url
stringlengths
22
63
context
stringlengths
4
47.2k
title
stringlengths
4
4.16k
https://v2.vientianemai.net/archives/55136
ເຈົ້າໜ້າທີ່ຕຳຫຼວດໄດ້ວິສາມັນຄົນຮ້າຍທີ່ກໍ່ເຫດລັກເຂົ້າເຮືອນພັກເຈົ້າໜ້າທີ່ຕຳຫຼວດປ້ອງກັນທະນາ ຄານແຫ່ງໜຶ່ງ ທີ່ເມືອງນານ ແຂວງຫຼວງພະບາງ ໂດຍຄົນຮ້າຍໄດ້ເອົາປືນຂອງເຈົ້າໜ້າທີ່ຈີ້ເອົາລົດປະຊາ ຊົນ ແລະ ຍິງໄປທົ່ວທີບ ຈົນ ມີຜູ້ໄດ້ຮັບບາດເຈັບ ເຫດການດັ່ງກ່າວ ເກີດຂຶ້ນໃນເວລາປະມານ 19:00 ໂມງ ຂອງວັນທີ 6 ກຸມພາ 2023. ເຈົ້າໜ້າທີ່ ປກສ ແຂວງຫຼວງພະບາງ ໃຫ້ຮູ້ວ່າ: ໃນຄືນເກີດເຫດໄດ້ມີຄົນຮ້າຍເພດຊາຍ ຈໍານວນ 1 ຄົນ ລັກເຂົ້າເຮືອນພັກຕຳ ຫຼວດທີ່ປ້ອງກັນທະນາຄານ ໃນເວລານັ້ນເຈົ້າໜ້າທີ່ ກໍາລັງກິນເຂົ້າຢູ່ໃນເຮືອນຄົວ ແລ້ວ ເຂົ້າໄປຫ້ອງນອນຂອງເຈົ້າໜ້າທີ່ຈັບ ເອົາຈັບປືນ AK ຈໍານວນ 1 ກະບອກ ມີລູກປືນ 30 ລູກ ແລ້ວກໍ່ອາລະວາດ ພໍເຫັນຄົນຮ້າຍເຈົ້າໜ້າທີ່ຮີບເຂົ້າເພື່ອຄວບຄຸມຕົວ ຜູ້ກໍ່ເຫດໄດ້ໃຊ້ປືນນາບຂູ່ ເມື່ອເປັນແນວນັ້ນ ເຈົ້າໜ້າທີ່ຊຸດປະຈໍາຢູ່ທະນາຄານດັ່ງກ່າວ ຈຶ່ງໄດ້ປະສານຫາກອງບັນຊາການ ປກສ ເມືອງ ເພື່ອສະກັດຜູ້ກໍ່ເຫດ. ຕໍ່ມາຄົນຮ້າຍ ໄດ້ຂຶ້ນໄປຊັ້ນເທິງຂອງທະນາຄານ ພ້ອມທັງເລາະໄຂປະຕູແຕ່ລະຫ້ອງ ໃນເມື່ອໄຂບໍ່ໄດ້ກໍລົງມາຊັ້ນລຸ່ມ ແລະ ໃຊ້ ທ້າຍປືນທັບປະຕູແກ້ວເອົາລົດຈັກຂອງທະນາຄານຂັບຂີ່ອອກໄປທາງທິດໃຕ້ ພໍໄປຮອດ ຮ້ານຂາຍເຄັກ ຄົນຮ້າຍໄດ້ນໍາໃຊ້ປືນ ຈີ້ເອົາລົດກະບະຂອງປະຊາຊົນທີ່ມາຊື້ເຄັກ ຂັບຂີ່ໄປທາງຕະຫຼາດເມືອງນານ ແລ້ວມາຈອດຢູ່ໜ້າຮ້ານຂາຍໂທລະສັບ ເຂດ ບ້ານປ່າໄຜ່ ຄົນຮ້າຍໄດ້ໃຊ້ທ້າຍປືນທັບຕູ້ແກ້ວ ເອົາໂທລະສັບ 1 ໜ່ວຍ ແລ້ວຂັບລົດໜີໄປທາງ ແຂວງໄຊຍະບູລີ ຈາກນັ້ນ ເຈົ້າ ໜ້າທີ່ກໍໄດ້ໄລ່ຕິດຕາມຄົນຮ້າຍ ພໍໄປຮອດແຂວງໄຊຍະບູລີ ເຈົ້າໜ້າທີ່ຕໍາຫຼວດ ແລະ ທະຫານປະ ຈຳຢູ່ດ້ານໄດ້ຍິງ ສະກັດລົດ ໄວ້ ແຕ່ຄົນຮ້າຍບໍ່ຍອມຈອດ ຍັງຂັບຂີ່ລົດໄປທາງ ບ້ານນາແລ້ງຫຼວງ ຫາ ບ້ານນາຍາວເຈົ້າ  ໜ້າທີ່ໄລ່ຕິດຕາມພໍໄປຮອດທົ່ງນາ ເມື່ອເຫັນວ່າປອດໄພບໍ່ມີປະຊາຊົນເຈົ້າໜ້າທີ່ໄດ້ຍິງຕໍ່ສູ້ກັບຄົນຮ້າຍ ແລະ ໃນຂະນະນັ້ນ ຄົນຮ້າຍກໍໄດ້ນຳໃຊ້ອາວຸດ ຍິງຕອບ ໂຕ້ເຈົ້າໜ້າທີ່ ຈົນໄດ້ຮັບບາດເຈັບ 4 ສະຫາຍ ຄົນຮ້າຍກໍຖືກຍິງເສຍຊີວິດຄາລົດ. ຕໍ່ກັບເຫດການດັ່ງກ່າວ ໄດ້ມີຜູ້ໄດ້ຮັບບາດເຈັບ ຈໍານວນ 6 ຄົນ ໃນນີ້ ມີເຈົ້າໜ້າທີ່ຕໍາຫຼວດ 4 ສະຫາຍ ແລະ ປະຊາຊົນ 2 ຄົນ ສໍາລັບຜູ້ກໍ່ເຫດແມ່ນເປັນຄົນລາວ ມີການຊໍານານໃນການຂັບລົດ ແລະ ໃຊ້ປືນພໍສົມຄວນ ຍັງບໍ່ຮູ້ຊື່ ແລະ ມາຈາກໃສ ເພາະບໍ່ ມີເອກະສານຕິດຕົວ ຕໍ່ກັບຜູ້ທີ່ໄດ້ຮັບບາດເຈັບ ແມ່ນໄດ້ນໍາສົ່ງ ປິ່ນປົວຢູ່ໂຮງໝໍ ມາຮອດປັດຈຸບັນ ແມ່ນມີຄວາມປອດໄພ ແລ້ວ. ພາບ-ຂ່າວຈາກ ຄວາມສະຫງົບ Lao Security News Share:FacebookTwitter
ເຈົ້າໜ້າທີ່ ວິສາມັນຄົນຮ້າຍ ໃຊ້ປືນກໍ່ເຫດອາລະວາດ
https://v2.vientianemai.net/archives/55144
ວັນທີ 7 ກຸມພາ 2023 ທີ່ຫ້ອງວ່າການນະຄອນ ຫຼວງວຽງຈັນ (ນວ) ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ໄດ້ຕ້ອນຮັບການເຂົ້າພົບປະຂອງ ທ່ານ ປາເວວ ຕາຣາການົບ ສະມາຊິກກໍາມາທິການງົບປະມານ ແລະ ການເງິນຕະຫຼາດ ປະ ທານຄະນະມິດຕະພາບລັດຖະສະພາຣັດເຊຍ-ລາວ ຂອງສະພາສູງແຫ່ງສະຫະພັນຣັດເຊຍ ພ້ອມຄະນະ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ວັນທີ 6-10 ກຸມພາ 2023. ທ່ານ ອາດສະພັງທອງ ສີພັນດອນ ໄດ້ສະແດງການຕ້ອນຮັບຢ່າງອົບອຸ່ນ ເຊິ່ງການມາພົບປະຂອງສະ ມາຊິກກໍາມາທິການງົບປະມານ ແລະ ການເງິນຕະ ຫຼາດ ປະທານຄະນະມິດຕະພາບລັດຖະສະພາຣັດ ເຊຍ-ລາວ ຂອງສະພາສູງແຫ່ງສະຫະພັນຣັດເຊຍພ້ອມຄະນະຄັ້ງນີ້ ເປັນການເສີມຂະຫຍາຍາຍພົວ ພັນຮ່ວມມືລະຫວ່າງສອງພັກ-ສອງລັດເວົ້າສະ ເພາະ ການພົວພັນຮ່ວມມືລະຫວ່າງ ນວ ແລະ ບັນ ດາແຂວງ ນະຄອນຫຼວງຂອງສະຫະພັນຣັດເຊຍ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ ພ້ອມນັ້ນຍັງ ງານສະພາບລວມການພັດທະ ນາເສດຖະກິດ-ສັງຄົມຂອງ ນວ ເພື່ອເປັນພື້ນຖານຂອງການຮ່ວມມືລຫວ່າງ ນວ ແລະ ສະຫະພັນຣັດ ເຊຍໃນອະນາຄົດ. ໂອກາດນີ້ທ່ານ ປາເວວ ຕາຣາການົບ ໄດ້ສະແດງຄວາມຂອບໃຈຕໍ່ເຈົ້າຄອງ ນວ ພ້ອມຄະນະທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ເຊິ່ງການການມາຢ້ຽມຢາມ ສປປ ລາວ ຂອງຂ້າພະເຈົ້າພ້ອມຄະນະຄັ້ງນີ້ ຖືເປັນຄັ້ງທໍາອິດ ແລະ ການພົບປະນີ້ເປັນໂອ ກາດທີ່ດີໃນການພິຈາລະນາການຮ່ວມມືລະດັບທ້ອງຖິ່ນ ເວົ້າສະເພາະການສ້າງສາຍພົວພັນຮ່ວມ ມືດ້ານເສດຖະກິດ-ການຄ້າ ແລະ ອື່ນໆ ລະຫວ່າງບັນດາແຂວງ ນະຄອນຫຼວງວຽງຈັນ ສະຫະພັນຣັດເຊຍ ແລະ ນະຄອນຫຼວງວຽງຈັນໃນອະນາຄົດໃຫ້ເປັນຮູບປະທໍາ. Share:FacebookTwitter
ເຈົ້າຄອງ ນວ ຕ້ອນຮັບການເຂົ້າພົບປະທານຄະນະມິດຕະພາບລັດ ຖະສະພາຣັດເຊຍ-ລາວ
https://v2.vientianemai.net/archives/55152
ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງພ້ອມດ້ວຍຄະນະຕ້ອນຮັບທ່ານ ຄໍາແພງ ວິລະພັນ ປະທານກຳມາທິການຍຸຕິທໍາສະພາແຫ່ງຊາດ ໃນວັນທີ 7 ກຸມພາ 2023 ທີ່ຫ້ອງວ່າການແຂວງເຊກອງ ໃນໂອກາດມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊກອງ.     ທ່ານ ຄໍາແພງ ວິລະພັນ ໄດ້ລາຍງານໃຫ້ທ່ານ ເຈົ້າ ແຂວງເຊກອງຮູ້ເຖິງຈຸດປະສົງໃນການລົງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊກອງຄັ້ງນີ້ເພື່ອລົງມາຈັດກອງປະຊຸມສໍາມະນາວຽກງານການປະຕິບັດພາລະບົດບາດຂອງກໍາມາທິການສູນກາງ ແລະ ຄະນະກໍາມະການທ້ອງຖິ່ນໃນຂົງເຂດວຽກງານຍຸຕິທໍາໃຫ້ແກ່ 7 ແຂວງຄື ແຂວງ ບໍລິຄໍາໄຊ ຄໍາມ່ວນ ສະຫວັນນະເຂດ ຈໍາປາສັກ ເຊກອງ ອັດຕະປື ແລະ ສາລະວັນ.     ໂອກາດນີ້ ທ່ານເຈົ້າແຂວງ ກໍໄດ້ສະແດງການຕ້ອນຮັບ ແລະ ພ້ອມທີ່ຈະໃຫ້ການຮ່ວມມືຕໍ່ການປະຕິບັດໜ້າທີ່ຂອງທ່ານ ຄໍາແພງ ວິລະພັນ ຕະຫລອດໄລຍະການມາເຄື່ອນໄຫວວຽກງານຢູ່ແຂວງເຊກອງໃຫ້ປະສົບຜົນສຳເລັດ. Share:FacebookTwitter
ເຈົ້າແຂວງເຊກອງຕ້ອນຮັບປະທານກຳມາທິການຍຸຕິທໍາສະພາແຫ່ງຊາດ
https://v2.vientianemai.net/archives/55156
ພະແນກການເງິນ ນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມປະເມີນຄືນການຈັດຕັ້ງປະຕິບັດວຽກງານຂອງພະນັກ ງານ-ລັດຖະກອນໃນ 3 ຂະແໜງສາຍຕັ້ງຄື: ສ່ວຍສາອາກອນ ພາສີ ແລະ ຄັງເງິນປະຈໍາ ນວ. ຈຸດປະສົງເພື່ອເປັນການປັບປຸງ ແກ້ໄຂ ແລະ ກວດກາຄືນ ຄວາມຮັບຜິດຊອບຂອງສະມາຊິກພັກ-ພະນັກງານຫຼັກແຫຼ່ງຂອງຂະແໜງການເງິນຢູ່ ນວ ພ້ອມນັ້ນເພື່ອເປັນການປະເມີນຄືນການສັບຊ້ອນ ແລະ ຈັດວາງພະນັກງານ ທີ່ພວມດຳລົງຕຳແໜ່ງບໍລິຫານ ໃນປັດຈຸບັນໃຫ້ຖືກຕ້ອງສອດຄ່ອງ ກັບການປະຕິບັດວຽກງານຕົວຈິງ ໂດຍສະເພາະຜົນສຳເລັດ ໃນການປະຕິບັດວຽກງານຕ້ອງສົມຄູ່ກັບຄວາມຮູ້ ຄວາມສາມາດໃນການນຳພາ-ຊີ້ນຳໃນຕຳແໜ່ງບໍລິຫານທີ່ໄດ້ຮັບມອບ  ໝາຍຂອງການຈັດຕັ້ງ. ນອກນັ້ນກໍເພື່ອສັງເກດ ຕີລາຄາໃຫ້ເຫັນໄດ້ດ້ານດີທີ່ຕັ້ງໜ້າ ດ້ານອ່ອນ ຂໍ້ຄົງຄ້າງຂອງແຕ່ລະຄົນ ເພື່ອ ສືບຕໍ່ປັບປຸງກົງຈັກການຈັດຕັ້ງໃຫ້ມີປະສິດທິພາບ ສອດຄ່ອງກັບຄວາມຮູ້ ຄວາມສາມາດ ຂອງ ພະນັກງານ ແນ່ໃສ່ເຮັດໃຫ້ການດໍາເນີນຖືກຕ້ອງ ຕາມຂັ້ນຕອນ ແລະ ມີຄວາມສະດວກ ໃນການຈັດຕັ້ງປະຕິບັດ ໃຫ້ຄະນະຮັບຜິດຊອບປະເມີນຜົນສະເພາະ ແລະ ຜູ້ທີ່ຖືກປະເມີນຜົນເຂົ້າໃຈ ຂັ້ນຕອນການຈັດຕັ້ງປະຕິບັດ. ກອງປະຊຸມດັ່ງກ່າວມີຂຶ້ນວັນທີ 8-9 ກຸມພາ 2023 ທີ່ຫ້ອງວ່າການ ນວ ເປັນປະທານຂອງ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ທ່ານ ກົງຄໍາ ສິດທິວໍລະດາ ຫົວໜ້າກົມຈັດຕັ້ງພະນັກງານກະຊວງການເງິນ ທ່ານ ສິລິລາດທົງສິນ ທອງເພັງ ຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ ພ້ອມດ້ວຍ ຫົວໜ້າກົມ ຮອງກົມ ສ່ວຍສາອາ ກອນ ກົມພາສີ ຄັງເງິນແຫ່ງຊາດ ຄະນະຈັດຕັ້ງ ພະແນກພາຍໃນ ພະແນກການເງິນ ສ່ວຍສາອາກອນ ແລະ ຄັງເງິນປະຈໍາ ນວ ຕະຫຼອດຮອດຂະແໜງການ ຫ້ອງການຄັງເງິນປະຈໍາເມືອງ ປະຈໍາດ່ານ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ. Share:FacebookTwitter
ພະແນກການເງິນ ປະເມີນຄືນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ 3 ຂະແໜງສາຍຕັ້ງ
https://v2.vientianemai.net/archives/55170
ສະຫະພັນກໍາມະບານເມືອງນາຊາຍທອງ ສົມທົບກັບອົງການປົກຄອງເມືອງນາຊາຍທອງ ຈັດກອງປະຊຸມ ປາຖະກະຖາ ເລົ່າມູນເຊື້ອວັນສ້າງຕັ້ງກໍາມະບານລາວ ຄົບຮອບ 67 ປີ (1.2.1956-1.2.2023) ສະຫຼຸບວຽກງານປະຈໍາປີ 2022 ແລະ ວາງທິດທາງແຜນການປີ 2023 ຂອງກໍາມະບານ ເມືອງນາຊາຍທອງ ຈັດຂຶ້ນວັນທີ 8 ກຸມພາ 2023 ທີ່ສະໂມສອນເມືອງນາຊາຍທອງ ນະຄອນຫຼວງວຽງຈັນ (ນວ) ໂດຍມີທ່ານ ບຸນທອງ ພົມມະຈັນ ອາດີດຄະນະປະຈໍາພັກ ນວ ອາດີດຫົວໜ້າຄະນະຈັດຕັ້ງ ນວ ທ່ານ ພູວອນ ພົງລາດແກ້ວ ຮອງເຈົ້າເມືອງນາຊາຍທອງ ບັນດາຄະນະປະທານສະຫະພັນກໍາມະບານ ແລະ ສະມາຊິກເຂົ້າຮ່ວມ. ທ່ານ ນາງ ແສງລາວ ສຸວັນນະລາດ ຮັກສາການປະທານກໍາມະບານເມືອງນາຊາຍທອງ ໄດ້ຕີລາຄາເນື້ອໃນການເຄື່ອນໄຫວວຽກງານແຕ່ລະດ້ານ ເປັນຕົ້ນ ໄດ້ເອົາໃຈໃສ່ຄົ້ນຄວ້າ ເຊື່ອມຊຶມ ຜັນຂະຫຍາຍແນວທາງແຜນນະໂຍບາຍຂອງພັກ ກົດໝາຍຂອງລັດ ມະຕິກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວ ຢ່າງເລິກເຊິ່ງ ໂດຍສະເພາະໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນໜ້າທີ່ຕົ້ນຕໍ ໄດ້ເປັນເຈົ້າການໃນການຈັດຕັ້ງ ເຜີຍແຜ່ ຊຸກຍູ້ ແລະ ປຸກລະດົມສະມາຊິກເຂົ້າ ຮ່ວມເຊື່ອມຊືມວັນສໍາຄັນຕ່າງໆຂອງຊາດ ຂອງພັກ ໃນ 1 ປີຜ່ານມາສະມາຊິກກໍາມະບານ ແລະ ຮາກຖານ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ປັດຈຸບັນ ສະຫະພັນກໍາມະບານເມືອງນາຊາຍທອງ ມີ 41 ຮາກຖານ ໃນນັ້ນ ຮາກຖານຫ້ອງການ 14 ຮາກຖານ ຮາກຖານໂຮງຮຽນພາກລັດ 16 ຮາກຖານ ໂຮງຮຽນເອກະຊົນ 4 ຮາກຖານ ຮາກຖານລັດວິສາຫະ ກິດ 1 ຮາກຖານ ຮາກຖານບໍລິສັດ 6 ຮາກຖານ ທົ່ວເມືອງນາຊາຍທອງມີສະມາຊິກກໍາມະບານທັງໝົດ 916 ສະຫາຍ ຍິງ 611 ສະຫາຍ ມີສະມາຊິກກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ 883 ສະຫາຍ ຍິງ 535 ສະຫາຍ ແລະ ມີພະນັກງານກໍາມະບານອາຊີບ 6 ສະຫາຍ ຍິງ 5 ສະຫາຍ  ສະຫະພັນກໍາມະບານແຕ່ລະຮາກຖານທົ່ວເມືອງໄດ້ເອົາໃຈໃສ່ປັບປຸງກໍ່ສ້າງການຈັດຕັ້ງຂອງຕົນຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ ແລະ ໜັກແໜ້ນ ນອກນີ້ທ່ານຍັງໄດ້ຍົກໃຫ້ເຫັນຂົງເຂດວຽກງານປົກປ້ອງສິດຜົນປະໂຫຍດ ອັນຊອບທໍາຂອງຜູ້ອອກແຮງງານ ວຽກງານຂະບວນການ ແລະ ວຽກງານອື່ນໆ ຈາກນັ້ນ ກອງປະຊຸມຍັງໄດ້ມອບໃບຢັ້ງຢືນ 5 ເປັນເຈົ້າ ໃຫ້ສະຫະພັນກໍາມະບານເມືອງ ແລະ ໃບຢັ້ງຢືນ 5 ເປັນເຈົ້າໃຫ້ແຕ່ລະຮາກຖານ. ໂອກາດນີ້ກອງປະຊຸມໄດ້ຮັບຟັງປາຖະກະຖາວັນສ້າງຕັ້ງກໍາມະບານລາວ ຄົບຮອບ 67 ຈາກທ່ານ ບຸນທອງ ພົມມະຈັນ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງມູນເຊື້ອປະຫວັດແຫ່ງການກໍາເນີດ ແລະ ເຕີບໃຫຍ່ ຂະຫຍາຍຕົວຂອງສະຫະພັນກຳມະບານລາວ ຕິດພັນກັບການເຕີບໃຫຍ່ຂະຫຍາຍຕົວຂອງຊົນຊັ້ນກຳ ມະກອນລາວ ຜົນງານການປະກອບສ່ວນຂອງສະມາຊິກກຳມະບານ ໃນພາລະກິດຕໍ່ສູ່ປົດປ່ອຍຊາດ ປົກປັກຮັກສາ ແລະ ພັດທະນາປະເທດຊາດ ໂດຍພາຍໃຕ້ການນຳພາຂອງພັກ ປະຊາຊົນ ປະຕິວັດລາວ ທັງໝົດນັ້ນແມ່ນເພື່ອໃຫ້ພະນັກງານ ກໍຄືສະມາຊິກກຳມະບານທຸກຄົນ ກຳໄດ້ມູນເຊື້ອດັ່ງກ່າວ ເພື່ອນໍາມາມູນໃຊ້ເຂົ້າໃນວຽກງານຂອງຕົນຮັບຜິດຊອບໃຫ້ໄດ້ຮັບຜົນສຳເລັດຕາມການມອບໝາຍ. Share:FacebookTwitter
ຫວນຄືນມູນເຊື້ອວັນສ້າງຕັ້ງກໍາມະບານລາວ ຄົບຮອບ 67 ປີ
https://v2.vientianemai.net/archives/55176
ກອງປະຊຸມສະຫຼຸບຜົນການປະເມີນສະພາບເສດຖະກິດຂອງ ສປປ ລາວ ຕາມພັນທະມາດຕາ IV ຂອງປະເທດສະມາຊິກ IMF ປະຈໍາປີ 2022 (Article IV Consultation) ຈັດຂຶ້ນວັນທີ 7 ກຸມພາ 2023 ທີ່ທະນາຄານແຫ່ງ ສປປ ລາວ (ທຫລ) ເປັນປະທານຂອງ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການ ທຫລ ມີ ທ່ານ ອາເລສແດຣ໌ ສະກ໋ອດ (Alasdair Scott) ຫົວໜ້າຄະນະປະເມີນກອງທຶນການເງິນສາກົນ (IMF) ພ້ອມຄະນະ ແລະ ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ. ການປະເມີນເສດຖະກິດມະຫາພາກ ຕາມພັນທະມາດຕາ IV ຂອງ IMF ເເມ່ນພັນທະຂອງ ສປປ ລາວ ໃນນາມປະເທດສະມາຊິກ ເພື່ອໃຫ້ການຮ່ວມມື ແລະ ອໍານວຍຄວາມສະດວກໃຫ້ຄະນະວິຊາການ IMF ມາຕິດຕາມ ແລະ ປະເມີນສະພາບຄວາມຄືບໜ້າການພັດທະນາເສດຖະກິດໃນທຸກໆປີ ພາຍຫຼັງການປະເມີນທາງ IMF ຈະໄດ້ມີການເຜີຍເເຜ່ບົດປະເມີນໃຫ້ແກ່ພາຍນອກ ເປັນຕົ້ນເເມ່ນນັກລົງທຶນ ແລະ ຄູ່ຮ່ວມພັດທະນາ ຜ່ານທາງ Website ຂອງ IMF ເພື່ອໃຫ້ສາມາດກໍາໄດ້ສະພາບການພັດທະນາເສດຖະກິດ ບັນດາຄວາມສ່ຽງ ແລະ ເເນວໂນ້ມເສດຖະກິດຂອງເເຕ່ລະປະເທດ. ພິເສດ ສໍາລັບການປະເມີນໃນປີນີ້ ທ່ານ Kenji Okumura ຮອງຜູ້ອໍານວຍການໃຫ່ຍ IMF ຈະໄດ້ເດີນທາງມາຮ່ວມເຂົ້າຢ້ຽມຄ່ຳນັບການນໍາຂັ້ນສູງຂອງສປປ ລາວ ເພື່ອລາຍງານຜົນການປະເມີນເສດຖະ ກິດ ສປປ ລາວ ຮ່ວມກັບຄະນະວິຊາການຂອງຕົນ ເຊິ່ງເປັນປີທໍາອິດທີ່ການນໍາຂັ້ນສູງຂອງ IMF ເຂົ້າຮ່ວມຂະບວນການປະເມີນດັ່ງກ່າວ ທີ່ສປປ ລາວ ແລະ ເປັນບາດກ້າວທີ່ສໍາຄັນຂອງການພົວພັນຮ່ວມມືຂອງທັງສອງຝ່າຍ. Share:FacebookTwitter
ປະເມີນເສດຖະກິດມະຫາພາກ ຕາມພັນທະມາດຕາ IV ຂອງ IMF
https://v2.vientianemai.net/archives/55188
ວັນນະໂລກ (TB) ແລະ ເຮສໄອວີ (HIV) ເປັນບັນຫາສໍາຄັນທາງດ້ານສາທາລະນະສຸກໃນ ສປປ ລາວ ເນື່ອງຈາກຜູ້ຕິດເຊື້ອເຮສໄອວີມີໂອກາດ ແລະ ມີຄວາມສ່ຽງສູງຈະເປັນພະຍາດວັນນະໂລກຫຼາຍກວ່າຜູ້ບໍ່ຕິດເຊື້ອ ເຮສໄອວີເຖິງ 15-22 ເທົ່າ. ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວໃນກອງປະຊຸມປຶກສາຫາລືເພື່ອກະກຽມການສະເໜີຂໍທຶນສະໜັບສະໜູນໃນການຈັດຕັ້ງປະຕິບັດວຽກງານຕ້ານເອດ ແລະ ວຽກງານຄວບຄຸມວັນນະໂລກຈາກກອງທຶນໂລກ ສຳລັບປີ 2024-2026 ວ່າ: ພະຍາດຊຶມເຊື້ອ ວັນນະໂລກ (TB) ແລະ ເຮສໄອວີ (HIV) ເປັນບັນຫາສໍາຄັນທາງດ້ານສາທາລະນະສຸກໃນ ສປປ ລາວ ເນື່ອງຈາກຜູ້ຕິດເຊື້ອເຮສໄອວີມີໂອກາດ ແລະ ມີຄວາມສ່ຽງສູງຈະເປັນພະຍາດວັນນະໂລກຫຼາຍກວ່າຜູ້ບໍ່ຕິດເຊື້ອ ເຮສໄອວີເຖິງ 15-22 ເທົ່າ ແລະ ວັນນະໂລກກໍແມ່ນພະຍາດແຊກຊ້ອນທີ່ພົບຫຼາຍໃນຜູ້ຕິດເຊື້ອເຮສໄອວີ ເປັນສາເຫດຂອງການເສຍຊີວິດໃນກຸ່ມຜູ້ຕິດເຊື້ອເຮສໄອວີ ເຊິ່ງການລະບາດຂອງສອງພະຍາດເປັນສາເຫດຂອງການເຈັບເປັນ ແລະ ການເສຍຊີວິດຢູ່ ໃນ ສປປ ລາວ ໂດຍສະເພາະປະຊາຊົນທີ່ມີຄວາມສ່ຽງ ແລະ ຫຍຸ້ງຍາກໃນການເຂົ້າເຖິງການບໍລິການສາທາລະນະສຸກ ແລະ ຄາດຄົນເຈັບທັງສອງພະຍາດຫຼາຍກວ່າເຄີ່ງຍັງບໍ່ໄດ້ຮັບການບົ່ງມະຕິ ແລະ ປິ່ນປົວ. ໄລຍະຜ່ານມາສູນຄວບຄຸມວັນນະໂລກ ສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ (ພຕພ) ໄດ້ສ້າງປື້ມຄູ່ມືການຄຸ້ມຄອງກໍລະນີຕິດເຊື້ອຮ່ວມວັນນະໂລກ ແລະ ເຮສໄອວີ ຮ່ວມກັນ ເຊິ່ງປື້ມຄູ່ມືດັ່ງກ່າວໄດ້ກວມເອົານະໂຍບາຍ ຕົວຊີ້ບອກ ການບົ່ງມະຕິ ການປິ່ນປົວ ແນວທາງໃນການຄຸ້ມຄອງກໍລະນີຕິດເຊື້ອຮ່ວມວັນນະໂລກ ເຮສໄອວີ ການຄວບຄຸມການຕິດເຊື້ອ ການບັນທຶກ ແລະ ການລາຍງານຕະຫຼອດຮອດການລົງຕິດຕາມຊຸກຍູ້ຮ່ວມກັນ. ໃນປີ 2019 ສູນຄວບຄຸມວັນນະໂລກ ສູນຕ້ານເອດ ແລະ ພຕພ ພາຍໃຕ້ການຊິ້ນໍາຢ່າງໃກ້ຊິດຈາກການນໍາກະຊວງສາທາລະນະສຸກກໍຄືກົມຄວບຄຸມພະຍາດຕິດຕໍ່ ໄດ້ທົບທວນການຈັດຕັ້ງປະຕິບັດແຜນຍຸດທະສາດ ປີ 2016–2020 ຂອງສອງວຽກງານຮ່ວມກັບ ອົງການອະນາໄມໂລກ ແລະ ບັນດາອົງການຈັດຕັ້ງຕ່າງໆທັງພາຍໃນ ແລະ ສາກົນເພື່ອໃຫ້ສອດຄ່ອງກັບການປະຕິຮູບວຽກງານສາທາລະນະສຸກຂອງລັດຖະບານໃຫ້ເຂົ້າເຖິງການປະກັນສຸຂະພາບທົ່ວປວງຊົນ ໃນປີ 2025 ແລະ ການຫັນປ່ຽນສູ່ການໃຫ້ງົບປະມານພາຍໃນຫຼາຍຂຶ້ນ ເຊິ່ງມັນຮຽກຮ້ອງໃຫ້ມີແຜນງານທີ່ມີປະສິດທິພາບເພື່ອຕອບສະໜອງຕໍ່ວຽກງານດັ່ງກ່າວ ແລະ ໃຫ້ສອດຄ່ອງກັບຍຸດທະສາດສາກົນກໍຄືລົບລ້າງວັນນະໂລກ ແລະ ພະຍາດເອດໃນປີ 2030. ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 8 ກຸມພາ 2023 ທີ່ໂຮງແຮມດອນຈັນພາເລດ ມີ ທ່ານ ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ທ່ານ ຈັນສາລີ ບູລົມມະວົງ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງສາທາລະນະສຸກ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ. Share:FacebookTwitter
ຜູ້ຕິດເຊື້ອ ເຮສໄອວີ ມີຄວາມສ່ຽງສູງຈະເປັນພະຍາດວັນນະໂລກຫຼາຍກວ່າຜູ້ບໍ່ຕິດເຊື້ອເຖິງ 15-22 ເທົ່າ
https://v2.vientianemai.net/archives/55191
ສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສປ ນວ) ແຕ່ງ​ຕັ້ງຮອງເລຂາທິການ ຫົວໜ້າຂະແໜງ ວ່າການຫົວໜ້າຂະແໜງ ແລະ ຮອງຫົວໜ້າຂະແໜງ ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ໃຫ້​ໄດ້​ຮັບ​ປະ​ສິດ​ທິ​ຜົນ. ພິທີປະກາດການຈັດຕັ້ງພາຍໃນສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສປ ນວ) ຈັດຂຶ້ນວັນທີ 8 ກຸມ ພາ 2023 ຢູ່ຫ້ອງ ວ່າການປົກຄອງ ນວ ໂດຍເປັນປະທານຂອງ ທ່ານ ນາງ ລຳພອຍ ສີອັກຄະຈັນ ຄະນະປະຈຳພັກ ນວ ຮອງປະທານ ສປ ນວ ມີບັນດາທ່ານຄະນະປະຈໍາ ຮອງປະທານຄະນະກຳມະການ ຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການ ຂອງ ສປ ນວ ເຂົ້າຮ່ວມ. ໂອກາດນີ້ ທ່ານ ນະຄະເສນ ສີຫາລາດ ເລຂາທິການ ສປ ນວ ກໍໄດ້ຂຶ້ນຜ່ານມະຕິຂອງຄະນະປະຈຳ ສປ ນວ ຊຸດທີ II ວ່າ ດ້ວຍການແຕ່ງຕັ້ງຮອງເລຂາທິການ ສປ ນວ 3 ທ່ານ ຄື: ທ່ານ ສຸລິຍະ ສະວີສຸກ ທ່ານ ນາງ ລັດດາ ສີປະເສີດ ທ່ານ ນາງ ພູເພັດ ແກ້ວບັນດິດ ນອກນີ້ຍັງໄດ້ຜ່ານມະຕິຂອງຄະນະປະຈຳ ສປ ນວ ຊຸດທີ II ວ່າດ້ວຍການແຕ່ງຕັ້ງຫົວໜ້າຂະແໜງ ວ່າການຫົວໜ້າຂະແໜງ ແລະ ຮອງຫົວໜ້າຂະແໜງຈຳນວນ 12 ທ່ານ ຍິງ 8 ທ່ານ ຕື່ມອີກ. ທ່ານ ນາງ ລຳພອຍ ສີອັກຄະຈັນ ໄດ້ມີຄຳເຫັນໂອ້ລົມບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງຄັ້ງນີ້ ເພື່ອເປັນທິດນຳໃນການຈັດ ຕັ້ງປະຕິບັດວຽກງານໃຫ້ປະສິດທິຜົນຫຼາຍຂຶ້ນ ຈາກນັ້ນຜູ້ຕາງໜ້າໃຫ້ບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງ ກໍໄດ້ຂຶ້ນກ່າວຮັບ ຄຳໂອ້ລົມຂອງທ່ານປະທານກອງປະຊຸມ ໂດຍໃຫ້ຄຳສັນຍາວ່າຈະສຸມສະຕິປັນຍາ ເຫື່ອແຮງ ຄວາມຮູ້ຄວາມສາມາດ ແລະ ປະສົບການຂອງຕົນ ເຂົ້າໃນການປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດຕາມຄາດໝາຍ ທີ່ວາງໄວ້ ໃຫ້ສົມກັບຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງ ໃຈຂອງການຈັດຕັ້ງຢ່າງແທ້ຈິງ. Share:FacebookTwitter
ສະພາປະຊາຊົນ ນະຄອນຫຼວງວຽງຈັນ ປະກາດການຈັດຕັ້ງ
https://v2.vientianemai.net/archives/55195
ສະ​ພ​າບ​ການ​ເກີດ​ອຸ​ບັ​ດ​ເຫດ​ໃນ​ປີ 2022 ທົ່ວ​ປະ​ເທດ​ມີ​ອຸ​ບັດ​ເຫດ​ເກີດ​ຂຶ້ນ​ທັງໝົດ 6.000 ກວ່າ​ຄັ້ງ ໂຕ​ເລກ​ຜູ້​ເສຍ​ຊີ​ວິດ​ເຖິງ 900 ກວ່າຄົນ ສະ​ເພາະ​ນະ​ຄອນຫຼວງວຽງ​ຈັນ ເກີດ​ຂຶ້ນ​ທັງ​ໝົດ 1 ພັນ​ກວ່າ​ຄັ້ງ ເສຍ​ຊີ​ວິດ​ເກື​ອບ 200 ຄົນ. ຕາມ​ການ​ລາຍງ​ານ​ຂ່າວ​ຂອງ​ເພ​ຈ ຄວາມ​ສະ​ຫງົບ Lao Security News ໃຫ​້​ຮູ້​ວ່າ: ກອງປະຊຸມສະຫຼຸບວຽກງານຕຳຫຼວດ ປະຈຳປີ 2022 ແລະ ວາງທິດທາງແຜນການ ປີ 2023 ໃນວັນທີ 9 ກຸມພາ 2023 ທ່ານ ພົຈວ ນິລະວົງ ເຈືອງຕະລາດ ຮອງ ຫົວໜ້າກົມໃຫຍ່ຕຳຫຼວດ ໃຫ້ຮູ້ວ່າ: ສະພາບອຸປະຕິເຫດໃນ 1 ປີຜ່ານມາ ທົ່ວປະເທດມີອຸປະຕິເຫດເກີດຂຶ້ນທັງໝົດ 6.440 ຄັ້ງ (ທຽບໃສ່ປີ 2021 ເພີ່ມຂຶ້ນ 864 ຄັ້ງ ເທົ່າກັບ 15,49%) ມີພາຫະນະເປ່ເພ 11.358 ຄັນ ຄົນໄດ້ຮັບບາດເຈັບ 10.132 ຄົນ ຄົນເສຍຊີວິດ 947 ຄົນ (ທຽບໃສ່ປີ 2021 ຄົນເສຍຊີວິດເພີ່ມຂື້ນ 116 ຄົນ ເທົ່າກັບ 13,95%). ສະເພາະນະຄອນຫຼວງວຽງຈັນ ມີອຸປະຕິເຫດເກີດຂຶ້ນທັງໝົດ 1.092 ຄັ້ງ (ທຽບໃສ່ປີ 2021 ເພີ່ມຂື້ນ 239 ຄັ້ງ ເທົ່າກັບ 28,01%) ພາຫະນະເປ່ເພ 2.058 ຄັນ ຄົນໄດ້ຮັບບາດເຈັບ 1.232 ຄົນ ຄົນເສຍຊີວິດ 183 ຄົນ (ທຽບໃສ່ປີ 2021 ເພີ່ມຂື້ນ 22 ຄົນ ເທົ່າກັບ 13,66%) ສ່ວນ​ອຸ​ບັດ​ເຫດຢູ່ທາງດ່ວນ (ນະຄອນຫຼວງວຽງຈັນ-ເມືອງວັງວຽງ) ມີອຸປະຕິເຫດເກີດຂື້ນທັງໝົດ 47 ຄັ້ງ ພາຫະນະເປ່ເພ 66 ຄັນ ຄົນໄດ້ຮັບບາດເຈັບ 51 ຄົນ ຄົນເສຍຊີວິດ 2 ຄົນ. ແນວໃດກໍຕາມ ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ແມ່ນໄດ້ປະຕິບັດໜ້າທີ່ຢ່າງຕັ້ງໜ້າ ໃນນີ້ ໄດ້ເອົາໃຈໃສ່ລົງກວດກາການສັນ ຈອນ ຕາມເສັ້ນທາງຫຼວງ ເພື່ອຈັບຄວາມໄວ ກວດກາທາດເຫຼົ້າ ຂົນສົ່ງສິນຄ້າຜູ້ໂດຍສານເກີນ ໄດ້ 3.678 ຄັ້ງ ກວດພົບຜູ້ ລ່ວງລະເມີດ 71.589 ຄົນ ຍິງ 19.256 ຄົນ ສຶກສາອົບຮົມນັກຂັບຂີ່ 58.322 ຄົນ ຍິງ 15.458 ຄົນ ແລະ ໄດ້ສຸມໃສ່ດຳເນີນຄະ ດີ ອຸບປະຕິເຫດ ທັງໝົດ 5.825 ລາຍ ສາມາດດຳເນີນແກ້ໄຂຄະດີອຸປະຕິເຫດໄດ້ 5.215 ລາຍ ເທົ່າກັບ 93,42% ແລະ ໄດ້ ຄຸ້ມຄອງ ແລະ ຕິດປ້າຍລົດ ທົ່ວປະເທດໄດ້ 115.930 ຄັນ ນະຄອນຫຼວງວຽງຈັນ 50.258 ຄັນ ແລະ ໄດ້ຈັດຕັ້ງກຳລັງວິຊາສະ ເພາະເຂົ້າປ້ອງກັນ ເປີດທາງຮັບໃຊ້ການນຳພັກ-ລັດຂັ້ນສູງ ວັນບຸນສຳຄັນຂອງພັກ-ຂອງຊາດ ແລະ ກອງປະຊຸມໃຫຍ່ທັງພາຍ ໃນ ແລະ ຕ່າງປະເທດໄດ້ 184 ຄັ້ງ. Share:FacebookTwitter
ອຸບັດຕິເຫດໃນປີ 2022 ທົ່ວປະເທດມີຜູ້ເສຍຊີວິດ ເຖິງ 900 ກວ່າຄົນ
https://v2.vientianemai.net/archives/55196
ໃນຕອນເຊົ້າວັນທີ 8 ກຸມພາ 2023 ທີ່ຫໍປະຊຸມແຫ່ງຊາດ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານປະຈໍາປີ 2022 ແລະ ທິດທາງແຜນການ ປະຈຳປີ 2023 ໂດຍການເປັນປະທານ ຂອງ ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ມີບັນດາທ່ານ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຜູ້ຊ່ວຍລັດຖະມົນຕີ ຫົວໜ້າກົມ ຮອງຫົວໜ້າກົມ ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນ ຫສນຍ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້ ແມ່ນໄດ້ຮັບຟັງການເຜີຍແຜ່ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 21/ກມສພ ລົງວັນທີ 9 ພະຈິກ 2022 ວ່າດ້ວຍການຕີລາຄາພະນັກງານ ຮັບຟັງການລາຍງານສະຫຼຸບຜົນການເຄື່ອນ ໄຫວວຽກງານ ກໍ່ສ້າງພັກ-ພະນັກງານ ປະຈຳປີ 2022 ແລະ ແຜນວຽກຈຸດສຸມ ປະຈຳປີ 2023 ຂອງ ຫສນຍ ຮັບຟັງການລາຍງານສະຫຼຸບຜົນງານການເຄື່ອນໄຫວວຽກງານວິຊາສະເພາະ ປະຈຳປີ 2022 ແລະ ແຜນວຽກຈຸດສຸມ ປະຈຳປີ 2023 ຂອງ ຫສນຍ ເຊິ່ງເຫັນໄດ້ວ່າ ຕະຫຼອດໄລຍະປີ 2022 ທີ່ຜ່ານມາ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ມີການປັບປຸງກົງຈັກການຈັດຕັ້ງ ມີການສັບຊ້ອນດຸ່ນດ່ຽງພະນັກງານພາຍໃນ ແຕ່ຍັງສາມາດຮັກສາໄດ້ຄວາມສາມັກຄີພາຍໃນ ຄວາມເປັນເອກະພາບ ແລະ ມີຄວາມສະຫງົບ ໄດ້ປັບປຸງກົນໄກວິທີເຮັດວຽກ ໃຫ້ຮັດກຸມ ຖືກຕ້ອງ ວ່ອງໄວຂຶ້ນ ສາມາດຮັບປະກັນການປະຕິບັດໜ້າທີ່ ຕາມພາລະບົດບາດ ແລະ ຂອບເຂດສິດຂອງຕົນ ດ້ວຍຄວາມຮັບຜິດຊອບສູງ  ເປັນຕົ້ນ: ວຽກງານເສນາທິການ ວຽກປະສານງານ ວຽກບໍລິການຮັບໃຊ້. ໂອກາດນີ້ ທ່ານປະທານກອງປະຊຸມໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ຍ້ອງຍໍຊົມເຊີຍ ຕໍ່ຜົນງານ ທີ່ພະນັກງານ-ລັດຖະກອນ ທົ່ວ ຫສນຍ ໄດ້ພ້ອມກັນບຸກໜ້າບືນຕົວ ປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ ມີຜົນສຳເລັດຕະຫຼອດໄລຍະ 1 ປີທີ່ຜ່ານມາ ອັນສຳຄັນ ເພື່ອສືບຕໍ່ປະຕິບັດຄໍາຂວັນ 3 ໜ້າທີ່ຕົ້ນຕໍ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄປສູ່ຄຸນນະພາບໃໝ່ນັ້ນ ທ່ານລັດຖະມົນຕີ ຫົວໜ້າຫ້ອງວ່າ ການສໍານັກງານນາຍົກລັດຖະມົນຕີໄດ້ມີຄຳເຫັນເນັ້ນໜັກຕື່ມບາງດ້ານ ເປັນຕົ້ນ ກ່ອນອື່ນໝົດຄະນະປະຈໍາພັກ ຄະນະພັກ ຕ້ອງໄດ້ເພີ່ມທະວີການນໍາພາ-ຊີ້ນໍາວຽກງານ ຕາມຫຼັກການລວມສູນປະຊາທິປະໄຕ ນຳພາເປັນໝູ່ຄະນະ ມີຄວາມເປັນເອກະພາບ ແລະ ສາມັກຄີເປັນປຶກແຜ່ນ ຄຽງຄູ່ກັບການສ້າງບາດລ້ຽວໃໝ່ ການເປັນເສນາທິການ ໃນການຄົ້້ນຄວ້າ ໄດ້ມີການຫັນປ່ຽນຢ່າງແຂງເຮງ ເລິກ ເຊິ່ງ ຮອບດ້ານ ທາງດ້ານວິຊາການ ສ້າງກົນໄກປະສານງານ ທີ່ໂລ່ງລ່ຽນ ກົມກຽວ ສະໜອງການບໍລິການຮັບໃຊ້ທີ່ສະດວກ ວ່ອງໄວ ມີຄຸນນະພາບ ແລະ ກ້າວໄປສູ່ການຫັນປ່ຽນທີ່ຕັ້ງໜ້າ ແລະ ທັນສະໄໝ ໂດຍ 3 ຫັນປ່ຽນຄື: (1) ຫັນປ່ຽນຈາກແນວຄິດຄອງຄອຍ ລັງເລ ລໍຖ້າແຕ່ຄຳສັ່ງ ໄປສູ່ຄວາມເປັນເຈົ້າການ ກວ່າເກົ່າ (2) ຫັນຈາກການເຮັດວຽກບໍ່ມີຈຸດສຸມຈະແຈ້ງ  ໄປສູ່ການເຮັດວຽກຢ່າງມີລະບົບ ເຂົ້າສູ່ລະບຽບ ມີຈຸດສຸມ ແລະ ຄາດໝາຍທີ່ຊັດເຈນ ແລະ (3) ຫັນຈາກລະບົບການເຮັດວຽກຫຼາຍຂັ້ນ ຫຼາຍຂອດ ໄປສູ່ລະບົບການເຮັດວຽກທີ່ສະດວກ ວ່ອງໄວ  ແລະ ທັນສະໄໝ ກວ່າເກົ່າ. ໃນໂອກາດດໍາເນີນກອງປະຊຸມ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານປະຈໍາປີ 2022 ແລະ ທິດທາງແຜນການ ປະຈຳປີ 2023 ຄັ້ງນີ້ ຍັງໄດ້ມີພິທີປະກາດການຈັດຕັ້ງ ພາຍໃນ ຫສນຍ ເຊິ່ງທ່ານ ດອນ ໄພວົງ ຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດໍາລັດນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ ທ່ານ ຈັນທະບູນ ລັດຕະນະວົງ ຜູ້ຊ່ວຍທ່ານ ນາຍົກລັດຖະມົນຕີ ອອກພັກການຮັບອຸດໜູນບໍານານ ແລະ ເອກະສານທີ່ກ່ຽວຂ້ອງ ວ່າດ້ວຍການຍົກຍ້າຍທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄປຮັບໜ້າທີ່ໃໝ່ ຢູ່ກະຊວງສຶກສາທິການ ແລະ ກີລາ. Share:FacebookTwitter
ຫສນຍ ຕ້ອງສືບຕໍ່ພັດທະນາ ກ້າວໄປສູ່ການຫັນປ່ຽນທີ່ຕັ້ງໜ້າ ທັນສະໄໝ ຕາມ 3 ຫັນປ່ຽນ
https://v2.vientianemai.net/archives/55204
ສູນເລືອດອົງການກາແດງ ສ ເກົາຫຼີ ໄດ້ມອບລົດຕູ້ຈໍານວນ 2 ຄັນ ແລະ ເຄື່ອງຮີດສາຍຖົງເລືອດ ຈໍານວນ 2 ເຄື່ອງລວມມມີມູນຄ່າທັງໝົດ 65.000 ໂດລາສະຫະລັດ ໃຫ້ແກ່ ສູນເລືອດ ແຂວງໄຊຍະບູລີ ແລະ ສູນເລືອດແຂວງຄໍາມ່ວນ ເພື່ອນໍາໃຊ້ເຂົ້າໃນວຽກງານໜ່ວຍເຈາະເກັບເລືອດ.     ພິທີມອບ-ຮັບ ເຄື່ອງດັ່ງກ່າວຈັດຂຶ້ນວັນທີ 8 ກຸມພາ 2023 ທີ່ສະຖາບັນເລືອດແຫ່ງຊາດ ໂດຍແມ່ນ ທ່ານ ໂຈນາມຊອນ ຜູ້ອຳນວຍການ ສູນເລືອດ ອົງການກາແດງ ສ ເກົາຫຼີ ເປັນຜູ້ກ່າວມອບ ແລະ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ເປັນຜູ້ກ່າວຮັບ ແລະ ມອບຕໍ່ໃຫ້ ຜູ້ຕາງໜ້າ ສູນເລືອດ ແຂວງ ໄຊຍະບູລີ ແລະ ແຂວງຄຳມ່ວນ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.     ທ່ານ ພູທອນ ເມືອງປາກກ່າວສະແດງຄວາມຂອບໃຈຕໍ່ສູນເລືອດອົງການກາແດງ ສ ເກົາຫຼີ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນວຽກງານປຸກລະດົມການບໍລິຈາກເລືອດ ແລະ ສະໜອງເລືອດທີ່ປອດໄພຢູ່ ສ ປ ປ ລາວ ແລະ ທ່ານໄດ້ເນັ້ນໜັກຕໍ່ສະຖາບັນເລືອດແຫ່ງຊາດ ແລະ ສູນເລືອດແຂວງທົ່ວປະເທດໃນການສືບຕໍ່ສູ້ຊົນ ເສີມຂະຫຍາຍຄວາມອາດສາມາດໃນວຽກງານປຸກລະດົມບໍລິຈາກເລືອດ ໂດຍສະເພາະເພື່ອໃຫ້ບັນລຸຕົວເລກເປົ້າໝາຍການບໍລິຈາກເລືຶອດທີ່ໄດ້ກຳນົດໃຫ້ເກີນ 1% ຂອງປະຊາກອນຕໍ່ປີ.     ປັດຈຸບັນ ສປ ປ ລາວ 80% ຂອງການຮັບບໍລິຈາກເລືອດ ແມ່ນໄດ້ມາຈາກການອອກຮັບບໍລິຈາກເລືອດເຄື່ອນທີ່ ຕາມສະຖານທີ່ຕ່າງໆ ເຊິ່ງມີຄວາມຈໍາເປັນຕ້ອງໄດ້ໃຊ້ພາຫະນະໃນການອອກເຄື່ອນໄຫວດັ່ງກ່າວ ອົງການກາແດງແຫ່ງຊາດລາວ ແລະ ສູນເລືອດ ອົງການກາແດງ ສ ເກົາຫຼີ ມີຄວາມມຸ້ງໝັ້ນການຮ່ວມມືໃນຄັ້ງນີ້ ຈະຊ່ວຍເພີ່ມຈໍານວນການຮັບບໍລິຈາກເລືອດຢູ່ຕາມສະຖານທີ່ຕ່າງໆໃຫ້ຫຼາຍຂຶ້ນ. Share:FacebookTwitter
ກາແດງ ສ ເກົາຫຼີ ມອບລົດຊ່ວຍເຫຼືອສູນເລືອດ ໄຊຍະບູລີ ແລະ ຄຳມ່ວນ
https://v2.vientianemai.net/archives/55213
ສະໂມສອນ ມາສເຕີ ເຊເວັນ ເອັບຊີ ປະກາດແຕ່ງຕັ້ງ ທ່ານ ວຸດທິວັດ ແດງສະເໝີກຽດ ຄູເຝິກລະດັບ A ລາຍການເຊັນຂອງສະຫະພັນບານເຕະອາຊີ ຫຼື ເອເອັບຊີ ຊາວໄທ ເປັນຄູເຝິກຄົນໃໝ່ ຢ່າງເປັນທາງການ ພ້ອມຕັ້ງເປົ້າໝາຍຈະໄລ່ລ່າແຊັມເຕະບານ ເປບຊີ ລາວລີກ ລະດູການ 2023 ເພື່ອມອບຄວາມສຸກໃຫ້ແຟນບານທຸກຄົນ. ພິທີເປີດຕົວ ທ່ານ ວຸດທິວັດ ແດງສະເໝີກຽດ ເປັນຄູຝຶກຄົນໃໝ່ຂອງ ສະໂມສອນ ມາສເຕີ ເຊເວັນ ເອັບຊີ ຈັດຂຶ້ນ ເມື່ອວັນທີ 3 ກຸມພາ ຜ່ານມາ ທີ່ຫ້ອງການສະໂມສອນດັ່ງກ່າວ ເຂດບ້ານດົງຄຳຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ບຸນຖະໜອມ ສີຫາລາດ ຮອງປະທານສະໂມສອນ ມາສເຕີ ເຊເວັນ ເອັບຊີ ແລະ ທ່ານ ວຸດທິວັດ ແດງສະເໝີກຽດ ຄູຝຶກຊາວໄທ ພ້ອມດ້ວຍບັນດາສື່ມວນຊົນລາວທຸກຂະແໜງການເຂົ້າຮ່ວມ.   ໂອກາດນີ້ ທ່ານ ບຸນຖະໜອມ ສີຫາລາດ ກ່າວວ່າ: ປັດຈຸບັນ ມາສເຕີ ເຊເວັນ ເອັບຊີ ກໍາລັງຂຸ້ນຂ້ຽວກຽມທີມເພື່ອໄລ່ລ່າແຊັມເຕະບານ ເປບຊີ ລາວລີກ 1 ຕໍ່ ຫຼັງ 2 ລະດູການທີ່ຜ່ານມາຍາດໄດ້ເປັນພຽງທີມຮອງແຊັມ ແຕ່ປີນີ້ພິເສດ ພວກເຮົາໄດ້ເຊີນເອົາທ່ານຄູເຝິກທີ່ມີປະສົບການສູງ ແລະ ເຄີຍປະສົບຜົນສໍາເລັດໃນວົງການບານເຕະໄທ ຢ່າງຫຼວງຫຼາຍ ມາຊ່ວຍພັດທະນານັກກິລາພາຍໃນທີມ ພັດທະນາສະໂມສອນ ກໍຄືສ້າງສີສັນໃນວົງການບານເຕະລາວ ໃຫ້ພົ້ນເດັ່ນຍິ່ງໆຂຶ້ນ ແລະ ແນ່ນອນວ່າປີນີ້ ພວກເຮົາໄດ້ຕັ້ງເປົ້າໝາຍໄວ້ສູງຈະພະຍາຍາມໄລ່ລ່າແຊັມ ລະດູການນີ້ ໃຫ້ເປັນຄັ້ງປະຫວັດສາດໃຫ້ໄດ້. ໂອກາດດຽວກັນ ທ່ານ ວຸດທິວັດ ແດງສະເໝີກຽດ ກ່າວວ່າ:  ການທີ່ເລືອກມາຄຸມ ທີມມາສເຕີ ເຊເວັນ ເອັບຊີ ເພື່ອຢາກຈະພັດທະນານັກເຕະໜຸ່ມນ້ອຍ ພັດທະນາທີມ ແລະ ພັດທະນາວົງການບານເຕະລາວໃຫ້ມີບາດກ້າວທີ່ພົ້ນເດັ່ນຂຶ້ນ ເຖິງຢ່າງໃດກໍດີ ໃນຄວາມຮູ້ສຶກສ່ວນຕົວແມ່ນມີຄວາມດີໃຈ ແລະ ເປັນກຽດຢ່າງສູງທີ່ສະໂມສອນແຫ່ງນີ້ ໃຫ້ຄວາມເຊື່ອໝັ້ນ ຊຶ່ງເປັນສິ່ງທີ່ທ້າທ້າຍໃໝ່ໃນບົດບາດໃນການເປັນຄູເຝິກ ພາຍຫຼັງທີ່ໄດ້ມາຮ່ວມທີມນີ້ ກໍໄດ້ເລັ່ງເຫັນ 3 ຈຸດແຂງຂອງທີມ ກໍຄື ມີກອງເຊຍທີ່ດີ ເຊຍກັນເປັນລະບົບນີ້ຄື ຜູ້ຫຼິ້ນທີ່ 12 ທີ່ດີ ນັກກີລາທຸກຄົນມີຄວາມສາມາດສູງ ແລະ  ພວກເຮົາມີທີມງານທີ່ເປັນມືອາຊີບ ເຊື່ອວ່າປີນີ້ ມາສເຕີ ເຊເວັນ ເອັບຊີ ພວກເຮົາທຸກຄົນຈະພ້ອມໃຈກັນຮ່ວມສ້າງປະຫວັດສາດ ຄອງແຊ໋ມ ເປບຊີ ລາວລີກ 1 ລະດູການນີ້ໃຫ້ໄດ້. ສຳລັບ ທ່ານ ວຸດທິວັດ ແດງສະເໝີກຽດ ແມ່ນມີຜົນງານໂດດເດັ່ນມາຢ່າງຫຼວງຫຼາຍ ທັງໃນທີມເຍົາວະຊົນ ທີມຊາດໄທ ນັບແຕ່ ປີ 1981 ຈົນຮອດປີ 1989 ກໍເຄີຍເຮັດໜ້າທີ່ ຄຸມທີມຊາດໄທຊຸດໃຫຍ່ ແລະ ເຄີຍພາທີມທະນາຄານກຸງໄທ ຄວ້າແຊັມ ດິວິຊັນ 2 (1993) ຄວ້າແຊັມ ດິວິຊັນ 1 (1999) ຄວ້າແຊັມໄທພຣີເມຍລີກ (ສອງປີຊ້ອນ) ລາຍການ ຄິງຄັບ (ສອງປີຊ້ອນ) ແລະ ລາຍການ ເອເອັບຊີ ແຊັມປ້ຽນລີກ 2004 ແລະ 2005. Share:FacebookTwitter
ມາສເຕີ ແຕ່ງຕັ້ງ “ວຸດທິວັດ” ເປັນຄູເຝິກຄົນໃໝ່ ຫວັງຄວ້າແຊັມເຕະບານ ເປບຊີ ລາວລີກ 2023
https://v2.vientianemai.net/archives/55219
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ແຕ່ລະຂົງເຂດວຽກງານກະສິກຳ-ປ່າໄມ້ ສຸມໃສ່ຍູ້ແຮງການຜະລິດພາຍໃນ ເພື່ອທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ ໂດຍສະເພາະ ເລັ່ງໃສ່ຊຸກຍູ້ການຜະລິດກະສິກຳ ທີ່ມີທ່າແຮງ ແລະ ຕະຫຼາດຮອງຮັບ ໄປພ້ອມກັບການເອົາໃຈໃສ່ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ. ໃນໂອກາດເຂົ້າຮ່ວມໂອ້ລົມປິດກອງສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາວຽກງານກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈຳປີ 2022 ແລະ ທິດທາງແຜນການປີ 2023 ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ກັບການຈັດຕັ້ງປະຕິບັດວຽກງານຂອງ ຂະແໜງກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດໃນໄລຍະໜຶ່ງປີຜ່ານມາ ເຊິ່ງສາມາດຍາດໄດ້ຜົນງານຢ່າງຫຼວງຫຼາຍ ອັນທີ່ພົ້ນເດັ່ນແມ່ນພວກທ່ານ ໄດ້ພ້ອມກັນສູ້ຊົນປະຕິບັດຄາດໝາຍທີ່ວາງອອກ ເຮັດໃຫ້ຂະແໜງ ກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ມີການພັດທະນາໄປຕາມທິດທີ່ວາງໄວ້ ເຮັດໃຫ້ຈັງຫວະການຂະຫຍາຍຕົວຂອງຂົງເຂດກະສິກຳ-ປ່າໄມ້ ຢູ່ໃນລະດັບ 2,9% ໃນນີ້ຂະແໜງການປູກຝັງ ການລ້ຽງສັດ ແລະ ການປະມົງ ກໍລ້ວນແຕ່ໄດ້ຮັບການພັດທະນາດີຂຶ້ນ ພາໃຫ້ລວມຍອດຜະລິດຕະພັນຂົງເຂດກະສິກຳ-ປ່າໄມ້ກວມເອົາ 17,5% ຂອງລວມຍອດຜະລິດຕະພັນພາຍໃນ (GDP) ດ້ານການຄໍ້າປະກັນສະບຽງອາຫານ ເຫັນໄດ້ວ່າ ພວກເຮົາສາມາດຜະລິດໂດຍສະເພາະແມ່ນເຂົ້າ ໄດ້ຢ່າງພຽງພໍ ມີສ່ວນແຮໄວ້ ແລະ ຈຳໜ່າຍຈຳນວນໜຶ່ງ ສາມາດມີສິນຄ້າຮັບໃຊ້ພາຍໃນ ທົດແທນການນໍາເຂົ້າໄດ້ໂດຍພື້ນຖານ ສາມາດສົ່ງອອກໄດ້ຫຼາຍກວ່າ 1,5 ຕື້ໂດລາສະຫະລັດ ຂະແໜງປ່າໄມ້ໄດ້ຮັບການປົກປັກຮັກສາທີ່ເຂັ້ມງວດຂຶ້ນກວ່າເກົ່າ ຕາມຄຳສັ່ງຂອງຂັ້ນເທິງ ມີການຟື້ນຟູປ່າໄມ້ຄືນ ຂະແໜງການພັດທະນາຊົນນະບົດ ໄດ້ມີໂສມໜ້າໃໝ່ ແລະ ມີການຫັນປ່ຽນດີຂຶ້ນເປັນກ້າວໆ. ໂອກາດນີ້ ກໍຂໍສະແດງຊົມເຊີຍຕໍ່ຜົນສໍາເລັດ ກໍຄື ຜົນງານຂອງບັນດາສະຫາຍການນຳກະຊວງ ແລະ ພະນັກງານໝົດທຸກທ່ານ ແຕ່ສູນກາງຮອດທ້ອງຖິ່ນ ທີ່ພວກທ່ານຍາດມາໄດ້ນັ້ນ ແຕ່ເຖິງຢ່າງໃດກໍດີຜົນສຳເລັດທີ່ເຮັດໄດ້ຜ່ານມານັ້ນເຖິງແມ່ນໃຫຍ່ຫຼວງກໍຈິງ ແຕ່ເມື່ອທຽບກັບການເລັ່ງທວງຂອງສະພາບການໃໝ່ ແລະ ຄວາມຮຽກຮ້ອງຕ້ອງ ການພັດທະນາ ແຕ່ລະຂົງເຂດວຽກງານກະສິກຳ-ປ່າໄມ້ເຫັນວ່າຍັງມີຫຼາຍດ້ານທີ່ຕ້ອງໄດ້ສືບຕໍ່ບຸກບືນສູ້ຊົນຕື່ມອີກໃຫ້ມີຜົນສຳເລັດເປັນຕົ້ນ ຢາກເນັ້ນໜັກພາກສ່ວນກ່ຽວຂ້ອງແຕ່ລະຂັ້ນ ສຸມໃສ່ຍູ້ແຮງການຜະລິດພາຍໃນ ເພື່ອທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ ໃຫ້ຫຼາຍຂຶ້ນ ໂດຍສະເພາະ ເລັ່ງໃສ່ຊຸກຍູ້ການຜະລິດກະສິກຳ ທີ່ມີທ່າແຮງ ແລະ ຕະຫຼາດຮອງຮັບ ດຳເນີນມາດຕະຖານສົ່ງເສີມ ແລະ ປົກປ້ອງຜູ້ຜະລິດພາຍໃນໃຫ້ເຂັ້ມແຂງ ແລະ ໝັ້ນຄົງ ດຳເນີນການຈັດສັນເຂດການຜະລິດ-ການປຸງແຕ່ງ ຟື້ນຟູ ແລະ ປັບປຸງ ໂຄງລ່າງພື້ນຖານການຜະລິດກະສິກຳ ໃຫ້ມີປະສິດທິຜົນສູງ ຍົກລະດັບ ສູນຄົ້ນຄວ້າ ແລະ ການສະໜອງທຶນໃຫ້ແກ່ສູນບໍລິການເຕັກນິກກະສິກຳ ແນໃສ່ສະໜອງແນວພັນພືດ-ແນວພັນສັດ ແລະ ເຕັກນິກວິຊາການ ໃຫ້ແກ່ຜູ້ທຳການຜະລິດ ເພື່ອຫຼຸດຜ່ອນຕົ້ນທຶນການຜະລິດ ເພີ່ມຜົນຜະລິດທີ່ມີຄຸນນະພາບ ແລະ ລາຄາທີ່ສາມາດແກ້ງແຍ້ງແຂ່ງຂັນກັບປະເທດອ້ອມຂ້າງ ແລະ ສາກົນໄດ້. ສຳລັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນສະເພາະໜ້ານີ້ ຕ້ອງເຮັດໜ້າທີ່ ປະສານສົມທົບກັບ ບັນດາຂະແໜງການ ທ້ອງຖິ່ນ ສ້າງແຜນການ ຊຸກຍູ້ ຕິດຕາມ ກວດກາ ແລະ ປະເມີນ ການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມຄຳສັງຂອງກົມການເມືອງສູນກາງພັກ ເລກທີ 097/ກມສພ ກົດໝາຍຈັດສັນພູມລຳເນົາ ແລະ ອາຊີບເລກທີ 45/ສພຊ ດຳລັດ 348/ລບ ແລະ ຂໍ້ຕົກລົງຂອງນາຍົກເລກທີ 72/ນຍ ສົມທົບກັບກະຊວງແຜນການ ແລະ ການລົງທຶນ ແລະ ທ້ອງຖິ່ນ ເພື່ອກວດກາຄືນ ກ່ຽວກັບ ໂຄງການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ກຳນົດຈຸດສຸມ ໂດຍສະເພາະການສຸມທຶນຮອນ ເພື່ອແນໃສ່ໃຫ້ມີບ້ານຕົວແບບດ້ານຕ່າງໆ ຕິດພັນກັບວຽກງານທີ່ກ່ຽວຂ້ອງອື່ນໆໃຫ້ຫຼາຍຂຶ້ນ. Share:FacebookTwitter
ນາຍົກລັດຖະມົນຕີ ເນັ້ນໃຫ້ ຂະແໜງກະສິກຳ ສຸມໃສ່ຍູ້ແຮງການຜະລິດພາຍໃນ
https://v2.vientianemai.net/archives/55225
ໂດຍໄດ້ຮັບການສະໜັບສະໜູນຈາກມູນນິທິເວສມິນສະເຕີ (WFD) ໃນການຈັດກອງປະຊຸມຍົກສູງຂີດຄວາມສາມາດໃນການຕິດຕາມກວດກາຂົງເຂດວຽກງານຍຸຕິທໍາໃຫ້ແກ່ 7 ແຂວງ ໃນວັນທີ 8 ກຸມພາ 2023 ທີ່ສະໂມສອນສະພາປະຊາຊົນແຂວງເຊກອງ ເປັນປະທານຮ່ວມຂອງທ່ານ ຄໍາແພງ ວິລະພັນ ປະທານກຳມາທິການຍຸຕິທໍາ ສະພາແຫ່ງຊາດ ແລະ ທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງ ເຊກອງ ມີບັນດາທ່ານສະມາຊິກສະພາແຫ່ງຊາດທີ່ເປັນກໍາມະການສັງກັດກໍາມາທິການຍຸຕິທໍາສະພາແຫ່ງຊາດ ປະທານ-ຮອງປະທານກໍາມະການຍຸຕິທໍາ ແລະ ປກຊ-ປກສ ຜູ້ປະສານງານໂຄງການ ກອງເລຂາຊ່ວຍວຽກ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ 7 ແຂວງເຂົ້າຮ່ວມ.     ກອງປະຊຸມຄັ້ງນີ້ແມ່ນເປັນຄັ້ງທີ 2 ໂດຍໄດ້ນໍາເອົາບັນດາເນື້ອໃນເອກະສານທີ່ສໍາຄັນໃນຂົງເຂດຍຸຕິທໍາ ມາພິຈາລະນາຄົ້ນຄວ້າ ແລກປ່ຽນຖອດຖອນບົດຮຽນຮ່ວມກັນ ແລະ ເຊື່ອມຊຶມໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ໃນນັ້ນ ມີບົດສະເໜີກ່ຽວກັບພາລະບົດບາດການຕິດຕາມກວດກາຂອງກໍາມາທິການຍຸຕິທໍາ ສະພາແຫ່ງຊາດ ບົດສະເໜີການແຕ່ງຕັ້ງ ຍົກຍ້າຍ ຫຼື ປົດຕໍາແໜ່ງບຸກຄະລາກອນຂອງສານປະຊາຊົນ ແລະ ແລກປ່ຽນບົດຮຽນການຕິດຕາມກວດກາໂດຍຜ່ານຄໍາຮ້ອງຂໍຄວາມເປັນທໍາ.     ໂອກາດນີ້ທ່ານປະທານກຳມາທິການຍຸຕິທໍາ ສະພາແຫ່ງຊາດໄດ້ຮຽກຮ້ອງບັນດາທ່ານ ຄະນະນໍາ ສະມາຊິກສະພາແຫ່ງຊາດ ຄະນະກໍາມະການ ຜູ້ແທນກອງປະຊຸມທີ່ມາຈາກ 7 ແຂວງຄື ແຂວງ ບໍລິຄໍາໄຊ ຄໍາມ່ວນ ສະຫວັນນະເຂດ ຈໍາປາສັກ ສາລະວັນ ເຊກອງ ແລະ ແຂວງອັດຕະປື ຈົ່ງນໍາໃຊ້ສິດປະຊາທິປະໄຕ ແລະ ເຊີດຊູຄວາມຮັບຜິດຊອບຂອງຕົນຕໍ່ກັບບັນດາເນື້ອໃນທີ່ນໍາສະເໜີ ສົນທະນາແລກປ່ຽນຖອດຖອນບົດຮຽນຮ່ວມກັນ ຍົກໃຫ້ເຫັນການຈັດຕັ້ງປະຕິບັດຕົວຈິງຂອງແຕ່ລະທ້ອງຖິ່ນເພື່ອຊອກຫາວິທີການ ແລະ ມາດຕະການແກ້ໄຂໃຫ້ເປັນເອກະພາບກັນເຮັດໃຫ້ບັນດາເນື້ອໃນດັ່ງກ່າວນັ້ນ ສາມາດຮັບຮອງໄດ້ ແລະ ນໍາໄປຈັດຕັ້ງຜັນຂະຫຍາຍໃນການປະຕິບັດໜ້າທີ່ວຽກງານຕໍ່ໜ້າໃຫ້ມີຜົນສໍາເລັດ. Share:FacebookTwitter
