url
stringlengths
22
63
context
stringlengths
4
47.2k
title
stringlengths
4
4.16k
https://www.moj.gov.la/lo/node/381
Website Link: http://www.investlaos.gov.laLink Category: ພາກສ່ວນ ລັດຖະບານ
ກະຊວງ ແຜນການ ແລະ ການລົງທຶນ
https://www.moj.gov.la/lo/node/382
Website Link: http://punlao.comLink Category: ພາກສ່ວນ ເອກະຊົນ
ພັນລາວ
https://www.moj.gov.la/lo/node/383
Website Link: http://www.phetsarath.gov.laLink Category: ພາກສ່ວນ ບໍລິການ
ເພັດຊະລາດ
https://www.moj.gov.la/lo/node/386
ລາຍລະອຽດປະເພດຂອງເອກະສານ: ໜັງສືພີມເອກະສານລົງວັນທີ: 02-ມີນາ-2015ເລກທີຂອງເອກະສານ: 1ເລກສະບັບປີຂອງເອກະສານ: 2015 Online Viewinghttps://www.moj.gov.la/sites/default/files/%E0%BA%81%E0%BA%B0%E0%BA%8A%E0%BA%A7%E0%BA%87/documents/%E0%BA%AA%E0%BA%B7%E0%BB%88%E0%BA%AA%E0%BA%B4%E0%BB%88%E0%BA%87%E0%BA%9E%E0%BA%B5%E0%BA%A1/%E0%BB%9C%E0%BA%B1%E0%BA%87%E0%BA%AA%E0%BA%B7%E0%BA%9E%E0%BA%B5%E0%BA%A1/386/march.pdf
ໜັງສືພີມກົດໝາຍ ປະຈຳເດືອນ ມີນາ 2015
https://www.moj.gov.la/lo/node/387
ລາຍລະອຽດປະເພດຂອງເອກະສານ: ໜັງສືພີມເອກະສານລົງວັນທີ: 01-ເມສາ-2015ເລກທີຂອງເອກະສານ: 15ເລກສະບັບປີຂອງເອກະສານ: 2015 Online Viewinghttps://www.moj.gov.la/sites/default/files/%E0%BA%81%E0%BA%B0%E0%BA%8A%E0%BA%A7%E0%BA%87/documents/%E0%BA%AA%E0%BA%B7%E0%BB%88%E0%BA%AA%E0%BA%B4%E0%BB%88%E0%BA%87%E0%BA%9E%E0%BA%B5%E0%BA%A1/%E0%BB%9C%E0%BA%B1%E0%BA%87%E0%BA%AA%E0%BA%B7%E0%BA%9E%E0%BA%B5%E0%BA%A1/387/april.pdf
ໜັງສືພີມກົດໝາຍ ປະຈຳເດືອນ ເມສາ 2015
https://www.moj.gov.la/lo/node/388
ລາຍລະອຽດປະເພດຂອງເອກະສານ: ໜັງສືພີມເອກະສານລົງວັນທີ: 01-ພຶດສະພາ-2015ເລກທີຂອງເອກະສານ: 1ເລກສະບັບປີຂອງເອກະສານ: 2015 Online Viewinghttps://www.moj.gov.la/sites/default/files/%E0%BA%81%E0%BA%B0%E0%BA%8A%E0%BA%A7%E0%BA%87/documents/%E0%BA%AA%E0%BA%B7%E0%BB%88%E0%BA%AA%E0%BA%B4%E0%BB%88%E0%BA%87%E0%BA%9E%E0%BA%B5%E0%BA%A1/%E0%BB%9C%E0%BA%B1%E0%BA%87%E0%BA%AA%E0%BA%B7%E0%BA%9E%E0%BA%B5%E0%BA%A1/388/may.pdf
ໜັງສືພີມກົດໝາຍ ປະຈຳເດືອນ ພຶດສະພາ 2015
https://www.moj.gov.la/lo/node/389
ລາຍລະອຽດປະເພດຂອງເອກະສານ: ໜັງສືພີມເອກະສານລົງວັນທີ: 02-ມິຖຸນາ-2015ເລກທີຂອງເອກະສານ: 1ເລກສະບັບປີຂອງເອກະສານ: 2015 Online Viewinghttps://www.moj.gov.la/sites/default/files/%E0%BA%81%E0%BA%B0%E0%BA%8A%E0%BA%A7%E0%BA%87/documents/%E0%BA%AA%E0%BA%B7%E0%BB%88%E0%BA%AA%E0%BA%B4%E0%BB%88%E0%BA%87%E0%BA%9E%E0%BA%B5%E0%BA%A1/%E0%BB%9C%E0%BA%B1%E0%BA%87%E0%BA%AA%E0%BA%B7%E0%BA%9E%E0%BA%B5%E0%BA%A1/389/6.pdf
ໜັງສືພີມກົດໝາຍ ປະຈຳເດືອນ ມິຖຸນາ 2015
https://www.moj.gov.la/lo/node/390
Website Link: http://www.na.gov.laLink Category: ພາກສ່ວນ ລັດຖະບານ
ສະພາແຫ່ງຊາດ
https://www.moj.gov.la/lo/node/391
ກອງປະຊຸມປຶກສາຫາລືວຽກງານສຳຄັນຂອງຄະນະນຳກະຊວງຍຸຕິທຳ ໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນສອງ ໃນຕອນເຊົ້າຂອງວັນທີ 14/7/2016 ເພື່ອປຶກສາຫາລື ແລະ ຕົກລົງວຽກ ງານສຳຄັນຂອງກະຊວງ ໂດຍການເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາທ່ານຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ຫົວໜ້າກົມ, ສະຖາບັນຍຸຕິທຳ ແຫ່ງຊາດ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເຂົ້າຮ່ວມຢ່າງພ້ອມພຽງ.       ຈຸດປະສົງຂອງກອງປະຊຸມ ເພື່ອຜ່ານວຽກງານຈຸດສຸມທີ່ສຳຄັນຂອງກົມທະບຽນສານ ແລະ ກົມໂຄສະນາອົບຮົມກົດໝາຍ. ກອງປະຊຸມປຶກສາຫາລືຄັ້ງນີ້ໄດ້ຮັບຟັງ (1). ການສະ ເໜີຜ່ານ (ຮ່າງ) ຂໍ້ຕົກລົງຂອງລັດຖະມົນຕີວ່າດ້ວຍການຄຸ້ມຄອງ, ແບ່ງຄວາມຮັບຊອບ ແລະ ແບບແຜນວິທີເຮັດວຽກຂອງອົງການທະບຽນສານ; (2). ການສ້າງ ແລະ ພັດທະນາ ແອັບໆກົດໝາຍລາວ ແລະ ແອັບໆຄຳສັບກົດໝາຍ ແລະ ການສ້າງປຶ້ມລວບລວມບົດຄວາມ 25 ປີ ວັນລັດຖະທຳມະນູນແຫ່ງຊາດ. ຫຼັງຈາກນັ້ນ, ບັນດາຄະນະນຳກະຊວງ ແລະ ຄະນະ ກົມ ກໍໄດ້ປະກອບຄຳເຫັນໃສ່ 2 ວຽກດັ່ງກ່າວ ຊຶ່ງສາມາດສັງລວມແຕ່ລະວຽກງານໄດ້ ດັ່ງນີ້: ການຜ່ານ (ຮ່າງ) ຂໍ້ຕົກລົງຂອງລັດຖະມົນຕີວ່າດ້ວຍການຄຸ້ມຄອງ, ແບ່ງຄວາມຮັບຊອບ ແລະ ແບບແຜນວິທີເຮັດວຽກຂອງອົງການທະບຽນສານ ແມ່ນປະກອບ ດ້ວຍ 10 ມາດຕາ.  (ຮ່າງ) ຂໍ້ຕົກລົງສະບັບດັ່ງກ່າວ ວາງອອກເພື່ອກຳນົດການແບ່ງຂັ້ນຄຸ້ມຄອງ, ແບ່ງຄວາມຮັບຜິດຊອບ ແລະ ລະບອບແບບແຜນວິທີເຮັດວຽກ ຂອງກົມທະບຽນສານ, ຫ້ອງການ ແລະ ໜ່ວຍງານທະບຽນສານ ແນໃສ່ຮັບປະກກັນການຢັ້ງຢືນຄວາມຖືກຕ້ອງຂອງສັນຍາ ແລະ ເອກະສານອື່ນໆ ໃຫ້ມີຄວາມວ່ອງ ໄວ, ຖືກຕ້ອງ ແລະ ມີປະສິດທິຜົນສູງ. ບັນດາຜູ້ເຂົ້າຮ່ວມໄດ້ປະກອບຄຳເຫັນໃສ່ຊື່ຂອງຂໍ້ຕົກລົງ, ບັນດາມາດຕາທີ່ກ່ຽວຂ້ອງກັບການແບ່ງຄວາມຮັບຜິດຊອບ ລະ ຫວ່າງ ກົມທະບຽນສານ, ຫ້ອງການ ແລະ ໜ່ວຍງານທະບຽນສານ ທີ່ຂຶ້ນກັບການຄຸ້ມຄອງຂອງກະຊວງຍຸຕິທຳ ເພື່ອເຮັດໃຫ້ການແບ່ງຄວາມຮັບຜິດຊອບມີຄວາມ ລະອຽດ ແລະ ຈະແຈ້ງກວ່າເກົ່າ, ເຖິງຢ່າງໃດກໍຕາມເນື້ອໃນ (ຮ່າງ) ຂໍ້ຕົກລົງສະບັບດັ່ງກ່າວ ພາຍຫຼັງທີ່ຄະນະນຳໄດ້ປະກອບຄຳເຫັນແລ້ວ ຄະນະຮັບຜິດຊອບ (ຮ່າງ) ຂໍ້ຕົກລົງ ຈະໄດ້ປັບປຸງຕາມເນື້ອໃນຄຳເຫັນ ຫຼັງຈາກນັ້ນ ຈະໄດ້ສະເໜີຕໍ່ຄະນະນຳກະຊວງ ເພື່ອພິຈາລະນາໃນຂັ້ນຕໍ່ໄປ. ສຳລັບ ການສ້າງແອັບໆກົດໝາຍ ແລະ ແອັບໆຄຳສັບກົດໝາຍ ແມ່ນໄດ້ສ້າງ ແລະ ພັດທະນາຄຽງຄູ່ກັບການສ້າງເວັບໄຊກະຊວງຍຸຕິທຳ ນັບແຕ່ເດືອນຕຸລາ 2015 ເປັນຕົ້ນມາ. ໃນເບື້ອງຕົ້ນການສ້າງກິດຈະກຳດັ່ງກ່າວ ໄດ້ກຳນົດໄວ້ໃນແຜນແມ່ບົດພັດທະນາລັດປົກຄອງດ້ວຍກົດໝາຍແຕ່ນີ້ຮອດປີ 2020 ໂດຍໄດ້ຮັບຄຳເຫັນດີ ຮ່ວມກັນລະຫວ່າງ ຂອງກະຊວງຍຸຕິທຳ ແລະ ອົງການສະໜັບສະໜູນການຈັດຕັ້ງປະຕິບັດແຜນແມ່ບົດພັດທະນາລັດແຫ່ງກົດໝາຍ (SPLSMP). ຈຸດປະສົງ ຂອງ ການສ້າງແອັບ ເພື່ອສ້າງເງື່ອນໄຂສະດວກໃນການຄົ້ນຫາກົດໝາຍ ແລະ ນິຕິກຳທີ່ມີຜົນບັງຄັບທົ່ວໄປ ໃຫ້ແກ່ປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ລວມທັງ ນັກຮຽນຮູ້-ປັນຍາຊົນ ທີ່ມີຄວາມສົນໃຈຕ້ອງການຄົ້ນຄວ້າກົດໝາຍ ແລະ ນິຕິກຳ ໄດ້ສາມາດເຂົ້າເຖິງຂໍ້ມູນຂ່າວສານດ້ານກົດໝາຍ ກໍຄື ການຄົ້ນຫາຄວາມໝາຍ ຂອງຄຳສັບກົດໝາຍໄດ້ງ່າຍຂຶ້ນກວ່າເກົ່າ, ສາມາດເວົ້າໄດ້ວ່າ “ບໍ່ວ່າພົນລະເມືອງລາວຈະອາໄສຢູ່ບ່ອນໃດຂອງປະເທດ ກໍຄືທົ່ວໂລກ ຈະສາມາດອ່ານ, ສາມາດຮຽນຮູ້ ກົດໝາຍ ແລະ ຊອກຫາຄວາມໝາຍຂອງຄຳສັບກົດໝາຍ ໄດ້ທຸກແຫ່ງທຸກເວລາ” ຊຶ່ງການໃຫ້ບໍລິການຂໍ້ມູນ ຂ່າວສານດ້ານກົດໝາຍ ແມ່ນຮູບແບບໜຶ່ງຂອງ ການໂຄສະນາສຶກສາອົບຮົມ, ສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍທົ່ວສັງຄົມໃຫ້ກວ້າງຂວາງ ໃນຮູບແບບທີ່ທັນສະໄໝ, ວ່ອງໄວ. ຜູ້ຊົມໃຊ້ ສາມາດເປີດອ່ານໄດ້ ພຽງແຕ່ດາວໂລດໂປແກມແອັບໆກົດໝາຍລາວ ແລະ ແອັບໆຄຳສັບກົດໝາຍ ເທິງໂທລະສັບມືຖື ກໍສາມາດເຂົ້າອ່ານກົດໝາຍ ແລະ ນິຕິກຳ ລວມທັງຮັບຊາບການ ແຈ້ງເຕືອນເມື່ອມີການປະກາດໃຊ້ກົດໝາຍ ແລະ ນິຕິກຳຕ່າງໆ ດ້ວຍລະບົບສົ່ງຂໍ້ຄວາມເທິງໂທລະສັບມືຖືຂອງຜູ້ຊົມໃຊ້. ຕໍ່ກັບການສ້າງ ແລະ ນຳໃຊ້ແອັບໆດັ່ງກ່າວ ປັດຈຸບັນເຫັນວ່າເປັນບັນຫາໃໝ່ ທີ່ບັນດາກະຊວງ ແລະ ທະບວງກົມ ຍັງບໍ່ທັນໄດ້ນຳໃຊ້ເທື່ອ. ສະນັ້ນ, ກະຊວງຍຸຕິທຳ ຈະໄດ້ສະເໜີລາຍງານຜົນຂອງກອງປະຊຸມຄັ້ງນິີ້ ຕໍ່ຄະນະລັດຖະບານ ເພື່ອຄົ້ນ  ຄວ້າພິຈາລະນາຕໍ່ກັບການນຳໃຊ້ແອັບໆດັ່ງກ່າວໃນຂັ້ນຕໍ່ໄປ. ພ້ອມກັນນັ້ນ, ການສ້າງປຶ້ມລວບລວມບົດຄວາມ 25 ປີ ວັນລັດຖະທຳ ມະນູນແຫ່ງຊາດ ເພື່ອຈຸດປະສົງສ້າງປຶ້ມອ່ານຂອງຂະແໜງການຍຸຕິທຳ ດ້ວຍການຕັ້ງຫົວຂໍ້ທີ່ກ່ຽວພັນກັບ 25 ປີ ວັນລັດຖະທຳມະນູນແຫ່ງຊາດ ເພື່ອລະດົມແນວ ຄິດຕໍ່ກັບຫົວຂໍ້ໃດໜຶ່ງ ດ້ວຍຫຼາຍແນວຄວາມຄິດ, ຫຼາຍແງ່ມູມຂອງພະນັກງານການນຳຈາກ 5 ພາກສ່ວນຄື ກະຊວງຍຸຕິທຳ, ກະຊວງການຕ່າງປະເທດ, ສະພາແຫ່ງ ຊາດ, ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ. ພາຍຫຼັງທີ່ລວບລວມ, ກວດແກ້ແລ້ວ  ຈະໄດ້ຈັດພິມເຜີຍແຜ່ ຈຳນວນ 1.000 ຫົວ ເພື່ອແຈກ ຢາຍໃນກິດຈະກຳຕ່າງໆຂອງກະຊວງຍຸຕິທຳ ເພື່ອສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 25 ປີ ທີ່ຈະຈັດຂຶ້ນພ້ອມໆກັບການສ້າງຂະບວນການລວມ ຂອງຊາດ.        ພາຍຫຼັງທີ່ສຳເລັດການປະກອບຄຳເຫັນແລ້ວ, ທ່ານ ປະທານກອງປະຊຸມ ໄດ້ສະຫຼຸບ ແລະ ເຫັນດີຕໍ່ກັບການ ເຄື່ອນໄຫວວຽກງານ ແລະ ກິດຈະກຳດັ່ງກ່າວ ພ້ອມທັງມອບໃຫ້ສອງ ກົມກ່ຽວຂ້ອງໄດ້ປັບປຸງ ແລະ ຈັດຕັ້ງປະຕິບັດວຽກງານໃຫ້ທັນເວລາ ຕາມແຜນການທີ່ວາງໄວ້. ສ່ວນການສ້າງໂຮງພິມກະຊວງຍຸຕິທຳ ແມ່ນຈະນຳເຂົ້າປຶກສາຫາລືກັນໃນກອງປະຊຸມ ເປີດກ້ວາງຄັ້ງຕໍ່ໄປ. ກອງປະຊຸມເປີດກວ້າງຄະນະນຳກະຊວງຍຕິທຳ ໄດ້ປິດລົງໃນເວລາ 11:40 ຂອງວັນດຽວກັນ. ຂຽນຂ່າວໂດຍ ກົມໂຄສະນາອົບຮົມກົດໝາຍ   ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ກອງປະຊຸມປຶກສາຫາລືວຽກງານສຳຄັນຂອງກະຊວງຍຸຕິທຳ
ກອງປະຊຸມປຶກສາຫາລືວຽກງານສຳຄັນຂອງກະຊວງຍຸຕິທຳ
https://www.moj.gov.la/lo/node/393
ລາຍລະອຽດປະເພດຂອງເອກະສານ: ໜັງສືພີມເອກະສານລົງວັນທີ: 02-ທັນວາ-2013ເລກທີຂອງເອກະສານ: 1ເລກສະບັບປີຂອງເອກະສານ: 2013 Online Viewinghttps://www.moj.gov.la/sites/default/files/%E0%BA%81%E0%BA%B0%E0%BA%8A%E0%BA%A7%E0%BA%87/documents/%E0%BA%AA%E0%BA%B7%E0%BB%88%E0%BA%AA%E0%BA%B4%E0%BB%88%E0%BA%87%E0%BA%9E%E0%BA%B5%E0%BA%A1/%E0%BB%9C%E0%BA%B1%E0%BA%87%E0%BA%AA%E0%BA%B7%E0%BA%9E%E0%BA%B5%E0%BA%A1/393/1.%20%E0%BA%9B%E0%BA%B0%E0%BA%96%E0%BA%BB%E0%BA%A1%E0%BA%A1%E0%BA%B0%E0%BA%A5%E0%BA%B6%E0%BA%81.compressed.pdf
ໜັງສືພີມກົດໝາຍ ສະບັບປະຖົມມະລຶກ
https://www.moj.gov.la/lo/node/394
ລາຍລະອຽດປະເພດຂອງເອກະສານ: ໜັງສືພີມເອກະສານລົງວັນທີ: 25-ທັນວາ-2013ເລກທີຂອງເອກະສານ: 1ເລກສະບັບປີຂອງເອກະສານ: 2013 Online Viewinghttps://www.moj.gov.la/sites/default/files/%E0%BA%81%E0%BA%B0%E0%BA%8A%E0%BA%A7%E0%BA%87/documents/%E0%BA%AA%E0%BA%B7%E0%BB%88%E0%BA%AA%E0%BA%B4%E0%BB%88%E0%BA%87%E0%BA%9E%E0%BA%B5%E0%BA%A1/%E0%BB%9C%E0%BA%B1%E0%BA%87%E0%BA%AA%E0%BA%B7%E0%BA%9E%E0%BA%B5%E0%BA%A1/394/2.%20%E0%BA%9E%E0%BA%B4%E0%BB%80%E0%BA%AA%E0%BA%94.compressed.pdf
ໜັງສືພີມກົດໝາຍ ສະບັບພິເສດ
https://www.moj.gov.la/lo/node/395
ລາຍລະອຽດປະເພດຂອງເອກະສານ: ໜັງສືພີມເອກະສານລົງວັນທີ: 28-ມັງກອນ-2014ເລກທີຂອງເອກະສານ: 1ເລກສະບັບປີຂອງເອກະສານ: 2014 Online Viewinghttps://www.moj.gov.la/sites/default/files/%E0%BA%81%E0%BA%B0%E0%BA%8A%E0%BA%A7%E0%BA%87/documents/%E0%BA%AA%E0%BA%B7%E0%BB%88%E0%BA%AA%E0%BA%B4%E0%BB%88%E0%BA%87%E0%BA%9E%E0%BA%B5%E0%BA%A1/%E0%BB%9C%E0%BA%B1%E0%BA%87%E0%BA%AA%E0%BA%B7%E0%BA%9E%E0%BA%B5%E0%BA%A1/395/3.%20%E0%BB%9C%E0%BA%B1%E0%BA%87%E0%BA%AA%E0%BA%B7%E0%BA%9E%E0%BA%B4%E0%BA%A1%E0%BA%9B%E0%BA%B0%E0%BA%88%E0%BA%B3%E0%BB%80%E0%BA%94%E0%BA%B7%E0%BA%AD%E0%BA%99%E0%BA%A1%E0%BA%B1%E0%BA%87%E0%BA%81%E0%BA%AD%E0%BA%99%202014.compressed.pdf
ໜັງສືພີມກົດໝາຍ ປະຈຳເດືອນມັງກອນ 2014
https://www.moj.gov.la/lo/node/396
ລາຍລະອຽດປະເພດຂອງເອກະສານ: ໜັງສືພີມເອກະສານລົງວັນທີ: 25-ກຸມພາ-2014ເລກທີຂອງເອກະສານ: 2ເລກສະບັບປີຂອງເອກະສານ: 2014 Online Viewinghttps://www.moj.gov.la/sites/default/files/%E0%BA%81%E0%BA%B0%E0%BA%8A%E0%BA%A7%E0%BA%87/documents/%E0%BA%AA%E0%BA%B7%E0%BB%88%E0%BA%AA%E0%BA%B4%E0%BB%88%E0%BA%87%E0%BA%9E%E0%BA%B5%E0%BA%A1/%E0%BB%9C%E0%BA%B1%E0%BA%87%E0%BA%AA%E0%BA%B7%E0%BA%9E%E0%BA%B5%E0%BA%A1/396/4.%20%E0%BB%9C%E0%BA%B1%E0%BA%87%E0%BA%AA%E0%BA%B7%E0%BA%9E%E0%BA%B4%E0%BA%A1%E0%BA%9B%E0%BA%B0%E0%BA%88%E0%BA%B3%E0%BB%80%E0%BA%94%E0%BA%B7%E0%BA%AD%E0%BA%99%E0%BA%81%E0%BA%B8%E0%BA%A1%E0%BA%9E%E0%BA%B2%202014.compressed.pdf
ໜັງສືພີມກົດໝາຍ ປະຈຳເດືອນກຸມພາ 2014
https://www.moj.gov.la/lo/node/397
ລາຍລະອຽດປະເພດຂອງເອກະສານ: ໜັງສືພີມເອກະສານລົງວັນທີ: 25-ມີນາ-2014ເລກທີຂອງເອກະສານ: 3ເລກສະບັບປີຂອງເອກະສານ: 2014 Online Viewinghttps://www.moj.gov.la/sites/default/files/%E0%BA%81%E0%BA%B0%E0%BA%8A%E0%BA%A7%E0%BA%87/documents/%E0%BA%AA%E0%BA%B7%E0%BB%88%E0%BA%AA%E0%BA%B4%E0%BB%88%E0%BA%87%E0%BA%9E%E0%BA%B5%E0%BA%A1/%E0%BB%9C%E0%BA%B1%E0%BA%87%E0%BA%AA%E0%BA%B7%E0%BA%9E%E0%BA%B5%E0%BA%A1/397/5.%20%E0%BB%9C%E0%BA%B1%E0%BA%87%E0%BA%AA%E0%BA%B7%E0%BA%9E%E0%BA%B4%E0%BA%A1%E0%BA%9B%E0%BA%B0%E0%BA%88%E0%BA%B3%E0%BB%80%E0%BA%94%E0%BA%B7%E0%BA%AD%E0%BA%99%E0%BA%A1%E0%BA%B5%E0%BA%99%E0%BA%B2%202014.compressed.pdf
ໜັງສືພີມກົດໝາຍ ປະຈຳເດືອນ ມີນາ 2014
https://www.moj.gov.la/lo/node/398
ລາຍລະອຽດປະເພດຂອງເອກະສານ: ໜັງສືພີມເອກະສານລົງວັນທີ: 28-ເມສາ-2014ເລກທີຂອງເອກະສານ: 4ເລກສະບັບປີຂອງເອກະສານ: 2014 Online Viewinghttps://www.moj.gov.la/sites/default/files/%E0%BA%81%E0%BA%B0%E0%BA%8A%E0%BA%A7%E0%BA%87/documents/%E0%BA%AA%E0%BA%B7%E0%BB%88%E0%BA%AA%E0%BA%B4%E0%BB%88%E0%BA%87%E0%BA%9E%E0%BA%B5%E0%BA%A1/%E0%BB%9C%E0%BA%B1%E0%BA%87%E0%BA%AA%E0%BA%B7%E0%BA%9E%E0%BA%B5%E0%BA%A1/398/6.%20%E0%BB%9C%E0%BA%B1%E0%BA%87%E0%BA%AA%E0%BA%B7%E0%BA%9E%E0%BA%B4%E0%BA%A1%E0%BA%9B%E0%BA%B0%E0%BA%88%E0%BA%B3%E0%BB%80%E0%BA%94%E0%BA%B7%E0%BA%AD%E0%BA%99%E0%BB%80%E0%BA%A1%E0%BA%AA%E0%BA%B2%202014.compressed.pdf
ໜັງສືພີມກົດໝາຍ ປະຈຳເດືອນ ເມສາ 2014
https://www.moj.gov.la/lo/node/399
