url
stringlengths
22
63
context
stringlengths
4
47.2k
title
stringlengths
4
4.16k
https://v2.vientianemai.net/archives/57437
ສູນ​ເຝິກ​ແອບ​ ແລະ ຮັກ​ສາ​ສຸ​ຂະ​ພາບ​ສັດ ອິນ​ທາ​ນິນ ກຽມ​ຈັດ​ແຂ່ງ​ຂັນ​ໝາ​ງາມ ແລະ ໝ​າ​ຮູ້​ຄວາມ ເພື່ອ​ສ້າງ​ໂອ​ອາດ​ໃຫ້​ຄົນ​ທີ່​ມັກ ຮັກ​ໃນ​ການ​ລ້ຽງ​ໝາ ໄດ້​ນຳ​ເອົາ​ໝາ​ຂອງ​ຕົນ​ມາ​ສະ​ແດງ​ຄວາມ​ສາ​ມາດ​ເທິງ​ເວ​ທີ​ດັ່ງ​ກ່າວ. Share:FacebookTwitter
ກຽມຈັດການແຂ່ງຂັນໝາງາມ-ຮູ້ຄວາມ
https://v2.vientianemai.net/archives/57439
ເມືອງ​ບັນ​ດານດອກງິ້ວ​ປ່າ ສາ​ລະ​ຄະ​ດີ ສາ​ລະ​ຄະ​ດີ​ນີ້​ສ້າງ​ຂຶ້ນ​ເພື່ອ​ສະ​ເຖິງ​ຜົນ​ສຳ​ເລັດຕ​ະຫຼອດ​ໄລ​ຍະ 16 ປີ ແຫ່ງ​ການ​ພັດ​ທະ​ນາ​ ເຂດ​ເສດ​ຖະ​ກິດ​ພິ​ເສດ​ສາມຫຼ່ຽມ​ຄຳ ​ເມືອງ​ຕົ້ນ​ເຜິ້​ງ ແຂວງບໍ່​ແກ້ວ ທັງເປັນ​ການ​ສ້າງ​ຄວາມ​ຮັບ​ຮູ້ ແລະ ຄວາມ​ເຂົ້າ​ໃຈທີ່​ຖືກ​ຕ້ອງ​ໃຫ້​ແກ່​ສັງ​ຄົມ ກ່ຽວ​ກັບ​ການ​ພັດ​ທະ​ນາ​ ເຂດ​ເສດ​ຖະ​ກິດ​ດັ່ງ​ກ່າວ Share:FacebookTwitter
ການພັດທະນາ 3 ຫຼ່ຽມຄຳ
https://v2.vientianemai.net/archives/57446
ວັນທີ 16 ພຶດສະພາ 2023 ທີ່ອົງການກາແດງແຫ່ງຊາດລາວ ໄດ້ພິທີມອບ-ຮັບເຄື່ອງຟອກໝາກໄຂ່ຫຼັງ ຈຳນວນ 1 ເຄື່ອງ ຈາກບໍລິສັດບາງກອກ ເທີມິນໍ ໂລຈິດຕິກ ຈຳກັດ ເພື່ອປະກອບໃສ່ເຂົ້າໃນການປິ່ນປົວພະຍາດໝາກໄຂ່ຫຼັງ ໃຫ້ກຽດກ່າວມອບໂດຍທ່ານ ບໍວອນສິນ ຕັນທຸວານິດ ປະທານບໍລິສັດບາງກອກ ເທີມິນໍ ໂລຈິດຕິກ ຈຳກັດ ແລະ ກ່າວຮັບໂດຍ ທ່ານ ສຈ ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.     ໂອກາດນີ້ ທ່ານ ສຈ ດຣ ພູທອນ ເມືອງປາກ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ບໍລິສັດບາງກອກ ເທີມິນໍ ໂລຈິດຕິກ ຈຳກັດ ທີ່ປະກອບສ່ວນໃນການມອບເຄື່ອງຟອກໝາກໄຂ່ຫຼັງ ຈໍານວນ 1 ເຄື່ອງມູນຄ່າ 275 ລ້ານກີບ ໃຫ້ແກ່ອົງການກາແດງແຫ່ງຊາດລາວ ເຊິ່ງເຄື່ອງດັ່ງກ່າວ ຈະນຳຜົນປະໂຫຍດທີ່ສຸດຕໍ່ກັບປະຊາຊົນຜູ້ທີ່ເປັນພະຍາດໝາກໄຂ່ຫຼັງ ເຊິ່ງທາງອົງການກາແດງແຫ່ງຊາດ ຈະໄດ້ນຳໄປມອບຕໍ່ໃຫ້ກັບ ໂຮງໝໍເປົ້າໝາຍ ເພື່ອນຳໃຊ້ເຄື່ອງດັ່ງກ່າວ ເປັນເຄື່ອງຟອກໝາກໄຂ່ຫຼັງໄປທາງດ້ານວຽກງານມະນຸດສະ ທຳ.     ໂອກາດດຽວກັນ ທ່ານ ບໍວອນສິນ ຕັນທຸວານິດ ໄດ້ກ່າວສະແດງຄວາມຍະນດີທີ່ໄດ້ປະກອບສ່ວນໃຫ້ ການຊ່ວຍເຫຼືອໃນຄັ້ງນີ້ ເຊິ່ງທ່ານໄດ້ກ່າວເນັ້ນວ່າ: ການດຳເນີນທຸລະກິດຢູ່ລາວ ບໍພຽງແຕ່ຫວັງຜົນກຳໄລ ພຽງຢ່າງດຽວ ສິ່ງສຳຄັນ ຕ້ອງມີສ່ວນຮ່ວມໃນການຊ່ວຍເຫຼືອສັງຄົມ ປະຕິບັດໜ້າທີ່ ງານມະນຸດສະທຳ ພ້ອມຢືນຢັນ ຍິນດີຈິງໃຈທີ່ຈະສືບຕໍ່ໃຫ້ການປະກອບສ່ວນທາງດ້ານວຽກງານມະນຸດສະທຳ ໃຫ້ແກ່ອົງການ ກາແດງແຫ່ງຊາດລາວ ໃນໂອກາດຕໍ່ໄປ. Share:FacebookTwitter
ອົງການກາແດງແຫ່ງຊາດລາວໄດ້ຮັບເຄື່ອງຟອກໝາກໄຂ່ຫຼັງ ຈາກບໍລິສັດ ບາງກອກ ເທີມິນໍ ໂລຈິດຕິກ ຈຳກັດ
https://v2.vientianemai.net/archives/57457
ທ່ານ ນາງ ເພັນນີ ວອງ ລັດຖະມົນຕີການຕ່າງປະເທດ ແຫ່ງ ອົດສະຕຣາລີ ທັງເປັນສະມາຊິກວຸດທິສະພາຂອງລັດຖະສະພາອົດສະຕຣາລີ ພ້ອມດ້ວຍ ທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ (ສສກ) ລົງຢ້ຽມຢາມການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດສະບັບປັບປຸງໃໝ່ ໃນວັນທີ 16 ພຶດສະພາ 2023 ທີ່ໂຮງຮຽນປະຖົມນາໄຮ່ດຽວ ນະຄອນຫຼວງວຽງຈັນ (ນວ) ເຂົ້າຮ່ວມສັງເກດການສອນຫ້ອງຮຽນວິຊາພາສາລາວ ແລະ ວິຊາວິທະຍາສາດ ແລະ ສິ່ງແວດ ລ້ອມ ເຊິ່ງໄດ້ນຳໃຊ້ສື່ການຮຽນ-ການສອນຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດສະບັບປັບປຸງໃໝ່ ທີ່ພັດທະ ນາຂຶ້ນໂດຍສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ພາຍໃຕ້ການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍມີຄະນະນຳຈາກກະຊວງ ສສກ ພະແນກສຶກສາທິການ ແລະ ກີລາ ນວ ຫົວໜ້າ ຫ້ອງການ ສຶກສາເມືອງຈັນທະບູລີ ພະນັກງານຄູ-ອາຈານ ແລະ ນັກຮຽນໃຫ້ການຕ້ອນຮັບ.     ທ່ານ ນາງ ເພັນນີ ວອງ ແລະ ທ່ານ ປອ ນາງ ສີສຸກ ວົງວິຈິດ ໄດ້ຢ້ຽມຊົມການວາງສະແດງ ທີ່ກະກຽມໂດຍສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ກົມສ້າງຄູ ເຊິ່ງວາງສະແດງສື່ການຮຽນການສອນ ແລະ ອຸປະກອນການເຝິກອົບຮົມຄູ ທີ່ຖືກພັດທະນາຂຶ້ນດ້ວຍການສະໜັບສະໜູນຈາກແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ພ້ອມທັງໄດ້ຮັບຟັງການແນະນຳສື່ການຮຽນ-ການສອນທີ່ໃຊ້ໃນໂຄງການເຝິກເວົ້າພາສາລາວ ທີ່ຊ່ວຍການຮຽນຂອງນັກຮຽນທີ່ບໍ່ເວົ້າພາສາລາວເປັນພາສາຫຼັກໃນຄອບຄົວ.     ທ່ານ ປອ ນາງ ສີສຸກ ວົງວິຈິດ ໄດ້ກ່າວວ່າ: ລັດຖະບານລາວ ແລະ ລັດຖະບານອົດສະຕຣາລີ ມີອຸດົມການອັນດຽວກັນໃນການຮັບປະກັນໃຫ້ເດັກທຸກຄົນ ໂດຍສະເພາະແມ່ນເດັກທີ່ດ້ອຍໂອກາດ ສາມາດເຂົ້າເຖິງການສຶກສາຊັ້ນປະຖົມທີ່ມີຄຸນນະພາບ ນັບແຕ່ປີ 2015 ເປັນຕົ້ນມາ ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ໄດ້ສະໜັບສະໜູນກະຊວງ ສສກ ໃນການປັບປຸງ ແລະ ຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດສະບັບປັບປຸງໃໝ່ໃນຂອບເຂດທົ່ວປະເທດ ພ້ອມທັງສະໜັບສະໜູນການອອກແບບ ແລະ ຈັດຕັ້ງປະຕິບັດການຝຶກອົບຮົມຄູ ແລະ ການພັດທະນາວິຊາຊີບຄູ.     ທ່ານ ນາງ ເພັນນີ ວອງ ໄດ້ສະແດງຄວາມຊົມເຊີຍຕໍ່ກະຊວງ ສສກ ທີ່ໄດ້ສຳເລັດການປັບປຸງຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ ແລະ ໄດ້ຮັບຮູ້ເຖິງບົດບາດສຳຄັນຂອງຄູໃນການສ້າງອະນາຄົດຂອງຄົນຮຸ່ນໃໝ່ການສຶກສາທີ່ມີຄຸນນະພາບເປັນພື້ນຖານຂອງການພັດທະນາເສດຖະກິດແບບຍືນຍົງ ການຊ່ວຍເຫຼືອຂອງລັດຖະບານອົດສະຕຣາລີ ຕໍ່ການສຶກສາຊັ້ນປະຖົມ ຈະສືບຕໍ່ໃນໄລຍະທີສອງຂອງແຜນງານບີຄວາ ດ້ວຍທຶນຊ່ວຍເຫຼືອມູນຄ່າ 28 ລ້ານໂດລາອົດສະຕຣາລີ ໃນໄລຍະ 4 ປີ (2022-2026) ເພື່ອປັບປຸງຫຼັກສູດຮອດປີຮຽນຂັ້ນສຸດທ້າຍຂອງຫຼັກສູດຊັ້ນປະຖົມສຶກສາ ໃນປີ 2023.     ພ້ອມດຽວກັນ ແຜນງານບີຄວາຈະຫັນໄປເນັ້ນໜັກການສະໜັບສະໜູນກະຊວງ ສສກ ດ້ານການພັດ ທະນາລະບົບວິຊາຊີບຄູແບບຕໍ່ເນື່ອງ ຈຸດປະສົງຂອງວິທີການນີ້ ເພື່ອຮັບປະກັນວ່າ ເມື່ອຄູໄດ້ຮັບສື່ການຮຽນການສອນສະບັບປັບປຸງແລ້ວ ຈາກນັ້ນເຂົາເຈົ້າກໍສາມາດເຂົ້າເຖິງການຊ່ວຍເຫຼືອຢ່າງປົກກະຕິ ແລະ ມີຄຸນນະພາບສູງ ເພື່ອນຳໃຊ້ເຂົ້າໃນການສອນໃນຫ້ອງຮຽນ ບຸລິມະສິດຮ່ວມຂອງລັດຖະບານລາວ ແລະ ລັດຖະບານອົດສະຕຣາລີ ແມ່ນການຮັບປະກັນການເຂົ້າເຖິງການສຶກສາທີ່ມີຄຸນນະພາບສຳລັບເດັກທຸກຄົນ ບໍ່ວ່າຈະເປັນເດັກຍິງ ເດັກຊາຍ ເດັກຊົນເຜົ່າ ແລະ ເດັກທີ່ມີຄວາມສາມາດທີ່ແຕກຕ່າງກັນ. Share:FacebookTwitter
ລັດຖະບານອົດສະຕຣາລີສືບຕໍ່ຊ່ວຍເຫຼືອການສຶກສາຂັ້ນພື້ນຖານ ໃນ ສປປ ລາວ
https://v2.vientianemai.net/archives/57472
ເນື່ອງໃນວັນຄຸ້ມຄອງໂລກ ແລະ ວັນງົດສູບຢາໂລກທີ່ກຳລັງຈະມາເຖິງໃນວັນທີ 31 ພຶດສະພາ 2023 ເຊິ່ງການສະເຫຼີມສະ ຫຼອງປີນີ້ເນັ້ນຫົວຂໍ້ ຢາສູບບໍ່ແມ່ນອາຫານ ສະມາພັນຄວບຄຸມຢາສູບອາຊຽນ (SEATCA )ໄດ້ຮຽກຮ້ອງໃຫ້ລັດຖະບານບັນ ດາປະເທດອາຊຽນສະໜັບສະໜູນຊາວກະສິກອນທີ່ປູກຢາສູບໃຫ້ຫັນປ່ຽນມາປູກພືດຊະນິດອື່ນທົດແທນເພື່ອສ້າງຄວາມຍືນຍົງທາງດ້ານສະບຽງອາຫານ ແລະ ກາຍມາເປັນອາຫານທີ່ດີຕໍ່ສຸຂະພາບ. ການປູກຢາສູບ ແລະ ການບົ່ມໃບຢາສູບ ອາດຈະຕ້ອງໄດ້ນຳໃຊ້ເນື້ອທີ່ດິນທີ່ຕ້ອງໄດ້ຕັດໄມ້ ເຊິ່ງກໍໃຫ້ເກີດການຕັດໄມ້ທຳລາຍ ປ່າໃນທົ່ວໂລກເຖິງ 5% ແລະ ເຮັດໃຫ້ດິນມີທາດອາຫານທີ່ຈຳເປັນຫຼຸດລົງກວ່າການປູກພືດຊະນິດອື່ນ ການປູກຢາສູບແມ່ນ ຕ້ອງໄດ້ນຳໃຊ້ສານເຄມີກຳຈັດສັດຕູພືດທີ່ເປັນພິດຕໍ່ດິນ ແລະ ແຫຼ່ງນໍ້າ ແລະ ເນື້ອທີ່ປູກຢາສູບກໍສູນເສຍໂອກາດໃນການປູກ ພືດອາຫານຊະນິດອື່ນໆ.       ກົງກັນຂ້າມກັບຄຳກ່າວຂອງອຸດສາຫະກຳຢາສູບ ການເຮັດສວນຢາສູບບໍ່ແມ່ນກິດຈະກຳທີ່ສ້າງກຳໄລໄດ້ສຳຫຼັບຊາວກະ ສິກອນລາຍຍ່ອຍ ຊາວສວນຢາສູບລາຍຍ່ອຍມັກພົບວ່າຕົວເອງຕິດຢູ່ໃນຄວາມທຸກຍາກ ເນື່ອງຈາກລາຄາໃບຍາສູບຕໍ່າ ແລະ ຖືກຄວບຄຸມໂດຍບໍລິສັດຢາສູບ ເຮັດໃຫ້ຊາວສວນຜູ້ປູກຢາສູບມີລາຍໄດ້ສຸດທິຕິດລົບແທນທີ່ຈະເປັນກຳໄລ ພ້ອມນັ້ນການ ເຮັດໄຮ່ຢາສູບແມ່ນຕ້ອງໄດ້ນຳໃຊ້ແຮງງານຈຳນວນຫຼາຍເຮັດໃຫ້ຊາວກະສິກອນ ລວມທັງ ຄອບຄົວຂອງຊາວກະສິກອນຕ້ອງ ໄດ້ນຳໃຊ້ເວລາຈຳນວນຫຼາຍເຂົ້າໃນການບົວລະບັດສວນຢາສູບ ສົ່ງຜົນໃຫ້ພວກເຂົາບໍ່ສາມາດນຳໃຊ້ເວລາໄປເຮັດກິດຈະກຳ ສ້າງ ເສດຖະກິດດ້ານອື່ນໆໄດ້.                ໃນປະເທດອິນໂດເນເຊຍ ອີງໃສ່ການສຶກສາຂອງທະນາການໂລກພົບວ່າ: ຊາວສວນຢາສູບລົງທຶນໃນການປູກຢາ ສູບຫຼາຍກວ່າລາຍໄດ້ທີ່ໄດ້ຮັບ ຊາວສວນຢາສູບພົບວ່າພືດອາຫານເຊັ່ນ: ສາລີ ຜັກໃບຂຽວ ແລະ ມັນຝຣັ່ງ ປູກແລ້ວໄດ້ກຳໄລ ຫຼາຍກວ່າປູກຢາສູບ ຊາວສວນຢາສູບ ແລະ ຄອບຄົວມັກຈະລຳບາກໃນການມີອາຫານກິນເນື່ອງຈາກລາຍໄດ້ ຈາກການເຮັດ ຢາສູບບໍ່ພຽງພໍ ແລະ ໃນປະເທດຟີລິປິນໃນໄລຍະການລະບາດຂອງພະຍາດໂຄວິດ-19 ຊາວສວນຢາສູບໄດ້ຮັບແນວພັນພືດ ຜັກເພື່ອສະໜັບສະໜູນຄວາມພໍພຽງຂອງອາຫານ ແລະ ຈັດຫາລາຍໄດ້ເພີ່ມຈາກພືດທີ່ໃຫ້ຜົນກຳໄລຫຼາຍຂຶ້ນ ແລະ ເປັນ ທີ່ຕ້ອງການ.       ການປ່ຽນມາປູກພືດອາຫານໃຫ້ປະໂຫຍດຫຼາຍຢ່າງແກ່ຊາວກະສິກອນນອກຈາກໃຫ້ຄວາມໝັ້ນຄົງທາງດ້ານສະບຽງອາຫານ ໄດ້ຮັບລາຍທີ່ເພີ່ມຂຶ້ນຈາກພືດທີ່ໃຫ້ຜົນກຳໄລຫຼາຍຂຶ້ນ ແລະ ເປັນທີ່ຕ້ອງການຂອງຕະຫຼາດ ພ້ອມນັ້ນຍັງໃຊ້ແຮງງານທີ່ ໜ້ອຍລົງ ແລະ ປົກປ້ອງຊາວກະສິກອນຈາກການສຳຜັດສານເຄມີຢາປາບສັດຕູພືດ ແລະ ຫຼຸດຄວາມສ່ຽງໃນການເຈັບປ່ວຍ ຈາກ ຢາສູບສີຂຽວ ເຊິ່ງເປັນຮູບແບບຂອງສານພິດຂອງນິໂກຕິນ ເຮັດໃຫ້ເກີດອາການວິນຫົວ ປວດຮາກ ປວດທ້ອງ ຖອກ ທ້ອງ ອ່ອນເພຍ ແລະ ອື່ນໆ .       ຢາສູບເປັນອຸປະສັກຕໍ່ການບັນລຸເປົ້າໝາຍການພັດທະນາທີ່ຍືີນຍົງຂອງສະຫະປະຊາຊາດ ໂດຍສະເພາະເປົ້າໝາຍທີ່ 1 ເຊິ່ງເປັນການຢຸດຄວາມທຸກຍາກ ລວມເຖິງຊາວສວນຢາສູບ ເປົ້າໝາຍທີ່ 2 ເຊິ່ງມີເປົ້າໝາຍເພື່ອຍຸດຕິຄວາມອຶດຫິວ ບັນ ລຸຄວາມໝັ້ນຄົງທາງສະບຽງອາຫານ ແລະ ປັບປຸງໂພຊະນາການ ແລະ ສົ່ງເສີມກະສິກຳແບບຍືນຍົງ ແລະ ເປົ້າໝາຍທີ່ 3 ເຊິ່ງມີເປົ້າໝາຍເພື່ອໃຫ້ທຸກຄົນມີສຸຂະພາບ ແລະ ການເປັນຢູ່ທີ່ດີ ກອບອະນຸສັນຍາວ່າດ້ວຍການຄວບຄຸມຢາສູບຂອງອົງ ການອະນາໄມໂລກ( FCTC) ຍັງກຳນົດໃຫ້ພາຄີໃຊ້ທາງເລືອກທີ່ຄຸ້ມຄ່າທາງເສດຖະກິດສຳລັບຊາວສວນຢາສູບ ແລະ ເພື່ອ ປົກປ້ອງສຸຂະພາບຂອງປະຊາຊົນ ແລະ ສິ່ງແວດລ້ອມ.                ທ່ານ ດຣ Ulysess Dorotheo ຜູ້ອຳນວຍການໃຫຍ່ສະມາພັນຄວບຄຸມຢາສູບອາຊຽນ ກ່າວວ່າ:ຄົນທຸກຕ້ອງການ ອາຫານເພື່ອສຸຂະພາບ ແລະ ໃຫ້ຜົນຜະລິດ ບໍ່ແມ່ນຢາສູບ ເຊິ່ງເປັນອັນຕະລາຍຕໍ່ທຸກຄົນ ແລະ ໂລກ ເນື້ອທີ່ກະສິກຳທີ່ມີຄຸນ ຄ່າຄວນອຸທິດໃຫ້ກັບການປູກພືດອາຫານ ບໍ່ແມ່ນຢາສູບ ເຊິ່ງຂໍໃຫ້ລັດຖະບານປະເທດອາຊຽນ ພັດທະນາ ແລະ ດຳເນີນ ນະໂຍບາຍທີ່ຈະຊ່ວຍໃຫ້ຊາວສວນຜູ້ປູກຢາສູບຫັນມາປູກພືດທີ່ສົ່ງເສີມສຸຂະພາບ ແລະ ສ້າງລາຍໄດ້ເພີ່ມຂຶ້ນ ເຊິ່ງ ຄວນຢຸດ ຕິອຸດສາຫະກຳປູກຢາສູບ ແລະ ຫັນມາໃຫ້ຄວາມສຳຄັນໃນການນຳໃຊ້ເນື້ອທີ່ດິນເພື່ອປູກພືດອາຫານ ແລະ ທັງເປັນການ ປົກປ້ອງສິ່ງແວດລ້ອມ. Share:FacebookTwitter
ສ້າງຄວາມຍືນຍົງທາງດ້ານສະບຽງອາຫານ ໂດຍການຢຸດເຊົາປູກຢາສູບ
https://v2.vientianemai.net/archives/57477
ໃນວັນທີ 15-17  ພຶດສະພາ  2023 ກົມໂຄສະນາ ສູນກາງແນວລາວສ້າງຊາດ ຈັດກອງປະຊຸມຝຶກອົບຮົມຍົກລະດັບ ຄວາມຮູ້ກ່ຽວກັບການຜະລິດລາຍການວິທະຍຸ ໃຫ້ພະນັກງານແນວລາວສ້າງຊາດ 12 ແຂວງ ຢູ່ ແຂວງໄຊຍະບູລີ ໂດຍການເປັນປະທານຂອງທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນໍາວຽກງານໂຄສະນາ ມີ ທ່ານ ຄໍາສີ ແພງສະຫວັນ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງໄຊຍະບູລີ ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາສູນກາງພັກ ຫົວໜ້າບັນນາທິການໜັງສືພິມປະຊາຊົນ ແລະ ສໍາມະນາກອນທີ່ມາຈາກ ສນຊ ແລະ 12 ແຂວງເຂົ້າຮ່ວມ.    ການອົບຮົມຄັ້ງນີ້ ເພື່ອເປັນການຍົກລະດັບຄວາມຮູ້ ໃນການຜະລິດລາຍການວິທະຍຸໃຫ້ມີການຫັນປ່ຽນ ໃໝ່ ເພື່ອເຮັດໃຫ້ລາຍວິທະຍຸຂອງແນວລາວສ້າງຊາດມີຄຸນນະພາບສູງຂຶ້ນ ໄດ້ຮຽນຮູ້ ການເປັນໂຄສົກວິທະຍຸ ການອອກຂ່າວ ແລະ ຫຼັກການສໍາພາດຂ່າວ ພ້ອມກັນນີ້ໄດ້ຈັດເປັນກຸ່ມ ເພື່ອທົດລອງຕົວຈິງໃນການອ່ານຂາວ ແລະ ໄດ້ແລກປ່ຽນຄຳຄິດຢ່າງກົງໄປກົງມາ.     ໂອກາດນີ້ ທ່ານ ຈັນທະວົງ ແສນອາມາດມົນຕີ ໄດ້ສະແດງຄວາມຂອບໃຈຕໍ່ທ່ານປະທານແນວລາວສ້າງຊາດແຂວງ ວິທະຍາກອນ ຄະນະຮັບຜິດຊອບໂດຍສະເພາະແມ່ນກົມໂຄສະນາ ແລະ ນັກສໍາມະນາກອນທຸກທ່ານ ທີ່ໄດ້ເອົາໃຈໃສ່ເຂົ້າຮ່ວມກອງປະຊຸມຝຶກອົບຮົມຄວາມຮູ້ກ່ຽວກັບການຜະລິດລາຍການວິທະຍຸ ທີ່ໄດ້ດໍາເນີນເປັນເວລາ 2 ວັນເຕັມ ແລະ ໄດ້ສໍາເລັດລົງຕາມຄາດໝາຍວາງໄວ້ ນອກຈາກນັ້ນ ທ່ານໄດ້ເນັ້ນໃຫ້ນັກສໍາມະນາກອນ ທີ່ເຂົ້າຮ່ວມອົບຮົມຄັ້ງນີ້ ນໍາເອົາບົດຮຽນ ໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງ ແລະ ເປັນບ່ອນອີງໃນການປັບປຸງວຽກງານວິທະຍຸຂອງຕົນໃຫ້ມີຄວາມອຸດົມສົມບູນ ແລະ ມີການຫັນປ່ຽນໃໝ່ດີຂຶ້ນ. Share:FacebookTwitter
ຍົກລະດັບ ຄວາມຮູ້ກ່ຽວກັບການຜະລິດລາຍການວິທະຍຸ
https://v2.vientianemai.net/archives/57483
ໂຮງຮຽນປະຖົມສົມບູນຈີ່ໂຈະ ເປັນໜຶ່ງໃນ 5 ໂຮງຮຽນຕົວແບບຂອງເມືອງຜົ້ງສາລີ ໃນການຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃນໂຮງຮຽນ ພາຍຫຼັງທີ່ອົງການອາຫານໂລກ (WFP) ປະຈຳລາວ ໄດ້ມອບໂອນ ການຈັດຕັ້ງປະຕິບັດໂຄງການດັ່ງກ່າວໃຫ້ລັດຖະບານແຕ່ສົກປີ 2021-2022 ເປັນຕົ້ນມາ ເຫັນວ່າການຈັດຕັ້ງປະຕິບັດວຽກງານມີຜົນດີຫຼາຍທາງດ້ານໂພຊະນາການຂອງນັກຮຽນ ແລະ ຄຸນນະພາບຂອງການສຶກສາໄດ້ມີທ່າອ່ຽງດີຂຶ້ນ ທີ່ສຳຄັນແມ່ນອັດຕາການປະລະການຮຽນຫຼຸດລົງ.     ທ່ານ ຄໍາພັນ ໄຊຍະລາດ ອໍານວຍການໂຮງຮຽນປະຖົມສົມບູນຈີ່ໂຈະ ໃຫ້ສໍາພາດວ່າ: ການຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃນໂຮງຮຽນປະຖົມສົມບູນຈີ່ໂຈະ ພາຍຫຼັງອົງການອາຫານໂລກໄດ້ມອບໃຫ້ລັດຖະບານເປັນຜູ້ສືບຕໍ່ຈັດຕັ້ງປະຕິບັດໂຄງການ ລັດຖະບານໄດ້ສະໜອງງົບປະມານ 800 ກີບຕໍ່ຄົນຕໍ່ໜຶ່ງຄາບເຂົ້າທ່ຽງ ໂດຍທຽບໃສ່ກັບຄວາມເປັນຈິງແລ້ວແມ່ນພໍ່ພຽງພໍ ສະນັ້ນບ້ານດັ່ງກ່າວໄດ້ມີການຈັດກອງປະຊຸມເພື່ອປຶກສາຫາລືກັນ ເຊິ່ງປະຊາຊົນກໍ່ຄືພໍ່ແມ່ຜູ້ປົກຄອງນັກຮຽນໄດ້ມີຄວາມຕື່ນຕົວເປັນເອກະພາບສະໝັກໃຈຜັດປ່ຽນກັນປະກອບສ່ວນແຮງງານບົວລະບັດຮັກສາສວນຜັກ ແລະ ໝາກໄມ້ ພ້ອມທັງແຕ່ງກິນໃນແຕ່ລະມື້ ໂດຍຈັດເປັນຕາຕະລາງ ເພື່ອໃຫ້ມີຄວາມສະດວກສະບາຍ ເປັນລະບຽບຮຽບຮ້ອຍ ພ້ອມນັ້ນຍັງສະໝັກໃຈປະກອບສ່ວນເງິນ 3.000 ກີບຕໍ່ມື້ຕໍ່ຄົນຕໍ່ໜຶ່ງຄາບເຂົ້າທ່ຽງ ເພື່ອໄປຊື້ຊີ້ນໝູ ນອກນີ້ແຕ່ລະຄົວເຮືອນຍັງໄດ້ລ້ຽງໄກ່ເພື່ອໃຫ້ລູກນໍາໄປເປັນອາຫານ ສົກຮຽນ 1 ຕໍ່ 1 ກິໂລກຼາມຕໍ່ຄົນ ຜ່ານການຈັດຕັ້ງປະຕິບັດຜ່ານມາເຫັນວ່າມີການປ່ຽນແປງທີ່ດີຂຶ້ນສະແດງອອກ ນັກຮຽນມາຮຽນເປັນປົກກະຕິ ເດັກໄດ້ກິນອາຫານທີ່ມີໂພຊະນາການ ພໍ່ແມ່ມີຄວາມສະດວກໃນການທໍາມາຫາກິນ ພ້ອມນັ້ນຍັງເຮັດໃຫ້ເດັກມີຄວາມປອດໄພ ມີເວລາເຮັດກິດຈະກໍາເປັນຕົ້ນ ເລົ່ານິທານ ຫຼິ້ນກີລາ ແລະ ອື່ນໆ ຈາກຜົນສໍາເລັດດັ່ງກ່າວນັ້ນ ເຮັດໃຫ້ໂຮງຮຽນປະຖົມສົມບູນຈີ່ໂຈະ ຖືກຄັດເລືອກໃຫ້ເປັນໂຮງຮຽນຕົວແບບໜຶ່ງໃນ 5 ຂອງໂຮງຮຽນໃນເມືອງຜົ້ງສາລີ ໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ເພື່ອເປັນຕົວແບບໃຫ້ຊຸມຊົນອ້ອມຂ້າງມາຖອດຖອນບົດຮຽນ ນຳໄປຈັດຕັ້ງປະຕິບັດຕາມເພື່ອເຮັດແນວໃດໃຫ້ວຽກງານອາຫານທ່ຽງໃນໂຮງຮຽນໄດ້ຖືກຜັນຂະຫຍາຍໄປສູ່ໂຮງຮຽນອື່ນໆພາຍໃນແຂວງຜົ້ງສາລີຕື່ມອີກໃນອະນາຄົດ.     ນາງ ຈັນສຸກ ສຸລິເປົາ ໜຶ່ງໃນຜູ້ປົກຄອງທີ່ໄດ້ມາແຕ່ງກິນໃຫ້ກັບນັກຮຽນໃຫ້ສໍາພາດວ່າ:ກ່ອນໜ້ານີ້ທີ່ບໍ່ມີໂຄງການອາຫານທ່ຽງໃນໂຮງຮຽນມີຄວາມຫຍຸ້ງຍາກຫຼາຍ ເວລາລູກຍ່າງມາໂຮງຮຽນຕາມທາງມີຄວາມສ່ຽງທີ່ຈະເກີດອຸປະຕິເຫດ ເນື່ອງຈາກວ່າມີລົດແລ່ນຜ່ານທາງຕະຫຼອດ ອັນເຮັດໃຫ້ມີຄວາມກັງວົນໃຈຕະຫຼອດເວລາ ພາຍຫຼັງທີ່ມີການຈັດຕັ້ງປະຕິບັດໂຄງການດັ່ງກ່າວຕົນມີຄວາມສະບາຍໃຈຂຶ້ນ ໄປສົ່ງຕອນເຊົ້າ ແລະ ໄປຮັບຕອນແລງ ເພາະວ່າຕອນທ່ຽງລູກບໍ່ໄດ້ກັບບ້ານ ສໍາຄັນໄດ້ກິນອາຫານທີ່ອີ່ມ ມີໂພຊະນາການໄດ້ຮັບສານອາຫານທີ່ຄົບຖ້ວນ ເຮັດໃຫ້ລູກຂອງຕົນມີສຸຂະພາບທີ່ແຂງແຮງ ພ້ອມນັ້ນຍັງມີເວລາເຮັດກິດຈະກໍາຕ່າງໆພາຍໃນໂຮງຮຽນຕື່ມອີກ. Share:FacebookTwitter
ຈີ່ໂຈະເປັນໂຮງຮຽນຕົວແບບການຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃນໂຮງຮຽນ
https://v2.vientianemai.net/archives/57491
ຄະນະຜູ້ແທນລາວ ນໍາໂດຍ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ ໄດ້ເຂົ້າຮ່ວມ ກອງປະຊຸມ ປະຈໍາປີ ຄັ້ງທີ 79 ຂອງຄະນະ ກໍາມາທິການເສດຖະກິດ-ສັງຄົມ ສະຫະປະຊາຊາດ ປະຈໍາພາກພື້້ນອາຊີ-ປາ ຊີຟິກ ທີ່ຈັດຂຶ້ນ ໃນລະຫວ່າງວັນທີ 15-19 ພຶດສະພາ 2023 ຢູ່ບາງກອກ ຣາ ຊະອານາຈັກໄທ ພາຍໃຕ້ຫົວຂໍ້ “ເລັ່ງລັດການຈັດຕັ້ງມາດຕະ ການ ເພື່ອຮັບ ມືກັບການປ່ຽນແປງຂອງສະພາບດິນຟ້າອາກາດໃນພາກພື້ນອາຊີ ແລະ ປາ ຊີຟິກ ເພື່ອການພັດທະນາແບບ ຍືນຍົງ ມີຄະນະຜູ້ແທນຂັ້ນສູງຈາກ ບັນດາ ປະເທດສະມາຊິກໃນພາກພື້ນອາຊີ-ປາຊີຟິກ ຈຳນວນ 46 ປະເທດ ບັນດາ ອົງ ການເຄືອຂ່າຍ ສປຊ ປະຈຳພາກພຶ້, ບັນດາອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານປະມານ 21 ພາກສ່ວນເຂົ້າ ຮ່ວມ ເພື່ອທົບທວນຄືນການຈັດຕັ້ງປະຕິບັດບັນດາໜ້າວຽກ ທີ່ໄດ້ຖືກຮັບ ຮອງເອົາຢູ່ໃນກອງປະຊຸມຄັ້ງ ຜ່ານມາ ເປັນຕົ້ນ ບັນຫາທີ່ຕິດພັນກັບຄວາມ ຮັບຜິດຊອບຂອງອະນຸກຳມະການຕ່າງໆ ວຽກງານບໍລິຫານ ກອງເລຂາ ແລະ ເພື່ອປຶກສາຫາລືວາງແຜນວຽກຂອງອົງການປະຈຳປີ 2023 ແລະ ວຽກໃນຕໍ່ໜ້າ. ໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້ ທ່ານ ໂພໄຊ ໄຂຄຳພິທູນ ໄດ້ກ່າວຄຳປາ ໄສໃນກອງປະຊຸມ ໃນພາກອະພິປາຍທົ່ວໄປ ໂດຍ ຊີ້ໃຫ້ເຫັນເຖິງສະພາບການ ຂອງໂລກໃນປັດຈຸບັນ ເປັນຕົ້ນ ບັນຫາດ້ານການປ່ຽນແປງຂອງສະພາບ ດິນຟ້າອາກາດ ທີ່ສົ່ງຜົນ ກະທົບຕໍ່ທຸກປະເທດໃນທົ່ວໂລກ ໂດຍສະເພາະຕໍ່ ກັບບັນດາປະເທດທີ່ມີຄວາມບອບບາງ ຊຶ່ງອາດເປັນປັດໄຈສຳຄັນທີ່ເຮັດ ໃຫ້ ປະເທດເຫຼົ່ານັ້ນ ບໍ່ສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງໄດ້. ສປປ ລາວ ແມ່ນໄດ້ໃຫ້ຄວາມສຳຄັນຫຼາຍຕໍ່ກັບແນວທາງການພັດທະນາ ແລະ ການເຕີບໂຕສີຂຽວ ສະອາດ ແລະ ມີຄວາມ ທົນທານຕໍ່ການປ່ຽນ ແປງຂອງດິນຟ້າອາກາດ ພ້ອມທັງຢໍ້າຄືນຄວາມໝາຍໝັ້ນໃນການສະກັດ ກັ້ນ ແລະ ຫລຸດຜ່ອນຜົນກະ ທົບຈາກການປ່ຽນແປງຂອງດິນຟ້າອາກາດ ລວມເຖິງການຮ່ວມມືຢ່າງໃກ້ຊິດກັບພາກສ່ວນກ່ຽວຂ້ອງ ເພື່ອສ້າງນະໂຍ ບາຍ ແລະ ຍຸດທະສາດດ້ານການປ່ຽນແປງຂອງສະພາບດິນຟ້າອາກາດ ໃຫ້ ສົມບູນແບບ ແລະ ແທດເໝາະຍິ່ງຂຶ້ນ. ພ້ອມກັນນັ້ນ, ກໍໄດ້ຮຽກຮ້ອງໃຫ້ວົງຄະນະຍາດສາກົນ ບັນດາປະເທດເພື່ອນ ມິດ ແລະ ອົງການຈັດຕັ້ງສາກົນຕ່າງໆຈົ່ງສືບ ຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ເພື່ອບັນລຸບັນດາຄາດໝາຍແຫ່ງຊາດ ກໍຄື ການປະຕິບັດພັນທະ ສາກົນ ລວມທັງເພື່ອບັນລຸເປົ້າໝາຍການພັດທະນາ ແບບຍືນຍົງ ໃນປີ 2030. ພ້ອມກັນນີ້ ທ່ານ ໂພໄຊ ໄຂຄຳພິທູນ ຍັງໄດ້ພົບປະສອງຝ່າຍກັບ ທ່ານ ນາງ Armida Salsiah Alisjahbana ຮອງເລຂາທິ ການ ອົງການ ສປຊ ແລະ ທັງ ເປັນ ເລຂາທິການບໍລິຫານຄະນະກຳມາທິການເສດຖະກິດ-ສັງຄົມອົງການ ສປຊ ປະຈໍາພາກ ພື້ນ ອາຊີ-ປາຊີຟິກ (UNESCAP) ເພື່ອປຶກສາຫາລື ກ່ຽວ ກັບການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ UNESCAP ໃນໄລຍະ ຜ່ານມາ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ການບັນລຸເປົ້າ ໝາຍການພັດທະນາແບບຍືນຍົງ ການກະກຽມເປັນປະທານອາຊຽນໃນປີ 2024 ແລະ ການກະກຽມຫລຸດພົ້ນອອກຈາກສະ ຖານະພາບປະເທດດ້ອຍ ພັດທະ ນາ ຂອງ ສປປ ລາວ ໃນປີ 2026. ນອກຈາກນີ້, ຄະນະຜູ້ແທນ ສປປ ລາວ ໄດ້ມີການປະກອບສ່ວນຢ່າງຫ້າວ ຫັນໃນການປະກອບຄຳເຫັນ ໃນວາວລະຕ່າງໆ ຂອງກອງປະຊຸມ ໂດຍສະ ເພາະ ໄດ້ປະກອບຄໍາເຫັນໃນວາລະທີ 3 ກ່ຽວກັບ ການຮ່ວມມືສໍາລັບປະ ເທດດ້ອຍພັດທະນາ (LDCs) ການຮ່ວມມືເພື່ອແກ້ໄຂຜົນກະທົບທາງດ້ານ ການປ່ຽນແປງດິນຟ້າອາກາດ ແລະ ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງໃນພາກພື້ນອາຊີ-ປາຊີຟິກ ເຊິ່ງມີຄວາມກ່ຽວ ພັນກັນ ເນື່ອງຈາກການຈັດຕັ້ງປະຕິບັດ ວຽກງານຕ່າງໆໃນປັດຈຸບັນ ແລະ ອະນາຄົດລ້ວນແຕ່ ປະເຊີນກັບສິ່ງທ້າທາຍ ທີ່ໄດ້ສົ່ງຜົນກະທົບຕໍ່ຊີວິດ ແລະ ການພັດ ທະນາຂອງບັນດາປະເທດດ້ອຍພັດທະນາ ປະເທດທີ່ບໍ່ມີຊາຍ ແດນຕິດກັບທະເລ ແລະ ບັນດາປະເທດເກາະດອນນ້ອຍກຳ ລັງພັດທະນາລວມທັງ ສປປ ລາວ. ໃນຕອນທ້າຍຂອງກອງປະຊຸມ ຈະມີການຮັບຮອງເອົາຮ່າງຍັດຕິຈຳນວນ 10 ສະບັບ ແລະ ມະ ຕິຂອງກອງປະຊຸມຈໍານວນ 12 ສະບັບ ແລະ ພ້ອມທັງປຶກ ສາຫາລືເພື່ອຈະກຳນົດເອົາຫົວຂໍ້ “ການນຳໃຊ້ນະວັດຕະກຳດີຈິຕອນໃຫ້ເກີດ ຜົນ ເພື່ອການພັດ ທະນາແບບຍືນຍົງ ໃນພາກພື້ນອາຊີ ແລະ ປາຊີຟິກ” ເປັນຫົວຂໍ້ ສໍາລັບການດໍາເນີນກອງປະຊຸມປະຈໍາປີຂອງ UNESCAP ຄັ້ງທີ 80 ຊຶ່ງຈະຈັດຂຶ້ນໃນທ້າຍເດືອນເມສາ ປີ 2024. Share:FacebookTwitter
ລາວ ເຂົ້າຮ່ວມກອງປະຊຸມໃຫຍ່ປະຈໍາປີ ຄັ້ງທີ 79ຂອງຄະນະກໍາມາທິການ ເສດຖະກິດ-ສັງຄົມ ສປຊ
https://v2.vientianemai.net/archives/57494
ອົງການປົກຄອງເມືອງ ຈັນທະບູລີ ໄດ້ຈັດກອງປະຊຸມສະຫຼຸບວຽກງານການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໄລຍະ 5 ປີ (2016-2020) ແລະ ທິດທາງແຜນການ 5 ປີ 2021-2025 ຂຶ້ນວັນທີ 17 ພຶດສະພາ 2023 ຢູ່ ສະໂມສອນເມືອງດັ່ງກ່າວ ໂດຍເປັນປະທານຂອງທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ມີຄະນະ ພັກເມືອງ ຫົວໜ້າຫ້ອງການ ເລຂາພັກບ້ານ ແລະ ນາຍບ້ານເຂົ້າຮ່ວມ.      ທ່ານ ແກ້ວປະເສີດ ໄຊປັນຍາ ຮອງເຈົ້າເມືອງຈັນທະບູລີ ກ່າວວ່າ: ໄລຍະຜ່ານມາ ການຈັດຕັ້ງປະຕິບັດຂະບວນການດັ່ງກ່າວແມ່ນຕິດພັນກັບຂະບວນການຂອງວຽກງານດ້ານຕ່າງໆຂອງເມືອງ ເປັນຕົ້ນດ້ານວຽກງານກໍ່ສ້າງຮາກຖານການເມືອງ ຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ ແລະ ຖືເອົາວຽກງານດັ່ງກ່າວເປັນໜ້າທີ່ສໍາຄັນ ໂດຍໄດ້ຫັນພະນັກງານ-ລັດຖະກອນ ກໍາລັງປ້ອງກັນຊາດປ້ອງກັນຄວາມສະຫງົບລົງສູ່ຮາກຖານ 348 ທ່ານ ແລະ ໃຫ້ປະຊາຊົນມີສ່ວນຮ່ວມໃນການພັດທະນາເສດຖະກິດສັງຄົມຢ່າງຮອບດ້ານ ແລະ ມີຈຸດສຸມຕາມ 4 ເນື້ອໃນ 4 ຄາດໝາຍທີ່ການຈັດຕັ້ງຂັ້ນເທິງວາງອອກ ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດຕີລາຄາໄດ້ 95% ດ້ານການພັດທະນາເສດຖະກິດສັງຄົມ ໄດ້ຊຸກຍູ້ໃຫ້ປະຊາຊົນມີຄວາມກະຕືລືລົ້ນໃນການຜະລິດເປັນສີນຄ້າ ແລະ ຫັນໄປສູ່ການຜະລິດແບບເປັນກຸ່ມ ເຮັດໃຫ້ມີຄອບຄົວຕົວແບບເພີ່ມຂຶ້ນໃນແຕ່ລະປີ ພ້ອມນີ້ປະຊາ ຊົນມີຄວາມຕື່ນຕົວປະກອບສ່ວນທືນຮອນຮ່ວມກັບລັດ ກໍ່ສ້າງພື້ນຖານໂຄງລ່າງຕ່າງໆຂອງບ້ານ ເຮັດໃຫ້ບ້ານທົດລອງວຽກງານ 3 ສ້າງໄດ້ມີເງື່ອນໄຂສ້າງເປັນບ້ານພັດທະນາຕາມຈຸດປະສົງຄາດຫມາຍທີ່ວາງໄວ້ ສາມາດປະຕິບັດໄດ້ 94% ດ້ານວັດທະນະທໍາສັງຄົມ ອັນພົ້ນເດັ່ນ ສາມາດປະກາດຈົບຊັ້ນປະຖົມ ແລະ ຊັ້ນມັດທະຍົມຕົ້ນບໍາລຸງໃນທົ່ວເມືອງສໍາເລັດ ແລະ ຂະຫຍາຍຕາຫນ່າງການບໍລິການລົງສູ່ຮາກຖານຢ່າງຕັ້ງໜ້າ ສໍາເລັດການສ້າງບ້ານສາທາລະນະສຸກ ແລະ ບ້ານ ວັດທະນະທໍາ 30 ບ້ານ ປະຕິບັດໄດ້ 94% ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ສ້າງບ້ານປ້ອງກັນຄວາມສະຫງົບດີ ບ້ານປອດຢາເສບຕິດ ແລະ ບ້ານປອດຄະດີສໍາເລັດ 30 ບ້ານ ໄດ້ເອົາໃຈໃສ່ຕ້ານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ດ້ວຍວິທີການກໍາແໜ້ນຈຸດຫຼໍ່ແຫຼມເກັບກໍາຄຸ້ມຄອງຄົນມາພັກເຊົ່າ ຄົນເຂົ້າ-ອອກເມືອງ ທີ່ມາດໍາເນີນທຸລະກິດຢູ່ເມືອງໃຫ້ຖືກຕ້ອງຕາມລະບຽບກົດໝາຍສາມາດປະຕິບັດໄດ້ 94% ສໍາລັບທິດທາງແຜນການຕໍ່ໜ້າ ໂດຍສະເພາະປີ 2023 ຈະສືບຕໍ່ປັບປຸງລະບົບການຈັດຕັ້ງຢ່າງເປັນລະບົບຄົບຊຸດ ສືບຕໍ່ຫັນພະນັກງານລົງກໍ່ສ້າງຮາກຖານຕາມທິດ 3 ສ້າງ ແລະ ສືບຕໍ່ສ້າງເມືອງໃຫ້ເປັນເມືອງເຂັ້ມແຂງຮອບດ້ານ ສ້າງບ້ານເປັນຫົວຫນ່ວຍພັດທະນາ ການຄຸ້ມຄອງບໍລິຫານຫັນໄປສຸ່ທັນສະໄໝໂດຍຜ່ານລະບົບປະຕູດຽວ ແລະ ອື່ນໆໃຫ້ມີຜົນສຳເລັດເປັນກ້າວໆ.     ໃນພິທີດັ່ງກ່າວ ຍັງໄດ້ຍ້ອງຍໍປະດັບຫຼຽນແຮງງານຊັ້ນ I ຊັ້ນ II ແລະ ຊັ້ນIII ໃຫ້ກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ່ນໃນຂະບວນການດັ່ງກ່າວ ໃນນີ້ ປະກອບມີ ຫຼຽນໄຊແຮງງານຊັ້ນ I ຈໍານວນ 6 ທ່ານ ຊັ້ນ II ຈໍານວນ 16 ທ່ານ 1 ກົມກອງ ຊັ້ນ III ຈໍານວນ 65 ທ່ານ 5 ກົມກອງ ຫຼຽນກາແຮງງານ 232 ທ່ານ 10 ກົມກອງ ໃບຍ້ອງຍໍລັດຖະບານ 366 ທ່ານ 15 ກົມກອງ ໃບຍ້ອງຍໍນະຄອນຫຼວງ 274 ທ່ານ 21 ກົມກອງ ແລະ ມອບໃບຊົມເຊີຍຂັ້ນນະຄອນຫຼວງໃຫ້ 274 ທ່ານ 4 ກົມກອງ. Share:FacebookTwitter
ຈັນທະບູລີ ຍ້ອງຍໍຜົນງານຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ
https://v2.vientianemai.net/archives/57505
ອົງການກາແດງແຫ່ງຊາດລາວ ຈັດພິທີສະເຫຼີມສະຫຼອງວັນກາແດງ ແລະ ຊິກວົງເດືອນແດງສາກົນ 8 ພຶດສະພາ ຂຶ້ນວັນທີ 17 ພຶດສະພາ 2023 ທີ່ໂຮງຮຽນ ມັດທະຍົມປາຍ ມິດຕະພາບ ນະຄອນຫຼວງວຽງຈັນ-ນະຄອນໂຮຈີມິງ ໂດຍການເປັນປະທານ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ທ່ານ ວັນນາ ພອນສູນທາສຸກ ຄະນະອໍານວຍການໂຮງຮຽນ ດັ່ງກ່າວ ພາກສ່ວນທີ່ກ່ຽວຂ້ອງ ແລະ ນັກຮຽນເຂົ້າຮ່ວມ.     ທ່ານ ພູທອນ ເມືອງປາກ ກ່າວວ່າ: ວັນທີ 8 ພຶດສະພາ ແມ່ນວັນກາແດງ ແລະ ຊີກວົງເດືອນແດງສາກົນ ທີ່ສະເຫຼີມສະຫຼອງຄວາມເປັນອັນໜຶ່ງດຽວກັນ ຢ່າງມີເອກະລັກສະເພາະ ຂອງຂະບວນການກາແດງ ແລະ ຊີກວົງເດືອນແດງສາກົນ ແມ່ນການ ສະເຫຼີມສະຫຼອງເພື່ອຈິດໃຈແຫ່ງຄວາມມີນ້ຳໃຈມະນຸດສະທໍາ ແລະ ລະລຶກເຖິງບຸກຄົນທີ່ສ້າງຄວາມປ່ຽນແປງທີ່ດີໃນສັງຄົມ ຄື: ທ່ານ ຫັງຣີ ດຸນັງ (Henry Dunant) ເປັນນັກທຸລະກິດຊາວສະວິດ ຜູ້ມີນຳໃຈມະນຸດສະທຳ.     ວັນກາແດງ ແລະ ຊີກວົງເດືອນແດງສາກົນ ໄດ້ຮັບການສະເຫຼີມສະຫຼອງ ເປັນຄັ້ງທໍາອິດ ໃນວັນທີ 8 ພຶດສະພາ 1948 ຫົວຂໍ້ຂອງການສະເຫຼີມສະຫຼອງໃນແຕ່ລະປີ ແມ່ນໄດ້ພັດປ່ຽນຕາມເວລາ ແລະ ສະພາບການຕົວຈິງ.ແລະ ມື້ນີ້ ກໍຄືທຸກໆປີ ພວກເຮົາໄດ້ມີໂອກາດສະເຫຼີມສະຫຼອງຮ່ວມກັບເຄື່ອຄ່າຍອາສາສະມັກຂອງກາແດງ ແລະ ຊີກວົງເດືອນແດງທົ່ວໂລກ.      ວັນກາແດງ ແລະ ຊິກວົງເດືອນແດງສາກົນ ປີນີ້ ພາຍໃຕ້ຫົວຂໍ້: “ທຸກສິ່ງຢ່າງພວກເຮົາເຮັດຈາກຫົວໃຈ” “Everything we do comes from the heart” ວັນກາແດງ ແລະ ຊີກວົງເດືອນແດງສາກົນ ໄດ້ລິເລີ່ມ ພາຍຫຼັງສົງຄາມໂລກ ຄັ້ງທີ 1 ແລະ ໄດ້ຍົກຂຶ້ນມາປຶກສາຫາລືກັນ ໃນກອງປະຊຸມໃຫຍ່ກາແດງສາກົນ ຄັ້ງທີ 14 ກ່ຽວກັບ ທຳນຽມປະຕິບັດ ທີໄດ້ຈັດຂຶ້ນໄດ້ທຸກໆປີ ກອງປະຊຸມຄັ້ງນັ້ນ ໄດ້ເລືອກເອົາ ວັນທີ 8  ພຶດສະພາ ເນື່ອງຈາກ ເປັນວັນເກີດຂອງຜູ້ກໍ່ຕັ້ງຄະນະກໍາມະກາກາແດງສາກົນ ຄື: ທ່ານ ຫັງຣີ ດູນັງ ພ້ອມທັງສະທ້ອນເຖິງ ຫຼັກການພື້ນຖານກາແດງ ແລະ ຊີກວົງເດືອນແດງ. Share:FacebookTwitter
ຮ່ວມສະຫຼອງວັນກາແດງ ແລະ ຊິກວົງເດືອນແດງສາກົນ 8 ພຶດສະພາ
https://v2.vientianemai.net/archives/57517
ກອງປະຊຸມທົບທວນບົດບັນທຶກສຳພັນເສດຖະກິດລະຫວ່າງ ພະແນກກະສິກຳ ແລະ ປ່າໄມ້ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ (ນວ) ແລະ ພະແນກກະສິກຳ ແລະ ປ່າໄມ້ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ ຈັດຂຶ້ນວັນທີ 17 ພຶດສະພາ 2023 ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊສົມບູນ ເປັນປະທານຂອງທ່ານ ສົມບູນ ສອນລິດທິເດດ ຫົວໜ້າຫ້ອງວ່າການແຂວງໄຊສົມບູນ ມີທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນວ ທ່ານ ບຸນລໍ້າ ວົງສຸດທິ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ ທ່ານ ພຸດ ອິນທະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊສົມບູນ ທ່ານ ຜາທໍ່ ຕົງເຢີທໍ່ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ ທ່ານ ບຸນທ່ຽງ ລັດຕະນະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ນວ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.     ໃນວາລະກອງປະຊຸມຜູ້ຕາງໜ້າພະແນກກະສິກຳ ແລະ ປ່າໄມ້ ແລະ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດບົດບັນທຶກສຳພັນເສດຖະກິດ ໃນໄລຍະຜ່ານມາ ເຊິ່ງວຽກງານປູກຝັງ ແລະ ລ້ຽງສັດ ທີ່ຕິດພັນໂດຍກົງກັບການຊຸກຍູ້ ສົ່ງເສີມການຜະລິດຄື:ການປູກເຂົ້າ ການປູກພືດ ໃນນັ້ນມີ ສາລີຫວານ ປູກພືດຜັກລວມ ໝາກກ້ຽງ ໝາກນັດ ມັນສາຄູ ແລະ ມັນຕົ້ນ ໄດ້ເປັນເຈົ້າການໃນການປະສານສົມທົບກັບບັນດາບໍລິສັດທີ່ໄດ້ເຊັນບົດບັນທຶກ ແລະ ເຊັນສັນຍາສຳປະທານ ພ້ອມທັງຈັດຕັ້ງປະຕິບັດ 3 ຈຸດປະສົງລວມມີກິດຈະກໍາຫຼັກຄື: ປູກຜັກສະອາດ ປູກໝາກນັດ ປູກໝາກອາໂວກາໂດ ການລ້ຽງທອມງົວ ການວາງແຜນນຳໃຊ້ທີ່ດິນກະສິກຳ ແລະ ການສ້າງຄວາມເຂັ້ມແຂງໃຫ້ອົງການຈັດຕັ້ງຂັ້ນແຂວງ ແລະ ເມືອງ ລົງຊຸກຍູ້ຕິດຕາມ ແລະ ປະເມີນຄວາມຄືບໜ້າຂອງບໍລິສັດ ທຣູ ແຮັບປີ້ຟາມລາວ-ເກົາຫຼີ ການສົ່ງເສີມການປູກພືດຜັກ ສະບຽງອາຫານ ແລະ ການລ້ຽງສັດໃຫຍ່ ສົ່ງເສີມກິດຈະການເຄື່ອນໄຫວບໍລິສັດ ທິບເກສອນ ໄຊສົມບູນ ຈຳກັດຜູ້ດຽວ ໃນການປູກຂີງດຳ ພິກໄທ ໝາກເຜັດ ພືດຜັກອິນຊີ ໄດ້ເພີ່ມທະວີລົງຊຸກຍູ້ດ້ານເຕັກນິກການປູກ-ການລ້ຽງ ການຄຸ້ມຄອງ ປົກປັກຮັກສາຊັບພະຍາກອນປ່າໄມ້ ຊົນລະປະທານ ແລະ ການຜະລິດແນວພັນ ເພື່ອສົ່ງເສີມແກ່ປະຊາຊົນພາຍໃນແຂວງໄຊສົມບູນ.     ການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ແລະ ການຊອກຕະຫຼາດ ເພື່ອເຜີຍແຜ່ບົດບັນທຶກການຮ່ວມມືຊຸກຍູ້ການຜະລິດ ແລະ ແລກປ່ຽນສິນຄ້າລະຫວ່າງ ນວ ແລະ ແຂວງໄຊສົມບູນ ລົງເບິ່ງສະຖານທີ່ການຜະລິດສິນຄ້າກະສິກຳທີ່ເຫັນວ່າມີທ່າແຮງ ປະສານແລກປ່ຽນບົດຮຽນກັບ ນວ ໃນການສ້າງຄວາມເຂັ້ມແຂງໃຫ້ສະພາການຄ້າ ແລະ ອຸດສາຫະກຳຂອງແຂວງໄຊສົມບູນ ໃຫ້ມີຄວາມເຂັ້ມແຂງກວ່າເກົ່າ ພ້ອມນັ້ນ ຄະນະທັງສອງຝ່າຍ ໄດ້ປະກອບຄຳຄິດ-ຄຳເຫັນ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ດ້ວຍຄວາມຮັບຜິດຊອບສູງ.     ໂອກາດນີ້ ທ່ານ ສົມບູນ ສອນລິດທິເດດ ໄດ້ມີຄຳເຫັນຕໍ່ກອງປະຊຸມ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງວຽກງານການຜະລິດກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ ເປັນວຽກງານໜຶ່ງທີ່ເປັນພື້ນຖານເສດຖະກິດ ເປັນກຳລັງແຮງຍູ້ດັນການພັດທະນາຂອງຂະແໜງອຸດສາຫະກຳ ແລະ ການບໍລິການ ສະໜັບສະໜູນການລ້ຽງສັດ ແລະ ການປະມົງໃຫ້ສາມາດຕອບສະໜອງຄວາມຕ້ອງການຂອງແຂວງ ອີງໃສ່ທ່າແຮງບົ່ມຊ້ອນ ທ່າແຮງຂະຫຍາຍຕົວບົນພື້ນຖານການຫັນເປັນອຸດສາຫະກຳ ທັນສະໄໝ ຜະລິດເພື່ອສົ່ງອອກ ພ້ອມທັງນຳເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ ໄປຈັດຕັ້ງ ເຊື່ອມຊຶມ ຜັນຂະຫຍາຍໃຫ້ເປັນແຜນງານ ແຜນການອັນລະອຽດ ແລະ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ. Share:FacebookTwitter
ນວ-ໄຊສົມບູນ ທົບທວນບົດບັນທຶກສຳພັນເສດຖະກິດ
https://v2.vientianemai.net/archives/57529
ສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຈັດກອງປະຊຸມເຜີຍ ແຜ່ ບົດປະເມີນເສດຖະກິດມະຫາພາກ ຂອງ ສປປ ລາວ ປີ 2022 ແລະ ທ່າອ່ຽງ 2023 ຂຶ້້ນໃນຕອນເຊົ້າຂອງວັນທີ 17 ພຶດ ສະພາ 2023 ທີ່ຫ້ອງປະຊຸມສະຖາບັນດັ່ງ​ກ່າວ ໂດຍການເປັນປະທານຂອງ ທ່ານ ປອ ກິແກ້ວ ຈັນທະບູຣີ ຮອງປະທານ ສະ ຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (LASES) ມີບັນດາທ່ານຜູ້ຕາງໜ້າຈາກ ບັນດາຂະແໜງການກ່ຽວ ຂ້ອງ ພາກລັດ ພາກເອກະຊົນ ແລະ ອົງການຈັດຕັ້ງສາກົນປະຈໍາ ສປປ ລາວ ເຂົ້າຮ່ວມ ປະມານ 40 ກວ່າທ່ານ. ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການສະເໜີ ຜົນການປະເມີນສະພາບເສດຖະກິດມະຫາພາກຂອງ ສປປ ລາວ ໃນປີ 2022 ແລະ ທ່າອ່ຽງເສດຖະກິດປີ 2023 ລວມທັງ ກາລະໂອກາດ ຄວາມສ່ຽງ ແລະ ສິ່ງທ້າທາຍ ທີ່ຕ້ອງເອົາໃຈໃສ່ໃນຕໍ່ໜ້າ ຈາກ ທ່ານ ນາງ ລັດດາວັນ ຊົງວິໄລ ວ່າການຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ. ປີ 2022 ຖືເປັນປີທີ່ການແພ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກມີຄວາມຜ່ອນຄາຍລົງຢ່າງເຫັນໄດ້ຊັດເຈນ ຫຼາຍປະ ເທດກັບມາໃຊ້ຊີວິດຕາມປົກກະຕິ ໃນຂະນະດຽວກັນ ສະພາບຄວາມຫຍຸ້ງຍາກ ແລະ ຄວາມບໍ່ແນ່ນອນ ຍັງສືບຕໍ່ສົ່ງຜົນກະ ທົບຕໍ່ເສດຖະກິດໂລກ ແລະ ພາກພື້ນພໍສົມຄວນ ສຳ​ລັບ ວ​ປ​ປ ລາວ ເຖິງວ່າ ທ່າອ່ຽງການເຕີບໂຕທາງດ້ານເສດຖະກິດຂອງ ສປປ ລາວ ຈະດີຂຶ້ນ ແຕ່ສະຖຽນລະພາບຂອງເສດຖະກິດມະຫາພາກຍັງມີຄວາມບອບບາງ ເຖິງຢ່າງໃດກໍຕາມ ຍ້ອນຄວາມ ເອົາໃຈໃສ່ຊີ້ນໍາ-ນຳພາຢ່າງໃກ້ຊິດຂອງພັກ ແລະ ລັດຖະບານ ໄດ້ມີຄວາມພະຍາຍາມແກ້ໄຂຜົນກະທົບຕໍ່ເສດຖະກິດ ໂດຍສືບ ຕໍ່ຄຸ້ມຄອງບໍລິຫານລັດຢ່າງຮັດກຸມ ສືບຕໍ່ປັບປຸງກົນໄກຄຸ້ມຄອງເສດຖະກິດ ກໍານົດ ແລະ ຈັດຕັ້ງປະຕິບັດນະໂຍບາຍຕ່າງໆ ເພື່ອຫຼຸດຜ່ອນຜົນກະທົບແກ່ຜູ້ໃຊ້ແຮງງານ ທຸລະກິດ ແລະ ປະຊາຊົນ ຮັບປະກັນເພື່ອເຮັດໃຫ້ເສດຖະກິດສາມາດສືບ ຕໍ່ເຕີບໂຕ. ສໍາລັບປີ 2023 ຖືເປັນອີກປີໜຶ່ງທີ່ເສດຖະກິດໂລກຍັງສືບຕໍ່ປະເຊີນກັບທັງສິ່ງທ້າທາຍ ແລະ ຄວາມບໍ່ແນ່ນອນຫຼາຍດ້ານ ຊຶ່ງ ມີທັງການປັບຂຶ້ນອັດຕາດອກເບ້ຍທົ່ວໂລກ ເຮັດໃຫ້ຕົ້ນທຶນທາງການເງິນ ແລະ ຕົ້ນທຶນການຜະລິດສູງຂຶ້ນ ລະດັບລາຄາສິນ ຄ້າພື້ນຖານຍັງຢູ່ໃນລະດັບສູງ ບັນຫາຄວາມເຄັ່ງຕຶງທາງພູມລັດຖະສາດ ທີ່ທະວີຄວາມຮຸນແຮງຂຶ້ນ ຄວາມກັງວົນກ່ຽວກັບ ການເກີດສະພາບເສດຖະກິດຖົດຖອຍ ເຊິ່ງເປັນປັດໄຈສ່ຽງຕໍ່ເສດຖະກິດໂລກໃຫ້ຂະຫຍາຍຕົວຊ້າລົງ ແລະ ກະທົບຕໍ່ການຟື້ນ ຕົວ ແລະ ຂະຫຍາຍຕົວຂອງເສດຖະກິດລາວ ຢ່າງຫຼີກລ່ຽງບໍ່ໄດ້ ເຖິງຢ່າງໃດກໍຕາມ ນອກຈາກສິ່ງທ້າທາຍດັ່ງກ່າວນັ້ນ ການ ຟື້ນຕົວຂອງພາກການທ່ອງທ່ຽວ ແລະ ການເປີດປະເທດຂອງຈີນ ກໍຖືເປັນກາລະໂອກາດສໍາລັບການພັດທະນາ ແລະ ການ ຟື້ນໂຕຂອງເສດຖະກິດຫຼາຍປະເທດ ໂດຍສະເພາະ ສປປ ລາວ. Share:FacebookTwitter
ເຜີຍແຜ່ ບົດປະເມີນເສດຖະກິດມະຫາພາກ ຂອງ ສປປ ລາວ ປະຈໍາປີ 2022 ແລະ ທ່າອ່ຽງ 2023
https://v2.vientianemai.net/archives/57535
ໂຮງຮຽນປະຖົມ-ມັດທະຍົມສົມບູນສາຍຝົນ ເປັນໂຮງຮຽນຕົວແບບຄຸນພາບ ການສຶກສາ ພາຍຫຼັງທີ່ໄດ້ປະຕິບັດຕາມຕົວຊີ້ວັດ 6 ດ້ານ 42 ຕົວຊີ້ວັດຂອງຊັ້ນ ປະຖົມ ແລະ 45 ຕົວຊີ້ວັດຂອງຊັ້ນມັດທະຍົມ ຂອງມາດຕະຖານໂຮງຮຽນຕົວ ແບບຄຸນນະພາບໃນ  ພ້ອມທັງໄດ້ເຂົ້າຮ່ວມ  5 ໂຄງການຂອງວຽກງານການ ສຶກສາ. ທ່ານ ບຸນທະວີ ຈັນທອງທິບ ຜູ້ອຳນວຍການໂຮງຮຽນປະຖົມ-ມັດທະຍົມສົມບູນສາຍຝົນ ກ່າວວ່າ: ໂດຍອີງໃສ່ການປະຕິບັດການຮຽນ-ການສອນຕາມໂຄງການຫຼັກສູດກະຊວງ ສສກ ແລະ ການເສີມລາຍວິຊາການຮຽນພາສາຕ່າງປະເທດເຊັ່ນ: ພາສາອັງກິດ ພາສາຈີນ ຄອມພີວເຕີ ແລະ ການຮຽນຮູ້ຕົວຈິງນອກໂຮງຮຽນ ປະຕິບັດຕາມ 3 ຂໍ້ແຂ່ງຂັນ 3 ລັກສະນະ  ແລະ 5 ຫຼັກມູນການສຶກສາຂອງກະຊວງ  ສສກ ການຈັດຕັ້ງຮູບແບບຕາຕະລາງການຮຽນໄປຕາມຫ້ອງການ ສສກ ກໍຄື ພະແນກ ສສກ ນວ ອີງໃສ່ການຈັດໜ້າວຽກຂອງຜູ້ບໍລິຫານການສຶກສາ ພ້ອມທັງການເພີ່ມວຽກປະເມີນ-ວິໄຈ ເຂົ້າຕື່ມໃນແຕ່ລະໄລຍະ ບວກໃສ່ແຜນພັດທະນາປະຈຳປີຂອງໂຮງຮຽນ  ປະຕິບັດຕາມຄຳຂວັນຍຸດທະສາດ ແລະ ວິໄສທັດຂອງໂຮງຮຽນ. ຜ່ານການດຳເນີນງານໃນການຈັດຕັ້ງປະຕິບັດຕົວຈິງຂອງໂຄງການດັ່ງກ່າວໃນ 6 ດ້ານຄື: ດ້ານຜູ້ຮຽນ ການຮຽນ-ການສອນ ສະພາບແວດລ້ອມ ອຸປະກອນການຮຽນ-ການສອນ ການບໍລິຫານຄຸ້ມຄອງ ແລະ ດ້ານການມີສ່ວນຮ່ວນກັບຊຸມຊົນ ໂດຍສະເພາະດ້ານການຮຽນ-ການສອນ ຜ່ານການລົງຕິດຕາມຂອງພາກສ່ວນກ່ຽວຂ້ອງ ປະກອບກັບຫຼັກຖານທີ່ມີເຫັນວ່າ ໂຮງຮຽນສາມາດຈັດຄູທີ່ມີວຸດທິການສຶກສາຖືກຕາມຊັ້ນ  ແລະ ຕາມວິຊາສະເພາະຂອງຄູເຂົ້າໃນການສິດສອນ ຄູສາມາດຕິດຕາມຊ່ວຍເຫຼືອຕາມສະພາບຈຸດພິເສດ ແລະ ສົ່ງເສີມໃຫ້ມີນັກຮຽນເກັ່ງເພີ່ມຂຶ້ນຢ່າງຕໍ່ເນື່ອງ  ຄູມີທັກສະຄວາມຊຳນານໃນການສິດສອນວິຊາຂອງຕົນ  ນັກຮຽນໄດ້ຮັບຄວາມຮູ້ຢ່າງທົ່ວເຖິງ ຊ່ວຍແກ້ໄຂບັນຫານັກຮຽນອ່ອນໃຫ້ດີຂຶ້ນ ແລະ ອື່ນໆຄົບຖ້ວນຕາມມາດຖານວາງອອກ.   ພິທີເປີດປ້າຍໂຮງຮຽນປະຖົມ-ມັດທະຍົມສົມບູນສາຍຝົນເປັນໂຮງຮຽນຕົວແບບຄຸນພາບການສຶກສາ ຈັດຂຶ້ນວັນທີ 18 ພຶດສະພາ 2023 ຢູ່ໂຮງຮຽນດັ່ງກ່າວ ຕັ້ງຢູ່ບ້ານໂນນສະຫວ່າງ ເມືອງໄຊເສດຖາ ນວ ໂດຍມີທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກ ສຶກສາທິການ ແລະ ກີລາ (ສສກ ນວ)  ທ່ານ ພົມມີ ໄຊຍະສານ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງໄຊເສດຖາ ທ່ານ ບຸນເນືອງ ຈັນທອງທິບ ປະທານໂຮງຮຽນປະຖົມ-ມັດທະຍົມສົມບູນສາຍຝົນ ພ້ອມດ້ວຍຄະນະອຳນວຍການໂຮງຮຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. Share:FacebookTwitter
ໂຮງຮຽນສາຍຝົນ ເປັນຕົວແບບຄຸນນະພາບການສຶກສາ
https://v2.vientianemai.net/archives/57547
ທ່ານ ອາດສະພັງທອງ ສີພັນດອນ ເຈົ້າ​ຄອງ​ນະ​ຄອນຫຼວງວຽງ​ຈັນ ພ້ອມ​ດ້ວຍ​ຄະ​ນະ​ ເດີນ​ທາງ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ທາງ​ການ ຢ​ູ່​ນະຄອນຫຼວງບູດາແປສ ປະ​ເທດຮົງ​ກາ​ຣີ ແຕ່ວັນທີ 16-18 ພຶດສະພາ 2023 ​ການ​ເດີຍ​ທາງ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຄັ້ງ​ດັ່ງ​ກ່າວ ເປັນ​ການ​ປະ​ກອບ​ສ່ວນ​ສຳ​ຄັນໃນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ສ​ອງ​ປະ​ເທດ ລາວ-ຮົງ​ກາ​ຣີ ກໍ​ຄື ນະ​ຄອນຫຼວງວຽງ​ຈັນ ແລະ ນະຄອນຫຼວງບູດາແປສ ໃຫ້​ນັບ​ມື້​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ. ສຳ​ລ​ັບການຢ​້ຽມ​ຢາມ​ຂອງ​ຄະ​ນະ​ຜູ້​ແທນ​ໃນ​ຄັ້ງ​ນີ້ ​ໃນວັນທີ 16 ພຶດສະພາ 2023 ໄດ້ມີ​ການພົບປະສອງຝ່າຍກັບຄະນະ ນະ ຄອນຫຼວງບູດາແປສ ໂດຍມີ ທ່ານ Gergely Karacsony ເຈົ້າຄອງນະຄອນຫຼວງບູດາແປສ ພ້ອມດ້ວຍຄະນະໃຫ້ການ ຕ້ອນຮັບ ເຊິ່ງໃນການພົບປະສອງຝ່າຍໄດ້ທົບທວນຄືນການປະຕິບັດການຮ່ວມມືຂອງສອງນະຄອນຫຼວງຄືນະ ຄອນຫຼວງ ວຽງຈັນ ສປປລາວ ແລະ ນະຄອນຫຼວງບູດາແປສ ແລະ ປຶກສາທິດທາງແຜນການຮ່ວມມືໃນຕໍ່ໜ້າ. ໃນວັນທີ 17 ພຶດສະພາ 2023 ຄະນະໄດ້ທັດສະນະສຶກສາພື້ນຖານໂຄງການບຳບັດນ້ຳເປື້ອນຂອງນະຄອນຫຼວງບູດາແປສ ໂດຍສະເພາະການຄຸ້ມຄອ ການດຳເນີນການຈັດການຂອງບັນດາຫົວໜ່ວຍກົງຈັກການຈັດຕັ້ງຂອງນະຄອນ ຫຼວງບູດາແປສ ທີ່ກ່ຽວຂ້ອງເພື່ອເປັນຂໍ້ມູນໃນການພັດທະນາລະບົບຄຸ້ມຄອງບໍລິຫານຈັດການນ້ຳເປື້ອນໃນນະຄອນ ຫຼວງວຽງຈັນໃຫ້ດີຂຶ້ນ. ໃນວັນທີ 18 ພຶດສະພາ 2023 ເຄື່ອນໄຫວພົບປະສອງຝ່າຍຮ່ວມກັບກະຊວງການຕ່າງປະເທດ ແລະ ການຄ້າຮົງກາຣີເພື່ອ ປຶກສາຂອບການຮ່ວມມືສອງຝ່າຍ ໂດຍມີ ທ່ານ Menczer Tamas ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການ ຄ້າຮົງກາຣີພ້ອມດ້ວຍຄະນະໃຫ້ການຕ້ອນຮັບ. Share:FacebookTwitter
ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ເດີນທາງຢ້ຽມຢາມວຽກທາງການຢູ່ ຮົງກາຣີ
https://v2.vientianemai.net/archives/57558
ແຂວງ​ເຊກອງ ເປີດໂຄງການສ້າງຄວາມເຂັ້ມແຂງດ້ານວຽກງານສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາການ ແນ​ໃສ່ປັບປຸງ ຜົນໄດ້ຮັບດ້ານສຸຂະພາບ ແລະ ໂພຊະນາການ ຂອງບັນດາແມ່ຍິງຖືພາ ໄລຍະເກີດ ຫຼັງການເກີດລູກ ເດັກເກີດໃໝ່ ເດັກ ນ້ອຍ ແລະ ໄວໜຸ່ມ ໃຫ້ດີຂຶ້ນ. ກອງປະຊຸມຊີ້ແຈງ ແລະ ວາງແຜນໂຄງການສ້າງຄວາມເຂັ້ມແຂງດ້ານວຽກງານສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາການ ຈັດ​ຂຶ້ນໃນລະຫວ່າງວັນທີ 17-18 ພຶດສະພາ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳສອນ ກອນເຍີ ຮອງເຈົ້າແຂວງເຊກອງ ມີທ່ານ ປອ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈໍາ ສປປ ລາວ ທ່ານ ດຣ ພອນປະເສີດ ອຸນາພົມ ຫົວໜ້າ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ  ທ່ານ ໄບຼອັນ ມັລລິແກນ ຫົວໜ້າໂຄງການສ້າງຄວາມເຂັ້ມ ແຂງວຽກງານສຸຂະພາບແມ່-ເດັກ ແລະ ໂພຊະນາການ ຜູ້ຕາງໜ້າອົງການ JSI ປະຈໍາ ສປປ ລາວ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ. ທ່ານເອກອັກຄະລັດຖະທູດ ປີເຕີ ເຮມ໋ອນ ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນຮ່ວມມືແບບກວມລວມ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ເຊິ່ງມີບາງຕອນ ທ່ານກ່າວວ່າ: “ສະຫະລັດອາເມລິກາ ມີຄວາມພາກພູມໃຈ ທີ່ຈະສືບ ຕໍ່ໃຫ້ການສະໜັບສະໜູນຂອງພວກເຮົາ ເພື່ອການສົ່ງເສີມສຸຂະພາບ ແລະ ໂພຊະນາການ ຂອງປະຊາຊົນລາວ ການຊ່ວຍ ເຫຼືອດ້ານວຽກງານສຸຂະພາບຮອບດ້ານຂອງພວກເຮົາ ຈະຊ່ວຍເສີມສ້າງຄວາມເຂັ້ມແຂງໃຫ້ລະບົບສາທາລະນະສຸກຂອງລາວ ເພື່ອກຽມພ້ອມຮັບມືກັບວິກິດການດ້ານສຸຂະພາບທີ່ອາດຈະເກີດຂຶ້ນໃນອະນາຄົດ ທັງນີ້ກໍເພື່ອໃຫ້ປະຊາຊົນລາວໄດ້ຮັບ ຄວາມປອດໄພ ແລະ ມີສຸຂະພາບທີ່ດີ”. ທ່ານ ຄໍາສອນ ກອນເຍີ ຮອງເຈົ້າແຂວງ ໄດ້ກ່າວວ່າ: ວຽກງານສົ່ງເສີມສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາການ ເປັນ ວຽກໜຶ່ງທີ່ສຳຄັນ ນອນຢູ່ໃນວຽກບຸລິມະສິດຂອງແຂວງ ກໍຄືກະຊວງສາທາລະນະສຸກ ໂດຍສະເພາະການຈັດຕັ້ງປະຕິບັດ ແຜນພັດທະນາ ສາທາລະນະສຸກ 5 ປີ ຄັ້ງທີ IX ໂດຍຄາດໝາຍສູ້ຊົນໃຫ້ບັນລຸ 11 ຕົວຊີ້ວັດ ປະຈຳປີ 2023 ຂອງພະແນກສາ ທາລະນະສຸກແຂວງ ແນໃສ່ການຫຼຸດຜ່ອນອັດຕາການເສຍຊີວິດຂອງແມ່ ແລະ ເດັກຕໍ່າກວ່າ 5 ປີ ການເປີດໂຄງການນີ້ແມ່ນມີ ຄວາມໝາຍຢ່າງຍິ່ງ ມັນເປັນໂອກາດອັນດີ ໃຫ້ແກ່ພາກສ່ວນກ່ຽວຂ້ອງ ຈາກສູນກາງ ແລະ ທ້ອງຖິ່ນ ໃນການພົບປະແລກ ປ່ຽນຄໍາຄິດເຫັນ ເພື່ອຈັດຕັ້ງປະຕິ ບັດກິດຈະກໍາໃຫ້ສໍາເລັດຕາມເປົ້າໝາຍທີ່ວາງໄວ້. ສໍາລັບຢູ່ ແຂວງເຊກອງ ໂຄງການດັ່ງກ່າວແມ່ນຈະໄດ້ຈັດຕັ້ງປະຕິບັດຢູ່ໃນ 4 ເມືອງ ຄື: ເມືອງລະມາມ ເມືອງດາກຈຶງ ເມືອງກະ ລຶມ ແລະ ເມືອງທ່າແຕງ ກວມເອົາ ທັງໝົດ 3 ໂຮງໝໍຊຸມຊົນ 30 ໂຮງໝໍນ້ອຍ ກວມເອົາທັງໝົດ 250 ບ້ານ ໂດຍຄາດວ່າຈະມີຜູ້ໄດ້ຮັບຜົນປະໂຫຍດຈຳນວນ 127.912 ຄົນ. ໂຄງການສ້າງຄວາມເຂັ້ມແຂງດ້ານວຽກງານສຸຂະພາບແມ່-ເດັກ ແລະ ໂພຊະນາການ ໂດຍໄດ້ຮັບທຶນສະໜັບສະໜູນຈາກ ອົງການພັດທະນາສາກົນ ປະເທດສະຫະລັດອາເມລິກາ (USAID) ຈັດຕັ້ງປະຕິບັດໂດຍສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ເຈເອສໄອ (JSI) ຮ່ວມກັບກະຊວງສາທາລະນະສຸກ ບັນດາພະແນກສາທາລະນະສຸກແຂວງ ຫ້ອງການສາທາລະນະສຸກເມືອງ ເປົ້າໝາຍ ແລະ ຈະໄດ້ຈັດຕັ້ງປະຕິບັດຢູ່ໃນ 5 ແຂວງ ຄື: ແຂວງຜົ້ງສາລີ ອຸດົມໄຊ ສະຫວັນນະເຂດ ສາລະວັນ ແລະ ເຊກອງ ກວມເອົາທັງໝົດ 24 ເມືອງຊຶ່ງມີຈຸດປະສົງ ປັບປຸງຜົນໄດ້ຮັບດ້ານສຸຂະພາບ ແລະ ໂພຊະນາການ ຂອງບັນດາແມ່ຍິງຖືພາ ໄລຍະເກີດ, ຫຼັງການເກີດລູກ ເດັກເກີດໃໝ່ ເດັກນ້ອຍ ແລະ ໄວໜຸ່ມ ໃຫ້ດີຂຶ້ນ ໃນຊຸມຊົນທີ່ເຂົ້າເຖິງຍາກ ເພື່ອບັນລຸວິໄສ ທັດດັ່ງກ່າວນີ້ ໂຄງການໄດ້ປັບແນວທາງປະຕິບັດໃຫ້ສອດຄ່ອງກັບວຽກງານສາມສ້າງ ຂອງ ສປປ ລາວ ເຊິ່ງໄດ້ມອບໝາຍ ຄວາມເປັນເຈົ້າການຫຼາຍຂຶ້ນໃນລະດັບທ້ອງຖິ່ນ. ເພື່ອສະໜັບສະໜູນແຜນດຳເນີນງານ ແລະ ແຜນຍຸດທະສາດຂອງ ວຽກງານ ສຸຂະພາບຈະເລີນພັນ ແມ່ ເດັກເກີດໃໝ່ ເດັກນ້ອຍ (2016-2025). Share:FacebookTwitter
ເຊກອງ ເປີດໂຄງການສ້າງຄວາມເຂັ້ມແຂງວຽກງານ ສຸຂະພາບແມ່-ເດັກ ແລະ ໂພຊະນາການ
https://v2.vientianemai.net/archives/57565
ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ບໍລິສັດ ອິນດັດສເທັກ ຈໍາກັດ ລົງນາມໃນບົດບັນທຶກການ ຮ່ວມມືດ້ານວິຊາການ ກ່ຽວກັບວຽກງານຄວາມປອດໄພແຮງ ໃນສະຖານ ທີ່ເຮັດວຽກ ເພື່ອແນ່ໃສ່ການປ້ອງກັນ ສະກັດກັ້ນການເກີດອຸບັດເຫດແຮງ ງານ ແລະ ພະຍາດອາຊີບທີ່ອາດເກີດຂຶ້ນຈາກການເຮັດວຽກໃຫ້ນັບມື້ດີຂຶ້ນ.       ທ່ານ ພົງສະຫວັນ ໄຊໂກສີ ຫົວໜ້າກົມຄຸ້ມຄອງແຮງງານ ກ່າວວ່າ: ການ ຮ່ວມມືດ້ານວິຊາການກ່ຽວກັບວຽກງານຄວາມປອດໄພແຮງງານ ເປັນບາດ ກ້າວທີ່ສຳຄັນໃນການຮ່ວມມື ແລະ ການມີສ່ວນຮ່ວມ ລະຫວ່າງພາກລັດ ແລະ ພາກເອກະຊົນ ກໍຄືການເຮັດໜ້າທີ່ຊ່ວຍໃນວຽກງານຄວາມປອດໄພ ແຮງງານໃນສະຖານທີ່ເຮັດວຽກຢູ່ຫົວໜ່ວຍການຜະລິດ ທຸ ລະກິດ ແລະ ການບໍລິການ ເພື່ອແນ່ໃສ່ການປ້ອງກັນ ສະກັດກັ້ນການເກີດອຸບັດເຫດ ແຮງງານ ແລະ ພະຍາດອາຊີບທີ່ອາດເກີດຂຶ້ນຈາກການເຮັດວຽກໃຫ້ນັບ ມື້ດີຂຶ້ນ ລັດຖະບານລາວ ໄດ້ໃຫ້ຄວາມສຳຄັນຕໍ່ບັນຫາແຮງງານ ແລະ ສະ ຫວັດດີການສັງຄົມ ໂດຍໄດ້ກຳນົດແນວທາງ ນະໂຍບາຍ ຍຸດທະສາດ ແຜນ ງານຢ່າງຊັດເຈນໃນແຕ່ລະໄລຍະ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ວຽກງານດັ່ງກ່າວ ນອກນີ້ຍັງຈະເປັນໜ່ວຍງານທີ່ສ້າງ ແລະ ປັບປຸງລະບົບ ການເກັບກຳຂໍ້ມູນ ການລາຍງານ ແລະ ລະບົບການຄຸ້ມຄອງຄວາມປອດ ໄພແຮງງານໃຫ້ມີປະສິດທິຜົນ ເພື່ອເຮັດໃຫ້ການເຄື່ອນໄຫວໄປຕາມລະ ບຽບການ ກົດໝາຍ ທັງເຮັດໃຫ້ຜູ້ອອກແຮງງານ ຜູ້ໃຊ້ແຮງງານ ແລະ ທົ່ວສັງຄົມເຫັນໄດ້ຄວາມສໍາຄັນຂອງການປ້ອງກັນຕົນ ເພື່ອບໍ່ໃຫ້ເກີດອຸ ບັດເຫດແຮງງານໃນເວ ລາເຮັດວຽກ ແລະ ຫັນວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໄປເປັນວັດທະນະທຳເທື່ອລະກ້າວ.     ພິທີລົງນາມບົດບັນທຶກດັ່ງກ່າວຈັດຂຶ້ນວັນທີ 17 ພຶດສະພາ 2023 ຢູ່ນະ ຄອນຫຼວງວຽງຈັນ ເຊິ່ງລົງນາມໂດຍ ທ່ານ ພົງສະຫວັນ ໄຊໂກສີ ແລະ ທ່ານ ພອນສະຫວັນ ໄຊປັນຍາ ປະທານບໍລິສັດ ອິນດັດສເທັກ ຈໍາກັດ ໂດຍມີ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. Share:FacebookTwitter