ຍົກລະດັບຄວາມສາມາດໃນການຕິດຕາມກວດກາຂົງເຂດວຽກງານຍຸຕິທໍາໃຫ້ແກ່ 7 ແຂວງ
https://v2.vientianemai.net/archives/55230
ວັນທີ 8 ກຸມພາ 2023 ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມສະຫລຸບວຽກງານກວດກາປະຈຳປີ 2022 ແລະ ວາງທິດທາງແຜນການ ປະຈຳປີ 2023 ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີ ກະຊວງ ຖວທ ບັນດາສະຫາຍຮອງເລຂາ ປະທານຄະນະກວດກາພັກ ຮອງລັດຖະມົນຕີ ຫົວໜ້າກົມ ຮອງກົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.     ທ່ານ ວັນສີ ກົວມົວ ປະທານກວດກາພັກກະຊວງ ຮອງລັດຖະມົນຕີກະຊວງ ຖວທ ໄດ້ມີຄຳເຫັນວ່າ: ການກວດກາ ແມ່ນພາລະບົດບາດຕົ້ນຕໍໃນການນຳພາ-ຊີ້ນຳຂອງພັກ ແລະ ການຄຸ້ມຄອງຂອງລັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໄດ້ກຳນົດວ່າ ພັກເຮົາຍາມໃດກໍຖືວ່າວຽກງານກວດກາແມ່ນໜຶ່ງໃນພາລະບົດບາດ ແລະ ແບບແຜນການນຳພາຂອງພັກ ບໍ່ມີການກວດກາ ກໍໝາຍຄວາມວ່າບໍ່ມີການນຳພາໃນເງື່ອນໄຂເສດຖະກິດຕະຫລາດ ແລະ ເປີດກວ້າງການພົວພັນຮ່ວມມືກັບສາກົນ ແລະ ພາກພື້ນ ຜ່ານມາຄະນະພັກ-ຄະນະນຳ ໂດຍສະເພາະປະທານກວດກາພັກກກະຊວງ ໄດ້ເອົາໃຈໃສ່ ນຳພາ-ຊີ້ນໍາ ວຽກງານກວດກາຢ່າງເຂັ້ມແຂງ ແລະ ທັນເວລາ, ສາມາດຊອກເຫັນປະກົດການຫຍໍ້ທໍ້ ເພື່ອສະກັດກັ້ນປະກົດການສໍ້ລາດບັງຫລວງ ໃນກົງຈັກຂອງພັກ-ລັດ. ພ້ອມນັ້ນ, ຄະນະພັກ-ຄະນະນຳແຕ່ລະຂັ້ນຍັງໄດ້ເພີ່ມທະວີການ ນຳພາ-ຊີ້ນຳໃນ ວຽກງານ ຕິດຕາມກວດກາ ຢ່າງແຂງແຮງ ແລະ ເປັນລະບົບຕໍ່ເນື່ອງ.     ພ້ອມນີ້ ທ່ານນາງ ບົວມະນີ ໄຊທິລາດ ຮອງປະທານກວດກາພັກກະຊວງ ຫົວໜ້າກົມກວດກາ ກະຊວງ ຖວທ ໄດ້ຍົກໃຫ້ເຫັນຜົນງານ ຜົນສຳເລັດ ໃນແຕ່ລະດ້ານ ລວມທັງຂໍ້ສະດວກ ຂໍ້ຫຍຸ້ງຍາກ ແລະ ບົດຂຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດວຽກງານກວດກາໃນໄລຍະຜ່ານມາ ຈົນເຖິງປັດຈຸບັນ ກົມກວດກາ ມີພາລະບົດບາດເປັນເສນາທິການໃຫ້ຄະນະພັກ ຄະນະກວດກາພັກໃນວຽກງານກວດກາພັກ ແລະ ເປັນເສນາທິການໃຫ້ລັດຖະມົນຕີກະຊວງ ຖວທ ໃນການຄຸ້ມຄອງວຽກງານກວດກາລັດ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ, ການຄົ້ນຄວ້າພິຈາລະນາຄຳຮ້ອງ-ຄຳສະເໜີທີ່ຂຶ້ນກັບການຄຸ້ມຄອງຂອງກະຊວງ ຖວທ. Share:FacebookTwitter
ຖວທ ສະຫລຸບວຽກງານກວດກາ ປະຈຳປີ 2022
https://v2.vientianemai.net/archives/55246
ທີມງານໂຄງການຈິດອາສາພັດທະນາຊີວິດການເປັນຢູ່ຂອງປະຊາຊົນລະຫວ່າງຄອບຄົວການນໍາ ຮ່ວມກັບ ພາກທຸລະກິດ ມອບ​ທຶນ​ຊ່ວຍ​ເຫຼືອ ເຄື່ອງນຸ່ງຫົ່ມ ອຸປະກອນການສຶກສາ ແລະ ກີລາໄປມອບໃຫ້ໂຮງຮຽນອະນຸບານ-ປະຖົມສົມບູນບ້ານປາກ ມອງ ແລະ ໂຮງຮຽນຊົນເຜົ່າເມືອງນໍ້າບາກ ໃນ​ໂອ​ກາດເດີນ​ທາງເຂົ້າຮ່ວມບຸນສົມໂພດພະ ແລະ ສະຫຼອງພຸດທະສິມມາທີ່ວັດ ສີຄູນເມືອງ ບ້ານປາກມອງ ເມືອງນໍ້າບາກ ແຂວງຫຼວງພະບາງ ຈັດຂຶ້ນວັນທີ 4-5 ກຸມພາ 2023. ກ່າວມອບໂດຍທ່ານ ນາງ ບຸນເພັງ ມູນໂພໄຊ ຮອງປະທານທີ່ປຶກສາກິດຕິມະສັກ ແລະ ທ່ານ ນາງ ອິນແປງ ຊາມຸນຕີ ປະທານ ໂຄງການຈິດອາສາພັດທະນາຊີວິດການເປັນຢູ່ຂອງປະຊາຊົນລະຫວ່າງຄອບຄົວການນໍາ ຮ່ວມກັບ ພາກທຸລະກິດ ແລະ ກ່າວ ຮັບໂດຍອຳນາດການປົກຄອງບ້ານປາກມອງ ອຳນວຍການໂຮງຮຽນອະນຸບານ-ປະຖົມສົມບູນບ້ານປາກມອງ ແລະ ອຳນວຍ ການໂຮງຮຽນຊົນເຜົ່າເມືອງນໍ້າບາກ ມີທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ທ່ານເຈົ້າເມືອງນໍ້າບາກ ຄູອາຈານ ນັກຮຽນ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. ສໍາລັບເຄື່ອງ ແລະ ເງິນທີ່ນະຄະທີມງານໂຄງການໄປມອບໃຫ້ຄັ້ງນີ້ໄດ້ມາຈາກການປະກອບສ່ວນ ຂອງສະ ມາຊິກ ເຊິງ​ການ ມອບ​ເຄື່ອງ​ຄັ້ງ​ນີ້ ເພື່ອເປັນການປະກອບ ສ່ວນຊ່ວຍພັດທະນາຂະແໜງການສຶກສາໂດຍ ສະເພາະຊ່ວຍນັກຮຽນທີ່ທຸກຍາກ ຂາດເຂີນໂຮງຮຽນທີ່ຕັ້ງຢູ່ ເຂດຫ່າງໄກສອກຫຼີກ. Share:FacebookTwitter
ໂຄງການຈິດອາສາມອບເຄື່ອງຊ່ວຍເຫຼືອໃຫ້ໂຮງຮຽນ 2 ແຫ່ງ
https://v2.vientianemai.net/archives/55247
ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ (ກສຊ) ປະຈຳປີ 2022 ແລະ ກໍານົດທິດທາງແຜນການ ປະຈຳປີ 2023 ຈັດຂຶ້ນລະຫວ່າງວັນທີ 9-10 ກຸມພາ 2023 ທີ່ສູນການຮ່ວມມືສາກົນ ແລະ ການເຝິກອົບຮົມ (ICTC) ເປັນປະທານຂອງ ທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມີບັນດາທ່ານຮອງລັດຖະມົນຕີ ຮອງປະທານແນວລາວສ້າງຊາດ ຮອງປະທານກໍາມາທິການຈາກສະພາແຫ່ງຊາດ ບັນດາທ່ານຮອງເຈົ້າແຂວງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຫົວໜ້າພະແນກ ຊສ ສູນກາງ ທ້ອງຖິ່ນ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.     ທ່ານນາງ ພັກກາວັນ ພິດສະໄໝ ຫົວໜ້າກົມແຜນການ ແລະ ການເງິນ ກຊສ ໄດ້ຜ່ານ ບົດສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານໃນໜຶ່ງປີຜ່ານມາ ຍົກໃຫ້ເຫັນຜົນສຳລັດຫຼາຍດ້ານເປັນຕົ້ນ ສໍາເລັດການຂຶ້ນທະບຽນອອກໃບຕາດິນໃນຂອບເຂດທົ່ວປະເທດໄດ້ 129.898 ຕອນ ເທົ່າກັບ 43,30% ຂອງແຜນປີ 2022 (ແຜນການ 300.000 ຕອນ) ສໍາເລັດການສ້າງໜ່ວຍງານຂຶ້ນທະບຽນອອກໃບຕາດິນຢູ່ພາກສະໜາມໄດ້ 32 ໜ່ວຍງານໃນ 18 ແຂວງທົ່ວປະເທດ ແລະ ຫັນລະບົບການຄຸ້ມຄອງທີ່ດິນເປັນທັນສະໄໝໂດຍນໍາໃຊ້ລະບົບລາວແລນແລັກ ເພື່ອຮັບໃຊ້ໃນການຄຸ້ມຄອງຂໍ້ມູນທີ່ດິນ ປັດຈຸບັນສາມາດນໍາໃຊ້ 1.039.960 ຕອນ ສໍາເລັດການຖ່າຍໂອນຂໍ້ມູນການອອກໃບຕາດິນຈາກລະບົບເຈ້ຍເປັນລະບົບດີຈີຕອນທົ່ວປະເທດໄດ້ 1.052.829 ຕອນ ສໍາເລັດການເຊື່ອມຕໍ່ລະບົບຖານຂໍ້ມູນທີ່ດິນ ເຂົ້າສູ່ລະບົບຊໍາລະຄ່າທໍານຽມການນໍາໃຊ້ທີ່ດິນ (ພາສີທີ່ດິນ) ໄດ້ 1.064.482 ຕອນ ດຳເນີນການສ້າງແຜນຄຸ້ມຄອງອ່າງຮັບນໍ້າຂະໜາດໃຫຍ່ສໍາເລັດ 7 ອ່າງ ອ່າງຮັບນໍ້າຂະໜາດນ້ອຍ 1 ອ່າງ  ຕິດຕາມກວດກາສິ່ງແວດລ້ອມ (EMP) 22 ໂຄງການ ອະນຸມັດໃບອະນຸຍາດດໍາເນີນບໍລິການດ້ານວິຊາການກ່ຽວກັບສິ່ງແວດລ້ອມ 18 ບໍລິສັດ ສໍາເລັດການສ້າງສະຖານີວັດແທກຄຸນນະພາບອາກາດ 9 ສະຖານີ ສຳເລັດການປັບປຸງຍຸດທະສາດແຫ່ງຊາດວ່າດ້ວຍການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດຮອດປີ 2030 ສໍາເລັດການສ້າງສະຖານີອຸຕຸນິຍົມ ໃໝ່ 32 ສະຖານີ ສໍາເລັດການຕິດຕັ້ງ ແລະ ທີມອບ-ຮັບລະບົບເຕືອນໄພນໍ້າຖ້ວມລ່ວງໜ້າ 2 ແຫ່ງ ແລະ ຂະແໜງການອື່ນໆ ກໍໄດ້ຮັບຜົນສຳເລັດເຊັ່ນດຽວກັນ. Share:FacebookTwitter
ກຊສ ສໍາເລັດການຂຶ້ນທະບຽນອອກໃບຕາດິນໃນທົ່ວປະເທດໄດ້ 1 ແສນກວ່າຕອນ
https://v2.vientianemai.net/archives/55261
ບໍລິສັດ UNIQTEK ໄດ້ຮັບລາງວັນຊະນະເລີດ International Finance Awards 2022 ການສະໜອງອຸປະກອນ-ການໃຫ້ບໍລິການວຽກງານສຳຫຼວດທີ່ນຳໃຊ້ນະວັດຕະກຳທີ່ທັນສະໄໝລ່າສຸດ ລາງວັນທີ່ມອບໃຫ້ໃນຂະແໜງທຸລະກິດທີ່ດີເດັ່ນ ພາວະຄວາມເປັນຜູ້ນຳຂອງຜູ້ບໍລິຫານ, ຜົນປະກອບການ ແລະ ຄວາມສາມາດຂອງພະນັກງານໃນການດຳເນີນທຸລະກິດໃນລະດັບເວທີສາກົນ. ລາງວັນດັ່ງກ່າວໄດ້ຮັບຫຼັງຈາກພິຈາລະນາຢ່າງລະອຽດຮອບຄອບ ໂດຍທີມງານທີ່ມີຄຸນວຸດທິດ້ານການປະເມີນ ແລະ ຄົ້ນຄວ້າໃນຂະການແໜງທີ່ກ່ຽວຂ້ອງ ຜູ້ຊະນະຈະໄດ້ຮັບການປະກາດໂດຍພິຈາລະນາຈາກຈຸດແຂງຂອງຂໍ້ມູນຈາກເອກະສານອ້າງອີງຂອງຜູ້ສະໝັກທີ່ຖືກຄັດເລືອກ ແລະ ຜົນສໍາເລັດທີ່ຜ່ານມາ ເຊິ່ງບໍລິສັດ ຢູນິກເທັກ ຈຳກັດ ແມ່ນໜຶ່ງຫົວໜ່ວຍທຸລະກິດ ທີ່ໄດ້ຮັບລາງວັນຈາກ International Finance Awards ໃນດ້ານການສະໜອງອຸປະກອນ ແລະ ໃຫ້ບໍລິການວຽກງານສຳຫຼວດທີ່ນຳໃຊ້ນະວັດຕະກໍາທີ່ທັນສະໄໝທີ່ສຸດ. International Finance ແມ່ນວາລະສານຊັ້ນນຳລະດັບໂລກ ໃນດ້ານທຸລະກິດ ແລະ ການເງິນ ທີ່ຈັດພິມໂດຍ International Finance Publications Limited ຈາກປະເທດອັງກິດ ເຊິ່ງຈະເນັ້ນການນຳສະເໜີຂ່າວ ບົດວິເຄາະເຈາະເລິກ ບົດສຳພາດຈາກຜູ້ຊ່ຽວຊານ ນັກວິເຄາະອິດສະລະ ແລະ ນັກຂຽນ ໃນດ້ານອຸດສະກຳຂະແໜງການຕ່າງໆທີ່ກ່ຽວຂ້ອງ ໂດຍແນໃສ່ໃນຕະຫຼາດພາກພື້ນທີ່ພົ້ນເດັ່ນ ແລະ ຂົງເຂດເອີຣົບ ເປົ້າໝາຍຂອງທີມງານບັນນາທິການ ແມ່ນເພື່ອເນັ້ນໜັກ ແລະ ລົງເລິກທາງດ້ານເສດຖະກິດ ການພັດທະນາທຸລະກິດ ແລະ ການມີສ່ວນຮ່ວມ ໃນການໃຫ້ຂໍ້ມູນຂ່າວສານ ເພື່ອເຊື່ອມໂຍງຜູ້ນໍາທາງດ້ານທຸລະກິດ ຜູ້ບໍລິຫານ ນັກລົງທຶນ ແລະ ບໍລິສັດຕ່າງໆ ດ້ວຍການນຳສະເໜີຂໍ້ມູນທີ່ຖືກຕ້ອງສະເໝີມາ. ສຳລັບບໍລິສັດ UNIQTEK ເປັນບໍລິສັດແຖວໜ້າໃນ ສປປ ລາວ ທີ່ຊ່ຽວຊານໃນລະບົບຂໍ້ມູນຂ່າວສານດ້ານພູມສາດ ແລະ ສາລະສົນເທດ ລະບົບດາວທຽມນຳທາງ Global Navigation Satellite System (GNSS) ສະໜອງ ແລະ ບໍລິການດ້ານເຕັກໂນໂລຊີການສຳຫຼວດທີ່ນຳໃຊ້ນະວັດຕະກຳທີ່ທັນສະໃໝ່ GIS ລະບົບອຸຕຸນິຍົມ ແລະ ອຸທົກກະສາດອຸປະກອນວຽກງານດ້ານສິ່ງແວດລ້ອມ ແລະ ວິສະວະກຳໄຟຟ້າ ເປັນບໍລິສັດຂອງຄົນລາວ ຮ້ອຍເປີເຊັນ ທີ່ສ້າງຕັ້ງຂຶ້ນພາຍໃຕ້ກົດໝາຍຂອງ ສປປ ລາວ. ສ່ວນພິທີມອບລາງວັນດັ່ງກ່າວແມ່ນຈັດຂຶ້ນໃນວັນທີ 3 ກຸມພາ 2023 ທີ່ຜ່ານມາທີ່ Waldorf Astoria Bangkok ປະເທດໄທ ຂຶ້ນຮັບລາງວັນຄັ້ງນີ້ແມ່ນ ທ່ານ ຈັນດາວົງ ສຸດທິທຳ ປະທານບໍລິສັດ ຢູນິເທັກ ຈຳກັດ. Share:FacebookTwitter
ຢູນິກເທັກ ຊະນະເລີດ ການສະໜອງອຸປະກອນ-ບໍລິການວຽກງານສຳຫຼວດທີ່ນຳໃຊ້ນະວັດຕະກໍາທີ່ທັນສະໄໝທີ່ສຸດ
https://v2.vientianemai.net/archives/55268
ວັນທີ 9 ກຸມພາ 2023 ໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບອົງການປົກຄອງເມືອງສັງທອງ ຈັດຕັ້ງເຝິກອົບຮົມທິດສະດີການເມືອງ ແລະ ການປົກຄອງຫຼັກສູດໄລຍະສັ້ນໃຫ້ຄະນະພັກ-ອົງການປົກຄອງບ້ານ ຊຸດທີ II ທີ່ເມືອງສັງທອງ ມີທ່ານ ພົນຈັດຕະວາ ໄພວັນ ຈັນທະພົມມາ ຫົວໜ້າການເມືອງ ກອງບັນຊາການທະຫານ  ນວ ທ່ານນາງ ວຽງພອນ ແກ້ວຄູນສີ ຫົວ ໜ້າໂຮງຮຽນການເມືອງ ແລະ ການປົກຄອງ ນວ ທ່ານ ພົງສະຫວັນ ສີລິພັນ ເຈົ້າເມືອງສັງທອງ ພ້ອມດ້ວຍອຳນາດການປົກຄອງບ້ານເຂົ້າຮ່ວມ.    ບັນດາສຳມະນາກອນທີ່ເຂົ້າຮ່ວມເຝິກອົບຮົມຄັ້ງນີ້ມາຈາກ 34 ບ້ານອ້ອມຂ້າງເມືອງສັງທອງ ມີ 61 ທ່ານ ຍິງ 8 ທ່ານ ໂດຍຈະໄດ້ດຳເນີນຮຽນຕາມໂຄງການຫຼັກສູດເຝິກອົບຮົມທິດສະດີການເມືອງ ແລະ ການປົກຄອງຫຼັກສູດເລຂາພັກບ້ານ ນາຍບ້ານ ມີ 26 ບົດຄື: ພັດທະນາປະເທດຊາດຕາມທິດສັງຄົມນິຍົມຢູ່ປະເທດເຮົາ ພັດທະນາເສດຖະກິດຢູ່ຂັ້ນບ້ານ ສ້າງສະຕິກົດໝາຍໃຫ້ປະຊາຊົນຢູ່ຂັ້ນບ້ານ ສ້າງຄວາມສາມັກຄີໃຫ້ໜັກແໜ້ນຢູ່ພາຍໃນບ້ານ ບົດບາດຂອງພັກປະຊາຊົນປະຕິວັດລາວໃນປັດຈຸບັນ ສ້າງໜ່ວຍພັກຮາກຖານບ້ານໃຫ້ປອດໃສເຂັ້ມແຂງໜັກແໜ້ນ 4 ດ້ານ ຍົກສູງຄຸນນະພາບຂອງສະມາຊິກພັກ ແລະ ວຽກງານຂະຫຍາຍພັກ ຢູ່ຮາກຖານບ້ານ ຄວາມຮັບຜິດຊອບຂອງພະນັກງານນຳພາ-ຄຸ້ມຄອງ ຕໍ່ການປະຕິບັດໜ້າທີ່ການເມືອງຢູ່ຮາກຖານບ້ານ  ການນຳພາຂອງໜ່ວຍພັກບ້ານຕໍ່ການສ້າງເສດຖະກິດຄອບຄົວ ການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ວຽກງານຕິດຕາມກວດກາພັກ ວຽກງານຄຸ້ມຄອງພົນລະເມືອງຢູ່ພາຍໃນບ້ານ ຕ້ານປະກົດການຫຍໍ້ທໍ້ໃນສັງຄົມທີ່ເກີດຂຶ້ນຢູ່ຂັ້ນບ້ານ ການພັດທະນາວຽກງານສຶກສາ ແລະ ສາທາລະນະສຸກຢູ່ຂັ້ນບ້ານ ວຽກງານຍຸຕິທຳຮາກຖານ ແລະ ການສ້າງບ້ານປອດຄະດີ ການສ້າງຄອບຄົວ ແລະ ບ້ານວັດທະນະທຳ ຄວາມຮູ້ພື້ນຖານກ່ຽວກັບກົດໝາຍວ່າດ້ວຍກະສິກຳ-ປ່າໄມ້ ຄຸ້ມຄອງການນຳໃຊ້ທີ່ດິນຂອງບ້ານ ແລະ ການສ້າງແຜນພັດທະນາບ້ານ ການສ້າງບົດສະຫຼຸບ ບົດລາຍງານການເຄື່ອນໄຫວຂອງບ້ານ. Share:FacebookTwitter
ສັງທອງຍົກລະດັບວິຊາການໃຫ້ອຳນາດການປົກຄອງພາຍໃນເມືອງ
https://v2.vientianemai.net/archives/55273
ໃນວັນທີ 9 ກຸມພາ 2023 ກົມສາສະໜາ ສູນກາງແນວລາວສ້າງຊາດ (ສນຊ) ຈັດກອງປະຊຸມກ່ຽວກັບການຜ່ານລະບົບ ຂອງແອັບພຸດທະສາສະໜາ ແຫ່ງ ສປປ ລາວ (App Lao Bud) ໂດຍການເປັນປະທານ ຂອງ ທ່ານ ຈັນເພັງ ສຸດທິວົງ ຮອງປະທານ ສນຊ ທ່ານ ຄະນອງລິດ ສີສົມບູນ ຫົວໜ້າກົມສາສະໜາ ສນຊ ມີຄະນະຮັບຜິດຊອບພັດທະນາແອັບ ຈາກສູນກາງ ອົງການພຸດທະສາສະໜາສຳພັນລາວ (ອພສ) ສນຊ ແລະ ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ເຂົ້າຮ່ວມ.     ການພັດທະນາ App Lao Bud ເພື່ອເປັນການປະກອບສ່ວນຊ່ວຍເຜີຍແຜ່ວັດທະນະທໍາ ຮີດຄອງປະເພນີອັນດີງາມ ຂອງພຸດທະສາສະໜາ ເປັນຕົ້ນແມ່ນການໄຫວ້ພະ ຟັງທຳ ສຶກສາທໍາມະ ຂໍ້ມູນກ່ຽວກັບສາສະໜາພຸດ ແລະ ຜົນງານການເຄື່ອນໄຫວຕ່າງໆ ຂອງ ອພສ ໂດຍຜ່ານລະບົບສື່ອອນລາຍ ສູ່ສັງຄົມໃຫ້ກວ້າງຂວາງຂຶ້ນກວ່າເກົ່າ.     ກອງປະຊຸມຄັ້ງນີ້ ແມ່ນເປັນການປະກອບຄຳຄິດຄຳເຫັນແລກປ່ຽນ ຕໍ່ກັບລະບົບຂອງ App Lao Bud ເພື່ອຮ່ວມກັນປັບປຸງແກ້ໄຂ ແອັບດັ່ງກ່າວໃຫ້ມີຄວາມອຸດົມສົມບູນ ແລະ ເປັນຄັ້ງສຸດທ້າຍ ກ່ອນຈະເປີດນຳໃຊ້ແອັບຢ່າງເປັນທາງການໃນໄວໆນີ້. Share:FacebookTwitter
ສນຊ ພັດທະນາ App Lao Bud ເຜີຍແຜ່ຜົນງານການເຄື່ອນໄຫວ ອພສ
https://v2.vientianemai.net/archives/55280
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້​ເນັ້ນ​ໃຫ້​ກະ​ຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເອົາ​ໃຈ​ໃສ່​ບັນ​ດາ​ໜ້າ​ວຽກ ​ນັບ​ແຕ່​ການກໍ່​ສ້າງ​ພະ​ນັກ​ງານ ສ​້າງ​ນິ​ຕິ​ກຳ ຂຶ້ນ​ແຜນ​ວຽກ ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ການ​ພັ​ດ​ທະ​ນາ ວິ​ໄສ​ທັດ ຍຸດ​ຖະ​ສາດ ແລະ ແຜນ​ພັດ​ທະ​ນາ​ເສດ​ຖະ​ກິ​ດ​-ສັງ​ຄົມ​ໃນ​ແຕ່​ລະ​ໄລ​ຍະ. ໃນ​ໂອ​ກາດ​ທີ່ ທ່ານ ສ​ອນ​ໄຊ ສີ​ພັນ​ດອນ ໄດ້​ເຂົ້າ​ຮ່ວມ​ໃນພິທີປິດກອງປະຊຸມສະຫຼຸບການວຽກງານຂະແໜງຊັບພະຍາ ກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023 ຈັດຂຶ້ນວັນທີ 10 ກຸມພາ 2023 ທີ່ສູນ ITCT ທ່ານ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ຈັດ​ຕັ້ງວຽ​ກ​ງານ​ໃນ​ໄລ​ຍ​ະ​ຜ່ານ​ມາ ເຊິ່ງ​ມີຫຼາຍ​ດ້ານ​ໄດ້​ຮັບ​ການ​ພັດ​ທະ​ນາ ເພ​ື່ອ​ເຮັດ​ໃຫ້​ຂະ​ແໜງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ສືບ​ຕໍ່​ພັດ​ທ​ະ​ນາ ທ່ານໄດ້ເນັ້ນບາງບັນຫາສຳຄັນເຊັ່ນ: ການກໍ່ສ້າງພະນັກງານໃຫ້ເປັນມືອາຊີບເພື່ອຮັບປະກັນການເຄື່ອນໄຫວໃນແຕ່ລະດ້ານຢ່າງມີປະສິດທິຜົນ ສາມາດເຊື່ອມ ສານກັບສາກົນ ກວດກາຄືນບັນດາກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍຂອງຂະແໜງ ຊສ ໃຫ້ເໝາະສົມ ອັນໃດທີ່ເປັນບູລິ ມະສິດກໍ່ຕ້ອງຮີບຮ້ອງສ້າງເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານໄລຍະໃໝ່ ກໍານົດ ແລະ ຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານຂອງຂະແໜງ ຊສ ທັງໃນໄລຍະສັ້ນ ແລະ ໄລຍະຍາວໂດຍສອດຄ່ອງກັບວິໄສທັດ ຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດແຕ່ລະໄລຍະ. ພ້ອມທັງຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດເພື່ອຮັບປະກັນການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ເອົາໃຈໃສ່ ຕິດຕາມກວດກາໂຄງການເຊົ່າ-ສໍາປະທານທີ່ດິນຂອງລັດໂດຍສະເພາະການຫັນ ການຄຸ້ມຄອງໂຄງການເຊົ່າ-ສໍາປະທານ ທີ່ດິນຂອງລັດເປັນທັນສະໄໝດ້ວຍການກວດກາຄືນຂອບເຂດເນື້ອທີ່ດິນຂອງໂຄງການເຊົ່າ-ສໍາປະທານ ແລະ ດໍາເນີນການ ສໍາຫຼວດວັດແທກເນື້ອທີ່ດິນຄືນເປັນທັນສະໄໝເພື່ອສາມາດກວດກາເນື້ອທີ່ດິນແຕ່ລະໂຄງການໄດ້ງ່າຍ ແລະ ສອດ ຄ່ອງກັບ ແຜນຈັດສັນທີ່ດິນ ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ. ເອົາໃຈໃສ່ປະຕິບັດເປົ້າໝາຍຂອງແຜນພັດທະນາເສດຖະ ກິດ-ສັງຄົມ ເອົາໃຈໃສ່ແກ້ໄຂບັນຫາຂໍ້ຂັດແຍງທາງດ້ານທີ່ດິນ ການ ອອກໃບຕາດິນຊັກຊ້າ ຊໍ້າຊ້ອນ ການນຳໃຊ້ທີ່ດິນແຕ່ລະປະເພດ ການຕິດຕາມກວດກາໂຄງການແຮ່ທົດລອງ ແລະ ໂຄງການ ຂຸດຄົ້ນແຮ່ທາດ ພ້ອມນັ້ນກໍໃຫ້ປະເມີນຕີລາຄາບັນດາຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມທີ່ເກີດຈາກກິດຈະກໍາຕ່າງໆ ກໍານົດມາດຕະການແກ້ໄຂໃຫ້ທັນກັບສະພາບການ ຊຸກຍູ້ການສ້າງຕົວເມືອງ ຂຽວ ສະອາດ ງາມຕາ ແລະ ການສ້າງຕົວເມືອງ ຍືນຍົງໃຫ້ເປັນຮູບປະທໍາຫຼາຍຂຶ້ນ. Share:FacebookTwitter
ທ່ານນາຍົກລັດຖະມົນຕີ ເນັ້ນຂະແໜງ ຊສ ສືບຕໍ່ພັດທະນາໃຫ້ສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມ
https://v2.vientianemai.net/archives/55286
ກອງປະຊຸມ​ສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2022​ ແລະ ທິດທາງແຜນ ການປີ 2023 ຂອງຄະນະສະມາຊິກສະພາ ປະຊາຊົນ ນະຄອນຫຼວງ​ວຽງຈັນ (ນວ)​ ຊຸດທີ II  ປະຈຳ​ເຂດເລືອກຕັ້ງເມືອງໄຊທານີ ຈັດຂຶ້ນວັນທີ 10 ກຸມພາ 2023 ທີ່​ສະໂມ ສອນ​ເມືອງດັ່ງກ່າວ ໂດຍເປັນປະທານຂອງ ທ່ານ ບົວລີ ແກ້ວມະນີວັນ ຮອງເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາ ປະຊາຊົນ ນວ ປະຈຳ​ເຂດ​ເລືອກ​ຕັ້ງ​ເມືອງ​ໄຊທານີ​ ມີຄະນະນໍາເມືອງ ບັນດາຫົວໜ້າຫ້ອງການ  ແລະ ພາກສ່ວນກ່ຽວຂ້ອງ​ເຂົ້າ​ຮ່ວມ. ທ່ານ ຄໍາພູວັນ ລາດທະຈັກ ຮອງຫົວໜ້າຄະນະສະມາຊິກສະພາປະຊາຊົນ ນວ ປະຈໍາເຂດເລືອກຕັ້ງເມືອງໄຊທານີ  ໄດ້ສະ ຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານດັ່ງກ່າວວ່າ: 1 ປີຜ່ານມາ ຄະນະສະມາຊິກສະພາປະຊາຊົນ ນວ ປະຈຳເຂດເລືອກ ຕັ້ງ ເມືອງໄຊທານີ ໄດ້ເອົາໃຈໃສ່ ການຈັດຕັ້ງປຕິບັດພາລະບົດບາດຂອງຕົນ ເຂົ້າໃນການເຄື່ອນໄຫວວຽກງານໃນແຕ່ລະດ້ານ ເປັນຕົ້ນການຈັດຕັ້ງວຽກງານວິຊາສະເພາະ ໂດຍຄະນະໄດ້ເຂົ້າຮ່ວມຈັດຕັ້ງການທາບທາມ ກົດໝາຍ ແລະ  ນິຕິກໍາລຸ່ມກົດ ໝາຍຕາມແຜນການຂອງຄະນະປະຈຳ ສະພາ ກຳນົດອອກ ໄດ້ເຄື່ອນໄຫວໂຄສະນາ ເຜີຍແຜ່ຜົນສຳເລັດຂອງກອງປະຊຸມ ສະໄໝສາມັນຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນ ນວ ຊຸດທີ II ເທື່ອທີ 2 ແລະ ເທື່ອທີ 3 ໃຫ້ປະຊາຊົນ ຜູ້ມີສິດເລືອກຕັ້ງຢູ່ພາຍໃນເມືອງໄຊທານີ ສາມາດປະຕິບັດ 28 ບ້ານ 2 ກົມກອງ 2 ສານັກງານ ລວມ 30 ຈຸດ ມີຜູ້ເຂົ້າຮັບຟັງ 2.524 ຄົນ ຍິງ 1.628 ຄົນ ສາມາດສັງລວມການສະເໜີຂອງພໍ່ແມ່ປະຊາຊົນ ທີ່ພົວພັນກັບພາກສ່ວນຕ່າງໆ ເພື່ອໃຫ້ພາກ ສ່ວນກ່ຽວຂ້ອງພິຈາລານາແກ້ໄຂໄດ້ 73 ຄໍາສະເໜີ ໃນນີ້ພົວພັນຂັນເມືອງ  28 ບັນຫາ ຂັ້ນນະຄອນຫຼວງ 26 ບັນຫາ ແລະ ຂັ້ນສູນກາງ 19 ບັນຫາ ພ້ອມນັ້ນໄດ້ເປີດກອງປະຊຸມຮ່ວມກັບບັນດາຫ້ອງການອ້ອມຂ້າງເມືອງ ທີ່ພົວພັນກັບການສະເໜີດັ່ງ ກ່າວ ເພື່ອຄົ້ນຄວ້າຄຳສະເໜີຂອງປະຊາຊົນທີ່ສະມາໃນ 73 ບັນຫາ ໃນນີ້ສາມາດໄດ້ແກ້ໄຂ 28 ບັນຫາທີ່ພົວພັນກັບເມືອງ ຍັງແກ້ໄຂບໍ່ໄດ້ 45 ບັນຫາ ໂດຍສະເພາະບັນຫາດ້ານງົບປະມານ ແລະ ບາງບັນຫາແມ່ນພົວພັນກັບການຄຸ້ມຄອງໂດຍກົງ ຈາກ ນວ ແລະ ລັດຖະບານ ໄດ້ເຂົ້າຮ່ວມກອງປະຊຸມຄົ້ນ   ຄ້ວາ ປະກອບຄຳເຫັນໃສ່ຮ່າງກົດໝາຍ 12 ສະບັບ ໄດ້ຕົກລົງບັນ ຫາສໍາຄັນຂອງທ້ອງຖິ່ນພິຈາລະນາຮັບຮອງເອົາ 5 ບັນຫາສຳຄັນທີ່ຕິພັນກັບການພັດທະນານວ. ນອກນີ້ໄດ້ລົງຊຸກຍູ້ຕິດຕາມ ການປ້ອງກັນພະຍາດໂຄວິດ-19 ຢູ່ 11 ກຸ່ມບ້ານ 104 ບ້ານພາຍໃນເມືອງ ລະດົມການຊ່ວຍເຫຼືອ ທາງດ້ານເຄື່ອງອຸປະໂພກ-ບໍລິໂພກ ແລະ ອຸປະກອນການແພດ ຈຳນວນໜຶ່ງ ຕິດຕາມການຈັດຕັ້ງປະຕິບັດ ແຜນການລົງທຶນ ຂອງລັດ ແລະ ແຜນຈັດເກັບງົບປະມານ ທີ່ ນວ ມອບໃຫ້ເມືອງຈັດຕັ້ງປະຕິບັດໃນ 52 ໂຄງການ ມູນຄ່າ 3,16 ຕື້ກວ່າກີບ ແຜນຊໍາລະໜີ້ສິນໂຄງການລົງທຶນຂອງລັດ  42 ໂຄງການ ມູນຄ່າ 2,28 ຕື້ກວ່າກີບ ຢັ້ງຢືນແລ້ວ 41 ໂຄງການ ຍັງ 1ໂຄງການ ໃນນີ້ ມີໂຄງ ການສືບຕໍ່ 10 ໂຄງການ ມູນຄ່າ 880 ລ້ານກີບ ຢັ້ງຢືນແລ້ວ 7 ໂຄງການ ຍັງ 3 ໂຄງການ ຕິດຕາມການຈັດເກັບ ລາຍຮັບເຂົ້າງົບປະມານປະຈຳປີ 2022 ຜ່ານການຈັດຕັ້ງປະຕິບັດລາຍຮັບປະຕິບັດໄດ້ 55 ຕື້ກວ່າກີບ ເທົ່າກັບ 119,30 ຂອງ ແຜນປີ. ສຳລັບທິດທາງແຜນການປີ 2023 ຄະນະສະມາຊິກສະພາປະຊາຊົນ ນວ ຊຸດທີ II  ປະຈຳເຂດເລືອກຕັ້ງເມືອງໄຊທານີ ຈະສືບ ຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານໃນແຕ່ເປັນຕົ້ນ ການໂຄສະນາເຜີຍແຜ່ຜົນສຳ ເລັດຂອງກອງປະຊຸມສະໄໝສາແຕ່ລະສະ ໄໝຂອງສະພາແຫ່ງຊາດ ຊຸດທີ ix ແລະ ສະພາປະຊາຊົນ ນວ ຊຸດທີ 2 ເພື່ອໃຫ້ຜູ້ມີສິດເລືອກຕັ້ງພາຍໃນເມືອງ ໄດ້ຮັບຮູ້ເນື້ອ ໃນຜົນສຳເລັດກອງປະຊຸມດັ່ງກ່າວ ສືບຕໍ່ຄົ້ນຄວ້າຄໍາສະເໜີຂອງປະຊາຊົນ ທີ່ຕິດພັນກັບຂົງເຂດວຽກງານຕ່າງໆຂອງລັດ ໃຫ້ມີ ຄວາມຖືກຕ້ອງ ແລະ ສອດຄ່ອງຍິ່ງຂຶ້ນ. Share:FacebookTwitter
ສະພາປະຊາຊົນ ປະຈຳເຂດເລືອກຕັ້ງເມືອງໄຊທານີ ສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2022
https://v2.vientianemai.net/archives/55291
ໂຄງ​ການ​ສ້າງ​ຕັ້ງເມືອງ​ໃໝ່ ນະ​ຄອນຫຼວງວຽງ​ຈັນ ແມ່ນ​ສາ​ມາດ​ກຳ​ນົດ​ທີ່​ຕັ້ງ​ສຳ​ນັກ​ງານ​ຕ່າງໆ ຂະ​ນະ​ທີ່​ທ່ານ​ເຈົ້າ​ຄອງ​ນະ​ຄອນ ຫຼວງວຽງ​ຈັນ ເນັ້ນຄະນະຮັບຜິດຊອບ ຄົ້ນຄວ້າສ້າງຕັ້ງເມືອງໃໝ່ ຕະຫຼອດຮອດອຳ ນາດການປົກຄອງບ້ານ ສືບ​ຕໍ່​ເອົາ​ໃຈ​ໃສ່​ແກ້​ໄຂ​ບັນ​ຫາ​ຕ່າງໆ​ທີ່​ສ້າງ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ດັ່ງ​ກ່າວ.   ໃນ​ໂອ​ກາດ​ທີ່ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ຂັ້ນຮາກຖານ ຢູ່ເມືອງໄຊທານີ ເມືອງປາກງື່ມ ແລະ ເມືອງນາ ຊາຍທອງ ໃນ​ວັນ​ທີ 10 ກຸ​ມ​ພາ 2023 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນະຄອນຫຼວງໄດ້ລົງກວດກາຂອບເຂດ ພື້ນທີ່ຂອງເມືອງໃໝ່ ເຊິ່ງມີເນື້ອທີ່ທັງໝົດ 360,55 ກິໂລຕາແມັດ ນອນຢູ່ໃນ 5 ກຸ່ມບ້ານ ປະກອບມີ 24 ບ້ານຂອງເມືອງໄຊ ທານີ ມີຜົນລະເມືອງທັງໝົດ 35.224 ຄົນ ໃນນັ້ນ ມີເຜົ່າລາວ 32.043 ຄົນ ເຜົ່າມົ້ງ 2.757 ຄົນ ແລະ ເຜົ່າກຶມມຸ 424 ຄົນ ມາຮອດປັດຈຸບັນ ຄະນະ ຮັບຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່ ໄດ້ສຳເລັດການກຳນົດທີ່ຕັ້ງສຳນັກງານຕ່າງໆຂອງລັດເປັນ ຕົ້ນ: ຈຸດທີ່ຕັ້ງສຳນັກງານຫ້ອງວ່າການປົກຄອງເມືອງ ຈຸດທີ່ຕັ້ງກອງບັນຊາການ ປກຊ-ປກສ ແລະ ຄ້າຍ ຄຸມຂັງຂອງເມືອງ. ເພື່ອເຮັດໃຫ້ວຽກງານການກະກຽມໃຫ້ແກ່ການສັ້ງຕັ້ງເມືອງໃໝ່ ໄດ້ດຳເນີນໄປຢ່າງຕໍ່ເນື່ອງ ແລະ ໃນ ເງື່ອນໄຂທີ່ຄະນະຮັບ ຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່ ບໍ່ທັນໄດ້ເປັນຫົວໜ່ວຍງົບປະມານ ທ່ານ ນາງ ດຳດວນ ຈັນທະວົງ ຫົວໜ້າຄະນະຮັບ ຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່ ນວ ໄດ້ສະເໜີທ່ານເຈົ້າຄອງນະ ຄອນຫຼວງວຽງຈັນ ແລະ ຂະແໜງການທີ່ກ່ຽວຂ້ອງ ໄດ້ ພິຈາລະນາບິແບ່ງງົບປະມານມາຈັດຕັ້ງປະຕິບັດ ໂຄງການຕ່າງໆທີ່ຈຳເປັນເຊັ່ນ: ການເວັ້​ນ​ຄືນທີ່ດິນໃຫ້ແກ່ປະຊາຊົນ ຖ້າແກ່ ຍາວຈະມີຄວາມຫຍຸ້ງຍາກ ເພາະມູນຄ່າທີ່ດິນນັບມື້ນັບສູງຂຶ້ນ ການກໍ່ສ້າງຫໍພັກໃຫ້ພະນັກງານ ແລະ ໂຄງການພັດທະນາ ເຂດຈຸດສຸມ ນາໂງມ-ນາຕານ. ໃນໂອກາດນີ້ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບ ຄົ້ນຄວ້າສ້າງຕັ້ງເມືອງ ໃໝ່ ຕະຫຼອດຮອດອຳນາດການປົກຄອງບ້ານ ທີ່ໄດ້ເປັນເຈົ້າການມີສ່ວນຮ່ວມ ເອົາໃຈໃສ່ໃນການສ້າງຕັ້ງເມືອງໃໝ່ໃຫ້ມີ ບາດກ້າວຂະຫຍາຍຕົວ ພ້ອມໄດ້ເນັ້ນໃຫ້ເອົາໃຈໃສ່ໃນການຈັດ ຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກໍຄື ການສ້າງຄວາມເຂັ້ມແຂງໃຫ້ບ້ານ ເພື່ອບໍ່ ໃຫ້ເກີດມີປະກົດການຫຍໍ້ທໍ້ ທັງເອົາໃຈໃສ່ແກ້ໄຂບັນຫາຢາເສບຕິດ ລັກຊັບ ການລັກລອບຕັດໄມ້ທຳລາຍ ປ່າ ເນື່ອງຈາກມີເຂດປ່າສະຫງວນ ແລະ ເຂດປ່າປ້ອງກັນ ແກ້ໄຂບັນຫາການຈັບຈອງທີ່ດິນ ທີ່ຍັງເປັນ ບັນຫາຫຍຸ້ງຍາກ ການຊື້-ຂາຍດິນຊະຊາຍທີ່ບໍ່ສອດຄ່ອງຕາມລະບຽບ ເຊິ່ງອຳນາດການປົກຄອງບ້ານ ຕ້ອງກຳ ໄດ້ລະບຽບຫຼັກການ ແລະ ປະຕີບັດໃຫ້ເຄັ່ງຄັດ ພ້ອມນັ້ນ ຕ້ອງເອົາໃຈໃສ່ວຽກງານດ້ານສາທາລະ ນະສຸກບໍ່ໃຫ້ມີການແຜ່ລະ ບາດຂອງພະຍາດເປັນຕົ້ນ ໄຂ້ຍຸງລາຍ ວຽກງານການສຶກສາຕ້ອງສົ່ງເສີມຍົກ ລະດັບການຮຽນ-ການສອນໃຫ້ເປັນລະບົບ ຮັບປະກັນໄດ້ຄຸນນະພາບ ເຮັດໃຫ້ລູກຫຼານໄດ້ເຂົ້າຮຽນຄົບ ຖ້ວນ ແລະ ຄູສອນຕ້ອງມີຄວາມເອົາໃຈໃສ່ໃນການສິດສອນ ພ້ອມກັນນັ້ນ ຕ້ອງຮັກສາວັດທະນາທຳຮີດ ຄອງປະເພນີ ຕິດພັນກັບການສ້າງແຫຼ່ງທ່ອງທ່ຽວຈາກທ່າແຮງທີ່ມີ ເພື່ອດຶງດູດ ເອົາການພັດທະນາ ແລະ ສ້າງແຫຼ່ງລາຍຮັບສູ່ປະຊາຊົນ ທີ່ສຳຄັນຕ້ອງສ້າງຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ເພື່ອເປັນ ເຈົ້າ ການຮ່ວມກັນໃນການສ້າງສາ ເປັນເອກະພາບ ເຮັດໃຫ້ການຈັດຕັ້ງປະຕິບັດທຸກວຽກງານມີຜົນສຳເລັດ ເຮັດ ໃຫ້ການສ້າງ ເມືອງໃໜ່ສຳເລັດໄດ້ໂດຍໄວ ອີງໃສ່ການສ້າງພື້ນຖານຄວາມສະຫງົບ ກ້າວໄປສູ່ການຜະລິດ  ເປັນສິນຄ້າ ແລະ ມີການພັດທະ ນາໄປເທື່ອລະກ້າວແບບຍືນຍົງ. Share:FacebookTwitter
ທ່ານເຈົ້າຄອງ ຊີ້ນຳໃຫ້ຄະນະຮັບຜິດຊອບ-ອຳນາດການປົກຄອງ ສືບຕໍ່ແກ້ໄຂບັນຫາຕ່າງໆໃນການສ້າງຕັ້ງເມືອງໃໝ່
https://v2.vientianemai.net/archives/55294
ພະແນກການເງິນແຂວງສາລະວັນ ຄາດ​ຄະ​ເນ​ການ​ຈັດ​ເກັບ​ລາຍ​ຮັບ​ໃນ​ປີ 2023 ໃຫ້​ເພີ່ມ​ຂຶ້ນກ​ວ່າ​ປີ​ຜ່ານ​ມາ 10,83% ພ້ອມ ນັ້ນ​ຍັງ​ຈະ​ໄດ້​ເອົາ​ໃຈ​ໃສ່​ຮັດ​ກຸມ​ດ້ານ​ລາຍ​ຈ່າຍໃຫ​້​ຢູ່​ຕາມ​ແຜນ​ທີ່​ສະ​ພາ​ຮັບ​ຮອງ ທຽບ​ໃສ່​ປ​ີ 2022 ໃຫ້ຫຼຸດ​ລົງ. ອີງຕາມການລາຍງານຂອງ ທ່ານ ຂັນທະລັກ ໂພໄຊ ຫົວໜ້າພະແນກການເງິນແຂວງສາລະວັນເມື່ອບໍ່ດົນມານີ້ວ່າ: ຄາດຄະ ເນລາຍຮັບໃນປີ 2023 ຈະສູ້ຊົນໃຫ້ໄດ້ 175.69 ຕື້ກີບ ທຽບໃສ່ແຜນດັດແກ້ປີ 2022 ເພີ່ມຂຶ້ນ 10,83% ໃນນັ້ນພູດສູນກາງ ປະຕິບັດຢູ່ທ້ອງຖິ່ນ 60 ຕື້ກີບ ທຽບໃສ່ແຜນດັດແກ້ປີ 2022 ເພີ່ມຂຶ້ນ 33,33% ລາຍຮັບພູດທ້ອງຖິ່ນ 115,69 ຕື້ກີບ ທຽບໃສ່ ແຜນດັດແກ້ປີ 2022 ເພີ່ມຂຶ້ນ 1,91% ໃນນັ້ນລາຍຮັບຈາກສ່ວຍສາອາກອນ 106,39 ຕື້ກີບ ລາຍຮັບຈາກຂະແໜງຄຸ້ມຄອງ ຊັບສິນແຫ່ງລັດ 9,10 ຕື້ກີບ ລັດວິສາຫະກິດ ແລະປະກັນໄພ 202 ລ້ານກີບ. ສ່ວນດ້ານລາຍຈ່າຍໃນປີ 2023 ຄາດຄະເນຕາມແຜນທີ່ສະພາຮັບຮອງ 392,64 ຕື້ກີບ ທຽບໃສ່ແຜນດັດແກ້ປີ 2022 ຫຼຸດລົງ 10,78% ດ້ານການດຸ່ນດ່ຽງສູນກາງດຸ່ນດ່ຽງໃຫ້ແຂວງ 276,95 ກວ່າຕື້ກີບທຽບໃສ່ແຜນດັດແກ້ປີ 2022 ຫຼຸດລົງ 14,44%. ໃນປີ 2022 ໂດຍປະຕິບັດຕາມມະຕິກອງປະຊຸມສະພາປະຊາຊົນແຂວງສາລະວັນ ເລກທີ 222/ສພຂ.ສວ ລົງວັນທີ 29 ທັນ ວາ 2021 ຮັບຮອງເອົາແຜນງົບປະມານແຫ່ງລັດມີທັງໝົດ 157,63 ຕື້ກີບ ແລະ ແຜນລາຍຈ່າຍທັງໝົດ 369,28 ຕື້ກີບ (ບໍ່ ລວມເງິນລົງທຶນ ) ແຜນດຸ່ນດ່ຽງທັງໝົດມີ 256,64 ຕື້ກີບ ຕິດພັນກັບການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ໂດຍສະ ເພາະແມ່ນວາລະແຫ່ງຊາດວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເຊິ່ງໃນປີ 2022 ສາມາດ ຈັດຕັ້ງປະຕິບັດໄດ້ດ້ານລາຍຮັບ 153,54 ຕື້ກີບ ເທົ່າກັບ 96,86% ຂອງແຜນດັດແກ້ໃນນັ້ນລາຍຮັບສູນກາງປະຕິບັດໄດ້ 50,63 ຕື້ກີບ ເທົ່າກັບ 112,53% ຂອງແຜນປີ ລາຍຮັບຂອງແຂວງປະຕິບັດໄດ້ 102.90 ຕື້ກີບ ເທົ່າກັບ 90,65% ຂອງແຜນ ດັດແກ້ ໃນນັ້ນຮັບຈາກສ່ວຍສາອາກອນ ປະຕິບັດໄດ້ 89,53 ຕື້ກີບ ເທົ່າກັບ 86% ລາຍຮັບຊັບສິນປະຕິບັດໄດ້ 12,71 ຕື້ກີບ ເທົ່າກັບ 123,20% ຄຸ້ມຄອງພັດທະນາລັດວິສາຫະກິດປະຕິບັດໄດ້ 243 ລ້ານກີບ ເທົ່າກັບ 120,30% ຂອງແຜນດັດແກ້ ສ່ວນດ້ານລາຍຈ່າຍປະຕິບັດໄດ້ 425,93 ກວ່າຕື້ກີບ ເທົ່າກັບ 96,79% ດ້ານການດຸ່ນດ່ຽງງົບປະມານສູນກາງໃຫ້ 326.833 ຕື້ກີບ ເທົ່າກັບ 98,92% ຂອງແຜນດັດແກ້ທຽບໃສ່ໄລຍະດຽວເພີ່ມຂຶ້ນ 2,17%. ພາບ-ຂ່າວ​ຈາກເພ​ຈ ໜັງ​ສື​ພິ​ມ​ປະ​ຊາ​ຊົນ Share:FacebookTwitter
ສາລະວັນ ຈະສູ້ຊົນເກັບລາຍຮັບໃນປີ 2023 ເພີ່ມຂຶ້ນກວ່າປີຜ່ານມາ 10,83%
https://v2.vientianemai.net/archives/55299
ໃນວັນທີ 10 ກຸມພາ 2023 ຢູ່ສູນເຝິກອົບຮົມ ສູນກາງແນວລາວສ້າງ(ສນຊ) ຈັດພິທີປະກາດ ແຕ່ງຕັ້ງ ທ່ານ ຄໍາໄຫລ ສີປະເສີດ ກໍາມະການສູນກາງພັກ ເປັນຮອງເລຂາຄະນະບໍລິຫານງານພັກ ທັງເປັນຮອງປະທານ ສນຊ ໂດຍປະຕິບັດຕາມມະຕິຕົກລົງຂອງເລຂາທິການສູນກາງພັກ ສະບັບ ເລກທີ 285/ຄລສພ ລົງວັນທີ 26 ມັງກອນ 2023 ວ່າດ້ວຍການແຕ່ງຕັ້ງກໍາມະການຄະນະພັກ ຄະນະປະຈໍາ ສນຊ ແລະ ມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 11/ກມສພ  ລົງວັນທີ 26 ມັງກອນ 2023 ວ່າດ້ວຍການແຕ່ງຕັ້ງຮອງເລຂາຄະນະບໍລິຫານງານພັກ ຮອງປະທານ ສນຊ. ພ້ອມນີ້ ໃນພິທີຍັງໄດ້ຜ່ານມະຕິຕົກລົງ ຂອງກົມການເມືອງສູນກາງພັກສະບັບເລກທີ 04/ກມສພ ລົງວັນທີ 20 ມັງກອນ 2023 ວ່າດ້ວຍການອະນຸມັດໃຫ້ພະນັກງານການນໍາຂັ້ນສູງອອກພັກການ-ຮັບອຸດໜູນບໍານານ ໂດຍແມ່ນ ທ່ານ ຄໍາເຜີຍ ບຸດດາວຽງ ກໍາມະການສູນກາງພັກ ຮອງປະທານ ສນຊ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວ ສ້າງຊາດ ມີຄະນະຈັດຕັ້ງສູນກາງພັກ ຄະນະປະຈໍາພັກ ຄະນະພັກ ຫົວໜ້າຫ້ອງການ ຫົວໜ້າກົມ ສູນເຝິກອົບຮົມ ສນຊ ແລະ ຫົວໜ້າ-ຮອງພະແນກ ເຂົ້າຮ່ວມ. Share:FacebookTwitter
ປະກາດແຕ່ງຕັ້ງ ຮອງເລຂາຄະນະບໍລິຫານງານພັກ-ຮອງປະທານສູນກາງແນວລາວສ້າງຊາດ
https://v2.vientianemai.net/archives/55308
ໃນວັນທີ 9 ກຸມພາ 2023 ທີ່ສະຖານເອກອັກຄະລັດຖະທູດຕວັກກີ້ ປະຈຳ ສປປ ລາວ ທ່ານ ບຸນເຫຼືອ ພັນດານຸວົງ ຮອງ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະ ເຂົ້າຮ່ວມເຊັນປຶ້ມໄຫວ້ອາໄລ ຕໍ່ເຫດການແຜ່ນດິນໄຫວ ຢູ່ ແຂວງກາຊຽນເທັບ ປະເທດຕວັກກີ. ເນື້ອໃນປື້ມໄຫວ້ອາໄລໄດ້​ລະ​ວ່າ: ພວກຂ້າພະເຈົ້າ ຮູ້ສຶກໂສກເສົ້າເສຍໃຈທີ່ຮັບຊາບກ່ຽວກັບເຫດການແຜ່ນດິນໄຫວທີ່ ຮຸນແຮງທີ່ໄດ້ເກີດຂຶ້ນຢູ່ ແຂວງກາຊຽນເທັບ ຂອງ ຕວັກກີ ໃນວັນທີ 6 ກຸມພາ 2023 ໂດຍຕາໜ້າໃຫ້ກະຊວງການຕ່າງ ປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າ ຂໍສະແດງຄວາມ ເສົ້າສະຫຼົດໃຈຢ່າງສຸດຊຶ້ງ ແລະ ສະແດງຄວາມເຫັນໃຈຢ່າງເລິກເຊິ່ງມາຍັງທ່ານທູດ ແລະ ຜ່ານທ່ານທູດ ໄປຍັງ ລັດຖະບານ ແລະ ປະຊາຊົນ ສາທາລະນະລັດຕວັກກີ ໂດຍສະເພາະ ແມ່ນຄອບຄົວຂອງຜູ້ປະສົບເຄາະຮ້າຍຈາກຜົນກະທົບຂອງໄພພິ ບັດທຳມະຊາດທີ່ຮຸນແຮງນີ້. ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມປີຊາສາມາດຂອງການນຳພາ ແລະ ຄວາມພະຍາຍາມຢ່າງເຕັມທີ່ຂອງລັດຖະບານ ປະຊາຊົນ ຕວັກກີ ຈະສາມາດຜ່ານຜ່າໄພພິບັດທຳມະຊາດນີ້ໄດ້ ແລະ ຟື້ນຟູພື້ນທີ່ ທີ່ໄດ້ຮັບຜົນກະທົບ ໃຫ້ກັບຄືນສູ່ສະ ພາບປົກກະຕິໄດ້ໂດຍໄວ. Share:FacebookTwitter
ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຊັນປຶ້ມ ໄຫວ້ອາໄລຕໍ່ເຫດການແຜນດິນໄຫວຮຸນແຮງ ທີ່ ປະ ເທດຕວັກກີ
https://v2.vientianemai.net/archives/55317
ນັກ​ກີ​ລາ​ລອຍ​ນ້ຳຄົນ​ພິ​ການ ນະ​ຄອນຫຼວງວຽງ​ຈັນ (ນວ) ຍາດ​ມາ​ໄດ້ 9 ຫຼຽນຄຳ 5 ຫຼຽນເງິນ ແລະ 5 ຫຼຽນທອງ ຂຶ້ນ​ເປັນ​ແນ​ດັບ 1 ໃນ​ການ​ແຂ່ງ​ຂັນ ກີລາຄົນພິການແຫ່ງຊາດລາວ ຄັ້ງທີ 3 ຫຼື ຊຽງຂວາງ ພາຣາເກມ 2023. ກີລາລອຍນໍ້າ ມາແຂ່ງຂັນທີ່ສະລອຍນໍ້າແຫ່ງຊາດ ເຂດສະໜາມກີລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ແຂ່ງ​ຂັນ​ໃນ​ວັນ​ທີ 8-10 ກຸ່ມ​ພາ 2023 ຊີງ​ໄຊ​ທັງ​ໝົດ 35 ຫຼຽນ​ຄຳ ໃນ​ນັ້ນປະ​ກອບ​ມີ ຍິງ 7 ລາຍການ ຊາຍ 28 ລາຍການ​ ມີນັກກີລາ ເຂົ້າຮ່ວມ 29 ຄົນ​ ຍິງ 5 ຄົນ ທີ່ມາຈາກ 10 ພາກສ່ວນຄື: ນະຄອນຫຼວງວຽງຈັນ ແຂວງເຊກອງ​ ແຂວງຊຽງຂວາງ​ ສະຫວັນ ນະເຂດ​ ບໍລິຄຳໄຊ​ ອັດຕະປື​ ອຸດົມໄຊ ຫຼວງພະບາງ ຜົ້ງສາລີ ແລະ ແຂວງຄຳມ່ວນ. ຜ່ານ​ການ​ແຂ່ງ​ຂັນ ອັນດັບທີ 1 ນະຄອນຫຼວງ ຄອງເຈົ້າຫຼຽນຄຳ ກວາດ 9 ຫຼຽນຄຳ 5 ຫຼຽນເງິນ ແລະ 5 ຫຼຽນທອງ ລວມ 19 ຫຼຽນ ອັນດັບທີ 2 ແຂວງເຊກອງ ໄດ້ 6 ຫຼຽນຄຳ 8 ຫຼຽນເງິນ 4 ຫຼຽນທອງ ອັນດັບທີ 3 ແຂວງຊຽງຂວາງ ເຈົ້າພາບ ໄດ້ 4 ຫຼຽນຄຳ 2 ຫຼຽນເງິນ 1 ຫຼຽນທອງ ອັນດັບທີ 4 ຮ່ວມ ແຂວງສະຫວັນນະເຂດ ແລະ ບໍລິຄຳໄຊ ໄດ້ 4 ຫຼຽນຄຳ 2 ຫຼຽນເງິນ ອັນດັບທີ 6 ແຂວງອັດຕະປື ໄດ້ 2 ຫຼຽນຄຳ 3 ຫຼຽນເງິນ 4 ຫຼຽນທອງ ອັນດັບທີ 7 ແຂວງອຸດົມໄຊ 2 ຫຼຽນຄຳ 3 ຫຼຽນເງິນ 3 ຫຼຽນທອງ ອັນດັບທີ 8 ແຂວງຫຼວງພະບາງ 2 ຫຼຽນຄຳ 1 ຫຼຽນທອງ ອັນດັບທີ 9 ຜົ້ງສາລີ 1 ຫຼຽນຄຳ 3 ຫຼຽນເງິນ 2 ຫຼຽນ ທອງ ອັນດັບທີ 10 ແຂວງຄຳມ່ວນ ໄດ້ 1 ຫຼຽນຄຳ 2 ຫຼຽນເງິນ 1 ຫຼຽນທອງ. Share:FacebookTwitter
ນວ ຄອງເຈົ້າຫຼຽນຄຳ ລອຍນໍ້າຄົນພິການ ຊຽງຂວາງ ພາຣາເກມ ຄັ້ງທີ 3
https://v2.vientianemai.net/archives/55321
ເ​ມືອງ​ນາ​ຊາຍ​ທອງ ນະ​ຄອນຫຼວງວຽງ​ຈັນ ຈັດງານຕະຫຼາດນັດວາງສະແດງຂາຍສີນຄ້າກະສິກຳ ຫັດຖະກຳ ແລະ ອຸດສາຫະ ກຳ ຄັ້ງທີ 26 ປະ ຈຳປີ 2023 ເພື່ອ​ສົ່ງ​ເສີມ​ການ​ຜະ​ລິດ​ພາຍ​ໃນ​ເມືອງ ເຊິ່ງ​ປີນີ້​ມີບັນດາຫ່າງຮ້ານຕ່າງໆເຂົ້າຮ່ວມວາງສະແດງ ແລະ ຂາຍສິນຄ້າຈຳນວນ 348 ຮ້ານ ລວມ​ມູ​ນ​ຄ່​າ​ສິນ​ຄ້າ​ເຂົ້າ​ຮ່ວມ​ວາງ​ສະ​ແດ​ງ​ເຖິງ 8 ຕື້ກວ່າ​ກີບ. ຈຸດປະສົງຫຼັກຂອງການຈັດງານຕະຫຼາດນັດ ປີ 2023 ນີ້ ເພື່ອເປັນກະຕຸກຊຸກຍູ້ ສົ່ງເສີມການຜະລິດດ້ານກະສິກຳ ຫັດຖະກຳ ແລະ ອຸດສາຫະກຳ ຢູ່ພາຍໃນເມືອງນາຊາຍທອງ ໃຫ້ມີຄວາມເຕີບໃຫຍ່ຂະ ຫຍາຍຕົວຢ່າງຕໍ່ເນື່ອງ ເຮັດໃຫ້ມີຫຼາຍຜະລິດຕະ ພັນທີ່ຕິດພັນກັບຕະຫຼາດຢູ່ພາຍໃນເມືອງ ແລະ ສົ່ງອອກ ເພື່ອເປັນການເປີດກ້ວາງດ້ານການຄ້າ ການບໍລິການ ແລະ ການ ທ່ອງທ່ຽວຂອງເມືອງ ໃຫ້ຂະຫຍາຍຕົວ ແລະ ກ້ວາງຂວາງດີຂຶ້ນ ຊຸກຍູ້ ສົ່ງເສີມການຕິດກາໝາຍສິນຄ້າ ODOP ແຫ່ງຊາດ ຂອງເມືອງ ໃຫ້ເພີ່ມຂຶ້ນ ທັງເປັນການຕິດຕາມກວດກາ ແລະ ສົ່ງເສີມແຜນພັດທະນາວິສາຫະກິດຂະໜາດນ້ອຍ ຂະໜາດ ກາງ ໜຶ່ງບ້ານໜຶ່ງຜະລິດຕະພັນ ໜຶ່ງເມືອງບໍ່ໃຫ້ຫຼຸດ 5 ຜະລິດຕະພັນ ເພື່ອເປັນການເຕົ້າໂຮມຄວາມສາມັກຄີ ເປັນການໂຄ ສະນາດ້ານການຕະຫຼາດ ແລະ ເປັນບ່ອນແລກປ່ຽນບົດຮຽນຂອງຊາວກະສິກອນ ຊ່າງຫັດ ຖະກຳ ຄອບຄົວຕົວແບບ ຄອບຄົວ ຜູ້ຜະລິດສິນຄ້າຕ່າງໆ ພາຍໃນເມືອງ ແລະ ຕາງເມືອງ ທາງດ້ານເຕັກນິກ ແລະ ການຄ້າຂາຍ ໃຫ້ເປັນຂະບວນການຢ່າງກວ້າງ ຂວາງ ແລະ ກໍເປັນການການສະຫຼຸບຜົນການຜະລິດປະຈໍາປີຂອງຊາວເມືອງນາຊາຍທອງ. ພິ​ທີ​ເປີດ​ງານຈັດຂຶ້ນວັນທີ 10 ກຸມພາ 2023 ທີ່ບ້ານແຈ້ງສະຫວ່າງ ເຂົ້າຮ່ວມມີ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນະຄອນຫຼວງວຽງຈັນ ທ່ານ ວຽງຄຳ ສີ ຫາໂຄດ ເຈົ້າເມືອງນາຊາຍທອງ ພ້ອມ ຫົວໜ້າຮອງຫົວໜ້າພະແນກການ ແລະ ນາຍ ບ້ານເຂົ້າຮ່ວມ ເຊິ່ງ​ງານ​ດັ່ງ​ກ່າວ​ຈະ​ຈັດ​ໄປ​ເຖິງວັນ​ທີ 16 ກຸມ​ພາ 2023. ສຳລັບ ງານຕະຫຼາດນັດວາງສະແດງ ຂາຍສິນຄ້າກະສິກຳ ຫັດຖະກຳ ແລະ ອຸດສາຫະກຳ ຄັ້ງທີ 2ປະຈຳປີ 2023 ໂດຍມີບັນດາ ຫ່າງຮ້ານຕ່າງໆເຂົ້າຮ່ວມວາງສະແດງ ແລະ ຂາຍສິນຄ້າຈຳນວນ 348 ບ້ານ ເມື່ອທຽບໃສ່ຊຸມປີຜ່ານມາ ເຫັນວ່າບັນດາທາງ ຮ້ານເຂົ້າຮ່ວມວາງສະແດງ ແລະ ຂາຍສີນຄ້າປະເພດຕ່າງໆ ແມ່ນເພີ່ມຂື້ນ 0,8 % ແລະ ມູນຄ່າລວມຂອງສິນຄ້າ 8.050.763.600 ກີບ ຖ້າທຽບໃສ່ປີ 2020 ແມ່ນເພີ່ມຂຶ້ນ 13% ຄາດວ່າລາຍຮັບຈາກການຂາຍສີນຄ້າໃນງານຕະຫຼາດນັດ ປີນີ້ ຈະມີມູນຄ່າເພີ່ມຂຶ້ນ Share:FacebookTwitter
ເມືອງນາຊາຍທອງ ຈັດງານຕະຫຼາດນັດວາງສະແດງ ຂາຍສີນຄ້າ ມູນຄ່າສິນຄ້າຮ່ວມວາງສະແດງເຖິງ 8 ຕື້ກວ່າ
https://v2.vientianemai.net/archives/55328
https://v2.vientianemai.net/wp-content/uploads/2023/02/ນາ_ຊາຍ_ທອງ.mp4
ນາ_ຊາຍ_ທອງ
https://v2.vientianemai.net/archives/55331
ພິທີສະເຫຼີມສະຫຼອງ ຄົບຮອບ 10 ປີ ຂອງໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາເງິນ ບ້ານຫ້ວຍຊາຍ ຂອງບໍລິ ສັດ ພູເບ້ຍ ມາຍນິງ ຈັດຂຶ້ນວັນທີ 10 ກຸມພາ 2023 ຢູ່ແຄັມໂຄງການ ບ້ານນາໄຊສະຫວ່າງ ເມືອງລ່ອງແຈ້ງ ແຂວງໄຊສົມບູນ ໂດຍມີ ທ່ານ ທອງ ພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ປະທານຄະນະກໍາມະການຕິດຕາມການປະຕິບັດງານຂອງ ບໍລິສັດ ພູເບ້ຍ ມາຍນິງ ທ່ານ ຕົງມົວ ຊົວໂກ້ ຮອງເຈົ້າ ແຂວງໄຊສົມບູນ ທ່ານ Daling Zheng ຜູ້ອໍານວຍການໃຫຍ່ ແລະ ປະທານບໍລິຫານບໍລິສັດ ແພນອອສ໌ ຈໍາກັດ ທ່ານ ຈັນເພັງ ບຸນນະຜົນ ປະທານບໍລິສັດ ພູເບ້ຍ ມາຍນິງ ພ້ອມດ້ວຍແຂກຖືກ ເຊີນທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ. ທ່ານ ຈັນເພັງ ບຸນນະຜົນ ກ່າວວ່າ: ໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ ສ້າງຕັ້ງໂຮງ ງານປີ 2010 ແລະ ເປີດດຳ ເນີນງານປີ 2012 ເຊິ່ງເປັນເຂດຫ່າງໄກສອກຫຼີກ ພູຜາປ່າດົງ ແລະ ບໍ່ມີເສັ້ນ ທາງເຂົ້າເຖິງ ພວກເຮົາໄດ້ສ້າງເສັ້ນທາງເຂົ້າ ອາ ຄານ ແລະ ສິ່ງອໍານວຍຄວາມສະດວກທັງໝົດຈາກສະພາບທີ່ຍັງບໍ່ໄດ້ຮັບການພັດທະນາ ຕະຫຼອດ 10 ປີແຫ່ງການດຳເນີນ ງານ ພວກເຮົາໄດ້ມີຜົນສຳເລັດຫຼາຍຢ່າງທີ່ເປັນການປະກອບສ່ວນໃນການພັດທະນາປະເທດຊາດ ກໍຄືທ້ອງຖິ່ນ ດ້ວຍການ ທຸ່ມເທມັນສະໝອງ ແລະ ເຫື່ອແຮງຂອງພະນັກງານພວກເຮົາທຸກຄົນ ໄດ້ເອົາຊະນະຄວາມທ້າທາຍຕ່າງໆ ສ້າງຜົນປະໂຫຍດ ທາງກົງ ແລະ ທາງອ້ອມໃຫ້ປະຊາຊົນອ້ອມຂ້າງ ແລະ ແຂວງໄຊສົມບູນ ເວົ້າລວມໄດ້ປະກອບສ່ວນສຳຄັນໃນການພັດທະນາ ຂະ ແໜງບໍ່ແຮ່ ແລະ ຜົນປະໂຫຍດແກ່ລັດຖະບານ ກໍຄືປະເທດຊາດ. ທ່ານ ທອງພັດ ອິນທະວົງ ກ່າວວ່າ: ໃນໄລຍະຜ່ານມາ ບໍລິສັດ ພູເບ້ຍ ມາຍນິງ ໄດ້ປະກອບສ່ວນຜົນ ງານອັນໃຫຍ່ຫຼວງໃນ ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ກໍຄື ການພັດທະນາທ້ອງຖິ່ນແຂວງໄຊສົມບູນ ໃຫ້ເຕີບໃຫຍ່ຂະຫຍາຍ ຕົວ ພູເບ້ຍ ມາຍນິງ ເປັນໜຶ່ງໃນບໍລິສັດທີ່ມີມາດຖານໃນລະດັບສາກົນ ມີປະ ສົບການດ້ານການພັດທະນາຂະແໜງບໍ່ແຮ່ ຕາມທິດສີຂຽວ ແລະ ຍືນຍົງ ເປັນບໍລິສັດໜຶ່ງທີ່ເປັນຕົວແບບໃນການພັດທະນາດ້ານບໍ່ແຮ່ຢູ່ ສປປ ລາວ ເຊິ່ງໄດ້ນໍາໃຊ້ເຕັກ ນິກວິທະຍາສາດ ເຕັກໂນໂລຊີທີ່ທັນສະໄໝລະດັບສາກົນ ໂອກາດນີ້ທ່ານຍັງໄດ້ເນັ້ນໜັກໃຫ້ບໍລິສັດ ພູເບ້ຍ ມາຍນິງ ສືບຕໍ່ ສ້າງຜົນງານໃຫ້ໃຫຍ່ຫຼວງກວ່າເກົ່າ ເປັນຕົວແບບໃນການພັດທະນາດ້ານບໍ່ແຮ່ຢູ່ ສປປ ລາວ. ທ່ານ ຕົງມົວ ຊົວໂກ້ ກ່າວວ່າ: ໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາເງິນ ບ້ານຫ້ວຍຊາຍ ເປັນໂຄງການໜຶ່ງທີ່ໄດ້ທີ່ຊ່ວຍໃນການ ພັດທະນາ ໂດຍສະເພາະການກໍ່ສ້າງ ແລະ ປັບປຸງເສັ້ນທາງ ໃຫ້ມີການໄປ-ມາໄດ້ດີຂຶ້ນ ແລະ ສະດວກກວ່າເກົ່າ ນອກນີ້ ຍັງໄດ້ເຄື່ອນໄຫວຢ່າງແຂງແຮງ ສ້າງລາຍຮັບ ອັນມະຫາສານໃຫ້ບໍລິສັດ ກໍຄືສ້າງວຽກເຮັດງານທໍາໃຫ້ປະຊາຊົນເປັນຈໍານວນ ຫຼວງຫຼາຍ ໂດຍສະເພາະປະຊາຊົນຊາວແຂວງ ໄຊສົມບູນ ແລະ ໄດ້ພ້ອມກັນກັບອໍານາດການປົກຄອງບ້ານ ເມືອງ ຂຶ້ນແຜນ ພັດທະນາປະຈໍາປີ ເປັນຕົ້ນໂຄງການກໍ່ສ້າງພື້ນ ຖານໂຄງລ່າງ ເສັ້ນທາງ ໂຮງຮຽນ ສຸກສາລາ ເຝິກອົບຮົມວິຊາຊີບ ແລະ ອື່ນໆ ເຊິ່ງສະແດງໃຫ້ເຫັນການປະກອບ ສ່ວນໃຫ້ພື້ນ ທີ່ໃກ້ຄຽງໄດ້ຮັບການປັບປຸງ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ ຄອບຄົວທຸກຍາກ ໄດ້ຮັບການແກ້ໄຂ ແລະ ຫຼຸດລົງ ເທື່ອລະກ້າວ ນອກນີ້ບໍລິສັດຍັງໄດ້ປະກອບສ່ວນພັນທະອາກອນ ໃຫ້ລັດ ຖະບານ ເປັນຈໍານວນຫຼວງຫຼາຍ ແລະ ເປັນປົກກະຕິ. Share:FacebookTwitter
