ນກໍຄືໄຟຟ້າ ເຊິ່ງຂໍ້ໄດ້ປຽບ ດ້ານພູມສັນຖານປະເທດລາວ ມີພື້ນທີ່ຮອງຮັບນ້ຳໄດ້ຫຼາຍເຖິງ 202.000 ກິໂລຕາແມັດ ຄິດເປັນ 85% ຂອງພື້ນທີ່ທັງໝົດ ເຮັດໃຫ້ ສປປ ລາວ ສາມາດນຳພະລັງງານນ້ຳມາຜະລິດເປັນໄຟຟ້າ ຄິດເປັນ 80% ຂອງກຳລັງການຜະລິດໄຟຟ້າທັງໝົດ ໂດຍຕາມເປົ້າໝາຍຂອງ ສປປ ລາວ ພາຍໃນປີ 2030 ລາວຈະມີກຳລັງຜະລິດໄຟຟ້າ 20,000 ເມກາວັດ ຫຼື ເພີ່ມຂຶ້ນເຖິງ 80% ຈາກປັດຈຸບັນທີ່ມີກຳລັງຜະລິດ 11.000 ເມກາວັດ. ຍິ່ງໄປກວ່ານັ້ນ ທາງ ສປປ ລາວ ຍັງມີແຜນຈະປັບປຸງປະສິດທິພາບ ແລະ ຂະຫຍາຍສາຍສົ່ງໄຟຟ້າ ທັງໃນປະເທດ ແລະ ໄປ ປະເທດເພື່ອນບ້ານ ເຮັດໃຫ້ມີຄວາມສະຖຽນໃນການຈ່າຍໄຟຟ້າໃຫ້ດີຂຶ້ນ ແລະ ຄວບຄຸມໄປທົ່ວພື້ນທີ່ ເຊິ່ງນອກຈາກຈະ ຊ່ວຍໃຫ້ຮອງຮັບການໃຊ້ໄຟຟ້າພາຍໃນປະເທດໄດ້ຢ່າງສົມບູນແລ້ວ ຍັງສາມາດເພີ່ມໂອກາດໃນການສົ່ງອອກໄປສູ່ປະເທດ ຕ່າງໆ ໃນອາຊຽນ ກາຍເປັນເມັດເງິນລາຍໄດ້ເຂົ້າປະເທດລາວອີກດ້ວຍ. ຂໍ້ຕໍ່ມາຄື ການເປັນປະຕູເຊື່ອມຕໍ່ລະຫວ່າງຈີນ ແລະ ອາຊຽນ ລາວມຸ້ງໜ້າສູ່ການເປັນສູນກາງດ້ານໂລຈິສຕິກ ແລະ ຈຸດເຊື່ອມ ໂຍງທີ່ສຳຄັນຂອງອາຊຽນ ຜ່ານການລົງທຶນໃນໂຄງສ້າງພື້ນຖານດ້ານຄົມມະນາຄົມຢ່າງເຕັມຮູບແບບ  ເຊັ່ນໂຄງການລົດໄຟ ຟ້າລາວ-ຈີນ ທາງດ່ວນວຽງຈັນ-ບໍ່ເຕ່ນ ແລະ ໂຄງການທ່າບົກທ່ານາແລ້ງ ສູນໂລຈິສຕິກວຽງຈັນ ທີ່ເປີດດຳເນີນການໄປແລ້ວ ເຊິ່ງຈະສົ່ງຜົນໃຫ້ຜູ້ປະກອບການສາມາດຫຼຸດຕົ້ນທຶນ ແລະ ໄລຍະເວລາໃນການຂົ່ນສົ່ງ ຊ່ວຍເພີ່ມໂອກາດໃຫ້ ສິນຄ້າສົ່ງອອກ ຂອງອາຊຽນ ມີການຂົນສົ່ງທາງປະເທດລາວຫຼາຍຂຶ້ນ ລວມໄປຮອດການຊ່ວຍດຶງດູດການລົງທຶນຈາກຕ່າງປະເທດມາຕັ້ງ ຖານໃນຜະລິດໃນ ສປປ ລາວ ມາຮອດນີ້ເຮົາຄົງເຫັນສັກກະຍາພາບການເຕີບໂຕຂອງ ສປປ ລາວ ກັນໄປແລ້ວ. ຄຳຖາມຕໍ່ມາຄື ແລ້ວລາວມີຄວາມສ່ຽງຫຍັງແນ່? ໃນປີທີ່ຜ່ານມາ ຢ່າງທີ່ເຮົາຮູ້ກັນວ່າລາວພົບກັບວິກິດເງິນກີບອ່ອນຄ່າ ເຮັດໃຫ້ ສປປ ລາວ ຕ້ອງນຳເຂົ້ານ້ຳມັນເພື່ອມາໃຊ້ພາຍ ໃນປະເທດ ໃນລາຄາທີ່ແພງຂຶ້ນ ສົ່ງຜົນໃຫ້ ສປປ ລາວ ຍັງຕ້ອງປະເຊີນໜ້າກັບບັນຫາອັດຕາເງິນເຟີທີ່ສູງຂຶ້ນ ເຊິ່ງ ສປປ ລາວ ເອງນັ້ນ ກໍມີມາດຕະການຕ່າງໆ ອອກມາແກ່ບັນຫາ ບໍ່ວ່າຈະເປັນ: – ປັບຂຶ້ນອັດຕາດອກເບ້ຍນະໂຍບາຍ – ປັບຂຶ້ນອັດຕາສ່ວນສຳຮອງເງິນກີບກັບເງິນຕາຕ່າງປະເທດ – ອອກພັນທະບັດໄລຍະສັ້ນຂອງທະນາຄານແຫ່ງ ສປປ ລາວ ໃນສະກຸນເງິນກີບ ເພື່ອດຶງເງິນກີບເຂົ້າລະບົບ – ປິດຮ້ານແລກປ່ຽນເງິນທົ່ວປະເທດ ໂດຍການແລກເງິນກັບທະນາຄານເທົ່ານັ້ນ ຊຶ່ງເຮັດໃຫ້ຄ່າເງິນບໍ່ຜັນຜວນ ແລະ ເຮັດໃຫ້ຈັດການບໍລິຫານໄດ້ງ່າຍຂຶ້ນ. ໂດຍມາດຕະການຕ່າງໆ ທີ່ອອກມາເລີ່ມສົ່ງຜົນໃຫ້ອັດຕາເງິນເຟີ້ຄ່ອຍຫຼຸດລົງໃນປີນີ້ ແລະ ໃນໄຕມາດ 4 ປີ 2024 ຮອດຕົ້ນປີ 2025 ຄາດວ່າຈະມີສັນຍານປັບຕົວໃນທາງທີ່ດີຂອງຄ່າເງິນກີບ ພ້ອມນັ້ນທາງດ້ານຈຳນວນໜີ້ສິນຕ່າງປະເທດຂອງ ສປປ ລາວ. – ປີ 2019 ໜີ້ສິນຕ່າງປະເທດ 10.684 ລ້ານໂດລາສະຫະລັດ – ປີ 2021 ໜີ້ສິນຕ່າງປະເທດ 10.426 ລ້ານໂດລາສະຫະລັດ – ປີ 2022 ໜີ້ສິນຕ່າງປະເທດ 10.495 ລ້ານໂດລາສະຫະລັດ ເຫັນໄດ້ວ່າ ຕົວເລກໜີ້ຕ່າງປະເທດນັ້ນ ບໍ່ມີການເພີ່ມຂຶ້ນແຕ່ຢ່າງໃດ ໝາຍຄວາມວ່າ ສປປ ລາວ ບໍ່ໄດ້ກໍ່ໜີ້ຕ່າງປະເທດ ເພີ່ມຂຶ້ນ ທັ້ງນີ້ ຍັງອາດມີແນວໂນ້ມລົດລົງຕໍ່ຈາກນີ້ອີກດ້ວຍ ໂດຍ ສປປ ລາວ ຈະມີລາຍໄດ້ເພີ່ມຂຶ້ນຈາກໂຄງການຂະ ໜາດໃຫຍ່ ເຊັ່ນ: ໂຄງການໂຮງໄຟຟ້າ ແລະ ໂຄງການສ້າງຖານຄົມມະນາຄົມ ເຊິ່ງຫຼາຍໆໂຄງການໄດ້ເລີ່ມເຂົ້າສູ່ໄລ​ຍະເກັບ ກ່ຽວລາຍໄດ້ແລ້ວ ແລະ ຫຼັງຈາກນີ້ ສປປ ລາວ ຍັງບໍ່ມີຄວາມຈຳເປັນຕ້ອງໃຊ້ເງິນລົງທຶນໃນໂຄງການຂະໜາດໃຫຍ່ ເນື່ອງຈາກ ລົງສຳເລັດໄປແລ້ວກ່ອນໜ້ານີ້ ລວມໄປເຖິງ ສປປ ລາວ ໄດ້ມີການບໍລິຫານຈັດການຄວບຄຸມການຂາດດຸນງົບປະມານເປັນ ຢ່າງດີ ສົ່ງຜົນໃຫ້ຕັ້ງແຕ່ປີ 2021 ເປັນຕົ້ນມາ ມີການຂາດດຸນງົບປະມານທີ່ຫຼຸດ. ໃນປັດຈຸບັນໜີ້ສິນຕ່າງປະເທດຂອງ ສປປ ລາວ ມີສັດສ່ວນ 40% ເປັນເງິນກູ້ເງື່ອນໄຂທົ່ວໄປ (Market Term Debts) ແລະ 60% ເປັນເງິນກູ້ທີ່ມີເງື່ອນໄຂ (Concessional loans) ຈະເຫັນວ່າ Concessional loans ຈະມີສັດສ່ວນທີ່ສູງຂຶ້ນເກີນເຄິ່ງ ເຊິ່ງຂໍ້ດີຂອງໜີ້ປະເພດນີ້ກໍຄື ມີຕົ້ນທຶນທາງການເງິນທີ່ຕໍ່າ ແລະ ມີຄວາມຍືນຍົງຫຼາຍກວ່າ ໂດຍປີ 2023-2030 ໜີ້ສິນຕ່າງ ປະເທດຂອງ ສປປ ລາວ ຈະຄົບກຳນົດຊຳລະໃນແຕ່ລະປີ ຢູ່ທີ່ 1.200-1.500 ລ້ານໂດລາສະຫະລັດ (ເປັນເງິນຕົ້ນ 900-1.200 ລ້ານໂດລາສະຫະລັດ). ສປປ ລາວ ເອງ ກໍມີການຕຽມການຫາແຫຼ່ງລາຍໄດ້ ແລະ ເງິນທຶນທີ່ເປັນເງິນຕາຕ່າງປະເທດ ເພື່ອມາຮອງຮັບໜີ້ສິນຕ່າງປະເທດໄວ້ແລ້ວ ຜ່ານ 5 ແຫຼ່ງຫຼັກໆຄື : 1. ພາສີ ຄ່າສິດ ແລະ ຄ່າສຳປະທານ ທີ່ຮັບເປັນສະກຸນເງິນຕາຕ່າງປະເທດຈາກ ໂຄງການໄຟຟ້າ ໂຄງການບໍ່ແຮ່ ຄ່າບິນຜ່ານນ່ານຟ້າ ແລະ ຄ່າລົງຈອດຂອງເຮືອບິນ. 2. ເງິນທີ່ໄດ້ຮັບຈາກການຊຳລະໜີ້ຄືນ ຈາກເງິນທີ່ໃຫ້ລັດວິສາຫະກິດກູ້ຢືມ 3. ການອອກພັນທະບັດໃນປະເທດ 4. Refinance ເງິນກູ້ຢືມ 5. ແຫຼ່ງເງິນອື່ນໆ ເຊັ່ນ ຄ່າທໍານຽມສຳປະທານຈາກໂຄງການຕ່າງໆ ເງິນທີ່ໄດ້ຮັບຈາກການແປຮູບລັດວິສາຫະກິດ. ສະຫຼຸບງ່າຍໆວ່າ ສປປ ລາວ ອອກມາດຕະການມາແກ້ໄຂບັນຫາເງິນເຟີ້ ແລະ ກໍມີການບໍລິຫານຈັດການໜີ້ ລວມໄປ ຮອດການກະກຽມແຫຼ່ງລາຍໄດ້ ແລະ ເງິນທຶນ ມາຮອງຮັບໜີ້ສິນຕ່າງປະເທດ ຢ່າງພຽງພໍຕໍ່ການຊຳລະໜີ້ລາຍປີ ດ້ວຍສັກກະຍາພາບການເຕີບໂຕຂອງ ສປປ ລາວ ແລະ ແນວໂນ້ມທາງເສດຖະກິດທີ່ດີຂຶ້ນເລື້ອຍໆ ຊື່ງເຮັດໃຫ້ບັນ ດານັກລົງທຶນຫລາຍປະເທດຈັບຕາເບິ່ງຫຼາຍຂຶ້ນ ເພື່ອມຸ່ງໜ້າພັດທະນາ ແລະ ປ່ຽນແປງປະເທດ ຍົກລະດັບເສດຖະກິດ ໃຫ້ໄປໄດ້ໄກກວ່າເກົ່າ. Share:FacebookTwitter
ເສດຖະກິດລາວຈະຟື້ນຕົວ ສົ່ງສັນຍານໃຫ້ນັກລົງທຶນ
https://v2.vientianemai.net/archives/58996
ກອງປະຊຸມທາບທາມຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການນໍາພາຂອງຄະນະບໍລິຫານງານສູນກາງພັກກາງສະໄໝທີ XI ຈຸດທາບ ທາມ ນະຄອຫຼວງວຽຈັນ (ນວ) ຈັດຂຶ້ນວັນທີ 24 ກໍລະກົດ 2023 ທີ່ຫ້ອງວ່າການ ນວ ເປັນປະທານຂອງ ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ຄະ​ນະເລຂາທິການສູນກາງພັກ ປະທານກວດກາສູນກາງພັກ ມີ ສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນ ນະ​ຄອນຫຼວງວຽງ​ຈັນ ສະ​ຫາຍ ອາດສະພັງທອງ ສີພັນດອນ ຮອງເລຂາຄະນະພັກ ເຈົ້າຄອງນະ​ຄອນຫຼວງວຽງ​ຈັນ ພ້ອມດ້ວຍ ເລຂາຄະນະພັກ ຄະນະບໍລິຫານງານພັກ ແລະ ຄະນະປະຈໍາພັກ ​ນະ​ຄອນຫຼວງວຽງ​ຈັນ ຕະຫຼອດຮອດເລຂາພັກແຂວງວຽງຈັນ ແຂວງໄຊສົມ ບູນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງການທາບທາມຄັ້ງນີ້ ເພື່ອພ້ອມກັນເບິ່ງຄືນ ແລະ ຕີລາຄາລວມຂອງຄະນະບໍລິຫານງານສູນກາງພັກໃນການຜັນຂະ ຫຍາຍຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ກາງສະໄໝ ຜ່ານມາຕໍ່ກັບແຕ່ລະຂົງເຂດວຽກງານ ໂດຍຍົກໃຫ້ເຫັນດ້ານຕັ້ງໜ້າ ດ້ານຫຍໍ້ທໍ້ ຫຼື ຈຸດອ່ອນ ຂໍ້ຄົງຄ້າງ ສາ ເຫດທີ່ພາໃຫ້ມີຂໍ້ຄົງຄ້າງ ເພື່ອປັບປຸງແກ້ໄຂໃນຕໍ່ໜ້າ ພ້ອມນັ້ນໃຫ້ພ້ອມກັນຄົ້ນຄວ້າ ມີຄວາມເຫັນຕີລາຄາບັນຫາຕ່າງໆທີ່ ພົວພັນເຖິງຄຸນ ລັກສະນະ ມາດຖານຂອງພະນັກງານນໍາພາຄຸ້ມຄອງ ນອກນີ້ຍັງເປັນການເປີດກວ້າງປະຊາທິປະໄຕ ພາຍໃນ ພັກຂອງພວກເຮົາ ເພື່ອໃຫ້ປະກອບຄວາມເຫັນຕໍ່ຄວາມຮັບຜິດຊອບລວມຂອງຄະນະບໍລິຫານງານສູນກາງພັກ ແລະ ຄວາມ ຮັບຜິດຊອບໜ້າທີ່ການເມືອງຂອງແຕ່ລະສະຫາຍຄະນະບໍລິຫານງານສູນກາງພັກ ແນໃສ່ປັບປຸງພັກໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ມີຄວາມເປັນເອກະພາບສູງ ເພື່ອສືບຕໍ່ເປັນຫຼັກແຫຼ່ງນຳພາປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້. ໂອກາດນີ້ ສະຫາຍ ຄໍາພັນ ພົມມະທັດ ໄດ້ມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມເຊິ່ງມີເນື້ອໃນບາງຕອນວ່າ: ການປະກອບຄໍາຄິດ ເຫັນຂອງແຕ່ລະສະຫາຍໃນຄະນະບໍລິຫານງານສູນກາງພັກໃຫ້ເບິ່ງ ແລະ ຕີລາຄາຄຸນທາດການເມືອງ ຄຸນສົມບັດສິນທໍາປະ ຕິວັດ ຄວາມຮັບ ຜິດຊອບ ຕໍ່ໜ້າທີ່ການເມືອງລວມຂອງສູນກາງພັກ ກໍຄື ຄວາມຮັບຜິດຊອບໜ້າທີ່ການເມືອງທີ່ແຕ່ລະສະ ຫາຍໄດ້ຮັບມອບໝາຍ ເບິ່ງຄວາມຮູ້ຄວາມສາມາດ ກໍຄື ຜົນສຳເລັດ ຫຼື ບໍ່ສຳເລັດໃນການປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍ ເບິ່ງແບບແຜນນຳພາ ແລະ ວິທີເຮັດວຽກ ການເຄົາລົບ ແລະ ປະຕິບັດຫຼັກການນຳພາຂອງພັກ ໃຫ້ເບິ່ງແນວຄິດ ແລະ ທັດສະ ນະ ໃນການຄົ້ນຄວ້າເບິ່ງບັນຫາຕ່າງໆ ມີຄວາມຮອບຄອບ ເລິກເຊິ່ງ ພາວະວິໄສ ແທດເຖິງຕົວຈິງ ເບິ່ງທັດສະນະມະຫາຊົນ ແບບແຜນການດຳລົງຊີວິດ ການຫຼິ້ນກິນຟູມເຟືອຍ ການພົວພັນໃນຄອບຄົວ ແລະ ສັງຄົມ ການສໍ້ລາດບັງຫຼວງ ການສວຍໃຊ້ ໜ້າທີ່ ສິດອຳນາດ ເພື່ອຜົນປະໂຫຍດສ່ວນຕົວດ້ວຍທາງກົງ ຫຼື ທາງອ້ອມ ຄວາມເປັນແບບຢ່າງທີ່ດີ ການເຝິກຝົນຫຼໍ່ຫຼອມ ຕົນເອງ ເພື່ອພັດທະນາໃຫ້ສົມຄູ່ກັບໜ້າທີ່ການ ເມືອງທີ່ໄດ້ຮັບການມອບໝາຍ ແລະ ອື່ນໆ. ນອກນີ້ກອງປະຊຸມຍັງໄດ້ເຜີຍແຜ່ຈຸດປະສົງ ລະດັບຄາດໝາຍ ແລະ ຄວາມສໍາຄັນນຂອງຄໍາສັ່ງ ຄະນະເລຂາທິການສູນກາງ ພັກ ມາດຖານລວມ ມາດຖານສະເພາະຂອງຄະນະບໍລິຫານງານສູນກາງພັກ ແລະ ໜ້າທີ່ຂອງຄະນະບໍລິຫານງານສູນກາງ ພັກ ແລະ ໄດ້ມີການຜ່ານລະບຽບການທາບທາມ ແຈກຢາຍບັດ ຈາກນັ້ນໄດ້ມີການດໍາເນີນການທາບທາມູວາມໄວ້ວາງໃຈ ຕໍ່ການນໍາພາຊີ້ນໍາລວມຄັ້ງນີ້ອີກດ້ວຍ. Share:FacebookTwitter
ທາບທາມຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການນໍາພາຂອງຄະນະບໍລິຫານງານສູນກາງພັກກາງສະໄໝທີ XI
https://v2.vientianemai.net/archives/59003
ນຳໃຊ້ແທັບເລັດຈຳນວນ 1.245 ເຄື່ອງ ໃນການເກັບກຳຂໍ້ມູນ ແລະ ການເຝິກອົບຮົມໃຫ້ແກ່ທີມງານຜູ້ເຮັດວຽກສຶກສານິເທດຢູ່ໃນ 30 ເມືອງເປົ້າໝາຍ ຂອງແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).     ກະຊວງສຶກສາທິການ ແລະ ກີລາ ແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການ USAID ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ໄດ້ເປີດຊຸດເຝິກອົບຮົມຄັ້ງທີສອງ ເພື່ອເຝິກການໃຫ້ການຊ່ວຍເຫຼືອຄູສອນຊັ້ນປະຖົມສຶກສາ ກອງປະຊຸມເພື່ອສະໜັບສະໜູນຄູຊັ້ນປະຖົມສຶກສາໃນວຽກງານການພັດທະນາວິຊາາຊີບຄູແບບຕໍ່ເນື່ອງ  ໄດ້ຈັດຂຶ້ນໃນ ກາງເດືອນ ກໍລະກົດ 2023 ຢູ່ທີ່ວິທະຍາໄລຄູສະຫວັນນະເຂດ ວິທະຍາໄລຄູຫຼວງນ້ໍາທາ ແລະ ວິທະຍາໄລຄູຄັງໄຄ ການເຝິກອົບຮົມດັ່ງກ່າວແມ່ນເພື່ອເຝິກໃຫ້ແກ່ກຸ່ມພະນັກງານຜູ້ເຮັດວຽກສຶກສານິເທດພາຍໃນ ເພື່ອຊ່ວຍເຫຼືອດ້ານການສອນ ໃນ 30 ເມືອງເປົ້າໝາຍຂອງແຜນງານບີຄວາ ເຊິ່ງຈະດຳເນີນໄປຈົນຮອດກາງເດືອນສິງຫາ 2023 ນີ້.     ຮອບການເຝິກອົບຮົມນີ້ ປະກອບມີການເຝິກອົບຮົມດ້ານນຳໃຊ້ເຕັກໂນໂລຊີເພື່ອການສື່ສານ ແລະ ຂໍ້ມູນຂ່າວສານ ໃຫ້ແກ່ຜູ້ເຮັດວຽກສຶກສານິເທດພາຍໃນທັງໝົດ ທີມງານວິຊາການຂອງວິທະຍາໄລຄູ ແລະ ພະນັກງານຈາກຫ້ອງການສຶກສາທິການ ແລະ ກີລາ ເມືອງເປົ້າໝາຍຈໍານວນ 30 ເມືອງ ເຊິ່ງພວກເຂົາຈະຮັບແທັບເລັດເພື່ອໃຊ້ໃນວຽກງານ ໃນໄລຍະການເຝິກອົບຮົມຊຸດໃໝ່ນີ້ຈະໃຊ້ເວລາ 5 ວັນ ເຂົາເຈົ້າຈະໄດ້ຮຽນຮູ້ພື້ນຖານການນຳໃຊ້ແທັບເລັດ (ເລີ່ມຕົ້ນດ້ວຍການຮຽນນຳໃຊ້ແທັບເລັດ ໜ້າທີ່ພື້ນຖານຂອງແທັບເລັດ ແລະ ການແກ້ໄຂບັນຫາ) ແລະ ຍັງວິທີການເຂົ້າເຖິງສື່ການຮຽນ-ການສອນດິຈິຕອນທີ່ມີຢູ່ ເຊັ່ນ: ຊ່ອງທາງ ຢູທູບ ວິດີໂອສຳລັບການພັດທະນາຄູ ແລະ ທາງຄັງປັນຍາລາວ ພວກເຂົາເຈົ້າຍັງຈະໄດ້ຮຽນຮູ້ວິທີການນໍາໃຊ້ ອຸປະກອນເພື່ອການສື່ສານ ແລະ ຂໍ້ມູນຂ່າວສານ ສໍາລັບການເກັບຂໍ້ມູນ ແລະ ການເກັບບັນທຶກຂໍ້ມູນຈາກການລົງຕິດຕາມໂຮງຮຽນ.     ຈຸດປະສົງແມ່ນເພື່ອໃຫ້ເຂົາເຈົ້າສາມາດປະສົມປະສານເຄື່ອງມືທັນສະໄໝ ເຂົ້າໃນພາລະບົດບາດຂອງເຂົາເຈົ້າໃນລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ເພື່ອເປົ້າໝາຍສ້າງຄວາມເຂັ້ມແຂງດ້ານຄຸນນະພາບດ້ານການສອນ ແລະ ປັບປຸງຜົນການຮຽນຂອງນັກຮຽນ ແລະ ການມີສ່ວນຮ່ວມຂອງພວກເຂົາ.     ໃນລະບົບໃໝ່ຂອງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ  ແລະ ການສະໜັບສະໜູນຄູຢ່າງຕໍ່ເນື່ອງ ແມ່ນໄດ້ອຳນວຍຄວາມສະດວກໂດຍທີມງານຜູ້ເຮັດວຽກສຶກສານິເທດພາຍໃນ ທີ່ໄດ້ຖຶກຄັດເລືອກໃນເດືອນ ກຸມພາ-ມີນາ 2023 ຜ່ານມາ ໃນ 30 ເມືອງເປົ້າໝາຍຈາກ 7 ແຂວງ (ຜົ້ງສາລີ ຫຼວງນ້ຳທາ ບໍ່ແກ້ວ ຫົວພັນ ຊຽງຂວາງ ສະຫວັນນະເຂດ ແລະ ຄຳມ່ວນ) ທີມງານຜູ້ເຮັດວຽກສຶກສານິເທດພາຍໃນ ແມ່ນຖຶກຄັດເລືອກໂດຍອີງໃສ່ລະດັບໂຮງຮຽນ ແລະ ປະກອບມີ 1.043 ທ່ານ ຜູ້ອໍານວຍການ ແລະ ຮອງອໍານວຍການ (40%) ແລະ ຄູ (60%) ແລະ 56% ຂອງສະມາຊິກທີມງານຜູ້ເຮັດວຽກສຶກສານິເທດພາຍໃນ ແມ່ນເພດຍິງ ໃນ 3 ວິທະຍາໄລຄູ ເປົ້າໝາຍຄື: ວິທະຍາໄລຄູສະຫວັນນະເຂດ ວິທະຍາໄລຄູຄັງໄຂ ແລະ ວິທະຍາໄລຄູຫຼວງນ້ຳທາ ເຊິ່ງຈະນຳພາທີມງານຜູ້ເຮັດວຽກສຶກສານິເທດພາຍໃນ ສ້າງຂີດຄວາມສາມາດເພື່ອໃຫ້ການຊ່ວຍເຫຼືອທີ່ມີຄຸນນະພາບແກ່ຄູສອນຊັ້ນປະຖົມສຶກສາ.     ການຝຶກອົບຮົມຄັ້ງທີ 1 ໄດ້ຈັດຂຶ້ນໃນເດືອນເມສາ 2023 ຜ່ານມາໂດຍເນັ້ນໃສ່ທັກສະການອໍານວຍຄວາມສະດວກ ຫຼັກການການຮຽນຮູ້ຂອງຜູ້ໃຫຍ່ ແລະ ເຄື່ອງມືພາກປະຕິບັດເພື່ອສະໜັບສະໜູນຄູເຂົ້າຮ່ວມໃນກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ເຊັ່ນ: ການໄປລົງໄປຕິດຕາມໂຮງຮຽນ ການໃຫ້ຄໍາປຶກສາ ການສັງເກດການສອນຂອງຄູໃນໂຮງຮຽນດ້ວຍກັນ ແລະ ຮອບວຽນການຮຽນ ການຝຶກອົບຮົມຄັ້ງທີສອງ ແມ່ນຈະສຸມໃສ່ການປະຕິບັດການສອນທີ່ສາມາດນໍາໃຊ້ໃນຫ້ອງຮຽນ ຮຽນນຳໃຊ້ແທັບເລັດ ແລະ ວິທີການນໍາໃຊ້ແທັບເລັດເພື່ອສະໜັບສະໜູນຄູໃນວຽກງານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ.     ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ໄດ້ກ່າວວ່າ: ຍັງມີຄວາມຫຍຸ້ງຍາກຫຼາຍຢ່າງຕໍ່ການເຂົ້າເຖິງສື່ການຮຽນ-ການສອນແບບດີຈີຕອນ ເຊັ່ນ: ຄອມພິວເຕີ ແລະ ອິນເຕີເນັດ ເຊັ່ນດຽວກັບການພັດທະນາຄວາມສາມາດດ້ານວິຊາການໃນການນຳໃຊ້ເຄື່ອງມືດັ່ງກ່າວ ເພື່ອຊ່ວຍເຫຼືອທີມງານດ້ານວິຊາການຈາກວິທະຍາ ໄລຄູ ແລະ ທີມງານຜູ້ເຮັດວຽກສຶກສານິເທດ ດ້ານອຸປະກອນ ແລະ ການຈັດການເຝິກອົບຮົມ ຈະຊ່ວຍພັດທະນາບັນດາທັກສະພຶ້ນຖານດ້ານເຕັກນິກ ເພື່ອຮູ້ນຳໃຊ້ສື່ການການຮຽນການສອນທີ່ເປັນດີຈີຕອນ. Share:FacebookTwitter
ຄູສຶກສານິເທດ 30 ເມືອງເປົ້າໝາຍ ແຜນງານບີຄວາ ໄດ້ຮັບການອົບຮົມເຄື່ອງມືທີ່ທັນສະໄໝ
https://v2.vientianemai.net/archives/59011
ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກໍລະກົດ 2023 ຈັດຂຶ້ນວັນທີ 24-25 ກໍລະກົດ 2023 ທີ່ສຳນັກງານນາຍົກລັດຖະມົນຕີ ໂດຍເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ມີບັນດາທ່ານຮອງນາຍົກລັດຖະມົນຕີ ສະມາຊິກລັດຖະບານ ຜູ້ຕາງໜ້າຈາກບັນດາກະຊວງ ອົງ ການທຽບເທົ່າກະຊວງເຂົ້າຮ່ວມແບບເຊິ່ງໜ້າ ຜູ້ຕາງໜ້າຈາກບັັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນ ປະຈຳເດືອນກໍລະກົດ ແລະ ທິດທາງແຜນການຂອງເດືອນສິງຫາ 2023.     ກອງປະຊຸມລັດຖະບານຄັ້ງນີ້ ໄດ້ພ້ອມກັນປຶກສາຫາລື ຄົົ້ນຄວ້າພິຈາລະນາບັນດາຫົວຂໍ້ທີ່ສໍາຄັນ ພ້ອມພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງເອົາຫຼາບຫົງຂໍ້ສຳຄັນ.     ສຳລັບ ແຜນວຽກໃນເດືອນສິງຫາຈະມາເຖິງນີ້ ລັດຖະບານຈະໄດ້ສຸມໃສ່ວຽກງານຕົວຈິງຈຳນວນໜຶ່ງ ໂດຍສືບຕໍ່ຈັດຕັ້ງປະຕິບັດແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ດ້ວຍມາດຕະການຕ່າງໆ ຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ສາມາດຮັບປະກັນສະຖຽນລະພາບທາງດ້ານການເມືອງ ຄວາມສະຫງົບຕາມບໍລິເວນຊາຍແດນ ພ້ອມທັງສືບຕໍ່ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ໃນນີ້ ໃຫ້ອອກແຮງສ້າງພະລາທິການ ໃຫ້ກຸ້ມຕົນເອງເທື່ອລະກ້າວ ແລະ ປະກອບສ່ວນເຂົ້າໃນວຽກງານການສຶກສາ ສືບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດຄຳສັ່ງເລກທີ 27/ນຍ ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ພ້ອມນັ້ນ ກໍເພີ່ມທະວີການຈັດຕັ້ງປະຕິບັດບັນດານິຕິກຳຕ່າງໆ ໃຫ້ແຂງແຮງກ່ວາເກົ່າ ໂດຍສະເພາະບັນຫາຢາເສບຕິດ ຂີ້ລັກ ງັດແງະ ປຸ້ນຈີ້ ແລະ ອື່ນໆ.     ສຸມໃສ່ແກ້ໄຂບັນຫາເງິນເຟີ້ ອັດຕາແລກປ່ຽນເງິນຕາ ລາຄາສິນຄ້າທີ່ເພີ່ມສູງຂຶ້ນ ແລະ ໜີ້ສິນຕ່າງປະ ເທດ ຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 19/ກມສພ ລົງວັນທີ 30 ມິຖຸນາ 2023 ໂດຍສະເພາະແມ່ນເອົາໃຈໃສ່ຈັດຕັ້ງປະຕິບັດ ຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດ ສະບັບເລກທີ 10/ນຍ ລົງວັນທີ 14 ກໍລະກົດ 2023 ໃຫ້ເຂັ້ມງວດ ແລະ ສຸມໃສ່ປະຕິບັດມາດຕະການຂອງແຕ່ລະວຽກຈຸດສຸມ ໃນແຜນເຄື່ອນໄຫວວຽກຈຸດສຸມຂອງຄະນະສະເພາະກິດ.     ສືບຕໍ່ສຸມໃສ່ປະຕິບັດນິຕິກຳກ່ຽວກັບການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານລັດ ການປະຢັດ ແລະ ຕ້ານການຟຸມເຟືອຍ ການນໍາໃຊ້ລົດຂອງລັດ  ໂດຍສະເພາະດຳລັດວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ ສະບັບເລກທີ 205/ລບ ແລະ ດຳລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ ແລະ ນິຕິກຳອື່ນໆ ທີ່ລັດຖະບານວາງອອກ ໃຫ້ເຂັ້ມງວດ.      ສືບຕໍ່ຕິດຕາມສະພາບພົ້ນເດັ່ນທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນໃຫ້ທັນການ ໂດຍສະເພາະບັນຫາທີ່ຈະສົ່ງຜົນກະທົບໂດຍກົງຕໍ່ລາວເຮົາ ບັນຫາທີ່ພວກເຮົາຕ້ອງໄດ້ໃຫ້ທັດສະນະ ຫຼື ລົງມະຕິ ເພື່ອລາຍງານຂໍທິດຊີ້ນຳໃຫ້ທັນການ ກະກຽມການໄປເຄື່ອນໄຫວວຽກງານຕ່າງປະເທດຂອງການນຳຂັ້ນສູງຂອງພັກ ຂອງລັດ ນອກນັ້ນ ກໍໃຫ້ສຸມໃສ່ກະກຽມບັນດາໜ້າວຽກ ໃນການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມປິ່ນອ້ອມ ໃນປີ 2024 ໃຫ້ສໍາເລັດຕາມກຳນົດເວລາ. Share:FacebookTwitter
ລັດຖະບານສຸມໃສ່ແກ້ໄຂບັນຫາເງິນເຟີ້ ອັດຕາແລກປ່ຽນເງິນຕາ ລາຄາສິນຄ້າທີ່ເພີ່ມສູງຂຶ້ນ
https://v2.vientianemai.net/archives/59018
“ການລົງນາມເຊັນບົດບັນທຶກຮ່ວມມືລົງທຶນໃນ 10 ໂຄງການ ຢູ່ໃນງານປະຊາສໍາພັນການລົງທຶນ, ເຊິ່ງມີມູນຄ່າການລົງທຶນທັງໝົດ 835 ລ້ານໂດລາ, ປະມານ 1 ຕື້ 510 ລ້ານກີບ, ທີ່ຕິດພັນກັບໂຄງການລົງເລິກປຸງແຕ່ງຜະລິດຕະພັນເຄມີ ຄລໍ-ອັນຄາໄລ (Chlor-alkali), ໂບຣມິນ (Bromine), ໝໍ້ເກັບພະລັງງານແບດເຕີຣີກະແສທາດແຫຼວ ສັງກະສິ-ໂບຣມິນ ແລະ ໂຄງການຕ່ອງໂສ້ອຸດສາຫະກຳອື່ນໆ, ຕະຫຼອດທັງໂຄງການອຸດສາຫະກໍາເກີດໃໝ່ດ້ານຊີວະວິທະຍາ, ການຜະລິດແບບອັດສະລິຍະ ແລະອື່ນໆ, ພາຍຫຼັງໂຄງການໄດ້ກ້າວສູ່ໄລຍະການຜະລິດແລ້ວ ຈະມີມູນຄ່າການຜະລິດທັງໝົດລື່ນກາຍ 2 ຕື້ໂດລາ ຫລື ປະມານ 36.200 ຕື້ກີບ”. ເມື່ອບໍ່ດົນມານີ້ ໄດ້ມີຂ່າວດີທີ່ປະທັບໃຈທຸກທ່ານກ່ຽວກັບ ກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມດ້ວຍ ອໍານາດການປົກຄອງແຂວງຄຳມ່ວນ ຢູ່ທີ່ນະຄອນກວາງໂຈວ ສປ ຈີນ  ໄດ້ຈັດ “ງານປະຊາສໍາພັນການລົງທຶນໃນນິຄົມອຸດສາຫະກໍາອັດສະລິຍະ ອາຊີ-ໂປຕາສ ສາກົນ ກໍຄື ພິທີເຊັນບົດບັນທຶກການຮ່ວມມືລົງທຶນ”. ງານປະຊາສຳພັນການລົງທຶນຄັ້ງນີ້ ແມ່ນ​ແຕກ​ຕ່າງ​ຈາກ​ງານ​ປະ​ຊາ​ສໍາ​ພັນ​ການ​ລົງ­ທຶນ​ດ້ານກໍ່­ສ້າງ​ພື້ນຖານ​ໂຄງ​ລ່າງ​ທີ່​​ລັດ­ຖະ­ບານ​ລາວ​ຈັດ​ຂຶ້ນ​ໃນໄລຍະຜ່ານມາ, ແຕ່ເປັນການບຸກເບີກການດຶງດູດການລົງທຶນດ້ານການຜະລິດອຸດສາຫະກໍາຂອງລາວຢູ່ຕ່າງປະເທດ, ເຊິ່ງເປັນການດຶງດູດການລົງທຶນທີ່ມີຈຸດສຸມຊັດເຈນ ແລະເປັນໝາກຜົນຍິ່ງໃຫຍ່ຂອງການດຶງດູດການລົງທຶນ ໂດຍການເອົາທຸລະກິດດຶງດຸດທຸລະກິດ, ເປັນການລົງເລິກຜັນຂະຫຍາຍມາດຕະການແຮງກ້າດ້ານນະໂຍບາຍຂອງພັກລັດລາວ ກ່ຽວກັບສຸມທຸກກໍາລັງແຮງເພື່ອຄວາມໝັ້ນຄົງຂອງເສດຖະກິດ, ດຶງດູດການລົງທຶນ, ເພີ່ມທະວີເງິນຕາຕ່າງປະເທດ ແລະ ທົດແທນການນໍາເຂົ້າ, ເຊິ່ງເປັນການສະໜັບສະໜູນທີ່ເຂັ້ມແຂງ ເພື່ອຄວາມໝັ້ນຄົງຂອງເສດຖະກິດ. ຜົນສໍາເລັດຂອງການດຶງດຸດການລົງທຶນສໍາລັບນິຄົມອຸດສາຫະກຳນີ້ ແມ່ນມີຄວາມໝາຍສໍາຄັນຍິ່ງດ້ານການປະດິດສ້າງໃໝ່ ແລະ ການເປັນຕົວແບບ, ກາຍເປັນແບບຢ່າງໃໝ່ໃນການດຶງດູດການລົງທຶນຂອງ ສປປ ລາວ.  ການປະຊາສໍາພັນດຶງດູດການລົງທຶນທີ່ຊັນເຈນໃນຕ່ອງໂສ້ອຸດສາຫະກໍາ, ຜູ້ບຸກເບີກການດຶງດູດການລົງທຶນດ້ານການຜະລິດອຸດສາຫະກໍາ ການສະແດງກໍາລັງທີ່ມີຈຸດສຸມຊັດເຈນ, ສປປ ລາວ ໄດ້ອອກໝັດລວມ ເພື່ອດຶງດູດການລົງທຶນ. ໃນເດືອນ 3 ປີນີ້ ພາຍຫຼັງໄດ້ເຊັນບົດບັນທຶກຄວາມເຂົ້າໃຈ, ວຽກງານການດຶງດູດການລົງທຶນໃນນິຄົມອຸດສາຫະກໍາ ອາຊີ-ໂປຕາສ ສາກົນ ກໍໄດ້ມີຄວາມຄືບໜ້າຢ່າງວ່ອງໄວ. ​ໂດຍ​ອີງ​ໃສ່​ແຫຼ່ງຊັບພະຍາກອນ​ທີ່​ອຸດົມສົມບູນ​ຂອງ​ ສປປ ລາວ, ການດຶງດູດການລົງທຶນທີ່ຊັດເຈນໂດຍປິ່ນອ້ອມການພັດທະນາອຸດສາຫະກໍາ, ເລີ່ມແຕ່ການເຈລະຈາ, ການລົງນາມ, ການຊຸກຍູ້ ແລະ ການລົງມືກໍ່ສ້າງ, ໄດ້ກາຍເປັນໝັດລວມທີ່ມີຄຸນນະພາບສູງທີ່ປະກອບດ້ວຍ “ການຊັກຊວນ, ການດຶງດູດ, ການສົ່ງເສີມ ແລະ ການລົງມືສ້າງ”. ເພື່ອເຮັດໃຫ້ນັກລົງທຶນເຂົ້າໃຈປະເທດລາວດີຂຶ້ນ,​ເພີ່ມ​ທະວີ​ຄວາມ​ໝັ້ນໃຈ​ໃຫ້ແກ່ບັນດາ​ບໍລິສັດ​ຕ່າງປະ​ເທດ,ເລັ່ງຊຸກຍູ້ໂຄງການໃຫ້ໄດ້ຮັບການຈັດຕັ້ງປະຕິບັດໂດຍໄວ,  ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳແລະການຄ້າ ແລະ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ໄດ້ແຍກພົບປະແລກປຽ່ນ​ກັບ ປະທານ ກົວ ປາຍສຸນ  ແລະ ຄະນະບໍລິຫານລະດັບສູງຂອງ ບໍລິສັດ​ ອາຊີ-ໂປຕາສ ສາກົນ, ພ້ອມດ້ວຍບັນດານັກລົງທຶນ​​ຈີນ ແລະ ສະຖາບັນການເງິນສາກົນຈໍານວນໜຶ່ງໃນກອງປະຊຸມພົບປະສົນທະນາພິເສດສອງຄັ້ງ, ເພື່ອຊຸກຍູ້ຢ່າງເຕັມສ່ວນ​ການ​ລົງທຶນ ​ແລະ ການພັດທະນາ​ເສດຖະກິດ​ຂອງ​ລາວ, ໂດຍ​ສະ​ເພາະ​ແມ່ນ​ການ​ພັດ​ທະ​ນາ​ຫັນເປັນອຸດ​ສາ​ຫະ​ກໍາ​. ການປະຊາສໍາພັນການລົງທຶນທີ່ຊັດເຈນດ້ານ ໂດຍຖືເອົາທຸລະກິດດຶງດູດທຸລະກິດ, ການແບ່ງປັນຂໍ້ມູນຂ່າວສານສໍາຄັນ, ເອົານິຄົມອຸດສາຫະກໍາທີ່ເປັນວິສາຫະກິດ “ຕ່ອງໂສ້ຫຼັກ” ມາຂັບເຄື່ອນຂະແໜງການຜະລິດອຸດສາຫະກໍາ. ການປະດິດສ້າງໃໝ່ຂອງນິຄົມອຸດສາຫະກໍາອັດສະລິຍະ ອາຊີ-ໂປຕາສ ສາກົນ ແມ່ນການນໍາໃຊ້ຮູບແບບການຊັກຊວນການລົງທຶນໃນຕ່ອງໂສ້ອຸດສາຫະກໍາ, ເປັນການຊັກຊວນການລົງທຶນທີ່ຊັດເຈນ ໂດຍປິ່ນອ້ອມບັນດາ​ວິ​ສາ​ຫະ​ກິດຊັ້ນນໍາດ້ານ​ຄຸນ​ນະ​ພາບ ມາພັດທະນາໃນຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ, ຊອກຄົ້ນຫາຂະແໜງການຜະລິດຕົ້ນນໍ້າແລະປາຍນໍ້າຂອງບັນດາວິສາຫະກິດທີ່ສຸກງອມ ແລະ ຊັບພະຍາກອນຕ່າງໆຂອງບັນດາວິສາຫະກິດທີ່ກ່ຽວຂ້ອງ, ນໍາໃຊ້ບັນດາ​ຊ່ອງ​ທາງ, ຊັບພະຍາກອນ ​ແລະ ຄຸນຄ່າຍີ່ຫໍ້ ຂອງບັນດາວິສາຫະກິດດັ່ງກ່າວ ​ເພື່ອ​ຈັດງານປະຊາສໍາພັນການ​ລົງທຶນ ແລະ ໄດ້ຮັບ​ໝາກຜົນ​ຢ່າງຫຼວງຫຼາຍ​ໃນ​ການ​ດຶງດູດ​ການ​ລົງທຶນທີ່ຊັດເຈນ. ເພື່ອຮອງຮັບ​​ການ​ເຄື່ອນ​ຍ້າຍຂອງສາຍການຜະລິດ​ອຸດສາຫະກຳ​ຈາກທົ່ວ​ໂລກ, ຮູບ​ແບບ​ນິຄົມອຸດສາຫະກຳ​ ໄດ້ເລັ່ງຂະບວນການຫັນເປັນອຸດສາຫະກໍາຂອງ ສປປ ລາວ        ພາຍໃຕ້ກະແສຄື້ນການເຄື່ອນຍ້າຍສາຍການຜະລິດອຸດສາຫະກໍາຈາກທົ່ວໂລກ, “ນິຄົມອຸດສາຫະກໍາອັດສະລິຍະ ອາຊີ-ໂປຕາສ ສາກົນ” ໄດ້ກາຍເປັນ “ໄມ້ງັດ” ຂະບວນການຫັນເປັນອຸດສາຫະກໍາຂອງ ສປປ ລາວ. ໃນຊຸມປີຫຼັງໆນີ້, ຕ່ອງໂສ້ອຸດສາຫະກໍາ ແລະ ຕ່ອງໂສ້ອຸປະທານໃນໂລກ ໄດ້ປະກົດກະແສການພັດທະນາແບບໃໝ່, ເລີ່ມປະກົດມີກະແສການເຄື່ອນຍ້າຍສາຍການຜະລິດອຸດສາຫະກໍາຂອງໂລກຄັ້ງທີ 5, ລະບົບຕ່ອງໂສ້ອຸດສາຫະກໍາ ເລີ່ມຫັນໄປສູ່ພາກພື້ນ, ສະພາບການຫັນໄປສູ່ບັນດາປະເທດອາຊີອາຄະເນກໍພົ້ນເດັ່ນ. ສປປ ລາວ ເປັນປະເທດທີ່ມີສະພາບແວດລ້ອມນະໂຍບາຍທີ່ໝັ້ນຄົງ ແລະ ເປີດປະຕູ, ມີຊັບພະຍາກອນ ແລະ ພະລັງງານທີ່ອຸດົມສົມບູນ, ມີທີ່ຕັ້ງຢູ່ເຂດໃຈກາງຂອງອາຊີອາຄະເນ ແລະ ມີພື້ນຖານໂຄງລ່າງທີ່ນັບມື້ໄດ້ຮັບການປັບປຸງໃຫ້ສົມບູນ, ສະນັ້ນຈຶ່ງພຽບພ້ອມໄປດ້ວຍທ່າແຮງພິເສດສໍາລັບຮອງຮັບການເຄື່ອນຍ້າຍຕ່ອງໂສ້ອຸດສາຫະກໍາ ແລະ ຕ່ອງໂສ້ອຸປະທານຈາກທົ່ວໂລກ. ພາຍໃຕ້ສະພາບດັ່ງກ່າວ “ນິຄົມອຸດສາຫະກໍາອັດສະລິຍະ ອາຊີ-ໂປຕາສ ສາກົນ” ຈຶ່ງໄດ້ກໍາເນີດຂື້ນມາ, ໂດຍເອົານິຄົມອຸດສາຫະກໍາດັ່ງກ່າວເປັນພາຫະ ເພື່ອເລັ່ງລັດໃຫ້ ສປປ ລາວ ເຊື່ອມໂຍງເຂົ້າກັບການພັດທະນາຕ່ອງໂສ້ອຸດສາຫະກໍາ ແລະ ຕ່ອງໂສ້ອຸປະທານຂອງໂລກ ທ່າມກາງໂຄງປະກອບໃໝ່ທີ່ປ່ຽນໂສມໜ້າເສດຖະກິດພາກພື້ນ, ຕາມການປະເມີນເບື້ອງຕົ້ນ, ມູນຄ່າການລົງທຶນທີ່ໄດ້ລົງນາມໃນງານປະຊາສໍາພັນການລົງທຶນຄັ້ງນີ້ ຈະບັນລຸເຖິງ 1/10 