ຮ່ວມມືດ້ານວິຊາການກ່ຽວກັບວຽກຄວາມປອດໄພແຮງໃນສະຖານທີ່ເຮັດວຽກ
https://v2.vientianemai.net/archives/57569
ໃນ​ວັນ​ທີ 19 ພຶດ​ສະ​ພາ 2023 ທີ່​ນະ​ຄອນຫຼວງ​ບາງກອກ ລາ​ຊະ​ອາ​ນາ​ຈັກ​ໄທ ທ່ານ ອາ​ດ​ສະ​ພັງ​ທອງ ສີ​ພັນ​ດອນ ເຈົ້າ​ຄອງ​ນະ​ຄ​ອ​ນຫຼວງວຽງ​ຈັນ ພ້ອ​ມ​ຄະ​ນະ ເຂົ້າ​ພົບ​ປະ ທ່ານ ຊັດ​ຊາດ ສິດ​ທິ​ພັນ ຜູ້​ວ່າ​ນະ​ຄອນຫຼວງບ​າງ​ກອກ ພ້​ອມ​ຄະ​ນະ ເພື່ອ​ຫາ​ລື​ການ​ຮ່ວມ​ມື​​ລະ​ຫວ​່າງ​ສອງ​ຝ່າຍໃນ​ອ​ະ​ນາ​ຄົດ. ການ​ພົບ​ປະ​ຄັ້ງ​ດັ່ງ​ກ່າວ ​ທ່ານ​ເຈົ້າ​ຄອງ​ນະ​ຄອນຫຼວງວຽງ​ຈັ​ນ ໄດ້​ແລກ​ປ່ຽນ​ກັນ​ 3 ປະ​ເດັນ​ ໄດ້​ແກ່​ ການ​ສຶກ​ສາ ສາ​ທາ​ລະ​ນະ​ສ​ຸກ ແລະ ການ​ທ່ອງ​ທ່ຽວ ນອກ​ຈາກນີ້ ຍັງ​ໄດ້​ຫາ​ລື​ເພີ່ມ​ເຕີມ​ກ່ຽວ​ກັບ​ລ​າຍ​ລະ​ອຽດ ໂຄງ​ການ​ພາຍ​ໃຕ​້​ບົດ​ບັນ​ທຶກ​ການ​ຮ່​ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ທີ່​ໄດ​້​ລົງ​ນາມ​ໃນ​ປີ 2008. ດ້ານ​ການ​ສຶກ​ສາ ທັງ​ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ກ່​ຽວ​ກັບ​ການ​ສອນ​ຂອງ​ບຸ​ຄະ​ລາ​ກອນຂອງ​ທັງ​ສອງ​ນະ​ຄອນຫຼວງ ແລະ ຄວາມ​ຄະ​ລິ​ເລີ່ມ​ໂຄງ​ການ​ແລກ​ປ່​ຽນ​ນັກ​ຮຽນ​ໃນ​ສັງ​ຄົມຂ​ອ​ງ​ສ​ອງ​ຝ່າຍ ແລະ ການ​ນຳ​ເຕັກ​ໂນ​ໂລ​ຊີ​ເຂົ້າ​ມາ​ເພີ່ມ​ປະ​ສິດ​ທິ​ພາບ​ດ້ານ​ການ​ຮຽນ​ການ​ສອນຜ່ານ​ສື່​ເອ​ເລັກ​ໂຕ​ຣ​ນິກ (E-Learning). ດ້ານ​ສາ​ທາ​ລະ​ນະ​ສຸກ ແມ່ນ​ໄດ້​ແລກ​ປ່ຽນ​ຄວາມ​ຮູ້​ດ້ານ​ການ​ປະ​ຕິ​ບັດ​ທີ່​ດີ​ທີ່​ສຸດດ້ານ Telemedicine ຜ່ານ​ການ​ນຳ​ມາ​ໃຊ້​ໃນ​ແອັບ​ພ​ລິ​ເຄ​ເຊິນ ແລະ ການ​ຮ່ວມ​ມື​ດ້ານ​ການ​ແພດກັບ​ໂຮງ​ໝໍ​ວະ​ຊີຣະ ແລະ ກ​ານ​ບໍ​ລິ​ຫານ​ຈັດ​ກ​ານ​ເມືອງ (City Lab) ກັບ​ ມະ​ຫາ​ວິ​ທະ​ຍາ​ໄລ​ນ​ະ​ວະ​ມິນ​ທ​ຣາ​ທິ​ຣາ​ຊ ໂດຍ​ມີ​ການ​ຈັດ​ຕັ້ງ​ແຜນ​ການ​ເຝິກ​ຊ້ອ​ມ Tebletop Exercise ຜ່ານ​ວີ​ດີ​ໂອ​ທາງ​ໄກ ລະ​ຫວ່າງ​ບຸ​ຄະ​ລາ​ກອນ​ທາງ​ການ​ແພດຂ​ອງ​ທັງ​ສອງ​ນະ​ຄອນ ເພື່ອ​ໃຫ້​ມີ​​ທັກ​ສະ ແລະ ຄວາມ​ພ້ອມໃນ​ການ​ປະ​ຕິ​ບັດ​ງານ. ສ່ວນ ດ້ານ​ການ​ທ່ອງ​ທ່ຽວ ການ​ຮ່ວມ​ມື​ການ​ທ່ອງ​ທ່​ຽວ​ດ້ານ​ປະ​ຫວັດ​ສາດ ແລ​ະ ນະ​ວັດ​ຕະ​ກຳ​ລະ​ຫວ່າງ ນະ​ຄອນຫຼວງວຽງ​ຈັນ ແລະ ນະ​ຄອນຫຼວງ​ບາງກ​ອກ ໂດຍ​ໄດ້​ແລກ​ປ່ຽນ​ແນວ​ທາງ​ການ​ສົ່ງ​ເສີມເສດ​ຖະ​ກິດ​ກາງ​ຄືນ (Midnight Economy) ເພື່ອ​ເພີ່ມ​ປະ​ສິດ​ທິ​ພາບ​ການ​ເຕີບ​ໂຕ​ຂອງ​ທ​ຸ​ລະ​ກິດ​ກາງ​ຄືນ ແລະ ການ​ສົ່ງ​ເສີມ​ເສ​ດ​ຖະ​ກິດ​ໃນ​ຕົວ​ເມືອງ ເຊັ່ນ: ການ​ຈັດ​ສັນ​ພື້ນ​ທີ່​ໃນ​ຕົວ​ເມືອງເພື່ອ​ຂາຍ​ສິນ​ຄ້າ ຫຼື ການ​ຍົກ​ສະ​ມັດ​ທະ​ພາບ​ອາ​ຫານ​ຂາຍ​ຕາມ​ແຄມ​ທາງ ໃນ​ການ​ດຶງ​ດູດ​ນັດ​ທ່ອງ​ທ່ຽ​ວ​ຊາ​ດ​ອື່ນ​ເຂົ້າ​ມາ. Share:FacebookTwitter
ທ່ານເຈົ້ານະຄອນຫຼວງວຽງຈັນ ພົບປະ ທ່ານຜູ້ວ່ານະຄອນຫຼວງບາງກອກ ຫາລືການຮ່ວມມືໃນອະນາຄົດ
https://v2.vientianemai.net/archives/57579
ກອງປະຊຸມທົບທວນວິຊາການອາຍຸລະສາດ ຂອງໂຮງໝໍເຊດຖາທິຣາດ ຄັ້ງທີ 2 ຈັດຂຶ້ນໃນວັນທີ 19 ພຶດສະພາ 2023 ໃນຫົວຂໍ້ ພະຍາດບໍ່ຕິດຕໍ່ ໂດຍການເປັນປະທານຂອງ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ມີທ່ານ ດຣ ຫວັງນະຄອນ ດິດຕະພົງ ຜູ້ອຳນວຍການໂຮງໝໍເຊດຖາທິຣາດ ພ້ອມວິທະຍາກອນແພດຊ່ຽວຊານຈາກພາຍໃນ ແລະ ຕ່າງປະເທດ ນັກສຳມະນາກອນຈາກໂຮງໝໍເມືອງ 9 ຕົວເມືອງ ໃນນະຄອນຫຼວງວຽງຈັນ ທ່ານໝໍຈາກຕ່າງແຂວງ ແລະ ນັກສຶກສາແພດຊ່ຽວຊານສາຂາຕ່າງໆ ເຂົ້າຮ່ວມ.     ທ່ານ ດຣ ຫວັງນະຄອນ ດິດຕະພົງ ກ່າວວ່າ: ກອງປະຊຸມຄັ້ງນີ້ ເປັນຫົວຂໍ້ທາງດ້ານວິຊາການທີໜ້າສົນໃຈເຊັ່ນ: ພະຍາດ ກະເພາະລຳໃສ້-ຕັບພະຍາດຫົວໃຈ-ເສັ້ນເລືອດ ພະຍາດເບົາຫວານ ຕ່ອມຄໍໜຽງ ແລະ ພະຍາດລະບົບຫາຍໃຈເປັນຕົ້ນ ເຊິ່ງຈັດຂຶ້ນເປັນຄັ້ງທີ 2 ໂດຍມີບັນດາແພດຈາກໂຮງໝໍສູນກາງ ຈາກ 9 ໂຮງໝໍເມືອງ ໃນນະຄອນຫຼວງວຽງຈັນ ແພດປິ່ນປົວຈາກຕ່າງແຂວງ ແລະ ບັນດານັກສຶກສາແພດຊ່ຽວຊານ ຜູ້ໜຸ່ມນ້ອຍທີ່ເປັນກຳລັງຫຼັກ ໃນການສ້າງສາພັດທະນາໃຫ້ແກ່ກົມກອງທີ່ຕົນສັງກັດ ໄດ້ຮັບຮູ້ເຖິງພະຍາດບໍ່ຕິດຕໍ່ ເປັນບັນຫານັບມື້ຫຼາຍຂື້ນ ບໍ່ວ່າຈະເປັນພະຍາດຫົວໃຈ-ເສັ້ນເລືອດ ພະຍາດເບົາຫວານ ພະຍາດທາງລະບົບຫາຍໃຈ ພະຍາດກະເພາະລໍາໃສ້ ແລະ ຕັບ ເປັນຕົ້ນ ເຊິ່ງເຮົາອາດເອີ້ນໄດ້ວ່າ: ພະຍາດບໍ່ຕິດຕໍ່ເປັນໄພງຽບ ທີ່ສ້າງຄວາມເສຍຫາຍໃຫ້ແກ່ຊີວິດ ສັບສິນ ໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າ ພ້ອມທັງເປັນພາລະໃຫ້ກັບຄອບຄົວໃນການເບີ່ງແຍງປິ່ນປົວ.     ດັ່ງນັ້ນ ໂຮງໝໍເຊດຖາທິຣາດຈິ່ງເລັງເຫັນເຖິງຄວາມສໍາຄັນຂອງບັນຫາພະຍາດບໍ່ຕິດຕໍ່ ເຊັ່ນ: ໃນດ້ານການປ້ອງກັນ ການປິ່ນປົວ ການໃຫ້ສຸຂະສຶກສາ ໃນກຸ່ມພະຍາດ ດັ່ງກ່າວ ພ້ອມກັນນັ້ນ ໂຮງໝໍເຊດຖາທິຣາດ ໄດ້ມີບັນດາແພດຊ່ຽວຊານຫຼາຍ ຈາກສາຂາຕ່າງໆເຊັ່ນ: ກະເພາະລຳໃສ້-ຕັບ ຫົວໃຈເສັ້ນເລືອດ ລະບົບຫາຍໃຈ ແລະ ອື່ນໆ ທີ່ມີຄວາມພ້ອມໃນການໃຫ້ບໍລິການແກ່ພໍ່ແມ່ປະຊາຊົນທີ່ຢູ່ໃກ້ແລະຢູ່ໄກ ໃຫ້ສອດຄ່ອງກັບນະໂຍບາຍ ການບໍລິການ 5 ດີ 1 ພໍໃຈຂອງກະຊວງສາທາລະນະສຸກໄດ້ວາງອອກ ແນ່ໃສ່ ຫຼຸດຜ່ອນອັດຕາການເຈັບເປັນ ແລະ ອັດຕາການເສຍຊີວິດ ຈາກພະຍາດດັ່ງກ່າວ. Share:FacebookTwitter
ໂຮງໝໍເຊດຖາທິຣາດ ສຳເລັດການທົບທວນວິຊາການອາຍຸລະສາດ ຄັ້ງທີ 2
https://v2.vientianemai.net/archives/57595
ໃນລະຫວ່າງວັນທີ 17-18 ພຶດສະພາ 2023 ທີ່ໂຮງແຮມຈໍາປາສັກແກຣນ ນະຄອນປາກເຊ ແຂວງຈໍາປາສັກ ຈັດກອງປະຊຸມສໍາມະນາທາງດ້ານວິຊາການໜຸ່ມ ກ່ຽວກັບການອະນຸລັກປົກປັກຮັກສາມໍຣະດົກທາງດ້ານວັດທະນະທໍາຂຶ້ນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຊອຍ ຢອງ ຈາງ ປະທານມູນນິທິມໍລະດົກວັດທະນະທໍາ ສ ເກົາຫຼີ ມີຄະນະຜູ້ແທນຈາກພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງຈໍາປາສັກ ຂະແໜງມໍລະດົກໂລກວັດພູຈໍາປາສັກ ຂະແໜງການມໍລະດົກໂລກແຂວງຫຼວງພະບາງ ຂະແໜງການມໍລະດົກໂລກໃຫຫີນ ແຂວງຊຽງຂວາງ ຫໍພິພິທະພັນແຫ່ງຊາດ ທີມງານຊ່ຽວຊານ ສ ເກົາຫຼີຫ້ອງການຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວເມືອງຈໍາປາສັກ ເຂົ້າຮ່ວມ.     ກອງປະຊຸມຄັ້ງນີ້ໄດ້ຮັບຟັງກ່ຽວກັບການນໍາສະເໜີຫົວຂໍ້ຕ່າງໆ ເພື່ອເປັນການແລກປ່ຽນບົດຮຽນທາງດ້ານວິຊາການ ກ່ຽວກັບການອະນຸຮັກປົກປັກຮັກສາມໍລະດົກ ໃນຂອບເຂດທົ່ວປະເທດ ເຊັ່ນວ່າ: ການນໍາສະເໜີການຈັດຕັ້ງປະຕິບັດວຽກງານໂຄງການບູລະນະ ແລະ ອະນຸຮັກປົກປັກຮັກສາໂຮງນາງສີດາ ການນໍາສະເໜີຜົນສໍາເລັດໃນການບໍລິການຄຸ້ມຄອງວັດພູພ້ອມພື້ນທີ່ວັດທະນະທໍາຈໍາປາສັກ ການສົ່ງເສີມຂະຫຍາຍການປົກປ້ອງມໍລະດົກທາງດ້ານວັດທະນະທໍາທີ່ບໍ່ເປັນວັດຖຸຂອງຫຼວງພະບາງ ນໍາສະເໜີການຄຸ້ມຄອງອະນຸ ຮັກປົກປັກຮັກສາມໍລະດົກໂລກໃຫຫີນຊຽງຂວາງ ການນໍາສະເໜີກ່ຽວກັບການອະນຸລັກວັດຖຸພັນຢູ່ຫໍພິພິທະພັນແຫ່ງຊາດ.     ໂອກາດນີ້ຄະນະຜູ້ແທນກອງປະຊຸມ ຍັງໄດ້ເດີນທາງໄປທັດສະນະສຶກສາຕິດຕາມເບິ່ງຕົວຈິງໂຄງການບູລະນະ ແລະ ອະນຸຮັກປົກປັກຮັກສາໂຮງນາງສີດາ (ທີ່ວັດພູຈໍາປາສັກ) ສະເພາະ ແມ່ນການຮັບຟັງການອະທິບາຍຈາກນັກວິຊາການທີ່ປະຈໍາຢູ່ໂຄງການບູລະນະໂຮງນາງສີດາ ກ່ຽວກັບແຕ່ລະຂັ້ນຕອນຂອງໜ້າວຽກໃນການບູລະນະໂຮງນາງສີດາ ເປັນຕົ້ນ: ການຈອດຫີນ ການສະແກນຫີນ ການເກັບກໍາຂໍ້ມູນກ່ອນການຮື້ຖອນ. ສໍາລັບໂຄງການບູລະນະ ແລະ ອະນຸຮັກປົກປັກຮັກສາໂຮງນາງສີດາ ໄລຍະທີໜຶ່ງເລີ່ມແຕ່ປີ 2013-2020 ແລະ ໄລຍະສອງ 2021-2025 ເຊິ່ງໂຄງການບູລະນະດັ່ງກ່າວ ໄດ້ດໍາເນີນການຈັດຕັ້ງປະຕິບັດຢ່າງເປັນປົກກະຕິ. Share:FacebookTwitter
ຍົກລະດັບດ້ານວິຊາການ ກ່ຽວກັບການອະນຸຮັກປົກປັກຮັກສາມໍລະດົກທາງດ້ານວັດທະນະທໍາ
https://v2.vientianemai.net/archives/57610
ໃນວັນທີ 18 ພຶດສະພາ 2023 ທ່ານ  ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ນວ) ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມພົບປະແນວລາວສ້າງຊາດ ນະຄອນຫຼວງວຽງຈັນ (ນວ) ໂດຍການຕ້ອນຮັບຂອງທ່ານ ຖະໜອມ ທຳທອງ ຄະນະປະຈຳພັກ ປະທານແນວລາວສ້າງຊາດ  ນວ ທີ່ເມືອງສັງທອງ ນວ ມີບັນດາທ່ານປະທານ-ຮອງປະທານແນວລາວສ້າງຊາດທີ່ມາຈາກບັນດາເມືອງອ້ອມຂ້າງ ຄະນະນຳເມືອງສັງທອງ ພະນັກງານບຳນານປະຕິວັດອາວຸໂສ ເລຂາພັກ ນາຍບ້ານ ແລະ ປະທານແນວລາວສ້າງຊາດບ້ານ ພາຍໃນເມືອງ ເຂົ້າຮ່ວມ.     ທ່ານ ພົງສະຫວັນ ສິລິພັນ ເລຂາພັກເມືອງເຈົ້າ ເມືອງເມືອງສັງທອງ ໄດ້ລາຍງານຫຍໍ້ໃຫ້ຮູ້ວ່າ: ກ່ຽວກັບສະພາບເສດຖະກິດ-ສັງຄົມ ພ້ອມທັງການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ເຕົ້າໂຮມຄວາມສາມັກຄີປອງດອງ ເປັນປຶກແຜ່ນຂອງປະຊາຊົນບັນດາເຜົ່າ ປະກອບສ່ວນປະຕິບັດແນວທາງນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດ ຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ສ້າງບ້ານສາມັກຄີປອງດອງໄດ້ 35 ບ້ານ ຄອບຄົວສາມັກຄີປອງດອງໄດ້ 6.156 ຄອບຄົວ.     ໂອກາດນີ້ ທ່ານປະທານ ສນຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະນໍາ ນວ ແລະ ເມືອງສັງທອງ ສາມາດຍາດໄດ້ຜົນງານອັນພົ້ນເດັ່ນໃນໄລຍະຜ່ານມາ ສາມາດເສີມຂະຫຍາຍມູນເຊື້ອອັນດີງາມຂອງແນວລາວສ້າງຊາດ ພ້ອມເນັ້ນໃຫ້ແນວລາວສ້າງຊາດແຕ່ລະຂັ້ນຜັນຂະຫຍາຍ ມະຕິ 55/ຄປຈ ວ່າດ້ວຍການຫາລາຍໄດ້ເພີ່ມ ຂອງແນວລາວສ້າງຊາດ ແລະ ຍົກໃຫ້ເຫັນເນື້ອໃນ 4 ການຫັນປ່ຽນ ແລະ ວຽກຈຸດສຸມໃນຕໍ່ໜ້າຂອງແນວລາວສ້າງຊາດແມ່ນ 5 ແຜນງານ ແລະ 41 ໂຄງການ ເພື່ອຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນເປັນຈິງ ພ້ອມນັ້ນ ຄະນະໄດ້ໄປຢ້ຽມຢາມກອງທຶນສາມັກຄີ ແລະ ພັດທະນາຂອງບ້ານປາກແຖບ ແລະ ໄດ້ຢ້ຽມຊົມບ່ອນທົດລອງໃນການຜະລິດກະສີກໍາປອດສານຜິດຂອງບ້ານຕື່ມອີກ. Share:FacebookTwitter
ປະທານ ສນຊ ເນັ້ນໃຫ້ເມືອງສັງທອງເສີມຂະຫຍາຍການຫາລາຍໄດ້ເພື່ອສ້າງຄວາມເຂັ້ມແຂງ
https://v2.vientianemai.net/archives/57617
ກອງປະຊຸມສຳມະນາກ່ຽວກັບວຽກງານຄວບຄຸມຢາສູບ ແລະ ຢາສູບຮູບແບບໃໝ່ ຮ່ວມກັບສື່ມວນຊົນ ຈັດຂຶ້ນວັນທີ 19 ພຶດສະພາ 2023 ທີ່ສູນເຝິກອົບຮົມສູນກາງແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ດຣ.ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ມີທ່ານ ອິນປອນ ນະຄອນສີ ຮອງຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມພະນັກງານ-ວິຊາການ ແລະ ບັນດາສື່ມວນຊົນເຂົ້າຮ່ວມ.     ທ່ານ ດຣ.ສະໜອງ ທອງຊະນະ ກ່າວວ່າ: ຢາສູບແມ່ນຜະລິດຕະພັນພິເສດ ເປັນສິນຄ້າເສບຕິດຊະ ນິດດຽວທີ່ຍັງຖືກກົດໝາຍ ແຕ່ເຮັດໃຫ້ຜູ້ບໍລິໂພກເປັນພະຍາດຮ້າຍແຮງ ພິການ ແລະ ເສຍຊີວິດກ່ອນໄວອັນຄວນ ວຽກງານຄວບຄຸມຢາສູບ ແມ່ນວຽກງານໜຶ່ງທີ່ມີຄວາມທ້າທາຍສົມຄວນ ແລະ ເປັນວຽກທີ່ຫຼາຍຂະແໜງການຕ້ອງໄດ້ຈັດຕັ້ງປະຕິບັດ ແລະ ຮັບຜິດຊອບຮ່ວມກັນ ໂດຍສະເພາະສື່ມວນຊົນ ເຊິ່ງເປັນກະ ບອກສຽງ ແລະ ເປັນຜູ້ທີ່ນໍາເອົາຂໍ້ມູນຂ່າວສານໄປຍັງພໍ່ແມ່ປະຊາຊົນ ໄປເພື່ອຫຼຸດຜ່ອນການສູບຢາ ກໍຄື ຫຼຸດຜ່ອນບັນດາພະຍາດທີ່ບໍ່ຕິດຕໍ່ ທັງນີ້ກໍເພື່ອບັນລຸເປົ້າໝາຍຂອງການພັດທະນາແບບຍືນຍົງ.    ນອກນັ້ນຍັງໄດ້ຮັບຟັງ ການລາຍງານຈາກພາກສ່ວນກ່ຽວຂ້ອງໃນການສະເໜີສະພາບລວມຂອງການຄວບຄຸມຢາສູບໃນ ສປປ ລາວ ຜົນປະໂຫຍດທີ່ໄດ້ຮັບຕໍ່ການປະຕິບັດນະໂຍບາຍຄວບຄຸມຢາສູບ ເລ້ກົນຂອງບໍລິສັດຢາສູບ ໃນການຫຼອກລວງໄວໜຸ່ມ ຈາກນັ້ນຍັງໄດ້ຮັບຟັງການປາບປາມ ແລະ ສະກັດກັ້ນຢາສູບໄຟຟ້າໃນລາວ ແລະ ຍັງໄດ້ຖາມ-ຕອບສົນທະນາບັນຮ່ວມກັນ ເພື່ອນຳເອົາໄປເຜີຍແຜ່ໃຫ້ທົ່ວສັງຄົມຮັບຮູ້ກ່ຽວກັບໄພອັນຕະລາຍຂອງຢາສູບໄຟຟ້າຕື່ມອີກ. Share:FacebookTwitter
ສື່ມວນຊົນຮ່ວມສຳມະນາກ່ຽວກັບວຽກງານຄວບຄຸມຢາສູບໃນຮູບແບບໃໝ່
https://v2.vientianemai.net/archives/57632
ເມື່ອບໍ່ດົນຜ່ານມາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງ (ສກຂ) ສະຫວັນນະເຂດ ທ່ານ ປອ ສຸກສົມພອນ ອະໂນໄທ ແລະ ທ່ານ ນາງ ມະໄລທອງ ທໍາມະຕິກາ ຮອງຫົວໜ້າພະແນກການຕ່າງປະເທດແຂວງ ໄດ້ຕ້ອນຮັບການມາຢາມຢ້ຽມຂອງທ່ານ ຮສ ປອ ລິວ ຈາງ ອະທິການບໍດີ ມະຫາວິ ທະຍາໄລ ຫຼື ມລ ສ້າງຄູດານັງ ແລະ ມະຫາວິທະຍາໄລ ດານັງ ສສ ຫວຽດນາມ ທີ່ຫ້ອງປະຊຸມພະແນກ ດັ່ງກ່າວ ເຊິ່ງມີບັນດາຫົວໜ້າ-ຮອງຫົວໜ້າຂະແໜງສະຖິຕິ ແຜນການ ແລະ ຮ່ວມມືກັບຕ່າງປະເທດ ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ຂະແໜງບໍລິຫານ ຊະແໜງຮ່ວມມືສາກົນ ພະແນກການຕ່າງປະເທດ ແລະ ສູນພາສາຫວຽດນາມ ພ້ອມດ້ວຍວິຊາການທີ່ກ່ຽວຂ່ອງເຂົ້າຮ່ວມ.     ການຢ້ຽມຢາມຄັ້ງນີ້ ເພື່່ອພົບປະເຮັດວຽກຮ່ວມກັບພະແນກສຶກສາທິການ ແລະ ກີລາແຂວງ ແລະ ພະແນກການຕ່າງປະເທດ ກ່ຽວກັບວຽກການສົ່ງເສີມວິຊາການ ການສຶກສາຮໍ່າຮຽນຂອງນັກສຶກສາແຂວງສະຫວັນນະເຂດ ທີ່ກໍາລັງສຶກສາຢູ່ທີ່ມະຫາວິທະຍາໄລສ້າງຄູດານັງ ແລະ ກ່ຽວກັບການປະສານງານໃນການກໍ່ສ້າງພາສາຫວຽດນາມ ໃຫ້ແກ່ນັກສຶກສາແຂວງສະຫວັນນະເຂດ ແລະ ການປະສານງານກ່ຽວກັບການຕ້ອນຮັບນັກສຶກສາແຂວງສະຫວັນນະເຂດ ໄປສຶກສາທີ່ມະຫາວິທະຍາໄລສ້າງຄູດານັງ-ມະຫາວິທະ ຍາໄລດານັງ ສົກຮຽນ 2023-2024  ແລະ  ເພື່ອນໍາສະເໜີການແຜນການກໍ່ສ້າງການຮຽນກຽມພາສາຫວຽດນາມ ແລະ ຫຼັກສູດພາສາຫວຽດນາມຂອງມະຫາວິທະຍາໄລສ້າງຄູດານັງ ເເລະ ບັນດາວຽກງານສົ່ງເສີມວິຊາການ ແລະ ການສະໜອງຮູບແບບທຶນການສຶກສາ ໃຫ້ແກ່ນັກສຶກສາ. ໂອກາດນີ້ ທ່ານ ປອ ສຸກສົມພອນ ອະໂນໄທ ໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບຈຸດພິເສດການສຶກສາພາຍໃນແຂວງ ແລະ ລາຍງານກ່ຽວກັບການຄັດເລືອກນັກສຶກສາໄປຮຽນຕໍ່ທີ່ ສສ ຫວຽດນາມ ເຖິງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຂອງນັກສຶກສາແຂວງສະຫວັນນະເຂດ ໃຫ້ທາງມະຫາວິທະຍາໄລສ້າງຄູດານັງຮັບຊາບ ແລະ ສະເໜີໃຫ້ມີການແລກປ່ຽນຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ລະຫ່ວາງຄູພາສາຫວຽດນາມຢູ່ສູນພາສາຫວຽດນາມແຂວງສະຫວັນນະເຂດ ກັບ ມະຫາວິທະຍາໄລສ້າງຄູດານັງ Share:FacebookTwitter
ສະຫວັນນະເຂດ ແລະ ດານັງ ຮ່ວມມືພັດທະນາໃນວຽກງານຂະແໜງການສຶກສາ
https://v2.vientianemai.net/archives/57643
ວັນທີ 19 ພຶດສະພາ 2023 ທີ່ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ ກົມປູກຝັງ (DoA) ຮ່ວມກັບ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາສາກົນຢູ່ລາວສຳລັບປີນີ້ ງານດັ່ງກ່າວຈັດຂຶ້ນເປັນເວລາ 3 ມື້ ເພື່ອແນໃສ່ເສີມຂະຫຍາຍຊື່ສຽງຂອງຊາລາວທີ່ເປັນສິນຄ້າຄຸນນະພາບ ແລະ ສ້າງພາບພົດອັນເຂັ້ມແຂງຂອງຊາໃນລາວ ພ້ອມທັງຊຸກຍູ້ໃຫ້ມີການແຂ່ງຂັນທີ່ເປັນມິດ ແລະ ການຮັບຮູ້ໃນຊຸມຊົນຊາທ້ອງຖິ່ນ.      ໂຄງການຊາແມ່ນໍ້າຂອງ ນໍາພາການຈັດຕັ້ງປະຕິບັດໂດຍກົມປູກຝັງ ເຊິ່ງເປັນເຈົ້າພາບໃນການຈັດງານ ພາຍໃນງານແມ່ນໄດ້ເຕົ້າໂຮມເອົາຊາວກະສິກອນ ຜູ້ຜະລິດ ຜູ້ຊ່ຽວຊານໃນຂະແໜງ ຜູ້ບໍລິໂພກ ແລະ ພາກສ່ວນທີ່ກ່ຽວຂ້ອງຈາກທົ່ວປະເທດ ທັງນີ້ກໍເພື່ອເປັນການຮັບຮູ້ເຖິງຄວາມສຳຄັນຂອງຊາໃນຊີວິດປະຈຳວັນຂອງປະຊາຊົນລາວ ແລະ ທ່າແຮງໃນການຫຼຸດຜ່ອນຄວາມທຸກຍາກ ແລະ ສ້າງໂອກາດທາງດ້ານເສດຖະກິດໃນປະເທດ ຊາລາວສາມາດເປັນແຫຼ່ງທີ່ມາຂອງຄວາມຍືນຍົງດ້ານສິ່ງແວດລ້ອມ ການພັດທະນາເສດຖະກິດ ແລະ ສ້າງການຟື້ນຟູໃນຊຸມຊົນ. ການສະເຫຼີມສະຫຼອງອຸດສາຫະກຳຊາລາວ ທີ່ມີການເຊື່ອມໂຍງສະເພາະໃນການຮັກສາສິ່ງແວດລ້ອມ, ພວກເຮົາສາມາດສົ່ງເສີມທ່າແຮງທີ່ມີຜົນດີຕໍ່ຜູ້ຄົນ ແລະ ໂລກໃບນີ້.       ເພື່ອເປັນການເປີດງານຢ່າງເປັນທາງການ ທ່ານ ປອ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ຂຶ້ນກ່າວເປີດງານ. ພ້ອມພຽງກັບທ່ານລັດຖະມົນຕີ ກໍແມ່ນ ທ່ານນາງ Siv-Leng CHHUOR ເອກ​ອັກ​ຄະ​ລັດ​ຖະ​ທູດ​ຝຣັ່ງ ປະ​ຈຳ​ລາວ ໄດ້​ກ່າວ​ກ່ຽວ​ກັບ​ການ​ສືບ​ຕໍ່​ສະ​ຫນັບ​ສະ​ຫນູນ​ຂອງ​ລັດ​ຖະ​ບານ​ຝຣັ່ງ ໃນ​ຕ່ອງ​ໂສ້​ມູນ​ຄ່າ​ກະ​ສິ​ກຳ​ແບບ​ຍືນ​ຍົງ​ຂອງ​ລາວ. ຜູ້ເຂົ້າຮ່ວມງານຄັ້ງນີ້ ປະກອບມີຜູ້ຕາງໜ້າອົງການຝຣັ່ງແຫ່ງການພັດທະນາ (AFD) ທີ່ໃຫ້ການສະໜັບສະໜູນໂຄງການຊາແມ່ນໍ້າຂອງ ຄະນະຜູ້ແທນຈາກສະຫະພາບເອີຣົບ ປະຈໍາ ສປປ ລາວ ແລະ ອົງການຈັດຕັ້ງລະດັບຊາດ ແລະ ລະດັບສາກົນ.     “​ເຖິງ​ວ່າ​ຂະແໜງຊາເຮົາມີ​ເງື່ອນ​ໄຂ​ການ​ເຕີບ​ໂຕ​ທີ່​ສະດວກ​ ແລະ ​ມີຄວາມ​ໃກ້ຊິດຕິດແທດ​ຂອງ​ຕະຫຼາດໃນ​ຈີນ​ກໍ່ຕາມ, ​ແຕ່​ເພື່ອ​ບັນລຸ​ເປົ້າຫມາຍ​ຢ່າງ​ເຕັມທີ່ ຂະ​ແໜງ​ການ​ຊາ​ຍັງ​ປະສົບ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ. ໂດຍສະເພາະ ຊາວກະສິກອນຍັງມີຄວາມຮູ້ ແລະ ຄວາມສາມາດກ່ຽວກັບການປຸງແຕ່ງຊາທີ່ຈຳກັດ, ແລະ ເຂົາເຈົ້າບໍ່ໄດ້ຮັບການສົ່ງເສີມພຽງພໍເພື່ອສົ່ງອອກຊາ ​ໃນ​ການ​ຈັດ​ງານ​ຄັ້ງ​ນີ້, ​ແມ່ນເນັ້ນ​ໃສ່ທີ່ການ​ນຳ​ບັນດາ​ຜູ້ມີບົບບາດໃນ​ລະບົບ​ຕ່ອງ​ໂສ້​ຄຸນຄ່າ​ຊາ​ມາ​ເຕົ້າ​ໂຮມ​ກັນ ​ເພື່ອ​​ສົ່ງ​ເສີມ​ພາບ​ພົດ ​ແລະ ການ​ຂາຍ​ຊາ​ລາວ” ​ກ່າວໂດຍ​ທ່ານ ປອ ​ເພັດ ພົມພິພັກ ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້.      “ພວກເຮົາຫວັງວ່າງານຄັ້ງນີ້ຈະຊ່ວຍສົ່ງເສີມວັດທະນະທຳຂອງຊາລາວ ແລະ ຄຸນນະພາບຂອງຊາໃນທົ່ວປະເທດ. ໂດຍສະເພາະຂອງຊາລາວທີ່ມັກຈະຜະລິດຢູ່ໃນລະບົບນິເວດປ່າໄມ້ໂດຍຊາວກະສິກອນລາຍຍ່ອຍ ຄວນຕ້ອງໄດ້ຮັບການອະນຸລັກ ແລະ ຂະຫຍາຍໂຕ. ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ການ​ພັດທະນາ​ຕ່ອງ​ໂສ້​ມູນ​ຄ່າ​ຊາ​ມີ​ຄວາມ​ສາມາດ​​ອັນ​ໃຫຍ່​ຫຼວງ​ໃນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ຊາວ​ກະສິກອນ​ລາຍຍ່ອຍ, ສ່ອງ​ແສງ​ໃຫ້​ເຫັນ​ວັດທະນະທຳ​ລາວ, ພ້ອມ​ທັງ​ຮັກສາ​ສິ່ງ​ແວດ​ລ້ອມ.         ຜູ້ຜະລິດ ແລະ ສົ່ງອອກຊາຈາກທົ່ວປະເທດລາວແມ່ນຮ່ວມສະເຫຼີມສະຫຼອງວັນສໍາຄັນນີ້ ໂດຍມີຜູ້ຜະລິດ ແລະ ບັນດາບໍລິສັດຈາກແຂວງບໍ່ແກ້ວ ໄຊຍະບູລີ ຜົ້ງສາລີ ຈຳປາສັກ ຫົວພັນ ໄດ້ວາງສະແດງຜະລິດຕະພັນຂອງຕົນເຊິ່ງສະແດງເຖິງຄວາມຫຼາກຫຼາຍ ແລະ ເອກະລັກຂອງເຂດແດນການປູກຊາຂອງເຂົາເຈົ້າ. ໃນນັ້ນ ມີສະຫະກອນຜູ້ຜະລິດຊາເມືອງ ທີ່ຕັ້ງຢູ່ເມືອງເມິງ ແຂວງບໍ່ແກ້ວ. ດ້ວຍ​ການ​ສະໜັບສະໜູນ​ຂອງ​ໂຄງການ​ຊາ​ແມ່​ນ້ຳຂອງ  ເມື່ອບໍ່ດົນ​ມາ​ນີ້, ສະຫະກອນ​ໄດ້​ຮັບ​ໃບ​ຢັ້ງຢືນ​ອິນຊີມາດຕະຖານຈາກ EU, ​ເຊິ່ງຈະ​ຊ່ວຍ​ໃຫ້​ບັນດາ​ສະມາຊິກ​ຜູ້ຜະລິດ​ຊາ​ທີ່​ໄດ້​ຮັບ​ການ​ຮັບຮອງ​ເພື່ອ​ມຸ່ງ​ໄປ​ສູ່ຕະຫຼາດ​ເອີ​ຣົບ. ກົມປູກຝັງ ແລະ ອົງການພັດທະນາຝຣັ່ງ ໄດ້ມອບໃບຢັ້ງຢືນທີ່ໄດ້ຮັບໃໝ່ໃນລະຫວ່າງພິທີເປີດ.        “ພວກເຮົາມີຄວາມເຊື່ອ​ໝັ້ນ​ວ່າ, ງານ​ສົ່ງ​ເສີມ​ການ​ດື່ມ​ຊາ​ຄື​ມື້​ນີ້​ຈະ​ປະ​ສົບ​ຜົນ​ສຳ​ເລັດ​ຄື​ກັນ. ຂ້າພະ​ເຈົ້າ​ຫວັງ​ວ່າ ວັນ​ຊາ​ສາກົນ​ຈະ​ໄດ້​ຮັບ​ການ​ຈົດ​ທະບຽນ​ເປັນ​ໜຶ່ງ​ໃນ​ບັນດາ​ເຫດການ​ສຳຄັນ​ປະຈຳ​ປີ​ຂອງ​ບັນດາວຽກງານ​ໂຄສະນາ​ພາຍ​ໃນ ​ແລະ ສາກົນ​ຂອງ ສປປ ລາວ”. ທ່ານນາງ Siv-Leng CHHUOR ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຝຣັ່ງ ປະ​ຈຳ​ລາວ.       ໃນງານປີນີ້ມີຜູ້ຢ້ຽມຢາມຫລາຍກວ່າ 1000 ຄົນ​ໃນ​ໄລ​ຍະ 3 ມື້. ແລະ ພວກເຂົາແມ່ນໄດ້​ພົບກັບ​ຊາ​ປະ​ເພດ​ຕ່າງໆ​ຈາກ​ຫລາຍແຂວງ​ທົ່ວ​ລາວ.ໃນລະຫວ່າງງານ ຜູ້ເຂົ້າຮ່ວມຍັງສາມາດຊົມງານວາງສະແດງຮູບພາບສິລະປະທີ່ສະແດງເຖິງເລື່ອງລາວຂອງການປູກຊາໃນທົ່ວປະເທດລາວ. ກ່ຽວກັບໂຄງການຊາແມ່ນໍ້າຂອງ: ໂຄງການ​ຊາ​ແມ່​ນ້ຳຂອງມີເປົ້າໝາຍ​ແນ​ໃສ່ເພື່ອ​ປັບປຸງ​ລາຍ​ໄດ້​ຂອງ​ຊາວ​ກະສິກອນ​ຜູ້​ປູກ​ຊາ​ລາຍຍ່ອຍ ​ໂດຍ​ຜ່ານ​ການ​ຄຸ້ມ​ຄອງ​ລະບົບ​ຕ່ອງ​ໂສ້​ມູນ​ຄ່າ​ທີ່​ດີ​ຂຶ້ນ ​ແລະ ການ​ເຂົ້າ​ເຖິງ​ຕະຫຼາດ​ທີ່​ດີ​ຂຶ້ນ​ຜ່ານ​ຜະລິດ​ຕະພັນ​ທີ່​ມີ​ຄຸນ​ນະພາ​ບ ​ແລະ ໄດ້ຮັບການຮັບ​ຮອງ. ໄດ້ຮັບທຶນສະໜັບສະໜູນຈາກ AFD ແລະ ຈັດຕັ້ງປະຕິບັດໂດຍກົມກະສິກໍາ (DoA) ຂອງກະຊວງກະສິກໍາ, ໂຄງການດັ່ງກ່າວມີສອງອົງປະກອບ ໜຶ່ງແມ່ນໃນລະດັບຊາດເພື່ອການພັດທະນາລະບົບຕ່ອງໂສ້ມູນຄ່າ ແລະ ອີກດ້ານໜຶ່ງແມ່ນໃນລະດັບທ້ອງຖິ່ນເພື່ອສະໜັບສະໜູນສອງໂຄງການທົດລອງ. ສຳລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່: Email: cphommachan@yahoo.com ທ່ານ ຈັນສະໝອນ ພົມມະຈັນ – ຜູ້ປະສານງານໂຄງການ. ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້. ເບີໂທ: 020 28 264 229 ອີເມວ: cphommachan@yahoo.com Share:FacebookTwitter
ງານສະເຫຼີມສະຫຼອງ ວັນຊາສາກົນປີ 2023 ເລັ່ງໃສ່ສົ່ງເສີມອຸດສາຫະກຳຊາລາວໃຫ້ມີຄວາມໂດດເດັ່ນ.
https://v2.vientianemai.net/archives/57670
ພິທີເປີດປ້າຍໂຮງຮຽນປະຖົມ-ມັດທະຍົມສົມບູນ ກ້າວໜ້າ ເປັນໂຮງຮຽນຕົວແບບຄຸນພາບການສຶກສາ ຈັດຂຶ້ນວັນທີ 19 ພຶດສະພາ 2023 ທີ່ຜ່ານມາ ຢູ່ໂຮງຮຽນດັ່ງກ່າວ ໂດຍມີທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກ ສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ທ່ານ ທອງດີ ແກ້ວມີໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງ ທ່ານ ບຸນໄຫວ ຫຼວງລາດ ຜູ້ອຳນວຍການໂຮງຮຽນປະຖົມ-ມັດທະຍົມສົມບູນ ກ້າວໜ້າ ພ້ອມດ້ວຍຄະນະອຳນວຍການໂຮງຮຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.     ທ່ານ ນາງ ສົມສິດ ພູມມະວົງ ຮອງຜູ້ອຳນວຍການໂຮງຮຽນປະຖົມ-ມັດທະຍົມສົມບູນກ້າວໜ້າ ກ່າວວ່າ: ພາຍຫຼັງທີ່ໄດ້ປະຕິບັດຕາມຕົວຊີ້ວັດຊັ້ນປະຖົມ ແລະ ຊັ້ນມັດທະຍົມ ຂອງມາດຕະຖານໂຮງຮຽນຕົວແບບຄຸນນະພາບ ພ້ອມທັງໄດ້ເຂົ້າຮ່ວມ 5 ໂຄງການຂອງວຽກງານການສຶກສາ ໂດຍຜ່ານການຈັດຕັ້ງປະຕິບັດຕົວຈິງທາງດ້ານການຮຽນ-ການສອນ ສະພາບແວດລ້ອມ ການບໍລິຫານຄຸ້ມຄອງການສຶກສາ ແລະ ດ້ານການມີສ່ວນຮ່ວນກັບຊຸມຊົນ ໂດຍອີງໃສ່ການປະຕິບັດການຮຽນ-ການສອນ ຕາມໂຄງການຫຼັກສູດກະຊວງ ສຶກສາທິການ ແລະ ກີລາ ປະຕິບັດຕາມ 3 ຂໍ້ແຂ່ງຂັນ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງກະຊວງ ກໍຄືແຜນພັດທະ ນາການສຶກສາ ຂອງພະແນກສຶກສາທິການ ແລະ ກີລາ ນວ ແລະ ຫ້ອງການສຶກສາທິການ ແລະ ກີລາ ເມືອງ ອີງໃສ່ການຈັດໜ້າວຽກຂອງຜູ້ບໍລິຫານການສຶກສາ ພ້ອມທັງການເພີ່ມວຽກປະເມີນ-ວິໄຈ ໃນແຕ່ລະໄລຍະ ບວກໃສ່ແຜນພັດທະນາປະຈຳປີຂອງໂຮງຮຽນ  ປະຕິບັດຕາມຄຳຂວັນຍຸດທະສາດ ແລະ ວິໄສທັດຂອງໂຮງຮຽນ.     ຜ່ານການຈັດຕັ້ງປະຕິບັດ ມີຜົນງານເດັ່ນຫຼາຍດ້ານ ໃນສົກຮຽນ 2008-2009 ໄດ້ຮັບໂລລາງວັນ ພ້ອມທຸງໄຊ ເປັນໂຮງຮຽນຂຽວສະອາດ ມິຄຸນນະພາບ 3 ປີຊ້ອນ ຈາກທ່ານເຈົ້າຄອງ ນວ ແລະ ກະຊວງ ສຶກສາທິການ ແລະ ກີລາ ສົກຮຽນ 2010-2011 ໄດ້ຮັບຫຼຽນໄຊແຮງ ງານຊັ້ນ III ຈາກປະທານ ປະ ເທດ ມີຜົນງານດີເດັ່ນສ້າງໂຮງຮຽນປອດສິງເສບຕິດ 3 ປີຕິດຕໍ່ກັນ ແລະ ຫຼຽນກາແຮງງານ ຈາກນາຍົກ ລັດຖະມົນຕີ ແລະ ການຍ້ອງຍໍຈາກລັດຖະບານ ແລະ ໃນວັນທີ 10  ມີນາ 2023 ໄດ້ຮັບປະກາດເປັນ ໂຮງຮຽນຕົວແບບຄຸນນະພາບ ຊັ້ນປະຖົມ-ມັດທະຍົມສຶກສາສົມບູນ ພ້ອມຈັດພິທີເປີດປ້າຍຢ່າງເປັນທາງ ການໃນວັນນີ້. Share:FacebookTwitter
ໂຮງຮຽນກ້າວໜ້າຖືກຮັບຮອງເປັນໂຮງຮຽນຕົວແບບຄຸນນະພາບ
https://v2.vientianemai.net/archives/57687
ກົມປະຕິຮູບລັດວິສາຫາກິດ ແລະ ການປະກັນໄພ ກະຊວງການເງິນ ຮ່ວມກັບທະນາຄານໂລກ ໄດ້ຈັດກອງປະຊຸມເຜີຍແຜ່ ດຳລັດ ວ່າດ້ວຍວິສາຫະກິດລັດລົງທຶນ ຄໍາແນະນໍາວ່າດ້ວຍສະພາບໍລິຫານລັດວິສາຫະກິດ ການປະຕິຮູບລັດວິສາຫະກິດຂອງ ສປປ ລາວ ບົດຮຽນການປະຕິຮູບລັດວິສາຫະກິດຂອງສາກົນ ແລະ ຫລັກການ ຄຸ້ມຄອງບໍລິຫານບໍລິສັດທີ່ດີ. ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ກ່າວ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້​ວ່າ: ການເຜີຍແຜ່ນິຕິກຳຄັ້ງນີ້ ແມ່ນ ມີຄວາມໝາຍຄວາມສຳຄັນ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດຂອງກະຊວງການເງິນ ວິສາຫະກິດລັດລົງທຶນ ແມ່ນຫົວໜ່ວຍທຸລະກິດທີ່ລັດ ເປັນຜູ້ລົງທຶນສ້າງຕັ້ງແຕ່ພຽງຜູ້ດຽວ ຫຼື ລັດຮ່ວມທຶນກັບພາກສ່ວນອື່ນ ແລະ ເປັນໜຶ່ງໃນຮູບ ແບບການລົງທຶນຂອງລັດຖະບານ, ແນໃສ່ສ້າງລາຍຮັບເຂົ້າງົບປະມານແຫ່ງລັດ ແລະ ປະກອບສ່ວນໃນການພັດທະນາເສດ ຖະກິດ-ສັງຄົມ ມາຮອດທ້າຍປີ 2022 ທົ່ວປະເທດມີວິສາຫະກິດລັດລົງທຶນທັງໝົດ 172 ຫົວໜ່ວຍ ແລະ ມີບໍລິສັດທີ່ຂຶ້ນ ກັບຈຳ ນວນ 79 ຫົວໜ່ວຍ ໃນໄລຍະທີ່ມີການຈັດຕັ້ງປະຕິບັດກົນໄກເສດຖະກິດໃໝ່ ລັດຖະບານ ກໍຄື ບັນດາກະຊວງ ແລະ ອົງການທີ່ກ່ຽວຂ້ອງ ໄດ້ເປັນເຈົ້າການສ້າງຕັ້ງລັດວິສາຫະກິດ ຊຶ່ງລັດຖືຮຸ້ນຜູ້ດຽວເພື່ອສະໜັບສະໜູນ ແລະ ຊຸກຍູ້ການຈັດຕັ້ງ ປະຕິບັດ ຍຸດທະສາດຂອງບັນດາຂະແໜງການ ໂດຍແມ່ນບັນດາກະ ຊວງດັ່ງກ່າວເປັນເຈົ້າການຄຸ້ມຄອງ ເມື່ອເສດຖະກິດຂະ ຫຍາຍຕົວ ຄຽງຄູ່ກັບການເປີດປະເທດ ເພື່ອເຊື່ອມໂຍງກັບສາກົນ ເຮັດໃຫ້ເອກະຊົນເຂົ້າມາເຄື່ອນໄຫວ ສ້າງຕັ້ງວິສາຫະກິດ ເອກະຊົນຫຼາຍຂຶ້ນ ກວມຫຼາຍຂະແໜງການ ໂດຍນຳໃຊ້ທຶນ ແລະ ເຕັກນິກວິຊາການໃໝ່ ເຂົ້າໃນການດໍາເນີນທຸລະກິດ ເຮັດໃຫ້ລັດວິສາຫະກິດຈໍານວນໜຶ່ງ ທີ່ດໍາເນີນທຸລະກິດຄ້າຍຄືກັບພາກເອກະຊົນ ບໍ່ສາມາດແຂ່ງຂັນໄດ້. ເຖິງວ່າໃນຊຸມປີ 2000 ລັດຖະບານໄດ້ອອກດໍາລັດສະບັບເລກທີ 54/ນຍ ລົງວັນທີ 9 ພຶດສະພາ 2000 ວ່າດ້ວຍການຄຸ້ມຄອງ ວິສາຫະກິດທີ່ລັດມີການລົງທຶນ ເປັນເຄື່ອງມືໃນການຄຸ້ມຄອງແຕ່ເຫັນວ່າຍັງບໍ່ທັນສອດຄ່ອງກັບການຂະຫຍາຍຕົວຂອງເສດ ຖະກິດສັງຄົມ ພ້ອມທັງບໍ່ສາມາດລວມສູນລາຍຮັບ ຈາກບັນດາວິສາຫະກິດລັດລົງທຶນ ອີງໃສ່ຄວາມຈໍາເປັນໃນການຄຸ້ມຄອງ ວຽກງານດັ່ງກ່າວ ໃນໄລຍະຜ່ານມາ ກະຊວງການເງິນ ຈຶ່ງໄດ້ຄົ້ນຄວ້າສ້າງດຳລັດວ່າດ້ວຍວິສາຫະກິດລັດລົງທຶນ(ສະບັບໃໝ່) ໂດຍຜັນຂະຫຍາຍເນື້ອໃນຂອງດຳລັດ ສະບັບເລກທີ 54/ນຍ ນັບແຕ່ປີ 2016 ເປັນຕົ້ນມາ ພ້ອມທັງອີງໃສ່ສະພາບຕົວຈິງ ໃນການຄຸ້ມຄອງ ຈົນມາຮອດເດືອນກັນຍາ 2022 ຈຶ່ງສໍາເລັດ ແລະ ຖືກຮັບຮອງຢ່າງເປັນທາງການຈາກລັດຖະບານ ຕາມດຳ ລັດ ສະບັບເລກທີ 322/ລບ ລົງວັນທີ 2 ກັນຍາ 2022 ເພື່ອເປັນເຄື່ອງມືຄຸ້ມຄອງວິສາຫະກິດລັດລົງທຶນ ແນໃສ່ສ້າງຄວາມ ເປັນເອກະພາບດ້ານການສ້າງຕັ້ງ ການເຄື່ອນໄຫວທຸລະກິດ ການຄຸ້ມຄອງ ພັດທະນາ ຕິດຕາມກວດກາ ແລະ ປະເມີນຜົນ ວິສາຫະກິດລັດລົງທຶນ ໃຫ້ສອດຄ່ອງກັບສະພາບຕົວຈິງ ໃນການພັດທະນາເສດຖະກິດໃນແຕ່ລະໄລຍະ ສອດຄ່ອງກັບແນວ ທາງນະໂຍບາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເປັນເຄື່ອງມືບ່ອນອີງໃນການຈັດຕັ້ງປະຕິບັດ ໃຫ້ມີ ຄວາມເປັນເອກະພາບ ຊ່ວຍໃຫ້ບັນດາສະມາຊິກສະພາບໍລິຫານກໍາໄດ້ສິດ ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນເພື່ອ ພ້ອມກັນສຸມສະຕິປັນຍາ ແລະ ກຳລັງແຮງປະກອບສ່ວນຊຸກຍູ້ວຽກງານຄຸ້ມຄອງ ແລະ ພັດທະນາວິສາຫະກິດລັດລົງທຶນ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ດ້ວຍບາດກ້າວທີ່ໜັກແໜ້ນ ແລະ ເຂັ້ມແຂງ. ກອງ​ປ​ະ​ຊຸມ​ດັ່ງ​ກ່າວ​ຈັດ​ຂຶ້ນ​ໃນ​ອາ​ທິດ​ຜ່ານ​ມາ ເປັນປະທານຮ່ວມຂອງ ທ່ານ ສັນຕິພາບ ພົມວິຫານ ທ່ານ ໂພລ ແຄລີ ເອກ ອັກຄະລັດຖະທູດອົດສະຕຣາລີ ປະຈຳລາວ ທ່ານ ອາເລັກຊັນເດີ ເຄລເມີ ຫົວໜ້າຫ້ອງການທະນາຄານໂລກ ປະຈຳລາວ ມີ ຮອງລັດຖະມົນຕີກະຊວງກ່ຽວຂ້ອງ ຄະນະຮັບຜິດຊອບຈາກບັນດາກະຊວງ ຕາງໜ້າຈາກບໍລິສັດ ລັດວິສາຫາກິດເຂົ້າຮ່ວມ. Share:FacebookTwitter
ກະຊວງການເງິນ ຍົກລະດັບການປະຕິຮູບ ວິສາຫະກິດ-ບໍລິຫານ ບໍລິສັດທີ່ດີ
https://v2.vientianemai.net/archives/57693
ພິທີຈັດສົ່ງຂະບວນນັກຮຽນປະຖົມສຶກສາລາວ ໂດຍການຈັດຕັ້ງປະຕິບັດຮ່ວມກັນລະຫວ່າງກະຊວງ ສຶກສາທິການ ແລະ ກີລາ (ສສກ) ສະຖານທູດຈີນ ປະຈໍາລາວ ສະຖານທູດລາວ ປະຈໍາ ສປ ຈີນ ແລະ ການສະໜັບສະໜູນໂດຍ ສະຫະພັນເພື່ອການກຸສົນແຫ່ງປະເທດຈີນ (CHINA CHARITY FEDERATION) ຈັດຂຶ້ນວັນທີ 22 ພຶດສະພາ 2023 ທີ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໂດຍມີ ທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງ ສສກ ທ່ານ ຈຽງ ຈ້າຍຕົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາລາວ ທ່ານ ຜູ້ຕາງໜ້າສະຫະພັນເພື່ອການກຸສົນ ສປຈີນ ຄະນະນໍາຈາກກະຊວງ ສສກ ຈາກບັນດາແຂວງ/ນະຄອນຫຼວງ ຜູ້ປົກຄອງ ແລະ ນັກຮຽນ ທີ່ເປັນຕົວແທນໃຫ້ນັກຮຽນລາວ ທົ່ວປະເທດ ເຂົ້າຮ່ວມ.     ເພື່ອຕອບສະໜອງຕາມການເຊື້ອເຊີນຂອງສະຫະພັນເພື່ອການກຸສົນ ແຫ່ງປະເທດ ສປ ຈີນ ໄດ້ຈັດໂຄງການ ໃຫ້ນັກຮຽນລາວຊັ້ນປະຖົມສຶກສາ ປີທີ 5 ເຂົ້າຮ່ວມງານສະເຫຼີມສະຫຼອງວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ຮ່ວມກັບນັກຮຽນຈີນ ແລະ ທັດສະນະສຶກສາຢູ່ 6 ຕົວເມືອງຂອງ ສປ ຈີນ ເນື່ອງໃນໂອກາດສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ຄົບຮອບ 62 ປີ ແລະ ອີງຕາມການອະນຸມັດຈາກກະຊວງການຕ່າງປະເທດ ແລະ ການຕົກລົງເຫັນດີຂອງຄະນະນໍາກະຊວງສຶກສາທິການ ແລະ ກີລາ (ສສກ).     ໄລຍະຂອງການກຳເນີນກິດຈະກຳລະຫວ່າງ ວັນທີ 23 ພຶດສະພາ ຫາ ທີ່ 7 ມິຖຸນາ 2023 ຮ່ວມເດີນທາງໃນຄັ້ງນີ້ປະກອບມີນັກຮຽນຊັ້ນປະຖົມປີທີ 5 ໃນທົ່ວປະເທດ ຈໍານວນ 100 ຄົນ ຄະນະຮັບຜິດຊອບ ແລະ ຄູນໍາພາຈໍານວນ 25 ຄົນ ລວມທັງໝົດ 125 ຄົນ ຕາມແຜນຈະໄດ້ເດີນທາງກັບຄືນ ສປປ ລາວ ໃນວັນທີ 7 ມິຖຸນາ 2023 ເຊິ່ງໄດ້ຜ່ານການຄັດເລືອກໂດຍໃຫ້ບຸລິມະສິດແກ່ນັກຮຽນເກ່ງ ແຂວງລະ 3 ຄົນ ຄື: ວິຊາພາສາລາວ-ວັນນະຄະດີຄະນິດ ສາດ ແລະ ນັກຮຽນເກ່ງວິຊາໂລກອ້ອມຕົວ ແລະ ຜູ້ມີເງື່ອນໄຂ ຈາກໂຮງຮຽນປະຖົມແຫ່ງຕ່າງໆທັງພາກລັດ ແລະ ເອກະຊົນ ພາຍໃນນະຄອນຫຼວງວຽງຈັນ.     ຈຸດປະສົງ ເພື່ອຮັດແໜ້ນສາຍພົວພັນທາງການທູດ ແລະ ການຮ່ວມມືຂອງສອງພັກ-ສອງລັດ ແລະ ປະຊາຊົນ ສອງຊາດລາວ-ຈີນ ພາຍໃຕ້ໂຄງການ ໜຶ່ງແລວໜຶ່ງເສັ້ນທາງ “One Belt One Road”  ສົ່ງເສີມເຍົາວະຊົນລາວໄດ້ແລກປ່ຽນວັດທະນະທໍາກັບເຍົາວະຊົນຈີນ ແລະ ຮຽນຮູ້ບົດຮຽນອັນດີໃນການພັດທະນາຊັບພະຍາກອນມະນຸດຂອງ ສປ ຈີນ.     ໂອກາດນີ້ ທ່ານ ຮສ ປອ ພຸດ ສິມມາລາວົງ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງ ນໍາສະຫະພັນການກຸສົນຈີນ ກໍຄືລັດຖະບານ ແຫ່ງ ສປ ຈີນ ທີ່ໄດ້ໃຫ້ການສະໜັບສະໜູນກິດຈະກໍາໃນຄັ້ງນີ້ ຂອບໃຈນໍາສະຖານທູດຈີນ ປະຈໍາລາວ ທີ່ໄດ້ປະສານງານ ເອື້ອອໍານວຍຄວາມສະດວກ ເພື່ອເຮັດໃຫ້ກິດຈະກໍານີ້ໄດ້ດໍາເນີນຢ່າງສະດວກ ແລະ ພາກສ່ວນອື່ນໆ ລວມທັງພໍ່ແມ່ຜູ້ປົກຄອງນັກຮຽນທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ນໍາສົ່ງລູກຫຼານເພື່ອເຂົ້າຮ່ວມກີດຈະກໍານີ້ ພ້ອມທັງເນັ້ນໃຫ້ຄະນະຮັບຜີດຊອບໃຫ້ເອົາໃຈໃສ່ປະສານສົມທົບກັບ ຝ່າຍຈີນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຕິດຕາມຊີວິດການເປັນຢູ່ຂອງນັກຮຽນ ກຽມຄວາມພ້ອມຮອບດ້ານ ແລະ ອວຍພອນໃຫ້ ຄະນະ ກໍຄືຄູຮັບຜິດຊອບຕິດຕາມນັກຮຽນ ແລະ ນ້ອງນັກຮຽນເກ່ງທີ່ເປັນຕົວແທນນັກຮຽນປະຖົມສຶກສາລາວ ມີສຸຂະພາບເຂັ້ມແຂງ ເຂົ້າຮ່ວມກິດຈະກໍາດ້ວຍຄວາມມ່ວນຊື່ນ ແລະ ມີຜົນສໍາເລັດ. Share:FacebookTwitter
ຕົວແທນນັກຮຽນເກ່ງຊັ້ນປະຖົມປີທີ 5 ທົ່ວປະເທດ ຈໍານວນ 100 ຄົນ ເຂົ້າຮ່ວມເດີນທາງໄປທັດສະນະສຶກສາທີ່ ສປ ຈີນ
https://v2.vientianemai.net/archives/57701
ກອງປະຊຸມພົບປະແລກປ່ຽນບົດຮຽນເພື່ອປຶກສາຫາລືການສືບຕໍ່ໃຫ້ການຊ່ວຍເຫຼືອດ້ານສໍາຫຼວດສ້າງແຜນທີ່ທໍລະນີສາດ ແລະ ທໍລະນີເຄມີ ລະຫວ່າງກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ກັບກະຊວງຊັບພະຍາກອນທໍາມະຊາດ ສປ ຈີນ ຈັດວັນທີ 22 ພຶດສະພາ 2023   ທີ່ກະຊວງ ພບ ໂດຍເປັນປະທານຂອງທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່  ທ່ານ ລີ ຈິນຟາ  ຮອງລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ສປ ຈີນ ປະທານກົມໃຫ່ຍສໍາຫຼວດທໍລະນີສາດແຫ່ງຊາດ ສປ ຈີນ  ມີບັນດາຫົວໜ້າກົມ ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.       ກອງປະຊຸມຄັ້ງນີ້ໄດ້ປືກສາຫາລື ແລະ ສະເໜີຫຼາຍຫົວຂໍ້ເປັນຕົ້ນ ການສະເໜີຂໍທຶນຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ເພື່ອນຳໄປຈັດຕັ້ງປະຕິບັດເຂົ້າໃນການສໍາຫຼວດສ້າງແຜນທີ່ທໍລະນີສາດ ແລະ ທໍລະນີເຄມີ ຢູ່ເຂດທີ່ຍັງບໍ່ທັນໄດ້ສ້າງ ຂອງ ສປປ ລາວ ເນື້ອທີ່ 72,196 ກິໂລຕາແມັດ ແລະ ການສໍາຫຼວດທໍລະນີຟີຊິກທາງອາກາດ ຢູ່ເຂດ 9 ແຂວງພາກເໜືອຂອງລາວ ເຊິ່ງໃນປີ 2021 ຜ່ານມາ ກົມທໍລະນີສາດ ແລະ ແຮ່ທາດ ກະຊວງ ພບ ໄດ້ສຳເລັດການສະເໜີແຜນການດັ່ງກ່າວ ໄປຍັງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມາທິການຮ່ວມມືລາວ-ຈີນ ແລະ ສະຖານທູດຈີນ ປະຈໍາ ສປປ ລາວ  ເພື່ອດຳເນີນແຜນການດັ່ງກ່າວ ພ້ອມນັ້ນຍັງໄດ້ເໜີສ້າງຖານຂໍ້ມູນ (Big Data) ຈີນ-ອາຊຽນ ໂດຍກົມທໍລະນີສາດ ແລະ ແຮ່ທາດ ໄດ້ເຊັນ MOU ກັບກົມໃຫຍ່ສໍາຫຼວດທໍລະນີສາດ ແຫ່ງຊາດຈີນ (CGS) ສຳເລັດໃນປີ 2022 ຜ່ານມາ.     ນອກນີ້ສອງຝ່າຍໄດ້ປຶກສາຫາລືກ່ຽວກັບວຽກງານການສໍາຫຼວດທໍລະນີສາດ ແລະ ການປະເມີນສະພາບແວດລ້ອມທາງທໍລະນີ ປະເມີນຊັບພະຍາກອນແຮ່ທາດ ແລະ ວາງແຜນພັດທະນາ ຄົ້ນຄວ້າຂໍ້ມູນທາງດ້ານທໍລະນີວິທະຍາສາດ ແລະ ສະເໜີໂຄງການວິທະຍາສາດຂະໜາດໃຫຍ່ (Big Data) ການນໍາໃຊ້ເຕັກໂນໂລຊີສ້າງຖານຂໍ້ມູນທາງດ້ານທໍລະນີສາດ ແລະ ແຮ່ທາດ ລະບົບຖານເກັບກໍາຂໍ້ມູນ ການນໍາໃຊ້ລະບົບເຕັກໂນໂລຊີິ ລວມທັງການຈັດການເຝີກອົບຮົມ ເພື່ອສ້າງບຸກຄະລາກອນດ້ານວຽກງານດັ່ງກ່າວໃຫ້ມີຄວາມເຂັ້ມແຂງ ພ້ອມນັ້ນກະຊວງພະລັງງານ ແລະ ບໍ່ແຮ່ ຍັງສະເໜີໃຫ້ຂໍ້ມູນຕື່ມ ກ່ຽວກັບການສ້າງສູນບໍລິການຊອກຄົ້ນຄວ້າ ສໍາຫຼວດ ແລະ ວິໄຈແຮ່ທາດ ໃຫ້ແກ່ພາກສ່ວນກ່ຽວຂ້ອງຂອງ ສປ ຈີນ ເພື່ອແນໃສ່ເຮັດໃຫ້ການພົວພັນຮ່ວມມື ແລະ ພັດທະນາວຽກງານດັ່ງກ່າວໃຫ້ມີຜົນສຳເລັດຍິ່ງຂຶ້ນ.       ທ່ານ ນາງ ຈັນສະຫວາດ ບຸບຜາ ກ່າວວ່າ: ພາຍໃຕ້ການຮ່ວມມືໃນຂະແໜງທໍລະນີສາດແຮ່ທາດ ລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງ ຊັບພະຍາກອນທໍາມະຊາດ ສປ ຈີນ (CGS) ໂຄງການຮ່ວມມືສໍາຫຼວດສ້າງແຜນທີ່ທໍລະນີສາດ ໄດ້ສຳເລັດການສໍາຫຼວດສ້າງແຜນທີ່ທໍລະນີເຄມີ ມາດຕາສ່ວນ 1:200.000 ໃນເນື້ອທີ່ 16.309 ກິໂລຕາແມັດ ຫຼື ເທົ່າກັບ 6,87 % ຂອງເນື້ອທີ່ທົ່ວປະເທດ ຈໍານວນ 3 ແຜ່ນ ກວມ 5 ແຂວງພາກເໜືອຄື: ແຂວງໄຊຍະບູລີ ຫຼວງພະບາງ ບໍ່ແກ້ວ ອຸດົມໄຊ ແລະ ແຂວງວຽງຈັນ ແລະ ສໍາຫຼວດສ້າງແຜນທີ່ທໍລະນີເຄມີ ມາດຕາສ່ວນ 1:1.000.000 ກວມເນື້ອທົ່ວປະເທດເຊິ່ງໂຄງການໄດ້ເລີ່ມປະຕິບັດປີ 2012 ແລະ ສໍາເລັດໃນປີ 2017.     ໄລຍະສອງໂຄງການໄດ້ເລີ່ມເຊັນສັນຍາເດືອນສິງຫາ 2017 ເພື່ອສືບຕໍ່ຊ່ວຍເຫຼືອໃນການສໍາຫຼວດສ້າງແຜນທີ່ທໍລະນີສາດ ແລະ ທໍລະນີເຄມີ ມາດຕາສ່ວນ 1:200.000 ເນື້ອທີ່ 9.631 ກິໂລຕາແມັດ ຫຼື ເທົ່າກັບ 4,06% ຂອງເນື້ອທີ່ທົ່ວປະເທດ ຈໍານວນ 2 ແຜ່ນ ເຂດເມືອງບໍ່ແຕນ ແກນທ້າວ ທົ່ງມີໄຊ ເມືອງປາກລາຍ ແຂວງໄຊຍະບູລີ ແລະ ເມືອງຊະນະຄາມ ແຂວງວຽງຈັນ ໂຄງການດັ່ງກ່າວ ມີອາຍຸສັນຍາ 5 ປີ ແລະ ຄາດວ່າການຈັດຕັ້ງປະຕິບັດໜ້າວຽກຂອງໂຄງການຈະສໍາເລັດທ້າຍປີ 2024. Share:FacebookTwitter
ລາວ-ຈີນຫາລືການຮ່ວມມືວຽກງານການສໍາຫຼວດສ້າງແຜນທີ່ທໍລະນີສາດ
https://v2.vientianemai.net/archives/57707
ເມືອງແກ້ວອຸດົມ ເປັນເມືອງທີ 1 ຂອງແຂວງວຽງຈັນ ແລະ ເປັນເມືອງທີ 28 ຂອງປະເທດ ທີ່ປະກາດເປັນເມືອງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ພິທີຈັດຂຶ້ນວັນທີ 22 ພຶດສະພາ 2023 ທີ່ສະໂມສອນເຂື່ອນໄຟຟ້ານໍ້າງື່ມ1 ເປັນກຽດເຂົ້າຮ່ວມມີ ທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ ຮອງປະທານຜູ້ປະຈໍາການ ສູນກາງແນວລາວສ້າງຊາດ (ສນຊ)  ທ່ານ ຄໍາພັນ ສິດທິດໍາພາ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງແຂວງວຽງຈັນ ຄະນະປະຈໍາພັກແຂວງ ການນໍາ 11 ເມືອງ ແລະ ຂະແໜງການອອ້ມຂ້າງເມືອງ ພ້ອມດ້ວຍອົງການປົກຄອງ 26 ບ້ານ.     ເມືອງແກ້ວອຸດົມ ປະກອບມີ 26 ບ້ານ ມີພົນລະເມືອງທັງໝົດ 19.687 ຄົນ ຍິງ 10.142 ຄົນ ມີ 3.803 ຄອບຄົວ ມີ 8 ຊົນເຜົ່າ ປັດຈຸບັນຄອບຄົວທີ່ພົ້ນທຸກຈໍານວນ 3.803 ຄອບຄົວກວມເອົາ 100% ໄດ້ປະຕິບັດຕາມນິຕິກໍາຂອງສູນກາງແນວລາວສ້າງຊາດວາງອອກ ເຊິ່ງຜ່ານການປະເມີນຂອງຄະນະຮັບ ຜິດຊອບ ສາມາດຮັບຮອງບ້ານສາມັກຄີປອງດອງໄດ້ 26 ບ້ານ ຈໍານວນ 3.803 ຄອບຄົວ ເທົ່າກັບ 100% ສາມາດປະກາດຮັບຮອງ ເປັນເມືອງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ.     ໂອກາດນີ້ທ່ານ ຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ພ້ອມເນັ້ນວ່າ: ໃຫ້ສືບຕໍ່ເອົາໃຈໃສ່ຮັກສານາມມະຍົດທີ່ໄດ້ປະກາດຮັບຮອງແລ້ວ ແລະ ນາມມະຍົດຕ່າງໆໄວ້ໃຫ້ໜັ້ນຄົງ ພ້ອມກັນນັ້ນກໍ່ໃຫ້ພະຍາຍາມສືບຕໍ່ປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງທີ່ຍັງບໍ່ບັນລຸເປົ້າໝາຍໃຫ້ສໍາເລັດ 100% ໂດຍຕິດພັນກັບການແຂງຂັນຮັກຊາດ ແລະ ພັດທະນາຕາມທິດ 3 ສ້າງ  ເພື່ອໃຫ້ກາຍເປັນຄອບຄົວ ແລະ ບ້ານສາມັກຄີປອງດອງ ທີ່ມີຄວາມໜັກແໜ້ນ ແລະ ເປັນແບບຢ່າງ ພາຍໃນແຂວງວຽງຈັນ.     ຈາກນັ້ນ ໄດ້ມີການລັ່ນຄ້ອງ 9 ບາດ ຕັດແຖບຜ້າ ເພື່ອເປັນສິລິມຸງຄຸນໃນພິທີດັ່ງກ່າວ ພ້ອມດຽວກັນນັ້ນ ທ່ານ ຮອງ ປະທານ ສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມສາລາເຝິກອົບຮົມ ຂອງນັກຮຽນ ຊາວໜຸ່ມ ເຍົາວະຊົນ ທີ່ມາປະຕິບັດທໍາຢູ່ວັດຖິ່ນແກ້ວ ເມືອງແກ້ວອຸດົມຕື່ມອີກ. Share:FacebookTwitter
ປະກາດເມືອງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງເມືອງທີ 28 ຂອງປະເທດ
https://v2.vientianemai.net/archives/57721
ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ສະຫຼຸບຜົນງານການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ສ້າງບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານ 3 ສ້າງ ເຂົ້າສູ້ລ່ວງເລິກ 2016-2020 ໃນວັນທີ 23 ພຶດສະພາ 2023 ທີ່ວິທະຍາໄລເຕັກນິກວິຊາຊີບມິດຕະພາບ ວຽງຈັນ-ຮ່າໂນ້ຍ ໂດຍ ມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ (ນວ) ມີທ່ານ ສົມພອນ ສອນດາລາ ຫົວ ໜ້າພະແນກສຶກສາທິການ ແລະ ກີລາ ນວ ພ້ອມດ້ວຍຮອງຫົວໜ້າພະແນກ ແຂກຖືກເຊີນ ພາກສ່ວນກ່ຽວ ຂ້ອງ ທ່ານຜູ້ອຳນວຍການໂຮງຮຽນ ພະນັກງານຄູ-ອາຈານ ເຂົ້າຮ່ວມ.     ພະແນກສຶກສາທິການ ແລະ ກີລາ ນວ ປະກອບມີ 9 ຫ້ອງການສຶກສາທິການ ແລະ ກີລາເມືອງ ແລະ ມີບັນດາໂຮງຮຽນອ້ອມຂ້າງທີ່ຂຶ້ນກັບ 10 ແຫ່ງ ມີພະນັກງານ-ລັດຖະກອນ ທັງໝົດ 5.289 ຄົນ ຍິງ 3.362 ຄົນ ຕາມບັນຊີຈຳນວນພົນໃນງວດ 3 ປີ 2020  (ລວມມີລັດຖະກອນບໍລິຫານ 408 ຄົນ ຍິງ 201 ຄົນ ແລະ ລັດຖະກອນຄູ 4.881 ຄົນ ຍິງ 3.161 ຄົນ).     ຜ່ານການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ຕິດພັນກັບວຽງານສາມສ້າງ ແຕ່ ປີ 2016 ຫາປັດຈຸບັນ ຕາມເນື້ອໃນ 4 ດ້ານ ຄື: ການກໍ່ສ້າງຮາກຖານການເມືອງ ການພັດທະນາເສດຖະກິດ ວັດທະນະທຳ-ສັງຄົມ ແລະ ດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຮັບ ຫຼຽນໄຊແຮງງານຊັ້ນ II ຈຳນວນ 5 ຄົນ ຊັ້ນ III ຈຳນວນ 31 ຄົນ 1 ກົມກອງ ຫຼຽນກາແຮງງານ 40 ຄົນ ໄດ້ຮັບໃບຍ້ອງຍໍຈາກລັດຖະບານ 199 ຄົນ ແລະ ຍ້ອງຍໍຈາກເຈົ້າຄອງ ນວ 106 ຄົນ.     ໃນພິທີຍັງໄດ້ມອບໃບຢັ້ງຢຶນ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2022  ຈຳນວນ 8 ໜ່ວຍພັກຂຶ້ນກັບ ພ້ອມດຽວກັນປະກາດແຕ່ງທ່ານ ປອ ອຳມະນີ ນໍລິນ ຫົວໜ້າພະແນກຄຸ້ມຄອງວິຊາການ ກົມການສຶກສາ ຊັ້ນສູງ ກະຊວງສຶກສາທິການ ແລະ ກີລາ ທີ່ລົງກໍ່ສ້າງຮາກຖານຢູ່ ພະແນກສຶກສາທິການ ແລະ ກີລາ ນວ ເປັນຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ.     ໂອກາດນີ້ ທ່ານຮອງເຈົ້າຄອງ ນວ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ພະນັກງານຄູ-ອາຈານ ຜູ້ ບໍລິຫານການສຶກສາທຸກທ່ານ ທີ່ໄດ້ທຸມເທເຫືອແຮງສະຕິປັນຍາ ໃນການປະກອບສ່ວນພັດທະນາວຽກງານ ຂະແໜງການສຶກສາຂອງ ນວ ກໍຄືປະເທດ ໃຫ້ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ພ້ອມທັນກວ່າເນັ້ນໃຫ້ຄູ -ອາຈານທຸກທ່ານ ຈົ່ງພ້ອມກັນສືບຕໍ່ຮັກສາມູນເຊື້ອອັນດີເດັ່ນ ເສີມຂະຫຍາຍຜົນງານ ສ້າງຮຸ່ນສືບທອດປ່ຽນ ແທນ ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ. Share:FacebookTwitter
ຍ້ອງຍໍກົມກອງ ແລະ ບຸກຄົນ ຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ
https://v2.vientianemai.net/archives/57748
ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນພຶດສະພາ 2023 ຈັດຂຶ້ນວັນທີ 23 ພຶດສະພາ 2023 ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ຜູ້ຕາງໜ້າບັນດາກະຊວງ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜູ້ຕາງໜ້າບັັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນ ປະຈຳເດືອນພຶດສະພາ ແລະ ທິດທາງແຜນການ ປະຈຳເດືອນມິຖຸນາ 2023. ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນປຶກສາຫາລື ຄົົ້ນຄວ້າພິຈາລະນາ ບັນດາຫົວຂໍ້ທີ່ສໍາຄັນ ເຊັ່ນ: ໄດ້ພິຈາລະນາ ເຫັນດີດ້ານຫຼັກການຮັບຮອງເອົາບົດສະຫຼຸບວຽກງານ ປະຈໍາເດືອນພຶດສະພາ ແລະ ທິດທາງແຜນການ ປະຈຳເດືອນມິຖຸນາ 2023 ຂອງລັດຖະບານ ກໍຄືສະພາບພົ້ນເດັ່ນວຽກງານເສດຖະກິດ-ສັງຄົມ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ຄວາມຄືບໜ້າການກະກຽມຈັດປີທ່ອງທ່ຽວລາວ ປີ 2024 ໄດ້ຊີ້ນຳໃຫ້ບັນດາຂະແໜງການຢູ່ສູນກາງ ແລະ ທ້ອງຖິ່ນ ເອົາໃຈໃສ່ຄຸ້ມຄອງ ແລະ ແກ້ໄຂວຽກງານຈຳນວນໜຶ່ງຢ່າງເຂັ້ມງວດ ແລະ ເດັດຂາດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ ເປັນຕົ້ນ ບັນຫາອັດຕາເງິນເຟີ້ ການຄຸ້ມຄອງອັດຕາແລກປ່ຽນ ການຄຸ້ມຄອງລາຄາສິນຄ້າ ການປະຕິບັດນະໂຍບາຍປະຢັດ ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ການແກ້ໄຂຫາງສຽງບໍ່ດີໃນສັງຄົມ ແຜນການຄຸ້ມຄອງ ແລະ ແກ້ໄຂບັນຫາໄຟໄໝ້ລາມປ່າແຕ່ລະໄລຍະ. ກອງປະຊຸມ ຊີ້ນຳທະນາຄານແຫ່ງສປປ ລາວ ໃຫ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຄົ້ນຄວ້າ ປັບປຸງໂຄງຮ່າງ ແລະ ຮຽບຮຽງເນື້ອໃນຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ຮ່າງນິຕິກຳນີ້ ຈະກຳນົດເປັນນິຕິກຳປະເພດໃດ ການຈັດລຽງເນື້ອໃນ ກໍຄືໂຄງຮ່າງນິຕິກຳ ການກຳນົດເນື້ອໃນ ແມ່ນເນັ້ນໜັກການຄຸ້ມຄອງວຽກງານທີ່ກ່ຽວຂ້ອງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ພາຍຫຼັງປັບປຸງແລ້ວ ໃຫ້ສະເໜີຂໍຄຳເຫັນ ຈາກທ່ານຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດປົກຄອງ ແລະ ວັດທະນະ ທຳ-ສັງຄົມ ແລະ ສະເໜີລັດຖະບານ ພິຈາລະນາ ປະກາດນຳໃຊ້ໃນຂັ້ນຕໍ່ໄປ ເຫັນດີດ້ານຫຼັກການຮັບຮອງເອົານິຕິກໍາ ຂົງເຂດແຮ່ທາດ ຄື: ຮ່າງຍຸດທະສາດການພັດທະນາແຮ່ທາດ 10 ປີ (2021-2030) ແລະ ວິໄສທັດຮອດປີ 2035 ແລະ ຮ່າງດຳລັດ ວ່າດ້ວຍທຶນພັດທະນາຊຸມຊົນ ໃນທຸລະກິດກ່ຽວກັບແຮ່ທາດ ຕໍ່ສອງຮ່າງນິຕິກຳດັ່ງກ່າວ ກອງປະຊຸມ ໄດ້ຊີ້ນຳກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ຮ່າງຍຸດທະສາດ ໃຫ້ສອດຄ່ອງ ແລະ ກົມກຽວກັບຍຸດທະສາດ ກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງ ເນື້ອໃນຂອງຍຸດທະສາດ ຕ້ອງໃຫ້ກຳນົດແຈ້ງກ່ຽວກັບບັນດາປະເພດຂອງແຮ່ທາດສິ່ງສໍາຄັນ ແຮ່ທາດທີ່ສາມາດຂຸດຄົ້ນມານຳໃຊ້ໄດ້ຕ້ອງເປັນແຮ່ທາດທີ່ມີເສດຖະກິດສູງ ມີປະລິມານແຮ່ທາດຈໍານວນຫຼາຍ ສາມາດນໍາໃຊ້ໄດ້ຍາວນານ ຮັບປະກັນຄວາມຍືນຍົງ ສິ່ງສໍາຄັນ ແມ່ນມີຜົນກະທົບຕໍ່ສິ່ງແວດລ້ອມໜ້ອຍທີ່ສຸດ ລວມທັງ ໃຫ້ປະເມີນການຈັດຕັ້ງປະຕິບັດ ໂຄງການລົງທຶນກ່ຽວກັບແຮ່ທາດ ເພື່ອເປັນຂໍ້ມູນ ໃນການກຳນົດຍຸດທະສາດ. Share:FacebookTwitter
ລັດຖະບານໃຫ້ກຳນົດແຈ້ງກ່ຽວກັບບັນດາປະເພດຂອງແຮ່ທາດ ເພື່ອນໍາໃຊ້ໄດ້ຍາວນານ ແລະ ຍືນຍົງ
https://v2.vientianemai.net/archives/57756
