url
stringlengths
22
63
context
stringlengths
4
47.2k
title
stringlengths
4
4.16k
https://v2.vientianemai.net/archives/56549
ວັນທີ 23-24 ມີນາ 2023 ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງນໍ້າທາ ເພື່ອກວດກາເບິ່ງດ່ານສາກົນທາງລົດໄຟ ລາວ-ຈີນ ຢູ່ສະຖານີລົດໄຟບໍ່ເຕັນ ເພື່ອກະກຽມຄວາມພ້ອມໃນການເປີດດ່ານສາກົນທາງລົດໄຟ ລາວ-ຈີນໂດຍມີບັນດາ ທ່ານລັດຖະມົນຕີ ຮອງລັດຖະມົນຕີ ພ້ອມດ້ວຍບັນດາກົມກ່ຽວຂ້ອງຂອງຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ ນອກນີ້ຍັງມີຄະນະກຳມະການຮ່ວມມື ລາວ-ຈີນ ບໍລິສັດທາງລົດໄຟ ລາວ-ຈີນ ແລະ ບໍລິສັດລາວເກດເວ ເຂົ້າຮ່ວມໃນການເຄື່ອນໄຫວດັ່ງກ່າວ. ໃນການລົງເຄື່ອນໄຫວວຽກງານໃນຄັ້ງນີ້ ໄດ້ຮັບການຕ້ອນຮັບຈາກທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງແຂວງຫຼວງນໍ້າ ທາ ແລະ ໄດ້ຮັບຟັງລາຍງານຫຍໍ້ກ່ຽວກັບຄວາມພ້ອມໃນດ້ານຕ່າງໆຈາກພາກສ່ວນກ່ຽວຂ້ອງ ໂດຍຜູ້ອຳນວຍການບໍລິສັດລົດ ໄຟ ລາວ-ຈີນ ໂດຍສະເພາະຈຸດກວດກາຄົນເຂົ້າ-ອອກປະເທດ ອຸປະກອນຮັບໃຊ້ແຕ່ລະຂະແໜງການ ບຸກຄະລາກອນປະຈໍາ ດ່ານ ເພື່ອອໍານວຍຄວາມສະດວກໃຫ້ຜູ້ໂດຍສານທີ່ຈະເດີນທາງຜ່ານດ່ານສາກົນທາງລົດໄຟ ລາວ-ຈີນ ຜ່ານການຮັບຟັງການ ລາຍງານ ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍແຕ່ລະພາກສ່ວນທີ່ໄດ້ສຸມໃສ່ກະກຽມໃຫ້ແກ່ການເປີດ ດ່ານສາກົນລົດໄຟ ລາວ-ຈີນ ໂດຍສະເພາະການຕ້ອນຮັບລົດໄຟໂດຍສານຖ້ຽວທໍາອິດ ເຊິ່ງຄາດວ່າຈະມີຂຶ້ນຢ່າງເປັນທາງ ການ ໃນວັນທີ 13 ເມາສາ 2023 ນີ້ ໃນຂະນະດຽວກັນ ທ່ານຮອງນາຍົກລັດຖະມົນຕີ ໄດ້ໃຫ້ການຊີ້ນໍາແຕ່ລະພາກສ່ວນ ທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ລວມທັງບໍລິສັດລົດໄຟ ລາວ-ຈີນ ແລະ ເຂດເສດຖະກິດພິເສດ ໃຫ້ມີການປະສານ ສົມທົບກັນສືບຕໍ່ກະກຽມດ້ານຕ່າງໆທີ່ຍັງຄົງຄ້າງໃຫ້ສໍາເລັດ ເພື່ອເຮັດໃຫ້ພິທີເປີດຢ່າງເປັນທາງການດ່ານສາກົນລົດໄຟ ລາວ-ຈີນ ໄດ້ຮັບຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໜາຍຢ່າງຈົບງາມ. Share:FacebookTwitter
ຮອງນາຍົກລົງເຮັດວຽກຢູ່ແຂວງຫຼວງນ້ຳທາກຽມຄວາມພ້ອມ ເປີດດ່ານສາກົນທາງລົດໄຟລາວ-ຈີນ
https://v2.vientianemai.net/archives/56555
ລັດຖະບານ ສປປ ລາວ ແລະ ບໍລິສັດ ຊິໂນ-ອາກຣີໂປຕາສ ຈໍາກັດ ຈັດພິທິເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການສ້າງນິຄົມ ອຸດສາຫະກໍາໝູນວຽນອັດສະລິຍະ ອາຊີ-ໂປຕາສ ສາກົນ ຢູ່ໂຮງແຮມແລນມາກ ເຊິ່ງເປັນ ໂຄງການນິຄົມອຸດສາຫະກໍາໝູນ ວຽນອັດສະລິຍະອາຊີ-ໂປຕາສ ສາກົນ ທີ່ວິສາຫະກິດກະກຽມມາ 1 ກວ່າປີນັ້ນ ຈະເລີ່ມດໍາເນີນງານຢ່າງເປັນທາງການ ແລະ ຈັດຕັ້ງປະຕິບັດຢ່າງຮອບດ້ານ. ໂຄງການດັ່ງ​ກ່າວໄດ້ກວມລວມການພັດທະນາແບບອຸດສາຫະກໍາ ແບບຕົວເມືອງ ແລະ ການດຶງດູດການລົງທຶນຂອງປະເທດ ລາວ ພ້ອມທັງຂະຫຍາຍໄປເຖິງການຫັນປ່ຽນກະສິກໍາດັ້ງເດີມ ໄປສູ່ກະສິກໍາທັນສະໄໝ ຍັງຈະຊຸກຍູ້ການເລັ່ງພັດທະນາຂະ ແໜງການບໍລິການຢ່າງຮອບດ້ານ ນິຄົມອຸດສາຫະກໍາແບ່ງເປັນ 3 ເຂດໃຫຍ່ ຄື: ເຂດນິຄົມອຸດສາຫະກໍາປຸຍໂປຕາສ ເຂດນິ ຄົມອຸດສາຫະກໍາອະໂປຕາສ ແລະ ຕົວເມືອງ ອາຊີ-ໂປຕາສ ກວມເນື້ອທີ່ທັງໝົດ 2.000 ເຮັກຕາ ຄາດຄະເນການລົງທຶນທັງ ໝົດ 4,31 ຕື້ໂດລາສະຫະລັດ ເຊິ່ງຈະນໍາໃຊ້ທ່າແຮງດ້ານການສະໜັບສະໜູນຂອງລັດຖະບານ ຊັບພະຍາກອນບໍ່ແຮ່ ພະລັງ ງານໄຟຟ້າ ຕົ້ນທຶນແຮງງານ ແລະ ທີ່ດິນຢ່າງເຕັມທີ່ ເພື່ອຊຸກຍູ້ປະເທດລາວ ສ້າງເປັນຮູບແບບອຸດສາຫະກໍາທີ່ທົດແທນການ ນໍາເຂົ້າ ແລະ ສ້າງລາຍຮັບການສົ່ງອອກ. ນິຄົມອຸດສາຫະກໍາປຸຍໂປຕາສ ແມ່ນອາໃສຊັບພະຍາກອນແຮ່ເກືອໂປຕາສຂອງວິສາຫະກິດ ເລັ່ງການພັດ ທະນາອຸດສາຫະ ກໍາປຸຍໂປຕາສ ແລະ ບັນລຸກໍາລັງການຜະລິດປີ 2023 ຈໍານວນ 3 ລ້ານໂຕນ ປີ 2025 ຈໍານວນ 5 ລ້ານໂຕນ ແລະ ວິໄສທັັດ ຈໍານວນ 10 ລ້ານໂຕນ ພັດທະນາໃຫ້ວິສາຫະກິດ ກາຍເປັນວິສາຫະກິດປຸງແຕ່ງ ແລະ ຜະລິດອັນດັບທີ 1 ໃນອາຊີ ເຮັດໃຫ້ ປະເທດລາວ ກາຍເປັນຖານຜະລິດປຸຍໂປຕາສ ອັນດັບທີ 4 ໃນໂລກ.             ເຂດນິຄົມອຸດສາຫະກໍາອະໂປຕາສ ແມ່ນນໍາໃຊ້ຊັບພະຍາກອນທີ່ຕິດພັນແຮ່ເກືອໂປຕາສ ຊັບພະຍາກອນແຮ່ຖ່ານຫີນ ຊັບພະຍາກອນແຮ່ບົກຊິດ ແລະ ຊັບພະຍາ ກອນອື່ນໆ ຜ່ານການດຶງດູດການລົງທຶນ ພັດທະນາຊັບພະຍາກອນໃຫ້ຍືນຍົງ ນໍາໃຊ້ຕ່ອງໂສ້ການສະໜອງຕ່ອງໂສ້ອຸດສາຫະກໍາ ດໍາເນີນການຜະລິດທີ່ມີມູນຄ່າເພີ່ມສູງ ແລະ ລວມຜະລິດຕະພັນ ສ້າງ ໂຮງງານໄຟຟ້ານໍາໃຊ້ເອງ+ຜະລິດໄຟຟ້າດ້ວຍພະລັງງານລົມ ຫຼື ພະ ລັງງານແສງຕາເວັນ ສ້າງທ່າແຮງພະລັງງານໄຟຟ້າ ໃນນິຄົມອຸດສາຫະກໍາ ຮັບເໝົາການຫັນປ່ຽນຕ່ອງໂສ້ອຸດສາ ຫະກໍາ ແລະ ຕ່ອງໂສ້ການສະໜອງໃນທົ່ວໂລກ ຊຸກຍູ້ການ ພັດທະນາຊັບພະຍາກອນບໍ່ແຮ່ຂອງປະເທດລາວ ຊ່ວຍຜັກດັນປະເທດລາວພັດທະນາຈາກປະເທດທີ່ມີຄວາມອຸດົມສົມບູນ ດ້ານຊັບພະຍາກອນໄປສູ່ປະເທດທີ່ມີອຸດສາຫະກໍາເຂັ້ມແຂງ.              ພາຍຫຼັງໂຄງການສ້າງນິຄົມອຸດສາຫະກໍາໝູນວຽນອັດສະລິຍະ ອາຊິ-ໂປຕາສ ສາກົນ ໄດ້ເຂົ້າເຖິງການຜະລິດແລ້ວ ຄາດຄະ ເນທຸກໆປີຈະສາມາດສ້າງລາຍຮັບ 320 ລ້ານໂດລາສະຫະລັດ ໃຫ້ປະເທດລາວ ເພີ່ມສໍາຮອງຄັງເງິນຕາຕ່າງປະເທດປະມານ 1,7 ຕື້ໂດລາສະຫະລັດ ຊຸກຍູ້ການມີວຽກເຮັດງານທໍາໃນທ້ອງຖິ່ນ 30.000-50.000 ຄົນ ໃຫ້ການສະໜັບສະໜູນອັນສໍາ ຄັນໃນການພັດທະນາເສດຖະກິດ ແລະ ສັງຄົມລາວ ທີ່ມີຄຸນນະພາບສູງ ມີບົດບາດສໍາຄັນໃນການຮັດແໜ້ນສາຍພົວພັນມິດ ຕະພາບລາວ-ຈີນ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ. default ພິ​ທີ​ລົງ​ນາມ​ໂຄງ​ການ​ດັ່ງ​ກ່າວ​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ມີ​ນາ 2023 ​ທີ່​ນະ​ຄອນຫຼວ​ງວຽງ​ຈັນ ລະ​ຫວ່າງ ທ່ານ ນາງ ຄໍາຈັນ ວົງແສນ ບຸນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ທົງຢົງເຮິງ (TONG YONGHENG) ກໍາມະການບໍລິ ຫານ ແລະ ຜູ້ຈັດການບໍລິສັດ ຊິໂນ-ອາກຣີໂປຕາສ ຈໍາກັດ ມີພາກສ່ວນກ່ຽວຂ້ອງຕາງໜ້າພາກສ່ວນ​ກ່ຽວ​ຂ້ອງເຂົ້າ ຮ່ວມ.                          Share:FacebookTwitter
ລົງນາມບົດບັນທຶກຄວາມເຂົ້າໃຈ ໂຄງການສ້າງນິຄົມ ອຸດສາຫະກໍາໝູນວຽນ ອັດສະລິຍະ ອາຊີ-ໂປຕາສ ສາກົນ
https://v2.vientianemai.net/archives/56569
ພິທີວາງສີລາລຶກໂຄງການກໍ່ສ້າງສູນເຝິກອົບຮົມຄວາມປອດໄພ ສຸຂະພາບແຮງງານ ແລະ ສິ່ງແວດລ້ອມ ໃນສະຖານທີ່ເຮັດວຽກຂອງບໍລິສັດ ອິນດັດສ໌ເທັກ ຈໍາກັດ ຈັດຂຶ້ນວັນທີ 24 ມີນາ 2023 ຢູ່ສູນດັ່ງກ່າວ ບ້ານນາຄວາຍກາງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ທ່ານ ອຸດອນ ມະນີບຸນ ຮອງຫົວໜ້າກົມຄຸ້ມຄອງແຮງງານ ກະຊວງ ຮສສ ທ່ານ ປຣະກາດ ບຸດຕະມາດ ຜູ້ອໍານວຍການບໍລິສັດ NPC ຈາກປະເທດໄທ ທ່ານ ຈັນດາວົງ ສຸດທິທໍາ ຜູ້ອໍານວຍການບໍລິສັດ ຢູນິກເທັກ ຈໍາກັດ ທ່ານ ພອນສະຫວັນ ໄຊປັນຍາ ຜູ້ອໍານວຍການບໍລິສັດ ອິນດັດສ໌ເທິກ ຈໍາກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.     ທ່ານ ພອນສະຫວັນ ໄຊປັນຍາ ກ່າວວ່າ: ບໍລິສັດ ອິນດັດສ໌ເທິກ ຈໍາກັດ ມີພື້ນຖານຈາກການເຮັດບໍລິ ການດ້ານຄວາມປອດໄພສຸຂະພາບແຮງງານ ແລະ ສິ່ງແວດລ້ອມໃນສະຖານທີ່ເຮັດວຽກ ທີ່ຈະກໍ່ໃຫ້ເກີດເປັນພະຍາດອາຊີບ ຈຶ່ງມີຄວາມຄິດຢາກສ້າງວັດທະນະທຳຄວາມປອດໄພຢູ່ ສປປ ລາວ ໄປຄຽງຄູ່ກັບການພັດທະ ນາເສດຖະກິດ-ສັງຄົມແບບຍຶນຍົງ ຄວາມປອດໄພສຸຂະພາບແຮງງານ ແລະ ສິ່ງແວດລ້ອມ ແມ່ນວຽກທີ່ຈໍາເປັນ ແລະ ມີຄວາມສຳຄັນຫຼາຍ ຖ້າບໍ່ມີຄວາມປອດໄພໃນສະຖານທີ່ເຮັດວຽກ ກໍຈະເຮັດໃຫ້ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານເສຍຜົນປະໂຫຍດຫຼາຍດ້ານ ທັງສົ່ງຜົນກະທົບກັບການພັດທະນາເສດຖະກິດ-ສັງຄົມທາງກົງ ແລະ ທາງອ້ອມ ສູນແຫ່ງນີ້ເປັນແຫ່ງທຳອິດໃນ ສປປ ລາວ ແລະ ຈະສືບຕໍ່ຂະຫຍາຍຕໍ່ໄປຕື່ມອີກໃນອະນາຄົດ ສຳລັບຫຼັກສູດທີ່ນຳມາສອນແມ່ນຫຼັກສູດມາດຕະຖານສາກົນ ເພື່ອຜັກດັນໃຫ້ອຸດສາຫະກຳໃນ ສປປ ລາວ ທຽບທັນກັບພາກພື້ນ ແລະ ສາກົນ ໂດຍສະເພາະຄວາມປອດໄພແຮງງານ ຖ້າອຸດສາຫະກຳໃດບໍ່ມີຄວາມປອດໄພ ກໍຈະສົ່ງຜົນກະທົບຕໍ່ອົງກອນນັ້ນ ໃນໄລຍະຜ່ານບໍລິສັດພວກເຮົາໄດ້ໄປຢ້ຽມຢາມ ແລະ ຮຽນຮູ້ເອົາປະສົບການນໍາບັນດາບໍລິສັດຢູ່ຕ່າງປະເທດ ແລະ ມີຄູ່ຮ່ວມງານຕ່າງປະເທດ ໂດຍສະເພາະສິງກະໂປ ມາເລເຊຍ ແລະ ໄທ ສູນແຫ່ງນີ້ຈະມີເອົາຄູເຝິກທີ່ມີປະສົບການມາຈາກຫຼາຍປະເທດ ເພື່ອມາເຝິກຄົນລາວໃຫ້ເປັນຜູ້ຊ່ຽວຊານ ເຊິ່ງບໍລິສັດຂອງພວກເຮົາກໍໄດ້ກະກຽມຄວາມພ້ອມຫຼາຍດ້ານ ເຊັ່ນ: ວິສະວະກຳ ບຸກຄະລາກອນດ້ານເຕັກນິກ ເພື່ອໃຫ້ມີຄວາມພ້ອມໃນການພັດທະນາຫຼັກສູດໃຫ້ທັນກັບນາໆປະເທດ ຫຼັກສູດໃນການເຝິກອົບ ຮົມມີຫຼາຍຫຼັກສູດນັບແຕ່ການໃຊ້ໄຟຟ້າ ການເຮັດວຽກບ່ອນສູງ ເຮັດວຽກບ່ອນອັບອາກາດ ເຮັດວຽກກ່ຽວກັບສານເຄີມີອັນຕະລາຍ ກູ້ໄພ ດັບເພີງ ການໃຊ້ເຄຣນ ຜູ້ຮັບເໝົາວຽກງານກໍ່ສ້າງ ແລະ ອື່ນໆ ທີ່ກ່ຽວຂ້ອງກັບການເຮັດວຽກທຸກຂະແໜງການ ການສ້າງສູນແຫ່ງນີ້ຂຶ້ນ ອາດຈະບໍ່ສາມາດສ້າງກໍາໄລໃຫ້ບໍລິສັດ ເພາະມີການລົງທຶນເປັນຈໍານວນຫຼາຍ ແຕ່ຈະຊ່ວຍຜັກດັນໃຫ້ອຸດສາຫະກຳໃນ ສປປ ລາວ ທຽບທັນກັບສາກົນ ແລະ ສາ ມາດດຶງດູດນັກລົງທຶນເຂົ້າມາລົງໃຫ້ຫຼາຍຂຶ້ນ ເນື່ອງຈາກວຽກງານຄວາມປອດໄພແຮງງານ ມີຄວາມຈຳເປັນຕໍ່ການເຮັດວຽກໃນຫຼາຍຂະແໜງການ ຖ້າມີວັດທະນະທຳຄວາມຄວາມປອດໄພແລ້ວ ຈະສ້າງຄວາມໝັ້ນໃຈໃຫ້ກັບຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ຄາດວ່າໃນ 5 ປີຕໍ່ໜ້າຈະສາມາດເຮັດໃຫ້ຕົວເລກອຸປະຕິເຫດແຮງງານໃຫ້ຫຼຸດລົງ ໃນນີ້ຄາດວ່າການກໍ່ສ້າງສູນດັ່ງກ່າວຈະສຳເລັດໃນເດືອນກັນຍາ 2023 ນີ້.     ທ່ານ ປຣະກາດ ບຸດຕະມາດ ກ່າວວ່າ: ອິນດັດສ໌ເທັກ ເລີ່ມດຳເນີນທຸລະກິດດ້ານຄວາມປອດໄພໃນ ສປປ ລາວ ເພາະຈະສາມາດສ້າງໂຫຍດໃຫ້ປະຊາຊົນ ກໍຄືຜູ້ອອກແຮງງານໃນ ສປປ ລາວ ເຊິ່ງຕ້ອງມີການຮ່ວມມືລະຫວ່າງພາກລັດ ພາກເອກະຊົນ ແລະ ການມີສ່ວນຮ່ວມຂອງປະຊາຊົນ ເປົ້າໝາຍສູງສຸດເພື່ອເຮັດໃຫ້ປະຊາຊົນທີ່ໃຊ້ແຮງງານ ມີຄວາມປອດໄພໃນການເຮັດວຽກ ເຊິ່ງບໍລິສັດ ອິນດັດສ໌ເທັກ ມີອຸດົມການທີ່ດີໃນການດຳເນີນທຸລະກິດດ້ານນີ້ ເຖິງວ່າຈະບໍ່ສ້າງກຳໄລຫຼາຍ ແຕ່ສາມາດເຮັດໃຫ້ປະຊາຊົນ ກໍຄືຜູ້ອອກແຮງງານມີຄວາມປອດໄພ ເຮັດໃຫ້ຜູ້ຮ່ວມເຮັດທຸລະກິດມີຄວາມສຸກ ເຊິ່ງຈະເປັນແຮງຜັກດັນໃນການເຮັດສິ່ງດີໆໃນ ສປປ ລາວ ຈຸດເລີ່ມຕົ້ນທີ່ດີຂອງ ອິນດັດສ໌ເທັກ ມີຄວາມຄິດທີ່ຈະສ້າງສູນເຝິກອົບຮົມ ສ້າງຜະລິດຕະພັນທີ່ກ່ຽວກັບຄວາມປອດໄພ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບຄວາມປອດໃຫ້ປະຊາຊົນທີ່ໃຊ້ແຮງງານ ສໍາລັບການເຝິກອົບຮົມຈະມີການຮ່ວມກັບ NPC ເຊິ່ງເປັນບໍລິສັດທີ່ເຮັດວຽກກ່ຽວກັບການເຝິກອົບຮົມການຊ່ວຍເຫຼືອຄວາມປອດໄພຢູ່ປະເທດໄທ ໂດຍເອົາປະສົບການ ບົດຮຽນທີ່ຈັດຕັ້ງປະຕິບັດຢູ່ປະເທດໄທ ມາເປັນແບບຢ່າງໃນການພັດທະນາບໍລິສັດ ເຊັ່ນ: ການເຮັດວຽກບ່ອນສູງ ການເຮັດວຽກບ່ອນອັບອາກາດ ເຕັກນິກການດັບເພີງ ການເຊື່ອມ ການເຈຍ ການຕັດຕ່າງໆໃຫ້ມີຄວາມປອດໄພ ໃນນີ້ຈະມີການສົ່ງພະນັກງານຂອງບໍລິສັດ ອິນດັດສ໌ເທັກໄປເຝິກຈາກ NPC ຫຼື ສົ່ງວິທະຍາກອນມາໃຫ້ຄຳແນະນຳຕ່າງໆໃຫ້ພະນັກງານຢູ່ສູນນີ້. Share:FacebookTwitter
ວາງສີລາລຶກໂຄງການກໍ່ສ້າງສູນເຝິກອົບຮົມຄວາມປອດໄພ ສຸຂະພາບແຮງງານ ແລະ ສິ່ງແວດລ້ອມ ໃນສະຖານທີ່ເຮັດວຽກ
https://v2.vientianemai.net/archives/56573
ກອງປະຊຸມໃຫຍ່ ສະພາການຄ້າ ແລະ ອຸດສາຫະກໍາ ນະຄອນຫຼວງວຽງຈັນ (ສຄອ ນວ) ຈັດຂຶ້ນວັນທີ 27 ມີນາ 2023 ຢູ່ຫໍປະ ຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນະຄອນຫຼວງວຽງຈັນ ທ່ານ ມະໂນ ທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ມີບັນດາຫົວໜ້າພະແນກການ ພ້ອມດ້ວຍສະມາຊິກ ສຄອ ນວ ແລະ ແຂກຖືກເຊີນເຂົ້າຮ່ວມ. ໂອກາດນີ້ ທ່ານ ສັງຄົມ ຈັນສຸກ ປະທານ ສຄອ ນວ ກ່າວວ່າ: ໃນໄລຍະຜ່ານມາ ສຄອ ນວ ກໍໄດ້ອອກແຮງຊອກຫາແນວທາງ ການພັດທະນາ ແລະ ສົ່ງເສີມໃນວຽກງານດັ່ງກ່າວ ໃນໄລຍະເກີດການແຜ່ລະ ບາດຂອງພະຍາດ ໂຄວິດ-19 ສຄອ ນວ ພ້ອມ ດ້ວຍຄະນະບໍລິຫານງານ ແລະ ສະມາຊິກ ກໍໄດ້ສົມທົບກັບສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ລະດົມນໍ້າຈິດ ນໍ້າໃຈປະກອບສ່ວນເພື່ອຊ່ວຍເຫຼືອ ນວ ໃນມູນຄ່າ 400 ກວ່າລ້ານກີບ ເພື່ອພ້ອມກັນໃຫ້ຫຼຸດພົ້ນອອກຈາກການແຜ່ລະບາດ ພະຍາດໂຄວິດ-19 ໃຫ້ໄດ້ ນອກຈາກນັ້ນ ບັນດາສະມາຊິກຈໍານວນຫຼວງຫຼາຍຍັງໄດ້ປະກອບສ່ວນ ໃຫ້ແກ່ບັນດາຜູ້ໄດ້ຮັບຜົນ ກະທົບໂດຍກົງ ແລະ ປະກອບສ່ວນ ໃຫ້ແກ່ບັນດາອົງການຈັດຕັ້ງຂອງລັດ ເຊັ່ນ: ຫ້ອງການ ປກສ ປກຊ ບັນ ດາໂຮງໝໍ ຫຼື ແພດໝໍຜູ້ປະຕິບັດໜ້າທີ່ໃນການຕ້ານພະຍາດໂຄວິດ-19 ຫຼັງຈາກການແຜ່ລະບາດຂອງພະ ຍາດໂຄວິດ-19 ໄດ້ເບົາບາງລົງ ທາງ ສຄອ ນວ ກໍໄດ້ເປັນເຈົ້າການຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ ນວ ໃນການຊີ້ນໍາ-ນໍາພາ ແກ່ພາກສ່ວນ ທຸລະກິດ ເພື່ອຟື້ນຟູທຸລະກິດທີ່ໄດ້ຮັບຜົນກະທົບ ຈາກພະ ຍາດໂຄວິດ-19 ໄດ້ຈັດກອງປະຊຸມປຶກສາຫາລືຫຼາຍຄັ້ງ. ແນວໃດກໍຕາມ ສຄອ ນວ ຈະສືບຕໍ່ສູ້ຊົນເພື່ອປະກອບສ່ວນເຂົ້າໃນພາລະກິດ ຕາມທິດທາງນະໂຍ ບາຍຂອງພັກ-ລັດ ໃນການ ປະຕິບັດວາລະແຫ່ງຊາດ ຄືການແກ້ໄຂບັນຫາເສດຖະກິດ-ການເງິນ ແລະ ການຕ້ານຢາເສບຕິດສ້າງໃຫ້ ສຄອ ນວ ເປັນອົງ ການຈັດຕັ້ງສັງຄົມຂອງທຸລະກິດທີ່ເຂັ້ມແຂງ ຮອບດ້ານເປັນສູນບໍລິການ ສຶກສາຄົ້ນຄວ້າສະໜອງຂໍ້ມູນຂ່າວສານ ແລກປ່ຽນ ຄໍາຄິດຄໍາເຫັນປະສົບການ ແລະ ປະກອບຄໍາຄິດຄໍາເຫັນແກ່ພາກລັດ ຈັດຕັ້ງປັບປຸງບໍາລຸງ ສ້າງສະມາຊິກບໍລິຫານຈັດຕັ້ງໃຫ້ ເຂັ້ມແຂງ ເປັນຄູ່ຮ່ວມພັດ ທະນາເປັນ ນັກຮົບປະຕິວັດ ຮ່ວມການພັດທະນາເສດຖະກິດສັງຄົມ ນວ. ທ່ານ ອາດສະພັງທອງ ສີພັນດອນ ກ່າວວ່າ:ຜ່ານການຟັງບົດລາຍງານຂອງ ປະທານສະພາການຄ້າ ແລະ ອຸດສາຫະກໍາ ນວ ໃນໄລຍະ 3 ປີຜ່ານມາ ທາງ ສຄອ ນວ ກໍໄດ້ເອົາໃຈໃສ່ດ້ວຍຄວາມຮັບຜິດຊອບສູງ ຄະນະບໍລິຫານງານໄດ້ສຸມໃສ່ສະຕິປັນຍາ ເສຍສະຫຼະທາງດ້ານວັດຖຸ ເຫື່ອແຮງນໍາພາຫົວໜ່ວຍທຸລະກິດເຄື່ອນໄຫວຕາມພາລະບົດບາດ ແລະ ໜ້າທີ່ຂອງຕົນ ເຮັດ ໃຫ້ມີການເຕີບໃຫຍ່ຂະຫຍາຍໂຕ ແລະ ຈະກ້າວໄປຂ້າງໜ້າຢ່າງມີປະສິດຕິຜົນ ເຊິ່ງ ສຄອ ນວ ສາມາດເຄື່ອນໄຫວ ແລະ ເຕົ້າ ໂຮມບັນດານັກທຸລະກິດເຂົ້າມາເປັນສະມາຊິກ ຮອດປັດຈຸ ບັນມີສະມາຊິກຮອດ 200 ກວ່າຫົວໜ່ວຍທຸລະກິດຕົວເລກ ດັ່ງ ກ່າວເຫັນວ່າມີການສູ້ຊົນພໍສົມຄວນ ໃນອະນາຄົດ ຮຽກຮ້ອງໃຫ້ບັນດາຫົວໜ່ວຍທຸລະກິດ ທີ່ຍັງບໍ່ທັນໄດ້ເຂົ້າເປັນສະມາ ຊິກຊ່ວຍສ້າງເງື່ອນໄຂໃຫ້ເຂົ້າມາຢູ່ໃນອົງການຈັດຕັ້ງ ເພື່ອສ້າງຄວາມເຂັ້ມແຂງເປັນໝູ່ຄະນະຢູ່ໃນສະພາການຄ້າ ຫຼື ເປັນສະ ມາຄົມ ເປັນສະຫະກອນຕ່າງໆ ຈະໄດ້ເປັນກໍາລັງແຮງໃນການຕໍ່ລອງທາງດ້ານການຕະຫຼາດ ແລະ ການເຂົ້າຫາແຫຼ່ງທຶນ. ປັດຈຸບັນນີ້ ສະພາການຄ້າ ແລະ ອຸດສາຫະກໍາ ນວ ຂັ້ນເມືອງ 9 ຕົວເມືອງ ກໍໄດ້ສໍາເລັດແລ້ວ ຈຶ່ງຮຽກຮ້ອງໃຫ້ສືບຕໍ່ຕາມພາລະ ບົດບາດຂອງຕົນເອງ ສ້າງຄວາມເຂັ້ມແຂງທາງດ້ານທຸລະກິດ ຢູ່ຂັ້ນພື້ນຖານ ເພື່ອເປັນກໍາລັງແຮງໃຫ້ແກ່ການພັດທະນາເສດ ຖະກິດ ຂັ້ນສູນກາງ ກໍຄື ນວ ໃຫ້ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ ໃນປີ 2023 ນີ້ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງພາກທຸລະກິດ ຈົ່ງ ໄດ້ພ້ອມກັນເປັນເຈົ້າພາບທີ່ດີ ຕ້ອນຮັບແຂກທີ່ເຂົ້າມາທ່ອງທ່ຽວໃນ ສປປ ລາວ ເວົ້າລວມ ເວົ້າສະເພາະໃນ ນວ ໃຫ້ນັບມື້ ຫຼາຍຂຶ້ນ. ໃນກອງປະຊຸມ ຍັງໄດ້ເລືອກເອົາຄະນະບໍລິຫານງານ ຊຸດໃໝ່ ຈໍານວນ 33 ທ່ານ ປະກອບມີ:ທ່ານ ສັງຄົມ ຈັນສຸກ ເປັນປະ ທານອີກ 1 ສະໄໝ ສ່ວນຮອງປະທານ ມີ 6 ທ່ານ ຄື:ທ່ານ ຄໍາຫຼ້າ ນາກຄະວົງ ທ່ານ ບຸນທ່ຽງ ລັດຕະນະວົງ ທ່ານ ນາງ ດວງ ມາລາ ພົມມະວົງ ທ່ານ ຄໍາໝັ້ນ ໄຊຍະແສງ ທ່ານ ພອນປະເສີດ ອິນທະສອນ ແລະ ທ່ານນາງ ຈັນທອງ ຄໍາວິໄລທອງ ຂະນະ ທີ່ ປະທານກວດກາ ແມ່ນທ່ານ ຊື່ນຊ່ວງ ດວງຕາວິໄລ. Share:FacebookTwitter
ເຈົ້າຄອງ ນວ ເນັ້ນສ້າງທຸລະກິດເຂັ້ມແຂງ ເພື່ອເປັນກໍາລັງແຮງໃຫ້ການພັດທະນາເສດຖະກິດ
https://v2.vientianemai.net/archives/56587
ໃນວັນທີ 28 ມີນາ 2023 ທີ່ນະຄອນຫຼວງວຽງຈັນ  ກົມພາສີ ກະຊວງການເງິນ ໄດ້ຈັດກອງ ປະຊຸມເຜີຍແຜ່ ແລະ ເຝິກອົບຮົມເພື່ອການຈັດຕັ້ງປະຕິບັດສາລະບານສິນຄ້າ ສະບັບປີ 2022 (AHTN 2022) ໃຫ້ພາສີປະຈຳແຂວງ ນະຄອນຫຼວງ ດ່ານພາສີຊາຍແດນ ແລະ ພາກທຸລະກິດ ໂດຍການເປັນປະທານຂອງທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວໜ້າກົມພາສີ ກະຊວງການເງິນ ມີຫົວໜ້າ-ຮອງຫົວໜ້າພະແນກການອອ້ມຂ້າງກົມ ຮອງຫົວໜ້າພາສີປະຈຳແຂວງ ນະຄອນຫຼວງ ຫົວໜ້າ-ຮອງຫົວໜ້າດ່ານພາສີຊາຍແດນ ເຈົ້າໜ້າທີ່ພາສີ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ. ຊຸດເຝິກອົບຮົມໃນຄັ້ງນີ້ ເພື່ອເຜີຍແຜ່ສາລະບານສິນຄ້າລະບົບເອກະພາບອາຊຽນ ສະບັບປີ 2022 (AHTN 2022) ຂອງ ສປປ ລາວ ທີ່ໄດ້ຖືກຮັບຮອງ ແລະ ປະກາດໃຊ້ໂດຍລັດຖະບານຕາມຂໍ້ຕົກລົງ ສະບັບເລກທີ 91/ນຍ ລົງວັນທີ 16 ມັງກອນ 2023 ໄດ້ປ່ຽນແທນສາລະບານສິນຄ້າລະບົບເອກະພາບອາຊຽນສະບັບປີ 2017 (AHTN 2017) ແລະ ຄາດວ່າຈະໄດ້ຕັ້ງປະຕິບັດໃນຂອບເຂດ ທົ່ວປະເທດໃນໄວໆ. ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວໜ້າກົມພາສີ ໃຫ້ຮູ້ວ່າ: ສາລະບານສິນຄ້າ ສະບັບປີ 2022 (AHTN 2022) ແມ່ນມີ 8 ຕົວເລກ ເຊິ່ງໄດ້ຖືກນຳໃຊ້ ແລະ ປັບປຸງຢ່າງເປັນເອກະພາບໂດຍ 10 ປະເທດອາຊຽນໃນທຸກໆ 5 ປີ ໂດຍອີງຕາມສາລະບານລະບົບເອກະພາບ (HS) ຂອງອົງການພາສີໂລກ (WCO) HS ຂອງອົງການພາສີໂລກແມ່ນມີ 6 ຕົວເລກທີ່ຖືກປັບປຸງທຸກໆ 5 ປີນີ້ເພື່ອສະທ້ອນເຖິງການປ່ຽນແປງທາງດ້ານເຕັກໂນໂລຢີ ແລະ ການຄ້າດ້ານຜະລິດຕະພັນໃນແຕ່ລະໄລຍະ. ສາລະບານລະບົບເອກະພາບ (HS 2022) ເລີ່ມມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນ 2022 (ແທນທີ່ HS 2017) ສາລະບານສິນຄ້າລະບົບເອກະພາບໃນພາສາອັງກິດແມ່ນ Harmonized_Commodity Description and Coding System ຫຼື ເອີ້ນຫຍໍ້ວ່າ HS ທີ່ຖືກອອກແບບມາເພື່ອກຳນົດໃຫ້ປະເພດສິນຄ້າທັງໝົດທີ່ເຄື່ອນຍ້າຍຂ້າມຊາຍແດນມີຕົວເລກລະຫັດໃນລັກສະນະເປັນເອກະພາບໃນທົ່ວໂລກ. ສຳລັບ HS ແມ່ນໜຶ່ງໃນເຄື່ອງມືທີ່ປະສົບຜົນສຳເລັດຫຼາຍທີ່ສຸດຖືກພັດທະນາ ໂດຍອົງການພາສີໂລກ (WCO) ເພາະວ່າສາມາດແກ້ໄຂຄວາມຕ້ອງການພື້ນຖານຂອງລັດຖະບານ ຄວາມສາມາດໃນການຈັດປະເພດສິນຄ້າທີ່ຖືກຊື້ຂາຍ ຊ່ວຍໃຫ້ລັດຖະບານສາມາດວາງນະໂຍບາຍ ສຳລັບສິນຄ້າແຕ່ລະປະເພດໄດ້ຢ່າງມີປະສິດທິພາບເປັນຕົ້ນ: ອັດຕາພາສີ ສິນຄ້າຄວບຄຸມ ເກືອດຫ້າມ ແລະ ການນໍາໃຊ້ສະຖິຕິເພື່ອສະຫນັບສະໜູນນະໂຍບາຍ ແລະ ການວາງແຜນທີ່ກ່ຽວຂ້ອງກັບເສດຖະກິດ ແລະ ການຄ້າ. ຍ້ອນຂໍ້ສະດວກຂອງການນຳໃຊ້ HS ເພື່ອອຳນວຍຄວາມສະດວກໃຫ້ແກ່ການຄ້າສາກົນ ປະເທດສະມາ ຊິກອາຊຽນ ຈຶ່ງໄດ້ຕັດສິນໃຈພັດທະນາເພີ່ມເຕີມຈາກ HS ຂອງອົງການພາສີໂລກໃນລະດັບ 6 ຕົວເລກໃຫ້ເປັນສາລະບານລະບົບຢ່າງເອກະພາບອາຊຽນ (AHTN) ທີ່ມີລະດັບ 8 ຕົວເລກ ສຳລັບ ສປປ ລາວ ເປັນສະມາຊິກຂອງອົງການພາສີໂລກ ແລະ ອາຊຽນ ຈຶ່ງມີພັນທະທີ່ຕ້ອງຈັດຕັ້ງປະຕິບັດສາລະບານ AHTN 2022 ບໍ່ພຽງແຕ່ຂະແໜງການພາສີ ແຕ່ພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານ ແລະ ເອກະຊົນ ຕ້ອງເອົາໃຈໃສ່ຕໍ່ການນຳໃຊ້ AHTN 2022 ໃຫ້ມີປະສິດທິພາບ. ສຳລັບຊຸດເຝິກອົບຮົມດັ່ງກ່າວຈະໄດ້ດຳເນີນເປັນເວລາ 4 ວັນ​ ເລີ່ມແຕ່ວັນທີ 28-31 ມີນາ 2023 ສຳລັບວັນທີ 28-29 ມີນາ 2023 ແມ່ນເຝິກອົບຮົມໃຫ້ເຈົ້າໜ້າພາສີ ວັນທີ 30-31 ມີນາ 2023 ເຝິກອົບຮົມໃຫ້ພາກທຸລະກິດ ຜູ້ປະກອບການຕ່າງໆ. Share:FacebookTwitter
ເຜີຍແຜ່ການຈັດຕັ້ງປະຕິບັດສາລະບານສິນຄ້າປີ 2022 ໃຫ້ເຈົ້າໜ້າທີ່ພາສີ
https://v2.vientianemai.net/archives/56592
ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ (ນວ) ຈັດພິທີສະຫຼຸບການສອບເສັງແຂ່ງຂັນນັກຮຽນເກ່ງຊັ້ນ ປ5 ມ4 ແລະ ມ7 ປະຈຳສົກຮຽນ 2022-2023 ຂຶ້ນໃນວັນທີ 29 ມີນາ 2023 ທີ່ໂຮງຮຽນມັດທະຍົມສົມບູນວຽງຈັນ (ມສ ວຽງຈັນ) ມີ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ພ້ອມດ້ວຍຮອງຫົວໜ້າພະແນກ ພະນັກງານຄູ-ອາຈານ ຂະແໜງການກ່ຽວຂ້ອງ ນ້ອງນັກຮຽນ ແລະ ພໍ່ແມ່ຜູ້ປົກຄອງເຂົ້າຮ່ວມ. ທ່ານ ຂັນໄຊ ແສງສຸນີ ຫົວໜ້າຂະແໜງສາມັນ ພະແນກສຶກສາທິການ ແລະ ກີລາ ນວ ໄດ້ກ່າວວ່າ: ເພື່ອເປັນຊຸກຍູ້ຂະບວນການຮຽນ-ການສອນຂອງຄູອາ-ຈານ ແລະ ນັກຮຽນໃຫ້ມີຄວາມຫ້າວຫັນ ເອົາໃຈໃສ່ຕໍ່ການຮຽນ-ການສອນຮັບປະກັນໃນການຈັດຕັ້ງປະຕິບັດໂຄງການໃຫ້ມີຄວາມຄວາມສຳເລັດຕາມການມອບໝາຍ ສ້າງໂອກາດໃຫ້ນັກຮຽນທີ່ມີພອນສະຫວັນໄດ້ສະແດງດ້ານຄວາມຮູ້ຄວາມສາມາດເຂົ້າໃນການສອບເສັງແຂ່ງຂັນນັກຮຽນເກ່ງ ເຊິ່ງການເຂົ້າຮ່ວມການສອບເສັງດັ່ງກ່າວແມ່ນຕົວແທນນັກຮຽນເກ່ງທີ່ຜ່ານການສອບເສັງຄັດເລືອກໃນລະດັບໂຮງຮຽນ ເມືອງ ຈາກນັ້ນຈຶ່ງເຂົ້າສອບເສັງແຂາງຂັນລະດັບ ນວ. ສຳລັບການສອບເສັງຊັ້ນ ປ5 ມີ 3 ວິຊາຄື ຄະນິດສາດ ພາສາລາວ ແລະ ໂລກອ້ອມຕົວ ສ່ວນ ມ4 ແລະ ມ7 ມີ 4 ວິຊາຄື ຄະນິດສາດ ພາສາລາວ-ວັນນະຄະດີ ຟີຊິກສາດ ແລະ ວິຊາເຄມີສາດ ຜ່ານການຄັດເລືອກແຕ່ລະຂັ້ນຈົນຮອດການສອບເສັງແຂ່ງຂັນຂັ້ນ ນວ ໂດຍມີນັກຮຽນເຂົ້າຮ່ວມສອບເສັງທັງໝົດ 527 ຄົນ ໃນນັ້ນຂັ້ນ ປ5 ມີ 146 ຄົນ ຍິງ 101 ຄົນ ຂັ້ນ ມ4 ມີ 191 ຄົນ ຍິງ 142 ຄົນ ຂັ້ນ ມ7 ມີ 190 ຄົນ ຍິງ 57 ຄົນ ຈາກນັ້ນກໍໄດ້ມີການສອບເສັງແຂ່ງຂັນໃນຂັ້ນ ນວ ຜ່ານການສອບເສັງແຂ່ງຂັນ ສາມາດຄັດເລືອກໄດ້ນັກຮຽນເກັ່ງອັນດັບທີ 1 ມີ 11 ຄົນ ຂັ້ນ ປ5 ມີ 3 ຍິງ 2 ຄົນທີ່ມາຈາກໂຮງຮຽນປະຖົມສິນໄຊ ໂຮງຮຽນປະຖົມສົນທະລັກ ແລະ ໂຮງຮຽນປະຖົມປາດຖະໜາ ຂັ້ນ ມ4 ມີ 4 ຄົນ ຍິງ 4 ຄົນ ມາຈາກ ມສ ປາດຖະໜາ ມສ ພອນສະຫວັນຊົນເຜົ່າ ມສ ວຽງຈັນ ແລະ ມສ ສະຖາພອນ ຂັ້ນ ມ7 ມີ 4 ຄົນ ຍິງ 1 ຄົນ ມາຈາກ ມສ ພອນສະຫວັນຊົນເຜົ່າ ແລະ ມສ ວຽງຈັນ ສ່ວນອັນດັບທີ 2 ມີ 11 ຄົນ ຍິງ 8 ຄົນ ໃນນັ້ນຂັ້ນ ປ5 ມີ 3 ຄົນ ຍິງ 2 ຄົນ ມ4 ມີ 4 ຄົນ ຍິງ 4 ຄົນ ແລະ ມ7 ມີ 4 ຄົນ ຍິງ 2 ຄົນ ຈາກນັ້ນບັນດານັກຮຽນເກ່ງກໍຈະໄດ້ເຂົ້າຮ່ວມສອບເສັງແຂ່ງຂັນນັກຮຽນເກ່ງທົ່ວປະເທດຕື່ມອີກໂອກາດນີ້ໃນພິທີດັ່ງກ່າວຍັງໄດ້ມີການມອບໃບຢັ້ງຢືນ ແລະ ໃບຍ້ອງຍໍໃຫ້ໂຮງຮຽນຕົວແບບຄຸນນະພາບ 7 ແຫ່ງ ພ້ອມນັ້ນໄດ້ຍ້ອງຍໍ ພະນັກງານຄູ-ອາຈານທີ່ສອນບຳລຸງນັກຮຽນເກ່ງ ແລະ ມອບໃບຢັ້ງຢືນໃຫ້ນັກຮຽນເກ່ງຈຳນວນໜຶ່ງຕື່ມອີກ. Share:FacebookTwitter
ນວ ສະຫຼຸບການສອບເສັງແຂ່ງຂັນນັກຮຽນເກ່ງ ຂັ້ນ ປ5 ມ4 ແລະ ມ7 ສົກ 2022-2023
https://v2.vientianemai.net/archives/56608
ຕາມ​ການ​ຖະ​ແຫຼງ​ຂ່າວ​ຂອງ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ມ​ີບ​າງ​ຕອນ​ໃຫ້​ຮູ້​ວ່າ: ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນມີນາ 2023 ໄດ້ດຳເນີນ ໃນວັນທີ 28-29 ມີນາ 2023 ທີ່ສໍານັກງານນາຍົກລັດຖະມົນຕີພາຍໃຕ້ການເປັນ ປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະ ບານ ເຂົ້າຮ່ວມແບບເຊິ່ງໜ້າ; ແລະ ຜູ້ຕາງໜ້າການນໍາ ບັັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງ ປະຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນ ປະຈຳເດືອນມີນາ ແລະ ທິດທາງແຜນ ການ ປະຈຳເດືອນເມສາ 2023. ກອງປະຊຸມຄັ້ງນີ້ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ເອົາບົດສະຫຼຸບວຽກງານ ປະຈໍາເດືອນມີນາ ແລະ ທິດ ທາງແຜນການ ປະຈຳເດືອນເມສາ 2023 ຂອງລັດຖະບານ ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງຮ່າງແຜນຍຸດທະ ສາດການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຢ່າງໂລ່ງລ່ຽນ ຂອງ ສປປ ລາວ ພິຈາລະນາ ແລະ ເຫັນດີດ້ານຫຼັກ ການຮັບຮອງເອົາ ຮ່າງນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ພິຈາລະນາການລາຍງານ ກ່ຽວກັບການປະເມີນການປະຕິ ບັດກົດໝາຍ ວ່າດ້ວຍທີ່ດິນ (ສະບັບປັບປຸງ) ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງກົດ ໝາຍ ວ່າດ້ວຍອາ ກອນທີ່ດິນ ແລະ ສິ່ງປຸກ ສ້າງ (ສະບັບສ້າງໃໝ່) ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍ ການປົກຄອງ (ສະບັບສ້າງໃໝ່) ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງດໍາລັດ ວ່າດ້ວຍການໃຫ້ສັນຊາດລາວ ແກ່ບຸກຄົນທີ່ລັດຕ້ອງການ (ສະບັບສ້າງໃໝ່) ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດຳລັດ ວ່າດ້ວຍລັດຖະ ກອນຄູ (ສະບັບປັບປຸງ) ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງຍຸດທະສາດການພັດທະນາແຮ່ທາດ 10 ປີ (2021-2030) ແລະ ວິໄສທັດ ຮອດປີ 2035. ຢ່າ​ງ​ໃດ​ກໍ​ຕາມ ລັດຖະບານ ​ຈະໄດ້ສືບຕໍ່ສຸມໃສ່ແກ້ໄຂບັນຫາຫຍຸ້ງຍາກຕ່າງໆ ທີ່ຈະເກີດຂຶ້ນໃຫ້ທັນການ ເຊິ່ງໃນເດືອນເມສາ ຈະໄດ້ສຸມໃສ່ປະຕິບັດບາງວຽກງານທີ່ສໍາຄັນ ທີ່ນອນໃນແຜນວຽກຈຸດສຸມຂອງລັດຖະບານ ໃນປີ 2023 ເຊິ່ງເປັນວຽກທີ່ປິ່ນ ອ້ອມກັບ 5 ແຜນວຽກທີ່ເປັນບູລິມະສິດຮີບດ່ວນ ທີ່ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແຜນງົບປະ ມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2023 ຕິດພັນກັບ 2 ວາລະແຫ່ງຊາດ ໃນນັ້ນ ຈະໄດ້ສຸມໃສ່ວຽກງານຕົວຈິງຈຳ ນວນໜຶ່ງ ດັ່ງນີ້: ວຽກງານປ້ອງກັນຊາດ ວຽກງານເສດຖະກິດ: ສືບຕໍ່ສຸມໃສ່ຄຸ້ມຄອງເສດຖະກິດມະຫາພາກ ໃຫ້ມີຄວາມໝັ້ນ ທ່ຽງ ວຽກງານວັດທະນະທຳ-ສັງຄົມ ການກະກຽມສະເຫຼີມສະຫຼອງບຸນປີໃໝ່ລາວ ການກະກຽມເປີດຖ້ຽວລົດໄຟໂດຍສານ ລາວ-ຈີນ ການແກ້ໄຂບັນຫາມົນລະພິດ ແລະ ວຽກງານການຕ່າງປະເທດ ແມ່ນສືບຕໍ່ຕິດຕາມສະພາບພົ້ນເດັ່ນ ທີ່ເກີດຂຶ້ນຢູ່ ພາກພື້ນ ແລະ ສາກົນ ໃຫ້ທັນການ. Share:FacebookTwitter
ລັດຖະບານ ຮັບຮອງຮ່າງເອກະສານສຳຄັນຕ່າງໆ ພ້ອມຈະສືບແກ້ໄຂຂໍ້ຫຍຸ້ງຍາກໃນຕໍ່ໜ້າ
https://v2.vientianemai.net/archives/56615
ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈຳກັດ ສາຂາຫຼວງພະບາງກໍ່ໄດ້ຈັດງານສົມມະນາຄຸນລູກຄ້າ ແລະ ສະເຫຼີມ ສະ ຫຼອງວັນສ້າງຕັ້ງຄົບຮອບ 10 ປີ ເພື່ອ​ສະຫຼຸບຄືນບັນດາຜົນງານ ການເຄື່ອນໄຫວທີ່ພົ້ນເດັ່ນ ຕະຫຼອດໄລຍະຜ່ານ​ມາ. ທ່ານ ດິງຮຸ່ງ-ຫົວໜ້າສາຂາ ຫຼວງພະບາງ ໄດ້ມີການສະຫຼຸບຄືນບັນດາຜົນງານ ການເຄື່ອນໄຫວ ຂອງ ສາຂາ ຜ່ານບັນດາ ຮູບພາບທີ່ພົ້ນເດັ່ນ ໃນຕະຫຼອດໄລຍະ 10 ປີ ຂອງການສ້າງຕັ້ງ ແລະ ການພັດທະນາ ບັນດາຜົນງານທີ່ຍາດມາໄດ້ຂອງສາຂາ ແລະ ບັນດາເປົ້າໝາຍທິດທາງ ຂອງ ສາຂາພາກເໜືອໃນຕໍ່ໜ້າ. ໂອ​ກາດ​ດັ່ງ​ກ່າວ ອົງປົກຄອງແຂວງຫຼວງພະບາງ ກໍໄດ້ມອບໃບຍ້ອງຍໍໃຫ້ກັບສາຂາທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ ວຽກ ງານ ວິຊາ ສະເພາະຕະຫຼອດໄລຍະ 10 ປີ (2013-2023) ໄດ້ຮັບໃບຍ້ອງຍໍຈາກກົງສຸນໃຫຍ່ ສສ ຫວຽດນາມ ປະຈໍາ ແຂວງ ຫຼວງພະບາງ ວ່າເປັນພາກສ່ວນທີ່ພົ້ນເດັ່ນໃນວຽກເຊື່ອມຕໍ່ສາຍພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ ແລະ ໄດ້ຮັບໃບຍ້ອງຍໍຈາກ LaoVietBank ສຳນັກງານໃຫຍ່ວ່າເປັນຫົວຫນ່ວຍທີ່ປະກອບສ່ວນຢ່າງຕັ້ງຫນ້າຕະຫຼອດໄລຍະເວລາ 10 ປີເຂົ້າໃນການພັດທະນາ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈຳກັດ. ພິ​ທີ​ດັ່ງ​ກ່າວ​ຈັດ​ຂຶ້ນໃນວັນທີ 23 ມີິນາ 2023 ທີ່ຜ່ານມາ ນະ​ຄອນຫຼວງ​ພະ​ບາງ ແຂວງຫຼວງພະບາງ ເຂົ້າຮ່ວມງານສະເຫຼີມສະ ຫຼອງຄົບຮອບວັນສ້າງຕັ້ງໃນຄັ້ງນີ້ ມີບັນດາຕາງຫນ້າການນຳແຂວງ ແລະ ນະຄອນຫຼວງພະບາງໂດຍແມ່ນ ທ່ານ ນາງ ສີລິ ພອນ ສຸພັນທອງ ຮອງເຈົ້າແຂວງແຂວງຫຼວງພະບາງ ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ທ່ານ ນາງ ພຸດດາ ວັນ ສິຣິສົມບັດ ຮອງຫົວຫນ້າທະນາຄານ ແຫ່ງ ສປປ ລາວ ສາຂາ ພາກເຫນືອ ປະຈຳແຂວງຫຼວງພະບາງ ກໍ່ໄດ້ໃຫ້ກຽດເຂົ້າ ຮ່ວມ ທ່ານ ຫງວຽນ ຮຸຍ ຮຸ່ງ ຕາງໜ້າ ກົງສຸນໃຫຍ່ ສສ ຫວຽດນາມ ປະຈຳແຂວງຫຼວງພະບາງ ພ້ອມ​ພາກ​ສ່ວນ​ກ່ຽວ​ຂ້ອງ. Share:FacebookTwitter
LaoVietBank ສາຂາຫຼວງພະບາງ ຈັດງານສົມມະນາຄຸນລູກຄ້າ ສະຫຼອງວັນສ້າງຕັ້ງທະນາຄານຄົບຮອບ 10 ປີ
https://v2.vientianemai.net/archives/56623
ງານແຂ່ງຂັນສິລະປະວັນນະຄະດີ ຂອງຊາວໜຸ່ມເມືອງນາຊາຍທອງ ຈັດຂຶ້ນວັນທີ 29 ມີນາ 2023 ທີ່ສວນພຶດສາ ບ້ານດານຊີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ວຽງຄໍາ ສີຫາໂຄດ ເຈົ້າເມືອງນາຊາຍທອງ ທ່ານ ນາງ ລັດດາພອນ ປອນສາຍຄໍາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ນະຄອນຫຼວງວຽງຈັນ ທ່ານ ນາງ ປາວິນາ ສຸຂະບັນດິດ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງນາຊາຍທອງ ພ້ອມດ້ວຍ ຜູ້ຕາງໜ້າຈາກຫ້ອງການ ຂະແໜງການ ພະນັກງານຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ. ການຈັດງານຄັ້ງນີ້ ເພື່ອເປັນການສ້າງຂະບວນການຄຳນັບຊົມເຊີຍ ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ແລະ ວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ທີ່ຈະມາເຖິງໃນມໍ່ໆນີ້ ແລະ ເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ 8 ຂອງຄະນະບໍລິຫານງານຊາວໜຸ່ມເມືອງນາຊາຍທອງ ໃຫ້ປະກົດຜົນເປັນຈິງ ເປັນການກວດກາຊີ້ນໍາ-ນໍາພາ ຂອງຄະນະຊາວໜຸ່ມ ກະຕຸກຊຸກຍູ້ ແລະ ຍົກສູງພາລະບົດບາດການຈັດຕັ້ງຄະນະຊາວໜຸ່ມແຕ່ລະຂັ້ນໃຫມີຄວາມເຂັ້ມແຂງຂຶ້ນເທື່ອລະກ້າວ ພ້ອມດຽວກັນ ເພື່ອເຮັດໃຫ້ຊາວໜຸ່ມ-ໄວໜຸ່ມ ທີ່ສັງກັດຢູ່ແຕ່ລະຮາກຖານ ໄດ້ມີໂອກາດພົບປະແລກປ່ຽນບົດຮຽນ ໃນການຊີ້ນໍາ-ນໍາພາ ເຄື່ອນໄຫວກິດຈະກໍາດ້ານຕ່າງໆ ກ້າສະແດງອອກທາງດ້ານຄວາມສາມາດ ແລະ ພອນສະຫວັນຂອງຕົນ ເປັນສ່ວນໜຶ່ງໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ໂດຍສະເພາະແມ່ນການແກ້ໄຂບັນຫາສິ່ງເສບຕິດ ເປັນການຊັກຊວນເຮັດໃຫ້ຊາວໜຸ່ມ-ໄວໜຸ່ມ ຫັນມາເຂົ້າຮ່ວມເຄື່ອນໄຫວດ້ານກິດຈະກໍາຕ່າງໆນໍາອົງການຈັດຕັ້ງໃຫ້ຫຼາຍຂຶ້ນ.     ໃນງານດັ່ງກ່າວ ມີກິດຈະກໍາເຂົ້າຮ່ວມສະແດງ ແລະ ແຂ່ງຂັນ 6 ກິດຈະກໍາ ຄື: ຂັບລໍາທ້ອງຖິ່ນ ຮ້ອງເພງດຽວ ຟ້ອນລວມໝູ່ຍິງ-ຊາຍ ຕອບຄໍາຖາມວິທະຍາສາດ ເດີນແບບອາພອນທີ່ປະດິດຈາກສິ່ງເສດເຫຼືອ ອານຸລັກຮັກສາສິ່ງແວດລ້ອມ ແລະ ແຂ່ງຂັນກີລາເປຕັງ. Share:FacebookTwitter
ນາຊາຍທອງ ແຂ່ງຂັນສິລະປະວັນນະຄະດີ ປະຈໍາປີ 2023
https://v2.vientianemai.net/archives/56631
ຈາກຜົນຂອງກອງປະຊຸມເພື່ອສະຫຼຸບການຈັດຕັ້ງປະຕິບັດວຽກງານການຮ່ວມມືກັບຕ່າງປະເທດ ໂດຍຜ່ານປະຕູດຽວ ໃນຂະແໜງການສຶກສາ ແລະ ກີລາ ປະຈຳປີ 2022 ແລະ ແຜນປີ 2023 ໃນວັນທີ 29 ມີນາ 2023 ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ ໂດຍເປັນປະທານຂອງ ທ່ານ ນາງ ສິລິນທອນ ສັກລໍຄຳ ຫົວໜ້າກົມຮ່ວມມືກັບຕ່າປະເທດ ກະຊວງ ສສກ ໄດ້ຊີ້ໃຫ້ເຫັນຜົນສຳເລັດຫຼາຍໜ້າວຽກ ສຳຄັນ. ໂດຍສະເພາະ ທ່ານ ພູວັນ ວົງສຸທິ ຮອງຫົວໜ້າກົມຮ່ວມມືກັບຕ່າປະເທດ ກະຊວງ ສສກ ໄດ້ລາຍງານສະຫຼຸບການເຄືອນໄຫວວຽກງານຮ່ວມມືກັບຕ່າງປະເທດ ປະຈຳປີ 2022 ແລະ ແຜນການເຄື່ອນໄຫວປະຈຳປີ 2023 ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງພາລະບົດບາດ ຜົນງານທີ່ພົ້ນເດັ່ນ ຂໍ້ສະດວກ ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າຍຕ່າງໆ ໂດຍສະເພາະໜ້າວຽກສຳຄັນ ທີ່ຈະໄດ້ສຸມໃສ່ໃນການຈັດຕັ້ງປະຕິບັດ ໃນປີ 2023 ເປັນຕົ້ນ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາໜ້າວຽກ ໂດຍສະເພາະກະກຽມ ແລະ ລົງນາມໃນແຜນການຮ່ວມມື ປະຈຳປີ 2023 ລະຫວ່າງ ກະຊວງ ສສກ ຂອງ ສປປ ລາວ ແລະ ກະຊວງສຶກສາທິການ ແລະ ກໍ່ສ້າງ ສສ ຫວຽດນາມ ແລະ ອະນຸສັນຍາຮ່ວມມືວ່າດ້ວຍການກໍ່ສ້າງບຸກຄະລາກອນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ປະສານງານ ແລະ ອໍານວຍຄວາມສະດວກໃນຊຸດຮຽນກຽມພາສາຫວຽດຂັ້ນ ພື້ນຖານ ໄລຍະ 3-4 ເດືອນ ໃຫ້ແກ່ນັກສຶກສາ ແລະ ພະນັກງານ ທີ່ໄດ້ຮັບທຶນການສຶກສາຈາກ ລັດຖະບານ ສສ ຫວຽດນາມ ເພື່ອກຽມໄປຮຽນຕໍ່ທີ່ ສສ ຫວຽດນາມ ຮັບຕ້ອນ ແລະ ຈັດສົ່ງຄູຫວຽດນາມ ຈຳນວນ 35 ທ່ານ ທີ່ມາປະຈຳການສອນພາສາຫວຽດຢູ່ບັນດາກະຊວງ ອົງການ ມະຫາວິທະຍາໄລ ວິທະຍາໄລ ແລະ ໂຮງຮຽນສາມັນ ຢູ່ແຂວງພາກເໜືອ ແລະ ໃຕ້ ຂອງ ສປປ ລາວ ກະກຽມ ແລະ ລົງນາມໃນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືດ້ານວິທະຍາສາດ ລະຫວ່າງ ກະຊວງ ສສກ ສປປ ລາວ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ລົງຕິດຕາມຊຸກຍູ້ໂຄງການຮ່ວມມືໃນຂະແໜງການສຶກສາ ແລະ ກິລາ ລະຫວ່າງ 10 ແຂວງພາກເໜືອ ຂອງ ສປປ ລາວ ແລະ ພະແນກສຶກສາແຂວງຢຸນນານ, ສປ ຈີນ ຈັດກອງປະຊຸມຖອດຖອນບົດຮຽນເພື່ອຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດວຽກງານການຮ່ວມມື ລາວ-ຝຣັ່ງ ສືບຕໍ່ຮ່ວມມືກັບພະແນກສຶກສາ ແຂວງຈຸງຈ໋ອງນາມໂດ ສ ເກົາຫຼີ ເພື່ອຈັດຝຶກອົບຮົມໄອຊີທີໃຫ້ກັບຄູ ແລະ ພະນັກງານຂະແຫນງການສຶກສາ ແລະ ກີລາ ແລະ ສືບຕໍ່ປະສານກັບກະຊວງການສຶກສາຊັ້ນສູງ ວິທະຍາສາດ ແລະ ນະວັດຕະກໍາ ປະເທດໄທ ກ່ຽວກັບການຈັດສັນ ແລະ ປະກາດຮັບສະໝັກທຶນການສຶກສາ 700 ທືນ ທີ່ລັດຖະບານໄທ ມອບໃຫ້ ສປປ ລາວ ເພື່ອໃຫ້ສາມາດສົ່ງນັກສຶກສາໄປຮຽນໃນປີ 2023 ແລະ ວຽກງານປິ່ນອ້ອມອື່ນໆອີກຈຳນວນໜຶ່ງ. Share:FacebookTwitter
ປີ 2023 ກະຊວງ ສຶກສາທິການ ແລະ ກີລາ ຈະສືບຕໍ່ຈັດຕັ້ງປະຕິບັດຫຼາຍໜ້າວຽກສຳຄັນ
https://v2.vientianemai.net/archives/56638
ກອງປະຊຸມປຶກສາຫາລືກ່ຽວກັບເນື້ອໃນແບບສອບຖາມກ່ຽວກັບການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ ອາໄສທົ່ວປະທດ ຄັ້ງທີ 5 ປີ 2025 (PHC 2025) ຈັດຂຶ້ນວັນທີ 30 ມີນາ 2023 ທີ່ໂຮງແຮມແລນມາກ ມີທ່ານ ນາງ ພອນສະຫຼີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ທ່ານນາງ ມາລຽມ ເອ ຄານ ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ທ່ານ Michael Ronning ຜູ້ຕາງໜ້າອົງການ USAID ປະຈຳ ສປປ ລາວ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.     ທ່ານນາງ ພອນສະຫຼີ ສຸກສະຫວັດ ກ່າວວ່າ ເພື່ອໃຫ້ສາມາດກໍາໄດ້ສະພາບການປ່ຽນແປງການເຄື່ອນເໜັງຂອງທຸກສະພາບການໃນແຕ່ລະໄລຍະຢ່າງເລິກເຊິ່ງນັ້ນ ວຽກງານສະຖິຕິເປັນວຽກງານໜຶ່ງ ທີ່ມີບົດບາດສຳຄັນ ແລະ ຮຽກຮ້ອງໃຫ້ມີການປັບປຸງຢ່າງເປັນລະບົບຕໍ່ເນື່ອງ ເພື່ອສະໜອງຂໍ້ມູນໃຫ້ແກ່ລັດຖະບານ ເປັນບ່ອນອີງໃນການຕັດສິນການວາງນະໂຍບາຍຕ່າງໆໃຫ້ມີຄວາມຖືກຕ້ອງ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ ໃນກົດໝາຍວ່າດ້ວຍສະຖິຕິ ແລະ ຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດໄດ້ກຳນົດ ຢ່າງຈະແຈ້ງກ່ຽວກັບບົດບາດໜ້າທີ່ຂອງແຕ່ລະພາກສ່ວນໃນການຈັດຕັ້ງປະຕິບັດການສຳຫຼວດຂໍ້ມູນສະຖິຕິຕ່າງໆທີ່ຈໍາເປັນໃນແຕ່ລະໄລຍະ ເຊິ່ງໜຶ່ງໃນນັ້ນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສແມ່ນສຳຫຼວດ ໃນທຸກໆ 10 ປີ ໂດຍແມ່ນສູນສະຖິຕິແຫ່ງຊາດເປັນເຈົ້າການຫຼັກໃນການຈັດຕັ້ງປະຕິບັດ ເຊິ່ງຜ່ານການ ສຳຫຼວດດັ່ງກ່າວໃນ 4 ຄັ້ງທີ່ຜ່ານມາໄດ້ສະໜອງຂໍ້ມູນທີ່ສຳຄັນກ່ຽວກັບສະພາບການດໍາລົງຊີວິດຂອງ ພົນລະເມືອງ ບັນຫາທາງດ້ານສຸຂະພາບ ແລະ ໂພສະນາການຂອງແມ່ຍິງ ແລະ ເດັກນ້ອຍ ການເຂົ້າເຖິງການບໍລິການຕ່າງໆຂອງປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ ເປັນແຫຼ່ງຂໍ້ມູນທີ່ສຳຄັນ ແລະ ນຳໃຊ້ເຂົ້າໃນການປະເມີນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ VIII ເປັນບ່ອນອີງໃຫ້ແກ່ການສ້າງແຜນ 5 ປີ ຄັ້ງທີ IX ແລະ ການສ້າງບົດລາຍງານແຫ່ງຊາດແບບສະໝັກໃຈ ຄັ້ງທີ 1 ແລະ 2 (VNR1 ແລະ VNR2) ຂອງລັດຖະບານ ເຊິ່ງການສໍາຫຼວດດັ່ງກ່າວການກະກຽມເນື້ອໃນແບບສອບຖາມແມ່ນສຳຄັນຫຼາຍຕ້ອງໄປຕາມຈຸດປະສົງຂອງການສໍາຫຼວດເພື່ອໃຫ້ໄດ້ຂໍ້ມູນທີ່ຕ້ອງການ ແລະ ມີຄຸນນະພາບຕາມຄາດໝາຍ ສອດຄ່ອງກັບບຸລິມະສິດຂອງການພັດທະນາປະເທດ.     ເນື້ອໃນຂອງແບບສອບຖາມໃນຄັ້ງນີ້ ແມ່ນອີງໃສ່ບັນດາຄຳຖາມຂອງການສໍາຫຼວດໃນຄັ້ງທີ 4 ປີ 2015 ທີ່ຜ່ານມາ ເປັນພື້ນຖານ ແລະ ໄດ້ມີການເພີ່ມບາງເນື້ອໃນຄຳຖາມເຊັ່ນ ພາກແຮງງານ ພາກການເຄື່ອນຍ້າຍເພື່ອໃຫ້ມີຄວາມຄົບຖ້ວນຂອງການເກັບກຳຂໍ້ມູນຈາກການສໍາຫຼວດ ໃຫ້ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການ. Share:FacebookTwitter
ຫາລືເນື້ອໃນແບບສອບຖາມການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະທດຄັ້ງທີ 5
https://v2.vientianemai.net/archives/56643
ຄະນະກໍາມາທິການແມ່ນໍ້າຂອງສາກົນ ກຽມກອງປະຊຸມສຸດຍອດຄັ້ງທີ 4 ພາຍໃຕ້ຫົວຂໍ້ ນະວັດຕະກໍາ  ໃໝ່ ແລະ ການຮ່ວມ ມືເພື່ອຄໍ້າປະກັນຄວາມໜັ້ນຄົງດ້ານນໍ້າ ແລະ ເພື່ອການພັດທະນາແບບຍືນຍົງຂອງແມ່ນໍ້າຂອງ ເພື່ອ​ເປັນ​ເວ​ທີສົນທະນາ ກ່ຽວກັບສະພາບການປັດຈຸບັນ ຂອງການພັດທະນາພາກພື້ນ ບັນ ຫາທ້າທາຍ ແລະ ໂອກາດຕ່າງໆໃນ​ອ່າງ​ແມ່​ນ້ຳ​ຂອງ. ທ່ານ ດຣ ອານຸລັກ ກິດຕິຄຸນ ຫົວໜ້າກອງເລຂາຄະນະກໍາມາທິການແມ່ນໍ້າຂອງສາກົນ (ຄມສ) ໄດ້ໃຫ້ສໍາພາດກັບສື່ສານ ມວນຊົນ ໃນໂອກາດການກະກຽມກອງປະຊຸມສຸດຍອດຄັ້ງທີ 4 ຂອງ ຄມສ ເຊິ່ງຈະຈັດຂຶ້ນພ້ອມກັນກັບກອງປະຊຸມສໍາມະ ນາສາກົນ ໃນວັນທີ 2-5 ເມສາ 2023 ທີ່ຈະມາເຖິງນີ້ ຢູ່ນະ ຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ “ນະວັດຕະກໍາໃໝ່ ແລະ ການ ຮ່ວມມືເພື່ອຄໍ້າປະກັນຄວາມໜັ້ນຄົງດ້ານນໍ້າ ແລະ ເພື່ອການພັດທະນາແບບຍືນຍົງຂອງແມ່ນໍ້າຂອງ” ເຊິ່ງທ່ານໄດ້ກ່າວວ່າ: ກອງປະຊຸມສຸດຍອດຄັ້ງນີ້ ຈະໄດ້ສົນທະນາກ່ຽວກັບສະພາບການປັດຈຸບັນ ຂອງການພັດທະນາພາກພື້ນ ບັນຫາທ້າທາຍ ແລະ ໂອກາດຕ່າງໆ ໃນອ່າງແມ່ນໍ້າແຫ່ງນີ້ ພ້ອມທັງຈະຢ້ຳຄືນການສະໜັບສະໜູນຂອງປະເທດເຫຼົ່ານີ້ ຕໍ່ກັບພາລະໜ້າທີ່ ຂອງ ຄມສ ເຊິ່ງຈະເປັນການສົ່ງເສີມການຮ່ວມມືລະດັບພາກພື້ນ ແລະ ການພັດທະນາດ້ວຍຄວາມຮັບຜິດຊອບ ໃນບັນດາ ປະເທດແມ່ນໍ້າຂອງທັງ 4 ປະເທດ. ໂດຍອີງຕາມບົດລາຍງານສະຖານະພາບຂອງອ່າງແມ່ນໍ້າຂອງ ທີ່ໄດ້ຈັດພິມເຜີຍແຜ່ໃນປີ 2019 ນັ້ນ ບັນດາຕົວຊີ້ວັດດ້ານ ສິ່ງແວດລ້ອມຫຼາຍຕົວໄດ້ກາຍມາເປັນສີແດງ ທີ່ເຕືອນໃຫ້ທຸກພາກສ່ວນຕ້ອງຮ່ວມກັນແກ້ໄຂ ໂດຍສະເພາະແມ່ນຕົວຊີ້ວັດ ທີ່ກ່ຽວຂ້ອງກັບການໄຫຼຂອງນໍ້າ ແລະ ການເຄື່ອນຍ້າຍຂອງຕະ ກອນ ເຂດດິນທາມ ເຂດສັນປັນນໍ້າ ແລະ ຊີວະນາໆພັນ ເພື່ອແກ້ໄຂບັນຫາທ້າທາຍຂອງແມ່ນໍ້າຂອງ ນັ້ນ ຄມສ ເບິ່ງເຫັນເຖິງຄວາມຈໍາເປັນທີ່ຈະຕ້ອງເອົາໃຈໃສ່ໃນວຽກງານແລກ ປ່ຽນຂໍ້ມູນ ແລະ ການປະສານງານກັບບັນດາໂຄງການກໍ່ສ້າງໂຄງລ່າງພື້ນຖານທາງນໍ້າ ແລະ ຈໍາເປັນຕ້ອງຫ້າວຫັນຫຼາຍຂຶ້ນ ໃນການວາງແຜນການລະດັບພາກພື້ນ ເພື່ອພັດທະນາບັນດາໂຄງການຮ່ວມລົງທຶນຕ່າງໆ ນອກຈາກນັ້ນ ກໍຍັງມີຄວາມຈໍາ ເປັນທີ່ຕ້ອງຮ່ວມງານຫຼາຍຂຶ້ນກັບປະເທດຈີນ ແລະ ປະເທດມຽນມາ ເພື່ອວ່າທັງ 6 ປະເທດນີ້ ຈະສາມາດຮ່ວມມືກັນປົກ ປ້ອງແມ່ນໍ້າຂອງ. ທ່ານ ດຣ.ອານຸລັກ ກິດຕິຄຸນ ກ່າວອີກວ່າ: ຄມສ ໄດ້ບັນລຸຜົນສໍາເລັດຈໍານວນໜຶ່ງແລ້ວ ໃນການຊ່ວຍ ເຫຼືອດ້ານວິຊາການ ສໍາລັບການຮ່ວມມືລະດັບພາກພື້ນ ເຮັດໃຫ້ການພັດທະນາແມ່ນໍ້າຂອງມີຄວາມຍືນຍົງ ລວມທັງການສໍາເລັດເອກະສານ ຍຸດທະສາດພັດທະນາອ່າງແມ່ນໍ້າຂອງ ເຊິ່ງເປັນຍຸດທະສາດພິມຂຽວ ສໍາລັບອ່າງນໍ້າທັງໝົດ ບັນດາປະເທດສະມາຊິກທັງ 4 ປະເທດ ໄດ້ຮັບຮອງເອົາຄໍາແນະນໍາຂອງ ຄມສ ສໍາລັບ ການພັດທະນາພະລັງງານທາງນໍ້າລຽບຕາມແມ່ນໍ້າຂອງ ສິ່ງດັ່ງກ່າວ ມານີ້ ແມ່ນເພື່ອຮັບ ປະກັນວ່າ ຜົນກະທົບຂ້າມຊາຍແດນຈາກການພັດທະນາໂຄງລ່າງພື້ນຖານໃນອະນາຄົດ ຈະໄດ້ຮັບການ ຫຼຸດຜ່ອນໃຫ້ໜ້ອຍລົງ ພ້ອມທັງຮັບປະກັນຄວາມສົມດູນລະຫວ່າງ ການຂະຫຍາຍຕົວທາງເສດຖະ ກິດ ແລະ ຄວາມຍືນຍົງ ດ້ານສິ່ງແວດລ້ອມ. Share:FacebookTwitter
ຄມສ ກຽມກອງປະຊຸມສຸດຍອດຄັ້ງທີ 4 ປຶກສາຫາລືກເພື່ອການພັດທະນາແບບຍືນຍົງໃນແມ່ນ້ຳຂອງ
https://v2.vientianemai.net/archives/56648
ກອງປະຊຸມເຝີກອົບຮົມການຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ ວຽກງານພັດທະນາຊົນນະບົດຮອບດ້ານ ແກ້ໄຂ ຄວາມທຸກຍາກ ແລະ ວຽກງານ 3 ສ້າງ ທົ່ວນະຄອນຫຼວງວຽງ (ນວ)​ ຈັດຂຶ້ນວັນທີ 30 ມີນາ 2023 ຢູ່ຫ້ອງວ່າການປົກຄອງ ນວ ໂດຍເປັນປະທານຂອງທ່ານ ອາດສະພັງທອງ​ ສີພັນດອນ ​ເຈົ້າຄອງນະຄອນຫຼວງວຽງຈັນ​ ມີຄະນະພັກ ນວ ຫົວໜ້າພະ ແນກການ ແລະ ພະນັກງານກໍ່ສ້າງຮາກຖານຂັ້ນນະຄອນຫຼວງ ແລະ ຂັ້ນເມືອງເຂົ້າຮ່ວມ. ທ່ານ ອາດສະພັງທອງ ສີພັນດອນ ກ່າວວ່າ: ກອງປະຊຸມຄັ້ງນີ້ສຸດທີ່ມີຄວາມໝາຍຄວາມສໍາຄັນຍິ່ງ ເພາະເປັນການຈັດຕັ້ງ ຜັນຂະຫຍາຍຄຳສັ່ງແນະນຳ ສະບັບເລກທີ 233/ຄລສພ ແລະ ການປະຕິບັດມະຕິຂອງຄະ ນະປະຈໍາພັກ ນວ ສະບັບເລກທີ 206/ຄປພ.ນວ ເພື່ອຫັນພະນັກງານລົງຮາກຖານການເມືອງຕົວຈິງ ສະ ນັ້ນຈຶ່ງເວົ້າໄດ້ວ່າ ວຽກງານກໍ່ສ້າງຮາກຖານການ ເມືອງ ວຽກງານພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ແມ່ນສ້າງໃຫ້ປະຊາຊົນບັນດາເຜົ່າໃຫ້ມີຄວາມເຂັ້ມ ແຂງ ກ່ອນອື່ນຕ້ອງສ້າງບ້ານເປັນຫົວ     ໜ່ວຍພັດທະນາກ່ອນ ເມືອງຈຶ່ງຈະເປັນເມືອງເຂັ້ມແຂງຮອບດ້ານ ແລະ ສາມາດປະ ຕິບັດຕາມທິດສ້າງແຂວງເປັນຫົວໜ່ວຍຍຸດທະສາດໄດ້ເທື່ອລະກ້າວ ທັງນີ້ເພື່ອແນໃສ່ເຮັດໃຫ້ປະເທດລາວຫຼຸດຜົນອອກ ຈາກສະຖານະພາບປະເທດດ້ອຍພັດນາໃນປີ 2026. ການຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ຄະນະພັກ ອົງການປົກຄອງ ນວ ໄດ້ສຸມທຶນຮອນ ແລະ ບຸກຄະລາກອນລົງຊຸກຍູ້ ນຳພາ-ຊີ້ນຳເພື່ອເຮັດບັນດາບ້ານ ກຸ່ມບ້ານ ແລະ ຄຸ້ມບ້ານ ກາຍເປັນບ້ານແບບຢ່າງດ້ານຕ່າງໆ ໃຫ້ໄດ້ປະກາດຮັບຮອງເປັນບ້ານພັດທະນາ ແລະ ເປັນຕົວເມືອງນ້ອຍໃນ ຊົນນະບົດ ເປັນການເຝີກຝົນຫຼໍ່ຫຼອມການສ້າງພະ ນັກງານສືບທອດປ່ຽນແທນ ທີ່ຮູ້ເຮັດວຽກຢູ່ຂັ້ນຮາກຖານບ້ານຂຶ້ນມາ ເພື່ອບັນຈຸເຂົ້າໃນຕຳແໜງງານທີ່ ເໝາະສົມ ຢູ່ບັນດາພະແນການ ອົງການ ກົມກອງ ແລະ ບັນດາຫ້ອງການ ອ້ອມຂ້າງ ນະຄອນຫຼວງ ແລະ ເມືອງ ເພື່ອສູ້ຊົນສ້າງບ້ານໃຫ້ກາຍເປັນຫົວໜ່ວຍພັດທະນາ ສ້າງເມືອງໃຫ້ເປັນເມືອງເຂັ້ມແຂງຮອບ ດ້ານ ຕາມທິດ 3 ສ້າງໃນໄລຍະໃໝ່ ຂອງ ນວ ກຳນົດອອກໃຫ້ປະກົດຜົນເປັນຈິງເທື່ອລະກ້າວ. ກອງປະຊຸມຄັ້ງນີ້ຍັງໄດ້ຮັບຟັງການເຜີຍແຜ່ມະຕິຄະນະປະຈຳພັກ ນວ ເລກທີ 206/ຄປພ.ນວ ວ່າດ້ວຍການຈັດຕັ້ງປະຕິບັດ ຄຳແນະນຳສະບັບເລກທີ 233 ຂອງຄະນະເລຂາທິການສູນກາງພັກ ກ່ຽວກັບວຽກງານດັ່ງກ່າວ ຜ່ານມະຕິຕົກລົງວ່າດ້ວຍການ ແຕ່ງຕັ້ງພະນັກງານລົງກໍ່ສ້າງຮາກຖານການມເມືອງ ພັດທະນາທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ວຽກງານ 3 ສ້າງ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຢູ່ ນວ ຮອດປີ 2025 ເຜີຍແຜ່ເຊື່ອມຊຶມມະຕິ ສະບັບເລກທີ 056/ຄລສພ ວ່າດ້ວຍການປັບປຸງຮາກຖານການເມືອງລະບອບປະຊາທິປະໄຕ ໃຫ້ເຂັ້ມແຂງ ແລະໜັກແໜ້ນ ພ້ອມທັງເຜີຍແຜ່ຄໍາ ສັ່ງແນະນຳຂອງທ່ານເຈົ້າຄອງ ນວ ວ່າດ້ວຍການຈັດຕັ້ງຜັນຂະຫຍາຍມະຕິຂອງຄະນະປະຈຳພັກ ນວ  ທີ່ຕິດພັນກັບວຽກງານ ດັ່ງກ່າວຈຳນວນໜຶ່ງຕື່ມອີກ. Share:FacebookTwitter
ນວ ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງຕາມທິດ 3 ສ້າງ
https://v2.vientianemai.net/archives/56653