ພູເບ້ຍ ມາຍນິງ ສະຫຼອງຄົບຮອບ 10 ປີ ໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາເງິນ ບ້ານຫ້ວຍຊາຍ
https://v2.vientianemai.net/archives/55339
ບໍລິສັດ ໂມກ ຈຳກັດ ໄດ້ຂະຫຍາຍສາຂາແຫ່ງທຳອິດເປີດຮັບຕົວ ແທນຈຳໜ່າຍລົດໄຟຟ້າ ພາຍໃຕ້ເຄື່ອງໝາຍການຄ້າ ໂດຍໃສ່ຊື່ ວ່າ BYD Laos VTC EV CENTER ທີ່ສູນການຄ້າວຽງຈັນເຊັນເຕີ. ໃນຖານະທີ່ເປັນຜູ້ນຳແຫ່ງລົດໄຟຟ້າອັນດັບ 1 ໃນປະເທດລາວ ບໍລິສັດ ໂມກ ຈຳກັດ ໄດ້ເລັງເຫັນທ່າອ່ຽງໃນການເຕີບໂຕຂອງ ເສດຖະກິດພາຍໃນປະເທດ ຈາກຍອດຂາຍລວມລົດ BYD ໃນທົ່ວໂລກ 1.862.428 ຄັນ ໃນປີ 2022 ທີ່ຜ່ານມາ ບໍລິສັດ ໂມກ ຈຳກັດ ຈຶ່ງດຳເນີນແຜນການ ແລະ ເປີດຮັບຕົວແທນຈຳໜ່າຍ ລົດໄຟຟ້າ ພາຍໃຕ້ເຄື່ອງໝາຍການຄ້າ BYD Laos ເພື່ອຍັງຄົງ ບັນລຸເປົ້າໝາຍ ຍອດຂາຍລົດໄຟຟ້າ ເປັນອັນດັບ 1 ໃນປີ 2023 ພ້ອມທັງຕັ້ງເປົ້າເປັນສ່ວນໜຶ່ງໃນການຊ່ວຍຮັກສາສິ່ງແວດ ລ້ອມ. ສຳລັບຫ້ອງຂາຍດັ່ງກ່າວ ມີຄວາມທັນສະໄໝທີ່ຖືກອອກ ແບບມາໃຫ້ລົງໂຕກັບຕຶກຂອງວຽງຈັນເຊັເຕີ ແລະ ໂຊ ຄວາມໂດດເດັ່ນຂອງລົດໄຟຟ້າ BYD ໄດ້ຢ່າງຊັດເຈນ. ງານເປີດໂຕຢ່າງເປັນທາງການ BYD LAOS – VTC EV CENTER Grand Opening ຈັດຂື້ນໃນວັນທີ 11 ກຸມພາ ເຊິ່ງພາຍໃນງານ ຍັງມີກິດຈະກຳການຈັບສະຫຼາກແຈກລົດໄຟຟ້າ HAN EV ລຸ້ນ ທັອບຈາກ BYD Laos ພ້ອມຂອງແຈກອີກຫຼາຍລາຍການລວມ ມູນຄ່າສູງສຸດເທົ່າທີ່ BYD ເຄີຍແຈກມາເພື່ອຄືນກຳໄລໃຫ້ແກ່ ລູກຄ້າ. ເຂົ້າຮ່ວມໃນງານເປີດໂຕຫ້ອງຂາຍຢ່າງເປັນທາງການທີ່ ຜ່ານມາ ພາຍໃນງານໄດ້ເປັນກຽດແກ່ບັນດາ ລັດຖະມົນ ຕີກະຊວງ ພາກສ່ວນບໍລິສັດ ແລະ ອົງກອນທີ່ກ່ຽວຂ້ອງ ບັນດາລູກຄ້າ ແລະ ແຂກຖືກເຊີນຈາກພາກສ່ວນອື່ນໆ ເຂົ້າຮ່ວມເປັນສັກຂີພະຍານ.​ Share:FacebookTwitter
BYD ເປີດຫ້ອງຂາຍລົດໄຟຟ້າແຫ່ງໃໝ່ຢູ່ສູນການຄ້າວຽງຈັນເຊັນເຕີ
https://v2.vientianemai.net/archives/55349
ບໍລິສັດ ພູເບ້ຍ ມາຍນິງ ເລັ່ງດໍາເນີນການຂຸດເຈາະ ຄົ້ນຄວ້າ-ວິໄຈຕາມສາຍແຮ່ ໃນເຂດບໍ່ຂະຫຍາຍພື້ນທີ່ສໍາປະທານໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ ເມືຶອງລ່ອງແຈ້ງ ແຂວງໄຊສົມບູນ ເຊິ່ງພົບແຮ່ທີ່ມີຄຸນນະພາບ ແລະ ປະລິມານຫຼາຍສົມຄວນ ເພື່ອນໍາມາປ້ອນໂຮງງານ ໂດຍຄາດວ່າຈະມີແຮ່ພຽງພໍ ແລະ ສາມາດຍືດເວລາການປິດບໍ່ໄປເຖິງປີ 2030.        ທ່ານ Timothy Popham ຜູ້ຈັດການຝ່າຍພັດທະນາຊັບພະຍາກອນບໍ່ແຮ່ ບໍລິສັດ ພູເບ້ຍ ມາຍນິງ ກ່າວໃນໂອກາດທີ່ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ປະທານຄະນະກໍາມະການຕິດຕາມການປະຕິບັດງານຂອງບໍລິສັດ ພູເບ້ຍ ມາຍນິງ ທ່ານ ຕົງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ຢ້ຽມຢາມການດຳເນີນງານຂຸດເຈາະສຳຫຼວດຢູ່ບໍ່ຂະຫຍາຍ ໂຄງການຂຸດຄົ້ນ-ປຸງແຕ່ງຄໍາ-ເງິນ ບ້ານຫ້ວຍຊາຍ ວັນທີ 10 ກຸມພາ ຜ່ານມາ ວ່າ: ບໍ່ຂະຫຍາຍ ໂຄງການຂຸດຄົ້ນ-ປຸງແຕ່ງຄໍາ-ເງິນ ບ້ານຫ້ວຍຊາຍ ໄດ້ສຳຫຼວດເມື່ອ 3 ປີຜ່ານມາ ແລະ ນັບແຕ່ປີ 2022 ມາເຖິງປັດຈຸບັນ ໄດ້ເລີ່ມເບີກໜ້າດິນ ຂຸດເຈາະ ຢູ່ 2 ບ່ອນ ຄື: ຢູ່ບ້ານພູເງິນ ແລະ ບ້ານຜາແຍງ ເພື່ອຄົ້ນຄວ້າ-ວິໄຈຕາມສາຍແຮ່ ທີ່ຢູ່ໃນເຂດສຳປະທານຂອງໂຄງການ ການສຳຫຼວດດັ່ງກ່າວແມ່ນໃຊ້ຮູບແບບ ຮູເຈາະ ປັດຈຸບັນມີ 180 ຮູເຈາະສໍາຫຼວດ ບາງຮູເຈາະມີລະດັບຄວາມເລິກ 500 ແມັດ ເຊິ່ງພົບເຫັນແຮ່ທີ່ມີຄຸນນະພາບຄວາມເຂັ້ມດີສົມຄວນ ອັນເປັນພື້ນຖານໃນການຂຸດເຈາະ-ວິໄຈໃນເຂດສໍາປະທານຂອງໂຄງການໃນຕໍ່ໜ້າ.       ທ່ານ David Reid ຜູ້ຈັດການໃຫຍ່ຝ່າຍດຳເນີນງານ ບໍລິສັດ ພູເບ້ຍ ມາຍນິງ ກ່າວວ່າ: ການຂຸດຄົ້ນບໍ່ຂະຫຍາຍນີ້ ມີຄວາມກວ້າງປະມານ 8 ກິໂລຕາແມັດ ປັດຈຸບັນກຳລັງກະກຽມພື້ນຖານໂຄງລ່າງ ລວມທັງບົດວິ ພາກຕ່າງໆ ເພື່ອກະກຽມຄວາມພ້ອມຮອບດ້ານຮອງຮັບການຂຸດຄົ້ນແຮ່ ສົ່ງໄປທີ່ໂຮງບົດຢູ່ໂຮງງານບ້ານຫ້ວຍຊາຍ ໃນທ້າຍປີ 2024 ເພື່ອກ້າວເຂົ້າສູ່ຂະບວນການຜະລິດ ໂດຍຄາດວ່າຈະມີແຮ່ພຽງພໍ ແລະ ສາມາດຍືດເວ ລາການປິດບໍ່ໄປເຖິງປີ 2030. Share:FacebookTwitter
ຄາດວ່າຈະມີແຮ່ພຽງພໍ ແລະ ສາມາດຍືດເວລາການປິດບໍ່ ໄປເຖິງປີ 2030
https://v2.vientianemai.net/archives/55359
ບຸນ​ຊ້າງ ເມືອງ ແລະ ແຂວງ​ໄຊ​ຍະ​ບູ​ລີ ກຽມ​ຈັດ​ຂຶ້ນ​ຢ່າງ​ຍິ່ງ​ໃຫຍ່ ເຊິ່ງ​ໃນ​ປີນີ້​ຈະ​ມີ​ຊ້າງ​ເຂົ້າ​ຮ່ວມຫຼາຍກວ່າ 70 ​ເຊືອກ ແລະ ມີຫຼາຍ​ກິດ​ຈະ​ກຳ​ເພື່​ອ​ຮອງ​ຮັບ​ນ​ນັກ​ທ່ອງ​ທ່ຽວ. ອີງຕາມການລາຍງານຂອງທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ທັງເປັນປະທານຈັດງານມະຫະກຳບຸນຊ້າງ ແຂວງໄຊຍະບູລີ ປະຈຳປີ 2023 ວ່າ: ໄຊ​ຍະ​ບູ​ລີ ກຽມ​ຈັດງານມະຫະກຳບຸນຊ້າງແຂວງໄຊຍະບູລີ ປະຈຳປີ 2023 ປີນີ້ເປັນຄັ້ງທີ  XVI ​ເຊິ່ງຈະໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ຈະປະກອບມີຫຼາຍກິດຈະກຳ ເພື່ອໃຫ້ຜູ້ມາເຂົ້າຮ່ວມງານໄດ້ສຳຜັດ ຮ່ວມມ່ວນຊື່ນ ເຊັ່ນ: ງານວາງສະແດງ ແລະ ຈຳໜ່າຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ສິນຄ້າກະສິກຳ ຫັດຖະກຳອຸດສາຫະກຳປຸງແຕ່ງທີ່ເປັນ ເອກະລັກຂອງທ້ອງຖິ່ນ ພາຍໃນແຂວງ ແລະ ແຂວງໃກ້ຄຽງ. ງານດັ່ງກ່າວ ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 18-20 ກຸມພາ 2023 ໂດຍຈະມີຊ້າງເຂົ້າຮ່ວມທັງໝົດຈຳນວນ 75 ເຊືອກ ແລະ ມີກິດຈະກຳຫຼັກທີ່ຕິດພັນກັບຊ້າງ ແລະ ການອະນຸລັກຊ້າງ ໂດຍສະເພາະການສະແດງຊ້າງຄຳຮູ້ ພິທີບາສີສູ່ຂວັນຊ້າງ ການໃຫ້ອາຫານຊ້າງ ຂີ່ຊ້າງຊົມເມືອງ ແລະ ຂະບວນການສະແດງສິລະປະວັນນະຄະດີ ແລະ ການສະແດງຂອງ 8 ເຜົ່າ ທີ່ເປັນເອກະລັກ ຂອງຊາວແຂວງໄຊຍະບູລີ. ຂໍ​ມ​ູນ-ຮູບ​ຈາກ ໜັງ​ສື​ພ​ິມ​ປະ​ຊາ​ຊົນ Share:FacebookTwitter
ບຸນຊ້າງໄຊຍະບູລີປີນີ້ຈະມີຊ້າງເຂົ້ຮ່ວມກວ່າ 70 ເຊືອກ
https://v2.vientianemai.net/archives/55367
ພິທີເປີດເຝິກອົບຮົມວຽກງານຈັດຕັ້ງ ກໍ່ສ້າງພັກ-ພະນັກງານ ໄລຍະສັ້ນ 10 ວັນ ຊຸດທີ I ໃຫ້ສະມາຊິກພັກ-ພະນັກງານຫຼັກແຫຼ່ງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກສຊ) ຈັດຂຶ້ນວັນທີ 13-24 ກຸມພາ 2023 ທີ່ກະຊວງດັ່ງກ່າວ ມີ ສະຫາຍ ນາງ ບຸນຄຳ ວໍລະຈິດ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງຊັບພະຍາກກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍການເຂົ້າຮ່ວມຂອງສະຫາຍ ນາງ ວິໄລວັນ ເພັງສະຫວັດ ຫົວໜ້າສູນພັດທະນາວຽກງານຈັດຕັ້ງ ຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.   ສະຫາຍ ນາງ ບຸນຄຳ ວໍລະຈິດ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີ ກະຊວງຊັບພະຍາກກອນທຳມະຊາດ ແລະ ສິ່ງແວດລ້ອມ ກ່າວວ່າ: ຊຸດເຝີກອົບຮົມຄັັ້ງນີ້ສຸດທີ່ມີຄວາມໝາຍຄວາມສຳຄັນ ເພື່ອເຮັດໃຫ້ບັນດາສະຫາຍການນຳຫຼັກແຫຼ່ງກຳໄດ້ແນວທາງນະໂຍບາຍ ຂອງພັກ ທັດສະນະຫຼັກ ໝັ້ນການ ເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ເປັນບູລິມະສິດໃນການຈັດຕັ້ງປະຕິບັດວຽກ ງານໃຫ້ສອດຄ່ອງກັບສະພາບການປ່ຽນແປງໃນໄລຍະໃໝ່ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ໃຫ້ໄດ້ຮັບການ ຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ແລະ ແທດເຖິງຕົວຈິງ ຮັບປະກັນທາງດ້ານຄຸນນະພາບ ຍົກສູງຄວາມສາມາດນຳພາຂອງການຈັດຕັ້ງ ສ້າງໃຫ້ມີການຫັນປ່ຽນຢ່າງຈະແຈ້ງໃນດ້ານຄຸນນະພາບ ຜູ້ທີ່ຮັບຜິດຊອບວຽກງານຈັດຕັ້ງຕ້ອງໄດ້ເຝິກ ອົບຮົມ ເພື່ອຍົກສູງຄວາມຮູ້ ຄວາມສາມາດຂອງຕົນ ເຊິ່ງມີຜູ້ເຂົ້າຮ່ວມ 45 ສະຫາຍ ຍິງ 18 ສະຫາຍ ທັງໝົດຈະໄດ້ສຶກສາຄົ້ນຄວ້າຮໍ່າຮຽນໃນ 15 ບົດ ເປັນເວລາເຝິກອົບຮົມ 10 ວັນ  ເພື່ອກຳໄດ້ເນື້ອໃນວຽກງານດັ່ງກ່າວໃຫ້ເລີກເຊິ່ງ ແລະ ນຳໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງໃຫ້ຖືກ ຕ້ອງສອດຄ່ອງຍິ່ງຂຶ້ນ. ສະນັ້ນຈຶ່ງຮຽກຮ້ອງໃຫ້ນັກສຳມະນາກອນທຸກສະຫາຍ ຈົ່ງຕັ້ງໃຈເອົາໃຈໃສ່ ເພື່ອຄົ້ນຄ້ວາແລກປ່ຽນບົດຮຽນກັບອາຈານທີ່ມາຂຶ້ນຫ້ອງໃນແຕ່ລະວັນ ປະຕິບັດຢ່າງເຂັ້ມງວດຕໍ່ລະບຽບການທີ່ ຄະນະຮັບຜິດຊອບວາງອອກ ຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນເຂົ້າໃນການເຝິກ ອົບຮົມຢ່າງສຸດກົກສຸດປາຍ ໃຫ້ສົມກັບທີ່ການຈັດຕັ້ງນຳສົ່ງມາເຂົ້າຮ່ວມເຝິກອົບຮົມເພື່ອໃຫ້ບັນລຸໄດ້ຈຸດປະສົງຄາດໝາຍໃນການເຝິກອົບຮົມຄັ້ງນີ້ຢ່າງຈົບງາມ. Share:FacebookTwitter
ກສຊ ຍົກລະດັບຄວາມຮູ້ວຽກງານຈັດຕັ້ງ ກໍ່ສ້າງພັກ-ພະນັກງານ
https://v2.vientianemai.net/archives/55372
ໂດຍໄດ້ຮັບການສະໜັບສະໜູນຈາກມູນນິທິຍີ່ປຸ່ນ ປະຈຳນະຄອນຫຼວງວຽງຈັນ ໃຫ້ແກ່ສະຖາບັນຄົ້ນຄ້ວາວິທະຍາສາດການສຶກສາ (ສວສ) ກອງປະຊຸມຄະນະກຳມະການກວດຜ່ານຮັບຮອງຫຼັກສູດ ແລະ ອຸປະກອນການສອນ ປື້ມແບບຮຽນ ແລະ ປື້ມຄູ່ມືຄູພາສາຍີ່ປຸ່ນຊັ້ນມັດທະຍົມສຶກສາປີທີ 5 ໄດ້ຈັດຂຶ້ນໃນວັນທີ 13 ກຸມພາ 2023 ທີ່ ສວສ ມີ ທ່ານ ອອນແກ້ວ ນວນນະວົງ ຜູ້ອຳນວຍການ ສວສ ທ່ານ ນາງ YOSHIHASHI Asuka ເລຂາເອກຫົວໜ້າພະແນກວັດທະນະທຳ ແລະ ຖະແຫຼງຂ່າວ ສະຖານທູດຍີ່ປຸ່ນປະຈຳ ສປປ ລາວ ທ່ານ Yosuke KUSAKABE ຜູ້ອຳນວຍການມູນນິທິຍີ່ປຸ່ນ ປະຈຳນະຄອນຫຼວງວຽຈັນ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງຂອງການຮັບຮອງຫຼັກສູດດັ່ງກ່າວ ເພື່ອເປັນການຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາການສຶກສາ (ດ້ານພາສາ) ໂດຍສະເພາະແມ່ນພາສາຍີ່ປຸ່ນຢູ່ໂຮງຮຽນຊັ້ນມັດທະຍົມປີ 5 ຂອງລາວ ເຊິ່ງມູນນິທິຍີ່ປຸ່ນໄດ້ສົ່ງຊ່ຽວຊານດ້ານພາສາຍີ່ປຸ່ນມາປະຈຳຢູ່ ສວສ ເພື່ອເຂົ້າຮ່ວມໃນການພັດທະນາຫຼັກສູດປະສານສົມທົບສືບຕໍ່ເປົ້າໝາຍການສ້ງປື້ມແບບ ຮຽນຂຶ້ນໃນທຸກໆປີ. ສຳລັບປຶ້ມແບບຮຽນພາສາຍີ່ປຸ່ນຊັ້ນມັດທະຍົມປີທີ 5 ແມ່ນຜົນງານການຮ່ວມມືຂອງບັນດາຂະແໜງການກ່ຽວຂ້ອງເພື່ອໃຫ້ບັນລຸຕາມຄວາມຮຽກຮ້ອງຕ້ອງການຂອງນັກຮຽນທີ່ຮຽນພາສາຍີ່ປຸ່ນເພີ່ມຂຶ້ນໃນແຕ່ລະປີ ປື້ມຄູ່ມືຄູເຫຼັ້ມດັ່ງກ່າວຮຽບຮຽງຂຶ້ນເພື່ອແນະນຳໃຫ້ເຂົ້າໃຈກ່ຽວກັບວິທີການສອນໃຫ້ໄປຕາມເວລາທີ່ກຳນົດໄວ້ ສຳລັບຄູສອນພາສາຍີ່ປຸ່ນເປັນພາສາຕ່າງປະ ເທດພາສາທີ 2 ໃນປື້ມເຫຼັ້ມນີ້ໄດ້ຈັດແບ່ງຈຳນວນຄັ້ງຂອງການຂຶ້ນຫ້ອງຢ່າງລະອຽດໂດຍແຕ່ລະຄັ້ງເນັ້ນໃສ່ 4 ທັກສະຄື ການຟັງ ເວົ້າ ອ່ານ ແລະ ການຂຽນ ໃຫ້ນັກຮຽນມີສ່ວນຮ່ວມໃນການປະຕິກິດຈະກຳ ໂດຍປະຕິບັດຕົວຈິງໃນການແກ້ບົດເຝິກຫັດ ນຳສະເໜີຜົນງານ ແລະ ກິດຈະກຳຕ່າງໆ. Share:FacebookTwitter
ຮັບຮອງຫຼັກສູດ ປື້ມແບບຮຽນ ແລະ ປື້ມຄູ່ມືຄູພາສາຍີ່ປຸ່ນ ຊັ້ນມັດທະຍົມສຶກສາປີທີ 5
https://v2.vientianemai.net/archives/55380
ກອງປະຊຸມປຶກສາຫາລືການປັບປຸງໂຄງການ ແລະ ຕິດຕາມຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດວຽກງານໂຄງການກອງທຶນຮ່ວມມືສາກົນ ເພື່ອການສຶກສາໄລຍະສາມ “ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ” (GPE III: LEAP) ຈັດຂຶ້ນວັນທີ 13 ກຸມພາ 2023 ທີ່ຕຶກ ICT ກະຊວງສຶກສາທິການ ແລະ ກີລາ ເປັນປະທານຮ່ວມຂອງທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານ ນາງ ທາລາ ບີເທວ ນັກເສດຖະສາດອາວຸໂສ ຫົວໜ້າແຜນງານໂຄງການຈາກທະນາຄານໂລກ ມີຜູ້ຈາກໜ້າທະນາຄານໂລກ ກະຊວງ ຫ້ອງການ ກົມ ແລະ ແໜງການກ່ຽວຂ້ອງເຂົ້າຮ່ວມ.     ທ່ານ ພຸດ ສິມມາລວົງ ກ່າວວ່າ ໂຄງການກອງທຶນຮ່ວມມືສາກົນ ເພື່ອການສຶກສາໄລຍະສາມ “ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມໄດ້ຈັດຕັ້ງປະຕິບັດມາແຕ່ປີ 2021 ພາຍໃຕ້ງົບປະມານກູ້ຢືມ ແລະ ເງິນຊ່ວຍເຫຼືອລ້າ ມູນຄ່າໂຄງການທັງໝົດ 46,9 ລ້ານໂດລາສະຫະລັດ ທີ່ໄດ້ສຸມໃສ່ຈັດຕັ້ງປະຕິບັດກິດຈະກຳຢູ່ໃນ 18 ແຂວງ ແລະ 148 ເມືອງບູລິມະສິດໃນຂອບເຂດທົ່ວປະເທດເພື່ອພັດທະນາໃນ 3 ອົງປະກອບຄື ການກະກຽມ ແລະ ຊຸກຍູ້ຜູ້ຮຽນ ການກະກຽມ ແລະ ຊຸກຍູ້ຜູ້ສອນ ການບໍລິຫານທີ່ມີປະສິດທິຜົນ ແລະ ເພື່ອປັບປຸງການຮຽນ-ການສອນ ຂອງຄູໃນ ສປປ ລາວ ໃນການມາເຮັດວຽກຂອງທີມງານທະນາຄານໂລກຄັ້ງທີ່ຜ່ານມາມີຫຼາຍສິ່ງທ້າທາຍໄດ້ຮັບການແກ້ໄຂ ແລະ ໜ່ວຍງານຕ່າງໆສາມາດເຂົ້າໃຈຈະແຈ້ງຂຶ້ນໃນການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການສຳເລັດຫຼາຍດ້ານ ຢ່າງໃດກໍຕາມເພື່ອເຮັດໃຫ້ການຈັດຕັ້ງປະຕິບັດກິດຈະກຳໄດ້ຢ່າງມີປະສິດທິຜົນ ແລະ ສາມາດປະຕິບັດ ໃຫ້ສຳເລັດຕາມຈຸດປະສົງຂອງໂຄງການຈິ່ງສະເໜີໃຫ້ທີມງານຈາກທະນາຄານໂລກ ແລະ ທີມງານຈາກກອງທຶນຮ່ວມມືສາກົນທີມງານຈາກກະຊວງສຶກສາທິການ ແລະ ກີລາ ໂດຍສະເພາະແຕ່ລະກົມ ສະຖາບັນ ສູນ ແລະ ທຸກໜ່ວຍງານທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດໂຄງການ GPE III ຈົ່ງຊ່ວຍເອົາໃຈໃສ່ໃຫ້ການຮ່ວມມືຢ່າງໃກ້ຊິດ ເພື່ອປັບປຸງໂຄງການຄືນໃໝ່ ແລະ ກຳນົດກິດຈະກຳທີ່ເປັນບູລິມະສິດ ແລະ ຄວາມອາດສາມາດໃນການຈັດຕັ້ງປະຕິບັດກິດຈະກຳໃຫ້ສຳເລັດຕາມແຜນການທີວາງໄວ້. Share:FacebookTwitter
ປຶກສາຫາລືຫຼາຍບັນຫາທີ່ຕິດພັນກັບໂຄງການ GPE III: LEAP
https://v2.vientianemai.net/archives/55386
ໃນວັນທີ 13 ກຸມພາ 2003 ທີ່ ທໍານຽບປະທານປະເທດ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສົມ ເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນນາຍົກລັດ ຖະມົນຕີ ແຫ່ງ ລາຊະອານາຈັກ ກຳປູເຈຍ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນວັນທີ 13-14 ກຸມພາ 2023. ໃນໂອກາດນີ້ ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານນາຍົກລັດຖະມົນຕີ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ແລະ ຄະນະຜູ້ແທນຂັ້ນສູງ ກຳປູເຈຍ ທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນໃນການຮັດແໜ້ນ ແລະ ເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີຖານບ້ານໃກ້ເຮືອນຄຽງ ທີ່ມີມາແຕ່ດົນນານລະຫວ່າງ ສອງປະເທດ ລາວ-ກຳປູເຈຍ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມນີ້ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງການເປັນປະທານອາຊຽນຂອງກຳປູເຈຍ ໃນປີ 2022 ແລະ ການເລືອກຕັ້ງສະພາຕາແສງຊຸດທີ່ V ໃນວັນທີ 5 ມີຖຸນາ 2022 ທີ່ຜ່ານມາ ເຊິ່ງ ພັກປະຊາຊົນກຳປູ ເຈຍ ໄດ້ຮັບໄຊຊະນະອັນໃຫຍ່ຫຼວງ ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ແລະ ຄວາມສັດທາຂອງປະຊາຊົນກຳປູ ເຈຍ ທີ່ມີຕໍ່ ພັກປະຊາຊົນກຳປູເຈຍ ຕະຫຼອດໄລຍະທີ່ຜ່ານມາ ກໍ່ຄືປັດຈຸບັນ ເຊິ່ງໄດ້ນຳເອົາການພັດທະນາ ຄວາມຈະ ເລີນກ້າວໜ້າມາສູ່ປະເທດຊາດ ເຮັດໃຫ້ທົ່ວປະເທດ ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດມີການຂະ ຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອປະຊາຊົນ ໄດ້ຮັບການປົວແປງດີຂື້ນເປັນກ້າວໆ ບົດບາດອິດທິພົນຊື່ສຽງຂອງ ກຳປູເຈຍ ນັບມື້ໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະສາກົນ. ພ້ອມດຽວກັນນີ້ ພະນະທ່ານປະທານປະເທດ ທອງລຸນ ສີສຸລິດ ກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສາເລັດຂອງການພົບປະປຶກສາຫາລືຮ່ວມກັນ ລະຫວ່າງ ສອນາຍົກລັດຖະ ມົນຕີລາວ-ກຳປູເຈຍ ເຊິ່ງເຫັນວ່າສາມາດຕົກລົງຫຼາຍບັນ ຫາຮ່ວມກັນ ໃນນັ້ນແມ່ນການຮ່ວມລົງນາມສົນທິສັນຍາ ວ່າດ້ວຍເສັ້ນຊາຍແດນທີ່ໄດ້ສຳເລັດການປັກຫຼັກໝາຍສຳເລັດ 86% ເຊິ່ງເປັນເອກະສານສຳຄັນ ແລະ ເປັນພື້ນ ຖານໃຫ້ແກ່ການສືບຕໍ່ແກ້ໄຂບັນຫາເສັ້ນຊາຍແດນທີ່ຍັງເຫຼືອບົນພື້ນຖາມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ປະ ຊາຊົນສອງຊາດ ລາວ-ກຳປູເຈຍ. ນອກນີ້ ຍັງໄດ້ມີການລົງນາມ ແຜນປະຕິບັດງານຮ່ວມ (Action Plan) ວ່າດ້ວຍຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ລາຊະ ອານາຈັກ ກຳປູເຈຍ ໄລຍະ 2023-2027 ທີ່ຈະເປັນພື້ນ ຖານໃຫ້ແກ່ສອງປະເທດໃນຕໍ່ໜ້າ ພ້ອມກັນນັ້ນ ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະເໜີໃຫ້ສອງນາຍົກລັດຖະ ມົນຕີ ລາວ-ກຳປູເຈຍ ເອົາໃຈໃສ່ຊີ້ນຳບັນດາກະຊວງຂະ ແໜງການ ໃນການຈັດຕັ້ງປະຕິບັດບັນດາເອກະສານທີ່ໄດ້ລົງນາມກັນແລ້ວ ໃຫ້ມີປະສິດທິພາບ ປະສິດທິຜົນ ແລະ ເປັນຮູບປະທຳຫຼາຍຂຶ້ນ, ສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍ ເປັນຕົ້ນ ດ້ານເສດຖະກິດ-ການຄ້າ ການທ່ອງທ່ຽວ ແລະ ອື່ນໆ ໃຫ້ຫຼາຍຂຶ້ນຕື່ມ ເພື່ອນຳເອົາຜົນປະໂຫຍດສູງ ສຸດມາສູ່ປະຊາຊົນສອງຊາດ ລາວ-ກຳປູເຈຍ. ນອກຈາກນີ້, ພະນະທ່ານ ປະທານປະເທດ ກໍໄດ້ຖືໂອກາດນີ້ ຝາກຄວາມຢື້ຢາມຖາມຂ່າວເຖິງ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດ ແຫ່ງລາຊະອານາຈັກກຳປູເຈຍ ແລະຫວັງວ່າ ຈະໄດ້ຮັບກຽດຕ້ອນຮັບ ພະບາດ ສົມເດັດ ມາຢ້ຽມຢາມ ນະຄອນຫຼວງວຽງຈັນ ອີກຄັ້ງໜຶ່ງ ໃນອະນາຄົດ. ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ແຊນ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຍິນດີທີ່ໄດ້ນຳພາຄະນະຜູ້ແທນເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ພ້ອມທັງໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ ພັກ-ລັດຖະບານ ກຳປູເຈຍ ຢືນຢັນຈະສືບຕໍ່ໃຫ້ການຮ່ວມມືສອງຝ່າຍໃຫ້ຫຼາຍຂຶ້ນຕື່ມໃນຕໍ່ຫນ້າ ທັງໃນຂອບການຮ່ວມມືສອງຝ່າຍ ຫຼາຍຝ່າຍ, ທັງໃນເວທີພາກພື້ນ ແລະ ສາກົນ ເພື່ອນຳເອົາຄວາມຜາສຸກ ຄວາມຈະເລີນຮຸ່ງເຮືອງ ຄວາມຮັ່ງມີເຂັ້ມແຂງ ມາສູ່ສອງຊາດ ກຳປູເຈຍ-ລາວ ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ຖານບ້ານໃກ້ເຮືອນຄຽງ ທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດລາວ-ກຳປູເຈຍ ຈົ່ງຫມັ້ນຄົງທະນົງແກ່ນຕະຫຼອດໄປ. ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຄໍານັບ ແລະ ປະດັບຫຼຽນໃຫ້ແກ່ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ກຳປູເຈຍ …………………………………………. ໃນວັນທີ 13 ກຸມພາ 2003 ທີ່ ທໍານຽບປະທານປະເທດ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສົມ ເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນນາຍົກລັດ ຖະມົນຕີ ແຫ່ງ ລາຊະອານາຈັກ ກຳປູເຈຍ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນວັນທີ 13-14 ກຸມພາ 2023. ໃນໂອກາດນີ້ ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານນາຍົກລັດຖະມົນຕີ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ແລະ ຄະນະຜູ້ແທນຂັ້ນສູງ ກຳປູເຈຍ ທີ່ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີຖານບ້ານໃກ້ເຮືອນຄຽງ ທີ່ມີມາແຕ່ດົນນານລະຫວ່າງ ສອງປະເທດ ລາວ-ກຳປູເຈຍ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມນີ້ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງການເປັນປະທານອາຊຽນຂອງກຳປູເຈຍ ໃນປີ 2022 ແລະ ການເລືອກຕັ້ງສະພາຕາແສງຊຸດທີ່ V ໃນວັນທີ 5 ມີຖຸນາ 2022 ທີ່ຜ່ານມາ ເຊິ່ງ ພັກປະຊາຊົນກຳປູ ເຈຍ ໄດ້ຮັບໄຊຊະນະອັນໃຫຍ່ຫຼວງ ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ແລະ ຄວາມສັດທາຂອງປະຊາຊົນກຳປູ ເຈຍ ທີ່ມີຕໍ່ ພັກປະຊາຊົນກຳປູເຈຍ ຕະຫຼອດໄລຍະທີ່ຜ່ານມາ ກໍ່ຄືປັດຈຸບັນ ເຊິ່ງໄດ້ນຳເອົາການພັດທະນາ ຄວາມຈະ ເລີນກ້າວໜ້າມາສູ່ປະເທດຊາດ ເຮັດໃຫ້ທົ່ວປະເທດ ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດມີການຂະ ຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອປະຊາຊົນ ໄດ້ຮັບການປົວແປງດີຂື້ນເປັນກ້າວໆ ບົດບາດອິດທິພົນຊື່ສຽງຂອງ ກຳປູເຈຍ ນັບມື້ໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະສາກົນ. ພ້ອມດຽວກັນນີ້ ພະນະທ່ານປະທານປະເທດ ທອງລຸນ ສີສຸລິດ ກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສາເລັດຂອງການພົບປະປຶກສາຫາລືຮ່ວມກັນ ລະຫວ່າງ ສອນາຍົກລັດຖະ ມົນຕີລາວ-ກຳປູເຈຍ ເຊິ່ງເຫັນວ່າສາມາດຕົກລົງຫຼາຍບັນ ຫາຮ່ວມກັນ ໃນນັ້ນແມ່ນການຮ່ວມລົງນາມສົນທິສັນຍາ ວ່າດ້ວຍເສັ້ນຊາຍແດນທີ່ໄດ້ສຳເລັດການປັກຫຼັກໝາຍສຳເລັດ 86% ເຊິ່ງເປັນເອກະສານສຳຄັນ ແລະ ເປັນພື້ນ ຖານໃຫ້ແກ່ການສືບຕໍ່ແກ້ໄຂບັນຫາເສັ້ນຊາຍແດນທີ່ຍັງເຫຼືອບົນພື້ນຖາມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ປະ ຊາຊົນສອງຊາດ ລາວ-ກຳປູເຈຍ. ນອກນີ້ ຍັງໄດ້ມີການລົງນາມ ແຜນປະຕິບັດງານຮ່ວມ (Action Plan) ວ່າດ້ວຍຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ລາຊະ ອານາຈັກ ກຳປູເຈຍ ໄລຍະ 2023-2027 ທີ່ຈະເປັນພື້ນ ຖານໃຫ້ແກ່ສອງປະເທດໃນຕໍ່ໜ້າ ພ້ອມກັນນັ້ນ ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະເໜີໃຫ້ສອງນາຍົກລັດຖະ ມົນຕີ ລາວ-ກຳປູເຈຍ ເອົາໃຈໃສ່ຊີ້ນຳບັນດາກະຊວງຂະ ແໜງການ ໃນການຈັດຕັ້ງປະຕິບັດບັນດາເອກະສານທີ່ໄດ້ລົງນາມກັນແລ້ວ ໃຫ້ມີປະສິດທິພາບ ປະສິດທິຜົນ ແລະ ເປັນຮູບປະທຳຫຼາຍຂຶ້ນ, ສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍ ເປັນຕົ້ນ ດ້ານເສດຖະກິດ-ການຄ້າ ການທ່ອງທ່ຽວ ແລະ ອື່ນໆ ໃຫ້ຫຼາຍຂຶ້ນຕື່ມ ເພື່ອນຳເອົາຜົນປະໂຫຍດສູງ ສຸດມາສູ່ປະຊາຊົນສອງຊາດ ລາວ-ກຳປູເຈຍ. ນອກຈາກນີ້, ພະນະທ່ານ ປະທານປະເທດ ກໍໄດ້ຖືໂອກາດນີ້ ຝາກຄວາມຢື້ຢາມຖາມຂ່າວເຖິງ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດ ແຫ່ງລາຊະອານາຈັກກຳປູເຈຍ ແລະຫວັງວ່າ ຈະໄດ້ຮັບກຽດຕ້ອນຮັບ ພະບາດ ສົມເດັດ ມາຢ້ຽມຢາມ ນະຄອນຫຼວງວຽງຈັນ ອີກຄັ້ງໜຶ່ງ ໃນອະນາຄົດ. ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ແຊນ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຍິນດີທີ່ໄດ້ນຳພາຄະນະຜູ້ແທນເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ພ້ອມທັງໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ ພັກ-ລັດຖະບານ ກຳປູເຈຍ ຢືນຢັນຈະສືບຕໍ່ໃຫ້ການຮ່ວມມືສອງຝ່າຍໃຫ້ຫຼາຍຂຶ້ນຕື່ມໃນຕໍ່ຫນ້າ ທັງໃນຂອບການຮ່ວມມືສອງຝ່າຍ ຫຼາຍຝ່າຍ, ທັງໃນເວທີພາກພື້ນ ແລະ ສາກົນ ເພື່ອນຳເອົາຄວາມຜາສຸກ ຄວາມຈະເລີນຮຸ່ງເຮືອງ ຄວາມຮັ່ງມີເຂັ້ມແຂງ ມາສູ່ສອງຊາດ ກຳປູເຈຍ-ລາວ ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ຖານບ້ານໃກ້ເຮືອນຄຽງ ທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດລາວ-ກຳປູເຈຍ ຈົ່ງຫມັ້ນຄົງທະນົງແກ່ນຕະຫຼອດໄປ. ໃນໂອກາດດຽວກັນນີ້ ພະນະທ່ານ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ພັກ ແລະ ລັດຖະບານແຫ່ງ ສປປ ລາວ ປະດັບຫຼຽນໂພໄຊລ້ານຊ້າງ ໃຫ້ແກ່ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ແຊນ ນາຍົກລັດຖະມົນຕີ ແຫ່ງລາຊະອາ ນາຈັກ ກຳປູເຈຍ ເຊິ່ງເປັນຫຼຽນທີ່ມອບໃຫ້ ຜູ້ນຳຂອງຕ່າງປະເທດ ທີ່ມີຄຸນງາມຄວາມດີ ມີຜົນງານດີເດັ່ນ ປະກອບສ່ວນໃນການເສີມສ້າງ, ປົກປັກຮັກສາສາຍພົວພັນມິດຕະ ພາບ ແລະ ການຮ່ວມມືທີ່ດີງາມ ຕໍ່ ສປປ ລາວ.ໃນໂອກາດດຽວກັນນີ້ ພະນະທ່ານ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ພັກ ແລະ ລັດຖະບານແຫ່ງ ສປປ ລາວ ປະດັບຫຼຽນໂພໄຊລ້ານຊ້າງ ໃຫ້ແກ່ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ແຊນ ນາຍົກລັດຖະມົນຕີ ແຫ່ງລາຊະອາ ນາຈັກ ກຳປູເຈຍ ເຊິ່ງເປັນຫຼຽນທີ່ມອບໃຫ້ ຜູ້ນຳຂອງຕ່າງປະເທດ ທີ່ມີຄຸນງາມຄວາມດີ ມີຜົນງານດີເດັ່ນ ປະກອບສ່ວນໃນການເສີມສ້າງ, ປົກປັກຮັກສາສາຍພົວພັນມິດຕະ ພາບ ແລະ ການຮ່ວມມືທີ່ດີງາມ ຕໍ່ ສປປ ລາວ. Share:FacebookTwitter
ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຄໍານັບ ແລະ ປະດັບຫຼຽນໃຫ້ແກ່ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ກຳປູເຈຍ
https://v2.vientianemai.net/archives/55393
ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ແຊນ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 13-14 ກຸມພາ 2023 ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ຄວາມສາມັກຄີອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ລາ ຊະອານາຈັກ ກຳປູເຈຍ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ. ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ທີ່ ສໍານັກງານນາຍົກລັດຖະມົນຕີ ໃນຕອນບ່າຍຂອງວັນທີ 13 ກຸມ ພາ 2023 ຈາກນັ້ນກໍໄດ້ມີການພົບປະສອງຝ່າຍຢ່າງເປັນທາງການ ເຊິ່ງຄະນະຜູ້ແທນຝ່າຍລາວ ນໍາໂດຍ ທ່ານ ສອນໄຊ ສີພັນ ດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນຝ່າຍກໍາປູເຈຍ ນໍາໂດຍ ສົມເດັດ ອັກຄະມະຫາ ເສນາບໍດີ ເຕ ໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ. ໃນໂອກາດນີ້ ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ຕໍ່ການຢ້ຽມຢາມ ສປປ ລາວ ຄັ້ງນີ້ ຂອງ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ແລະ ຄະນະ ເຊິ່ງຖືເປັນການຢ້ຽມຢາມທີ່ມີຄວາມໝາຍສໍາຄັນປະກອບ ສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນສອງຝ່າຍ ລາວ-ກໍາປູເຈຍ ໃນຖາ ນະເປັນເພື່ອນມິດສະໜິດສະໜົມ ເປັນບ້ານ ໃກ້ເຮືອນຄຽງ ບ້ານອ້າຍເມືອງນ້ອງ ບ້ານແກ່ວເມືອງດອງ ມາແຕ່ບູຮານນະການ ພ້ອມດຽວກັນນັ້ນກໍໄດ້ຕີລາຄາສູງ ແລະ ສະ ແດງຄວາມຊົມເຊີຍ ຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງໃນຫຼາຍດ້ານທີ່ປະຊາຊົນກໍາປູເຈຍຍາດມາໄດ້ ພາຍໃຕ້ການນໍາພາ ຂອງ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ພິເສດ ທ່ານ ສອນໄຊ ສີພັນດອນ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ ຜົນສໍາເລັດຂອງການເປັນປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນປີ 2022 ດ້ວຍຜົນສໍາເລັດອັນຈົບງາມ ແລະ ການເລືອກຕັ້ງສະພາຕາແສງ ຊຸດທີ V ໃນວັນທີ 5 ມີຖຸນາ 2022 ທີ່ຜ່ານມາ ເຊິ່ງໃນນີ້ ພັກປະຊາຊົນ ກຳປູເຈຍ ໄດ້ຮັບໄຊຊະນະອັນໃຫຍ່ຫຼວງ. ໃນໂອກາດດຽວກັນນີ້ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນ ຮັບອັນອົບອຸ່ນ ແລະ ສົມກຽດ ຈາກລັດຖະບານ ແລະ ປະຊາຊົນລາວ ໃນຄັ້ງນີ້ ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ການຮ່ວມມືທີ່ມີມາແຕ່ດົນນານຖານບ້ານໃກ້ເຮືອນຄຽງ ແລະ ການ ພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສອງປະເທດ ລາວ-ກໍາປູເຈຍ ທີ່ໄດ້ຮັບ ການ ເສີມຂະຫຍາຍເປັນກ້າວໆຕະຫຼອດມາ. ພ້ອມນີ້ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ກໍໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ ທ່ານ ສອນໄຊ ສີພັນ ດອນ ທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນກອງປະຊຸມ ສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 30 ທັນວາ 2022 ຜ່ານມາ ພ້ອມນັ້ນ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ແຊນ ກໍໄດ້ເຊື້ອເຊີນ ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ລາຊະອານາຈັກ ກໍາປູເຈຍ ໃນໂອ ກາດທີ່ເໝາະສົມ. ໃນການພົບປະຄັ້ງນີ້ ສອງຝ່າຍ ໄດ້ທົບທວນຄືນການພົວພັນຮ່ວມມື ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃນໄລຍະຜ່ານມາ ໂດຍໄດ້ຕີລາຄາສູງ ແລະ ສະແດງຄວາມເພິ່ງພໍໃຈ ທີ່ເຫັນວ່າ ການພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອ ຖານບ້ານໃກ້ເຮືອນຄຽງທີ່ມີມາແຕ່ດົນນານ ລະຫວ່າງ ປະຊາຊົນລາວ ແລະ ກໍາປູເຈຍ ນັບມື້ນັບໄດ້ຮັບການເສີມຂະຫຍາຍ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ການຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ  ໝັ້ນຄົງຍາວ ນານ ໃນປີ 2019 ໄດ້ຊີ້ໃຫ້ເຫັນເຖິງຄວາມໝາຍໝັ້ນອັນແຮງກ້າ ຂອງສອງປະເທດ ໃນການຍົກລະດັບການພົວພັນອັນດີ ດັ່ງກ່າວ ໃຫ້ຂຶ້ນສູ່ລະດັບສູງອີກໃໝ່. ການພົວພັນຮ່ວມມືສອງຝ່າຍໃນຫຼາຍດ້ານໄດ້ຮັບການເສີມຂະຫຍາຍເປັນກ້າວໆ ເປັນຕົ້ນ: ການຮ່ວມມືດ້ານວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ ດ້ານການເງິນ ດ້ານພະລັງງານໄຟຟ້າດ້ານໂຍ ທາທິການ ແລະ ຂົນສົ່ງ ດ້ານວັດທະນະທໍາ-ສັງຄົມ ແລະ ການທ່ອງທ່ຽວ ດ້ານວຽກງານຊາຍແດນ ແລະ ອື່ນໆ ຂະນະດຽວ ກັນ ການພົວພັນຮ່ວມມືໃນພາກພື້ນ ແລະ ອະນຸພາກພື້ນ ສືບຕໍ່ຮັດແໜ້ນ ແລະ ໃຫ້ການສະໜັບສະໜູນ ເຊິ່ງກັນ ແລະ ກັນ ເປັນຕົ້ນ: ຂອບການຮ່ວມມືແອັກແມັກ (ACMECS) CLMV ແລະ CLV. ທັງສອງຝ່າຍ ​ຍັງໄດ້ຮ່ວມກັນວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ເຊິ່ງສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ປະ ສານ ສົມທົບກັນຢ່າງໃກ້ຊິດ ເພື່ອຮ່ວມກັນຈັດຕັ້ງປະຕິບັດ ບັນດາການຕົກລົງຂອງການນໍາຂັ້ນສູງຂອງສອງປະເທດ ແລະ ບັນດາ ເອກະສານຮ່ວມມືສອງຝ່າຍທີ່ມີຮ່ວມກັນໃນທຸກລະດັບ ໃຫ້ມີປະສິດທິພາບ ແລະ ປະສິດທີຜົນ ນໍາເອົາຜົນປະ ໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ສືບຕໍ່ເພີ່ມທະວີການພົວພັນຮ່ວມມືໃນດ້ານຕ່າງໆ ຢ່າງໜັກແໜ້ນ ເປັນຕົ້ນ ດ້ານການເມືອງ ການ ຕ່າງປະເທດ ປ້ອງກັນຊາດ-ປ້ອງການຄວາມສະຫຼົບ ວຽກງານຊາຍແດນ ແລະ ອື່ນໆ ຊູກຍູ້ເພີ່ມທະວີການພົວພັນຮ່ວມມືທາງ ດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ ການເຊື່ອມໂຍງຄົມມະນາຄົມ ແລະ ການທ່ອງທ່ຽວ ການສຶກສາ ວັດທະນະທໍາ -ສັງຄົມ ສາທາລະນະສຸກ ແລະ ອື່ນໆ ສືບຕໍ່ປະສານສົມທົບກັນໃນການເຄື່ອນໄຫວໃນເວທີພາກພື້ນ ແລະ ສາກົນ. ໃນຕອນທ້າຍ ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນກໍາປູເຈຍ ທີ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ຕະຫຼອດມາ ທັງຍັງຢືນຢັນວ່າ ພັກ ລັດ ແລະ ປະຊາຊົນລາວ ຈະສືບຕໍ່ຮັກສາມູນເຊື້ອ ຖະນຸຖະໜອມ ແລະ ເສີມຂະຫຍາຍ ສາຍພົວພັນອັນດີງາມທີ່ມີມາແຕ່ດົນນານຂອງສອງປະທດ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ຜົນສໍາເລັດຂອງການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ໃນຄັ້ງນີ້ ຈະປະກອບສ່ວນອັນສໍາຄັນເຂົ້າໃນການເພີ່ມທະວີ ແລະ ເສີມຂະຫຍາຍ ມູນເຊື້ອການຮ່ວມມືທີ່ດີງາມ ລະຫວ່າງ ສອງປະເທດ ລາວ-ກໍາປູເຈຍ ໃຫ້ມີຄວາມແໜ້ນແຟ້ນຈະເລີນງອກງາມ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ. ພາຍຫຼັງສໍາເລັດການພົບປະສອງຝ່າຍ ສອງນາຍົກລັດຖະມົນຕີ ລາວ ແລະ ກໍາປູເຈຍ ໄດ້ຮ່ວມກັນລົງນາມເອກະສານ 2 ສະບັບ ຄື: 1). ສົນທິສັນຍາ ວ່າດ້ວຍ ການກໍານົດຊາຍແດນ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກຳປູເຈຍ ທີ່ໄດ້ ສຳເລັດການປັກຫຼັກໝາຍສຳເລັດ 86% ເຊິ່ງເປັນເອກະສານສຳຄັນ ແລະ ເປັນພື້ນຖານໃຫ້ແກ່ການສືບຕໍ່ແກ້ໄຂບັນຫາ ເສັ້ນຊາຍແດນທີ່ຍັງເຫຼືອບົນພື້ນຖານມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ປະຊາຊົນສອງຊາດ ແລະ 2). ແຜນປະຕິບັດງານ ຮ່ວມ (Action Plan) ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກຳປູເຈຍ ແຕ່ປີ 2023-2027 ເຊິ່ງຈະເປັນການສ້າງເງື່ອນ ໄຂທີ່ເປັນພື້ນຖານໃຫ້ແກ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃຫ້ເປັນຮູບປະທໍາຫຼາຍຂຶ້ນ ເປັນຕົ້ນ ເພີ່ມທະວີການ ພົວພັນ ດ້ານເສດຖະກິດການຄ້າ ການລົງທຶນ ວຽກງານການກໍານົດ ແລະ ປັກຫຼັກໝາຍຊາຍແດນ ການຮ່ວມມືກັນໃນລະ ດັບພາກພື້ນ ແລະ ສາກົນອື່ນໆ ພ້ອມນີ້ ສອງນາຍົກລັດຖະມົນຕີ ລາວ ແລະ ກໍາປູເຈຍ ກໍໄດ້ເປັນສັກຂີພິຍານພິທີລົງນາມ ບົດບັນທຶກກອງປະຊຸມຄະນະກໍາມະການຊາຍແດນຮ່ວມ ລາວ-ກຳປູເຈຍ ແລະ ກໍາປູເຈຍ-ລາວ. ໃນໂອກາດດຽວກັນນີ້ ກໍໄດ້ມີພິທີປະດັບຫຼຽນ ຂອງລັດຖະບານ ແຫ່ງ ສປປ ລາວ ໃຫ້ແກ່ ຄະນະຜູ້ແທນຈາກ ລາຊະອານາຈັກ ກໍາປູເຈຍ ເຊິ່ງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ໃຫ້ກຽດປະດັບຫຼຽນ ໃຫ້ແກ່ ບັນດານັກ ທຸລະກິດ ກໍາປູເຈຍ ທີ່ປະກອບສ່ວນໃຫ້ການຊ່ວຍເຫຼືອ ແກ່ ສປປ ລາວ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ດັ່ງ ນີ້: ຫຼຽນໄຊພັດທະນາ ຊັ້ນ I ຈໍານວນ 04 ທ່ານ ຄື: 1) ທ່ານ KITH Meng ປະທານບໍລິສັດ Royal Group 2) ທ່ານ LEANG Meng ປະທານບໍລິສັດ Chip Mong Group 3) ທ່ານ CHEN Zhi, ປະທານບໍລິສັດ Prince Holding Group ແລະ 4) ທ່ານ LENG Navatra ປະທານບໍລິສັດ Galaxy Navatra Group ຫຼຽນໄຊພັດທະນາ ຊັ້ນ II ຈໍານວນ 02 ທ່ານ ຄື: 1) ທ່ານ ING Bun Hoaw ປະທານບໍລິສັດ ING Holding Group ແລະ 2) ທ່ານ THAY Chea Huoth ປະທານບໍລິສັດ Borey Peng Huoth ຫຼຽນກາມິດຕະພາບ ຈໍານວນ 1 ທ່ານ ຄື: ທ່ານ LEE Hong ຮອງປະທານສະມາຄົມ ມິດຕະພາບ ກໍາປູເຈຍ-ລາວ. ໃນວັນດຽວກັນ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມຄະນະຜູ້ແທນຂັ້ນສູງ ກໍໄດ້ເດີນທາງໄປວາງພວງມາລາຢູ່ ອານຸສາວະລີນັກຮົບນິລະນາມ ເພື່ອສະແດງຄວາມເຄົາລົບ ແລະ ລະນຶກເຖິງອ້າຍນ້ອງທະຫານນັກຮົບ ທີ່ໄດ້ຕໍ່ສູ້ເສຍສະຫຼະເລືອດເນື້ອເພື່ອປະເທດຊາດ ແລະ ປະຊາຊົນ ໃນສະໄ​ໝ ສົງຄາມ. Share:FacebookTwitter
ລາວ-ກໍາປູເຈຍ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ
https://v2.vientianemai.net/archives/55404