ອົງການທ່ອງທ່ຽວມາເລເຊຍ ປ​ະ​ຈຳ​ລາວ ສຳ​ມະ​ນາ​​ແລກ​ປ່ຽນ​ຫົວ​ໜ່ວຍ​ທຸ​ລະ​ກິດກັບ​ບໍ​ລິ​ສັດ​ທົວ​ໃນລາວປະ​ຈຳ​ປີ 2023 ເພື່ອ​ເປັນ​ເວ​ທີ​ໃນ​ການ​ນຳ​ສະ​ເໜີ​ຜະ​ລິດ​ຕ​ະ​ພັນ​ການ​ທ່ອງ​ທ່ຽວ ພ້ອມ​ທັງ​ເປັນ​ການ​ປຶກ​ສາ​ຫາ​ລ​ື​ຊອກ​ຫາ​ຊ່ອງ​ທາງ​ໃນ​ການ​ເຮັດ​ວ​ຽກ​ຮ່ວມ​ກັນເພື່ອ​​ບັນ​ລຸ​ເປົ້າ​ໝາຍດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ຽວ​ມາ​ເລ​ເຊຍ​ໃຫ້​ໄດ້ຫຼາຍກວ່າ 16 ລ້ານ​ຄົນ. ທ່ານ ແອັດດີ້ ອີຣາວານ ມາໝຸດ ​ເອກອັກ​ຄະ​​ລັດ​ຖະ​ທູດແຫ່ງມາ​ເລ​ເຊຍ​ ປະ​ຈຳ ສ​ສ​ປ ລາວ ໄດ້​ກ່າວ​ໃນ​ໂອ​ກາດ​ເຂົ້າ​ຮ່ວມ​ງານ​ຄັ້ງ​ນີ້​ວ່າ: ງານ​ຄັ້ງ​ນີ້ ແມ່ນ​ມີ​ຜູ້​ປ​ະ​ກອບ​ການ​ໂຮງ​ແຮ​ ທ່ອງ​ທ່ຽວ ແລະ ຜະ​ລິດ​ຕະ​ພັນ​ຕ່າງໆ​ຈາກ​ມາ​ເລ​ເຊຍ​ເຂົ້າ​ຮ່ວມ​ທັງ​ແບບ​ເຊິ່ງ​ໜ້າ ແລະ ອອນ​ລາຍເຖິງ 9 ຫົວ​ໜ່ວຍ ເຊິ່ງ​ຈຸດ​ປະ​ສົງ​ຂອງ​ງານ​ກໍ​ເພື່ອເປັນ​ໃນ​ການ​ນຳ​ສະ​ເໜີຜະລິດຕະພັນການທ່ອງທ່ຽວ ຈາກເຈົ້າຂອງຜະລິດຕະພັນທີ່ມາຈາກມາເລເຊຍ ​ພ້ອມນັ້ນ​ກໍ​ເພື່ອຊອກຫາ​ຊ່ອງ​ທາງ ວິທີການທີ່ມ​ີ​ຄວາມເປັນໄປໄດ້ໃນການ ເຮັດວຽກຮ່ວມກັນ ເພື່ອດຶງດູດລູກຄ້າ ກໍ​ຄື ນັກ​ທ່ອງ​ທ່ຽວລາວ​ໄປ​ທ່ຽວມາເລເຊຍ ຫຼາຍຂຶ້ນ. ທ່ານ ນາງ ຊາລີນ້າ ອາໝັດ ຮອງ​ຜູ່​ອໍາ​ນວຍ​ການພະແນກສົ່ງເສີມສາກົນ (ອາຊີຕາເວັນອອກສຽງໃຕ້) ກ່າວ​ວ່າ: ໃນປີ 2023​​ນີ້​ ມາ​ເລ​ເຊຍ ໄດ້ວາງເປົ້າໝາຍດຶ​ງ​ດູ​ດນັກທ່ອງທ່ຽວຕ່າງປະເທດ​ໃຫ້​ໄດ້ປະມານ 16,1 ລ້ານຄົນ ດ້ວຍຍອດລາຍຮັບການທ່ອງ ທ່ຽວ 49.2 ຕື້ຣິງ​ກິດ (ກວ່າ 187.937 ຕື້ກີບ) ​ເພື່ອ​ບັນລຸ​ເປົ້າ​ໝາຍ​ດັ່ງກ່າວ ການທ່ອງທ່ຽວ​ມາ​ເລ​ເຊຍ​ຂໍ​ການຮ່ວມໄມ້​ຮ່ວມມື​ຈາກ​ພາກ​ສ່ວນ​ຕ່າງໆ ເພື່ອຈະຊ່ວຍເຮັດ​ໃຫ້ປະເທດມາເລເຊຍ​ກາຍເປັນໜຶ່ງໃນຈຸດໝາຍປາຍທາງທີ່ຊາວລາວມັກທີ່ສຸດ ດັ່ງ​ນັ້ນ ການ​ສຳ​ມະ​ນາ​ຄັ້ງ​ນີ້ ແມ່​ນ​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ 2023 ເພື່ອສ້າງສາຍພົວພັນທາງທຸລະກິດທີ່ເຂັ້ມແຂງກັບຕົວແທນ ການທ່ອງທ່ຽວຂອງລາວ ຕອບສະໜອງຄວາມສົນໃຈຂອງຊາວລາວທີ່ຢາກຮູ້ກ່ຽວກັບມາເລເຊຍຫຼາຍຂຶ້ນ. ທ່ານ ນາງ ຊາລີນ້າ ອາໝັດ ກ່າວ​ຕື່​ວ່າ: ໃນໄວໆນີ້ ພວກ​ເຮົາ ຈະມີຖ້ຽວບິນໂດຍກົງທີ່​ບິນ​ໄປ​ມາ​ລະຫວ່າງມາເລ​ເຊຍບິນຈາກ ນະຄອນຫຼວງວຽງຈັນ ໄປ ກວາລາ ລຳເປີ Kuala Lumpur ຄາ​ດ​ວ່າ​ຈະເລີ່ມແຕ່ວັນທີ 4 ສິງຫາ 2023 ເປັນຕົ້ນໄປ ດ້ວຍ 3 ຖ້ຽວບິນຕໍ່ອາທິດ ວັນຈັນ ວັນສຸກ ວັນອາທິດ. ສຳ​ລັບ​ນັກ​ທ່ອງ​ທ່ຽວ​ລາວ ທີ່​ເດືອນ​ທາງ​ໄປ​ມາ​ເລ​ເຊຍ ນັບຕັ້ງແຕ່ການເປີດດ່ານຊາຍແດນມາເລເຊຍຄືນໃໝ່ໃນວັນທີ 1 ເມສາ 2022 ນັບແຕ່ເດືອນມັງກອນຫາເດືອນທັນວາ ຕາມການລາຍງານພວກເຮົາມີນັກທ່ອງທ່ຽວລາວ ເຂົ້າມາເລເຊຍຈຳນວນ  7.010 ຄົນ. ສຳ​ມະ​ນາ​ດັ່ງ​ກ່າວ​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ພຶ​ດ​ສະ​ພາ 2023 ທີ່​ໂຮງ​ແຮ​ມ​ແລນ​ມາກ​ຣີ​ເວີ​ໄຊ ໂດຍ​ມີ​ຫົວ​ໜ່ວຍ​ທຸ​ລະ​ກິດ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ​ລາວ ແລະ ມາ​ເຊ​ເຊຍ​ເຂົ້າ​ຮ່ວມ. Share:FacebookTwitter
ອົງການທ່ອງທ່ຽວມາເລເຊຍ ສຳມະນາແລກປ່ຽນຫົວໜ່ວຍທຸລະກິດ ເພື່ອດຶງດູດນັກທ່ອທ່ຽວ
https://v2.vientianemai.net/archives/57766
ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ຫຼື ວຕລຢ ຈັດການແຂ່ງຂັນທັກສະສີມືແຮງງານ ສາຂາຊ່າງຈອດໂລຫະ ປະຈໍາປີ 2023 ເມື່ອບໍ່ດົນຜ່ານມາ ທີ່ວິທະຍາໄລດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳສະໄຫວ ຍ່ອມມີລາວົງ ຜູ້ອຳນວຍການ ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ແລະ ທ່ານ ປອ ສາຍສະໝອນ ງາມສີ ຜູ້ອຳນວຍການ ວິທະຍາໄລເຕັກນິກ ປາກປ່າສັກ ພ້ອມດ້ວຍບັນດາຄະນະອຳນວຍການວິທະຍາໄລເຕັກນິກຕ່າງໆ ຜູ້ໃຫ້ການສະໜັບສະໜູນ ພະນັກງານຄູ-ອາຈານ ແລະ ນັກສຶກສາ.     ໂອກາດນີ້ ທ່ານ ໝາກ ອານຸວົງ ຫົວໜ້າພາກວິຊາໂລຫະກຳວິທະຍາ ລາຍງານການແຂ່ງຂັນທັກສະສີມືແຮງງານ ສາຂາຊ່າງຈອດໂລຫະ ປະຈໍາປີ 2023 ໃຫ້ຮູ້ວ່າ: ການແຂ່ງຂັນຄັ້ງນີ້ ແມ່ນໄດ້ອີງຕາມການຕົກລົງຂອງຄະນະກຳມະການເຕັກນິກຮອບສຸດທ້າຍ ໃນວັນທີ 18 ພຶດສະພາ 2023 ຕົກລົງເຫັນດີ ເອົາຫົວຂໍ້ແຂ່ງຂັນຢູ່ 3 ຫົວຂໍ້ ຄື: ການຈອດເຫຼັກແຜ່ນຕໍ່ສາກ 3F ຈອດເຫຼັກແຜ່ນຕໍ່ຊົນ ບາກວີ 2G ຈອດທໍ່ ບາກວີ 5G ແລະ ກໍານົດເວລາໃນການແຂ່ງຂັນຢູ່ 6 ຊົ່ວໂມງ.     ຜ່ານການ ແຂ່ງຂັນເປັນເວລາ 6 ຊົ່ວໂມງ ເຫັນວ່າຜູ້ເຂົ້າແຂ່ງຂັນໄດ້ພາກັນເອົາໃຈໃສ່ໃນການແຂ່ງຂັນຂອງຕົນ ແລະ ບໍ່ເກີນເວລາທີ່ທາງກຳມະການໄດ້ກຳນົດໄວ້ ຜົນການແຂ່ງຂັນໄດ້ກວດສອບຕາມມາດຕະ ຖານອາຊຽນເປັນຕົ້ນຕໍ ແລະ ມາດຕະຖານອື່ນໆ ເຊັ່ນ: ISO 9606 ວ່າດ້ວຍການສອບເສັງຮັບຮອງຊ່າງຈອດ ແລະ ການຈອດໂລຫະກຸ່ມເຫຼັກໜຽວ (Mild steel) ແລະ ISO5817 ວ່າດ້ວຍລະດັບຄວາມບໍ່ສົມບູນຂອງຄອງຈອດ ເພື່ອໃຫ້ສອດຄ່ອງສູງສຸດໃນການຈອດ ດັ່ງນັ້ນ ຄະນະກຳມະການໄດ້ກວດສອບຜົນຂອງການແຂ່ງຂັນ 2 ແບບ ຄື: ແບບບໍ່ທຳລາຍ Non-Distractive Testing (NDT) ຄື: ການກວດສອບຄາມສົມບູນຂອງຄອງຈອດ ເພື່ອຫາຂໍ້ບົກຜ່ອງ ແລະ ການກວດສອບແບບທຳລາຍ Distractive Testing (DT) ເປັນການກວດສອບເພື່ອຫາຄຸນສົມບັດທາງກົນເປັນຫຼັກ ເຊັ່ນ: ການດັດງໍ Bend Testing ທົດສອບແຮງດຶງ Tensile Strength ແຮງກະແທກ Impact ໃນນີ້ ຄະນະກຳມະການໄດ້ເລືອກເອົາການທົດສອບດ້ວຍການດັດງໍ  Bend Testing ເພື່ອຈະໄດ້ຮູ້ວ່າຕ່ອນງານຈອດມີຄວາມໜຽວສ່ຳໃດ.     ສໍາລັບຜົນຂອງການແຂ່ງຂັນປະກົດວ່າ: ຊະນະເລີດ ແມ່ນທ້າວ ບຸນມີ ຊົງ ລວມໄດ້ 95 ຄະແນນ ອັນດັບທີ 2 ແມ່ນທ້າວ ໄຊສົມບູນ ພຽນຕູ້ ລວມໄດ້ 84,5 ຄະແນນ ອັນດັບທີ 3 ທ້າວ ຢົງຢາ ສານຸວົງ ລວມໄດ້ 70,5 ຄະແນນ ແລະ ອັນດັບທີ 4 ທ້າວ ກິດສະດາ ວັນນະລາດ ລວມໄດ້ 60 ຄະແນນ.      ນອກຈາກນັ້ນ ຍັງມີການແຂ່ງຂັນອີກ 2 ລາຍການ ແບບສາທິດ ຄື: ການແຂ່ງຂັນຊ່າງສີລົດຍົນ ແລະ ຊ່າງຕິດຕັ້ງໄຟຟ້າ ຜົນປະກົດວ່າ: ອັນດັບທີ 1 ການແຂ່ງຂັນຊ່າງສີລົດຍົນຕົກເປັນຂອງທ້າວ ທ໊ອບ ສີບຸນເຮືອງ ແລະ ທ້າວ ບຸນມີ ສຸກສາຄອນ ແລະ ອັນດັບທີ 2 ທ້າວ ໄຊເຄນ ຄຳພົມມີ ແລະ ທ້າວ ພານຸເດດ ບຸນເພັດ ສ່ວນຜົນແຂ່ງຂັນຊ່າງຕິດຕັ້ງໄຟຟ້າ ອັນດັບທີ 1 ແມ່ນທ້າວ ກາຊີວັນ ນິນດາວົງ ແລະ ທ້າວ ປໍຈົວລີ ທໍ່ຕົວ ແລະ ອັນດັບທີ 2 ທ້າວ ວົງໄຊ ເພັດມະນີ ແລະ ທ້າວ ຄອນແກ້ວ ແວລາສຸກ. Share:FacebookTwitter
ສຳເລັດການແຂ່ງຂັນທັກສະສີມືແຮງງານ ສາຂາຊ່າງຈອດໂລຫະ ປະຈຳປີ 2023
https://v2.vientianemai.net/archives/57775
ສ​ະ​ຖານ​ທູດ​ສະ​ຫະ​ລັດ ອາ​ເມ​ຣິ​ກາ ປະ​ຈຳ​ ສ​ປ​ປ ລາວ ໄດ້​ເປີດ​ງານ​ວາງ​ສະ​ແດງ​ຜົນ​ງານສິ​ລະ​ປະຮ​ູບ​ແຕ​້ມ​ຝາ​ຜະ​ໜັງ ໂດຍ​ຮວບ​ຮວ​ມ​ເອົ​າ​ພາບສິ​ລະ​ປະ​ໃນ​ໂຄງ​ການອະນຸລັກມໍລະດົກທາງວັດທະນະທຳໃນ ສປປ ລາວ ພາຍໃຕ້ກອງທຶນເອກອັກຄະລັດຖະ ທູດ ສະຫະລັດອາເມ ລິກາ ຫຼື AFCP ​ເພື່ອໃຫ້ຄົນລາວ ແລະ ນັກທ່ອງທ່ຽວຕ່າງປະເທດ ໄດ້​ສຳ​ຜັດ​ກັບ​ສິ​ລະ​ປະ​ດັ່ງ​ກ່າວ. ທ່ານ ປີ​ເຕີ ເຮມອນ ເອ​ອັກ​ຄະ​ລັດ​ຖະ​ທູດ​ແຫ່ງ ສະ​ຫະ​ລັດ ອາ​ເມ​ຣິ​ກາ ປະ​ຈຳ ສ​ປ​ປ ລາວ ກ່າວ​ໃນ​ພິ​ທີ​ເປີດ​ງານ​ດັ່ງ​ກ່າວ​ວ່າ: ເປັນເວລາຫລາຍກວ່າ 20 ປີ ທີ່ ລັດຖະບານ ສະຫະລັດອາເມລິກາ ໄດ້ໃຫ້ການສະໜັບສະໜູນວຽກງານອະນຸລັກມໍລະດົກ ທາງວັດທະນະທຳໃນ ສປປ ລາວ ພາຍໃຕ້ກອງທຶນເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ເພື່ອການອະນຸລັກວັດທະ ນະທຳ ນັ້ນ ເຊິ່ງໂຄງການທຳອິດທີ່ໄດ້ທຳການບູລະນະ ແລະ ປົກປົກຮັກສານັ້ນກໍຄື ສວນອຸທິຍານຫີນຕັ້ງຢູ່ແຂວງຫົວພັນ ລ່າສຸດ ຕົ້ນປີທີ່ຜ່ານມາ ພວກຂ້າພະເຈົ້າໄດ້ເລີ່ມໃຫ້ການສະໜັບສະໜຸນໃນການເຮັດເອກະສານ ແລະ ການອະນຸລັກຮູບ ແຕ້ມຝາຜະໜັງບູຮານຂອງວັດເກົ່າ ສາມແຫ່ງ ຢູ່ແຂວງສະຫວັນນະເຂດ ໂດຍລວມ ລັດຖະບານສະຫະລັດອາເມຣິກາ ແມ່ນໄດ້ສະໜອງທຶນຊ່ວຍເຫລືອໃຫ້ຫຼາຍກວ່າ 1,3 ລ້ານໂດລາ ເຂົ້າໃສ່ບັນດາໂຄງການອະນຸລັກ ໃນທົ່ວ ສປປ ລາວ. ຢ່າງ​ໃດ​ກໍ​ຕາມ​ກ່ອນ​ຈະ​ມີ​ງານ​ຄັ້ງ​ນີ້​ໄດ້ ກໍ​ຕ້ອງ​ຂໍ​ຂອບ​ໃຈ​ກັບ​ບັນ​ກາ​ນັກ​ແຕ້ມ ບັນ​ດາ​ຄູ່​ຮ່ວມ​ມື ກໍ​ຄື ກະ​ຊວງ​ການ​ຕ່າງ​ປະ​ເທດ ກະ​ຊວງ​ຖະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ພະ​ແນກຖະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ຫ້ອງ​ການ​ມໍ​ລະ​ດົກ​ແຂວງ ແລະ ບັນດາຜູ້ໄດ້ຮັບທຶນ ກໍຄື ບັນດາຜູ້ຈັດຕັ້ງປະຕິບັດໂຄງການ ທີ່​ໄດ້​ຮວບ​ຮວມ​ເອົາ​ພາບ​ທີ່​ມີ​ຄຸນ​ຄ່າມາ​ໄວ້​ຢູ່​ຈຸດ​ດຽວ​ກັບ ເພື່ອ​ໃຫ້​ຄົນ​ລາວ ແລະ ຊາວ​ຕ່າງ​ຊາດ​ທີ່​ເດ​ີນ​ທາງ​ໄປ​ມາ​ບໍ​ລີ​ເວນ​ດັ່ງ​ກ່າວ​ໄດ້​ສຳ​ຜັດ. ທ່ານ​ທູດ​ໄດ້​ກ່າວ​ຕື່​ມ​ວ່າ: ໃນປີຕໍ່ໜ້າ ພວກເຮົາຈະເພີ່ມຮູບແຕ້ມ ທີ່ສະແດງເຖິງຜົນສຳເລັດຂອງວຽກງານອະນຸລັກທີ່ເປັນໂຄງ ການໃໝ່ໆ ໂດຍສະເພາະໃນຫລາຍຂົງເຂດຂອງ ສປປ ລາວ ທີ່ໂຄງການກອງທຶນເອກອັກຄະລັດຖະທູດເພື່ອການອະນຸລັກ ທີ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດເທື່ອ. ພິ​ທີ​ດັ່ງ​ກ່າວ ຈັດ​ຂຶ້ນ​ໃນ​ວັນ​ທີ 25 ພຶດ​ສະ​ພາ 2023 ທີ່​ສູນ​ອາ​ເມ​ຣິ​ກາ ທາດ​ດຳ ໂດຍ​ມີ ທ່ານ ນາງ ແພງຈັນ ແພງເມືອງ ຫົວ ໜ້າກົມກົມຮ່ວມມືສາກົນ ທ່ານ ພະຂັນໄຊ ສີຄັນໄຊ ຫົວ ໜ້າກົມ ກົມມໍລະດົກ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມ​ພາກ​ສ່ວນ​ກ່ຽ​ວ​ຂ້ອງ. Share:FacebookTwitter
ເປີດງານສະແດງ ຜົນງານຜົນງານສິລະປະ ໂຄງການອະນຸລັກມໍລະດົກທາງວັດທະນະທຳ
https://v2.vientianemai.net/archives/57784
ຈັບສະຫຼາກແບ່ງສາຍເປັນທີ່ຮຽບຮ້ອຍແລ້ວການແຂ່ງຂັນເຕະບານເຍົາວະຊົນມາສດາ ຊາເລັນ ຄັບ ຄັ້ງທີ 3 ປະຈຳປີ 2023 ຫຼື Mazda Challenge  Cup 2023 ໂດຍມີ 3 ຮຸ່ນແຂ່ງຂັນຄື: ຮຸ່ນອາຍຸບໍ່ເກີນ 10 ປີ ຫຼື ຢູ-10 ຮຸ່ນອາຍຸບໍ່ເກີນ 12 ປີ ແລະ ຮຸ່ນອາຍຸບໍ່ເກີນ 14 ປີ ເຊິ່ງ 3 ຮຸ່ນດັ່ງກ່າວ ມີທີມເຂົ້າຮ່ວມທັງໝົດ 42 ທີມ ໃນນີ້ມີ 3 ສະໂມສອນ ຈາກປະເທດໄທເພື່ອນບ້ານ ເຂົ້າຮ່ວມຊິງໄຊ ລາຍການນີ້ທີ່ຈັດຂຶ້ນເປັນຄັ້ງທີ 3 ເພື່ອເປັນການສ້າງໂອກາດ ແລະ ສົ່ງເສີມນັກກິລາເຍົາວະຊົນລາວໃຫ້ມີການເຄື່ອນໄຫວພັດທະນາຢ່າງຕໍ່ເນື່ອງ ແນໃສ່ເຮັດໃຫ້ວົງການກິລາບານເຕະເຍົາວະຊົນລາວ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ ສາມາດກ້າວໄປເປັນນັກກິລາລະດັບອາຊີບໃນອະນາຄົດ ແລະ ຕິດທີມຊາດ. ພິທີຈົກສະຫຼາກແບ່ງສາຍການແຂ່ງຂັນເຕະບານ Mazda Challenge  Cup 2023 ຈັດຂຶ້ນ ວັນທີ 25 ພຶດສະພາ ຜ່ານມາ ທີ່ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໂດຍມີທ່ານ ທິບພະເນດ ແກ້ວມະນິວົງ ປະທານບໍລິສັດແກ້ວໂອໂຕກຣຸບ ຈຳກັດ ຕົວແທນຈຳໜ່າຍລົດໃຫຍ່ຍີ່ຫໍ້ ສະໂມສອນ ມາສດາ Mazda ທັງເປັນປະທານສະໂມສອນ ມາສດາ ລາວ ຈີບີ ເອັບຊີ ພ້ອມດ້ວຍຕາງໜ້າ ສຕລ  ບັນດາຄະນະນຳ ຄູຝຶກ ແລະ ສື່ມວນຊົນຈາກພາກສ່ວນຕ່າງໆເຂົ້າຮ່ວມ.  ທ່ານ ທິບພະເນດ ແກ້ວມະນິວົງ ກ່າວວ່າ: ໂດຍສ່ວນຕົວມີຄວາມຮູ້ສຶກດີໃຈຫຼາຍທີ່ໄດ້ກັບມາຈັດການແຂ່ງຂັນລາຍການ ມາສດາ ຊາເລັນ ຄັບ ປະຈຳປີ 2023 ອີກຄັ້ງ ພາຍຫຼັງທີ່ໄດ້ຈັດຜ່ານມາ 2 ຄັ້ງໃນປີ 2018 ແຕ່ໃນປີ 2019-2021 ການຈັດການແຂ່ງຂັນລາຍການດັ່ງກ່າວບໍ່ສາມາດຈັດແຂ່ງຂັນໄດ້ ເນື່ອງຈາກໄດ້ຖືກຜົນທົບຈາກການແຜ່ລະບາດພະຍາດໂຄວິດ-19 ແລະ ມາຮອດປີ 2022 ຜ່ານມາຈຶ່ງສາມາດກັບມາຈັດແຂ່ງຂັນໄດ້ອີກຄັ້ງໜຶ່ງ ເຊິ່ງວັນນີ້ກໍເປັນອີກວັນໜຶ່ງທີ່ສຳຄັນ ທີ່ຈະໄດ້ພ້ອມກັນກັບມາແຂ່ງຂັນລາຍການດັ່ງກ່າວໃນວັນທີ 27-28 ພຶດສະພານີ້ ເພື່ອສ້າງໂອກາດ ແລະ ສົ່ງເສີມນັກກິລາເຍົາວະຊົນລາວໃຫ້ມີການເຄື່ອນໄຫວພັດທະນາຢ່າງຕໍ່ເນື່ອງ ແລະ ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.  ສຳລັບຜົນການຈັບສະຫຼາກ ຢູ-10 ປີ ມີ 10 ທີມເຂົ້າຮ່ວມ ແບ່ງເປັນ 2 ກຸ່ມ ກໍຄື ກຸ່ມ A ມີ ເອັບເຮດເອວ ພີເຄພີ ຈາກແຂວງຫຼວງພະບາງ ມາສດາ ລາວ ຈີບີ ເອັບຊີ ທີມ ບີ ວອນທະບິງ ອາຄາເດມີ້ ຈາກແຂວງຫຼວງພະບາງ ແລະ ທີມ ເດັກພວນ ອາຄາເດມີ້ ຈາກແຂວງຊຽງຂວາງ ສ່ວນ ກຸ່ມ B ມາສດາ ລາວ ຈີບີ ເອັບຊີ ທີມ ເອ ດັບເບີນຢູໄອຈີ ນາຄາ ບີບີບີ ໂອໂຕ ເອັບຊີ ມາສເຕີ ເຊເວັ້ນ ເອັບຊີ ແລະ ວຽງຈັນ ເອັບທີ. ສ່ວນ ຢູ-12 ມີ 16 ທີມ ແບ່ງເປັນ 4 ກຸ່ມ ຄື: ກຸ່ມ A ມີ ເອັດເອວ ອາຄາເດມີ້ ແຂວງອຸດົມໄຊ ຈະຕຸຣາເທບ ອາຄາເດມີ້ ຈາກໄທ ຈຳປາຮັກ ທີມເອ ແລະ ໂກເດັນບອຍ ທີມ ບີ ຈາກໄທ ກຸ່ມ B ພີເຄ ອາຄາເດມີ້ ຈາກແຂວງໄຊຍະບູລີ ວອນທະບິງ ມາສເຕີ ເຊເວັ້ນ ເອັບຊີ ໂກເດັນບອຍ ທີມເອ ກຸ່ມ ຊີ ຈຳປາຮັກ ທີມ ບີ ບີບີບີ ໂອໂຕ ເອັບຊີ  ວຽງຈັນ ເອັບທີ ມາສດາ ລາວ ຈີບີ ເອັບຊີ ທີມ ເອ ແລະ ກຸ່ມ ດີ  ດັບເບີນຢູໄອຈີ ນາຄາ ດີເຄ ເອັບຊີ ເດັກຟວນ ແລະ ພີເຄພີ ຈາກແຂວງຫຼວງພະບາງ.     ຢູ-14 ປີ ມີ 13 ທີມ ແບ່ງເປັນ 4 ກຸ່ມ ກໍຄື ກຸ່ມ A ມີ: ວຽງຈັນ ເອັບທີ ມາສດາ ລາວ ຈີບີ ເອັບຊີ ທີມ ບີ ແລະ ຂຳປາຮັກ ເອັບຊີ ກຸ່ມ ບີ ມາສດາ ລາວ ຈີບີ ເອັບຊີ ທີມ ເອ ເອັບເຮດເອວ ຊຸບເປີ ສະຕາຣ໌ ກຸ່ມ ຊີ ເອັດເອວ ອາຄາເດມີ້ ແຂວງອຸດົມໄຊ ໂກເດັນບອຍ ຈາກໄທ ຄຳໃສ ເອັບຊີ ແລະ ກຸ່ມ ດີ ເອສຣາ ພີເຄພີ ຈາກແຂວງຫຼວງພະບາງ ວອນທະບິງ ແລະ ປາກຊັນ ເອັບຊີ ຈາກແຂວງບໍລິຄຳໄຊ. Share:FacebookTwitter
ຈັບສະຫຼາກແບ່ງສາຍ ບານເຕະເຍົາວະຊົນ 3 ຮຸ່ນ ມາສດາ ຊາເລັນຄັບ 2023
https://v2.vientianemai.net/archives/57795
ນັບແຕ່ປີ 2015 ເປັນຕົ້ນມາ ກະຊວງສຶກສາທິການ ແລະ ກີລາ (ສສກ) ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານາແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສໍາລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ໄດ້ພັດທະນາຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ ສະບັບປັບປຸງໃໝ່ ທີ່ປະກອບມີສື່ການຮຽນ-ການສອນແບບໃໝ່ ແລະ ແຜນການເຝິກອົບຮົມທີ່ສົມບູນໃຫ້ແກ່ຄູຊັ້ນປະຖົມ ຫຼັກສູດໃໝ່ຂັ້ນ ປ5 ຈະຖືກຈັດຕັ້ງປະຕິບັດໃນຕົ້ນສົກຮຽນໃໝ່ໃນເດືອນກັນຍາ 2023 ເຊິ່ງເປັນປີສຸດທ້າຍຂອງການປັບປຸງຫຼັກສູດຂັ້ນປະຖົມສຶກສາໃໝ່ ທີ່ໄດ້ປະຕິບັດມາຕັ້ງແຕ່ປີ 2019.     ພິທີເປີດຊຸດອົບຮົມ ມີຂຶ້ນວັນທີ 22 ພຶດສະພາ 2023 ໂດຍມີທ່ານ ອຸທິດ ທິບມະນີ ຮອງຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ແລະ ທ່ານ ນາງ ວາເນັກຊ້າ ເຮັກກາທີ້ ເລຂາທີເອກ ສະຖານທູດອົດສະຕຣາລີ ປະຈຳລາວ ເປັນປະທານຮ່ວມເປີດກອງປະຊຸມເຝິກອົບຮົມຄູເຝິກຫຼັກແຫຼ່ງ ຈາກນັ້ນຈະມີການຈັດເຝິກອົບຮົມຕໍ່ໃຫ້ແກ່ຄູສອນຊັ້ນປະຖົມ ປີທີ5 ຜູ້ອຳນວຍການ ແລະ ຜູ້ເຮັດວຽກສຶກສານິເທດ ເພື່ອໃຫ້ມີຄວາມພ້ອມດ້ານທັກສະ ເຕັກນິກ ແລະ ຄວາມຮູ້ກ່ຽວກັບການນຳໃຊ້ສື່ການຮຽນ-ການສອນຫຼັກສູດໃໝ່ ແລະ ເພື່ອປັບປຸງຜົນການຮຽນຂອງນັກຮຽນໃຫ້ດີຂຶ້ນ.     ໂອກາດນີ້ ທ່ານ ອຸທິດ ທິບມະນີ ຮອງຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ກ່າວວ່າ: ການເຝິກອົບຮົມຄັ້ງນີ້ ເພື່ອແນະນຳຫຼັກສູດ ຂັ້ນ ປ5 ສະບັບປັບປຸງໃໝ່ ເພື່ອໃຫ້ຄູເຝິກຫຼັກແຫຼ່ງມີຄວາມເຂົ້າໃຈ ມີຄວາມໝັ້ນໃຈຕໍ່ກັບຫຼັກສູດຊັ້ນປະຖົມປີທີ 5 ສະບັບປັບປຸງໃໝ່ ເພື່ອຖ່າຍຖອດຄວາມຮູ້ດັ່ງກ່າວຕໍ່ຄູເຝິກຂັ້ນແຂວງ ເຊິ່ງຈະເປັນຜູ້ທີ່ເຝິກໃຫ້ແກ່ຄູ ຂັ້ນປ5 ໃນລະຫວ່າງເດືອນກໍລະກົດ ແລະ ເດືອນສິງຫາ 2023 ທີ່ຈະມາເຖິງນີ້.     ໂອກາດດຽວກັນ ທ່ານ ນາງ ວາເນັກຊ້າ ເຮັກກາທີ້ ເລຂາທີເອກ ສະຖານທູດອົດສະຕຣາລີ ປະຈຳລາວ ໄດ້ກ່າວວ່າ: ຖືເປັນການເລີ່ມຕົ້ນຂອງການປະຕິບັດຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ສໍາລັບຊັ້ນປະຖົມສຶກສາປີທີ 5 ພວກເຮົາທຸກຄົນມີຄວາມພູມໃຈ ທີ່ໄດ້ເປັນສ່ວນໜຶ່ງຂອງຂີດໝາຍດັ່ງກ່າວ ແລະ ຍັງເປັນການເລີ່ມຕົ້ນການຮຽນ-ການສອນຫຼັກສູດຊັ້ນປະຖົມສຶກສາປີສຸດທ້າຍ ສະບັບປັບປຸງໃໝ່ ທີ່ເລີ່ມໂດຍການເຝິກໃຫ້ແກ່ຄູເຝິກຫຼັກແຫຼ່ງກ່ອນ ຈະເຝິກຕໍ່ຕາມລະບົບ ໄປຍັງຄູເຝິກຂັ້ນແຂວງ ແລະ ຂັ້ນຕໍ່ໄປ. ການເຝິກອົບຮົມເປັນເວລາ 6 ວັນ ລະຫວ່າງວັນທີ 22-30 ພຶດສະພາ 2023 ໂດຍມີຄູເຝິກຫຼັກແຫຼ່ງຈຳນວນ 64 ທ່ານ ໄດ້ເຮັດປະຖົມນິເທດໃນຫຼັກສູດໃໝ່ຂອງຂັ້ນ ປ5 ມີ 3 ວິຊາ ຄື: ວິຊາພາສາລາວ ວິຊາພາສາອັງກິດ ແລະ ວິຊາວິທະຍາສາດ-ສິ່ງແວດລ້ອມ ແລະ ໃນເດືອນມິຖຸນາ 2023 ທີ່ຈະມາເຖິງນີ້ ຄູເຝິກຫຼັກແຫຼ່ງຈະໄດ້ສືບຕໍ່ຈັດຊຸດເຝິກອົບຮົມ ເພື່ອຖ່າຍຖອດຄວາມຮູ້ທີ່ໄດ້ເຝິກມາໃຫ້ແກ່ຄູຝຶກ 18 ແຂວງ ຈາກນັ້ນ ຈະດຳເນີນກອງປະຊຸມເຝິກອົບຮົມແບບເຊິ່ງໜ້າເປັນເວລາ 5 ວັນ ໃຫ້ແກ່ຄູຂັ້ນ ປ5 ຈຳນວນ 13.268 ຄົນ ຜູ້ອຳນວຍການໂຮງຮຽນ ແລະ ຜູ້ເຮັດວຽກສຶກສານິເທດ ທົ່ວປະເທດ. Share:FacebookTwitter
ຄູຂັ້ນ ປ5 ຈຳນວນ 13.268 ຄົນ ຈະໄດ້ເຝິກອົບຮົມຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່
https://v2.vientianemai.net/archives/57803
ພິທີຕ້ອນຮັບຂະບວນນັກຮຽນ 100 ຄົນ ພ້ອມທັງຄະນະນໍາພາ 25 ທ່ານ  ແລະ ກິດຈະກໍາ ຂໍ້ລິເລີ່ມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ ເຊື່ອມໂຍງເຊື່ອມຈອດ ປະຊາຊົນສອງຊາດ” ຮ່ວມໃຈຈັບມືກັນ ຄັ້ງທີ VI ຂອງນັກຮຽນ ລະຫວ່າງນັກຮຽນ ລາວ-ຈີນ ຮ່ວມກັນສະເຫຼີມສະຫຼອງວັນເດັກນ້ອຍສາກົນ ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 24 ພຶດສະພາ 2023 ທີ່ໂຮງຮຽນປະຖົມຢົນຊ່ຽງຮຸ່ງ ກິ່ງແຂວງສິບສອງພັນນາ ສປ ຈີນ ນໍາໂດຍ ທ່ານ ສີສະໝຸດ ແສນບຸດຕະລາດ ຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກີລາ ຫົວໜ້າຄະນະ ແລະ ທ່ານ ຈ້າວຍົງຈິ່ນ ຮອງປະທານຄະນະຜູ້ແທນປະຊາຊົນກິ່ງແຂວງສິບສອງພັນນາ ທ່ານ ສຸຍອີຊຽນ ປະທານສະຫະພັນເພື່ອການກຸສົນ ສປ ຈີນ ແລະ ທ່ານ ນາງ ຈ່າງລີ້ ຜູ້ອໍານວຍການໂຮງຮຽນປະຖົມ ຢົນຊ່ຽງຮຸ່ງ ກິ່ງແຂວງສິບສອງພັນນາ ບັນດາຄູອາຈານ ພະນັກງານ ແລະ ນ້ອງນັກຮຽນໃຫ້ການຕ້ອນຮັບຢ່າງອົບອຸ່ນ.     ໂອກາດນີ້ ທ່ານ ສີສະໝຸດ ແສນບຸດຕະລາດ ໄດ້ກ່າວວ່າ: ກິດຈະກໍາຮ່ວມມືດັ່ງກ່າວ ແມ່ນເພື່ອຮັດ  ແໜ້ນສາຍພົວພັນການທູດ ແລະ ການຮ່ວມມືທັງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 62 ປີ ແລະ ທັງເປັນການສົ່ງເສີມເຍົາວະຊົນລາວໄດ້ແລກປ່ຽນວັດທະນະທໍາກັບເຍົາວະຊົນຈີນ ແລະ ຮຽນຮູ້ບົດຮຽນອັນດີໃນການພັດທະນາຊັບພະຍາກອນມະນຸດ ສປ ຈີນ ເຊິ່ງນັກຮຽນມີຄວາມຕື່ນເຕັ້ນ ແລະ ມ່ວນຊື່ນ ທີ່ໄດ້ພົບກັບໝູ່ເພື່ອນ ແຮກສ່ຽວກັນ ແລະ ໄດ້ແລກປ່ຽນຂອງຂວັນເຊິ່ງກັນ ແລະ ກັນ.     ທ່ານ ນາງ ໄກສອນ ປັນຍາເຫງົ້າ ຕາງໜ້າຈາກພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ທັງເປັນຄູນໍາພາ ໄດ້ສະແດງຄວາມຮູ້ສຶກໃນການຮ່ວມກິດຈະກໍາໃນຄັ້ງນີ້ວ່າ: ຮູ້ສຶກດີໃຈ ແລະ ຕື່ນເຕັ້ນຫຼາຍ ເພາະໄດ້ຮຽນຮູ້ວັດທະນະທໍາຂອງ ສປ ຈີນ ໂດຍສະເພາະແມ່ນ ກິ່ງແຂວງສິບສອງພັນນາ, ຊຶ່ງເປັນເມືອງໜຶ່ງທີ່ໃຫຍ່ ທັນສະໄໝ ແລະ ມີເອກະລັກສະເພາະ ນອກຈາກນີ້ ຍັງໄດ້ເຫັນວິທີການຮຽນການສອນທີ່ດີ ມີຄວາມທັນສະໄໝນໍາອີກ.     ທ້າວ ອານຸລັກ ຊົງ ນັກຮຽນເກ່ງວິຊາພາສາລາວ ຈາກແຂວງຫົວພັນ ກ່າວວ່າ: ຮູ້ສຶກຕື່ນຕາຕື່ນໃຈຫຼາຍ ເພາະເປັນຄັ້ງທໍາອິດທີ່ນ້ອງໄດ້ເດີນທາງມາ ສປ ຈີນ ນ້ອງຮູ້ສຶກດີໃຈທີ່ໄດ້ພົບໝູ່ ແລະ ໄດ້ແຮກສ່ຽວກັບໝູ່ຄົນຈີນ ພ້ອມກັນນັ້ນ ຍັງໄດ້ຮ່ວມກິດຈະກໍາຫຼາກຫຼາຍນໍາກັນ.     ຂະນະທີ່ ທ່ານ ສາຍຄໍາ ພັນທະວົງ ຮອງຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກີລາ ໜຶ່ງໃນຄະນະຮັບຜິດຊອບນໍາພາ ກ່າວວ່າ: ສໍາລັບຜົນທີ່ຈະໄດ້ຮັບໃນການເຂົ້າຮ່ວມກິດຈະກໍາຄັ້ງນີ້ ນ້ອງນັກຮຽນໄດ້ມີຄວາມຮູ້ ແລະ ເຂົ້າໃຈຫຼາຍຂຶ້ນກ່ຽວກັບ ສປ ຈີນ ແລະ ເຫັນຄວາມສີວິໄລ ມີຄວາມຮູ້ຈັກຮັກແພງກັນ ລະຫວ່າງໝູ່ຄູ່ດ້ວຍກັນ ໄດ້ສໍາຜັດ ແລະ ເຫັນຄວາມສີວິໄລຕ່າງໆ ລວມທັງຄູກໍໄດ້ປັນນິມິດ ໝາຍທີ່ດີ ທີ່ໄດ້ຮຽນຮູ້ສິ່ງໃໝ່ ແລະ ໄດ້ປະສົບການດ້ານການຈັດການ ແລະ ໄດ້ຮຽນຮູ້ກັບນັກຮຽນ ໂດຍສະເພາະແມ່ນຫ້ອງຮຽນທີ່ທັນສະໄໝ ການຮຽນການສອນທີ່ດີ ແລະ ການຈັດລະບຽບວິໄນຂອງນັກຮຽນ ເຊິ່ງເຫັນວ່າເປັນສິ່ງທີ່ຄວນແລກປ່ຽນຈາກເຂົາເຈົ້າ.     ນອກຈາກນີ້ ຂະບວນດັ່ງກ່າວຍັງໄດ້ເດີນທາງໄປທັດສະນະສຶກສາຢູ່ທີ່ຟາມປູກຫຍ້າຫວານ-ລ້ຽງສັດ ສິບສອງພັນນາ ແລະ ສວນປາສະຫງວນສິບສອງພັນນາ ເພື່ອໃຫ້ນັກຮຽນໄດ້ຮຽນຮູ້ ແລະ ເປີດໂລກກະທັດຫຼາຍຂຶ້ນ ພ້ອມກັນນັ້ນ ໃນຕອນແລງຂອງມື້ດຽວກັນ ຂະບວນດັ່ງກ່າວຍັງໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບ ໃຫ້ກຽດເປັນປະທານໃນງານໂດຍ ທ່ານ ຈູ່ຈາເຫວີຍ ເລຂາຄະນະພັກກິ່ງແຂວງສິບສອງພັນນາ ພ້ອມດ້ວຍຄະນະ ແລະ ໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີ ຂອງນັກຮຽນກິ່ງແຂວງສອງພັນນາ ຢ່າງເບີກບານມ່ວນຊື່ນ. Share:FacebookTwitter
ເລີ່ມຂຶ້ນແລ້ວ ກິດຈະກໍາ “ໜຶ່ງແລວທາງ ໜຶ່ງເສັ້ນທາງ ເຊື່ອມໂຍງເຊື່ອມຈອດ ປະຊາຊົນສອງຊາດ” ນັກຮຽນ ລາວ-ຈີນ
https://v2.vientianemai.net/archives/57816
ຄະນະວິສະວະກຳສາດ (ຄວສ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດງານຕະຫຼາດນັດແຮງງານ ແລະ ການສຶກສາ ຄັ້ງທີ 9 ປະຈຳປີ 2023 ຈັດຂຶ້ນວັນທີ 26 ພຶດສະພາ 2023 ຢູ່ ຄວສ ໂດຍຕາງໜ້າໃຫ້ແກ່ຄະນະບໍດີ ຄວສ ແລະ ເປັນປະທານເປີດງານໃນຄັ້ງນີ້ ຂອງທ່ານ ຄໍ້າເຝົ້າ ສີສະອາດ ມີຄະນະຜູ້ຈັດງານຈາກໂຄງການ JICA HugeTech ຜູ້ຕາງໜ້າຈາກບັນດາ 36 ບໍລິສັດຜູ້ໃຫ້ການສະໜັບສະໜູນ ພະນັກງານ ຄູອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.     ໃນພິທີ ທ່ານ ຄໍ້າເຝົ້າ ສີສະອາດ ກ່າວວ່າ:ການຈັດງານຕະຫຼາດນັດແຮງງານ ແລະ ການສຶກສາ ຄັ້ງນີ້ ເຊິ່ງເປັນການຈັດງານຄັ້ງທຳອິດ ພາຍໃຕ້ການສະໜັບສະໜູນຈາກໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ການພັດທະນາຊັບພະຍາກອນມະນຸດທາງດ້ານວິສະວະກຳ ແລະ ເຕັກໂນໂລຊີ ເພື່ອການພັດທະນາອຸດ ສາຫະກຳ ໃນ ສປປ ລາວ ຫຼື JICA HugeTech Project ເຊິ່ງຈຸດປະສົງຫຼັກຂອງງານໃນມື້ນີ້ ແມ່ນເພື່ອສ້າງໂອກາດໃຫ້ແກ່ນັກສຶກສາ ແລະ ນິສິດເກົ່ານັກສຶກສາ ຂອງ ຄວສ ໄດ້ພົບປະກັບບັນດາບໍລິສັດ ເພື່ອຮັບຮູ້ຂໍ້ມູນເລື່ອງການສະໝັກວຽກ ການລົງເຝິກງານ ແລະ ການເຮັດວຽກເສີມ ພ້ອມທັງເປັນການເປີດກວ້າງໃຫ້ແກ່ ຄວສ ບັນດາບໍລິສັດ ແລະ ໂຮງຮຽນມັດທະຍົມຕອນປາຍໄດ້ພົບປະກັນ ເພື່ອກ້າວໄປສູ່ການສ້າງສາຍສຳພັນທີ່ດີ ໃນການແລກປ່ຽນຄວາມຮູ້ ຄວາມສາມາດ ແລະ ການຮ່ວມມືທີ່ເປັນປະໂຫຍດຕໍ່ການພັດທະນາປະເທດຊາດ ອີກດ້ວຍ.     ລັດຖະບານແຫ່ງ ສປປ ລາວ ມີນະໂຍບາຍສ້າງຄວາມເຂັ້ມແຂງດ້ານຊັບພະຍາກອນມະນຸດ ທາງດ້ານວິສະວະກຳ ແລະ ເຕັກໂນໂລຊີ ພ້ອມທັງໃຫ້ຄວາມສໍາຄັນໃນແຜນພັດທະນາຂະແໜງການສຶກສາ ຄັ້ງທີ 8 ປີ 2016-2020 ເພື່ອຍົກສູງຄຸນນະພາບຂອງການສຶກສາຊັ້ນສູງ ໂດຍຜ່ານການພັດທະນາຫຼັກສູດ ອີງຕາມຄວາມຕ້ອງການຂອງອຸດສາຫະກຳ ແລະ ການສ້າງຂີດຄວາມສາມາດ ໃນການຄົ້ນຄວ້າວິທະຍາ ສາດ ຍິ່ງໄປກວ່ານັ້ນ ແຜນພັດທະນາຂະແໜງການສຶກສາ ຄັ້ງທີ 9 ປີ 2021-2025 ກຳນົດນະໂຍບາຍໃນການປັບປຸງພື້ນຖານໂຄງລ່າງ ອຸປະກອນ ແລະ ວັດສະດຸການຮຽນ-ການສອນ ໃນຂົງເຂດວິທະຍາ ສາດທໍາມະຊາດ ແລະ ວິສະວະກຳສາດ ຕາມມະຫາວິທະຍາໄລຕ່າງໆ ໂດຍໃຫ້ບຸລິມະສິດສູງສຸດກັບຄະນະວິສະວະກຳສາດ ມຊ ເຊິ່ງເປັນສະຖາບັນການສຶກສາຂັ້ນສູງລະດັບຊາດອັນດັບໜຶ່ງ. Share:FacebookTwitter
ງານຕະຫຼາດນັດແຮງງານ-ການສຶກສາ ຄັ້ງທີ 9 ປີ 2023
https://v2.vientianemai.net/archives/57828
ວັນທີ 26 ພຶດສະພາ ທີມງານວິຊາການຂອງບໍລິສັດຕາຂ່າຍໄຟຟ້າ​ພາກ​ໃຕ້ຈີນ ພ້ອມອາສາສະໝັກຈາກລາວ ໄດ້ຈັດກິດຈະ ກໍາຢູ່ສູນມືແຫ່ງຄວາມຫວັງ (Hands of Hope (School) ບ້ານ​ໜອງ​ບົວ ເມືອງ​ໄຊ​ທາ​ນີ ນະ​ຄອນຫຼວງວ​ຽງ​ຈັນ. ທ່ານ ນາງ ໂສພາພອນ ເຮືອງລິດ ຜູ້ອໍານວຍການສູນມືແຫ່ງຄວາມຫວັງ ກ່າວວ່າ: ສູນຂອງພວກເຮົາມີນັກ​ຮຽນທີ່ມີບັນຫາ ກ່ຽວ​ກັບການໄດ້ຍິນທັງໝົດ 20 ນ້ອງ ອາຍຸຢູ່ໃນເກນ 6-12 ປີ ເຊິ່ງເດັກນ້ອຍເຫຼົ່ານີ້ແມ່ນມີຄວາມຫຍຸ້ງຍາກ ແລະ ທ້າທາຍ ຫຼາຍໃນການສຶກສາຮໍ່າຮຽນ ລວມໄປເຖິງການດໍາລົງຊີວິດປະຈໍາວັນຂອງເຂົາເຈົ້າ ດັ່ງນັ້ນກິດຈະກໍາຄັ້ງນີ້ແມ່ນມີຄວາມ​ສຳຄັນ ຫຼາຍຕໍ່ກັບເຂົາເຈົ້າແນໃສ່ເປັນການແລກປ່ຽນໃຫ້ເດັກເຫຼົ່ານັ້ນໄດ້ຮຽນຮູ້ວິຖີການດໍາລົງຊີວິດ ເພື່ອໃຫ້ເຂົາເຈົ້າເຫຼົ່ານັ້ນໄດ້ຮັບ ການສົ່ງເສີມຈາກສັງຄົມ ເຊິ່ງໃນກິດຈະກໍາແມ່ນໄດ້ມອບອຸປະກອນໃນການແຕ້ມຮູບເພື່ອເປັນການສານຝັນຂອງເຂົາເຈົ້າ ໂດ​ຍທີມງານອາສາສະໝັກ ເຊື່ອ​ວ່າ​ການສຶກສາແມ່ນເປັນກຸນແຈສໍາຄັນໃນການປ່ຽນອະນາຄົດຂອງເດັກນ້ອຍເຫຼົ່ານັ້ນ. ທ່ານ ນາງ ໂສພາພອນ ເຮືອງລິດ ກ່າວຕື່ມວ່າ: ສູນຂອງພວກເຮົາແມ່ນມີຜົນດີຕໍ່ການເສີມສ້າງການ​ຮຽນຮູ້ຂອງເດັກນ້ອຍ ກຸ່ມເຫຼົ່ານັ້ນ ແຕ່ທາງສູງພວກເຮົາຕ້ອງການ ການມີສ່ວນຮ່ວມ ການສະໜັບສະໜູນຈາກສັງຄົມ ດັ່ງນັ້ນຂ້າພະເຈົ້າຂໍຂອບໃຈ ຕໍ່ການສະໜອງສະໜູນຈາກ ບໍລິສັດຕາຂາຍໄຟຟ້າພາກໃຕ້ຈີນ ທີ່ໄດ້ນໍາເອົາອຸປະກອນ ແລະ ຈັດກິດຈະກໍາຕ່າງໆຢູ່ໃນສູນ​ຄັ້ງ​ນີ້. ສໍາລັບກິດຈະກໍາດັ່ງກ່າວ ແມ່ນຈັດຂຶ້ນເປັນຄັ້ງທີ 3 ແລ້ວພາຍໃຕ້​ໂຄງ​ການ“​ແສງແຫ່ງຄວາມຫວັງ” ທ່ານ ​ມ່າຫຼິນ ຕາງ ໜ້າບໍ ລິສັດຕາຂ່າຍໄຟຟ້າ​ພາກ​ໃຕ້ຈີນ ກ່າວວ່າ: ກິດຈະກໍາຄັ້ງນີ້ຈັດຂຶ້ນໂດຍສືບເນື່ອງຈາກ​ກິດ​ຈະ​ກໍ​າ​ຂອງບໍລິສັດຕາຂ່າຍໄຟຟ້າ ຢູນ ນານສາກົນ ຈຸດປະສົງແນໃສ່ເພື່ອສົ່ງເສີມ ແລະ ພັດທະນາ ລະບົບສະຫວັດດີການສາທາລະນະໃນ ສປປ ລາວ ພ້ອມທັງ ເປັນການແລກປ່ຽນໃນການທາງດ້ານວັດທະນະທໍາລາວ-ຈີນ ນັບແຕ່ເລີ່ມຈັດກິດຈະກໍາແຕ່ວັນທີ 14 ມັງກອນ 2023 ໄດ້ຈັດ ກິດຈະກໍາຢູ່ ໂຮງຮຽນປະຖົມສີວິໄລ ໂຮງຮຽນເຕັກນິກວິຊາຊີບພິເສດສີເກີດ ໂດຍການສະໜອງອຸປະກອນ ແລະ ການສະໜັບ ສະໜູນທີ່ຈໍາເປັນໃຫ້ໂຮງຮຽນ ແລະ ​ຍັງຈະສືບຕໍ່ໃນການກໍ່ສ້າງ ແລະ ພັດທະນາໂຮງຮຽນ ພ້ອມທັງປັບປຸງການຮຽນການ ສອນໃຫ້ນັບມື້ດີຂຶ້ນ. ທ່ານ ມ່າຫຼິນ ກ່າວຕື່ມວ່າ: ຂ້າພະເຈົ້າຮູ້ສຶກປະທັບໃຈຫຼາຍທີ່ໄດ້ເປັນສ່ວນໜຶ່ງສືບຕໍ່ຈັດກິດຈະກໍາກັບອາສາສະໝັກຄົນລາວ ໃນໂຄງການແສງແຫ່ງຄວາມຫວັງ ເຊິ່ງຂ້າພະເຈົ້າເຊື່ອວ່າກິດຈະກໍາດັ່ງກ່າວຈຸດໃນການນັດພົບ ການສົ່ງເສີມ ແລະ ເຕົ້າໂຮມ ຄວາມຮັກແພງ ຄວາມສາມັກຄີ ເພື່ອດຶງດູດການຊ່ວຍເຫຼືອຈາກສັງຄົມ. ທັງນີ້ສະແດງເຖິງ ຕະຫຼອດໄລຍະທີ່ໄດ້ດໍາເດີນໂຄງການຢູ່ ສປປ ລາວ ບໍລິສັດຕາຂ່າຍ​ໄຟ​ຟ້າ​ພ​າກ​ໃຕ້ຈີນ ມີຄວາມມຸ່ງໝັ້ນ ໃນ ການປະກອບສ່ວນພັດທະນາສັງຄົມ ແລະ ປັບປຸງຊິວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນ ຜ່ານການດ​ຊາ​ເນີນໂຄງການ ກໍ່ສ້າງ ຕາຂ່າຍໄຟຟ້າ 230 ກິໂລໂວນ ຢູ່ພາກເໜືອຂອງລາວ ແລະ ໂຄງການສະໜອງສະ​ໜອງ​ໄຟ​ຟ້າໃຫ້ເສັ້ນທາງລົດໄຟ ລາວ-ຈີນ ໂດຍມີການຈ້າງງານແຮງງານທ້ອງຖິ່ນ ໃຫ້ການສະໜັບສະໜູນດ້ານການສຶກສາ ການສະໜັບສະໜູນອຸປະກອນ ການສິດສອນ ແລະ ປັບປຸງການດໍາລົງຊິວິດຂອງປະຊາຊົນ ເພື່ອສະທ້ອນໃຫ້ເຫັນເຖິິງເນື້ອໃນຈິດໃຈຂອງໂຄງການ “CSG ສ່ອງສະຫວ່າງທຸກຄົວເຮືອນ ສານຕໍ່ມິດຕະພາບລາວ-ຈີນ” ໃນອະນາຄົດ ບໍລິສັດຕາຂ່າຍໄຟຟ້າ​ພາກ​ໃຕ້ຈີນ ຈະເພີ່ມທະ ວີການປະສານງານກັບຄູ່ຮ່ວມ​ຝ່າຍລາວໃຫ້ເລິກເຊິ່ງ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຜ່ານການສະໜອງ ໄຟຟ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ຮ່ວມກັນໃຫ້ຄວາມຮັກ ການບໍລິການຊຸມຊົນ ເພື່ອເພີ່ມແສງສະຫວ່າງໃຫ້ກັບຫຼາຍໆພັນ ຄອບຄົວໃນ ສປປ ລາວ ໃຫ້ປະກົດຜົນເປັນຈິງ. Share:FacebookTwitter
ໂຄງການແສງແຫ່ງຄວາມຫວັງ ສືບຕໍ່ຈັດກິດຈະກໍາຢູ່ສູນ Hands of Hope
https://v2.vientianemai.net/archives/57842
ຄະນະບັນນາທິການໜັງສືພິມປະຊາຊົນ ນໍາໂດຍ ທ່ານ ນາງ ປານີ ມະນີທິບ ຮອງບັນນາທິການໃຫຍ່ໜັງສືພິມປະຊາຊົນ ຕ້ອນຮັບການເຂົ້າຢ​້ຽມ​ຢາມ ແລະ ພົບປະຂອງນັກຂ່າວໜັງສືພິມລາຍວັນແຂວງຢຸນນານ ແລະ ແຂວງຫູໜານ ສປ ຈີນ ໃນໂອກາດທີ່ໄດ້ເດີນ ທາງເກັບກໍາຂ່າວສໍາພາດຕາມເສັ້ນທາງລົດໄຟລາວ-ຈີນ. ໃນໂອກາດນີ້ ທ່ານ ນາງ ປານີ ມະນີທິບ ໄດ້ສະແດງຄວາມຊົມເຊີຍຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຂອງນັກ ຂ່າວທັງສອງໜັງສືພິມ ພ້ອມທັງໄດ້ຕີລາຄາການຮ່ວມມືລະຫວ່າງສອງຝ່າຍ ໂດຍສະເພາະການແລກປ່ຽນຂໍ້ມູນຂ່າວສານໃນ ການໂຄສະນາຜ່ານໜ້າໜັງສືພິມປະຊາຊົນ ຜ່ານ​ໜັງ​ສື​ພິມລາຍ​ວັນ​ຢູນ​ນານ ແລະ ຫູ​ໜານ ເພື່ອປະກອບສ່ວນໃນການເຜີຍ ແຜ່ຂໍ້ມູນຂ່າວສານໃຫ້​ສັງ​ຄົມ​ລາວ ກໍ​ຄື ຈີນ ໄດ້​ຮູ້​ຈັກ​ປະ​ເທດ​ລາວ ຮູ້​ຈັດ​ແຂວງ​ຢູນ​ນານ ແລະ ແຂ​ວງ​ຫູ​ໜານ ກໍ​ຄື ສ​ປ ຈ​ີນ ຫຼາຍຂຶ້ນ. ພ້ອມນັ້ນທັງສອງ​ຝ່າຍຫຍັງໄດ້ສົນທະນາເພື່ອເຮັດໃຫ້ການຮ່ວມມືນັບມື້ເຕີບໃຫຍ່ຂະຫຍາຍຕົວເ​ຊັ່ນ: ການສ້າງຜະ ລິດຕະ ພັນດ້ານສື່ໃຫ້ມີຄວາມທັນສະໄໝ  ໂດຍສະເພາະການລາຍງານຂ່າວເປັນພາບເຄື່ອນໄຫວ (video) ເພື່ອໃຫ້ມີຫຼາຍສ່ອງທາງ ໃນການໂຄສະນາຂໍ້ມູນຂ່າວສານຂອງທັງສອງຝ່າຍອອກສູ່ສັງຄົມໃຫ້ໄດ້ຮັບປະສິດທິຜົນຫຼາຍຂຶ້ນກວ່າ​ເກົ່າ. ພ້ອມນັ້ນທັງສອງຝ່າຍກໍໄດ້ສົນທະນາກ່ຽວກັບບັນຫາທ້າທາຍ ໃນການຮ່ວມມືຂອງທັງສອງຝ່າຍ ເຊັ່ນ: ພາສາ ບຸກຄະລາ ກອນ ແລະ ອື່ນໆ ເຊິ່ງຕ້ອງໄດ້ມີການປັບປຸງ ແລະ ຍົກລະດັບ ແນໃສ່ເຮັດໃຫ້ການຮ່ວມມືຂອງໜັງສືພິມປະຊາຊົນ ກັບ ໜັງ ສືພິມລາຍວັນຢູນນານ ແລະ ໜັງສືພິມລາຍວັນຫູໜານ ນັບມື້ເຕີບໃຫຍ່. ໃນຕອນທ້າຍຂອງການ​ຢ້ຽມ​ຢາມ ແລະ ພົບປະ ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ໝັງສືພີມປະຊາຊົນ ຍັງໄດ້ໃຫ້ກຽດພາ​ຄະ​ນະ​ນັກ​ຂ່າວ​ທ່ຽວ​ຊົມ​ສຳ​ນັກ​ງານ​ໜັງ​ສ​ື​ພິມ​ປະ​ຊາ​ຊົນ  ພ້ອ​ມຖ່າຍຮູບ ກັນຄະນະສື່ມວນຊົນ ພ້ອມທັງສະແດງຄວາມຊົມ ເຊີຍຕໍ່ການເຄື່ອນໄຫວເຮັດວຽກໃນຄັ້ງນີ້ ແລະ ອວຍ ພອນໃຫ້ຄະນະ ປະສົບຜົນສໍາເລັດໃນການປະ​ຕິ​ບັດ​ໜ້າ​ທີ່​ໃນ​ເທື່ອນີ້ ພ້ອ​ມ​ເດີນທາງກັບປະເທດໂດຍສະຫວັດດີພາບ. Share:FacebookTwitter
ຄະນະບັນນາທິການ ໜັງສືພິມປະຊາຊົນ ຕ້ອນຮັບການ ເຂົ້າຢ້ຽມຢາມ-ພົບປະ ຂອງນັກຂ່າວແຂວງຢູນນານ-ຫູໜານ
https://v2.vientianemai.net/archives/57852
ພິທີເປີດການສອບເສັງຈົບຊັ້ນປະຖົມສຶກສາ (ປ5) ແລະ ມັດທະຍົມຕອນຕົ້ນ (ມ4) ທົ່ວເມືອງໄຊເສດຖາ ປະຈໍາສົກຮຽນ 2022-2023 ຈັດຂື້ນທີ່ສະໂມສອນໂຮງ ຮຽນ ມສ ໜອງບອນ ເມືອງໄຊເສດຖາ ນະຄອນຫຼວງ ວຽງຈັນ ໂດຍການເປັນປະທານຂອງ ທ່ານ ຄຳສະຫວັນ ໂຄດໄຊ ຮອງເຈົ້າເມືອງໄຊເສດຖາ ມີ ທ່ານ ພົມມີ ໄຊຍະສານ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງໄຊເສດຖາ ພ້ອມດ້ວຍຄະນະອຳນວຍການ ຄູ-ອາຈານ ນັກຮຽນ ແລະ ພາກສ່ວນກ່ຽວຂ້ອງເຂົາຮ່ວມ.       ທ່ານ ພົມມີ ໄຊຍະສານ ໄດ້ກ່າວວ່າ: ເພື່ອເປັນການ ພັດທະນາການຮຽນ-ການສອນຂອງຄູ-ອາຈານ ແລະ ການຮຽນຂອງນັກຮຽນໂດຍສະເພາະຊັ້ນ ປະຖົມ ແລະ ມັດທະຍົມຕອນຕົ້ນ  ເພື່ອເປັນການກວດກາ ປະເມີນຄວາມສາມາດຂອງຜູ້ບໍລິຫານ ໃນການຄຸ້ມ ຄອງທາງດ້ານວິຊາການໃນແຕ່ລະໂຮງຮຽນ ທັງ ພາກລັດ ແລະ ເອກະຊົນພາຍໃນເມືອງໄຊເສດຖາ ປະຈໍາສົກຮຽນ 2022-2023 ໃຫ້ມີຜົນສຳເລັດ.            ການເປີດການສອບເສັງຈົບຊັ້ນໃນຄັ້ງນີ້ ສໍາລັບຊັ້ນປະຖົມ ຈະສອບເສັງໃນວັນທີ 7-8 ມິຖຸນາ 2023 ສອບ ເສັງໃນ 4 ວິຊາຫຼັກຄື: ພາສາລາວ(ຫັດແຕ່ງ) ພາສາ ລາວ (ຂຽນທວຍ+ຄໍາຖາມ) ຄະນິດສາດ ແລະ ວິຊາ ໂລກອ້ອມຕົວ ມີຈໍານວນນັກສອບເສັງທັງ   ໝົດ 1.955 ຄົນ ຍິງ 994 ຄົນ ພາກລັດມີ 864 ຄົນ ຍິງ 457 ຄົນ ແບ່ງເປັນ 8 ສູນສອບເສັງຄື: ສູນສອບເສັງ:  ມຕ ຈອມມະນີ ມສ ໜອງບອນ ມສ ໂພນທັນ ມຕ ເມືອງນ້ອຍ ມຕ ໜອງໜ່ຽງ  ມປ ໂນນສະຫວ່າງ ໂຮງຮຽນ ມສ  ນາຄວາຍ ໂຮງຮຽນ ມຕ ບ້ານດຸງ ມີ 97 ຫ້ອງສອບເສັງ.        ສຳລັບຊັ້ນມັດທະຍົມຕອນຕົ້ນ ມ4  ຈະສອບເສັງ ໃນວັນທີ 14-16  ມິຖຸນາ 2023 ມີທັງໝົດ: 25  ໂຮງ ຮຽນ ພາກລັດ:  12 ໂຮງຮຽນ ມີນັກສອບເສັງທັງໝົດ 1.693  ຄົນ ຍິງ 814  ຄົນ ພາກລັດມີ  1.289  ຄົນ ຍິງ 638 ຄົນ ມີ 6 ວິຊາຫຼັກຄື: ວິຊາພາສາລາວ-ວັນນະຄະດີ ຄະນິດສາດ ວິທະຍາສາດທຳມະຊາດ ວິທະຍາສາດສັງ ຄົມ ສຶກສາພົນລະເມືອງ ແລະ ພາສາອັງກິດ ແບ່ງ ເປັນ 4 ສູນສອບເສັງຄື: ມສ ໄຊເສດຖາ  ມສ ມິດຕະພາບລາວ-ຫວຽດນາມ ມປ ໂນນສະຫວ່າງ ມສ ນາຄວາຍ  ລວມມີ  94  ຫ້ອງສອບເສັງ. Share:FacebookTwitter
ເມືອງໄຊເສດຖາ ເປີດສອບເສັງ ຈົບຊັ້ນປະຖົມ ແລະ ຊັ້ນມັດທະຍົມຕອນຕົ້ນ ປະຈໍາສົກຮຽນ 2022-2023
https://v2.vientianemai.net/archives/57884
ສະຖານທູດ ສ ເກົາ ປະຈໍາລາວ ໄດ້ຈັດງານເທສະການວັດທະນະທໍາເກົາຫຼີ ປະຈໍາປີ 2023 ຂຶ້ນ ໃນວັນທີ 26 ພືດສະພາ 2023 ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ກ່າວເປີດງານໂດຍ ທ່ານ ຈອງ ຢອງ ຊຸ ເອອັກຄະລັດຖະທູດ ສ ເກົາຫຼີ ປະຈໍາລາວ ໃຫ້ກຽດເຂົ້າຮ່ວມ ມີທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີ ກະຊວງ ການຕ່າງປະເທດ ພ້ອມປະທານສະມາຄົມມິດຕະພາບ ລາວ ເກົາຫຼີ ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ.     ທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ປະຈໍາລາວ ກ່າວວ່າ: ງານຄັ້ງນີ້ ເປັນງາປະຈໍາປີ ຂອງສະຖານທູດ ສ ເກົາຫຼີ ປະຈໍາລາວ ຈຸດປະສົງ ເພື່ອເປັນການເຜີຍແຜ່ ແນະນໍາວັດທະນະທໍາຂອງ ເກົາຫຼີ ເຊັ່ນ: ການນຸ່ງຖື ອາຫານ ແລະ ຜະລິດຕະພັນຕ່າງໆໃຫ້ແກ່ຄົນລາວ ໄດ້ຮັບຮູ້ກັນຫຼາຍຂື້ນ ເຊີ່ງງານຄັ້ງນີ້ຈະເປັນເວແຫ່ງໂອກາດໃຫ້ແກ່ປະຊາຊົນລາວບັນດາເຜົ່າ ລວມທັງຄົນຕ່າງປະເທດ ທີ່ດໍາລົງຊີວິດຢູ່ ນະ ຄອນຫຼວງວຽງຈັນ ໄດ້ຮຽນຮູ້ວັດທະນະທໍາຂອງຊາວເກົາຫຼີ ໂດຍມີຫຼາຍກິດຈະກໍາ ເປັນຕົ້ນກິດຈະກໍານຸ່ງຊຸດພື້ນເມືອງຂອງເກົາຫຼີ ກິດຈະກໍາຫຼີ້ນເກມຟື້ນເມືອງ ປະເພດຕ່າງໆ ກິດຈະກໍາລະບາຍສີໃສ່ຮູບພາບ ກິດຈະກໍາ ຊິມອາຫານເກົາຫຼື ແລະ ກິດຈະກໍາອື່ນໆອີກຫຼາຍຢ່າງ ເພື່ອໃຫ້ປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊີ່ງ ກ່ຽວກັບວັດທະນະທໍາຂອງເກົາຫຼີຫຼາຍຂຶ້ນ.     ທ່ານຍັງໃຫ້ຮູ້ຕື່ມອີກວ່າ: ກ່ອນຈະເປັນເພື່ອນນໍາກັນ ມັນຕ້ອງໄດ້ຜ່ານຂະບວນການຕ່າງໆ ໂດຍສະເພາະ ຕ້ອງໄດ້ທໍາຄວາມຊີ້ນເຄີຍ ແລະ ຄວາມຮູ້ຈັກ ເຊີ່ງກັນ ແລະ ກັນ ສະນັ້ນງານເທສະການວັດທະ ນະທໍາປະຈໍາປີ 2023 ຄັ້ງນີ້ ຄາດວ່າຈະເປີດໂອກາດໃຫ້ປະຊາຊົນລາວບັນດາເຜົ່າໄດ້ຮູ້ ແລະ ເຂົ້າໃຈກ່ຽວກັບ ວິຖີການດໍາລົງຊີວິດຂອງຊາວເກົາຫຼີ ຫຼາຍຂື້ນກວ່າເກົ່າ ນອກນີ້ພາຍໃນງານຍັງມີການສະແດງທີ່ໜ້າຕື່ນໃຈ ທີ່ນັກສະແດງໄດ້ຮວບຮວມການສະແດງຫຼາຍຢ່າງມາໄວ້ໃນງານຄັ້ງນີ້ ງານດັ່ງກ່າວຈະດໍາເນີນເປັນເວລາ 2 ວັນ ລະຫວ່າງ 26-27 ພຶດສະພາ 2023. Share:FacebookTwitter
ເປີດເທສະການວັດທະນະທໍາເກົາຫຼີ ປະຈໍາປີ 2023
https://v2.vientianemai.net/archives/57893
ກິດຈະກຳແຂ່ງຂັນການຕອບຄຳຖາມກ່ຽວກັບປະເທດ ສ ເກົາຫຼີ ເພື່ອເປັນຕົວແທນເຂົ້າຮ່ວມແຂ່ງຂັນລະດັບສາກົນ ແມ່ນໜຶ່ງໃນກິດຈະ ກຳ ເທສະການວັດທະນະທໍາເກົາຫຼີ ປະຈໍາປີ 2023 ເຊິ່ງຈັດຂຶ້ນລະຫວ່າງວັນທີ 26-27 ພືດສະພາ 2023 ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ໂດຍມີທ່ານ ຈອງ ຢອງ ຊຸ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈໍາລາວ ແຂກຖືກເຊີນ ບັນດານັກຮຽນ-ນັກສຶກສາ ແລະ ມວນຊົນຊາວ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.     ທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ປະຈໍາລາວ ກ່າວວ່າ: ງານຄັ້ງນີ້ ນອກຈາກເປັນການເຜີຍແຜ່ ແນະນໍາວັດທະນະທໍາຂອງປະເທດ ສ ເກົາຫຼີ ແລ້ວ ຍັງເປັນການເປີດໂອກາດໃຫ້ປະຊາຊົນລາວບັນດາເຜົ່າ ລວມທັງຄົນຕ່າງປະເທດ ໄດ້ຮຽນຮູ້ວັດທະນະທໍາຂອງຊາວເກົາຫຼີ ໄດ້ຮັບຮູ້ ເຂົ້າໃຈຢ່າງເລິກເຊີ່ງ ກ່ຽວກັບວັດທະນະທໍາຂອງເກົາຫຼີຫຼາຍຂຶ້ນ ໂດຍຜ່ານຫຼາຍກິດຈະກໍາ ລວມທັງກິດຈະກຳການຕອບຄຳຖາມກ່ຽວກັບປະເທດ ສ ເກົາຫຼີ ຄັ້ງນີ້ອີກດ້ວຍ.     ສຳລັບກິດຈະກຳການຕອບຄຳຖາມກ່ຽວກັບປະເທດ ສ ເກົາຫຼີ ຄັ້ງນີ້ ໄດ້ເປີດຮັບສະໝັກ ມາແຕ່ວັນທີ 9-19  ພຶດສະພາ 2023 ຜ່ານທາງ (laos@mofa.go.kr) ແລະ ສະໝັກໜ້າງານ ໂດຍເປີດໂອກາດໃຫ້ນັກຮຽນ-ນັກສຶກສາ ແລະ ບຸກຄົນທົ່ວໄປ ໄດ້ເຂົ້າຮ່ວມແຂ່ງຂັນ ເພື່ອເປັນຕົວແທນຂອງປະເທດ ເຂົ້າຮ່ວມແຂ່ງການຕອບຄຳຖາມກ່ຽວກັບປະເທດ ສ ເກົາຫຼີ ທີ່ປະເທດ ດັ່ງກ່າວ ໃນເດືອນຕຸລາ 2023 ເຊິ່ງມີຜູ້ເຂົ້າຮ່ວມແຂ່ງຂັນຄັ້ງນີ້ ທັງໝົດ 92 ຄົນ. ຜົນການແຂ່ງຂັນໄດ້ອັນດັບ3 ແມ່ນນາງ ວົງສະຫວັນ ແຍງວັນນະວົງ ຄູສອນ ໂຮງຮຽນ ມັດທະຍົມ ສຶກສາສົມບູນ ພັນໝັ້ນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ອັນດັບ2 ມີສອງຄົນ ນາງ ແມັກກີ້ ຂາວພິບານ ແລະ ນາງ ພຸດທະພອນ ພິມມະສີ ທັງສອງເປັນນັກສຶກສາປີ4 ຂອງຄະນະອັກສອນສາດ ພາກວິຊາ ພາສາເກົາຫຼີ ມະຫາວິທະຍາໄລແຫ່ງຊາດ ແລະ ອັນດັບ1 ແມ່ນນາງ ກົວຢາງ ນັກສຶກສາ ປີ3 ຂອງຄະນະອັກສອນສາດ ພາກວິຊາ ພາສາເກົາຫຼີ ມະຫາວິທະຍາໄລແຫ່ງຊາດ ສຳລັບຂອງລາງວັນ ອັນດັບ3 ແມ່ນຈະໄດ້ຊຸດຟັງຫູໂທລະສັບມືຖື 1 ຊຸດ ອັນດັບ2 ແລະ 1 ໄດ້ຮັບ ໂທລະສັບມືຖື ຊຳຊູງ ຜູ້ລະ 1 ເຄື່ອງ ພິເສດ ຜູ້ທີ່ໄດ້ອັນດັບທີ1 ຈະໄດ້ເປັນຕົວແທນຂອງປະເທດ ເຂົ້າຮ່ວມແຂ່ງຂັນການຕອບຄຳຖາມກ່ຽວກັບປະເທດ ສ ເກົາຫຼີ ທີ່ປະເທດ ສ ເກົາຫຼີ. Share:FacebookTwitter
ນາງ ກົວຢາງ ຈະເປັນຕົວແທນປະເທດເຂົ້າຮ່ວມແຂ່ງຂັນການຕອບຄຳຖາມ ກ່ຽວກັບ ປະເທດ ສ ເກົາຫຼີ ທີ່ປະເທດດັ່ງກ່າວ
https://v2.vientianemai.net/archives/57916
ໂຮງຮຽນວຽງຈັນ ພັດທະນາ (Vientiane Pattana School) ນະຄອນຫຼວງວຽງຈັນ ໄດ້ເປີດໃຫ້ບໍລິການຕັ້ງແຕ່ວັນທີ 12 ມັງກອນ 1999 ໄດ້ຮັບອະນຸຍາດຢ່າງເປັນທາງການ ຈາກກະຊວງສຶກສາທິການ ແລະ ກີລາ ໃນປີ 2001.     ໂຮງຮຽນໄດ້ເລີ່ມຕົ້ນ ສິດສອນ ມີນັກຮຽນພຽງແຕ່ 4 ຄົນ ແລະ ໃນປີຕໍ່ມາໄດ້ຂະຫຍາຍເປັນໂຮງຮຽນອະນຸບານ ພ້ອມທັງປະຕິບັດຕາມຫຼັກສູດພາສາລາວຊອງກະຊວງສຶກສາທິການ ແລະ ກິລາ ໂດຍມີທ່ານ ນາງ ເວຍຣ່າ ( ແຈ໊ກກີ້ ) ອິນທະວົງ (Mrs. Veera Inthavong) ເປັນຜູ້ອຳນວຍການໂຮງຮຽນ ໄດ້ວາງທິດທາງເພື່ອສະໜອງການສຶກສາທີ່ມີຄຸນນະພາບ ໃຫ້ແກ່ເດັກນ້ອຍແລະນັກຮຽນລາວ ເຊິ່ງລວມມີການສອນພາສາອັງກິດ ເພື່ອໃຫ້ນັກຮຽນ ສາມາດເຂົ້າໃຈ ແລະ ມີທັກສະດ້ານການພັດທະນາພາສາອັງກິດເລີ້ມແຕ່ໄລຍະຕົ້ນ ເຊິ່ງຈະເຮັດໃຫ້ພວກເຂົາຢູ່ໃນເສັ້ນທາງທີ່ຈະໄດ້ຮັບຫຼັກສູດການສອນ ພາສາອັງກິດ ນັບແຕ່ຊັ້ນອະນຸບານ-ປະຖົມ-ມັດທະຍົມ ນອກຈາກນັ້ນ ຍັງສຸມໃສ່ການສຶກສາອົບຮົມແນວຄິດ ຄຸນສົມບັດ ສິນລະທຳ ເພື່ອສ້າງນັກຮຽນທີ່ມີຄວາມຮູ້ ຄວາມສາມາດ ເປັນພົນລະເມືອງທີ່ດີຂອງສັງຄົມແລະປະເທດຊາດ. ໃນວັນທີ 26 ພຶດສະພາ 2023 ໂຮງຮຽນ ວຽງຈັນພັດທະນາ ຈັດພິທີມອບໃບປະກາສະນິຍະບັດ ໃຫ້ແກ່ນັກຮຽນຊັ້ນອະນຸບານ 3 ຈຳນວນ 29 ຄົນ ຍິງ 13 ຄົນ ຂອງ ໂຮງຮຽນດັ່ງກ່າວ ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໂດຍມີ ທ່ານຜູ້ອຳນວຍການໂຮງຮຽນ ຄະນະຜູ້ບໍລິຫານ ພະນັກງານຄູ-ອາຈານ ພໍ່ແມ່ຜູ້ປົກຄອງຂອງນັກຮຽນ ແລະ ນັກຮຽນ ເຂົ້າຮ່ວມ. Share:FacebookTwitter
ໂຮງຮຽນວຽງຈັນພັດທະນາ ມອບໃບປະກາສະນິຍະບັດໃຫ້ນັກຮຽນອະນຸບານ 3
https://v2.vientianemai.net/archives/57930
ພິທີເຜີຍແຜ່ຜົນຮ້າຍຂອງສິ່ງເສບຕິດ ໃຫ້ນັກຮຽນຊັ້ນ ມ1 ແລະ ມ2 ຂອງໂຮງຮຽນ ມສ ລຽວໂຕວ໌ ຈັດຂຶ້ນວັນທີ 27 ພຶດສະພາ 2023 ຢູ່ໂຮງຮຽນດັ່ງກ່າວ ໂດຍມີທ່ານ ພັນໂທ ສຸດຕາ ຫຼຽນຄໍາມີ ຮອງຫົວໜ້າພະ ແນກຕໍາຫຼວດເມືອງຈັນທະບູລີ ທ່ານ ຫົງແກ້ວ ທໍາມະວົງ ຫົວໜ້າຂະແໜງພະລະ ແລະ ສິລະປະສຶກສາ ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ (ສສກ ນວ) ທ່ານ ສີທະນົນໄຊ ພົມມະລາດ ຫົວໜ້າ ໜ່ວຍງານກິລາ ແລະ ສິລະປະສຶກສາ ຫ້ອງການ ສສກ ເມືອງຈັນທະບູລີ ພ້ອມດ້ວຍຜູ້ຊ່ວຍອໍານວຍການໂຮງ ຮຽນ ຮອງອໍານວຍການໂຮງຮຽນ ຜູ້ຮັບຜິດຊອບວຽກງານພະແນກອົບຮົມນັກຮຽນ ແລະ ວິຊາສະເພາະພາສາ ຈີນ ຮອງອໍານວຍການໂຮງຮຽນ ຜູ້ຮັບຜິດຊອບວຽກງານພະແນກພາສາລາວ ຄູ-ອາຈານແລະນັກຮຽນເຂົ້າຮ່ວມ.     ທ່ານ ພັນໂທ ສຸດຕາ ຫຼຽນຄໍາມີ ໄດ້ຍົກໃຫ້ເຫັນຈຸດປະສົງ ຄາດໝາຍ ສະພາບລວມ ຄວາມສໍານຶກກ່ຽວກັບບັນຫາຢາເສບຕິດໃນໂລກ ແລະ ໃນ ສປປ ລາວ ປະເພດ ແຫຼ່ງທີ່ມາ ຜົນຮ້າຍຂອງຢາເສບຕິດ ການສັງ ເກດ ແລະ ປັດໃຈສ່ຽງຂອງຄົນຕິດຢາເສບຕິດ ການປິ່ນປົວ ອອກຈາກຢາເສບຕິດດ້ວຍຕົນເອງ ຄອບຄົວ ຊຸມຊົນ ໂຮງໝໍ ແລະ ສູນບໍາບັດປິ່ນປົວ ການຄວບຄຸມ ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດແຕ່ລະຂັ້ນ ຄໍາສັ່ງເລກທີ 006/ອອປສ ລົງວັນທີ 30 ມີນາ 2023 ເລື່ອງການດໍາເນີນຄະດີຕໍ່ການປູກ ຜະລິດ ປຸງແຕ່ງ ຄ້າ-ຂາຍ ຂົນສົ່ງ ມີໄວ້ໃນການຄອບຄອງ ນໍາເຂົ້າ ສົ່ງອອກ ເສບພືດທີ່ມີສານເສບຕິດ ເຊັ່ນ: ໃບກະທ່ອມ ນໍ້າກະ ທ່ອມ ຫຼື ສານລະເຫີຍທີ່ມີສານເສບຕິດອື່ນ ເຊັ່ນ: ປູມເປົ້າອັດແກັສສານໄນຕັດອ໋ອກຊາຍ ຢາສູບໄຟຟ້າ-ຊີຊາ (ບາລາກູ) ແຈ້ງການເລກທີ 13/ປກສ ລົງວັນທີ 14 ກັນຍາ 2022 ເລື່ອງການເພີ່ມທະວີການຄວບຄຸມ ແລະ ສະກັດກັ້ນການປູກ ຜະລິດ ປຸງແຕ່ງ ຊົມໃຊ້ ຄ້າ-ຂາຍ ຈໍາໜ່າຍ ຂົນສົ່ງ ມີໄວ້ຄອບຄອງ ນໍາເຂົ້າ ສົ່ງອອກ ພືດທີ່ມີສານເສບຕິດ ແລະ ຜະລິດຕະພັນທີ່ມີສ່ວນປະສົມຕົ້ນ ແລະ ສານເສບຕິດປະເພດຕ່າງໆ ໂດຍບໍ່ຖືກ ຕ້ອງຕາມກົດໝາຍ ເພື່ອຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ ການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ມີຜົນສໍາເລັດ ແນໃສ່ໃຫ້ທຸກຄົນໃນສັງຄົມ ເຂົ້າໃຈ ເຂົ້າເຖິງ ຮັບຮູ້ຜົນຮ້າຍ ໄພອັນຕະລາຍຂອງຢາເສບຕິດ ແລະ ມີສະຕິເຄົາລົບກົດໝາຍຢ່າງເປັນນິດໄສແຕ່ຍັງເຍົາໄວ.          ຂ່າວຍັງແຈ້ງໃຫ້ຮູ້ອີກວ່າ: ວັນທີ 20 ພຶດສະພາ ຜ່ານມາ ກໍໄດ້ຈັດພິທີເຜີຍແຜ່ຜົນຮ້າຍຂອງສິ່ງເສບຕິດ ໃຫ້ນັກຮຽນຊັ້ນ ປ4 ແລະ ປ5 ຂອງໂຮງຮຽນ ມສ ລຽວໂຕວ໌ ເຊັ່ນກັນ. Share:FacebookTwitter
ເຜີຍແຜ່ຜົນຮ້າຍຂອງສິ່ງເສບຕິດ ໃຫ້ນັກຮຽນໂຮງຮຽນ ມສ ລຽວໂຕວ໌
https://v2.vientianemai.net/archives/57942
ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ບໍລິສັດ Meta Bank ປະເທດສິງກະໂປ ຈັດສໍາມະນາລະດັບລັດຖະມົນຕີວ່າດ້ວຍການຫັນເປັນດິຈິຕ໋ອນກຸ່ມຂໍ້ມູນຜູກພັນ 4.0 ເພື່ອພັດທະນາເສດຖະກິດດິຈິຕ໋ອນຂອງ ສປປ ລາວວັນທີ 26 ພຶດສະພາ 2023 ທີ່ຫໍປະຊຸມແຫ່ງຊາດ ມີທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍບັນດາລັດຖະມົນຕີ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ບັນດາຮອງລັດຖະມົນຕີ ຫົວໜ້າກົມ ສະຖາບັນ ຫ້ອງການ ປະທານບໍລິສັດ Meta Bank ຕະຫຼອດຮອດຄະນະຜູ້ບໍລິຫານງານ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ. ການຈັດສຳມະນາຄັ້ງນີ້ເພື່ອສົ່ງເສີມການຫັນເປັນດິຈິຕ໋ອນຂອງ ສປປ ລາວ ພັດທະນາເສດຖະກິດດິຈິຕ໋ອນ ບົນພື້ນຖານການນຳໃຊ້ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain Technology) ແລະ ສ້າງຄວາມຮັບຮູ້ ເຂົ້າໃຈ ແລະ ເປັນເອກະພາບໃນການຜັນຂະຫຍາຍຈັດຕັ້ງປະຕິບັດວິໄສທັດການພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດ ໄລຍະ 20 ປີ (2021-2040) ຍຸດທະສາດການພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດໄລຍະ 10 ປີ (2021-2030) ແຜນພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດໄລຍະ 5 ປີ (201-2025) ຂອງ ສປປ ລາວ ແລະ ການນຳໃຊ້ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນໃນການສ້າງເສດຖະກິດດິຈິຕ໋ອນ ເມື່ອບໍ່ດົນມານີ້ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຮ່ວມກັບ ບໍລິສັດ Meta Bank ລົງນາມສັນຍາຮ່ວມມືວ່າດ້ວຍການສົ່ງເສີມການຫັນເປັນດິິຈິຕ໋ອນ ແລະ ພັດທະນາພື້ນຖານໂຄງລ່າງເຕັກໂນໂລຊີກຸ່ມຂໍ້ມູນຜູກພັນແຫ່ງຊາດ ເພື່ອສຸມໃສ່ການພັດທະນາພື້ນຖານໂຄງລ່າງເຕັກໂນໂລຊີບລ໋ອກເຊນແຫ່ງຊາດ ຮອງຮັບການຫັນເປັນດິຈິຕ໋ອນຂອງແຕ່ລະຂະແໜງການ ສ້າງຕັ້ງສູນຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີບລ໋ອກເຊນ ແລະ ສ້າງຕັ້ງກອງທຶນການສຶກສາການຫັນເປັນດິຈິຕ໋ອນ ເພື່ອຊຸກຍູ້ສົ່ງເສີມວຽກງານການພັດທະນາຊັບພະຍາກອນມະນຸດດ້ານດິຈິຕ໋ອນໃນ ສປປ ລາວ ແນໃສ່ປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍ ວິໄສທັດ ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດ ແລະ ເຮັດໃຫ້ການພັດທະນາເສດຖະກິດດິຈິຕ໋ອນ ສາມາດສ້າງລາຍຮັບປະກອບເຂົ້າ GDP ຂອງປະເທດເພີ່ມຂຶ້ນເທື່ອລະກ້າວ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດຂອງລັດຖະບານ ໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໃຫ້ມີສະພາບດີຂຶ້ນ ແລະ ທັງເປັນການຊຸກຍູ້ໃຫ້ ສປປ ລາວ ກ້າວສູ່ເຕັກໂນໂລຊີ Web 3.0 ແລະ ກຸ່ມຂໍ້ມູນຜູກພັນ 4.0 ແລະ ອຸດສະຫະກຳ 4.0 ຢ່າງວ່ອງໄວ. ການສຳມະນາຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີບົດຮຽນຈາກຊ່ຽວຊານລະດັບສາກົນຈາກຫຼາຍປະເທດເຊັ່ນ: ການນຳສະເໜີກ່ຽວກັບຄວາມສີວິໄລໃນຍຸກດິຈິຕ໋ອນ ການຫັນເປັນດິຈິຕ໋ອນເພື່ອພັດທະນາປະເທດຊາດ ເສດຖະກິດດິຈິຕ໋ອນ ແລະ ສະເໜີ ກ່ຽວກັບການຫັນເປັນດິຈິຕ໋ອນຂອງ ສປປ ລາວ ພ້ອມນັ້ນໄດ້ພ້ອມກັນຄົ້ນຄວ້າລົງເລິກ ແລະ ແລກປ່ຽນຄຳຄິດຄຳເຫັນ ເພື່ອຊອກຫາແນວທາງຊຸກຍູ້ ແລະ ເລັ່ງລັດການພັດທະນາເສດຖະກິດດິຈິຕ໋ອນຂອງປະເທດເຮົາໃຫ້ບັນລຸຜົນສຳເລັດຕາມລະດັບຄາດໝາຍ ພ້ອມທັງຄົ້ນຄວ້າສ້າງເງື່ອນໄຂອຳນວຍຄວາມສະດວກ ແລະ ກົນໄກ ການຮ່ວມມືພາກລັດ ແລະ ເອກະຊົນ ແລະ ນັກລົງທຶນທົ່ວໂລກເພື່ອຮ່ວມມືກັນໃນການສ້າງກຸ່ມຂໍ້ມູນຜູກພັນ 4.0 (Blockchain 4.0) ຊຸກຍູ້ແລະ ຂັບເຄື່ອນການພັດທະນາເສດຖະກິດດິຈິຕ໋ອນຂອງປະເທດເຮົາຢ່າງຍືນຍົງ ແລະ ໝັ້ນຄົງ.      ໂອກາດນີ້ທ່ານ ສອນໄຊ ສີພັນດອນ ມີຄໍາເຫັນວ່າ:ຕະ​ຫຼອດ​ໄລ​ຍະ​ຜ່ານ​ມາພັກ ແລະ ລັດ ໄດ້​ນຳ​ພາ-ຊີ້​ນຳບັນ​ດາ​ຂະ​ແໜງ​ການ​ໃນ​ທຸກ​ຂັ້ນ ເພື່ອ​ສົ່ງ​ເສີມ​ການ​ຄົ້ນ​ຄວ້າ ການ​ພັດ​ທະ​ນາ ແລະ ການ​ນຳ​ໃຊ້​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ ແລະ ນະ​ວັດຕະ​ກຳ ຕາມ​ແນວ​ທາງ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ ເຊິ່ງ​ເປັນ​ບາດ​ກ້າວ​ລິ​ເລີ່ມ​ໃນ​ການ​ເຂົ້າ​ສູ່​ກາ​ນ​ຫັນ​ເປັນ​ດິ​ຈິ​ຕອນ​ຂອງ​ປະ​ເທດ ບົນ​ພື້ນ​ຖານ​ນັ້ນ ບັນ​​ດາ​ກະ​ຊວງ ຂະ​ແໜງ​ການ ແລະ ທ້ອງ​ຖິ່ນ​ໄດ້​ຜັນ​ຂະ​ຫຍາຍ ແລະ ປະ​ຕິ​ບັດ​ນະ​ໂຍ​ບາຍ​ຈຳ​ນວນ​ໜຶ່ງ ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ ເຕັກ​ໂນ​ໂລ​ຊີ​ສື່​ສານ​ຂໍ້​ມູນ​ຂ່າວ​ສານ ພື້ນ​ຖານ​ໂຄງ​ລ່າງ​ໂທ​ລະ​ຄົມ​ມະ​ນາ​ຄົມກໍ​ໄດ້​ຮັບ​ການ​ພັດ​ທະ​ນາ ແລະ ຂະ​ຫຍາຍ​ກວ້າງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ເຕັກ​ໂນ​ໂລ​ຊີ​ດິ​ຈິ​ຕ໋ອນ ໄດ້​ຖືກ​ນຳ​ໃຊ້​ຢູ່​ໃນ​ບັນ​ດາ​ຂະ​ແໜງ​ອຸດ​ສາ​ຫະ​ກຳ ແລະ ການ​ບໍ​ລິ​ການ ຂະ​ແໜງ​ກະ​ສິ​ກຳ ການ​ສຶກ​ສາ ແລະ ສາ​ທາ​ລະ​ນະ​ສຸກ ເຊິ່ງ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ ເພີ່ມ​ລາຍ​ຮັບ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ ບັນ​ດາ​ກະ​ຊວງ ອົງ​ການ​ຂັ້ນ​ສູນ​ກາງ​ຈຳ​ນວນ​ໜຶ່ງ ກໍ​ໄດ້​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີດິ​ຈິ​ຕອນໃນ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ ແລະ ບໍ​ລິ​ການ​ແບບ​ເອ​ເລັກ​ໂຕຣ​ນິກ ພາຍ​ໃຕ້​ການ​ຫັນ​ເປັນ​ທັນ​ສະ​ໄໝ​ຢູ່​ປະ​ເທດ​ເຮົາ ພ້ອມນັ້ນທ່ານໄດ້ເນັ້ນໜັກຕື່ມອີກວ່າ: ພວກ​ເຮົາ​ຈະ​ຕ້ອງ​ພ້ອມ​ກັນ​ຕັດ​ສິນ​ໃຈ ດຳ​ເນີນ​ພາ​ລະ​ກຳ​ປະ​ຫວັດ​ສາດ​ທີ່​ສຳ​ຄັນ​ດັ່ງ​ກ່າວ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ຕາມ​ແນວ​ທາງ​ຂອງ​ພັກ​ເຮົາ​ວາງ​ໄວ້ ຢາກ​ເຮັດ​ໄດ້​ຄື​ແນວ​ນັ້ນ ​ຄະ​ນະ​ພັກ-ຄະນະນຳ ແລະ ອົງ​ການ​ປົກ​ຄອງ​ທຸກ​ຂັ້ນ​ຕ້ອງ​ນຳ​ພາ-ຊີ້​ນຳ​ການ​ຫັນ​ເປັນ​ດິ​ຈິ​ຕ໋ອນ​ໃນ​ຂົງ​ເຂດ​ຂອງ​ຕົນ ໃຫ້​ປະ​ສົບ​ຜົນ​ສຳ​ເລັດ​ເປັນ​ຢ່າງ​ດີ ສະ​ພາ​ແຫ່ງ​ຊາດເປັນ​​ເຈົ້າ​ການ​ສ້າງ ແລະ ປັບ​ປຸງ​ບັນ​ດາ​ນິ​ຕິ​ກຳ​ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ດິ​ຈິ​ຕອນ ພ້ອມ​ທັງ​ຕິດ​ຕາມ ກວດ​ກາ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ຖືກ​ຕ້ອງ​ຕາມ​ລັດ​ຖະ​ທຳ​ມະ​ນູນ ແລະ ກົດ​ໝາຍ​ຂອງ ສ​ປ​ປ ລາວ ລັດ​ຖະ​ບານ​ເປັນ​ເຈົ້າ​ການ​ໃນ​ການ​ຄົ້ນ​ຄວ້າ ຜັນ​ຂະ​ຫຍາຍ​ແຜນ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ດິ​ຈິ​ຕອນ​ໃຫ້​ເປັນ​ນິ​ຕິ​ກຳ ເປັນ​ແຜນ​ພັດ​ທະ​ນາ ໂຄງ​ການ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ຄວາມ​ເໝາະ​ສົມ ແນ​ໃສ່​ຊຸກ​ຍູ້​ສົ່ງ​ເສີມ​ການ​ຂະ​ຫຍາຍ​ຕົວ​ເສດ​ຖະ​ກິດ​ດິ​ຈິ​ຕອນ​ຂອງ​ປະ​ເທດ​ເຮົາ​ ໃຫ້​ມີ​ຄວາມ​ວ່ອງ​ໄວ​ທັນ​ກັບ​ສະ​ພາບ​ການ​ໃໝ່ ແນວ​ລາວ​ສ້າງ​ຊາດ ແລະ ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ໂຄ​ສະ​ນາ​ຂົນ​ຂວາຍ ແລະ ປຸກ​ລະ​ດົມ​ມະ​ຫາ​ຊົນ​ໃຫ້​ເຂົ້າ​ຮ່ວມ​ຢ່າງ​ກວ້າງ​ຂວາງ ແຂງ​ແຮງ ແລະ ຟົດ​ຟື້ນ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ກ່ຽວ​ຂ້ອງ ຈັດ​ຕັ້ງ​ເຜີຍ​ແຜ່ ແລະ ຄົ້ນ​ຄວ້າ​ເຊື່ອມ​ຊຶມ​”`ເພື່ອ​ຫັນ​ປ່ຽນ​ຈິນ​ຕະ​ກາ​ການ​ໃຫ້​ແກ່​ຄະ​ນະ​ພັກ-ຄະນະນຳ ແລະ ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ ສະ​ມາ​ຊິກ​ພັກ-ພະ​ນັກ​ງານ​ຫຼັກ​ແຫຼ່ງ ແລະ ນັກ​ທຸ​ລະ​ກິດ-ຜູ້​ປະ​ກອບ​ການໃຫ້​ທົ່ວ​ເຖິງ ແລະ ເລິກ​ເຊິ່ງ​ເພື່ອ​ໃຫ້​ທົ່ວ​ສັງ​ຄົມ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົາ​ໃນ​ຂະ​ບວນ​ການ​ຫັນ​ເປັນ​ດິ​ຈິ​ຕອນ​ຂອງ​ປະ​ເທດ​ເຮົາ. ຂັນທະວີ 26.5.23 Share:FacebookTwitter