ລາຍລະອຽດປະເພດຂອງເອກະສານ: ໜັງສືພີມເອກະສານລົງວັນທີ: 26-ພຶດສະພາ-2014ເລກທີຂອງເອກະສານ: 5ເລກສະບັບປີຂອງເອກະສານ: 2014 Online Viewinghttps://www.moj.gov.la/sites/default/files/%E0%BA%81%E0%BA%B0%E0%BA%8A%E0%BA%A7%E0%BA%87/documents/%E0%BA%AA%E0%BA%B7%E0%BB%88%E0%BA%AA%E0%BA%B4%E0%BB%88%E0%BA%87%E0%BA%9E%E0%BA%B5%E0%BA%A1/%E0%BB%9C%E0%BA%B1%E0%BA%87%E0%BA%AA%E0%BA%B7%E0%BA%9E%E0%BA%B5%E0%BA%A1/399/%E0%BB%9C%E0%BA%B1%E0%BA%87%E0%BA%AA%E0%BA%B7%E0%BA%9E%E0%BA%B4%E0%BA%A1%E0%BA%9B%E0%BA%B0%E0%BA%88%E0%BA%B3%E0%BB%80%E0%BA%94%E0%BA%B7%E0%BA%AD%E0%BA%99%E0%BA%9E%E0%BA%B6%E0%BA%94%E0%BA%AA%E0%BA%B0%E0%BA%9E%E0%BA%B2%202014.compressed.pdf
ໜັງສືພີມກົດໝາຍ ປະຈຳເດືອນ ພຶດສະພາ 2014
https://www.moj.gov.la/lo/node/400
ລາຍລະອຽດປະເພດຂອງເອກະສານ: ໜັງສືພີມເອກະສານລົງວັນທີ: 27-ມິຖຸນາ-2014ເລກທີຂອງເອກະສານ: 6ເລກສະບັບປີຂອງເອກະສານ: 2014 Online Viewinghttps://www.moj.gov.la/sites/default/files/%E0%BA%81%E0%BA%B0%E0%BA%8A%E0%BA%A7%E0%BA%87/documents/%E0%BA%AA%E0%BA%B7%E0%BB%88%E0%BA%AA%E0%BA%B4%E0%BB%88%E0%BA%87%E0%BA%9E%E0%BA%B5%E0%BA%A1/%E0%BB%9C%E0%BA%B1%E0%BA%87%E0%BA%AA%E0%BA%B7%E0%BA%9E%E0%BA%B5%E0%BA%A1/400/%E0%BB%9C%E0%BA%B1%E0%BA%87%E0%BA%AA%E0%BA%B7%E0%BA%9E%E0%BA%B4%E0%BA%A1%E0%BA%9B%E0%BA%B0%E0%BA%88%E0%BA%B3%E0%BB%80%E0%BA%94%E0%BA%B7%E0%BA%AD%E0%BA%99%E0%BA%A1%E0%BA%B4%E0%BA%96%E0%BA%B8%E0%BA%99%E0%BA%B2%202014.compressed.pdf
ໜັງສືພີມກົດໝາຍ ປະຈຳເດືອນ ມິຖຸນາ 2014
https://www.moj.gov.la/lo/node/401
ລາຍລະອຽດປະເພດຂອງເອກະສານ: ໜັງສືພີມເອກະສານລົງວັນທີ: 28-ກໍລະກົດ-2014ເລກທີຂອງເອກະສານ: 7ເລກສະບັບປີຂອງເອກະສານ: 1 Online Viewinghttps://www.moj.gov.la/sites/default/files/%E0%BA%81%E0%BA%B0%E0%BA%8A%E0%BA%A7%E0%BA%87/documents/%E0%BA%AA%E0%BA%B7%E0%BB%88%E0%BA%AA%E0%BA%B4%E0%BB%88%E0%BA%87%E0%BA%9E%E0%BA%B5%E0%BA%A1/%E0%BB%9C%E0%BA%B1%E0%BA%87%E0%BA%AA%E0%BA%B7%E0%BA%9E%E0%BA%B5%E0%BA%A1/401/%E0%BB%9C%E0%BA%B1%E0%BA%87%E0%BA%AA%E0%BA%B7%E0%BA%9E%E0%BA%B4%E0%BA%A1%E0%BA%9B%E0%BA%B0%E0%BA%88%E0%BA%B3%E0%BB%80%E0%BA%94%E0%BA%B7%E0%BA%AD%E0%BA%99%E0%BA%81%E0%BB%8D%E0%BA%A5%E0%BA%B0%E0%BA%81%E0%BA%BB%E0%BA%94%202014.compressed.pdf
ໜັງສືພິມກົດໝາຍ ປະຈຳເດືອນ ກໍລະກົດ 2014
https://www.moj.gov.la/lo/node/402
ລາຍລະອຽດປະເພດຂອງເອກະສານ: ໜັງສືພີມເອກະສານລົງວັນທີ: 25-ສິງຫາ-2014ເລກທີຂອງເອກະສານ: 8ເລກສະບັບປີຂອງເອກະສານ: 1 Online Viewinghttps://www.moj.gov.la/sites/default/files/%E0%BA%81%E0%BA%B0%E0%BA%8A%E0%BA%A7%E0%BA%87/documents/%E0%BA%AA%E0%BA%B7%E0%BB%88%E0%BA%AA%E0%BA%B4%E0%BB%88%E0%BA%87%E0%BA%9E%E0%BA%B5%E0%BA%A1/%E0%BB%9C%E0%BA%B1%E0%BA%87%E0%BA%AA%E0%BA%B7%E0%BA%9E%E0%BA%B5%E0%BA%A1/402/%E0%BB%9C%E0%BA%B1%E0%BA%87%E0%BA%AA%E0%BA%B7%E0%BA%9E%E0%BA%B4%E0%BA%A1%E0%BA%9B%E0%BA%B0%E0%BA%88%E0%BA%B3%E0%BB%80%E0%BA%94%E0%BA%B7%E0%BA%AD%E0%BA%99%E0%BA%AA%E0%BA%B4%E0%BA%87%E0%BA%AB%E0%BA%B2%202014.compressed.pdf
ໜັງສືພິມກົດໝາຍ ປະຈຳເດືອນສິງຫາ 2014
https://www.moj.gov.la/lo/node/403
ລາຍລະອຽດປະເພດຂອງເອກະສານ: ໜັງສືພີມເອກະສານລົງວັນທີ: 29-ກັນຍາ-2014ເລກທີຂອງເອກະສານ: 9ເລກສະບັບປີຂອງເອກະສານ: 1 Online Viewinghttps://www.moj.gov.la/sites/default/files/%E0%BA%81%E0%BA%B0%E0%BA%8A%E0%BA%A7%E0%BA%87/documents/%E0%BA%AA%E0%BA%B7%E0%BB%88%E0%BA%AA%E0%BA%B4%E0%BB%88%E0%BA%87%E0%BA%9E%E0%BA%B5%E0%BA%A1/%E0%BB%9C%E0%BA%B1%E0%BA%87%E0%BA%AA%E0%BA%B7%E0%BA%9E%E0%BA%B5%E0%BA%A1/403/11.%20%E0%BB%9C%E0%BA%B1%E0%BA%87%E0%BA%AA%E0%BA%B7%E0%BA%9E%E0%BA%B4%E0%BA%A1%E0%BA%9B%E0%BA%B0%E0%BA%88%E0%BA%B3%E0%BB%80%E0%BA%94%E0%BA%B7%E0%BA%AD%E0%BA%99%E0%BA%81%E0%BA%B1%E0%BA%99%E0%BA%8D%E0%BA%B2%202014.compressed.pdf
ໜັງສືພິມກົດໝາຍ ປະຈຳເດືອນກັນຍາ 2014
https://www.moj.gov.la/lo/node/404
ລາຍລະອຽດປະເພດຂອງເອກະສານ: ໜັງສືພີມເອກະສານລົງວັນທີ: 27-ຕຸລາ-2014ເລກທີຂອງເອກະສານ: 10ເລກສະບັບປີຂອງເອກະສານ: 1 Online Viewinghttps://www.moj.gov.la/sites/default/files/%E0%BA%81%E0%BA%B0%E0%BA%8A%E0%BA%A7%E0%BA%87/documents/%E0%BA%AA%E0%BA%B7%E0%BB%88%E0%BA%AA%E0%BA%B4%E0%BB%88%E0%BA%87%E0%BA%9E%E0%BA%B5%E0%BA%A1/%E0%BB%9C%E0%BA%B1%E0%BA%87%E0%BA%AA%E0%BA%B7%E0%BA%9E%E0%BA%B5%E0%BA%A1/404/%E0%BB%9C%E0%BA%B1%E0%BA%87%E0%BA%AA%E0%BA%B7%E0%BA%9E%E0%BA%B4%E0%BA%A1%E0%BA%9B%E0%BA%B0%E0%BA%88%E0%BA%B3%E0%BB%80%E0%BA%94%E0%BA%B7%E0%BA%AD%E0%BA%99%E0%BA%95%E0%BA%B8%E0%BA%A5%E0%BA%B2%202014.compressed.pdf
ໜັງສືພິມກົດໝາຍ ປະຈຳເດືອນຕຸລາ 2014
https://www.moj.gov.la/lo/node/405
ລາຍລະອຽດປະເພດຂອງເອກະສານ: ໜັງສືພີມເອກະສານລົງວັນທີ: 26-ພະຈິກ-2014ເລກທີຂອງເອກະສານ: 11ເລກສະບັບປີຂອງເອກະສານ: 1 Online Viewinghttps://www.moj.gov.la/sites/default/files/%E0%BA%81%E0%BA%B0%E0%BA%8A%E0%BA%A7%E0%BA%87/documents/%E0%BA%AA%E0%BA%B7%E0%BB%88%E0%BA%AA%E0%BA%B4%E0%BB%88%E0%BA%87%E0%BA%9E%E0%BA%B5%E0%BA%A1/%E0%BB%9C%E0%BA%B1%E0%BA%87%E0%BA%AA%E0%BA%B7%E0%BA%9E%E0%BA%B5%E0%BA%A1/405/%E0%BB%9C%E0%BA%B1%E0%BA%87%E0%BA%AA%E0%BA%B7%E0%BA%9E%E0%BA%B4%E0%BA%A1%E0%BA%9B%E0%BA%B0%E0%BA%88%E0%BA%B3%E0%BB%80%E0%BA%94%E0%BA%B7%E0%BA%AD%E0%BA%99%E0%BA%9E%E0%BA%B0%E0%BA%88%E0%BA%B4%E0%BA%81%202014.compressed.pdf
ໜັງສືພິມກົດໝາຍ ປະຈຳເດືອນພະຈິກ 2014
https://www.moj.gov.la/lo/node/406
ລາຍລະອຽດປະເພດຂອງເອກະສານ: ໜັງສືພີມເອກະສານລົງວັນທີ: 29-ທັນວາ-2014ເລກທີຂອງເອກະສານ: 12ເລກສະບັບປີຂອງເອກະສານ: 1 Online Viewinghttps://www.moj.gov.la/sites/default/files/%E0%BA%81%E0%BA%B0%E0%BA%8A%E0%BA%A7%E0%BA%87/documents/%E0%BA%AA%E0%BA%B7%E0%BB%88%E0%BA%AA%E0%BA%B4%E0%BB%88%E0%BA%87%E0%BA%9E%E0%BA%B5%E0%BA%A1/%E0%BB%9C%E0%BA%B1%E0%BA%87%E0%BA%AA%E0%BA%B7%E0%BA%9E%E0%BA%B5%E0%BA%A1/406/%E0%BB%9C%E0%BA%B1%E0%BA%87%E0%BA%AA%E0%BA%B7%E0%BA%9E%E0%BA%B4%E0%BA%A1%E0%BA%9B%E0%BA%B0%E0%BA%88%E0%BA%B3%E0%BB%80%E0%BA%94%E0%BA%B7%E0%BA%AD%E0%BA%99%E0%BA%97%E0%BA%B1%E0%BA%99%E0%BA%A7%E0%BA%B2%202014.compressed.pdf
ໜັງສືພິມກົດໝາຍ ປະຈຳເດືອນທັນວາ 2014
https://www.moj.gov.la/lo/node/407
ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 194/ລບ, ລົງວັນທີ 12 ມິຖຸນາ 2014 ວ່າດ້ວຍການເອົາເດັກໄປເປັນລູກລ້ຽງ ໃຫ້ກ້າວສູ່ລວງເລິກ ເຮັດໃຫ້ສັງຄົມມີຄວາມຮັບ ຮູ້ຢ່າງກວ້າງຂວາງ, ກົມຄຸ້ມຄອງລະບົບຍຸຕິທຳ ໄດ້ເປີດຊຸດຝຶກອົບຮົມວຽກງານການເອົາເດັກໄປເປັນລູກລ້ຽງ ໃຫ້ແກ່ຄະນະຮັບຜິດຊອບຂັ້ນແຂວງ ແລະ ຂັ້ນເມືອງ ທີ່ແຂວງຈຳປາສັກ ໃນລະ ຫວ່າງວັນທີ 13-17 ມິຖຸນາ 2016 ໂດຍການເປັນປະທານ ຂອງ ທ່ານ ປທ. ບຸນຕາ ສ.ຜາບມີໄຊ, ຄະນະພັກກະຊວງຍຸຕິທໍາ, ຫົວໜ້າກົມຄຸ້ມຄອງລະບົບຍຸຕິທຳ ມີຜູ່ເຂົ້າຮ່ວມທີ່ມາຈາກແຂວງຈຳປາສັກ ມີ 3 ເມືອງ ຄື: ເມືອງ ປາເຊ, ເມືອງ ໂພນທອງ ແລະ ເມືອງ ຊະນະສົມບູນ ແລະ ແຂວງ ເຊກອງ   ມີ 2 ເມືອງ ຄື: ເມືອງລະມາມ ແລະ ເມືອງທ່າແຕງ ມີຜູູ່ເຂົ້າຮ່ວມທັງໝົດ 33 ທ່ານ, ຍິງ 12 ທ່ານ.       ພ້ອມກັນນັ້ນ, ການຝຶກອົບຮົມວຽກງານດັ່ງກ່າວ ໄດ້ຈັດຂຶ້ນຕື່ມທີ່ແຂວງ ບໍລິຄຳໄຊ ໃນລະຫວ່າງ ວັນທີ 20-24 ມິຖຸນາ 2016 ໂດຍການເປັນປະທານ ຂອງ ທ່ານ ບຸນມາ ບຸຈະເລີນ, ຮອງເລຂາພັກແຂວງ, ຮອງເຈົ້າ ແຂວງໆບໍລິຄຳໄຊ ມີຜູ່ເຂົ້າຮ່ວມທີ່ມາຈາກແຂວງບໍລິຄຳໄຊ 3 ເມືອງ ຄື: ເມືອງປາກຊັນ, ເມືອງ ປາກກະດິງ, ເມືອງ ທ່າພະບາດ, ແຂວງ ຄຳມ່ວນ 2 ເມືອງ ຄື: ເມືອງ ທ່າແຂກ ແລະ ເມືອງທ່າບົກ ແລະ ແຂວງສະຫວັນນະເຂດ ມີ 2 ເມືອງ ຄື: ເມືອງ ໄກສອນພົມວິຫານ ແລະ ເມືອງ ອຸທຸມພອນ, ມີຜູ່ເຂົ້າຮ່ວມທັງໝົດ 45 ທ່ານ, ຍິງ 16 ທ່ານ ຊຶ່ງມາຈາກຂະແໜງການຍຸຕິທຳ, ຂະແໜງການແຮງງານ ແລະ ສະ ຫວັດດີການສັງຄົມ ແລະ ຂະແໜງ ການສາທາລະນະສຸກ, ລວມຜູ້ເຂົ້າຮ່ວມທັງໝົດ 5 ແຂວງ ຈຳນວນ 78 ທ່ານ, ຍິງ 28 ທ່ານ. ການເປີດຊຸດອົບຮົມວຽກງານການເອົາເດັກໄປເປັນລູກລ້ຽງ ຄັ້ງນີ້ແມ່ນໄດ້ຮັບການສະໜັບສະໜຸນ ຈາກອົງການ UNICEF ປະຈຳ ສປປ ລາວ.        ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ເພື່ອເຮັດໃຫ້ຄະນະຮັບຜິດຊອບພິຈາລະນາການເອົາເດັກໄປເປັນລູກລ້ຽງຂັ້ນແຂວງ ແລະ ຂັ້ນເມືອງ ໄດ້ກຳແໜ້ນເນື້ອໃນຫຼັກການ, ຂັ້ນຕອນ, ລະບຽບການ  ແລະ ປະຕິບັດຖືກ ຕ້ອງຕາມດຳລັດວ່າດ້ວຍການເອົາເດັກໄປເປັນລູກລ້ຽງ. ຕະຫຼອດໄລຍະການຝຶກອົບຮົມວຽກງານດັ່ງກ່າວ ບັນດາວິທະຍາກອນ ທີ່ມາຈາກກົມຄຸ້ມຄອງລະບົບຍຸຕິທຳ ກະຊວງຍຸຕິທຳ, ກະຊວງແຮງແຮງງານ ແລະ ສະຫວັດ ດີການສັງຄົມ ແລະ ກະຊວງສາທາລະນະສຸກ ກໍໄດ້ຜັດປ່ຽນກັນຂຶ້ນຫ້ອງດ້ວຍຄວາມຮັບຜິດຊອບສູງ ແລະ ບັນດານັກສຳມະນາກອນ ກໍມີຄວາມເອົາໃຈໃສ່ໃນການຝຶກອົບຮົມຢ່າງໜ້າ, ປະກອບຄໍາຄິດເຫັນ ແລະ ແລກປ່ຽນ ບົດຮຽນຢ່າງກົງໄປກົງມາ ເຮັດໃຫ້ບັນຍາກາດຂອງການຝຶກອົບຮົມເຕັມໄປດ້ວຍຄວາມຟົດຟື້ນ. ພາຍຫຼັງສຳເລັດການຝຶກອົບຮົມ ໄດ້ມີການມອບໃບຢັ້ງຢືນ ໃຫ້ແກ່ຜູ່ສຳເລັດການຝຶກອົບຮົມ ໂດຍການເປັນກຽດມອບ ຂອງ ທ່ານ ປອ. ເສີມສຸກ ສີມພະວົງ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີ ກະຊວງຍຸຕິທຳ ພ້ອມທັງກ່າວປິດຊຸດຝຶກອົບຮົມຢ່າງເປັນທາງການ.         ຂຽນຂ່າວ ແລະ ຮູບພາບໂດຍ: ນັກຂ່າວ ກົມຄຸ້ມຄອງລະບົບຍຸຕິທຳ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ຝຶກອົບຮົມ
ຝຶກອົບຮົມວຽກງານການເອົາເດັກໄປເປັນລູກລ້ຽງ ໃຫ້ແກ່ຄະນະຮັບຜິດຊອບຂັ້ນແຂວງ ແລະ ຂັ້ນເມືອງ
https://www.moj.gov.la/lo/node/408
ຮູບພາບປະກອບ :: ຄຳນຳໜ້າ :: ທ່ານຕຳແໜ່ງງານ:: ວິຊາການສັງກັດຢູ່ພາກສ່ວນ ຫຼື ກົມ :: ກົມໂຄສະນາເຜີຍແຜ່ກົດໝາຍ
ວິກກີ
https://www.moj.gov.la/lo/node/411
ພິທີປາຖະກະຖາ 3 ວັນ​ສຳຄັນ​ປະຫວັດສາດ​ຄື: ​ລະນຶກ​ວັນ​ຄ້າຍ​ວັນ​ເກີດ​ຂອງ ​ທ່ານ ປະທານ ສຸພາ​ນຸວົງ ຄົບຮອບ 107 ປີ  (13 ກໍ​ລະ​ກົດ 1909-13 ກໍ​ລະ​ກົດ 2016), ວັນ​ສ້າງ​ຕັ້ງ​ສະຫະພັນ​ແມ່ຍິງ​ລາວ ຄົບຮອບ 61 ປີ ​ແລະ ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ-ການ​ຮວ່ມມື​ ​ແລະ ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ​ລາວ-ຫວຽດນາມ ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ່ 21 ກໍລະກົດ 2016 ທີ່​ກະຊວງ​ຍຸຕິ​ທຳ ​​ໃຫ້ກຽດ​​ເຂົ້າ​ຮວ່ມ ​ແລະ ປາຖະກະຖາຂອງ​ ທ່ານ  ​ປອ ​ເສີມ​ສຸກ ສີມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ມີບັນດາ​ຄະນະ​ພັກ, ຄະນະ​ນຳ ​ແລະ ພະນັກງານ-ລັດຖະກອນ ກະຊວງ​ຍຸຕິ​ທຳ ​ເຂົ້າ​ຮ່ວມຮັບ​ຟັງຢ່າງພ້ອມພຽງ.           ​ໃນ​ພິທີ ທ່ານ ປອ ​ເສີມ​ສຸກ ສີມ​ພະ​ວົງ ​ໄດ້ເລົ່າຄືນເຖິງ​ມູນ​ເຊື້ອ​ຊີວິດ ​ແລະ ການ​ເຄື່ອນ​ໄຫວ​ປະຕິວັດ​ຂອງ​ ທ່ານ ປະທານ ສຸພານຸ​ວົງ  ຊຶ່ງຕະຫຼອດ​ຊີວິດ​​ແຫ່ງການ​ເຄື່ອນ​ໄຫວປະຕິວັດ ​​​ທ່ານ​​​ໄດ້​ອຸທິດ​ເລືອດ​ເນື້ອ ​ແລະ ສະຕິ​ປັນຍາ, ຫົວຄິດ​ປະດິດ​ສ້າງ​ເຂົ້າ​ໃນ​ພາລະກິດຕໍ່ສູ້​ກູ້​ຊາດ. ທ່ານ ສຸພານຸວົງ ​ແມ່ນ​ຜູ້ໜຶ່ງທີ່​ຄວາມ​ຮັກ​ຊາດ​ຢ່າງ​ດູດ​ດື່ມ, ມີ​ຈິດ​ໃຈ​ຕໍ່ສູ້​ທີ່​ອາດ​ຫານ​ກ້າ​ແກ່ນ ​ແລະ ມີ​ນ້ຳ​ໃຈ​ເສຍສະຫຼະອັນ​ສູງ​ສົ່ງ​ເພື່ອ​ປະເທດຊາດ​ ແລະ ​ປະຊາຊົນ ຈົນ​ສາມາດ​ນຳພາປະ​ເທດຊາດ​ຍາດ​ໄດ້​ເອກະລາດ ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ ນຳ​ເອົາ​ຄວາມ​ສົມບູນ​ພູນ​ສຸກ​ມາສູ່​ປະຊາຊົນ​​ບັນດາ​​ເຜົ່າ​ຈົນ​ເຖິງ​ປັດຈຸບັນ. ພ້ອມ​ກັນ​ນັ້ນ, ​ທ່ານ ​ໄດ້​ປາຖະກາຖາ​ຫວນ​ຄືນ​ປະຫວັດ​ມູນ​ເຊື້ອ​ການ​ກຳ​ເນີ​ດ, ​ການເຕີບ​ໃຫ່ຍຂະຫຍາຍຕົວ ​ແລະ ຜົນງານ​ການ​ເຄື່ອນ​ໄຫວ​ຂອງ​ສະຫະພັນ​ແມ່ຍິງ​ ​ແລະ ​ແມ່ຍິງ​ລາວ​ບັນດາ​ເຜົ່າ​ທີ່ໄດ້​ອຸທິດ​ຕົນ​ເພື່ອ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ ​ແລະ ປົກ​ປັກ​ຮັກສາ​ພັດທະນາ​ປະ​ເທດ​ຊາດ ກໍ​ຄື​ພາລະກິດ​ພັດທະນາ​ແມ່ຍິງ​ຕະຫຼອດ​ໄລຍະ 61 ປີ ​ໂດຍ​ຄ່ຽງບ່າ​ຄຽງ​ໄລ່​ກັບ​ເພດ​ຊາຍ ​ແລະ ​ໃນ​ຕອນ​ທ້າຍຜູ້​ເຂົ້າ​ຮວ່ມຍັງ​ໄດ້​ຮັບ​ຟັງກຽ່ວກັບ​ການ​ກຳ​ເນີ​ດ​ ​ແລະ ​ເຕີບ​ໃຫ່ຍຂະຫຍາຍຕົວຂອງ​ຄວາມ​ສາມັກຄີ​ແບບ​ພິ​ເສດ ລະຫວ່າງ 2 ຊາດ​ລາວ-ຫວຽດນາມ ທີ່​ມີ​ມູນ​ເຊື້ອ​ຊວ່ຍ​ເຫຼືອ​ເຊີ່ງ​ກັນ ​ແລະ ກັນ​ມາ​ແຕ່​ດົນ​ນານ ​ໃນ​ການ​ກໍ່​ຕັ້ງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດຂອງ​ໃຜລາວ ​ໂດຍ​ສະ​ເພາະ ​ແມ່ນ​ໃນ​ໄລຍະ​ດຳ​ເນີນ​ການ​ຕໍ່ສູ້​ປະຕິວັດ​ເປັນ​ເວລາ​ເຄິ່ງສັດຕະວັດ ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ຄອມ​ມູນິດ​ອິນດູຈີນ ກໍ​ຄື​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໄດ້​ເພີ່ມ​ຄວາມ​ສາມັກຄີ​ຊວ່ຍ​ເຫຼືອ​ເຊີ່ງ​ກັນ ​ແລະ ກັນ​ຢ່າງແໜ້ນ​ແຟ້ນ ​ແລະ ​ໄດ້​ຮັບ​ໄຊຊະນະ​ທຸກ​ດ້ານ ​ນຳ​ເອົາ​ຄວາມ​ສົມບູນ​ພູນ​ສຸກ​ມາສູ່​ປະຊາຊົນ​ສອງ​ຊາດ​ລາວ-ຫວຽດນາມ.​ ​ສະ​ນັ້ນ, ພະນັກງານ-ລັດຖະກອນ​ ກໍ​ຄື​ປະຊາຊົນ​ບັນດາ​ເຜົ່າ​ຮຸ່ນສືບ​ທອດ ຈົ່ງຮ່ຳຮຽນ​ເອົາ​​ແບບຢ່າງ 3 ມູນ​ເຊື້ອ​ປະຫວັດ​ສາດ​ນີ້​​ເພື່ອ​ນຳ​ມາໜູນ​ໃຊ້ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ​./.   ຂຽນຂ່າວ ແລະ ຮູບພາບໂດຍ: ວຽງໄຊ ແກ້ວວິໄລໃສສະຫງ່າ (ນັກຂ່າວກົມໂຄສະນາອົບຮົມກົດໝາຍ) ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ພະນັກງານ-ລັດຖະກອນ ກະຊວງຍຸຕິທຳ ໄດ້ຮັບຟັງການປາຖະກະຖາ 3 ວັນສຳຄັນ
ກະຊວງຍຸຕິທຳ ຈັດພິທີປາຖະກະຖາເນື່ອງໃນ 3 ວັນສຳຄັນປະຫວັດສາດ
https://www.moj.gov.la/lo/node/412
Website Link: http://www.moic.gov.laLink Category: ພາກສ່ວນ ລັດຖະບານ
ກະຊວງ ອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປລາວ
https://www.moj.gov.la/lo/node/413
Website Link: http://www.mofa.gov.laLink Category: ພາກສ່ວນ ລັດຖະບານ
ກະຊວງ ການຕ່າງປະເທດ
https://www.moj.gov.la/lo/node/414
Website Link: http://www.mod.gov.laLink Category: ພາກສ່ວນ ລັດຖະບານ