ພິທີເປີດສຳນັກງານໃຫຍ່ຫຼັງໃໝ່ ຂອງທະນາຄານ ບີໄອຊີ ລາວ ຈຳກັດ ເພື່ອສະເຫຼີມສະຫຼອງຄວາມສຳເລັດຂອງທະນາຄານ ບີໄອຊີ ລາວ ຈຳກັດ ຄົບຮອບ 15 ປີ  ເຊິ່ງໄດ້ຈັດຂື້ນໃນວັນທີ 24 ມີນາ 2023  ທີ່ສຳນັກງານດັ່ງກ່າວ ຢູ່ບ້ານໂພນສະອາດ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ  ທ່ານ ປອ.ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ມີບັນດາລັດຖະມົນຕີ ແລະ ຮອງລັດຖະມົນຕີ ຈາກກະຊວງ  ຕາງໜ້າຈາກຄູ່ຮ່ວມຍຸດທະສາດ ແລະ ບັນດາລູກຄ້າເຂົ້າຮວມ.           ທະນາຄານ ບີໄອຊີ ລາວ ຈຳກັດ ແມ່ນເປັນສາຂາຂອງທະນາຄານຕ່າງປະເທດ ທີ່ມີຮູບແບບການດຳເນີນງານຕາມມາດຕະຖານສາກົນ ນັບແຕ່ປີ 2008 ເປັນຕົ້ນມາ ໃນຕະຫລອດໄລຍະເວລາ 15 ປີ ທີ່ຜ່ານມາ ທະນາຄານ ໄດ້ມີການພັດທະນາ ແລະ ເຕີບໃຫຍ່ຢ່າງກ້າວກະໂດດ ຊຶ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດຂອງລາວ ດ້ວຍການສະໜອງທຶນໃຫ້ແກ່ບັນດາໂຄງການ ແລະ ຫົວໜ່ວຍທຸລະກິດທີ່ສຳຄັນ ເພື່ອກະຕຸ້ນການສ້າງໂອກາດ ແລະ ຄວາມສາມາດຂອງທຸລະກິດໃຫ້ມີຄວາມຫຼາກຫຼາຍໃນການພັດທະນາ ທັງໃນຂົງເຂດພາກລັດ ແລະ ເອກະຊົນ.     ໃນໂອກາດດັ່ງກ່າວ ທ່ານ ປອ. ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ໄດ້ກ່າວວ່າ:   “ທະນາຄານ ບີໄອຊີ ເປັນທະນາຄານທຸລະກິດ ທີ່ມີປະຫວັດຍາວນານ ໃນ ສປປ ລາວ  ເປັນທະນາຄານທີ່ດໍາເນີນທຸລະກິດຢ່າງຫ້າວຫັນ ແລະ ມີປະສິດທິຜົນ ພ້ອມດຽວກັນກໍ່ປະຕິບັດຕາມລະບຽບຫລັກການຂອງການຄຸ້ມຄອງທະນາຄານທຸລະກິດ ທີ່ທະນາຄານແຫ່ງ ສປປ ລາວ ວາງອອກຢ່າງເຂັ້ມງວດ”.        ໃນຊ່ວງກ່າວເປີດງານ ນອກນັ້ນ ທ່ານ ປອ. ລິດທິກອນ ພູມມະສັກ ປະທານສະພາບໍລິຫານທະນາຄານ ບີໄອຊີ ລາວ ຈໍາກັດ ໄດ້ກ່າວວ່າ: “ທະນາຄານ ບີໄອຊີ ມີ ເຕັກນິກ ແລະ ຂັ້ນຕອນໃນ ການການປະເມີນດ້ານສິນເຊື່ອທີ່ຮັດກຸມ ຄຽງຄູ່ກັບການຄຸ້ມຄອງ ແລະ ການປະຕິບັດຕາມລະບຽບຫລັກການຢ່າງເຄັ່ງຄັດ ຊຶ່ງເປັນພື້ນຖານຂອງອົງກອນທີ່ມີການບໍລິຫານຄວາມສ່ຽງຢ່າງມີປະສິດທິພາບ. ທະນາຄານ ບີໄອຊີ ໄດ້ຍຶດໝັ້ນໃນຄໍາຂວັນ ທີ່ວ່າ: “ເພາະພວກເຮົາຫ່ວງໃຍ ແລະ ໃສ່ໃຈ” ເປົ້າໝາຍສູງສຸດຂອງທະນາຄານແມ່ນຢາກເຫັນລູກຄ້າເຕີບໃຫຍ່ ແລະ ປະສົບຜົນສຳເລັດຢ່າງບໍ່ຢຸດຢັ້ງ”.         ທະນາຄານບີໄອຊີ ໄດ້ກຳນົດແຜນຍຸດທະສາດໃນການດໍາເນີນທຸລະກິດຄືນໃໝ່ ໂດຍເນັ້ນໃສ່ການສົ່ງເສີມການລົງທຶນ  ແລະ ສະໜອງການບໍລິການຕາມຄວາມຕ້ອງການສະເພາະຂອງລູກຄ້າແຕ່ລະບຸກຄົນ ຫລື ເອີ້ນວ່າ “Investment and Private Banking”. ແຜນຍຸດທະສາດນີ້ ຈະຊ່ວຍໃຫ້ທະນາຄານສາມາດສັນສ້າງ ແລະ ພັດທະນາຜລິດຕະພັນ ໃຫ້ເໝາະສົມກັບຄວາມຕ້ອງການທີ່ແທ້ຈິງຂອງລູກຄ້າ.     ນອກນັ້ນທາງທະນາຄານຍັງໄດ້ ປະກອບສ່ວນໃນສັງຄົມໃນງານຄັ້ງນີ້ ທາງທະນາຄານໄດ້ເຊີນທາງ “ສູນ ອໍໍທິສຕິກ ລາວ” ເຂົ້າມາຮ່ວມໃນງານ ແລະ ພ້ອມທັງໄດ້ມີການຈັດວາງສະແດງຮູບພາບ ທີ່ຖືກແຕ້ມໂດຍນ້ອງໆຈາກ ສູນ ອໍໍທິສຕິກ ລາວ ຈໍານວນຫລາຍສິບແຜ່ນ. ໃນນັ້ນ ມີຮູບພາບຈໍານວນ 5 ແຜ່ນໄດ້ຖືກນໍາໄປປະມູນ ຊື່ງລວມຍອດເງິນທີ່ໄດ້ຈາກການປະມູນດັ່ງກ່າວແມ່ນ 120 ລ້ານກີບ  ນອກນີ້ຍັງມີການປະກອບສ່ວນບໍລິຈາກໂດຍແຂກທີ່ເຂົ້າຮ່ວມງານ ຈໍານວນ 24,6 ລ້ານກວ່າກີບ ແລະ 13,000 ບາດ. ລາຍຮັບທັງໝົດຈະຖືກມອບໃຫ້ ສູນ ອໍໍທິສຕິກ ລາວ ເພື່ອສ້າງໂຮງຮຽນສໍາລັບເດັກອໍໍທິສຕິກ.          ສຳນັກງານໃຫຍ່ຫຼັງໃໝ່ນີ້ ຕັ້ງຢູ່ໃກ້ກັບ ປະຕູໄຊ ແລະ ໃກ້ກັບບັນດາທະນາຄານໃຫຍ່ໆ ຖືເປັນສູນກາງທາງການເງິນຢູ່ໃນນະຄອນຫຼວງວຽງຈັນ. ຕົວອາຄານຂອງສຳນັກງານໃຫຍ່ໄດ້ຖືກອອກແບບຢ່າງພິຖີພິຖັນ ມີລວດລາຍທີ່ປະກອບດ້ວຍຕົ້ນໄມ້ໄຜ່ ແລະ ການເຄືອບສີເງິນທີ່ງົດງາມ ສິ່ງເຫຼົ່ານີ້ແມ່ນຄວາມຕັ້ງໃຈຂອງທາງທະນາຄານ ທີ່ຈະສ້າງສະພາບແວດລ້ອມບ່ອນເຮັດວຽກທີ່ງົດງາມ ທັນສະໄໝ ສາມາດຈຸດປະກາຍແນວຄວາມຄິດສ້າງສັນໃຫ້ແກ່ກຸ່ມຄົນລຸ້ນຕໍ່ໆໄປ. ສັນຍາລັກລາຍຕົ້ນໄມ້ໄຜ່ ຢູ່ເທິງອາຄານແມ່ນສະແດງເຖິງຄວາ໌ມແຂງແຮງ ແລະ ຍືນຍົງ, ຮາກຂອງມັນແລ່ນເລິກ ແລະ ແຜ່ກວ້າງ, ລໍາຕົ້ນມີຄວາມຢືດຢຸ່ນ ແລະ ບໍ່ແຕກຫັກ   ຊຶ່ງໝາຍເຖິງຄວາມຢືດຢຸ່ນ ແຕ່ຍັງຄົງຮາກຖານທີ່ແໜ້ນໜາ ແລະ ໝັ້ນຄົງ. ນອກນີ້,​ ກໍ່ຍັງເປັນສັນຍາລັກຂອງຄວາມວ່ອງໄວ ແລະ ຄວາມຕັ້ງໃຈ, ຊຶ່ງເປັນການສະທ້ອນເຖິງຄວາມສາມາດຂອງທະນາຄານທີ່ມີຄວາມວ່ອງໄວໃນການຮັບມືກັບສະພາບແວດລ້ອມທີ່ມີການປ່ຽນແປງຢ່າງຕໍ່ເນື່ອງ. ການເຄືອບສີເງິນຢູ່ບໍລິເວນອ້ອມຮອບອາຄານສະແດງເຖິງຄວາມເຂັ້ມແຂງ ຄວາມຮັ່ງມີ ແລະ ຄວາມສໍາເລັດ, ຊຶ່ງໄດ້ສື່ເຖິງຄວາມມຸ້ງໝັ້ນຕັ້ງໃຈໃນການພັດທະນາ ໂດຍບໍ່ຫວັ່ນໄຫວຕໍ່ກັບອຸປະສັກໃດໆ. ນີ້​ແມ່ນ​ການຕອກຢໍ້າ​ຄວາມ​ເຊື່ອ​ຂອງ​ທະ​ນາ​ຄານ​ທີ່​ວ່າ​ ໃນ​ທຸກອຸປະສັກ ແມ່ນມີ​ໂອ​ກາດທີ່ດີແຝງຢູ່ , ແລະ​ ການເບີ່ງເຫັນໂອກາດໃນ​ທຸກ​ສະ​ພາບ​ການທີ່​ທ້າ​ທາຍ. ການເປີດສໍານັກງານໃໝ່ແຫ່ງນີ້ ແມ່ນເປັນການສື່ເຖິງການເປີດກ້ວາງໂອກາດການຮ່ວມມືດ້ານທຸລະກິດ ແລະ ເປັນການເປີດຮັບຄວາມທ້າທາຍໃໝ່ໆ ຂອງທະນາຄານ, ປະກອບກັບການສະໜອງແນວຄວາມຄິດສ້າງສັນ ແລະ ນໍາສະເໜີວິທີການແກ້ໄຂບັນຫາທີ່ແທດເໝາະໃຫ້ແກ່ບັນດາຫົວໜ່ວຍທຸລະກິດ ເພື່ອຊ່ວຍຍົກລະດັບຮູບແບບການດໍາເນີນທຸລະກິດໃຫ້ດີຍີ່ງຂື້ນ. ສີ່ງເຫລົ່ານີ້ ຖືເປັນເອກະລັກຂອງທາງທະນາຄານ ທີ່ຈະສາມາດຊ່ວຍໃຫ້ລູກຄ້າໄດ້ຮັບຮູ້ໂອກາດທີ່ເປັນໄປໄດ້ສໍາລັບການປັບປຸງທຸລະກິດ ແລະ ໃຫ້ໄດ້ຮັບການບໍລິການທີ່ຫລາກຫລາຍ ບົນພື້ນຖານຂອງຄວາມຊື່ສັດຈິງໃຈ, ຄວາມປອງດອງ ແລະ ເອື້ອອາທອນ ເພື່ອສ້າງຄວາມເຂັ້ມແຂງ ແລະ ການເຕີບໃຫຍ່ແບບຍືນຍົງຮ່ວມກັນ. Share:FacebookTwitter
ທະນາຄານ ບີໄອຊີ ລາວ ຈຳກັດ ໄດ້ເປີດສຳນັກງານໃຫຍ່ຫຼັງໃໝ່
https://v2.vientianemai.net/archives/56666
ທະນາຄານ ກະສິກອນໄທ ຈຳກັດຜູ້ດຽວ ຈະຈັດໂຄງການ “KBank ຊ່ວຍແບ່ງ ເບົາ” ເພື່ອຊ່ວຍຫຼຸດພາ ລະຄ່າໃຊ້ຈ່າຍທີ່ສຳຄັນໃນຊີວິດປະຈຳວັນ ໃຫ້ບັນດາ ຜູ້ໄດ້ຮັບສິດໃນໂຄງການດັ່ງກ່າວ ເພື່ອເປັນຂອງຂວັນເນື່ອງໃນໂອກາດສະ ເຫຼີມສະຫຼອງປີໃໝ່ລາວ ພສ 2565 ທີ່ຈະມາເຖິງ.     ທ່ານ ນາງ ສຸດາມາດ ສຸຕັງຄານຸ ຜູ້ອຳນວຍການໃຫຍ່ທະນາຄານ ກະສິກອນ ໄທ ຈຳກັດຜູ້ດຽວ ໃຫ້ສໍາພາດເມື່ອບໍ່ດົນມານີ້ວ່າ: ໃນມື້ຂຶ້ນປີໃໝ່ລາວ ພສ 2565 ທີ່ຈະມາເຖິງ ທະນາຄານ ກະສິກອນໄທ ຈຳກັດຜູ້ດຽວ ໄດ້ຈັດໂຄງການ “KBank ຊ່ວຍແບ່ງເບົາ” ເພື່ອຊ່ວຍຫຼຸດພາລະຄ່າໃຊ້ຈ່າຍທີ່ສຳຄັນໃນຊີວິດ ປະຈຳວັນ ເຊັ່ນ: ຄ່າໄຟຟ້າ ຄ່ານ້ຳປະປາ ຄ່ານ້ຳມັນ ຄ່າແກ໊ສ ແລະ ສິນຄ້າອຸ ປະໂພກ-ບໍລິໂພກຕ່າງໆ ເຊິ່ງໂຄງການນີ້ມີໄລຍະເວລາ 3 ເດືອນ (ເມສາ-ມີ ຖຸນາ 2023) ໂດຍຈະເລີ່ມຕົ້ນຢູ່ນະຄອນຫຼວງວຽງຈັນ ເປັນພື້ນທີ່ທຳອິດ ແລະ ຈະຂະຫຍາຍໄປແຂວງຕ່າງໆໃນລຳດັບຕໍ່ໄປ ໂດຍທະນາຄານຕັ້ງເປົ້າ ໝາຍຜູ້ຮັບສິດໃນໂຄງການຈຳ ນວນ 20.000 ສິດ ພາຍໃຕ້ງົບປະມານຫຼາຍ ກວ່າ 5 ຕື້ກີບ ໂຄງການດັ່ງກ່າວ ຖືເປັນຂອງຂວັນປີໃໝ່ ໃນເດືອນ ເມສາ ນີ້.       ສຳລັບຜູ້ຮັບສິດຂອງເດືອນເມສາ ຕ້ອງເປີດແອັບພິເຄຊັ່ນ ເພື່ອຖ້າຮັບເງິນ ຜ່ານແອັບກະເປົາເງິນທີ່ມີຊື່ວ່າ QR KBank ຂອງທະນາຄານ ກະສິກອນໄທ ຈຳກັດຜູ້ດຽວ ພ້ອມສົ່ງຮູບຖ່າຍໃບແຈ້ງຄ່າໄຟຟ້າ ຄ່ານ້ຳປະປາຂອງເດືອນ ເມສາ 2023 ມາທີ່ Line ID: @KBankLaos ໂດຍຈະເລີ່ມເປີດຮັບຮູບຖ່າຍ ແຕ່ວັນທີ 11-30 ເມສາ 2023 ໃຫ້ສິດສຳລັບຜູ້ທີ່ສົ່ງຮູບຖ່າຍເຂົ້າມາຕາມ ລຳດັບ ແລະ ກົງກັບເງື່ອນໄຂ ເຊິ່ງສາມາດເບິ່ງລາຍລະອຽດ ເງື່ອນໄຂ ແລະ ຂໍ້ມູນເພີ່ມຕື່ມໄດ້ທີ່ Facebook ຂອງທະນາຄານຊື່ KBankLaos ຫຼື Line ID: @KBank Laos ຫຼື ສາມາດໂທຕິດຕໍ່ສອບຖາມໄດ້ທີ່ເບີ 021 253 341 ນັບແຕ່ມື້ນີ້ ເຖິງ 30 ເມສາ 2023. Share:FacebookTwitter
ກະສິກອນໄທ ເປີດໂຄງການ “ KBank ຊ່ວຍແບ່ງເບົາ” ເພື່ອຊ່ວຍຫຼຸດພາລະຄ່າຄອງຊີບ
https://v2.vientianemai.net/archives/56672
ເຂື່ອນໄຟຟ້າ ເທີນ-ຫີນບູນ ເປັນໜຶ່ງໃນບັນດາໂຄງການທີ່ປະສົບຜົນສຳເລັດຫຼາຍທີ່ສຸດໃນຂະແໜງພະລັງງານ ໄດ້ກາຍເປັນ ໂຄງການຕົວແບບໃນການປະຕິບັດພັນທະໂຄງການຕາມສັນຍາສໍາປະທານ ​ເຊິ່ງຜົນສຳ ເລັດຂອງໂຄງການພະລັງງານໄຟຟ້າ ເທີນຫີນບູນ ຈະສືບຕໍ່ເປັນກຳລັງແຮງທີ່ສຳຄັນເພື່ອປະກອບສ່ວນເຂົ້າໃນການພັດທະນາອຸດສາຫະກຳໄຟຟ້າຂອງປະເທດເຮົາ ໃນຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຍືນຍົງ. ທ່ານ ໂຣເບີດ ອາເລັນ ຜູ້ອຳນວຍການໃຫຍ່ບໍລິສັດ ເທີນ-ຫີນບູນ ພາວເວີ ຈໍາກັດ ກ່າວໃນ​ໂອ​ກາດສະເຫຼີມສະຫຼອງການດໍາ ເນີນທຸລະກິດຂອງ ບໍລິສັດ ເທີນ-ຫີນບູນພາວເວີ ຈໍາກັດ (THPC) ຄົບຮອບ 25 ປີວ່າ: ເຂື່ອນໄຟຟ້າເທີນ-ຫີນບູນ ໄດ້ເລີ່ມຜະ ລິດໄຟຟ້າເປັນທາງການແຕ່ວັນທີ 31 ມີນາ 1998 ເປັນຕົ້ນມາ ເຊິ່ງສາມາດຜະລິດກະແສໄຟຟ້າໄດ້ປະມານ 46.000 ຈິກາ ວັດໂມງ ຮອດທ້າຍປີ 2022 ເຂື່ອນໄຟຟ້າ ເທີນ-ຫີນບູນ ເປັນໜຶ່ງໃນບັນດາໂຄງການທີ່ປະສົບຜົນສຳເລັດຫຼາຍທີ່ສຸດໃນຂະ ແໜງພະລັງງານ ໄດ້ກາຍເປັນໂຄງການຕົວແບບໃນການປະຕິບັດພັນທະໂຄງການຕາມສັນຍາສໍາປະທານ ພ້ອມທັງມີກາປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ສາມາດຍາດໄດ້ຜົນສໍາເລັດທີ່ມີລັກສະນະຕໍ່ ເນື່ອງ ມີຄວາມໜັກແໜ້ນ ແລະ ຍືນຍົງ ຜົນງານທີ່ພົ້ນເດັ່ນ ແລະ ກາຍເປັນສັນຍາລັກຂອງຂະບວນວິວັດແຫ່ງການພັດທະ ນາ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງເຂື່ອນໄຟຟ້າ ເທີນ-ຫີນບູນ ໄລຍະເວລາ 25 ປີທີ່ຜ່ານມາ ແມ່ນໄດ້ພັດທະນາຈາກ ໄລຍະທີ I ທີ່ມີກຳລັງການຜະລິດພຽງແຕ່ 220 ເມກາວັດ ໃນເວລາເບື້ອງຕົ້ນທີ່ເປີດນໍາໃຊ້ໃນປີ 1998 ມາສູ່ການກໍ່ສ້າງໂຄງ ການ ເທີນ-ຫີນບູນ ພາກຂະຫຍາຍສໍາເລັດໃນປີ 2013 ໄດ້ເພີ່ມກຳລັງຕິດຕັ້ງ ແລະ ກຳລັງການຜະລິດຂຶ້ນເປັນ 2 ເທົ່າ ເປັນ 520 ເມກາວັດ ເຊິ່ງແມ່ນການລົງທຶນພາຍໃນຂອງບໍລິສັດ 100%  ໂດຍບໍ່ມີການລົງທຶນເພີ່ມເຕີມຈາກລັດຖະບານ ຫຼື ຜູ້ຖື ຫຸ້ນ. ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ເປັນບໍລິສັດທີ່ລັດຖະບານລາວຖືຮຸ້ນ 60% ຕາງໜ້າໂດຍບໍລິສັດຜະລິດໄຟຟ້າລາວມະ ຫາຊົນ (EDL-Gen) ອີກ 40% ແມ່ນຖືຮຸ້ນໂດຍບໍລິສັດຕ່າງປະເທດຄື GMS International 20% ແລະ ແລະ Nordic Hydropower 20% ຕະຫຼອດ 25 ປີ ຜ່ານມາ ບໍລິສັດ ໄດ້ປະກອບສ່ວນງົບປະມານຫຼາຍກວ່າ 760 ລ້ານໂດລາສະຫະລັດ ໃຫ້ແກ່ລັດຖະບານ ໂດຍຜ່ານເງິນປັນຜົນການຈ່າຍຄ່າພາກຫຼວງ ແລະ ເສຍອາກອນ  ໂດຍບໍລິສັດຈະສືບຕໍ່ປະຕິບັດພັນທະ ທາງດ້ານງົບປະມານຕະຫຼອດໄລຍະເວລາຂອງສັນສໍາປະທານທີ່ຍັງເຫຼືອ. ທ່ານ ສອນໄຊ ສີພັນດອນ ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຕໍ່ຜົນສໍາເລັດຂອງ ບໍລິສັດ THPC ທີ່ຍາດ ມາໄດ້ໃນຕະຫຼອດ 25 ປີຜ່ານມາ  ເຊິ່ງພັກ-ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ຍາມໃດກໍຕີລາຄາສູງ ແລະ ໃຫ້ ຄວາມ ສຳຄັນ ຕໍ່ຜົນສຳເລັດໃນການດໍາເນີນງານຂອງເຂື່ອນໄຟຟ້າເທີນ-ຫີນບູນ ກໍຄື ການພັດທະນາເຕີບໃຫຍ່ຂະຫຍາຍ ຕົວຂອງບໍລິສັດດັ່ງກ່າວຕະຫຼອດມາ ເຊິ່ງໄດ້ຕິດພັນຢ່າງສະໜິດແໜ້ນກັບການນຳພາຂອງພັກ ແລະ ຄະນະພັກອົງການປົກ ຄອງທ້ອງຖິ່ນເປັນຢ່າງດີ  ຊ່ວຍເພີ່ມລາຍຮັບໃຫ້ປະເທດລາວໃນລະດັບທີ່ແນ່ນອນ ເຂື່ອນໄຟຟ້າເທີນ-ຫີນບູນໄດ້ເຮັດບົດ ບາດ ແລະ ໜ້າທີ່ປະກອບ ສ່ວນທີ່ສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະ ການປັບປຸງ ແລະ ຍົກລະດັບ ຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າ ໃນຂອບເຂດບໍລິເວນອ້ອມຂ້າງໂຄງການໃຫ້ດີຂຶ້ນເປັນກ້າວໆ ລັດ ຖະບານ ເຊື້ອໝັ້ນຢ່າງໜັກແໜ້ນວ່າ ຜົນສຳເລັດຂອງໂຄງການພະລັງງານໄຟຟ້າເທີນຫີນບູນ ຈະສືບຕໍ່ເປັນກຳລັງແຮງທີ່ສຳຄັນ ເພື່ອປະກອບສ່ວນເຂົ້າໃນການພັດທະນາອຸດສາຫະກຳໄຟຟ້າຂອງປະເທດເຮົາໃນຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຍືນຍົງ. ບໍລິສັດ ເທີນ-ຫີນບູນພາວເວີ ຈໍາກັດ (THPC) ໄດ້ຈັດພິທີ ຂຶ້ນວັນທີ 31 ມີນາ 2023 ຢູ່ໂຮງແຮມ ຄຣາວພາຊາ ນະຄອນຫຼວງ ວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ ໂຣເບີດ ອາເລັນ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ. Share:FacebookTwitter
THPC ສືບຕໍ່ຂະຫຍາຍຕົວ ກາຍເປັນໂຄງການຕົວແບບ ການປະຕິບັດພັນທະຕາມສັນຍາສຳປະທານ
https://v2.vientianemai.net/archives/56677
ກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ​ບໍລິສັດ ຢາງກວ້າງເຈ່ຍລັນ (ລາວ) ພັດທະນາກະສິກຳ ຈຳກັດ ແລະ ສະ​ຖາ​ບັນ​ວິທະ ຍາສາດກະສິກໍາເຂດຮ້ອນ​ ຂອງ​ສູນຄົ້ນຄວ້າການປູກພືດເຂດ​ຮ້ອນອາຊີໃຕ້ ສປ​ ຈີນ ລົງນາມບົດບັນທຶກຄວາມເຂົ້າ ໃຈວ່າດ້ວຍ ການຮ່ວມມືສາກົນທາງດ້ານເຕັກນິກກະສິກຳ ເພື່ອ​ຫັນປ່ຽນ ​ແລະ ນຳ​ໃຊ້​ການ​ຄົ້ນຄວ້າ​ການ​ຜະລິດ​ໃນ​ລະບົບ​ຕ່ອງ​ໂສ້​ອຸດສາ ຫະກຳ​ທັງ​ໝົດ​ໃຫ້ສຳ​ເລັດ ​ແລະ ການ​ສ້າງ​ຮູບ​ແບບ​ໃໝ່​ຂອງ​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ​ສາ​ກົນ​ ລະ​ຫວ່າງ​ສອງ​ປະ​ເທດ ສ​ປ​ປ ລາວ-ສ​ປ ຈີນ. ພາຍ​ໃຕ້​ຂອບ​ເນື້ອ​ໃນ​ທີ່​ໄດ້​ກຳນົດ​ໄວ້​ໃນບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ຮ່ວມ​ມື​ສາກົນຄັ້ງນີ້ ທຸກ​ຝ່າຍ​ຈະ​ຕັ້ງໜ້າ​ຕອບ​ສະໜອງ​ຂໍ້​ລິ​ເລີ່​ມ “ໜຶ່ງ​ແລວ​​ໜຶ່ງ​ເສັ້ນທາງ” ຂອງ​ລັດຖະບານ​ຈີນ ແລະ ດໍາເນີນການຮ່ວມມືຢ່າງເລິກເຊິ່ງໃນຂົງເຂດເຕັກໂນໂລ ຊີດ້ານກະສິກຳ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ບົນພື້ນຖານການຮ່ວມມືໄມຕີຈິດທີ່ຜ່ານມາ ເພື່ອ​ຫັນປ່ຽນ ​ແລະ ນຳ​ໃຊ້​ການ​ຄົ້ນຄວ້າ​ການ​ຜະລິດ​ໃນ​ລະບົບ​ຕ່ອງ​ໂສ້​ອຸດສາຫະກຳ​ທັງ​ໝົດ​ໃຫ້ສຳ​ເລັດ ​ແລະ ການ​ສ້າງ​ຮູບ​ແບບ​ໃໝ່​ຂອງ​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ​ສາ​ກົນ​ ລະ​ຫວ່າງ​ສອງ​ປະ​ເທດໃຫ້​ໄດ້​ຮັບ​ການ​ເລັ່ງ​ລັດ ພ້ອມ​ກັນ​ນັ້ນທຸກ​ຝ່າຍຍັງ​ຈະ​ອີງ​ໃສ່​ໂຄງການ​ອຸດສາຫະກຳ​ກະ​ສິກຳ​ນິ​ເວດ ຢາງກ້ວາງເຈ່ຍລັນ (ລາວ)​ເພື່ອ​ຊຸກຍູ້ “​ໂຄງການ​ກໍ່ສ້າງ​ພື້ນຖານ​ການ​ກະ​ເສດ​ແຫ່ງ​ຊາດ ການ​ສ້າງ​ທະນາຄານ​ຊັບພະຍາ ກອນ​ເຊື້ອ​ພືດ​ເຂດ​ຮ້ອນ ສ້າງ​ຕັ້ງ​ການ​ຄົ້ນຄວ້າ​ວິທະຍາສາດ​ກະສິກຳ​ເຂດ​ຮ້ອນ ​ແລະ ໂຄງການ​ທົດ​ລອງ ​ແລະ​ ສ້າງ​ຕັ້ງ​ສູນ​ເຝິກ​ອົບຮົມ​ກະສິກຳ​ຢູ່​ລາວ ສ້າງ​ມາດຕະຖານ ​ແລະ​ ມາດຕະຖານ​ການ​ປູກຝັງ​ກະສິກຳ​ທີ່​ກ່ຽວຂ້ອງ ​ແລະ ​ແຜນການ​ເປົ້າ​ໝາຍ​ຫຼາຍ​ຂົງ​ເຂດ​ອື່ນໆ ລົງ​ເລິກ​ການ​ຮ່ວມ​ມື ​ແລະ ກວດ​ສອບ​ໝາກຜົນ ສືບ​ຕໍ່​ຊຸກຍູ້​ການ​ປ່ຽນ​ແປງ​ໃໝ່​ ແລະ​ ການ​ພັດທະນາ​ສີຂຽວ​ຂອງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ກະສິກຳ ການ​ລົງທຶນ​ກະສິກຳ ການ​ຄ້າ​ກະສິກຳ ອຸດສາຫະກຳ​ກະສິກຳ ຍູ້​ແຮງ​ຂະ​ບວນ ການ​ຫັນ​ເປັນ​ກະສິກຳ​​ທັນ​ສະ​ໄໝ​ຂອງ​ສອງ​ປະ​ເທດ ປະຕິບັດ​ ໜ້າ​ທີ່​ເປັນ​ຢ່າງ​ດີ​ໃນ​ບັນດາ​ວຽກ​ງານ​ຕົ້ນຕໍ ​ຄື: ການ​ຄົ້ນຄວ້າ​ເຕັກ​ໂນ​ໂລ​ຊີ​ກະສິກຳ ບຳລຸງ​ສ້າງ​ບຸກຄະລາ​ກອນ​ແລະ ຜັນ​ຂະຫຍາຍ​ຜົນສຳ​ເລັດ ຊ່ວຍ​ໃຫ້​ສອງ​ປະ​ເທດ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການ​ຄົ້ນ​ຄວ້າ ​ແລະ ພັດ ທະນາ ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ ເຕັກ​ໂນ​ໂລ​ຊີ​ການ​ພັດ​ທະ​ນາ​ກະ​ສິ​ກໍາ​ທີ່​ທັນ​ສະ​ໄໝ ເຂດ​ພູ​ສູງ​ທີ່​ມີ​ທ່າແຮງ​ ເຂດ​ເນີນ​ສູງ​ອຸດ​ສາ​ຫະ​ກໍາ​ ແລະ ​ເຂດ​ສູງ​ເສດ​ຖະ​ກິດ​ການ​ຄ້າ​ ນໍາໃຊ້ພູມປັນຍາຈີນ ເພື່ອສ້າງຄວາມເຂັ້ມ ແຂງໃຫ້ແກ່ການພັດທະນາກະສິກໍາຂອງສອງປະເທດ ແລະ ຊຸກຍູ້ການປະສານງານ ແລະ ສາມັກຄີກັນຂອງເສດຖະກິດພາກ ພື້ນ ແລະ ການປົກປ້ອງສິ່ງແວດລ້ອມທາງນິເວດ. ພິ​ທີ​ລົງ​ນາມ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ສະ​ບັບ​ດັ່ງ​ກ່າວ ຈັດ​ຂຶ້ນ​ໃນວັນທີ 31 ມີນາ 2023 ຢູ່ນະຄອນຫຼວງວຽງຈັນ ​ໂດຍ​ການ​ລົງ​ນາມ​ຂອງ ທ່ານ ວັນທ່ຽງ ພົມມະສຸລິນ ຮອງຫົວໜ້າກົມປູກຝັງທ່ານ ເຊ້ເຟີຍ (Xie Fei) ຜູ້ອໍານວຍການບໍລິສັດ ຢາງກວ້າງ ເຈ່ຍລັນ ແລະ ທ່ານ ຕູ້ລິ້ຊິງ (Du liqing) ຜູ້ອໍານວຍການສະ​ຖາ​ບັນ​ວິທະຍາສາດກະສິກໍາເຂດຮ້ອນ​ ຂອງ​ສູນຄົ້ນຄວ້າການ ປູກພືດເຂດ​ຮ້ອນອາຊີໃຕ້ ສປ​ ຈີນ (ລົງນາມຜ່ານທາງອອນລາຍ) ມີທ່ານ ນາງ ຄຳຈັນ ວົງແສງບູນ ຮອງລັດຖະມົນຕີ​​ກະຊວງ​ແຜນ ການ ​ແລະ ການລົງທຶນ ທ່ານ ຢາງຊິງຜິງ (Yang Xingping) ຮອງເຈົ້າແຂວງແຂວງເສສວນ ແລະ ພ​າກ​ສ່ວນ​ກ໋ຽວ​ຂ້ອງ ຮ່ວມເປັນສັກຄີພິຍານ. Share:FacebookTwitter
3 ພາກສ່ວນ ຈັບມືກັນເພື່ອຊົມໃຊ້ໂອກາດໃໝ່ ການຮ່ວມມືສາກົນທາງດ້ານເຕັກນິກກະສິກຳ ລາວ-ຈີນ
https://v2.vientianemai.net/archives/56681
ກອງ​ປະ​ຊຸມວິຊາການລະດັບສາກົນຂອງຄະນະກຳມາທິການແມ່ນໍ້າຂອງ​ສາ​ກົນ (MRC) ພາຍໃຕ້ຫົວຂໍ້: “ນະວັດຕະກໍາ ແລະ ການຮ່ວມມືເພື່ອຄໍ້າປະກັນຄວາມຍືນຍົງຂອງແມ່ນໍ້າຂອງ ຈັດຂຶ້ນວັນທີ 2-3 ເມສາ 20223 ຢູ່ນະຄອນຫຼວງວຽງຈັນ ສປປ ລາວ ໂດຍເປັນປະທານຂອງ ທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທ່ານ ດຣ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີບັນດາຜູ້ແທນຈາກປະເທດສະມາຊິກ MRC ພ້ອມດ້ວຍນັກຄົ້ນຄວ້າ ຊ່ຽວຊານຈາກພາກພື້ນ ແລະ ສາກົນເຂົ້າຮ່ວມ.     ທ່ານ ນາງ ບຸນຄໍາ ວໍລະຈິດ ກ່າວວ່າ:  ກອງປະຊຸມຄັ້ງນີ້ ເປັນໂອກາດອັນສໍາຄັນໃນການທົບທວນບັນດາວິທີການ ການພັດທະນາ ບັນດາສິ່ງທ້າທາຍ ແລະ ກາລະໂອກາດເພື່ອການຄຸ້ມຄອງອ່າງແມ່ນໍ້າຂອງແບບມີຄວາມຮັບຜິດຊອບຮ່ວມກັນ ແລະ ໃຫ້ມີຄວາມຍືນຍົງ ເພື່ອກ້າວໄປເຖິງວາລະ ແລະ ວິໄສທັດຂອງອ່າງແມ່ນ້ຳຂອງ “ເສດຖະກິດຈະເລີນຮຸ່ງເຮືອງ ສັງຄົມມີຄວາມຍຸຕິທໍາ ແລະ ສິ່ງແລດລ້ອມມີຄວາມອຸດົມສົມບູນໃນອ່າງແມ່ນໍ້າຂອງ” ແລະ ວາລະສາກົນປີ 2030  “ເປົ້າໝາຍການພັດທະນາແບບຍືນຍົງ” ການສ້າງນະໂຍບາຍ ເຕັກໂນໂລຊີ ແລະ ເສັ້ນທາງຂອງການຮ່ວມມືຢ່າງມີນະວັດຕະກຳແມ່ນເປັນສິ່ງທີ່ສຳຄັນເພື່ອສ້າງຂະບວນການໃຫ້ມີປະສິດທິຜົນ ໃນການແລກປ່ຽນຄວາມຮູ້ ແລະ ຂໍ້ມູນ-ຂ່າວສານ ແລະ ການຮ່ວມມືດ້ານການຄຸ້ມຄອງຊັບພະຍາກອນນໍ້າໃນອ່າງແມ່ນ້ຳຂອງ ໂດຍສະເພາະ ສປປ ລາວ ມີຄວາມມຸ່ງໝັ້ນຢ່າງເຕັມທີ່ຕໍ່ການພັດທະນາທີ່ບໍ່ພຽງແຕ່ໃຫ້ຍືນຍົງ ແຕ່ຕ້ອງໄປຄຽງຄູ່ກັບຄວາມຮັບຜິດຊອບ ລັດຖະບານລາວ ໄດ້ໃຫ້ຄວາມສໍາຄັນສູງໃນການສະໜັບສະໜູນການຈັດຕັ້ງປະຕິບັດ ແລະ ການຮ່ວມມືກັບບັນດາປະເທດແມ່ນ້ຳຂອງໂດຍອີງຕາມສັນຍາແມ່ນ້ຳຂອງປີ1995 ສັນຍາສະບັບດັ່ງກ່າວນີ້ ໄດ້ສ້າງພື້ນຖານໃຫ້ແກ່ພວກເຮົາເພື່ອສົ່ງເສີມອຸດົມການແຫ່ງການຮ່ວມມື ແລະ ການພັດທະນາແບບຍືນຍົງ ແລະ ເທົ່າທຽມກັນໃນອ່າງແມ່ນ້ຳຂອງ ກົນໄກການຮ່ວມມືທີ່ມີນະວັດຕະກໍາເຫຼົ່ານີ້ ຈະຊ່ວຍໃຫ້ພວກເຮົາບັນລຸເປົ້າໝາຍ ແລະ ຈຸດປະສົງຮ່ວມກັນໃນການຄຸ້ມຄອງ ແລະ ພັດທະນາອ່າງແມ່ນໍ້າຂອງແບບຍືນຍົງ ກໍຄືການຫຼີກລ່ຽງ ແລະ ຫຼຸດຜ່ອນຜົນກະທົບທີ່ອາດເກີດຂຶ້ນ ໂດຍສະເພາະເຂດຊຸມຊົນທີ່ມີຄວາມສ່ຽງໃນລະດັບພາກພື້ນ.     ໝາກຜົນທີ່ຈະໄດ້ຮັບຈາກກອງປະຊຸມສາກົນຄັ້ງນີ້ແມ່ນມີຄວາມສຳຄັນຫຼາຍ ສຳລັບ ບັນດາຜູ້ນຳຂອງພວກເຮົາ ເພາະວ່າບັນດາໝາກຜົນເຫຼົ່ານີ້ ຈະຖືກນໍາຂຶ້ນສະເໜີໃນກອງປະຊຸມຂັ້ນລັດຖະມົນຕີ ແລະ ກອງປະຊຸມສຸດຍອດໃນວັນທີ 4-5 ເມສາ 2023 ນີ້   ຫວັງຢ່າງຍິ່ງວ່າ ການປຶກສາຫາລືຄັ້ງນີ້ຈະເຕັມໄປດ້ວຍລັກສະນະແບບສ້າງສັນ ແລະ ມີໝາກຜົນຈາກບັນດາຜູ້ເຂົ້າຮ່ວມ ພ້ອມທັງໄດ້ຮັບຄໍາຄິດຄໍາເຫັນທີ່ມີຄຸນຄ່າ ແລະ ເປັນປະໂຫຍດ ເພື່ອສືບຕໍ່ນໍາໄປປຶກສາຫາລື ແລະ ດຳເນີນການຈັດຕັ້ງຮ່ວມກັນກັບເພື່ອນຮ່ວມງານ ແລະ ບັນດາຜູ້ມີສ່ວນຮ່ວມທີ່ກ່ຽວຂ້ອງ ເພື່ອສ້າງຄວາມໝັ້ນຄົງທາງດ້ານນ້ຳ ແລະ ຄວາມຍືນຍົງໃນອ່າງແມ່ນ້ຳຂອງ. ໂອການີ້ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ຍັງໄດ້ກ່າວໃນກຶງປະຊຸມວ່າ: ນະຄອນຫຼວງວຽງຈັນ ເປັນສູນກາງທາງດ້ານການເມືອງ ເສດຖະກິດ-ສັງຄົມ ແລະ ວັດທະນະທຳ ຂອງ ສປປ ລາວ ມີພົນລະເມືອງອາໃສ 1 ລ້ານກວ່າຄົນ ເປັນໜຶ່ງໃນບັນດາແຂວງທີ່ຕິດກັບລຳແມ່ນ້ຳຂອງໄຫຼຜ່ານປຽບເໝືອນສາຍເລືອດລໍ່ລ້ຽງປະຊາຊົນຊາວນະຄອນຫຼວງວຽງຈັນ  ກໍຄືປະຊາຊົນລາວບັນດາເຜົ່າ ແມ່ນ້ຳຂອງແມ່ນແຫຼ່ງອາລະຍະທຳຕ່າງໆ ລວມທັງການດຳລົງຊີວິດຂອງປະຊາຊົນລາວ ກໍຄືຊາວນະຄອນຫຼວງວຽງຈັນມາແຕ່ດົນນານ ແມ່ນໍ້າຂອງບໍ່ພຽງແຕ່ເປັນເສັ້ນທາງຄົມມະນາຄົມທາງນ້ໍາທີ່ສໍາຄັນທີ່ເຊື່ອມຈອດການເດີນທາງຂອງປະຊາຊົນຂອງ ນະຄອນຫຼວງວຽງຈັນກັບແຂວງອື່ນໆ ຍັງເປັນບ່ອນທີ່ຄົນມາຫາກິນ ຍັງເປັນແຫຼ່ງວັດທະນະທຳ ແລະ ຮີດຄອງປະເພນີຫຼາຍຢ່າງນຳອີກ.     ກອງປະຊຸມສາກົນ ວິຊາການລະດັບສາກົນຂອງ MRC ຄັ້ງນີ້ ເປັນບຸນມະໂຫລານທີ່ມີສ່ວນ ຈາກທົ່ວ ໂລກຈະປຶກສາຫາລື ລະດົມຄວາມຄິດເຫັນເພື່ອການພັດທະນາແບບຍືນຍົງຂອງການຄຸ້ມຄອງແມ່ນໍ້າຂອງ ໃນປີນີ້ MRC ໄດ້ເນັ້ນໃສ່ ” ນະວັດຕະກໍາ ແລະ ການຮ່ວມມື ເພື່ອແມ່ນໍ້າຂອງ ທີ່ຫມັ້ນຄົງ ແລະ ຍືນຍົງ ” ດັ່ງນັ້ນ ຈະເປັນໂອກາດອັນທີ່ຈະແນໃສ່ການສ້າງວຽກງານດັ່ງກ່າວ ແລະ   ດ້ານຄວາມໝັ້ນຄົງທາງນ້ຳ ແລະ ຄວາມຍືນຍົງຂອງແມ່ນ້ຳຂອງຮ່ວມກັນ ຂ້າພະເຈົ້າເຊື່ອໝັ້ນວ່າ ບັນດາຜູ້ແທນຈະໄດ້ແລກປ່ຽນຄວາມຮູ້  ແບ່ງປັນບົດຮຽນປະສົບການ ເພື່ອປຶກສາຫາລືໃນກອງປະຊຸມຄັ້ງນີ້ໃນລັກສະນະສ້າງ ແລະ ມີໝາກຜົນ.​ Share:FacebookTwitter
ເປີດກອງປະຊຸມວິຊາການລະດັບສາກົນຂອງຄະນະກຳມາທິການແມ່ນໍ້າຂອງສາກົນ MRC ຫາລືການຮ່ວມມືເພື່ອຄໍ້າປະກັນຄວາມຍືນຍົງຂອງແມ່ນໍ້າຂອງ
https://v2.vientianemai.net/archives/56697
ທ້າຍເດືອນມີນາ 2023 ຜ່ານມາອົງການກາແດງແຫ່ງຊາດລາວ ຈັດກອງປະຊຸມທົບທວນການການຈັດຕັ້ງປະຕິບັດຜັນຂະຫຍາຍກົດໝາຍວ່າດ້ວຍວຽກງານກາແດງລາວ ທາບທາມຮ່າງກອງທຶນເລືອດກອງທຶນຊ່ວຍເຫຼືອສຸກເສີນ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ໄຊຍະບູລີ ພາຍໃຕ້ການເປັນປະທານຂອງ ທ່ານ ສຈ ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ໄຊຍະບູລີ ຜູ້ຊີ້ນຳວຽກງານກາແດງແຂວງ ຮອງຫົວໜ້າອົງການກາແດງແຫ່ງຊາດລາວ ຫົວໜ້າ ຮອງຫົວໜ້າອົງການກາແດງແຂວງ 9 ແຂວງພາກເໜືອ (ແຂວງຜົ້ງສາລີ ຫົວພັນ ຊຽງຂວາງ ອຸດົມໄຊ ບໍ່ແກ້ວ ຫຼວງນ້ຳທາ ໄຊຍະບູລີ ໄຊສົມບູນ ຫຼວງພະບາງ) ຫົວໜ້າ-ຮອງຫົວໜ້າ ແລະ ວິຊາການຈາກຫ້ອງການວ່າປົກຄອງ 9 ແຂວງ ພາກເໜືອ ມີຜູ້ຕາງໜ້າຈາກກະຊວງຍຸຕິທຳ ແລະ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ພ້ອມດ້ວຍບັນດາພະແນກການພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ     ໃນພິທີ ທ່ານ ສຈ.ດຣ ພູທອນ ເມືອງປາກ ໄດ້ຂຶ້ນທົບທວນຕີລາຄາຄືນການນຳໃຊ້ກົດໝາຍວ່າດ້ວຍວຽກງານກາແດງກາແດງລາວ ແລະ ນິຕິກຳພາຍໃຕ້ກົດໝາຍແມ່ນເຄື່ອງມືໜຶ່ງທີ່ສຳຄັນໃນການເຄື່ອນໄຫວຂອງວຽງກງານຂອງອົງການກາແດງທົ່ວປະເທດ ໃຫ້ການຄຸ້ມຄອງ ບໍລິຫານ ມີປະສິດທິພາບ ແລະ ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມ ສອດຄ່ອງກັບຈຸດພິເສດເງື່ອນໄຂຂອງ ສປປ ລາວ ແລະ ສາກົນ ສຳລັບກົດໝາຍວ່າດ້ວຍວຽກງານກາແດງລາວ ສະບັບເລກທີ່ 288/ປປທ ລົງວັນທີ 8 ທັນວາ 2017 ນີ້ ມີຄວາມຈຳເປັນຈະຕ້ອງໄດ້ທົບທວນຄືນ ແລະ ປັບປຸງ ເພື່ອໃຫ້ສອດຄ່ອງກັບດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການກາແດງແຫ່ງຊາດລາວ ສະບັບເລກທີ 22 ລົງວັນທີ 28 ມັງກອນ 2022 ໃນນັ້ນ ໄດ້ກຳນົດທີ່ຕັ້ງ ພາລະບົດ ແລະ ໜ້າທີ່ ເປັນອົງການເຄື່ອນໄຫວດ້ານວຽກງານມະນຸດສະທຳຢ່າງເປັນເອກະລາດ ຢູ່ພາຍໃຕ້ລັດຖະທຳມະນູນ ແລະ ກົດໝາຍ ສປປປ ລາວ.     ນອກຈາກນັ້ນ ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍກອງທຶນເລືອດ ແລະ ກົດໝາຍວ່າດ້ວຍກອງທຶນຊ່ວຍເຫຼືອສຸກເສີນ ທັງເປັນການຖອດຖອນບົດຮຽນໄປພ້ອມ ທັງນີ້ກໍ່ເພື່ອ ແນ່ໃສ່ຮັບປະກັນເຮັດໃຫ້ການຈັດຕັ້ງເຄື່ອນໄຫວຽກງານກາແດງໃຫ້ໄດ້ດໍາເດີນໄປຢ່າງຖືກຕ້ອງ ສອດຄ່ອງ ເໝາະສົມ ເພື່ອໃຫ້ສອດຄ່ອງກັບແນວທາງນະໂຍບາຍ ລັດຖະທໍາມະນູນ ກົດໝາຍ ແຜນພັດທະນາເສດຖະກິດແຫ່ງຊາດ ຍຸດທະສາດ ແລະ ແຜນພັດທະນາ ກ່ຽວກັບວຽກງານການແດງລາວ ເພື່ອເປັນການຜັນຂະຫຍາຍກົດໝາຍວ່າດ້ວຍ ວຽກງານກາແດງ ປີ 2017 ກໍານົດລະບຽບການຄຸ້ມຄອງການສ້າງຕັ້ງກອງທຶນຊ່ວຍເຫຼືອສຸກເສີນ ແລະ ກອງທຶນເລືອດ ເພື່ອສະໜອງໃນກໍລະນີ ເກີດໄພພິບັດ ແລະ ສະໜອງເລືອດທີ່ປອດໄພ ທັງເປັນການສະໜັບສະໜູນ ອາສາສະໝັກ ຜູ້ປະສົບໄພ ໃຫ້ໄດ້ຮັບການຊ່ວຍເຫຼືອບັນເທົາທຸກຢ່າງທັນການ ຄົນເຈັບໄດ້ຮັບເລືອດທີ່ພຽງພໍ ປອດໄພ. Share:FacebookTwitter
ໄຊຍະບູລີ ທົບທວນການຈັດປະຕີບັດກົດໝາຍວຽກງານກາແດງລາວ
https://v2.vientianemai.net/archives/56710
ກະຊວງສຶກສາທິການ ແລະ ກີລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດການເຂົ້າການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ກໍາລັງສ້າງລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ໃນທົ່ວປະເທດ.     ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ກະຊວງ ສສກ ໄດ້ໃຫ້ວ່າ: ໃນເດືອນກຸມພາ-ມິນາ 2023 ທີ່ຜ່ານມາ ໄດ້ຈັດກອງປະຊຸມຄັດເລືອກທີມງານຜູ້ເຮັດວຽກສຶກສານິເທດພາຍໃນໃຫ້ແກ່ 30 ເມືອງເປົ້າໝາຍໃນ 7 ແຂວງເປົ້າໝາຍ (ຜົ້ງສາລີ ຫຼວງນ້ຳທາ ບໍ່ແກ້ວ ຫົວພັນ ຊຽງຂວາງ ສະຫວັນນະເຂດ ແລະ ຄຳມ່ວນ) ກອງປະຊຸມໄດ້ຈັດຂຶ້ນຢູ່ທີ່ວິທະຍາໄລຄູ 3 ແຫ່ງ ເຊິ່ງເປັນວິທະຍາໄລເປົ້າໝາຍຂອງແຜນງານບີຄວາ (ວິທະຍາໄລຄູຫຼວງນໍ້າທາ ວິທະຍາໄລຄູຄັງໄຂ ແລະ ວິທະຍາໄລຄູສະຫວັນນະເຂດ) ຄະນະກຳມະການຂັດເລືອກປະກອບດ້ວຍຜູ້ຕາງໜ້າຈາກຫ້ອງການສຶກສາທິ ການ ແລະ ກີລາ ຈາກແຕ່ລະເມືອງເປົ້າໝາຍຈຳນວນ 30 ທ່ານ ກຸ່ມຜູ້ເຮັດວຽກສຶກສານິເທດພາຍໃນທີ່ໄດ້ຮັບການຄັດເລືອກປະກອບມີຄູສອນ (60%) ຜູ້ອໍານວຍການ/ຮອງຜູ້ອຳນວຍການໂຮງຮຽນ(40%) ເງື່ອນໄຂການຄັດເລືອກ ສໍາລັບການເປັນສະມາຊິກຂອງກຸ່ມ ແມ່ນອີງໃສ່ຄຸນລັກສະນະຂອງຄູເຝິກທີ່ດີເຊັ່ນ: ປະສົບການການສອນຂັ້ນປະຖົມ ຄວາມຮູ້ເນື້ອໃນວິຊາ ຄວາມຮູ້ຂອງຫຼັກສູດໃໝ່ ຄວາມມຸ່ງໝັ້ນໃນການປັບປຸງຄຸນນະພາບຂອງຄູ ແລະ ມີພາລະບົດບາດໃນການສະໜັບສະໜູນຄູສອນໃນຫ້ອງຮຽນ ພ້ອມໃຫ້ບັນລຸໄດ້ຕົວເລກສະມາຊິກຍິງ-ຊາຍທີ່ເທົ່າທຽມກັນ ສຳລັບກຸ່ມໃນຂັ້ນເມືອງ ແມ່ນມີສະມາຊິກເພດຍິງກວມ 56% ແລະ ທັງໝົດ 30 ເມືອງເປົ້າໝາຍແມ່ນບັນລຸຕົວເລກຕ່ຳສຸດຕ້ອງມີເພດຍິງປະກອບ 50%.     ທ່ານ ເກດ ພັນລັກ ຍັງໄດ້ກ່າວຕື່ມວ່າ: ວິທະຍາໄລຄູຈະນໍາພາການສ້າງຂີດຄວາມສາມາດຂອງກຸ່ມຜູ້ເຮັດວຽກສຶກສານິເທດພາຍໃນ ເພື່ອໃຫ້ການຊ່ວຍເຫຼືອຄູສອນໃຫ້ມີຄຸນນະພາບດ້ານວິຊາສະເພາະ ການເຝິກອົບຮົມກຸ່ມຜູ້ເຮັດວຽກສຶກສານິເທດພາຍໃນ ຮອບທໍາອິດຈະເລີ່ມຕົ້ນໃນເດືອນເມສາ 2023 ເຊິ່ງຈະເຝິກໃຫ້ໂດຍ ຄູເຝິກຈາກວິທະຍາໄລຄູໃນ 3 ແຫ່ງເປົ້າໝາຍຂອງແຜນງານ ແລະ ຈະດຳເນີນຈົນເຖິງເດືອນມິຖຸນາ 2023 ການອົບຮົມແມ່ນຈະແນະນຳໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນມີຄວາມເຂົ້າໃຈອັນດຽວກັນກ່ຽວກັບວິໄສທັດຂອງກົມສ້າງຄູ ແລະ ລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຄວາມສາມາດໃນການຈັດການອົມຮົມ ແລະ ການໃຫ້ຄຳແນະນຳໃນການຊ່ວຍເຫຼືອຄູ ການຕິດຕາມການປະຕິບັດໃນຂັ້ນເພື່ອນຮ່ວມງານດ້ວຍກັນ ການຈັດຮອບວຽນການຮຽນຮູ້ ແລະ ວິທີການດໍາເນີນການຢ້ຽມຢາມໂຮງຮຽນ ພ້ອມທັງວິທີການກໍານົດ ແລະ ຕອບສະໜອງຄວາມຕ້ອງການໃນການພັດທະນາວິຊາຊີບຂອງຄູແຕ່ລະຄົນ. ການເຝິກອົບຮົມຮອບທີ2 ຈະຈັດຂຶ້ນໃນເດືອນກໍລະກົດຫາເດືອນສິງຫາ 2023 ກຸ່ມຜູ້ເຮັດວຽກສຶກສານິເທດພາຍໃນ ຈະເລີ່ມເຝິກອົບຮົມຄູຂັ້ນປະຖົມໃນເຂດທ້ອງຖິ່ນຂອງຕົນໃນລະຫວ່າງສົກຮຽນ 2023-2024 ພວກເຂົາເຈົ້າຈະດໍາເນີນການຢ້ຽມຢາມໂຮງຮຽນປະຖົມ ແລະ ໃຫ້ຄໍາແນະນໍາແບບລາຍບຸກຄົນກັບຄູ ເພື່ອຊ່ວຍໃຫ້ພວກເຂົາປັບປຸງທັກສະ ແລະ ຄວາມຮູ້ການສອນ ໃນການເຝິກອົບຮົມຈະປະກອບມີຫຼາຍເຄື່ອງມືດ້ານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ແລະ ເຕັກນິກຕ່າງໆທີ່ຈະນຳໃຊ້ ເຊັ່ນ: ໃນການເຂົ້າຮ່ວມໂມງສອນ ການສອນຮ່ວມ ຮອບວຽນການຮຽນຮູ້ ແລະ ອື່ນໆ. Share:FacebookTwitter
ບີຄວາສືບຕໍ່ສ້າງກຸ່ມຜູ້ເຮັດວຽກສຶກສານິເທດຈຳນວນ 1.000 ກວ່າຄົນ ປະຈຳຢູ່ທີ 30 ເມືອງເປົ້າໝາຍ
https://v2.vientianemai.net/archives/56717
ໃນວັນທີ 1 ເມສາ ທີ່ຜ່ານມາ ບໍລິສັດ MG Laos ໄດ້ຈັດ ງານເປີດໂຕລົດນ້ອງໃໝ່ ລຸ້ນ New MG4 ELECTRIC ຢ່າງເປັນທາງການ ເປັນກຽດເຂົ້າຮ່ວມໂດຍ ທ່ານ ດາວວົງ ແກ້ວມະນີວົງ (ປະທານ MG ລາວ) ທ່ານ ກົງສະດາ ແກ້ວ ມະນີວົງ (ຮອງປະທານ MG ລາວ) ທ່ານ ສົມປະສົງ ແກ້ວ ມະນີວົງ (CCEO ທ່ານ ພັນໂທ ບຸນເສີມ ພົມມະຈັນ (ຮອງ ຫົວຫນ້າກົມຄຸ້ມຄອງ) ແລະບັນດາແຂກທີ່ມີກຽດຈາກ ຫຼາຍພາກສ່ວນ.      New MG4 ELECTRIC  ເປັນລົດສາກດ້ວຍໄຟຟ້າ 100% ສາກງ່າຍປອດໄພ ແລະມາພ້ອມກັບການອອກແບບທີ່ ທັນສະໄໝ ແລະສິ່ງອຳນວຍສະດວກໃນຫ້ອງໂດຍສານ ແບບຄົບວົງຈອນ ເໝາະສຳລັບຜູ້ຊົມໃຊ້ໃນຍຸກປັດຈຸບັນ New MG4 ELECTRIC ມີຮູບຊົງທັນສະໄໝ ສວຍງາມ ຮູບແບບລົດສະປອດ ທັງດ້ານໃນ ແລະ ດ້ານນອກ ເປັນມິດກັບສິ່ງແວດລ້ອມ ມີລະບົບທີ່ທັນສະໄໝ ທົນທານ ມີອັດຕາເລັ່ງ 0-100 ກມ/ຊມ ຄວາມໄວສູງສຸດ 160 ກມ/ຊມ ແຮງຈັກ 125 ກິໂລວັດ 150 ກິໂລວັດ ມີລະບົບສາກໄຟຟ້າ ທີ່ສະດວກສະບາຍ ໂດຍຖືກອອກແບບໃຫ້ແບັດເຕີຣີ ສາມາດຮັບການສາກໄຟຟ້າ ໄດ້ 2 ລະບົບຄື: ລະບົບສາກໄຟຟ້າ ກັບສະຖານີ ແລະ ກ່ອງສາກພິເສດ ເຊິ່ງໃຊ້ເວລາສາກພຽງແຕ່ 35 ນາທີ ແລະ ລະບົບສາກໄຟຟ້າ ທີ່ສາມາດສາກໄດ້ກັບໄຟຟ້າທີ່ໃຊ້ໃນຄົວເຮືອນ ໃຊ້ເວລາສາກປະມານ 5-7 ຊົ່ວໂມງ ໂຄງສ້າງຂອງຕົວລົດ ໄດ້ຖືກອອກແບບ ໃຫ້ມີຄວາມແຂງແກ່ນ ທົນທານ ຂັບເຄື່ອນໄດ້ຢ່າງຍິ້ມນວນ ເຂົ້າໂຄ້ງໄດ້ຢ່າງດີ ມີໄຟຕາລົດ LED ທີ່ມີແສງສະຫວ່າງແຈ້ງຊັດເຈນ ແລະ ສາມາດເປີດ/ປິດ ໄດ້ອັດຕະໂນມັດ.ນອກນີ້ ລົດ NEW MG4 ELECTRIC ຍັງມີລະບົບ ທີ່ສາມາດນໍາໃຊ້ໄຟຂອງແບັດເຕີຣີ ອອກມານຳໃຊ້ຢູ່ນອກໄດ້ຢ່າງສະດວກສະບາຍ.. • ງານດີໄຊນ໌ແບບ Racing spirit identity ຄວາມສວຍ ງາມທີ່ພ້ອມສະກົດທຸກສາຍຕາ. • ໂຄງສ້າງອອກແບບຢ່າງພິຖີພິຖັນ ເພື່ອລົດຍົນພະລັງງານໄຟຟ້າໃນການອອກໂຕໄປໄດ້ໄວ ແລະ ແຮງກວ່າທີ່ເຄີຍມີ • ລະບົບຂັບເຄື່ອນລໍ້ຫຼັງເພີ່ມປະສິດທິພາບໃນການສົ່ງກຳ ລັງໄດ້ດີຍິ່ງຂຶ້ນ • ມໍເຕີໄຟຟ້າ ເຮັດວຽກກັບລະບົບຂັບເຄື່ອນລໍ້ຫຼັງ ຊ່ວຍ ເພີ່ມປະສິດທິພາບການສົ່ງກຳລັງສູງສຸດເຖິງ 170 ແຮງ ມ້າ ເຮັດໃຫ້ລົດມີອັດຕາເລັ່ງທີ່ໄຫຼລື່ນ ມ່ວນໃນທຸກຈັງຫວະ ຂັບຂີ່ໄວ ແລະ ນີ້ມນວນ. • ແບັດເຕີຣີ ມາດຕະຖານສູງລະດັບ IP67 ຈັດຮຽງແບບ ເຊວອິດສະຫຼະ ເຮັດໃຫ້ລະບາຍຄວາມຮ້ອນໄດ້ດີ. ທີ່ສຳຄັນ ເປີດໃຫ້ຈອງລົດ New MG4 ELECTRIC ໄດ້ແລ້ວມື້ນີ້! ພິເສດສຸດໆ! ຈອງໄລຍະນີ້ ຮັບທັນທີ ທອງຄຳນ້ຳໜັກ 2 ບາດ ພ້ອມສ່ວນຫຼຸດ ແລະ ຂອງ ແຖມອີກຫຼາຍຢ່າງ,ທ່ານສາມາດເຂົ້າມາຊົມລົດ ທົດ ລອງຂັບທີ່ສູນ MG City Laos ເບີໂທຕິດຕໍ່ຫ້ອງການMG city Laos : 021 226 333 ,030 56 88888 ,030 56 99999 ແຜນທີ່ສູນ MGCITY Share:FacebookTwitter
ເປີດໂຕ New MG4 ELECTRIC ລົດໄຟຟ້າ100% ພ້ອມຈໍາໜ່າຍໃນປະເທດລາວແລ້ວ
https://v2.vientianemai.net/archives/56739
ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດເຝິກອົບຮົມໃນຫົວຂໍ້ ການວາງແຜນທຸລະກິດ ການວາງແຜນການເງິນ ແລະ ການບັນຊີເງິນສົດ ໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ (SME) ລະຫວ່າງວັນທີ 3-7 ເມສາ 2023 ທີ່ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງ ທ່ານ ສາ ສີລິພົງ  ຮອງຫົວໜ້າກົມ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງກະຊວງອຸດສາຫະກຳ ແລະ ການຄ້າ ມີກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຄະນະຄູເຝິກຈາກ ບໍລິສັດທີ່ປຶກສາພັດທະນາວິສາຫະກິດ (EDC) ແລະ ນັກສຳມະນາກອນທີ່ເປັນຫົວໜ້າໜ່ວຍ SME ທີ່ສາມາດຜ່ານເງື່ອນໄຂກູ້ຢືມຂອງທະບ້ວງດອກເບ້ຍຕ່ຳຂອງລັດຖະບານທີ່ມອບໃຫ້ ກອງທືນສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກຳ ແລະ ການຄ້າ ເປັນຜູ້ຄຸ້ມຄອງທຶນເຊິ່ງໄດ້ປ່ອຍຜ່ານທະນາຄານ ເຂົ້າຮ່ວມ.     ຈຸດປະສົງຂອງການເຝິກອົບຮົມຄັ້ງນີ້ ເພື່ອຜັນຂະຫຍາຍບາງເງື່ອນໄຂໃນການເຂົ້າເຖິງແຫຼ່ງທຶນ ມາດຕາ 14 ຂອງດໍາລັດວ່າດ້ວຍກອງທຶນສົ່ງເສີ່ມວິສາຫະກິດຂະໜາດນ້ອຍ ແລະ ກາງ ສະບັບເລກທີ 05/ລບ ລົງວັນທີ 12 ມັງກອນ 2023  ຂອງດໍາວ່າດ້ວຍກອງທຶນສົ່ງເສີມ SME  ທີ່ໄດ້ກໍານົດໄວ້ ທັງເປັນການສ້າງເງື່ອນໄຂໃຫ້ທະນາຄານເຂົ້າຮ່ວມໂຄງການປ່ອຍເງິນກູ້ຢືມ ອັດຕາດອກເບ້ຍຕໍ່າຂອງລັດຖະບານ ໃຫ້ລູກຄ້າໄດ້ໄວ ພາຍໃຕ້ແຫຼ່ງທຶນດອກເບ້ຍທີ່ເໝາະສົມ 3% ຕໍ່ປີ ຂອງກອງທຶນສົ່ງເສີມວິສາຫະກິດຂະ  ໜາດນ້ອຍ ແລະ ກາງ ທັງເປັນການສ້າງຄວາມເຂັມແຂງໃຫ້ນັກສຳມານະກອນຮູ້ວິທີວາງແຜນທຸລະກິດ ຕະຫຼອດຮອດການຈົດຮັບຈົດຈ່າຍບັນຊີເງີນສົດ ເພ່ືອນຳໄປປັບໃຊ້ຕົວຈິງເຂົ້າໃນທຸລະກິດຂອງພວກເຂົາ  ນອກຈາກນັ້ນ ຍັງເປັນເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ແລກປ່ຽນປະສົບການນຳກັນສ້າງເຄືອຂ່າຍໃໝ່ນຳສູ່ການພັດທະນາທຸລະກິດຂອງພວກເຂົາເອງ.     ສຳລັບຊຸດເຝິກອົບຮົມນີ້ ຜູ້ເຂົ້າຮ່ວມແມ່ນບໍ່ໄດ້ເສຍຄ່າເຂົ້າຮຽນ ເຊິ່ງແມ່ນປະກອບດ້ວຍ ກຸ່ມຫົວໜ່ວຍ SME ທີ່ເປັນລູກຄ້າທະນາຄານ ຄື: ທະນາຄານມາຮູຮ້ານ ເຈແປນ ລາວ ທະນາຄານຮ່ວມທຸລະກິດ ລາວ -ຫວຽດ ທະນາຄານ ຫວຽດຕີນ ແລະ ທະນາຄານ ໄຊງ່ອນເທືອງຕິ່ນລາວ ຈໍາກັດ  ລວມທັງໝົດ 28 ຫົວໜ່ວຍ.     ພາຍໃຕ້ໂຄງການຢັ້ງຢືນການເຝິກອົບຮົມໃຫ້ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອເຂົ້າເຖິງແຫຼ່ງທຶນ ຂອງກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ  ໂດຍການສະໜັບສະໜູນຈາກ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກຳ ແລະ ການຄ້າ.     ການຝຶກອົບຮົມນີ້ຈະດໍາເນີນໄປເປັນເວລາ 5 ວັນ ເຊິ່ງຈະມີທັງພາກທິດສະດີ ພາກໃຫ້ຄໍາປຶກສາໃນການຂຽນແຜນທຸລະກິດໃຫ້ກັບ 28 ຫົວໜ່ວຍ ໃຫ້ໄດ້ມີແຜນທຸລະກິດເປັນຂອງຕົນເອງ ພາຍຫຼັງສຳເລັດການເຝິກອົບຮົມ. Share:FacebookTwitter
ສ້າງຄວາມເຂັ້ມແຂງໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການວາງແຜນທຸລະກິດການວາງແຜນການເງິນ ແລະ ການບັນຊີເງິນສົດ
https://v2.vientianemai.net/archives/56748
ພິທີຖະແຫຼງຂ່າວ ວັນສາກົນໂຄສະນາ ເພື່ອຕ້ານລະເບີດບໍ່ທັນແຕກຄົບຮອບ 18 ປີ (ວັນທີ 4 ເມສາ 2005 ຫາ ວັນທີ 4 ເມສາ 2023) ຈັດຂຶ້ນວັນທີ 4 ເມສາ 2023 ທີ່ນະຄອນຫຼວງວຽງຈັນ ເປັນກຽດຖະແຫຼງໂດຍທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮອງປະທານຜູ້ປະຈຳການ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ແລະ ທ່ານນາງ ແຄັດທິນ ເຟືອງ ຮອງຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາ ປະຈຳລາວ ມີທຸຕານຸທູດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.     ທ່ານ ປະເດີມພອນ ສົນທະນີ ກ່າວວ່າ: ໃນປີ 2005 ສະມັດຊາໃຫຍ່ອົງການສະຫະປະຊາຊາດ ໄດ້ປະກາດກຳນົດເອົາວັນທີ 4 ເມສາ ຂອງທຸກໆປີ ເປັນວັນສາກົນໂຄສະນາເພື່ອຕ້ານລະເບີດບໍ່ທັນແຕກ ເຊິ່ງເປົ້າໝາຍແມ່ນເພື່ອໂຄສະນາ ແລະ ປູກຈິດສຳນຶກກ່ຽວກັບອັນຕະລາຍຂອງລະເບີດບໍ່ທັນແຕກ ຮຽກຮ້ອງໃຫ້ເອົາໃຈໃສ່ເພື່ອຫຼຸດຜ່ອນຜົນກະທົບຈາກລະເບີດບໍ່ທັນແຕກ ໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ລະດົມທຶນເຂົ້າໃນການແກ້ໄຂບັນຫາລະເບີດບໍ່ທັນແຕກໃນທົ່ວໂລກໂດຍສະເພາະປະເທດທີ່ໄດ້ຮັບຜົນກະທົບຫຼາຍ.     ສຳລັບ ສປປ ລາວ ເປັນປະເທດທີ່ໄດ້ຮັບຜົນກະທົບຫຼາຍທີິ່ສຸດໃນໂລກຈາກການຖີ້ມລະເບີດຢ່າງໜັກໜ່ວງໃນປາງສົງຄາມອີນດູຈີນແຕ່ປີ 1964-1973 ເມື່ອທຽບໃສ່ຈໍານວນປະຊາກອນ ລະເບີດບໍ່ທັນແຕກທີ່ຕົກຄ້າງຈໍານວນຫຼວງຫຼາຍ ໄດ້ສືບຕໍ່ສ້າງຄວາມເສຍຫາຍທາງດ້ານຮ່າງກາຍ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ເປັນອຸປະສັກຕໍ່ການນໍາໃຊ້ທີ່ດີນເພື່ອທໍາການຜະລິດກະສິກໍາ ເປັນໄພຂົ່ມຂູ່ຕໍ່ການດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ເປັນອຸປະສັກຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ປີ 2030 ເຊິ່ງການແກ້ໄຂບັນຫາລະເບິດບໍ່ທັນແຕກທີ່ຕົກຄ້າງໃນ ສປປ ລາວ ຍັງເປັນສິ່ງທີ່ໜັກໜ່ວງ ແລະ ປະເຊີນໜ້າກັບສິ່ງທ້າທາຍຫຼາຍດ້ານ ໂດຍສະເພາະແມ່ນງົບປະມານ ເຕັກນິກວິຊາການທີ່ຕ້ອງການສະໜັບສະໜູນຈາກສາກົນເພື່ອເລັ່ງລັດການແກ້ໄຂບັນຫາດັ່ງກ່າວ ລັດຖະບານ ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາ ໄດ້ສືບຕໍ່ຮ່ວມມືກັນໃນຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໂຄງການຮ່ວມມືໃນໄລຍະໃໝ່ນີ້ເລີ່ມຈັດຕັ້ງປະຕິບັດໃນປີ 2022 ເຊິ່ງຈະເປັນຂີດໝາຍອັນສໍາຄັນໃນການສືບຕໍ່ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງທີ 18 ໃຫ້ບັນລຸຜົນເປັນຈິງ.     ລະເບີດບໍ່ທັນແຕກທີ່ຕົກຄ້າງຈໍານວນໜຶ່ງ ໄດ້ຖືກເກັບກູ້ອອກຈາກພື້ນທີ່ເຮັດໃຫ້ການນໍາໃຊ້ທີ່ດີນມີຄວາມປອດໄພສໍາລັບເນື້ອທີ່ກະສິກໍາ ແລະ ເນື້ອທີ່ພັດທະນາ ນັບແຕ່ 1996 ເຖິງ 22 ກຸມພາ 2023 ໄດ້ກວດກູ້ເນື້ອທີ່ດິນທັງໜົດ 79.599 ກ່ວາເຮັກຕາ ແລະ ໄດ້ທໍາລາຍລະເບີດບໍ່ທັນແຕກທີ່ຕົກຄ້າງ 1.808.254 ກວ່າໜ່ວຍ ສໍາລັບວຽກງານການໂຄສະນາສຶກສາຄວາມສ່ຽງໄພຈາກລະເບີດບໍ່ທັນແຕກທີ່ຕົກຄ້າງແມ່ນສາມາດເຄື່ອນໄຫວໂຄສະນາໄດ້ 4.092 ກວ່າບ້ານ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກທີ່ຕົກຄ້າງແຕ່ປີ 2015 ຫາ ປີ 2022 ມີ 2.846 ກວ່າຄົນ ການສຳຫຼວດບໍ່ແມ່ນວິຊາການແຕ່ປີ 2011 ຫາປີ 2022 ໄດ້ 2.709 ກວ່າບ້ານ ການສຳຫຼວດທາງດ້ານວິຊາການແຕ່ປີ 2010 ຫາ ປີ 2022 ໄດ້ 1.804 ກວ່າບ້ານ ແລະ ເນື້ອທີ່ຢືນຢັນວ່າມີຜົນກະທົບຈາກລະເບີດລູກຫວ່ານແຕ່ປີ 2010–2022 ມີ 174.638 ກວ່າເຮັກຕາ. Share:FacebookTwitter
ນັບແຕ່ 1996 ເຖິງ 22 ກຸມພາ 2023 ໄດ້ກວດກູ້ເນື້ອທີ່ດິນທັງໜົດ 79.599 ກ່ວາເຮັກຕາ
https://v2.vientianemai.net/archives/56753
ພິທີເປີດຊຸດຮຽນພາສາຫວຽດນາມ ຄັ້ງທີ 1 ຈັດຂຶ້ນໃນວັນທີ 4 ເມສາ 2023 ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໂດຍມີທ່ານ ສັນຕິສຸກ ສີມມາລາວົງ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທ່ານ ເຈີ້ນ ວັນ ຕຸງ ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ທ່ານນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ທ່ານ ເລືອງ ມິ່ງ ກື ອະທິການບໍດີ ມະຫາວິທະຍາໄລກິວລອງ ມີບັນດາທ່ານຫົວໜ້າສະຖາບັນ ກົມ ສູນ ພະນັກງານ ຄູອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.     ໂອກາດນີ້ ທ່ານ ສາຍຝົນ ບຸດຈັນທະລາດ ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ກ່າວວ່າ: ສູນພາສາຫວຽດນາມມິດຕະພາບ UCL-IICT ໄດ້ເປີດການນໍາໃຊ້ຢ່າງເປັນທາງການໃນທ້າຍປີ 2022 ນັບຈາກນັ້ນມາກໍໄດ້ກະກຽມຄວາມພ້ອມຮອບດ້ານ ມາຮອດມື້ນີ້ ສູນດັ່ງກ່າວແມ່ນພ້ອມແລ້ວໃນການສິດສອນ ພາສາຫວຽດນາມ ໃຫ້ກັບພະນັກງານພາຍໃນ ແລະ ພາຍນອກ ໂດຍມີອາຈານຈາກມະຫາວິທະຍາໄລກິວລອງ ສສ ຫວຽດນາມ ມາປະຈໍາການ ເພື່ອສິດສອນ ແລະ ຊ່ວຍເຫຼືອໃນການຈັດຕັ້ງປະຕິບັດວຽກພາຍໃນສູນ ເຊິ່ງພວກເຮົາໄດ້ອອກແຈ້ງການເປີດຮັບສະໝັກນັກເຝິກທັງພາຍໃນ ພາຍນອກກະຊວງ ນັບຕັ້ງແຕ່ ກາງເດືອນມີນາ 2023 ມາເຖິງ ວັນທີ 27 ມີນາ 2023 ມີຜູ້ສະໝັກເຝິກອົບຮົມທັງ ໝົດ 45 ຄົນ ແບ່ງອອກເປັນ 3 ຫ້ອງ ຄື: ຫ້ອງ 1 ຮຽນໃນເວລາ 17:00 ຫາ 20:00 ໂມງ ຂອງວັນຈັນ ພຸດ ແລະ ສຸກ ຫ້ອງ 2 ຮຽນໃນເວລາ 13:00 ຫາ 16:00 ໂມງ ຂອງວັນຈັນ ພຸດ ແລະ ສຸກ ແລະ ຫ້ອງ 3 ຮຽນໃນເວລາ 9:00 ຫາ 16:00 ໂມງ ຂອງວັນເສົາ ແລະ ອາທິດ.     ສ່ວນວຽກງານການພັດທະນາບຸກຄະລາກອນ ໃນຂະແໜງການໄອຊີທີ ເປັນວຽກທີ່ທ້າທາຍ ແລະ ຮີບດ່ວນແນ່ໃສ່ສ້າງພະນັກງານ ໃຫ້ສາມາດປະກອບສ່ວນເຂົ້າໃນວຽກງານແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ຂ້າພະເຈົ້າຮັບຊາບວ່າ ສສ ຫວຽດນາມ ເປັນໜຶ່ງໃນປະເທດທີ່ມີທ່າແຮງໃນການພັດທະນາຮອບດ້ານ ໃນຂະແໜງການໄອຊີທີ ດັ່ງນັ້ນ ຫວັງຢ່າງຍິ່ງວ່າ ການຮຽນພາສາຫວຽດນາມທີ່ສູນແຫ່ງນີ້ ຈະສາມາດເປັນໜຶ່ງໃນຈຸດລິເລີ່ມ ເພື່ອໃຫ້ນັກເຝິກສາມາດຕໍ່ຍອດໃນການຮຽນຮູ້ ແລະ ເຂົ້າເຖິງສືຂໍ້ມູນເຕັກ ນິກ-ວິທະຍາສາດ ທີ່ເປັນປະໂຫຍດໄດ້ ພາຍໃຕ້ຂອບການຮ່ວມມືນີ້ ໃນຕໍ່ໜ້າຫວັງຢ່າງຍິ່ງວ່າຈະສາມາດຂະຫຍາຍບັນດາຫຼັກສູດການຮຽນ-ການສອນ ໃຫ້ຫຼາກຫຼາຍຂຶ້ນຕື່ມ ແລະ ຕອບສະຫນອງຄວາມຮຽກຮ້ອງຕ້ອງການຕົວຈິງຂອງສັງຄົມ ພ້ອມໃຫ້ສາມາດພັດທະນາບຸກຄະລາກອນ ທີ່ຮັບປະກັນທາງດ້ານຄຸນນະພາບ ແລະ ປະລິມານທີ່ຕ້ອງການ.     ໂອກາດດຽວກັນນີ້ ທ່ານ ສັນຕິສຸກ ສີມມາລາວົງ ກ່າວວ່າ: ການພັດທະນາຂອງເຕັກໂນໂລຊີ ໃນຍຸກປັດຈຸບັນແມ່ນເປັນໄປແບບກ້າວກະໂດດ ສສ ຫວຽດນາມ ເປັນປະເທດໜຶ່ງທີ່ມີຄວາມກ້າວໜ້າ ແລະ ມີທ່າແຮງໃນການພັດທະນາ ໃນຂະແໜງງການດິຈິຕອນ ດັ່ງນັ້ນ ການຮຽນຮູ້ພາສາຫວຽດນາມ ຈຶ່ງສາມາດເປັນເງື່ອນໄຂ ແລະ ເປັນຂົວຕໍ່ໜຶ່ງທີ່ຈະຊ່ວຍໃຫ້ພວກເຮົາໄດ້ເຂົ້າເຖິງແຫຼ່ງຄວາມຮູ້ ເຕັກນິກວິທະຍາສາດ ໃໝ່ໆ ທີ່ມີປະໂຫຍດໄດ້ ປັດຈຸບັນ ສປປ ລາວ ກໍຄືກະຊວງຂອງພວກເຮົາ ແມ່ນໄດ້ມີການ ຊຸກຍູ້ການສຶກສາເພື່ອສື່ສານ ແລະ ນໍາໃຊ້ພາສາຕ່າງປະເທດ ໃນການແລກປ່ຽນຂໍ້ມູນຂ່າວສານ ການເຂົ້າເຖິງສື-ຂໍ້ມູນທີ່ເປັນປະໂຫຍດ ເພື່ອປະກອບສ່ວນເຂົ້າໃນໜ້າທີ່ວຽກງານ ໂດຍສະເພາະການປະກອບສ່ວນໃນການກ້າວເຂົ້າສູ່ການຫັນເປັນເສດຖະກິດດິຈິຕອນ. Share:FacebookTwitter
ເປີດຊຸດຮຽນພາສາຫວຽດນາມ ປະກອບສ່ວນໃນການກ້າວເຂົ້າສູ່ການຫັນເປັນເສດຖະກິດດິຈິຕອນ
https://v2.vientianemai.net/archives/56760
ບໍລິສັດ Auto Asia ຈັດພິທິເປີດຫ້ອງຂາຍ ແລະ ນໍາສະເໜີລົດ NETA V ເຊິ່ງລົດເຄິ່ງ SUV ແລະ Hatchback ພະລັງງານໄຟຟ້າ 100% ຂຶ້ນທີ່ ບ້ານໂພນ ທັນ ເມືອງໄຊເສດຖາ ນະຄອນຫຼວງວຽງ ຈັນ. ທ່ານ Bao Zhuangfei ຜູ້ຈັດການທົ່ວໄປບໍລິສັດ ເນ່ຕ້າ ໂອໂຕ ໄທແລນ ຮອງປະທານຝ່າຍທຸລະກິດພາກພື້ນ ASEAN ຂອງບໍລິສັດ Hozon Auto New Energy Automobile ກ່າວວ່າ: ນັບແຕ່ສ້າງຕັ້ງ NETA Auto ເປັນຕົ້ນມາ ພວກເຮົາໄດ້ວາງເປົ້າ  ໝາຍຈະໃຫ້ທຸກຄົນທົ່ວໂລກ ມີໂອກາດໄດ້ໃຊ້ລົດພະລັງງານໄຟຟ້າ 100% ພ້ອມເຕັກໂນໂລຊີທີ່ທັນສະໄໝຫຼາຍຂຶ້ນ NETA ເລີ່ມຂະຫຍາຍທຸລະກິດໄປພາກພື້ນຕ່າງໆທົ່ວໂລກແຕ່ທ້າຍປີ 2022 ໂດຍມີປະເທດໄທເປັນເປົ້າໝາຍທໍາອິດເພື່ອເຂົ້າເຖິງປະເທດອື່ນໆໃນພາກພື້ນອາຊຽນ ຂະນະດຽວກັນກໍໄດ້ສຶກສາຕະຫຼາດໃນເອີຣົບ ເພື່ອຕອບສະໜອງຄວາມຕ້ອງການລົດໄຟຟ້າທີ່ນັບມື້ເພີ່ມຂຶ້ນຂອງຜູ້ໃຊ້ທົ່ວໂລກ ການແນະນໍາ Brand NETA ສູ່ ສປປ ລາວ ເປັນໜຶ່ງໃນເປົ້າໝາຍຫຼັກຂອງພວກເຮົາ ພາຍໃຕ້ກົນລະຍຸດລະດັບສາກົນດັ່ງກ່າວ ລັດຖະບານລາວ ແລະ ພາກສ່ວນກ່ຽວຂ້ອງ ໄດ້ໃຫ້ຄວາມສໍາຄັນກັບການໃຊ້ລົດພະລັງງານໄຟຟ້າໃນປະເທດ ໂດຍມີນະ ໂຍບາຍສະໜັບສະໜູນຜູ້ປະກອບການ ແລະ ຜູ້ໃຊ້ງານຢ່າງເປັນຮູບປະທໍາ ເຊິ່ງຈະເຮັດໃຫ້ຄົນໃນປະເທດມີໂອ ກາດໃຊ້ລົດໄຟຟ້າຫຼາຍຮູບແບບຈາກການກໍານົດເປົ້າໝາຍໃຫ້ປີ 2025 ມີຍອດຂາຍລົດພະລັງງານໄຟຟ້າຄິດເປັນ 1% ຂອງຕະຫຼາດລວມ ແລະ ບັນລຸເປົ້າໝາຍການມີລົດແລ່ນຢູ່ຖະໜົນໃນປະເທດລາວຫຼາຍກວ່າ 30% ຕ້ອງເປັນລົດໄຟຟ້າ ພາຍໃນປີ 2030 ເຊິ່ງພວກເຮົາເຊື່ອວ່າປະເທດລາວຈະສາມາດບັນລຸເປົ້າໝາຍດັ່ງກ່າວຢ່າງແນ່ນອນ ແລະ NETA ພ້ອມເປັນສ່ວນໜຶ່ງໃນການສະໜັບສະໜູນນະໂຍບາຍດັ່ງກ່າວຢ່າງເຕັມທີ່.      ທ່ານ ກົງເພັດ ແກ້ວມະນີວົງ ຜູ້ອຳນວຍການບໍລິສັດ Auto Asia  ກ່າວວ່າ: ຫ້ອງຂາຍແຫ່ງນີ້ ຖືກອອກແບບໃຫ້ສອດຄ່ອງກັບຮູບແບບຫ້ອງຂາຍ ທີ່ບໍລິສັດ NETA ກໍານົດ ເພື່ອມອບຄວາມຮູ້ສຶກອົບອຸ່ນ ແລະ ສ້າງຄວາມປະທັບໃຈໃຫ້ລູກຄ້າສູງສຸດ ເປັນຈຸດສໍາຜັດສໍາຄັນໃນການພົວພັນ ລະຫວ່າງພະນັກງານ ແລະ ລູກຄ້າທີ່ມາໃຊ້ບໍລິການ ເຊິ່ງບໍລິສັດ Auto Asia ຈະມອບປະສົບການກ່ຽວກັບດ້ານບໍລິການທຸລະກິດຈຳໜ່າຍລົດຫຼາຍກວ່າ 30 ປີ ເປັນຕົ້ນການໃຫ້ຄຳແນະນຳຜະລິດຕະພັນ ການບໍລິການຫຼັງການຂາຍ ການຕອບສະໜອງອາໄຫຼ່ ການບໍລິການສິນເຊື່ອ ແລະ ອື່ນໆ ທີ່ສຳຄັນເມື່ອຊື້ລົດຈາກຕົວແທນຈຳໜ່າຍເປັນທາງການ ຈະໄດ້ຮັບສິດຄຸ້ມຄອງການຮັບປະກັນຢ່າງແທ້ຈິງຈາກໂຮງງານ ໂດຍສະເພາະການ update firmware ການ Claim ການ Recall ຫຼື ຊິ້ນສ່ວນອາໄຫຼ່ທີ່ອາດເກີດຄວາມບົກຜ່ອງ ນອກນີ້ຍັງຈະອຳນວຍຄວາມສະດວກ ແລະ ມອບຄຸນນະພາບການບໍລິການຢ່າງໝັ້ນໃຈ ສ້າງຄວາມພໍໃຈສູງສຸດ ມອບລົດທີ່ມີຄຸນນະພາບ ເຕັກໂນໂລຊີສູງ ເປັນມິດກັບສິ່ງແວດລ້ອມ ໃຫ້ຄວາມປອດໄພສູງສຸດ ແຕ່ລາຄາເໝາະສົມ NETA ຄື Brand ລົດພະລັງງານທີ່ເກີດຂຶ້ນໃໝ່ ໃນ ສປ ຈີນ ເຊິ່ງໄດ້ຮັບຄວາມນິຍົມສູງໃນຍຸກປັດຈຸບັນ ປີ 2022 ຄວ້າຍອດຂາຍອັນດັບ 1 ໃນກຸ່ມຍີ່ຫຍໍ້ລົດພະລັງງານທີ່ເກີດຂຶ້ນ  ໃໝ່ ເມື່ອບໍ່ດົນມານີ້ NETA V ຍັງຄວ້າລາງວັນ Thailand Car of The Year 2023 ປະເພດລົດ “Best Hatchback EV” ລົດ NETA V ເປັນລົດເຄິ່ງ SUV ແລະ Hatchback ພະລັງງານໄຟຟ້າ 100% ທີ່ປະ ສານດ້ວຍການອອກແບບທີ່ເປັນເອກກະລັກ ມີມິຕິຮູບໂສມທີ່ກວ້າຂວາງ ເຊື່ອມເຂົ້າກັບເຕັກໂນໂລຊີໃໝ່ໆໄດ້ຢ່າງລົງໂຕ ຕອບສະໜອງກັບ Lifestyle ຂອງຄົນຮຸ່ນໃໝ່ ແຕ່ລາຄາສຸດຄຸ້ມ ພວກເຮົາຫວັງວ່າ NETA ຈະເປັນ Brand ໜຶ່ງທີ່ຄົນລາວຮັກ ແລະ ໃຫ້ຄວາມເຊື່ອໝັ້ນ. ງານດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 3 ເມສາ 2023 ຢູ່ຫ້ອງຂາຍລົດດັ່ງກ່າວ ໂດຍມີທ່ານ ກົງເພັດ ແກ້ວມະນີວົງ ທ່ານ Bao Zhuangfei ພ້ອມດ້ວຍຄະນະບໍລິຫານ ແລະ ແຂກຖືກເຊີນ ເຂົ້າຮ່ວມ. Share:FacebookTwitter
ເປີດຫ້ອງຂາຍ ແລະ ນໍາສະເໜີລົດ NETA V ພະລັງງານໄຟຟ້າ 100%
https://v2.vientianemai.net/archives/56768
ການສອບເສັງນັກຮຽນເກ່ງຊັ້ນມັດທະຍົມສຶກສາ (ມ4 ແລະ ມ7) ລະດັບຊາດ ປະຈໍາສົກຮຽນ 2022-2023 ຈັດຂຶ້ນວັນທີ 4 ເມສາ 2023 ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍເປັນປະທານຂອງທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ມີຫົວໜ້າຫ້ອງການຫົວໜ້າ-ຮອງຫົວໜ້າກົມ ຜູ້ອຳນວຍການສະຖາບັນ ສຳນັກພິມ ສູນ ຄູນຳພາແຕ່ລະແຂວງທົ່ວປະເທດ ພະນັກງານ ຄູ-ອາຈານ ຄະນະກຳມະການຍາມຫ້ອງສອງເສັງ ແລະ ຕົວແທນນັກຮຽນເກ່ງຈາກແຕ່ລະແຂວງທົ່ວປະເທດ ເຂົ້າຮ່ວມ.     ໂອກາດດັ່ງກ່າວ ທ່ານ ຮສ ປອ ພຸດ ສິມມາລາວົງ ໄດ້ກ່າວວ່າ: ການຈັດສອບເສັງນັກຮຽນເກ່ງຂັ້ນ ມ4 ແລະ ມ7 ລະດັບຊາດ ສົກຮຽນ 2022-2023 ແມ່ນເປັນການກະຕຸກຊຸກຍູ້ການຮຽນການສອນໃນໂຮງຮຽນໃຫ້ດີຂຶ້ນ ເຮັດໃຫ້ນັກຮຽນມີຄວາມບຸກບືນ ຫ້າວຫັນໃນການຄົ້ນຄວ້າຮໍ່າຮຽນ ຄູມີການພັດທະນາການສອນ ແລະ ຍົກລະດັບຄວາມຮູ້ທາງດ້ານວິຊາສະເພາະຂອງຕົນ ເປັນເງື່ອນໄຂອັນດີປະກອບເຂົ້າໃນການປັບປຸງ ແລະ ພັດທະນາຄຸນນະພາບການສຶກສາໃນແຕ່ລະຊັ້ນຮຽນ ພ້ອມນັ້ນ ຍັງເປັນການສ້າງໂອກາດໃຫ້ນັກຮຽນໄດ້ສະແດງອອກທາງດ້ານພອນສະຫວັນ ດ້ານຄວາມຮູ້ ຄວາມສາມາດ ແລະ ຫົວຄິດປະດິດສ້າງຂອງຕົນເອງ ໃນວິຊາພາສາລາວ-ວັນນະຄະດີ ຄະນິດສາດ ເຄມີສາດ ແລະ ຟີຊິກສາດ ສ້າງຂະບວນການ ສະພາບແວດລ້ອມໃຫ້ນັກຮຽນທີ່ມີຄວາມຮູ້ ພອນສະຫວັນໃນວິຊາທີ່ຕົນມາສອບເສັງນັກຮຽນເກ່ງລະດັບຊາດນີ້ ໄດ້ມີໂອກາດເຂົ້າຮ່ວມແຂ່ງຂັນ ແລະ ມີມາດຕະຖານທາງດ້ານຄວາມຮູ້ທີ່ຫຍັບເຂົ້າໃກ້ພາກພື້ນ ແລະ ສາກົນ ເປີດໂອກາດໃຫ້ນັກສອບເສັງທີ່ໄດ້ອັນດັບທີ 1 2 ແລະ 3 ໄດ້ຮັບການສະໜັບສະໜູນເຂົ້າຮຽນຕໍ່ໃນລະດັບທີ່ສູງ (ໃນວິຊາທີ່ຕົນສອບເສັງ).     ພ້ອມດຽວກັນ ທ່ານລັດຖະມົນຕີ ສສກ ຍັງໄດ້ຮຽກຮ້ອງໃຫ້ຄະນະກຳມະການ ອະນຸກຳມະການທຸກຝ່າຍ ຕ້ອງເຮັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ເປັນເຈົ້າການ  ເຮັດສຳເລັດໜ້າທີ່ຢ່າງເປັນທຳ ແລະ ຮັບ ປະກັນຄວາມໂປ່ງໃສ ສຳລັບນັກສອບເສັງຕ້ອງຊື່ສັດສຸດຈະລິດ ປະຕິບັດຕາມລະບຽບການສອບເສັງຢ່າງເຂັ້ມງວດ ເພື່ອເຮັດໃຫ້ການຈັດການສອບເສັງນັກຮຽນເກ່ງໃນຄັ້ງນີ້ ດຳເນີນໄປດ້ວຍຜົນສຳເລັດອັນຈົບງາມ ຮັບປະກັນທາງດ້ານຄຸນນະພາບ ປາສະຈາກຫາງສຽງໃດໆ.     ສຳລັບການສອບເສັງນັກຮຽນເກັ່ງລະດັບຊາດ ຂັ້ນ ມ4 ແລະ ມ7 ໃນສົກນີ້ ໄດ້ດໍາເນີນເປັນເວລາ 1 ວັນ ໂດຍສອບເສັງໃນ 4 ວິຊາ ຄື: ວິຊາພາສາລາວ-ວັນນະຄະດີ ຄະນິດສາດ ຟີຊິກສາດ ແລະ ວິຊາເຄມີສາດ ມີຕົວແທນນັກຮຽນເຂົ້າຮ່ວມແຂວງລະ 8 ຄົນ ລວມ 144 ຄົນ ຍິງ 64 ຄົນ ຫຼັງຈາກນັ້ນ ໃນວັນທີ 5 ເມສາ 2023 ແມ່ນໄດ້ນຳພານັກສອບເສັງໄປທ່ຽວຊົມ ແລະ ທັດສະນະສຶກສາ ຫໍພິພິຕະພັນ ທ່ານ ໄກສອນ ພົມວິຫານ ພະທາດຫຼວງວຽງຈັນ ສວນວັດທະນະທຳວັດຊຽງຄວນ ວັນທີ 6 ເມສາ 2023 ເຂົ້າຮ່ວມກິດຈະກຳ ຖາມ-ຕອບ ວິທະຍາສາດ ແລະ ວັນທີ 7 ເມສາ 2023 ສະຫຼຸບ ແລະ ປະກາດຜົນ. Share:FacebookTwitter
ຕົວແທນນັກຮຽນເກ່ງຊັ້ນມັດທະຍົມສຶກສາ 144 ຄົນ ເຂົ້າຮ່ວມການສອບເສັງລະດັບຊາດ
https://v2.vientianemai.net/archives/56781