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ເຂົ້າຮ່ວມປິດກອງປະຊຸມສະຫຼຸບການ ເຄື່ອນໄຫວວຽກງານປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023 ຂອງສານປະຊາຊົນທີ່ຫໍປະຊຸມແຫ່ງຊາດ ໃນວັນທີ 10 ກຸມພາ 2023 ໂດຍມີ ທ່ານ ສຈ. ປອ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ມີຄະນະພັກ-ຄະນະນໍາຂອງສານປະຊາຊົນໃນຂອບ ເຂດທົ່ວປະເທດ ຜູ້ພິພາກສາ ແຂກຮັບເຊີນ ແລະ ພາກສ່ວນທີ່ ກ່ຽວຂ້ອງເຂົ້າຮ່ວມ.  ໃນໂອກາດດັ່ງກ່າວ ທ່ານປະທານປະເທດ ໄດ້ໂອ້ລົມວ່າ: ສານປະຊາຊົນແຕ່ລະຂັ້ນຕ້ອງໄດ້ແບກຫາບພາລະກິດອັນໜັກໜ່ວງ ແລະ ສິ່ງທ້າທາຍຫຼາຍດ້ານ ເພື່ອໃຫ້ສັງຄົມມີຄວາມຍຸຕິທໍາ ເພື່ອແກ້ໄຂດ້ານອ່ອນ ແລະ ພັດທະນາລະບົບສານໃຫ້ກ້າວໜ້າ ທັນສະໄໝ ກາຍເປັນເຄື່ອງມືທີ່ສັກສິດ ແລະ ເດັດຂາດຂອງພັກ ໃນນີ້ ສານປະຊາຊົນເອົາໃຈໃສ່ຕື່ມ 5 ບັນຫາສຳຄັນຄື: ໜຶ່ງ. ຕ້ອງຍົກສູງບົດບາດການນໍາພາຂອງພັກຢູ່ສານປະຊາຊົນ ແຕ່ລະຂັ້ນ ເພື່ອເຮັດໃຫ້ການບໍລິຫານສານ ບໍລິຫານຄະດີຢູ່ ສານປະຊາຊົນຕ້ອງມີຄຸນນະພາບ ແລະ ປະສິດທິພາບສູງໃນ ເງື່ອນໄຂໃໝ່ ເນື່ອງຈາກວ່າ ມາດຕາ 90 ຂອງລັດຖະທໍາມະນູນ ກໍານົດວ່າ ສານປະຊາຊົນ ເປັນອົງການຕຸລາການ ເຊິ່ງເຮັດໜ້າ ທີ່ໃນການຕັດສິນ ພິພາກສາຄະດີຢູ່ ສປປ ລາວ ມີແຕ່ສານເທົ່າ ນັ້ນ ທີ່ມີສິດອໍານາດໃນການພິຈາລະນາຕັດສິນຄະດີ ເຊິ່ງ ການຕັດສິນຄະດີຂອງສານ ແມ່ນໃນນາມລັດ ສປປ ລາວ. ສະນັ້ນ ຄະນະພັກສານປະຊາຊົນ ແຕ່ລະຂັ້ນຕ້ອງເອົາໃຈໃສ່ນໍາ ພາການຕັດສິນ, ພິພາກສາຄະດີຢ່າງໃກ້ຊິດຕາມຫຼັກການ ນໍາພາຂອງພັກ ຮັບປະກັນຄວາມເປັນເອກະພາບນຳພາ ເປັນໝູ່ຄະນະ ພາວະວິໄສ ໂປ່ງໃສ ຖືກຕ້ອງຕາມຂໍ້ມູນຫຼັກຖານ ແລະ ກົດໝາຍກໍານົດໄວ້ ຈຶ່ງຈະເຮັດໃຫ້ຄູ່ຄວາມຍອມຮັບຕໍ່ ການຕັດສິນ ພິພາກສາຂອງສານ ຍອມຮັບ ແລະ ເຊື່ອຖືຕໍ່ສະ ຖາບັນຕຸລາການ. ສອງ. ການກຳນົດພາລະບົດບາດຂອງສານປະຊາຊົນສູງສຸດ ແມ່ນໄດ້ກຳນົດໄວ້ຈະແຈ້ງຮັດກຸມແລ້ວ  ສ່ວນສານປະຊາ ຊົນແຂວງ ນະຄອນຫຼວງ ແລະ ສານປະຊາຊົນພາກ ເຊິ່ງເປັນ ສານຂັ້ນອຸທອນຕ້ອງເຮັດບົດບາດໃນການກວດກາ ກັ່ນຕອງ ການດໍາເນີນຄະດີທີ່ສານຂັ້ນຕົ້ນໄດ້ຕັດ ສິນແລ້ວນັ້ນໃຫ້ມີ ຄວາມຖືກຕ້ອງ ໃຫ້ຖືວ່າຖ້າສານຂັ້ນຕົ້ນເກັບກໍາຂໍ້ມູນຫຼັກ ຖານຄົບຖ້ວນ ຮອບດ້ານ ພາວະວິໄສ ແລະ ຕັດສິນຖືກຕ້ອງ ຕາມຄວາມເປັນຈິງ ແລະ ກົດໝາຍແລ້ວ ກໍຈະເຮັດໃຫ້ການ ດໍາເນີນຄະດີຢູ່ສານຂັ້ນເທິງມີຄວາມຖືກຕ້ອງ ຊັດເຈນ ໄດ້ງ່າຍຂຶ້ນ. ສາມ. ສະເໜີໃຫ້ຄະພັກຂອງສານປະຊາຊົນສູງສຸດ ແລະ ຄະນະ ພັກທ້ອງຖິ່ນ ສືບຕໍ່ປັບປຸງກົງຈັກ ກົນໄກ ບຸກຄະລາກອນໃຫ້ ສາມາດຮອງຮັບໄດ້ໜ້າທີ່ວຽກງານຂອງອົງການຕຸລາການໃນ ໄລຍະໃໝ່ ທັງຊີ້ນຳໃຫ້ສາມາດຍົກສູງປະສິດທິພາບ ແກ້ໄຂຂໍ້ຫຍຸ້ງຍາກ ແລະ ໃຫ້ມີການພັດທະນາ ປ່ຽນແປງດີຂຶ້ນ ຢູ່ໃນການຈັດຕັ້ງດັ່ງກ່າວ ຈຶ່ງຖືວ່າການສັບຊ້ອນ ຈັດວາງບຸກ ຄະລາກອນສາມາດແກ້ໄຂບັນຫາດ້ວຍຈິດໃຈບຸກທະລຸແທ້ ປັບ ປຸງ ຈັດວາງຕ້ອງຊີ້ນຳ ຕິດຕາມກວດກາ ຫ້າມບໍ່ປ່ອຍໃຫ້ ລະເມີດລະບຽບຂອງພັກ ກົດໝາຍຂອງລັດເດັດຂາດ ຖ້າສານ ເອງລະເມີດໄດ້ລະບົບຍຸຕິທຳຂອງປະເທດຈະເພພັງ. ສີ່. ເອົາໃຈໃສ່ບໍາລຸງສ້າງພະນັກງານຂອງສານໃຫ້ມີຄວາມຮູ້-ຄວາມສາມາດ ຈັນຍາບັນ-ຈັນຍາທໍາ ແລະ ເປັນມືອາຊີບໃນ ການປະຕິບັດໜ້າທີ່ວຽກງານ ໂດຍສະເພາະຜູ້ພິພາກສາທີ່ເປັນ ຜູ້ຕັດສິນຊີ້ຂາດກ່ຽວກັບຄະດີ ຖືວ່າມີຄວາມສໍາຄັນຫຼາຍເພາະ ການຕັດສິນ ຊີ້ຂາດດັ່ງກ່າວແຕະ ຕ້ອງເຖິງຊີວິດ ສຸຂະພາບ ອິດສະລະພາບ ກຽດສັກສີ ແລະ ສິດ ຜົນປະໂຫຍດອັນຊອບ ທຳຂອງພົນລະເມືອງ. ຫ້າ. ເອົາໃຈໃສ່ປັບປຸງກົນໄກ ແບບແຜນການດໍາເນີນຄະດີ ໃຫ້ມີຄວາມຮັດກຸມ ເປັນທີ່ເຊື່ອຖືຂອງສັງຄົມ ຮັບປະກັນໃຫ້ ການປະຕິບັດໜ້າທີ່ການເມືອງໄດ້ປະຕິບັດກົດໝາຍຢ່າງເຂັ້ມງວດ ໃຫ້ຄູ່ຄວາມມີຄວາມສະເໝີພາບຕໍ່ໜ້າກົດໝາຍ ແລະ ສານ ນໍາໃຊ້ກົດໝາຍໃຫ້ຖືກຕ້ອງ ເປັນທໍາແກ່ຄູ່ຄວາມ ຮັບປະ ກັນການດໍາເນີນຄະດີໃຫ້ສິ້ນສຸດຕາມຂະບວນຍຸຕິທຳຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກທີ່ວ່າ: “ ສ້າງຄວາມໂປ່ງໃສ ໃນທຸກຂັ້ນຕອນຂອງການດຳເນີນຄະດີຕາມຂະບວນຍຸຕິທຳ ນັບແຕ່ການສືບສວນ-ສອບສວນ ການຄົ້ນຄວ້າກ່າວຟ້ອງ ການຕັດ ສິນ-ພິພາກສາຄະດີ ຈົນເຖິງການຈັດຕັ້ງປະຕິບັດຄຳ ຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ໃນນັ້ນ ຖືການຕັດສິນ-ພິພາກສາຄະດີ ຖືກຕ້ອງຕາມກົດໝາຍ ແລະ ຖືກຕາມຄວາມ ເປັນຈິງເປັນໃຈກາງ ແລະ ຖືການຈັດຕັ້ງປະຕິບັດຄຳຕັດສິນ ຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ ໃຫ້ສິ້ນສຸດຕາມກົດໝາຍ ເປັນສຳຄັນ”. ພາຍຫຼັງກອງປະຊຸມຄັ້ງນີ້ ບັນດາທ່ານທີ່ປະຕິ ບັດໜ້າທີ່ຂອງສານທຸກຂັ້ນ ຕ້ອງແກ້ໄຂໃຫ້ໄດ້ຄວາມອັ່ງອໍ ກ່າຍກອງຄະດີ ຄວາມຊັກຊ້າແກ່ຍາວຂອງການດຳເນີນ ການຕໍ່ຄະດີ ຫຼື ການປະຕິບັດຄຳຕັດສິນຂອງສານທີ່ໃຊ້ ໄດ້ເດັດຂາດແລ້ວນັ້ນບໍ່ຖືກປະຕິບັດ ບໍ່ສັກສິດ ນັ້ນໃຫ້ຕົກໄປ. ຂ່າວ-ພາບ ໜັງສືພິມຄວາມສະຫງົບ Share:FacebookTwitter
ປະທານປະເທດ ເນັ້ນສານປະຊາຊົນປະຕິບັດ 5 ຂໍ້ ເພື່ອກາຍເປັນເຄື່ອງມືທີ່ສັກສິດ ແລະ ເດັດຂາດຂອງພັກ
https://v2.vientianemai.net/archives/55411
ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ມອບໃບ ອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ໃຫ້ແກ່ຜູ້ປະກອບ ວິຊາຊີບປິ່ນປົວ ທ່ານໝໍ ທັນ ຕະແພດ ພະຍາບານ ແລະ ຜະດຸງຄັນ ຫຼາຍກວ່າ 300 ທ່ານ ເພື່ອເຄື່ອນໄຫວວຽກງານ ການປິ່ນປົວຢູ່ ໂຮງໝໍຊຸມຊົນ 9 ແຫ່ງ ໂຮງໝໍນ້ອຍ 32 ແຫ່ງ ແລະ ພາກເອກະຊົນໃນ ນະຄອນຫຼວງວຽງຈັນ (ນວ). ສໍາລັບຜູ້ທີ່ໄດ້ຮັບໃບ ອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ແມ່ນໄດ້ຜ່ານການສອບເສັງລະດັບຊາດ ສຳລັບຜູ້ປະກອບ ວິຊາຊີບປິ່ນປົວ ທີ່ຈົບການສືກສາການແພດກ່ອນປີ 2020 ທາງພະແນກສາທາລະນະສຸກ ນວ ກໍໄດ້ແຕ່ງຕັ້ງຄະນະກໍາ ມະການສະເພາະກິດຂຶ້ນ ໄດ້ສຳເລັດການສັງລວມເປົ້າ ໝາຍຜູ້ປະກອບວິຊາຊີບປິ່ນປົວ ທີ່ມີເງື່ອນ ໄຂຂຶ້ນທະບຽນ ແລະ ອອກໃບອະນຸຍາດໃຫ້ ໂດຍບໍ່ໄດ້ສອບເສັງລະດັບຊາດ ຄະນະກໍາມະການສະເພາະກິດ ກໍໄດ້ດຳເນີນການສັງລວມ ເປົ້າໝາຍ ຄົ້ນຄວ້າຕາມເງື່ອນໄຂ ແລະ ຂັ້ນຕອນຕ່າງໆ ທີ່ກຳນົດໄວ້ ໃນບົດແນະນຳເລກທີ 0182/ສວປ ແລະ ຕາມ ເນື້ອໃນແຈ້ງການຂອງສະພາຄຸ້ມຄອງວິຊາຊີບປິ່ນປົວ ກ່ຽວກັບການກະກຽມຂັ້ນຕອນການຄົ້ນຄວ້າຢັ້ງຢືນການຂຶ້ນທະບຽນ ແລະ ອອກໃບອະນຸຍາດເຄື່ອນໄຫວວິຊາຊີບ ປິ່ນປົວ.    ຜ່ານການຄົ້ນຄວ້າຢັ້ງຢືນ ຈາກຄະນະສະເພາະກິດຄຸ້ມຄອງ ວິຊາຊີບປິ່ນປົວ ຂອງພະແນກສາທາ ລະນະສຸກ ນວ ແລະ ສົ່ງໃຫ້ຄະນະກຳມະການວິຊາຊີບປິ່ນປົວ ຫຼື Board ທ່ານໝໍ ທັນຕະແພດ ແລະ ພະຍາບານ-ຜະດຸງຄັນ ຂອງສະພາຄຸ້ມ ຄອງວິຊາຊີບປິ່ນປົວສືບຕໍ່ຄົ້ນຄວ້າຢັ້ງຢືນ ດັ່ງນັ້ນ ຈຶ່ງສາ ມາດຄົ້ນຄ້ວາຢັ້ງຢືນ ແລະ ອອກໃບອະນຸຍາດເຄື່ອນໄຫວ ວິຊາຊີບປິ່ນປົວ ໃຫ້ຜູ້ປະກອບວິຊາຊີບປິ່ນປົວທີ່ເຄື່ອນ ໄຫວວຽກງານປິ່ນປົວ ໄດ້ທັງໝົດຈຳນວນ  352 ທ່ານ  ໃນນັ້ນ ມີທ່ານໝໍ ຊັ້ນປະລິນຍາຕຼີຂຶ້ນໄປ 158 ທ່ານ ທັນຕະແພດ ຊັ້ນປະລິນຍາຕຼີຂຶ້ນໄປ 137 ທ່ານ ພະຍາບານ ຊັ້ນສູງຂຶ້ນໄປ 42 ທ່ານ ແລະ ຜະດຸງຄັນ ຊັ້ນສູງຂຶ້ນໄປ 15 ທ່ານ. ໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ທີ່ມອບໃນຄັ້ງນີ້ ມີອາຍຸການ 5 ປີ ເມື່ອໄດ້ຮັບໃບອະນຸຍາດນີ້ແລ້ວ ຜູ້ປະ ກອບວິຊາຊີບປິ່ນປົວຈະໄດ້ເຄື່ອນໄຫວວຽກງານປິ່ນປົວ ຖືກຕ້ອງຕາມລະບຽບກົດໝາຍ ແລະ ຜູ້ປະກອບວິຊາ ຊີບປິ່ນປົວຈະໄດ້ສືບຕໍ່ຍົກລະດັບຄວາມຮູ້ ຄວາມສາມາດ ແລະ ປະສົບການປິ່ນປົວຂອງຕົນຢູ່ຕະຫຼອດເວລາ ສະສົມ ຄະແນນ ແລະ ຜົນງານດ້ານການປິ່ນປົວ ຕາມຂະບວນ ການພັດ ທະນາວິຊາຊີບປິ່ນປົວຕໍ່ເນື່ອງ ຫຼື continuing professional development (CPD) ທີ່ທາງສະພາຄຸ້ມຄອງວິຊາຊີບ ປິ່ນປົວກຳນົດໄວ້ ເພື່ອເປັນເງື່ອນໄຂໃຫ້ສະພາຄຸ້ມຄອງ ວິຊາຊີບປິ່ນປົວໃນການຄົ້ນຄ້ວາຢັ້ງຢືນການຕໍ່ອາຍຸຂອງ ໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວດັ່ງກ່າວໃຫ້ໃນ ທຸກໆ 5 ປີ.  ພິທີມອບ-ຮັບໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ໄດ້ຈັດຂຶ້ນໃນວັນທີ 13 ກຸມພາ  2023 ທີ່ພະແນກສາທາລະນະສຸກ ນວ ໂດຍມີ ທ່ານ ສຈ ດຣ ປອນເມກ ດາລາລອຍ ປະທານສະພາຄຸ້ມຄອງວິຊາຊີບປິ່ນປົວ ທ່ານ ສຈ ດຣ ບຸນ ກອງ ສີຫາວົງ ອະດີດລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ດຣ ນາງ ໄຊພອນ ນັນທະກອນ ຫົວໜ້າພະແນກ ສາທາລະນະສຸກ ນວ ພ້ອມດ້ວຍສະພາຄຸ້ມຄອງວິຊາຊີບ ປິ່ນປົວ ຄະນະກໍາມະການສະເພາະກິດ ບັນດາຜູ້ປະກອບ ວິຊາຊີບປິ່ນປົວ ທີ່ໄດ້ຮັບໃບອະນຸຍາດເຄື່ອນໄຫວວິຊາຊີບ ປິ່ນປົວເຂົ້າຮ່ວມ. Share:FacebookTwitter
ນວ ມອບໃບອະນຸຍາດເຄື່ອນໄຫວວິຊາຊີບ ປິ່ນປົວ ໃຫ້ແພດ-ໝໍ ກວ່າ 300 ທ່ານ
https://v2.vientianemai.net/archives/55419
ຂໍ້ມູນຈາກບໍລິສັດ ພູເບ້ຍ ມາຍນິງ ແຈ້ງໃຫ້ຊາບເມື່ອບໍ່ດົນມານີ້ ວ່າ: ນັບແຕ່ມື້ດໍາເນີນການກໍ່ສ້າງໂຄງ ການຂຸດຄົ້ນ-ປຸງແຕ່ງຄໍາ-ເງິນ ບ້ານຫ້ວຍຊາຍ ເມືອງລ່ອງແຈ້ງ ແຂວງໄຊສົມບູນ ປີ 2010 ແລະ ດໍາເນີນການຜະລິດໃນເດືອນເມສາ 2012 ເປັນຕົ້ນມາ ໂຄງການຂຸດຄົ້ນ-ປຸງແຕ່ງຄໍາ-ເງິນ ບ້ານຫ້ວຍຊາຍ ສາມາດຜະລິດຄໍາໄດ້ຫຼາຍກວ່າ 1 ລ້ານອອສ໌ ແລະ ເງິນຫຼາຍກວ່າ 8 ລ້ານອອສ໌ ປີ 2013 ໂຄງການຂຸດຄົ້ນ-ປຸງແຕ່ງຄໍາ-ເງິນ ບ້ານຫ້ວຍຊາຍ ໄດ້ລາງວັນ “ການພັດທະນາໂຄງການດີເດັ່ນປະຈໍາປີ” ແລະ ໃນປີດຽວກັນສາງເກັບເຄື່ອງພະແນກສ້ອມແປງກົນຈັກບ້ານຫ້ວຍຊາຍ ຍັງຖືກຈັດລໍາດັບ 5 ດາວ ດ້ານມາດຕະຖານການຄຸ້ມຄອງສານຕົກຄ້າງຂອງແຄດເທີພິລາ ເຊິ່ງເປັນ 1 ໃນ 6 ໂຮງງານທົ່ວໂລກທີ່ໄດ້ຮັບມາດຕະຖານດັ່ງກ່າວ ແລະ ເປັນຄັ້ງທໍາອິດໃນປະເທດກໍາລັງພັດທະນາ ແລະ ໃນ 1 ທົດສະວັດຜ່ານມາ ສະຖານທີ່ດັ່ງກ່າວໄດ້ຖືກຈັດລໍາດັບ 5 ດາວເປັນເວລາ 9 ປີຕິດຕໍ່ກັນ ນອກນີ້ໂຄງການຂຸດຄົ້ນ-ປຸງແຕ່ງຄໍາ-ເງິນ ບ້ານຫ້ວຍຊາຍ ຍັງສືບຕໍ່ມີອັດຕາຄວາມຖີ່ການບາດເຈັບທີ່ຕ້ອງໄດ້ພັກວຽກ ແລະ ອັດຕາຄວາມຖີ່ການບາດເຈັບທີ່ສາມາດລາຍງານໄດ້ທັງໝົດ ດີກວ່າຄ່າສະເລ່ຍໃນອຸດສາຫະກໍາ.     ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 (ປີ 2020 ແລະ 2021) ບໍລິສັດ ພູເບ້ຍ ມາຍນິງ ໄດ້ເຮັດວຽກຮ່ວມກັບລັດຖະບານລາວຢ່າງຕັ້ງໜ້າ ໃນການສັກວັກຊີນປ້ອງກັນພະຍາດດັ່ງກ່າວ ເຊິ່ງມາຮອດທ້າຍປີ 2022 ພະນັກງານບໍລິສັດ ພູເບ້ຍ ມາຍນິງ ຫຼາຍກວ່າ 98% ໄດ້ຮັບວັກຊີນຕ້ານພະຍາດໂຄວິດ-19 ຢ່າງໜ້ອຍ 3 ເຂັມຂຶ້ນໄປ ນອກນີ້ໂຄງການຂຸດຄົ້ນ-ປຸງແຕ່ງຄໍາ-ເງິນ ບ້ານຫ້ວຍຊາຍ ຍັງໄດ້ຮັບການຢັ້ງຢືນການຄຸ້ມຄອງສານໄຊຍານາຍ ຄັ້ງທໍາອິດປີ 2012 ໃນໄລຍະກ່ອນການດໍາເນີນງານ ຕາມຫຼັກການຄຸ້ມຄອງສານໄຊຍານາຍຂອງສາກົນ-ໂຄງການແບບສະໝັກໃຈເພື່ອຄຸ້ມຄອງສານໄຊຍານາຍ ໃນວົງຈອນການຜະລິດ ໂຮງງານບ້ານຫ້ວຍຊາຍໄດ້ຮັບການຢັ້ງຢືນການຄຸ້ມຄອງແບບເຕັມສ່ວນໃນປີ 2013 ແລະ ໄດ້ຮັບການຢັ້ງຢືນຄືນໃນປີ 2019 ປີ ມາຮອດປີ 2022 ໂຄງການໄດ້ສໍາເລັດຂັ້ນຕອນການປະເມີນຢັ້ງຢືນຄືນ ໂຄງການຂຸດຄົ້ນ-ປຸງແຕ່ງຄໍາ-ເງິນ ບ້ານຫ້ວຍຊາຍ ໄດ້ສ້າງວຽກຫຼາຍກວ່າ 1.000 ຕໍາແໜ່ງໃຫ້ພະນັກງານລາວ ໃນນີ້ຫຼາຍກວ່າ 90% ຂອງພະນັກງານຢູ່ໂຮງງານແມ່ນຄົນລາວ ແລະ ນັບແຕ່ປີ 2012 ເປັນຕົ້ນມາ ຫຼາຍກວ່າ 97 ໂຄງການພັດທະນາຊຸມຊົນໄດ້ຖືກຈັດຕັ້ງປະຕິບັດສໍາເລັດຢູ່ບ້ານນາໄຊສະຫວ່າງ ເມືອງລ່ອງແຈ້ງ ແຂວງໄຊສົມບູນ. Share:FacebookTwitter
ໂຄງການຂຸດຄົ້ນ-ປຸງແຕ່ງຄໍາ-ເງິນ ບ້ານຫ້ວຍຊາຍ ສ້າງວຽກເຮັດງານທໍາໃຫ້ຊຸມຊົນທ້ອງຖິ່ນຢ່າງຫຼວງຫຼາຍ
https://v2.vientianemai.net/archives/55426
ກອງປະຊຸມຄົບຄະນະສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2022 ຈັດຂຶ້ນວັນທີ 14 ກຸມພາ 2023 ທີ່ຫ້ອງວ່າການປົກຄອງ ນວ ໂດຍເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ  ບັນດາຄະນະສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 1  ນວ  ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.     ທ່ານ ອານຸພາບ ຕຸນາລົມ ກ່່າວວ່າ: ປະຕິບັດຕາມມະຕິ ຂອງຄະນະປະຈໍາ ສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ເຊິ່ງໄດ້ກໍານົດວ່າ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ແມ່ນໂຄງປະກອບກົງຈັກໜຶ່ງ ຂອງຄະນະປະຈໍາສະພາແຫ່ງຊາດ ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະ ປະຈໍາສະພາແຫ່ງຊາດ ໃນວຽກງານການປະສານສົມທົບ ກັບສະພາປະຊາຊົນຂັ້ນແຂວງ ອົງການປົກຄອງທ້ອງຖິ່ນ ໃນການປະຕິບັດສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ແລະ ຄະນະປະຈໍາສະພາແຫ່ງຊາດ ໃນເຂດເລືອກຕັ້ງຂອງຕົນ.    ດັ່ງນັ້ນ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງພວກເຮົາ ຈຶ່ງໄດ້ເປີດກອງປະຊຸມຄັ້ງນີ້ຂຶ້ນເພື່ອສະຫຼຸບຕີລາຄາຄືນ ການເຄື່ອນໄຫວວຽກງານທີ່ຜ່ານມາ ໂດຍສະເພາະການປະຕິບັດ 3 ພາລະບົດບາດຕົ້ນຕໍ ຂອງສະມາຊິກສະພາແຫ່ງຊາດ ແລະ ກໍານົດທິດທາງ ແຜນການໃນຕໍ່ໜ້າ ເຊິ່ງກອງປະຊຸມຈະໄດ້ຄົ້ນຄວ້າພິຈາລະນາບາງບັນຫາສໍາຄັນເປັນຕົ້ນການພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານ ການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການເຄື່ອນໄຫວ ປະຈໍາປີ 2023  ຮັບຟັງການລາຍງານ ແລະ ຊີ້ແຈງ ກ່ຽວກັບການຄຸ້ມຄອງ ແລະ ມາດຕະການແກ້ໄຂ ການລັກລອບຂຸດຄົ້ນ ແຮ່ທາດຢູ່ລະຫວ່າງຊາຍແດນ ເມືອງສັງທອງ ນວ ແລະ ເມືອງເຟືອງ ແຂວງວຽງຈັນ ຈາກກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ພາກສ່ວນກ່ຽວຂ້ອງຈຳນວນໜຶ່ງ.      ສະເພາະການເຄື່ອນໄຫວວຽກງານຜ່ານມາ ຄະນະສະມຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ນວ  ໄດ້ເອົາໃຈໃສ່ເຂົ້າຮ່ວມກອງປະຊຸມຂອງສະພາແຫ່ງຊາດ  ໄດ້ສຸມໃສ່ຄົ້ນຄວ້າປະກອບຄຳເຫັນຢ່າງກົງໄປກົງມາໃນຖານະເປັນຕົວແທນຂອງຊາວ ນວ ຕໍ່ບັນດາເນື້ອໃນທີ່ເປັນບັນຫາສຳຄັນພື້ນຖານຂອງຊາດ ກໍຄື ນວ ສຳເລັດຕາມລະດັບຄາດໝາຍ ສາມາດຮັບຮອງອອກເປັນມະຕິຂອງກອງປະຊຸມສະພາແຫ່ງຊາດ  40 ສະບັບ ໄດ້ຄົ້ນຄວ້າ ພິຈາລະນາ ຄໍາຮ້ອງຂໍຄວາມເປັນທໍາ ແລະ ຄໍາສະເໜີຂອງປະຊາຊົນໃຫ້ມີຄວາມຍຸຕິທໍາ ສອດຄ່ອງກັບກົດໝາຍ ແລະ ຖືກຕ້ອງຕາມສະພາບຄວາມເປັນຈິງໄດ້ 198 ເລື່ອງ ໃນນີ້ ເປັນຄໍາຮ້ອງທີ່ຄ້າງມາແຕ່ປີ 2021 ມີ 71 ເລື່ອງ ເປັນຄະດີແພ່ງ 29 ເລື່ອງ ຄະດີອາຍາ 15 ເລື່ອງ ຄໍາສະເໜີ 27 ແລະ ຄໍາຮ້ອງທີ່ໄດ້ຮັບໃນປີ 2022 ມີ 127 ເລື່ອງ ເປັນຄະດີແພ່ງ 21 ເລື່ອງ ຄະດີອາຍາ 17 ເລື່ອງ ແລະ ຄໍາສະເໜີ 89 ເລື່ອງ ສາມາດຄົ້ນຄວ້າພິຈາລະນາແກ້ໄຂ ແລະ ນໍາສົ່ງໃຫ້ພາກສ່ວນກ່ຽວ ຂ້ອງແກ້ໄຂໄດ້ 140 ເລື່ອງ ພ້ອມນັ້ນຍັງໄດ້ນໍາເອົາຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 2 ແລະ ເທື່ອທີ 3 ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນ ນວ ໄປເຜີຍແຜ່ໃຫ້ຜູ້ມີສິດເລືອກຕັ້ງຮັບຊາບໄດ້ 310 ຈຸດໃນເຂດເລືອກຕັ້ງຕ່າງໆຂອງ ນວ ແລະ ອື່ນໆ. Share:FacebookTwitter
ຄະນະສະມາຊິກສະພາແຫ່ງຊາດ ສຸມໃສ່ພິຈາລະນາບັນຫາສຳຄັນຕ່າງໆ
https://v2.vientianemai.net/archives/55435
ວັນທີ 9 ກຸມພາ ຜ່ານມາ ອົງການອາຫານ ແລະ ການກະເສດ (FAO) ແຫ່ງ ສະຫະປະຊາຊາດ ໄດ້ນຳເອົາເຄື່ອງຊ່ວຍເຫຼືອຈຳນວນໜຶ່ງ ແລະ ປຶ້ມຄູ່ມືແນະນໍາສໍາລັບການປ້ອງກັນ ແລະ ຄວບຄຸມພະຍາດອະຫິວາໝູອາຟຣິກກາ ໃນຄົວເຮືອນລ້ຽງໝູຂະໜາດນ້ອຍ (ASF) ມາມອບໃຫ້ແກ່ກົມລ້ຽງສັດ ແລະ ການປະມົງກະຊວງກະສິກໍາ ແລະ ປ່າໄມ້ ເນື່ອງໃນໂອກາດສັບປະດາແຫ່ງຊາດກ່ຽວກັບການນໍາໃຊ້ຢາຕ້ານເຊື້ອຈຸລະຊີບ ປະຈໍາປີ 2022 ທີ່ຮັບການສະໜັບສະໜູນຈາກອົງການພັດທະນາສາກົນ ປະເທດອັງກິດ ແລະ ສໍານັກງານຊ່ວຍເຫຼືອດ້ານມະນຸດສະທໍາ ອົງການພັດທະນາສາກົນ ປະເທດສະຫະລັດອາເມລິກາ (USAID) ເຊິ່ງຕາງໜ້າມອບໂດຍທ່ານ ຈັນທະລາດ ປອງມາລາ ຜູ້ຊ່ວຍຜູ້ຕາງໜ້າອົງການ FAO ປະຈຳ ສປປ ລາວ ແລະ ຮັບໂດຍທ່ານ ນາງ ວິໄລພອນ ວໍລະພົມ  ຫົວໜ້າກົມລ້ຽງສັດ ແລະ ການປະມົງ  ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.      ທ່ານ ນາງ ວິໄລພອນ ວໍລະພົມ ກ່າວ​ວ່າ: ອຸປະກອນການສ້າງຄວາມຮັບຮູ້ໃຫ້ແກ່ປະຊາຊົນກ່ຽວກັບ AMR ແລະ ປຶ້ມຄູ່ມືແນະນໍາສໍາລັບປ້ອງກັນ ແລະ ຄວບຄຸມພະຍາດ ASF ເຫຼົ່ານີ້ ຈະຊ່ວຍຫຼຸດຜ່ອນການເຮັດວຽກຂອງກົມ ຢູ່ໃນພາກສະໜາມ ເພື່ອຊ່ວຍປ້ອງກັນການໃຊ້ຢາຕ້ານເຊື້ອທີ່ບໍ່ຖືກຕ້ອງ ແລະ ຄວບຄຸມການລະບາດຂອງ ASF ເຊິ່ງການຫຼຸດຜ່ອນການນໍາໃຊ້ຢາຕ້ານເຊື້ອຈະປະກອບສ່ວນເຂົ້າໃສ່ເປົ້າໝາຍ ລວມທີ່ລະບຸໄວ້ໃນແຜນຍຸດທະສາດການຕ້ານການນໍາໃຊ້ຢາຕ້ານເຊື້ອຈຸລະຊີບແຫ່ງຊາດ ປະຈໍາປີ 2019-2023 ໃຫ້ມີຄວາມຮູ້ເພີ່ມຂຶ້ນກ່ຽວກັບ ASF ພ້ອມທັງສາມາດຊ່ວຍປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດດັ່ງກ່າວໄດ້ຫຼາຍຂຶ້ນ.”    ສຳລັບອຸປະກອນທີ່ໄດ້ຮັບສະໜັບສະໜູນຄັ້ງນີ້ປະກອບມີ ເສື້ອໂປໂລ ໝວກ ກະເປົ໋າພາຍ ຕຸກນໍ້າເກັບຄວາມຮ້ອນ ປະຕິທິນຕັ້ງໂຕະ ປື້ມບັນທຶກ ກ່ຽວກັບ AMR ແລະ ປື້ມຄູ່ມືແນະນໍາສຳລັບພະຍາດ ASF ຕ່າງໆ ເຊິ່ງຈະເປັນເຄື່ອງມືແນະນຳສຳຄັນເພື່ອຊ່ວຍ ການຕິດຕາມ ແລະ ການເຝົ້າລະວັງພະຍາດອະຫິວາໝູອາຟຣິກກາ ຄວາມປອດໄພທາງຊີວະພາບໃນຟາມ ການຂ້າ ແລະ ການນຳເອົາໝູມາລ້ຽງຄືນ ການ​ຂ້າທຳລາຍ ​ແລະ ການ​ກຳ​ຈັດຊາກ​ໝູ​ທີ່ຕິດພະຍາດ ແລະ ​ວິ​ທີການທີ່ເປັນຕ່ອງໂສ້ໃນການອະນາໄມສຳ​ລັບພະຍາດດັ່ງກ່າວ ໃນຄົວເຮືອນທີ່​ລ້ຽງໝູ​ຂະໜາດ​ນ້ອຍ ໂດຍອຸປະກອນທີ່ສະໜັບສະໜູນຄັ້ງນີ້ມີມູນ​ຄ່າ​ຫຼາຍ​ກວ່າ 25.000 ໂດ​ລາສະຫະລັດອາເມລິກາ ເຊິ່ງຈະຖືກຈັດສົ່ງໄປທັງໝົດ 18 ແຂວງຂອງ ສປປ ລາວ ເພື່ອຮັບປະກັນໃຫ້ແຕ່ລະແຂວງມີອຸປະກອນການສ້າງຄວາມຮັບຮູ້ໄດ້ຢ່າງພຽງພໍ ເພື່ອດຳເນີນການໂຄສະ ນາ ແລະ ກິດຈະກໍາຕ່າງໆທີ່ກ່ຽວຂ້ອງໃຫ້ທົ່ວເຖິງ. Share:FacebookTwitter
ອົງການ FAO ມອບເຄື່ອງຊ່ວຍເຫຼືອໃຫ້ກົມລ້ຽງສັດ ແລະການປະມົງ
https://v2.vientianemai.net/archives/55438
ພິທີໄຂງານມະຫະກຳກີລາຄົນພິການແຫ່ງຊາດ ຄັ້ງທີ 3 ຫຼື “ຊຽງຂວາງ ພາຣາເກມ” ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ ໄຂຂຶ້ນວັນທີ 14 ກຸມພາ 2023 ທີ່ສະໜາມກີລາໃນຮົ່ມ ວິທະຍາໄລຄູຄັງໄຂ ເມືອງແປກ ແຂວງຊຽງຂວາງ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ພ້ອມດ້ວຍບັນດາການນໍາຂັ້ນສູນກາງ ແລະ ທ້ອງຖິ່ນ ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ ຄະນະນຳ ຄູເຝິກ ກໍາມະການຕັດສິນ ນັກກ້ີລາ ແລະ ມວນຊົນຊາວແຂວງຊຽງຂວາງ.      ໂອກາດນີ້ ທ່ານ ບຸນຈັນ ສີວົງພັນ ໄດ້ລາຍງານໃຫ້ຮູ້ວ່າ: ງານແຂ່ງຂັນກີລາ ຊຽງຂວາງ ພາຣາເກມ ແມ່ນການແຂ່ງຂັນກີລາຫຼາຍປະເພດຮ່ວມກັນ ຕາມລະບຽບກຳນົດແມ່ນຈັດຂຶ້ນໃນທຸກໆ 3 ປີ ພາຍຫຼັງສິ້ນສຸດການຈັດງານມະຫະກໍາກີລາແຫ່ງຊາດແຕ່ລະຄັ້ງ ເພື່ອເປັນການສົ່ງເສີມສິດທິຄວາມເທົ່າທຽມຂອງຄົນພິ ການ ແລະ ຄົນທົ່ວໄປ ໃນການປະກອບສ່ວນເຂົ້າຮ່ວມຂະບວນການເຄື່ອນໄຫວກີລາ-ກາຍະກໍາ ເພື່ອສຸຂະພາບ ແລະ ມິດຕະພາບຂອງມະນຸດພວກເຮົາ ແນໃສ່ເຮັດໃຫ້ສຸຂະພາບຂອງທຸກຄົນແຂງແຮງ ໄດ້ຄວາມຊົງຈໍາທີ່ດີ ໄດ້ໄມຕີຈິດ-ມິດຕະພາບແບບສະຫາຍອ້າຍນ້ອງເພື່ອນຮ່ວມຊາດດຽວກັນ ແລະ ສໍາຄັນແມ່ນເຮັດໃຫ້ຄົນຢູ່ໃນສັງຄົມຮັບຮູ້ບົດບາດຄວາມສາມາດຂອງຄົນພິການຢູ່ໃນເວທີສາກົນ ກໍຄືຢູ່ໃນຂະບວນກີລາ-ກາຍະກໍາທັງພາຍໃນ ແລະ ຕ່າງປະເທດ ເປັນຜົນງານການປະກອບສ່ວນທີ່ສໍາຄັນເຂົ້າໃນການສ້າງ ສາພັດທະນາປະເທດຊາດ ແລະ ວົງການກີລາ.    ນອກຈາກນີ້ ຊຽງຂວາງ ພາຣາເກມ ຍັງເປັນການຄັດເລືອກເອົານັກກີລາທີ່ມີພອນສະຫວັນ ຄັດເລືອກໄດ້ນັກກີລາທີ່ມີສະຖິຕິດີ ເພື່ອສ້າງເປັນນັກກີລາລະດັບຊາດ ສົ່ງເຂົ້າຮ່ວມການແຂ່ງຂັນກີລາຄົນພິການໃນລະດັບຕ່າງໆ ຢູ່ຕ່າງປະເທດ ເວົ້າສະເພາະແມ່ນຮ່ວມແຂ່ງຂັນງານກີລາອາຊຽນ ພາຣາເກມ ຄັ້ງທີ 12 ທີ່ປະເທດກໍາປູເຈຍ ໃນເດືອນມິຖຸນາ 2023.     ໂອກາດດັ່ງກ່າວ ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ກ່າວສະແດງຄວາມຊົມເຊີຍຢ່າງສຸດໃຈ ຕໍ່ການຫ້າງຫາກະກຽມຄວາມພ້ອມຮອບດ້ານຂອງແຂວງເຈົ້າພາບ ກະຊວງ ສສກ ແລະ ຄະນະຮັບຜິດຊອບຈັດງານ ຊົມເຊີຍຕໍ່ທຸກພາກສ່ວນທີ່ສົ່ງນັກກີລາເຂົ້າຮ່ວມການແຂ່ງຂັນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ ຫວັງຢ່າງຍິ່ງວ່າການແຂ່ງຂັນຄັ້ງນີ້ ຈະເຕັມໄປດ້ວຍຄວາມສາມັກຄີ ມິດຕະພາບ ຄວາມມີນໍ້າໃຈ ຄວາມຟົດ ຟື້ນເບີກບານມ່ວນຊື່ນ ແລະ ສະແດງໃຫ້ເຫັນເຖິງບົດບາດໃນການສົ່ງເສີມສິດທິຄວາມເທົ່າທຽມລະຫວ່າງຄົນພິການ ແລະ ບໍ່ພິການ ໃນການເຄື່ອນໄຫວກີລາ-ກາຍະກໍາ.     ງານກີລາ ຊຽງຂວາງ ພາຣາເກມ ມີການຊີງໄຊ 7 ປະເພດກີລາ ຄື:ຍົກນໍ້າໜັກ ແລ່ນ-ລານ ລອຍນໍ້າ ບານບ້ວງລໍ້ເລື່ອນ ໂກນບານ ບັອດເຊຍ ບານເຕະ ແຂ່ງຂັນທັງໝົດ 123 ລາຍການ ຊີງ 135 ຫຼຽນຄຳ 135 ຫຼຽນເງິນ ແລະ 135 ຫຼຽນທອງ ໄດ້ກຳນົດເອົາ 5 ສະໜາມແຂ່ງຂັນຄື: ສະໜາມໄຊຊະນະ ສະ    ໜາມກີລາທົ່ງໄຫຫີນ ເດີ່ນກີລານ້ຳມັນເຊື້ອໄຟ ເດີ່ນຮົ່ມໂຮງຮຽນພອນສະຫວັນ ສະໂມສອນພະແນກແຜນ ການ ແລະ ການລົງທຶນ ສ່ວນກີລາລອຍນ້ຳ ແມ່ນຈັດການແຂ່ງຂັນຢູ່ສະໜາມກີລາແຫ່ງຊາດ (ຫຼັກ16) ທີ່ນະຄອນຫຼວງວຽງຈັນ ມີຄະນະນັກກີລາຈາກ 17 ແຂວງ 1 ນະຄອນຫຼວງວຽງຈັນ ເຂົ້າຮ່ວມ ໃນນັ້ນມີຄະນະນຳ ຄູເຝິກ ຜູ້ຊ່ວຍ 434 ຄົນ ແລະ ນັກກີລາ 272 ຄົນ ລວມທັງໝົດ 706 ທ່ານ ງານດັ່ງກ່າວໄດ້ເລີ່ມແຂ່ງຂັນມາແຕ່ວັນທີ 8-10 ກຸມພາ 2023 ໂດຍຈັດການແຂ່ງຂັນຢູ່ນະຄອນຫຼວງວຽງຈັນ 1 ປະເພດກີລາ ຄື:ກີລາລອຍນ້ຳ ສ່ວນການແຂ່ງຂັນຢູ່ແຂວງຊຽງຂວາງ ແມ່ນໄດ້ເລີ່ມແຂ່ງຂັນລະຫວ່າງວັນທີ 13-17 ກຸມພາ 2023. Share:FacebookTwitter
ໄຂຂຶ້ນເປັນທາງການ ງານກີລາຄົນພິການແຫ່ງຊາດ ຄັ້ງທີ 3 ທີ່ແຂວງຊຽງຂວາງ
https://v2.vientianemai.net/archives/55448
ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ສ​ະ​ຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ສົມເດັດ ອັກຄະມາຫາເສນາບໍດີ ເຕໂຈ ຮຸນແຊນ ປະທານພັກ ປະຊາຊົນ ກໍາປູເຈຍ ພ້ອມດ້ວຍຄະ ນະຜູ້ແທນຂັ້ນສູງຂອງພັກປະຊາຊົນ ກໍາປູເຈຍ ໄດ້ເດີນທາງມາຮ່ວມກອງປະຊຸມສຸດຍອດ ລະຫວ່າງ ພັກປະຊາຊົນ ປະຕິວັດ ລາວ ແລະ ພັກປະຊາຊົນ ກໍາປູເຈຍ ທີ່ ນະຄອນຫຼວງວຽງຈັນ ໃນວັນທີ 14 ກຸມພາ 2023 ກອງປະຊຸມສຸດຍອດດັ່ງກ່າວ ເປັນ ກົນ​ໄກ​ໜຶ່ງທີ່ສໍາຄັນໃນການພົວພັນຮ່ວມມືລະຫວ່າງ 2 ພັກ ກໍຄື 2 ປະເທດ ລາວ-ກໍາປູເຈຍ ປະກອບສ່ວນສໍາຄັນເຮັດໃຫ້ ສາຍພົວພັນມິດຕະພາບ ຄວາມສາມັກຄີ ແລະ ການຮ່ວມມື ແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ລະ ຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ. ການເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດ ຂອງ ສົມເດັດ ເຕໂຈ ຮຸນແຊນ ແລະ ພ້ອມດ້ວຍຄະນະຄັ້ງນີ້ ໄດ້ນໍາເອົາໄມຕີຈິດ ມິດຕະພາບ ຄວາມສາມັກຄີຮັກແພງອັນສະໜິດສະໜົມຂອງພັກ ລັດ ແລະ ປະຊາຊົນກໍາປູເຈຍ ອ້າຍນ້ອງ ມາສູ່ ພັກ ລັດ ແລະ ປະຊາຊົນລາວບັນດາເຜົ່າ ພ້ອມກັນນັ້ນ ສະຫາຍເລຂາທິການໃຫ່ຍ ພັກ ປປ ລາວ ໄດ້ຕາງໜ້າໃຫ້ ສູນກາງພັກ ລັດຖະ ບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງ ແລະ ຮອບດ້ານ ທີ່ ປະຊາ ຊົນ ກໍາປູເຈຍ ຍາດມາໄດ້ ໃນການປົກປັກຮັກສາ ສ້າງສາ ແລະ ພັດທະນາປະເທດຊາດ ໃນຕະຫຼອດໄລຍະຜ່ານມາ ກໍຄື ການ ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ພາຍໃຕ້ການຊີ້ນໍາ-ນໍາພາອັນຖືກຕ້ອງ ແລະ ສະຫຼາດສ່ອງ ໃສຂອງ ພັກປະຊາຊົນ ກໍາປູເຈຍ ອັນມີ ສົມເດັດ ເຕໂຈ ຮຸນແຊນ ເປັນປະທານ ໂດຍສະເພາະ ບັນດາໝາກຜົນໃນການຈັດຕັ້ງ ຜັນຂະຫຍາຍເນື້ອໃນຈິດໃຈ ກອງປະຊຸມສູນກາງພັກ ຄັ້ງທີ 43 ສະໄໝທີ V ຂອງພັກປະຊາຊົນ ກໍາປູເຈຍ ກໍຄື ໄຊຊະນະອັນ ໃຫຍ່ຫຼວງໃນການເລືອກຕັ້ງ ສະມາຊິກສະພາທ້ອງຖິ່ນ ຜົນສໍາເລັດການເປັນປະທານໝູນວຽນອາຊຽນ ໃນປີ 2022 ຜ່ານມາ ແລະ ຜົນສໍາເລັດກອງປະຊຸມໃຫຍ່ວິສາມັນຜູ້ແທນທົ່ວປະເທດ ຂອງພັກປະຊາຊົນ ກໍາປູເຈຍ ໃນທ້າຍເດືອນມັງກອນ ຜ່ານ ມາ. ສົມເດັດ ຮຸນແຊນ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຜົນສໍາເລັດ ອັນສໍາຄັນ ທີ່ປະຊາຊົນລາວບັນດາເຜົ່າ ຍາດມາໄດ້ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກ ປປ ລາວ ໃນການສ້າງສາ ພັດທະ ນາປະເທດຊາດ ຕາມມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ອຶ່ນໆ. ພາຍໃຕ້ບັນຍາກາດແຫ່ງໄມຕີຈິດມິດຕະພາບ, ສອງຝ່າຍ ໄດ້ພ້ອມກັນນັ້ນສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຜົນສໍາ ເລັດການພົບປະລະຫວ່າງ ສອງນາຍົກລັດຖະມົນຕີ ລາວ-ກໍາປູເຈຍ ກໍຄື ການເຂົ້າຮ່ວມກອງປະຊຸມສຸດຍອດ ຂອງ ສົມເດັດ ຮຸນແຊນ ໃນຄັ້ງນີ້ ເຊື່ອໝັ້ນວ່າ ການພົບປະສອງພັກໃນຄັ້ງນີ້ ຈະເປັນຂີດໝາຍໃໝ່ສໍາຄັນປະກອບສ່ວນ ເຂົ້າໃນການເພີ່ມ ພູນຄູນສ້າງ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອທີ່ດີງາມ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນ ຄົງ ຍາວນານ ລະຫວ່າງ ສອງພັກ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ມີປະສິດທິ ຜົນຍິ່ງໆຂຶ້ນ. ສະ​ຫາຍ ທອງລຸນ ສີສຸລິດ ແລະ ສົມເດັດ ຮຸນແຊນ ໄດ້ເປັນເອກະພາບ ແລະ ຍິນດີຮ່ວມກັນ ສືບຕໍ່ປະສານສົມທົບຢ່າງແໜ້ນ ແຟ້ນ ເພື່ອຊຸກຍູ້ເສີມຂະຫຍາຍການພົວພັນ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ ໃຫ້ແຕກ ດອກອອກຜົນຍິ່ງໆຂຶ້ນ ແລະ ນໍາເອົາຜົນປະໂຫຍດຕົວຈິງນັບມື້ນັບຫຼາຍຂຶ້ນ ມາສູ່ປະຊາຊົນສອງຊາດ ລາວ-ກໍາປູເຈຍ ປະ ກອບສ່ວນເຂົ້າໃນການເສີມສ້າງສັນຕິພາບ ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ. ພາຍຫຼັງການພົບປະສະ​ຫາຍ ທອງລຸນ ສີສຸລິດ ແລະ ສົມເດັດ ຮຸນແຊນ ໄດ້ເປັນສັກຂີພິຍານການລົງນາມ ເອກະສານຮ່ວມມືສອງພັກ 2 ສະບັບ (ຂ່າວ-ພາບ: ຄະນະພົວພັນຕ່າງປະເທດສູນກາງພັກ) Share:FacebookTwitter
ກອງປະຊຸມສຸດຍອດ ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກປະຊາຊົນ ກໍາປູເຈຍ
https://v2.vientianemai.net/archives/55452
ງານຕະຫຼາດນັດວາງສະແດງຂາຍສິນຄ້າໃນງານມະຫະກໍາບຸນຊ້າງ ແຂວງໄຊຍະບູລີ ໄດ້ໄຂຂຶ້ນໃນວັນທີ 13 ກຸມພາຜ່ານມາ ທີ່ສະໜາມຫຼວງ ແຂວງໄຊຍະບູລີ ເຊິ່ງ​ງານ​ຄັ້ງ​ນີ້​ມີ​ຫົວ​ໜ່ວຍ​ທຸ​ລະ​ກິ​ກ ກຸ່ມ​ການ​ຜະ​ລິດ ເຂົ້າ​ຮ່ວມ​ວາງ​ສະ​ແດງ ແລະ ຈຳ​ໜ່າຍ ເກືອນ 300 ຮ້ານ. ທ່ານ ຈັນເພັງ ພັນທຸອາມາດ ຫົວໜ້າພະແນກອຸດສະຫະກໍາ ແລະ ການຄ້າແຂວງ ໄດ້ໃຫ້ຮູ້ວ່າ: ການຈັດງານຕະຫຼາດນັດ ແລະ ວາງສະແດງຂາຍສິນຄ້າໃນຄັ້ງນີ້ ເປັນການສ້າງຂະບວນການ ເພື່ອປະກອບສ່ວນຊຶ່ງເປັນໜຶ່ງໃນກິດຈະກຳຂອງງານ ມະຫະກຳບຸນຊ້າງ, ເປັນການສ້າງເງື່ອນໄຂເອື້ອອຳນວຍ ແລະ ສົ່ງເສີມໃຫ້ຜູ້ປະກອບການທຸລະກິດ ຜູ້ຜະລິດສິນຄ້າຢູ່ໃນແຕ່ ລະທ້ອງຖີ່ນທັງພາຍໃນ ແລະ ຕ່າງປະເທດ ໄດ້ມີໂອກາດການພົບປະ ແລກປ່ຽນບົດຮຽນ ໃນການຊື້-ຂາຍສິນຄ້າຂອງຕົນ ທີ່ ຜະລິດອອກມາ ພ້ອມກັນນັ້ນກໍເພື່ອເປັນການແລກປ່ຽນ ແລະ ຖອດຖອນບົດຮຽນຊຶ່ງກັນ ແລະ ກັນໃນຂະບວນການຜະລິດ ສິນຄ້າຂອງຕົນໃຫ້ມີການຂະຫຍາຍຕົວທັງປະລິມານ ແລະ ຄຸນນະພາບ ເປັນການສ້າງໂອກາດໃຫ້ຫົວໜ່ວຍທຸລະກິດຕ່າງໆ ໄດ້ໂຄສະນາ ແນະນຳສິນຄ້າທີ່ຕົນເອງຜະລິດຂຶ້ນມາໃຫ້ສັງຄົມ ກໍຄືຜູ້ບໍລິໂພກໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຜະລິດຕະພັນ ຂອງຕົນເອງຢ່າງກ້ວາງຂວາງ. ການຈັດງານຄັ້ງນີ້ມີຮ້ານວາງສະແດງສິນຄ້າເຂົ້າຮ່ວມທັງໝົດ 289 ຮ້ານ ມີມູນຄ່າສິນຄ້າປະມານ 8 ຕື້ກວ່າກີບ ໃນນີ້ມາ ຈາກພາຍໃນ 180 ຮ້ານ ແລະ ຕ່າງປະເທດ 89 ຮ້ານ ພະແນກການຂອງແຂວງ 5 ຮ້ານ ມາຈາກຕ່າງແຂວງ 4 ຮ້ານ. ເຂົ້າຮ່ວມໃນ​ພິ​ທີ​ເປີດ​ງານ​ດັ່ງ​ກ່າວ​ມີ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໆໄຊຍະບູລີ ມີການນຳແຂວງ-ເມືອງ ຫົວໜ່ວຍທຸລະກິດ ອົງການຈັດຕັ້ງບ້ານພາຍໃນເທດສະບານ. ຂໍ້​ມູນ-ພາບ ໜັງ​ສື​ພິ​ມຳ​ຊາ​ຊົນ Share:FacebookTwitter
ງານຕະຫຼາດນັດວາງສະແດງຂາຍສິນຄ້າໃນງານບຸນຊ້າງ ມີຫົວໜ່ວຍທຸລະກິດຮ່ວມເກືອບ 300 ຮ້ານ
https://v2.vientianemai.net/archives/55457
ນາງ ລັດສະໝີ ສີປະເສີດ  ນັກກີລາຍົກນໍ້າໜັກຄົນພິການ ນະຄອນຫຼວງວຽງຈັນ (ນວ) ສ້າງຜົນງານໄດ້ຢ່າງໂດດເດັ່ນເໜືອ ຄວາມຄາດໝາຍ ຍາດໄດ້ຫຼຽນຄຳ ໃຫ້ທັບນັກກີລາຄົນພິການ ນວ ໃນງານກີລາຄົນພິການແຫ່ງຊາດ ຄັ້ງທີ 3 ຫຼື ຊຽງຂວາງ ພາຣາເກມ 2023 ທີ່ແຂວງຊຽງຂວາງ ຂະນະທີ່ ທ້າວ ເອື້ອຍ ສີມາຍ ກໍຍັງເກັ່ງສົມດີກຣີທີມຊາດ ເຊັ່ນກັນ ຄວ້າ 2 ຫຼຽນຄຳ ໃຫ້ທັບນັກກິບາຄົນພິການ ແຂວງບໍລິຄຳໄຊ. ພິທີມອບຫຼຽນຄຳ ຫຼຽນເງິນ ແລະ ຫຼຽນທອງ ກີລາຍົກນໍ້າໜັກ ຊຽງຂວາງ ພາຣາ ເກມ 2023 ທີ່ໄດ້ແຂ່ງຂັນໃນມື້ທຳອິດ (13 ກຸມພາ) ໄດ້ມີຂຶ້ນໃນວັນທີ 14 ກຸມພາ 2023 ທີ່ພະແນກແຜນການ ແລະ ການລົງທຶນ ແຂວງຊຽງຂວາງ ໃຫ້ກຽດເຂົ້າຮ່ວມ ແລະ ມອບຫຼຽນຕ່າງໆໂດຍທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກ ລັດຖະມົນຕີແຫ່ງ ສປປ ລາວ ທ່ານ ພຸດ ສີມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ (ສ ສກ) ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ປະທານຈັດງານ ຊຽງ ຂວາງ ພາຣາເກມ 2023 ພ້ອມດ້ວຍບັນດາການນຳຂັ້ນສູນກາງ ແລະ ທ້ອງຖີ່ນ ຕະຫຼອດຮອດຄະນະນຳ ຄູເຝິກ ນັກກີລາ ແລະ ມວນຊົນຊາວແຂວງດັ່ງກ່າວເຂົ້າຮ່ວມ. ການແຂ່ງຂັນກີລາ ຊຽງຂວາງ ພາຣາເກມ 2023 ມີການຊີງໄຊ 7 ປະເພດກີລາ ມີການແຂ່ງຂັນ 5 ລາຍ ການ ກໍຄື ປະເພດຍິງ 3 ລາຍການ ໃນຮຸ່ນນໍ້າໜັກ 41 ກິໂລ 45 ກິໂລ ແລະ 50 ກິໂລ ສ່ວນປະເພດຊາຍ ແຂ່ງຂັນ 2 ລາຍການ ຮຸ່ນນໍ້າໜັກ 49 ກິໂລ ແລະ 54 ກິໂລ ຜ່ານການແຂ່ງຂັນປາກົດວ່າ: ຮຸ່ນນໍ້າໜັກ 45 ກິໂລຍິງ ຫຼຽນຄຳ ເປັນຂອງ ນາງ ລັດສະຫມີ ສີປະເສີດ ຈາກນະ ຄອນຫຼວງ ສາມາດຍົກໄດ້ຈາກຄະແນນສູງສຸດ 70 ກິໂລ ແລະ ຄະແນນລວມ 135 ຄະແນນ ສ່ວນຫຼຽນເງິນ ເປັນຂອງ ນາງ ສຸກສະ  ໝອນ ກິດຕິພັນ ຈາກນະຄອນຫຼວງ ແລະ ຫຼຽນທອງ ນາງ ຢື ໂຄດໂຍທາ ຈາກແຂວງອັດຕະປື ຮຸ່ນນໍ້າ ໜັກ 41 ກິໂລ ຍິງ (ມີຄົນດຽວຮ່ວມແຂ່ງຂັນ) ຫຼຽນຄຳ ເປັນຂອງ ນາງ ແດງມະນີ ສີບຸນເຮືອງ ຈາກແຂວງເຊກອງ ແລະ ຮຸ່ນນໍ້າໜັກ 50 ກິໂລ ຍິງ (ມີຄົນດຽວຮ່ວມແຂ່ງຂັນ) ຫຼຽນຄຳ ເປັນຂອງນາງ ລັດດາວອນ ມະນີເພັດ ຈາກແຂວງວຽງຈັນ.​ ຂະນະທີ່ ຮຸ່ນນໍ້າໜັກ 54 ກິໂລຊາຍ 2 ຫຼຽນຄຳ ເປັນຂອງທ້າວ ເອື້ອຍ ສີມາຍ ຈາກແຂວງ ບໍລິຄຳໄຊ 2 ຫຼຽນເງິນ ເປັນຂອງ ທ້າວ ວຽງຄຳ ໄຊຍະແສງ ຈາກ ນະຄອນຫຼວງ ແລະ 2 ຫຼຽນທອງ ຮ່ວໃເປັນຂອງທ້າວ ແກ້ວສີ ວັນນີສອນ ຈາກແຂວງເຊກອງ ແລະ ທ້າວ ລອນ ຈາກແຂວງຫົວພັນ ແລະ ຮຸ່ນນໍ້າໜັກ 49 ກິໂລ 2 ຫຼຽນຄຳ ເປັນຂອງທ້າວ ເປ້ຍ ລາວພັກດີ ຈາກແຂວງວຽງ ຈັນ 2 ຫຼຽນເງິນ ເປັນຂອງທ້າວ ບຸນໜາ ສີດາບຸດ ຈາກແຂວງຄຳມ່ວນ ແລະ 2 ຫຼຽນທອງ ຮ່ວມ ເປັນຂອງທ້າວ ສົມແພງ ມະ ນີໝື່ນ ຈາກແຂວງຫຼວງນໍ້າທາ ແລະ ທ້າວ ແສງ ກົມມະດຳ ຈາກແຂວງຈຳປາສັກ. Share:FacebookTwitter
ລັດສະໝີ ຄ້ວາ 2 ຫຼຽນຄຳ ຍົກນໍ້າໜັກ ໃຫ້ ນວ ໃນຊຽງຂວາງ ພາຣາເກມ
https://v2.vientianemai.net/archives/55463
ວັນທີ 15 ກຸມພາ 2023 ທີ່ທຳນຽບປະທານປະເທດ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງ ທ່ານນາງ ມໍລະກົດ ສີສະຫວັດດີ ເອກອັກຄະລາຊະທູດ ແຫ່ງ ລາຊະອານາຈັກໄທ ປະຈຳ ລາວ ແລະ ທ່ານ ເອດີ ອີຣາວານ ບິນ ມາມູດ (Edi Irwan Bin Mahmud) ເອກອັກຄະລັດຖະທູດແຫ່ງ ມາເລເຊຍ ປະຈໍາ ລາວ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລາຊະທູດວິສາມັນຜູ້ມີອຳນາດເຕັມປະຈຳ ລາວ.     ທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານທູດທັງສອງ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກລັດຖະບານ ກໍຄືປະຊາຊົນຂອງຕົນ ທີ່ໄດ້ຖືກແຕ່ງຕັ້ງມາດຳລົງຕຳແໜ່ງເປັນເອກອັກຄະລາຊະທູດວິສາມັນຜູ້ມີອຳນາດເຕັມ ຄົນໃໝ່ ປະຈຳ ລາວ ສະແດງຄວາມເຊື່ອໝັ້ນວ່າດ້ວຍປະສົບການທາງດ້ານການທູດທີ່ອຸດົມສົມບູນຂອງທ່ານທູດທັງສອງຈະເປັນຂົວຕໍ່ເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທີ່ມີມາແຕ່ດົນນານ ໄດ້ຮັບການສືບຕໍ່ເພີ່ມທະວີ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.    ພ້ອມນັ້ນຍັງໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລ້ຳຄ່າ ຂອງ ລາຊະອານາຈັກ ໄທ ແລະ ມາເລເຊຍ ແກ່ ສປປ ລາວ ໃນໄລຍະຜ່ານມາ ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງລາວ ພ້ອມທັງສະເໜີໃຫ້ທ່ານທູດທັງສອງ ຂຶ້ນແຜນໄປຢ້ຽມຢາມບັນດາໂຄງການຮ່ວມມືພາຍໃຕ້ຂອບການຮ່ວມມື ແລະ ບັນດາແຂວງຕ່າງໆຂອງລາວ ເພື່ອຊອກຫາຊ່ອງທາງ ແລະ ທ່າແຮງ ໃນການພົວພັນຮ່ວມມື ລົງທຶນ ສປປ ລາວ ໄດ້ຖືສຳຄັນວຽກງານພັດທະນາຊັບພະຍາກອນມະນຸດ ສາທາລະນະສຸກ ສີມືແຮງງານ ການພັດທະນາພື້ນຖານໂຄງລ່າງ ການພັດທະນາແບບຍືນຍົງ ແລະ ອື່ນໆ ຖືເປັນປັດໃຈຕັດສິນໃຫ້ແກ່ການພັດທະນາເສດຖະກິດ -ສັງຄົມ ຂອງ ສປປ ລາວ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເພື່ອໃຫ້ສາມາດຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາ (LDC) ໃນປີ 2026 ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDG) 2030 ໃນຕອນທ້າຍ ປະທານປະເທດ ໄດ້ຝາກຄຳຢື້ຢາມຖາມຂ່າວ ແລະ ໄມຕີຈິດມິດຕະພາບອັນອົບອຸ່ນ ໄປຍັງການນຳຂັ້ນສູງຂອງທັງສອງປະເທດ ແລະ ຖືໂອກາດເຊື້ອເຊີນມາຢ້ຽມຢາມ ສປປ ລາວ ໃນເວລາທີ່ສະດວກ ແລະ ໄດ້ອວຍພອນໃຫ້ທ່ານທູດທັງສອງ ຈົ່ງປະສົບຜົນສໍາເລັດໃນການປະຕິບັດຫນ້າທີ່ການທູດຢູ່ ສປປ ລາວ ໃນຄັ້ງນີ້. ໂອກາດນີ້ ທ່ານທູດ ທັງສອງປະເທດ ກໍໄດ້ສະແດງຄວາມຂອບໃຈ ປະທານປະເທດ ແລະ ການຕ້ອນຮັບອັນອົບອຸ່ນໃນໂອກາດມາປະຕິບັດໜ້າທີ່ຢູ່ ສປປ ລາວ ພ້ອມທັງສະແດງຄວາມຍິນດີຈະສືບຕໍ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ປະເທດຂອງຕົນ ກັບ ສປປ ລາວ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍຂຶ້ນສູ່ບາດກ້າວໃໝ່ໃນອະນາຄົດ. Share:FacebookTwitter
ປະທານປະເທດຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດ ໃນໂອກາດມາປະຕິບັດໜ້າທີ່ປະຈຳຢູ່ ສປປ ລາວ
https://v2.vientianemai.net/archives/55472
ວັນທີ 14 ກຸມພາ 2023 ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໂອ້ລົມຕໍ່ຜົນສຳເລັດກອງປະຊຸມວຽກງານຕິດຕາມກວດກາການດໍາເນີນຄະດີອາຍາ ທົ່ວປະເທດຄັ້ງທີ I ການຈັດຕັ້ງປະຕິບັດຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ພິທີມອບບັດພະນັກງານໄອຍະການປະຊາຊົນ ແຫ່ງ ສປປ ລາວ ຂອງອົງການໄອຍະການປະຊາຊົນ.     ໃນວາລະຂອງ ກອງປະຊຸມສະຫຼຸບວຽກງານຕິດຕາມກວດກາການດໍາເນີນຄະດີອາຍາ ທົ່ວປະເທດຄັ້ງ I ໄຂຂຶ້ນລະຫວ່າງວັນທີ 13-14 ກຸມພາ 2023 ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໂອ້ລົມຕໍ່ ກອງປະຊຸມຄັ້ງນີ້ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນສຳເລັດຂອງອົງການໄອຍະການປະຊາຊົນ ໃນການຕິດຕາມກວດກາການດຳເນີນຄະດີອາຍາ ແລະ ການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ພ້ອມທັງໄດ້ຊີ້ນຳຫຼາຍບັນຫາສຳຄັນ ໃຫ້ເອົາໃຈໃສ່ຕື່ມໃນການສຶກສາອົບຮົມການເມືອງ-ແນວຄິດ ຄຸນທາດການເມືອງ ເອົາໃຈໃສ່ກໍ່ສ້າງພະນັກງານໄອຍະການປະຊາຊົນ ຕິດພັນກັບການສ້າງຂະບວນການວຽກດີຄົນເດັ່ນ ຕາມຄໍາຂວັນ 3 ມີ 4 ຮັບປະກັນ ແລະ ຕາມມາດຕະຖານ ທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນ ໂດຍສະເພາະ ຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 19/ນຍ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ຮັບປະກັນ 3 ຫຼັກການຕົ້ນຕໍ ຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ ຄື: ຄວາມເດັດຂາດ ຄວາມໂປ່ງໄສ ແລະ ຄວາມເປັນມືອາຊີບ ຕັ້ງໜ້າປະຕິບັດແນວທາງການຕ່າງປະເທດຂອງພັກ ແລະ ລັດ ຢ່າງເປັນເຈົ້າການ ແລະ ມີຜົນສໍາເລັດຕົວຈິງ ໂດຍຮັບປະກັນຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ ເປີດກວ້າງການພົວພັນຮ່ວມມືກັບປະເທດອື່ນໆ ກໍຄື ອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງບົດຮຽນເຕັກນິກ ເຕັກໂນໂລຊີ ແລະ ທຶນຮອນມາພັດທະນາວຽກງານໄອຍະການໃຫ້ກ້າວໜ້າ ແລະ ທັນສະໄໝ. Share:FacebookTwitter
ປະທານສະພາແຫ່ງຊາດເນັ້ນໃຫ້ຮັບປະກັນ 3 ຫຼັກການຕົ້ນຕໍ ຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ
https://v2.vientianemai.net/archives/55479
ວັນທີ 14 ກຸມພາ 2023 ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນໄດ້ໃຫ້ກຽດໂອ້ລົມ-ໃຫ້ທິດຊີ້ນຳຕໍ່ວຽກງານຂະແໜງສ່ວຍສາອາກອນ ມີ ທ່ານ ບຸນປະເສີດ ສີກຸນລະບຸດ ຫົວ  ໜ້າກົມສ່ວຍສາອາກອນ ກະຊວງການເງິນ ພ້ອມຄະນະກົມ ຄະນະພະແນກ ພະນັກງານຫຼັກແຫຼ່ງຂອງກົມສ່ວຍສາອາກອນເຂົ້າຮ່ວມ. ໃນໂອກາດນີ້ ທ່ານ ບຸນປະເສີດ ສີກຸນລະບຸດ ໄດ້ລາຍງານຫຍໍ້ການຈັດຕັ້ງປະຕິບັດວຽກງານຂອງຂະແໜງສ່ວຍສາອາກອນໃນໄລຍະຜ່ານມາໄດ້ຍົກໃຫ້ເຫັນວຽກງານກົງຈັກການຈັດຕັ້ງ-ບຸກຄະລາກອນຂອງກົມ ວຽກຄຸ້ມຄອງການເກັບລາຍຮັບ ວຽກຫັນເປັນທັນສະໄໝ ທິດທາງແຜນການ ແລະ ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າ ພ້ອມທັງສະເໜີປັບປຸງກົງຈັກການຈັດຕັ້ງກໍຄືກົນໄກການຍົກຍ້າຍພະນັກງານວິຊາການ ແລະ ຂັ້ນຂະແໜງຢູ່ຂັ້ນທ້ອງຖິ່ນ ແລະ ປັບປຸງພາລະບົດບາດຂັ້ນຂະແໜງຢູ່ທ້ອງຖິ່ນ ເພື່ອຄວາມສະດວກໃນການຄຸ້ມຄອງ ຕິດຕາມ ກວດກາ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ. ສຳລັບວຽກກົງຈັກການຈັດຕັ້ງ-ບຸກຄະລາກອນ ຂະແໜງສ່ວຍສາອາກອນ ໄດ້ແບ່ງຂັ້ນຄຸ້ມຄອງອອກເປັນ 2 ຂັ້ນຄື: ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ຂັ້ນສູນກາງປະກອບມີກົມສ່ວຍສາອາກອນ ຂັ້ນທ້ອງຖິ່ນປະກອບມີ ສ່ວຍສາອາກອນປະຈຳແຂວງ ນະຄອນຫຼວງ ແລະ ສ່ວຍສາອາກອນປະຈຳເມືອງ ແລະ ໜ່ວຍງານສ່ວຍສາອາກອນປະຈຳເມືອງ. ສ່ວນກົງຈັກການຈັດຕັ້ງວຽກພັກ ກົມສ່ວຍສາອາກອນແມ່ນຄະນະພັກຮາກຖານ ແລະ ມີ 8   ໜ່ວຍພັກຂຶ້ນກັບ ໃນນັ້ນ ມີສະມາຊິກພັກ 97 ສະຫາຍ ຍິງ 25 ສະຫາຍ ແລະ ສະມາຊິກພັກສໍາຮອງ 8 ສະຫາຍ ປະກອບມີພະນັກງານ-ລັດຖະກອນຂອງຂະແໜງສ່ວຍສາອາກອນທັງໝົດທົ່ວປະເທດ 2.259 ຄົນ ຍິງ 587 ຄົນ ໃນນັ້ນ ກົມສ່ວຍສາອາກອນມີ 127 ຄົນ ຍິງ 43 ຄົນ ຂັ້ນແຂວງ 841 ຍິງ 241 ນະຄອນຫຼວງມີ 122 ຄົນ ຍິງ 49 ຄົນ ແລະ ບັນດາເມືອງ ນະຄອນມີ 1.291 ຄົນ ຍິງ 30 ຄົນ. ໃນປີ 2022 ມີຫົວໜ່ວຍທຸລະກິດທີ່ຂຶ້ນກັບການຄຸ້ມຄອງຂອງຂະແໜງສ່ວຍສາອາກອນທັງ    ໝົດຈໍານວນ 136.306 ຫົວໜ່ວຍ ໃນນີ້ ສູນກາງຄຸ້ມຄອງ 1.349 ຫົວໜ່ວຍ ທ້ອງຖິ່ນຄຸ້ມຄອງ 134.957 ຫົວໜ່ວຍ ຫົວໜ່ວຍທີ່ຖືບັນຊີຈຳນວນ 25.953 ຫົວໜ່ວຍ ຫົວໜ່ວຍຈຸນລະວິສາຫະກິດ 56.922 ຫົວໜ່ວຍ ຫົວໜ່ວຍຄ່າເຊົ່າຈໍານວນ 12.835 ຫົວໜ່ວຍ ແລະ ຫົວໜ່ວຍທີ່ມີລາຍຮັບຕໍ່າກວ່າ 50 ລ້ານກີບລົງມາຈຳນວນ 35.224 ຫົວໜ່ວຍ. ໂອກາດນີ້ ທ່ານ ສັນຕິພາບ ພົມວິຫານ ໄດ້ມີຄໍາເຫັນໂອ້ລົມຕໍ່ຂະແໜງການດັ່ງກ່າວໂດຍເນັ້ນໃຫ້ພະນັກງານຫຼັກແຫຼ່ງຂະແໜງສ່ວຍສາອາກອນ ຕ້ອງໄດ້ເອົາໃຈໃສ່ຕື່ມຕໍ່ວຽກງານວິຊາສະເພາະໃຫ້ຖືກຕ້ອງຕາມພາລະບົດບາດ ຮັບປະກັນວຽກງານເກັບລາຍຮັບໃຫ້ໄດ້ຕາມເປົ້າໝາຍ ສ້າງກົນໄກໃນການເຮັດວຽກ ແລະ ການປະສານງານລະຫວ່າງ ສູນກາງ ແລະ ທ້ອງຖິ່ນໃຫ້ສະດວກຂຶ້ນກວ່າເກົ່າ ພະນັກງານວິຊາສະເພາະຂອງສູນກາງ ຕ້ອງລົງປະຕິບັດວຽກງານຮ່ວມກັບທ້ອງຖິ່ນ ພ້ອມທັງເຜີຍແຜ່ບັນດານິຕິກໍາທີ່ຕິດພັນໃຫ້ບັນດາເມືອງ ແຂວງກໍຄືພະນັກງານຂະແໜງສ່ວຍສາອາກອນ ແລະ ບັນດາວິສາຫະກິດເພື່ອແກ້ໄຂບັນດາບັນຫາ ຂໍ້ຄົງຄ້າງໃຫ້ໄດ້ຕາມລະດັບຄາດໝາຍ ໂອກາດດຽວກັນ ທ່ານ ລັດຖະມົນຕີກະຊວງການເງິນ ຍັງໄດ້ຢ້ຽມຊົມເບິ່ງລະບົບການຄຸ້ມຄອງວຽກງານຫັນເປັນທັນສະໄໝ (TaxRis) ນໍາອີກດ້ວຍ. Share:FacebookTwitter