ກະຊວງ ປ້ອງກັນປະເທດ
https://www.moj.gov.la/lo/node/415
Website Link: http://www.mpwt.gov.laLink Category: ພາກສ່ວນ ລັດຖະບານ
ກະຊວງ ໂຍທາທິການ ແລະ ຂົນສົ່ງ
https://www.moj.gov.la/lo/node/416
Website Link: http://www.most.gov.laLink Category: ພາກສ່ວນ ລັດຖະບານ
ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ
https://www.moj.gov.la/lo/node/417
Website Link: http://www.mpt.gov.laLink Category: ພາກສ່ວນ ລັດຖະບານ
ກະຊວງ ໄປສະນີ ແລະ ໂທລະຄົມ
https://www.moj.gov.la/lo/node/419
Website Link: http://www.moha.gov.laLink Category: ພາກສ່ວນ ລັດຖະບານ
ກະຊວງພາຍໃນ
https://www.moj.gov.la/lo/node/420
Website Link: http://www.most.gov.laLink Category: ພາກສ່ວນ ລັດຖະບານ
ທະນາຄານ ແຫ່ງ ສປປລາວ
https://www.moj.gov.la/lo/node/421
Website Link: http://www.nuol.edu.la/Link Category: ພາກສ່ວນ ການສຶກສາ
ມະຫາວິທະຍໄລ ແຫ່ງຊາດ
https://www.moj.gov.la/lo/node/422
Website Link: http://www.fe-nuol.edu.la/Link Category: ພາກສ່ວນ ການສຶກສາ
ຄະນະວິສະວະກໍາສາດ
https://www.moj.gov.la/lo/node/423
Website Link: http://www.savannakhet-ttc.edu.la/Link Category: ພາກສ່ວນ ການສຶກສາ
ວິທະຍາໄລຄູ ສະຫວັນນະເຂດ
https://www.moj.gov.la/lo/node/424
Website Link: http://www.bibol.edu.laLink Category: ພາກສ່ວນ ການສຶກສາ
ສະຖານບັນການທະຄານ
https://www.moj.gov.la/lo/node/425
Website Link: http://www.uhs.edu.laLink Category: ພາກສ່ວນ ການສຶກສາ
ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ
https://www.moj.gov.la/lo/node/426
ໃນຕອນເຊົ້າຂອງວັນທີ 5 ສິງຫາ 2016 ເວລາ 8:30 ໂມງ, ກົມຄຸ້ມຄອງລະບົບຍຸຕິທຳ ກະຊວງຍຸຕິທຳ ໄດ້ມີພິທິມອບ-ຮັບເຄື່ອງໃຊ້ຫ້ອງການ ຊຶ່ງໄດ້ຮັບການຊ່ວຍເຫຼືອຈາກ ອົງການມູນນິເອເຊຍ ປະຈຳ ສປປ ລາວ. ການມອບ-ຮັບເຄື່ອງດັ່ງກ່າວ ແມ່ນປະຕິບັດຕາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກົມຄຸ້ມຄອງລະບົບຍຸຕິທຳ ຕາງໜ້າໃຫ້ກະຊວງຍຸຕິທຳ ແລະ ອົງການມູນນິທິເອເຊຍ ປະຈຳ ສປປ ລາວ ກ່ຽວກັບການສະໜັບສະໜຸນວຽກງານຊ່ວຍເຫຼືອລ້າ ດ້ານກົດໝາຍ ໂດຍເປັນກຽດມອບຂອງ ທ່ານ ນາງ ນັງ ປຸຍ ຊານ ໂກນິເລຍ, ຊ່ຽວຊານຂອງອົງການມູນນິທິເອເຊຍ ປະຈຳ ສປປ ລາວ ແລະ ກ່າວຮັບໂດຍ ທ່ານ ປທ. ບຸນຕາ ສ.ຜາບມີໄຊ, ຫົວໜ້າກົມຄຸ້ມຄອງລະບົບຍຸຕິທຳ ກະຊວງ ຍຸຕິທຳ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມ. ເຄື່ອງໃຊ້ຫ້ອງການທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ເຄື່ອງຄອມພິວເຕີ້ ໂນ໊ດບຸກ (Notebook) ຈຳນວນ 02 ໜ່ວຍ, ກ້ອງຖ່າຍຮູບ 01 ໜ່ວຍ,​ ເຄື່ອງຈັດປິ່ນເຕີ້+ເຄື່ອງສຳ ເນົາ+ສະແກນເນີ້+ຕິດແຟັກ 01 ໜ່ວຍ, ຕູ້ເອກະສານ 01 ໜ່ວຍ, ສະໜອງອິນເຕີເນັດໃຫ້ເປັນເວລາ 1 ປີ, ລວມມູນຄ່າທັງໝົດ 2,622 ໂດລາ. ບັນດາເຄື່ອງໃຊ້ດັ່ງກ່າວ ແມ່ນຈະໄດ້ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານຊ່ວຍ ເຫຼືອລ້າດ້ານກົດໝາຍ.           ໃນຕອນທ້າຍ ທ່ານ ຫົວໜ້າກົມ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ອົງການມູນນິທິເອເຊຍ ປະຈຳ ສປປ ລາວ ທີ່ຍາມໃດກໍເປັນຫ່ວງເປັນໄຍ ແລະ ໃຫ້ການຊຸກຍູ້ຊ່ວຍເຫຼືອວັດຖຸອຸປະກອນ ລວມທັງຄວາມຮູ້ ແລະ ປະສົບການ ກ່ຽວກັບວຽກງານການຊ່ວຍເຫຼືອລ້າດ້ານກົດໝາຍ. ພ້ອມກັນນັ້ນ, ກົມຄຸ້ມຄອງລະບົບຍຸຕິທຳ ກໍຈະນຳໃຊ້ວັດຖຸອຸປະກອນເຫຼົ່ານີ້ ໃຫ້ເກີດຜົນປະໂຫຍດສູງສຸດ ໃນການເຄື່ອນໄຫວວຽກງານ.                                                                                                                                                                                                                                                                                                           ຂຽນຂ່າວ ແລະ ຮູບພາບໂດຍ: ສ. ບຸນຄ້ຳ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ມອບ-ຮັບເຄື່ອງຊ່ວຍເຫຼືອ
ກົມຄຸ້ມຄອງລະບົບຍຸຕິທຳໄດ້ຮັບເຄື່ອງຊ່ວຍເຫຼືອຈາກອົງການມູນນິທິເອເຊຍ
https://www.moj.gov.la/lo/node/427
Website Link: http://www.vientianemai.net/Link Category: ພາກສ່ວນ ຂໍ້ມູນຂ່າວສານ
ວຽງຈັນໃໝ່
https://www.moj.gov.la/lo/node/428
ໃນລະຫວ່າງວັນທີ 26-30 ກໍລະກົດ 2016 ຜ່ານມານີ້ ກົມຄຸ້ມຄອງລະບົບຍຸຕິທຳ ໄດ້ໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໂດຍການນຳພາຄະນະຂອງ ທ່ານ ປທ ວິກອນ ບຸນວິໄລ ຮອງຫົວໜ້າກົມ ຄຸ້ມຄອງລະບົບຍຸຕິທຳ ກະຊວງຍຸຕິທຳ ພ້ອມດ້ວຍພະນັກງານຂັ້ນພະແນກ ຈຳນວນ 12 ທ່ານ, ຍິງ 7 ທ່ານ. ຈຸດປະສົງຂອງການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫຽວດນາມ ຄັ້ງນີ້ ແມ່ນເພື່ອຜັນຂະຫຍາຍເນື້ອໃນຈິດໃຈຂອງບົດ ບັນທຶກການຮ່ວມມື ລະຫວ່າງ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ໃນຂົງເຂດກົດໝາຍ-ຍຸຕິທຳ ໄລຍະປີ 2015-2020.           ໃນຕອນເຊົ້າຂອງວັນທີ 27 ກໍລະກົດ 2016 ຫົວໜ້າຄະນະກໍໄດ້ນຳພາພະນັກງານ ເຂົ້າຢ້ຽມຂໍ່ານັບ ທ່ານ   ຫວງ້ຽນແຄັງຫງ໋ອກ ຮອງລັດຖະມົນຕີ ກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ຫຼັງຈາກນັ້ນ, ກໍສືບຕໍ່ເຮັດວຽກຮ່ວມ ກັບກົມທະບຽນຄອບຄົວ, ສັນຊາດ ແລະ ຢັ້ງຢືນຄວາມຖືກຕ້ອງ, ກົມລູກລ້ຽງ, ກົມໂຄສະນາອົບຮົມກົດໝາຍ ແລະ ກົມຊ່ວຍເຫຼືອດ້ານຍຸຕິທຳ. ຕະຫຼອດໄລຍະການເຮັດວຽກຮ່ວມກັບບັນດາກົມດັ່ງກ່າວນັ້ນ, ບັນດາພະນັກງານຈາກ ກົມຄຸ້ມຄອງລະບົບຍຸຕິທຳ ກໍໄດ້ຮັບຟັງການສະເໜີຂໍ້ມູນຈາກຝ່າຍຫວຽດນາມ ເຊັ່ນ ວຽກງານທະບຽນຄອບຄົວ ໃນນັ້ນໄດ້ລົງເລີກກ່ຽວກັບການຈົດທະບຽນການຮັບຮູ້ຄວາມເປັນພໍ່, ການແຕ່ງຕັ້ງຜູ່ປົກຄອງ, ການຫາຍສາບສູນ ແລະ ເສຍຊີວິດຕາມຄຳຕັດສີນຂອງສານ. ສ່ວນວຽກງານສັນຊາດ ໄດ້ລົງກ່ຽວກັບວຽກງານການຈົດທະບຽນສັນຊາດ, ການເອົາເດັກໄປເປັນລູກລ້ຽງ ແລະ ເອກະສານຕ່າງໆທີ່ເປັນບ່ອນອີງໃນວຽກງານດັ່ງກ່າວ. ວຽກງານການໄກ່ເກັ່ຍຂໍ້ຂັດ ແຍ່ງຂັ້ນບ້ານ ຂອງ ສສ ຫວຽດນາມ ແມ່ນວຽກງານໜຶ່ງທີ່ຂຶ້ນກັບກົມໂຄສະນາອົບຮົມກົດໝາຍ. ວຽກງານຊ່ວຍເຫຼືອລ້າດ້ານກົດໝາຍ ໄດ້ລົງເລິກວຽກງານການສ້າງຕັ້ງ, ການຄຸ້ມຄອງ ແລະ ການເຄື່ອນໄຫວຂອງຫ້ອງການຊ່ວຍ ເຫຼືອລ້າດ້ານກົດໝາຍ, ວຽກງານຄຸ້ມຄອງທະນາຍຄວາມ, ການສະໝັກເປັນສະມາຊິກທະນາຍຄວາມ, ການອອກໃບອະນຸຍາດວ່າຄວາມ ລວມທັງການຝຶກອົບຮົມວຽກງານທະນາຍຄວາມ ນອກນີ້ກອງປະຊຸມຍັງມີການປະກອບຄຳ ເຫັນ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ ເຮັດໃຫ້ບັນຍາກາດແຫ່ງມິດຕະພາບມີຄວາມຟົດຟື້ນ.           ການພົບປະແລກປ່ຽນບົດຮຽນຄັ້ງນີ້ ໄດ້ດຳເນີນເປັນເວລາ 2 ວັນ, ພາຍຫຼັງທີ່ສຳເລັດການແລກປ່ຽນບົດຮຽນແລ້ວ, ຝ່າຍເຈົ້າພາບກໍໄດ້ນຳພາຄະນະຈາກ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄປທ່ຽວຊົມສະຖານທີ່ທ່ອງທ່ຽວ, ສະ ຖານທີ່ສັກສິດ ແລະ ໃນຕອນຄ່ຳກໍມີພາເຂົ້າສາມັກຄີ ໂດຍການໃຫ້ກຽດເປັນເຈົ້າພາບຂອງ ທ່ານ ຫວງ້ຽນແຄັງຫງ໋ອກ ຮອງລັດຖະມົນຕີ ກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ແລະ ຫົວໜ້າຄະນະຈາກກົມຄຸ້ມຄອງລະບົບຍຸຕິທຳ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບຂອງທ່ານລັດຖະມົນຕີ ພ້ອມດ້ວຍຄະນະ, ຂອບໃຈຕໍ່ບັນດາກົມກ່ຽວຂ້ອງທີ່ໄດ້ສະໜອງຂໍ້ມູນຕ່າງໆທີ່ເປັນປະໂຫຍດໃຫ້ແກ່ການພົບປະຢ້ຽມຢາມໃນ ຄັ້ງນີ້.                                                                                                                                                                                                   ຂ່າວ ແລະ ຮູບພາບໂດຍ: ສ. ບຸນຄ້ຳ (ນັກຂ່າວກົມຄຸ້ມຄອງລະບົບຍຸຕິທຳ) ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກົມຄຸ້ມຄອງລະບົບຍຸຕິທຳ ເຄື່ອນໄຫວວຽກງານທາງ ລັດຖະການຢູ່ ສສ ຫວຽດນາມ
ການເຄື່ອນໄຫວຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ຢູ່ ສສ ຫວຽດນາມ
https://www.moj.gov.la/lo/node/429
ລາຍລະອຽດປະເພດຂອງເອກະສານ: ຄຳສັ່ງ ຂອງນາຍົກລັດຖະມົນຕີເອກະສານລົງວັນທີ: 17-ສິງຫາ-2016ເລກທີຂອງເອກະສານ: 1 Online Viewinghttps://www.moj.gov.la/sites/default/files/%E0%BA%81%E0%BA%BB%E0%BA%A1%E0%BA%84%E0%BA%B8%E0%BB%89%E0%BA%A1%E0%BA%84%E0%BA%AD%E0%BA%87%E0%BA%A5%E0%BA%B0%E0%BA%9A%E0%BA%BB%E0%BA%9A%E0%BA%8D%E0%BA%B8%E0%BA%95%E0%BA%B4%E0%BA%97%E0%BA%B3/documents/%E0%BA%99%E0%BA%B4%E0%BA%95%E0%BA%B4%E0%BA%81%E0%BA%B3/%E0%BA%99%E0%BA%B4%E0%BA%95%E0%BA%B4%E0%BA%81%E0%BA%B3%E0%BA%97%E0%BA%B4%E0%BB%88%E0%BA%9B%E0%BA%B0%E0%BA%81%E0%BA%B2%E0%BA%94%E0%BB%83%E0%BA%8A%E0%BB%89/%E0%BA%84%E0%BA%B3%E0%BA%AA%E0%BA%B1%E0%BB%88%E0%BA%87-%E0%BA%82%E0%BA%AD%E0%BA%87%E0%BA%99%E0%BA%B2%E0%BA%8D%E0%BA%BB%E0%BA%81%E0%BA%A5%E0%BA%B1%E0%BA%94%E0%BA%96%E0%BA%B0%E0%BA%A1%E0%BA%BB%E0%BA%99%E0%BA%95%E0%BA%B5/429/1-10.pdf
ຄຳສັ່ງນາຍົກກ່ຽວກກັບການເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານຍຸຕິທຳຮາກຖານ
https://www.moj.gov.la/lo/node/430
ລາຍລະອຽດປະເພດຂອງເອກະສານ: ສະຖິຕິເອກະສານລົງວັນທີ: 19-ສິງຫາ-2016ເລກທີຂອງເອກະສານ: 1 Online Viewinghttps://www.moj.gov.la/sites/default/files/%E0%BA%81%E0%BA%B0%E0%BA%8A%E0%BA%A7%E0%BA%87/documents/%E0%BA%A7%E0%BA%BD%E0%BA%81%E0%BA%8D%E0%BA%B8%E0%BA%95%E0%BA%B4%E0%BA%97%E0%BA%B3%E0%BA%AE%E0%BA%B2%E0%BA%81%E0%BA%96%E0%BA%B2%E0%BA%99/%E0%BA%AA%E0%BA%B0%E0%BA%96%E0%BA%B4%E0%BA%95%E0%BA%B4/430/%E0%BA%AA%E0%BA%B0%E0%BA%96%E0%BA%B4%E0%BA%95%E0%BA%B4%20%E0%BA%9A%E0%BA%B1%E0%BA%99%E0%BA%94%E0%BA%B2%E0%BB%80%E0%BA%A1%E0%BA%B7%E0%BA%AD%E0%BA%87%203%20%E0%BA%AA%E0%BB%89%E0%BA%B2%E0%BA%87%20%E0%BB%81%E0%BA%A5%E0%BA%B0%20%E0%BA%9A%E0%BB%89%E0%BA%B2%E0%BA%99%203%20%E0%BA%AA%E0%BB%89%E0%BA%B2%E0%BA%87%20%E0%BA%AA%E0%BA%B0%E0%BA%96%E0%BA%B4%E0%BA%95%E0%BA%B4%E0%BA%A7%E0%BA%BD%E0%BA%81%E0%BA%87%E0%BA%B2%E0%BA%99%20%E0%BA%9A%E0%BB%89%E0%BA%B2%E0%BA%99%E0%BA%9B%E0%BA%AD%E0%BA%94%E0%BA%84%E0%BA%B0%E0%BA%94%E0%BA%B5%20%E0%BA%AA%E0%BA%BB%E0%BA%81%E0%BA%9B%E0%BA%B5%202014-2015.pdf
ສະຖິຕິ ເມືອງ 3 ສ້າງ ຸ ບ້ານ 3 ສ້າງ ແລະ ບ້ານປອດຄະດີ ສົກປີ 2014-2015
https://www.moj.gov.la/lo/node/431
ລາຍລະອຽດປະເພດຂອງເອກະສານ: ສະຖິຕິເອກະສານລົງວັນທີ: 19-ສິງຫາ-2016ເລກທີຂອງເອກະສານ: 1 Online Viewinghttps://www.moj.gov.la/sites/default/files/%E0%BA%81%E0%BA%B0%E0%BA%8A%E0%BA%A7%E0%BA%87/documents/%E0%BA%A7%E0%BA%BD%E0%BA%81%E0%BA%8D%E0%BA%B8%E0%BA%95%E0%BA%B4%E0%BA%97%E0%BA%B3%E0%BA%AE%E0%BA%B2%E0%BA%81%E0%BA%96%E0%BA%B2%E0%BA%99/%E0%BA%AA%E0%BA%B0%E0%BA%96%E0%BA%B4%E0%BA%95%E0%BA%B4/431/%E0%BA%AA%E0%BA%B0%E0%BA%96%E0%BA%B4%E0%BA%95%E0%BA%B4%E0%BA%A7%E0%BA%BD%E0%BA%81%E0%BA%87%E0%BA%B2%E0%BA%99%20%E0%BA%8D%E0%BA%B8%E0%BA%95%E0%BA%B4%E0%BA%97%E0%BA%B3%E0%BA%AE%E0%BA%B2%E0%BA%81%E0%BA%96%E0%BA%B2%E0%BA%99%20%E0%BA%9A%E0%BB%89%E0%BA%B2%E0%BA%99%E0%BA%9B%E0%BA%AD%E0%BA%94%E0%BA%84%E0%BA%B0%E0%BA%94%E0%BA%B5%E0%BA%97%E0%BA%BB%E0%BB%88%E0%BA%A7%E0%BA%9B%E0%BA%B0%E0%BB%80%E0%BA%97%E0%BA%94%20%E0%BA%AA%E0%BA%BB%E0%BA%81%E0%BA%9B%E0%BA%B4%202014-2015.pdf
ສະຖິຕິວຽກງານ ຍຸຕິທຳຮາກຖານ ບ້ານປອດຄະດີທົ່ວປະເທດ ສົກປິ 2014-2015
https://www.moj.gov.la/lo/node/432
ລາຍລະອຽດປະເພດຂອງເອກະສານ: ແຜນພັດທະນາກະຊວງຍຸຕິທຳເອກະສານລົງວັນທີ: 19-ສິງຫາ-2016ເລກທີຂອງເອກະສານ: 1 Online Viewinghttps://www.moj.gov.la/sites/default/files/%E0%BA%81%E0%BA%B0%E0%BA%8A%E0%BA%A7%E0%BA%87/documents/%E0%BB%81%E0%BA%9C%E0%BA%99%E0%BA%9E%E0%BA%B1%E0%BA%94%E0%BA%97%E0%BA%B0%E0%BA%99%E0%BA%B2%E0%BA%81%E0%BA%B0%E0%BA%8A%E0%BA%A7%E0%BA%87%E0%BA%8D%E0%BA%B8%E0%BA%95%E0%BA%B4%E0%BA%97%E0%BA%B3/432/%E0%BB%81%E0%BA%9C%E0%BA%99%E0%BA%9E%E0%BA%B1%E0%BA%94%E0%BA%97%E0%BA%B0%E0%BA%99%E0%BA%B2%E0%BA%81%E0%BA%B0%E0%BA%8A%E0%BA%A7%E0%BA%87%2016-20.pdf
ແຜນພັດທະນາກະຊວງ 2016-2020
https://www.moj.gov.la/lo/node/433
Website Link: http://www.tourismlaos.org/Link Category: ພາກສ່ວນ ລັດຖະບານ
ກະຊວງຖະແຫລ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ
https://www.moj.gov.la/lo/node/434
Website Link: http://kpl.gov.la/Link Category: ພາກສ່ວນ ຂໍ້ມູນຂ່າວສານ
ຂ່າວສານປະເທດລາວ
https://www.moj.gov.la/lo/node/435
Website Link: http://www.kongthap.gov.la/Link Category: ພາກສ່ວນ ຂໍ້ມູນຂ່າວສານ
ໜັງສືພິມ ກອງທັບ
https://www.moj.gov.la/lo/node/436
Website Link: http://www.pasaxon.org.la/Link Category: ພາກສ່ວນ ຂໍ້ມູນຂ່າວສານ
ໜັງສືພິມ ປະຊາຊົນ
https://www.moj.gov.la/lo/node/437
Website Link: http://www.vientianetimes.org.la/Link Category: ພາກສ່ວນ ຂໍ້ມູນຂ່າວສານ
ໜັງສືພິມວຽງຈັນທາມ
https://www.moj.gov.la/lo/node/438
Website Link: http://lnr.org.la/Link Category: ພາກສ່ວນ ຂໍ້ມູນຂ່າວສານ
ວິທະຍຸກະຈາຍສຽງແຫ່ງຊາດ
https://www.moj.gov.la/lo/node/439
Website Link: http://www.ospp.gov.la/Link Category: ພາກສ່ວນ ລັດຖະບານ
ອົງການໄອຍະການປະຊາຊົນສູງສຸດ
https://www.moj.gov.la/lo/node/440