ສໍາມະນາລະດັບລັດຖະມົນຕີວ່າດ້ວການຫັນເປັນດິຈິຕ໋ອນກຸ່ມຂໍ້ມູນຜູກພັນ 4.0
https://v2.vientianemai.net/archives/57950
ພິທີປິດໂຄງການສ້າງໂອກາດການມີວຽກເຮັດງານທຳໃຫ້ແຮງງານເຄື່ອນຍ້າຍກັບຄືນປະເທດ ແລະ ການເຊື່ອມເຂົ້າໃນການພັດທະນາເສດຖະກິດທ້ອງຖິ່ນ ເພື່ອຕອບໂຕ້ຜົນກະທົບຂອງພະຍາດ ໂຄວິດ-19 ພາຍໃຕ້ແຜນງານຮ່ວມມືອົງການແຮງງານສາກົນ ແລະ ປະເທດຍີ່ປຸ່ນ (ILO-Japan Partnership Programme) ຈັດຂຶ້ນວັນທີ 26 ພຶດສະພາ 2023 ທີ່ໂຮງແຮມຄຣາວພລາຊາ ມີທ່ານນາງ ອານຸສອນ ຄໍາສິງສະຫວັດ ຫົວໜ້າກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ທ່ານ ຈຸນຍາ ນາກາໂນະ ອັກຄະລັດຖະທູດປະເທດຍີ່ປຸ່ນ ປະຈໍາ ສປປ ລາວ  ທ່ານ ວຽງປະສິດ ທິພາສຸດາ ຜູ້ປະສານງານຂອງອົງການແຮງງານສາກົນປະຈໍາ ສປປ ລາວ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.     ໂຄງການສ້າງໂອກາດການມີວຽກເຮັດງານທໍາໃຫ້ແຮງງານເຄື່ອນຍ້າຍກັບຄືນປະເທດ ແລະ ການເຊື່ອມເຂົ້າໃນການພັດທະນາເສດຖະກິດຂອງທ້ອງຖິ່ນເພື່ອຕອບໂຕ້ຕໍ່ຜົນກະທົບຂອງພະຍາດ ໂຄວິດ-19 ໄດ້ເລີ່ມຈັດຕັ້ງປະຕິບັດໃນເດືອນເມສາ 2022 ຫາ ເດືອນມີນາ 2023 ຕະຫຼອດໄລຍະ 14 ເດືອນຂອງການຈັດຕັ້ງປະຕິບັດໂຄງການໄດ້ຮ່ວມມືກັບພາກລັດ ແລະ ເອກະຊົນຕ່າງໆ ເພື່ອແນໃສ່ກຳນົດກຸ່ມເປົ້າ   ໝາຍ ໃຫ້ການເຝິກອົບຮົມ ແລະ ໂອກາດໃນການຈ້າງງານໃຫ້ແກ່ກຸ່ມເປົ້າໝາຍກໍຄືແຮງງານເຄື່ອນຍ້າຍກັບຄືນປະເທດ ແລະ ແຮງງານທີ່ມີຄວາມສ່ຽງໃນການເຄື່ອນຍ້າຍພ້ອມທັງໃຫ້ການຊ່ວຍເຫຼືອຫົວໜ່ວຍທຸລະກິດ ກຸ່ມຜູ້ຜະລິດ ສະຫະກອນທີ່ເປັນກຳລັງໃນການພັດທະນາເສດຖະກິດ ແລະ ສ້າງໂອາກດໃນການມີວຽກເຮັດງານທຳ ໃນນັ້ນມີແຮງງານ 300 ກວ່າຄົນໄດ້ຮັບການສະໜັບສະໜູນໃນການພັດທະນາສີມືແຮງງານ  ເຊິ່ງມີ 44% ແມ່ນແມ່ຍິງ 200.000 ກວ່າຄົນໄດ້ຮັບຮັບຜົນຈາກການຊ່ວຍເຫຼືອອຸປະກອນ ແລະ ວິຊາການທີ່ໂຄງການມອບໃຫ້ ໃນນັ້ນມີບັນດາແຮງງານ ນັກສຶກສາ ຜູ້ປະກອບການ ຫົວໜ່ວຍທຸລະກິດທີ່ຈະສືບຕໍ່ໄດ້ຮັບຜົນຂອງການຊ່ວຍເຫຼືອຈາກໂຄງການ ສະນັ້ນເພື່ອຄວາມຍືນຍົງຂອງໂຄງການໄດ້ໃຫ້ການສະໜັບສະ  ໜູນຍົກລະດັບຄູ່ມືຈັດຕັ້ງປະຕິບັດໂດຍໄດ້ຍົກລະດັບຄູເຝິກ 40 ທ່ານ ພະນັກງານຈາກກະຊວງ ຮສສ 41 ທ່ານ. Share:FacebookTwitter
ຜູ້ໄດ້ຜົນປະໂຫຍດຈາກໂຄງການສ້າງໂອກາດການມີວຽກເຮັດງານທຳໃຫ້ແຮງງານເຄື່ອນຍ້າຍກັບຄືນປະເທດຫຼາຍຮ້ອຍຄົນ
https://v2.vientianemai.net/archives/57956
ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບສະຫະພັນການທ່ອງທ່ຽວພູເຂົາສາກົນ ສປ ຈີນ ເປີດວັນການທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5 ແລະ ກອງປະຊຸມປິ່ນອ້ອມກ່ຽວຂ້ອງ ທີ່ສປປ ລາວ ພາຍໃຕ້ຫົວຂໍ້ “ມ່ວນຊື່ນໃນຄວາມມະຫັດສະຈັນຂອງພູເຂົາ ແບ່ງປັນຊີວິດທີ່ສວຍງາມ ຟື້ນຟູອຸດສາຫະກຳການທ່ອງທ່ຽວ” ຈັດຂຶ້ນວັນທີ 29 ພຶດສະພາ 2023 ທີ່ນະຄອນຫຼວຽງຈັນ ເປັນກຽດເຂົ້າຮ່ວມໂດຍທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖວທ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ທ່ານ ຟູ ຫຍິງຊຸນ ຮອງປະທານ ເລຂາທິການສະຫະພັນທ່ອງທ່ຽວພູເຂົາສາກົນ ສປ ຈີນ ພ້ອມບັນດາສະມາຊິກສະຫະພັນທ່ອງທ່ຽວພູເຂົາສາກົນ ສະຖານທູດຕ່າງປະເທດ ປະຈຳລາວ ພະແນກ ຖວທ ແຂວງ ແລະ ນວ ຜູ້ປະກອບການທຸລະກິດ ສະມາຄົມ ແລະ ຂະແໜງການທີ່ກ່ຽວຂອງ.     ທ່ານ ອຸ່ນທວງ ຂາວພັນ ໄດ້ກ່າວວ່າ: ຂໍ້ລິເລີ່ມຈັດຕັ້ງງານວັນທ່ອງທ່ຽວພູເຂົາສາກົນໃນປີນີ້ ໄດ້ດຳ ເນີນພາຍໃຕ້ຫົວຂໍ້ “ມ່ວນຊື່ນໃນຄວາມມະຫັດສະຈັນຂອງພູເຂົາ ແບ່ງປັນຊີວິດທີ່ສວຍງາມ ຟື້ນຟູອຸດສາ ຫະກຳການທ່ອງທ່ຽວ” ເປັນຫົວຂໍ້ຫຼັກປະຈໍາປີນີ້ ໂດຍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຂອບໃຈໄປຍັງສະຫະພັນການທ່ອງທ່ຽວພູເຂົາສາກົນ ທີ່ໄດ້ເລືອກເອົາ ສປປ ລາວ ເປັນສະຖານທີ່ຈັດງານໃນຄັ້ງນີ້ ເປັນການປະກອບສ່ວນໂຄສະນາໃຫ້ແກ່ການທ່ອງທ່ຽວລາວ ເຊິ່ງແທດເໝາະກັບ ສປປ ລາວ ພວມຫ້າງຫາກະກຽມເປີດປີທ່ອງທ່ຽວລາວໃນປີ 2024 ທີ່ຈະມາເຖິງນີ້ ໄປພ້ອມໆກັບການຮັບກຽດເປັນປະທານອາຊຽນ 2024 ເພື່ອດຶງດູດໃຫ້ນັກທ່ອງທ່ຽວຈາກທົ່ວທຸກມູມໂລກ ເດີນທາງມາສໍາພັດ ແລະ ແຫຼ່ງທ່ອງທຽວທາງທຳມະຊາດ ວັດທະນະທຳ ແລະ ປະຫວັດສາດ ຢູ່ສປປ ລາວ.     ສະຫະພັນການທ່ອງທ່ຽວພູເຂົາສາກົນ ສ້າງຕັ້ງຂຶ້ນໃນປີ 2017 ເປັນອົງການຈັດຕັ້ງເອກະລາດ ທີ່ຂຶ້ນກັບລັດຖະບານ ແລະ ບໍ່ຫວັງຜົນກຳໄລ ເປັນອົງກອນໜຶ່ງທີ່ຂຶ້ນກັບກະຊວງວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປ ຈີນ ເພື່ອສ້າງເປັນເວທີແລກປ່ຽນການຮ່ວມມື ແລະ ສ້າງເຄືອຂ່າຍດ້ານທຸລະກິດການທ່ອງທ່ຽວ ທາງພູເຂົາຂອງບັນດາສະມາຊິກໃຫ້ມີຄວາມຍືນຍົງ ປັດຈຸບັນ ສະຫະພັນດັ່ງກ່າວ ມີສະມາຊິກ 194 ພາກ ສ່ວນ ຈາກ 34 ປະເທດ ໃນທົ່ວໂລກ ໃນວັນທີ 29 ພຶດສະພາ 1953 ພູເຂົາເອເວີເຣດ ໄດ້ບັນທຶກວ່າເປັນພູເຂົາທີ່ສູງທີ່ສຸດໃນໂລກ ແລະ ໄດ້ຖືກຍົກເປັນວັນທ່ອງທ່ຽວພູເຂົາສາກົນ. Share:FacebookTwitter
ເປີດວັນການທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5 ທີ່ສປປ ລາວ
https://v2.vientianemai.net/archives/57970
ກອງປະຊຸມລິເລີ່ມໂຄງການສົ່ງເສີມການຄຸ້ມຄອງ-ບໍລິຫານຊັບພະຍາກອນສັດນໍ້າ ຈັດຂຶ້ນວັນທີ 30 ພຶດສະພາ 2023 ຢູ່ໂຮງແຮມສິນສະໄໝ ເມືອງສາລະວັນ ແຂວງສາລະວັນ ໂດຍມີທ່ານ ຄໍາພຽນ ພັນທະບູລີ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງສາລະວັນ ທ່ານ ຄຣິດ ຮາເຮິມ ຫົວໜ້າຝ່າຍອະນຸລັກ ອົງການກອງທຶນອະນຸລັກທໍາມະຊາດໂລກ ປະຈໍາ ສປປ ລາວ ພ້ອມດ້ວຍຜູ້ຕາງໜ້າຈາກຂັ້ນສູນກາງ ຂັ້ນແຂວງ ຂັ້ນເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.   ໃນພິທີ ທ່ານນາງ ຄໍາພຽນ ພັນທະບູລີ ກ່າວວ່າ:ສໍາລັບໂຄງການດັ່ງກ່າວ ຈັດຕັ້ງປະຕິບັດໃນ 3 ແຂວງ ຄື:ຈໍາປາສັກ ສະຫວັນນະເຂດ ແລະ ສາລະວັນ ໃນນັ້ນ ແຂວງສາລະວັນ ຖືກຈັດຕັ້ງປະຕິບັດຢູ່ 8 ບ້ານ ຂອງ 2 ເມືອງ ຄື:ເມືອງຄົງເຊໂດນ ແລະ ເມືອງລະຄອນເພັງ ສະນັ້ນ ກອງປະຊຸມຄັ້ງນີ້ ຖືວ່າມີຄວາມສໍາຄັນທີ່ສຸດ ໂດຍສະເພາະໄດ້ຮັບການສະໜັບສະໜູນ ຈາກກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກໍາ ແລະ ປ່າໄມ້ ເຮັດແນວໃດເພື່ອເຮັດໃຫ້ຊັບພະຍາກອນສັດນໍ້າ (ປາ) ມີຄວາມຍືນຍົງ ຕອບສະໜອງທາງດ້ານສະບຽງອາຫານ ເພື່ອເລັ່ງໃສ່ການສ້າງເສດຖະກິດ-ສັງຄົມຂອງແຂວງໃຫ້ມີຄວາມຍືນຍົງ.       ທ່ານ ກົງແສງ ວັນນະຈອມຈັນ ຜູ້ບໍລິຫານໂຄງການ ອົງການກອງທຶນອະນຸລັກທໍາມະຊາດໂລກ ປະຈໍາ ສປປ ລາວ ກ່າວວ່າ:ໂຄງການສົ່ງເສີມການຄຸ້ມຄອງ-ບໍລິຫານຊັບພະຍາກອນສັດນໍ້າ ໂດຍຜ່ານການຄຸ້ມຄອງການອະນຸລັກແບບມີສ່ວນຮ່ວມ ແລະ ການຊຸກຍູ້ສົ່ງເສີມການດໍາລົງຊີວິດ ທີ່ປັບໂຕຕໍ່ສະພາບດິນຟ້າອາກາດ ໃນ ສປປ ລາວ ປະກອບມີ 41 ບ້ານເປົ້າໝາຍ 8 ເມືອງ 3 ແຂວງ ຄື:ແຂວງສະຫວັນນະເຂດ ມີ 16 ບ້ານ 3 ເມືອງ ແຂວງສາລະວັນ ມີ 8 ບ້ານ 2 ເມືອງ ແລະ ແຂວງຈໍາປາສັກ ມີ 17 ບ້ານ 3 ເມືອງ ເຊິ່ງໄລຍະໂຄງການ ແມ່ນເລີ່ມແຕ່ມື້ໄດ້ຮັບອະນຸມັດ ຈົນເຖິງເດືອນທັນວາ 2026 ງົບປະມານທັງໝົດ 1.394.000 ໂດລາສະຫະລັດ. ຈຸດປະສົງຂອງໂຄງການ ເພື່ອສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເລັ່ງໃສ່ການສ້າງຄວາມໝັ້ນຄົງທາງດ້ານສະບຽງອາຫານ ໂພຊະນາການດ້ານກະສິກໍາ ແລະ ປ່າໄມ້ ໂດຍສະເພາະແມ່ນການສະໜັບສະໜູນດ້ານການຄຸ້ມຄອງ-ບໍລິຫານ ແລະ ການນໍາໃຊ້ຊັບພະຍາກອນນໍ້າໃຫ້ມີຄວາມຍືນຍົງ ໃນແມ່ນໍ້າຂອງ ແລະ ແມ່ນໍ້າສາຂາ ພ້ອມທັງປັບປຸງການດໍາລົງຊີວິດ ແລະ ການເປັນຢູ່ທີ່ດີຂອງບັນດາຊຸມຊົນອ້ອມຂ້າງ. Share:FacebookTwitter
ລິເລີ່ມໂຄງການສົ່ງເສີມການຄຸ້ມຄອງ-ບໍລິຫານຊັບພະຍາກອນສັດນໍ້າ
https://v2.vientianemai.net/archives/57976
ການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ວັນທີ 1 ມະຖຸນາ ກໍຄືວັນປູກຕົ້ນໄມ້ແຫ່ງຊາດ ໃນປີນີ້ ມີຫຼາຍພາກສ່ວນໄດ້ສຸມໃສ່ຈັດໃຫ້ມີກິດຈະກຳຫຼາຍຢ່າງ ໃນການຮ່ວມສະເຫຼີມສະຫຼອງວັນດັ່ງກ່າວຢ່າງເປັນ ຂະບວນຟົດຟື້ນ ໂດຍສະເພາະຕາມສຳນັກງານອົງການ ທັງພາກລັດ ແລະ ເອກະຊົນ ໂດຍສະເພາະໃນ ສະຖາບັນການສຶກສາ ມີຫຼາຍໂຮງຮຽນ ຮ່ວມກັນຈັດກິດຈະກຳສະເຫຼີມສະຫຼອງວັນເດັກນ້ອຍສາກົນຂຶ້ນ.     ໃນວັນທີ 31 ພືດສະພາ 2023 ທີ່ໂຮງຮຽນ ວິຣະຖາວອນ ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກຳ ສະເຫຼີມສະຫຼອງວັນ ເດັກນ້ອຍສາກົນ 1 ມິຖຸນາ 2023 ຂຶ້ນໂດຍມີທ່ານ ນາງ ນີລາວັນ ວິຣະຖາວອນ ຜູ້ປະກອບການ ຜູ້ອຳນວຍ ການໂຮງຮຽນ ພ້ອມດ້ວຍພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນເຂົ້າຮ່ວມຈັດກິດ ຈະກຳໃນຄັ້ງນີ້.      ໂອກາດນີ້ ທ່ານ ນາງ ນີລາວັນ ວິຣະຖາວອນ ໄດ້ກ່າວວ່າ: ເພື່ອເປັນການຮ່ວມສະເຫຼີມສະຫຼອງວັນ ອັນມີຄວາມໝາຍສຳຄັນດັ່ງກ່າວ ທາງໂຮງຮຽນໄດ້ຮ່ວມກັບຜູ້ປົກຄອງ ແລະ ນັກຮຽນ ນັບແຕ່ຫ້ອງລ້ຽງເດັກ ອະນຸບານ ຈັນເຖິງມັດທະຍົມສຶກສາສົມບູນ ຂອງໂຮງຮຽນ ພ້ອມກັນຈັດກິດຈະກຳສະຫຼອງວັນເດັກນ້ອຍສາ ກົນຂຶ້ນ ເຊິ່ງນອກຈາກຈັດໃຫ້ມີການສະແດງສິລະປະວັນນະຄະດີ ຟ້ອນ ຮ້ອງເພັງ ຂັບລຳ ລະຄອນເວທີ ຂອງບັນດານັກຮຽນໃນແຕ່ລະຊັ້ນ ພາຍໃນງານຍັງຈັດໃຫ້ມີຫ້ອງວາງສະແດງ ການຫຼີ້ນເກມຕ່າງໆ ລວມມີອີກຫຼາຍກິດຈະກຳ ເພື່ອສົ່ງເສີມສິດທິເດັກໃນການກ້າສະແດງອອກ.     ທ່ານຜູ້ອຳນວຍການໂຮງຮຽນຍັງໃຫ້ຮູ້ຕຶ່ມອີກວ່າ: ສະເພາະໂຮງຮຽນພວກເຮົານອກຈາກເນັ້ນການຮຽນ ການສອນທີ່ມີຄຸນະພາບທຽບເທົ່າກັບລະດັບສາກົນແລ້ວ ສິ່ງໜຶ່ງຄືການເອົາໃຈໃສ່ສິດທິເດັກໃນການສົ່ງເສີມ ແນວຄວາມຄິດ ຜ່ານບັນດາກິດຈະກຳການເຄື່ອນໄຫວຫຼາຍຢ່າງ ພາຍໃນຫ້ອງຮຽນ ແລະ ນອກຫ້ອງຮຽນ ນັບຖືການຕັດສິນໃຈຂອງນັກຮຽນ ສົ່ງເສີມແນວຄວາມຄິດກ້າສະແດງອອກ ຄຽງຄູ່ກັບການແນະ ແນວທັກສະ ຄວາມຄິດສ້າງສັນ ອັນເປັນປະໂຫຍດ ໃນການພັດທະນາການຮຽນຮູ້ ຄຸນສົມບັດ ສິນທຳປະຕິວັດ ເພື່ອສ້າງໃຫ້ເປັນຊັບພະຍາກອນບຸກຄົນ ທີ່ເຕັມໄປດ້ວຍຄວາມຮູ້ ຄວາມສາມາດ ປະກອບ ສ່ວນສ້າງສາພັດທະນາປະເທດຊາດ ໃນອະນາຄົດ. Share:FacebookTwitter
ໂຮງຮຽນວິຣະຖາວອນ ຈັດກິດຈະກຳສະເຫຼີມສະຫຼອງວັນເດັກເພື່ອສົ່ງເສີມສິດທິເດັກຜ່ານຫຼາຍຮູບແບບ
https://v2.vientianemai.net/archives/57997
ອົງການຊ່ວຍເຫຼືອເດັກສາກົນປະຈໍາສປປ ລາວ ຮ່ວມກັບກະຊວງສຶກສາທິການ ແລະ ກີລາ (ສສກ) ແລະ ສູນການຄ້າວຽງຈັນເຊັນເຕີ ຈັດກິດຈະກຳສະຫຼອງວັນເດັກສາກົນ 30 ພຶດສະພາ ຫາ ວັນທີ 4 ມິຖຸນາ 2023 ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ເຊິ່ງມີພິທີເປີດງານໃນວັນທີ 31 ພຶດສະພາ 2023 ໂດຍມີທ່ານ ນາງ ສິລິນທອນ ສັກລໍຄຳ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງ ສສກ ທ່ານ ລຸກ ເອັບສ ຫົວໜ້າອົງການຊ່ວຍເຫຼືອເດັກສາກົນປະຈໍາສປປ ລາວ ຜູ້ບໍລິຫານສູນການຄ້າວຽງຈັນເຊັນເຕີ ແຂກຖືກເຊິນ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.     ທ່ານ ນາງ ສິລິນທອນ ສັກລໍຄຳ ໄດ້ກ່າວສະແດງຄວາມຂອບໃຈນຳ ອົງການຊ່ວຍເຫຼືອເດັກສາກົນປະຈໍາສປປ ລາວ ແລະ ສູນການຄ້າວຽງຈັນເຊັນເຕີ ໄດ້ຮ່ວມກັນຈັດກິດຈະກຳດີໆນີ້ຂຶ້ນ ໂດຍສະເພາະອົງ ການຊ່ວຍເຫຼືອເດັກສາກົນປະຈໍາສປປ ລາວ ທີ່ໃຫ້ການຊຸກຍູ້ສົ່ງເສີມ ພັດທະນາການເຂົ້າເຖິງການສຶກສາ ຂອງເດັກນ້ອຍລາວ ມາໂດຍຕະຫຼອດ ເຮັດໃຫ້ເດັກໄດ້ຮັບໂອກາດອັນດີທາງດ້ານການສຶກສາ ພິເສດແມ່ນ ເດັກໃນເຂດຫ່າງໄກສອກຫຼີກ ໄດ້ຮັບການເອົາໃຈໃສ່ ພັດທະນາດີຂຶ້ນ ລວມທັງການກິດຈະກຳໃນຄັ້ງນີ້ຍັງ ເປັນປະກອບສ່ວນສຳຄັນເຂົ້າໃນວຽກງານສິດທິເດັກ ແລະ ຫວັງວ່າອົງການຊ່ວຍເຫຼືອເດັກສາກົນປະຈໍາສປປ ລາວ ຈະໃຫ້ການສືບຕໍ່ຊຸກຍູ້ສົ່ງເສີມວຍກງານຂະແໜງການສຶກສາ ຂອງເດັກນ້ອຍລາວ ໃຫ້ໄດ້ ຮັບການພັດທະນາຢ່າງຕໍ່ເນື່ອງ.     ໂອກາດດຽວກັນ ທ່ານ ລຸກ ເອັບສ ໄດ້ກ່າວວ່າ: ຈຸດປະສົງຂອງອົງການຊ່ວຍເຫຼືອເດັກ ກໍ່ຄືການພັດທະນາເດັກນ້ອຍໃນລາວທຸກຄົນໃຫ້ໄດ້ຮັບ ແລະ ເຂົ້າເຖິງການສຶກສາຂັ້ນພື້ນຖານ ເພື່ອຮັບການເບີ່ງແຍງດ້ານສຸຂະພາບ ແລະ ເດັກຕ້ອງໄດ້ຮັບການປົກປ້ອງຈາກຄວາມສ່ຽງຕ່າງໆ ງານວັນເດັກນ້ອຍສາກົນ ປະຈໍາປີ 2023 ພາຍໃຕ້ຫົວຂໍ້ “ທັງຮຽນທັງມ່ວນ” ຫຼື “Learning is Fun” ເພື່ອນໍາສະເໜີຜົນງານ ແລະ ກິດຈະກໍາ ກ່ຽວກັບການເຄື່ອນໄຫວວຽກງານການສຶກສາໃນ ສປປ ລາວ ພ້ອມທັງສະແດງວິໄສທັດໃນການສ້າງຫ້ອງຮຽນແຫ່ງອານາຄົດ ຂອງອົງການຊ່ວຍເຫຼືອເດັກສາກົນ ເຊິ່ງພາຍໃນງານຈະມີການຈໍາລອງຫ້ອງຮຽນແບບເອເລັກໂຕຼນິກ ເປັນເກມຫາຄະແນນຈາກ ມູມຮຽນຮູ້ ແລະ ຍັງມີເກມຕ່າງໆທີ່ໃຫ້ຄວາມຮູ້ຈາກທຸກໂຄງການຂອງອົງການໄດ້ປະຕິບັດພາຍໃນລາວ ການສະແດງບົດບາດ ສົມມຸດ ການປະດິດສື່ການຮຽນ ການແຂ່ງຂັນຮູບພາບ ແລະ ພ້ອມທັງການແຈກຂອງລາງວັນໃຫ້ແກ່ຜູ້ຊະນະເລີດຈາກກິດຈະກໍາ ແຕ້ມຮູບພາບຫ້ອງຮຽນແຫ່ງອະນາຄົດ ຄັ້ງນີ້ຈັດຂຶ້ນ 6 ວັນ ເວລາ 10:00 – 16:30 ໂມງ ໂດຍບໍ່ໄດ້ເສຍ ຄ່າ. Share:FacebookTwitter
ເຊິນຮ່ວມງານວັນເດັກນ້ອຍສາກົນ ທີ່ສູນການຄ້າວຽງຈັນເຊັນເຕີ 30 ພືດສະພາ – 04 ມິຖຸນາ 2023
https://v2.vientianemai.net/archives/58012
ອົງການກວດສອບແຫ່ງລັດໄດ້ໄຂກອງປະຊຸມວຽກງານກວດສອບແຫ່ງລັດ ວັນທີ 1 ມິຖຸນາ 2023 ທີ່ ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ  ເປັນປະທານຂອງ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ມີ ຮອງປະທານອົງການກວດສອບແຫ່ງລັດ ຄະນະນໍາ ແລະ ພະນັກງານອົງການກວດສອບປະຈໍາພາກກົມ ແລະ ສະຖາບັນຄົ້ນຄວ້າ ແລະ ເຝິກອົບຮົມວຽກງານກວດສອບ ເຂົ້າຮ່ວມ. ກອງປະຊຸມອົງການກວດສອບແຫ່ງລັດ ໄດ້ດຳເນີນເປັນເວລາ 2 ວັນ ຄືວັນທີ 1-2 ມິຖຸນາ 2023 ເຊິ່ງໄດ້ປຶກສາຫາລື ຄົົ້ນຄວ້າ ແລະ ເປັນເອກະພາບກັນ ຕໍ່ບັນຫາທີ່ສໍາຄັນ ແລະ ເຄັ່ງຮ້ອນ ໃນການຈັດຕັ້ງຜັນຂະຫຍາຍຕາມມະຕິກອງປະຊຸມສະພາແຫ່ງຊາດ ເລກທີ 076/ສພຊ ຕິດພັນກັບບັນດາວຽກຈຸດສຸມຂອງອົງການກວດສອບແຫ່ງລັດ ໂດຍສະເພາະ 1)ເພື່ອເຜີຍແຜ່ ສ້າງຄວາມຮັບຮູ້ ຄວາມເຂົ້າໃຈ ທີ່ເປັນເອກະພາບ ຕໍ່ ກົດໝາຍວ່າດ້ວຍການກວດສອບແຫ່ງລັດ ສະບັບປັບປຸງ 2022 2)ເພື່ອຖອດຖອນບົດຮຽນ ກ່ຽວກັບວຽກງານກວດສອບແຫ່ງລັດ ໃນປີຜ່ານມາ ແລະ  ເພື່ອສົ່ງເສີມດ້ານດີ ແລະ ແກ້ໄຂປັບປຸງດ້ານອ່ອນ ແລະ ຂໍ້ຄົງຄ້າງ 3)ເພື່ອສ້າງຄວາມຮັບຮູ້ ຄວາມເຂົ້າໃຈ ທີ່ເປັນເອກະພາບກັນຕໍ່ແນວທາງ ວິທີທາງໃນການດຳເນີນວຽກງານກວດສອບແຫ່ງລັດ ໃນອານາຄົດ ໃຫ້ມີປະສິດທິພາບ ປະສິດທິຜົນ ກວ່າເກົ່າ. ໃນໂອກາດກ່າວເປີດກອງປະຊຸມ ທ່ານປະທານກອງປະຊຸມ ໄດ້ຮຽກຮ້ອງບັນດາທ່ານຄະນະນໍາ ແລະ ພະນັກງານຂອງອົງການກວດສອບແຫ່ງລັດ ແລະ ອົງການກວດສອບປະຈໍາພາກ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນ ຢ່າງເລິກເຊິ່ງ ດ້ວຍການສະເໜີທັດສະນະ ຢ່າງກົງໄປກົງມາ ກະທັດຮັດ ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ມີປະສິດທິຜົນສູງ ແລະ ບັນລຸຕາມຄາດໝາຍທີ່ໄດ້ກຳນົດໄວ້. Share:FacebookTwitter
ດຳເນີນກອງປະຊຸມວຽກງານກວດສອບແຫ່ງລັດປຶກສາຫາລືຕໍ່ບັນຫາສຳຄັນ ແລະ ເຄັ່ງຮ້ອນ
https://v2.vientianemai.net/archives/58027
​ວັນ​ທີ 31 ພຶດສະພາ 2023 ທີ່ ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ  ຮອງນາຍົກ​ລັດ​ຖະ​ມົນຕີ​ ລັດຖະມົນຕີກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສປປ ລາວ ໄດ້​ໃຫ້​ກຽດ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມຄຳ​ນັບຂອງ​ ທ່ານ ເບີນາດີໂນ ເວກກາ ຮອງປະທານສະພາທີ່ປຶກສາທຸລະກິດອາຊຽນ ທັງເປັນຜູ້ຕາງໜ້າໃນນາມສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ອິນໂດເນເຊຍ ພ້ອມດ້ວຍຄະນະ ໃນໂອກາດມາຢ້ຽມຢາມເຮັດວຽກຮ່ວມກັບສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ. ໂອ​ກາດ​ດັ່ງກ່າວ  ທ່ານ ສະເຫຼີມໄຊ ກົມມະສິດ ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ ແລະ ຕີລາຄາສູງຕໍ່ການປະກອບສ່ວນອັນສຳຄັນຂອງສະພາທຸລະກິດອາຊຽນໃນໄລຍະຜ່ານມາ ໂດຍສະເພາະຕໍ່ຜົນຂອງກອງປະຊຸມພົບປະລະຫວ່າງສະພາທຸລະກິດອາຊຽນກັບບັນດາຜູ້ນໍາອາຊຽນໃນວັນທີ 10 ພຶດສະພາ 2023 ໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ທີ່ ລາບວນ ບາໂຈ ອິນໂດເນເຊຍ ກໍຄືການຈັດຕັ້ງຜັນຂະຫຍາຍແຜນວຽກບູລິມະສິດ ທີ່ ອິນໂດເນເຊຍເປັນປະທານ ໃນປີ 2023 ພາຍໃຕ້ຄໍາຂັວນ “ຄວາມເປັນແກນກາງຂອງອາຊຽນ: ການຫັນເປັນນະວັດຕະກໍາ ເພື່ອກ້າວໄປສູ່ຄວາມເຂັ້ມແຂງຮອບດ້ານ” ພ້ອມນີ້ ທ່ານ ຮອງນາຍົກນາຍົກລັດຖະມົນຕີ ບໍ່ພຽງແຕ່ຊຸກຍູ້ໃຫ້ໃຫ້​ຄະນະສະພາທຸລະກິດອາຊຽນ ສືບຕໍ່ຈັດຕັ້ັ້ງປະຕິບັດ​ບັນດາແຜນວຽກບູລິມະສິດຕ່າງໆໃຫ້ສາມາດສໍາເລັດຕາມເປົ້າໝາຍທີ່ວາງໄວ້ເທົ່ານັ້ນແຕ່ຍັງໄດ້ໃຫ້ຂໍ້ສະເໜີແນະທີ່ຕິດພັນກັບວຽກງານເສດຖະກິດພາຍໃນອາຊຽນ ເຊັ່ນ: ການຍົກລະດັບການສ້າງຂີດຄວາມສາມາດຂອງຂະແໜງການທາງດ້ານການເຊື່ອມໂຍງ ເຊື່ອມຈອດ ການອຳນວຍຄວາມສະດວກທາງການຄ້າ ການສົ່ງເສີມຂົງເຂດຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ  ການຫັນເປັນດີຈີຕອນ ການສ້າງຄວາມເຂັ້ມແຂງດ້ານການຄໍ້າປະກັນສະບຽງອາຫານ  ສາທາລະນະສຸກ ແລະ ການພັດທະນາແບບຍືນຍົງ ອັນສໍາຄັນ ແມ່ນການເພິ່ມທະວີການຄ້າ-ການລົງທຶນພາຍໃນບັນດາປະເທດສະມາຊິກອາຊຽນເວົ້າສະເພາະ ເວົ້າລວມກໍຄື ການຮ່ວມມືກັບປະເທດຄູ່ເຈລະຈາອາຊຽນລະຫວ່າງພາກລັດ ແລະ ພາກທຸລະກິດໃນພາກພຶ້ນ ເພື່ອຊ່ວຍຊຸກຍູ້ການຟຶ້ນຟູເສດຖະກິດອາຊຽນ ພາຍຫລັງການແຜ່ລະບາດພະຍາດໂຄວິດ-19. ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ຄະນະສະພາທີ່ປຶກສາທຸລະກິດອາຊຽນ ທີ່ຈະໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ໃນໂອກາດທີ່ ສປປ ລາວ ຈະຮັບກຽດເປັນປະທານອາຊຽນ ປີ 2024 ແລະ ເຊື່ອ​ໝັ້ນ​ວ່າ ສະພາທຸລະກິດອາຊຽນ  ຈະສືບຕໍ່ເຮັດວຽກຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ສປປ ລາວ ຢ່າງໃກ້ຊິດ. ​ ສະພາທີ່ປຶກສາທຸລະກິດອາຊຽນ ໃນນາມສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ອິນໂດເນເຊຍ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມເຮັດວຽກຮ່ວມກັບສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວໃນວັນທີ 31 ພຶດສະພາ-1 ມິຖຸນາ 2023 ເຊິ່ງຄະນະຈະໄດ້ເຄື່ອນໄຫວເຮັດວຽກຮ່ວມກັບພາກລັດ ແລະ ພາກທຸລະກິດຂອງ ສປປ ລາວ ແນໃສ່ເພື່ອເພິ່ມທະວີ ແລະ ເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນໃຫ້ສູງຂຶ້ນ. Share:FacebookTwitter
ສປປ ລາວ ຕີລາຄາສູງຕໍ່ການປະກອບສ່ວນສຳຄັນຂອງສະພາທຸລະກິດອາຊຽນ
https://v2.vientianemai.net/archives/58033
ອົງການປົກຄອງເມືອງນາຊາຍທອງ ສົມທົບກັບພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ອົງການປົກຄອງບ້ານນາຍາງ ແລະ ບໍລິສັດຄຳໄພຊະນະກໍ່ສ້າງ ຈຳກັດ ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດຄົບຮອບ 43 ປີ ແລະ ວັນເດັກນ້ອຍສາກົນ 1 ມິຖຸນາ ຂຶ້ນວັນທີ 1 ມິຖຸນາ 2023 ຢູ່ເຂດປ່າສະຫງວນແຫ່ງຊາດ ພູພະນັງ ບ້ານນາຍາງ ເມືອງນາຊາຍທອງ ມີທ່ານ ເຢຍເກີຢາ ໜໍ່ຈໍຈົງຕົ່ວ ຮອງປະທານສູນກາງແນວລາວສ້າງຊາດ ທ່ານ ວິລະສັກ ນາມມຸນຕີ ປະທານຄະນະກວດກາພັກ-ອົງການກວດກາລັດ ນວ ທ່ານ ວຽງຄຳ ສີຫາໂຄດ ເຈົ້າເມືອງນາຊາຍທອງ ທ່ານ ຄຳໄພ ສົມຊະນະ ປະທານກຸ່ມບໍລິສັດຄຳໄພຊະນະ ຈຳກັດຜູ້ດຽວ ພ້ອມດ້ວຍຂະແໜງການກ່ຽວຂ້ອງຈາກ ນວ ແລະ ເມືອງເຂົ້າຮ່ວມ.    ທ່ານ ບົວຄຳ ສີສົງຄາມ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນວ ກ່າວວ່າ: ເພື່ອເຮັດໃຫ້ຊັບພະຍາກອນປ່າໄມ້ມີຄວາມຍືນຍົງ ເປັນການພື້ນຟູ ແລະ ປົກປັກຮັກສາປ່າໄມ້ ເພື່ອເຮັດໃຫ້ເນື້ອທີ່ປົກຫຸ້ມສີຂຽວ ເປັນບ່ອນຢູ່ອາໃສຂອງສັດປ່ານາໆຊະນິດ ເຮັດໃຫ້ລະບົບນິເວດທຳມະຊາດມີຄວາມອຸດົມສົມບູນທົ່ວ ນວ ໃຫ້ເພີ່ມຂຶ້ນ 70% ຂອງເນື້ອທີ່ປ່າປົກຫຸ້ມທົ່ວປະເທດ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຜ່ານມາ ນວ ໄດ້ປະກາດໃຊ້ນະໂຍບາຍສ້າງເມືອງໜ້າຢູ່ ຕາມນະໂຍບາຍ 6 ສ ໂດຍສະເພາະ ສ ສີຂຽວ ເປັນຕົວຊີ້ວັດທີ່ສຳຄັນ ພ້ອມນັ້ນ ໃນປີ 2020 ຜ່ານມາ ນະໂຍບາຍດັ່ງກ່າວ ຍັງໄດ້ຖືກຮັບຮອງເຂົ້າໃນມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງ ນວໃນໄລຍະໃໝ່  ຈາກນັ້ນສະພາປະຊາຊົນ ນວ ຈຶ່ງໄດ້ຮັບຮອງ ແລະ ເຈົ້າຄອງ ນວ ໄດ້ອອກຂໍ້ຕົກລົງວ່າດ້ວຍການສ້າງ ນວ ເປັນນະຄອນສີຂຽວໜ້າຢູ່  ແລະ ຫຼ້າສຸດປີ 2021 ຜ່ານມາ ໄດ້ອອກຄໍາສັ່ງວ່າດ້ວຍການປົກປັກຮັກສາປ່າສະຫງວນແຫ່ງຊາດພູພະນັງ ແລະ ພູເຂົາຄວາຍ ໃນຂອບເຂດ ນວ ແລະ ໄດ້ນຳເຂົ້າສູ່ການຈັດຕັ້ງປະຕິບັດຕົວຈິງຢູ່ ນວ ຢ່າງເປັນຂະບວນຟົດຟື້ນໃນທຸກປີ.    ນວ ມີເນື້ອທີ່ 392.000 ເຮັກຕາ ໄດ້ກຳນົດປູກຕົ້ນໄມ້ໃສ່ຕາມເນື້ອທີ່ປ່າຊຸດໂຊມເຂດໄຟໃໝ້ປ່າ ດິນເປົ່າວາງ ແລະ ເນື້ອທີ່ດິນຂອງບຸກຄົນ ນິຕິບຸກຄົນ ແລະ ເຂດປ່າພື້ນຟູໄດ້ແຕ່ປີ 1975-2022 ສາມາດປະຕິບັດໄດ້ 20.853 ເຮັກຕາ ສຳລັບປີ 2022 ສາມາດຜະລິດເບ້ຍໄມ້ໄດ້ 2.639.146 ເບ້ຍ ແລະ ປູກໄມ້ໄດ້ 546,2 ເຮັກຕາ ໃນນີິ້ ສາມາດປູກເບ້ຍໄມ້ໄດ້່ 312.298 ເບ້ຍ ສະເພາະປີ 2023 ນວ ມີແຜນການຈັດພິທີປູກເບ້ຍໄມ້ ໃນສະຖານທີ່ປູກຕ່າງໆເນື້ອທີ່ 102,1 ເຮັກຕາ ປູກແຄມທາງຍາວ 5,5 ກິໂລແມັດ ແລະ ມີຈຳນວນຕົ້ນໄມ້ປູກທັງໝົດ 26.987 ເບ້ຍ.   ເນື່ອງໃນໂອກາດວັນປູກຕົ້ນໄມ້ ປີນີ້ ນວ ແລະ ພາກສ່ວນກ່ຽວຂ້ອງໄດ້ກຳນົດເອົາສະຖານທີ່ແຫ່ງນີ້ ເປັນບ່ອນຮ່ວມແຮງຮ່ວມໃຈກັນປູກຕົ້ນໄມ້ອຸດສາຫະກຳ ປະມານ 5000 ເບ້ຍ ເນື້ອທີ 9 ເຮັກຕາ ໃນຂອບເຂດບ້ານນາຍາງ ກໍຄື ເຂດອຸທິຍານແຫ່ງຊາດ ພູພະນັງ ເນື່ອງຈາກສະຖານທີ່ດັ່ງກ່າວໃນລະດູແລ້ງຜ່ານມາ ໄດ້ຖືກໄຟໄໝ້ລາມປ່າ ເຮັດໃຫ້ຕົ້ນໄມ້ບາງສ່ວນຖືກໄຟໄໝ້ເສຍຫາຍເປັນຈຳນວນຫຼາຍ ຈຶ່ງຈຳເປັນຕ້ອງໄດ້ຟື້ນຟູ ແລະ ປູກທົດແທນຄືນ ເພື່ອໃຫ້ສະຖານທີ່ແຫ່ງນີ້ໃຫ້ເປັນພື້ນທີ່ສີຂຽວ ອຸດົມສົມບູນ ແລະ ຍືນຍົງ. Share:FacebookTwitter
ຟື້ນຟູເຂດປ່າສະຫງວນແຫ່ງຊາດພູພະນັງໃຫ້ເປັນພື້ນທີ່ສີຂຽວ
https://v2.vientianemai.net/archives/58045
ນັກຮຽນລາວ ຈໍານວນ 100 ຄົນ ແລະ ນັກຮຽນຈີນ ໄດ້ຮ່ວມກິດຈະກໍາສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຄົບຮອບ 95 ປີ (1 ມິຖຸນາ 1928-1 ມິຖຸນາ 2023) ພາຍໃຕ້ຫົວຂໍ້ “ຂໍ້ລິເລີ່ມ ໜຶ່ງແລວທາງ    ໜຶ່ງເສັ້ນທາງ ເຊື່ອມຈອດ ປະຊາຊົນສອງຊາດ” ລະຫວ່າງວັນທີ 27-31 ພຶດສະພາ 2023 ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ໂດຍການເຂົ້າຮ່ວມຂອງ ທ່ານ ສີສະໝຸດ ແສນບຸດຕະລາດ ຮອງຫົວໜ້າກົມຮ່ວມມຶກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກີລາ ຫົວໜ້ານໍາພາຄະນະ ແລະ ທ່ານ ນາງ ກູ້ ຊິ້ວຫຼຽນ ອະດີດຮອງປະທານສະພາ ຄັ້ງທີ 10 ຂອງ ສປ ຈີນ ນອກນີ້ຍັງມີທ່ານ ຈິນດາວົງ ໄຊຍະສິນ ທີ່ປຶກສາ ສຶກສາ ແລະ ວັດທະນະທໍາ ສະຖານທູດລາວ ປະຈໍາ ສປ  ຈີນ ບັນດາຄະນະນໍາ ສະຫະພັນ ພະນັກງານຄູ-ອາຈານ ແລະ ນ້ອງນັກຮຽນຈີນ ໃນນະຄອນຫຼວງປັກກິ່ງ ເຂົ້າຮ່ວມ. ຕະຫຼອດໄລຍະ 5 ວັນ ນັກຮຽນລາວ ໄດ້ເຮັດກິດຈະກໍາຫຼາຍຢ່າງ ເປັນຕົ້ນແມ່ນ ກິດຈະກໍາຊ່ວງເຮືອມິດຕະພາບກັບນັກຮຽນຈີນ ເພື່ອເຂົ້າໃຈປະເພນີການຊ່ວງເຮືອມັງກອນ ແລະ ຮຽນຮູ້ວັດທະນະທໍາຂອງແມ່ນໍ້າຢູນເຮີ ທ່ຽວຊົມ ແລະ ທັດສະນະສຶກສາພະລາດຊະວັງບູຮານກຸກົ່ງ ມະຫາວິທະຍາໄລຊິງຫົວ ສະໜາມຫຼວງທຽນອານເໝິນ ກໍາແພງເມືອງຈີນ ແລະ ຫໍພິພິຕະພັນວິທະຍາສາດຈີນ ໂດຍໄດ້ສໍາຜັດກັບເຕັກໂນໂລຊີທີ່ຫຼາຍຢ່າງ ເປັນຕົ້ນແມ່ນ ການບິນອາວະກາດ ຮຸ່ນຍົນ ເຄື່ອງຈໍາລອງແບບສົມຈິງ ແລະ ຍັງໄດ້ຫຼິ້ນເຄື່ອງຫຼິ້ນຫຼາຍຢ່າງ ນອກຈາກນີ້ ຍັງເຂົ້າຮ່ວມກິດຈະກໍາຈັບມືກັບໂຮງຮຽນປະຖົມສົມບູນ ປັກກິ່່ງ ປາອີ່  ຫຼື ໂຮງຮຽນແປດໜຶ່ງ ເຊິ່ງນັກຮຽນ ລາວ-ຈີນ ໄດ້ມີການແລກຂອງຂວັນ ທ່ຽວຊົມໂຮງຮຽນ ຫຼິ້ນເກມ ເຮັດກະເປົາເຈ້ຍຮູບຊົງເຂົ້າຕົ້ມ ແລະ ສະແດງລາຍການສິລະປະ ທັງນີ້ ກໍເພື່ອເປັນການແລກປ່ຽນວັດທະນະທໍາ ແລະ ເພີ່ມຄວາມເຂົ້າໃຈກັນດ້ວຍບັນຍາກາດທີ່ເບີກບານມ່ວນຊື່ນ. Share:FacebookTwitter
5 ວັນແຫ່ງຄວາມປະທັບໃຈຂອງນັກຮຽນ ໃນການເຂົ້າຮ່ວມກິດຈະກໍາສະຫຼອງວັນເດັກນ້ອຍສາກົນທີ່ ສປ ຈີນ
https://v2.vientianemai.net/archives/58069
ກອງປະຊຸມວຽກງານກວດສອບແຫ່ງລັດ ໄດ້ປິດລົງດ້ວຍຜົນສຳເລັດຈົບງາມໃນວັນທີ 2 ມິຖຸນາ 2023 ທີ່ ໂຮງແຮມດອນຈັນພລາເລດ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ມີ ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍ ຮອງປະທານອົງການກວດສອບແຫ່ງລັດ ຄະນະນຳ ແລະ ພະນັກງານອົງການກວດສອບແຫ່ງລັດປະຈຳພາກ ກົມ ສະຖາບັນຄົ້ນຄວ້າ ແລະ ເຝິກອົບຮົມວຽກງານກວດສອບເຂົ້າຮ່ວມ. ທ່ານ ວຽງທະວີສອນ ເທບພະຈັນ ກ່າວວ່າ: ກອງປະຊຸມວຽກງານກວດສອບປະຈຳປີ ແມ່ນສຸດທີ່ມີຄວາມໝາຍຄວາມສຳຄັນ ແລະ ເປັນໂອກາດອັນດີທີ່ພວກເຮົາທັງໝົດນີ້ໄດ້ພ້ອມກັນຕີລາຄາຄືນ ການປະຕິບັດວຽກງານ ຂອງ ອົງການກວດສອບແຫ່ງລັດ ກໍຄືອົງການກວດສອບປະຈຳພາກໃນໄລຍະຜ່ານມາ ຮອດປັດຈຸບັນ ໂດຍສະເພາະ ຜົນສຳເລັດທີ່ຮ່ວມກັນຍາດມາໄດ້ ຂໍ້ສະດວກ-ຂໍ້ຫຍຸ້ງຍາກ ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມທັງ ທິດທາງແຜນການເຄື່ອນໄຫວ ແລະ ວິທີການແກ້ໄຂໃນຕໍ່ໜ້າ ເພື່ອແນ່ໃສ່ ປັບປຸງແກ້ໄຂ ບັນດາຈຸດອ່ອນ-ຂໍ້ຄົງຄ້າງ ຢ່າງພາວະວິໄສ ແລະ ລົງເລິກເຖິງຖອງ.       ໃນໂອກາດນີ້ ທ່ານ ສົມມາດ ພົນເສນາ ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກໃຫ້ອົງການກວດສອບແຫ່ງລັດ ເອົາໃຈໃສ່ໜ້າວຽກ ຄື: (1) ຕ້ອງສືບຕໍ່ເອົາໃຈໃສ່ສຶກສາອົບຮົມ-ການເມືອງແນວຄິດ ໃຫ້ສະມາຊິພັກ ພະນັກງານ-ລັດຖະກອນ ໃນແຕ່ລະຂັ້ນທີ່ຢູ່ໃນຄວາມຮັບຜິດຊອບ ໃຫ້ມີຄວາມຮັບຮູ້ ເຂົ້າໃຈ ແລະ ເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ ສ້າງການຫັນປ່ຽນຢ່າງເລິກເຊິ່ງຕໍ່ກັບພະນັກງານ ໂດຍການສ້າງແຜນບຳລຸງໃນເງື່ອນໄຂໃໝ່ຕາມທິດຫັນເປັນຄຸນນະພາບ ແລະ ດຳເນີນຂັ້ນຕອນກໍ່ສ້າງນັກກວດສອບແຕ່ລະຂັ້ນ ໃຫ້ໄດ້ຕາມຄາດໝາຍກຳນົດ (2) ເອົາໃຈໃສ່​ປັບປຸງກຳນົດຕຳແໜ່ງງານ ປັບປຸງວຽກງານຂອງສະຖາບັນເຝິກອົບຮົມໃຫ້ມີຄຸນນະພາບ ສ້າງນັກກວດສອບລົງເລີກສະເພາະດ້ານ ເຝິກທັກສະ ແລະ ບົດຮຽນຕົວຈິງໃນເງື່ອນໄຂປັດຈຸບັນ ເອົາໃຈໃສຊຸກຍູ້ອົງການກວດສອບປະຈຳພາກ ປະສານສົມທົບກັບສາຍຕັ້ງ ສາຍຂວາງ ໃນການປະກອບບຸກຄະລາກອນ ສະຖານທີ່ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ຊ່ວຍອົງການກວດສອບແຫ່ງລັດ (3) ເອົາໃສ່ໃນການໂຄສະນາເຜີຍແຜ່ກົດໝາຍກວດສອບແຫ່ງລັດ ສະບັບປັບປຸງປີ 2022 ປັບປຸງບົດບັນທຶກການປະສານງານກັບພາກສ່ວນກ່ຽວຂ້ອງ  ຄົ້ນ­ຄວ້າບົດ​ແນະ­ນຳ ກ່ຽວ​ກັບ​ການ​ສ້າງ​ບົດ​ລາຍ​ງານ​ຜົນ​ການ​ກວດ​ສອບ ຕໍ່​ສະ­ພາ​ແຫ່ງ​ຊາດ ແລະ ສະພາ​ປະຊາ­ຊົນ​ປະ­ຈຳ​ແຂວງ-ນະຄອນຫຼວງວຽງຈັນ (4) ເອົາໃຈໃສ່​ພັດ­ທະ­ນາ​ພື້ນ­ຖານ​ໂຄງ​ລ່າງ ແລະ ຫັນ​ເປັນ​ທັນ​ສະ​ໄໝ ໂດຍສະເພາະ ການນໍາ​ໃຊ້​ລະ­ບົບ​ຂໍ້​ມູນ-​ຂ່າວ­ສານ ເຊື່ອມ​ຕໍ່​ກັບ​ລະ­ບົບ​ເຄືອ​ຂ່າຍ​ການ​ຄຸ້ມ​ຄອງ​ງົບ​ປະ​​ມານ​ແຫ່ງ​ລັດ ​ຂອງ​ກະ ຊວງ​ການ​ເງິນ ເຂົ້າໃນການສ້າງແຜນການກວດສອບ ໃຫ້ມີຄວາມຊັດເຈນແຕ່ຫົວທີ ສ້າງ​ຂີດ​ຄວາມ​ສາມາດ ແລະ ພັດທະນາ​ຊັບພະຍາກອນ​ມະນຸດ ຢູ່​ຂັ້ນສູນກາງ ແລະ ຂັ້ນປະ​ຈໍາ​ພາກ ໃນ​ການ​ນໍາ​ໃຊ້​ເຕັກ​ໂນ​ໂລ​ຊີ ​ເຂົ້າ​ໃນ​ການ​ຄຸ້ມ​ຄອງ​ບໍລິຫານ ແລະ ການ​ກວດ​ສອບ (5) ດ້ານວຽກ​ງານ​ວິ­ຊາ​ສະ­ເພາະ ໃຫ້ເອົາໃຈໃສ່ ດຳ­ເນີນການ​ເຄື່ອນ​ໄຫວ​ວຽກ​ງານ​ກວດ​ສອບ ປີ 2023 ໃຫ້ສຳເລັດຕາມມະຕິກອງປະຊຸມສະພາແຫ່ງຊາດຮັບຮອງ ດຳ­ເນີນ​ການ​ອອກ​ບົດ​ແຈ້ງ​ຜົນ​ການ​ກວດ​ສອບ​ໃຫ້​ສໍາ­ເລັດ​ຕາມ​ເປົ້າ​ໝາຍ ທີ່​ໄດ້​ດຳ­ເນີນ​ການ​ກວດ​ສອບກ່ອນການກວດສອບໃນຮອບປີຖັດໄປ ແລະ ຕິດຕາມຊຸກຍູ້ຢ່າງເປັນປົກກະຕິ ເປັນລາຍໄຕມາດ ການຈັດຕັ້ງປະຕິບັດຂໍ້ແນະນຳຕາມຜົນການກວດສອບ (6) ເອົາໃຈໃສ່ ຕິດຕາມ ກວດກາ ແລະ ຊຸກຍູ້ວຽກງານຮອບດ້ານຂອງອົງການກວດສອບແຫ່ງລັດ ແລະ ອົງການກວດສອບປະຈຳພາກ ຕາມທັດສະນະຂອງພັກທີ່ວ່າ ມີການນຳພາຕ້ອງມີການຕິດຕາມກວດກາ ເປັນຕົ້ນແມ່ນການຕິດຕາມ ກວດກາການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ມະຕິກອງປະຊຸມໃຫຍ່ຄັ້ງທີ II ຂອງອົງຄະນະພັກອົງການກວດສອບແຫ່ງລັດ ແຜນພັດທະນາວຽກງານກວດສອບ ແລະ ມະຕິກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ປະກົດຜົນເປັນຈິງ ແລະ (7) ເອົາໃຈໃສ່ການ​ສົ່ງ­ເສີມ​ການ​ຮ່ວມ​ມື ແລະ ເຊື່ອມ​ໂຍງ​ກັບ​ສາ​ກົນ ໃນກອບຫຼາຍຝ່າຍ ແລະ ອົງການຈັດຕັ້ງສາກົນ ລະດົມ ແລະ ຍາດແຍ່ງເອົາການຮ່ວມມືຊ່ວຍເລືອ ເພື່ອສ້າງຄວາມເຂັ້ມແຂງໃຫ້ອົງການກວດສອບແຫ່ງລັດ. Share:FacebookTwitter
ຮອງປະທານສະພາເນັ້ນອົງການກວດສອບແຫ່ງລັດເອົາໃຈໃສ່ສ້າງນັກກວດສອບລົງເລີກສະເພາະດ້ານ
https://v2.vientianemai.net/archives/58074
ໃນລະຫວ່າງ ວັນທີ 1–4 ມິຖຸນາ 2023 ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດລາວ ຮ່ວມກັບ ສະຖາບັນເຕັກໂນໂລຍີພະຈອມເກົ້າເຈົ້າຄຸນທະຫານລາດກະບັງ ຈັດກອງປະຊຸມນາໆຊາດ ດ້ານວິສະວະກຳສາດ ວິທະຍາສາດ ແລະ ເຕັກໂນໂລຊີ ຄັັ້ງທີ 9 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງຮ່ວມຂອງທ່ານ ຮສ ປອ ຄຳຜຸຍ ສຸດທິສົມບັດ ຄະນະບໍດີ ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດລາວ ແລະ ທ່ານຜູ້ຊ່ວຍ ສຈ ປອ ສະຖາພອນ ພົມວົງ ຜູ້ຕາງໜ້າສະຖາບັນວິສະວະກຳໄຟຟ້າ ແລະ ເອເລັກໂຕຣນິກ ສະຖາບັນເຕັກໂນໂລຍີພະຈອມເກົ້າເຈົ້າຄຸນທະຫານລາດກະບັງ ປະເທດໄທ ແຂກຖືກເຊີນ ຕົວແທນນັກຄົ້ນຄ້ວາວິໄຈຈາກ ສປປ ລາວ ຣາຊະອານາຈັກໄທ ສປ ຈີນ ຢີ່ປຸ່ນ ຫວຽດນາມ ເກົາຫຼີໃຕ້ ປາກີສະຖານ ແລະ ຊາອຸດິອາລະເບຍ ເຂົ້າຮ່ວມ.       ໂອກາດນີ້ທ່ານ ຮສ ປອ ຄຳຜຸຍ ສຸດທິສົມບັດ ໄດ້ໃຫ້ຮູ້ວ່າ: ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອເຕົ້າໂຮມຄູອາຈານ ນັກວິໄຈ ນັກວິຊາການ ແລະ ຜູ້ນຳສະເໜີ ຈາກທົ່ວປະເທດ ແລະ ພາກພື້ນ ເພື່ອແລກປ່ຽນ ແບ່ງປັນຄວມຊຳນິຊຳນານ ປະສົບການດ້ານຂໍ້ມູນການວິໄຈທີ່ກ່ຽວຂ້ອງກັບ ສາຂາວິສະວະກຳສາດ ວິທະຍາສາດ ແລະ ເຕັກໂນໂລຊີ ກອງປະຊຸມຈະເນັ້ນໃສ່ການຫາລືກ່ຽວກັບບັນຫາການວິໄຈ ການພັດທະນາໃໝ່ ຄວາມທ້າທາຍໃນການປະຕິບັດທີ່ພົບເຫັນ ແລະ ວິທີການແກ້ໄຂທີ່ນຳມາໃຊ້ໃນດ້ານວິສະວະກຳ ເຕັກໂນໂລຊີ ແລະ ນະວັດຕະກຳ ຕະຫຼອດເຖິງບັນຫາທີ່ເກີດຂຶ້ນໃໜ່ຂອງວຽກງານວິສະວະກຳ ໃນພາກພື້ນ ແລະ ປະເທດລາວເປັນຕົ້ນ.     ກອງປະຊຸມວິຊາການນີ້ຖືວ່າໄດ້ຮັບຄວາມສົນໃຈຈາກບັນດານັກຄົ້ນຄວ້າໃນພາກພື້ນດີສົມຄວນ ປີນີ້ພວກເຮົາໄດ້ຮັບບົດຄວາມ 174 ບົດ ໄດ້ຜ່ານຂະບວນການກວດກາຄັດເລືອກຕາມມາດຕະຖານຂອງສະຖາບັນວິສະວະກຳໄຟຟ້າ ແລະ ເອເລັກໂຕຣນິກສາກົນ (IEEE) ແລະ ສາມາດຮັບຮອງເອົາ 78 ບົດ ຜ່ານເກນມາດຕະຖານເຊິ່ງກວມເອົາ 44,83% ຂອງຈຳນວນບົດຄົ້ນຄວ້າທັງໝົດ ໝາກຜົນຂອງກອງປະຊຸມຄັ້ງນີ້ ເປັນການແລກປ່ຽນຜົນງານການຄົ້ນຄວ້າ ແລະ ຖ່າຍທອດປະສົບການທາງດ້ານວິຊາການ ລະຫວ່າງນັກວິຊາການ ແລະ ນັກວິໄຈ ໂດຍສະເພາະການສຶກສາວິໄຈ ໃນສາຂາທີ່ກ່ຽວຂ້ອງກັບວິສະວະກຳ ເຕັກໂນໂລຊີ ນະວັດຕະກຳ ແລະ ການພັດທະນາ ເພື່ອເຮັດໃຫ້ວຽກງານດັ່ງກ່າວນີ້ ກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ.     ໃນກອງປະຊຸມຜູ້ເຂົ້າຮ່ວມຈະໄດ້ຮັບຟັງບົດການຄົ້ນຄວ້າທັງໝົດ 60 ຫົວຂໍ້ ທີ່ນອນຢູ່ໃນ 2 ຂະ      ແໜງການຫຼັກຄື: ໂທລະຄົມມະນາຄົມ ວິທະຍາສາດຄອມພິວເຕີ ການຄວບຄຸມໂຮງຈັກ ໂຮງງານ ວິສະວະ ກຳໄຟ້າ ແລະ ເອເລັກໂຕນິກ ຂະແໜງວິສະວະກຳດົນຕີ ກອງປະຊຸມດັ່ງກ່າວ ຈັດຂຶ້ນທຸກປີ ຄັ້ງນີ້ 8 ຜ່ານມາຈັດຢູ່ປະເທດໄທ ແລະ ຄາດວ່າຄັ້ງທີ 10 ຈະເປັນປະເທດໄທເປັນເຈົ້າພາບຈັດອີກຄັ້ງ ສ່ວນຄັ້ງ ນີ້ແມ່ນ ສປປ ລາວໂດຍຮັບກຽດເປັນເຈົ້າພາບຈັດ ໂດຍໄດ້ຮັບການສະໜັກສະໜູນຈາກ ດ້ານເຕັກນິກຈາກສະມາຄົມ  IEEE ແຫ່ງປະເທດໄທ. Share:FacebookTwitter
ກອງປະຊຸມນາໆຊາດ ດ້ານວິສະວະກຳສາດ ວິທະຍາສາດ ແລະ ເຕັກໂນໂລຊີ ຄັັ້ງທີ 9
https://v2.vientianemai.net/archives/58123
ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຮ່ວມກັບອົງການປົກຄອງນະຄອນ ຫຼວງວຽງຈັນ ບັນດາແຂວງ ຄູ່ຮ່ວມພັດທະນາ ອົງການຈັດຕັ້ງສາກົນ ອົງການຈັດຕັ້ງສັງຄົມ ຈັດງານສະເຫຼີມສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 24 ປີ ແລະ ວັນສິ່ງແວດລ້ອມໂລກ ຄົບຮອບ 50 ປີ (5 ມີຖຸນາ 2023) ພາຍໃຕ້ຄຳຂັວນ ”ສິ່ງແວດລ້ອມພວກເຮົາຈະດີ ຖ້າຫຼຸດຜ່ອນການນຳໃຊ້ປາລາສຕິກ” ໃນວັນທີ 3 ມີຖຸນາ 2023 ທີ່ປະຕູໄຊ ໂດຍມີທ່ານ ກິແກ້ວ ໄຂຄຳພິທູນ ຮອງ ນາຍົກ ລັດຖະມົນຕີ ພ້ອມດ້ວຍມວນຊົນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.     ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມກ່າວວ່າ: ປີນີ້ ເປັນປີ ທີ່ມີຄວາມໝາຍຄວາມສໍາຄັນເນື່ອງຈາກວ່າ ວັນສິ່ງແວດລ້ອມໂລກ ແມ່ນໄດ້ໝູນວຽນມາ ຄົບຮອບ 50 ປີ ຊຶ່ງໃນທົ່ວໂລກໄດ້ພ້ອມກັນສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວຢ່າງປັນຂະບວນຟົດຟື້ນ ດັ່ງທີ່ພວກເຮົາຮູ້ນໍາກັນດີແລ້ວວ່າ ໂລກກໍາລັງປະເຊີນກັບສິ່ງທ້າທາຍຫຼາຍດ້ານ ໃນການຄຸ້ມຄອງຊັບພະຍາ ກອນທໍາມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ ໃນຂະນະທີ່ເຮົາກໍາລັງຍືນຢູ່ນີ້ ສິ່ງແວດລ້ອມທໍາມະຊາດກໍາລັງຖືກທໍາລາຍ ການເຊື່ອມໂຊມຂອງລະບົບນິເວດ ກໍາລັງເຊື່ອມໂຊມລົງເຊິ່ງມີສາເຫດມາຈາກ ສະພາບການປ່ຽນແປງຂອງດິນຟ້າອາກາດ ອັນໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ປະຊາກອນໂລກໃນປັດຈຸບັນ ແລະ ອາດຈະສົ່ງຜົນກະທົບແກ່ຍາວໄປສູ່ຄົນຮຸ່ນຫຼັງໃນອະນາຄົດ.     ສຳລັບການສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ຄົບຮອບ 50 ປີ ຂອງປີນີ້ ປະເທດກົດດີວົວ ກັບ ປະເທດໂຮນລັງ ໄດ້ເປັນເຈົ້າພາບຮ່ວມ ໃນການຈັດງານສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກຄັ້ງນີ້ເຊິ່ງໄດ້ຮຽກຮ້ອງໃຫ້ພວກເຮົາທຸກຄົນ ເປັນເຈົ້າການນໍາກັນ ໃນການແກ້ໄຂບັນຫາມົນລະພິດຈາກປາລາສຕິກ ໂດຍສະເພາະພາກລັດ ແລະ ພາກເອກະຊົນ ທີ່ມີບົດບາດສໍາຄັນ ໃນການແກ້ໄຂບັນຫາດັ່ງກ່າວ ດ້ວຍການຊຸກຍູ້ໃຫ້ເກີດການປ່ຽນແປງຫຼາຍດ້ານ ເປັນຕົ້ນ ການຫ້າມນໍາໃຊ້ຖົງຢາງປາລາສຕິກ ການນໍາໃຊ້ຜະລິດຕະພັນທາງເລືອກ ທົດແທນປາລາສຕິກທີ່ນໍາໃຊ້ຄັ້ງດຽວ ການລະດົມທຶນເພື່ອຄວາມຍືນຍົງ ແລະ ການຊີ້ນໍາ ນໍາພາ ເພື່ອກ້າວໄປສູ່ຂໍ້ຕົກລົງລະດັບໂລກ ໃນການຫຼຸດຜ່ອນມົນລະພິດຈາກປາລາສຕິກ.         ໃນໂອກາດດັ່ງກ່າວ ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ໃຫ້ກຽດຕັດແຖບຜ້າເປີດງານຢ່າງເປັນທາງການ ເຊິ່ງກິດຈະກຳພາຍໃນງານຄັ້ງນີ້ປະກອບມີກິດຈະກຳ ຍ່າງເພື່ອສຸຂະພາບ ການວາງສະແດງຜົນງານຈາກບັນດາຫ້ອງການ ກົມ ສະຖາບັນພາຍໃນກະຊວງ ກຊສ ພະແນກການໃນນະຄອນຫຼວງວຽງຈັນ ອົງການຈັດຕັ້ງທາງສັງຄົມ ສາກົນ ແລະ ກິດຈະກຳການຣິໄຊເຄິນແຍກຂີ້ເຫຍື້ອ ແລະ ກິດຈະກຳຖາມ-ຕອບກ່ຽວກັບສິ່ງແວດລ້ອ ໃນນັ້ນອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ມອບຖັງໃສ່ຂີ້ເຫຍື້ອໃຫ້ກະຊວງ ກຊສ ອີກດ້ວຍ. Share:FacebookTwitter
ສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ
https://v2.vientianemai.net/archives/58132
ພິທິສະເຫຼີມສະຫຼອງຜົນສໍາເລັດການທົດລອງນໍາໃຊ້ເຄື່ອງຈັກການຜະລິດ ໂຄງການໂບຣມິນ 10.000 ໂຕນ/ປີ ທີ່ເປັນໂຄງການອະໂປຕາສທຳອິດ ໂດຍ ບໍລິສັດ ວັດສະດຸໃໝ່ອາຊີ ຈໍາກັດ ໃນເຂດນິຄົມອຸດສາຫະກໍາໝູນວຽນອັດ ສະລິຍະອາຊີ-ໂປຕາສສາກົນ ຢູ່ແຂວງຄໍາມ່ວນ ສປປ ລາວ ຈັດຂຶ້ນວັນທີ 31 ພຶດສະພາ ຜ່ານມາ. ໂຄງການດັ່ງກ່າວ ເລີ່ມດໍາເນີນແຕ່ເດືອນພະຈິກ 2022 ມາຮອດເດືອນພຶດ ສະພາ 2023 ໄດ້ສໍາເລັດການກໍ່ສ້າງ ແລະ ທົດລອງການຜະລິດ ເຊິ່ງໃຊ້ເວລາ 6 ເດືອນ ກໍສາມາດບັນລຸການເຊື່ອມໂຍງທົ່ວສາຍການຜະ ລິດ ມາຮອດເວ ລາ 16:00 ໂມງ ຂອງວັນທີ 30 ພຶດສະພາ 2023 ໂຄງການໄດ້ເດີນເຄື່ອງຈັກ ການຜະລິດຢ່າງໝັ້ນຄົງເປັນເວລາ 72 ຊົ່ວໂມງ ປະລິມານການຜະລິດໂບຣ ມິນຫຼາຍກວ່າ 36 ໂຕນ/ວັນ ປະລິມານການຜະລິດສູງສຸດຕໍ່ວັນບັນລຸ 120% ຂອງກໍາລັງການຜະລິດທີ່ໄດ້ອອກແບບ ເປັນສັນຍາລັກວ່າ ໂຄງການດັ່ງ ກ່າວ ໄດ້ສໍາເລັດການທົດລອງນຳໃຊ້ເຄື່ອງຈັກຜະລິດ ບັນລຸການຜະລິດຕາມ ເປົ້າໝາຍ ແລະ ເກີນຄາດໝາຍ ເປັນການເປີດມ່ານອຸດສາຫະກຳອະໂປ ຕາສຂອງບໍລິສັດ ອາຊີ-ໂປຕາສສາກົນຢ່າງເປັນທາງການ ເຊິ່ງ ທ່ານ ສະ ເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງ ປະ ເທດ ໄດ້ຕາງໜ້າໃຫ້ລັດຖະບານ ສປປ ລາວ ສົ່ງສານຊົມເຊີຍ ແລະ ສະ ແດງຄວາມຍິນດີຕໍ່ຜົນສໍາເລັດຂອງໂຄງການດັ່ງກ່າວ. ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການ ຄ້າ ກ່າວວ່າ: ອາຊີ-ໂປຕາສ ເປັນຕົວແບບທີ່ດີໃນການຊຸກຍູ້ການພັດທະນາ ອຸດສາຫະກໍາ ແລະ ບໍ່ແຮ່ ປະກອບສ່ວນໃນການສ້າງລາຍຮັບໃຫ້ປະເທດ ຊາດ ແລະ ການພັດທະນາທ້ອງຖິ່ນ ສ້າງຊື່ສຽງດ້ານການຂຸດຄົ້ນບໍ່ແຮ່ ໃຫ້ປະເທດລາວ ໂດຍສະເພາະອຸດສາຫະກໍາເກືອໂປຕາສ ເປັນການຊຸກຍູ້ ການພົວພັນຮ່ວມມືລະຫວ່າງ ລາວ-ຈີນ ໂຄງການນິຄົມອຸດສາຫະກໍາອາ ຊີ-ໂປຕາສສາກົນ ເປັນໂຄງການອຸດສາຫະກໍາ ທີ່ສາມາດຊຸກຍູ້ເສດຖະກິດ ໃຫ້ເຂັ້ມແຂງ ຫັນປ່ຽນຫຼາຍດ້ານຂອງ ສປປ ລາວ ເປັນຕົ້ນຍົກສູງປະສິດ ທິຜົນຂອງຂະແໜງການຜະລິດ ການພັດທະນາຊັບພະຍາກອນມະນຸດ ສ້າງລະບຽບວິໄນ ພັດທະນາລະບົບຕ່ອງໂສ້ອຸດສາຫະກໍາ ແລະ ລະບົບການ ສະໜອງຄວາມຕ້ອງການ ສ້າງກຸ່ມວິສາຫະກິດຂະໜາດນ້ອຍ-ກາງ ຖ່າຍ ທອດຄວາມຮູ້ ແລະ ເຕັກໂນໂລຊີ ດຶງດູດການລົງ¬ທຶນ ແລະ ອື່ນໆ ຊ່ວຍ ສ້າງລາຍຮັບໃຫ້ປະເທດຊາດ ແລະ ປະຊາຊົນ ໂຄງການດັ່ງກ່າວຍັງສາມາດ ຊຸກຍູ້ໃຫ້ຫຼາຍພາກສ່ວນ ຮວມຕົວກັນ ຮ່ວມກັນພັດທະນາ ຖ້າໂຄງການດັ່ງ ກ່າວສາມາດດໍາເນີນໄປຕາມສັນຍາ ພັດທະນາຢ່າງວ່ອງໄວໄປຕາມເປົ້າ ໝາຍ ຄວາມຄາດຫວັງ ແລະ ແຜນ ການທີ່ກໍານົດ ຊ່ວຍຊຸກຍູ້ການພັດທະ ນາເສດຖະກິດຂອງແຂວງຄໍາມ່ວນ ກໍຄື ສປປ ລາວ ໃຫ້ເຂັ້ມແຂງຍິ່ງຂຶ້ນ. ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ກ່າວວ່າ: ບໍລິສັດ ຊີໂນ-ອາກ ຣີໂປຕາສ ຈໍາກັດ ທີ່ສັງກັດຢູ່ອາຊີ-ໂປຕາສສາກົນ ເປັນວິສາຫະກິດຕົວ ແບບໃນບັນດາວິສາຫະກິດທີ່ດໍາເນີນກິດຈະການດ້ານບໍ່ແຮ່ຢູ່ແຂວງ ຄໍາ ມ່ວນ ເຊິ່ງບໍລິສັດໄດ້ພັດທະນາກິດຈະການຂອງຕົນຢ່າງຕໍ່ເນື່ອງ ສ້າງໂຄງ ການອຸດສາຫະກໍາຫຼາຍຢ່າງ ເຄົາລົບ ແລະ ປະຕິບັດກົດໝາຍ ນັບຖືຮີດ ຄອງປະເພນີທ້ອງຖິ່ນ ກະຕືລືລົ້ນໃນການປະຕິບັດພັນທະດ້ານສັງຄົມ ປະ ກອບສ່ວນຢ່າງຕັ້ງໜ້າໃນວຽກງານການພັດທະນາສັງຄົມຂອງແຂວງຄໍາມ່ວນ ແລະ ບັນດາເມືອງອ້ອມຂ້າງ ສ້າງວຽກເຮັດງານ ທໍາຈໍານວນຫຼວງຫຼາຍ ໃຫ້ປະຊາຊົນ ຍົກລະດັບ ແລະ ປັບປ່ຽນເງື່ອນໄຂຊີວິດການເປັນຢູ່ຂອງປະ ຊາຊົນ ການປະກອບສ່ວນດ້ານສັງຄົມທີ່ພົ້ນເດັ່ນຂອງບໍລິສັດ ແມ່ນການ ປະຕິບັດໂຄງການແກ້ໄຂຄວາມທຸກຍາກຢູ່ບ້ານຊຽງແຫວນ ເມືອງທ່າແຂກ ຊ່ວຍສ້າງໂຮງຮຽນ ຂົວ ເສັ້ນທາງ ແລະ ສວນຜັກໃນເຮືອນຮົ່ມ ໂຄງການ ຜະລິດໂບຣມິນ 10.000 ໂຕນ/ປີ ຂອງອາຊີ-ໂປຕາສ ໄດ້ສໍາເລັດການທົດ ລອງ ຜະລິດ ການພັດທະນາໂປຕາສ ແລະ ອະໂປຕາສ ແມ່ນດຳເນີນໄປ ພ້ອມກັນ ເຊິ່ງເປັນການປະກອບສ່ວນອັນໃຫຍ່ຫຼວງໃນການພັດທະນາ ແຂວງຄໍາມ່ວນ ກໍຄື ສປປ ລາວ. ເດືອນມີນາ 2023 ອາຊີ-ໂປຕາສ ແລະ ລັດຖະບານ ສປປ ລາວ ໄດ້ຮ່ວມລົງ ນາມບົດບັນທຶກຄວາມເຂົ້າ ໃຈໂຄງການກໍ່ສ້າງນິຄົມອຸດສາຫະກໍາໝູນວຽນ ອັດສະລິຍະ ອາຊີ-ໂປຕາສສາກົນຢູ່ແຂວງຄໍາມ່ວນ ເຊິ່ງເປັນການເລີ່ມຕົ້ນ ຈັດຕັ້ງປະຕິບັດຢ່າງຮອບດ້ານ ໂຄງການນິຄົມອຸດສາຫະກໍາທີ່ປະກອບດ້ວຍ 3 ເຂດ ຄື: ເຂດອຸດສາຫະກໍາຝຸ່ນໂປຕາສ ເຂດອຸດສາຫະກໍາອະໂປຕາສ ແລະ ເຂດຕົວເມືອງອາຊີໂປຕາສ ໂຄງການນິຄົມອຸດສາ ຫະກຳດັ່ງກ່າວ ແມ່ນ ການວາງແຜນພັດທະນາ ໂດຍຖືເອົາການສົ່ງເສີມການສະໜັບສະໜູນ ຂອງລັດຖະບານລາວ ຊັບພະຍາກອນບໍ່ແຮ່ ຊັບພະຍາກອນພະລັງງານໄຟ ຟ້າ ຕົ້ນທຶນດ້ານແຮງງານ ແລະ ທີ່ດິນເປັນສິ່ງພົ້ນເດັ່ນເພື່ອກຳແໜ້ນ ປະສານສົມທົບກັບການຫັນເປັນອຸດສາຫະກຳ ແລະ ການຫັນເປັນຕົວ ເມືອງ ພ້ອມທັງຂະ ຫຍາຍການເຊື່ອມຕໍ່ໄປຍັງການຫັນກະສິກຳແບບດັ້ງ ເດີມ ໄປສູ່ຮູບແບບກະສິກຳທີ່ທັນສະໄໝ ຊຸກຍູ້ຮອບດ້ານເລັ່ງການພັດທະ ນາ ຂະແໜງບໍລິການ ອອກແຮງສົ່ງເສີມ ສປປ ລາວ ປະກອບສ້າງໂຄງ ສ້າງອຸດສາຫະກຳທີ່ທົດແທນການນຳເຂົ້າ ແລະ ສົ່ງອອກ ເພື່ອສ້າງລາຍຮັບ ຄາດວ່າພາຍຫຼັງດຳເນີນໂຄງການນິຄົມອຸດສາຫະກຳແລ້ວ ແຕ່ລະປີຈະ ມອບລາຍຮັບປະມານ 320 ລ້ານໂດລາສະຫະລັດ ເພີ່ມການສຳຮອງເງິນ ຕາຕ່າງປະເທດປະມານ 1,7 ຕື້ໂດລາສະຫະລັດ ຂັບເຄື່ອນການຈ້າງງານ 30.000-50.000 ຄົນ. ໂຄງການຜະລິດໂບຣມິນ 10.000 ໂຕນ/ປີ ທີ່ສຳເລັດການທົດລອງຜະລິດຄັ້ງ ນີ້ ເປັນໂຄງການທໍາອິດທີ່ໄດ້ຮັບການກໍ່ສ້າງ ພາຍຫຼັງການລົງນາມບົດບັນ ທຶກຄວາມເຂົ້າໃຈ ເປັນສຽງລະຄັງທຳອິດຂອງການພັດທະນາຊັບພະ ຍາ ກອນອະໂປຕາສ ຂອງບໍລິສັດ ອາຊີ-ໂປຕາສ ໄລຍະກໍ່ສ້າງ 6 ເດືອນ ໄດ້ສ້າງ ສະຖິຕິ “ຄວາມໄວອາຊີ-ໂປຕາສ” ອີກຄັ້ງ ນອກນີ້ຍັງເປັນການຢືນຢັນການ ປະຕິບັດຄໍາໝັ້ນສັນຍາຕໍ່ລັດຖະບານ ແລະ ຄວາມສາມາດການບັນລຸເປົ້າ ໝາຍຂອງອາຊີ-ໂປຕາສ ເຊິ່ງທີມງານອາຊີ-ໂປຕາສ ກ່າວວ່າ: ຍຸດທະສາດ ການພັດທະນາແມ່ນບົນພື້ນຖານ “ຊັບພະຍາກອນ ຂະໜາດ ການປະດິດ ສ້າງໃໝ່” ບໍລິສັດ ໄດ້ສ້າງແຜນຍຸດທະສາດການປະຕິບັດງານໃນໄລຍະຍາວ ແລະ ຊັດເຈນ ໂຄງການໂບຣມິນ ເປັນພຽງຈຸດເລີ່ມຕົ້ນ ໃນອະນາຄົດບໍລິ ສັດຈະພັດ ທະນາຄຸນຄ່າຂອງຊັບພະຍາກອນບໍ່ແຮ່ປະເທດລາວຢ່າງຮອບ ດ້ານ ເລັ່ງຄວາມຄືບໜ້າຂອງອຸດສາຫະກໍາລາວ. ອີງຕາມແຜນການຂອງອາຊີ-ໂປຕາສ ຄຽງຄູ່ກັບການບັນລຸກຳລັງການ ຜະລິດຝຸ່ນໂປຕາສ 5 ລ້ານໂຕນ/ປີ ໃນປີ 2025 ໂຄງການໂບຣມິນ ຂອງບໍ ລິສັດ ວັດສະດຸໃໝ່ອາຊີ ຈໍາກັດ ຈະພະຍາຍາມຍາດແຍ່ງໃຫ້ບັນລຸກໍາລັງ ການຜະລິດໂບຣມິນ 50.000-70.000ໂຕນ/ປີ ແລະ ສາຍການຜະລິດວັດສະ ດຸໃໝ່ຫຼາຍສາຍບົນພື້ນຖານຂອງໂບຣມິນ ສ້າງເປັນຖານການຜະລິດອຸດສາ ຫະກໍາວັດສະດຸໃໝ່ຂອງໂບຣມິນລະດັບໂລກ ຂອງ ສປ ລາວ. ຜົນສໍາເລັດການທົດລອງຜະລິດຂອງໂຄງການໂບຣມິນໂຄງການທໍາອິດ ຈະ ຊ່ວຍດຶງດູດນັກລົງທຶນຈໍານວນຫຼາຍ ເຂົ້າມາລົງທຶນຢູ່ ສປປ ລາວ ເລັ່ງວຽກ ງານດຶງດູດການລົງທຶນໃນນິຄົມອຸດສາຫະກໍາ ປັດຈຸບັນ ຍົກ ເວັ້ນໂຄງການ ໂບຣມິນແລ້ວ ໂຄງການອະໂປຕາສອື່ນໆກໍກໍາລັງເດີນໜ້າຢ່າງຮອບດ້ານ ໃນນີ້ໂຄງການຄລໍ-ອານຄາໄລ (chlor-alkali) ໂຄງການສານກັນໄຟ (Flame retardant) ໂຄງການເກືອບໍລິໂພກ ກໍສໍາເລັດການຕົກລົງກັນ ແລະ ຈະຈັດ ຕັ້ງປະຕິບັດ ໂຄງການຝຸ່ນປະສົມ ກໍກໍາລັງດຳເນີນໄປຢ່າງຕັ້ງໜ້າ ຄາດຄະ ເນກໍາລັງການຜະລິດ ໄລຍະທີ 1 ແມ່ນ 300.000 ໂຕນ ຄາດຄະເນເບື້ອງຕົ້ນ ສາມາດຊ່ວຍປະເທດລາວ ປະຢັດລາຍຈ່າຍເງິນຕາຕ່າງປະເທດປະມານ 150 ລ້ານໂດລາສະຫະລັດ ແລະ ເພີ່ມວຽກເຮັດງານທໍາ 1.000 ຄົນ. ພ້ອມກັນນີ້ ອາຊີ-ໂປຕາສ ຍັງຈະດໍາເນີນການສໍາຫຼວດ ແລະ ລົງທຶນຊັບ ພະຍາກອນແຮ່ຖ່ານຫີນ ແຮ່ບົກຊິດ ແລະ ແຮ່ອື່ນໆ ໝູນໃຊ້ຊັບພະຍາ ກອນໄລຍະຍາວ ເພື່ອສ້າງຕ່ອງໂສ້ອຸສາຫະກໍາ-ຕ່ອງໂສ້ການສະໜອງ ການຜະລິດທີ່ມີມູນຄ່າສູງ ແລະ ການຜະລິດຫຼາຍຢ່າງ ສ້າງໂຮງງານໄຟ ຟ້າຖ່ານຫີນສໍາຮອງ+ພະລັງງານລົມ ຫຼື ພະລັງງານແສງອາທິດ ສ້າງທ່າ ແຮງດ້ານພະລັງງານໄຟຟ້າໃນນິຄົມອຸດສາຫະກຳ ເພື່ອຮອງຮັບການ ເຄື່ອນຍ້າຍຂອງຕ່ອງໂສ້ອຸດສາຫະກໍາ-ຕ່ອງໂສ້ການສະໜອງຈາກທົ່ວໂລກ ຊຸກຍູ້ການພັດທະນາຊັບພະຍາກອນບໍ່ແຮ່ ການຫັນເປັນອຸດສາຫະກໍາ ແລະ ການຫັນເປັນຕົວເມືອງ ສປປ ລາວ ຖືເອົານິຄົມເປັນເວທີສະແດງ ໃຫ້ເຫັນ ຢ່າງເຕັມສ່ວນທ່າແຮງການພັດທະນາຂອງ ສປປ ລາວ ເຕົ້າໂຮມບັນດາ ວິສາຫະກິດ ແລະ ຜູ້ທີ່ມີຄວາມຮູ້ຄວາມສາມາດທີ່ໂດດເດັ່ນຈາກທົ່ວໂລກ ຕອບສະໜອງກຳລັງແຮງທີ່ເຂັ້ມແຂງໃຫ້ການພັດທະນາເສດຖະກິດ ແລະ ສັງຄົມຂອງ ສປປ ລາວ.  ເຂົ້າຮ່ວມພິທີດັ່ງກ່າວ ມີທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີປະຈໍາສໍາ ນັກງານນາຍົກລັດຖະມົນຕີ ທ່ານ ມະໄລທອງ ກົມມະສິດ ທ່ານ ສະຖາບັນ ດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທ່ານນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ ວັນໄຊ ພອງສະຫວັນ ທ່ານນາງ Liu Bingyan ກຳມະການບໍ ລິຫານ ເລຂານຸການສະພາບໍລິຫານ ຮອງປະທານ ທ່ານ Zheng Youye ກຳມະການບໍລິຫານ ຮອງປະທານ ທ່ານ Tong Yongheng ຮອງປະທານ ຜູ້ອໍານວຍບໍລິສັດ ຊີໂນ-ອາກຣີໂປຕາສ ຈໍາກັດ ທ່ານ Su Xuejun ຮອງປະ ທານ ຫົວໜ້າກຳມະການກວດກາການເງິນ ທ່ານ Liu Yonggang ຮອງປະ ທານ ພ້ອມດ້ວຍຄະນະບໍລິ ຫານບໍລິສັດ ຊີໂນ-ອາກຣີໂປຕາສ ຈໍາກັດ ແລະ ພາກສ່ວນກ່ຽວຂ້ອງ.  Share:FacebookTwitter