ລັດຖະມົນຕີກະຊວງການເງິນເນັ້ນຂະແໜງສ່ວຍສາອາກອນຮັບປະກັນເກັບລາຍຮັບໃຫ້ໄດ້ຕາມເປົ້າໝາຍ
https://v2.vientianemai.net/archives/55486
ໃນວັນທີ 8-10 ກຸມພາ 2022 ອົງການແດງແຫ່ງຂາດລາວ ຈາກບົດລາຍງານທ່ານ ດຣ ສີວິໄລ ໄຊຍະລາດ ຮອງຫົວໜ້າຫ້ອງການຂົນຂວາຍ ແລະ ບັນເທົາທຸກໄດ້ຂື້ນລາຍງານການຈັດຕັ້ງການປະຕິບັດຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນ້ຳຖ້ວມ ໃນໄລຍະຜ່ານມາໂຄງ ການກອງທຶນສຸກເສີນຕອບພາຍໃຕ້ກອງທຶນໂຕ້ໄພພິບັດ (DREF) ຕໍ່ກອງປະຊຸມສະຫຼຸບແນະນຳການເຂົ້າເຖິງກອງທຶນສຸກເສີນ ແລະ ຖອດຖອນບົດຮຽນ ການຈັດຕັ້ງປະຕິບັດໂຄງການກອງທຶນສຸກເສີນຕອບໂຕ້ໄພພິບັດປີ 2022 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ຫຼວງພະບາງ ໃຫ້ຮູ້ວ່າ: ກອງທຶນ (DREF) ສ້າງຕັ້ງຂຶ້ນໃນປີ 1985 ໂດຍແມ່ນສະຫະພັນກາແດງຊິກວົງເດືອນແດງສາເປັນເຈົ້າຂອງ ເພື່ອເຮັດໜ້າທີ່ຊ່ວຍເຫຼຶອຜູ້ປະສົບໄພໃນທົ່ວໂລກ.     ສຳລັບໃນປີ 2022 ທີ່ຜ່ານມາ ໄດ້ເກີດພະຍຸ ສປປ ລາວ ໄດ້ຜົນກະທົບຈາກພະຍຸຫລາຍເຊັ່ນ: ພະຍຸມູຫຼານ ມາອອນ ແລະ ໂນຣຸ ເຮັດໃຫ້ເກີດຄວາມເສຍຫາຍຕໍ່ຊີວິດ ຊັບສິນ ແລະ ເນື້ອທີ່ທຳການຜະລິດ ຂອງປະຊາຊົນ ພາຍໃນ 6 ແຂວງ 21 ເມືອງຂອງ ແຂວງຜົ້ງສາລີ ອຸດົມໄຊ ຫົວພັນ ໄຊຍະບູລີ ສາລະວັນ ແລະ ຈຳປາສັກ ທາງໂຄງການກອງທຶນສຸກເສີນຕອບໂຕ້ໄພພິບັດ (DREF) ໄດ້ໃຫ້ການຊ່ວຍເຫຼືອເຄື່ອງບັນເທົາທຸກ ເຄື່ອງໃຊ້ຄົວເຮືອນ ແລະ ເຄື່ອງສຸຂະອະນາໄມ ຈໍານວນ 3 ແຂວງ(ໄຊຍະບູລີ ສາລະວັນ ແລະ ຈໍາປາສັກ) ລວມມີ 11 ເມືອງ 59 ບ້ານ 2,280 ຄອບຄົວ,ຜູ້ໄດ້ຮັບຜົນປະໂຫຍດ 11.550 ຄົນ ເພດຍິງ 5,869 ຄົນ ສຳລັບແຂວງອຸດົມໄຊ ຜົ້ງສາລີ ແລະ ຫົວພັນ ໄດ້ຊ່ວຍເຫຼືອດ້ວຍການແຈກຢາຍເງິນສົດ 2.500.000 ກີບ ຕໍ່ຄອບຄົວ ລວມມີ 9 ເມືອງ 36 ບ້ານ 1.275 ຄອບຄົວ 6.917 ຄົນ ຍິງ 3.411 ຄົນ ນອກຈາກນັ້ນຍັງໄດ້ໃຫ້ຄວາມຮູ້ກ່ຽວກັບ ການປົກປ້ອງ ແລະ ສົ່ງເສີມການມີສ່ວນຮ່ວມ ຂອງກຸ່ມຄົນທີ່ມີຄວາມສ່ຽງຕໍ່ການຖືກໃຊ້ຄວາມຮຸນແຮງ ຈຳແນກ ຍ້ອນອາຍຸ ເພດ ຫຼື ຄວາມພິການໃນເວລາເກີດໄພພິບັດ ລວມການຊ່ວຍເຫຼືອໃນປີ 2022 ທັງໝົດ 6.403.387.580 ກີບ. Share:FacebookTwitter
ປີຜ່ານມາອົງການກາແດງລາວໃຫ້ການຊ່ວຍເຫຼືອບັນເທົ່າທຸກ 6 ຕື້ກວ່າກີບ
https://v2.vientianemai.net/archives/55502
ບໍລິສັດພົງສະຫວັນປະກັນໄພ ຈຳກັດ (ເອພີເອ) ມອບການຊ່ວຍເຫຼືອລ້າປະກັນໄພອຸປະຕິເຫດສ່ວນບຸກຄົນໃຫ້ແກ່ຜູ້ທີ່ສະໝັກໃຈບໍລິຈາກເລືອດໃນ 1.000 ຄົນ ທຳອິດວົງເງິນຄຸ້ມຄອງທັງໝົດສູງສຸດ 5 ຕື້ກີບ ນັບຕັ້ງແຕ່ວັນທີ່ 14 ກຸມພາ 2023 ເປັນຕົ້ນໄປ ສຳລັບຜູ້ທີ່ຈະໄດ້ຮັບປະກັນໄພດັ່ງກ່າວຕ້ອງບໍລິຈາກເລືອດດ້ວຍຄວາມສະໝັກໃຈນັບແຕ່ວັນທີ 14 ກຸມນີ້ເປັນຕົ້ນໄປ ໃນ 1.000 ຄົນທຳອິດ ໃນເວລາໄປບໍລິຈາກເລືອດຈະມີພະນັກງານແນະນຳຂັ້ນຕອນການສະໝັກຕ່າງໆ.     ປະກັນໄພດັ່ງກ່າວເປັນປະກັນໄພອຸປະຕິດຫດສ່ວນບຸກຄົນ ທົດແທນຄ່າໃຊ້ຈ່າຍຕ່າງໆທີ່ເກີດຈາກອຸປະຕິເຫດເຊັ່ນ ທົດແທນຄ່າປິ່ນປົວການບາດເຈັບ ທົດແທນໃນກໍລະນີພິການຖາວອນ ທົດແທນໃນກໍລະນີເສຍຊີວິດທີ່ເກີດຈາກອຸປະຕິເຫດ ໃນກໍລະນີເສຍຊີວິດ ແລະ ພິການຖາວອນດ້ວຍອຸປະຕິເຫດຈະໄດ້ຮັບວົງເງິນຄຸ້ມຄອງ 5 ລ້ານກີບ ກໍລະນີເສຍຊີວິດ ແລະ ພິການຖາວອນດ້ວຍອຸປະຕິເຫດໂດຍລົດຈັກ ຈະໄດ້ຮັບວົງເງິນຄຸ້ມຄອງ 2,5 ລ້ານກີບ ຄ່າຮັກສາປິ່ນປົວການບາດເຈັບຍ້ອນອຸປະຕິເຫດຕໍ່ໜຶ່ງຄັ້ງ ຈະໄດ້ຮັບວົງເງິນຄຸ້ມຄອງ 5 ແສນກີບ ຄ່າປົງສົບ ສົ່ງສະການຈາກການເສຍຊີວິດດ້ວຍອຸປະຕິເຫດຈະໄດ້ຮັບວົງເງິນຄຸ້ມຄອງ 5 ແສນກີບ. Share:FacebookTwitter
ບໍລິຈາກເລືອດແບບສະໝັກໃຈມື້ນີ້ຈະໄດ້ຮັບປະກັນໄພອຸປະຕິເຫດສ່ວນບຸກຄົນຈາກເອພີເອ
https://v2.vientianemai.net/archives/55504
ກອງປະຊຸມວິຊາການຂອງຂະແໜງການພາຍໃນ ຈັດຂຶ້ນລະຫວ່າງວັນທີ 15-16 ກຸມພາ 2023 ທີ່ກະຊວງພາຍໃນ ເປັນປະທານຂອງທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ມີບັນດາທ່ານຮອງລັດຖະມົນຕີ ຄະນະຫ້ອງການ ກົມສະຖາບັນ ແລະ ສູນ ຫົວໜ້າ-ຮອງຫົວໜ້າພະແນກພາຍໃນແຂວງ ນະຄອນຫຼວງວຽງຈັນ ແລະ ກະຊວງກ່ຽວຂ້ອງເຂົ້າຮ່ວມ.     ກອງປະຊຸມໃນຄັ້ງນີ້ຈະໄດ້ສົນທະນາລົງເລິກ 3 ຫົວຂໍ້ໃຫຍ່ ຄື: ວຽກງານການປົກຄອງທ້ອງຖິ່ນ ວຽກງານພັດທະນາການບໍລິຫານລັດ ແລະ ວຽກງານຄຸ້ມຄອງລັດຖະກອນ ທັງນີ້ກໍເພື່ອພ້ອມກັນຄົ້ນຄວ້າປຶກສາຫາລື ແລກປ່ຽນຄໍາຄິດຄໍາເຫັນ ເປັນເອກະພາບໃນການແກ້ໄຂຂໍ້ຫຍຸ້ງຍາກ ຈຸດຄົງຄ້າງໃນການຈັດຕັ້ງປະຕິບັດວຽກງານທີ່ພົວພັນກັບພາລະບົດບາດ ແລະ ໜ້າທີ່ຂອງຂະແໜງການພາຍໃນ.     ນອກຈາກນີ້ກໍໄດ້ຮັບຟັງການເຜີຍແຜ່ນິຕິກໍາຈໍານວນໜຶ່ງ ທີ່ຕິດພັນກັບວຽກງານຂອງກະຊວງພາຍໃນ ເປັນຕົ້ນ ດຳລັດວ່າດ້ວຍການກຳນົດຕຳແໜ່ງງານ ຄຳສັ່ງແນະນຳກ່ຽວກັບການຜັນຂະຫຍາຍຜົນສຳເລັດກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ແຈ້ງການກ່ຽວກັບການສືບຕໍ່ເປິດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຂັ້ນກະຊວງ ຂັ້ນແຂວງ ແລະ ຂັ້ນເມືອງໃນຂອບເຂດທົ່ວປະເທດ ຂໍ້ຕົກລົງນາຍົກລັດຖະ ມົນຕີວ່າດ້ວຍການແບ່ງຕົວເລກລັດຖະກອນໃໝ່ປະຈຳປີ 2023 ຄໍາສັ່ງຂອງນາຍົກລັດຖະມົນຕີວ່າດ້ວຍການຢຸດຕິຮັບພະນັກງານຕາມສັນຍາ ແລະ ອາສາສະໝັກເຂົ້າໃໝ່ ໃນຮູບການຕ່າງໆ ເຂົ້າເຮັດວຽກໃນອົງການບໍລິຫານລັດ ແລະ ຄໍາແນະນຳກ່ຽວກັບການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍການແບ່ງຕົວເລກລັດຖະກອນໃໝ່ ປະຈຳປີ 2023 ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຂອງຂະແໜງການພາຍໃນອີກດ້ວຍ. Share:FacebookTwitter
ປີ 2023 ຢຸດຕິຮັບພະນັກງານຕາມສັນຍາ ແລະ ອາສາສະໝັກເຂົ້າໃໝ່
https://v2.vientianemai.net/archives/55510
ພະແນກກວດກາ ແລະ ຄວບຄຸມຢາເສບຕິດກອງບັນຊາການ ປ້ອງກັນຄວາມສະຫງົບແຂວງຜົ້ງສາລີ ສົມທົບກັບກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງ ຍອດອູ ແລະ ພາກ ສ່ວນທີ່ກ່ຽວຂ້ອງລົງທຳລາຍສວນຢາຝິ່ນທີ່ປະຊາຊົນລັກລອບປູກຢູ່ ບ້ານພານ ເມືອງ ຍອດອູ. ພາຍຫຼັງໄດ້ຮັບການລາຍງານຈາກພົນລະເມືອງດີວ່າ ໄດ້ມີປະ ຊາຊົນຢູ່ພາຍໃນເມືອງຍັງມີການລັກລອບປູກຝິ່ນເປັນຈຳນວນຫຼວງຫຼາຍ ດັ່ງນັ້ນເຈົ້າໜ້າທີ່ຈິ່ງໄດ້ລົງກວດກາແຫຼ່ງຂ່າວດັ່ງ ກ່າວເຫັນວ່າມີມູນຄວາມຈິງ ຈື່ງໄດ້ສົມທົບກຳລັງລົງກວດກາ ພື້ນທີ່ເປົ້າໝາຍຕົວຈິງ ພົບວ່າຍັງມີພໍ່ແມ່ປະຊາຊົນຈຳນວນ ໜື່ງຍັງລັກລອບປູກຝິ່ນຈຳນວນ 3 ຕອນ ມີເນື້ອທີ 1,1 ເຮັກຕາ ຈຶ່ງໄດ້ພ້ອມກັນລົງທຳລາຍດ້ວຍວິທີການ ໃຊ້ໄມ້ຟາດ ພ້າຖາງ ຕົ້ນ ດອກ ໝາກ ແລະ ຫຼົກຕົ້ນຖິ່ມ ເພື່ອບໍ່ໃຫ້ເຈົ້າຂອງ ເກັບກູ້ ຜົນຜະລິດ ແລະ ໝາກຝິ່ນໄປເປັນແນວພັນ ພ້ອມທັງສຶກສາ ອົບຮົມກ່າວເຕືອນແລະ ຊີ້ແຈງຜົນຮ້າຍ ໄພອັນຕະລາຍຂອງ ຢາຝິ່ນໃຫ້ພໍ່ແມ່ປະຊາຊົນທີ່ລັກລອບປູກໄດ້ຮັບຮູ້ ເຂົ້າໃຈຢ່າງ ເລິກເຊິ່ງ. ການລົງທໍາລາຍສວນຝິ່ນໃນຄັ້ງນີ້ ເພື່ອປະຕິບັດຕາມຂໍ້ຕົກລົງ ຂອງກະຊວງ ປ້ອງກັນຄວາມສະຫງົບ ສະບັບເລກທີ 1997/ປກສ ລົງວັນທີ 9 ພະຈິກ 2022 ວ່າດ້ວຍການເພີ້ມທະວີສະກັດກັ້ນ ຕ້ານຢາເສບຕິດ ການປູກຝິ່ນ ກັນຊາ ແລະ ການລັກລອບຊື້-ຂາຍຢາເສບຕິດ ອີງຕາມແຈ້ງການຂອງຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ສະບັບເລກທີ 052/ຫກຄສ ລົງວັນທີ 18 ມັງກອນ 2023 ຕິດພັນກັບການຈັດຕັ້ງປະຕິບັດ ວາລະແຫ່ງ ຊາດວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ແຕ່ປີ 2021-2023 ໃຫ້ປາກົດຜົນເປັນຈິງ. ສໍາລັບການລົງທໍາລາຍສວນຟິ່ນໃນ້ທື່ອນີ້ ມີຂຶ້ນໃນຕອນບ່າຍ ຂອງວັນທີ 13 ກຸມພາ 2023 ໂດຍການເຂົ້າຮ່ວມຂອງພາກ ສ່ວນກ່ຽວຂ້ອງ. Share:FacebookTwitter
ເຈົ້າໜ້າທີ່ ປກຊ-ປກສ ເມືອງຍອດອູ ເຂົ້າທຳລາຍສວນຝິ່ນທີ່ປະຊາຊົນລັກລອບປູກ ເນື້ອທີ່ກວ່າ 1 ເຮັກຕາ
https://v2.vientianemai.net/archives/55516
ພິທີເປີດງານຜະລິດຕະພັນລາວ 2023 (Made In Laos 2023) ເປີດເປັນທາງການແລ້ວ ມີສິນຄ້າເຂົ້າຮ່ວມວາງສະແດງ ແລະ ຈໍາໜ່າຍຫຼາຍກວ່າ 200 ຫ້ອງ ຈາກ 130 ຜູ້ປະກອບການ ແລະ ຫົວໜ່ວຍທຸລະກິດ ຈາກບັນດາຂະແໜງການ. ຈຸດປະສົງເພື່ອຊຸກຍູ້ສົ່ງເສີມໃຫ້ຄົນລາວຫັນມານຳໃຊ້ຜະລິດຕະພັນລາວໃຫ້ຫຼາຍຂຶ້ນ ເປັນການປຸກລະດົມຂົນຂວາຍ ເພີ່ມ ທະວີການຜະລິດໃນລະດັບຄອບຄົວໃຫ້ກາຍເປັນສິນຄ້າ ທີ່ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວໄດ້ ເພື່ອສົ່ງເສີມການຜະລິດ ຂະໜາດນ້ອຍ ໃຫ້ກ້າວສູ່ຂະ ໜາດກາງ ແລະ ກາຍເປັນຂະໜາດໃຫຍ່ກາຍເປັນອຸດ ສາຫະກຳການຜະລິດ ທັງທາງດ້ານປະລິ ມານ ແລະ ຄຸນນະພາບທີ່ໄດ້ມາດຕະຖານ ທີ່ພ້ອມຈະແຂ່ງຂັນ ຈໍາໜ່າຍຕະຫຼາດພາຍໃນ ແລະ ສົ່ງອອກສູ່ສາກົນ. ພ້ອມນີ້ຍັງເປັນການເປີດໂອກາດໃຫ້ບັນດາຫົວໜ່ວຍທຸລະກິດທີ່ກຳລັງຊອກຫາຄູ່ຄ້າໃໝ່ ແລະ ຕ້ອງການແນະນຳ ສິນຄ້າ ການບໍລິການໃໝ່ຂອງບໍລິສັດ ໃຫ້ບັນດາແຂກ ທີ່ມາຊົມງານ ໄດ້ຮັບຊາບ ເປັນການແລກປ່ຽນຄວາມຮູ້ ເຕັກນິກດ້ານວິຊາ ການ ວິທີການຜະລິດ ເພື່ອນຳມາພັດ ທະນາສິນຄ້າຂອງຕົນໃຫ້ຂະຫຍາຍຕົວ ພ້ອມທັງເປັນການ ໂຄສະນາຄວາມອຸດົມສົມ ບູນທາງດ້ານຮີດຄອງປະເພນີ-ວັດທະນະທຳ ການຄ້າ-ການລົງທຶນ ສະຖານທີ່ທ່ອງທ່ຽວ ແລະ ອື່ນໆ ທີ່ເປັນເອກະລັກ ຂອງ ແຂວງທີ່ເປັນ ເຈົ້າພາບ ຮ່ວມຈັດງານຕະຫຼອດເຖິງທຸກແຂວງທີ່ເຂົ້າຮ່ວມງານໃນຄັ້ງນີ້ຢ່າງກວ້າງຂວາງ. ສໍາລັບສິນຄ້າທີ່ເຂົ້າຮ່ວມພາຍໃນງານມາຈາກບັນດາຂະແໜງການເຊັ່ນ: ຂະແໜງຜະລິດຕະພັນ ສິນຄ້າໜຶ່ງ ເມືອງໜຶ່ງຜະ ລິດຕະພັນ (ໂອດັອບ) ຜະລິດຕະພັນ ເມດອິນລາວ ຜະລິດຕະພັນ ຫັດຖະກຳ ຜະລິດຕະພັນ ອາຫານ ແລະ ເຄື່ອງດື່ມ ຜະ ລິດຕະພັນອຸດສາຫະກຳ ນອກນີ້ຍັງ ມີຜະລິດຕະພັນ ໄອທີ ຂົນສົ່ງ ທະນາຄານ ແລະ ການບໍລິ ການ ແລະ ຜະລິດຕະພັນລາວ ຫັດຖະກຳໄມ້ປ່ອງ ຜະລິດ ຕະພັນເຟີນີເຈີ ແລະ ຜະລິດຕະພັນກະສິກຳ. ພິທີເປີດງານດັ່ງກ່າວຈັດຂຶ້ນໃນວັນທີ 15 ກຸມພາ 2023 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ໂດຍໃຫ້ກຽດເຂົ້າ ຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາ ຫະກໍາ ແລະ ການຄ້າ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະ ທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ພ້ອມດ້ວຍຄະນະຮັບຜິດຊອບຈັດງານ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. Share:FacebookTwitter
ເຊີນທ່ຽວງານວາງສະແດງຜະລິດຕະພັນ ລາວ ມີສິນຄ້າຮ່ວມວາງສະແດງກວ່າ 200 ຮ້ານ
https://v2.vientianemai.net/archives/55521
ການຈັດຕັ້ງປະຕິບັດແຜນງົນປະມານລາຍຮັບ-ລາຍຈ່າຍ ປີ 2022 ຂອງແຂວງໄຊຍະບູລີ ເຖິງອັດຕາການຂາດດຸນງົບປະມານ ເຖິງ 54,78% ຂອງລາຍຈ່າຍ ແຕ່ການປະຕິບັດລາຍຮັບໄດ້ 1.197,84 ຕື້ກີບ ເທົ່າກັບ 106,40% ຂອງແຜນເບື້ອງຕົ້ນທີ່ມະ ຕິສະພາປະຊາຊົນແຂວງຮັບຮອງ.      ທ່ານ ວັນດາວ ແວວທະນັນສີ ຫົວໜ້າພະແນກການເງິນແຂວງ ໄດ້ລາຍງານຫຍໍ້ສະ ພາບການຈັດຕັ້ງປະຕິບັດ ແລະ ຜັນຂະ ຫຍາຍຄໍາແນະນໍາຂອງລັດຖະມົນຕີກະຊວງການເງິນ ສະບັບ ເລກທີ 3736/ກງ ລົງວັນທີ 25 ພະຈິກ 2022 ວ່າດ້ວຍການຈັດ ຕັ້ງປະຕິບັດແຜນງົນປະມານລາຍຮັບ-ລາຍຈ່າຍ ປີ 2022 ເຊິ່ງ ໂດຍ ລວມແຂວງພວກເຮົາເປັນແຂວງຂາດດຸນງົບປະມານ ເຖິງ 54,78% ຂອງລາຍຈ່າຍ ຖານຂໍ້ມູນລາຍຮັບພາຍໃນຍັງບໍ່ ທັນເຂັ້ມແຂງ ສະພາບໜີ້ສິນຄັງເງິນຍັງແກ້ໄຂບໍ່ທັນໄດ້ ສົ່ງຜົນ ກະທົບຕໍ່ງົບປະມານຂອງແຂວງ ແຕ່ເຖິງຢ່າງໃດກໍ່ຕາມພາຍ ໃຕ້ການນໍາພາ-ຊີ້ນໍາຂອງກະຊວງການເງິນ ອົງການປົກຄອງ ແຂວງ ສົ່ງຜົນໃຫ້ການປະຕິບັດແຜນງົບປະມານລາຍຮັບ ທັງໝົດ 1.197,84 ຕື້ກີບ ເທົ່າກັບ 106,40% ຂອງແຜນ ເບື້ອງຕົ້ນທີ່ມະ ຕິສະພາປະຊາຊົນແຂວງຮັບຮອງເທົ່າກັບ 105,60% ຂອງ ແຜນດັດແກ້ ທຽບໃສ່ໄລຍະດຽວປີຜ່ານມາ ເທົ່າກັບ 114,40% ລາຍຮັບພູດສູນກາງປະຕິບັດໄດ້ 920,34 ຕື້ກີບ ເທົ່າກັບ 103,30% ຂອງແຜນການປີ ທີ່ມະຕິສະພາແຂວງ ຮັບຮອງ ທຽບໃສ່ໄລຍະດຽວກັນປີຜ່ານມາເທົ່າກັບ 121,20% ລາຍຮັບ ໃນແຂວງປະຕິບັດໄດ້ 277,50 ຕື້ກີບ 118,30% ຂອງ ແຜນເບື້ອງ ຕົ້ນທີ່ມະຕິສະພາປະຊາຊົນແຂວງຮັບຮອງ ເທົ່າ ກັບ 114,20% ຂອງແຜນດັດແກ້ ທຽບໃສ່ໄລຍະດຽວກັນປີ ຜ່ານມາເທົ່າກັບ 96,50% ລາຍຮັບສ່ວຍສາອາກອນປະຕິບັດໄດ້ 246,14 ຕື້ກີບ ເທົ່າກັບ 107,60% ຂອງແຜນເບື້ອງຕົ້ນທີ່ມະຕິສະ ພາປະຊາຊົນ ແຂວງຮັບຮອງເທົ່າ 107,10% ຂອງແຜນດັດແກ້ ທຽບໃສ່ໄລຍະ ດຽວກັນຂອງປີຜ່ານມາເທົ່າກັບ 115,80% ລາຍ ຮັບຊັບສິນປະ ຕິບັດໄດ້ 31,36 ຕື້ກີບ ເທົ່າກັບ 549,21% ຂອງ ແຜນເບື້ອງຕົ້ນ ທີ່ມະຕິສະພາປະຊາຊົນແຂວງຮັບຮອງ ເທົ່າກັບ 238% ຂອງ ແຜນດັດແກ້ທຽບໃສ່ໄລຍະດຽວກັນຂອງປີ ຜ່ານ ມາເທົ່າກັບ 42%.      ສັງລວມແລ້ວປີ 2022 ແຂວງສາມາດຈັດເກັບລາຍຮັບໄດ້ເກີນ ແຜນທັງໝົດລວມທັງລາຍຮັບພູດສູນກາງຈໍານວນ 63,88 ຕື້ກີບ ໃນນັ້ນລາຍຮັບສູນກາງປະຕິບັດໄດ້ເກີນແຜນ 29,48 ຕື້ກີບ ລາຍຮັບພາຍໃນແຂວງປະຕິບັດໄດ້ເກີນແຜນ 34,40 ຕື້ກີບ ດ້ານລາຍຈ່າຍປະຕິບັດໄດ້ 536,49 ຕື້ກີບ ເທົ່າກັບ 103,30% ຂອງແຜນເບື້ອງຕົ້ນທີ່ມະຕິສະພາປະຊາຊົນແຂວງ ຮັບຮອງເທົ່າກັບ 100% ຂອງແຜນດັດແກ້ທຽບໃສ່ໄລຍະດຽວ ຂອງປີຜ່ານມາເທົ່າກັບ 101,90%.      ສະເພາະການຈັດຕັ້ງປະຕິບັດແຜນງົບປະມານປີ 2023 ປັດຈຸ ບັນລາຍຮັບປະຕິບັດໄດ້ 115,53 ຕື້ກີບ ເທົ່າກັບ 7,63% ຂອງ ແຜນການປີເບື້ອງຕົ້ນ ລາຍຮັບພູດສູນກາງປະຕິບັດໄດ້ 99,57 ຕື້ກີບ ເທົ່າກັບ 9,86% ລາຍຮັບຂອງແຂວງປະຕິບັດໄດ້ 15,96 ຕື້ກີບ ເທົ່າກັບ 3,16%. Share:FacebookTwitter
ປີ 2022 ໄຊຍະບູລີ ເອົາໃຈໃສ່ປະຕິບັດລາຍຮັບ ບັນລຸ 1 ພັນກວ່າຕື້ກີບ
https://v2.vientianemai.net/archives/55531
ວັນທີ 14 ກຸມພາ 2023 ຢູ່ຫ້ອງປະຊຸມກອງບັນຊາການ ປກສ ນວ ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະ ຄອນຫຼວງວຽງຈັນ ໄດ້ລົງພົບປະໂອ້ລົມຊີ້ນຳ ວຽກງານຈະ ລາຈອນ ມີ ທ່ານ ພົຈວ ປອ ບົວພັນ ຟອງມະນີ ຫົວໜ້າ ກອງບັນຊາການ ປກສ ນວ ຄະນະພັກ-ຄະນະບັນຊາ ນາຍ ແລະ ພົນຕຳຫຼວດ ຈະລາຈອນ ທົ່ວ ປກສ ນວ ແລະ ແຂກທີ່ ຖືກເຊີນເຂົ້າຮ່ວມ. ໃນພິທີ ທ່ານ ພັທ ຈັນທະບູນ ມະນີວົງ ຮອງຫົວໜ້າຫ້ອງ ຕຳຫຼວດ ປກສ ນວ ໄດ້ຂຶ້ນຜ່ານບົດສະຫຼຸບປະຈຳປີ 2022 ແລະທິດທາງແຜນການໃນປີ 2023 ໂດຍໄດ້ໃຫ້ຮູ້ວ່າ: ໃນປີ 2022 ທົ່ວ ນວ ມີອຸບັດເຫດເກີດຂຶ້ນທັງໝົດ 1,072 ກໍລະນີ ພາຫະນະເປ່ເພເລັກນ້ອຍ 580 ຄັນ ພາຫະນະເປ່ເພສົມ ຄວນ 1.325  ຄັນ ພາຫະນະໃຊ້ການບໍ່ໄດ້ 1 ຄັນ ຄົນໄດ້ຮັບ ບາດເຈັບເລັກໜ້ອຍ 318 ຄົນ ຄົນໄດ້ຮັບບາດເຈັບສົມຄວນ 57 ຄົນ ຄົນໄດ້ຮັບບາດເຈັບສາຫັດ 252 ຄົນ ແລະ ຄົນ ເສຍຊີວິດ 183 ຄົນ. ໂອກາດດັ່ງກ່າວ ທ່ານ ປອ ອາດສະພັງທອງ ສີພັນດອນ ໄດ້ກ່າວວ່າ: ຕ້ອງເພີ່ມທະວີສືບຕໍ່ແກ້ໄຂບັນຫາລົດອັ່ງ ອໍແອອັດຕາມທ້ອງຖະໜົນ ການຈອດລົດຊະຊາຍ ແລະ ບັນຫາອຸບັດເຫດຕາມຖະໜົນໃຫ້ຫຼຸດໜ້ອຍຖ້ອຍ ລົງເທື່ອລະກ້າວ ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງ ດ້ານ ຄຸນທາດການເມືອງ ຄຸນສົມບັດສິນທຳປະຕິວັດ ມີຄວາມ ເຊື່ອໝັ້ນຕໍ່ການນຳ ພາຂອງພັກ-ລັດ ມີຈັນຍາບັນ-ຈັນຍາທໍາຕໍ່ທີ່ໜ້າທີ່ຮັບ ຜິດຊອບຂອງຕົນເອງ ມີຄວາມ ເສຍສະຫຼະເພື່ອປະເທດ ຊາດເພື່ອປະຊາຊົນດ້ວຍຄວາມ ບໍລິສຸດໃຈ ແລະມີທັດສະ ນະມະຫາຊົນຢ່າງຖືກຕ້ອງ ເອົາໃຈໃສ່ປະຕິບັດແນວທາງ ນະໂຍບາຍຂອງພັກ-ລັດ ມະຕິ ຄຳສັ່ງ ລະບຽບ ກົດໝາຍ ແລະຄວາມເປັນເອກະ ພາບໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ປັບປຸງ ຂອດການປະສານງານໃຫ້ກົມກຽວ ໂດຍສະເພາະປະ ສານກັບພາກສ່ວນອື່ນເພື່ອໃຫ້ວຽກງານມີຄວາມສະດວກຄ່ອງຕົວ ສືບຕໍ່ວຽກງານໂຄສະນາທາງ ດ້ານກົດລະ ບຽບການສັນຈອນໃຫ້ຜູ້ສັນຈອນຢ່າງທົ່ວເຖິງຖືກເປົ້າ ໝາຍດ້ວຍສື່ໂທລະພາບ ໜັງສືພິມ ວິທະຍຸ ໂທລະໂຄ່ງປະ ຈຳບ້ານ ແລະ ລົງເຄື່ອນໄຫວຕາມສຳນັກງານ ອົງການ ໂຮງຈັກ ໂຮງງານ ໂຮງຮຽນ ແລະ ສະຖານທີ່ຊຸມຊົນ ຕ່າງໆໃຫ້ທົ່ວເຖິງ. Share:FacebookTwitter
ນວ ຕ້ອງເພີ່ມທະວີສືບຕໍ່ແກ້ໄຂບັນຫາລົດອັ່ງ ອໍແອອັດ ການຈອດລົດຊະຊາຍ ແລະ ບັນຫາອຸບັດຕິເຫດໃຫ້ຫຼຸດລົງ
https://v2.vientianemai.net/archives/55536
ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ໂດຍຜ່ານສູນສຸກເສີນ ເພື່ອຄວບຄຸມພະຍາດລະບາດສັດຂ້າມແດນ ຈັດຊຸດອົບຮົມ ກ່ຽວກັບການຄຸ້ມຄອງການກັກກັນສັດ ໃຫ້ແກ່ເຈົ້າໜ້າທີ່ກັກກັນສັດ ແລະ ວິຊາການ ຮັກສາສຸຂະພາບສັດຂອງລາວ ກະສິກອນ ພໍ່ຄ້າສັດ ແລະ ສັດຕະວະແພດບ້ານ ໃນລະຫວ່າງວັນທີ 6-17 ກຸມພາ 2023 ທີ່ເມືອງສິງ ແຂວງຫຼວງນ້ຳທາ ເພື່ອຮຽນຮູ້ເງື່ອນໄຂການກັກກັນ ແລະ ຂໍ້ກໍານົດດ້ານສຸຂະພາບຕ່າງໆ ສໍາລັບງົວທີ່ຈະສົ່ງອອກໄປ ສປ ຈີນ ແນໃສ່ເພື່ອເລັ່ງລັດການຄ້າງົວທີ່ປອດໄພ ລະຫວ່າງສອງປະເທດ ແລະ ປັບປຸງການສົ່ງອອກງົວໄປປະເທດຈີນ ຂອງ ສປປ ລາວ.      ງົວທີ່ຈະສົ່ງອອກຈີນ ຕ້ອງຢູ່ພາຍໃຕ້ມາດຕະການ ຂອງກົມຄຸ້ມຄອງພາສີຈີນ ແລະ ກະຊວງກະສິກໍາ ແລະ ປ່າໄມ້ ສປປ ລາວ ວາງອອກຄື: ງົວຕ້ອງໄດ້ຖືກກັກກັນເພື່ອລ້ຽງທອມ ຢູ່ເຂດທ້ອນໂຮມສັດເປັນເວລາ 45 ວັນ ແລະ ເຂດກັກກັນເປັນເວລາ 30 ວັນ ຢູ່ເມືອງສິງ ກ່ອນຈະຖືກສົ່ງອອກໄປປະເທດຈີນ ມາດຕະການດັ່ງກ່າວໄດ້ຖືກອະນຸມັດເພື່ອ ຫລຸດຜ່ອນຄວາມສ່ຽງຕໍ່ການສົ່ງຕໍ່ ຂອງພະຍາດປາກເປື່ອຍລົງເລັບ ແລະ ພະຍາດຜິວໜັງອັກເສບຕິດຕໍ່ງົວ-ຄວາຍ ຊຶ່ງເປັນສອງພະຍາດໃນສັດລ້ຽງທີ່ພົບທົ່ວໄປໃນປະເທດ ການຄວບຄຸມພະຍາດລະບາດສັດຂ້າມແດນທີ່ດີກວ່າ ຈະບໍ່ພຽງແຕ່ປັບປຸງຊີວິດການເປັນຢູ່ ຂອງຊຸມຊົນກະສິກຳເທົ່ານັ້ນ ແຕ່ຍັງຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ ໂດຍການຊຸກຍູ້ການສົ່ງອອກໄປຍັງປະເທດໃກ້ຄຽງ.      ທ່ານນາງ ວິໄລພອນ ວໍຣະພິມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ໄດ້ກ່າວວ່າ: ສປປ ລາວ ມີລາຍຮັບຈາກການສົ່ງອອກສັດລ້ຽງໄປຍັງປະເທດຈີນ 54 ລ້ານ ໂດລາສະຫະລັດຕໍ່ປີ. ໃນປີ 2023 ນີ້ ລັດຖະບານວາງເປົ້າໝາຍຊຸກຍູ້ການສົ່ງອອກງົວ ໃຫ້ບັນລຸລາຍຮັບ ເຖິງ 100 ລ້ານ ໂດລາສະຫະລັດ. ຂະນະທີ່ ສປ ຈີນ ໄດ້ສະເໜີໂກຕ້ານໍາເຂົ້າງົວໃຫ້ແກ່ ສປປ ລາວ ເຊິ່ງເປັນທ່າແຮງອັນໃຫຍ່ຫລວງໃຫ້ກະສິກອນລາວ ກາຍເປັນຜູ້ສົ່ງອອກງົວທີ່ໃຫຍ່ກວ່າເກົ່າ ໂດຍພວກເຮົາໄດ້ສະໜັບສະໜູນ ກະສິກອນລາວ ໃນການປະຕິບັດຕາມຂໍ້ກຳນົດຕ່າງໆທີ່ຝ່າຍຈີນວາງອອກ.     ທ່ານ ຊູ ມິງ ຮອງຫົວໜ້າກົມ, ສູນກາງການບໍລິການຮ່ວມມືສາກົນ ຂອງພະແນກ ການຮ່ວມມືສາກົນ, ກະຊວງກະສິກໍາ ແລະ ຊົນນະບົດ ຂອງ ສປ ຈີນ ໃຫ້ຮູ້ວ່າ: ປະເທດຈີນ ຍາມໃດກໍຖືສຳຄັນການແລກປ່ຽນ ແລະ ການຮ່ວມມືດ້ານກະສິກຳ ກັບບັນດາປະເທດ ໃນເຂດອະນຸພາກພື້ນແມ່ນ້ຳຂອງຕອນເທິງ ທຶນຊ່ວຍເຫລືອຈາກກະຊວງກະສິກຳ ແລະ ຊົນນະບົດຂອງ ສປ ຈີນ ໄດ້ປະກອບສ່ວນເຂົ້າໃນແຜນງານ ການຄວບຄຸມພະຍາດລະ ບາດສັດຂ້າມແດນຂອງປະເທດ ແມ່ນ້ຳຂອງຕອນເທິງ ຍ້ອນຄວາມພະຍາຍາມ ແລະ ການຮ່ວມມືກັນຢ່າງເຕັມສ່ວນ ກັບອົງການ FAO ການສະໜັບສະໜູນດ້ານເຕັກນິກ ໄດ້ຖືກສະໜອງໃຫ້ ເພື່ອປັບປຸງເນື້ອໃນ ແລະ ການສົ່ງເສີມການຄ້າງົວ ຂອງ ສປປ ລາວ ກັບ ສປ ຈີນ ໃນຕໍ່ໜ້າ ພວກເຮົາຈະຮ່ວມມືກັນ ເປີດຂະບວນການສັກຢາກັນພະຍາດ ປາກເປື່ອຍລົງເລັບ ແລະ ພະຍາດຜິວໜັງອັກເສບຕິດຕໍ່ງົວ-ຄວາຍ ໃນ 5 ເມືອງຂອງແຂວງຫລວງນ້ຳທາ ໂດຍກວມເອົາງົວທັງໝົດ 40.000 ໂຕ ພ້ອມທັງ ຈະສະໜອງເຄື່ອງມື ທຳຄວາມສະອາດ ແລະ ຂ້າເຊື້ອ ໃຫ້ແກ່ 18 ແຂວງໃນທົ່ວປະເທດ ເພື່ອຊ່ວຍໃຫ້ກະສິກອນ ປ້ອງກັນສັດລ້ຽງ ຈາກໄພຂົມຂູ່ຈາກພະຍາດສັດຕ່າງໆ ນຳອີກ. Share:FacebookTwitter
ອົງການ FAO ສະໜັບສະໜູນ ກະສິກອນລາວ ສົ່ງອອກງົວໄປ ສປ ຈີນ
https://v2.vientianemai.net/archives/55542
ການແຂ່ງຂັນກິລາເປຕັງທົ່ວປະເທດ ຄັ້ງທີ XII ຊິງຂັນທ່ານນາຍົກລັດຖະມົນຕີແຫ່ງ ສປປລ ລາວ ເປີດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ມີ​ນັກ​ກີ​ລາ​ຈາກບັນດາກະຊວງ ອົງການ ສໍານັກງານ ແລະ ບັນດາແຂວງເຂົ້າຮ່ວມທັງໝົດ 13 ພາກສ່ວນ ມີຈໍານວນຄະນະນໍາ ຄູຝຶກ ແລະ ນັກກິລາເຂົ້າຮ່ວມ 229 ຄົນ. ການ​ແຂ່ງ​ຂັນ​ຄັ້ງ​ນີ້ ເພື່ອເປັນການສ້າງຂະບວນການຂັບນັບຮັບຕ້ອນວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ພ້ອມທັງເປັນການ ສ້າງ ແລະຄັດເລືອກເອົານັກກີລາເປຕັງເຂົ້າຕິດທີມຊາດ ແນໃສກະກຽໃຫ້ແກ່ການແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ ໃນມໍ່ໆນີ້ ໂດຍສະເພາະແມ່ນງານມະຫາກຳຊີເກມ ຄັ້ງທີ 32 ທີ່ປະເທດກຳປູເຈຍເປັນເຈົ້າພາບ ດັ່ງນັ້ນ ທ່ານນາຍົກລັດຖະ ມົນຕີຈຶ່ງອະນຸມັດໃຫ້ຈັດການແຂ່ງຂັນກີລາເປຕັງຂຶ້ນໂດຍມອບໃຫ້ແຂວງຄໍາມ່ວນເປັນເຈົ້າພາບຈັດການແຂ່ງຂັນ ເຊິ່ງການ ແຂ່ງຂັນກີລາໃນຄັ້ງນີ້ມີ ຄະນະນໍາ ຄູຝຶກ ແລະ ນັກກີລາ​ຈາກ​ພາກ​ສ່ວນ​ຕ່າງໆເຂົ້າຮ່ວມ 229 ຄົນ ຍິງ 34 ຄົນ ລວມມີ 9 ລາຍການຄື: ດ່ຽວຍິງ ດ່ຽວຊາຍ ຄູ່ຍິງ ຄູ່ຊາຍ ຊຸດຊາຍ ຊຸດຍິງ ຄູ່ປະສົມຊາຍຍິ່ງ ຄູ່ປະສົມ 2 ຊາຍ 1 ຍິ່ງ ແລະ ຄູ່ຊາຍປະເພດ ອາຍຸ 50 ປີຂຶ້ນໄປ ການແຂ່ງຂັນໃນຄັ້ງນີ້ ມີການຊິງຫຼຽນຄໍາທັງໝົດ 36 ຫຼຽນ ໃນນີ້ 9 ຫຼຽນຄໍາ9 ຫຼຽນເງິນ 18 ຫຼຽນທອງ ເຊິ່ງທີມທີ່ໄດ້ຊະນະເລີດນອກຈາກຈະໄດ້ຮັບຫຼຽນຄໍາແລ້ວຍັງຈະໄດ້ຮັບຂັນຂອງທ່ານນາຍົກໄປຄອງອີກດ້ວຍ. ການແຂ່ງຂັນຄັ້ງນີ້ແມ່ນຈະມີການແຂ່ງຂັນກັນລວມທັງໝົດ 700 ກວ່າຄັ້ງ ແລະ ຈະໃຊ້ເວລາໃນການແຂ່ງຂັນທັງໝົດ 3ມື້ເຄິ່ງ ໂດຍເລີ່ມການແຂ່ງຂັນມາແຕ່ວັນທີ 15 ກຸມພາເປັນຕົ້ນມາ ແລະ ຄາດວ່າວັນທີ 18 ກຸມພາ 2023 ຈະໃຫ້ສຳເລັດ ແລະ ປິດການແຂ່ງຂັນ. ສຳ​ລັ​ພິ​ທີ​ເປີດ​ການ​ແຂ່ງ​ຂັນ​ແມ່ນ​ຈັດ​ຂຶ້ນໃນວັນທີ 16 ກຸມພາ 2023 ທີ່ສະໜາມກີລາເມືອງທ່າແຂກແຂວງຄໍາມ່ວນ ເປັນປະ ທານໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ທ່ານ ວັນໄຊ ຟອງສະຫວັນ ເຈົ້າແຂວງຄໍາມ່ວນ ທ່ານ ປອ ພຸດ ສິມ ມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ມີແຂກຮັບເຊີນ ບັນດານັກກິລາເປຕັງໃນຂອບເຂດທົ່ວປະເທດເຂົ້າ ຮ່ວມ. ພາບ-ຂ່າວ ໜັງ​ສື​ພິມ ຄວາມ​ສະ​ຫງົບ Share:FacebookTwitter
ເປີດການເປັນທາງການ ການແຂ່ງຂັນກີລາເປຕັງທົ່ວປະເທດ ຄັ້ງທີ XII ຊິງຂັນ ນາຍົກລັດຖະມົນຕີ
https://v2.vientianemai.net/archives/55547
ໃນອາທິດນີ້ ເຄື່ອງອຸປະກອນຂ້າເຊື້ອສໍາລັບໂຮງໝໍ ໄດ້ຖືກຈັດສົ່ງໄປໃຫ້ສະຖານທີ່ບໍລິການສາທາລະນະສຸກໃນຂອບເຂດ ທົ່ວ ປະເທດ ອຸປະກອນດັ່ງກ່າວ ຈັດຊື້ໂດຍອົງການອະນາໄມໂລກ ມູນຄ່າຫຼາຍກວ່າ 160.000 ໂດລາສະຫະລັດ ປ​ະ​ມານ 2,71 ຕື້​ກີບ ເຊິ່ງເປັນສ່ວນໜຶ່ງຂອງການຮ່ວມມືກັນລະຫວ່າງ ກະຊວງສາທາລະນະສຸກ ອົງການອະນາໄມໂລກ ແລະ ສະຫະພາບເອີ ຣົບ (EU) ເພື່ອຮັບມືກັບການລະບາດຂອງພະຍາດໂຄວິດ-19 ແລະ ການຕິດເຊື້ອພະຍາດອື່ນໆ ພ້ອມທັງເປັນການສ້າງຄວາມ ເຂັ້ມແຂງ ແລະ ຄວາມອາດສາມາດຂອງລະບົບສາທາລະນະສຸກໃນການກຽມພ້ອມຮັບມືກັບໄພຂົ່ມຂູ່ຕໍ່ສຸຂະພາບຂອງປະຊາ ຊົນລາວ ໃນອະນາຄົດ ລວມທັງເຊື້ອຈຸລະຊີບຕ້ານຕໍ່ຢາ. ການຊ່ວຍເຫຼືອຄັ້ງນີ້ ປະກອບມີ ເຕົາອົບຂ້າເຊື້ອອຸປະກອນການແພດ (autoclaves)  ຂະໜາດ 150 ລີດ ແລະ 200 ລີດ ຈໍານວນ 12 ໜ່ວຍ ທີ່ໃຊ້ສໍາລັບການອະເຊື້ອອຸປະກອນການແພດຈຳນວນຫຼາຍ ບັນດາເຕົາອົບຂ້າເຊື້ອເຫຼົ່ານີ້ ຈະຊ່ວຍຂະ ຫຍາຍຂີດຄວາມສາມາດຂອງໂຮງໝໍແຂວງ ໃນການເຮັດອະນາໄມອະເຊື້ອເຄື່ອງມືຜ່າຕັດ ແລະ ອຸປະກອນການແພດໄດ້ຈຳ ນວນຫຼາຍ ດ້ວຍອຸນນະພູມສູງໃນການອະເຊື້ອ. ນອກຈາກການຊ່ວຍເຫຼືອທາງດ້ານອຸປະກອນແລ້ວ ສະຫະພາບເອີຣົບຍັງໄດ້ໃຫ້ການສະໜັບສະໜູນດ້ານງົບປະມານໃນການຈັດການຝຶກອົບຮົມ ເຊິ່ງດຳເນີນການໂດຍອົງການອະນາໄມໂລກ ກ່ຽວກັບ ການຄວບຄຸມ ແລະ ການປ້ອງກັນການຕິດເຊື້ອ ໃຫ້ແກ່ພະຍາບານ ທ່ານໝໍ ແລະ ແພດພະດຸງຄັນ  ຢູ່ໂຮງໝໍຂັ້ນສູນກາງ ແຂວງ ແລະ ໂຮງໝໍເມືອງ ຈຳນວນ 243 ທ່ານ ການ ອົບຮົມດັ່ງກ່າວໄດ້ຈັດຂຶ້ນທີ່ແຂວງຫຼວງພະບາງ ອຸດົມໄຊ ຈຳປາສັກ ຊຽງຂວາງ ເຊກອງ ວຽງຈັນ ແລະ ນະຄອນຫຼວງ ວຽງຈັນ. ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: “ການຍົກສູງຄຸນນະພາບ ແລະ ຄວາມ ປອດໄພຂອງການບໍລິການດ້ານສາທາລະນະສຸກໃຫ້ແກ່ປະຊາຊົນ ຖືເປັນວຽກງານບູລິມະສິດຂອງກະຊວງສາທາ ລະນະສຸກ ການຊ່ວຍເຫຼືອຈາກສະຫະພາບເອີຣົບໃນຄັ້ງນີ້ ຈະເປັນການເສີມຂະຫຍາຍວຽກງານການປ້ອງກັນ ແລະ ຄວບ ຄຸມການຕິດ ເຊື້ອ ເຊິ່ງເປັນວຽກງານອັນຈຳເປັນໃນການຍົກສູງຄຸນນະພາບຂອງການບໍລິການດ້ານສາທາລະນະສຸກ ແລະ ການຊ່ວຍເຫຼືອ ຄັ້ງນີ້ຍັງຈະເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກຂອງເຮົາໃນປັດຈຸບັນ ແລະ ໃນອະນາຄົດ ໃຫ້ດີຍິ່ງ ຂຶ້ນຕື່ມອີກດ້ວຍ. ທ່ານ ດຣ ສົມຈັນ ທູນສະຫວັດ, ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: ພວກເຮົາຂໍສະແດງຄວາມຮູ້ບຸນຄຸນມາຍັງສະຫະພາບເອີຣົບ ທີ່ໄດ້ໃຫ້ການຊ່ວຍເຫຼືອ ໃນຄັ້ງນີ້ ເຕົາອົບຂ້າເຊື້ອດັ່ງກ່າວ ຈະ ເພີ່ມຄວາມປອດໄພໃຫ້ແກ່ຄົນເຈັບ ໂດຍການຫຼຸດຜ່ອນອັດຕາການແຜ່ເຊື້ອພະຍາດຕ່າງໆໃນສະຖານບໍລິການສາທລະນະ ສຸກ ການປິ່ນປົວທີ່ມີຄຸນນະພາບສູງ ແລະ ການໃຫ້ທຸກຄົນມີສຸຂະພາບດີນັ້ນ ແມ່ນບູລິມະສິດສູງສຸດ ຂອງພວກເຮົາ ການປະ ກອບສ່ວນໃນຄັ້ງນີ້ ຈະຊ່ວຍປົກປ້ອງບັນດາພະນັກງານແພດໝໍ ຄົນເຈັບ ແລະ ຊຸມຊົນໄດ້ດີຂຶ້ນກວ່າເກົ່າ. ທ່ານ ນາງ ໄອ​ນາ ມາ​ໂຊ​ໂລ​ນີ​ເທ (Ina Marčiulionytė) ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ ກ່າວ ວ່າ: ສະຫະພາບເອີຣົບ ມີຄວາມພາກພູມໃຈທີ່ໄດ້ຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກໃນ ສປປ ລາວ ແລະ ໄດ້ຊ່ວຍເຫຼືອບຸກຄະລາກອນການແພດ ໃຫ້ມີຄວາມຮູ້ ແລະ ມີອຸປະກອນຈຳເປັນທີ່ຈະນຳໃຊ້ເຂົ້າໃນວຽກງານພວກ ເຂົາໃຫ້ດີຂື້ນກວ່າເກົ່າ ພວກ​ເຮົາ​ຈະ​ສືບ​ຕໍ່ເຮັດວຽກ​ຮ່ວມກັບຄູ່ຮ່ວມພັດທະນາຂອງພວກເຮົາ ຄື ອົງການອະນາໄມໂລກ ແລະ ກະຊວງສາທາລະນະສຸກ ​ເພື່ອ​ຮັບປະກັນ​ໃຫ້​ປະຊາຊົນລາວ​ໃນ​ທົ່ວ​ປະ​ເທດ​ ​ສາມາດເຂົ້າເຖິງການປິ່ນປົວ ແລະ ການບໍລິການ​ດ້ານ​ສຸຂະພາບອື່ນໆ ​ໃນ​ໄລຍະທີ່ມີການແຜ່ລະບາດຂອງພະຍາດ​ໂຄ​ວິດ-19 ສະຫະພາບ​ເອີ​ຣົບ ພ້ອມ​ກັບ​ບັນດາ​ປະ​ເທດ ຕ່າງໆ ​ຢູ່ທະວີບ​ເອີ​ຣົບ ຈະສືບຕໍ່ປະຕິບັດ​ຄຳ​ໝັ້ນ​ສັນຍາໃນການ​ສະໜັບສະໜູນ ສປປ ລາວ ໃຫ້​ມີຄວາມເຂັ້ມ​ແຂງຂຶ້ນນັບມື້. Share:FacebookTwitter
EU ສະໜັບສະໜູນ ເຄື່ອງອະເຊື້ອອຸປະກອນການແພດ ແລະ ການຝຶກອົບຮົມເພື່ອຍົກສູງການປ້ອງກັນດ້ານສຸຂະພາບ
https://v2.vientianemai.net/archives/55555
ສາ​ມາດ​ເຂົ້າ​ເຖິງ​ຊາວ​ໜຸ່ມ​ຫຼາຍ​ກວ່າ 39 ລ້ານ ຄົນ​ໃນ​ທົ່ວ​ອາ​ຊຽນ​ໂດຍ​ແຄມ​ເປນ​ດິ​ຈິ​ຕອນ​ທີ່​ເປັນ​ນະ​ວັດ​ຕະ​ກຳ​ໃໝ່, ທີ່​ຊີ້​ນຳ​ນຳ​ພາ​ໂດຍ​ອົງ​ການ​ຮ່ວມ​ມື​ຫຼາຍ​ຂະ​ແໜງ​ການ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ 28 ອົງ​ການ​ປະ​ຊາ​ຄົມ, ວິ​ສາ​ຫະ​ກິດ, ສະ​ມາ​ຄົມ ແລະ ລັດ​ຖະ​ບານ.       ວັນ​ທີ 17 ກຸມ​ພາ 2023 – ນະ​ຄອນ​ຫຼວງ​ວຽງ​ຈັນ – ຄົນ​ລຸ້ນ​ຕໍ່​ໄປ​ຈະ​ເຕົ້າ​ໂຮມ​ກັນ​ເພື່ອ​ປົກ​ປ້ອງ​ໂລກ​ຂອງ​ພວກ​ເຮົາ, ຜູ້​ຄົນ​ໃນ​ໂລກ ແລະ ອະ​ນາ​ຄົດ​ຂອງ​ເຂົາ​ເຈົ້າ. ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເພື່ອ​ຫຼຸດ​ຜ່ອນ​ການ​ເສຍ​ຊີ​ວິດ ແລະ ບາດ​ເຈັບ​ໃນ​ການ​ສັນ​ຈອນ​ຕາມ​ທ້ອງ​ຖະ​ໜົນ​ໃຫ້​ໄດ້ 50% ໃນ​ປີ 2030, ຊາວ​ໜຸ່ມ​ຕ້ອງ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ແກ້​ໄຂ​ບັນ​ຫາ.       ທ່ານ​ຮູ້​ບໍ່: ໃນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ອຸ​ປະ​ຕິ​ເຫດ​ທາງ​ຖະ​ໜົນ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 2,000 ຄົນ​ໃນ​ແຕ່​ລະ​ມື້.       ທ່ານ​ຮູ້​ບໍ່: ຢູ່​ໃນ​ປະ​ເທດ​ລາວ, 22% ຂອງ​ການ​ບາດ​ເຈັບ​ຈາກ​ອຸ​ປະ​ຕິ​ເຫດ​ທາງ​ຖະ​ໜົນ​ຂອງ​ຜູ້​ຊາຍ ແລະ 32% ຂອງ​ການ​ບາດ​ເຈັບ​ຈາກ​ອຸ​ປະ​ຕິ​ເຫດ​ທາງ​ຖະ​ໜົນ​ຂອງ​ຜູ້​ຍິງ​ແມ່ນ​ມີ​ສາ​ເຫດ​ມາ​ຈາກ​ເຫຼົ້າ.      ທ່ານ​ຮູ້​ບໍ່: ຈາກ​ຂໍ້​ມູນ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ, 50% ຂອງ​ການ​ເສຍ​ຊີ​ວິດ​ຈາກ​ການ​ສັນ​ຈອນ​ຕາມ​ຖະ​ໜົນ​ໃນ​ລາວ​ແມ່ນ​ກ່ຽວ​ຂ້ອງ​ກັບ​ເຫຼົ້າ.       ລາຍ​ງານ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ​ເປີດ​ເຜີຍ​ວ່າ: ການ​ບາດ​ເຈັບ​ຈາກ​ການ​ສັນ​ຈອນ​ຕາມ​ທ້ອງ​ຖະ​ໜົນ​ເປັນ​ສາ​ເຫດ​ອັນ​ດັບ​ຕົ້ນໆ​ຂອງ​ການ​ເສຍ​ຊີ​ວິດ​ຂອງ​ຄົນ​ອາ​ຍຸ​ລະ​ຫວ່າງ 5-29 ປີ. ມັນ​ແມ່ນ “ການ​ລະ​ບາດ​ທີ່​ງຽບໆ” ທີ່​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ມາ​ຫຼາຍ​ສິບ​ປີ. ແຕ່​ອຸ​ປະ​ຕິ​ເຫດ​ທາງ​ຖະ​ໜົນ​ແມ່ນ​ບໍ່​ສາ​ມາດ​ຫຼີກ​ລ້ຽງ​ໄດ້; ແຕ່ ສາ​ມາດ​ປ້ອງ​ກັນ​ໄດ້​ສູງ.       ຊາວ​ໜຸ່ມ – ເຊິ່ງ​ມີ​ປະ​ມານ​ໜຶ່ງ​ສ່ວນ​ຫ້າ​ຂອງ​ຈຳ​ນວນ​ປະ​ຊາ​ກອນ – ປັດ​ຈຸ​ບັນ​ເປັນ​ຜູ້​ໃຊ້​ຖະ​ໜົນ​ຫົນ​ທາງ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ນີ້​ຍັງ​ໝາຍ​ຄວາມ​ອີກ​ວ່າ ຊາວ​ໜຸ່ມ​ມີ​ພະ​ລັງ​ໃນ​ການ​ເຮັດ​ໃຫ້​ຖະ​ໜົນ​ຫົນ​ທາງ​ມີ​ຄວາມ​ປອດ​ໄພ​ປັດ​ໄຈ​ທີ່​ສ​ໍ​າ​ຄັນ​ແມ່ນ​ການ​ແກ້​ໄຂ​ການ​ດື່ມ​ແລ້ວ​ຂັບ. ໃນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ຜູ້​ໃຫຍ່​ໄວ​ໜຸ່ມ​ມີ​ຄວາມ​ສ່ຽງ​ສູງ​ສຸດ​ຕໍ່​ການ​ດື່ມ​ເຫຼົ້າ​ແລ້ວ​ຂັບ ໂດຍ​ມີ​ການ​ດື່ມ​ແລ້ວ​ຂັບ​ຫຼາຍ​ກວ່າ​ປະ​ຊາ​ກອນ​ທົ່ວ​ໄປ​ເຖິງ 6 ເທົ່າ.           ທວງ​ພະ​ລັງ​ຂອງ​ທ່ານ​ຄືນ​ມາ​ເພື່ອ ເວົ້າ​ວ່າ “ບໍ່” ຕໍ່​ການ​ດື່ມ​ເຫຼົ້າ​ແລ້ວ​ຂັບ ແຄມ​ເປນ​ປູກ​ຈິ​ດ​ສ​ໍ​າ​ນຶກ​ແກ່​ສາ​ທາ​ລະ​ນະ “ພະ​ລັງ​ຂອງ​ຄຳ​ວ່າ​ບໍ່” ໄດ້​ເປີດ​ຕົວ​ໃນ​ເດືອນ​ກຸມ​ພາ ປີ 2022 ເພື່​ອ​ດ​ໍ​າ​ເນີນ​ການ. ຈາກ​ການ​ເວົ້າ​ວ່າ “ບໍ່” ຕໍ່​ການ​ດື່ມ​ແລ້ວ​ຂັບ, ໄວ​ໜຸ່ມ​ສາ​ມາດ​ຮັກ​ສາ​ຕົນ​ເອງ​ໃຫ້​ປອດ​ໄພ, ປົກ​ປ້ອງ​ຄົນ​ທີ່​ຕົນ​ເອງ​ຮັກ, ປັບ​ປຸງ​ຄວາມ​ປອດ​ໄພ ແລະ ໂອ​ກາດ​ໃນ​ຊຸມ​ຊົນ​ຂອງ​ເຂົາ​ເຈົ້າ. ໜ່ວຍ​ກູ້​ໄພ ນະ​ຄອນ​ຫຼວງ​ວຽງ​ຈັນ 1623 ແລະ ກຸ່ມ​ບໍ່​ລິ​ສັດ RDK ໂດຍ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ ສະ​ຖານ​ທູດ​ອັງ​ກິດ ປະ​ຈຳ​ນະ​ຄອນ​ຫຼວງ​ວຽງ​ຈັນ ແລະ ຄູ່​ຮ່ວມ​ມື​ຈັດ​ຕັ້ງ​ປະ​ຕິ​ບັດ​ຮ່ວມ​ກັບ ສະ​ມາ​ຄົມ​ລົດ​ຍົນ​ແຫ່ງ​ປະ​ເທດ​ຫວຽດ​ນາມ (AAV), ໄດ້​ຮ່ວມ​ກັນ​ສຶກ​ສາ​ອົບ​ຮົມ​ຊາວ​ໜຸ່ມ​ກ່ຽວ​ກັບ​ໄພ​ອັນ​ຕະ​ລາຍ​ທີ່​ອາດ​ເກີດ​ຈາກ​ການ​ດື່ມ​ເຫຼົ້າ​ແລ້ວ​ຂັບ.  ແຄມ​ເປນ​ແມ່ນ​ໄດ້​ຮັບ​ການ​ສະ​ຫນັບ​ສະ​ໜູນ​ໂດຍ ພັນ​ທະ​ມິດ​ຜູ້​ຄ້າ​ເຫຼົ້າ ແລະ ເຫຼົ້າ​ແວງ​ສາ​ກົນ​ໃນ​ພາກ​ພື້ນ​ອາ​ຊີ​-​ປາ​ຊີ​ຟິກ (APISWA) ແລະ ອົງ​ການ​ສ້າງ​ສັນ Orès, ໂດຍ​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ສະ​ຖາ​ບັນ​ການ​ຝຶກ​ອົບ​ຮົມ ແລະ​ການ​ຄົ້ນ​ຄວ້າ​ຂອງ​ສະ​ຫະ​ປະ​ຊາ​ຊາດ (UNITAR),  ສະ​ພາ​ທຸ​ລະ​ກິດ​ສະ​ຫະ​ລັ​ດ​-​ອາ​ຊຽນ (US-ABC) ແລະ ສະ​ພາ​ທຸ​ລະ​ກິດ​ອີ​ຢູ​-​ອາ​ຊຽນ (EU-ABC).      “ພະ​ລັງ​ຂອງ​ຄຳ​ວ່າ​ບໍ່” ມຸ່ງ​ເປົ້າ​ໄປ​ທີ່​ໄວ​ໜຸ່ມ​ອາ​ຍຸ 18-30 ປີ​ໃນ​ຫົກ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ຄື: ກຳ​ປູ​ເຈຍ, ລາວ, ມາ​ເລ​ເຊຍ, ຟີ​ລິບ​ປິນ, ໄທ ແລະ ຫວຽດ​ນາມ. ມັນ​ເປັນ​ກາ​ນ​ນ​ໍ​າ​ເອົາ​ຄູ່​ຮ່ວມ​ງານ​ສາ​ກົນ​ຫຼາຍ​ກວ່າ 20 ຄູ່​ຮ່ວມ​ງານ​ທີ່​ເປັນ​ຕົວ​ແທນ​ຂອງ​ລັດ​ຖະ​ບານ, ອົງ​ການ​ຈັດ​ຕັ້ງ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ, ອົງ​ການ​ຈັດ​ຕັ້ງ​ເອ​ກະ​ຊົນ ແລະ ຊຸມ​ຊົນ ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ໄວ​ໜຸ່ມ ແລະ ສົ່ງ​ເສີມ​ການ​ປ່ຽນ​ແປງ​ພຶດ​ຕິ​ກ​ໍ​າ​ໃນ​ເວ​ລາ​ດື່ມ​ເຫຼົ້າ​ແລ້ວ​ຂັບ.        ສຳ​ລັບ​ປີ​ທີ່​ຜ່ານ​ມາ, ແຄມ​ເປນ “ພະ​ລັງ​ຂອງ​ຄຳ​ວ່າ​ບໍ່” ທີ່​ເປັນ​ພື້ນ​ຖານ​ໄດ້​ເຜີຍ​ແຜ່​ຈິດ​ສຳ​ນຶກ​ໃຫ້​ແກ່​ໄວ​ໜຸ່ມ 39 ລ້ານ ຄົນ​ໂດຍ​ຜ່ານ​ວິ​ດີ​ໂອ, ຮູບ​ພາບ​ທີ່​ໜ້າ​ຈັບ​ຕາ, ວິ​ດີ​ໂອ​ການ​ຄ້າ ແລະ ຂໍ້​ເທັດ​ຈິງ​ທີ່​ສ​ໍ​າ​ຄັນ ເພື່ອ​ໃຫ້​ໄດ້​ຮັບ​ຄວາມ​ຮູ້​ທີ່​ດີ​ຂື້ນ​ກ່ຽວ​ກັບ​ການ​ດື່ມ​ແລ້ວ​ຂັບ. ໃນເດືອນ​ກັນ​ຍາ ປີ 2022, ແຄມ​ເປນ​ດັ່ງ​ກ່າວ​ໄດ້​ດຳ​ເນີນ ການ​ປະ​ກວດ​ຮູບ​ພາບ​ລະ​ດັບ​ສາ​ກົນ ດ້ວຍ​ຫົວ​ຂໍ້​ວ່າ “ໝູ່​ບໍ່​ປ່ອຍ​ໃຫ້​ໝູ່​ເມົາ​ແລ້ວ​ຂັບ”.       ການ​ປະ​ກວດ​ນີ້​ໄດ້​ຊຸກ​ຍູ້​ໃຫ້​ກຸ່ມ​ໝູ່​ເພື່ອນ​ເຮັດ​ວຽກ​ຮ່ວມ​ກັນ​ເພື່ອ​ຢຸດ​ຕິ​ການ​ດື່ມ​ແລ້ວ​ຂັບ ແລະ ເຮັດ​ໃຫ້​ຜູ້​ເຂົ້າ​ແຂ່ງ​ຂັນ​ຄິດ​ຢ່າງ​ມີ​ວິ​ຈາ​ລະ​ນາ​ຍານ​ວ່າ​ເຂົາ​ເຈົ້າ​ຈະ​ປະ​ຕິ​ບັດ​ແນວ​ໃດ​ໃນ​ຄັ້ງ​ຕໍ່​ໄປ​ເມື່ອ​ເຫັນ​ໝູ່​ເມົາ​ແລ້ວ​ໄປ​ເອົາ​ກະ​ແຈ. ການ​ປະ​ກວດ​ນີ້​ໄດ້​ເຂົ້າ​ເຖິງ ໄວ​ໜຸ່ມ​ຫຼາຍ​ກວ່າ 7 ລ້ານ​ຄົນ ພ້ອມ​ໄດ້​ຮັບ​ຫຼາຍ​ກວ່າ 450,000 ‘ການ​ຖືກ​ໃຈ’, ‘ຄຳ​ຄິດ​ເຫັນ’ ແລະ ‘ແບ່ງ​ປັນ’ ໃນ​ຊ່ວງ​ສອງ​ເດືອນ​ໃນ Facebook, Instagram, Tik Tok ແລະ PartiPost. ໃນ​ການ​ເຂົ້າ​ຮ່ວມ, ໄວ​ໜຸ່ມ​ໄດ້​ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ວິ​ທີ​ການ​ເຮັດ​ວຽກ​ໃນ​ຮ່າງ​ກາຍ​ຂອງ​ເຫຼົ້າ, ເຂົ້າ​ໃຈ​ເຖິງ​ພັນ​ທະ​ທາງ​ດ້ານ​ກົດ​ໝາຍ ແລະ ລອງ​ໃຊ້​ຄ​ໍ​າ​ແນະ​ນ​ໍ​າ​ທີ່​ເປັນ​ປະ​ໂຫຍດ​ເພື່ອ​ຫຼີກ​ເວັ້ນ​ການ​ດື່ມ​ແລ້ວ​ຂັບ.        ມໍ​ລະ​ດົກ​ຂອງ​ແຄມ​ເປນ “ພະ​ລັງ​ຂອງ​ຄຳ​ວ່າ​ບ​” ສຽງ​ຂອງ​ໄວ​ໜຸ່ມ​ແມ່ນ​ພາ​ຫະ​ນະ​ທີ່​ມີ​ພະ​ລັງ​ທີ່​ສຸດ​ຕໍ່​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫຼວງ. ໂດຍ​ຜ່ານ​ການ​ມີ​ສ່ວນ​ຮ່ວມ​ທາງ​ດ້ານ​ດິ​ຈິ​ຕອນ​ທີ່​ມີ​ປະ​ສິດ​ຕິ​ພາບ, ໄວ​ໜຸ່ມ​ບໍ່​ພຽງ​ແຕ່​ແບ່ງ​ປັນ​ວິ​ດີ​ໂອ​ໂຄ​ສະ​ນາ ແລະ ຮູບ​ພາບ​ຂອງ​ແຄມ​ເປນ​ໃນ​ສື່​ສັງ​ຄົມ​ເທົ່າ​ນັ້ນ, ແຕ່​ຍັງ​ແບ່ງ​ປັນ​ເລື່ອງ​ສ່ວນ​ຕົວ ແລະ ທັດ​ສະ​ນະ​ສ່ວນ​ຕົວ​ຂອງ​ເຂົາ​ເຈົ້າ​ລົງ​ໃນ​ເພ​ຈ​ຕ່າງໆ​ຂອງ​ແຄມ​ເປນ​ອີກ​ດ້ວຍ. ຄວາມ​ກະ​ຕື​ລື​ລົ້ນ, ຄວາມ​ຄິດ​ສ້າງ​ສັນ ແລະ ຄວາມ​ປາ​ຖະ​ໜາ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ຮັກ​ສາ​ຊຸມ​ຊົນ​ຂອງ​ເຂົາ​ເຈົ້າ​ໃຫ້​ປອດ​ໄພ​ແມ່ນ​ຈຸດ​ເດັ່ນ​ຂອງ​ຂໍ້​ລິ​ເລີ່ມ “ພະ​ລັງ​ຂອງ​ຄຳ​ວ່າ​ບ​ໍ​ໍ​່”.        ແຄມ​ເປນ “ພະ​ລັງ​ຂອງ​ຄຳ​ວ່າ​ບ​” ແມ່ນ​ເປັນ​ເອ​ກະ​ລັກ​ລະ​ຫວ່າງ​ການ​ໂຄ​ສະ​ນາ​ການ​ດື່ມ​ແລ້ວ​ຂັບ ເນື່ອງ​ຈາກ​ມີ​ພັນ​ທະ​ມິດ​ຂະ​ໜາດ​ໃຫຍ່​ຂອງ​ບັນ​ດາ​ຄູ່​ຮ່ວມ​ງານ​ລະ​ດັບ​ສາ​ກົນ, ລະ​ດັບ​ພາກ​ພື້ນ ແລະ ລະ​ດັບ​ທ້ອງ​ຖິ່ນ. ທ່ານ Greig Craft, ປະ​ທານ​ສະ​ມາ​ຄົມ AA ຂອງ​ຫວຽດ​ນາມ ແລະ FIA ພາກ​ພື້ນ II (ອາ​ຊີ ປາ​ຊີ​ຟິກ) ໃຫ້​ຮູ້​ວ່າ, “ມັນ​ເປັນ​ເລື່ອງ​ຍາ​ກ​ສໍາ​ລັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ຈາກ​ຫຼາຍ​ຂະ​ແໜງ​ການ ແລະ ພື້ນ​ຫຼັງ​ທີ່​ແຕກ​ຕ່າງ​ກັນ​ທີ່​ຈະ​ມາ​ລວມ​ຕົວ​ກັນ, ແຕ່​ພວກ​ເຮົາ​ທຸກ​ຄົນ​ມີ​ແຮງ​ບັນ​ດານ​ໃຈ​ຢ່າງ​ເລິກ​ເຊິ່ງ​ຈາກ​ຈຸດ​ປະ​ສົງ​ລວມ​ຕົວ​ກັບ​ຂອງ​ພວກ​ເຮົາ​ຄື: ເພື່ອ​ໃຫ່​ໄວ​ໜຸ່ມ​ປອດ​ໄພ​ໃນ​ຖະ​ໜົນ. ໄວ​ໜຸ່ມ​ສະ​ໄໝ​ນີ້ ມີ​ທ່າ​ແຮງ​ອັນ​ໃຫຍ່​ຫຼວງ​ໃນ​ກາ​ນ​ກ​ໍ​າ​ນົດ​ຮູບ​ແບບ​ຊຸມ​ຊົນ​ຂອງ​ເຂົາ​ເຈົ້າ ແລະ ປ້ອງ​ກັນ​ການ​ເກີດ​ອຸ​ປະ​ຕິ​ເຫດ​ຕາມ​ທ້ອງ​ຖະ​ໜົນ. ພວກ​ເຮົາ​ມີ​ຄວາມ​ພາກ​ພູມ​ໃຈ​ທີ່​ໄດ້​ເຂົ້າ​ຮ່ວມ​ໃນ​ແຄມ​ເປນ​ນີ້​ເພື່ອ​ສ້າງ​ແຮງ​ບັນ​ດານ​ໃຈ​ໃຫ້​ມີ​ການ​ປ່ຽນ​ແປງ​ພາຍ​ໃນ​ຊຸມ​ຊົນ​ທ້ອງ​ຖິ່ນ​ທົ່ວ​ອາ​ຊີ​ປາ​ຊີ​ຟິກ.”         ທ່ານ Vijay Subramaniam ປະ​ທານ APISWA, ເຊິ່ງ​ທັງ​ເປັນ​ປະ​ທານ​ປະ​ຈຳ​ພາກ​ພື້ນ, ອາ​ຊີ, ຕາ​ເວັນ​ອອກ​ກາງ ແລະ ອາ​ຟຣິກ​ກາ ແລະ ຕົວ​ແທນ​ຈຳ​ໜ່າຍ​ດ້ານ​ການ​ທ່ອງ​ທ່ຽວ​ທົ່ວ​ໂລກ​ທີ່ Bacardi ອີກ​ດ້ວຍ ໄດ້​ກ່າວ​ວ່າ “ພວກ​ເຮົາ​ຮູ້​ສຶກ​ເປັນ​ກຽດ​ທີ່​ໄດ້​ເປັນ​ສ້ວນ​ໜຶ່ງ​ຂອງ​ກຸ່ມ​ພັນ​ທະ​ມິດ​ຂະ​ໜາດ​ໃຫ່​ຍ ແລະ ກ​້​ວາງ​ຂວາງ​ທີ່​ມີ​ເປົ້າ​ໝາຍ​ໜຶ່ງ​ດຽວ​ໃນ​ການ​ປ່ຽນ​ແປງ​ພຶດ​ຕິ​ກ​ໍ​າ ແລະ ໃຫ້​ສິດ​ທິ​ແກ່​ໄວ​ໜຸ່ມ​ໃນ​ການ​ສ້າງ​ອາ​ນາ​ຄົດ​ທີ່​ດີ ແລະ ປອດ​ໄພ​ຍິ່ງ​ຂຶ້​ນ​ສ​ໍ​າ​ລັບ​ຕົນ​ເອງ ແລະ ຜູ້​ອື່ນໆ”. ແຄມ​ເປນ “ພະ​ລັງ​ຂອງ​ຄຳ​ວ່າ​ບ​ໍ​ໍ​່” ສະ​ແດງ​ໃຫ້​ເຫັນ​ເຖິງ​ພະ​ລັງ​ຂອງ​ການ​ຮ່ວມ​ມື ແລະ ຜົນ​ກະ​ທົບ​ໃນ​ການ​ແກ້​ໄຂ​ບັນ​ຫາ​ຮ່ວມ​ກັນ​ສາ​ມາດ​ສະ​ໜັບ​ສະ​ໜູນ​ວາ​ລະ​ສາ​ກົນ​ໂດຍ​ລວມ​ເພື່ອ​ຫຼຸດ​ຜ່ອນ​ການ​ເສຍ​ຊີ​ວິດ ແລະ ການ​ບາດ​ເຈັບ​ຈາກ​ການ​ຈະ​ລາ​ຈອນ​ຕາມ​ຖະ​ໜົນ.”         ໂດຍ​ການ​ແຜ່​ຂະ​ຫຍາຍ​ຈິດ​ສຳ​ນຶກ ແລະ ການ​ສ້າງ​ແຮງ​ບັນ​ດານ​ໃຈ​ໃຫ້​ແກ່​ໄວ​ໜຸ່ມ, ທິມ​ງານ​ຂອງ​ແຄມ​ເປນ​ຫວັງ​ວ່າ ເຂົາ​ເຈົ້າ​ຈະ​ມີ​ອິດ​ທິ​ພົນ​ໃຫ້​ແກ່​ຄອບ​ຄົວ ແລະ ໝູ່​ຂອງ​ຕົນ​ໃຫ້​ເປັນ​ຜູ້​ຂັບ​ເຄື່ອນ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ ແລະ ເບິ່ງ​ແຍງ​ດູ​ແລ​ເຊິ່ງ​ກັນ ແລະ ກັ​ນ​ສ​ໍ​າ​ລັບ​ຄົນ​ລຸ້ນ​ຕໍ່ໆ​ໄປ. Share:FacebookTwitter
ສະເຫຼີມສະຫຼອງຄົບຮອບໜຶ່ງປີຂອງແຄມເປນ “ພະລັງຂອງຄຳວ່າບໍ່” ເພື່ອຕ້ານການດື່ມແລ້ວຂັບສຳລັບຊາວໜຸ່ມໃນລາວ.