ໂດຍປະຕິບັດຕາມມະຕິຕົກລົງ ຂອງຄະນະພັກກະຊວງຍຸຕິທຳ ສະບັບເລກທີ 133/ຄພກຍ, ລົງວັນທີ 27 ກໍລະກົດ 2016 ວ່າດ້ວຍການເປີດບັ້ນດຳເນີນການກວດກາຕີລາຄາຈັດແບ່ງປະເພດ ໜ່ວຍພັກ, ສະມາຊິກພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ປະຈຳປີ 2016.      ໃນລະຫວ່າງວັນທີ 16-17 ສິງຫາ 2016 ເວລາ 8:00 ໂມງ, ໜ່ວຍພັກກົມຄຸ້ມຄອງລະບົບຍຸຕິທໍາ ໄດ້ເປີດກອງປະຊຸມບັ້ນດຳເນີນຊີວິດການເມືອງ ເພື່ອກວດກາຕີລາຄາຈັດແບ່ງປະເພດໜ່ວຍພັກ, ສະມາຊິກພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ປະຈຳປີ 2016 ໂດຍການເປັນປະທານຂອງ ສະຫາຍ ບຸນຕາ ສ.ຜາບມີໄຊ, ຄະນະພັກກະຊວງ, ເລຂາໜ່ວຍພັກ, ມີສະມາຊິກພັກເຂົ້າຮ່ວມທັງໝົດ 12 ສະຫາຍ, ຍິງ 5, ຂາດ 2 ສະຫາຍ, ຍິງ 1 ສະຫາຍ, ຕາງໜ້າສາມອົງການຈັດຕັ້ງມະຫາຊົນ 3 ສະຫາຍ, ມີຄະນະລົງມາຕິດຕາມ 5 ສະຫາຍ ໂດຍແມ່ນສະຫາຍ ບຸນສະຫວາດ ບຸບຜາ ຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງຍຸຕິທຳ ເປັນຫົວໜ້າຊີ້ນຳ-ນຳພາ ພ້ອມດ້ວຍຄະນະຈາກກົມກວດກາ, ກົມຈັດຕັ້ງພະນັກງານ ກະຊວງຍຸຕິທຳ ລວມທັງໝົດ 20 ສະຫາຍ, ຍິງ 8 ສະຫາຍ.           ພາຍຫຼັງ ສະຫາຍເລຂາໜ່ວຍພັກ ໄດ້ກ່າວຈຸດປະສົງແລ້ວ, ຫົວໜ້າຄະນະຕິດຕາມໄດ້ໃຫ້ທັດສະນະຊີ້ນຳເຖິງຄວາມໝາຍສຳຄັນຂອງບັ້ນດຳເນີນຊີວິດການເມືອງຂອງໜ່ວຍພັກ, ແນະນຳວິທີ ແລະ ຂັ້ນຕອນຂອງການຈັດປະຕິບັດ ເພື່ອໃຫ້ຖືກຕ້ອງຕາມຂໍ້ກຳນົດຂອງກົມການເມືອງສູນກສາງພັກ, ສອດຄ່ອງກັບສະພາບຄວາມເປັນຈິງຂອງໜ່ວຍ ແລະ ໄດ້ຮຽກຮ້ອງໃຫ້ສະມາຊິກພັກທຸກສະຫາຍ ແລະ ຕາງໜ້າຈາກສາມອົງການຈັດຕັ້ງຂອງກົມ ໃຫ້ມີຄວາມຈິງໃຈປະກອບຄຳເຫັນ, ຕຳນິສົ່ງຂ່າວກໍ່ສ້າງເຊິງກັນ ແລະ ກັນ ເພື່ອພ້ອມກັນກ້າວໜ້າ. ຈາກນັ້ນ, ໜ່ວຍພັກກໍໄດ້ຜ່ານບົດສຳຫຼວດກວດກາຕີລາ ຄາຈັດແບ່ງປະເພດສະມາຊິກພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ຊຶ່ງເລີ່ມຈາກສະຫາຍເລຂາໜ່ວຍພັກກ່ອນຕາມລຳດັບ. ຈາກນັ້ນ ກໍໄດ້ພ້ອມກັນປະກອບຄຳຄິດເຫັນດ້ານດີ, ດ້ານອ່ອນ ເພື່ອເປັນການຕຳນິ ກໍ່ສ້າງເຊິ່ງກັນ ແລະ ກັນ. ພາຍຫຼັງ ໄດ້ຜ່ານບົດສຳຫຼວດກວດກາຕີລາຄາຈັດແບ່ງປະເພດຂອງສະມາຊິກພັກແລ້ວ ສະຫາຍເລຂາກໍສືບຕໍ່ຜ່ານບົດສຳຫຼວດການນຳພາຂອງໜ່ວຍພັກ ແລະ ສະເໜີໃຫ້ສະມາ ຊິກພັກ, ຕາງໜ້າອົງການຈັດຕັ້ງມະຫາຊົນຂອງກົມ ແລະ ຄະນະຕິດຕາມປະກອບຄຳເຫັນໃສ່ບົດສຳຫຼວດດັ່ງກ່າວເຮັດໃຫ້ບັນຍາກາດຂອງບັ້ນດຳເນີນຊີວິດການເມືອງ ກວດກາຕີລາຄາໜ່ວຍພັກ, ສະມາ ຊິກພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານ ມີບັນຍາກາດທີ່ດີ, ມີລັກສະນະສ້າງສັນ, ພາວະວິໄສ ແລະ ເປັນຂະບວນຟົດຟື້ນ. ສຳລັບຜົນຂອງການກວດກາຕີລາຄາຈັດແບ່ງປະເພດຂອງໜ່ວຍພັກ ແລະ ສະມາຊິກ ພັກ ເຂັ້ມແຂງ-ຮູ້ນຳພາຮອບດ້ານ ນັ້ນຈະແຈ້ງໃຫ້ຊາບຕາມພາຍຫຼັງ.        ໃນຕອນທ້າຍ ສະຫາຍ ບຸນສະຫວາດ ບຸບຜາ ຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທຳ, ຫົວໜ້າຄະນະຕິດຕາມ ໄດ້ຕີລາຄາສູງຕໍ່ການກະກຽມເນື້ອໃນ, ເວລາ, ຂັ້ນຕອນວິທີການດຳເນີນ ການ, ການຕຳນິສົ່ງຂ່າວແມ່ນອີງໃສ່ພື້ນຖານຄວາມເປັນຈິງ ແລະ ຖືກຕ້ອງຕາມກົດລະບຽບຂອງພັກ. ຈາກນັ້ນ, ສະຫາຍເລຂາໜ່ວຍພັກ ກໍໄດ້ສະແດງຄວາມຂອບໃຈຕໍ່ຄຳຄິດຄຳເຫັນຂອງຫົວໜ້າຕິດ ຕາມພ້ອມດ້ວຍຄະນະ, ສະແດງຄວາມຊົມເຊີຍຕໍ່ສະມາຊິກພັກ, ຕາງໜ້າສາມອົງການຈັດຕັ້ມະຫາຊົນຂອງກົມ ແລະ ກ່າວ ປິດບັ້ນດຳເນີນຊີວິດການເມືອງຄັ້ງນີ້ຢ່າງເປັນທາງການ.                              ຂຽນຂ່າວ ແລະ ຮູບພາບໂດຍ: ສ. ບຸນຄ້ຳ (ນັກຂ່າວກົມຄຸ້ມຄອງລະບົບຍຸຕິທຳ) ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງ
ໜ່ວຍພັກກົມຄຸ້ມຄອງລະບົບຍຸຕິທຳ ເປີດບັ້ນດຳເນີນຊີວິດການເມືອງພັກ ປີ 2016
https://www.moj.gov.la/lo/node/441
ໃນຕອນບ່າຍຂອງວັນທີ 15 ສິງຫາ 2016 ຢູ່ທີ່ຫ້ອງປະຊຸມສະມາຄົມນັກຂ່າວ ແຫ່ງ ສປປ ລາວ ໄດ້ຈັດພິທີຖະແຫຼ່ງຂ່າວຂຶ້ນເພື່ອສ້າງຕັ້ງວາລະ ສານທະນາຍຄວາມລາວ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ. ເສີມສຸກ ສີມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ຜູ້ຊີ້ນຳວຽກງານ ສະພາທະນາຍຄວາມ, ທ່ານ ຄໍາໃສ ສຸລິນທອນ ປະທານສະພາທະນາຍຄວາມລາວ, ທ່ານ ປິ່ນປາດຖະໜາ ພັນທະມາລີ ຫົວໜ້າກົມສື່ມວນ ຊົນ, ກະຊວງຖະແຫຼ່ງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ຮອງປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ມີບັນດາທ່ານທະນາຍຄວາມ ແລະ ສື່ມວນຊົນຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ.      ທ່ານ ຄຳໃສ ສຸລິນທອນ ປະທານສະພາທະນາຍຄວາມ ໄດ້ໃຫ້ຮູ້ວ່າຄະນະບໍລິຫານງານສະພາທະນາຍຄວາມຊຸດທີ VII ໄດ້ປະຕິບັດຕາມແຜນ ຍຸດທະສາດ 5 ປີ 2016-2020 ຂອງສະພາທະນາຍຄວາມ ທີ່ໄດ້ຖືກຮັບຮອງເອົາໂດຍກອງປະຊຸມໃຫຍ່ ທະນາຍຄວາມລາວທົ່ວປະເທດ ໂດຍໄດ້ກຳ ນົດເອົາວັນທີ 15 ສິງຫາ 2016 ໃຫ້ເປັນວັນສ້າງຕັ້ງວາລະສານທະນາຍຄວາມລາວ.      ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ທັງເປັນຜູ່ຊີ້ນຳວຽກງານ ສະພາທະນາຍ ຄວາມໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ປະ ທານສະພາທະນາຍຄວາມພ້ອມດ້ວຍຄະນະ ແລະ ທະນາຍຄວາມລາວໃນຂອບເຂດທົ່ວປະເທດ ທີ່ໄດ້ຈັດພິມວາລະສານທະນາຍຄວາມ ລາວ ສະບັບ ປະຖົມມະເລຶກ ແລະ ທ່ານຍັງຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງວາລະສານທະນາຍຄວາມລາວ, ຈາກນັ້ນ ທ່ານ ປິ່ນປາດຖະ ໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ, ກະຊວງຖະແຫຼ່ງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ຮອງປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ໄດ້ປະກາດການສ້າງຕັ້ງຂອງວາລະສານທະນາຍຄວາມລາວ ຂຶ້ນຢ່າງເປັນທາງການ. ຂ່າວໂດຍ: ສີທົນ ສີສະຫວາດ,  ພາບ: ຈັນທະວີສຸກ  ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ພິທີປະກາດສ້າງຕັ້ງວາລະສານທະນາຍຄວາມລາວ
ພິທີປະກາດສ້າງຕັ້ງວາລະສານທະນາຍຄວາມລາວ
https://www.moj.gov.la/lo/node/442
ໃນຕອນເຊົ້າຂອງວັນທີ 15 ສິງຫາ 2016 ຢູ່ທີ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ, ກູ່ມຄະນະສ້າງປະມວນກົດໝາຍແພ່ງ ຊຶ່ງປະກອບດ້ວຍຜູ້ເຂົ້າຮ່ວມຈາກກະຊວງຍຸຕິທຳ, ອົງການໄອຍະການ ປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ແລະ ມະຫາວິທະຍາໄລແຫ່ງຊາດ (ຄະນະນິຕິສາດ-ລັດຖະສາດ) ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນທາງດ້ານວິຊາການປະມວນກົດໝາຍແພ່ງ ຄັ້ງທີ 3 ຂຶ້ນ ໂດຍໃຫ້ ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ສຈ. ເກດ ກຽດຕິສັກ ຮອງລັດຖະມົນຕີກະຊວງຍຸຕິທຳ, ທັງເປັນຫົວໜ້າຄະນະຮັບຜິດຊອບຮ່າງປະມວນກົດໝາຍແພ່ງ, ມີບັນດາທ່ານສາດສະດາຈານກົດໝາຍ ຈາກປະເທດຢີ່ປຸ່ນ ແລະ ສະມາຊິກຮ່າງປະມວນກົດໝາຍແພ່ງຈາກສີ່ພາກສ່ວນຕ່າງໆເຂົ້າຮ່ວມ ຈຳນວນ  60 ທ່ານ.      ກອງປະຊຸມໄດ້ຄົ້ນຄວ້າປະກອບຄຳເຫັນ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອແນ່ໃສ່ສາມບັນຫາຕົ້ນຕໍ ຄື: 1. ສະພາບການພັດທະນາກົດໝາຍທີ່ກ່ຽວຂ້ອງກັບສາຍພົວພັນທາງແພ່ງໃນໄລ ຍະຜ່ານມາ; 2. ຄວາມຈຳເປັນໃນການສ້າງຮ່າງປະມວນກົດໝາຍແພ່ງ; 3. ການສ້າງຮ່າງປະມວນກົດໝາຍແພ່ງ ແລະ ທິດທາງຕໍ່ໜ້າໃນການພັດທະນາລະບົບກົດໝາຍແພ່ງ ຂອງ ສປປ ລາວ ໃນປັດຈຸ ບັນໃຫ້ມີຄວາມສອດຄ່ອງ, ກົມກຽວ, ເປັນລະບົບຄົບຊຸດ, ເປັນເອກະພາບ ແລະ ມີຄວາມຈະແຈ້ງເພີ່ມຂຶ້ນ ທັງເປັນການແກ້ໄຂຊ່ອງຫວ່າງ ແລະ ສ້າງຄວາມເຂົ້າໃຈເປັນເອກະພາບໃນການຈັດຕັ້ງປະຕິບັດ ປະມວນກົດໝາຍດັ່ງກ່າວໃຫ້ມີຄວາມຄວາມໂປ່ງໃສ ແລະ ມີຄວາມຍຸຕິທຳຢູ່ໃນສັງຄົມ. ກອງປະຊຸມໄດ້ດຳເນີນໄປເປັນເວລາ 1 ວັນເຕັມ ແລະ ປິດລົງດ້ວຍຜົນສຳເລັດອັນຈົບງາມ. ຂ່າວໂດຍ: ສີທົນ ສີສະຫວາດ, ພາບ: ຈັນທະວີສຸກ    ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມວິຊາການຮ່າງປະມວນກົດໝາຍແພ່ງຄັ້ງທີ 3
ກອງປະຊຸມວິຊາການຮ່າງປະມວນກົດໝາຍແພ່ງ ຄັ້ງທີ 3
https://www.moj.gov.la/lo/node/443
ໃນຕອນເຊົ້າຂອງວັນທີ 17 ສິງຫາ 2016 ຢູ່ສະໂມສອນກະຊວງຍຸຕິທຳ ໄດ້ຈັດກອງປະຊຸມປັບປຸງກົດໝາຍວ່າດ້ວຍ ສື່ມວນຊົນ ຂຶ້ນໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສຈ. ເກດ ກຽດຕິສັກ ຮອງລັດຖະມົນຕີກະຊວງຍຸຕິ ທຳ, ມີ ທ່ານ ທອງດາ ສຸພາສິດ ຫົວໜ້າກົມສື່ມວນຊົນສະພາແຫ່ງຊາດ, ທ່ານ ປິ່ນປາດຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼ່ງຂ່າວ ວັດທະນາທຳ ແລະ ທອງທ່ຽວ, ຮອງປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ທ່ານ ຫົວໜ້າກົມ, ຮອງກົມກົດໝາຍກະຊວງຍຸຕິທຳ ແລະ ມີພະນັກງານວິຊາການກົມກົດໝາຍເຂົ້າຮ່ວມ.    ກົດໝາຍວ່າດ້ວຍ ສື່ມວນຊົນລາວ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ແຕ່ປີ 2008 ເປັນຕົ້ນມາ ເພື່ອແນ່ໃສ່ເຮັດໃຫ້ສື່ມວນຊົນລາວໄດ້ປະຕິບັດພາລະບົດບາດ ພາຍໃຕ້ຂອບເຂດຂອງກົດໝາຍທີ່ເປັນເວທີແຫ່ງການໂຄສະ ນາ, ຖະແຫຼ່ງຂ່າວ, ເປັນກະບອກສຽງຂອງອົງການຈັດຕັ້ງພັກ-ລັດ ແລະ ສັງຄົມໃນການສຶກສາອົບຮົມແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ປຸກລະດົມນ້ຳໃຈຮັກຊາດ, ສະໜອງຂໍ້ມູນຂ່າວສານທາງດ້ານການເມືອງ, ເສດ ຖະກິດ-ສັງຄົມ, ວິທະຍາສາດ-ເຕັກໂນໂລຊີ, ສາລະຄວາມຮູ້, ສາລະບັນເທິງທັງເປັນການປະກອບສ່ວນຕ້ານປາກົດການຫຍໍ້ທໍ້ຢູ່ໃນສັງຄົມລາວ.    ກອງປະຊຸມໄດ້ພ້ອມກັນເອົາໃຈໃສ່ປະກອບຄຳເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອດັດປັບບາງມາດຕາຂອງກົດໝາຍວ່າດ້ວຍ ສື່ມວນຊົນ ໃຫ້ມີຄວາມສອດຄອງກັບກັບສະພາບຄວາມເປັນຈິງຂອງສັງຄົມໃນປັດຈຸ ບັນ. ກົດໝາຍວ່າດ້ວຍ ສື່ມວນຊົນ ສະບັບປີ 2008, ປະກອບມີ 11 ໝວດ 67 ມາດຕາ. ກອງປະຊຸມໄດ້ພ້ອມກັນປັບປຸງກົດໝາຍວ່າດ້ວຍ ສື່ມວນຊົນ ຊຶ່ງປະກອບມີ VIII ພາກ, 6 ໝວດ, ມີ 75 ມາດຕາ, ພາກທີ III ມີ 4 ໝວດ, ພາກທີ V ມີ 2 ໝວດ ແລະ ໃນ 67 ມາດຕາ ຂອງກົດໝາຍວ່າດ້ວຍ ສື່ມວນຊົນ ສະບັບປີ 2008. ໃນນັ້ນຮັກສາເນື້ອໃນເກົ່າໄວ້ 28 ມາດຕາ, ປັບປຸງ 38 ມາດຕາ ແລະ ໄດ້ໂຮມມາດຕາ 7 ແລະ ມາດຕາ 8 ເຂົ້າກັນເປັນມາດຕາ 6 ແລະ ເພີ່ມໃໝ່ 10 ມາດຕາ ແນ່ໃສ່ເຮັດໃຫ້ເນື້ອໃນຂອງກົດໝາຍສະບັບດັ່ງກ່າວສອດຄ່ອງກັບມະຕິກອງປະຊຸມໃຫຍ່ ຄັ້ງທີ IX ແລະ X ຂອງພັກ ປປລາວ ເພື່ອເຮັດໃຫ້ປະຊາຊົນບັນດາເຜົ່າໄດ້ມີສ່ວນຮ່ວມຕໍ່ວຽກງານສື່ມວນຊົນ ແລະ ຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມແນວທາງຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ. ກອງປະຊຸມໄດ້ດຳເນີນໄປເປັນເວລາ 1 ວັນເຕັມ ແລະ ປິດລົງດ້ວຍຜົນສຳເລັດ ອັນຈົບງາມ. ຂ່າວໂດຍ: ສີທົນ ສີສະຫວາດ, ພາບໂດຍ: ກົວຢີ່ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມປັບປຸງກົດໝາຍວ່າດ້ວຍສື່ມວນຊົນ
ກອງປະຊຸມປັບປຸງກົດໝາຍວ່າດ້ວຍສື່ມວນຊົນ
https://www.moj.gov.la/lo/node/444
ໃນຕອນບ່າຍຂອງວັນທີ 17 ສິງຫາ 2016 ຢູ່ຫ້ອງປະຊຸມຊັ້ນ 2 ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມປະຈຳໄຕມາດ 1 ແລະ 2 ຂອງໂຄງການຈັດຕັ້ງປະຕິບັດແຜນແມ່ບົດພັດທະນາລັດປົກຄອງດ້ວຍກົດ ໝາຍຂຶ້ນ ໃຫ້ກຽດເປັນປະທານໂດຍ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ, ທ່ານ ນາງ ອໍເດລ ໄມລອດ ຜູ່ຕາງໜ້າຈາກສະຫະພາບເອີລົບ ປະຈຳ ສປປ ລາວ, ມີຫົວໜ້າກົມແຜນການ ແລະ ການຮ່ວມມື ແລະ ບັນດາຫົວໜ້າກົມ, ຮອງກົມ, ສະພາທະນາຍຄວາມ, ຜູ້ຕ່າງໜ້າຈາກລັດຖະບານຝຣັ່ງ, ລັດຖະບານ ສ ອາເມລິກາ ປະຈຳສະຖານທູດ ສປປ ລາວ, ແລະ ກົມກອງອ້ອມຂ້າງ, ພ້ອມ ດ້ວຍຄະນະຮັບຜິດຊອບແຕ່ລະແຜນງານເຂົ້າຮ່ວມ.    ໃນກອງປະຊຸມ ທ່ານ ນະລົງລິດ ນໍລະສິງ ຮັກສາການຫົວໜ້າກົມແຜນການ ແລະ ການຮວມມື, ຫົວໜ້າໂຄງການແຜນແມ່ບົດພັດທະນາລັດປົກຄອງດ້ວຍກົດໝາຍ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາຄືນ ໃນການປະຕິບັດວຽກງານໄລຍະທີ່ຜ່ານມາ ແລະ ວາງແຜນການທິດທາງວຽກງານໃນຕໍ່ໜ້າ ຂອງໂຄງການແຜນແມ່ບົດພັດທະນາລັດປົກຄອງດ້ວຍກົດໝາຍ ໄດ້ປະກອບມີ 6 ແຜນງານ ໃນການຈັດຕັ້ງ ປະຕິບັດໂຄງການໃນໄຕມາດ 1 ແລະ ໄຕມາດ 2 ທີ່ຜ່ານມາ ແມ່ນໄດ້ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ ພາຍໃຕ້ກົນໄກການຊີ້ນຳ-ນຳພາຢ່າງໃກ້ຊິດໃນການປະຕິບັດ ວຽກງານ ເຊັ່ນ ຄະນະຊີ້ນຳລະດັບຊາດ, ຄະນະປະສານງານ, ກອງເລຂາ ແລະ ຄະນະຮັບຜິດຊອບ  6 ແຜນງານ. ການຈັດຕັ້ງປະຕິບັດໃນໄຕມາດ 1 ແລະ 2 ສາມາດຍາດໄດ້ຜົນງານທີ່ພົ້ນເດັ່ນແຕ່ລະ ແຜນງານ ຄື: 1. ສຳເລັດການນຳສະເໜີຮ່າງປະມວນກົດໝາຍອາຍາ ສະບັບທຳອິດ ຂອງ ສປປ ລາວ, ສາມາດຕີພິມເປັນພາສາອັງກິດ ແລະ ຈັດພິມລົງເວບໄຊຈົດໝາຍເຫດທາງລັດຖະການ 2. ສຳເລັດຮ່າງເບື້ອງຕົ້ນໃນການສ້າງປື້ມຄູ່ມືວ່າດ້ວຍ ການສ້າງນິຕິກຳ ຂອງ ສປປ ລາວ, 3. ສຳເລັດການຈັດພິມບົດລາຍງານການປະເມີນຜົນກະທົບໃນການລົງທາບທາມຮ່າງປະມວນກົດໝາຍອາຍາ ຢູ່ 3 ແຂວງໃນ 3 ພາກ ແລະ ນອກຈາກນີ້ແລ້ວຍັງສຳເລັດວຽກງານຕ່າງໆຂອງແຕ່ລະແຜນໃນຫຼາຍໆດ້ານຕື່ມອີກ.     ທ່ານ ຮອງລັດຖະມົນຕີ ກະຊວງຍຸຕິທຳ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນຫຼາຍໆດ້ານ ແລະ ທ່ານ ຍັງໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການປະກອບສ່ວນຂອງບັນດາປະເທດຄູ່ ຮ່ວມພັດທະນາໃນໂຄງການພັດທະນາລັດປົກຄອງດ້ວຍກົດໝາຍ ເປັນຕົ້ນ: ອົງການ UNDP, ສະຫະພາບເອີລົບ, ລັດຖະບານຝຣັ່ງ, ລັດຖະບານອາເມລິກາ ແລະ ອົງການຈັດຕັ້ງສາກົນທີ່ສັງກັດລັດຖະບານ ແລະ ບໍ່ສັງກັດລັດຖະບານ ທີ່ໄດ້ໃຫ້ການສະໜັບສະໜູນຢ່າງຕັ້ງໜ້າ ປະກອບສ່ວນເຂົ້າໃນຂະແໜ່ງກົດໝາຍ ແລະ ຍຸຕິທຳ ຂອງ ສປປ ລາວ. ຂ່າວໂດຍ: ນາງ ສີທົນ ສີສະຫວາດ, ພາບໂດຍ: ກົວຢີ່: ຄຳພອນ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງຊຸມປະຈຳໄຕມາດ 1 ແລະ 2 ໂຄງການຈັດຕັ້ງປະຕິບັດແຜນແມ່ບົດ ພັດທະນາລັດປົກຄອງດ້ວຍກົດໝາຍ
ກອງຊຸມປະຈຳໄຕມາດ 1 ແລະ 2 ໂຄງການຈັດຕັ້ງປະຕິບັດແຜນແມ່ບົດພັດທະນາລັດປົກຄອງດ້ວຍກົດໝາຍ
https://www.moj.gov.la/lo/node/445