ໂຄງການຜະລິດໂບຣມິນ ໃນນິຄົມອຸດສາຫະກໍາອາຊີ-ໂປຕາສສາກົນ ສໍາເລັດການທົດລອງນຳໃຊ້ເຄື່ອງຈັກ
https://v2.vientianemai.net/archives/58144
ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ລົງຊຸກຍູ້ຕິດຕາມການທົດລອງການນຳໃຊ້ເຄື່ອງມືທີ່ທັນສະໄໝໃນການຈັດຕັ້ງປະຕິບັດຄຸ້ມຄອງຕິດຕາມ ແລະ ເກັບລາຍຮັບເຂົ້າງາມປະມານຢູ່ຂັ້ນຮາກຖານຂັ້ນບ້ານທີ່ຫ້ອງການປົກຄອງບ້ານຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽຈັນ (ນວ) ຕ້ອນຮັບຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີຫົວໜ້າກົມ ຮອງກົມ ເຈົ້າເມືອງໄຊທານີ ຫົວໜ້າພະແນກການ ອຳນາດການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.     ການລົງຊຸກຍູ້ຄັ້ງນີ້ໄດ້ຮັບຟັງການລາຍງານຈາກທ່ານ ຄຳພັນ ພັນທຸລັກ ຫົວໜ້າສ່ວຍສາອາກອນ ນວ ກ່ຽວກັບສະພາບພົ້ນເດັ່ນໃນການເກັບລາຍຮັບໃນ 5 ເດືອນຜ່ານມາວ່າ ນັບແຕ່ຕົ້ນປີໄດ້ເລັ່ງທວງການແຈ້ງມອບອາກອນກໍາໄລງວດ II ປີ 2023 ບວກໃສ່ທ່າແຮງອື່ນ ໄດ້ຮີບຮອ້ນສືບຕໍ່ວຽກສໍາຫຼວດຈັດປະເພດວິສາຫະກິດຄືນໃໝ່ ໂດຍຫັນເອົາເຂົ້າລະບົບທັງໝົດ ມາຮອດປັດຈຸບັນຫົວໜ່ວຍວິສາຫະກິດທັງໝົດ ມີ 59.144  ຫົວໜ່ວຍ ເພີ່ມຂຶ້ນຈາກສະຖິຕິປີ 2022 ຈໍານວນ 1.984 ຫົວໜ່ວຍ ໄດ້ຮີບຮອ້ນສືບຕໍ່ວຽກຂະຫຍາຍຖານອາກອນມູນຄ່າເພີ່ມ ຈາກເປົ້າຫມາຍຫັນເຂົ້າ 7.695 ຫົວໜ່ວຍ ປີ 2022 ຫັນໄດ້ແລ້ວ 6.628 ຫົວໜ່ວຍ ເລັ່ງວຽກສືບຕໍ່ວຽກປະຖົມນິເທດໃຫ້ເປັນປົກກະຕິໃນ 5 ເດືອນຕົ້ນປີ ປະຕິບັດໄດ້ 992 ຫົວໜ່ວຍ ປັດຈຸບັນມີຫົວໜ່ວຍແຈ້ງມອບດ້ວຍຕົນເອງ 14.698 ຫົວໜ່ວຍ ເທົ່າກັບ 72,81% ຂອງຫົວໜ່ວຍຖືບັນຊີ ແລະ ຈຸນລະວິສາຫະກິດ ວຽກຄຸ້ມຄອງຄ່າທຳນຽມທາງກໍໄດ້ສຳເລັດຮ່ວມກັບກົມສ່ວຍສາອາກອນໃນການນຳໃຊ້ລະບົບໃໝ່ຢູ່ຂັ້ນສ່ວຍສາອາກອນປະຈຳນະຄອນຫຼວງວຽງຈັນ ສ່ວຍສາອາກອນ 9 ຕົວເມືອງ ແລະ ຈຸດບໍລິການຕ່າງໆ ປັດຈຸບັນປະຕິບັດໄດ້ 37,94 ຕື້ກີບ ເທົ່າກັບ 53,67% ປັບປຸງຂອດບໍລິການຕໍ່ຜູ້ປະກອບການ ສ້າງຄວາມເຂັ້ມແຂງດ້ານວິຊາສະເພາະໃຫ້ພະນັກງານແຕ່ງຕັ້ງພະນັກງານລົງຊ່ວຍເມືອງ ເນັ້ນວຽກຄ່າເຊົ່າ ປຸກສ້າງ ຮ້ານຂາຍເຄື່ອງ ມີນີມາກ ໂທລະສັບມືຖື ແລະ ທ່າແຮງບົ່ມຊ້ອນອື່ນໆ. ສຳລັບລາຍຮັບສະເພາະພູດທີ່ທ້ອງຖິ່ນຮັບຜິດຊອບໃນປີ 2023 ຈໍານວນ 1.588 ຕື້ກີບ ປັດຈຸບັນສາມາດປະຕິບັດໄດ້ແລ້ວ 833,96 ຕື້ກີບ ເທົ່າກັບ 52,51% ຂອງແຜນການປີທຽບໃສ່ໄລຍະດຽວຂອງ ສົກປີ 2022 ເທົ່າກັບ 151,04 % ເປັນເງິນເພີ່ມຂຶ້ນ 281,80 ຕື້ກີບ  ສ່ວນວຽກງານເກັບພາສີທີ່ດິນຢູ່ ນວ ໄດ້ເລືອກເອົາ 5 ບ້ານມີ ບ້ານຕານມີໄຊ ດົງໂດກ ໄຊສົມບູນ ທ່າງ່ອນ ແລະ ໂພນຄໍ້ ເມືອງໄຊທານີ ເຊິ່ງໄດ້ມອບອຸປະກອນໃນການຈັດເກັບແບບທັນສະໄໝໃຫ້ຄົບຊຸດ ເພື່ອຊຸກຍູ້ສົ່ງເສີມໃນການຈັດຕັ້ງປະຕິບັດໃຫ້ມີຜົາສຳເລັດ.     ໂອກາດນີ້ ທ່ານ ອາດສະພັງທອງ ສີພັນດອນ ກໍໄດ້ສະແດງຄຳຄິດເຫັນ ແລະ ຂໍ້ສະເໜີບາງບັນຫາໂດຍເນັ້ນໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງປະສານຮ່ວມມືກັນຢ່າງກົມກຽວ ໂດຍສະເພາະແມ່ນການວາງແຜນການຈັດຕັ້ງປະຕິບັດ ກົນໄກການບໍລິຫານຈັດການວຽກງານທີ່ດິນ ການປ້ອນຂໍ້ມູນເຂົ້າໃນລະບົບໃຫ້ມີການເຊື່ອມຈອດກັນ ແຕ່ລະຂັ້ນໃຫ້ສາມາດກວດກາໄດ້ ພ້ອມຫັນເປັນທັນສະໄໝສາມາດຄຸ້ມຄອງຕິດຕາມ ກວດກາໄດ້ຢ່າງໂປ່ງໃສໃຫ້ບໍລິການໄດ້ວ່ອງໄວ ແລະ ທັນສະໄໝ.     ຕອນທ້າຍທ່ານລັດຖະມົນຕີ ໄດ້ມີຄຳເຫັນໂດຍໄດ້ຍ້ອງຍໍຕໍ່ການເອົາໃຈໃສ່ປະຕິບັດວຽກງານຂອງທຸກພາກສ່ວນເຊິ່ງເຫັນໄດ້ວ່າເຮັດໃຫ້ການຈັດເກັບລາຍຮັບມີທ່າກ້າວທີ່ດີ ໄປຄຽງຄູ່ກັບຈຸດດີນັ້ນຍັງມີບາງບັນຫາຕ້ອງໄດ້ເອົາໃຈໃສ່ຕຶ່ມ ນວ ແມ່ນໃຈກາງທາງດ້ານເສດຖະກິດ-ສັງຄົມຂອງປະເທດ ແລະ ມີທ່າແຮງຫຼາຍ ສະນັ້ນຈຶ່ງຕ້ອງໄດ້ເອົາໃຈໃສ່ຢ່າງເຂັ້ມແຂງເພື່ອເປັນແບບຢ່າງໃນການຈັດຕັ້ງປະຕິບັດໃຫ້ສາມາດເກັບລາຍຮັບໄດ້ຕາມແຜນການ ແລະ ລື່ນຄາດໝາຍຢ່າງເຂັ້ມແຂງ ພ້ອມນີ້ໃຫ້ສຶບຕໍ່ເອົາໃຈໃສ່ການຈັດຕັ້ງປະຕິບັດວຽກງານຕົວຈິງເພື່ອປະກອບສ່ວນເຮັດໃຫ້ແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ ບັນລຸໄດ້ຕາມຄາດໝາຍ ຂຸດຄົ້ນໃຫ້ເຫັນຖານລາຍຮັບທີ່ບົ່ມຊ້ອນໂດຍຫັນໄປສູ່ລະບົບທັນສະໄໝສາມາດຕິດຕາມກວດກາ ກວດສອບໄດ້ຢ່າງໂປ່ງໃສຊັດເຈນ ຊຸກຍູ້ໃຫ້ການເກັບລາຍຮັບທົດລອງດ້ວຍລະບົບທັນສະໄໝຢູ່ຂັ້ນບ້ານມີປະສິດທິຜົນ ໄດ້ຮັບຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້ ແລະ ຂະຫຍາຍໄປໃນບ້ານຕ່າງໆໃນທົ່ວປະເທດ ນອກຈາກນີ້ໄດ້ມີການມອບອຸປະກອນຮັບໃຊ້ຫ້ອງການ ຄອມພິວເຕີ ເຄື່ອງປີນເຕີໃຫ້ແກ່ບ້ານ ແລະ ເມືອງໄຊທານີເພື່ອນຳໃຊ້ເຂົ້າໃນການຈັດເກັບລາຍຮັບຢູ່ຂັ້ນບ້ານອີກດ້ວຍ. Share:FacebookTwitter
ເຈົ້າຄອງ ນວ ແລະ ລັດຖະມົນຕີກະຊວງການເງິນລົງຊຸກຍູ້ວຽກງານເກັບລາຍຮັບຢູ່ຂັ້ນຮາກຖານບ້ານ
https://v2.vientianemai.net/archives/58150
ພິທີເປີດການສໍາພາດຮ່ວມກັນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງໜັງສືພິມປະຊາຊົນລາຍວັນຈີນ ແລະ ສື່ມວນຊົນລາວ ຈັດຂຶ້ນວັນທີ 6 ມິຖຸນາ 2023 ທີ່ເຂດພັດທະນາກວມລວມໄຊເສດຖາ ໃຫ້ກຽດເຂົ້າຮ່ວມມີທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍທ່ານ ສະຫວັນຄອນ ຣາຊມຸນຕີ ປະທານສະມາຄົມນັກຂ່າວແຫ່ງ ສປປລ ລາວ ຕະຫຼອດຮອດບັນນາທິການສື່ມວນຊົນອ້ອຍຂ້າງສູນກາງ ແລະ ນັກຂ່າວທັງສອງປະເທດເຂົ້າຮ່ວມ. ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທີການໃຫຍ່ໜັງສືພີມປະຊາຊົນ ໄດ້ໃຫ້ການສຳພາດວ່າ: ໃນໄລຍະ 10 ປີຜ່ານມາ ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ສ້າງໂອກາດ ແລະ ຜົນປະໂຫຍດຢ່າງໃຫຍ່ຫລວງໃຫ້ແກ່ປະເທດຕ່າງໆໃນໂລກ ທັງສ້າງສາຍພົວພັນຄູ່ຮ່ວມມື ທີ່ໃກ້ຊິດກວ່າເກົ່າ ຍຶດໝັ້ນການເດີນຕາມເສັ້ນທາງທີ່ສາມັກຄີ ແລະ ຮ່ວມກັນ ເຊື່ອມຈອດກັນ ແລະ ພັດທະນາຮ່ວມກັນ ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດທັງໝົດນີ້ ກໍເພື່ອຮັບປະກັນຜົນປະໂຫຍດຂອງຊາດ ກໍຄື ການພົວພັນລະຫວ່າງສອງຊາດ ລາວ-ຈີນ ໃຫ້ປະສົບຜົນສຳເລັດໃນທຸກໆດ້ານຢ່າງຈົບງາມ ໃນນາມສື່ມວນຊົນ ກໍຄື ໜັງສືພິມປະຊາຊົນສຽງຂອງສູນກາງພັກ ໃນໄລຍະຜ່ານມາ ແມ່ນເຫັນດີ ແລະ ສະໜັບສະໜູນຢ່າງເຕັມທີສະແດງອອກຢູ່ບ່ອນວ່າ: ໄດ້ນຳເອົາຂໍ້ລິເລີ່ມໜຶ່ງແລ້ວໜຶ່ງເສັ້ນທາງມານຳສະເໜີອອກຂ່າວທາງໜັງສືພິມ ເຟສບຸກ ເວບໄຊ ນັບແຕ່ ສປ ຈີນ ມີການອອກນະໂຍບາຍນີ້ເປັນຕົ້ນມາ ພ້ອມທັງໄດ້ຊີ້ແຈງອະທິບາຍໃຫ້ປະຊາຊົນລາວຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ. ທ່ານ Ma Xiaoning ຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນປະຈຳວັນສາກົນແຫ່ງປະເທດຈີນກ່າວວ່າ: ຈຸດປະສົງຂອງການສໍາພາດຮ່ວມກັນໃນຄັ້ງນີ້ ເພື່ອສະແດງໃຫ້ປະຊາຊົນຈີນທົ່ວປະເທດເຫັນຮູບພາບທີ່ສວຍງາມອັນພົ້ນເດັ່ນຂອງປະເທດລາວ ແລະ ກໍ່ເປັນການສະແດງເຖິງເລື່ອງເລົ່າຕ່າງໆຂອງ ສປ ຈີນ ເພື່ອເຮັດໃຫ້ສອງຊາດລາວ-ຈີນ ສາມາດເຊື່ອມໂຍງ ແລະ ກົມກຽວໃນການພັດທະນາຕາມຄວາມມຸ່ງມາດປາຖະໜາຂອງຕົນ ເພື່ອນຳເອົາຜົນປະໂຫຍດສູງສຸດມາໃຫ້ປະຊາຊົນສອງຊາດ ພ້ອມທັງສະແດງຄວາມເຊື່ອໝັ້ນວ່າສື່ມວນຊົນລາວ-ຈີນ ຈະຄົ້ນເຫັນໃນດ້ານຂຽນຂ່າວລາຍງານກ່ຽວກັບການຮ່ວມມືແບບຄູ່ຮ່ວມຍຸດທະສາດທີ່ສຳຄັນ ແລະ ມີຄວາມໝາຍເປັນຢ່າງຍິ່ງຮອບດ້ານອັນປະເສີດລະຫວ່າງສອງປະເທດໃຫ້ຈະແຈ້ງຕື່ມ ແລະ ສາມາດເຫັນພາບໃນການດຳລົງຊີວິດການເປັນຢູ່ທີ່ມີຄວາມສຸກປະຊາຊົນສອງປະເທດໃຫ້ເປັນອັນທີ່ດຶງດູດມວນຊົນເຂົ້າອ່ານ. ພາຍຫຼັງສໍາເລັດພິທີເປີດຢ່າງເປັນທາງການ ບັນດາສື່ມວນຊົນທັງສອງປະເທດໄດ້ຢ້ຽມຊົມເບິ່ງອ້ອມຮອບການພັດທະນາເຂດກວມລວມໄຊເສດຖາ ໂດຍສະເພາະຢ້ຽມຊົມ ແລະ ສໍາພາດການຜະລິດຂອງບໍລິສັດເປີດຕີເຄື່ອງນຸ່ງຫົ່ມລາວຈໍາກັດ ແລະ ການຜະລິດເຄື່ອງໃຊ້ຈາກໄມ້ເກດສະໜາ ຂອງບໍລິສັດເອສເຄຕື່ມອີກ. ມາຮອດປັດຈຸບັນ ມີທັງໝົດ 151 ປະເທດ 32 ອົງການຈັດຕັ້ງສາກົນ ໄດ້ລົງນາມເຊັນສັນຍາຮ່ວມມື ກັບ ສປ ຈີນ ໃນການຮ່ວມມືຄໍາເນີນຕໍ່ປະຕິບັດ “ໜຶ່ງແລວໜຶ່ງເສັ້ນທາງ ” ໃນ 10 ປີຜ່ານມາ ພາຍຫຼັງທີ່ລິເລີ່ມການລົງທຶນໂຄງການ ມາຮອດປັດຈຸບັນໄດ້ນໍາໃຊ້ງົບປະມານທັງໝົດ ພັນຕື້ໂດລາສະຫາລັດ ມີບັນດາໂຄງການຮ່ວມມືກັນທັງໝົດ 3.000 ກວ່າໂຄງການ ເຊິ່ງສາມາດສ້າງວຽກເຮັດງານທໍາພາຍໃນປະເທດໄດ້ເຖິງ 42.000 ລ້ານກວ່າຕໍາແໜ່ງ ນອກນັ້ນຍັງໄດ້ຍົກລະດັບຊີວິດການເປັນຢູ່ ແລະ ຫຼຸດພົ້ນຄວາມທຸກຍາກທັງໝົດ 40 ລ້ານຄົນ ທ້າຍປີນີ້ລັດຖະບານຈີນຈະໄດ້ຈັດຕັ້ງການຮ່ວມືສາກົນຂັ້ນສູງຄັ້ງທີ3 ຂຶ້ນ ພາຍໃຕ້ການຮ່ວມມືດໍາເນີນຂໍ້ປະຕິບັດ ໜຶ່ງແລວໜຶ່ງເສັ້ນທາງ ຕື່ມອີກ. Share:FacebookTwitter
ເປີດການສໍາພາດຮ່ວມກັນ “ໜຶ່ງແລວ ໜຶ່ງເສັ້ນທາງ”ຂອງສື່ມວນຊົນຈີນ ແລະ ສື່ມວນຊົນລາວ
https://v2.vientianemai.net/archives/58159
ໃນວັນທີ 1 ມິຖຸນາ 2023 ຜ່ານມາຄະນະນັກຮຽນລາວ ພ້ອມດ້ວຍຄະນະນຳກວ່າ 100 ຄົນ ໄດ້ສືບຕໍ່ເຄື່ອນໄຫວຮ່ວມກິດຈະກຳ ແລະ ທ່ຽວຊົມເມືອງ ທີ່ເປັນປະຫວັດສາດເກົ່າແກ່ຫຼາຍພັນປີຂອງ ສປ ຈີນ ທີ່ນະຄອນຊີອານ ແຂວງຊານຊີ ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ຈູ່ຈື່ເຊີງ ປະທານສະຫະພັນການກຸສົນນະຄອນຊີອານ ພ້ອມດ້ວຍຄະນະ ແລະ ອາສາສະໝັກຈີນ ຈຳນວນໜຶ່ງ.     ທີ່ໂຮງຮຽນປະຖົມເຂດພັດທະນາເສດຖະກິດຊີອານ ໂດຍເປັນກຽດຕ້ອນຮັບຂອງ ທ່ານ ນາງ ຫຼີ້ຈິງ  ຮອງເລຂາພັກນະຄອນຊີອານ ແລະ ທ່ານ ຫຼີ້ຈ້ຽນຫົວ ຜູ້ອໍານວຍການໂຮງຮຽນດັ່ງກ່າວ ຄະນະນັກຮຽນລາວ ໄດ້ເຂົ້າຮ່ວມກິດຈະກໍາຮ່ວມກັບນັກຮຽນຈີນ ໃນການສະແດງສິລະປະ ແລະ ແລກປ່ຽນວັດທະນະທໍາ ເຊິ່ງກັນ ແລະ ກັນ ລວມທັງກິດຈະກຳອື່ນໆອີກ.     ນອກຈາກນີ້ ໃນວັນທີ 2-3 ມິຖຸນາ 2023 ຜ່ານມາ ຂະບວນນັກຮຽນລາວດັ່ງກ່າວ ຍັງໄດ້ເຂົ້າຢ້ຽມຊົມຫໍພິພິທະພັນສຸສານທະຫານຈີນຊີຮ່ອງເຕ້ ຊຶ່ງເປັນພິພິທະພັນເກົ່າແກ່ມີປະຫວັດສາດມາຫຼາຍພັນປີ, ໄດ້ຮ່ວມກິດຈະກຳປັ້ນຫຸ່ນທະຫານດ້ວຍດິນໜຽວ ແລະ ຢ້ຽມຊົມຫໍພິພິທະພັນຊີອານ ພ້ອມທັງເລາະຊົມກຳແພງເມືອງຊີອານ ເພື່ອຮຽນຮູ້ປະຫວັດຄວາມເປັນມາຂອງແຕ່ລະສະຖານທີ່.     ສໍາລັບກິດຈະກໍາດັ່ງກ່າວ ທີ່ໄດ້ດໍາເນີນມາແຕ່ວັນທີ 23 ພຶດສະພາ 2023 ຈະສິ້ນສຸດລົງໃນວັນທີ 7 ມິຖຸນາ 2023 ທັງນີ້ກໍເພື່ອເປັນການຮັດແໜ້ນ ສາຍພົວພັນທາງການທູດ ແລະ ການຮ່ວມມືຂອງສອງພັກ-ສອງລັດ ແລະ ປະຊາຊົນ ສອງຊາດລາວ-ຈີນ ພາຍໃຕ້ໂຄງການ ໜຶ່ງແລວ ໜຶ່ງເສັ້ນທາງ “One Belt One Road”  ສົ່ງເສີມເຍົາວະຊົນລາວໄດ້ແລກປ່ຽນວັດທະນະທໍາກັບເຍົາວະຊົນຈີນ ແລະ ຮຽນຮູ້ບົດຮຽນອັນດີໃນການພັດທະນາຊັບພະຍາກອນມະນຸດຂອງ ສປ ຈີນ. ນອກຈາກນັ້ນ, ຄະນະຮັບຜິດຊອບ ແລະ ຄູອາຈານນໍາພາ ກໍຈະໄດ້ຮຽນຮູ້ບົດຮຽນໃນການສ້າງສາພັດທະນາປະເທດຊາດຂອງ ສປ ຈີນ ໃນແຕ່ລະໄລຍະ ພ້ອມທັງແລກປ່ຽນບົດຮຽນ ແລະ ປະສົບການໃນພັດທະນາຊັບພະຍາກອນມະນຸດ ເພື່ອນໍາໄປໝູນໃຊ້ເຂົ້າໃນວຽກງານຂອງຕົນໃຫ້ມີມີຄຸນນະພາບ ແລະ ປະສິດທິພາບ. Share:FacebookTwitter
ຄະນະນັກຮຽນລາວ ສືບຕໍ່ຮ່ວມກິດຈະກໍາ ທີ່ໂຮງຮຽນປະຖົມເຂດພັດທະນາເສດຖະກິດ ແລະ ທ່ຽວຊົມສະຖານທີ່ເປັນປະຫວັດສາດສຳຄັນນະຄອນຊີອານ
https://v2.vientianemai.net/archives/58182
ວັນທີ 7 ມິຖຸນາ 2023 ສະຫະລັດອາເມລິກາ ໂດຍຜ່ານ ອົງການ USAID ໄດ້ມອບອຸປະກອນລະບົບຄວາມເຢັນເພື່ອເກັບ ຮັກສາວັກຊີນ (cold chain) ແລະ ອຸປະກອນໄອທີ ໃຫ້ແກ່ ກະຊວງສາທາລະນະສຸກແຫ່ງ ສປປ ລາວ ເຊິ່ງເປັນ​ຂີດໝາຍ ອັນສຳຄັນໃນການຮ່ວມມື ລະຫວ່າງ ທັງສອງປະເທດ ໃນວຽກງານສັກວັກຊີນກັນພະຍາດ ໂຄວິດ-19 ແລະ ດ້ານສາທາລະ ນະສຸກ. ເຖິງວ່າ ກໍລະນີຜູ້ຕິດເຊື້ອ ໂຄວິດ-19 ໃນ ສປປ ລາວ ໄດ້ຫຼຸດລົງກໍ່ຕາມ ພະຍາດດັ່ງກ່າວ ຍັງເປັນໄພຄຸກຄາມດ້ານສາທາລະນະ ສຸກ ເເລະ ຕໍ່ການດໍາລົງຊີວິດຂອງປະຊາຊົນ ແລະ ການພັດທະນາດ້ານ ເສດຖະກິດ-ສັງຄົມ ຂອງປະເທດ  ນອກນັ້ນ ຄວາມ ເປັນໄປໄດ້ນັ້ນຂອງການເເພ່ລະບາດຢ່າງຮາຍເເຮງອີກຄັ້ງຂອງພະຍາດ ໂຄວິດ-19 ນັ້ນຍັງເປັນສາຍເຫດທີ່ ສປປ ລາວ ຕ້ອງ ເພີ່ມທະວີຄວາມສາມາດ ໃນການຈັດເກັບວັກຊີນ ແລະ ການສັກວັກຊີນໃຫ້ແກ່ປະຊາຊົນ ຢ່າງມີປະສິດທິພາບ.ທ່ານ ດຣ ບັນດິດ ຊຸມພົນພັກດີ ຫົວຫນ້າສູນ ຮັກສາສຸຂະພາບ ແມ່ ແລະ ເດັກ ໄດ້ກ່າວວ່າ: “ສປປ ລາວ ຍັງໃຫ້ຄວາມສໍາຄັນ ສູງ ຕໍ່ການເຝົ້າລະວັງ ແລະ ເສີມສ້າງຄວາມເຂັ້ມແຂງ ໃນການຮັບມືກັບ ໂຄວິດ-19 ເເລະ ບັນຫາສາທາລະນະສຸກອື່ນໆ​ຂອງ ປະເທດ ດ້ວຍເຫດນີ້ ລັດຖະບານ ແຫ່ງ ສປປ ລາວ ຈຶ່ງໃຫ້ຄວາມສໍາຄັນສູງ ຕໍ່ການສະໜັບສະໜູນ ຈາກ ໂອງການ USAID ໃນຄັ້ງນີ້ ແລະ ພວກເຮົາກໍຂໍຂອບໃຈ ອົງການຢູນິເຊັບ ເຊັ່ນດຽວກັນ ທີ່ໄດ້ໃຫ້ການສະໜັບສະໜູນນຢ່າງຕໍ່ເນື່ອງໃນວຽກງານ ສັກວັກຊີນຂອງ ສປປ ລາວ ຕະຫຼອດໄລຍະຜ່ານມາ. ອຸປະກອນລະບົບຄວາມເຢັນເພື່ອເກັບຮັກສາວັກຊີນ ທີ່ສະໜອງໂດຍ ອົງການ USAID ປະກອບມີ: ຕູ້ເຢັນ 150 ໜ່ວຍ ແລະ ຕູ້ແຊ່ແຂງ 50 ໜ່ວຍ ເພື່ອບັນຈຸວັກຊີນ ເຊິ່ງຈະຖືກແຈກຢາຍໄປຍັງ ສຸກສາລາ ແລະ ສາງເຢັນເກັບວັກຊີນ ໃນທົ່ວປະເທດ ອຸປະກອນເຫຼົ່ານີ້ ຈະເສີມຂະຫຍາຍຄວາມສາມາດໃນການຈັດເກັບວັກຊີນຂອງ ສປປ ລາວ ແລະ ເຮັດໃຫ້ສາ ມາດເກັບຮັກ ສາທັ້ງ ວັກຊີນກັນພະຍາດ ໂຄວິດ-19 ແລະ ວັກຊີນອື່ນໆໄດ້ຢ່າງປອດໄພ ນອກຈາກນັ້ນ ອົງການ USAID ຍັງໄດ້ມອບ ແທັບ ເລັດ ຈໍານວນ 400 ເຄື່ອງ ແລະ ໂນດບຸກ ຈໍານວນ 70 ເຄື່ອງ ໃຫ້ແກ່ ກະຊວງສາທາລະນະສຸກ ເຊິ່ງຈະຄວາມ​ສະ​ດວກ​ໃຫ້ພະ ນັກງານສາທາລະນະສຸກ ໃນການເກັບກຳ ແລະ ລາຍງານຂໍ້ມູນກ່ຽວກັບການສັກວັກຊີນກັນພະຍາດ ແລະ ວຽກງານສາທາ ລະນະສຸກອື່ນໆ ພ້ອມທັງອຳນວຍຄວາມສະດວກໃນການເຂົ້າເຖິງ ລັກສູດການຮຽນຮູ້ທາງດີຈີຕອລຕ່າງໆ ເພື່ອພັດທະນາ ຄວາມສາມາດຂອງພະນັກງານສາທາລະນະສຸກ ການປະກອບສ່ວນອຸປະກອນໃນຄັ້ງນີ້ຈາກອົງການ USAID ມີມູນຄ່າທັ້ງ ມົດຢູ່ 400.000 ໂດລາ ເເລະ ໄດ້ຖືກຈັດຊື້ຜ່ານການສະໜັບສະໜູນ ອົງການຢູນິເຊັບ. ໃນລະຫວ່າງພິທີມອບຮັບ ທ່ານ ດຣ Kevin Smith ຮອງຜູ້ຕາງໜ້າອົງການ USAID ປະຈໍາ ສປປ ລາວ ໄດ້ຍົກໃຫ້ເຫັນເຖິງ ການຮ່ວມມືທີ່ເຂັ້ມແຂງ ລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ ທ່ານໄດ້ກ່າວວ່າ:  “ອົງການUSAID ມີຄວາມ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຮ່ວມມືກັບ ລັດຖະບານ ແຫ່ງ ສປປ ລາວ ແລະ ການປະກອບສ່ວນອຸປະກອນໃນຄັ້ງນີ້ ສະແດງ ໃຫ້ເຫັນເຖິງ ການຮ່ວມມືທີ່ເຂັ້ມແຂງ ລະຫວ່າງທັງສອງປະເທດຂອງພວກເຮົາ ພວກເຮົາຫວັງວ່າອຸປະກອນເຫຼົ່ານີ້ ຈະມີບົດ ບາດອັນສໍາຄັນ ໃນການຊ່ວຍເສີມສ້າງຄວາມສາມາດ ຂອງ ສປປ ລາວ ໃນການຈັດເກັບວັກຊີນຈຳນວນຫຼາຍຂຶ້ນ ເສີມສ້າງ ຄວາມເຂັ້ມເເຂງຂອງລະບົບຄວາມເຢັນເພື່ອເກັບຮັກສາວັກຊີນ ເເລະ ປັບປຸງການປ້ອນຂໍ້ມູນ ແລະ ການຕິດຕາມວຽກງານ ສັກວັກຊີນ ແລະ ການທີ່ພວກເຮົາສາມາດສະໜອງວັກຊີນໃນຂັ້ນແຂວງ ເມືອງ ແລະ ສຸກສາລາ ນັ້ນຈະຊ່ວຍຮັບປະກັນວ່າປະ ຊາກອນທີ່ມີຄວາມສ່ຽງທີ່ສຸດ ແລະ ປະຊາຊົນໃນເຂດທີ່ເຂົ້າເຖິງຍາກທີ່ສຸດນັ້ນສາມາດເຂົ້າເຖິງວັກຊີນໄດ້.     Share:FacebookTwitter
USAID ຊ່ວຍໃຫ້ການເຫຼືອອຸປະກອບເກັບຮັກສາວັກຊີນ ແລະ ດ້ານສາທາລະນະສຸກອື່ນໆ
https://v2.vientianemai.net/archives/58188
ໂຄງການຊົນລະປະທານຕົວແບບນໍ້າກະຕະ ເມືອງບົວລະພາ ແຂວງຄຳມ່ວນ ເປັນຊົນລະປະທານປະເພດນໍ້າໄຫຼເອງ ຫົວງານ ເປັນຝາຍນໍ້າລົ້ນ ໄດ້​ກໍ່​ສ້າງ​ສຳ​ເລັ​ດ ແລະ ຈັດ​ພິ​ທີ​ມອ​ບ​ເປັນ​ທາງ​ການ ​ໂດຍ​ຈະ​ສາ​ມາດ​ສະ​ໜອງ​ນ້ຳ​ເຂົ້າ​ໃນ​ການ​ຜະ​ລິດ​ນາ​ປີ ແລະ ນາ​ແຊງ ທີ່ນອນ​ຢູ່​ໃນ​ບ້ານນາສົມບູນ ທ່າແຮ່ ແລະ ບ້ານປ່າກ້ວຍໃຕ້ ໄດ້​ກວ່າ 100 ເຮັກ​ຕາ. ໂຄງການດັ່ງ​ກ່າວ​ແມ່ນນອນໃນແຜນການພັດທະນາຂອງຂະແໜງການກະສິກຳ ແລະ ປ່າໄມ້ຂອງແຂວງຄຳມ່ວນ ກໍຄື ສູນ ກາງ ເພື່ອພັດທະນາໂຄງການ ສຳລັບການຄໍ້າປະກັນທາງດ້ານສະບຽງອາຫານ ແລະ ຫຼຸດຜ່ອນຄວາມທຸກຍາກຂອງປະຊາ ຊົນບັນດາເຜົ່າ ເຊິ່ງໂຄງການດັ່ງກ່າວໄດ້ຮັບການຊ່ວຍເຫຼືອ ແລະ ສະໜັບສະໜູນ ຈາກອົງການເພື່ອການພັດທະນາຝຣັ່ງ (AFD) ໂດຍໄດ້ເລີ່ມຈັດຕັ້ງປະຕິບັດແຕ່ທ້າຍປີ 2017 ແລະ ມາຮອດປີ 2023 ໂຄງການໄດ້ຈັດຕັ້ງປະຕິບັດສຳເລັດ ແລະ ບັນລຸຕາມຈຸດປະສົງຄາດໝາຍຂອງໂຄງການທີ່ວາງໄວ້. ໂຄງການນີ້ປະກອບມີ 2 ປະຕູປ່ອຍນໍ້າ ຊ້າຍ ແລະ ຂວາ ມີຄອງຫຼັກ2 ຄອງ ຍາວ 3.295 ແມັດ ແລະ ຄອງຍ່ອຍ 13 ຄອງ ຍາວ 5.016 ແມັດ ສາມາດສະໜອງນໍ້າຫົດເນື້ອທີ່ທຳການຜະລິດໄດ້ 100 ກວ່າເຮັກຕາ ແລະ ລະດູແລ້ງສາມາດສະໜອງນໍ້າໄດ້ປະ ມານ 35-70 ເຮັກຕາ ໂດຍກວມເອົາ 3 ບ້ານຄື: ບ້ານນາສົມບູນ ທ່າແຮ່ ແລະ ບ້ານປ່າກ້ວຍໃຕ້ ລວມມີ 375 ຄອບຄົວທີ່ຈະໄດ້ ຮັບຜົນປະໂຫຍດ ມີມູນຄ່າການກໍ່ສ້າງທັງໝົດ 4,8 ລ້ານເອີໂຣ ໂດຍໃຫ້ການສະໜັບສະໜູນຈາກ ອົງການພັດທະນາ ປະ ເທດຝຣັ່ງ 4,5 ລ້ານເອີໂຣ ການປະກອບສ່ວນຈາກລັດຖະບານລາວ 200.000 ເອີໂຣ ແລະ ການປະກອບສ່ວນຂອງຜູ້ໄດ້ຮັບ ຜົນປະໂຫຍດ 100.000 ເອີໂຣ. ສຳ​ລັບ​ພິ​ທີ​ມອບ-ຮັບ​ໂຄງ​ການ​ເປັນ​ທາງ​ການ ໄດ້ຈັດຂຶ້ນໃນວັນທີ 7 ມິຖຸນາ ຜ່ານມາ ທີ່ບ້ານນາສົມບູນ ໂດຍມີ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ ທ່ານ ນາງ ຊິວ ແລງ ຈູ ເອກອັກຄະລັດຖະທູດ ຝຣັ່ງ ປະຈຳລາວ ຕາງໜ້າອົງການເພື່ອການພັດທະນາ ຝຣັ່ງ (AFD) ພ້ອມດ້ວຍພາກສ່ວນ ທີ່ກ່ຽວຂ້ອງຈາກຂັ້ນສູນກາງ ແຂວງ ເມືອງ ແລະ ປະຊາຊົນເຂົ້າຮ່ວມ. Share:FacebookTwitter
ເປີດນຳໃຊ້ໂຄງການຊົນລະປະທານຕົວແບບ ນໍ້າກະຕະ ເມືອງບົວລະພາ
https://v2.vientianemai.net/archives/58197
ໃນວັນທີ 6 ມິຖຸນາ 2023 ກົມປຸກຝັງ ກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ສູນວິໄຈພັນພືດເຂດ ຮ້ອນອາຊີໃຕ້ ຂອງສະຖາບັນວິທະຍາສາດກະສິກຳເຂດຮ້ອນແຫ່ງ ສປ ຈີນ ແລະ ບໍລິສັດ ເສສວນຢາງກວ່າງເຈ່ຍລັນ ພັດທະນາກະສິກຳ ຍຸກສະໄໝໃໝ່ ຈໍາກັດ ໄດ້ປືກສາຫາລືກັບຝ່າຍຈີນຢູ່ທີ່ສະຖາບັນວິທະຍາສາດ ກະ ສິກຳເຂດຮ້ອນແຫ່ງ ສປ ຈີນ ກ່ຽວກັບການຊ່ວຍພັດທະນາຄວາມທັນສະໄໝທາງດ້ານກະສິກໍາໃຫ້ແກ່ ປະເທດ ລາວ ທີ່ລະບຸໄວ້ໃນບົດບັນທຶກຄວາມເຂົ້າໃຈການຮ່ວມມືດ້ານເຕັກໂນໂລຊີການກະສິກຳ (MOU) ທີ່ໄດ້ລົງນາມ ໃນເດືອນມີນາ ປີ 2023. ໃນກອງປະຊຸມ ທຸກຝ່າຍໄດ້ຜ່ານການຄົ້ນຄວ້າ ແລະ ປຶກສາຫາລື ເຫັນດີກໍານົດເອົາການນຳເຂົ້າເຕັກໂນ ໂລຊີດ້ານກະສິກຳທີ່ທັນສະໄໝ ແລະ ປະສົບການການບໍລິຫານຄຸ້ມຄອງວິສາຫະກິດ ໂດຍນໍາໃຊ້ທ່າແຮງດ້ານ ຊັບພະຍາກອນທຳມະຊາດທາງກະສິກຳຂອງລາວ ສ້າງມາດຕະຖານທີ່ກ່ຽວຂ້ອງກ່ຽວກັບຕ່ອງໂສ້ອຸດສາຫະກໍາລວມຮອບດ້ານທາງດ້ານກະສິກຳເຂດຮ້ອນ ສ້າງເວທີການຄ້າຂ້າມແດນ ສຳລັບສິນຄ້າກະສິກຳ ແລະ ສົ່ງເສີມ ການພັດທະນາແບບດີຈີຕອນທາງດ້ານກະສິກຳເຂດຮ້ອນລະຫວ່າງ ຈີນ-ລາວ ຊຸກຍູ້ການຮ່ວມມືດ້ານກະສິກຳ ລະຫວ່າງ ຈີນ-ລາວ ການຮ່ວມມື ວິສາຫະກິດການຄ້າ ຊ່ວຍຜັກດັນທິດທາງການພັດທະນາກະສິກຳ ແລະ ການຄ້າທາງສິນຄ້າກະສິກຳ ລະຫວ່າງ ຈີນ-ລາວ ອອກສູ່ສາກົນ ນອກຈາກນັ້ນ ພາຍໃຕ້ຫຼັກການບົນພື້ນຖານ ການຮ່ວມກັນປຶກສາຫາລື ຮ່ວມກັນສ້າງ ແລະ ຮ່ວມກັນແບ່ງປັນ ອີງຕາມສັນຍາການຮ່ວມມືດ້ານເຕັກໂນໂລຊີ ການກະສິກຳ (MOU) ໄດ້ກໍານົດການປະຕິບັດງານ ໂຄງການຄົ້ນຄວ້າວິໄຈດ້ານກະສິກຳ ນະວັດຕະກຳເຕັກໂນ ໂລຊີເຄື່ອງກົນຈັກການກະເສດໃໝ່ ການສ້າງແນວພັນ ຄຸນນະພາບພືດເຂດຮ້ອນ ສ້າງເຂດພື້ນທີ່ສາທິດເພາະ ປູກພືດເຂດຮ້ອນ ສ້າງສູນເຝິກອົບຮົມບຸກຄະລາກອນທາງດ້ານກະສິກໍາຂອງລາວ ແລະ ສ້າງລະບົບມາດຕະ ຖານແບບບູລະນາການ ໃນການກວດສອບ ແລະ ຮັບຮອງແບບຕອງໂສ້ອຸດສາຫະກຳຮອບດ້ານກະສິກຳເຂດ ຮ້ອນ ແລະ ແຜນການ-ເປົ້າໝາຍການຮ່ວມມືຂອງສາມຝ່າຍ. ສາມຝ່າຍໄດ້ກ່າວ ວ່າ: ຈະປະຕິບັດຕາມຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຍຶດໝັ້ນໃນ ການຮ່ວມມືຢ່າງ ສັນຕິ ເປີດກວ້າງ ຮຽນຮູ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ມີຜົນປະໂຫຍດຮ່ວມກັນ ແບບຕ່າງຝ່າຍຕ່າງໄດ້ຮັບໄຊຊະນະ ຍຶດໝັ້ນແນວຄິດພັດທະນາແບບສີຂຽວ ຄວ້າໂອກາດໃນການດໍາເນີນງານ RCEP ແລະ ຂັບ ເຄື່ອນດ້ວຍນະວັດຕະກໍາໃໝ່ ຖືເອົາບໍລິສັດ ຢາງກວ່າງເຈ່ຍລັນ (ລາວ) ສວນອຸດສາຫະກໍາພັດທະນາກະສິກໍາລະ ບົບນິເວດ ເປັນແກນກາງໃນການຈັດຕັ້ງດໍາເນີນງານຕາມເນື້ອໃນສັນຍາການຮ່ວມມືດ້ານເຕັກໂນໂລຊີການກະສິ ກຳ (MOU) ຍົກສູງຄຸນນະພາບ ເພື່ອໃຫ້ບັນລຸແຜນເປົ້າໝາຍຕ່າງໆຕາມທີ່ກ່າວຂ້າງເທິງ ນໍາໃຊ້ພູມປັນຍາຂອງ ຈີນ ຊ່ວຍຊຸກຍູ້ການພັດທະນາ ແລະ ປະດິດສ້າງໃໝ່ໃຫ້ແກ່ກະສິກຳ ຈີນ-ລາວ ຮ່ວມສົ່ງເສີມ ປົກປັກຮັກສາລະ ບົບນິເວດ ແລະ ເສດຖະກິດພາກພື້ນ ສົ່ງເສີມການພັດທະນານະວັດຕະກໍາແບບສີຂຽວ ແລະ ຄວາມທັນສະໄໝ ຂອງ ຈີນ-ລາວ ໃນດ້ານເຕັກໂນໂລຊີກະສິກຳ ການລົງທຶນດ້ານກະສິກຳ ການຄ້າດ້ານກະສິກໍາ ແລະ ອຸດສາ ຫະກຳກະສິກຳຢ່າງຈິງຈັງ ເພື່ອອຸທິດຜົນງານ ແລະ ສ້າງປະຊາຄົມຄູ່ຮ່ວມຊາຕາກໍາມວນມະນຸດໂລກ ບົນພື້ນ ຖານຂອງຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”. Share:FacebookTwitter
ລົງເລິກການຮ່ວມມື ໃນຫຼາຍດ້ານ ເພື່ອການພັດທະນາກະສິກຳລະຫວ່າງປະເທດ
https://v2.vientianemai.net/archives/58202
ທ່ານ ປອ ວົງເພັດ ອຸດົມລິດ ສະມາຊິກສະພາແຫ່ງຊາດ ຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງຫຼວງພະບາງ ໄດ້ຮັບກຽດແຕ່ງຕັ້ງເປັນທີ່ປຶກສາຂອງສູນຄົ້ນຄວ້າວິທະຍາສາດອາຊີຕາວັນອອກສຽງໃຕ້ ມະຫາວິທະຍາໄລ ຈີນໃຕ້ ຫົວໜານ ສປ ຈີນ.     ໃນລະຫວ່າງວັນທີ 27 ພຶດສະພາ ຫາ 1 ມິຖຸນາ 2023 ຜ່ານມາ ທ່ານ ປອ ວົງເພັດ ອຸດົມລິດ ສະມາຊິກສະພາແຫ່ງຊາດ ຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເດີນທາງໄປພົບປະແລກປ່ຽນບົດຮຽນທາງດ້ານວິຊາການນຳສູນການສຶກສາຄົ້ນຄວ້າ ອາຊີຕາເວັນອອກສຽງໃຕ້ ມະຫາວິທະຍາໄລ ຈີນໃຕ້ ຫົວໜານ ວິທະຍາໄລ ວິຊາຊີບ ອາຊີວະສຶກສາທາງລົດໄຟ ເມືອງກວາງໂຈວ ແລະ ວິທະຍາໄລ ວິຊາຊີບ ຄົມມະນາຄົມຂົນສົ່ງ ຢຸນນານ ສປ ຈີນ ໂດຍໃຫ້ກຽດຕ້ອນຮັບຂອງຜູ້ອຳນວຍການ ຮອງຜູ້ອຳນວຍການ ພ້ອມດ້ວຍຄະນະຂອງແຕ່ລະພາກສ່ວນ ມີຮອງຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ ຫົວໜ້າຂະແໜງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.     ການພົບປະໃນຄັ້ງນີ້ ເພື່ອເປັນການຜັນຂະຫຍາຍສາຍພົວພັນຮ່ວມມືມິດຕະພາບອັນດີງາມລະຫວ່າງພາກສ່ວນດັ່ງກ່າວ ກໍຄື ພະແນກສຶກສາທິການ ແລະ ກີລາ ແຂວງຫຼວງພະບາງ ມະຫາວິທະຍາໄລ ແລະ ວິທະຍາໄລ ວິຊາຊີບຂອງ ສປ ຈີນ ແລະ ເປັນການປະຕິບັດຕາມການເຊື້ອເຊີນຂອງມະຫາວິທະຍາໄລ ວິທະຍາໄລ ວິຊາຊີບດັ່ງກ່າວ ແນໃສ່ເສີມຂະຫຍາຍ ແລະ ສ້າງສາຍພົວພັນຮ່ວມມືມິດຕະພາບລະຫວ່າງພາກສ່ວນດັ່ງກ່າວ ກໍຄື ສອງພັກ ສອງລັດ ໂດຍສະເພາະ ສູນການສຶກສາຄົ້ນຄວ້າອາຊີຕາເວັນອອກສຽງໃຕ້ ມະຫາວິທະຍາໄລ ຈີນໃຕ້ ຫົວໜານ ວິທະຍາໄລ ວິຊາຊີບ ອາຊີວະສຶກສາທາງລົດໄຟ ເມືອງກວາງໂຈວ ແລະ ວິທະຍາໄລ ວິຊາຊີບ ຄົມມະນາຄົມຂົນສົ່ງ ຢຸນນານ ສປ ຈີນ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ ພ້ອມທັງເປັນການສ້າງບຸກຄະລາກອນຮ່ວມກັນໃຫ້ມີຄວາມຮູ້ຄວາມສາມາດທາງດ້ານພາສາ ວິຊາຊີບໃຫ້ນັບມື້ຂະຫຍາຍຕົວ.     ໂອກາດດັ່ງກ່າວ ຄະນະຜູ້ແທນຂອງພາກສ່ວນດັ່ງກ່າວ ໄດ້ປຶກສາຫາລືກ່ຽວກັບແນວທາງການພັດທະນາຊັບພະຍາກອນມະນຸດ ເວົ້າລວມ ເວົ້າສະເພາະແມ່ນ ການຮ່ວມມືສ້າງບຸກຄະລາກອນໃຫ້ມີຄວາມຮູ້ຄວາມສາມາດ ແລະ ມີຄຸນນະພາບ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນປັດຈຸບັນ ພ້ອມກັນນັ້ນ ແຕ່ລະພາກສ່ວນຍັງໄດ້ໃຫ້ຄຳໝັ້ນສັນຍາຕໍ່ກັນວ່າ: ຈະໃຫ້ການຮ່ວມມື ແລະ ສະ  ໜອງທຶນການສຶກສາໃຫ້ແກ່ພະນັກງານ ແລະ ນັກຮຽນລາວໃນການສຶກສາຮໍ່າຮຽນ ເຝິກອົບຮົມ ແລະ ຍົກລະດັບຢູ່ ສປ ຈີນ ການຮ່ວມມືໃນຄັ້ງນີ້ ຈະເປັນການສ້າງເຄືອຂ່າຍໃນການພັດທະນາສາຍວິຊາຊີບຢູ່ຫຼວງພະບາງ ໂດຍສະເພາະແມ່ນໂຮງຮຽນເຕັກນິກວິຊາຊີບແບບປະສົມນໍ້າບາກ ນອກຈາກນີ້ ຄະນະຜູ້ແທນຍັງໄດ້ຮ່ວມກັນປຶກສາຫາລືກ່ຽວກັບແຜນການຮ່ວມມືໃນອະນາຄົດ.     ພ້ອມກັນນີ້ ພະແນກສຶກສາທິການ ແລະ ກີລາ ແຂວງຫຼວງພະບາງ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມກັບວິທະຍາໄລວິຊາຊີບຄົມມະນາຄົມຂົນສົ່ງຢຸນນານ ແລະ ພິເສດ ສໍາລັບການຢ້ຽມຢາມ-ພົບປະໃນຄັ້ງນີ້ ທ່ານ ປອ ວົງເພັດ ອຸດົມລິດ ຍັງໄດ້ຮັບກຽດແຕ່ງຕັ້ງໃຫ້ເປັນທີ່ປຶກສາຂອງສູນການສຶກສາຄົ້ນຄວ້າອາຊີຕາເວັນອອກສຽງໃຕ້ ທີ່ມະຫາວິທະຍາໄລຈີນໃຕ້ຫົວໜານ ເຊິ່ງເປັນສູນການຄົ້ນຄວ້າໃນລະດັບພາກພື້ນ ແລະ ສາກົນ ທີ່ໄດ້ຮັບການຮັບຮອງຈາກກະຊວງສຶກສາທິການ ສປ ຈີນ. Share:FacebookTwitter
ຫົວໜ້າ ສກຂ ຫຼວງພະບາງ ຮັບການແຕ່ງຕັ້ງເປັນທີ່ປຶກສາ ສູນຄົ້ນຄວ້າວິທະຍາສາດອາຊີຕາວັນອອກສຽງໃຕ້ ມະຫາວິທະຍາໄລ ຈີນໃຕ້ ຫົວໜານ
https://v2.vientianemai.net/archives/58214
ສະ​ຖານ​ທູດ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ປະ​ຈຳ ສ​ປ​ປ ລາວ ຈັດ​ງານ​ສະ​ເຫຼີມ​ສະຫຼອງ ວັນປະກາດເອກະລາດ ສະຫະລັດອາເມຣິກາ ຄົບຮອບ 247 ປີ ຂຶ້ນ​ໃນຕອຍ​ຄ່ຳ​ຂອງ​ວັນ​ທີ 8 ມິ​ຖຸ​ນາ 2023 ທີ່​ໂຮງ​ແຮມ​ຄ​ຣາວ​ພ​ລາ​ຊາ ນະ​ຄອນຫຼວງວຽງ​ຈັນ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ທ່ານ ບຸນເຫຼ​ືອ ພັນດານຸວົງ ຮອງລັດຖະ ມົນຕີ ກະຊວງການຕ່າງປະເທດ ​ມີ​ບັນ​ດາ​ລັດ​ຖະ​ມົນ​ຕີ ຮອງ​ລັດ​ຖະ​ມົນ​ຕີ ທູດ​ທູ​ຕາ​ນຸ​ທູດ ແລະ ແຂກ​ຖືກ​ເຊີນ. ທ່ານ ປີ​ເຕີ ເຮມອນ ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ກ່າວ​ວ່າ: ປີນີ້ ສປປ ລາວ ແມ່ນກຳລັງປະເຊີນໜ້າກັບຄວາມ ທ້າທາຍຫລາຍຢ່າງ ໃນການຟື້ນຟູເສດຖະກິດພາຍໃນ ພາຍຫລັງຜົນກະທົບທາງເສດຖະກິດໃນທົ່ວໂລກ ບໍ່ວ່າຈະເປັນ ຈາກ ການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ອື່ນໆ ສະຫະລັດອາເມລິກາ ມີຄວາມຍິນດີທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ລັດຖະ ບານ ກໍຄື ປະຊາຊົນລາວ ໃນການຟື້ນຟູເສດຖະກິດ ແລະ ເພື່ອຊ່ວຍກະກຽມຄວາມພ້ອມໃຫ້ແກ່ ສປປ ລາວ ໃນການເປັນ ເຈົ້າພາບກອງປະຊຸມອາຊຽນ ໃນປີ 2024. ພວກຂ້າພະເຈົ້າພາກພູມໃຈທີ່ໄດ້ເຮັດວຽກຮ່ວມກັບລັດຖະບານແຫ່ງ ສປປ ລາວ ໃນຂົງເຂດວຽກງານສາທາລະນະສຸກ ໂພ ຊະນາການ ແລະ ໂຄງການອາຫານທ່ຽງຢູ່ໂຮງຮຽນ ການປັບປຸງບັນຍາກາດການລົງທຶນ ແລະ ຊ່ວຍໃຫ້ຊາວກະສິກອນມີລາຍ ຮັບເພີ່ມຂື້ນ ສ້າງຄວາມອາດສາມາດຂອງບັນດາມະຫາວິທະຍາໄລ ລວມເຖິງສະພາແຂວງຕ່າງໆ ພັດທະ ນາທັກສະດ້ານພາ ສາອັງກິດ ແລະ ອະນຸລັກມູນມໍລະດົກທາງວັດທະນະທຳ ເພີ່ມຄວາມປອດໄພຕາມດ່ານຊາຍແດນ ແລະ ຕໍ່ສູ້ກັບການລັກ ລອບຄ້າຂາຍຢາເສບຕິດ ການຄ້າມະນຸດ ແລະ ການຄ້າຂາຍສັດປ່າ ທີ່ຜິດກົດໝາຍ ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານ ຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ກະກຽມຄວາມພ້ອມໃນການຮັບມືກັບໄພພິບັດທີ່ອາດຈະເກີດຂື້ນໃນຕໍ່ໜ້າ ແລະ ການເກັບກູ້ລະເບີດຄົງຄ້າງທີ່ຍັງບໍ່ທັນແຕກໃນຫຼາຍແຂວງຂອງ ສປປ ລາວ. ທັງໝົດນີ້ ແມ່ນຢູ່ພາຍໃຕ້ຂອບການຮ່ວມມືແບບກວມລວມ ລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ ທີ່ໄດ້ຕົກລົງ ເຫັນດີໂດຍ ອະດີດປະທານາທິບໍດີ Obama ແລະ ພະນະທ່ານ ບຸນຍັງ ວໍລະຈິດ ໃນປີ 2016 ທີ່ຜ່ານມາ ບັນດາໂຄງການ ຊ່ວຍເຫຼືອທັງໝົດເຫຼົ່ານີ້ແມ່ນມີຈຸດປະສົງໃນການຊ່ວຍໃຫ້ ສປປ ລາວ ບັນລຸເປົ້າໝາຍການພັດທະນາ. ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ກ່າວ​ຕື່ມ​ວ່າ: ງານໃນຄໍ່າຄືນນີ້ກໍຖືເປັນງານສົ່ງທ້າຍສຳລັບຂ້າພະ ເຈົ້າ ແລະ ທ່ານ ນາງ ດຸສະດີ ພວກຂ້າພະເຈົ້າໄດ້ໃຊ້ເວລາ 10 ປີ ຢູ່ ສປປ ເຊິ່ງເປັນ​ໄລ​ຍ​ະເວລາທີ່ມີສີສັນທີ່ສຸດ ໃນສາຍອາຊີບ ນັກການ ທູດຂອງຂ້າພະເຈົ້າທີ່ໄດ້ເປັນຕົວແທນຂອງ ສະຫະລັດອາເມຣິກາ ໃນຖານະເອກອັກຄະລັດຖະທູດ ປະຈຳ ສປປ ລາວ ຄວາມ ປາຖະໜາດີທີ່ ພວກຂ້າພະເຈົ້າມີຕໍ່ ສປປ ລາວ ຈະມີຢູ່ຕະຫຼອດໄປ ແລະ ແນ່ນອນວ່າ ພວກຂ້າພະເຈົ້າຈະກັບຄືນມາຢ້ຽມ ຢາມ ສປປ ລາວ ອີກໃນອະນາຄົດຂ້າງໜ້າ  ເພື່ອທີ່ຈະໄດ້ມາເຫັນການພັດທະນາຕ່າງໆຢູ່ ສປປ ລາວ ໃນຕໍ່ໜ້າດ້ວຍຕົນເອງ. Share:FacebookTwitter
ສະຖານທູດສະຫະລັດອາເມຣິກາ ປະຈຳ ສປປ ລາວ ສະເຫຼີມສະຫຼອງ ວັນປະກາດເອກະລາດ ຄົບຮອບ 247 ປີ
https://v2.vientianemai.net/archives/58224
ໃນ​ວັນ​ທີ 5 ມິຖຸນາ 2023 ທີ່ຜ່ານມານີ້ ທ່ານ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ​ ແຫ່ງ ​ສປປ ລາວ ໄດ້​ຕ້ອນຮັບ ທ່ານ​ ໂດຼບືເຊັຟ​ ອັນເດຼ  ອາເລັກຊານໂດຼວິຈ ທີ່ປືກສາ​  ຄະນະອຳ ນວຍການ​ ບໍລິສັດ​ອູຣານຄີມ​  ຈຳກັດ ແຫ່ງ ສ ຣັດເຊຍ,​ ພ້ອມ​ດ້ວຍ​ຄະນະ, ເນື່ອງ​ໃນ​ໂອກາດທີ່​ເດີນທາງ​ມາ​ຢ້ຽມຢາມ ແລະ ເຮັດ​ວຽກ ຢູ່ ​ສປປ ລາວ ໃນ​ລະຫວ່າງ​ວັນ​ທີ 4-8 ມິຖຸນາ 2023 ນີ້. ທ່ານ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ໄດ້​ກ່າວ​ສະແດງ​ຄວາມ​ຍິນ​ດີ​ຕ້ອນຮັບ ແລະ ຕີ​ລາຄາ​ສູງ​ຕໍ່ການເດີນທາງ​ມາ​ຢ້ຽມ ຢາມ ແລະ ເຮັດ​ວຽກ ຢູ່ ​ສປປ ລາວ ​ໃນຄັ້ງນີ້ຖືເປັນການເສີມຂະຫຍາຍ ການ​ຮ່ວມ​ມື​ອັນ​ເປັນ​ມູນເຊື້ອທີ່​ມີ​ມາ​ແຕ່​ດົນ​ນານ ແລະ ເປັນ​ການ​ສືບຕໍ່​ເພີ່ມ​ທະວີ​ຮັດ​ແໜ້ນ​ການ​ພົວພັນ​ຮ່ວມ​ມື ແລະ ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ ລະຫວ່າງ ສອງ​ຊາດ ໃຫ້​ນັບມື້​ແໜ້ນ​ແຟ້ນ​ຈະເລີນ​ງອກ​ງາມ​ຍິ່ງໆ​ຂຶ້ນ ຕະຫຼອດ​ໄລຍະ​ທີ່​ຜ່ານ​ມາ​ ສ ຣັດ​ເຊຍ ​ໃຫ້ການ​ຊ່ວຍເຫຼືອ​ອັນ​ລ້ຳ​ຄ່າ​ແກ່ ​ສປປ ລາວ ກໍ​ຄືກອງທັບ​ປະຊາຊົນ​ລາວ ໃນ​ຫຼາຍ​ດ້ານ ຫວັງວ່າໃນອະນາຄົດ ສ ຣັດເຊຍ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ໂດຍສະ ເພາະວຽກງານປ້ອງກັນຊາດ ເພື່ອເຮັດໃຫ້ກອງທັບປະຊາຊົນລາວ ມີບາດກ້າວພັດທະນາຂຶ້ນ ແລະ ກາຍເປັນກອງທັບທີ່ທັນ ສະໄໝໃນຂ້າງໜ້າ. ທ່ານ ໂດຼບືເຊັຟ​ ອັນເດຼ  ອາເລັກຊານໂດຼວິຈ ໄດ້​ກ່າວ​ສະແດງ​ຄວາມ​ຂອບໃຈຕໍ່​ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ ແລະ ສະໜິດສະໜົມ ທີ່​ເຕັມ​ໄປ​ດ້ວຍ​ໄມຕີ​ຈິດ​ມິດຕະພາບ ແລະ ຄຳ​ເວົ້າ​ອັນ​ຈົບງາມ​ຂອງ​ລັດ​ຖະ​ມົນ​ຕີກ​ຊວງ​ປ້ອງ​ກັນ​ປະເທດ ໃນ​ຄັ້ງ​ນີ້ ພ້ອມ​ດຽວ​ກັນ​ນີ້ ຍັງ​ໄດ້​ແຈ້ງ​ຜົນ​ຂອງ​ການ​ພົບ​ປະ​ສອງ​ຝ່າຍ​ຮ່ວມ​ກັບ ທ່ານ ພົນຕີ​ ປອ​  ວົງຄຳ​ ພົມມະກອນ​ ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ ໃຫ້​ທ່ານລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ຮັບ​ຊາບຕື່ມອີກ. Share:FacebookTwitter
ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບຄະນະຜູ້ແທນແຫ່ງ ສ ຣັດເຊຍ
https://v2.vientianemai.net/archives/58228
ໃນຕອນເຊົ້າວັນທີ​ 5​ ມິຖຸນາ​ 2023 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການກະຊວງປ້ອງກັນປະເທດ ​ບໍລິສັດລາວຣູສເຕັກຄອມ ຈຳ ກັດ ໄດ້ນຳພາຄະນະຜູ້ແທນຈາກ​ສະຫະພັນຣັດເຊຍເຂົ້າຮ່ວມປືກສາຫາລື ແລະ​ ມີພິທີພົບປະສອງຝ່າຍລະຫວ່າງກະຊວງ ປ້ອງກັນປະເທດລາວ ​ແລະ ​ຄະນະຜູ້ແທນຈາກສະຫະພັນຣັດເຊຍ ເຊິ່ງມີລັດວິສາຫະກິດ ກາສໂປຣມ ກາສໂປຣມນຽບ ​ແລະ ບໍລິສັດອູຣານຄີມ ມະຫາຊົນແຫ່ງສະຫະພັນຣັດເຊຍພ້ອມດ້ວຍຜູ້ຕາງໜ້າບັນ ດາວິສາຫະກິດດັ່ງກ່າວປະຈຳລາວແມ່ນບໍລິ ສັດ ລາວຣູສເຕັກຄອມ ຈຳກັດ ເຊິ່ງຝ່າຍກະຊວງປ້ອງກັນປະເທດລາວນຳໂດຍ​ ທ່ານ​ ພົນຕີ​ ປອ​ ວົງຄຳ​ ພົມມະກອນ​ ຮອງ​ລັດ ຖະມົນຕີ​ກະຊວງ​ປ້ອງກັນ​ປະເທດ ຝ່າຍຣັດເຊຍນຳໂດຍ​ ທ່ານ​ ໂດຼບືເຊັຟ  ອັນເດຼ​ ອາເລັກ​ຊານ​ໂດຼ​ວິຈ ທີ່ປືກສາ​  ຄະນະອຳ ນວຍການ​ ບໍລິສັດ​ອູຣານຄີມ​  ມະຫາຊົນ ຈຳກັດ ​ຄູ່ຮ່ວມມືຜູ້ຊີ້ນຳ ກອງທືນ ເກດຈີ​ ຣຸສ ພ້ອມດ້ວຍຄະນະວິຊາການທັງສອງ ຝ່າຍເຂົ້າຮ່ວມ. ໂອກາດນີ້ ​ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບພ້ອມທັງຕີລາ ຄາສູງຕໍ່ສາຍ ພົວພັນມິດຕະພາບລະຫວ່າງສອງຊາດລາວ-ຣັດເຊຍເວົ້າລວມເວົ້າສະເພາະ ກໍຄື ສອງກະຊວງປ້ອງກັນປະເທດລາວ​  ແລະ​ ກະຊວງປ້ອງກັນປະເທດຣັດເຊຍໃນໄລຍະຜ່ານມາ ກໍຄື ປັດຈຸບັນ ແລະ ການເດີນທາງມາເຮັດວຽກຂອງຄະນະບໍລິສັດ​ ກາສ ໂປຣມ ກາສໂປຣມນຽບ ແລະ ບໍລິສັດອູຣານຄີມ ມະຫາຊົນແຫ່ງສະຫະ ພັນຣັດເຊຍ ໃນຄັ້ງນີ້ຖືເປັນວາລະໜື່ງທີ່ສຳຄັນ​ແລະມີຄວາມໝາຍ ທັງເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອທີ່ດີງາມ ລະຫວ່າງ ສອງຊາດ ສອງກອງທັບ ລາວ-ຣັດເຊຍ ໃຫ້ນັບມື້ເກີດດອກອອກຜົນ. ນອກຈາກນີ້ ທີ່ກອງປະຊຸມຄະນະຜູ້ອທນວິຊາການທັງສອງຝ່າຍກໍມອບໝາຍໃຫ້ບໍລິສັດ​ ລາວຣູສເຕັກຄອມ  ຈຳ ກັດ​ ເຊິ່ງເປັນ ບໍລິສັດເຄື່ອຂາຍຂອງກະຊວງປ້ອງກັນປະເທດ ດຳເນີນການສືບຕໍ່ຈັດຕັ້ງປະຕິບັດເພື່ອໃຫ້ເກີດການຮ່ວມມືດ້ານທຸລະກິດ ໃຫ້ມີປະສິດທິຜົນ ພ້ອມທັງປະກອບ ຄຳຄິດຄຳເຫັນເພື່ອເປັນການຖອດຖອນແລກປ່ຽນບົດ ຮຽນນຳກັນແບບກົງໄປກົງມາ.​ ທ່ານ​ ໂດຼບືເຊັຟ​ ອັນເດຼ  ອາເລັກຊານໂດຼວິຈ​ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະ ເທດພ້ອມດ້ວຍຄະນະທີ່ໃຫ້ການຕ້ອນຮັບອັນອົບອຸ່ນ ​ແລະ​  ສະແດງເຈດຈຳນົງອັນຊັດເຈນທີ່ຢາກຈະຮ່ວມມື ລົງທືນຢູ່ປະ ເທດລາວເວົ້າລວມເວົ້າສະເພາະກໍຄືກະຊວງປ້ອງກັນປະເທດໃນຂົງເຂດວຽກງານ ທີ່ສອງຝ່າຍໃຫ້ຄວາມສົນໃຈໂດຍ ການ ຮ່ວມມືຮອບດ້ານກັບບໍລິສັດລາວຣູສເຕັກຄອມ ຈຳກັດເຊິ່ງເປັນບຊລິສັດຕົວແທນສ່ວນກາງຂອງທັງສອງປະເທດຮ່ວມກັນ.​ ພາຍຫຼັງທີ່ສຳເລັດການປືກສາຫາລື ສອງຝ່າຍກໍໄດ້ມີການລົງນາມເຊັນບົດບັນທືກຄວາມເຂົ້າໃຈ MOU​ ຮ່ວມກັນລະຫວ່າງ ບໍລິສັດ​ ລາວຣູສເຕັກຄອມ​ ຈຳກັດ​ ຜູ້ຕາງໜ້າຂອງກະຊວງປ້ອງກັນປະເທດລາວ ແລະຄະນະຜູ້ແທນຝ່າຍສະຫະພັນຣັດເຊຍ ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ສະເຫຼີມໄຊ​ ກົມມະສິດ​ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງການ ຕ່າງປະເທດ ແລະ​  ການ ນຳກະຊວງປ້ອງກັນປະເທດ ພ້ອມດ້ວຍຜູ້ຕາງໜ້າການນຳຂັ້ນສູງຂອງແຕ່ລະກະຊວງ. ການເຊັນບົດບັນທືກສະບັບນີ້ເພື່ອເປັນພື້ນຖານສຳຄັນ ແລະ​ ຊອກຄົ້ນ​ຂໍ້ມູນ​ກ່ຽວກັບໜ້າວຽກທີ່ຈະຮ່ວມມືທຸລະກິດພ້ອມ ທັງເປັນ ບ່ອນອີງໃນການທີ່ຈະຮ່ວມມືໃນອະນາຄົດເພື່ືອຈະເຮັດໃຫ້ວຽກງານດັ່ງກ່າວບັນລຸໄດ້ຜົນສຳເລັດຕາມຄາດໝາຍ ທີ່ວາງໄວ້.​ຕໍ່ມາ​ໃນວັນທີ ​6​ ມິຖຸນາ ຄະນະບໍລິສັດລາວຣູສເຕັກຄອມ ຈຳກັດ ກໍໄດ້ນຳພາຄະນະຜູ້ແທນຈາກສະຫະພັນຣັດເຊຍ ເຂົ້າຢ້ຽມຂ່ຳນັບ​ ແລະ​ ລາຍງານຜົົນສຳເລັດຂອງວຽກງານຕໍ່ ທ່ານ ພົນເອກ ຈັນສະໝອນ​ ຈັນຍາລາດ​ ຮອງນາຍົກລັດຖະມົນ ຕີ ​ລັດຖະມົນຕີກະຊວງປ້ອງກັນປະເທດ​ ແລະ​  ການນຳຂັ້ນສູງຂອງ ສປປ​ ລາວ​ ໄດ້ຮັບຊາບ ແລະ​ ມີທິດຊີ້ນຳໃຫ້ທິດທາງຂອງ ການຮ່ວມມືໃນຂັ້ນຕໍ່ໄປ.​ Share:FacebookTwitter
ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພົບປະ ຄະນະຜູ້ແທນຈາກສະຫະພັນຣັດເຊຍ
https://v2.vientianemai.net/archives/58242
ກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ (ນວ) ສະໄໝທີ VII ໄຂຂຶ້ນວັນທີ 12 ມິຖຸນາ 2023 ທີ່ກອງບັນຊາການທະຫານ ນວ ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິ ການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ພ້ອມດ້ວຍຄະນະຈັດຕັ້ງສູນກາງພັກ ຄະນະກຳມະການກວດ ກາສູນກາງພັກ ບັນດາຄະນະບໍລິຫານງານພັກ ນວ ຄະນະປະຈຳສະພາປະຊາຊົນ ນວ ຄະນະພັກຮາກຖານ ຕະຫຼອດຮອດ ພາກສ່ວນກ່ຽວຂ້ອງ. ທ່ານ ອານຸພາບ ຕຸນາລົມ ໄດ້ຂຶ້ນກ່າວໄຂກອງປະຊຸມວ່າ: ຕະຫຼອດໄລຍະກາງສະໄໝຜ່ານມາຄະນະບໍລິຫານງານພັກ ນວ ໄດ້ນຳພາພະນັກງານ-ລັດຖະກອນ ທະຫານ ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ຊາວ ນວ ຜ່ານຜ່າອຸປະສັກ ຂໍ້ຫຍຸ້ງຍາກ ຕ່າງໆນາໆປະການ ທ່າມກາງວິກິດການທາງດ້ານເສດຖະກິດ ການເມືອງຂອງໂລກ ແລະ ພາກພື້ນ ຕັ້ງໜ້າປະຕິບັດມະ ຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກ ນວ ດ້ວຍຫຼາຍວິທີການ ຕາມພາ ລະບົດບາດ    ໜ້າທີ່ ຂອບເຂດສິດຂອງຕົນ ອັນພົ້ນເດັ່ນໄດ້ນຳພາສຶກສາອົບຮົມການເມືອງ-ແນວຄິດພະນັກງານ-ລັດຖະ ກອນ ທະຫານ ຕຳ ຫຼວດ ແລະ ປະຊາຊົນບັນດາເຜົ່າຊາວ ນວ ທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມ ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ ກົດໝາຍ ລະບຽບການຕ່າງໆຂອງລັດ ເຫັນໄດ້ກົນອຸບາຍເລ່ຫຼ່ຽມຂອງອິດ ທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີ ເອົາໃຈໃສ່ຄຸ້ມຄອງກໍ່ສ້າງ-ບໍາລຸງພະນັກງານຢ່າງຕໍ່ເນື່ອງ ເຕົ້າໂຮມຄວາມສາມັກພາຍ ໃນພັກ ພະນັກງານ-ລັດຖະກອນ ທະຫານ ຕຳຫຼວດ ແລະ ປະຊາຊົນຊາວ ນວ ໃຫ້ມີຄວາມເປັນປຶກແຜ່ນ ແລະ ປັບປຸງການ ຈັດຕັ້ງພັກ-ລັດ ພາຍໃນນະຄອນ ຫຼວງວຽຈັນ ບັນດາພະແນກການອົງການທຽບເທົ່າ ແລະ ບັນດາເມືອງຢ່າງເປັນລະບົບຄົບ ຊຸດຕໍ່ເນື່ອງ ດ້ວຍຄວາມພະຍາຍາມດັ່ງກ່າວ ນວ ຈຶ່ງມີສະຖຽນລະພາບທາງດ້ານການເມືອງ ມີຄວາມເປັນລະບຽບຮຽບຮ້ອຍ ດີ ປະຊາຊົນມີຄວາມສາມັກຄີປອງດອງ ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ມີຄວາມເຊື່ອໝັ້ນຕໍ່ແນວທາງປ່ຽນແປງໃໝ່ ປົວແປງ ຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນເປັນກ້າວໆດ້ວຍຈິດໃຈເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ບໍລິການຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດສັດຊື່ ລະບົບການຈັດຕັ້ງໄດ້ຮັບການປັບປຸງໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນ ເປັນກ້າວໆ ຖັນແຖວພະນັກງານ-ສະ ມາຊິກພັກ ມີທັດສະນະຫຼັກໝັ້ນທາງດ້ານການເມືອງໜັກແໜ້ນ ແລະ ສາມາດເຮັດ ລ້ອນໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້ໃນລະດັບດີສົມຄວນ. ກອງປະຊຸມຄັ້ງນີ້ໄດ້ຮັບຟັງການເຊື່ອມຊຶມເອກະສານຄຳສັ່ງ ເລກທີ 268/ຄລສພ ວ່າດ້ວຍການດຳເນີນກອງປະຊຸມຄົບຄະນະ ກາງສະໄໝຂອງຄະນະບໍລິຫານງານພັກ ແຕ່ລະຂັ້ນ ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 030/ກມສພ ລົງ ວັນທີ 3 ມັງກອນ 2018 ແລະ ບັນດາຂໍ້ຫ້າມຂອງສະມາຊິກພັກທີ່ກົດລະບຽບພັກປະຊາຊົນປະຕິວັດລາວສະໄໝທີ XI ໄດ້ກຳ ນົດໄວ້ ພ້ອມນັ້ນໄດ້ ປະກາດບົ່ງຕົວແຕ່ງຕັ້ງກຳມະການພັກ ນວ 3 ສະຫາຍຄື: ທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ ນວ ທ່ານ ເສີມຄຳ ທຸມມະວົງສາ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ທະນົງໄຊ ຄຸດໄພ ທູນ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ນວ ຈາກນັ້ນກອງປະຊຸມກໍໄດ້ມີການທາບທາມຢັ້ງຫາງສຽງຄວາມໄວ້ວາງ ໃຈຕໍ່ຄະນະບໍລິຫານງານພັກ ນວ. ໂອກາດນີ້ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄໍາເຫັນຊີ້ນໍາວ່າ:ການທາບທາມຄວາມໄວ້ວາງໃຈຕໍ່ການນໍາພາລວມ ແລະ ບຸກຄົນ ໃນຄະນະບໍລິຫານງານພັກ ນວ ກາງສະໄໝທີ VII ມີຄວາມສໍາຄັນຫຼາຍ ເປັນການເປີດກວ້າງປະຊາທິປະໄຕພາຍໃນພັກ ທັງ ເປັນໂຕຊີ້ວັດອັນໜຶ່ງຂອງການຊີ້ນໍາພາທົ່ວ ນວ ເພື່ອພ້ອມກັນທົບທວນຄືນການນໍາພາ-ຊີ້ນຳຂອງຄະນະບໍລິຫານງານພັກ ນວ ພ້ອມນັ້ນການລົງຄະແນນສຽງທາບທາມໃຫ້ເອົາໃຈໃສ່ຫຼີກເວັ້ນແນວຄິດອະຄະຕິຕໍ່ບຸກຄົນ ການພົວພັນສ່ວນຕົວ ໃຫ້ລົງ ເລິກປະກອບຄຳເຫັນໃນຄະນະພັກດ້ວຍຄວາມຈິງໃຈ ເພື່ອຊ່ວຍປັບປຸງກໍ່ສ້າງພະນັກງານນຳພາ-ຄຸ້ມຄອງຂັ້ນຂອງຕົນ ແລະ ເຊື່ອໝັ້ນວ່າ ບັນດາສະຫາຍ ຜູ້ແທນກອງປະຊຸມຈະໃຊ້ສິດຂອງຕົນຢ່າງຖືກຕ້ອງ ແລະ ມີຄວາມຮັບຜິດຊອບສູງຕໍ່ພັກຕໍ່ການ ຈັດຕັ້ງ ແລະ ຕໍ່ຜົນປະໂຫຍດລວມຂອງພັກຂອງປະຊາຊົນ. ສະເພາະກອງປະຊຸມຄັ້ງນີ້ຈະດໍາເນີນໄປຮອດວັນທີ 15 ພຶດສະພາ 2023. Share:FacebookTwitter
ຄະນະບໍລິຫານງານພັກ ນວ ທາບທາມການນໍາພາລວມ ແລະ ບຸກຄົນ ພ້ອມບົ່ງຕົວແຕ່ງຕັ້ງກຳມະການພັກ 3 ສະຫາຍ
https://v2.vientianemai.net/archives/58257
ພິທີເຊັນບົດບັນທຶກຂໍ້ຕົກລົງ ຮ່ວມກັນ ມີຂຶ້ນເມື່ອບໍ່ດົນຜ່ານມາ ທີ່ພະແນກສຶກສາທິການ ແລະ ກີລາ ແຂວງຫຼວງພະບາງ ໂດຍການລົງນາມຂອງທ່ານ ວັນທອງ ແພງສະຫວັດ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ ແລະ ທ່ານ ສະແຕນລີ ແອນດຣູ ບຣາວ ຫົວໜ້າໂຄງການຊ່ວຍເຫຼືອທາງດ້ານອາຫານ ການສຶກສາ ການດູແລສຸຂະພາບ ແລະ ເຄື່ອງນຸ່ງຮົ່ມ ມີຜູ້ຕາງໜ້າຈາກພະແນກການອ້ອມຂ້າງແຂວງ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ 4 ເມືອງເປົ້າໝາຍ ຫົວໜ້າ ຮອງຫົວໜ້າຂະແໜງ ພະນັກງານວິຊາການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.     ໂຄງການຊ່ວຍເຫຼືອທາງດ້ານອາຫານ ການສຶກສາ ການດູແລສຸຂະພາບ ແລະ ເຄື່ອງນຸ່ງຮົ່ມໃຫ້ແກ່ເດັກນ້ອຍ-ນັກຮຽນຢູ່ 4 ເມືອງຂອງແຂວງຫຼວງພະບາງ ໄລຍະ 2 ເປັນໂຄງການທີ່ມີຄູ່ຮ່ວມງານຫຼັກໂດຍກະຊວງສຶກສາທິການ ແລະ ກີລາ ພະແນກສຶກສາທິການ ແລະ ກີລາ ແຂວງຫຼວງພະບາງ ແລະ ຫ້ອງການສຶກສາທິການ ແລະ ກີລາ 3 ເມືອງ ແລະ 1 ນະຄອນ-ຫຼວງພະບາງ ໂຄງການດັ່ງກ່າວ ເປັນໂຄງການນິຕິບຸກຄົນ ໂດຍແມ່ນທ່ານ ສະແຕນລີ ແອນດຣູ ບຣາວ ເປັນຫົວໜ້າໂຄງການ ນັບແຕ່ປີ 2013 ທ່ານໄດ້ປະກອບທຶນສ່ວນຕົວ ແລະ ປຸກລະດົມທຶນຈາກພາກສ່ວນເອກະຊົນອື່ນໆ ເພື່ອຊ່ວຍເຫຼືອຢູ່ໂຮງຮຽນເດັກກໍ່າພ້າແຂວງຫຼວງພະບາງ ໂຮງຮຽນຊົນເຜົ່າສວນຫຼວງ ໂຮງຮຽນຊົນເຜົ່ານໍ້າບາກ ມາຮອດປີ 2015 ຈຶ່ງໄດ້ຂະຫຍາຍກິດຈະກຳສູ່ຊຸມຊົນ ໂດຍຈັດຕັ້ງປະຕິບັດຢູ່ບາງໂຮງຮຽນປະຖົມຂອງເມືອງຈອມເພັດ ເມືອງນ້ຳບາກ ແລະ ນະຄອນ-ຫຼວງພະບາງ ໂດຍໃຫ້ການຊ່ວຍເຫຼືອປະເພດອາຫານເສີມ ອຸປະກອນການສຶກສາ ການກວດສຸຂະພາບ ແລະ ເຄື່ອງນຸ່ງຮົ່ມໃຫ້ແກ່ນັກຮຽນທີ່ດ້ອຍໂອກາດ ທຸກຍາກຂາດເຂີນ ຜ່ານການຈັດຕັ້ງປະຕິບັດໄລຍະຜ່ານມາ ເຫັນວ່າ ມີຜົນສຳເລັດ ແລະ ມີປະໂຫຍດຫຼາຍໃຫ້ແກ່ສັງຄົມ ແລະ ເປັນຄວາມພາກພູມໃຈຂອງຜູ້ກ່ຽວ.     ສໍາລັບງົບປະມານທີ່ຈະສືບຕໍ່ໃຫ້ການຊ່ວຍເຫຼືອໃນປີ 2023 ລວມທັງໝົດ 2.6 ຕື້ກີບ ໂດຍມີໄລຍະເວລາຂອງການຈັດກິດຈະກຳນັບແຕ່ມື້ທີ່ໄດ້ຮັບອະນຸມັດເຖິງວັນທີ 31 ທັນວາ 2023 ທັງນີ້ ກໍເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາວຽກງານການສຶກສາ ແລະ ກິລາຂອງແຂວງຫຼວງພະບາງ ສົ່ງເສີມໃຫ້ເດັກນ້ອຍຢູ່ເຂດຫ່າງໄກສອກຫຼີກ ເດັກທີ່ດ້ອຍໂອກາດ ແລະ ທຸກຍາກຂາດເຂີນໄດ້ເຂົ້າເຖິງການສຶກສາຢ່າງເທົ່າທຽມກັນ ແລະ ໄດ້ຮັບການດູແລເບິ່ງແຍງເປັນຢ່າງດີ ແລະ ອີກດ້ານໜຶ່ງກໍເພື່ອເປັນການສົ່ງເສີມໃຫ້ນັກຮຽນໄດ້ຮັບໂພສະນາການ ແລະ ສຸຂະພາບທີ່ດີ ເຮັດໃຫ້ແມ່ ແລະ ເດັກ ໄດ້ຮັບການດູແລທາງດ້ານສຸຂະພາບ ສົ່ງເສີມໃຫ້ນັກຮຽນທີ່ຮຽນຈົບ ປ5 ຢູ່ບ້ານຫ່າງໄກໄດ້ເຂົ້າຮຽນຕໍ່ຊັ້ນມັດທະຍົມ ແລະ ນັກຮຽນຈົບ ມ7 ໄດ້ມີໂອກາດຮຽນຕໍ່ຂັ້ນສູງຂຶ້ນ ແລະ ທັງເປັນການສະໜອງອຸປະກອນການສຶກສາໃຫ້ນັກຮຽນຊັ້ນປະຖົມ ແລະ ສ້າງເງຶ່ອນໄຂອຳນວຍຄວາມສະດວກໃຫ້ແກ່ເດັກທີ່ດ້ອຍໂອກາດ ເດັກຊົນເຜົ່າໄດ້ເຂົ້າເຖິງການສຶກສາຢ່າງເທົ່າທຽມ. Share:FacebookTwitter
ເດັກນ້ອຍ-ນັກຮຽນຢູ່ 4 ເມືອງ ແຂວງຫຼວງພະບາງ ໄດ້ຮັບການຊ່ວຍເຫຼືອ
https://v2.vientianemai.net/archives/58265