https://v2.vientianemai.net/archives/55559
ຖືວ່າເປັນບາດກ້າວໃໝ່ສໍາລັບຜະລິດຕະພັນລາວ ທີ່ຈະໄດ້ເພີ່ມຊອງທາງໃນການຂະຫຍາຍຕະຫຼາດທັງພາຍໃນ ແລະ ຕ່າງປະເທດ ແລະ ມີຄວາມສະດວກສະບາຍໃນການຊື້ຂາຍສິນຄ້າໃນຮູບແບບອອນລາຍດ້ວຍ ແອັບ (Made in Laos e-MarketPlace) ພັດທະນາໂດຍ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ບໍລິສັດ ອາໂລເອກສ໌ ຈໍາກັດ.     ການພັດທະນາໃນຄັ້ງນີ້ ເພື່ອແນ່ໃສ່ການສົ່ງເສີມຜູ້ປະກອບການ ຂະໜາດນ້ອຍ ຂະໜາດກາງ ແລະ ຂະໜາດໃຫຍ່ ໃຫ້ມີລະບົບການຊື້-ການຂາຍຜະລິດຕະພັນ ທີ່ສາມາດບໍລິການໄດ້ຄົບວົງຈອນ ເຊິ່ງລວມມີການເຊື່ອມຕໍ່ລະບົບຊໍາລະ ແລະ ລະບົບຄຸ້ມຄອງການຂົນສົ່ງທີ່ທັນສະໄໝ ໃຫ້ສາມາດເຊື່ອມຈອດກັບຕະ ຫຼາດພາຍໃນ ແລະ ສາກົນໄດ້ງ່າຍຂຶ້ນ ຍັງເປັນການເປີດໂອກາດ ໃຫ້ຜູ້ປະກອບການໃນທົ່ວປະເທດ ຊອກຫາຄູ່ຄ້າ ແລະ ເປັນບ່ອນໂຄສະນາໃຫ້ຜະລິດຕະພັນຂອງຕົນ ໃຫ້ແກ່ຜູ້ບໍລິໂພກ ທັງໃນ ສປປ ລາວ ແລະ ສາກົນອີກດ້ວຍ.        ແອັບ “Made In Laos e-Marketplace” ແມ່ນສາມາດດາວໂຫຼດໄດ້ແລ້ວທາງລະບົບ ios ແລະ android  ໃນແອັບດັ່ງກ່າວ ສາມາດຂາຍຜະລິດຕະພັນ ແລະ ຊື້ສິນຄ້າໄດ້ ການສຳລະຄ່າສິນຄ້າແມ່ນມີຄວາມສະດວກສະບາຍ ແລະ ປອດໄພ  ສຳລັບຂັ້ນຕອນການສະໝັກໃຊ້ງານແມ່ນສະດວກສະບາຍ ພາຍໃນແອັບຈະໄດ້ລວບລວມເອົາບັດດາສິນຄ້າທຸກຂະແໜງການ ເຊັ່ນ: ອາຫານ ເຄື່ອງດື່ມ ເສື້ອຜ້າເຄື່ອງແຕ່ງກາຍ ເຄື່ອງໃຊ້ ອັນຍະມະນີ ສິນຄ້າກະສິກໍາ ຫັດຖະກໍາ ອຸດສາຫະກໍາ ສິນຄ້າດິຈິຕ໋ອນ ແລະ ສິນຄ້າອື່ນໆທີ່ກ່ຽວຂ້ອງ ນອກນັ້ນທ່ານຈະສາມາດເຫັນໄດ້ຜະລິດຕະພັນຂອງຜູ້ຜະລິດຊາວລາວ ໃນທົ່ວປະເທດ ແລະ ສາມາດຈັບຈ່າຍ ທີ່ມີຄວາມສະດວກ ແລະ ງ່າຍດາຍຂຶ້ນ.     ສໍາລັບຜູ້ປະກອບການທ່ານໄດສົນໃຈ ແອັບ (Made in Laos e-MarketPlace)”  ຈະເປັນອີກຊ່ອງທາງໜື່ງໃຫ້ແກ່ຜູ້ປະກອບການ ສາມາດຂະຫຍາຍການຂາຍຜ່ານລະບົບອອນລາຍ (Platform e-Marketplace) ໃຫ້ລູກຄ້າທັງພາຍໃນ ແລະ ຕ່າງປະເທດ ສາມາດດາວໂຫຼດ android : https://play.google.com/store/apps/details… ios: https://apps.apple.com/th/app/made-in-laos/id1665353645?l=th      ງານດັ່ງກ່າວຈັດຂື້ນໃນວັນທີ 17 ກຸມພາ 2023 ທີ່ສູນການຄ້າ ລາວໄອເຕັກ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. Share:FacebookTwitter
ເປີດໂຕ ແອັບ (Made in Laos e-MarketPlace) ແພັດຟອມ ລະບົບຊື້ຂາຍ ຕະຫຼາດອອນລາຍ ຜະລິດຕະພັນລາວ
https://v2.vientianemai.net/archives/55566
ການແຂ່ງຂັນກີລາ ເປຕັງທົ່ວປະເທດ ຄັ້ງທີ XII ຊີງຂັນທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ທີ່ແຂວງຄຳມ່ວນ ເປັນ ເຈົ້າພາບ ໄດ້ສຳເລັດລົງ ໃນວັນທີ 18 ກຸມພາ 2023 ທີ່ສະໜາມກີລາແຂວງຄຳມ່ວນ ໂດຍການເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ບັນ​ດາ​ພາກ​ສ່ວນ​ກ່ຽວ​ຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ. ສຳ​ລັບຜົນ​ການ​ແຂ່ງ​ຂັນ​ປະ​ກົດ​ວ່າ: ຄູ່ຍິງທົ່ວໄປ ຊະ​ນະ​ເລີດ ໄດ້ແກ່ ກະຊວງສຶກສາທິການ ແລະ ​ກີລາ ຮອງຊະນະເລີດໄດ້ແກ່ ແຂວງສາລະວັນ ອັນດັບ 3 ຮ່ວມໄດ້ແກ່ ແຂວງວຽງຈັນ ແລະ ກະຊວງປ້ອງກັນຄວາມສະຫງົບ ຄູ່ຊາຍທົ່ວໄປ ຊະນະເລີດ ໄດ້ ແກ່ ແຂວງວຽງຈັນ ອັນດັບ 2 ໄດ້ແກ່ ອົງການໄອຍະການປະຊາຊົນແຂວງຄໍາມ່ວນ ອັນດັບ 3 ຮ່ວມໄດ້ແກ່ ສະໂມສອນໂຮງ ງານນໍ້າດື່ມເຮືອງອານົງ ແຂວງບໍລິຄຳໄຊ ແລະ ພະແນກກະສິກຳ-ປ່າໄມ້ ແຂວງຄຳມ່ວນ ທີມຊຸດ 2 ຊາຍ 1 ຍິງ ຊະ​ນະ​ເລີດ ໄດ້ແກ່ ແຂວງວຽງຈັນ ອັນດັບ 2 ໄດ້ແກ່ ກະຊວງປ້ອງກັນຄວາມສະຫງົບ ອັນດັບ 3 ຮ່ວມໄດ້ແກ່ ແຂວງຫລວງນໍ້າທາ ແລະ ແຂວງເຊກອງ ທີມຄູ່ປະສົມທົ່ວໄປ ຊະ​ນະ​ເລີດໄດ້ແກ່ ສະໂມສອນບໍລິສັດພອນສະຫວັນ 3 ອັນດັບ 2 ໄດ້ແກ່ ແຂວງວຽງຈັນ ອັນດັບ 3 ຮ່ວມໄດ້ແກ່ ກະຊວງປ້ອງກັນຄວາມສະຫງົບ 5 ແລະ ກອງບັນຊາການ ປກສ ແຂວງຄໍາມ່ວນ ດ່ຽວຊາຍທົ່ວໄປ ຊະ​ນະ​ເລີດໄດ້ແກ່ ສະໂມສອນນໍາໂຊກສະຫວັນນະເຂດ ອັນດັບ 2 ໄດ້ແກ່ ສະໂມສອນຈອນນີ້ສວນມັງກອນ ອັນດັບ 3 ຮ່ວມໄດ້ ແກ່ ແຂວງຄໍາມ່ວນ ແລະ ແຂວງເຊກອງ ດ່ຽວຍິງທົ່ວໄປ ຊະ​ນະ​ເລີດ ໄດ້ແກ່ ກະຊວງປ້ອງກັນຄວາມສະຫງົບ ອັນດັບ 2 ໄດ້ແກ່ ສະໂມສອນບໍລິສັດພອນສະຫວັນ 1 ອັນດັບ 3 ຮ່ວມໄດ້ແກ່ ແຂວງຄໍາມ່ວນ ແລະ ສະໂມສອນບໍລິສັດພອນສະຫວັນ 2 ທີມ ຊຸດຊາຍທົ່ວໄປ ຊະ​ນະ​ເລີດໄດ້ແກ່ ແຂວງວຽງຈັນ ອັນດັບ 2 ໄດ້ແກ່ ແຂວງຫຼວງນໍ້າທາ ອັນດັບ 3 ຮ່ວມໄດ້ແກ່ ແຂວງສາລະ ວັນ ແລະ ເມືອງຫີນບູນ ທີມຊຸດຍິງທົ່ວໄປ ຊະ​ນະ​ເລີດໄດ້ແກ່ ກະຊວງປ້ອງກັນຄວາມສະຫງົບ ອັນດັບ 2 ໄດ້ແກ່ ແຂວງວຽງ ຈັນ ອັນດັບ 3 ຮ່ວມໄດ້ແກ່ ສະພາປະຊາຊົນແຂວງຄຳມ່ວນ ແລະ ສະໂມສອນບໍລິສັດພອນສະຫວັນ ແລະ ຄູ່ຊາຍອາວຸໂສຮຸ່ນ 50 ປີ ​ຂຶ້ນໄປຊະ​ນະ​ເລີດໄດ້ແກ່ ກອງບັນຊາການ ປກສ ແຂວງ ຄໍາມ່ວນ ອັນດັບ 2 ໄດ້ແກ່ ແຂວງຫຼວງນໍ້າທາ ອັນດັບ 3 ຮ່ວມ ໄດ້ແກ່ ກອງບັນຊາການ ປກສ ແຂວງຄຳມ່ວນ ແລະ ແຂວງບໍລິຄຳໄຊ. ເປັນກຽດມອບຫຼຽນ ແລະ ຂັນລາງວັນ ໃນຄັ້ງນີ້ໂດຍ ທ່ານ ສອນໄຊ ສີພັນດອນ ແລະ ທ່ານນາຍົກລັດຖະມົນຕີ ຍັງໄດ້ກ່າວ ສະແດງຄວາມຄວາມຊົມເຊີຍມາຍັງ ແຂວງຄຳມ່ວນ ກະຊວງສຶກສາທິການ ແລະ ກີລາ ຕະຫຼອດຮອດພາກສ່ວນກ່ຽວຂ້ອງ ທີ່ໄດ້ສຸມທຸກກຳລັງເຫື່ອແຮງ ສະຕິປັນຍາ ດ້ວຍຄວາມຮັບຜິດຊອບສູງໃນການຫ້າງຫາກະກຽມ ແລະ ເປັນເຈົ້າພາບໃນຄັ້ງນີ້ ພິເສດ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈມາຍັງບັນດາບໍລິສັດ ລັດວິສາຫະກິດ ຫ້າງຮ້ານ ຕະຫຼອດປະຊາຊົນບັນດາ ເຜົ່າທີ່ໄດ້ໃຫ້ການສະໜັບສະໜູນ​ການ​ແຂ່ງ​ຂັນ​ຄັ້ງ​ນີ້ ຈົນ​ປະ​ສົບ​ຜົນ​ສຳ​ເລັດ​ຕາມ​ເປົ້າ​ຫມາຍ​ທີ່​ວາງ​ໄວ້. Share:FacebookTwitter
ສຳເລັດເປັນທີ່ຮຽບຮ້ອຍ ການແຂ່ງຂັນກິລາເປຕັງ ຊີງຂັນທ່ານນາຍົກລັດຖະມົນຕີ
https://v2.vientianemai.net/archives/55573
ກະຊວງແຜນການ ແລະ ການລົງທຶນ ຕາງ​ໜ້າ​ໃຫ້ ລັດຖະບານ ແຫ່ງ ສ​ປ​ປ ລາວ ລົງ​ນາມ​ກັບ ບໍລິສັດພັດທະນາລົງທຶນໄຟຟ້າ ລາວ-ຈີນຈໍາກັດ ໃນບົດບັນທຶກ (MOU) ເພື່ອສຶກສາຄວາມເປັນໄປໄດ້ ໃນການພັດທະນາໂຄງການ ສ້າງເຂດເສດຖະກິດໃໝ່ນິ ຄົມອຸດສາຫະກໍາໄຟຟ້າ ຢູ່ເຂດບ້ານໂພນມ່ວງ ແລະ ບ້ານຮ່ອງງົວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ. ໂຄງການ​ດັ່ງ​ກ່າວນີ້ ເປັນໂຄງການຂະໜາດໃຫຍ່ ກວມ​ເນື້ອ​ທີ່ 316 ເຮັກຕາ ພາຍຫຼັງສໍາເລັດການເປີດນໍາໃຊ້ທາງລົດໄຟ ລາວ -ຈີນ ເປັນ​ໂຄງ​ການ​ທີ່ສະແດງເຖິງການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ ເປັນສັນຍາລັກແຫ່ງການປັບປຸງໂຄງສ້າງດ້ານເສດຖະ ກິດຂອງ ສປປ ລາວ ໂດຍນໍາເອົາທ່າແຮງດ້ານຊັບພະຍາກອນພະ ລັງງານໄຟຟ້າ ຫັນເປັນທ່າແຮງດ້ານເສດຖະກິດ ເພີ່ມທະ ວີກໍ່ສ້າງອຸດສາຫະກໍາດ້ານພະລັງງານຂອງຊາດ ກໍຄື ຜະລິດຕະພັນທີ່ເປັນຍີ່ຫໍ້ສັນຍາລັກຂອງປະຊາຊົນລາວ ໂດຍມີການພັດ ທະນາດ້ານອຸດສາຫະກໍາ ວັດສະດຸອຸປະກອນໄຟຟ້າ ເພື່ອມາຊຸກຍູ້ການສ້າງວຽກເຮັດງານທໍາ ເພີ່ມລາຍຮັບອາກອນ ຜ່ານ ການສົ່ງອອກຂອງຜະລິດຕະພັນ ວັດສະດຸໄຟຟ້າຂອງຕົນເອງ ເພິ່ມລາຍຮັບຂອງເງິນຕາຕ່າງປະເທດ ປະກອບສ່ວນເຂົ້າໃນ ການຮັກສາຄວາມດຸ່ນດຽງດ້ານລາຍຮັບ-ລາຍຈ່າຍ. ປັດຈຸບັນນິຄົມອຸດສາຫະກໍາ ໄດ້ຮ່ວມກັບ 5 ບໍລິສັດວັດສະດຸດ້ານພະລັງງານຂະໜາດໃຫຍ່ຂອງ ສປ ຈີນ ໃນການເຊັນເອກະ ສານສະແດງເຈດຈໍານົງເຂົ້າມາລົງທຶນໃນນິຄົມ​ດັ່ງ​ກ່າວ​ນີ້ ເພື່ອລົງທຶນສ້າງຕັ້ງເປັນໂຄງ ການ ເຊິ່ງຈະເລີ່ມກໍ່ສ້າງພາຍໃນເດືອນ ມີນາ ແລະ ຈະເລີ່ມໃຫ້ໄດ້ດໍາເນີນການຜະລິດ ແລະ ດໍາເນີນກິດຈະກໍາກ່ອນເດືອນທັນວາ 2023 ເພື່ອເປັນການມອບຂອງ ຂວັນໃຫ້ແກ່ ສປປ ລາວ ໃນໄລຍະການເປັນປະທານອາຊຽນປີ 2024. ສຳ​ລັບພິ​ທີເຊັນ​ບົດ​ບັນ​ທຶກ ໂຄງ​ການ​ດັ່ງ​ກ່າວໄດ້​ມີ​ຂຶ້ນໃນວັນທີ 17 ກຸມພາ ​ຜ່ານ​ມາ ທີ່ກະຊວງແຜນການ ແລະ ການລົງທຶນ ລະ​ຫວ່າງ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ LIU YONG LONG ປະທານບໍລິສັດພັດທະນາລົງທຶນໄຟຟ້າ ລາວ-ຈີນ ຈໍາກັດ ໂດຍມີພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມເປັນ​ສັກ​ຂີ​ພິ​ຍານ. ຂ່າວ-ພາບ ໜັງ​ສື​ພິມ​ປະ​ຊາ​ຊົນ Share:FacebookTwitter
ກຽມສຶກສາຄວາມເປັນໄປໄດ້ ໂຄງການສ້າງເຂດເສດຖະກິດໃໝ່ ນິຄົມອຸດສາຫະກໍາໄຟຟ້າ
https://v2.vientianemai.net/archives/55576
ບຸນ​ຊ້າງ ຫຼື ມະຫະກໍາບຸນຊ້າງ ແຂວງໄຊຍະບູລີ ທີ່​ຈັດ​ຂຶ້ນ​ໃນ​ເດືອນ​ກຸ​ມ​ພາ​ຂອງ​ທຸກໆ​ປີ ເຊິ່ງ​ໃນ​ປີນີ້​ຈັດ​ຂຶ້ນ​ໃນ​ລະ​ຫວ່າງວັນ​ທີ 18-20 ກຸ​ມ​ພາ 2023 ເຊິ່ງງ​ານ​ບຸນ​ປີນີ້​ມີຫຼາຍ​ກິດ​ຈະ​ກຳ​ທີ່​ໜ້າ​ສົນ​ໃຈ ສິ່ງ​ສຳ​ຄັນ​ແມ່ນ​ກິດ​ຈະ​ກຳ​ຂອງ​ຊ້າງເຊັ່ນ: ຂະບວນຊ້າງ ເສິກ ຂະບວນຊ້າງທ່ອງທ່ຽວ ຂະບວນຊ້າງລໍາລຽງ ແລະ ອື່ນໆ ທີ່​ໃຊ້​ຊ້າງກວ່າ 75 ເຊືອກ ເຊິ່ງ​ລ້ວນ​ແລ້ວ​ເປັນ​ກ​ານ​ປະ​ກອບ​ສ່ວນ​ໃນ​ການ​ອະ​ນຸ​ລັດ​ຮັກ​ສ​າ​ຊ້າງ​ລາວ.   ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ປະທານຈັດງານມະຫະກໍາບຸນຊ້າງແຂວງໄຊຍະບູລີ ກ່າວວ່າ: ງານມະຫະ ກໍາບຸນຊ້າງ ໄດ້ຈັດຂຶ້ນໃນເດືອນກຸມພາຂອງທຸກໆປີ ແຕ່ມາຮອດປີ 2020-2022 ໄດ້ຢຸດເຊົາ ຍ້ອນການລະບາດຂອງພະຍາດ ໂຄວິດ-19 ມາຮອດປີ 2023 ນີ້ ສະພາບການລະບາດຂອງພະ ຍາດໂຄວິດ-19 ໄດ້ຫຼຸດຜ່ອນລົງ ແລະ ພວກເຮົາກໍໄດ້ສັກວັກ ຊິນປ້ອງກັນ ຈຶ່ງໄດ້ຕົກລົງຈັດງານມະຫະກໍາບຸນຊ້າງປະຈໍາປີ 2023 ຂຶ້ນເປັນຄັ້ງທີ 16 ທັງນີ້ ກໍເພື່ອເປັນການອະນຸລັກຮັກສາ ຊ້າງລາວ ເພາະຊ້າງເປັນມູນມໍລະດົກຂອງຊາດ ທັງເປັນມິ່ງ ຂວັນຄູ່ບ້ານຄູ່ເມືອງ ທັງເປັນການສືບຕໍ່ຮັກສາວັດທະນະທໍາຮີດ ຄອງປະເພນີອັນດີງາມ ແລະ ວິຖີການດໍາລົງຊີວິດ ຂອງປະຊາຊົນບັນດາເຜົ່າຂອງແຂວງໄຊຍະບູລີ ຕິດພັນກັບຊ້າງມາແຕ່ອະ ດີດຕະການ ໃຫ້ຢືນຍົງຄົງຕົວຄຽງຄູ່ກັບປະຊາຊົນເຮົາຕະຫລອດໄປ. ນອກນີ້ ຍັງເປັນການສົ່ງເສີມກິດຈະກໍາອະນຸລັກຊ້າງ ໃຫ້ຊ້າງຈໍານວນ 75 ​ເຊືອກ ທີ່ມາຈາກ ທົ່ວແຂວງໄດ້ພົບກັນປະສົມ ພັນກັນ ແລະ ກໍ່ໃຫ້ເກີດການສືບພັນໃນອະນາຄົດ ເປັນເວທີການສະແດງທັກສະຄວາມສາ ມາດໃນການຄວບຄຸ້ມຊ້າງ ຕໍ່ສາທາລະນະຊົນ ແລະ ຍັງເປັນບ່ອນແລກປ່ຽນບົດຮຽນຂອງຄວນຊ້າງ ເພື່ອສືບທອດອາຊີບລ້ຽງຊ້າງໃຫ້ຄົງຢູ່ຄູ່ຄູ່ກັບປວງ ຊົນລາວ ກໍຄື ຊາວແຂວງໄຊຍະບູລີຕະຫຼອດໄປ ພ້ອມທັງໃຫ້ປະຊາຊົນ ນັກທ່ອງທ່ຽວໄດ້ເຫັນການດໍາລົງຊີວິດຂອງຊ້າງ ຮູ້ບຸນຄຸນ ແລະ ຖືຄວາມສໍາຄັນຂອງຊ້າງທີ່ເຄີຍຢູ່ຄູ່ບ້ານຄູ່ເມືອງຕັ້ງແຕ່ອະດີດຈົນເຖິງປະຈຸບັນ. ສໍາລັບ ກິດຈະກໍາຫຼັກຂອງການຈັດງານໃນປີນີ້ ແມ່ນເນັ້ນໜັກກິດກໍາທີ່ຕິດພັນກັບຊ້າງ ແລະ ການອະນຸລັກຊ້າງ ໂດຍສະ ເພາະການສະແດງຂອງຊ້າງຄໍາຮູ້ ພ້ອມກັນນີ້ ໃນແຕ່ລະວັນຂອງໄລຍະການຈັດງານແມ່ນຈັດໃຫ້ມີກິດຈະກໍາຫຼາຍສີສັນ ເປັນຕົ້ນການຈັດວາງສະແດງສິນຄ້າຕະຫຼາດນັດເລີ່ມແຕ່ວັນທີ 13 ກຸມພາ 2023 ເປັນຕົ້ນມາ ມີສິນຄ້າໜຶ່ງເມືອງ ໜຶ່ງ ຜະລິດຕະພັນ ສິນຄ້າຜົນຜະລິດທາງດ້ານກະສິກໍາ ຫັດຖະກໍາ ແລະ ອຸດສາຫະກໍາປຸງແຕ່ງທີ່ເປັນທ່າແຮງ ແລະ ຜົນງານ ຂອງບັນດາ 11 ເມືອງ ພາຍໃນແຂວງໄຊຍະບູລີ ມີສິນຄ້ານະວັດ ຕະກໍາທີ່ຕິດພັນທາງດ້ານວິຊາການຂອງບາງພະແນກການ ຂອງແຂວງໄຊຍະບູລີ ຫົວໜ່ວຍທຸລະກິດຂອງພາກລັດ ເອກະຊົນທັງພາຍໃນ ແລະ ຕ່າງປະເທດ ແລະ ຕົວແທນຂອງຊາວ ບ້ານເຂົ້າຮ່ວມຈໍານວນ 280 ກວ່າຮ້ານ ເຊິ່ງມີມູນຄ່າສິນຄ້າປະມານ 8 ຕື້ກີບກວ່າ. ພິ​ເສດ​ໃນງານມະຫະກໍາບຸນຊ້າງ ຄັ້ງທີ 16 ປະຈຳປີ 2023 ເປັນກຽດເຂົ້າຮ່ວມໂດຍ ທ່ານ ໄຊສົມພອນ ພົມວິຫານ ປະທານ ສະພາແຫ່ງຊາດ ພ້ອມດ້ວຍພັນລະຍາ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມພັນລະຍາ ມີບັນດາການນໍາ ພັກ-ລັດ ທັງສູນກາງ ແລະ ແຂວງ ພ້ອມດ້ວຍມວນຊົນຊາວແຂວງໄຊຍະບູລີ ຕ່າງແຂວງ ແລະ ຕ່າງປະເທດ ເຂົ້າຮ່ວມຢ່າງຫລວງຫລາຍ. Share:FacebookTwitter
ບຸນຊ້າງ ອີກງານມະຫະກຳ ປະກອບສ່ວນອະນຸລັກຮັກສາຊ້າງລາວ
https://v2.vientianemai.net/archives/55582
ວັນທີ 16-18 ກຸມພາ 2023 ສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວພ້ອມຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ ສສ.ຫວຽດນາມ ໂດຍມີ ສະຫາຍ ເລ ມິງ ຮຶງ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກກອມມູນິດຫວຽດ ນາມ ພ້ອມຄະນະໃຫ້ກຽດຕ້ອນຮັບ. ການເຄື່ອນໄຫວຄັ້ງນີ້ຫ້ອງວ່າການສູນກາງພັກລາວ ແລະ ຫວຽດນາມ ໄດ້ພົບປະກັນສອງຝ່າຍ ເຊິ່ງໄດ້ແຈ້ງສະພາບການທີ່ພົ້ນເດັ່ນຂອງພັກ ແລະ ຂອງປະເທດຕົນກໍ່ຄືສະພາບການລວມຂອງສອງຫ້ອງວ່າການສູນກາງພັກໂດຍຫຍໍ້ ແລະ ພ້ອມກັນປຶກສາຫາລືແລກປ່ຽນບົດຮຽນ ຕີລາຄາການຮ່ວມມືຂອງສອງຫ້ອງວ່າ ການສູນກາງພັກໃນໄລຍະຜ່່ານມາ ແນໃສ່ຍົກລະດັບຄຸນນະພາບຂອງການເປັນເສນາທິການ ຮັບໃຊ້ການ ນໍາຂອງສອງພັກໃຫ້ມີບາດກ້າວໃໝ່ ພ້ອມນັ້ນຍັງໄດ້ມີການລົງນາມແຜນການຈັດຕັ້ງຜັນຂະຫຍາຍບົດບັນ ທຶກການຮ່ວມມືສອງຫ້ອງວ່າການສູນກາງພັກໄລຍະ 2021-2025 ເພື່ອຫັນບົດບັນທຶກຮ່ວມມືດັ່ງກ່າວເປັນແຜນງານ ໂຄງການ ແລະ ມາດຕະການຈັດຕັ້ງປະຕິບັດຕົວຈິງ ເປັນບ່ອນອີງໃຫ້ບັນດາກົມກອງທີ່ຂື້ນກັບຫ້ອງວ່າການສູນກາງພັກນຳໄປຈັດຕັ້ງ ແລະ ຜັນຂະຫຍາຍເຂົ້າໃນໜ້າທີຂອງຕົນໃຫ້ເກີດປະໂຫຍດສູງສຸດ. ໃນວັນດຽວກັນຄະນະຜູ້ແທນຂອງຫ້ອງວ່າການສູນກາງພັກ ຍັງໄດ້ເຂົ້າຢ້ຽມຄໍານັບ ສະຫາຍ ຫງຽນ ຟູ ຈ້ອງ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມເພື່ອລາຍງານຜົນສຳເລັດການພົບປະຂອງສອງຫ້ອງວ່າການສູນກາງພັກ ແລະຝາກຄຳຢ້ຽມຢາມຖາມຂ່າວ ຄໍາອວຍພອນຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ໃນໂອກາດທີ່ ສະຫາຍ ຫງຽນ ຟູ ຈ້ອງ ໄດ້ຮັບຫຼຽນກາລະນຶກສະມາຊິກພັກກອມມູນິດຫວຽດນາມຄົບຮອບ 55 ປີ ໃນໂອກາດດັ່ງກ່າວສະຫາຍເລຂາທິການໃຫຍ່ພັກກອມມູນິດຫວຽດ ນາມ ໄດ້ຊົມເຊີຍຜົນສຳເລັດໃນທຸກຂົງເຂດວຽກງານທີ່ ສປປ ລາວ ຍາດມາໄດ້ ພາຍຫຼັງ 2 ປີກວ່າແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະໄດ້ຢືນຢັນວ່າພັກ ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍຖືສຳຄັນສາຍພົວພັນພິເສດຜ່ອງໃສ ທີ່ເປັນທັງສະຫາຍ ແລະ ເປັນທັງອ້າຍນ້ອງ ອຸ້ມຊູຊ່ວຍເຫຼືອຊຶ່ງກັນ ແລະກັນ ໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ ພາລະ ກິດປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ ພ້ອມນັ້ນຍັງໄດ້ຕີລາຄາສູງຕໍ່ການພົວພັນຂອງສອງຫ້ອງວ່າການສູນກາງພັກໃນໄລຍະຜ່ານມາ ແລະ ເນັ້ນໜັກເຖິງພາລະບົດບາດ ຄວາມສໍາຄັນຂອງວຽກງານຫ້ອງວ່າການໃນການເປັນເສນາທິການຄົ້ນຄວ້າຍຸດທະສາດຮັບໃຊ້ຄະນະບໍລິຫານງານສູນກາງພັກ ກົມການເມືອງ ຄະນະເລຂາທິການສູນກາງພັກ ຜູ້ປະຈຳການຄະນະເລຂາ ແລະ ເລຂາທິການໃຫຍ່ໃນການນໍາພາຊີ້ນໍາວຽກງານຂອງທົ່ວພັກ. ນອກນີ້ຄະນະຜູ້ແທນຂອງຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ຍັງໄດ້ເຂົ້າຢ້ຽມຄໍານັບສະຫາຍ ດິງ ຕຽນ ຢຸ໊ງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ເລຂາພັກນະຄອນຫຼວງຮ່າໂນ້ຍ ແລະ ເຄື່ອນໄຫວຢ້ຽມຢາມພື້ນຖານການຜະລິດ ແລະ ເຂດພັດທະນາສະຖາບັນການສຶກສາ ຢູ່ນະຄອນຫຼວງຮ່າໂນ້ຍກ່ອນຈະເດີນກັບປະເທດ. Share:FacebookTwitter
ຫ້ອງວ່າການສູນກາງພັກລາວ-ຫວຽດນາມ ເສີມຂະຫຍາຍການຮ່ວມມືສອງຝ່າຍ
https://v2.vientianemai.net/archives/55590
ລັດຖະບານແຫ່ງ ສປປ ລາວ ແລະ ຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມເຜີຍແຜ່ປະຈໍາປີ ຄັ້ງທີ IV ຂອງໂຄງການສ້າງຖານ ຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ(NIPN)  ເພື່ອເຜີຍແຜ່ຜົນຂອງການຄົ້ນຄວ້າໃໝ່ທີ່ຈະຊ່ວຍໃຫ້ ສປປ ລາວ ແກ້ໄຂສິ່ງທ້າທາຍ ດ້ານໂພຊະນາການຂອງແມ່ຍິງ ແລະ ເດັກນ້ອຍແນ​ໃສ່ສ້າງຄວາມເຂົ້າໃຈກ່ຽວກັບສິ່ງທ້າທາຍດ້ານໂພຊະ ນາການໃນບັນດາກຸ່ມເດັກນ້ອຍລາວ. ໃນກອງປະຊຸມ ສູນສະຖິແຫ່ງຊາດ ສະຖາບັນຄົ້ນຄວ້ານະໂຍບາຍດ້ານການພັດທະນາ ກະຊວງ ແຜນການ ແລະ ການລົງທຶນ ແລະ ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ ຂອງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ ນໍາສະເໜີຜົນການຄົ້ນຄວ້າໃໝ່ໃຫ້ເເກ່ບັນດາພາກສ່ວນທີ່ກ່ຽວຂ້ອງກັບວຽກງານດ້ານໂພຊະນາການ ຢູ່ ສປປ ລາວ ເພື່ອສ້າງ ຄວາມເຂົ້າໃຈກ່ຽວກັບສິ່ງທ້າທາຍດ້ານໂພຊະນາການໃນບັນດາກຸ່ມເດັກນ້ອຍລາວ ແລະ ຊຸກຍູ້ໃຫ້ມີການສົນທະນາກ່ຽວກັບ ວິທີ່ແກ້ໄຂສິ່ງທ້າທາຍເຫຼົ່ານັ້ນ ໂດຍສະເພາະເເມ່ນ ການນຳສະເໜີຜົນໄດ້ຮັບຈາກການສໍາຫຼວດໂພຊະນາການໃນ ປີ 2022 ຈາກ 4 ແຂວງ ເຊັ່ນ: ແຂວງ ບໍ່ແກ້ວ ຫົວພັນ ຜົ້ງສາລີ ແລະ ສາລະວັນ ໄດ້ຖືກ ນອກຈາກການນຳສະເໜີຜົນການຄົ້ນຄວ້າ ເເລ້ວ ກອງປະຊຸມຍັງໄດ້ຖືໂອກາດນີ້ເພື່ອເປີດໂຄງການ NIPN ໄລຍະ 2 (2023-2025). ເປົ້າໝາຍຫຼັກຂອງໂຄງການ NIPN ຢູ່ ສປປ ລາວ ໄດ້ລິເລີມຂຶ້ນໃນປີ 2018 ແມ່ນເພື່ອສ້າງຂີດຄວາມສາມາດໃນການວິເຄາະ ແລະ ບໍລິຫານຖານຂໍ້ມູນດ້ານໂພຊະນາການໃຫ້ກັບ ບັນດາຂະ​ແໜງການທີ່ກ່ຽວຂ້ອງ ເພື່ອຕິດຕາມການລົງທຶນດ້ານໂພຊະ ນາການຢູ່ພາຍໃນປະເທດ. ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕິ ກະຊວງແຜນການ ແລະ ການລົງທຶນ ຜູ້ຊີ້ນໍາໂຄງການ  NIPN ໄດ້ ກ່າວວ່າ: ການດໍາເນີນນະໂຍບາຍການພັດທະນາທີ່ມີຂໍ້ມູນອ້າງອີງ ແມ່ນກຸນແຈສໍາຄັນໃນການແກ້ໄຂບັນຫາພາວະການ ຂາດສານອາຫານໃນ ສປປ ລາວ ຜົນການຄົ້ນຄວ້າໃໝ່ທີ່ໄດ້ຖືກນໍາສະເໜີໃນມື້ນີ້ຈະຊ່ວຍໃຫ້ຜູ້ວາງນະໂຍບາຍ ເເລະ ວິຊາ ການດ້ານໂພຊະນາການ ສາມາດວາງແຜນປະເມີນງົບປະມານ ແລະ ຕິດຕາມການດໍາເນີນວຽກງານດ້ານໂພຊະນາການໃຫ້ ມີປະສິດທິພາບຫຼາຍຂຶ້ນກວ່າເກົ່າ ພ້ອມກັນນັ້ນ ຍັງຈະສາມາດຊ່ວຍໃນການຄົ້ນຫາວິທີເເບບໃໝ່ໆໃນການແກ້ໄຂສິ່ງທ້າ ທາຍດ້ານໂພຊະນາການເພີ່ມຂຶ້ນ. ທ່ານ Niall Leonard ອຸປະທູດສະຫະພາບ ເອີຣົບ ປະຈຳ ສປປ ລາວ ໄດ້ອະທິບາຍວ່າ: ການເປີດຕົວໂຄງການໄລຍະ​ທີ 2 ຂອງໂຄງການ NIPN ເປັນຂີດໝາຍອັນສໍາຄັນໃນວຽກງານໂພຊະນາການຂອງ ສປປ ລາວ ຈຸດສຸມຂອງພວກເຮົາໃນໄລຍະ ໃຫມ່ນີ້ແມ່ນການຜັນຂະຫຍາຍໂຄງການນີ້ໄປຂັ້ນເເຂວງ ແລະ ຮັບປະກັນການຈັດຕັ້ງປະຕິບັດໂຄງການແບບຍືນຍົງ ໂດຍ ຖອດຖອນບົດຮຽນຈາກ ການຜົນການປະເມີນໂຄງການໄລຍະທີ 1 ນອກຈາກນີ້ ທ່ານຍັງໄດ້ກ່າວຕື່ມວ່າ ສະຫະພາບເອີຣົບ ມີຄວາມພູມໃຈທີ່ໄດ້ເຮັດວຽກຮ່ວມກັບລັດຖະບານແຫ່ງ ສປປ ລາວ ເພື່ອສະໜັບສະໜຸນການຈັດຕັ້ງປັດຕິບັດຍຸດທະສາດ ແຫ່ງຊາດດ້ານໂພຊະນາການ ປີ 2016-2025. ທ່ານ Arturo Romboli ຮອງຜູ້ຕາງໜ້າ ອົງການສະຫະປະຊາຊາດສໍາລັບເດັກ (UNICEF) ປະຈໍາ ສປປ ລາວ ກ່າວວ່າ: ຜົນ ຂອງກອງປະຊຸມໃນຄັ້ງນີ້ຈະຊ່ວຍປະກອບສ່ວນເຂົ້າໃນການປຶກສາຫາລືຕໍ່ ກອງປະຊຸມແຫ່ງຊາດດ້ານໂພຊະນາການ ໃນປີນີ້ ກ່ຽວກັບ ວິທີທີ່ພວກເຮົາຈະສາມາດຕອບສະໜອງຄວາມຕ້ອງການດ້ານໂພຊະນາການຂອງແມ່ຍິງ ແລະ ເດັກນ້ອຍໃນ ສປປ ລາວ ໃນຈຸດນີ້ ການປະສານງານລະຫວ່າງຂະເເໜງການຕ່າງໆຂອງລັດຖະບານນັ້ນ ມີຄວາມສໍາຄັນຫຼາຍ ແລະ ອົງການສະ ຫະປະຊາຊາດສໍາລັບເດັກ ຮູ້ສຶກເປັນກຽດທີ່ໄດ້ເຮັດວຽກຄຽງຄູ່ກັບລັດຖະບານແຫ່ງ ສປປ ລາວ ແລະ ຄູ່ຮ່ວມມືຂອງພວກ ເຮົາເຊັ່ນ: ສະຫະພາບເອີຣົບ ເພື່ອປັບປຸງສະພາບຂອງ ແມ່ຍິງ ແລະ ເດັກນ້ອຍທຸກຄົນໃນ ສປປ ລາວ. ນອກຈາກນີ້ ໂຄງການ NIPN ໄດ້ນໍາສະເໜີກ່ຽວກັບກະດານຂ່າວອອນລາຍ ແລະ ຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະ ນາການ ຂອງ NIPN ສະບັບໃໝ່ ໃນກອງປະຊຸມຄັ້ງນີ້ ກະດານຂ່າວອອນລາຍ ແລະ ຖານຂໍ້ມູນ NIPN ສະບັບທໍາອິດໄດ້ຖືກ ເປີດຕົວຂຶ້ນ ໃນປີ 2021 ໂດຍມີຈຸດປະສົງຊ່ວຍລັດຖະບານແຫ່ງ ສປປ ລາວ ໃນການຕິດຕາມຕົວຊີ້ວັດດ້ານໂພຊະນາການໃນ ລະດັບປະເທດ ແລະ ແຂວງທສາມາດເຂົ້າຊົມກະດານຂ່າວອອນລາຍ ແລະ ຖານຂໍ້ມູນ ນີ້ໄດ້ຜ່ານ: https://nipn.lsb.gov.la/ ກອງປະຊຸມເຜີຍແຜ່ປະຈໍາປີ ຄັ້ງທີ IV ຂອງໂຄງການ NIPN ຈັດ​ຂຶ້ນ​ໃນັວນ​ທີ 20 ກຸມ​ພາ 2023 ຖື​ວ່າ​ເປັນສ່ວນໜຶ່ງຂອງ ກອງ ປະຊຸມແຫ່ງຊາດດ້ານໂພຊະນາການ ຄັ້ງທີ VIII ທີ່ຈະໄດ້ຈັດຂຶ້ນໃນວັນທີ 21 ກຸມພາ 2023 ເຊິ່ງເປັນກອງປະຊຸມປະຈໍາປີ ທີ່ ໃຫຍ່ທີ່ສຸດ ໂດຍມີການເຂົ້າຮ່ວມປຶກ ສາຫາລືກັບບັນດາຜູ້ມີສ່ວນຮ່ວມໃນທົ່ວປະເທດ ກ່ຽວກັບບູລິມະສິດ ແລະ ສິ່ງທ້າທາຍ ດ້ານໂພຊະນາການໃນ ສປປ ລາວ ໃນແຕ່ລະ. Share:FacebookTwitter
ສ້າງຄວາມເຂົ້າໃຈກ່ຽວກັບສິ່ງທ້າທາຍດ້ານໂພຊະນາການໃນບັນດາກຸ່ມເດັກນ້ອຍລາວ
https://v2.vientianemai.net/archives/55599
ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ວຽກງານການຈັດຕັ້ງປະຕິບັດວຽກ ການຫັນເປັນທັນສະໄໝກ້າວເປັນດີຈີຕອນຂອງຂະແໜງການເງິນ ຢູ່ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ພ້ອ​ມ​ເນັ້ນ​ໃຫ້​ກົມ​ດັ່ງ​ກ່າວເອົາ​ໃຈ​ໃສ່​ຄົ້ນ​ຄວ້າ ເພື່ອໃຫ້ລະບົບຫັນເປັນທັນສະໄໝຂອງແໜງການເງິນສາມາດຄຸ້ມຄອງລວມສູນ. ການ​ລົງ​ຢ້​ຽມ​ຢາມ​ຄັ້ງ​ດັ່ງ​ກ່າວ​ມີ​ຂຶ້ນ​ໃນ​ອາ​ທິດ​ຜ່ານ​ມາ ໂດຍການຕ້ອນຮັບຂອງ ທ່ານ ປອ ວິໄລທອງ ສຸດທະວີໄລ ຮັກສາການ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ ຄະນະກົມ ຄະນະຫ້ອງການກະຊວງ ພະນັກງານວິຊາ ການເຂົ້າຮ່ວມ. ໂອກາດດັ່ງກ່າວ ທ່ານ ປອ ວິໄລທອງ ສຸດທະວິໄລ ໄດ້ລາຍງານໂດຍສັງເຂບກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຫັນ ເປັນທັນສະໄໝກ້າວເປັນດີຈີຕອນຂອງຂະແໜງການເງິນພາກລັດໃນໄລຍະຜ່ານມາ ແລະ ກົງຈັກການຈັດຕັ້ງ-ພາລະບົດບາດ ຂອງກົມ ບັນດາລະບົບຄຸ້ມຄອງລາຍຮັບ-ລາຍຈ່າຍ ລະບົບພຶ້ນຖານໂຄງລ່າງເຄືອຂ່າຍ ແລະ ຄວາມປອດໄພ ລະບົບຊໍາລະພາສີ -ອາກອນ ຄ່າທໍານຽມ  ແລະ  ຄ່າບໍລິການແບບລວມສູນຢູ່ລະບົບ (FINLINK) ລະບົບຖານຂໍ້ມູນໃຫ່ຍລວມສູນ ລະບົບຄຸ້ມ ຄອງພະນັກງານ ແລະ ຫ້ອງການ ການບໍາລຸງຮັກສາລະບົບ ແລະ ທິດທາງແຜນວຽກຈຸດສຸມທີ່ສຳຄັນຈະຕ້ອງໄດ້ຮີບຮ້ອນພັດ ທະນາໃນຕໍ່ໜ້າ ພ້ອມທັງສະເໜີສ້າງຫ້ອງຄວບຄຸມລະບົບຄຸ້ມຄອງຕິດຕາມເຄືອຂ່າຍ (NOC) ແລະ ຄຸ້ມຄອງຕິດຕາມ ແຈ້ງ ເຕືອນຄວາມປອດໄພຂໍ້ມູນ (SOC) ຄຸ້ມຄອງລະບົບຖານຂໍ້ມູນໃຫ່ຍລວມສູນ (Lao FIDA) ແລະ ສາງເກັບມ້ຽນອຸປະກອນ ໄອທີສໍາຮອງໄວ້ເພື່ອແກ້ໄຂບັນຫາອຸປະກອນຄັດຂ້ອງໃຫ້ທັນເວລາ. ໂອກາດນີ້ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ມີຄໍາເຫັນໂອ້ລົມ-ທິດຊີ້ນຳກ່ຽວກັບການຈັດຕັ້ງປະຕິ ບັດວຽກການຫັນເປັນທັນສະໄໝກ້າວເປັນເດີ​ຈີຕອນຂອງຂະແໜງການເງິນ ເຊິ່ງໃນປັດຈຸບັນກະຊວງການເງິນແມ່ນມີຫຼາຍ ລະບົບໃນການນໍາໃຊ້ຄຸ້ມຄອງລາຍຮັບ-ລາຍຈ່າຍໃຫ້ເອົາໃຈໃສ່ຄົ້ນຄວ້າ ເພື່ອໃຫ້ລະບົບຫັນເປັນທັນສະໄໝຂອງແໜງການ ເງິນສາມາດຄຸ້ມຄອງລວມສູນ ເພື່ອອຳນວຍຄວາມສະດວກໃນການຄຸ້ມຄອງ ບຳລຸງຮັກສາ ແລະ ຈັດຕັ້ງປະຕິບັດວຽກງານ ກ່ຽວກັບການຫຼຸດຜ່ອນຂັ້ນຕອນຂອດຂັ້ນໃນການແຈ້ງຊໍາລະ ແລະ ສາມາດເຊື່ອມຕໍ່ກັບຂະແໜງການທີ່ກ່ຽວຂ້ອງ. ພ້ອມນັ້ນໃຫ້ຄົ້ນຄວ້າພັດທະນາລະບົບຈັດເກັບລາຍຮັບຄ່າທຳນຽມ ແລະ ຄ່າບໍລິການຕາມລັດຖະບັນຍັດ 002/ປປທໃຫ້ ເຂົ້າໃນລະບົບງົບປະມານ ເອົາໃຈໃສ່ປັບປຸງລະບົບພຶ້ນຖານໂຄງລ່າງເຄືອຂ່າຍໃຫ້ເປັນທັນສະໄໝ ກ້າວໄປສູ່ລະບົບ Cloud ແລະ ກໍານົດແຜນວຽກຈຸດສຸມລະອຽດ ການພັດທະນາລະບົບຫັນວຽກງານເປັນຫັນສະໄໝ ຕ້ອງຄໍານຶງໃຫ້ສາມາດຫຼຸດຜ່ອນ ຂັ້ນຕອນ ສ້າງຄວາມສະດວກໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຂະແໜງການເງິນ ແລະ ກຳນົດໄລຍະເວ ລາການຈັດຕັ້ງປະຕິບັດ ສໍາລັບການປ່ຽນຖ່າຍອຸປະກອນຄອມພິວເຕີໃຫ້ຂະແໜງການທີ່ກ່ຽວຂ້ອງສຳຫຼວດກວດຄືນ ແລະ ກຳນົດມາດຖານເງື່ອນໄຂລະອຽດໃຫ້ສອດຄ່ອງກັບການນໍາໃຊ້ໜ້າວຽກຕົວຈິງ. Share:FacebookTwitter
ລັດຖະມົນຕີກະຊວງການເງິນ ຊຸກຍູ້ ການຫັນເປັນທັນສະໄໝ ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ
https://v2.vientianemai.net/archives/55604
ວັນທີ 16-18 ກຸມພາ 2023 ສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວພ້ອມຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ ສສ.ຫວຽດນາມ ໂດຍມີ ສະຫາຍ ເລ ມິງ ຮຶງ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກກອມມູນິດຫວຽດ ນາມ ພ້ອມຄະນະໃຫ້ກຽດຕ້ອນຮັບ. ການເຄື່ອນໄຫວຄັ້ງນີ້ຫ້ອງວ່າການສູນກາງພັກລາວ ແລະ ຫວຽດນາມ ໄດ້ພົບປະກັນສອງຝ່າຍ ເຊິ່ງໄດ້ແຈ້ງສະພາບການທີ່ພົ້ນເດັ່ນຂອງພັກ ແລະ ຂອງປະເທດຕົນກໍ່ຄືສະພາບການລວມຂອງສອງຫ້ອງວ່າການສູນກາງພັກໂດຍຫຍໍ້ ແລະ ພ້ອມກັນປຶກສາຫາລືແລກປ່ຽນບົດຮຽນ ຕີລາຄາການຮ່ວມມືຂອງສອງຫ້ອງວ່າ ການສູນກາງພັກໃນໄລຍະຜ່່ານມາ ແນໃສ່ຍົກລະດັບຄຸນນະພາບຂອງການເປັນເສນາທິການ ຮັບໃຊ້ການ ນໍາຂອງສອງພັກໃຫ້ມີບາດກ້າວໃໝ່ ພ້ອມນັ້ນຍັງໄດ້ມີການລົງນາມແຜນການຈັດຕັ້ງຜັນຂະຫຍາຍບົດບັນ ທຶກການຮ່ວມມືສອງຫ້ອງວ່າການສູນກາງພັກໄລຍະ 2021-2025 ເພື່ອຫັນບົດບັນທຶກຮ່ວມມືດັ່ງກ່າວເປັນແຜນງານ ໂຄງການ ແລະ ມາດຕະການຈັດຕັ້ງປະຕິບັດຕົວຈິງ ເປັນບ່ອນອີງໃຫ້ບັນດາກົມກອງທີ່ຂື້ນກັບຫ້ອງວ່າການສູນກາງພັກນຳໄປຈັດຕັ້ງ ແລະ ຜັນຂະຫຍາຍເຂົ້າໃນໜ້າທີຂອງຕົນໃຫ້ເກີດປະໂຫຍດສູງສຸດ. ໃນວັນດຽວກັນຄະນະຜູ້ແທນຂອງຫ້ອງວ່າການສູນກາງພັກ ຍັງໄດ້ເຂົ້າຢ້ຽມຄໍານັບ ສະຫາຍ ຫງຽນ ຟູ ຈ້ອງ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມເພື່ອລາຍງານຜົນສຳເລັດການພົບປະຂອງສອງຫ້ອງວ່າການສູນກາງພັກ ແລະຝາກຄຳຢ້ຽມຢາມຖາມຂ່າວ ຄໍາອວຍພອນຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ໃນໂອກາດທີ່ ສະຫາຍ ຫງຽນ ຟູ ຈ້ອງ ໄດ້ຮັບຫຼຽນກາລະນຶກສະມາຊິກພັກກອມມູນິດຫວຽດນາມຄົບຮອບ 55 ປີ ໃນໂອກາດດັ່ງກ່າວສະຫາຍເລຂາທິການໃຫຍ່ພັກກອມມູນິດຫວຽດ ນາມ ໄດ້ຊົມເຊີຍຜົນສຳເລັດໃນທຸກຂົງເຂດວຽກງານທີ່ ສປປ ລາວ ຍາດມາໄດ້ ພາຍຫຼັງ 2 ປີກວ່າແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະໄດ້ຢືນຢັນວ່າພັກ ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍຖືສຳຄັນສາຍພົວພັນພິເສດຜ່ອງໃສ ທີ່ເປັນທັງສະຫາຍ ແລະ ເປັນທັງອ້າຍນ້ອງ ອຸ້ມຊູຊ່ວຍເຫຼືອຊຶ່ງກັນ ແລະກັນ ໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ ພາລະ ກິດປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ ພ້ອມນັ້ນຍັງໄດ້ຕີລາຄາສູງຕໍ່ການພົວພັນຂອງສອງຫ້ອງວ່າການສູນກາງພັກໃນໄລຍະຜ່ານມາ ແລະ ເນັ້ນໜັກເຖິງພາລະບົດບາດ ຄວາມສໍາຄັນຂອງວຽກງານຫ້ອງວ່າການໃນການເປັນເສນາທິການຄົ້ນຄວ້າຍຸດທະສາດຮັບໃຊ້ຄະນະບໍລິຫານງານສູນກາງພັກ ກົມການເມືອງ ຄະນະເລຂາທິການສູນກາງພັກ ຜູ້ປະຈຳການຄະນະເລຂາ ແລະ ເລຂາທິການໃຫຍ່ໃນການນໍາພາຊີ້ນໍາວຽກງານຂອງທົ່ວພັກ. ນອກນີ້ຄະນະຜູ້ແທນຂອງຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ຍັງໄດ້ເຂົ້າຢ້ຽມຄໍານັບສະຫາຍ ດິງ ຕຽນ ຢຸ໊ງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ເລຂາພັກນະຄອນຫຼວງຮ່າໂນ້ຍ ແລະ ເຄື່ອນໄຫວຢ້ຽມຢາມພື້ນຖານການຜະລິດ ແລະ ເຂດພັດທະນາສະຖາບັນການສຶກສາ ຢູ່ນະຄອນຫຼວງຮ່າໂນ້ຍກ່ອນຈະເດີນກັບປະເທດ. Share:FacebookTwitter
ຫ້ອງວ່າການສູນກາງພັກລາວ-ຫວຽດນາມ ເສີມຂະຫຍາຍການຮ່ວມມືສອງຝ່າຍ
https://v2.vientianemai.net/archives/55611
ຄ​ະ​ນະນັກກິລາຄົນພິການ ນະຄອນຫຼວງວຽງຈັນ (ນວ) ສ້າງຜົນງານຢ່າງໂດດເດັ່ນ ສາມາດຍາດໄດ້ 34 ຫຼຽນຄຳ 22 ຫຼຽນເງິນ ແລະ 10 ຫຼຽນທອງ ລວມ 66 ຫຼຽນ ເປັນອັນດັບທີ 1 ຈາກ 18 ພາກສ່ວນເຂົ້າຮ່ວມແຂ່ງຂັນ ປິດສາກງານມະຫະກຳກີລາຄົນ ພິການແຫ່ງຊາດ ຄັ້ງທີ 3 ຫຼື “ຊຽງຂວາງ ພາຣາເກມ” 2023 ພ້ອມ​ຮັບ​ກຽດເປັນ​ເຈົ້າ​ພາບ​ຄັ້ງ​ຕໍ່​ໄປ. ພິທີປິດການແຂ່ງຂັນກີລາ “ຊຽງຂວາງ ພາຣາເກມ” ໃນຄັ້ງນີ້ ໄດ້ມີຂຶ້ນເມື່ອວັນທີ 18 ກຸມພາ 2023 ທີ່ສະໂມສອນກີລາໃນຮົ່ມ ວິທະຍາໄລຄູ ຄັງໄຂ ເມືອງແປກ ແຂວງຊຽງຂວາງ ໂດຍມີ ມີທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ​ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິ ການ ແລະ ກີລາ​ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ທັງເປັນປະທານຈັດງານ ແລະ ທ່ານ ອາດສະພັງທອງ ສີພັນ ດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍການນຳຂັ້ນສູນກາງ ຂັ້ນແຂວງ​ ແຂກຖືກເຊີນ ຄະນະນຳ ຄູເຝິກ ແລະ ນັກກີ ລາ 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງຫຼວງຫຼາຍ. ໃນພິທີ ທ່ານ ບຸນຈັນ ສີວົງພັນ ກ່າວວ່າ: ງານມະຫະກຳກີລາຄົນພິການແຫ່ງຊາດ ຄັ້ງທີ III ໃນຄັ້ງນີ້​ ໄດ້ຈັດ​ຂຶ້ນ​ຢູ່​ດິນ​ແດນ​ແຂວງ​ຊຽງ​ຂວາງ​ ວິລະ​ຊົນ ຄົນ​ຫານ​ກ້າ ໄຫຫີນເປັນມໍລະດົກໂລກ ການ​ແຂ່ງຂັນ​ກິລາປະ​ເພດ​ຕ່າງໆ ​ໄດ້ເລີ່ມແຂ່ງຂັນມາແຕ່ ວັນທີ 8 ກຸມພາ 2023 ເປັນ​ຕົ້ນ​ມາ ແລະ ​ໄດ້ຈັດພິທີເປີດຢ່າງເປັນທາງການ ໃນວັນທີ 14 ກຸມພາ 2023​ ເຊິ່ງງານດັ່ງກ່າວມີ ການຊີງໄຊ​ທັງໝົດ 405 ຫຼຽນ ໃນນີ້ ມີຫຼຽນຄໍາ 135 ຫຼຽນ ຫຼຽນເງິນ 135 ຫຼຽນ ແລະ ຫຼຽນທອງ 135 ຫຼຽນ ​ມີ 18 ພາກ ສ່ວນຈາກ 17 ແຂວງ ແລະ 1 ນະ​ຄອນຫຼວງວຽງຈັນ ເຂົ້າ​ຮ່ວມ​ ໂດຍການແຂ່ງຂັນດຳ​ເນີນ​ມາ​ຮອດ​ ວັນ​ທີ 18 ກຸມພາ 2023 ​ໄດ້ມີ​ຜົນ​ສຳ​ເລັດ ​​ຕາມ​ຈຸດປະສົງລະດັບຄາດໝາຍທີ່​ວາງ​ໄວ້​ທຸກ​ປະການ. ຜ່ານການແຂ່ງຂັນຜົນປາກົດວ່າ: ອັນດັບ 1 ນະຄອນຫຼວງວຽງຈັນ ອັນດັບ 2 ແຂວງເຊກອງ ຍາດໄດ້ 16 ຫຼຽນຄຳ 16 ຫຼຽນ ເງິນ ແລະ 9 ຫຼຽນທອງ ລວມ 41 ຫຼຽນ ອັນດັບ 3 ແຂວງ​ຊຽງຂວາງ ເຈົ້າພາບ ຍາດໄດ້ 14 ຫຼຽນຄຳ 15 ຫຼຽນເງິນ ແລະ 4 ຫຼຽນທອງ ລວມ 33 ຫຼຽນ. ໃນໂອກາດນີ້ ທ່ານ ກິແກ້ວ ໄຂຄໍາພິທູນ ກໍໄດ້ກ່າວປິດງານມະຫະກຳກີລາຄົນພິການແຫ່ງຊາດ ຄັ້ງທີ 3 ຢ່າງເປັນທາງການ ຈາກນັ້ນ ໃນພິທີກໍຍັງໄດ້ມອບທຸງການເປັນເຈົ້າພາບຄັ້ງຕໍ່ໄປ ໃຫ້ແກ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຈັດງານມະຫະກຳກີ ລາຄົນພິການແຫ່ງຊາດ ຄັ້ງທີ 4 ປີ 2025 ພ້ອມທັງຊົມລາຍການສະແດງຕ່າງໆຈາກຄົນພິການ ແລະ ນ້ອງນັກຮຽນຈາກ ມສ ໂພນສະຫວັນ ການເປັນເຈົ້າພາບ ຈັດງານມະຫະກຳກີລາຄົນພິການ ຄັ້ງທີ 3 ທີ່ແຂວງຊຽງຂວາງ ຈົບລົງດ້ວຍຜົນສໍາເລັດຢ່າງ ຈົບງາມ. Share:FacebookTwitter
ນວ ຄອງເຈົ້າຫຼຽນຄຳ “ຊຽງຂວາງ ພາຣາເກມ” 2023 ພ້ອມຮັບກຽດເປັນເຈົ້າພາບຄັ້ງຕໍ່ໄປ
https://v2.vientianemai.net/archives/55618
ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ນໍາໂດຍ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ພ້ອມດ້ວຍຄະນະຜູ້ບໍລິຫານ ແລະ ພະນັກງານຕົວແທນຂອງບໍລິສັດ ເຂົ້າຮ່ວມພິທີ ເປີດງານມະຫະກໍາບຸນຊ້າງ ແຂວງໄຊຍະບູລີ ປະຈໍາປີ 2023 ໃນວັນທີ 18 ກຸມພາ 2023 ທີ່ ສະໜາມຫຼວງ ແຂວງໄຊຍະບູລີ ໂດຍເປັນປະທານໃນການຈັດງານໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ແຂວງໄຊຍະບູລີ ມີການນໍາຈາກແຕ່ລະແຂວງ ເຈົ້າໜ້າທີ່ພາກລັດ ເອກະຊົນ ແລະ ປະຊາຊົນ. ງານປະເພນີບຸນຊ້າງ ແຂວງໄຊຍະບູລີ ຈັດຂຶ້ນເປັນປະຈໍາທຸກປີ ແລະ ໃນປີ 2023 ຈັດຂຶ້ນໃນລະຫວ່າງວັນທີ 18-20 ກຸມພາ 2023 ໂດຍ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ໃຫ້ການສະໜັບສະໜຸນງົບປະມານໃນການຈັດງານ ເປັນເງິນ 50 ລ້ານກີບ ເພື່ອເປັນການສົ່ງເສີມກິດຈະກໍາງານປະເພນີບຸນຊ້າງ ເຊິ່ງເປັນງານບຸນປະເພນີຂອງ ສປປ ລາວ ທີ່ໃຫ້ຄວາມສໍາຄັນກັບການອະນຸຮັກຊ້າງລາວ. Share:FacebookTwitter
ໄຟຟ້າ ຫົງສາ ສະໜັບສະໜູນງານມະຫາກໍາບຸນຊ້າງ ປີ 2023
https://v2.vientianemai.net/archives/55626
ແຂວງ​ບໍ​ລິ​ຄຳ​ໄຊ​ ເປີດສູນວິສາຫະກິດຂະໜາດນ້ອຍ ແລະ ກາງ (SME) ຢ່າງ​ເປັນ​ທາງ​ການ ພາຍຫຼັງ​ທີ່ເລີ່ມກໍ່ສ້າງແຕ່ເດືອນ ຕຸລາ 2022 ເປັນຕົ້ນມາ ແລະ ສຳເລັດໃນທ້າຍເດືອນພະຈິກ 2022 ໂດຍໃຊ້ງົບປະມານເກືອບ 200 ລ້ານ. ການ​ກໍ​ສ້າງ​ສູນ​ແຫ່ງນີ້ ແນໃສ່ສົ່ງເສີມ ແລະ ພັດທະນາບັນດາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງຢູ່ພາຍໃນແຂວງ ໃຫ້ມີຄວາມເຕີບໃຫຍ່ຫຼາຍຂຶ້ນກວ່າເກົ່າ ພ້ອ​ມນັ້ນ ກໍ​ຍັງເປັນສູນລວມໃນການໃຫ້ຄຳປຶກສາຫາລື ການຈັດງານສຳມະນາພົບ ປະນັກທຸລະກິດ ການຈັດເຝິກອົບຮົມ ການສົ່ງເສີມບັນດາຫົວໜ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ເຂົ້າເຖິງແຫຼ່ງ ທຶນ ແລະ ນະວັດຕະກຳໃໝ່ ເພື່ອຈະໄດ້ປັບປຸງ ພັດທະນາສິນຄ້າ ແລະ ການບໍລິການຊ່ວຍເຫຼືອໃຫ້ວິສາຫະກິດຂະໜາດ ນ້ອຍ ແລະ ກາງ ໄດ້ມີການປັບແຜນທຸລະກິດ ແຜນການເງິນຂອງຕົນໄປຕາມຄວາມຕ້ອງ ການໃໝ່ ໃນຍຸກສະໄໝຢ່າງມີປະ ສິດທິຜົນ ໂດຍເລັ່ງໃສ່ການເສີມສ້າງ ເພີ່ມທະວີການຜະລິດສິນຄ້າພາຍໃນໃຫ້ຫຼາຍຂຶ້ນ ທີ່ມີຄຸນນະພາບ ສາມາດຕອບສະ ໜອງເຂົ້າສູ່ຕະຫຼາດພາຍໃນໄດ້ຢ່າງພຽງພໍ ສາມາດແຂ່ງຂັນໃນພາກພື້ນ ແລະ ສາກົນ. ພິທີເປີດສູນດັ່ງ​ກ່າວຈັດຂຶ້ນວັນທີ 17 ກຸມພາ 2023 ຢູ່ສະພາການຄ້າ ແລະ ອຸດສາຫະກຳແຂວງດັ່ງກ່າວ ໂດຍມີ ທ່ານ ບຸນ ເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳ ໄຊ ທ່ານ ໄຊຍະເພັດ ຈັນທິສອນ ປະທານສະພາການຄ້າ ແລະ ອຸດສາຫະກຳແຂວງບໍລິຄໍາໄຊ ແລະ ພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ. Share:FacebookTwitter
ເປີດສູນວິສາຫະກິດຂະໜາດນ້ອຍ-ກາງ ປະຈຳແຂວງບໍລິຄຳໄຊ
https://v2.vientianemai.net/archives/55634
ຄະນະວິທະຍາສາດການກີລາ-ກາຍະກໍາ ຫຼື ຄວກ ສ້າງຜົນງານໄດ້ຢ່າງໂດດເດັ່ນສົມກັບເປັນຄະນະທີ່ສ້າງບຸກຄະລາດ້ານກີລາ​ ໂດຍສາມາດຍາດໄດ້ລາງວັນທີ 1 ຈຳນວນ 12 ຂັນ ລາງວັນທີ 2 ຈຳນວນ 5 ຂັນ ແລະ ລາງວັນທີ 3 ຈຳນວນ 4 ຂັນ ລວມ 21 ຂັນ ເປັນອັນດັບທີ 1 ໃນງານແຂ່ງຂັນກີລານັກສຶກສາທົ່ວມະຫາວິທະຍາໄລແຫ່ງຊາດ ຫຼື ມຊ ຄັ້ງທີ 13 ປະຈຳສົກສຶກສາ 2022-2023. ທ່ານ ສະຫວັນ ເງິນງາມ ຮອງຫົວໜ້າຫ້ອງການຄຸ້ມຄອງນັກສຶກສາ ທັງເປັນຮອງປະທານຈັດການແຂ່ງຂັນ ໄດ້ຜ່ານບົດສະ ຫຼຸບໃຫ້ຮູ້ວ່າ: ການຈັດການແຂ່ງຂັນກີລານັກສຶກສາທົ່ວ ມຊ ຄັ້ງທີ 13 ປະຈໍາສົກສຶກສາ 2022-2023 ແມ່ນເພື່ອຈັດ ຕັ້ງການ ເຄື່ອນໄຫວ ແລະ ແຂ່ງຂັນກີລາປະເພດຕ່າງໆ ໃຫ້ເປັນຂະບວນຟົດຟື້ນທົ່ວ ມຊ ທັງເປັນການສ້າງເງື່ອນໄຂສົ່ງ ເສີມໃຫ້ນັກສຶກ ສານໍາໃຊ້ເວລາຫວ່າງມາເຝິກແອບ ແລະ ພັດທະນາຕົນເອງທາງດ້ານປະເພດກີລາໃດໜຶ່ງໃນລະດັບສາຍສູງ ແລະ ສ້າງຊື່ສຽງ ໃຫ້ກັບຕົນເອງ ກໍຄື ມຊ ແລະ ປະເທດຊາດ ເພື່ອສ້າງໂອກາດໃຫ້ພະນັກງານ ຄູ-ອາຈານ ແລະ ນັກສຶກສາຄະນະວິຊາ ແລະ ສະຖາບັນຕ່າງໆ ໄດ້ພົບປະກັນເພື່ອສ້າງຄວາມສາມັກຄີເຊິ່ງກັນ ແລະ ກັນ ທັງເປັນການຄັດເລືອກເອົານັກກີລາດີເດັ່ນປະເພດ ຕ່າງໆ ເຂົ້າເປັນນັກກິລາຂອງສະໂມສອນກີລາ ມຊ ເພື່ອພັດທະນາຂະບວນການກີລາຂອງ ມຊ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ເພື່ອໃຫ້ສາມາດເຂົ້າຮ່ວມແຂ່ງຂັນກີລາລະດັບຊາດ ກໍຄື ພາກພື້ນ ແລະ ສາກົນໃຫ້ນັບມື້ນັບຫຼາຍຂຶ້ນ. ການແຂ່ງຂັນຄັ້ງນີ້ ແມ່ນໄດ້ເລີ່ມແຂ່ງຂັນມາແຕ່ວັນທີ 11 ມັງກອນ 2023 ຫາວັນທີ 17 ກຸມພາ 2023 ກໍສຳເລັດລົງຕາມ ລະດັບຄາດໝາຍ ເຊິ່ງມີ 13 ຄະນະວິຊາ ແລະ 1 ສະຖາບັນເຂົ້າຮ່ວມການແຂ່ງຂັນ ມີຄະນະຄຸເຝິກ ແລະ ນັກກີລາເຂົ້າຮ່ວມ ທັງໝົດ ຈໍານວນ 1.534 ຄົນ ຍິງ 427 ຄົນ ລວມມີ 6 ປະເພດ ຄື: ບານເຕະ ຍິງ-ຊາຍ ຟຸດຊໍຊາຍ ບານສົ່ງໃນຮົ່ມຍິງ-ຊາຍ ກະຕໍ້ຍິງ-ຊາຍ ເປຕັງ ທີມຍິງ-ທີມຊາຍ ແລະ ທີມປະສົມ ແລະ ກີລາແລ່ນ-ລານ ຜ່ານການແຂ່ງຂັນຜົນປາກົດວ່າ: ອັນດັບ 1 ຄະນະວິທະຍາສາດການກີລາ-ກາຍະກໍາ ຍາດໄດ້ລາງວັນທີ 1 ຈຳນວນ 12 ຂັນ ລາງວັນທີ 2 ຈຳນວນ 5 ຂັນ ແລະ ລາງວັນທີ 3 ຈຳນວນ 4 ຂັນ ອັນດັບ​ 2 ຄະນະສຶກສາສາດ ຍາດໄດ້ລາງວັນທີ 1 ຈຳນວນ 2 ຂັນ ແລະ ລາງວັນທີ 3 ຈຳນວນ 1 ຂັນ ອັນດັບ 3 ຄະນະກະເສດສາດ ຍາດໄດ້ລາງວັນທີ 1 ຈຳນວນ 1 ຂັນ ລາງວັນທີ 2 ຈຳນວນ 4 ຂັນ ແລະ ລາງວັນທີ 3 ຈຳນວນ 1 ຂັນ ອັນດັບ 4 ຄະນະວິທະຍາສາດສັງຄົມ ຍາດໄດ້ລາງວັນທີ 1 ຈຳນວນ 1 ຂັນ ລາງວັນທີ 2 ຈຳນວນ 3 ຂັນ ແລະ ລາງວັນທີ 3 ຈຳນວນ 1 ຂັນ ອັນດັບ 5 ຄະນະວິສະວະກໍາສາດ ຍາດໄດ້ລາງວັນທີ 1 ຈຳນວນ 1 ຂັນ ແລະ ລາງວັນທີ 3 ຈຳນວນ 4 ຂັນ ອັນດັບ​ 6 ຄະນະນິຕິສາດ ແລະ ລັດຖະສາດ ຍາດໄດ້ລາງວັນທີ 2 ຈຳນວນ 2 ຂັນ ແລະ ລາງວັນທີ 3 ຈຳນວນ 3 ຂັນ ອັນດັບ 7 ຄະນະວິທະຍາສາດທໍາມະຊາດ ຍາດໄດ້ລາງວັນທີ 2 ຈຳນວນ 1 ຂັນ ແລະ ລາງວັນທີ 3 ຈຳນວນ 5 ຂັນ ອັນດັບ 8 ຄະນະເສດ ຖະສາດ ແລະບໍລິຫານທຸລະກິດ ຍາດໄດ້ລາງວັນທີ 2 ຈຳນວນ 1 ຂັນ ແລະ ລາງວັນທີ 3 ຈຳນວນ 3 ຂັນ ອັນດັບ 9 ຄະນະວິ ທະຍາສາດສິ່ງແວດລ້ອມ ຍາດໄດ້ລາງວັນທີ 2 ຈຳນວນ 1 ຂັນ ແລະ ລາງວັນທີ 3 ຈຳນວນ 1 ຂັນ ອັນດັບ 10 ຄະນະສະຖາປັດ ຕະຍະກໍາສາດ ຍາດໄດ້ລາງວັນທີ 3 ຈຳນວນ 3 ຂັນ ອັນດັບ 11 ຮ່ວມ ຄະນະອັກສອນສາດ ແລະ ຄະນະຊັບພະຍາກອນນໍ້າ ຍາດໄດ້ລາງວັນທີ 3 ພາກສ່ວນລະ 1 ຂັນ. ພິທີເປີດ-ປິດງານແຂ່ງຂັນກິລານັກສຶກສາທົ່ວ ມຊ ຄັ້ງທີ 13 ປະຈໍາສົກສຶກສາ 2022-2023 ເມື່ອວັນທີ 17 ກຸມພາ 2023 ທີ່ ສະໜາມກີລາກາງ ມຊ​ ໂດຍການເປັນປະທານຂອງ ທ່ານ ໂພສີ ທິບດາວັນ ຮອງອະທິການບໍດີ ມຊ ທັງເປັນປະທານຈັດ ການແຂ່ງຂັນ ເຂົ້າຮ່ວມມີ ທ່ານ ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ ທ່ານ ເປີນ ອິນທະໜໍ່ ຫົວໜ້າຫ້ອງການຄຸ້ມຄອງ ນັກສຶກສາ ພ້ອມດ້ວຍບັນດາຄະນະບໍດີ​ ຫົວໜ້າຫ້ອງການ ຕາງໜ້າບໍລິສັດ ທະນາຄານ ຫ້າງຮ້ານ ທີ່ໃຫ້ການສະໜັບສະໜູນ ແຂກຖືກເຊີນ ພະນັກງານ ຄູ-ອາຈານ ແລະນ້ອງໆນັກສຶກສາຈາກຄະນະວິຊາ ແລະ ສະຖາບັນທົ່ວ ມຊ ຢ່າງເປັນຂະບວນການ ຟົດຟື້ນ. Share:FacebookTwitter