ຂອງຍອດມູນຄ່າການລົງທຶນທັງໝົດໃນເຄິ່ງຕົ້ນປີນີິ້ຂອງ ສປປ ລາວ, ເຊິ່ງເປັນຕົວຢ່າງອີກອັນໜຶ່ງຂອງຄວາມສໍາເລັດດ້ານການດຶງດູດການລົງທຶນຈາກຕ່າງປະເທດ ແລະ ການຮ່ວມມືກັບຕ່າງປະເທດ. ໂດຍ​ນໍາ​ໃຊ້​ກໍາ​ລັງ​ແຮງ​ພື້ນ­ຖານ​ອຸດ​ສາ​ຫະ​ກໍາ ຂອງ ສປ ຈີນ, “ນິ­ຄົມ​ອຸດ​ສາ​ຫະ​ກໍາ​ອັດ​ສະ​ລິ​ຍະ ອາ​ຊີ​-​ໂປ​ຕາສ ສາກົນ” ໄດ້​ເລັ່ງ​ຊ່ວຍ­ເຫຼືອ​ການ​ລົງ­ມື​ກໍ່­ສ້າງ ແລະ ຍົກ​ລະ­ດັບ​ການ​ຜະ­ລິດ​ອຸດ​ສາ​ຫະ​ກໍາ. ສປ ຈີນ ເປັນ​ປະ­ເທດ​ໃຫຍ່​ກວ່າ​ໝູ່​ທີ່​ມີ​ການ​ລົງ­ທຶນ​ຕ່າງ­ປະ­ເທດ​ຢູ່ ສປປ ລາວ, ມີ​ລະ­ບົບ​ອຸດ​ສາ​ຫະ​ກໍາ​ທີ່​ສົມ­ບູນ ແລະ ຕ່ອງ​ໂສ້​ອຸດ​ສາ​ຫະ​ກໍາ​ທີ່​ຄົບ​ຖ້ວນ, ສອງ​ຝ່າຍ​ມີ​ທ່າ­ແຮງ​ບົ່ມ​ຊ້ອນ​ໃນ​ການ​ພັດ­ທະ­ນາ​ອຸດ​ສາ​ຫະ​ກໍາ ບົນ​ພື້ນ­ຖານ​ການ​ຮ່ວມ​ສ້າງ­ສາ, ຮ່ວມ​ແບ່ງ­ປັນ ແລະ ຮ່ວມ​ຜົນ​ປະ­ໂຫຍດ, ພ້ອມ​ທັງ​ຂັບ​ເຄື່ອນ​ການ​ກໍ່­ສ້າງ​ຫັນ​ເປັນ​ຕົວ​ເມືອງ ແລະ ການ​ພັດ­ທະ­ນາ​ຫັນ​ກະ​ສິ​ກໍາ​ໄປ​ສູ່​ທັນ​ສະ​  ໄໝ. ເວ­ທີ​ນິ­ຄົມ​ອຸດ​ສາ​ຫະ​ກໍາ​ທີ່​ຕາງ­ໜ້າ​ໂດຍ “ນິ­ຄົມ​ອຸດ​ສາ​ຫະ​ກໍາ​ອັດ​ສະ​ລິ​ຍະ ອາ​ຊີ​-​ໂປ​ຕາສ ສາ­ກົນ” ຈະ​ເລີ່ມ​ຕົ້ນ​ຮູບ​ແບບ​ການ​ພັດ­ທະ­ນາ​ອຸດ​ສາ​ຫະ​ກໍາ “ທັງ​ແນວ​ຕັ້ງ​ແລະ​ແນວ​ນອນ”, ກາຍ­ເປັນ​ພື້ນ​ທີ່ຮາບ​ສູງ​ແຫ່ງ​ການ​ພັດ­ທະ­ນາ​ທີ່​ທັນ​ສະ­ໄໝ ທີ່​ປະ­ກອບ​ໄປ​ດ້ວຍ​ການ​ລວມ​ຕົວ​ຂອງ​ເງິນ​ທຶນ, ເຕັກ​ໂນ​ໂລ​ຊີ, ນະ­ໂຍ­ບາຍ, ຊັບ­ພະ­ຍາ­ກອນ, ຕະ­ຫຼາດ, ຕົ້ນ​ທຶນ ແລະ​ຂໍ້​ໄດ້​ປຽບ​ອື່ນໆ, “ທັງ​ສາ­ມາດ​ທົດ​ແທນ​ການ​ນໍາ​ເຂົ້າ ແລະ ສາ­ມາດ​ສົ່ງ​ອອກ​ເພື່ອ​ສ້າງ​ລາຍ​ຮັບ​ເງິນ­ຕາ; ທັງ​ສາມາດ​ເພີ່ມ​ເງິນ​ຄັງ​ສໍາ​ຮອງ​ເງິນ­ຕາ​ຕ່າງ­ປະ­ເທດ ແລະ ສາ­ມາດ​ເພີ່ມ​ລາຍ​ຮັບ​ຂອງ​ປະ­ຊາ­ຊົນ; ທັງ​ສາ­ມາດ​ແກ້​ໄຂ​ບັນ­ຫາ​ໃນ​ປະ­ຈຸ​ບັນ ແລະ ສາ­ມາດ​ວາງ​ພື້ນ​ຖານ​ສໍາ​ລັບ​ການ​ພັດ­ທະ­ນາ​ໃນ​ອະ­ນາ­ຄົດ ຂອງ ສປປ ລາວ”. ການ​ພັດ­ທະ­ນາ​ໂດຍ​ຫັນ​ເປັນ​ກຸ່ມ​ອຸດ­ສາ­ຫະ­ກຳ, ເສດ­ຖະ­ກິດ​ນິ­ຄົມ​ອຸດ​ສາ​ຫະ​ກໍາ ກາຍ­ເປັນ​ກົນ​ໄກ   ໃໝ່​ຂອງ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ຂອງ​ລາວ ​ກຸ່ມການຜະລິດ​ອຸດ​ສາ​ຫະ​ກຳ​ທັນ​ສະ​ໄໝ​ ກໍາລັງຖືກປະກອບສ້າງຂື້ນຢ່າງວ່ອງໄວ, ເປັນແຮງຊ່ວຍປະ​ເທດລາວ ​​ປັບ​ປຸງ​ລະ​ບົບ​ອຸດ​ສາ​ຫະ​ກຳ. ນິຄົມອຸດສາຫະກຳອັດສະລິຍະ ອາຊີ-ໂປຕາສ ສາກົນ ໄດ້ຖືເອົາການໝູນວຽນນໍາໃຊ້ຊັບ­ພະ­ຍາ­ກອນ ແລະ ການ​ຈັດ​ສັນ​ຢ່າງ​ເໝາະ​ສົມ ມາ​ເປັນ​ແນວ­ທາງ, ເພື່ອ​ເປີດ​ກວ້າງ​ການ​ເຕົ້າ­ໂຮມ​ເອົາ​ບໍ­ລິ­ສັດ​ຊັ້​ນນໍາ​ໃນ​ໂລກ ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ, ປະ­ຈຸ​ບັນ​ກໍາ​ລັງ​ເລັ່ງ​ສັງ​ລວມ​ການ​ເຊື່ອມ​ໂຍງ​ກັບ​ບັນ­ດາ​ວິ​ສາ​ຫະ​ກິດ​ຊັ້ນ​ນຳ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ໃນ​ຂົງ­ເຂດ​ຕ່າງໆ ມາ​ລົງ­ທຶນ​ຢູ່​ລາວ, ຈາກ​ນີ້​ປະ­ກອບ​ສ້າງ​ເປັນ​ກຸ່ມ​ອຸດ​ສາ​ຫະ​ກໍາ ເຊິ່ງ​ຈະ​ສົ່ງ​ຜົນ​ການ​ຮ່ວມ​ປະສານ​ຂອງ​ອຸດ​ສາ​ຫະ​ກໍາ​ທີ່​ເຂັ້ມ­ແຂງ, ເປັນ​ແຮງ​ຊຸກ­ຍູ້​ຂະ­ບວນ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກໍາ ຂອງ ສປປ ລາວ. ເສດ­ຖະ­ກິດ​ນິ­ຄົມ​ອຸດ​ສາ​ຫະ​ກໍ ທີ່​ມີ​ຕົວ​ແທນ​ໂດຍ ນິ­ຄົມ​ອຸດ­ສາ­ຫະ­ກຳ​ອັດ​ສະ​ລິ​ຍະ ອາ​ຊີ​-​ໂປ​ຕາສ ສາ­ກົນ ຈະ​ເປັນ​ເວ­ທີ​ຮອງ​ຮັບ​ທີ່​ສຳ­ຄັນ​ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ຂອງ​ລາວ. ນິ­ຄົມ​ອຸດ​ສາ​ຫະ​ກໍາ ໄດ້​ຖື​ເອົາ​ບັນ­ດາ​ວິ​ສາ​ຫະ​ກິດ​ຊັ້ນ​ນຳ​ທີ່​ມີ​ສະ­ມັດ​ຕະ​ພາບ​ການ​ຜະ­ລິດ​ສູງ, ມູນ​ຄ່າ​ຜົນ​ຜະ­ລິດ​ສູງ ແລະ ມອບ​ອາ­ກອນ​ສູງ ມາ​ເປັນ​ຫົວ​ຈັກ​ການ​ພັດ​ທະ​ນາ. ສົ່ງ­ເສີມ​ຢ່າງ​ເຕັມ​ສ່ວນ​ຜົນ​ສະ­ທ້ອນ​ຈາກ​ການ​ລວມ​ຕົວ​ບັນ­ດາ​ປັດ​ໄຈ​ສໍາ​ຄັນ​ຂອງ​ການ​ຜະ­ລິດ, ຂັບ​ເຄື່ອນ​ການ​ເຕີບ​ຕົວຢ່າງ​ວ່ອງ­ໄວ​ຂອງ​ເສດ­ຖະ­ກິດ​ພາກ​ພື້ນ, ຊຸກ­ຍູ້​ຂະ­ບວນ​ການ​ຫັນ​ເປັນ​ຕົວ​ເມືອງ, ເພື່ອ​ບັນ­ລຸ​ການ​ເຕົ້າ­ໂຮມ​ວິ​ສາ​ຫະ​ກິດ, ເຕົ້າ­ໂຮມ​ຜູ້​ທີ່​ມີ​ຄວາມ​ຮູ້​ຄວາມ​ສາ­ມາດ, ຍົກ​ລະ­ດັບ​ການ​ຜະ­ລິດ​ອຸດ​ສາ​ຫະ​ກໍາ, ການ​ພັດ­ທະ­ນາ​ທຸ­ລະ​ກິດ ແລະ​ຜົນ​ສະທ້ອນ​ຫຼາກ​ຫຼາຍ​ອື່ນໆ, ເພື່ອ​ສະ­ໜອງ​ຫົວ​ຈັກ​ໃໝ່​ສໍາ​ລັບ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ຂອງ ສປປ ລາວ. (ສະຫຼຸບ) “ການພັດທະນາ” ເປັນເຄືອງມືທີ່ມີປະສິດທິຜົນໃນການແກ້ໄຂບັນຫາເສດຖະກິດຂອງລາວ. ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພັກ ​ແລະ ລັດຖະບານ ​ໃນ​ການ​ປັບປຸງ​ສະພາບ​ແວດ​ລ້ອມ​ຂອງການ​ລົງທຶນ ​ແລະ ​ເພີ່ມ​ທະວີ​ນະໂຍບາຍການ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​, ທ່າມກາງໂຄງສ້າງໃໝ່​ຂອງ​ການ​ເຊື່ອມ​ໂຍງເຊື່ອມຈອດ​ໃນຂອບເຂດ​ທົ່ວ​ໂລກ, ນິຄົມອຸດສາຫະກໍາອັດສະລິຍະ ອາຊີ-ໂປຕາສ ສາກົນ ໂດຍຖືການພັດທະນາແບບປະສົມປະສານໃນການຜະລິດອຸດສາຫະກໍາ ເຊິ່ງເປັນຮູບແບບປະດິດສ້າງໃໝ່ມາເປັນແນວທາງ, ໄດ້ເປີດກ້ວາງທະລຸທຸກຕ່ອງໂສ້ການຜະລິດອຸດສາຫະກໍາ, ບັນລຸ​ກໍາລັງສາມັກຄີທີ່ມີແນວທາງດຽວກັນ, ລົງເລິກການ​ເຊື່ອມ​ໂຍງລະຫວ່າງ​ການຜະລິດ​ອຸດສາຫະກຳ, ຕອບສະໜອງຕົວແບບ​ໃໝ່​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ຂອງ ສປປ ​ລາວ. ປຽບສະເໝືອນເມື່ອມີຄື້ນລົມພັດໂບຍມາແຮງ ເຮືອໃບກໍຈະອອກເດີນທາງ​,  ສີສັນຂະແໜງການຜະລິດອຸດສາຫະກໍາທີ່ມີການປ່ຽນແປງ ແລະ ຜົນສະທ້ອນຂອງກຸ່ມ ທີ່ເກີດຈາກການປະຊາສໍາພັນສົ່ງເສີມການລົງທຶນ​ ກໍາລັງຍືດຊື່ຕົງ “ກະດູກສັນຫຼັງ” ຂອງການພັດທະນາເສດຖະກິດ ສປປ ລາວ. Share:FacebookTwitter
ເມື່ອຄື້ນລົມພັດໂບຍມາແຮງ ເຮືອໃບກໍຈະອອກເດີນທາງນິຄົມອຸດສາຫະກໍາອັດສະລິຍະ ອາຊີ-ໂປຕາສ ສາກົນ ເປັນການເລີ່ມສ້າງຮູບແບບໃໝ່ຂອງການລົງທຶນຢູ່ລາວ
https://v2.vientianemai.net/archives/59026
ວັນທີ 24-26 ກໍລະກົດ 2023 ທ່ານ ປອ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ພ້ອມຄະນະຈາກບັນດາກົມອອ້ມຂ້າງກະຊວງການເງິນ ໄດ້ລົງເຄື່ອນໄຫວຕິດຕາມ-ຊຸກຍູ້ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ແລະ ເຄື່ອນໄຫວຢ້ຽມຢາມບັນດາດ່ານສາກົນຢູ່ແຂວງໄຊຍະບູລີ ພ້ອມທັງໄດ້ພົບປະໂອ້ລົມພະນັກງານການເງິນແຂວງທີ່ຫ້ອງປະຊຸມພະແນກການເງິນແຂວງໄຊຍະບູລີ ໂດຍການຕ້ອນຮັບຂອງທ່ານ ນາງ ພອນທິບ ລິນທະວົງ ຮອງຫົວໜ້າພະແນກການເງິນແຂວງໄຊຍະບູລີ ຄະນະທີມງານກົມກ່ຽວຂ້ອງກະຊວງການເງິນ ຄະນະສາມສາຍຕັ້ງພາສີ ອາກອນ ຄັງເງິນ ຫົວໜ້າ-ຮອງຫົວໜ້າດ່ານພາສີສາກົນ ຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານຫຼັກແຫຼງພາຍໃນພະແນກການການເງິນແຂວງໄຊຍະບູລີເຂົ້າຮ່ວມ. ໃນໂອກາດດັ່ງກ່າວທ່ານ ນາງ ພອນທິບ ລິນທະວົງ ຮອງຫົວໜ້າພະແນກການເງິນແຂວງໄຊຍະບູລີ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ 6 ເດືອນຕົ້ນປີ ແລະ ມາດຕະການຈັດຕັ້ງປະຕິບັດວຽກງານ 6 ເດືອນ ທ້າຍປີວ່າ: ພະແນກການເງິນແຂວງໄດ້ເອົາໃຈໃສ່ຊີ້ນຳໆພາໃນການຈັດຕັ້ງປະຕິບັດວຽກງານຕາມຄວາມຮັບຜິດຊອບຢ່າງໃກ້ຊິດຕິດແທດ ຢູ່ແຕ່ລະຂະແໜງການຮັບຜິດຊອບນັບທັງຂັ້ນແຂວງລົງຮອດຂັ້ນເມືອງ ໃນການຈັດ ຕັ້ງປະຕິບັດວຽກງານຄຸ້ມຄອງລາຍຮັບ ຫັນເປັນທັນສະໄໝ ແລະ ປະຕິບັດລາຍຈ່າຍຕາມແຜນທີ່ສະພາຮັບຮອງໃຫ້ສາມາດບັນລຸຕາມຄາດ   ໝາຍແຜນການດ້ານລາຍຮັບ: ໃນປີ 2023 ແຜນລວມທັງພູດສູນກາງປະຕິບັດຢູ່ແຂວງທັງໜົດ 1.514,73 ຕື້ກີບ ທຽບໃສ່ແຜນການປີຜ່ານມາເທົ່າກັບ 133,58% ເພີ່ມຂຶ້ນເປັນເງິນ 380,77 ຕື້ກີບ. ຜ່ານການຈັດຕັ້ງປະຕິບບັດໃນ 6 ເດືອນຕົ້ນປີ 2023 ສາມາດຈັດເກັບລາຍຮັບໄດ້ທັງໜົດ 954,12 ຕື້ກີບເທົ່າກັບ 62,99% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເທົ່າກັບ 179,52%. ໃນນີ້;ລາຍຮັບພູດສູນກາງແຜນການປີ 1.010,00 ຕື້ກີບ ປະຕິບັດ 6 ເດືອນຕົ້ນປີໄດ້ທັງໝົດ 597,36 ຕື້ກີບເທົ່າກັບ 59,14 % ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເທົ່າກັບ 136,62% ໃນນີ້: ພາສີແຜນ 1.010,00 ຕື້ກີບ ປະຕິບັດໄດ້ 597,00 ຕື້ກີບເທົ່າກັບ 59,11% ຂອງແຜນການປີ ສ່ວຍສາອາກອນ (ປັບປຸງວິສາຫະກິດ) ບໍ່ມີ ແຜນການ ແຕ່ສາມາດປະຕິບັດ 6 ເດືອນໄດ້ 364,19 ລ້ານກີບ. ລາຍຮັບພາຍໃນແຂວງແຜນການປີ 504,73 ຕື້ກີບ ປະຕິບັດ 06 ເດືອນຕົ້ນປີໄດ້ທັງໝົດ 356,75 ຕື້ກີບ, ເທົ່າກັບ 70,68% ຂອງແຜນການປີ ທຽບໃສ່ເວລາດຽວກັນເທົ່າກັບ 378,51 % ໃນນີ້:ສ່ວຍສາອາກອນແຜນ 440,54 ຕື້ກີບ ປະຕິບັດ 6 ເດືອນໄດ້ 213,86 ຕື້ກີບ ເທົ່າກັບ 48,55 % ຂອງແຜນການປີ, ທຽບໃສ່ເວລາດຽວກັນເທົ່າກັບ 248,90 %. ຂະແໜງຄຸ້ມຄອງຊັບສິນຂອງລັດແຜນ 64,14 ຕື້ກີບ ປະຕິບັດ 6 ເດືອນໄດ້ 142,89 ຕື້ກີບເທົ່າກັບ 222,60 % ຂອງແຜນການປີ ທຽບໃສ່ເວລາດຽວກັນປີຜ່ານມາເທົ່າກັບ 1.831,38% ແບ່ງຂັ້ນຄຸ້ມຄອງທາງດ້ານລາຍຮັບລາຍຮັບສູນກາງມອບ-ໃຫ້ແຂວງ 13 ຫົວໝ່ວຍແຜນການ 272,22 ຕື້ກີບ ປະຕິບັດ 6 ເດືອນໄດ້ 265,50 ຕື້ກີບ ເທົ່າກັບ 97,53% ຂອງແຜນການປີເທົ່າກັບ 162,55% ຂອງແຜນ 6 ເດືອນ ໃນນີ້ :ສ່ວຍສາອາກອນແຜນ: 212,54 ຕື້ກີບ ປະຕິບັດໄດ້ 133,59 ຕື້ກີບເທົ່າກັບ 62,85% ຂອງແຜນການປີ ຊັບສິນແຜນ: 59,68 ຕື້ກີບ ປະຕິບັດໄດ້ 131,91 ຕື້ກີບເທົ່າກັບ 221,03 %ຂອງແຜນການປີ. ສຳລັບຂັ້ນແຂວງຄຸ້ມຄອງແຜນການ 182,34 ຕື້ກີບ, ປະຕິບັດ 06 ເດືອນໄດ້ 323,29 ຕື້ກີບ ເທົ່າກັບ 177,30% ຂອງແຜນການປີ ທຽບໃສ່ເວລາດຽວກັນເທົ່າກັບ 3.093,72% ຂັ້ນເມືອງຄຸ້ມຄອງແຜນການ 50,16 ຕື້ກີບ ປະຕິບັດ 6 ເດືອນໄດ້ 33,45 ຕື້ກີບ ເທົ່າກັບ 66,70 % ຂອງແຜນການປີ ໃນນີ້ ເມືອງທີ່ປະຕິບັດລາຍຮັບໄດ້ 50% ຂຶ້ນໄປຫາ 80% ມີ 9 ເມືອງຄື: ເມືອງໄຊຍະບູລີ ເມືອງປາກລາຍ ເມືອງທົ່ງມີໄຊ ເມືອງແກ່ນທ້າວ ເມືອງບໍ່ແຕນ ເມືອງຫົງສາ ເມືອງເງິນ ເມືອງຊຽງຮ່ອນ, ເມືອງຄອບ. ສ່ວນເມືອງທີ່ປະຕິບັດລາຍຮັບໄດ້ 50% ລົງມາປະກອບມີ 2 ເມືອງຄື: ເມືອງພຽງ ແລະ ເມືອງໄຊສະຖານ. ໃນຕອນທ້າຍກອງປະຊຸມທ່ານ ປອ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ໄດ້ໃຫ້ກຽດໂອ້ລົມໂດຍທ່ານໄດ້ຍ້ອງຍໍຊົມເຊີຍຄະນະນໍາພະນັກງານລັດຖະກອນທີ່ໄດ້ຕັ້ງໜ້າເຂົ້າໃນວິຊາສະເພາະຂອງຕົນເອງຮັບຜິດຊອບ ໂດຍສະເພາະການເກັບລາຍຮັບເຂົ້າງົບປະມານໄດ້ຕາມແຜນ ແລະ ຍັງໄດ້ເນັ້ນໃຫ້ຄະນະນໍາພະນັກງານລັດຖະກອນໃນ 3 ສາຍຕັ້ງພາສີ ອາກອນ ຄັງເງິນ ຈົ່ງສຶບຕໍ່ເຮັດຫຼ້ອນໜ້າທີ່ການຈັດເກັບລາຍຮັບໃຫ້ໄປຕາມການທີ່ວາງໄວ້ ແລະ ພ້ອມກັນສ້າງທໍາຫັນປ່ຽນໃໝ່ ເຂັ້ມງວດການປະຕິບັດລາຍຈ່າຍໂດຍປະຕິບັດຕາມດໍາລັດສະບັບເລກທີ 205/ລບ ຄໍາສັ່ງສະບັບເລກທີ 18/ນຍ ແລະ ຂໍ້ຕົກລົງສະບັບເລກທີ 0200/ກງ ຕາມທິດປະຢັດ ແລະ ຕ້ານການຟູມເຟືອຍ ພ້ອມທັງເພິ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານຢ່າງເຂັ້ມງວດ. Share:FacebookTwitter
ຮອງລັດຖະມົນຕີກະຊວງການເງິນ ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດແຜນງົບປະມານ
https://v2.vientianemai.net/archives/59033
ວັນທີ 25 ກໍລະກົດ 2023 ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ນໍາພາທ່ານ ດາໂຕ ດາ ອັບດຸນ ມານາຟ ເມຕຸຊິນ ລັດຖະມົນຕີກະຊວງຊັບພະຍາກອນ ແລະ ທ່ອງທ່ຽວແຫ່ງປະເທດ ບຣູໄນ ດາຣຸຊາລາມ ພ້ອມຄະນະ ຢ້ຽມຢາມ ບໍລິສັດ ພັນເພັດ ພັດທະນາກະສິກໍາ ຈໍາກັດຜູ້ດຽວ ໃນໂອກາດທີ່ເດີນທາງມາຢຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຖືກຕ້ອນຮັບຈາກທ່ານ ທອງສະຫວັນ ມີບຸນ ປະທານບໍລິສັດ ພັນເພັດ ພັດທະນາກະສິກໍາ ຈໍາກັດຜູ້ດຽວ ພ້ອມດ້ວຍພະນັກງານບໍລິສັດ ແລະ ພະນັກງານຈາກພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ). ທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນວ ລາຍງານໃຫ້ຮູ້ກຽ່ວກັບການຊຸກຍູ້ສົ່ງເສີມການຜະລິດຮ່ວມກັບ ບໍລິສັດ ພັນເພັດພັດທະນາກະສິກໍາ ຈໍາກັດ ເຊິ່ງໄດ້ລິເລີ່ມການຈັດຕັ້ງປະຕິບັດມາຕັ້ງແຕ່ປີ 2012 ເຖິງປັດຈຸບັນ ເປັນຕົ້ນ ການຊຸກຍູ້ການປູກເຂົ້າເປັນສີນຄ້າ ການຫັນເປັນທັນສະໄໜປະຕິຮູບໄຮ່ນ້ອຍເປັນໄຮ່ນາໃຫຍ່ ການຜະລິດເມັດພັນເຂົ້າລຸ້ນ 3  ການເຂົ້າຫາແຫຼ່ງທຶນ ການຊຸກຍູ້ການປູກໝາກພ້າວນໍ້າຫອມ ການນໍາເຂົ້າ ແລະ ສົ່ງອອກສິນຄ້າກະສິກຳໃນໄລຍະຜ່ານມາ ພົ້ນເດັ່ນປະສານສົມທົບກັບບໍລິສັດ ພັນເພັດໃນການຊຸກຍູ້ການປູກເຂົ້າເປັນສີນຄ້າຮ່ວມກັບຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ໄຊທານີ ຫາດຊາຍຟອງ ນາຊາຍທອງ ສັງທອງ ແລະ ເມືອງປາກງື່ມ 4.500 ກວ່າຄອບຄົວ ຊຸກຍູ້ການຜະລິດຕາມທິດຫັນເປັນທັນສະໄໝເພື່ອຫຼຸດຜ່ອນແຮງງານຊາວນາ 13-15% ຕໍ່ປີ ເພື່ອໃຫ້ບໍລິສັດກາຍເປັນຕົວແບບບໍລິການຕົກກ້າ ດໍານາດ້ວຍເຄື່ອງກົນຈັກ ບໍລິການກຽມດີນ ເກັບກຽ່ວ ອົບເຂົ້າດວ້ຍກົນຈັກຢູ່ 4 ເມືອງ ຂອງ ນວ. ນອກນີ້ທ່ານ ທອງສະຫວັນ ມີບຸນ ລາຍງານໃຫ້ຮູ້ຕື່ມວ່າ: ບໍລິສັດສ້າງຕັ້ງຂື້ນໃນປີ 2008 ເປົ້າ    ໝາຍແມ່ນນະໂຍບາຍສົ່ງເສີມ ການຜະລິດກະສິກໍາເປັນສີນຄ້າໃນຮູບແບບ 2+3 ປະຊາຊົນມີສ່ວນຮ່ວມເປັນຕົ້ນ ການຜະລິດແນວພັນເຂົ້າ ແລະ ແນວພັນສັດ ໃນປີ 2022 ໄດ້ສົ່ງເຂົ້າສານໜຽວໄປປະເທດ ຫວຽດນາມ ໄດ້ເຖີງ 7.500 ໂຕນ ພາຍໃນ 8 ພັນກວ່າໂຕນ ແລະ ປ້ອນໃຫ້ໂຮງງານອູດສາຫະກໍາໄດ້ 5 ພັນໂຕນ ປັດຈຸບັນມີຫ້ອງການບໍລິຫານລະບົບສາງ ໂຮງອົບເຂົ້າ ຊີງຊັ່ງຂະໜາດໃຫ່ຍທີ່ມີມາດຕະຖານ ແລະ ໃນໄວໆນີ້ບໍລິສັດຈະສ້າງໂຮງສີເຂົ້າທີ່ໄດ້ມາດຕະຖານສາກົນ ແລະ ສິ່ງອໍານວຍຄວາມສະດວກອື່ນໆ ພ້ອມນັ້ນບໍລິສັດຍັງໄດ້ຮັບການຊຸກຍູ້ສົ່ງເສີມຈາກລັດຖະບານກໍ່ຄືກະຊວງກະສິກໍາ ແລະ ປ່າໄມ້ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຫາດຊາຍຟອງ ແລະ ກະຊວງການເງິນ.       ໃນການຢ້ຽມຢາມຄັ້ງນີ້ທ່ານ ລັດຖະມົນຕີກະຊວງຊັບພະຍາກອນ ແລະ ທ່ອງທ່ຽວແຫ່ງປະເທດ ບຣູໄນ ດາຣຸຊາລາມ ໄດ້ເບິ່ງກ່ຽວກັບຂັ້ນຕອນການຜະລິດເຂົ້າຕົວຈິງ ໂຮງອົບແຫ້ງ ແລະ ການເກັບຮັກສາໃນລະບົບສາງ ພ້ອມນັ້ນສະແດງຄວາມຂອບໃຈຕໍ່ບໍລິສັດທີ່ໃຫ້ຂໍ້ມູນລະອຽກກ່ຽວກັບການຜະລິດເຂົ້າ  ແລະ ຈຸດປະສົງຂອງການມາຢ້ຽມຢາມຄັ້ງນີ້ກໍ່ເພື່ອສຶກສາຄວາມເປັນໄປໄດ້ໃນການນໍາເຂົ້າຈາກ ສປປ ລາວ ເຂົ້າໄປຕໍາໜ່າຍທີ່ບຣູໄນ ເພື່ອຮັບປະກັນການສະໜອງອາຫານໃຫ້ມີຄວາມພຽງພໍ ແລະ ອື່ນໆ. Share:FacebookTwitter
ບໍລິສັດພັນເພັດຕ້ອນຮັບການຢ້ຽມຢາມຂອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ທ່ອງທ່ຽວແຫ່ງປະເທດ ບຣູໄນ
https://v2.vientianemai.net/archives/59042
ໃນວັນວັນທີ 26 ກໍລະກົດ 2023 ນີ້ ທ່ານ ປອ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ພ້ອມຄະນະ ໄດ້ລົງເຄື່ອນໄຫວຕິດຕາມ-ຊຸກຍູ້ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2023 ແລະ ການເຄື່ອນໄຫວ ວຽກງານຢູ່ບັນດາຂອງດ່ານພາສີສາກົນຢູ່ແຂວງບໍ່ແກ້ວ ພ້ອມທັງໄດ້ພົບປະໂອ້ລົມພະນັກງານການເງິນແຂວງທີ່ຫ້ອງປະຊຸມ ພະແນກການເງິນແຂວງບໍ່ແກ້ວ ໂດຍການຕ້ອນຮັບຂອງ ທ່ານ ເຄື່ອນເພັດ ວົງຈັນ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງ ບໍ່ແກ້ວ ຜູ້ຊີ້ນໍາວຽກງານເສດຖະກິດ ທ່ານ ສົມຫວັງ ລໍຫວັນໄຊ ກໍາມະການພັກແຂວງ ຫົວໜ້າພະແນກການເງິນແຂວງພ້ອມ ດ້ວຍຄະນະ ຄະນະທີມງານກົມກ່ຽວຂ້ອງກະຊວງການເງິນ ຄະນະສາມສາຍຕັ້ງພາສີ ອາກອນ ຄັງເງິນ ຫົວໜ້າ-ຮອງຫົວໜ້າ ດ່ານພາສີສາກົນ ຫົວໜ້າ-ຮອງຫົວໜ້າຂະແໜງພ້ອມດ້ວຍພະນັກງານຫຼັກແຫຼງພາຍໃນພະແນກການເງິນແຂວງບໍ່ແກ້ວ ເຂົ້າຮ່ວມ. ໃນກອງປະຊຸມ ທ່ານ ສົມຫວັງ ລໍຫວັນໄຊ ຫົວໜ້າພະແນກການເງິນແຂວງບໍ່ແກ້ວໄດ້ລາຍງານສະພາບການຈັດຕັ້ງປະ ຕິບັດແຜນງົບປະມານ 6 ເດືອນຕົ້ນປີຜ່ານມາ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ການປະຕິບັດລາຍຮັບປີ 2023 ລວມທັງສູນກາງ ແລະ ທ້ອງຖິ່ນຂອງແຂວງບໍ່ແກ້ວແຜນການປີແມ່ນ 466,43 ຕື້ກວ່າກີບ ເຊິ່ງການຈັດຕັ້ງປະຕິບັດ ໃນໄລຍະຜ່ານມາຄະນະພັກ ຄະນະນໍາຂະແໜງການເງິນໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາໃນການຈັດຕັ້ງປະ ຕິບັດວຽກງານງົບປະ ມານ 7 ເດືອນຕົ້ນປີເຫັນວ່າມີຜົນສໍາເລັດຫຼາຍດ້ານເຮັດໃຫ້ຮອດວັນທີ 18 ກໍລະກົດ 2023 ສາມາດປະຕິບັດໄດ້  291,88 ຕື້ກີບ ເທົ່າກັບ 62,58% ຂອງແຜນການປີ ທຽບໃສ່ໄລຍະດຽວຂອງປີຜ່ານມາເພີ່່ມຂຶ້ນ 32%. ໃນນີ້ ລາຍຮັບພູດຂອງສູນກາງ ແຜນການປີ 310 ຕື້ກວ່າກີບ ປະຕິບັດໄດ້ 192,84 ຕື້ກີບເທົ່າກັບ 62,21% ຂອງແຜນການປີ ທຽບໃສ່ໄລຍະດຽວຂອງປີຜ່ານ ມາເພີ່ມຂຶ້ນ 28%. ສ່ວນລາຍຮັບທ້ອງຖິ່ນແຜນການປີ 156,43 ຕື້ກີບ ປະຕິບັດໄດ້ 99,03 ຕື້ກີບເທົ່າກັບ 63,31% ຂອງແຜນການປີ ທຽບໃສ່ໄລ ຍະດຽວຂອງປີຜ່ານມາເພີ້ມຂຶ້ນ 39% ໃນນີ້ ລາຍຮັບສ່ວຍສາອາກອນ ແລະ ຊັບສິນ ປະຕິບັດໄດ້ 97,45 ຕື້ກີບເທົ່າກັບ 63,68% ຂອງແຜນການປີ ລາຍຮັບບໍ່ແມ່ນພາສີ ແລະ ສ່ວຍສາອາກອນ (ບ້ວງທ້ອງຖິ່ນ) ປະຕິບັດໄດ້: 1,58 ຕື້ກີບ ເທົ່າກັບ 46,64% ຂອງແຜນການປີ. ໂອກາດດັ່ງກ່າວ, ທ່ານ ປອ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ໃຫ້ຮູ້ວ່າ: ການມາເຮັດວຽກຂອງຄະ ນະຈາກກະຊວງການເງິນເທື່ອນີ້ເປັນວຽກທີ່ຈໍາເປັນ ເພື່ອສຶກສາ-ເກັບກໍາຂໍ້ມູນທີ່ເປັນທ່າແຮງໃນການແຜນງົບປະມານແຫ່ງ ລັດໃນປີ 2024 ແຕ່ຫົວທີ ຕິດຕາມ-ຊຸກຍູ້ມາດຕະການຈຸດສຸມ ໂດຍລົງເລິກຊຸກຍູ້-ຕິດຕາມການຈັດຕັ້ງປະຕິບັດວຽກງານ ທີ່ພົ້ນເດັ່ນ 6 ເດືອນຕົ້ນປີ ແລະ ມາດຕະການ 6 ເດືອນທ້າຍປີ 2023 ແລະ ການຈັດຕັ້ງປະຕິບັດການຄຸ້ມຄອງດ່ານ ຕິດພັນ ກັບການນໍາເຂົ້າ-ສົ່ງອອກ ຂອງບໍລິສັດ ແລະ ຜູ້ປະກອບການຜ່ານດ່ານ,ສິນຄ້າເຂົ້າ-ອອກ ການເກັບເປັນເງິນຕາຕ່າງປະເທດ ການເກັບຄ່າທໍານຽມ-ຄ່າບໍລິການ ປະ​ເພດ​ລາຍ​ຈ່າຍ​ຕ່າງໆທີ່​ເກີດ​ຂຶ້ນ​ຢູ່​ໃນ​ດ່ານ​ສາ​ກົນ ແລະ ຂໍ້ມູນກ່ຽວກັບການສ້າງແຜນ ງົບປະມານຂອງດ່ານ ເພື່ອກະກຽມແຜນງົບປະມານປີ 2024. ສະນັ້ນ ເພື່ອເປັນການສ້າງທ່າຫັນປ່ຽນໃໝ່ໃນປີ 2024 ຈຶ່ງມີຄວາມຈໍາເປັນຕອງໄດ້ຄົ້ນຄວ້າກົນໄກ ແລະ ວິທີການໃນການ ສ້າງແຜນງົບປະມານແຫ່ງລັດໃຫ້ມີທ່າຫັນປ່ຽນ ແລະ ບຸກທະລຸຂຶ້ນຕື່ມ ສະນັ້ນ ເພື່ອປະຕິບັດແຜນຄາດໝາຍລາຍຮັບງົບປະ ມານ 6 ເດືອນທ້າຍປີ 2023 ຮັບປະກັນໄດ້ຕາມແຜນການ ຫຼື ລື່ນແຜນການ ພ້ອມທັງໄດ້ເນັ້ນໃຫ້ສືບຕໍ່ເອົາໃຈໃສ່ສຶກສາອົບ ຮົມທາງດ້ານການເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານພາຍໃນຄວາມຮັບຜິດຊອບຂອງຕົນ ຕິດຕາມ-ກວດກາ ການປະຕິບັດໜ້າທີ່ຂອງພະນັກງານ-ລັດຖະກອນຢ່າງເປັນປະຈໍາ ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງໃນການຈັດຕັ້ງ ປະຕິບັດວຽກວຽກງານຄຸ້ມຄອງລາຍຮັບ ຈັດລຽງບູລິມະສິດ ຊຸກຍູ້-ຕິດຕາມການເກັບລາຍຮັບປີ 2023 ໃຫ້ໄດ້ຕາມແຜນ ຫຼື ລື່ນແຜນການ, ຮີບຮ້ອນ ສ້າງແຜນລາຍຮັບປະຈໍາປີ 2024 ໃຫ້ສອດຄ່ອງແນໃສ່ສ້າງແຜນລາຍຮັບໃຫ້ແທດເໝາະກັບແຜນ ພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ ໂດຍສະເພາະເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ໃຫ້ໄດ້ຕາມແຜນການ ທີ່ໄດ້ວາງໄວ້ພ້ອມກັນສ້າງທ່າຫັນປ່ຽນໃໝ່ໃຫ້ມີຜົນສໍາເລັດ. Share:FacebookTwitter
ທ່ານຮອງລັດຖະມົນຕີກະຊວງການເງິນ ລົງຊຸກຍູ້ການປະຕິບັດແຜນງົບປະມານ ແລະ ຊີ້ນຳວຽກຢູ່ດ່ານສາກົນແຂວງບໍ່ແກ້ວ
https://v2.vientianemai.net/archives/59051
ໃນວັນທີ 23 ກໍລະກົດ 2023 ທີ່ຜ່ານມາ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະລົງ ເຄື່ອນໄຫວຢ້ຽມຢາມ 2 ໂຄງການໃຫຍ່ທີ່ແຂວງຈຳປາສັກເປັນຕົ້ນ: ໂຄງການເຄື່ອນໄຟຟ້າດອນສະໂຮງ ແລະ ໂຄງການມະ ຫານາທີສີທັນດອນ. ສຳລັບ 2 ໂຄງການດັ່ງກ່າວເປັນໂຄງການໃຫຍ່ສຳຄັນທີ່ຕິດພັນກັບການເກັບລາຍຮັບງົບປະມານແຫ່ງລັດໃຫ້ຄົບຖ້ວນ ແລະ ເພື່ອການພິຈາລະນາອະນຸມັດດ້ານຫຼັກການໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການ ໂຄງການເຂື່ອນໄຟຟ້າດອນສະ ໂຮງ ເເມ່ນໂຄງການທໍາອິດທີ່ສົ່ງອອກພະລັງງານຂາຍໄຟຟ້າໃຫ້ປະເທດກໍາປູເຈຍພາຍໃຕ້ສັນຍາ ຊື້-ຂາຍ ໄຟຟ້າລະ ຫວ່າງ ລັດວິສາກິດໄຟຟ້າລາວ ແລະ ລັດວິສາຫະກິດໄຟຟ້າກໍາປູເຈຍ ໂຄງການເຂື່ອນໄຟຟ້າດອນສະໂຮງມີກໍາລັງຕິດຕັ້ງ 260 MW ເປັນເຂື່ອນໄຟຟ້າພະລັງງານນໍ້າແຫ່ງທີ 2 ທີ່ຕັ້ງຢູ່ສາຍນໍ້າຂອງຕອນລຸ່ມຂອງ ສປປ ລາວ  ແລະ ເປັນໂຄງ ການທໍາອິດທີ່ສົ່ງອອກພະລັງງານຂາຍໄຟຟ້າໃຫ້ແກ່ປະເທດກໍາປູເຈຍ ເຊິ່ງມີຈຸດເດັ່ນທີ່ແຕກຕ່າງຈາກເຂື່ອນຫຼາຍແຫ່ງຄື: ມີທີ່ຕັ້ງອ້ອມຮອບໄປດ້ວຍສາຍນໍ້າຂອງຍ່ອຍຫຼາຍສາຍທີ່ແຍກອອກຈາກສາຍນໍ້າຫຼັກເປັນໂຄງການແບບຝາຍນ້ຳລົ້ນ (run -of-river) ໂດຍໂຄງການເຂື່ອນໄຟຟ້າດອນສະໂຮງນີ້ ບໍລິສັດ ຜະລິດ-ໄຟຟ້າ ລາວມະຫາຊົນ (EDL-GEN) ຖືຮຸ້ນ 20% ຫຼື ທຽບເທົ່າ 52 MW ຕາມສັດສ່ວນການຖືຮຸ້ນນັບຕັ້ງແຕ່ເລີ່ມດຳເນີນການຜະລິດໄຟຟ້າຢ່າງເປັນທາງການໃນປີ 2019. ສ່ວນໂຄງການທີ 2 ກໍຄື ໂຄງການມະຫານາທີສີທັນດອນ ເປັນໂຄງການເຂດພັດທະນາເສດຖະກິດໃໝ່ສີ ທັນດອນເຊິ່ງໄດ້ ເຊັນສັນຍາກັບລັດຖະບານລາວໃນຄັ້ງວັນທີ 30 ມີຖຸນາ 2018 ເພື່ອພັດທະນາເຂດດັ່ງກ່າວໃຫ້ເປັນເມືອງໃໝ່ທັນສະ ໄໝທີ່ພຽບພ້ອມໄປດ້ວຍສິ່ງອຳນວຍຄວາມສະດວກ ຮອງຮັບໃຫ້ແກ່ການລົງທຶນຂອງບຸກຄົນ ແລະ ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ພັດທະນາຕົວເມືອງ ແລະ ແຄມນ້ຳໃຫ້ເປັນເຂດທ່ອງທ່ຽວທີ່ສະຫງົບປອດໄພ ເປັນຕົວເມືອງສີຂຽວທີ່ມີ ພື້ນທີ່ເຂັ້ມແຂງ ມີອະລິຍະທຳ ສ້າງສັງຄົມທີ່ມີຄວາມສາມັກຄີ ແລະ ເປັນທຳ ສົ່ງເສີມອະລິຍະທຳ ແລະ ວັດທະນະທຳຂອງ ຊາດ ແລະ ຮັບປະກັນການພັດທະນາແບບຍືນຍົງ. ການພັດທະນາໂຄງການດັ່ງກ່າວແມ່ນໄດ້ກຳນົດບັນດາໂຄງການ ແລະ ອະນຸຍາດໃຫ້ເຄື່ອນໄຫວປະກອບມີ: ໂຄງການ ບໍລິການທ່ອງທ່ຽວ ໂຮງແຮມ ຮ້ານອາຫານ ສະຖານທີ່ພັກ ສະໜາມກີລາ ສະໜາມກ໊ອບ ຫ້າງຊັບພະສິນຄ້າ ສາງສິນຄ້າ ສະຖານີຂົ່ນສົ່ງໂດຍສານ ແລະ ໂຮງງານອຸດສາຫະກຳປຸງແຕ່ງເປັນຕົ້ນ ພ້ອມກັນນັ້ນ ຍັງໄດ້ສຳຫຼວດສະຖານທີ່ສ້າງໂຄງ ການສາງຄຽນຖ່າຍສິນຄ້າປອດພາສີ ມີເນື້ອທີ່ປຸກສ້າງ 15 ເຮັກຕາຢູ່ທາງທິດໃຕ້ຂອງໂຄງການມະຫານາທີສີທັນດອນໃກ້ກັບ ດ່ານສາກົນໜອງນົກຂຽນໃນອານາຄົດຈະພັດທະນາໃຫ້ເປັນເຂດການຄ້າປອດພາສີລາວ-ຈຳປູເຈຍ ນໍາອີກດ້ວຍ. Share:FacebookTwitter
ທ່ານ ສັນຕິພາບ ພົມວິຫານ ເຄື່ອນໄຫວຢ້ຽມຢາມ 2 ໂຄງການໃຫຍ່ທີ່ແຂວງຈໍາປາສັກ
https://v2.vientianemai.net/archives/59052
ປັດຈຸບັນ ມີຫຼາຍພາກສ່ວນກ່ຽວຂ້ອງສືບຕໍ່ຮ່ວມກັນສ້າງຂະບວນການທຳລາຍທຳລາຍແຫຼ່ງເພາະພັນໜອນນ້ຳຍຸງລາຍ ຢູ່ເຂດຕ່າງໆໃນ 9 ເມືອງ ຢູ່ນະຄອນຫຼວງວຽງຈັນ ລວມທັງຢູ່ເຂດ ເມືອງ ແຂວງ ແລະ ສະຖານ ທີ່ອື່ນໆໃນທົ່ວປະເທດ ເພື່ອກໍາຈັດໜອນນໍ້າຍຸງລາຍ ທີ່ສໍາຄັນທຸກຄົນໃນສັງຄົມຕ້ອງມີສ່ວນຮ່ວມ ພ້ອມກັນປ້ອງກັນ ແລະ ກໍາຈັດແຫຼ່ງເພາະພັນໜອນນໍ້າຍຸງລາຍ ເພື່ອບໍ່ໃຫ້ເກີດພະຍາດໄຂ້ຍຸງລາຍ ຫຼື ໄຂ້ເລືອດ ອອກໂດຍປະຕິບັດຕາມຫຼັກການ 5ປ ທີ່ກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດ.     ຕາມຂໍ້ມູນຈາກກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກແນະນຳວ່າ: ວິທີປ້ອງກັນທີ່ດີທີ່ສຸດຄືການທຳລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍ ໂດຍກໍາຈັດບ່ອນວາງໄຂ່ຂອງຍຸງລາຍ ຫຼື ແຫຼ່ງທີ່ຢູ່ອາໄສຂອງຍຸງລາຍຄື: ຖ້າຢູ່ໃນເຮືອນຕ້ອງກໍາຈັດບ່ອນເພາະພັນຍຸງລາຍຕາມບໍລິເວນຖ່ານຮອງຕີນຕູ້ ໂຖດອກໄມ້ ຈານຮອງ ຖັງເກັບນ້ຳກິນ ຫຼື ຖັງໃນຫ້ອງນ້ຳ ພາຊະນະທີ່ເປັນຢາງປລາສະຕິກ ກະປ໋ອງ ແລະ ອື່ນໆ ຖ້າຢູ່ນອກເຮືອນຕ້ອງເກັບມ້ຽນ ຫຼື ຖິ້ມກະໂປະ ກະປ໋ອງທີ່ບໍ່ໄດ້ໃຊ້ ຢາງຕີນລົດເກົ່າ ພາຊະນະທີ່ບັນຈຸນ້ຳ ຕົ້ນໄມ້ທີ່ເປັນຮູ ຫຼື ໂກນ ຂຸມ ສະຖານທີ່ກໍ່ສ້າງ ຖັງເກັບນ້ຳຝົນ ເປືອກຫອຍ ເປືອກໄມ້ ໃບໄມ້ທີ່ສາມາດເປັນບ່ອນເກັບນ້ຳ ແລະ ອຸປະກອນອື່ນໆ ທີ່ເປັນພາຊະນະທີ່ບັນຈຸນໍ້າຝົນ ຫຼື ໃຊ້ສຳລັບເກັບນ້ຳຄວນປົກປິດຝາພາຊະນະໃຫ້ດີ ຖ້າບໍ່ໃຊ້ກໍຖີ້ມໃຫ້ຖືກຕ້ອງ ພ້ອມນັ້ນ ພາຊະນະອື່ນໆ ກໍຄວນບໍ່ໃຫ້ມີນ້ຳຂັງຕ້ອງອະນາໄມ ແລະ ຮຸກຖູ (ເພື່ອກໍາຈັດໄຂ່ຂອງຍຸງລາຍ) ຢ່າງໜ້ອຍອາທິດລະຄັ້ງກໍຈະເປັນການດີ. ສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກ ລາຍງານກ່ຽວກັບການຕິດເຊື້ອພະຍາດໄຂ້ຍຸງລາຍ ທົ່ວປະເທດໃນວັນທີ 25 ກໍລະກົດ ຜ່ານມາວ່າ: ທົ່ວປະເທດ ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມ 14.478 ຄົນ ເສຍຊີວິດສະສົມ 7 ຄົນ ຕິດເຊື້ອໃໝ່ 416 ຄົນ ບໍ່ມີຜູ້ເສຍຊີວິດໃໝ່ ສ່ວນໂຕເລກ ມີຜູ້ຕິດເຊື້ອພະຍາດໄຂ້ຍຸງຫຼາຍກວ່າໝູ່ ແມ່ນແຂວງອຸດົມໄຊ 3.077 ຄົນ ແຂວງຄຳມ່ວນ 2.407 ຄົນ ຫຼວງພະບາງ 1.298 ຄົນ ນະຄອນຫຼວງວຽງຈັນ 1.225 ຄົນ ແລະ ແຂວງອື່ນໆ ຕາມລຳດັບ ແນວໃດກໍຕາມການມີສ່ວນຮ່ວມຂອງຊຸມຊົນແມ່ນເປັນມາດຕະການປ້ອງກັນທີ່ສໍາຄັນຫຼາຍ ຖ້າທຸກໆຄອບຄົວມີເປົ້າໝາຍໃນການລົດຄວາມໜາແໜ້ນຂອງຍຸງລາຍ ກໍຈະສາມາດລົດອັດຕາການຕິດເຊື້ອ ຢຸດການສົ່ງເຊື້ອພະຍາດໄຂ້ຍຸລາຍ ຫຼື ພະຍາດໄຂ້ເລືອດອອກລົງໄດ້ເທື່ອລະກ້າວ.     ສະນັ້ນ ຖ້າຄົນໃນຄອບຄົວຮູ້ສຶກບໍ່ສະບາຍ ຫຼື ເປັນໄຂ້ ບໍ່ຄວນຊື້ຢາມາກິນເອງ ຄວນໄປພົບແພດໝໍທີ່ໃກ້ບ້ານທ່ານໂດຍດ່ວນເຊັ່ນ: ໂຮງໝໍເມືອງ ແຂວງ ສູນກາງ ສຸກສາລາ ແລະ ສະຖານທີ່ໃຫ້ບໍລິການອື່ນໆ ເພື່ອຈະໄດ້ກວດເບິ່ງອາການ ກິນຢາຕາມແພດສັ່ງ ແລະ ປິ່ນປົວໃຫ້ທັນເວລາ. Share:FacebookTwitter
ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມ 14.478 ຄົນ
https://v2.vientianemai.net/archives/59066
ວັນທີ 26 ກໍລະກົດ 2023 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ຕ້ອນຮັບການເຂົ້າຢ້ຽມຄຳນັບ ທ່ານ ຊານດໍ ຊິໂພສ ເອກອັກຄະລັດຖະທູດ ຮົງກາລີ ປະຈຳ ສປປ ລາວ ເຊິ່ງມີສຳນັກງານ ຕັ້ງຢູ່ບາງກອກ ປະເທດໄທ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມທົບທວນໂຄງການພັດທະນາໂຄງລ່າງພື້ນຖານກະ ສິກຳ ພາຍໃຕ້ໂຄງການເງິນກູ້ຢືມໄລຍະ 3 ຈາກລັດຖະບານຮົງກາລີ ວັນທີ 26-27 ກໍລະກົດນີ້. ໂອກາດນີ້ ທ່ານ ອາດສະພັງທອງ ສີພັນດອນ ໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ການເຂົ້າຢ້ຽມຄຳນັບຄັ້ງນີ້ເຊິ່ງ ເປັນຂີດໝາຍສຳຄັນໃນການເພີ່ມທະຄວາມສາມັກຄີລະຫວ່າງສອງປະເທດລາວ-ຮົງກາລີ ໄລຍະຜ່ານມາປະເທດຮົງກາລີ ໄດ້ໃຫ້ການຊ່ວຍເຫຼືອ ແລະ ຮ່ວມມືກັນຫຼາຍດ້ານເປັນຕົ້ນ ທຶນກູ້ຢືມ ເພື່ອນຳໃຊ້ເຂົ້າໃນໂຄງການບຳບັດນໍ້າເປື້ອນຢູ່ດົງບັງ ເຊິ່ງເປັນໂຄງການທີ່ສ້າງຜົນປະໂຫຍດໃຫ້ແກ່ຊາວນະຄອນຫຼວງວຽງຈັນ ປັດຈຸບັນໂຄງການດັ່ງກ່າວກຳລັງດຳເນີນການຢູ່ ໂດຍລວມແມ່ນເປັນໄປຕາມແຜນງານທີ່ໂຄງການກຳນົດໄວ້. ຈາກນັ້ນທັງສອງຝ່າຍກໍໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານໃຫ້ກັນຊາບ ແລະ ສະເໜີແຜນການຮ່ວມມືໃນ ຕໍ່ໜ້າເຊັ່ນ ການສົ່ງເສີມການຮ່ວມມື ການລົງທຶນ ການພັດທະນາພື້ນຖານໂຄງລ່າງ ຂົງເຂດກະສິກຳ ການປຸ່ງແຕ່ງ ການສຶກ ສາ ກີລາ ການທ່ອງທ່ຽວ ການແລກປ່ຽນວັດທະນະທຳເຊິ່ງກັນ ແລະ ກັນ. ທ່ານ ຊາຍດໍ ຊິໂພສ ໄດ້ສະແດງຄວາມຂອບ ໃຈຕໍ່ ການຕ້ອນຮັບຢ່າງອົບອຸ່ນຂອງທ່ານເຈົ້າຄອງ ເຊິ່ງການເຂົ້າຢ້ຽມຄຳນັບຄັ້ງນີ້ເປັນໂອກາດດີທີ່ ສອງຝ່າຍ ຮົງກາລີ ແລະ ນວ ໄດ້ ແລກປ່ຽນການຮ່ວມມືສອງຝ່າຍເຊິ່ງຈະເປັນປະໂຫຍດໃຫ້ແກ່ສອງຝ່າຍໃນການສືບຕໍ່ຈັດຕັ້ງປະຕິບັດວຽກງານຮ່ວມມືໃນຕໍ່ ໜ້າພ້ອມທັງຢືນຢັນວ່າຈະນຳເອົາຄຳປຶກສາຫາລືຮ່ວມກັນຄັ້ງນີ້ໄປພິຈາລະນາເພື່ອສືບຕໍ່ໃຫ້ການສະໜັບສະໜູນໃຫ້ແກ່ ນວ ໃນຕໍ່ໜ້າ. Share:FacebookTwitter
ນະຄອນຫຼວງວຽງຈັນ-ຮົງກາລີຮັດແໜ້ນການຮ່ວມມື
https://v2.vientianemai.net/archives/59071
ໃນວັນທີ 27 ກໍລະກົດ 2023 ທີ່ ກະຊວງການຕ່າງປະເທດ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ຊົວຣາບ ກຸມາ (Saurabh Kumar) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນເດຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນວັນທີ 26- 29 ກໍລະກົດ 2023 ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ລະຫວ່າງ ສອງກະຊວງການຕ່າງປະເທດ ສປປ ລາວ-ສ ອິນເດຍ ຄັ້ງທີ 3. ໃນກອງປະຊຸມ ທ່ານຮອງລັດຖະມົນຕີ ໂພໄຊ ໄຂຄຳພິທູນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ຄະນະຜູ້ແທນ ສ. ອິນເດຍ ທີ່ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີຊຸກຍູ້ ສາຍພົວພັນຮ່ວມມືສອງຝ່າຍ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ລາວ-ອິນເດຍ ຕະຫຼອດໄລຍະ 67 ປີ (02 ກຸມພາ 1956-2023) ຜ່ານມາ ທີ່ສືບຕໍ່ໄດ້ຮັບການຂະ ຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍ ທີ່ພາກສ່ວນກ່ຽວຂ້ອງສອງຝ່າຍໄດ້ມີການຈັດຕັ້ງປະຕິບັດວຽກງານໃນທຸກດ້ານຮ່ວມກັນ ໄດ້ມີກົນໄກການຮ່ວມມືສອງຝ່າຍ ເພື່ອທົບທວນຄືນການຮ່ວມມືໃນດ້ານຕ່າງໆ ເປັນຕົ້ນ ກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສ ອິນເດຍ (JC). ກອງປະຊຸມປຶກສາຫາລື ລະຫວ່າງ ສອງກະຊວງການຕ່າງປະເທດ (FOC) ລາວ-ອິນເດຍ ເຮັດໃຫ້ການພົວພັນຮ່ວມມືສອງ ຝ່າຍ ໄດ້ຮັບຜົນສຳເລັດໃນຫຼາຍດ້ານ ສອງຝ່າຍ ໄດ້ສະແດງຄວາມຍິນດີຕໍ່ການຮ່ວມມືດ້ານເສດຖະກິດ ການຄ້າ ແລະ ການ ລົງທຶນ ທີ່ຢູ່ໃນທ່ວງທ່າທີ່ດີ ເຊິ່ງໃນໄລຍະ 6 ເດືອນຕົ້ນປີ 2023 ມູນຄ່າ​ການ​ຄ້າ​ສອງ​ຝ່າຍ ບັນລຸໄດ້ປະມານ 54 ລ້ານ​ໂດ​ລາ​ສະຫະລັດ ​ໃນ​ນັ້ນ ສປປ ລາວ ສົ່ງ​ອອກ​ແມ່ນປະມານ 43 ລ້ານ​ໂດ​ລາ​ສະຫະລັດ ​ແລະ ນຳ​ເຂົ້າ​ແມ່ນປະມານ 11 ລ້ານ​ໂດ​ລາ​ສະຫະລັດ ເຊິ່ງປະຈຸບັນ ນັກທຸລະກິດຂອງອິນເດຍ ໄດ້ເຂົ້າມາລົງທຶນຢູ່ ສປປ ລາວ ຫຼາຍພໍສົມຄວນ ໃນນີ້ ຝ່າຍລາວ ໄດ້ສະ ເໜີໃຫ້ມີການ​ແລກປ່ຽນ​ຂໍ້​ມູນ ລະຫວ່າງ ນັກທຸລະກິດລາວ-ອິນເດຍ ຢ່າງເປັນປະຈໍາ ຜ່ານ​ສະຖານທູດ ຫຼື ​ກອງ​ປະຊຸມ​ພົບ​ປະ​ຂອງ​ສອງ​ປະ​ເທດ ເພື່ອດຶງດູດນັກລົງທຶນຂອງສອງ​ປະ​ເທດໃຫ້ນັບມື້ນັບຫຼາຍຂຶ້ນ ແລະ ​ເພື່ອຊອກຫາຊ່ອງທາງໃນການສົ່ງ ອອກສິນຄ້າຂອງລາວໄປຍັງຕະຫຼາດອິນເດຍ. ພ້ອມດຽວກັນນີ້ ສອງຝ່າຍ ເຫັນດີຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຂອງຕົນ ສືບຕໍ່ປະສານສົມທົບກັນເພື່ອຊຸກຍູ້ບັນດາ ໂຄງ ການຕ່າງໆທີ່ໄດ້ລົງນາມແລ້ວນັ້ນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ປະສິດທິຜົນ ແລະ ປະກົດຜົນເປັນຈິງ ຍິ່ງຂຶ້ນ ເນື່ອງຈາກໃນໄລຍະຜ່ານມາ ຫຼາຍໂຄງການແມ່ນບໍ່ໄດ້ຮັບການປະຕິບັດເທົ່າທີ່ຄວນ ຍ້ອນການແຜ່ລະບາດຂອງພະ ຍາດໂຄວິດ-19 ສອງຝ່າຍ ໄດ້ເຫັນດີຈະເພີ່ມທະວີການຮ່ວມມືໃນຂະແໜງການອື່ນໆທີ່ມີທ່າແຮງຮ່ວມກັນໃຫ້ຫຼາຍຂຶ້ນ ເປັນຕົ້ນ ດ້ານການສຶກສາ-ວັດທະນະທຳ ສາທາລະນະສຸກ ວຽກງານປ້ອງການຊາດ ວຽກງານກົງສຸນ ກະສິກຳ-ປ່າໄມ້ ການພັດ ທະນາຊັບພະຍາກອນມະນຸດ ການພັດທະນາພື້ນຖານໂຄງລ່າງ ແລະ ອື່ນໆ ສືບຕໍ່ໃຫ້ການສະ  ໜັບສະໜູນຊ່ວຍເຫຼືອເຊິ່ງ ກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນ ການຮ່ວມມືຂອບແມ່ນ້ຳຂອງ-ແມ່ນ້ຳຄົງຄາ ການຮ່ວມມືອາຊຽນ-ອິນ ເດຍການ ຮ່ວມມືຂອບ ສະຫະປະຊາຊາດ (ສປຊ) ແລະ ອື່ນໆ ນອກຈາກນີ້ ສອງຝ່າຍ ຍັງໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບ ສະ ພາບການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຕົນ ແລະ ໄດ້ແລກປ່ຽນຄຳຄິດເຫັນຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ. ໃນໂອກາດນີ້ ທ່ານຮອງລັດຖະມົນຕີ ໂພໄຊ ໄຂຄຳພິທູນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມ ຂອບໃຈເປັນຢ່າງຍິ່ງມາຍັງລັດຖະບານ ແລະ ປະຊາຊົນ ອິນເດຍ ຕໍ່ການຊ່ວຍເຫຼືອອັນລ້ຳຄ່າໃນໄລຍະຜ່ານມາ ເປັນຕົ້ນ ການພັດທະນາຊັບພະຍາກອນມະນຸດ ກໍຄື ການສະໜອງທຶນຝຶກອົບຮົມໄລຍະສັ້ນ ແລະ ໄລຍະຍາວ ໃຫ້ແກ່ພະນັກ ງານ-ນັກສຶກສາລາວ ພາຍໃຕ້ໂຄງການຊ່ວຍເຫຼືອຕ່າງໆ ການຊ່ວຍເຫຼືອໃນວຽກງານສາທາລະນະສຸກ (ວຽກງານຕ້ານໂຄ ວິດ-19) ການສະໜອງເງິນກູ້ຢືມເຂົ້າໃນການຈັດຕັ້ງໃນຫຼາຍໂຄງການ ແລະ ການຊ່ວຍເຫຼືອໃນຂະແໜງ ການອື່ນໆ ທັງໃນ ຂອບສອງຝ່າຍ ແລະ ຫຼາຍຝ່າຍ ເຊິ່ງທັງຫມົດນີ້ ໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ ແລະ ຫວັງຢ່າງຍິງວ່າ ຝ່າຍ ສ ອິນເດຍ ຈະສືບຕໍ່ໃຫ້ການຊ່ວຍເຫຼືອໂຄງການຕ່າງໆຕື່ມອີກໃນອະນາ ຄົດ ໂດຍສະເພາະ ການຊ່ວຍເຫຼືອ ສປປ ລາວ ໃນການກະກຽມເປັນປະທານອາຊຽນໃນປີ 2024 ໃຫ້ສຳເລັດຕາມຄາດໝາຍ. ໃນຂະນະດຽວກັນ ທ່ານຮອງລັດຖະມົນຕີ ຊົວຣາບ ກຸມາ ກໍໄດ້ສະແດງຄວາມຂອບໃຈມາຍັງຝ່າຍລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນເປັນຢ່າງດີຕະຫຼອດມາ ທັງໃນຂອບການຮ່ວມມືສອງຝ່າຍ ຫຼາຍຝ່າຍ ໂດຍສະເພາະໃນຂອບການຮ່ວມ ມືອາຊຽນ ສປຊ ພ້ອມນີ້ ກໍຢືນຢັນຈະສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ- ອິນເດຍ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ ແລະ ນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງປະເທດ ອິນເດຍ-ລາວ. ພາຍຫຼັງສຳເລັດກອງປະຊຸມn ສອງຝ່າຍ ກໍໄດ້ສືບຕໍ່ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມບົດບັນທຶກຄວາມເຂົ້າໃຈ ເພື່ອ ມອບ-ຮັບການຊ່ວຍເຫຼືອຂອງໂຄງການເຫັນຜົນໄວ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຈຳນວນ 5 ໂຄງການ ລວມມູນຄ່າທັງຫມົດ 248.226 ໂດລາສະຫະລັດ ຄື: 1. ໂຄງການກໍ່ສ້າງໂຮງຮຽນປະຖົມ ບ້ານຫ້ວຍທ້າງ ເມືອງປາກລາຍ ແຂວງໄຊຍະບູລີ ມູນຄ່າ 49.999 ໂດລາສະຫະລັດ 2. ໂຄງການກໍ່ສ້າງສູນຝຶກອົບຮົມ ແລະ ອຸປະກອນ ICT ໃຫ້ແກ່ພະແນກ ການສື່ສານດ້ານເຕັກໂນໂລຊີ ແຂວງ ໄຊຍະບູລີ ມູນຄ່າ 49.963 ໂດລາສະຫະລັດ 3. ໂຄງການກໍ່ສ້າງສູນປິ່ນປົວສຸຂະພາບ ບ້ານຊຽງຫຼວງ ເມືອງດາກຈຶງ, ແຂວງເຊກອງ ມູນຄ່າ 49.210 ໂດລາສະຫະລັດ 4. ໂຄງການກໍ່ສ້າງລະບົບທໍ່ສົ່ງນ້ຳ ບ້ານພູສັນ ເມືອງແປກ ແຂວງຊຽງຂວາງ ມູນຄ່າ 49.054 ໂດລາສະຫະລັດ  ແລະ 5. ໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນດອນ ໃຫຍ່ ເມືອງສອງຄອນ ແຂວງສະຫວັນນະເຂດ ມູນຄ່າ 50.000 ໂດລາສະຫະລັດ. Share:FacebookTwitter
ລາວ-ອິນເດຍ ເພີ່ມທະວີການຮ່ວມມືອີກຫຼາຍຂະແໜງການ ທີ່ມີທ່າແຮງຮ່ວມກັນໃຫ້ຫຼາຍຂຶ້ນ
https://v2.vientianemai.net/archives/59072
ກອງປະຊຸມສົນທະນາກ່ຽວກັບວຽກງານການດູແລປະຈໍາພາກພື້ນ ຫົວຂໍ້ ສົ່ງເສີມບັນດານະໂຍບາຍດ້ານບົດບາດຍິງ-ຊາຍ ແລະ ການເປັນຄູ່ຮ່ວມງານໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໂດຍການຮ່ວມມືລະຫວ່າງສູນກາງສະຫະພັນແມ່ຍິງລາວ ອົງການ Oxfam ອົງການ UNESCAP ແລະ ກອງເລຂາອາຊຽນ ຈັດຂຶ້ນວັນທີ 27-28 ກໍລະກົດ ຢູ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ນາງ ທຳມາ ເພັດວິໄຊ ຮອງປະທານສະຫະພັນແມ່ຍິງລາວ ທ່ານ ທັດສະພອນ ບຸດສະຫຼິງ ຜູ້ອຳນວຍການ ອົງການ ອ໊ອກສະຟາມ ປະຈຳລາວ ມີຜູ້ຕາງໜ້າຈາກປະເທດສະມາຊິກອາຊຽນ ກອງເລຂາອາຊຽນ ອົງການຈັດຕັ້ງສາກົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.    ກອງປະຊຸມຄັ້ງນີ້ໄດ້ເນັ້ນໜັກໃສ່ບັນດາກິດຈະກໍາລິເລີ່ມທີ່ມີຢ່າງຕໍ່ເນື່ອງ ໃນການສົ່ງເສີມການພັດທະນາ ແລະ ການຈັດຕັ້ງປະຕິບັດນະໂຍບາຍ ແລະ ແຜນງານທີ່ຕອບສະໜອງວຽກງານບົດບາດຍິງ-ຊາຍ ແລະ ການດູແລ ຂອງບັນດາຊາດສະມາຊິກອາຊຽນ ເຊິ່ງຂົງເຂດຂອງຫົວຂໍ້ສົນທະນາຕົ້ນຕໍໃນເວລາປະຊຸມ ຈະປະກອບດ້ວຍ ນະໂຍບາຍອະນຸລັກລະບົບນິເວດ ຄົ້ນຄວ້າບັນດາຍຸດທະສາດເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ການພັດທະນາ ແລະ ຈັດຕັ້ງປະຕິບັດບັນດານະໂຍບາຍສົ່ງເສີມການດູແລທີ່ຕອບສະໜອງຄວາມຕ້ອງການດ້ານບົດບາດຍິງ-ຊາຍ ໂດຍພິຈາລະນາເຖິງສະພາບທາງສັງຄົມ ເສດຖະກິດ ແລະ ວັດທະນະທໍາ ການປົກປ້ອງ ແລະ ສົ່ງເສີມແຮງງານທີ່ຊ່ວຍວຽກການດູແລ ກໍານົດບັນດາປັດໄຈຕົ້ນຕໍໃຊ້ໃນການພິຈາລະນາເພື່ອປົກປ້ອງ ແລະ ຊຸກຍູ້ຊີວິດການເປັນຢູ່ທີ່ດີຂອງແຮງງານທີ່ຊ່ວຍໃນວຽກການດູແລ ລວມເຖິງສະພາບການເຮັດວຽກທີ່ດີ ຄ່າແຮງງານທີ່ເປັນທໍາ ແລະ ກາລະໂອກາດໃນການພັດທະນາດ້ານອາຊີບ ສຸຂະພາບຂອງແມ່ ແລະ ເດັກ.    ນອກນັ້ນຍັງປຶກສາຫາລືເຖິງວິທີ ແລະ ກິດຈະກໍາການລິເລີ່ມ ເພື່ອປັບປຸງການເຂົ້າເຖິງການບໍລິການສຸຂະພາບຂອງແມ່ ແລະ ເດັກທີ່ມີຄຸນນະພາບ ຮັບຮູ້ເຖິງຄວາມສໍາຄັນໃນການໃຫ້ສິດອໍານາດແກ່ແມ່ຍິງ ແລະ ການພັດທະນາເດັກ ສ້າງຫຼັກຖານທີ່ຕິດພັນກັບວຽກງານການດູແລ ແລກປ່ຽນປະສົບການ ແລະ ບົດຮຽນການຈັດຕັ້ງປະຕິບັດທີ່ດີ ໃນການສ້າງຫຼັກຖານກ່ຽວກັບວຽກການດູແລ ລວມເຖິງວິທີວິທະຍາໃນການເກັບຂໍ້ມູນ ຕົວຊີ້ວັດ ແລະ ວິທີຄົ້ນຄວ້າ ເພື່ອປ້ອນຂໍ້ມູນໃຫ້ຂະບວນການສ້າງນະໂຍບາຍ ແລະ ຕັດສິນໃຈ ສົ່ງເສີມການເປັນຄູ່ຮ່ວມງານດ້ານຍຸດທະສາດ ເປັນຕົ້ນ ການຄົ້ນຄວ້າຊອກຫາກາລະໂອກາດຕ່າງໆ ເພື່ອການປະສານງານໃນລະດັບພາກພື້ນ ແລະ ການເປັນຄູ່ຮ່ວມງານກັນຂອງບັນດາພາກສ່ວນທີ່ກ່ຽວຂ້ອງອື່ນໆ ເຊັ່ນ: ໜ່ວຍງານຂອງລັດ ອົງການຈັດຕັ້ງທາງສັງຄົມ ບັນດາໜ່ວຍງານຂອງສະຫະປະຊາຊາດ ແລະ ຜູ້ໃຫ້ທຶນອື່ນໆ ເພື່ອສ້າງຄວາມເຂັ້ມແຂງໃຫ້ນະໂຍບາຍ ແລະ ແຜນງານການດູແລຂອງບັນດາຊາດສະມາຊິກອາຊຽນມີຜົນສຳເລັດຍິ່ງຂຶ້ນ.     ນອກນັ້ນກອງປະຊຸມຄັ້ງນີ້ ຍັງໄດ້ສະຫຼຸບສັງລວມບັນດາຄໍາແນະນໍາຂໍ້ສະເໜີຕ່າງໆທີ່ໄດ້ຈາກບັນດາຜູ້ຕາງໜ້າຂອງຊາດສະມາຊິກອາຊຽນ ແລະ ຄູ່ຮ່ວມງານອື່ນໆ ເພື່ອການພິຈາລະນາຢູ່ປະເທດອິນໂດເນເຊຍ ເປັນປະທານອາຊຽນສໍາລັບປີ 2023 ແລະ ສປປ ລາວ ທີ່ເປັນປະທານອາຊຽນໃນປີ 2024 ຈະມາເຖິງນີ້ຕື່ມອີກ.     ທ່ານ ນາງ  ທຳມາ ເພັດວິໄຊ  ກ່າວວ່າ: ອາຊຽນ ໄດ້ຕັ້ງເປົ້າໝາຍໃນການບັນລຸຄວາມສະເໝີພາບດ້ານບົດບາດຍິງ-ຊາຍ ແລະ ສົ່ງເສີມສິດອໍານາດຂອງແມ່ຍິງ ແລະ ເດັກຍິງ ຮອດປີ 2030 ຕາມທີ່ກໍານົດໃນວິໄສທັດຂອງປະຊາຄົມອາຊຽນ 2025  ແລະ ຖະແຫຼງການຂອງອາຊຽນວ່າດ້ວຍການສົ່ງເສີມບົດບາດຍິງ-ຊາຍ ຂອງວິໄສທັດປະຊາຄົມອາຊຽນ 2025 ທີ່ຊຸກຍູ້ພັນທະຂອງບັນດາຜູ້ນໍາຊາດສະມາຊິກອາຊຽນ ເພື່ອ “ຮັບປະກັນການເຂົ້າຮ່ວມຂອງປະຊາຊົນ ແລະ ເອົາປະຊາຊົນເປັນໃຈກາງຂອງອາຊຽນ ບ່ອນທີ່ແມ່ຍິງ ແລະ ເດັກຍິງທັງໝົດ ສາມາດພັດທະນາທ່າແຮງຂອງຕົນໄດ້ຢ່າງເຕັມທີ່”.      ສູນກາງສະຫະພັນແມ່ຍິງ ໄດ້ເປັນປະທານຂອງຄະນະກໍາມາທິການແມ່ຍິງແຫ່ງອາຊຽນ (AWC) ແລະ ມີໜ້າທີ່ໃນການຊີ້ນໍາ ແລະ ປະສານສົມທົບກັບອາຊຽນໃນການສົ່ງເສີມຄວາມສະເໝີພາບດ້ານບົດບາດຍິງ-ຊາຍ ແລະ ໃຫ້ສິດອໍານາດແກ່ແມ່ຍິງ ແລະ ເດັກຍິງທັງໝົດ    ດັ່ງນັ້ນກອງປະຊຸມລະດັບພາກພື້ນ ຈຶ່ງສອດຄ່ອງກັບບັນດາພັນທະດັ່ງກ່າວ ແລະ ຈະສົ່ງເສີມການປຶກສາຫາລື ການແລກປ່ຽນຄວາມຮູ້ ແລະ ການປະສານງານກັນເພື່ອສ້າງບັນດາຍຸດທະສາດທີ່ສາມາດຈັດຕັ້ງປະຕິບັດໄດ້ໃນການຮັບຮູ້ ແລະ ເຫັນຄຸນຄ່າຂອງການດູແລທີ່ບໍ່ໄດ້ຮັບຄ່າຈ້າງ ບັນດາຜູ້ຕາງໜ້າຈາກອົງການຈັດຕັ້ງທີ່ບໍ່ຫວັງຜົນກໍາໄລຕ່າງໆ ທີ່ເອົາໃຈໃສ່ຕໍ່ການສົ່ງເສີມຄວາມສະເໝີພາບດ້ານບົດບາດຍິງ-ຊາຍ ແລະ ການພັດທະນາສັງຄົມ  ຈະໄດ້ມາປະຊຸມຮ່ວມກັບບັນດາຜູ້ກໍານົດນະໂຍບາຍ ຊ່ຽວຊານ ແລະ ອົງການຈັດຕັ້ງທາງສັງຄົມ ໃນບັນດາຊາດສະມາຊິກອາຊຽນເພື່ອສົນທະນາກ່ຽວກັບອານາຄົດຂອງວຽກງານດູແລທີ່ບໍ່ໄດ້ຮັບຄ່າຈ້າງ ການຮ່ວມມື ແລະ ການແບ່ງຄວາມຮັບຜິດຊອບ ເປັນກຸນແຈສູ່ຄວາມຄືບໜ້າໃນການແກ້ໄຂບັນຫາວຽກງານການດູແລທີ່ບໍ່ໄດ້ຮັບຄ່າຈ້າງ ທັງເປັນກາລະໂອກາດສະເພາະດ້ານສໍາລັບຊາດສະມາຊິກອາຊຽນ ແລະ ອົງການຈັດຕັ້ງທີ່ບໍ່ຫວັງຜົນກໍາໄລ ເພື່ອເຮັດວຽກຮ່ວມກັນ ແລກປ່ຽນຄວາມຮູ້ ແລະ ວິທີເຮັດວຽກທີ່ຄົບຖ້ວນຮອບດ້ານ ຮັບຮູ້ ຫຼຸດຜ່ອນ ແລະ ເຫັນຄຸນຄ່າຂອງວຽກດູແລທີ່ບໍ່ໄດ້ຮັບຄ່າຈ້າງ ໃນການສົນທະນາ ພວກເຮົາສາມາດສ້າງພື້ນຖານເພື່ອອານາຄົດທີ່ເທົ່າທຽມກັນ ແລະ ມີສ່ວນຮ່ວມຫຼາຍຂຶ້ນແກ່ທຸກຄົນ”. Share:FacebookTwitter
ອາຊຽນ ສົ່ງເສີມນະໂຍບາຍບົດບາດຍິງ-ຊາຍ ແລະ ການເປັນຄູ່ຮ່ວມງານໃນພາກພື້ນ
https://v2.vientianemai.net/archives/59080
ລະຫວ່າງວັນທີ 25-26 ກໍລະກົດ 2023 ທີ່ຫ້ອງວ່າການແຂວງ ຊຽງຂວາງ ສູນກາງແນວລາວສ້າງຊາດ (ສນຊ) ຈັດເຝິກອົບຮົມວຽກງງານແນວລາວສ້າງຊາດໃຫ້ແກ່ພະນັກງານ ແນວລາວສ້າງຊາດ ແຂວງຊຽງຂວາງ ແຂວງຫົວພັນ ແລະ ແນວລາວສ້າງຊາດບັນດາເມືອງ ຂອງ 2 ແຂວງ ດັ່ງກ່າວ ໂດຍການເປັນ ປະທານ ຂອງທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນ ກາງແນວລາວສ້າງຊາດ ເຂົ້າຮ່ວມມີທ່ານ ນາງ ບົວສີ ນາຖາວົງ ປະທານແນວລາວສ້າງຊາດແຂວງ ບັນດາທ່ານຮອງປະທານແນວລາວສ້າງຊາດແຂວງ ແນວລາວ ສ້າງຊາດເມືອງ ຂອງ ແຂວງຊຽງ ຂວາງ ແລະ ແຂວງຫົວພັນ ເຂົ້າຮ່ວມ.     ການເຝິກອົບຮົມໃນຄັ້ງນີ້ມີທັງໝົດ 6 ເອກະສານຄື: ທີ່ຕັ້ງ ພາລະບົດບາດ ສິດ-ໜ້າທີ ຂອງແນວ ລາວສ້າງຊາດ ແລະ ວຽກງານແນວໂຮມໄລຍະໃໝ່ ຄວາມຮູ້ພື້ນຖານກ່ຽວກັບວຽກງານຊົນເຜົ່າ ວຽກງານສາສະໜາ ວຽກງານ ການຊັ້ນຄົນ-ການຈັດຕັ້ງສັງຄົມ ວຽກງານຕິດຕາມ-ກວດກາ ແລະ ວຽກງານຂົນຂວາຍປະຊາຊົນ ເຊິ່ງວິທະຍາກອນຈາກສູນກາງແນວລາວສ້າງຊາດ ໄດ້ຍົກໃຫ້ ເຫັນຄວາມໝາຍຄວາມສຳຄັນ ຄວາມຈຳເປັນ ກົນໄກຂອງແຕ່ລະວຽກງານດັ່ງກ່າວ ພ້ອມກັນນີ້ ສຳມະນາກອນໄດ້ມີການປະກອບຄຳເຫັນ, ແລກປ່ຽນບົດ ຮຽນຢ່າງກົງໄປກົງມາ ເພື່ອໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ບັນດາວຽກດັ່ງກ່າວ.  ໂອກາດນີ້ ທ່ານ ຈັນທະວົງ ແສນອາມາດມົນຕີ ໄດ້ມີຄຳເຫັນໂອ້ລົມຕໍ່ຊຸດເຝິກອົບຮົມ ເຊິ່ງທ່ານ ໄດ້ຍົກໃຫ້ເຫັນຄວາມສຳຄັນ ຄຸນລັກສະນະ ຂອງວຽກງານແນວໂຮມໃນໄລຍະໃໝ່ ແລະ ທ່ານ ໄດ້ກ່າວວ່າ ໃຫ້ສືບຕໍ່ເຊື່ອມຊືມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວ ສ້າງຊາດໃຫ້ຄະນະກຳມະການແນວລາວສ້າງຊາດແຂວງ ເມືອງ ໃຫ້ກວດກາທົບທວນຄືນ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ XI ຂອງແນວລາວສ້າງຊາດ ອັນໃດແດທີ່ເຮັດແລ້ວອັນໃດແດທີ່ຍັງບໍ່ທັນຈັດຕັ້ງປະຕິບັດໄດ້ ພ້ອນກັນນີ້ ທ່ານໄດ້ເນັ້ນໃຫ້ນັກສຳມະນາກອນທຸກທ່ານຈົ່ງນຳເອົາເນື້ອໃນບົດຮຽນທີ່ໄດ້ຝຶກອົບຮົມຄັ້ງນີ້ ໄປຈັດຕັ້ງປະຕິບັດຢູ່ເມືອງຂອງ ຕົນໃຫ້ມີບາດກ້າວໃໝ່ ແລະ  ມີປະສິດຕິພາບຢ່າງເປັນຮູບປະທຳ. Share:FacebookTwitter
ຍົກລະບັກວຽກງານແນວໂຮມໃຫ້ແກ່ພະນັກງານແນວລາວສ້າງຊາດ 2 ແຂວງພາກເໜືອ
https://v2.vientianemai.net/archives/59107
ຄະນະນໍາຂະແໜງພາສີທັງສູນກາງ ແລະ ທ້ອງຖິ່ນໂດຍສະເພາະພາສີ ປະຈຳແຂວງ ສາລະວັນ ຄະນະນໍາດ່ານພາສີສາກົນລະໄລ ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະເກັບລາຍຮັບເຂົ້າງົບປະມານແຫ່ງລັດຖືກຕ້ອງຄົບຖ້ວນ ທັນຕາມກຳນົດເວລາ ສ່ວນລາຍຮັບໃນ 6 ເດືອນຕົ້ນປີ 2023  ສາມາດປະຕິບັດໄດ້ 40,4 ຕື້ກວ່າກີບ ຫຼື ເທົ່າກັບ 70,69% ຂອງແຜນການປີ. ທ່ານ ສຸລັດ ອິນທະວົງ ຫົວໜ້າດ່ານພາສີສາກົນລະໄລ ໃຫ້ສຳພາດວ່າເມື່ຶອບໍ່ດົນມານີ້ວ່າ: ດ່ານພາສີສາກົນລະໄລ ຂຶ້ນກັບພາສີປະຈໍາແຂວງສາລະວັນ ກົມພາສີ ກະຊວງການເງິນ ເປັນດ່ານສາກົນໜຶ່ງຕັ້ງຢູ່ເມືອງສະໝ້ວຍ ແຂວງສາລະວັນ ສປປ ລາວ ມີຊາຍແດນທີ່ຕິດຈອດກັບດ່ານສາກົນລະໄລ ແຂວງກວາງຈິ ສສ ຫວຽດນາມ ຫ່າງຈາກເທສະບານແຂວງສາລະວັນປະມານ 140 ກິໂລແມັດ ເວົ້າລວມແລ້ວການນໍາເຂົ້າ-ສົ່ງອອກສິນຄ້າຂອງບັນດາຫົວໜ່ວຍທຸລະກິດຖ້າທຽບໃສ່ດ່ານສາກົນແຫ່ງອື່ນແມ່ນບໍ່ມີຫຼາຍ ມີແຕ່ບາງບໍລິສັດ ຫຼື ບາງບຸກຄົນເທົ່ານັ້ນທີ່ມາໃຊ້ບໍລິການຜ່ານດ່ານໃນການນຳເຂົ້າ-ສົ່ງອອກສິນຄ້າ-ເຄື່ອງຂອງຕ່າງໆ. ດ່ານພາສີສາກົນລະໄລ ປະກອບດ້ວຍ 3   ກຸ່ມວຽກຄື: ກຸ່ມວຽກຄຸ້ມຄອງການແຈ້ງພາສີ ແລະ ຂໍ້ມູນຂ່າວສານ ກຸ່ມວຽກຄຸ້ມຄອງພາຫະນະ ແລະ ຜູ້ໂດຍສານ ກຸ່ມກວດກາສິນຄ້າ ແລະ ຄູ້ມຄອງສາງສີນຄ້າ.ມີພະນັກງານ-ເຈົ້າໜ້າທີ່ພາສີທັງໝົດ 25 ຄົນ, ສ່ວນວຽກພັກເປັນໜ່ວຍພັກໜຶ່ງ ຂຶ້ນກັບຄະນະພັກຮາກຖານດ່ານຊາຍ ແດນສາກົນລະໄລ. ໃນປີ 2023 ດ່ານພາສີສາກົນລະໄລ ໄດ້ຮັບຕົວເລກແຜນຈັດເກັບລາຍຮັບເຂົ້າງົບປະມານ ແຫ່ງລັດທັງໝົດ 57 ຕື້ກີບ (ລາຍຮັບຕາມຖານຂໍ້ມູນໄດ້ຈາກນ້ຳມັນເຊື້ອໄຟ ຄ່າທຳນຽມ ຄົນເຂົ້າ-ອອກ ຄ່າທໍານຽມພາຫະນະ ແລະ ສິນຄ້າອື່ນໆ) ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງໃນ 6 ເດືອນຕົ້ນປີ 2023 ສາມາດຈັດຕັ້ງປະຕິບັດໄດ້ທັງໝົດ 40,4 ຕື້ກວ່າກີບ ຖ້າທຽບໃສ່ແຜນການ 6 ເດືອນຕົ້ນປີ ເທົ່າກັບ 114,45% ຖ້າທຽບໃສ່ແຜນການປີເທົ່າກັບ 70,69% ຖ້າສົມທຽບໃສ່ປີຜ່ານມາເພີ່ມຂຶ້ນ 61,60% ໃນນັ້ນ ລາຍຮັບສ່ວນໃຫຍ່ແມ່ນໄດ້ຈາກສິນຄ້າປະເພດນໍ້າມັນເຊື້ອໄຟ ຄ່າທຳນຽມ-ຄ່າບໍລິການ ແລະ ອື່ນໆ. ທັງນີ້ຍ້ອນຄະນະດ່ານ ແລະ ເຈົ້າໜ້າທີ່ພາສີທຸກຄົນໄດ້ພ້ອມກັນຈັດຕັ້ງປະຕິບັດວຽກງານວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ ປະຕິບັດຕາມລະບຽບກົດໝາຍ ນິຕິກໍາຂອງຂະແໜງການເງິນກໍຄືກົດໝາຍພາສີຢ່າງເຂັ້ມງວດ ມີແບບແຜນການນໍາພາ ວິທີເຮັດວຽກຢ່າງຮັດກຸມ ສອດຄ່ອງກັບສະພາບຄວາມເປັນຈິງຂອງທ້ອງຖິ່ນດ້ວຍການເຮັດໜ້າທີ່ໂຄສະນາເຜີຍແຜ່ລະບຽບຫຼັກການປະຕິບັດກົດໝາຍ ແລະ ນິຕິກໍາອື່ນໆຢ່າງເຂັ້ມງວດ ສ້າງກົນໄກການບໍລິການ ອຳນວຍຄວາມສະດວກດ້ານພາສີ ການຄ້າໃຫ້ແກ່ຜູ້ປະກອບການ ຜູ້ໃຊ້ບໍລິການໄດ້ຢ່າງສະດວກ ວ່ອງໄວ ຖືກຕ້ອງ ເຮັດໃຫ້ການຈັດເກັບລາຍ ຮັບຂອງດ່ານສາກົນລະໄລມີລັກສະນະດີຂຶ້ນເປັນກ້າວໆ. ນອກຈາກນັ້ນ ຍັງໄດ້ໂຄສະນາເຜີຍແຜ່ກົດໝາຍ ນິຕິກໍາຕ່າງໆທີ່ກ່ຽວຂ້ອງເພືື່ອໃຫ້ສັງຄົມກໍຄືນັກທຸລະກິດທີ່ມາໃຊ້ບໍລິການໃນການນຳເຂົ້າ-ສົ່ງອອກສິນຄ້າ ເຄື່ອງຂອງໃຫ້ມີຄວາມເຂົ້າໃຈຢ່າງເລິກ ເຊິ່ງແນ່ໃສ່ຮັບປະກັນໃຫ້ຜູ້ປະກອບການປະຕິບັດລະບຽບຫຼັກການໃຫ້ຖືກຕ້ອງສອດຄ່ອງ ສາມາດປະກອບສ່ວນເສຍພັນທະເຂົ້າງົບປະມານຂອງລັດໃຫ້ຄົບຖ້ວນທັນຕາມກຳນົດເວລາ. ທ່ານ ສຸລັດ ອິນທະວົງ ຫົວໜ້າດ່ານພາສີສາກົນລະໄລ ເນັ້ນຕື່ມອີກວ່າ: ໃນ 6 ເດືອນທ້າຍປີ 2023 ຄາດຄະເນລາຍຮັບບັນລຸໄດ້ຕາມແຜນການ ຫຼື ລື່ນແຜນການປີ ທັງນີ້ ກໍຍ້ອນວ່າເຮົາມີ ຖາຍລາຍຮັບຈາກ ການນໍ້າເຂົ້າ ນໍ້າມັນເຊື້ອໄຟ ຄ່າທຳນຽມຄົນເຂົ້າ-ອອກ ຄ່າທຳນຽມພາຫະນະ ເຄື່ອງອຸປະໂພກ ແລະ ບໍລິໂພກ ສິນຄ້າອື່ນໆ) ພ້ອມດຽວກັນນີ້ ຍັງໄດ້ວາງຫຼາຍມາຕະການໃນການຈັດຕັ້ງປະຕິບັດ ພ້ອມທັງເນັ້ນການບໍລິການ ອຳນວຍຄວາມສະດວກແກ່ຜູ້ປະກອບການ ປັບປຸງກົນໄກເຮັດວຽກໃຫ້ຖືກຕ້ອງສອດຄ່ອງກັບສະພາບແທດເໝາະກັບຄວາມອາດສາມາດ ແລະ ທ່າແຮງທີ່ບົ່ມຊ້ອນໃນແຕ່ລະໄລຍະ ຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດຕໍ່ໜ້າທີ່ວຽກງານຂອງດ່ານ ເຂັ້ມງວດໃນການກວດກາສິນຄ້າ-ເຄື່ອງຂອງພາຍໃນດ່ານ ຊອກຄົ້ນທ່າແຮງລາຍຮັບບົ່ມຊ້ອນ ນອກນັ້ນ ປະສານສົມທົບກັບເຈົ້າໜ້າທີ່ພາສີ ເຈົ້າໜ້າທີ່ອາກອນຢູ່ປາຍທາງບ່ອນສິນຄ້ານໍ້າມັນເຊື້ອໄຟລົງສາງເພື່ອເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານສາມາດບັນລຸໄດ້ຕາມລະດັບຄາດໝາຍ. Share:FacebookTwitter
6 ເດືອນຕົ້ນປີ ດ່ານພາສີສາກົນລະໄລເກັບລາຍຮັບໄດ້ ຫຼາຍກວ່າ 40 ຕື້ກວ່າກີບ
https://v2.vientianemai.net/archives/59115