ພິທີ ມອບ-ຮັບ ອາຄານຮຽນຣາຊ ຮ່ວມພັດທະນາ ແຫ່ງທີ 3 ຈັດຂຶ້ນວັນທີ 10 ມິຖຸນາ 2023 ຜ່ານມາ ຢູ່ບ້ານສອງຄອນ ເມືອງກະລືມ ແຂວງເຊກອງ ໂດຍມີທ່ານ ນະລົງວິດ ຄອງສິນ ຜູ້ຈັດການອົງກອນສຳພັນ ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ພ້ອມຄະນະ ທ່ານ ອໍບົວລາ ອ່ອນມະໄລວົງ ເຈົ້າເມືອງ ກະລຶມ ທ່ານນາງ ແສງອ່ອນ ປວງມະນີວັນ ຮອງຫົວໜ້າກົມພັດທະນາວິຊາຊີບຊາວໜຸ່ມ ສູນກາງຊາວໜ່ມ ປະຊາຊົນ ປະຕິວັດລາວ ພາກສ່ວນກ່ຽວຂ້ອງ ອຳນາດການປົກຄອງ ແລະ ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.           ໂອກາດນີ້ ທ່ານ ນະລົງວິດ ຄອງສິນ ໄດ້ແຈ້ງໃຫ້ຊາບວ່າ: ນັບແຕ່ປີ 2012 ເປັນຕົ້ນມາ ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ແລະ ກົມພັດທະນາວິຊາຊີບ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ໄດ້ເຮັດກິດຈະກຳຮ່ວມກັນ ພາຍໃຕ້ໂຄງການ ກ້າໄມ້ ແຕກໃບ ສົດໃສ ຢືນຕົ້ນ ໃຫຍ່ງາມ ໂດຍທາງບໍລິສັດໄດ້ສະໜັບສະໜູນທຶນໃຫ້ຊາວໜຸ່ມຜູ້ທີ່ຮຽນຈົບວິຊາຊີບ ພາຍໃຕ້ຫຼັກສູດ ການເຝິກອົບຮົມຊ່າງສ້ອມແປງລົດໃຫຍ່ ລົດຈັກ ໄຟຟ້າ ຕັດຫຍິບ ແລະ ເສີມສວຍ ແຕ່ລະປີມີຊາວໜຸ່ມທີ່ຈົບການສຶກສາ ແລະ ຂາດໂອກາດຕໍ່ຍອດໃນການສ້າງອາຊີບກິດຈະກຳດັ່ງກ່າວ ຈຶ່ງປະກອບທຶນກູ້ຢືມບໍ່ມີດອກເບ້ຍໃຫ້ຊາວໜຸ່ມໄປປະກອບທຸລະກິດຂະໜາດນ້ອຍ ເຊິ່ງມາຮອດປັດຈຸບັນ ລວມເປັນໄລຍະເວລາ 11 ປີ ແລະ ມີຜູ້ໄດ້ຮັບທຶນໃນທົ່ວປະເທດທັງໝົດ 54 ຄົນ ນອກຈາກນີ້ ທາງບໍລິສັດ ໄດ້ຊ່ວຍເຫຼືອສັງຄົມ ໂດຍສະເພາະໄດ້ສົມທົບທຶນໃນການກໍ່ສ້າງອາຄານຮຽນ ພາຍໃຕ້ກິດຈະກຳ ສ້າງອາຄານຮຽນ ຣາຊ ຮ່ວມພັດທະນາ ປັດຈຸບັນໄດ້ສຳເລັດແລ້ວ 3 ແຫ່ງຄື: ໂຮງຮຽນບ້ານຫ້ວຍຊ່ອງ-ຊ່າງແຄນ ເມືອງໃໝ່ ແຂວງຜົ້ງສາລີ ປີ 2020 ໂຮງຮຽນບ້ານພູຫຼວງ ເມືອງຮ້ຽມ ແຂວງຫົວພັນ ປີ 2022 ແລະ ຄັ້ງນີ້ແມ່ນຫຼັງທີ 3 ທີ່ບ້ານສອງຄອນ ເມືອງກະລຶມ ແຂວງເຊກອງ ເປັນອາຄານຮຽນຊັ້ນດຽວ ຂະໜາດ 8×14 ແມັດ ມຸງດ້ວຍສັງກະສີ ແອ້ມດ້ວຍດິນກໍ່ ລວມມູນຄ່າກໍ່ສ້າງ 180 ລ້ານກວ່າກີບ ປະກອບດ້ວຍວັດຖຸ ອຸປະກອນການກໍ່ສ້າງ ຕິດຕັ້ງໄຟຟ້າ ອຸປະກອນການສຶກສາ ອຸປະກອນກີລາ ເຄື່ອງອຸປະໂພກ ແລະ ບໍລິໂພກ ນອກຈາກນີ້ ມີໜ່ວຍງານກ່ຽວຂ້ອງ ແລະ ແຮງງານຈາກປະຊາຊົນບ້ານດັ່ງກ່າວໄດ້ຮ່ວມສ້າງອາຄານຮຽນຄັ້ງນີ້.     ອະນາຄົດອັນໃກ້ນີ້ ກຸ່ມບໍລິສັດ ມີແຜນພັດທະນາໂຄງການເຂື່ອນໄຟຟ້ານ້ຳຕົກເຊກອງ 4A ແລະ 4B ຢູ່ເມືອງລະມາມ ແລະ ເມືອງກະລຶມ ແຂວງເຊກອງ ໂດຍກຸ່ມບໍລິສັດ ມີນະໂຍບາຍດຳເນີນທຸລະກິດຢ່າງເປັນທຳ (Good Govermance) ກັບທຸກກຸ່ມເປົ້າໝາຍ ເພື່ອໃຫ້ເກີດການພັດທະນາໂຄງການຢ່າງເປັນທຳ ແລະ ຍືນຍົງ.     ໂອກາດດຽວກັນ ທ່ານ ອໍບົວລາ ອ່ອນມະໄລວົງ ໄດ້ກ່າວສະແດງຄວາມຍ້ອງຍໍ ຊົມເຊີຍ ຕໍ່ຜົນສຳເລັດ ການກໍ່ສ້າງອາຄານຮຽນ ຣາຊ ຮ່ວມພັດທະນາ ພ້ອມທັງໄດ້ປະກອບອຸປະກອນຕ່າງໆ ໃຫ້ກັບໂຮງຮຽນ ຂອບໃຈນຳທຸກພາກສ່ວນ ໂດຍສະເພາະ ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ແລະ ສູນກາງຊາວໜຸ່ມ ກໍ ຄືທຸກພາກສ່ວນທີ່ໃຫ້ການປະກອບສ່ວນໃນຄັ້ງນີ້ ຖືເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການພັດທະ ນາພື້ນຖານການສຶກສາ ກໍຄືຊີວິດການເປັນຢູ່ ຂອງລູກຫຼານນັກຮຽນ ອຳນາດການປົກຄອງ ພໍ່ແມ່ປະຊາຊົນ ບ້ານສອງຄອນ ກໍຄືເມືອງຂອງພວກເຮົາ ແລະ ຈະພ້ອມກັນປົກປັກຮັກສາ ນຳໃຊ້ໃຫ້ເກີດຜົນປະໂຫຍດ ສູງສຸດ.     ໃນພິທີນອກຈາກມອບເຄື່ອງອຸປະກອນ ແລະ ທຶນສະໜັບສະໜູນອາຫານໃຫ້ກັບນັກຮຽນແລ້ວ ຍັງໄດ້ ຮ່ວມກັນປູກຕົ້ນໄມ້ ເປັນສັນຍາລັກ ປະກອບສ່ວນສ້າງພື້ນທີ່ສີຂຽວພາຍໃນໂຮງຮຽນຕື່ມອີກ. Share:FacebookTwitter
ສຳເລັດການກໍ່ສ້າງອາຄານຮຽນ ຣາຊ ຮ່ວມພັດທະນາ ແຫ່ງທີ 3
https://v2.vientianemai.net/archives/58286
ໃນວັນທີ 14 ມິຖຸນາ 2023 ສຳນັກງານສົ່ງເສີມການຄ້າໃນຕ່າງປະເທດທີ່ນະຄອນຫຼວງວຽງຈັນ ຮ່ວມກັບ ລິມປິງ ຊຸບເປີມາເກັດ ສາຂາໂພນສີນວນ ໄດ້ຈັດພິທີເປີດງານເທສະການອາຫານ ແລະ ໝາກໄມ້ໄທ 2023 Thai Food and Fruit Festival 2023 ພາຍໃຕ້ແນວຄິດ “Farm to Table” ເປັນກຽດເຂົ້າຮ່ວມຂອງ ທ່ານນາງ ມໍລະກົດ ສີສະຫວັດ ເອກອັກຄະລາຊະທູດໄທ ປະຈຳ ສປປ ລາວ ທ່ານ ດາວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມດ້ວຍ ຄະນະທູດຕານຸທູດ ພາກລັດ ແລະ ພາກເອກະຊົນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ. ທ່ານ ກະວິນ ວິຣິຍະພານິດ ຜູ້ອຳນວຍການສຳນັກງານສົ່ງເສີມການຄ້າໃນຕ່າງປະເທດ ທີ່ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ການຈັດງານດັ່ງກ່າວ ໄດ້ຈັດຂຶ້ນເປັນເວລາ 5 ມື້ ລະຫວ່າງວັນທີ 14-18 ມິຖຸນາ 2023 ໂດຍໄດ້ຄັດສັນສິນຄ້າຈາກ ລິມປິງຊຸບເປີມາເກັດ ມາຈັດສ່ວນຫຼຸດຫຼາຍກວ່າ 30 ລາຍການ ໂດຍເນັ້ນກຸ່ມໝາກໄມ້ເປັນຫຼັກໃຫ້ຜູ້ເຂົ້າຮ່ວມງານໄດ້ສຳຜັດກັບຄວາມສົດໃໝ່ຈາກສວນ ສອດຄ່ອງກັບແນວຄິດ Farm to Table ເຊັ່ນ: ຖົ່ວລຽນ ມັງຄຸດ ໝາກມ່ວງ ແລະ ອື່ນໆ ນອກຈາກນີ້ ຍັງມີອາຫານທະເລສົດໆ ພ້ອມສຳລັບປຸງແຕ່ງ ແລະ ສິນຄ້າອາຫານອື່ນໆທີ່ໜ້າສົນໃຈໃຫ້ທຸກທ່ານໄດ້ເລືອກຊື້ນອກຈາກນີ້ ການຈັດງານໃນຄັ້ງນີ້ຍັງມີກິດຈະກຳສຸດພິເສດຄື: ການນຳສະເໜີອາຫານກຸ່ມ Future Food ທີ່ມີໂປຣຕິນສູງ ໄດ້ແກ່: ຈີ່ນາຍ ທີ່ຜ່ານການລ້ຽງແບບອໍການິກມານຳສະເໜີເພື່ອເປັນທາງເລືອກໃຫ້ແກ່ຜູ້ບໍລິໂພກ ແລະ ການເປີດຄົວສະຖານທູດໄທ ທີ່ໄດ້ຮັບກຽດຈາກ ເອກອັກຄະລາຊະທູດໄທ ປະຈຳ ສປປ ລາວ ມາສາທິດການປຸງແຕ່ງອາຫານ ລົດຊາດຕາມແບບຕົ້ນສະບັບໄທ ໂດຍປຸງແຕ່ງດ້ວຍຜະລິດຕະພັນ ເຄື່ອງປຸງຕ່າງໆ ທີ່ຈຳໜ່າຍໃນລິມປິງ. ການຈັດງານໃນຄັ້ງນີ້ ນອກຈາກຈະເປັນການນຳສະເໜີສິນຄ້າລາຄາພິເສດໃຫ້ແກ່ຜູ້ບໍລິໂພກແລ້ວ ຍັງມີການຈັດກິດຈະກຳອື່ນໆສຳລັບເດັກນ້ອຍພາຍໃນງານເພື່ອໃຫ້ເກີດການມີສ່ວນຮ່ວມພາຍໃນຄອບຄົວ ດັ່ງນັ້ນ ຈຶ່ງຂໍຊວນເຊີນທຸກທ່ານເຂົ້າມາທ່ຽວຊົມງານ ແລະ ໃນເດືອນຕໍ່ໄປ ສຳນັກງານຍັງມີການຈັດງານ Thai Fair and Food Festival 2023 ທີ່ ລິມປິງ ຊຸບເປີມາເກັດ ສາຂາວິວມໍ ລະຫວ່າງວັນທີ 5-9 ກໍລະກົດ 2023 ທີ່ຈະມີສິນຄ້າອຸປະໂພກ ອາຫານ ສຸຂະພາບ ຄວາມງາມ ມາໃຫ້ທຸກທ່ານໄດ້ເລືອກຊິມ ເລືອກຊື້ອີກເຊັ່ນກັນ. Share:FacebookTwitter
ເຊີນທ່ຽວງານເທສະການອາຫານ ແລະ ໝາກໄມ້ໄທ 2023
https://v2.vientianemai.net/archives/58308
ເພື່ອເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນ ເຊື້ອ ລະຫວ່າງ ສອງພັກ ສອງລັດ ລາວ-ຈີນ ແລະ ການສ້າງຄູ່ຮ່ວມຊາຕາ ກຳລາວ-ຈີນ ໃຫ້ເລິກເຊິ່ງຕື່ມອີກກ້າວໜຶ່ງ ສະຫາຍ ທອງລຸນ ສີສຸລິດ ເລ ຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ ລັດ ໄດ້ຢ້ຽມ ຢາມ ສປ ຈີນ ຕາມການເຊື້ອເຊີນຂອງ ສູນກາງພັກ, ລັດຖະບານ ສປ ຈີນ. ຄະນະຜູ້ແທນ ໄດ້ເດີນທາງເຖິງນະຄອນຄຸນໝິງ ແຂວງຢຸນນານ ສປ ຈີນ ໃນວັນທີ 15 ມິຖຸນາ 2023 ຢູ່ທີ່ສະໜາມບິນ ຄະນະໄດ້ຖືກຕ້ອນຮັບໂດຍ ສະ ຫາຍ ຫຼິວ ຈ້ຽນຊາວ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະ ເທດສູນ ກາງພັກກອມມູນິດຈີນ, ສະຫາຍ ຫວາງ ຢູໂປ່ ກຳມະການສູນກາງ ພັກ ເຈົ້າແຂວງ ແຂວງຢຸນນານ ມີບັນດາການນຳ ຈາກສູນກາງ ແລະ ແຂວງຢຸນນານ ຂອງ ສປ ຈີນ. ໃນໄລຍະການເຄື່ອນໄຫວ ຢ້ຽມຢາມ ຢູ່ແຂວງຢຸນນານ ສະຫາຍ ທອງລຸນ ສີສຸລິ ໄດ້ພົບປະກັບ ສະຫາຍ ຫຼີຊີ ກໍາມະການປະ ຈໍາກົມການເມືອງສູນກາງ ພັກ ປະທານຄະນະກໍາມະການກວດກາລະບຽບວິໄນສູນກາງພັກກອມມູນິດ ຈີນ ທີ່ໄດ້ຕາງໜ້າ ໃຫ້ສູນກາງພັກກອມມູນິດຈີນ ຊຶ່ງສອງຝ່າຍຕ່າງກໍໄດ້ ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການທີ່ພົ້ນເດັ່ນພາຍໃນພັກ-ພາຍໃນ ປະ ເທດ ແລະ ການເຄື່ອນໄຫວຕ່າງປະເທດ ໂດຍສະເພາະ ແມ່ນໝາກຜົນ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດລາວ ແລະ ກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກກອມມູນິດຈີນ ທີ່ ທັງສອງຝ່າຍຍາດມາ ໄດ້ໃນໄລຍະຜ່ານມາ. ສະຫາຍ ທອງລຸນ ສີສຸລິດ ໄດ້ຝາກຄຳຢື້ຢາມຖາມຂ່າວອັນອົບອຸ່ນ ໄປຍັງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກກອມ ມູນິດຈີນ ປະທານປະເທດ ແຫ່ງ ສປ ຈີນ ເນື່ອງໃນໂອກາດວັນເກີດ ຄົບ ຮອບ 70 ປີ ແລະ ໄດ້ ຕີລາຄາສູງ ຕໍ່ຜົນສຳເລັດອັນຍິ່ງໃຫຍ່ ໃນການສ້າງສາ ພັດທະນາປະເທດຊາດ ທີ່ພັກ, ລັດ ແລະ ປະຊາຊົນຈີນອ້າຍນ້ອງ ຍາດມາໄດ້ ຕະຫຼອດໄລຍະຜ່ານມາ. ພ້ອມທັງສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ: ພາຍໃຕ້ການນໍາພາ ອັນເຂັ້ມແຂງ ແລະ ສະຫຼາດສ່ອງໃສຂອງສູນກາງ ພັກກອມມູນິດຈີນ ທີ່ມີ ສະຫາຍ ສີ ຈິ້ນຜິງ ເປັນແກນກາງນັ້ນ, ປະຊາຊົນຈີນອ້າຍນ້ອງ ຈະສືບຕໍ່ ຍາດໄດ້ບັນດາຜົນສໍາເລັດ ຢ່າງຮອບດ້ານ ໃນການຈັດຕັ້ງຜັນຂະຫຍາຍມະ ຕິກອງປະຊຸມໃຫຍ່ ຄັ້ງທີ XX ຂອງພັກ ບັນລຸເປົ້າໝາຍໃນການຫັນເປັນ ທັນສະໄໝແບບຈີນ ເພື່ອຄໍ້າປະກັນຍຸດທະສາດການພັດທະນາດ້ວຍຄຸນ ນະພາບສູງຂອງຈີນ ແລະ ເປັນພື້ນຖານອັນໜັກ ແໜ້ນໃຫ້ແກ່ການບັນລຸ ເປົ້າໝາຍ ສ້າງປະເທດຈີນ ໃຫ້ກາຍເປັນປະເທດສັງຄົມນິຍົມທີ່ທັນສະໄໝ ເຂັ້ມແຂງ ຈະເລີນຮຸ່ງ ເຮືອງ ປະຊາທິປະໄຕ ສີວິໄລ ກົມກຽວປອງດອງ ແລະ ສວຍງາມ. ສະຫາຍ ຫຼີຊີ ໄດ້ນຳເອົາຄຳຢື້ຢາມຖາມຂ່າວ ຂອງ ສະຫາຍ ສີ ຈິ້ນຜິງ ເຖິງ ສະຫາຍ ທອງລຸນ ສີສຸລິດ ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງກອງ ປະຊຸມຄົບຄະນະ ຄັ້ງທີ 6 ສະໄໝ XI ຂອງສູນກາງພັກ ປປ ລາວ ທີ່ຫາກໍສໍາ ເລັດບໍ່ດົນມານີ້ ແລະ ຕີລາຄາສູງ ຕໍ່ຜົນສຳເລັດໃນການສ້າງສາພັດທະນາ ປະເທດຊາດ ທີ່ພັກ ລັດ ແລະ ປະຊາຊົນລາວ ຍາດມາໄດ້ ໃນໄລຍະ ຜ່ານມາ ໄດ້ສະແດງຄວາມເຊື່ອໝັ້ນ ແລະ ໃຫ້ການສະໜັບບສະໜູນ ພາລະກິດສ້າງ ສາພັດທະນາຂອງ ສປປ ລາວ ໃນ ໄລຍະໃໝ່. ໂອກາດດັ່ງກ່າວ ສອງຝ່າຍ ໄດ້ຕີລາຄາສູງ ສາຍພົວພັນມິດຕະພາບອັນເປັນ ມູນເຊື້ອ ແລະ ການຮ່ວມມືທີ່ມີຜົນສຳເລັດຕົວຈິງ ກໍຄືການສ້າງຄູ່ຮ່ວມຊາ ຕາກຳ ລາວ-ຈີນ, ຈີນ-ລາວ ທີ່ທັງສອງຝ່າຍພ້ອມກັນຍາດມາໄດ້ ໃນໄລຍະ ຜ່ານມາ ໂດຍສະເພາະ ແມ່ນການເປີດນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ທີ່ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ. ໄດ້ຕີລາຄາສູງ ຕໍ່ຜົນ ສໍາເລັດຂອງການຢ້ຽມຢາມ ສປ ຈີນ ທາງລັດຖະກິດ ຂອງສະຫາຍ ທອງລຸນ ສີສຸລິດ ໃນທ້າຍປີ 2022 ຜ່ານມາ ກໍຄືຜົນສຳເລັດ ຂອງການຈັດຕັ້ງປະຕິບັດ ຖະແຫຼງການຮ່ວມ ທີ່ທັງສອງຝ່າຍ ໄດ້ຕົກລົງນຳກັນ ໄດ້ພ້ອມກັນປຶກສາ ຫາລື ແລະ ເຫັນດີເປັນເອ ກະພາບນຳກັນກ່ຽວກັບ ທິດທາງແຜນການຕໍ່ ໜ້າ ໃນການສຶບຕໍ່ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນ ຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ໃຫ້ ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ. ສອງຝ່າຍ ຍັງໄດ້ແລກປ່ຽນທັດສະນະ ຕໍ່ກັບບັນຫາພາກພື້ນ ແລະ ສາກົນ ທີ່ທັງສອງຝ່າຍໃຫ້ຄວາມສົນໃຈ ພ້ອມທັງຢືນຢັນ ທີ່ຈະສືບຕໍ່ການປະສານ ສົບທົບ ແລະ ໃຫ້ການສະໜັບສະໜູນຊຶ່ງກັນ ແລະ ກັນ ຢ່າງສະນິດແໜ້ນ ໃນເວທີຫຼາຍຝ່າຍ ຝ່າຍ ຈີນ ສະແດງຄວາມຂອບໃຈທີ່ຝ່າຍລາວ ໄດ້ໃຫ້ການ ສະໜັບສະໜູນ ແລະ ສົ່ງຄະນະຜູ້ແທນຂັ້ນສູງຂອງລາວ ເຂົ້າຮ່ວມບັນດາ ກອງປະຊຸມສາກົນ ທີ່ ສປ ຈີນ ເປັນເຈົ້າພາບ. ຝ່າຍລາວ ຕີລາຄາສູງ ຕໍ່ບົດ ບາດທີ່ຕັ້ງໜ້າຂອງ ສປ ຈີນ ໃນພາລະກິດເສີມ ສ້າງສັນຕິພາບ ມິດຕະພາບ ແລະ ການຮ່ວມມື ເພື່ອພັດທະນາໃນພາກພື້ນ ແລະ ສາກົນ ແລະ ພ້ອມທີ່ ຈະສືບຕໍ່ໃຫ້ ການສະ ໜັບສະໜູນ ແລະ ປະກອບສ່ວນເຂົ້າໃນການຮ່ວມມື ໃນຂອບບັນດາຂໍ້ລິເລີ່ມຕ່າງໆ ທີ່ສະເໜີອອກໂດຍຝ່າຍຈີນ. ໃນຕອນບ່າຍຂອງວັນດຽວກັນ, ຄະນະຜູ້ແທນຂັ້ນສູງຂອງລາວ ຍັງໄດ້ໄປ ຢ້ຽມຢາມສູນຄົ້ນຄວ້າພຶກສາສາດ ນະຄອນຄຸນໝິງ ໄດ້ທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ກ່ຽວກັບວຽກງານກະສິກຳ ທີ່ທັນສະໄໝ ຂອງ ແຂວງຢຸນນານ ໃນຕອນຄໍ່າ ສະ ຫາຍ ຫຼີ ຊີ ຍັງໄດ້ຈັດງານລ້ຽງເປັນກຽດ ໃຫ້ແກ່ ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ. Share:FacebookTwitter
ສະຫາຍ ທອງລຸນ ສີສຸລິດ ພົບປະກັບການນໍາຂັ້ນສູງ ພັກ-ລັດ ຈີນ
https://v2.vientianemai.net/archives/58312
ສູນຄົ້ນຄວ້າພາສາລາວ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກີລາ (ສສກ) ຈັດກອງປະຊຸມຂຽນເນື້ອໃນປຶ້ມວັດຈະນານຸກົມພາສາລາວ ໃນລະຫວ່າງວັນທີ 9-15 ມິຖຸນາ 2023 ທີ່ຫ້ອງປະຊຸມເຮືອນພັກຄູນຊັບ (ທ່າລາດ) ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍເປັນປະທານຂອງທ່ານ ຮສ ປອ ພຸດ ສິມມາລາວົງ  ລັດຖະມົນຕີ ກະຊວງ ສສກ ມີ ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ພະນັກງານບຳນານ ຄະນະອຳນວຍການສູນ ແລະ ພະນັກງານວິຊາການຈາກສູນຄົ້ນຄວ້າພາສາລາວ ແລະ ສູນພັດທະນາສື່ການຮຽນການສອນ ສວສ ຄະນະບໍລິຫານງານສະມາຄົມນັກປະພັນລາວ ຄະນະບໍລິຫານງານສູນກາງອົງການພະພຸດທະສາສະໜາ ຮອງຄະນະບໍດີ ມະຫາວະທະຍາໄລແຫ່ງຊາດ ອາຈານສອນຈາກຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.     ປະຊຸມຄັ້ງນີ້ ເພື່ອລາຍງານຄວາມຄືບໜ້າໃນການຂຽນຮຽບຮຽງ ນໍາສະເໜີປະເດັນບັນຫາ ຂໍ້ສົນໃຈ ແລະ ຂໍ້ສະເໜີຕ່າງໆ ກ່ຽວກັບການຮຽບຮຽງເນື້ອໃນປຶ້ມວັດຈະນານຸກົມຕາມຄວາມຮັບຜິດຊອບ ສົນທະນາປຶກສາຫາລື ແລະ ແລກປ່ຽນຄຳຕິດເຫັນຕໍ່ປະເດັນບັນຫາທີ່ມີ ສືບຕໍ່ຂຽນຮຽບຮຽງເນື້ອໃນປຶ້ມວັດຈະນານຸກົມພາສາລາວ.     ທ່ານ ປອ ອ່ອນແກ້ວ ນວນນະວົງ ຫົວໜ້າອະນຸກຳມະການຄົ້ນຄວ້າພາສາລາວ ໄດ້ກ່າວໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ຖືເປັນວາລະດີໃນການເຕົ້າໂຮມຄະນະຂຽນ ຮຽບຮຽງປຶ້ມວັດຈະນານຸກົມພາສາລາວແບບເຕັມຄະນະ ໂດຍແບ່ງເນື້ອໃນການປະຊຸມອອກເປັນ 2 ວາລະ ຄື: ສົນທະນາແລກປ່ຽນກ່ຽວກັບຜົນສຳເລັດຄວາມຄືບໜ້າ ພ້ອມທັງປຶກສາຫາລືກ່ຽວກັບບາງບັນຫາ ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ເພື່ອພ້ອມກັນຫາວິທີທາງແກ້ໄຂໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດວຽກງານການຮຽບຮຽງເນື້ອໃນປຶ້ວັດຈະນານຸກົມພາສາລາວຕົວຈິງໃນປັດຈຸບັນ ແລະ ຕໍ່ໜ້າ ແລະ ເພື່ອຄວາມເປັນເອກະພາບທາງດ້ານຫຼັກການ ສືບຕໍ່ຂຽນເນື້ອໃນເປັນລາຍບຸກຄົນຕາມຄວາມຮັບຜິດຊອບ.     ໂອກາດນີ້ ທ່ານ ຮສ ປອ ພຸດ ສິມມາລາວົງ ໄດ້ກ່າວວ່າ: ໃນໄລຍະຜ່ານມາ ການຄົ້ນຄວ້າຮຽບຮຽງປຶ້ມວັດຈະນານຸກົມພາສາລາວ ແມ່ນດຳເນີນການໂດຍຄະນະນ້ອຍ ເປັນຜົນງານຂອງບຸກຄົນ ການຂຽນ ຮຽບຮຽງປຶ້ມວັດຈະນານຸກົມພາສາລາວຊຸດນີ້ ຖືເປັນວຽກງານສຳຄັນຄັ້ງປະຫວັດສາດທີ່ດຳເນີນການເປັນຄະນະໃຫຍ່ທີ່ມີສ່ວນຮ່ວມຈາກຫຼາຍພາກສ່ວນ ມີລັກສະນະແບບເປີດກວ້າງ ຄວາມຄາດຫວັງຈຶ່ງມີສູງ ເພື່ອໃຫ້ໄດ້ຮັບຜົນສຳເລັດທີ່ຮອບດ້ານ ຄຳສັບທີ່ມີການປ່ຽນແປງຕາມຍຸກສະໄໝ ຄໍາສັບໃໝ່ທີ່ມາຈາກຕ່າງປະເທດ ຄຳຍືມ ພາສາເວົ້າ ພາສາຂຽນ ວຽກງານການສ້າງປຶ້ມວັດຈະນານຸກົມພາສາລາວ ຖືເປັນວຽກສໍາຄັນລະດັບຊາດ ເປັນຄວາມຄາດຫວັງຂອງລັດຖະບານ ຈຶ່ງຮຽກຮ້ອງໃຫ້ຄະນະຮັບຜິດຊອບທຸກທ່ານສັບຊ້ອນເວລາໃນການສືບຕໍ່ວຽກງານໃຫ້ສຳເລັດ ບຸກບືນວາງແຜນກວດຜ່ານ ກວດແກ້ ແລະ ໃຫ້ສຳເລັດທັນຕາມແຜນໃນປີ 2025 ນີ້.     ຜ່ານການດຳເນີນກອງປະຊຸມຄັ້ງນີ້ ຄະນະຮຽບຮຽງສາມາດສຳເລັດການຂຽນເນື້ອໃນປຶ້ມວັດຈະນານຸ ກົມພາສາລາວສະບັບພື້ນຖານ ທັງໝົດໂດຍລວມໄດ້ 85% ເຊິ່ງຫາກສໍາເລັດການຂຽນເນື້ອໃນເບື້ອງຕົ້ນທັງໝົດແລ້ວ ຈະໄດ້ນຳມາກວດຜ່ານພາຍໃນຄະນະນ້ອຍ ແລະ ຄະນະໃຫຍ່ໃນຕໍ່ໜ້າຕື່ມ. Share:FacebookTwitter
ກຽມຄວາມພ້ອມໃຫ້ແກ່ການຈັດພິມປຶ້ມວັດຈະນານຸກົມພາສາລາວ
https://v2.vientianemai.net/archives/58322
ພິທີເປີດກອງທຶນອຸປະຖຳກຳມາທິການເຜີຍແຜ່ສີລະທຳ ແລະ ປະຕິບັດກຳມະຖານ (ກຜປຖ) ສູນກາງອົງການພຸດທະສາສະໜາສຳພັນລາວ (ອພສ) ຈັດຂຶ້ນວັນທີ 15 ມິຖຸນາ 2023 ຢູ່ຫໍປະຊຸມແຫ່ງຊາດ ໂດຍມີພະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ປະທານສູນກາງອົງການພຸດທະສາສະໜາສຳພັນລາວ ພະອາຈານໃຫຍ່ ມະຫາເຫວດ ມະເສໄນ ຮອງປະທານ ອພສ ອົງຊີ້ນຳວຽກງານກຳມາທິການເຜີຍແຜ່ສີລະທຳ ແລະ ປະຕິບັດກຳມະຖານ ວຽກງານກຳມາທິການສາທາລະນູປະການ ອພສ ພ້ອມດ້ວຍພະເຖລານຸ ເຖລະ ທ່ານ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ ຄອບຄົວບັນດາການນຳ ອະອີດການນຳ ແລະ ຊາວພຸດທະສາສະນິກກະຊົນເຂົ້າຮ່ວມ.   ໃນພິທີພະອາຈານ ພຸດທະສອນ ລະຄອນຄຳ ຄະນະບໍລິຫານງານປະຈຳການ ຮອງຫົວໜ້າກຳມາທິການເຜີຍແຜ່ສີລະທຳ ແລະ ປະຕິບັດກຳມະການ ສູນກາງ ອພສ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການສ້າງຕັ້ງກອງທຶນດັ່ງກ່າວວ່າ: ກຜປຖ ແມ່ນກອງທຶນໜຶ່ງທີ່ຢູ່ພາຍໃຕ້ການຊີ້ນຳຂອງ ພະອາຈານໃຫຍ່ ມະຫາເຫວດ ມະເສໄນ ມີ ພະອາຈານ ສີທົນ ໄຊຍະວົງສອນ ເປັນຫົວໜ້າກຳມາທິການເຜີຍແຜ່ສີລະທຳ ແລະ ປະຕິບັດກຳມະຖານ ມີໜ້າທີ່ສຶກສາອົບຮົມ ພະສົງ-ສາມະເນນ ພໍ່ຂາວ-ແມ່ຂາວ ໃນຂອບເຂດທົ່ວປະເທດຕາມພາລະບົດບາດ ສິດ ແລະ ໜ້າທີ່ ທີ່ບັນຍັດໃນທຳມະນູນສົງລາວ ໂດຍມີລະບຽບແບບແຜນ ວິໄສທັດ ຍຸດທະສາດ ຈຸດສຸນ ທິດທາງລວມ ແລະ ແຜນການຢ່າງເປັນລະບົບ.     ກໍາມາທິການເຜີຍແຜ່ນອກຈາກລົງເຄື່ອນໄຫວວຽກງານຕ່າງໆຂອງຕົນໃນຂອບເຂດທົ່ວປະເທດ ຍັງມີຫ້ອງປະຕິບັດທັມປະຈຳຢູ່ສູນກາງ ແລະ ມີພຸດທະສາສະນິກກະຊົນຈຳນວນໜຶ່ງ ເຂົ້າມາປະຕິບັດທຳ ມີຄວາມເຂົ້າໃຈທຳມະ ແລະ ເຫັນໄດ້ຄວາມສຳຄັນຂອງວຽກງານເຜີຍແຜ່ສີລະທັມ ແລະ ປະຕິບັດກຳມະຖານ ແລ້ວເກີດສັດທາຢາກມີສ່ວນຮ່ວມໃນການເຜີຍແຜ່ທຳ ຈຶ່ງໄດ້ຈັດຕັ້ງດັ່ງກ່າວຂຶ້ນ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດທິດທາງ ແຜນການ ແລະ ວຽກງານຂອງກັມມາທິການ ໃຫ້ສຳເລັດຕາມລະດັບຄາດໝາຍ.    ກຜປຖ ມີຫ້ອງການຕັ້ງຢູ່ວັດທາດຫຼວງເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຮັບການອະນຸມັດສ້າງຕັ້ງໂດຍ ອພສ ຕາມຂໍຕົກລົງເລກທີ 135/ອພສ ລົງວັນທີ 14​ ມີນາ 2023 ມີຈຸດປະສົງສ້າງຕັ້ງຂຶ້ນເພື່ອລະດົມທຶນທັງພາຍໃນ ແລະ ຕ່າງປະເທດ ມີພາລະບົດບາດ ແລະ ໜ້າທີ່ສະໜັບສະໜູນບັນດາວຽກງານຕົ້ນຕໍຄື: ວຽການບໍລິຫານຫ້ອງການ ຄູ່ມື-ຫຼັກສູດ ກຳມະຖານ ທຳມະສັນຈອນ ເຝີກອົບຮົມ ສື່ ແລະ ປະຊາສຳພັນ ໂຄງການຕ່າງໆ ແລະ ວຽກງານສັງຄົມສົງເຄາະ ໂດຍມີວິໄສທັດ ແນໃສ່ເພື່ອສ້າງຊົມຊຸມໃຫ້ມີສີລະທຳ ແລະ ສັງຄົມມີຄວາມສະຫງົບສຸກ  ເປັນຕົ້ນ ສ້າງສູນປະຕິບັດທຳໃຫ້ຄົບທຸກແຂວງ ພັດທະນາຫຼັກສູດ ແລະ ເຄື່ອງມື ໃນການເຜີຍແຜ່ໃຫ້ສົມບູນ ແລະ ໄດ້ມາດຕະຖານ ພັດທະນາບຸກຄະລາກອນໃຫ້ເປັນຜູ້ນຳດ້ານການເຜີຍແຜ່ພຸດທະສາສະໜາ ພັດທະນາສັງຄົມ ໂດຍສະເພາະວິທິການເຜີຍແຜ່ທຳມະໃຫ້ທັນຍຸກສະໄໝ. Share:FacebookTwitter
ເປີດກອງທຶນອຸປະຖຳກຳມາທິການເຜີຍແຜ່ສີລະທຳ ສູນກາງ ອພສ
https://v2.vientianemai.net/archives/58328
ວັນທີ 16 ມິຖຸນາ 2023 ທີ່ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ (ລລທ) ໄດ້ຈັດພິທີປິດເຝິກອົບຮົມຫຼັກສູດ Non-Degree ຫົວຂໍ້ “Data Science Professional” ເປັນປະທານຂອງທ່ານ ສຸພົນ ຈັນທະວີໄຊ ຜູ້ ອໍານວຍການໃຫຍ່ ບໍລິສັດ ລລທ ມີທ່ານ ພານຸພົງ ວັນຈັນທຶກ ຜູ້ຊ່ວຍຄະນະບໍດີ ຄະນະວິສະວະກຳສາດ ມະຫາ ວິທະຍາໄລຂອນແກ່ນ ປະເທດໄທ ພ້ອມຜູ້ບໍລິຫານອ້ອມຂ້າງ ລລທ ແລະ ນັກສໍາມະນາກອນເຂົ້າຮ່ວມ.     ການຈັດເຝິກອົບຮົມໃນຄັ້ງນີ້ ເພື່ອເປັນການພັດທະນາຄວາມຮູ້ ຄວາມສາມາດ ຂອງພະນັກງານ ເປັນແນວ ທາງກ້າວໄປສູ່ການເປັນຜູ້ຊໍານານງານ ຫຼື ຊ່ຽວຊານທາງດ້ານວຽກງານຂອງຕົນຮັບຜິດຊອບ ໃນວຽກງານ Data Science ຖືເປັນວຽກງານໜຶ່ງທີ່ສຳຄັນທີ່ສຸດ ເພາະວ່າເປັນການນຳເອົາຂໍ້ມູນເຂົ້າໄປໝູນໃຊ້ໃນໃນການວາງແຜນຍຸດທະສາດ ການວິໄຈ ແລະ ທີ່ສຳຄັນແມ່ນໃຊ້ປະກອບເຂົ້າໃນການຕັດສິນໃຈ ທາງດ້ານທຸລະກິດໄດ້ຖືກເປົ້າໝາຍ ພ້ອມທັງຕອບໂຈດບັນຫາຂອງອົງກອນໄດ້ຕາມເປົ້າໃນແຕ່ລະໄລຍະ ແລະ ນອກຈາກການເຝິກອົບຮົມໃນຊຸດນີ້ແລ້ວ ຍັງຈະມີການສືບຕໍ່ຫຼັກສູດ Non Degree ໃນສາຂາວິຊາຕ່າງໆ ທີ່ກົງກັບກົນລະຍຸດຂອງບໍລິສັດໃນອະນາ ຄົດຕໍ່ໄປ.    ການເຝິກອົບຮົມຫຼັກສູດ Non Degree ຫົວຂໍ້ “Data Science Professional” ແມ່ນໄດ້ຮັບຄວາມຮ່ວມມືຈາກທາງຄະນະວິສະວະກຳສາດ ມະຫາວິທະຍາໄລຂອນແກ່ນ ໂດຍໄດ້ຮັບກຽດຈາກຄະນະອາຈານທີ່ມີຄວາມຮູ້ ຄວາມສາມາດ ແລະ ປະສົບການສູງ ທາງດ້ານວຽກງານ Data Science ມາເປັນວິທະຍາກອນ ໃນການມອບຄວາມຮູ້ໃຫ້ໃນຄັ້ງນີ້ ການເຝິກອົບຮົມປະກອບດ້ວຍພາກທິດສະດີ Workshop ໃນການປະຕິບັດໂຄງການຕົວຈິງ (Project Base) ເພື່ອເອົາມານຳໃຊ້ໃນການປັບປຸງການບໍລິການຂອງລາວໂທລະຄົມ ໃຫ້ເກີດປະໂຫຍດສູງສຸດ ເຊິ່ງການເຝິກອົບຮົມຫຼັກສູດດັ່ງກ່າວ ມີນັກສຳມະນາກອນ 29 ທ່ານ ຍິງ 10 ທ່ານ ເລີ່ມເຝິກອົບຮົມມາແຕ່ວັນທີ 9 ມີນາ ຫາ ວັນທີ 16 ມິຖຸນາ 2023 ລວມຈຳນວນວັນຮຽນທັງໝົດ 24 ວັນ ເທົ່າກັບ 144 ຊົ່ວໂມງ ປະກອບມີພາກທິດສະດີ ແລະ ປະຕິບັດຕົວຈິງ  ປະກອບໄປດ້ວຍ 7 ພາກວິຊາ. Share:FacebookTwitter
ລລທ ພັດທະນາຄວາມຮູ້ຫຼັກສູດ Data Science Professional ໃຫ້ພະນັກງານ
https://v2.vientianemai.net/archives/58340
ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງ ສພຊ ຊຸດທີ IX ຈະໄຂຂຶ້ນໃນທ້າຍເດືອນມິຖຸນານີ້ ຈົນໄປເຖິງກາງເດືອນ ກໍລະກົດ 2023 ເຊິ່ງຈະໄດ້ພິຈາລະນາ ແລະ ຮັບຮອງເອົາບັນດາວຽກງານ ແລະ ກົດໝາຍຫຼາຍສະບັບ. ທ່ານ ນາງ ປິ່ງຄໍາ ລາຊະສິມມາ ເລຂາທິການສະພາແຫ່ງຊາດ ຖະແຫຼງຕໍ່ສື່ມວນຊົນ ວັນທີ 16 ມິຖຸນາ 2023 ທີ່ສະພາແຫ່ງຊາດ (ສພຊ) ວ່າ: ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງ ສພຊ ຊຸດທີ IX ຈະໄຂຂຶ້ນໃນວັນທີ 26 ມີຖຸນາ 2023 ແລະ ຈະດໍາເນີນໄປເຖິງວັນອັງຄານ ວັນທີ 18 ກໍລະກົດ 2023 ທີ່ຫ້ອງປະຊຸມໃຫຍ່ ສພຊ (ທາດຫຼວງ) ນະຄອນຫຼວງວຽງ ຈັນ. ກອງປະຊຸມຄັ້ງນີ້ຈະໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ຄື: ວຽກງານຂອງລັດຖະບານ ບົດລາຍງານໂດຍສັງເຂບຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານພົ້ນເດັ່ນ ຂອງລັດຖະບານບົດລາຍງານຂອງລັດຖະ ບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ 2023 ແລະ ແຜນການ 6 ເດືອນທ້າຍປີ 2023 ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2023 ແລະ ແຜນການ 6 ເດືອນທ້າຍປີ 2023 ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນເງິນຕາ 6 ເດືອນຕົ້ນປີ 2023 ແລະ ແຜນການ 6 ເດືອນທ້າຍປີ 2023 ບົດລາຍງານຂອງລັດຖະບານ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ບົດລາຍງານຂອງລັດຖະບານ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ ບົດລາຍງານ ກ່ຽວກັບທິດທາງແຜນການລົງທຶນ ແລະ ການຈັດສັນງົບປະມານໃຫ້ແກ່ໂຄງການລົງທຶນຂອງລັດ ປະຈໍາປີ 2024 ບົດລາຍງານຂອງລັດຖະບານ ກ່ຽວກັບການສະເໜີຂໍດັດແກ້ແຜນງົບປະມານແຫ່ງລັດ 6 ເດືອນທ້າຍປີ 2023 ແລະ ແຜນລົງທຶນຂອງລັດ ປະຈໍາປີ 2023 ທີ່ຕິດພັນກັບມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງຜົນການກວດກາ ຂອງອົງການກວດກາແຫ່ງລັດ ແລະ ຜົນການກວດສອບແຫ່ງລັດ ແລະ ມະຕິຂອງຄະນະປະຈໍາສະພາ ວ່າດ້ວຍການຮັບຮອງການອອກພັນທະບັດອ່ວຍໜີ້ 3 ແຈ ຮ່ວງ 8.000 ຕື້ກີບ ບົດລາຍງານຂອງລັດຖະບານ ກ່ຽວກັບຮ່າງຍຸດທະສາດການພັດທະນາແຮ່ທາດ 10 ປີ (2021-2030) ແລະ ວິໄສທັດຮອດປີ 2035 ບົດລາຍງານຂອງລັດຖະ ບານ ກ່ຽວກັບຍຸດທະສາດການຄຸ້ມຄອງນໍ້າ ແລະ ຊັບພະຍາກອນນໍ້າແຫ່ງຊາດ ຮອດປີ 2030 ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດຍຸດທະສາດການປົກປ້ອງສັງຄົມ. ພ້ອມນັ້ນຍັງຈະພິຈາລະນາ ຮັບຮອງເອົາການສ້າງ ແລະ ປັບປຸງກົດ ໝາຍ 10 ສະບັບ ໃນນີ້ຮ່າງກົດ ໝາຍສ້າງໃໝ່ 4 ສະບັບ ແລະ ກົດໝາຍປັບປຸງ 6 ສະບັບ. ວຽກງານສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ບົດລາຍງານຂອງສານປະຊາຊົນສູງສຸດ ກ່ຽວກັບການປະເມີນ ການຈັດຕັ້ງປະຕິບັດກົດໝາຍ ໃນຂົງເຂດຍຸຕິທໍາ 2 ສະບັບ ຄື: ກົດໝາຍວ່າດ້ວຍສານປະຊາຊົນ ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ ບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການປະເມີນ ການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທໍາ 2 ສະບັບ ຄື: ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ແລະ ກົດ ໝາຍວ່າດ້ວຍການດໍາເນີນຄະດີອາຍາ. ສຳລັບວຽກງານ ສພຊ ປະກອບມີບົດລາຍງານຂອງຄະນະປະຈໍາ ສພຊ ກ່ຽວກັບການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ ໃນໄລຍະ 2 ກອງປະຊຸມທີ່ຜ່ານມາ ແລະ ທິດທາງແຜນການ 6 ເດືອນ ແຕ່ກອງປະຊຸມສະ ໄໝສາມັນ ເທື່ອທີ 5 ຂອງ ສພຊ ຊຸດທີ IX ຮອດກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສພຊ ຊຸດທີ IX ນອກນີ້ ຍັງມີບົດປະກອບຄໍາເຫັນຄະນະປະຈໍາ ສພຊ ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2023 ການສະເໜີຂໍດັດແກ້ແຜນງົບປະມານແຫ່ງລັດ ປະຈໍາປີ 2023 ທິດທາງແຜນການລົງທຶນ ແລະ ຈັດສັນງົບປະມານການລົງທຶນຂອງລັດ ປະຈໍາປີ 2024 ບົດປະກອບຄໍາເຫັນຄະນະປະຈໍາສະພາ ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ບົດປະກອບຄໍາເຫັນຄະນະປະຈໍາສະພາແຫ່ງຊາດ ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ ບົດປະກອບຄໍາເຫັນຄະນະປະຈໍາສະພາແຫ່ງຊາດ ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການສະເໜີຂໍດັດແກ້ແຜນງົບປະມານແຫ່ງລັດ 6 ເດືອນທ້າຍປີ 2023 ແລະ ແຜນລົງທຶນຂອງລັດ ປະຈໍາປີ 2023 ທີ່ຕິດພັນກັບມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງຜົນການກວດກາ ຂອງອົງການກວດກາແຫ່ງລັດ ແລະ ຜົນການກວດສອບແຫ່ງລັດ ແລະ ມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການຮັບຮອງການອອກພັນທະ ບັດອ່ວຍໜີ້ 3 ແຈ ຮ່ວງ 8.000 ຕື້ກີບ ບົດປະກອບຄໍາເຫັນຄະນະປະຈໍາສະພາແຫ່ງຊາດ ຕໍ່ບົດລາຍ ງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດຍຸດທະສາດການປົກປ້ອງສັງຄົມ ບົດປະກອບຄໍາເຫັນຄະນະປະຈໍາສະພາແຫ່ງຊາດ ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບຮ່າງຍຸດທະສາດການພັດທະນາແຮ່ທາດ 10 ປີ (2021-2030) ແລະ ວິໄສທັດຮອດປີ 2035 ບົດປະກອບຄໍາເຫັນຂອງຄະນະປະຈໍາສະພາ ຕໍ່ບົດລາຍງານຂອງລັດຖະ ບານ ກ່ຽວກັບຍຸດທະສາດການຄຸ້ມຄອງນໍ້າ ແລະ ຊັບພະຍາກອນນໍ້າແຫ່ງຊາດ ຮອດປີ 2030 ບົດປະກອບຄໍາເຫັນຄະນະປະຈໍາສະພາແຫ່ງຊາດ ຕໍ່ບົດລາຍງານການປະເມີນການຈັດຕັ້ງປະຕິບັດກົດ ໝາຍຂົງເຂດຍຸຕິທໍາ 4 ສະບັບ ຄື: ກົດໝາຍວ່າດ້ວຍສານປະຊາຊົນ ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ແລະ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ. ອີກທັງຈະໄດ້ຄົ້ນຄວ້າພິຈາລະນາຮັບຮອງເອົາມະຕິກອງປະຊຸມ ສພຊ 18 ສະບັບໃນນັ້ນ ຈະໄດ້ມີມະຕິຮັບຮອງເອົາວຽກງານຂົງເຂດຕ່າງໆຄື: ມະຕິຮັບຮອງເອົາບົດລາຍງານຂອງລັດຖະບານ 6 ສະບັບ ມະຕິຮັບຮອງເອົາບົດລາຍງານຂອງສານປະຊາຊົນສູງສຸດ ໄອຍະການປະຊາຊົນສູງສຸດ 1 ສະບັບ ມະຕິຮັບຮອງເອົາບົດລາຍງານຂອງສະພາ 1 ສະບັບ ແລະ ມະຕິຮັບຮອງເອົາກົດໝາຍອີກ 10 ສະບັບ. ໃນໄລຍະກະກຽມ ແລະ ດຳເນີນກອງປະຊຸມຄະນະເລຂາທິການ ສພຊ ໄດ້ຈັດຕັ້ງໜ່ວຍງານຮັບຜິດ ຊອບໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມ ບັນດາທ່ານສາມາດສົ່ງຄຳຄິດຄຳເຫັນ ແລະ ຄຳສະເໜີໄປຍັງກອງປະຊຸມໄດ້ໂດຍຜ່ານສາຍດ່ວນ: 156 ທີ່ຮັບໃຊ້ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສພຊ ຊຸດທີ IX ຫຼື ອີເມວ: nalao.156@gmail.com. Share:FacebookTwitter
ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງ ສພຊ ຈະໄຂຂຶ້ນໃນທ້າຍເດືອນມິຖຸນານີ້
https://v2.vientianemai.net/archives/58349
ກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຂວງບໍ່ແກ້ວສະໄໝທີ VI ໄດ້ດໍາ ເນີນຂື້ນຢ່າງເປັນທາງການ ໃນວັນທີ 13-16 ມິຖຸນາ 2023 ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ບົວຄົງ ນາມ ມະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆບໍ່ແກ້ວ ເປັນກຽດເຂົ້າຮ່ວມ ຂອງ ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດ ຖະມົນຕີກະຊວງປ້ອງກັນຄວາມສະຫງົບ ​ມີຄະນະບໍລິຫານງານພັກແຂວງບໍ່ແກ້ວ ​ໂດຍມີຜູ້ແທນເຂົ້າຮ່ວມທັງໝົດ 266 ສະ ຫາຍ ຍິງ 41 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ ໃນທົ່ວອົງຄະນະພັກ ແຂວງ. ສະຫາຍ ສຸກຂະ ຫຼຽນທອງຄຳ ຄະນະປະຈຳພັກແຂວງ ປະທານກວດກາພັກ-ຫົວໜ້າພະແນກກວດກາລັດ ແຂວງບໍ່ແກ້ວ ໄດ້ຜ່ານຜົນສຳເລັດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຂວງ ບໍ່ແກ້ວ ສະໄໝທີ VI ວ່າ: ກອງປະ ຊຸມຄົບຄະນະກາງສະໄໝຄັ້ງນີ້ໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ກົງໄປກົງມາ ແລະ ໄດ້ພິຈາລະນາ ຮັບຮອງເອົາຢ່າງເປັນເອກະ ສັນຕໍ່ ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ໄລຍະກາງສະໄໝ ແລະ ທິດທາງແຜນການທ້າຍສະ ໄໝ ບົດສະຫຼຸບທິດທາງແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ IX ຂອງແຂວງ ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກແຂວງເຊິ່ງໄດ້ຮັບຜົນສຳເລັດຫຼາຍດ້ານ ໄດ້ສ້າງ ພື້ນຖານ ແລະ ທ່ວງທ່າໃໝ່ໃຫ້ແກ່ທຸກຂົງເຂດວຽກງານ ຜົນສໍາເລັດທີ່ພົ້ນເດັ່ນໃນໄລຍະເຄິ່ງສະໄໝຜ່ານມານັ້ນໄດ້ຢັ້ງຢືນວ່າ ບັນດາໜ້າວຽກ ຫຼື ຄາດໝາຍໃຫຍ່ໆທີ່ກໍານົດໃນມະຕິ VI ຂອງແຂວງແມ່ນໄດ້ຮັບການຈັດຕັ້ງປະຕິບັດເປັນສ່ວນໃຫຍ່. ໄປພ້ອມກັບຜົນສຳເລັດອັນສຳຄັນຄືດັງກ່າວ ກອງປະຊຸມຍັງໄດ້ເປັນເອກະພາບ ຢ່າງພາວະວິໄສຕໍ່ ດ້ານອ່ອນ-ຂໍ້ຄົງຄ້າງ ຂໍ້ຂາດ ຕົກບົກຜ່ອງໃນການນຳພາ-ຊີ້ນຳ ຂອງພັກ ກໍຄື ການຈັດຕັ້ງປະຕິບັດໜ້າທີ່ ວຽກງານຈຸດສຸມໃນບາງດ້ານ ທີ່ບໍ່ສາມາດບັນລຸ ຄາດໝາຍທີ່ວາງໄວ້. ກອງປະຊຸມຍັງໄດ້ເຫັນຍົກໃຫ້ສາຍເຫດຕົ້ນຕໍທີ່ພາໃຫ້ມີດ້ານອ່ອນຂໍ້ຄົງຄ້າງ ບົດຮຽນຖອດຖອນ ໄດ້ເພື່ອກຳນົດທິດທາງ ມາດຕະການໃນການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ສອດຄ່ອງ ແລະ ເໝາະສົມ ພ້ອມກັນນັ້ນ ກອງປະຊຸມຍັງເປັນເອກະສັນ ຮັບຮອງເອົາບັນດາຄາດໝາຍສູ້ຊົນແຕ່ນີ້ຫາທ້າຍສະໄໝ ເພື່ອສືບຕໍ່ຈັດຕັ້ງປະຕິບັດໃຫ້ສຳເລັດຜົນຕາມຄາດໝາຍທີ່ກຳ ນົດໄວ້. ໃນໂອກາດທີ່ມີຄວາມໝາຍສຳຄັນນີ້ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາ ຍົກ ລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຜູ້ຊີ້ນຳແຂວງບໍ່ແກ້ວ ໄດ້ສະແດງຄວາມຊົມເຊີຍ ເຫັນ​ດີ​ເປັນ​ເອ​ກະ​ພາບ ແລະ ຕີ​ລາ​ຄາ​ສູງ​ຕໍ່​​ຜົນ​ງານ​ທີ່ຄະ​ນະ​ພັກ-ຄະ​ນະ​ນຳ​ຂອງ​ແຂວງ​​ຍາດ​ມາ​ໄດ້ ຈາກ​ການ​ຈັດ​ຕັ້ງ​ປະ​ຕິ​ບັດມະ​ຕິ​ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ VI ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກ​ແຂວງບໍ່ແກ້ວ ເຖິງແມ່ນວ່າ ຕະຫຼອດໄລຍະ 02 ປີເຄິ່ງຜ່ານມາ ສະພາບສາກົນ ພາກພື້ນ ແລະ ພາຍໃນປະເທດຂອງພວກເຮົາ ເຕັມໄປດ້ວຍອຸປະສັກ ແລະ ສິ່ງທ້າທາຍທີ່ໃຫຍ່ຫຼວງຫຼາຍປະການ ແຕ່ດ້ວຍ ຄວາມເອົາໃຈໃສ່ນໍາພາ-ຊີ້ນໍາ ຂອງບັນດາສະຫາຍຄະນະພັກ ອົງການປົກຄອງແຕ່ລະຂັ້ນ ທີ່ໄດ້ຕັ້ງໜ້ານຳພາ ແຕ່ລະພາກ ສ່ວນ ໄດ້ສູ້ຊົນຜັນຂະຫຍາຍ ຫັນເປັນແຜນງານ ໂຄງການອັນລະອຽດ ໃນການຈັດຕັ້ງບັນດາວຽກງານຕົວຈິງ ໄປພ້ອມກັບ ການເຂົ້າຮ່ວມ ການປະກອບສ່ວນຢ່າງຕັ້ງໜ້າຂອງປະຊາຊົນບັນດາເຜົ່າ ທົວແຂວງ ເຮັດໃຫ້ແຂວງບໍ່ແກ້ວ ສາມາດຍາດໄດ້ ຜົນສໍາເລັດຫຼາຍດ້ານ ເຊິ່ງຜົນສໍາເລັດດັ່ງກ່າວ ກໍ່ຍ້ອນຄວາມສາມັກຄີເປັນເອກະພາບພາຍໃນຄະນະພັກ ແລະ ສະມາຊິກພັກ ທົ່ວອົງຄະນະພັກແຂວງ ເຊິ່ງແມ່ນໝາກຜົນລວມຍອດສະຕິປັນຍາ ການເສີມຂະຫຍາຍປະຊາ ທິປະໄຕ ຫົວຄິດປະດິດສ້າງ ຂອງຄະນະພັກ ສະມາຊິກພັກ ພະນັກງານ-ລັດຖະກອນ ທະຫານຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າທົ່ວແຂວງ ທີ່ໄດ້ປະ ກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ແຂວງບໍ່ແກ້ວ ໃຫ້ມີຜົນສໍາເລັດ. ໃນ​ໂອກາດ​ດັ່ງ​ກ່າວ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ຍັງໄດ້​ເ​ນັ້ນ​ໜັກວຽກ​ງານ​ຈຸດ​ສຸມ​ຈຳນວນ​ໜຶ່ງ ແຕ່​ນີ້ຫາ​ໄລ​ຍະ​ທ້າຍ​ສະ​ໄໝ ກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີ XI ຂອງ​ພັກ ກໍ​ຄື​ ໄລ​ຍະ​ທ້າຍ​ສະ​ໄໝ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ VI ຂອງອົງ​ຄະ​ນະ​ພັກ​ແຂວງ​ບໍ່ ແກ້ວ ເພື່ອ​ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ແຂງ​ແຮງ ເລິກ​ເຊິ່ງ ຮອ​ບ​ດ້ານ ກາຍ​ເປັນ​ຂະ​ບວນ​ການ​ຟົດ​ຟື້ນ​ ແລະ ເຂົ້າສູ່ຊີວິດການເມືອງ​ຕົວຈິງ​ໃນທົ່ວ​ແຂວງ ດັ່ງ​ນີ້: – ສືບຕໍ່ຖືເອົາວຽກງານການເມືອງ-ແນວຄິດ “ເປັນຄືສະໜາມຮົບໜຶ່ງ” ໂດຍເລີ່ມຈາກຫັນປ່ຽນດ້ານທັດສະນະ ແນວຄິດ ດ້ວຍ ການຫັນວິທີຄິດແບບເກົ່າ ໄປສູ່ການປະດິດສ້າງໃໝ່. – ປັບປຸງອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ແຕ່​ລະ​ຂັ້ນ​ພາຍ​ໃນ​ແຂວງ ໃຫ້ເຂັ້ມແຂງ ໜັກແໜ້ນ ແລະ ມີປະສິດທິພາບ. – ສືບຕໍ່ຍູ້ແຮງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຕ່ນີ້ຮອດທ້າຍສະໄໝ ໂດຍຖອດຖອນບົດຮຽນຈາກ 2 ປີຜ່ານມາ. – ເອົາໃຈໃສ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນ ຮອບດ້ານຂອງພັກ. – ສືບຕໍ່ຍູ້ແຮງການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ກາຍເປັນຄວາມຮັບຜິດຊອບຂອງທົ່ວລະບົບການເມືອງ ແລະ ຂອງທຸກພາກສ່ວນໃນສັງຄົມຢ່າງແທ້ຈິງ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດບັນດາວຽກງານຈຸດສຸມໃຫ້ສຳເລັດຜົນຕາມ ຄາດໝາຍ. – ເອົາໃຈໃສ່ດຳເນີນການຕິດຕາມກວດກາ ໃຫ້ເປັນປົກກະຕິ ເຂັ້ມງວດຕາມຫຼັກການ ແລະ ຕາມທັດສະນະຂອງພັກ. – ເອົາໃຈໃສ່ປະຕິບັດແນວທາງການຕ່າງປະເທດຂອງພັກໃຫ້ດີ ໂດຍສະເພາະ ການພົວພັນຮ່ວມມືກັບປະເທດເພື່ອນມິດຍຸດ ທະສາດ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອ ດ້ານການພັດທະນາຊັບ ພະຍາກອນມະນຸດ​ ພັດທະນາພື້ນຖານໂຄງລ່າງ ການ ລົງທຶນ ຕາມເງື່ອນໄຂຕົວຈິງຂອງແຂວງ. ສິ່ງສໍາຄັນຕັດສິນທັງໝົດເຫຼົ່ານັ້ນ ແມ່ນຄະນະບໍລິຫານງານພັກ ຄະນະພັກແຕ່ລະຂັ້ນ ຕ້ອງຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນຳໜ້າ ເພີ່ມທະວີຄວາມສາມັກຄີເປັນເອກະພາບ ຍົກສູງນ້ຳໃຈເສຍສະຫຼະ ເດັດດ່ຽວຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກຕ່າງໆ ເພື່ອສ້າງພື້ນຖານ ແລະ ຖ່ວງທ່າ ໃຫ້ແກ່ການສືບຕໍ່ພັດທະນາສ້າງສາປະເທດຊາດ ກໍ່ຄືທ້ອງຖິ່ນ ຂອງຕົນ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. Share:FacebookTwitter
ທ່ານຮອງນາຍົກ ເນັ້ນໜັກ ຄະນະບໍລິຫານງານພັກແຂວງ ບໍ່ແກ້ວ ເອົາໃຈໃສ່ວຽກງານຈຸດສຸມຈຳນວນໜຶ່ງ
https://v2.vientianemai.net/archives/58354
ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຊີ້ນຳຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ໃຫ້ນຳໃຊ້ເງິນກີບໃນການຊື້-ຂາຍແລກປ່ຽນ ຫຼື ຊໍາລະຄ່າບໍລິການຕ່າງໆຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມ ຄຳ ໄປ​ພ້ອ​ມ​ກັບ​ການ​ເອົາ​ໃຈ​ໃສ່ຮີບ​ຮ້ອນ ຂຶ້ນທະບຽນແຮງງານ ຄຸ້ມຄອງແຮງງານຄົນລາວ ແລະ ຄົນຕ່າງປະເທດໃຫ້ເປັນລະ ບົບ-ຊັດເຈນ. ຕາມ​ການ​ລາຍ​ງານ​ຂ່າວ​ຂອງເພ​ຈ ຄວາມສະຫງົບ Lao Security News ໃຫ້​ຮູ້​ວ່າ: ໃນວັນທີ 15 ມິຖຸນາ 2023 ທ່ານ ພົອ ວິໄລ ຫຼ້າຄຳຟອງ ທ່ານຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຊີ້ນຳຄະນະຄຸ້ມຄອງເຂດ ເສດຖະກິດພິເສດ ແຂວງບໍ່ແກ້ວ ເຂົ້າຮ່ວມໃນພິທີມີ ທ່ານ ເຄື່ອນເພັດ ວົງຈັນ ຮອງ ເຈົ້າແຂວງບໍ່ແກ້ວ ຜູ້ຊີ້ນຳອົງການບໍລິຫານ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ພ້ອມດ້ວຍຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ບຸນທອງ ແສງສີກອງ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການ ຈັດ ຕັ້ງປະຕິບັດກົນໄກການຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄຳ ຕາມຂໍ້ຕົກລົງເລກ 60/ນຍ ພາຍຫຼັງໄດ້ຮັບການປະ ກາດຄະນະຊີ້ນຳ ແລະ ກົງຈັກຊ່ວຍວຽກ ຂອງອົງການບໍລິຫານເຂດເສດຖະກິດ ພິເສດສາມຫຼ່ຽມຄຳ ຄັ້ງວັນທີ 5 ພຶດສະພາ 2023 ເປັນຕົ້ນມາ ເຫັນວ່າ: ມີ 4 ພາກສ່ວນທີ່ມີນິຕິກຳອອກມາສຳເລັດແລ້ວ ​ປະ​ກອບ​ມີ ຫ້ອງການແຮງງານປະຈໍາເຂດ ກອງ ບັນຊາການປ້ອງກັນຄວາມສະຫງົບ ປ​ະ​ຈຳ​ເຂດ ສ່ວຍສາອາກອນປະຈຳ​ເຂດ ແລະ ຄະນະລົງເຮັດວຽກປະກອບມີ 5 ທ່ານ (ຕາມການນັດໝາຍແມ່ນ ວັນທີ 20/06/2023 ຈະລົງມາສົມທົບ ເພື່ອເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນ ໄຫວຂອງສ່ວຍສາອາກອນປະຈຳເຂດ) ພ້ອມນັ້ນຍັງອີກ 1 ພາກສ່ວນທີ່ບໍ່ນອນຢູ່ໃນກົງຈັກຊ່ວຍວຽກ ເລກທີ 60/ນຍ ໂດຍ ສະເພາະທະນາຄານແຫ່ງ ສປປ ລາວ ປັດຈຸບັນຢູ່ໃນເຂດສາມຫຼ່ຽມຄຳ ໄດ້ມີສາຂາທະນາຄານຈຳນວນ 2 ແຫ່ງ (ທະນາຄານ ພັດທະນາລາວ ແລະ ທະນາຮ່ວມພັດທະນາ) ທະນາຄານການຄ້າຕ່າງປະເທດລາວ ກໍໄດ້ສືບຕໍ່ເອົາໃຈໃສ່ລົງມາເກັບກຳຂໍ້ມູນ ຢູ່ເຂດດັ່ງກ່າວຫຼາຍຄັ້ງ ແລະ ກະກຽມຄວາມພ້ອມຮອບດ້ານ ເພື່ອເປີດໜ່ວຍບໍລິການຢູ່ພາຍໃນເຂດ ສ່ວນທະນາຄານຮ່ວມ ພັດທະນາ (JDB) ກໍໄດ້ ປັບປຸງສະຖານທີ່ອາຄານໜ່ວຍບໍລິການຄືນໃໝ່ ແລະ ເພີ່ມໜ່ວຍບໍລິການອີກ 1 ຈຸດ ເພື່ອແນ່ໃສ່ ຕອບສະໜອງຄວາມຕ້ອງການຂອງລູກຄ້າ. ໃນຕໍ່ໜ້າ ພາຍຫຼັງທີ່ທະນາຄານແຫ່ງ ສປປ ລາວ ໄດ້ສຳເລັດການສ້າງຕັ້ງຫ້ອງການປະຈຳເຂດ ແລະ ເຄື່ອນໄຫວຕາມ 4 ພາ ລະບົດບາດ ຂອບເຂດສິດ ແລະ ໜ້າທີ່ຕົນຢ່າງເປັນປົກກະຕິ ໂດຍສະເພາະແມ່ນການແນະນໍາ ການອໍານວຍຄວາມ ສະດວກ ທາງດ້ານທຸລະກຳການເງິນ ກ່ຽວກັບການນຳເຂົ້າ-ສົ່ງອອກ ທຶນບວກກັບການຂະຫຍາຍສາຂາ ຫຼື ໜ່ວຍບໍລິການຂອງທະນາ ຄານທຸລະກິດ ຈະເຮັດໃຫ້ວຽກງານການໂຄສະນາເຜີຍແຜ່ລະບຽບການ ແລະ ວຽກງານການຄຸ້ມຄອງ ທາງດ້ານການເງິນ-ເງິນ ຕາ ແລະ ການນຳເຂົ້າທຶນຈະໄດ້ຮັບການປັບປຸງດີຂຶ້ນ. ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ຫຼ້າຄຳຟອງ ກໍໄດ້ໃຫ້​ທິດຊີ້ນຳໃຫ້ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ເລັ່ງ ເອົາໃຈໃສ່ເຜີຍແຜ່ ແລະ ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ຢູ່ພາຍໃນເຂດເສດ ຖະກິດພິ ເສດສາມຫຼ່ຽມຄຳ ໃຫ້ຫັນມານຳໃຊ້ເງິນກີບລາວໃນການຊື້-ຂາຍ ແລກປ່ຽນ ແລະ ຊໍາລະຄ່າບໍລິການຕ່າງໆ ເພື່ອປະຕິບັດຕາມ ທິດ ຢູ່ເມືອງລາວໃຊ້ເງິນກີບລາວ ທັງເປັນການກະຕຸ້ນໃຫ້ເງິນກີບມີຄວາມແຂງຄ່າຂຶ້ນ. ນອກນັ້ນ ທ່ານຍັງເນັ້ນໜັກໃຫ້ຮີບຮ້ອນຂຶ້ນທະບຽນແຮງງານ ຄຸ້ມຄອງແຮງງານຄົນລາວ ແລະ ຄົນຕ່າງປະເທດໃຫ້ເປັນລະ ບົບ-ຊັດເຈນ ສົ່ງເສີມໃຫ້ຄົນລາວມີວຽກເຮັດງານທຳຢູ່ໃນເຂດດັ່ງກ່າວຫຼາຍຂຶ້ນ ສິ່ງສຳຄັນແມ່ນຮັບປະກັນຄວາມສະຫງົບ ປອດໄພ ຕ້ານບັນດາປະກົດການຫຍໍ້ທໍ້ຕ່າງໆເປັນຕົ້ນເເມ່ນ ບັນຫາການຄ້າມະນຸດ ໂສເພນີ ການໂຈລະກຳທາງອິນເຕີເນັດ ການກໍ່ອາຊະຍາກໍາທາງລະບົບໂທລະຄົມ ການຄຸ້ມຄອງພາຫະນະ ການຂຶ້ນທະບຽນລົດຈັກ-ລົດໃຫຍ່ແມ່ນໃຫ້ປະຕິບັດຕາມ ກົດ ໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງ ຂອງ ສປປ ລາວ ວາງອອກ ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ຄວາມສະຫງົບ, ປອດໄພ ແລະ ເອກະພາບ ໃນທົ່ວປະເທດ. ນອກນັ້ນ ບໍລິເວນສຳປະທານເຂດເສດຖະກິດພິເສດສາມຫຼ່ຽມຄຳ ແມ່ນໃຫ້ເອົາໃຈໃສ່ພັດທະນາຕິດພັນກັບການຮັກສາສິ່ງ ແວດ ລ້ອມ ແລະ ລະບົບນິເວດ ເພື່ອຄວາມຍືນຍົງຂອງສະພາບແວດລ້ອມ ປັບປຸງບັນດາພື້ນຖານໂຄງລ່າງໃຫ້ຮັບປະກັນ ຄວາມປອດໄພ ສະດວກສະບາຍ ແລະ ສວຍງາມ. Share:FacebookTwitter
ທ່ານຮອງນາຍົກລັດຖະມົນຕີ ຊີ້ນຳໃຫ້ໃຊ້ເງິນກີບ ຢູ່ເສດຖະກິດພິເສດສາມຫຼ່ຽມຄຳ
https://v2.vientianemai.net/archives/58364
ວັນທີ 19 ມິຖຸນາ 2023 ພະແນກສາທາລະນະສຸກແຂວງຂຽງຂວາງ ພາຍໃຕ້ການຊີ້ນໍາໆພາ ຂອງກະຊວງ ສາທາລະນະສຸກ ໂດຍໄດ້ຮັບການຮ່ວມມືຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ການສະໜັບສະໜູນຈາກ ອົງການຢູນີເຊັບ ໄດ້ຈັດພິທີໄຂຫ້ອງໃຫ້ຄໍາປຶກສາແກ່ເດັກພິການ ແລະ ຄອບຄົວ ຂອງພວກເຂົາແຫ່ງທໍາອິດຢູ່ແຂວງຊຽງ ຂວາງຫ້ອງໃຫ້ຄໍາປຶກສານີ້ ຈະໃຫ້ການບໍລິການແກ່ເດັກພິການ ແລະ ຄອບຄົວຂອງພວກເຂົາຢູ່ແຂວງຊຽງຂວາງ ແລະ ບັນ ດາແຂວງໃກ້ຄຽງເຊັ່ນ ການບໍລິການໃຫ້ຄໍາປຶກສາ ຟື້ນຟູສຸຂະພາບ ການປະກອບອົງຄະທຽມ-ເຄື່ອງຄໍ້າຊູ ແລະ ການບໍາບັດ ທາງ ດ້ານຮ່າງກາຍ ແລະ ຈິດໃຈ. ພິທີໄຂຫ້ອງໃຫ້ຄໍາປຶກສາແກ່ເດັກພິການດັ່ງກ່າວໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ດຣ ທອງເພັດ ສິດທິວັນ ຫົວໜ້າສູນການແພດຟື້ນຟູໜ້າທີການ ກະຊວງສາທາລະນະສຸກ ທ່ານ ດຣ ເຢ້ ຢ່າງ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງຊຽງຂວາງ ເເລະ ທ່ານ ນາງ ມາຣຽມ ອັບດູ ວ່າການຮ້ອງຫົວໜ້າ ອົງການຢູນິເຊັບ ປະຈໍາ ສປປ ລາວ ເເລະ ຍັງມີຄູ່ຮ່ວມ ງານຫຼາຍກ່ວາ 80 ​ຄົນ ແລະ ບັນດາທ່ານຈາກຂະແໜງການທີ່ກ່ຽວຂ້ອງ ລວມທັ້ງຕາງໜ້າຈາກ 4 ສາຂາສູນການແພດຟື້ນ ຟູໜ້າທີ່ການເຂົ້າຮ່ວມນໍາເຊັ່ນ ແຂວງຫົວພັນ ຫຼວງພະບາງ ອຸດົມໄຊ ແລະ ຈໍາປາສັກ. ທ່ານ ດຣ ເຢ້ ຢ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງຊຽງຂວາງ ໄດ້ກ່າວວ່າ:“ແຂວງຊຽງຂວາງເປັນແຂວງໜຶ່ງທີ່ໄດ້ ຮັບຜົນກະທົບຢ່າງໜັກ ໜ່ວງໃນປາງສົ່ງຄາມ ຍັງມີສິ່ງເສດເຫຼືອຂອງລູກລະເບີດບໍ່ທັນແຕກຕົກຄ້າງຢ່າງຫຼວງຫຼາຍ ສະພາບ ສິ່ງແວດລ້ອມມີການ ປ່ຽນແປງ ສະພາບການລະບາດຂອງພະຍາດໄດ້ສົ່ງຜົນກະທົບທາງກົງແລະທາງອ້ອມຕໍ່ສຸຂະພາບຂອງ ຄົນເຮົາ ລວມທັງເດັກພິການ ສ່ວນຫຼາຍເຂົາເຈົ້າຍັງບໍ່ສາມາດເຂົ້າເຖິງການບໍລິການທີ່ຈໍາເປັນ ຍ້ອນມີຂໍ້ຈໍາກັດໃນການເດິນ ທາງ ແລະ ອື່ນໆ ໂດຍສະເພາະແມ່ນ ຜູ້ທີ່ຢູ່ເຂດຫ່າງໄກສອກຫຼີກ.” ທ່ານຍັງເນັ້ນເຖິງຄວາມສໍາຄັນຂອງການບໍລິການໃຫ້ຄໍາ ປຶກສາແກ່ເດັກພິການໂດຍບໍ່ເສຍຄ່າ ຈະເປັນການປະກອບສ່ວນຕໍ່ການຈັດຕັ້ງປະຕິບັດ 4 ສິດທິພື້ນຖານຂອງເດັກ. ທ່ານ ດຣ ທອງເພັດ ສິດທິວັນ ຫົວໜ້າສູນການແພດຟື້ນຟູໜ້າທີການ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: “ການບໍ ລິການ ຄົນພິການໃນສາຂາສູນການແພດຟື້ນຟູໜ້າທີ່ການແຂວງຊຽງຂວາງແມ່ນບາດກ້າວອັນໃໝ່ໃນການປະຕິບັດພັນທະຂອງພວກເຮົາຕໍ່ຄົນທີ່ມີຄວາມພິການ ນີ້ແມ່ນສ່ວນໜຶ່ງທີ່ສຳຄັນຂອງການລິເລີ່ມການພັດທະນາໂຍບາຍ ແລະ  ຄຸນນະພາບການ ບໍລິການສຸຂະພາບໂດຍອີງຕາມລັກການ “5 ດີ” (ການຮັບຕ້ອນ ຄວາມສະອາດ ຄວາມສະດວກ ການບົ່ງມະຕິພະຍາດ ແລະ ການປິ່ນປົວທີ່ດີ) ລັກການ “1 ພໍໃຈ” ມາຈັດຕັ້ງປະຕິບັດຕົວຈິ່ງຢູ່ໃນສາຂາສູນຂອງແຂວງ” ທ່ານກ່າວຕື່ມວ່າ “ການໄຂຫ້ອງໃຫ້ ຄຳປຶກສາ ແລະ ເບີໂທ 061 166 ເຊຶ່ງເປັນເບີໂທໃຫ້ຄຳປຶກສາດ້ານການແພດຟື້ນຟູໜ້າທີ່ການໂດຍບໍ່ເສຍຄ່ານີ້ ສະແດງໃຫ້ ເຫັນຜົນງານອັນພົ້ນເດັ່ນ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງຜູ້ມາຊົມໃຊ້ບໍລິການ ພໍ່ແມ່ປະຊາຊົນໄວ້ ວາງ ໃຈ ແລະ ເຊື່ອໝັ້ນ ນັບມື້ເພີ່ມຂື້ນ.” ທ່ານ ນາງ ມາຣຽມ ອັບດູ ວ່າການຮ້ອງຫົວໜ້າ ອົງການຢູນິເຊັບ ປະຈໍາ ສປປ ລາວ ໄດ້ກ່າວວ່າ: “ຂ້າພະເຈົ້າ ຂໍສະແດງ ຄວາມ ຊົມເຊີຍຕໍ່ ກະຊວງສາທາລະນະສຸກ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທີ່ໄດ້ນໍາພາການສ້າງຕັ້ງຫ້ອງໃຫ້ຄໍາ ປຶກສາແກ່ເດັກພິການ ແລະ ຄອບຄົວຂອງພວກເຂົາ ໂດຍສະເພາະແມ່ນການບໍລິການໃຫ້ຄໍາປຶກສາ ຜ່ານໂທລະສັບໂດຍບໍ່ ເສຍຄ່າ” ທ່ານຍັງໄດເນັ້ນຕື່ມວ່າ “ຫ້ອງໃຫ້ຄໍາປຶກສາສໍາລັບເດັກທີ່ມີຄວາມພິການ ແລະ ຄອບຄົວ ຂອງພວກເຂົາແຫ່ງທໍາອິດ ນີ້ຈະປະກອບສ່ວນເພື່ອຮັບປະກັນວ່າເດັກທີ່ມີຄວາມພິການ ລວມທັງຜູ້ທີ່ຢູ່ເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກນັ້ນ ສາ ມາດໄດ້ຮັບການປົກປ້ອງ ການດູແລ ແລະ ການສະຫນັບສະຫນູນຢ່າງມີປະສິດທິຜົນ ແລະ ເຫມາະສົມ ແລະ ຈະເປັນ ບ່ອນທີ່ຮັບຟັງຄວາມຄິດເຫັນຂອງເຂົາເຈົ້າໃນທຸກເລື່ອງທີ່ສົ່ງຜົນກະທົບຕໍ່ພວກເຂົາ ແລະ ສົ່ງເສີມການມີສ່ວນຮ່ວມໃນການ ແກ້ໄຂບັນຫາທີ່ພວກເຂົາເຈົ້າກໍາລັງປະເຊີນຢູ່” Share:FacebookTwitter
ສປປ ລາວ ໄຂຫ້ອງໃຫ້ຄໍາປຶກສາແກ່ເດັກພິການແຫ່ງທໍາອິດ ຢູ່ແຂວງຊຽງຂວາງ
https://v2.vientianemai.net/archives/58368
ກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຂວງໄຊສົມບູນ ສະໄໝທີ I ຈັດຂຶ້ນໃນທ້າຍອາທິດຜ່ານມາ ເຂົ້າຮ່ວມໂດຍ ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດ ຖະມົນຕີ ກະຊວງປ້ອງກັນປະເທດ ຜູ້ຊີ້ນຳແຂວງໄຊສົມບູນ ມີຄະນະບໍລິຫານງານພັກແຂວງໄຊສົມບູນ ສະພາປະຊາຊົນ ແຂວງ ອົງການແນວລາວສ້າງຊາດ ສະຫະພັນນັກຮົບເກົ່າ ອົງການຈັດຕັ້ງມະຫາຊົນ ແລະ ຄະນະບໍລິຫານງານພັກເມືອງ ເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ເຈົ້້າແຂວງໄຊສົມບູນ ກ່າວວ່າ: ກອງປະ ຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຂວງໄຊສົມບູນໃນຄັ້ງນີ້ ສຸດທີ່ມີຄວາມໝາຍ-ຄວາມສໍາຄັນຢ່າງຍິ່ງ ເຊິ່ງຈະໄດ້ລົງເລິກສັງເກດຕີລາຄາບັນດາຜົນສຳເລັດໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະ ພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງ ຄົມ 5 ປີ ຄັ້ງທີ II ເວົ້າລວມເວົ້າສະເພາະແມ່ນການນຳພາ-ຊີ້ນຳຢ່າງຮອບ ດ້ານຂອງຄະນະບໍລິຫານງານພັກແຂວງ ຕະຫຼອດໄລຍະກາງສະໄໝ ແຕ່ປີ 2021-2023 ກໍຄືໃນໄລຍະ 2 ປີເຄິ່ງທີ່ຜ່ານມາ ຍົກໃຫ້ເຫັນດ້ານດີ-ຜົນງານ ດ້ານອ່ອນ-ຂໍ້ຄົງຄ້າງ ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ພ້ອມທັງຄົ້ນຄວ້າ ກຳນົດທິດທາງ ແຜນການແຕ່ນີ້ຮອດປີ 2025 ໃຫ້ມີຄວາມສອດຄ່ອງກັບສະພາບຈຸດພິເສດ ທ່າແຮງ ແລະ ເງື່ອນໄຂຂອງແຂວງ ໄປຄຽງຄູ່ ກັບການກຳນົດວິທີການ ແລະ ມາດຕະການໃນການຈັດຕັ້ງປະຕິບັດອັນແນ່ນອນ ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດ ມະຕິກອງປະ ຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກແຂວງ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ II ຂອງແຂວງບັນລຸຜົນສຳ ເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້. ພ້ອມດຽວກັນນັ້ນ ຍັງເປັນການກວດກາຄືນຄວາມຮັບຜິດຊອບໜ້າທີ່ການເມືອງຂອງຄະນະບໍລິຫານງານພັກແຂວງຕໍ່ອັນ ລວມ ແລະ ອັນສະເພາະຂອງບຸກຄົນ ເພື່ອແນໃສ່ເສີມຂະຫຍາຍດ້ານດີ ແລະ ປັບປຸງດ້ານອ່ອນ-ຂໍ້ຄົງຄ້າງ ໃຫ້ດີຂຶ້ນຮັບປະ ກັນໃຫ້ແກ່ການປະຕິບັດໜ້າທີ່ການເມືອງບັນລຸຕາມຄາດໝາຍທີ່ກຳນົດ ຍົກສູງບົດບາດ ຄວາມສາມາດໃນການນຳ ພາ ແລະລັກສະນະນໍາໜ້າຂອງຄະນະພັກໃຫ້ດີຂຶ້ນ. ກອງປະຊຸມ ຍັງໄດ້ເຊື່ອມຊຶມຄຳສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 268/ຄລສພ ລົງວັນທີ 20 ມັງກອນ 2023 ວ່າດ້ວຍການດໍາເນີນກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຕ່ລະຂັ້ນ ມາດຖານຄະນະບໍ ລິຫານ ງານພັກແຂວງສິດ ແລະ ໜ້າທີ່ຂອງຄະນະບໍລິຫານງານພັກແຂວງ ແລະ ບັນດາທ່ານຜູ້ແທນກອງປະຊຸມ. ໃນໂອກາດທີ່ມີຄວາມໝາຍສຳຄັນນີ້ ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ໄດ້ເນັ້ນໃຫ້ບັນດາຜູ້ແທນກອງປະຊຸມເຊີດຊູ ຄວາມຮັບຜິດຊອບຂອງຕົນເຂົ້າໃນການທາບ ທາມຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການນຳພາລວມ ແລະ ບຸກຄົນຄະນະບໍລິ ຫານງານພັກແຂວງຢ່າງພາວະວິໄສ ຖືກຕ້ອງຕາມຄວາມເປັນຈິງ ຢຶດໝັ້ນຕາມຫຼັກການ ກົດລະບຽບ ແລະ ທັດສະນະຂອງ ພັກຢ່າງຖືກຕ້ອງ ຫຼີກລ່ຽງການມີທັດສະນະອັກຄະຕິສ່ວນຕົວ ເພື່ອເປັນການໂຈມຕີບຸກຄົນໃດບຸກຄົນໜຶ່ງ ຫຼື ຕໍ່ການຈັດຕັ້ງ ໃດໜຶ່ງຕໍ່ການນຳພາລວມ ໂດຍບໍ່ມີການວິເຄາະວິໄຈໄຕ່ຕອງຖີ່ຖ້ວນທີ່ຈະພາໃຫ້ບຸກຄົນ ຫຼື ການຈັດຕັ້ງນັ້ນໆມີການເສື່ອມ ເສຍ ການຕຳນິສົ່ງຂ່າວຕ້ອງມີລັກສະນະທີ່ສ້າງສັນຮັບປະກັນ ເຮັດໃຫ້ບຸກຄົນ ຄະນະພັກດັ່ງກ່າວໄດ້ຮັບຮູ້ແລ້ວນຳເອົາຄໍາຕໍານິ ສົ່ງ ຂ່າວໄປພິຈະລະນາ ເພື່ອເປັນບົດຮຽນໃນການກໍ່ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ປັບປຸງຕົນເອງໃຫ້ມີ ການຫັນປ່ຽນທີ່ຕັ້ງໜ້າ. ໃນວາລະດຳເນີນກອງປະຊຸມ ຍັງໄດ້ມີການປ່ອນບັດທາບທາມຄວາມເຊື່ອໝັ້ນໄວ້ ວາງໃຈຕໍ່ການນຳພາລວມແລະບຸກ ຄົນ ພາຍຫຼັງທີ່ສໍາເລັດເນີນການປ່ອນບັດຍັງຮັບ ຟັງການລາຍງານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກແຂວງ ຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃນໄລຍະ ກາງສະ ໄໝ ຮ່າງບົດສຳຫຼວດການນຳພາລວມ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ II ຂອງຄະນະບໍລິຫານງານພັກ ແຂວງໄຊສົມບູນ ສະໄໝທີ I ພ້ອມທັງຈະໄດ້ດຳເນີນກອງປະຊຸມເປີດກວ້າງຄົບຄະນະກາງສະໄໝຂອງຄະນະບໍລິ ຫານງານ ພັກແຂວງ ສະໄໝທີ I ແລະ ກອງປະຊຸມພາຍໃນຄະນະບໍລິຫານງານພັກແຂວງ. Share:FacebookTwitter
ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຂວງໄຊສົມບູນ ສະໄໝທີ I
https://v2.vientianemai.net/archives/58378
ວັນທີ 20 ມິຖຸນາ 2023 ນີ້ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງ ປະຕິ ບັດວຽກງານຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ສົກປີ 2016-2022 ແລະ ທິດທາງແຜນການຮອດປີ 2025 ໂດຍຈັດຂຶ້ນທີ່ສຳນັກງານປົກຄອງເມືອງຫາດຊາຍຟອງ ເຊີ່ງເຂົ້າຮ່ວມຂອງ ທ່ານ ຖະໜອມ ທຳທອງ ປະທານແນວລາວສ້າງ ຊາດ ນະຄອນຫຼວງວຽງຈັນ ທ່ານ ບຸນເພັງ ສີນະວົງພອນ ເຈົ້າເມືອງຫາດຊາຍຟອງ ພ້ອມດ້ວຍບັນດາການນຳເມືອງ ແລະ ບ້ານເຂົ້າຮ່ວມ. ໃນພິທີ ທ່ານ ຖາວອນ ສີຫາມາຍາ ຮອງເຈົ້າເມືອງຫາດຊາຍຟອງ ລາຍ​ງານກ່ຽວກັບການຈັດຕັ້ງປະຕິບັດຂະບວນການແຂ່ງ ຂັນ ຮັກຊາດ ແລະ ພັດທະນາ ສົກປີ 2016-2022 ເພື່ອຜັນຂະຫຍາຍຊຸກຍູ້ວຽກງານ 3 ສ້າງເຂົ້າ ສູ່ລວງເລິກໃຫ້ແຂງແຮງກວ່າ ເກົ່າ ແລະ ສ້າງຜົນງານເພື່ອຕ້ອນຮັບ 2 ວັນປະຫວັດສາດ ໂດຍສະເພາະແມ່ນການສືບຕໍ່ຫັນລົງກໍ່ສ້າງ ຮາກຖານ ສ້າງບ້ານພັດ ທະນາຕາມ 4 ເນື້ອໃນ 4 ຄາດໝາຍ ເພື່ອປະຕິບັດໃຫ້ເປັນຈິງຕາມຄາດໝາຍທີ່ວາງໄວ້ຢູ່ທຸກຂົງເຂດວຽກງານຢ່າງຕັ້ງໜ້າ ປຸກລະດົມພົນລະ ເມືອງລາວທຸກຄົນທຸກການຈັດຕັ້ງຂອງພັກ-ລັດ ອົງການຈັດຕັ້ງມະຫາຊົນ ແລະ ທຸກພາກສ່ວນເສດຖະກິດ ພາກລັດ-ເອກະຊົນ ເຂົ້າ ຮ່ວມຢ່າງແຂງແຮງ ແລະ ກ້ວາງຂວາງ ເພື່ອແຂ່ງຂັນກັນສ້າງຂະບວນການພັດທະນາ ແລະ ແກ້ໄຂ ຄວາມທຸກຍາກຢູ່ຊົນນະ ບົດໃຫ້ເປັນຂະບວນຟົດຟື້ນຕໍ່ເນື່ອງທັງຮັບປະກັນໄດ້ຄາດໝາຍລວມຄື ໃຫ້ໄວ ໃຫ້ດີ ໃຫ້ຫຼາຍ ແລະ ໃຫ້ຖືກຕາມກົດໝາຍ ພ້ອມດຽວກັນນັ້ນກໍໃຫ້ຖືສຳຄັນ ແລະ ເອົາໃຈໃສ່ຕໍ່ວຽກງານ 4 ດ້ານ ຄື ການສຶກສາອົບຮົມການເມືອງ -ແນວຄິດ ດ້ານເສດຖະກິດ ດ້ານວັດທະນະທຳ-ສັງຄົມ ແລະ ດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ພ້ອມດຽວກັນນັ້ນກໍ​ໄດ້​ວາງ​ທິ​ດ​ທາງ​ແຜນ​ການ​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດໃນ​ຊຸມປີ​ຕໍ່​ໜ້າ ໂດຍ​ຈະ​ສືບຕໍ່ປະຕິບັດສອງໜ້າທີ່ຍຸດທະ ສາດ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຕິດພັນກັບມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງນະຄອນ ຫຼວງວຽງຈັນ ແລະ ເມືອງຫາດຊາຍຟອງ ກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ຊາດ ຄັ້ງທີ IX ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ ຄັ້ງທີ VII ຂອງເມືອງຫາດຊາຍຟອງ ແນໃສ່ໃຫ້ມີການຫັນປ່ຽນຢ່າງແຂງແຮງ ເລິກເຊີ່ງ ແລະ ຮອບດ້ານຢູ່ ທຸກຂົງເຂດວຽກ ງານຢູ່ ຮາກຖານໃນທົ່ວເມືອງຫາດຊາຍຟອງ ເພື່ອນຳພາເມືອງຫາດຊາຍຟອງຫຼຸດພົ້ນອອກຈາກສະຖານະ ພາບດ້ອຍພັດທະນາໃນປີ 2025 ບົນຈິດໃຈສືບຕໍ່ບູລະນະປະຊາທິປະໄຕປະຊາຊົນກ້າວເດີນຕາມຈຸດໝາຍສັງຄົມນິຍົມຢ່າງ ໜັກແໜ້ນ. ໃນພິທີດັ່ງກ່າວ ໄດ້ປະດັບຫຼຽນໄຊແຮງງານ ຊັ້ນ II  ມີ 1 ພາກສ່ວນໃຫ້ກັບ ອົງການປົກຄອງເມືອງຫາດຊາຍຟອງ ພ້ອມທັງ ປະດັບຫຼຽນໄຊແຮງງານຊັ້ນ III ໃຫ້ກັບກົມກອງຫ້ອງການພາຍໃນເມືອງ ຈຳນວນ 9 ພາກສ່ວນ ແລະ ປະດັບ ຫຼຽນກາແຮງ ງານ ໃຫ້ກົມກອງຈຳນວນ 14 ພາກສ່ວນ ນອກນັ້ນຍັງໄດ້ປະດັບຫຼຽນແຮງງານໃຫ້ກັບບຸກຄົນດີເດັ່ນ ຊັ້ນ I ມີ 6 ທ່ານ ຊັ້ນ II ມີ 9 ທ່ານ ຊັ້ນ III ມີ 19 ທ່ານ ແລະ ຫຼຽນກາແຮງງານ ມີ 20 ທ່ານ. Share:FacebookTwitter
ເມືອງຫາດຊາຍຟອງ ຍ້ອງຍໍຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ
https://v2.vientianemai.net/archives/58387
ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ລົງຕິດຕາມວຽກງານການຄຸ້ມຄອງສວນສາທາລະນະຢູ່ເມືອງຈັນທະບູລີ ໃນວັນທີ 20 ມິຖຸນາ 2023 ທີ່ ສຳນັກງານປົກຄອງເມືອງຈັນທະບູລີ ໂດຍການຕ້ອນຮັບຂອງ ທ່ານ ດວງຕາ ສຸລິຍະວົງ ເຈົ້າເມືອງຈັນທະບູລີ ມີ ຫົວໜ້າພະແນກອ້ອມຂ້າງ ນວ ກອງບັນຊາການ ປກສ ນວ ພ້ອມດ້ວຍ ບໍລິສັດຄຸ້ມຄອງສວນສາທາລະນະ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.       ໃນໂອກາດນີ້ ທ່ານ ເຈົ້າເມືອງຈັນທະບູລີໄດ້ລາຍງານການຈັດຕັ້ງປະຕິບັດການປັບປຸງສວນເຈົ້າອານຸວົງວ່າ: ພາຍຫຼັງທີ່ໄດ້ຮັບທິດຊີ້ນຳຈາກ ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ ໃນຄັ້ງວັນທີ 21 ເມສາ 2023 ກຸ່ມ ບໍລິສັດ ດາວເຮືອງ  ແລະ ວິສາຫະກິດສ່ວນບຸກຄົນຮ້ານອາຫານ ຟູຈິວະຣະ  ກໍໄດ້ເອົາໃຈໃສ່ລົງມື ປັບປຸງມີຄວາມຄືບໜ້າເປັນຕົ້ນ ຈຸດໜອງນ້ຳດ້ານຫຼັງສົມເດັດປູ່ເຈົ້າອານຸວົງ ແມ່ນໄດ້ໃສ່ກັງຫັນນ້ຳ ແລະ ເຄື່ອງບຳບັດນ້ຳ ສຳເລັດແລ້ວ 100% ສ່ວນຈຸດແຄມໜອງແມ່ນກໍາລັງອະນາໄມຕີຂອບເທຊີມັງເພື່ອປູລູກໜອນສໍາລັບບ່ອນວາງເຄື່ອງຫຼິ້ນກີລາໃສ່ບໍລິເວນດັ່ງກ່າວ ແລະ ສາມາດແລ່ນຫຼີ້ນກີລາອ້ອມໜອງໄດ້  ສ່ວນເຂດແດນເຊື່ອມຕໍ່ລະຫວ່າງ ສວນເຈົ້າອານຸວົງ ກັບ ບໍລິສັດ ກິດຕິພົງ ບໍລິສັັດຈະປູກຕົ້ນໄຊເກົາຫຼີ ຫຼື ຕົ້ນໄຜ່ໃສ່ຕາມເຂດແດນເພື່ອກັ້ນບໍ່ໃຫ້ດິນເຈື່ອນລົງມາໃສ່ໜອງໃນໄລຍະລະດູຝົນນີ້ ສຳຫຼັບເຄື່ອງຫຼິ້ນກີລາແມ່ນໄດ້ຖອດອອກໄປສ້ອມແປງ ພາຍຫຼັງສ້ອມແປງແລ້ວຈະໄດ້ຍົກຍ້າຍໄປຢູ່ຈຸດແຄມໜອງທີ່ພວກເຮົາໄດ້ກະກຽມໄວ້ ເຄື່ອງຫຼິ້ນກີລາຈໍານວນໜຶ່ງຈະໄດ້ຊື້ໃໝ່ປະຈຸບັນສຳເລັດແລ້ວ 70 % ວຽກປັບປຸງໄຟແສງສະຫວ່າງພາຍໃນສວນເຈົ້າອານຸວົງ ປັດຈຸບັນແມ່ນກໍາລັງຕິດຕັ້ງເສົາໄຟໃໝ່ທີ່ສັ່ງເຂົ້າມາເພີ່ມເປັນເສົາສະແຕນເລດສູງ 5 ແມັດ ພ້ອມດ້ວຍໃສ່ດອກໄຟໃໝ່ທັງໝົດພາຍໃນສວນຈະສຳເລັດ100%ພາຍໃນວັນທີ 26 ມິຖຸນາ 2023.  ສຳລັບການຈັດສັນໃຫ້ມີຕັ່ງນັ່ງກ້ອງຕົ້ນໄມ້ເພື່ອອຳນວຍຄວາມສະດວກໃຫ້ນັກທ່ອງທ່ຽວທັງພາຍໃນປະເທດ ແລະ ຕ່າງປະເທດ ໃຫ້ມີບ່ອນນັ່ງຫຼິ້ນພັກຜ່ອນລວມທັງໝົດມີ 7 ຈຸດ ຜູ້ຮັບເໝົາໄດ້ມາຕິດຕັ້ງໃຫ້ເບິ່ງເປັນແບບຢ່າງ 1 ຈຸດ ປັດຈຸບັນແມ່ນຄືບໜ້າ 80%   ຄາດຈະສຳເລັດ100%  ໃນໄວໄວນີ້ ຮົ້ວຂຽວຈຸດຕໍ່ໜ້າໂຮງແຮມລ້ານຊ້າງທີ່ເປເພແມ່ນໄດ້ປ່ຽນສໍາເລັດ 100 % ຈຸດມ້ຽນລໍ້ ໃນການເກັບມ້ຽນລໍ້ ປັດຈຸບັນແມ່ນໄດ້ຊອກຫາວິທີໃຫ້ຄວາມສະດວກໃນການເອົາລໍ້ເຄື່ອງຂອງຊາວຄ້າຂາຍຂຶ້ນລົງຕາມການຊີ້ນໍາ ການປັບປຸງຫ້ອງນໍ້າພາຍໃນສວນເຈົ້າອານຸວົງໃຫ້ເປັນຫ້ອງນໍ້າອາຊຽນ ຜູ້ຮັບເໝົາ ຈະໃຫ້ສຳເລັດ 100% ພາຍໃນຕົ້ນເດືອນ ກັນຍາ 2023.       ໃນການຈັດສັນການຄ້າຂາຍ ( ເຕັ້ນແດງ ) ພາຍຫຼັງໄດ້ມີການແຕ່ງຕັ້ງຄະນະຈັດສັນຈາກການຄ້ານະຄອນຫລວງ ແລະ ເມືອງ ກໍໄດ້ມີການປັບປຸງບໍ່ໃຫ້ແອອັດ ແລະ ຈັດໃຫ້ມີໂຊນຫັດຖະກຳດ້ານໜ້າຈຳນວນ 60 ເຕັ້ນ ໃນຈຳນວນ 60 ເຕັ້ນແມ່ນຈັດເປັນ 8 ໝວດຜະລິດຕະພັນ ປັດຈຸບັນແມ່ນຢູ່ໃນຂັ້ນຕອນປ່ຽນຜະລິດຕະພັນຕາມໝວດໝູ່ ຄຽງຄູ່ກັນນັ້ນ ກໍຈະໄດ້ຈົກສະຫຼາກເພື່ອຈັດໂຊນຜະລິດຕະພັນລວມທັງໝົດມີ 6 ໂຊນ ພາຍຫຼັງຈັດໂຊນຜະລິດຕະພັນແລ້ວຈະໃຫ້ຊາວຄ້າຂາຍປ່ຽນຫຼັງຄາເຕັ້ນເປັນສີຂາວຄືກັນໝົດ ສ່ວນການຖິ້ມຂີ້ເຫຍື້ອ ບໍລິສັດໄດ້ພົວພັນສົມທົບກັບຜູ້ປະກອບການຂົນສົ່ງຂີ້ເຫຍື້ອ ຂໍໃຫ້ເພິ່ນປັບປ່ຽນເວລາຄືນໃໝ່ຈາກ 12 ໂມງກາງຄືນມາເອົາຂີ້ເຫຍື້ອ ມາເປັນເວລາ 5 ໂມງເຊົ້າ ອີງໃສ່ທີມງານເກັບມ້ຽນຂີ້ເຫຍື້ອພາຍໃນສວນເຈົ້າອານຸວົງຈະເກັບຂີ້ເຫຍື້ອສຳເລັດເວລາ 3-4 ໂມງເຊົ້າ ຂອງທຸກໆມື້ ພ້ອມນັ້ນກໍໄດ້ເອົາໃຈໃສ່ຮັກສາຄວາມສະຫງົບປອດໄພຮອບດ້ານພາຍໃນຂອບເຂດສວນເຈົ້າອານຸວົງ ໂດຍທາງບໍລິສັດ ແມ່ນໄດ້ເອົາໃຈໃສ່ເປັນວຽກງານສຳຄັນຕົ້ນຕໍ ໂດຍໄດ້ສົມທົບກັບ ກຳລັງ ປກຊ-ປກສ ຂອງບ້ານອ້ອມຂ້າງ ແລະ ມີສ່ວນຮ່ວມໃນວຽກງານປ້ອງກັນຢ່າງເປັນປົກກະຕິ. ໃນຕອນທ້າຍ ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນໄດ້ເປັນກຽດໂອ້ລົມ ພ້ອມເນັ້ນໃຫ້ພາກສ່ວນກ່ຽວຂ້ອງເອົາໃຈໃສ່ສືບຕໍ່ປັບປຸງ ແລະ ພັດທະນາສວນໃຫ້ສຳເລັດຕາມຄາດໝາຍ ແລະ ເວລາທີ່ກຳນົດໄວ້ ພ້ອມນັ້ນກໍຕ້ອງໄດ້ເອົາໃຈໃສ່ຈັດສັນການຄ້າຂາຍໃຫ້ເປັນລະບຽບຮຽບຮ້ອຍຂຶ້ນຕື່ມໂດຍສະເພາະ ຈັດແບ່ງໂຊນ ປະເພດສິນຄ້າໃຫ້ເປັນລະບຽບ ນັ້ນກໍເພື່ອສ້າງຄວາມຈົບງາມ ແລະ ສະອາດງາມຕາເພື່ອແນ່ໃສ່ດຶງດູດນັກທ່ອງທ່ຽວ. Share:FacebookTwitter
ປັບປຸງສວນເຈົ້າອານຸວົງສ້າງຄວາມເປັນລະບຽບຮຽບຮ້ອຍດຶງດູດນັກທ່ອງທ່ຽວ
https://v2.vientianemai.net/archives/58395
ພາຍຫຼັງສໍາເລັດການເດີນເຄື່ອງຈັກຜະລິດ ອາຊີ-ໂປຕາສ ສາກົນ ກໍໄດ້ເພີ່ມໂຄງການໃໝ່ໃນຂະບວນການຫັນກະສິກໍາເປັນທັນສະໄໝຂອງລາວ ກໍຄື ໂຄງການນຳໃຊ້ເຕັກໂນໂລຊີໃໝ່ໃນການປູກເຂົ້າ 3 ລະດູ ປະກອບສ່ວນໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ບ້ານຊຽງແຫວນ ແຂວງຄໍາມ່ວນ ພ້ອມພັດທະນາກະສິກຳໃນ ສປປ ລາວ ໃຫ້ພັນເປັນທັນສະໄໝ. ການລົງນາມໃນບົດບັນທຶກຄວາມເຂົ້າໃຈກອງປະຊຸມສໍາມະນາສຶກສາຄວາມເປັນໄປໄດ້ຂອງໂຄງການນຳໃຊ້ເຕັກໂນໂລຊີໃໝ່ໃນການປູກເຂົ້າ 3 ລະດູ ລະຫວ່າງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ຄໍາມວ່ນ ບໍລິສັດ ຮ່ວຍຮົວ ອາຫານປະຈໍາວັນ ຈໍາກັດ ແລະ ບໍລິສັດ ຮ່ວຍຮົວ ລົງທຶນກະສິກໍາ ຈໍາກັດ ມີຂຶ້ນໃນກສງເດືອນ ມິຖຸນາ 2023 ຜ່ານມາ ເຊິ່ງມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂຄງການໃໝ່ນີ້ແມ່ນໄດ້ລົງເລິກຄົ້ນຫາຈຸດເດັ່ນດ້ານກະສິກຳຂອງລາວ ຖືເອົາການຊຸກຍູ້ການຫັນຮູບແບບກະສິກຳຂອງລາວເປັນພາລະກິດຂອງຕົນ ນໍາເຂົ້າເຕັກໂນໂລຊີການປູກເຂົ້າພັນປະສົມທີ່ກ້າວໜ້າສຸດຂອງຈີນ. ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ກ່າວວ່າ: ໂຄງການຮ່ວມມືປູກເຂົ້າ 3 ລະດູນີ້ ມີຄວາມໝາຍສໍາຄັນຫຼາຍຕໍ່ການຍົກລະດັບການຫັນກະສິກຳໄປສູ່ທັນສະໄໝຂອງທ້ອງຖິ່ນນີ້ ເປັນໂຄງ ການທີ່ມີຜົນປະໂຫຍດຕໍ່ກັບປະເທດຊາດ ແລະ ປະຊາຊົນ ຂະແໜງການແຕ່ລະຂັ້ນພາຍໃນແຂວງ ພ້ອມທີ່ຈະໃຫ້ການຮ່ວມມືຢ່າງດີທີ່ສຸດ ໃຫ້ການບໍລິການທີ່ດີ ສ້າງສະພາບແວດລ້ອມການດຳເນີນທຸລະກິດທີ່ດີທີ່ສຸດ ແລະ ຮັບປະກັນໃຫ້ໂຄງການໄດ້ຈັດຕັ້ງປະຕິບັດໄປຢ່າງຄ່ອງແຄ້ວດີ. ທ່ານ ສຸ້ຍ ຈຸງຈຽນ (Xu Zhong Jian) ເລຂາພັກເມືອງຮ່ວຍຮົວ ແຂວງຫູໜານ ສປ ຈີນ ໄດ້ສະແດງຄວາມຊົມເຊີຍແລະສະໜັບສະໜູນການເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ກໍຄື ວຽກງານພັດທະນາໂຄງການໃນຕໍ່ໜ້າ ພ້ອມກັນນັ້ນກໍໄດ້ຕີລາຄາສູງຕໍ່ ອາຊີ-ໂປຕາສ ສາກົນ ໃນການສົ່ງເສີມການຫັນເປັນອຸດສາຫະກຳ ການຫັນເປັນຕົວເມືອງ ແລະ ການພັດທະນາກະສິກຳທີ່ທັນສະໄໝຂອງ ສປປ ລາວ Share:FacebookTwitter
ອາຊີ-ໂປຕາສ ສາກົນ ໂຄງການປູກເຂົ້າ 3 ລະດູ ພັດທະນາກະສິກຳຫັນເປັນທັນສະໄໝ
https://v2.vientianemai.net/archives/58397
ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ (ສສກ) ໄດ້ຮ່ວມກັບຄະນະທ່ານເຈົ້າແຂວງສະຫວັນນະເຂດ ທ່ານລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ທ່ານຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ທ່ານຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍພະນັກງານຂອງແຕ່ລະຂະແໜງການ ລົງເຮັດວຽກທີ່ເຂດຈຸດສຸມ ຈຽງຕູບ ເມືອງເຊໂປນ ແຂວງສະຫວັນນະເຂດ ເມື່ອບໍ່ດົນມານີ້.     ການລົງເຮັດວຽກງານຄັ້ງນີ້ ເພື່ອຕິດຕາມສະພາບການຈັດຕັ້ງປະຕິບັດ ແລະ ຮັບຟັງສະພາບບັນຫາຂອງເຂດຈຸດສຸມ ສຳລັບບັນຫາທີ່ຕິດພັນກັບວຽກງານການສຶກສາ ປະກອບມີ ປະຊາຊົນຜູ້ທີ່ມີອາຍຸສູງຈຳນວນໜຶ່ງຍັງເວົ້າພາສາລາວບໍ່ໄດ້ດີ ໂດຍສະເພາະແມ່ນ ນາຍບ້ານ ແລະ ຮອງນາຍບ້ານ ນັກຮຽນທີ່ຈົບຊັ້ນປະຖົມສຶກສາ ບໍ່ສຶກສາຕໍ່ຊັ້ນມັດທະຍົມສຶກສາຕອນຕົ້ນ ເພາະມັດທະຍົມສຶກສາຕອນຕົ້ນຢູ່ໄກບ້ານ ຄູສອນບາງໂຮງຮຽນຄອບພັກກັບໄປຢາມບ້ານ ເທື່ອລະເດືອນ-ສອງເດືອນ ເຮັດໃຫ້ການສອນບໍ່ຕໍ່ເນື່ອງ ບາງບ້ານແມ່ນນຳໃຊ້ຄູທີ່ບໍ່ມີເງິນເດືອນ ແລະ ທະຫານ ເພື່ອສິດສອນ  ສະພາບອາຄານຮຽນຊຸດໂຊມ ຂາດສື່ການຮຽນການສອນ ອຸປະກອນສິລະປະ-ກີລາ ແລະ ໂຮງຮຽນບາງຫຼັງຖືກໄພພິບັດ.     ຕໍ່ສະພາບການດັ່ງກ່າວ ທ່ານ ລັດຖະມົນຕີ ສສກ ໄດ້ຊີ້ນຳເບື້ອງຕົ້ນໃຫ້ຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ ເມືອງ ຫົວໜ້າໝວດໂຮງຮຽນຈຸດສຸມຈຽງຕູບ ຄົ້ນຄວ້າ ແລະ ດຳເນີນການ ເປັນຕົ້ນແມ່ນ ສະໜອງການເຝິກອົບຮົມບຳລຸງພາສາລາວໃຫ້ເລຂາ ຮອງເລຂາພັກບ້ານ ນາຍບ້ານ ແລະ ຮອງນາຍບ້ານ ໂດຍການສົມທົບກັບຫົວໜ້າຈຸດສຸມ ເພື່ອຂໍທິດຊີ້ນຳໃນຮູບແບບການຮຽນທີ່ແທດເໝາະກັບສະພາບຈຸດພິ ເສດຂອງທ້ອງຖິ່ນ ຈັດຕັ້ງການຮຽນ-ການສອນຊັ້ນມັດທະຍົມສຶກສາຕອນຕົ້ນ ໃນເຂດໂຮງຮຽນຈຸດສຸມຈຽງຕູບ ໂດຍໃຫ້ຄູສອນຊັ້ນມັດທະຍົມຈຸດສຸມລົງມາສອນຢູ່ບ້ານເປົ້າໝາຍພາຍໃນກຸ່ມ ອາດຈະຜັດປ່ຽນກັນ ຈັດການຮຽນການສອນບຳລຸງນັກຮຽນທີ່ມີຜົນການຮຽນຕໍ່າໃນໄລຍະພັກສິ້ນປີຮຽນ ເຝິກອົບຮົມຄູ ແລະ ຈັດບຳລຸງຄູທີ່ມີຄວາມຕ້ອງການສະເພາະດ້ານ ສະໜອງຄູສອນທີ່ມີເງິນເດືອນ ມາສອນປະຈຳຢູ່ໂຮງຮຽນປະຖົມສຶກສາໃນເຂດຈຸດສຸມຈຽງຕູບ ໃນສົກຮຽນ 2023-2024 ສຶກສາຄວາມເປັນໄດ້ໃນການສ້າງໂຮງຮຽນປະຖົມໃນເຂດຈຸດສຸມ ແລະ ສະໜອງອຸປະກອນການສຶກສາ-ກີລາ ແລະ ສິລະປະ. Share:FacebookTwitter
ລັດຖະມົນຕີ ສສກ ເຄື່ອນໄຫວຕິດຕາມສະພາບການສຶກສາ ທີ່ເຂດຈຸດສຸມຈຽງຕູບ
https://v2.vientianemai.net/archives/58411
ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 36 ປີ (26 ມິຖຸນາ 1987-26 ມິຖຸນາ 2023) ທີ່ຈະມາເຖິງນີ້ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສອນ​ໄຊ ສີ​ພັນ​ດອນ ໄດ້​ມີ​ສານ​ຕໍ່​ວັນ​ດັ່ງ​ກ່າວ ໂດຍ​ທ່ານຮຽ​ກ​ຮ້ອງທຸກ​ຊັ້ນ​ຄົນ​ໃນ​ສັງ​ຄົມ ຈົ່ງ​ພ້ອມ​ກັນເປັນເຈົ້າ ການເຂົ້າຮ່ວມໃນການສະກັດກັ້ນ ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ເພື່​ອ​ເຮັດ​ໃຫ້​ບັນ​ຫາ​ດັ່ງ​ກ່າວຫຼຸດ​ລົງ ແລະ ໝົດ​ສິ້ນ​ໄປ​ຈາກ​ສັງ​ຄົມ​ລາວ. ເນື້ອໃນ​ສານ​​ວັນ​ດັ່ງ​ກ່າວ​ມີ​ບາງ​ຕອນ​ທ່ານ​ໄດ້​ກ່າວ​ວ່າ: ຢາເສບຕິດ ເປັນບັນຫາໃຫຍ່ລະດັບໂລກ ທີ່ບັນດາປະເທດຕ່າງກໍໃຫ້ ຄວາມສໍາຄັນ ແລະ ເອົາໃຈໃສ່ຮ່ວມມືກັນຕ້ານ ສະກັດກັ້ນ ຄວບຄຸມ ແລະ ແກ້ໄຂບັນຫາດັ່ງກ່າວ ປັດຈຸ ບັນ ຢູ່ປະເທດເຮົາ ກໍພວມປະເຊີນກັບໄພຂົ່ມຂູ່ຈາກບັນຫາຢາເສບຕິດເຊັ່ນກັນ ເຊິ່ງໄດ້ແຜ່ລະບາດໄປທົ່ວທຸກບ່ອນ ນັບທັງຕົວເມືອງ ຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ ໃນລະດັບທີ່ແຕກຕ່າງກັນ ບັນຫາຢາເສບຕິດໄດ້ກາຍເປັນໜຶ່ງໃນບັນດາປະກົດການຫຍໍ້ທໍ້ທາງ ສັງຄົມ ການລະບາດຂອງຢາເສບຕິດໄດ້ເປັນໜໍ່ ແໜງ ແລະ ເປັນສາເຫດຕົ້ນຕໍຂອງການເກີດຄວາມຮຸນແຮງ ກໍ່ອາຊະຍາກຳ ແລະ ສິ່ງຫຍໍ້ທໍ້ຕ່າງໆໃນສັງ ຄົມ ເຊິ່ງເປັນໄພອັນຕະລາຍ ມີຄວາມສ່ຽງສູງຕໍ່ຄວາມໝັ້ນຄົງຂອງຊາດ ແລະ ໄດ້ສົ່ງຜົົນກະທົບ ໂດຍກົງ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຕໍ່ສຸຂະພາບຂອງປະຊາຊົນ ພົນລະເມືອງລາວເຮົາ ໂດຍສະເພາະ ໄດ້ເບື່ອເມົາ ຊາວໜຸ່ມ ເຍົາວະຊົນ ທີ່ເປັນກໍາລັງແຮງງານຂອງປະເທດຊາດ ເປັນຜູ້ສືບທອດພາລະກິດ ແລະ ອະນາຄົດຂອງປະເທດຊາດ. ປັດຈຸບັນ ການຄ້າຂາຍຢາເສບຕິດ ໄດ້ກາຍເປັນຂະບວນການຂ້າມຊາດ ທີ່ລັດຖະບານ ແລະ ປະຊາຊົນລາວ ກໍຄື ບັນດາປະຊາ ຊາດໃນທົ່ວໂລກ ພ້ອມກັນຕໍ່ຕ້ານຢ່າງແຂງແຮງ ເຖິງວ່າຫຼາຍປະເທດໄດ້ເພີ່ມທະວີມາດຕະການ ຄວາມພະຍາຍາມໃນການ ຄວບຄຸມ ສະກັດກັ້ນ ປາບປາມ ແລະ ແກ້ໄຂບັນຫາດັ່ງກ່າວ ຢ່າງຕໍ່ເນື່ອງປານໃດກໍຕາມ ແຕ່ການຜະລິດ ການຄ້າຂາຍ ຈໍາ ໜ່າຍ ການນໍາໃຊ້ ການລໍາລຽງຂົນສົ່ງສິ່ງເສບຕິດ ຢູ່ໃນທົ່ວໂລກ ກໍຍັງບໍ່ຫຼຸດລົງ ແລະ ມີທ່າອ່ຽງເພີ່ມຂຶ້ນຢ່າງໜ້າເປັນຫ່ວງ. ຍ້ອນເຫັນໄດ້ໄພອັນຕະລາຍ ແລະ ຄວາມຈໍາເປັນພາວະວິໄສ ໃນການແກ້ໄຂບັນຫາຢາເສບຕິດໃຫ້ເດັດຂາດ ໃນຊຸມປີຜ່ານມາ ພັກ-ລັດຖະບານພວກເຮົາ ໄດ້ນຳພາ-ຊີ້ນໍາການຈັດຕັ້ງປະຕິບັດວຽກງານດັ່ງກ່າວຢ່າງຈົດຈໍ່ຕະຫຼອດມາ ໂດຍສະເພາະການຈັດ ຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນ ຫາຢາເສບຕິດ (ປີ 2021-2023) ມາຮອດເວລານີ້ ເປັນກໍານົດເວລາທີ່ ຄາດໝາຍໄວ້ແລ້ວ ເຊິ່ງໄດ້ສຸມໃສ່ 6 ວຽກຈຸດສຸມໃນວາລະແຫ່ງຊາດ ທຸກຂະແໜງການທີ່ກ່ຽວຂ້ອງໄດ້ສຸມໃສ່ຢ່າງເປັນຂະ ບວນຟົດຟື້ນ ໂດຍສະເພາະວຽກງານສ້າງຄວາມຮັບຮູ້ທົ່ວສັງຄົມ ດ້ວຍການສຶກສາອົບຮົມ ໂຄສະນາເຜີຍແຜ່ລະບຽບກົດໝາຍ ຜົນຮ້າຍຂອງຢາເສບຕິດ ເນື້ອໃນວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍຜ່ານພາຫະ ນະສື່ມວນຊົນ ຕິດ ປ້າຍຄໍາຂວັນ ປ້າຍຮູບຈິນຕະນາການ ແຈກຢາຍແຜ່ນພັບ ໂປສເຕີ ທີ່ສະແດງເຖິງຜົນຮ້າຍຂອງຢາເສບຕິດຢ່າງກວ້າງຂວາງ ຕໍ່ ເນື່ອງ ໃຫ້ພະນັກງານ-ລັດຖະກອນ ນັກຮຽນ ນັກສຶກສາ ຊາວ ໜຸ່ມ ໄວໜຸ່ມ ແລະ ປະຊາຊົນລາວບັນດາເຜົ່າ ເຫັນໄດ້ວ່າພົນ ລະເມືອງລາວສ່ວນຫຼາຍມີຄວາມຮັບຮູ້-ເຂົ້າ ໃຈຢ່າງຖືກຕ້ອງຕໍ່ກັບພິດໄພ ຜົນຮ້າຍ ແລະ ຄວາມເປັນອັນຕະລາຍຂອງຢາເສບ ຕິດ ພ້ອມນີ້ການສ້າງຄວາມເຂັ້ມແຂງທົ່ວສັງຄົມ ໂດຍການເຮັດໃຫ້ສະຖາບັນຄອບຄົວ ຊຸມຊົນ ຕື່ນຕົວເຂົ້າຮ່ວມສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເປັນຕົ້ນສະຖາບັນຄອບຄົວ ບ້ານ ຊຸມຊົນ ພາກລັດ ພາກເອກະຊົນ ໄດ້ມີສ່ວນຮ່ວມຈັດຕັ້ງປະ ຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍທຸກພາກສ່ວນ ທຸກ   ໜ່ວຍງານທີ່ກ່ຽວຂ້ອງໄດ້ເອົາໃຈ ໃສ່ໃກ້ຊິດ ແທດເຖິງຮາກຖານປະຊາຊົນ ດ້ວຍການນໍາພາ-ຊີ້ນໍາເຮັດຕົວຈິງໃນຫຼາຍວິທີທີ່ເປັນລະບົບ ຮັບປະກັນດ້ານການ ເມືອງ ກົດໝາຍ ວິຊາສະເພາະທີ່ກ່ຽວຂ້ອງ. ນອກນີ້ພວກເຮົາຍັງໄດ້ເອົາໃຈໃສ່ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ຄອບຄົວຂອງປະຊາຊົນບັນດາເຜົ່າຢູ່ເຂດພູດອຍ ຫັນໄປປະກອບອາຊີບທີ່ໝັ້ນຄົງ ຖືກກົດໝາຍ ດ້ວຍການປູກພືດທົດແທນພືດທີ່ມີສານເສບຕິດ ສົ່ງເສີມການລ້ຽງສັດ ປູກ ພືດ-ຜັກເປັນສິນຄ້າ ເປັນຕົ້ນສະຫະກອນວັນໃໝ່ ປູກກາເຟ ຢູ່ແຂວງຫົວພັນ ສົ່ງອອກຂາຍຕ່າງປະເທດ ສໍາລັບຜູ້ຖືກເຄາະ ຮ້າຍຈາກຢາເສບຕິດ ໄດ້ຮັບການບຳບັດປິ່ນປົວ ຟື້ນຟູ ແລະ ອົບຮົມວິຊາຊີບຢູ່ໃນສູນປິ່ນປົວ ແລະ ໂຮງໝໍຊຸມຊົນຂອງລັດ ໄດ້ຢ່າງມີປະສິດທິຜົນດີພໍສົມຄວນ ແລະ ລັດຖະບານ ກໍໄດ້ມີທິດປັບປຸງ ຂະຫຍາຍໂຮງໝໍຊຸມຊົນເພີ່ມຂຶ້ນ ເພື່ອເປັນບ່ອນໃຫ້ ຄໍາປຶກສາ ປິ່ນປົວ ເຮັດໃຫ້ຜູ້ເຄາະຮ້າຍຈາກຢາເສບຕິດເຫຼົ່ານັ້ນ ໄດ້ກັບຄືນເປັນຄົນທີ່ມີຄຸນຄ່າ ແລະ ພົນລະເມືອງທີ່ດີໃນ ສັງຄົມ ພ້ອມ​ນີ້ລັດຖະບານຍັງໄດ້ສຸມໃສ່ໃຫ້ທຸກພາກສ່ວນຮ່ວມກັນປະຕິບັດວຽກງານ 3 ສ້າງ ຕິດພັນກັບການສ້າງ ບ້ານໃຫ້ ເປັນຫົວໜ່ວຍພັດທະນາ ໂດຍໄດ້ສ້າງບ້ານ ໂຮງຮຽນ ກົມກອງ ຫົວໜ່ວຍການຜະລິດ ບໍລິການ ທັງພາກລັດ ແລະ ເອກະຊົນ ຢູ່ທ້ອງຖິ່ນຕ່າງໆໃຫ້ປອດຈາກຢາເສບຕິດ. ຄຽງຄູ່ກັນນີ້ລັດຖະບານ ຍັງໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນຕໍ່ການປະຕິບັດມາດຕະການດ້ານກົດ  ໝາຍຕໍ່ຜູ້ກະທຳຜິດ ສະເພາະປີນີ້ ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ສາມາດສະກັດກັ້ນ ແລະ ຕ້ານຢາເສບຕິດໄດ້ຫຼາຍກໍລະນີ ໄດ້ເພີ່ມທະວີ ຄວາມ ເປັນເຈົ້າການ​ໃນ​ການ​ຕິດຕາມ ກວດກາ ​ແລະ ແກ້​ໄຂ​ບັນຫາ​ດັ່ງກ່າວຢ່າງ​ຕັ້ງໜ້າ ໂດຍໄດ້ມ້າງຄະດີ ຍຶດຢາເສບຕິດ ຍຶດອາວຸດເສິ​ກ ຍຶດຊັບສິນ ວັດຖຸມີຄ່າ ສານເຄມີຕ່າງໆທີ່ພວກກຸ່ມຄົນບໍ່ດີນໍາມາຜະລິດເປັນຢາເສບຕິດ ທີ່​ສຳຄັນແມ່ນສາ ມາດຈັບກຸມຜູ້ກະທໍາຜິດ ມາດຳເນີນຄະດີຕາມລະບຽບກົດໝາຍ. ເນື່ອງໃນວັນສາກົນຕ້ານຢາເສບຕິດ ວັນທີ 26 ມິຖຸນາ 2023 ຄົບຮອບ 36 ປີ ໃນປີນີ້ ຕາງໜ້າໃຫ້ພັກ-ລັດຖະບານ ສປປ ລາວ ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ເຈົ້າໜ້າທີ່ປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ທຸກພາກສ່ວນທີ່ກ່ຽວ ຂ້ອງທັງຢູ່ສູນກາງ ແລະ ທ້ອງຖິ່ນ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ທີ່ໄດ້ໃຫ້ການຮ່ວມມືປະ ກອບສ່ວນໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (ປີ 2021-2023) ໃນໄລຍະ 1 ປີ ຜ່ານມາ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງບັນດາປະເທດເພື່ອນມິດ ຄູ່ຮ່ວມພັດທະນາ ອົງການຈັດຕັ້ງສາ ກົນ ອົງການບໍ່ສັງກັດລັດຖະບານ ແລະ ພາກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ໃຫ້ການຮ່ວມມື ສະໜັບສະໜູນ ອູ້ມ ຊູຊ່ວຍເຫຼືອໃຫ້ລັດຖະບານ ແລະ ປະຊາຊົນລາວ ໃນການຄວບຄຸມ ສະກັດກັ້ນ ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ໄດ້ ຮັບຜົນດີຕະຫຼອດມາ ແລະ ຫວັງວ່າ ສປປ ລາວ ຈະສືບຕໍ່ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອຕໍ່ໄປອີກໃນອະນາຄົດ. ຢາເສບຕິດ ເປັນບັນຫາອັນຕະລາຍຮ້າຍແຮງ ທ້າທາຍຂອງທຸກຊາດ ແລະ ເປັນໄພຂົ່ມຂູ່ຕໍ່ຄວາມສະຫງົບສຸກ ຄວາມເປັນ ລະບຽບຮຽບຮ້ອຍຂອງສັງຄົມ ແລະ ຄວາມໝັ້ນຄົງຂອງປະຊາຊາດໃນໂລກ ຈຶ່ງຂໍຮຽກຮ້ອງໃຫ້ພະນັກງານ ທະຫານ ຕຳຫຼວດ ແລະ ປະຊາຊົນລາວບັນດາເຜົ່າ ທຸກເພດໄວ ໃນທົ່ວສັງຄົມ ບັນດາອົງການຈັດຕັ້ງພັກ-ລັດ ອົງການປົກຄອງທ້ອງຖິ່ນ ສະຖາບັນ ການສຶກສາ ອົງການພຸດທະສາສະໜາ ແລະ ສະຖາບັນຄອບຄົວ ຕະຫຼອດເຖິງຊາວຕ່າງດ້າວ ຊາວຕ່າງປະເທດ ທີ່ດຳລົງຊີວິດ ທຳມາຫາກິນ ແລະ ດຳເນີນທຸລະກິດຢູ່ ສປປ ລາວ ພ້ອມກັນເປັນເຈົ້າການເຂົ້າຮ່ວມໃນການສະກັດກັ້ນ ຕ້ານ ແລະ ແກ້ໄຂ ບັນຫາຢາເສບຕິດ ປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (ປີ 2021-2023) ໃຫ້ຫຼຸດລົງ ແລະ ໝົດ ສິ້ນ ໄປຈາກສັງຄົມລາວ. Share:FacebookTwitter
ພ້ອມກັນເປັນເຈົ້າການສະກັດກັ້ນ ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ໝົດສິ້ນຈາກສັງຄົມລາວ
https://v2.vientianemai.net/archives/58419
ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນ​ວັນ​ທີ 26 ມິ​ຖຸ​ນາ 2023 ທີ່​ສະ​ແຫ່ງ​ຊາດ ເຊິ່ງກອງ​ປະ​ຊຸມ​ຄັ້ງ​ນິີ້ຈະ​ໄດ້​ພິ​ຈ​າ​ລະ​ນາ​ ແລະ ຮັບ​ຮອງ​ເອົາ​ບັນ​ດາ​ບົດ​ລາຍ​ງານ ພ້ອມນັ້​ນ​ກໍ​ຈະ​ໄດ້ ​ພິ​ຈ​າ​ລະ​ນາ​ ຮັບ​ຮອງກົດ​ໝາຍ​ສະ​ບັບ​ປັບ​ປຸງ ແລະ ສ້າງໃໝ່​ລວມ 10 ສະ​ບັບ ກອງ​ປະ​ຊຸ​ມ​ຄັ້ງ​ນີ້​ຈະ​ເນີ​ນ​ໄປ​ຮອດ​ວັນ​ທີ 18 ກໍ​ລະ​ກົດ 2023. ທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ກ່າວໄຂກອງປະຊຸມຄັ້ງ​ນີ້ ເຊິ່ງ​ມີ​ບາງ​ຕອນ​ທ່ານ​ກ່າວ​ວ່າ: ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ຈະໄດ້ພິຈາລະນາ ຮັບຮອງບັນດາເນື້ອໃນທີ່ສຳຄັນ ດັ່ງນີ້: 1) ບົດລາຍງານໂດຍສັງເຂບຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການເຄື່ອນໄຫວວຽກງານພົ້ນເດັ່ນ ຂອງລັດຖະບານ 6 ເດືອນຕົ້ນປີ ແລະ ສະເໜີທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023. 2) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2023 ທິດທາງການລົງທຶນຂອງລັດປະຈໍາປີ 2024. 3) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2023. 4) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນເງິນຕາ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2023. 5) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານ ເສດຖະກິດ-ການເງິນ. 6) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂຢາເສບຕິດ. 7) ບົດລາຍງານຂອງລັດຖະບານ ກ່ຽວກັບຮ່າງຍຸດທະສາດການພັດທະນາແຮ່ທາດ 10 ປີ (2021-2030) ແລະ ວິໄສທັດຮອດປີ 2035. 8) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດຍຸດທະສາດການປົກປ້ອງສັງຄົມ. 9) ບົດລາຍງານຂອງລັດຖະບານ ກ່ຽວກັບຍຸດທະສາດການຄຸ້ມຄອງນໍ້າ ແລະ ຊັບພະຍາກອນນໍ້າແຫ່ງຊາດ ຮອດປີ 2030. 10) ບົດລາຍງານກ່ຽວກັບການປະເມີນຜົນ ການຈັດຕັ້ງປະຕິບັດກົດໝາຍ ຂົງເຂດຍຸຕິທໍາ 4 ສະບັບ ໃນນີ້ ມີ ຂົງເຂດສານ ປະຊາຊົນສູງສຸດ 2 ສະບັບ ຄື: ກົດໝາຍວ່າດ້ວຍສານປະຊາຊົນ ກົດໝາຍວ່າດ້ວຍການດຳ ເນີນຄະດີແພ່ງ ແລະ ຂົງເຂດ ຂອງອົງການໄອຍະການປະຊາຊົນສູງສຸດ 2 ສະບັບ ຄື: ກົດໝາຍວ່າດ້ວຍອົງການໄອ ຍະການປະຊາຊົນ ເເລະ ກົດໝາຍ ວ່າດ້ວຍການດຳເນີນຄະດີອາຍາ. 11) ພິຈາລະນາ ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈຳນວນ 10 ສະບັບ ໃນນີ້ມີກົດໝາຍ ສ້າງໃໝ່ 4 ສະບັບ ຄື: ຮ່າງກົດໝາຍ ວ່າດ້ວຍວຽກງານສາທາລະນະສຸກ ຮ່າງກົດໝາຍ ວ່າດ້ວຍການຈັດຫາງານ ຮ່າງກົດໝາຍວ່າດ້ວຍ ອາ ກອນ ທີ່ດິນ ຮ່າງກົດໝາຍວ່າດ້ວຍ ເຍົາວະຊົນລາວ ແລະ ກົດໝາຍ ປັບປຸງ 6 ສະບັບ ຄື: ກົດໝາຍວ່າດ້ວຍ ທະນາຄານທຸລະກິດ, ກົດໝາຍ ວ່າດ້ວຍ ສັດນໍ້າ ແລະ ການປະມົງ ກົດໝາຍວ່າດ້ວຍສັດປ່າ ກົດໝາາຍວ່າດ້ວຍ ການພີມຈໍາໜ່າຍ ກົດໝາຍວ່າ ດ້ວຍ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ແລະ ກົດໝາຍ ວ່າດ້ວຍ ສານທະຫານ. 12) ບົດລາຍງານຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ ໃນໄລຍະ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຫາ ເທື່ອທີ 5 ແລະ ທິດທາງ ແຜນການ ຮອດກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX. ນອກນັ້ນ ຍັງຈະໄດ້ຮັບຟັງການຊີ້ແຈງຂອງພາກສ່ວນກ່ຽວຂ້ອງຈຳນວນໜຶ່ງ ຕໍ່ຄໍາຊັກຖາມຂອງ ບັນດາສະມາຊິກສະພາ ແຫ່ງຊາດ. ສະພາແຫ່ງຊາດ ຈະພິຈາລະນາ ປະກອບຄຳເຫັນ ແລະ ຮັບຮອງເອົາຫຼາຍເນື້ອໃນສຳຄັນ ເຊິ່ງເປັນບັນຫາສ້າງຄວາມສົນໃຈ ໃຫ້ແກ່ຜູ້ມີສິດເລືອກຕັ້ງ ປະຊາຊົນໃນທົ່ວປະເທດ ກໍຄື ພີ່ນ້ອງຮ່ວມຊາດຢູ່ ຕ່າງປະເທດ ເພື່ອພິຈາລະນາຮັບ ຮອງເອົາບັນ ຫາສໍາຄັນພື້ນຖານຂອງປະເທດຊາດ ທີ່ມີຈໍານວນຫຼາຍຄື ດັ່ງກ່າວ ໃຫ້ມີຄຸນນະພາບ ປະສິດທິຜົນ ແລະ ບັນລຸຜົນຕາມແຜນ ການທີ່ວາງໄວ້ ໃນນາມປະທານກອງປະຊຸມ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງສືບຕໍ່ໃຫ້ການຮ່ວມມື ແລະ ສະໜອງ ຂໍ້ມູນຕໍ່ບັນດາເນື້ອໃນທີ່ຈະນຳເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມຄັ້ງນີ້ ຮຽກຮ້ອງມາຍັງບັນດາ ທ່ານສະມາຊິກສະພາແຫ່ງຊາດ ຈົ່ງໄດ້ນໍາໃຊ້ສິດປະຊາທິປະໄຕ ແລະ ເຊີດຊູຄວາມຮັບຜິດຊອບການ ເມືອງຂອງຕົນ ໃນການ ສຸມໃສ່ຄົ້ນຄວ້າຢ່າງເລິກເຊິ່ງ ປະກອບສ່ວນປະກອບຄຳເຫັນ ຕໍ່ທຸກບັນຫາຢ່າງຖີ່ ຖ້ວນ ສ້າງສັນ ພາວະວິໄສ ມີເຫດມີຜົນ ຮັດ ກຸມ ບົນພື້ນຖານແນວທາງນະໂຍບາຍຂອງພັກ ກົດ ໝາຍຂອງລັດ ແລະ ສະພາບຄວາມເປັນຈິງທາງດ້ານເສດຖະ ກິດ-ສັງ ຄົມຂອງ ປະເທດເຮົາໃນປັດຈຸບັນ ເພື່ອເຮັດໃຫ້ເນື້ອໃນທີ່ນໍາມາພິຈາລະນາ ຮັບ ຮອງຄັ້ງນີ້ ມີຄຸນນະພາບ ແລະ ສາມາດນຳ ໄປຈັດຕັ້ງປະຕິ ບັດຢ່າງເປັນຮູບປະທຳຢ່າງແທ້ຈິງ. ເປັນ​ກຽດ​ເຂົ້​າ​ຮ່ວມໃນ​ພິ​ທີ​ໄຂກອງ​ປະ​ຊຸມ​ເຊື້ອນີ້​​ຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງ ພັກປະ ຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ມີບັນດາທ່ານຜູ້ນຳຂັ້ນສູງ ອາດີດຜູ້ນຳຂັ້ນສູງຂອງພັກ-ລັດ ບັນດາ ທ່ານສະມາຊິກສະພາແຫ່ງຊາດ ແຂກທີ່​ຖືກ​ເຊ​ີນ. Share:FacebookTwitter
ໄຂເປັນທາງການ ກອງປະຊຸມສະໄໝສາມັນ ເທື່ອທີ 5 ຈະພິຈາລະນາ ຮັບຮອງບັນດາບົດລາຍງານ ພ້ອມກົດໝາຍ 10 ສະບັບ
https://v2.vientianemai.net/archives/58430
ທ້າຍອາທິດຜ່ານມາ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ລົງພົບປະຢ້ຽມຢ້ຽມຢາມກຳມະການແນວລາວສ້າງຊາດ ແລະ ພະນັກງານຫຼັກແຫຼ່ງ ອ້ອມຂ້າງເມືອງທ່າພະບາດ ແຂວງບໍລິຄຳໄຊ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ທ່ານ ບຸນຄຳ ໄຊເຍ່ຍລໍວື່ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດ ແຂວງບໍລິຄຳໄຊ ມີຄະນະນຳຂອງແຂວງ ເມືອງ ແລະ ພໍ່ແມ່ປະຊາຊົນຂອງເມືອງທ່າພະບາດ ໃຫ້ການຕ້ອນຮັບ.     ໂອກາດນີ້ ທ່ານເຈົ້າແຂວງໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ທ່ານປະທານ ສນຊ ແລະ ໄດ້ລາຍງານສະພາບລວມຂອງແຂວງໂດຍຫຍໍ້ ເຊິ່ງໄດ້ຍົກໃຫ້ເຫັນວ່າໃນໄລຍະຜ່ານມາແຂວງບໍລິຄຳໄຊ ເຂົ້າສູ່ລວງເລິກຕົວຈິງ ສຸມໃສ່ຜັນຂະຫຍາຍນະໂຍບາຍ ແລະ ວຽກງານຈຸດສຸມເພື່ອແກ້ໄຂຄວາມບໍ່ສະຫງົບ ເປັນຕົ້ນແມ່ນການແກ້ໄຂ 4 ເຖື່ອນຄື: ຄົນເຖື່ອນ ລົດເຖື່ອນ ອາວຸດເຖື່ອນ ແລະ ສິນຄ້າເຖື່ອນ ປັບປຸງກົງຈັກການຈັດຕັ້ງທຸກຂັ້ນໃຫ້ມີຄວາມເຂັ້ມແຂງ.     ໂອກາດດຽວກັນ ທ່ານ ສິນລະວົງ ຄຸດໄພທູນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພົ້ນເດັ່ນ ທີ່ຄະນະພັກ ຄະນະນຳ ແລະ ຄະນະກຳມະການແນວລາວສ້າງຊາດແຕ່ລະຂັ້ນ ທີ່ສາມາດຍາດມາໄດ້ໃນໄລຍະຜ່ານມາ ແລະ ທ່ານໄດ້ເນັ້ນຕື່ມວ່າ: ໃຫ້ຈັດຕັ້ງປະຕິບັດແຜນວຽກ 4 ຮ່ວມ ຄື: ໃຫ້ປະຊາຊົນຮູ້ ໃຫ້ປະຊາຊົນເຮັດ ໃຫ້ປະຊາຊົນຮຽກຮ້ອງ ແລະ ປະຊາຊົນໄດ້ຮັບຜົນປະໂຫຍດ ຄະນະກຳມະການແນວລາວສ້າງຊາດ ແຕ່ລະຂັ້ນໃຫ້ສຶບຕໍ່ປະຕິບັດວຽກງານ 4 ການເສີມສ້າງ ຄື: ເສີມສ້າງຄວາມສາມັກຄີ ເສີມສ້າງຄຸນງາມຄວາມດີ ເສີມສ້າງຄຸນນະທຳ ແລະ ເສີມສ້າງຄຸນວຸດທິ ແລະ ສຶບຕໍ່ຄົ້ນຄວ້າຄວາມເປັນໄປໄດ້ໃນການສ້າງກອງທຶນສາມັກຄີພັດທະນາ ຂອງແນວລາວສ້າງຊາດ ເພື່ອໃຫ້ໄດ້ຮັບການຈັດຕັ້ງປະຕິບັດ.     ພ້ອມທັງໄດ້ໄປຢ້ຽມຢາມສະຖານທີ່ທ່ອງທ່ຽວທາງວັດທະນະທຳຂອງເມືອງ (ວັດທ່າພະບາດ ວັດໂພນສັນ) ຢ້ຽມຢາມສູນຫັດຖະກຳຈັກສານ ແລະ ຢ້ຽມຢາມໂຮງງານກັ່ນຕອງນ້ຳພືດຈາກຫົວສີໄຄ ພ້ອມທັງຢ້ຽມຢາມການປູກຫົວສີໄຄເຄື່ອງ ຕື່ມອີກ. Share:FacebookTwitter
ປະທານ ສນຊ ເນັ້ນກຳມະການແນວລາວສ້າງຊາດ ແລະ ພະນັກງານຫຼັກແຫຼ່ງ ເມືອງທ່າພະບາດ ສຸມໃສ່ແກ້ໄຂ 4 ເຖື່ອນ 4 ຮ່ວມ ແລະ 4 ເສີມຂະຫຍາຍ
https://v2.vientianemai.net/archives/58448
ວັນທີ 26 ມິຖຸນາ 2023 ທີ່ກະຊວງການຕ່າງປະເທດໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ທ່ານ ສະເຫຼີມໄຊ ກົມ ມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ແລະ ທ່ານ ແຊມບຣີ ອັບດຸນ ກາເດຍ ລັດຖະມົນຕີກະຊວງການຕ່າງປະເທດ ມາເລເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາ ຢ້ຽມຢາມເຮັດວຽກຢູ່ ສປປ ລາວ ວັນທີ 25-26 ມິຖຸນານີ້. ໂອກາດນີ້ ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການ ມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ແຊມບຣີ ອັບດຸນ ກາເດຍ ພ້ອມດ້ວຍຄະນະ ຄັ້ງນີ້ ເຊິ່ງປະກອບ ສ່ວນອັນ ສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ກໍຄືການ ພົວພັນຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ສປປ ລາວ ແລະ ມາເລເຊຍ ທ່ານ ຮອງນາຍົກລັດຖະມົນຕີ ສະ ເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ຕໍ່ ທ່ານ ແຊມບຣີ ອັບດຸນ ກາເດຍ ທີ່ໄດ້ຮັບການແຕ່ງຕັ້ງເປັນ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ໃນເດືອນທັນວາ ປີ 2022 ພ້ອມທັງຍິນດີທີ່ຈະເຮັດວຽກຮ່ວມກັນກັບ ທ່ານ ລັດ ຖະມົນຕີ ແຊມບຣີ ອັບດຸນ ກາເດຍ ຢ່າງໃກ້ຊິດ ເພື່ອສືບຕໍ່ຮັດແໜ້ນການພົວພັນຮ່ວມມື ທັງໃນຂອບສອງຝ່າຍ ແລະ ຫຼາຍ ຝ່າຍ ໂດຍສະເພາະໃນຂອບການຮ່ວມມືພາກພື້ນອາຊຽນ ແລະ ຂອບການຮ່ວມມືສາກົນອື່ນໆ. ໃນການພົບປະສອງຝ່າຍ ໄດ້ປຶກສາຫາລື ແລະ ທົບທວນຄືນການພົວພັນການຮ່ວມມື ຂອງສອງປະທດ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນໍາ ກັນ ໃນວັນທີ 1 ກໍລະກົດ 1966 ເປັນຕົ້ນມາ ແລະ ເຫັນດີເປັນເອກະພາບຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ທີ່ໄດ້ຮັບການຍົກສູງຂຶ້ນຢ່າງຕໍ່ເນື່ອງ ແລະ ກວ້າງຂວາງ ເຊິ່ງສະແດງອອກໃນການ ແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນລະດັບຕ່າງໆ ຢ່າງເປັນປົກກະຕິ ນໍາໄປສູ່ຄວາມໄວ້ເນື້ອເຊື່ອໃຈ ແລະ ເຂົ້າອົກ ເຂົ້າໃຈ ເຊິ່ງກັນ ແລະ ກັນ ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນກັບປະຊາຊົນ ຂອງສອງປະເທດ ນັບມື້ນັບເພີ່ມຂຶ້ນ ເປັນ ພື້ນຖານອັນໜັກແໜ້ນເຮັດໃຫ້ການພົວພັນຂອງສອງປະ ເທດ ກ້າວຂຶ້ນສູ່ລະດັບສູງ ການຮ່ວມມືໃນຫຼາຍໆດ້ານກໍ່ໄດ້ຮັບ ການເສີມຂະຫຍາຍ ເປັນຕົ້ນດ້ານປ້ອງກັນປະເທດ ການຄ້າ ການລົງທຶນ ພະລັງງານ ການສຶກສາ ການທະນາຄານ ແລະ ອື່ນໆໃນຂະນະດຽວກັນ ສອງປະເທດ ລາວ-ມາເລເຊຍ ກໍ່ສືບຕໍ່ມີການພົວພັນຮ່ວມມືທີ່ດີ ແລະ ໃຫ້ການສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະໃນຂອບອາຊຽນອົງການສະຫະປະຊາຊາດ ແລະ ຂອບ ການຮ່ວມມືອື່ນໆ ພ້ອມດຽວກັນນີ້ສອງຝ່າຍ ໄດ້ເຫັນດີເປັນເອກະພາບທີ່ຈະສືບຕໍ່ຊຸກຍູ້ເປີດກ້ວາງ ແລະ ລົງເລິກການ ພົວພັນຮ່ວມມື ໃນຂົງເຂດຕ່າງໆ ທີ່ສອງຝ່າຍຍັງມີທ່າແຮງບົ່ມຊ້ອນ. ພິເສດໃນການພົບປະຄັ້ງນີ້ສອງຝ່າຍຍັງໄດ້ປຶກສາຫາລື ເພື່ອກະກຽມຄວາມພ້ອມໃນດ້ານຕ່າງໆ ໃຫ້ແກ່ການເດີນທາງ ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ພະນະທ່ານ ອັນວາ ອິບບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ພ້ອມດ້ວຍພັນລະຍາ ແລະ ຄະນະ ໃນວັນທີ 26-27 ມິຖຸນາ 2023 ນີ້ ລວມເຖິງການປຶກສາຫາລືເພື່ອກະກຽມໃຫ້ແກ່ກອງ ປະຊຸມກໍາມາທິການຮ່ວມ ວ່າດ້ວຍ ການຮ່ວມມື ລະຫວ່າງ ສປປ ລາວ-ມາເລເຊຍ (JCBC) ຄັ້ງທີ 4 ທີ່ ສປປ ລາວ ຈະເປັນ ເຈົ້າພາບຈັດຂຶ້ນໃນປີ 2024. ນອກນັ້ນ ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ຈໍານວນໜຶ່ງ ທີ່ສອງຝ່າຍມີຄວາມສົນໃຈ. ພ້ອມນີ້ ທ່ານ ຮອງນາຍົກລັດຖະມົນຕີ ຍັງ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການສະໜັບສະໜູນ ແລະ ການຊ່ວຍເຫຼືອຂອງ ລັດຖະບານ ແລະ ປະຊາຊົນ ມາເລເຊຍ ໄລຍະຜ່ານມາ ໂດຍ ສະເພາະໃນຂະແໜງການພັດທະນາຊັບພະຍາກອນມະນຸດ ໂດຍຜ່ານ ໂຄງການ MTCP ທຶນການສຶກສາ ແລະ ທຶນຝຶກ ອົບຮົມຕ່າງໆ ການຊ່ວຍເຫຼືອໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ອື່ນໆ ພ້ອມນີ້ ກໍໄດ້ແຈ້ງໃຫ້ຝ່າຍ ມາເລເຊຍຊາບ ກ່ຽວກັບ ການກະກຽມຄວາມພ້ອມໃນການເປັນປະທານອາຊຽນ ຂອງ ສປປ ລາວ ລວມເຖິງການ ເປີດປີ ທ່ອງທ່ຽວລາວ ໃນປີ 2024. ໂອກາດດຽວກັນ ທ່ານ ລັດຖະມົນຕີ ແຊມບຣີ ອັບດຸນ ກາເດຍ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ພ້ອມທັງສະແດງຄວາມຂອບໃຈ ຕໍ່ຝ່າຍລາວທີ່ໃຫ້ຄວາມຮ່ວມມືຢ່າງເຕັມທີ່ ໃນການກະ ກຽມຄວາມພ້ອມເພື່ອກະກຽມຕ້ອນຮັບ ພະນະທ່ານ ນາຍົກລັດຖະມົນຕີ ອັນວາ ອິບບຣາຮິມ ພ້ອມດ້ວຍພັນລະຍາ ແລະ ຄະນະ ທີ່ຈະເດີນທາງມາຢ້ຽມຢາມທາງການ ຢູ່ ສປປ ລາວ ໃນວັນທີ 26-27 ມິຖຸນາ 2023 ນີ້ ພ້ອມນັ້ນ ຍັງໄດ້ສະແດງ ຄວາມຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນລາວ ທີ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ມາເລເຊຍ ໃນເວທີພາກພື້ນ ແລະ ສາກົນ ຕະຫຼອດມາສະແດງຄວາມຍິນດີທີ່ຈະສືບຕໍ່ໃຫ້ການຮ່ວມມື ຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ເພື່ອ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ມາເລເຊຍ ແລະ ສປປ ລາວ ໃຫ້ໄດ້ຮັບການ ເສີມຂະຫຍາຍຍິ່ງໆຂຶ້ນ ໂດຍສະເພາະ ໃນໂອກາດການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ນີ້. Share:FacebookTwitter
ລາວ-ມາເລເຊຍ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື
https://v2.vientianemai.net/archives/58454
ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນຂອງ ​​ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ທ່ານ ອັນວາ ອິບບຣາ ຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ມາເລເຊຍ ໄດ້ເດີນທາງຢ້ຽມ ຢາມ ສປປ ລາວ ຢ່າງເປັນທາງການ ​​ວັນ​ທີ 26-27 ມິຖຸນາ 2023 ເພື່ອສືບຕໍ່ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ​ທີ່ມີມາຍາວ​ນານ ລະຫວ່າງ ສປປ ລາວ ​ແລະ ມາເລເຊຍ. ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນຢ່າງສົມກຽດ ທີ່ສຳນັກງານນາຍົກລັດຖະມົນຕີ ໃນວັນທີ 27 ມິຖຸນາ 2023 ເປັນ ກຽດຕ້ອນຮັບໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພາຍຫຼັງຈາກສຳເລັດ ພິທີຕ້ອນຮັບ ກໍໄດ້ມີກອງປະຊຸມພົບປະສອງຝ່າຍຢ່າງເປັນທາງການຂຶ້ນ. ໂອກາດນີ້ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ຄະນະຜູ້ແທນຂັ້ນສູງຂອງມາເລເຊຍ ທີ່ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຄັ້ງນີ້ ເຊິ່ງຈະເປັນຂີດ   ໝາຍອັນສຳຄັນອີກບາດກ້າວໜຶ່ງ ໃນການເພີ່ມ ທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດທີ່ມີມາແຕ່ດົນນານ ໄດ້ ຮັບການຜັນຂະຫຍາຍຂຶ້ນສູ່ບາດກ້າວອັນໃໝ່ ກໍຄື ການຮັກສາການພົບປະແລກປ່ຽນລະຫວ່າງການນຳຂັ້ນສູງຂອງສອງປະ ເທດຢ່າງເປັນປົກກະຕິ. ໃນກອງປະຊຸມພົບປະສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ມາເລເຊຍ ຕະຫຼອດ 57 ປີ ຜ່ານມາ ທີ່ສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາເຂົ້າສູ່ລວງກວ້າງ ແລະ ລວງເລິກ ສະ ແດງອອກໃນການພົບປະແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ລະຫວ່າງ ການນຳຂັ້ນສູງສອງປະເທດຢ່າງເປັນປົກກະຕິ ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທັງໃນຂອບການຮ່ວມມືສອງຝ່າຍ ຫຼາຍຝ່າຍ ໃນເວທີພາກພື້ນ ແລະ ສາກົນ. ສອງຝ່າຍໄດ້ຕີລາຄາສູງຕໍ່ການຮ່ວມມືດ້ານເສດຖະກິດ ເປັນຕົ້ນ ດ້ານການຄ້າ-ການລົງທຶນ ຂອງສອງປະເທດ ລາວ-ມາເລເຊຍ ທີ່ມີທ່າຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງໃນປີ 2022 ສາມາດບັນລຸໄດ້ 241,7 ລ້ານໂດລາສະຫະລັດ ຫຼື ເພີ່ມຂຶ້ນ 68,65% (ປີ 2021 ມີມູນຄ່າ 75,78 ລ້ານໂດລາສະຫະລັດ) ຄຽງຄູ່ກັນນີ້ສອງຝ່າຍ ເຫັນວ່າເງື່ອນໄຂ ແລະ ຄວາມສາມາດໃນການສົ່ງເສີມ ການຮ່ວມມືທາງດ້ານການຄ້າລະຫວ່າງກັນຍັງມີຫຼາຍທ່າແຮງ ໂດຍສະເພາະການສົ່ງເສີມການຜະລິດເປັນສິນຄ້າ ການເຊື່ອມ ໂຍງການຄ້າກັບປະເທດທີ 3 ແລະ ພາກພື້ນອື່ນໆ ເຊິ່ງມາເລເຊຍ ມີຕະຫຼາດທີ່ກວ້າງຂວາງ ສາມາດເປັນທ່າແຮງໃນການ ຊ່ວຍສະໜັບສະໜູນຂະບວນການຕ່າງໆໃຫ້ຂັບເຄື່ອນໄປຢ່າງມີປະສິດທີຜົນ. ປັດຈຸບັນ ການລົງທຶນຂອງມາເລເຊຍ ຢູ່ ສປປ ລາວ ມີ 46 ໂຄງການ ລວມມູນຄ່າ 924 ລ້ານໂດລາສະຫະລັດ ກວມເອົາຫຼາຍ ຂະແໜງການ ເປັນຕົ້ນ ພະລັງງານໄຟຟ້າ ອຸດສາຫະກຳປຸງແຕ່ງໄມ້ ການກໍ່ສ້າງ ການເງິນ ແລະ ທະນາຄານ ການບໍລິການໂຮງ ແຮມ ບໍ່ແຮ່ ແລະ ກະສິກໍາ ເຊິ່ງໄດ້ຖືກຈັດເປັນອັນດັບ 5 ຂອງການລົງທຶນຕ່າງປະເທດຢູ່ສປປ ລາວ ພ້ອມນີ້ ສອງຝ່າຍ ກໍໄດ້ຕີ ລາຄາສູງຕໍ່ການຮ່ວມມືດ້ານພະລັງງານ ໃນນີ້ ໄດ້ມີການຮ່ວມມືທາງດ້ານພະລັງງານທົດແທນທີ່ສະອາດ ເຊິ່ງເປັນຂະແໜງ ການຕົ້ນຕໍຂອງການພົວພັນຮ່ວມມືລະຫວ່າງສອງປະເທດ ລາວ-ມາເລເຊຍ ໃນນີ້ ຝ່າຍລາວ ໄດ້  ສະເໜີໃຫ້ສືບຕໍ່ປຶກສາຫາ ລືເພື່ອຍົກລະດັບກຳລັງການຊື້-ຂາຍ ພະລັງງານໄຟຟ້າ ຈາກ 300 ເມກາວັດ ຂຶ້ນເປັນ 500 ເມກາວັດ ໃນຕໍ່ໜ້າ ລັດຖະບານ ມາເລເຊຍ ຍັງໄດ້ໃຫ້ການຊ່ວຍເຫຼືອດ້ານການພັດທະນາຊັບພະຍາກອນມະນຸດຢູ່ ສປປ ລາວ ໂດຍຜ່ານໂຄງການຮ່ວມມື ດ້ານວິຊາການຂອງ ມາເລເຊຍ ໂດຍນັບແຕ່ປີ 1991-2023 ໄດ້ສະໜອງທຶນການສຶກສາທັງໝົດ 1.690 ທຶນ ເຊິ່ງທັງໝົດນີ້ ໄດ້ປະກອບສ່ວນອັນສໍາຄັນໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ເປັນແຕ່ລະໄລຍະ. ສຳລັບທິດທາງການຮ່ວມມືໃນຕໍ່ໜ້າ ສອງຝ່າຍ ເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ໃຫ້ມີການພົບປະແລກປ່ຽນຂອງການນຳ ຂັ້ນສູງ ພັກ-ລັດ ຢ່າງເປັນປົກກະຕິ ສືບຕໍ່ຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືທີ່ໄດ້ລົງນາມແລ້ວນັ້ນ ໃຫ້ເປັນຮູບປະທຳ ແລະ ມີຜົນສຳເລັດສູງຂຶ້ນ ຊຸກຍູ້ການໄປມາຫາສູ່ກັນຂອງປະຊາຊົນສອງປະເທດ ເຊິ່ງປັດຈຸບັນສອງຝ່າຍ ແມ່ນພວມກະກຽມ ເປີດຄືນໃໝ່ຖ້ຽວບິນປົກກະຕິຈາກ ກົວລາລຳເປີ-ນະຄອນຫຼວງວຽງຈັນ ເພື່ອອຳນວຍຄວາມສະດວກໃຫ້ແກ່ບັນດານັກລົງທຶນ ແລະ ນັກທ່ອງທ່ຽວ ໃຫ້ມີການພົວພັນໄປມາຫາສູ່ກັນຫຼາຍຂຶ້ນ ເຊິ່ງຈະເປັນການປະກອບສ່ວນສຳຄັນໃນການຊຸກຍູ້ ປີທ່ອງ ທ່ຽວລາວ 2024 ໃຫ້ຟົດຟື້ນຍິ່ງຂຶ້ນ ເພີ່ມທະວີການຮ່ວມມືໃຫ້ເລິກເຊິ່ງໃນຂະແໜງຕ່າງໆເຊັ່ນ: ພະລັງງານໄຟຟ້າ ການເງິນ ແລະ ທະນາຄານ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ດ້ານເຕັກໂນໂລຊີ ແລະ ການສື່ສານ ເພື່ອຮັບປະກັນໄດ້ ຄວາມປອດໄພທາງໄຊເບີ ດ້ານກະສິກຳ ການທ່ອງທ່ຽວ ການສຶກສາ ສາທາລະນະສຸກ ການພັດທະນາຊັບພະຍາກອນມະນຸດ ແຮງງານການຮ່ວມມືດ້ານອາຫານຮາລານ ຢູ່ ສປປ ລາວ ການຮ່ວມມືລະຫວ່າງມະຫາວິທະຍາໄລຂອງສອງປະເທດ ລາວ ແລະ ມາເລເຊຍ ແລະ ອື່ນໆ. ສອງຝ່າຍ ໄດ້ຢືນຢັນສືບຕໍ່ໃຫ້ການຮ່ວມມືສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ນອກຈາກນີ້ ກໍ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມຂອງປະເທດຕົນເອງໃນໄລຍະຜ່ານມາ ແລະ ໄດ້ ແລກປ່ຽນຄຳຄິດເຫັນຕໍ່ສະພາບການພາກພື້ນ ແລະ ສາ ກົນ ທີ່ມີຄວາມສົນໃຈຮ່ວມກັນ. ໂອກາດດຽວກັນນີ້ ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ລັດຖະບານ ແລະ ປະຊາຊົນ ມາເລເຊຍ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະ ການຊ່ວຍ ເຫຼືອອັນລ້ຳຄ່າໃນວຽກງານສະກັດກັ້ນ ແລະ ປ້ອງກັນພະຍາດໂຄວິດ-19 ໃນໄລຍະທີ່ມີການແຜ່ລະບາດຢູ່ ສປປ ລາວ ແລະ ຫວັງຢ່າງຍິ່ງວ່າ ມາເລເຊຍ ຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ຕື່ມອີກໃນຕໍ່ໜ້າ ໂດຍສະເພາະການສະ ໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ປີ 2024 ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.    ພາຍຫຼັງສຳເລັດພິທີພົບປະທາງການ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ມາເລເຊຍ ກໍໄດ້ເຂົ້າຮ່ວມເປັນສັກຂີພິ ຍານ ການລົງນາມເອກະສານຮ່ວມມືນຳກັນ 2 ສະບັບ ຄື: ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືດ້ານລົດໄຟ ແລະ ບົດບັນທຶກການຮ່ວມມື ລະຫວ່າງ ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ກຸ່ມບໍລິສັດ Mutiara Perlis Sdn Bhd (MPSB) ພ້ອມທັງເປັນສັກຂິພິຍານການແລກປ່ຽນເອກະສານຮ່ວມມືທີ່ໄດ້ສຳເລັດການລົງນາມແລ້ວ 2 ສະບັບ ຄື: ບົດ ບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືດ້ານພະລັງງານ ແລະ ໜັງສືແຈ້ງເຈດຈຳນົງ ວ່າດ້ວຍ ການຮ່ວມມືສຶກສາ ແລະ ຄົ້ນຄວ້າຄວາມເປັນໄປໄດ້ດ້ານພະລັງງານ ໃນ ລາວ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ TNB Power Generation. ຫຼັງຈາກນັ້ນ ສອງຝ່າຍ ກໍໄດ້ຮ່ວມກັນຖະແຫຼງຂ່າວຕໍ່ບັນດາສື່ມວນຊົນລາວ ແລະ ມາເລເຊຍ ກ່ຽວກັບ ຜົນສຳເລັດຂອງການ ພົບປະຄັ້ງນີ້ ເຊິ່ງຈະເປັນພື້ນຖານສຳຄັນໃຫ້ແກ່ຂະແໜງການກ່ຽວຂ້ອງຂອງສອງຝ່າຍ ໃນການນໍາໄປຈັດຕັ້ງປະຕິບັດຜັນຂະ ຫຍາຍໃຫ້ເປັນຮູບປະທໍາຍິ່ງຂຶ້ນ ແນໃສ່ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ມາເລເຊຍ ໃຫ້ກ້າວ ສູ່ລວງເລິກ ແລະ ກວ້າງຂວາງຫຼາຍຂຶ້ນກວ່າເກົ່າ. Share:FacebookTwitter