ພິທີລົງນາມສັນຍາຮ່ວມທຸລະກິດ 4 ໂຄງການ ຄື: 1 ໂຄງການລົງທຶນພັດທະນາແຮ່ທອງ ແລະ ແຮ່ຕິດພັນ ຢູ່ບ້ານໂພນຕ້ອງ ບ້ານກ້ອນຄຳ ບ້ານນາຍາວ ບ້ານນໍ້າເພີນ ແລະ ບ້ານນາບົວ ເມືອງໝື່ນ ແຂວງວຽງຈັນ ລະຫວ່າງ ບໍລິສັດ ລັດວິສາຫະກິດ ພັດທະນາກະສິກຳ ອຸດສາຫະກຳ ແລະ ບໍລິການ ຂາອອກ-ຂາເຂົ້າ (DAI) ກັບ ບໍລິສັດ ເຄພີເອັສ ພັດທະນາແຮ່ທາດ ຈຳກັດ (KPS) ແລະ ກຸ່ມບໍລິສັດ Sichuan Panasia Investment and Development Group Co., Ltd (SPSI) ສປ ຈີນ 2 ໂຄງການຮ່ວມທຸລະກິດດ້ານການຄ້າກະສິກຳ ແລະ ແຮ່ທາດ ລະຫວ່າງ ບໍລິສັດ ລ້ານຊ້າງ ການຄ້າສາກົນ ຈຳກັດ ແລະ ກຸ່ມບໍລິສັດ SPSI 3 ໂຄງການຮ່ວມລົງທຶນການຜະລິດສະໜອງ ແລະ ຈຳໜ່າຍມັນຕົ້ນ ແລະ ຜະລິດຕະພັນກະສຳກຳທີ່ຕິດພັນ ຢູ່ ສປປ ລາວ ລະຫວ່າງ ບໍລິສັດ ລ້ານຊ້າງ ການຄ້າ ສາກົນ ຈຳກັດ ແລະ ກຸ່ມບໍລິສັດ SPSI 4 ໂຄງການຮ່ວມມືຍຸດທະສາດການຂົນສົ່ງປະເທດລາວ ລະຫວ່າງ ບໍລິສັດ ລົດໄຟ ລາວ-ຈີນ ຈຳກັດ ແລະ ກຸ່ມບໍລິສັດ ລົດໄຟຈີນ ເລກ 2 ແລະ ກຸ່ມບໍລິສັດ SPSI ຈັດຂຶ້ນວັນທີ 31 ມີນາ 2023 ຢູ່ນະຄອນຫຼວງວຽງຈັນ.     ສໍາລັບໂຄງການທີ 1 ລົງນາມໂດຍທ່ານ ພັັນເອກ ວັນທອງ ສິດທິກຸນ ຜູ້ອໍານວຍການ DAI ທ່ານ ຄໍານ້ອຍ ສຸກຂະວົງ ຜູ້ອໍານວຍການ ບໍລິສັດ KPS ແລະ ທ່ານ QIU GE ປະທານກຸ່ມບໍລິສັດ SPSI ໂຄງການທີ 2 ລົງນາມໂດຍທ່ານ ວິສານ ແສງສຸວັນ ປະທານບໍລິສັດ KPS ຜູ້ອຳນວຍການບໍລິສັດ ລ້ານຊ້າງ ການຄ້າສາກົນ ຈຳກັດ ແລະ ທ່ານ QIU GE ປະທານກຸ່ມບໍລິສັດ SPSI. ໂຄງການທີ 3 ລົງນາມໂດຍທ່ານ ວິສານ ແສງສຸວັນ ປະທານບໍລິສັດ KPS ຜູ້ອຳນວຍການບໍລິສັດ ລ້ານຊ້າງ ການຄ້າສາກົນ ຈຳກັດ ແລະ ທ່ານ QIU GE ປະທານກຸ່ມບໍລິສັດ SPSI. ໂຄງການທີ 4 ລົງນາມໂດຍທ່ານ Gong Xiannian ຮອງຜູ້ອໍານວຍການບໍ ລິສັດ ລົດໄຟ ລາວ-ຈີນ ຈຳກັດ ແລະ ທ່ານ Wang Hai Wang ປະທານ ກຸ່ມບໍລິສັດ ລົດໄຟຈີນ ເລກ 2 ແລະ ທ່ານ He Xiaochun ປະທານກຸ່ມບໍລິສັດ SPSI ໂດຍເປັນສັກຂີພະຍານຂອງທ່ານ ຄຳພັນ ສິດທະດຳພາ ເຈົ້າແຂວງວຽງຈັນ ພ້ອມດ້ວຍຜູ້ຕາງໜ້າກະຊວງປ້ອງກັນປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງ.     ໂຄງການລົງທຶນພັດທະນາແຮ່ທອງ ແລະ ແຮ່ຕິດພັນ ມີມູນຄ່າໂຄງການຫຼາຍກວ່າ 400 ລ້ານໂດລາສະ ຫະລັດ ໂຄງການຮ່ວມທຸລະກິດດ້ານການຄ້າກະສິກຳ ແລະ ແຮ່ທາດ ມີມູນຄ່າໃນການຮ່ວມທຸລະກິດສູງເຖິງ 3 ຕື້ຢວນ ຫຼື 400 ລ້ານກວ່າໂດລາສະຫະລັດ ໂຄງການຮ່ວມລົງທຶນການຜະລິດສະໜອງ ແລະ ຈຳໜ່າຍມັນ ຕົ້ນ ແລະ ຜະລິດຕະພັນກະສຳກຳທີ່ຕິດພັນ ຢູ່ ສປປ ລາວ ມູນຄ່າໃນການລົງທຶນໃນເບື້ອງຕົ້ນ 50 ກວ່າລ້ານໂດລາສະຫະລັດ ເຊິ່ງການຈັດຕັ້ງປະຕິບັດບັນດາໂຄງການດັ່ງກ່າວ ແມ່ນບົນຈິດໃຈມິດຕະພາບ ແລະ ຄວາມສາມັກຄີອັນດີງາມ ທີ່ເປັນມູນເຊື້ອອັນຍາວນານ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ  ລາວ-ຈີນ ຈີນ-ລາວ ເພື່ອພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຕິດພັນກັບການພັດທະນາ ບົນພື້ນ ຖານຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງຂອງ ສປ ຈີນ ທີ່ມີຕໍ່ ສປປ ລາວ.     ທ່ານ ວັນທອງ ສິດທິກຸນ ກ່າວວ່າ: ນັບແຕ່ DAI ກັບ ບໍລິສັດ KPS ແລະ ກຸ່ມບໍລິສັດ SPSI ສປ ຈີນ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈນໍາກັນ ເດືອນກໍລະກົດ 2022 ເປັນຕົ້ນມາ ທັງ 3 ບໍລິສັດກໍໄດ້ຮີບຮ້ອນເຄື່ອນໄຫວດໍາເນີນເອກະສານ ແລະ ເກັບກໍາຂໍ້ມູນກ່ຽວກັບໂຄງການຕ່າງໆທີ່ 3 ຝ່າຍມີຄວາມພ້ອມ ເຊັ່ນ: ໂຄງການກະສິກໍາ ແລະ ປຸງແຕ່ງກະສິກໍາ ໂຄງການຂົນສົ່ງ-ໂລຈິສຕິກ ແລະ ໂຄງການພັດທະນາແຮ່ທາດຄົບວົງຈອນ, ໃນນີ້ພິເສດກວ່າໝູ່ທີ່ມີຄວາມຄືບໜ້າແມ່ນໂຄງການເກັບກໍາຂໍ້ມູນຮອບດ້ານກ່ຽວກັບແຮ່ທອງຢູ່ເຂດເມືອງໝື່ນ ແຂວງວຽງຈັນ ເຊິ່ງ 3 ບໍລິສັດ ໄດ້ຍື່ນຄໍາຮ້ອງຂໍລົງທຶນ ຫາ ກົມສົ່ງເສີມການລົງທຶນ ກະຊວງແຜນ ການ ແລະ ການລົງທຶນ ເພື່ອຂໍອະນຸຍາດສໍາປະທານຊອກຄົ້ນ-ສໍາຫຼວດ ແລະ ສ້າງບົດວິພາກເສດຖະກິດ-ເຕັກນິກ ກ່ຽວກັບແຮ່ທອງ ແລະ ແຮ່ຕິດພັນ ເຂດທີ 1 ເນື້ອທີ່ 8,6 ກິໂລຕາແມັດ ຢູ່ບ້ານໂພນຕ້ອງ, ບ້ານກ້ອນຄໍາ ແລະ ເຂດທີ 2 ເນື້ອທີ່ 175,84 ກິໂລຕາແມັດ ຢູ່ບ້ານນາຍາວ ບ້ານ ນໍ້າເພີນ ແລະ ບ້ານບົວນາ ເມືອງໝື່ນ ແຂວງວຽງຈັນ ຕາມລະບຽບ ແລະ ຫຼັກການທີ່ລັດຖະບານກໍານົດໄວ້.     ເພື່ອເປັນການກະກຽມ ແລະ ດໍາເນີນການຈັດຕັ້ງປະຕິບັດໂຄງການການຊອກຄົ້ນ-ສໍາຫຼວດແຮ່ທອງດັ່ງ ກ່າວ ທັງ 3 ບໍລິສັດຈຶ່ງໄດ້ຕົກລົງເປັນເອກະພາບກັນສ້າງສັນຍາຮ່ວມທຸລະກິດ ເພື່ອລົງທຶນຊອກຄົ້ນ ແລະ ສໍາຫຼວດແຮ່ທອງ ແລະ ແຮ່ຕິດຳພັນຮ່ວມກັນ ຫຼັງຈາກນັ້ນກໍຈະກ້າວເຂົ້າສູ່ການລົງນາມສັນຍາຊອກຄົ້ນ-ສໍາຫຼວດ ກັບ ກະຊວງແຜນການ ແລະ ການລົງທຶນໃນໄວໆນີ້ ພາຍຫຼັງທີ່ໄດ້ລົງນາມສັນຍາຊອກຄົ້ນ-ສໍາຫຼວດແລ້ວ ຄາດວ່າຈະໃຊ້ເວລາ 2 ປີ ໃນການເຮັດສໍາເລັດວຽກງານທັງໝົດ ຕາມຂັ້ນຕອນທີ່ກະຊວງແຜນການ ແລະ ການລົງທຶນກໍານົດໄວ້ ໄປຄຽງຄູ່ກັນໃນມື້ນີ້ເຄືອຄ່າຍຂອງ 3 ບໍລິສັດພວກເຮົາຍັງຈະໄດ້ລົງນາມສັນຍາກັນອີກ 3 ສະບັບ ທີ່ປິ່ນອ້ອມໂຄງການພັດທະນາແຮ່ທາດຄົບວົງຈອນ ໂຄງການຜະລິດ ແລະ ປຸງແຕ່ງກະສິກໍາ ແລະ ຂົນສົ່ງ-ໂລຈິສຕິກ ຮ່ວມກັບຄູ່ສັນຍາໃໝ່ຕື່ມອີກ.     ທ່ານ ຄໍາພັນ ສິດທິດຳພາ ກ່າວວ່າ: ຕົນ ມີຄວາມພາກພູມໃຈຢ່າງຍິ່ງທີ່ໄດ້ຕາງໜ້າໃຫ້ຄະນະນໍາແຂວງວຽງຈັນ ມາເຂົ້າຮ່ວມພິທີລົງນາມສັນຍາທີ່ມີຄວາມໝາຍຄວາມສໍາຄັນ ສະແດງອອກເຖິງຄວາມສົນໃຈຢາກມາລົງທຶນ ແລະ ດໍາເນີນທຸລະກິດຂອງບໍລິສັດຈາກແຂວງເສສວນ ສປ ຈີນ ຢູ່ ສປປ ລາວ ເວົ້າສະເພາະຢູ່ແຂວງວຽງຈັນ ໃນຂົງເຂດການຊອກຄົ້ນ ສໍາຫຼວດແຮ່ທາດ ແລະ ຂົງເຂດດ້ານກະສິກໍາ ແລະ ປຸງແຕ່ງກະສິກໍາໃນຄັ້ງນີ້ ນອກນີ້ຢູ່ແຂວງວຽງຈັນ ຍັງມີຫຼາຍຂົງເຂດທີ່ມີທ່າແຮງໃນການພັດທະນາ ເຊິ່ງມີຄວາມຕ້ອງການຄູ່ຮ່ວມພັດທະນາຈາກພາຍໃນ ແລະ ຕ່າງປະເທດ ໂດຍສະເພາະນັກລົງທຶນຈາກ ສປ ຈີນ ກໍຄືຈາກແຂວງເສສວນແຂວງວຽງຈັນ ຍິນດີຕ້ອນຮັບ ແລະ ຂໍເຊີນບັນດາບໍລິສັດ ນັກລົງທຶນຈາກແຂວງເສສວນ ເຂົ້າມາສຶກສາເກັບກໍາຂໍ້ມູນ ແລະ ສໍາຫຼວດສະພາບການເງື່ອນໄຂຕ່າງໆ ເພື່ອກ້າວໄປສູ່ການພິຈາລະນາລົງທຶນໃນໂຄງການຕ່າງໆທີ່ເຫັນວ່າມີຄວາມພ້ອມ ເຊິ່ງຈະປະກອບສ່ວນໃນການເພີ່ມທະວີຄວາມສາມາດດ້ານການຄ້າ ການຜະລິດສິນຄ້າສົ່ງອອກ ແລະ ອື່ນໆ ປະກອບສ່ວນໃນການຄ້າຕາມແລວທາງດ່ວນ ລາວ-ຈີນ ກໍຄືທາງລົດໄຟ ລາວ-ຈີນ ທີ່ຕັດຜ່ານແຂວງວຽງຈັນ ເປັນໄລຍະຍາວ ໃຫ້ມີຄວາມຄຶກຄື້ນກ່ວາເກົ່າ ການລົງທຶນຂອງບໍລິສັດພວກທ່ານ ຈະເປັນການປະກອບສ່ວນອັນໃຫຍ່ຫຼວງໃຫ້ການສ້າງລາຍຮັບ ທັງເປັນການສ້າງວຽກເຮັດງານທໍາໃຫ້ປະຊາຊົນຊາວແຂວງວຽງຈັນ ເຮັດໃຫ້ເຂົາເຈົ້າມີຊີວິດການເປັນຢູ່ນັບມື້ນັບດີຂຶ້ນເທື່ອລະກ້າວ. Share:FacebookTwitter
ບໍລິສັດ ລາວ-ຈີນ ລົງນາມສັນຍາຮ່ວມທຸລະກິດ 4 ໂຄງການ
https://v2.vientianemai.net/archives/56794
ເມືອງຈັນທະບູລີ ຈະ​ສົມ​ທົບ​ກັບ ພະແນກຖະແຫຼ່ງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງ ວຽງຈັນ ຈັດກິດຈະກໍາງານບຸນປີໃໝ່ລາວ ພສ 2566 ລະຫວ່າງ ວັນທີ 14-15-16 ເມສາ 2023 ພາຍໃຕ້ຄໍາຂັວນ: ນວ ສະຫຼອງບຸນປີໃໝ່ລາວ ກ້າວສູ່ ເມືອງວັດທະນະທຳອາຊຽນ”. ທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໃຫ້ສຳພາດ ໃນວັນທີ 4 ເມສາ 2023 ວ່າ: ທາງເມືອງ ໄດ້ສົມທົບກັບ ພະແນກຖະແຫຼ່ງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນ ຫຼວງວຽງຈັນ ໃນການຈັດກິດຈະກໍາງານບຸນປີ ໃໝ່ລາວ ພສ 2566 ລະຫວ່າງ ວັນທີ 14-15-16 ເມສາ 2023 ພາຍໃຕ້ຄໍາຂັວນ: ນວ ສະຫຼອງບຸນປີໃໝ່ລາວ ກ້າວສູ່ ເມືອງວັດທະນະທຳອາຊຽນ” ປະກອບມີ 3 ເນື້ອໃນຄຳສັ່ງ 6 ຂໍ້ຫາມ ເຊິ່ງມີຈຸດປະສົງເພື່ອເປັນການອະນຸລັກຮັກສາ ວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງການຫຼີ້ນບຸນກຸດສົງການປີໃໝ່ລາວໃຫ້ຖືກຕ້ອງສອດຄ່ອງ ແລະ ມີບັນຍາກາດ ເບີກບານມ່ວນຊື່ນ ພ້ອມນັ້ນເພື່ອເປັນການຊຸກຍູ້ສົ່ງເສີມວຽກງານການທ່ອງທ່ຽວ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຕິດພັນກັບວຽກງານຟື້ນຟູເສດຖະກິດ ພາຍຫຼັງທີ່ຖືກຜົນກະທົບຈາກການລະບາດພະຍາດໂຄວິດ-19 ໃຫ້ກັບຄືນມາມີບັນ ຍາກາດ ເພື່ອໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ມາທ່ຽວຫຼີ້ນ ຢູ່ ນວ ໃນໂອກາດບຸນປີໃໝ່ລາວໃຫ້ຫຼາຍຂຶ້ນ ຫຼຸດຜ່ອນໃຫ້ຄົນໃນຕົວເມືອງເດີນທາງອອກໄປທ່ຽວຕ່າງແຂວງ ແລະ ຕ່າງປະເທດໃຫ້ໜ້ອຍລົງ ເຊິ່ງການຫຼີ້ນບຸນກຸດສົງການປີໃໝ່ລາວ ໄດ້ກໍານົດເຂດຄຸ້ມຕົວເມືອງ​ເກົ່າ ອັນເປັນຈຸດເດັ່ນທີ່ນັກທ່ອງທ່ຽວຮູ້ຈັກ ໄດ້ຕິດພັນກັບວັດທະນະທຳ. ສຳ​ລັບຈຸດສູນກາງທີ່ໄດ້​ກຳ​ນົດ​ໃຫ້​ມີ​ການ​ຈັດກິດຈະກຳລວມສູນຄື: ເຂດຄຸ້ມເມືອງເກົ່າ ວັດຈັນ ແບ່ງອອກເປັນ 2 ກິດຈະກຳຫຼັກຄື: ກິດຈະກຳທາງສາສະໜາ ປະກອບມີ ພິທີທາງສາສະໜາອັງເຊີນພະພຸດທະຮູບລົງຫົດສົງ ຂະບວນແຫ່ພະພຸດທະຮູບມິງເມືອງ ພິທີໃສ່ບາດ ພິທີຕົບພະທາດຊາຍ (ຢູ່ຕາມວັດວາອາລາມ) ສ່ວນກິດຈະກໍາການທ່ອງທ່ຽວ ຫຼິ້ນນ້ຳຢູ່ຖະໜົນເສດຖາທິລາດ ສະເພາະວາລະການຈັດງານ ວັນທີ 14 ເມສາ ເວລາ 12:30-13:30 ໂມງ ເລີ່ມເຕົ້າໂຮມຂະບວນກິດຈະກຳ ອັງເຊີນພະພຸດທະຮູບລົງຫົດສົງ ເວລາ 13:00 ໂມງ ທີ່ວັດອິນແປງ ເມືອງຈັນທະບູລີ (ເລີ່ມພິທີທາງສາດສະໜາ)  ເຊີນສະເພາະ ພະ ສົງ ການຈັດຕັ້ງ ເຖົ້າແກ່ ແນວໂຮມ ເວລາ 14:00 ໂມງ ເລີ່ມພິທີແຫ່ພະພຸດທະຮູບມິ່ງເມືອງ ທີ່ວັດອິນແປງ ຕາມຖະໜົນເສດຖາທິລາດ ຫານ້ຳພຸ ແລ້ວຂື້ນມາທາງແຄມຂອງ ຫາວັດອິນແປງ ປະກອບມີກ້ອນກໍາລັງ ປ້າຍຄຳຂວັນ ພະສົງ 66 ອົງ ລາດສະລົດແຫ່ພະພຸດທະຮູບມິ່ງບ້ານເມືອງ ລົດພາບາສີ ມີພະສົງໃຫຍ່ນັ່ງ ເທິງ 4 ອົງ ຂະບວນການຈັດຕັ້ງ ເຖົ້າແກ່ແນວໂຮມ ນວ ເມືອງ ບ້ານ ລົດມະໂຫລີ ຂະບວນສິນລະປະ  ພິເສດ ຂະບວນນັກກີລາທີ່ໄດ້ຮັບຫຼຽນຈາກການແຂ່ງຂັນກີລາຊຽງຂວາງເກມ  ກ້ອນອົງການຈັດຕັ້ງມະຫາຊົນ. Share:FacebookTwitter
ຈັນທະບູລີເນັ້ນສະເຫຼີມສະຫຼອງບຸນປີໃໝ່ລາວໃຫ້ຮັກສາໄດ້ປະເພນີອັນດີງາມຂອງຊາດ
https://v2.vientianemai.net/archives/56802
ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມຄະນະຊີ້ນໍາປັບປຸງການຄຸ້ມຄອງການລົງທຶນຂອງລັດ ຄັ້ງທີ IV ຂຶ້ນໃນວັນທີ 5 ເມສາ 2023 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ມີທ່ານຮອງເຈົ້າແຂວງ ຈໍາປາສັກ ທ່ານ ໂນຣິຢູກິ ອິໂຕ ຮອງຫົວໜ້າຜູ້ຕາງໜ້າອົງການໄຈກາ ປະຈຳລາວບັນດາທ່ານຫົວໜ້າກົມ ຮອງຫົວໜ້າກົມ ຄະນະພະແນກ ແລະ ຜູ້ຕາງໜ້າຈາກສະຖານທູດຍີ່ປຸ່ນ ປະຈໍາລາວ ເຂົ້າຮ່ວມ.     ຈຸດປະສົງຂອງກອງປະຊຸມ ເພື່ອອະທິບາຍກ່ຽວກັບຂອບການຕິດຕາມການຈັດຕັ້ງປະຕິບັດແຜນດໍາເນີນງານການ ເພື່ອຄວາມເປັນເອກະພາບໃນການຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນດໍາເນີນງານຄຸ້ມຄອງການລົງທຶນຂອງລັດ ໄລຍະທີ 1 ແລະ ເພື່ອປຶກສາຫາລືກ່ຽວກັບແຜນງານພັດທະນາຄວາມສາມາດ ພາຍໃຕ້ແຜນດໍາເນີນງານການຄຸ້ມຄອງການລົງທຶນຂອງລັດ.     ໂອກາດນີ້ ທ່ານ ນາງ ພອນວັນ ອຸທະວົງ ໄດ້ກ່າວວ່າ: ໃນຊຸມປີຕໍ່ໜ້າພວກເຮົາ ຈະໄດ້ສືບຕໍ່ສຸມໃສ່ການພັດທະນາປະເທດ ຕາມທິດມີຄຸນນະພາບ ມີຈຸດສຸມ ຍຶນຍົງ ແລະ ສີຂຽວ ສະນັ້ນ ການປັບປຸງການຄຸ້ມຄອງໂຄງການລົງທຶນຂອງລັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ແມ່ນໜຶ່ງໃນເປົ້າໝາຍຂອງລັດຖະບານ ເພື່ອເຮັດໃຫ້ການລົງທຶນມີລັກສະນະວິທະຍາສາດ ມີຄຸນນະພາບ ປະສິດທິຜົນຂຶ້ນກວ່າເກົ່າ ແລະ ສາມາດກວດສອບໄດ້ ເພື່ອຊຸກຍູ້ການເຕີບໂຕຢ່າງມີຄຸນນະພາບ.     ໂອກາດດຽວກັນ ທ່ານ ນາງ ພອນວັນ ອຸທະວົງ ໃນນາມປະທານກອງປະຊຸມໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານຍີ່ປຸ່ນ ແລະ ອົງການຮ່ວມມືສາກົນໄຈກາ (JICA) ທີ່ໄດ້ໃຫ້ການສະໜັບສະໜູນໃນການປັບປຸງການຄຸ້ມຄອງການລົງທຶນຂອງລັດ ມາຫຼາຍກວ່າໜຶ່ງທົດສະວັດ ແລະ ຫວັງຢ່າງຍິ່ງວ່າ ຈະໃຫ້ການຊ່ວຍເຫຼືອ ສປປ ລາວ ທາງດ້ານນີ້ ແລະ ດ້ານອື່ນໆໃນໄລຍະຕໍ່ໜ້າ ແລະ ຍາວນານ. Share:FacebookTwitter
ສຸມໃສ່ການພັດທະນາປະເທດ ຕາມທິດມີຄຸນນະພາບ ມີຈຸດສຸມ ຍຶນຍົງ ແລະ ສີຂຽວ
https://v2.vientianemai.net/archives/56814
ວັນທີ 5 ເມສາ 2023 ທີ່ ນະຄອນຫຼວງວຽງຈັນຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມື ລະຫວ່າງ ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຖາບັນພົວພັນສາກົນຊັ້ນສູງ ກະຊວງການຕ່າງປະເທດ ແຫ່ງ ສ ກູບາ ກ່ຽວກັບການຮ່ວມມືດ້ານພັດທະນາຊັບພະຍາກອນມະນຸດ ສຳ ລັບການເຝິກອົບຮົມ ແລະ ຍົກລະດັບທັກສະວິຊາຊີບຂອງນັກການທູດພາຍໃຕ້ການເພີ່ມທະວີການພົວພັນ ລະຫວ່າງ ສອງສະຖາບັນ ສໍາລັບຝ່າຍລາວ ລົງນາມໂດຍ ທ່ານ ໄມ ໄຊຍະວົງສ໌ ຫົວໜ້າສະຖາບັນການຕ່າງປະເທດ ສ່ວນສະຖາບັນພົວພັນສາກົນຊັ້ນສູງ ຂອງ ສ ກູບາ ຕາງໜ້າລົງນາມໂດຍ  ທ່ານນາງ ເອນນາ ເອັສເທີ ວຽນ ວອລເດສ(Enna Esther VIANT VALDES) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ ກູບາ ປະຈໍາ ສປປ ລາວ ໂດຍມີ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະກົມ ຄະນະພະແນກ ແລະ ພະນັກງານ ຈາກ ສະຖາບັນການຕ່າງປະເທດ ພ້ອມດ້ວຍຜູ້ຕາງໜ້າຈາກ ສະຖານເອກອັກຄະລັດຖະທູດ ສ ກູບາ ປະຈໍາ ສປປ ລາວ ເຂົ້າຮ່ວມ. ການເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ເປັນການເສີມຂະຫຍາຍການພົວພັນ ແລະ ການຮ່ວມມືແບບເພື່ອນມິດ ລະຫວ່າງ ສອງສະຖາບັນ ກໍຄື ສອງກະຊວງການຕ່າງປະເທດ ແລະ ເປັນການສ້າງກົນໄກການຮ່ວມມື ກັບສະຖາບັນພົວພັນສາກົນຊັ້ນສູງກູບາ ເພື່ອແລກປ່ຽນປະສົບການ ແລະ ຖອດຖອນບົດຮຽນໃນຫຼັກສູດການຮຽນ-ການສອນ ເຝິກອົບຮົມ ການຄົ້ນຄວ້າບັນຫາພົ້ນເດັ່ນ ແລກປ່ຽນຂໍ້ມູນຂ່າວສານ ແລະ ອື່ນໆທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ພ້ອມກັນນັ້ນ ກໍເພື່ອເປັນການສ້າງໃຫ້ມີນິຕິກໍາຮ່ວມກັນ ເພື່ອເປັນເອກະສານອ້າງອີງໃຫ້ແກ່ທັງຝ່າຍລາວ ແລະ ສ ກູບາ ໃນການພົວພັນຮ່ວມມືກັນໃນອະນາຄົດ. ສປປ ລາວ ແລະ ສ ກູບາ ໄດ້ມີສາຍພົວພັນການທູດອັນຍາວນານເປັນເວລາ 49 ປີ ໃນວັນທີ 4 ພະຈິກ 1974 ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ແລະ ມີການຮ່ວມມືແບບເພື່ອນມິດຕະຫຼອດມາ ພາຍຫຼັງ ສປປ ລາວ ໄດ້ຮັບການສະຖາປະນາ ປີ 1975 ການພົວພັນການທູດ ລະຫວ່າງສອງປະເທດ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ສອງຝ່າຍໄດ້ໃຫ້ການສະໜັບສະໜູນເຊີ່ງກັນ ແລະ ກັນ ມີການແລກປ່ຽນການຢ້ຽມຢາມກັນຢ່າງເປັນປົກກະຕິທັງດ້ານວຽກພັກ ແລະ ວຽກລັດ ໃນລະດັບສູງສຸດ ຈົນເຖີງວິຊາການ ມີການເຊັນບົດບັນທຶກການຮ່ວມມືກັນໃນຫລາຍຂົງເຂດເຊັ່ນວ່າ: ດ້ານການເມືອງ ເສດຖະກິດ-ສັງຄົມ ດ້ານສາທາລະນະສຸກ ສຶກສາທິການ ແລະ ກີລາ ຂໍ້ມູນຂ່າວສານ ແລະ ອື່ນໆ. Share:FacebookTwitter
ລາວ – ສ ກູບາ ຮ່ວມມືພັດທະນາຊັບພະຍາກອນມະນຸດ
https://v2.vientianemai.net/archives/56819
ໃນວັນທີ 5 ເມສາ 2023 ທ່ານ ນາງ ປິ່ງຄໍາ ລາດຊະສິມມາ ກໍາມະການສູນກາງພັກ ກໍາມະການຄະນະປະຈໍາສະພາແຫ່ງຊາດ ເລຂາທິການສະພາແຫ່ງຊາດ ໄດ້ໃຫ້ກຽດຕ້ອນຮັບຄະ​ນະ​ບໍ​ລິ​ຫານ​ງານສະມາຄົມມິດຕະພາບ ລາວ – ສ ເກົາຫຼີ ​ນຳ​ພາ​ໂດຍ​ທ່ານ ຄໍາສວຍ ແກ້ວດາລາວົງ ປະທານສະມາຄົມມິດຕະພາບ ລາວ – ສ ເກົາຫຼີ ພ້ອມດ້ວຍຄະນະ ທີ່ໄດ້​ນຳ​ເອົາເຄື່ອງຊ່ວຍເຫຼືອ ມີປະເພດຢາທາປົວພະຍາດຜີວໜັງມາມອບໃຫ້ແກ່ສະພາແຫ່ງຊາດ ສປປ ລາວ ເພື່ອນໍາໄປມອບຕໍ່ໃຫ້ແກ່ຂະແໜງການສາທາລະນະສຸກ ແລະ ອົງການກ່ຽວຂ້ອງຂອງທ້ອງຖິ່ນ ໃນທົ່ວ ສປປ ລາວ. ເຄື່ອງຊ່ວຍເຫຼືອໃນ​ຄັ້ງ​ນີ້ ມີປະເພດຢາທາປົວພະຍາດຜີວໜັງ ທີ່ໄດ້ຮັບການຊ່ວຍເຫຼືອຈາກສະມາຄົມມິດຕະພາບ ສເກົາຫຼີ – ລາວ ລວມທັງໝົດມີ 54 ແກັດ ມີ 1 Nafri Cream 18 ແກັດ 2 Vanazole Cream 18 ແກັດ 3 Asiclover Cream 18 ແກັດ ມູນຄ່າລວມ 240 ລ້ານ​ກີບ ຫຼື 14.112 ໂດລາສະຫະລັດ.     ທ່ານ ຄໍາສວຍ ແກ້ວດາລາວົງ ໄດ້​ຕາງ​ໜ້າ​ໃຫ້ 2  ສະມາຄົມມິດຕະພາບ ລາວ – ສ ເກົາຫຼີ ແລະ ສະມາຄົມມິດຕະພາບ ສ ເກົາຫຼີ – ລາວ ​ໄດ້​ກ່າວ​ເຖິງຈຸດ​ປະ​ສົງ ແລະ ຄວາມ​ເປັນ​ມາ​ຂອງ​ການ​ພົວ​ພັນ ແລະ ຮ່ວມ​ມື​ກັນ ໃນ​ຜ່ານ​ມາ ໂດຍ​ສະ​ເພາະ​ແມ່ນສະມາຄົມມິດຕະພາບ ສ ເກົາຫຼີ – ລາວ ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ ຫຼາຍ​ດ້ານ ເປັນ​ການປະ​ກອບ​ສ່ວນ​ຊ່ວຍເຫຼືອ​ໃນ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ ແລະ ສຶກ​ສາ ໃນໄລ​ຍະ​ຕົ້ນ​ປີ 2023 ທີ່ຜ່ານມານີ້ ສອງສະມາຄົມມິດຕະພາບດັ່ງກ່າວກໍ່​ໄດ້​ມອບ​ຢາ​ປົວ​ພະ​ຍາດ​ໃຫ້​ໂຮງ​ໝໍ​ສູນ​ກາງ 2 ແຫ່ງ ໂຮງ​ໝໍ​ແຂວງ 1 ແຫ່ງ ແລະ ໂຮງ​ໝໍ​ຊຸມ​ຊົນ 3 ແຫ່ງ. ​ໂອ​ກາດ​ດັ່ງ​ກ່າວ ທ່ານ ເລຂາທິການສະພາແຫ່ງຊາດ ນາງ ປິ່ງຄຳ ລາດຊະສິມມາ ໄດ້ສະແດງຄວາມຂອບໃຈ ຕໍ່ສອງສະມາຄົມມິດຕະພາບ ລາວ – ສ ເກົາຫຼີ ແລະ ສ ເກົາຫຼີ – ລາວ ທີ່ໄດ້ຍາດແຍ່ງ ແລະ ບິແບ່ງການຊ່ວຍເຫຼືອໃຫ້ແກ່ສະພາແຫ່ງຊາດໃນຄັ້ງນີ້ ເຊິ່ງຈະເປັນການປະກອບສ່ວນສຳລັບການປິ່ນປົວພະຍາດຜີວໜັງຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະຜູ້ທີ່ຢູ່ຫ່າງໄກສອກຫຼີກ ໂດຍທາງສະພາແຫ່ງຊາດ ມີເປົ້າໝາຍຈະແຈກຢາຍໄປຍັງໂຮງໝໍຊຸມຊົນ ໂຮງໝໍນ້ອຍ ຕາມບັນດາເມືອງທຸກຍາກໃນຂອບເຂດທົ່ວປະເທດ ພ້ອມກັນນີ້ ເພິ່ນຍັງໄດ້ແຈ້ງສະພາບຄວາມຈຳເປັນ ແລະ ຄວາມຕ້ອງການຂອງພໍ່ແມ່ປະຊາຊົນ ໂດຍສະ ເພາະພວກລູກຫຼານ ທີ່ເປັນນັກຮຽນຢູ່ເຂດພູດອຍ ເຂດຫ່າງໄກສອກຫຼີກ ເປັນຕົ້ນເຄື່ອງກັນໜາວ ອຸປະກອນການຮຽນ ແລະ ຫວັງວ່າສອງສະມາຄົມມິດຕະພາບດັ່ງກ່າວ ຈະສືບຕໍ່ລະດົມຂົນຂວາຍຊອກຫາການຊ່ວຍເຫຼືອໃນອານາຄົດ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນວັນທີ 4 ເມສາ 2023 ຄະ​ນະ​ບໍ​ລິ​ຫານ​ງານສະມາຄົມມິດຕະພາບ ລາວ – ສ ເກົາຫຼີ ​ໄດ້​ນຳ​ເອົາເຄື່ອງຊ່ວຍເຫຼືອ ມີປະເພດຢາທາປົວພະຍາດຜີວໜັງ ມອບໃຫ້ແກ່ສູນຜິວໜັງ ກະຊວງສາທາ ລະນະສຸກ ​ນຳ​ພາ​ໂດຍ​ທ່ານ ຄໍາສວຍ ແກ້ວດາລາວົງ ປະທານສະມາຄົມມິດຕະພາບ ລາວ – ສ ເກົາຫຼີ ພ້ອມດ້ວຍຄະນະ ແລະ ໄດ້​ຮັບ​ການ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ​ຈາກທ່ານ ດ​ຣ ນ​າງ ອຳ​ມາ​ລາ ພິ​ລາ​ວັນ ຫົວ​ໜ້າສູນຜິວໜັງ ກະຊວງສາທາລະນະສຸກ ພ້ອມ​ຄະ​ນະ ຢູ່ສູນ​ດັ່ງ​ກ່າວ ທີ່ນະຄອນຫຼວງວຽງຈັນ. ເຄື່ອງຊ່ວຍເຫຼືອໃນ​ຄັ້ງ​ນີ້ ມີປະເພດຢາທາປົວພະຍາດຜີວໜັງ ທີ່ໄດ້ຮັບການຊ່ວຍເຫຼືອຈາກສະມາຄົມມິດຕະພາບ ສ ເກົາຫຼີ – ລາວ ລວມທັງໝົດ ມີ 75 ແກັດ ມີ 1 Nafri Cream 30 ແກັດ 2 Vanazole Cream 36 ແກັດ 3 Asiclover Cream 9 ແກັດ ມູນຄ່າລວມ 360 ລ້ານ​ກີບ ຫຼື 21.204 ໂດລາ. Share:FacebookTwitter
ສະພາແຫ່ງຊາດ ໄດ້ຮັບຢາຈໍານວນໜຶ່ງຈາກສະມາຄົມມິດຕະພາບ ລາວ – ສ.ເກົາຫຼີ
https://v2.vientianemai.net/archives/56822
ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ ແລະ ສູນອາຊີ-ອາຟຣິກກາ ວິທະຍຸໂທລະພາບສູນກາງຈີນ (CMG) ໄດ້ຈັດກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້ “ຄວາມທັນສະໄໝແບບຈີນ ແລະ ຄູ່ຮ່ວມຊະຕາກຳ ລາວ-ຈີນ” ຂຶ້ນໃນວັນທີ 6 ເມສາ 2023ທີ່ໂຮງແຮມແລນມາກ ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດພິທີໂດຍ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ​ ຈຽງ ຈ້າຍຕົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ ມີທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ມີບັນດາທ່ານທູດອາວຸໂສ ຄະນະກົມ ແລະ ຜູ້ເຂົ້າຮ່ວມ ຈາກກະຊວງການຕ່າງປະເທດ ຄະນະພົວພັນຕ່າງປະເທດສູນກາງພັກ ບັນດາກະຊວງອ້ອມຂ້ອງສູນກາງ ສະຖາບັນຄົ້ນຄວ້າຕ່າງໆຂອງ ສປປ ລາວ ສື່ມວນຊົນທັງຝ່າຍລາວ ແລະ ຈີນ ເຂົ້າຮ່ວມຮັບຟັງ 200 ທ່ານ.     ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເປີດໂອກາດໃຫ້ແກ່ນັກການທູດຜູ້ມີປະສົບການ ນັກຄົ້ນຄວ້າຊ່ຽວຊານ ແລະ ຜູ້ເຂົ້າຮ່ວມ ຂອງສອງຝ່າຍ ລາວ-ຈີນ ໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາໃນຫົວຂໍ້ຕ່າງໆທີ່ສອງຝ່າຍໃຫ້ຄວາມສົນໃຈ ເຊິ່ງປະກອບດ້ວຍ 3 ວາລະ ເຊັ່ນ:ຄວາມທັນສະໄໝແບບຈີນ ຂໍ້ລິເລິ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ຄູ່ຮ່ວມຊະຕາກໍາລາວ-ຈີນ ໃນພິທີກ່າວເປີດກອງປະຊຸມ ທ່ານ ທອງຜ່ານ ສະຫວັນເພັດ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງການແລກປ່ຽນທິດສະດີ ແລະ ພຶດຕິກຳ ລະຫວ່າງ ລາວ-ຈີນ ພ້ອມນັ້ນ ທ່ານຍັງໄດ້ເນັ້ນຢໍ້າວ່າ ປີ 2023 ເປັນປີຄົບຮອບ 10 ປີ ທີ່ ສປ ຈີນ ສະເໜີຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ເຊິ່ງໄດ້ປະກອບສ່ວນສໍາຄັນໃນການສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ສ້າງວຽກເຮັດງານທໍາ ແລະ ການຫຼຸດຜ່ອນຄວາມທຸກຍາກ ຢູ່ບັນດາປະເທດທີ່ເຂົ້າຮ່ວມໃນບັນດາໂຄງການທີ່ຢູ່ພາຍໃຕ້ຂໍ້ລິເລີ່ມດັ່ງກ່າວ.     ສໍາລັບ ສປປ ລາວ ໂຄງການທາງລົດໄຟ ລາວ-ຈີນ ເຊິ່ງແມ່ນໂຄງການຍຸດທະສາດ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ກາຍເປັນສັນຍາລັກທີ່ມີຄວາມໝາຍສໍາຄັນ ແລະ ເປັນແບບຢ່າງອັນດີ ໃນການຈັດຕັ້ງປະຕິບັດ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຊ່ວຍເຮັດໃຫ້ ສປປ ລາວ ຫັນປ່ຽນຈາກປະເທດບໍ່ມີຊາຍແດນຕິດຈອດກັບທະເລ ເປັນປະເທດເຊື່ອມໂຍງເຊື່ອມຈອດພາກພື້ນ ສ້າງສະພາບແວດລ້ອມອັນດີໃນການລົງທຶນຢູ່ ສປປ ລາວ ຂອງຕ່າງປະເທດ ປະກອບສ່ວນໃນການສ້າງວຽກເຮັດງານທໍາ ແລະ ການເກັບລາຍຮັບຈາກການທ່ອງທ່ຽວ ແລະ ການຂົນສົ່ງສິນຄ້າ ໂດຍຜ່ານການນໍາໃຊ້ລົດໄຟ ລາວ-ຈີນ.      ໃນໂອກາດນີ້ ທ່ານ ທອງຜ່ານ ສະຫວັນເພັດ ຍັງໄດ້ເນັ້ນໜັກຄວາມສໍາຄັນ ຂອງຄວາມກົມກຽວກັນ ໃນການດໍາລົງຊີວິດ ແລະ ການປົກປັກຮັກສາສິ່ງແວດລ້ອມ ເຊິ່ງ ສປປ ລາວ ກໍມີນະໂຍບາຍຄ້າຍຄືກັນການພັດທະນາເສດຖະກິດ ຕາມທິດສີຂຽວ ແລະ ຍືນຍົງ ສະນັ້ນ ຈຶ່ງເຫັນໄດ້ວ່າແມ່ນໜ້າທີ່ຂອງທຸກປະເທດໃນໂລກ ທີ່ຕ້ອງໄດ້ມີການປະສານງານ ປຶກສາຫາລື ແລະ ຮ່ວມມືກັນ ເພື່ອສະກັດກັ້ນ ແລະ ແກ້ໄຂໄພພິ ບັດຕ່າງໆທີ່ອາດສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ກໍຄືການດໍາລົງຊີວິດຂອງຄົນເຮົາຢູ່ປະເທດຕ່າງໆ.     ພ້ອມດຽວກັນນີ້ ທ່ານ​ ຈຽງ ຈ້າຍຕົງ ຍັງໄດ້ຍົກໃຫ້ເຫັນຄວາມຫມາຍຄວາມສຳຄັນຂອງບັນດາຂໍ້ລິເລີ່ມຕ່າງໆ ທີ່ສະເໜີໂດຍ ປະທານ ສີ ຈີ້ນຜິງ ໂດຍສະເພາະຂໍ້ລິເລິ່ມ “ຄວາມສີວິໄລທົ່ວໂລກ” (Global Civilization Initiative) ໄດ້ປະກອບສ່ວນສໍາຄັນເຂົ້າໃນການສົ່ງເສີມສັນຕິພາບ ການພັດທະນາ ຄວາມໝັ້ນຄົງ ຄວາມສີວິໄລ ແລະ ຄວາມກ້າວໜ້າຂອງມວນມະນຸດໃນທົ່ວໂລກ ພ້ອມນັ້ນ ຕະຫຼອດໄລຍະດຳເນີນກອງປະຊຸມສຳມະນາ ຜູ້ເຂົ້າຮ່ວມໄດ້ຮັບຟັງ ແລະ ແລກປ່ຽນບົດຮຽນ ກັບຜູ້ບັນຍາຍທີ່ມີບົດຮຽນ ແລະ ປະ ສົບການສູງ ທັງຝ່າຍລາວ ແລະ ຝ່າຍຈີນ ຢ່າງກົງໄປກົງມາ ເຮັດໃຫ້ກອງປະຊຸມສໍາມະນາໃນຄັ້ງນີ້ ມີບັນຍາກາດຟົດຟື້ນ ແລະ ເນື້ອໃນເລິກເຊິ່ງ ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້. Share:FacebookTwitter
ສຳມະນາ ພາຍໃຕ້ຫົວຂໍ້ “ຄວາມທັນສະໄໝແບບຈີນ ແລະ ຄູ່ຮ່ວມຊະຕາກຳ ລາວ-ຈີນ”
https://v2.vientianemai.net/archives/56835
ເນື່ອງໃນໂອກາດການສະເຫຼີມສະຫຼອງວັນສຸຂະພາບໂລກ ແລະ ຄົບຮອບ 75 ປີ ຂອງການສ້າງຕັ້ງອົງການອະນາໄມໂລກ ຄະ ນະນຳຈາກກະຊວງສາທາລະນະສຸກ ກະຊວງການເງິນ ແລະ ອົງການອະນາໄມໂລກ ພ້ອມດ້ວຍຜ​ູ້ຕາງໜ້າຈາກສະຖານທູດ ອົງການຈັດຕັ້ງສາກົນ ແລະ ຂະແໜງສາທາລະນະສຸກ ໄດ້ມາຮ່ວມສະເຫຼີມສະຫຼອງຜົນງານດ້ານສາທາະລະນະສຸກ ທີ່ ສປປ ລາວ ຍາດມາໄດ້ໃນໄລຍະຜ່ານມາ ແລະ ວຽກງານທີ່ຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ໂດຍ​ພິ​ທີ​ດັ່ງ​ກ່າວ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທ​ີ 7 ເມ​ສາ 2023. ພາຍໃນງານ ໄດ້ມີການກ່າວຄຳເຫັນ ແລະ ການວາງສະແດງຮູບພາບ ທີ່ສະທ້ອນເຖິງບັນດາຜົນສຳເລັດໃນຂະແໜງສາທາລະ ນະສຸກ ທີ່ ສປປ ລາວ ສູ້ຊົນຍາດມາໄດ້ໃນຫຼາຍປີຜ່ານມາ ເຊິ່ງປະກອບມີ: ໄພອັນຕະລາຍຈາກໄຂ້ມາລາເຣຍ ແມ່ນໃກ້ຖືກລົບ ລ້າງແລ້ວ ເຊິ່ງກໍລະນີຕິດເຊື້ອໃນ ສປປ ລາວ ໄດ້ຫຼຸດລົງຈາກປະມານ 460.000 ກໍລະນີ ໃນປີ 1997 ເຫຼືອພຽງ 2.305 ກໍລະນີ ໃນປີ 2022. ຈາກປີ 2000 ຫາ 2020 ຕົວເລກການເສຍຊີວິດຂອງແມ່ຍິງໃນລະຫວ່າງການເກີດລູກ ຢູ່ ສປປ ລາວ ໄດ້ຫຼຸດລົງເຖິງ 78,7% ເຊິ່ງເປັນໜຶ່ງໃນປະເທດທີ່ມີອັດຕາການຫຼຸດລົງທີ່ໄວທີ່ສຸດໃນໂລກ ບົດລາຍງານ ໄດ້ຄາດຄະເນຕົວເລກການເສຍຊີວິດຂອງ ແມ່ ຍິງຫຼຸດລົງຈາກ 579 ຄົນ ຕໍ່ການເກີດ 100.000 ຄັ້ງ ໃນປີ 2000 ລົງມາຢູ່ທີ່ 126 ຄົນ ໃນປີ 2020. ໃນປີ 2017 ກອງທຶນປະກັນສຸຂະພາບແຫ່ງຊາດ ໄດ້ຂະຫຍາຍໄປທົ່ວປະເທດ ໂດຍກວມເອົາທຸກແຂວງໃນ ສປປ ລາວ (ຍົກ ເວັ້ນນະຄອນຫຼວງວຽງຈັນ) ໂດຍມີເປົ້າໝາຍຮັບປະກັນໃຫ້ປະຊາຊົນຜູ້ທຸກຍາກສາມາດໄປຮັບບໍລິການສຸຂະພາບ ໂດຍປາສະ ຈາກພາລະແບກຫາບທາງດ້ານການເງິນ. ໃນປີ 2019 ສປປ ລາວ ກາຍເປັນໜຶ່ງ ໃນ 30 ປະເທດ ທີ່ຕໍ່ຕ້ານຢາສູບໄຟຟ້າ ແລະ ຜະລິດຕະພັນນິໂຄຕີນ ອື່ນໆ ເຮັດໃຫ້ ສປປ ລາວ ເປັນປະເທດທີ່ນຳໜ້າໃນວຽກງານການປົກປ້ອງ ແລະ ຍົກສູງດ້ານສຸຂະພາບ. ເນື່ອງໃນໂອກາດເຂົ້າຮ່ວມງານຄັ້ງນີ້ ພະນະ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ໃຫ້ຄຳເຫັນວ່າ: “ຂ້າພະເຈົ້າຂໍຖືໂອກາດແຈ້ງຂ່າວດີວ່າ ສປປ ລາວ ເຮົາມີຄວາມຄືບໜ້າຢ່າງໃຫຍ່ຫຼວງໃນວຽກງານສາທາ ລະນະສຸກ ໃນໄລຍະຫຼາຍທົດສະວັດທີ່ຜ່ານມາ ໃນນັ້ນ ຄາດຄະເນອາຍຸຍືນສະເລ່ຍຂອງປະຊາກອນໃນ ສປປ ລາວ ໄດ້ເພີ່ມ ຂຶ້ນຢ່າງ   ໜ້າປະທັບໃຈ ບັນດາພະຍາດທີ່ເຄີຍສ້າງຄວາມເສຍຫາຍໃຫ້ແກ່ຊີວິດ ແລະ ການເປັນຢູ່ຂອງປະຊາຊົນ ກໍໃກ້ຖືກ ລົບລ້າງແລ້ວ ສິ່ງເຫຼົ່ານີ້ ເປັນໝາກຜົນຈາກການສູ້ຊົນປະຕິບັດວຽກງານ ແລະ ຄວາມເອົາໃຈໃສ່ ຂອງທຸກພາກສ່ວນໃນຂະ ແໜງສາທາລະນະສຸກ ລວມທັງ ຊຸມຊົນ ແລະ ກະຊວງຕ່າງໆທີ່ກ່ຽວຂ້ອງ ໂດຍໄດ້ຮັບການສະໜັບສະໜູນຈາກອົງການອະນາ ໄມໂລກ ແລະ ບັນດາຄູ່ຮ່ວມພັດທະນາ ອົງການອະນາໄມໂລກ ເປັນຄູ່ຮ່ວມງານທີ່ໃຫ້ຄວາມເຊື່ອໝັ້ນໃຫ້ແກ່ພວກເຮົາຕະ ຫຼອດໄລຍະເວລາຫຼາຍທົດສະວັດທີ່ຜ່ານມາ ແລະ ຍັງເປັນອົງການໃນເຄືອສະຫະປະຊາຊາດອົງການທຳອິດ ທີ່ໄດ້ເຂົ້າມາຕັ້ັ້ງ ຫ້ອງການໃນປະເທດເຮົາ ອີກດ້ວຍ ພວກເຮົາຈຶ່ງຂໍສະແດງຄວາມຂອບໃຈຢ່າງສຸດຊຶ້ງ ສຳລັບການຊ່ວຍເຫຼືອ ແລະ ເອົາໃຈໃສ່ ປະກອບສ່ວນເຂົ້າໃນວຽກງານການຍົກສູງສຸຂະ ພາບໃນ ສປປ ລາວ ຖ້າບໍ່ມີການສະໜັບສະໜູນດັ່ງກ່າວ ພວກເຮົາອາດຈະບໍ່ ສາມາດເດີນທາງມາຮອດຈຸດນີ້ໄດ້ ແລະ ພວກເຮົາຫວັງວ່າ ຈະໄດ້ສືບຕໍ່ຮ່ວມມື ເພື່ອແກ້ໄຂບັນຫາຄົງຄ້າງຕ່າງໆອີກຕື່ມ ໃນ ຕໍ່ໜ້າ. ທ່ານ ນາງ ດຣ ຍິງ-ຣູ ໂລ ຜູ້ຕາງໜ້າອົງການອະນາໄມໂລກ ໄດ້ກ່າວວ່າ: ນັບຕັ້ງແຕ່ປະເທດລາວໄດ້ເຂົ້າຮ່ວມເປັນສະມາຊິກ ຂອງ ອົງການອະນາໄມໂລກ ໃນປີ 1950 ວຽກງານຂອງອົງການອະນາໄມໂລກ ແມ່ນສຸມໃສ່ການຊ່ວຍເຫຼືອລັດຖະບານ ແລະ ປະຊາຊົນລາວ ໃຫ້ສາມາດບັນລຸບັນດາເປົ້າໝາຍສຸຂະພາບ ໂດຍໄດ້ຮັບການສະໜັບສະໜູນຈາກບັນດາຄູ່ຮ່ວມພັດທະນາ ຂອງ ພວກເຮົາ ໃນຂະນະທີ່ພວກເຮົາພວມເບິ່ງໄປຂ້າງໜ້າ ແລະ ສືບຕໍ່ສ້າງຜົນສຳເລັດ ພວກເຮົາຕ້ອງຫວນຄືນເບິ່ງບົດຮຽນ ຈາກອະດີດ ບັນຫາສິ່ງທ້າທາຍທີ່ເຮົາກຳລັງປະເຊີນໃນຕອນນີ້ ອາດຈະເບິ່ງຄືຫຍຸ້ງຍາກເກີນຄວາມສາມາດ ບໍ່ວ່າຈະຍ້ອນປັດ ໄຈຂອງໄພເງິນເຟີ້ ງົບປະມານດ້ານສາທາລະນະສຸກທີ່ຫຼຸດລົງ ແລະ ບັນຫາການປ່ຽນແປງດິນຟ້າອາກາດ ກໍຕາມ ບັນຫາໃນ ອະດີດກໍຄືກັນ ທີ່ເບິ່ງຄືມືດມົນ ແຕ່ພວກເຮົາກໍສາມາດແກ້ໄຂ ແລະ ຜ່ານຜ່າບັນຫາເຫຼົ່ານັ້ນມາໄດ້. ເຖິງເວລາແລ້ວທີ່ພວກເຮົາຈະຕ້ອງສຸມທຸກກຳລັງແຮງ ເພື່ອສືບຕໍ່ ເຊິ່ງມີ 3 ຢ່າງທີ່ພວກເຮົາຕ້ອງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ກໍຄື: ການຈັດສັນງົບປະມານເພີ່ມໃຫ້ແກ່ຂະແໜງສາທາລະນະສຸກ ຮັກສາ ແລະ ເພີ່ມການຊ່ວຍເຫຼືອຈາກຄູ່ຮ່ວມພັດທະນາ ແກ່ບໍລິການສາທາລະນະສຸກທີ່ຈຳເປັນ ແລະ ສ້າງລາຍຮັບຈາກສິ່ງທີ່ບໍ່ຈຳເປັນ ໂດຍການຫຼີກເວັ້ນການຫຼຸດອາກອນສິນຄ້າທີ່ ອັນຕະລາຍ ເປັນຕົ້ນແມ່ນ ຢາສູບ ແລະ ບັນດາເຄື່ອງດື່ມທີ່ມີທາດເຫຼົ້າ ເພື່ອເພີ່ມງົບປະມານໃຫ້ແກ່ສິ່ງທີ່ຈຳເປັນ ກໍຄື ກອງ ທຶນປະກັນສຸຂະພາບແຫ່ງຊາດ ເຖິງວ່າເປົ້າໝາຍຮັບປະກັນໃຫ້ປະຊາຊົນລາວທຸກຄົນມີສຸຂະພາບແຂງແຮງ ອາດຈະເປັນເປົ້າ ໝາຍທີ່ເບິ່ງຄືໃຫຍ່ເກີນຄວາມສາມາດ ແຕ່ວ່າຜົນສຳເລັດທີ່ພວກເຮົາສາມາດຍາດມາໄດ້ໃນໄລຍະຜ່ານມາ ກໍເຮັດໃຫ້ເຮົາ ເຫັນແລ້ວວ່າ ບໍ່ມີຫຍັງທີ່ເຮົາຈະເຮັດບໍ່ໄດ້. ພາຍໃນງານດັ່ງກ່າວ ຍັງໄດ້ມີການເຮັດບົດຄົ້ນຄວ້າທີ່ດຳເນີນໂດຍກະຊວງສາທາລະນະສຸກ ສູນສະຖິຕິແຫ່ງຊາດ ແລະ ອົງ ການອະນາໄມໂລກ ກ່ຽວກັບ ການປົກປ້ອງທາງດ້ານການເງິນ ກ່ອນ ແລະ ຫຼັງຈາກການມີກອງທຶນປະກັນສຸຂະພາບແຫ່ງ ຊາດ ໃນໄລຍະກ່ອນການລະບາດຂອງພະຍາດໂຄວິດ-19 ຜົນການຄົ້ນຄວ້າ ໄດ້ຊີ້ໃຫ້ເຫັນວ່າ ຈຳນວນຄົນທີ່ຕ້ອງໄດ້ແບກ ຫາບພາລະຄ່າໃຊ້ຈ່າຍໃນການປິ່ນປົວສຸຂະພາບ ໄດ້ຫຼຸດລົງຢ່າງຫຼວງຫຼາຍ ແລະ ໃນຂະນະດຽວກັນ ກໍມີຄົນເຈັບເຂົ້າໄປ ໃຊ້ບໍລິການເພີ່ມຂຶ້ນ. ນອກຈາກນັ້ນ ບົດຄົ້ນຄວ້າດັ່ງກ່າວ ຍັງໄດ້ກ່າວເຖິງບັນດາສິ່ງທ້າທາຍ ເຊັ່ນ ຊ່ອງຫວ່າງການໃຫ້ບໍລິການປິ່ນປົວສຳລັບປະ ຊາຊົນຜູ້ທຸກຍາກ ຜູ້ອາໄສຢູ່ເຂດຫ່າງໄກສອກຫຼີກ ແລະ ຜູ້ທີ່ບໍ່ຮູ້ຈັກກ່ຽວກັບກອງທຶນປະກັນສຸຂະພາບນີ້ແຫ່ງຊາດ ເວົ້າ ລວມແລ້ວ ກອງທຶນປະກັນສຸຂະພາບແຫ່ງຊາດ ຍັງປະສົບກັບບັນຫາການຂາດເຂີນດ້ານງົບປະມານ. ອົງການອະນາໄມໂລກ ໄດ້ດຳເນີນວຽກງານໃນ ສປປ ລາວ ມາຫຼາຍກວ່າ 60 ປີ ໂດຍໄດ້ຮັບການສະໜັບສະໜູນຈາກຫຼາຍລັດ ຖະບານ ອົງກອນໃນຂະແໜງສາທາລະນະສຸກ ແລະ ການພັດທະນາ ມູນນິທິ ແລະ ຄູ່ຮ່ວມມືພາກເອກະຊົນ ໃນປັດຈຸບັນ ອົງການອະນາໄມໂລກໄດ້ຮັບການສະໜັບສະໜູນຈາກລັດຖະບານ ແລະ ການຈັດຕັ້ງຈາກ: ປະເທດອົດສະຕຣາລີ ການາດາ ສປ ຈີນ ສະຫະພາບເອີຣົບ ຝຣັ່ງ ເຢຍລະມັນ ຍີ່ປຸ່ນ ລຸກຊຳບວກ ນອກແວ ສ.ເກົາຫຼີ ສະວິດເຊີແລນ ສະຫະລາຊະອານາຈັກ ອັງກິດ ແລະ ສະຫະລັດອາເມລິກາ ພ້ອມທັງບັນດາອົງການຈັດຕັ້ງສາກົນຕ່າງໆ. Share:FacebookTwitter
ວັນສຸຂະພາບໂລກ: ສະເຫຼີມສະຫຼອງຄົບຮອບ 75 ປີ ການສ້າງຕັ້ງອົງການອະນາໄມໂລກ ແລະ ຄວາມຄືບໜ້າ ດ້ານວຽກງານສາທາລະນະສຸກ ໃນ ສປປ ລາວ
https://v2.vientianemai.net/archives/56843
ວັນທີ 7 ເມສາ 2023 ທີ່ສໍານັກງານນາຍົກລັດຖະມົນຕີ ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລື 3 ຝ່າຍ ກ່ຽວກັບ ການແກ້ໄຂບັນຫາມົນ ລະພິດໝອກຄວັນຂ້າມຜ່ານຊາຍແດນ ຜ່ານລະບົບກອງປະຊຸມທາງໄກ ກັບ ທ່ານ ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ແລະ ທ່ານ ພົນເອກ ອາວຸໂສ ມິ່ນ ອ໋ອງລາຍ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສະຫະພາບມຽນມາ.     ໂອກາດນີ້ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍ ທ່ານ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ທີ່ໄດ້ສະເໜີຈັດກອງປະຊຸມປຶກສາຫາລື 3 ຝ່າຍ ກ່ຽວກັບ ການແກ້ໄຂບັນຫາມົນລະພິດໝອກຄວັນຂ້າມຜ່ານຊາຍແດນ ໃນຄັ້ງນີ້ ພ້ອມທັງ ມີຄຳເຫັນ ກ່ຽວກັບສະພາບມົນລະພິດໝອກຄວັນ ຢູ່ໃນພາກພື້ນ ກໍຄື 3 ປະເທດ ລາວ-ໄທ-ມຽນມາ ແມ່ນນອນຢູ່ໃນຂີດອັນຕະລາຍ ແລະ ມີຜົນກະທົບສູງຕໍ່ສຸຂະພາບ ເຊິ່ງຈະຕ້ອງໄດ້ຮີບຮ້ອນປຶກສາຫາລືຄົ້ນຄວ້າແກ້ໄຂຮ່ວມກັນ ຊຶ່ງບັນຫາຕົ້ນຕໍຂອງມົນລະພິດ ໃນ 3 ປະເທດຂອງພວກເຮົາ ແມ່ນມີລັກສະນະຄ້າຍຄືກັນ ໂດຍສະເພາະແມ່ນເກີດຈາກການຈູດພື້ນທີ່ ເພື່ອກະກຽມການກະສິກໍາ ເຮັດໃຫ້ເກີດໄຟໄໝ້ປ່າໃນໄລຍະລະດູນີ້ ສະເພາະຢູ່ ສປປ ລາວ ບັນຫາໝອກຄວັນປົກຄຸມໄປ ເປັນບໍລິເວນກວ້າງ ຜົນການວັດແທກຄ່າຝຸ່ນລະອອງ (PM2.5) ມີຄ່າສູງ ແລະ ເກີນມາດຕະຖານ ຢູ່ບາງພື້ນທີ່ ເຊິ່ງລັດຖະບານ ສປປ ລາວ ກໍໄດ້ຊີ້ນໍາກະຊວງກ່ຽວຂ້ອງ ແລະ ທ້ອງຖິ່ນ ແກ້ໄຂບັນຫາດັ່ງກ່າວ ເປັນຕົ້ນ ໄດ້ອອກ ນິຕິກໍາ ມາດຕະການປ້ອງກັນ ແລະ ສະກັດກັ້ນ ບັນຫາໄຟໄໝ້ປ່າ ໄດ້ເອົາໃຈໃສ່ເຜີຍແຜ່ ໂຄສະນາໃຫ້ສັງຄົມໄດ້ ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບບັນຫາ ສາເຫດ ແລະ ຜົນກະທົບຂອງມົນລະພິດທາງອາກາດ ພ້ອມທັງ ສົ່ງເສີມໃຫ້ ປະຊາຊົນມີສ່ວນຮ່ວມ ໃນການປ້ອງກັນ ແລະ ແກ້ໄຂບັນຫາດັ່ງກ່າວ ໄດ້ຕິດຕາມ ແລະ ລາຍງານ ສະພາບມົນລະ ພິດທາງອາກາດ ຢ່າງເປັນປົກກະຕິ ໃຫ້ສັງຄົມຮັບຊາບ ພ້ອມທັງ ຕິດຕາມຂໍ້ມູນຈຸດສະສົມຄວາມຮ້ອນ  ເພື່ອແຈ້ງ ໃຫ້ພາກສ່ວນກ່ຽວຂ້ອງ ກວດກາແກ້ໄຂ ໄດ້ຕິດຕາມເຝົ້າລະວັງ, ຈັດຕັ້ງລາດຕະເວນ ເພື່ອສະກັດກັ້ນ ແລະ ແກ້ໄຂ ບັນຫາໄຟໄໝ້ປ່າ ພ້ອມທັງ ໄດ້ນໍາໃຊ້ທຸກກໍາລັງເພື່ອມອດໄຟບໍ່ໃຫ້ແຜ່ລາມເປັນບໍລິເວນກວ້າງ ແຕ່ເນື່ອງຈາກສະ ພາບການປ່ຽນແປງດິນຟ້າອາກາດ ທີ່ນັບມື້ນັບຮຸນແຮງຂຶ້ນ ໂດຍສະເພາະ ອາກາດຮ້ອນ ແຫ້ງແລ້ງ ເຊິ່ງເປັນສາເຫດ ໜຶ່ງທີ່ພາໃຫ້ເກີດບັນຫາໄຟໄໝ້ລາມປ່າຢ່າງຮ້າຍແຮງ ແລະ ບໍ່ສາມາດແກ້ໄຂໄດ້ຢ່າງທັນການ ຈຶ່ງກໍໃຫ້ເກີດມົນລະພິດ ໝອກຄວັນໃນປັດຈຸບັນ.       ໃນໂອກາດຽວກັນ ຜູ້ນຳທັງສາມປະເທດ ໄດ້ແລກປ່ຽນຄຳເຫັນກ່ຽວກັບມົນລະພິດໝອກຄວັນ ທີ່ເກີດຂຶ້ນ ພາຍໃນ 3 ປະເທດ ພ້ອມທັງສະເໜີແຜນການປ້ອງກັນ ແລະ ແກ້ໄຂໃນຕໍ່ໜ້າ ສຳລັບ ສປປ ລາວ ນາຍົກລັດ ຖະມົນຕີ ໄດ້ສະເໜີທິດທາງການຮ່ວມມືກັບ ຣາຊະອານາຈັກໄທ ແລະ ສາທາລະນະລັດ ສະຫະພາບມຽນມາ ບາງ ດ້ານ ເປັນຕົ້ນ ສືບຕໍ່ຈັດຕັ້ງປະຕິບັດສັນຍາອາຊຽນວ່າດ້ວຍ ມົນລະພິດໝອກຄວັນຂ້າມຜ່ານຊາຍແດນ ແລະ ແຜນ ດໍາເນີນງານອາຊຽນ ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານຮ່ວມມື ເພື່ອຄວບຄຸມມົນລະພິດໝອກຄວັນຂ້າມຜ່ານ ຊາຍແດນ ສ້າງແຜນປະຕິບັດງານຮ່ວມຂອງສາມປະເທດ ໃນການປ້ອງກັນ ແລະ ແກ້ໄຂບັນຫາມົນລະພິດໝອກ ຄວັນ ພ້ອມທັງ ສ້າງຕັ້ງໜ່ວຍປະສານງານ ເພື່ອຮ່າງ ແລະ ຈັດຕັ້ງປະຕິບັດແຜນງານດັ່ງກ່າວ ຄົ້ນຄວ້າສ້າງໂຄງການ ຮ່ວມມື ເພື່ອສະໜັບສະໜູນເຊິ່ງກັນ ແລະ ກັນ ໃນການແກ້ໄຂບັນຫາມົນລະພິດໝອກຄວັນ ສ້າງກົນໄກການຮ່ວມ ມືດ້ານວິຊາການ ແລກປ່ຽນ ແລະ ຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນ ໃນການຈັດຕັ້ງປະຕິບັດວຽກງານປ້ອງ ກັນ ແລະ ແກ້ໄຂມົນລະພິດໝອກຄວັນ ແຕ່ລະປະເທດເອົາໃຈໃສ່ສ້າງຄວາມເຂົ້າໃຈ ແລະ ການມີສ່ວນຮ່ວມຂອງ ສັງຄົມ ໃນການປ້ອງກັນ ແລະ ແກ້ໄຂບັນຫາມົນລະພິດໝອກຄວັນ.       ໃນຕອນທ້າຍ ຜູ້ນຳທັງສາມປະເທດ ເຫັນດີໃຫ້ມີເພີ່ມທະວີການຮ່ວມມືຢ່າງໃກ້ຊິດ ແລະ ເຮັດວຽກຮ່ວມ ກັນກັບປະເທດສະມາຊິກອາຊຽນ ໃນການແກ້ໄຂບັນຫາມົນລະພິດໝອກຄວັນຂ້າມຊາຍແດນ ໃຫ້ມີປະສິດທິຜົນ ແລະ ຍືນຍົງ ໂດຍສະເພາະ ການຈັດຕັ້ງປະຕິບັດສັນຍາ ແລະ ແຜນປະຕິບັດງານອາຊຽນໃນການແກ້ໄຂບັນຫາດັ່ງກ່າວ. Share:FacebookTwitter
3 ປະເທດປຶກສາຫາລື ການແກ້ໄຂບັນຫາມົນລະພິດໝອກຄວັນ ຂ້າມຊາຍແດນ
https://v2.vientianemai.net/archives/56849
ໃນວັນທີ 7 ເມສາ 2023 ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ ໄດ້ມີພີທີສະຫຼຸບການສອບເສັງສອບເສັງນັກຮຽນເກ່ງຊັ້ນມັດທະຍົມສຶກສາ ລະດັບຊາດ ມ4 ແລະ ມ7 ປະຈໍາສົກຮຽນ 2022-2023 ພາຍຫຼັງທີ່ໄດ້ດຳເນີນການສອນເສັງມາແຕ່ວັນທີ 4 ເມສາ ເປັນຕົ້ນມາ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ມີຫົວໜ້າຫ້ອງການ ຫົວໜ້າ-ຮອງຫົວໜ້າກົມ ຜູ້ອຳນວຍການສະຖາບັນ ສຳນັກພິມ ສູນ ຄູນຳພາແຕ່ລະແຂວງທົ່ວປະເທດ  ພ້ອມດ້ວຍພະນັກງານຄູ-ອາຈານ ຄະນະກຳມະການຍາມຫ້ອງສອງເສັງ ແລະ ຕົວແທນນັກຮຽນເກ່ງຈາກແຕ່ລະແຂວງທົ່ວປະເທດເຂົ້າຮ່ວມ.     ການສອບເສັງແຂ່ງຂັນນັກຮຽນເກ່ງຂັ້ນ ມ4 ແລະ ມ7 ລະດັບຊາດສົກຮຽນ 2022 – 2023 ເປັນວຽກບູລິມະສິດຂອງກະຊວງສຶກສາທິການ ແລະ ກີລາຈັດຂຶ້ນເປັນປະຈຳທຸກປີ ທັງນີ້ການກະຕຸກຊຸກຍູ້ການຮຽນ-ການສອນ ໃນໂຮງຮຽນໃຫ້ດີຂຶ້ນ ເຮັດໃຫ້ນັກຮຽນມີຄວາມບຸກບືນຫ້າວຫັນໃນການຄົ້ນຄວ້າຮໍ່າຮຽນ ຄູມີການພັດທະນາການສອນ ແລະ ຍົກລະດັບຄວາມຮູ້ທາງດ້ານວິຊາສະເພາະຂອງຕົນ ທັງນີ້ກໍເພື່ອສົ່ງເສີມການຮຽນ-ການສອນ ໃນໂຮງຮຽນສາຍສາມັນສຶກສາໃນທົ່ວປະເທດ ໃຫ້ມີບັນຍາກາດຟົດຟື້ນ ມີລັກສະນະແຂ່ງຂັນກັນ ເພື່ອປັບປຸງຄຸນນະພາບຂອງການສຶກສາໃຫ້ສູງຂຶ້ນ  ພ້ອມກັນນັ້ນ ກໍ່ເພື່ອເປີດໂອກາດໃຫ້ນັກສອບເສັງແຂ່ງຂັນທີ່ໄດ້ອັນດັບທີ 1 2 ແລະ ອັນດັບທີ 3 ໄດ້ຮັບການສະໜັບສະໜູນເຂົ້າຮຽນຕໍ່ລະດັບທີ່ສູງໃນວິຊາທີ່ຕົນສອບເສັງ.     ສຳລັບການສອບເສັງນັກຮຽນເກ່ງລະດັບຊາດ ຂັ້ນ ມ4 ແລະ ມ7 ໃນສົກນີ້ ມີຕົວແທນນັກຮຽນເຂົ້າຮ່ວມ ແຂວງ 8 ຄົນ ລວມ 144 ຄົນ ຍິງ 64 ຄົນ ສອບເສັງໃນ 4 ວິຊາ ຄື : ວິຊາພາສາລາວ-ວັນນະ ຄະດີ ຄະນິດສາດ ຟີຊິກສາດ ແລະ ວິຊາເຄມີສາດ ນອກຈາກນີ້ໃນມື້ຕໍ່ມານ້ອງໆນັກຮຽນເກ່ງຍັງໄດ້ຮ່ວມກິດຈະກຳທັດສະນະສຶກສາ ສະຖານທີ່ທ່ອງທ່ຽວທາງວັດທະນະທຳ ໃນນະຄອນຫຼວງວຽງຈັນ ແລະ ຖາມ-ຕອບຄຳຖາມວິທະຍາສາດ ແລະ ຮັບຊົມການສະແດງສິລະປະ-ວັນນະຄະດີຂອງນັກຮຽນໃນມື້ປະກາດຜົນການສອບເສັງອີກດ້ວຍ.     ສຳລັບຜົນຂອງການສອບເສັງ ຊັ້ນມ4 ອັນດັບທີ 1 ວິຊາພາສາລາວ-ວັນນະຄະດີ ໄດ້ແກ່: ນາງ ສຸກຈິນດາ ຈຸນລະພົນ ມສ ສະຖາພອນ ນະຄອນຫຼວງວຽງຈັນ ວິຊາຄະນີດສາດ ໄດ້ແກ່ທ້າວ ແກ້ວອາທິດເປົ້າຊື້ມົວ ຈາກ ມສ ຊຳໃຕ້ ແຂວງຫົວພັນ ຟີຊີກສາດ ຕົກເປັນຂອງນາງ ສະຫຼັກໃຈ ວໍລະໄຊ ມສ ວຽງຈັນ ນະຄອນຫຼວງວຽງຈັນ ແລະ ວິຊາເຄມີສາດໄດ້ແກ່: ທ້າວ ເດວິດ ຢ່າງ ມສ ໂຊກໄຊ ແຂວງວຽງຈັນ.     ສຳລັບຊັ້ນມ7 ອັນດັບທີ 1 ທັງ 4 ວີຊາ ນັກຮຽນເກ່ງຈາກ ນະຄອນຫຼວງວຽງຈັນ ຍາດເອົາໄປຄອງ ວິຊາພາສາລາວ-ວັນນະຄະດີ ແມ່ນ ທ້າວ ວິລະພົນ ພັນທຸລະອາສາ ມສ ພອນສະຫວັນຊົນເຜົ່າ ວິຊາຄະນິດສາດ ທ້າວ ໂອບີ ລໍ່ ມສ ພອນສະຫວັນ-ຊົນເຜົ່າ ວິຊາຟີຊີກສາດ ທ້າວ ເພັງ ມົງລີ ມສ ວຽງຈັນ ແລະ ວິຊາເຄມີສາດ ນາງ ປາຢີ່ ເຮີ່ ມສ ພອນສະຫວັນ-ຊົນເຜົ່າ ຈາກນະຄອນຫຼວງວຽງຈັນ.     ສຳລັບອັນດັບທີ 1  ການຖາມ-ຕອບຄຳຖາມວິທະຍາສາດລາງວັນທີ 1 ໄດ້ແກ່ ແຂວງ ຈຳປາສັກ ອັນດັບ2 ແຂວງ ສາລະວັນ ອັນດັບ3 ນະຄອນຫຼວງວຽງຈັນ ແລະ ລາງວັນຊົມເຊີຍ ແມ່ນແຂວງ ວຽງຈັນ. Share:FacebookTwitter
ຕົວແທນນັກຮຽນເກ່ງ ຊັ້ນ ມ7 ຂອງນະຄອນຫຼວງວຽງຈັນ ຄອງອັນດັບໜຶ່ງ ໃນການສອບເສັງ ແຂ່ງຂັນນັກຮຽນເກ່ງລະດັບຊາດ ສົກ 2022-2023
https://v2.vientianemai.net/archives/56878
ໂດຍຕອບສະໜອງຕາມຄໍາເຊີນຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ສປປ ລາວ ທ່ານ ຫວໍ ວັນ ເຖືອງ ປະທານປະເທດ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ເປັນທາງການ ວັນທີ 10-11 ເມສາ 2023 ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ ໂດຍພິທີຕ້ອນຮັບເປັນທາງການຈັດຂຶ້ນຢ່າງສົມກຽດຢູ່ທໍານຽບປະທານປະເທດ ວັນທີ 10 ເມສາ 2023 ເຊິ່ງພາຍຫຼັງສໍາເລັດພິທີຕ້ອນຮັບ ກໍໄດ້ມີການພົບປະສອງຝ່າຍຢ່າງເປັນທາງການ ເຊິ່ງຄະນະຜູ້ແທນຝ່າຍລາວ ນໍາໂດຍທ່ານ ທອງລຸນ ສີສຸລິດ ແລະ ຄະນະຜູ້ແທນຝ່າຍຫວຽດນາມນໍາໂດຍທ່ານ ຫວໍ ວັນ ເຖືອງ.     ໂອກາດນີ້ ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍຕໍ່ທ່ານ ຫວໍ ວັນ ເຖືອງ ທີ່ໄດ້ຮັບການເລືອກຕັ້ງເປັນປະທານປະເທດ ສສ ຫວຽດນາມ ເຊິ່ງສະແດງເຖິງຄວາມເຊື່ອໝັ້ນຂອງພັກ-ລັດ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ຜົນງານການປະກອບສ່ວນອັນໃຫຍ່ຫຼວງຂອງທ່ານຕະຫຼອດຜ່ານມາ ພ້ອມທັງໄດ້ຕີລາຄາສູງທີ່ທ່ານ ຫວໍ ວັນ ເຖືອງ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ເປັນປະເທດທໍາອິດ ໃນການເຄື່ອນໄຫວຕ່າງປະເທດຂອງຕົນໃນຕໍາແໜ່ງປະທານປະເທດ ສະແດງໃຫ້ເຫັນຄວາມສໍາຄັນທີ່ພັກ-ລັດຫວຽດນາມ ມີຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກ ຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ພ້ອມນີ້ທ່ານປະທານປະ ເທດລາວ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງການສ້າງສາພັດທະນາປະເທດຊາດຫວຽດນາມໃນຊຸມປີຜ່ານມາ ເຊິ່ງເຮັດໃຫ້ຫວຽດນາມມີສະຖຽນລະພາບດ້ານການເມືອງ ເສດຖະກິດມີການຂະຫຍາຍຄຕົວໃນລະດັບສູງ ຢູ່ແຖວໜ້າຂອງໂລກ ຊີວິດການເປັນຢູ່ຂອງປະຊາຊົນນັບມື້ໄດ້ຮັບການປັບປຸງດີຂຶ້ນ ແລະ ອິດທິພົນ ບົດບາດຂອງຫວຽດນາມ ນັບມື້ພົ້ນເດັ່ນຂຶ້ນຢູ່ເວທີພາກພື້ນ ແລະ ສາກົນ ນອກນີ້ທ່ານເລຂາທິ ການໃຫຍ່ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍພອນອັນປະເສີດເຖິງທ່ານເລຂາທິ ການໃຫຍ່ ຫງວຽນ ຝູ ຈ໋ອງ ແລະ ບັນດາການນໍາຂັ້ນສູງຂອງຫວຽດນາມ ເນື່ອງໃນໂອກາດປີໃໝ່ລາວທີ່ຈະມາເຖິງ ອີກດ້ວຍ.     ການພົບປະຄັ້ງນີ້ ສອງຝ່າຍໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມພາຍໃນປະເທດ ໃຫ້ກັນຊາບ ໄດ້ພ້ອມກັນຕີລາຄາການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ ເຊິ່ງການຮ່ວມມືດ້ານການເມືອງສືບຕໍ່ມີຄວາມໜັກແໜ້ນ ໝັ້ນທ່ຽງ ນັບມື້ໃກ້ຊິດສະໜິດສະໜົມ ສ້າງໄດ້ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນໃນລະດັບສູງ ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ການຕ່າງປະ ເທດ ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ ການຮ່ວມມືດ້ານເສດຖະກິດ ການຄ້າ ການລົງ ທຶນ ເຕັກໂນໂລຊີ ວັດທະນະທໍາ ສຶກສານັບມື້ໄດ້ຮັບການເພີ່ມທະວີ ແລະ ນໍາຜົນປະໂຫຍດຢ່າງເປັນຮູບປະທໍາມາສູ່ປະຊາຊົນສອງປະເທດເປັນຢ່າງດີ ສອງຝ່າຍໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການພົບປະສອງຝ່າຍ ສອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ກໍຄືຜົນສໍາເລັດຂອງກອງປະຊຸມ ຄັ້ງທີ 45 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງລັດຖະບານລາວ ແລະ ຫວຽດນາມໃນເດືອນມັງກອນ 2023 ເຊິ່ງສອງຝ່າຍໄດ້ມີຄວາມພະຍາຍາມຮ່ວມກັນໃນການອໍານວຍຄວາມສະດວກໃຫ້ການລົງທຶນ ການຂົນສົ່ງ ການຄ້າສອງຝ່າຍໃນປີ 2022 ໄດ້ລື່ນເປົ້າໝາຍທີ່ວາງໄວ້ ຄືບັນລຸໄດ້ 1,7 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 10% ທຽບໃສ່ປີ 2021 ການລົງທຶນຂອງຫວຽດນາມຢູ່ລາວ ມີ 239 ໂຄງ ການ ມູນຄ່າການລົງທຶນ 5,36 ຕື້ໂດລາສະຫະລັດ ເປັນອັນດັບ 3 ຂອງຕ່າງປະເທດ ທີ່ມາລົງທຶນຢູ່ລາວ ນອກນີ້ການນຳໃຊ້ທຶນຊ່ວຍເຫຼືອລ້າໃນຂະແໜງການຕ່າງໆ ກໍໄດ້ຮັບໝາກຜົນເປັນຢ່າງດີ ການໄປ-ມາຫາສູ່ກັນ ເຮັດໃຫ້ຕົວເລກການຄ້າສອງຝ່າຍລື່ນຄາດໝາຍ ໂດຍສະເພາະໃນເດືອນກຸມພາ 2023 ບັນລຸໄດ້ 145 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 36% ທຽບໃສ່ໄລຍະດຽວກັນຂອງປີ 2022 ພິເສດປີ 2022 ສອງປະເທດໄດ້ຮ່ວມກັນສະເຫຼີມສະຫຼອງສອງວັນປະຫວັດສາດ ກໍຄືວັນສ້າງຕັ້ງສາຍພົວພັນທາງການທູດ ຄົບ ຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ຢ່າງມີຜົນສຳ ເລັດ ແລະ ມີຄວາມໝາຍ ເຊິ່ງໄດ້ເອກອ້າງໃຫ້ສາກົນໄດ້ຮັບຮູ້ຢ່າງທ່ອງແທ້ເຖິງສາຍພົວພັນອັນພິເສດຂອງສອງຊາດ ລາວ-ຫວຽດນາມ ຢ່າງແທ້ຈິງ ຜູ້ນຳທັງສອງຝ່າຍໄດ້ເປັນເອກະພາບຕີລາຄາວ່າສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຫວຽດນາມ-ລາວ ກຳລັງຢູ່ໃນໄລຍະທີ່ເບັ່ງບານ ແລະ ຢູ່ລະດັບສູງສຸດ ແລະ ຢືນຢັນວ່າຈະຮ່ວມກັນຖະນຸຖະໜອມ ປົກປັກຮັກສາ ຄືດັ່ງຮັກສາແກ່ນຕາຂອງຕົນ ແລະ ຈະສືບຕໍ່ພັດທະນາສາຍພົວພັນພິເສດດັ່ງກ່າວ ໃຫ້ນັບມື້ເຂົ້າສູ່ລວງເລິກ ມີປະສິດທິຜົນ ແລະ ໝັ້ນຄົງຍືນຍົງຕະຫຼອດໄປ.     ສອງປະທານປະເທດ ລາວ-ຫວຽດນາມ ໄດ້ປຶກສາຫາລືກ່ຽວກັບທິດທາງການຮ່ວມມືສອງຝ່າຍໃນຕໍ່ໜ້າ ໂດຍຈະສືບຕໍ່ຮ່ວມກັນຈັດຕັ້ງປະຕິບັດບັນດາການຕົກລົງ ຂໍ້ຕົກລົງຂອງການນໍາຂັ້ນສູງສອງປະເທດ ກໍຄືຂອງກະຊວງະແໜງການຕ່າງໆ ຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະຜົນກອງປະຊຸມສອງກົມການເມືອງ ແລະ ຂໍ້ຕົກລົງຂອງສອງຄະນະກໍາມະການຮ່ວມມື ພ້ອມກັນກວດກາຄືນສັນຍາຮ່ວມມືໃນຂົງ ເຂດຕ່າງໆ ເພື່ອປັບປຸງຄືນໃຫ້ແທດເໝາະກັບສະພາບການໃໝ່ ເພີ່ມທະວີການຮ່ວມມືດ້ານການເມືອງໃຫ້ ແໜ້ນແຟ້ນ ແລະ ເລິກເຊິ່ງ ເອົາໃຈໃສ່ປະສານສົມທົບຮ່ວມມືກັນຢ່າງໃກ້ຊິດໃນບັນຫາທີ່ເປັນຍຸດທະສາດຂອງສອງຊາດ ເສີມຂະຫຍາຍການໄປ-ມາຫາສູ່ ກໍຄືການພົບປະກັນເປັນປົກກະຕິຂອງການນໍາຂັ້ນສູງ ທັງສາຍພັກ ສາຍລັດ ແລະ ສາຍອົງການຈັດຕັ້ງມະຫາຊົນ ດ້ວຍຫຼາຍຮູບຫຼາຍແບບ ແລະ ມີປະສິດທິຜົນ ບົນພື້ນຖານປະຢັດ ລວມສູນ ຫຼີກລ່ຽງການທັບຊ້ອນ ສືບຕໍ່ເພີ່ມປະສິດທິຜົນຂອງບັນດາກົນໄກທີ່ມີຮ່ວມກັນແລ້ວ ເຊັ່ນ: ການພົບປະສອງກົມການເມືອງ ກອງປະຊຸມຄະນະກໍາມະການຮ່ວມມືທະວິພາຄີ ການຈັດຕັ້ງບັນດາຊຸດຄົ້ນຄວ້າ ແລະ ແລກປ່ຽນບົດຮຽນ ສືບຕໍ່ຈັດຕັ້ງຊຸດແລກປ່ຽນຫົວຂໍ້ສະເພາະໃຫ້ພະນັກງານການ ນໍາຂັ້ນສູງຂອງລາວ ຂັ້ນຮອງລັດຖະມົນຕີ ກໍຄືການເຊີນຊ່ຽວຊານຫວຽດນາມ ມາແລກປ່ຽນຫົວຂໍ້ສະເພາະໃຫ້ການນໍາລາວ ແລະ ສືບຕໍ່ປະສານສົມທົບ ເພື່ອກະກຽມຈັດກອງປະຊຸມສໍາມະນາ 2 ພັກ ລາວ-ຫວຽດ ນາມ ຄັ້ງທີ 10 ສືບຕໍ່ກົນໄກການພົບປະລະຫວ່າງການນໍາຂັ້ນສູງ 3 ປະເທດ ລາວ-ຫວຽດນາມ-ກໍາປູເຈຍ ທັງສາຍພັກ ແລະ ສາຍລັດຖະບານ ເພີ່ມທະວີການສຶກສາອົບຮົມມູນເຊື້ອຄວາມສາມັກຄີພິເສດ ລາວ-ຫວຽດນາມ ໃນຖັນແຖວພະນັກງານ ແລະ ປະຊາຊົນ ໂດຍສະເພາະຖັນແຖວຊາວໜຸ່ມ-ເຍົາວະຊົນຂອງສອງປະເທດ ໂດຍຜ່ານກິດຈະກໍາຕ່າງໆຢູ່ປະເທດຂອງກັນ ແລະ ກັນ.     ທ່ານ ທອງລຸນ ສີສຸລິດ ໄດ້ຕາງໜ້າ ພັກ ລັດ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຮູ້ບຸນ ຄຸນຕໍ່ພັກ ລັດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ ລໍ້າຄ່າ ທັນການ ແລະ ມີຜົນສັກສິດ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນໄລຍະປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດຂອງລາວ ໃນປັດຈຸບັນ ເຊິ່ງມີຫຼາຍໂຄງການໄດ້ສໍາເລັດ ແລະ ຖືກນໍາໃຊ້ຢ່າງມີປະສິດ ທິຜົນ ເຊັ່ນ: ໂຄງການໂຮງຮຽນມັດທະຍົມວິຊາຊີບຕົວແບບມິດຕະພາບ ລາວ-ຫວຽດນາມ ຢູ່ແຂວງຄໍາມ່ວນ ໂຄງການໂຮງຮຽນທະຫານນາຍສິບຢູ່ແຂວງໄຊສົມບູນ ໂຄງການຍົກລະດັບ ແລະ ບູລະນະຊົນລະ ປະທານນໍ້າລອງ ເມືອງສົບເບົາ ແຂວງຫົວພັນ ໂຄງການກໍ່ສ້າງສ້ອມແປງ ຍົກລະດັບເຂດອະນຸສອນປະ ທານໂຮ່ຈິມິງ ຢູ່ແຂວງຄໍາມ່ວນ ໂຄງການກໍ່ສ້າງໂຮງຮຽນມັດທະຍົມສົມບູນເມືອງບຸນເໜືອ ແຂວງຜົ້ງສາລີ ແລະ ອີກຫຼາຍໂຄງການ ນັບແຕ່ປີ 2010 ມາເຖິງປັດຈຸບັນ ມີນັກສຶກສາລາວຮຽນຈົບມາແຕ່ຫວຽດນາມຫຼາຍກວ່າ 14.600 ຄົນ ປັດຈຸບັນນັກສຶກສາລາວ ທີ່ກໍາລັງສຶກສາຢູ່ຫວຽດນາມ 14.000 ຄົນ.     ທ່ານ ຫວໍ ວັນ ເຖືອງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ໄດ້ອວຍ ພອນໄຊອັນປະເສີດເນື່ອງໃນໂອກາດບຸນປີໃໝ່ລາວໃຫ້ການນໍາພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ພ້ອມທັງອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານ ລາວ-ຫວຽດນາມ ຫວຽດນາມ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດໄປ ພິເສດທ່ານ ຫວໍ ວັນ ເຖືອງ ໄດ້ຢືນຢັນວ່າຫວຽດນາມ ຈະສະໜັບສະໜູນຢ່າງເຕັມທີ່ໃຫ້ ສປປ ລາວ ເປັນເຈົ້າພາບອາຊຽນປີ 2024 ດ້ວຍຜົນສຳເລັດອັນຈົບງາມ ພ້ອມທັງແຈ້ງຂ່າວວ່າຫວຽດນາມ ມີຂອງຂວັນຈຳນວນໜຶ່ງໃຫ້ລາວໃນການເປັນປະທານອາຊຽນຄັ້ງນີ້ ນອກນີ້ທ່ານປະທານປະເທດຫວຽດນາມ ຍັງໄດ້ເຊີນທ່ານປະທານປະເທດລາວ ໄປຢ້ຽມຢາມຫວຽດນາມ ໃນເວລາທີ່ເໝາະສົມ ເຊິ່ງທ່ານປະທານປະເທດລາວ ກໍໄດ້ຕອບຮັບການເຊື້ອເຊີນດັ່ງກ່າວ.     ພາຍຫຼັງສໍາເລັດການພົບປະສອງຝ່າຍ ທ່ານປະທານປະເທດ ລາວ-ຫວຽດນາມ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານຮ່ວມກັນ 2 ສະບັບ ຄື: ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືໃນຂົງເຂດເຕັກໂນໂລຊີ ແລະ ນະວັດຕະກໍາລະຫວ່າງກະຊວງເຕັກໂນໂລຊີ ແລະ ການສື່ສານລາວ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ແລະ ບົດດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືໃນຂົງເຂດວິທະຍາສາດ ລະຫວ່າງ ກະຊວງສຶກສາທິການ ແລະ ກີລາລາວ ແລະ ກະຊວງວິທະຍາ ສາດ ແລະ ເຕັກໂນໂລຊີຫວຽດນາມ.     ວັນດຽວກັນນີ້ ທ່ານ ຫວໍ ວັນ ເຖືອງ ແລະ ຄະນະ ຍັງໄດ້ໄປວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ ເພື່ອສະແດງຄວາມເຄົາລົບ ແລະ ລະນຶກເຖິງອ້າຍນ້ອງທະຫານນັກຮົບທີ່ໄດ້ຕໍ່ສູ້ເສຍສະຫຼະເລືອດເນື້ອ ເພື່ອປະເທດຊາດ ແລະ ປະຊາຊົນໃນສະໄໝສົງຄາມ ແລະ ໃນຕອນຄໍ່າຂອງວັນດຽວກັນທ່ານ ຫວໍ ວັນ ເຖືອງ ແລະ ຄະນະ ຍັງໄດ້ເຂົ້າຮ່ວມພິທີບາສີສູ່ຂວັນ ແລະ ເຂົ້າຮ່ວມງານລ້ຽງຕ້ອນຮັບ ເຊິ່ງຈັດໂດຍທ່ານ ທອງລຸນ ສີສຸລິດ ຢູ່ທໍານຽບປະທານປະເທດ ຕື່ມອີກ. Share:FacebookTwitter