ໃນລະຫວ່າງວັນທີ 24 ກໍລະກົດ ຫາ 4 ສິງຫາ 2016 ຜ່ານມານີ້ ກົມທະບຽນສານ ໄດ້ລົງໄປເຄື່ອນໄຫວວຽກງານຢູ່ ແຂວງ ໄຊຍະບູລີ ໂດຍການນໍາພາຄະນະຂອງ ທ່ານ ປທ ນຽມ ສຸພັນຄໍ້າມະວົງ ຮອງຫົວໜ້າກົມທະບຽນສານ ກະຊວງຍຸຕິທໍາ ພ້ອມດ້ວຍພະນັກງານວິຊາການ 2 ທ່ານ. ຈຸດປະສົງການລົງໄປເຄື່ອນໄຫວວຽກງານໃນຄັ້ງນີ້ ແມ່ນເພື່ອປະສານສົມທົບກັບພະແນກຍຸຕິທໍາແຂວງ, ຫ້ອງການຍຸຕິທໍາເມືອງ ແລະ ຄະນະນໍາຂອງແຕ່ລະເມືອງ ​ເພື່ອເກັບກໍາຂໍ້ມູນ​ສ້າງຕັ້ງໜ່ວຍງານທະບຽນສານຂຶ້ນ​ໃນແຕ່ລະເມືອງ.    ໃນວັນທີ 25 ກໍລະກົດ 2016 ທ່ານຮອງຫົວໜ້າກົມ ພ້ອມດ້ວຍຄະນະກໍໄດ້ພົບປະເຮັດວຽກຮ່ວມກັບ ທ່ານ ທອງ ລາວເບຼຍຢາທໍ່ ຫົວໜ້າພະແນກຍຸຕິທໍາ ແຂວງໄຊຍະບູລີ ເພື່ອປືກສາຫາລືຄວາມເປັນເອກະພາບກັນໃນການ ລົງເກັບກໍາຂໍ້ມູນ ທີ່ຈະສະເໜີສ້າງຕັ້ງໜ່ວຍງານ ແລະ ເປົ້າໝາຍບຸກຄະລາກອນທີ່ຈະເໜີແຕ່ງຕັ້ງຮັບຜິດຊອບໜ່ວຍງານທະບຽນສານ ຊຶ່ງໃນບັນດາເມືອງທີ່ຍັງບໍ່ທັນມີໜ່ວຍງານທະບຽນສານທັງໝົດ 7 ເມືອງ ຄື: ເມືອງຊຽງ ຮ່ອນ, ເມືອງ ເງີນ, ເມືອງ ໄຊຍະບູລີ, ເມືອງ ໄຊສະຖານ, ເມືອງ ພຽງ, ເມືອງ ທົ່ງມີໄຊ ແລະ ເມືອງບໍ່ແຕນ. ໃນໄລຍະການລົງເຄື່ອນໄຫວວຽກງານໃນຄັ້ງນີ້ ທ່ານຮອງຫົວໜ້າກົມ ໄດ້ເຜີຍແຜ່ເອກະສານຈໍານວນ 2 ສະບັບ ເຊັນ ຄໍາສັ່ງຂອງນາຍົກ ສະບັບເລກທີ 10/ນຍ, ລົງວັນທີ 1 ​ເມສາ 2016 ວ່າດ້ວຍການເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານທະບຽນສານ, ກົດໝາຍວ່າດ້ວຍ ທະບຽນສານ ​ແລະ ນິຕິ​ກໍາ​ຈໍານວນ​ໜຶ່ງ  ໃຫ້ບັນດາພະແນກການ, ຫ້ອງ ການ, ອົງການຈັດຕັ້ງ, ບັນດາຫົວໜ່ວຍທຸລະກິດຕ່າງໆ ຕະຫຼອດຮອດອໍານາດການປົກຄອງບ້ານພາຍໃນແຂວງ ແລະ ບັນດາເມືອງ ຊຶ່ງມີຜູ້ເຂົ້າຮ່ວມຮັບຟັງທັງໝົດ ຈໍານວນ 1.037 ຄົນ, ຍິງ 267 ຄົນ.    ຜ່ານການເຜີຍແຜ່ເອກະສານດັ່ງກ່າວ ເຮັດໃຫ້ຜູ້ເຂົ້າຮ່ວມຮັບຟັງ  ໄດ້ຮັບຮູ້ເຂົ້າໃຈກ່ຽວກັບວຽກງານທະບຽນສານ ເພາະວ່າເປັນວຽກງານໜຶ່ງທີ່ມີບົດບາດສໍາຄັນຂອງຂະແໜ່ງຍຸຕິທໍາ ໃນການສະກັດກັ້ນການລະເມີດລະບຽບ ກົດໝາຍ, ເນື່ອງຈາກວ່າ ວຽກງານທະບຽນສານມີພາລະບົດບາດໃນການຢັ້ງຢືນຄວາມຖືກຕ້ອງຕາມຄວາມເປັນຈິງ ແລະ ຕາມກົດໝາຍຂອງສັນຍາ ແລະ ເອກະສານອື່ນ ເພື່ອແນໃສ່ປົກປ້ອງສິດ  ແລະ ຜົນປະໂຫຍດອັນຊອບ ທໍາຂອງຄູ່ສັນຍາ ແລະ ບຸກຄົນທີ່ກ່ຽວຂ້ອງ. ໄລຍະໃນການເຄື່ອນວຽກ​ງານ​ນັ້ນ ທ່ານ​ຮອງ​ຫົວໜ້າ​ກົມ​ ຍັງໄດ້​ເຮັດ​ວຽກ​ກັບ​ບັນດາຫ້ອງການ​ຍຸຕິ​ທໍາ​ເມືອງ​ ຕິດຕາມ​ກວດກາ​ວຽກ​ງານຂອງ​​ໜ່ວຍ​ງານ​ທະບຽນ​ສານ​ ພ້ອມ​ທັງ​ໄດ້​ໃຫ້​ຄໍາ​ແນະ​ກ່ຽວ​ກັບ​ບັນຫາ​ທີ່​ຍັງ​ບໍ່​ທັນ​ເຂົ້າ​ໃຈ​ ເປັນ​ຕົ້ນ​ໃຫ້​ຊີ້​ແຈ້ງ​ໃຫ້​ບັນດາອົງການຈັດ​ຕັ້ງ​ລັດ, ນິຕິບຸກຄົນ ​ແລະ ບຸກຄົນ ​ໃຫ້​ໃຫ້​ເຂົ້າ​ໃຈ​ກ່ຽວ​ກັບຜົນ​ຂອງ​ການຢັ້ງຢືນ​ຄວາມ​ຖືກຕ້ອງຂອງ​ອົງການ​ທະບຽນ​ສານ ​ເພື່ອ​ຫຼຸດຜ່ອນ​ຂໍ້​ຂັດ​ແຍ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອານາ​ຄົດ. ນອກຈາກ​ນັ້ນ​ ຍັງ​ໄດ້​ເນັ້ນໜັກ​ໃຫ້​ພະນັກງານ​ທະບຽນ​ສານ ໄດ້​ເອົາ​ໃຈ​ໃສ່​ຕໍ່​ໜ້າ​ທີ່​ວຽກ​ງານທີ່ຕົນ​ຮັບຜິດຊອບໃຫ້​ມີ​ຄວາມ​ເຂັ້ມ​ແຂງ, ການ​ຄົ້ນຄວ້າ​ເອກະສານໃຫ້ຮັດ​ກຸມ​, ຖືກຕ້ອງ​ຕາມ​ຄວາມ​ເປັນ​ຈິງ ​ແລະ​ ສອດຄ່ອງຕາມ​ກົດໝາຍ. ພ​້ອມກັນ​ນັ້ນ, ​ກໍຍັງ​ໄດ້​ກໍານົດ​ຂອບ​ເຂດ​ຄວາມ​ຮັບຜິດຊອບ​ໃນການ​ຂໍ​ຢັ້ງຢືນ​ລະຫວ່າງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ (ກະຊວງ, ​ແຂວງ ​ແລະ ​ເມືອງ) ກົມ​ທະບຽນ​ສານ, ຫ້ອງການ​ທະບຽນ​ສານ ​ແລະ ໜ່ວຍ​ງານ​ທະບຽນ​ສານ.    ການເຄື່ອນໄຫວ​ລົງ​ເກັບ​ກໍາ​ຂໍ້​ມູນ​ໃນ​ຄັ້ງ​ນີ້ ໄດ້​​ດໍາ​ເນີນ​ໄປ​ເປັນ​ເວລາ 2 ອາທິດ, ຊຶ່ງ​ຜ່ານ​ການ​ເກັບ​ກໍາ​ຂໍ້​ມູນ​ພາຍ​ໃນ 7 ​ເມືອງ ຂອງ​ແຂວງ​ ໄຊ​ຍະ​ບູລີ ຕາມ​ເປົ້າ​ໝາຍ​ ເຫັນວ່າ ມີ1 ເມືອງທີ່​ບໍ່ສາມາດ​ສ້າງ​ຕັ້ງໜ່ວຍງານທະບຽນສານ​ໄດ້. ສ່ວນອີກ 6 ​ເມືອງ ​ແມ່ນ​ມີ​ເງື່ອນ​ໄຂຄົບຖ້ວນສາມາດ​ການ​ສ້າງ​ຕັ້ງໄດ້ ​ໂດຍໃຫ້​ຫ້ອງການ​ຍຸຕິ​ທໍາ​ເມືອງ​ ນໍາ​ສະ​ເໜີ​​ເພື່ອສ້າງ​ຕັ້ງ​ໜ່ວຍ​ງານເມືອງ ​ແລະ ​ແຕ່ງ​ຕັ້ງພະນັກງານ​ຮັບຜິດ​ຊອບຕາມ​ຂັ້ນ​ຕອນ​ຂອງ​ກົດໝາຍ​ ໃນ​ຂັ້ນ​ຕໍ່​ໄປ.     ບົດ ​ແລະ ຮູບພາບ ​ໂດຍ: ທອງ​ບາງ ຮຸ່ງ​ທະ​ຈັກ (ກົມ​ທະບຽນ​ສານ ກະຊວງ​ຍຸ​ຕິ​ທໍາ) ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ຄະນະກົມລົງເຄື່ອນໄຫວວຽກງານຢູ່ທ້ອງຖິ່ນ ແຂວງ ໄຊຍະບູລີ
ການໂຄສະນາເຜີຍແຜ່ນິຕິກໍາ ແລະ ລົງເກັບກໍາຂໍ້ມູນເພື່ອສ້າງຕັ້ງໜ່ວຍງານທະບຽນສານຢູ່ທີ່ ແຂວງ ໄຊຍະບູລີ
https://www.moj.gov.la/lo/node/446
ລາຍລະອຽດປະເພດຂອງເອກະສານ: ຂໍ້ຕົກລົງ ຂອງລັດຖະມົນຕີເອກະສານລົງວັນທີ: 29-ກໍລະກົດ-2016ເລກທີຂອງເອກະສານ: 695ເລກສະບັບປີຂອງເອກະສານ: 2016 Online Viewinghttps://www.moj.gov.la/sites/default/files/%E0%BA%81%E0%BA%BB%E0%BA%A1%E0%BA%97%E0%BA%B0%E0%BA%9A%E0%BA%BD%E0%BA%99%E0%BA%AA%E0%BA%B2%E0%BA%99/documents/%E0%BA%99%E0%BA%B4%E0%BA%95%E0%BA%B4%E0%BA%81%E0%BA%B3/%E0%BA%99%E0%BA%B4%E0%BA%95%E0%BA%B4%E0%BA%81%E0%BA%B3%E0%BA%97%E0%BA%B4%E0%BB%88%E0%BA%9B%E0%BA%B0%E0%BA%81%E0%BA%B2%E0%BA%94%E0%BB%83%E0%BA%8A%E0%BB%89/%E0%BA%82%E0%BB%8D%E0%BB%89%E0%BA%95%E0%BA%BB%E0%BA%81%E0%BA%A5%E0%BA%BB%E0%BA%87-%E0%BA%82%E0%BA%AD%E0%BA%87%E0%BA%A5%E0%BA%B1%E0%BA%94%E0%BA%96%E0%BA%B0%E0%BA%A1%E0%BA%BB%E0%BA%99%E0%BA%A7%E0%BB%88%E0%BA%B2%E0%BA%81%E0%BA%B2%E0%BA%99/446/Agreemen2330.10.08.1623082016155421_001.pdf
ຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການແບ່ງຄວາມຮັບຜິດຊອບ ຂອງອົງການທະບຽນສານ
https://www.moj.gov.la/lo/node/447
ກອງປະຊຸມວິຊາການປະກອບຄຳເຫັນໃສ່ຮ່າງປຶ້ມຄູ່ມືກົດໝາຍ ແລະ ປຶ້ມອະທິບາຍກົດໝາຍແຮງງານ ໄດ້ຈັດຂຶ້ນຢູ່ທີ່ຣິສອດນາປ່າກວາງ, ເມືອງແກ້ວອຸດົມ ແຂວງວຽງຈັນ ໃນວັນທີ 23-26 ສິງຫາ 2016 ພາຍໃຕ້ການສະ ໜັບສະໜູນຂອງໂຄງການພັດທະນາຊັບພະຍາກອນມະນຸດໃນຂົງເຂດຍຸຕິທຳ (ອົງການໄຈກ້າ). ກອງປະຊຸມໄຂຂື້ນໂດຍການເປັນປະທານຮ່ວມ ລະຫວ່າງ ທ່ານ ສົມສັກ ໄຕບຸນລັກ ຫົວໜ້າກຸ່ມແພ່ງ ແລະ ເສດຖະກິດ, ປະທານ ສານປະຊາຊົນພາກກາງ ແລະ ທ່ານ ນ. ທາຄານາຊິ ເລໂກະ ຜູ້ຊ່ຽວຊານດ້ານກົດໝາຍ ອົງການໄຈກ້າ ປະຈຳ ສປປ ລາວ,  ມີບັນດາສະມາຊິກກຸ່ມແພ່ງ ແລະ ເສດຖະກິດ ທີ່ມາຈາກສີ່ພາກສ່ວນຄື ກະຊວງຍຸຕິທຳ, ອົງການໄອຍະ ການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ມະຫາວິທະຍາໄລແຫ່ງຊາດ (ຄະນະນິຕິສາດ ແລະ ລັດຖະສາດ)  ພ້ອມດ້ວຍຜູ້ເຂົ້່າຮ່ວມທີ່ມາຈາກກົມແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ສະຫະພັນກຳ ມະບານລາວ ເຂົ້າຮ່ວມ ຈຳນວນ 15 ທ່ານ, ຍິງ 3 ທ່ານ.      ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອເຮັດວຽກຮ່ວມກັນໃນວຽກງານ ດັ່ງນີ້: (1) ກວດແກ້, ຈັດລຽງ ແລະ ຮຽບຮຽງເນື້ອໃນປຶ້ມຄູ່ມືກົດໝາຍວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດະກິດຄືນ ພາຍຫຼັງທີ່ໄດ້ຮັບຄຳເຫັນ ຈາກຄະນະຊີ້ນຳລວມ ແລະ ຄະນະບໍລິຫານໂຄງການພັດທະນາຊັບພະຍາກອນມະນຸດໃນຂົງເຂດຍຸຕິທຳ ຂອງສີ່ພາກ ສ່ວນ. (2) ຮັບຮອງຮ່າງສາລະບານປຶ້ມອະທິບາຍກົດໝາຍແຮງງານ ແລະ ແບ່ງໜ່ວຍຮັບຜິດຊອບໃນການ ຂຽນເນື້ອໃນ.      ໃນກອງປະຊຸມ ສະມາຊິກກຸ່ມໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການປັບປຸງ, ກວດແກ້ ແລະ ຈັດລຽງເນື້ອໃນປຶ້ມຄູ່ມືກົດໝາຍວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດກິດຄືນ ແລະ ຄາດວ່າຈະສຳເລັດ ແລະ ສາມາດຈັດພິມ ເພື່ອແຈກຢາຍໃຫ້ກຸ່ມເປົ້າໝາຍໄດ້ໃນໄວໆນີ້. ຫຼັງຈາກນັ້ນ ສະມະຊິກກຸ່ມ ກໍໄດ້ສືບຕໍ່ປະກອບຄຳເຫັນໃສ່ (ຮ່າງ) ສາລະບານປຶ້ມອະທິບາຍກົດໝາຍແຮງງານ ຊຶ່ງປະກອບດ້ວຍ 6 ບົດ ຄື: ບົດທີ 1 ແມ່ນເວົ້າເຖິງຄວາມຮູ້ທົ່ວໄປ ກ່ຽວກັບກົດໝາຍແຮງງານ; ບົດທີ 2 ສັນຍາແຮງງານ; ບົດທີ 3 ເວລາເຮັດວຽກ, ການຜັກຜ່ອນ, ການພັກວຽກ ແລະ ການລາພັກ; ບົດທີ 4 ເງິນເດືອນ ຫຼື ຄ່າແຮງງານ; ບົດທີ 5 ການແກ້ໄຂຂໍ້ຂັດແຍ່ງດ້ານແຮງງານ ແລະ ບົດທີ 6 ແມ່ນເວົ້າເຖິງ ແຮງງານລາວ ແລະ ແຮງງານຕ່າງປະເທດ ພາຍຫຼັງທີ່ກອງປະຊຸມໄດ້ຮັບຮອງເອົາແລ້ວ ກໍໄດ້ຈັດແບ່ງຄວາມຮັບຜິດຊອບໃຫ້ແຕ່ລະກຸ່ມຫຍ່ອຍຂຽນເນື້ອໃນໃຫ້ສຳເລັດເບື້ອງຕົ້ນ ແລະ ຈະໄດ້ນຳມາຜ່ານ ກອງປະຊຸມວິຊາການອີກໃນຄັ້ງຕໍ່ໄປ.      ໃນຕອນທ້າຍຂອງກອງປະຊຸມ ສະມາຊິກຂອງກຸ່ມແພ່ງ ແລະ ເສດະກິດ ໄດ້ປຶກສາຫາລືຮ່ວມກັນກ່ຽວກັບການວາງທິດທາງ, ແຜນການວຽກງນຂອງກຸ່ມໃນຕໍ່ໜ້າ ເປັນຕົ້ນ ແມ່ນການກະກຽມການໄປທັດສະນະສຶກສາ ແລະ ຖອດຖອນບົດຮຽນຢູ່ປະເທດຍີ່ປຸ່ນ, ການຈັດກອງປະຊຸມນອກສະຖານທີ່ ແລະ ການເຮັດວຽກເປັນກຸ່ມຫຍ່ອຍ ເພື່ອເປັນທິດທາງໃນການຊຸກຍູ້ໃຫ້ສະມາຊິກພາຍໃນກຸ່ມທີ່ມາຈາກແຕ່ລະພາກສ່ວນ ໄດ້ປະກອບສ່ວນໃນວຽກງານ ດັ່ງກ່າວຢ່າງຫ້າວຫັນ ແລະ ມີໝາກຜົນ. ຂ່າວ ແລະ ພາບໂດຍ: ກົມໂຄສະນາອົບຮົມກົດໝາຍ, ກະຊວງຍຸຕິທຳ ປະເພດຂ່າວ: ກອງປະຊຸມ-ສຳມະນາ
ກອງປະຊຸມວິຊາການປະກອບຄຳເຫັນໃສ່ຮ່າງປຶ້ມຄູ່ມື ແລະ ປຶ້ມອະທິບາຍກົົດໝາຍ
https://www.moj.gov.la/lo/node/448
ຮູບພາບປະກອບ :: ຄຳນຳໜ້າ :: ທ່ານຕຳແໜ່ງງານ:: ຫົວໜ້າກົມສັງກັດຢູ່ພາກສ່ວນ ຫຼື ກົມ :: ກົມໂຄສະນາເຜີຍແຜ່ກົດໝາຍ
ພູທອນ
https://www.moj.gov.la/lo/node/449
ຮູບພາບປະກອບ :: ຄຳນຳໜ້າ :: ທ່ານ ນາງຕຳແໜ່ງງານ:: ຮອງຫົວໜ້າກົມສັງກັດຢູ່ພາກສ່ວນ ຫຼື ກົມ :: ກົມໂຄສະນາເຜີຍແຜ່ກົດໝາຍ
ສີສຸດາ
https://www.moj.gov.la/lo/node/450
ຮູບພາບປະກອບ :: ຄຳນຳໜ້າ :: ທ່ານຕຳແໜ່ງງານ:: ຮອງຫົວໜ້າກົມສັງກັດຢູ່ພາກສ່ວນ ຫຼື ກົມ :: ກົມໂຄສະນາເຜີຍແຜ່ກົດໝາຍ
ບຸນລ້ອມ
https://www.moj.gov.la/lo/node/452
ຮູບພາບປະກອບ :: ຄຳນຳໜ້າ :: ທ່ານ ນາງຕຳແໜ່ງງານ:: ຮອງຫົວໜ້າກົມສັງກັດຢູ່ພາກສ່ວນ ຫຼື ກົມ :: ກົມໂຄສະນາເຜີຍແຜ່ກົດໝາຍ
ຄອນສະຫວັນ
https://www.moj.gov.la/lo/node/453
ຮູບພາບປະກອບ :: ຄຳນຳໜ້າ :: ທ່ານ ນາງຕຳແໜ່ງງານ:: ຫົວໜ້າພະແນກສັງກັດຢູ່ພາກສ່ວນ ຫຼື ກົມ :: ກົມໂຄສະນາເຜີຍແຜ່ກົດໝາຍ
ສົມຍົດ
https://www.moj.gov.la/lo/node/454
ຮູບພາບປະກອບ :: ຄຳນຳໜ້າ :: ທ່ານຕຳແໜ່ງງານ:: ຫົວໜ້າພະແນກສັງກັດຢູ່ພາກສ່ວນ ຫຼື ກົມ :: ກົມໂຄສະນາເຜີຍແຜ່ກົດໝາຍ
ພຸດທະສອນ
https://www.moj.gov.la/lo/node/456
ຮູບພາບປະກອບ :: ຄຳນຳໜ້າ :: ທ່ານ ນາງຕຳແໜ່ງງານ:: ວິຊາການສັງກັດຢູ່ພາກສ່ວນ ຫຼື ກົມ :: ກົມໂຄສະນາເຜີຍແຜ່ກົດໝາຍ
ບຸນຖອມ
https://www.moj.gov.la/lo/node/457
ຮູບພາບປະກອບ :: ຄຳນຳໜ້າ :: ທ່ານຕຳແໜ່ງງານ:: ຫົວໜ້າພະແນກສັງກັດຢູ່ພາກສ່ວນ ຫຼື ກົມ :: ກົມໂຄສະນາເຜີຍແຜ່ກົດໝາຍ
ສຸວັດ
https://www.moj.gov.la/lo/node/458
ຮູບພາບປະກອບ :: ຄຳນຳໜ້າ :: ທ່ານ ນາງຕຳແໜ່ງງານ:: ຮອງຫົວໜ້າພະແນກສັງກັດຢູ່ພາກສ່ວນ ຫຼື ກົມ :: ກົມໂຄສະນາເຜີຍແຜ່ກົດໝາຍ
ອາມອນຈິດ
https://www.moj.gov.la/lo/node/459
ຮູບພາບປະກອບ :: ຄຳນຳໜ້າ :: ທ່ານ ນາງຕຳແໜ່ງງານ:: ພະນັກງານຍົກລະດັບສັງກັດຢູ່ພາກສ່ວນ ຫຼື ກົມ :: ກົມໂຄສະນາເຜີຍແຜ່ກົດໝາຍ
ວິໄລຈັນ
https://www.moj.gov.la/lo/node/460
ຮູບພາບປະກອບ :: ຄຳນຳໜ້າ :: ທ່ານຕຳແໜ່ງງານ:: ຮອງຫົວໜ້າພະແນກສັງກັດຢູ່ພາກສ່ວນ ຫຼື ກົມ :: ກົມໂຄສະນາເຜີຍແຜ່ກົດໝາຍ
ຄຳພອນ
https://www.moj.gov.la/lo/node/461
ຮູບພາບປະກອບ :: ຄຳນຳໜ້າ :: ທ່ານຕຳແໜ່ງງານ:: ວິຊາການສັງກັດຢູ່ພາກສ່ວນ ຫຼື ກົມ :: ກົມໂຄສະນາເຜີຍແຜ່ກົດໝາຍ
ເພັງພາວັນ
https://www.moj.gov.la/lo/node/462
ຮູບພາບປະກອບ :: ຄຳນຳໜ້າ :: ທ່ານຕຳແໜ່ງງານ:: ວິຊາການສັງກັດຢູ່ພາກສ່ວນ ຫຼື ກົມ :: ກົມໂຄສະນາເຜີຍແຜ່ກົດໝາຍ
ວຽງໄຊ
https://www.moj.gov.la/lo/node/463
ຮູບພາບປະກອບ :: ຄຳນຳໜ້າ :: ທ່ານຕຳແໜ່ງງານ:: ວິຊາການສັງກັດຢູ່ພາກສ່ວນ ຫຼື ກົມ :: ກົມໂຄສະນາເຜີຍແຜ່ກົດໝາຍ
ອຸ່ນຄຳ
https://www.moj.gov.la/lo/node/464
ຮູບພາບປະກອບ :: ຄຳນຳໜ້າ :: ທ່ານຕຳແໜ່ງງານ:: ຮອງຫົວໜ້າພະແນກ
ສີພັນ
https://www.moj.gov.la/lo/node/465
ຮູບພາບປະກອບ :: ຄຳນຳໜ້າ :: ທ່ານຕຳແໜ່ງງານ:: ວິຊາການສັງກັດຢູ່ພາກສ່ວນ ຫຼື ກົມ :: ກົມໂຄສະນາເຜີຍແຜ່ກົດໝາຍ
ສົມຫວັງ
https://www.moj.gov.la/lo/node/466
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 29-ສິງຫາ-2016ເລກທີຂອງເອກະສານ: 2 Video Link ລາຍການເພື່ອສັງຄົມຍຸຕິທຳ 14/08/2016 EP1 ລາຍການເພື່ອສັງຄົມຍຸຕິທຳ 14/08/2016 EP2 ລາຍການເພື່ອສັງຄົມຍຸຕິທຳ 14/08/2016 EP3
ລາຍການເພື່ອສັງຄົມຍຸຕິທຳ 14/08/2016
https://www.moj.gov.la/lo/node/467
ກອງປະຊຸມຮັບສ່ອງແສງກ່ຽວກັບວຽກງານສຳຄັນ ປະຈຳເດືອນສິງຫາ ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 24 ສິງຫາ 2016 ຢູ່ທີ່ຫ້ອງ ປະຊຸມຊັ້ນສອງ ເພື່ອສ່ອງແສງວຽກງານສຳຄັນຂອງບັນດາໜ່ວຍພັກ ແລະ ວາງ ທິດທາງ ແຜນການທີ່ເປັນວຽກງານຈຸດສຸມຂອງກະ ຊວງຍຸຕິທຳໃນຕໍ່ໜ້າ ໂດຍການເປັນປະທານ ແລະ ເຂົ້າຮ່ວມຮັບສ່ອງແສງຂອງ ສະຫາຍ ປອ. ເສີມສຸກ ສິມພະວົງ ຮອງເລຂາ ຄະນະ ພັກ,ຮອງລັດຖະມົນຕີກະ ຊວງຍຸຕິທຳ, ມີຄະນະ ພັກກະຊວງ, ສະຫາຍເລຂາໜ່ວຍພັກຫ້ອງການ, ບັນດາເລຂາໜ່ວຍພັກກົມ, ສະຖາ ບັນຍຸຕິທຳແຫ່ງຊາດ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ຕາງໜ້າສາມອົງການຈັດຕັ້ງມະຫາຊົນກະຊວງເຂົ້າຮ່ວມຢ່າງ ພ້ອມພຽງ.      ຈຸດປະສົງ ເພື່ອລາຍງານສ່ອງແສງວຽກງານປະຈຳເດືອນສິງຫາ ດັ່ງນີ້: (1) ລາຍງານການຊີ້ນຳ-ນຳພາຂອງໜ່ວຍພັກຮາກຖານຕໍ່ ວຽກງານລັດໃນໄລຍະໜຶ່ງເດືອນຜ່ານມາ; (2) ປຶກສາຫາລື ແລະ ວາງທິດທາງແຜນງານຕໍ່ວຽກງານຈຸດສຸມຂອງກະຊວງໃນເດືອນຕໍ່ ໜ້າ.      ກອງປະຊຸມໄດ້ຮັບຟັງການລາຍງານສ່ອງແສງວຽກງານທີ່ພົ້ນເດັ່ນຂອງແຕ່ລະໜ່ວຍພັກຮາກຖານ ພາຍໃຕ້ການຊີ້ນຳ-ນໍາພາຂອງ ອົງຄະນະພັກກະຊວງຍຸຕິທຳ ໃນໜຶ່ງເດືອນຜ່ານມາ ເຫັນໄດ້ຜົນງານທີ່ພົ້ນເດັ່ນ ດັ່ງນີ້: ສະພາບການເມືອງ-ແນວຄິດຂອງສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນກະຊວງ ມີຄວາມສະຫງົບອຸ່ນອ່ຽນດີ ຊຶ່ງວຽກງານທີ່ເປັນຂະບວນການພົ້ນເດັ່ນຂອງອົງຄະນະພັກກະຊວງ ແມ່ນແຕ່ລະໜ່ວຍ ພັກຮາກຖານ ໄດ້ສຸມໃສ່ການເປີດບັ້ນດຳເນີນກວດກາຕີລາຄາຈັກແບ່ງປະເພດໜ່ວຍພັກ, ສະມະຊິກພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ປະຈຳປີ 2016 ເພື່ອປັບປຸງປົວແປງ ແລະ ກໍ່ສ້າງພາຍໃນໜ່ວຍພັກ ທາງດ້ານການເມືອງ-ແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນວິທີເຮັດວຽກ, ແບບແຜນວິທີນຳພາ ແລະ ດ້ານວຽກງານກໍ່ສ້າງພັກ-ພະນັກງານ ປັດຈຸບັນໄດ້ສຳເລັດ 8 ແລ້ວໜ່ວຍພັກ, ຍັງເຫຼືອອີກ 5 ໜ່ວຍພັກ ກຳລັງສືບຕໍ່ດຳເນີນຢູ່ ແລະ ຈະສຳເລັດຕາມແຜນການໃນຕົ້ນເດືອນກັນຍາ 2016 ໂດຍປະຕິບັດຕາມຂໍ້ກຳນົດຂອງກົມການເມືອງສູນກາງພັກ ສະບັບເລກທີ 02/ ກມສພ, ລົງວັນທີ 20 ເມສາ 2004; ຂໍ້ກຳນົດ ສະບັບເລກທີ 03/ກມສພ, ລົງວັນທີ 13/8/2004; ບົດແນະນຳຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 374/ຄຈສພ, ລົງວັນທີ 06 ກໍລະກົດ 2004; ແລະ ມະຕິຂອງຄະນະພັກກະຊວງ ຍຸຕິທຳ ສະບັບເລກທີ 115/ຄພ.ກຍ, ລົງວັນທີ 27 ກໍລະກົດ 2016 ວ່າດ້ວຍການອະນຸມັດບັ້ນດຳເນີນການຕີລາຄາແບ່ງປະເພດໜ່ວຍພັກ, ສະມາຊິກພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ປີ 2016; ໄດ້ຄົ້ນຄວ້າປັບປຸງດຳລັດນາຍົກລັດຖະມົນຕີ ເລກທີ 404/ນຍ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກະຊວງຍຸຕິທຳ; ແລະ ແຕ່ລະໜ່ວຍພັກ ໄດ້ສຸມໃສ່ການນໍາພາປັບປຸງຂໍ້ຕົກລົງຂອງລັດຖະມົນຕີວ່າ ການກະຊວງຍຸຕິທຳ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງຫ້ອງການ, ບັນດາກົມ, ສະຖາບັນ ແລະ ສູນ ໃຫ້ສຳເລັດຕາມແຜນການ; ສືບຕໍ່ການປັບປຸງກົດໝາຍ ແລະ ກໍ່ສ້າງກົດໝາຍໃໝ່ ຕາມແຜນການ; ແຕ່ລະໜ່ວຍພັກຮາກຖານ ໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ວຽກງານໃໝ່ ຄືການສ້າງ ແລະ ຜະລິດລາຍການໂທລະພາບກະຊວງຍຸຕິທຳ “ເພື່ອສັງຄົມຍຸຕິທຳ” ເພື່ອເຜີຍແຜ່ກົດໝາຍ ແລະ ວຽກງານລວມ ຂອງກະຊວງ, ຊຶ່ງອອກອາກາດທຸກວັນອາທິດ ເວລາ 20:00-20:30 ໂມງ ອອກອາກາດໜຶ່ງຄັ້ງຕໍ່ອາທິດ, ລວມເປັນສີ່ຄັ້ງຕໍ່ເດືອນ; ເອົາໃຈໃສ່ນຳພາວຽກງານອົງການຈັດຕັ້ງມະຫາຊົນ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນສຳຄັນໃນເດືອນສິງຫາ ເຊັ່ນ ວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 25 ປີ ແລະ ຂະບວນການອອກແຮງງານ ລວມ; ເອົາໃຈໃສ່ນໍາພາວຽກງານປ້ອງກັນຄວາມສະຫງົບພາຍໃນກະຊວງ ແລະ ບັນດາກົມໃຫ້ມີຄວາມສະຫງົບ; ສຳເລັດການສ້າງຄຳແນະນຳຂອງລັດຖະມົນຕີກະຊວງຍຸຕິທຳ ວ່າດ້ວຍການແບ່ງຄວາມຮັບຜິດຊອບຂອງອົງການທະບຽນສານ; ສຳເລັດການຄົ້ນຄວ້າສ້າງໂຮງພິມກະຊວງຍຸຕິທຳ ໂດຍການຮ່ວມທຶນກັບເອກະຊົນ; ນຳພາວຽກງານພົວພັນຮ່ວມມືກັບຕ່າງປະເທດ ເປັນຕົ້ນແມ່ນການກະກຽມໃຫ້ແກ່ກອງປະຊຸມວຽກງານຍຸຕິທຳກັບບັນດາແຂວງຊາຍແດນລາວ-ຫວຽດນາມ ຄັ້ງທີ III ທີ່ຈະຈັດຂຶ້ນທີ່ແຂວງແທ໋ງຮົ້ວ ສສ ຫວຽດນາມ. ການພົວພັນກັບບັນດາປະເທດ ແລະ ອົງການຈັດຕັ້ງສາກົນໃນຂົງເຂດຍຸຕິທຳ ກຳໄດ້ດຳເນີນເປັນປົກກະຕິ.           ຕໍ່ກັບຜົນສະເລັດໃນການເຄື່ອນໄຫວວຽກງານດັ່ງກ່າວ ສະຫາຍ ຮອງເລຂາຄະນະພັກກະຊວງ ໄດ້ໃຫ້ທິດຊີີ້ນໍາວຽກງານຈຸດສຸມໃນເດືອນກັນຍາ ດັ່ງນີ້: ໃຫ້ແຕ່ລະໜ່ວຍພັກສືບຕໍ່ນຳພາທາງດ້ານການເມືອງ-ແນວຄິດພະນັກງານ, ສະມາຊິກພັກ ເປັນຕົ້ນ ແມ່ນການນຳພາທາງດ້ານແນວຄິດຕໍ່ການປັບປຸງການຈັດຕັ້ງ. ຄົ້ນຄວ້າສັບຊ້ອນຈັດວາງພະນັກງານ ຢູ່ແຕ່ລະກົມກອງເພື່ອຮັບປະກັນຄວາມສະຫງົບພາຍໃນ; ໃນຕົ້ນເດືອນກັນຍາ 2016 ແມ່ນຈະປັບປຸງຫົວໜ້າກົມ 3 ກົມ ໃຫ້ສຳເລັດ; ສືບຕໍ່ນຳພາບັ້ນດຳເນີນຊີວິດການເມືອງຕີລາຄາແບ່ງປະເພດໜ່ວຍພັກ, ສະມາຊິກພັກ ປະຈຳປີ 2016 ໃຫ້ສຳເລັດຕາມແຜນການ; ສືບຕໍ່ປັບປຸງພາລະບົດບາດຂອງກະຊວງ, ຫ້ອງການ, ບັນດາກົມ ໃຫ້ສຳເລັດໃນກັນຍານີ້; ພ້ອມທັງປະສານສົມທົບກັບກະຊວງພາຍໃນ ກ່ຽວກັບຮ່າງດຳລັດວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກະຊວງຍຸຕິທຳທີ່ໄດ້ສະເໜີຕໍ່ລັດຖະບານແລ້ວ; ກະກຽມການດຳເນີນກອງປະຊຸມເປີດກວ້າງຂອງຄະນະພັກກະຊວງຍຸຕິທຳ ເພື່ອສະຫຼຸບການເຄື່ອນໄຫວຊີ້ນຳ-ນຳພາຂອງພັກ ໄລຍະ 4 ເດືອນ ຄືເລີ່ມແຕ່ເດືອນ ພຶດສະພາ ຫາ ເດືອນສິງຫາ 2016 ແລະ ວາງທິດທາງແຜນ ການໃນເດືອນກັນຍາ ຫາ ທັນວາ 2016; ເອົາໃຈໃສ່ນຳພາວຽກງານວິຊາສະເພາະຢູ່ແຕ່ລະກົມກອງ ໃຫ້ດຳເນີນຕາມແຜນການທີ່ວາງໄວ້; ສຳລັບການຄົ້ນຄວ້າສ້າງໂຮງພິມກະຊວງຍຸຕິທຳ ແມ່ນຈະນຳບັນຫາດັ່ງກ່າວປຶກສາຫາລືກັນໃນກອງປະຊຸມເປີດກວ້າງຄະນະພັກກະຊວງໃນຄັ້ງຕໍ່ໄປ; ເອົາໃຈໃສ່ວຽກງານປ້ອງກັນຄວາມສະຫງົບ ຮັບປະກັນຄວາມສະຫງົບພາຍໃນກະຊວງ ກໍຄືກົມກອງ ພ້ອມທັງປັບປຸງຄຸນນະພາບການປ້ອງກັນເວນຍາມຂອງແຕ່ລະຈຸປະຈຳການທີ່ໄດ້ແຕ່ງຕັ້ງແລ້ວ ໂດຍສົມທົບກັບເຈົ້າໜ້າທີ່ປ້ອງ ກັນກະຊວງ ປກສ. ຮັບປະກັນຄວາມສະຫງົບປອດໄພຕະຫຼອດໄລຍະເວລາດຳເນີນກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ ເປັນເຈົ້າພາບໃນຕົ້ນເດືອນກັນຍານີ້; ເອົາໃຈໃສ່ກະກຽມການສອບເສັງຄັດເລືອກເອົານັກຮຽນເຂົ້າສະຖາບັນຍຸຕິທຳແຫ່ງຊາດ ແລະ ບັນດາພາກຕາມການອະນຸມັດຂອງກະຊວງສຶກສາທິການ ແລະ ກິລາ; ສືບຕໍ່ກະກຽມເນື້ອໃນກອງປະຊຸມວຽກງານຍຸຕິທຳບັນດາຊາຍແດນລາວ-ຫວຽດນາມ ຄັ້ງທີ III ທີ່ຈະຈັດຂຶ້ນທີ່ແຂວງແທ໋ງຮົ້ວ ສສ ຫວຽດນາມ; ສືບຕໍ່ວຽກງານໂຄສະນາຂະຫຍາຍພັກ ໃຫ້ຖືກຕາມກົດລະບຽບພັກ ແລະ ການແນະນຳຂອງຄະນະພັກກະຊວງ;  ຊີ້ນຳ-ນຳພາສາມອົງການຈັດຕັ້ງມະຫາຊົນ ສ້າງຂະບວນການຢ່າງຕໍ່ເນື່ອງ ແລະ ສອດຄ່ອງກັບສະພາບການຕົວຈິງ. ກອງປະຊຸມຮັບສ່ອງແສງໄດ້ປິດລົງ ໃນ12:00 ໂມງ ຂອງວັນດຽວກັນ   ຂ່າວ ແລະ ພາບໂດຍ: ກົມໂຄສະນາອົບຮົມກົດໝາຍ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມສ່ອງແສງປະຈຳເດືອນສິງຫາ ກ່ຽວກັບວຽກງານສຳຄັນຂອງກະຊວງຍຸຕິທຳ
ກອງປະຊຸມສ່ອງແສງປະຈຳເດືອນສິງຫາ ກ່ຽວກັບວຽກງານສຳຄັນຂອງກະຊວງຍຸຕິທຳ
https://www.moj.gov.la/lo/node/468
​ເພື່ອ​ເປັນ​ການ​ຂໍ່ານັບ​ຮັບ​ຕ້ອນ ​ແລະ ສະ​ເຫຼີ​ມສະຫຼອງວັນ​ລັດຖະທໍາມະນູນ ​ແຫ່ງ ສປປ ລາວ; ​ໃນ​ລະຫວ່າງ​ວັນ​ທີ 10-12 ສິງຫາ 2016 ຜ່ານ​ມາ​ນີ້ ສານ​ປະຊາຊົນ​ສູງ​ສຸດ ​ໄດ້​ເປັນ​ເຈົ້າພາບ​ໃນ​ການ​ຈັດການ​ແຂ່ງຂັນ​ກິລາ 4 ພາກສ່ວນ ປະກອບ​ດ້ວຍ ສານ​ປະຊາຊົນ​ສູງ​ສຸດ, ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ, ສະພາ​ແຫ່ງ​ຊາດ ​ແລະ ກະຊວງ​ຍຸຕິ​ທຳ ຢູ່​ທີ່​ສະໜາມ​ກິລາ​ລ້ານ​ຊ້າງ ຢູ​ໄນ​ເຕັດ, ບ້ານ​ໜອງ​ໄຮ, ​ເມືອງ​ຫາດ​ຊາຍ​​ຟອງ, ນະຄອນຫຼວງ​ວຽງ​ຈັນ. ການ​ແຂ່ງຂັນ​ກິລາ​ໃນ​ຄັ້ງ​ນີ້​ມີ 3 ປະ​ເພດ​ກິລາ​ຄື: ກິລາ​ບານ​ເຕະ​ຍິງ-ຊາຍ; ກິລາ​ເປ​ຕັ້ງ ​ແລະ ກິລາ​ມວນ​ຊົນ. ​ໃນ​ນັ້ນ​ກິລາ​ເປ​ຕັ້ງ​ໄດ້​ແບ່ງ​ອອກ​ເປັນ 4 ປະ​ເພດ​ຄື: 1. ທີ​ມນັກ​ກິລາ​ກິ​ຕິ​ມາ​ສັກ, 2. ທີ​ມນັກ​ກິລາ​ປະສົມ​ຍິງ-ຊາຍ, 3. ທີ​ມຊາວ​ໜຸ່ມ​ຍິງ ​ແລະ 4. ທີ​ມຊາວ​ໜຸ່ມ​ຊາຍ.    ກ່ອນ​ການ​ແຂ່ງຂັນ ທ່ານ ຄຳ​ພັນ ສິດທິ​ດຳ​ພາ ປະທານ​ສານ​ປະຊາຊົນ​ສູງ​ສຸດ ​ໄດ້​ກ່າວ​ຈຸດປະສົງ​ໃນ​ການ​ເປີດ​ການ​ແຂ່ງຂັນ​ກິລາ​ໃນ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ຂ່ຳນັບ​ຮັບ​ຕ້ອນ ​ແລະ ສະ​ເຫຼີ​ມສະຫຼອງ​ວັນ​ລັດຖະທຳ​ມະນູນ​ ຄົບຮອບ 25 ປີ ​ແລະ ຍັງ​ເປັນ​ການ​ຮັດ​ແໜ້ນ​ຄວາມ​ສາມັກຄີ​ຂອງ​ພະນັກງານ​ລັດຖະກອນ​ຂອງ 4 ພາກສ່ວນ​ໃຫ້​ແໜ້ນ​ແຟ້ນກວ່າ​ເກົ່າ. ການ​ແຂ່ງຂັນ​ດຳ​ເນີນ​ໄປ​ດ້ວຍ​ບັນຍາ​ການ​ຟົດ​ຟື້ນ ​ແລະ ​ເບີກບານ​ມ່ວນ​ຊື່ນ; ຜົນ​ການ​ແຂ່ງຂັນສຳລັບ​ກິລາ​ເປ​ຕັ້ງ​ທີ​ມກິ​ຕິມາ​ສັກ ຊະນະ​ເລີດ​ໄດ້​ແກ່ ທີ​ມນັກ​ກິລາ​ສານ​ປະຊາຊົນ​ສູງ​ສຸດ ທີ​ມ A, ຮອງ​ຊະນະ​ເລີດ​ໄດ້​ແກ່ ທີ​ມນັກ​ກິລາສານ​ປະຊາຊົນ​ສູງ​ສຸດ ທີ​ມ B; ທີ​ມປະສົມ​ຍິງ-ຊາຍ ຊະນະ​ເລີດ​ໄດ້​ແກ່ ທີ​ມນັກ​ກິລາ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ, ຮອງ​ຊະນະ​ເລີດ​ໄດ້​ແກ່ ທີ​ມນັກ​ກິລາ​ສະພາ​ແຫ່ງ​ຊາດ; ທີ​ມຊາວ​ໜຸ່ມ​ຍິງ ຊະນະ​ເລີດ​ໄດ້​ແກ່ ທີ​ມນັກ​ກິລາ​ສະພາ​ແຫ່ງ​ຊາດ, ຮອງ​ຊະນະ​ເລີດ​ໄດ້​ແກ່ ທີ​ມນັກ​ກິລາ​ສານ​ປະຊາຊົນ​ສູງ​ສຸດ; ທີ​ມຊາວ​ໜຸ່ມ​ຊາຍ ຊະນະ​ເລີດ​ໄດ້​ແກ່ ທີ​ມນັກ​ກິລາ​ກະຊວງ​ຍຸຕິ​ທຳ, ຮອງ​ຊະນະ​ເລີດ​ໄດ້​ແກ່ ທີ​ມນັກ​ກິລາ​ສານ​ປະຊາຊົນ​ສູງ​ສຸດ. ກິລາ​ມວນ​ຊົນ ຊະນະ​ເລີດ​ໄດ້​ແກ່ ທີ​ມນັກ​ກິລາ​ສະພາ​ແຫ່ງ​ຊາດ, ຮອງ​ຊະນະ​ເລີດ​ໄດ້​ແກ່ ທີ​ມນັກ​ກິລາ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ. ກິລາ​ບານ​ເຕະ​ຍິງ ຊະນະ​ເລີດ​ໄດ້​ແກ່ ທີ​ມນັກ​ກິລາ​ສະພາ​ແຫ່ງ​ຊາດ, ຮອງ​ຊະນະ​ເລີດ​ໄດ້​ແກ່ ທີ​ມນັກ​ກິລາ​ສານ​ປະຊາຊົນ​ສູງ​ສຸດ. ກິລາ​ບານ​ເຕະ​ຊາຍ ຊະນະ​ເລີດ​ໄດ້​ແກ່ ທີ​ມນັກ​ກິລາ​ກະຊວງ​ຍຸຕິ​ທຳ, ຮອງ​ຊະນະ​ເລີດ​ໄດ້​ແກ່ ທີ​ມ ນັກ​ກິລາອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ.    ​ໃນ​ຕອນ​ທ້າຍ​ໄດ້​ມີ​ການ​ມອບ​ລາງວັນ ແລະ ຊົມ​ການສະ​ແດງ​ສິນລະ​ປະ. ຈາກນັ້ນ ສານ​ປະຊາຊົນ​ສູງ​ສຸດ​ ໄດ້​ມອບ​ຄັນ​ທຸງ​ໃຫ້​ແກ່​ສະພາ​ແຫ່ງ​ຊາດ ​ເພື່ອ​ເປັນ​ເຈົ້າພາບ​ໃນ​ການ​ຈັດການ​ແຂ່ງຂັນ​ກິລາ 4 ພາກສ່ວນ​ໃນ​​ປີຕໍ່​ໄປ ​ແລະ ທ່ານ​ ຄໍາພາ ​ແສງ​ດາລາ ຮອງ​ປະທານ​ສານ​ປະຊາຊົນ​ສູງ​ສຸດ ກໍ​ໄດ້​ກ່າວ​ປິດ​ພິທີ​ຢ່າງ​ເປັນ​ທາງ​ການ. ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ການແຂ່ງຂັນກິລາ 4 ພາກສ່ວນ ເພື່ອສະເຫຼີມສະຫຼອງວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 25 ປີ (15 ສິງຫາ 1991-15 ສິງຫາ 2016)
ການແຂ່ງຂັນກິລາ 4 ພາກສ່ວນ ເພື່ອສະເຫຼີມສະຫຼອງວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 25 ປີ (15 ສິງຫາ 1991-15 ສິງຫາ 2016)
https://www.moj.gov.la/lo/node/469
​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ່ 29 ສິງຫາ 2016 ຢູ່ທີ່​ສະ​ຖາ​ບັນ​ຍຸຕິ​ທໍາແຫ່ງ​ຊາດ ກະຊວງ​ຍຸຕິ​ທໍາ ​ໄດ້​ຈັດຊຸດຝຶກ​ອົບຮົມວຽກງານ​​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດຖະກິດ ​ແລະ ວຽກງານ​ກວດກາຂຶ້ນ ​ໂດຍ​ເປັນກຽດ​ເຂົ້າ​ຮວ່ມ​ເປັນ​ປະທານຂອງ ​ທ່ານ ປອ. ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ, ມີ​ບັນດາຄະນະ​ພັກ​, ຄະນະ​ນຳກະຊວງ​ຍຸຕິ​ທຳ, ຜູ້ຕາງໜ້າ​ພະ​ແນ​ກຍຸຕິ​ທຳ​​ທົ່ວ​ປະ​ເທດ ​ ​ແລະ ພາກ​ສວ່ນກຽ່ວຂ້ອງ​ເຂົ້າ​ຮວ່ມທັງໝົດ 92 ທ່ານ.     ໃນ​ພິທີ ທ່ານ​ ແສງ​ພະຈັນ ວົງ​ໂພ​ທອງ ຮອງ​ຫົວໜ້າສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ທັງ​ເປັນ​ຄະນະ​ຮັບຜິດຊອບຝຶກ​ອົບຮົມ ​ໄດ້​ຂຶ້ນ​ຜ່ານ​ບົດ​ໂຄງການ​ຝຶກ​ອົບຮົມ ​ໂດຍ​ທ່ານ​ໄດ້​ຍົກ​ໃຫ້​ເຫັນ​ຈຸດປະສົງ​ຂອງ​ການ​ຝຶກ​ອົບຮົມ​ໃນ​ຄັ້ງ​ນີ້​ ກໍ​ເພື່ອ​​​ຍົກລະດັບ​ຄວາມ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊີ່ງໃຫ້ແກ່ນັກສຳມະນາກອນຕໍ່​ກັບ​ວຽກງານ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດຖະກິດ ​​ແລະ ​ວຽກງານ​ກວດກາ ເປັນ​ຕົ້ນ ແມ່ນ​ຄວາມ​ຮູ້​ພື້ນຖານ​ກຽ່ວຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດ ຖະກິດ, ການ​ດຳ​ເນີນ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດຖະກິດ, ຄວາມ​ຮູ້​ພື້ນຖານ​ກຽ່ວກັບ​ວຽກງານ​ກວດກາ​ພັກ ​ແລະ ກວດກາ​ລັດ​ ເພື່ອສະກັດ​ກັ້ນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ ​ເຮັດ​ໃຫ້ນັກ​ສຳ​ມະ​ນາກ​ອນສາມາດກຳ​ແໜ້ນບັນດາຫຼັກການ, ລະບຽບການ ​ແລະ ມາດ​ຕະການ ກຽ່ວກັບ​ການຈັດ​ຕັ້ງ, ການ​ເຄື່ອນ​ໄຫວ​ດ້ານ​ວຽກງານ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດຖະກິດ ​ແລະ ວຽກງານ​ກວດກາ.      ຫຼັງຈາກ​ນັ້ນ ​ທ່ານ ປອ. ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນ​ຕີກະຊວງ​ຍຸຕິ​ທຳ ກໍ​ໄດ້​ໃຫ້ກຽດ​ໂອ້​ລົ​ມຕໍ່​ຊຸດ​ຝຶກ​ອົບຮົມ​ ຊື່​ງທ່ານ​ໄດ້​ຍົກ​ໃຫ້​ເຫັນ​ຄວາມໝາຍ ​ແລະ ຄວາມ​ສຳຄັນ​ໃນ​ການ​​​ຝຶກ​ອົບຮົມ​ໃນ​ຄັ້ງ​ນີ້ ​ແລະ ທ່ານ​​ໄດ້ເນັ້ນໜັກ​ໃຫ້​ຜູ້​ເຂົ້າ​ຮວ່ມຝຶກ​ອົບຮົມ​ທຸກ​ຄົນ ຈົ່ງ​ຍົກ​ສູງ​ຄວາມ​ຮັບຜິດຊອບ, ​​ເປັນ​ເຈົ້າ​ການ​ໃນ​ການ​ເອົາ​ໃຈ​ໃສ່​ສຶກສາ​ຄົ້ນຄວ້າ​ຮ່ຳຮຽນ ພ້ອມ​ທັງ​ປະກອບ​ສ່ວນ​ຢ່າງ​ຕັ້ງໜ້າ​ເຮັດ​ໃຫ້ການ​ຝຶກ​ອົບຮົມ​ໄດ້​ຮັບ​ຜົນສຳ​ເລັດ​ຕາມ​ລະດັບ​ຄາດໝາຍ ​ແລະ ​ແຜນການ​ທີ່​ວາງ​ໄວ້ ການ​ຝຶກ​ອົບ​ຄັ້ງ​ນີ້​ຈະ​ດຳ​ເນີນ​ໄປ​ຈົນ​​ເຖິງວັນ​ທີ 9 ກັນ​ຍາ 2016 ຈຶ່ງຈະ​ປິດ​ລົງ.  ຂ່າວໂດຍ:​ ອ່ອນຄຳ, ພາບໂດຍ: ວຽງໄຊ ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກະຊວງຍຸຕິທຳ ຈັດຝຶກອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ວຽກງານກວດກາ
ກະຊວງຍຸຕິທຳ ຈັດຝຶກອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ວຽກງານກວດກາ
https://www.moj.gov.la/lo/node/470
ລາຍລະອຽດປະເພດຂອງເອກະສານ: ລາຍການວິທະຍຸເອກະສານລົງວັນທີ: 31-ສິງຫາ-2016ເລກທີຂອງເອກະສານ: 1 Video Link ລາຍການຄວາມຮູ້ທາງກົດໝາຍ 31/08/2016 EP01 Return to editingລາຍການຄວາມຮູ້ທາງກົດໝາຍ 31/08/2016 EP02
ລາຍການຄວາມຮູ້ທາງກົດໝາຍ 31/08/2016
https://www.moj.gov.la/lo/node/471
ໃນຕອນບ່າຍຂອງ ວັນທີ 18 ສິງຫາ 2016 ທີ່ຜ່ານມາ ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ ລັດຖະມົນຕີກະຊວງຍຸຕິທຳ ໄດ້ລົງຢ້ຽມຢາມ, ພົບປະ ແລະ ຊີ້ນຳວຽກງານຢຸ່ທີ່ພະແນກຍຸຕິທຳແຂວງຫຼວງພະບາງເປັນຄັ້ງທຳອິດ ເນື່ອງໃນໂອກາດທີ່ທ່ານໄດ້ມາຮັບໜ້າທີ່ເປັນລັດຖະມົນຕີກະຊວງຍຸຕິທຳ;     ທ່ານ ມີໄຊ ໄຊເກີຢ່າຈົງຕົວ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງຫຼວງພະບາງ ໄດ້ຂຶ້ນລາຍງານສະພາບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງພະແນກຍຸຕິທຳໃນໄລຍະທີ່ຜ່ານມາ ໃຫ້ແກ່ທ່ານລັດຖະມົນຕີໄດ້ຮັບ ຊາບ, ນອກຈາກນັ້ນ, ກໍໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານຂອງຫ້ອງການຍຸຕິທຳເມືອງຫຼວງພະບາງ, ເມືອງປາກອູ ແລະ ເມືອງວຽງຄຳ,    ຜ່ານການໄດ້ຮັບຟັງການລາຍງານແລ້ວ, ທ່ານລັດຖະມົນຕີ ໄດ້ກ່າວມີຄຳເຫັນໂອ້ລົມຕໍ່ຄະນະພັກ, ຄະນະນຳຂອງພະແນກ, ຫ້ອງການຍຸຕິທຳເມືອງ ແລະ ພະນັກງານ-ລັດຖະກອນທີ່ເຂົ້າຮ່ວມ ໃຫ້ຖືເອົາວຽກງານການເມືອງ-ແນວຄິດ ເປັນ ກົກ, ສືບຕໍ່ເຮັດວຽກງານການເມືອງ-ແນວຄິດໃຫ້ແກ່ພະນັກງານ-ລັດຖະກອນ ມີທັກສະນະຫຼັກໝັ້ນ, ການເມືອງໜັກແໜ້ນ, ມີຄວາມສາມັກຄີເປັນເອກະພາບກັນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ໃຫ້ຄວາມຍຸຕິທຳແກ່ປະຊາຊົນ;  ນອກຈາກ ວຽກງານການເມືອງ-ແນວຄິດແລ້ວ ທ່ານຍັງໄດ້ເໜັ້ນໃຫ້ເອົາໃຈໃສ່ໃນການຈັດຕັ້ງບັດຕິບັດວຽກງານວິຊາສະເພາະ ເປັນຕົ້ນ ແມ່ນ (1) ວຽກງານໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ພະນັກງານ, ນັກສຶກສາ ແລະ ພໍ່ແມ່ປະຊາຊົນບັນ ດາເຜົ່າໄດ້ຮັບຮູ້, ເຂົ້າໃຈຢ່າງທົ່ວເຖິງ ພ້ອມກັນເຄົາລົບ ແລະ ຈັດຕັ້ງປະຕິບັດກົດໝາຍທົ່ວສັງຄົມ; (2) ວຽກງານທະບຽນສານ ແມ່ນຈະໄດ້ແບ່ງຄວາມຮັກຜິດຊອບ, ແບ່ງຂັ້ນລະຫວ່າງຂັ້ນແຂວງ ແລະ ຂັ້ນເມືອງ, ໃຫ້ລະອຽດຈະແຈ້ງກ່ຽວກັບ ການຢັ້ງ ຢືນເອກະສານທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງແຂວງ ແມ່ນມອບໃຫ້ແຂວງຢັ້ງຢືນ ສ່ວນເອກະສານທີ່ຢູ່ໃນຄວາມຮັບຜິດຊອບຂອງເມືອງ ແມ່ນໜ່ວຍງານທະບຽນສານເມືອງເປັນຜູ້ຢັ້ງຢືນ ຈຶ່ງຈະສອດຄ່ອງຕາມຕົວຈິງ, (3)ວຽກງານການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ແມ່ນໃຫ້ພະຍາຍາມແກ້ໄຂໃຫ້ຂາດຕົວ, ບໍ່ໃຫ້ເລືອກເຟັ້ນ ແລະ ສະເໜີຂໍທິດຊີ້ນຳຈາກຂັ້ນເທິງໃນກໍລະນີທີ່ມີຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ.    ໃນຕອນທ້າຍ ທ່ານ ມີໄຊ ໄຊເກີຢ່າຈົງຕົວ ຫົວໜ້າພະແນກຍຸຕິທຳ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ ທ່ານ ລັດຖະມົນຕີກະຊວງຍຸຕິທຳ ທີ່ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ກັບການເຄື່ອນໄຫວວຽກງານຂອງພະແນກຍຸຕິທຳແຂວງ ຫຼວງພະບາງ. ຂ່າວ ແລະ ພາບໂດຍ: ນັກຂ່າວກົມໂຄສະນາອົບຮົມກົດໝາຍ, ກະຊວງຍຸຕິທຳ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ຫຼວງພະບາງ
ລັດຖະມົນຕີກະຊວງຍຸຕິທຳຢ້ຽມຢາມ ແລະ ພົບປະພະແນກຍຸຕິທຳແຂວງຫຼວງພະບາງ
https://www.moj.gov.la/lo/node/472