ລາວ-ມາເລເຊຍ ສືບຕໍ່ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ
https://v2.vientianemai.net/archives/58467
ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ໂຄງການບໍລິການຂໍ້ມູນຂະໜາດໃຫຍ່ (Big Data) ແບບທັນສະໄໝ ຄຸ້ມຄອງລວມສູນ ໃນລະດັບປະເທດໄດ້ຈັດຂື້ນທີ່ໂຮງແຮມລາວພາຊ່າ ໃນວັນທີ 26 ມິຖຸນາ 2023 ໂດຍເປັນກຽດເຂົ້າຮ່ວມໃນພິທີ ໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ  ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ບັນດິດ ສາດສະດາຈານ ປະລິນຍາເອກ ບໍ່ວຽງຄໍາ ວົງດາລາ  ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ບັນດາລັດຖະມົນຕີ ຈາກກະຊວງກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.    ໂຄງການບໍລິການຂໍ້ມູນຂະໜາດໃຫຍ່ (Big Data) ແບບທັນສະໄໝ ຄຸ້ມຄອງລວມສູນ ໃນລະດັບປະເທດຊຶ່ງໂຄງການນີ້ ຈະຖືກພັດທະນາໃນຮູບແບບ ການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ Public–Private Partnership (PPP) ຖ້າພັດທະນາຢ່າງເຕັມຮູບແບບ.    ດັ່ງພວກເຮົາຮັບຊາບກັນແລ້ວວ່າເຕັກໂນໂລຊີຂໍ້ມູນຂະໜາດໃຫຍ່ (Big Data) ໄດ້ປະກອບສ່ວນທີ່ສໍາຄັນຕໍ່ເສດຖະກິດຂອງໂລກ ລວມທັງອໍານວຍຄວາມສະດວກໃຫ້ແກ່ທຸກພາກສ່ວນ ເຂົ້າເຖິງຂໍ້ມູນໄດ້ຢ່າງສະດວກ ຊັດເຈນ ວ່ອງໄວ ທັນການ Big Data ແມ່ນການປະມວນຜົນທາງດ້ານຂໍ້ມູນ ຊ່ວຍຍູ້ໜູນໃຫ້ແກ່ການຖ່າຍໂອນຂໍ້ມູນຢ່າງວ່ອງໄວ ທາງດ້ານທຸລະກໍາການເງິນ ການຈັດເກັບຂໍ້ມູນຂະໜາດໃຫຍ່ ລວມທັງກວມລວມເຖິງການບໍລິຫານຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ຄຸ້ມຄອງວຽກງານຕ້ານອາຍະກໍາ ແລະ ຄວາມປອດໄພທາງໄຊເບີ້ ຢ່າງມີປະສິດທິຜົນ.     ປະເທດເຮົາ ນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ເຂົ້າໃນວຽກງານຂອງພາກລັດ ພາກທຸລະກິດ ແລະ ພາກປະຊາຊົນ ຫຼາຍສົມຄວນ ແຕ່ຍັງຈໍາກັດໃນວົງແຄບ ເຮັດແບບກະແຈກກະຈາຍ ບໍ່ລວມສູນ ແຕ່ລະຂະແໜງການ ໄດ້ພັດທະນາເປັນຂອງຕົນເອງ ສົ່ງຜົນໃຫ້ສິ້ນເປືອງຄ່າໃຊ້ຈ່າຍເປັນຈໍານວນຫຼວງຫຼາຍ. ຖ້າໂຄງການດັ່ງກ່າວ ຫາກໄດ້ຮັບການພັດທະນາ ກໍ່ຈະເປັນການປະກອບສ່ວນຢ່າງໃຫຍ່ຫຼວງຕໍ່ວຽກງານລວມຂອງຊາດ ໃນການຫັນເປັນການຄຸ້ມຄອງລັດແບບທັນສະໄໝ ແລະ ມີປະສິດທິຜົນ ຫຼຸດຜ່ອນງົບປະມານຂອງລັດ ແລະ ຍັງປະກອບສ່ວນຕໍ່ຍຸດທະສາດເສດຖະກິດດິຈິຕ້ອນ ແລະ ຫັນເປັນອຸດສາຫະກໍາ 4.0 ຂອງລັດຖະບານ ແລະ ກ້າວເຂົ້າສູ່ການອຸດສາຫະກໍາ 5.0 ທີ່ເປັນອຸດສາຫະກໍາ ແລະ ນະວັດຕະກໍາທີ່ທັນສະໄໝທີ່ສຸດ ໃນການເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນ ປະກອບສ່ວນຕໍ່ການພັດທະນາຊັບພະຍາກອນມະນຸດ ຂອງປະເທດ ໃນການຮັບຮອງຄວາມເປັນທັນສະໄໝໃນອະນາຄົດ. ໂຄງການນີ້ ຖ້າພັດທະນາເຕັມຮູບແບບຈະສ້າງລາຍຮັບອັນມະຫາສານ ບໍ່ສະເພາະແຕ່ຜົນປະໂຫຍດທາງກົງ ຈາກການເກັບພາສີ-ອາກອນ ທີ່ລັດຖະບານຈະໄດ້ຮັບ ແຕ່ຍັງສ້າງຜົນປະໂຫຍດທາງທາງອ້ອມໃຫ້ແກ່ປະຊາຊົນ ໃນການສ້າງວຽກເຮັດງານທໍາ ການພັດທະນາຊັບພະຍາກອນມະນຸດ ການເຊື່ອມໂຍງການຄ້າການລົງທຶນລະຫວ່າງປະເທດ ຊຸກຍູ້ເສດຖະກິດດິຈິຕ້ອນ ແລະ ຫັນເປັນອຸດສາຫະກໍາ 4.0 ຕາມຍຸດທະສາດ ແລະ ວິໃສທັດ ຂອງ ລັດຖະບານ ເຮັດໃຫ້ການຄ້າການລົງທຶນບໍ່ມີພົມແດນ ປະກອບສ່ວນອັນສໍາຄັນໃນການພັດທະນາເສດຖະກິດສັງຄົມຂອງປະເທດ ຊຶ່ງ ກຸ່ມບໍລິສັດໄຊຊະນະ ຈະພັດທະນາໂຄງການດັ່ງກ່າວ ດ້ວຍວິໃສທັດ ທີ່ວ່າ: ສ້າງຄວາມທັນສະໄໝຮອບດ້ານ ພັດທະນາເສດຖະກິດດິຈີຕ້ອນ  ເຊື່ອມໂຍງເຊື່ອມຈອດກັບພາກພື້ນແລະສາກົນ.            ລົງນາມໃນບົດບັນທຶກຄັ້ງນີ້ ຕ່າງໜ້າລັດຖະບານມີ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ  ເຊັນໃນນາມຄູ່ສັນຍາ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ເຊັນໃນນາມພະຍານ ຕາງໜ້າບໍລິສັດມີ ທ່ານ ໄຊຊະນະ ວິຊາເທບ ປະທານກຸ່ມບໍລິສັດໄຊຊະນະຈໍາກັດ. ເຊັນໃນຄູ່ສັນຍາ ທ່ານ ໄຊພອນ ວິຊາເທບ ຮອງປະທານກຸ່ມບໍລິສັດໄຊຊະນະຈໍາກັດ ເຊັນໃນນາມພະຍານ ທ່ານ ປະສົງ ລັດຕະນະ ຮອງປະທານກຸ່ມບໍລິສັດໄຊຊະນະຈໍາກັດ ເຊັນໃນນາມພະຍານ. Share:FacebookTwitter
ສຶກສາຄວາມເປັນໄປໄດ້ ໂຄງການບໍລິການຂໍ້ມູນຂະໜາດໃຫຍ່ (Big Data) ແບບທັນສະໄໝ ຄຸ້ມຄອງລວມສູນ ໃນລະດັບປະເທດ
https://v2.vientianemai.net/archives/58480
ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີ ຄັ້ງທີ 8 ລະຫວ່າງ ກະຊວງການຕ່າງ ປະເທດ ສປປ ລາວ ແລະ ກະຊວງການຕ່າງປະເທດ ສສ ຫວຽດນາມໄດ້ມີຂຶ້ນວັນທີ 28 ມິຖຸນາ 2023 ທີ່ ກະຊວງການຕ່າງປະເທດ ສປປ ລາວ ຝ່າຍ ລາວ ນໍາໂດຍ ສະຫາຍ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ແລະ ຝ່າຍຫວຽດນາມ ນໍາໂດຍ ສະຫາຍ ໂດ ຮຸ່ງ ຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ ພ້ອມດ້ວຍການນໍາຂັ້ນກົມ ແລະ ວິຊາການກ່ຽວຂ້ອງຈາກສອງກະຊວງການຕ່າງປະເທດເຂົ້າຮ່ວມ. ໃນກອງປະຊຸມສອງຝ່າຍໄດ້ປຶກສາຫາລືແລກປ່ຽນຄໍາຄິດເຫັນຮ່ວມກັນຢ່າງຈິງໃຈ ແລະ ກົງໄປກົງມາ ຮ່ວມກັນທົບທວນຄືນ ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ກໍຄື ຂອງສອງກະຊວງການຕ່າງປະເທດ ຕະຫຼອດໄລຍະ 6 ເດືອນ ຜ່ານມາ ສອງ ຝ່າຍ ເຫັນດີເປັນເອກະພາບຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ສືບຕໍ່ໄດ້ຮັບການເພີ່ມທະວີຢ່າງມີຄວາມ ໜັກແໜ້ນ ເຂົ້າສູ່ລວງເລິກ ແລະ ລວງກວ້າງ ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໃນລະດັບສູງ ແລະ ມີປະສິດທິຜົນສູງ ໃນນັ້ນ ມີການປະກອບສ່ວນສໍາຄັນຂອງສອງກະຊວງການຕ່າງປະເທດທີ່ເຮັດໜ້າທີ່ເປັນຂົວຕໍ່ປະສານງານ ເຮັດໃຫ້ການພົວພັນ ຮ່ວມມືໃນຫຼາຍໆດ້ານກ້າວຂຶ້ນສູ່ບາດກ້າວໃໝ່ເປັນກ້າວໆ ໂດຍສະເພາະ ການຮ່ວມມືທັງດ້ານການເມືອງ-ການຕ່າງປະເທດ ແມ່ນມີຜົນສໍາເລັດອັນຍິ່ງໃຫຍ່ ສອງຝ່າຍໄດ້ຮ່ວມກັນຈັດຕັ້ງຫຼາຍກິດຈະກໍາ ແລະ ການເຄື່ອນໄຫວຢ່າງເປັນຂະບວນຟົດຟື້ນ ນັບແຕ່ສູນກາງຈົນຮອດທ້ອງຖິ່ນ ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ແລະ ສອງວັນປະຫວັດສາດ ກໍຄື ວັນສ້າງຕັ້ງ ສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ການແລກ ປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນລະດັບຕ່າງໆ ແຕ່ສູນກາງຈົນຮອດທ້ອງຖິ່ນ ສືບຕໍ່ຢ່າງເປັນປົກກະຕິດ້ວຍຫຼາຍຮູບ ແບບ ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນກັບປະຊາຊົນ ຂອງສອງປະເທດ ນັບມື້ນັບເພີ່ມຂຶ້ນ ວຽກງານປ້ອງກັນຊາດ -ປ້ອງກັນຄວາມສະງົບ ສືບຕໍ່ແໜ້ນແຟ້ນ ສອງຝ່າຍຮ່ວມກັນສ້າງເສັ້ນຊາຍແດນ ລາວ-ຫວຽດນາມ ໃຫ້ເປັນຊາຍແດນແຫ່ງ ສັນຕິພາບ ແລະ ພັດທະນາແບບຍືນຍົງ ຢືນຢັນຄວາມສະຫງົບຂອງປະເທດຕົນ ກໍປຽບເໝືອນຂອງອີກປະເທດໜຶ່ງ ການ ຮ່ວມມືດ້ານເສດຖະກິດ ການຄ້າ ແລະ ການລົງທຶນ ມີການຂະຫຍາຍຕົວຢ່າງໜ້າພຶງພໍໃຈ ມູນຄ່າການຄ້າສອງຝ່າຍ ໃນ 5 ເດືອນຕົ້ນປີ 2023 ບັນລຸໄດ້ 701,42 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 1,75% ທຽບໃສ່ໄລຍະດຽວກັນຂອງປີ 2022 ນອກນີ້ ການຮ່ວມມືດ້ານວັດທະນະທໍາ-ສັງຄົມ ການສຶກສາ ຄົມມະນາຄົມຂົນສົ່ງ ພະລັງງານ ກະສິກໍາວັດທະນະທໍາ ທ່ອງທ່ຽວ ແລະ ອື່ນໆ ສືບຕໍ່ໄດ້ຮັບການເອົາໃຈໃສ່ຈາກສອງຝ່າຍ. ພ້ອມນີ້ ສອງຝ່າຍ ໄດ້ປຶກສາຫາລືເພື່ອຮ່ວມກັນວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ເພື່ອເພີ່ມທະວີຮັດແໜ້ນການພົວ ພັນຮ່ວມມື ລະຫວ່າງສອງປະເທດ ໂດຍສະເພາະ ການກະກຽມໃຫ້ແກ່ບັນດາແຜນວຽກໃນທ້າຍປີ 2023 ນີ້ ເຊິ່ງເຫັນວ່າ ຕ້ອງໄດ້ເອົາໃຈໃສ່ຍົກສູງການພົວພັນຮ່ວມມືຂອງສອງກະຊວງການຕ່າງປະເທດໃຫ້ດີຂຶ້ນ ໂດຍສະເພາະໃນການເປັນໃຈກາງ ຊຸກຍູ້ຜັນຂະຫຍາຍທິດຊີ້ນໍາຂອງການນໍາຂັ້ນສູງ ຕິດຕາມການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ໄດ້ລົງນາມຮ່ວມກັນ ການ ເປັນເສນາທິການໃນວຽກງານຕ່າງປະເທດ ແລະ ການເປັນໃຈກາງປະສານສົມທົບກັບບັນດາກະຊວງ ແລະ ຂະແໜງການ ກ່ຽວຂ້ອງຂອງທັງສອງປະເທດ ທັງສູນກາງ ແລະ ທ້ອງຖິ່ນ ພ້ອມທັງຊຸກຍູ້ຕິດຕາມ ແລະ ແກ້ໄຂຂໍ້ຫຍຸ້ງຍາກໃນການ ພົວ ພັນຮ່ວມມືຕ່າງໆ ໃຫ້ມີປະສິດທິພາບ ແລະ ທັນການຂຶ້ນກວ່າເກົ່າ ແນໃສ່ຍົກສູງການພົວພັນຮ່ວມມືຂອງສອງປະເທດ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃຫ້ມີປະສິດທິຜົນຍິ່ງໆຂຶ້ນ. ສະເພາະໃນຂອບການຮ່ວມມືຂອງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ສອງຝ່າຍເຫັນດີຮ່ວມກັນສືບຕໍ່ເອົາໃຈ ໃສ່ຈັດຕັ້ງປະຕິບັດ ຂໍ້ຕົກລົງຮ່ວມມື ລະຫວ່າງສອງກະຊວງ ໄລຍະ 2021-2025 ແລະ ແຜນປະຕິບັດງານການຮ່ວມມືດ້ານ ການທູດເສດຖະກິດ ໄລຍະ 2020-2025 ໃຫ້ປາກົດຜົນເປັນຮູບປະທໍາ ທັງການຮ່ວມກັນຄົ້ນຄວ້າເອກະສານຕ່າງໆ ການ ສ້າງຜູ້ແປພາສາ ການເຝິກອົບຮົມນັກການທູດ ການຍົກລະດັບບຸກຄະລາກອນກະຊວງການຕ່າງປະເທດ ການປະສານສົມ ທົບກັນຂອງບັນດາສະຖານທູດ ແລະ ຫ້ອງການຕາງໜ້າ ຂອງສອງປະເທດ ຢູ່ປະເທດທີສາມ ສອງຝ່າຍເຫັນດີ ສືບຕໍ່ເພີ່ມ ທະວີປະສານສົມທົບກັນຢ່າງໃກ້ຊິດໃນດ້ານຕ່າງໆ ເປັນຕົ້ນ ການພົວພັນຮ່ວມມືດ້ານການທູດເສດຖະກິດ ວຽກງານກົງສຸນ ວຽກງານການຂ່າວ ຊາຍແດນ ເຝິກອົບຮົມກໍ່ສ້າງບຸກຄະລາກອນ ແລະ ອື່ນໆ. ນອກຈາກນັ້ນ ສອງຝ່າຍ ຍັງໄດ້ແລກປ່ຽນຄໍາເຫັນເຫັນ ກ່ຽວກັບ ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ມີຄວາມ ສົນໃຈຮ່ວມກັນຈໍານວນໜຶ່ງ ລວມເຖິງປຶກສາຫາລືເພື່ອເພີ່ມທະວີການພົວພັນຮ່ວມມືໃນອະນຸພາບພື້ນ ພາກພື້ນ ແລະ ສາ ກົນ ຄຽງຄູ່ກັນນີ້ ຝ່າຍລາວ ໄດ້ແຈ້ງໃຫ້ຊາບ ກ່ຽວກັບ ການກະກຽມເປັນປະທານອາຊຽນ ໃນປີ 2024 ແລະ ຍັງໄດ້ສະເໜີ ຝ່າຍຫວຽດນາມສືບຕໍ່ຊຸກຍູ້ການສະເໜີເອົາ ອຸທິຍານແຫ່ງຊາດຫີນໜາມໜໍ່  ຂອງ ສປປ ລາວ ເຂົ້າເປັນມໍລະດົກ ໂລກທາງ ທໍາມະຊາດ ຮ່ວມຊາຍແດນກັບອຸທິຍານແຫ່ງຊາດຟອງຍ່າແກບັງ ມໍລະດົກໂລກທາງທໍາມະຊາດຂອງ ສສ ຫວຽດນາມ ໃນ ຂະນະດຽວກັນ ຝ່າຍຫວຽດນາມ ໄດ້ຢືນຢັນຈະໃຫ້ການຊ່ວຍເຫຼືອ ແລະ ສະໜັບສະ   ໜູນ ສປປ ລາວ ຢ່າງສຸດຄວາມສາ ມາດໂດຍສະເພາະ ໃນການເປັນປະທານອາຊຽນ ໃນປີ 2024 ຂອງ ສປປ ລາວ ໃຫ້ສໍາເລັດຜົນຢ່າງຈົບງາມ. Share:FacebookTwitter
ກະຊວງການຕ່າງປະເທດ ລາວ-ຫວຽດນາມ ຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີ ຄັ້ງທີ 8
https://v2.vientianemai.net/archives/58491
ທ່ານ ປອ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ປະທານຄະນະສະຫະພັນລັດຖະສະພາສາກົນ ຂອງສະພາ ແຫ່ງຊາດລາວ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍໃນ​ໂອ​ກາດວັນລັດຖະສະພາໂລກ ວັນທີ 30 ມີຖຸນາ 2023 ວ່​າ: ເນື່ອງໃນໂອ ກາດວັນລັດຖະສະພາໂລກ (International Day of Parliamentarism) ແລະ ວັນສ້າງຕັ້ງສະຫະພັນລັດຖະສະພາສາກົນ (IPU) ຄົບຮອບ 134 ປີ (30 ມິຖຸນາ 1889-30 ມິຖຸນາ 2023) ໃນນາມປະທານສະພາແຫ່ງຊາດ ແລະ ປະທານຄະນະສະ ຫະພັນລັດຖະສະພາສາກົນ ຂອງ ສປປ ລາວ ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍ ແລະ ພອນໄຊອັນປະເສີດ ໄປຍັງບັນດາການນຳ ສະມາຊິກລັດຖະສະພາປະ ເທດສະມາຊິກໄອພີຢູ ທຸກທົ່ວຫນ້າ ແລະ ບັນດາສະມາຊິກສະພາແຫ່ງຊາດຊຸດທີ IX ຂອງ ສປປ ລາວ ຢ່າງສຸດອົກສຸດໃຈ. ສະຫະພັນລັດຖະສະພາສາກົນ ຫຼື IPU ແມ່ນອົງການລັດຖະສະພາລະດັບໂລກ ມີສະມາຊິກທັງໝົດ 178 ປະເທດ ແລະ ມີອົງການຈັດຕັ້ງສາກົນ ເປັນພາຄີ 14 ອົງການ ໂດຍມີຈຸດປະສົງ ເພື່ອສ້າງເປັນເວທີສົ່ງເສີມການຕິດຕໍ່ພົວພັນ ການປະສານ ງານ ແລະ ການແລກປ່ຽນປະສົບການລະຫວ່າງລັດຖະສະພາ ແລະ ສະມາຊິກລັດຖະສະພາບັນດາປະເທດໃນໂລກ ພິຈາ ລະນາບັນຫາສໍາຄັນຂອງໂລກ ສົ່ງເສີມການປົກຄອງດ້ວຍລະບຽບກົດໝາຍ ສົ່ງເສີມບົດບາດຍິງ-ຊາຍ ແລະ ຊາວໜຸ່ມ ສົ່ງ ເສີມສັນຕິພາບ ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງ ຢູ່ໃນບັນດາປະເທດສະມາຊິກໄອພີຢູ. ນັບແຕ່ໄດ້ເຂົ້າເປັນສະມາຊິກສະຫະພັນລັດຖະສະພາສາກົນ ໃນວັນທີ 4 ເມສາ 1990 ເປັນຕົ້ນມາ ສະພາແຫ່ງຊາດລາວ ໄດ້ຕັ້ງໜ້າເຂົ້າຮ່ວມເຄື່ອນໄຫວຢ່າງຫ້າວຫັນ ໃນກອງປະຊຸມໃຫຍ່ ແລະ ກອງປະຊຸມລະດັບຕ່າງໆຂອງສະຫະພັນລັດຖະສະ ພາສາກົນ ເຊິ່ງເປັນການເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດຖະບານ ສປປ ລາວ ທັງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການສົ່ງເສີມສັນຕິພາບ ສະຖຽນລະພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ແລະ ໃນໂລກ. ເປັນທີ່ຮູ້ກັນດີວ່າ ໃນກອງປະຊຸມສະຫະພັນລັດຖະສະພາສາກົນ ຄັ້ງທີ 129 ແລະ ກອງປະຊຸມສະມັດຊາໃຫຍ່ສະ ຫະປະຊາ ຊາດໃນປີ 2018 ໄດ້ມີການຮັບຮອງເອົາມະຕິ ທີ່ໄດ້ກຳນົດເອົາ ວັນທີ 30 ມິຖຸນາ ຂອງທຸກໆປີ ເປັນວັນລັດຖະສະພາໂລກ ຂອງທຸກປະເທດສະມາຊິກສະຫະພັນລັດຖະສະພາສາກົນ ເພື່ອລະນຶກ ແລະ ທົບທວນ ຄືນການປະຕິບັດໜ້າທີ່ ໃນຖານະ ເປັນອົງການນິຕິບັນຍັດ ອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຄວາມມຸ່ງມາດປາຖະໜາຂອງປະຊາຊົນ ການປະ ກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ ສະຖຽນລະພາບ ຄວາມໝັ້ນຄົງ ແລະ ການຮ່ວມມືເພື່ອການພັດທະນາແບບ ຍືນຍົງໃນທົ່ວໂລກ. ການສະເຫລີມສະຫລອງວັນລັດຖະສະພາໂລກປີນີ້ ຈັດຂຶ້ນພາຍໃຕ້ຄຳຂວັນ “ລັດຖະສະພາເພື່ອໂລກ-Parliaments for the Planet” ເຊິ່ງເປັນຫົວຂໍ້ ທີ່ມີຄວາມໝາຍສໍາຄັນ ແລະ ສອດຄ່ອງກັບສະພາບການ ທີ່ໂລກຂອງພວກເຮົາ ກໍາລັງປະເຊີນຢູ່ ເຊັ່ນ: ບັນຫາໂລກລະບາດ ໄພພິບັດທາງທໍາມະຊາດ ໄພອຶດຫີວ ໄພເງິນເຟີ້ບັນຫາພະລັງງານ ການຂວໍ້າບາດທາງດ້ານເສດ ຖະກິດ ແລະ ຄວາມຂັດແຍ່ງດ້ານການທະຫານ ໃນຫລາຍພາກພື້ນຂອງໂລກ ອັນໄດ້ສົ່ງຜົນກະທົບທີ່ໜັກໜ່ວງ ຕໍ່ການພັດ ທະນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງປະ ຊາຊົນ ທັງຢູ່ໃນບັນດາປະເທດ ທີ່ພັດທະນາ ແລະ ກຳລັງພັດທະ ນາ ລວມທັງ ສປປ ລາວ ຢ່າງຫລີກລ່ຽງບໍ່ໄດ້.  ສະມາຊິກລັດຖະສະພາ ແລະ ໃນນາມຕົວແທນຂອງປະຊາຊົນລາວບັນດາເຜົ່າ ໃນຖານະທີ່ເປັນສະມາຊິກ ພ້ອມແລ້ວທີ່ຈະສືບຕໍ່ຮ່ວມມື ແລະ ສະໜັບສະໜູນແຜນດຳເນີນງານຕ່າງໆຂອງສະຫະພັນລັດ ຖະສະພາສາກົນ. Share:FacebookTwitter
ສົ່ງເສີມການປົກຄອງດ້ວຍກົດໝາຍ ບົດບາດຍິງ-ຊາຍ ຊາວໜຸ່ມ ສັນຕິພາບ ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງ
https://v2.vientianemai.net/archives/58499
ວັນທີ 30 ມິຖຸນາ 2023 ທີ່ທໍານຽບປະທານປະເທດ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ຕ້ອນຮັບການເຂົ້າຍື່ນສານ ຕາຕັ້ງຈາກບັນດາທູດ 5 ປະເທດ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ.  ບັນດາທູດ 5 ປະເທດ ປະກອບມີ ທ່ານ ນາງ ຟຣໍເຣັນ ເບີກີ້ ອາກໍນໍ (Florence Buerki Akonor) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ການາ ປະຈໍາ ສປປ ລາວ ຄົນໃໝ່ ທ່ານນາງ ເບັດຕີ້ ໂອເຢລາ ບີກົບ (Betty Oyella Bigombe) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອູການດາ ປະຈໍາ ສປປ ລາວ ຄົນໃໝ່ ໂດຍທັງສອງປະເທດມີສໍານັກງານຕັ້ງຢູ່ ກົວລາລຳເປີ ມາເລເຊຍ ທ່ານ ອາວກູສໂຕ ໂມເຣຢີ ຊາລກາໂດ (Augusto Morelli Salgado) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ເປຣູ ປະຈໍາ ສປປ ລາວ ຄົນໃໝ່ ມີສໍານັກງານຕັ້ງຢູ່ ຮ່າໂນ້ຍ ສສ. ຫວຽດນາມ ທ່ານ ຈາໂຣສ໌ລາຟ ໂອກທ໌ (Jaroslav Auxt) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສະໂລວັກ ປະຈໍາ ສປປ ລາວ ຄົນໃໝ່ ມີສໍານັກງານຕັ້ງຢູ່ ບາງກອກ ຣາຊະອານາຈັກໄທ ແລະ ທ່ານ ກາຣາບີໂຕ ເຊກູຣາ ບຣີອູນນີ (Briunny GARABITO SEGURA) ເອກອັກຄະລັດ ຖະທູດ ແຫ່ງສາທາລະນະລັດ ໂດມີນີກັນ ປະຈຳ ສປປ ລາວ ຄົນໃໝ່ ມີສໍານັກງານຕັ້ງຢູ່ ປັກກິ່ງ ສປ ຈີນ. ໂອກາດນີ້ທ່ານ ປະທານປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ບັນດາທ່ານເອກອັກຄະລັດຖະທູດ ທີ່ໄດ້ ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ຄົນໃໝ່ ປະຈໍາ ສປປ ລາວ ໃນຄັ້ງນີ້ ພ້ອມທັງສະແດງຄວາມຫວັງວ່າໃນໄລຍະທີ່ດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ປະຈຳ ສປປ ລາວ ບັນດາທ່ານທູດ ຈະເປັນຂົວຕໍ່ປະສານງານເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ໃຫ້ນັບມື້ແຕກດອກອອກ ຜົນຍິ່ງໆຂຶ້ນໃນອະນາຄົດ. Share:FacebookTwitter
ປະທານປະເທດຕ້ອນຮັບການເຂົ້າຍື່ນສານຕາຕັ້ງ ຂອງບັນດາທູດຕ່າງປະເທດ
https://v2.vientianemai.net/archives/58507
ກອງປະຊຸມຄະນະຊີ້ນໍາໂຄງການກົດໝາຍໄຈກາໄລຍະໃໝ່ (JCC) ໄດ້ຈັດຂຶ້ນຢູ່ໂຮງແຮມ ຄຣາວ ພລາຊາ ນະຄອນຫຼວງ ວຽງຈັນ ໃນວັນທີ 30 ມິຖຸນາ 2023 ເພື່ອເປັນການປະເມີນຜົນໄດ້ຮັບຂອງໂຄງການໃນໄລຍະປັດຈຸບັນ ແລະ ສະເໜີໂຄງການໃໝ່ (ໄລຍະ 2 ຂອງ “ ໂຄງການສົ່ງເສີມການພັດ ທະນາ ແລະ ສ້າງຄວາມເຂັ້ມແຂງລັດທີ່ປົກຄອງດ້ວຍກົດໝາຍໃນຂົງເຂດຍຸຕິທໍາ” ) ໂດຍມີທ່ານ ສຈ ປອ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ (ມຊ) ທ່ານ ເຄັນອິຈິ ໂຄບາ ຢາຊິ ເອກອັກຄະລັດຖະ ທູດຍີ່ປຸ່ນປະຈຳລາວ ທ່ານ ນາງາເສະ ໂຕສິໂອະ ຫົວໜ້າຜູ້ຕາງໜ້າຫ້ອງການ ໄຈກາ ປະຈຳລາວ ມີບັນດາຄູ່ຮ່ວມພັດທະນາໃນຂົງເຂດຍຸຕິທໍາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.     ອົງການຮ່ວມມືສາກົນຍີ່ປຸ່ນ ວາງແຜນຈະເລີ່ມໂຄງການໃໝ່ ເພື່ອໃຫ້ການສະໜັບສະໜູນວຽກງານໃນຂົງເຂດຍຸຕິທໍາ ຂອງລາວນັບແຕ່ເດືອນ ກໍລະກົດ 2023 ໂດຍເປັນການສືບຕໍ່ໃຫ້ການຊ່ວຍເຫຼືອຢ່າງຕໍ່ເນື່ອງຈົນເຖິງປັດຈຸບັນ ຊີ້ໃຫ້ເຫັນຄວາມສຳຄັນ ຂອງການສະໜັບສະໜູນອັນຍາວນານ ໂຄງການກົດໝາຍໄຈກາ ທີ່ເລີ່ມຈັດຕັ້ງປະຕິບັດຢ່າງເປັນທາງການໃນ ສປປ ລາວ ມາແຕ່ປີ 2003 ເພື່ອສະໜັບສະໜູນໃນຂົງເຂດຍຸຕິທໍາ ຮ່ວມກັບກະຊວງຍຸຕິທໍາ ສານປະຊາຊົນສູງສຸດ ອົງການໄອຍະການປະຊາຊົນສູງສຸດ ແລະ ມະຫາວິທະຍາໄລແຫ່ງຊາດ ທີ່ໄດ້ສືບຕໍ່ດໍາເນີນມາເປັນເວລາ 20 ປີ.     ໂຄງການກົດໝາຍໄຈກາ ໄດ້ໃຫ້ການສະໜັບສະໜູນການຮ່າງກົດໝາຍພື້ນຖານຂອງລັດ ປະມວນ ກົດໝາຍແພ່ງເຊິ່ງມີຜົນສັກສິດໃນປີ 2020 ແລະ ຍັງສະໜັບສະໜູນການຮ່າງປຶ້ມອະທິບາຍປະມວນກົດໝາຍແພ່ງ ເຊິ່ງອະທິບາຍທັງໝົດ 630 ມາດຕາໂດຍມີມາດຕາອ້າງອີງ ແລະ ຕົວຢ່າງ ພ້ອມກັນນັ້ນຍັງໄດ້ມີການຄົ້ນຄວ້າພາກ ທິດສະດີທາງອາຍາຢ່າງຕໍ່ເນື່ອງ ແລະ ໄດ້ພິມປຶ້ມທິດສະດີກົດໝາຍອາຍາ (ພາກທົ່ວໄປ) ນອກຈາກນີ້ຍັງສ້າງປຶ້ມຄູ່ມື ການຂຽນຄໍາຕັດສິນຄະດີແພ່ງຂອງສານ ໃຫ້ກັບຜູ້ພິພາກສາທຸກທ່ານ ເພື່ອເປັນການສະໜັບສະໜູນການ ພັດທະນາການດໍາເນີນຄະດີຂອງສານ ສຸດທ້າຍ ໄດ້ສ້າງປຶ້ມຄູ່ມື ການກໍານົດຂໍ້ເທັດຈິງໃນການດໍາເນີນຄະດີແພ່ງ ແລະ ໃນການດໍາເນີນຄະດີອາຍາ ເຊິ່ງມີຄວາມໝາຍສໍາຄັນສໍາລັບນັກປະຕິບັດກົດໝາຍເພື່ອໃຫ້ເຂົ້າໃຈກ່ຽວກັບຄະດີຕົວຈິງ ເພື່ອນໍາມາພິຈາລະນາໃນຂັ້ນຕອນຂອງສານ.     ໂຄງການຍັງໄດ້ສັງລວມ ບັນດາປຶ້ມດັ່ງກ່າວ ເປັນເອກະສານເອເລັກໂຕຣນິກ ທີ່ບັນດາທ່ານເຂົ້າເຖີງໄດ້ຜ່ານເພຈເຟສບຸກຂອງໂຄງການກົດໝາຍໄຈກາ (FB: JICA Legal Project in Laos) ເຊິ່ງຈຸດປະສົງແມ່ນເພື່ອເປັນການເຜີຍແຜ່ຂໍ້ມູນຂ່າວສານທາງດ້ານກົດໝາຍ ເພື່ອພັດທະນາທັກສະທາງດ້ານກົດໝາຍພື້ນຖານໃຫ້ແກ່ນັກປະຕິບັດກົດໝາຍ ຄູ-ອາຈານ ແລະ ນັກສຶກສາໃນທົ່ວປະເທດ.     ໃນໂຄງການໄລຍະໃໝ່ ນັບແຕ່ເດືອນ ກໍລະກົດ 2023 ໂຄງການໄດ້ມີແຜນຈະສືບຕໍ່ຄົ້ນຄວ້າ ແລະ ເຜີຍແຜ່ ເອກະສານສໍາຄັນສໍາລັບປະມວນກົດໝາຍແພ່ງ ແລະ ປະມວນກົດໝາຍອາຍາ ເຊິ່ງເປັນໜຶ່ງໃນກົດໝາຍສໍາຄັນທີ່ສຸດ ແລະ ຍັງໄດ້ຮັບຄວາມເຊື່ອໝັ້ນວ່າການພັດທະນາດ້ານທິດສະດີກົດໝາຍເຫຼົ່ານີ້ ຈະນໍາໄປສູ່ການພັດທະນາກົດໝາຍຂົງເຂດອື່ນໆ ແລະ ຜັນຂະຫຍາຍໝາກຜົນໃຫ້ທຸກພາກສ່ວນໃນຂົງເຂດຕຸລາການ ນອກຈາກນັ້ນ ເພື່ອສະໜັບສະໜູນບັນດາຄູອາຈານທີ່ຮັບຜິດຊອບກົດໝາຍ ຍັງພິຈາລະນາສ້າງປຶ້ມຄູ່ມືຄູ ເພື່ອອະທິບາຍວິທີການນໍາໃຊ້ເອກະສານທາງດ້ານກົດໝາຍປັດຈຸບັນ ໂດຍການໃຫ້ຄໍາແນະນໍາວິທີທີ່ເຮັດໃຫ້ຜູ້ຮຽນຮູ້ເຂົ້າໃຈ ບໍ່ສະເພາະແຕ່ເນື້ອໃນຂອງມາດຕາເທົ່ານັ້ນ ແຕ່ຍັງເຂົ້າ ໃຈເຖີງໂຄງສ້າງໂລຊິກ (ການວິເຄາະເຫດ ແລະ ຜົນ) ແລະ ໃຫ້ເຫດຜົນທາງກົດໝາຍ. Share:FacebookTwitter
ໂຄງການກົດໝາຍໄຈກາປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງການກົດໝາຍຂອງລາວ
https://v2.vientianemai.net/archives/58529
ວັນທີ 1 ກໍລະກົດປີ 2023 ເປັນວັນລະນຶກການສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 102 ປີ ທ່ານ ສີຈິ້ນຜິງ ເລຂາທິການ ໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ປະທານຄະນະກໍາມະການການທະຫານ ສູນກາງຈີນ ໄດ້ໃຫ້ທິດຊີ້ນໍາກ່ຽວກັບວຽກງານກໍ່ສ້າງພັກ ກໍຄືວຽກງານຈັດຕັ້ງຂອງພັກກອມມູນິດຈີນ ໃນຫວ່າງມໍ່ໆມານີ້ ວ່າ: ຕ້ອງຖືເອົາການແກ້ໄຂຄວາມຫຍຸ້ງຍາກທີ່ພັກໃຫຍ່ພົບພໍ້ເທົ່ານັ້ນ ກໍຄື ປັບປຸງລະບົບການຄຸ້ມຄອງພັກຢ່າງເຂັ້ມງວດ ຮອບ ດ້ານ ໃຫ້ສົມບູນ ນັ້ນເປັນໜ້າທີ່ສໍາຄັນ ສຸມກໍາລັງສ້າງຄວາມເຂັ້ມແຂງໃຫ້ຖັນແຖວພະນັກງານຫຼັກແຫຼ່ງທີ່ມີຄຸນນະພາບສູງ ສາມາດແບກຫາບໜ້າທີ່ອັນສໍາຄັນແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ. ປະຫວັດສາດໃນຮອບ 100 ປີຜ່ານມາ ຂອງຈີນ ແມ່ນປາສະຈາກພັກກອມມູນິດຈີນບໍ່ໄດ້ ໃນຮອບ 100 ປີ ຜ່ານມາ ໄຊຊະ ນະຂອງພັກກອມມູນິດຈີນ ໄດ້ອາໄສການນໍາພາທີ່ເຂັ້ມແຂງ ການກໍ່ສ້າງພັກທີ່ເຂັ້ມແຂງ ກໍຄືວຽກງານການຈັດຕັ້ງທີ່ເຂັ້ມແຂງ ຂອງຕົນເອງ ນັບແຕ່ ທ່ານ ສີຈິ້ນຜິງ ໄດ້ດໍາລົງຕໍາແໜ່ງເປັນຜູ້ນໍາສູງສຸດຂອງພັກກອມມູນິດຈີນ ປີ 2012 ເປັນຕົ້ນມາ ສູນກາງ ພັກກອມມູນິດຈີນ ໄດ້ຍຶດໝັ້ນ ແລະ ເພີ່ມທະວີການນໍາພາຢ່າງຮອບດ້ານຂອງພັກ ພ້ອມທັງໄດ້ສະເໜີ ແລະ ຈັດຕັ້ງປະຕິບັດ ທິດສະດີ ກໍຄືມາດຕະການຕ່າງໆທີ່ມີລັກສະ ນະປະດິດສ້າງໃໝ່ ເຊັ່ນ: ພັກຕ້ອງຄຸ້ມຄອງພັກ ຄຸ້ມຄອງພັກຢ່າງເຂັ້ມງວດຮອບ ດ້ານ ເຊິ່ງໄດ້ບຸກເບີກລະດັບ  ໃໝ່ແຫ່ງການປະຕິວັດຕົນເອງຂອງພັກໃຫຍ່ ທີ່ມີປະຫວັດມາເປັນເວລາຮ້ອຍປີ. ທ່ານ ສີຈິ້ນຜິງ ໄດ້ຈັດວາງຈຸດສຸມວຽກງານຂອງຕົນເອງໄວ້ໃນການກໍ່ສ້າງພັກ ໂດຍສະເໜີຄວາມຮຽກຮ້ອງແຫ່ງການກໍ່ສ້າງພັກ ທີ່ຄຸ້ມຄອງພັກຢ່າງເຂັ້ມງວດ ຮອບດ້ານ ແລະ ມີລັກສະນະປະດິດສ້າງ ພ້ອມທັງໄດ້ຈັດຄວາມຕ້ອງການດັ່ງກ່າວ ປະສານສົມ ທົບກັບການສ້າງສາປະເທດສັງຄົມນິຍົມ ທັນສະໄໝຢ່າງຮອບດ້ານ ການລົງເລິກການປະຕິຮູບຢ່າງຮອບດ້ານ ແລະ ການປົກ ຄອງປະເທດ ຕາມກົດໝາຍຢ່າງຮອບດ້ານ ໂດຍສ້າງເປັນແຜນຍຸດທະສາດ ກໍຄື ໂຄງຮ່າງລວມແຫ່ງການປົກຄອງບໍລິຫານປະ ເທດຂອງພັກກອມມູນິດຈີນ ສິ່ງນີ້ໄດ້ສ່ອງແສງໃຫ້ເຫັນການພົວພັນລະຫວ່າງພັກກອມມູນິດຈີນ ກັບການສ້າງຄວາມທັນສະ ໄໝແບບຈີນ ການສ້າງອະລິ ຍະທໍາທັນສະໄໝຂອງປະຊາຊາດຈີນ ກໍຄືການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ ຂອງ ປະຊາຊາດຈີນ ຄື: ຄວາມຕ້ອງການທີ່ມີລັກສະນະທາດແທ້ທີ່ສຸດແຫ່ງການເຮັດວຽກຂອງຈີນໃຫ້ດີ ເຊັ່ນ: ຍຶດໝັ້ນການນໍາພາ ຂອງພັກກອມມູນິດຈີນ. ແນວຄວາມຄິດການຄຸ້ມຄອງພັກຢ່າງເຂັ້ມງວດ ຮອບດ້ານຂອງທ່ານ ສີຈິ້ນຜິງ ໄດ້ກວມເອົາເນື້ອໃນສໍາຄັນຕ່າງໆ ເຊັ່ນ: ການ ປັບປຸງແບບແຜນດໍາເນີນງານ ດ້ວຍລະບຽບວິໄນທີ່ເຂັ້ມງວດ ການຕ້ານການສໍ້ລາດບັງຫຼວງ ແລະ ລົງໂທດຄວາມຊົ່ວຮ້າຍ ຢ່າງເຂັ້ມງວດ ສະໜອງສິ່ງຄໍ້າປະກັນດ້ວຍລະບົບທີ່ປັບປຸງຕົນເອງໃຫ້ສົມບູນດີຂຶ້ນ ພັກກອມມູນິດຈີນ ພາຍໃຕ້ການນໍາ ພາຂອງ ທ່ານ ສີຈິ້ນຜິງ ໄດ້ດໍາເນີນບັ້ນຮົບບຸກບືນ ແລະ ຍາວນານແຫ່ງການປະຕິວັດຕົນເອງຂອງພັກກໍາອໍານາດ ໄດ້ນໍາພາ ການປະຕິວັດຂອງສັງຄົມ ດ້ວຍການປະຕິວັດຕົນເອງ ເພື່ອສະໜອງສິ່ງຄໍ້າປະກັນດ້ານການຈັດຕັ້ງທີ່ເຂັ້ມແຂງໃຫ້ ການຊຸກຍູ້ ການສ້າງສາປະເທດທີ່ເຂັ້ມແຂງ ກໍຄືພາລະກິດອັນຍິ່ງໃຫຍ່ແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ. Share:FacebookTwitter
ທ່ານສີຈິ້ນຜິງ ໃຫ້ທິດຊີ້ນໍາໃນໂອກາດວັນສ້າງຕັ້ງພັກກອມ ມູນິດຈີນ ຄົບຮອບ 102 ປີ
https://v2.vientianemai.net/archives/58534
ໃນວັນທີ 30 ມິຖຸນາ 2023 ທີ່ ກະຊວງການຕ່າງປະເທດ ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະ ເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນຈົດໝາຍແຕ່ງຕັ້ງຂອງ ທ່ານ ນາງ ມາຕິເນີ ເທີເຣີ (Ms. Martine Therer) ເພື່ອມາເປັນ ຜູ້ຕາງໜ້າຄົນໃໝ່ ອົງການ ສະຫະປະຊາຊາດເພື່ອການພັດທະນາ (United Nations Development Programme ຫຼື UNDP) ປະຈໍາ ສປປ ລາວ. ໃນໂອກາດດັ່ງກ່າວ ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ອັນອົບອຸ່ນມາຍັງ ຜູ້ຕາງໜ້າຄົນໃໝ່ ອົງການ UNDP ປະຈໍາ ສປປ ລາວ ພ້ອມທັງສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ ສາຍພົວພັນທີ່ດີ ແລະ ການຮ່ວມມືຊ່ວຍເຫຼືອຂອງ ອົງການ UNDP ຢູ່ ສປປ ລາວ ໃນໄລຍະຜ່ານມາ ໃນນັ້ນທ່ານ ຮອງລັດຖະ ມົນຕີ ກະຊວງການຕ່າງປະເທດ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງ ຜູ້ຕາງໜ້າຄົນໃໝ່ ອົງການ UNDP ປະຈໍາ ສປປ ລາວ ຈະເພີ່ມທະວີການຮ່ວມມື ແລະ ສືບຕໍ່ໃຫ້ການສະໜັບສະໜູນແກ່ ສປປ ລາວ ໃນວຽກງານການ ພັດທະນາ ທີ່ສອດຄ່ອງກັບວຽກງານບຸລິມະສິດຕ່າງໆຂອງລັດຖະບານ ດັ່ງທີ່ໄດ້ກໍານົດໄວ້ຢູ່ໃນ ແຜນພັດທະນາເສດຖະກິດ -ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ແຜນພັດທະນາແຫ່ງຊາດໃນຕໍ່ໜ້າ ໂດຍຜ່ານການຈັດຕັ້ງປະຕິບັດບັນດາກິດຈະກໍາ ແລະ ໂຄງການຕ່າງໆ ກໍຄື ຍຸດທະສາດການຮ່ວມມື ລະຫວ່າງ ລັດຖະບານ ແລະ ອົງການ UNDP ປະຈໍາ ສປປ ລາວ ໃນແຕ່ລະໄລ ຍະ. ພ້ອມກັນນັ້ນ ທ່ານ ຮອງລັດຖະມົນຕີ ກໍຮຽກຮ້ອງໃຫ້ ອົງການ UNDP ປະຈໍາ ສປປ ລາວ ສືບຕໍ່ປະກອບສ່ວນ ແລະ ສະໜັບ ສະໜູນຄວາມພະຍາຍາມຂອງລັດຖະບານ ໃນການຈັດຕັ້ງປະຕິບັດບຸລິມະສິດການພັດທະນາຂອງ ສປປ ລາວ ກໍຄື ເປົ້າໝາຍ ການພັດທະນາແບບຍືນຍົງ ແລະ ວາລະການພັດທະນາອື່ນໆຂອງສາກົນ ລວມໄປເຖິງຊຸກຍູ້ຄວາມໝາຍ   ໝັ້ນຂອງລັດຖະ ບານ ໃນຂະບວນການກະກຽມເພື່ອຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ໃນອະນາຄົດ. ໃນວາລະດຽວກັນນີ້ ທ່ານ ນາງ ມາຕິເນີ ເທີເຣີ, ຜູ້ຕາງໜ້າຄົນໃໝ່ ອົງການ UNDP ປະຈໍາ ສປປ ລາວ ເຊິ່ງມີສັນຊາດເປັນຄົນ ແບນຊິກ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ສະແດງຄວາມປິຕິທີ່ ລັດຖະບານແຫ່ງ ສປປ ລາວ ໄດ້ອະນຸມັດຮັບເອົາທ່ານ ເພື່ອມາປະຕິບັດໜ້າທີ່ອັນສູງສົ່ງຂອງຕົນຢູ່ ສປປ ລາວ. ພ້ອມກັນນັ້ນ ຜູ້ຕາງໜ້າຄົນໃໝ່ ຍັງໄດ້ໃຫ້ຄໍາໝັ້ນສັນຍາວ່າ ຕົນເອງ ກໍຄື ອົງການ UNDP ປະຈໍາ ສປປ ລາວ ຈະສືບຕໍ່ເພີ່ມ ທະວີການຮ່ວມມືກັບ ລັດຖະບານແຫ່ງ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນງານຕ່າງໆ ທີ່ສະໜັບສະໜູນໃຫ້ແກ່ການ ບັນລຸບັນດາບຸລິມະສິດດ້ານການພັດທະນາຂອງ ສປປ ລາວ ຢ່າງຕັ້ງໜ້າ. ໃນຕອນທ້າຍ ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ກໍແຈ້ງໃຫ້ ຜູ້ຕາງໜ້າຄົນໃໝ່ ອົງການ UNDP ຊາບວ່າ ລັດ ຖະບານ ສປປ ລາວ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຮ່ວມມືກັບອົງການດັ່ງກ່າວ ໃນການຈັດຕັ້ງປະຕິບັດບັນດາແຜນ ວຽກຢູ່ ສປປ ລາວ ພ້ອມທັງອວຍພອນໃຫ້ ຜູ້ຕາງໜ້າຄົນໃໝ່ ຈົ່ງປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ຂອງຕົນຢູ່ ສປປ ລາວ ໃນຄັ້ງນີ້. Share:FacebookTwitter
ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຮັບການເຂົ້າຍື່ນ ຈົດໝາຍແຕ່ງຕັ້ງຂອງ ຜູ້ຕາງໜ້າ ອົງການ UNDP
https://v2.vientianemai.net/archives/58539
ພິທີເຊັນສັນຍາສຳປະທານການລົງທຶນຂຸດຄົ້ນ ແລະ ສ້າງຕັ້ງໂຮງງານປຸງແຕ່ງຫີນກຣານິດ ລະຫວ່າງແຂວງຊຽງຂວາງ ກັບ ບໍລິສັດ ລັກກີສະໂຕນ ຈຳກັດຜູ້ດຽວ (Lucky Stone Sole Co. Ltd) ໄດ້ມີຂຶ້ນຢ່າງເປັນທາງການເມື່ອວັນທີ 30 ມິຖຸນາ ຜ່ານມາ ທີ່ ພະແນກແຜນການ ແລະ ການລົງທຶນ ໂດຍເປັນປະທານຂອງ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງໆຊຽງຂວາງ ທັງເປັນປະທານຄະນະກຳມະການສົ່ງເສີມ-ຄຸ້ມຄອງການລົງທຶນແຂວງ. ພິທີເຊັນສັນຍາ ໄດ້ມີຂຶ້ນລະຫວ່າງ ທ່ານ ຄຳຜຸຍ ໂນລາ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຊຽງຂວາງ ແລະ ທ່ານ ແຫວນເພັດ ດາລາວົງ ປະທານບໍລິສັດ ລັກກີ ສະໂຕນ ຈຳກັດຜູ້ດຽວ ໂດຍພາຍໃຕ້ການເປັນສັກຂີພິຍານຂອງ ທ່ານ ບຸນ ຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ແລະ ທ່ານ ວຽງພອນ ເມືອງຈະເລີນ ເຈົ້າເມືອງໆຄູນ ພ້ອມຫົວໜ້າ-ຮອງຫົວໜ້າພະແນກ ການທີ່ກ່ຽວຂ້ອງຂອງແຂວງ ແລະ ພະນັກງານຈາກບໍລິສັດຈຳນວນໜຶ່ງ. ການລົງທຶນຂຸດຄົ້ນ ແລະ ສ້າງຕັ້ງໂຮງງານປຸງແຕ່ງຫີນກຣານິດດັ່ງວກ່າວນີ້ ຈະຕັ້ງຢູ່ບ້ານ ນາສົມ ແລະ ບ້ານປຽງ ເມືອງຄູນ ແຂວງຊຽງຂວາງ ມີເນື້ອທີ່ຂຸດຄົ້ນ ແລະ ສ້າງຕັ້ງໂຮງງານທັງໝົດ 4,5 ເຮັກຕາ ມີອາຍຸສໍາປະທານທັງໝົດ 30 ປີ ໂດຍໃຊ້ງົບ ປະມານການລົງທຶນທັງໝົດ 6 ລ້ານໂດລາສະຫະລັດ. ໃນໂອກາດອັນສະຫງ່າລາສີດັ່ງກ່າວ ທ່ານ ບຸນຈັນ ສີວົງພັນ ໄດ້ກ່າວສະແດງຄວາມຊົມເຊີຍເປັນຢ່າງຍິ່ງ ຕໍ່ບໍລິສັດຜູ້ລົງທຶນ ທີ່ໄດ້ນໍາເອົາທຶນຮອນມາພັດທະນາແຂວງຊຽງຂວາງໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຍິ່ງຂຶ້ນພ້ອມນັ້ນ ທ່ານກໍໄດ້ເນັ້ນໃຫ້ບໍລິ ສັດ ແລະ ພາກສ່ວນກ່ຽວຂ້ອງຂອງແຂວງ ກໍຄື ເມືອງຄູນ ຈົ່ງປະສານສົມທົບກັນຢ່າງກົມກຽວ ໃນການເຄື່ອນໄຫວຈັດຕັ້ງປະຕິ ບັດໃຫ້ເປັນຮູບປະທຳ ທັງຮຽກຮ້ອງໃຫ້ບໍລິສັດຈົ່ງເອົາໃຈໃສ່ໃນການປະຕິບັດຕາມລະບຽບ-ກົດໝາຍ ແລະ ບົດບັນທຶກການ ລົງທຶນຢ່າງເຂັ້ມງວດ ເພື່ອສ້າງຜົນປະໂຫຍດໃຫ້ເກີດຂຶ້ນແກ່ທັງສອງຝ່າຍ. Share:FacebookTwitter
ເຊັນສັນຍາສຳປະທານການລົງທຶນຂຸດຄົ້ນ ແລະ ສ້າງຕັ້ງໂຮງງານປຸງແຕ່ງຫີນກຣານິດ
https://v2.vientianemai.net/archives/58543
ຈາກ​ສະ​ພາບ​ເສດ​ຖະ​ກິດ​ທີ່ ສ​ປ​ປ ລາວ​ ກຳ​ລັງ​ພະ​ເຊິນ​ໜ້າ​ຢູ່ ໄດ້​ສົ່ງ​ຜົນ​ກະ​ທົບ​ໂດຍ​ກົງ​ຕໍ່​ຊ​ີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ຫຼ້າ​ສຸດ ໃນ​ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 3 ກໍລະກົດ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດຫຼາຍບັນຫາ ໂດຍສະເພາະມາດ ຕະການຮີບດ່ວນໃນການຕ້ານ ສະກັດກັ້ນ ແລະ ແກ້ໄຂອັດຕາເງິນເຟີ້ ການອ່ອນຄ່າຂອງເງິນກີບ ການຜັນຜວນຂອງອັດຕາ ແລກປ່ຽນ ແລະ ການເພີ່ມຂຶ້ນຂອງລາຄາສິນຄ້າ ແລະ ບໍລິການ ໂດຍ​ລັດ​ຖະ​ບານ​ໄດ້​ວາງ​ມາດ​ຕະ​ການເພື່ອແກ້ໄຂບັນຫາເຄັ່ງ ຮ້ອນຂອງເສດຖະກິດ-ການເງິນ ບັນຫາເງິນເຟີ້ ການແລກປ່ຽນ ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ. ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ວ່າ: ລັດຖະບານຈະໄດ້ສຸມໃສ່ແກ້ໄຂ ແລະ ສະເໜີໃຫ້ທົ່ວສັງຄົມຊ່ວຍສະໜັບສະ ໜູນ ແລະ ໃຫ້ການຮ່ວມມື ເຊິ່ງໄລຍະຜ່ານມາລັດຖະບານກໍໄດ້ສຸມໃສ່ໃນການແກ້ໄຂ ໂດຍໄດ້ແຕ່ງຕັ້ງຄະນະຮັບ ຜິດຊອບ ໃນການແກ້ໄຂ ແຕ່ສະພາບການດັ່ງກ່າວກໍຍັງບໍ່ທັນຜ່ອນຄາຍລົງ ເຊິ່ງສາເຫດຕົ້ນຕໍທີ່ເກີດຂຶ້ນເບື້ອງຕົ້ນແມ່ນເລີ່ມຈາກປັດ ໄຈພາຍນອກ ທີ່ສືບເນື່ອງຈາກຜົນກະທົບແຜ່ລະບາດຂອງພະຍາດໂຄວິດ-19 ແລະ ສະພາບການຜັນແປຂອງພາກພື້ນ ແລະ ສາກົນ. ທ່ານນາຍົກລັດຖະມົນຕີກ່າວຕື່ມວ່າ: ເຫັນໄດ້ສະພາບຄີືແນວນັ້ນກົມການເມືອງສູນກາງພັກໄດ້ຕົກລົງແຕ່ງຕັ້ງຄະນະສະ ເພາະກິດ ໃນການແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ ບັນຫາເງິນເຟີ້ ການແລກປ່ຽນ ລາຄາສິນຄ້າ ແລະ ໜີ້ສິນຕ່າງ ປະເທດ ລັດຖະບານຈະຢືນຢັນສຸມໃສ່ແກ້ໄຂບັນຫາດັ່ງກ່າວ ໂດຍຈະວາງມາດຕະການດັ່ງນີ້: ມາດຕະການສະເພາະໜ້າ: ເລັ່ງໃສ່ຄົ້ນຄວ້າແກ້ໄຂບັນຫາໂຄງສ້າງດຸນການຊຳລະ ລະຫວ່າງປະເທດທີ່ຂາດດຸນໃຫ້ມີຄວາມ ສົມດຸນເທື່ອລະກ້າວ ໄປຄວບຄູ່ກັນກັບປະຕິບັດມາດຕະການສະເພາະໜ້າເພື່ອຄວບຄຸມຄວາມກົດດັນຂອງອັດຕາແລກປ່ຽນ ສືບຕໍ່ຫັນການແລກປ່ຽນເງິນຕາເຂົ້າສູ່ລະບົບທະນາຄານ ແລະ ໃຫ້ມີໜ່ວຍບໍລິການພຽງພໍ ເພື່ອຮັບໃຊ້ສັງຄົມ ເຊັ່ນ: ເປັນ ໜ່ວຍບໍລິການແລກປ່ຽນ ການແລກປ່ຽນຜ່ານລະບົບເອເລັກໂຕຣນິກ ປັບປຸງຕະຫຼາດເງິນຕາຕ່າງປະເທດລະຫວ່າງທະນາ ຄານທຸລະກິດດ້ວຍກັນ ຄຸ້ມຄອງບັນດາບໍລິສັດນຳເຂົ້າ-ສົ່ງອອກ ແຈ້ງລົງທະບຽນ ແລະ ຊໍາລະສະສາງການນຳເຂົ້າສົ່ງ-ອອກ ສິນຄ້າ ຜ່ານລະບົບບັນຊີທະນາຄານທຸລະກິດທີຕັ້ງຢູ່ ສປປ ລາວ ໂດຍກຳນົດເຂົ້າເປັນເງື່ອນໄຂທີ່ຂາດບໍ່ໄດ້ສຳລັບການສົ່ງ ອອກ-ນຳເຂົ້າສິນຄ້າຕໍ່ໄປ ເພື່ອສູ້ຊົນໃຫ້ມີເງິນຕາເຂົ້າມາຜ່ານທະນາຄານເພີ່ມຂຶ້ນຫຼາຍກວ່າ 50% ສືບຕໍ່ບັນດາເປົ້າໝາຍ ທີ່ ປັ່ນປ່ວນເກງກຳໄລຈາກການແລກປ່ຽນເງິນຕາ ດ້ວຍຮູບແບບຕ່າງໆຢ່າງໃກ້ຊິດ ຖ້າພົບເຫັນແມ່ນດຳເນີນມາດຕະການ ຕາມ ກົດໝາຍ ຮີບຮ້ອນເລັ່ງທວງບັນດາບໍລິສັດທີ່ມີໜີ້ສິນ ກັບລັດຖະບານໃຫ້ຫາແຫຼ່ງທຶນມາຊຳລະຕາມສັນຍາດັດແກ້ ທີ່ໄດ້ເຊັນ ຮ່ວມກັນ ແລະ ກ່ອນກຳນົດໃນສັນຍາ ເພື່ອຊ່ວຍແກ້ໄຂບັນຫາເຄັ່ງຮ້ອນຂອງລັດຖະບານ. ມາດຕະການໄລຍະກາງ ແລະ ໄລຍະຍາວ: ສືບຕໍ່ດຳເນີນນະໂຍບາຍເງິນຕາໄປໃນທິດຮັດກຸມດ້ວຍການຄວບຄຸມການຂະ ຫຍາຍຕົວຂອງປະລິມານເງິນ ທັງບໍ່ສ້າງຄວາມກົດດັນຕໍ່ຄວາມຕ້ອງການເງິນຕາຕ່າງປະເທດ ອັນຈະເຮັດໃຫ້ອັດຕາແລກ ປ່ຽນອ່ອນຄ່າ ສືບຕໍ່ກຳນົດນະໂຍບາຍ ແລກປ່ຽນໃນທິດທາງທີ່ສາມາດເຮັດໃຫ້ທະນາຄານທຸລະກິດກຳນົດອັດຕາແລກ ປ່ຽນ ໄດ້ຍຶດ ຍຸ່ນຫຼາຍຂຶ້ນ ເພີ່ມທະວີການຄຸມຄອງເງິນຕາຕ່າງປະເທດເພື່ອສ້າງໃຫ້ມີເງິນຕາຕ່າງປະເທດເຂົ້າມາໃນລະບົບ ຫຼາຍ ຂຶ້ຶນ ໂດຍເນັ້ນໃຫ້ຄຸ້ມຄອງຜູ້ນຳເຂົ້າ-ສົ່ງອອກ ແລະ ຜູ້ມາລົງທຶນໂດຍກົງຈາກຕ່າງປະເທດ ພ້ອມທັງຈຳກັດການແລກປ່ຽນເງິນ ຕາຕ່າງປະເທດຊະຊາຍ ບໍ່ຖືກກົດໝາຍ ຕິດຕາມການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການທີ່ມີການເໜັງຕີງແຮງ ໂດຍ ສະເພາະແມ່ນສິນຄ້າປະເພດໝວດສະບຽງອາຫານ ໝວດປັດໄຈການຜະລິດກະສິກຳ (ຝຸ່ນ ອາຫານສັດ ແນວພັນ) ໂດຍລັດ ຖະບານຈະນໍາໃຊ້ມາດຕະການແຊກແຊງລາຄາສິນຄ້າໂດຍສະເພາະຕໍ່ສິນຄ້າອຸປະໂພກ ແລະ ບໍລິໂພກບູລິມະສິດທີ່ກະທົບ ແຮງຕໍ່ຊີວິດການເປັນຢູ່ຂອງປະຊາຊົນ. ພ້ອມນີ້ ຈະຄົ້ນຄວ້າມາດຕະການຕົວຈິງໃນການຈຳກັດການນຳເຂົ້າສິນຄ້າຟຸ່ມເຟືອຍ ການລັກລອບນຳເຂົ້າສິນຄ້າທີ່ບໍ່ຖືກ ຕ້ອງທຸກຮູບແບບ ລວມທັງຄຸ້ມຄອງກວດກາການນໍາເຂົ້າ-ສົ່ງອອກສິນຄ້າຢູ່ບັນດາດ່ານຊາຍແດນ (ເຂດພາສີ ທ່າບົກ) ໃຫ້ ຖືກຕ້ອງຄົບຖ້ວນຜ່ານລະບົບສະເກນເນີ ແກ້ໄຂສະພາບການຄ້າຂາຍແບບເສລີ ຊະຊາຍແບບຜ່ານມາ ພ້ອມດຽວກັນນັ້ນກໍ ສົ່ງເສີມການສົ່ງອອກສິນຄ້າ ແລະ ປູກຈິດສຳນຶກ ແລະ ປຸກລະດົມສ້າງຂະບວນການໃຫ້ພົນລະເມືອງລາວເຮົານິຍົມ ແລະ ຫັນມານຳໃຊ້ສິນຄ້າທີ່ຜະລິດຢູ່ພາຍໃນປະເທດໃຫ້ຫຼາຍຂຶ້ນ ທັງເປັນການຈຳກັດການນຳເຂົ້າສິນຄ້າ ແລະ ຈຳກັດການນຳໃຊ້ ເງິນຕາຕ່າງປະ ເທດໄປພ້ອມກັນ. ກວດກາ ແລະ ຕິດຕາມບັນດາບໍລິສັດ ແລະ ບຸກຄົນທີ່ດຳເນີນທຸລະກິດບິດຄອຍ (ເງິນຄຣິບໂຕຣ) ທີ່ບໍ່ຖືກຕ້ອງຕາມລະບຽບ ການ ສົ່ງເສີມການຜະລິດພາຍໃນໃຫ້ແຂງແຮງ ເພື່ອທົດແທນການນຳເຂົ້າສິນຄ້າຈາກຕ່າງປະເທດ ດ້ວຍການສົ່ງເສີມ ທາງ ດ້ານນະໂຍບາຍສິນເຊື່ອ ຍົກສະມັດຖະພາບການຜະລິດ ສ້າງໃຫ້ມີຜະລິດຕະພັນທີ່ມີຄຸນນະພາບຕາມ ມາດຕະຖານທີ່ຕະ ຫຼາດມີຄວາມ. ເພີ່ມທະວີການໂຄສະນາປະຊາສຳພັນໃຫ້ກວ້າງຂວາງ ແລະ ແຂງແຮງກວ່າເກົ່າ ສ້າງພື້ນຖານໂຄງລ່າງ ແລະ ປັບປຸງຍົກລະດັບ ການບໍລິການ ເພື່ອຂົນຂວາຍ ດຶງດູດນັກທ່ອງທ່ຽວ ມາທ່ຽວລາວໃຫ້ຫຼາຍຂຶ້ນ ເປັນຕົ້ນ ແມ່ນການກະກຽມປີທ່ອງທ່ຽວລາວ 2024 ໃຫ້ມີບັນຍາກາດຟົດຟື້ນ ປະກອບສ່ວນໃນການຟື້ນຟູ ແລະ ພັດທະນາເສດຖະກິດຂອງຊາດ ສຸມໃສ່ປັບປຸງສະພາບ ແວດລ້ອມໃນການດຳເນີນທຸລະກິດ ແລະ ການລົງທຶນ ເພື່ອດຶງດູດການລົງທຶນໃຫ້ຫຼາຍຂຶ້ນ. ຂໍ້​ມູ​ນ​ຈາກ: ປະ​ຊາ​ຊົນ Share:FacebookTwitter
ລັດຖະບານ ວາງມາດຕະການ ເລັ່ງແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ
https://v2.vientianemai.net/archives/58547
ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ເຫັນດີເປັນເອກະພາບ ໃຫ້ລັດຖະບານ ກໍຄື ທຸກພາກ ສ່ວນໃນສັງຄົມ ສືບຕໍ່ຈັດຕັ້ງປະຕິ ບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເປັນຕົ້ນ ເພີ່ມທະວີຍົກສູງບົດ ບາດ ແລະ ຄວາມສາມາດໃນການນໍາພາ-ຊີ້ນໍາ ຂອງຄະນະພັກ ແລະ ອົງການລັດແຕ່ລະຂັ້ນ ໃຫ້ແຂງແຮງຂຶ້ນກວ່າເກົ່າ ໂດຍ ເຮັດໃຫ້ວຽກງານແກ້ໄຂບັນຫາຢາເສບຕິດ ກາຍເປັນໜ້າທີ່ ພັນທະ ແລະ ຄວາມຮັບຜິດຊອບ ຂອງທຸກພາກສ່ວນໃນສັງຄົມ. ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິ ຈາລະນາ ບົດ ລາຍງານຂອງລັດຖະບານ ກ່ຽວກັບການຈັດ ຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະ ເກືອບ 2 ປີຜ່ານມາ ພາຍຫຼັງທີ່ໄດ້ລາຍງານ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 29 ມິຖຸນາ 2023 ຜ່ານມາ  ວ່າ: ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍ ຕໍ່ລັດຖະບານ ທີ່ໄດ້ມີຄວາມພະຍາຍາມ ຈັດຕັ້ງປະຕິ ບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຕາມມະຕິຂອງກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 04/ສພຊ ລົງວັນທີ 10 ສິງຫາ 2021 ໃນເງື່ອນໄຂທີ່ປະເທດເຮົາພວມປະສົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຜົນກະທົບຈາກ ໂຄວິດ-19 ແຕ່ລັດຖະບານ ໄດ້ມີຄວາມດັດສິນໃຈ ແລະ ມີຄວາມຮັບຜິດຊອບສູງໃນການຊີ້ນຳ ເຊິ່ງສາມາດຈັດຕັ້ງປະຕິບັດ ແຜນ ການຕາມ 6 ວຽກຈຸດສຸມ ຂອງວາລະແຫ່ງຊາດ ໄດ້ມີຄວາມຄືບໜ້າຢ່າງຕໍ່ເນື່ອງ ແລະ ມີຜົນສຳເລັດຫລາຍດ້ານ ອັນ ພົ້ນເດັ່ນ ປະຊາຊົນບັນດາເຜົ່າ ແລະ ທຸກຊັ້ນຄົນໃນສັງຄົມ ຮັບຮູ້ເຂົ້າໃຈຕໍ່ຄວາມສຳຄັນໃນການຍົກລະດັບການແກ້ ໄຂບັນຫາ ຢາເສບຕິດ ເປັນວາລະແຫ່ງຊາດ ຮັບຮູ້ຜົນຮ້າຍ ແລະ ຄວາມອັນຕະລາຍ ຂອງຢາເສບຕິດ ແລະ ມີຄວາມຈຳເປັນຕ້ອງເພີ່ມ ທະວີ ການມີສະຕິຕໍ່ການເຄົາລົບກົດໝາຍ ແລະ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດດັ່ງກ່າວ ຢ່າງເປັນຂະບວນ ການກວ້າງຂວາງ ຕະຫຼອດໄລຍະເກືອບ 2 ປີ ຜ່ານມາ ຄະນະພັກ ແລະ ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ກໍຄືເຈົ້າໜ້າທີ່ ທຸກພາກສ່ວນໄດ້ເພີ່ມທະວີຄວາມຮັບ ຜິດຊອບ ແລະ ຄວາມສາມາດຂອງຕົນສູງຂຶ້ນ ຕໍ່ການແກ້ໄຂບັນຫາຢາເສບຕິດ. ຜ່ານການປະຕິບັດສາມາດແກ້ ໄຂມ້າງລາຍຄະດີຢາເສບຕິດ ໄດ້ຫຼາຍພໍສົມຄວນ ເຊິ່ງໄດ້ເຮັດໃຫ້ກຸ່ມເສບ ຂົນສົ່ງ-ຄ້າຂາຍຢາ ເສບຕິດມີຄວາມຢ້ານກົວ ຈຳນວນໜຶ່ງໄດ້ຢຸດເຊົາ ຜູ້ເສບຢາເສບຕິດ ຫຼື ຜູ້ຖືກເຄາະຮ້າຍ ຈຳນວນບໍ່ໜ້ອຍ ໄດ້ຮັບການບຳບັດ ປິ່ນປົວ ແລ້ວກັບຄືນເປັນພົນລະເມືອງດີ ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ໄດ້ໃຫ້ການສະໜັບ ສະໜູນ ຊ່ວຍເຫຼືອ ແລະ ຮ່ວມມື ເພື່ອແກ້ໄຂບັນຫາຢາເສບຕິດ ສາມາດແກ້ໄຂສະພາບຄວາມບໍ່ສະຫງົບ ຄວາມບໍ່ເປັນລະບຽບຮຽບ ຮ້ອຍ ໃນສັງຄົມໄດ້ໂດຍຟື້ນຖານ ແລະ ປະກອບສ່ວນໃນການສ້າງສະພາບແວດລ້ອມ ທີ່ເອື້ອອຳ ນວຍ ໃຫ້ແກ່ການປົກປັກຮັກ ສາປະເທດຊາດ ການພັດທະນາເສດຖະກິດ-ສັງຄົມ ແລະ ການດຳລົງຊີວິດ ຂອງປະຊາຊົນບັນດາເຜົ່າ. ຢ່າງໃດກໍຕາມ ຄຽງຄູ່ກັບດ້ານດີ ກໍຍັງມີດ້ານອ່ອນ-ຄົງຄ້າງ ທີ່ລັດຖະບານຕ້ອງໄດ້ສູ້ຊົນແກ້ໄຂ ໃນຕໍ່ໜ້າໃຫ້ດີຂຶ້ນກວ່າເກົ່າ ເປັນຕົ້ນແມ່ນ: ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຜ່ານມາຍັງຊັກຊ້າ ການ ໂຄສະນາສ້າງຄວາມຮັບຮູ້ໃນທົ່ວສັງຄົມ ຍັງບໍ່ທັນເລິກເຊິ່ງ ແລະ ທົ່ວເຖິງ ຄວາມເປັນເຈົ້າການຂອງຄະນະນຳບາງຂະແໜງ ການບາງທ້ອງຖິ່ນຍັງບໍ່ສູງ ຂະບວນການລວມຍັງບໍ່ທັນຟົດຟື້ນແຂງແຮງ ການສະໜອງບຸກຄະລາກອນ ງົບປະມານ ວັດຖຸ ອຸປະ ກອນ ພາຫະນະທີ່ຈຳເປັນ ເພື່ອຮັບໃຊ້ໃນການປະຕິບັດວາລະແຫ່ງຊາດຍັງຊັກຊ້າ ແລະ ມີຄວາມຈຳກັດຫຼາຍ ບັນ ດານິຕິກໍາຮັບໃຊ້ໃຫ້ແກ່ການຈັດຕັ້ງປະຕິບັດ ຍັງບໍ່ທັນລະອຽດ ຄົບຖ້ວນ ການປັບປຸງກົງຈັກການຈັດຕັ້ງ ແບບແຜນວິທີເຮັດ ວຽກ ຂອງພາກສ່ວນເຈົ້າໜ້າທີ່ກ່ຽວຂ້ອງ ຢູ່ຂັ້ນຮາກຖານເປັນຕົ້ນ ຂັ້ນເມືອງ ຂັ້ນບ້ານ ຍັງບໍ່ທັນໜັກແໜ້ນເທົ່າທີ່ຄວນ ຂອດ ປະສານງານ ຍັງບໍ່ທັນດີ ການແກ້ໄຂບັນຫາຢາເສບຕິດຕົວຈິງ ສ່ວນຫລາຍແກ້ໄຂໄດ້ ແຕ່ເປົ້າໝາຍລາຍຍ່ອຍ ແລະ ເປົ້າໝາຍ ຮັບຈ້າງຂົນສົ່ງຍັງບໍ່ທັນສາມາດແກ້ໄຂເປົ້າໝາຍໃຫຍ່ທີ່ເປັນຫົວໂປ່ໂຕການ ພື້ນຖານໂຄງລ່າງ ເປັນຕົ້ນ ສະຖານທີ່ຄຸມຂັງ ສູນ ບຳບັດ-ປິ່ນປົວ ຢູຂັ້ນແຂວງ ຂັ້ນເມືອງຍັງຄັບແຄບແອອັດ ການສ້າງວິຊາອາຊີບ ການຝຶກສີມືແຮງງານຢູ່ຄ້າຍຄຸມຂັງ ແລະ ສູນ ບຳບັດປິ່ນປົວ ຍັງເຮັດບໍ່ທັນໄດ້ດີ ແລະ ບໍ່ທັນມີຄຸນນະພາບ ສັງຄົມຍັງມີສ່ວນຮ່ວມບໍ່ຫລາຍ ການດໍາເນີນຄະດີ ກ່ຽວກັບຢາ ເສບຕິດ ຍັງຊັກ ຊ້າການກັກຂັງພາງເກີນກຳນົດ ການກວດວິໄຈສານເສບ ຕິດຊັກຊ້າ ກົນໄກການປະສານສົມທົບ ລະຫວ່າງ ເຈົ້າໜ້າ ທີ່ກ່ຽວຂ້ອງບໍ່ທັນຮັດກຸມ ບໍ່ທັນຈອດກັນ ໂດຍສະເພາະ ແມ່ນຄະດີທີ່ເກີດຂຶ້ນ ຢູ່ເຂດຫ່າງໄກສອກຫຼີກ ຍັງມີການ ສວຍໃຊ້ໜ້າທີ່ຕຳແໜ່ງ ຂອງເຈົ້າໜ້າທີ່ຈຳນວນໜຶ່ງ. ສຳລັບທິດທາງແຜນການໃນໄລຍະ 6 ເດືອນທ້າຍປີ 2023 ກໍຄືໃນຕໍ່ໜ້າ ກອງປະຊຸມ ເຫັນດີເປັນເອກະພາບ ໃຫ້ລັດຖະບານ ກໍຄື ທຸກພາກສ່ວນໃນສັງຄົມ ສືບຕໍ່ຈັດຕັ້ງປະຕິ ບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເປັນຕົ້ນ ເພີ່ມທະ ວີຍົກສູງບົດບາດ ແລະ ຄວາມສາມາດໃນການນໍາພາ-ຊີ້ນໍາ ຂອງຄະນະພັກ ແລະ ອົງການລັດແຕ່ລະຂັ້ນ ໃຫ້ແຂງແຮງຂຶ້ນ ກວ່າເກົ່າ ໂດຍເຮັດໃຫ້ວຽກງານແກ້ໄຂບັນຫາຢາເສບຕິດ ກາຍເປັນໜ້າທີ່ ພັນທະ ແລະ ຄວາມຮັບຜິດຊອບ ຂອງທຸກພາກ ສ່ວນໃນສັງຄົມ ຖືເອົາບັນຫາແກ້ໄຂຢາເສບຕິດ ເປັນມາດຕະຖານເງື່ອນໄຂໜຶ່ງ ໃນຂະ ບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບການສ້າງພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ ເພື່ອເປັນການປຸກລະດົມ ຊຸກຍູ້ທຸກຄົນເຂົ້າຮ່ວມຢ່າງແຂງແຮງ ແລະ ເປັນຂະບວນການຟົດຟື້ນ ສືບຕໍ່ສ້າງຄວາມຮັບຮູ້ໃຫ້ ສັງຄົມ ດ້ວຍການສຶກສາອົບຮົມ ໂຄສະນາເຜີຍແຜ່ລະບຽບກົດໝາຍ ຜົນຮ້າຍ ແລະ ຄວາມອັນຕະລາຍ ຂອງຢາເສບຕິດ ດ້ວຍຫລາຍຮູບແບບຫຼາຍວິທີຕື່ມອີກ ໂດຍຕິດພັນກັບການໂຄສະນາຕົວແບບດີເດັ່ນ ໃນການຕ້ານຢາເສບຕິດ ຂະບວນການ ສ້າງຄອບຄົວ ບ້ານ ສຳນັກງານ-ອົງການ ໂຮງຮຽນ ໂຮງໝໍ ສະຖາບັນ ໂຮງແຮມ,ຮ້ານບັນເທີງ ແລະ ຮ້ານອາຫານປອດຢາເສບ ຕິດ ໃຫ້ຫຼາຍຂຶ້ນ. ສືບຕໍ່ປັບປຸງບັນດານິຕິກໍາ ທີ່ຈຳເປັນ ຮັບໃຊ້ໃຫ້ແກ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບ ຕິດ ໃຫ້ຄົບຖ້ວນ ລະອຽດ ຈະແຈ້ງ ຮັດກຸມ ເປັນຕົ້ນ ນິຕິກຳ ເພື່ອຈັດຕັ້ງປະຕິບັດໂທດປະຫານຊີວິດ ນິຕິກຳທີ່ຈະບັນຈຸ ປະ ເພດຢາເສບຕິດ ທີ່ເກີດຂື້ນໃໝ່ ເຊັ່ນ: ນ້ຳໃບກະທ້ອມ ກາເຟເຕັ້ນ ຢາສູບໄຟຟ້າ ປຸ່ມເປົ້າອາຍແກັດທີ່ກະຕຸ້ນປະສາດ ແລະ ອື່ນໆ ເພື່ອເປັນບ່ອນອີງໃນການຈັດ ຕັ້ງປະຕິບັດແກ້ໄຂບັນຫາດັ່ງກ່າວ ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ແບບແຜນວິທີເຮັດ ວຽກ ຂອງພາກສ່ວນເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໂດຍສະເພາະສຸມໃສ່ ຂັ້ນເມືອງ ຂັ້ນບ້ານ ໃຫ້ຫລາຍຂຶ້ນ ເພື່ອມີກຳລັງແຮງພຽງພໍ ໃນການປະຕິບັດການແກ້ໄຂບັນຫາຢາເສບຕິດ ຢູ່ຂັ້ນຮາກຖານ ໃຫ້ມີຄຸນນະພາບ ແລະມີປະສິດທິຜົນດີຂຶ້ນ. ພ້ອມນີ້ ຕ້ອງເອົາໃຈໃສ່ສ້າງຄວາມເຂັ້ມແຂງດ້ານວິຊາສະເພາະ ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ຕໍ່ການແກ້ໄຂຄະດີຢາເສບຕິດ ໃຫ້ມີ ຄວາມເດັດຂາດ ໂປ່ງໃສ ແລະ ເປັນມືອາຊີບຫລາຍຂຶ້ນ ໃຫ້ສົມທົບ 3 ຂະແໜງການ (ປ້ອງກັນຄວາມສະຫງົບ ສາທາລະນະ ສຸກ ແຮງງານ-ສະຫວັດດິການສັງຄົມ) ມີການແບ່ງຄວາມຮັບຜິດ ຊອບກັນຢ່າງລະອຽດ ຈະແຈ້ງ ໃນການບຳບັດ-ປິ່ນປົວ ຜູ້ທີ່ ຖືກເຄາະຮ້າຍ ກໍຄືຜູ້ເສບຢາ ໃຫ້ມີຄຸນະພາບ ນັບທັງການຝຶກສີມືແຮງງານ ສ້າງອາຊີບໃຫ້ເຂົາເຈົ້າ ເມື່ອເວລາອອກຈາກການ ບຳບັດປິ່ນປົວໄປແລ້ວ ໃຫ້ມີວຽກເຮັດງານທຳ ບໍ່ກັບໄປຫຍຸ້ງກ່ຽວກັບຢາເສບຕິດອີກ ນັບທັງການຄົ້ນຄວ້າວາງມາດຕະການ ແກ້ໄຂໃນໄລຍະຍາວ ກ່ຽວກັບການສ້າງອາຊີບທີ່ໜັ້ນຄົງ ສ້າງວຽກເຮັດງານທຳໃຫ້ຊາຍໜຸ່ມ ແລະ ຍີງໜຸ່ມ ໃນສັງຄົມໃຫ້ ຫຼາຍຂຶ້ນ. Share:FacebookTwitter
ສະພາແຫ່ງຊາດ ເຫັນດີ ໃຫ້ລັດຖະບານສືບຕໍ່ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ໃຫ້ວຽກງານແກ້ໄຂບັນຫາຢາເສບຕິດ ກາຍເປັນ ພັນທະຂອງທຸກພາກສ່ວນໃນສັງຄົມ