ຄວກ ຄອງອັນດັບ 1 ງານແຂ່ງຂັນກີລານັກສຶກສາທົ່ວ ມຊ
https://v2.vientianemai.net/archives/55642
ກອງປະຊຸມສະຫຼຸບວຽກງານປະຈໍາປີ 2022 ຂອງຄະນະສະມາຊິກສະພາປະຊາຊົນ ນະຄອນ ຫຼວງວຽງຈັນ (ນວ) ຊຸດທີ II ປະຈໍາເຂດເລືອກຕັ້ງ ເມືອງສັງທອງ ຈັດຂຶ້ນ 20 ກຸມພາ 2023 ທີ່ສະໂມສອນຂອງເມືອງດັ່ງກ່າວ ພາຍໃຕ້ເປັນປະທານຮ່ວມຂອງທ່ານ ຄໍາສວຍ ອຸ່ນດາລາ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດ ເມືອງສັງທອງ ສະມາຊິກສະພາປະຊາຊົນ ນວ ຊຸດທີ II ທັງເປັນປະທານຄະນະສະມາຊິກສະພາປະຊາຊົນ ນວ ປະຈໍາເຂດເລືອກຕັ້ງເມືອງສັງທອງ ທ່ານ ນາງ ລໍາພອຍ ສີອັກຄະຈັນ ກໍາມະການປະຈໍາພັກ ນວ ຮອງປະທານສະພາປະຊາຊົນ ນວ ມີບັນດາສະມາຊິກສະພາແຫ່ງຊາດ ຄະນະປະຈໍາສະພາປະຊາຊົນ ນວ ປະທານກໍາມະການ ເລຂາທິການສະພາປະຊາຊົນ ນວ ຄະນະປະຈໍາພັກ ຄະນະພັກ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງສັງທອງເຂົ້່າຮ່ວມ. ທ່ານ ບຸນຮອງ ດວງມາລາ ກໍາມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກ ເມືອງສັງທອງ ສະມາຊິກສະພາປະຊາຊົນ ນວ ປະຈໍາເຂດເລືອກຕັ້ງເມືອງສັງທອງ ລາຍງານການຈັດຕັ່ງປະຕິບັດແຜນການເຄື່ອນໄຫວວຽກງານຂອງຄະນະສະມາຊິກສະພາ ປະຊາຊົນ ນວ ໃນໄລຍະ 1 ປີຜ່ານມາ ໄດ້ເຜີຍແຜ່ການເຄື່ອນໄຫວວຽກງານທາງດ້ານພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນ ໃຫ້ແກ່ພະນັກງານ-ລັດຖະກອນ ສະມາຊິກພັກ ທະຫານ-ຕໍາຫຼວດຕະຫຼອດຮອດພໍ່ແມ່ປະຊາຊົນ ໄດ້ຮັບຮູ້ ເຂົ້າໃຈຢ່າງເລີກເຊີ່ງຕໍ່ກັບສະມາຊິກສະພາປະຊາຊົນ ນວ ທີ່ເປັນຕົວແທນຂອງປະຊາຊົນ ນໍາເອົາຄໍາຄິດຄໍາເຫັນ ແລະ ຄໍາສະເໜີຂອງປະຊາຊົນ ໄປສະເໜີຕໍ່ກອງປະຊຸມຂອງສະພາປະຊາຊົນ ນວ ໃນ 1 ປີຜ່ານມາ ມີຄໍາສະເໜີຂອງປະຊາຊົນທັງໝົດ 60 ບັນຫາ ໃນນັ້ນສະເໜີຫາຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ 5 ບັນຫາ ຂະແໜງການກ່ຽວຂ້ອງຂັ້ນ ນວ 29 ບັນຫາ ແລະ ຊັ້ນເມືອງມີ 26 ບັນຫາ ບັນຫາທີ່ພົ້ນເດັ່ນກວ່າໝູ່ແມ່ນບັນຫາຢາເສບຕິດ ຂໍ້ຂັດແຍ່ງທີ່ດິນການຂຸດຄົ້ນໄມ້ທ່ອນ-ໄມ້ປ່ອງ ບັນຫາການຂຸດຄົ້ນແຮ່ທາດ ແລະ ບັນຫາອື່ນໆ. ນອກນີ້ຍັງມີຂໍ້ສະດວກ-ຂໍ້ຫຍຸ້ງຍາກ ໂດຍສະເພາະບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ບັນຫາໄພເງິນເຟີ້ ແລະບັນຫາອື່ນໆ ສະມາຊິກສະພາປະຈໍາເຂດເລືອກຕັ້ງ ເມືອງສັງທອງມີທັງໝົດ 4 ທ່ານ ໃນນີ້ມີສະມາຊິກສະພາແຫ່ງຊາດ 1 ທ່ານ ຄວບຕໍາແໜ່ງສະມາຊິກສະພາປະຊາຊົນ ນວ 1 ທ່ານ ສະມາຊິກສະພາປະຊາຊົນ ປະຈໍາເຂດເລືອກຕັ້ງ ເມືອງສັງທອງມີ 3 ທ່ານ ຍິງ 1 ທ່ານ ແລະ ຜູ້ຊ່ວຍວຽກ 4 ທ່ານ ກອງປະຊຸມຍັງໄດ້ຮັບຟັງການລາຍງານແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງສັງທອງ ການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບຢາເສບຕິດ ການອອກໃບຕາດິນ ແກ້ໄຂຂໍ້ຂັດແຍ່ງບັນຫາທີ່ດິນ ການຂຸດຄົ້ນໄມ້ປ້ອງແລະໄມ້ຈິງ ແລະ ຮັບຟັງການລາຍງານຕິດຕາມການເຄື່ອນໄຫວຂອງສະມາຊິກສະພາປະຊາຊົນ ນວ ປະຈໍາເມືອງສັງທອງ. Share:FacebookTwitter
ສະມາຊິກສະພາປະຊາຊົນ ນວ ປະຈໍາເຂດເລືອກຕັ້ງ ເມືອງສັງທອງ ປະເມີນຜົນວຽກວຽກງານ 1 ປີຜ່ານມາ
https://v2.vientianemai.net/archives/55652
ໃນວັນທີ 20 ກຸມພາ 2023 ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໄດ້ມີການຈັດພິທີ ມອບ-ຮັບ ສິ່ງເສດ ເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງ ຄາມຢູ່ລາວທີ່ໄດ້ຄົ້ນພົບຈາກການປະຕິບັດງານຮ່ວມພາກສະໜາມຂອງຄະນະວິຊາການ ລາວ-ອາເມຣິກາ ໃນການ ສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງ ເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງ ສົງຄາມຢູ່ລາວ ຄັ້ງທີ 2 ປະຈໍາສົກປີ 2022-2023 ຢູ່ເຂດ ເມືອງຄໍາ ແລະ ເມືອງໜອງແຮດ ແຂວງຊຽງຂວາງ ແລະ ເຂດເມືອງຫ້ຽມ ແຂວງຫົວພັນ. ໃນພິທີດັ່ງກ່າວ ທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດຖະ ມົນຕີ ກະຊວງການຕ່າງປະເທດ, ຜູ້ຊີ້ນໍາວຽກງານສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອ ຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງ ສົງຄາມຢູ່ລາວ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນກຽດ ເຂົ້າຮ່ວມ ພ້ອມທັງກ່າວມອບ ແລະ ທ່ານ Dr. Peter Haymond ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ ຕາງໜ້າໃຫ້ແກ່ລັດຖະບານ ສະຫະລັດ ອາເມຣິກາ ກ່າວຮັບເອົາສິ່ງເສດເຫຼືອດັ່ງກ່າວ. ເຂົ້າຮ່ວມໃນພິທີມອບຮັບມີເຈົ້າໜ້າທີ່ກ່ຽວຂ້ອງຈາກກະຊວງການຕ່າງປະເທດ ກະຊວງປ້ອງກັນປະເທດ ຫ້ອງວ່າ ການນະຄອນຫຼວງວຽງຈັນ ແລະ ບັນດາພະນັກງານ ວິຊາການທັງສອງຝ່າຍ ລາວ-ອາເມຣິກາ ທີ່ເຮັດວຽກຕົວ ຈິງຢູ່ພາກສະໜາມເຂົ້າຮ່ວມ. ໃນໂອກາດນີ້ ທ່ານຮອງລັດຖະມົນຕີກະຊວງການຕ່າງ ປະເທດ ໄດ້ຍົກໃຫ້ເຫັນວຽກງານສໍາຫຼວດ ແລະ ຂຸດຄົ້ນ ຊອງຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານ ອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ເປັນວຽກງານທີ່ລັດຖະບານລາວໃຫ້ຄວາມສໍາຄັນ ແລະ ໃຫ້ການຮ່ວມມືສະເໝີຕົ້ນສະເໝີປາຍ ບົນຈິດ ໃຈການປະຕິບັດນະໂຍບາຍມະນຸດສະທໍາ. ພ້ອມດຽວກັນ ຍັງໄດ້ຍ້ອງຍໍຊົມເຊີຍທິມງານຮ່ວມ ລາວ-ອາເມຣິກາ ທີ່ໄດ້ສຸມທຸກຄວາມພະຍາຍາມເຂົ້າໃນການ ປະຕິບັດງານຄັ້ງນີ້ ແລະ ສາມາດຄົ້ນພົບອັດຖິຂອງທະ ຫານອາເມຣິກາ ແລະ ນໍາມາຈັດພິທີມອບ-ຮັບ ໃນຄັ້ງນີ້ ທ່ານ ຮອງລັດຖະມົນຕີ ຍັງໄດ້ຖືໂອກາດນີ້ ສະແດງຄວາມ ຂອບໃຈ ມາຍັງ ຝ່າຍອາເມຣິກາ ທີ່ໄດ້ປະກອບສ່ວນທຶນ ໃນການກໍ່ສ້າງພື້ນຖານໂຄງລ່າງຈໍານວນໜຶ່ງຢູ່ເຂດທີ່ມີການສໍາຫຼວດ ແລະ ຂຸດຄົ້ນ ໂດຍສະເພາະ ໂຮງຮຽນ, ໂຮງໝໍ ແລະ ອື່ນໆ. ພິເສດ ທ່ານ ຮອງລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ຢ່າງສູງຕໍ່ອໍານາດການປົກຄອງ ແລະ ປະຊາຊົນໃນທ້ອງ ຖິ່ນບ່ອນທີ່ມີການປະຕິບັດງານ ເຊິ່ງມີຄວາມເຂົ້າໃຈຕໍ່ນະ ໂຍບາຍມະນຸດສະທໍາຂອງລັດຖະບານລາວ ແລະ ໄດ້ໃຫ້ ການຮ່ວມມືຢ່າງດີຕໍ່ການປະຕິບັດງານຮ່ວມຂອງຄະນະວິຊາການ ລາວ-ອາເມຣິກາ ໃນແຕ່ລະຄັ້ງ. ຜ່ານການປະຕິບັດງານຮ່ວມສອງຝ່າຍ ລາວ-ອາເມຣິກາ, ມາເຖິງປັດຈຸບັນ ສາມາດຄົ້ນພົບສິ່ງເສດເຫຼືອຂອງ ທະຫານອາເມຣິກາ ທີ່ໄດ້ຢັ້ງຢືນ ແລະ ສົ່ງມອບໃຫ້ຝ່າຍອາ ເມຣິກາແລ້ວ ຈຳນວນ 288 ຄົນ ໃນຈໍານວນຜູ້ຫາຍສາບ ສູນທັງໝົດ 573 ຄົນ ຫຼື ຫຼາຍກວ່າ 50% ແລະ ຍັງອີກ 285 ຄົນ ທີ່ຈໍາເປັນຈະຕ້ອງໄດ້ສືບຕໍ່ມີການສໍາຫຼວດ ແລະ ຂຸດຄົ້ນຕໍ່ໄປ. Share:FacebookTwitter
ມອບສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ
https://v2.vientianemai.net/archives/55657
ກະຊວງກະສິກຳ ແລະ ປ່າໄມ້ (ຕາງໜ້າ ກົມລ້ຽງສັດ ແລະ ການປະມົງ ແລະ ກົມ ປູກຝັງ) ກັບ ບໍລິສັດ ຊານຊີ ຢາງຫຼິງທຽນຊານ ກະສິກຳເຕັກໂນໂລຊີຈຳກັດ ລົງ ນາມໃນ ບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການດຳເນີນການສຶກສາ ຄວາມເປັນໄປໄດ້ໃນການພັດທະນາໂຄງການລ້ຽງງົວເປັນສິນຄ້າໃນເຂດເມືອງ ສັງທອງ ນະຄອນຫຼວງວຽງຈັນ ແລະ ໂຄງການປູກເຫັດ ແລະ ໝາກເຜັດຢູ່ເຂດ ທີ່ ມີທ່າແຮງເພື່ອສົ່ງອອກໄປ ສປ ຈີນ.      ສັນຍາດັ່ງກ່າວ ປະກອອບມີ  11 ມາດຕາ ເຊິ່ງໄດ້ກຳນົດຈຸດປະສົງ ເປົ້າໝາຍ ຂອບເຂດໜ້າວຽກ ເວລາ ພັນທະ ແລະ ໜ້າທີ່ລະຫວ່າງກົມລ້ຽງສັດ ແລະ ການ ປະມົງ ກັບບໍລິສັດເພື່ອສຶກສາສຳຫຼວດດ້ານພູມສາດ ການນຳໃຊ້ທີ່ດິນ ແຫຼ່ງນໍ້າ ແຮງງານ, ທ່າແຮງທາງດ້ານການລ້ຽງງົວ ແຫຼ່ງອາຫານສັດ ແນວພັນສັດ ການ ຕະຫຼາດເພື່ອມາວິເຄາະດ້ານເສດຖະກິດ-ສັງຄົມ ແລະ ຜົນກະທົບຕໍ່ສິ່ງແວດ ລ້ອມ ລວມທັງການຊຸກຍູ້ສົ່ງເສີມນຳພາປະຊາຊົນລ້ຽງງົວເປັນສິນຄ້າໃນເຂດ ເປົ້າໝາຍຂອງໂຄງການເພື່ອເປັນບ່ອນອີງໃນການພັດທະນາໂຄງການລ້ຽງງົວ ເປັນສິນຄ້າໃນເຂດເມືອງສັງທອງ ນະຄອນຫຼວງວຽງຈັນຕິດພັນກັບການອະນຸ ລັກສິ່ງແວດລ້ອມ ຊຶ່ງການສຶກສາຄວາມເປັນໄປໄດ້ຈະໃຊ້ເວລາບໍ່ເກີນ 16 ເດືອນ.     ສຳລັບ MOU ໃນການຮ່ວມມື ກັັບກົມປູກຝັງ ເພື່ອພັດທະນາໂຄງການ ປູກເຫັດ ແລະ ປູກໝາກເຜັດ ສອງຝ່າຍໄດ້ຕົກລົງເຫັນດີຮ່ວມກັນເພື່ອສຶກສາຄວາມ ເປັນໄປໄດ້ໃນການພັດທະນາໂຄງການດັ່ງກ່າວ ຊຶ່ງປະກອບມີບັນດາໜ້າວຽກຄື: ການສຶກສາສຳຫຼວດດ້ານພູມສາດ ດ້ານອຸທົກກະສາດ ທໍລະນີສາດ ແລະ ວິໄຈ ດ້ານເຕັກນິກ ແລະ ດ້ານເສດຖະກິດ-ສັງຄົມ ການກຳນົດບັນດາໜ້າວຽກ ການປະຕິບັດກອບໜ້າວຽກ ສ້າງບົດວິພາກເສດຖະກິດ-ເຕັກນິກ ແລະ ດຳເນີນການສຶກສາສຳຫຼວດຄວາມເປັນໄປໄດ້ພາຍໃນ 60 ວັນ ແລະ ວຽກ ອຶ່ນໆ.      ພິທີເຊັນ ລົງນາມບົດບົດບັນທຶກດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 20  ກຸມພາ ນີ້ ທີ່ກະຊວງ ກະສິກຳ ແລະ ປ່າໄມ້ ໂດຍການຮ່ວມລົງນາມຄັ້ງນີ້ ແມ່ນ ທ່ານ ນາງ ວິໄລພອນ ວໍລະພິມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ທ່ານ ບຸນຈັນ ກົມບຸນຍາສິດ ຫົວໜ້າກົມປູກຝັງ ທ່ານ ທັດສະກາ ສະພັງທອງ ຫົວໜ້າ ກົມແຜນການ ແລະ ການຮ່ວມມື ແລະ ທ່ານ ຫຍຽນ ຈີນ ເທິງ ຕາງໜ້າບໍລິສັດ ຊານຊີ ຢາງຫຼິງທຽນຊານ ກະສິກຳເຕັກໂນໂລຊີຈຳກັດ ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ  ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງ ກະສິກຳ ແລະ ປ່າໄມ້ ແລະ ພາກສ່ວນທີ່ກ່ຽວຂອງທັງສອງພາກສ່ວນເຂົ້າຮ່ວມ. ພາບ-ຂ່າວ ໜັງສືພິມປະຊາຊົນ Share:FacebookTwitter
ສຶກສາຄວາມເປັນໄປໄດ້ ໂຄງການລ້ຽງງົວ ປູກເຫັດ-ໝາກເຜັດ ເປັນສິນຄ້າສົ່ງອອກ
https://v2.vientianemai.net/archives/55662
ໃນໄລຍະ 1 ປີຜ່ານມາ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຄົ້ນພົບແຮງພັນເຂົ້າ 10 ແນວພັນ ທີ່ທົນທານຕໍ່ ພະຍາດໃບໄໝ້ 1 ແນວພັນ ທີ່ມີສານແກ້ປວດ ປາລາເຊຕາໂມນ ພ້ອມສາມາດຂຶ້ນທະບຽນແນວພັນເຂົ້າໄດ້ 3 ແນວພັນ. ອີງຕາມບົດສະຫຼຸບລາຍງານແຜນພັດທະນາວຽກງານກະສິກຳ ປ່າໄມ້ ແລະ ພັດທະນາຊົນນົດ ປະຈຳປີ 2022 ຂອງກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ໃນ 1 ປີ ຜ່ານມາ ກະຊວງກະສິກຳ ແລະ ປ່າໄມ້ ກໍຄືຂະແໜງ ການກ່ຽວຂ້ອງ ໄດ້ເອົາໃຈໃສ່ຄົ້ນຄວ້າວຽກງານກະສິກຳ ໂດຍສະເພາະ ການຂະຫຍາຍແນວພັນພືດ ແລະ  ສັດ ສາມາດອະນຸລັກ ເຂົ້າໄວ້ໃນທະນາ ຄານເຊື້ອພັນຂອງກະຊວງ ໄດ້ກວ່າ 14.682 ຕົວຢ່າງ ໃນນີ້ໄດ້ຄົ້ນພົບແນວ ພັນເຂົ້າພື້ນເມືອງ 10 ແນວພັນ ທີ່ທົນທານຕໍ່ພະຍາດໃບໄໝ້ ແລະ  ມີແນວພັນເຂົ້າໄຮ່ 1 ແນວພັນ ທີ່ມີສານແກ້ປວດປາລາເຊຕາໂມນ ປັດຈຸບັນໄດ້ຮັກສາແນວພັນໄວ້ໃນທະນາຄານເຊື້ອພັນ ເພື່ອສຶກສາຕໍ່ໄປ. ນອກນີ້ຍັງສາມາດຈົດທະບຽນແນວພັນເຂົ້າໄດ້ 3 ແນວພັນຄື: ຫອມທ່າ ດອກຄຳ 8 ຫອມທ່າດອກຄຳ15 ແລະ ຫອມເຊບັ້ງໄຟ4  ສາມາດຜະລິດ ເມັດພັນເຂົ້າກຸ້ມຕົນເອງໃນປີ 2022. ຄຽງຄູ່ກັນນັ້ນ ຍັງສາມາດສະສົມ ແລະ ອະນຸລັກແນວພັນພືດເສດຖະ ກິດຄື: ເຂົ້າຝ້າງ 50 ຕົວຢ່າງ ພ້ອມທັງນໍາມາເຮັດເປັນພັນບໍລິສຸດຄືນ ໃໝ່ໄດ້ 3 ແນວພັນ  ສາລີພື້ນເມືອງ 148 ແນວພັນ ແລະ ຟື້ນຟູແນວພັນໄດ້ 50 ແນວພັນຕໍ່ລະດູ. ສາມາດຄັດເລືອກແນວພັນສາລີທີ່ ແທດເໝາະໃຫ້ຜົນຜະລິດສູງ ທົນທານຕໍ່ກັບແມງໄມ້ສັດຕູພືດ ພັດທະນາສາລີ  ສຳລັບລ້ຽງສັດ ໄດ້ 2 ແນວພັນ ສະເໜີ ອອກແນວພັນຖົ່ວເຫຼືອງ 1 ແນວພັນ (ນາພອກ1) ຖົ່ວຂຽວ ມີສາຍພັນດີເດັ່ນ 30 ກວ່າສາຍພັນ ແລະ ຄັດເລືອກສາຍພັນມັນ ຕົ້ນຈາກຕ່າງປະເທດໄດ້ 10 ກວ່າສາຍພັນ ທີ່ມີ ຄວາມທົນທານຕໍ່ພະຍາດ ສ້າງແນວພັນໝາກກ້ວຍພື້ນເມືອງໄດ້ 4 ແນວພັນ ເຕົ້າໂຮມສາຍພັນກາ ເຟນ້ອຍໄດ້ 46 ສາຍພັນ ຄັດເລືອກສາຍ ພັນດີເດັ່ນໄດ້ 3 ສາຍພັນ. Share:FacebookTwitter
ປີ 2022 ຄົ້ນພົບແນວພັນເຂົ້າກວ່າ 10 ແນວພັນ ພ້ອມຂຶ້ນທະບຽນ 3 ແນວພັນ
https://v2.vientianemai.net/archives/55667
ໃນວັນ​ທີ 17 ກຸມພາ 2023 ຜ່ານມາ ທ່ານ ສຸພີ ເພັດດາວົງ ຮອງຫົວໜ້າກົມສ້າງຄູ ກະຊວງ​ສຶກສາ​ທິການ ​ແລະ ກີລາ ​ແລະ ທ່ານ ນາງ ເຣ​ເບ​ກກ້າ ​ແມັກ​ຮິວ ຫົວໜ້າ​ແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພຶ້ນຖານໃນ ສປປ ລາວ (ແຜນງານບີຄວາ) ໄດ້​ເດີນທາງ​ໄປ​ທີ່​ວິທະຍາ​ໄລ​ຄູ​ຫຼວງ​ນ້ຳ​ທາ ແຂວງຫຼວງນ້ຳທາ ​ເພື່ອຮ່ວມພິທີ​ເປີດ​ຫ້ອງ​ການພາກພື້ນຂອງແຜນງານບີຄວາ ທີ່ວິທະຍາ ໄລຄູຫຼວງນ້ຳທາ ສ່ວນແຫ່ງທີ່ໜຶ່ງ ແມ່ນວິທະຍາໄລຄູສະຫວັນນະເຂດ ໄຂຂຶ້ນໃນທ້າຍປີ 2022 ຜ່ານມາ ແລະ ແຫ່ງທີ່ສາມ ຄື ວິທະຍາໄລຄູຄັງໄຂ ແຂວງຊຽງຂວາງ ແມ່ນຈະມີຂຶ້ນໃນໂອກາດອັນໃກ້ນີ້.     ໂອກາດດັ່ງກ່າວ ທັງສອງທ່ານ ໄດ້ພົບປະກັບ ທ່ານ ຄໍາສຸກ ທອງກ່ານ ຜູ້ອຳນວຍການວິທະຍາໄລຄູຫຼວງນໍ້າທາ ແລະ ບຸກຄະລາກອນຄົນສຳຄັນຂອງວິທະຍາໄລ ພ້ອມທັງສະແດງຄວາມຂອບໃຈທີ່ໄດ້ອະນຸຍາດໃຫ້ແຜນງານບີຄວາ ໄດ້ມີຫ້ອງການປະຈຳທີ່ແຂວງຫຼວງນ້ຳທາ ໃນວິທະຍາໄລຄູຫຼວງນ້ຳທານອກນີ້ ຍັງໄດ້ຮ່ວມປຶກສາຫາລືກ່ຽວກັບ ແຜນການຮ່ວມມື ແລະ ການຈັດຕັ້ງປະຕິບັດ ວຽກງານການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃນອະນາຄົດ ກັບຕົວແທນຈາກພະແນກສຶກສາທິການແຂວງຫຼວງນໍ້າທາ ຜົ້ງສາລີ ແລະ ບໍ່ແກ້ວ ພ້ອມທັງໄດ້ຮ່ວມປຶກສາຫາລື ເພື່ອກະກຽມການຈັດຕ້ັ້ງປະຕິບັດ ແລະ ການມີສ່ວນຮ່ວມໃນການພັດທະນາລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃນເຂດບໍລິການວິທະຍາໄລຄູຫຼວງນໍ້າທາ. Share:FacebookTwitter
ແຜນງານບີຄວາ ໄຂຫ້ອງການພາກພື້ນໃນວິທະຍາໄລຄູເປົ້າໝາຍແຫ່ງທີ່ 2
https://v2.vientianemai.net/archives/55673
ກອງປະຊຸມແຫ່ງຊາດດ້ານໂພຊະນາການ ຄັ້ງທີ VIII  ແລະ ກອງປະຊຸມຄະນະກຳມະກາແຫ່ງຊາດດ້ານໂພຊະນາການປະຈຳປີ 2022 ຈັດຂຶ້ນວັນທີ 21 ກຸມພາ 2023 ທີ່ຫໍປະຊຸມແຫ່ງຊາດ ເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມະການແຫ່ງຊາດດ້ານໂພຊະນາການ ມີທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ນີແອວຣ ເລໂອນາດ ອຸປະທູດສະຫະພາບເອີຣົບ ປະຈຳ ສປປ ລາວ ພ້ອມດ້ວຍບັນດາຮອງລັດຖະມົນຕີ ຮອງເຈົ້າແຂວງ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.     ທ່ານ ກິແກ້ວ ໄຂຄຳພິທູນ ກ່າວວ່າ ເພື່ອສະຫຼຸບການຈັດຕັ້ງປະຕິບັດວຽກງານແຫ່ງຊາດດ້ານໂພຊະນາການຂອງຂະແໜງການຕາມຂໍ້ຕົກລົງຂອງຄະນະກຳມະການແຫ່ງຊາດດ້ານໂພຊະນາການ ໃນໄລຍະດັ່ງກ່າວເປັນໄລຍະທີ່ມີສິ່ງທ້າທາຍຫຼາຍດ້ານ ຕໍ່ກັບການຈັດຕັ້ງປະຕິບັດແຜນແຫ່ງຊາດດ້ານໂພຊະນາການສະບັບໃໝ່ (NPAN 2021-2025) ທີ່ໄດ້ເຜີຍແຜ່ໃນປີ 2021 ຜ່ານມາເຊິ່ງກອງປະຊຸມຄັ້ງນີ້ຈະໄດ້ທົບທວນຄືນບັນດາກຸ່ມກິດຈະກໍາ ແລະ ຕົວຊີ້ບອກທີ່ໄດ້ປັບປຸງຈາກແຜນຈັດຕັ້ງປະຕິບັດວຽກງານໂພຊະນາການ 2021-2025 ແລະ ວາງທິດທາງແຜນການຈັດຕັ້ງປະຕິບັດວຽກງານໂພສະນາການປີ 2023 ນອກນັ້ນຈະໄດ້ປຶກສາຫາລືບາງບັນຫາສຳຄັນຈຳນວນໜຶ່ງອີກ ເນື່ອງຈາກວ່າວຽກງານໂພຊະນາການແມ່ນວຽກງານທີ່ມີຄວາມສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງທົ່ວໂລກກໍ່ຄື ສປປ ລາວ ແລະ ເປັນໜຶ່ງໃນເປົ້າໝາຍການພັດທະນາແບບຍືນຍົງ (ເປົ້າໝາຍທີ 2 (SDG 2) ໄລຍະຜ່ານມາການຈັດຕັ້ງປະຕິບັດວຽກງານດັ່ງກ່າວບາງດ້ານກໍ່ເຫັນວ່າມີຜົນສຳເລັດ ແລະ ຍັງອີກຫຼາຍດ້ານທີ່ມີຄວາມຫຍຸ້ງຍາກທີ່ຈະເປັນອຸປະສັກຕໍ່ການບັນລຸເປົ້າໝາຍທີ່ວາງໄວ້ເປັນຕົ້ນ ການຫຼຸດຜ່ອນການຂາດອາຫານ ມາດຕະຖານລວງສູງ ມາດຕະຖານນໍ້າໜັກ ມາດຕະຖານຈຸລະສານອາຫານ  ການຂາດວິຕາມິນອາ ການຂາດທາດເຫຼັກ ແລະ ອື່ນໆ. Share:FacebookTwitter
ສະຫຼຸບການຈັດຕັ້ງປະຕິບັດວຽກງານແຫ່ງຊາດດ້ານໂພຊະນາການ
https://v2.vientianemai.net/archives/55680
ກອງປະຊຸມສະຫຼຸບຕີລາຄາຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໄລຍະ 5 ປີ (2016-2020) ແລະ ທິດທາງແຜນການຮອດປີ 2025 ຈັດຂຶ້ນວັນທີ 21 ກຸມພາ 2023 ທີ່ຫ້ອງວ່າການສຳນັກ ງານປະທານປະເທດ (ຫສປທ) ໂດຍເປັນປະທານຂອງທ່ານ ນາງ ເຂັມມະນີ ພົນເສນາ ຫົວໜ້າ ຫສປທ ມີຄະນະພັກ ຄະນະນໍາ ຫົວໜ້າກົມ ຫົວໜ້າພະແນກ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.     ຕະຫຼອດໄລຍະ 5 ປີ ຄະນະພັກ ຄະນະນຳ ຍາມໃດກໍໄດ້ຖືເອົາອົງການຈັດຕັ້ງມະຫາຊົນເປັນກຳລັງແຮງຂອງພັກ ແລະ ໄດ້ນຳພາອົງການຈັດຕັ້ງມະຫາຊົນຊາວໜຸ່ມ ສະຫະພັນແມ່ຍິງ ສະຫະພັນກຳມະບານ ຢ່າງໃກ້ຊິດ ເພື່ອຈັດຕັ້ງປະຕິບັດຂະບວນການແຂ່ງຂັນ 5 ເປັນເຈົ້າຂອງກຳມະບານ ແຂ່ງຂັນ 3 ດີ ຂອງແມ່ຍິງ  ແລະ ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ ຜ່ານການຈັດຕັ້ງປະຕິບັດຄືດັ່ງກ່າວ ໄລຍະ 5 ປີ ໄດ້ຮັບການຍ້ອງຍໍລວມໜູ່ຄື: ຮັບປ້າຍສະຫະພັນກຳມະບານ 5 ເປັນເຈົ້າ ຮັບທຸງໄຊກຳມະບານ 3 ຜືນ (3 ປີຊ້ອນ) ຮັບປ້າຍຊາວໜຸ່ມ 4 ບຸກ ແລະ ຮັບທຸງໄຊນຳໜ້າຂະບວນການຊອງຊາວໜຸ່ມ 1 ຜືນ.        ໃນກອງປະຊຸມ ຍັງໄດ້ມີພິທີປະດັບຫຼຽນໄຊແຮງານຊັ້ນI ຊັ້ນII ແລະ ຊັ້ນIII ໃຫ້ກົມກອງ ແລະ ປະ ດັບຫຼຽນໄຊຫຼຽນໄຊແຮງງານຊັ້ນI ໃຫ້ບຸກຄົນ ປະດັບຫຼຽນໄຊແຮງງານຊັ້ນII ແລະ ຊັ້ນIII ໃຫ້ບຸກຄົນ ປະດັບຫຼຽນກາແຮງງານ ແລະ ມອບໃບຍ້ອງຍໍລັດຖະບານ ຈາກທ່ານປະທານກອງປະຊຸມ. Share:FacebookTwitter
ຫສປທ ສະຫຼຸບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໄລຍະ 5 ປີ
https://v2.vientianemai.net/archives/55687
ເພື່ອເປັນການຢັ້ງຢືນເຖິງຜົນງານຂອງທ່ານນາງ ທາຣາ ບີເທວ ຫົວໜ້າຜູ້ຊີ້ນໍາວຽກງານດ້ານການສຶກສາ ສາທາລະນະສຸກຢູ່ ສປປ ລາວ ປະເທດມຽນມາ  ແລະ ກໍາປູເຈຍ ໃນການຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດໂຄງການການສຶກສາກ່ອນໄວຮຽນ (ECEP) ມູນຄ່າ 28 ລ້ານ ໂດລາສະຫະລັດ ແລະ ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສອງ (GPEII) ໃນມູນຄ່າ 16,8 ລ້ານໂດລາສະຫະລັດ ດັ່ງນັ້ນກະຊວງສຶກສາທິການ ແລະ ກິລາຈຶ່ງໄດ້ຖືມອບ-ຮັບໃບຍ້ອງຍໍໃຫ້ແກ່ທ່ານນາງ ທາຣາ ບີເທວ ໃນອາທິດຜ່ານມາ ທີ່ກະຊວງສຶກສາທິການ ແລະ ກີລາ ໃຫ້ກຽດມອບໂດຍທ່ານນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ມີຂະແໜງການກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.     ໂອກາດນີ້ທ່ານນາງ ສີສຸກ ວົງວິຈິດ ສະແດງຄວາມຊົມເຊີຍຕໍ່ຜົນງານຂອງທ່ານ ທາຣາ ບີເທວທີ່ໄດ້ຮັບຜົນສໍາເລັດໃນໄລຍະຜ່ານມາ ເຊິ່ງທ່ານໄດ້ຊີ້ນຳ-ນຳພາຢ່າງໃກ້ສິດພ້ອມທັງລະດົມທຶນຮອນເພື່ອນຳໃຊ້ເຂົ້າໃນການພັດທະນາວຽກງານການສຶກສາກ່ອນໄວຮຽນ  ແລະ ຂໍໃຫ້ສືບຕໍ່ໃຫ້ການຮ່ວມມື ປະກອບສ່ວນເຂົ້າໃນການພັດທະນາການສຶກສາຢູ່ໃນ ສປປ ລາວ ຢ່າງຕໍ່ເນື່ອງ ທັງນີ້ກໍ່ເພື່ອສົ່ງເສີມໃຫ້ເດັກນ້ອຍລາວໄດ້ເຂົ້າໂຮງຮຽນຢ່າງທົ່ວເຖິງໃນຕໍ່ໜ້າ. Share:FacebookTwitter
ມອບໃບຍ້ອງຍໍໃຫ້ຫົວໜ້າຜູ້ຊີ້ນໍາວຽກງານດ້ານການສຶກສາ ສາທາລະນະສຸກຢູ່ ສປປ ລາວ
https://v2.vientianemai.net/archives/55694
ສູ​ນ​ສື່​ສານ​ເພື່​ອ​ສຸ​ຂະ​ພາບ ແລະ ສຸ​ຂະ​ສຶກ​ສາ​ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຈັດ​ຊຸດ​ເຝິ​ກ​ອົບ​ຮົມ​ກ່ຽວ​ກັບ​ການ​ຮັບ​ຟັງ​ຫາງ​ສຽງ​ສັງ​ຄົມ ເພື່​ອ​ນຳ​ໃຊ​້​ຂໍ້​ມູນ​ໃນ​ການ​ປັບ​ປ​ຸງການ​ຕອບ​ໂຕ້​ພະ​ຍາດ​ໂຄວິດ-19 ແລະ ຂະ​ບວນ​ສັກ​ວັ​ກ​ຊີນ​ກັນ​ພະ​ຍາດ​ໂຄ​ວິດ-19 ໃຫ້​ບັນ​ດາ​ສື່​ມວ​ນ​ຊົນອ້ອມ​ຂ້າງ​ສູນ​ກາງ. ຈຸ​ດ​ປະ​ສົງ​​ຂອ​ງ​ການ​ເຝີກ​ອົບ​ຮົມ​ຄັ້ງ​ນີ້ ເພື່ອສະເໜີຜົນໄດ້ຮັບ ແລະ ປະສົບການຂອງບັນດາແຂວງທົ່ວປະເທດໃນປີ 2022 ໂດຍ ສະເພາະໃນແຂວງທີ່ມີອັດຕາການສັກຢາກັນພະຍາດໂຄວິດ-19 ຕໍ່າ ທົບທວນຄືນທິດສະດີການປ່ຽນແປງພຶດຕິກຳ ນຳສະ ເໜີການຕິດຕາມຫາງສຽງສັງຄົມແບບປົກກະຕິ ແລະ ແບບອອນລາຍ ແລະ ປະໂຫຍດຂອງເຄື່ອງມືດັ່ງກ່າວເຊັ່ນ: ການປັບ ປຸງຂໍ້ຄວາມ ແລະ ການສື່ສານເພື່ອຕອບໂຕ້ ແລະ ການລາຍງານສະພາບທີ່ມີປະສິດທິພາບຫຼາຍຂຶ້ນ ເພື່ອເຝິກ ຊ້ອມການ ຮັບຟັງຫາງສຽງສັງຄົມ ແລະ ສຶກສາຄວາມເປັນໄປໄດ້ໃນການນຳເອົາເຄື່ອງມື ແລະ ບົດຮຽນນີ້ໄປໝູນໃຊ້ໃນແຕ່ລະໜ່ວຍງານ ເພື່ອຊອກຫາແຫຼ່ງຂໍ້ມູນຕ່າງໆຂອງກະຊວງສາທາລະນະສຸກນອກເໜືອຈາກສູນສ​ື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ເພື່ອ ການເຝົ້າລະວັງຈາກຂໍ້ມູນຫຼາຍແຫຼ່ງ (multisource surveillance) ສຳຫຼວດຊ່ອງວ່າງດ້ານຂໍ້ມູນທີ່ບັນດາຂະແໜງການ ຂອງກະຊວງສາທາລະນະສຸກ ແລະ ໜ່ວຍງານອື່ນໆທີ່ກ່ຽວຂ້ອງຈະສາມາດໄດ້ຜົນປະໂຫຍດຈາກການຮັບຟັງຫາງສຽງສັງຄົມ ເພື່ອຫາຂໍ້ສະຫຼຸບຮ່ວມກັນສຳລັບການຈັດຕັ້ງປະຕິບັດຂັ້ນຕອນຕໍ່ໄປ. ຊຸດ​ເຝິກ​ອົບ​ຮົມ​ດັ່ງ​ກ່າວ​ຈັດ​ຂຶ້ນ​ໃນ​ວັນ​ທີ 22-24 ກຸມ​ພາ ທີ່​ເມືອງວັງ​ວຽງ ແຂວງວຽງ​ຈັນ ເປັນ​ປະ​ທານ​ໂດຍ​ ທ່ານ ດ​ຣ ອິງ​ປົງ ທົງ​ພະ​ຈັນ ຮອ​ງ​ຫົວ​ໜ້າ​ສູນ​ສື່​ສານ​ເພື່ອ​ສຸ​ຂະ​ພາບ ແລະ ສ​ຸ​ຂະ​ສຶກ​ສາ ມ​ີ​ຕາງ​ໜ້າ​ສື່​ຈາກ​ພາກ​ສ່ວນ​ຕ່າງໆ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ. Share:FacebookTwitter
ເຝິກອົບຮົມກ່ຽວກັບການຮັບຟັງຫາງສຽງສັງຄົມໃຫ້ກັບສື່ມວນຊົນ
https://v2.vientianemai.net/archives/55705
ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດພິທີປະກາດແຕ່ງຕັ້ງທ່ານຮອງລັດຖະມົນຕີຜູ້ໃໝ່ ເມື່ອວັນທີ 20 ກຸມພາ 2023 ທີ່ຫ້ອງປະຊຸມ ກະຊວງ ສສກ (ຕຶກໄອຊີທີ) ເປັນກຽດເຂົ້າຮ່ວມຂອງທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງ ສສກ ມີຮອງລັດຖະມົນຕີ ຕາງໜ້າກະຊວງພາຍໃນ ຫົວໜ້າ-ຮອງຫົວ   ໜ້າຫ້ອງການ ກົມ ອະທິການບໍດີ ຜູ້ອໍານວຍການ-ຮອງຜູ້ອໍານວຍການ ສະຖາບັນ ສູນ ພະແນກ ວິທະຍາໄລ ພ້ອມດ້ວຍພະນັກງານ ວິຊາການ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມ ທັງແບບເຊິ່ງໜ້າ ແລະ ຜ່ານລະບົບທາງໄກ.     ໃນພິທີ ທ່ານ ທົງສັກ ກົມມະເມືອງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຍົກຍ້າຍພະນັກງານການນໍາໄປຮັບໜ້າທີ່ໃໝ່ ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຍົກຍ້າຍພະນັກງານການນໍາໄປຮັບໜ້າທີ່ໃໝ່ ຜ່ານດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຮອງລັດຖະມົນຕີ ກະຊວງ ສສກ ແລະ ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການບົ່ງຕົວແຕ່ງຕັ້ງກໍາມະການຄະນະພັກ ກະຊວງ ສສກ ໂດຍໄດ້ຍົກຍ້າຍ ທ່ານ ກິ່ງມະໂນ ພົມມະຫາໄຊ ກໍາມະການຄະນະພັກ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເປັນກໍາມະການຄະນະພັກ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາຜູ້ໃໝ່.     ສໍາລັບ ກະຊວງສຶກສາທິການ ແລະ ກີລາ ມີ ທ່ານ ພຸດ ສິມມາລາວົງ ເປັນລັດຖະມົນຕີ ແລະ ມີ ທ່ານ ນາງ ຂັນທະລີ ສີຣິພົງພັນ ທ່ານ ນາງ ປອ ສີສຸກ ວົງວິຈິດ ທ່ານ ປອ ສຸລິອຸດົງ ສູນດາລາ ແລະ ທ່ານ ກິ່ງມະໂນ ພົມມະຫາໄຊ ເປັນຮອງລັດຖະມົນຕີ ຈໍານວນ 4 ທ່ານ. Share:FacebookTwitter
ກະຊວງ ສສກ ປະກາດແຕ່ງຕັ້ງຮອງລັດຖະມົນຕີຜູ້ໃໝ່
https://v2.vientianemai.net/archives/55714
ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 21 ເປີດກວ້າງຮ່ວມກັບອົງການປົກຄອງເມືອງທົ່ວ ນວ ຈັດຂຶ້ນວັນທີ 22 ກຸມພາ 2023 ທີ່ຫ້ອງວ່າການ ນວ ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ມີບັນດາຫົວໜ້າພະແນກການ ອົງການທຽບເທົ່າ ແລະ ເຈົ້າເມືອງເຂົ້າຮ່ວມ.     ກອງປະຊຸມທ່ານ ອາດສະພັງທອງ ສີພັນດອນ ກ່າວວ່າ:ໂດຍປະຕິບັດຕາມແຜນວຽກປະຈໍາເດືອນ ຂອງອົງການປົກຄອງ ນວ ກອງປະຊຸມຄັ້ງນີ້ໄດ້ປຶກສາຫາລືບາງບັນຫາ ແລະ ວຽກງານຈຸດສຸມພົ້ນເດັ່ນໃນເດືອນມີນາ ເພື່ອພ້ອມກັນຄົ້ນຄ້ວາກົນໄກການຈັດຕັ້ງປະຕິບັດແຜນດຳເນີນງານໃນຕໍ່ໜ້າກໍ່ຄື 6 ເດືອນຕົ້ນປີ 2023 ພ້ອມທັງທົບທວນບັນດາວຽກງານກໍໄດ້ມອບໝາຍໃນກອງປະຊຸມຍັງການປົກຄອງນະຄອນຫຼວງວຽງຈັນ ຄັ້ງທີ 20 ເດືອນ ມັງກອນ ມາຮອດປັດຈຸບັນ ຍັງມີວຽກງານໃດຍັງບໍ່ທັນລຸລວງສຳເລັດກໍ່ໃຫ້ບັນດາສະມາຊິກອົງການປົກຄອງໄດ້ສະເໜີ ແລະ ປະກອບຄໍາເຫັນຮ່ວມກັນ ນອກນີ້ກອງປະຊຸມຍັງໄດ້ປຶກສາຫາລື ແລະ ປະກອບຄໍາຄິດເຫັນໃສ່ຂໍ້ຕົກລົງຂອງເຈົ້າຄອງ ນວ ວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານປະຈຳປີ 2023 ຂອງ ນວ ຂໍ້ຕົກລົງວ່າດ້ວຍການສ້າງ ນວ ສະອາດ (ສ.ສະອາດ) ພາຍຫຼັງທີ່ສະພາປະຊາຊົນ ນວ ໄດ້ຮັບຮອງແລ້ວ ແຜນງານການເປີດຂະບວນການວຽງຈັນສະອາດ ເພື່ອເປັນການຄໍານັບຮັບຕ້ອນວັນສ້າງຕັ້ງພັກ 22 ມີນາ ຄົບຮອບ 68 ປີ ນວ ບັນຫາປາກົດການຫຍໍ້ທໍ້ທີ່ເກີດຂຶ້ນກັບແລວທາງລົດໄຟລາວ-ຈີນ ບັນດາການກະກຽມວຽກງານພື້ນຖານໃຫ້ແກ່ການສະຫຼຸບ 2 ວາລະແຫ່ງຊາດຢູ່ ນວ ແລະ ບັນດາແຜນງານໂຄງການທີ່ຕ້ອງໄດ້ຈັດຕັ້ງແຕ່ຫົວທີກະກຽມໃນການເປັນປະທານອາຊຽນໃນປີ 2024. Share:FacebookTwitter
ອົງການປົກຄອງ ນວ ປຶກສາຫາລືວຽກງານສຸມພົ້ນເດັ່ນໃນເດືອນມີນາ
https://v2.vientianemai.net/archives/55716
ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ຮ່ວມກັບພະແນກການຄ້າແຂວງ ຢຸນນານ ສປ ຈີນ ຈັດກອງປະຊຸມແນະນໍາ ແລະ ສົ່ງເສີມການຮ່ວມມືດ້ານເສດຖະກິດ-ການຄ້າລະຫວ່າງແຂວງຢຸນນານ ແລະ ສປປ ລາວ ວັນທີ 21 ກຸມພາ 2023 ທີ່ໂຮງແຮມດອນຈັນພາເລດ ເປັນປະທານຮ່ວມຂອງທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ທ່ານ ຫຼີ ເສິນ ຢາງ ຫົວໜ້າພະແນກການຄ້າແຂວງຢຸນນານ ສປ ຈີນ ມີທ່ານ ຈ້າວ  ເຫວິນ ຢູ ທີ່ປຶກສາທູດເສດຖະກິດການຄ້າ ສະຖານທູດຈິນ ພ້ອມດ້ວຍບັນດາບໍລິສັດພາຍໃນປະເທດລາວ  ແລະ ແຂວງຢຸນນານເຂົ້າຮ່ວມ.     ກອງປະຊຸມບັນດາວິສາຫະກິດທີ່ດໍາເນີນທຸລະກິດພາຍໃນລາວ ແລະ ວິສາຫະກິດທີ່ດໍາເນີນທຸລະກິດຂອງແຂວງຢູນນານ ສປ ຈີນ ໄດ້ມີການພົບປະແລກປ່ຽນ ແລະ ນໍາສະເໜີກ່ຽວກັບການດໍາເນີນທຸລະກິດຂອງບໍລິສັດຕົນ ມີຈຸດປະສົງເພື່ອສົ່ງເສີມໃຫ້ວິສາຫະກິດຂອງທັງສອງຝ່າຍມີການຮ່ວມມືທີ່ດີ ເຊິ່ງໃນໄລຍະການມາຢ້ຽມຢາມລາວຂອງທ່ານ ຫຼີ ເສິນ ຢາງໄດ້ນໍາພາວິສາຫະກິດແຂວງຢຸນນານ ທີ່ມີຄວາມາມາດ 31 ແຫ່ງເຂົ້າຮ່ວມກອງປະຊຸມຄັ້ງນີ້ ໂດຍວິສາຫະກິດເຫຼົ່ານີ້ໄດ້ດໍາເນີນທຸລະກິດກ່ຽວກັບການຄ້າລະຫວ່າງປະ ເທດ ການລົງທຶນຕ່າງປະເທດ ການຜະລິດ ການປຸງແຕ່ງ ການກໍ່ສ້າງພື້ນຖານໂຄງລ່າງ ການບໍລິການ ແລະ ທຸລະກິດອື່ນໆ.     ທ່ານ ອຸເດດ ສຸວັນນະວົງ ມີຄໍາເຫັນຕໍ່ກອງປະຊຸມວ່າ:ແຂວງຢຸນນານເປັນແຂວງໜຶ່ງສໍາຄັນທີ່ໃກ້ກັບ ສປປ ລາວ ບໍ່ມີຊາຍແດນຕິດກັບທະເລແຕ່ຕ້ອງອາໄສເຊິ່ງກັນ ແລະ ກັນໃນການພັດທະນາຮ່ວມກັນ ເພື່ອກ້າວໜ້າທາງດ້ານເສດຖະກິດ ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ ເປັນອົງການຂອງພາກທຸລະກິດຢູ່ລາວ ມີສະມາຊິກເກືອບ 1 ພັນບໍລິສັດໃນທົ່ວປະເທດ ເຊິ່ງມີຫຼາຍບໍລິສັດທີ່ມີຈຸດປະສົງຢາກຮ່ວມມືຄ້າຂາຍ ແລະ ເຮັດທຸລະກິດຮ່ວມກັບແຂວງຢຸນນານ ສະນັ້ນກອງປະຊຸມຄັ້ງນີ້ມີຄວາມສໍາຄັນທີ່ສຸດ ຫຼັງການລະບາດພະຍາດໂຄວິດ-19 ຕ້ອງໄດ້ເພີ່ມສັກກະລາດໃໝ່ດ້ານການຄ້າ ແລະ ການລົງທຶນ ໂດຍສະເພາະຈະຕ້ອງໄດ້ປະຕິບັດບັນດາກອບການລົງທຶນ ຫຼື ການຄ້າເສດຖະກິດທີ່ເລຂາທິການໃຫຍ່ທັງສອງປະເທດໄດ້ຕົກລົງກັນ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ຕາງໜ້າໃຫ້ແກ່ນັກທຸລະກິດລາວຍິນດີຈະປະຕິບັດບັນດາໂຄງການຕ່າງໆ ເພື່ອໃຫ້ບັນດາຂໍ້ຕົກລົງຂອງຜູ້ນໍາທັງສອງປະເທດໃຫ້ປາກົດຜົນເປັນຈິງ ເຊິ່ງພາຍຫຼງເປີດການນໍາໃຊ້ລົດເສັ້ນທາງລົດໄພລາວ-ຈີນ ຄົບຮອບ 1 ປີ ການຂົນສົ່ງສິນຄ້າຜ່ານລົດໄຟລາວ-ຈີນ ໄດ້ເພີ່ມຂຶ້ນກະໂດດຂັ້ນລື່ນຄາດໝາຍ ສິ່ງສໍາຄັນການລົງທຶນທີ່ປິ່ນອ້ອມ ສະພາການຄ້າ ມີໂຄງການສ້າງເຂດເສດຖະກິດພິເສດ ເຂດອຸດສາຫະກຳ ເພື່ອຮອງຮັບບັນດາອຸດສາຫະກຳຕ່າງໆທີ່ຈະມີການຮ່ວມມືລາວ-ຈິນ ແລະ ອື່ນໆ. Share:FacebookTwitter
ລາວ-ຈີນເສີມຂະຫຍາຍການຮ່ວມມືດ້ານເສດຖະກິດ-ການຄ້າ
https://v2.vientianemai.net/archives/55722
ພິທີເປີດງານຄາລາວານວິທະຍາສາດມິດຕະພາບ ລາວ-ໄທ ຈັດຂຶ້ນວັນທີ 14 ກຸມພາ 2023 ທີ່ໂຮງຮຽນມັດທະຍົມສົມບູນ ວຽງຈັນ (ມສ ວຽງຈັນ) ມີທ່ານ ພິມພາ ອຸດທະຈັກ ຜູ້ອໍານວຍການສະຖາບັນ ຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາແກະ ຊວງ ສຶກສາທິການ ແລະ ກິລາ ທ່ານ ດະນຸ ຕັນເທີດທິດ ເລຂານຸການລັດຖະມົນຕີກະຊວງອຸດົມສຶກສາ ວິທະຍາສາດ-ວິໄຈ ແລະ ນະວັດຕະກໍາ ຣາຊະອານາຈັກໄທ ພ້ອມດ້ວຍຜູ້ຕາງໜ້າສະຖານເອກອັກຄະຣາຊະທູດແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ ຜູ້ອໍານວຍການອົງການພິພິຕະພັນວິທະຍາສາດ ແຫ່ງຊາດ ຣາຊະອານາຈັກໄທ ຜູ້ອໍານວຍການໂຮງຮຽນ ມສ ວຽງ ຈັນ ແລະ ຂະແໜງການກ່ຽວຂ້ອງສອງປະເທດເຂົ້າຮ່ວມ. ທ່ານ ພິມພາ ອຸດທະຈັກ ກ່າວວ່າ ການຮ່ວມມືກ່ຽວກັບຄາລາວານວິທະຍາສາດລະຫວ່າງ 2 ປະເທດ (ລາວ-ໄທ) ໄດ້ສືບເນື່ອງ ຈາກການຢ້ຽມຢາມຂອງຄະນະຈາກກະຊວງອຸດົມສຶກສາ ວິທະຍາສາດ-ວິໄຈ ແລະ ນະວັດຕະກໍາ ແຫ່ງຣາຊະອານາຈັກໄທໃນ ປີ 2022 ທີ່ຜ່ານມາ ໂດຍທັງສອງຝ່າຍໄດ້ມີການລົງນາມການຮ່ວມມືໃນຫຼາຍຂົງເຂດວຽກງານ ທັງນີ້ກໍເພື່ອເປັນການຊຸກຍູ້ ສົ່ງເສີມ ສ້າງຄວາມເຂັ້ມແຂງດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາ ໂດຍເຫັນຄວາມສໍາຄັນຕໍ່ວຽກງານດັ່ງກ່າວ ແລະ ອີງໃສ່ທ່າແຮງຂອງກະຊວງອຸດົມສຶກສາ ວິທະຍາສາດ-ວິໄຈ ແລະ ນະວັດຕະກໍາ ແຫ່ງຣາຊະອານາຈັກໄທໂດຍ ອົງການ ພິພິຕະພັນວິທະຍາສາດແຫ່ງຊາດ ແຫ່ງຣາຊະອານາຈັກໄທກ່ຽວກັບການປູກຝັງຈິດສໍານຶກ ແລະ ສົ່ງເສີມໃຫ້ຊາວໜຸ່ມເຍົາ ວະຊົນໃຫ້ມາສົນໃຈວິທະຍາສາດຫຼາຍຂຶ້ນ ແລະ ສ້າງທັກສະໃນການສິດສອນທາງດ້ານວິທະຍາສາດ ດັ່ງນັ້ນ 2 ຝ່າຍຈຶ່ງໄດ້ ຕົກລົງເຫັນດີທີ່ຈະຈັດງານຄາລາວານວິທະຍາສາດຮ່ວມກັນຂຶ້ນໂດຍປະສານສົມທົບກັບບັນດາຂະແໜງການກ່ຽວ ຂ້ອງເພື່ອ ສົ່ງເສີມວຽກງານດ່ັງກ່າວ. ນອກຈາກນີ້ສອງຝ່າຍໄດ້ປຶກສາຫາລືໃນການຮ່ວມມືຫຼາຍດ້ານເປັນຕົ້ນແມ່ນ ການພັດທະນາວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ ການແລກປ່ຽນຂໍ້ມູນຂ່າວສານ ການວິໄຈຫຼາຍຢ່າງທາງດ້ານຊີວະພາບ ການວິໄຈ ແລະ ນະມັດຕະກຳຕ່າງໆ ທັງນີ້ເພື່ອເສີມສ້າງແຮງບັນດານໃຈ ປະສົບການໃຫ້ກັບເຍົາວະຊົນລາວນຳໄປສູ່ການພັດທະນາທັກສະ ຂະບວນກນຄິດທາງວິ ທະຍາສາດ ແລະ ການຮຽນຮູ້ໃຫ້ສູງຂຶ້ນໃນອະນາຄົດ ພາຍໃນງານມີກິດຈະກຳຫຼາຍຢ່າງທີ່ສະແດງເຖິງການພັດທະນາວິທະ ຍາສາດ. Share:FacebookTwitter
ສົ່ງເສີມຊາວໜຸ່ມເຍົາ ວະຊົນ ໃຫ້ມາສົນໃຈວິທະຍາສາດຫຼາຍຂຶ້ນ
https://v2.vientianemai.net/archives/55730
ບໍລິສັດເທີນຫີນບູນ ພາເວີ ຈຳກັດ (THPC) ຮ່ວມກັບບໍລິສັດຜະລິດໄຟຟ້າລາວມະຫາຊົນ (EDL-Gen) ຈັດງານແຂ່ງຂັນກ໊ອຟ ການກຸສົນເພື່ອລະດົມທຶນໄປຊ່ວຍປັບປຸງພື້ນຖານໂຄງລ່າງໃຫ້ແກ່ໂຮງຮຽນທຸກຍາກຢູ່ເຂດຊົນນະບົດ ໃນທ້າຍອາທິດຜ່ານມາ ທີ່ສະໜາມກ໊ອຟ Lao Country Club (ຫຼັກ 14) ມີທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ປະທານສະພາບໍລິຫານບໍລິສັດເທີນຫີນບູນພາເວີ ຈຳກັດ ພ້ອມດ້ວຍຕາງໜ້າ ຈາກກະຊວງ ແລະ ແຂກຖືກເຊີນເຂົ້າຮ່ວມ. ທ່ານ ດາວວົງ ພອນແກ້ວ ກ່າວວ່າ ການຈັດງານເພື່ອການກຸສົນເລີ່ມແຕ່ປີ 2018 ເປັນຕົ້ນມາໄດ້ລະດົມທຶນ 80 ລ້ານກວ່າກີບ ໃນນັ້ນໄດ້ມອບໃຫ້ສະມາຄົມໝາກເສິກ ໂຮງຮຽນຄົນພິການຕາ ທົງປົ່ງ ໃນປີ 2019 ລະດົມທຶນໄດ້ 100 ລ້ານໂດລາສະຫະ ລັດ ທຶນທັງໝົດໄດ້ມອບໃຫ້ຜູ້ປະສົບໄພນໍ້າຖ້ວມຢູ່ແຂວງອັດຕະປື ປີ 2020 ແລະ ປີ 2021 ລະດົມທຶນໄດ້ 200 ກວ່າລ້ານກີບ ໂດຍໄດ້ນຳໃຊ້ທຶນດັ່ງກ່າວເຂົ້າໃນການຍົກລະດັບດ້ານພື້ນຖານໂຄງລ່າງໃຫ້ແກ່ໂຮງຮຽນປະຖົມບ້ານນໍ້າຄຸຍ ເມືອງລ້ອງຊານ ແຂວງໄຊສົມບູນ. ສຳລັບປີ 2023 ນີ້ນັກກິລາທຸກໆຄົນທີ່ເຂົ້າຮ່ວມການແຂ່ງຂັນແມ່ນເສຍຄ່າລົງທະບຽນ 800.000 ກີບ 1 ທ່ານ ເຊິ່ງມີຜູ້ເຂົ້າ ຮ່ວມທັງໝົດ 156 ທ່ານ ສາມາດລະດົມທຶນໄດ້ 124 ລ້ານກວ່າກີບ ສ່ວນເງິນລາຍໄດ້ທັງໝົດໂດຍບໍ່ຫັກຄ່າໃຊ້ຈ່າຍໃດໆຈະ ນໍາໄປປັບປຸງ ແລະ ຟື້ນຟູພື້ນຖານໂຄງລ່າງໃຫ້ແກ່ໂຮງຮຽນທຸກຍາກຢູ່ເຂດຊົນນະບົດທີ່ມີຄວາມຕ້ອງການຈໍາເປັນ Share:FacebookTwitter
THPC ແລະ EDL-Gen ຈັດງານແຂ່ງຂັນກ໊ອຟ ເພື່ອຊ່ວຍເຫຼືອໂຮງຮຽນຢູ່ເຂດຊົນນະບົດ
https://v2.vientianemai.net/archives/55736
ພິທີສະເຫຼີມສະຫຼອງວັນວັນປະສູດ ຂອງສົມເດັດພະເຈົ້າຈັກກະພັດ ນາຣຸຮິໂຕະ ຄົບຮອບ 63 ພັນສາ ຈັດຂຶ້ນວັນທີ 21 ກຸມພາ 2023 ຢູ່ເຮືອນພັກຂອງເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາລາວ ນະຄອນຫຼວງວຽງຈັນ ໂດຍມີທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທັງເປັນປະທານສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີປະຈໍາສໍານັກງານປະທານປະເທດ ພ້ອມດ້ວຍບັນດາລັດຖະມົນຕີ ອະດີດພະນັກງານອາວຸໂສບໍານານ ແຂກຖືກເຊີນເຂົ້າຮ່ວມ.     ທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາລາວ ໄດ້ກ່າວຕ້ອນຮັບແຂກຜູ້ມີກຽດ ແລະ ກ່າວຍ້ອນຄືນເຖິງວສາຍພົວພັນອັນແໜ້ນແກ່ນ ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ທີ່ມີມາແຕ່ຍາວນານ ນອກຈາກນີ້ ຍັງໄດ້ກ່າວເຖິງຕົ້ນໄມ້ສັນຍາລັກ ກໍຄື ຕົ້ນຊາກຸຣະ ໂດຍສະເພາະພິທີປູກຕົ້ນຊາກຸຣະທີ່ທ່ານທູດໄດ້ເຂົ້າຮ່ວມໃນເດືອນມັງກອນ 2023 ຜ່ານມາ ທີ່ສວນມິດຕະພາບລາວ-ຍີ່ປຸ່ນ (ສວນຊາກຸຣະ) ຢູ່ເມືອງວຽງໄຊ ແຂວງຫົວພັນ.    ສໍາລັບປີ 2023 ແມ່ນປີຄົບຮອບ 50 ປີ ຂອງການຮ່ວມມື ແລະ ມິດຕະພາບ ຍີ່ປຸ່ນ-ອາຊຽນ ກອງປະຊຸມສຸດຍອດພິເສດ ຍີ່ປຸ່ນ-ອາຊຽນ ມີກໍານົດທີ່ຈະຈັດຂຶ້ນທີ່ໂຕກຽວ ໃນທ້າຍປີ 2023 ພ້ອມທັງໃຫ້ຄໍາ  ໝັ້ນສັນຍາທີ່ຈະຕັ້ງໃຈຈັດຕັ້ງປະຕິບັດໜ້າທີ່ວຽກງານ ຮ່ວມກັບຜູ້ຕາງໜ້າຈາກຝ່າຍລາວ ເພື່ອພັດທະນາ ແລະ ຍົກລະດັບສາຍພົວພັນອັນດີງາມ ລະຫວ່າງ ສອງປະເທດໃຫ້ກ້າວໜ້າຍິ່ງໆຂຶ້ນ.    ພ້ອມກັນນີ້ ທ່ານທູດ ແລະ ແຂກຜູ້ມີກຽດທຸກທ່ານ ໄດ້ຍົກຈອກ ແລະ ອວຍພອນຮ່ວມກັນ ໃຫ້ແກ່ສາຍພົວພັນອັນແໜ້ນແກ່ນຍິ່ງຂຶ້ນ ລະຫວ່າງ ລາວ-ຍີ່ປຸ່ນ ພ້ອມທັງໄດ້ອວຍພອນເຖິງສຸຂະພາບທີ່ດີ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານຂອງທຸກໆທີ່ມາຮ່ວມງານ. Share:FacebookTwitter
ງານລ້ຽງສະຫຼອງວັນວັນປະສູດ ສົມເດັດພະເຈົ້າຈັກກະພັດຍີ່ປຸ່ນ ຄົບຮອບ 63 ພັນສາ
https://v2.vientianemai.net/archives/55744