ໃນວັນທີ 28 ກໍລະກົດ 2023 ທີ່ໂຮງງານສີກາເຟ ແລະ ຫ້ອງທົດລອງ ບ້ານດອນໄລ່ ຫຼັກ 24 ເມືອງບາຈຽງຈະເລິນນສຸກ ແຂວງຈຳປາສັກ ສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນ (ສຜກ) ໄດ້ເປີດກອງປະຊຸມປະຈຳປີ ຄັ້ງທີ 16 ເປັນກຽດເຂົ້າຮ່ວມຂອງທ່ານ ອຳນວຍ ເຮືອງວົງສາ ຮອງເລຂາພັກເມືອງ ເມືອງບາຈຽງຈະເລີນສຸກ ທ່ານ ຄຳ ນິລະວົງ ຮອງຫົວໜ້າ ພະແນກກະສິກຳ ແລະ ປ່າໄມ້ແຂວງ ທ່ານ ສີທອງ ເພັດລັງສີ ປະທານສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນ ມີຫົວໜ້າ ຂະແໜງພັດທະນາຊົນນະບົດ ແລະ ສະຫະກອນ ແຂວງ ສະມາຊິກທີ່ເປັນຕົວແທນມາຈາກຊາວສວນ ຂອງແຕ່ລະກຸ່ມຜະລິດ ຊ່ຽວຊານທີ່ປຶກສາ ຄະນະຜູ້ຈັດການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.     ທ່ານ ສີທອງ ເພັດລັງສີ ປະທານ ສຜກ ໄດ້ກ່າວວ່າ: ກອງປະຊຸມສາມັນ ຫຼືວ່າ ກອງປະຊຸມປະຈຳປີ ຄັ້ງທີ 16 ຂອງ ສະຫະກອນ ຜູ້ຜະລິດກາເຟ  ເຂດພູພຽງບໍລະເວນ ຫຼື CPC ຂອງພວກເຮົາໃນຄັ້ງນີ້ ມີຄວາມສຳຄັນຫຼາຍ ເຊິ່ງໄດ້ຮັບຟັງ ແລະ ຮັບຮອງ ບົດສະຫຼຸບລາຍງານວຽກງານກິດຈະກຳສະຫະກອນເປັນຕົ້ນ: ບົດລາຍງານຜົນການກວດສອບບັນຊີຈາກອົງກອນກວດສອບພາຍນອກ ຜົນການກວດສອບການຄ້າເປັນທຳ ແລະ ຜົນການກວດສອບວຽກງານກະສິກຳອິນຊີ ຫຼີ ອໍການິກ ກິດຈະກຳພາກສະໜາມ ກິດຈະກຳໂຮງງານ-ຫ້ອງທົດລອງ ແລະ ໂຮງງານຝຸ່ນ ຮັບຟັງ ແລະ ຮັບຮອງ ບົດສະຫຼຸບລາຍງານວຽກງານການຕະຫຼາດ ພາຍໃນ ແລະ ສາກົນ ບົດລາຍງານ ບັນຊີ-ການເງິນ ຂອງລະດູການເກັບກ່ຽວທີ່ຜ່ານມາ ສົກ 2022-2023 ແລະ ແຜນກິດຈະກໍາ ແຜນງົບປະມານໃນລະດູເກັບກ່ຽວ ສົກປີ 2023-2024 ຈະຕ້ອງໄດ້ຈັດຕັ້ງປະຕິບັດໃນສົກປີຕໍ່ໜ້າ.    ສຜກ ມີຜົນສຳເລັດ ເປັນອົງກອນຕົວແບບໃນລະດັບປະເທດ ແລະ ສາກົນ ໃນການບໍລິການໃຫ້ແກ່ຊາວສວນຜູ້ຜະລິດ ແມ່ນລິເລີ້ມມາຈາກການຮ່ວມມື ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະ ບານຝຣັ່ງ ໂດຍໄດ້ຮັບການອຸ້ມຊູຊວ່ຍເຫຼືອຢ່າງໄກ້ຊິດຕິດແທດ ແລະ ສະໜັບສະໜູນຈາກອົງການຈັດຕັ້ງ ພັກ-ລັດ ທີ່ກ່ຽວຂ້ອງ ກໍ່ຄື ການນຳຂັ້ນ ກະຊວງ ກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ຂອງ 3 ແຂວງ ແລະ ຂອງ 4 ເມືອງ ໂດຍຕະຫຼອດມາ.     ໂອກາດນີ້ ທ່ານ ໄຊຍະກອນ ອ່ອນນາລີ ຜູ້ອຳນວຍການ ລາຍງານຜົນການກວດສອບ ບັນຊີພາຍນອກຜົນການກວດສອບການຄ້າເປັນທຳ ແລະ ຜົນການກວດສອບອໍການິກ ວຽກງານພາກສະໜາມ ແລະ ກິດຈະກຳຂອງໂຮງງານ-ຫ້ອງທົດລອງ ທ່ານ ຄຳພັນ ແກ້ວທະວີ ຮອງຜູ້ອຳນວຍການ ຫົວໜ້າການຕະຫຼາດໄດ້ຜ່ານບົດລາຍງານ ວຽກງານການຕະຫຼາດ ທ່ານ ບຸນເຮືອງ ວົງມະນີຄູນ ຮອງຜູ້ອຳນວຍການ ຫົວໜ້າບໍລິຫານການເງິນ ໄດ້ຜ່ານບົດລາຍງານການເງິນ ສຳລັບລະດູເກັບກ່ຽວທີ່ຜ່ານມາ ສົກ 2022-2023  ຍົກໃຫເຫັນ ໃນ 16 ປີ ທີ່ຜ່ານມາ ສະຫະກອນມີຜົນງານຫຼາຍໆຢ່າງ ມີຫຼາຍເຫດການທີ່ພົ້ນເດັ່ນເກີດຂຶ້ນເຊັ່ນ: ສຜກ ເປັນອົງການຈັດຕັ້ງຂອງຊາວສວນທີ່ສະມາຊິກສະຫະກອນເປັນເຈົ້າຂອງ 100% ມີໂຄງປະກອບການຈັດຕັ້ງຄົບຊຸດ ເປັນລະບົບ ໃນການຂັບເຄື້ອນອົງກອນ ຄື: ມີຄະນະບໍລິຫານງານ 8 ທ່ານ ພະນັກງານ 38 ທ່ານ ໄດ້ທຸ້ມເທເຮື່ອແຮງ ແລະ ສະຕິປັນຍາເຂົ້າໃນວຽກງານການຊຸກຍູ້-ສົ່ງເສີມ ໃຫ້ກັບສະມາຊິກຂອງສະຫະກອນຢ່າງເຕັມສ່ວນ ແລະ ມີສະມາຊິກທັງໝົດ 968 ຄອບຄົວ ເປັນຊາວສວນກາເຟຂະໜາດນ້ອຍທີ່ມີເນື້ອທີ່ການຜະລິດກາເຟນ້ອຍທັງໝົດ 4.604 ເຮັກຕາ ແລະ ກາເຟກາງທັງໝົດ 1.535 ເຮັກຕາ ໂດຍສະເລ່ຍ 4 ເຮັກຕາ/ຄອບຄົວ ມີ 37 ກຸ່ມຜູ້ຜະລິດຍ່ອຍ ທີ່ນອນຢູ່ໃນ 35 ໝູ່ບ້ານຂອງ 3 ເມືອງໃນເຂດພູພຽງບໍລະເວນເຊັ່ນ: ເມືອງປາກຊ່ອງ ແຂວງຈຳປາສັກ ເມືອງເລົ່າງາມ ແຂວງ ສາລະວັນ ແລະ ເມືອງທ່າແຕງ ແຂວງ ເຊກອງ  ສະຫະກອນພວກເຮົາ ມີຕະຫຼາດຮອງຮັບທີ່ໝັ້ນຄົງ ມີສະຖານບັນການເງິນ ແລະ ກອງທຶນທີ່ເຂັ້ມແຂງ.     ສະຫະກອນໄດ້ໃຫ້ການຊ່ວຍເຫຼືອສັງຄົມ-ຊຸມຊົນໃນຫຼາຍໆດ້ານເປັນຕົ້ນ: ວຽກງານການສຶກສາ-ສາທາ ລະນະສຸກ ສິງແວດລ້ອມ ໄຟບິບັດ ແລະ ໄພທຳມະຊາດ ຄົມມະນາຄົມ ອື່ນໆ ພິເສດເຮັດໃຫ້ນັກຮຽນຈຳນວນຫຼາຍກວ່າ 1.000 ຄົນ ໃນເຂດພູພຽງບໍລະເວນ ໄດ້ເຂົ້າເຖິງການສຶກສາທີ່ສະດວກຂຶ້ນ ການຊ່ວຍເຫຼືອດ້ານສາທາລະນະສຸກ ໄດ້ປຸກສ້າງສຸກສາລາ ອຸປະກອນການແພດ ແລະ ເຮືອນຍາມແພດ ທີ່ ບ້ານ ໃໝ່ໄຊສົມບູນ ເມືອງປາກຊ່ອງ (2015) ເປັນມູນຄ່າ 650 ລ້ານກີບ ປະຊາຊົນຫຼາຍກວ່າ 3.568 ຄົນ ຈາກ 4 ບ້ານ ທີ່ສາມາດນຳໃຊ້ບໍລິການ ມີນັກຮຽນຫຼາຍກວ່າ 7.000 ຄົນ ໄດ້ນຳໃຊ້ນ້ຳສະອາດໃນໂຮງຮຽນ: ສະຫະກອນໄດ້ເຈາະນ້ຳບາດານ 15 ບໍ່ ແລະ ເຄື່ອງກອງນ້ຳດື່ມສະອາດ 222 ເຄື່ອງ ມອບໃຫ້ 42 ໂຮງຮຽນ ນອກຈາກນີ້ສະຫະກອນຍັງໄດ້ປະກອບສ່ວນອຸປະກອນໃຫ້ກັບຂະແໜງແມ່ ແລະ ເດັກ ໂຮງໝໍແຂວງຈຳປາສັກ ນອກນີ້ຍັງໄດ້ສືບຕໍ່ພັດທະນາຖະໜົນຫົນທາງໂດຍປະຊາຊົນບ້ານໃໝ່ ບ້ານໜອງກາ ເມືອງປາກຊ່ອງ ມີສ່ວນຮ່ວມສ້າງທາງເບຕົງ ໃຫ້ປະຊາຊົນໄດ້ນຳໃຊ້ມີຄວາມສະດວກຍິ່ງຂຶ້ນ. Share:FacebookTwitter
ສຜກ ໄຂກອງປະຊຸມປະຈຳປີ ຄັ້ງທີ 16
https://v2.vientianemai.net/archives/59124
ຄະນະສຳມະນາກອນສູນກາງແນວລາວສ້າງຊາດ​ (ສນຊ) ໄດ້ສຳເລັດການເຝິກອົບຮົມ ແລກປ່ຽນບົດຮຽນວຽກງານແນວໂຮມ ຢູ່​ ສປ​ ຈີນ​ ຢູ່ທີ່ ແຂວງກວາງຕຸ້ງ​ ສປ​ ຈີນ​ ໄດ້ຈັດພິທີປິດຊຸດຝຶກອົບຮົມ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ເສິນລູ້ນຢວນ ຮອງຜູ້ອຳນວຍການສະຖາບັນເຝິກອົບຮົມພະນັກງານການຄ້າສາກົນ​ ຂອງກະຊວງການຄ້າ ສປ​ ຈີນ​ ແລະ​ ທ່ານ​ ດາວຽງສັກ​ຫວ່າງວິຈິດ​ ຫົວໜ້າຫ້ອງການ ສນຊ​ ພ້ອມດ້ວຍຄະນະສຳມະນາກອນ ທີ່ເປັນພະນັກງານຫຼັກແຫຼ່ງຂອງ ສນຊ ແລະ​ ແນວລາວສ້າງຊາດຂັ້ນທ້ອງຖິ່ນ​ເຂົ້າຮ່ວມ​ ຈຳນວນ​ 20​ ທ່ານ​ ຍິງ​ 8​ ທ່ານ.       ໃນພິທີ​ດັ່ງກ່າວ ທ່ານ​ ເສິນລູ້ນຢວນ​ ໄດ້ມີຄຳເຫັນສະຫຼຸບຫຍໍ້ຕໍ່ພິທີດັ່ງກ່າວ, ເຊິ່ງຊຸດເຝິກອົບຮົມໃນຄັ້ງນີ້ ໄດ້ເລີ່ມແຕ່ວັນທີ 19-28​ ກໍລະກົດ​ 2023​ ແລະ​ ທ່ານໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ສະພາປຶກສາການເມືອງປະຊາຊົນຈີນ​ ສະພາປຶກສາການເມືອງປະຊາຊົນແຂວງກວາງຕຸ້ງ ກໍຄືສະຖານທູດຂອງສອງປະເທດ ທີ່ໄດ້ໃຫ້ການສະໜັບສະໜູນຕໍ່ຊຸດຝິກອົບຮົມໃນຄັ້ງນີ້ ພ້ອມທັງສະແດງຄວາມຂອບໃຈມາຍັງບັນດາສຳມະນາກອນຂອງ ສນຊ ທີ່ໄດ້ໃຫ້ຄວາມສຳຄັນເປັນຢ່າງສູງ ແລະ ຕັ້ງໜ້າເຂົ້າຮ່ວມຊຸດເຝິກອົບ ໂດຍສະເພາະບັນດາສະຫາຍໄດ້ຕັ້ງໃຈຮັບຟັງການບັນລະຍາຍ​ ຄົ້ນຄິດ​ແລກປ່ຽນຄວາມຄິດ​ ຄວາມເຫັນຢ່າງຕັ້ງໜ້າ ເຊິ່ງເຮັດໃຫ້ການບັນຍາຍຂອງອາຈານຕໍ່ກັບບົດຮຽນໃນ 7​ ຫົວຂໍ້ໄດ້ຮັບຜົນສຳເລັດຢ່າງຈົບງາມເພື່ອໃຫ້ບັນດາສະຫາຍນຳໄປຖອດຖອນບົດຮຽນ ຜັນຂະຫຍາຍ ແລະ ໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ໄດ້ຮັບຜົນດີ.       ໂອກາດ​ນີ້ ທ່ານ​ ດາວຽງສັກ​ ຫວ່າງວິຈິດ​ ໄດ້ຕາງໜ້າໃຫ້ຄະນະສຳມະນາກອນ ມີຄຳເຫັນກ່າວສະແດງຄວາມຂອບໃຈ ແລະ​ ຮູ້ບຸນຄຸນເປັນຢ່າງສູງຕໍ່ຄະນະສະພາປຶກສາການເມືອງແຫ່ງຊາດຈີນ ສະຖາບັນເຝິກອົບຮົມພະນັກງານການຄ້າສາກົນຂອງກະຊວງການຄ້າ ສປ​ ຈີນ ຫ້ອງການທີ່ປຶກສາເສດຖະກິດ-ການຄ້າສະຖານທູດຈີນ ປະຈຳລາວ​ ແລະ ​ຫ້ອງການຮ່ວມມື​ລາວ​-ຈີນ​ ທີ່ໄດ້ອຳນວຍຄວາມສະດວກໃຫ້ແກ່ຄະນະສຳມະນາກອນ ສນຊ ໄດ້ມາເຝິກອົບຮົມ ຢູ່​ ສປ​ ຈີນ​ ແລະ​ ຕີລາຄາສູງຕໍ່ໝາກຜົນຂອງຊຸດເຝິກ ອົບຮົມໃນຄັ້ງນີ້​ ເຊິ່ງເປັນການຈັດຕັ້ງຜັນຂະຫຍາຍ ສັນຍາການຮ່ວມມື​ ລະຫວ່າງ ສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ແລະ ສນຊ ​ຫວັງຢ່າງຍິ່ງວ່າໂອກາດຕໍ່ໄປຈະໄດ້ຮັບການສະໜັບສະໜູນໃຫ້ຫຼາຍຂຶ້ນຕື່ມ.     ຂໍຂອບໃຈການຕ້ອນຮັບອັນອົບອຸ່ນຂອງສະພາປຶກສາການເມືອງປະຊາຊົນ ແຂວງກວາງຕຸ້ງ ຂອບໃຈນຳບັນດາ ຄູ-ອາຈານ ທີ່ລ້ວນແລ້ວແຕ່ມີປະສົບການສູງ ໄດ້ມາໃຫ້ຄວາມຮູ້ ຖ່າຍທອດບົດຮຽນ ແລະ​ ປະ ສົບການຕົວຈິງໃຫ້ແກ່ຊຸດເຝິກອົບຮົມໃນຄັ້ງນີ້​ ຄະນະສຳມະນາກອນຈະນຳເອົາບົດຮຽນທີ່ລໍ້າຄ່ານີ້ ໄປໝູນໃຊ້ເຂົ້າໃນຂົງເຂດວຽກງານແນວລາວສ້າງຊາດ​ ຕາມພາລະບົດບາດ ໜ້າທີ່ຂອງຕົນຮັບຜິດຊອບໃຫ້ໄດ້ຮັບຜົນດີຍິ່ງໆຂຶ້ນ. Share:FacebookTwitter
ຄະນະຜູ້ແທນ ສນຊ ສຳເລັດຊຸດເຝິກອົບຮົມວຽກງານແນວໂຮມຢູ່ ສປ ຈີນ
https://v2.vientianemai.net/archives/59135
ນັກຮຽນລາວ ຈາກໂຮງຮຽນ​ນານາ​ຊາດ​ອົດສະຕາລີ ໄດ້ເຂົ້າຮ່ວມການແຂ່ງຂັນຄະນິດສາດ ທີ່ປະເທດສິງກະໂປ ໃນລະຫວ່າງວັນທີ 23-24 ກໍລະກົດ 2023 ຜ່ານມາ ສາມາດຍາດໄດ້ 1 ຫຼຽນຄຳ 4 ຫຼຽນເງິນ 3 ຫຼຽນທອງ ລາງວັນຊົມເຊີຍ 1 ຫຼຽນ ແລະ ໃບຍ້ອງຍໍ 11 ໃບ ເຊິ່ງການແຂ່ງຂັນດັ່ງກ່າວ ມີຜູ້ເຂົ້າຮ່ວມ ທັງໝົດ 1.500 ກວ່າຄົນ ຈາກ 32 ປະເທດ.     ການແຂ່ງຂັນຄະນິດສາດ ປະກອບມີ 3 ຮອບ ຄື: ຮອບທີ 1 ຕອບຄຳຖາມໂຈດເລກ ຮອບທີ 2 ຫຼີ້ນເກມພັດທະນາທັກສະເລກ (ປະກອບມີ 1 ທີມ ທີມລະ 3 ຄົນ) ສ່ວນຮອບທີ 3 ແກ້ໂຈດຄະນິດຄິດໄວ ເຊິ່ງຜ່ານການແຂ່ງຂັນ ທ້າວ ສຸຣິຍະເດດ ແສງສຸຣິຍະ ຫ້ອງ ປ2 ສາມາດຍາດໄດ້ 1 ຫຼຽນຄໍາ ແລະ 1 ຫຼຽນທອງ ທ້າວ ສຸກສໍາລານໄຊ ພົມມີສິດ ຫ້ອງ ປ2 ສາມາດຍາດໄດ້ 2 ຫຼຽນທອງ ແລະ 1 ຫຼຽນເງິນນາງ ຫົງທອງ ພົ້ນວິໃສ ຫ້ອງ ມ2 ສາມາດຍາດໄດ້ 2 ຫຼຽນເງິນ ແລະ ນາງ ເອມິກະ ວິລະວົງ ມ4 ສາມາດຍາດໄດ້ 1 ຫຼຽນເງິນ.     ການແຂ່ງຂັນດັ່ງກ່າວ ໄດ້ເລີ່ມມາແຕ່ປີ 2006 ພາຍໃຕ້ຊື່ການເເຂ່ງຂັນເລກລະຫວ່າງ ໂຮງຮຽນໃນ​ສິງກະໂປ​ ເເລະ ທະວີບອາຊີ (SASMO) ແລ້ວໄດ້ປ່ຽນມາເປັນການແຂ່ງຂັນວິທະຍາສາດລະດັບນານາຊາດ (VANDA) ການເເຂ່ງຂັນເລກອາເມຣິກາ (AMO) ແລະ ການເເຂ່ງຂັນເລກສິງກະໂປ (SINGA) ໂຮງຮຽນນານາຊາດອົດສະຕຣາລີ ເປັນໂຮງຮຽນແຫ່ງດຽວໃນປະເທດລາວ ທີ່ຮ່ວມມືກັບສູນການເເຂ່ງຂັນເລກນານາຊາດສິງກະໂປ (SIMCC)  ແລະ ເປັນໂຮງຮຽນດຽວທີ່ຈັດການແຂ່ງຂັນຕ່າງໆ ຂອງ SIMCC ຕັ້ງແຕ່ປີ 2018 ແລະ ໄດ້ສົ່ງນັກຮຽນທີ່ມີພອນສະຫວັນ ເພື່ອສະແດງທັກສະຄວາມສາມາດໃນດ້ານການແກ້ໂຈດຄະນິດສາດ ແລະ ເລກສົມຜົນ ເຂົ້າຮ່ວມລາຍການຕ່າງໆຢ່າງເປັນປະຈໍາ. Share:FacebookTwitter
ຊົມເຊີຍນັກຮຽນລາວ ສ້າງຊື່ສຽງໃຫ້ກັບປະເທດ
https://v2.vientianemai.net/archives/59145
ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສປ ນວ) ຊຸດທີ II ໄຂຂຶ້ນຢ່າງເປັນທາງ ການວັນທີ 31 ກໍລະກົດ-4 ສິງຫາ 2023 ຢູ່ຫ້ອງວ່າການປົກຄອງ ນວ ໂດຍເປັນປະທານຂອງ ທ່ານ ນາງ ລຳພອຍ ສີອັກ ຄະຈັນ ຮອງປະທານສະພາປະຊາຊົນ ນວ ມີ ທ່ານ ພົນຈັດຕະວາ ສີພອນ ຈັນສົມວົງ ຮອງເລຂາຄະນະພັກນະຄອນຫຼວງວຽງ ຈັນ ບັນດາການນຳນະຄອນຫຼວງ ສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງ​ຈັນ (ສສ ນວ) ປະຈຳເຂດເລືອກຕັ້ງຕ່າງໆເຂົ້າຮ່ວມ. ທ່ານ ນາງ ລຳພອຍ ສີອັກຄະຈັນ ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມ ສະໄໝສາມັນ ເທື່ອທີ 05 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງເອົາບັນດາເນື້ອໃນສໍາຄັນ ຂອງ ນວ ເປັນຕົ້ນ ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານຂອງທ່ານເຈົ້າຄອງ ນວ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບ ປະມານ ໄລຍະກາງສະໄໝຂອງແຜນ ການ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ ແຜນງົບປະມານ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍ ປີ 2023 ຂອງ ນວ ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານຂອງອົງການປົກຄອງນະຄອນຫຼວງ ກ່ຽວກັບ ການປະເມີນຜົນ ການຈັດຕັ້ງປະຕິບັດບັນດານິຕິກໍາ ໃຕ້ກົດໝາຍ ທີ່ສະພາປະຊາຊົນ ນວ ໄດ້ຮັບຮອງເອົາ 3 ສະບັບ ຄື: ຂໍ້ຕົກລົງ ວ່າດ້ວຍການຄວບຄຸມສຽງເນືອງນັນໃນນະຄອນ ຫຼວງ ຂໍ້ຕົກລົງ ວ່າດ້ວຍການກໍານົດ ແລະ ຄຸ້ມຄອງທີ່ດິນກະສິກໍາ ແລະ ປ່າໄມ້ ຢູ່ນະຄອນຫຼວງ ຂໍ້ຕົກລົງ ວ່າດ້ວຍການຈັດສັນ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ຮັບຟັງການລາຍງານການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຄື: ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ 6 ເດືອນຕົ້ນປີ 2023 ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023 ຢູ່ນວ ຄວາມຄືບໜ້າໃນການປະຕິບັດວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດ ໄລຍະທີ II ຕິດພັນກັບການແກ້ໄຂບັນຫາຢາເສບຕິດທີ່ເກີດຂຶ້ນໃໝ່ ເຊັ່ນ: ນໍ້າກະທ່ອມ ປຸມເປົ້າ ອັດແກັດ ທີ່ມີສານໄນ ຕັດອ໋ອກໄຊ ຢາສູບໄຟຟ້າ ແລະ ອື່ນໆ. ນອກນັ້ນຍັງຈະໄດ້ຮັບຟັງການລາຍງານຊີ້ແຈງ ບັນຫາສໍາຄັນຕ່າງໆຂອງນະຄອນຫຼວງ ເປັນຕົ້ນການຈັດຕັ້ງປະຕິບັດ ໂຄງການ ສໍາປະທານ ແລະ ລາຍຮັບຈາກການສໍາປະທານທີ່ດິນ ການແກ້ໄຂໜີ້ສິນ ການຄຸ້ມຄອງຂຸດຄົ້ນແຮ່ທາດ ການຄຸ້ມຄອງທີ່ດິນ ທຸກປະເພດ ການປ່ຽນແປງການນໍາໃຊ້ທີ່ດິນ ຫຼື ການຫັນປ່ຽນທີ່ດິນ ໃນ ນວ ການຕິດຕາມກວດກາ ແລະ ການແກ້ໄຂບັນ ຫາການຈັດສັນ ບຸກລຸກ ແລະ ບຽດຍຶດທີ່ດິນ ທີ່ບໍ່ສອດ ຄ່ອງກັບກົດໝາຍທີ່ດິນ ການຄຸ້ມຄອງຫົວໜ່ວຍທຸລະກິດ ແລະ ຜູ້ປະ ກອບການ ຂອງຄົນຕ່າງປະເທດ ການແກ້ໄຂບັນຫາໄຟໄໝ້ລາມປ່າ ວິທີການ ແລະ ມາດຕະການ ໃນການຕ້ານ ແລ້ງ-ຕ້ານ ຖ້ວມ ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານ ໄລຍະກາງສະໄໝຂອງແຜນການ 5 ປີ (2021-2025) ແລະ ທິດ ທາງແຜນການທ້າຍສະໄໝ ການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2023 ຂອງອົງ ການໄອຍະການປະຊາຊົນ ແລະ ສານປະຊາຊົນ ນວ ຮັບຟັງການລາຍງານຂອງອົງການໄອຍະການປະຊາຊົນນະຄອນຫຼວງ ກ່ຽວກັບການຕິດຕາມກວດກາ ການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ ການຕິດຕາມກວດກາການ ປະຕິ ບັດກົດໝາຍ ໃນສະຖານ ທີ່ກັກຕົວຄຸມຂັງ ສູນ-ຄ້າຍດັດສ້າງ ແລະ ສະຖານທີ່ປະຕິບັດມາດຕະການບັງຄັບອື່ນໆຂອງສານ. ຮັບຟັງການລາຍງານ ຂອງສານປະຊາຊົນ ນະຄອນຫຼວງ ກ່ຽວກັບການຍົກສູງຄຸນນະພາບ ໃນການຕັດສິນ ຄະດີແພ່ງ ແລະ ຄະດີອາຍາເປັນຂັ້ນຕົ້ນ ຢູ່ສານປະຊາຊົນນະຄອນຫຼວງ ຮັບຟັງການລາຍງານຂອງພະແນກຍຸຕິທໍາ ນະຄອນຫຼວງ ກ່ຽວກັບ ສາເຫດຂອງການປະຕິບັດຄໍາຕັດສິນ ຊັກຊ້າ ແລະ ມາດຕະການ ວິທີການແກ້ໄຂ ຂໍ້ຄົງຄ້າງ ຮອດທ້າຍປີ 2023 ຕິດພັນ ກັບການລາຍງານການທ້ອນ ໂຮມຊັບ ວັດຖຸສິ່ງຂອງ ແລະ ຄ່າປັບໃໝຕາມຄໍາຕັດສິນຂອງສານ ຮັບຟັງການລາຍງານ ການຈັດ ຕັ້ງປະຕິບັດວຽກງານ ໄລຍະກາງສະໄໝ ຂອງແຜນການ 5 ປີ (2021-2025) ແລະ ທິດທາງແຜນການທ້າຍສະໄໝ ການຈັດ ຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2023 ຕິດພັນກັບແຜນການ ເຄື່ອນໄຫວພົບປະປະ ຊາຊົນ ແລະ ເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສປນວ ຊຸດທີ II. ນອກນີ້ ກອງປະຊຸມຍັງຈະດໍາເນີນການປະເມີນໃຫ້ຄະແນນຄວາມໄວ້ວາງໃຈ ໄລຍະກາງສະໄໝ (2021-2025) ຕໍ່ການປະຕິ ບັດໜ້າທີ່ຂອງບຸກຄະລາກອນດໍາລົງຕໍາແໜ່ງ ທີ່ສະພາປະຊາຊົນ ແລະ ຄະນະປະຈໍາ ສະພາປະຊາຊົນ ນວ ເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ ພ້ອມທັງຮັບຟັງການຊີ້ແຈງ ບາງບັນຫາພົ້ນເດັ່ນທີ່ສສຊ  ແລະ ສສນວ ຍົກຂຶ້ນ ຫຼື ຊັກຖາມ ໃນກອງ ປະຊຸມຈາກອົງການປົກຄອງ ສານປະຊາຊົນ ອົງການໄອຍະການປະຊາຊົນ ແລະ ພາກສ່ວນກ່ຽວຂ້ອງຈຳນວນໜຶ່ງຕື່ມອີກ. Share:FacebookTwitter
ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງ ສປ ນວ ໄຂຂຶ້ນຢ່າງເປັນທາງການ
https://v2.vientianemai.net/archives/59154
ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມໄລຍະ 2 ປີກວ່າຜ່ານມາ ຂອງນະຄອນຫຼວງໄດ້ຢູ່ໃນເງື່ອນໄຂທີ່ສະພາບການຂອງໂລກ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ເປັນຕົ້ນ ການລະບາດຂອງພະຍາດໂຄວິດ-19 ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ສະພາບອ່ອນຄ່າຂອງເງິນກີບ ເຊິ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງນະຄອນຫຼວງວຽງຈັນ ຢ່າງໃດກໍຕາມພາຍໃຕ້ການນຳພາ-ຊີ້ນຳຢ່າງໃກ້ສິດຂອງພັກ-ລັດຖະບານກໍຄື ອົງການປົກຄອງ ນວ ເຮັດໃຫ້ນະຄອນຫຼວງ ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ ແລະ ດ້ານເສດຖະກິດ-ສັງຄົມຂອງ ນວ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.     ທ່ານ ພູຂົງ ບັນນາວົງ ຮອງເຈົ້າຄອງ ນວ ລາຍງານຜົນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານໄລຍະກາງສະໄໝຂອງ ແຜນການ 5 ປີ ຄັ້ງທີ IX (2021-2025) ທິດທາງແຜນການທ້າຍສະໄໝ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ຂອງ ນວ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາປະຊາຊົນ ນວ ຊຸດທີ II ວ່າ: ການເຕີບໂຕດ້ານເສດຖະກິດມະຫາພາກໃນ 2 ປີຜ່ານມາ ຂອງ ນວ ລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນ ໂດຍສະເລ່ຍ 4,48% (ມະຕິສະພາ 7-8% ຕໍ່ປີ) ໃນນີ້ ຂະແໜງກະສິກຳ ເພີ່ມຂຶ້ນສະເລ່ຍ 3,59% (ມະຕິສະພາ4-4,5% ຕໍ່ປີ) ຂະ ແໜງອຸດສາຫະກໍາ 6,39% (ມະຕິສະພາ 11,5% ຕໍ່ປີ) ຂະແໜງບໍລິການ 1,86% (ມະຕິສະພາ 6,5% ຕໍ່ປີ) ຮອດປີ 2022 ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 62.243,93 ຕື້ກີບ ສະເລ່ຍຕໍ່ຫົວຄົນ 62,91 ລ້ານກີບ (ມະຕິສະພາ ຮອດປີ 2025 ໃຫ້ບັນລຸໄດ້ 84.916 ຕື້ກີບ) ໂຄງປະກອບເສດຖະກິດໄດ້ມີການຫັນປ່ຽນຄື: ກະສິກຳຫຼຸດລົງຈາກ 14,3% ໃນປີ 2020 ມາເປັນ 13,77% ໃນປີ 2022 (ມະຕິສະພາ ຮອດປີ 2025 ໃຫ້ກວມເອົາ 14%) ອຸດສາຫະກຳ ຫຼຸດລົງຈາກ 49,5% ມາເປັນ 49,05% ໃນປີ 2022 (ມະຕິສະພາ ຮອດປີ 2025 ໃຫ້ກວມເອົາ 49%) ແລະ ການບໍລິການເພີ່ມຂຶ້ນຈາກ 36,2% ມາເປັນ 37,18% (ມະຕິສະພາ ຮອດປີ 2025 ໃຫ້ກວມເອົາ 37% ຂອງ GDP) ສັງລວມແລ້ວໂຄງປະກອບເສດຖະກິດໄດ້ຫັນປ່ຽນໄປຕາມທິດທີ່ກຳນົດໄວ້ໂດຍພື້ນຖານ ພ້ອມນັ້ນ ນວ ໄດ້ເອົາໃຈໃສ່ຍົກສູງປະສິດທິພາບ ການຄຸ້ມຄອງລາຍຮັບ ແລະ ລາຍຈ່າຍ ສ້າງລະບົບ ກົນໄກ ລະບຽບການ ແລະ ນໍາໃຊ້ເຄື່ອງມືທີ່ທັນສະໄໝ ເຂົ້າໃນການເກັບລາຍຮັບ ແລະ ເບີກຈ່າຍງົບປະມານ ຜ່ານລະບົບທະນາຄານ ປັບປຸງ ແລະ ຂະຫຍາຍຖານລາຍຮັບພາຍໃນ ດ້ວຍການຊຸກຍູ້ການເສຍພາສີ-ອາກອນ ໃຫ້ຄົບຖ້ວນ ສາມາດຈັດເກັບລາຍຮັບໄດ້ 11.980,95 ຕື້ກີບ ເທົ່າກັບ 41,16% ຂອງມະຕິສະພາ (29.114,05 ຕື້ກີບ) ໃນນີ້ ພຸດນະຄອນຫຼວງວຽງຈັນ ຈັດເກັບໄດ້ 3.903,49 ຕື້ກີບ ເທົ່າກັບ 45,07% ຂອງມະຕິສະພາ (8.660,21 ຕື້ບກີບ). ສາມາດຫຼຸດຜ່ອນລາຍຈ່າຍຕາມແຜນທີ່ບໍ່ຈຳເປັນ ແລະ ລາຍຈ່າຍບໍລິຫານຟຸມເຟືອຍ ໃນປີ 2021 ໄດ້ 8,98 ຕື້ກີບ ແລະ ປີ 2022 ປະຕິບັດໄດ້ 8,20 ຕື້ກີບ ດຸ່ນດ່ຽງພັນທະໃຫ້ສູນກາງປະຕິບັດໄດ້          1,64 ຕື້ກີບ ເທົ່າກັບ 36,26% ຂອງມະຕິສະພາ (4.455,52 ຕື້ກີບ) ມູນຄ່າການສົ່ງອອກ ຂະຫຍາຍຕົວສະເລ່ຍ ລະດັບ 23,85% ຕໍ່ປີ (ມະຕິສະພາ ບໍ່ຫຼຸດ 18%) ມູນຄ່າການນຳເຂົ້າ ເພີ່ມຂຶ້ນສະເລ່ຍ ລະດັບ 20,12% ຕໍ່ປີ (ມະຕິສະພາ ບໍ່ໃຫ້ເກີນ 8%) ການລົງທຶນທົ່ວສັງຄົມ ປະຕິບັດໄດ້ 78.471,88 ຕື້ກີບ ເທົ່າກັບ 95.98% ຂອງມະຕິສະພາ (81.755 ຕື້ກີບ) ໃນນັ້ນ ການລົງທຶນຈາກງົບປະມານພາຍໃນ ໄດ້ 316,85 ຕື້ກີບ ເທົ່າກັບ 24,37% ຂອງມະຕິສະພາ(1.300 ຕື້ກີບ) ການຊ່ວຍເຫຼືອທາງການພັດທະນາ ປະຕິບັດໄດ້ 1.866,15 ຕື້ກີບ ເທົ່າກັບ 57,07% ຂອງມະຕິສະພາ (3.270 ຕື້ກີບ) ການລົງທຶນຂອງພາກເອກະຊົນປະຕິບັດໄດ້ 38.840,55 ຕື້ກີບ ເທົ່າກັບ 59,39% ຂອງມະຕິສະພາ (65.400 ຕື້ກີບ) ການລົງທືນຈາກສິນເຊື່ອທະນາຄານ ປະຕິບັດໄດ້ 37.448,33 ຕື້ກີບ ປະຕິບັດໄດ້ລື່ນ 2 ເທົ່າຕົວຂອງມະຕິສະພາ (11.785 ຕື້ກີບ).    ດ້ານການພັດທະນາຂະແໜງເສດຖະກິດ ໄດ້ສຸມໃສ່ຊຸກຍູ້ສົ່ງເສີມການຜະລິດ ດ້ວຍການນຳໃຊ້ກົນຈັກທັນສະໄໝ ເຂົ້າໃນການຜະລິດ ເພື່ອຫຼຸດຜ່ອນແຮງງານ ສ້າງຕັ້ງກຸ່ມການຜະລິດ ດ້ານກະສິກຳ ໃຫ້ເຂົ້າສູ່ລະບົບ 37 ກຸ່ມ ສ້າງກຸ່ມຜັກອິນຊີ ທີ່ເຂັ້ມແຂງກ້າວເປັນ 2 ສະຫະກອນ 2 ກຸ່ມ ສະໜອງນ້ໍາໄດ້ພຽງພໍ ຕໍ່ລະດູການຜະລິດ ໂດຍພື້ນຖານເຮັດໃຫ້ບັນດາຄາດໝາຍການຜະລິດເພື່ອຄໍ້າປະກັນສະບຽງອາຫານ ປະຕິບັດໄດ້ດີ ແລະ ຄາດວ່າຈະບັນລຸໃນທ້າຍສະໄໝ 5 ຄາດໝາຍ ແລະ ມີ 1 ຄາດໝາຍ ມີຄວາມຄືບໜ້າຊ້າຄື: ການປູກສາລີ ເນື່ອງຈາກວ່າ ຊາວກະສິກອນຫັນມາປູກມັນຕົ້ນ ການສະໜອງຊີ້ນ ສັດປີກ ໄດ້ 10.191 ໂຕນ ເທົ່າກັບ 6,7% ຂອງມະຕິສະພາ (150.000 ໂຕນ) ການລ້ຽງປາກະຊັງ ເພີ່ມຂຶ້ນສະເລ່ຍ 420 ໂຕນຕໍ່ປີ ເທົ່າກັບ 70,71% ຂອງມະຕິສະພາ (594 ໂຕນຕໍ່ປີ) ການຜະລິດໄຂ່ ຂະຫຍາຍຕົວ ສະເລ່ຍ 880,40 ໂຕນຕໍ່ປີ ປະຕິບັດໄດ້ລື່ນແຜນ 1 ເທົ່າໂຕ ຂອງມະຕິສະພາ (400 ໂຕນຕໍ່ປີ) ການຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ຂະຫຍາຍຕົວເພີ່ມຂຶ້ນສະເລ່ຍ 8,61% ຕໍ່ປີ (ມະຕິສະພາ11,5% ຕໍ່ປີ) ເສີມຄຸນຄ່າ ແລະ ແຍກແຮ່ທາດ ເພື່ອສົ່ງອອກໄດ້ສະເລ່ຍ 112.714 ໂຕນຕໍ່ປີ ເທົ່າກັບ 93,92% ຂອງມະຕິສະພາ (120.000 ໂຕນຕໍ່ປີ) ແລະ ນຳເຂົ້າແຮ່ທາດ ສະເລ່ຍ 29.787 ໂຕນຕໍ່ປີ ເທົ່າກັບ 48,99% ຂອງມະຕິສະພາ (76.000 ໂຕນຕໍ່ປີ).    ສຳລັບທິດທາງຈຸດສຸມທ້າຍສະໄໝ ນວ ຈະສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວເຕີບໂຕໃນລະດັບສູງກວ່າ 2 ປີທີ່ຜ່ານມາ ຫັນປ່ຽນໂຄງປະກອບເສດຖະກິດໄປຕາມທິດທີ່ມີຄຸນນະພາບ ຍືນຍົງ ແລະ ສີຂຽວ ສືບຕໍ່ປະຕິຮູບຂະແຫນງການເງິນ ໃຫ້ເຂັ້ມແຂງ ແລະ ຍືນຍົງ ຍົກສູງປະສິດທິພາບ ການຄຸ້ມຄອງລາຍຮັບ ແລະ ລາຍຈ່າຍ ນໍາໃຊ້ເຄື່ອງມືທີ່ທັນສະໄໝ ເຂົ້າໃນວຽກງານການເງິນໃຫ້ເປັນຮູບປະທໍາ ປັບປຸງ ແລະ ຂະຫຍາຍ ຖານລາຍຮັບພາຍໃນໃຫ້ເພີ່ມຂຶ້ນເທື່ອລະກ້າວ ຮັກສາວິໄນແຜນການ-ການເງິນ ຢ່າງເຂັ້ມງວດ ສຸມໃສ່ສ້າງ ນະໂຍບາຍພາສີ-ອາກອນ ໃຫ້ຄວາມຍຸຕິທໍາ ແລະ ຊຸກຍູ້ສົ່ງເສີມການລົງທຶນ ແລະ ການຜະລິດທຸລະກິດ ປະຕິບັດລາຍຈ່າຍງົບປະມານຢ່າງປະຫຍັດມັດທະຍັດ ມີຈຸດສຸມ ແລະ ສອດຄ່ອງກັບເປົ້າຫມາຍການພັດທະນາ ສູ້ຊົນຮັບປະກັນຄວາມຫມັ້ນຄົງ ດ້ານສະບຽງອາຫານຕາມຫຼັກໂພຊະນາການ ໃຫ້ນະຄອນຫຼວງວຽງຈັນ ແລະ ປະກອບສ່ວນ ສ້າງຄັງແຮເຂົ້າແຫ່ງຊາດ ສົ່ງເສີມ ແລະ ເລືອກເຟັ້ນການຜະລິດສິນຄ້າກະສິກໍາຕາມທິດຍືນຍົງ ສະໜອງຄວາມຕ້ອງການວັດຖຸດິບ ໃຫ້ໂຮງງານອຸດສາຫະກໍາປຸງແຕ່ງພາຍໃນ ແລະ ເປັນສິນຄ້າສົ່ງອອກ ປົກປັກຮັກສາ ແລະ ຟື້ນຟູປ່າສະຫງວນແຫ່ງຊາດ 2 ແຫ່ງ ປ່າ ຜະລິດ ແລະ ປ່າປ້ອງກັນໃຫ້ຄົບຖ້ວນ ຍືນຍົງ ແລະ ອື່ນໆ. Share:FacebookTwitter
ເສດຖະກິດ-ສັງຄົມຂອງ ນວ ຂະຫຍາຍຕົວເພີ່ມຂຶ້ນ
https://v2.vientianemai.net/archives/59159
ໄລຍະ 1 ປີ ຜ່ານມາ ກອງບັນຊາການນະຄອນຫຼວງວຽງຈັນ (ປກສ ນວ) ໄດ້ສຸມໃສ່ແກ້ໄຂບັນຫາຢາເສບຕິດ ໃນນະຄອນຫຼວງ ໂດຍສະເພາະການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາດັ່ງກ່າວຕາມ 6 ໜ້າວຽກຈຸດສຸມຂອງ ນວ ວາງອອກ ເປັນຕົ້ນ ການສຸມໃສ່ຍົກສູງປະສິດທິຜົນໃນການຄຸ້ມຄອງ ຊີ້ນຳໃນການຈັດຕັ້ງປະຕິບັດວຽກງານຮອບດ້ານເພື່ອແກ້ໄຂບັນຫາດັ່ງກ່າວໃຫ້ເປັນຮູບປະທຳ ເຊິ່ງຜ່ານການຈັ້ງປະຕິບັດຕົວຈິງ ປກສ ນວ ສາມາດ ແກ້ໄຂ ແລະ ປາບປາມເປົ້າໝາຍການຄ້າ-ຂາຍ ຂົນສົ່ງ ຢາເສບຕິດໄດ້ 1.000 ກວ່າເລື່ອງ ພ້ອມທັງສາມາດກັກຕົວກຸ່ມເປົ້າໝາຍໄດ້ຫຼາຍພັນຄົນ.    ທ່ານ ພົນຈັດຕະວາ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນວ ລາຍງານການຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນ ນວ ຊຸດທີ II ວ່າ: ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາດັ່ງກ່າວ ໄລຍະທີ II ແຕ່ເດືອນມັງກອນປີ 2022 – ເດືອນມິຖຸນາ 2023 ຂອງ ນວ ຜ່ານມາ ປກສ ນວ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳຈັດຕັ້ງປະຕິບັດວຽກງານດັ່ງກ່າວຢ່າງຮອບດ້ານ  ໂດຍສະເພາະການສຸມໃສ່ປາບປາມ ແລະ ແກ້ໄຂຢາເສບຕິດ ໄດ້ກວດກາພົບເຫັນຢາເສບຕິດ 19 ເລື່ອງ ສາມາດແກ້ເປົ້າໝາຍ ຄ້າ-ຂາຍ ຂົນສົ່ງ ແລະ ມີຢາເສບຕິດໄວ້ໃນຄອບຄອງ 1.627 ເລື່ອງ ກັກຕົວເປົ້າໝາຍໄດ້ 2.412 ຄົນ ຍິງ 256 ໃນນີ້ ມີຄົນຕ່າງປະເທດ 44 ຄົນ ທຽບໃສ່ແຜນການຈຳນວນເປົ້າໝາຍທີ່ຂຶ້ນບັນຊີກ່ອນໜ້ານີ້ 1.096 ຄົນ ຜ່ານການຈັດຕັ້ງປະຕິບັດຕົວຈິງປະຕິບັດໄດ້ 100% ສາມາດແກ້ໄຂເປົ້າໝາຍໃໝ່ໄດ້ຕື່ມອີກ 1.318 ຄົນ ແລະ ເຫັນວ່າຈຳນວນເປົ້າໝາຍຄ້າຂາຍມີເພີ່ມຂຶ້ນ 120%  ພ້ອມນັ້ນຍັງສາມາດຍຶດເຄື່ອງຂອງກາງ ປະເພດຢາບ້າໄດ້ 13.263.152 ເມັດ ຢາໄອສ໌ 55,26 ກິໂລ ກັນຊາ 74 ກິໂລ ເຮໂຣອິນ 19 ກິໂລ ຢາອີ 12 ແກັດ ກາເຟປະສົມສານເສບຕິດ 8 ແກັດ ຄໍລະເຈັ້ນປະສົມສານເສບຕິດ 1 ແກັດ ປະເພດເມັດສີດໍາ ສີຂາວ ແລະ ສີຂຽວປະສົມສານເສບຕິດ 468 ກິໂລ ແປ້ງຝຸ່ນສີຂາວ 41 ກິໂລ ໄຟເບີເລີ້ 12 ແກັດ ຖັງບັນຈຸສານເສບຕິດ 53 ຖັງ ປູມເປົ້າ 1 ເປົ້າ ຢາສູບໄຟຟ້າ 2.386 ກັບ ນໍ້າຢາເຕີມ 1.549 ຫຼອດ ນ້ຳກະທ້ອມ 3.369 ລິດ ໃບກະທ້ອມສົດ 1.768 ກິໂລ ປືນຍາວ 5 ກະບອກ ປືນສັ້ນ 73 ກະບອກ ພ້ອມລູກກະສູນ 5,560 ລູກ ໝາກແຕກ 4 ໜ່ວຍ ເງິນ 1,4 ຕື້ກວ່າກີບ ເງິນບາດ 4 ລ້ານກວ່າບາດ ເງິນໂດລາ 63.000 ໂດລາ ເງິນດົງ 152 ລ້ານດົງ ຄຳຮູບປະພັນ 25 ບາດ ລົດຈັກ 128 ຄັນ ລົດໃຫ່ຍ 28 ຄັນ ໃບຕາດິນ 10 ໃບ ດິນ 17 ຕອນ (ດິນພ້ອມເຮືອນ 9 ຕອນ ແລະ ດິນສວນ 8 ຕອນ) ແລະ ອື່ນໆ.     ສະເພາະໄລຍະ 6 ເດືອນຕົ້ນປີ 2023 ສາມາດເຮັດວຽກງານປາບປາມ ແລະ ແກ້ໄຂ ຍຶດໄດ້ຢາເສບຕິດໄດ້ 19 ເລື່ອງ ສາມາດແກ້ເປົ້າໝາຍຄ້າຂາຍ ຂົນສົ່ງ ມີຢາເສບຕິດໄວ້ໃນຄອບຄອງໄດ້ 626 ເລື່ອງ ກັກຕົວເປົ້າໝາຍ 31 ຄົນ ຍິງ 98 ໃນນີ້ ຕ່າງປະເທດ 23 ຄົນ ທຽບໃສ່ 6 ເດືອນຕົ້ນປີ 2022 ແກ້ໄດ້ເພີ່ມຂຶ້ນ 256 ເລື່ອງ ເທົ່າກັບ 70% ກັກຕົວເປົ້າໝາຍເພີ່ມຂຶ້ນ 371 ຄົນ ເທົ່າກັບ 64%.    ສາມາດຍຶດໄດ້ຢາບ້າໄດ້ 7,8 ລ້ານກວ່າເມັດ ຢາໄອສ໌ 12,20 ກິໂລ ຄັນຊາ 55 ແທ່ງ ກັບ 19    ກິໂລ ເຮໂຣອິນ 18,95 ກິໂລ ຄໍລະເຈັ້ນປະສົມສານເສບຕິດ 1 ແກັດ ແປ້ງຝຸ່ນສີຂາວ 41 ກິໂລ ຖັງບັນຈຸສານເສບຕິດ 27 ຖັງ ນ້ຳກະທ້ອມ 1.872 ລິດ ໃບກະທ້ອມສົດ 889 ກິໂລ ປືນຍາວ 5 ກະບອກ ປືນສັ້ນ 42 ກະບອກ ພ້ອມລູກກະສູນ 5.357 ລູກ ໝາກແຕກ 4 ໜ່ວຍ ເງິນກີບ 799.642.000 ກີບ ເງິນບາດ 107.570 ບາດ ເງິນໂດລາ 63.125 ໂດລາ ເງິນດົງ 152 ລ້ານດົງ ສາຍຄໍຄາ 7 ເສັ້ນ ລົດຈັກ 29 ຄັນ ລົດໃຫຍ່ 10 ຄັນ ພ້ອມນັ້ນຍັງໄດ້ຈັດພິທີສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 21 ປີ ແລະ ໄດ້ຈູດທຳລາຍຢາບ້າ27.984.204 ເມັດ ເທົ່າກັບ 2,8 ໂຕນ ເຮໂຣອິນ 78,92 ກີໂລ ຢາໄອສ໌ 40,54 ກິໂລ ແປ້ງປະສົມຢາບ້າ 40 ເປົ່າ ເທົ່າກັບ 1.997 ກິໂລ ແລະ ອື່ນໆ. Share:FacebookTwitter
ນວ ສາມາດແກ້ໄຂເປົ້າໝາຍຄ້າ-ຂາຍຢາເສບຕິດໄດ້ຫຼາຍເລື່ອງ
https://v2.vientianemai.net/archives/59164