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນສອງຝ່າຍ
https://v2.vientianemai.net/archives/56880
ໃນຕອນບ່າຍຂອງວັນທີ 10 ເມສາ 2023 ທີ່ສໍານັກງານນາຍົກລັດຖະມົນຕີ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ຫວໍ ວັນ ເຖືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 10-11 ເມສາ 2023. ໃນໂອກາດນີ້ ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ໄດ້ຕີລາຄາສູງຕໍ່ການເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ສະຫາຍ ປະທານປະເທດ ຫວໍ ວັນ ເຖືອງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໃນຄັ້ງນີ້ ເຊິ່ງໄດ້ນໍາເອົາໄມຕີຈິດມິດຕະພາບອັນອົບອຸ່ນ ແລະ ຄວາມສາມັກຄີຮັກແພງຢ່າງເລິກເຊິ່ງ ມາຍັງພັກ ລັດຖະບານ ແລະ ປະຊາຊົນລາວ. ໃນໂອກາດດັ່ງກ່າວ ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ ສະຫາຍ ຫວໍ ວັນ ເຖືອງ ທີ່ໄດ້ຮັບການແຕ່ງຕັ້ງເປັນ ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມທັງໄດ້ຕີລາຄາສູງທີ່ໄດ້ເລືອກເອົາ ສປປ ລາວ ເປັນປະເທດທໍາອິດ ໃນການເຄື່ອນໄຫວຕ່າງປະເທດຂອງຕົນ ໃນຕໍາແໜ່ງປະທານປະເທດ ອັນໄດ້ສະແດງໃຫ້ເຫັນເຖິງຄວາມສໍາຄັນທີ່ພັກ-ລັດ ຫວຽດນາມ ມີຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ຫວຽດນາມ-ລາວ.        ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ແຈ້ງໃຫ້ຊາບວ່າ ສອງນາຍົກລັດຖະມົນຕີ ລາວ ຫວຽດນາມ ແມ່ນໄດ້ເອົາໃຈໃສ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຈັດຕັ້ງຜັນຂະຫຍາຍບັນດາການຕົກລົງຕ່າງໆທີ່ສອງຝ່າຍມີຮ່ວມກັນ ກໍຄື ຊຸກຍູ້ ບັນດາໂຄງການ ຮ່ວມມື ແລະ ລົງທຶນຕ່າງໆ ໃຫ້ບັນລຸໄດ້ຕາມຄາດໝາຍທີ່ສອງຝ່າຍໄດ້ວາງໄວ້ ໂດຍສະເພາະແມ່ນ ຜົນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ແລະ ຜົນກອງປະຊຸມ ຄັ້ງທີ 45 ຂອງຄະນະກໍາມະການຮ່ວມມື ສອງລັດຖະບານ ໃນຕົ້ນປີ ນັບແຕ່ຕົ້ນປີ 2023 ມາ ສອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ໄດ້ພົບກັນແລ້ວ 2 ຄັ້ງ ເຊິ່ງຄັ້ງຫລ້າສຸດແມ່ນ ໃນອາທິດຜ່ານມາ ໃນໂອກາດກອງປະຊຸມ ສຸດຍອດຄະນະກໍາມະການແມ່ນໍ້າຂອງສາກົນ (MRC) ຄັ້ງທີ 4 ສອງນາຍົກ ແມ່ນໄດ້ກວດກາຄືນ ຕິດຕາມ ຊຸກຍູ້ບັນດາການຕົກລົງ ແລະ ໂຄງການ ສອງຝ່າຍຕ່າງໆ ເປັນຕົ້ນແມ່ນ ໂຄງການສະໜາມບິນໜອງຄ້າງ ໂຄງການທ່າເຮືອຫວຸງອາງ ໂຄງການພັດທະນາເສັ້ນທາງລົດໄຟ ລາວ-ຫວຽດນາມ ໂຄງການທາງດ່ວນ ວຽງຈັນ-ຮ່າໂນ້ຍ ໂຄງການບໍ່ເກືອກາລີ ຢູ່ແຂວງຄໍາມ່ວນ ໂຄງການເຊຂະໝານ 3 ໂຄງການສະພາແຫ່ງຊາດ ໂຮງໝໍມິດຕະພາບ ຢູ່ແຂວງຫົວພັນ ແລະ ແຂວງຊຽງຂວາງ ໂຄງການກໍ່ສ້າງສະຖາບັນການເມືອງປ້ອງກັນຄວາມສະຫງົບ ສວນອຸທິຍານມິດຕະພາບ ລາວ-ຫວຽດນາມ ໂຄງການບູລະນະເສັ້ນທາງໂຮ່ຈີ່ມິງ ຢູ່ດິນລາວ ໂຄງການບູລະນະຮ່ອງຮອຍກອງປະຊຸມໃຫຍ່ ຄັ້ງທີ 1 ຂອງພັກປະຊາຊົນລາວ ຢູ່ ຊາຍແດນ ລາວ-ຫວຽດນາມ. ໃນນັ້ນ ເຫັນວ່າ ມີບາງໂຄງການ ແມ່ນໄດ້ສໍາເລັດຕາມທີ່ໄດ້ຕົກລົງກັນໄວ້ ບາງໂຄງການ ແມ່ນຈະໄດ້ຮ່ວມກັນສືບຕໍ່ຊຸກຍູ້. ໃນຕອນທ້າຍ ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ອວຍພອນໄຊອັນປະເສີດ ເນື່ອງໃນໂອກາດບຸນປີໃໝ່ລາວ ທີ່ຈະມາເຖິງນີ້ ໃຫ້ແກ່ ສະຫາຍ ປະທານປະເທດ ຫວໍ ວັນ ເຖືອງ ແລະ ຄະນະ ລວມທັງຝາກຄໍາອວຍພອນປີໃໝ່ ໄປຍັງ ບັນດາສະຫາຍ ການນໍາພັກ-ລັດ ແຫ່ງ ສສ ຫວຽດນາມ.         ໃນຂະນະດຽວກັນ ສະຫາຍ ປະທານປະເທດ ຫວໍ ວັນ ເຖືອງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມຍິນດີທີ່ໄດ້ພົບປະກັບ ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນຄັ້ງນີ້. ພ້ອມນີ້ ກໍໄດ້ສົ່ງຄໍາອວຍພອນປີໃໝ່ລາວ ໃຫ້ແກ່ ສະຫາຍ ນາຍົກລັດຖະມົນຕີ ກໍຄື ບັນດາສະຫາຍການນໍາພັກ-ລັດຂອງລາວ ພ້ອມທັງອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຫວຽດນາມ-ລາວ ຈົ່ງໝັ້ນຄົງທະນົງແກ່ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ຂ່າວ: ກະຊວງຕ່າງປະເທດ Share:FacebookTwitter
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບ ແລະ ພົບປະກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ
https://v2.vientianemai.net/archives/56884
ສູນເຝິກວິຊາຊີບຊາວໜຸ່ມ ດອນບອສໂກ ເມືອງໄຊທານີ ນະຄອນຫຼວງວຽຈັນ ຈັດພິທີສະຫຼຸບເຝິກອົບ ຮົມວິຊາຊີບໃຫ້ແກ່ຊາວໜຸ່ມ ທີດ້ອຍໂອກາດ 155 ຄົນ ຈັດຂຶ້ນ ວັນທີ 7 ເມສາ 2023 ທີ່ສູນດັ່ງກ່າວ ໂດຍມີທ່ານ ວົງສັກດາ ພົມມີໄຊ ຫົວໜ້າກົມຈັດຕັ້ງ-ພະນັກງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ທ່ານຮອງຫົວໜ້າກົມ ຮອງຫົວໜ້າສະຖາບັນພັດທະນາ ສີມືແຮງງານ ກະຊວງ ແຮງງານ ສະຫວັດດີການ ສັງຄົມ ທ່ານ ແປຕຣິກ ມັດໂຊນີ ອະທິການສູນເຝິກອົບຮົມວິຊາຊີບຊາວໝຸ່ມ ດອນບອສໂກ ຕາງໜ້າມູນ ນິທິ ຄະນະຊາເລຊຽນດອນບອສໂກ ແຫ່ງປະເທດໄທ ພະນັກງານຄູ-ອາຈານ ຜູ້ປົກຄອງຍາດມິດຂອງ ຊາວໜຸ່ມຜູ້ຮ່ວມເຝິກອົບຮົມ ເຂົ້າຮ່ວມ.     ການດໍາເນີນການຮຽນ-ການສອນ ແບ່ງອອກເປັນ 3 ໄລຍະເຝິກອົບຮົມ ຫຼັກສູດ 4 ເດືອນ ຊ່າງສ້ອມ ແປງລົດຈັກ ແລະ ຊ່າງເຊື່ອມຈອດ ໄລຍະເຝິກພື້ນຖານຊ່າງ 6 ວັນ ໄລຍະເຝິກວິຊາສະເພາະ 3 ເດືອນ  ໄລຍະເຝິກນອກສະຖານທີ 20 ວັນ ພາກທິດສະດີ 6 ວິຊາຮຽນ ຈະເນັ້ນເຝິກໃນພາກຕົວຈິ່ງ 90% ແລະ ພາກທິດສະດີ 10%.     ຫຼັກສູດ 1 ປີ ຊ່າງລົດໃຫຍ່ ແລະ ຊ່າງໄຟຟ້າກຳລັງ ເຝິກພື້ນຖານຊ່າງ 15 ວັນ ເຝິກໃນວິຊາສະເພາະ 8,5 ເດືອນ ເຝິກນອກສະຖານທີ 2 ເດືອນ ພາກທິດສະດີ ເທີ່ມ1 ລວມ 8 ວິຊາ ເທີ່ມ2 ມີ 6 ວິຊາ ລວມ 14 ວິຊາ ໃນໄລຍະລົງເຝິກຕົວຈິງ 2 ສາຂາອາຊີບຈະເນັ້ນເຝິກໃນພາກຕົວຈິ່ງ 80% ແລະ ພາກທິດສະດີ 20%.     ຜົນສຳເລັດຂອງການເຝິກອົບຮົມຄັ້ງນີ້ ນັກສຳມະນາກອນ 2 ສາຂາ ຫຼັກສູດ 1 ປີ ຊ່າງລົດໃຫຍ່ ແລະ ຊ່າງໄຟ້າ ຊ່າງລົດໃຫຍ່ ມີ 24 ຄົນ ຈົບ 20 ຄົນ ຊ່າງໄຟ້າ ມີ 10 ຄົນ ຈົບ 9 ຄົນ ( ລວມທັງສອງ ສາຂາ ມີ 34 ຄົນ ຈົບຕົວຈິງ 29 ຄົນ) ເທົ່າກັບ 85% ຫຼັກສູດ 4 ເດືອນ ຊ່າງລົດຈັກ ແລະ ຊ່າງເຊື່ອມຈອດ ຊ່າງລົດຈັກ ມີ 11 ຄົນ ຈົບ 10 ຄົນ ຊ່າງເຊື່ອມຈອດ ມີ 4 ຈົບ 3 ຄົນ ລວມທັງສອງສາຂາ ມີ 15 ຄົນ ຈົບຕົວຈິງ 13 ຄົນ ເທົ່າກັບ 86%.     ຫຼັງຈາກນັກເຝິກອົບຮົມຮຽນຈົບຕາມຫຼັກສູດທີ່ສູນກຳນົດໄວ້ແລ້ວ ນັກເຝິກອົບຮົມໃນສອງສາຂາອາຊີບ ຄື: ຂະແໜ່ງຊ່າງສ້ອມແປງລົດ ແລະ ຂະແໜ່ງຊ່າງໄຟຟ້າກຳລັງ ຍັງໄດ້ສອບເສັງທັກສະເພື່ອທຽບລະດັບສີມືແຮງງານລະດັບ 2 ໂດຍທາງສະຖາບັນພັດທະນາສີມືແຮງງານ ກະຊວງແຮງງານ ສະຫວັດດີການ ແລະ ສັງຄົມ ໄດ້ແຕ່ງຕັ້ງຄະນະຄູ-ອາຈານ ຈາກສະຖາບັນລົງມາຈັດທົດສອບສີມືດັ່ງກ່າວ ຢູ່ພາຍໃນສູນເຝິກຊາວໜຸ່ມດອນບອສໂກ ໃນຕົ້ນເດືອນເມສາ 2023 ຜົນປະກົດເຫັນວ່ານັກເຝິກອົບຮົມສາມາດທົດສອບຜ່ານໃນລະດັບ 2 ໄດ້. Share:FacebookTwitter
ຊາວໜຸ່ມຜູ້ດ້ອຍໂອກາດໄດ້ຮັບການເຝິກອົບຮົມວິຊາຊີບຊ່າງ
https://v2.vientianemai.net/archives/56901
ລົດໄຟ ຈີນ-ລາວ ຈະເປີດຂະບວນລົດໄຟໂດຍສານສາກົນ ລະຫວ່າງສະຖານີຄຸນໝິງໃຕ້ ສປ ຈີນ ແລະ ສະຖານີນະຄອນຫຼວງວຽງຈັນ ສປປ ລາວ ນັບແຕ່ວັນທີ 13 ເມສາ 2023 ເປັນຕົ້ນໄປ ໂດຍລະຫວ່າງສອງສະຖານີດັ່ງກ່າວ ຜູ້ ໂດຍສານສາມາດຂີ່ລົດໄຟຈາກສະຖານີຕົ້ນທາງ ໄປຫາສະຖານີປາຍທາງໃນວັນດຽວກໍເຖິງແລ້ວ ເວລາ 8 ໂມງຂອງວັນທີ 11 ເມສາ 2023 ຕາມເວລາຂອງນະຄອນຫຼວງວຽງຈັນ ພາກສ່ວນທາງລົດ ໄຟຂອງສອງປະເທດ ຈະເລີ່ມຂາຍປີ້ລົດໄຟໂດຍສານສາກົນໃນເວລາດຽວກັນ.     ອີງຕາມຂໍ້ມູນຈາກກຸ່ມບໍລິສັດ ທາງລົດໄຟແຫ່ງຊາດຈີນ ແຈ້ງໃຫ້ຊາບເມື່ອບໍ່ດົນມານີ້ ວ່າ: ຂະບວນລົດໄຟໂດຍສານສາກົນ ຕາມທາງລົດໄຟ ຈີນ-ລາວ ໄດ້ອອກເດີນທາງໃນຕອນເຊົ້າ ແລະ ເຖິງຈຸດໝາຍປາຍທາງໃນຕອນແລງ ເປີດມື້ລະ 1 ຂະບວນ ຈາກນະຄອນຫຼວງວຽງຈັນ ແລະ ນະຄອນຄຸນໝິງ ໃນນີ້ຈະຈອດ 8 ສະຖານີ ຄື: ສະຖານີຄຸນໝິງໃຕ້ ສະຖານີຜູເອີ ສະຖານີສິບສອງພັນນາ ສະຖານີບໍ່ຫານ ສະຖານີບໍ່ເຕ່ນ ສະຖານີຫຼວງພະບາງ ສະຖານີວັງວຽງ ແລະ ສະຖານີນະຄອນຫຼວງວຽງຈັນ ໃຊ້ເວລາເດີນທາງ 10 ຊົ່ວ ໂມງ 30 ນາທີ ລວມທັງເວລາແຈ້ງຜ່ານດ່ານຢູ່ດ່ານຊາຍແດນບໍ່ຫານ-ບໍ່ເຕ່ນ ໃນນີ້ຂະບວນລົດໄຟ D887 ຈາກສະຖານີຄຸນໝິງໃຕ້-ສະຖານີນະຄອນຫຼວງວຽງຈັນວຽງຈັນ ເດີນທາງອອກຈາກສະຖານີຄຸນໝິງໃຕ້ ເວລາ 7 ໂມງ 8 ນາທີ ຕາມເວລານະຄອນຫຼວງວຽງຈັນ ແລະ ເດີນທາງເຖິງນະຄອນຫຼວງວຽງຈັນ ເວລາ 17 ໂມງ 38 ນາທີ ຂອງວັນດຽວກັນ ສ່ວນຂະບວນລົດໄຟ D888 ຈາກສະຖານີນະຄອນຫຼວງວຽງຈັນ-ສະຖານີຄຸນໝິງໃຕ້ ຈະເດີນທາງອອກຈາກນະຄອນຫຼວງວຽງຈັນເວລາ 8 ໂມງ 8 ນາທີ ຕາມເວລານະຄອນຫຼວງວຽງຈັນ ແລະ ເດີນທາງເຖິງສະຖານີຄຸນໝິງໃຕ້ ເວລາ 18 ໂມງ 38 ນາທີ ຂອງວັນດຽວກັນ.     ຂະບວນລົດໄຟໂດຍສານສາກົນ ຕາມທາງລົດໄຟ ຈີນ-ລາວ ໄດ້ປະຕິບັດຕາມຮູບການຜ່ານດ່ານ “ກວດ ກາສອງເທື່ອຢູ່ສອງດ່ານ” ຄື: ຖ້າຂີ່ລົດໄຟໂດຍສານສາກົນຈາກສະຖານີຄຸນໝິງໃຕ້-ສະຖານີນະຄອນຫຼວງວຽງຈັນ ຂັ້ນຕອນຜ່ານດ່ານລະອຽດແມ່ນພາຍຫຼັງຂະບວນລົດໄຟເດີນທາງເຖິງສະຖານີບໍ່ຫານ ສປ ຈີນ ຜູ້ໂດຍ ສານຂ້າມຊາຍແດນ ຕ້ອງຖືເຄື່ອງຂອງຕົນລົງລົດ ເຂົ້າສູ່ເຂດກວດຄົນເຂົ້າ-ອອກເມືອງ ພາຍຫຼັງປະສານສົມທົບກັບພະນັກງານຢູ່ດ່ານຊາຍແດນຝ່າຍຈີນສຳເລັດການກວດຄົນອອກເມືອງແລ້ວ ໃຫ້ຂຶ້ນລົດເດີນທາງຕໍ່ໄດ້ ພາຍ ຫຼັງຂະບວນລົດໄຟເດີນທາງໄປເຖິງສະຖານີບໍ່ເຕ່ນ ສປປ ລາວ ຜູ້ໂດຍສານຕ້ອງຖືເຄື່ອງຂອງຕົນລົງລົດ ເຂົ້າສູ່ເຂດກວດຄົນເຂົ້າ-ອອກເມືອງ ປະສານສົມທົບກັບພະນັກງານຢູ່ດ່ານຊາຍແດນຝ່າຍລາວສຳເລັດການກວດຄົນເຂົ້າເມືອງແລ້ວ ຜູ້ໂດຍສານທີ່ມີປາຍທາງຢູ່ສະຖານີບໍ່ເຕ່ນ ສາມາດເດີນທາງອອກຈາກສະຖານີລົດໄຟໄດ້ເລີຍ ສ່ວນຜູ້ໂດຍສານທີ່ເດີນທາງໄປສະຖານີອື່ນໆຂອງ ສປປ ລາວ ສາມາດຂຶ້ນລົດເດີນທາງຕໍ່ໄດ້ ຂະນະທີ່ຂັ້ນຕອນການແຈ້ງຜ່ານດ່ານຂອງຜູ້ໂດຍສານເດີນທາງຕາມຂະບວນລົດໄຟໂດຍສານສາກົນຈາກສະຖານີນະຄອນ ຫຼວງວຽງຈັນ-ສະຖານີຄຸນໝິງໃຕ້ ກໍເຊັ່ນດຽວກັນ ເວລາກວດກາຜູ້ໂດຍສານເຂົ້າ-ອອກເມືອງເທື່ອໜຶ່ງຕ້ອງໃຊ້ເວ ລາປະມານ 1 ຊົ່ວໂມງເຄິ່ງ ເວລາແຈ້ງຜ່ານດ່ານເຂົ້າ-ອອກເມືອງລວມທັງໝົດ ຕ້ອງໃຊ້ເວລາປະມານ 3 ຊົ່ວ ໂມງ. Share:FacebookTwitter
ລົດໄຟ ຈີນ-ລາວ ຈະເປີດຂະບວນລົດໄຟໂດຍສານສາກົນ ວັນທີ 13 ເມສາ ເປັນຕົ້ນໄປ
https://v2.vientianemai.net/archives/56909
ໂຮງຮຽນລ້ຽງເດັກ-ອະນຸບານ ປະຖົມວົງຄຳສີ ຈັດພິທີສະເຫຼີມສະຫຼອງປີໃໝ່ລາວ ພສ 2566  ໃນວັນທີ 11 ເມສາ 2023 ທີ່ໂຮງຮຽນດັ່ງກ່າວ ມີ ທ່ານ ນາງ ຄຳສີສຸ ວັດດີ ຜູ້ອຳນວຍການໂຮງຮຽນລ້ຽງເດັກ-ອະນຸບານ ປະຖົມວົງຄຳສີ ທ່ານນາງ ຫຸມມາລາ ວົງຄຳສີ ຮອງຜູ້ອຳນວຍການໂຮງຮຽນປະຖົມວົງຄຳສີ ພ້ອມດ້ວຍຄູ-ອາຈານ ນັກຮຽນ ແລະ ຜູ້ປົກຄອງເຂົ້າຮ່ວມ.       ທ່ານນາງ ຫຸມມາລາ ວົງຄຳສີ ກ່າວວ່າ: ການຈັດງານສະເຫຼີມສະຫຼອງບຸນປີໃໝ່ລາວໃນຄັ້ງນີ້ປະກອບມີຫຼາຍກິດຈະກຳເປັນຕົ້ນ ໄດ້ຈັດໃຫ້ນ້ອງນັກຮຽນສົມມາຄາລະວະຜູ້ອຳນວຍການ ວິຊາການ ຄູອາຈານໝົດທຸກຄົນ ແລະ ອ່ານກອນອວຍພອນປີໃໝ່ລາວ ພ້ອມນັ້ນ ກໍໄດ້ຈັດໃຫ້ນ້ອງນັກຮຽນຍ່າງເດີນແບບ ແລະ ສະແດງສິລະປະຕ່າງໆ ເຊິ່ງການຈັດກິດຈະກຳໃນຄັ້ງນີ້ແນ່ໃສ່ສືບສານປະເພນີບຸນປີໃໝ່ລາວ ທັງເປັນການສົ່ງເສີມນ້ອງນັກຮຽນໄດ້ຮຽນຮູ້ຜ່ານກິດຈະກຳຕ່າງໆໂດຍສະເພາະແມ່ນວັດທະນະທຳລາວໃນການຫຼີ້ນບຸນປີໃໝ່ລາວລວມທັງການນຸ່ງຖືຕ່າງໆ ນອກຈາກນັ້ນຍັງເປັນການສ້າງຄວາມກ້າຫານໃນການກ້າສະແດງອອກໂດຍຜ່ານກິດຈະກຳປະກອບກັບການຮຽນ-ການສອນໃນຫ້ອງຮຽນຕື່ມອີກ. ໂຮງຮຽນລ້ຽງເດັກ-ອະນຸບານ ປະຖົມວົງຄຳສີ ສ້າງຕັ້ງມາໄດ້ 20 ກວ່າປີ ເຊິ່ງໂຮງຮຽນແຫ່ງນີ້ໄດ້ວາງເປົ້າໝາຍພັດທະນາເດັກ ສິດສອນເດັກໃຫ້ເດັກ ອ່ານອອກ ຂຽນເປັນ ແລະ ສາມາດຄິດໄລ່ໄດ້ ເຊິ່ງເປັນພື້ນຖານຫຼັກຂອງລະບົບສາມັນໂດຍພັດທະນາເດັກນ້ອຍໄດ້ຮຽນຮູ້ຜ່ານກິດຈະກຳ ປະສົບການຕົວຈິງຜ່ານການຫຼີ້ນຕ່າງໆເລີ່ມແຕ່ອະນຸບານຈົນເຖິງຊັ້ນປະຖົມ ປັດຈຸບັນໂຮງຮຽນຂອງພວກເຮົາມີ 3 ຂັ້ນຄື ຂັ້ນລ້ຽງເດັກ ອະນຸບານ ແລະ ປະຖົມ ມີຄູ-ອາຈານ 34 ຄົນ  ມີນັກຮຽນຊັ້ນປະຖົມ 218 ຄົນ ອະນຸບານ 150 ຄົນ ໄລຍະຜ່ານມາໄດ້ມີຜົນງານພົ້ນເດັ່ນເຊິ່ງນັກຮຽນສາມາດເສັງໄດ້ນັກຮຽນເກ່ງໃນຫຼາຍລະດັບ ແລະ ໄດ້ຮັບເປັນໂຮງຮຽນປອດຢາເສບຕິດ ໂຮງຮຽນຂຽວສິ່ງແວດລ້ອມດີ ແລະ ໃນຕໍ່ໜ້າແມ່ນຈະສ້າງໃຫ້ໂຮງຮຽນກາຍເປັນໂຮງຮຽນຕົວແບບຄຸນນະພາບ ນອກຈາກນັ້ນ ການສອບເສັງເລື່ອນຂັ້ນ ເລື່ອນຊັ້ນແມ່ນບັນລຸຕາມເປົ້າໝາຍໃນທຸກໆສົກຮຽນ ສຳລັບສົກຮຽນນີ້ຄາດວ່າໃຫ້ບັນລຸໄດ້ຫຼາຍກວ່າ 90%. Share:FacebookTwitter
ໂຮງຮຽນປະຖົມວົງຄຳສີສ້າງການຮຽນຮູ້ຜ່ານກິດຈະກຳ
https://v2.vientianemai.net/archives/56928
ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພ.ສ. 2565 ແລະ ຕ້ອນຮັບປີໃໝ່ ພສ 2566 ທີ່ຈະມາເຖິງນີ້ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກໄທ ໄດ້ຈັດພິທີບາສີສູ່ຂວັນ ແລະ ສະເຫຼີມສະຫຼອງເນື່ອງໃນໂອກາດດັ່ງກ່າວຂຶ້ນວັນທີ 10 ເມສາ 2023 ໂດຍໄດ້ຮັບກຽດເປັນຢ່າງສູງຈາກ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບຣັດຣາຊະສຸດາ ສະ ຫຍາມບໍຣົມຣາຊະກຸມ ມາຣີ ເປັນປະທານກິດຕິມະສັກ ມີ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນ ຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ທ່ານ ດອນ ປຣະມັດວິໄນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດແຫ່ງ ຣາຊະອານາຈັກໄທ ລວມທັງບັນດາພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍລາວ ແລະ ໄທ ເຂົ້າຮ່ວມຢ່າງຟົດຟື້ນຕາມປະເພນີທີ່ເຄີຍປະຕິບັດຜ່ານມາ. ໃນໂອກາດອັນມີຄວາມໝາຍ ແລະ ສໍາຄັນດັ່ງກ່າວ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ກ່າວວ່າ: ບຸນປີໃໝ່ລາວ ຫຼື ບຸນກຸດສົງ ການແມ່ນບຸນສໍາຄັນທີ່ປະຊາຊົນສອງຊາດລາວ ແລະ ໄທ ໄດ້ສືບທອດປະຕິບັດມາແຕ່ບູຮານນະການ ເຊິ່ງປີ ພສ 2566 ກົງ ກັບປີເຖາະ ຫຼື ປີກະຕ່າຍ ທີ່ມີຄວາມໝາຍເຖິງຄວາມຈະເລີນຮຸ່ງເຮືອງ ຄວາມສະຫງົບສຸກ ແລະ ຄວາມສຸກໂຊກດີ ແລະ ການຈັດພິທີສະເຫຼີມ ສະຫຼອງ ຢູ່ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ລາຊະອານາຈັກໄທໃນຄັ້ງນີ້ ແມ່ນ ຈັດຂຶ້ນພາຍຫຼັງທີ່ບໍ່ໄດ້ຈັດມາເປັນເວລາ 3 ປີ ເນື່ອງຈາກການແຜ່ລະບາດຂອງພະຍາດ ໂຄວິດ-19 ແລະ ຖືວ່າການຈັດງານ ໃນຄັ້ງນີ້ເປັນໂອກາດອັນດີໃນການພົບປະສັງສັນ ແລະ ອວຍພອນເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ແລະ ພະນັກ ງານ-ລັດຂອງລາວ-ໄທ ທີ່ເປັນປະເທດບ້ານໃກ້ເຮືອນຄຽງທີ່ມີຮີດຄອງປະເພນີ ແລະ ວັດທະນະທໍາທີ່ຄ້າຍຄືກັນໄດ້ພົບປະສັງ ສັນ ແລະ ອວຍພອນ ເຊິ່ງກັນ ແລະ ກັນ ພ້ອມນັ້ນ ສິ່ງທີ່ເປັນພິເສດຢ່າງຍິ່ງແມ່ນການສະແດງເຖິງຄວາມປິຍິນດີຕໍ່ພະຫາກະ ລຸນາທິຄຸນຂອງ ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມມາຣີ ຕໍ່ ສປປ ລາວ ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ຕາງໜ້າໃຫ້ແກ່ບັນດາແຂກທີ່ມີກຽດເຂົ້າຮ່ວມງານໃນຄັ້ງນີ້ຖວາຍພະພອນ ເນື່ອງໃນວັນຄ້າຍວັນພະຣາຊະສົມພົບ ຄົບຮອບ 68 ພັນສາ ຂອງສົມເດັດ ພະກະນິດ ຖາທິຣາດເຈົ້າ ກົມສົມເດັດພະເທບຣັດ ຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ທີ່ຫາກໍ່ຜ່ານພົ້ນໄປເມື່ອບໍ່ດົນມານີ້ (2 ເມສາ 1955) ຈົ່ງມີພະກະເສມສຳລານ ມີ ພະລານາໄມສົມບູນ ແລະ ເປັນຮົ່ມໂພຮົ່ມໄຊໃກ້ແກ່ການເພີ່ມທະວີສາຍພົວພັນມິດຕະພາບຂອງສອງປະເທດ ລາວ ແລະ ໄທ ຖານບ້ານໃກ້ເຮືອນຄຽງທີ່ດີໃຫ້ໄດ້ຮັບການພັດທະນາ ແລະ ໝັ້ນຄົງທະນົງແກ່ນຍິ່ງໆຂຶ້ນ ເພື່ອຄວາມຈະເລີນຮຸ່ງເຮືອງ ຄວາມສະຫງົບສຸກ ໃນຊຸມປີຂ້າງໜ້າ. ໂອກາດດຽວກັນນີ້ ທ່ານ ເອກອັກຄະລັດຖະທູດ ຄໍາພັນ ອັ່ນລາວັນ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທຸກພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນຂອງ ສປປ ລາວ ແລະ ຣາຊະອານາຈັກໄທທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນໃນການ ຈັດງານສະເຫຼີມສະຫຼອງບຸນປີໃໝ່ໃນຄັ້ງນີ້ ທ່າມກາງ ບັນຍາກາດທີ່ສອງຊາດ ໄດ້ຍົກລະດັບສາຍພົວພັນມິດຕະພາບຂອງປະ ເທດຂຶ້ນເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງດ້ວຍບັນຍາກາດອັນອົບອຸ່ນ ເບີກບານມ່ວນຊື່ນ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມ. Share:FacebookTwitter
ສະຖານທູດລາວທີ່ບາງກອກຈັດພິທີ ສະເຫຼີມສະຫຼອງປີໃໝ່ລາວ ພສ 2566
https://v2.vientianemai.net/archives/56938
ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການພະລັງງານແສງຕາເວັນ ມີກຳລັງຕິດຕັ້ງ 1.000 MW ກັບ ບໍລິສັດໄຊຊະນະພະລັງງານ  ໂຄງ​ການ​ດັ່ງ​ກ່າວ​ຕັ້ງຢູ່ເຂດບ້ານນາຢອງ ບ້ານປາກປູນ ເມືອງລະມາມ ແຂວງ​ເຊກອງ ກວມເອົາເນື້ອທີ່ກວ່າ 1.000 ເຮັກຕາ ເຊິ່ງຈະໃຊ້ລົງປະມານທັງໝົດ 1.200 ລ້ານໂດລາສະຫະລັດ ຫຼື ປະມານ 20.652 ຕື້ກີບ.      ທ່ານ ໄຊພອນ ວິຊາເທບ ຕ່າງໜ້າໃຫ້ ບໍລິສັດໄຊຊະນະພະລັງງານ ໄດ້ກ່າວເຖິງຄວາມພາກພູມໃຈ ແລະ ຂໍຂອບໃຈມາຍັງການນໍາພັກລັດທຸກຂັ້ນ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງທັງໝົດ ໄດ້ລາຍງານເຖິງໂຄງການວ່າ: ໂຄງການໄຟຟ້າແສງຕາເວັນ ທີ່ຈະພັດທະນາຂຶ້ນມາໃໝ່ນີ້ ມີກໍາລັງຕິດຕັ້ງ 1.000 MW ມີເນື້ອທີ່ດິນທີ່ໄດ້ຮັບການອະນຸຍາດໃຫ້ສຶກສາສໍາຫຼວດ ປະມານ 1.152 ເຮັກຕາ ຄາດວ່າຈະມີການລົງທຶນທັງໝົດ ປະມານ 1.200 ລ້ານໂດລາ ໂດຍຈະພັດທະນາເປັນແຫຼ່ງພະລັງງານໄຟຟ້າຂະໜາດໃຫຍ່ ເພື່ອສົ່ງອອກໄປຍັງປະເທດໃກ້ຄຽງ ເຊັ່ນ: ສສ ຫວຽດນາມ ກໍາປູເຈຍ ແລະ ປະເທດໄທ ແລະ ຍັງຈະສຶກສາທ່າແຮງໃນການສົ່ງອອກໄປຍັງປະເທດສິງກະໂປ ເພາະວ່າເມື່ອບໍ່ດົນມານີ້ ສປປ ລາວ ຂອງພວກເຮົາ ກໍໄດ້ມີການເຊັນ MOU ກັບປະເທດສິງກະໂປ ວ່າດ້ວຍການຮ່ວມມືດ້ານພະລັງງານ ລະຫວ່າງ ສອງປະເທດ ເຊິ່ງເຫັນວ່າ ບັນດາປະເທດ ທີ່ພວກຂ້າພະເຈົ້າ ມີເປົ້າໝາຍສົ່ງອອກພະລັງງານໄປນັ້ນ ລ້ວນແລ້ວແຕ່ເປັນປະເທດມີຄວາມຕ້ອງການພະລັງງານໄຟຟ້າສູງ ເພື່ອພັດທະນາດ້ານອຸດສາຫະກໍາພາຍໃນປະເທດ ທີ່ຈັງຫວະການຂະຫຍາຍຕົວໄວ.       ທ່ານ ໄຊພອນ ວິຊາເທບ ກ່າວຕື່ມວ່າ: ຖ້າຫາກໂຄງການນີ້ ໄດ້ຮັບການພັດທະນາໃນອະນາຄົດ ຈະສ້າງໂອກາດ ແລະ ເງື່ອນໄຂອັນດີ ໃຫ້ແກ່ ລັດຖະບານ ແລະ ທ້ອງຖິ່ນ ໃນຫຼາຍໆ ເນື່ອງໃນໂອກາດປີໃໝ່ລາວ ພສ 2566 ທີ່ຈະມາເຖິງນີ້ ທ່ານຍັງອວຍພອນປີໃໝ່ແກ່ບັນດາແຂກຜູ້ມີກຽດທັງຫຼາຍທີ່ເຂົ້າຮ່ວມພິທີໃນຄັ້ງນີ້.      ການລົງນາມບົດບັນທຶກດັ່ງກ່າວຈັດຂຶ້ນໃນວັນທີ 11 ເມສາ 2023 ທີ່ກະຊວງແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ  ຕາງໜ້າໃຫ້ລັດຖະບານໂດຍ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດ ຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ຕາງໜ້າໃຫ້ບໍລິສັດໄຊຊະນະພະລັງງານ ໂດຍ ທ່ານ ໄຊພອນ ວິຊາເທບ ເຂົ້າຮ່ວມເປັນສັກຂີພິຍານມີ ທ່ານ ປອ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ນອກນັ້ນ ຍັງມີຫົວໜ້າຫ້ອງການ ບັນດາຫົວໜ້າກົມ ແລະ ບັນດາຫົວໜ້າພະແນກການຈາກແຂວງເຊກອງ ເຂົ້າຮ່ວມຢ່າງພ້ອມພຽງ. Share:FacebookTwitter
ລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການໄຟຟ້າແສງຕາເວັນ ກຳລັງຕິດຕັ້ງ 1.000 MW
https://v2.vientianemai.net/archives/56950
ບໍລິສັດ ມະນີຍົມ ກຣຸບ ຕົວແທນຈຳໜ່າຍເປັນທາງການລົດ ກີລີ້ ລາວ ແນະນຳລົດຮຸ່ນໃໝ່ 7 ບ່ອນນັ່ງ ແບບ Mild Hybrid “Geely Okavango” ເຊິ່ງເປັນລົດ MPV ມາພ້ອມກັບມໍເຕີໄຟຟ້າ 48V EMS ທີ່ຊ່ວຍເພີ່ມກໍາ ແຮງຂອງເຄື່ອງຈັກ ແລະ ຊ່ວຍໃນການປະຢັດ ເພື່ອຕອບສະໜອງກຸ່ມລູກ ຄ້າແບບຄອບຄົວ ລົດນຳທ່ຽວ ຫຼື ນຳໃຊ້ໃນຫ້ອງການ ເມື່ອບໍ່ດົນມານີ້ ຢູ່ນະ ຄອນຫຼວງວຽງຈັນ.    ຮູບລັກພາຍນອກໂດຍລວມຂອງ Geely Okavango ມີຄວາມໂດດເດັ່ນ ສວຍງາມ ກະຈັງໜ້າທີ່ມີເອກະ ລັກພິເສດ ພ້ອມດ້ວຍໂລໂກ້ ກີລີ້ ແລັກ ຫຼັງຄາລົດ ສາມາດແຕ່ງເຕີ່ມໄວ້ໃສ່ເຄື່ອງໄດ້ ແວ່ນຂາຍມີຄວາມພິເສດ ເຊັ່ນ: ປັບພັບດ້ວຍລະບົບໄຟຟ້າ ຄວາມຮ້ອນໃນການລະລາຍໝອກ ແລະ ມີກ້ອງ 360 ອົງສາ ລໍ້ແມັກຂະໜາດ 18 ນິ້ວ ມາພ້ອມກັບຢາງ Continental UC ຄຸນະພາບສູງ ປະຕູຫຼັງກົດປິດ-ເປີດດ້ວຍລະບົບໄຟຟ້າ ເຄື່ອງຈັກ 1.5L Turbocharged ມີຄວາມແຮງສູງເຖິງ 190 ແຮງມ້າ ແລະ ແຮງບິດສູງເຖິງ 300 ນິວຕັນ ແມັດ ເຊິ່ງພັດທະນາໂດຍພະແນກ R&D ລະດັບໂລກ ແລະ ນຳໃຊ້ທົ່ວໂລກ ທີມງານ Volvo ທີ່ເປັນລົດຫຼູຈາກຊູແອັດ ອັດຕາສິ້ນເປຶອງ ສະເລ່ຍ 15 ກິໂລແມັດຕໍ່ລິດ ເຊິ່ງຖືວ່າປະຢັດສຸດໆທຽບໃສ່ ຮຸ່ນດຽວກັນ ລະ ບົບເກຍ 7 ຄາດແບບຄູ່ ມາດຕະຖານ Volvo 100% ສາ ມາດປ່ຽນເກຍໄດ້ ໄວ ແມ່ນຍ້ຳ ແລະ ປະຢັດນ້ຳມັນ 20% ລະບົບຄາດມາດຕະ ຖານກີລີ້ ໃຊ້ງານ ໄດ້ເຖິງ 350.000 ກິໂລແມັດ ລະບົບມໍເຕີໄຟຟ້າ 48V EMS ເຊິ່ງຊ່ວຍປະຢັດ ນໍ້າມັນ ເພີ່ມຄວາມແຮງຂອງເຄື່ອງຈັກ ເພີ່ມຄວາມໄວ ຄວາມງຽບ ແລະ ຄວາມສະມູດຂອງເຄື່ອງຈັກ ມີໂໝດການຂັບຂີ່ 3 ຮູບ ແບບ ຄື: Eco Comfort ແລະ Sport modes ໜ້າຈໍສຳຜັດຂະໜາດ 10,25 ນິ້ວ ມີລະບົບ EPB ກະຈ່າຍແຮງເບກໃຫ້ ທັງ 4 ລໍ້ເທົ່າໆກັນ ແລະ Autohold ຊ່ວຍຍ້ຳເບກ ໃນກໍ ລະນີຈອດ ບໍ່ຈຳເປັນຕ້ອງຢຽບເບກຄ້າງໄວ້ ເວລາອອກ ໂຕກໍພຽງແຕ່ ຢຽບຄັນເລັ່ງ.      ເບາະທັງໝົດ 3 ຕອນ ແບບ VIP ກວ້າງຂວາງ ເປັນເບາະແບບແຍກອິດສະ ລະທັງ 7 ເບາະ ລະບົບແອເປັນແບບປັບແຍກ 3 ໂຊນ ພື້ນທີ່ເກັບເຄື່ອງດ້ານ ຫຼັງ 257 ລິດ ຖ້າພັບຕອນທີ 3 ມີພື້ນທີ່ 1.200 ລິດ ແລະ ຖ້າພັບຕອນ 2 ແລະ ຕອນ 3 ມີພື້ນທີ່ 2.050 ລິດ ເຊິ່ງເບາະສາມາດປັບພັບໄດ້ຫຼາຍຮູບ ແບບຕາມກິດຈຳກຳຂອງລູກຄ້າ ກ້ອງມຸມມອງ 360 ອົງສາ ເຫັນທົ່ວໂຕ ລົດພ້ອມເຊັນເຊີໜ້າຫຼັງ ມາພ້ອມກັບລະບົບຄວາມປອດໄພຫຼ້າສຸດ BOSCH 9.3 ເບຣກ ABS EBD ລະບົບກະຈາຍແຮງເບຣກ CBC ຄວບຄຸມ ເບກເວລາເຂົ້າໂຄ້ງ HHC ລະບົບຊ່ວຍເພີ່ມຄວາມໄວເວລາຂຶ້ນພູ VDC ລະ ບົບຊ່ວຍຄວາມສະຖຽນຂອງໂຕລົດ TCS ລະບົບປ້ອງກັນລໍ້ຟຣີ RMI ລະບົບ ປ້ອງກັນລົດປີ້ນຫຼັງຈາກເຂົ້າໂຄ້ງ HBA ລະບົບຊ່ວຍເບຣກໄຮໂດຣລິກ HDC ລະບົບຊ່ວຍຫຼຸດຄວາມໄວເວລາລົງພູ ລະບົບເບຣກໄດນາມິກຊ່ວຍປັບເບຣກ ໃນກໍລະນີເບຣກສຸກເສີນ ແລະ ລະບົບປັບສົມດູນຜ້າເບຣກອັດຕະໂນມັດ ມີ ຖົງລົມນິລະໄພ 6 ຈຸດ ຈຸດດ້ານຂ້າງຈະຢາວຮອບໂຕລົດ ກອງອາກາດມາດ ຕະຖານ CN95 ກັນຝຸ່ນ PM 2.5 ເຊິ່ງບັນດາທ່ານທີ່ສົນໃຈສາມາດເຂົ້າມາ ເບິ່ງລົດຕົວຈິງແລະ ທົດລອງຂັບໄດ້ທີ່ສູນກີລີ້ ລາວ ບ້ານສີດຳດວນ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ໂທ 020 79998000. Share:FacebookTwitter
ກີລີ້ ລາວ ແນະນໍາລົດໃໝ່ 7 ບ່ອນນັ່ງ ພະລັງງານທາງເລືອກ Mild hybrid ທີ່ປະຢັດນ້ຳມັນ
https://v2.vientianemai.net/archives/56955
ປະເພນີບຸນປີໃໝ່ລາວເປັນປະເພນີທີ່ສືບທອດກັນມາແຕ່ບູຮານນະການເພື່ອເປັນການຮັກສາຮີດຄອງປະເພນີວັດທະນະທຳອັນດີງາມນີ້ໄວ້ໃຫ້ຄົງຢູ່ກັບຊາວລາວຕະຫຼອດໄປບັນດາການນຳພັກ-ລັດ ປູ່ຍ່າຕາຍາຍ ຜູ້ເຖົ້າ ຜູ້ແກ່ ພໍ່ແມ່ຜູ້ປົກຄອງໄດ້ພ້ອມ ກັນນຳພາລູກຫຼານສືບສານປະເພນີບຸນປີໃໝ່ລາວ. ທ່ານ ນາງ ອຳມະໂນລົດ ອິນທະວົງ ໄດ້ໃຫ້ສຳພາດວ່າ: ໃນໂອກາດສະເຫຼີມສະຫຼອງບຸນປີໃໝ່ລາວມື້ທຳອິດ ກົງກັບວັນທີ 14 ເມສາ 2023 ກໍໄດ້ມີໂອກາດເຂົ້າມາຄາລະວະພະເຈົ້າໃຫຍ່ອົງຕື້ຮ່ວມກັບການນຳຂັ້ນສູງ ນຳໂດຍ ທ່ານ ທອງລຸນ ສີສຸລິດ ປະ ທານປະເທດ ເຊິ່ງຂ້າພະເຈົ້າມີຄວາມພາກພູມໃຈຫຼາຍທີ່ໄດ້ມາຮ່ວມສືບສານປະເພນີໃນຄັ້ງນີ້ ການໄດ້ເຂົ້າມາຄາລະວະກາບ ໄຫວ້ ຫົດສົງພະເຈົ້າໃຫຍ່ອົງຕື້ຖືເປັນປະເພນີໜຶ່ງທີ່ສຳຄັນທີ່ປະຕິບັດສືບທອດກັນມາແຕ່ສະໄໝພະເຈົ້າໄຊເສດຖາທິລາດ. ເພື່ອເປັນການຮັກສາຮີດຄອງປະເພນີບຸນປີໃໝ່ລາວ ໃນນາມເປັນພໍ່ແມ່ຜູ້ປົກຄອງ ກໍໄດ້ນຳພາລູກຫຼານສືບສານປະເພນີບຸນປີ ໃໝ່ລາວໂດຍໃນມື້ທຳອິດແມ່ນໄດ້ນຳພາລູກຫຼານເອົາພະພຸດທະຮູບທີ່ປົກປັກຮັກສາຢູ່ພາຍໃນເຮືອນຂອງຕົນລົງເພື່ອຫົດສົງ ຫຼັງຈາກນັ້ນກໍໄດ້ອອກມາຫົດສົງພະພຸດທະຮູບຢູ່ຕາມວັດວາອາຣາມຕ່າງ ໃນຕອນແລງກໍເຮັດພິທີທາງສາສະໜາສັກອະນິຈາ ທາດຜູ້ເປັນພໍ່ ຫຼັງຈາກນັ້ນລູກຫຼານກໍໄດ້ເຕົ້າໂຮມກັນເພື່ອມາສົມມາພໍ່ແມ່ ເພື່ອຂໍຄຳມາລາໂທດ ແລະ ຂໍພອນອັນປະເສີດ ຈາກພໍ່ແມ່ . ທ່ານ ນາງ ອຳມະໂນລົດ ອິນທະວົງໄດ້ກ່າວຕື່ມວ່າ: ການສະເຫຼີມສະຫຼອງບຸນປີໃໝ່ລາວປີນີ້ແມ່ນມີບັນຍາກາດທີ່ຟົດຟື້ນ ຖ້າທຽບໃສ່ປີຜ່ານໆມາເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ທາງພັກ-ລັດຈຶ່ງໄດ້ຈັດໃຫ້ມີພຽງແຕ່ປະເພນີ ທາງສາສະໜາ ແຕ່ມາຮອດປີນີ້ການລະບາດຂອງພະຍາດນີ້ໄດ້ຫຼຸດລົງພັກ-ລັດຖະບານຈຶ່ງໄດ້ອະນຸຍາດໃຫ້ຈັດງານສະເຫຼີມ ສະຫຼອງບຸນປີໃໝ່ລາວດ້ວຍຫຼາຍກິດຈະກຳເພື່ອເປັນການສືບສານປະເພນີ ທັງເປັນການດຶງດູດນັກທ່ອງທ່ຽວ. ໃນໂອກາດວາລະປີໃໝ່ນີ້ ຂໍອວຍພອນໃຫ້ການນຳພັກ-ລັດ ແລະ ຊາວລາວທົ່ວປະເທດຈົ່ງມີແຕ່ຄວາມສຸກ ຄວາມຈະເລີນ ສຸຂະພາບແຂງແຮງກັນທົ່ວໜ້າ. Share:FacebookTwitter
ຊາວນະຄອນຫຼວງສືບສານປະເພນີບຸນປີໃໝ່ລາວ
https://v2.vientianemai.net/archives/56961
ໃນໄລຍະສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ລາວ ພສ.2566 ເລີ່ມແຕ່ວັນທີ 11-17 ເມສາ 2023 ທົ່ວປະເທດມີອຸບັດເຫດເກີດຂຶ້ນກວ່າ 300 ກໍລະນີ ເສຍຊີວິດເຖິງ 35 ຄົນ.     ທ່ານ ພັນເອກ ຄຳເຫຼັກ ໄຊຍະສິດ ຮອງກົມຕຳຫຼວດຈະລາຈອນ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນມີ 19 ເມສາ ກ່ຽວກັບສະ ພາບການເກີດອຸປະຕິ ເຫດ ທົ່ວປະເທດ ໃນໄລຍະສະເຫຼີມສະ ຫຼອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ລາວ ພສ.2566 ວ່າ:     ໃນໄລຍະງານບຸນດັ່ງກ່າວທົ່ວປະເທດມີອຸບັດຕິເຫດເກີດທັງໝົດ 342 ກໍລະນີ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 30 ກໍລະນີ ພາຫະນະເປ່ເພ 589 ຄັນ ເພີ່ມຂຶ້ນ 44 ຄັນ ຄົນຜູ້ໄດ້ຮັບບາດເຈັບ 611 ຄົນ ເພີ່ມຂຶ້ນ 59 ຄົນ ແລະ ມີ ຄົນເສຍຊີວິດຈຳນວນ 35 ຄົນ ຍິງ 6 ຄົນ ທຽບໃສ່ປີຜ່ານມາ ຄົນເສຍຊີວິດເທົ່າເດີມ 35 ຄົນ.     ແຂວງທີ່ມີອຸປະຕິເຫດເກີດຂຶ້ນຫຼາຍ ແມ່ນແຂວງຈຳປາສັກເກີດຂຶ້ນ 53 ກໍລະນີ ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນເກີດຂຶ້ນ 33 ກໍລະນີ ສ່ວນແຂວງທີ່ມີຄົນເສຍຊີວິດຫຼາຍ ນະຄອນຫຼວງວຽງຈັນ 7 ຄົນ ແຂວງສະຫວັນນະເຂດ 5 ຄົນ ແລະ ແຂວງບໍລິຄຳໄຊ 4 ຄົນ.    ສຳລັບ ເສັ້ນທາງທີ່ເກີດອຸປະຕິເຫດ ມີເສັ້ນທາງເລກທີ 13 ເໜືອເກີດຂຶ້ນ 33 ກໍລະນີ ເສຍຊີວິດ 5 ຄົນ ເສັ້ນທາງເລກທີ 13 ໃຕ້ 38 ກໍລະນີ ເສຍຊີວິດ 8 ຄົນ ເສັ້ນທາງຂອງແຂວງ 104 ກໍລະນີ ເສຍ ຊີວິດ 4 ຄົນ ເສັ້ນທາງຂອງເມືອງ 147 ກໍລະນີ ເສຍຊີວິດ 16 ຄົນ ແລະ ເສັ້ນທາງຮ່ວມເກີດຂຶ້ນ 22 ກໍລະນີ ເສຍຊີວິດ 2 ຄົນ.    ສະເພາະ 3 ວັນຂອງບຸນປີໃໝ່ລາວ ພສ.2566 (14-16 ເມສາ 2023) ທົ່ວປະເທດມີອຸປະຕິເຫດເກີດ ຂຶ້ນທັງໝົດ 194 ກໍລະນີ ເພີ່ມຂຶ້ນ 13 ກໍລະນີ ມີພາຫະນະເປ່ເພ 337 ຄັນ ເພີ່ມຂຶ້ນ 11 ຄັນ ຄົນຜູ້ໄດ້ຮັບບາດເຈັບ 348 ຄົນ ເພີ່ມຂຶ້ນ 32 ຄົນ ແລະ ມີຄົນເສຍຊີວິດຈຳນວນ 18 ຄົນ ຍິງ 2 ຄົນ ທຽບໃສ່ ປີຜ່ານມາ ຄົນເສຍຊີວິດແມ່ນຫຼຸດລົງ 7 ຄົນ. Share:FacebookTwitter
ປີໃໝ່ລາວປີນີ້ 7 ວັນ ທົ່ວປະເທດມີອຸປະຕິເຫດເກີດຂຶ້ນ 342 ກໍລະນີ ໃນນີ້ ເສຍຊີວິດ 35 ຄົນ
https://v2.vientianemai.net/archives/56968
ຊົນ​ຊັ້​ນ​ກຳ​ມ​ະ​ກອນ ເປັນ​ກຳ​ລັງ​ແຮງ​ທີ່​ສຳ​ຄັນ​ປະ​ກອບ​ສ່ວ​ນ​ເຂົ້​າໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໃນຫຼາຍ​ສ​ະ​ຕະ​ວັ​ດ​ຜ່ານ​ມາ ແຕ່​ການ​ອອກ​ແຮງ​ງານ​ຂອງ​ເຂົາ​ເຈົ້າ​ຖືກ​ກົດ​ຂີ່​ຂົ່ມ​ເຫງ​ຈາກ​ໜາຍ​ທຶນ ເຮັດ​ໃຫ້​ເກີດ​ມີ​ຂະ​ບວນ​ການ​ຕໍ່​ສູ້​ເພື່ອ​ຍ​າດ​ເອົາ​ຄວາມ​ຍຸ​ຕິ​ທຳ​ມາ​ໃຫ້​ຊົນ​ຊັ້ນ​ຊາວ​ຜູ້​ອອກ​ແຮງ​ງານ ຈົນ​ເຖິງວັນ​ທີ 1 ເດືອນພຶດສະພາຶປີ 1889 ກອງ​ປະຊຸມ​ພັກ​ກອມ​ມູນິດ​ສາກົນ​ຄັ້ງ​ທີ II ​ໄດ້​ເປີດ​ຂຶ້ນ​ຢູ່​ນະຄອນຫຼວງປາຣີ (ປະ​ເທດ​ຝຣັ່ງ) ມີຜູ້ແທນເຂົ້າຮ່ວມກອງປະຊຸມທັງ​ໝົດ 393 ຄົນ ​ມາ​ຈາກ 22 ປະ​ເທດ​ເອີ​ຣົບ ອາ​ເມຣິລິ​ກາ ​ແລະ ອາກຊັງ​ຕິນ ທີ່ປະຊຸມ​ໄດ້​ຜ່ານ​ໂຄງການ​ດຳ​ເນີນ​ງານ​ສຳຄັນ​ຄື: ຊົນ​ຊັ້ນ​ກຳມະກອນ​ສາມັກຄີ​ຕໍ່ສູ້​ເພື່ອ​ປະຕິບັດ​ຄຳ​ຂວັນ “ມື້ໜຶ່ງ​ເຮັດ​ວຽກ 8 ຊົ່ວ​ໂມງ ​ແລະ ກຳນົດ​ເອົາວັນ​ທີ 1 ພຶດສະພາ 1886 ​ເປັນ​ວັນ​ກຳມະກອນ​ສາ ກົນ” ນັບ​​ແຕ່​ນັ້ນ​ມາ “ວັນ​ທີ 1 ​ເດືອນ ພຶດສະພາ ຂອງ​ທຸກໆ​ປີ ຈຶ່ງ​ໄດ້​ກາຍ​ເປັນ​ວັນ​ບຸນ​ໃຫຍ່​ຂອງ​ຊົນ​ຊັ້ນ​ກຳມະກອນ​ໃນທົ່ວ ໂລກ”. ທ່ານ​ ນາງ ອາ​ລິ​ຍາ​ວັນ ອັກ​ຄະ​ວົງ ຮອງປະທານ ສູນກາງສະຫະພັນກໍາມະບານລາວ ໄດ້​​ຖະ​ແຫຼງ​ຂ່າວ​ກ່ຽວ​ກັບມູນເຊື້ອປະ ຫວັດຄວາມເປັນມາຂອງວັນກໍາມະກອນສາກົນ​ ເນື່ອງໃນໂອກາດທີ່​ວັນກໍາມະກອນສາກົນ ຈະໝູນວຽນມາຄົບຮອບ 137 ປີ 1 ພຶດ​ສະ​ພາ (1886-1 ພຶດ​ສະ​ພາ 2023) ວ່າ: ຄື​ດັ່ງ​ພວກ​ເຮົາຮັບ​ຮູ້​ນໍາ​ກັນ​​ແລ້ວ​ວ່າ ຊົນ​ຊັ້ນ​ກຳມະກອນ​ສາກົນ​ແມ່ນ​ໄດ້​ກໍ​າເນີ​ດ​ເກີດຂຶ້ນ​​ໃນ​ທ້າຍ​ສະຕະວັດ​ທີ XVIII ຫາ​ຕົ້ນ​ສະຕະວັດ​ທີ XIX ຫຼາຍ​ປະ​ເທດ​ໃນ​ທະວີບ​ເອີ​ຣົບ ​ແລະ ອາ​ເມ​ຣິ​ກາ​ໄດ້​ສຳ​ເລັດ​ການ ໂຄ້ນ​ລົ້ມ​ລະບອບ​ສັກ​ດີ​ນາ ​ແລະ ສ້າງ​ຕັ້ງ​ລະບອບ​ນາຍທຶນ​ຂຶ້ນ​ແທນ ພາຍ​ໃຕ້ການ​ປົກຄອງ​ຂອງ​ພວກ​ນາຍທຶນ​ ຊົນ​ຊັ້ນ​ກຳມະ ກອນ​ຖືກ​ກົດ​ຂີ່​ຂູດ​ຮີດ​ນັບ​ມື້​ຍິ່ງ​ໜັກໜ່ວງ ​​ອອກ​ແຮງ​ງານ​ສຸດ​ທີ່​ລຳບາກ ​ແລະ ມີ​ຄວາມ​ສ່ຽງສູງຕໍ່ຊີວິດ​ເນື່ອງ​ຈາກ​ລະບົ​ບປ້ອງ​ກັນ​ໄພ​ຂອງ​ເຄື່ອງຈັກ​ໃນ​ເວລາ​ນັ້ນ​ຍັງ​ບໍ່​ທັນ​ມີ ນາຍທຶນ​ນັບ​ມື້​ເພີ່ມ​ທະວີ​ການກົດ​ຂີ່​ຂູ​ດຮີດ ບັງຄັບ​ຂົ່ມ​ເຫັງ​ໃຫ້​ກຳມະກອນ​ອອກ​ແຮງ​ງານ​ໂດຍ​ບໍ່​ມີເວລາພັກຜ່ອນ ມື້ໜຶ່ງ​ເຮັດ​ວຽກ 14-15 ຊົ່ວ​ໂມງ​ ອອກ​ແຮງ​ງານ​ໜັກ​ແຕ່​ຄ່າ​ແຮງ​ງານ​ພັດຕໍ່າ ບໍ່​ມີການ​ປ້ອງ​ກັນ​ສຸຂະພາບ ​ແລະ ຄວາມ​ປອດ​ໄພ​ແຮງ​ງານ​ໃນ​ສະຖານ​ທີ່​ເຮັດ​ວຽກ​ ບໍ່​ໄດ້​ເອົາ​ໃຈ​ໃສ່​ກ່ຽວ​ກັບ​ສະຫວັດດີ​ການ-ສັງຄົມ​ ຈຶ່ງ​ພາ​ໃຫ້​ເກີດ​ມີ​ຂໍ້​ຂັດ​ແຍ່ງ​ຂຶ້ນ ​ແລະ ຂໍ້​ຂັດ​ແຍ່ງ​ດັ່ງກ່າວ​ນັບ​ມື້​ນັບ​ຮຸນ​ແຮງຂຶ້ນ​ເລື້ອຍໆ ຊົນ​ຊັ້ນ​ກຳມະກອນ ​ແລະ ຊາວ​ຜູ້​ອອກ​ແຮງ​ງານ​ຈຳ​ເປັນ​ຈຶ່ງ​ໄດ້​ຈັດ​ຕັ້ງ​ກັນເປັນ​ກຸ່ມ ​ເປັນ​ຂະ​ບວນ​ເພື່ອລຸກ​ຮື​ຂຶ້ນ​ຕໍ່ສູ້​ກັບ​ຊົນ​ຊັ້ນ​ນາຍທຶນ ທວງ​ໃຫ້​ພວກ​ນາຍທຶນ​ເພີ່ມ​ເງິນ​ເດືອນ ​ແລະ ຫຼຸດຜ່ອນ​ຊົ່ວ​ໂມງ​ເຮັດ​ວຽກ​ລົງ ຂະ​ບວນການ​ຕໍ່ສູ້​ຄັ້ງ​ທຳ​ອິດ​ແມ່ນ​ຢູ່​ປະ​ເທດອັງກິດ​ໃນ​ປີ 1764. ມາ​ໃນວັນ​ທີ 1 ພຶດສະພາ 1886 ​ເປັນ​ເທື່ອ​ທຳ​ອິດ​ທີ່ ຊົນ​ຊັ້ນ​ກຳມະກອນ ​ແລະ ຊາວ​ຜູ້​ອອກ​ແຮງ​ງານ​ໃນ​ປະ​ເທດ​ອາ​ເມຣິ​ກາຢູ່​ຕົວ​ເມືອງ​ຊິ​ກາ​ໂກ ໄດ້​ມີ​ການ​ຕໍ່ສູ້​​ໂດ​ຍອີງ​ໃສ່ເນື້ອ​ໃນ​ຂອງ​ຖະ​ແຫຼ​ງການ​ຮຽກຮ້ອງ​ໃຫ້​ພວກ​ນາຍທຶນ​ຕ້ອງ​ປະຕິບັດ​ຕາມ​ການສະ​ເໜີ​ຂອງ​ກຳມະກອນ​ວ່າ: “​ແຕ່​ນີ້​ຕໍ່​ໄປ​ບໍ່​ໃຫ້​ກຳມະກອນ​ຜູ້​ໃດ​ເຮັດ​ວຽກ​ເກີນ 8 ຊົ່ວ​ໂມງ​ຕໍ່​ມື້ 8 ຊົ່ວ​ໂມງ​ພັກຜ່ອນ ​ແລະ 8 ຊົ່ວ​ໂມງ​ຮໍ່າຮຽນ” ​​ໃນ​ມື້​ນັ້ນ​ ໄດ້​ມີ​ກຳມະກອນ​ນັດ​ຢຸດ​ງານ​ເຖິງ 5.000 ​ແຫ່ງ​ໃນ​ຕົວ​ເມືອງ​ໃຫຍ່​ຂອງ​ປະ​ເທດ​ອາ​ເມຣິລິ​ກາ​ເຊັ່ນ: ນິວຢອກ ບານ​ຕີ​ມໍ ວໍ​ຊິງ​ຕັນ ​ແລະ ອື່ນໆ ມີ​ຜູ້​ເຂົ້າ​ຮ່ວມ​ເຖິງ 3 ​ແສນ 4 ໝື່ນ​ຄົນ ​ໄດ້​ຮຽກຮ້ອງ ​ແລະ ບັງຄັບ​ໃຫ້​ນາຍທຶນ​ຕ້ອງ​ຮັບຮອງ​ເອົາ​ສິດ​ໃນ​ການ​ເຮັດ​ວຽກ​ຂອງ​ກຳມະກອນ​ໃນ​ມື້ໜຶ່ງ 8 ຊົ່ວ​ໂມງ. ​ ຈາກ​ເຫດການ​ຂອງ​ວັນ​ທີ 1 ພຶດສະພາ 1886 ມັນ​ໄດ້ສ້າງ​ກະ​ແສ​ຟອງ​ອັນ​ໃຫຍ່​ຫຼວງ ​ແລະ ​ແຂງ​ແຮງ​ເຖິງ​ຂະ​ບວນການ​ກຳມະກອນ​ຢູ່​ທະວີບ​ເອີ​ຣົບ ​ແລະ ​ທະວີບອາ​ເມ​ຣິ​ກາເປັນ​ກຳລັງ​ໃຈ​ໃຫ້​ຂະ​ບວນການ​ຕໍ່ສູ້​ຂອງ​ກຳມະກອນ​ໂລກ ທັງ​ເປັນ​ບາດກ້າວ​ຂະຫຍາຍຕົວ​ແຫ່ງ​ໄຊຊະນະ ເປັນວັນທີ່ມີ​ຄວາມ​ໝາຍ​ອັນ​ສໍາຄັນ​ໃຫຍ່​ຫຼວງ​ຂອງ​ຊົນ​ຊັ້ນ​ກຳມະກອນ​​ໃນ​ຂະ​ບວນການ​ຕໍ່ສູ້​ເພື່ອ​ປົກ​ປ້ອງ​ສິດທິ ​ແລະ​ ຜົນ​ປະ​ໂຫຍ​ດອັນຊອບທຳຂອງ​ຕົນ. ມາ​ໃນວັນ​ທີ 1 ເດືອນພຶດສະພາຶປີ 1889 ກອງ​ປະຊຸມ​ພັກ​ກອມ​ມູນິດ​ສາກົນ​ຄັ້ງ​ທີ II ​ໄດ້​ເປີດ​ຂຶ້ນ​ຢູ່​ນະຄອນຫຼວງປາຣີ (ປະ​ເທດ​ຝຣັ່ງ) ມີຜູ້ແທນເຂົ້າຮ່ວມກອງປະຊຸມທັງ​ໝົດ 393 ຄົນ ​ມາ​ຈາກ 22 ປະ​ເທດ​ເອີ​ຣົບ ອາ​ເມຣິລິ​ກາ ​ແລະ ອາກຊັງ​ຕິນ ທີ່ປະຊຸມ​ໄດ້​ຜ່ານ​ໂຄງການ​ດຳ​ເນີນ​ງານ​ສຳຄັນ​ຄື: ຊົນ​ຊັ້ນ​ກຳມະກອນ​ສາມັກຄີ​ຕໍ່ສູ້​ເພື່ອ​ປະຕິບັດ​ຄຳ​ຂວັນ “ມື້ໜຶ່ງ​ເຮັດ​ວຽກ 8 ຊົ່ວ​ໂມງ ​ແລະ ກຳນົດ​ເອົາວັນ​ທີ 1 ພຶດສະພາ 1886 ​ເປັນ​ວັນ​ກຳມະກອນ​ສາກົນ” ນັບ​​ແຕ່​ນັ້ນ​ມາ “ວັນ​ທີ 1 ​ເດືອນ ພຶດສະພາ ຂອງ​ທຸກໆ​ປີ ຈຶ່ງ​ໄດ້​ກາຍ​ເປັນ​ວັນ​ບຸນ​ໃຫຍ່​ຂອງ​ຊົນ​ຊັ້ນ​ກຳມະກອນ​ໃນທົ່ວໂລກ”. ​ສຳລັບປະເທດລາວເຮົາ ພວກລ່າເມືອງຂຶ້ນຝຣັ່ງເຂົ້າມາຢຶດຄອງ ແຕ່ປີ 1893 ຫາ 1954 ພວກເຂົາໄດ້ເກັບເກນເອົາຊາວໄຮ່ ນາໄປຂຸດຄົ້ນເອົາແຮ່ກົ່ວຢູ່ບໍ່ໂພນຕິ້ວ ບໍ່ແໜ່ງຢູ່ແຂວງຄຳມ່ວນ ໄປເປັນກູລີເ​ຮັດທາງ ຈາກນັ້ນ​ ຍັງມີກໍາມະກອນ ທີ່ພວກ ລ່າເມືອງຂຶ້ນຝຣັ່ງໄດ້ນໍາໃຊ້ແຮງງານນັບມື້ນັບຫຼາຍຂຶ້ນ ແລະ ໄດ້ກາຍເປັນກໍາມະກອນອາຊີບ ຕໍ່ມາພວກເຂົາ​ໄດ້ສ້າງໂຮງ ເລື່ອຍໄມ້ ໂຮງສີເຂົ້າ ໂຮງງານໄຟຟ້າ ຈຳນວນໜຶ່ງ ແລະ ກໍາມະກອນລາວກໍໄດ້ເພີ່ມຂຶ້ນເລື້ອຍໆ ພາຍໃຕ້ການປົກຄອງ ຂອງພວກລ່າເມືອງຂຶ້ນຝຣັ່ງ ກໍາມະກອນລາວຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ ທາງດ້ານເສດຖະກິດ ວັດທະນະທໍາ-ສັງຄົມ ພວກເຂົາບັງຄັບໃຫ້ກໍາມະກອນ ອອກແຮງງານ 14-16 ຊົ່ວໂມງ ອອກແຮງງານຫຼາຍ ໄດ້ຄ່າຕອບແທນໜ້ອຍ ຖືກຕັດເງິນ ເດືອນ ຖືກໄລ່ອອກຈາກວຽກໂດຍບໍ່ມີເຫດຜົນຂາດສິດເສລີພາບທາງດ້ານການເມືອງ ແລະ ກົດໝາຍ ບໍ່ໄດ້ຮັບການເບິ່ງແຍງ ທາງດ້ານສະຫວັດດີການຕ່າງໆຈາກສະພາບການທີ່ກ່າວມານັ້ນ ຊົນຊັ້ນກໍາມະກອນ ກໍຄື ຜູ້ອອກແຮງງານລາວບັນດາເຜົາກໍ ໄດ້ລຸກຂຶ້ນ ຕໍ່ສູ້ຢ່າງອົງອາດກ້າຫານໂດຍເລີ່ມຈາກການຕໍ່ສູ້ທີ່ມີລັກສະນະເກີດເອງໄດ້ກາຍເປັນຂະບວນການອັນກວ້າງຂວາງ ນໍາພາໂດຍບັນພະບູລຸດຜູ້ຮັກຊາດ ແຕ່ເໜືອເຖິງໃຕ້, ຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຢ່າງດຸເດືອດ ແຕ່ຂະບວນການຕໍ່ສູ້ໄລຍະນັ້ນ ບໍ່ໄດ້ຮັບໄຊຊະນະຍ້ອນບໍ່ມີພັກນໍາພາ. ປີ 1930 ພັກກອມມູນິດອິນດູຈິນໄດ້ຮັບການສ້າງຕັ້ງຂຶ້ນໂດຍແມ່ນ ປະທານ ໂຮ່ຈິມິນ ພັກໄດ້ວາງແນວທາງອັນຖືກຕ້ອງເພື່ອນໍາພາຂະບວນການຕໍ່ສູ້ປົດປ່ອຍຊາດຕ້ານພວກລ່າເມືອງຂຶ້ນ ພາຍຫຼັງມີພັກນຳພາຂະ ບວນການຕໍ່ສູ້ຂອງປະຊາຊົນ ຊົນຊັ້ນກໍາມະກອນ ຜູ້ອອກແຮງງານ 3 ຊາດອິນດູຈີນໄດ້ມີຄຸນນະພາບໃໝ່ສາມາດຍາດໄດ້ໄຊ ຊະນະເປັນກ້າວໆມາ ພັກຖືເອົາ​ແນວໂຮມແຫ່ງຊາດເປັນການເຕົ້າໂຮມຄວາມສາມັກຄີອັນກວ້າງຂວາງ ຖືເອົາພັນທະພາບ ກໍາມະກອນ ຊາວນາ ແລະ ນັກຮຽນຮູ້ປັນຍາຊົນເປັນກໍາລັງແຮງພື້ນຖານຂອງພັກ ເພື່ອໂຄ່ນລົ້ມສັດຕູຂອງຊາດ ຕໍ່ສູ້ຕ້ານການ ເສຍຊ່ວຍ ນັດຢຸດງານເພື່ອທວງໃຫ້ຂຶ້ນເງິນເດືອນ ແລະ ຫຼຸດຜ່ອນຊົ່ວໂມງເຮັດວຽກເປັນຕົ້ນແມ່ນ ຂະບວນການຕໍ່ສູ້ຂອງກຳ ມະກອນຕໍ່າແຜ່ນກາຟາ 500 ກ່ວາຄົນ ອັນພົ້ນເດັ່ນແມ່ນຂະບວນລຸກຂຶ້ນຕໍ່ສູ້ຢຶດອຳນາດການປົກຄອງໃນທົ່ວປະເທດ ໄດ້ມີ ຂະບວນຂອງກໍາມະກອນໄຟຟ້າລາວໄດ້ເປີດສາກນໍາໜ້າພາທາງໃຫ້ຂະບວນການກໍາມະກອນຢູ່ແຫ່ງອື່ນໆ. ໂດຍສືບທອດມູນເຊື້ອອັນດີເລີດຂອງຊົນຊັ້ນກໍາມະກອນສາກົນ ຊົນຊັ້ນກໍາມະກອນລາວ ກໍແມ່ນພາກສ່ວນໜຶ່ງຂອງຊົນຊັ້ນ ກໍາມະກອນສາກົນ ໂດຍພາຍໃຕ້ການຊີ້ນໍາ-ນໍາພາຂອງພັກປະຊາຊົນ ປະຕິວັດລາວ, ຊົນຊັ້ນກໍາມະກອນ ແລະ ຜູ້ອອກແຮງ ງານລາວ ໄດ້ຮໍ່າຮຽນເອົາຄຸນລັກສະນະອັນດີເລີດຂອງຊົນຊັ້ນກໍາມະກອນ ສາກົນຊຶ່ງສະແດງອອກໃນຫຼາຍດ້ານເປັນຕົ້ນ ເປັນ ຊົນຊັ້ນທີ່ດີເລີດ ແລະ ກ້າວໜ້າກວ່າໝູ່ ມີນໍ້າໃຈຮັກຊາດ ແລະ ນໍ້າໃຈສາກົນ ກໍາມະຊີບອັນຜ່ອງໃສ ມີມານະຈິດປະຕິວັດ ອັນ ສູງສົ່ງ ດຸໝັ່ນ ປະຢັດ ມີຄວາມສາມັກຄີເອື້ອເຟື້ອເຜື່ອແຜ່ ມີຄວາມຕື່ນຕົວ ເດັດດ່ຽວ ກ້າຫານ ບໍ່ຍອມຈຳນົນ ມີສະຕິຕໍ່ລະ ບຽບວິໄນຢ່າງເຂັ້ມງວດໃນການອອກແຮງງານ ຮັກອາຊີບ ມີຫົວຄິດປະດິິສ້າງພັດທະນາຕົນເອງທາງດ້ານເຕັກນິກວິທະຍາ ສາດທີ່ທັນສະໄໝ. ເນື່ອງໃນໂອກາດວັນກຳມະກອນສາກົນ ທີ 1 ພຶດສະພາ ທີ່ໄດ້ໝູນວຽນມາບັນຈົບຄົບຮອບໃນແຕ່ລະປີສູນ​ກາງ​ສະຫະພັນ​ກໍາມະບານລາວກໍຄືສະຫະພັນກໍາມະບານແຕ່ລະຂັ້ນຈະໄດ້​ຈັດ​ຕັ້ງ​ການສະ​ເຫຼີ​ມສະຫຼອງເພື່ອ​ລະນຶກ​ເຖິງມູນ​ເຊື້ອ ປະຫວັດ ຄວາມເປັນມາ ການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຄວາມສາມັກຄີ​ຂອງຊາວກຳມະກອນ ພາກພື້ນ ແລະ ສາກົນ ເພື່ອແນໃສ່ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍດ​ອັນຊອບທຳ ຂອງກໍາມະກອນ ຊາວຜູ້ອອກແຮງງານ. ພາບ-ຂ່າວ ໜັງ​ສື​ພິ​ມ​ປະ​ຊາ​ຊົນ Share:FacebookTwitter
ຄົບຮອບ 137 ປີ ຂອງການຕໍ່ສູ້ຂອງຊົນຊັ້ນກຳມະກອນ
https://v2.vientianemai.net/archives/56977
ຄະນະຜູ້ແທນຂັ້ນສູງຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ນຳໂດຍ ສະຫາຍ ທອງສະຫວັນ ພົມວິ ຫານ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຢ້ຽມຄຳນັບ ສະຫາຍ ຫວໍ ວັນເຖື້ອງ ປະທານປະເທດແຫ່ງ ສສ ຫວຽດນາມ ໃນວັນທີ 20 ເມສາ 2023 ຢູ່ສໍານັກງານປະທານປະເທດ ຫວຽດນາມ ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງໄປຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມງານພົບປະມິດຕະພາບຄັ້ງທິີ X ລະ ຫວ່າງສອງຄະນະພົວພັນຕ່າງປະເທດສູນກາງພັກລາວ-ຫວຽດນາມ ແລະ ແຂວງເທືອທຽນເຫວ ສສ ຫວຽດນາມ. ໃນໂອກາດນີ້ ທ່ານ ປະທານປະເທດ ສສ ຫວຽດນາມ ໄດ້ສະແດງຄວາມປິຕິຍິນດີໃນການຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ຄະນະພົວພັນຕ່າງ ປະເທດສູນກາງພັກກອມມູນິດ ຫວຽດນາມ ເຊິ່ງເປັນຄັ້ງທໍາອິດພາຍຫຼັງໄດ້ຮັບໜ້າທີ່ໃໝ່ ໃນບັນຍາກາດທີ່ສອງພັກ ກໍາລັງ ຜັນຂະຫຍາຍ ມິຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມູນິດຫວຽດນາມ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດຫວຽດນາມໄດ້ຕີລາຄາສູງຕໍ່ຜົນສຳເລັດໃນໂອກາດຢ້ຽມຢາມລາວຢ່າງເປັນທາງ ການໃນຕົ້ນເດືອນເມສານີ້ ແລະ ຝາກຄວາມຂອບໃຈຕໍ່ການຕ້ອນຮັບຂອງການນໍາລາວຢ່າງອົບອຸ່ນ ຖານມິດສະຫາຍ ຢ່າງ ສົມກຽດ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດທີ່ ສປປ ລາວ ຍາດມາໄດ້ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດ ສືບຕໍ່ຍາດໄດ້ບັນດາຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ສະຫາຍ ປະທານປະເທດ ຍັງໄດ້ມີຄໍາເຫັນເປັນທິດນໍາໃຫ້ແກ່ ສອງຄະນະພົວພັນຕ່າງປະເທດສູນກາງພັກ ລາວ ແລະ ຫວຽດນາມ ສືບຕໍ່ເພີ່ມທະວີການປະສານສົມທົບ ແລະ ຮ່ວມມືເພື່ອຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງທີ່ ສອງພັກ ສອງລັດຖະບານ ໄດ້ຕົກລົງກັນໃຫ້ໄດ້ຮັບຜົນສໍາເລັດ ພ້ອມທັງຢືນຢັນວ່າ ສສ ຫວຽດນາມ ຈະສືບຕໍ່ຮ່ວມກັບ ສປປ ລາວ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວໃຫ້ເກີດດອກອອກຜົນ ແລະ ຍືນຍົງ.     ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ໄດ້ນໍາພາຄະນະມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ  ແລະ ສະແດງຄວາມຂອບອົກຂອບໃຈ ມາຍັງ ສະຫາຍ ຫວໍວັນເຖື້ອງ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແກ່ຄະນະສະແດງຄວາມຊົມເຊີຍຕໍ່ສະຫາຍ ຫວໍວັນເຖື້ອງ ທີ່ໄດ້ຮັບການແຕ່ງຕັ້ງເປັນປະທານປະເທດແຫ່ງ ສສ ຫວຽດນາມ ແລະ ໄດ້ລາຍງານວ່າ: ຝ່າຍລາວ ຕີລາຄາສູງຕໍ່ຜົນສໍາເລັດໃນການຢ້ຽມຢາມລາວຂອງສະຫາຍ ໃນຕົ້ນເດືອນເມສາຜ່ານມາ ເຊິ່ງເປັນປະເທດອໍາອິດ ພາຍຫຼັງຮັບຕໍາແໜ່ງເປັນປະທານປະເທດ ຂໍນຳເອົາຄໍາຢື້ຢາມຖາມຂ່າວຈາກ ສະຫາຍ ທອງລຸນ ສີສຸ ລິດ ເລຂາ ທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ມາຍັງ ສະຫາຍ ຫວໍວັນເຖື້ອງ ປະທານປະເທດແຫ່ງ ສສ ຫວຽດ ນາມ  ພ້ອມນັ້ນຍັງໄດ້ລາຍງານໂດຍສັງເຂບຂອງຈຸດປະສົງການມາຢ້ຽມຢາມ ຫວຽດນາມ ຄັ້ງນີ້ ເຊິ່ງເປັນການສືບຕໍ່ປະຕິບັດ ກົນໄກການຮ່ວມມື-ແລກປ່ຽນການຢ້ຽມຢາມ ລະຫວ່າງ ສອງຄະນະພົວພັນຕ່າງປະເທດສູນກາງພັກ ລາວ-ຫວຽດນາມ ແລະ ທັງເປັນກິດຈະກໍາສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ຜ່ານມາ ສະຫາຍ ໄດ້ຢືນຢັນວ່າ ພັກ ລັດ ແລະ ປະຊາຊົນລາວ ພ້ອມກັບ ປະຊາຊົນຫວຽດນາມ ອ້າຍນ້ອງ ຈະສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ ສອງລັດ ແລະ ປະ ຊາຊົນສອງຊາດ ລາວ-ຫວຽດນາມໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂື້ນ. ຕອນແລງຂອງວັນດຽວກັນຄະນະຜູ້ແທນດັ່ງກ່າວ ຍັງໄດ້ເຂົ້າຢ້ຽມຄຳນັບ ສະຫາຍ ນາງ ເຈືອງຖິມາຍ ກຳມະການກົມການ ເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ຕື່ມອີກ. Share:FacebookTwitter
ຄະນະຜູ້ແທນຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຄຳນັບການນຳຂັ້ນສູງພັກ-ລັດ ສສ ຫວຽດນາມ
https://v2.vientianemai.net/archives/56982
ກອງປະຊຸມຄະນະກໍາມະການຊາຍແດນຮ່ວມ ລາວ-ກໍາປູເຈຍ ແລະ ກໍາປູເຈຍ- ລາວ ໄດ້ຈັດຂຶ້ນໃນ ວັນທີ 21 ເມສາ 2023 ທີ່ແຂວງສີຫານຸວີນ ຣາຊະອານາຈັກກໍາປູເຈຍ ຄະນະຜູ້ແທນຝ່າຍລາວ ນໍາໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດ ຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ປະທານຄະນະກໍາມະການຊາຍ ແດນຮ່ວມ ລາວ-ກໍາປູ ເຈຍ ແລະ ກໍາປູເຈຍ-ລາວ ຄະນະຜູ້ແທນຝ່າຍກໍາປູເຈຍ ນໍາໂດຍ ທ່ານ ວາ ກິມຮົງ ລັດຖະມົນຕີອາວຸໂສປະຈໍາສໍານັກງານນາ ຍົກລັດຖະ ມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ຮັບຜິດຊອບຊີ້ນໍາວຽກງານຊາຍແດນ ປະທານຄະນະກໍາມະການຊາຍແດນ ຮ່ວມ ກໍາປູເຈຍ-ລາວ ແລະ ລາວ-ກໍາປູເຈຍ, ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງຂອງສອງຝ່າຍ. ກອງປະຊຸມໄດ້ປຶກສາຫາລື ແລະ ຕີລາຄາຕໍ່ການຮ່ວມມືວຽກງານຊາຍແດນຂອງສອງປະເທດ ຢ່າງກົງໄປກົງມາ ບົນພື້ນຖານ ການພົວພັນ ແລະ ຮ່ວມມື ກໍຄື ມູນເຊື້ອອັນດີຖານບ້ານໃກ້ເຮືອນຄຽງ ໂດຍສອງຝ່າຍໄດ້ເຫັນດີເປັນເອກະພາບກັນສືບຕໍ່ແກ້ ໄຂ ບັນຫາຊາຍແດນຮ່ວມກັນ ກໍຄືການຈັດຕັ້ງປະຕິບັດຄຳຕົກລົງຂອງລັດຖະບານສອງປະເທດທີ່ໄດ້ເຊັນສົນທິ ສັນຍາວ່າ ດ້ວຍຊາຍແດນປະເທດ ໃນວັນທີ 13 ກຸມພາ 2023 ທີ່ຜ່ານມາໃຫ້ສຳເລັດເປັນຮູບປະທຳ ສອງຝ່າຍຈະໄດ້ຮ່ວມກັນບູລະ ນະຫຼັກໝາຍຊາຍແດນ ແລະ ປັກຫຼັກໝາຍຊາຍແດນເພີ່ມໃສ່ຈຸດທີ່ສອງຝ່າຍໄດ້ເອກະພາບກັນ ເພື່ອປ່ຽນແທນຫຼັກໝາຍທີ່ ມີຢູ່ໃຫ້ມີຄວາມທົນທານແໜ້ນໜາຖາວອນ ເຊິ່ງຈະໄດ້ປັກຫຼັກໝາຍເພີ່ມເຕີມຕື່ມອີກ ຈໍານວນ 387 ຫຼັກໝາຍ ຢູ່ບໍລິເວນ ຊາຍແດນທີ່ເຫັນວ່າມີຄວາມຈໍາເປັນ ເຊັ່ນ: ຈຸດເສັ້ນຊາຍແດນປ່ຽນທິດ ຄົດລ້ຽວ ແລະ ມີປະຊາຊົນດໍາລົງຊີວິດຢູ່ຫຼາຍ ເຊິ່ງ ຄະນະວິຊາການທັງສອງຝ່າຍຈະໄດ້ລົງພື້ນທີ່ຕົວຈິງຮ່ວມກັນໃນຕົ້ນເດືອນພຶດສະພາ 2023 ນີ້ ແລະ ຄາດຄະເນຈະ ໃຫ້ສຳ ເລັດພາຍໃນກໍານົດເວລາສອງປີ. ພ້ອມດຽວກັນນີ້ ສອງຝ່າຍຍັງໄດ້ປຶກສາຫາລືກັນຢ່າງສ້າງສັນ ແລະ ກົງໄປກົງມາຕໍ່ກັບບໍລິເວນຊາຍແດນທີ່ຍັງບໍ່ທັນເປັນເອກະ ພາບໃນສ່ວນທີ່ສອງຝ່າຍໄດ້ຮ່ວມກັນສຳຫຼວດຈຳນວນ 86% ຂອງຄວາມຍາວເສັ້ນຊາຍແດນທັງໝົດ ໂດຍມອບໝາຍໃຫ້ ຄະນະວິຊາການສອງຝ່າຍສືບຕໍ່ຮ່ວມກັນລົງສໍາຫຼວດ ແລະ ປຶກສາຫາລືກັນບົນພື້ນຖານຫຼັກການທີ່ທັງສອງຝ່າຍໄດ້ຕົກລົງ ຮ່ວມກັນ ໂດຍສອດຄ່ອງທາງດ້ານຫຼັກການ ເຕັກນິກ ແລະ ພື້ນທີ່ຕົວຈິງ ແລ້ວນໍາສະເໜີວິທີແກ້ໄຂຕໍ່ ປະທານຄະນະກໍາ ມະການຊາຍແດນສອງຝ່າຍ ເພື່ອພິຈາລະນາແກ້ໄຂເຮັດໃຫ້ບໍລິເວນຊາຍແດນທີ່ຍັງບໍ່ທັນເປັນເອກະພາບ ແລະ ບໍລິເວນ ຊາຍແດນຄົງຄ້າງໄດ້ຮັບການແກ້ໄຂເປັນກ້າວໆ ໃນໂອກາດການເຄື່ອນໄຫວເຂົ້າຮ່ວມກອງປະຊຸມດັ່ງກ່າວ ທ່ານຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ຕ້ອນຮັບທ່ານ ກວດ ຈ່ອມເຣີນ ເຈົ້າແຂວງສີຫານຸວີນ ພ້ອມດ້ວຍ ຄະນະເຂົ້າຢ້ຽມຂໍ່ານັບ ແລະ ຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຢູ່ແຂວງດັ່ງກ່າວ ແລະ ຍັງໄດ້ ນໍາພາຄະນະຜູ້ແທນລາວຢ້ຽມຢາມທ່າເຮືອ ແຂວງສີຫານຸ ວີນ (Sihanouk Autonomous Port) ອີກດ້ວຍ. ກອງປະຊຸມຄັ້ງນີ້ ໄດ້ດໍາເນີນໄປພາຍໃຕ້ບັນຍາກາດ ແຫ່ງ ໄມຕີຈິດມິດຕະພາບ ດ້ວຍຄວາມເຂົ້າອົກເຂົ້າໃຈກັນແລະກັນ ແລະ ໄດ້ຮັບຜົນສຳເລັດອັນຈົບງາມ ເຊິ່ງ ຜົນຂອງກອງປະຊຸມຄັ້ງນີ້ຈະເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເພີ້ມພູນຄູນ ສ້າງສາຍພົວພັນຮ່ວມມື ເຊິ່ງຕອບສະໜອງຄວາມມຸ້ງມາດປາດຖະໜາອັນແຮງກ້າຂອງການນໍາສອງພັກ ສອງລັດ ກໍຄື ຂອງ ປະຊາຊົນສອງຊາດ ລາວ-ກໍາປູເຈຍ ທີ່ປາດຖະໜາສ້າງຊາຍແດນຂອງສອງປະເທດ ໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ ມິດຕະພາບ ແລະ ການຮ່ວມມືຢ່າງໝັ້ນຄົງ ແລະ ຍາວນານ. Share:FacebookTwitter