ປັດຈຸບັນເມື່ອເວົ້າເຖິງການປະກອບອາຊີບແບບປະສົມປະສານເປັນຕົ້ນ ການຜະລິດກະສິກໍາຕິດພັນກັບການແກະສະລັກໄມ້ເປັນສິນຄ້າ ເປັນອາຊີບໜຶ່ງທີ່ສາມາດສ້າງລາຍຮັບໃຫ້ຄອບຄົວ ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນ ດັ່ງຄອບຄົວຂອງທ່ານນາງ ແກ້ວ ດວງມາລາ ປະຊາຊົນບ້ານນາຍາງ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ປະກອບອາຊີບການຜະລິດກະສິກໍາແບບປະສົມປະສານ ພ້ອມນັ້ນຍັງໃຊ້ເວລາໃນການແກະສະລັກໄມ້ ຈໍາໜ່າຍສູ່ທ້ອງຕະຫຼາດ ເຮັດໃຫ້ເສດຖະກິດຄອບຄົວດີຂຶ້ນ ພ້ອມນັ້ນຍັງໄດ້ເປັນຄອບຄົວຕົວແບບຂອງເມືອງນາຊາຍທອງ ແລະ ເປັນຄອບຄົວຕົວແບບໂຄງການພັດທະນາກະສິກໍາຫ້ວຍຊອນ-ຫ້ວຍຊົ້ວຕື່ມອີກ.     ທ່ານນາງ ແກ້ວ ດວງມາລາ ໃຫ້ສໍາພາດວ່າ: ຄອບຄົວຂອງຕົນເອງໄດ້ຢຶດຖືອາຊີບເຮັດນາ ແລະ ລ້ຽງສັດເປັນຫຼັກ ພ້ອມນັ້ນໄດ້ເຮັດການຜະລິດກະສິກໍາເປັນແບບປະສົມປະສານເປັນອາຊີບເສີມເປັນຕົ້ນ ປູກພືດຜັກ ລ້ຽງປາປີໜຶ່ງສະເລ່ຍ 200 ໂຕນ ລ້ຽງຄວາຍ 15 ໂຕ ແລະ ລ້ຽງງົວ 45 ໂຕ ເຊິ່ງວິທີການປູກ ແລະ ການລ້ຽງແມ່ນໄດ້ຮັບການສະໜັບສະໜູນດ້ານວິຊາການຈາກໂຄງການຫ້ວຍຊອນ-ຫ້ວຍຊົ້ວ ທີ່ເປັນລະຫວ່າງຮ່ວມມືລາວ-ໄທ ໂດຍຜົນຜະລິດແມ່ນຈໍາໜ່າຍຕະຫຼາດພາຍໃນນະຄອນຫຼວງວຽງຈັນ ໂດຍອີງໃສ່ທ່າແຮງຂອງຕົນ ແລະ ຄວາມມັກຮັກດ້ານງານແກະສະລັກໄມ້ ຈຶ່ງໄດ້ນໍາຕູດໄມ້ ຕໍໄມ້ທີ່ຢູ່ຕາມຫົວໄຮ່ປາຍນາມາແກະສະລັກໃຫ້ເປັນຜະລິດຕະພັນທີ່ສາມາດນໍາໃຊ້ໃນຊີວິດປະຈໍາວັນ ເຊິ່ງເບື້ອງຕົ້ນເຮັດແບບປະຖົມປະຖານ ຈາກນັ້ນໃນປີ 2003 ໄດ້ຮັບໂອກາດຈາກພາກສ່ວນກ່ຽວຂ້ອງໃນການສຶກສາຮໍ່າຮຽນ ການແກະສະລັກໄມ້ໃຫ້ມີຄວາມລະອຽດ ສີສັນສວຍງາມ ແລະ ມີມູນຄ່າສູງ ປະກອບມີ ສາກ ຄົກ ຖາດໃສ່ໝາກໄມ້ ຂຽງ ບ່ວງ ເຄື່ອງເອ້ຢ້ອງ ແລະ ເຄື່ອງໃຊ້ຊີວິດປະຈໍາວັນອື່ນໆ ກ່ອນການລະບາດພະຍາດໂຄວິດ-19 ຜະລິດຕະພັນດ່ັງກ່າວ ນອກຈາກຈໍາໜ່າຍພາຍປະເທດແລ້ວຍັງສົ່ງຈໍາໜ່າຍໄປຍັງ ສປ ຈີນ ແລະ ປະເທດເພື່ອນບ້ານຕື່ມອີກ ມີລາຄາແຕ່ 10 ພັນກີບ ຫາ 3 ລ້ານກີບ ປັດຈຸບັນຜະລິດຕະພັນໄດ້ຈໍາໜ່າຍພາຍໃນປະເທດ ໂດຍຂາຍຢູ່ພາຍໃນບ້ານ ເນື່ອງຈາກວ່າບ້ານເປັນທາງຜ່ານຂອງນັກທ່ອງທ່ຽວທີ່ໄປທ່ຽວຊົມຕາດຊອນ ແລະ ດ່ານສູງ ພ້ອມນັ້ນຍັງເຂົ້າຮ່ວມງານວາງສະແດງທີ່ພັກ-ລັດກໍ່ຄືພາກສ່ວນກ່ຽວຂ້ອງຈັດຂຶ້ນ.       ທ່ານນາງ ແກ້ວ ດວງມາລາ ໃຫ້ຮູ້ຕື່ມອີກວ່າ: ການຜະລິດກະສິກໍາຕິດພັນກັບການແກະສະລັກໄມ້ເປັນສິນຄ້າ ເປັນອາຊີບໜຶ່ງທີ່ຕ້ອງມີຄວາມດຸໝັ່ນ ໃຊ້ຄວາມອົດທົນສູງ ແລະ ຜູ້ທີ່ເຮັດໄດ້ຕ້ອງມີຈິດໃຈມັກຮັກແທ້ໆ ເຊິ່ງຜ່ານການປະກອບອາຊີບນີ້ມາຫຼາຍປີໄດ້ຄອບຄົວຕົວແບບຂອງເມືອງນາຊາຍທອງ ແລະ ເປັນຄອບຄົວຕົວແບບໂຄງການພັດທະນາກະສິກໍາຫ້ວຍຊອນ-ຫ້ວຍຊົ້ວ. Share:FacebookTwitter
ຄອບຄົວຕົວແບບໂຄງການພັດທະນາກະສິກໍາຫ້ວຍຊອນ-ຫ້ວຍຊົ້ວ
https://v2.vientianemai.net/archives/55747
ວັນທີ 23 ກຸມພາ 2023 ທີ່ທໍານຽບປະທານປະເທດ ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດຕ່າງປະເທດ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ປະຈໍາ ສປປ ລາວ ດັ່ງນີ້:     ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງ ທ່ານ ໂຈນາທານ ຄິງສ໌ ເອກອັກຄະລັດຖະທູດ ແຫ່ງ ນິວຊີແລນ ປະຈໍາລາວ  ມີສຳນັກງານສະຖານທູດຕັ້ງຢູ່ ບາງກອກ ຣາຊະອານາຈັກໄທ ທ່ານ ເປໂດຣ ຊະວາເລັນ        ເອກອັກຄະລັດຖະທູດ ແຫ່ງ ສະມາພັນທະລັດ ສະວິດ ປະຈໍາລາວ ມີສຳນັກງານສະຖານທູດຕັ້ງຢູ່ ບາງກອກ ຣາຊະອານາຈັກໄທ ທ່ານ ປາເວວ ປີເຕວ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ເຊັກ ເຊິ່ງມີສຳນັກງານສະຖານທູດຕັ້ງຢູ່ ບາງກອກ ຣາຊະອານາຈັກໄທ ທ່ານ ນິໂກລາຍ ພຣິດສ໌ເອກອັກຄະຣາຊະທູດແຫ່ງ ຣາຊະອານາຈັກ ດານມາກ ມີສໍານັກງານສະຖານທູດຕັ້ງຢູ່ ນະຄອນຫຼວງ ຮ່າໂນ້ຍ ສສ ຫວຽດນາມ ທ່ານ ອູລັດຊີເມຍ ບາຣາວີກູ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ເບລາຣຸດຊີ ມີສໍານັກງານສະຖານທູດຕັ້ງຢູ່ ນະຄອນຫຼວງ ຮ່າໂນ້ຍ ສສ ຫວຽດນາມ.     ໂອກາດນີ້ ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ບັນດາທ່ານເອກອັກຄະລັດຖະທູດ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ຄົນໃໝ່ ປະຈໍາ ສປປ ລາວ ຄັ້ງນີ້ ຫວັງວ່າໃນໄລຍະທີ່ ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ປະຈຳ ສປປ ລາວ ບັນດາທ່ານທູດ ຈະເປັນຂົວຕໍ່ສຳຄັນເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນໃນອະນາຄົດ.      ລັດຖະບານ ແລະ ພາກສ່ວນກ່ຽວຂ້ອງຕ່າງໆຂອງລາວ ພ້ອມທີ່ຈະໃຫ້ການຮ່ວມມື ສະໜັບສະໜູນ ແລະ ອໍານວຍ ຄວາມສະດວກ ເພື່ອໃຫ້ບັນດາທ່ານທູດ ສາມາດເຮັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງຈົບງາມ   ທ່ານປະທານປະເທດ ໄດ້ສະເໜີໃຫ້ບັນດາທ່ານເອກອັກຄະລັດຖະທູດ ຈົ່ງສືບຕໍ່ຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢຽມເຊິ່ງກັນ ແລະ ກັນ ລະຫວ່າງ ບັນດາການນຳຂັ້ນສູງ ຈົນເຖິງ ການໄປມາຫາ ສູ່ກັນລະຫວ່າງ ປະຊາຊົນ ດ້ວຍກັນໃຫ້ຫຼາຍຂຶ້ນ ໄດ້ຢືນຢັນຄືນແນວທາງນະໂຍບາຍການຕ່າງປະເທດ ອັນສະເໝີຕົ້ນສະເໝີປາຍຂອງ ສປປ ລາວ ຍາມໃດກໍຍຶດໝັ້ນໃນແນວທາງການຕ່າງປະເທດ ແຫ່ງ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມື ສປປ ລາວ ເປັນປະເທດຮັກຫອມສັນຕິພາບ ຢາກເປັນມິດກັບທຸດປະເທດ ພ້ອມທີ່ຈະຮ່ວມມື ກັບທຸກປະເທດ ບົນຫຼັກການເຄົາລົບເຊິ່ງກັນ ແລະ ກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ ເພື່ອຄວາມຢູ່ດີກິນດີ ຂອງປະຊາຊົນ ເພື່ອສັນຕິພາບ ແລະ ການພັດທະນາແບບຍືນຍົງຢູ່ໃນໂລກ.    ບັນດາທ່ານ ເອກອັກຄະລັດຖະທູດ ຍັງໄດ້ສະແດງຄວາມຍິນດີທີ່ຈະສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນ ມິດຕະພາບອັນດີງາມ ແລະ ການຮ່ວມມືຢ່າງມີຫມາກຜົນ ລະຫວ່າງ ປະເທດຂອງຕົນ ກັບ ສປປ ລາວ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍຕົວ ເພື່ອນຳເອົາຄວາມຈະເລີນຮຸ່ງເຮືອງມາສູ່ ປະເທດຊາດ ແລະ ນຳເອົາຜົນປະໂຫຍດສູງສຸດມາສູ່ ປະຊາຊົນຢ່າງແທ້ຈິງ. Share:FacebookTwitter
ປະທານປະເທດ ຕ້ອນຮັບບັນດາທູດຕ່າງປະເທດເຂົ້າຢື່ນສານຕາຕັ້ງ
https://v2.vientianemai.net/archives/55754
ພິທີເຊັນບົດບັນທຶກການເຊື່ອມຕໍ່ຖານຂໍ້ມູນວິສາຫະກິດແຫ່ງຊາດ ແລະ ຖານຂໍ້ມູນລົງທຶນລະຫວ່າງ ກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ (ຜທ) ແລະ ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຈັດຂຶ້ນວັນທີ 23 ກຸມພາ 2023 ທີ່ກະຊວງ ຜທ ໂດຍຮ່ວມລົງນາມ ລະຫວ່າງທ່ານ ວັນທະນາ ນໍລິນທາ ຫົວໜ້າກົມສົ່ງເສີມການລົງທຶນ ແລະ ທ່ານ ອະພິສິດ ແສງສຸລິວົງ ຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ມີທ່ານ ສະຖາບັນດິດ ອີນສິຊຽງ  ໃໝ່ ຮອງລັດຖະມົນຕີກະຊວງ ຜທ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງ ອຄ ແລະ ພະນັກງານທັງສອງຝ່າຍເຂົ້າຮ່ວມ.     ທ່ານ ວັນທະນາ ນໍລິນທາ ກ່າວວ່າ:ຈຸດປະສົງຂອງການຮ່ວມມືຄັ້ງນີ້ ແມ່ນແນ່ໃສ່ສ້າງກົນໄກປະສານງານ ແລກປ່ຽນຂໍ້ມູນ ແລະ ອຳນວຍຄວາມສະດວກໃນການເຊື່ອມຕໍ່ລະບົບຖານຂໍ້ມູນລົງທຶນ ແລະ ຖານຂໍ້ມູນວິສາຫະກິດແຫ່ງຊາດ ທີ່ຕິດພັນກັບການອະນຸຍາດລົງທຶນສຳປະທານ ແລະ ຂໍ້ມູນທະບຽນວິສາຫະກິດ ໃນປີທີ່ຜ່ານມາ ກົມສົ່ງເສີມການລົງທຶນໄດ້ມີການສ້າງ ແລະ ປັບປຸງຖານຂໍ້ມູນການລົງທຶນ ເພື່ອເກັບກຳຂໍ້ມູນການລົງທຶນ ແລະ ການຕິດຕາມກວດກາການລົງທຶນສຳປະທານທົ່ວປະເທດ ທີ່ສາມາດເຊື່ອມຕໍ່ກັບຂະ ແໜງແຜນການ ແລະ ການລົງທຶນຂັ້ນແຂວງ ສະນັ້ນ ເພື່ອເຮັດໃຫ້ຖານຂໍ້ມູນການລົງທຶນມີຄວາມຄົບຖ້ວນສົມບູນຂຶ້ນ ພວກເຮົາຈຶ່ງຈຳເປັນຕ້ອງມີການເຊື່ອມຕໍ່ກັບຂະແໜງການທີ່ກ່ຽວຂ້ອງ ເພື່ອແລກປ່ຽນຂໍ້ມູນທີ່ສໍາຄັນ ຜ່ານມາ ພວກເຮົາກໍໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັບຂະແໜງແຮງງານ ແລະ ສະ ຫວັດດີການສັງຄົມ ເພື່ອແລກປ່ຽນຂໍ້ມູນດ້ານຕະຫຼາດແຮງງານ ແລະ ການນຳເຂົ້າແຮງງານຕ່າງປະເທດ ແລະ ຂະແໜງອຸດສາຫະກຳ ແລະ ການຄ້າ ກໍເປັນຂະແໜງການທີ່ 2 ທີໄດ້ຮ່ວມມືກັນແລກປ່ຽນຂໍ້ມູນການຂຶ້ນທະບຽນວິສາຫະກິດ ແລະ ການອະນຸຍາດໂຄງການສໍາປະທານ ໃນຕໍ່ໜ້າກະຊວງ ຜທ ຍັງຈະສືບ ຕໍ່ເຊື່ອມໂຍງກັບຖານຂໍ້ມູນຂອງກະຊວງການເງິນ ແລະ ພາກສ່ວນອື່ນໆ. Share:FacebookTwitter
ຈະເຊື່ອມຕໍ່ຖານຂໍ້ມູນວິສາຫະກິດແຫ່ງຊາດ ແລະ ຖານຂໍ້ມູນລົງທຶນ
https://v2.vientianemai.net/archives/55771
ກອງປະຊຸມສະໄໝສາມັນຄົບຄະນະບໍລິຫານງານສະຫະພັນກຳມະບານນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 3 ສະໄໝທີ່ VIII ຈັດຂຶ້ນວັນທີ 22 ກຸມພາ 2023 ທີ່ຫ້ອງວ່າການ ນວ ເປັນປະທານຂອງທ່ານ ດາວເພັດ ອາລຸນ ປະທານສະຫະພັນກຳມະບານ ນວ ມີທ່ານ ພົນຈັດຕະວາ ສີພອນ ຈັນສົມວົງ ຮອງເລຂາຄະນະພັກ ນວ ທ່ານ ວິໄລ ວົງຄະເສີມ ຮອງປະທານສູນກາງສະຫະພັນກຳມະບານລາວ ພ້ອມດ້ວຍປະທານ ຮອງປະທານສະຫະພັນກຳມະບານຮາກຖານອ້ອມຂ້າງ ນວ ເຂົ້າຮ່ວມ.     ທ່ານ ຈັນທະລາ ກຸສົນ ຮອງປະທນສະຫະພັນ ນວ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດມະຕິກອງປະຊຸມສາມັນຄົບຄະນະບໍລິຫານງານສະຫະພັນກຳມະບານນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 2 ສະໄໝທີ່ VIII ປີ 2022 ໂດຍໄດ້ຍົກໃຫ້ເຫັນຜົນງານທີພົ້ນເດັ່ນ ແລະ ຂໍ້ຄົງຄ້າງຕ່າງໆ ສະຫະພັນກຳມະບານ ນວ ມີຮາກຖານກຳມະບານຂຶ້ນກັບ 523 ຮາກຖານ ມີສະມາຊິກກຳມະບານ 13 ພັນກວ່າຄົນ ນອກຈາກນີ້ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຂະບວນການແຂ່ງຂັນ 5 ເປັນເຈົ້າສຳເລັດ 67 ພາກສ່ວນ ໄດ້ປະເມີນຕົວຈິງ 65 ພາກສ່ວນ ສາມາດຢັ້ງຢືນສະຫະພັນ ແລະ ຮາກຖານກຳມະບານ 5 ເປັນເຈົ້າ ປະຈຳປີ 2022 ຈຳນວນ 65 ພາກສ່ວນ.     ໂອກາດນີ້ກອງປະຊຸມໄດ້ຮັບຟັງການໂອ້ລົມຂອງທ່ານ ວິໄລ ວົງຄະເສີມ ແລະ ມອບໃບຢັ້ງຢືນໃຫ້ສະຫະພັນກຳມະບານ ນວ ເປັນສະຫະພັນກຳມະບານ 5 ເປັນເຈົ້າປະຈຳປີ 2022 ຈາກນັ້ນກໍມອບໃບຢັ້ງຢືນ 5 ເປັນເຈົ້າໃຫ້ສະຫະພັນກຳມະບານ ແລະ ກຳມະບານຮາກຖານ 65 ພາກສ່ວນຄື 9 ສະຫະພັນກຳມະບານເມືອງ 13 ສະຫະພັນກຳມະບານພະແນກ ຂົງເຂດ 43 ກຳມະບານຮາກຖານລັດ ແລະ ລັດວິສາຫະກິດເອກະຊົນ. Share:FacebookTwitter
ມອບໃບຢັ້ງຢືນໃຫ້ສະຫະພັນກຳມະບານ 5 ເປັນເຈົ້າ 65 ພາກສ່ວນ
https://v2.vientianemai.net/archives/55777
ໃນຕອນບ່າຍຂອງວັນທີ 22 ກຸມພາ 2023 ທີ່ກະຊວງການຕ່າງປະເທດ ທ່ານ ໂພໄຊ ໄຂຄໍາພິທູນຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບ ທ່ານ ນາງ Sarah Lou Ysmael ARRIOLA (ສັນຊາດຟິລິປິນ) ຜູ້ອໍານວຍການພາກພື້ນອາຊີປາຊີຟິກ ຂອງອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ພ້ອມດ້ວຍຄະນະ.     ຈຸດປະສົງຂອງການເຂົ້າຢ້ຽມຢາມດັ່ງກ່າວ ເພື່ອປຶກສາຫາລືກ່ຽວກັບການຮ່ວມມື ລະຫວ່າງ ລັດຖະ ບານ ສປປ ລາວ ແລະ ອົງການ IOM ທີ່ຜ່ານມາ ແລະ ໃນຕໍ່ໜ້າ ໂອກາດນີ້ທ່ານ ໂພໄຊ ໄຂຄໍາພິທູນ ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານ ນາງ Sarah Lou Ysmael ARRIOLA ຢ່າງອົບອຸ່ນໃນໂອກາດທີ່ທ່ານໄດ້ມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ເປັນຄັ້ງທໍາອິດ ຫຼັງຈາກໄດ້ເຂົ້າຮັບຕໍາແໜ່ງໃນເດືອນຕຸລາ 2022 ທີ່ຜ່ານມາ ພ້ອມນີ້ ທ່ານຮອງລັດຖະມົນຕີ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ອົງການ IOM ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ຕະຫຼອດໄລຍະຜ່ານມາ ໂດຍສະເພາະໃນໄລຍະການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ໄລຍະການຟື້ນຟູດ້ານເສດຖະກິດຫລັງການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ ທ່ານຮອງລັດຖະມົນຕີໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມໃນຄັ້ງນີ້ ເຊິ່ງເປັນການສືບຕໍ່ຮັດແໜ້ນສາຍພົວພັນການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ IOM ໃຫ້ດີຍິ່ງຂຶ້ນກວ່າເກົ່າ ພ້ອມອວຍພອນໃຫ້ທ່ານ ນາງ Sarah Lou Ysmael ARRIOLA ແລະ ຄະນະ ປະສົບຜົນສໍາເລັດໃນການມາຢ້ຽມຢາມໃນຄັ້ງນີ້ ແລະ ຫວັງວ່າອົງການ IOM ຈະສືບຕໍ່ຊ່ວຍເຫຼືອທາງດ້ານເຕັກນິກ ວິຊາການ ກໍ່ຄືວຽກງານຕ່າງໆທີ່ກ່ຽວຂ້ອງ ໃຫ້ແກ່ ສປປ ລາວ ໃນຕໍ່ໜ້າ.     ໃນໂອກາດນີ້ ທ່ານ ນາງ Sarah Lou Ysmael ARRIOLA ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈລັດຖະບານ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ເຮັດວຽກຮ່ວມກັບອົງການ IOM ຕະຫຼອດໄລຍະຜ່ານມາ ແລະ ໄດ້ສຳເລັດການສ້າງແຜນຍຸດທະສາດການຮ່ວມມືຮ່ວມກັນ ພ້ອມດຽວກັນນີ້ ໃນປີ 2024 ໃນໂອກາດທີ່ ສປປ ລາວ ຈະເປັນປະທານອາຊຽນ ທ່ານໄດ້ກ່າວຢໍ້າວ່າອົງການ IOM ຈະສືບຕໍ່ຮ່ວມມື ແລະ ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນວຽກງານການເຄື່ອນຍ້າຍຖິ່ນຖານ ໂດຍສະເພາະການສ້າງຄວາມເຂັ້ມແຂງໃຫ້ແກ່ເຈົ້າໜ້າທີ່ຂອງ ສປປ ລາວ ໃນວຽກງານທີ່ກ່ຽວຂ້ອງກັບການເຄື່ອນຍ້າຍຖິ່ນຖານ ການຕ້ານການລັກລອບເຂົ້າເມືອງຜິດກົດໝາຍ ແລະ ການຕ້ານການຄ້າມະນຸດເປັນຕົ້ນ.     ອົງການ IOM ແມ່ນອົງການເຄືອຂ່າຍ ສປຊ ມີສະມາຊິກທັງໝົດ 175 ປະເທດ ສະເພາະຢູ່ໃນຂົງເຂດອາຊີປາຊີຟິກ ມີປະເທດສະມາຊິກ ແລະ ປະເທດສັງເກດການ ຈໍານວນ 37 ປະເທດ ອົງການ IOM ໄດ້ຮັບອະນຸມັດໃຫ້ສ້າງຕັ້ງຫ້ອງການໂຄງການຢູ່ ສປປ ລາວ ໃນປີ 2007 ໂດຍໜ້າວຽກຫຼັກແມ່ນສຸມໃສ່ວຽກງານການຊ່ວຍເຫຼືອດ້ານສຸຂະພາບ ດ້ານການສຶກສາໃຫ້ແກ່ຜູ້ອົບພະຍົບ ແລະ ປະຊາຊົນທົ່ວໄປ ພ້ອມທັງຍັງມີການຮ່ວມມືໃນໂຄງການຕ້ານການຄ້າມະນຸດຕື່ມອີກ ສປປ ລາວ ໄດ້ເຂົ້າເປັນສະມາຊິກຂອງອົງການສາກົນເພື່ອການເຄື່ອນຍ້າຍຖິ່ນ ຖານ (IOM) ໃນເດືອນ ມິຖຸນາ 2018 ແລະ ໃນວັນທີ 1 ກັນຍາ 2021 ກໍ່ໄດ້ເຊັນສັນຍາການຮ່ວມມືຮ່ວມກັນລະຫວ່າງລັດຖະບານ ສປປ ລາວ ແລະ ອົງການ IOM. Share:FacebookTwitter
ອົງການ IOM ສືບຕໍ່ຮ່ວມມືໃຫ້ການຊ່ວຍເຫຼືອ ສປປ ລາວ ໃນວຽກງານການເຄື່ອນຍ້າຍຖິ່ນຖານ
https://v2.vientianemai.net/archives/55781
ຄະນະກຳມະການແຫ່ງຊາດເພື່ອຄົນພິການ ຮ່ວມກັບ ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ໂດຍຮ່ວມມືກັບ ບັນດາອົງການຈັດຕັ້ງຂອງຄົນພິການ ແລະ ອົງການເພື່ອມະນຸດສະທຳ ແລະ ການມີສ່ວນຮ່ວມ (HI) ຈັດກອງປະຊຸມປະຈໍາປີ ເພື່ອປຶກສາຫາລືກ່ຽວກັບວຽກງານດ້ານນະໂຍບາຍທີ່ກ່ຽວຂ້ອງກັບຄົນພິການ ຄັ້ງທີ 2 ຂຶ້ນວັນທີ 23 ກຸມພາ 2023 ທີ່ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງທ່ານ ໄຊຄໍາ ພັນນະລັດ ຮອງຫົວໜ້າກົມນະໂຍບາຍຕໍ່ຜູ້ມີຜົນງານພິການ ແລະ ຜູ້ແາຍຸສູງ ທ່ານ ທອງຈັນ ດວງມະລາໄລ ປະທານສະມາຄົນຄົນພິການແຫ່ງຊາດລາວ ມີບັນດາຜູ້ຕາງໜ້າຈາກ​ບັນດາ​ກະຊວງທີ່ກ່ຽວຂ້ອງ ຄູ່ຮ່ວມພັດທະນາ  ອົງການຈັດຕັ້ງສາກົນ (INGOs) ​ແລະ ສະມາຄົມທີ່​ບໍ່​ຫວັງ​ຜົນ​ກຳ​ໄລ ເຂົ້າຮ່ວມ. ອີງຕາມຂໍ້ມູນການສໍາຫຼວດປະຊາກອນແຫ່ງຊາດປີ 2015 ຈຳນວນຄົນພິການໃນ ສປປ ລາວ ມີ 2,77% ຢ່າງໃດກໍຕາມ ໃນປີ 2019 ອົງການອະນາໄມໂລກໄດ້ເຮັດການສໍາຫຼວດປະຊາກອນທີ່ມີຄວາມເປັນພິການ ແລະ ພົບວ່າປະມານ 23% ແມ່ນມີຄວາມພິການຮູບແບບໃດໜຶ່ງ ນີ້ອາດເປັນຂໍ້ມູນຈຳນວນຄົນພິການພາຍໃນປະເທດທີ່ຂ້ອນຂ້າງຖືກຕ້ອງກັບຄວາມເປັນຈິງ. ກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລືກ່ຽວກັບວຽກງານດ້ານນະໂຍບາຍທີ່ກ່ຽວຂ້ອງກັບຄົນພິການ ແມ່ນເພື່ອລະບຸກ່ຽວກັບຂໍ້ຫຍຸ້ງຍາກຕ່າງໆທີ່ຄົນພິການກຳລັງພົບພໍ້ ແລະ ເພື່ອສ້າງໂອກາດໃຫ້ຄູ່ຮ່ວມພັດທະນາ ຮ່ວມກັບພາກລັດ ໄດ້ສົ່ງເສີມການມີສ່ວນຮ່ວມຂອງຄົນພິການ ໃນຂົງເຂດວຽກງານ ດ້ານສາທາລະນະສຸກ ແລະ ໂພຊະນາການ ການສຶກສາ ການປົກປ້ອງທາງສັງຄົມ ແລະ ການເຂົ້າເຖິງຄວາມຍຸຕິທຳ. ຈາກນັ້ນ ກອງປະຊຸມຍັງໄດ້ມີການສົນທະນາກ່ຽວກັບນະໂຍບາຍດ້ານວຽກງານຄົນພິການເພື່ອຮັບຟັງຄໍາເຫັນຈາກພາກລັດ ແລະ ຄູ່ຮ່ວມພັດທະນາ ເພື່ອກຳນົດຄຳໝັ້ນສັນຍາ ຢ່າງໜ້ອຍໜຶ່ງຂໍ້ສໍາລັບປີ 2023 ກ່ຽວກັບວິທີການທີ່ອົງການຈັດຕັ້ງຕ່າງໆ ຈະປະກອບສ່ວນເຂົ້າໃນການສົ່ງເສີມການມີສ່ວນຮ່ວມຂອງຄົນພິການ ເພື່ອຄົນພິການຈະ “ກ້າວໜ້າໄປພ້ອມໆກັນ”. Share:FacebookTwitter
ຫາລືກ່ຽວກັບວຽກງານດ້ານນະໂຍບາຍທີ່ກ່ຽວຂ້ອງກັບຄົນພິການ ຄັ້ງທີ 2
https://v2.vientianemai.net/archives/55783
ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈຳປີ 2022 ແລະ ທິດທາງແຜນການປີ 2023 ຂອງໂຮງໝໍເຊດຖາທິຣາດ ຈັດຂຶ້ນວັນທີ 22 ກຸມພາ 2023 ທີ່ໂຮງໝໍດັ່ງກ່າວ ໂດຍມີທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ທ່ານ ດຣ ຫວັງນະຄອນ ດິດຕະພົງ ຜູ້ອຳນວຍ ການໂຮງຮຽນ ເຊດຖາທິຣາດ ພ້ອມດ້ວຍທ່ານຮອງຜູ້ອຳນວຍການໂຮງໝໍ ແຂກຖືຫເຊີນ ພະນັກງານແພດ ໝໍພາຍໃນໂຮງໝໍດັ່ງກ່າວເຂົ້າຮ່ວມ.     ທ່ານ ດຣ ຫວັງນະຄອນ ດິດຕະພົງ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານໃນໄລຍະຜ່ານ ມາ ເຊິ່ງຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນຫຼາຍດ້ານ ໂດຍສະເພາະການປະຕິບັດໜ້າທີ່ວຽກງານວິຊາສະເພາະ ການຕອບໂຕ້ ສະກັດກັ້ນ ແລະ ຄວບຄຸມພະຍາດໂຄວີດ-19 ແລະ ໄຂ້ຍຸງລາຍ ສະເພາະພະຍາດໂຄວິດ-19 ໄດ້ຈັດສະຖານທີກັ່ນກອງ 5 ຈຸດ ສາມາດກັ່ນກອງໄດ້ທັງໝົດ 154.000 ເທື່ອຄົນ ໃຫ້ການບໍລິການ ເກັບຕົວຢ່າງຈາກກຸ່ມສ່ຽງ ທົ່ວໄປໄດ້ 8.704 ກໍລະນີ ເກັບຕົວຢ່າງຈຸດກັ່ນກອງສຸກເສີນ 1.245 ກໍລະນີ  ຈຳນວນຄົນເຈັບທີ່ເຂົ້ານອນປິ່ນປົວທັງໝົດ 1.163 ຄົນ ໃນນັ້ນເຈັບຂັ້ນວິກິດນອງຫ້ອງຟື້ນຟູຊີບ 116 ຄົນ.     ກ່ຽວກັບພະຍາດໄຂ້ເລືອດອອກ ແຕ່ເດືອນພຶດສະພາ ຫາ ວັນທີ 12 ສິງຫາ 2022 ມີຄົນເຈັບທັງໝົດ 343 ຄົນ ມີອາການເຕືອນ 343 ຄົນ ບໍ່ມີຜູ້ເສຍຊີວິດ ສັງລວມແລ້ວໃນປີ 2022 ຜ່ານມາ ໄດ້ຮັບຄົນເຈັບ ເຂົ້າຮັກສາປິ່ນປົວໄດ້ທັງໝົດ 76.083 ຄົນ ສະເພາະສຸກເສີນ ມີ 21.082 ຄົນ ໃນນັ້ນມີ ສຸກເສີນເດັກ 2.239 ຄົນ ສຸກເສີນຜູ້ໃຫຍ່ 13.475 ຄົນ ແລະ ສຸກເສີນພາຍນອກ 5.368 ຄົນ.     ຈາກຜົນງານໃນສຸມປີຜ່ານມາ ປະກົດມີບຸກຄົນດີເດັ່ນ ໄດ້ຮັບການຍ້ອງຍໍຈາກລັດຖະມົນຕີກະຊວງສາ ທາລະນະສຸກ ປະເພດ1 ມີ 243 ຄົນ ຍິງ 175 ຄົນ ປະເພດ2 ມີ 125 ຄົນ ຍິງ 89 ຄົນ ປະເພດ3 ມີ 22 ຄົນ ຍິງ 17 ຄົນ. Share:FacebookTwitter
ປີຜ່ານມາໂຮງໝໍເຊດຖາທິຣາດ ຮັບຄົນເຈັບສຸກເສີນ ໄດ້ທັງໝົດ 21.082 ຄົນ
https://v2.vientianemai.net/archives/55791
ໃນວັນທີ 22 ກຸມພາ 2023 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມພິທີວາງສີລາລຶກ ໂຄງການກໍ່ສ້າງຕຶກອາເນກປະສົງແຄນຄູ່ (ໄລຍະທີ 1 ຕຶກຕິບເຂົ້າ) ທີ່ນອນຢູ່ໃນໂຄງການເຂດພັດທະນາເສດຖະກິດໃໝ່ສີທັນດອນ ເມືອງໂຂງ ແຂວງຈຳປາສັກ ໂດຍມີບັນດາທ່ານລັດຖະມົນຕີເຈົ້າແຂວງຈຳປາສັກ ຮອງລັດຖະມົນຕີ ຮອງເຈົ້າແຂວງ ບໍລິສັດຜູ້ພັດທະນາໂຄງການ ຜູ້ຕາງໜ້າຈາກແຂວງໃກ້ຄຽງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.     ໃນໂອກາດນີ້ ທ່ານ ລາຕີ ສີສຸພັນນະວົງ ຮອງປະທານສະພາ ຜູ້ຖືຮຸ້ນບໍລິສັດ ຮ່ວມພັດທະນາສີທັນດອນ ຈໍາກັດ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງຕຶກອະເນກປະສົງແຄນຄູ່ (ໄລຍະທີ 1 ຕຶກຕິບເຂົ້າ) ແມ່ນໜຶ່ງໃນບັນດາໂຄງການ ທີ່ນອນຢູ່ໃນແຜນການກໍ່ສ້າງ ແລະ ພັດທະນາໂຄງການເຂດພັດທະນາເສດຖະກິດໃໝ່ ສີທັນດອນ ຕັ້ງຢູ່ເຂດ A ຂອງໂຄງການ (ເຂດບ້ານທ່າຄໍ້ ເມືອງໂຂງ ແຂວງ ຈໍາປາສັກ) ໂດຍໄດ້ເຊັນສັນຍາກັບລັດຖະບານ ແຫ່ງ ສປປ ລາວ ໃນວັນທີ 30 ມິຖຸນາ 2018 ມີເນື້ອທີ່ສໍາປະທານທັງໝົດ 9.846 ເຮັກຕາ ແບ່ງອອກເປັນ 11 ເຂດ ແລະ 6 ໄລຍະການພັດທະນາ ຕຶກຕິບເຂົ້າ ແມ່ນນອນຢູ່ໃນໄລຍະທີ່ 1 ມີຈຳນວນ 2 ຕຶກ ແຕ່ລະຕຶກສູງ 62 ແມັດ ແລະ ມີ 13 ຊັ້ນ ມີເນື້ອທີ່ປຸກສ້າງທັງໝົດ 6,7 ເຮັກຕາ ມູນຄ່າການກໍ່ສ້າງ ປະມານ 200 ລ້ານໂດລາສະຫະລັດ ຈະໃຊ້ເວລາການກໍ່ສ້າງປະມານ 3 ປີ ເມື່ອສ້າງສຳເລັດຈະສາມາດຮອງຮັບນັກທ່ອງທ່ຽວໄດ້ຫຼາຍກວ່າ 2.000 ຄົນ/ມື້ ສ່ວນການກໍ່ສ້າງ ໄລຍະທີ 2 ແມ່ນຕຶກແຄນຄູ່ ມີ 2 ຕຶກ ແຕ່ລະຕຶກສູງ 248.98 ແມັດ ແລະ ມີ 63 ຊັ້ນ ມູນຄ່າການກໍ່ສ້າງ ປະມານ 800 ລ້ານໂດລາສະຫະລັດ ເມື່ອການກໍ່ສ້າງສຳເລັດທັງ 2 ໄລຍະ ຈະເຮັດໃຫ້ເຂດດັ່ງກ່າວ ກາຍເປັນໃຈກາງທາງດ້ານໂຮງແຮມ ທຸລະກິດ ການຄ້າ ວັດທະນະທໍາ ຄວາມບັນເທີງ ແລະ ສັນຍາລັກ ຂອງເຂດສີ່ພັນດອນ ກໍ່ຄື ສປປ ລາວ ອີກໜຶ່ງແຫ່ງ ເວົ້າລວມ ເວົ້າສະເພາະ ຈະເປັນໂຮງແຮມ 5 ດາວ ລະດັບສາກົນແບບສະໄໝ ທີ່ກວມລວມເປັນສະຖານທີ່ພັກຜ່ອນ ທຸລະກິດ ການຄ້າ ການປະຊຸມ ຄວາມບັນເທີງ ການສະແດງ ໂຮງແຮມ ແລະ ອື່ນໆ ປະກອບສ່ວນ​ດຶງ​ດູດ​ເອົາ​ນັກ​ທ່ອງ​ທ່ຽວ ເຂົ້າມາທ່ຽວ ສປປ ລາວ ​ສ້າງວຽກ​ເຮັດ​ງານ​ທຳ​ ແລະ ​ນຳ​ເອົາ​ຜົນ​ປະ​ໂຫຍດ​ມາໃຫ້​ປະຊາຊົນທ້ອງຖິ່ນ ກໍ່ຄືການ​ພັດ​ທະ​ນາ​ເສດ​ຖະ​ກິດ-​ສັງ​ຄົມ ຢູ່​ທ້ອງ​ຖິ່ນ.     ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາວ່າ: ໂຄງການນີ້ ແມ່ນໜຶ່ງໃນບັນດາຄວາມພະຍາຍາມ ແລະ ຄວາມມຸ້ງມາດປາຖະໜາ ຂອງລັດຖະບານ ກໍຄື ທ້ອງຖິ່ນ ແລະ ປະຊາຊົນບັນດາເຜົ່າ ໃນການພັດທະນາເຂດດັ່ງກ່າວ ໃຫ້ກາຍເປັນເຂດຕົວເມືອງໃໝ່ທີ່ທັນສະໄໝຮອບດ້ານ ມີຄວາມສະຫງົບ-ປອດໄພ ເປັນເຂດສີຂຽວ ມີພື້ນຖານເສດຖະກິດທີ່ເຂັ້ມແຂງ ສັງຄົມສີວິໄລ ຍຸຕິທຳ ເສີມສ້າງອະລິຍະທຳ ແລະ ວັດທະນະທຳຂອງຊາດ ຮັບປະກັນການພັດທະນາແບບຍືນຍົງ ແລະ ຕິດພັນກັບການປົກປັກຮັກສາຊີວະນາໆພັນ ລວມທັງ ການສ້າງພື້ນຖານໂຄງລ່າງ ແລະ ສິ່ງສາທາລະນຸປະໂພກ ພ້ອມກັນນັ້ນ ກໍ່ເປັນໂຄງການໜຶ່ງ ທີ່ນອນຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ກໍ່ຄືການຈັດຕັ້ງປະຕິບັດຍຸດທະສາດການພັດທະນາເສດຖະກິດສັງຄົມ ໄລຍະ 10 ປີ (2016-2025) ແລະ ວິໄສທັດຮອດປີ 2030 ເຊິ່ງຈະຊ່ວຍພັດທະນາຄຸນນະພາບຊີວິດ ແລະ ເສດຖະກິດໃຫ້ດີຂຶ້ນ. ພາບແລະຂ່າວ: ກົມປະຊາສຳພັນ ຫສນຍ Share:FacebookTwitter
ໂຄງການກໍ່ສ້າງເຂດພັດທະນາສີທັນດອນຈະຊ່ວຍພັດທະນາຄຸນນະພາບຊີວິດ ແລະ ເສດຖະກິດໃຫ້ດີຂຶ້ນ
https://v2.vientianemai.net/archives/55796
ວັນທີ 18 ກຸມພາ 2023 ທີ່ຜ່ານມາ ບໍລິສັດ ເຊໂປນ ມາຍນິງ ຈໍາກັດ ໄດ້ຈັດພິທີເປີດງານວາງສີລາລຶກ ໂຄງການຂຸດຄົ້ນ ປຸງແຕ່ງ ແລະ ສົ່ງອອກແຮ່ຄໍາເຄົ້າ (ແບບທົດລອງ) ຂຶ້ນຢ່າງເປັນທາງການທີ່ບ້ານໂພນໄຮ ເມືອງເຊໂປນ ແຂວງສະຫວັນນະເຂດ. ເຊິ່ງໂຄງການດັ່ງກ່າວແມ່ນຕັ້ງຢູ່ເຂດບ້ານໂພນໄຮ ແລະ ບ້ານແກ້ງຄືບ ເມືອງເຊໂປນ ແຂວງສະຫວັນນະເຂດ ກວມເອົາເນື້ອທີ່ທັງໝົດ 7,32 ກິໂລຕາແມັດ. ເປັນກຽດເຂົ້າຮ່ວມພິທີດັ່ງກ່າວໂດຍ ທ່ານ ທອງໃສ ໄຊຍະວົງຄຳດີ ຫົວໜ້າຫ້ອງວ່າການແຂວງສະຫວັນນະເຂດ ທ່ານ ບຸນລ້ວນ ລີໄຊຍະລາດ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງສະຫວັນນະເຂດ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນ ແລະ ທຳມະຊາດ ແຂວງສະຫວັນນະເຂດ ທ່ານ ເດວິດ ມໍຣ໌ ປະທານບໍລິສັດ ເຊໂປນ ມາຍນິງ ຈໍາກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ອໍານາດການປົກຄອງທັງສອງບ້ານ. ທ່ານ ສະຖາພອນ ດວງຕາວັນ ຮອງກົມຄຸ້ມຄອງບໍ່ແຮ່ ກ່າວວ່າ: ເພື່ອເຮັດໃຫ້ໂຄງການຂຸດຄົ້ນ ປຸງແຕ່ງ ແລະ ສົ່ງອອກແຮ່ຄໍາເຄົ້າ (ແບບທົດລອງ) ດັ່ງກ່າວໄດ້ເກີດຂຶ້ນຢ່າງເປັນຮູບປະທຳນັ້ນ ແມ່ນຂໍຮຽກຮ້ອງມາຍັງທຸກພາກສ່ວນ ແລະ ທຸກອົງການຈັດຕັ້ງພາກລັດ ທັງສູນກາງ ແລະ ທ້ອງຖິ່ນ ຈົ່ງພ້ອມກັນໃຫ້ຄວາມຮ່ວມມື ຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກໃນດ້ານຕ່າງໆທີ່ກ່ຽວຂ້ອງ ເພື່ອໃຫ້ໂຄງການດັ່ງກ່າວດຳເນີນໄປດ້ວຍດີ ແລະ ປະສົບຜົນສຳເລັດ ແລະກໍ່ເປັນການປະກອບສ່ວນໃນການສ້າງສາພັດທະ ນາປະເທດຊາດໄປພ້ອມກັນ. ທ່ານ ເດວິດ ມໍຣ໌ ຜູ້ອຳນວຍການ ບໍລິສັດ ເຊໂປນ ມາຍນິງ ຈຳກັດ ກ່າວຕື່ມວ່າ: ພວກຂ້າພະເຈົ້າໄດ້ເລີ່ມສຳຫຼວດໂຄງການນີ້ມາໄດ້ 10 ກວ່າປີແລ້ວ ແລະ ມາຮອດປັດຈຸບັນ ບໍລິສັດຂອງພວກຂ້າພະເຈົ້າໄດ້ມີຄວາມພ້ອມໃນທຸກໆດ້ານ ບໍ່ວ່າຈະເປັນຄວາມພ້ອມທາງດ້ານທຶນຮອນ, ເຕັກນິກວິຊາການ, ຂໍ້ມູນການສໍາຫຼວດ, ເຄື່ອງຈັກ ແລະ ວັດຖຸອຸປະກອນຕ່າງໆຢ່າງຄົບຖ້ວນ ແລະ ບໍລິສັດພວກຂ້າພະເຈົ້າກໍ່ໄດ້ມອບເງິນພັນທະໃຫ້ລັດຖະບານລາວລ່ວງໜ້າ ເປັນຈຳນວນເງິນ 3 ລ້ານໂດລາສະຫະລັດ ເປັນທີ່ຮຽບຮ້ອຍແລ້ວ. ດັ່ງນັ້ນ ພວກຂ້າພະເຈົ້າຈຶ່ງໄດ້ສະເໜີເອົາໂຄງການດັ່ງກ່າວ ກ້າວເຂົ້າສູ່ຂັ້ນຕອນການຂຸດຄົ້ນ ປຸງແຕ່ງ ແລະ ສົ່ງອອກແຮ່ຄຳເຄົ້າ ຢ່າງເປັນທາງການ. ເມື່ອໂຄງການສາມາດດຳເນີນໄປໄດ້ດີຈະສາມາດສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນທັງພາຍໃນປະເທດ ແລະ ເຂດໃກ້ຄຽງ ໂດຍສະເພາະກໍ່ແມ່ນປະຊາຊົນພາຍໃນບ້ານໂພນໄຮ ແລະ ບ້ານແກງຄືບ. ນອກຈາກນັ້ນ ທາງບໍລິສັດຍັງຈະຊ່ວຍສະໜັບສະໜູນຊຸມຊົນໃນດ້ານຕ່າງໆ ເຊັ່ນ: ສ້າງຖະໜົນຫົນທາງ ສ້າງໂຮງຮຽນ ສ້ອມແປງຫ້ອງການບ້ານ ເຈາະນ້ຳບາດານໃຫ້ບ້ານໃຊ້ ຈັດຕັ້ງກອງທຶນບ້ານ ແລະ ອື່ນໆ. ການສຳປະທານຄັ້ງນີ້ແມ່ນສືບເນື່ອງຈາກການເຊັນບົດບັນທຶກໂຄງການຮ່ວມມືສຶກສາຂໍ້ມູນແຮ່ທາດ ລະຫວ່າງ ກົມທໍລະນີສາດ ແລະ ແຮ່ທາດ ກະຊວງພະລັງງານ ແລະ ບໍ່ແຮ່  ກັບບໍລິສັດ ວິນແຮມ ມິນິໂຣສ ລາວ ຈຳກັດ (ບໍລິສັດ ເຊໂປນ ມາຍນິງຈຳກັດ ໃນປັດຈຸບັນ) ຢູ່ເຂດເມືອງເຊໂປນແຂວງສະຫວັນນະເຂດ  ໃນຄັ້ງວັນທີ 9 ພຶດສະພາ 2014 ໃນເນື້ອທີ່ທັງຫມົດ 206,72 ກິໂລຕາແມັດ ກຳນົດເວລາ 1 ປີໃຫ້ສໍາເລັດ ແຕ່ຍ້ອນໂຄງການດັ່ງກ່າວບໍ່ສາມາດຈັດຕັ້ງປະຕິບັດໜ້າວຽກເຕັກນິກໄດ້ຕາມຄາດໝາຍ ຈຶ່ງສະເໜີຂໍຕໍ່ອາຍຸສັນຍາລວມທັງໝົດ 3 ຄັ້ງ. ຈາກການປະຕິບັດວຽກງານພາກສະໜາມທີ່ຜ່ານມາ ໂດຍສົມທົບກັບ ກົມທໍລະນີສາດ ແລະ ແຮ່ທາດ, ອຳນາດການປົກຄອງບ້ານ ແລະ ອຳນາດການປົກຄອງທ້ອງຖິ່ນ ບໍລິສັດຈຶ່ງສາມາດຂັດຈ້ອນ ແລະ ກຳນົດຂອບເຂດເນື້ອທີ່ທີ່ມີທ່າແຮງແຫຼ່ງແຮ່ຄຳ ແລະ ສາມາດປະເມີນຄວາມເປັນໄປໄດ້ທາງດ້ານເສດຖະ ກິດຂອງແຫຼ່ງແຮ່ເພື່ອຂໍກ້າວເຂົ້າສູ່ການທົດລອງຂຸດຄົ້ນ ແລະ ປຸງແຕ່ງ. ທັງນີ້ ເພື່ອເປັນການປະກອບສ່ວນສ້າງລາຍຮັບໃຫ້ແກ່ລັດຖະບານ ບໍລິສັດ ເຊໂປນ ມາຍນິງຈຳກັດ ຈຶ່ງໄດ້ສະເໜີຂໍເຈລະຈາເຊັນສັນຍາສຳປະທານ ວ່າດ້ວຍການສຳຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງ ແຮ່ຄຳເຄົ້າ ໃນປີ 2021 ແລະ ລັດຖະບານລາວໄດ້ອະນຸມັດໃຫ້ເຊັນສັນຍາ ວ່າດ້ວຍການສໍາຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງ ແຮ່ຄຳເຄົ້າ (ຊ່ວງໄລຍະທົດລອງ 3 ປີ) ໃນເນື້ອທີ່ 7,32 ກິໂລຕາແມັດ ໃນວັນທີ 21 ກຸມພາ 2022 ທີ່ຜ່ານມາ. Share:FacebookTwitter
ວາງສີລາລຶກ ໂຄງການຂຸດຄົ້ນ ປຸງແຕ່ງ ແລະ ສົ່ງອອກແຮ່ຄໍາເຄົ້າ (ແບບທົດລອງ)
https://v2.vientianemai.net/archives/55800
ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ຕາງໜ້າໂດຍ ພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ແລະ ບໍລິສັດທໍ່ນໍ້າລາວ ອຸດສາຫະກຳ ເທັກໂນໂລຢີ ຈຳກັດຜູ້ດຽວໄດ້ເຊັນສັນຍາວ່າດ້ວຍການລົງທຶນພັດທະນາລະບົບນໍ້າປະປາ ແລະ ດຳເນີນທຸລະກິດບໍລິການນໍ້າປະປາຢູ່ເຂດບ້ານ ນາບົງ ເມືອງປາກງື່ມ ແລະ ເຂດບ້ານສົມສະໄໝ ເມືອງໄຊທານີ ການເຊັນສັນຍາດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ ນວ ຕາງໜ້າເຊັນໂດຍ ທ່ານ ປອ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກ ແຜນການ ແລະ ການລົງທຶນ ນວ ແລະ ທ່ານ ນາງ ສຸຈິນດາ ແສງເພັດ ຮອງຜູ້ອຳນວຍການ ບໍລິສັດທໍ່ນໍ້າລາວ ອຸດສາຫະກຳ ເທັກໂນໂລຢີ ຈຳກັດຜູ້ດຽວ ມີ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນວ ແລະ ຫົວໜ້າມູນນິທິອິດມິດເວດ ທ່ານ ເຈົ້າເມືອງປາກງື່ມ ແລະ ເມືອງໄຊທານີ ພ້ອມດ້ວຍຕາງໜ້າພະແນກການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.                ໂຄງການພັດທະນາ ລະບົບນ້ຳປະປາ ແລະ ໃຫ້ບໍລິການນ້ຳປະປາ ມີມູນຄ່າທັງໝົດ 3.340.934 ໂດລາສະຫະລັດ ຈັດຕັ້ງປະຕິບັດໂຄງການພາຍໃຕ້ຮູບແບບການມີສ່ວນຮ່ວມລະຫວ່າງພາກລັດ ແລະ ເອກະຊົນ ໂດຍແມ່ນອົງການປົກຄອງນະຄອນຫຼວງວຽງຈັນ ເມືອງ ແລະ ບ້ານ ໄດ້ສະໜອງທີ່ດິນທີ່ຕັ້ງລະບົບຜະລິດນ້ຳປະປາ ໄດ້ຮັບທຶນຊ່ວຍເຫຼືອລ້າຈາກມູນນິທິ ອິດມິດເວດ ເຂົ້າໃນການສຳຫຼວດ-ອອກແບບຈຳນວນ 25.000 ໂດລາ, ຊ່ວຍເຫຼືອຄ່າຕິດຕັ້ງນໍ້າໃຫ້ແກ່ຄອບຄົວທຸກຍາກ ແລະ ສະຖານທີ່ສາທາລະນະຂອງຊຸມຊົນ ປະມານ 20.000 ໂດລາ ແລະ ໃຫ້ທຶນຊ່ວຍເຫຼືອໃນການກໍ່ສ້າງຫ້ອງນ້ຳໃຫ້ແກ່ໂຮງຮຽນປະຖົມ ລວມມູນຄ່າ 27.500 ໂດລາ ແລະ ທຶນຊ່ວຍການກໍ່ສ້າງ ຈຳນວນ 450.000 ໂດລາສະຫະລັດ ແລະ ການລົງທຶນຈາກບໍລິສັດທໍ່ນ້ຳລາວ ອຸດສາຫະກຳ ເທັກໂນໂລຢີ ຈຳກັດ ຜູ້ດຽວ ຈຳນວນ 2.890.934 ໂດລາສະຫາລັດ ໃນຮູບແບບ BOT.                ໂຄງການດັ່ງກ່າວແມ່ນໄດ້ລົງມືການກໍ່ສ້າງແຕ່ຕົ້ນເດືອນ ກໍລະກົດ 2022 ເປັນຕົ້ນມາຈົນເຖີງປະຈຸບັນມີຄວາມຄືບໜ້າຫຼາຍກວ່າ 50% ແລະ ຈະໄດ້ທົດລອງຜະລິດນ້ຳ ແລະ ໃຫ້ບໍລິການບາງບ້ານກ່ອນປີ ໃໝ່ລາວ 2023 ເຊີ່ງຕາມແຜນການກໍ່ສ້າງຄາດໝາຍວ່າຈະສຳເລັດການກໍ່ສ້າງ 100% ໃນເດືອນ ກັນຍາ 2023 ນີ້. ພາຍຫຼັງສຳເລັດການກໍ່ສ້າງສາມາດໃຫ້ບໍລິການໃນເຂດ 15 ບ້ານ ກວມເອົາ 3.481 ຫຼັງຄາເຮືອນ21.198 ຄົນ .                ການຈັດຕັ້ງປະຕິບັດໂຄງການດັ່ງກ່າວຂຶ້ນເພື່ອພັດທະນາເສດຖະກິດ-ສັງຄົມຂອງ ນວ ໂດຍສະເພາະການພັດທະນາເສດຖະກິດໃນ ນວ ໃນການສະໜອງນໍ້າໃຫ້ແກ່ປະຊາຊົນໃນເຂດພື້ນທີ່ກຸ່ມບ້ານເປົ້າໝາຍໄດ້ໃຊ້ນໍ້າທີ່ມີຄຸນນະພາບ. Share:FacebookTwitter
ນວ ຮ່ວມມືພາກເອກະຊົນພັດທະນາລະບົບນໍ້າປະປາ ແລະ ໃຫ້ບໍລິການນໍ້າປະປາຢູ່ 2 ເມືອງ
https://v2.vientianemai.net/archives/55806
ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ (2016-2022) ແລະ ທິດທາງແຜນການຮອດປີ 2025 ຂອງນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 24 ກຸມພາ 2023 ທີ່ຫ້ອງວ່າການ ນວ ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ມີທ່ານ ພົນຈັດຕະວາ ສີພອນ ຈັນສົມວົງ ຮອງເລຂາຄະນະບໍລິຫານງານພັກ ນວ ພ້ອມດ້ວຍບັນດາຮອງລັດຖະມົນຕີ ພະນັກງານຫຼັກແຫຼງກ່ຽວຂ້ອງທີ່ມາຈາກຂັ້ນສູນກາງ ຄະນະປະຈໍາພັກ ກໍາມະການພັກ ນວ ເລຂາໜ່ວຍພັກຮາກຖານ ພະແນກການ ອົງການ ກົມກອງ ແລະ ພະນັກງານຫຼັກແຫຼງເຂົ້າຮ່ວມ.     ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງ ນວ ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາການຈັດຕັ້ງະຕິບັດຂະບວນການຍ້ອງຍໍແຂ່ງຂັນຮັກຊາດ ແລະ ພັດທະນາ 2016-2022 ທົ່ວ ນວ ມີບາງຕອນໃຫ້ຮູ້ວ່າ:ໃນປີ 2015 ລັດຖະບານໄດ້ເປີດຂະບວນການຂໍ້ແຂ່ງຂັນຮັກຊາດ ສ້າງບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານສາມສ້າງເຂົ້າສູ່ລ່ວງເລິກຕິດພັນກັບການພັດທະນາຊົນນະບົດ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາ ຊົນໃນຂອບເຂດທົ່ວປະເທດ ແລະ ໃນປີ 2019 ອົງການປົກຄອງ ນວ ໄດ້ຈັດກອງປະຊຸມປະເມີນການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃນທົ່ວ ນວ ແລະ ໄດ້ວາງຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາອອກເປັນ 8 ຂໍ້ ໃນນີ້ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ປະຊາຊົນ ແລະ ຜູ້ປະກອບການໃຫ້ມີຈິດສໍານຶກຂອງການເປັນເຈົ້າພາບທີ່ດີ ເຮັດໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດມາທ່ຽວ ນວ ເອົາໃຈໃສ່ສຶກສາຄວາມສະຫງົບຢູ່ລຽບຊາຍແດນ ຈັດຕັ້ງປະຕິບັດແຜນວຽກ ແລະ ມາດຕະການສ້າງ ນວ ສະຫງົບສຸກ ຢູ່ພາຍໃນ ນວ ອັນໄດ້ສ້າງບັນຍາກາດເອື້ອຍອໍານວຍຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.       ຜ່ານການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ 5 ປີ (2016-2020) ໄດ້ມີບຸກຄົນ ແລະ ກົມກອງດີເດັ່ນໄດ້ຮັບການຍ້ອງຍໍທັງໝົດຄື:ການຍ້ອງຍໍຂອງລັດຖະບານປະກອບມີ ຫຼຽນໄຊແຮງງານຊັ້ນ 1 ລວມ 96 ຫຼຽນໃນນັ້ນມີບຸກຄົນ 92 ຫຼຽນ ແລະ ກົມກອງ 4 ຫຼຽນ ຫຼຽນໄຊແຮງງານຊັ້ນ II ລວມ 354 ຫຼຽນ ໃນນັ້ນບຸກຄົນ 333 ຫຼຽນ ກົມກອງ 21 ຫຼຽນ ຫຼຽນໄຊແຮງງານຊັ້ນ III ລວມ 1.002 ຫຼຽນ ໃນນັ້ນບຸກຄົນ 919 ຫຼຽນ ກົມກອງ 83 ຫຼຽນ ຫຼຽນການແຮງງານ ລວມ 1.969 ຫຼຽນ ໃນນີ້ບຸກຄົນ 1.867 ຫຼຽນ ກົມກອງ 102 ຫຼຽນ ໃບຍ້ອງຍໍລັດຖະບານ 3.951 ໃບ ໃນນີ້ບຸກຄົນ 3.746 ໃບ ກົມກອງ 205 ໃບ ແລະ ປະເພດທຸງໄຊ ແລະ ຄັນທຸງ 1 ຜືນ ປະເພດໃບຍ້ອງຍໍຂັ້ນ ນວ ປະກອບມີ ໃບຍ້ອງຍໍເຈົ້າຄອງ ນວ 5.856 ໃບ ໃນນັ້ນມີ 385 ກົມກອງ ແລະ ບຸກຄົນ 5.471 ທ່ານ ໃບຊົມເຊີຍເຈົ້າຄອງ ນວ 7.692 ໃບ ໃນນັ້ນມີ 361 ກົມກອງ ແລະ ບຸກຄົນ 7.331 ທ່ານ.       ນອກນີ້ກອງປະຊຸມຍັງໄດ້ຮັບຟັງການນໍາສະເໜີບົດຮຽນຂອງຕົວແບບດີເດັ່ນ ການປະກອບຄໍາຄິດເຫັນຕໍ່ການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຂອງຂະແໜງການ ເມືອງ ບ້ານ ແລະ ຕົວແບບຈໍານວນໜຶ່ງ ພິເສດກອງປະຊຸມຄັ້ງນີ້ທ່ານ ອາດສະພັງທອງ ສີພັນດອນ ໃຫ້ກຽດປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ກັບ 3 ກົມກອງດີເດັ່ນ ແລະ ບຸກຄົນດີເດັ່ນ 15 ທ່ານ ແລະ ທ່ານ ພູວົງ ວົງຄໍາຊາວ ໃຫ້ກຽດປະດັບຫຼຽນໄຊແຮງງານຊັ້ນ III ໃຫ້ບ້ານດີເດັ່ນ ຈໍານວນ 6 ບ້ານ ແລະ ບຸກຄົນປະກອບການດີເດັ່ນ 4 ທ່ານ ພ້ອມນີ້ຍັງໄດ້ປະກາດການແຕ່ງຕັ້ງຄະນະຊີ້ນໍາການແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ ນວ ພ້ອມທັງຜ່ານເນື້ອໃນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ. Share:FacebookTwitter
ປະດັບຫຼຽນໄຊແຮງງານໃຫ້ແກ່ກົມກອງ ແລະ ບຸກຄົນດີເດັ່ນ
https://v2.vientianemai.net/archives/55817
ກອງປະຊຸມປະຈຳປີ 2022 ຂອງຄະນະສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ປະຈຳເຂດເລືອກຕັ້ງເມືອງສີໂຄດຕະບອງ ຈັດຂຶ້ນວັນທີ 24 ກຸມພາ 2023 ທີ່ເມືອງສີໂຄດຕະບອງ ນະ ຄອນຫຼວງວຽງຈັນ ໂດຍເປັນ ປະທານຂອງທ່ານ ບຸນມີ ໄຊຍະວົງ ຫົວໜ້າຄະນະສະມາຊິກສະພາປະຊາຊົນ ປະຈຳເຂດເລືອກຕັ້ງເມືອງສີໂຄດຕະບອງ ມີທ່ານ ນາງ ລຳພອຍ ສີອັກຄະຈັນ ຮອງປະທານສະພາປະຊາ ຊົນ ນວ ທ່ານ ທົງ ຫົດທິລາດ ຮອງເຈົ້າເມືອງສີໂຄດຕະບອງ ພ້ອມບັນດາສະມາຊິກສະພາປະຊາຊົນ ນວ ປະຈຳເມືອງ ຫົວໜ້າຫ້ອງການ ປກສ-ປກຊ ແລະ ນາຍບ້ານ 60 ບ້ານເຂົ້າຮ່ວມ.     ທ່ານ ແສງສຸລິຍັນ ສີລິໂພຄຳ ຮອງຫົວໜ້າຄະນະສະມາຊິກສະພາປະຊາຊົນ ນວ ປະຈຳເຂດເລືອກ ຕັ້ງເມືອງສີໂຄດຕະບອງ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2022 ແລະ ທິດທາງ ແຜນການ ປະຈຳປີ 2023 ໃນໄລຍະ 1 ປີຜ່ານມາ ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານຂອງຕົນ ປະສານສົມທົບກັບບັນດາຄະນະກຳມະການຂອງສະພາປະຊາຊົນ ນວ ລົງເຄື່ອນໄຫວວຽກງານຕິດຕາມກວດກາຢູ່ເມືອງໃນແຕ່ລະຂົງເຂດຄື: ລົງຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດຢູ່ເມືອງມີທັງໝົດ 21 ໂຄງການ ໃນນີ້  ໂຄງການຄ້າງມາແຕ່ປີ 2020 ຄືນຫຼັງມີ 20 ໂຄງການ ມູນຄ່າລວມ 87 ຕື້ກວ່າກີບ ໃນນີ້ ໂຄງການປະຕິບັດສຳເລັດ 100% ມີ 16 ໂຄງການ ຍັງຄ້າງການຊຳລະໜີ້ ລວມມູນຄ່າ 58 ຕື້ກວ່າກີບ ມີ 2 ໂຄງການ ກຳລັງສືບຕໍ່ຈັດຕັ້ງປະຕິບັດຄື:ໂຄງການກໍ່ສ້າງນ້ຳປະປາວຽງຄຳ-ຈໍາປາ ມູນຄ່າຕາມສັນຍາ 15.082 ຕື້ກວ່າກີບ ປະຕິບັດໄດ້ 31% ໂຄງການກໍ່ສ້າງນໍ້າປະປາບ້ານດອນຊີງຊູ້ ມູນຄ່າສັນຍາ 5.128 ຕື້ກວ່າກີບ ປະຕິບັດໄດ້ 63% ແລະ ມີ 2 ໂຄງການຢຸດການກໍ່ສ້າງຄື:ໂຄງການກໍ່ສ້າງໂຮງຮຽນປະຖົມໜອງບຶກ ມູນຄ່າສັນຍາ 1,2 ຕື້ກີບ ປະຕິບັດໄດ້ 31% ແລະ ໂຄງການກໍ່ສ້າງໂຮງຮຽນປະຖົມບ້ານວຽງຄຳ ມູນຄ່າກໍ່ສ້າງ 2.293 ຕື້ກວ່າກີບ ປະຕິບັດໄດ້ 40% ປີ 2022 ໄດ້ຮັບໂຄງການໃໝ່ 1 ໂຄງການຄື: ໂຄງການກໍ່ສ້າງຫ້ອງການແຜນການ ແລະ ການລົງທຶນ ແລະ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມູນຄ່າ 4 ຕື້ກວ່າກີບ ມາຮອດປັດຈຸບັນກໍາລັງຈັດຕັ້ງປະຕິບັດ.     ໄດ້ຕິດຕາມ ກວດກາ ແລະ ຊຸກຍູ້ການແກ້ໄຂຄຳຮ້ອງ ຄຳສະເໜີຂອງປະຊາຊົນ ຂອງອົງການປົກ ຄອງເມືອງ ຜ່ານມາໄດ້ຮັບທັງໝົດ 39 ເລື່ອງ ສາມາດແກ້ໄຂສຳເລັດ 23 ເລື່ອງ ສົ່ງໃຫ້ຂັ້ນເທິງ 9 ເລື່ອງ ໃຫ້ເຂົ້າສູ່ຂະບວນຍຸຕິທຳ 3 ເລື່ອງ ຍັງສືບຕໍ່ແກ້ໄຂ 4 ເລື່ອງ ເນື້ອໃນຄຳຮ້ອງຄຳສະເໜີທີ່ພົ້ນເດັ່ນ ແມ່ນພົວພັນເຖິງຂໍ້ຂັດແຍ່ງທີ່ດິນລະຫວ່າງບຸກຄົນກັບບຸກຄົນ ໄດ້ຄຳຮ້ອງທຸກຂອງປະຊາຊົນ ສະເໜີຜ່ານຄະນະສະມາຊິກສະພາປະຊາຊົນ ປະຈຳເຂດເລືອກຕັ້ງເມືອງສີໂຄດຕະບອງ 2 ສະບັບ ແລະ ໄດ້ຮັບຈາກຂັ້ນເທິງ 2 ສະບັບ ສາມາດແກ້ໄຂສຳເລັດ 2 ສະບັບ ສົ່ງຂັ້ນເທິງຄືນ 1 ສະບັບ ແລະ ຍັງສືບຕໍ່ແກ້ໄຂ 1 ສະບັບ.  ຂ່າວ ຊີລິການດາ Share:FacebookTwitter
ສະມາຊິກສະພາປະຊາຊົນ ປະຈຳເຂດເມືອງສີໂຄດຕະບອງ ໄດ້ຮັບຄຳສະເໜີຂອງປະຊາຊົນ ແລະ ຂອງເມືອງເກືອບ 40 ເລື່ອງ