ບຸນເຂົ້າພັນສາ ແມ່ນປາງບຸນໃຫຍ່ ແລະ ສຳຄັນຂອງຊາວພຸດ ປີນີ້ມື້ບຸນດັ່ງກ່າວກົງກັບວັນອັງຄານ ວັນທີ 1 ສິງຫາ 2023 ເຊິ່ງ​ເປັນມື້ຂຶ້ນ 15 ຄໍ່າເດືອນ 8 ຂອງລາວ ເຊິ່ງໃນມື້ນີ້ຢູ່ຕາມວັດວາອາຣາມຕ່າງໆໃນທົ່ວນະຄອນຫຼວງວຽງຈັນ ກໍຄື ທົ່ວປະເທດໄດ້ ຈັດພິທີໄຫວ້ພະຮັບສິນ ໃສ່​ບາດ​ຢາດ​ນ້ຳ ຖວາຍ​ສັງ​ຂະ​ທານ ​ຖວາຍທຽນຈຳພັນສາ ຜ້າອາບນໍ້າຝົນ ຟັງເທດ ຮັບພອນ ຢາດນໍ້າ ອຸທິດບຸນກຸສົນໃຫ້ກັບຍາດພີ່ນ້ອງຜູ້ທີ່ລວງລັບໄປແລ້ວ. ການເຂົ້າພັນສາໃນພາສາບາລີມີຊື່ເປັນສອງຢ່າງ ຄື ວັດສຸປະລາສະ ແປວ່າ ການເຂົ້າພັນສາ ແລະ ວັດສາວາສະ ແປວ່າ ການຈຳ ພັນສາ ທັງສອງຢ່າງມີຄວາມໝາຍດຽວກັນ ຄືບໍ່ທ່ຽວໄປແຮມຄືນທີ່ອື່ນຕະຫຼອດ 3 ເດືອນໃນລະດູຝົນ ນັບແຕ່ແຮມຄໍາໜຶ່ງ ເດືອນ 8 ລາວ ເຖິງແຮມຄໍາ 1 ຂອງເດືອນສິບ 11 ລາວ ເພາະໃນໄລຍະນີ້ເປັນຍາມຝົນ ພະພິກຂຸຈະທ່ຽວສັນຈອນໄປມາທາງ ໃດກໍລໍາບາກ ທັງຍັງເປັນການຂັດຕໍ່ພະວິໄນ ເວັ້ນແຕ່ມີກໍລະນີຈຳເປັນຕາມທີ່ອະນຸຍາດໄວ້ໃນພະວິໄນຂອງສົງ. ໃນເທສະການເຂົ້າພັນສານັ້ນເປັນປະເພນີນິຍົມອີກຢ່າງໜຶ່ງ ໃນສະໄໝບູຮານຂອງຄົນລາວເຮົາຜູ້ທີ່ນັບຖືພະພຸດທະສາດສະ ໜາ ເມື່ອເຖິງຍາມເຂົ້າພັນສາກໍໄດ້ພາກັນ ໄປຊຸມນຸມກັນຢູ່ທີ່ວັດ ຫຼື ຕາມສະຖານທີ່ທີ່ຈັດໄວ້ເພື່ອພິທີທາງ ສາສະໜາໂດຍ ສະເພາະ. ກ່ອນທີ່ຈະມີການຈຳພັນສານີ້ ແມ່ນສືບເນື່ອງມາຈາກ ປະເພນີນິຍົມຂອງຊາວມັດທະຍົມປະເທດ (ອິນເດຍສະ ໄໝບູຮານ) ເມື່ອເຖິງລະດູຝົນ ກໍຈະງົດການທ່ຽວໄປມາໄລຍະໜຶ່ງ ເຊັ່ນຜູ້ທ່ຽວໄປມາເພື່ອການຄ້າຂາຍ ຜູ້ເປັນນັກບວດ ເດຍລະຖີ ຊີພາມ ເຊິ່ງມັກທ່ຽວສັນຈອນໄປມາຕາມລໍາພັງ ເມື່ອຮອດລະດູຝົນແລ້ວໄປເຖິງໃສກໍຢຸດພັກທີ່ນັ້ນຕະຫຼອດສາມເດືອນ ພົ້ນກຳນົດ ແລ້ວກໍອອກເດີນທາງຕາມຈຸດປະສົງຕໍ່ໄປອີກ ແມ່ນແຕ່ພະພຸດທະເຈົ້າ ເຊິ່ງສະເດັດໄປສູ່ເມືອງຕ່າງໆ ເມື່ອເຖິງລະດູຝົນພະອົງ ກໍປະທັບຢູ່ເມືອງໃດເມືອງໜຶ່ງທີ່ພະອົງໄປເຖິງເໝືອນກັບຄົນອື່ນໆ. ໃນຕອນທໍາອິດພະພິກຂຸສົງຍັງມີໜ້ອຍ ເມື່ອຮອດລະດູຝົນ ເພິ່ນກໍຈະຢຸດທ່ຽວສັນຈອນໄປຕາມລຳພັງເຊັ່ນດຽວກັນກັບພະ ພຸດທະອົງຊົງປະພຶດ ໂດຍຍັງບໍ່ໄດ້ຕັ້ງເປັນທຳນຽມ ແລະ ບໍ່ໄດ້ມີເຫດອັນໃດທີ່ຈະໃຫ້ພະພຸດທະອົງຊົງບັນຍັດວ່າ ພະພິກ ຂຸສົງຕ້ອງເຂົ້າຈຳພັນສາ. ຄັນດົນນານມາພະພິກຂຸສົງກໍຫຼາຍຂຶ້ນ ຂະນະທີ່ພະອົງປະທັບຢູ່ເມືອງລາຊະຄື ວັນໜຶ່ງພະສົງຈໍານວນ 6 ອົງບໍ່ຮູ້ຈັກການລະ ເວລາ ໃນລະດູຝົນກໍຍັງທ່ຽວໄປມາຢູ່ ຢຽບຢໍ່າເຂົ້າກ້ານາດຳຂອງປະຊາຊົນ ຕະຫຼອດເຖິງສັດເລັກສັດນ້ອຍ ຕາຍເກື່ອນກາດ ຈົນວ່າຜູ້ຄົນທັງຫລາຍກ່າວຂວັນຕິຕຽນວ່າ ແມ່ນແຕ່ພວກເດຍລະຖີນອກສາສະໜາກໍຍັງຢຸດການສັນຈອນໄປມາ ທີ່ສຸດນົກ ໜູປູປີກກໍຍັງຮູ້ຈັກສ້າງເຮືອນແປງຮັງ ເພື່ອຫຼົບໄພທຳມະຊາດມີລົມເປັນຕົ້ນ ແຕ່ພວກ ສາມະນະສາກະຍະບຸລຸດ (ລູກສິດຂອງ ພະພຸດທະເຈົ້າ) ເຫດໃດ ຈຶ່ງທ່ຽວໄປຕະຫຼອດທຸກລະດູການ ຢຽບຢໍ່າຕິນນະຊາດເຂົ້າກ້າ ແລະ ບັນດາສັດເລັກສັດນ້ອຍໃຫ້ ຕາຍໄປ. ຄວາມນັ້ນໄດ້ຊາບເຖິງອົງສົມເດັດພະສໍາມາສໍາພຸດ ທະເຈົ້າ ພະອົງຈຶ່ງຊົງບັນຍັດເປັນທໍານຽມໄວ້ວ່າ ນັບແຕ່ບັດນີ້ເປັນຕົ້ນໄປ ເມື່ອເຖິງລະດູຝົນມາ ພະພິກຂຸຕ້ອງຢູ່ຈຳພັນສາ ຄືຢູ່ປະຈຳທີ່ຕະຫຼອດສາມເດືອນໃນຍາມຝົນ ເວັ້ນແຕ່ມີເຫດຈຳເປັນທີ່ພະວິ ໄນອະນຸຍາດໄວ້ ການທີ່ພະພິກຂຸບໍ່ທ່ຽວໄປມາໃນສາມເດືອນນີ້ເອີ້ນວ່າ “ເຂົ້າພັນສາ” ດ້ວຍເຫດດັ່ງກ່າວນັ້ນ ຈຶ່ງໄດ້ເກີດມີ ທໍານຽມການເຂົ້າພັນສາສືບມາຈົນທຸກວັນນີ້. ຫຼັງຈາກແລ້ວພິທີນັ້ນແລ້ວ ລາງຄົນກໍຕັ້ງປະນິທານວ່າ ຈະບຳລຸງພະສົງສາມະເນນຕະຫຼອດພັນສາ ລາງຄົນກໍອະທິຖານວ່າ ຈະຮັກສາອຸໂປສົດສິນຕະຫຼອດພັນສາ ລາງພວກກໍອະທິຖານວ່າຈະຟັງເທດຕະຫຼອດພັນສາ ລາງຄົນກໍຍັງບຳເພັນກຸສົນ ຄວາມດີຕ່າງໆ ເຊັ່ນ: ເມື່ອກ່ອນເປັນນັກເລງດື່ມເຫຼົ້າເສບສຸລາຢາເມົາຕ່າງໆ ກໍອະທິຖານວ່າຈະງົດ ເວັ້ນສິ່ງເຫຼົ່ານັ້ນຕະຫຼອດ ພັນສາຕະຫຼອດການຫຼິ້ນການພະນັນຂັ້ນຕໍ່ຕ່າງໆ ກໍທໍານອງດຽວກັນ ໂດຍທີ່ພວກເຂົາເຈົ້າເຫຼົ່ານັ້ນ ຈະອະທິຖານເອົາດ້ວຍ ຕົນເອງກໍມີ ເຂົ້າໄປປະຕິຍານຕົນຕໍ່ໜ້າພະສົງກໍມີ ທີ່ກ່າວມານີ້ເປັນການ ເຮັດບຸນກຸສົນທີ່ຊາວພຸດເຮັດກັນໃນວັນເຂົ້າພັນສາ. Share:FacebookTwitter
ຊາວພຸດທະສານິກກະຊົນ ນວ ຮ່ວມສືບສານປະເພນີໃນບຸນເຂົ້າພັນສາ
https://v2.vientianemai.net/archives/59174
ຄະນະສັນຕິພາບ ແລະ ສາມັກຄີ ຂອງ ສປປ ລາວ ໄດ້ຈັດກອງປະຊຸມພົບປະເພື່ອຫວນຄືນມູນເຊື້ອວັນສ້າງຕັ້ງຄະນະສັນຕິ ພາບ ແລະ ສາມັກຄີ ຂອງ ສປປ ລາວ ຄົບຮອບ 40 ປີ ຂຶ້ນໃນວັນທີ 1 ສິງຫາ 2023 ຢູ່ສະພາແຫ່ງຊາດ ໂດຍການເລົ່າມູນເຊື້ອ ຂອງ ທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ ປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ ມີຮອງປະ ທານ ເລຂາທິການ ແລະ ກໍາມະການ ເຂົ້າຮ່ວມ. ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ແຕ່ກ່ອນເອີ້ນວ່າ ຄະນະກຳມະການລາວ ເພື່ອສັນຕິພາບ ສາ ມັກຄີ ແລະ ມິດຕະ ພາບກັບປະຊາຊາດ ແມ່ນອົງການຈັດຕັ້ງສັງຄົມຂອງລາວ ສ້າງຕັ້ງຂຶ້ນໃນວັນທີ 1 ສິງ ຫາ 1983 ໂດຍແມ່ນ ທ່ານ ສິງປະໂປ ສີໂຄດຈຸນລະມາລີ ເປັນປະທານຜູ້ທຳອິດ ໃນເວລານັ້ນ ຄະນະກຳ ມະການນີ້ ມີຖານະເປັນອົງການຈັດຕັ້ງທີ່ມີງົບປະມານ ແລະ ກົງຈັກສະເພາະ ມາຮອດປີ 1999 ກົມການ ເມືອງສູນກາງພັກ ໄດ້ຕົກລົງໂອນຄະນະກຳມະການລາວ ເພື່ອສັນຕິພາບ ສາມັກຄີ ແລະ ມິດຕະພາບ ກັບປະຊາຊາດ ມາຂຶ້ນກັບຄະນະພົວພັນຕ່າງປະເທດສູນກາງພັກ ແລະ ປ່ຽນຊື່ມາເປັນ ຄະນະ ສັນຕິພາບ ແລະ ສາມັກຄີ ຂອງລາວ ແລະ ແຕ່ງຕັ້ງ ທ່ານ ດຣ. ສີໂຫ ບັນນະວົງ ຮອງປະທານສູູນກາງແນວລາວສ້າງຊາດ ໃນເວລານັ້ນເປັນປະທານ ນັບແຕ່ນັ້ນມາ ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ໄດ້ມີການປັບປຸງກົງຈັກການຈັດຕັ້ງ 3 ຄັ້ງ ຄັ້ງທີ 1 ແມ່ນ ທ່ານ ຄໍາພັນ ສິມມາລາວົງ (2008-2016) ນັກການທູດອາວຸໂສ ເປັນປະທານ ຄັ້ງທີ 2 (2016-2022) ແມ່ນທ່ານ ສົມພັນ ແພງຄໍາມີ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ (ໃນເວລານັ້ນ) ເປັນປະທານ  ແລະ ຄັ້ງທີ 3 (2022-ປັດຈຸບັນ) ແມ່ນ ທ່ານ ສົມມາດ ພົລເສນາ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ເປັນປະ ທານ ແລະ ປະກອບມີຮອງປະທານ ເລຂາທິການ ແລະ ກໍາມະການ ລວມທັງໝົດ 9 ທ່ານ ແຕ່ລະທ່ານບໍ່ໄດ້ປະຈໍາການ ສ່ວນຫ້ອງ ການ ແລະ ກອງເລຂາ ທີ່ເຮັດວຽກແມ່ນກົມການທູດປະຊາຊົນ ຂອງຄະນະພົວພັນຕ່າງປະເທດສູນກາງພັກ ເປັນໃຈກາງປະສານງານ ແລະ ເຮັດວຽກປະຈຳ. ຜົນສຳເລັດອັນພົ້ນເດັ່ນໃນໄລຍະຜ່ານມາ ຂອງຄະນະສັນຕິພາບ ແລະ ສາມັກຄີຂອງລາວ ແມ່ນການປະກອບ ສ່ວນເຄື່ອນ ໄຫວສ້າງສະພາບແວດລ້ອມເອື້ອອໍານວນໃຫ້ແກ່ການສ້າງສັນຕິພາບ ແລະ ການພັດທະນາ ທັງພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ສາກົນຮັບຮູ້ບົດບາດ ຂອງຄະນະສັນຕິພາບ ແລະ ສາມັກຄີຂອງລາວ ກໍຄືບົດບາດ ຂອງ ສປປ ລາວ ສະນັ້ນ ໃນປີ ໃນປີ 2008 ຄະນະກຳມະການຄ້ອງສັນຕິພາບສັນຕິພາບໂລກ ອິນໂດເນເຊຍ ໄດ້ມອບລາງວັນອັນຊົງກຽດ ຄື:ຄອ້ງສັນຕິພາບໂລກ ໃຫ້ແກ່ ສປປ ລາວ ເຊິ່ງເປັນປະເທດທໍາອິດໃນບັນດາປະເທດອາຊຽນ ແລະ ເປັນປະເທດທີ 4 ໃນໂລກ (ຖັດຈາກ ຈີນ ອິນເດຍ​ ໂມຊໍາບິກ) ທີ່ໄດ້ຮັບລາງວັນອັນຊົງກຽດດັ່ງກ່າວຈາກ ຄະນະກໍາມະການສັນຕິພາບໂລກອິນໂດເນເຊຍ ປັດຈຸບັນຄ້ອງດັ່ງກ່າວ ປະດິດສະຖານໄວ້ຢູ່ສວນປະຕູໄຊ ນອກນັ້ນ ຜົນງານການເຄື່ອນໄຫວອັນພົ້ນເດັ່ນ ໄດ້ຈັດກິດຈະກຳລະດົມປັດໃຈ ເພື່ອຊ່ວຍ ເຫຼືອ ຜູ້ປະສົບໄພທຳມະຊາດທັງຢູ່ພາຍໃນ ແລະ ຕ່າງ ປະເທດ ເຊັ່ນ:ຈັດຄອນເສີດລະດົມທຶນ ເພື່ອຊ່ວຍເຫຼືອປະຊາຊົນທີ່ໄດ້ ຮັບຜົນກະທົບຈາກ ໄພນໍ້າຖວ້ມ ຢູ່ 3 ແຂວງພາກໃຕ້ ຂອງລາວ ປີ 2009 ໄດ້ 300 ກວ່າລ້ານກີບ ຈັດຄອນເສີດລະດົມປັດໄຈ ຊ່ວຍເຫຼືອ ປະຊາຊົນປະເທດໄຮຕິ ປະສົບແຜ່ນດິນໄຫວ ປີ 2010 ມູນຄ່າ 15.000 ໂດລາສະຫະລັດ ແລະ ຈັດຄອນ ເສີດລະ ດົມປັດໄຈຊ່ວຍເຫຼືອປະຊາຊົນຍີ່ປຸ່ນ ປະສົບໄພສຶນາມິ ໃນເດືອນມີນາ ປີ 2011 ໄດ້ 500 ກວ່າລ້ານກີບ ເປັນເຈົ້າພາບຈັດກອງ ປະຊຸມຂົງເຂດອາຊີປາຊີຟິກ ແລະ ກອງປະຊຸມຄະນະເລຂາຂອງສະພາສັນຕິພາບໂລກ ໃນປີ 2019 ນອກນັ້ນ ຍັງໄດ້ຂົນຂວາຍ ທຶນຮອນນໍາຄູ່ຮ່ວມມືມາສ້າງສາພັດທະນາ ສປປ ລາວ ນັບແຕ່ປີ 2013-2022 ໄດ້ລະດົມຂົນຂວາຍທຶນຈາກອົງການສັນຕິ ພາບເພື່ອນມິດ ມາສ້າງສາພັດທະນາຢູ່ ສປປ ລາວ ເປັນຕົ້ນແມ່ນສ້າງພື້ນຖານໂຄງລ່າງດ້ານການສຶກສາ ເຊິ່ງໄດ້ສ້າງໂຮງ ຮຽນປະຖົມ ແລະ ມັດທະຍົມໄດ້ທັງໝົດ 17 ຫຼັງ ແລະ ອຸປະກອນການຮຽນການສອນ ລວມມູນຄ່າ 3 ລ້ານກວ່າໂດລາ ແລະ 15 ລ້ານກວ່າຢວນ ພ້ອມນັ້ນ ຍັງໄດ້ເຂົ້າຮ່ວມກອງປະຊຸມສາກົນ ເພື່ອຕ້ານການຊ່ວງເສັງການປະກອບອາວຸດ ຕ້ານການໃຊ້ ກຳລັງທະຫານ ແລະ ສະໜັບສະໜູນຖະແຫຼງການຕ່າງໆ ຂອງສະພາສັນຕິ ພາບໂລກ ອົງການຈັດຕັ້ງສັນຕິພາບພາກພື້ນ ຕ່າງໆ. ສຳລັບທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ຈະສືບຕໍ່ປະຕິບັດຕາມພາລະບົດ ບາດ ໃນການໂຄສະນາເຜີຍແຜ່ກ່ຽວກັບສັນຕິພາບ ແລະ ການພັດທະນາ ແລະ ຜົນຮ້າຍຂອງສົງຄາມ ສືບຕໍ່ປະກອບສ່ວນສ້າງ ສະພາບແວດລ້ອມອັນເອື້ອອໍານວຍ ໃນການສ້າງສັນຕິ ພາບ ໃນພາກພື້ນ ແລະ ໃນໂລກ ຕາມເງື່ອນໄຂ ແລະ ຄວາມສາມາດ ຕົວຈິງຂອງຕົນ ສືບຕໍ່ພົວພັນຮ່ວມມືຢ່າງໃກ້ຊິດກັບສະພາສັນຕິພາບໂລກ ອົງການສັນຕິພາບເພື່ອນມິດຍຸດທະສາດອົງການ ສັນຕິພາບພາກພື້ນ ປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພຶ້ນ ແລະ ສາກົນ ສືບຕໍ່ເຂົ້າ ຮ່ວມກອງປະຊຸມສາກົນຕ່າງໆ ແລະ ສະໜັບສະໜູນວຽກງານສັນຕິພາບ ເພື່ອເສີມຂະຫຍາຍບົດບາດ ຂອງອົງການສັນຕິ ພາບ ຂອງລາວ ໃຫ້ເດັ່ນຂຶ້ນຕື່ມໃນເວທີສາກົນ ແລະ ສືບຕໍ່ລະດົມຂົນຂວາຍທຶນ ມາສ້າງສາພັດທະນາ ສປປ ລາວ ໃຫ້ນັບມື້ ກ້ວາງຂວາງ ແລະ ຫຼາຍຂຶ້ນກວ່າເກົ່າ. Share:FacebookTwitter
ຫວນຄືນມູນເຊື້ອວັນສ້າງຕັ້ງ ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ຄົບຮອບ 40 ປີ
https://v2.vientianemai.net/archives/59179
ນະ​ຄອນຫຼວງວຽງ​ຈັນ ຈະ​ສຸມ​ໃສ່​ສືບ​ຕໍ່​ພັດ​ທະ​ນາ​ຕົ​ວ​ເມືອງ ໂດຍ​ມີ​ແຜນສ​ຸມ​ໃສ່ 6 ຂົງ​ເຂດ​ບູ​ລິ​ມະ​ສິດ ເພື່ອພັດ​ທະ​ນາເປັນ ນະຄອນທີ່ທັນສະໄ​ໝ​ຍື​ນຍົງ ແລະ ສໍາ​ມາດຮັບມືກັບໄພທໍາມະຊໍາດ ໂດຍສະເພາ​ະການ​ດຳ​ເນີນແຜນຈັດຕັ້ງປະຕິບັດຕົວ ເ​ມືອງ​ສີຂຽວ. ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້​ກ່າວ​ໃນກອງປະຊຸມເຈົ້ງຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມ ເວທີເຈົ້າຄອງນະຄອນອາຊຽນ ( AMF ) ທີ່ ຈາກາຕາ ປະເທດອິນໂດເນເຊຍ ເຊິ່ງ​ບາງ​ຕອນ​ທ່ານ​ໄດ້​ກ່າວ​ວ່າ: ນະຄອນຫຼວງວຽງຈັນ ໄດ້ມີຍຸດທະສາດ​ທີ່ຈະແຈ້ງຊັດເຈນ ໃນການວາງແຜນທິດທາງຕໍ່ໜ້າເພື່ອຮັບ​ມື ແລະ ຊອກຫໍາຊ່ອງທາງແກ້ໄຂບັນຫາສິ່ງທ້າທາຍທີ່ຈະເ​ກີດຂຶ້ນ ແລະ ສົ່ງຜົນກະທົບຕໍ່ສະພາບສິ່ງແວດລ້ອມໂດຍລວມ ເຊັ່ນ: ການ​ເພີ່ມທະວີເອົ​າໃຈໃສຕໍ່ການປັບໂຕໃຫ້ສາ​ມາດຮັບມືກັບການປ່ຽນແປງສະ ພາບຂອງດິນຟ້າອາ​ກາດການຈັດບູລິມະສິດການ ລົງ​ທຶນທີ່ຍືນຍົງ ການສ້າງເຮັດວຽກງານທໍາ ສ ຂຽວ ເພື່ອຍົກລະດັບ​ຊີວິດ​ການເປັນ​ຢູ່ຂອງຜູ້ທີ່​ອາໄສຢູ່ໃນຕົວເ​ມືອງເປັນຕົົ້ນ ນະ ຄອນຫຼວງວຽງຈັນ ຈຶ່ງໄດ້ວ​າງແຜນທິດ​ທາງພັດທະນາ ສ້າງນະຄອນຫຼວງວຽງຈັນ ໃຫ້ເປັນນະຄອນທີ່ີ່​ມີ ຄ​ວາມ​ໜ້າ​ຢູ່ໂດຍ ໄດ້ ກໍານົດ ​ຄຳຂວັນ 6 ສ.ສະຫງົບ ​ສ.ສະອາດ ​ສ.ສີຂຽວ ​ສ.ສະຫວ່າງ ສ.ສະເໜ່ ແລະ ສ.ສີວິໄລ ພ້ອມທັງເພີ່ມທະ​ວີຍົກລະດັບພື້ນ ຖານໂຄງລ່າງ ເຄຫາສະຖານ ແລະ ລະບົບສາ​ທາລະນະປະໂຫຍດ ​ສູ່ຄຸນນະພາບໃໝ່ ສ້າງນະຄອນຫຼວງວຽງຈັນ ໃຫ້ເປັນນະ ຄອນທີ່ທັນສະໄ​ໝ​ຍື​ນຍົງ ແລະ ສໍາ​ມາດຮັບມືກັບໄພທໍາມະຊໍາດ ໂດຍສະເພາ​ະ ການ​ດຳ​ເນີນແຜນຈັດຕັ້ງປະຕິບັດຕົວເ​ມືອງ​ສີຂຽວ (2023-2030). ພ້ອມນັ້ນ ເພື່ອໃຫ້ບັນລຸເປົ້າໝາຍທີ່ກ່າວມາຂ້າງເທິງນັ້​ນ ນະຄອນຫຼວງວຽງຈັນ ຈະໄດ້ສຸມໃສູ່ກໍານພັດທະນໍາຮອບດ້ໍານກວມ ເອົາ 6 ຂົງເຂດບູລິມະສິດ ຄື : 1) ການຄຸ້ມຄອງຂີ້ເຫຍື້​ອແບບ​ຍືນຍົງ 2) ການຄຸ້ມຄອງນ້ໍໍາເປື້ອນ ແລະ ສຸຂາພິບານ 3) ຄວາມ ທົນທານຕໍ່ການປ່ຽນແປງດິນຟ້ໍາອາກາດ ແລະ ໄພພິບັດ 4) ການເດ​ີນທາງໃນຕົວເມືອງແບບຍືນຍົງ 5) ພື້ນ​ທີ່​ສາ​ທາ​ລະ​ນະສີ ຂຽວ ແລະ 6) ພະລັງ​ງານ​ຍືນຍົງ. ກອງ​ປະ​ຊຸມ​ດັ່ງ​ກ່າວ​ຈັດ​ຂຶ້ນ​ໃນວັນທີ 1- 2 ສິງຫາ 2023 ທີ່ ຈາກາຕາປະເທດອິນໂດເນເຊຍ ໂດຍມີເຈົ້າຄອງນະຄອນ ຫຼວງບັນ ດາປະເທດ ອາຊຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມເຈົ້ງຄອງນະຄອນຫຼວງອາຊຽນ ( MGMAC ) ແລະ ກອງປະຊຸມ ເວທີເຈົ້າຄອງນະຄອນອາຊຽນ ( AMF) ໄດ້ປຶກສາ ຫາລື ໃນ 6 ວຽກຈຸດສຸມ ແລະ ໄດ້ປະກາດຄຳໝາຍໝັ້ນສັນຍາຮ່ວມກັນໃນການສ້າງສາຍພົວພັນຮ່ວມມື ລະຫວ່າງພາກພື້ນ ແລະ ໃນພາກພື້ນເພື່ອເຮັດໃຫ້ປະເທດອາຊຽນເປັນໃຈຂອງການຂະຫຍາຍຕົວທາງດ້ານເສດຖະກິດ ໃນກອງປະຊຸມບັນນດາ ເຈົ້າຄອງນະຄອນຫຼວງອາຊຽນໄດ້ພ້ອມກັນປຶກສາຫາລືໃນຫຼາຍບັັນຫາສຳຄັນໂດຍສະເພາະແມ່ນ ການຂະຫຍາຍຕົວໃນຂົງ ເຂດພາກພື້ນ ການຫັນປ່ຽນເປັນດີຈີຕອນ ການປ່ຽນແປງຂອງດິນຟ້າອາກາດ ນອກຈາກນັ້ນຍັງໄດ້ປຶກສາຫາລືກ່ຽວກັບເປົ້າ ໝາຍການພັດທະນາແບບຍືນຍົງ(SDGs) ໃນບັນດານະຄອນຫຼວງອາຊຽນ ແລະ ບັນຫາອື່ນໆອີກຈຳນວນໜຶ່ງ. ສຳລັບຜົນຂອງການປຶກສາຫາລືຂອງເຈົ້າຄອງນະຄອນຫຼວງອາຊຽນ ຫຼື ບັນດາປະເທດສະມາຊິກ AMF ຄຽງຄູ່ກັບຜົນຂອງ ການປຶກສາຫາລືໃນກອງປະຊຸມເວທີເຈົ້າຄອງນະຄອນອາຊຽນ ນີ້ແມ່ນເປັນເນື້ອໃນຂອງຖະແຫຼງການ ແລະ ຄຳໝັ້ນສັນຍາ ຮ່ວມກັນຂອງບັນດາຜູ້ນຳອາຊຽນໃນການສ້າງຕົວເມືອງແບບຍືນຍົງ. Share:FacebookTwitter
ນວ ຈະສຸມໃສ່ 6 ຂົງເຂດບູລິມາສິດ ພັດທະນາຕົວເມືອງໃຫ້ມີຄວາມຍືນຍົງ
https://v2.vientianemai.net/archives/59194
ພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການກວດສອບແຫ່ງລັດ  ວັນທີ 5 ສິງຫາ 1998 ຄົບຮອບ 25 ປີ ຈັດຂຶ້ນວັນທີ 4 ສິງຫາ 2023 ທີ່ຫໍປະຊຸມແຫ່ງຊາດ ໂດຍມີທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ  ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍພະນັກງານອາວຸໂສບຳນານ ແລະ ພະນັກງານວິຊາການອົງການດັ່ງກ່າວເຂົ້າຮ່ວມ.     ໃນພິທີ ທ່ານ ເຄນ ລໍວັນໄຊ ຮອງປະທານອົງການກວດສອບແຫ່ງລັດ ໄດ້ຂຶ້ນເລົ່າມູນເຊື້ອ ປະຫວັດແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການກວດສອບແຫ່ງລັດ ໃນການປະຕິບັດ 2 ໜ້າທີ່ຍຸດທະສາດ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍຕະຫຼອດ 25 ປີ ຜ່ານມາ ອົງການກວດສອບແຫ່ງລັດ ໄດ້ເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດໜ້າທີ່ ຕາມໜ້າທີ່ການເມືອງ ທີ່ພັກ ແລະ ລັດຖະບານ ມອບໝາຍໃຫ້ ເດັດດ່ຽວປົົກປ້ອງອົງການຈັດຕັ້ງຂອງລັດ ແລະ ສິດຜົນປະໂຫຍດທາງດ້ານເສດຖະກິດ ແຜນການການເງິນ-ເງິນຕາຂອງປະເທດ ເອົາໃຈໃສ່ພັດທະນາ ແລະ ສ້າງຄວາມເຂັ້ມແຂງທາງດ້ານກົງຈັກການຈັດຕັ້ງ ພັດທະນາບຸກຄະລາກອນ ແລະ ວິຊາສະເພະ ໄດ້ສຸມໃສ່ປັບປຸງຂະ ແໜງການຂອງຕົນຢ່າງຮອບດ້ານ ໂດຍສະເພາະການຄົ້ນຄວ້າ ສ້າງນິຕິກຳ ແລະ ນິຕິກຳປິ່ນອ້ອມ ອັນໄດ້ເຮັດໃຫ້ວຽກງານກວດສອບແຫ່ງລັດ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ມີການເຕີບໃຫຍ່ທາງດ້ານປະລິມານ ແລະ ເຂັ້ມແຂງທາງດ້ານຄຸນນະພາບ ສາມາດສ້າງປັບປຸງ ແລະ ພັດທະນານິຕິກຳປິ່ນອ້ອມຮອງຮັບໄດ້ 11 ສະບັບ ດ້ານການກວດສອບ ໄດ້ປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ ດ້ວຍຄວາມຮັບຜິດ ຊອບສູງ ໂດຍຖືເອົາການກວດສອບ ແລະ ມາດຕະການໃນການຍົກສູງຄຸນນະພາບການກວດສອບ ເປັນວຽກງານສຳຄັນ ປະຕິບັດຕາມພາລະບົດບາດໜ້າທີ່ ຂອບເຂດສິດ ໃນການດຳເນີນການກວດສອບ ໄດ້ດໍາເນີນການກວດສອບເອກະສານລາຍງານການເງິນ ຄວາມສອດຄ່ອງທາງດ້ານກົດໝາຍ ແລະ ຜົນການຈັດຕັ້ງປະຕິບັດແຕ່ລະເປົ້າໝາຍສໍາເລັດຜົນຕາມແຜນການທີ່ວາງໄວ້ໃນຈຳນວນ 108 ເປົ້າໝາຍ ສາມາດປະຕິບັດໄດ້ 101 ເປົ້າໝາຍ ໃນນີ້ມີ ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດ 33 ເປົ້າໝາຍ ໂຄງການລົງທຶນຂອງລັດ 23 ເປົ້າໝາຍ ໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າ 19 ເປົ້າໝາຍ ວິສະຫະກິດລັດ 20 ເປົ້າໝາຍ ແລະ ທະນາຄານທຸລະກິດລັດລົງທຶນ 6 ເປົ້າໝາຍ ພ້ອມທັງແຈ້ງຜົນການກວດສອບ 94 ເປົ້າໝາຍ ຍັງຄ້າງ 7 ເປົ້າໝາຍ ໃນນີ້ ສາມາດກວດສອບເຫັນ ປະກົດການຫຍໍ້ທໍ້ ໃນການຄຸ້ມຄອງ ນໍາໃຊ້ງົບປະມານ ແລະ ຊັບສິນຂອງລັດຈຳນວນບໍ່ໜ້ອຍ ເປັນຕົ້ນ ການເກັບລາຍຮັບມາໄດ້ແຕ່ບໍ່ມອບເຂົ້າງົບປະມານແຫ່ງລັດ ການໃຊ້ຈ່າຍງົບປະມານ ຟຸມເຟືອຍ ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ມີການສ້າງນິຕິກຳກ່ຽວກັບການຄຸ້ມຄອງລາຍຮັບ ລາຍຈ່າຍ ເຊິ່ງບໍ່ສອດຄ່ອງກັບກົດໝາຍ ການສ້າງໂຄງການນອກແຜນ ການປ່ອຍສິນເຊື່ອ ຂອງທະນາຄານລັດ ແລະ ລັດຮ່ວມທຶນ ບໍ່ສອດຄ່ອງຕາມລະບຽບການ ວິສາຫະກິດລັດ ແລະ ລັດຮ່ວມທຶນ ຈຳນວນໜຶ່ງໄດ້ສ້າງລະບຽບການນະໂຍບາຍພາຍໃນ ເຊິ່ງບໍ່ສອດຄ່ອງກັບກົດໝາຍ ແລະ ຜົນການດຳເນີນທຸລະກິດ ແລະ ບັນຫາອື່ນໆ ທັງໝົດນັ້ນ ໄດ້ສົ່ງຜົນກະທົບຕໍ່ກັບການຄຸ້ມຄອງງົບປະມານແຫ່ງລັດ ການຄຸ້ມເສດຖະກິດ ແລະ ນະໂຍບາຍການເງິນ-ເງິນຕາ ໂດຍລວມຂອງປະເທດ.     ສາມາດເວົ້າໄດ້ວ່າ ຕະຫຼອດໄລຍະ 25 ປີ ແຫ່ງການສ້າງຕັ້ງຜົນການກວດສອບ ຜ່ານມາ ໄດ້ສ້າງຄຸນປະໂຫຍດໃຫ້ແກ່ການພິຈາລະນາຕົກລົງບັນຫາສຳຄັນພື້ນຖານຂອງປະເທດ ການນຳພາ-ຊີ້ນຳ ກຳນົດແນວທາງ ນະໂຍບາຍ ການສ້າງ ຫຼື ປັບປຸງນິຕິກຳ ການຕິດຕາມກວດກາ ເກັບກູ້ເອົາເງິນທີ່ກວດສອບເຫັນເພີ່ມຄືນເຂົ້າງົບປະມານແຫ່ງລັດ ການຕີລາຄາ ການປະເມີນຜົນງານ ການປະຕິບັດນະໂຍບາຍ ເສີມຂະຫຍາຍດ້ານຕັ້ງໜ້າ ສຶກສາອົບຮົມຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ ເຮັດໃຫ້ການຈັດຕັ້ງມີຄວາມໂປ່ງໃສ ເຂັ້ມແຂງ ແລະ ເຄື່ອນໄຫວມີປະສິດທິຜົນຫຼາຍຂຶ້ນ.    ຈາກນັ້ນໄດ້ມອບໃບຍ້ອງຍໍໃຫ້ພະນັກງານອົງການກວດສອບແຫ່ງລັດ ຈຳນວນ 399 ຄົນ ທີ່ມີຜູ້ຜົນງານດີເດັ່ນໃນການປະກອບສ່ວນເຄື່ອນໄຫວວຽກງານອົງການແຫ່ງລັດຜ່ານມາ ແລະ ໄດ້ຮັບຟັງຄຳເຫັນໂອ້ລົມຈາກທ່ານ ນາງ ວຽງທອງ ສີພັນດອນ ເພື່ອເຂັມຊີ້ທິດເຍືອງທາງໃຫ້ແກ່ພະນັກງານ ກໍຄືການຈັດຕັ້ງປະຕິບັດວຽກງານຂອງອົງການກວດສອບແຫ່ງລັດໃນຕໍ່ໜ້າໃຫ້ມີຜົນສຳເລັດຕື່ມອີກ. Share:FacebookTwitter
ສະຫຼອງວັນສ້າງຕັ້ງອົງການກວດສອບແຫ່ງລັດຄົບຮອບ 25 ປີ
https://v2.vientianemai.net/archives/59202
ວັນທີ 6 ສິງຫາ 2023 ທາງຄະນະການນໍາຂອງແຂວງຄໍາມ່ວນນໍາໂດຍທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງພ້ອມດ້ວຍຄະນະໄດ້ນໍາເອົາປັດໃຈຕ່າງໆ ທີ່ໄດ້ຮັບຈາກການປະກອບສ່ວນຊ່ວຍເຫຼືອຈາກສັງຄົມເຊັ່ນ: ບັນດາບໍລິສັດ ຫ້າງຮ້ານ ບຸກຄົນ ນິຕິບຸກຄົນພາຍໃນແຂວງຄໍາມ່ວນລົງໄປມອບຕໍ່ໃຫ້ອໍານາດການປົກຄອງເມືອງຫີນບູນ ເພື່ອນໍາໄປແຈກຢາຍໃຫ້ແກ່ຄອບຄົວຜູ້ໄດ້ຮັບຜົນກະທົບ ເຊິ່ງຕາງໜ້າຮັບໂດຍທ່ານ ຄໍາສິງ ອໍລະວັນ ເຈົ້າເມືອງຫີນບູນ ເຂົ້າຮ່ວມມີປະທານແນວລາວສ້າງຊາດແຂວງ ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງ ປະຈໍາເຂດເມືອງຫີນບູນ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ຂັ້ນເມືອງ ແລະ ການຈັດຕັ້ງທຸກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.        ສໍາລັບເຄື່ອງຊ່ວຍເຫຼືອທີ່ນໍາໄປມອບຕໍ່ໃຫ້ເມືອງຫີນບູນໃນຄັ້ງນີ້ປະກອບມີ ນໍ້າດື່ມ ຈໍານວນ 416 ແພັກ ໝີ່ໄວໆຈໍານວນ 416 ແກັດ ປາກະປ໋ອງຈໍານວນ 19 ແກັດ ເຂົ້າສານຈໍານວນ 63 ເປົ້າ ( 3 ໂຕນກວ່າ ) ແລະ ຢາປົວພະຍາດຈໍານວນ 1 ແກັດລວມມູນຄ່າເກືອບ 10 ລ້ານກີບ ຫຼັງຈາກນັ້ນຄະນະນໍາຂັ້ນແຂວງ ແລະ ເມືອງກໍ່ໄດ້ແບ່ງກັນລົງໄປເຄື່ອນໄຫວມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະ ທົບໂດຍແບ່ງອອກເປັນ 3 ຄະນະ .     ທ່ານ ຄໍາສິງ ອໍລະວັນ ເຈົ້າເມືອງຫີນບູນໄດ້ກ່າວວ່າ : ພາຍໃນເມືອງຫີນບູນປັດຈຸບັນມີ 9 ບ້ານທີ່ຖືກນໍ້າຖ້ວມຄື : ບ້ານນາຄໍາ ມ່ວງໄຂ່ ບ້ານນ້ອຍ ນາໂພ ໜອງດົງ ບ້ານເໝັ້ນ ບ້ານບົງ ນາໂນ ແລະ ບ້ານນາເຕີຍ ສ່ວນຄອບຄົວທີ່ໄດ້ຮັບຜົນກະທົບມີເຖິງ 654 ຄອບຄົວ ນັບແຕ່ມື້ນໍ້າເລີ້ມຖ້ວມເປັນຕົ້ນມາທາງອໍານາດການປົກຄອງເມືອງ ກໍຄືຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ລົງໄປປະສານສົມທົບກັບອໍານາດການປົກຄອງບ້ານ ແລະ ໄດ້ພົບປະກັບພໍ່ແມ່ປະຊາຊົນໃຫ້ມີສະຕິເຝົ້າລະວັງ ຕໍ່ຜົນກະທົບຈາກໄພນໍ້າຖ້ວມທັງນີ້ກໍ່ເພື່ອກຽມພ້ອມເກັບມ້ຽນສິ່ງຂອງ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ.     ນອກຈາກນັ້ນທ່ານຍັງໄດ້ຮຽກ ຮ້ອງມາຍັງພາກສ່ວນຕ່າງໆໃນພາຍແຂວງ ຕ່າງແຂວງ ແລະ ຕ່າງປະເທດຕ້ອງການປະກອບສ່ວນຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກອຸທົກກະໄພ ( ນໍ້າຖ້ວມ ) ໃນຄັ້ງນີ້.     ສາມາດບໍລິຈາກໄດ້ທີ່ຫ້ອງວ່າການແຂວງຄໍາມ່ວນ ຫຼື ຕິດຕໍ່ທາງກອງເລຂາໄດ້ທີ່ເບີໂທລະສັບ 020-22157273 ແລະ ເບີ 020-52223499 . Share:FacebookTwitter
ແຂວງຄໍາມ່ວນຕ້ອງຄວາມຊ່ວຍເຫຼຶອຢ່າງຫຼວງຫຼາຍຕໍ່ເຫດການປະສົບໄພນໍ້າຖ້ວມ
https://v2.vientianemai.net/archives/59214
ເພື່ອເລັ່ງຊຸກຍູ້ໂຄງການບໍ່ແຮ່ໃໝ່ໃນເນື້ອທີ່ 48,52  ກິໂລຕາແມັດ ທີ່ສໍາຄັນຂອງແຂວງຄໍາມ່ວນ ໃນວັນທີ 17 ກໍລະກົດ 2023 ກົມທໍລະນີສາດ ແລະ ແຮ່ທາດ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມຊຸກຍູ້ວຽກງານ ແລະ ເຜີຍແຜ່ເນື້ອໃນສັນ ຍາວ່າດ້ວຍການສໍາຫຼວດແຮ່ເກືອໂປຕາສ ໃນເນື້ອທີ່ 48,52 ກິໂລຕາແມັດ (ເອີ້ນຫຍໍ້ວ່າ“ສັນຍາ”) ທີ່ເມືອງທ່າແຂກ ແຂວງຄໍາ ມ່ວນ ກອງປະຊຸມຄັ້ງນີ້ ເປັນກອງປະຊຸມສະເພາະທີ່ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດຂຶ້ນບົນພື້ນຖານຄວາມຄືບໜ້າ ຂອງການປະຕິບັດ “ສັນ ຍາ” ຢ່າງມີປະສິດທິຜົນ ວ່ອງໄວ ຂອງບໍລິສັດ ອາຊີ-ໂປຕາສ ສາກົນ ເພື່ອເລັ່ງວຽກງານຍົກລະດັບສິດ ສໍາປະທານບໍ່ແຮ່ຂຶ້ນຕື່ມອີກກ້າວໜຶ່ງ ໃນກອງປະຊຸມກົມທໍລະນີສາດ ແລະ ແຮ່ທາດ ໄດ້ເຜີຍແຜ່ລະອຽດໃຫ້ພາກສ່ວນທີ່ ກ່ຽວຂ້ອງຕ່າງໆຮັບຊາບກ່ຽວກັບເນື້ອໃນຂອງ “ສັນຍາ” ເຊິ່ງໄດ້ເນັ້ນໃສ່ການແບ່ງຄວາມຮັບຜິດ ຊອບວຽກງານຂອງພາກ ສ່ວນຕ່າງໆ ໃຫ້ການສະໜັບສະໜູນ ເພື່ອຊຸກຍູ້ໂຄງການໄດ້ດໍາເນີນໄປຢ່າງວ່ອງ ໄວ ແລະ ມີປະສິດທິຜົນສູງ. ອີງໃສ່ປະສົບການທົ່ວໄປຂອງກິດຈະການບໍ່ແຮ່ເກືອໂປຕາສ ຂອງສປປ ລາວ ນັບແຕ່ໄລຍະທີ່ວິສາ ຫະກິດໄດ້ຮັບສິດສໍາປະ ທານສໍາຫຼວດແຮ່ທາດ ຈົນເຖິງສໍາເລັດວຽກງານການສໍາຫຼວດ ການສ້າງບົດສຶກສາຄວາມເປັນໄປໄດ້ ແລະ ບົດລາຍງານ ຜົນກະທົບຕໍ່ສິ່ງແວດລ້ອມ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງທັງໝົດ ໂດຍທົ່ວໄປຕ້ອງໃຊ້ເວລາແຕ່ 3 ຫາ 5 ປີ ໃນ “ສັນຍາ” ອາຊີ-ໂປຕາສ ສາກົນ ໄດ້ໃຫ້ຄໍາໝັ້ນສັນຍາກັບລັດຖະບານລາວວ່າຈະໃຫ້ສໍາເລັດວຽກງານຕ່າງໆ ເພື່ອຍົກລະດັບສິດ ສໍາປະ ທານໃຫ້ແລ້ວພາຍໃນ 2 ປີ ເຊິ່ງໄດ້ວາງແຜນວ່າໃນປີທໍາອິດຈະໃຫ້ສໍາເລັດການສ້າງ ແລະຮັບຮອງບົດລາຍງານຜົນການສໍາ ຫຼວດ ສ່ວນປີທີສອງຈະໃຫ້ສໍາເລັດການສ້າງ ແລະ ຮັບຮອງ “ບົດສຶກສາຄວາມເປັນໄປໄດ້” ແລະ “ບົດປະເມີນຜົນກະທົບຕໍ່ສິ່ງ ແວດລ້ອມ” ແຕ່ໃນໄລຍະການຈັດຕັ້ງປະຕິບັດ “ສັນຍາ” ຕົວຈິງ ອາຊີ-ໂປຕາສ ສາກົນ ໄດ້ຮັດ ກຸມໄລຍະການປະຕິບັດວຽກງານ ລົງຢ່າງຫຼວງຫຼາຍ ພາຍຫຼັງເຊັນສັນຍາແລ້ວໄດ້ໃຊ້ເວລາພຽງແຕ່ 6 ເດືອນ ເຮັດສໍາເລັດວຽກງານສໍາຫຼວດທໍລະນີ ສາດທັງໝົດ ຂອງເຂດດັ່ງກ່າວ ພ້ອມທັງໄດ້ສໍາເລັດການສ້າງ“ບົດລາຍງານຜົນການສໍາຫຼວດລະອຽດ” ເຊິ່ງໄດ້ຫຍໍ້ໄລຍະການສໍາຫຼວດລົງ ຢ່າງຫຼວງຫຼາຍ ນີ້ສະແດງໃຫ້ເຫັນວ່າ ເຂດບໍ່ແຮ່ 48,52 ກິໂລຕາແມັດ ມີຄວາມຫວັງທີ່ຈະບັນລຸເປັນຈິງການ ຍົກລະດັບສິດ ສໍາປະທານໄດ້ລ່ວງ  ໜ້າ 1 ປີ ເຊິ່ງທັງໝົດໂຄງການຈະກ້າວສູ່ໄລຍະຂຸດຄົ້ນໄດ້ລ່ວງໜ້າກ່ອນ 1 ປີ ແລະ ປົດປ່ອຍໄດ້ລ່ວງ  ໜ້າຄຸນຄ່າດ້ານເສດຖະກິດຂອງບໍ່ແຮ່ເກືອໂປຕາສ. ທ່ານ ຂາວພອນ ສຸກລາພັນ ຮອງຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ ໃຫ້ຮູ້ວ່າ: ປັດຈຸບັນ ວຽກງານການສໍາຫຼວດທັງໝົດ ຂອງອາຊີ-ໂປຕາສ ສາກົນ ມີຄວາມຄືບໜ້າຢ່າງວ່ອງໄວ ພາຍຫຼັງໄດ້ເຊັນສັນຍາສໍາຫຼວດໃນເນື້ອທີ່ 48,52 ກິໂລຕາແມັດ ກໍໄດ້ ສົມ ທົບກັບພາກສ່ວນກ່ຽວຂ້ອງຂອງແຂວງຄໍາມ່ວນ ດໍາເນີນວຽກງານຊີເຈາະສໍາຫຼວດຢູ່ພາກສະໜາມ ເຊິ່ງໃຊ້ເວລາພຽງແຕ່ 106 ວັນ ກໍໄດ້ສໍາເລັດກິດຈະການຊີເຈາະສໍາຫຼວດທັງໝົດ 36 ຮູ ໄດ້ສໍາຫຼວດຂັ້ນລະອຽດປະລິມານສະສົມແຮ່ເກືອໂປຕາສ ໄດ້ ທໍາການສຶກສາໂຄງສ້າງທາງທໍລະນີສາດ ໄດ້ສັງລວມບັນດາຂໍ້ມູນທີ່ນໍາໃຊ້ສໍາລັບເຂດທີ່ດິນພື້ນທີ່ດັ່ງກ່າວ ພາຍໃນ ໄລຍະສໍາ ຫຼວດ 1 ປີ ທີ່ກໍານົດໃນສັນຍາ ບໍລິສັດດັ່ງກ່າວ ກໍໄດ້ສໍາເລັດວຽກງານການສໍາຫຼວດ ສະແດງໃຫ້ເຫັນວ່າ ບໍລິສັດມີກໍາລັງແຮງ ທາງດ້ານທຶນຮອນ ທີມງານເຕັກນິກມີປະສົບການຫຼວງຫຼາຍ ປັດຈຸບັນ ບໍລິສັດໄດ້ສໍາເລັດການສະຫຼຸບຂໍ້ມູນການສໍາຫຼວດ ແລະ ຂໍ້ມູນທໍລະນີສາດທັງໝົດ ພ້ອມກັນນັ້ນ ກໍຈະສົ່ງ “ບົດລາຍງານຜົນການສໍາຫຼວດ” ໃຫ້ກົມທໍລະນີສາດ ແລະ ແຮ່ທາດ. ບໍລິສັດ ອາຊີ-ໂປຕາສ ສາກົນ ໄດ້ເລີ່ມຕົ້ນສະເໜີຂໍອະນຸຍາດສໍາປະທານແຮ່ເກືອໂປຕາສ ຢູ່ເຂດບ້ານໜອງລົ່ມ ແຂວງຄໍາມ່ວນ ໃນເນື້ອທີ່ 48,52 ກິໂລຕາແມັດ ໃນເດືອນເມສາ 2022 ໂດຍອາໄສຂໍ້ເດັ່ນດ້ານກໍາລັງການຜະລິດຝຸ່ນໂປຕາສ 1 ລ້ານໂຕນ ທີ່ໄດ້ ກໍ່ສ້າງສໍາເລັດ ຂໍ້ເດັ່ນດ້ານເຕັກໂນໂລຊີທີ່ກ້າວໜ້າ ແລະ ແນວຄວາມຄິດຫຼັກກ່ຽວກັບອອກແຮງຊຸກຍູ້ການພັດທະນາເສດຖະ ກິດຂອງ ສປປ ລາວ ໃນທີ່ສຸດກໍໄດ້ຮັບໄຊຊະນະໃນການປະມູນຢ່າງຟົດຟື້ນກັບອີກ 7 ບໍລິສັດ ແລະ ໃນວັນທີ 28 ເດືອນພະ ຈິກ 2022 ບໍລິສັດ ແລະ ລັດຖະບານ ກໍໄດ້ເຊັນສັນຍາສໍາຫຼວດຢ່າງເປັນທາງການ ມາຮອດປັດຈຸບັນ ອາຊີ-ໂປຕາສ ສາກົນ ມີເຂດເນື້ອທີ່ຂຸດຄົ້ນແຮ່ເກືອໂປຕາສ 214,8 ກິໂລຕາແມັດ ແລະ ເຂດເນື້ອທີ່ສໍາຫຼວດ 48,52 ກິໂລຕາແມັດ ສົມທຽບເປັນປະ ລິມານຊັບພະຍາກອນ ໂປຕາສຊຽມ ຄລໍໄຣ ບໍລິສຸດ ຄາດວ່າຈະລື່ນກາຍ 1.000 ໂຕນ ເຊິ່ງໄດ້ວາງຮາກຖານອັນໜັກແໜ້ນ ເພື່ອບັນລຸການເປັນຜູ້ສະໜອງຝຸ່ນໂປຕາສລະດັບໂລກ ແລະ ສ້າງເປັນຖານຜະລິດຝຸ່ນໂປຕາສອັນດັບທີ 4 ໃນໂລກ. ທ່ານ ຂາວພອນ ສຸກລາພັນ ໄດ້ກ່າວອີກວ່າ: ຄຽງຄູ່ກັບການດໍາເນີນການສໍາຫຼວດ ອາຊີ-ໂປຕາສ ສາ ກົນ ກໍໄດ້ເອົາໃຈໃສ່ປົກ ປັກຮັກສາສະພາບແວດລ້ອມ ນໍາໃຊ້ມາດຕະການຮັກສາສິ່ງແວດລ້ອມທີ່ມີເປົ້າໝາຍ ຫຼີກລ້ຽງການສ້າງຜົນກະທົບຕໍ່ຊາວ ບ້ານ ແລະ ລະບົບນີເວດ ພາຍຫຼັງສໍາເລັດການຊີເຈາະສໍາຫຼວດແລະ ເກັບຕົວຢ່າງແລ້ວ ໄດ້ນໍາໃຊ້ປູນຊີມັງອັດຖົມຮູຊີເຈາະ ເພື່ອຟື້ນຟູສະພາບດັ່ງເດີມຂອງໜ້າດິນ ຮັບປະກັນໃຫ້ຊາວບ້ານນໍາໃຊ້ໄດ້ຢ່າງປົກກະຕິ ໃນໄລຍະການສໍາຫຼວດຊີເຈາະ​ ບໍລິ ສັດດັ່ງກ່າວ ໄດ້ເອົາໃຈໃສ່ຢ່າງເຕັມສ່ວນຕໍ່ຂໍ້ຮຽກຮ້ອງຂອງພາກລັດທີ່ກ່ຽວຂ້ອງ ຄະນະປົກຄອງບ້ານ ແລະ ມະຫາຊົນ ອີງຕາມ ກໍານົດເວລາ ແລະ ຈໍານວນເງິນ ເພື່ອຈ່າຍຄ່າຊົດເຊີຍໃຫ້ແກ່ປະຊາຊົນໃນເຂດສໍາຫຼວດຊີເຈາະ ນອກນັ້ນ ຍັງຕອບສະ  ໜອງ ວຽກເຮັດງານທໍາໃຫ້ປະຊາຊົນ ປັບປຸງເງື່ອນໄຂການດໍາລົງຊີວິດຂອງປະຊາຊົນ ຮັກສາການພັດທະນາທີ່ກົມກຽວລະຫວ່າງບໍລິ ສັດ ບຸກຄົນ ສັງຄົມ ແລະ ສະພາບແວດລ້ອມ ຫວັງວ່າອາຊີ-ໂປຕາສ ສາກົນ ຈະສາມາດຊຸກຍູ້ໃຫ້ເຂດບໍ່ແຮ່ເກືອໂປຕາສ 48,52ກິໂລຕາແມັດ ສໍາເລັດການກໍ່ສ້າງ ແລະ ເລີ່ມການຜະລິດໃນເວລາອັນໄວ ເພື່ອນໍາເອົາປະສິດທິຜົນທາງດ້ານສດຖະກິດ ແລະ ສັງຄົມມາສູ່ແຂວງຄໍາມ່ວນ. ທ່ານ ຈູ້ ຊ່ຽງລີ ຮອງອໍານວຍການຖານການຜະລິດຝຸ່ນໂປຕາສຢູ່ລາວຂອງອາຊີ-ໂປຕາສ ສາກົນ ໄດ້ກ່າວວ່າ: ໂຄງການດັ່ງກ່າວ ມີຄວາມຄືບໜ້າໄວກວ່າໄລຍະທີ່ໄດ້ຄາດໄວ້ ແມ່ນຈະໄດ້ປ່ອຍໃຫ້ເກີດຜົນປະ ໂຫຍດທາງດ້ານເສດຖະກິດ ແລະ ສັງຄົມຢ່າງ ມະຫາສານ ຖ້າວ່າໂຄງການດັ່ງກ່າວ ສໍາເລັດກ່ອນໄລຍະປີໜຶ່ງ ຈະສາມາດສ້າງລາຍຮັບດ້ານອາກອນໃຫ້ລັດຖະບານລາວ ໄດ້ເຖິງ 30 ລ້ານໂດລາ​ ເພີ່ມມູນຄ່າຜົນຜະ ລິດຫຼາຍກວ່າ 1 ຕື້ໂດລາ ສະໜອງໂອກາດມີວຽກເຮັດງານທໍາຫຼາຍກວ່າ 5.000 ຕໍາແໜ່ງ ພ້ອມດຽວກັນຍັງມີຜົນສະທ້ອນຕໍ່ການຂັບເຄື່ອນເສດຖະກິດໄດ້ຢ່າງເຂັ້ມແຂງ ສາມາດຂັບເຄື່ອນຢ່າງເຕັມສ່ວນ ໃຫ້ຂະແໜງການຄ້າ​ ການຂາຍຍ່ອຍ ການຂົນສົ່ງ ແລະ ອື່ນໆ ພັດທະນາຢ່າງຄຶກຄື້ນ. ອາຊີ-ໂປຕາສ ສາກົນ ແມ່ນວິສາຫະກິດທໍາອິດທີ່ບັນລຸການຜະລິດຝຸ່ນໂປຕາສແບບອຸດສາຫະກໍາຂອງ ສປປ ລາວ ແລະ ເປັນ ວິສາຫະກິດທໍາອິດທີ່ສໍາເລັດການກໍ່ສ້າງກໍາລັງການຜະລິດຂະໜາດ 1 ລ້ານໂຕນ ເຊິ່ງໄດ້ກາຍເປັນຜູ້ສະໜອງການຜະລິດຝຸ່ນ ໂປຕາສຂະໜາດໃຫຍ່ທີ່ສຸດຢູ່ອາຊີອາຄະເນ ປັດຈຸບັນ ບໍລິສັດດັ່ງກ່າວ ໄດ້ຮັກສາລະດັບຄວາມໄວ “ແຕ່ລະປີເພີ່ມໃໝ່ອີກ 1 ລ້ານໂຕນ” ຄາດວ່າໃນປີນີ້ໂຄງການ 1 ລ້ານໂຕນ ແຫ່ງທີ 2 ຈະບັນລຸການຜະລິດຕາມເປົ້າໝາຍ ແລະ ໂຄງການ 1 ລ້ານໂຕນ ແຫ່ງທີ 3 ຈະໄດ້ເລີ່ມດຳເນີນການຜະລິດ ຕາມແຜນການໃນລະຫວ່າງປີ 2025 ຈະສໍາເລັດການກໍ່ສ້າງກໍາລັງການຜະລິດຂະ   ໜາດ 5 ລ້ານໂຕນ ແຜນການໃນໄລຍະກາງ-ຍາວ ຈະໃຫ້ບັນລຸເປົ້າໝາຍ 7-10 ລ້ານໂຕນ  ບົນພື້ນຖານດັ່ງກ່າວ ບໍລິສັດຍັງ ໃຫ້ຄວາມສໍາຄັນຕໍ່ການພັດທະນາຊັບພະຍາກອນແຮ່ຕິດພັນ ໂດຍນໍາໃຊ້ຢ່າງກວມລວມ ໂດຍຜ່ານການດຶງດູດການລົງ ທຶນມາຕໍ່ຂະຫຍາຍພັດທະນາໂຄງການ ທີ່ເປັນຕ່ອງໂສ້ອຸດສາຫະກໍາຕົ້ນນໍ້າ ແລະ ປາຍນໍ້າຂອງແຮ່ໂປຕາສ ເຊິ່່ງ ອາຊີ-ໂປຕາສ ສາກົນ ໄດ້ຮ່ວມກັບລັດຖະບານ ເພື່ອຊຸກຍູ້ໂຄງການນິຄົມອຸດສາຫະກໍາໝູນວຽນອັດສະລິຍະຢູ່ແຂວງຄໍາມ່ວນ ແລະ ເປັນ ຄວາມຫວັງຢ່າງຍິ່ງທີ່ຈະຂັບເຄື່ອນໄດ້ຢ່າງຫຼວງຫຼາຍສໍາລັບການພັດທະນາການຫັນເປັນອຸດສາຫະກໍາ ແລະ ການຫັນເປັນ ຕົວເມືອງພາຍໃນທ້ອງ ຖິ່ນ ສ່ົງເສີມການພັດທະນາເສດຖະກິດ ແລະ ການສ້າງວຽກເຮັດງານທໍາໃຫ້ແກ່ທ້ອງຖິ່ນ. Share:FacebookTwitter
ເຂດບໍ່ແຮ່ເກືອໂປຕາສ ໃນເນື້ອທີ່ 48,52 ກິໂລຕາແມັດ ມີຄວາມຫວັງຈະຂຸດຄົ້ນໄດ້ກ່ອນລ່ວງໜ້າ 1 ປີ
https://v2.vientianemai.net/archives/59222
ໂຄງການ Bridge Laos ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການ ປະຈໍາປີ 2022 ແລະ ແຜນປະຈໍາປີ 2023 ພ້ອມທັງກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະຮັບຜິດຊອບໂຄງການຮ່ວມມື ລະຫວ່າງ ຄະນະກຳມາທິການແຫ່ງຊາດ ລາວ – ສ ເກົາຫຼີ ເພື່ອອຸຍເນັດສະໂກ ສົົ່ງເສີມເປົ້າໝາຍການພັດທະນາແບບຍືນຍົງ ເປົ້າໝາຍທີ 4 ເມື່ອວັນທີ 8 ສິງຫາ 2023 ທີ່ໂຮງແຮມທະວີສຸກ ເມືອງວັງວຽງ ແຂວງວຽງຈັນ ໂດຍເປັນປະທານຂອງທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ (ສສກ) ປະທານຄະນະກຳມາທິການແຫ່ງຊາດລາວ ເພື່ອອຸຍເນັດສະໂກ (ຄລອ) ທ່ານ JUNG Yung Soo ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ ມີທ່ານຫົວໜ້າກົມການສຶກສານອກໂຮງຮຽນ ທ່ານຫົວໜ້າກົມຮ່ວມມືກັບຕ່າງປະເທດ ທັງເປັນເລຂາທິການ ຫ້ອງການເລຂາ (ຄລອ) ກະຊວງ ສສກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.     ໂອກາດນີ້ ທ່ານ ຮສ ປອ ພຸດ ສິມມາລາວົງ ໄດ້ກ່າວວ່າ: ກະຊວງ ສສກ ຍາມໃດກໍໃຫ້ຄວາມສຳຄັນແກ່ການເຂົ້າເຖິງການສຶກສາທີ່ມີຄຸນນະພາບ ແລະ ທົ່ວເຖິງໃຫ້ແກ່ຄົນລາວທຸກຄົນ ແລະ ສົ່ງເສີມການຮຽນຮູ້ຕະຫຼອດຊີວິດ ການສຶກສານອກໂຮງຮຽນ ແມ່ນຂະແໜງການຍ່ອຍໜຶ່ງທີ່ນອນຢູ່ໃນແຜນພັດທະນາຂະ   ແໜງການສຶກສາ ແລະ ກີລາ ແຕ່ລະໄລຍະ ຢູ່ໃນການຈັດຕັ້ງແຜນພັດທະນາການສຶກສາ ແລະ ກີລາໃນໄລຍະ 1 ສັດຕະວັດທີ່ຜ່ານມາ ພວກເຮົາມີຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນການປະກາດລົບລ້າງຄວາມບໍ່ຮູ້ໜັງສືໃນທົ່ວປະເທດ ການປະກາດຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງໃນທົ່ວປະເທດ ແລະ ພັດທະນາຂອບວຸດທິການສຶກສາ ທີ່ສາມາດເຊື່ອມຕໍ່ກັນລະຫວ່າງການສຶກສາໃນ ແລະ ນອກໂຮງຮຽນ ແລະ ການມີດຳລັດວ່າດ້ວຍການຮຽນຮູ້ຕະຫຼອດຊີວິດ ແຕ່ເຖິງຢ່າງໃດກໍຕາມ ການສະໜອງການສຶກສານອກໂຮງຮຽນໃຫ້ແກ່ກຸ່ມເປົ້າໝາຍຊາວໜຸ່ມ ແລະ ຜູ້ໃຫຍ່ທີ່ດ້ອຍໂອກາດ ຜູ້ທີ່ຕ້ອງການຍົກລະດັບທັກສະ ເຝິກອົບຮົມວິຊາຊີບ ແລະ ຜູ້ຕົກຫຼົ່ນຈາກສາຍສາມັນ ໂດຍຜ່ານສູນການຮຽນຮູ້ຊຸມຊົນ ສູນການສຶກສານອກໂຮງຮຽນ ແລະ ຊ່ອງທາງອື່ນໆ ໂດຍສະເພາະໃນເຂດຫ່າງໄກສອກຫຼີກ ແລະ ຜູ້ດ້ອຍໂອກາດ ຍັງບໍ່ມີຄຸນນະພາບເປັນທີ່ໜ້າເພິ່ງພໍໃຈ ແລະ ບໍ່ທົ່ວເຖິງ.     ໂຄງການ Bridge Laos ເປັນໂຄງການຊ່ວຍເຫຼືອລ້າຈາກລັດຖະບານ ສ ເກົາຫຼີ ທີ່ມີໄລຍະການຈັດຕັ້ງປະຕິບັດ 5 ປີ ຕັ້ງແຕ່ 2020 ເຖິງປີ 2024 ເປັນໂຄງການຮ່ວມມືລະຫວ່າງ ຫ້ອງການຄະນະກຳມະທິການແຫ່ງຊາດ ລາວ ແລະ ສ ເກົາຫຼີ ເພື່ອອຸຍເນັດສະໂກ ຈຸດປະສົງຂອງໂຄງການແມ່ນສົ່ງເສີມວຽກງານການສຶກສານອກໂຮງຮຽນ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ເປົ້າໝາຍ 4 ຫຼື SDG 4 ສຳລັບຢູ່ ສປປ ລາວ ໂຄງການແມ່ນສຸມໃສ່ການສ້າງຄວາມເຂັ້ມແຂງໃຫ້ສູນການຮຽນຮູ້ຊຸມຊົນ ໃນການຈັດຕັ້ງການຮຽນ-ການສອນ ເພື່ອລົບລ້າງຄວາມບໍ່ຮູ້ໜັງສືໃນກຸ່ມເປົ້າໝາຍ ເດັກນ້ອຍ-ຊາວໜຸ່ມທີ່ດ້ອຍໂອກາດ ແລະ ສູນເສຍໂອກາດດ້ານການສຶກສາ ຄຽງຄູ່ກັບການເຝິກອົບຮົມວິຊາຊີບຂັ້ນພື້ນຖານ ໃຫ້ແກ່ຊຸມຊົນ ໃນການເພີ່ມທັກສະຊີວິດທາງດ້ານການປູກຝັງ ລ້ຽງສັດ ແລະ ປຸງແຕ່ງ ເພື່ອສົ່ງເສີມໃຫ້ປະຊາຊົນມີວຽກເຮັດງານທຳ ສ້າງເສດຖະກິດຄອບຄົວໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ. ໃນ 3 ແຂວງເປົ້າໝາຍ ຄື: ແຂວງຫຼວງພະບາງ ໄຊຍະບູລີ ແລະ ແຂວງສະຫວັນນະເຂດ ໃຫ້ໄດ້ຮັບການພັດທະນາດີຂຶ້ນ.     ໂອກາດດຽວກັນ ທ່ານ ນາງ ພິລານີ ພິດສະໄໝ ຮອງຫົວໜ້າກົມການສຶກສານອກໂຮງຮຽນ ໄດ້ສະ ເໜີການຕີລາຄາຄືນຜົນໄດ້ຮັບການຈັດຕັັ້ງປະຕິບັດໂຄງການປະຈໍາປີ 2022 ແລະ ແຜນກິດຈະກໍາຂອງໂຄງການ ປີ 2023 ໃນໄລຍະ 1 ປີ ຜ່ານມາ ໄດ້ຈັດກອງປະຊຸມຊີ້ແຈງໂຄງການໃຫ້ແກ່ຄະນະນໍາຂັ້ນແຂວງ ຂັ້ນເມືອງ ເກັບກໍາຂໍ້ມູນເພື່ອຄັດເລືອກກຸ່ມເປົ້າໝາຍ ສະໜອງອຸປະກອນໃຫ້ໄດ້ຮຽນ ແລະ ເຝິກອົບ ຮົມວິຊາຊີບໃຫ້ກຸ່ມເປົ້າໝາຍ ສະໜອງອຸປະກອນເຄື່ອງຮັບໃຊ້ຫ້ອງການໃຫ້ສູນການສຶກສານອກໂຮງຮຽນ (ກສນ) ແລະ ສູນ ກສນ ຂັ້ນແຂວງ ສະໜອງພາຫະນະ (ລົດຈັກ) ໃຫ້ 6 ເມືອງເປົ້າໝາຍ ແລະ ລົດຕູ້ 1 ຄັນ ໃຫ້ຫ້ອງການກໍາມາທິການແຫ່ງຊາດ ເພື່ອອຸຍເນັດສະໂກ ລົງຕິດຕາມປະເມີນຜົນສໍາເລັດການຈັດຕັ້ງປະຕິບັດໂຄງການໃນ 1 ປີ ຂອງຂັ້ນສູນກາງ ແຂວງ ແລະ ເມືອງ ສົ່ງບົດລາຍງານຜົນຂອງການຈັດຕັ້ງປະຕິບັດວຽກໂຄງການ ໃນ 1 ປີ ຜ່ານມາ ແລະ ບົດລາຍງານການເງິນໃຫ້ຄະນະນໍາ ແລະ ໃຫ້ອົງກອນສະໜັບສະໜູນ ຈັດກອງປະຊຸມເຜີຍແຜ່ຜົນງານການຈັດຕັ້ງປະຕິບັດໂຄງການ 1 ປີ ຜ່ານມາ ໃຫ້ຄະນະນໍາຊາບ ແລະ ແຈກຢາຍບົດລາຍງານໃຫ້ພາກສ່ວນກ່ຽວຂ້ອງຮັບຊາບ ແລະ ອີກຫຼາຍກິດຈະກຳ.     ສໍາລັບກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການ Bridge Laos ປະຈໍາປີ 2022 ແລະ ແຜນປະຈໍາປີ 2023 ແມ່ນໄດ້ປິດລົງໃນວັນດຽວກັນ ສ່ວນກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະຮັບຜິດຊອບໂຄງການຮ່ວມມື ລະຫວ່າງ ຄະນະກຳມາທິການແຫ່ງຊາດ ລາວ-ສ ເກົາຫຼີ ເພື່ອອຸຍເນັດສະໂກ ສົົ່ງເສີມເປົ້າໝາຍການພັດທະນາແບບຍືນຍົງ-ເປົ້າໝາຍທີ 4 ແມ່ນສືບຕໍ່ດໍາເນີນໄປຈົນເຖິງວັນທີ 11 ສິງຫາ 2023 ຈື່ງຈະສຳເລັດ. Share:FacebookTwitter
ປະເມີນຜົນການຈັດຕັ້ງປະຕິບັດວຽກງານສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບໂຄງການ Bridge Laos
https://v2.vientianemai.net/archives/59238
ວັນທີ 7 ສິງຫາ ທີ່ໂຮງໝໍມະໂຫສົດ ກະຊວງສາທາລະນະສຸກ ໄດ້ເປີດໜ່ວຍງານໃຫ້ຄໍາປຶກສາດ້ານການແພດແກ່ແມ່ຍິງ ແລະ ເດັກເພື່ອຊ່ວຍເຫຼືອຜູ້ລອດຊິດິວດຈາກຄວາມຮຸນແຮງ ເປັນປະທານຮ່ວມຂອງ ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ ຮອງປະທານຜູ້ປະຈໍາການຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແມ່ ແລະ ເດັກ ເອກອັກຄະລັດຖະທູດດ້ານຄວາມສະເໝີພາບທາງເພດຂອງອົດສະຕຣາລີ ທ່ານນາງ Stephanie Copus Campbell AM ແລະ ຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນ ປະຈໍາສປປ ລາວ (UNFPA in Lao PDR) ທ່ານ ດຣ Bakhtiyor Kadyrov ໜ່ວຍງານທີ່ໃຫ້ບໍລິການແຫ່ງນີ້ຈະສາມາດສະໜອງການບໍລິການທີ່ຈໍາເປັນແບບປະສົມປະສານໃຫ້ແກ່ຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງ.      ຄວາມ​ຮຸນ​ແຮງ​ທາງ​ເພດ​ແມ່ນ​ໜຶ່ງ​ໃນ​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ​ທີ່​ແຜ່​ຫຼາຍ​ທີ່​ສຸດ​ໃນ​ໂລກ​ອັນເປັນການທໍາ​ລາຍ​ສຸ​ຂະ​ພາບ ຄວາມ​ປອດ​ໄພ ແລະ​ ກຽດ​ສັກ​ສີ​ຂອງ​ແມ່​ຍິງ ອີງຕາມການສໍາຫຼວດຄັ້ງລ່າສຸດກ່ຽວກັບຄວາມຮຸນແຮງຕໍ່ແມ່ຍິງໃນ ສປປ ລາວ (2014) ແມ່ຍິງຈໍານວນອັດຕາສ່ວນ 2 ໃນ 5 ຄົນໄດ້ປະສົບກັບຄວາມຮຸນແຮງຕໍ່ຮ່າງກາຍ ຫຼື ທາງເພດ ຕະຫຼອດຊ່ວງເວລາຊີວິດຂອງເຂົາເຈົ້າ.      ຜົນສໍາຫຼວດຍັງສະແດງໃຫ້ເຫັນເຖິງຜົນກະທົບດ້ານສຸຂະພາບທີ່ສໍາຄັນສໍາລັບຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງ ມີຈໍານວນຫຼາຍກວ່າ 40% ຂອງແມ່ຍິງທີ່ຖືກກົດຂີ່ຂົ່ມເຫັງທາງດ້ານຮ່າງກາຍ ຫຼື ທາງເພດໂດຍ ສາມີ ຫຼື ຄູ່ສົມລົດຂອງເຂົາເຈົ້າຈົນໄດ້ຮັບບາດເຈັບ ເຖິງຢ່າງໃດກໍຕາມ ແມ່ຍິງຈໍານວນຫຼາຍ (ຈໍານວນ 43%) ທີ່ປະເຊີນກັບຄວາມຮຸນແຮງຈາກຄູ່ສົມລົດຂອງເຂົາເຈົ້າ ບໍ່ໄດ້ຖືກລາຍງານຍ້ອນເກີດມີຄວາມຢ້ານກົວຕໍ່ກັບຄວາມອັບອາຍທີ່ອາດຈະເກີດຂຶ້ນໃນສັງຄົມ ແລະ ຍັງມີແມ່ຍິງຈໍານວນໜ້ອຍຫຼາຍທີ່ຈະເຂົ້າຕິດຕໍ່ເຈົ້າໜ້າທີ່ເພື່ອຂໍການຊ່ວຍເຫຼືອ ໂດຍການສະໜອງສະຖານທີ່ພັກເຊົາ ເຊັ່ນດຽວກັບການບໍລິການໃຫ້ຄໍາປຶກສາທີ່ຖືກອອກແບບມາເພື່ອຊ່ວຍເຫຼືອສະໜັບສະໜູນແມ່ຍິງທີ່ປະສົບກັບຄວາມຮຸນແຮງ ແມ່ນສິ່ງທີ່ຈໍາເປັນຢ່າງຍິ່ງ.     ເພື່ອແກ້ໄຂບັນຫາດັ່ງກ່າວ ທາງດ້ານກະຊວງສາທາລະນະສຸກຈຶ່ງໄດ້ສ້າງໜ່ວຍງານໃຫ້ຄໍາປຶກສາດ້ານການແພດແກ່ແມ່ຍິງ ແລະ ເດັກ ໃຫ້ມີລັກສະນະຄ້າຍຄືກັນກັບສູນໃຫ້ການບໍລິການທີ່ປະເທດມົງໂກລີ ທີ່ຄະນະຜູ້ແທນລາວພ້ອມດ້ວຍອົງການ UNFPA ໄດ້ໄປຢ້ຽມຊົມທັດສະນະສຶກສາ ແລະ ຖອດຖອນບົດຮຽນໃນໄລຍະທີ່ຜ່ານມາ ໜ່ວຍງານບໍລິການດ້ານການແພດເພື່ອຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງຈະເປັນໜ່ວຍງານແຫ່ງທໍາອິດໃນ ສປປ ລາວ ພ້ອມທັງມີເບີໂທລະສັບສາຍດ່ວນຊ່ວຍເຫຼືອດ້ານສຸຂະພາບໃຫ້ແກ່ຜູ້ລອດຊີວິດ/ຜູ້ເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ມີສາຍດ່ວນ 24 ຊົ່ວໂມງ (ເບີໂທ 1527) ໃນຂະແໜງສາທາລະນະສຸກ.      ທ່ານ ດຣ ສະໜອງ ທອງຊະນະ ກ່າວວ່າ: “ພວກເຮົາຂໍສະແດງຄວາມຂອບໃຈມາຍັງປະທານສູນກາງສະຫະພັນແມ່ຍິງລາວ ເອກອັກຄະລັດຖະທູດຄວາມສະເໝີພາບທາງເພດຂອງ ອົດສະຕຣາລີ ທ່ານ ຜູ້ຕາງໜ້າອົງການ UNFPA ທີ່ໃຫ້ການຮ່ວມມື ແລະ ເຫັນໄດ້ຄວາມສຳຄັນໃນວຽກງານດັ່ງກ່າວ ແລະ ພິເສດແມ່ນ ຂໍຂອບໃຈມາຍັງອົງການ UNFPA ທີ່ໄດ້ເອົາໃຈໃສ່ໃນການຊອກແຫຼ່ງທຶນມາສະໜັບສະໜູນ ບໍ່ວ່າຈະເປັນທາງດ້ານ ວິຊາການ ແລະ ງົບປະມານ ເພື່ອຊ່ວຍໃນການ ຈັດຕັ້ງປະຕິບັດວຽກງານການຊ່ວຍເຫຼືອຜູ້ລອດຊີວິດຈາກຄວາມຮຸນແຮງໃນຂະແໜງສາທາລະນະສຸກພວກເຮົາ ໃຫ້ສຳເລັດຕາມຈຸດປະສົງທີ່ວາງໄວ້ເປັນຢ່າງດີ.     ເພື່ອເປັນການສືບຕໍ່ຜັນຂະຫຍາຍວຽກງານໃຫ້ປະກົດຜົນເປັນຈິງຂະແໜງສາທາລະນະສຸກ ໂດຍໄດ້ຮັບການຮ່ວມມື ແລະ ສະໜັບສະໜູນດ້ານງົບປະມານຈາກລັດຖະບານອົດສະຕຣາລີ ໂດຍຜ່ານອົງການ UNFPA ຈຶ່ງໄດ້ມີການຊຸກຍູ້ປັບປຸງໃຫ້ມີບ່ອນໃຫ້ບໍລິການດູແລດ້ານສຸຂະພາບ ແລະ ສາຍດ່ວນ ເພື່ອໃຫ້ຄໍາປຶກສາດ້ານການແພດແກ່ຜູ້ລອດຊີວິດໃນລະດັບໂຮງໝໍສູນກາງແຫ່ງທຳອິດ ແລະ ຫວັງວ່າ ຈະໄດ້ຮັບການສະໜັບສະໜູນ ຂະຫຍາຍໄປໂຮງໝໍອື່ນໆ ໃນຂັ້ນສູນກາງ ແລະ ໂຮງໝໍແຂວງຕໍ່ໆໄປ.” Share:FacebookTwitter
ເປີດໜ່ວຍງານໃຫ້ຄໍາປຶກສາດ້ານການແພດແກ່ແມ່ຍິງ ແລະ ເດັກ ສໍາລັບຜູ້ລອດຊິວິດຈາກຄວາມຮຸນແຮງ
https://v2.vientianemai.net/archives/59250
ໃນໄລຍະນີ້ ພາຍຸໃຕ້ຝຸ່ນດູຊູຣີ “Dusuri” ໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍໃຫ້ແກ່ບາງທ້ອງຖິ່ນໃນລາວ ໂດຍສະເພາະຢູ່ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ ໄດ້ປະສົບກັບດິນຟ້າອາກາດຝົນຕົກໜັກຢ່າງຕໍ່ເນື່ອງ ເຮັດໃຫ້ເກີດອຸທົກກະໄພ ເຮືອນຊານຖືກນ້ຳຖ້ວມ ດິນພູເຈື່ອນ ແລະ ຖະໜົນຫົນທາງໄດ້ຮັບຄວາມເສຍຫາຍ ສົ່ງຜົນກະທົບຢ່າງໜັກໜ່ວງໃຫ້ແກ່ປະຊາຊົນໃນທ້ອງຖິ່ນ. ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ມອບເຄື່ອງ ເຫຼືອງວດທໍາອິດ ໃຫ້ກັບປະຊາຊົນທີ່ໄດ້ຮັບຜົນກະທົບຈາກທົກກະໄພ ຢູ່ບາງທ້ອງຖິ່ນໃນລາວ ໂດຍສະເພາະຢູ່ແຂວງຄຳມ່ວນ ລວມມູນຄ່າກວ່າ 100 ລ້ານກີບ ພ້ອມຈະປະກອບສ່ວນເຕັມທີ່ເພື່ອບັນເທົາ ແລະ ຕໍ່ສູ້ກັບໄພນ້ຳຖ້ວມຂອງເຂດທີ່ໄດ້ຮັບຜົນກະທົບຢ່າງຮ້າຍແຮງ. ພິທີມອບເຄື່ອງຊ່ວຍເຫຼືອດັ່ງກ່າວຈັດຂຶ້ນໃນຕອນເຊົ້າ ວັນທີ 6 ສິງຫາ 2023 ນີ້ ຢູ່ທີ່ຈຸດຮັບເຄື່ອງຊ່ວຍເຫຼືອຂອງຫອ້ງວ່າການປົກຄອງແຂວງຄໍາມ່ວນ ໄດ້ຈັດພິທີມອບຮັບເຄື່ອງຊ່ວຍເຫຼືອງວດທໍາອິດຂອງບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ເຊິ່ງລວມມີມູນຄ່າ 100 ລ້ານກີບ ເຂົາຮ່ວມພິທີມີ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ ພ້ອມດ້ວຍບັນດາທ່ານການນໍາທີ່ກ່ຽວຂ້ອງ ທ່ານ ຈູ້ ຊ່ຽງລີ ຮອງອໍານວຍການ ທ່ານ ຫຼິວ ເຟີຍຫຼຸງ ຜູ້ຈັດການຝ່າຍບໍລິຫານຂອງບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ. ໃນພິທີມອບຮັບເຄື່ອງຊ່ວຍເຫຼືອ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ ໄດ້ສະແດງຄວາມຂອບໃຈມາຍັງ ຊີໂນ-ອາກຣີ ໂປຕາສ ທີ່ໃຫ້ການສະໜັບສະ ໜູນ ແລະ ຊວ່ຍເຫຼືອແຂວງຄຳມ່ວນ ມາໂດຍຕະຫຼອດ ໃນເວລາແຫ່ງຄວາມລໍາບາກຈາກໄພພິບັດນໍ້າຖ້ວມນີ້ ບໍລິສັດ ຊີໂນ-ອາກຣີ ໂປຕາສ ໃນນາມວິສະຫະກິດຫຼັກແຫຼ່ງກໍໃຫ້ການຕອບສະໜອງແຕ່ຫົວທີ ໃຫ້ການບໍລິຈາກເງິນ ແລະ ເຄື່ອງຊ່ວຍເຫຼືອ ປະ ກອບສ່ວນສະໜັບສະໜູນໃຫ້ແກ່ຜູ້ປະສົບໄພໃນທ້ອງຖິ່ນເພື່ອບັນເທົາທຸກແລະພື້ນຟູຫຼັງໄພພິບັດ ເຊິ່ງເປັນການພິສູດໃຫ້ເຫັນດ້ວຍການປະຕິບັດຕົວຈິງວ່າ ຊີໂນ-ອາກຣີ ໂປຕາສ ເປັນບໍລິສັດທີ່ມີຄວາມຮັບຜິດ ຊອບຕໍ່ສັງຄົມ. ທ່ານ ຈູ້ ຊ່ຽງລີ ຮອງອໍານວຍການບໍລິສັດ ໄດ້ກ່າວວ່າ:ໄພພິບັດແມ່ນຂາດຄວາມປານີ ແຕ່ຄົນເຮົາແມ່ນມີຄວາມຮັກ ຊີໂນ-ອາກຣີ ໂປຕາສ ເປັນບໍລິສັດວິສະຫະກິດຈີນ ທີ່ລົງທຶນພັດທະນາຢູ່ລາວ ມີຄວາມຮັບຜິດ ຊອບ ແລະ ມີຄວາມສາມາດໃນການຊ່ວຍ ເຫຼືອປະຊາຊົນລາວໃນທ້ອງຖິ່ນ ຜ່ານຜ່າຄວາມຫຍຸ້ງຍາກ ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດສາທາລະນະປະໂຫຍດຂອງລາວ. Share:FacebookTwitter
ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ມອບເຄື່ອງຊ່ວຍເຫຼືອ ໃຫ້ປະຊາຊົນຜູ້ປະສົບອຸທົກກະໄພຢູ່ແຂວງຄຳມ່ວນ
https://v2.vientianemai.net/archives/59254
ພິທີສະຫຼຸບການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ7) ເອກະພາບທົ່ວປະເທດ ປະຈໍາສົກຮຽນ 2022-2023 ຂອງນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 11 ສິງຫາ 2023 ທີ່ສູນການຄ້າ ລາວ-ໄອເຕັກ ນວ ໂດຍມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ ທ່ານ ສົມພອນ ສອນດາລາ ຫົວໜ້າ ພະແນກສຶກສາທິການ ແລະ ກີລາ ນວ ແຂກຖືກເຊິນ ຄະນະຜູ້ບໍລິຫານການສຶກສາ ພະນັກງານຄູ-ອາຈານ ຜູ້ປົກຄອງ ແລະ ນັກຮຽນ ເຂົ້າຮ່ວມ.     ໂອກາດນີ້ ທ່ານ ສົມພອນ ສອນດາລາ ໄດ້ຂຶ້ນລາຍງານ ໃຫ້ຮູ້ວ່າ: ທົ່ວ ນວ ມີຈຳນວນໂຮງຮຽນມັດທະຍົມສຶກສາທັງໝົດ 192 ແຫ່ງ ໃນນັ້ນມີໂຮງຮຽນ ເອກະຊົນ 86 ແຫ່ງ ໂຮງຮຽນລັດມີ 106 ແຫ່ງໂຮງຮຽນທີ່ມີຊັ້ນ ມ4 ມີຈຳນວນ 171 ແຫ່ງ ເພີ່ມຂຶ້ນ 5 ແຫ່ງ ຈຳນວນນັກສອບເສັງ ມ4 ທັງໝົດ 12.028 ຄົນ ຍິງ 5.998 ຄົນ ໂຮງຮຽນທີ່ມີຊັ້ນ ມ7 ຈຳນວນ 108 ແຫ່ງ ເພີ່ມຂຶ້ນ 6 ແຫ່ງ ຈໍານວນນັກສອບເສັງທັງໝົດ 9.463 ຄົນ ຍິງ 4.821 ຄົນ.     ການສອບເສັງຈົບຊັ້ນມັດທະຍົມຕອນປາຍ (ມ7) ຈັດຂຶ້ນລະຫວ່າງວັນທີ 21-23 ມິຖຸນາ 2023 ມີ 5 ວິຊາຄື: ວິຊາຄະນິດສາດ ພາສາລາວ-ວັນນະຄະດີ ກຸ່ມວິທະຍາສາດທຳມະຊາດ ປະກອບມີ (ຟີຊິກສາດ ເຄມີສາດ ຊີວະສາດ) ກຸ່ມວິທະຍາສາດສັງຄົມ ປະກອບມີ (ພູມສາດ ປະຫວັດສາດ ສຶກສາພົນລະເມືອງ)  ແລະ ພາສາອັງກິດ ໄດ້ຈັດເປັນ 22 ສູນສອບເສັງ ຈໍານວນນັກສອບເສັງທັງໝົດ 9.463 ຄົນ ຍິງ 4.821 ຄົນ ຫ້ອງສອບເສັງ 456 ຫ້ອງ ກໍາມະການຍາມຫ້ອງທັງໝົດ 1.231 ຄົນ.     ນັກຮຽນມີໜ້າສອບເສັງຕົວຈິງ: 9.441 ຄົນ ຍິງ 4.815 ຄົນ ເສັງໄດ້ທັງໝົດ 9.431 ຄົນ ຍິງ 4.811 ຄົນ ເທົ່າກັບ 99,89% ນັກຮຽນເສັງໄດ້ (ຄະແນນສະເລ່ຍໄດ້ 5 ຂຶ້ນໄປທຸກວິຊາ) 9.431 ຄົນ ຍິງ 4.810  ຄົນເທົ່າກັບ 99,89% ເສັງໄດ້ຮອບດ້ານທັງໝົດມີຈຳນວນ 2.838 ຄົນ ຍິງ 1.689 ຄົນ ເທົ່າກັບ 30,06% ສົມທຽບໃສ່ສົກຮຽນຜ່ານມາເພີ່ມຂຶ້ນ 444 ຄົນ ເສັງໄດ້ໃບປະກາດສະນິຍະບັດແດງຈຳນວນ 53 ຄົນ ຍິງ 41 ຄົນ ເທົ່າກັບ 0,56% ຄົນ ສົມທຽບໃສ່ສົກຮຽນຜ່ານມາເພີ່ມຂຶ້ນ 24 ຄົນ ພິເສດ ນັກຮຽນເກ່ງລະດັບຊາດທີ່ໄດ້ຮັບຫຼຽນຄຳ ຫຼຽນເງິນ ຫຼຽນທອງ ອັນດັບຊະນະເລີດທີ1 ອັນດັບທີ2 ແລະ ອັນດັບທີ3 ຈຳນວນ 4 ຄົນ ສາມາດ ເສັງໄດ້ປະກາສະນິຍະບັດແດງໝົດທຸກຄົນ ເຊິ່ງນັກຮຽນເກ່ງ ໄດ້ຮັບໃບປະກາສະນິຍະບັດ ແດງ ຈະໄດ້ມີສິດໃນການເລືອກຮຽນ ໃນ ມະຫາວິທະຍາໄລ ພາຍໃນປະເທດ ໂດຍບໍ່ໄດ້ສອບເສັງເຂົ້າ ແລະ ຍັງໄດ້ຮັບເງື່ອນໄຂພິເສດຫຼາຍຢ່າງ ຕາມເງືອນໄຂ.     ໂອກາດນີ້ ທ່ານ ພູວົງ ວົງຄຳຊາວ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຄະນະຮັບຜິດຊອບທຸກພາກສ່ວນ ນັບແຕ່ຄະນະປະທານ ຄະນະກຳມະການກະກຽມທຸກພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ພ້ອມພຽງກັນຈັດພິທີສະຫຼຸບການສອບເສັງຄັ້ງນີ້ຂຶ້ນໄດ້ຢ່າງສະຫງ່າຜ່າເຜີຍ ຕໍ່ໝາກຜົນ ແລະ ຜົນງານ ທີ່ພະແນກສຶກສາທິການ ແລະ ກີລາ ທີ່ສາມາດຍາດມາໄດ້ ຕາງໜ້າໃຫ້ການນໍານະຄອນຫຼວງ ຂໍສະແດງຄວາມຍ້ອງຍໍ ຊົມເຊີຍ ມາຍັງຜູ້ບໍລິຫານທຸກຂັ້ນ ຄູອາຈານ ພະນັກງານທຸກທ່ານ ຕະລອດເຖິງຜູ້ປົກຄອງທຸກທ່ານ ທີ່ໄດ້ທຸ່ມເທເຮື່ອແຮງ ແລະ ສະຕິປັນຍາ ເຮັດໃຫ້ຂະແໜງການສຶກສາຂອງພວກເຮົາມີຜົນງານຍິ່ງໆຂຶ້ນໄປ.     ພ້ອມຮຽກຮ້ອງມາຍັງການນຳພະແນກສຶກສາ ແລະ ກີລາ ສົມທົບກັບຫ້ອງກັບສຶກສາທິການ ແລະ ກິລາເມືອງເພື່ອກະຕຸກຊຸກຍູ້ໂຮງຮຽນເພີ່ມທະວີປັບປຸງຄຸນນະພາບການສຶກໃຫ້ນັບມື້ສູງຂຶ້ນ ເອົາໃຈໃສ່ຄຸ້ມຄອງບໍລິຫານໂຮງຮຽນ ກະກຽມພື້ນຖານໂຄງລ່າງຮອບດ້ານ ວາງແຜນປັບປຸງດ້ານວິຊາການໃຫ້ສອດຄ່ອງ ວາງແຜນຈັດສັນຄູໃຫ້ມີຄວາມເໝາະສົມຕາມລາຍວິຊາ ແລະ ເອົາໃຈໃສ່ຈັດເຝິກອົບຮົມຄູ ຫຼື ຖອດຖອນແລກປ່ຽກບົດຮຽນເຊິ່ງກັນ ແລະ ກັນ ພ໊ອມດ້ວຍກັນໃຫ້ຜູ້ບໍລິຫານການສຶກສາຂັ້ນເມືອງ ຈັດແບ່ງຄວາມຮັບຜິດຊອບໃຫ້ແຕ່ລະທ່ານ ນໍາພາ ຊີ້ນໍາ ຕິດຕາມ ໃນການກະກຽມຄວາມພ້ອມໄຂສົກຮຽນໃໝ່ ສຶກສາອົບຮົມໃຫ້ແກ່ລູກຫຼານຂອງພວກເຮົາກາຍເປັນຄົນດີ ຄົນເກ່ງໃນອານຄົດ. Share:FacebookTwitter
ສິດທິພິເສດຂອງນັກຮຽນເກ່ງທີ່ໄດ້ຮັບໃບປະກາສະນິຍະບັດແດງ
https://v2.vientianemai.net/archives/59268
ວັນ​ທີ 15 ສິງ​ຫາ 2023 ແມ່ນ​ “ວັນ​ນິ​ເວດ​ແຫ່ງ​ຊາດ” ​ຄັ້ງ​ທຳ​ອິດ​ຂອງ​ ສປ ຈີນ ໂດຍ​ເດື​ອນ​ກັນ​ຍາ 2020 ໃນ​ການ​ອະ​ພິ​ປາຍ​ທົ່ວ​ໄປ​ຂອງ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ຊຸດ​ທີ 75 ທ່ານ ​ສີ​ຈິ້ນ​ຜິງ ປະ​ທ​ານ​ປະ​ເທດ​ ສປ ຈີນ ​ໄດ້​ປະ​ກາດ​ວ່າ: “ຈີນ ​ຈະ​ນຳ​ໃຊ້​ນະ​ໂຍ​ບາຍ ແລະ ມາດ​ຕະ​ການ​ທີ່​ເຂັ້ມ​ແຂງກວ່າ​ເກົ່າ ພະ​ຍາ​ຍາມ​ເຮັດ​ໃຫ້​ການ​ລະ​ບາຍ​ກາ​ກບອນ​ດີ​ອົກ​ຊິດ​ຂຶ້ນ​ສູ່​ລະ​ດັ​ບ​ສູງ​ສຸດ ​ກ່ອນ​ປີ 2030 ສູ້​ຊົນ​ໃຫ້​ບັນ​ລຸ​ການ​ປອດ​ການ​ລະ​ບາຍ​ກາກບອນ​ດີ​ອົກ​ຊິດ ​ກ່ອນ​ປີ 2060”. ສປ ຈີນ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຄື​ແນວ​ໃດ ກໍ​ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ເອົາ​ຈິງ​ເອົາ​ຈັງ ເຊິ່ງຢູ່​ຕາມ​ ແມ່​ນ້ຳ​ຢາງ​ຊີ​ກຽງ ເຂື່ອນ​ໄຟ​ຟ້າ​ແບບ​ຂັ້ນ​ໄດ​ຂະ​ໜາດ​ໃຫຍ່ 6 ແຫ່ງ​ ໄດ້​ປະ​ກອບ​ເປັນ “ແລວ​ພະ​ລັງ​ງານ​ສະ​ອາດ” ໃຫຍ່​ທີ່​ສຸດ​ໃນ​ໂລກ ສປ ຈີນ​ ໄດ້​ສະ​ໜອງ​ອຸ​ປະ​ກອນ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ພະ​ລັງ​ງານ​ລົມ 50% ແລະ ອຸ​ປະ​ກອນ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ພະ​ລັງ​ງານ​ແສງ​ຕາ​ເວັນ 80% ໃຫ້​​ທົ່​ວ​ໂລກ ປະ​ລິ​ມານ​ການ​ຜະ​ລິດ ແລະ ​ຈຳ​ໜ່າຍ​ລົດ​ພະ​ລັງ​ງານ​ໃໝ່​ກາຍ​ເປັນ​ອັນ​ດັບ​ທີ 1 ​ຢູ່​ໃນ​ໂລກ 8 ປີຕິດ​ຕໍ່​ກັນ ລົດ​ພະ​ລັງ​ງານ​ໃໝ່ຫຼາຍກວ່າ​ເຄິ່ງ​ໜຶ່ງ​ຂອງ​ໂລກ​ ແມ່ນ​ແລ່ນ​ຢູ່​ຈີນ. ສປ ຈີນ ​ບໍ່ໄດ້​ຕີ​ລາ​ຄາ​ຕາມ GDP ແບບ​ງ່າຍ​ດາຍ ແຕ່​ໄດ້​ປັບ​ປຸງ​ໂຄງ​ປະ​ກອບ​ອຸດ​ສາ​ຫະ​ກຳ ແລະ ໂຄງ​ປະ​ກອບ​ພະ​ລັງ​ງານໃຫ້​ດີ​ຂຶ້ນ ຜັນ​ຂະ​ຫຍາຍ ແລະ ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ປະ​ຢັດ​ພະ​ລັງ​ງານ ແລະ ຫຼຸດ​ຜ່ອນ​ການ​ລະ​ບາຍ​ກາກບອນ​ດີ​ອົກ​ຊິດ ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ແບບ​ສີ​ຂຽວ ແລະ ກາກບອນ​ຕ່ຳ ສົ່ງ​ເສີມ​ຮູບ​ການ​ດຳ​ລົງ​ຊີ​ວິດ​ແບບ​ສີ​ຂຽວ ແລະ ກາກ​ບອນ​ຕ່ຳ ການ​ປະ​ຕິ​ຮູບ​ອັນ​ເລິກ​ເຊິ່ງ​ຂອງ​ແນວ​ຄິດ​ການ​ພັດ​ທະ​ນາ ຊຸກ​ຍູ້​ໃຫ້ ສປ ​ຈີນ​ ເຂົ້າ​ສູ່​ໄລ​ຍະ​ການເລັ່ງ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ​ ຕາມ​ທິດ​ສີ​ຂຽວ ແລະ ກາກບອນ​ຕ່ຳ. ໃນ​ຖາ​ນະ​ເປັນ​ປະ​ເທດ​ໃຫຍ່​ທີ່​ມີ​ຄວາມ​ຮັບ​ຜິ​ດ​ຊອບ ສປ ຈີນ ​ໄດ້​ຊ່ວຍ​ເຫຼືອ​ປະ​ເທດ​ກໍາລັງພັດ​ທະ​ນາ ​ໃນ​ການພັດ​ທະ​ນາ​ຕາມ​ທິດ​ສີ​ຂຽວ​​ມາ​ໂດຍຕະຫຼອດ ເຊິ່ງຢູ່​ປະ​ເທດ​ເຄັນ​ຢາ ວິ​ສາ​ຫະ​ກິດ​ຈີນ ​ໄດ້​ຮັບ​ເໝົາ​ກໍ່​ສ້າງ​ໂຮງ​​ໄຟ​ຟ້າ​​ພະ​ລັງ​ງານ​ແສງ​ຕາ​ເວັນ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ຢູ່​ອາ​ຟ​ຣິ​ກາ​ຕາ​ເວັນ​ອອກ ບໍ່​ໄດ້​ລະ​ບາຍ​ອາຍ​ພິດ​ເຮືອນ​ແກ້ວ ທັງ​ໄດ້ຫຼຸດ​ຜ່ອນ​ບັນ​ຫາ​ຂາດ​ແຄນ​ໄຟ​ຟ້າ​ຂອງ​ເຄັນ​ຢາ ນາ​ຂັ້ນ​ໄດ​ແບບ​ປະ​ຢັດ​ນ້ຳ​ຂອງ​ຈີນ ​ໄດ້​ຜັນ​ຂະ​ຫຍາຍ​ໄປປະເທດເອ​ຢິບ “ກຳ​ແພງ​ສີ​ຂຽວ” ຂອງ​ອາ​ຟ​ຣິ​ກາ ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ເຕັກ​ໂນ​ໂລ​ຊີ​ຂອງ​ຈີນ ​ໄດ້​ສະ​ກັດ​ກັ້ນ​ທະ​ເລ​ຊາຍ​ຊາ​ຮາ​ຣາ​ຂະ​ຫຍາຍກວ້າງ​ອອກ ເຊິ່ງ​ສະ​ຕິ​ປັນ​ຍາ ແລະ ແຜນ​ການ​ຂອງ​ຈີນ ​ໄດ້​ເພີ່ມ​ຄວາມ​ໝັ້ນ​ໃຈ ແລະ ແຮງ​ຂັບ​ເຄື່ອນ​ໃຫ້​​ການ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ​ນິ​ເວດ​ຂອງ​ໂລກ. ສປ ຈີນ ​ໄດ້ຖື​ຖື​​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ​ ເປັນ​ເນື້ອ​ໃນ​ສຳ​ຄັນ​ຂອງ​ການ​ຮ່ວມກັນ​ສ້າງ “ໜຶ່ງ​ແລວ ​ໜຶ່ງ​ເສັ້ນ​ທາງ” ໄດ້​ຈັດ​ຂໍ້​ລິ​ເລີ່ມ​ການ​ເຄື່ອນ​ໄຫວ​ສີ​ຂຽວ​ຕ່າງໆ ໂດຍ​ນຳ​ໃຊ້​ມາດ​ຕະ​ການ​ຕ່າງໆ ເຊັ່ນ: ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ສີ​ຂຽວ ພະ​ລັງ​ງານ​ສີ​ຂຽວ ຄົມ​ມະ​ນາ​ຄົມ​ສີ​ຂຽວ ແລະ ​ອື່ນໆ ນຳ​ເອົາ​ຜົນ​ປະ​ໂຫຍດ​ມາ​ໃຫ້​ປະ​ຊາ​ຊົນ​ປະ​ເທດ​ຕ່າງໆ ສປ ຈີນ ​ພວມ​ພະ​ຍາ​ຍາມ​ປະ​ກອບ​ສ່ວນຫຼາຍກວ່າ​ເກົ່າ​ ໃນ​ພາ​ລະ​ກິດ​ພັດ​ທະ​ນາ​ແບບ​ສີ​ຂຽວ ແລະ ກາກບອນ​ຕ່ຳ​ຂອງ​ສັງ​ຄົມ​ມະ​ນຸດ. Share:FacebookTwitter