ລາວ-ກໍາປູເຈຍ ເພີ່ມທະວີວຽກງານການຮ່ວມມືລະຫວາງຊາຍ
https://v2.vientianemai.net/archives/56991
ໃນລະຫວ່າງວັນທີ 20 – 22 ເມສາ 2023 ຜ່ານມາ ຄະນະຜູ້ແທນຂັ້ນສູງ ນໍາພາໂດຍ ທ່ານນາງ ພອນວັນ ອຸທະວົງ ຮອງລັດ ຖະມົນຕີ ກະຊວງແຜນການ ແລະ ການລົງທືນ ທ່ານ ນາງ ດຣ ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າອົງການ ີື້​Unicef ປະຈຳ ສປປ ລາວ ທ່ານ ມາກ ເຮີວາດ ຮອງຜູ້ອໍານວຍການດ້ານການວິເຄາະຂໍ້ມູນ ອົງການ Unicef ປະຈຳພາກພື້ນຜູ້ຕາງໜ້າກະ ຊວງການຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງຈາກສູນກາງ ແລະ ແຂວງ ໄດ້ລົງມາເຮັດວຽກຢູ່ແຂວງຊຽງຂວາງ. ໃນຕອນແລງຂອງ ວັນທີ 20 ເມສາ 2023 ຄະນະຜູ້ແທນ ໄດ້ເຂົ້າຢ້ຽມຄຳນັບ ແລະ ລາຍງານຈຸດປະສົງ ໃຫ້ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງ ແຂວງຊຽງຂວາງ ຊາບກ່ຽວກັບການມາເຄື່ອນໄຫວວຽກງານ ທີ່ແຂວງຊຽງຂວາງ ພ້ອມທັງໄດ້ປືກສາຫາລື ແລະຂໍທິດຊີ້ນຳຈາກການນຳຂອງແຂວງຊຽງຂວາງ. ໃນວັນທີ 21 ເມສາ 2023 ຄະນະຜູ້ແທນຂັ້ນສູງດັ່ງກ່າວ ຮ່ວມກັບ ພະແນກແຜນການ ແລະການລົງທືນ ແຂວງຊຽງຂວາງ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ເດີນທາງໄປຢ້ຽມຍາມກິດຈະກຳວຽກງານແຜນງານນະໂຍບາຍສັງຄົມ ທີ່ໄດ້ສະເເດງໃຫ້ເຫັນ ເຖີງຜົນສຳເລັດຕ່າງໆ ໂດຍຜ່ານການຮ່ວມມືອັນແໜ້ນແຟ້ນລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການ Unicef ໂດຍ ສະເພາະຜົນສຳເລັດໃນວຽກງານປົກປ້ອງສິດທິເດັກ ການຄົ້ນຄວ້າ ແລະ ສ້າງຖານຂໍ້ມູນກ່ຽວກັບເດັກ ເພື່ອປະກອບສ່ວນ ເຂົ້າໃນການວັດແທກເປົ້າໝາຍພັດທະນາຕ່າງໆຂອງ ສປປ ລາວ ຄະນະດັ່ງກ່າວ ໄດ້ລົງຢ້ຽມຢາມຄອບຄົວເດັກພິການທີ່ໄດ້ ຮັບການຊ່ວຍເຫຼືອຈາກ ອົງການ Unicef ຜ່ານແຜນງານປົກປ້ອງເດັກ ໂຄງການ ການດູແລ ແລະ ຊ່ວຍເຫຼືອ ເດັກພິການ ທີ່ ບ້ານໂພນໄຊ ເມືອງຄູນ ແຂວງຊຽງຂວາງ ໂຄງການດັ່ງກ່າວ ເປັນໂຄງການສຳຄັນໃນການປົກປ້ອງສິດທິຂອງເດັກນ້ອຍ ແລະ ເປັນໂຄງການທົດລອງ ເຊິ່ງໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ໂດຍຜ່ານ Australian NGO Cooperation Program ໂຄງການດນີ້ເເມ່ນຈະສຸມໃສ່ການສະໜັບສະໜູນ ພິເສດຕໍ່ເດັກນ້ອຍທີ່ມີຄວາມພິການ ແລະ ຄອບຄົວຂອງພວກເຂົາ. ຈາກນັ້ນ ຄະນະຜູ້ແທນໄດ້ ໄປສັງເກດ ການເດີນສຳຫຼວດ ດັດຊະນີໝາຍສັງຄົມລາວ ຄັ້ງທີ III (LSIS III) ທີ່ບ້ານ ນາໄຊ ເມືອງ ຄູນ ເພື່ອສັງເກດຂະບວນການເກັບກຳຂໍ້ມູນຂໍ້ມູນ ສຳລັບ LSIS III ຜົນຈາກການສໍາຫຼວດລະດັບປະເທດນີ້ ຈະຊ່ວຍໃຫ້ ລັດ ຖະບານ ສປປ ລາວ ແລະອົງການ Unicef ອອກແບບນະໂຍບາຍທີ່ມີປະສິດທິພາບຫຼາຍຂຶ້ນ ເພື່ອປັບປຸງຊີວິດຂອງເດັກນ້ອຍ ແລະ ແມ່ຍິງລາວ ພ້ອມຍັງຈະປະກອບສ່ວນເຂົ້າໃນການປະເມີນຄວາມຄືບໜ້າຂອງເປົ້າໝາຍພັດທະນາຊັບພະຍາກອນມະ ນຸດ ພາຍໃຕ້ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ເເລະ ເປົ້າໝາຍການພັດທະນາ ແບບຍືນຍົງ. ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ ໄດ້ກ່າວວ່າ: “ການຮ່ວມມືລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການ Unicef ມາເປັນເວລາ 50 ປີ ໄດ້ນໍາມາເຊິ່ງຄວາມປ່ຽນເເປງທີ່ດີິໃນຊີວິດການເປັນຢູ່ ຂອງເດັກນ້ອຍ ແລະ ເເມ່ຍິງລາວ ໂດຍ ສະເພາະໃນທຸກຂົງເຂດ ຄື: ສຸຂະພາບ ການປົກປ້ອງເດັກ ນໍ້າສະອາດ ແລະ ສຸຂາພິ ບານ ຄວາມສໍາເລັດເຫຼົ່ານີ້ ແມ່ນມີຜົນມາຈາກຄວາມພະຍາຍາມ ແລະ ຄວາມຕັ້ງໃຈຂອງພວກເຮົາທຸກຄົນ ພວກເຮົາຫວັງ ວ່າຈະສາມາດສືບຕໍ່ເຮັດວຽກກັບ ອົງການຢູນີເຊັບ ເພື່ອສືບຕໍ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ທຸກຄົນ ແລະ ບັນລຸວິໄສ ທັດຂອງພວກເຮົາສໍາລັບປະເທດລາວທີ່ຈະເລີນຮຸ່ງເຮືອງ” ທີ່ບ້ານອົ້ມ ເມືອງຄູນ ຄະນະຜູ້ແທນໄດ້ລົງສັງເກດລະບົບນ້ຳ ແລະ ສຸຂະອະນາໄມ ທີ່ມີຄວາມສຳຄັນໃນການສະໜອງນ້ຳສະອາດ ແລະ ປັບປຸງສຸຂະພາບຂອງບັນດາຊຸມຊົນໃນບ້ານ ຜົນສຳ ເລັດຂອງໂຄງການນ້ຳ ແລະ ສຸຂະອະນາໄມ ໃນບ້ານດັ່ງກ່າວ ເປັນຕົວຢ່າງຂອງຄວາມມຸ່ງໝັ້ນຂອງ ອົງການ Unicef ແລະ ລັດຖະບານ ສປປ ລາວ ໃນຂົງເຂດວຽກງານນ້ຳ ແລະ ສຸຂາພິບານ ໃນບັນດາຊຸມຊົນທົ່ວປະເທດ. ທ່ານ Mark Hereward ໄດ້ກ່າວວ່າ: “ໃນໄລຍະ 50 ປີຜ່ານມາ ພວກເຮົາໄດ້ຮ່ວມກັນບັນລຸຜົນສຳເລັດຫຼາຍຢ່າງໃນການປັບ ປຸງຊີວິດຂອງເດັກນ້ອຍລາວ ເເລະ ຜົນສຳເລັດເຫຼົ່ານີ້ເປັນຫຼັກຖານຢັ້ງຢືນເຖິງຄວາມມຸ່ງໝັ້ນອັນບໍ່ຢຸດຢັ້ງຂອງລັດຖະບານ ສປປ ລາວ ແລະ ອົງການ ຢູນີເຊັບ ເພື່ອສ້າງອະນາຄົດທີ່ດີຂຶ້ນໃຫ້ແກ່ເດັກນ້ອຍທຸກຄົນ.” ການມາຢ້ຽມຢາມ ແຂວງຊຽງຂວາງ ໃນຄັ້ງນີ້ ໄດ້ເຫນັ້ນໃຫ້ເຫັນເຖິງສາຍພົວພັນທີ່ເຂັ້ມແຂງລະຫວ່າງ ອົງການ Unicef ແລະ ກະຊວງແຜນການ ແລະການລົງທືນ ກໍຄື ລັດຖະບານ ສປປ ລາວ ທີ່ເລັ່ງໃສ່ຄວາມຫມຸ້ງໝັ້ນໃນການສືບຕໍ່ການຮ່ວມມື ເພື່ອຜົນປະໂຫຍດຂອງເດັກນ້ອຍ ແລະ ແມ່ຍິງໃນທົ່ວ ສປປ ລາວ ໃນຂະນະທີ່ ອົງການ Unicef ສະເຫຼີມສະຫຼອງ ຄົບຮອບ 50 ປີ ໃນ ສປປ ລາວ ອົງການ Unicef ຢືນຢັນເຖີງຄຳໝັ້ນສັນຍາ ທີິ່ຈະສືບຕໍ່ສະໜັບສະໜູນ ລັດຖະບານ ສປປ ລາວ ໃນການ ບັນລຸເປົ້າໝາຍພັດທະນາຕ່າງໆຂອງ ສປປ ລາວ ແລະ ສ້າງອະນາຄົດທີ່ສົດໃສໃຫ້ເເກ່ ເດັກນ້ອຍລາວທຸກຄົນ. ທ່ານ ນາງ ດຣ. ເພຍ ເຣເບລໂລ ບຣິດໂຕ ກໍ່ໄດ້ກ່າວເຖິງ ກັບສາຍພົວພັນລະຫວ່າງ ອົງການ Unicef ແລະ ລັດຖະບານ ສປປ ລາວ: “ຕະຫຼອດ 50 ປີຜ່ານມາ ອົງການພວກເຮົາຮູ້ສຶກເປັນກຽດທີ່ໄດ້ມີໂອກາດເຮັດວຽກກັບລັດຖະບານ ສປປ ລາວ ເພື່ອສ້າງ ອະນາຄົດທີ່ດີກວ່າເກົ່າໃຫ້ແກ່ເດັກນ້ອຍ ເເລະ ເເມ່ຍິງລາວ ພວກເຮົາມີຄວາມພາກພູມໃຈເປັນຢ່າງຍິ່ງ ຕໍ່ຜົນສຳເລັດທີ່ພວກ ເຮົາໄດ້ຮ່ວມກັນສ້າງ ແລະຢຶດໝັ້ນໃນຄຳສັນຍາທີ່ຈະສືບຕໍ່ ສະໜັບສະໜູນລັດຖະບານ ສປປ ລາວ ໃນການບັນລຸເປົ້າໝາຍ ການພັດທະນາຂອງຕົນ ໃນໄລຍະເດືອນຂ້າງໜ້ານີ້ ພວກເຮົາຈະໄດ້ຮ່ວມກັນສະເຫຼີມສະຫຼອງວາລະໂອກາດອັນສຳຄັນນີ້ ເພາະການຮ່ວມມືລະຫວ່າງ ອົງການຢູນີເຊັບ ແລະ ລັດຖະບານ ສປປ ລາວ ແມ່ນຈະມີຄວາມສຳຄັນຍິ່ງກວ່າທີ່ເຄີຍມີມາ ກ່ອນ ສຳລັບເດັກນ້ອຍທຸກຄົນໃນລາວ ເພື່ອໃຫ້ພວກເຂົາບັນລຸທ່າແຮງຂອງຕົນໄດ້ຢ່າງເຕັມທີ່” Share:FacebookTwitter
ຕິດຕາມວຽກງານສົ່ງເສີມສິດທິເດັກ-ກະກຽມການສະເຫຼີມ ສະຫຼອງຄົບຮອບ 50 ປີ ຂອງ Unicef ໃນ ສປປ ລາວ
https://v2.vientianemai.net/archives/56999
ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20 ແລະ ງານວາງສະແດງສິນຄ້າສົ່ງອອກ ແຂວງ ກວາງຊີ ເປີດຂຶ້ນຢ່າງເປັນທາງ ການ ທີ່ ສປປ ລາວ ຈັດຂຶ້ນວັນທີ 24-26 ເມສາ 2023 ຢູ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ງານຄັ້ງນີ້ມີຄວາມ ໝາຍສຳຄັນ ແລະ ພິເສດ ເນື່ອງຈາກເປັນປີ ຄົບຮອບ 20 ປີ ຈີນ-ອາຊຽນ ທັງເປັນປີຄົບຮອບ 20 ປີຂອງງານວາງສະແດງສິນ ຄ້າຈີນ-ອາຊຽນ ແລະ ຄົບຮອບ 10 ປີ ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ (BRI)” ຂອງປະທານປະເທດ ສີ ຈິ້ນຜິງ. ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ງານວາງສະແດງຄັ້ງນີ້ມີຄະ ນະຜູ້ແທນຈາກແຂວງກວາງຊີ ກອງເລຂາງານວາງສະແດງ ຈີນ-ອາຊຽນ ແລະ ບັນດານັກທຸລະກິດ ບໍລິສັດ ຫ້າງຮ້ານ ຈາກ ແຂວງກວາງຊີ ສປ ຈີນ ເຊິ່ງຈຳນວນໜຶ່ງແມ່ນເດີນທາງມາແຕ່ ແຂວງກວາງຊີ ພາກສ່ວນໜຶ່ງແມ່ນດໍາເນີນທຸລະກິດ ແລະ ລົງທຶນຢູ່ ສປປ ລາວ ແລະ ອີກຈຳນວນໜຶ່ງແມ່ນນັກທຸລະກິດມາຈາກ ປະເທດໄທ ໄດ້ເດີນທາງມາເຂົ້າຮ່ວມງານວາງສະແດງ ຄັ້ງນີ້. ງານວາງສະແດງສິນຄ້າ ຈີນ-ອາຊຽນ ຖືເປັນງານວາງສະແດງທີ່ການນຳຂັ້ນສູງຂອງຈີນ ແລະ ບັນດາປະເທດອາຊຽນ ໃຫ້ ຄວາມສຳຄັນ ທັງເປັນເວທີແຫ່ງການພົວພັນຮ່ວມມືຮອບດ້ານ ລະຫວ່າງ ພາກລັດ ພາກທຸລະກິດ ແລະ ການໄປມາຫາສູ່ ຂອງປະຊາຊົນ ໂດຍມີບົດບາດໃນການຊຸກຍູ້ສົ່ງເສີມດ້ານການຄ້າ-ການລົງທຶນການທ່ອງທ່ຽວ ເພື່ອສະໜັບສະໜູນເຂດການ ຄ້າເສລີ ຈີນ-ອາຊຽນ ໃຫ້ປະກົດຜົນເປັນຈິງເປັນເທື່ອກ້າວ. ສຳລັບ ສປປ ລາວ ໄດ້ປະກອບສ່ວນເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ເລີ່ມຕັ້ງແຕ່ປີ 2004 ທີ່ນະຄອນ     ໜານໜີງເປັນຕົ້ນມາ ເຊິ່ງໃນແຕ່ລະປີການນຳຂັ້ນສູງຂອງ ສປປ ລາວ ກໍໄດ້ນຳພາຄະນະຜູ້ແທນພ້ອມດ້ວຍຫົວໜ່ວຍທຸລະກິດທີ່ມີສິນຄ້າທ່າແຮງເຂົ້າຮ່ວມງານວາງສະແດງດັ່ງກ່າວຢ່າງມີຜົນສໍາເລັດຕະຫຼອດມາ. ສະເພາະໃນງານວາງສະແດງຄັ້ງນີ້້ ໄດ້ມີບໍລິສັດເຂົ້າຮ່ວມທັງໝົດ 175 ບໍລິສັດ ມີ 235 ຫ້ອງວາງສະແດງ ໃນນີ້ມີບໍລິສັດທຸລະ ກິດຂອງລາວ 25 ຫົວໜ່ວຍ ນຳໃຊ້ 30 ຫ້ອງວາງສະແດງ ຈາກ ສປ ຈີນ ມີບໍລິສັດ 100 ຫົວໜ່ວຍ ນຳໃຊ້ 155 ຫ້ອງວາງ ສະແດງ ແລະ ຈາກປະເທດໄທມີ 50 ບໍລິສັດ ນຳໃຊ້ 50 ຫ້ອງວາງສະແດງ ໂດຍສິນຄ້າທີ່ນຳມາວາງສະແດງປະກອບມີເຄື່ອງ ໃຊ້ ອຸປະກອນໄຟຟ້າ ກົນຈັກ ແລະ ເຄື່ອງມືຮັບໃຊ້ການຜະລິດກະສິກຳ ນະວັດຕະກຳ ພະລັງງານສະອາດ ອຸປະກອນການ ແພດ ແລະ ການຢາ ອຸປະກອນເຄື່ອງກໍ່ສ້າງ ອາຫານ ແລະ ເຄື່ອງດື່ມ. ງານວາງສະແດງສິນຄ້າ ຄັ້ງນີ້ ຈະກາຍເປັນເວທີໜຶ່ງ ທີ່ສ້າງກາລະໂອກາດ ແລະ ແລກປ່ຽນຕະຫຼາດຮ່ວມກັນ ເຮັດໃຫ້ທຸ ລະກິດ ລາວ-ຈີນ ສາມາດຊອກໄດ້ຄູ່ຄ້າ ກໍຄື ຕະຫຼາດ ແລະ ໄດ້ເຊັນສັນຍາຮ່ວມມືທຸລະກິດກັນ ໃນຫຼາຍຂົງເຂດ ໂດຍນໍາໃຊ້ ປະໂຫຍດຈາກການເຂົ້າຮ່ວມງານຄັ້ງນີ້ໄປຮ່ວມກັນຜັນຂະຫຍາຍ ແນໃສ່ເພື່ອເພີ່ມທະວີ ແລະ ສົ່ງເສີມດ້ານເສດຖະກິດ ການຄ້າ ການລົງທຶນ ແລະ ທ່ອງທ່ຽວ ຕະຫຼອດຮອດການພົວພັນຮ່ວມມື ລະຫວ່າງ ພາກລັດ ພາກທຸລະກິດ ແລະ ປະຊາຊົນ ເພື່ອປະກອບສ່ວນເຂົ້າໃນການເພີ່ມມູນຄ່າການຄ້າລະຫວ່າງສອງປະເທດໃຫ້ນັບມື້ຫຼາຍຂຶ້ນ ໂອກາດນີ້ ໃນພິທີດັ່ງກ່າວ ຍັງໄດ້ ລົງນາມການຮ່ວມມືໂຄງການໃນຂົງເຂດຕ່າງໆຂອງລາວ ແລະ ແຂວງກວາງຊີ ເຊັ່ນ: ຂະແໜງການຄ້າ ອຸດສາຫະກຳ ກະສິກຳ ແລະ ການສືກສາ ແລະ ກີລາ ເພື່ອສືບຕໍ່ການຮ່ວມມືສອງຝ່າຍໃນຕໍ່ໜ້າໃຫ້ມີຜົນສຳເລັດຍິ່ງຂຶ້ນ. ສໍາລັບພິທີເປີດງານເປັນທາງການໄດ້ຈັດຂຶ້ນໃນວັນທີ 24 ເມສາ 2023 ໂດຍມີ ທ່ານ ນາງ ຈັນສຸກ ແສງພະຈັນ ທ່ານ ຈຽງ ໄຊ່ຕົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ລາວ ທ່ານ ໄຊຊະນະ ສິດທິພອນ ຮອງປະທານຄະນະກຳມາທິການຮ່ວມມືລາວ -ຈີນ ທ່ານ ນາງເວີຍ ຊາວຮຸ້ຍ ຫົວໜ້າກອງເລຂາງານວາງສະແດງສິນຄ້າຈີນ-ອາຊຽນ ພ້ອມດ້ວຍຄະນະຮັບຜິດຊອບຈັດງານ ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. Share:FacebookTwitter
ເປີດງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20
https://v2.vientianemai.net/archives/57005
ອົງການການເງິນສາກົນ (IFC)ຈັດຊຸດເຝິກອົບຮົມກ່ຽວກັບທັກສະດ້ານກົດໝາຍສຳລັບໂຄງການລົງທຶນທີ່ນຳໃຊ້ແຫຼ່ງທຶນ ຈາກພາກເອກະຊົນ ລະຫວ່າງວັນທີ 24-27 ເມສາ 2023 ທີ່ໂຮງແຮມຄຣາວພລາຊາ ມີ ທ່ານ ພົງສະຫວັນ ພົມກອງ ຫົວ ໜ້າຫ້ອງການ IFC ປະຈຳລາວ ທ່ານ ນາງ ທະວີຈັນ ທ່ຽງເທບວົງສາ ຮອງຫົວໜ້າກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍວິທະຍາກອນ ແລະ ສຳມະນາກອນເຂົ້າຮ່ວມ. ທ່ານ ພົງສະຫວັນ ພົມກອງ ກ່າວວ່າ: ທັກສະດ້ານກົດໝາຍສຳລັບໂຄງການລົງທຶນທີ່ນຳໃຊ້ແຫຼ່ງທຶນຈາກພາກເອກະຊົນໄດ້ ຮັບການອອກແບບ ໂດຍສຸມໃສ່ຄວາມຕ້ອງການພັດທະນາພື້ນຖານໂຄງລ່າງຂອງ ສປປ ລາວ ໂດຍສະເພາະ ການລົງທຶນຮ່ວມ ລະຫວ່າພາກລັດ ແລະ ເອກະຊົນ (PPP) ແລະ ເປົ້າໝາຍດ້ານດິຟ້າອາກາດຂອງ ສປປ ລາວ ເຊິ່ງ ສປປ ລາວ ຕ້ອງການລົງທຶນ ຫຼາຍເພື່ອ ຫັນປ່ຽນຈາກປະເທດທີ່ບໍ່ມີທາງອອກສູ່ທະເລໃຫ້ກາຍເປັນປະເທດເຊື່ອມຈອດດ້ວຍງົບປະມານຂອງລັດທີ່ມີຈຳ ກັດມັນເປັນສິ່ງຈຳເປັນພື້ນຖານທີ່ລັດຖະບານຕ້ອງໄດ້ໝູນໃຊ້ການມີສ່ວນຮ່ວມຂອງພາກເອກະຊົນໂດຍຜ່ານກົນໄກການລົງທຶນຮ່ວມລະຫວ່າງພາກລັດ ແລະ ພາກເອກະຊົນ ພ້ອມດຽວກັນນັ້ນລະບຽບກົດໝາຍກໍມີຄວາມສຳຄັນຕໍ່ວຽກງານດັ່ງກ່າວ ສະນັ້ນ ລັດຖະບານຈຶ່ງໄດ້ຍົກລະດັລດຳລັດວ່າດ້ວຍ PPP ມາເປັນກົດໝາຍ ເຊິ່ງການປັບປຸງກອບກົດໝາຍ PPP ຈະສາມາດ ດຶງດູດການລົງທຶນຂອງເອກະຊົນໃຫ້ຫຼາຍຂຶ້ນຜ່ານກົນໄກ PPP ການພັດທະນາການລົງທຶນຮ່ວມລະຫວ່າງພາກລັດ-ເອກະ ຊົນໃຫ້ມີຄຸນນະພາບຜ່ານ PPP ຖືເປັນໝາກຫົວໃຈສຳຄັນໃນການດຶງດູດການລົງທຶນພາກເອກະຊົນທີ່ມີຄຸນນະພາບ ເຂົ້າ ໃນຂະແໜງພື້ນຖານໂຄງລ່າງ ສາມາດໄປສູ່ການສ້າງແຜນໂຄງການ PPP ໃນຫຼາຍຂະແໜງການເຊັ່ນ ການຂຸດຄົ້ນບໍ່ແຮ່ ການພັດທະນາອະສັງຫາລິມະຊັບ ໄປຄຽງຄູ່ກັນນັ້ນຈະຕ້ອງມີສະພາບແວດລ້ອມທີ່ເອື້ອອຳນວຍທີ່ເຂັ້ມແຂງດ້ານກອບກົດ ໝາຍ ແລະ ລະບຽບການ ຄວາມອາດສາມາດດ້ານສະຖາບັນ ຄວາມຮູ້ກ່ຽວກັບການປະຕິບັດທີ່ດີຂອງສາກົນອີກດ້ວຍ. ການເຝິກອົບຮົມຄັ້ງນີ້ຈະໄດ້ຮຽນຮູ້ວົງຈອນຊີວິດຂອງໂຄງການ ການສຶກສາບັນດາຕົວຢ່າງຂອງໄລຍະເວລາການສະໜອງທຶນ ໂຄງການສຳປະທານທ່າບົກ ແລະ ໂຄງການກ່ຽວຂ້ອງ ການສຳປະທານ ການເຈລະຈາເງື່ອນໄຂການສະໜອງທຶນ ສຳລັບສັນ ຍາສຳປະທານທ່າບົກ ເຈລາເງື່ອນໄຂຊຳລະໜີ້ ການກຳນົດ ການປະເມີນ ການຫຼຸດຜ່ອນຄວາມສ່ຽງ ແລະ ອື່ນໆ ຈາກວິທະ ຍາກອນທັງພາຍໃນ ແລະ ຕ່າງປະເທດ. Share:FacebookTwitter
ສ້າງຄວາມເຂັ້ມກ່ຽວກັບທັກສະດ້ານກົດໝາຍ ສຳລັບໂຄງການລົງທຶນທີ່ນຳໃຊ້ແຫຼ່ງທຶນຈາກພາກເອກະຊົນ
https://v2.vientianemai.net/archives/57011
ໃນວັນທີ 24 ເມສາ 2023 ທີ່ກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມພົບປະຂັ້ນວິຊາການ ລະ ຫວ່າງ ຄະນະຜູ້ແທນຂັ້ນສູນກາງປ້ອງກັນຄວາມສະຫງົບລາວ ແລະ ຄະນະຜູ້ແທນກະຊວງປ້ອງກັນຄວາມສະຫງົບຫວຽດ ນາມ ກ່ຽວກັບໂຄງການກໍ່ສ້າງຖານຂໍ້ມູນພົນລະເມືອງແຫ່ງຊາດ ແລະ ອອກບັດປະຈໍາຕົວທັນສະໄໝ ຝ່າຍລາວນຳໂດຍ ພົນ ຈັດຕະວາ ໜູໃບ ອິນທິສານ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບລາວ ຝ່າຍຫວຽດນາມ ນຳໂດຍ ພົນຈັດຕະວາ ຫງວຽນ ກວັກ ຮຸ່ງ ຫົວໜ້າກົມຕໍາຫຼວດຄຸ້ມຄອງບໍລິຫານຄວາມເປັນລະບຽບຮຽບ ຮ້ອຍທາງສັງຄົມກະຊວງປ້ອງກັນຄວາມສະຫງົບຫວຽດນາມ ໂດຍມີຄະນະສອງຝ່າຍເຂົ້າຮ່ວມ. ໃນກອງປະຊຸມ ຝ່າຍລາວໄດ້ລາຍງານສະພາບໂດຍຫຍໍ້ຂອງການຈັດຕັ້ງປະຕິບັດວຽກ ງານຈົດທະບຽນຄຸ້ມຄອງສຳມະໂນຄົວ ແລະ ອອກບັດປະຈຳຕົວໃນປັດຈຸບັນທົ່ວປະເທດມີ 17 ແຂວງ 1 ນະຄອນຫຼວງວຽງຈັນ ມີ 145 ເມືອງ 3 ນະຄອນ ມີ 1.158 ກຸ່ມບ້ານ ມີ 8.399 ບ້ານ ມີ 1.335.708 ຫຼັງຄາເຮືອນ ມີ 1.399.904 ຄອບຄົວ ພົນລະເມືອງທັງໝົດມີ 7.235.341 ຄົນ ຍິງ 3.640.015 ຄົນ ຈຳນວນຄົນຕ່າງດ້າວ ມີ 13.576 ຄົນ ຍິງ 5.038 ຄົນ ພົນລະເມືອງທີ່ໄດ້ຂຶ້ນທະບຽນສໍາມະໂນຄົວແລ້ວມີ 1.385.964 ຄອບຄົວ ມີຈຳນວນພົນທັງໝົດ 7.113.973 ຄົນ ຍິງ 3.581.483 ຄົນ ໃນນັ້ນ ຄົນຕ່າງດ້າວ ມີ 4.823 ຄອບຄົວ ມີຈໍານວນ 13.576 ຄົນ ຍິງ 5.038 ຄົນ. ນອກນີ້ ດ້ານວຽກງານການຈັດຕັ້ງປະຕິບັດວຽກງານຄຸ້ມຄອງພົນລະເມືອງ ແລະ ອອກບັດປະຈໍາຕົວດ້ວຍລະບົບເອເລັກໂຕຼນິກ ໂດຍຫັນເອົາຂໍ້ມູນພົນລະເມືອງເຂົ້າສູ່ລະບົບທັນສະໄໝແມ່ນເລີ່ມຕົ້ນຈັດຕັ້ງປະຕິບັດໃນປີ 2008 ໂດຍແມ່ນບໍລິສັດຮົວເວ້ ເປັນຜູ້ຮັບຈັດຕັ້ງປະຕິບັດ ເປັນຕົ້ນແມ່ນວຽກງານກໍ່ສ້າງພື້ນຖານໂຄງລ່າງ ແລະ ປັບປຸງຫ້ອງການເຮັດວຽກ ຢູ່ບັນດາແຂວງ ແລະ ເມືອງໃນຂອບເຂດທົ່ວປະເທດ ວຽກງານເຕັກໂນໂລຊີ ແມ່ນໄດ້ສ້າງສູນຂໍ້ມູນ ເພື່ອຮອງຮັບຂໍ້ມູນພົນລະເມືອງ ໄດ້ພັດ ທະນາລະບົບຊັອບແວ ມີ 2 ໂມດູນຫຼັກຄື: ຄຸ້ມຄອງສຳມະໂນຄົວລາວ-ຕ່າງດ້າວ ອອກບັດປະຈໍາຕົວລາວ ໄດ້ປະກອບ ແລະ ຕິດຕັ້ງອຸປະກອນເກັບກຳຂໍ້ມູນຢູ່ສູນກາງ, ບັນດາແຂວງ ແລະ ເມືອງໃນຂອບເຂດທົ່ວປະເທດ ເພື່ອປ້ອນຂໍ້ມູນບຸກຄົນເຂົ້າ ສູ່ລະບົບເຄື່ອງຈັກພິມບັດປະຈໍາຕົວ ແລະ ເຄື່ອງຈັກພິມປື້ມສໍາມະໂນຄົວ ພ້ອມກັນນັ້ນ ຍັງໄດ້ມີການຝຶກອົບຮົມການນຳ ໃຊ້ລະບົບໂປຼແກມຄຸ້ມຄອງພົນລະເມືອງ ແລະ ອອກບັດປະຈຳຕົວ ເຊິ່ງໄດ້ມີການແບ່ງຂັ້ນການຄຸ້ມຄອງ ແລະ ການນຳ ໃຊ້ລະບົບຄື: ຂັ້ນສູນກາງ ຂັ້ນແຂວງ ແລະ ຂັ້ນເມືອງ. ຈາກນັ້ນ ທັງສອງຝ່າຍກໍໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຈົດທະ ບຽນຄຸ້ມຄອງສຳມະໂນຄົວ ແລະ ອອກ ບັດປະຈຳຕົວທັນສະໄໝ ແລະ ແຜນການຈັດ ຕັ້ງປະຕິບັດ ເຮັດວຽກຮ່ວມກັນລະຫວ່າງກົມກອງອ້ອມຂ້າງກະຊວງປ້ອງກັນ ຄວາມສະຫງົບລາວ ກັບຄະນະຜູ້ແທນ ກະຊວງປ້ອງກັນຄວາມສະຫງົບຫວຽດນາມ ໃຫ້ເຊິ່ງກັນ ແລະ ກັນຮັບຊາບ ພ້ອມທັງ ຮ່ວມກັນປຶກສາຫາລື ບັນດາວຽກງານທີ່ໄດ້ຮ່ວມ ກັນຈັດຕັ້ງປະຕິບັດ ເພື່ອຮ່ວມກັນສືບຕໍ່ຈັດຕັ້ງປະຕິບັດ ແລະ ແກ້ໄຂບັນດາຂໍ້ ຄົງຄ້າງຕ່າງໆ ໃຫ້ມີຜົນສຳເລັດ. ພາບ-ຂ່າວ: ໜັງ​ສື​ພິ​ມຄ​ວາມ​ສະ​ຫງົບ Share:FacebookTwitter
ລາວ-ຫວຽດນາມ ຫາລືກໍ່ສ້າງຖານຂໍ້ມູນພົນ ລະເມືອງແຫ່ງຊາດ ແລະ ອອກບັດປະຈໍາຕົວທັນສະໄໝ
https://v2.vientianemai.net/archives/57026
ທະນາຄານ ບີໄອຊີລາວ ຈໍາກັດ ເປີດໜ່ວຍບໍລິການໃໝ່ຢ່າງເປັນທາງການເມື່ອວັນທີ 25 ເມສາ 2023 ຢູ່ສູນການຄ້າລາວ-ໄອເຕັກ (ອາຄານໄອເຕັກ ມໍ ຊັ້ນ 1) ບ້ານໂພນທັນເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.     ທະນາຄານ ບີໄອຊີລາວ ຈໍາກັດ ເປັນໜຶ່ງໃນບັນດາທະນາຄານທີ່ມີການເຕີບໃຫຍ່ ແລະ ຂະຫຍາຍຕົວຢ່າງວ່ອງໄວ ເຊິ່ງສະແດງອອກໂດຍການເພີ່ມຂຶ້ນຂອງຖານລູກຄ້າ ຂະໜາດຂອງຊັບສິນ ແລະ ລາຍຮັບຈາກການດໍາເນີນທຸລະກິດ ທີ່ມີຜົນກຳໄລຢ່າງຕໍ່ເນື່ອງ ການສ້າງໜ່ວຍບໍລິການໃໝ່ແຫ່ງນີ້ ມີເປົ້າໝາຍເພື່ອຮອງຮັບຖານລູກຄ້າທີ່ເພີ່ມຂຶ້ນ ແລະ ອໍານວຍຄວາມສະດວກໃຫ້ບັນດາລູກຄ້າຂອງທະນາຄານ ບັນດາຫ້າງຮ້ານ ຫຼື ບຸກຄົນທົ່ວໄປ ທີ່ບໍ່ສະດວກໃນການໄປເຮັດທຸລະກໍາການເງິນ ໃນໂມງລັດຖະການ.     ເພື່ອຄວາມເປັນສີລິມຸງຄຸນໃຫ້ໜ່ວຍບໍລິການໃໝ່ ທະນາຄານ ບີໄອຊີລາວ ຈໍາກັດ ໄດ້ມີການຈັດພິທີບາສີສູ່ຂວັນ ໂດຍມີຕົວແທນຈາກຄະນະຜູ້ບໍລິຫານ ແລະ ພະນັກງານຂອງທະນາຄານ ບີໄອຊີລາວ ຈໍາກັດ ເຂົ້າຮ່ວມ ແລະ ເນື່ອງໃນໂອກາດສະເຫຼີມສະຫຼອງການເປີດໜ່ວຍບໍລິການໃໝ່ ຄັ້ງນີ້ ທະນາຄານ ຍັງໄດ້ຈັດກິດຈະກໍາເພື່ອສົ່ງເສີມການສ້າງຖານລູກຄ້າ ແລະ ມອບຄວາມປະທັບໃຈໃຫ້ຜູ້ເຂົ້າຮ່ວມທຸກທ່ານ ໂດຍການແຈກຂອງສົມມະນາຄຸນ.     ໜ່ວຍບໍລິການ ໄອເຕັກມໍ ແມ່ນເປີດໃຫ້ບໍລິການລູກຄ້າທຸກໆວັນ ທັງໃນໂມງລັດຖະການ ແລະ ນອກໂມງລັດຖະການ ເຊິ່ງລູກຄ້າສາມາດເຮັດທຸລະກໍາການເງິນທົ່ວໄປໄດ້ປົກກະຕິ ເຊັ່ນ: ການຝາກເງິນ ຖອນເງິນ ແລກປ່ຽນເງິນຕາ ລວມທັງການໃຫ້ບໍລິການໂອນເງິນທັງພາຍໃນ ແລະ ຕ່າງປະເທດ ຜ່ານລະບົບ Visa B2B Connect ທີ່ມີຄວາມວ່ອງໄວ ກວດສອບໄດ້ ແລະ ປອດໄພສູງ. Share:FacebookTwitter
ເປີດໜ່ວຍບໍລິການໃໝ່ ທະນາຄານ ບີໄອຊີລາວ “ໜ່ວຍບໍລິການໄອເຕັກມໍ” ຢ່າງເປັນທາງການ
https://v2.vientianemai.net/archives/57037
ພິທີມອບ-ຮັບ ໂຄງການກໍ່ສ້າງຂະຫຍາຍໂຮງງານຜະລິດນໍ້າປະປາດົງບັງໄລຍະ II ກຳລັງການຜະລິດ 24.​000 ແມັດກ້ອນຕໍ່ວັນ ແລະ ເປີດການກໍ່ສ້າງໂຄງການບໍາບັດນໍ້າເປື້ອນຢູ່ນະຄອນຫຼວງວຽງຈັນ ພາຍໃຕ້ເງີນກູ້ຍືມບໍ່ມີດອກເບ້ຍຈາກລັດຖະບານຮົງ ກາລີ ຈັດຂຶ້ນວັນທີ 27 ພຶດສະພາ 2023 ທີ່ບ້ານນາສາລາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ມີ ທ່ານ ອາດສະພັງທອງ​ ສີ ພັນດອນ​ ເຈົ້າຄອງນະຄອນຫຼວງວຽງຈັນ​ ທ່ານ ປີເຕີ້ ຊິຢາໂຕ ລັດ​ຖະມົນຕີກະຊວງການຄ້າ ແລະ ຕ່າງປະເທດ​ຮົງກາລີ ພ້ອມ ດ້ວຍບັນດາ​ຮອງລັດຖະມົນຕີ​ ຮອງເຈົ້າຄອງ​ ແລະ ພາກສ່ວນກ່ຽວຂ້ອງ​ເຂົ້າ​ຮ່ວມ. ທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າ​ພະແນກ​ໂຍທາ​ທິການ​ແລະ​ຂົນສົ່ງ​ ນະຄອນຫຼວງ​ວຽງຈັນ​ ກ່າວວ່າ: ການກໍ່ສ້າງໂຄງການ ບໍາບັດນໍ້າ ຫຼື ໂຄງການກໍ່ສ້າງໂຮງງານບໍາບັດນໍ້າເປື້ອນພາຍໃຕ້ເງິນກູ້ຢືມບໍ່ມີດອກເບ້ຍຈາລັດຖະບານຮົງກາລີ ເຊິ່ງ ລັດຖະບານ ສປປ ລາວ ໄດ້ອະນຸມັດໃຫ້ ກະຊວງການເງິນ ເຊັນສັນຍາເງິນກູ້ຢືມ ບໍ່ມີດອກເບ້ຍແຕ່ມີເງື່ອນໄຂ ກັບທະນາຄານ ເພື່ອການສົ່ງ ອອກ-ນຳເຂົ້າ ຮົງກາລີ ຕາມສັນຍາ ສະບັບຄັ້ງວັນທີ 30 ມັງກອນ 2018 ໃນມູນຄ່າການກູ້ຢືມ 100 ລ້ານໂດລາສະຫະລັດ ແລະ ນະຄອນຫຼວງວຽງຈັນ ໄດ້ເຊັນສັນຍາທາງດ້ານການຄ້າ ກັບສະມາຄົມໂຄງການນໍ້າ ຮົງກາລີ-ລາວ ໂດຍແມ່ນ ບໍລິສັດ ລາວໂປຼເຈັກ ໃນຄັ້ງວັນທີ 7 ທັນວາ 2017 ໂຄງການແມ່ນມີກຳນົດເວລາການຈັດຕັ້ງປະຕິບັດແມ່ນ 4 ປີ ແລະ ໄດ້ມີການຕໍ່ສັນ ຍາການຄ້າ ເພີ້ມເຕີ້ມອອກໄປຕື່ມຮອດເດືອນ ມີນາ ປີການກໍ່ສ້າງຂະຫຍາຍໂຮງງານນໍ້າປະປາ ດົງບັງ ດ້ວຍກໍາລັງການຜິດ 24.000 ແມັດກ້ອນຕໍ່ມື້ ພ້ອມດ້ວຍການກໍ່ສ້າງຕ້ານເຈື່ອນແຄມນໍ້າງື່ມ ເຂດ ໂຮງງານນໍ້າປະປາ ດົງບັງ ໃນມູນຄ່າທັງໝົດ 12.760.567 ໂດລາສະຫະລັດ ໃນນີ້ມູນຄ່າການກໍ່ສ້າງຂະຫຍາຍໂຮງງານນໍ້າປະປາ ມູນຄ່າ 11.661.823,63 ໂດລາ ສະຫະ ລັດ ເປັນການກໍ່ສ້າງພຽງແຕ່ລະບົບໂຮງງານ ພາຍຫຼັງການກໍ່ສ້າງສຳເລັດແມ່ນເຊື່ອມຕໍ່ການບໍລິການນໍ້າປະປາ ເຂົ້າໃສ່ລະບົບ ທໍ່ເກົ່າທີ່ມີຢູ່ແລ້ວຂອງລັດວິສາຫະກິດ ນໍ້າປະປາ ນະ ຄອນຫຼວງ ການອອກແບບ ແລະ ກໍ່ສ້າງ ແມ່ນ ຝ່າຍ ບໍລິສັດ ລາວໂປຼເຈັກ ເປັນເຈົ້າການທັງໝົດໃນການຈັດຫາ ບໍລິສັດ ອອກແບບ KC ບໍລິສັດ ທີ່ປຶກສາ QZRT, WEE ແລະ ບໍລິສັດ ກໍ່ສ້າງ ທັງພາຍໃນ ຄືແລະ ບໍລິສັດ ຕ່າງປະເທດ ພະແນກ ຍທຂ ນະຄອນຫຼວງ ແລະ ລັດວິສາຫະກິດ ນໍ້າປະປາແລະ ບໍລິສັດ SPS ນະຄອນຫຼວງ ເປັນຜູ້​ຕິດຕາມກວດກາຕິດຕາມ ອຳນວຍຄວາມສະດວກ ແລະ ຊຸກຍູ້ ໃຫ້ວຽກງານໄປຕາມແຜນການທີ່ກໍານົດໄວ້ ການກໍ່ສ້າງ ແມ່ນປະຕິບັດຕາມມາດຕະຖານ EU ການຜະລິດຊິ້ນສ່ວນວັດຖຸອຸປະກອນເຄື່ອງຈັກ ຕ່າງໆແມ່ນນຳເຂົ້າຈາກປະເທດ ຮົງກາ ລີ ການກໍ່ສ້າງໂຮງງານແມ່ນໃຊ້ລະບົບ Rapid Sand Filter (ລະບົບກອງໄວ) ໂດຍມີການອອກແບບໂຄງສ້າງໂຮງງານເປັນ 2 ຊັ້ນ ໃຫ້ລະບົບກອງນໍ້າຢູ່ດ້ານເທີງ ແລະ ອ່າງເກັບນໍ້າສະອາດຢູ່ດ້ານລຸ່ມ ເຊິ່ງຊ່ວຍໃຫ້ປະຢັດພື້ນທີ່ ແຕ່ວິທີການກໍ່ສ້າງຈະ ມີຄວາມຫຍຸ້ງຍາກ ແລະ ມູນຄ່າກໍ່ສູງ ກ່ວາການອອກແບບກໍ່ສ້າງທົ່ວໄປ. ການກໍ່ສ້າງແມ່ນດຳເນີນ ໃນ ປີ 2020 ຖືວ່າໃນໄລ​ຍະການແຜ່ລະບາດ ຂອງພະຍາດ ໂຄວິດ 2019 ເຮັດໃຫ້ມີຂໍ້ຫຍຸ້ງຍາກ ຫຼາຍດ້ານ ແຕ່ເຖິງຢ່າງໃດກໍຕາມໃນປີ 2020 ສາມາດປະຕິບັດໄດ້ 13,06% ປີ 2021 ມີຄວາມຄືບໜ້າ 70,66% 2022 ມີຄວາມຄືບໜ້າ 97,69% ແລະ ເດືອນ 3 ປີ 2023 ແມ່ນສາເລັດ 100% ເຊິ່ງໄດ້ດໍາເນີນການທົດລອງແລນລະບົບເຄື່ອງຈັກ ແລະ ຜະລິດນໍ້າປະປາ ໄດ້ແລ້ວ, ການກໍ່ສ້າງແມ່ນຮັບປະກັນເປັນເວລາ 24 ເດືອນ ສ່ວນການກໍ່ສ້າງຕ້ານເຈື່ອນແຄມນໍ້າງື່ມ ເຂດ ໂຮງງານນໍ້າປະປາ ດົງບັງ ແມ່ນສໍາເລັດແຕ່ຕົ້ນປີ 2021 ຜ່ານມາ. ພາຍຫຼັງການກໍ່ສ້າງສຳເລັດໂຮງງານນໍ້າປະປາ ດົງບັງ ແຫ່ງນີ້ ຈະສາມາດສະໜອງນໍ້າປະປາ ໄດ້ 44.000 ແມັດກ້ອນຕໍ່ວັນ ເຊິ່ງຈະເຮັດໃຫ້ ນະຄອນຫຼວງວຽງຈັນ ມີນໍ້າປະປາ ສາມາດສະໜອງໄດ້ 348.000 ແມັດກ້ອນຕໍ່ວັນ ສໍາລັບໂຄງການກໍ່ ສ້າງລະບົບບໍາບັດນໍ້າເປື້ອນ ນະຄອນຫຼວງວຽງຈັນ ແມ່ນໄດ້ເລີ້ມແຕ່ກາງປີ 2018 ເປັນຕົ້ນມາ ແລະ ໄດ້ຮັບການຮັບຮອງເອົາ ບົດສຶກສາຄວາມເປັນໄດ້ໂຄງການຢ່າງເປັນທາງການ ຈາກລັດຖະບານ ແລະ ນະຄອນຫຼວງ ວຽງຈັນ ໃນປີ 2022 ໄດ້ສຳເລັດ ການອອກແບບລະອຽດວຽກດິນ ວຽກຮາກຖານລະບົບໂຮງງານ, ລະບົບເສັ້ນທາງເຂົ້າ-ອອກໂຄງການ ແລະ ເລີ່ມລົງມືກໍ່ສ້າງ ໂຮງງານບໍາບັດນໍ້າເປື້ອນ ດ້ວຍກໍາລັງການຜະລິດ 26.000 ແມັດກ້ອນຕໍ່ວັນ ໃນຕົ້ນປີ 2023 ຜ່ານມານີ້ ປະຈຸບັນມີຄວາມຄືບ ໜ້າ 10% ແລະ ທຽບຄວາມຄືບໜ້າທັງໝົດໂຄງການແມ່ນປະຕິບັດໄດ້ 31,63% ຂອງແຜນການລວມ ຄາດໝາຍໃຫ້ສຳເລັດ ໃນປີ 2025.​ Share:FacebookTwitter
ມອບ-ຮັບ ໂຄງການກໍ່ສ້າງຂະຫຍາຍໂຮງງານຜະລິດນໍ້າປະປາ ດົງບັງໄລຍະ II
https://v2.vientianemai.net/archives/57043
​    ວັນທີ 25 ເມສາ 2023 ທີ່ສະພາແຫ່ງຊາດ ທ່ານ ສັນຍາ ປຣະເສີດ ປະທານກໍາມາທິການການຕ່າງປະເທດ ສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ນາງ Enna Esther Viant Valdes ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ກູບາ ປະຈຳ ສປປ ລາວ. ​    ໂອກາດດັ່ງກ່າວ ທ່ານ ປະທານກຳມາທິການການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຈິງໃຈຕໍ່ ທ່ານ ນາງ Enna Esther Viant Valdes ໃນການມາເຂົ້າຢ້ຽມຄຳນັບ ຄັ້ງນີ້ ເພື່ອປຶກສາຫາລື ກ່ຽວກັບການຊຸກຍູ້ ແລະ ສົ່ງເສີມສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ມາແຕ່ດົນນານ ລະຫວ່າງ ສອງປະເທດ ລາວ-ກູບາ ແລະ ສະແດງຄວາມຊົມເຊີຍ ຕໍ່ການມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ກູບາ ປະຈຳ ສປປ ລາວ ຊຶ່ງຈະເປັນຂົວຕໍ່ ໃນການເສີມຂະຫຍາຍການພົວພັນຮ່ວມມືຂອງສອງປະເທດ ສປປ ລາວ ແລະ ສ ກູບາ ເປັນປະເທດເພື່ອນມິດຍຸດທະສາດ ທີ່ມີອຸດົມການສັງຄົມນິຍົມ ອັນດຽວກັນ ຕະຫຼອດໄລຍະທີ່ຜ່ານມາ ສອງປະເທດ ມີການພົວພັນຮ່ວມມື ອັນດີງາມນໍາກັນຢ່າງເປັນປົກກະຕິ ນັບແຕ່ໄດ້ສ້າງຕັ້ງສາຍພົວພັນທາງການທູດນຳກັນ ໃນປີ 1974.        ທ່ານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ກູບາ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ທ່ານປະທານກຳມາທິການການຕ່າງປະເທດ ທີ່ໄດ້ເສຍສະຫຼະເວລາອັນມີຄຸນຄ່າ ໃຫ້ການຕ້ອນຮັບໃນຄັ້ງນີ້ ແລະ ເຫັນດີ ຕໍ່ຄໍາຄິດຄຳເຫັນ ຂອງທ່ານ ປະທານກຳມາທິການການຕ່າງປະເທດ ທີ່ໄດ້ກ່າວມາແລ້ວນັ້ນພ້ອມທັງ ໄດ້ແຈ້ງໃຫ້ທ່ານປະທານກຳມາທິການການຕ່າງປະເທດຊາບ ກ່ຽວກັບ ຜົນການເລືອກຕັ້ງ ແລະ ແຕ່ງຕັ້ງບຸກຄະລາກອນ ຂອງສະພາແຫ່ງຊາດອຳນາດຂອງປະຊາຊົນ ແຫ່ງ ສ ກູບາ ທີ່ຫາກໍສຳເລັດລົງ ໃນຕົ້ນເດືອນເມສາ 2023 ທີ່ຜ່ານມາ ທ່ານເອກອັກຄະລັດຖະທູດ ກູບາ ໄດ້ຢັ້ງຢືນ ຈະສືບຕໍ່ປະຕິບັດໜ້າທີ່ ຂອງຕົນ ໃນຖານະທີ່ເປັນເອກອັກຄະລັດຖະທູດ ເພື່ອເສີມຂະຫຍາຍສາຍພົວພັນ ລະຫວ່າງ ສອງປະເທດ ກໍຄື ສອງພັກ ສອງລັດ ເວົ້າສະເພາະ ກໍຄືສອງອົງການນິຕິບັນຍັດ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ເປັນຮູບປະທຳຫຼາຍຂຶ້ນກວ່າເກົ່າ. Share:FacebookTwitter
ປະທານກໍາມາທິການການຕ່າງປະເທດ ຕ້ອນຮັບເອກອັກຄະລັດຖະທູດ ສ ກູບາ ປະຈຳລາວ
https://v2.vientianemai.net/archives/57049
ຄວາມພະຍາຍາມໃນທົ່ວໂລກ ເພື່ອບັນລຸການປ່ອຍທາດອາຍເຮືອນແກ້ວ ໃຫ້ເປັນສູນສາມາດໃຫ້ຜົນປະໂຫຍດດ້ານເສດ ຖະກິດ ແລະ ສັງຄົມຢ່າງຫຼວງຫຼາຍສຳລັບອາຊີທີ່ເປັນພາກພື້ນກໍາລັງພັດທະນາ ຜົນປະ ໂຫຍດເຫຼົ່ານີ້ ສາມາດເປັນ 5 ເທົ່າ ຂອງຕົ້ນທຶນຂອງການຫຼຸດຜ່ອນທາ​ດອ​າຍ​ດັ່ງ​ກ່າ​ວ. A technician is watering the soil to control dust to minimize the energy loss of Solar Panels installed in Islamia University Bahawalpur Solar Park, producing 2.5 Megawatt of clean energy, which fulfills almost complete load of electricity requirement of the University, Thursday, March 10, 2022. The ADB-Supported project enhances Pakistan’s energy security by helping install clean energy sources and improve people’s access to electricity in Punjab, Pakistan. (ADB-Photo, Rahim Mirza) ອີງຕາມບົດລາຍງານໃໝ່ຂອງທະນາຄານພັດທະນາອາຊີ (ADB) ຫົວຂໍ້ “ອາຊີໃນການຫັນເປັນສູນທົ່ວໂລກ” ຫຼື Asian Development Outlook Thematic Report: Asia in the Global Transition to Net Zero ທີ່ເຜີຍແຜ່ວັນທີ 27 ເມສາ 2023 ໃຫ້ຮູ້ວ່າ: ຜົນປະໂຫຍດ ລວມທັງການຫຼີກເວັ້ນການສູນເສຍທາງເສດຖະກິດ ຈາກການປ່ຽນແປງດິນຟ້າອາ ກາດ ເຊັ່ນດຽວກັນກັບສຸຂະພາບທີ່ໄດ້ຮັບການປັບປຸງດີຂຶ້ນ ຍ້ອນອາກາດທີ່ສະອາດ ສາມາດບັນລຸໄດ້ໂດຍຜ່ານການປະຕິຮູບ ນະໂຍບາຍເປົ້າໝາຍ. ໃນສະຖານະການທີ່ໂລກເຮັດວຽກຮ່ວມກັນທັນທີ ເພື່ອຫຼຸດພາວະໂລກຮ້ອນໃຫ້ຕ່ຳກວ່າ 2 ອົງສາເຊ ຕາມຂໍ້ຕົກລົງປາຣີ ຄ່າໃຊ້ ຈ່າຍຕໍ່ພາກພື້ນຈະກວມປະມານ 1% ຂອງລວມຍອດຜະລິດຕະພັນພາຍໃນປະເທດ ຫຼື GDP ຕໍ່ປີ ກ່ອນທີ່ຈະກວມເອົາສະ ພາບດິນຟ້າອາກາດ ຫຼື ຜົນປະໂຫຍດດ້ານຄຸນນະພາບຂອງອາກາດ. ທ່ານ ອາລ໌ເບີດ ປາກ ຫົວໜ້ານັກເສດຖະສາດຂອງ ADB ກ່າວວ່າ: ເພື່ອເຮັດໃຫ້ນະໂຍບາຍດິນຟ້າອາກາດມີປະສິດຕິຜົນ ພວກເຮົາຈໍາເປັນຕ້ອງໄດ້ນໍາເອົາແນວທາງທີ່ມີປະສິດທິຜົນທາງເສດຖະກິດ ເຊັ່ນ: ການກໍານົດລາຄາຄາບອນ ບົດລາຍງານ ສະບັບນີ້ສະແດງໃຫ້ເຫັນວ່າການປ່ຽນແປງຢ່າງມີປະສິດທິຜົນ ເພື່ອບັນລຸເປົ້າໝາຍຂໍ້ຕົກລົງປາຣີ ສາມາດໃຫ້ຜົນປະໂຫຍດ ສູງເຖິງ 5 ເທົ່າຂອງຕົ້ນທຶນ ໂລກຕ້ອງເຮັດວຽກຮ່ວມກັນ ເພື່ອບັນລຸເປົ້າໝາຍສະພາບດິນຟ້າອາກາດຂອງພວກເຮົາ ແລະ ຮັບປະກັນແກ່ການເຕີບໂຕແບບຍືນຍົງ ແລະ ຈະເລີນຮຸ່ງເຮືອງ ໂດຍບໍ່ປະຖິ້ມໃຜໄວ້ຂ້າງຫຼັງ. ພາກພື້ນອາຊີ ແລະ ປາຊີຟິກ ຢູ່ແຖວໜ້າຂອງການຕໍ່ສູ້ຕ້ານກັບສະພາບການປ່ຽນແປງດິນຟ້າອາກາດ ພາກພື້ນ ກວມເອົາ 70% ຂອງປະຊາກອນໂລກ ມີຄວາມສ່ຽງຈາກລະດັບນໍ້າທະເລທີ່ເພີ່ມຂຶ້ນ ຂະນະດຽວກັນ ພາກພື້ນໄດ້ປະກອບສ່ວນເກືອບ ເຄິ່ງໜຶ່ງຂອງການປ່ອຍທາດອາຍພິດເຮືອນແກ້ວຂອງທົ່ວໂລກໃນປີ 2019 ການບັນລຸເປົ້າໝາຍທາງເສດຖະກິດ ແລະ ການ ພັດທະນາຂອງອາຊີ ແລະ ປາຊີຟິກ ໃນຂະນະທີ່ຫຼີກລ້ຽງຄວາມສ່ຽງຈາກໄພພິບັດດ້ານສະພາບດິນຟ້າອາກາດ ຈະບໍ່ສາມາດ ເຮັດໄດ້ ຫາກບໍ່ປ່ຽນແປງຮູບແບບການເຕີບໂຕຂອງພາກພື້ນ. ການປ່ຽນແປງນີ້ ຈໍາເປັນຕ້ອງປ່ຽນແທນຖ່ານຫີນ ແລະ ນໍ້າມັນເຊື້ອໄຟຟອດຊິວອື່ນໆໂດຍໄວ ດ້ວຍແຫຼ່ງພະລັງງານທົດແທນ ເພີ່ມປະສິດທິຜົນພະລັງງານ ແລະ ອະນຸຮັກ “ແຫຼ່ງເກັບກັກຄາບອນ” ເປັນຕົ້ນປ່າໄມ້ ຜົນຕາມມາກໍຄືແນວທາງການຫັນ ໃຫ້ ເປັນສູນໃນທົ່ວໂລກ ສາມາດຊ່ວຍຮັກສາຊີວິດຄົນໄດ້ປະມານ 350.000 ຄົນຕໍ່ປີ ພາຍໃນປີ 2030 ເນື່ອງຈາກມົນລະພິດທາງ ອາກາດຫຼຸດລົງ ນອກນີ້ຍັງສາມາດສ້າງວຽກເຮັດງານທຳເພີ່ມອີກ 1,5 ລ້ານຕໍາແໜ່ງ ໃນຂະແໜງພະລັງງານ ພາຍໃນປີ 2050. ບົດລາຍງານລະບຸວ່າໃນສະພາບທີ່ອຸນຫະພູມໂດຍສະເລ່ຍເກືອບ 4 ອົງສາເຊ ໃນປີ 2100 ຄວາມເສຍຫາຍເກີດຈາກການ ປ່ຽນແປງດິນຟ້າອາກາດ ຄວາມສູນເສຍຈະເພີ່ມຂຶ້ນ 24% ໃນ GDP ຂອງອາຊີ ທີ່ເປັນພາກພື້ນກຳລັງພັດທະນາພາຍໃນ ທ້າຍສະຕະວັດດັ່ງກ່າວ ເຊິ່ງບົດລາຍງານໄດ້ແນະນຳໃຫ້ບັນດາຜູ້ວາງນະໂຍ ບາຍ ສຸມໃສ່ 3 ຂົງເຂດຕົ້ນຕໍ ຄື: ການກຳນົດລາ ຄາຄາບອນ ແລະ ການປະຕິຮູບ ການອຸດໜູນສໍາລັບນ້ຳມັນເຊື້ອໄຟຟອດຊິວ ແລະ ການນຳໃຊ້ທີ່ດິນ ລະບຽບການ ແລະ ແຮງຈູງໃຈເພື່ອລະດົມເງິນທຶນ ແລະ ສົ່ງເສີມພະລັງງານສະອາດ ແລະ ການປົກປ້ອງທາງສັງຄົມ ແລະ ການສະໜັບສະໜູນ ການຈ້າງງານ ເພື່ອໃຫ້ເກີດຄວາມເປັນທໍາ. Share:FacebookTwitter
ການປ່ອຍທາດອາຍເຮືອນແກ້ວໃຫ້ເປັນສູນ ຈະສ້າງຜົນປະໂຫຍດດ້ານເສດຖະກິດ-ສັງຄົມ
https://v2.vientianemai.net/archives/57054
ວັນທີ 28 ເມສາ 2023 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີປິດຊຸດເຝິກ ອົບຮົມທິດສະດີການ ເມືອງ-ການປົກຄອງ ໄລຍະ 45 ວັນ ຊຸດທີ VIII ໃຫ້ແກ່ສະມາຊິກພັກ ພະນັກງານ ພາຍໃນ ຫສນຍ ເປັນປະທານຂອງ ສະ ຫາຍ ອາລຸນໄຊ ສູນນະລາດ ເລຂາຄະນະພັກ ລັດຖະມົນຕີ ຫົວ ໜ້າ ຫສນຍ ມີຜູ້ຕາງໜ້າສະຖາບັນການເມືອງ-ການປົກຄອງ ແຫ່ງຊາດ ບັນດາສະຫາຍຜູ້ຕາງໜ້າຄະນະພັກຮາກຖານ ຄະນະໜ່ວຍພັກຮາກຖານ ແລະ ນັກສຳມະນາກອນເຂົ້າຮ່ວມ. ທ່ານ ນາງ ບຸນໜັກ ດາລາງາແກ້ວ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຫົວໜ້າຄະນະຮັບຜິດ ຊອບການເຝິກອົບຮົມຄັ້ງນີ້ ໄດ້ລາຍງານວ່າ: ຊຸດເຝິກອົບຮົມດັ່ງກ່າວ ໄດ້ດຳເນີນໃນລະຫວ່າງວັນທີ 22 ກຸມພາ ຫາ ວັນທີ 28 ເມສາ 2023 ມີນັກສຳມະ ນາກອນ ກໍຄືສະມາຊິກພັກ ພະນັກງານ-ລັດຖະກອນພາຍໃນ ຫສນຍ ແລະ ອົງການກາແດງແຫ່ງຊາດລາວເຂົ້າຮ່ວມທັງໝົດ 84 ສະຫາຍ ຍິງ 38 ສະຫາຍ ອາຈານສອນມາຈາກສະຖາບັນການເມືອງ-ການປົກຄອງແຫ່ງຊາດ ຈໍານວນ 29 ສະຫາຍ ຍິງ 7 ສະຫາຍ ແລະ ອາ ຈານຮັບເຊີນຈຳນວນໜຶ່ງ ສຳລັບ ເນື້ອໃນກໍຄືບົດຮຽນທີ່ນຳມາເຝິກອົບຮົມປະກອບມີ 5 ວິຊາ ລວມທັງ ໝົດ 33 ບົດ ຄື:ວິຊາປັດຊະຍາມາກ-ເລນິນ 6 ບົດ ວິຊາເສດຖະສາດການເມືອງ 8 ບົດ ວິຊາລັດທິສັງຄົມນິຍົມວິທະຍາສາດ 6 ບົດ ວິຊາການປົກຄອງ 8 ບົດ ແລະ ວິຊາກໍ່ສ້າງພັກ 5 ບົດ ລວມຊົ່ວໂມງຮຽນທັງໝົດ 315 ຊົ່ວໂມງ ຜ່ານການເຝິກອົບຮົມ ສາມາດຕີລາຄາ ແລະ ປະເມີນຄວາມຮັບຮູ້ເຂົ້າໃຈຂອງບັນດານັກສຳມະນາກອນຄື:ສາມາດຮັບຮູ້ ແລະ ເຂົ້າໃຈໃນລະດັບດີ ຫຼາຍ ຈໍານວນ 69 ສະຫາຍ ກວມ 82,15% ສາມາດຮັບຮູ້ ແລະ ເຂົ້າໃຈໃນລະດັບດີຈໍານວນ 15 ສະຫາຍ ກວມ 17,85%. ໂອກາດດຽວກັນ ສະຫາຍ ອາລຸນໄຊ ສູນນະລາດ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ພິທີ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາສູງຕໍ່ຄວາມຮັບຜິດຊອບ ແລະ ຜົນສຳເລັດໃນການເຝິກອົບຮົມທິດສະດີການເມືອງ-ການປົກຄອງຄອງຄັ້ງນີ້ ໂດຍ ສະເພາະຜົນການປະເມີນເຫັນວ່າ ມີນັກສຳມະນາກອນທີ່ສາມາດຮັບຮູ້ ແລະ ເຂົ້າໃຈບົດຮຽນໃນລະດັບດີຫຼາຍ ກວມເປັນ ສ່ວນໃຫຍ່ ອັນສຳຄັນ ສະຫາຍໄດ້ມີຄຳເຫັນ ຊີ້ນຳ ເພື່ອເປັນເຂັມຊີ້ທິດເຍືອງທາງໃນການເຄື່ອນໄຫວວຽກງານຕໍ່ໜ້າ ຕື່ມ ບາງດ້ານ ເປັນຕົ້ນ ໃຫ້ບັນດາສະຫາຍ ຄະນະພັກຮາກຖານ ຄະນະໜ່ວຍພັກຮາກຖານ ຕິດຕາມກວດກາ ແລະ ຕີລາຄາຄືນ ພາຍຫຼັງທີ່ສະມາຊິກພັກ-ພະນັກງານ ທີ່ຢູ່ໃນການຈັດຕັ້ງຂອງຕົນສຳເລັດການເຝິກອົບຮົມໃນຄັ້ງນີ້ແລ້ວ ສາມາດປັບປຸງປ່ຽນ ແປງພຶດຕິກຳ ກໍຄືການຈັດຕັ້ງປະຕິບັດໜ້າທີ່ວຽກງານ ມີການຫັນປ່ຽນທີ່ດີຂຶ້ນຄືແນວໃດ ໃຫ້ນັກສຳມະນາກອນ ນຳເອົາຄຳ ເຫັນຊີ້ນຳຂອງສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ໂອ້ລົມຕໍ່ຄະນະພັກ-ຄະນະນຳ ແລະ ພະນັກງານ -ລັດຖະກອນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນເດືອນມິຖຸນາ 2022 ຜ່ານມາໄປຄົ້ນຄວ້າ ແລະ ກຳ ແໜ້ນ ພ້ອມທັງ ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ໄດ້ຕາມເນື້ອໃນ (3 ເປັນ 4 ຮູ້ ແລະ 3 ມີ) ຄື:ເປັນຄົນດີ-ຄົນເກັ່ງ ເປັນຜູ້ທີ່ຫ້າວ ຫັນຟົດຟື້ນປະຕິວັດ ແລະ ເປັນຜູ້ທີ່ເຮັດແທ້ທຳຈິງ ຮູ້ອັນຖືກ-ອັນຜິດ ຮູ້ວາງແຜນຢ່າງເປັນລະບົບ ຮູ້ຈັດຕັ້ງປະຕິບັດວຽກງານ ຕົວຈິງ ແລະ ຮູ້ເຮັດວຽກຖືກກົດເກນພາວະວິໄສ ມີວິທະຍາສາດ ມີຫົວຄິດປະດິດສ້າງຢູ່ສະເໝີ ແລະ ມີແບບແຜນດຳລົງຊີວິດ ທີ່ເປັນແບບຢ່າງ. ພາບ ແລະຂ່າວ: ກົມປະຊາສຳພັນ ຫສນຍ. Share:FacebookTwitter
ປິດຊຸດເຝິກອົບຮົມທິດສະດີ-ການເມືອງການປົກຄອງ ຊຸດທີ VIII ຂອງ ຫສນຍ
https://v2.vientianemai.net/archives/57061
ນະຄອນຫຼວງວຽງຈັນ (ນວ) ພິທີເປີດນຳໃຊ້ເຊື້ອຈຸລິນຊີ ໂວບັກເຄຍ (Wolbachia) ເພື່ອຄວບຄຸມການສົ່ງຕໍ່ເຊື້ອໄຂ້ຍຸງລາຍ ຢູ່ ເມືອງຈັນທະບູລີ ແລະ ເມືອງໄຊເສດຖາ. ໂຄງການທົດລອງຈັດຕັ້ງປະຕິບັດວິທີການນໍາໃຊ້ຍຸງລາຍບ້ານທີ່ມີເຊື້ອຈຸລິນຊີ ໂວບັກເຄຍ (Wolbachia) ເພື່ອຄວບຄຸມການສົ່ງເຊື້ອພະຍາດໄຂ້ຍຸງລາຍ ຢູ່ເມືອງຈັນທະບູລີ ແລະ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນໄດ້ຮັບການສະໜັບສະ ໜູນທຶນຈາກໂຄງການຄວບຄຸມປະຊາກອນຍຸງໂລກ World Mosquito Program (WMP) ປະ ເທດອົດສະຕຣາລີ ໂດຍແມ່ນກະຊວງສາທາລະ ນະສຸກ ເປັນຜູ້ຊີ້ນໍາລວມ ກົມຄວບຄຸມພະຍາດຕິດ ຕໍ່ ແລະ ອົງການຊ່ວຍເຫຼືອເດັກສາກົນ ເປັນຜູ້ຈັດ ຕັ້ງປະຕິບັດກິດຈະກໍາ ເຊິ່ງປະກອບມີ ການໂຄສະ ນາເຜີຍແຜ່ຂໍ້ມູນຂ່າວສານເພື່ອໃຫ້ຄວາມຮູ້ກ່ຽວ ກັບການນຳໃຊ້ເຊື້ອຈຸລິນຊີ ໂວບັກເຄຍ ເພື່ອຄວບ ຄຸມການສົ່ງຕໍ່ເຊື້ອໄຂ້ຍຸງລາຍ ແລະ ສ້າງການມີສ່ວນຮ່ວມຂອງຫຼາຍຂະແໜງການທີ່ກ່ຽວຂ້ອງລວມທັງການຈັດຕັ້ງບ້ານ ອາສາສະໝັກບ້ານ ແລະ ຊຸມຊົນໃນບ້ານເປົ້າໝາຍ ການປ່ອຍຍຸງລາຍບ້ານທີ່ມີເຊື້ອຈຸລິນຊີໂວບັກເຄຍ ການຕິດຕາມຢູ່ພາກສະໜາມໃນໄລຍະເວລາປ່ອຍ ແລະ ປ່ອຍຍຸງໃນພື້ນທີ່ໂຄງການ. ຈຸດປະສົງຫຼັກຂອງໂຄງການແມ່ນເພື່ອປະກອບສ່ວນເຂົ້າໃນການຄວບຄຸມການສົ່ງຕໍ່ເຊື້ອໄຂ້ຍຸງລາຍຢູ່ ສປປ ລາວ ແລະ ສະໜັບສະໜູນເປົ້າໝາຍແຫ່ງຊາດ ທີ່ໄດ້ກໍານົດໄວ້ໃນ ແຜນປະຕິບັດງານກ່ຽວກັບການກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ໂດຍນໍາໃຊ້ມາດຕະການເຊື່ອມສານແບບຄົບຊຸດ. ສ່ວນກິດຈະກຳປ່ອຍຍຸງ ນັ້ນຈະໃຊ້ເວລາທັງໝົດ 20 ອາທິດ ເລີ່ມແຕ່ອາທິດສຸດທ້າຍຂອງເດືອນເມສາ ຈົນເຖິງທ້າຍເດືອນ ສິງຫາ 2023 ກວມເອົາເນື້ອທີ່ທັງໝົດປະມານ 11 ຕາແມັດ ເຊິ່ງວ່າຈະສາມາດຊ່ວຍປ້ອງກັນປະຊາກອນຈຳນວນຫຼາຍກ່ວາ 60.000 ຄົນຈາກການຕິດເຊື້ອໄຂ້ຍຸງລາຍຢູ່ໃນ 2 ເມືອງເປົ້າໝາຍ. ພິທີດັ່ງກ່າວຈັດຂຶ້ນໃນວັນທີ 29 ເມສາ 2023 ທີ່ ສວນສາທາລະນະປະຕູໄຊ ເປັນປະທານຮ່ວມຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະ ຊວງສາທາລະນະສຸກ ທ່ານ ພູຂົງ ບັນນາວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ Luke Ebbs ຫົວໜ້າອົງການຊ່ວຍເຫຼືອເດັກສາກົນ ປະຈຳ ລາວ ທ່ານ Breeanna McLean ຕາງໜ້າໜ້າໂຄງການຄວບ ຄຸມປະຊາກອນຍຸງໂລກ (WMP) ແລະ ທ່ານ Dan Heldon ຮອງເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ລາວ ມີບັນດາຜູ້ຕາງໜ້າຈາກຫ້ອງ ການ ກົມ ສູນ ອ້ອມຂ້າງກະຊວງສາທາລະນະສຸກ ພະແນກສາທາລະນະສຖກ ນະຄອນຫຼວງວຽງຈັນ ພ້ອມດ້ວຍພະແນກການ ຫ້ອງການ ອົງການຈັດຕັ້ງມະ ຫາຊົນອ້ອມຂ້າງ ນະຄອນຫຼວງວຽງຈັນ ຕະຫຼອດຮອດຫ້ອງການອໍານາດການປົກຄອງບ້ານ ຄູ່ຮ່ວມພັດທະນາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. Share:FacebookTwitter
ນວ ເປີດນຳໃຊ້ເຊື້ອຈຸລິນຊີໂວບັກເຄຍ ຄວບຄຸມເຊື້ອໄຂ້ຍຸງລາຍຢູ່ສອງເມືອງ
https://v2.vientianemai.net/archives/57067
ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດເມືອງຫົງສາ-ເມືອງເງິນ ປະກອບສ່ວນສ້າງຄວາມເຂັ້ມ ແຂງໃຫ້ແກ່ຮາກຖານບ້ານ ແກ້ໄຂຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ດີຂຶ້ນ ຜ່ານມາຈາກບົດສະຫຼຸບ ກອງປະຊຸມໃຫຍ່ສະມາຊິກຜູ້ຖືຮຸ້ນ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023 ໃນທ້າຍເດືອນເມສາ 2023 ຜ່ານມາ  ຢູ່ທີ່ສະໂມສອນຂອງບ້ານ ສີບຸນເຮືອງ ເມືອງຫົງສາ ແຂວງໄຊຍະບູລີ ໂດຍເປັນປະທານຮ່ວມຂອງທ່ານ ຈັນເພັງ ອູ່ທອງຄຳ ຮອງເຈົ້າເມືອງຫົງສາ ຜູ້ຊີ້ນຳວຽກງານເສດຖະກິດ ແລະ ທ່ານ ສຸດທິສັກ ມິ່ງບຸບຜາ ຮອງຫົວໜ້າພະແນກຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສ ປປ ລາວ ສາຂາແຂວງຫຼວງພະບາງ ທ່ານ ຫຸມແພງ ແສງທອງຄໍາ ປະທານສະພາບໍລິຫານ ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ເມືອງຫົງສາ-ເມືອງເງິນ ມີຄະນະສະພາບໍລິຫານສະຫະກອນສິນເຊື່ອ ສະມາຊິກຖືຮຸ້ນຂອງສະຫະກອນ ແລະ ແຂກຖືກເຊີນຈາກຂະແໜງການທີ່ກ່ຽວຂ້ອງຂອງເມືອງເຂົ້າຮ່ວມ.     ໃນກອງປະຊຸມ ຜູ້ເຂົ້າຮ່ວມ ໄດ້ຮັບຟັງບົດສະຫຼູບການຈັດຕັ້ງປະຕິບັດການກວດສອບປະຈໍາປີ 2022 ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດວຽກງານ ສະຫະກອນສິນເຊື່ອ ແລະ ທະນາຄານບ້ານ ໃນ 1 ປີຜ່ານມາ ຮັບຟັງແຜນຍຸດທະສາດຂອງສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ເມືອງຫົງສາ-ເມືອງເງິນ ແຕ່ປີ 2023-2025 ແລະ ຮັບຟັງການຈັດຕັ້ງປະຕິບັດວຽກງານບໍລິຫານການຄຸ້ມຄອງທະນນາຄານບ້ານທີ່ດີ ເຊິ່ງໃນໄລຍະ 1 ປີທີ່ຜ່ານ ສະຫະກອນສິນເຊື່ອເງິນຝາກປະຢັດ ເມືອງຫົງສາ-ເມືອງເງິນ ໄດ້ມີການປ່ອຍກູ້ໃຫ້ ສະມາຊິກໃໝ່ 85 ລາຍ ເຊິ່ງເທົ່າກັບ 2.389 ຕື້ກວ່າກີບ ໃນນີ້ ໄດ້ປ່ອຍສິນເຊື່ອໃຫ້ສະມາຊິກເພື່ອສົ່ງເສີມດ້ານກະສິກໍາ 1.308 ຕື້ກວ່າກີບ ກວມ 54% ປ່ອຍກູ້ເພື່ອສົ່ງເສີມ ການບໍລິການ-ຄ້າຂາຍ ກວມ 45% ນອກນີ້ ຍັງໄດ້ເປີດບໍລິການໆ ຝາກ-ຖອນ ແລະ ອື່ນໆ ພາຍໃຕ້ການຄຸ້ມຄອງ ແລະ ປະຕິບັດລະບຽບການຂອງທະນະຄານແຫ່ງ ສປປ ລາວ. ຈາກ ບົດລາຍງານ ຜົນການດຳເນີນງານ ຂອງປີ 2022 ໃນໄລຍະ 1 ປີຜ່ານມາ ສາມາດເກັບລາຍຮັບທັງໝົດ 2.079 ຕື້ກວ່າກີບ ໃນນີ້ມີ ກໍາໄລສຸດທິ ຈໍານວນ 184 ລ້ານກວ່າກີບ ການປັບປຸງນະໂຍບາຍສິນເຊື່ອກົດລະບຽບພາຍໃນ ນະໂຍບາຍບຸກຄະລາກອນ ຂອງສະຫະກອນ ຈາກບັນດາຄະນະຮັບຜິດຊອບວຽກງານດັ່ງກ່າວພ້ອມທັງພິຈາລະນາຮັບຮອງເອົາ ພ້ອມດຽວກັນຜູ້ເຂົ້າຮ່ວມກໍໄດ້ຜັດປ່ຽນກັນຂື້ນປະກອບຄໍາຄິດ-ຄໍາເຫັນຕໍ່ກອງປະຊຸມ ເພື່ອພ້ອມກັນຄົ້ນຄວ້າປຶກສາຫາລືແລກປ່ຽນບົດຮຽນທີ່ດີເຊິ່ງກັນ ແລະ ກັນ. Share:FacebookTwitter
ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ສ້າງຄວາມເຂັ້ມແຂງໃຫ້ກັບຮາກຖານ
https://v2.vientianemai.net/archives/57077
ສະໂມສອນເທັນນິດ ອາໂນໄທ ໄດ້ສໍາເລັດການແຂ່ງຂັນ ອາໂນໄທ ໂອເພັນ ທົວນາເມັນ 2023 ຫຼື “ANOTHAI OPEN TENNlS TOURNAMENT 2023” ເພື່ອເປັນການກະກຽມຄວາມພ້ອມໃຫ້ທັບນັກກີລາເທັນນິດທີມຊາດລາວ ເຂົ້າ ຮ່ວມງານມະຫະກຳກີລາຊີເກມ ຄັ້ງທີ 32 ທີ່ປະເທດ ກຳປູເຈຍ ເປັນເຈົ້າພາບ ໃນຕົ້ນເດືອນພຶດ ສະພານີ້ ພ້ອມທັງເປັນ ການຍົກລະດັບຄວາມສາມາດໃຫ້ແກ່ນັກກີລາໃນລະດັບຕ່າງໆ ໄດ້ມີການເຄື່ອນໄຫວຢ່າງຕໍ່ເນື່ອງ. ການແຂ່ງຂັນດັ່ງ​ກ່າວ​ຈັດ​ຂຶ້ນ​ໃນວັນທີ 21-30 ເມສາ 2023 ໂດຍ​ແຂ່ງ​ຂັນໃນ 2 ປະເພດ ຄື: ປະເພດດ່ຽວຊາຍ ສາຍ C ແລະ ປະເພດຄູ່ຊາຍ ສາຍ C ມີນັກກີລາເຂົ້າຮ່ວມທັງໝົດ 58 ຄົນ ຜ່ານການແຂ່ງຂັນຜົນປາກົດວ່າ: ປະເພດຊາຍດ່ຽວ C ຊະນະ ເລີດ ຕົກເປັນຂອງທ່ານ ຂັນທະນູວຽງ ໄຊຍະບຸດທະວົງ ທີ່ເອົາຊະນະ ທ່ານ ສັນຕິສຸກ ວາລິນ ດ້ວຍຄະແນນ 6/4-6/7-10/7 ໄດ້ຮັບຂັນ+ເງິນລາງວັນ ຈຳນວນ 2 ລ້ານກີບ ພ້ອມດ້ວຍລົດຈັກໄຟຟ້າ CapaLa ມູນຄ່າ 5.083.000 ກີບ ແລະ ໄດ້ຮັບປະ ທານອາຫານຢູ່ຮ້ານ Pimenton ມູນຄ່າ 1 ລ້ານກີບ ສ່ວນຮອງຊະນະເລີດ ໄດ້ຮັບລາງວັນ 1 ລ້ານກີບ ແລະ ໄດ້ຮັບປະທານ ອາຫານຢູ່ຮ້ານ Pimenton ມູ່ນຄ່າ 1 ລ້ານກີບ. ສ່ວນປະເພດຄູ່ຊາຍ ສາຍ C ຊະນະເລີດຕົກເປັນຄູ່ຂອງ ທ່ານ Khanthanouvieng Saya bounthavong + ທ່ານ Nguyen anthony ທີ່ເອົາຊະນະຄູ່ ທ່ານ PHAM BA LUYEN + ທ່ານ Vanthong Samlane  ໄປໄດ້ 6/4 ແລະ 6/3 ຄະແນນ ໄດ້ຮັບຂັນ+ເງິນລາງວັນ 2 ລ້ານກີບ ແລະ ຮອງຊະນະເລີດ ໄດ້ຮັບລາງວັນ 1 ລ້ານກີບ ໄດ້ຮັບປະທານອາຫານຢູ່ຮ້ານ Pimenton ມູ່ນຄ່າ 2 ລ້ານກີບ ເຊິ່ງການແຂ່ງຂັນດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນຈາກ ອິນດາຣາ ມີນີໂຣ MARCEL PETIT TENNIS LAB  PIMENTON SUANSIRI BIVAC LAO AIF ANOTHAI REVIVE (ຣີໄວຟ) VIENTIANE TENNIS CLUB STILL INBLACK PROKENNEX. ເຂົ້າຮ່ວມ ແລະ ມອບຂອງລາງວັນ ໃນພິທີປິດການ​ແຂ່ງ​ຂັນ​ດັ່​ງ​ກ່າວ​ມີ ທ່ານ ສີສົມເພັດ ໄຊຍະລາດ ຮອງປະທານສະຫະພັນ ເທັນນິດແຫ່ງຊາດລາວທ່ານ Stephane GiL ປະທານບໍລິສັດ BIVAC LAO ທ່ານ ອາແຊນ ອາໂນໄທ ປະທານສະໂມສອນ ເທັນນິດອະໂນໄທ. Share:FacebookTwitter
ສໍາເລັດແຂ່ງຂັນກີລາເທັນນິດ ອາໂນໄທ ໂອເພັນ ທົວນາເມັນ 2023
https://v2.vientianemai.net/archives/57083
ເປັນອີກໜຶ່ງ ແຫ່ງຄວາມພາກພູມໃຈທີ່ສຸດ ຂອງບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ທີ່ໄດ້ຮັບໂລລາງວັນ ທຸລະກິດດີເດັ່ນ ປະເພດ1 ແລະ ໃບຍ້ອງຍໍ ປະເພດ1 ໃນການປະຕິບັດພັນທະສ່ວຍສາອາກອນດີເດັ່ນປະຈຳປີ 2021 ພາຍຫຼັງທີ່ເອົາໃຈໃສ່ປະຕິບັດໜ້າທີ່ຕາມພາລະບົດບາດ ເຈຕະນາລົງຂອງບໍລິສັດ ຢ່າງຕໍ່ເນື່ອງ.     ເປັນກຽດມອບ ໂລລາງວັນຄັ້ງນີ້ ໂດຍທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ແລະ ຕາງໜ້າຮັບ ໂດຍທ່ານນາງ ບັງອອນ ມະໂນວົງ ຜູ້ຈັດການ ສ່ວນບັນຊີ-ການເງິນ ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 5 ເມສາ 2023 ທີ່ກົມສ່ວຍສາອາກອນ ນະຄອນຫຼວງວຽງຈັນ. Share:FacebookTwitter
ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ໄດ້ຮັບໂລລາງວັນ ທຸລະກິດດີເດັ່ນ
https://v2.vientianemai.net/archives/57093
ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ສານປະຊາຊົນພາກກາງ ແຫ່ງ ສປປ ລາວ ແລະ ສານປະຊາຊົນຂັ້ນສູງ ປະຈໍານະຄອນດານັງ ແຫ່ງ ສສ ຫວຽດນາມ ກ່ຽວກັບການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນທາງດ້ານເຕັກນິກ-ວິ ຊາການ ດ້ານຂໍ້ມູນຂ່າວສານ ຝຶກອົບຮົມ ຍົກລະດັບວິຊາສະເພາະ ແລະອື່ນໆ ໃນວັນທີ 26 ເມສາ 2023 ໂດຍການເປັນປະ ທານຮ່ວມຂອງ ທ່ານ ພົມ​ສຸວັນ ພິລາ​ຈັນ ປະທານສານປະຊາຊົນພາກກາງ ແລະ ທ່ານ ປອ ຫວງຽນ ວັນ ​ເບືອງປະທານສານ ປະຊາຊົນຂັ້ນສູງປະຈໍານະຄອນດານັງ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນທັງ 2 ຝ່າຍເຂົ້າຮ່ວມ. ໃນກອງປະຊຸມ ທ່ານ ພົມ​ສຸວັນ ພິລາ​ຈັນ ກ່າວວ່າ: ໃນ ສປປ ລາວ ສານປະຊາຊົນພາກມີ 3 ແຫ່ງ ຄື: ສານປະຊາຊົນພາກ ເໜືອ ຕັ້ງຢູ່ແຂວງຫຼວງພະບາງ ສານປະຊາຊົນພາກກາງ ຕັ້ງຢູ່ນະຄອນຫຼວງວຽງ ຈັນ ແລະ ສານປະຊາຊົນພາກໃຕ້ຕັ້ງຢູ່ ແຂວງຈໍາປາສັກ ເຊິ່ງສານປະຊາຊົນພາກ ປະກອບມີ 7 ຄະ ນະສານ ຄື: ຄະນະສານອາຍາ ຄະນະສານແພ່ງ ຄະນະສານ ການຄ້າ ຄະນະສານຄອບຄົວ ຄະນະສານເດັກ ຄະນະສານແຮງງານ ແລະ ຄະນະສານປົກຄອງ ສານປະຊາຊົນພາກ ແມ່ນເຮັດໜ້າທີ່ພິຈາລະນາຄະດີເປັນຂັ້ນອຸທອນ ແລະ ຂັ້ນລົບລ້າງ. ໃນນີ້ ສານປະຊາຊົນພາກກາງ ໄດ້ສ້າງຕັ້ງຂຶ້ນໃນທ້າຍປີ 2004 ມີສິດຂອບເຂດຮັບຜິດຊອບຄື: ສານປະຊາຊົນ ແຂວງຊຽງ ຂວາງ ແຂວງໄຊສົມບູນ ແຂວງວຽງຈັນ ແຂວງບໍລິຄຳໄຊ ແຂວງຄຳມ່ວນ ສານປະຊາຊົນ ນະຄອນຫຼວງວຽງຈັນ ແລະ ສານ ປະຊາຊົນເຂດ 16 ​ເຂດ ໃນ 5 ແຂວງພາກ​ກາງ ແລະ ນະຄອນຫຼວງ ນັບ​ແຕ່ເດືອນມັງກອນ ຫາ ເດືອນເມສາ 2023 ສາ ມາດ​ພິຈາລະແກ້​ໄຂ​ຄະດີ​ໄດ້​ ຄື: ຄະດີ​ຂັ້ນ​ອຸທອນເຂົ້າມາທັງໝົດ 262 ເລື່ອງ ສາມາດ​ແກ້​ໄຂ​ໄດ້ 87 ​ເລື່ອງ ກວມ​ເອົາ 33,20% ຄະດີ​ຂັ້ນ​ລົບ​ລ້າງ ເຂົ້າມາທັງໝົດ 66 ເລື່ອງ ສາມາດ​ແກ້​ໄຂ​ໄດ້ 23​ ເລື່ອງ ກວມ​ເອົາ 34,84% ໄດ້ພິພາກສາປັບໄໝຜູ້ກະທໍາຜິດເປັນ ເງິນ ຈໍານວນ 1.854 ລ້ານກີບ ແລະ ຮິບວັດຖຸສິ່ງຂອງທີ່ໃຊ້ເຂົ້າໃນການກະທໍາຜິດເຂົ້າເປັນຂອງລັດຄື ເປັນເງິນກີບ ຮິບເງິນກີບ ຈຳນວນ 1ລ້ານກີບ ຮິບເງິນບາດ ຈໍານວນ 80.000 ບາດ ໂທລະສັບ 7 ໜ່ວຍ ລົດຈັກ 2 ຄັນ ພ້ອມທັງພິພາກສາໃຫ້ໂຈດ ແລະ ຈໍາເລີຍ ເສຍອາກອນໃຫ້ລັດ ໄດ້ຄືເງິນກີບ ຈໍານວນ 579 ລ​້ານກວ່າກີບ ເງິນບາດ ຈຳນວນ 825.763 ບາດ ແລະ ເງິນໂດລາ ຈໍານວນ 235.557 ໂດລາສະຫະລັດ. ຈາກນັ້ນ ຄະນະຜູ້ແທນທັງສອງຝ່າຍກໍໄດ້ລາຍງານສະພາບການຈັດຕັ້ງການເຄື່ອນໄຫວຂອງສານແຕ່ລະຝ່າຍໃຫ້ກັນຊາບ ແລະ ສົນທະນາບັນດາຕ່າງໆກ່ຽວກັບການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນທີ່ສອງຝ່າຍໃຫ້ຄວາມສົນໃຈ ພ້ອມທັງເຫັນ ດີເປັນເອກະພາບໃຫ້ມີການພົວພັນຮ່ວມມືກັນ ໂດຍໃນແຕ່ລະປີ ຫຼື ສອງປີ ຄະນະຜູ້ແທນຂັ້ນສູງ ແລະ ວິຊາ ການຂອງສານ ປະຊາຊົນພາກກາງ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງ ແລະ ວິຊາການຂອງສານປະຊາຊົນຂັ້ນສູງປະຈຳນະຄອນດາ ນັງແຫ່ງ ສສ ຫວຽດນາມ ມີການໄປ-ມາຢ້ຽມຢາມແລກ ປ່ຽນບົດຮຽນເຊິ່ງກັນແລະກັນ ຢ່າງເປັນທາງການ ສືບຕໍ່ພົວພັນ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເປັນຕົ້ນແມ່ນດ້ານເຕັກນິກ-ວິຊາການ ດ້ານຂໍ້ມູນຂ່າວສານ ຝຶກອົບຮົມ ຍົກລະດັບວິຊາສະເພາະ ແລະ ອື່ນໆ ທີ່ສອງຝ່າຍເຫັນວ່າມີຄວາມຈຳເປັນ ໂອກາດນີ້ທັງ 2 ຝ່າຍກໍໄດ້ລົງນາມເຊັນບົດບັນທຶກການພົບ ປະໂດຍມີຄະ ນະຜູ້ແທນທັງ 2 ຝ່າຍເຂົ້າຮ່ວມເປັນສັກຂີພະຍານ. Share:FacebookTwitter
ສານປະຊາຊົນພາກກາງ ລາວ ແລກປ່ຽນບົດຮຽນກັບ ສານປະຊາຊົນຂັ້ນສູງນະຄອນດານັງ
https://v2.vientianemai.net/archives/57101
ວິທະຍາໄລ (ວລ) ເຕັກນິກ-ວິຊາຊີບ ຫຼວງພະບາງ ແຂວງຫຼວງພະບາງ ໄດ້ເປີດໂຄງການຮ່ວມມືດ້ານວິຊາການກັບມະຫາວິທະຍາໄລ ກຸນຈາງ ສ ເກົາຫຼີ ໃນທ້າຍເດືອນເມສາ 2023 ຜ່ານມາທີ່ຫ້ອງປະຊຸມວິທະຍາໄລດັ່ງກ່າວ ໂດຍມີທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກີລາ ທ່ານ ບຸນປັນ ທໍາມະລັງກາ ຜູ້ອໍານວຍການວິທະຍາໄລ ເຕັກນິກ-ວິຊາຊີບ ຫຼວງພະບາງ ທ່ານ ລີເຄຊອນ ອະທິການບໍດີ ມະຫາວິທະຍາໄລ ກຸນຈາງ ສ ເກົາຫຼີ ພ້ອມດ້ວຍແຂກທີ່ຖືກເຊີນ ຈາກຂະແໜງການ  ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໂດຍປະຕິບັດໂຄງການ ຕາມບົດບັນທຶກເຊັນສັນຍາຮ່ວມກັນ ໃນຄັ້ງວັນທີ 15 ທັນວາ 2022 ທັງສອງຝ່າຍຕົກລົງຮ່ວມມືທາງດ້ານວິຊາການ ຄື: ໂຄງການ ເສີມສ້າງຂີດຄວາມສາມາດດ້ານການສຶກສາ ແລະ ການຊ່ວຍເຫຼືອດ້ານວິຊາການ ເພື່ອຟື້ນຟູອຸດສາຫະກໍາການທ່ອງທ່ຽວ ໃນພາກວິຊາບໍລິຫານໂຮງແຮມ ແລະ ການທ່ອງທ່ຽວ ທີ່ວິທະຍາໄລ ເຕັກນິກ-ວິຊາຊີບ ຫຼວງພະບາງ ພາຍໃຕ້ການຮ່ວມມືລະຫວ່າງສອງສະຖາບັນ ເພື່ອສົ່ງເສີມ ແລະ ສະໜັບສະໜູນມະຫາວິທະຍາໄລຊັ້ນນໍາ ແລະ ມຸ່ງໝາຍຊຸກຍູ້ສົ່ງເສີມຄວາມສາມາດທີ່ສໍາຄັນລະຫວ່າງປະເທດ ໃນອຸດສາຫະກໍາການທ່ອງທ່ຽວແບບຍືນຍົງ ຂອງກະຊວງສຶກສາທິການ ສ ເກົາຫຼີ ເຊິ່ງມະຫາວິທະຍາໄລກຸນຈາງ ຈະໃຫ້ທຶນແກ່ວິທະຍາໄລ ເຕັກນິກ-ວິຊາຊີບ ຫຼວງພະບາງ ໃນດ້ານອຸປະກອນ ມີປຶ້ມຕໍາລາ ອຸປະກອນການສອນ ຫ້ອງທົດລອງ ແລະ ອຸປະກອນຮັບໃຊ້ພາກປະຕິບັດດ້ານຜູ້ຊ່ຽວຊານ ຈະຈັດສົ່ງຜູ້ຊ່ຽວຊານສະໜັບສະໜູນການບັນຍາຍ ໃຫ້ຄໍາແນະນໍາ ແລະ ພັດທະນາປຶ້ມຕໍາລາ ດ້ານການເຝິກອົບຮົມແບບເຊື້ອເຊີນໂດຍຜູ້ຊ່ຽວຊານ ສົ່ງເສີມຄຸນນະພາບໃຫ້ແກ່ສະມາຊິກພາກວິຊາ ດ້ານພັດທະນາປຶ້ມຕໍາລາ ຈະພັດທະນາສື່ການຮຽນ-ການສອນດ້ານການທ່ອງທ່ຽວ ການໂຮງແຮມ ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ ດ້ານສົ່ງເສີມນັກຮຽນດີເດັ່ນ ຈະສະໜັບສະໜູນທຶນການສຶກສາ ແລະ ການເຝິກອົບຮົມໃນແຕ່ລະປີ. Share:FacebookTwitter
2 ສະຖາບັນ ລາວ ແລະ ສ ເກົາຫຼີ ຮ່ວມມືດ້ານວິຊາການ ພັດທະນາອາຊີບ
https://v2.vientianemai.net/archives/57106
ປີ 2024 ທີ່ຈະມາເຖິງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມອາຊຽນ ເຊິ່ງເປັນກາລະ ໂອກາດອັນສຳຄັນ ທີ່ປະເທດເຮົາຈະໄດ້ນຳສະເໜີຜົນງານທ່າແຮງຕ່າງໆ ໃຫ້ແກ່ແຂກຄົນທີ່ຈະເດີນທາງ ມາຮ່ວມກອງປະຊຸມຄັ້ງນີ້ ເຊິ່ງຈະຕ້ອງມີການກະກຽມຄວາມພ້ອມຫຼາຍດ້ານ ໂດຍສະເພາະນະຄອນຫຼວງ ວຽງຈັນ ໃນຖານະທີ່ເປັນໃຈກາງທາງດ້ານເສດຖະກິດ-ສັງຄົມ ວັດທະນະທຳ ເປັນບ່ອນຕ້ອນຮັບປະມຸກລັດ ແລະ ຜູ້ຄົນຈຳນວນຫຼາຍ ທີ່ຈະເດີນທາງເຂົ້າມາ.     ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໃນນາມຕາງໜ້າ ຄະນະກໍາມະການຈັດສັນຄືນໃໝ່ ການຂາຍເຄື່ອງຢູ່ສະຖານທີ່ບໍລິເວນສວນສາທາລະນະເຈົ້າອານຸວົງ ທັງເປັນຜູ້ຈັດສັນການຄ້າ-ຂາຍ ແລະ ການບໍລິການຢູ່ໃນສະຖານທີ່ດັ່ງກ່າວ ໄດ້ຖະແຫຼງຂ່າວຕໍ່ສື່ ມວນຊົນໃນວັນທີ 3 ພຶດສະພາ 2023 ທີ່ພະແນກດັ່ງກ່າວວ່າ: ຈຸດປະສົງຂອງການຈັດສັນຄືນໃໝ່ນີ້ 1 ເພື່ອເປັນການກະກຽມໃຫ້ແກ່ການຕ້ອນຮັບບັນດາແຂກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ກຽມຕ້ອນຮັບບັນດາຜູ້ແທນແຂກທີ່ຈະມາຮ່ວມໃນກອງປະຊຸມອາຊຽນ ທີ່ ສປປ ລາວໄດ້ຮັບກຽດເປັນເຈົ້າພາບ ໃນປີ 2024 ທີ່ຈະມາເຖິງນີ້.     2 ເພື່ອເປັນການປັບປຸງກົນໄກການຄຸ້ມຄອງ ແລະ ຈັດສັນບັນດາຮ້ານຂາຍເຄື່ອງຄືນໃໝ່ ໂດຍເນັ້ນການສົ່ງເສີມການຜະລິດພາຍໃນ ກໍຄືສິນຄ້າອຸດສາຫະກໍາປຸງແຕ່ງ ປຸງແຕ່ງຈາກກະສິກໍາ ແລະ ຫັດຖະກໍາ ທີ່ຜະລິດໄດ້ຢູ່ພາຍໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງທົ່ວປະເທດໄດ້ເຂົ້າມາຈໍາໜ່າຍແລກປ່ຽນຊື້ຂາຍ ແລະ 3 ເພື່ອເປັນການຍົກລະດັບການບໍລິການ ການຄ້າ-ຂາຍໃຫ້ເປັນເອກະລັກ ຮັກສາໄດ້ວັດທະນາທໍາອັນດີງາມໄວ້ ສ້າງໃຫ້ມີຄວາມຍືນຍົງ ເປັນບ່ອນດຶງດູດການທ່ອງທ່ຽວຢູ່ໃນນະຄອນຫຼວງວຽງຈັນ.     ສ່ວນແຜນຂອງການປັບປຸງຈັດສັນການຂາຍສິນຄ້າຢູ່ບໍລິເວນສວນເຈົ້າອານຸວົງຄືນໃໝ່ ກໍານົດເນື້ອທີ່ຈັດສັນຮ້ານຄ້າ-ຂາຍຄືນໃໝ່ຕາມຂອບເຂດອະນຸຍາດ ໃຫ້ຕັ້ງຮ້ານຮອດເຂດໜ້າວັດຈັນ ການຈັດສັນຮ້ານຄ້າ-ຂາຍ ເນັ້ນການຈັດສັນໃຫ້ມີສິນຄ້າຫັດຖະກໍາ ເຄື່ອງທີ່ລະນຶກ ສິນຄ້າໜຶ່ງ ເມືອງໜຶ່ງຜະລິດຕະພັນ ແລະ ສິນຄ້າຜະລິດພາຍໃນ ເຊິ່ງຈະໄດ້ປິ່ນໜ້າຮ້ານອອກມາໃສ່ຖະໜົນ ເພື່ອຄວາມຈົບງາມ (ປັດຈຸບັນແມ່ນປິ່ນຫຼັງໃສ່ທາງ) ໃຫ້ໄດ້ຈໍານວນ 70 ຮ້ານ ສ່ວນສິນຄ້າອື່ນໆ ແມ່ນຈະໄດ້ຈັດສັນຕາມໝວດໝູ່ ຂອງສິນຄ້າ ຕາມແຜນຜັງຕົວຈິງ.     ກໍານົດເວລາໃນການດໍາເນີນການ ພາຍຫຼັງທີ່ໄດ້ມີການຖະແຫຼງຂ່າວແລ້ວ ຈະໄດ້ມີການດໍາເນີນການຮ່ວມກັບຊາວຄ້າ-ຂາຍ ເພື່ອໃຫ້ເຂົ້າໃຈ ແລະ ຈັດສັນ ໃຫ້ສໍາເລັດ ໃນວັນທີ 15 ພຶດສະພາ 2023 ໃນໄລຍະປັບປຸງການຄ້າ-ຂາຍ ດັ່ງກ່າວ ແມ່ນຈະບໍ່ໄດ້ມີການປິດຕະຫຼາດແຕ່ຢ່າງໃດ ຍັງມີການບໍລິການເປັນປົກກະຕິ ແຕ່ກໍອາດຈະບໍ່ສະດວກໃນການບໍລິການປານໃດ ກໍຂໍອາໄພຕໍ່ຜູ້ມາໃຊ້ບໍລິການໃນຄັ້ງນີ້ ຄາດໝາຍການປັບປຸງ ຈັດສັນໃນຄັ້ງນີ້ ຄາດໝາຍໃຫ້ສໍາເລັດສົມບູນ ບໍ່ໃຫ້ກາຍເດືອນ ພຶດສະພາ 2023. Share:FacebookTwitter
ຈັດສັນຄືນໃໝ່ ການຂາຍເຄື່ອງຢູ່ບໍລິເວນສວນເຈົ້າອານຸວົງ
https://v2.vientianemai.net/archives/57116
ພະແນກຄຸ້ມຄອງຄວາມປອດໄພລັງສີ ແລະ ນິວເຄຼຍ ກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກີລາ ສສກ ໄດ້ສຳເລັດການຈັດເຝິກອົບວິຊາການກ່ຽວກັບວິທີການຕອບໂຕ້ ກຳນົດ ຊອກຄົ້ນ ແລະ ການປ້ອງກັນແຫຼ່ງກຳເນີດລັງສີໃຫ້ແກ່ເຈົ້າໜ້າທີ່ພາສີ ແລະ ເຈົ້າໜ້າທີ່ຕໍາຫຼວດທີ່ປະຈຳດ່ານ ເຈົ້າໜ້າທີ່ປະ ຈຳດ່ານສະໜາມບິນສາກົນ ເຈົ້າໜ້າທີ່ວິຊາການຂອງທະຫານ ແລະ ເຈົ້າໜ້າທີ່ຄຸ້ມຄອງຄວາມປອດໄພລັງສີ ແລະ ນິວເຄຼຍ ແລະ ເຈົ້າໜ້າທີ່ກ່ຽວຂ້ອງຈຳນວນໜຶ່ງ.     ພິທີປິດກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນເມື່ອທ້າຍເດືອນເມສາ 2023 ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ ເປັນປະທານຂອງ ທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງ ສສກ ມີບັນດາຄະນະຜູ້ຊ່ຽວຊານຈາກກົມພະລັັງງານ ສະຫະລັດອາເມຣິກາ ຊ່ຽວຊານຈາກອົງການພະລັງງານປະລະມະນູແຫ່ງປະເທດຢີ່ປຸ່ນ ສຳມະນາກອນ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.     ໂອກາດດັ່ງກ່າວ ທ່ານ ປອ ສຸລິອຸດົງ ສູນດາລາ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະທີມງານຈັດຕັ້ງກອງປະຊຸມຝຶກອົບຮົມ ແລະ ບັນດາເຈົ້າໜ້າທີ່ເຂົ້າຮ່ວມ ໂດຍສະເພາະແມ່ນຄະນະຊ່ຽວຊານຈາກ ອົງການພະລັງງານປະລະມະນູແຫ່ງປະເທດຢີປຸ່ນ (JAEA) ແລະ ກົມພະລັງງານ ສະຫະລັດອາເມຣິກາ (US.DOE) ທີ່ໄດ້ຖ່າຍຖອດຄວາມຮູ້ ແລະ ປະສົບການໃຫ້ແກ່ບັນດາເຈົ້າໜ້າທີ່ ທີ່ໄດ້ເຝິກອົບຮົມ ເຊິ່ງການເຝິກອົບຮົມດັ່ງກ່າວ ໄດ້ເຝິກທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເພື່ອຈຳລອງເຫດການໃນການຊອກຄົ້ນ ແລະ ກຽມຕອບໂຕ້ ກໍລະນີເກິີດມີການພົບເຫັນລັງສີ ຫຼື ເຫດສຸກເສີນທາງລັງສີ.    ໂອກາດດຽວກັນ ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈຳລາວ ໄດ້ສະແດງຄວາມຊົມເຊີຍຕໍ່ໜ່ວຍງານທີ່ກ່ຽວຂ້ອງ ໂດຍສະເພາະທາງກະຊວງ ສສກ ທີ່ເຫັນໄດ້ຄວາມສຳຄັນຕໍ່ວຽງກງານລັງສີ ແລະ ນິວເຄຼຍ ວຽກງານດັ່ງກ່າວ ແມ່ນເປັນວຽກທີ່ມີຄວາມລະອຽດອ່ອນ ຕ້ອງໄດ້ເອົາໃຈໃສ່ໃນການຄຸ້ມຄອງຢ່າງເປັນລະບົບ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ເຈົ້າໜ້າທີ່ກ່ຽວຂ້ອງໂດຍສະເພາະເຈົ້າໜ້າທີ່ພາສີ ແລະ ທາງສະຖານທູດສະຫະລັດອາເມຣິກາ ໃນນາມຕ່າງໜ້າລັດຖະບານສະຫະລັດອາເມຣິກາ ພ້ອມແລ້ວທີ່ຈະໃຫ້ການສະໜັບສະໜູນທາງດ້ານວິຊາການ.     ພາຍຫຼັງທີ່ໄດ້ຮັບການເຝິກອົບຮົມ ເພື່ອເຮັດໃຫ້ວຽກງານຄຸ້ມຄອງຄວາມປອດໄພລັງສີ ແລະ ນິວເຄຼຍ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ ທາງກົມພະລັງງານ ສະຫະລັດອາເມຣິກາ ກໍໄດ້ມອບອຸປະກອນ ແລະ ເຄື່ອງມືໃນການຊອກຄົ້ນກວດຈັບລັງສີ ຈຳນວນໜຶ່ງ ທີ່ໄດ້ເຝິກອົບຮົມການນຳໃຊ້ ໃຫ້ແກ່ກະຊວງ ສສກ ໂດຍສະເພາະພະແນກຄຸ້ມຄອງຄວາມປອດໄພລັງສີ ແລະ ນິວເຄຼຍ ກົມຄຸ້ມຄອງວິທະຍາສາດ ເພື່ອນຳໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານ ເຊິ່ງອຸປະກອບດັ່ງກ່າວ ມີມູນຄ່າລວມທັງໝົດ 110.092 ໂດລາສະຫະລັດ. Share:FacebookTwitter
ສສກ ສຳເລັດການເຝິກອົບວິຊາການຕອບໂຕ້ ກຳນົດ ຊອກຄົ້ນ ແລະ ການປ້ອງກັນແຫຼ່ງກຳເນີດລັງສີ
https://v2.vientianemai.net/archives/57122
ໂດຍ: ສາ​ລິ​ກາ ການ​ໃຊ້ໂທ​ລະ​ສັບ​ມື​ຖື (Smartphone) ​ຖື​ວ່າ​ຕິດ​ພັນ​ກັບ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ຄົນ​ໃນສັງ​ຄົມ​ປັດ​ຈຸ​ບັ​ນ​ເລີຍກ​ໍ​ວ່າ​ໄດ້ ນັບ​ແຕ່​ເດັກ​ຈົນ​ເຖິງ​ໄວ​ກາງ​ຄົນ ​ແຕ່​​ຍັງ​ບໍ່​ຈຳ​ແນກ​ໄດ​້​ວ່າ​ເປັນ​ການ​ໃຊ້ ຫຼື ຫຼ​ີ້ນ​ກັນ​ແທ້  ເພາະ​ຈຳ​ນວນຫຼາຍ ໃຊ້ຫຼິ້ນ​ເກມ ຟັງ​ເພງ ເບິ່ງ​ໜັງ ສ້າ​ງ​ຄວາມ​ບັນ​ເທີງ​ຕ່າງໆ ແຕ່​ຈະ​ໃຊ້​ເຂົ້າ​ໃນ​ວຽກ​ງານ ຫຼື ການ​ສຶກ​ສາ​ຮ່ຳ​ຮຽນ​ແມ່ນ​ມີ​ແດ​ຕາ​ສ່ວນ​ທີ່​ຕ່ຳຫຼາຍ. ຈ​າກ​ການ​ຫຼີ້ນ ທີ່​ມີ​ອັດ​ຕາ​ສ່ວນຫຼາຍກວ່າ ການ​ນຳ​ໃຊ້ ເຮັດ​ໃຫ້​ມີ​ຄວາມ​ສ່ຽງ​ຕໍ່​ການ​ເກີດ​ບັນ​ຫາ​ຕ່າງໆ​ຕາມ​ມາ ເຊັ່ນ​ການຫຼີ້ນ​ເກມ ທີ່​ອາດ​ກ້າວ​ໄປ​ເຖິງ​ຕົກ​ເປັນ​ເຫຍື່ອ​ການ​ພະ​ນັນ​ທາງ online ມົ້ວ​ສ​ຸ​ມ​ໃນ​ສື່​ລາ​ມົກ​ອານ​ະ​ຈານ ແລ​ະ ອື່ນໆ ຖ້າຫຼິ້ນ ຈົນ​ກາຍ​ເປັນ​ການ​ເສບ​ຕິດທີ່​ຍາກກວ່າ​ຈະ​ແກ້​ໄຂ​ໄດ້​ຍາກ. ຕໍ່​ກັບ​ສະ​ພາບ​ທີ່​ກ່າວ​ມາ​ໃນ​ຂ້າງ​ເທິງ ຜູ້​ຂ​​ຽນ​ໄດ້​ຕິດ​​ຕາມ​ຂ່າວ​ໃນ​ເພ​ຈ​ ໜັງ​ສື​ພິ​ມ​ຄວາມ​ສະ​ຫງ​ົບ ກ່ຽວ​ກັບ​ການ​ທຳ​ຮ​້າຍ​ຮ່າງ​ກາຍຈົນ​ເຖິງ​ຂັ້ນ​ເສຍ​ຊີ​ວິດ ຍ້ອນບໍ່​ໃຫ້ຫຼິ້ນ​ໂທ​ລະ​ສັບ ເຫດ​ການ​ດັ່ງ​ກ່າວ​ເກີດ​ຂຶ້ນ​ໃນ​ວັນທີ 30 ເມສາ 2023 ເວລາ 7 ໂມງ 10 ນາທີ ເຈົ້າໜ້າທີ່ຕໍາຫຼວດ ປກສ ແຂວງອຸດົມໄຊໄດ້ຮັບການລາຍງານຈາກພົນລະເມືອງດີວ່າ: ໃນເວລາປະມານ 5 ໂມງໄດ້ ມີເຫດການທໍາຮ້າຍຮ່າງກາຍ ຢູ່ຈຸດຮັບຝາກລົດຂອງຮ້ານອາຫານແຫ່ງໜຶ່ງ ເຂດບ້ານໜອງແມງດາ ເມືອງໄຊ ແຂວງອຸດົມໄຊ ເຈົ້າໜ້າທີ່ຈຶ່ງໄດ້​ເຂົ້າ​ໄປກວດສອບເຫດການຈຶ່ງຮູ້ໄດ້ວ່າ ມີມູນຄວາມຈິງແທ້ ຜູ້ຖືກທໍາຮ້າຍຮ່າງກາຍເປັນເພດຊາຍ ຊື່ ທ້າວ ຢ່າຊົງ ອາຍຸ 12 ປີ ຢູ່ບ້ານພູຂຽວ ເມືອງໄຊ ຕາມຮ່າງກາຍມີຮ່ອງຮອຍບາດແຜຖືກແທງດ້ວຍຂອງມີຄົມຫຼາຍກ່ວາ 10 ຈຸດ ໜ່ວຍກູ້ໄພສຸກເສີນ ອົງການກາແດງ ແຂວງອຸດົມໄຊ ແລະ ເຈົ້າໜ້າທີ່ໄດ້ທໍາການປະຖົມພະຍາ ບານຂັ້ນເບື້ອງຕົ້ນ ແລ້ວ ນໍາສົ່ງໂຮງໝໍ ແຕ່ຜູ້ບາດເຈັບໄດ້ເສຍຊີວິດໃນເວລາຕໍ່ມາ. ເຈົ້າໜ້າທີ່ໄດ້ສືບສວນ ຫາຜູ້ກໍ່ເຫດ ຈຶ່ງກັກຕົວຜູ້ລົງມືກໍ່ເຫດ ໄດ້ຊື່ ທ້າວ ຕູ່ວາ ອາຍຸ 18 ປີ ອາຊີບ ວ່າງງານ ຢູ່ບ້ານມົກກົກ ເມືອງໄຊ ແຂວງອຸດົມໄຊ ໃນວັນທີ 1 ພຶດສະພາ ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ຜູ້ກໍ່ເຫດໄດ້ໃຫ້ສາລະພາບວ່າ: ໄດ້ລົງມືທໍາຮ້າຍຮ່າງກາຍຜູ້ເສຍຊີວິດແທ້ ສ່ວນແຮງຈູງໃຈແມ່ນຍ້ອນຂໍຫຼິ້ນໂທລະສັບນຳ ທ້າວ ຢ່າຊົງ ຫຼາຍຄັ້ງແຕ່ຜູ້ກ່ຽວບໍ່ ຍິນຍອມໃຫ້ຫຼິ້ນ ຈຶ່ງເອົາຟາມືຟາດໃສ່ຫົວ ທ້າວຢ່າຊົງ 1 ບາດ ແລ້ວເອົາມີດຕັດທີ່ພົກພາໃນມືແທງໃສ່ບໍລິເວນຮ່າງກາຍ ແລະ ຫົວຈົນເຮັດໃຫ້ ທ້າວຢ່າຊົງ ໝົດສະຕິ ຈາກນັ້ນໄດ້ເອົາມີດຕັດທີ່ໃຊ້ກໍ່ເຫດຖິ້ມໃສ່ຮ່ອງລະບາຍນໍ້າໃກ້ກັບຈຸດເກີດເຫດ ແລ້ວ ເອົາຕົວລົບໜີໄປເສັ້ນທາງເລກທີ 13 ເໜືອ ຮອດກິໂລແມັດທີ 7 ເຂດບ້ານໂຮມໄຊ ເມືອງໄຊ ຈຶ່ງຖືກເຈົ້າໜ້າທີ່ກັກຕົວມາດໍາ ເນີນຄະດີ. ຕໍ່​ກັບ​ເຫດ​ການ​ທີ່​ເກີດ​ຂຶ້ນນັ້ນ​ຜູ້​ຂຽນ​ກໍ​ຕ້ອງ​ສະ​ແດງ​ຄວາມ​ເສຍ​ໃຈ​ຕໍ່​ຄອບ​ຄົວ​ຜູ້​ເສຍ​ຊີດ​ວິດ​ໃນ​ເຫດ​ການ​ຄັ້ງ​ນີ້ ເຊິ່ງ​ເຫດ​ການ​ດັ່ງ​ກ່າ​ວ​ຈະ​ການ​ເປັນ​ບົດ​ຮຽນ ແລະ ປະ​ສົບ​ການ​ອັນ​ລ້ຳ​ຄ່າ​ໃຫ້​ກັບ​ອ​ີກຫຼາຍໆ​ຄົນ ຫຼາຍໆ​ຄອບ​ຄົບ​ໃນ​ສັງ​ຄົມ ທີ່​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ໃນ​ການ​ສັ່ງ​ສອນ​ລູກຫຼານໃນ​ການ​ນຳ​ໃຊ້​ໂທ​ລະ​ສັບ​ມື​ຖື ເພື່ອບໍ່​ໃຫ​້​ເກີດ​ມີ​ໂສກ​ນາດ​ຕະ​ກຳ​ແບບນີ້​ເກີດ​ຂຶ້ນ​ອີ​ດໍ​ອີກ. Share:FacebookTwitter
ບໍ່ໃຫ້ຫຼິ້ນໂທລະສັບ ກໍເຖິງຂັ້ນລົງມືທຳຮ້າຍຮ່າງກາຍ ຈົນເສຍຊີວິດ
https://v2.vientianemai.net/archives/57128
ກອງປະຊຸມສະຫຼຸບວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ (ພຊສ ນວ) ປະຈຳສົກປີ 2022 ແລະ ທິດທາງແຜນການປະຈຳປີ 2023 ຕິດພັນກັບການມອບຫຼຽນໄຊແຮງງານ ຫຼຽນກາແຮງງານ ແລະ ໃບຍ້ອງຍໍຜົນງານ 5 ປີ (2016-2020) ໃຫ້ພະນັກງານ-ລັດຖະກອນ ພະແນກ ພຊສ ນວ ຈັດຂຶ້ນວັນທີ 4 ພືດສະພາ 2023 ຢູ່ພະແນກດັ່ງກ່າວ  ໂດຍເປັນປະທານຂອງທ່ານ ບຸນຊົມ ຊົງວິໄລ ຫົວໜ້າພະແນກ ພຊສ ນວ ມີທ່ານ  ພູຂົງ ບັນນາວົງ ຄະນະປະຈໍາພັກ ຮອງເຈົ້າຄອງ ນວ ພ້ອມດ້ວຍຄະນະພະແນກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.    ທ່ານ ບຸນຊົມ ຊົງວິໄລ ກ່າວວ່າ: ການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ຂອງ ພຊສ ນວທີ່ພົ້ນເດັ່ນສົກປີ 2022 ຜ່ານມາ ເປັນຕົ້ນວຽກງານຂະແໜງທີ່ດິນ ສົກປີ 2022 ພະແນກ ພຊສ ນວ ສາມາດເຊັນໃບອອກຕາດິນໄດ້ 21.896 ຕອນ ມາຮອດຕົ້ນເດືອນມັງກອນ-ເມສາ 2023 ປະຕິບັດໄດ້ 8.579 ຕອນ ໂດຍລວມການເຊັນໃບຕາດິນໄດ້ແຕ່ປີ 2021-2023 ປະຕິບັດໄດ້ 53.611 ຕອນ ສາມາດຂຶ້ນທະບຽນອອກໃບຕາດິນໃນສົກປີ 2022 ຕາມທີ່ສະພາປະຊາຊົນ ນວ ມອບໃຫ້ 10.000 ຕອນ ສາມາດຈັດຕັ້ງປະຕິບັດໄດ້ 12.307 ຕອນ ເທົ່າກັບ 123.07% ແລະ ໃນປີ 2023 ສະພາປະຊາຊົນ ນວ ແລະ ກະຊວງຊັບພະຍາກອນ ມອບໃຫ້ 23.498 ຕອນ ຮອດຕົ້ນເດືອນມັງກອນ-ເມສາ 2023 ປະຕິບັດ 3.887 ຕອນ ເທົ່າກັບ 17% ພ້ອມນີ້ຍັງໄດ້ສຳເລັດການສະແກນສໍານວນຕອນດິນເຂົ້າໃນລະບົບເຊີເວີ  ຕາມທີ່ສະພາປະຊາຊົນ ນວ ມອບໃຫ້  20.000 ຕອນ ສາມາດປະຕິບັດໄດ້ 65.766 ຕອນ ເທົ່າກັບ 328,83% ກວດກາສູນໂມງເອກະສານຕົກຄ້າງແຕ່ປີ 2018 ມີ 6.181 ຕອນ ປະຕິບັດໄດ້ 5.705 ຕອນ ຍັງຄ້າງ 476 ຕອນ ສາມາດຈົດທະບຽນປ່ຽນແປງສິດນໍາໃຊ້ທີ່ດິນໄດ້ 31.859 ສະບັບ  ລວມເປັນເງິນທັງໝົດ 2,87 ຕື້ກວ່າກີບ ສຳເລັດສຳຫຼວດເກັບກໍາຂໍ້ມູນ ພ້ອມທັງດັດແກ້ ແລະ ມອບໃບຕາດິນໃຫ້ພາກສ່ວນທີ່ເຫຼືອຈາກຜົນກະທົບໂຄງການ ກໍ່ສ້າງທາງລົດໄຟລາວ-ຈີນ ໄລຍະ1-2 ແລະ ໂຄງການກໍ່ສ້າງທາງດ່ວນ ນວ ຫາວັງວຽງ ແຂວງວຽງຈັນ  ໃນ 3 ເມືອງ ມີ 27 ບ້ານ ປະຕິບັດໄດ້ 113 ຕອນ ແລະ ລົງຕິດຕາມກວດກາສະພາບສິ່ງແວດລ້ອມຢູ່ເຂດຕ່າງໆຂອງ ນວ  ເປັນຕົ້ນ ການຄົ້ນຄວ້າຮັບຮອງບົດລາຍງານແຜນການຄຸ້ມຄອງສິ່ງແວດລ້ອມ ສຳລັບໂຄງການພັດທະນາໄດ້ 138 ໂຄງການ ສຳຫຼວດວັດແທກເກັບກຳຂໍ້ມູນນໍ້າໄດ້ 12 ຈຸດ ໃນ 6 ເມືອງເປົ້າໝາຍ ແລະ ອື່ນໆ.    ຈາກນັ້ນກອງປະຊຸມໄດ້ຜ່ານດຳລັດຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນໄຊແຮງງານຊັ້ນ I ຊັ້ນ II ແລະ ຊັ້ນ III ໃຫ້ແກ່ບຸກຄົນ ກົມກອງລວມໝູ່ ບ້ານ ຄອບ ແລະ ຜູ້ປະກອບການດີເດັ່ນ ທີ່ມີຜົນງານປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການພັດທະນາຂົງເຂດດັ່ງກ່າວ ໃນນີ້ປະກອບ ມີ: ຫຽນໄຊແຮງງານຊັ້ນ I 92 ທ່ານ 4 ກົມກອງ ຫຼຽນໄຊແຮງງານຊັ້ນ II 333 ທ່ານ 12 ກົມກອງ 1 ບ້ານ ແລະ 8 ເມືອງ ຫຽນໄຊແຮງງານຊັ້ນ III ມີ  915 ທ່ານ 55 ກົມກອງ 28 ບ້ານ ແລະ ຜູ້ປະກອບການ 4 ທ່ານ ຫຼຽນກາແຮງງານ 1.846 ທ່ານ  56 ກົມກອງ 46 ບ້ານ ແລະ ຜູ້ປະກອບການ 21 ທ່ານ ໃບຍ້ອງຍໍລັດຖະບານ 3.739 ທ່ານ 63 ກົມກອງ 10 ຄອບຄົວ 132 ບ້ານ ແລະ ຜູ້ປະກອບການ 7 ທ່ານ. Share:FacebookTwitter
ພຊສ ນວ ສາມາດເຊັນອອກໃບຕາດິນໄດ້ 21.000 ກວ່າຕອນ
https://v2.vientianemai.net/archives/57137
ຂະບວນລົດໄຟຜູ້ໂດຍສານສາກົນ ທີ່ເດີນທາງຈາກສະຖານີຄຸນໝິງໃຕ້ ເຖິງສະຖານີນະຄອນຫຼວງວຽງຈັນ ຜ່ານເສັ້ນທາງລົດ ໄຟ ຈີນ-ລາວ ໄດ້ເປີດນໍາໃຊ້ເປັນ​ທາງ​ການ ໃນ​ກາງ​ເດືອນ​ເມ​ສາ 2023 ຜ່ານ​ມາ ​ໃນ​ຂະ​ນະ​ທີ່ ​ກິ່ງ​ງ່າ ຕົ້ນດອກຈໍາປາ ຂອງ ປະ ເທດລາວ ທີ່ຢັ່ງຢາຍຢູ່ຕາມແຄມທາງ​ໄດ້ປິວສະ​ບັດແກ່ງ​ໄກວ່ໄປຕາມສາຍລົມ ​ທັງງົດງາມ ສະຫງ່າ ອົບອວນໄປດ້ວຍກິ່ນຫອມ​ຂອງດອກໄມ້ຕະຫຼອດຕາມເສັ້ນທາງຂຶ້ນ ເໜືອ ​ຖື​ໄດ້​ວ່າ​ເປັນລະດູການທີ່ເຕັມໄປດ້ວຍຊີວິດຊີວາ ​ເປັນ​ໄລ​ຍະ​ດຽວ​ທີ່​ໄດ້ພົບພໍ້ ກັບຄວາມງົດ​ງາມ ແລະ ມີ​ຄຸນ​ຄ່າຂອງ ດອກກາລັນເດີ້ ທີ່ເມືອງແຫ່ງລະດູບານໃໝ່ ນະຄອນຄຸນໝິງ ແຂວງ​ຢູນ​ນານ. ດອກຈໍາປາ ສັນຍາລັກຂອງປະເທດລາວ ສະ​ແດງ​ເຖິງຄວາມເອື້ອເຟື້ອ ແລະ ຮັກຄວາມສະຫງົບ​ຂອງ​ຄົນ​ລາວ ດອກຈໍາປາເຕັມ ໄປດ້ວຍຄວາມສວຍງາມ ສະຫງ່າ ​ລຽບ​ງ່າຍ ຮັກຫອມແຂກບ້ານແຂກເມືອງ ແລະ ມີຄວາມຈິງໃຈແທ້ຈິງ ​ສ້າງ​ຄວາມ​ປະ​ທັບ​ໃຈ ໃຫ້ຜູ້ຄົນທີ່ໄດ້ພົບເຫັນ. ສ່ວນ ດອກກາລານເດີ້ ສີຟ້າປ​ະ​ສົມ​ມ່ວງ ໃນເວລາດອກໄມ້ເບັ່ງບານເຕັມທີ່ ແລະ ຫຼົ່ນລົງໝົດແລ້ວ ດອກກາລານເດີ້ສີຟ້າ ກໍ ຈະສະແດງຄວາມສວຍງາມອອກມາ ຜ່ານດອກກາລານເດີ້ສີຟ້າ​ປ​ະ​ສົມມ່ວງທີ່ເປັນເອກະລັກຂອງຕົນຢ່າງເຕັມທີ່ ເຊິ່ງເຮັດໃຫ້​ນະ​ຄອນ​ຄູນ​ໝິງຍິ່ງເພີ່ມຄວາມມີສີສັນແຫ່ງຄວາມສົດຊື່ນ ແລະ ສວຍ​ງາມຫຼາຍຂຶ້ນ. ດອກກາລານເດີ້ ແມ່ນດອກໄມ້ໜຶ່ງທີ່ບໍ່​ມີ​ຫຍັງສາມາດທົດແທນໄດ້ໃນຈິດໃຈຂອງປະຊາຊົນນະຄອນຄຸນໝິງ ນັບແຕ່ໄດ້ນໍາ ເຂົ້າເບ້ຍຕົ້ນກາລານເດີ້ 9 ຕົ້ນ ຈາກສະຖາບັນຄົ້ນຄວ້າພຶກສາສາດນະຄອນຄຸນໝິງ ປີ 1984 ເປັນຕົ້ນມາ ກໍໄດ້ຂະຫຍາຍກິ່ງ ກ້ານມາໂດຍຕະຫຼອດ ປັດຈຸບັນດອກກາລານເດີ້ໄດ້ອາໄສຢູ່ຄຸນໝິງ ເປັນເວລາ 39 ປີແລ້ວ ແລະ ໄດ້ກາຍເປັນສະມາຊິກໜຶ່ງ ຂອງຄຸນໝິງແລ້ວ. ເມື່ອດອກຈໍາປາ ແລະ ດອກກາລານເດີ້ ເບັ່ງບານເຕັມທີ່ ຖະໜົນແຫ່ງດອກໄມ້ບານເສັ້ນນີ້ ຈະສະ​ແດງ​ເຖິງ​ການສືບຕໍ່ເສີມ ຂະຫຍາຍມິດຕະພາບ ແລະ ນໍາເອົາຄວາມຫອມຫວນມາສູ່ປະຊາຊົນສອງຊາດ ຈີນ-ລາວ ຢ່າງບໍ່ຢຸດຢັ້ງ. ເຊັ່ນ​ດ​ຽວ​ກັບ​ຂະ​ບ​ວນລົດໄຟຟູ້ຊິ່ງ ຖ້ຽວລົດ D887 ເດີນທາງອອກຈາກສະຖານີລົດໄຟຄຸນໝິງໃຕ້ ເດີນໜ້າໄປທາງໃຕ້ ແລະ ຂະບວນລົດໄຟລ້ານຊ້າງ ຖ້ຽວ D888 ເດີນທາງຈາກສະຖານີນະຄອນຫຼວງວຽງຈັນ ໄປທາງເໜືອ ທີ່​ໄດ້​ອອ​ກ​ເດີນ​ທ​າງ​ໃນ​ວັນ​ທີ 13 ເມ​ສາ 2023 ທີ່​ເປັນ​ໄລ​ຍະ​ຂອງ​ການ​ເບັ່ງ​ບານຂອງ ດອກຈໍາປາ ແລະ ດອກກາລານເດີ້ ອັນ​ໄດ້ເປັນຂີດໝາຍວ່າຂະບວນ ລົດໄຟຜູ້ໂດຍສານສາກົນ ຜ່ານທາງລົດໄຟ ຈີນ-ລາວ ໄດ້ເປີດນໍາໃຊ້ຢ່າງເປັນທາງການແລ້ວ ເຊິ່ງ​ຈະ​ເຮັດ​ໃຫ້​ການ​ເດີນ​ທາງ ຈາກ​ນະ​ຄອນຫຼວ​ງວຽງ​ຈັນ ເຖິງ ນະ​ຄອນ​ຄູນ​ໝິງ ໃຊ້​ເວ​ລາ​ພຽງ​ວັນ​ດຽວ​ເທົ່າ​ນັ້ນ ເຊິ່ງ​ຈະ​ສ້າງ​ຄວາມ​ສະ​ດວກ​ສະ​ບາຍ​ໃຫ້​ກັບ​ປະ​ຊາ​ຊົນ​ທອ​ງ​ສອງ​ຊາດ ປະ​ກອ​ບ​ສ່ວ​ນ​ສຳ​ຄັນ​ໃນ​ການ​ສົ່ງ​ເສີ​ມ​ການ​ທ່ອງ​ທ່​ຽວຂອງ​ສ​ອງ​ປະ​ເທດ.   ​ສຳ​ລັບປະເທດລາວ ແລະ ແຂວງຢຸນນານ ເຊື່ອມຈອດກັນດ້ວຍສາຍພູ ສາຍນໍ້າ ປະຊາຊົນມີຄວາມເຂົ້າໃຈກັນດີ ຄຸນໝິງໃນຖາ ນະທີ່ເປັນເທສະບານແຂວງຂອງແຂວງຢຸນນານຕະຫຼອດໄລຍະຜ່ານມາ ກໍເປັນເຂດທີ່ມີການຮ່ວມມືເປັນຢ່າງດີກັບຝ່າຍລາວ ເປັນຕົ້ນການຮ່ວມມືດ້ານເສດຖະກິດ-ການຄ້າ ວັດທະນະທຳ ທ່ອງທ່ຽວ ສຶກສາ ວິທະຍາສາດເຕັກໂນໂລຊີ ແລະ ອື່ນໆ ນັບ ແຕ່ ນະຄອນຄຸນໝິງ ແລະ ນະຄອນຫຼວງວຽງຈັນ ໄດ້ສ້າງເປັນເມືອງມິດຕະພາບສາກົນຮ່ວມກັນ ໃນປີ 2011 ເປັນຕົ້ນມາ ສອງຝ່າຍກໍໄດ້ຮັກສາການແລກປ່ຽນ ແລະ ຮ່ວມມືກັນຢ່າງສະໜິດແໜ້ນ ການພົວພັນແຕ່ລະຂົງເຂດນັບມື້ເລິກເຊິ່ງ ມິດຕະ ພາບລະຫວ່າງປະຊາຊົນສອງຊາດນັບມື້ເລິກເຊິ່ງດູດດື່ມ ນະຄອນຫຼວງວຽງຈັນ ແລະ ນະຄອນຄຸນໝິງ ໄດ້ເປັນຂົວຕໍ່ ທີ່ເຊື່ອມ ໂຍງລະຫວ່າງສອງຕົວເມືອງ ຜ່ານເສັ້ນທາງລົດໄຟ ລາວ​-ຈີນ ຈີນ-ລາວ ເສັ້ນທາງທີ່​ອົບ​ອວນ​ໄປ​ດ້ອຍ​ກິ່ນດອກ​ໄມ້ແຫ່ງ​ຄວາມ​ຜາ​ສຸກ​ຕ​ະຫຼອດ​ເສັ້ນ​ທາງແຕ່ເໜືອເຖິງໃຕ້. Share:FacebookTwitter
ຈໍາປາ ແລະ ກາລານເດີ້ ດອກໄມ້ແຫ່ງຄວາມຜາສຸກ ເສີມຂະຫຍາຍມິດຕະພາບ ລາວ-ຈີນ
https://v2.vientianemai.net/archives/57148
ວັນກຳມະກອນສາກົນເປັນວັນທີ່ມີຄວາມໝາຍສຳຄັນຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ ເພື່ອເປັນການຫວນຄືນປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງວັນດັ່ງກ່າວ ໃນວັນທີ 5 ພຶດສະພາ 2023 ພະແນກຖະແຫຼ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ຈັດພີທີປະຖະກະຖາວັນກຳມະອນສາກົນ ຄົບຮອບ 137 ປີ ທີ່ພະແນກດັ່ງກ່າວ ເປັນກຽດປາຖະກະໂດຍທ່ານ ສົມບູນ ລິດສະໄໝ ຮອງປະທານກຳມະບານ ນວ ມີທ່ານ ແກ້ວວິໄລສັກ ແສນສັກດາ ຮອງຫົວໜ້າພະແນກ ຖວທ ນວ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.       ພາຍຫຼັງທ່ານ ແກ້ວວິໄລສັກ ແສນສັກດາ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານກຳມະບານໄລຍະຜ່ານມາໂດຍໄດ້ຍົກໃຫ້ເຫັນຜົນການ ແລະ ຈຸດອ່ອນຂໍ້ຄົງຄ້າງຕ່າງໆໃນການຈັດຕັ້ງປະຕິ ບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ໃນປີຜ່ານມາ 6 ຮາກຖານກຳມະບານ ພາຍໃນພະແນກແລ້ວ ທ່ານ ສົມບູນ ລິດສະໄໝ ໄດ້ຂຶ້ນເລົ່າຄືນມູນເຊື້ອວັນກຳມະກອນສາກົນ ໂດຍໄດ້ຍົກໃຫ້ເຫັນສະພາບຄວາມເປັນມາຂອງວັນກໍາມະກອນສາກົນ ຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງກໍາມະກອນສາກົນທີ່ນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ໄດ້ອອກລະບຽບ ຫຼັກການກ່ຽວກັບການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຊົນຊັ້ນກໍາມະກອນ ຂະບວນຕໍ່ສູ້ຄັ້ງທຳອິດແມ່ນຢູ່ປະເທດອັງກິດໃນປີ 1764 ແລະ ຢູ່ເມືອງຫຼວງຊິກາໂກຂອງປະເທດອາເມຣິກາ ໃນເດືອນພະຈິກ 1884 ມາຮອດວັນທີ 1 ພຶດສະພາ 1886 ເປັນເທື່ອທຳອິດໃນປະເທດອາເມຣິກາຢູ່ຕົວເມືອງຊິກາໂກຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ແລະ ກຳນົດເອົາວັນທີ 1 ພຶດສະພາຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນທົ່ວໂລກ. ນອກຈາກນັ້ນ ທ່ານຍັງຍົກໃຫ້ເຫັນຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວ ພາຍໃຕ້ການຊີ້ນໍາ-ນຳພາຂອງພັກກອມມູນິດຈີນ ກໍຄື ພັກປະຊາຊົນ ປະຕິວັດລາວ ໃນໄລຍະຕໍ່ມາ ໄດ້ເຮັດໃຫ້ຂະບວນການຕໍ່ສູ້ຂອງກໍາມະກອນ ແລະ ຊາວຜູ້ອອກແຮງງານລາວນັບມື້ເຂັ້ມແຂງປະກອບສ່ວນຢ່າງແຂງແຮງຂອງກຳມະກອນ ແລະ ຊາວຜູ້ອອກແຮງງານເຂົ້າໃນການປະຕິບັດພາລະກິດປະຕິວັດຊາດ ປະຊາທິປະໄຕ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດແຕ່ລະໄລຍະ. Share:FacebookTwitter
ຖວທ ນວ ຫວນຄືນມູນເຊື້ອວັນກຳມະກອນສາກົນຄົບຮອບ 137 ປີ
https://v2.vientianemai.net/archives/57161
(VOVWORLD) ໄຊຊະນະ ດ້ຽນບຽນຝູ ໄດ້ພາໄປເຖິງການລົງນາມໃນສັນຍາ ເຊິແນວ ຢຸດຕິສົງຄາມຢູ່ ອິນດູຈີນ (1945- 1954) ພາກເໜືອ ຫວຽດນາມ ໄດ້ຮັບການປົດປ່ອຍຢ່າງສົມບູນ. ໄຊຊະນະ ດ້ຽນບຽນຝູ ໄດ້ພາໄປເຖິງການລົງນາມໃນສັນຍາ ເຊິແນວ ຢຸດຕິສົງຄາມຢູ່ ອິນດູຈີນ(ພາບເອກະສານ: TTXVN) ວັນທີ 7 ພຶດສະພາ ກ່ອນນີ້ 69 ປີ (ປີ 1954) ພາຍໃຕ້ການຊີ້ນຳຂອງພັກກອມມູນິດຫວຽດນາມ ແລະ ປະທານ ໂຮ່ຈີມິນ ກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ຕີຖານທີ່ໝັ້ນດ້ານການທະຫານ ດ້ຽນບຽນຝູ ທີ່ໃຫຍ່ສຸດຢູ່ ອິນດູຈີນ ຂອງກອງທັບ ສຳພັນທະມິດ ຝຣັ່ງ ໃຫ້ປະລາໄຊ ໄຊຊະນະ ດ້ຽນບຽນຝູ ໄດ້ພາໄປເຖິງການລົງນາມໃນສັນຍາ ເຊິແນວ ຢຸດຕິສົງຄາມຢູ່ ອິນດູ ຈີນ (1945-1954) ພາກເໜືອ ຫວຽດນາມ ໄດ້ຮັບການປົດປ່ອຍຢ່າງສົມບູນ. ທາງດ້ານສາກົນ ໄຊຊະນະ ດ້ຽນບຽນຝູ ຍັງສ້າງແຫຼ່ງອາລົມທີ່ໃຫຍ່ຫຼວງ ສົ່ງຜົນສະທ້ອນຢ່າງແຮງເຖິງຂະບວນການປົດປ່ອຍ ຊາດໃນທົ່ວໂລກ ພິເສດແມ່ນຢູ່ບັນດາປະເທດຂຶ້ນກັບທະວີບອາຟະລິກາ. ທ່ານ ເລແທັ່ງໂດ ປະທານຄະນະກຳມະການປະຊາຊົນແຂວງ ດ້ຽນບຽນ ກ່າວ​ວ່າ: ພາຍຫຼັງໄລຍະ 69 ປີ ດ້ຽນບຽນຝູ ພວມ ສຸມໃສ່ເສີມຂະຫຍາຍຄຸນຄ່າສຳຄັນເຂດປູຊະນີຍະຖານສະໜາມຮົບ ດ້ຽນບຽນຝູ ເພື່ອກາຍເປັນທ່າແຮງໃນການພັດທະນາ ເສດຖະກິດ ໄລ່ສະເພາະ 3 ເດືອນຕົ້ນປີ 2023 ຄາດວ່າ ຈຳນວນແຂກທ່ອງທ່ຽວໄປທ່ອງຢູ່ແຂວງ ດ້ຽນບຽນ ບັນລຸ 300.000 ເທື່ອຄົນ ເພີ່ມຂຶ້ນເກືອບ 10 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022 ຍອດລາຍຮັບຈາກການເຄື່ອນໄຫວທ່ອງທ່ຽວບັນ ລຸກວ່າ 525 ຕື້ດົ່ງ (ເພີ່ມຂຶ້ນເກືອບ 11 ເທົ່າເມື່ອທຽບໃສ່ໄລຍະດຽວກັນ). ເພື່ອຍູ້ແຮງການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງມໍລະດົກສະໜາມຮົບ ດ້ຽນບຽນຝູ ໃຫ້ສົມກັບການຮັບໃຊ້ ພັດທະນາການທ່ອງທ່ຽວ ແຂວງດ້ຽນບຽນໄດ້ ແລະ ພວມເສີມຂະຫຍາຍບັນດາແຫຼ່ງກຳລັງ ເພື່ອບູລະນະປະຕິສັງຂອນບັນ ດາເຂດປູຊະນີຍະສະຖານປະຫວັດສາດນີ້ ທັງມີລັກສະນະສຶກສາມູນເຊື້ອ ທັງສ້າງບັນດາຜະລິດຕະພັນທ່ອງທ່ຽວທີ່ດູດ ດື່ມ ໃຫ້ແກ່ແຂວງດ້ຽນບຽນ. Share:FacebookTwitter
ມໍລະດົກທາງດ້ານຈິດໃຈຈາກ 69 ປີແຫ່ງໄຊຊະນະ ດ້ຽນບຽນຝູ (1954 – 2023)
https://v2.vientianemai.net/archives/57164
ເນື່ອງໃນໂອກາດ ວັນກາແດງ ແລະ ຊີກວົງເດືອນແດງສາກົນ 8 ພຶດສະພາ 2023 ພາຍໃຕ້ຫົວຂໍ້: “ ທຸກສິ່ງທຸກຢ່າງພວກເຮົາເຮັດດ້ວຍໃຈ ” ເມື່ອຫວນຄືນປະຫວັດສາດຂອງໂລກ 1OO ກວ່າປີຄືນຫຼັງ ຫຼາຍປະເທດໃນທະວີບຢູໂຣບມີຄວາມຮຸ່ງເຮືອງສີວິໄລທີ່ສຸດໃນໄລຍະນັ້ນ ແຕ່ກໍ່ມີສົງຄາມຮຸກຮານແຍ່ງຊິງເພື່ອມີອຳນາດ ແລະ ຄອບຄອງທີດິນ ແລະ ສັບສົມບັດ ວັດຖຸດີບທີ່ມີຄ່າ ແລະ ປະເທດໃດອອ່ນແອບໍ່ຊະນະສົງຄາມກໍ່ການເປັນຫົວເມືອງຂື້ນຂອງປະເທດທີສະນະສົງຄາມ ແລະ ກໍ່ເປັນເຈົ້າອານານິຄົມ ລ່າຫົວເມືອງຂຶ້ນຂອງເຈົ້າຈັກກະພັດຕ່າງໆ.     ໃນສະຕະວັດກວ່າ ຫຼື 163 ປີ ຜ່ານມາ (14 ມິຖຸນາ 1859) ໄດ້ມີສົງຄາມລະຫວ່າງ ທະຫານຝຣັ່ງ ແລະ ໂອຕຣິດ ຢູ່ທີ່ສະໜາມຮົບ ໂຊນເຟຣີໂນ (Battle of Solferino) ທີ່ປະເທດອີຕາລີ ໃນປັດຈຸບັນ ເຊິ່ງເຮັດໃຫ້ທະຫານບາດເຈັບ ແລະ ເສຍຊີວິດເປັນຈໍານວນ ຫຼາຍ (40.000 ຄົນ) ໂດຍບໍ່ມີພາກສ່ວນໃດຮັບຜິດຊອບປີ່ນປົວ ເບິ່ງແຍງແຕ່ຢ່າງໃດເລີຍ.     ໃນຂະນະທີ່ມີການສູ້ຮົບກັນຢູ່ທີ່ນັ້ນ ທ່ານ ທັງຣີ ດຸຍນັງ (Henry Dunant) ເປັນນັກທຸລະກິດຊາວສະວິດ ໄດ້ເດີນທາງໄປພົບເຫັນເຫດການດັ່ງກ່າວ ແລະ ເພີ່ນໄດ້ ບັນທຶກເຫດການ ພັນລະນາເຖິງຄວາມທຸກທໍລະມານ ທີ່ຮ້າຍກາດດັ່ງກ່າວ ເຊິ່ງເອີ້ນຊື່ປຶ້ມວ່າ: ຄວາມຊົງຈຳແຫ່ງໂຊນເຟຣີໂນ (The Memory of Solferno) ແລະ ໄດ້ພິມເຜີຍແຜ່ ໄປຍັງປະເທດຕ່າງໆໃນທົ່ວໂລກ ຈາກການບັນທຶກຄວາມຊົງຈຳອັນນີ້ ໄດ້ເຮັດໃຫ້ເກີດມີ ວິໄສທັດດ້ານມະນຸດສະທຳ ແລະ ນໍາໄປສູ່ການສ້າງຕັ້ງ ສະມາຄົມ ບັນເທົາທຸກແບບສະໝັກໃຈ ເພື່ອຊ່ວຍເບິ່ງແຍງ ປິ່ນປົວ ຜູ້ບາດເຈັບໃນສົງຄາມ ໂດຍບໍ່ມີ ການຈຳແນກໃດໆ ຕໍ່ຄູ່ສັດຕູຂອງສົງຄາມໃນທີ່ສຸດກໍ່ໄດ້ພັດທະນາໄປສູ່ການສ້າງຕັ້ງ ຄະນະ ກຳມະການກາແດງສາກົນ ຂຶ້ນ ໃນວັນທີ 23 ຕຸລາ 1863 International Committee of the Red Cross (ICRC) ມາຮອດປີນີ້ໄດ້ຄົບຮອບ159 ປີ.     ໃນໄລຍະ 1 ສະຕະວັດເຄິ່ງທີ່ຜ່ານມາ ນັບແຕ່ການລິເລີ່ມຂອງ ທ່ານ Henry Dunant ຜູ້ກໍ່ຕັ້ງ ສະມາຄົມບັນເທົາທຸກແບບສະໝັກໃຈ ໄດ້ນຳໄປສູ່ການສ້າງຕັ້ງ ຄະນະກຳມະການກາແດງສາກົນ ໃນວັນທີ 23 ຕຸລາ 1863 (ICRC) ໄດ້ມີການຂະຫຍາຍຕົວ ການສ້າງຕັ້ງອົງການກາແດງ ແຫ່ງຊາດຂຶ້ນໃນບັນດາປະເທດຕ່າງໆ (National Society) ແລະ ຫຼັງສົງຄາມໂລກຄັ້ງທີ I ( 1914-1918) ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ ກໍ່ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 5 ພຶດສະພາ 1919 (International Federation of Red Cross and Red Crescent -IFRC) ພາຍໃຕ້ແນວຄວາມຄິດທີ່ວ່າ ອາສາສະໝັກ ບໍ່ພຽງແຕ່ຈະມີສະເພາະໃນເວລາທີ່ມີ ສົງຄາມ ໃນຍາມສະຫງົບກໍ່ຄວນມີເຊັ່ນດຽວກັນ ເພື່ອຍົກລະດັບສຸຂະພາບຂອງປະຊາຊົນ ພາຍໃນປະເທດ ໃນໄລຍະສົງຄາມ ກໍ່ມີການລະບາດຂອງພະຍາດໄຂ້ຫວັດຢູ່ຢູໂຣບຕາເວັນອອກ ຕໍ່ມາກໍ່ມີໄພອຶດຫິວຢູ່ລັດເຊຍ ປີ 1921 ແຜ່ນດິນໄຫວຮ້າຍແຮງຢູ່ຍີ່ປຸ່ນ ປີ 1923 ມາຮອດປັດຈຸບັນທົ່ວໂລກໄດ້ມີ ສະພາກາແດງ ແລະ ຊີກວົງເດືອນ ແດງແຫ່ງຊາດ 192 ປະເທດ ໂດຍນຳໃຊ້ກາກະບາດ ສີແດງເທິງພື້ນສີຂາວ ຫຼື ຊີກວົງເດືອນ ແດງເທິງພື້ນສີຂາວ ເປັນເຄື່ອງ ໝາຍເພື່ອປົກປ້ອງ ແລະ ເຂົ້າໄປຊ່ວຍເຫຼືອບັນເທົາທຸກ ໃນເວລາທີ່ເກີດມີ ຂໍ້ຂັດແຍ່ງ ລະຫວ່າງປະເທດ ຫຼື ພາຍໃນປະເທດ ຊຶ່ງໄດ້ລະບຸໄວ້ໃນ “ ສົນທິສັນຍາເຊີແນວ 1949 ” ແລະ ອະນຸສັນຍາ ເພີ່ມເຕີມ 2 ສະບັບ ເພື່ອແກ້ໄຂບັນຫາ ໃນເວລາມີຂໍ້ຂັດແຍ່ງ ຫຼື ມີການປະທະກັນ ອາສາສະໝັກກາແດງສາມາດນຳທຸງ ທີ່ເປັນເຄື່ອງໝາຍກາແດງ ສະແດງຕົວ ເພື່ອໃຫ້ຖືກປົກປ້ອງ ບໍ່ໃຫ້ຝ່າຍໃດທໍາລາຍອາສາສະໝັກກາແດງ ເພື່ອໃຫ້ ເຂົາເຈົ້າສາມາດໄປຊ່ວຍບັນເທົາທຸກຜູ້ບາດເຈັບໃນສົງຄາມ ແລະ ໄພພິບັດຕ່າງໆ.     ສະນັ້ນກາແດງ ແລະ ຊີກວົງເດືອນເດືອນແດງສາກົນ (IFRC) ແມ່ນເຄືອຂ່າຍ ມະນຸດສະທຳ ທີ່ໃຫຍ່ທີ່ສຸດຂອງໂລກ ແລະ ໄດ້ມີຂະບວນການເຄື່ອນໄຫວຕາມ 7 ຫຼັກການພື້ນຖານຄື: ມະນຸດສະທໍາ ທ່ຽງທຳ ເປັນກາງ ເປັນເອກະລາດ ສະໜັກໃຈ ເປັນເອກະພາບ ແລະ ມີນໍ້າໃຈສາກົນ.     ວັນທີ 8 ພຶດສະພາ ວັນກາແດງ ແລະ ຊີກວົງເດືອນແດງສາກົນ ກົງກັບວັນເກີດຂອງທ່ານ ຮັງຣີດູນັງ (Henry Dunant) ຜູ້ກໍ່ຕັ້ງອົງການກາແດງສາກົນ ເພິ່ນເກີດເມື່ອ ວັນທີ 8 ພຶດສະພາ 1828 ທີ່ເມືອງເຈເນວາ ປະເທດສະວິດ ເພີ່ນໄດ້ຮັບລາງວັນ Nobel ສາຂາສັນຕິພາບ ຜູ້ທຳອິດຂອງໂລກ.     ພາຍຫຼັງສົງຄາມໂລກຄັ້ງທີ2 ໃນປີ 1949 ໄດ້ມີການສະເໜີທີ່ກອງປະຊຸມໃຫຍ່ ຂອງສະຫະເປັນກາ ແດງ ຄັ້ງທີ 14 ທີ່ໂຕກຽວ ປະເທດຢີ່ປຸ່ນ ເພື່ອຮັບຮອງເອົາວັນກາແດງສາກົນ ໂດຍມີຈຸດປະສົງໃຫ້ອົງການກາແດງໃນທົ່ວໂລກ ໄດ້ຈັດພິທີສະເຫຼີມສະຫຼອງ ໃນວັນດຽວກັນ 2 ປີ ຕໍ່ມາ ພາຍຫຼັງໄດ້ມີການຮັບຮອງຂອງຄະນະກໍາມະການ ວັນກາແດງສາກົນໄດ້ຖືກສະເຫຼີມສະຫຼອງເປັນຄັ້ງທໍາອິດ ທົ່ວໂລກ ໃນວັນທີ 8 ພຶດສະພາ 1948 ແລະ ຕໍ່ມາ ປີ1984 ຈຶ່ງປ່ຽນຊື່ວ່າ “ ວັນກາແດງ ແລະ ຊີກວົງເດືອນແດງສາກົນ ” ຈາກນັ້ນມາ ວັນທີ 8 ພຶດສະພາ ຂອງທຸກປີ ຖືວ່າແມ່ນວັນກາແດງ ແລະ ຊີກວົງເດືອນແດງສາກົນ ເປັນວັນສະເຫຼີມສະຫຼອງຫຼັກການ ຄຸນຄ່າ ປະຫວັດສາດ ແລະ ຜົນສະທ້ອນ ຂອງຂະບວນການກາແດງ ແລະ ຊີກວົງເດືອນແດງສາກົນ ເປັນວັນສາກົນ.     ເພື່ອສະເຫຼີມສະຫຼອງຄວາມເປັນເອກະພາບ ແລະ ຄວາມສາມັກຄີ ຂອງຂະບວນການກາແດງ ແລະ ຊີກວົງເດືອນແດງສາກົນ ໃນວຽກງານມະນຸດສະທຳ ແຕ່ລະປີຈະໄດ້ມີຫົວຂໍ້ສໍາຄັນ ຫຼື ຄຳຂວັນປຸກລະດົມນ້ຳໃຈຂອງນັກເຄື່ອນໄຫວມະນຸດສະທຳ.     ທ່ານ Henry Dunant ໃນຄອບຄົວຂອງທ່ານມີພີນ້ອງ 3 ຄົນ ພໍ່ຂອງລາວມີແນວຄິດຊ່ວຍເຫຼືອເດັກກຳພ້າສ່ວນແມ່ຂອງລາວແມ່ນເຮັດວຽກຊ່ວຍເຫຼືອຄົນເຈັບ ແລະ ຄົນທຸກຍາກ ທ່ານເປັນນັກຂຽນ ເປັນຄູສອນ ທ່ານເປັນນັກເຄື່ອນໄຫວສັງຄົມ ມີວິໃສທັດທີ່ກ້ວາງໄກ້ ຊື່ສຽງຜົນງານຂອງທ່ານໄດ້ເຂົ້າພີພິຕະພັນມໍລະດົກໂລກ     ສໍາລັບປີນີ້ ຄະນະກໍາມະການກາແດງ ແລະ ຊີກວົງເດືອນແດງສາກົນ ໄດ້ຍົກເອົາກາສະແດງຮູບພາບຄວາມເມດຕາຕໍ່ເພື່ອນມະນຸດ ແລະ ປຸກລະດົມ ໃຫ້ກຳລັງໃຈ ໃຫ້ທຸກຄົນໃນທົ່ວໂລກ ມີນ້ຳໃຈເມດຕາ ຕໍ່ເພື່ອນມະນຸດດ້ວຍກັນ ໂດຍມີຫົວຂໍ້ວ່າ: ພວກເຮົາທຸກຄົນມີຄວາມເມດຕາເພື່ອນມະນຸດດ້ວຍກັນ ປະຊາຄົມທົ່ວໂລກຮັບຮູ້ວ່າ ໂລກນີ້ປະເຊີນກັບໄພພິບັດ ເຊັ່ນ: ນ້ຳຖ້ວມ ແຫ້ງແລ້ງແລະໄພສົງຄາມແລະອື່ນໆ ໄດ້ເປັນໄພຄົ່ມຄູ່ຕໍ່ມວນມະນຸດ ແຕ່ກຳລັງແນວຄິດມະນຸດສະທຳກໍ່ໄດ້ເຈືອຈານໃນທົ່ວທຸກມູມໂລກເຂົ້າໃຫ້ການຊ່ວຍຜູ້ປະສົບໄພ ທັນກັບເວລາ.     ແຕ່ເຖິງຢ່າງໃດກໍ່ຕາມ ປະຊາຄົມຍັງມີຄວາມຫວັງຄວາມເປັນມະນຸດ ແລະ ຫຼາຍຢ່າງ ທີ່ຈະພົບເຫັນ ໃນຮູບແບບຂອງການກະທໍາຂອງຄວາມເມດຕາ ການກະທຳຂອງຄວາມເມດຕາແມ່ນຢູ່ອ້ອມຮອບພວກເຮົາ ບໍ່ວ່າມັນຈະນ້ອຍ ຫຼື ໃຫຍ່ມັນຈະເຮັດໃຫ້ມີການຫັນປ່ຽນຢ່າງຫຼວງຫຼາຍໃນຊີວິດຂອງປະຊາຊົນ ພວກເຮົາເຊື່ອໝັ້ນວ່າການກະທຳຂອງຄວາມເມດຕາ ປະຊາຄົມໂລກ ສະນັ້ນ ວັນກາແດງ ແລະ ຊີກວົງເດືອນແດງສາກົນປີນີ້ ພວກເຮົາຈຶ່ງສະເຫຼີມສະຫຼອງການກະທໍາທຸກປະເພດ ຂອງ ຄວາມເມດຕາ ແລະ ສະແດງໃຫ້ເຫັນ ວິທີການຮ່ວມມືກັນ ມັນຈະມີຜົນກະທົບທົ່ວໂລກ ສະນັ້ນ ຄວາມຫວັງທີ່ຖືກຕັ້ງຂຶ້ນ ກໍ່ແມ່ນພວກເຮົາທຸກຄົນ ສາມາດເປັນຜູ້ມີນ້ຳໃຈ ເມດຕາຕໍ່ເພື່ອນມະນຸດດ້ວຍກັນ ຈະໜ້ອຍ ຫຼື ຫຼາຍ ນ້ອຍ ຫຼື ໃຫຍ່ ລ້ວນແລ້ວແຕ່ມີ ຄວາມ   ໝາຍຄວາມສໍາຄັນ ແຜ່ເມດຕາຈາກຄົນໜຶ່ງທີ່ມີເງື່ອນໄຂ ໄປສູ່ອີກຄົນໜຶ່ງທີ ດ້ອຍໂອກາດໃນຊຸມຊົນ ທັງຕົວເມືອງ ແລະ ຊົນນະບົດ.     ສະເພາະອົງການກາແດງແຫ່ງຊາດລາວ ສ້າງຕັ້ງຂຶ້ນ ໃນວັນທີ 1 ມັງກອນ 1965 ຖືກຮັບຮູ້ຈາກ ຄະນະກໍາມະການກາແດງສາກົນ ໃນວັນທີ 23 ພຶດສະພາ 1957 ແລະ ເຂົ້າເປັນສະມາຊິກຂອງສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (FCS) ໃນວັນທີ 25 ຕຸລາ 1957 ໂດຍກອງປະຊຸມໃຫຍ່ ຄັ້ງທີ 24 ຂອງບັນດາອົງການກາແດງ ຢູ່ນິວແຄນ ປະເທດອິນເດຍ ອົງການກາແດງແຫ່ງຊາດລາວ ເປັນອົງການຈັດຕັ້ງທາງສັງຄົມ ຂອງ ສປປ ລາວ ທີ່ເຄື່ອນໄຫວວຽກງານມະນຸດສະທຳ ຢ່າງເປັນເອກະລາດ ຢູ່ພາຍໃຕ້ລັດຖະທຳມະນູນ ກົດໝາຍ ແລະ 7 ຫຼັກການພື້ນຖານ ຂອງຂະບວນການກາແດງ ຊີກວົງເດືອນແດງສາກົນ ໂດຍມີປະຫານປະເທດ ເປັນປະທານກິດຕິມະສັກ ມີຖານະເທົ່າກັບອົງການຈັດຕັ້ງລັດ ແລະ ອົງການຈັດຕັ້ງສັງຄົມອື່ນ ມີພາລະບົດບາດໃນການຈັດຕັ້ງວຽກງານມະນຸດສະທຳ ປະຕິບັດຜົນການ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ສ້າງສະພາບແວດລ້ອມທີ່ມີຄວາມສົມດູນ ກົມກຽວກັນ ສາມັກຄີປອງດອງໃນສັງຄົມ ມີການເຂົ້າຮ່ວມຂອງສັງຄົມ ເຊິ່ງລວມມີ ແລະ ວຽກງານສຳຄັນ ເປັນຕົ້ນ: 1 ການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ 2 ການປຸກລະດົມຂົນຂວາຍບໍລິຈາກເລືອດ ແລະສະໜອງເລືອດທີ່ປອດໄພ 3 ການສົ່ງເສີມສຸຂະພາບຂັ້ນພື້ນຖານ 4 ການປະຖົມພະຍາບານ 5 ການກູ້ໄພສຸກເສີນ 6 ການໂຄສະນາຂົນຂວາຍແຫຼ່ງທຶນ 7 ການສ້າງສະມາຊິກ ແລະ ອາສາສະໝັກກາແດງ 8 ການສືບທາວຫາຍາດພີ່ນ້ອງ ແລະ 9 ການພົວພັນ ແລະ ການຮ່ວມມືສາກົນ.     ອົງການກາແດງແຫ່ງຊາດລາວ ພ້ອມແລ້ວທີ່ຈະເຮັດວຽກງານມະນຸດສະທຳ ຕາມພາລະບົດບາດຂອງຕົນ ເພື່ອສ້າງ ແລະ ສົ່ງເສີມຄຸນຄ່າດ້ານມະນຸດສະທຳ ໂດຍບໍ່ຈຳແນກ ການປະຕິບັດຢູ່ໃນສັງຄົມລາວ ເປັນຂົວຕໍ່ນໍາເອົາຄວາມເມດຕາ ນ້ຳໃຈ ຈາກຜູ້ໃຈບຸນທັງຫຼາຍສົ່ງໄປຮອດໄປເຖິງຜູ້ທີ່ຂາດແຄນ ອ່ອນນ້ອຍ ດ້ອຍໂອກາດ.     ຂໍສະແດງຄວາມຍ້ອງຍໍເນື່ອງໃນວັກາແດງ ແລະ ຊີກວົງເດືອນແດງສາກົນນີ້ ຂໍຊົມເຊີຍຕໍ່ພະນັກງານສະມາຊິກ ອາສາສະໝັກກາແດງທັງຫຼາຍ ທີ່ໄດ້ປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບ ດ້ວຍຄວາມເສຍສະຫຼະ ຊຶ່ງພວກເຂົາເຈົ້າເຫຼົ່ານັ້ນເຮັດວຽກຢູ່ໃນແຖວໜ້າ ຢູ່ໃນສະຖານະການທີ່ຫຍຸ້ງຍາກ ແລະເອົາໃຈໃສ່ມີຄວາມຮັບຜິຊອບສູງ ຂໍສະແດງຄວາມຮູ້ບຸນຄຸນຢ່າງສູງຕໍ່ບຸກຄົນ ນິຕິບຸກຄົນ ທັງລາວ ແລະ ຕ່າງປະເທດ ທີ່ໄດ້ມີນໍ້າໃຈ ເມດຕາ ສະຫຼະວັດຖຸປັດໄຈ ປະກອບສ່ວນຊຸກຍູ້ສົ່ງເສີມວຽກງານມະນຸດ ສະທຳ ຂອງອົງການກາແດງແຫ່ງຊາດລາວ.     ຂໍອວຍພອນມາຍັງຜູ້ນຳພັກ-ລັດຖະບານ ບັນດາທ່ານ ແລະ ປະຊາຊົນທຸກຖ້ວນໜ້າ ຈົ່ງມີສຸຂະພາບແຂງແຮງ ແລະ ມີຄວາມຜາສຸກ. Share:FacebookTwitter
8 ພຶດສະພາ ວັນກາແດງ ແລະ ຊີກວົງເດືອນແດງສາກົນ
https://v2.vientianemai.net/archives/57177
ໂອກາດທີ່ທ່ານ ດຣ ຄິມ ຮົງກູ ( Kim Hong Koo ) ອະດີດອະທິການບໍດີ ມະຫາວິທະຍາໄລສຶກສາຕ່າງປະເທດບູຊານ (Busan) ແລະ ຜູ້ຊ່ຽວຊານດ້ານການສຶກສາກ່ຽວກັບ ລາວ ແລະ ໄທ ທີ່ໄດ້ມາຢ້ຽມຢາມ ສປປ ລາວ ໃນຖານະທູດພິເສດ ຂອງ ລັດຖະມົນຕີການຕ່າງປະເທດ ສ ເກົາຫຼີ ເພື່ອການຮ່ວມມືກັບອາຊີຕາເວັນອອກສ່ຽງໃຕ້ ທ່ານໄດ້ເຂົ້າຮ່ວມບັນຍາຍສາຍພົວພັນ ລາວ- ສ ເກົາຫຼີ ໃນສະພາບການປັດຈຸບັນ ແລະ ອະນາຄົດ ຈັດຂຶ້ນທີ່ມະຫາວິທະຍາໄລແຫ່ງຊາດ (ມຊ) ໃນທ້າຍເດືອນເມສາ 2023 ເຊິ່ງເຊິ່ງມີ ພະນັກງານຄູ-ອາຈານ ນັກສຶກສາ ຈາກພາກວິຊາຕ່າງໆ ໄດ້ເຂົ້າຮ່ວມຟັງການບັນຍາຍຄັ້ງນີ້ ປະມານ 200 ຄົນ ທ່ານໄດ້ຍົກໃຫ້ຮູ້ວ່າ: ລາວ ແລະ ສ ເກົາຫຼີ ສືບຕໍ່ພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືຢ່າງຕໍ່ເນື່ອງ ນັບຕັ້ງແຕ່ມີການພົວພັນທາງການທູດທີ່ໄດ້ຮັບການຟື້ນຟູໃນປີ 1995 ເປັນຕົ້ນມາ .     ທັງສອງປະເທດໄດ້ເພີ່ມທະວີການພົວພັນຮ່ວມມືໃນຂົງເຂດເສດຖະກິດເຊັ່ນດຽວ ເຊິ່ງບັນລຸເຖິງ 150 ລ້ານໂດລາສະຫະລັດໃນປີ 2022 ສິນຄ້າຫຼັກໆທີ່ສົ່ງອອກມາລາວນັ້ນ ລວມມີລົດໃຫຍ່ ເຄື່ອງອາໄລລົດ ເຄື່ອງນຸ່ງຫົ່ມ ເຄື່ອງກົນຈັກກໍ່ສ້າງ ຜະລິດຕະພັນກະສິກໍາ ຄອມພິວເຕີ ເຄື່ອງສຳອາງ ແລະ ຢາ ຄຽງຄູ່ກັນນັ້ນ ສິນຄ້າທີ່ສົ່ງອອກຈາກລາວໄປ ສ ເກົາຫຼີ ຕົ້ນຕໍແມ່ນ ຜະລິດຕະພັນໄມ້ ເຄມີວັດຖຸດິບ ແລະ  ກາເຟ ພ້ອມກັນນັ້ນ ໃນດ້ານການຮ່ວມມືພັດທະນາ ສ ເກົາຫຼີ ແມ່ນຄູ່ຮ່ວມມືທີ່ໂດດເດັ່ນຂອງລາວ ໃນລະຫວ່າງປີ 1991 ຫາ 2021 ສ ເກົາຫຼີ ໄດ້ໃຫ້ການຊ່ວຍເຫຼືອລາວທັງໝົດ 341 ລ້ານໂດລາສະຫະລັດ ເຂົ້າໃນການພັດທະນາພາກພື້ນ ການຄຸ້ມຄອງນ້ຳ ແລະ ສຸຂາພິບານ ການສຶກສາ ແລະ ພະລັງງານ ເຊິ່ງແມ່ນ 4 ຂົງເຂດສຳຄັນຂອງການຮ່ວມມືພັດທະນາລະຫວ່າງສອງປະເທດ.     ໂຄງການ ປ້ອງກັນຕາຝັ່ງເຈື່ອນ ແລະ ການພັດທະນາ ແຄມຂອງ ຢູ່ນະຄອນຫຼວງວຽງຈັນ ເປັນໜຶ່ງໃນໂຄງການ ພັດທະນາ ທີ່ສໍາຄັນ ລະຫວ່າງ ລາວ ແລະ ສ ເກົາຫຼີ ໄດ້ເຮັດໃຫ້ຄົນລາວ ມີສະຖານທີ່ ດ້ານການຄົມມະນາຄົມ ສະດວກສະບາຍ ຕະຫຼອດເຖິງ ກິດຈະກຳການ ດໍາເນີນທຸລະກິດ ແລະ ການພັກຜ່ອນ ເປັນຕົ້ນ ປັດຈຸບັນໂຄງການໄລຍະທີສອງແມ່ນຢູ່ໃນໄລຍະກຳລັງດຳເນີນການຢູ່.     ປະເທດລາວເປັນໜຶ່ງໃນແຫຼ່ງທ່ອງທ່ຽວທີ່ນິຍົມຂອງຄົນເກົາຫຼີ ຊາວເກົາຫຼີ ຫຼາຍຄົນມາທ່ຽວປະເທດລາວເພື່ອພັກຜ່ອນຢ່ອນໃຈກັບທຳມະຊາດ ຂອງເມືອງຫຼວງພະບາງ ມ່ວນຊື່ນກັບກິດຈະກຳຕ່າງໆຢູ່ວັງວຽງ ຫຼື ຫຼິ້ນກ໊ອຟໃນນະຄອນຫຼວງວຽງຈັນ ໃນປີ 2019 ມີຊາວ ສ ເກົາຫຼີ ຫຼາຍກວ່າ 200.000 ຄົນ ໄດ້ມາທ່ຽວລາວ ເຖິງວ່າຈຳນວນດັ່ງກ່າວໄດ້ຫຼຸດລົງຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ກໍຍັງສາມາດຟື້ນຕົວຂຶ້ນເປັນລຳດັບ ໂດຍມີຫຼາຍກວ່າ 20.000 ຄົນໃນປີ 2022 ເຊັ່ນດຽວກັນກັບຄົນເກົາຫຼີຫຼາຍຄົນທີ່ສົນໃຈລາວ ຄົນລາວເອງກໍ່ສະແດງຄວາມສົນໃຈໃນວັດທະນະທໍາເກົາຫຼີເຊັ່ນດຽວກັນ K-Culture (ເອີ້ນອີກຊື່ໜຶ່ງວ່າ Hallyu) ເຊິ່ງລວມມີ K-Pop ລະຄອນ ແລະ ຮູບເງົາເກົາຫຼີ ອາຫານເກົາຫຼີ ແລະ ຄວາມງາມຂອງເກົາຫຼີ ກຳລັງມີກະແສໃນລາວ ໂດຍສະເພາະໃນກຸ່ມໄວໜຸ່ມ ຄວາມສົນໃຈດັ່ງກ່າວໄດ້ຊຸກຍູ້ໃຫ້ຊາວລາວຈຳນວນຫຼາຍຮຽນພາສາເກົາຫຼີ ປັດຈຸບັນ ພາສາເກົາຫຼີແມ່ນໄດ້ຮັບການສອນຢູ່ສະຖາບັນຕ່າງໆຂອງລາວ ເຊັ່ນ: ພາກວິຊາພາສາເກົາຫຼີຂອງ ມະຫາວິທະຍາໄລແຫ່ງຊາດ ແລະ ມະຫາວິທະຍາໄລສຸພານຸວົງ ແລະ ສະຖາບັນ King Sejong ຍິ່ງໄປກວ່ານັ້ນ ອີງຕາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງກະຊວງສຶກສາຂອງສອງປະເທດໃນປີ 2019 ໂຮງຮຽນມັດທະຍົມສຶກສາສົມບູນ 3 ແຫ່ງໄດ້ເປີດສອນພາສາເກົາຫຼີໃຫ້ແກ່ນັກຮຽນລາວ.     ທ່ານ ດຣ ຄິມ ໄດ້ກ່າວກ່ອນທີ່ຈະຈົບການບັນຍາຍວ່າ: ຂ້າພະເຈົ້າເຊື່ອວ່າ ຄົນລາວສະແດງຄວາມສົນໃຈໃນວັດທະນະທໍາເກົາຫຼີຫຼາຍ ເພາະວ່າຄົນລາວ ແລະ ຄົນ ສ ເກົາຫຼີ ມີວັດທະນະທໍາຄ້າຍຄືກັນ ເຊັ່ນ: ພຸດທະສາສະໜາ ແລະ ໃຫ້ຄວາມສຳຄັນກັບຄຸນຄ່າຂອງຄອບຄົວ ແລະ ບົນພື້ນຖານຄວາມຄ້າຍຄືກັນນີ້ ຂ້າພະເຈົ້າຢາກແນະນຳໃຫ້ປະຊາຊົນສອງປະເທດ ໂດຍສະເພາະແມ່ນນັກຮຽນໜຸ່ມ ໄດ້ເປີດກວ້າງການສື່ສານ ແລະ ຜັນຂະຫຍາຍບັນດາຂົງເຂດການຮ່ວມມືຢ່າງກວ້າງຂວາງໃນຫຼາຍໆດ້ານ. Share:FacebookTwitter
ສາຍພົວພັນ ລາວ-ສ ເກົາຫຼີ ນັບມື້ມີການພັດທະນາຫຼາຍດ້ານ
https://v2.vientianemai.net/archives/57184
ພິທີເປີດປ້າຍຕົວແບບຄຸນນະພາບ ໂຮງຮຽນ ລ້ຽງເດັກ-ອະນຸບານ-ປະຖົມ-ມັດທະຍົມສຶກສາສົມບູນ ຮຸ່ງເຮືອງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 5 ພຶດສະພາ 2023 ຢູ່ໂຮງຮຽນດັ່ງກ່າວ ໂດຍມີທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ທ່ານ ລິດທິໄຊ ຮຸ່ງເຮືອງ ຜູ້ຜະກອບການ ຜູ້ອຳນວຍການໂຮງຮຽນຮຸ່ງເຮືອງ ຄະນະນຳຈາກອຳນາດການປົກຄອງ ຫ້ອງການສຶກສາທິການ ແລະ ກີລາ ເມືອງ ແຂກຖືກເຊີນ ພະນັກງານຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.     ທ່ານ ຟອງສະໝຸດ ຕຸລາຄົມ ຮອງຜູ້ອຳນວຍການໂຮງຮຽນ ຮຸ່ງເຮືອງ ແຈ້ງໃຫ້ຊາບວ່າ: ສຳລັບໂຄງການ ໂຮງຮຽນຕົວແບບຄຸນນະພາບ ແມ່ນນອນໃນ 5 ໂຄງການຫຼັກຂອງໂຮງຮຽນ ສຸມໃສ່ ການຈັດຕັ້ງປະຕິບັດດ້ານວິຊາການ ສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງດ້ານວິຊາການໃຫ້ຄູອາຈານ ໃນ ຫຼາຍຮູບແບບ ຈັດອົບຮົມ ນິເທດ ທັງພາຍໃນ ແລະ ນອກ ພ້ອມທັງເຊິນຄູຜູ້ຊ່ຽວຊານມາບັນຍາຍສົ່ງຄວາມ ຮູ້ ພ້ອມສົ່ງຄະນະອຳນວຍການ 2 ທ່ານ ເຂົ້າຮ່ວມເຝຶກອົບຮົມການປັບປຸງຄຸນນະພາບ ຊັ້ນມັດທະຍົມ ທີ່ຫ້ອງປະຊຸມສະໜາມກິລາ ເຈົ້າອານຸວົງ ແລະ ໃນວັນທີ 29 ມິນາ 2022 ອົງການກວດກາລັດ ນວ ພະແນກສຶກສາທິການ ແລະ ກິລາ ນວ ແລະ ຫ້ອງການສຶກສາກິລາເມືອງສີໂຄດຕະບອງ ລົງມາຕິດຕາມກວດກາ ການສ້າງໂຮງຮຽນຕົວແບບຄຸນນະພາບ ຄັ້ງທີ1 ວັນທີ 3 ມິຖຸນາ 2022 ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ແລະ ຫ້ອງການສຶກສາກິລາເມືອງສີໂຄດຕະບອງ ລົງປະເມີນໂຮງຮຽນຕົວແບບຄຸນນະພາບ ຊັ້ນປະຖົມ ແລະ ມັດທະຍົມ ຄັ້ງທີ2 ວັນທີ 24 ຕຸລາ 2022 ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ແລະ ຫ້ອງການສຶກສາກິລາເມືອງສີໂຄດຕະບອງ ລົງປະເມີນໂຮງຮຽນຕົວແບບຄຸນນະພາບ ຊັ້ນປະຖົມ ແລະ ມັດທະຍົມ ຄັ້ງທີ3.     ຜ່ານການເຄື່ອນໄຫວວຽກງານ ເຮັດໃຫ້ມີຜົນງານອັນດີເດັ່ນ ໄດ້ຮັບການຍ້ອງຍໍຈາກພັກ-ລັດຖະບານໄດ້ຮັບທຸງ ໂຮງຮຽນຂຽວສະອາດ ແລະ ມີຄຸນນະພາບ 3 ຊັ້ນຮຽນ ໄດ້ຮັບທຸງ ໂຮງຮຽນປອດຢາເສບຕິດ ແລະ ຫຼຽນໄຊແຮງງານຊັ້ນ 3 ຈາກທ່ານປະທານປະເທດ ແລະ ໄດ້ຮັບການປະກາດເປັນ ໂຮງຮຽນຕົວແບບຄຸນນະພາບ ຊັ້ນປະຖົມສຶກສາ ແລະ ຊັ້ນມັດທະຍົມສຶກສາ ໃນວັນທີ 10 ມີນາ 2023 ໃນສົກຮຽນ 2022-2023 ພ້ອມປະກາດເປັນໂຮງຮຽນຕົວແບບຄຸນນະພາບຢ່າງເປັນທາງການ ໃນວັນນີ້. Share:FacebookTwitter
ເປີດປ້າຍໂຮງຮຽນຮຸ່ງເຮືອງເປັນໂຮງຮຽນຕົວແບບຄຸນນະພາບ ແຫ່ງທີ 2 ຂອງເມືອງ
https://v2.vientianemai.net/archives/57204