ວັນທີ່ 19 ສິງຫາ 2016 ທີ່ຜ່ານມາ ຢູ່ທີ່ມະຫາວິທະຍາໄລສຸພານຸວົງ ສະຖາບັນຍຸຕິທຳ ສາຂາພາກເໜືອ ແຂວງຫຼວງພະບາງ ໄດ້ຈັດພິທີມອບ-ຮັບໃບປະກາສະນີຍະບັດໃຫ້ແກ່ນັກສຶກສາຜູ້ທີ່ຮຽນຈົບຫຼັກສູດການສຶກສາຊັ້ນສູງ ແລະ ປະລິນຍາຕີ ໃຫ້ກຽດເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ກຳມະກາງສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງຍຸຕິທຳ, ໂດຍການເຂົ້າຮ່ວມຂອງ ທ່ານ ວົງສະຫວັນ ເທບພະຈັນ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງຫຼວງພະ ບາງ, ທ່ານ ມີໄຊ ໄຊເກີຢ່າງຈົ່ງຕົວ ຫົວໜ້າພະແນກຍຸຕິທຳແຂວງຫຼວງພະບາງ, ທ່ານ ທອງລາວ ເບຣ່ຍຢ່າທໍ່ ຫົວໜ້າພະແນກຍຸຕິທຳແຂວງໄຊຍະບູລີ, ຕະຫຼອດຮອດພະນັກງານ-ຄູອາຈານ, ນັກສຶກສາ ແລະ ພໍ່ແມ່ຍາດພີ່ນ້ອງຂອງນັກສຶກສາ ເຂົ້າຮ່ວມ.       ໃນພິທີ ທ່ານ ປທ. ແສງອາລຸນ ພັນນະລັດ ຫົວໜ້າສະຖາບັນຍຸຕິທຳ ສາຂາພາກເໜືອ ໄດ້ຜ່ານບົດສະຫຼຸບຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດການຮຽນ-ການສອນ ໃນລະຍະ 1 ປີຜ່ານມາ ແລະ ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງຍຸຕິ ທຳ ສະບັບເລກທີ 734/ກຍ, ລົງວັນທີ 18 ສິງຫາ 2016 ວ່າດ້ວຍ ການຍ້ອງຍໍພະນັກງານ-ຄູອາຈານຜູ້ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວວຽກງານໃນໄລຍະ 1 ປີຜ່ານມາ ຈຳນວນ 57 ທ່ານ ແລະ ຂໍ້ຕົກລົງຂອງລັດຖະມົນຕີກະຊວງ ຍຸຕິທຳ ສະບັບເລກທີ 718/ກຍ, ລົງວັນທີ 12 ສິງຫາ 2016 ວ່າດ້ວຍ ການອານຸມັດມອບ-ຮັບ ໃບປະກາສະນີຍະບັດໃຫ້ແກ່ນັກສຶກສາກົດໝາຍ ລະບົບປະລິນຍາຕີ ຮູ່ນທີ X ແລະ ລະບົບຊັ້ນສູງ ຮູ່ນທີ I ສົກປີ 2015-2016 ມີທັງໝົດ 1.909 ຄົນ, ຍິງ 583 ຄົນ. ໃນນັ້ນ, ນັກສຶກສາລະບົບປະລິນຍາຕີ ມີ 816 ຄົນ, ຍິງ 226 ຄົນ, ຊັ້ັ້ນສູງ ມີ 1.093, ຍິງ 357 ຄົນ ຊຶ່ງລະບົບປະລິນຍາຕີ ແຍກອອກເປັນ 4 ຂະແໜງ ຄື: ຂະແໜງກົດໝາຍອາຍາ ມີນັກສຶກສາ 354 ຄົນ, ຍິງ 76 ຄົນ; ຂະແໜງ ກົດໝາຍແພ່ງ ມີນັກສຶກສາ 113 ຄົນ, ຍິງ 41 ຄົນ; ຂະແໜງກົດໝາຍເສດຖະກິດ ມີ 181 ຄົນ, ຍິງ 59 ຄົນ; ຂະແໜງກົດໝາຍປົກຄອງ ມີ 178 ຄົນ, ຍິງ 53 ຄົນ; ສ່ວນຫຼັກສູດຊັ້ນສູງ ແຍກອອກເປັນສອງຂະແໜງ ຄື: ຂະແໜງກົດ ໝາຍອາຍາ ມີ 708 ຄົນ, ຍິງ 198 ຄົນ; ຂະແໜງກົດໝາຍແພ່ງ ມີ 394 ຄົນ, ຍິງ 159 ຄົນ,    ໃນຕອນທ້າຍ ທ່ານລັດຖະມົນຕີ ກໍໄດ້ໃຫ້ກຽດໂອ້ລົມພະນັກງານ, ຄູອາຈານ ແລະ ນັກສຶກສາ ທີ່ໄດ້ສຳເລັດການສຶກສາ ໃນສົກປີຮຽນນີ້ ຊຶ່ງທ່ານໄດ້ສະແດງຄວາມຍີນດີ ແລະ ຊົມເຊີຍຕໍ່ຜົນງານຂອງການຮຽນ-ການສອນ ໃນໄລຍະ 1 ປີຜ່າມ ມາ. ຂ່າວ ແລະ ພາບໂດຍ: ນັກຂ່າວກົມໂຄສະນາອົບຮົມກົດໝາຍ, ກະຊວງຍຸຕິທຳ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ພິທີມອບ-ຮັບໃບປະກາສະນີຍະບັດໃຫ້ແກ່ນັກສຶກສາກົດໝາຍ ຂອງສະຖາບັນຍຸຕິທຳ ສາຂາພາກເໜືອ
ພິທີມອບ-ຮັບໃບປະກາສະນີຍະບັດໃຫ້ແກ່ນັກສຶກສາກົດໝາຍ ຂອງສະຖາບັນຍຸຕິທຳ ສາຂາພາກເໜືອ
https://www.moj.gov.la/lo/node/473
ໃນຕອນເຊົ້າຂອງວັນທີ 31 ສິງຫາ 2016 ຢູ່ທີ່ຫ້ອງຮັບແຂກກະຊວງຍຸຕິທຳ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຈີລີມີ ດູກຣາດ ຜູ້ຕ່າງໜ້າຈາກອົງການ UNODC ລະດັບພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ທ່ານເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວຢ່າງເປັນທາງການ, ເພື່ອປຶກສາຫາລືກ່ຽວກັບການພົວພັນຮ່ວມມື ລະຫວ່າງອົງການ UNODC ກັບກະຊວງຍຸຕິທຳ ໂດຍສະເພາະການຮ່ວມມືກ່ຽວກັບການບຳບັດຜູ້ຕິດຢາເສບຕິດ, ຜູ້ປ່ວຍຕິດເຊື້ອ HIV, ວຽກງານຕ້ານການຂູດຮີດແຮງງານເດັກ ແລະ ຂະບວນການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຍຸຕິທຳທາງອາຍາ ແລະ ໂຄງການ X26 ເພື່ອຕ້ານການຄ້າມະນຸດ ໃນສປປ ລາວ.      ພ້ອມດຽວກັນນັ້ນ ທ່ານ ຮອງລັດຖະມົນຕີກະຊວງຍຸຕິທໍາ ພ້ອມດ້ວຍຄະນະ ກໍໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຈີລີມີ ດູກຣາດ ພ້ອມດ້ວຍຄະນະ ຊຶ່ງເປັນການປະກອບສ່ວນທີ່ສຳ ຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ກະຊວງຍຸຕິທຳ ກັບອົງການ UNODC ທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນເລື້ອຍໆ. ພ້ອມກັນນັ້ນ, ທັງສອງຝ່າຍ ກໍໄດ້ລາຍງານສະພາບ ຈຸດພິເສດ ແລະ ການເຄື່ອນໄຫວວຽກງານໃນຂະແໜງຍຸຕິທຳໃຫ້ກັນ ແລະ ກັນຮັບຊາບ ໂດຍສະເພາະ ແມ່ນຈະເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ກະຊວງຍຸຕິທຳ ກັບອົງການ UNODC ເພື່ອການພັດທະນາລັດປົກຄອງດ້ວຍໝາຍ ກໍຄືຂະແໜ່ງຍຸຕິທຳ ໃຫ້ສໍາເລັດຕາມແຜນການທີ່ວາງໄວ້.    ທ່ານ ເຈີລີມີ ດູກຣາດ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ທ່ານ ຮອງລັດຖະມົນຕີກະຊວງຍຸຕິທຳ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ອຳນວຍຄວາມສະດວກໃຫ້ໃນການເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ແລະ ການປະຕິ ບັດໜ້າທີ່ໃນການຮ່ວມມືກັນພັດທະນາລັດປົກຄອງກົດໝາຍຂອງ ສປປ ລາວ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ.             ຂ່າວໂດຍ: ນ. ສີທົນ ສີສະຫວາດ; ພາບໂດຍ: ຄຳພອນ, ວຽງໄຊ  ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ທ່ານ ຮອງລັດຖະມົນຕີ ກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຈີລີມີ ດູກຣາດ ຜູ້ຕາງໜ້າຈາກອົງການ UNODC
ທ່ານ ຮອງລັດຖະມົນຕີ ກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຈີລີມີ ດູກຣາດ ຜູ້ຕາງໜ້າຈາກອົງການ UNODC
https://www.moj.gov.la/lo/node/474
ເພື່ອຍົກສູງຄຸນນະພາບທາງດ້ານການຮຽນ-ການສອນຂອງຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ແນ່ໃສ່ເຮັດໃຫ້ການສ້າງນັກຮຽນໃຫ້ຮຽນດີຮຽນເກັ່ງ, ມີລະບຽບວິໄນດີ ຕາມເນື້ອໃນສາມຂໍ້ແຂ່ງຂັນຂອງກະຊວງສຶກສາທິການ ແລະ ກິລາ ວາງອອກໃຫ້ປະກົດຜົນເປັນຈິງ. ໃນຕອນເຊົ້າຂອງວັນທີ 29 ສິງຫາ 2016 ຢູ່ທີ່ສະຫວັນໄອເຕັກ  ໄດ້ຈັດພິທີມອບໃບປະກາສະນິຍະບັດໃຫ້ແກ່ນັກສຶກສາປະລິນຍາຕີ ຮຸ່ນທີ 2 ແລະ ນັກສຶກສາຊັ້ນສູງ ຮຸ່ນທີ 5 ຂອງສະຖາບັນຍຸຕິທຳ ສາຂາພາກ ກາງ ແຂວງສະຫວັນນະເຂດ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ມອບໃບປາກາສະນິຍະບັດໂດຍ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ມີທ່ານຮອງເຈົ້າແຂວງ ແຂວງສະຫວັນນະເຂດ, ຫົວໜ້າພະແນກ, ຮອງພະແນກ, ສະ ຖາບັນຍຸຕິທຳ ສາຂາພາກເໜືອ, ສາຂາພາກໃຕ້ ແລະ ຜູ້ຕ່າງໜ້າຈາກວິທະຍາໄລພາກລັດ-ເອກະຊົນ, ພະແນກການອອ້ມຂ້າງແຂວງ ພ້ອມດ້ວຍຄູ່ອາຈານຕະຫຼອດຮອດນັກຮຽນ-ນັກສຶກສາ ແລະ ພໍ່ແມ່ຜູ່ປົກຄອງ, ຍາດພີ່ນ້ອງຂອງ ນັກສຶກສາເຂົ້າຮ່ວມ.    ໃນພິທີ ທ່ານ ປອ. ບຸນເສີດ ທຳມະວົງ ຫົວໜ້າສະຖາບັນຍຸຕິທຳສາຂາພາກກາງ ກໍໄດ້ຂຶ້ນຜ່ານບົດສະຫຼຸບການຮຽນ-ການສອນໃນໄລຍະທີ່ຜ່ານມາ, ຜົນສຳເລັດໃນການກໍ່ສ້າງນັກກົດໝາຍປະລິນຍາຕີ ຮຸ່ນທີ 2 ແລະ ຊັ້ນສູງ ຮຸ່ນທີ 5, ໃນປັດຈຸບັນສະຖາບັນຍຸຕິທຳພາກກາງມີຄູ-ອາຈານທັງໝົດ 90 ທ່ານ, ມີນັກສຶກສາ ມີຈຳນວນ 1.760 ຄົນ, ຍິງ 480 ຄົນ ແລະ ມີນັກສຶກສາທີ່ໄດ້ຮັບປະກາສະນິຍະບັດໃນຄັ້ງນີ້ຈຳນວນ 1.050 ຄົນ, ຍິງ 268 ຄົນ, ນັກສຶກສາປະລິນຍາຕີ 592 ຄົນ, ຍິງ 133 ຄົນ, ຊັ້ນສູງ 458 ຄົນ, ຍິງ 135 ຄົນ      ທ່ານ ອາຈານ ດາວຈັນ ວົງຄຳຈັນ ຫົວໜ້າຄຸ້ມຄອງນັກສຶກສາ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງຍຸຕິທຳ ສະບັບເລກທີ 773/ກຍ, ລົງວັນທີ 26 ສິງຫາ 2016 ວ່າດ້ວຍ ການຍ້ອງຍໍພະນັກງານ, ຄູອາຈານຢູ່ສະຖາບັນຍຸຕິທຳ ພາກ ກາງ ຈຳນວນ 17 ທ່ານ ແລະ ໃບຊົມເຊີຍຈຳນວນ 25 ທ່ານ; ຂໍ້ຕົກລົງຂອງຫົວໜ້າສະຖາບັນຍຸຕິທຳພາກກາງ ສະບັບເລກທີ 207/ກຍ. ສຍກ, ລົງວັນທີ 25 ສິງຫາ 2016 ວ່າດ້ວຍ ການຍ້ອງຍໍ ແລະ ສັນລະເສີນນັກສຶກສາທີ່ມີຜົນງານດີເດັ່ນ ໃນການສຶກສາຮ່ຳຮຽນໄດ້ 3 ປະເພດຄື: 1. ປະເພດດິເລີດ 3 ຄົນ; 2. ປະເພດເກັ່ງຫຼາຍ 147 ຄົນ,​ 3. ປະເພດດີ 409 ຄົນ ແລະ ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງຍຸຕິທຳ ສະບັບເລກທີ 754/ກຍ, ລົງວັນທີ 24 ສິງຫາ 2016 ວ່າດ້ວຍ ການອະນຸມັດຈັດພິທີມອບ-ຮັບປະກາສະນິຍະບັດໃຫ້ນັກສຶກສາກົດໝາຍລະບົບປະລິນຍາຕີ ແລະ ລະບົບຊັ້ນສູງ ປະຈຳສົກປີ 2015-2016 ຢ່າງເປັນທາງການ.       ໃນພິທີດັ່ງກ່າວ ທ່ານ ລັດຖະມົນຕີກະຊວງຍຸຕິທຳ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງຄູ, ອາຈານທຸກທ່ານ ທີ່ໄດ້ທຸ້ມເທເຫື່ອແຮງ ແລະ ສຸ່ມທຸກສະຕິປັນຍາຄວາມຮູ້, ຄວາມສາມາດ ເພື່ອຖ່າຍທອດຄວາມຮູ້ໃຫ້ແກ່ນັກ ສຶກສາຈະຫຼອດໄລຍະຂອງສົກຮຽນ. ພ້ອມກັນນັ້ນ, ນັກສຶກສາທີ່ຮຽນຈົບໃໝ່ ຈົ່ງພ້ອມກັນນຳຄວາມຮູ້-ຄວາມສາມາດທີ່ຕົນໄດ້ຜ່ານການຄົ້ນຄ້ວາ, ຮ່ຳຮຽນ ແລະ ຝຶກຝົນຫຼ່ໍຫຼອມຕົນເອງໄປນຳໃຊ້ໃຫ້ຖືກຕ້ອງຕາມແນວທາງຂອງພັກ-ລັດ ແລະ  ຖືກຕ້ອງຕາມກົດໝາຍ ເພື່ອພ້ອມກັນສ້າງສາປະເທດຊາດ ແລະ ສ້າງພື້ນຖານໃຫ້ແກ່ການສ້າງລັດແຫ່ງ ສປປ ລາວ ໃຫ້ກາຍເປັນລັດທີ່ປົກຄອງດ້ວຍກົດໝາຍເທຶ່ອລະກ້າວ. ຂ່າວໂດຍ: ນ. ສີທົນ ສີສະຫວາດ; ພາບໂດຍ: ຄຳພອນ     ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ພິທີມອບໃບປະກາສະນິຍະບັດໃຫ້ແກ່ນັກສຶກສາຂອງສະຖາບັນຍຸຕິທຳ ສາຂາພາກກາງ
ພິທີມອບໃບປະກາສະນິຍະບັດໃຫ້ແກ່ນັກສຶກສາຂອງສະຖາບັນຍຸຕິທຳ ສາຂາພາກກາງ (ແຂວງສະຫວັນນະເຂດ)
https://www.moj.gov.la/lo/node/475
ພະແນກຍຸຕິທຳ ແຂວງສະຫວັນນະເຂດ ແລະ ພະແນກຍຸຕິທຳ ແຂວງຄຳມ່ວນ ໄດ້ຕ້ອນ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ທີ່ໄດ້ລົງຊີ້ນຳວຽກງານຢູ່ແຂວງດັ່ງກ່າວ. ໃນວັນທີ 30 ສິງຫາ 2016 ທ່ານ ອຸໄພວັນ ໄຊຍະວົງ ຫົວ ໜ້າພະແນກຍຸຕິທຳ ແຂວງສະຫວັນນະເຂດ ແລະ ທ່ານ ຈັນທາ ພົມມະສອນ ຫົວໜ້າພະແນກຍຸຕິທຳ ແຂວງຄຳມ່ວນ, ມີຮອງພະແນກ, ຫົວໜ້າຫ້ອງການຕະຫຼອດຮອດພະນັກງານລັດຖະກອນຂອງສອງພະແນກ ເຂົ້າຮ່ວມຢ່າງພ້ອມພຽງ. ໃນການລົງມາຊີ້ນຳວຽກງານໃນຄັ້ງນີ້ ທ່ານ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວວຽກງານຂອງສອງພະແນກໃນໄລຍະທີ່ຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຊຶ່ງເຫັນໄດ້ວ່າທັງສອງພະແນກ ແມ່ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມະຊິກພັກ, ພະນັກງານ-ລັດຖະກອນພາຍໃນພະແນກຍຸຕິທຳແຂວງ ກໍຄືຫ້ອງການຍຸຕິທຳເມືອງໃນທົ່ວແຂວງຢ່າງຕໍ່ເນື່ອງ, ສະແດງໃຫ້ເຫັນວ່າສະມາຊິກພັກ, ພະນັກງານ-ລັດຖະ ກອນພາຍໃນຂະແໜ່ງຍຸຕິທຳ ໄດ້ມີທັດສະນະຫຼັກໝັ້ນການເມືອງດີ, ມີສະຕິຕໍ່ການຈັດຕັ້ງ, ຕໍ່ລະບຽບວິໄນ ແລະ ຕໍ່ໜ້າທີ່ວຽກງານ, ມີຈິດໃຈບຸກບືນຝຶກຝົນຫຼໍ່ຫຼອມຕົນເອງ ແລະ ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ.     ຫຼັງຈາກນັ້ນ, ທ່ານລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ແລະ ຜົນງານການເຄື່ອນໄຫວວຽກງານຕະຫຼອດໄລຍະທີ່ຜ່ານມາ ທີ່ທັງສອງພະແນກສາມາດຍາດມາໄດ້ຜົນງານຫຼາຍດ້ານ ຈົ່ງພ້ອມກັນສືບຕໍ່ຮັກສາມູນເຊື້ອ ຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ໃຫ້ຖືສຳຄັນບັ້ນດຳເນີນຊີວິດການເມືອງໃຫ້ເຂັ້ມແຂງກວ່າເກົ່າ ເພື່ອຍົກລະດັບຄວາມຮູ້, ຄວາມເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ ໂດຍເນັ້ນໃສ່ຄຸນທາດທາງດ້ານການເມືອງ, ຄຸນສົມບັດ ສິນທຳປະຕິວັດຂອງສະມະຊິກພັກ, ພະນັກງານ-ລັດຖະກອນ; ປັບປຸງທັດສະນະຫຼັກໝັ້ນປະຕິວັດຂອງແຕ່ລະຄົນໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ມີຄວາມຮັບຜິດຊອບສູງ ແລະ ເປັນເຈົ້າການໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບ ມອບໝາຍ ພ້ອມກັນສືບຕໍ່ປະຕິບັດຕາມແຜນການທີ່ທັງສອງພະແນກໄດ້ວາງໄວ້ໃຫ້ສຳເລັດ ແລະ ປາກົດຜົນເປັນຈິງເທື່ອລະກ້າວ. ຂ່າວໂດຍ: ນ. ສີທົນ ສີສະຫວາດ; ພາບໂດຍ: ຄຳພອນ           ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ພະແນກຍຸຕິທຳແຂວງ ສະຫວັນນະເຂດ ແລະ ພະແນກຍຸຕິທຳ ແຂວງຄຳມ່ວນ ຕ້ອນຮັບທ່ານລັດຖະມົນຕີກະຊວງຍຸຕິທຳ
ພະແນກຍຸຕິທຳແຂວງ ສະຫວັນນະເຂດ ແລະ ພະແນກຍຸຕິທຳ ແຂວງຄຳມ່ວນ ຕ້ອນຮັບທ່ານລັດຖະມົນຕີກະຊວງຍຸຕິທຳ
https://www.moj.gov.la/lo/node/476
ລາຍລະອຽດປະເພດຂອງເອກະສານ: ຄຳແນະນຳ ຂອງລັດຖະມົນຕີເອກະສານລົງວັນທີ: 02-ກັນຍາ-2016ເລກທີຂອງເອກະສານ: 800ເລກສະບັບປີຂອງເອກະສານ: 2016 Online Viewinghttps://www.moj.gov.la/sites/default/files/%E0%BA%81%E0%BA%BB%E0%BA%A1%E0%BA%97%E0%BA%B0%E0%BA%9A%E0%BA%BD%E0%BA%99%E0%BA%AA%E0%BA%B2%E0%BA%99/documents/%E0%BA%99%E0%BA%B4%E0%BA%95%E0%BA%B4%E0%BA%81%E0%BA%B3/%E0%BA%99%E0%BA%B4%E0%BA%95%E0%BA%B4%E0%BA%81%E0%BA%B3%E0%BA%97%E0%BA%B4%E0%BB%88%E0%BA%9B%E0%BA%B0%E0%BA%81%E0%BA%B2%E0%BA%94%E0%BB%83%E0%BA%8A%E0%BB%89/%E0%BA%84%E0%BA%B3%E0%BB%81%E0%BA%99%E0%BA%B0%E0%BA%99%E0%BA%B3-%E0%BA%82%E0%BA%AD%E0%BA%87%E0%BA%A5%E0%BA%B1%E0%BA%94%E0%BA%96%E0%BA%B0%E0%BA%A1%E0%BA%BB%E0%BA%99%E0%BA%A7%E0%BB%88%E0%BA%B2%E0%BA%81%E0%BA%B2%E0%BA%99/476/%E0%BA%84%E0%BB%8D%E0%BA%B2%E0%BB%81%E0%BA%99%E0%BA%B0%E0%BA%99%E0%BB%8D%E0%BA%B2%E0%BA%82%E0%BA%AD%E0%BA%87%E0%BA%A5%E0%BA%B1%E0%BA%94%E0%BA%96%E0%BA%B0%E0%BA%A1%E0%BA%BB%E0%BA%99%E0%BA%95%E0%BA%B5%20%E0%BA%81%E0%BA%8D_p1-3.pdf
ຄໍາແນະນໍາຂອງລັດຖະມົນຕີ
https://www.moj.gov.la/lo/node/477
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 04-ກັນຍາ-2016ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 04/09/2016 EP1 ລາຍການເພື່ອສັງຄົມຍຸຕິທຳ 04/09/2016 EP2
ລາຍການເພື່ອສັງຄົມຍຸຕິທຳ 04/09/2016
https://www.moj.gov.la/lo/node/478
ໃນລະຫວ່າງວັນທີ 30 ສິງຫາ ຫາ 2 ກັນຍາ 2016 ກົມຄຸ້ມຄອງລະບົບຍຸຕິທຳ, ກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມປັບປຸງຮ່າງດຳລັດວ່າດ້ວຍກອງທຶນຊ່ວຍເຫຼືອທາງດ້ານກົດໝາຍ ທີບ້ານພັກຄູນຊັບ. ເມືອງ ແກ້ວອຸດົມ,​ ແຂວງ ວຽງຈັນ ໂດຍການເປັນປະທານ ຂອງ ທ່ານ ປທ ບຸນຕາ ສ.ຜາບມີໄຊ ຫົວໜ້າກົມຄຸ້ມຄອງລະບົບຍຸຕິທຳ, ກະຊວງຍຸຕິທຳ ມີຜູ້ເຂົ້າຮ່ວມທີ່ມາຈາກ ກະຊວງຍຸຕິທຳ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ແລະ ສະພາທະນາຍຄວາມ ລວມທັງໝົດ 13 ທ່ານ, ຍິງ 03 ທ່ານ, ໂດຍໄດ້ຮັບການສະ ໜັບສະໜູນຈາກ ອົງການ ມູນນິທິເອເຊຍ ປະຈໍາ ສປປ ລາວ.      ຈຸດປະສົງຂອງການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອປັບປຸງຮ່າງດຳລັດວ່າດ້ວຍກກອງທຶນຊ່ວຍເຫຼືອທາງດ້ານກົດໝາຍ ທີ່ເຄີຍປັບປຸງຄັ້ງຜ່ານມາ ໃຫ້ມີເນື້ອໃນສົມບູນ, ຄົບຖ້ວນ, ສອດຄ່ອງກັບນິຕິກໍາກ່ຽວຂ້ອງ ແລະ ສະພາບຕົວ ຈິງຂອງສັງຄົມ. ນອກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຄົ້ນຄວ້າ ແລະ ປຶກສາຫາລືກັນກ່ຽວກັບການກຳນົດຊື່ຂອງດຳລັດຄືນໃໝ່, ກຳນົດເນື້ອໃນເບື້ອງຕົ້ນ ເພື່ອເປັນຂໍ້ມູນພື້ນຖານໃນການລາຍງານຕໍ່ຄະນະນຳກະຊວງຍຸຕິທຳ ແລະ ທິດທາງ ການປັບປຸງຄັ້ງຕໍ່ໄປ. ກອງປະຊຸມ ດຳເນີນໄປເປັນເວລາ 4 ວັນເຕັມ ແລະ ປິດລົງດ້ວຍຜົນສຳເລັດຕາມລະດັບຄາດໝາຍ. ຂ່າວ ແລະ ຮູບພາບໂດຍ: ສ. ບຸນຄ້ຳ (ນັກຂ່າວກົມຄຸ້ມຄອງລະບົບຍຸຕິທຳ) ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມປັບປຸງຮ່າງດຳລັດວ່າດ້ວຍກອງທຶນຊ່ວຍເຫຼືອທາງດ້ານກົດໝາຍ