ສປ ຈີນພວມສຸມຄວາມພະຍາຍາມເພື່ອພັດທະນາແບບສີຂຽວ ກາກບອນຕ່ຳ ແລະ ໝູນວຽນ
https://v2.vientianemai.net/archives/59274
ພະແນກສຶກສາທິການ ແລະ ກີລາ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກີລາທົ່ວແຂວງ ປະຈຳປີ 2023 ເມື່ອວັນທີ 15 ສິງຫາ 2023 ທີ່ພະແນກດັ່ງກ່າວ ໂດຍເປັນປະທານຂອງທ່ານ ປອ ວົງເພັດ ອຸດົມລິດ ກຳມະການພັກແຂວງ ສະມາຊິກສະພາແຫ່ງຊາດ ຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ ມີຄະນະພະແນກ ເຈົ້າເມືອງ ຮອງເຈົ້າເມືອງ ອະທິການບໍດີມະຫາວິທະຍາໄລວິທະຍາໄລ ຫົວໜ້າ-ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກີລາ 11 ເມືອງ 1 ນະຄອນ-ຫຼວງພະບາງ ຜູ້ອຳນວຍການສະຖາບັນ ສູນ ຫົວໜ້າ-ຮອງຫົວໜ້າຂະແໜງ ຕະຫຼອດຮອດພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.     ໃນກອງປະຊຸມ ຜູ້ແທນໄດ້ຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ປະຈຳສົກປີ 2022-2003 ແຜນພັດທະນາການສຶກສາ ແລະ ກີລາ ປະຈໍາສົກປີ 2023-2024 ຮັບຟັງບາງຕົວເລກຂອງການປະຕິບັດແຜນພັດທະນາການສຶກສາ ແລະ ກີລາ ອັດຕາການປະລະ ບັນດາຄາດໝາຍທີ່ຍັງບໍ່ທັນບັນລຸ ແລະ ວຽກຈຸດສຸມຕ່າງໆ ດໍາລັດເລກທີ 202 ຄໍາສັ່ງເລກທີ 09 ແຈ້ງການເລກທີ 1213 ມະຕິເລກທີ 1978 ຮັບຟັງບັນດາແຜນການ ແລະ ການລົງທຶນພາກລັດ ແລະ ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ຜົນສຳເລັດ ວຽກຈຸດສຸມ ແລະ ທິດທາງແຜນການຂອງຂະແໜງຕ່າງໆ ນອກຈາກນັ້ນ ຜູ້ແທນກອງປະຊຸມທັງໝົດໄດ້ປຶກສາຫາລື ຄົ້ນຄວ້າ ປະກອບຄໍາຄິດຄໍາເຫັນໃສ່ບັນດາຄາດໝາຍທີ່ສະພາໄດ້ຮັບຮອງ ເພື່ອເຮັດໃຫ້ເນື້ອໃນຄົບຖ້ວນຖືກຕ້ອງກັບຄວາມເປັນຈິງ.     ໂອກາດດັ່ງກ່າວ ທ່ານ ປອ ວົງເພັດ ອຸດົມລິດ ໄດ້ຮຽກຮ້ອງມາຍັງຜູ້ແທນກອງປະຊຸມທຸກໆທ່ານຈົ່ງໄດ້ພ້ອມກັນຄົ້ນຄວ້າ ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ຊອກໃຫ້ໄດ້ບັນຫາ ຂໍ້ຂາດຕົກບົກຜ່ອງ ແລະ ພ້ອມກັນຫາວິທີແກ້ໄຂໃຫ້ຖືກຕ້ອງ ເພື່ອນໍາເອົາວຽກງານການສຶກສາ ວິທະຍາສາດ ແລະ ກີລາແຂວງຫຼວງພະບາງ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.     ກອງປະຊຸມຄັ້ງນີ້ ໄດ້ດຳເນີນໄປເປັນເວລາ 2 ວັນ ໃນລະຫວ່າງວັນທີ 15-16 ສິງຫາ 2023 ຈຶ່ງສຳເລັດ. Share:FacebookTwitter
ສຳເລັດກອງປະຊູມຜູ້ບໍລິຫານການສຶກສາ-ກີລາ ແຂວງຫຼວງພະບາງ ປະຈຳປີ 2023
https://v2.vientianemai.net/archives/59288
ໃນ​ວັນ​ທີ 15 ສິ​ງ​ຫາ​ຂອງ 18 ປີ​ກ່ອນ ໃນ​ເວ​ລາ​ສຳຫຼວດ​ຢູ່​ບ້ານ​ຢູ​ຊູ່ນ ທ່ານ ​ສີ​ຈິ້ນ​ຜິງ ເລ​ຂາ​ຄະ​ນະ​ພັກ​ແຂວງ​ເຈີ້​ຈ່ຽງ​ຈີນ​ໃນ​ເວ​ລາ​ນັ້ນ ໄດ້​ສະ​ເໜີແນວ​ຄິດ “ພູ​ຂຽວ​ນ້ຳ​ໃສ​ກໍ​ແມ່ນ​ພູ​ເງິນ​ພູ​ຄຳ” ຫຼັງ​ຈາກ​ນັ້ນ 18 ປີ ແນວ​ຄິດ​ດັ່ງ​ກ່າວ ​ໄດ້​ຝັງ​ເລິກ​ຢູ່​ໃນ​ໃຈ​ຂອງ​ຊາວ​ຈີນ ແນວ​ຄິດ​ຄວາມ​ສີ​ວິ​ໄລ​ທາງ​ລະ​ບົບ​ນິ​ເວດ​ຂອງ ​ທ່ານ ​ສີ​ຈິ້ນ​ຜິງ ​ກຳ​ລັງ​ຊີ້​ນຳ-​ນຳ​ພາ​ຂະ​ບວນ​ການ​ຄວາມ​ທັນ​ສ​ະ​ໄໝ​ທີ່​ຄົນກັບ ທຳ​ມະ​ຊາດ​ຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກຽວ ເຊິ່ງ​ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ປະ​ເທດ​ຈີນ​ເທົ່າ​ນັ້ນ ຍັງ​ໄດ້​ສ້າງ​ຄວາມ​ໝັ້ນ​ໃຈ​ ແລະ ກຳ​ລັງ​ຂັບ​ເຄື່ອນໃຫ້​​ການ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມທາງ​ລະ​ບົບ​ນິ​ເວດ​ທົ່ວ​ໂລກ ຕື່ມອີກ. ໜ່ວຍ​ໂລກ ​ເປັນ​ບ້ານ​ພຽງ​ແຫ່ງ​ດຽວ​ທີ່ມວນ​ມະ​ນຸດ​ສາ​ມາດ​ອາ​ໄສ​ຢູ່ ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມາ​ທາງ​ລະ​ບົບ​ນິ​ເວດ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ເປັນ​ຄວາມ​ຮັບ​ຜິດ​ຊອບ​ຮ່ວມ​ກັນຂອງ​ບັນ​ດາ​ປະ​ເທດ​ໃນ​ໂລກ ພາຍຫຼັງ​ຈັດ​ກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ ​ຄັ້ງ​ທີ 18 ຂອງ​ພັກ​​ຄອມ​ມູ​ນິດ​ຈີນ ​ເປັ​ນ​ຕົ້ນ​ມາ ພາຍ​ໃຕ້​ການ​ຊີ້​ນຳ-​ນຳ​ພາ​ຂອງ​ແນ​ວ​ຄິດ​ຄວາມ​ສີ​ວິ​ໄ​ລ ທາງ​ລະ​ບົບ​ນິ​ເວດ​ ຂອງ​ ທ່ານ​ ສີ​ຈິ້ນ​ຜິງ ຈີນ​ບໍ່​ພຽງ​ແຕ່​ໄດ້​ເພີ່ມ​ທະ​ວີ​ການ​​ສ້າງ​ຄວາມ​ສີ​ວິ​ໄລ​ທາງ​ລະ​ບົບນິ​ເວດ​ຂອງ​ຕົນ​ ແຕ່ຍັງ​ໄດ້ ມີ​ສ່ວນ​ຮ່ວມ​​ໃນການ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ​ທາງ​ລະ​ບົບ​ນິ​ເວດ​ທົ່ວ​ໂລກ​ຢ່າງ​ຕັ້ງ​ໜ້າ ​ສະ​ໜອງ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ໃຫ້​​ທົ່ວ​ໂລກ​ຫຼາຍກວ່າ​ເກົ່າ ເພື່ອ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ມວນ​ມະ​ນຸດ ເຊັ່ນ: ລິ​ເລີ່​ມ​ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊີ​ວິດ​ໂລກ ແລະ ແນວ​ຄິດ​ອື່ນໆ ​ກຳ​ນົດ​ແຜນຍຸດ​ທະ​ສາດ​ທີ່​ສຳ​ຄັນ ​ຄື: ຈະຫຼຸດ​ຜ່ອນ​ການ​ປ່ອຍ​ກາກບອນ​ໃຫ້​ເຖິງ​ຈຸ​ດ​ສູງ​ສຸດ​ເມື່ອ​ຮອດ​ປີ 2030 ແລະ ບັນ​ລຸ​ຄວາມ​ເປັນ​ກາງ​​ດ້ານ​ກາກບອນ​​ເມື່ອ​ຮອດ​ປີ 2060 ຊຸກ​ຍູ້​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ ​ໜຶ່ງ​ເສັ້ນ​ທາງ” ແບບ​ສີ​ຂຽວ ຈັດ​ກອງ​ປະ​ຊຸມ​ໄລ​ຍະ 1 ຂອງກອງ​ປະ​ຊຸມ​ພາ​ຄີ ​ຄັ້ງ​ທີ 15 ຂອງ​ສົນ​ທິ​ສັນ​ຍາ​ວ່າ​ດ້ວ​ຍ​ຊີ​ວະ​ນາ​ນາ​ພັນ ກອງ​ປະ​ຊຸມ​ພາ​ຄີ ​ຄັ້ງ​ທີ 14 ຂອງ​ສົນ​ທິ​ສັນ​ຍາ​ວ່າ​ດ້​ວຍ​ດິ​ນ​ທາມ ຈີນ​ເດັດ​ດ່ຽວ​ປະ​ຕິ​ບັດ​ລັດ​ທິຫຼາຍ​ຝ່າຍ ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ສ້າງ​ລະ​ບົບ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ​ທາງ​ລະ​ບົບ​ນິ​ເວດ​ທົ່ວ​ໂລກ​ທີ່​ຍຸ​ທິ​ທຳ ສົມ​ເຫດ​ສົມ​ຜົນ ແລະ ມີ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງມວນ​ມະ​ນຸດ ສ້າງ​ໂລກ​ທີ່​ສະ​ອາດ ແລະ ສວຍ​ງາມ. ສິ່ງ​ແວດ​ລ້ອມ​​ທາງ​ລະ​ບົບນິ​ເວດ​ ກ່ຽວ​ພັນ​ກັບ​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ ໃນ​ການ​ເຂົ້າ​ຮ່ວມ ແລະ ນຳ​ພາ​ການ​ຄຸ້ມ​ຄອງ​ສິ່ງ​ແວ​ດລ້ອມ​​ທາງ​ລະ​ບົບນິ​ເວດ​ທົ່ວ​ໂລກ ຈີນ ​ໄດ້​ພິ​ຈາ​ລະ​ນາ​ຄວາມ​ມຸ່ງ​ຫວັງ​ຕໍ່​ຊີ​ວິດ​ທີ່​ດີ​ງາມ ຄ​ວາມ​ຄອງ​ຄອຍ​ຕໍ່​ສິ່ງ​ແວດ​ລ້ອມ​ທີ່​ສວຍ​ງາມ ແລະ ຄວາມ​ຮັບ​ຜິດ​ຊອບ​ຕໍ່​​ຮຸ່ນລູກ​ຮຸ່ນຫຼານ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ຢ່າງ​ເຕັມ​ທີ່ ສ້າງ​​ຜົນ​ປະ​ໂຫຍດ ກໍ​ຄື ຄວາມ​ຜາ​ສຸກ​ເພີ່ມ​​ເຕີມ​ໃຫ້​​ປະ​ຊາ​ຊົນ​ບັ​ນ​ດາ​ປະ​ເທດ​ຢ່າງ​ບໍ່​ຢຸດ​ຢັ້ງ ທາງ​ລົດ​ໄຟ​ ຈີນ-ລາວ ​ທີ່​ຍາວ 1.000 ກວ່າ​ກິ​ໂລ​ແມັດ ໄດ້​ຜ່ານ​ພູ​ເອີ ສິບ​ສອງ​ພັນ​ນາ ແລະ ເຂດ​ຕ່າງໆ​ທີ່​ເປັນ​ເຂດ​ຢູ່​ອາ​ໄສຂອງ​ຊ້າງ​ອາ​ຊີ ຢູ່​ລຽບ​ຕາມ​ເສັ້ນ​ທາງ​ລົດ​ໄຟ​ດັ່ງ​ກ່າວ​ ມີ​ພູ​ຜາ​ປ່າ​ດົງ​​ກວ້າງ​ໃຫ​ຍ່​ໄພ​ສານ ແລະ ມີ​ຊັບ​ພະ​ຍາ​ກອນ​ສັດ ແລະ ພືດ​ອັນ​ອຸ​ດົມ​ສົມ​ບູນ ເຊິ່ງ​ໄດ້​ສ້າງ​ຄວາມ​ກົດ​ດັນ​ດ້ານ​ສິ່ງ​ແວ​ດ​ລ້ອມ​ທາງ​ລະ​ບົບ​ນິ​ເວດ​ອັນ​ໃຫຍ່ຫຼວງ​ໃຫ້​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ ຈີນ-ລາວ ເຊິ່ງຕາມ​ຂ່າວ​ແຈ້ງ​ວ່າ: ທາງ​ລົດ​ໄຟ ​ຈີນ-ລາວ ​ໄດ້​ຫຼີກ​ເວັ້ນ​ບໍ່​ໃຫ້​ຜ່ານ​ເຂດ​​ສະ​ຫງວນ​ທຳ​ມະ​ຊາດ ແລະ ວັດ​ທະ​ນະ​ທຳ 6 ແຫ່ງ ບໍ່​ໃຫ້​ຜ່ານ​ປ່າ​ສະ​ຫງວນ​ແຫ່ງ​ຊາດ​ຂອງ​ລາວ ​ໄດ້​ສ້າງພື້ນ​ທີ່​ສີຂຽວ​ລຽບ​ຕາມ​ເສັ້ນ​ທາງ​ດັ່ງ​ກ່າວ​ຫຼາຍກວ່າ 3 ລ້ານ​ຕາ​ແມັດ ເຊິ່ງ​​ຮັບ​ປະ​ກັນໃຫ້​ປະ​ເທດ​ລາວ​ມີ​ພູ​ຂຽວ​ນ້ຳ​ໃສ​ຄື​ເກົ່າ. ໃນຫຼາຍ​ປີ​ມາ​ນີ້ ຈີນ​ ໄດ້​​ສຸມ​ກຳ​ລັງ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ ເພື່ອ​ຊ່ວຍ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ​ ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ເຊັ່ນ: ຢູ່​ເມືອງ​ກາ​ຣີ​ຊາ​ ຂອງ​ເຄນ​ຢາ ວິ​ສາ​ຫະ​ກິດ​ຈີນ​ໄດ້​ຮັບ​ເໝົາ​ກໍ່​ສ້າງ​ໂຮງ​ງານ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ແສງ​ຕາ​ເວັນ ເພື່ອ​ຜ່ອນ​ຄາຍ​ສະ​ພາບ​ການ​ຂາດ​ໄຟ​ຟ້າ​ ໂດຍ​ບໍ່​ປ່ອຍ​ອາຍ​ພິດ​ຈາກ​ເຮືອນ​ແກ້ວ ຈີນ​ສ້າງ​ນາ​ຂັ້ນ​ໄ​ດແບບ​ປະ​ຢັດ​ນ້ຳ​ຢູ່ປະເທດ​ເອ​ຢິບ ເພື່ອ​ຊ່ວຍ​​ເຂດ​ພູ​ດອຍແຫຼມ​ສິ​ນາຍ​ ບຳ​ລຸງຮັກ​ສາ​ແຫຼ່ງ​ນ້ຳ “ກຳແພງ​ສີ​ຂຽວ” ຢູ່​ອາ​ຟ​ຣິ​ກາ​ ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ເຕັກ​ນິກ​ຈາກ​ຈີນ ເຊິ່ງ​ໄດ້​ສະ​ກັດ​ກັ້ນ​ບໍ່​ໃຫ້​ທະ​ເລ​ຊາຍ​ຊາ​ຮາ​ຣາ​ ແຜ່​ຂະ​ຫຍາຍ​ໄປ​ທາງ​ທິດ​ໃຕ້ ຈີນ​ໄດ້​ເຮັດ​ໃຫ້​ໝາກ​ຜົນ​ການ​ພັດ​ທະ​ນາ ແລະ ສິ່ງ​ແວດ​ລ້ອມ​ທີ່​ດີ​ງາມ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໃຫ້​ໄດ້ຫຼາຍກວ່າ​ເກົ່າ ແລະ ຍຸ​ຕິ​ທຳ​ກວ່າ​ເກົ່າ ດ້ວຍ​ໝາກ​ຜົນ​ການ​ຮ່ວມ​ມື​ຕ່າງໆ​ທີ່​ເຫັນ​ໄດ້ ຈັບ​ຕ້ອງ​ໄດ້ ແລະ ມີ​ປະ​ສິດ​ທິ​ຜົນ​ຕົວ​ຈິງ. ສະ​ຕິ​ປັນ​ຍາ​ ແລະ ແຜນ​ການ​ຂອງ​ຈີນ ໄດ້​ສ້າງ​ຄວາມ​ໝັ້ນ​ໃຈ​ ແລະ ກຳ​ລັງ​ຂັບ​ເຄື່ອນໃຫ້​ການ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ​ທາງ​ລະ​ບົບ​ນິ​ເວດ​ໃນ​ທົ່ວ​ໂລກ ຈີນ ​ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ກາ​ນ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ​ທີ່​ໃຫ້​ບຸ​ລິ​ມະ​ສິດ​ແກ່​ສິ່ງ​ແວດ​ລ້ອມ​ລະ​ບົບ​ນິ​ເວດ ສີ​ຂຽວ ແລະ​ ກາກບອນ​ຕ່ຳ ຈະ​ສ້າງ​ໂອ​ກາດຫຼາຍກວ່າ​ເກົ່າ​ໃຫ້​​ໂລກ ແລະ ຈະ​ປະ​ກອບ​ສ່ວນ​ຢ່າງໃຫຍ່ຫຼວງໃຫ້​​ຄວາມ​ຄືບ​ໜ້າ​ຂອງມວນ​ມະ​ນຸດ. Share:FacebookTwitter
ຈີນ ສ້າງຄວາມໝັ້ນໃຈ ແລະ ກຳລັງຂັບເຄື່ອນໃຫ້ການຄຸ້ມຄອງສິ່ງແວດລ້ອມທາງລະບົບນິເວດທົ່ວໂລກ
https://v2.vientianemai.net/archives/59293
ກອງປະຊຸມທະວິພາຄີ ລະຫວ່າງ ທະນາຄານແຫ່ງ ສປປ ລາວ (ທຫລ) ແລະ ທະນາຄານແຫ່ງຊາດກໍາປູເຈຍ (ທຫຈ) ຄັ້ງທີ 13 ຈັດຂຶ້ນວັນທີ 18 ສິງຫາ 2023 ທີ່ໂຮງແຮມລາວພຣາຊາ ນະຄອນຫຼວງວຽງຈັນ ໂດຍການນໍາພາຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ທ່ານ ນາງ ເຈຍ ຊະໄຣ (H.E. Chea Serey) ຜູ້ວ່າການທະນາຄານແຫ່ງຊາດ ກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂອງທັງສອງຝ່າຍເຂົ້າຮ່ວມ.     ໃນກອງປະຊຸມ ທັງສອງຝ່າຍໄດ້ປຶກສາຫາລືກັນ ເພື່ອແລກປ່ຽນບັນຫາ ແລະ ສິ່ງທ້າທາຍກ່ຽວກັບເສດຖະກິດມະຫາພາກ ການຈັດຕັ້ງປະຕິບັດນະໂຍບາຍເງິນຕາ ການພັດທະນາເສດຖະກິດ ນະໂຍບາຍການຄຸ້ມຄອງເງິນຕາຕ່າງປະເທດ ການພັດທະນາຂະແໜງການທະນາຄານ ການກໍ່ສ້າງບຸກຄະລາກອນ ພ້ອມທັງຮັບຟັງລາຍງານຄວາມຄືບໜ້າການເຊື່ອມຕໍ່ລະບົບການຊໍາລະ ລະຫວ່າງ ລາວ-ກຳປູເຈຍ ລາຍງານການຮ່ວມມືລະຫວ່າງ ທຫລ ແລະ ທຫຈ ໃນໄລຍະຜ່ານມາ ແລະ ສະເໜີແຜນການຮ່ວມມື ປະຈຳປີ 2023.     ຫຼັງຈາກນັ້ນ ມີພິທີເປີດໂຕຜະລິດຕະພັນການຊໍາລະຂ້າມແດນ ລາວ-ກຳປູເຈຍ (KHQR scan LAOQR) ດ້ວຍການນໍາໃຊ້ສະກຸນເງິນທ້ອງຖິ່ນ Lao Kip ແລະ Khmer Riel ໃນການຊໍາລະຄ່າສິນຄ້າ ແລະ ບໍລິການຜ່ານ QR Code ຂຶ້ນ ໂດຍມີຄະນະຜູ້ວ່າການ ຄະນະກົມຈາກສອງທະນາຄານກາງ ບໍລິ ສັດ LAPNet ຄະນະອໍານວຍການຈາກທະນາຄານເອຊີລີດາ ກໍາປູເຈຍ ທະນາຄານ ເອຊີລີດາ ລາວ ຈໍາກັດ ແລະ ທະນາຄານທຸລະກິດຈາກ ສປປ ລາວ ເຂົ້າຮ່ວມໃນພິທີດັ່ງກ່າວ ໃນນີ້ ຜະລິດຕະພັນການຊໍາລະຂ້າມແດນ ລາວ-ກຳປູເຈຍ (KHQR scan LAOQR) ແມ່ນໝາກຜົນຂອງການຮ່ວມມືລະຫວ່າງ ທຫລ ແລະ ທຫຈ ທີ່ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈລະຫວ່າງ ທຫລ ກັບ ທຫຈ ກ່ຽວກັບການຮ່ວມມືໃນຂົງເຂດນະວັດຕະກໍາການເງິນ ແລະ ລະບົບການຊໍາລະ ທີ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ ໃນທ້າຍປີ 2022 ທີ່ຜ່ານມາ ເພື່ອເປັນການສະໜັບສະໜູນການພັດທະນາເຕັກໂນໂລຊີທາງການເງິນ ແລະ ການຊໍາລະ ກໍຄືເຮັດໃຫ້ການຊໍາລະຢູ່ພາຍໃນປະເທດ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໃຫ້ມີປະສິດທິພາບ ພ້ອມທັງສະໜັບສະໜູນການນຳໃຊ້ສະກຸນເງິນທ້ອງຖິ່ນ Lao Kip ແລະ Khmer Riel ເຂົ້າໃນການຊໍາລະຄ່າສິນຄ້າ ແລະ ບໍລິການຕ່າງໆ ຂ້າມແດນຮ່ວມກັນຜ່ານ QR Code ທີ່ໄດ້ມາດຕະຖານສາກົນ ເປັນເຕັກໂນໂລຊີທີ່ທັນສະໄໝ ສະດວກ ວ່ອງໄວ ແລະ ປອດໄພ.    ການເຊື່ອມຕໍ່ລະບົບການຊໍາລະຂ້າມແດນຮ່ວມກັນດັ່ງກ່າວ ເປັນການເຊື່ອມຕໍ່ໃນຮູບແບບການເຊື່ອມຕໍ່ລະ ບົບ Switching (ລະບົບການຊໍາລະຂ້າມທະນາຄານເທິງມືຖືຂອງບໍລິສັດ LAPNet) ກັບ Sponsoring (ລະບົບຂອງທະນາຄານເອຊີລີດາ ກໍາປູເຈຍ) ໃນໄລຍະທີ 1 ກໍຄືກຳປູເຈຍສະແກນລາວ (KHQR scan LAOQR)  ເຊິ່ງໃນເບື້ອງຕົ້ນ ແມ່ນມີທະນາຄານທຸລະກິດຂອງ ສປປ ລາວ ຈໍານວນ 8 ແຫ່ງ (BCEL ACLEDA Bank Lao Kbank Lao BIC APB LVB Indochina ແລະ STB) ເຂົ້າຮ່ວມໃຫ້ບໍລິການຮັບຊໍາລະ ໝາຍຄວາມວ່າ ນັກທ່ອງທ່ຽວກໍາປູເຈຍທີ່ເດີນທາງມາ ສປປ ລາວ ຈະສາມາດຊໍາລະຄ່າສິນຄ້າ ແລະ ບໍລິການໄດ້ດ້ວຍການສະແກນ QR Code ຢູ່ຕາມຮ້ານຄ້າທີ່ມີປ້າຍ QR Code ຂອງທະນາຄານທີ່ໃຫ້ບໍລິການຮັບຊໍາລະຕັ້ງຢູ່ ສໍາລັບໄລຍະທີ 2 ແມ່ນລາວສະແກນກຳປູເຈຍ (LAOQR scan KHQR) ແມ່ນຄາດໝາຍວ່າຈະເປີດໃຫ້ບໍລິການໄດ້ພາຍຫຼັງໄຕມາດ IV ຂອງປີ 2023 ນີ້. Share:FacebookTwitter
ເປີດໂຕລະບົບການຊໍາລະຂ້າມແດນລາວ-ກໍາປູເຈຍ (KHQR scan LAOQR)
https://v2.vientianemai.net/archives/59304
ຕະຫຼອດໄລຍະ 3 ປີຜ່ານມາ ທີ່ໄດ້ຮັບໜ້າທີ່ເປັນເອກອັກຄະລັດ ຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສະຫະລັດອາເມຣິກາ ປະ ຈໍາ ສປປ ທ່ານ ປີເຕີ ເຮມ໋ອນ ສ້າງຜົນງານໄດ້ຢ່າງໂດດເດັ່ນ ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນການຮ່ວມມືແບບກວມລວມ ລາວ-ອາເມຣິກາ ໃຫ້ໄດ້ຮັບການຂະ ຫຍາຍຕົວຢ່າງຕໍ່ເນື່ອງ. ທ່ານ ປີເຕີ ເຮມ໋ອນ (Peter M. Haymon) ເອກອັກຄະລັດຖະທູດ ວິ​ສາມັນຜູ້ມີອໍານາດເຕັມແຫ່ງ ສະຫະລັດ ອາເມຣິກາ ປະຈໍາ ລາວ ໄດ້ໃຫ້ສຳພາດຕໍ່ທີມນັກຂ່າວວຽງຈັນໃໝ່ ວັນທີ 18 ສິງຫາ 2023 ຢູ່ພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ນະ ຄອນຫຼວງວຽງຈັນ ທ່ານໄດ້ກ່າວວ່າ: ຜົນງານ 3 ປີຜ່ານມາ ທີ່ຂ້າ ພະເຈົ້າໄດ້ຮັບໜ້າທີ່ເປັນເອກອັກຄະລັດຖະທູດ ອາເມຣິກາ ປະ ຈຳ ສປປ ລາວ ເປັນໄລຍະທີ່ມີຄວາມໝາຍສໍາຄັນ ແລະ ເປັນໄລຍະທີ່ປະເຊີນໜ້າກັບສິ່ງທ້າທາຍໃຫ້ກັບລັດຖະບານ ກໍຄື ປະຊາ ຊົນລາວ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ຈາກສະພາບການທີ່ເກີດຂຶ້ນ ລັດຖະບານລາວ ກໍໄດ້ຮ່ວມມືກັບບັນດາປະເທດເພື່ອນມິດ ອົງການຄູ່ຮ່ວມພັດທະນາ ຂ້າພະເຈົ້າ ກໍຄື ລັດຖະບານອາເມລິກາ ໄດ້ໃຫ້ການຮ່ວມມືຊ່ວຍ ເຫຼືອສະໜັບສະໜູນແກ່ລັດຖະບານລາວໃນໂດຍການສຸມໃສ່ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ໂດຍໄດ້ລະດົມ​ທຶນມາ ຊ່ວຍເຫຼືອດ້ານອຸປະກອນການແພດ ແລະ ມອບວັກຊີນຈຳ ນວນຫຼາຍເພື່ອເພີ່ມການປ້ອງກັນບໍ່ໃຫ້ມີການແຜ່ລະບາດເປັນວົງກວ້າງ ແລະ ໄດ້ມອບອຸປະກອນຮັບໃຊ້ທີ່ຈຳເປັນໃນວຽກງານ ດັ່ງກ່າວ ປັດຈຸບັນຍັງໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອເຂົ້າໃນການ ປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ. ຕິດພັນກັບວຽກງານດັ່ງກ່າວ ລັດຖະບານສະຫະລັດອາເມຣິກາກໍຍັງໄດ້ໃຫ້ການສະ ໜັບສະໜູນເຂົ້າໃນການຟື້ນຟູທາງດ້ານ ເສດຖະກິດຫຼັງຈາກໄດ້ຮັບຜົນກະທົບຂອງພະຍາດໂຄວິດ-19ນອກນັ້ນຍັງໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານເກັບກູ້ລະເບີດບໍ່ທັນແຕກ ການສຶກສາ ການບັງຄັບໃຊ້ກົດໝາຍ ແລະ ອື່ນໆ. ທ່ານ ປີເຕ ເຮມ໋ອນ ກ່າວຕື່ມວ່າ: ຕະຫຼອດໄລຍະທີ່ຂ້າພະເຈົ້າປະຈໍາການຢູ່ ສປປ ລາວ ມີາຍໆໂຄງການຊ່ວຍເຫຼືອທີ່ໜ້າປະທັບໃຈ ໃນນັ້ນກໍມີ ໂຄງການພາຍໃຕ້ກອງທຶນ AFCP  ເພື່ອສົ່ງ ເສີມອະນຸຮັກ ປົກ​ປັກ​ຮັກ​ສາ ແລະ  ເກັບກຳຂໍ້ມູນດ້ານວັດທະນະທຳ ໄປຄຽງ ຄູ່ກັບການໃຫ້ເຝີກອົບຮົມ ນັກສິລະປະກຳລາວ ເພື່ອແນໃສ່ ປູກຈິດສຳນຶກ ໃຫ້ກັບຊາວໜຸ່ມ ເຍົາວະຊົນ ກໍຄື ປະຊາຊົນໃນ ທ້ອງຖິ່ນ ໄດ້ຮຽນຮູ້ ແລະ ຮູ້ຈັກກ່ຽວກັບການອະນຸຮັກສາມໍລະ ດົກອັນລໍ້າຄ່າຂອງລາວ ເພື່ອນຳໃຊ້ ແລະ ຮັກສາໄວ້ໃຫ້ຍືນຍົງ. ໃນໂອກາດທີ່ຈະສຳເລັດການປະຕິບັດໜ້າທີ່ທາງການທູດຢູ່ ລາວ ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈ  ຕໍ່ທຸກພາກສ່ວນ ທີ່ໄດ້ໃຫ້ການສະໜັບສະໜູນ ການຮ່ວມມື  ຊ່ວຍເຫຼືອຕະຫຼອດ ມາ ເຮັດໃຫ້ການເຄື່ອນໄຫວວຽກງານຂອງຂ້າພະເຈົ້າ ໄດ້ຮັບຜົນ ສໍາເລັດເປັນຢ່າງດີ ອາເມຣິກາພ້ອມຈະໃຫ້ການສະ ໜັບສະ ໜູນກັບທຸກພາກສ່ວນ ເພື່ອຮ່ວມກັນສືບຕໍ່ຊຸກຍູ້ ແລະ ສົ່ງ ເສີມການພົວພັນຮ່ວມມືແບບກວມລວມ ລະຫວ່າງ ສອງປະ ເທດ ລາວ ແລະ ອາເມຣິກາ ໃຫ້ເປັນຮູບປະທໍາຍິ່ງຂຶ້ນ. Share:FacebookTwitter
ທ່ານ ປີເຕີ ເຮມ໋ອນ ກັບຜົນງານພົ້ນເດັ່ນ ໃນການປະຕິບັດໜ້າທີ່ຢູ່ ສປປ ລາວ
https://v2.vientianemai.net/archives/59315
ຄະນະບໍລິຫານງານ ຊາວໜຸ່ມກະຊວງການເງິນ ແລະ ທະນະຄານແຫ່ງ ສປປ ລາວ (ທຫລ) ໄດ້ຮ່ວມຈັດກອງປະຊຸມແລກປ່ຽນບົດຮຽນ ແລະ ປະສົບການກ່ຽວກັບວຽກລະບົບທັນສະໄໝເປັນຕົ້ນ: ລະບົບການຊໍາລະສະສາງ ການຄຸ້ມຄອງລະບົບຊໍາລະຂອງ ທຫລ ແລະ ການຫັນເກັບລາຍຮັບງົບປະມານຂອງກະຊວງການເງິນ (ລະບົບ FINLINK) ແລະ ວຽກງານການປັບປຸງວິສາຫະກິດ ໃນທ້າຍອາທິດຜ່ານມາ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ສົມຈິດ ຄໍາມຸງຄຸນ ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງການເງິນ ແລະ ສະຫາຍ ບຸນທະວີ ສຸກດາວົງ ເລຂາຄະນະບໍລິຫານງານຊາວໜຸ່ມທະນາຄານແຫ່ງ ສປປ ລາວ ມີຄະນະບໍລິຫານງານຊາວໜຸ່ມ ພ້ອມດ້ວຍສະມາຊິກຊາວໜຸ່ມຂອງທັງສອງພາກສ່ວນເຂົ້າຮ່ວມ. ໃນກອງປະຊຸມໄດ້ມີການແລກປ່ຽນບົດຮຽນກ່ຽວກັບວຽກງານຄຸ້ມຄອງລະບົບຊໍາລະຂອງ ທຫລ ແລະ ການຫັນເກັບລາຍຮັບງົບປະມານຂອງກະຊວງການເງິນ (ລະບົບ FINLINK) ແລະ ວຽກງານການປັບປຸງວິສາຫະກິດ ໃນນັ້ນ ໄດ້ລົງເລິກໃຫ້ເຫັນໄດ້ລະບົບຄຸ້ມຄອງຈັດເກັບລາຍຮັບສ່ວຍສາອາກອນ ປະກອບມີລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນ (TAXRIS) ລະບົບຈັດເກັບຄ່າທໍານຽມທາງ (RTMS) ລະບົບຄຸ້ມຄອງຈັດເກັບພາສີທີ່ດິນ (LTMS) ສ່ວນລະບົບຄຸ້ມຄອງຈັດເກັບລາຍຮັບພາສີປະກອບ: ມີລະບົບແຈ້ງພາສີເປັນລະອຽດແບບເອເລັກໂຕຣນິກ (ASYCUDA) ລະບົບການແຈ້ງພາສີປະຕູດຽວແຫ່ງຊາດ (LNSW) ລະບົບ NSWA+ ລະບົບຄຸ້ມຄອງເກັບຄ່າທໍານຽມ ແລະ ຄ່າບໍລິການຢູ່ດ່ານສາກົນ (Easy Pass) ທັງໃຫ້ຮູ້ກ່ຽວກັບລະບົບຄຸ້ມຄອງຊັບສິນແຫ່ງລັດ AMIS. ນອກຈາກນັ້ນ ກໍຍັງໄດ້ມີການແນະນໍາໃຫ້ຮູ້ກ່ຽວກັບລະບົບຄຸ້ມຄອງຈັດເກັບລາຍຮັບວິສາຫະກິດລັດລົງທຶນ ແລະ ການປະກັນໄພເປັນຕົ້ນ: ຂໍ້ມູນທົ່ວໄປຂອງວິສາຫະກິດລັດລົງທຶນ ນິຕິກຳຄຸ້ມຄອງ ແລະ ຜູ້ຄຸ້ມຄອງລັດວິສາຫະກິດ ສະພາບການເຄື່ອນໄຫວຂອງລັດວິສາຫະກິດ ການປະຕິຮູບລັດວິສາຫະກິດ ຄວາມ​ຄືບ​ໜ້າໃນ​ການ​ປະ​ຕິ​ຮູບ​ລັດ​ວິ​ສາ​ຫະ​ກິດປີ 2021-2022 ຂັ້ນຕອນການດຳເນີນການປະຕິຮູບ ແລະ ບົດ​ຮຽນ​ທີ່​ຖອດ​ຖອນ​ໄດ້ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ. ຈຸດປະສົງກໍເພື່ອໃຫ້ສະມາຊິກຊາວໜຸ່ມຂອງທັງສອງພາກສ່ວນໄດ້ຮັບຮູ້ເຂົ້າໃຈໃນການຫັນວຽກງານທັນສະໄໝຂອງຂະແໜງການເງິນ ແລະ ຂອງທະນາຄານແຫ່ງສປປ ລາວ ທີ່ໄດ້ນໍາໃຊ້ເຂົ້າໃນວຽກງານໃນປັດຈຸບັນ ພ້ອມນີ້ ໃນກອງປະຊຸມຍັງໄດ້ມີການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃນແຕ່ລະລະບົບທີ່ໄດ້ມີການນໍາສະເໜີໃນກອງປະຊຸມນໍາອີກດ້ວຍ. Share:FacebookTwitter
ແລກປ່ຽນບົດຮຽນວຽກຄຸ້ມຄອງລະບົບຊໍາລະ ແລະ ການຫັນເກັບລາຍຮັບງົບປະມານນຳໃຊ້ລະບົບທັນສະໄໝ
https://v2.vientianemai.net/archives/59324
ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ເນັ້ນ​ພະ​ແນກ​ການ​ອຸດ​ສາ​ຫະ​ກຳ-ການ​ຄ້າ (ອຄ ນວ)ເອົາ​ໃຈ​ໃສ່ເປັນເຈົ້າການໃນການຄຸມຄອງດັດປັບລາຄາສິນຄ້າ ໃຫ້ຢູ່ໃນເກນທີ່ພວກເຂົ້າເຈົ້າສາມາດແກ່ງແຍ່ງໄດ້ ສິ່ງສໍາຄັນແມ່ນສາ ມາດຄໍ້າປະກັນຄວາມໝັ້ນທ່ຽງທາງດ້ານສະບຽງອາຫານ ຂະ​ນະທີ່​ທ່າ​ອ່ຽງ​ການ​ປັບ​ຂຶ້ນ​ລາ​ຄາ​ສິນ​ຄ້າ​ໃນ 6 ເດືອນ​ທ້າຍ​ປີ 2023 ຈະ​ຢູ່​ລະ​ຫວ່າງ 5-10%. ທ່ານ ນາງ ວັນມະນີ ພີມມະສານ ພະ​ແນກ​ການ​ອຸດ​ສາ​ຫະ​ກຳ-ການ​ຄ້າ ນະ​ຄອ​ນຫຼວງວຽງ​ຈັນ ລາຍງານຫຍໍ້າສະພາບການ ຈັດຕັ້ງປະຕິບັດວຽກງານພົ້ນເດັ່ນ 6 ເດືອນຕົ້ນປີ 2023 ​ໃນ​ໂອ​ກາດ ທ່ານ​ເຈົ້າ​ຄອງ​ນະ​ຄອນຫຼວ​ງວຽງ​ຈັນ ລົງຊີ້ນໍາການຈັດຕັ້ງ ປະຕິບັດວຽກງານຂົງເຂດອຸດສາຫະກໍາ ແລະ ການຄ້າ ໃນ​ວັນ​ທີ 22 ສິງ​ຫາ 2023 ວ່າ: ໃນ​ໄລ​ຍະ 6 ເດືອນ​ຕົ້ນ​ປີ 2023 ​ເຫັນ ວ່າສະພາບ​ລາ​ຄາ​ສິນ​ຄ້າ ໄດ້ມີການ​ເໜັງ​ຕີງ​ປັບ​ຂຶ້ນ ໃນ​ບັນ​ຊີ ກ ສິນຄ້າຄວບຄຸມ ແລະ ໃນບັນຊີ ຂ ​ສິນຄ້າທີ່ຕ້ອງຕິດຕາມການ​ເໜັງ​ຕີງ​ຂອງ​ລາ​ຄາ​ສິນ​ຄ້າ ເມື່ອທຽບໃສ່ໄລຍະດຽວກັນ ໃນປີຜ່ານມາ 2022 ສາ​ເຫດ​ແມ່ນມາ​ຈາກ​ຕົ້ນ​ທຶນ​ການ​ຜະ​ລິດ ຄ່າ​ແຮງ​ງານຕິດ​ພັນ​ກັບ​ຄ່າ​ຄອງ​ຊີບ ອັດ​ຕາ​ແລກ​ປ່ຽນ ແລະ ອັດ​ຕາ​ເງິນ​ເຟີ້ເພີ່ມ​ສູງຂຶ້ນ ໂດຍສະເລ່ຍ ໃນໄລຍະ 6 ເດືອນຕົ້ນປີ 2023 ເທົ່າກັບ 40,25% ຖານການຜະລິດພາຍໃນຍັງບໍ່ທັນເຂັ້ມແຂງ ສ່ວນຫຼາຍແມ່ນເອື່ອຍອິງ ແລະ ນໍາເຂົ້າຈາກຕ່າງປະ ເທດ ເຊັ່ນ:ສິນຄ້າອຸປະໂພກ ບໍລິໂພກ ສິນຄ້າປະເພດປັດໃຈການຜະລິດ (ຝຸ່ນວິທະຍາສາດ ຫົວອາຫານສັດ ຢາວັກສິນສໍາລັບ ສັດ) ເຄື່ອງມື ແລະ ວິທະຍາສາດອື່ນໆ ແມ່ນໄດ້ນໍາເຂົ້າ ດັ່ງນັ້ນ ເມື່ອລາຄາສິນຄ້າຢູ່ຕ່າງປະເທດສູງຂຶ້ນ ຈຶ່ງໄດ້ສົ່ງຜົນໃຫ້ລາຄາ ສິນຄ້າຢູ່ພາຍໃນປັບໂຕຂຶ້ນຕາມ. ແນວໃດກໍຕາມ ໂດຍ​ອີງ​ໃສ່​ສະ​ພາບ​​ພາຍນອກ ທີ່​ຍັງ​ມີ​ການ​ຜັນ​ຜວນ​ທາງ​ດ້ານ​ເສດ​ຖະ​ກິດ ເສດ​ຖະ​ກິດ​ຖົດ​ຖອຍ​ເ​ກີດ​​ຂຶ້ນ ເຮັດ​ໃຫ້​ສະ​ພາບ​ເງິນ​ເຟີ້​ຫຼາຍ​ປະ​ເທດ​ທົ່ວ​ໂລກ​ມີ​ການ​ປັບ​ຕົວ​ຂຶ້ນ ແລະ ສະ​ພາບ​ພາຍ​ໃນ​ຍັງ​ພົບ​ບັນ​ຫາ​ເສດ​ຖະ​ກິດ​ຫຍຸ້ງ​ຍາກ​ ເປັນ​ຕົ້ນ: ຄ່າ​ຄອງ​ຊີບ​ເພີ່ມ​ຂຶ້ນ​ມາ​ຈາກ​ອັດ​ຕາ​ເງິນ​ເຟີ້ ລາ​ຄາ​ສິນ​ຄ້າ​ເພີ່ມ​ຂຶ້ນ​​ຈາກ​ຕົ້ນ​ທຶນ​ສິນ​ຄ້າ ແລະ ຄ່າ​ບໍ​ລິ​ການ (ຈາກ​ອັດ​ຕາ​ແລກ​ປ່ຽນທີ່​ຍັງ​​ມີ​ທ່າ​ທີ​ເ​ໜັງ​ຕີງ​ຂຶ້ນ​ຢູ່) ດັ່ງ​ນັ້ນ ​ທ່າ​ອ່ຽງ​ໃນ 6 ເດືອນ​ທ້າຍ​ປີ 2023 ສິນ​ຄ້າ​ແຕ່​ລະ​ໝວດ​ຄາດ​ວ່າ​ຈະ​ມີ​ການ​ເໜັງ​ຕີງປັບ​ຂຶ້ນ​​ລາ​ຄາ ຢູ່​ລະ​ຫວ່າງ 5-10%. ທ່ານ ອາດສະພັງທອງ ສີພັນດອນ ໄດ້ເນັ້ນໜັກໃຫ້ພະ​ແນກ​ອຸດ​ສາ​ຫະ​ກຳ​ ແລະ ການ​ຄ້າ​ນະ​ຄອນຫຼວງວຽງ​ຈັນ ເອົາໃຈໃສ່ ວຽກງານ​ຕ່າງໆ ເພື່ອເປັນປັດໄຈຊຸກຍູ້ການຜະລິດໃຫ້ຂະຫຍາຍຕົວ ໂດຍຕິດພັນກັບລາຄາສິນຄ້າໃນຕະຫຼາດໃນຕົວເມືອງ ໃນນັ້ນ ຕ້ອງເພີ່ມຄວາມສາມາດໃນການຄຸ້ມຄອງສິນຄ້າ ຢຸດຕິການສົ່ງອອກຊັບພະຍາກອນທີ່ເປັນວັດຖຸດິບ (ຖ້າບໍ່ຈໍາເປັນ) ເພີ່ມການສົ່ງອອກຜະລິດຕະພັນສໍາເລັດຮູບ ສ້າງກົນໄກ ແລະ ລະບຽບຈໍລະຈອນສິນຄ້າ ໃຫ້ສະດວກ ວ່ອງໄວ ແລະ ສາມາດ ເຊື່ອມໂຍງກັບປະເທດໄກ້ຄຽງ ແລະ ປະເທດ ອື່ນໆ. ສະນັ້ນ ໃນເງື່ອນໄຂທີ່ປະເທດຊາດກຳ​ລັງ​ພະ​ເຊີນ​ໜ້າ​ກັບທ້າທ້າຍ ທາງດ້ານເສດຖະກິດ ການເງິນ ສິນຄ້າ ເງິນຕາ ໄພວ່າງງານ ນໍ້າມັນເຊື້ອໄຟແພງ ຈຶ່ງຮຽກຮ້ອງໃຫ້ສະມາຊິກພັກ ພະນັກງານ-ລັດ ຖະກອນ ຕ້ອງໄດ້ເພີ່ມຄວາມເຂັ້ມແຂງໃນການປະຕິບັດ ໜ້າທີ່ຂອງຕົນເອງ ໃຫ້ມີຄວາມຮັບຜິດຊອບສູງແທ້ໆ ເພື່ອ​ໃຫ້ປະຊາຊົນ ຜູ້ປະກອບການຈະຜ່ານວິກິດໃນໄລຍະປະເທດຊາດ ພວມຕົກຢູ່ໃນຄວາມຟືດເຄືອງທາງດ້ານເສດຖະກິດຂະແໜງການຄ້າ ຕ້ອງເປັນເຈົ້າການໃນການຄຸ້ມຄອງດັດປັບລາຄາສິນຄ້າ ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ໃຫ້ຢູ່ໃນເກນທີ່ພວກເຂົ້າເຈົ້າສາມາດແກ່ງແຍ່ງໄດ້ ສິ່ງສໍາຄັນແມ່ນສາມາດຄໍ້າປະກັນຄວາມ ໝັ້ນທ່ຽງທາງດ້ານສະ ບຽງອາຫານໃຫ້ໄດ້. ພ້ອມດຽວກັນນີ້ ກໍເປັນໄລຍະທີ່ຊາວກະສິກອນທົ່ວ ນວ ພວມຂຸ້ນຂ້ຽວສຸມໃສ່ບົວລະບັດຮັກສາ ຜົນຜະລິດລະດູຝົນ ສະເພາະ ພືດສວນຄົວແມ່ນຜະລິດອອກສູ່ຕະຫຼາດ ເປັນປົກກະຕິ ຂະແໜງ ອຄ ຕ້ອງໄດ້ລົງຕິດຕາມ ການເໜັງຕິງຂອງລາຄາສິນຄ້າ ທີ່ຊາວກະສິກອນຜະລິດ ບໍ່ໃຫ້ແມ່ຄ້າເອົາປຽບລາຄາສິນຄ້າຕໍ່າເກີນລາຄາກໍານົດໄວ້ ພ້ອມທັງໃຫ້ລົງຊ່ວຍຊາວກະສິກອນ ຜູ້ຜະລິດແທ້ໆ. Share:FacebookTwitter