ກອງປະຊຸມພົບປະສອງຝ່າຍ ເພື່ອຜັນຂະຫຍາຍການຮ່ວມມືລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ສປປ ລາວ ກັບ ກະຊວງ ກະສິກໍາ ສ ກູບາ ຈັດຂຶ້ນໃນວັນທີ 8 ພຶດສະ ພາ 2023 ທີ່ນະຄອນຫຼວງວຽງຈັນ ຝ່າຍລາວນໍາໂດຍ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ສປປ ລາວ ຝ່າຍກູບານໍາໂດຍ ທ່ານ ມາວ ຣີ ເຮຈາບາ ເຣຍ ເບຣມູເດັຊສ ຮອງ ລັດຖະມົນຕີ ກະຊວງກະສິກໍາ ສ ກູບາ ໂດຍມີຄະນະທັງສອງຝ່າຍເຂົ້າຮ່ວມ. ໃນກອງປະຊຸມ, ທັງສອງຝ່າຍໄດ້ລາຍງານສະພາບການຜະລິດກະສິກໍາ ໃຫ້ກັນແລະກັນໄດ້ຮັບຮູ້ ໃນນີ້ ທ່ານ ທອງພັດ ວົງມະ ນີ ໄດ້ໃຫ້ຮູ້ວ່າ: ດ້ານການຜະລິດສະບຽງອາ ຫານໃນປີ 2022 ຜ່ານມາ, ສປປ ລາວ ສາມາດຜະລິດເຂົ້າເປືອກໄດ້ ທັງໝົດປະ ມານ 3,78 ລ້ານກວ່າໂຕນ ລື່ນແຜນການ 2,2% ( ແຜນການຕາມມະຕິສະພາຮັບຮອງ 3,7 ລ້ານໂຕນ) ໃນນັ້ນ ເຂົ້ານາແຊງ 438.000 ໂຕນ ເຂົ້ານາປີ ປະມານ 3,15 ລ້ານກວ່າໂຕນ ແລະ ເຂົ້າໄຮ່ປະມານ 187.780 ໂຕນ ການປູກພືດສະບຽງອາຫານ ເພື່ອບໍລິໂພກພາຍ ໃນ ແລະ ປ້ອນໂຮງງານປຸງແຕ່ງຂອງປະຊາຊົນ ແລະ ບັນດາຫົວ ໜ່ວຍທຸລະກິດ ສາມາດຜະລິດໄດ້ 2,36 ລ້ານກວ່າໂຕນ ຜະລິດຊີ້ນ ໄຂ່ ແລະ ປາໄດ້ທັງໝົດ 507.644 ໂຕນ ເຊິ່ງອັດຕາການບໍລິໂພກ ຊີ້ນ ປາ ໄຂ່ ໂດຍສະເລ່ຍບັນລຸໄດ້ 68 ກິໂລກຼາມຕໍ່ຄົນຕໍ່ປີ ສາມາດຄໍ້າປະກັນ ການບໍລິໂພກພາຍໃນໄດ້ໂດຍພື້ນຖານ. ນອກຈາກນີ້ ດ້ານການຮ່ວມມືວຽກງານກະສິກໍາລາວ-ກູບາການນໍາສອງຝ່າຍແມ່ນໄດ້ມີການລົງນາມບົດບັນທຶກຄວາມເຂົ້າ ໃຈຄັ້ງທໍາອິດ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ສປປ ລາວ ແລະ ກະຊວງກະສິກໍາ ສ ກູບາ ໃນວັນທີ 19 ກັນຍາ 1997 ເພື່ອຮັດແໜ້ນສາຍພົວພັນຮ່ວມມືການກະສິກໍາ ແລະ ປ່າໄມ້ ລະຫວ່າງສອງປະເທດ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຈະເລີນ ງອກງາມຂຶ້ນກວ່າເກົ່າ ຈົນມາຮອດເດືອນຕຸລາ 2022 ທີ່ຜ່ານມາ ສອງຝ່າຍຈຶ່ງໄດ້ມີການເຊັນບົດບັນທຶກການຮ່ວມມືລະ ຫວ່າງສອງກະຊວງເປັນຄັ້ງທີ 2 ເຊິ່ງໃນການຈັດຕັ້ງຜັນຂະຫຍາຍເນື້ອໃນເຫັນວ່າຍັງຢູ່ໃນໄລຍະເລີ່ມຕົ້ນ ເຊິ່ງບົດບັນທຶກການ ຮ່ວມມືດັ່ງກ່າວແມ່ນໄດ້ລົງເລິກໃນຂົງເຂດວຽກງານການແລກປ່ຽນຂໍ້ມູນຂ່າວສານ ດ້ານວິທະຍາສາດ ດ້ານເຕັກນິກ ການ ແລກ ປ່ຽນປະສົບການ ແລກປ່ຽນດ້ານການ ຜະລິດແນວພັນທີ່ສາມາດປັບຕົວກັບສະພາບພູມີອາກາດ ການນໍາສະເໜີແນວ ພັນໃໝ່ຂອງພືດ ແລະ ແກ່ນພັນທີ່ມີ ຄວາມທົນທານ ໄມ້ໃຫ້ໝາກ ການປ້ອງກັນສັດຕູພືດແບບປະສົບປະສານ ການ ແລກ ປ່ຽນບົດຮຽນກ່ຽວກັບການຄຸ້ມຄອງນິເວດ-ກະສິກໍາ ແລະ ດ້ານການລ້ຽງສັດ ແລະ ຜະລິດຕະພັນສັດ ຈະສຸມໃສ່ການປັບປຸງ ເຕັກນິກໃນການປະສົມພັນທຽມ, ປັບ ປຸງພັນຂອງສັດລ້ຽງ ແລະ ຮ່ວມມືດ້ານປ່າໄມ້ ເຊິ່ງໂຄງການທໍາອິດຈະຮ່ວມມືກັນກໍ ແມ່ນໂຄງການຮ່ວມມືຄົ້ນຄວ້າການຜະລິດແນວພັນເຂົ້າ. ຫຼັງຈາກນັ້ນ ໃນພິທີ ທັງສອງຝ່າຍກໍຍັງໄດ້ເຊັນບົດບັນທຶກແຜນດໍາເນີນງານຮ່ວມມື ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ສປປ ລາວ ແລະ ກະຊວງກະສິກໍາ ສ. ກູບາ ຝ່າຍລາວ ລົງນາມເຊັນໂດຍທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງ ກະສິກໍາ ແລະ ປ່າໄມ້ ສປປ ລາວ, ຝ່າຍກູບາລົງນາມເຊັນໂດຍທ່ານ ມາວຣີ ເຮຈາບາເຣຍ ເບຣມູເດັຊສ ຮອງລັດຖະມົນຕີກະ ຊວງກະສິກໍາ ສ ກູບາ. ພາບ-ຂ່າວ ຄວາມສະຫງົບ Lao Security News Share:FacebookTwitter
ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ລາວ-ສ ກູບາ
https://v2.vientianemai.net/archives/57211
ເມື່ອບໍ່ດົນຜ່ານມານີ້ ທ່ານ ຄຳໄຫຼ ສີປະເສີດ ຮອງປະທານ ຜູ້ປະຈຳການສູນກາງແນວລາວສ້າງຊາດ ພ້ອມຄະນະ ໄດ້ລົງເຄື່ອນ ໄຫວຊຸກຍູ້ວຽກງານແນວລາວສ້າງຊາດຢູ່ແຂວງໄຊສົມບູນ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດພາລະບົດບາດ ສິດ ແລະ ໜ້າທີ່ ຂອງແນວລາວ ສ້າງຊາດຂັ້ນແຂວງ ຂັ້ນເມືອງ ແລະ ບ້ານ ພາຍໃນແຂວງໄຊສົມບູນ ໃຫ້ໄດ້ຮັບການເຄື່ອນໄຫວປະຕິບັດໜ້າທີ່ ຂອງຕົນຢ່າງແຂງແຮງ ແລະ ກວ້າງຂວາງ. ທັງປຸກລະດົມ ເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາເຜົ່າ ແລະ ທຸກຊັ້ນຄົນ ໃນສັງຄົມ ໃຫ້ມີຄວາມ ແໜ້ນແຟ້ນຍິ່ງໆ ຂຶ້ນ ໂດຍມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ພ້ອມກັນປະກອບສ່ວນທີ່ສຳ ຄັນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືແຂວງໄຊສົມບູນ ຕາມແນວ ທາງປ່ຽນແປງໃໝ່ ຮອບດ້ານ ທີ່ມີຫຼັກການຂອງພັກ ໃຫ້ຈະເລີນກ້າວໜ້າ ແລະ ສິວິໄລຂຶ້ນຢ່າງຕໍ່ເນື່ອງ. ການລົງເຄື່ອນໄຫວຊຸກຍູ້ວຽກງານໃນຄັ້ງນີ້ ທ່ານ ຄຳໄຫຼ ສີປະເສີດ ພ້ອມຄະນະ ໄດ້ຖືໂອກາດດັ່ງ ກ່າວເຂົ້າຢ້ຽມຢາມ ແລະ ພົບປະ ທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ ເພື່ອແຈ້ງຈຸດປະສົງໃນການລົງເຄື່ອນໄຫວວຽກ ງານຂອງຕົນ ຕາມພາລະບົດບາດ ສິດ ແລະ ໜ້າທີ່ຂອງສູນກາງແນວລາວສ້າງຊາດ ເຊິ່ງທ່ານເຈົ້າແຂວງໄຊສົມບູນ ກໍໄດ້ກ່າວ ຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາ ຄາສູງຕໍ່ການມາຢ້ຽມຢາມຂອງທ່ານຮອງປະທານ ຜູ້ປະຈຳການສູນກາງແນວລາວ ສ້າງ ຊາດ ພ້ອມຄະນະ ໃນຄັ້ງນີ້ ຈາກນັ້ນ ກໍໄດ້ລາຍງານສະພາບລວມໂດຍຫຍໍ້ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ຂອງ ແຂວງໄຊສົມບູນ ໃຫ້ທ່ານ ຄຳໄຫຼ ສີປະເສີດ ແລະ ຄະນະ ໄດ້ຮັບຊາບຕື່ມອີກ. ຂ່າວ ຈິນລະວອນ ວໍລະສົມບູນ Share:FacebookTwitter
ຮອງປະທານ ຜູ້ປະຈຳການສູນກາງແນວລາວສ້າງຊາດ ເຄື່ອນໄວວຽກງານທີ່ແຂວງໄຊສົມບູນ
https://v2.vientianemai.net/archives/57212
ລັດຖະບານອົດສະຕຣາລີ ແລະ ກະຊວງສຶກສາທິການ ແລະ ກີລາ (ສສກ) ຍ້ອງຍໍນັກຮຽນຕ່າງປະ ເທດທີ່ບັນທຶກສຽງສຳລັບຫຼັກສູດວິຊາພາສາອັງກິດຂັ້ນ ປ5 ສະບັບປັບປຸງໃໝ່ ເມື່ອບໍ່ດົນມານີ້ ທີ່ໂຮງຮຽນ ນາໆຊາດວຽງຈັນ (VIS) ນະຄອນຫຼວງວຽງຈັນ.     ກະຊວງ ສສກ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ແມ່ນຢູ່ໃນຂັ້ນຕອນສຸດທ້າຍຂອງຂອດການຜະລິດສື່ການຮຽນ-ການສອນ ສໍາລັບຫຼັກສູດຂັ້ນ ປ5 ສະບັບປັບປຸງໃໝ່ ທີ່ຈະໄດ້ເລີ່ມຕົ້ນນຳໃຊ້ໃນສົກຮຽນໃໝ່ ເດືອນກັນຍາ 2023 ນີ້ ປີນີ້ແມ່ນປີສຸດທ້າຍຂອງການປັບປຸງຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດສະບັບປັບປູງໃໝ່ ເຊິ່ງໄດ້ເລີ່ມຕົ້ນມາແຕ່ປີ 2019.     ພາສາອັງກິດ ວິຊາພາສາລາວ ແລະ ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ເປັນວິຊາທີ່ສອນຢູ່ໃນຂັ້ນ ປ5 ແມ່ນເປັນວິຊາທີ່ໄດ້ຮັບການພັດທະນາໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ນັກຮຽນຊັ້ນປະຖົມສຶກສາໃນ ສປປ ລາວ ແມ່ນໄດ້ເລີ່ມຮຽນພາສາອັງກິດຕັ້ງແຕ່ຂັ້ນ ປ3 ເມື່ອນັກຮຽນໄດ້ຮຽນພາສາໃໝ່ ພວກເຂົາຕ້ອງການເຂົ້າເຖິງພາສາດັ່ງກ່າວໃນຫຼາຍໂອກາດເພື່ອຟັງ ແຕ່ວ່າມັນອາດເປັນສິ່ງທ້າທາຍສໍາລັບຄູໃນ ສປປ ລາວ ທີ່ຈະສາມາດຍົກຕົວຢ່າງການອອກສຽງພາສາອັງກິດ ຫາກຄູເອງກໍ່ຍັງບໍ່ທັນໝັ້ນໃຈໃນລະດັບພາສາອັງກິດຂອງຕົນ.     ນັບແຕ່ຂັ້ນ ປ3 ກະຊວງ ສສກ ພ້ອມດ້ວຍ ແຜນງານບີຄວາ ໄດ້ຮ່ວມມືກັບໂຮງຮຽນນາໆຊາດວຽງຈັນ (VIS) ຜະລິດສື່ຟາຍສຽງສຳລັບຫຼັກສູດພາສາອັງກິດ ເປັນເວລາ 3 ປີ ຕິດຕໍ່ກັນ ແລະ ກໍ່ມີນັກຮຽນຫຼາຍຄົນໄດ້ສະໝັກໃຈເຂົ້າຮ່ວມການບັນທຶກສຽງສຳລັບວິຊາພາສາອັງກິດ.     ທ່ານ ນາງ ວາແນັດຊ້າ ໄດ້ກ່າວວ່າ: ໃນນາມລັດຖະບານອົດສະຕາລີ ຂ້າພະເຈົ້າຂໍຂອບໃຈມາຍັງນັກຮຽນທຸກຄົນທີ່ໄດ້ສະໝັກໃຈອັດສຽງໃນວຽກງານທີ່ສຳຄັນນີ້ ຂ້າພະເຈົ້າໄດ້ຍິນວ່າ ນັກຮຽນທຸກຄົນມີຄວາມກະຕືລືລົ້ນ ແລະ ມີເປັນຄວາມເປັນມືອາຊີບຫຼາຍ ຂໍຂອບໃຈສໍາລັບການສະໜັບສະໜູນການສຶກສາຊັ້ນປະຖົມໃນ ສປປ ລາວ.     ທ່ານ ຄຳຈັນ ລັດທະຍອດ ຮອງຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໄດ້ກ່າວວ່າ: ຄູຂັ້ນປະຖົມຈະນຳໃຊ້ຟາຍສຽງໃນການກະກຽມບົດຮຽນ ແລະ ຍັງຈະເປີດສອນໃນຫ້ອງຮຽນໂດຍກົງ ຍ້ອນການເຂົ້າຮ່ວມຂອງນັກສຶກສາຕ່າງປະເທດ ນັກສຶກສາລາວຈະສາມາດຟັງການເວົ້າໂດຍສຽງຂອງຜູ້ທີ່ເປັນເຈົ້າຂອງພາສາ ແລະ ຈະໄດ້ຮັບຟັງສຳນຽງຫຼາຍແບບໃນພາ ສາອັງກິດ.      ສຳລັບຂັ້ນ ປ5 ຄູ່ມືຄູວິຊາພາສາອັງກິດຊັ້ນປ5 ຈະມີສຽງເພງທັງໝົດ 104 ສຽງ ພ້ອມທັງມີຄຳແນະນຳກ່ຽວກັບຟາຍສຽງທີ່ຈະໃຊ້ ແລະ ລາຍລະອຽດຂອງສຽງທັງພາສາອັງກິດ ແລະ ພາສາລາວ. ການນຳໃຊ້ສື່ດ້ານສຽງຈະຊ່ວຍໃຫ້ຄູລາວສາມາດນຳພາການສອນພາສາອັງກິດໃຫ້ນັກຮຽນໂດຍໃຊ້ສຽງທີ່ສົມຈິງ ເປີດໂອ ກາດໃຫ້ນັກຮຽນໄດ້ຟັງສຳນຽງພາສາອັງກິດຫຼາຍແບບ ແລະ ເຮັດໃຫ້ບົດຮຽນມີຄວາມຫ້າວຫັນ ແລະ ມ່ວນຊື່ນ.     ຟາຍສຽງແມ່ນຈະອັດໃສ່ຢູເອັສບີ ແລະ ຈັດສົ່ງໃຫ້ແກ່ທຸກໂຮງຮຽນໃນ ສປປ ລາວ ພ້ອມທັງຈະສາມາດໃຫ້ດາວໂລດ ແລະ ຟັງໄດ້ຜ່ານທາງຊ່ອງທາງຢູທູບ ວິດີໂອສໍາລັບການພັດທະນາຄູ Teacher Development Videos ແລະ ຜ່ານຊ່ອງທາງ ຄັງປັນຍາລາວ Khang Panya Lao ຂອງ ສສກ. Share:FacebookTwitter
ຍ້ອງຍໍນັກຮຽນຕ່າງປະເທດທີ່ປະກອບສ່ວນບັນທຶກສຽງສຳລັບຫຼັກສູດວິຊາພາສາອັງກິດຂັ້ນ ປ5
https://v2.vientianemai.net/archives/57222
ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ແຂວງຫຼວງນໍ້າທາ ໄດ້ປະກາດແຕ່ງຕັ້ງປະທານ-ຮອງ ປະທານ ປກຊ-ປກສ ຂຶ້ນໃນທ້າຍອາທິດຜ່ານມາ ເປັນປະທານໂດຍ ພົຕ ຈັນທອງ ສອນຕະອາດ ຄະນະກໍາມະການ ປກຊ -ປກສ ສູນກາງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ມີທ່ານ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ ເລຂາ ພັກແຂວງ ເຈົ້າແຂວງຫຼວງນໍ້າທາ ມີສະຫາຍຄະນະກໍາມະການ ປກຊ-ປກສ ແຂວງ ກໍາມະການປະຈໍາພັກແຂວງ ກໍາມະ ການພັກແຂວງ ກອງບັນຊາການ ປກຊ-ປກສ ແຂວງ ເຂົ້າຮ່ວມ. ທ່ານ ພົຈວ ອິ່ນແກ້ວ ມະນີຈັນ ຮອງປະທານຜູ້ປະຈໍາການຄະນະກໍາມະການ ປກຊ-ປກສ ແຂວງຫຼວງນໍ້າທາ ໄດ້ຜ່ານບົດ ລາຍງານຫຍໍ້ກ່ຽວກັບສະ ພາບການຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ໄລຍະຜ່ານມາ ໃຫ້ຮູ້ວ່າ: ແຂວງຫຼວງນ້ໍາທາ ເປັນ ທາງຜ່ານອາ ນຸພາກພື້ນແມ່ນໍ້າຂອງ, ມີປະຕູດ່ານ 4 ດ່ານ ເໝາະແກ່ການຜະລິດກະສິກຳປູກຝັງ-ລ້ຽງສັດເປັນສິນຄ້າ ຕະ ຫຼອດໄລຍະຜ່ານມາ ຄະນະພັກ-ຄະນະກຳມະການ ປກຊ-ປກສ ແຂວງ ໄດ້ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການ ເມືອງ -ແນວຄິດໃຫ້ພະນັກງານ-ນັກຮົບ 2 ກຳລັງຢ່າງເປັນປົກກະຕິ ເອົາໃຈໃສ່ຊີ້ນຳ-ນຳ ພາວຽກງານວິຊາສະເພາະ ເປັນຕົ້ນ ແມ່ນ ການປ້ອງກັນຊາຍແດນລາວ-ມຽນມາ ຊາຍແດນລາວ-ຈີນ ໃຫ້ມີຄວາມສະຫງົບ ໂດຍພື້ນຖານ ເອົາໃຈໃສແກ້ໄຂບັນດາປະກົດ ການຫຍໍ້ທໍ້ໃນສັງຄົມສາມາດຮັກສາໄດ້ຄວາມສະຫງົບ ທາງດ້ານການເມືອງ, ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ປະ ຊາຊົນບັນດາເຜົ່າໄດ້ໃຫ້ຄວາມຮ່ວມມືປະກອບສ່ວນເຂົ້າໃນວຽກງານ ປກຊ-ປກສ ເປັນຢ່າງດີ ການພັດທະນາເສດຖະກິດ -ສັງຄົມ ມີທ່າຂະຫຍາຍຕົວ GDP ສະເລ່ຍໃສ່ຫົວຄົນໄດ້ 18 ລ້ານກວ່າກີບຕໍ່ຄົນຕໍ່ປີ. ຈາກນັ້ນ ໃນພິທີກໍຍັງໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ເລກ ທີ 320/ຄລສພ ລົງວັນທີ 28 ມີນາ 2023 ວ່າດ້ວຍການແຕ່ງຕັ້ງ ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງ ເປັນປະທານຄະນະກໍາມະການປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ແຂວງຫຼວງນໍ້າທາ ແລະ ທ່ານ ພົຈວ ອິນສົມ ທໍາລະສິນ ຫົວໜ້າກອງບັນຊາການ ປກສ ແຂວງເປັນຮອງປະທານ ສ່ວນຮອງປະທານທີ່ມີຢູ່ແລ້ວແມ່ນຮັກສາໄວ້ຄືເກົ່າ. ພາບ-ຂ່າວ ຄວາມສະຫງົບ Lao Security News Share:FacebookTwitter
ປະກາດແຕ່ງຕັ້ງປະທານ-ຮອງປະທານຄະນະກຳມະການ ປກຊ-ປກສ ແຂວງຫຼວງນໍ້າທາ
https://v2.vientianemai.net/archives/57225
ຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ຖວທ ປະຈຳປີ 2022 ແລະ ວາງທິດທາງແຜນການ ປີ 2023 ຂຶ້ນວັນທີ 10 ພືດສາພາ 2023 ຢູ່ສະໂມສອນເມືອງດັ່ງກ່າວ ໂດຍເປັນປະທານຂອງທ່ານ ຄູນມີ ຣາຊະພົນ ຫົວໜ້າຫ້ອງການ ຖວທ ເມືອງໄຊທານີ ມີທ່ານ ໜູກີ ສີຫາລາດ ຮັກສາການເຈົ້າເມືອງໄຊທານີ ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖວທ ນວ ພ້ອມດ້ວຍຄະນະນຳຂອງເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.     ທ່ານ ຄູນມີ ຣາຊະພົນ ກ່າວວ່າ: 1 ປີຜ່ານມາຫ້ອງການ ຖວທ ເມືອງໄຊທານີ ໄດ້ເອົາໃຈໃສ່ການເຄື່ອນໄຫວວຽກງານວິຊາສະເພາະແຕ່ລະດ້ານ ເປັນຕົ້ນວຽກງານຖະແຫຼງຂ່າວ  ໄດ້ລົງເກັບກຳຂ່າວໄດ້ 135 ຂ່າວ ທຽບໃສ່ແຜນການປີປະຕິບັດໄດ້ 150% (ແຜນການ 90 ຂ່າວຕໍ່ປີ) ປັດຈຸບັນສາມາດປະຕິບັດໄດ້ 306 ຂ່າວ ທຽບໃສ່ 5 ປີ (ແຜນ 450 ຂ່າວ) ປະຕິບັດໄດ້ 68% ໄດ້ພົວພັນນັກຂ່າວຂັ້ນສູນກາງ ແລະ ນວ ເພື່ອມາເອົາຂ່າວຢູ່ເມືອງໄດ້ 29 ຄັ້ງ ລົງຊຸກຍູ້ ແລະ ປັບປຸງກະດານຂ່າວປະຈຳບ້ານໄດ້ 11 ບ້ານ ທຽບໃສ່ແຜນການປີປະຕິບັດໄດ້ລື່ນແຜນການ 73,33% ປັດຈຸບັນສາມາດປະຕິບັດໄດ້ 18 ຂ່າວຕໍ່ປີ ທຽບໃສ່ແຜນ 5 ປີ ປະຕິບັດໄດ້ 45% ລົງເກັບກຳສະຖິຕິໂທລະໂຄ່ງພາຍໃນເມືອງສຳເລັດ 100% ສາມາດຂະຫຍາຍລະບົບໂທລະໂຄ່ງໄດ້ 11 ບ້ານ ທຽບໃສ່ແຜນ 5 ປີ (ແຜນ 40 ບ້ານ) ປະຕິບັດໄດ້ 45% ການຈັດຕັ້ງປະຕິບັດວຽກງານວັດທະນະທຳ ສາມາດສ້າງຄອບຄົວ ແລະ ມອບໃບຢັ້ງຢືນຄອບຄົວວັດທະນະທຳຈຳນວນ 866 ຄອບຄົວ ປະຕິບັດໄດ້ 173,2% (ແຜນ 500 ຄອບຄົວ) ທົ່ວເມືອງມີຄອບຄົວທັງໝົດ 46.151 ຄອບຄົວ ເປັນຄອບຄົວວັດທະນະທຳແລ້ວ 35.145 ຄອບຄົວ ທຽບໃສ່ແຜນ 5 ປີ ປະຕິບັດໄດ້ 76,15% ສ້າງບ້ານວັດທະນະທຳໄດ້ 2 ບ້ານ ທຽບໃສ່ແຜນປີປະຕິບັດໄດ້ 66,66% ມີບ້ານວັດທະນະທຳທັງໝົດ 102 ບ້ານທຽບໃສ່ 5 ປີ ປະຕິບັດໄດ້ 98,07% (ຍັງ 2 ບ້ານ) ວຽກງານທ່ອງທ່ຽວ ມີຮ້ານອາຫານ 152 ຫົວໜ່ວຍ ຮ້ານບັນເທິງ 4 ຫົວໜ່ວຍ ມີອະນຸຍາດ 3 ຫົວໜ່ວຍ ລີສອດ 5 ແຫ່ງ ໂຮງແຮມ 41 ຫົວໜ່ວຍ ເຮືອນພັກ 55 ຫົວໜ່ວຍ ປີຜ່ານມາມີນັກທ່ອງທ່ຽວເຂົ້າມາທ່ຽວພາຍໃນເມືອງ 54.000 ຄົນ  ທຽບໃສ່ແຜນການປະຕິບັດໄດ້ 10,8%.    ສຳລັບທິດທາງແຜນການປີ 2023 ຈະສືບຕໍ່ສຸມໃສ່ການຈັດຕັ້ງປະບັດຕິບັດວຽກງານດັ່ງກ່າວໃຫ້ມີຜົນສຳເລັດຍິ່ງຂຶ້ນ ເປັນຕົ້ນ ລົງຊຸກຍູ້ປຸກລະດົມຫົວໜ່ວຍທຸລະກິດດ້ານວັດທະນະທຳໃຫ້ມາອອກອະນຸຍາດ ໃໝ່ໃຫ້ໄດ້ 20 ຫົວໜ່ວຍ ແລະ ຕໍ່ອະນຸຍາດໃຫ້ໄດ້ 50 ຫົວໜ່ວຍ ສືບຕໍ່ສ້າງຄອບຄົວວັດທະນະທຳໃຫ້ໄດ້ 500 ຄອບຄົວ ແລະ ສ້າງບ້ານວັດທະນະທຳໃຫ້ໄດ້ 2 ບ້ານ ສືບຕໍ່ຊຸກຍູ້ເກັບກຳສະຖິຕິ ຫົວໜ່ວຍທຸລະກິດດ້ານທ່ອງທ່ຽວໃຫ້ມາອອກອະນຸຍາດໃຫ້ໄດ້ 20 ຫົວໜ່ວຍ ພ້ອມທັງຕໍ່ອະນຸຍາດ ໃຫ້ໄດ້  150 ຫົວໜ່ວຍ ແລະ ອື່ນໆ.  ນອກນີ້ກອງປະຊຸມ ຍັງໄດ້ຮັບຟັງການປະກອບຄຳເຫັນຂອງບັນດາຫົວໜ່ວຍທຸລະກິດ ຮ້ານອາຫານ ອົງການຈັດຕັ້ງບ້ານ ແລະ ກຸ່ມ ປກສ ຂອງເມືອງ ກ່ຽວກັບການແກ້ໄຂບັນຫາສຽງເນືອງນັນ ແລະ ການດຳເນີນຄະດີຕໍ່ຜູ້ລະເມີດຕາມລະບຽບຂອງຂັ້ນເທິງ ພ້ອມທັງໄດ້ມອບໃບຍ້ອງຍໍໃຫ້ຫົວໜ່ວຍທຸລະກິດທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນວຽກງານຕ່າງໆຂອງຂົງເຂດ ຖວທ ໄລຍະຜ່ານມາຕື່ີມອີກ. Share:FacebookTwitter
ຖວທ ໄຊທານີ ເອົາໃຈໃສ່ວຽກງານວິຊາສະເພາະມີຜົນສຳເລັດຫຼາຍດ້ານ
https://v2.vientianemai.net/archives/57241
ຄະນະຜູ້ແທນຂັ້ນສູງຂອງລາວ ນຳໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນທາງເຖິງ ສະຫນາມບິນສາກົນ ເມືອງລາບວນ ບາໂຈ​ ສາທາລະນະລັດ ອິນໂດເນເຊຍ ໃນວັນທີ 9 ພຶດສະພາ 2023 ເພື່ອເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ພາຍໃຕ້ຄໍາຂວັນ “ອາຊຽນມີຄວາມສໍາຄັນ: ສູນກາງແຫ່ງການຈະເລີນເຕີບໂຕ” ທີ່ຈະ ມີຂຶ້ນໃນວັນທີ 10-11 ພຶດສະພາ 2023 ຕາມຄໍາເຊື້ອເຊີນຂອງ ພະ​ນະທ່ານ ໂຈໂກ ວີໂດໂດ ປະທານາທິບໍດີ ແຫ່ງ ສາທາລະ ນະລັດ ອິນໂດເນເຊຍ ໃນຖານະເປັນປະທານອາຊຽນ ປີ 2023.​ ໃນຕອນແລງຂອງວັນ​ດັ່ງ​ກ່າວ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ກໍໄດ້ ພົບປະສອງຝ່າຍກັບ ພະນະທ່ານ ໂຈໂກ ວີໂດໂດ​ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ໃນການພົບປະ ພະ ນະ ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ການເຊື້ອເຊີນມາເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳ ອາຊຽນ ເປັນຄັ້ງທຳອິດ ພາຍຫຼັງທີ່ທ່ານ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແຫນ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມນີ້ ກໍສະແດງຄວາມເຊື່ອ​ໝັ້ນວ່າ ພາຍໃຕ້ການນຳພາອັນປີຊາສາມາດຂອງ ພະ​ນະທ່ານ ໂຈໂກ ວິໂດໂດ ການເປັນປະ ທານອາຊຽນອາຊຽນຂອງອິນໂດເນເຊຍ ໃນປີ 2023 ນີ້ ຈະໄດ້ຮັບຜົນສຳເລັດຢ່າງຈົບງາມ. ພ້ອມນີ້ ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລາວ-ອິນໂດເນເຊຍ ທີ່ສືບຕໍ່ຮັກສາໄດ້ການພົວພັນທີ່ດີນຳກັນຕະ ຫຼອດມາ ສອງຝ່າຍ ໄດ້ມີການພົບປະແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ໄດ້ມີການຮ່ວມມື ແລະ ໃຫ້ການສະໜັບ ສະໜູນຊ່ວຍເຫຼືອກັນ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ໃນໄລຍະຜ່ານມາ ພ້ອມນີ້ ສອງຝ່າຍ ໄດ້ເຫັນດີ ເປັນເອກະພາບກັນ ຈະເພີ່ມທະວີຊຸກຍູ້ການພົວພັນຮ່ວມມືກັນໃຫ້ຫຼາຍຂຶ້ນ ເປັນຕົ້ນ ການຄ້າ-ການລົງທຶນ ການສົ່ງເສີມ ການຮ່ວມມືສອງຝ່າຍພາກເອກະຊົນ ດ້ານພະລັງງານເຊື້ອໄຟ ການພັດທະນາໂຄງລ່າງການເຊື່ອມໂຍງ-ເຊື່ອມຈອດ ການທ່ອງ ທ່ຽວ ແລະ ອື່ນໆ ຈະສືບຕໍ່ຊຸກຍູ້ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ປະສານສົມທົບກັນເພື່ອຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ຂອງການນຳສອງປະເທດ ໄດ້ເຫັນດີແລ້ວນັ້ນ ໃຫ້ປະກົດຜົນເປັນຈິງ ມີຫມາກຜົນສູງສຸດ ແລະ ນຳເອົາຜົນປະໂຫຍດມາສູ່ປະ ຊາຊາດສອງປະເທດ ລາວ-ອິນໂດເນເຊຍ​ ສອງຝ່າຍ ເຫັນດີໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຂອບ ການຮ່ວມມືອາຊຽນ ອາເຊັມ ສປຊ ແລະ ອື່ນໆ ໂດຍສະເພາະ ການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ໃຫ້ປະສົບຜົນສຳເລັັດຢ່າງຈົບງາມ. ໃນວັນດຽວກັນ ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ຍັງໄດ້ພົບປະສອງຝ່າຍກັບ ທ່ານ ຕາອຸລ ມາຕັນ ຣວກ ນາຍົກ ລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ເຊິ່ງ ສອງຝ່າຍ ເຫັນດີຈະເພີ່ມທະວີການພົວພັນຮ່ວມມື ດ້ານການຄ້າ ການລົງທຶນ ການທ່ອງທ່ຽວ ແລະ ອື່ນໆ ໃຫ້ຫຼາຍຂຶ້ນຕື່ມ ພ້ອມນີ້ ກໍໄດ້ປຶກສາຫາລືກັນ ກ່ຽວກັບການຈັດຕັ້ງ ກົນໄກການຮ່ວມມືສອງຝ່າຍ ເປັນຕົ້ນແມ່ນ ການຈັດກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ (JC) ປຶກສາຫາລື ກ່ຽວກັບ ການແລກປ່ຽນທີ່ດິນເພື່ອປຸກສ້າງສະຖານທູດຂອງກັນ ແລະ ກັນ ເພື່ອເຮັດຫນ້າທີ່ເປັນຂົວຕໍ່ລະ ຫວ່າງສອງຝ່າຍ ໂດຍສະເພາະການຮ່ວມມືລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ຕີມໍ-ເລສເຕ ໃຫ້ນັບມື້ແໜ້ນ ແຟ້ນຍິ່ງຂຶ້ນໃນຕໍ່ໜ້າ. ສປປ ລາວ ໄດ້ໃຫ້ການສະໜັບສະໜູນ ຕີມໍ ເລສເຕ ໃນການເຂົ້າເປັນສະມາຊິກອາຊຽນ ແລະ ຍິນດີຈະແລກປ່ຽນບົດຮຽນ ກ່ຽວກັບ ການເຂົ້າເປັນສະມາຊິກອາຊຽນ ໃຫ້ແກ່ຝ່າຍ ຕີມໍ-ເລສເຕ ເຊິ່ງຈະເປັນປະໂຫຍດໃນການກະກຽມຄວາມພ້ອມດ້ານ ຕ່າງໆ ກໍຄື ການຈັດຕັ້ງປະຕິບັດແຜນດຳເນີນງານ ເພື່ອກ້າວໄປສູ່ການເປັນສະມາຊິກຂອງຄອບຄົວອາຊຽນຢ່າງສົມບູນ ໃນຂະ ນະດຽວກັນ ພະນະທ່ານ ຕາອຸລ ມາຕັນ ຣວກ ກໍໄດ້ສະແດງຄວາມຂອບໃຈຕໍ່ຝ່າຍລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະ ໜັບສະໜູນ ຕີມໍ-ເລສເຕ ໃນການເຂົ້າເປັນສະມາຊິກຂອງຄອບຄົວອາຊຽນ ພ້ອມນີ້ ກໍໄດ້ເຫັນດີໃຫ້ມີການພົບປະແລກປ່ຽນ ການຢ້ຽມຢາມສອງຝ່າຍໃນໂອກາດທີ່ມີຄວາມສະດວກນຳກັນ. Share:FacebookTwitter
ນາຍົກລັດຖະມົນຕີ ພົບປະກັບຜູ້ນຳປະເທດເພື່ອນມິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42
https://v2.vientianemai.net/archives/57248
ວັນທີ 10 ພຶດສະພາ 2023 ທີ່ ລາບວນ ບາໂຈ ອິນໂດເນເຊຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ໂດຍການເປັນປະທານຂອງ ອິນໂດເນເຊຍ ພາຍໃຕ້ຄໍາຂວັນ “ອາຊຽນມີຄວາມສໍາຄັນ: ສູນກາງແຫ່ງການຈະເລີນເຕີບໂຕ” ແລະເຂົ້າຮ່ວມກອງປະຊຸມອື່ນໆທີ່ກ່ຽວຂ້ອງ. ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ແບບຄົບຄະນະ ຜູ້ນໍາອາຊຽນ ໄດ້ມີຄວາມຍິນດີຕໍ່ຄວາມຄືບໜ້າຂອງການຈັດ ຕັ້ງ ປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ໄດ້ປຶກສາຫາລືກ່ຽວກັບການສືບຕໍ່ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ  ແລະ ໄດ້ຮັບຊາບຄວາມໜ້າຂອງການຮ່າງວິໄສທັດປະຊາຄົມອາຊຽນ ຫຼັງປີ 2025 ພ້ອມນີ້ ຜູ້ນໍາອາຊຽນ ໄດ້ປຶກສາຫາລືື ກ່ຽວກັບ ການພົວພັນຮ່ວມມືອາຊຽນກັບພາຍນອກ ແລະ ໄດ້ຢໍ້າເຖິງຄວາມສໍໍາຄັນໃນການຮັກສາຄວາມເປັນແກນກາງຂອງອາຊຽນໃນ ໂຄງສ້າງພາກພື້ນ ໂດຍຜ່ານການຮ່ວມມືໃນບັນດາກົນໄກທີ່ອາຊຽນສ້າງຕັ້ງຂຶ້ນ ຜູ້ນໍາອາຊຽນ ຍັງໄດ້ເຫັນດີຈັດກອງປະຊຸມສຸດ ຍອດອາຊຽນ-ສະພາການຮ່ວມມືເຂດອ່າວ ໃນເດືອນຕຸລາ 2023 ທີ່ ປະເທດ ອາຣັບບີ ຊາອູດິດ ກອງປະຊຸມສຸດຍອດສະເຫຼີມ ສະຫຼອງການພົວພັນອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ໃນວັນທີ 16-18 ທັນວາ 2023 ທີ່ໂຕກຽວ ແລະ ກອງປະຊຸມສຸດຍອດສະ ໄໝພິເສດເພື່ອສະເຫຼີມສະຫຼອງການພົວພັນອາຊຽນ-ອົດສະຕຣາລີ ຄົບ ຮອບ 50 ປີ ໃນວັນທີ 4-6 ມີນາ 2024 ທີ່ ອົດສະ ຕຣາລີ. ໃນໂອກາດນີ້ ຜູ້ນໍາອາຊຽນ ຍັງໄດ້ພົບປະກັບ 4 ອົງກອນທີ່ກ່ຽວຂ້ອງຂອງອາຊຽນເຊັ່ນ: ຜູ້ນໍາອາຊຽນ ໄດ້ພົບປະກັບ ບັນດາຜູ້ ຕາງໜ້າຈາກສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ເຊິ່ງໃນໂອກາດນີ້ ຜູ້ນໍາອາຊຽນ ໄດ້ຮັບຟັງການລາຍງານກ່ຽວກັບ ການປະກອບສ່ວນຂອງສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ໃນໄລຍະຜ່ານມາ ໃນຂະບວນການສ້າງປະຊາຄົມອາ ຊຽນ ແລະ ບັນດາກິດຈະກໍາ ແລະ ບູລິມະສິດຂອງການເປັນປະທານສະມັດຊາລັດຖະສະພາລະຫວ່າງຊາດອາຊຽນຂອງອິນ ໂດເນເຊຍ ໃນປີ 2023 ພາຍໃຕ້ຄໍາຂວັນ “ຄວາມເອົາໃຈໃສ່ຂອງລັດຖະສະພາ ເພື່ອປະກອບສ່ວນໃຫ້ອາຊຽນໃຫ້ມີສະຖຽນລະ ພາບ ແລະ ຄວາມສົມບຸນພູນສຸກ”. ໃນກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບ ບັນດາຜູ້ຕາງໜ້າຊາວໜຸ່ມອາຊຽນ ຜູ້ນໍາອາຊຽນໄດ້ຮັບຊາບ ການລາຍ ງານກ່ຽວກັບການປະກອບສ່ວນຂອງຊາວໜຸ່ມໃນຂະບວນການສ້າງປະຊາຄົມ ແລະ ການຈັດຕັ້ງປະຕິບັດກິດຈະກໍາຂອງ ຊາວໜຸ່ມອາຊຽນທີ່ຈັດຂຶ້ນພາຍໃຕ້ຫົວຂໍ້: “ການພັດທະນາດິຈິຕອນ ເພື່ອເປົ້າໝາຍການພັດທະນາແບບຍືນຍົງ”. ໃນການພົບປະກັບສະພາທີ່ປຶກສາທຸລະກິດອາຊຽນ ຜູ້ນໍາອາຊຽນ ໄດ້ສະແດງຄວາມຊົມເຊີຍສະພາທີ່ປຶກສາທຸລະກິດອາ ຊຽນທີ່ໄດ້ປະກອບສ່ວນຢ່າງຫ້າວຫັນ ເຂົ້າໃນການສ້າງອາຊຽນໃຫ້ມີຄວາມເຂັ້ມແຂງດ້ານເສດຖະກິດ ແລະ ເພື່ອປະກອບ ສວ່ນສ້າງອາຊຽນໃຫ້ສາມາດຮັບມືກັບສິ່ງທ້າທາຍຕ່າງໆ ສາມາດແຂ່ງຂັນ ແລະ ສ້າງອາຊຽນໃຫ້ເປັນສູນກາງແຫ່ງການຂະ ຫຍາຍຕົວດ້ານເສດຖະກິດຂອງພາກພື້ນ. ໃນກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບ ຄະນະສະເພາະກິດລະດັບສູງວ່າດ້ວຍວິໄສທັດປະຊາຄົມອາຊຽນ ຫຼັງປີ 2025 ຜູ້ນໍາອາຊຽນ ໄດ້ຊົມເຊີຍຄວາມຄືບໜ້າຂອງການປະຕິບັດວຽກງານຂອງຄະນະສະເພາະກິດລະດັບສູງວ່າດ້ວຍວິ ໄສ ທັດປະຊາຄົມອາຊຽນ ນັບແຕ່ໄດ້ຮັບການສ້າງຕັ້ງໃນປີ 2022 ແລະ ໄດ້ຊຸກຍູ້ໃຫ້ໜ່ວຍງານດັ່ງກ່າວສືບຕໍ່ຮ່າງວິໄສທັດປະຊາ ຄົມອາຊຽນ ຫຼັງປີ 2025 ໃຫ້ສໍາເລັດຕາມກໍານົດເວລາ. ໃນໂອກາດນີ້ ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍໄດ້ພົບປະສອງຝ່າຍກັບ ທ່ານ ປະທານາທິບໍດີ ອິນໂດເນເຊຍ ທ່ານ ນາຍົກລັດຖະມົນຕີ ຕີມໍແລັດສະເຕ ທ່ານ ນາຍົກລັດຖະມົນຕີມາເລເຊຍ ທ່ານ ນາຍົກລັດຖະມົນຕີ ສສ.ຫວຽດນາມ ທ່ານ ປະທານາທິບໍດີ ຟິລິບປິນ ແລະ ທ່ານ ນາຍົກລັດຖະມົນຕີ ສິງກະໂປ ເພື່ອສືບຕໍ່ຊຸກຍູ້ການຮ່ວມມືສອງຝ່າຍ. ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ຈະສືບຕໍ່ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ແບບວົງແຄບ ໃນວັນທີ 11 ພຶດສະພາ 2023 ແລະ ຍັງຈະໄດ້ພົບປະສອງຝ່າຍກັບຜູ້ນໍາຂອງປະເທດ ສະມາຊິກອາຊຽນ ອີກ ຈໍານວນໜຶ່ງ. Share:FacebookTwitter
ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42
https://v2.vientianemai.net/archives/57254
ອົງການອາຫານໂລກປະຈໍາລາວ ໄດ້ນໍາພາຄະນະສື່ມວນຊົນລາວ ປະກອບມີສື່ເອເລັກໂຕນິກ ແລະ ສື່ສີ່ງພິມຈາກຫຼາຍພາກສ່ວນ ເຄື່ອນໄຫວເກັບກຳກ່ຽວກັບຜົນການຈັດຕັ້ງປະຕິບັດໂຄງການຕ່າງໆຢູ່ພາກສະໜາມຢູ່ແຂວງຜົ້ງສາລີ ວັນທີ 9-13 ພຶດສະພາ 2023 ເພື່ອເຮັດໃຫ້ສື່ມວນຊົນມີຄວາມເຂົ້າໃຈຢ່າງເລິກເຊີ່ງກ່ຽວກັບພາລະບົດບາດ ວິໄສທັດ ແລະ ຍຸດທະສາດຂອງອົງການອາຫານໂລກ ພ້ອມນັ້ນເພື່ອແກ້ໄຂບັນຫາຄວາມໝັ້ນຄົງດ້ານສະບຽງອາຫານ ປັບປຸງການຂາດສານອາຫານ ແລະ ຊ່ວຍເຫຼືອຜູ້ປະສົບໄພໃນລາວ ແນໃສ່ເຮັດໃຫ້ສື່ມວນຊົນນໍາເອົາຂໍ້ມູນຂ່າວສານກໍ່ຄືການເຄື່ອນໄຫວວຽກງານຂອງອົງການອາຫານໂລກ ໂດຍສະເພາະຜົນປະໂຫຍດທີ່ປະຊາຊົນໄດ້ຮັບຈາກໂຄງການດັ່ງກ່າວເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້ຢ່າງກ້ວາງຂວາງ.     ທ່ານ ນາງ ອິດິໂກະ ຮາໂມດ ຜູ້ຮັບຜິດຊອບດ້ານວຽກງານການສື່ສານ ແລະ ການຮ່ວມມື ຂອງອົງການອາຫານໂລກປະຈໍາລາວ ໃຫ້ສໍາພາດວ່າ: ສື່ມວນຊົນລາວມີບົດບາດສໍາຄັນໃນການເຜີຍແຜ່ຂໍ້ມູນຂ່າວ ສານດ້ານຕ່າງໆໃຫ້ສັງຄົມ ກໍ່ຄືພາກລັດຖະບານຮັບຮູ້ໄດ້ຢ່າງຈະແຈ້ງເຖິງຜົນສໍາເລັດ ແລະ ສີ່ງທ້າທາຍຂອງການເຄື່ອນໄຫວວຽກງານອົງການອາຫານໂລກ ຢູ່ແຂວງຜົ້ງສາລີ ກໍ່ຄືບັນດາແຂວງເປົ້າໝາຍຢູ່ໃນລາວ ເພື່ອໃຫ້ທຸກພາກສ່ວນມີສ່ວນຮ່ວມ ແລະ ຊຸກຍູ້ສົ່ງເສີມໃຫ້ບັນດາໂຄງການຂອງອົງການອາຫານໂລກໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແນໃສ່ເຮັດໃຫ້ປະຊາຊົນໃນເຂດຊົນນະບົດຫ່າງໄກສອກຫຼີກໄດ້ຮັບຜົນປະໂຫຍດຢ່າງແທ້ຈິງ.     ໃນການເຄື່ອນໄຫວຢູ່ແຂວງຜົ້ງສາລີຄັ້ງນີ້ ຄະນະສື່ມວນຊົນລາວ ໄດ້ລົງເກັບກຳຂໍ້ມູນກ່ຽວກັບການຈັດຈັດຕັ້ງປະຕິບັດໂຄງການອາຫານທ່ຽງຢູ່ໂຮງຮຽນອະນຸບານ ປະຖົມບ້ານຫາດສາ ໂຄງການສະໜອງ ທຶນໃຫ້ປະຊາຊົນເພື່ອຄໍ້າປະກັນດ້ານສະບຽງອາຫານ ໃນຂົງເຂດທີ່ມີຄວາມສ່ຽງດ້ານໄພພິບັດຢູ່ບ້ານໜອງກິນນາລີ ເມືອງຜົ້ງສາລີ ທີ່ໄດ້ຮັບການຍົກຍ້າຍມາຈາກເຂື່ອນໄຟຟ້ານໍ້າອູ 6 ແລະໂຄງການອື່ນໆອີກຈໍານວນໜື່ງ.         ອົງການອາຫານໂລກປະຈໍາລາວ ໄດ້ສະໜອງການຊ່ວຍເຫຼືອແກ່ປະຊາຊົນລາວເປັນເວລາຫຼາຍກວ່າ 4 ທົດສະວັດແລ້ວ ເຊິ່ງນອກຈາກການຊ່ວຍເຫຼືອໂດຍກົງດ້ານສະບຽງອາຫານຍັງໄດ້ສຸມໃສ່ການສ້າງຄວາມເຂັ້ມແຂງໃຫ້ແຜນງານອາຫານທ່ຽງຂອງລັດຖະບານ ປັບປຸງຄວາມໝັ້ນຄົງດ້ານສະບຽງອາຫານໂພສະນາການ ແລະ ການເຂົ້າເຖິງການສຶກສາຂອງເດັກນ້ອຍ ໃນເຂດຊົນນະບົດຫ່າງໄກສອກຫຼີກ ຜ່ານໂຄງການອາຫານທ່ຽງແຫ່ງຊາດ ສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຊົນໃນເຂດທີ່ມີຄວາມສ່ຽງຕໍ່ການເກີດໄພພິບັດ ແລະ ສະໜັບສະໜູນລັດຖະບານລາວ ໃນການຊ່ວຍເຫຼືອສຸກເສີນຕໍ່ໄພພິບັດ. Share:FacebookTwitter
ສື່ມວນຊົນເຄື່ອນໄຫວເກັບກໍາຂ່າວຄວາມຄືບໜ້າການປະຕິບັດໂຄງການຂອງອົງການອາຫານໂລກຢູ່ແຂວງຜົ້ງສາລີ
https://v2.vientianemai.net/archives/57265
ກະຊວງສຶກສາທິການ ແລະ ກີລາ (ສສກ) ຈັດພິທີມອບ-ຮັບໜ້າທີ່ຜູ້ບໍລິຫານຂັ້ນຫົວໜ້າກົມ ແລະ ຜູ້ອຳນວຍການສະຖາບັນ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ພ້ອມທັງມອບໃບຍ້ອງຍໍໃຫ້ພະນັກງານ ອອກພັກການ-ຮັບອຸດໜູນບໍານານ ໃນວັນທີ 10 ພຶດສະພາ 2023 ທີ່ສໍານັກງານກະຊວງດັ່ງກ່າວ ໂດຍເປັນປະທານຂອງທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງ ສສກ ມີຄະນະລັດຖະມົນຕີ ຮອງຫົວໜ້າຫ້ອງການ ຫົວໜ້າ-ຮອງຫົວໜ້າກົມ ຜູ້ອຳນວຍການສະຖາບັນ ສູນ ສຳນັກພິມສຶກສາ ແລະ ກີລາ ຕະຫຼອດຮອດພະນັກງານ ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.     ໃນພິທີ ທ່ານ ນາງ ວຽງແກ້ວ ພົມມະວົງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ສສກ  ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ແລະ ຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ພະນັກງານອອກພັກການ-ຮັບອຸດໜູນບໍານານ ຈຳນວນ 6 ທ່ານ ປະກອບມີ ທ່ານ ວົງພະຈັນ ວິໄລຫອມ ຫົວໜ້າກົມກິດຈະການນັກສຶກສາ ທ່ານ ປອ ອ່ອນແກ້ວ ນວນນະວົງ ຜູ້ອໍານວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ທ່ານ ຮສ ຫຼຸຍ ວັນນະມະຫາໄຊ ຜູ້ອໍານວຍການ ສະຖາບັນພັດທະນາການສຶກສາ ທ່ານ ນາງ ວຽງແກ້ວ ພົມມະຈັກ ຮອງຫົວໜ້າກົມການສຶກສາກ່ອນໄວຮຽນ ທ່ານ ນາງ ດາລາ ຄ່ຽມທຳມະຄຸນ ຜູ້ອໍານວຍການ ສູນສົ່ງເສີມການສຶກສາຮຽນຮ່ວມ ແລະ ທ່ານ ທິບພະຄອງ ວັນສີລາລົມ ຫົວໜ້າພະແນກກວດກາ ກົມການເງິນ.     ນອກຈາກນີ້ ຍັງໄດ້ຜ່ານດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງພະນັກງານດໍາລົງຕໍາ  ແໜ່ງບໍລິຫານ ຈໍານວນ 3 ທ່ານ ປະກອບມີ ແຕ່ງຕັ້ງ ທ່ານ ຮສ ປອ ອານຸລົມ ວິໄລພອນ ເປັນຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ທ່ານ ປອ ໄກຍະສອນ ນະວະມານ ເປັນຜູ້ອໍານວຍການ ສະຖາບັນພັດທະນາການບໍລິຫານການສຶກສາ ແລະ ທ່ານ ນາງ ທອງມີ ດວນສັກດາ ເປັນຮັກສາການຫົວໜ້າກົມກິດຈະການນັກສຶກສາ ກະຊວງ ສສກ.     ໂອກາດນີ້ ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພະນັກງານອອກພັກການ-ຮັບອຸດໜູນບຳນານ ໄດ້ອຸດທິດເຫື່ອແຮງ ສະຕິປັນຍາເຂົ້າໃນວຽກງານຂະແໜງການສຶກສາ ແລະ ກີລາ ພາຍໃນກະຊວງ ຈົນມີຜົນສໍາເລັດໃນຄວາມຮັບຜິດຊອບຂອງຕົນ ພ້ອມເນັ້ນໜັກໃຫ້ຜູ້ທີ່ມາຮັບໜ້າທີ່ໃໝ່ ພ້ອມກັນສືບຕໍ່ຮັກສາມູນເຊື້ອອັນດີ ເສີມຂະຫຍາຍທາດແທ້ທີ່ພະນັກງານອອກພັກການ-ຮັບອຸດໜູນບໍານານໄດ້ສ້າງໄວ້ ປັບປຸງແກ້ໄຂຂອດທີ່ຍັງຄົງຄ້າງ ສ້ງຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ພ້ອມກັນສືບຕໍ່ພັດທະນາວຽກງານພາຍໃນກົມກອງ ແລະ ຂະແໜງການຂອງຕົນໃຫ້ນັບມື້ດີຂຶ້ນເລື້ອຍໆ ສາມາດຫຍັບເຂົ້າໃກ້ກັບພາກພື້ນເທືຶ່ອລະກ້າວ ແລະ ເຊື່ອໝັ້ນຢ່າງຍິ່ງວ່າ ຜູ້ທີ່ມາຮັບໜ້າໃໝ່ ຈະພ້ອມກັນບຸກບືນ ແລະ ມີຄວາມຮັບຜິດຊອບສູງຕໍ່ການຜັນຂະຫຍາຍວຽກງານເຮັດໃຫ້ມີຜົນສຳເລັດ. Share:FacebookTwitter
ມອບ-ຮັບ ໜ້າທີ່ຜູ້ບໍລິຫານຂັ້ນຫົວໜ້າກົມ ແລະ ສະຖາບັນ ສສກ ຜູ້ເກົ່າ ແລະ ໃໝ່
https://v2.vientianemai.net/archives/57274
ເມືອງ ແລະ ແຂວງຜົ້ງສາລີ ມີໂຮງຮຽນອະນຸບານ ແລະ ຊັ້ນປະຖົມທັງໝົດ 60 ແຫ່ງ ໃນນີ້ 49 ແຫ່ງ ທີ່ໄດ້ຖືກຈັດຕັ້ງໂຄງການສົ່ງເສີ່ມອາຫານທ່ຽງໃນໂຮງຮຽນ ປັດຈຸບັນໂຄງການດັ່ງກ່າວ ໄດ້ມອບໃຫ້ລັດຖະບານສືບຕໍ່ຈັດຕັ້ງປະຕິບັດເພື່ອໃຫ້ມີຄວາມຍືນຍົງ ແນໃສ່ເຮັດໃຫ້ເດັກໄດ້ກິນອາຫານພຽງພໍຖືກຫຼັກໂພຊະນາການ ແລະ ມີເວລາເຄື່ອນໄຫວກິດຈະກໍາໃນໂຮງຮຽນ.     ທ່ານນາງ ສາວຈັນ ລອດສຸລີ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງຜົ້ງສາລີ ໄດ້ລາຍງານໃຫ້ຮູ້ວັນທີ 10 ພຶດສະພາ 2023 ວ່າ: ໂຄງການອາຫານທ່ຽງ ໃນໂຮງຮຽນ ໄດ້ຮັບການສະໜັບສະ ໜູນຈາກ ອົງການອາຫານໂລກ ເຊິ່ງຢູ່ເມືອງຜົ້ງສາລີ ໄດ້ຈັດຕັ້ງປະຕິບັດໂດຍການມີສ່ວນຮ່ວມຂອງພໍ່ແມ່ປະຊາຊົນກໍ່ຄືອໍານາດການປົກຄອງບ້ານແລະຜູ້ປົກຄອງຂອງນັກຮຽນ ປັດຈຸບັນອົງການອາຫານໂລກໄດ້ມອບໂອນການຈັດຕັ້ງປະຕິບັດໂຄງການໃຫ້ແກ່ລັດຖະບານສືບຕໍ່ຈັດຕັ້ງປະຕິບັດເປັນທີ່ຮຽບຮ້ອຍແລ້ວ ຈາກນັ້ນລັດຖະບານໄດ້ສະໜອງງົບປະມານອັດຕາເງິນໃຫ້ແກ່ເດັກນ້ອຍ 800 ກີບຕໍ່ຄົນຕໍ່ຄາບເຂົ້າທ່ຽງ ພ້ອມນັ້ນຫ້ອງການສຶກສາທິການ ແລະ ກີລາ ເມືອງຜົ້ງສາລີ ໄດ້ວາງແຜນປຸກລະດົມພໍ່ແມ່ຜູ້ປົກຄອງເດັກພ້ອມກັນສືບຕໍ່ຈັດຕັ້ງປະຕິບັດໂຄງກຖານໃນໂຮງຮຽນເປົ້າໝາຍ 45 ແຫ່ງ ຈາກນັ້ນໄດ້ຂະຫຍາຍການຈັດຕັ້ງປະຕິບັດໂຄງການໃຫຫ້ອາຫານທ່ຽງແກ່ເດັກນັກຮຽນຊັ້ນອະນຸບານ ແລະ ຊັ້ນປະຖົມເພີ່ມຕື່ມອີກ ສະນັ້ນມາຮອດສົກປີ 2022-2023 ລັດຖະບານໄດ້ສະໜອງງົບປະມານອາຫານທ່ຽງໃຫ້ນ້ອງນັກຮຽນທັງໝົດ 49 ແຫ່ງໃນທົ່ວເມືອງໃນນີ້ມີ ໂຮງຮຽນອະນຸບານ 2 ແຫ່ງ ແລະ ໂຮງຮຽນປະຖົມ 47 ແຫ່ງ ເຊິ່ງສາມາດຄັດເລືອກເປັນໂຮງຮຽນຕົວແບບ 5 ແຫ່ງຄື:ໂຮງຮຽນປະຖົມສາຍລົມ ໂຮງຮຽນປະຖົມຜົ້ງແຊັກ ໂຮງຮຽນປະຖົມພະຍາສີ ໂຮງຮຽນປະຖົມຈີ້ໂຈະ ແລະ ໂຮງຮຽນປະຖົມ ສາລາເອເບ ໄລຍະຜ່ານມາໄດ້ເຊື້ອເຊີນບັນດາເມືອງອ້ອມຂ້າງມາຖອດຖອນບົດຮຽນການຈັດຕັ້ງປະຕິບັດໂຄງການຕື່ມອີກ.       ເພື່ອຮັບປະກັນການຈັດຕັ້ງປະຕິບັດໂຄງການໃຫ້ອາຫານທ່ຽງໃນໂຮງຮຽນມີຄວາມຍືນຍົງ ກໍ່ໄດ້ປຸກລະດົມໃຫ້ພໍ່ແມ່ປະຊາຊົນມີຄວາມຕື່ນຕົວປະກອບສ່ວນດ້ວຍຄວາມສະໝັກໃຈຕາມເງື່ອນໄຂ ແລະ ຄວາມເໝາະສົມ ຕົວຢ່າງ:ໃນເຂດເທດສະບານເມືອງ ພໍ່ແມ່ຜູ້ປົກຄອງໄດ້ຕື່ນຕົວປະກອບສ່ວນ 15.000 ກີບ ຫຼື 10.000 ກີບຕໍ່ຄົນຕໍ່ຄາບເຂົ້າທ່ຽງ ສ່ວນຢູ່ເຂດຫ່າງໄກສອກຫຼີກໄດ້ຕື່ນຕົວປະກອບສ່ວນ 1.000-5000 ກີບຕໍ່ຄົນຕໍ່ຄາບເຂົ້າທ່ຽງ ນອກນີ້ຍັງໄດ້ປະກອບສ່ວນພືດຜັກຕາມລະດູການ ແລະ ອົງການອາຫານໂລກຍັງໄດ້ລະດົມທຶນຊ່ວຍເປັນຕົ້ນ ເຂົ້າ ອາຫານ ແລະ ປາກະປ໋ອງ ຄຽງຄູ່ກັບການຊ່ວຍຊຸກຍູ້ກະສິກໍາການປູກຝັງ ແລະ ລ້ຽງສັດ ເຊັ່ນ: ປູກພືດຜັກຕາມລະດູການ ລ້ຽງເປັດ ແລະ ໄກ່.       ທ່ານນາງ ສາວຈັນ ລອດສຸລີ ໃຫ້ຮູ້ຕື່ມອີກວ່າ: ຜ່ານການຈັດຕັ້ງປະຕິບັດໂຄງການເຫັນໄດ້ວ່ານັກຮຽນມາໂຮງຮຽນເປັນປົກກະຕິ ບໍ່ມີອັດຕາປະລະການຮຽນ ເຮັດໃຫ້ເດັກຄ້າງຫ້ອງຫຼຸດຜ່ອນ ນອກນີ້ຍັງສ້າງຄວາມສາມັກຄີກັບເດັກນ້ອຍ ຄອບຄົວທີ່ທຸກຍາກກໍ່ມີສິດໄດ້ກິນອາຫານເທົ່າທຽມກັນ ນອກນັ້ນກໍ່ຍັງມີສິ່ງທ້າທາຍເປັນຕົ້ນ ກຸ່ມບ້ານທີ່ຢູ່ເຂດຫ່າງໄກສອກຫຼີກ ໄກຕະຫຼາດ ຈະບໍ່ໄດ້ກິນຕາມແບບໂພຊະນາການຍ້ອນບໍ່ມີ ພ້ອມນັ້ນການແຕ່ງອາຫານທ່ຽງໃນແຕ່ລະມື້ ຜູ້ປົກຄອງມີການຜັດປ່ຽນໝູນວຽນເປັນແຕ່ລະມື້ ແລະ ອື່ນໆ. Share:FacebookTwitter
ໂຄງການສົ່ງເສີມອາຫານທ່ຽງໄດ້ຈັດຕັ້ງເປັນປົກກະຕິໃນ 49 ໂຮງຮຽນທົ່ວເມືອງຜົ້ງສາລີ
https://v2.vientianemai.net/archives/57283
ສະຫະພັນກຳມະບານ ສູນກາງແນວລາວສ້າງຊາດ (ສນຊ) ສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າປະຈຳປີ 2022 ແລະ ທິດທາງແຜນການປີ 2023 ໃນວັນທີ 10 ພຶກສະພາ 2023 ທີ່ ສນຊ ໂດຍການເປັນທານ ຂອງທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ກຳມະການປະຈໍາພັກ ຮອງປະທານ ສນຊ ຜູ້ຊີ້ນຳວຽກງານການຈັດຕັ້ງມະຫາຊົນ ມີບັນດາທ່ານຮອງປະທານ ສນຊ ຄະນະປະຈຳພັກ ຫົວໜ້າກົມ-ຮອງຫົວໜ້າກົມ ຄະນະບໍລິຫານງານສະຫະພັນກຳມະບານ ສນຊ ເຂົ້າຮ່ວມ.     ທ່ານ ຄຳຢາດ ຣາຊດາວົງ ຄະນະປະຈຳ ຫົວໜ້າກົມຈັດຕັ້ງ-ພະນັກງານ ປະທານສະຫະພັນກຳມະບານ ສນຊ ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວປະຈຳປີ 2022 ແລະ ທິດທາງແຜນການປີ 2023 ເຊິ່ງຕະຫຼອດໄລຍະຜ່ານມາຄະນະບໍລິຫານງານສະຫະພັນກຳມະບານ ສຍຊ ໄດ້ເອົາໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກກຳມະບານ ຂອງ ສນຊ ເຜີຍແຜ່ບັນດາເອກະສານສຳຄັນ ຂອງສູນກາງສະຫະພັນກຳມະບານລາວ ລົງສູ່ແຕ່ໜ່ວຍຮາກຖານຢ່າງເປັນປົກກະຕິ ໄດ້ຕິດຕາມຊຸກຍູ້ບັນດາໜ່ວຍກຳມະບານ ສນຊ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ເຊິ່ງສາມາດບັນລຸຕາມຄາດໝາຍທີ່ວາງໄວ້ ເຮັດໃຫ້ສະຫະພັນກຳມະບານ ສນຊ ໄດ້ຮັບຮອງເປັນສະຫະພັນກຳມະບານປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2022.     ທິດທາງແຜນການໃນປີ 2023 ໄດ້ກຳນົດມາດຖານເງື່ອນໄຂຂໍ້ແຂ່ງຂັນ 5 ເປັນເຈົ້າຢ່າງຊັດເຈນ ແລະ ແຕ່ລະໜ່ວຍກຳມະບານກໍໄດ້ຈັບມືແຂ່ງຂັນເພື່ອປະຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານປະຈຳປີ 2023 ພ້ອມກັນນີ້ ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ1605/ສບລ ວ່າດ້ວຍການຮັບຮອງສະຫະພັນກຳມະບານ ສນຊ ເປັນສະຫະພັນປະຕິປັດຂໍ້ແຂ່ງຂັນ 5 ເປັນເຈົ້າ ແລະ ໄດ້ມອບໃບຢັ້ງຢືນໃຫ້ແກ່ສະຫະພັນກຳມະບານ ສນຊ ຜ່ານຂໍ້ຕົກລົງວ່າການປັບປຸງການຈັດຕັ້ງບັນດາໜ່ວຍ ຂອງສະຫະພັນກຳມະບານ ຂອງ ສນຊ.     ໂອກາດນີ້ ທ່ານຮອງປະທານ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີສະຫະພັນກຳມະບານ ສນຊ ຍາດມາໄດ້ຕະຫຼອດໄລຍະຜ່ານມາ ແລະ ທ່ານໄດ້ເນັ້ນໃຫ້ສະຫະພັນກຳມະບານ ກໍຄື ສະມາຊິກກຳມະບານ ແຕ່ລະທ່ານເອົາໃຈໃສ່ຕໍ່ວຽກງານການເມືອງ-ແນວຄິດ ຮຽນຮູ້ພາລະບົດບາດ ສິດ ແລະ ໜ້າທີ່ ຂອງກຳມະບານ ເອົາໃຈໃສ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກຳມະບານເປັນຕົ້ນແມ່ນກຳນົດມາດຖານຢ່າງຊັດເຈນ ປະຕິບັດຕາມຂັ້ນຕອນ ມີການປະເມີນເປັນໄລຍະ ເພື່ອເຮັດໃຫ້ຂະບວນການດັ່ງກ່າວມີປະສິດທິຜົນ ເປັນຮູບປະທຳໃນປີຕໍ່ໄປ. Share:FacebookTwitter
ສະຫະພັນກຳມະບານ ສູນກາງແນວລາວສ້າງຊາດ ໄດ້ຮັບນາມມະຍົດ 5 ເປັນເຈົ້າ
https://v2.vientianemai.net/archives/57291
ທ່ານນາງ ລຳພອນ ສີອັກຄະຈັນ ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະລົງມາຕິດຕາມຊຸກຍູ້ການເຮັດວຽກຂອງ ພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ວັນທີ 11 ພຶດສະພາ 2023 ທີ່ພະແນກດັ່ງກ່າວ.     ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖວທ ນວ ໄດ້ລາຍງານຫຍໍ້ສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2023 ແລະ ມະຕິກອງປະຊຸມສະໄໝສາມັນເທື່ອທີ່ 4 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ສະບັບ ເລກທີ 009/ສປນວ ລົງວັນທີ 15 ກຸມພາ 2023 ທີ່ໄດ້ຮັບຮອງເອົາ 8 ຄາດໝາຍດ້ານຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ໃນໄລຍະ 4 ເດືອນຜ່ານມາພະແນກ ຖວທ ໄດ້ສູ້ຊົນຈັດຕັ້ງປະຕິບັດບັນດາຄາດໝາຍຕ່າງໆຄື ວຽກງານຖະແຫຼງຂ່າວ ມີ 2 ຄາດໝາຍຄື: ຕິດຕັ້ງໂທລະໂຄງໃໝ່ໃຫ້ບ້ານໃຫ້ໄດ້ຈຳນວນ 5 ບ້ານ ຄາດວ່າຈະປະຕິບັດລື່ນແຜນ ເຜີຍແຜ່ນິຕິກຳຂົງເຂດ ຖວທ ໃຫ້ໄດ້ 100 ບ້ານ ປັດຈຸບັນປະຕິບັດໄດ້ແລ້ວ 39 ບ້ານ ຮອດທ້າຍປີຈະສາມາດປະຕິບັດໄດ້ຕາມຄາດໝາຍ ວຽກຂົງເຂດວັດທະນະທຳມີ  4 ຄາດໝາຍຄື:  ປະກາດບ້ານວັດທະນະທຳໃຫ້ໄດ້ 3 ບ້ານ ມອບໃບຢັ້ງຢືນຄອບຄົວວັດທະນະທຳໃຫ້ໄດ້ 1.000 ຄອບຄົວຄາດວ່າຈະສາມາດປະຕິບັດຄາດໝາຍໄດ້ຕາມແຜນການ ກວດກາປະເມີນຜົນຄືນບ້ານວັດທະນະທຳທີ່ໄດ້ປະກາດໄປແລ້ວໃຫ້ໄດ້ 10 ບ້ານ ປັດຈຸບັນປະຕິບັດໄດ້ແລ້ວ 8 ບ້ານ ຈະສາມາດປະຕິບັດໄດ້ລື່ນຄາດ  ໝາຍ ຂື້ນທະບຽນມໍລະດົກແຫ່ງຊາດລະດັບທ້ອງຖິ່ນໃຫ້ໄດ້ 1 ແຫ່ງ ຮອດທ້າຍຈະສຳເລັດຕາມຄາດໝາຍ ວຽກງານທ່ອງທ່ຽວມີ  2 ຄາດໝາຍຄື: ດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມນະຄອນຫຼວງໃຫ້ໄດ້ 500.000 ຄົນ ຕົວເລກຮອດເດືອນເມສາ ປະຕິບັດໄດ້ 332.589 ເທື່ອຄົນ ຈະມາສາມາດປະຕິບັດໄດ້ລື່ນແຜນການ ຊຸກຍູ້ ແລະ ປະເມີນຜູ້ປະກອບການທຸລະກິດທ່ອງທ່ຽວເພື່ອເຂົ້າຮ່ວມການແຂ່ງລາງວັນມາດຕະຖານທ່ອງທ່ຽວອາຊຽນໃຫ້ໄດ້ 2 ລາງວັນ ໃນປີ 2023 ກິດຈະການທ່ອງທ່ຽວໄດ້ຮັບລາງວັນມາດຕະຖານອາຊຽນໄດ້  6 ແຫ່ງ ທຽບໃສ່ແຜນການລື່ນຄາດໝາຍ 4 ລາງວັນ.     ນອກຈາກນີ້ຍັງໄດ້ຍົກໃຫ້ເຫັນບັນຫາຄົງຄ້າງທີ່ຈະຕ້ອງສືບຕໍ່ແກ້ໄຂເປັນຕົ້ນການຈັດຕັ້ງປະຕິບັດ ຈາກນັ້ນຜູ້ເຂົ້າຮ່ວມກໍໄດ້ປະກອບຄຳຄິດເຫັນຕໍ່ກອງປະຊຸມຄັ້ງນີ້ ພ້ອມທັງຮັບຟັງການໃຫ້ທິດຊີ້ນຳຈາກທ່ານນາງ ລຳພອຍ ສີອັກຄະຈັນອີກດ້ວຍ. Share:FacebookTwitter
ຄາດວ່າທ້າຍປີນີ້ ຖວທ ນວ ຈະສາມາດຈັດຕັ້ງປະຕິບັດສຳເລັດຫຼາຍຄາດໝາຍ
https://v2.vientianemai.net/archives/57297
ອົງການອາຫານໂລກໄດ້ຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃນໂຮງຮຽນໂດຍກົງ ຢູ່ໂຮງຮຽນປະຖົມບ້ານຫາດສາ ເມືອງ ແລະ ແຂວງຜົ້ງສາລີ ໃນສົກຮຽນ 2015-2016 ມາຮອດສົກຮຽນ 2020-2021 ໄດ້ມອບໂອນໃຫ້ລັດຖະບານເປັນຜູ້ຈັດຕັ້ງປະຕິບັດ ເຖິງຢ່າງໃດກໍ່ຕາມອົງການອາຫານໂລກຍັງໄດ້ໃຫ້ການສະໜັບສະໜູນດ້ານວິຊາການ ສະໜອງເບ້ຍໄມ້ໃຫ້ໝາກ ໜອງປາພ້ອມພໍ່ແມ່ພັນປາ ອຸປະກອນທໍາການຜະລິດສໍາລັບສວນຄົວ ແລະ ສ້າງພື້ນຖານໂຄງລ່າງຈໍານວນໜຶ່ງ ເພື່ອອໍານວຍຄວາມສະດວກໃນການປຸງແຕ່ງອາຫານ ແລະ ເຮັດໃຫ້ການຈັດ ຕັ້ງປະຕິບັດໂຄງການມີຄວາມຍືນຍົງ.     ໂອກາດທີ່ທີມສື່ມວນຊົນໄດ້ເຂົ້າຮ່ວມຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃນໂຮງຮຽນປະຖົມບ້ານຫາດສາ ທ່ານ ກຸ ຄອງແສນເມືອງ ຜູ້ປະສານງານພາກສະໜາມອົງການອາຫານໂລກປະຈໍາເມືອງຜົ້ງສາລີ ໃຫ້ສໍາພາດວ່າ: ໃນເມື່ອກ່ອນອົງການອາຫານໂລກໄດ້ຈັດຕັ້ງປະຕິບັດໂຄງການອາຫານເສີມໃນໂຮງຮຽນປະຖົມບ້ານຫາດສາ ເມືອງ ແລະ ແຂວງຜົ້ງສາລີ ແຕ່ປີ 2006-2007 ເປັນຕົ້ນມາ ແລະ ມາຮອດ 2015-2016 ໄດ້ປ່ຽນມາເປັນໂຄງການອາຫານທ່ຽງພາຍໃນໂຮງຮຽນ ເຊິ່ງມາຮອດສົກຮຽນ 2020-2021 ອົງ ການດັ່ງກ່າວ ໄດ້ມອບໂອນໃຫ້ລັດຖະບານເປັນຜູ້ຈັດຕັ້ງປະຕິບັດ ຈາກນັ້ນລັດຖະບານໄດ້ມອບງົບປະມານ 800 ກີບຕໍ່ຄົນຕໍ່ຄາບເຂົ້າທ່ຽງຕໍ່ມື້ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງລັດຖະບານ ເນື່ອງຈາກວ່າເງິນໃນຈໍານວນ 800 ກີບ ບໍ່ພຽງພໍໃນການສະໜອງອາຫານທ່ຽງໃຫ້ແກ່ນັກຮຽນ ໄດ້ສະເໜີຖ້າຫາກອົງການມີເງື່ອນໄຂກໍ່ໃຫ້ແບ່ງປັນຊຸກຍູ້ຕື່ມ ສະນັ້ນເພື່ອເຮັດໃຫ້ໂຄງການມີຄວາມຍືນຍົງ ອົງການອາຫານໂລກໄດ້ຄົ້ນຄວ້າອາຫານຈາກຕ່າງປະເທດ ຫຼື ຈາກໜ່ວຍງານໂຄງການອື່ນໆ ຕົວຢ່າງ: ອາຫານສຸກເສີນຈາກໂຄງການຕ່າງໆກໍ່ໄດ້ແບ່ງປັນໃຫ້ ສະແດງອອກສົກຮຽນຜ່ານມາ ໄດ້ແບ່ງປັນເຂົ້າສານຈ້າວ ປາກະປ່ອງ ນໍ້າມັນພືດ ແລະ ໝາກຖົ່ວຈໍານວນໜຶ່ງ ນອກນັ້ນຍັງໄດ້ເຝິກອົບຮົມສ້າງຄວາມເຂັ້ມແຂງໃຫ້ຊຸມຊົນເຊັ່ນ: ການປັບປຸງໂຄງລ່າງພື້ນຖານອາຄານສະຖານທີ່ເຮືອນຄົວ ໂຮງອາຫານ ແລະ ລະບົບນໍ້າສະອາດເປັນຕົ້ນ ນອກນີ້ໄດ້ພະຍາຍາມສ້າງຄວາມເຂັ້ມແຂງໃຫ້ຊຸມຊົນມີຄວາມຍືນຍົງ ໂດຍສະເພາະໄດ້ສະໜອງ ການຂຸດໜອງລ້ຽງປາ ແລະ ພໍ່ແມ່ພັນປາ ອຸປະກອນການຜະລິດພ້ອມດ້ວຍແນວພັນພືດປະກອບມີ ຜັກອີ່ຮຸມ ຜັກຕໍານິນ ແລະ ຜັກປັງ ນອກນີ້ຍັງໄດ້ສະໜອງເບ້ຍໄມ້ໃຫ້ໝາກເປັນຕົ້ນ ໝາກລີ້ນຈີ່ ໝາກມ່ວງ ແລະ ໝາກມີ້ ປັດຈຸບັນພືດດັ່ງກ່າວກໍາລັງໃຫ້ຜົນຜະລິດ. ທ່ານນາງ ຄໍາ ແສງມະນີ ຜູ້ອໍານວຍການໂຮງຮຽນປະຖົມບ້ານຫາດສາ ໃຫ້ສໍາພາດຕື່ມວ່າ: ໂຄງການອາຫານທ່ຽງໃນໂຮງຮຽນແມ່ນມີຜົນດີຫຼາຍ ຍ້ອນວ່າໂຄງການດັ່ງກ່າວໄດ້ປັບປຸງຊີວິດການເປັນຢູ່ຂອງລູກຫຼານ ພາຍໃນບ້ານມີອາຫານກິນທີ່ສະອາດຖືກຕາມຫຼັກດ້ານໂພຊະນາການ ຄອບຄົວຂອງເດັກຜູ້ທີ່ມີຖານະດີ ແລະ ຄອບຄົວຂອງເດັກຜູ້ປົກຄອງທີ່ຂາດເຂີນດ້ານທຶນຮອນກໍໄດ້ກິນອາຫານຢ່າງເທົ່າທຽມກັນ ກິນອາຫານຄົບຖ້ວນຕາມຫຼັກໂພຊະນາການ ແລະ ມາໂຮງຮຽນເປັນປົກກະຕິ ພິເສດແຕ່ລະມື້ຜູ້ປົກຄອງທີ່ມີລູກ ຫຼານມາເຂົ້າໂຮງຮຽນແຫ່ງນີ້ ໄດ້ຜັດປ່ຽນກັນມາແຕ່ງກິນ ພ້ອມນັ້ນຍັງໄດ້ມີຄວາມຕື່ນຕົວປະກອບສ່ວນພືດຜັກຕາມລະດູການ ຟືນດັງໄຟ ແລະ ເງິນຕາມຄວາມສະໝັກໃຈ ເພື່ອໃຫ້ເດັກນ້ອຍໄດ້ກິນອີ່ມ ມີສຸຂະພາບແຂງແຮງ  ແລະ ໄດ້ອໍານວຍຄວາມສະດວກໃຫ້ຜູ້ປົກຄອງໄດ້ໄປເຮັດການຜະລິດຢ່າງເຕັມສ່ວນ. Share:FacebookTwitter
ໂຄງການອາຫານທ່ຽງໃນໂຮງຮຽນຊ່ວຍປັບປຸງຊີວິດການເປັນຢູ່ຂອງເດັກໃນຊຸມຊົນ
https://v2.vientianemai.net/archives/57316
ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ແລະ ກອງປະຊຸມປິ່ນອ້ອມອື່ນໆ ໃນວັນທີ 10 ແລະ 11 ພຶດສະ ພາ 2023 ນີ້ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບສອງຝ່າຍກັບບັນດາຜູ້ນຳປະ ເທດເພື່ອນມິດອາຊຽນ ຄື: ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ປະທານາທິບໍດີ ແຫ່ງ ສ ຟິລິບປິນ ນາຍົກລັດຖະມົນຕີ ແຫ່ງ ສ ສິງກະໂປ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ແລະ ສົມເດັດ ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ ເພື່ອສືບຕໍ່ເສີມຂະ ຫຍາຍການພົວພັນຮ່ວມມືອັນດີ ລະຫວ່າງ ສປປ ລາວ ກັບ ບັນດາປະເທດເພື່ອນມິດອາຊຽນ ໃຫ້ນັບມື້ແຕກດອກອອກຜົນ ຍິ່ງຂຶ້ນ. ໃນການພົບປະກັບ ສະຫາຍ ຟາມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ສອງຝ່າຍ ໄດ້ຕີລາຄາສງຕໍ່ສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ທີ່ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງຂຶ້ນຢ່າງຕໍ່ເນື່ອງ. ຝ່າຍລາວ ໄດ້ຕີລາຄາສູງທີ່ເຫັນວ່າ ຫຼາຍໂຄງການຊ່ວຍເຫຼືອລ້າຈາກລັດຖະບານຫວຽດນາມ ແມ່ນໄດ້ຮັບການຈັດຕັ້ງປະຕິ ບັດຢ່າງມີຜົນສຳເລັດ ແລະ ສະເໜີໃຫ້ສືບຕໍ່ຊຸກຍູ້ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ປຶກສາຫາລືຮ່ວມກັນ ເພື່ອຈັດຕັ້ງປະຕິ ບັດບັນດາໂຄງການທີ່ຍັງຄົງຄ້າງ ໃຫ້ເປັນຮູບປະທຳໂດຍໄວ. ພ້ອມນີ້, ສອງຝ່າຍ ກໍ່ໄດ້ສະແດງຄວາມຍິນດີທີ່ເຫັນວ່າ ໂຄງການ ສະໜາມບິນຫນອງຄ້າງ ແລະ ໂຄງການໂຮງຫມໍມິດຕະພາບແຂວງຊຽງຂວາງ ແມ່ນໄດ້ສຳເລັດການກໍ່ສ້າງ ແລະ ກຳລັງຢູ່ໃນ ຂັ້ນຕອນການຈັດພິທີມອບ-ຮັບ ໃນມໍ່ໆໆນີ້. ສອງຝ່າຍ ເຫັນດີຈະຮ່ວມກັນສືບຕໍ່ຊຸກຍູ້ໂຄງການຮ່ວມມືຕ່າງໆ ໃຫ້ມີປະສິດ ທິຜົນຍິ່ງຂຶ້ນ ເປັນຕົ້ນ ໂຄງການທ່າທຽບເຮືອຫວຸງອາງ ໂຄງການພະລັງງານໄຟຟ້າເຊຂະໝານ 3 ໂຄງການບໍ່ເກືອກາລີ ແຂວງ ຄຳມ່ວນ ແລະ ອື່ນໆ. ນອກນີ້ ສອງຝ່າຍ ຍິນດີສືບຕໍ່ໃຫ້ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໃນນັ້ນ ຝ່າຍ ຫວຽດນາມ ຍິນດີໃຫ້ການຊ່ວຍເຫຼືອສະໜັບສະໜູນ ສປປ ລາວ ໃນການກະກຽມການເປັນປະທານອາຊຽນ ໃນປີ 2024 ໃຫ້ສຳເລັດຕາມເປົ້າໝາຍທີ່ວາງໄວ້. ໃນການພົບປະກັບ ພະນະທ່ານ ເຟີດີນານ ໂຣມອນເດດ ມາກອດ ຈູເນຍ ປະທານາທິບໍດີ ແຫ່ງ ສ ຟິລິບປິນ ສອງຝ່າຍ ໄດ້ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ ລະຫວ່າງ ລາວ-ຟິລິບປິນ ທີ່ໄດ້ຮັບການພັດທະນາ ແລະ ແຕກ ດອກອອກຜົນຢ່າງຕໍ່ເນື່ອງ ພ້ອມນີ້ ກໍ່ເຫັນດີສືບຕໍ່ຊຸກຍູ້ໃຫ້ມີການພົບປະແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງ ແລະ ການໄປມາຫາສູ່ກັນຂອງປະຊາຊົນສອງປະເທດ ຢ່າງເປັນປົກກະຕິ ເຫັນດີຊຸກຍູ້ການຈັດຕັ້ງປະຕິບັດການຮ່ວມມື ໂດຍຜ່ານ ກົນໄກຮ່ວມມື JCBC, ເຊິ່ງເປັນກົນໄກຫຼັກຂອງການຮ່ວມມືສອງຝ່າຍ ແລະ ເປັນສ່ວນສຳຄັນໃນການຊຸກຍູ້ສົ່ງເສີມການພົວ ພັນ ແລະ ການຮ່ວມມືໃຫ້ຂະຫຍາຍຕົວຍິ່ງຂຶ້ນ, ເຊິ່ງປະຈຸບັນ ສອງກະຊວງການຕ່າງປະເທດ ກຳລັງກະກຽມການຈັດກອງປະ ຊຸມກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມື ລະຫວ່າງ ສປປ ລາວ-ສ ຟິລິບປິນ JCBC ຄັ້ງທີ 2 ໃນປີ 2023 ນີ້. ພ້ອມນີ້ ສອງຝ່າຍ ກໍ່ໄດ້ຕີລາຄາສູງຕໍ່ການຮ່ວມມືດ້ານການຄ້າສອງຝ່າຍ ແລະ ການລົງທຶນຂອງ ຟິລິບປິນ ຢູ່ ສປປ ລາວ ສາ ມາດບັນລຸໄດ້ 14.461.000 ໂດລາສະຫະລັດ ເຊິ່ງມີທ່າອ່ຽງ ຂະຫຍາຍຕົວຕໍ່ເນື່ອງໃນຊຸມປີຜ່ານມາ ໃນນັ້ນ ຝ່າຍຟິລິບປິນ ຍິນດີສືບຕໍ່ຊຸກຍູ້ລະດົມນັກລົງທຶນຂອງຕົນ ເພື່ອສຶກສາຊ່ອງທາງຄວາມເປັນໄປໄດ້ໃນການລົງທຶນໃນຂະແໜງການຕ່າງໆ ທີ່ມີ ທ່າແຮງຮ່ວມກັນ ເພື່ອແນໃສ່ສົ່ງເສີມການຄ້າ-ການລົງທຶນຂອງສອງປະເທດ ໃຫ້ສືບຕໍ່ຂະຫຍາຍຕົວຂຶ້ນຕື່ມໃນອະນາຄົດ. ພ້ອມດຽວກັນນີ້ ສອງຝ່າຍ ຍັງເຫັນດີຈະສືບຕໍ່ການຮ່ວມມືດ້ານຊັບພະຍາກອນມະນຸດ ສາທາລະນະສຸກ ສີມືແຮງງານ ການ ພັດທະນາພື້ນຖານໂຄງລ່າງ ການພັດທະນາແບບຍື່ນຍົງ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ການຮ່ວມມືໃນເວທີພາກພື້ນ ແລະ ສາກົນ, ເຊິ່ງຝ່າຍລາວ ໄດ້ສະແດງຄວາມຂອບໃຈຕໍ່ຝ່າຍຟິລິບປິນ ໄດ້ໃຫ້ການສະໜັບ ສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ຄັ້ງຜ່ານມາ ແລະ ຫວັງວ່າ ຈະສືບຕໍ່ໄດ້ຮັບການຊ່ວຍເຫຼືອ ສປປ ລາວ ຕື່ມ ອີກໃນການເປັນປະທານອາຊຽນ ປີ 2024. ສຳລັບການພົບປະກັບ ພະນະທ່ານ ລີ ຊຽນ ລຸງ, ນາຍົກລັດຖະມົນຕີ ແຫ່ງ ສ ສິງກະໂປ ສອງຝ່າຍ ໄດ້ຕີລາຄາສູງຕໍ່່ການພົວ ພັນຮ່ວມມືທີ່ດີ ລະຫວາງ ລາວ-ສິງກະໂປ ທີ່ນັບມື້ໄດ້ຮັບການພັດທະນາຂຶ້ນຢ່າງຕໍ່ເນື່ອງ ຕະຫຼອດໄລຍະເກືອບ 5 ທົດສະວັດ ຝ່າຍລາວ ໄດ້ຕີລາຄາສູງຕໍ່ການຄ້າສອງຝ່າຍ ແລະ ການລົງທຶນຂອງສິງກະໂປ ຢູ່ ສປປ ລາວ ທີ່ນັບມື້ຂະຫຍາຍຕົວຕໍ່ເນື່ອງ ໂດຍ ສະເພາະແມ່ນການຮ່ວມມືດ້ານພະລັງງານໄຟຟ້າ ກໍຄື ການຊື້-ຂາຍພະລັງງານໄຟຟ້າ ທີ່ມີທ່າອ່ຽງເພີ່ມຂຶ້ນຕໍ່ເນື່ອງ ໃນນັ້ນ ຝ່າຍລາວ ໄດ້ສະເໜີໃຫ້ພາກສ່ວນກ່ຽວຂ້ອງສອງຝ່າຍ ປຶກສາຫາລືກັນ ໃນການເພີ່ມທະວີປະລິມານການຊີ້-ຂາຍ ຂຶ້ນຕື່ມ ຈາກ 100-300 ກິໂລວັດໂມງ (kWh) ເຊິ່ງຈະເປັນການປະກອບສ່ວນສຳຄັນເຂົ້າໃນໝາກຜົນສຳເລັດຂອງການພັດທະນາເສດ ຖະກິດ-ສັງຄົມຂອງ ສປປ ລາວ. ພ້ອມນີ້ ຝ່າຍ ສິງກະໂປ ໄດ້ເຫັນດີຈະຊຸກຍູ້ບັນດານັກທຸລະກິດຂອງຕົນ ໃຫ້ເຂົາໄປລົງທຶນຢູ່ ສປປ ລາວ ໃນຂະແໜງການ ຕ່າງໆທີ່ມີທ່າແຮງຮ່ວມກັນໃຫ້ຫຼາຍຂຶ້ນ ໂດຍສະເພາະແມ່ນ ດ້ານພະລັງງານ ການທ່ອງທ່ຽວ ແລະ ການຂົນສົ່ງທາງບົກ ເພື່ອແນ່ໃສ່ເປັນການສົ່ງເສີມການຄ້າ-ການລົງທຶນຂອງສອງປະເທດ ໃຫ້ຂະຫຍາຍຕົວຍິ່ງຂຶ້ນ ໃນໂອກາດດຽກັນ ຝ່າຍລາວ ກໍ່ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຊ່ວຍເຫຼືອດ້ານການພັດທະນາຊັບພະຍາກອນມະນຸດ ການໃຫ້ທຶນການສຶກສາ ການຊ່ວຍເຫຼືອດ້ານສາທາລະນະສຸກ ໂດຍສະເພາະວຽກງານຕ້ານໂຄວິດ-19 ແລະ ການຊ່ວຍເຫຼືອໃນຂອບການຮ່ວມ ມືອາຊຽນ ແກ່ ສປປ ລາວ ໃນການກະກຽມເປັນປະທານອາຊຽນ 2024. ໃນການພົບປະກັບ ພະນະທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ມາເລເຊຍ ຝ່າຍລາວ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ ລັດຖະບານ ກໍຄື ປະຊາຊົນ ມາເລເຊຍ ທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ໃນວຽກງານການພັດທະນາຊັບ ພະຍາກອນມະນຸດຂອງລາວ ເຊິ່ງນັບແຕ່ປີ 1991 ເປັນຕົ້ນມາ ເຫັນວ່າມີຜູ້ເຂົ້າຮ່ວມຫຼັກສູດຝຶກອົບຮົມ ຫຼາຍກວ່າ 1.700 ຄົນ ໃນຫຼາຍຂະແໜງການ ໂດຍຜ່ານໂຄງການຮ່ວມມືດ້ານເຕັກນິກຂອງມາເລເຊຍ; ລັດຖະບານ ມາເລເຊຍ ຍັງໄດ້ສະໜອງ ວັກແຊັງ ແລະ ອຸປະກອນການແພດແກ່ ສປປ ລາວ ໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານ ມາ ເຊິ່ງໄດ້ຊ່ວຍໃຫ້ ປະຊາຊົນລາວ ສາມາດກັບມາໃຊ້ຊີວິດໄດ້ແບບປົກກະຕິ. ພ້ອມນີ້ ສອງຝ່າຍ ກໍໄດ້ຕີລາຄາສູງຕໍ່ການຮ່ວມມືດ້ານການຄ້າ-ການລົງທຶນສອງຝ່າຍ ໃນໄລຍະຜ່ານມາ ເຊິ່ງສາມາດບັນລຸໄດ້ ຫຼາຍກວ່າ 767 ລ້ານໂດລາສະຫະລັດ ໃນປີ 2023 ມາເລເຊຍ ຍັງຖືກຈັດເປັນອັນດັບ 6 ຂອງການລົງທຶນຕ່າງປະເທດຢູ່ ສປປ ລາວ ສ່ວນການຄ້າສອງຝ່າຍ ມີມູນຄ່າພຽງ 27 ລ້ານໂດລາສະຫະລັດ ໃນປີ 2022 ແລະ ເຫັນດີຈະສືບຕໍ່ສົ່ງເສີມວຽກງານການ ຄ້າການລົງທຶນ ໂດຍສະເພາະ ພາກບໍລິການໃນການເຊື່ອມໂຍງເຊື່ອມຈອດ ແລະ ການແປຮູບ ເພື່ອເປັນສິນຄ້າສົ່ງອອກ ການ ສົ່ງເສີມດ້ານການຜະລິດກະສິກຳ ການຊື້-ຂາຍພະລັງງານໄຟຟ້າ ການຮ່ວມມືໃນເວທີພາກພື້ນ ແລະ ສາກົນ. ສຳລັບການພົບປະກັບ ສົມເດັດ ຊຸນຕານ ຮາຈິ ຮັດຊານານໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ຝ່າຍລາວ ໄດ້ນຳເອົາຄວາມ ຢື້ຢາມຖາມຂ່າວຈາາກ ພະນະທ່ານປະທານປະເທດ ທອງລຸນ ສີສຸລິດ ມາຍັງ ສົມເດັດ ຊຸນຕານ ແລະ ເຊື້ອເຊີນດຳເນີນການ ຢ້ຽມຢາມລັດຖະກິດຢູ່ ສປປ ລາວ ເພື່ອຮ່ວມກັນສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ບຣູໄນ. ພ້ອມນີ້ ສອງຝ່າຍ ເຫັນດີສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດ 2 ບົດບັດທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມືດ້ານກະສິກຳ ແລະ ພະລັງງານ ທີ່ໄດ້ລົງນາມກັນໃນປີ 2022 ໃຫ້ເກີດເປັນຮູບປະທຳ ແນໃສ່ເພີ່ມທະວີການຮ່ວມມືດ້ານເສດຖະກິດຂອງສອງປະ ເທດ ໃຫ້ຂະຫຍາຍຕົວຍິ່ງຂຶ້ນໃນຕໍ່ຫນ້າ ແລະ ນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງປະເທດ ລາວ-ບຣູໄນ. ໃນໂອກາດດຽວກັນ ຝ່າຍລາວ ກໍ່ໄດ້ແຈ້ງໃຫ້ຊາບ ກ່ຽວກັບ ການກະກຽມຄວາມພ້ອມໃນການເປັນປະທານອາຊຽນ 2024 ສປປ ລາວ ພ້ອມຈະເຮັດວຽກຮ່ວມກັນກັບ ຝ່າຍບຣູໄນ ກໍຄື ຜູ້ນຳປະເທດສະມາຊິກອາຊຽນອື່ນໆ ເພື່ອຜົນປະໂຫຍດ ລວມຂອງຄອບຄົວອາຊຽນ ກໍຄື ການສົ່ງເສີມປະຊາຄົມອາຊຽນ ໃຫ້ເຂັ້ມແຂງຍິ່ງຂຶ້ນ. Share:FacebookTwitter
ນາຍົກລັດຖະມົນຕີ ສືບຕໍ່ການພົບປະກັບຜູ້ນຳອາຊຽນ
https://v2.vientianemai.net/archives/57332
ສະມາພັນຄວບຄຸມຢາສູບອາຊຽນ (SEATCA ) ໄດ້ຈັດເຝິກອົບຮົມໃຫ້ຄວາມຮູ້ແກ່ສື່ມວນຊົນປະເທດອາຊຽນ ພາຍໃຕ້ໂຄງການ SEATCA Media Fellowship ຂຶ້ນໃນວັນທີ 9-10 ພຶດສະພາ 2023 ທີ່ແຂວງ ຊຽງໃໝ່ ປະເທດໄທ ມີ ທ່ານ ດຣ Ulysess Dorotheo ຜູ້ອຳນວຍການໃຫຍ່ສະມາພັນຄວບຄຸມຢາສູບອາຊຽນ ພ້ອມດ້ວຍ ຄູເຝິກຈາກ ສະມາພັນຄວບຄຸມຢາສູບອາຊຽນ ສື່ມວນຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.       ທ່ານ ດຣ Ulysess Dorotheo ໄດ້ກ່າວວ່າ: ປັດຈຸບັນທົ່ວໂລກໄດ້ຮ່ວມກັນເຮັດວຽກຢ່າງເອົາໃຈໃສ່ໃນວຽກງານຄວບຄຸມຢາສູບເພື່ອສະແດງໃຫ້ເຫັນເຖິງຍຸດທະສາດທີ່ແອບແຝງຂອງອຸດສະຫະກຳຢາສູບ ພ້ອມນັ້ນ ກໍໄດ້ເພີ່ມທະວີໂຄສະນາຜົນຮ້າຍຂອງຜະລິດຕະພັນຢາສູບ ລວມທັງອຸປະກອນຢາສູບເອເລັກໂຕຼນິກ ກໍຄື ຢາສູບໄຟຟ້າ ເຊິ່ງ ສື່ມວນຊົນເປັນກະບອກສຽງທີ່ສຳຄັນໃນການໂຄສະນາຕໍ່ວຽກງານດັ່ງກ່າວເພື່ອໃຫ້ສັງຄົມ ກໍຄື ໄວໜຸ່ມໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງຢາສູບໂດຍສະເພາະຢາສູບໄຟຟ້າ ເມື່ອສູບດົມເອົາສານນິໂກຕິນເຂົ້າໄປແລ້ວແມ່ນຈະສົ່ງຜົນຕໍ່ສຸຂະພາບຂອງຜູ້ສູບ ແລະ ຜູ້ຢູ່ໃກ້ຄຽງ ອາດເຮັດໃຫ້ນຳມາສູ່ພະຍາດທີ່ຮ້າຍແຮງໂດຍສະເພາະແມ່ນພະຍາດມະເຮັງປອດ.       ໃນການເຝິກອົບຮົມໃນສອງວັນນີ້ ສື່ມວນຊົນແມ່ນໄດ້ຮັບຮູ້ກ່ຽວກັບ1.ຄືບໜ້າ ແລະ ສິ່ງທ້າທາຍໃນການປົກປ້ອງສາທາລະນະສຸກຈາກາກນນຳໃຊ້ຢາສູບໃນບັນດາປະເທດອາຊຽນ 2. ຢາສູບບໍ່ແມ່ນອາຫານ 3.ລາຍໄດ້ທຽບກັບການສູນເສຍຈາກຢາສູບ 4. ອຸປະກອນສູບຢາເອເລັກໂຕຣນິກ ແລະ ໄພອັນຕະລາຍຂອງຢາສູບໄຟຟ້າ 5.ການຈັດຕັ້ງປະຕິບັດຂອງທົ່ວໂລກໃນການຄວບຄຸມຢາສູບໄຟຟ້າ ແລະ ບົດຮຽນການຈັດຕັ້ງປະຕິບັດນະໂຍບາຍສາທາລະນະທີ່ກ່ຽວຂ້ອງກັບຢາສູບໄຟຟ້າຂອງປະເທດອາຊຽນ 6.ບົດຮຽນໃນການຈັດຕັ້ງປະຕິບັດການລິເລີ່ມບໍ່ໃຫ້ມີຢາສູບສະເໜີໂດຍອົງການອະນາໄມໂລກອິນໂດເນເຊຍ 7. ການປະຕິບັດໃນທົ່ວໂລກກ່ຽວກັບການຄວບຄຸມຢາສູບໄຟຟ້າ ແລະ ການຈັດຕັ້ງປະຕິບັດນະໂຍບາຍຄວບຄຸມຢາສູບໄຟຟ້າທີ່ເຂັ້ມງວດຂອງບັນຍາປະເທດອາຊຽນ 8.ກ້າວໄປຂ້າງໜ້າໃນການປົກປ້ອງໄວໜຸ່ມຈາກສິ່ງເສບຕິດນິໂກຕິນ ຫຼັງຈາກນັ້ນກໍເປີດໂອກາດໃຫ້ບັນດາສື່ມວນຊົນປະເທດອາຊຽນທີ່ເຂົ້າຮ່ວມຂຶ້ນສະເໜີແຜນໃນການໂຄສະນາໃນວຽກງານຄວບຄຸມຢາສູບ ນັ້ນກໍເພື່ອພ້ອມກັນເປັນກະບອກສຽງໃຫ້ປະຊາຊົນໄດ້ຮັບຮູ້ເຖິງຜົນຮ້າຍຂອງຜະລິດຕະພັນຢາສູບ ແລະ ຫັນມາຢຸດເຊົາຢາສູບນັບມື້ນັບຫຼຸດລົງ.       ໃນໂອກາດເຝິກອົບຮົມໃນຄັ້ງນີ້ທາງສະມະພັນຄວບຄຸມຢາສູບອາຊຽນກໍໄດ້ນຳພາຄະນະສື່ມວນຊົນເດີນທາງທັດສະນະສຶກສາຢູ່ພິພິທະພັນເກົາໄມ້ ເຊິ່ງ ໃນອະດີດເຄີຍເປັນໂຮງບົ່ມໃບຢາສູບ ປັດຈຸບັນໄດ້ປັບປ່ຽນມາເປັນພິຕະພັນ ແລະ ຣີສອດ. Share:FacebookTwitter
SEATCA ຍົກລະດັບຄວາມຮູ້ໃຫ້ສື່ມວນຊົນອາຊຽນເພີ່ມທະວີໂຄສະນາຄວບຄຸມຢາສູບ
https://v2.vientianemai.net/archives/57342
ໃນວັນທີ 10 ພຶດສະພາ 2023   ທ່ານ ພູຂົງ ບັນນາວົງ ຮອງເຈົ້າຄອງນະຄອນຫຼວງ ປະທານບໍລິຫານນໍ້າປະປານະຄອນ ຫຼວງ ທ່ານ ຄຳເຜີຍ ວົງສາຄຳຜຸຍ ຜູ້ອໍານວຍການນໍ້າປະປາລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ຕິດຕາມ ຊຸກຍູ້ລົງ ຢ້ຽມຢາມໂຄງການກໍ່ສ້າງລະບົບນ້ຳປະປາພື້ນທີ່ ບ້ານນາບົງ ເມືອງປາກງື່ມ ແລະ ພື້ນທີ່ບ້ານສົມສະໄໝ ເມືອງໄຊທານີ ນະ ຄອນຫຼວງວຽງຈັນ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ບຸນລົງ ດວງນາລີ ຜູ້ອຳນວຍການ ບໍລິສັດທໍ່ນໍ້າລາວ ອຸດສາຫະກຳ ເທັກ ໂນໂລຢີ ຈຳກັດຜູ້ດຽວ ຜູ້ສໍາປະທານໂຄງການ ພ້ອມດ້ວຍຄະນະ. ທ່ານ ຂວັນແກ້ວ ອາດຜາສຸກ ຫົວໜ້າ ມູນນິທິອິດມິດເວດ ປະຈຳລາວໄດ້ລາຍງານໃຫ້ຮູ້ວ່າ: ໂຄງການພັດທະນາ ລະບົບນ້ຳ ປະປາ ແລະ ໃຫ້ບໍລິການນ້ຳປະປາ ມີມູນຄ່າທັງໝົດ 3.340.934 ໂດລາສະຫະລັດ ຈັດຕັ້ງປະຕິບັດໂຄງການພາຍໃຕ້ຮູບແບບ ການມີສ່ວນຮ່ວມລະຫວ່າງພາກລັດ ແລະ ເອກະຊົນ ໂດຍແມ່ນອົງການປົກຄອງນະຄອນຫຼວງວຽງຈັນ ເມືອງ ແລະ ບ້ານ ໄດ້ ສະໜອງທີ່ດິນທີ່ຕັ້ງລະບົບຜະລິດນ້ຳປະປາ ໄດ້ຮັບທຶນຊ່ວຍເຫຼືອລ້າຈາກມູນນິທິ ອິດມິດເວດ ເຂົ້າໃນການສຳ ຫຼວດ-ອອກ ແບບຈຳນວນ 25.000 ໂດລາ ຊ່ວຍເຫຼືອຄ່າຕິດຕັ້ງນໍ້າໃຫ້ແກ່ຄອບຄົວທຸກຍາກ ແລະ ສະຖານທີ່ສາທາລະນະຂອງຊຸມຊົນ ປະ ມານ 20.000 ໂດລາ ແລະ ໃຫ້ທຶນຊ່ວຍເຫຼືອໃນການກໍ່ສ້າງຫ້ອງນ້ຳໃຫ້ແກ່ໂຮງຮຽນປະຖົມ ລວມມູນຄ່າ 27.500 ໂດລາ ແລະ ທຶນຊ່ວຍການກໍ່ສ້າງ ຈຳນວນ 450.000 ໂດລາສະຫະລັດ ແລະ ການລົງທຶນຈາກບໍລິສັດທໍ່ນ້ຳລາວ ອຸດສາຫະກຳ ເທັກ ໂນໂລຢີ ຈຳກັດ ຜູ້ດຽວ ຈຳນວນ 2.890.934 ໂດລາສະຫາລັດ ໃນຮູບແບບ BOT. ໂຄງການດັ່ງກ່າວແມ່ນໄດ້ລົງມືການກໍ່ສ້າງແຕ່ຕົ້ນເດືອນ ກໍລະກົດ 2022 ໄລຍະການກໍ່ສ້າງ 15 ເດືອນຈົນເຖີງປັດຈຸບັນມີ ຄວາມຄືບໜ້າຫຼາຍກວ່າ 60% ໂດຍມີບາງໜ້າວຽກທີ່ສໍາເລັດ 100% ລວມມີ ຫົວງານ ໂຮງງານ ແລະ ບາງໜ້າວຽກທີ່ຕ້ອງ ໄດ້ສືບຕໍ່ຈັດຕັ້ງປະຕິບັດເປັນຕົ້ນແມ່ນ ອ່າງນໍ້າສູງ ແລະ ຕາຂ່າຍທໍ່ບໍລິການນໍ້າ  ເຊິ່ງປັດຈຸບັນໄດ້ທົດລອງການຜະລິດນໍ້າ ນັບ ແຕ່ຕົ້ນເດືອນພຶດສະພາເປັນຕົ້ນມາ ແລະຈະໄດ້ເລີ່ມການບໍລິການບາງບ້ານໃກ້ຄຽງໂຮງງານເປັນຕົ້ນ ບ້ານນາບົງ ບ້ານທ່າ ຊ້າງ  ບ້ານທ່າກົກໄຮ ແລະ ບ້ານໂພນຂາມໃນເດືອນມີຖຸນານີ້ ເຊີ່ງຕາມແຜນການຈະໃຫ້ສຳເລັດການກໍ່ສ້າງໜ້າວຽກທັງໝົດ 100% ໃນເດືອນກັນຍາ 2023  ພາຍຫຼັງສຳເລັດການກໍ່ສ້າງສາມາດໃຫ້ບໍລິການໃນເຂດ 15 ບ້ານ ກວມເອົາ 3.481 ຫຼັງຄາ ເຮືອນ 21.198 ຄົນ ການຈັດຕັ້ງປະຕິບັດໂຄງການດັ່ງກ່າວຂຶ້ນເພື່ອພັດທະນາເສດຖະກິດ-ສັງຄົມຂອງ ນວ ໂດຍສະເພາະການ ພັດທະນາເສດຖະກິດໃນ ນວ ໃນການສະໜອງນໍ້າໃຫ້ແກ່ປະຊາຊົນໃນເຂດພື້ນທີ່ກຸ່ມບ້ານເປົ້າໝາຍໄດ້ໃຊ້ນໍ້າທີ່ມີຄຸນນະ ພາບ. ຫຼັງຈາກນັ້ນ ທ່ານ ພູຂົງ ບັນນາວົງ ຮອງເຈົ້າຄອງນະຄອນຫຼວງ ປະທານບໍລິຫານນໍ້າປະປານະຄອນຫຼວງ ກໍໄດ້ໃຫ້ທິດຊີ້ນຳ ເນັ້ນໜັກແກ່ໂຄງການໃຫ້ທຸກພາກສ່ວນຈົ່ງຮ່ວມມືກັນຈັດຕັ້ງປະຕິບັດໜ້າທີ່ຂອງຕົນ ເພື່ອເຮັດໃຫ້ໂຄງການດັ່ງກ່າວສຳເລັດ ຕາມຄາດໝາຍທີ່ວາງໄວ້ ແລະ ຮັບປະກັນໄດ້ທາງດ້ານມາດຕະຖານເຕັກນິກ ໃນຕອນທ້າຍທ່ານໄດ້ກ່າວຄຳຂອບໃຈ ຍ້ອງຍໍ ຊົມເຊີຍມາຍັງທຸກພາກສ່ວນ ເປັນຕົ້ນແມ່ນລັດວິສາຫະກິດນ້ຳປະປານະຄອນຫຼວງ ບໍລິສັດທໍ່ນໍ້າລາວ ອຸດສາຫະກຳ ເທັກໂນ ໂລຢີ ຈຳກັດຜູ້ດຽວ ແລະ ມູນນິທິອິດມິດເວດປະຈຳລາວ ທີ່ໄດ້ຮ່ວມມືກັນຈັດຕັ້ງປະຕິບັດ ແລະ ຈັດຫາແຫຼ່ງທຶນ ເຂົ້າມາຊ່ວຍ ພັດທະນາວຽກງານນ້ຳປະປາ ຢູ່ນະຄອນຫຼວງວຽງຈັນ ກໍຄື ກຸ່ມບ້ານດັ່ງກ່າວນີ້.            Share:FacebookTwitter
ຮອງເຈົ້າຄອງ ລົງຕິດຕາມຊຸກຍູ້ໂຄງການກໍ່ສ້າງລະບົບນ້ຳປະປາ
https://v2.vientianemai.net/archives/57352
ພະແນກສຶກສາທິການ ແລະ ກີລາແຂວງ (ສກຂ) ຫຼວງພະບາງ ສປປ ລາວ ແລະ ວິທະຍາໄລເຊີນລາ ແຂວງເຊີນລາ ສສ ຫວຽດນາມ ໄດ້ພົບປະ ປຶກສາຫາລືຮ່ວມມືດ້ານການສຶກສາ ໃນວັນທີ 11 ພຶດສະພາ 2023 ທີ່ພະແນກສຶກສາທິການ ແລະ ກີລາ ແຂວງຫຼວງພະບາງ ໂດຍມີ ທ່ານ ປອ ວົງເພັດ ອຸດົມລິດ ຫົວໜ້າພະແນກ ສກຂ ຫຼວງພະບາງ ແລະ ທ່ານ ຫງວຽນ ຊວນທັງ ຮອງຜູ້ອໍານວຍການວິທະຍາໄລເຊີນລາ ແຂວງເຊີນລາ ສສ ຫວຽດນາມ ມີຫົວໜ້າ ຮອງຫົວໜ້າຂະແໜງ ສູນ ພ້ອມດ້ວຍພະນັກງານວິຊາການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.     ໃນພິທີ ທັງສອງຝ່າຍໄດ້ຕີລາຄາຄືນກ່ຽວກັບຜົນຂອງການຈັດຕັ້ງປະຕິບັດຮ່ວມມືໃນໄລຍະຜ່ານມາ ພ້ອມທັງປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າ ໄລຍະ 2023-2025 ເລີ່ມແຕ່ປີ 2022 ມາຮອດປັດຈຸບັນ ວິທະຍາໄລເຊີນລາ ໄດ້ຮັບນັກສຶກສາ ແລະ ພະນັກງານໃນການກໍ່ສ້າງພາສາຫວຽດໃຫ້ຊັບພະຍາກອນມະນຸດແຂວງຫຼວງພະບາງ ຈໍານວນ 356 ຄົນ ໃນນັ້ນທຶນໃນແຜນ 324 ຄົນ ສ່ວນຕົວ 32 ຄົນ ສົກຮຽນ 2022-2023 ແຂວງຫຼວງພະບາງ ໄດ້ສົ່ງພະນັກງານ ແລະ ນັກສຶກສາ ມາຮຽນພາສາຫວຽດນາມ ຈໍານວນ 45 ຄົນ (ໃນນີ້ນັກຮຽນທົ່ວໄປກຽມພາສາ 20 ຄົນ ພະນັກງານ 15 ຄົນ ກຳລັງປະກອບອາວຸດ 10 ຄົນ) ອະດີດນັກສຶກສາສ່ວນຫຼາຍຫຼັງຈາກຈົບວິຊາສະເພາະລ້ວນແຕ່ມີວຽກເຮັດງານທຳທີ່ໝັ້ນຄົງ ມີຄວາມສາມາດດ້ານວິຊາສະເພາະ ມີຕຳແໜ່ງງານ ມີບົດບາດສຳຄັນໃນສຳນັກງານຕ່າງໆຂອງແຂວງ.     ສຳລັບທິດທາງແຜນການຮ່ວມມືໃນຕໍ່ໜ້າ ທາງວິທະຍາໄລເຊີນລາ ສສ ຫວຽດນາມ ໄດ້ສະເໜີໃຫ້ພະແນກ ສກຂ ຫຼວງພະບາງ ໃນການຄັດເລືອກເອົານັກສຶກສາ ເພື່ອຮຽນຕໍ່ທີ່ວິທະຍາໄລດັ່ງກ່າວ ຕາມແຜນປະຈຳສົກຮຽນ 2023-2024 ໃນຈຳນວນ 35 ທຶນ (ໃນນີ້ກຽມພາສາກ່ອນເຂົ້າສາຍ 20 ທຶນ ແລະ ພະນັກງານຮຽນພາສາຫວຽດ 9 ເດືອນ ຈຳນວນ 15 ທຶນ) ສ່ວນທຶນສ່ວນຕົວແມ່ນບໍ່ຈຳກັດ ສໍາລັບສາຍວິຊາຮຽນໃນສົກຮຽນ 2023-2024 ປະກອບມີ ຊັ້ນສູງ ເຕັກໂນໂລຊີ ຂໍ້ມູນຂ່າວສານ ເຕັກນິກໄຟຟ້າ-ເອເລັກໂຕຼນິກ ນໍາທ່ຽວ ກົດໝາຍບໍລິຫານລັດ ປ່າໄມ້ ລ້ຽງສັດ-ສັດຕະວະແພດ. Share:FacebookTwitter
ສົກຮຽນ 2023-2024 ວິທະຍາໄລເຊີນລາ ສະໜອງທຶນການສຶກສາ ໃຫ້ພະແນກ ສກຂ ຫຼວງພະບາງ ຈຳນວນ 35 ທຶນ
https://v2.vientianemai.net/archives/57363
ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ແຂວງບໍ່ແກ້ວ ເລັ່ງຕິດຕາມຄົ້ນຫາເຈົ້າ ຂອງລົດຮຸນໄດມາ​ດຳ​ເນີນ​ຄະ​ດີ ພາຍຫຼັງ​​ໄດ້ຂັບ​ລົດ​ທີ່​ບັນ​ທຸກຢາໄອສ໌​ມາ 8 ເປົາ ຫຼົບ​ໜີ​ການ​ເຂົ້າ​ກວດ​ຂອງ​ເຈົ້າ​ໜ້າ​ທີ່ ​ຈົນເຮັດ​ໃຫ້​ລົດ​ເສຍຫຼັກ​ລົງ​ຂ້າງ​ທາງ​ກ່ອນ​ເອົາ​ໂຕຫຼົບ​ໜີ. ຕາມ​ຂໍ້​ມູນ​ຈາກ ປກ​ສ ແຂວງ​ບໍ່​ແກ້ວ​ໃຫ້​ຮູ້​ວ່າ: ກອງບັນຊາການ ປກສ ເມືອງຫ້ວຍຊາຍ ໄດ້ຕັ້ງຈຸດກວດກາຊົ່ວຄາວຢູ່ຈຸດບ້ານ ດອນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ວັນທີ 10 ພຶດສະພາ 2023 ພໍຮອດເວລາ 3:00 ໂມງ ຂອງວັນທີ 11 ພຶດສະພາ 2023 ໄດ້ມີລົດຮຸນໄດ 1 ຄັນ ສີປອນເງິນ ບໍ່ຕິດປ້າຍທະບຽນ ແລ່ນມາດ້ວຍຄວາມໄວ ຈາກທາງຫ້ວຍຊາຍ ມຸ່ງໜ້າລົງໄປບ້ານດ່ານ ເມືອງຫ້ວຍຊາຍ ເຈົ້າໜ້າທີ່ຈຶ່ງໄດ້ລັດກວດກາຕາມປົກກະຕິ ແຕ່ລົດຄັນດັ່ງກ່າວບໍ່ຍອມຈອດ ແລ້ວແລ່ນກາຍຈຸດກວດກາດ້ວຍ ຄວາມໄວ. ເຈົ້າໜ້າທີ່ ຈຶ່ງໄດ້ຂີ່ລົດນຳລົດຮຸນໄດຄັນດັ່ງກ່າວ ຈາກຈຸດກວດກາມາຮອດຈຸດລະເບີດຫີນ ເຂດບ້ານດອນ ປະມານ 2 ຫຼັກ ໄດ້ ເຫັນລົດຮຸນໄດຄັນດັ່ງກ່າວເສຍຫຼັກຕົກຮ່ອງຂ້າງທາງ ໃນສະພາບທີ່ມອດຈັກລົດ ແລະ ໄຂປະຕູເບື້ອງຄົນຂັບປະໄວ້ ແຕ່ບໍ່ເຫັນ ຜູ້ຂັບຂີ່ ເຈົ້າໜ້າທີ່ຈຶ່ງກວດກາພົບເຫັນເປົາຢູ່ທາງຫຼັງກະບະລົດ 2 ເປົາ ຫ້ອງຄົນຂັບ 6 ເປົາ ແລະ ບາໂຫຼ້ 2 ໜ່ວຍ ລວມ 8 ເປົາ 2 ບາໂຫຼ້. ຜ່ານການກວດກາພາຍເປົາຈໍານວນດັ່ງກ່າວ ພົບເຫັນຢາເສັບຕິດປະເພດຢາໄອສ໌ 150 ຫໍ່ ກອງບັນຊາການ ປກສ ເມືອງຫ້ວຍ ຊາຍ ຈຶ່ງມອບຢາເສບຕິດດັ່ງກ່າວ ພ້ອມກັບລົດຮຸນໄດ 1 ຄັນ ໃຫ້ພະແນກຕໍາຫຼວດສະ ກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ໄປເກັບຮັກສາ ແລະ ສືບຕໍ່ດຳເນີນຄະດີ ເພື່ອຊອກຫາຜູ້ກະທຳຜິດມາດຳເນີນຄະດີຕາມລະບຽບກົດໝາຍ. Share:FacebookTwitter
ປກສ ແຂວງບໍ່ແກ້ວ ເລັ່ງຕິດຕາມເຈົ້າຂອງລົດຮຸນໄດ ທີ່ບັນທຸກຢາໄອສ໌ 150 ຫໍ່ ມາດຳເນີນຄະດີ
https://v2.vientianemai.net/archives/57368
ບ້ານໂພນຜາງ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ຈັດພິທີມອບ-ຮັບອາຄານຮຽນຫຼັງໃໝ່ ເມື່ອບໍ່ດົນຜ່ານມາ ທີ່ບ້ານດັ່ງກ່າວ ກ່າວມອບໂດຍ ທ່ານ ແດນ້ຽວ ມາໂຄຣຊິກຟຣິດ ຫົວໜ້າມູນນິທິເກື້ອຝັນເດັກ ແລະ ກ່າວຮັບແມ່ນ ທ່ານ ສີພະນົມ ອິນທະດາລິນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງອາດສະພັງທອງ ມີທ່ານ ກ່ອງແກ້ວ ໄຊຈຳພອນ ຕາງໜ້າພະແນກສຶກສາທິການ ແລະ ກີລາແຂວງສະຫວັນນະເຂດ ແລະ ທ່ານ ບຸນລອດ ພິມມະສານ ຜູ້ອຳນວຍການໂຮງຮຽນປະຖົມສົມບູນໂພນຜາງເມືອງອາດສະພັງທອງ ພ້ອມດ້ວຍຄະນະອຳນາດການປົກຄອງບ້ານໂພນຜາງ ແຂກຖືກເຊີນ ພະນັກງານ ຄູອາຈານ ນັກຮຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.     ໃນພິທີ ທ່ານນາຍບ້ານໂພນຜາງ ເມືອງອາດສະພັງທອງ ໄດ້ຜ່ານບົດສະຫຼຸບໂດຍສັງເຂບກ່ຽວກັບການກໍ່ສ້າງອາຄານຮຽນ ປະກອບດ້ວຍ 5 ຫ້ອງ ລວມມູນຄ່າການກໍ່ສ້າງທັງໝົດ 423 ລ້ານກວ່າກີບ ເຊິ່ງອາຄານຮຽນຫຼັງດັ່ງກ່າວ ໄດ້ເລີ່ມລົງມືກໍ່ສ້າງ ນັບແຕ່ເດືອນມິຖຸນາ 2019 ຫາ ເດືອນມັງກອນ 2020 ແລະ ໄດ້ສຳເລັດ 100%.     ທ່ານ ສີພະນົມ ອິນທະດາລິນ ໄດ້ຕາງໜ້າໃຫ້ຄະນະພັກ ຄະນະນຳຫ້ອງການສຶກສາທິການ ແລະ ກີລາເມືອງ ຄະນະອຳນວຍການໂຮງຮຽນ ພະນັກງານຄູ-ອາຈານ ແລະ ນັກຮຽນພາຍໃນບ້ານດັ່ງກ່າວ ສະແດງຄວາມຂອບໃຈ ຕໍ່ຜູ້ໃຫ້ທຶນກໍ່ສ້າງທາງໂຮງຮຽນ ພ້ອມມອບໃບຍ້ອງຍໍໃຫ້ມູນນິທິດັ່ງກ່າວ ເພື່ອສະ ແດງຄວາມຮູ້ບຸນຄຸນ ແລະ ຈາລຶກຄຸນງາມຄວາມດີນີ້ເອົາໄວ້ຕະຫຼອດໄປ. Share:FacebookTwitter
ບ້ານໂພນຜາງ ເມືອງອາດສະພັງທອງ ໄດ້ອາຄານຮຽນຫຼັງໃໝ່
https://v2.vientianemai.net/archives/57377
ໃນລະຫວ່າງວັນທີ 10-11 ພຶດສະພາ 2023 ທ່ານ ປອ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນຳອາຊຽນ ແລະ ຜູ້ນຳສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ທີ່ຈັດຂຶ້ນໃນລະຫວ່າງກອງປະຊຸມສຸດຍອດຜູ້ນໍາອາຊຽນ ຄັ້ງທີ 42 ທີ່ ລາບວນ ບາໂຈ ສາທາລະນະລັດ ອິນໂດເນເຊຍ. ໃນກອງປະຊຸມພົບປະລະຫວ່າງຜູ້ນຳອາຊຽນ ແລະ ຜູ້ນຳໄອປາຄັ້ງນີ້ ມີບັນດາປະມຸກລັດ ນາຍົກ ລັດຖະມົນຕີ ປະທານສະພາແຫ່ງຊາດ ຄະນະຜູ້ແທນຂອງລັດຖະບານ ແລະ ສະພາແຫ່ງຊາດ ຈາກປະເທດສະມາຊິກອາຊຽນ ພ້ອມດ້ວຍເລຂາທິການໃຫຍ່ອາຊຽນ ແລະ ເລຂາທິການໃຫຍ່ໄອປາ ເຂົ້າຮ່ວມ ໂດຍໄດ້ປຶກສາຫາລືຫຼາຍບັນຫາສຳຄັນ ເປັນຄວາມກັງວົນຮ່ວມກັນ ແລະ ສິ່ງທ້າທາຍຕໍ່ການບັນລຸເປົ້າໝາຍການສ້າງປະຊາຄົມອາຊຽນ. ຜູ້ນໍາໄອປາ ໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ການຂະຫຍາຍຕົວທາງດ້ານເສດຖະກິດຂອງອາຊຽນໃນໄລຍະຜ່ານມາ ລວມໄປເຖິງການຮັກສາສັນຕິພາບ ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງອາຊຽນ ໃນທ່າມກາງສະພາບການຂອງພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ພ້ອມດຽວກັນນັ້ນ ຜູ້ນຳໄອປາ ໄດ້ເນັ້ນໜັກເຖິງການປະສານສົມທົບກັນຢ່າງແໜ້ນແຟ້ນລະຫວ່າງຝ່າຍບໍລິຫານ ແລະ ຝ່າຍນິຕິບັນຍັດຂອງອາຊຽນ ໃນການເສີມຂະຫຍາຍທ່າແຮງ ເພື່ອສ້າງຄວາມຈະເລີນຮຸ່ງເຮືອງໃຫ້ແກ່ປະຊາຊົນອາຊຽນ ໂດຍສະເໜີໃຫ້ຜູ້ນຳອາຊຽນ ສືບຕໍ່ຮັກສາສັນຕິພາບ ຄວາມເປັນເອກະພາບ ແລະ ຄວາມເປັນແກນກາງຂອງອາຊຽນ ເສີມຂະຫຍາຍຄວາມສາມາດໃນການຕອບສະໜອງທາງດ້ານພະລັງງານ ແລະ ຄວາມໝັ້ນຄົງທາງດ້ານສະບຽງອາຫານໃນອາຊຽນ ສືບຕໍ່ສົ່ງເສີມການລົງທຶນສີຂຽວ ຄວາມສະເໝີພາບ ແລະ ຄວາມຍືນຍົງທາງດ້ານການເງິນ ປັບປຸງແຜນງານ ຂອບກົດໝາຍ ແລະ ນະໂຍບາຍເພື່ອບັນລຸຂໍ້ລິເລີ່ມ ແລະ ຂໍ້ຕົກລົງສີຂຽວອາຊຽນ ປັບປຸງປະສິດທິພາບການເຄື່ອນໄຫວຂອງບັນດາກົນໄກຂອງອາຊຽນ ແລະ ລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມພັດທະນາ ສົ່ງເສີມນະວັດຕະກໍາ ການຖ່າຍທອດການນຳໃຊ້ ແລະ ການພັດທະນາທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ; ຊຸກຍູ້ການເຕີບໂຕດ້ານເສດຖະກິດທີ່ເຂັ້ມແຂງ ຮັດແຄບຊ່ອງຫວ່າງຂອງການພັດທະນາ ເສີມສ້າງຄວາມເຂັ້ມແຂງພາຍໃນພາກພື້ນ ໃຫ້ມີການຂະຫຍາຍຕົວ ແລະ ການພັດທະນາແບບຍືນຍົງຕາມທິດທາງຂອງອາຊຽນ. ກ່ອນການເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ແລະ ຜູ້ນໍາໄອປາ ຄະນະຜູ້ແທນສະພາແຫ່ງຊາດ ນຳໂດຍທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດ ກໍໄດ້ປະຊຸມຮ່ວມກັບ ຄະນະຜູ້ແທນຈາກສະມາຊິກໄອປາ ທີ່ນໍາໂດຍຂັ້ນປະທານ ຮອງປະທານ ແລະ ສະມາຊິກສະພາແຫ່ງຊາດ ຈາກ 9 ປະເທດ ຄື: ບຣູໄນ ກຳປູເຈຍ ອິນໂດເນເຊຍ ລາວ ຫວຽດນາມ ສິງກະໂປ ມາເລເຊຍ ຟິລິບປິນ ແລະ ໄທ ພ້ອມດ້ວຍເລຂາທິການໃຫຍ່ໄອປາ ເພື່ອຄົ້ນຄວ້າ ປຶກສາຫາລືຕໍ່ຮ່າງເນື້ອໃນສານຂອງຜູ້ນຳໄອປາ ທີ່ຈະສະເໜີຕໍ່ຜູ້ນຳອາຊຽນ. ໃນກອງປະຊຸມດັ່ງກ່າວ ຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ແລກປ່ຽນຄຳຄິດຄຳເຫັນ ຕໍ່ຮ່າງສານດັ່ງກ່າວ ໂດຍໄດ້ເນັ້ນໜັກເຖິງການເພີ່ມທະວີຄວາມໝັ້ນຄົງ ສົ່ງເສີມນະໂຍບາຍເພື່ອສ້າງຄວາມເຂັ້ມແຂງແກ່ອາຊຽນ ເພີ່ມທະວີການເຊື່ອມໂຍງ ແລະ ສົ່ງເສີມການເຊື່ອມຈອດທາງດ້ານເສດຖະກິດຂອງພາກພື້ນກັບທົ່ວໂລກ ຫຼຸດຜ່ອນຊ່ອງຫວ່າງຂອງການພັດທະນາ ແລະ ພ້ອມກັນກ້າວໄປໂດຍບໍ່ປະຖີ້ມໃຜໄວ້ເບື້ອງຫຼັງ. ນອກຈາກນັ້ນ ຄະນະຜູ້ແທນສະພາແຫ່ງຊາດລາວ ຍັງໄດ້ພົບປະປຶກສາຫາລືແບບບໍ່ເປັນທາງການກັບຄະນະຜູ້ແທນ ສສ ຫວຽດນາມ ກຳປູເຈຍ ໄທ ແລະ ເລຂາທິການໃຫຍ່ໄອປາ ເພື່ອປຶກສາຫາລືກ່ຽວກັບການພົວພັນຮ່ວມມື ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນໃນຕໍ່ໜ້າ. Share:FacebookTwitter
ທ່ານຮອງປະທານສະພາ ສຳເລັດການເຂົ້າຮ່ວມ ກອງປະຊຸມພົບປະລະຫວ່າງຜູ້ນຳອາຊຽນ ແລະ ຜູ້ນຳໄອປາ
https://v2.vientianemai.net/archives/57385
ບ້ານໜອງກິນນາລີ ເມືອງ ແລະ ແຂວງຜົ້ງສາລີ ເປັນບ້ານໜຶ່ງທີ່ອົງການອາຫານໂລກ (WFP) ປະຈໍາລາວ ໄດ້ສະໜອງທຶນໃຫ້ກັບໃຫ້ກັບ 42 ຄອບຄົວ ທີ່ມີລູກຕໍ່າກວ່າອາຍຸ 5 ປີ ແລະ ແມ່ຍິງຖືພາ ເພື່ອທໍາການຜະລິດໃນປີ 2022 ຜ່ານມາ ປັດຈຸບັນເຫັນວ່າປະຊາຊົນຈຳນວນດັ່ງກ່າວ ໄດ້ມີຊີວິດການເປັນຢູ່ດີຂຶ້ນ.     ທ່ານນາງ ຈັນທະວອນ ກັນທະວົງ ຜູ້ງານປະສານງານຂອງ WFP ປະຈຳແຂວງຜົ້ງສາລີ ໃຫ້ສໍາພາດຕໍ່ທີມງານສື່ມວນຊົນວ່າ: ບ້ານໜອງກິນນາລີ ເມືອງ ແລະ ແຂວງຜົ້ງສາລີ ເປັນບ້ານໜຶ່ງທີ່ WFP ປະຈຳລາວ ໄດ້ໃຫ້ການສະໜັບສະໜູນທຶນຮອນແກ່ປະຊາຊົນເພື່ອຄໍ້າປະກັນດ້ານສະບຽງອາຫານໃນຂົງເຂດທີ່ມີຄວາມສ່ຽງດ້ານໄພພິບັດທີ່ໄດ້ຮັບການຍົກຍ້າຍມາຈາກເຂື່ອນໄຟຟ້ານໍ້າອູ 6 ໂດຍສະເພາະ 42 ຄອບຄົວທີ່ມີລູກຕ່ຳກວ່າ 5 ປີ ແລະ ແມ່ຍິງຖືພາ ໃນນີ້ໂຄງການໄດ້ເນັ້ນໃສ່ໂຄງການການອາຫານທ່ຽງ ໂຄງການອາຫານເພື່ອຊັບສິນ ໂຄງການປັບປຸງການຄ້ຳປະກັນສະບຽງອາຫານໃນຂົງເຂດທີ່ມີຄວາມສ່ຽງໄພພິບັດ ພ້ອມນັ້ນໃນປີ 2022 ໄດ້ມອບທຶນໃຫ້ຄອບຄົວລະ 1.800.000 ກີບ ເພື່ອເປັນທຶນໃນການຜະລິດກະສິກຳເປັນຕົ້ນ ການປູກພືດຜັກຕາມລະດູການ ແລະ ລ້ຽງສັດນ້ອຍເຊັ່ນ: ເປັດ ແລະ ໄກ່ ແນໃສ່ໃຫ້ມີອາຫານໃນຄົວເຮືອນ ເຮັດໃຫ້ລູກເຂົາເຈົ້າໄດ້ກິນອາຫານທີ່ມີໂພຊະນາການພຽງພໍໃນແຕ່ລະວັນ ນອກນີ້ອົງການອາຫານໂລກປະຈໍາລາວ ຍັງໄດ້ປັບປຸງເສັ້ນທາງໄລຍະ 4 ກິໂລແມັດ ເຂົ້າສູ່ເຂດທໍາການຜະລິດສວນຊາ ແລະ ໜາກແໜ່ງ ເຊິ່ງເປັນພືດເສດຖະກິດ ແລະ ອາຊີບຫຼັກຂອງພໍ່ແມ່ປະຊາຊົນບ້ານດັ່ງກ່າວຕື່ມອີກ.     ທ່ານນາງ ຈັນຄຳ ວົງສາ ປະຊາຊົນບ້ານໜອງກິນນາລີ ໃຫ້ສໍາພາດຕື່ມວ່າ: ຕົນເປັນຜູ້ໜຶ່ງທີ່ນອນໃນເປົ້າໝາຍໂຄງການ ເຊິ່ງໄດ້ຮັບທຶນຈາກອົງການອາຫານໂລກໃນເດືອນສິງຫາ 2022 ຈຳນວນ 1.800.000 ກີບ ຈາກນັ້ນໄດ້ນຳເງິນຈຳນວນດັ່ງກ່າວຊື້ໄກ່ ເປັດ ແລະ ໝູ ລ້ຽງໄວ້ສຳລັບບໍລິໂພກເພື່ອໃຫ້ລູກໆໄດ້ຮັບໂພຊະນາການຄົບໝູ່.     ນອກນີ້ທ່ານນາຍບ້ານໜອງກິນນາລີຍັງໃຫ້ຮູ້ວ່າ: ປັດຈຸບັນບ້ານໜອງກິນນາລີ ມີທັງໝົດ 118 ຫຼັງຄາເຮືອນ ພົນລະເມືອງ 533 ຄົນ ຍິງ 226 ຄົນ ເປັນຊົນເຜົ່າຜູ້ນ້ອຍ ອາຊີບຫຼັກປູກຕົ້ນຊາ ອາຊີບສຳຮອງເຮັດສວນໝາກແໜ່ງ ແລະ ລ້ຽງສັດນ້ອຍ-ໃຫຍ່ ລາຍຮັບຕໍ່ຫົວຄົນແມ່ນ 7-8 ລ້ານກີບຕໍ່ຄົນຕໍ່ປີ. Share:FacebookTwitter
WFP ສະໜອງທຶນທໍາການຜະລິດໃຫ້ປະຊາຊົນບ້ານໜອງກິນນາລີ ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ
https://v2.vientianemai.net/archives/57392
ການຮັບເອົາເຄື່ອງຫັດຖະກໍາທີ່ເປັນສີໄມ້ລາຍມືຂອງປະຊາຊົນລາວ ມາຈໍາໜ່າຍສູ່ຕະຫຼາດ ແລະ ເຂົ້າເຖິງຜູ້ຊົມໃຊ້ ເປັນອີກອາຊີບໜຶ່ງທີ່ຊຸກຍູ້ສົ່ງເສີມຜະລິດຕະພັນຂອງລາວ ໃຫ້ເປັນທີ່ຮູ້ຈັກຢ່າງກວ້າງຂວາງ ແລະ ສາມາດສ້າງລາຍຮັບໃຫ້ກັບຕົນເອງ ດັ່ງນາງ ວິໄລລັກ ບູລົມ ເປັນຜູ້ໜຶ່ງທີ່ນໍາຜະລິດຕະພັນເຄື່ອງຫັດຖະກໍາໃນທົ່ວປະເທດ ມາຈໍາໜ່າຍສູ່ທ້ອງຕະຫຼາດໂດຍມີການວາງຂາຍຕາມຕະຫຼາດ ງານຫັດຖະກໍຈັກສານທີ່ພາກສ່ວນກ່ຽວຂ້ອງຈັດຂຶ້ນ ແລະ ຂາຍຜ່ານລະບົບອອນລາຍ ໂດຍມີຈຸດປະສົງເພື່ອຊ່ວຍເຫຼືອຄົນລາວດ້ວຍກັນ ເຮັດໃຫ້ຜະລິດຕະພັນເປັນທີ່ຍອມຮັບຂອງສັງຄົມກໍ່ຄືຜູ້ຊົມໃຊ້ໃຫ້ນັບມື້ຫຼາຍຂຶ້ນ.     ນາງ ວິໄລລັກ ຂຸນບູລົມ ເຈົ້າຂອງຮ້ານຂາຍເຄື່ອງຫັດຖະກໍາຈັກສານຫວາຍ ແລະ ໄມ້ປ່ອງໃຫ້ສໍາພາດເມື່ອບໍ່ດົນມານີ້ວ່າ: ຕົນເປັນຜູ້ໜຶ່ງທີ່ມັກຮັກໃນຜະລິດຕະພັນທີ່ເຮັດດ້ວຍສີໄມ້ລາຍມືຂອງຄົນລາວ ແລະ ດ້ວຍຄວາມມັກຮັກດັ່ງກ່າວໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ຕົນໄດ້ຄັດເລືອກຊື້ເຄື່ອງຫັດຖະກໍາຈັກສານທີ່ເຮັດດ້ວຍສີໄມ້ລາຍມືຂອງຄົນລາວມາໂພສຂາຍລົງອອນລາຍຜ່ານ ເຟສລາວຊ່ອຍລາວ ໃນເດືອນ ກໍລະກົດ 2020 ປະກອບມີ ກະຕ່າທີ່ເຮັດດ້ວຍໄມ້ໄຜ່ ແລະ ພາເຂົ້າທີ່ເຮັດດ້ວຍຫວາຍ ຜ່ານການໂພສເຫັນວ່າໄດ້ຮັບຄວາມສົນໃຈຈາກຜູ້ຊົມໃຊ້ ຈາກນັ້ນມີໝູ່ແນະນໍາໃຫ້ນໍາໄປວາງຈໍາ  ໜ່າຍທີ່ຕະຫຼາດຂາຍຜັກປອດສານພິດ ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໃນວັນເສົາຂອງທຸກໆອາທິດ ໂດຍລວມຜະລິດຕະພັນທີ່ນໍາມາຈໍາໜ່າຍ ລ້ວນແຕ່ເປັນຜະລິດຕະພັນທີ່ຕົນເອງມັກ ແລະ ມີຄວາມສົນໃຈ ເຊິ່ງໄດ້ຄັດເລືອກເອົາຜະລິດຕະພັນທີ່ມີຄວາມແໜ້ນໜາ ມີຄວາມປານີດ ແລະ ມີເອກະລັກເປັນອັນສະເພາະ ປະກອບມີເຄື່ອງປະດັບເອ້ຢ້ອງຂອງຊົນເຜົ່າ ແຜ່ນແຜ ຖົງພາຍ ແລະ ຜະລິດຕະພັນອື່ນໆ ຢ່າງລະໜ້ອຍຕາມຕົ້ນທຶນທີ່ມີ ປັດຈຸບັນຜະລິດຕະພັນທີ່ຈໍາໜ່າຍແມ່ນໄດ້ນໍາມາຈາກທົ່ວທຸກແຂວງໃນປະເທດລາວ ມີລາຄາຈໍາໜ່າຍ 50.000 ກີບ ຫາ 3.000.000 ກີບ ເຊິ່ງລູກຄ້າທ່ານໃດສົນໃຈສາມາດເຂົ້າເບິ່ງຜະລິດຕະພັນໄດ້ທີ່ເຟສບຸກ LAOS handicraft ລາວຊ່ອຍລາວ.       ນາງ ວິໄລລັກ ຂຸນບູລົມ ໃຫ້ຮູ້ຕື່ມອີກວ່າ: ການຂາຍເຄື່ອງຫັດຖະກໍາຈັກສານຫວາຍ ແລະ ໄມ້ປ່ອງທີ່ເປັນຜະລິດຕະພັນສີໄມ້ລາຍມືຂອງຄົນລາວ ນອກຈາກເປັນການຊຸກຍູ້ສົ່ງເສີມຊາວຊ່າງຫັດຖະກໍາແລ້ວຍັງສາມາດສ້າງລາຍໃຫ້ກັບຕົນເອງຕື່ມອີກ ພ້ອມນັ້ນຂໍສະແດງຄວາມຂອບໃຈສະມາຄົມຫັດຖະກໍາລາວທີ່ໄດ້ເຊື້ອເຊີນໃຫ້ຕົນນໍາເອົາຜະລິດຕະພັນດັ່ງກ່າວມາວ່າງຈໍາໜ່າຍໃນກິດຈະກໍາຕ່າງໆທີ່ສະມາຄົມຈັດຂຶ້ນ ແລະ ຫວັງວ່າໃນອະນາຄົດຕົນຈະໄດ້ເຂົ້າຮ່ວມເປັນສະມາຊິກສະມາຄົມຊາວຊ່າງຫັດຖະກໍາ. Share:FacebookTwitter
ຈຳໜ່າຍເຄື່ອງຫັດຖະກໍາຈັກສານປະກອບສ່ວນຊ່ວຍເຫຼືອຊາວຊ່າງຫັດຖະກໍາ
https://v2.vientianemai.net/archives/57396
ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ແຂວງຫົວພັນ ໄດ້​ຈັດພິທີມອບ-ຮັບ​ເປັນ​ທາງ​ການ ດ້​ວຍ​ມູນ​ຄ່າ​ການກໍ່​ສ້າງຫຼາຍກວ່າ 80 ລ້ານ​ໂດ​ລ​າ​ສະ​ຫະ​ລັດ ເຊິ່ງເປັນໂຄງການໜຶ່ງທີ່ນອນຢູ່ໃນແຜນຍຸດທະສາດ ແລະ ການພັດທະນາ ຂອງຂະແໜງໂຍທາ ທິການ ແລະ ຂົນສົ່ງ ດ້ານວຽກງານການບິນພົນລະເຮືອນ ຕາມນະໂຍບາຍຂອງລັດຖະບານ ໃນການຫັນເປັນປະເທດ ເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນ. ໂຄງການດັ່ງກ່າວນີ້ຕັ້ງ​ຢູ່​ບ້ານໜອງຄ້າງ ເມືອງຊໍາເໜືອ ແຂວງຫົວພັນ ຖືກ​ອອກ​ແບບ ແລະ ກໍ່​ສ້າງຕາມມາດຕະຖານສະ ໜາມບິນ ຂອງ ກົມການບິນພົນລະເຮືອນ ແລະ ອົງການການບິນພົນລະເຮືອນສາກົນ (ICAO) ທີ່ໄດ້ວາງອອກຄື: ການ ກໍ່ສ້າງສະໜາມບິນ ໄດ້ຈັດຢູ່ໃນປະເພດ 3C ສາມາດຮອງຮັບເຮືອບິນປະເພດ 70-100 ບ່ອນນັ່ງ ເປັນຕົ້ນ ເຮືອບິນ ATR 72 MA-60 ຫຼື ທຽບເທົ່າ.  ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ເລີ່ມຕົ້ນຈັດຕັ້ງປະຕິບັດ ແລະ ກໍ່ສ້າງວັນທີ 7 ຕຸລາ 2013 ຜ່ານມາໂດຍກົມການບິນ ພົນລະເຮືອນ ກະຊວງ ຍທຂ ເປັນເຈົ້າຂອງໂຄງການ ໂດຍມີບໍລິສັດທີ່ປຶກສາ ADCC ແລະ ບໍລິສັດ ພັດທະນາກະສິກຳ ຮວ່າງ ແອັງ ອັດຕະປື ຈຳກັດ ຈາກປະເທດຫວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ ພາຍໃຕ້ທຶນກູ້ຢືມຈາກ ບໍລິສັດຮຸ້ນສ່ວນກະສິກໍາສາ ກົນຮວ່າງແອງຢາລາຍ ໃນມູນຄ່າ 82.041.562 ໂດລາສະຫະລັດ ໃນນີ້ມູນຄ່າເບື້ອງຕົ້ນ 74.006.320 ໂດລາສະຫະລັດ ແລະ  ວຽກເພີ່ມຈໍານວນໜຶ່ງ ມູນຄ່າ 8.035.242 ໂດລາສະຫະລັດ ໂຄງການກໍ່ສ້າງສະໜາມບິນດັ່ງກ່າວ ປະກອບດ້ວຍລາຍການໜ້າວຽກຄື:  ກໍ່ສ້າງທາງແລ່ນຂຶ້ນ-ລົງ ມີຂະໜາດຄວາມຍາວ 2400 ແມັດ ກວ້າງ 30 ແມັດ ປະກອບດ້ວຍບ່າທາງແລ່ນຂຶ້ນ-ລົງ ກວ້າງເບື້ອງລະ 3 ແມັດເຂດປອດໄພສົ້ນເດີ່ນ ແລະ ເຂດ ປອດໄພດ້ານຂ້າງ ພ້ອມນັ້ນ ຍັງໄດ້ກໍ່ສ້າງທາງຂັບເຄື່ອນສ້າງລານຈອດເຮືອບິນ ສ້າງອາຄານຜູ້ໂດຍສານເນື້ອທີ່ 3.288 ຕາ ແມັດ ເປັນອາຄານ 2 ຊັ້ນ ສາມາດຮອງຮັບຜູ້ໂດຍສານ 100.000 ເທື່ອຄົນຕໍ່ປີແລະ ຍັງ​ມີ​ສິ່ງ​ແນວຍ​ຄວາມ​ສິ​ດວກ​ຕ່າງໆ ເພື່ອຮັບໃຊ້ສະ   ໜາມບິນ ແລະ ອື່ນໆ. ຢ່າງ​ໃດ​ກໍ​ຕາມ​ບາງໜ້າວຽກທີ່ຈະຕ້ອງສືບຕໍ່ເກັບລາຍລະອຽດ ແລະ ສ້ອມແປງຄືນບາງດ້ານ ເພື່ອໃຫ້ສະໜາມບິນມີຄວາມ ສວຍງາມ ແລະ ໄດ້ມາດຕະຖານ ເຊິ່ງເປັນໄລຍະເວລາການຄໍ້າປະກັນຂອງໂຄງການ ໂດຍຄະນະຄຸ້ມຄອງໂຄງການ ຈະໄດ້ສືບຕໍ່ ຄຸ້ມຄອງ ປະສານງານກັບ ບໍລິສັດທີ່ປຶກສາ ແລະ ບໍລິສັດຜູ້ຮັບເໜົາການກໍ່ສ້າງຂອງໂຄງການໃຫ້ສຳເລັດຕາມມາດຕະຖານ ແລະ ເປີດນໍາໃຊ້ຢ່າງເປັນທາງການໃນໄວໆນີ້.​ ພິ​ທີ​ມອບ-ຮັບ​ໂຄງ​ການ​ດັ່ງ​ກ່າວ​ມີ​ຂຶ້ນ ຝຍວັນທີ 15 ພືດສະພາ 2023 ຢູ່ບ້ານໜອງຄ້າງ ເມືອງຊໍາເໜືອ ແຂວງຫົວພັນ ເຊິ່ງ ມອບໂດຍ ທ່ານ ເຈິ່ນບ໋າວ ເຊີນ ຜູ້ອໍານວຍການໃຫຍ່ ບໍລິສັດຫຸ້ນສ່ວນກະສິກໍາສາກົນ ຮວ່າງແອງຢາລາຍ ແລະ ຮັບໂດຍ ທ່ານ ວຽງໄຊ ສິງຄຳ ຫົວໜ້າກົມການບິນພົນລະເຮືອນ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)   ມີທ່ານ ງາມປະສົງ ເມືອງມະ ນີ ລັດຖະມົນຕີກະຊວງ ຍທຂ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ ທ່ານ ເຈິນ ກວັກເຟືອງ ຮອງຄະນະກໍາມະ ທິການ ຮ່ວມມື ຫວຽດນາມ-ລາວພ້ອມດ້ວຍ ບັນດາຮອງລັດຖະມົນຕີ ຄະນະຮັບຜິດຊອບໂຄງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ. Share:FacebookTwitter
ສະໜາມບິນໜອງຄ້າງ ມອບ-ຮັບເປັນທາງການ ພ້ອມເປີດໃຫ້ບໍລິການໄວໆນີ້
https://v2.vientianemai.net/archives/57404
ໂຄງການຮ່ວມມື ລາວ-ອົດສະຕຣາລີ ເພື່ອການພັດທະນາພະລັງງານແບບຍືນຍົງ ຈະເປີດໂອກາດໃຫ້ມີການຮ່ວມມື ເພື່ອສະໜັບສະໜູນການຫັນປ່ຽນດ້ານພະລັງງານແບບຍືນຍົງຂອງ ສປປ ລາວ ໃຫ້ກວ້າງອອກ ໂດຍຈະສຸມໃສ່ການ ວາງແຜນທີ່ເຂັ້ມແຂງ ແລະ ສ້າງໃຫ້ມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບເຕັກໂນໂລຊີໃໝ່ຂອງ ພະລັງງານທົດແທນ. ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະ ລັງງານ ແລະ ບໍ່ແຮ່ ສປປ ລາວ ກ່າວວ່າ: ໂຄງການຮ່ວມມື ລາວ-ອົດສະ ຕຣາລີ ເພື່ອການພັດທະນາພະລັງ ງານແບບຍືນຍົງ ມີຈຸດ ປະສົງເພື່ອຕອບສະໜອງ ຄວາມຕ້ອງການດ້ານການພັດທະນາ ໂດຍສະ ເພາະດ້ານການພັດທະນາພະລັງງານທົດແທນແບບ ຍືນຍົງຢູ່ ສປປ ລາວ ໂຄງການດັ່ງກ່າວຈະໃຫ້ການຊ່ວຍ ເຫຼືອ ດ້ານວິຊາການ ແນ່ໃສ່ເພື່ອສ້າງຄວາມເຂັ້ມແຂງ ແລະ ເສີມສ້າງ ຄວາມເຂົ້າໃຈໃນດ້ານວຽກງານການວາງແຜນນະໂຍ ບາຍ ຂອງຂະແໜງພະລັງງານໃຫ້ດີຂຶ້ນ. ທ່ານ ໂພລ ແຄລລີ ລັດຖະມົນຕີກະ ຊວງ ການຕ່າງປະເທດອົດສະ ຕຣາລີ ກ່າວວ່າ: ສປປ ລາວ ແລະ ອົດສະຕຣາລີ ພວມຫັນປ່ຽນດ້ານພະລັງງານເພື່ອຊຸກຍູ້ການເຕີບໃຫຍ່ຂະ ຫຍາຍ ຕົວດ້ານເສດຖະກິດ ແລະ ສ້າງຄວາມທົນທານຕໍ່ ການປ່ຽນແປງຂອງດິນຟ້າອາກາດ ຢູ່ອົດສະຕຣາລີ ແຕ່ນີ້ຮອດປີ 2030 ພວກເຮົາພວມຫັນປ່ຽນຂະແໜງໄຟຟ້າ ໂດຍ ມີຄາດໝາຍທີ່ຈະນຳໃຊ້ໄຟຟ້າຈາກພະລັງງານທົດແທນ ໃຫ້ໄດ້ເປັນ ອັດຕາສ່ວນ 82% ພວກເຮົາມີປະສົບການຫຼາຍໃນດ້ານ ນີ້ ທີ່ສາມາດແບ່ງ ປັນ ເຊັ່ນ: ດ້ານການວາງແຜນພະລັງງານ ແລະ ເຕັກໂນໂລຊີ ທີ່ຊ່ວຍຫຼຸດຜ່ອນການປ່ອຍອາຍພິດກາກ ບອນ ເພື່ອສະໜັບສະໜູນເປົ້າໝາຍດ້ານພະລັງງານທີ່ວາງໄວ້ຂອງ ສປປ ລາວ. ໂດຍຜ່ານໂຄງການດ້ານພື້ນຖານໂຄງລ່າງ (P4I) ຂອງອົດສະຕຣາລີ ໜ່ວຍງານດັ່ງກ່າວຈະຈັດຕັ້ງປະຕິ ບັດໂຄງການຮ່ວມມື ລາວ-ອົດສະຕຣາລີ ເພື່ອການພັດທະນາພະລັງງານແບບຍືນຍົງ ໂດຍການຮ່ວມມືກັບກະ ຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ຄາດວ່າງົບປະມານໄລຍະເບື້ອງຕົ້ນຂອງໂຄງການນີ້ 3 ລ້ານໂດລາອົດສະຕຣາລີ ຫຼື ປະມານ 2 ລ້ານໂດລາສະຫະລັດ. ໂຄງການໄດ້ຈັດຕັ້ງປະຕິບັດບາງກິດຈະກຳເບື້ອງຕົ້ນ ໂດຍສືບເນື່ອງຈາການຮ່ວມມືອັນຍາວນານ ທັງເປັນການສ້າງພື້ນຖານທີ່ ເຂັ້ມ ແຂງສໍາລັບການຮ່ວມໃນໂຄງການນີ້ ທັງເປັນການສະທ້ອນໃຫ້ເຫັນຄຳໝັ້ນສັນຍາຂອງພວກເຮົາທີ່ມີຮ່ວມ ກັນຕໍ່ການ ປ່ຽນແປງດິນຟ້າອາກາດ ແລະ ການຫັນປ່ຽນພະລັງງານ ການໄປຢ້ຽມຢາມອົດສະຕຣາລີເມື່ອບໍ່ດົນນີ້ ແລະ ການເຮັດບົດສຶກ ສາຄົ້ນຄ້ວາທີ່ກຳ ລັງດຳເນີນຢູ່ ຕໍ່ທ່າແຮງໃນການພັດທະນາອຸດສະຫະກຳໄຮໂດຣເຈນຂອງ ສປປ ລາວ ໃນປີ 2022 ພວກເຮົາ ໄດ້ຈັດກອງປະຊຸມໂຕະມົນດ້ານພະລັງງານ ລະຫວ່າງກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ກັບໜ່ວຍງານຄຸ້ມຄອງພະ ລັງງານຂອງອົດສະຕຣາລີ ລວມເຖິງການໄປຢ້ຽມຢາມປະເທດໄທ ໃນຫົວຂໍ້ກ່ຽວກັບການພັດ ທະນາພະລັງງານແບບຍືນຍົງ ນອກນີ້ໂຄງການດັ່ງກ່າວຍັງໄດ້ສະໜັບສະໜູນມະຫາວິທະຍາໄລແຫ່ງຊາດອົດສະຕຣາລີ ໃນການຈັດການເຝິກອົບຮົມໄລຍະ ສັ້ນໃຫ້ພະນັກງານພາກລັດຂອງ ສປປ ລາວ ໃນຫົວຂໍ້ກ່ຽວກັບການເຊື່ອມໂຍງຕາຂ່າຍໄຟຟ້າຂອງພະລັງງານທົດແທນ ກ້າວ ໄປສູ່ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ ໂຄງການຮ່ວມມື ລາວ-ອົດສະຕຣາລີ ເພື່ອການພັດທະນາພະລັງ ງານແບບຍືນຍົງ ຈະຊ່ວຍເສີມສ້າງຄຳໝັ້ນສັນຍາທີ່ມີຢູ່ຮ່ວມກັນຂອງສອງປະເທດຂອງພວກເຮົາ ເພື່ອສະໜັບສະໜູນວາ ລະພະລັງງານສະ ອາດ ແລະ ດິນຟ້າອາກາດຂອງອາຊຽນ. ພິ​ທີ​ລົງ​ນາ​ມ​ໃນ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ ຈັດ​ຂຶ້ນ​ໃນ​ວັນທີ 15 ພຶດສະພາ 2023 ຢູ່ນະຄອນຫຼວງວຽງຈັນ ລະ​ຫວ່າງ ທ່ານ ໂພໄຊ ໄຊຍະສອນ ແລະ ທ່ານ ນາງ ເພັນນີ ວອງ ໂດຍມີທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນ ຕີກະຊວງການ ຕ່າງປະເທດ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. Share:FacebookTwitter
ລາວ-ອົດສະຕຣາລີ ເພີ່ມການຮ່ວມມືດ້ານພະລັງງານແບບຍືນຍົງ
https://v2.vientianemai.net/archives/57410
ປະຊາຊົນບ້ານຂຸນໜຸ່ມຫຼວງ ເມືອງ ແລະ ແຂວງຜົ້ງສາລີ ມີຄວາມຕື່ນຕົວເປັນເຈົ້າການປະກອບສ່ວນສ້າງນໍ້າລິນ ແລະ ທະນາ ຄານເຂົ້າ ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃຫ້ຊຸມຊົນໃນການຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ຄໍ້າປະກັນສະບຽງອາ ຫານ ທີ່ໄດ້ຮັບການສະໜັບສະໜູນຈາກອົງການອາຫານໂລກ (WFP) ປະຈໍາລາວ. ທ່ານ ບຸນເທດ ໄຊຍະວົງ ຜູ້ປະສານງານພາກສະໜາມອົງການ WFP ປະຈໍາເມືອງຜົ້ງສາລີ ໃຫ້ສໍາພາດວ່າ: ບ້ານຂຸນໜຸ່ມຫຼວງ ເປັນບ້ານໜຶ່ງຂອງເມືອງ ແລະ ແຂວງ ຜົ້ງສາລີ ທີ່ໄດ້ຮັບການສະໜັບສະໜູນຈາກ WFP ປະຈໍາລາວ ໃນນີ້ໄດ້ສະໜັບສະໜູນ 2 ກິດຈະກໍາຫຼັກພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃຫ້ຊຸມຊົນໃນການຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ຄໍ້າປະກັນສະ ບຽງອາຫານ ປະກອບມີ ການສ້າງທະນາຄານເຂົ້າໂດຍຊຸມຊົນມີສ່ວນຮ່ວມທາງດ້ານເຫື່ອແຮງ ແລະ ວັດ​ສະ​ດຸ​ຈາກທ້ອງຖິ່ນ ໂດຍສະເພາະໄມ້ ເພື່ອສ້າງສາງເຂົ້າ ໂດຍໄດ້ເລີ່ມກໍ່ສ້າງໃນເດືອນພຶດສະພາ ປີ 2022 ແລະ ສໍາເລັດໃນເດືອນຕຸລາ ຂອງປີດຽວ ກັນ ພາຍຫຼັງທີ່ສ້າງສໍາເລັດອົງການ WFP ປະຈໍາລາວ ໄດ້ສະໜອງເຂົ້າສານຈ້າວ 2,4 ໂຕນ ເປັນທຶນໃຫ້ແກ່ປະຊາຊົນ ເຊິ່ງຊຸມ ຊົນໄດ້ກູ້ຍືມກິນໝົດແລ້ວ ປັດຈຸບັນໄດ້ມີການສົ່ງຄືນຈໍານວນໜຶ່ງກວມອັດຕາປະມານ 50%. ສ່ວນລະບົບນໍ້າລິນກ່ອນຈະກໍ່ສ້າງໄດ້ມີການສໍາຫຼວດຄວາມເປັນຈິງ ແລະ ເຫັນວ່າບ້ານຂຸນໜຸ່ມຫຼວງມີນໍ້າໃຊ້ບໍ່ພຽງພໍໃນການ ດໍາລົງຊີວິດປະຈໍາວັນ ສະນັ້ນທາງອົງການ WFP ປະຈໍາລາວ ຈຶ່ງເຫັນໄດ້ເຖິງຄວາມຈໍາເປັນຂອງຊຸມຊົນ ຈຶ່ງໄດ້ລົງມືສ້າງນໍ້າລິນ ແບບຖາວອນໃນເດືອນ ພະຈິກ 2022 ແລະ ໄດ້ສໍາເລັດໃນເດືອນ ທັນວາປີ 2022 ພາຍຫຼັງທີ່ສ້າງສໍາເລັດປະຊາຊົນມີຄວາມ ດີໃຈທີ່ມີນໍ້າສະອາດໃຊ້ ເຮັດໃຫ້ຊຸມຊົນມີຄວາມສະດວກສະບາຍໃນການດໍາລົງຊີວິດ ນອກນີ້ທາງໂຄງການຍັງໄດ້ຈັດເຝິກອົບ ຮົມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນເພື່ອຕອບໂຕ້ກັບໄພພິບັດທາງທໍາມະຊາດທີ່ຈະເກີດຂຶ້ນເປັນຕົ້ນ ໃຫ້ຄວາມຮູ້ພື້ນຖານ ກ່ຽວກັບໄພພິບັດ ວິທີການຕອບໂຕ້ ແລະ ການກໍາຈັດສັດຕູພືດ. ທ່ານ ພອນ ສະຫວັນ ນາຍບ້ານຂຸນໜຸ່ມຫຼວງໃຫ້ສໍາພາດຕື່ມອີກວ່າ: ບ້ານຂຸນໜຸ່ມຫຼວງປະກອບມີ 42 ຫຼັງຄາ ມີພົນລະ ເມືອງທັງໝົດ 167 ຄົນ ຍິງ 75 ຄົນ ເປັນຊົນເຜົ່າຜູ້ນ້ອຍ ປະຊາຊົນປະກອບອາຊີບຫຼັກປູກຊາ ແລະ ປູກພືດແບບປະສົມປະ ສານ ແລະ ລ້ຽງສັດ ເປັນອາຊີບສໍາຮອງ ໂດຍໃນນາມສ່ວນຕົວຈາງໜ້າໃຫ້ກັບພໍ່ແມ່ປະຊາຊົນພາຍໃນບ້ານ ຕົນເອງມີຄວາມ ພາກພູມໃຈທີ່ອົງການ WFP ປະຈໍາລາວໃຫ້ການຊ່ວຍເຫຼືອແກ່ປະ ຊາຊົນພາຍໃນບ້ານ ເຊິ່ງປະກອບມີ ກິດຈະກໍາສ້າງນໍ້າລິນ ແລະ ສ້າງສາງເຂົ້າ ພ້ອມທັງສະໜອງເຂົ້າສານຈ້າວ 2,4 ໂຕນ ເພື່ອເປັນທຶນໃຫ້ປະຊາຊົນກູ້ຍືມກິນ ພາຍຫຼັງທີ່ຍືມໄປແລ້ວ ໄດ້ເອົາເຂົ້າເປືອກມາທົດແທນ ໂດຍການຄິດໄລ່ອັດຕາດອກເບ້ຍ 20% ໃນປີທໍາອິດ ເນື່ອງຈາກວ່າເຂົ້າສານ ແລະ ເຂົ້າເປືອກມີ ຄວາມແຕກໂຕນກັນຫຼາຍ ຈາກນັ້ນໃນປີຕໍ່ໄປຄອບຄົວໃດທີ່ມາກູ້ຍືມຈະມີການທົດແທນດ້ວຍອັດຕາດອກເບ້ຍ 12% ຜ່ານ ການຈັດຕັ້ງປະຕິບັດກິດຈະກໍາດັ່ງກ່າວເຫັນວ່າມີຜົນດີຫຼາຍກັບປະຊາຊົນບໍ່ມີເຂົ້າກິນກໍ່ມີບ່ອນກູ້ຍືມ ພາຍຫຼັງທີ່ຍືມໄປແລ້ວ ກໍ່ໄດ້ເອົາມາທົດແທນ ເພື່ອເຮັດໃຫ້ທະນາ​ຄານເຂົ້າມີຄວາມຍືນຍົງ ນອກນີ້ຍັງໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີ ຂຶ້ນເປັນກ້າວໆ. Share:FacebookTwitter
ປະຊາຊົນບ້ານຂຸນໜຸ່ມຫຼວງ ເປັນເຈົ້າການປະຕິບັດ 2 ກິດຈະກໍາທີ່ໄດ້ຮັບການສະໜັບສະໜູນຈາກ WFP
https://v2.vientianemai.net/archives/57422
ໃນວັນທີ 15 ພຶດສະພາ 2023 ທີ່ຫ້ອງປະຊຸມຄະນະປະຈຳສະພາແຫ່ງຊາດ ໄດ້ຈັດກອງປະຊຸມຮ່ວມ ລະຫວ່າງ ຄະນະປະ ຈໍາສະພາແຫ່ງຊາດ ແລະ ຄະນະລັດຖະບານ ໄດ້ຈັດຂຶ້ນ ໂດຍການເປັນປະທານຮ່ວມລະຫວ່າງທ່ານ ປອ ໄຊສົມພອນ ພົມ ວິຫານ ປະທານຄະນະປະຈຳສະພາແຫ່ງຊາດ ແລະ ທ່ານ ປອ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ມີຮອງປະທານຄະ ນະປະຈຳ ຮອງນາຍົກລັດຖະມົນຕີ ກຳມະການຄະນະປະຈຳ ແລະ ຄະນະລັດຖະບານເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຮັບຟັງບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ 2023 ແລະ ແຜນການ 6 ເດືອນທ້າຍປີ 2023 (ການປະຕິບັດ ຄາດໝາຍໃຫຍ່ ຕາມກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX) ແລະ ບົດລາຍງານຂອງລັດຖະ ບານກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ (ບັນຫາ ທີ່ພົ້ນເດັ່ນຕາມມະຕິ ຂອງກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ເລກທີ 03/ສພຊ ລົງວັນທີ 10/8/2021) ບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບ ຕິດ (ບັນຫາທີ່ພົ້ນເດັ່ນຕາມມະຕິ ຂອງກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະ ພາແຫ່ງຊາດ ຊຸດທີ IX ເລກທີ 04/ສພຊ ລົງວັນທີ 10/8/2021) ບົດລາຍງານຂອງລັດຖະບານ ກ່ຽວກັບຜົນສໍາເລັດກອງປະຊຸມສໍາມະນາວິທະຍາສາດ ກ່ຽວກັບ ວຽກງານທີ່ດິນ ບົດລາຍງານຂອງລັດຖະບານ ກ່ຽວກັບວຽກງານການປະກັນສຸຂະພາບ ປະກັນສັງຄົມ ແລະ ສະຫວັດດີການ ສັງຄົມ ຈາກນັ້ນ ບັນດາທ່ານ ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳຄິດຄຳເຫັນຕໍ່ບົດລາຍງານດັ່ງກ່າວ. ໃນຕອນບ່າຍຂອງວັນດຽວກັນ ກອງປະຊຸມ ໄດ້ສືບຕໍ່ຮັບຟັງລາຍງານຈາກຕາງໜ້າຄະນະປະຈຳສະພາແຫ່ງຊາດ ເປັນຕົ້ນ: ບົດລາຍງານຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການກະກຽມຮ່າງກົດໝາຍທີ່ຈະນໍາເຂົ້າລາຍງານ ຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ມີຄວາມລະອຽດອ່ອນ ຄື: ກົດໝາຍວ່າດ້ວຍການຊົດເຊີຍຄ່າ ເສຍຫາຍຈາກລັດ ກົດໝາຍວ່າດ້ວຍການຈັດຫາງານ ກົດໝາຍວ່າດ້ວຍການປົກຄອງ ກົດໝາຍວ່າດ້ວຍອາກອນທີ່ດິນ ລວມທັງລາຍງານວຽກງານການໂຄສະນາເຜີຍແຜ່ກົດໝາຍ ບົດລາຍງານຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບຜົນ ສໍາເລັດກອງປະຊຸມສໍາມະນາວິທະຍາສາດ ກ່ຽວກັບຫຼັກການ ແລະ ການຈັດສັນແຜນການລົງທຶນຂອງລັດ ບົດລາຍງານຂອງ ຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບຫົວຂໍ້ເນື້ອໃນທີ່ຈະນໍາເຂົ້າຜ່ານກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງ ຊາດ ຊຸດທີ IX ພ້ອມນັ້ນ ບັນດາທ່ານຜູ້ເຂົ້າຮ່ວມ ກໍໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ. ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອປຶກສາຫາລື ແລະ ຮ່ວມກັນຊອກວິທີແກ້ໄຂບັນຫາເຄັ່ງຮ້ອນ ແລະ ຮີບດ່ວນ ທີ່ເກີດຂຶ້ນໃນສັງຄົມ ທີ່ສົ່ງຜົນກະທົບຕໍ່ການສ້າງສາພັດທະນາເສດຖະກິດ-ສັງຄົມ ໃນປັດຈຸບັນ ເພື່ອຕິດຕາມ ຊຸກຍູ້ບັນດາກະຊວງ ອົງການ ໃນ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ທີ່ໄດ້ພິຈາລະນາຮັບຮອງເອົາເປັນມະຕິກອງປະຊຸມສະພາແຫ່ງຊາດໃນຂອບເຂດວຽກ ງານຂອງແຕ່ລະພາກສ່ວນ ແລະ ເປັນບ່ອນອີງໃນການແກ້ໄຂບັນຫາຄວາມຫຍຸ້ງຍາກຕ່າງໆໃຫ້ໄດ້ຮັບຜົນສຳເລັດ ເພື່ອຕິດ ຕາມກວດກາການເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍຂອງບັນດາອົງການລັດຂັ້ນຕ່າງໆ ເພື່ອສ້າງຄວາມ ເປັນເອກະພາບ ຕໍ່ກັບວຽກງານຕ່າງໆ ແລະ ຄົ້ນຄວ້າກຳນົດວຽກທີ່ຈະຕ້ອງໄດ້ແກ້ໄຂຮ່ວມກັນ ລະຫວ່າງ ຄະນະປະຈຳສະພາ ແຫ່ງຊາດ ແລະ ຄະນະລັດຖະບານ ກໍຄືບັນດາຫົວຂໍ້ທີ່ຈະພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາ ແຫ່ງຊາດ ຊຸດທີ IX. Share:FacebookTwitter
ພາແຫ່ງຊາດ ແລະ ລັດຖະບານ ຫາລືຊອກຫາວິທີແກ້ໄຂບັນຫາທີ່ເຄັ່ງຮ້ອນ
https://v2.vientianemai.net/archives/57431
​ຖື​ວ່າ​ເປັນ​ຂ່າວ​ດີ​ສຳ​ລັບ​ຜູ້​ບໍ​ລິ​ໂພກ​ຖົ່ວ​ລຽນໃນ ສ​ປ ຈີນ ພາຍຫຼັງ​ທີ່​ລົດ​ໄຟ​ລາວ-ຈີນ ໄດ້​ເປີດ​ຍໍ​ລິ​ການ ເຮັ​ດ​ໃຫ້​ການ​ເຮັ​ດ​ໃຫ້​ລາ​ຄາ​ຖົ່ວ​ລຽນຫຼຸດ​ລົງ ລາ​ຄາ​ຖືກກວ່າ​ໄລ​ບະ​ຜ່ານ​ມາ ພ້ອມນັ້ນ​ຍັງ​ເຮັດ​ໃຫ້​ໝາກ​ໄມ​ເນ​ຕະຫຼອດຈີນ ຄຶກ​ຄັກ​ຂຶ້ນ.     ລູກຄ້າຫຼາຍທ້ອງຖິ່ນຂອງຈີນ ກ່າວວ່າ: ລາຄາໝາກຖົ່ວລຽນໂລໜຶ່ງຕ່ຳກວ່າ 40 ຢວນ ຊື້ໝາກຖົ່ວລຽນ ໜ່ວຍໜຶ່ງ ຕ້ອງຈ່າຍ ປະມານ 100 ຢວນ ສ່ວນໄລຍະເດືອນພຶດສະພາ-ເດືອນສິງຫາ ເປັນລະດູທີ່ໝາກຖົ່ວລຽນ ປ້ອນເຂົ້າຕະຫຼາດ ໝາກຖົ່ວລຽນ ທີ່ມີ “ຄຸນນະພາບດີ ແລະ ລາຄາຖືກ” ຈະເຂົ້າສູ່ຕະຫຼາດຢ່າງຫຼວງຫຼາຍ ແລະ ລາຄາອາດຈະຕ່ຳລົງອີກ. ໄທ ແມ່ນປະເທດສົ່ງອອກໝາກຖົ່ວລຽນໃຫຍ່ອັນດັບໜຶ່ງສຳລັບຈີນ ປີ 2022 ຈີນໄດ້ນຳເຂົ້າໝາກຖົ່ວລຽນ 780.000 ໂຕນ ຈາກ ໄທ ກວມເອົາ 95% ຂອງຍອດຈຳນວນນຳເຂົ້າໝາກຖົ່ວລຽນຂອງຈີນ ມີມູນຄ່າ 4 ຕື້ໂດ ລາສະຫະລັດ ໃນໄລຍະດຽວກັນ ຍອດມູນຄ່ານຳເຂົ້າໝາກໄມ້ຂອງຈີນ ພຽງ 14,6 ຕື້ໂດລາສະຫະລັດ ໝາກ ຖົ່ວລຽນໄດ້ກວມເຖິງ 27,3% ເປັນໝາກໄມ້ທີ່ນຳ ເຂົ້າຫຼາຍທີ່ສຸດໃນຕະຫຼາດຈີນ. ນັກທຸລະກິດສົ່ງອອກໝາກຖົ່ວລຽນໄທ ກ່າວວ່າ: ນັບແຕ່ເປີດນຳໃຊ້ທາງລົດໄຟ ຈີນ-ລາວ ການຂົນສົ່ງ ໝາກ ຖົ່ວລຽນເຂົ້າຕະ ຫຼາດຈີນ ໃຊ້ເວລາໜ້ອຍລົງຫຼາຍ ແຕ່ກ່ອນຂົນສົ່ງທາງທະເລ ຈະຕ້ອງໃຊ້ເວລາປະມານ 7 ວັນ ແລະ ຂົນສົ່ງທາງບົກປະມານ 5 ວັນ ປັດຈຸບັນຂົນສົ່ງຜ່ານທາງລົດໄຟ ໄປເຖິງນະຄອນຄຸນໝິງ ສປ ຈີນ ໃຊ້ເວລາພຽງ 3 ວັນ ເຊິ່ງຕາມຂ່າວແຈ້ງວ່າ: “ຂະບວນ ລົດໄຟໝາກຖົ່ວລຽນ” ຈາກສະຖານີມາບຕາພຸດ ປະ ເທດໄທ ຫາ ນະຄອນກວາງໂຈ່ວ ສປ ຈີນ ໄດ້ໃຊ້ເວລາສັ້ນທີ່ສຸດໃນການ ຂົນສົ່ງໝາກໄມ້ຈາກປະເທດໄທ ຫາ ປະເທດຈີນ ອັດຕາເສຍຫາຍໃນການຂົນສົ່ງກໍໄດ້ຫຼຸດລົງຢ່າງຈະແຈ້ງ ປະສິດທິຜົນໃນ ການຂົນສົ່ງເພີ່ມຂຶ້ນຢ່າງ ຫຼວງຫຼາຍ ແລະ ຕົ້ນທຶນການຂົນສົ່ງກໍໄດ້ຫຼຸດລົງ 30%-50%. ນອກຈາກໝາກຖົ່ວລຽນແລ້ວ ໝາກມັງຄຸດ ໝາກລຳໄຍ ແລະ ໝາກມ່ວງຈາກໄທ ລາວ ຫວຽດນາມ ແລະ ສິງກະໂປ ກໍໄດ້ ເຂົ້າເຖິງລະດູເກັບກ່ຽວແລ້ວ ນັບແຕ່ເດືອນເມສາ 2023 ເປັນຕົ້ນມາ ໝາກຖົ່ວລຽນ ໝາກມີ້ ໝາກມັງຄຸດ ໝາກລຳໄຍ ແລະ ໝາກພຸກ ໄດ້ປ້ອນເຂົ້າຕະຫຼາດເປັນຈຳນວນຫຼວງຫຼາຍ ແຕ່ລະວັນ ຈະມີຂະບວນລົດໄຟຂົນສົ່ງໝາກໄມ້ຂະບວນໜຶ່ງ ແລ່ນ ຜ່ານທາງລົດໄຟ ຈີນ-ລາວ ແລ້ວເຂົ້າສູ່ປະເທດຈີນ ແລະ ຂົນຍ້າຍໄປເຖິງຕົວເມືອງໃຫຍ່ຕ່າງໆຂອງຈີນ. ວັນກຳມະກອນສາກົນ 2023 ໝາກໄມ້ເຂດຮ້ອນ ໄດ້ຂົນສົ່ງເຂົ້າສູ່ຕະຫຼາດຈີນ ໂດຍຜ່ານທາງລົດໄຟ ຈີນ-ລາວ ບັນລຸ 11.000 ໂຕນ ໄດ້ເຮັດໃຫ້ໝາກໄມ້ໃນຕະຫຼາດຈີນ ມີຄວາມອຸດົມສົມບູນກວ່າເກົ່າ ເຊິ່ງຕາມ ຂ່າວແຈ້ງວ່າ: ລະດູການຄຶກຄັກຂອງການ ຂົນສົ່ງໝາກໄມ້ຕາມທາງລົດໄຟ ຈີນ-ລາວ ຈະແກ່ຍາວໄປເຖິງທ້າຍ ເດືອນມິຖຸນາໜ້ານີ້ ການຂົນສົ່ງໝາກໄມ້ຕ່າງໆຈາກອາຊີ ຕາເວັນອອກສຽງໃຕ້ ເຊັ່ນ: ໝາກຖົ່ວລຽນ ໝາກມັງ ຄຸດ ໝາກລຳໄຍ ແລະ ໝາກພຸກ ຈະເພີ່ມຂຶ້ນ 50% ທຽບໃສ່ໄລຍະ ດຽວ ກັນຂອງປີຜ່ານມາ. ນັບແຕ່ເປີດນຳໃຊ້ທາງລົດໄຟ ຈີນ-ລາວ ເປັນຕົ້ນມາ ຕົ້ນທຶນການຄ້າລະຫວ່າງຈີນ ແລະ ປະເທດສະມາ ຊິກອາຊຽນ ໄດ້ຫຼຸດລົງຢ່າງຫຼວງຫຼາຍ ເຊິ່ງໄດ້ຊຸກຍູ້ການພັດທະນາກະສິກຳຂອງລາວ ໄທ ແລະ ປະເທດ ສະ ມາຊິກອາຊຽນ ແລະ ເຮັດໃຫ້ລູກຄ້າຈີນ ສາມາດຊົມໃຊ້ສິນຄ້າທີ່ມີຄຸນນະພາບດີ ແລະ ລາຄາຖືກຈາກປະເທດ ເຫຼົ່ານີ້ ທາງລົດໄຟ ຈີນ-ລາວ ເປັນເສັ້ນທາງທີ່ສ້າງຜົນປະໂຫຍດເຊິ່ງກັນ ແລະ ກັນ ໃຫ້ຈີນ ແລະ ປະເທດສະ ມາຊິກອາຊຽນ. Share:FacebookTwitter
ຜູ້ບໍລິໂພກຖືກໃຈ ຫຼັງການເປີດໃຊ້ລົດໄຟລາວ-ຈີນ ເຮັດໃຫ້ລາຄາຖົ່ວລຽນຫຼຸດລົງ