ກອງປະຊຸມປັບປຸງຮ່າງດຳລັດວ່າດ້ວຍກອງທຶນຊ່ວຍເຫຼືອທາງດ້ານກົດໝາຍ
https://www.moj.gov.la/lo/node/479
ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 05 ກັນຍາ 2016​ ຢູ່​ທີ່​​ໂຮງຮຽນການ​ເມືອງ-ການ​ປົກຄອງ​ ແຂວງບໍ່ແກ້ວ ​ໄດ້​ຈັດ​ພິທີ​ປິດ​ການ​ຮຽນ-ການ​ສອນ​ໂຄງການ​ບຳບຸງ​ກົດໝາຍ ​ໄລຍະ​ສັ້ນ​ 45 ວັນ​ ຂອງພະແນກຍຸຕິທຳ ແຂວງບໍ່ແກ້ວ, ​​ໂດຍພາຍໃຕ້ການ​ເປັນ​ປະທານຂອງ ​ທ່ານ ​ໄຊສີ ສັນຕິ​ວົງ, ກຳມະການ​ສູນ​ກາງ​ພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ​ຍຸຕິ​ທຳ, ​ໃຫ້ກຽດ​ເຂົ້າ​ຮ່ວມ​ຂອງ​ ທ່ານ ປອ ຄຳ​ພັນ ​ເຜີຍ​ຍະ​ວົງ, ກຳ​ມະ​ການ​ສູນ​ກາງ​ພັກ, ​ເລຂາ​ພັກ​​, ເຈົ້າ​ແຂວງໆ​ບໍ່ແກ້ວ, ມີ​ຄະນະ​ປະຈຳ​ພັກ​ແຂວງ, ກຳ​ມະ​ການ​ພັກ​ແຂວງ, ຫົວໜ້າພະແນກຍຸຕິທຳ, ຮອງ​ພະ​ແນ​ກຍຸຕິ​ທຳ, ລັດ​ວິ​ສາ​ຫະກິດ, ນັກວິທະຍາ​ກອນ ​ແລະ ນັກສຳ​ມະນາກອນ ລວມທັງ ພະແນກການອ້ອມຂ້າງແຂວງ​ ເຂົ້າ​ຮ່ວມ​ທັງໝົດ 124 ທ່ານ, ຍິງ 32 ທ່ານ.      ໃນ​ພິທີ ທ່ານ ຄຳຫຼ້າ ອຸດ​ທະ​ຍອດ, ຫົວໜ້າ​ພະ​ແນ​ກຍຸຕິ​ທຳ​ແຂວງ ໄດ້​ຂຶ້ນ​ກ່າວ​ບົດ​ສະຫຼຸບລາຍ​ງານວຽກງານ​ການຈັດ​ຕັ້ງ​ປະ​ຕິບັດ​ໂຄງການ​ບຳລຸງ​ກົດໝາຍ​ ​ໄລຍະສັ້ນ 45 ວັນ ​ໃຫ້​ແກ່ພະນັກງານຫຼັກ​ແຫຼ່ງຂັ້ນ​ແຂວງ​-ຂັ້ນ​ເມືອງ ຊຸດ​ທີ 5 ປະຈຳສົກ​ປີ 2015-2016 ​ໂດຍ​ປະຕິບັດ​ຕາມ​ຄຳ​ແນະນຳ​ຂອງ​ລັດຖະມົນຕີກະຊວງ​ຍຸຕິ​ທຳ, ສະບັບ​ເລກທີ 1039/ກຍ, ລົງ​ວັນ​ທີ 04 ທັນວາ 2015 ວ່າ​ດ້ວຍ ​ການຈັດ​ຕັ້ງ​ປະຕິບັດ​ວຽກງານ 3 ສ້າງ ​ແລະ ຍຸຕິ​ທຳ​ຮາກ​ຖານ, ອີງ​ຕາມ​ຂໍ້​ຕົກລົງ​ຂອງ ທ່ານ ​ເຈົ້າ​ແຂວງໆບໍ່​ແກ້ວ ​ສະບັບ​ເລກ​ທີ 708 /ຈຂ. ບກ, ລົງ​ວັນ​ທີ 22 ມີ​ຖຸນາ 2016 ວ່າ​ດ້ວຍ ​ອະນຸມັດ​ເປີດ​ໂຄງການຫຼັກສູດ​ບຳລຸງ​ກົດໝາຍ ​ໄລຍະ​ສັ້ນ 45 ວັນ​ຂອງ​ແຂວງ​ບໍ່​ແກ້ວ ຊຶ່ງຫຼັກສູດ​ການ​ຮຽນ-ການ​ສອນ​ຄັ້ງ​ນີ້ ປະກອບມີ 28 ວິຊາ, 21 ໜ່ວຍກິດ, 315 ຊົ່ວ​ໂມງ, ມີ​​ຜູ້​ເຂົ້າ​ຝຶກອົບຮົມ ຈຳນວນ 49 ຄົນ, ຍິງ 12 ຄົນ ​ຊຶ່ງມາ​ຈາ​ກພະ​ແນ​ກການ​ອ້ອມ​ຂ້າງ​ແຂວງ​ເຂົ້າ​ຮ່ວມ​ຝຶກ​ອົບຮົມ​ໃນ​ຄັ້ງ​ນີ້. ຜ່ານ​ການ​ຝຶກ​ອົບຮົມສາມາດ​ຕີ​ລາຄາ ​ແລະ ຈັດ​ປະ​ເພດ ​ດັ່ງນີ້ 1. ປະ​ເພດ​ດີ​ເລີດ 23 ສະຫາຍ, ຍິງ 6 ສະຫາຍ, 2. ປະ​ເພດ​ດີ 26 ສຫາຍ, ຍິງ 6 ສະຫາຍ.       ທ່ານ ​ໄຊ​ສີ ສັນຕິ​ວົງ ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ, ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​​ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຜົນສຳເລັດທີ່ຄະນະພັກ, ຄະນະນຳ ແຂວງບໍ່ແກ້ວ ຕະຫຼອດຮອດນັກວິທະຍາກອນ ແລະ ນັກສຳມະນາກອນ ທີ່ໄດ້ສຳເລັດການ ຝຶກອົບຮົບກົດໝາຍ ໄລຍະສັ້ນ 45 ວັນ. ພ້ອມກັນນັ້ນ, ທ່ານຍັງໄດ້ເນັ້ນໜັກ ໃຫ້ນັກສຳມະນາກອນທຸກສະຫາຍ ຈົງພ້ອມກັນນຳເອົາຄວາມຮູ້, ຄວາມສາມາດ ແລະ ເນື້ອໃນກົດໝາຍທີ່ຕົນໄດ້ຮັບການຝຶກອົບຮົມໃນຄັ້ງນີ້ ໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ເຂົ້າໃນໜ້າທີ່ວຽກງານໃນຂອບເຂດທີ່ຕົນເອງຮັບຜິດຊອບໃຫ້ປtສົບຜົນສຳເລັດສູງກວ່າເກົ່າ.           ຂ່າວ ແລະ ພາບໂດຍ: ກຶມມຸຄອນແກ້ວ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ພິທີປິດການຮຽນ-ການສອນຫຼັກສູດບຳລຸງກົດໝາຍ ໄລຍະສັ້ນ 45 ວັນ ຢູ່ ແຂວງບໍ່ແກ້ວ
ພິທີປິດການຮຽນ-ການສອນຫຼັກສູດບຳລຸງກົດໝາຍ ໄລຍະສັ້ນ 45 ວັນ ຢູ່ ແຂວງບໍ່ແກ້ວ
https://www.moj.gov.la/lo/node/480
ກອງປະຊຸມເປີດກວ້າງຄະນະພັກ, ຄະນະນຳກະຊວງ ເພື່ອສະຫຼຸບການນຳພາຂອງຄະນະພັກກະຊວງຍຸຕິທຳ ໃນໄລຍະ 4 ເດືອນຜ່ານມາ (ແຕ່ 5-8/2016) ແລະ ທິດທາງໃນຕໍ່ໜ້າ ແຕ່ເດືອນ 9-12/2016 ໄດ້ໄຂຂຶ້ນໃນຕອນເຊົ້າຂອງ ວັນທີ 2 ກັນຍາ 2016 ຢູ່ທີ່ຫ້ອງປະຊຸມຊັ້ນສອງ ເພື່ອປະກອບຄຳເຫັນໃສ່ບົດສະຫຼຸບການດັ່ງກ່າວ ໂດຍການເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ໄຊສີ ສັນຕິວົງ ເລຂາຄະນະພັກ, ລັດຖະມົນຕີກະຊວງຍຸຕິທຳ, ມີຄະນະພັກກະຊວງ, ສະຫາຍເລຂາ ໜ່ວຍພັກຫ້ອງການ, ບັນດາເລຂາໜ່ວຍພັກກົມ, ສະຖາບັນຍຸຕິທຳແຫ່ງຊາດ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ຕາງໜ້າສາມອົງການຈັດຕັ້ງມະຫາຊົນກະຊວງ ເຂົ້າຮ່ວມຢ່າງພ້ອມພຽງ.      ພາຍຫຼັງທີ່ກອງປະຊຸມເປີດກວ້າງໄດ້ໄຂຂຶ້ນຢ່າງເປັນທາງການ, ສະຫາຍ ປອ. ເສີມສຸກ ສິມພະວົງ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານ ໃນລະຍະ 4 ເດືອນຜ່ານມາ ແລະ ທິດທາງແຜນການໃນ 4 ເດືອນຕໍ່ໜ້າ ພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກກະຊວງຍຸຕິທຳ. ຫຼັງຈາກນັ້ນ ສະຫາຍ ໄຊສີ ສັນຕິວົງ ເລຂາຄະນະພັກ, ລັດຖະມົນຕີກະຊວງຍຸຕິທຳ ໄດ້ຜ່ານບົດສຳຫຼວດການເຄື່ອນໄຫວວຽກງານຊີ້ນຳ-ນຳພາ ຂອງສະຫາຍໃນ ໄລຍະ 4 ເດືອນຜ່ານມາ. ຈາກນັ້ນ, ສະຫາຍຄະນະພັກກະຊວງ, ສະຫາຍເລຂາໜ່ວຍພັກຫ້ອງການ, ບັນດາເລຂາໜ່ວຍພັກກົມ, ສະຖາບັນຍຸຕິທຳແຫ່ງຊາດ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ຕາງໜ້າສາມອົງ ການຈັດຕັ້ງມະຫາຊົນກະຊວງ ໄດ້ພ້ອມກັນປະກອບຄຳເຫັນໃສ່ບົດສະຫຼຸບການນຳພາ ແລະ ບົດສຳຫຼວດດັ່ງກ່າວ.      ໃນໄລຍະ 4 ເດືອນຜ່ານມາ ກະຊວງຍຸຕິທຳ ໄດ້ເຄື່ອນໄຫວວຽກງານຮອບດ້ານ ພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກກະຊວງຍຸຕິທຳ ຊຶ່ງສາມາດຍາດໄດ້ຜົນງານຫຼາຍດ້ານ ຄື: - ຄະນະພັກກະຊວງ ໄດ້ສຸມໃສ່ການຊີ້ນຳ-ນຳພາວຽກງານປັບປຸງດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 404/ນຍ, ລົງວັນທີ 23 ພະຈິກ 2007 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກະຊວງຍຸຕິທຳ ແລະ ຂໍ້ຕົກລົງ ຂອງລັດຖະມົນຕິ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການ, ກົມ, ສະຖາບັນ ແລະ ສູນ ຄືນໃໝ່ ເພື່ອໃຫ້ສອດຄ່ອງກັບໜ້າທີ່ການເມືອງໃນປັດຈຸບັນ; ໄດ້ສຳເລັດການຄົ້ນຄວ້າປັບປຸງກົດໝາຍ 5 ສະບັບ ແລະ ຮ່າງດຳລັດ 7 ສະບັບ; ໂຄສະນາ ເຜີຍແຜ່ກົດໝາຍທາງວິທະຍຸ 51 ຄັ້ງ, ໂທລະພາບ 16 ຄັ້ງ, ຂຽນບົດກົດໝາຍສົ່ງໜັງສືພິມ ແລະ ວາລະສານໄດ້ 79 ບົດ. ພີເສດແມ່ນໄດ້ສ້າງລາຍການໂທລະພາບເພື່ອສັງຄົມຍຸຕິທຳ ຊຶ່ງເລີ່ມ ແຕ່ວັນທີ 14/8/2016 ເປັນຕົ້ນມາ; ເອົາໃຈໃສ່ ຄົ້ນຄວ້າຄຳຮ້ອງ, ຄຳສະເໜີຕ່າງໆພ້ອມທັງອອກຄຳສັ່ງ, ຄຳແນະນຳ ແລະ ແຈ້ງການກ່ຽວກັບການຈັດຕັ້ງປະຕິບັດຄຳຕັດສີນຂອງສານໃຫ້ຖືກຕ້ອງຕາມຂັ້ນຕອນຂອງກົດ ໝາຍ; ເອົາໃຈໃສ່ຄົ້ນຄວ້າ, ກວດກາ ແລະ ຢັ້ງຢືນຄວາມຖືກຕ້ອງ ຂອງສັນຍາ ແລະ ເອກະສານອື່ນໄດ້ 3.142 ສະບັບ; ຄົ້ນຄວ້າແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ 11 ຂໍ້ຂັດແຍ່ງ, ສຳເລັດ 3 ຂໍ້ຂັດແຍ່ງ, ກຳລັງດຳເນີີນ 9 ຂໍ້ຂັດແຍ່ງ; ສ້າງແຜນການ ແລະ ປະສານງານໃຫ້ການນຳກະຊວງໄປຢ້ຽມຢາມ ສສ ຫວຽດ ນາມ, ເຈລະຈາໂຄງການຮ່ວມມື ແລະ ການຊ່ວຍເຫຼືອຂອງ ສສ ຫວຽດນາມ ຕໍ່ສະຖາບັນຍຸຕິທຳແຫ່ງຊາດ. - ຄະນະພັກກະຊວງໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ອົງການຈັດຕັ້ງມະຫາຊົນ ເຄື່ອນໄຫວຕາມພາລະບົດບາດ, ໜ້າທີ່ຂອງແຕ່ລະອົງການ, ຊຸກຍູ້ຂະບວນການຕ່າງໆໃນໂອກາດວັນສຳຄັນຂອງຊາດ, ຂອງພັັກ, ຂອງອົງການຈັດຕັ້ງມະຫາຊົນ. ປັບປຸງການຈັດຕັ້ງຂອງແຕ່ລະອົງການ, ແບບແຜນວິທີເຮັດວຽກ ແລະ ການເຄື່ອນໄຫວໄດ້ດີກວ່າເກົ່າ; - ນຳພາວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບພາຍໃນ ໂດຍໄດ້ເຜີຍແຜ່ເອກະສານນຳພາແນວຄິດເພື່ອໃຫ້ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ ມີຄວາມຮັບຮູ້, ເຂົ້າໃຈ, ມີສະຕິເປັນເຈົ້າການໃນການປ້ອງກັນຕົນເອງ, ປ້ອງກັນພັກ. ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍການຫັນປ່ຽນໂດຍສັນຕິຂອງສັດຕູ; - ຄະນະພັກກະຊວງ ໄດ້ເອົາໃຈໃສ່ການປັບປຸງການຈັດຕັ້ງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ສາມາດເຄື່ອນໄຫວວຽກງານຕາມພາລະບົດບາດຂອງຕົນຢ່າງມີປະສິດທິພາບ, ຍົກສູງຄວາມຮັບຜິດຊອບໃນການ ຈັດຕັ້ງຜັນຂະ ຫຍາຍມະຕິ, ຄຳສັ່ງ, ຂໍ້ກຳນົດ, ບົດແນະນຳ ແລະ ເອກະສານຕ່າງໆກ່ຽວກັບພັກ ແລະ ພະນັກງານ, ປັບ ປຸງລະບອບການຮ່ວມຊີວິດພັກປະຈຳເດືອນຂອງແຕ່ລະໜ່ວຍພັກໃຫ້ປົກກະຕິ ແລະ ທັນເວລາ, ເອົາໃຈໃສ່ວຽກງານຂະຫຍາຍພັກຢ່າງຕັ້ງ ໂດຍຖືເອົາຄຸນນະພາບເປົນກົກ, ສ້າງມະຫາຊົນຜູ້ມີເງື່ອນໄຂເປັນເປົ້າໝາຍເຂົ້າພັກ ໂດຍຜ່ານຂະບວນການຕ່າງໆ ຕາມຂັ້ນຕອນ ແລະ ລະບຽບທີ່ກຳນົດໄວ້ໃນກົດລະບຽບພັກ.      ສຳລັບທິດທາງແຜນການແຕ່ເດືອນ ກັນຍາ ຫາເດືອນ ທັນວາ 2016 ນັ້ນ ຄະນະພັກກະຊວງຍຸຕິທຳ ຈະສືບຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ມີທັດສະນະຫຼັກໝັ້ນຊົນຊັ້ນການ ເມືອງໜັກແໜ້ນ, ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ອຸ່ນອ່ຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນນຳພາຂອງພັກ, ປະຕິບັດລະບຽບຂອງພັກ ແລະ ກົດໝາຍຂອງຂອງລັດຢ່າງເຂົ້ມງວດ. ພ້ອມກັນນັ້ນ, ຈະໄດ້ກະກຽມເປີດຊຸດຝຶກອົບ ຮົມທິດສະດີການເມືອງໄລຍະສັ້ນ ໃຫ້ສະມາຊິກພັກ, ພະນັກງານຫຼັກແຫຼ່ງໃຫ້ໄດ້ 1 ຊຸດ; ສືບຕໍ່ຊີ້ນຳ-ນາພາວະຊາສະເພາະຂອງແຕ່ລະພາກສ່ວນ ເຊັ່ນ ສືບຕໍ່ພາລະບົດບາດຂອງກະຊວງ, ຫ້ອງການ, ກົມ, ສະຖາບັນ ແລະ ສູນ ໃຫ້ສຳເລັດ; ຄົ້ນຄວ້າ ແລະ ປັບປຸງກົດໝາຍ; ສືບຕໍ່ໂຄສະນາເຜີຍແຜ່ກົດໝາຍ; ວຽກງານການຄຸ້ມຄອງປະຕິບັດຄຳຕັດສີນຂອງສານ ແລະ ວຽກງານອື່ນທີ່ປິ່ນອ້ອມ ໃຫ້ບັນລຸຕາມຄາດໝາຍ      ຫຼັງຈາກນັ້ນ, ສະຫາຍຄະນະພັກກະຊວງ ແລະ ບັນດາເລຂາໜ່ວຍພັກຫ້ອງການ, ກົມ, ສະຖາບັນ ແລະ ສູນ ກໍໄດ້ພ້ອມກັນປະກອບຄຳເຫັນໃສ່ບົດສຳຫຼວດຂອງສະຫາຍ ເລຂາຄະນະພັກກະຊວງ ດ້ວຍຄວາມຮັບຜິດຊອບສູງ ແລະ ກົງໄປ ກົງມາ ເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍບັນຍາກາດທີ່ດີ ຊຶ່ງພາຍຫຼັງທີ່ໄດ້ປັບປຸງເນື້ອໃນບົດສະຫຼຸບ ແລະ ບົດສະຫຼວດແລ້ວ ສະຫາຍເລຂາຄະນະພັກກະຊວງ ຈະໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຊຶ່ງຄາດວ່າຈະ ຈັດຂຶ້ນໃນລະຫວ່າງວັນທີ 12-21/9/2016 ນີ້. ກອງເປີດກວ້າງ ໄດ້ປິດລົງໃນ 12:20 ໂມງ ຂອງວັນດຽວກັນ   ຂ່າວ ແລະ ພາບໂດຍ: ກົມໂຄສະນາອົບຮົມກົດໝາຍ       ປະເພດຂ່າວ: ກອງປະຊຸມ-ສຳມະນາປ້າຍ Tags ຕິດຕາມ: ກອງປະຊຸມປະກອບຄຳເຫັນໃສ່ບົດສະຫຼຸບການນຳພາຂອງຄະນະພັກກະຊວງຍຸຕິທຳ ໃນໄລຍະສີ່ເດືອນຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ
ກອງປະຊຸມປະກອບຄຳເຫັນໃສ່ບົດສະຫຼຸບການນຳພາຂອງຄະນະພັກກະຊວງຍຸຕິທຳ ໃນໄລຍະສີ່ເດືອນຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ
https://www.moj.gov.la/lo/node/481
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 21-ສິງຫາ-2016ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 21/08/2016 EP1 ລາຍການເພື່ອສັງຄົມຍຸຕິທຳ 21/08/2016 EP2
ລາຍການເພື່ອສັງຄົມຍຸຕິທຳ 21/08/2016
https://www.moj.gov.la/lo/node/482
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 28-ສິງຫາ-2016ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 28/08/2016 EP1 ລາຍການເພື່ອສັງຄົມຍຸຕິທຳ 28/08/2016 EP2
ລາຍການເພື່ອສັງຄົມຍຸຕິທຳ 28/08/2016
https://www.moj.gov.la/lo/node/483
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 12-ກັນຍາ-2016ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 11/09/2016 EP1 ລາຍການເພື່ອສັງຄົມຍຸຕິທຳ 11/09/2016 EP2
ລາຍການເພື່ອສັງຄົມຍຸຕິທຳ 11/09/2016
https://www.moj.gov.la/lo/node/484
ລາຍລະອຽດປະເພດຂອງເອກະສານ: ລາຍການໂທລະພາບເອກະສານລົງວັນທີ: 11-ກັນຍາ-2016ເລກທີຂອງເອກະສານ: 1 Video Link ລາຍການເພື່ອສັງຄົມຍຸຕິທຳ 11/09/2016 EP1 ລາຍການເພື່ອສັງຄົມຍຸຕິທຳ 11/09/2016 EP2
ລາຍການເພື່ອສັງຄົມຍຸຕິທຳ 11/09/2016
https://www.moj.gov.la/lo/node/488
ໃນລະຫວ່າງວັນທີ 22-27 ສິງຫາ 2016 ຜ່ານມາ ກົມຄຸ້ມຄອງລະບົບຍຸຕິທຳ, ກະຊວງຍຸຕິທຳ ໄດ້ລົງເຄື່ອນໄຫວວຽກງານທາງລັດຖະການ ຢູ່ແຂວງ ສະຫວັນນະເຂດ ແລະ ແຂວງ ເຊກອງ ໂດຍການນຳພາຄະນະຂອງ ທ່ານ ປທ ບຸນຕາ ສ.ຜາບມີໄຊ ຫົວໜ້າກົມຄຸ້ມຄອງລະບົບຍຸຕິທຳ, ກະຊວງຍຸຕິທຳ.      ຈຸດປະສົງຂອງການລົງເຮັດວຽກ ແມ່ນເພື່ອລົງເກັບກຳຂໍ້ມູນຕ່າງໆໃນຄົ້ນຄວ້າພິຈາລະນາຄວາມເປັນໄປໄດ້ທີ່ຈະສ້າງຕັ້ງຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ ຢູ່ທີ່ພະແນກຍຸຕິທຳ ແຂວງ ສະຫວັນນະເຂດ ແລະ ແຂວງ ເຊກອງ. ການ ລົງເຄື່ອນໄຫວເຮັດວຽກຄັ້ງນີ້, ຄະນະກໍໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວວຽກຍຸຕິທຳຮາກຖານ ແລະ ຄວາມຮຽກຮ້ອງຕ້ອງການໃນການເຂົ້າເຖິງຄວາມຍຸຕິທຳ ຂອງປະຊາຊົນບັນດາເຜົ່າ, ຄວາມຫຍຸ້ງຍາກໃນການນໍາໃຊ້ວັດຖຸອຸ ປະກອນໃນການເຄື່ອນໄຫວວຽກງານຢູ່ທ້ອງຖິ່ນຂອງທັງສອງພະແນກຍຸຕິທຳແຂວງ. ນອກຈາກນັ້ນ, ທ່ານ ບຸນຕາ ສ.ຜາບມີໄຊ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະກຳມະການພັກແຂວງ, ຫົວໜ້າຫ້ອງວ່າການປົກຄອງແຂວງສະຫວັນນະເຂດ, ພົບປະຮອງເລຂາພັກແຂວງເຊກອງ, ປະທານສະພາປະຊາຊົນແຂວງ ຜູ້ຊີ້ນຳວຽກງານຍຸຕິທຳ ເພື່ອລາຍງານ ແລະ ປືກສາຫາລື ກ່ຽວກັບຄວາມເປັນໄປໄດ້ທີ່ຈະສ້າງຕັ້ງຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍຢູ່ ສອງແຂວງດັ່ງກ່າວ.     ໃນການເຄື່ອນໄຫວລົງເກັບກຳຂໍ້ມູນ ຢູ່ ແຂວງ ສະຫວັນນະເຂດ ໃນຄັ້ງນີ້ ມີທ່ານຜູ້ຕາງໜ້າຈາກ ໂຄງການສະໜັບສະໜູນແຜນແມ່ບົດພັດທະນາລັດປົກຄອງດ້ວຍກົດໝາຍ (SPLSMP) ແລະ ທ່ານ ຜູ້ຕາງໜ້າຈາກອົງການມູນນິທິເອ ເຊຍ ປະຈຳລາວ ກໍໄດ້ເຂົ້າຮ່ວມນຳ. ຜ່ານການລົງເຄື່ອນໄຫວວຽກງານເກັບກຳຂໍ້ມູນດັ່ງກ່າວ ແມ່ນເຫັນໄດ້ຫຼາຍບັນຫາສິ່ງທ້າທາຍຫຼາຍປະການ ຊຶ່ງທາງຄະນະລົງເກັບກຳຂໍ້ມູນ ກໍໄດ້ສັງລວມລະອຽດເປັນຂໍ້ມູນພື້ນຖານ ເພື່ອສະເໜີ ແລະ ລາຍ ງານຕໍ່ຄະນະນຳກະຊວງຍຸຕິທຳ ເພື່ອມີທິດຊີ້ນຳໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນຕໍ່ໄປ.      ຂ່າວໂດຍ: ສ. ບຸນຄ້ຳ, ຖ່າຍພາບໂດຍ: ດາວັນ ມາລິຍາ ປະເພດຂ່າວ: ຂ່າວການເຄື່ອນໄຫວຂອງກະຊວງປ້າຍ Tags ຕິດຕາມ: ການເຄື່ອນໄຫວວຽກງານທາງລັດຖະການຢູ່ ແຂວງສະຫວັນນະເຂດ ແລະ ແຂວງ ເຊກອງ
ການເຄື່ອນໄຫວວຽກງານທາງລັດຖະການ ຢູ່ແຂວງ ສະຫວັນນະເຂດ ແລະ ແຂວງ ເຊກອງ
https://www.moj.gov.la/lo/node/489
ຮູບພາບປະກອບ :: ຄຳນຳໜ້າ :: ທ່ານຕຳແໜ່ງງານ:: ຫົວໜ້າພະແນກສັງກັດຢູ່ພາກສ່ວນ ຫຼື ກົມ :: ກົມໂຄສະນາເຜີຍແຜ່ກົດໝາຍ
ປະເສີດ
https://www.moj.gov.la/lo/node/490
ຮູບພາບປະກອບ :: ຄຳນຳໜ້າ :: ທ່ານຕຳແໜ່ງງານ:: ຫົວໜ້າພະແນກສັງກັດຢູ່ພາກສ່ວນ ຫຼື ກົມ :: ກົມໂຄສະນາເຜີຍແຜ່ກົດໝາຍ
ສຸລິວັນ
https://www.moj.gov.la/lo/node/491
ຮູບພາບປະກອບ :: ຄຳນຳໜ້າ :: ທ່ານຕຳແໜ່ງງານ:: ວິຊາການສັງກັດຢູ່ພາກສ່ວນ ຫຼື ກົມ :: ກົມໂຄສະນາເຜີຍແຜ່ກົດໝາຍ
ມີລາໄຊ