ທ່ານເຈົ້າຄອງ ເນັ້ນ ອຄ ນວ ເອົາໃຈໃສ່ຄຸ້ມຄອງການເໜັງຕິງ ຂອງລາຄາສິນຄ້າ ຂະນະທີ່ມີທ່າອ່ຽງເພີ່ມຂຶ້ນ 5-10%
https://v2.vientianemai.net/archives/59335
ຢາສູບໄຟຟ້າເປັນຢາສູບຊະນິດໜຶ່ງທີ່ສ້າງຂຶ້ນເພື່ອເບື່ອເມົາຊາວໜຸ່ມ-ໄວໜຸ່ມໃນທົ່ວໂລກເຊິ່ງເປັນທຸລະກິດຂອງຜູ້ປະກອບການດ້ານຢາສູບ ໂດຍມີການອອກແບບມາເພື່ອສ້າງຄວາມດຶງດູງ ຄວາມສົນໃຈຈາກໄວໜຸ່ມ ເຊິ່ງຫຼາຍໆຄົນເຂົ້າໃຈຜິດວ່າຢາສູບໄຟຟ້າບໍ່ອັນຕະລາຍຕໍ່ສຸຂະພາບຄືກັບຢາສູບທົ່ວໄປເນື່ອງຈາກວ່າຢາສູບໄຟຟ້າມີກິ່ນຫອມ. ທ່ານ ດຣ ມອນໄຊ ພົນສະຕິວົງຄຳ ຊ່ຽວຊານພະຍາດລະບົບຫາຍໃຈ ພະແນກຊຶມເຊື້ອ ແລະ ເຂດຮ້ອນ ໂຮງໝໍເສດຖາທິຣາດ ໃຫ້ສຳພາດວັນທີ 21 ສິງຫາ 2023 ທີ່ໂຮງໝໍດັ່ງກ່າວວ່າ: ໃນຢາສູບໄຟຟ້າມີສານຊະນິດຕ່າງໆຫຼາຍກວ່າ 4.000 ຊະນິດທີ່ສົ່ງຜົນກະທົບຕໍ່ສຸຂະພາບຂອງຜູ້ສູບເຊັ່ນ ສານເນໂກຕິນທີ່ເປັນສານເສບຕິດເຮັດໃຫ້ຜູ້ທີ່ໄດ້ສູບມີຄວາມຄິດຢາກກັບມາສູບອີກ ເມື່ອສູບເຂົ້າໄປສານດັ່ງກ່າວຈະເຂົ້າຢູ່ໃນກະແສເລືອດ ແລະ ສະໝອງຈາກນັ້ນສະໝອງຈະຫຼັ່ງສານສັ່ງການປະສາດອອກມາເຮັດໃຫ້ເກີດອາລົມດີ ຄາຍຄຽດ ຕ່າງໆ ເມື່ອສານເນໂກຕິນຫຼຸດລົງ ຫຼື ໝົດໄປຈາກຮ່າງກາຍຈະເຮັດໃຫ້ຜູ້ທີ່ສູບຢາຮູ້ສຶກຢາກກັບມາສູບຄືນ ສະນັ້ນຈຶ່ງເຮັດໃຫ້ຜູ້ສູບຕິດໄວ ນອກຈາກນີ້ຍັງມີສານທີ່ແຕ່ງກິ່ນຕ່າງໆເຊິ່ງສານນີ້ຈະເຮັດໃຫ້ມີຜົນກະທົບຕໍ່ຫຼອດປອດ ເຮັດໃຫ້ຫຼອດປອດມີການອຸດຕັນ ແລະ ຍັງມີສານຫຼາຍຢ່າງທີ່ສົ່ງຜົນກະທົບຕໍ່ລະບົບປະສາດ ສະໝອງຈະເຮັດໃຫ້ຄວາມຈຳສັ້ນ ຊຶມເສົ້າ ຄວບຄົມອາລົມຈິດບໍ່ໄດ້ ອັກເສບຫຼອດລົມຊຳເຮື້ອ ກໍ່ໃຫ້ເກີດພະຍາດມະເຮັງ ພ້ອມດຽວກັນນັ້ນຢາສູບໄຟຟ້າຍັງສົ່ງຜົນກະທົບຕໍ່ຄົນໃກ້ສິດທີ່ໄດ້ຮັບຄວັນຢາສູບໂດຍສະເພາະເດັກນ້ອຍ ແມ່ຍິງຖື ຫຼື ຜູ້ສູງອາຍຸ ສຳລັບຜູ້ທີ່ເກີດມີອາການປອດອັກເສບແລ້ວການປິ່ນປົວອາດຈະບໍ່ສາມາດເຊົາຂາດ ຫຼື ກັບຄືນສູ່ສະພາບປົກກະຕິໄດ້ໂດຍໄລຍະສັ້ນ ຫຼື ໄລຍະຍາວ ແລະ ໂອກາດເສຍຊີວິດແມ່ນມີສູງ. ໄລຍະຜ່ານມາໂຮງໝໍຂອງພວກເຮົາຍັງບໍ່ພົບກໍລະນີພະຍາດອັກເສບປອດທີ່ເກີດຈາກການສູບຢາສູບໄຟຟ້າ ແຕ່ມີກໍລະນີທີ່ສົງໄສອາດຈະເກີດຈາກຢາສູບໄຟຟ້າ ໂດຍມີຄົນເຈັບທີ່ເປັນໄວໜຸ່ມມີອາການຫາຍໃຈຝືດ ໄອຫຼາຍ ເຈັບໜ້າເອິກບາງຄັ້ງໄອມີເລືອດປົນມານຳທີ່ເຂົ້າມາກວດ ຈາກນັ້ນກໍໄດ້ມີການສອບຖາມປະຫວັດຕ່າງໆ ແລະ ກວດທາງດ້ານການແພດເປັນຕົ້ນແມ່ນເອັກສະເລ ສ່ອງລັງສີທາງດ້ານການແພດພົບວ່າມີຝ້າຂາວໃນບໍລິເວນປອດຄືກັບອັກເສບປອດຈາດເຊື້ອໄວຣັດເປັນຕົ້ນແມ່ນໂຄວິດ-19 ແລະ ມີການອັກເສບປອດທີ່ຄ້າຍໆກັບອາການທີ່ເກີດຈາກຢາສູບໄຟຟ້າ ເນື່ອງຈາກວ່າປະຫວັດຂອງຜູ້ກ່ຽວກໍໄດ້ມີສູບຢາໄຟຟ້າມາຫຼາຍພໍສົມຄວນ ຈາກນັ້ນກໍໄດ້ໃຫ້ຄຳແນະນຳໃຫ້ຢຸດເຊົາການສູບຢາ ແລະ ຕິດຕາມອາການແລ້ວມາກວດຄືນແລ້ວອາການດີຂຶ້ນ ແຕ່ຍັງບໍ່ທັນມີຫຼັກຖານເພື່ອຢືນຢັນວ່າເກີດຈາກຢາສູບໄຟຟ້າ ຫຼື ເກີດຈາກເຊື້ອໄລຣັດອື່ນໆ. ສຳລັບອາການທີ່ເກີດຈາກຢາສູບໄຟຟ້າຈະມີອາການຫາຍໃຈຝືດ ໄອຊຳເຮື້ອ ເຈັບໜ້າເອິກ ບາງຄັ້ງອາການໄອມີຂີ້ກະເທິຫຼາຍ ແລະ ເມື່ອຍໃນເວລາອອກແຮງ ເມື່ອເວລາໄປພົບໝໍຈະມີການແທກລະດັບອົກຊີແຊນໃນກະແສເລືອດພົບວ່າມີບັນຫາອົກຊີແຊນໃນກະແສເລືອດຕໍ່າ ເຖິງແມ່ນວ່າຢູ່ໂຮງໝໍເສດຖາທິຣາດຍັງບໍ່ພົບກໍລະນີທີ່ປອດອັກເສບຮຸນແຮງຈາກການສູບຢາສູບໄຟຟ້າກໍຕາມ ແຕ່ຢູ່ຕ່າງປະເທດໄດ້ພົບໄວໜຸ່ມຈຳນວນຫຼາຍທີ່ສູບຢາສູບໄຟຟ້າແລ້ວເປັນພະຍາດອັກເສບປອດຂັ້ນຮຸນແຮງ. ໂອກາດນີ້ຮຽກຮ້ອງມາຍັງໄວໜຸ່ມກໍຄືພໍ່ແມ່ຜູ້ປົກຄອງຄວນເປັນເຈົ້າການນຳກັນເບີ່ງແຍ່ງລູກ ຫຼານຂອງທ່ານ ບໍ່ໃຫ້ພວກເຂົາໄປຫຍຸ້ງກ່ຽວກັບຢາສູບໄຟຟ້າ ຫຼື ສານເສບຕິດປະເພດຕ່າງໆເດັດຂາດ ເມື່ອໄດ້ລອງແລ້ວໂອກາດທີ່ຈະຕິດມີສູງກວ່າຢາສູບທົ່ວໄປ ເມື່ອຕິດແລ້ວບໍ່ໄດ້ສົ່ງຜົນດີຫຍັງຕໍ່ສຸຂະພາບມີແຕ່ສົງຜົນເສຍຕາມມາເຊັ່ນ ເສຍສຸຂະພາບ ເສຍເວລາ ເສຍຊັບສິນເງິນຄໍາ ແລະ ເສຍຊີວີດໄດ້ ຫຼື ຖ້າທ່ານໃດສູບແລ້ວຄວນຢຸດເຊົາສູບດ້ວຍວິທີການຕ່າງເຊັ່ນ ອອກກຳລັງ ຫຼື ເຮັດກິດຈະກຳຕ່າງທີ່ສົ່ງຜົນດີຕໍ່ສຸຂະພາບ ຫຼື ປຶກສາສາທ່ານໝໍໄດ້ທີ່ເບີໂທ 54747529. Share:FacebookTwitter
ການສູບຢາສູບໄຟຟ້າມີຄວາມສ່ຽງສູງກໍ່ໃຫ້ເກີດພະຍາດປອດອັກເສບຮຸນແຮງ
https://v2.vientianemai.net/archives/59344
ກອງປະຊຸມວິສາມັນຄອງ​ຄະ​ນະ​ລັດ​ຖະ​ບານ ໄດ້​ສຸມ​ໃສ່ຄົ້ນຄວ້າ ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ ຕໍ່ ບັນດາຮ່າງກົດໝາຍສະບັບປັບປຸງ ແລະ ສ້າງໃໝ່ ເພື່ອ​ສຳ​ສະ​ເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຄາດຄະເນຈະຈັດຂຶ້ນໃນທ້າຍປີນີ້ ຂະ​ນະ​ທີ່​ປະ​ທານ ກອງ​ປະ​ຊຸມ ເລັ່ງ​ໃຫ້​ຂະ​ແໜງ​ການ​ກ່ຽວ​ຂ້ອງ​ເອົາ​ໃຈ​ໃສ່​ວຽກ​ງານ​ຈຸດ​ສຸມ ແກ້​ໄຂ​ບັນ​ກາ​ເຄັ່ງ​ຮ້ອນ​ທາງ​ດ້ານ​ເສດ​ຖະ​ກິດ. ກອງ​ປະ​ຊຸມ​ດັ່ງ​ກ່າວ​ຈັດ​ຂຶ້ນໃນວັນທີ 21 ສິງຫາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ ລັດຖະບານ ໄດ້ດຳເນີນກອງປະຊຸມວິ ສາມັນ ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ມີບັນດາທ່ານ ຮອງນາຍົກລັດຖະມົນ ຕີ ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າບັນດາກະຊວງເຂົ້າຮ່ວມ. ກອງປະຊຸມ ໄດ້ຄົ້ນຄວ້າ ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ ຕໍ່ບັນດາຮ່າງກົດໝາຍສະບັບປັບປຸງ ແລະ ສ້າງໃໝ່ ດັ່ງນີ້: ຮ່າງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ (ສະບັບປັບປຸງ): ກອງ ຮ່າງກົດໝາຍວ່າດ້ວຍການບັນຊີ (ສະບັບປັບ ປຸງ) ຮ່າງກົດໝາຍວ່າດ້ວຍເຂດເສດຖະກິດພິເສດ (ສະບັບສ້າງໃໝ່) ຮ່າງກົດໝາຍ ວ່າດ້ວຍລະບົບການຊຳລະ (ສະບັບປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ (ສະບັບສ້າງໃໝ່). ສຳລັບການປັບປຸງບັນດາຮ່າງກົດໝາຍດັ່ງກ່າວ ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະ ມົນຕີ ສົມທົບກັບກະຊວງ ຍຸ ຕິທໍາ ແລະ ບັນດາຄະນະຮັບຜິດຊອບກົດໝາຍດັ່ງກ່າວ ປັບປຸງ ແລະ ຮຽບຮຽງສຸດທ້າຍ ເພື່ອນໍາສະເໜີທ່ານ ຮອງນາຍົກລັດ ຖະມົນຕີ ຜູ້ຊີ້ນໍາວຽກງານຂົງເຂດການປົກຄອງ ແລະ ວັດທະນະທຳ-ສັງຄົມ ມີຄໍາເຫັນ ແລ້ວນໍາສະເໜີຕໍ່ສະພາແຫ່ງຊາດ ພິຈາລະນາໃຫ້ທັນຕາມກຳນົດເວລາ. ໂອກາດກ່າວປິດກອງປະຊຸມ ທ່ານນາຍົກລັດຖະມົນຕີ ຍັງໄດ້ຊີ້ນໍາໃຫ້ຂະແໜງການກ່ຽວຂ້ອງ ເອົາໃຈໃສ່ບາງວຽກຈຸດສຸມຈຳ ນວນໜຶ່ງຄື: 1. ກະກຽມເນື້ອໃນໃຫ້ແກ່ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນສິງຫາ 2023 ແລະ ກອງປະຊຸມ ລັດຖະບານ ຮ່ວມກັບຄະນະປະຈຳສະພາແຫ່ງຊາດ ທີ່ຈະຈັດຂຶ້ນໃນທ້າຍເດືອນນີ້ 2. ຈັດຕັ້ງຜັນຂະຫຍາຍຜົນກອງ ປະຊຸມ ຄົບຄະນະກາງສະໄໝຂອງຄະນະບໍລິ ຫານງານສູນກາງພັກ ສະໄໝທີ XI ທີ່ຫາກໍສໍາເລັດໃນອາທິດຜ່ານມາ ໂດຍໃຫ້ຫັນເອົາ ບັນດາເນື້ອໃນ 5 ດ້ານ ເປັນແຜນວຽກຕົວຈິງໃຫ້ລະອຽດ ແລະ ມອບຄວາມຮັບຜິດຊອບໃຫ້ຈະແຈ້ງ 3. ສືບຕໍ່ສຸມໃສ່ແກ້ໄຂບັນ ຫາເຄັ່ງຮ້ອນທາງດ້ານເສດຖະກິດ ເປັນຕົ້ນບັນຫາເງິນເຟີ້ ອັດຕາແລກປ່ຽນ ລາຄາສິນຄ້າ ແລະ ໜີ້ສິນ ໂດຍໃຫ້ຮີບຮ້ອນຄົ້ນ ຄວ້າມາດຕະການແກ້ໄຂໃຫ້ຖືກຈຸດ ແຂງແຮງຂຶ້ນກ່ວາເກົ່າ ນໍາໃຊ້ຫຼາຍນະໂຍບາຍຫຼາຍມາດຕະການ ຫຼາຍວິທີ 4. ໃຫ້ກະ ຊວງ ສຶກສາທິການ ແລະ ກີລາ ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງ ກະກຽມຄວາມພ້ອມໃນການໄຂສົກຮຽນໃໝ່ ລວມທັງການແກ້ໄຂບັນຫາຕ່າງໆທີ່ຕິດພັນກັບສະຖາບັນການສຶກສາ 5. ຮີບຮ້ອນແກ້ໄຂຜົນກະທົບຈາກຝົນຕົກໜັກໃນ 2 ອາທິດຜ່ານມາ ໂດຍສະເພາະສຸມໃສ່ຟື້ນຟູເຂດພື້ນທີ່ທຳການຜະລິດ ສ້ອມແປງເສັ້ນທາງທີ່ເປ່ເພ ແລະ ຖືກຕັດຂາດ ເປັນຕົ້ນ ເສັ້ນທາງເລກທີ 8 ເສັ້ນ ທາງເລກທີ 12 ແລະ ເສັ້ນທາງອື່ນໆ ໃຫ້ສາມາດເດີນທາງໄປ-ມາ ເປັນປົກກະຕິໂດຍໄວ ພ້ອມກັນນັ້ນ ກໍສືບຕໍ່ຕິດຕາມສະພາບການປ່ຽນແປງ ຂອງດິນຟ້າອາກາດ ພ້ອມທັງວາງແຜນປ້ອງກັນ ແລະ ຮັບມື ຕໍ່ກັບໄພພິບັດທີ່ອາດຈະ ເກີດຂຶ້ນໃນຕໍ່ໜ້າ 6. ສືບຕໍ່ກະກຽມຄວາມພ້ອມ ໃຫ້ແກ່ການໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດ ຂອງການນໍາຂັ້ນສູງ ໂດຍ ສະເພາະ ການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຢູ່ ອິນໂດເນເຊຍ ແລະ ຮັບການເປັນປະທານອາຊຽນ ການຕ້ອນຮັບ ການນໍາຈາກຕ່າງປະເທດ ກໍຄືງານສຳຄັນຕ່າງໆ. Share:FacebookTwitter
ທ່ານນາຍົກລັດຖະມົນຕີ ເນັ້ນໃຫ້ເອົາໃຈໃສ່ວຽກງານຈຸດສຸມ ເລັ່ງແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ
https://v2.vientianemai.net/archives/59349
ກອງປະຊຸມຄະນະກໍາມາທິການຄັ້ງທີ 19 ພາຍໃຕ້ກອງປະຊຸມພາຄີຂອງສັນຍາອາຊຽນວ່າດ້ວຍມົນລະພິດໝອກຄວັນຂ້າມ ແດນ ຄັ້ງທີ 18 ຈັດຂື້ນວັນທີ 22 ສິງຫາ 2023 ທີ່ຫໍປະຊຸມແຫ່ງຊາດ ເປັນປະທານຂອງ ທ່ານ ໂລນຄໍາ ອາດສະນາວົງ ຫົວ ໜ້າສະຖາບັນຄົ້ນຄວ້າຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມີບັນດາຄະນະກໍາມາທິການອາຊຽນເຂົ້າຮ່ວມ. ທ່ານ ໂລນຄໍາ ອາດສະນາວົງ ໄດ້ກ່າວວ່າ:ກອງປະຊຸມຄັ້ງນີ້ ຖືເປັນໂອກາດທີ່ດີໃນການເຕົ້າໂຮມກັນ ແລກ ປ່ຽນຄວາມເຂົ້າໃຈ ແລກປ່ຽນຄວາມຮູ້ ເພີ່ມທະວີການຮ່ວມມືລະຫວ່າງປະເທດສະມາຊິກອາຊຽນ ເພື່ອບັນລຸເປົ້າໝາຍຮ່ວມກັນແກ້ໄຂມົນລະ ພິດໝອກຄວັນໃນພາກພື້ນ ໃນການຮ່ວມມືກັນປະຕິບັດສັນຍາອາຊຽນ ກ່ຽວກັບມົນລະພິດໝອກຄວັນຂ້າມແດນ ແລະ ບັນລຸເປົ້າໝາຍສ້າງເສັ້ນທາງປອດໝອກຄວັນໃນປີ 2030. ພາກພື້ນອາຊຽນໄດ້ປະເຊີນກັບການເກີດໝອກຄວັນເປັນປະຈໍາໃນແຕ່ລະປີ ໃນທົດສະວັດທີ່ຜ່ານມາມົນລະພິດຈາກໝອກ ຄວັນເປັນອັນຕະລາຍຕໍ່ສິ່ງແວດລ້ອມ ແລະ ມີຜົນກະທົບຕໍ່ສຸຂະພາບຂອງມະນຸດ ດ້ວຍການໃຫ້ສັດຕະຍາບັນຂອງສັນຍາອາ ຊຽນກ່ຽວກັບມົນລະພິດໄພໝອກຄວັນຂ້າມແດນຢ່າງເຕັມຮູບແບບ ໂດຍບັນດາປະເທດສະມາຊິກອາຊຽນທັງໝົດ ດັ່ງນັ້ນ ຈຶ່ງເປັນເວລາສົມຄວນແລ້ວທີ່ຈະຕ້ອງເພີ່ມທະວີຄວາມພະຍາຍາມຂອງຊາດ ແລະ ພາກພື້ນ ເພື່ອແກ້ໄຂບັນຫານີ້ຮ່ວມກັນ ສປປ ລາວ ເຊື່ອໝັ້ນວ່າກອງປະຊຸມຄັ້ງນີ້ຈະເປັນເວທີທີ່ມີສິດທິຜົນສູງ ເພື່ອຕີລາຄາຄວາມຄືບໜ້າ ແລະ ໝາກຜົນຂອງການ ຮ່ວມມື ເພີ່ມທະວີແຜນການເຄື່ອນໄຫວລະດັບຊາດໃນການຕ້ານໄຟໄໝ້ປ່າ ແລະ ປ່າໄມ້ ຕິດພັນກັບການກວດກາຄືນແຜນ ທີ່ການຮ່ວມມືອາຊຽນສະບັບປັບປຸງ ການຄວບຄຸມມົນລະພິດຂ້າມຊາຍແດນດ້ວຍວິທີການປະຕິ ບັດຮ່ວມກັນ ນອກນີ້ໃນ ກອງປະຊຸມຍັງຈະໄດ້ທົບທວນຄືນແຜນທີ່ການປັບປຸງ ແລະ ຍຸດທະສາດການຄຸ້ມຄອງພູພຽງອາຊຽນ ປຶກສາຫາລືກ່ຽວກັບ ການສ້າງຕັ້ງສູນປະສານງານການຄວບຄຸມມົນລະພິດໝອກຄວັນຂ້າມແດນອາຊຽນ. ພ້ອມທັງແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃນຕໍ່ໜ້າ ເຊີ່ງໝາກຜົນຂອງກອງປະຊຸມຄັ້ງທີ 18 ຂອງຄະນະກໍາມະການ ດັ່ງກ່າວ ຈະແຈ້ງໃຫ້ແກ່ກອງປະຊຸມຄັ້ງທີ 18 ຂອງບັນດາຝ່າຍຮັບຮອງເອົາແຜນທີ່ເສັ້ນທາງປອດໝອກຄວັນຂອງອາຊຽນ ຍຸດທະສາດປ່າໄມ້ 2030 ແລະ ຜັນຂະຫຍາຍຄວາມຄືບໜ້າຂອງສູນປະສານງານການຄວບຄຸມມົນລະພິດ  ໝອກຄວັນ ຂ້າມແດນອາຊຽນ. Share:FacebookTwitter
ອາຊຽນ ເພີ່ມທະວີການຮ່ວມມື ເພື່ອບັນລຸເປົ້າໝາຍຮ່ວມກັນ ແກ້ໄຂມົນລະພິດໝອກຄວັນໃນພາກພື້ນ
https://v2.vientianemai.net/archives/59354
ໃນໄລຍະຫຼັງໆນີ້ ຍ້ອນໄດ້ຮັບຜົນກະທົບຈາກລົມພາຍຸໄຕ້ຝຸ່ນ ເຮັດໃຫ້ເກີດໄພພິບັດນ້ຳຖ້ວມຢ່າງຮຸນແຮງຢູ່ຫຼາຍເຂດຂອງ ສປປ ລາວ ພື້ນຖານໂຄງລ່າງໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ ທັງຊີວິດ ແລະ ຊັບສິນຂອງປະຊາຊົນ ລ້ວນໄດ້ຮັບຜົນ ກະທົບ ການເວລາແມ່ນຊີວິດ ໄພພິບັດແມ່ນຄຳສັ່ງ ແລະ ໃນເວລາທີ່ຫຍຸ້ງຍາກລຳບາກນີ້ ບໍລິສັດ ຊີໂນ-ອາກຣີ ໂປຕາສ ໄດ້ ເປັນຄູ່ຮ່ວມລົມຫາຍໃຈ ຄູ່ຮ່ວມຊະຕາກຳ ຄູ່ຮ່ວມຮຽງໃຈ ສາມັກຄີເປັນອັນໜຶ່ງ ພ້ອມກັນຜ່ານຜ່າອຸປະສັກ. ວັນທີ 6 ສິງຫາ 2023 ຜ່ານມາ ບໍລິສັດ ຊີໂນ-ອາກຣີ ໂປຕາສ ໄດ້ຈັດຕັ້ງເພື່ອຍື່ນມືເຂົ້າຊ່ວຍເຫຼືອທັນທີ ໂດຍມອບເຄື່ອງຊ່ວຍ ເຫຼືອ ໄພພິບັດນໍ້າຖ້ວມຄັ້ງທຳອິດ ໃຫ້ແກ່ຫອ້ງວ່າການປົກຄອງແຂວງຄຳມ່ວນ ຈຳນວນເງິນ 100 ລ້ານກີບ ເພື່ອຮັບປະກັນຊີ ວິດການເປັນຢູ່ພື້ນຖານຂອງປະຊາຊົນ ພາຍໃນທ້ອງຖິ່ນ ແລະ ສົ່ງຄວາມອົບອຸ່ນ ຄວາມຫວັງໃຫ້ແກ່ປະຊາຊົນຢູ່ເຂດປະສົບ ໄພ ພ້ອມກັນນັ້ນ ກໍໄດ້ເອົາໃຈໃສ່ຕິດ ຕາມສະພາບໄພພິບັດຢ່າງຕໍ່ເນື່ອງ ເຫັນເຖິງສະພາບໄພພິບັດຍັງສືບຕໍ່ແຜ່ລາມອອກໄປ ການນຳທຸກຂັ້ນຂອງລັດຖະບານລາວໄດ້ລົງຕິດຕາມ ພ້ອມຊີ້ນຳວຽກງານໃນການຕ້ານໄພນ້ຳຖ້ວມ ແລະ ວາງແຜນກໍ່ສ້າງຄືນ ໃໝ່ໃນພື້ນທີ່ດັ່ງກ່າວ ເມື່ອສະຖານະການໄພພິບັດຮຸນແຮງຂຶ້ນຕໍ່ເນື່ອງ ພື້ນທີ່ປະຊາຊົນທີ່ໄດ້ຮັບຜົນກະ ທົບແຜ່ລາມຂະ ຫຍາຍອອກໄປ ປະຊາຊົນໄດ້ຮັບຄວາມເສຍຫາຍໜັກໜ່ວງ ບໍ່ວ່າທາງດ້ານຮ່າງກາຍ ແລະ ດ້ານຈິດໃຈ ໃນວັນທີ 11 ສິງຫາ 2023 ບໍລິສັດ ຊີໂນ-ອາກຣີ ໂປຕາສ ໄດ້ມອບເງິນຊ່ວຍເຫຼືອຈຳນວນເງິນ 2,5 ຕື້ກີບ ໃຫ້ລັດຖະບານລາວອີກຄັ້ງ ພ້ອມດຽວ ກັນນັ້ນ ໄດ້ຈັດຕັ້ງລະດົມທຶນຈາກບໍລິສັດຄູ່ຮ່ວມກໍ່ສ້າງ ເຊິ່ງສາມາດລະດົມທຶນຊ່ວຍເຫຼືອຕ້ານໄພນໍ້າຖ້ວມໄດ້ຈຳນວນເງິນ 1.896 ລ້ານກີບ ນີ້ສະແດງໃຫ້ເຫັນເຖິງການທຸ້ມເທຊ່ວຍເຫຼືອເຂດປະສົບໄພ ແຕ່ຍັງ ເປັນການຊ່ວຍເຫຼືອ ວຽກງານສ້າງສາ ບ້ານເຮືອນຄືນ  ໃໝ່ ໂດຍການປະຕິບັດຕາມປະເພນີສືບທອດອັນດີງາມຂອງຈີນທີ່ວ່າ “ເມື່ອໜຶ່ງທາງໄດ້ຮັບຄວາມຫຍຸ້ງ ຍາກ ທຸກທິດທາງຈະໃຫ້ການຊ່ວຍເຫຼືອ” ນີ້ເປັນການສະແດງໃຫ້ເຫັນວ່າບໍລິສັດມີຄວາມຮັບຜິດຊອບຕໍ່ສັງຄົມ. ໄພນ້ຳຖ້ວມບໍ່ມີຄວາມປານີ ແຕ່ຄົນມີຄວາມປານີ ຝົນຕົກເປັນເວລາຫຼາຍມື້ຕໍ່ເນື່ອງ ໄດ້ດືງໜ່ວງຈິດໃຈຂອງປະຊາຊົນລາວທົ່ວ ປະເທດ ເຊິ່ງທ່ານນາຍົກລັດຖະມົນຕີ ໄດ້ລົງພື້ນທີ່ແຂວງຄຳມ່ວນ ເພື່ອຊີ້ນຳ ແລະ ຕິດຕາມຢ່າງໃກ້ຊິດ ໃນຕອນຄໍ່າຂອງວັນທີ 11 ສິງຫາ 2023 ບໍລິສັດ ຊີໂນ ອາກຣີ ໂປຕາສ ແລະ ຜູ້ຕາງໜ້າບໍລິສັດຄູ່ຮ່ວມກໍ່ສ້າງ ໄດ້ເຂົ້າຮ່ວມພິທີມອບ-ຮັບເງິນຊ່ວຍເຫຼືອ ຜູ້ປະສົບໄພນ້ຳຖ້ວມ ໂດຍມີທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຂົ້າຮ່ວມໃນພິທີ ເຊິ່ງບໍລິສັດໄດ້ ມອບເງິນຊ່ວຍ ເຫຼືອໃຫ້ແກ່ລັດຖະບານຂັ້ນສູນກາງ ຈຳນວນ 1 ຕື້ກີບ ມອບໃຫ້ອຳນາດປົກຄອງແຂວງຄຳມ່ວນ ຈຳນວນເງີນ 1,5 ຕື້ກີບ ແລະ ລະດົມທຶນຈາກບໍລິສັດຄູ່ຮ່ວມກໍ່ສ້າງໄດ້ຈຳນວນ 1.896 ລ້ານກີບ ນີ້ກໍເພື່ອຊ່ວຍ ເຫຼືອພື້ນຟູເຂດພື້ນທີ່ ທີ່ໄດ້ ຮັບໄພພິບັດເພື່ອໃຫ້ປະຊາຊົນໃນເຂດດັ່ງກ່າວ ສາມາດກັບມາມີຊີວິດການເປັນຢູ່ໃນສະພາບປົກກະຕິໄດ້ໄວໆ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສະຫວັດດີການ ແລະ ສັງ ຄົມ ແລະ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ຮ່ວມກັນເປັນສັກຂີພະຍານໃນພິທີມອບ-ຮັບເງິນບໍລິຈາກຄັ້ງນີ້ ພ້ອມທັງຕາງໜ້າໃຫ້ລັດຖະບານລາວ ແລະ ປະຊາຊົນລາວ ຂຶ້ນກ່າວຄຳປາໄສ ສະແດງເຖິງການຕີລາຄາສູງ ແລະ ຂອບໃຈ ຢ່າງຈິງໃຈມາຍັງບໍລິສັດທີ່ໄດ້ໃຫ້ “ຄວາມຮັກແພງທີ່ບໍ່ມີພົມແດນ ແລະ ການເສຍສະລະອຸທິດຕົນ” ໃນຈຸດເວລາອັນສຳຄັນນີ້ ຢືນຢັນບົດບາດທີ່ເປັນແບບຢ່າງຂອງບໍລິສັດ ຊີໂນ-ອາກຣີ ໂປຕາສ ໃນການຊ່ວຍເຫຼືອພັດທະນາເສດຖະກິດຂອງລາວ ແລະ ຊຸກຍູ້ການສ້າງສາຊີວິດການເປັນຢູ່ຂອງປະຊາຊົນລາວ ແລະ ຫວັງວ່າບໍລິສັດ ຊີໂນ-ອາກຣີ ໂປຕາສຈະມີບົດບາດໃນ ການສະ ແດງສັກກະຍາພາບ ແລະ ຕອບແທນລັດຖະບານ ແລະ ປະຊາຊົນ ສປປ ລາວ ເພີ່ມຂື້ນຕື່ມອີກ. ບໍລິສັດ ຊີໂນ ອາກຣີ ໂປຕາສ ໄດ້ຕັ້ງຫຼັກປັກຖານຢູ່ປະເທດລາວເປັນເວລາ 10 ກວ່າປີ ໂດຍຍຶດໝັ້ນແນວຄວາມຄິດພັດທະ ນາຢ່າງສະເໝີຕົ້ນສະເໝີປາຍ “ເຄົາລົບນັບຖື ປະສານກົມກຽວ ປະຕິບັດຕົວຈິງ ມີ ໄຊຊະນະຮ່ວມກັນ” ບໍ່ພຽງແຕ່ເປັນຜູ້ຊຸກຍູ້ ການພັດທະນາອຸດສາຫະກຳຂອງລາວໃຫ້ເຂັ້ມແຂງເທົ່ານັ້ນ ແຕ່ຍັງເປັນຜູ້ຊຸກຍູ້ການພັດທະນາກະສິກຳທັນສະໄໝ ແລະ ການຫັນເປັນຕົວເມືອງ ແລະ ເປັນຜູ້ປະກອບສ່ວນໃນວຽກງານທາງສັງຄົມທຸກປະເພດອີກດ້ວຍ ການຕ້ານໄພນ້ຳຖ້ວມຄັ້ງນີ້ ບໍລິສັດແມ່ນຢູ່ໃນເຮືອລຳດຽວກັນກັບລັດຖະບານ ແລະ ປະຊາຊົນລາວໃນເຂດປະສົບໄພພິບັດ ເຊິ່ງໄດ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມກັນຕ້ານໄພນ້ຳຖ້ວມ ແລະ ປະຕິບັດບົດບາດຂອງພັນທະມິດ ເພື່ອຊ່ວຍໃຫ້ປະຊາຊົນລາວຟື້ນຟູການ ຜະລິດ ຄືນໃໝ່ໂດຍໄວ ຊຸກຍູ້ການພັດທະນາລະດັບສູງຂອງປະເທດລາວ ແບ່ງປັນຜົນປະໂຫຍດໃຫ້ແກ່ປະຊາຊົນລາວ ປະກອບສ່ວນ ເຂົ້າໃນຄູ່ຮ່ວມຊະຕາກຳປະຊາຄົມຂອງສອງຊາດ ລາວ-ຈີນ ໃຫ້ຫຼາຍຍິ່ງຂຶ້ນ. Share:FacebookTwitter
ຊີໂນ-ອາກຣີ ໂປຕາສ ພ້ອມຄູ່ຮ່ວມກໍ່ສ້າງນິຄົມ ມອບເງິນ 4 ຕື້ກວ່າ ຊ່ວຍເຫຼືອຜູ້ໄດ້ຮັບຜົນປະທົບຈາກໄພນ້ຳຖ້ວມໃຫ້ລັດ
https://v2.vientianemai.net/archives/59362
ເມື່ອບໍ່ດົນມານີ້ ຢູ່ຫໍປະຊຸມແຫ່ງຊາດ ທ່ານ ຮົວຈື່ເໝິງ ຜູ້ບໍລິຫານບໍລິສັດ ຫົວເຫວີຍລາວ ໄດ້ມອບເງິນຊ່ວຍເຫຼືອເພື່ອປະກອບສ່ວນບັນເທົາທຸກ ແກ້ໄຂໄພພິບັດທໍາມະຊາດ ເຊິ່ງຮັບໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ ລາວ ມີຄະນະກຳມະການຄຸ້ມຄອງໄພ ພິບັດຂັ້ນສູນກາງ ຄະນະນໍາຫ້ອງວ່າການສໍານັກງານນາຍົກລັດຖະມົນຕີແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ການຊ່ວຍເຫຼືອຄັ້ງນີ້ ເພື່ອປະກອບສ່ວນຊ່ວຍເຫຼືອປະຊາຊົນຜູ້ທີ່ປະສົບໄພທໍາມະຊາດ ນ້ຳຖ້ວມຢ່າງຮ້າຍແຮງໃນຫຼາຍພື້ນທີ່ທົ່ວປະເທດ ໃນເດືອນກໍລະກົດຜ່ານມາ ເພື່ອໃຫ້ເຂົາເຈົ້າສາມາດຜ່າຄວາມຫຍຸ້ງຍາກ ແລະ ສາມາດກັບ ຄືນສູ່ການດໍາລົງຊີວິດປົກກະ ຕິໂດຍໄວ. ໂອກາດດັ່ງກ່າວ ທ່ານນາຍົກລັດຖະມົນຕີ ກໍໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບຜົນກະ ທົບຈາກໄພນໍ້າຖ້ວມໃນປີນີ້ແມ່ນໜັກໜ່ວງ ໂດຍສະເພາະຢູ່ແຂວງສະຫວັນນະເຂດ ແຂວງຄຳມ່ວນ ແລະ ແຂວງບໍລິຄຳໄຊ ເຊິ່ງໄດ້ສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບ ສິນຂອງປະຊາຊົນ ລວມທັງໂຄງລ່າງພື້ນຖານຕ່າງໆເປັນຈຳ ນວນຫຼວງຫຼາຍ ເຮັດໃຫ້ການເດີນທາງໄປ-ມາຫາສູ່ ຕະຫຼອດຮອດການດຳລົງຊີວິດຂອງປະຊາຊົນຢູ່ເຂດພື້ນທີ່ຖືກຜົນກະທົບ ພົບກັບຄວາມຫຍຸ້ງຍາກ ຕໍ່ສະພາບການດັ່ງກ່າວ ລັດຖະບານ ກໍຄື ຂະ ແໜງການ ທ້ອງຖິ່ນ ແລະ ພາກສ່ວນຕ່າງໆທົ່ວສັງຄົມ ກໍໄດ້ສຸມໃສ່ໃຫ້ການຊ່ວຍ ເຫຼືອຜູ້ປະສົບໄພນໍ້າຖ້ວມຢ່າງວ່ອງ ໄວ ຕິດຕາມສະພາບການຢ່າງໃກ້ຊິດ ແລະ ຟື້ນຟູຜົນກະທົບໃຫ້ກັບຄືນສູ່ສະພາບປົກກະຕິເປັນກ້າວໆ ພ້ອມນີ້ທ່ານນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຊົມເຊີຍຂອບໃຈ ແລະ ຮູ້ບຸນຄຸນຕໍ່ພາກສ່ວນຕ່າງໆທີ່ໄດ້ມີຈິດໃຈມະນຸດສະທໍາ ເອື້ອເຟື້ອເຜື່ອແຜ່ ໃຫ້ການຊ່ວຍເຫຼືອບັນດາຜູ້ປະສົບອຸທົກກະໄພໃນຄັ້ງນີ້ ເຊິ່ງການຊ່ວຍເຫຼືອດັ່ງກ່າວແມ່ນສອດຄ່ອງກັບຄວາມຕ້ອງການຂອງສະພາບການຕົວຈິງໃນປັດຈຸບັນ ເປັນການເສຍສະຫຼະເພື່ອປະກອບສ່ວນໃນການແກ້ໄຂຜົນກະທົບ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຜູ້ທີ່ປະ ສົບໄພທໍາມະຊາດ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ພ້ອມກັນນີ້ທ່ານນາຍົກລັດຖະມົນຕີ ຍັງໄດ້ຢືນ ຢັນວ່າຈະນຳເອົາການຊ່ວຍເຫຼືອດັ່ງກ່າວ ໄປມອບໃຫ້ພາກສ່ວນກ່ຽວຂ້ອງ ນຳໃຊ້ໃນການຊ່ວຍເຫຼືອບັນເທົາທຸກໃຫ້ຜູ້ປະສົບໄພພິບັດ ດ້ວຍຄວາມໂປ່ງໃສ ສາມາດກວດສອບໄດ້ ອັນສຳຄັນແມ່ນໃຫ້ເຖິງ ແລະ ຖືກເປົ້າໝາຍຢ່າງແທ້ຈິງ. Share:FacebookTwitter
ບໍລິສັດ ຫົວເຫວີຍລາວ ມອບເງິນຊ່ວຍເຫຼືອປະກອບສ່ວນແກ້ໄຂໄພພິບັດ
https://v2.vientianemai.net/archives/59366
ວັນທີ 27 ສິງຫາ 2023 ທີ່ ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດພິທີເຊັນສັນຍາລະຫວ່າງ ບໍລິສັດລາວນິວເວບຊີເນມາໂປຣດັກຊັ້ນ ແລະ ບໍລິສັດນະພາມີເດຍຕົວແທນຈຳໜ່າຍຮູບເງົາໃນປະເທດລາວ ເພື່ອສົ່ງຮູບເງົາອອກຈຳໜ່າຍພາຍໃນ ແລະ ຕ່າງປະເທດ ຕາງໜ້າເຊັນໂດຍ ທ່ານ ນາງ ວັນນະພອນ ສິດທິລາດ ຜູ້ຮ່ວມກໍ່ຕັ້ງບໍລິສັດ ລາວນິວເວບຊີເນມາໂປຣດັກຊັ້ນ ທ່ານ ອານີໄຊ ແກ້ວລາ ຜູ້ຮ່ວມກໍ່ຕັ້ງ ແລະ ຜູ້ບໍລິຫານໃຫຍ່ບໍລິສັດລາວນິວເວບຊີນີມາໂປຣດັກຊັ້ນ ແລະ ທ່ານ ພອນເທວາ ພົນເສນາ ຜູ້ກໍ່ຕັ້ງ ແລະ ອໍານວຍກາຍໃຫຍ່ຂອງບໍລິສັດນະພາມີເດຍ ຕົວແທນຈຳໜ່າຍຮູບເງົາໃນປະເທດລາວ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳເພົ້າ ວັນນະວົງ ຫົວໜ້າກົມຮູບເງົາ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ທ່ານ ອານຸສັກ ຍົດບຸນ ຫົວໜ້າພະແນກຄຸ້ມຄອງຮູບເງົາ ພ້ອມດ້ວຍ ແຂກທີ່ຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ.       ທ່ານ ນາງ ວັນນະພອນ ສິດທິລາດໄດ້ກ່າວວ່າ: ລາວນິວເວບຊີເນມາໂປຣດັກຊັນ ແມ່ນໄດ້ເລີ່ມຈາກກຸ່ມຄົນນ້ອຍໆທີ່ມັກຮັກໃນຮູບເງົາ ແລະ ຜະລິດຮູບເງົາເລື່ອງທຳອິດທີ່ມີ ຊື່ວ່າ “ປາຍທາງ” ຮ່ວມກັນ ມາແຕ່ປີ 2010 ຫຼັງຈາກນັ້ນ ຮູບເງົາຍາວທີ່ໄດ້ຜະລິດປະກອບມີ ຮັກອໍ່າລໍ່າ ຮັກນີ້ທີ່ວຽງຈັນ ສາຍນໍ້າໄຫຼ ນ້ອຍ Above It All  ໄຂ່ຂັວນ Signal  ແລະ ເງົາ ແລະ ຮູບເງົາສັ້ນອີກຫຼາຍເລື່ອງ ທີ່ໄດ້ສາຍຢູ່ພາຍໃນ ແລະ ຕ່າງປະເທດ ພ້ອມນີ້ ບໍລິສັດຂອງພວກເຮົາຍັງມີຈຸດປະສົງຊ່ວຍສ້າງທັກສະໃຫ້ແກ່ນ້ອງໆໄວໜຸ່ມທີ່ມັກຮັກໃນດ້ານນີ້ ໂດຍໄດ້ໃຫ້ນ້ອງໆ ມາຮ່ວມເຮັດວຽກໃນກອງຖ່າຍທໍານໍາ ແລະ ຍັງໄດ້ມີເວທີສະແດງຜົນງານຂອງເຂົາເຈົ້າ ຈຶ່ງໄດ້ມີ ງານແຂ່ງຂັນຮູບເງົາສັ້ນ ຊື່ ງານຮູບເງົາສັ້ນລ້ານຊ້າງ ຫຼື LanXang Shorts ເພື່ອເປີດໂອກາດໃຫ້ໄວໜຸ່ມໄດ້ຜະລິດຮູບເງົາ ແລະ ນຳເອົາຜົນງານເລື່ອງສັ້ນຂອງຕົນມາແຂ່ງຂັນໃນເວທີນີ້ ເຊິ່ງແນ່ໃສ່ພັດທະນາສີມື ແລະ ສະແດງຜົນງານຂອງພວກເຂົາ ແລະ ຊ່ວຍຊຸກຍູ້ຄົນຮຸ່ນໃໝ່ສ້າງຮູບເງົາລາວສູ່ເວທີສາກົນ ການເຊັນສັນຍາຮ່ວມມືໃນຄັ້ງນີ້ ຖືເປັນນິມິດໝາຍອັນສຳຄັນ ແລະ ເປັນໂອກາດອັນໃໝ່ໃນການຊຸກຍູ້ຮູບເງົາລາວໃຫ້ໄດ້ມີໂອກາດຈຳໜ່າຍຢູ່ຕ່າງປະເທດ ແລະ ເປັນທີ່ຮັບຮູ້ຫຼາຍຂຶ້ນໃນເວທີສາກົນເພາະບໍລິສັດນະພາມີເດຍ ແມ່ນມີຄວາມຊ່ຽວຊານ ແລະ ມີປະສົບການໃນການຈຳໜ່າຍຮູບເງົາ ໃນພາກພື້ນອາຊີ.      ທ່ານ ພອນເທວາ ພົນເສນາ ໄດ້ກ່່າວວ່າ: ບໍລິສັດນະພາມີເດຍແມ່ນໄດ້ເລີ່ມສ້າງຕັ້ງບໍລິສັດໃນປີ 2018 ເປັນຕົວແທນຈໍາໜ່າຍຮູບເງົາໃນປະເທດລາວ ໄດ້ນຳເຂົ້າຮູບເງົາຈາກຕ່າງປະເທດມາຈຳໜ່າຍໃນປະເທດລາວຫຼາຍກວ່າ 50 ເລື່ອງຕໍ່ປີ ແລະ ໃນປີນີ້ກໍໄດ້ນຳຮູບເງົາຕ່າງປະເທດມາພາກເປັນພາສາລາວຫຼາຍກວ່າ 10 ເລື່ອງ ພ້ອມນັ້ນ ກໍໄດ້ປະກອບສ່ວນພັດທະນາລະບົບໂຮງສາຍຮູບເງົາລາວໃຫ້ໄດ້ຄຸນນະພາບທຽບເທົ່າສາກົນ ມາຮອດປັດຈຸບັນຄົນລາວເຮົາໄດ້ຫັນມາໃຫ້ຄວາມສົນໃຈເຂົ້າມາເບີ່ງຮູບເງົາທີ່ສາຍໃນໂຮງຮູບເງົາລາວເຮົາຫຼາຍຂຶ້ນ ທີ່ສຳຄັນຄົນລາວເຮົາກໍໄດ້ໃຫ້ຄວາມນິຍົມເຂົ້າເບີ່ງຮູບເງົາທີ່ພາກເປັນພາສາລາວທຽບເທົ່າກັບຮູບເງົາທີ່ພາກເປັນພາສາຕ່າງປະເທດ ແລະ ການທີ່ໄດ້ມາຮ່ວມມືກັບບໍລິສັດ ລາວນິວເວບຊີເນມາໂປຣດັກຊັ້ນຄັ້ງນີ້ຖືເປັນການຮ່ວມມືທີ່ສຳຄັນເພາະຂ້າພະເຈົ້າໝັ້ນໃຈວ່າຮູບເງົາຂອງລາວ ໂດຍສະເພາະຮູບເງົາທີ່ຜະລິດຈາກບໍລິສັດລາວນິວເວບຊີເນມາເປັນຮູບເງົາທີ່ມີຄຸນນະພາບສູງໂດຍຈະສາມາດນຳເອົາຮູບເງົາຂອງລາວໄປຈຳໜ່າຍ ຫຼື ສາຍຢູ່ໃນໂຮງຮູບເງົາຂອງຕ່າງປະເທດໄດ້ຢ່າງແນ່ນອນ ທັງເພື່ອເປັນການນຳເອົາວັດທະນະທຳ ຮີດຄອງປະເພນີ ສະຖານທີ່ທ່ອງທ່ຽວທາງວັດທະນະທຳ  ປະຫວັດສາດ ແລະ ທຳມະຊາດອັນງົດງາມຂອງລາວໄປເຜີຍແຜ່ໃຫ້ຊາວຕ່າງປະເທດໄດ້ຮັບຮູ້ປະເທດລາວເຮົາໃຫ້ກວ້າງຂວາງຂຶ້ນຕື່ມໂດຍຜ່ານການຊົມຮູບເງົາລາວເຮົາ ແລະ ໝັ້ນໃຈວ່າຮູບເງົາລາວຈະໄດ້ຮັບຄວາມສົນໃຈຈາກຊາວຕ່າງປະເທດ ນອກຈາກຮ່ວມມືນຳເອົາຮູບເງົາລາວອອກໄປສາຍຢູ່ຕ່າງປະເທດແລ້ວ ທັງສອງບໍລິສັດພວກເຮົາກໍຈະຮ່ວມມືກັນພັດທະນາ ແລະ ຜະລິດຮູບເງົາລາວທີ່ມີຄຸນນະພາບຢ່າງໜ້ອຍປີໜຶ່ງໃຫ້ໄດ້ໜຶ່ງເລື່ອງເພື່ອອອກສາຍໃນໂຮງຮູບເງົາທັງພາຍໃນ ແລະ ຕ່າງປະເທດ. Share:FacebookTwitter
ສອງບໍລິສັດຮ່ວມມືພັດທະນາຮູບເງົາລາວອອກສາຍຢູ່ຕ່າງປະເທດ